ບົດທີ 110

ເມື່ອທຸກສິ່ງຖືກເປີດເຜີຍອອກ, ນັ້ນຈະເປັນເວລາທີ່ເຮົາຈະພັກຜ່ອນ ແລະ ຍິ່ງໄປກວ່ານັ້ນ ມັນຈະເປັນເວລາທີ່ທຸກສິ່ງເປັນລະບົບລະບຽບ. ເຮົາປະຕິບັດພາລະກິດຂອງເຮົາດ້ວຍຕົວເຮົາເອງ; ເຮົາປັ້ນແຕ່ງ ແລະ ຈັດແຈງທຸກສິ່ງດ້ວຍຕົນເອງ. ເມື່ອເຮົາອອກມາຈາກຊີໂອນ ແລະ ເມື່ອເຮົາກັບຄືນມາ ແລະ ເມື່ອລູກຊາຍກົກຂອງເຮົາໄດ້ຖືກເຮົາເຮັດໃຫ້ສົມບູນ, ເຮົາກໍຈະໄດ້ສຳເລັດພາລະກິດທີ່ຍິ່ງໃຫຍ່ຂອງເຮົາແລ້ວ. ໃນແນວຄິດຂອງຜູ້ຄົນ ສິ່ງທີ່ເກີດຂຶ້ນຕ້ອງສາມາດເຫັນໄດ້ ແລະ ສຳຜັດໄດ້, ແຕ່ຕາມທີ່ເຮົາເຫັນນັ້ນ ທຸກສິ່ງຄົບຖ້ວນໃນຊ່ວງເວລາທີ່ເຮົາວາງແຜນໄວ້. ຊີໂອນແມ່ນບ່ອນຢູ່ອາໄສຂອງເຮົາ ແລະ ມັນຍັງເປັນຈຸດໝາຍປາຍທາງຂອງເຮົາ; ແມ່ນຢູ່ທີ່ນັ້ນທີ່ເຮົາຈະເປີດເຜີຍຄວາມລິດທານຸພາບສູງສຸດຂອງເຮົາ ແລະ ແມ່ນຢູ່ທີ່ນັ້ນທີ່ລູກຊາຍກົກຂອງເຮົາ ແລະ ເຮົາຈະຮ່ວມຄວາມສຸກນໍາກັນດັ່ງຄອບຄົວ. ແມ່ນຢູ່ທີ່ນັ້ນທີ່ເຮົາຈະດຳລົງຊີວິດຢູ່ກັບພວກເຂົາຕະຫຼອດໄປເປັນນິດ. ຊີໂອນ ສະຖານທີ່ສວຍງາມ ເຊິ່ງເປັນບ່ອນທີ່ຜູ້ຄົນປາຖະໜາຫາ. ຜູ້ຄົນນັບຈຳນວນບໍ່ຖ້ວນປາຖະໜາທີ່ຈະໄປທີ່ຊີໂອນຕະຫຼອດຍຸກຕ່າງໆ, ແຕ່ນັບຈາກເລີ່ມຕົ້ນ ບໍ່ມີແມ່ນແຕ່ຄົນດຽວທີ່ໄດ້ເຂົ້າໄປ. (ບໍ່ມີແມ່ນແຕ່ໄພ່ພົນ ແລະ ຜູ້ປະກາດພຣະທຳຄົນໃດຈາກຍຸກຕ່າງໆໃນອະດີດເຄີຍເຂົ້າໄປໃນຊີໂອນ; ນີ້ກໍຍ້ອນເຮົາກຳລັງຄັດເລືອກລູກຊາຍກົກຂອງເຮົາໃນຍຸກສຸດທ້າຍ ແລະ ພວກເຂົາທຸກຄົນກໍເກີດໃນເວລານີ້; ຜ່ານທາງສິ່ງນີ້ ຄວາມເມດຕາຂອງເຮົາ ແລະ ຄວາມກະລຸນາຂອງເຮົາ ເຊິ່ງເຮົາໄດ້ກ່າວເຖິງ ແມ່ນຈະຊັດເຈນຍິ່ງຂຶ້ນ). ທຸກຄົນທີ່ເປັນລູກຊາຍກົກໃນຕອນນີ້ຈະເຂົ້າສູ່ຊີໂອນພ້ອມກັບເຮົາ ແລະ ມີຄວາມສຸກກັບພອນນັ້ນ. ເຮົາກຳລັງຍົກລະດັບລູກຊາຍກົກຂອງເຮົາຈົນເຖິງລະດັບໃດໜຶ່ງ ເພາະພວກເຂົາມີຄວາມສາມາດຂອງເຮົາ ແລະ ຮູບລັກສະນະທີ່ມີສະຫງ່າລາສີຂອງເຮົາ ແລະ ເພາະພວກເຂົາສາມາດເປັນພະຍານໃຫ້ແກ່ເຮົາ, ຖວາຍສະຫງ່າລາສີແກ່ເຮົາ ແລະ ດຳລົງຊີວິດຢູ່ໃນຕົວເຮົາ. ຍິ່ງໄປກວ່ານັ້ນ ພວກເຂົາສາມາດເອົາຊະນະຊາຕານ ແລະ ເຮັດໃຫ້ມັງກອນຜູ້ຍິ່ງໃຫຍ່ອັບອາຍ. ນີ້ກໍຍ້ອນລູກຊາຍກົກຂອງເຮົາເປັນຍິງສາວທີ່ບໍລິສຸດແທ້ໆ; ພວກເຂົາເປັນຄົນທີ່ເຮົາຮັກ ແລະ ພວກເຂົາເປັນຄົນທີ່ເຮົາໄດ້ເລືອກ ແລະ ຮັກໄຄ່. ເຫດຜົນທີ່ເຮົາຍົກລະດັບພວກເຂົາກໍຄື ພວກເຂົາສາມາດຢືນຢູ່ໃນຕໍາແໜ່ງຂອງພວກເຂົາເອງ ແລະ ສາມາດຮັບໃຊ້ເຮົາຢ່າງຖ່ອມຕົນ ແລະ ໂດຍບໍ່ເປັນທີ່ຮູ້ຈັກ ແລະ ເປັນພະຍານທີ່ມີພະລັງໃຫ້ແກ່ເຮົາ. ເຮົາໄດ້ເສຍສະຫຼະກຳລັງທັງໝົດຂອງເຮົາກັບລູກຊາຍກົກ ແລະ ເຮົາໄດ້ຈັດແຈງຜູ້ຄົນ, ເຫດການ ແລະ ສິ່ງຂອງທຸກປະເພດສຳລັບການບໍລິການຂອງພວກເຂົາຢ່າງລະມັດລະວັງ. ໃນທີ່ສຸດແລ້ວ ເຮົາຈະເຮັດໃຫ້ທຸກຄົນໄດ້ເຫັນເຖິງສະຫງ່າລາສີຂອງເຮົາຢ່າງສົມບູນຜ່ານທາງລູກຊາຍກົກຂອງເຮົາ ແລະ ເຮົາຈະເຮັດໃຫ້ທຸກຄົນເຊື່ອໃນຕົວເຮົາຢ່າງສົມບູນ ຍ້ອນພວກເຂົາ. ເຮົາຈະບໍ່ບັງຄັບມານຮ້າຍ ແລະ ເຮົາບໍ່ຢ້ານຄວາມດຸຮ້າຍຂອງພວກເຂົາ ຫຼື ຄວາມເລິນເລີ້ຂອງພວກເຂົາ ຍ້ອນເຮົາມີພະຍານ ແລະ ເຮົາມີສິດອຳນາດໃນມືຂອງເຮົາ. ບັດນີ້ ຈົ່ງຟັງເຮົາ ຄົນທີ່ເປັນພັກພວກຂອງຊາຕານເອີຍ! ເປົ້າໝາຍທີ່ຢູ່ເບື້ອງຫຼັງພຣະທຳທຸກຂໍ້ທີ່ເຮົາໄດ້ກ່າວອອກມາ ແລະ ທຸກສິ່ງທີ່ເຮົາເຮັດແມ່ນເພື່ອເຮັດໃຫ້ລູກຊາຍກົກຂອງເຮົາສົມບູນ. ສະນັ້ນ ເຈົ້າຕ້ອງເອົາໃຈໃສ່ຄຳສັ່ງຂອງເຮົາ ແລະ ເຊື່ອຟັງລູກຊາຍກົກຂອງເຮົາ; ບໍ່ດັ່ງນັ້ນ ເຮົາຈະຈັດການກັບເຈົ້າໂດຍເຮັດໃຫ້ເຈົ້າທົນທຸກກັບຄວາມຫາຍະນະໃນທັນທີ! ລູກຊາຍກົກຂອງເຮົາໄດ້ເລີ່ມຕົ້ນປະຕິບັດບົດບັນຍັດການປົກຄອງຂອງເຮົາແລ້ວ ເພາະພວກເຂົາເປັນຄົນດຽວທີ່ສົມຄວນແກ່ການດຳລົງບັນລັງຂອງເຮົາ; ເຮົາໄດ້ເຈີມພວກເຂົາແລ້ວ. ຄົນທີ່ບໍ່ຍອມຕໍ່ລູກຊາຍກົກຂອງເຮົາແມ່ນບໍ່ມີປະໂຫຍດຢ່າງແນ່ນອນ ແລະ ຖືກມັງກອນແດງຜູ້ຍິ່ງໃຫຍ່ສົ່ງມາເພື່ອກໍ່ກວນແຜນການຄຸ້ມຄອງເຮົາໂດຍບໍ່ຕ້ອງສົງໄສ. ຄົນຊົ່ວຮ້າຍດັ່ງກ່າວຈະຖືກຂັບໄລ່ອອກຈາກເຮືອນຂອງເຮົາໂດຍທັນທີ. ເຮົາບໍ່ຕ້ອງການສິ່ງຂອງປະເພດດັ່ງກ່າວເພື່ອໃຫ້ບໍລິການແກ່ເຮົາ; ພວກເຂົາຈະພົບພໍ້ກັບຄວາມພິນາດຕະຫຼອດໄປ ແລະ ພວກເຂົາຈະພົບພໍ້ກັບມັນໃນໄວໆນີ້ ໂດຍບໍ່ຕ້ອງຊັກຊ້າ! ຄົນທີ່ໃຫ້ບໍລິການແກ່ເຮົາຕ້ອງໄດ້ຮັບການຮອງຮັບຈາກເຮົາແລ້ວ; ພວກເຂົາຕ້ອງເຊື່ອຟັງໂດຍບໍ່ຕ້ອງກັງວົນກ່ຽວກັບລາຄາທີ່ພວກເຂົາອາດຕ້ອງໄດ້ຈ່າຍ. ຖ້າພວກເຂົາກະບົດ, ແລ້ວພວກເຂົາກໍບໍ່ສົມຄວນທີ່ຈະໃຫ້ບໍລິການແກ່ເຮົາ; ເຮົາບໍ່ຕ້ອງການສິ່ງຖືກສ້າງດັ່ງກ່າວ. ພວກເຂົາຄວນຟ້າວອອກໄປຈາກທີ່ນີ້; ເຮົາບໍ່ຕ້ອງການພວກເຂົາເດັດຂາດ! ເຈົ້າຕ້ອງຊັດເຈນກ່ຽວກັບສິ່ງນີ້ໃນຕອນນີ້! ຄົນທີ່ໃຫ້ບໍລິການແກ່ເຮົາຕ້ອງເຮັດໃຫ້ດີ ແລະ ບໍ່ກໍ່ບັນຫາຫຍັງ. ຖ້າເຈົ້າຮູ້ສຶກວ່າເຈົ້າບໍ່ມີຄວາມຫວັງ ແລະ ເລີ່ມກໍ່ບັນຫາ, ແລ້ວເຮົາຈະຈັດການກັບເຈົ້າໂດຍບໍ່ລັງເລ! ພວກເຈົ້າເຫຼົ່ານັ້ນທີ່ໃຫ້ບໍລິການແກ່ເຮົາຊັດເຈນກ່ຽວກັບເລື່ອງນັ້ນບໍ? ນີ້ແມ່ນບົດບັນຍັດການປົກຄອງຂອງເຮົາ.

ການເປັນພະຍານໃຫ້ແກ່ເຮົາແມ່ນໜ້າທີ່ຂອງລູກຊາຍກົກຂອງເຮົາ ສະນັ້ນ ເຮົາບໍ່ໄດ້ຮຽກຮ້ອງໃຫ້ພວກເຈົ້າເຮັດຫຍັງເພື່ອເຮົາ; ເຮົາຈະພໍໃຈຕາບໃດທີ່ພວກເຈົ້າປະຕິບັດໜ້າທີ່ຂອງພວກເຈົ້າຢ່າງຖືກຕ້ອງ ແລະ ມີຄວາມສຸກກັບພອນທີ່ເຮົາປະທານໃຫ້ແກ່ພວກເຈົ້າ. ເມື່ອເຮົາເດີນທາງທົ່ວຈັກກະວານທັງປວງ ແລະ ສຸດປາຍແຜ່ນດິນໂລກ, ເຮົາໄດ້ຄັດເລືອກເອົາລູກຊາຍກົກຂອງເຮົາ ແລະ ເຮັດໃຫ້ພວກເຂົາສົມບູນ. ນີ້ແມ່ນສິ່ງທີ່ເຮົາໄດ້ສຳເລັດກ່ອນທີ່ເຮົາສ້າງໂລກ; ບໍ່ມີຜູ້ໃດທ່າມກາງມະນຸດຊາດຮູ້ຈັກເຖິງເລື່ອງນີ້, ແຕ່ພາລະກິດຂອງເຮົາຖືກບັນລຸຢ່າງງຽບໆ. ຂໍ້ແທ້ຈິງນີ້ບໍ່ສອດຄ່ອງກັບແນວຄິດຂອງມະນຸດ! ເຖິງຢ່າງໃດກໍຕາມ ຂໍ້ແທ້ຈິງກໍແມ່ນຂໍ້ແທ້ຈິງ ແລະ ບໍ່ມີຜູ້ໃດສາມາດປ່ຽນແປງພວກມັນໄດ້. ມານຮ້າຍທັງໃຫຍ່ ແລະ ນ້ອຍກໍໄດ້ເປີດເຜີຍຮູບຮ່າງທີ່ແທ້ຈິງຂອງພວກມັນຜ່ານທາງການທໍາທ່າຂອງພວກມັນ ແລະ ຕົກຢູ່ພາຍໃຕ້ການຂ້ຽນຕີຂອງເຮົາໃນຫຼາຍໆລະດັບ. ມີບາດກ້າວໃນພາລະກິດຂອງເຮົາ ແລະ ມີສະຕິປັນຍາໃນພຣະທຳຂອງເຮົາ. ຈາກການກະທຳ ແລະ ພຣະທຳຂອງເຮົາ, ພວກເຈົ້າໄດ້ເຫັນຫຍັງບໍ? ເຮົາພຽງແຕ່ເຮັດ ແລະ ເວົ້າສິ່ງຕ່າງໆບໍ? ພຣະທຳຂອງເຮົາເປັນສິ່ງທີ່ຮຸນແຮງ, ໃຫ້ການພິພາກສາ ຫຼື ປອບໃຈບໍ? ສິ່ງນັ້ນແມ່ນງ່າຍດາຍເກີນໄປຫຼາຍ, ແຕ່ສຳລັບມະນຸດຊາດແລ້ວ ການເຫັນສິ່ງນີ້ກໍເປັນພຽງເລື່ອງງ່າຍເທົ່ານັ້ນ. ບໍ່ໄດ້ມີພຽງແຕ່ສະຕິປັນຍາ, ການພິພາກສາ, ຄວາມຊອບທຳ, ຄວາມສະຫງ່າຜ່າເຜີຍ ແລະ ການປອບໃຈໃນພຣະທຳຂອງເຮົາເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ພວກມັນມີສິ່ງທີ່ເຮົາມີ ແລະ ເປັນ. ພຣະທຳທຸກຂໍ້ຂອງເຮົາແມ່ນຄວາມລຶກລັບທີ່ບໍ່ສາມາດຖືກເປີດເຜີຍໄດ້ໂດຍມະນຸດຊາດ; ພຣະທຳຂອງເຮົາແມ່ນບໍ່ສາມາດຢັ່ງຮູ້ໄດ້ຢ່າງທີ່ສຸດ ແລະ ເຖິງແມ່ນວ່າຄວາມລຶກລັບໄດ້ຖືກເປີດເຜີຍ, ພວກມັນກໍຍັງຢູ່ນອກກອບຈິນຕະນາການ ແລະ ຄວາມເຂົ້າໃຈຂອງມະນຸດຊາດ ໂດຍອີງຕາມຄວາມສາມາດຂອງມະນຸດຊາດ. ພຣະທຳທີ່ເຮົາເຂົ້າໃຈໄດ້ຢ່າງງ່າຍດາຍທີ່ສຸດແມ່ນສິ່ງທີ່ຫຍຸ້ງຍາກທີ່ສຸດທີ່ຜູ້ຄົນຈະເຂົ້າໃຈ, ສະນັ້ນ ຄວາມແຕກຕ່າງລະຫວ່າງເຮົາ ແລະ ພວກເຂົາຈຶ່ງຄືກັບຄວາມແຕກຕ່າງລະຫວ່າງສະຫວັນ ແລະ ແຜ່ນດິນໂລກ. ນີ້ຄືເຫດຜົນທີ່ເຮົາຕ້ອງການປ່ຽນແປງຮູບຮ່າງຂອງລູກຊາຍກົກຂອງເຮົາຢ່າງສົມບູນ ແລະ ເຮັດໃຫ້ພວກເຂົາເຂົ້າສູ່ຮ່າງກາຍຢ່າງສິ້ນເຊີງ. ໃນອະນາຄົດ, ພວກເຂົາຈະບໍ່ພຽງແຕ່ເຂົ້າສູ່ຮ່າງກາຍຈາກເນື້ອໜັງ, ແຕ່ພວກເຂົາຈະປ່ຽນແປງຮູບຮ່າງຂອງພວກເຂົາຈົນເຖິງລະດັບທີ່ແຕກຕ່າງກັນອອກໄປ ໃນຂະນະທີ່ຢູ່ພາຍໃນເນື້ອໜັງ. ນີ້ແມ່ນແຜນການຂອງເຮົາ. ມັນແມ່ນສິ່ງທີ່ມະນຸດບໍ່ສາມາດເຮັດໄດ້; ພວກເຂົາບໍ່ມີທາງເຮັດມັນໄດ້ຢ່າງແນ່ນອນ. ສະນັ້ນ ເຖິງແມ່ນວ່າເຮົາໄດ້ອະທິບາຍສິ່ງນີ້ໃຫ້ກັບພວກເຈົ້າຢ່າງລະອຽດ, ພວກເຈົ້າກໍຍັງຈະບໍ່ເຂົ້າໃຈ; ພວກເຈົ້າພຽງແຕ່ສາມາດເຂົ້າສູ່ຄວາມຮູ້ສຶກເຖິງສິ່ງທີ່ເໜືອທຳມະຊາດ. ນີ້ກໍເພາະເຮົາເປັນພຣະເຈົ້າທີ່ມີສະຕິປັນຍາ.

ເມື່ອພວກເຈົ້າໄດ້ເຫັນເຖິງຄວາມລຶກລັບ, ພວກເຈົ້າທຸກຄົນກໍມີປະຕິກິລິຍາຕອບໂຕ້ດ້ວຍວິທີການບາງຢ່າງ. ເຖິງແມ່ນວ່າ ໃນສ່ວນເລິກ ພວກເຈົ້າບໍ່ຍອມຮັບ ຫຼື ຮັບຮູ້ຄວາມລຶກລັບເຫຼົ່ານີ້, ພວກເຈົ້າກໍຮັບຮູ້ພວກມັນທາງຄຳເວົ້າ. ຜູ້ຄົນແບບນີ້ແມ່ນຫຼອກລວງທີ່ສຸດ ແລະ ເມື່ອເຮົາເປີດເຜີຍຄວາມລຶກລັບ ເຮົາກໍຈະກຳຈັດ ແລະ ປະຖິ້ມພວກເຂົາເທື່ອລະຄົນ. ເຖິງຢ່າງໃດກໍຕາມ ທຸກສິ່ງທີ່ເຮົາເຮັດແມ່ນເກີດຂຶ້ນຕາມບາດກ້າວ. ເຮົາບໍ່ເຮັດສິ່ງຕ່າງໆຢ່າງຮີບດ່ວນ ຫຼື ເຮົາບໍ່ໄດ້ດ່ວນສະຫຼຸບຢ່າງຕາບອດ; ນີ້ກໍເພາະເຮົາມີອຸປະນິໄສທີ່ສັກສິດ. ຜູ້ຄົນບໍ່ສາມາດໄດ້ຮັບມຸມມອງທີ່ຊັດເຈນຢ່າງແນ່ນອນ ກ່ຽວກັບສິ່ງທີ່ເຮົາກຳລັງເຮັດໃນປັດຈຸບັນ ຫຼື ກ່ຽວກັບສິ່ງທີ່ເຮົາຈະເຮັດໃນບາດກ້າວຕໍ່ໄປ. ມີແຕ່ເມື່ອເຮົາກ່າວເຖິງພຣະທຳໃນໜຶ່ງບາດກ້າວ, ວິທີການທີ່ເຮົາປະຕິບັດພາລະກິດຈຶ່ງເຄື່ອນໄປຂ້າງໜ້າກັບເຮົາໜຶ່ງບາດກ້າວ. ທຸກສິ່ງເກີດຂຶ້ນພາຍໃນພຣະທຳຂອງເຮົາ ແລະ ທຸກສິ່ງຖືກເປີດເຜີຍພາຍໃນພຣະທຳຂອງເຮົາ, ສະນັ້ນ ບໍ່ຄວນມີໃຜໃຈຮ້ອນ; ການໃຫ້ບໍລິການກັບເຮົາກໍພຽງພໍຢ່າງເໝາະສົມແລ້ວ. ກ່ອນໜ້າຍຸກຕ່າງໆ, ເຮົາໄດ້ທຳນາຍກ່ຽວກັບຕົ້ນໝາກເດື່ອ, ແຕ່ຕະຫຼອດຍຸກຕ່າງເປັນຕົ້ນມາ, ບໍ່ມີຜູ້ໃດໄດ້ເຫັນຕົ້ນໝາກເດື່ອ ແລະ ບໍ່ມີຜູ້ໃດສາມາດອະທິບາຍມັນໄດ້ ແລະ ເຖິງແມ່ນວ່າຄຳເວົ້າເຫຼົ່ານີ້ຖືກກ່າວເຖິງໃນການສັນລະເສີນກ່ອນໜ້ານີ້, ບໍ່ມີຜູ້ໃດຮູ້ຈັກຄວາມໝາຍທີ່ແທ້ຈິງຂອງພວກມັນ. ຄຳເວົ້າເຫຼົ່ານີ້ເຮັດໃຫ້ຜູ້ຄົນສັບສົນ ເຊັ່ນດຽວກັບວະລີ “ໄພພິບັດທີ່ຍິ່ງໃຫຍ່” ແລະ ສິ່ງນີ້ກໍ່ໃຫ້ເກີດຄວາມລຶກລັບທີ່ເຮົາບໍ່ເຄີຍເປີດເຜີຍໃຫ້ແກ່ມະນຸດຊາດ. ຜູ້ຄົນຄິດວ່າ ຕົ້ນໝາກເດື່ອອາດຈະເປັນຕົ້ນໄມ້ຊະນິດດີຂອງຕົ້ນໄມ້ກິນໝາກ ຫຼື ບາງເທື່ອ ເມື່ອວິເຄາະເລິກລົງໄປອີກໜຶ່ງບາດກ້າວ ມັນໝາຍເຖິງໄພ່ພົນ, ເຖິງຢ່າງໃດກໍຕາມ ພວກເຂົາກໍຍັງຢູ່ຫ່າງໄກຈາກຄວາມໝາຍທີ່ແທ້ຈິງຂອງພຣະທຳເຫຼົ່ານີ້ຫຼາຍ. ເຮົາຈະບອກມັນໃຫ້ກັບພວກເຈົ້າ ເມື່ອເຮົາເປີດໜັງສືມ້ວນຂອງເຮົາໃນຍຸກສຸດທ້າຍ. (“ໜັງສືມ້ວນ” ໝາຍເຖິງພຣະທຳທຸກຂໍ້ທີ່ເຮົາໄດ້ກ່າວ ນັ້ນກໍຄື ພຣະທຳຂອງເຮົາທີ່ຢູ່ໃນຍຸກສຸດທ້າຍ; ມັນມີພຣະທຳທຸກຢ່າງ). “ຕົ້ນໝາກເດື່ອ” ໝາຍເຖິງບົດບັນຍັດການປົກຄອງຂອງເຮົາ ນັ້ນກໍຄື ບົດບັນຍັດການປົກຄອງທຸກຂໍ້. ແຕ່ນີ້ເປັນພຽງສ່ວນໜຶ່ງຂອງສິ່ງທີ່ມັນໝາຍເຖິງ. ການແຕກໜໍ່ຂອງຕົ້ນໝາກເດື່ອໝາຍເຖິງການທີ່ເຮົາເລີ່ມຕົ້ນປະຕິບັດພາລະກິດ ແລະ ກ່າວດ້ວຍເນື້ອໜັງ, ແຕ່ບົດບັນຍັດການປົກຄອງຂອງເຮົາຍັງບໍ່ໄດ້ເປັນທີ່ຮູ້ຈັກເທື່ອ (ແລະ ນີ້ກໍຍ້ອນວ່າ ໃນເວລານັ້ນ ພະຍານສຳລັບນາມຂອງເຮົາຍັງບໍ່ທັນໄດ້ເກີດເທື່ອ ແລະ ບໍ່ມີຜູ້ໃດຮູ້ຈັກເຖິງບົດບັນຍັດການປົກຄອງຂອງເຮົາ). ເມື່ອນາມຂອງເຮົາໄດ້ຮັບການເປັນພະຍານ ແລະ ຖືກເຜີຍແຜ່, ເມື່ອມັນໄດ້ຮັບການສັນລະເສີນຈາກທຸກຄົນ ແລະ ເມື່ອບົດບັນຍັດການປົກຄອງຂອງເຮົາບັນລຸຜົນ, ນັ້ນຈະເປັນເວລາທີ່ຕົ້ນໝາກເດື່ອອອກໝາກ. ນີ້ແມ່ນການອະທິບາຍຢ່າງຄົບຖ້ວນ ໂດຍບໍ່ມີຫຍັງລະເລີຍໄປ; ທຸກສິ່ງແມ່ນຖືກເປີດເຜີຍໃນທີ່ນີ້. (ເຮົາເວົ້າສິ່ງນີ້ ເພາະໃນພຣະທຳກ່ອນໜ້ານີ້ຂອງເຮົາ ມີສ່ວນໜຶ່ງທີ່ເຮົາຍັງບໍ່ທັນໄດ້ເປີດເຜີຍຢ່າງສົມບູນເທື່ອ; ສະນັ້ນ ພວກເຈົ້າຈຶ່ງຈຳເປັນຕ້ອງລໍຖ້າ ແລະ ສະແຫວງຫາຢ່າງອົດທົນ).

ເມື່ອເຮົາເຮັດໃຫ້ລູກຊາຍກົກສົມບູນ, ເຮົາຈະເປີດເຜີຍສະຫງ່າລາສີຂອງເຮົາຢ່າງສົມບູນ ແລະ ການປາກົດຕົວຢ່າງຄົບຖ້ວນຂອງເຮົາຕໍ່ໂລກຈັກກະວານ. ສິ່ງນີ້ຈະເກີດຂຶ້ນໃນຮ່າງກາຍ ແລະ ມັນຈະຢູ່ເໜືອທຸກຄົນ, ໃນຕົວຕົນຂອງເຮົາເອງ; ມັນຈະຢູ່ເທິງພູຊີໂອນຂອງເຮົາ ແລະ ໃນສະຫງ່າລາສີຂອງເຮົາ ແລະ ໂດຍສະເພາະແລ້ວ ມັນຈະເກີດຂຶ້ນໃນທ່າມກາງສຽງຮ້ອງໂຮ່ແຫ່ງການສັນລະເສີນ. ຍິ່ງໄປກວ່ານັ້ນ ສັດຕູຂອງເຮົາຈະຖອຍຈາກບໍລິເວນອ້ອມຂ້າງເຮົາ, ລົງສູ່ຂຸມເລິກທີ່ບໍ່ສິ້ນສຸດ ແລະ ທະເລສາບແຫ່ງໄຟ ແລະ ມາດ. ສິ່ງທີ່ຜູ້ຄົນໃນມື້ນີ້ສາມາດຈິນຕະນາການໄດ້ແມ່ນມີຈຳກັດ ແລະ ບໍ່ສອດຄ່ອງກັບເຈດຕະນາເດີມຂອງເຮົາ; ນີ້ຄືເຫດຜົນທີ່ເຮົາແນໃສ່ແນວຄິດ ແລະ ຄວາມຄິດຂອງຜູ້ຄົນໃນທຸກມື້ທີ່ເຮົາເວົ້າ. ມື້ທີ່ສິ່ງທີ່ເຮົາເວົ້າຈະສອດຄ່ອງກັບພວກເຈົ້າໄດ້ຢ່າງສິ້ນເຊີງຈະມາເຖິງ (ມື້ທີ່ເຂົ້າສູ່ຮ່າງກາຍ) ແລະ ພວກເຈົ້າຈະບໍ່ຕໍ່ຕ້ານອີກບໍ່ວ່າຫຍັງກໍຕາມ. ໃນເວລານັ້ນ ພວກເຈົ້າຈະບໍ່ມີຄວາມຄິດຂອງພວກເຈົ້າອີກຕໍ່ໄປ ແລະ ຫຼັງຈາກນັ້ນ ເຮົາຈະເຊົາກ່າວພຣະຄຳ. ໃນຂະນະທີ່ພວກເຈົ້າບໍ່ມີຄວາມຄິດຂອງພວກເຈົ້າເອງອີກຕໍ່ໄປ, ເຮົາຈະພຽງແຕ່ສ່ອງແສງສະຫວ່າງໃຫ້ແກ່ພວກເຈົ້າໂດຍກົງ, ສິ່ງນີ້ແມ່ນພອນທີ່ຈະໄດ້ຮັບໂດຍລູກຊາຍກົກ ແລະ ມັນຈະເກີດຂຶ້ນ ເມື່ອພວກເຂົາປົກຄອງຄຽງຂ້າງເຮົາດັ່ງກະສັດ. ມະນຸດບໍ່ເຊື່ອໃນສິ່ງທີ່ພວກເຂົາບໍ່ສາມາດຈິນຕະນາການໄດ້ ແລະ ເຖິງແມ່ນວ່າມີບາງຄົນທີ່ເຊື່ອ, ພວກເຂົາກໍພຽງແຕ່ເຊື່ອ ເນື່ອງຈາກໄດ້ຮັບການສ່ອງແສງສະຫວ່າງໂດຍເຮົາ. ບໍ່ດັ່ງນັ້ນກໍຈະບໍ່ມີຜູ້ໃດເຊື່ອ ແລະ ນີ້ເປັນສິ່ງທີ່ຕ້ອງໄດ້ປະສົບ. (ຫາກບໍ່ໄດ້ຜ່ານບາດກ້າວນີ້, ລິດອຳນາດທີ່ຍິ່ງໃຫຍ່ຂອງເຮົາຈະບໍ່ສາມາດຖືກເປີດເຜີຍໄດ້ ແລະ ນີ້ກໍໝາຍຄວາມວ່າ ຜ່ານການກ່າວພຣະທຳຂອງເຮົາເທົ່ານັ້ນ ເຮົາຈຶ່ງກຳຈັດແນວຄິດຂອງຜູ້ຄົນອອກຈາກຕົວພວກເຂົາ. ບໍ່ມີຜູ້ໃດອີກແລ້ວທີ່ສາມາດປະຕິບັດພາລະກິດນີ້ໄດ້ ແລະ ບໍ່ມີຜູ້ໃດສາມາດແທນເຮົາໄດ້. ເຮົາເປັນຜູ້ດຽວທີ່ສາມາດເຮັດໃຫ້ມັນສຳເລັດໄດ້; ເຖິງຢ່າງໃດກໍຕາມ ສິ່ງນັ້ນກໍບໍ່ໄດ້ຄົບຖ້ວນ. ເຮົາຕ້ອງປະຕິບັດພາລະກິດນີ້ຜ່ານມະນຸດຊາດ). ຜູ້ຄົນຮູ້ສຶກໄດ້ຮັບພະລັງ ຫຼັງຈາກທີ່ໄດ້ຍິນພຣະທຳຂອງເຮົາ, ແຕ່ໃນທີ່ສຸດແລ້ວ ພວກເຂົາທຸກຄົນກໍຖອຍອອກ. ພວກເຂົາບໍ່ສາມາດເຮັດຫຍັງໄດ້ ນອກຈາກຖອຍອອກ. ໃນຂະນະດຽວກັນນັ້ນໄດ້ມີຄວາມລຶກລັບທີ່ມະນຸດບໍ່ສາມາດເຂົ້າໃຈໄດ້. ບໍ່ມີຜູ້ໃດສາມາດຈິນຕະນາການເຖິງສິ່ງທີ່ຈະເກີດຂຶ້ນ ແລະ ເຮົາຈະອະນຸຍາດໃຫ້ພວກເຈົ້າໄດ້ເຫັນສິ່ງນີ້ໃນສິ່ງທີ່ເຮົາເປີດເຜີຍ. ຜ່ານສິ່ງນັ້ນ ຄວາມໝາຍທີ່ແທ້ຈິງຂອງພຣະທຳເຫຼົ່ານີ້ຂອງເຮົາຈະຊັດແຈ້ງ: “ເຮົາຈະຖອນຮາກທຸກຄົນທີ່ບໍ່ເໝາະສົມໃຫ້ເຮົານໍາໃຊ້”. ລູກຊາຍກົກຂອງເຮົາມີການສະແດງອອກທີ່ຫຼາກຫຼາຍ ເຊັ່ນດຽວກັບສັດຕູຂອງເຮົາ. ພວກເຂົາທຸກຄົນຈະຖືກເປີດເຜີຍແກ່ພວກເຈົ້າເທື່ອລະຄົນ. ໃຫ້ຈື່ໄວ້! ຜູ້ໃດກໍຕາມນອກຈາກລູກຊາຍກົກແມ່ນມີພາລະກິດຂອງວິນຍານຊົ່ວຮ້າຍ; ພວກເຂົາທຸກຄົນເປັນລູກນ້ອງຂອງຊາຕານ. (ໃນອີກບໍ່ດົນ ພວກເຂົາກໍຈະຖືກເປີດເຜີຍເທື່ອລະຄົນ, ແຕ່ມີບາງຄົນທີ່ຈຳເປັນຕ້ອງໃຫ້ບໍລິການຈົນເຖິງທີ່ສຸດ ແລະ ມີຄົນອື່ນອີກທີ່ພຽງແຕ່ຈຳເປັນຕ້ອງໃຫ້ບໍລິການໃນຊ່ວງເວລາໃດໜຶ່ງ). ພາຍໃຕ້ພາລະກິດແຫ່ງພຣະທຳຂອງເຮົາ, ທຸກຄົນຈະສະແດງຮູບຮ່າງທີ່ແທ້ຈິງຂອງພວກເຂົາອອກມາ.

ທຸກຊົນຊາດ, ທຸກຫົນແຫ່ງ ແລະ ທຸກນິກາຍໄດ້ຮັບຄວາມຮັ່ງມີຈາກນາມຂອງເຮົາ. ເພາະໄພພິບັດກຳລັງກໍ່ຕົວໃນປັດຈຸບັນ ແລະ ຢູ່ພາຍໃນກຳມືຂອງເຮົາ ແລະ ເຮົາກຳລັງກຽມເຮັດໃຫ້ມັນຖອກເທລົງມາເທື່ອລະໜ້ອຍ, ທຸກຄົນກຳລັງສະແຫວງຫາຫົນທາງທີ່ແທ້ຈິງຢ່າງຮີບດ່ວນ ເຊິ່ງຕ້ອງໄດ້ສະແຫວງຫາ ເຖິງແມ່ນວ່າລາຄາຂອງການສະແຫວງນັ້ນຄືການຍອມສະຫຼະທຸກສິ່ງ. ໃນທຸກສິ່ງ ເຮົາມີເວລາຂອງເຮົາເອງ. ເມື່ອໃດກໍຕາມທີ່ເຮົາເວົ້າວ່າ ມັນຈະສຳເລັດ, ມັນກໍຈະສຳເລັດທັນທີໃນຕອນນັ້ນ, ໃນນາທີນັ້ນ ແລະ ແມ່ນແຕ່ໃນວິນາທີນັ້ນ. ບໍ່ມີຜູ້ໃດສາມາດຂັດຂວາງມັນ ຫຼື ຢຸດມັນໄດ້. ໃນທີ່ສຸດແລ້ວ ມັງກອນແດງຜູ້ຍິ່ງໃຫຍ່ແມ່ນສັດຕູຂອງເຮົາທີ່ຖືກປາບ; ມັນແມ່ນຜູ້ໃຫ້ບໍລິການແກ່ເຮົາ ແລະ ມັນເຮັດແມ່ນຫຍັງກໍຕາມທີ່ເຮົາບອກໃຫ້ມັນເຮັດ ໂດຍບໍ່ຕໍ່ຕ້ານແມ່ນແຕ່ໜ້ອຍດຽວ. ມັນຄືສັດທີ່ແບກຫາບຂອງເຮົາແທ້ໆ. ເມື່ອພາລະກິດຂອງເຮົາໄດ້ສຳເລັດລົງ, ເຮົາຈະໂຍນມັນລົງສູ່ຂຸມເລິກທີ່ບໍ່ສິ້ນສຸດ ແລະ ລົງສູ່ທະເລສາບແຫ່ງໄຟ ແລະ ມາດ (ເຮົາກຳລັງໝາຍເຖິງຄົນທີ່ຖືກທຳລາຍ). ຄົນທີ່ຖືກທຳລາຍຈະບໍ່ພຽງແຕ່ຊີມລົດຊາດແຫ່ງຄວາມຕາຍ, ແຕ່ພວກເຂົາຍັງຈະຖືກລົງໂທດຢ່າງຮຸນແຮງ ຍ້ອນພວກເຂົາຂົ່ມເຫັງເຮົາ. ນີ້ແມ່ນພາລະກິດທີ່ເຮົາຈະສືບຕໍ່ປະຕິບັດຜ່ານທາງຜູ້ໃຫ້ບໍລິການ. ເຮົາຈະເຮັດໃຫ້ຊາຕານສັງຫານ ແລະ ທຳລາຍຕົວມັນເອງ, ທຳລາຍລ້າງເຊື້ອສາຍຂອງມັງກອນແດງຜູ້ຍິ່ງໃຫຍ່ຢ່າງສົມບູນ. ນີ້ແມ່ນສ່ວນໜຶ່ງຂອງພາລະກິດຂອງເຮົາ; ຫຼັງຈາກນັ້ນ ເຮົາຈະຫັນໄປຫາຊົນຊາດຕ່າງຊາດ. ສິ່ງເຫຼົ່ານີ້ແມ່ນບາດກ້າວໃນພາລະກິດຂອງເຮົາ.

ກ່ອນນີ້: ບົດທີ 109

ຕໍ່ໄປ: ບົດທີ 111

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້