ບົດທີ 107

ເມື່ອພຣະທຳຂອງເຮົາໄປເຖິງຄວາມຮຸນແຮງລະດັບໃດໜຶ່ງ, ຄົນສ່ວນໃຫຍ່ກໍຖອນຕົວ ຍ້ອນພຣະທຳເຫຼົ່ານັ້ນ ແລະ ມັນຢູ່ໃນຊ່ວງເວລານີ້ແທ້ໆທີ່ລູກຊາຍກົກຂອງເຮົາຖືກເປີດເຜີຍ. ເຮົາໄດ້ເວົ້າວ່າ ເຮົາບໍ່ໄດ້ຍົກນິ້ວມືນິ້ວດຽວ ແຕ່ໃຊ້ພຽງພຣະທຳຂອງເຮົາເພື່ອບັນລຸທຸກສິ່ງ. ດ້ວຍພຣະທຳຂອງເຮົາ, ເຮົາຈະທຳລາຍທຸກສິ່ງທີ່ເຮົາກຽດຊັງ ແລະ ເຮົາຍັງໃຊ້ພຣະທຳເຫຼົ່ານັ້ນເພື່ອເຮັດໃຫ້ລູກຊາຍກົກຂອງເຮົາສົມບູນ. (ເມື່ອພຣະທຳຂອງເຮົາຖືກກ່າວອອກມາ, ສຽງຟ້າຮ້ອງທັງເຈັດກໍຈະດັງຂຶ້ນ ແລະ ໃນຊ່ວງເວລານັ້ນ ລູກຊາຍກົກຂອງເຮົາ ແລະ ເຮົາຈະປ່ຽນຮູບຮ່າງ ແລະ ເຂົ້າສູ່ໂລກຝ່າຍວິນຍານ). ເມື່ອເຮົາເວົ້າວ່າ ພຣະວິນຍານຂອງເຮົາປະຕິບັດພາລະກິດເປັນການສ່ວນຕົວ, ເຮົາກໍໝາຍຄວາມວ່າ ພຣະທຳຂອງເຮົາບັນລຸທຸກສິ່ງ ແລະ ຈາກນີ້ ມັນກໍປາກົດແຈ້ງແລ້ວວ່າເຮົາມີລິດທານຸພາບສູງສຸດ. ສະນັ້ນ ຄົນໃດໜຶ່ງສາມາດເຫັນດ້ວຍຄວາມຊັດເຈນທີ່ຫຼາຍຍິ່ງຂຶ້ນເຖິງເປົ້າໝາຍ ແລະ ຈຸດປະສົງທີ່ຢູ່ເບື້ອງຫຼັງແຕ່ລະປະໂຫຍກທີ່ເຮົາກ່າວອອກມາ. ດັ່ງທີ່ເຮົາໄດ້ເວົ້າກ່ອນໜ້ານີ້, ທຸກສິ່ງທີ່ເຮົາສົ່ງສຽງອອກມາພາຍໃນຄວາມເປັນມະນຸດຂອງເຮົາແມ່ນລັກສະນະການສະແດງອອກຂອງເຮົາ. ສະນັ້ນ ຄົນເຫຼົ່ານັ້ນທີ່ບໍ່ສາມາດແນ່ໃຈ ແລະ ຜູ້ທີ່ບໍ່ເຊື່ອໃນສິ່ງທີ່ເຮົາກ່າວຢູ່ພາຍໃນຄວາມເປັນມະນຸດທີ່ທຳມະດາຂອງເຮົາຢ່າງແທ້ຈິງຕ້ອງຖືກກຳຈັດອອກ! ເຮົາໄດ້ເນັ້ນຢໍ້າຢ່າງຊໍ້າໄປຊໍ້າມາວ່າ ຄວາມເປັນມະນຸດທີ່ປົກກະຕິຂອງເຮົາແມ່ນລັກສະນະທີ່ບໍ່ສາມາດຂາດໄດ້ໃນຄວາມເປັນພຣະເຈົ້າທີ່ສົມບູນຂອງເຮົາ, ແຕ່ຫຼາຍຄົນກໍສືບຕໍ່ໃຫ້ຄວາມສຳຄັນໃນຄວາມເປັນພຣະເຈົ້າຂອງເຮົາ ໃນຂະນະທີ່ປະຕິເສດຄວາມເປັນມະນຸດຂອງເຮົາ. ພວກເຈົ້າຊ່າງຕາບອດ! ເຈົ້າເວົ້າວ່າເຮົາບໍ່ສອດຄ່ອງກັບແນວຄິດຂອງເຈົ້າ ແລະ ມະນຸດທີ່ເຮົາເປັນກໍບໍ່ສອດຄ່ອງກັບພຣະເຈົ້າຂອງເຈົ້າ. ຜູ້ຄົນເຫຼົ່ານີ້ສາມາດຢູ່ໃນອານາຈັກຂອງເຮົາໄດ້ບໍ? ເຮົາຈະຢຽບຢໍ່າເຈົ້າໃຕ້ຕີນຂອງເຮົາ! ເຮົາທ້າໃຫ້ເຈົ້າກະບົດຕໍ່ເຮົາອີກ! ເຮົາທ້າໃຫ້ເຈົ້າສືບຕໍ່ເຮັດສິ່ງທີ່ດື້ດ້ານເຫຼົ່ານັ້ນ! ຮອຍຍິ້ມຂອງເຮົາບໍ່ເໝາະສົມກັບແນວຄິດຂອງເຈົ້າ, ຄຳເວົ້າຂອງເຮົາບໍ່ໄດ້ມ່ວນຫູຂອງເຈົ້າ ແລະ ການກະທຳຂອງເຮົາບໍ່ໄດ້ເປັນປະໂຫຍດຕໍ່ເຈົ້າ, ເຮົາເວົ້າຖືກບໍ? ທຸກສິ່ງເຫຼົ່ານີ້ຕ້ອງເປັນສິ່ງທີ່ເຈົ້າມັກ. ນັ້ນແມ່ນສິ່ງທີ່ພຣະເຈົ້າເປັນບໍ? ແລ້ວຜູ້ຄົນເຫຼົ່ານີ້ຍັງຕ້ອງການຢູ່ໃນເຮືອນຂອງເຮົາ ແລະ ຮັບເອົາພອນໃນອານາຈັກຂອງເຮົາບໍ? ເຈົ້າບໍ່ໄດ້ກຳລັງຝັນກາງເວັນບໍ? ສິ່ງເຫຼົ່ານີ້ເລີ່ມອັດສະຈັນຕັ້ງແຕ່ຕອນໃດເດ! ເຈົ້າຕ້ອງການທີ່ຈະບໍ່ເຊື່ອຟັງເຮົາ, ແຕ່ເຈົ້າກໍຍັງປາຖະໜາທີ່ຈະໄດ້ຮັບພອນຈາກເຮົາ. ເຮົາເວົ້າກັບເຈົ້າວ່າ: ບໍ່ຢ່າງເດັດຂາດ! ດັ່ງທີ່ເຮົາໄດ້ເວົ້າໃນຫຼາຍໆຄັ້ງ, ຄົນທີ່ເຂົ້າສູ່ອານາຈັກຂອງເຮົາ ແລະ ຮັບພອນແມ່ນຕ້ອງເປັນຄົນທີ່ເຮົາຮັກ. ເປັນຫຍັງເຮົາຈຶ່ງເນັ້ນຢໍ້າພຣະທຳເຫຼົ່ານີ້? ເຮົາຮູ້ ແລະ ເຂົ້າໃຈວ່າທຸກຄົນກຳລັງຄິດຫຍັງ; ບໍ່ຈຳເປັນຕ້ອງໃຫ້ເຮົາຊີ້ແຈງເຖິງຄວາມຄິດຂອງພວກເຂົາເທື່ອລະຄົນ. ຮູບຮ່າງທີ່ແທ້ຈິງຂອງພວກເຂົາຈະຖືກເປີດເຜີຍຜ່ານພຣະທຳແຫ່ງການພິພາກສາຂອງເຮົາ ແລະ ທຸກຄົນຈະຮ້ອງໄຫ້ດ້ວຍຄວາມໂສກເສົ້າ ຕໍ່ໜ້າບັນລັງແຫ່ງການພິພາກສາຂອງເຮົາ. ນີ້ຄືຂໍ້ແທ້ຈິງທີ່ຊັດເຈນເຊິ່ງບໍ່ມີຜູ້ໃດສາມາດປ່ຽນແປງໄດ້! ໃນທີ່ສຸດແລ້ວ ເຮົາຈະໃຫ້ພວກເຂົາເຂົ້າສູ່ຂຸມເລິກທີ່ບໍ່ສິ້ນສຸດເທື່ອລະຄົນ. ນີ້ແມ່ນຜົນສຸດທ້າຍທີ່ເຮົາປາຖະໜາຈະບັນລຸດ້ວຍການທີ່ເຮົາພິພາກສາຊາຕານທີ່ຊົ່ວຮ້າຍ. ເຮົາຕ້ອງໃຊ້ການພິພາກສາ ແລະ ບົດບັນຍັດການປົກຄອງເພື່ອປະຕິບັດກັບແຕ່ລະຄົນ ແລະ ນີ້ແມ່ນວິທີທີ່ເຮົາຂ້ຽນຕີຜູ້ຄົນ. ພວກເຈົ້າມີຄວາມເຂົ້າໃຈໃນເລື່ອງນີ້ບໍ? ເຮົາບໍ່ຈຳເປັນຕ້ອງໃຫ້ເຫດຜົນແກ່ຊາຕານ; ເຮົາພຽງແຕ່ໃຊ້ທ່ອນເຫຼັກຂອງເຮົາເພື່ອຂ້ຽນຕີມັນຈົນມັນຈະໃກ້ຕາຍ ແລະ ຮ້ອງຂໍຄວາມເມດຕາຊໍ້າແລ້ວຊໍ້າອີກ. ສະນັ້ນ ເມື່ອຜູ້ຄົນອ່ານພຣະທຳແຫ່ງການພິພາກສາຂອງເຮົາ, ພວກເຂົາກໍບໍ່ສາມາດເຂົ້າໃຈພຣະທຳເຫຼົ່ານີ້ໄດ້ແມ່ນແຕ່ໜ້ອຍດຽວ, ແຕ່ຈາກທັດສະນະຂອງເຮົາ ທຸກຂໍ້ຄວາມ ແລະ ທຸກປະໂຫຍກແມ່ນການນໍາໃຊ້ບົດບັນຍັດການປົກຄອງຂອງເຮົາ. ນີ້ແມ່ນຂໍ້ແທ້ຈິງທີ່ຊັດເຈນ.

ຍ້ອນເຮົາໄດ້ກ່າວເຖິງການພິພາກສາໃນມື້ນີ້, ຫົວຂໍ້ນີ້ຈຶ່ງກ່ຽວຂ້ອງກັບບ່ອນນັ່ງແຫ່ງການພິພາກສາ. ໃນອະດີດ ພວກເຈົ້າເວົ້າຢູ່ເລື້ອຍໆວ່າ ພວກເຈົ້າຈະຮັບການພິພາກສາຕໍ່ໜ້າບັນລັງຂອງພຣະຄຣິດ. ພວກເຈົ້າມີຄວາມເຂົ້າໃຈບາງຢ່າງກ່ຽວກັບການພິພາກສາ ແຕ່ພວກເຈົ້າບໍ່ສາມາດຈິນຕະນາການເຖິງບັນລັງແຫ່ງການພິພາກສາ. ບາງເທື່ອ ບາງຄົນຄິດວ່າບັນລັງແຫ່ງການພິພາກສາແມ່ນສິ່ງຂອງທາງກາຍ ຫຼື ພວກເຂົາອາດຈິນຕະນາການວ່າ ມັນເປັນໂຕະໃຫຍ່ ຫຼື ບາງເທື່ອກໍມະໂນພາບວ່າມັນເປັນບ່ອນນັ່ງຂອງຜູ້ພິພາກສາຄືກັບທີ່ຢູ່ໃນທາງໂລກ. ແນ່ນອນ ໃນການອະທິບາຍຂອງເຮົາໃນຄັ້ງນີ້ ເຮົາຈະບໍ່ປະຕິເສດສິ່ງທີ່ພວກເຈົ້າໄດ້ເວົ້າເຖິງ ແຕ່ສຳລັບເຮົາແລ້ວ ສິ່ງຕ່າງໆທີ່ຢູ່ໃນຈິນຕະນາການຂອງຜູ້ຄົນຍັງມີຄວາມໝາຍທາງສັນຍາລັກ. ສະນັ້ນ ອ່າວຊ່ອງວ່າງລະຫວ່າງສິ່ງທີ່ຜູ້ຄົນຈິນຕະນາການ ແລະ ຄວາມໝາຍຂອງເຮົາກໍຍັງກວ້າງໃຫຍ່ຄືກັບຢູ່ລະຫວ່າງສະຫວັນ ແລະ ແຜ່ນດິນໂລກ. ໃນແນວຄິດຂອງຜູ້ຄົນແມ່ນມີຫຼາຍຄົນທີ່ນອນລົງກົ້ມກາບຕໍ່ໜ້າບັນລັງແຫ່ງການພິພາກສາ, ຮ້ອງໄຫ້ດ້ວຍຄວາມໂສກເສົ້າ ແລະ ອ້ອນວອນຂໍຄວາມເມດຕາ. ໃນສິ່ງນີ້ ຈິນຕະນາການຂອງມະນຸດໄດ້ໄປເຖິງຈຸດສູງສຸດຂອງມັນ ແລະ ບໍ່ມີຜູ້ໃດສາມາດຈິນຕະນາການຫຍັງໄດ້ອີກນອກຈາກສິ່ງນັ້ນ. ແລ້ວແມ່ນຫຍັງຄືບັນລັງແຫ່ງການພິພາກສາ? ກ່ອນທີ່ເຮົາຈະເປີດເຜີຍຄວາມລຶກລັບນີ້, ພວກເຈົ້າຕ້ອງປະຕິເສດທຸກຄວາມຄິດຜິດໆທີ່ພວກເຈົ້າມີກ່ອນໜ້າ; ມີແຕ່ເມື່ອນັ້ນ ເປົ້າໝາຍຂອງເຮົາຈຶ່ງຈະຖືກບັນລຸ. ນີ້ແມ່ນວິທີດຽວທີ່ແນວຄິດ ແລະ ຄວາມຄິດຂອງພວກເຈົ້າກ່ຽວກັບຫົວຂໍ້ນີ້ສາມາດຖືກກຳຈັດ. ເມື່ອໃດກໍຕາມທີ່ເຮົາເວົ້າ, ພວກເຈົ້າຕ້ອງໃສ່ໃຈ. ພວກເຈົ້າຕ້ອງບໍ່ປະໝາດອີກຕໍ່ໄປ. ບັນລັງແຫ່ງການພິພາກສາຂອງເຮົາໄດ້ຖືກກໍ່ຕັ້ງຂຶ້ນ ຕັ້ງແຕ່ການເນລະມິດສ້າງໂລກ. ໃນຍຸກ ແລະ ຮຸ່ນຕ່າງໆທີ່ຜ່ານໄປ, ຫຼາຍຄົນໄດ້ຕາຍຕໍ່ໜ້າບັນລັງ ແລະ ຫຼາຍຄົນໄດ້ລຸກຂຶ້ນຕໍ່ໜ້າບັນລັງເຊັ່ນກັນ ໂດຍກັບຄືນມາມີຊີວິດ. ມັນສາມາດເວົ້າໄດ້ວ່າຕັ້ງແຕ່ຈຸດເລີ່ມຕົ້ນຈົນເຖິງຈຸບຈົບ, ການພິພາກສາຂອງເຮົາບໍ່ເຄີຍຢຸດເຊົາ ແລະ ດ້ວຍເຫດນັ້ນ ບັນລັງແຫ່ງການພິພາກສາຂອງເຮົາກໍຄົງຢູ່ສະເໝີ. ເມື່ອໃດກໍຕາມທີ່ກ່າວເຖິງບັນລັງແຫ່ງການພິພາກສາ ມະນຸດທຸກຄົນກໍຮູ້ສຶກເຖິງຮ່ອງຮອຍແຫ່ງຄວາມຢ້ານກົວ. ແນ່ນອນ ຈາກສິ່ງທີ່ເຮົາເວົ້າມາຂ້າງເທິງ ພວກເຈົ້າບໍ່ຮູ້ວ່າບັນລັງແຫ່ງການພິພາກສານີ້ແມ່ນຫຍັງ. ບັນລັງແຫ່ງການພິພາກສາມີຢູ່ຮ່ວມກັບການພິພາກສາ, ແຕ່ພວກມັນເປັນທາດແທ້ສອງປະເພດທີ່ແຕກຕ່າງກັນ. (ໃນທີ່ນີ້ “ທາດແທ້” ບໍ່ໄດ້ໝາຍເຖິງສິ່ງຂອງທາງກາຍ, ແຕ່ໝາຍເຖິງພຣະທຳ. ມະນຸດບໍ່ສາມາດເຫັນທາດແທ້ນີ້ເລີຍ). ການພິພາກສາໝາຍເຖິງພຣະທຳຂອງເຮົາ. (ບໍ່ວ່າພວກມັນຈະຮຸນແຮງ ຫຼື ອ່ອນໂຍນ, ພວກມັນກໍລ້ວນແລ້ວແຕ່ປະກອບຢູ່ໃນການພິພາກສາຂອງເຮົາ. ສະນັ້ນ ສິ່ງໃດກໍຕາມທີ່ອອກຈາກປາກຂອງເຮົາແມ່ນການພິພາກສາ). ແຕ່ກ່ອນ ຜູ້ຄົນແບ່ງແຍກພຣະທຳຂອງເຮົາອອກເປັນຫຼາຍປະເພດທີ່ແຕກຕ່າງກັນ ເຊິ່ງລວມເຖິງພຣະທຳແຫ່ງການພິພາກສາ, ພຣະທຳແຫ່ງຄວາມອ່ອນໂຍນ ແລະ ພຣະທຳທີ່ສະໜອງໃຫ້ແກ່ຊີວິດ. ມື້ນີ້ ເຮົາຈະຊີ້ແຈງໃຫ້ແກ່ພວກເຈົ້າວ່າ ການພິພາກສາ ແລະ ພຣະຄຳຂອງເຮົາມີຄວາມເຊື່ອມໂຍງກັນ. ນັ້ນກໍຄື ການພິພາກສາແມ່ນພຣະທຳຂອງເຮົາ ແລະ ພຣະທຳຂອງເຮົາແມ່ນການພິພາກສາ; ເຈົ້າຕ້ອງບໍ່ເຖິງພວກມັນໂດຍແຍກຈາກກັນເດັດຂາດ. ຜູ້ຄົນຈິນຕະນາການວ່າ ພຣະທຳທີ່ຮຸນແຮງແມ່ນການພິພາກສາ, ແຕ່ຄວາມເຂົ້າໃຈຂອງພວກເຂົາກໍບໍ່ຄົບຖ້ວນ. ທຸກສິ່ງທີ່ເຮົາເວົ້າແມ່ນການພິພາກສາ. ການເລີ່ມຕົ້ນຂອງການພິພາກສາທີ່ຖືກກ່າວເຖິງໃນອະດີດແມ່ນໝາຍເຖິງເວລາທີ່ພຣະວິນຍານຂອງເຮົາເລີ່ມປະຕິບັດພາລະກິດໃນທຸກຫົນແຫ່ງຢ່າງເປັນທາງການ ແລະ ນໍາໃຊ້ບົດບັນຍັດການປົກຄອງຂອງເຮົາ. ໃນປະໂຫຍກນີ້, ຄຳວ່າ “ການພິພາກສາ” ໝາຍເຖິງຄວາມເປັນຈິງແທ້ໆ. ບັດນີ້ ເຮົາຈະອະທິບາຍເຖິງບັນລັງແຫ່ງການພິພາກສາ. ເປັນຫຍັງເຮົາຈຶ່ງເວົ້າວ່າ ບັນລັງແຫ່ງການພິພາກສາເປັນຢູ່ຊົ່ວນິດນິລັນດອນ ແລະ ດຳເນີນໄປຢ່າງຄຽງຂ້າງກັບການພິພາກສາຂອງເຮົາ? ພວກເຈົ້າໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບບັນລັງ ຫຼັງຈາກທີ່ເຮົາໄດ້ອະທິບາຍເຖິງການພິພາກສາບໍ? ບັນລັງແຫ່ງການພິພາກສາໝາຍເຖິງມະນຸດທີ່ເຮົາເປັນ. ຈາກຊົ່ວນິດນິລັນດອນ, ເຮົາກ່າວ ແລະ ເວົ້າຢູ່ສະເໝີ. ເຮົາດຳລົງຊີວິດຢູ່ຕະຫຼອດໄປ, ສະນັ້ນ ບັນລັງແຫ່ງການພິພາກສາຂອງເຮົາ ແລະ ການພິພາກສາຂອງເຮົາກໍຢູ່ຮ່ວມກັນຊົ່ວນິດນິລັນ. ສິ່ງນີ້ຄວນຊັດເຈນໃນຕອນນີ້! ໃນຈິນຕະນາການຂອງຜູ້ຄົນ, ພວກເຂົາປະຕິບັດຕໍ່ເຮົາດັ່ງວັດຖຸ, ແຕ່ໃນເລື່ອງນີ້ ເຮົາບໍ່ໄດ້ຕໍານິພວກເຈົ້າ ຫຼື ກ່າວຮ້າຍພວກເຈົ້າ. ເຮົາພຽງແຕ່ຫວັງວ່າ ພວກເຈົ້າຈະເຊື່ອຟັງ ແລະ ຍອມຮັບການເປີດເຜີຍຂອງເຮົາ ແລະ ຮູ້ຈາກສິ່ງນີ້ວ່າ ເຮົາເປັນພຣະເຈົ້າທີ່ປົກຄຸມທຸກສິ່ງ.

ມະນຸດບໍ່ສາມາດເຂົ້າໃຈພຣະທຳຂອງເຮົາໄດ້ຢ່າງສິ້ນເຊີງ, ບາດກ້າວຂອງເຮົາແມ່ນເປັນໄປບໍ່ໄດ້ທີ່ພວກເຂົາຈະພົບເຫັນ ແລະ ຄວາມປະສົງຂອງເຮົາກໍເປັນໄປບໍ່ໄດ້ທີ່ຈະໃຫ້ພວກເຂົາເຂົ້າໃຈໄດ້. ສະນັ້ນ ສະພາວະທີ່ພວກເຈົ້າຢູ່ໃນປັດຈຸບັນ (ການທີ່ສາມາດຮັບເອົາການເປີດເຜີຍຂອງເຮົາ, ເຂົ້າໃຈຄວາມປະສົງຂອງເຮົາຈາກພາຍໃນສະພາວະນັ້ນ ແລະ ຕິດຕາມບາດກ້າວຂອງເຮົາຜ່ານສະພາວະນັ້ນ) ແມ່ນຜົນຈາກການກະທຳທີ່ອັດສະຈັນຂອງເຮົາ, ຄວາມກະລຸນາຂອງເຮົາ ແລະ ຄວາມເຫັນອົກເຫັນໃຈຂອງເຮົາທັງສິ້ນ. ມື້ໜຶ່ງ ເຮົາຈະເຖິງກັບເຮັດໃຫ້ພວກເຈົ້າໄດ້ເຫັນສະຕິປັນຍາຂອງເຮົາ, ຫຼຽວເບິ່ງສິ່ງທີ່ເຮົາໄດ້ເຮັດດ້ວຍມືຂອງເຮົາ ແລະ ຈ້ອງເບິ່ງສິ່ງອັດສະຈັນໃນພາລະກິດຂອງເຮົາ. ເມື່ອເວລານັ້ນມາເຖິງ, ແບບສ້າງຂອງແຜນການຄຸ້ມຄອງທັງປວງຂອງເຮົາຈະຖືກເປີດເຜີຍອອກຕໍ່ຕາຂອງພວກເຈົ້າທັງສິ້ນ. ທົ່ວທັງໂລກຈັກກະວານ ແລະ ທຸກມື້, ສ່ວນຕ່າງໆແຫ່ງການກະທຳທີ່ອັດສະຈັນຂອງເຮົາໄດ້ປາກົດອອກ ແລະ ທຸກຄົນໃຫ້ບໍລິການເພື່ອໃຫ້ແຜນການຄຸ້ມຄອງຂອງເຮົາຖືກເຮັດໃຫ້ສຳເລັດ. ເມື່ອສິ່ງນີ້ໄດ້ຖືກເປີດເຜີຍອອກຢ່າງສົມບູນ, ພວກເຈົ້າຈະເຫັນວ່າເຮົາໄດ້ຈັດແຈງຄົນປະເພດໃດເພື່ອໃຫ້ການບໍລິການ, ເຮົາໄດ້ຈັດແຈງຄົນປະເພດໃດເພື່ອປະຕິບັດຕາມຄວາມປະສົງຂອງເຮົາ, ເຮົາໄດ້ບັນລຸຫຍັງຜ່ານການຂູດຮີດຊາຕານ, ເຮົາໄດ້ສຳເລັດຫຍັງດ້ວຍຕົວເຮົາເອງ, ຄົນປະເພດໃດທີ່ກຳລັງຮ້ອງໄຫ້, ຄົນປະເພດໃດທີ່ກຳລັງກັດແຂ້ວຂອງພວກເຂົາ, ຄົນປະເພດໃດຈະທົນທຸກກັບຄວາມພິນາດ ແລະ ຄົນປະເພດໃດທີ່ຈະທົນທຸກກັບຄວາມຫາຍະນະ. ດ້ວຍຄຳວ່າ “ຄວາມພິນາດ” ເຮົາກຳລັງໝາຍເຖິງຄົນທີ່ຈະຖືກໂຍນລົງສູ່ທະເລສາບແຫ່ງໄຟ ແລະ ມາດ ແລະ ຈະຖືກເຜົາໄໝ້ທັງສິ້ນ; ດ້ວຍຄຳວ່າ “ຄວາມຫາຍະນະ” ເຮົາໝາຍເຖິງຄົນທີ່ຈະຖືກໂຍນລົງສູ່ຂຸມເລິກທີ່ບໍ່ສິ້ນສຸດເພື່ອທຸກທໍລະມານໃນທີ່ນັ້ນຕະຫຼອດໄປເປັນນິດ. ສະນັ້ນ ຢ່າເຂົ້າໃຈຜິດວ່າຄວາມພິນາດ ແລະ ຄວາມຫາຍະນະເປັນສິ່ງດຽວກັນ; ໃນທາງກົງກັນຂ້າມ ທັງສອງຢ່າງແມ່ນແຕກຕ່າງກັນຫຼາຍ. ຜູ້ໃຫ້ບໍລິການທີ່ອອກຈາກນາມຂອງເຮົາໃນມື້ນີ້ຈະທົນທຸກກັບຄວາມຫາຍະນະ ແລະ ຄົນທີ່ບໍ່ໄດ້ມາຈາກນາມຂອງເຮົາຈະທົນທຸກກັບຄວາມພິນາດ. ນີ້ຄືເຫດຜົນທີ່ເຮົາເວົ້າວ່າ ຄົນທີ່ທົນທຸກກັບຄວາມຫາຍະນະຈະສັນລະເສີນເຮົາຕະຫຼອດໄປເປັນນິດຫຼັງຈາກການພິພາກສາຂອງເຮົາ; ແລະ ເຖິງຢ່າງໃດກໍຕາມ ຄົນເຫຼົ່ານີ້ຈະບໍ່ເປັນອິດສະຫຼະຈາກການຂ້ຽນຕີຂອງເຮົາຈັກເທື່ອ ແລະ ຈະຍອມຮັບກົດລະບຽບຂອງເຮົາຢູສະເໝີ. ນີ້ຄືເຫດຜົນທີ່ເຮົາວ່າ ຂຸມເລິກທີ່ບໍ່ສິ້ນສຸດແມ່ນມືທີ່ເຮົາໃຊ້ເພື່ອຂ້ຽນຕີຜູ້ຄົນ. ເຮົາຍັງເວົ້າວ່າ ທຸກຄົນຢູ່ໃນມືຂອງເຮົາ. ເຖິງແມ່ນເຮົາໄດ້ເວົ້າວ່າ “ຂຸມເລິກທີ່ບໍ່ສິ້ນສຸດ” ໝາຍເຖິງອິດທິພົນຂອງຊາຕານ, ມັນກໍຍັງຢູ່ໃນມືຂອງເຮົາ ເຊິ່ງເຮົາໃຊ້ເພື່ອຂ້ຽນຕີຜູ້ຄົນ. ສະນັ້ນ ທຸກຄົນຢູ່ໃນມືຂອງເຮົາ ແລະ ບໍ່ມີຂໍ້ໂຕ້ແຍ້ງໃດໆ. ພຣະທຳຂອງເຮົາບໍ່ໄດ້ຂາດຄວາມຮັບຜິດຊອບ; ພຣະທຳເຫຼົ່ານັ້ນລ້ວນແລ້ວແຕ່ເໝາະສົມ ແລະ ເຊື່ອມໂຍງກັນ. ພວກມັນບໍ່ໄດ້ຖືກສ້າງຂຶ້ນ ຫຼື ໄຮ້ຄວາມໝາຍ ແລະ ທຸກຄົນຄວນເຊື່ອພຣະຄຳຂອງເຮົາ. ໃນອະນາຄົດ ພວກເຈົ້າຈະທົນທຸກຍ້ອນສິ່ງນີ້. ຍ້ອນພຣະທຳຂອງເຮົາ, ຫຼາຍຄົນໄດ້ເຢັນຊາ ຫຼື ພວກເຂົາສິ້ນຫວັງ ຫຼື ຜິດຫວັງ ຫຼື ຮ້ອງໄຫ້ຢ່າງຂົມຂື່ນ ຫຼື ຮ້ອງໄຫ້ຄໍ່າຄວນ. ຈະມີການຕອບໂຕ້ທຸກລັກສະນະ. ມື້ໜຶ່ງ ເມື່ອທຸກຄົນທີ່ເຮົາຊັງຖອນຕົວ, ພາລະກິດທີ່ຍິ່ງໃຫຍ່ຂອງເຮົາກໍຈະສຳເລັດລົງ. ໃນອະນາຄົດ ຫຼາຍຄົນຈະລົ້ມລົງ ຍ້ອນລູກຊາຍກົກ ແລະ ໃນທີ່ສຸດແລ້ວ ພວກເຂົາທຸກຄົນຈະຈາກໄປ ເທື່ອລະໜຶ່ງກ້າວ. ເວົ້າອີກຢ່າງໜຶ່ງກໍຄື ເຮືອນຂອງເຮົາຈະບໍລິສຸດຂຶ້ນເທື່ອລະໜ້ອຍ ແລະ ມານຮ້າຍທຸກຮູບແບບຈະຖອຍອອກຈາກຂ້າງກາຍຂອງເຮົາເທື່ອລະໜ້ອຍ, ຈາກໄປຢ່າງງຽບໆ, ໂດຍຍອມຈຳນົນ ແລະ ບໍ່ຕໍ່ວ່າແມ່ນແຕ່ຄຳດຽວ. ຫຼັງຈາກນັ້ນ ລູກຊາຍກົກທັງໝົດຂອງເຮົາຈະຖືກເປີດເຜີຍ ແລະ ເຮົາຈະເລີ່ມຕົ້ນບາດກ້າວຕໍ່ໄປໃນພາລະກິດຂອງເຮົາ. ມີແຕ່ເມື່ອນັ້ນ ລູກຊາຍກົກຂອງເຮົາຈຶ່ງຈະເປັນກະສັດກັບເຮົາ ແລະ ປົກຄອງຢູ່ເໜືອຈັກກະວານທັງປວງ. ສິ່ງເຫຼົ່ານີ້ແມ່ນບາດກ້າວໃນພາລະກິດຂອງເຮົາ ແລະ ພວກມັນປະກອບເປັນສ່ວນທີ່ສຳຄັນຂອງແຜນການຄຸ້ມຄອງຂອງເຮົາ. ຢ່າເບິ່ງຂ້າມສິ່ງນີ້; ບໍ່ດັ່ງນັ້ນ ເຈົ້າຈະເຮັດຜິດພາດ.

ເວລາທີ່ພຣະທຳຂອງເຮົາຖືກເປີດເຜີຍໃຫ້ແກ່ພວກເຈົ້າແມ່ນເວລາທີ່ເຮົາເລີ່ມຕົ້ນພາລະກິດຂອງເຮົາ. ຈະບໍ່ມີພຣະທຳຂອງເຮົາແມ່ນແຕ່ຂໍ້ດຽວທີ່ຈະຖືກປະໄວ້ໂດຍບໍ່ໄດ້ຖືກປະຕິບັດ. ສຳລັບເຮົາແລ້ວ ມື້ໜຶ່ງເປັນຄືກັບໜຶ່ງພັນປີ ແລະ ໜຶ່ງພັນປີເປັນຄືກັບໜຶ່ງມື້. ພວກເຈົ້າເບິ່ງມັນແນວໃດ? ແນວຄວາມຄິດຂອງພວກເຈົ້າກ່ຽວກັບເວລາແມ່ນແຕກຕ່າງຈາກຂອງເຮົາ ເພາະເຮົາຄວບຄຸມໂລກຈັກກະວານ ແລະ ເຮົາເຮັດໃຫ້ທຸກສິ່ງສຳເລັດ. ພາລະກິດຂອງເຮົາຖືກດຳເນີນໃນແຕ່ລະມື້, ເທື່ອລະບາດກ້າວ ແລະ ເທື່ອລະຂັ້ນຕອນ; ຍິ່ງໄປກວ່ານັ້ນ ການກ້າວໄປຂ້າງໜ້າຂອງພາລະກິດຂອງເຮົາບໍ່ໄດ້ຢຸດແມ່ນແຕ່ໜຶ່ງວິນາທີດຽວ: ໃນທຸກຊ່ວງເວລາ ມັນຖືກປະຕິບັດຢູ່ຢ່າງສະໝ່ຳສະເໝີ. ພຣະທຳຂອງເຮົາບໍ່ເຄີຍຖືກກໍ່ກວນ ນັບຕັ້ງແຕ່ການເນລະມິດສ້າງໂລກ. ເຮົາໄດ້ສືບຕໍ່ເວົ້າ ແລະ ກ່າວພຣະຄຳຂອງເຮົາຈົນເຖິງມື້ນີ້; ສິ່ງນີ້ຈະບໍ່ປ່ຽນແປງໄປໃນອະນາຄົດ. ເຖິງຢ່າງໃດກໍຕາມ ເວລາຂອງເຮົາຖືກຈັດແຈງ ແລະ ຈັດການຢ່າງລະມັດລະວັງ ແລະ ມັນເປັນລະບົບລະບຽບຫຼາຍ. ເຮົາຈະເຮັດໃນສິ່ງທີ່ເຮົາຈຳເປັນຕ້ອງເຮັດ ເມື່ອເຮົາຈຳເປັນຕ້ອງເຮັດມັນ (ດ້ວຍເຮົາ ທຸກສິ່ງຈະຖືກປົດປ່ອຍ; ທຸກສິ່ງຈະເປັນອິດສະຫຼະ) ແລະ ເມື່ອເວົ້າເຖິງບາດກ້າວໃນພາລະກິດຂອງເຮົາ ເຮົາບໍ່ໄດ້ຖືກລົບກວນແມ່ນແຕ່ໜ້ອຍດຽວ. ເຮົາສາມາດຈັດແຈງທຸກຄົນໃນເຮືອນຂອງເຮົາ; ເຮົາສາມາດຈັດແຈງທຸກຄົນໃນໂລກ; ເຖິງຢ່າງໃດກໍຕາມ ເຮົາບໍ່ໄດ້ຫຍຸ້ງວຽກເລີຍ, ຍ້ອນພຣະວິນຍານຂອງເຮົາກຳລັງປະຕິບັດພາລະກິດ. ພຣະວິນຍານຂອງເຮົາເຕັມໄປທົ່ວທຸກບ່ອນ, ຍ້ອນເຮົາເປັນພຣະເຈົ້າເອງທີ່ເປັນເອກະລັກ ແລະ ໂລກຈັກກະວານທັງປວງແມ່ນຢູ່ໃນມືຂອງເຮົາ. ສະນັ້ນ ຄົນໃດໜຶ່ງຈຶ່ງສາມາດເຫັນໄດ້ວ່າ ເຮົາມີລິດທານຸພາບສູງສຸດ, ເຮົາມີສະຕິປັນຍາ ແລະ ສະຫງ່າລາສີຂອງເຮົາເຕີມເຕັມທົ່ວທຸກມຸມຂອງຈັກກະວານ.

ກ່ອນນີ້: ບົດທີ 106

ຕໍ່ໄປ: ບົດທີ 108

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້