ບົດທີ 109

ໃນແຕ່ລະມື້ ເຮົາໄດ້ກ່າວພຣະຄຳ, ເວົ້າ ແລະ ເປີດເຜີຍສັນຍານ ແລະ ສິ່ງອັດສະຈັນອັນຍິ່ງໃຫຍ່ຂອງເຮົາ. ທຸກສິ່ງເຫຼົ່ານີ້ປະກອບເປັນພາລະກິດຂອງພຣະວິນຍານຂອງເຮົາ. ໃນສາຍຕາຂອງຜູ້ຄົນ, ເຮົາເປັນພຽງມະນຸດຄົນໜຶ່ງ, ແຕ່ມັນຢູ່ໃນມະນຸດນີ້ແທ້ໆທີ່ເຮົາເປີດເຜີຍທັງໝົດຂອງເຮົາ ພ້ອມທັງອຳນາດອັນຍິ່ງໃຫຍ່ຂອງເຮົາ.

ຍ້ອນຜູ້ຄົນເມີນເສີຍມະນຸດທີ່ເຮົາເປັນ ແລະ ເບິ່ງຂ້າມການກະທຳຂອງເຮົາ, ພວກເຂົາກໍສັນນິຖານວ່າ ສິ່ງເຫຼົ່ານີ້ແມ່ນສິ່ງທີ່ມະນຸດໄດ້ເຮັດ. ແລ້ວເປັນຫຍັງເຈົ້າຈຶ່ງບໍ່ຢຸດທີ່ຈະສົງໄສວ່າ ມະນຸດຈະສາມາດສຳເລັດສິ່ງທີ່ເຮົາສຳເລັດໄດ້ ຫຼື ບໍ່? ຜູ້ຄົນບໍ່ຮູ້ຈັກເຮົາຈົນເຖິງຂອບເຂດນີ້; ພວກເຂົາບໍ່ເຂົ້າໃຈພຣະທຳຂອງເຮົາ ຫຼື ພວກເຂົາບໍ່ຢັ່ງເຖິງການກະທຳຂອງເຮົາ. ມະນຸດທີ່ຊົ່ວຮ້າຍ ແລະ ເສື່ອມຊາມເອີຍ! ເມື່ອໃດເຮົາຈຶ່ງຈະກືນກິນເຈົ້າ? ເມື່ອໃດເຮົາຈຶ່ງຈະຝັງເຈົ້າໃນທະເລສາບແຫ່ງໄຟ ແລະ ມາດ? ມີຫຼາຍຄັ້ງທີ່ເຮົາຖືກຂັບໄລ່ຈາກກຸ່ມຂອງພວກເຈົ້າ, ມີຫຼາຍຄັ້ງທີ່ຜູ້ຄົນດູຖູກ, ເຍາະເຍີ້ຍ ແລະ ເຮັດໃຫ້ເຮົາເສື່ອມເສຍຊື່ສຽງ ແລະ ມີຫຼາຍຄັ້ງທີ່ຜູ້ຄົນພິພາກສາ ແລະ ທ້າທາຍເຮົາຢ່າງເປີດເຜີຍ. ມະນຸດທີ່ຕາບອດເອີຍ! ເຈົ້າບໍ່ຮູ້ບໍວ່າ ພວກເຈົ້າເປັນພຽງຂີ້ຕົມກຳໜຶ່ງທີ່ຢູ່ໃນຝ່າມືຂອງເຮົາ? ເຈົ້າບໍ່ຮູ້ບໍວ່າ ພວກເຈົ້າເປັນພຽງເປົ້າໝາຍຂອງການສ້າງຂອງເຮົາ? ຄວາມໂກດຮ້າຍຂອງເຮົາຖືກປົດປ່ອຍໃນຕອນນີ້ ແລະ ບໍ່ມີຜູ້ໃດສາມາດປ້ອງກັນມັນໄດ້. ຜູ້ຄົນພຽງແຕ່ສາມາດຂໍຄວາມເມດຕາຊໍ້າໄປຊໍ້າມາ. ເຖິງຢ່າງໃດກໍຕາມ ໃນຂະນະທີ່ພາລະກິດຂອງເຮົາກ້າວໜ້າມາຈົນເຖິງລະດັບນີ້ ບໍ່ມີຜູ້ໃດສາມາດປ່ຽນແປງມັນໄດ້. ຄົນທີ່ຖືກສ້າງຕ້ອງກັບຄືນສູ່ຂີ້ຕົມ. ມັນບໍ່ແມ່ນວ່າເຮົາບໍ່ຊອບທຳ, ແຕ່ພວກເຈົ້າເສື່ອມຊາມຫຼາຍເກີນໄປ ແລະ ປະພຶດຕົນໂດຍບໍ່ຍັບຍັ້ງຊັ່ງໃຈ ແລະ ມັນເປັນຍ້ອນພວກເຈົ້າຖືກຄອບງວໍາໂດຍຊາຕານ ແລະ ກາຍມາເປັນເຄື່ອງມືຂອງມັນ. ເຮົາເປັນພຣະເຈົ້າເອງທີ່ບໍລິສຸດ; ເຮົາບໍ່ສາມາດໄດ້ຮັບມົນທິນ ຫຼື ເຮົາບໍ່ສາມາດມີວິຫານທີ່ບໍ່ສະອາດ. ນັບແຕ່ນີ້ເປັນຕົ້ນໄປ, ຄວາມໃຈຮ້າຍທີ່ລຸກໄໝ້ຂອງເຮົາ (ຮຸນແຮງຫຼາຍກວ່າຄວາມໂກດຮ້າຍ) ຈະເລີ່ມຕົ້ນຖອກເທລົງມາສູ່ທຸກຊົນຊາດ ແລະ ຜູ້ຄົນ ແລະ ຂ້ຽນຕີຄົນຕໍ່າຊ້າທຸກຄົນທີ່ມາຈາກເຮົາ ແຕ່ບໍ່ຮູ້ຈັກເຮົາ. ເຮົາກຽດຊັງມະນຸດຈົນເຖິງທີ່ສຸດ ແລະ ເຮົາຈະບໍ່ມີຄວາມເມດຕາອີກຕໍ່ໄປ; ກົງກັນຂ້າມ ເຮົາຈະຖອກເທຄຳສາບແຊ່ງທັງໝົດຂອງເຮົາລົງມາ. ຈະບໍ່ມີຄວາມເຫັນອົກເຫັນໃຈ ແລະ ຄວາມຮັກອີກຕໍ່ໄປແທ້ໆ, ທຸກສິ່ງຈະຖືກເຜົາໄໝ້ໃຫ້ກາຍເປັນຄວາມວ່າງເປົ່າ ແລະ ມີພຽງແຕ່ອານາຈັກຂອງເຮົາເທົ່ານັ້ນທີ່ຈະຄົງຢູ່ ເພື່ອວ່າປະຊາຊົນຂອງເຮົາຈະສັນລະເສີນເຮົາໃນເຮືອນຂອງເຮົາ, ມອບສະຫງ່າລາສີໃຫ້ແກ່ເຮົາ ແລະ ຮ້ອງໂຮໃຫ້ແກ່ເຮົາຕະຫຼອດໄປ (ນີ້ແມ່ນໜ້າທີ່ຂອງປະຊາຊົນຂອງເຮົາ). ມືຂອງເຮົາຈະເລີ່ມຕົ້ນຂ້ຽນຕີຄົນທີ່ຢູ່ທັງພາຍໃນ ແລະ ພາຍນອກເຮືອນຂອງເຮົາຢ່າງເປັນທາງການ. ບໍ່ມີຄົນເຮັດຊົ່ວຄົນໃດສາມາດຫຼົບໜີຈາກອົ້ງມື ແລະ ການພິພາກສາຂອງເຮົາໄດ້; ທຸກຄົນຕ້ອງໄດ້ຜ່ານຄວາມລຳບາກທໍລະມານນີ້ ແລະ ນະມັດສະການເຮົາ. ນີ້ແມ່ນຄວາມສະຫງ່າຜ່າເຜີຍຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ມັນຄືບົດບັນຍັດການປົກຄອງທີ່ເຮົາປະກາດຕໍ່ຜູ້ເຮັດຊົ່ວ. ບໍ່ສາມາດຜູ້ໃດສາມາດຊ່ວຍຄົນໃດຄົນໜຶ່ງໄດ້. ຜູ້ຄົນພຽງແຕ່ສາມາດເບິ່ງແຍງຕົນເອງ, ແຕ່ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ ພວກເຂົາຈະບໍ່ສາມາດຫຼົບໜີຈາກມືແຫ່ງການຂ້ຽນຕີຂອງເຮົາ. ໃນທີ່ນີ້ແມ່ນໄດ້ເປີດເຜີຍເຖິງເຫດຜົນທີ່ມັນມີການເວົ້າວ່າ ບົດບັນຍັດການປົກຄອງຂອງເຮົາຮຸນແຮງ; ນີ້ແມ່ນຂໍ້ແທ້ຈິງທີ່ທຸກຄົນສາມາດເຫັນໄດ້ດ້ວຍຕາຂອງພວກເຂົາເອງ.

ເມື່ອເຮົາເລີ່ມໃຈຮ້າຍ, ມານຮ້າຍທັງໝົດ ທັງໃຫຍ່ ແລະ ນ້ອຍກໍຈະໜີໄປຢ່າງໂກລະຫົນ ໂດຍຢ້ານຢ່າງສຸດຊຶ່ງວ່າ ມືຂອງເຮົາຈະໂຈມຕີພວກມັນຈົນຕາຍ, ແຕ່ບໍ່ມີຜູ້ໃດສາມາດຫຼົບໜີມືຂອງເຮົາໄດ້. ເຮົາຖືອຸປະກອນແຫ່ງການລົງໂທດທັງໝົດຢູ່ໃນມືຂອງເຮົາ; ມືຂອງເຮົາຄວບຄຸມທຸກສິ່ງ, ທຸກຢ່າງຢູ່ພາຍໃນອົ້ງມືຂອງເຮົາ ແລະ ບໍ່ມີຜູ້ໃດສາມາດຫຼຸດພົ້ນໄດ້. ນີ້ແມ່ນສະຕິປັນຍາຂອງເຮົາ. ເມື່ອເຮົາມາສູ່ໂລກມະນຸດ, ເຮົາກໍໄດ້ສຳເລັດ ພາລະກິດກຽມການ ທຸກລັກສະນະໂດຍວາງພື້ນຖານເພື່ອເລີ່ມຕົ້ນພາລະກິດຂອງເຮົາໃນທ່າມກາງມະນຸດ (ນີ້ກໍຍ້ອນວ່າເຮົາເປັນພຣະເຈົ້າທີ່ມີສະຕິປັນຍາ ແລະ ເຮົາຈັດການກັບສິ່ງທີ່ຄວນເກີດຂຶ້ນ ແລະ ສິ່ງທີ່ບໍ່ຄວນເກີດຂຶ້ນຢ່າງເໝາະສົມ). ຫຼັງຈາກທີ່ທຸກຄົນຖືກຈັດແຈງຢ່າງເໝາະສົມ, ເຮົາກໍກາຍມາເປັນເນື້ອໜັງ ແລະ ມາສູ່ໂລກມະນຸດ. ເຖິງຢ່າງໃດກໍຕາມ ບໍ່ມີຜູ້ໃດຮັບຮູ້ເຮົາໄດ້. ນອກຈາກຄົນທີ່ເຮົາໄດ້ສ່ອງແສງສະຫວ່າງແລ້ວ, ລູກຊາຍແຫ່ງຄວາມກະບົດທັງໝົດໄດ້ທ້າທາຍເຮົາ, ເຮັດໃຫ້ເຮົາອັບອາຍ ແລະ ສະແດງອາການເມີນເສີຍຕໍ່ເຮົາ. ເຖິງແມ່ນວ່າ ໃນທີ່ສຸດແລ້ວ ເຮົາຈະເຮັດໃຫ້ພວກເຂົາປະພຶດຕົນຢ່າງດີ ແລະ ອ່ອນນ້ອມຖ່ອມຕົນ. ເຖິງແມ່ນວ່າສຳລັບມະນຸດແລ້ວ ມັນອາດເບິ່ງຄືກັບວ່າເຮົາບໍ່ໄດ້ເຮັດຫຍັງຫຼາຍ ພາລະກິດອັນຍິ່ງໃຫຍ່ຂອງເຮົາກໍໄດ້ສຳເລັດລົງແລ້ວ. (ຜູ້ຄົນລ້ວນແລ້ວແຕ່ເຊື່ອຟັງມະນຸດທີ່ເຮົາເປັນຢ່າງສົມບູນ ທັງດ້ວຍຄຳເວົ້າ ແລະ ດ້ວຍໃຈ; ນີ້ແມ່ນສັນຍານ). ມື້ນີ້ ເຮົາລຸກຂຶ້ນ ແລະ ຂ້ຽນຕີວິນຍານຊົ່ວຮ້າຍທຸກຮູບແບບທີ່ທ້າທາຍເຮົາ. ບໍ່ວ່າພວກເຂົາໄດ້ຕິດຕາມເຮົາດົນສໍ່າໃດກໍຕາມ, ພວກເຂົາກໍຕ້ອງອອກຈາກຂ້າງກາຍຂອງເຮົາໄປ. ເຮົາບໍ່ຕ້ອງການຜູ້ໃດກໍຕາມທີ່ຕໍ່ຕ້ານເຮົາ (ພວກເຂົາເປັນຄົນທີ່ຂາດຄວາມເຂົ້າໃຈຝ່າຍວິນຍານ, ຄົນທີ່ຖືກຄອບງວໍາໂດຍວິນຍານຊົ່ວຮ້າຍເປັນການຊົ່ວຄາວ ແລະ ຄົນທີ່ບໍ່ຮູ້ຈັກເຮົາ). ເຮົາບໍ່ຕ້ອງການພວກເຂົາແມ່ນແຕ່ຄົນດຽວ! ທຸກຄົນຈະຖືກກຳຈັດ ແລະ ກາຍມາເປັນລູກຊາຍແຫ່ງຄວາມຫາຍະນະ! ຫຼັງຈາກທີ່ເຮັດບໍລິການໃຫ້ກັບເຮົາໃນມື້ນີ້, ພວກເຂົາທຸກຄົນຕ້ອງຈາກໄປ! ຢ່າຍ່າງໂຊເຊໃນເຮືອນຂອງເຮົາ; ຈົ່ງຢຸດການສວຍໂອກາດທີ່ໄຮ້ຢາງອາຍຢູ່ສະໝໍ່າສະເໝີຂອງເຈົ້າ! ຄົນທີ່ເປັນຂອງຊາຕານລ້ວນແລ້ວແຕ່ເປັນລູກຊາຍຂອງມານຮ້າຍ ແລະ ພິນາດຕະຫຼອດໄປ. ທຸກຄົນທີ່ທ້າທາຍເຮົາກໍຈະອອກຈາກຂ້າງກາຍຂອງເຮົາຢ່າງງຽບໆ ເພື່ອວ່າໄລຍະກ້າວໃນພາລະກິດຂອງເຮົາຈະຖຶກຂັດຂວາງໜ້ອຍລົງ ໂດຍບໍ່ມີການລົບກວນເພີ່ມເຕີ່ມ. ທຸກຄົນຈະຖືກດຳເນີນການຕາມການບັນຊາການຂອງເຮົາ ໂດຍບໍ່ມີອຸປະສັກ ຫຼື ການຂັດຂວາງ. ທຸກຄົນຈະລົ້ມລົງຕໍ່ໜ້າການຈ້ອງເບິ່ງຂອງເຮົາ ແລະ ຈະຖືກທຳລາຍດ້ວຍການເຜົາໄໝ້ຂອງເຮົາ. ສິ່ງນີ້ສະແດງເຖິງຄວາມມີລິດທານຸພາບສູງສຸດຂອງເຮົາ ແລະ ສະຕິປັນຍາທີ່ສົມບູນຂອງເຮົາ (ສິ່ງທີ່ເຮົາເຮັດໃນລູກຊາຍກົກຂອງເຮົາ). ເຮົາຈະເພີ່ມສະຫງ່າລາສີທີ່ຍິ່ງໃຫຍ່ຂຶ້ນໃຫ້ແກ່ນາມຂອງເຮົາ ແລະ ມັນຈະເພີ່ມສະຫງ່າລາສີທີ່ຍິ່ງໃຫຍ່ຂຶ້ນໃຫ້ແກ່ເຮົາ. ຈາກສິ່ງທີ່ເຮົາເຮັດ ແລະ ຈາກນໍ້າສຽງຂອງເຮົາ, ພວກເຈົ້າທຸກຄົນສາມາດເຫັນວ່າ ເຮົາໄດ້ສຳເລັດພາລະກິດທັງໝົດຂອງເຮົາໃນເຮືອນຂອງເຮົາ ແລະ ເຮົາເລີ່ມຫັນໄປຫາຊົນຊາດຕ່າງຊາດ. ເຮົາເລີ່ມຕົ້ນພາລະກິດຂອງເຮົາໃນທີ່ນັ້ນ ແລະ ປະຕິບັດບາດກ້າວຕໍ່ໄປຂອງພາລະກິດຂອງເຮົາ.

ພຣະທຳສ່ວນໃຫຍ່ຂອງເຮົາບໍ່ສອດຄ່ອງກັບແນວຄິດຂອງພວກເຈົ້າ, ແຕ່ຢ່າຈາກໄປ ລູກຊາຍຂອງເຮົາເອີຍ. ການທີ່ພວກມັນບໍ່ສອດຄ່ອງກັບແນວຄິດຂອງມະນຸດບໍ່ໄດ້ໝາຍຄວາມວ່າ ພວກມັນບໍ່ແມ່ນພຣະຄຳຂອງເຮົາ. ມັນຄືສິ່ງນີ້ແທ້ໆທີ່ພິສູດວ່າ ເຮົາກ່າວພຣະຄຳເຫຼົ່ານັ້ນຢ່າງແນ່ນອນ. ຖ້າພຣະທຳຂອງເຮົາສອດຄ່ອງກັບແນວຄິດຂອງມະນຸດ,​ ແລ້ວນັ້ນກໍຈະເປັນພາລະກິດຂອງວິນຍານຊົ່ວຮ້າຍ. ສະນັ້ນ ເຈົ້າຕ້ອງພະຍາຍາມຫຼາຍຂຶ້ນໃນພຣະທຳຂອງເຮົາ, ເຮັດສິ່ງທີ່ເຮົາເຮັດ ແລະ ຮັກສິ່ງທີ່ເຮົາຮັກ. ຍຸກສຸດທ້າຍນີ້ຍັງເປັນຍຸກທີ່ໄພພິບັດທັງໝົດເກີດຂຶ້ນອີກຄັ້ງ ແລະ ຍິ່ງໄປກວ່ານັ້ນ ມັນເປັນຍຸກທີ່ເຮົາກຳລັງເປີດເຜີຍອຸປະນິໄສທັງໝົດຂອງເຮົາ. ເມື່ອແກອັນບໍລິສັດຂອງເຮົາທັງໝົດເລີ່ມເປົ່າດັງຂຶ້ນ, ຜູ້ຄົນກໍຈະຢ້ານແທ້ໆ; ໃນເວລານັ້ນ ບໍ່ມີຜູ້ໃດກ້າເຮັດສິ່ງຊົ່ວຮ້າຍ, ແຕ່ກົງກັນຂ້າມ ພວກເຂົາຈະກົ້ມລົງຕໍ່ໜ້າເຮົາ, ຊື່ນຊົມສະຕິປັນຍາຂອງເຮົາ ແລະ ຄວາມມີລິດທານຸພາບສູງສຸດຂອງເຮົາ. ໃນທີ່ສຸດແລ້ວ ເຮົາແມ່ນພຣະເຈົ້າທີ່ມີສະຕິປັນຍາ! ຜູ້ໃດສາມາດໂຕ້ແຍ້ງເຮົາໄດ້? ແລ້ວຜູ້ໃດກ້າລຸກຂຶ້ນຕໍ່ສູ້ເຮົາ? ຜູ້ໃດກ້າບໍ່ຍອມຮັບສະຕິປັນຍາຂອງເຮົາ? ຜູ້ໃດກ້າບໍ່ຮູ້ຈັກຄວາມມີລິດທານຸພາບສູງສຸດຂອງເຮົາ? ເມື່ອພຣະວິນຍານຂອງເຮົາກຳລັງປະຕິບັດພາລະກິດທີ່ຍິ່ງໃຫຍ່ໃນທຸກຫົນແຫ່ງ, ທຸກຄົນກໍຮູ້ຈັກຄວາມມີລິດທານຸພາບສູງສຸດຂອງເຮົາ, ແຕ່ເປົ້າໝາຍຂອງເຮົາກໍຍັງບໍ່ໄດ້ຖືກບັນລຸ. ເຮົາຕ້ອງການໃຫ້ຜູ້ຄົນໄດ້ເຫັນເຖິງຄວາມມີລິດທານຸພາບສູງສຸດຂອງເຮົາ, ສະຕິປັນຍາຂອງເຮົາ ແລະ ສະຫງ່າລາສີຂອງຕົວຕົນຂອງເຮົາ ເຊິ່ງເປັນຜົນຕາມມາຈາກຄວາມໂກດຮ້າຍຂອງເຮົາ. (ທຸກສິ່ງເຫຼົ່ານີ້ຖືກສະແດງອອກໃນລູກຊາຍກົກ; ສິ່ງນີ້ເປັນຈິງຢ່າງແນ່ນອນ. ນອກຈາກພວກເຂົາແລ້ວ ບໍ່ມີຜູ້ໃດສາມາດເປັນສ່ວນໜຶ່ງໃນຕົວຕົນຂອງເຮົາ; ສິ່ງນີ້ຖືກເຮົາກຳນົດໄວ້). ໃນເຮືອນຂອງເຮົາແມ່ນມີຄວາມລຶກລັບທີ່ບໍ່ສິ້ນສຸດ ເຊິ່ງຜູ້ຄົນບໍ່ສາມາດຢັ່ງເຖິງໄດ້. ເມື່ອເຮົາເວົ້າອອກມາ, ຜູ້ຄົນກໍເວົ້າວ່າ ເຮົາໄຮ້ຄວາມປານີເກີນໄປ. ພວກເຂົາເວົ້າວ່າ ຫຼາຍຄົນຮັກເຮົາຈົນເຖິງລະດັບໃດໜຶ່ງແລ້ວ. ແລ້ວເປັນຫຍັງເຮົາຈຶ່ງຊີ້ແຈງວ່າ ຄົນເຫຼົ່ານີ້ເປັນເຊື້ອສາຍຂອງມັງກອນແດງຜູ້ຍິ່ງໃຫຍ່? ຍິ່ງໄປກວ່ານັ້ນ ເປັນຫຍັງເຮົາຈຶ່ງປະຖິ້ມພວກເຂົາເທື່ອລະຄົນ? ມັນຈະບໍ່ດີກວ່າບໍທີ່ຈະມີຫຼາຍຄົນຕື່ມຢູ່ໃນເຮືອນຂອງເຮົາ? ຢ່າງໃດກໍຕາມ ເຮົາສືບຕໍ່ປະຕິບັດໃນລັກສະນະນີ້. ບໍ່ສາມາດມີຕົວເລກທີ່ເຮົາໄດ້ກຳນົດລ່ວງໜ້າຫຼາຍກວ່າ ຫຼື ໜ້ອຍກວ່າແມ່ນແຕ່ຕົວເລກດຽວ. (ນີ້ແມ່ນບົດບັນຍັດການປົກຄອງຂອງເຮົາ. ບໍ່ພຽງແຕ່ມັນບໍ່ສາມາດຖືກປ່ຽນແປງໂດຍມະນຸດຄົນໃດ, ແມ່ນແຕ່ເຮົາເອງກໍບໍ່ສາມາດປ່ຽນແປງມັນໄດ້, ຍ້ອນເຮົາຕ້ອງບໍ່ຍອມຈຳນົນຕໍ່ໜ້າຊາຕານ. ສິ່ງນີ້ກໍພຽງພໍທີ່ຈະເຮັດໃຫ້ສະຕິປັນຍາ ແລະ ຄວາມສະຫງ່າຜ່າເຜີຍຂອງເຮົາປາກົດແຈ້ງ. ເຮົາຄືພຣະເຈົ້າອົງດຽວ. ມະນຸດກົ້ມລົງຕໍ່ໜ້າເຮົາ; ເຮົາບໍ່ຍອມຈຳນົນຕໍ່ໜ້າມະນຸດ). ນີ້ແມ່ນຈຸດທີ່ເຮັດໃຫ້ຊາຕານອັບອາຍຫຼາຍທີ່ສຸດແທ້ໆ. ມະນຸດທີ່ເຮົາໄດ້ຄັດເລືອກກໍລ້ວນແລ້ວແຕ່ຖ່ອມຕົນ, ອ່ອນນ້ອມ, ເຊື່ອຟັງ ແລະ ຊື່ສັດ ແລະ ພວກເຂົາສາມາດຮັບໃຊ້ເຮົາດ້ວຍຄວາມຖ່ອມຕົນ ແລະ ດ້ວຍຄວາມຕໍ່າຕ້ອຍ. (ຊາຕານປາຖະໜາທີ່ຈະໃຊ້ຂໍ້ແທ້ຈິງນີ້ເພື່ອເຮັດໃຫ້ເຮົາອັບອາຍ, ແຕ່ເຮົາເອົາຊະນະຊາຕານຄືນ). ໃນປະຊາຊົນເຫຼົ່ານີ້, ອຸປະນິໄສຂອງເຮົາຈຶ່ງສາມາດເຫັນໄດ້. ເມື່ອເຮົາກັບຄືນມາຫຼັງຈາກທີ່ໄດ້ຮັບໄຊຊະນະໃນການສູ້ຮົບ, ເຮົາຈະເຈີມລູກຊາຍກົກຂອງເຮົາໃຫ້ເປັນກະສັດໃນອານາຈັກຂອງເຮົາ ແລະ ມີແຕ່ເມື່ອນັ້ນ ເຮົາຈຶ່ງຈະເລີ່ມພັກຜ່ອນ, ຍ້ອນພວກເຂົາຈະປົກຄອງດັ່ງກະສັດຄຽງຂ້າງເຮົາ. ລູກຊາຍກົກຂອງເຮົາເປັນຕົວແທນໃຫ້ແກ່ເຮົາ ແລະ ພວກເຂົາສະແດງອອກເຖິງເຮົາ. ໃນການບໍລິການທີ່ຖ່ອມຕົນ ແລະ ຕໍ່າຕ້ອຍ, ພວກເຂົາຍອມຕໍ່ເຮົາ; ໃນຄວາມຊື່ສັດຂອງພວກເຂົາ, ພວກເຂົາປະຕິບັດພຣະທຳຂອງເຮົາ; ໃນຄວາມຊື່ສັດຂອງພວກເຂົາ, ພວກເຂົາເວົ້າທີ່ສິ່ງທີ່ເຮົາເວົ້າ; ແລະ ໃນຄວາມຖ່ອມຕົນຂອງພວກເຂົາ, ພວກເຂົານໍາສະຫງ່າລາສີມາສູ່ນາມຂອງເຮົາ (ບໍ່ແມ່ນດ້ວຍຄວາມອວດດີ ຫຼື ຄວາມໂຫດຮ້າຍ, ແຕ່ດ້ວຍຄວາມສະຫງ່າຜ່າເຜີຍ ແລະ ຄວາມໂກດຮ້າຍ). ລູກຊາຍກົກຂອງເຮົາເອີຍ! ມັນແມ່ນເວລາທີ່ຈະພິພາກສາໂລກຈັກກະວານ! ເຮົາມອບຄວາມມົງຄຸນໃຫ້ແກ່ພວກເຈົ້າ, ເຮົາມອບສິດອຳນາດໃຫ້ແກ່ພວກເຈົ້າ ແລະ ເຮົາໃຫ້ລາງວັນແກ່ພວກເຈົ້າດ້ວຍສ່ວນແບ່ງໃນພອນ! ທຸກສິ່ງຖືກເຮັດໃຫ້ສຳເລັດແລ້ວ ແລະ ມັນລ້ວນແລ້ວແຕ່ຖືກຄວບຄຸມ ແລະ ຈັດແຈງໂດຍພວກເຈົ້າ ຍ້ອນເຮົາເປັນພຣະບິດາຂອງພວກເຈົ້າ; ເຮົາເປັນເສົາທີ່ເຂັ້ມແຂງຂອງພວກເຈົ້າ, ເຮົາເປັນທີ່ກຳບັງຂອງພວກເຈົ້າ ແລະ ເຮົາເປັນຜູ້ສະໜັບສະໜູນຂອງພວກເຈົ້າ. ຍິ່ງໄປກວ່ານັ້ນ ເຮົາເປັນຜູ້ທີ່ມີລິດທານຸພາບສູງສຸດຂອງພວກເຈົ້າ; ເຮົາເປັນທຸກສິ່ງຂອງພວກເຈົ້າ! ທຸກສິ່ງຢູ່ໃນມືຂອງເຮົາ ແລະ ທຸກສິ່ງກໍຢູ່ໃນມືຂອງພວກເຈົ້າເຊັ່ນກັນ. ສິ່ງນີ້ບໍ່ໄດ້ລວມເຖິງແຕ່ມື້ນີ້ເທົ່ານັ້ນ, ແຕ່ຍັງລວມເຖິງມື້ວານ ແລະ ແມ່ນແຕ່ມື້ອື່ນ! ສິ່ງນີ້ບໍ່ມີຄ່າໃຫ້ສະເຫຼີມສະຫຼອງບໍ? ສິ່ງນີ້ບໍ່ມີຄ່າໃຫ້ພວກເຈົ້າຮ້ອງໂຮບໍ? ພວກເຈົ້າທຸກຄົນຮັບເອົາສ່ວນທີ່ພວກເຈົ້າສົມຄວນໄດ້ຮັບຈາກເຮົາ! ເຮົາມອບທຸກສິ່ງຂອງເຮົາໃຫ້ແກ່ພວກເຈົ້າ ໂດຍບໍ່ຮັກສາແມ່ນແຕ່ສ່ວນເລັກໜ້ອຍສຳລັບເຮົາເອງ ຍ້ອນຊັບສິນທັງໝົດຂອງເຮົາແມ່ນຂອງພວກເຈົ້າ ແລະ ຄວາມຮັ່ງມີຂອງເຮົາກໍມີໃຫ້ແກ່ພວກເຈົ້າ. ນີ້ຄືເຫດຜົນທີ່ເຮົາເວົ້າວ່າ “ມັນດີຫຼາຍ” ຫຼັງຈາກທີ່ໄດ້ສ້າງພວກເຈົ້າ.

ພວກເຈົ້າຮູ້ບໍວ່າຜູ້ໃດຊີ້ນໍາສິ່ງທີ່ພວກເຈົ້າເຮັດ, ຄິດ ແລະ ເວົ້າໃນມື້ນີ້? ແມ່ນຫຍັງຄືຈຸດປະສົງທີ່ຢູ່ເບື້ອງຫຼັງການກະທຳຂອງພວກເຈົ້າ? ເຮົາຂໍຖາມພວກເຈົ້າວ່າ: ພວກເຈົ້າເຂົ້າຮ່ວມງານດອງຂອງພຣະເມສານ້ອຍໄດ້ແນວໃດ? ມັນແມ່ນມື້ນີ້ບໍ? ຫຼື ມັນແມ່ນໃນອະນາຄົດ? ງານດອງຂອງພຣະເມສານ້ອຍແມ່ນຫຍັງ? ພວກເຈົ້າບໍ່ຮູ້ ແມ່ນບໍ? ດີ ແລ້ວເຮົາຈະອະທິບາຍມັນໃຫ້ແກ່ພວກເຈົ້າວ່າ: ເມື່ອເຮົາມາສູ່ໂລກມະນຸດ, ເຮົາໄດ້ຈັດແຈງຜູ້ຄົນ, ເລື່ອງ ແລະ ສິ່ງຂອງທຸກປະເພດເພື່ອຮັບໃຊ້ມະນຸດທີ່ເຮົາເປັນໃນມື້ນີ້. ບັດນີ້ເມື່ອທຸກສິ່ງໄດ້ສຳເລັດແລ້ວ ເຮົາກໍໂຍນຜູ້ໃຫ້ບໍລິການຖິ້ມ. ສິ່ງນີ້ກ່ຽວຂ້ອງຫຍັງກັບງານດອງ? ເມື່ອຜູ້ຄົນເຫຼົ່ານີ້ໃຫ້ບໍລິການແກ່ເຮົາ ນັ້ນກໍຄື ເມື່ອເຮົາຖືກສ້າງໃຫ້ເຂົ້າສູ່ພຣະເມສານ້ອຍ ເຮົາກໍຮູ້ສຶກເຖິງລົດຊາດຂອງງານດອງ. ເວົ້າອີກຢ່າງກໍຄື ຄວາມເຈັບປວດທັງໝົດທີ່ເຮົາໄດ້ທົນທຸກ, ທຸກສິ່ງທີ່ເຮົາໄດ້ເຮັດ, ທຸກສິ່ງທີ່ເຮົາໄດ້ເວົ້າ, ທຸກຄົນທີ່ເຮົາໄດ້ຜະເຊີນ ແລະ ທຸກສິ່ງທີ່ເຮົາໄດ້ເຮັດໃນຊົ່ວຊີວິດຂອງເຮົາແມ່ນປະກອບເປັນງານດອງ. ຫຼັງຈາກທີ່ມະນຸດທີ່ເຮົາເປັນໄດ້ຖືກເຈີມແລ້ວ, ພວກເຈົ້າກໍເລີ່ມຕິດຕາມເຮົາ (ແລະ ໃນເວລານີ້ ເຮົາກໍກາຍມາເປັນພຣະເມສານ້ອຍ); ສະນັ້ນ ພາຍໃຕ້ການນໍາພາຂອງເຮົາ ພວກເຈົ້າໄດ້ຜະເຊີນກັບຄວາມເຈັບປວດ ແລະ ໄພພິບັດທຸກລັກສະນະ, ຖືກໂລກປະຖິ້ມ ແລະ ໃສ່ຮ້າຍ, ຖືກຄອບຄົວປະຖິ້ມ ແລະ ດຳລົງຊີວິດຢູ່ພາຍໃຕ້ພອນຂອງເຮົາ. ທຸກສິ່ງເຫຼົ່ານີ້ແມ່ນສ່ວນຕ່າງໆຂອງງານດອງຂອງພຣະເມສານ້ອຍ. ເຮົາໃຊ້ຄຳວ່າ “ງານດອງ” ຍ້ອນທຸກສິ່ງທີ່ເຮົານໍາພາໃຫ້ພວກເຈົ້າເຮັດແມ່ນເພື່ອຈຸດປະສົງໃນການໄດ້ຮັບເອົາພວກເຈົ້າ. ເຖິງຢ່າງໃດກໍຕາມ ນີ້ແມ່ນພາກສ່ວນທັງໝົດຂອງງານລ້ຽງ. ໃນອະນາຄົດ ຫຼື ໃນປັດຈຸບັນ, ຄົນໃດໜຶ່ງສາມາດເວົ້າໄດ້ວ່າ ທຸກສິ່ງທີ່ພວກເຈົ້າໄດ້ຊື່ນຊົມ, ທຸກສິ່ງທີ່ພວກເຈົ້າໄດ້ຮັບ ແລະ ອຳນາດຂອງກະສັດທັງໝົດທີ່ພວກເຈົ້າມີຮ່ວມກັນກັບເຮົາແມ່ນສ່ວນໜຶ່ງຂອງງານລ້ຽງ. ຄວາມຮັກຂອງເຮົາມາເຖິງທຸກຄົນທີ່ຮັກເຮົາ. ຄົນທີ່ເຮົາຮັກຈະຄົງຢູ່ຕະຫຼອດໄປ, ຈະບໍ່ຖືກກຳຈັດຈັກເທື່ອ ແລະ ຈະຢູ່ພາຍໃນຄວາມຮັກຂອງເຮົາຕະຫຼອດໄປເປັນນິດ. ມັນຄົງຢູ່ຕະຫຼອດໄປ!

ກ່ອນນີ້: ບົດທີ 110

ຕໍ່ໄປ: ບົດທີ 107

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ພຣະດໍາລັດ 10 ຂໍ້ ທີ່ຄົນທີ່ພຣະເຈົ້າເລືອກຕ້ອງໄດ້ປະຕິບັດຕາມ ໃນຍຸກແຫ່ງອານາຈັກ

1.ມະນຸດບໍ່ຄວນສັນລະເສີນຕົວເອງ ຫຼື ຍົກຍ້ອງຕົວເອງ. ມະນຸດຄວນບູຊາ ແລະ ສັນລະເສີນຕໍ່ພຣະເຈົ້າ.2.ເຈົ້າຄວນປະຕິບັດສິ່ງໃດໜຶ່ງ...

ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້

ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດປະກອບດ້ວຍສອງສ່ວນ. ຄັ້ງທຳອິດ ພຣະອົງໄດ້ຊົງມາເປັນມະນຸດ, ຜູ້ຄົນບໍ່ເຊື່ອໃນພຣະອົງ ຫຼື ຮູ້ຈັກພຣະອົງ ແລະ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້