ບົດທີ 11

ເຮົາເປັນພຣະເຈົ້າຂອງເຈົ້າບໍ? ເຮົາເປັນກະສັດຂອງເຈົ້າບໍ? ເຈົ້າຍອມໃຫ້ເຮົາປົກຄອງໃນຕົວເຈົ້າດັ່ງກະສັດແທ້ບໍ? ເຈົ້າຄວນໄຕ່ຕອງກັບຕົນເອງໃຫ້ລະອຽດ. ເຈົ້າບໍ່ໄດ້ຄົ້ນຄວ້າ ແລະ ປະຕິເສດແສງສະຫວ່າງໃໝ່ບໍ ແລະ ເຖິງຂັ້ນວ່າຢຸດໂດຍບໍ່ຍອມຕິດຕາມມັນເມື່ອເວລາມັນມາບໍ? ຍ້ອນສິ່ງນີ້, ເຈົ້າຈະຜະເຊີນກັບການພິພາກສາ ແລະ ຕົກລົງສູ່ຄວາມພິນາດ; ເຈົ້າຈະຖືກພິພາກສາ ແລະ ຂ້ຽນຕີໂດຍຄ້ອນເຫຼັກ ແລະ ເຈົ້າຈະໄດ້ບໍ່ສໍາຜັດກັບພາລະກິດຂອງພຣະວິນຍານບໍລິສຸດ. ອີກບໍ່ດົນ ເຈົ້າຈະຮ້ອງໄຫ້ ແລະ ຄຸເຂົ່າລົງນະມັດສະການພ້ອມຮ້ອງໄຫ້ອອກມາສຽງດັງ. ເຮົາໄດ້ບອກພວກເຈົ້າຢູ່ສະເໝີ, ເຮົາໄດ້ກ່າວກັບພວກເຈົ້າຢູ່ຕະຫຼອດເວລາ; ເຮົາໄດ້ບໍ່ເຄີຍກັກຕວງພຣະທຳຂອງເຮົາກັບພວກເຈົ້າ. ໃຫ້ທົບທວນເບິ່ງ: ມີເວລາໃດບໍທີ່ເຮົາເຄີຍລົ້ມເຫຼວໃນການບອກບາງສິ່ງແກ່ພວກເຈົ້າ? ເຖິງຢ່າງນັ້ນກໍຕາມ, ຍັງມີບາງຄົນທີ່ດື້ເຮັດສິ່ງຕ່າງໆໃນທາງທີ່ຜິດ. ພວກເຂົາຫຼົງໄຫຼຢູ່ໃນຄວາມມືດຂອງຂໍ້ສົງໄສທີ່ບົດບັງດວງຕາເວັນ ແລະ ພວກເຂົາບໍ່ເຄີຍເຫັນແສງສະຫວ່າງຈັກເທື່ອເລີຍ. ນີ້ບໍ່ແມ່ນຍ້ອນຄວາມຮູ້ສຶກຂອງພວກເຂົາກ່ຽວກັບ “ຕົນເອງ” ຫຼາຍເກີນໄປບໍ ແລະ ແນວຄິດຂອງພວກເຂົາຍິ່ງໃຫຍ່ເກີນໄປບໍ? ເຈົ້າມີຄວາມນັບຖືໃຫ້ແກ່ເຮົານັບແຕ່ຕອນໃດ? ເຈົ້າມີຫ້ອງຫົວໃຈສໍາລັບເຮົານັບແຕ່ຕອນໃດ? ເມື່ອເຈົ້າລົ້ມເຫຼວ, ເມື່ອເຈົ້າພົບວ່າຕົນເອງບໍ່ມີຄວາມສາມາດ ແລະ ເມື່ອເຈົ້າບໍ່ມີທາງເລືອກແທ້ໆ, ເມື່ອນັ້ນ ເຈົ້າຈຶ່ງອະທິຖານຫາເຮົາ. ເປັນແບບນັ້ນກໍ່ດີ, ແລ້ວເປັນຫຍັງໃນຕອນນີ້ ເຈົ້າຈຶ່ງບໍ່ເຮັດສິ່ງຕ່າງໆດ້ວຍຕົນເອງ? ພວກເຈົ້າ ມະນຸດເອີຍ! ມັນຄືຕົວຕົນດັ່ງເດີມທີ່ໄດ້ທຳລາຍເຈົ້າ!

ບາງຄົນບໍ່ສາມາດພົບເຫັນເສັ້ນທາງ ແລະ ພວກເຂົາບໍ່ສາມາດນໍາທັນແສງສະຫວ່າງໃໝ່ໄດ້. ພວກເຂົາພຽງແຕ່ສົນທະນາ ກ່ຽວກັບສິ່ງເຫຼົ່ານັ້ນທີ່ພວກເຂົາໄດ້ເຫັນຜ່ານມາ; ບໍ່ມີຫຍັງໃໝ່ສຳລັບພວກເຂົາ. ເປັນຫຍັງຈຶ່ງເປັນແບບນັ້ນ? ເຈົ້າດຳລົງຊີວິດຢູ່ກັບຕົນເອງ ແລະ ໄດ້ປິດປະຕູໃສ່ເຮົາ. ເມື່ອເຫັນວິທີການແຫ່ງພາລະກິດຂອງພຣະວິນຍານບໍລິສຸດປ່ຽນແປງ, ໃນຫົວໃຈຂອງເຈົ້າແລ້ວ ເຈົ້າກໍຍັງລະມັດລະວັງຫຼາຍຢ້ານຜິດຢູ່ສະເໝີ. ການເຄົາລົບບູຊາພຣະເຈົ້າຂອງເຈົ້າຢູ່ໃສ? ເຈົ້າໄດ້ສະແຫວງຫາສິ່ງນັ້ນດ້ວຍຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າແລ້ວບໍ? ເຈົ້າພຽງແຕ່ສົງໄສວ່າ “ພຣະວິນຍານບໍລິສຸດປະຕິບັດພາລະກິດແບບນັ້ນແທ້ບໍ?” ສິ່ງທີ່ບາງຄົນໄດ້ເຫັນ ແມ່ນພາລະກິດຂອງພຣະວິນຍານບໍລິສຸດແທ້, ແຕ່ເຖິງຢ່າງນັ້ນກໍຕາມ ພວກເຂົາກໍຍັງມີແນວເວົ້າກ່ຽວກັບພາລະກິດນັ້ນ; ຄົນອື່ນໆຮັບຮູ້ວ່າ ມັນຄືພຣະທຳຂອງພຣະເຈົ້າ, ແຕ່ພວກເຂົາກໍບໍ່ຍອມຮັບເອົາພຣະທຳນັ້ນ. ແນວຄວາມຄິດຕ່າງໆຜຸດຂຶ້ນມາໃນພວກເຂົາແຕ່ລະຄົນ ແລະ ພວກເຂົາກໍບໍ່ເຂົ້າໃຈພາລະກິດຂອງພຣະວິນຍານບໍລິສຸດ. ພວກເຂົາປະໝາດ ແລະ ບໍ່ໃສ່ໃຈ, ບໍ່ເຕັມໃຈທີ່ຈະຈ່າຍລາຄາ ແລະ ຈິງໃຈໃນການສະຖິດຂອງເຮົາ. ພຣະວິນຍານບໍລິສຸດໄດ້ສ່ອງແສງສະຫວ່າງໃຫ້ກັບພວກເຂົາ, ແຕ່ພວກເຂົາຈະບໍ່ມາຢູ່ຕໍ່ໜ້າເຮົາ ເພື່ອໂອ້ລົມ ຫຼື ສະແຫວງຫາ. ກົງກັນຂ້າມ, ພວກເຂົາປະຕິບັດຕາມຄວາມປາຖະໜາຂອງພວກເຂົາເອງ ໂດຍເຮັດສິ່ງໃດກໍຕາມທີ່ພວກເຂົາພໍໃຈ; ນີ້ແມ່ນເຈດຕະນາແບບໃດ?

ກ່ອນນີ້: ບົດທີ 10

ຕໍ່ໄປ: ບົດທີ 12

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້