ບົດທີ 9

ເຮົາຕ້ອງການເຕືອນເຈົ້າວ່າ ການສົງໄສ ຫຼື ການປະໝາດແມ່ນແຕ່ໜ້ອຍດຽວກ່ຽວກັບພຣະທໍາຂອງເຮົາແມ່ນບໍ່ສາມາດຮັບໄດ້. ເຈົ້າຕ້ອງໃສ່ໃຈ ແລະ ເຊື່ອຟັງ ແລະ ປະຕິບັດຕາມເຈດຕະນາຂອງເຮົາ. ເຈົ້າຕ້ອງຕື່ນຕົວຢູ່ສະເໝີ ແລະ ຢ່າສະແດງນິໄສອວດດີ ແລະ ຄິດວ່າຕົນເອງຊອບທຳຈັກເທື່ອ: ເຈົ້າຕ້ອງເພິ່ງພາເຮົາເພື່ອກໍາຈັດອຸປະນິໄສເກົ່າ, ອຸປະນິໄສໂດຍທຳມະຊາດທີ່ຕິດຝັງຢູ່ພາຍໃນຕົວເຈົ້ານັ້ນອອກໄປ. ເຈົ້າຄວນມີຄວາມສາມາດຮັກສາສະພາບປົກກະຕິຕໍ່ໜ້າເຮົາ ແລະ ມີອຸປະນິໄສທີ່ໝັ້ນຄົງ. ຄວາມຄິດຂອງເຈົ້າຕ້ອງມີສະຕິ ແລະ ຊັດເຈນ ແລະ ບໍ່ຄວນໄກວ ຫຼື ຖືກຄວບຄຸມໂດຍຄົນໃດຄົນໜຶ່ງ, ເຫດການໃດໜຶ່ງ ຫຼື ສິ່ງໃດໜຶ່ງ. ເຈົ້າຄວນສາມາດມີຄວາມສະຫງົບຢູ່ຕໍ່ໜ້າເຮົາສະເໝີ ແລະ ຮັກສາຄວາມໃກ້ຊິດ ແລະ ການສົນທະນາກັບເຮົາຢ່າງຕໍ່ເນື່ອງ. ເຈົ້າຕ້ອງສະແດງກໍາລັງ ແລະ ກະດູກສັນຫຼັງຂອງເຈົ້າ ແລະ ຍຶດໝັ້ນໃນຄຳພະຍານຂອງເຈົ້າທີ່ມີຕໍ່ເຮົາ; ຈົ່ງລຸກຂຶ້ນ ແລະ ເວົ້າເພື່ອເຮົາ ແລະ ຢ່າຢ້ານສິ່ງທີ່ຄົນອື່ນຈະເວົ້າ. ຈົ່ງຕັ້ງໃຈປະຕິບັດຕາມເຈດຕະນາຂອງເຮົາ ແລະ ຢ່າປ່ອຍໃຫ້ຄົນອື່ນຄວບຄຸມເຈົ້າ. ສິ່ງທີ່ເຮົາເປີດເຜີຍໃຫ້ກັບເຈົ້າຕ້ອງຖືກປະຕິບັດຕາມເຈດຕະນາຂອງເຮົາ ແລະ ບໍ່ສາມາດຊັກຊ້າໄດ້. ໃນສ່ວນເລິກຂອງເຈົ້າ ເຈົ້າຮູ້ສຶກແນວໃດ? ເຈົ້າອຶດອັດ ແມ່ນບໍ່? ເຈົ້າຈະເຂົ້າໃຈ. ເປັນຫຍັງເຈົ້າຈຶ່ງບໍ່ສາມາດຢືນຂຶ້ນ ແລະ ເວົ້າເພື່ອເຮົາ ໃນຂະນະທີ່ຄຳນຶງເຖິງພາລະຂອງເຮົາ? ເຈົ້າສືບຕໍ່ມີສ່ວນຮ່ວມໃນການວາງແຜນທີ່ບໍ່ສຳຄັນ, ແຕ່ເຮົາເຫັນທຸກສິ່ງຢ່າງຊັດເຈນໝົດແລ້ວ. ເຮົາແມ່ນຜູ້ສະໜັບສະໜູນຂອງເຈົ້າ ແລະ ສິ່ງກໍາບັງຂອງເຈົ້າ. ທຸກສິ່ງຢູ່ໃນມືຂອງເຮົາ, ແລ້ວເຈົ້າຢ້ານຫຍັງ? ເຈົ້າບໍ່ແມ່ນຄົນທີ່ອ່ອນໄຫວເກີນໄປບໍ? ເຈົ້າຕ້ອງປະຖິ້ມອາລົມຂອງເຈົ້າໂດຍໄວເທົ່າທີ່ຈະໄວໄດ້; ເຮົາບໍ່ສະແດງອອກດ້ວຍການໃຊ້ອາລົມ ແຕ່ ກົງກັນຂ້າມເຮົາໃຊ້ຄວາມຊອບທຳ. ຖ້າພໍ່ແມ່ຂອງເຈົ້າເຮັດໃນສິ່ງທີ່ບໍ່ມີປະໂຫຍດຫຍັງຕໍ່ຄຣິສຕະຈັກ, ແລ້ວພວກເຂົາກໍຈະບໍ່ສາມາດລອດພົ້ນໄດ້! ເຈດຕະນາຂອງເຮົາໄດ້ຖືກເປີດເຜີຍໃຫ້ກັບເຈົ້າ ແລະ ເຈົ້າຕ້ອງບໍ່ປະຕິເສດສິ່ງເຫຼົ່ານັ້ນ. ກົງກັນຂ້າມ ເຈົ້າຕ້ອງໃສ່ໃຈຂອງເຈົ້າທັງໝົດກັບສິ່ງເຫຼົ່ານັ້ນ ແລະ ປະຖິ້ມທຸກສິ່ງເພື່ອຕິດຕາມຢ່າງໝົດຫົວໃຈ. ເຮົາຈະຮັກສາເຈົ້າໄວ້ໃນມືຂອງເຮົາຢູ່ສະເໝີ. ຢ່າຂີ້ຢ້ານ ແລະ ປ່ອຍໃຫ້ຖືກຄວບຄຸມໂດຍສາມີ ຫຼື ພັນລະຍາຂອງເຈົ້າ; ເຈົ້າຕ້ອງປ່ອຍໃຫ້ຄວາມປະສົງຂອງເຮົາໄດ້ຮັບການປະຕິບັດ.

ຈົ່ງມີຄວາມເຊື່ອ! ຈົ່ງມີຄວາມເຊື່ອ! ເຮົາຄືອົງຊົງລິດທານຸພາບສູງສຸດຂອງເຈົ້າ. ບາງເທື່ອ ເຈົ້າມີຄວາມເຂົ້າໃຈບາງຢ່າງໃນສິ່ງນີ້, ແຕ່ເຈົ້າຍັງຕ້ອງໄດ້ລະມັດລະວັງ. ເພື່ອເຫັນແກ່ຄຣິສຕະຈັກ, ຄວາມປະສົງຂອງເຮົາ ແລະ ການຄຸ້ມຄອງຂອງເຮົາ, ເຈົ້າຕ້ອງອຸທິດທັງໝົດ ແລະ ເຈົ້າຈະຖືກເຮັດໃຫ້ເຫັນຄວາມລຶກລັບ ແລະ ຜົນໄດ້ຮັບທັງໝົດຢ່າງຊັດເຈນ. ຈະບໍ່ມີການຊັກຊ້າອີກຕໍ່ໄປ; ມື້ເຫຼົ່ານັ້ນກຳລັງມາເຖິງຈຸດສິ້ນສຸດ. ແລ້ວເຈົ້າຄວນເຮັດແນວໃດ? ເຈົ້າຄວນສະແຫວງຫາເພື່ອເຕີບໂຕ ແລະ ເປັນຜູ້ໃຫຍ່ໃນຊີວິດຂອງເຈົ້າໄດ້ແນວໃດ? ເຈົ້າຈະສາມາດເຮັດໃຫ້ຕົນເອງເປັນປະໂຫຍດຕໍ່ເຮົາຢ່າງໄວໄດ້ແນວໃດ? ເຈົ້າຈະເຮັດໃຫ້ຄວາມປະສົງຂອງເຮົາຖືກປະຕິບັດໄດ້ແນວໃດ? ຄໍາຖາມເຫຼົ່ານີ້ແມ່ນຈຳເປັນຕ້ອງມີການໄຕ່ຕອງຢ່າງລະອຽດ ແລະ ສົນທະນາກັບເຮົາຢ່າງເລິກເຊິ່ງຫຼາຍຂຶ້ນ. ຈົ່ງເພິ່ງພາເຮົາ, ຈົ່ງເຊື່ອໃນເຮົາ, ຢ່າປະໝາດ ແລະ ຈົ່ງມີຄວາມສາມາດທີ່ຈະເລີ່ມເຮັດສິ່ງຕ່າງໆຕາມການນໍາພາຂອງເຮົາ. ເຈົ້າຕ້ອງປະກອບມີຄວາມຈິງຢ່າງດີ ແລະ ເຈົ້າຕ້ອງກິນ ແລະ ດື່ມຄວາມຈິງນັ້ນໃຫ້ເລື້ອຍຫຼາຍຍິ່ງຂຶ້ນ. ທຸກຄວາມຈິງຕ້ອງຖືກປະຕິບັດກ່ອນທີ່ຈະສາມາດເຂົ້າໃຈມັນໄດ້ຢ່າງຊັດເຈນ.

ບັດນີ້ ເຈົ້າຮູ້ສຶກແລ້ວບໍວ່າ ເຈົ້າບໍ່ມີເວລາພຽງພໍ? ເຈົ້າຍັງຮູ້ສຶກຢູ່ໃນຂ້າງໃນບໍວ່າ ເຈົ້າແຕກຕ່າງຈາກເມື່ອກ່ອນ ແລະ ພາລະຂອງເຈົ້າໃນຕອນນີ້ເບິ່ງຄືກັບວ່າໜັກຫຼາຍ? ເຈດຕະນາຂອງເຮົາແມ່ນກ່ຽວກັບເຈົ້າ; ເຈົ້າຕ້ອງບໍ່ສັບສົນ, ຢ່າແຍກຈາກສິ່ງເຫຼົ່ານັ້ນ ແລະ ຕ້ອງພົວພັນກັບເຮົາຢູ່ສະເໝີ. ຈົ່ງຢູ່ໃກ້ຊິດເຮົາຕະລອດ, ສື່ສານກັບເຮົາ, ຄຳນຶງເຖິງຫົວໃຈຂອງເຮົາ ແລະ ສາມາດຮັບໃຊ້ຢ່າງພ້ອມພຽງກັບຄົນອື່ນ ເພື່ອວ່າ ເຈດຕະນາຂອງເຮົາຈະຖືກເປີດເຜີຍຕໍ່ພວກເຈົ້າສະເໝີ. ຈົ່ງໃສ່ໃຈຢ່າງໃກ້ຊິດຕະຫຼອດເວລາ! ຈົ່ງໃສ່ໃຈຢ່າງໃກ້ຊິດ! ຢ່າຂີ້ຄ້ານແມ່ນແຕ່ໜ້ອຍດຽວ; ນັ້ນແມ່ນໜ້າທີ່ຂອງເຈົ້າ ແລະ ພາລະກິດຂອງເຮົາກໍອາໄສຢູ່ໃນນັ້ນ.

ໃນຕອນນີ້ ເຈົ້າອາດມີຄວາມເຂົ້າໃຈເລັກນ້ອຍ ແລະ ຮູ້ສຶກວ່າສິ່ງນີ້ຂ້ອນຂ້າງມະຫັດສະຈັນ. ເຈົ້າອາດມີຂໍ້ສົງໄສໃນອະດີດ ແລະ ຮູ້ສຶກວ່າ ມັນແຕກຕ່າງຈາກມະຕິ, ທັດສະນະ ແລະ ຄວາມຄິດຂອງມະນຸດຢ່າງສິ້ນເຊີງ, ແຕ່ບັດນີ້ ເຈົ້າເຂົ້າໃຈມັນຢ່າງແທ້ຈິງແລ້ວ. ນີ້ແມ່ນພາລະກິດທີ່ມະຫັດສະຈັນຂອງເຮົາ ແລະ ມັນເປັນພາລະກິດທີ່ມະຫັດສະຈັນຂອງພຣະເຈົ້າເຊັ່ນກັນ. ເຈົ້າຕ້ອງຕື່ນຕົວຢ່າງແທ້ຈິງ ແລະ ລໍຖ້າໃນເວລາທີ່ເຈົ້າຍ່າງໃນພາລະກິດນັ້ນ. ເວລາຢູ່ໃນກໍາມືຂອງເຮົາ; ຢ່າເຮັດໃຫ້ມັນສູນເປົ່າ ແລະ ຢ່າຊັກຊ້າແມ່ນແຕ່ຊ່ວງເວລາດຽວ. ການຊັກຊ້າເສຍເວລາຈະຖ່ວງດຶງພາລະກິດຂອງເຮົາ ແລະ ມັນເຮັດໃຫ້ຄວາມປະສົງຂອງເຮົາຖືກຂັດຂວາງໃນເຈົ້າ. ເຈົ້າຕ້ອງໄຕ່ຕອງ ແລະ ສົນທະນາກັບເຮົາເລື້ອຍໆ. ເຈົ້າຕ້ອງນໍາການກະທຳທຸກຢ່າງ, ການເຄື່ອນໄຫວ, ຄວາມຄິດ, ແນວຄິດ, ຄອບຄົວ, ສາມີ, ລູກຊາຍ ແລະ ລູກສາວຂອງເຈົ້າມາຢູ່ຕໍ່ໜ້າເຮົາເຊັ່ນກັນ. ຢ່າເພິ່ງພາຕົນເອງໃນການປະຕິບັດຂອງເຈົ້າ, ຖ້າບໍ່ດັ່ງນັ້ນ ເຮົາຈະໃຈຮ້າຍຫຼາຍ ແລະ ເມື່ອນັ້ນ ການສູນເສຍຂອງເຈົ້າກໍຈະແພງທີ່ສຸດ.

ຈົ່ງຢັບຢັ້ງບາດກ້າວຂອງເຈົ້າເອງຢູ່ສະເໝີ ແລະ ຍ່າງພາຍໃນພຣະທຳຂອງເຮົາຕະຫຼອດເວລາ. ເຈົ້າຕ້ອງມີສະຕິປັນຍາຂອງເຮົາ. ຖ້າເຈົ້າພົບກັບຄວາມຫຍຸ້ງຍາກໃດກໍຕາມ ກໍໃຫ້ມາຢູ່ຕໍ່ໜ້າເຮົາ ແລ້ວເຮົາຈະໃຫ້ຄໍາຊີ້ນໍາກັບເຈົ້າ. ຢ່າສ້າງບັນຫາ ຫຼື ສະແດງຄວາມວຸ້ນວາຍ. ຖ້າຊີວິດຂອງເຈົ້າບໍ່ໄດ້ຮັບປະໂຫຍດຫຍັງ ມັນກໍເປັນຍ້ອນເຈົ້າຂາດຄວາມຮູ້ ແລະ ບໍ່ສາມາດແຍກແຍະລະຫວ່າງຄຳເວົ້າດີ ແລະ ຊົ່ວ. ເຈົ້າຈະບໍ່ເຂົ້າໃຈສິ່ງນີ້ຈົນກວ່າເຈົ້າຖືກທຳຮ້າຍ, ຢູ່ໃນສະພາບບໍ່ດີ ແລະ ປາສະຈາກການສະຖິດຂອງພຣະວິນຍານບໍລິສຸດ ແຕ່ເມື່ອຮອດຕອນນັ້ນມາ ມັນກໍຈະຊ້າເກີນໄປແລ້ວ. ເວລາກຳລັງເລັ່ງໃນຕອນນີ້, ສະນັ້ນ ເຈົ້າຕ້ອງບໍ່ຊັກຊ້າແມ່ນແຕ່ໜ້ອຍດຽວໃນການແຂ່ງຂັນຊີວິດຂອງເຈົ້າ; ເຈົ້າຕ້ອງຕິດຕາມບາດກ້າວຂອງເຮົາຢ່າງໃກ້ຊິດ. ເມື່ອຄວາມຫຍຸ້ງຍາກໃດກໍຕາມເກີດຂຶ້ນ, ໃຫ້ປະຕິບັດວິປັດສະໜາເລື້ອຍໆໂດຍມາຢູ່ໃກ້ຊິດກັບເຮົາ ແລະ ສົນທະນາກັບເຮົາໂດຍກົງ. ຖ້າເຈົ້າສາມາດເຂົ້າໃຈເສັ້ນທາງນີ້, ສິ່ງນີ້ກໍຈະເຮັດໃຫ້ທາງເຂົ້າງ່າຍຂຶ້ນສໍາລັບເຈົ້າ.

ພຣະທຳຂອງເຮົາບໍ່ໄດ້ພຽງແຕ່ແນໃສ່ສະເພາະເຈົ້າ; ທຸກຄົນໃນຄຣິສຕະຈັກກຳລັງຂາດເຂີນໃນຫຼາຍດ້ານທີ່ແຕກຕ່າງກັນ. ພວກເຈົ້າຕ້ອງສົນທະນາຫຼາຍຂຶ້ນ, ສາມາດກິນ ແລະ ດື່ມຢ່າງເປັນອິດສະຫຼະໃນລະຫວ່າງການອຸທິດຝ່າຍວິນຍານຂອງພວກເຈົ້າເອງ, ສາມາດເຂົ້າໃຈຄວາມຈິງທີ່ສຳຄັນ ແລະ ນໍາພວກມັນໄປປະຕິບັດທັນທີ. ເຈົ້າຕ້ອງມີຄວາມຮູ້ສຶກເຖິງຄວາມເປັນຈິງໃນພຣະທຳຂອງເຮົາ: ຈົ່ງເຂົ້າໃຈແກ່ນແທ້ຂອງມັນ ແລະ ຫຼັກການຂອງມັນ ແລະ ຢ່າໄດ້ລະມືຂອງເຈົ້າ. ຈົ່ງຕຶກຕອງ ແລະ ສົນທະນາກັບເຮົາຢູ່ສະເໝີ ແລ້ວສິ່ງຕ່າງໆກໍຈະຖືກເປີດເຜີຍເທື່ອລະໜ້ອຍ. ເຈົ້າບໍ່ສາມາດຫຍັບເຂົ້າໃກ້ພຣະເຈົ້າພຽງຊ່ວງເວລາໃດໜຶ່ງ ແລະ ຫຼັງຈາກນັ້ນ ເຈົ້າກໍປັ່ນປ່ວນເມື່ອມີສິ່ງເກີດຂຶ້ນກັບເຈົ້າ ໂດຍບໍ່ລໍຖ້າໃຫ້ຫົວໃຈຂອງເຈົ້າມີຄວາມສະຫງົບຕໍ່ໜ້າພຣະເຈົ້າ. ເຈົ້າສັບສົນຢູ່ສະເໝີ ແລະ ບໍ່ຊັດເຈນກ່ຽວກັບສິ່ງຕ່າງໆ ແລະ ບໍ່ສາມາດເຫັນໃບໜ້າຂອງເຮົາ; ສະນັ້ນ ເຈົ້າຈຶ່ງບໍ່ສາມາດເຂົ້າໃຈເຖິງຫົວໃຈຂອງເຮົາຢ່າງຊັດເຈນ ແລະ ເຖິງແມ່ນວ່າ ເຈົ້າຈະສາມາດເຂົ້າໃຈມັນໄດ້ເລັກນ້ອຍ ເຈົ້າກໍຍັງບໍ່ແນ່ໃຈ ແລະ ຍັງສົງໄສຢູ່. ມີພຽງແຕ່ເມື່ອເຮົາໄດ້ຄອບຄອງຫົວໃຈຂອງເຈົ້າຢ່າງສົມບູນ ແລະ ຈິດໃຈຂອງເຈົ້າບໍ່ຖືກສິ່ງຕ່າງໆໃນໂລກລົບກວນ ແລະ ເຈົ້າສາມາດລໍຖ້າດ້ວຍຈິດໃຈທີ່ສົດໃສ ແລະ ສະຫງົບ, ເຮົາກໍຈະເປີດເຜີຍຕໍ່ພວກເຈົ້າເທື່ອລະຄົນຕາມເຈດຕະນາຂອງເຮົາ. ພວກເຈົ້າຄວນເຂົ້າໃຈເສັ້ນທາງນີ້ໃນການຫຍັບເຂົ້າໃກ້ເຮົາ. ໃຜກໍຕາມທີ່ໂຈມຕີ ຫຼື ສາບແຊ່ງເຈົ້າ ຫຼື ບໍ່ວ່າຜູ້ຄົນຈະມອບສິ່ງດີສໍ່າໃດໃຫ້ກັບເຈົ້າກໍຕາມ, ມັນກໍບໍ່ສາມາດຍອມຮັບໄດ້ຖ້າພວກເຂົາບໍ່ຍອມໃຫ້ເຈົ້າເຂົ້າໃກ້ຊິດກັບພຣະເຈົ້າ. ໃຫ້ຫົວໃຈຂອງເຈົ້າຢູ່ໃນກຳມືຂອງເຮົາ ແລະ ບໍ່ອອກຈາກຂ້າງເຮົາຈັກເທື່ອ. ຍ້ອນຄວາມໃກ້ຊິດ ແລະ ການສົນທະນາແບບນີ້, ພໍ່ແມ່, ສາມີ, ລູກໆ, ຄວາມສຳພັນອື່ນໆໃນຄອບຄົວ ແລະ ຄວາມຜູກພັນອື່ນໆກັບທາງໂລກລ້ວນແລ້ວແຕ່ຈະເລື່ອນຫາຍໄປ. ເຈົ້າຈະໄດ້ຮັບຄວາມຫວານຊື່ນທີ່ບໍ່ສາມາດບັນລະຍາຍ ໄດ້ໃນຫົວໃຈຂອງເຈົ້າ ແລະ ເຈົ້າຈະຜະເຊີນກັບລົດຊາດທີ່ຫອມຫວານ ແລະ ແຊບຫຼາຍ; ຍິ່ງໄປກວ່ານັ້ນ ເຈົ້າຈະບໍ່ສາມາດແຍກອອກຈາກເຮົາໄດ້ຢ່າງແທ້ຈິງ. ຖ້າພວກເຈົ້າສືບຕໍ່ໃນລັກສະນະນີ້, ພວກເຈົ້າຈະເຂົ້າໃຈສິ່ງທີ່ຢູ່ໃນຫົວໃຈຂອງເຮົາ. ເຈົ້າຈະບໍ່ສູນເສຍຫົນທາງຂອງເຈົ້າເມື່ອເຈົ້າກ້າວໄປຂ້າງໜ້າ ຍ້ອນເຮົາເປັນຫົນທາງຂອງພວກເຈົ້າ ແລະ ທຸກສິ່ງມີຢູ່ກໍຍ້ອນເຮົາ. ບໍ່ວ່າຊີວິດຂອງເຈົ້າຈະເຕີບໃຫຍ່ສໍ່າໃດກໍຕາມ, ເມື່ອເຈົ້າສາມາດອອກຫ່າງຈາກທາງໂລກ, ເມື່ອເຈົ້າສາມາດປະຖິ້ມຄວາມຮູ້ສຶກຂອງເຈົ້າ, ເມື່ອເຈົ້າສາມາດປະຖິ້ມສາມີ ແລະ ລູກໆຂອງເຈົ້າໄວ້ຢູ່ທາງຫຼັງ, ເມື່ອຊີວິດຂອງເຈົ້າເຕີບໃຫຍ່ຂຶ້ນ... ທຸກສິ່ງເຫຼົ່ານີ້ຈະເກີດຂຶ້ນຕາມການເວລາຂອງເຮົາ. ບໍ່ຈຳເປັນຕ້ອງກັງວົນໃຈ.

ເຈົ້າຕ້ອງບັນລຸທາງເຂົ້າຈາກດ້ານບວກ. ຖ້າເຈົ້າລໍຖ້າຢູ່ຊື່ໆ, ແລ້ວເຈົ້າກໍຍັງຢູ່ໃນດ້ານລົບ. ເຈົ້າຕ້ອງຫ້າວຫັນໃນການຮ່ວມມືກັບເຮົາ; ຈົ່ງດຸໝັ່ນ ແລະ ຢ່າຂີ້ຄ້ານຈັກເທື່ອ. ຈົ່ງຢູ່ໃນການສົນທະນາກັບເຮົາສະເໝີ ແລະ ມີຄວາມໃກ້ຊິດກັບເຮົາເລິກເຊິ່ງຍິ່ງຂຶ້ນ. ຖ້າເຈົ້າບໍ່ເຂົ້າໃຈ, ຢ່າໃຈຮ້ອນນໍາຜົນຕາມມາທີ່ໄວ. ບໍ່ແມ່ນວ່າ ເຮົາຈະບໍ່ບອກເຈົ້າ; ມັນເປັນຍ້ອນວ່າ ເຮົາຕ້ອງການເບິ່ງວ່າ ເຈົ້າຈະເພິ່ງພາເຮົາ ຫຼື ບໍ່ ເມື່ອເຈົ້າຢູ່ຕໍ່ໜ້າເຮົາ ແລະ ເບິ່ງວ່າເຈົ້າຈະໝັ້ນໃຈໃນການເພິ່ງພາເຮົາ ຫຼື ບໍ່. ເຈົ້າຕ້ອງຢູ່ໃກ້ຊິດກັບເຮົາສະເໝີ ແລະ ວາງບັນຫາທັງໝົດໄວ້ໃນກໍາມືຂອງເຮົາ. ຢ່າກັບໄປໃຫ້ສູນເປົ່າ. ຫຼັງຈາກເຈົ້າຢູ່ໃກ້ຊິດກັບເຮົາຊົ່ວໄລຍະໃດໜຶ່ງໂດຍບໍ່ຮູ້ຕົວ, ເຈດຕະນາຂອງເຮົາກໍຈະເປີດເຜີຍຕໍ່ເຈົ້າ. ຖ້າເຈົ້າເຂົ້າໃຈສິ່ງເຫຼົ່ານັ້ນ, ແລ້ວເຈົ້າກໍຈະມາຢູ່ຕໍ່ໜ້າເຮົາຢ່າງແທ້ຈິງ ແລະ ເຈົ້າຈະພົບໜ້າຂອງເຮົາຢ່າງແທ້ຈິງ. ເຈົ້າຈະຊັດເຈນ ແລະ ໝັ້ນຄົງຢູ່ພາຍໃນຫຼາຍຂຶ້ນ ແລະ ເຈົ້າຈະມີສິ່ງໃຫ້ເພິ່ງພາ. ແລ້ວເຈົ້າກໍຍັງຈະມີອຳນາດພ້ອມທັງຄວາມໝັ້ນໃຈ ແລະ ເຈົ້າຈະມີເສັ້ນທາງໄປຂ້າງໜ້າ. ທຸກສິ່ງຈະມາຫາເຈົ້າຢ່າງງ່າຍດາຍ.

ກ່ອນນີ້: ບົດທີ 8

ຕໍ່ໄປ: ບົດທີ 10

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້