ບົດທີ 10

ເຈົ້າບໍ່ຄວນຢ້ານຫັ້ນຢ້ານນີ້; ບໍ່ວ່າເຈົ້າອາດຈະຜະເຊີນກັບຄວາມຫຍຸ້ງຍາກ ແລະ ໄພອັນຕະລາຍຫຼາຍສໍ່າໃດກໍ່ຕາມ, ເຈົ້າກໍຍັງສາມາດທີ່ຈະໝັ້ນຄົງຢູ່ຕໍ່ໜ້າເຮົາ; ຢ່າທໍ້ຖອຍໃນສິ່ງກີດຂວາງໃດໆເລີຍ ເພື່ອຄວາມປະສົງຂອງເຮົາອາດຈະໄດ້ຮັບການປະຕິບັດໂດຍບໍ່ມີຂໍ້ຈຳກັດ. ນີ້ແມ່ນໜ້າທີ່ຂອງເຈົ້າ; ບໍ່ດັ່ງນັ້ນ ເຮົາຈະນຳເອົາຄວາມໂກດຮ້າຍຂອງເຮົາມາສູ່ເຈົ້າ ແລະ ດ້ວຍມືຂອງເຮົາ ເຮົາຈະ... ແລ້ວເຈົ້າຈະອົດກັ້ນຕໍ່ຄວາມທຸກທໍລະມານທາງຈິດໃຈຢ່າງບໍ່ຈົບສິ້ນ. ເຈົ້າຕ້ອງອົດກັ້ນຕໍ່ທຸກຢ່າງ; ເພື່ອເຮົາແລ້ວ ເຈົ້າຕ້ອງກຽມພ້ອມທີ່ຈະປ່ອຍຖິ້ມທຸກສິ່ງທີ່ເຈົ້າມີ ແລະ ເຮັດທຸກສິ່ງຢ່າງທີ່ເຈົ້າສາມາດເຮັດໄດ້ ເພື່ອຕິດຕາມເຮົາ ແລະ ກຽມພ້ອມທີ່ຈະສະຫຼະທຸກສິ່ງທີ່ເຈົ້າມີ. ຕອນນີ້ແມ່ນເວລາທີ່ເຮົາຈະທົດສອບເຈົ້າ: ເຈົ້າຈະມອບຄວາມຊື່ສັດຂອງເຈົ້າໃຫ້ເຮົາບໍ? ເຈົ້າສາມາດຕິດຕາມເຮົາຈົນສຸດປາຍທາງຢ່າງຊື່ສັດໄດ້ບໍ? ຢ່າຢ້ານເລີຍ; ດ້ວຍການຊ່ວຍເຫຼືອຂອງເຮົາ, ແມ່ນໃຜທີ່ຈະສາມາດຂວາງຫົນທາງນີ້ໄດ້? ຈົ່ງຈື່ສິ່ງນີ້ໄວ້! ຢ່າລືມ! ທຸກສິ່ງທີ່ເກີດຂຶ້ນແມ່ນຍ້ອນເຈດຕະນາທີ່ດີຂອງເຮົາ ແລະ ທຸກຢ່າງແມ່ນຢູ່ພາຍໃຕ້ການສັງເກດການຂອງເຮົາ. ເຈົ້າສາມາດປະຕິບັດຕາມພຣະທຳຂອງເຮົາໃນທຸກສິ່ງທີ່ເຈົ້າເວົ້າ ແລະ ກະທຳໄດ້ບໍ? ເມື່ອການທົດລອງແຫ່ງໄຟໄດ້ມາເຖິງເຈົ້າ, ເຈົ້າຈະຄຸເຂົ່າລົງ ແລະ ຮ້ອງອອກມາບໍ? ຫຼື ເຈົ້າຈະຫົດໝອບ ໂດຍທີ່ບໍ່ສາມາດກ້າວໄປຂ້າງໜ້າບໍ?

ເຈົ້າຕ້ອງມີຄວາມກ້າຫານຂອງເຮົາໃນຕົວເຈົ້າ ແລະ ເຈົ້າຕ້ອງມີຫຼັກການ ເມື່ອເວົ້າເຖິງການພົບກັບຍາດພີ່ນ້ອງທີ່ບໍ່ມີຄວາມເຊື່ອ. ຢ່າງໃດກໍ່ຕາມ, ເພື່ອເຫັນແກ່ເຮົາ, ເຈົ້າຕ້ອງບໍ່ຍອມແພ້ໃຫ້ກັບກຳລັງແຫ່ງຄວາມມືດເຊັ່ນກັນ. ຈົ່ງເພິ່ງພາສະຕິປັນຍາຂອງເຮົາເພື່ອຍ່າງຕາມເສັ້ນທາງທີ່ສົມບູນ; ຢ່າປ່ອຍໃຫ້ແຜນການໃດໆຂອງຊາຕານເລີ່ມມີຜົນ. ຈົ່ງທຸ້ມເທຄວາມພະຍາຍາມທັງໝົດຂອງເຈົ້າໃສ່ໃນການວາງຫົວໃຈຂອງເຈົ້າຕໍ່ໜ້າເຮົາ ແລະ ເຮົາຈະປອບໃຈເຈົ້າ ແລະ ນຳເອົາຄວາມສະຫງົບ ແລະ ຄວາມສຸກມາໃຫ້ເຈົ້າ. ຈົ່ງຢ່າພະຍາຍາມເປັນຄົນແບບໃດໜຶ່ງເມື່ອຢູ່ຕໍ່ໜ້າຄົນອື່ນ; ການເຮັດໃຫ້ເຮົາພໍໃຈບໍ່ມີຄຸນຄ່າ ແລະ ນໍ້າໜັກຫຼາຍກວ່າບໍ? ໃນການເຮັດໃຫ້ເຮົາພໍໃຈນັ້ນ, ເຈົ້າຈະບໍ່ຍິ່ງເຕັມໄປດ້ວຍຄວາມສະຫງົບ ແລະ ຄວາມສຸກຊົ່ວນິດນິລັນ ແລະ ຕະຫຼອດຊີວິດບໍຫຼາຍຂຶ້ນບໍ? ຄວາມທົນທຸກໃນປັດຈຸບັນຂອງເຈົ້າ ພຽງແຕ່ບົ່ງບອກວ່າ ພຣະພອນໃນອະນາຄົດຂອງເຈົ້າຈະຍິ່ງໃຫຍ່ຫຼາຍສໍ່າໃດ; ພວກມັນບໍ່ສາມາດບັນລະຍາຍໄດ້ເລີຍ. ເຈົ້າບໍ່ຮູ້ຈັກຄວາມຍິ່ງໃຫຍ່ຂອງພອນທີ່ທີ່ເຈົ້າຈະໄດ້ຮັບ; ຍິ່ງໄປກວ່ານັ້ນ ເຈົ້າບໍ່ສາມາດຝັນເຖິງມັນໄດ້ເລີຍ. ໃນປັດຈຸບັນ ມັນໄດ້ກາຍເປັນຈິງແລ້ວ; ຊ່າງເປັນຈິງຫຼາຍແທ້ໆ! ສິ່ງນີ້ບໍ່ໄດ້ຢູ່ໄກເລີຍ ເຈົ້າສາມາດເຫັນມັນບໍ? ທຸກຊິ້ນສ່ວນຂອງສິ່ງນີ້ແມ່ນຢູ່ພາຍໃນຕົວເຮົາ; ຫົນທາງຂ້າງໜ້າຊ່າງສົດໃສແທ້! ຈົ່ງເຊັດນໍ້າຕາຂອງເຈົ້າ ແລະ ຢ່າຮູ້ສຶກເຖິງຄວາມເຈັບປວດ ຫຼື ຄວາມໂສກເສົ້າອີກຕໍ່ໄປ. ທຸກສິ່ງແມ່ນຖືກຈັດກຽມໂດຍມືຂອງເຮົາ ແລະ ເປົ້າໝາຍຂອງເຮົາກໍເພື່ອເຮັດໃຫ້ພວກເຈົ້າເປັນຜູ້ຊະນະໃນໄວໆນີ້ ແລະ ເພື່ອນໍາພວກເຈົ້າເຂົ້າສູ່ພຣະລັດສະໝີຄຽງຂ້າງເຮົາ. ສໍາລັບທຸກສິ່ງທີ່ເກີດຂຶ້ນກັບເຈົ້າ, ເຈົ້າຄວນມີຄວາມຍິນດີກັບມັນ ແລະ ມີຄວາມສັນລະເສີນຢ່າງເຕັມທີ່; ສິ່ງນັ້ນຈະເຮັດໃຫ້ເຮົາພໍໃຈເປັນຢ່າງຍິ່ງ.

ຊີວິດທີ່ເໜືອທຳມະຊາດໃນພຣະຄຣິດໄດ້ປະກົດຂຶ້ນແລ້ວ, ບໍ່ມີຫຍັງທີ່ເຈົ້າຕ້ອງຢ້ານ. ຊາຕານຢູ່ກ້ອງລຸ່ມຕີນຂອງພວກເຮົາແລ້ວ ແລະ ເວລາຂອງພວກມັນຈະບໍ່ສາມາດຢູ່ໄດ້ອີກດົນແລ້ວ. ຕື່ນຕົວໄດ້ແລ້ວ! ໃຫ້ປະຖິ້ມໂລກແຫ່ງຄວາມຜິດສິນທຳ; ຈົ່ງປົດປ່ອຍຕົວເອງຈາກເຫວເລິກແຫ່ງຄວາມຕາຍ! ຈົ່ງຊື່ສັດກັບເຮົາບໍ່ວ່າຫຍັງກໍຕາມ ແລະ ຈົ່ງກ້າວໄປທາງໜ້າດ້ວຍຄວາມກ້າຫານ; ເຮົາແມ່ນສິລາແຫ່ງຂວາມເຂັ້ມແຂວງຂອງເຈົ້າ, ສະນັ້ນ ຈົ່ງເພິ່ງພາເຮົາ!

ກ່ອນນີ້: ບົດທີ 9

ຕໍ່ໄປ: ບົດທີ 11

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້