ບົດທີ 108
ພາຍໃນຕົວເຮົາ, ທຸກຄົນສາມາດພົບການພັກຜ່ອນ ແລະ ທຸກຄົນສາມາດບັນລຸອິດສະຫຼະພາບໄດ້. ຄົນທີ່ຢູ່ນອກຕົວເຮົາແມ່ນບໍ່ສາມາດບັນລຸທັງອິດສະຫຼະພາບ ຫຼື ຄວາມສຸກໄດ້, ຍ້ອນວ່າພຣະວິນຍານຂອງເຮົາບໍ່ໄດ້ຢູ່ກັບພວກເຂົາ. ຄົນເຊັ່ນນັ້ນຖືກເອີ້ນວ່າຄົນຕາຍທີ່ໄຮ້ວິນຍານ, ໃນຂະນະທີ່ເຮົາເອີ້ນຄົນທີ່ຢູ່ພາຍໃນຕົວເຮົາວ່າ “ສິ່ງມີຊີວິດທີ່ມີວິນຍານ”. ພວກເຂົາເປັນຂອງເຮົາ ແລະ ພວກເຂົາຖືກຜູກມັດໃຫ້ກັບຄືນສູ່ບັນລັງຂອງເຮົາ. ບັນດາຜູ້ທີ່ໃຫ້ບໍລິການ ແລະ ບັນດາຜູ້ທີ່ເປັນຂອງມານຮ້າຍແມ່ນຄົນຕາຍທີ່ໄຮ້ວິນຍານ ແລະ ພວກເຂົາທັງໝົດຈະຕ້ອງຖືກປະຖິ້ມ ແລະ ກາຍເປັນຄວາມວ່າງເປົ່າ. ນີ້ແມ່ນຄວາມລຶກລັບແຫ່ງແຜນການຄຸ້ມຄອງຂອງເຮົາ ແລະ ແມ່ນສ່ວນໜຶ່ງຂອງແຜນການຄຸ້ມຄອງຂອງເຮົາທີ່ມະນຸດຊາດບໍ່ສາມາດເຂົ້າໃຈໄດ້; ແນວໃດກໍຕາມ, ໃນຂະນະດຽວກັນ ເຮົາໄດ້ເຜີຍແຜ່ເລື່ອງນີ້ແກ່ທຸກຄົນ. ບັນດາຜູ້ທີ່ບໍ່ເປັນຂອງເຮົາກໍຕໍ່ຕ້ານເຮົາ; ບັນດາຜູ້ທີ່ເປັນຂອງເຮົາແມ່ນຜູ້ທີ່ເຂົ້າກັນກັບເຮົາໄດ້. ນີ້ເປັນສິ່ງທີ່ໂຕ້ແຍ້ງບໍ່ໄດ້ຢ່າງສິ້ນເຊີງ ແລະ ມັນຄືຫຼັກການທີ່ຢູ່ເບື້ອງຫຼັງການທີ່ເຮົາພິພາກສາຊາຕານ. ຫຼັກການນີ້ຄວນເປັນທີ່ຮູ້ຈັກແກ່ທຸກຄົນເພື່ອວ່າພວກເຂົາຈະສາມາດເຫັນຄວາມຊອບທຳ ແລະ ຄວາມທ່ຽງທຳຂອງເຮົາ. ທຸກຄົນທີ່ມາຈາກຊາຕານຈະຖືກພິພາກສາ, ເຜົາໄໝ້ ແລະ ເຮັດໃຫ້ກາຍເປັນຂີ້ເທົ່າ. ນີ້ແມ່ນຄວາມໂກດຮ້າຍຂອງເຮົາເຊັ່ນກັນ ແລະ ຈາກນີ້ ອຸປະນິໄສຂອງເຮົາໄດ້ຖືກເຮັດໃຫ້ຊັດເຈນຍິ່ງຂຶ້ນ. ນັບແຕ່ນີ້ໄປ, ອຸປະນິໄສຂອງເຮົາຈະຖືກປະກາດຢ່າງເປີດເຜີຍ; ມັນຈະຖືກເປີດເຜີຍຢ່າງຕໍ່ເນື່ອງແກ່ທຸກຄົນ ແລະ ທຸກຊົນຊາດ, ແກ່ທຸກສາສະໜາ, ແກ່ທຸກນິກາຍ ແລະ ແກ່ຄົນທຸກສາຂາອາຊີບ. ບໍ່ມີຫຍັງທີ່ຈະຖືກປິດບັງໄວ້; ທັງໝົດຈະຖືກເປີດເຜີຍ. ມັນເປັນຍ້ອນອຸປະນິໄສຂອງເຮົາ ແລະ ຫຼັກການທີ່ຢູ່ເບື້ອງຫຼັງການກະທຳຂອງເຮົາແມ່ນຄວາມລືກລັບທີ່ລີ້ລັບທີ່ສຸດສຳລັບມະນຸດຊາດ ເຮົາຈຶ່ງຕ້ອງໄດ້ເຮັດສິ່ງນີ້ (ເພື່ອວ່າລູກຊາຍກົກຈະບໍ່ລະເມີດບົດບັນຍັດການປົກຄອງຂອງເຮົາ ແລະ ເພື່ອໃຊ້ອຸປະນິໄສທີ່ຖືກເປີດເຜີຍຂອງເຮົາພິພາກສາທຸກຄົນ ແລະ ທຸກຊົນຊາດອີກດ້ວຍ). ນີ້ແມ່ນແຜນການຄຸ້ມຄອງຂອງເຮົາ ແລະ ສິ່ງເຫຼົ່ານີ້ແມ່ນຂັ້ນຕອນພາລະກິດຂອງເຮົາ. ບໍ່ມີໃຜສາມາດປ່ຽນແປງມັນໄດ້ຢ່າງງ່າຍດາຍ. ເຮົາໄດ້ດຳເນີນຊີວິດຕາມອຸປະນິໄສຄວາມເປັນພຣະເຈົ້າຂອງເຮົາພາຍໃນຄວາມເປັນມະນຸດຂອງເຮົາຢ່າງສົມບູນ, ດັ່ງນັ້ນເຮົາຈຶ່ງບໍ່ອະນຸຍາດໃຫ້ໃຜມາເຮັດຜິດຕໍ່ຄວາມເປັນມະນຸດຂອງເຮົາ. (ທຸກສິ່ງທີ່ເຮົາດຳເນີນຊີວິດແມ່ນອຸປະນິໄສຄວາມເປັນພຣະເຈົ້າ; ນີ້ແມ່ນເຫດຜົນທີ່ເຮົາໄດ້ກ່າວກ່ອນໜ້ານີ້ວ່າ ເຮົາແມ່ນພຣະອົງເຈົ້າເອງ ຜູ້ທີ່ຢູ່ເໜືອກວ່າຄວາມເປັນມະນຸດທຳມະດາ). ເຮົາຈະບໍ່ຍົກໂທດໃຫ້ຜູ້ທີ່ເຮັດຜິດຕໍ່ເຮົາຢ່າງແນ່ນອນ ແລະ ເຮົາຈະປ່ອຍໃຫ້ເຂົາພິນາດໄປຊົ່ວນິລັນດອນ! ຈື່ເອົາໄວ້! ນີ້ແມ່ນສິ່ງທີ່ເຮົາໄດ້ຕັດສິນໃຈແລ້ວ; ເວົ້າອີກຢ່າງໜຶ່ງວ່າ, ນີ້ແມ່ນພາກສ່ວນທີ່ຂາດບໍ່ໄດ້ຂອງບົດບັນຍັດການປົກຄອງຂອງເຮົາ. ທຸກຄົນຄວນເຫັນສິ່ງນີ້: ຕົວຕົນທີ່ເຮົາເປັນແມ່ນພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ແມ່ນພຣະເຈົ້າເອງ. ຕອນນີ້ສິ່ງນີ້ຄວນຊັດເຈນໄດ້ແລ້ວ! ເຮົາບໍ່ໄດ້ກ່າວຫຍັງຢ່າງເລິນເລີ້. ເຮົາກ່າວ ແລະ ຊີ້ແຈງທຸກສິ່ງຢ່າງຊັດເຈນ ຈົນກວ່າພວກເຈົ້າໄດ້ຮັບຄວາມເຂົ້າໃຈທີ່ສົມບູນ.
ສະຖານະການເຄັ່ງຕຶງຫຼາຍ; ບໍ່ແມ່ນສະເພາະແຕ່ຢູ່ເຮືອນຂອງເຮົາເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນແມ່ນຢູ່ນອກເຮືອນຂອງເຮົາ, ເຮົາຮຽກຮ້ອງໃຫ້ພວກເຈົ້າເປັນພະຍານໃຫ້ຊື່ຂອງເຮົາ, ດຳລົງຊີວິດຕາມເຮົາ ແລະ ເປັນພະຍານໃຫ້ເຮົາໃນທຸກດ້ານ. ຍ້ອນວ່ານີ້ແມ່ນຍຸກສຸດທ້າຍ, ຕອນນີ້ທຸກສິ່ງກຽມພ້ອມແລ້ວ ແລະ ທຸກສິ່ງທຸກຢ່າງຮັກສາຮູບລັກສະນະເດີມຂອງມັນ ແລະ ບໍ່ມີສິ່ງໃດຈະປ່ຽນແປງໄດ້ເລີຍ. ບັນດາຜູ້ທີ່ຄວນຖືກປະຖິ້ມກໍຈະຖືກໂຍນຖິ້ມໄປ ແລະ ສ່ວນບັນດາຜູ້ທີ່ຄວນຖືກຮັກສາໄວ້ກໍຈະຖືກຮັກສາໄວ້. ຢ່າພະຍາຍາມຍຶດຖື ຫຼື ຊຸກອອກຢ່າງບາກບັ່ນ; ຢ່າພະຍາຍາມທີ່ຈະຂັດຂວາງການຄຸ້ມຄອງຂອງເຮົາ ຫຼື ທຳລາຍແຜນການຂອງເຮົາ. ຈາກທັດສະນະຂອງມະນຸດ, ເຮົາຮັກ ແລະ ເຫັນອົກເຫັນໃຈມະນຸດຊາດຢູ່ສະເໝີ, ແຕ່ຈາກທັດສະນະຂອງເຮົາ, ນິໄສຂອງເຮົານັ້ນແຕກຕ່າງອອກໄປຕາມຂັ້ນຕອນພາລະກິດຂອງເຮົາ, ຍ້ອນວ່າເຮົາແມ່ນພຣະເຈົ້າທີ່ແທ້ຈິງ; ເຮົາແມ່ນພຣະເຈົ້າເອງທີ່ເປັນເອກະລັກ! ເຮົາທັງບໍ່ປ່ຽນແປງ ແລະ ປ່ຽນແປງຕະຫຼອດການ. ນີ້ແມ່ນສິ່ງທີ່ບໍ່ມີໃຜສາມາດເຂົ້າໃຈໄດ້. ເມື່ອເຮົາບອກພວກເຈົ້າກ່ຽວກັບມັນ ແລະ ອະທິບາຍມັນໃຫ້ແກ່ພວກເຈົ້າເທົ່ານັ້ນ ພວກເຈົ້າຈຶ່ງຈະມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບມັນ ແລະ ສາມາດຢັ່ງເຖິງມັນໄດ້. ສຳລັບລູກຊາຍຂອງເຮົາ, ເຮົາຮັກ, ເຫັນອົກເຫັນໃຈ, ຊອບທຳ ແລະ ມີລະບຽບວິໄນ ແຕ່ບໍ່ພິພາກສາ (ແລະ ສິ່ງນັ້ນ ເຮົາກໍໝາຍຄວາມວ່າ ເຮົາບໍ່ທຳລາຍລູກຊາຍກົກ). ສຳລັບຄົນທີ່ບໍ່ແມ່ນລູກຊາຍຂອງເຮົາ, ເຮົາປ່ຽນແປງທຸກເວລາ ຂຶ້ນຢູ່ກັບການຜັນປ່ຽນຂອງຍຸກສະໄໝ: ເຮົາສາມາດຮັກ, ເຫັນອົກເຫັນໃຈ, ຊອບທຳ, ສະຫງ່າງາມ, ພິພາກສາ, ໂກດຮ້າຍ, ສາບແຊ່ງ, ເຜົາໄໝ້ ແລະ ທ້າຍທີ່ສຸດແມ່ນທຳລາຍເນື້ອໜັງຂອງພວກເຂົາ. ບັນດາຜູ້ທີ່ຖືກທຳລາຍຈະພິນາດໄປພ້ອມກັບຈິດໃຈ ແລະ ວິນຍານຂອງພວກເຂົາ. ແນວໃດກໍຕາມ, ສຳລັບບັນດາຜູ້ທີ່ໃຫ້ບໍລິການ, ມີພຽງຈິດໃຈ ແລະ ດວງວິນຍານຂອງພວກເຂົາເທົ່ານັ້ນທີ່ຈະຖືກເກັບຮັກສາໄວ້ (ແລະ ກ່ຽວກັບຄວາມສະເພາະໃນວິທີທີ່ເຮົານຳເອົາສິ່ງນີ້ໄປປະຕິບັດ, ເຮົາຈະບອກພວກເຈົ້າພາຍຫຼັງ, ເພື່ອວ່າພວກເຈົ້າຈະສາມາດເຂົ້າໃຈໄດ້). ແນວໃດກໍຕາມ, ພວກເຂົາຈະບໍມີອິດສະຫຼະພາບຈັກເທື່ອ ແລະ ຈະບໍ່ຖືກປົດປ່ອຍຈັກເທື່ອ, ຍ້ອນວ່າພວກເຂົາຢູ່ໃຕ້ຄົນຂອງເຮົາ ແລະ ຢູ່ພາຍໃຕ້ການຄວບຄຸມຂອງຄົນຂອງເຮົາ. ເຫດຜົນທີ່ເຮົາກຽດຊັງຜູ້ໃຫ້ບໍລິການຫຼາຍກໍຍ້ອນວ່າ ພວກເຂົາທັງໝົດແມ່ນເຊື້ອສາຍຂອງມັງກອນແດງຜູ້ຍິ່ງໃຫຍ່ ແລະ ບັນດາຜູ້ທີ່ບໍ່ແມ່ນຜູ້ໃຫ້ບໍລິການກໍແມ່ນເຊື້ອສາຍຂອງມັງກອນແດງຜູ້ຍິ່ງໃຫຍ່ເຊັ່ນກັນ. ເວົ້າອີກຢ່າງໜຶ່ງວ່າ, ທຸກຄົນທີ່ບໍ່ແມ່ນລູກຊາຍກົກແມ່ນເຊື້ອສາຍຂອງມັງກອນແດງຜູ້ຍິ່ງໃຫຍ່. ເມື່ອເຮົາກ່າວວ່າບັນດາຜູ້ທີ່ຢູ່ໃນນະຮົກຖວາຍການສັນລະເສີນນິລັນດອນໃຫ້ແກ່ເຮົາ, ເຮົາໝາຍຄວາມວ່າພວກເຂົາຈະໃຫ້ການບໍລິການແກ່ເຮົາຕະຫຼອດໄປ. ສິ່ງນີ້ໄດ້ຖືກກຳນົດໄວ້ເທິງກ້ອນຫີນ. ຄົນເຫຼົ່ານັ້ນຈະເປັນທາດ, ງົວຄວາຍ ແລະ ມ້າຢູ່ສະເໝີ. ເຮົາສາມາດຂ້າພວກເຂົາໄດ້ທຸກເວລາ ແລະ ເຮົາກໍສາມາດປົກຄອງພວກເຂົາຕາມທີ່ເຮົາປາຖະໜາ, ຍ້ອນວ່າພວກເຂົາແມ່ນເຊື້ອສາຍຂອງມັງກອນແດງຜູ້ຍິ່ງໃຫຍ່ ແລະ ບໍ່ມີອຸປະນິໄສຂອງເຮົາ. ອີກຢ່າງແມ່ນຍ້ອນວ່າພວກເຂົາເປັນເຊື້ອສາຍຂອງມັງກອນແດງຜູ້ຍິ່ງໃຫຍ່, ພວກເຂົາຈຶ່ງມີນິໄສຂອງມັນ; ນັ້ນກໍຄືວ່າ ພວກເຂົາມີອຸປະນິໄສຂອງສັດ. ນີ້ແມ່ນຈິງແທ້ແນ່ນອນ ແລະ ບໍ່ປ່ຽນແປງຕະຫຼອດໄປ! ນີ້ກໍຍ້ອນວ່າມັນທັງໝົດໄດ້ຖືກກຳນົດໄວ້ລ່ວງໜ້າໂດຍເຮົາ. ບໍ່ມີໃຜສາມາດປ່ຽນແປງມັນໄດ້ (ເຮົາໝາຍຄວາມວ່າ ເຮົາຈະບໍ່ອະນຸຍາດໃຫ້ຜູ້ໃດເຮັດຜິດກົດລະບຽບນີ້); ຖ້າເຈົ້າລອງ, ເຮົາຈະລົງມືກັບເຈົ້າເສຍ!
ພວກເຈົ້າຄວນຫຼຽວເບິ່ງຄວາມລຶກລັບທີ່ເຮົາໄດ້ເປີດເຜີຍໃຫ້ເພື່ອເບິ່ງວ່າແຜນການຄຸ້ມຄອງຂອງເຮົາ ແລະ ພາລະກິດຂອງເຮົາບັນລຸຮອດຂັ້ນໃດແລ້ວ. ໃຫ້ເບິ່ງສິ່ງທີ່ເຮົາກະທຳດ້ວຍມືຂອງເຮົາເອງ ແລະ ເບິ່ງວ່າການພິພາກສາຂອງເຮົາ ແລະ ຄວາມໂກດຮ້າຍຂອງເຮົາຕົກໃສ່ຄົນແບບໃດ. ນີ້ແມ່ນຄວາມຊອບທຳຂອງເຮົາ. ເຮົາວາງພາລະກິດຂອງເຮົາອອກ ແລະ ເຮົາຄຸ້ມຄອງພາລະກິດຂອງເຮົາຕາມຄວາມລຶກລັບທີ່ເຮົາໄດ້ເປີດເຜີຍ. ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້; ມັນຕ້ອງຖືກປະຕິບັດສຳເລັດເທື່ອລະບາດກ້າວຕາມຄວາມປາຖະໜາຂອງເຮົາ. ຄວາມລຶກລັບແມ່ນເສັ້ນທາງເຊິ່ງພາລະກິດຂອງເຮົາດຳເນີນໄປ ແລະ ພວກມັນແມ່ນສັນຍານທີ່ບົ່ງບອກເຖິງຂັ້ນຕອນຕ່າງໆໃນແຜນການຄຸ້ມຄອງຂອງເຮົາ. ບໍ່ມີໃຜຈະຕື່ມ ຫຼື ລົບສິ່ງໃດອອກຈາກຄວາມລຶກລັບຂອງເຮົາໄດ້, ຍ້ອນວ່າຖ້າຄວາມລຶກລັບຜິດພາດ, ແລ້ວເສັ້ນທາງກໍຜິດພາດເຊັ່ນກັນ. ເປັນຫຍັງເຮົາຈິ່ງເປີດເຜີຍຄວາມລຶກລັບຂອງເຮົາກັບພວກເຈົ້າ? ແມ່ນຫຍັງຄືເຫດຜົນ? ມີໃຜໃນທ່າມກາງພວກເຈົ້າທີ່ສາມາດເວົ້າໄດ້ຢ່າງຊັດເຈນບໍ? ນອກຈາກນັ້ນ, ເຮົາໄດ້ເວົ້າວ່າຄວາມລຶກລັບແມ່ນເສັ້ນທາງ, ດັ່ງນັ້ນ ເສັ້ນທາງນີ້ໝາຍເຖິງຫຍັງ? ມັນແມ່ນຂະບວນການທີ່ພວກເຈົ້າຜ່ານເຂົ້າໄປຈາກເນື້ອໜັງສູ່ຮ່າງກາຍ ແລະ ນີ້ແມ່ນຂັ້ນຕອນໜຶ່ງທີ່ສຳຄັນ. ຫຼັງຈາກທີ່ເຮົາເປີດເຜີຍຄວາມລຶກລັບຂອງເຮົາ, ແນວຄວາມຄິດຂອງຄົນກໍຈະຄ່ອຍໆຖືກຖອນອອກ ແລະ ຄວາມຄິດຂອງພວກເຂົາກໍຄ່ອຍໆອ່ອນລົງ. ນີ້ແມ່ນຂະບວນການເຂົ້າສູ່ອານາຈັກຝ່າຍວິນຍານ. ສະນັ້ນ, ເຮົາຈຶ່ງເວົ້າວ່າພາລະກິດຂອງເຮົາເກີດຂຶ້ນເປັນຂັ້ນຕອນ ແລະ ມັນບໍ່ໄດ້ເລື່ອນລອຍ; ນີ້ແມ່ນຄວາມເປັນຈິງ ແລະ ນີ້ແມ່ນວິທີການປະຕິບັດພາລະກິດຂອງເຮົາ. ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້ ຫຼື ບໍ່ມີໃຜສາມາດບັນລຸມັນໄດ້, ຍ້ອນວ່າເຮົາແມ່ນພຣະເຈົ້າທີ່ເປັນເອກະລັກເອງ! ພາລະກິດຂອງເຮົາສຳເລັດລົງໂດຍເຮົາເປັນການສ່ວນຕົວ. ໂລກຈັກກະວານທັງໝົດແມ່ນຖືກຄວບຄຸມໂດຍເຮົາຜູ້ດຽວ ແລະ ຖືກຈັດແຈງໂດຍເຮົາຜູ້ດຽວ. ໃຜກ້າທີ່ຈະບໍ່ຟັງຄວາມເຮົາ? (ໂດຍ “ເຮົາຜູ້ດຽວ”, ເຮົາໝາຍເຖິງພຣະເຈົ້າເອງ, ຍ້ອນວ່າຕົວຕົນທີ່ເຮົາເປັນແມ່ນພຣະເຈົ້າເອງ, ດັ່ງນັ້ນ ຢ່າຍຶດໝັ້ນກັບແນວຄວາມຄິດຂອງຕົວເຈົ້າເອງຢ່າງໜັກແໜ້ນຫຼາຍ). ໃຜກ້າຕໍ່ຕ້ານເຮົາ? ພວກເຂົາຈະຖືກລົງໂທດຢ່າງຮຸນແຮງ! ພວກເຈົ້າໄດ້ເຫັນຜົນຮັບຂອງມັງກອນແດງຜູ້ຍິ່ງໃຫຍ່ແລ້ວ! ນັ້ນແມ່ນຈຸດຈົບຂອງມັນ, ແຕ່ມັນຍັງແມ່ນສິ່ງທີ່ບໍ່ສາມາດຫຼີກລ້ຽງໄດ້ອີກດ້ວຍ. ພາລະກິດຕ້ອງຖືກປະຕິບັດໂດຍຕົວເຮົາເອງ ເພື່ອວ່າມັງກອນແດງຜູ້ຍິ່ງໃຫຍ່ຈະໄດ້ຮັບຄວາມອັບອາຍ. ມັນບໍ່ສາມາດລຸກຂຶ້ນໄດ້ອີກ ແລະ ມັນຈະຖືກທຳລາຍໄປຕະຫຼອດການ! ຕອນນີ້ ເຮົາເລີ່ມເປີດເຜີຍຄວາມລຶກລັບຕ່າງໆ. (ຈື່ເອົາ! ຄວາມລຶກລັບສ່ວນໃຫຍ່ທີ່ຖືກເປີດເຜີຍແມ່ນສິ່ງທີພວກເຈົ້າມັກເວົ້າ ແຕ່ບໍ່ມີໃຜເຂົ້າໃຈ). ເຮົາໄດ້ເວົ້າວ່າທຸກສິ່ງທີ່ຄົນເຫັນວ່າບໍ່ສຳເລັດແມ່ນໄດ້ຖືກເຮັດໃຫ້ສົມບູນແບບແລ້ວໃນສາຍຕາຂອງເຮົາ ແລະ ສຳລັບບາງຄົນແລ້ວ ສິ່ງທີ່ເຮົາເຫັນເປັນພຽງການເລີ່ມຕົ້ນນັ້ນກໍເບິ່ງຄືວ່າສຳເລັດແລ້ວ. ສິ່ງນີ້ມີຄວາມຂັດແຍ້ງກັນບໍ? ມັນບໍ່ໄດ້ຂັດແຍ້ງ. ຄົນຄິດແບບນັ້ນ ຍ້ອນພວກເຂົາມີແນວຄວາມຄິດ ແລະ ຄວາມຄິດຂອງພວກເຂົາເອງ. ສິ່ງທີ່ເຮົາວາງແຜນໄວ້ໄດ້ສຳເລັດລົງຜ່ານພຣະທຳຂອງເຮົາ (ພວກມັນຖືກກຳນົດໄວ້ເມື່ອເຮົາກ່າວເຊັ່ນນັ້ນ ແລະ ພວກມັນສຳເລັດໄປເມື່ອເຮົາກ່າວເຊັ່ນນັ້ນ). ແນວໃດກໍຕາມ, ສຳລັບເຮົາແລ້ວ ມັນບໍ່ໄດ້ເບິ່ງຄືວ່າສິ່ງທີ່ເຮົາກ່າວນັ້ນໄດ້ສຳເລັດ. ນີ້ກໍຍ້ອນວ່າມີເວລາຈຳກັດໃນສິ່ງທີ່ເຮົາເຮັດ. ສະນັ້ນ ເຮົາຈຶ່ງເຫັນສິ່ງເຫຼົ່ານີ້ວ່າບໍ່ສຳເລັດ, ເຖິງແມ່ນວ່າໃນສາຍຕາທາງເນື້ອໜັງຂອງຄົນ (ຍ້ອນຄວາມແຕກຕ່າງກ່ຽວກັບແນວຄວາມຄິດດ້ານເວລາຂອງພວກເຂົາ), ສິ່ງເຫຼົ່ານີ້ໄດ້ສຳເລັດລົງແລ້ວ. ທຸກມື້ນີ້ ຄົນສ່ວນໃຫຍ່ສົງໄສເຮົາ ຍ້ອນຄວາມລຶກລັບທີ່ເຮົາເປີດເຜີຍ. ເນື່ອງຈາກການເລີ່ມຕົ້ນຂອງຄວາມຈິງ ແລະ ຍ້ອນເຈດຕະນາຂອງເຮົາບໍ່ກົງກັນກັບແນວຄວາມຄິດຂອງຄົນ, ພວກເຈົ້າຈຶ່ງຕໍ່ຕ້ານເຮົາ ແລະ ປະຕິເສດເຮົາ. ນີ້ແມ່ນການທີ່ຊາຕານຕິດກັບດັກຕົນເອງໃນກົນອຸບາຍຂອງມັນເອງ. (ພວກເຂົາຕ້ອງການຮັບພອນ, ແຕ່ພວກເຂົາບໍ່ໄດ້ຄາດຫວັງວ່າພຣະເຈົ້າຈະບໍ່ໄດ້ເຫັນດ້ວຍກັບແນວຄວາມຄິດຂອງມະນຸດໃນລະດັບດັ່ງກ່າວ, ດັ່ງນັ້ນ ພວກເຂົາຈຶ່ງຖອຍ). ນີ້ແມ່ນຜົນສະທ້ອນຂອງພາລະກິດຂອງເຮົາເຊັ່ນກັນ. ທຸກຄົນຄວນສັນລະເສີນເຮົາ, ເຊີດຊູເຮົາ ແລະ ມອບສະຫງ່າລາສີໃຫ້ແກ່ເຮົາ. ແນ່ນອນວ່າທຸກສິ່ງຢູ່ໃນມືຂອງເຮົາ ແລະ ແນ່ນອນວ່າທຸກສິ່ງຢູ່ພາຍໃນການພິພາກສາຂອງເຮົາ. ເມື່ອທຸກຄົນຫຼັ່ງໄຫຼມາຫາສູ່ພູຂອງເຮົາ ແລະ ເມື່ອລູກຊາຍກົກກັບຄືນມາຢ່າງມີໄຊຊະນະ ນັ້ນກໍຈະເປັນຈຸດສິ້ນສຸດສຳລັບແຜນການຄຸ້ມຄອງຂອງເຮົາ. ມັນຈະເປັນຊ່ວງເວລາແຫ່ງຄວາມສຳເລັດສຳລັບແຜນການຄຸ້ມຄອງຫົກພັນປີຂອງເຮົາ. ທຸກສິ່ງຖືກຈັດແຈງໄວ້ໂດຍເຮົາເປັນການສ່ວນຕົວ; ເຮົາໄດ້ເວົ້າເລື່ອງນີ້ມາຫຼາຍເທື່ອແລ້ວ. ເນື່ອງຈາກວ່າພວກເຈົ້າຍັງດຳລົງຊີວິດຢູ່ພາຍໃນແນວຄວາມຄິດຂອງພວກເຈົ້າ, ເຮົາຕ້ອງໄດ້ເນັ້ນເລື່ອງນີ້ຊ້ຳໆ ເພື່ອວ່າພວກເຈົ້າຈະບໍ່ເຮັດຜິດໃນທີ່ນີ້ ເຊິ່ງຈະຂັດຂວາງແຜນການຂອງເຮົາ. ຄົນບໍ່ສາມາດຊ່ວຍເຮົາ ຫຼື ພວກເຂົາບໍ່ສາມາດມີສ່ວນຮ່ວມໃນການຄຸ້ມຄອງຂອງເຮົາໄດ້, ຍ້ອນວ່າໃນປັດຈຸບັນ ພວກເຈົ້າຍັງຄົງເປັນຂອງເນື້ອໜັງ ແລະ ເລືອດຢູ່ (ເຖິງແມ່ນວ່າພວກເຈົ້າເປັນຂອງເຮົາ, ພວກເຈົ້າກໍຍັງດຳລົງຊີວິດຢູ່ໃນເນື້ອໜັງຢູ່). ເມື່ອເປັນດັ່ງນັ້ນ ເຮົາຈຶ່ງເວົ້າວ່າຄົນທີ່ເປັນຂອງເນື້ອໜັງ ແລະ ເລືອດບໍ່ສາມາດໄດ້ຮັບມໍລະດົກຂອງເຮົາໄດ້. ນີ້ກໍແມ່ນເຫດຜົນຫຼັກທີ່ເຮັດໃຫ້ພວກເຈົ້າເຂົ້າສູ່ອານາຈັກຝ່າຍວິນຍານເຊັ່ນກັນ.
ຢູ່ໃນໂລກ, ແຜນດິນໄຫວແມ່ນການເລີ່ມຕົ້ນຂອງໄພພິບັດ. ກ່ອນອື່ນ, ເຮົາໄດ້ສ້າງໂລກ, ແຜ່ນດິນໂລກ, ນັ້ນແມ່ນການປ່ຽນແປງ ແລະ ຫຼັງຈາກນັ້ນໂລກລະບາດ ແລະ ຄວາມອຶດຢາກກໍມາເຖິງ. ນີ້ແມ່ນແຜນການຂອງເຮົາ ແລະ ສິ່ງເຫຼົ່ານີ້ແມ່ນຂັ້ນຕອນຂອງເຮົາ ແລະ ເຮົາຈະເຮັດໃຫ້ທຸກສິ່ງຮັບໃຊ້ເຮົາເພື່ອເຮັດໃຫ້ແຜນການຄຸ້ມຄອງຂອງເຮົາສຳເລັດໄປ. ສະນັ້ນ, ໂລກຈັກກະວານທັງໝົດຈະຖືກທຳລາຍ ເຖິງແມ່ນວ່າຈະປາສະຈາກການແຊກແຊງໂດຍກົງຂອງເຮົາ. ເມື່ອເຮົາກາຍເປັນເນື້ອໜັງໃນຄັ້ງທຳອິດ ແລະ ຖືກຄຶງໃສ່ໄມ້ກາງແຂນ, ແຜ່ນດິນໂລກສັ່ນສະເທືອນຢ່າງແຮງ, ມັນຈະເປັນແບບດຽວກັນເມື່ອວາລະສຸດທ້າຍມາເຖິງ. ແຜນດິນໄຫວຈະເລີ່ມຕົ້ນຂຶ້ນທັນທີເມື່ອເຮົາເຂົ້າສູ່ອານາຈັກຝ່າຍວິນຍານຈາກເນື້ອໜັງ. ສະນັ້ນ, ລູກຊາຍກົກຈະບໍ່ທົນທຸກຈາກໄພພິບັດຢ່າງແນ່ນອນ, ໃນຂະນະທີ່ບັນດາຜູ້ທີ່ບໍ່ແມ່ນລູກຊາຍກົກຈະຖືກປະໄວ້ໃຫ້ທົນທຸກຢູ່ທ່າມກາງໄພພິບັດ. ເພາະສະນັ້ນ, ຈາກທັດສະນະຂອງມະນຸດ, ທຸກຄົນເຕັມໃຈທີ່ຈະເປັນລູກຊາຍກົກ. ໃນຄວາມສັງຫອນໃຈຂອງຜູ້ຄົນ, ນີ້ບໍ່ແມ່ນສຳລັບການຊື່ນຊົມພອນ, ແຕ່ເພື່ອໃຫ້ພົ້ນຈາກຄວາມທຸກທໍລະມານຈາກໄພພິບັດ. ນີ້ແມ່ນກົນອຸບາຍຂອງມັງກອນແດງຜູ້ຍິ່ງໃຫຍ່. ແນວໃດກໍຕາມ, ເຮົາຈະບໍ່ປ່ອຍໃຫ້ມັນໜີໄປ; ເຮົາຈະເຮັດໃຫ້ມັນທົນທຸກທໍລະມານຈາກການລົງໂທດຢ່າງຮຸນແຮງຂອງເຮົາ ແລະ ຫຼັງຈາກນັ້ນກໍລຸກຂຶ້ນ ແລະ ໃຫ້ບໍລິການແກ່ເຮົາ (ນີ້ໝາຍເຖິງການເຮັດໃຫ້ລູກຊາຍຂອງເຮົາ ແລະ ຄົນຂອງເຮົາສົມບູນແບບ), ເຮັດໃຫ້ມັນຖືກຫຼອກລວງໂດຍກົນອຸບາຍຂອງມັນເອງຕະຫຼອດໄປ, ຮັບການພິພາກສາຂອງເຮົາຕະຫຼອດໄປ ແລະ ຖືກເຮົາເຜົາໄໝ້ຕະຫຼອດໄປ. ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງການເຮັດໃຫ້ຜູ້ໃຫ້ບໍລິການສັນລະເສີນເຮົາ (ນັ້ນກໍຄື ການໃຊ້ພວກເຂົາເພື່ອເປີດເຜີຍພະລັງອັນຍິ່ງໃຫຍ່ຂອງເຮົາ). ເຮົາຈະບໍ່ອະນຸຍາດໃຫ້ມັງກອນແດງຜູ້ຍິ່ງໃຫຍ່ລັກເຂົ້າອານາຈັກຂອງເຮົາ ຫຼື ເຮົາຈະບໍ່ໃຫ້ສິດມັນເພື່ອສັນລະເສີນເຮົາ! (ຍ້ອນວ່າມັນບໍ່ຄູ່ຄວນ; ມັນຈະບໍ່ມີວັນຄູ່ຄວນ!) ເຮົາມີແຕ່ຈະເຮັດໃຫ້ມັງກອນແດງຜູ້ຍິ່ງໃຫຍ່ໃຫ້ການບໍລິການແກ່ເຮົາຕະຫຼອດໄປ! ເຮົາພຽງແຕ່ຈະປ່ອຍໃຫ້ມັນກົ້ມຂາບລົງຕໍ່ໜ້າເຮົາເທົ່ານັ້ນ. (ບັນດາຜູ້ທີ່ຖືກທຳລາຍຍັງດີກວ່າບັນດາຜູ້ທີ່ຢູ່ໃນນະຮົກ; ການທຳລາຍເປັນພຽງຮູບແບບຊົ່ວຄາວຂອງການລົງໂທດທີ່ຮຸນແຮງ, ໃນຂະນະທີ່ຄົນທີ່ຢູ່ໃນນະຮົກຈະທົນທຸກກັບການລົງໂທດທີ່ຮຸນແຮງຕະຫຼອດການ. ຍ້ອນເຫດຜົນນີ້, ເຮົາຈຶ່ງໃຊ້ຄຳວ່າ “ກົ້ມຂາບ”. ຍ້ອນວ່າຄົນເຫຼົ່ານີ້ລັກເຂົ້າອານາຈັກຂອງເຮົາ ແລະ ຊື່ນຊົມພຣະຄຸນຂອງເຮົາຫຼາຍ, ມີຄວາມຮູ້ບາງຢ່າງກ່ຽວກັບເຮົາ, ເຮົາໃຊ້ການລົງໂທດທີ່ຮຸນແຮງ. ສ່ວນບັນດາຜູ້ທີ່ຢູ່ນອກເຮືອນຂອງເຮົາ, ພວກເຈົ້າສາມາດເວົ້າໄດ້ວ່າ ຄົນທີ່ບໍ່ມີຄວາມຮູ້ຈະບໍ່ທົນທຸກ). ໃນແນວຄວາມຄິດຂອງຜູ້ຄົນ, ພວກເຂົາຄິດວ່າ ການທີ່ຜູ້ຄົນທີ່ຖືກທຳລາຍນັ້ນຮ້າຍແຮງກວ່າບັນດາຜູ້ທີ່ຢູ່ໃນນະຮົກ, ແຕ່ກົງກັນຂ້າມ, ຄົນທີ່ຢູ່ໃນນະຮົກຕ້ອງຖືກລົງໂທດຢ່າງໜັກຕະຫຼອດການ ແລະ ຜູ້ທີ່ຖືກທຳລາຍຈະກັບຄືນສູ່ຄວາມວ່າງເປົ່າຊົ່ວນິລັນດອນ.