ບົດທີ 12
ຖ້າເຈົ້າມີອຸປະນິໄສທີ່ບໍ່ໝັ້ນຄົງທີ່ພັດມາທາງນີ້ ຫຼື ທາງນັ້ນຄືກັບລົມ ແລະ ຝົນ ແລະ ຖ້າເຈົ້າບໍ່ສາມາດກ້າວໄປຂ້າງໜ້າດ້ວຍສຸດແຮງຂອງເຈົ້າແລ້ວ, ໄມ້ແສ້ຂອງເຮົາກໍຈະບໍ່ຢູ່ໄກຈາກເຈົ້າຈັກເທື່ອ. ເມື່ອເຈົ້າຖືກຈັດການ, ຍິ່ງສະພາບແວດລ້ອມຮ້າຍແຮງຂຶ້ນເທົ່າໃດ ແລະ ຍິ່ງເຈົ້າຖືກຂົ່ມເຫັງຫຼາຍເທົ່າໃດ, ຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າກໍຍິ່ງຫຼາຍຂຶ້ນເທົ່ານັ້ນ ແລະ ເຈົ້າຈະເຊົາຍຶດຕິດກັບໂລກ. ເຈົ້າຈະມາຫາເຮົາ ແລະ ຟື້ນຄືນຄວາມແຂງແຮງ ແລະ ຄວາມໝັ້ນໃຈຂອງເຈົ້າຄືນ ໂດຍບໍ່ມີທາງເລືອກອື່ນຢູ່ຂ້າງໜ້າ. ແນວໃດກໍຕາມ, ເຈົ້າຈະດຳເນີນໄປຢ່າງບໍ່ມີຈຸດໝາຍປາຍທາງໃນສະພາບແວດລ້ອມທີ່ງ່າຍຂຶ້ນ. ເຈົ້າຕ້ອງເຂົ້າຈາກດ້ານບວກ; ຈົ່ງຫ້າວຫັນ ແລະ ບໍ່ກຽດຄ້ານ. ເຈົ້າຕ້ອງບໍ່ຫວັ່ນໄຫວກັບໃຜ ຫຼື ສິ່ງໃດ ໃນທຸກສະຖານະການ ແລະ ເຈົ້າຕ້ອງບໍ່ໄດ້ຮັບອິດທິພົນຈາກຄຳເວົ້າຂອງຜູ້ໃດ. ເຈົ້າຕ້ອງມີອຸປະນິໄສທີ່ໝັ້ນຄົງ; ບໍ່ວ່າຄົນຈະເວົ້າຫຍັງກໍຕາມ, ເຈົ້າຕ້ອງນຳສິ່ງທີ່ເຈົ້າຮູ້ວ່າເປັນຄວາມຈິງໄປປະຕິບັດທັນທີ. ເຈົ້າຕ້ອງໃຫ້ພຣະທຳຂອງເຮົາເຮັດວຽກຢູ່ຂ້າງໃນຕົວເຈົ້າຢູ່ສະເໝີ, ບໍ່ວ່າເຈົ້າອາດຈະປະເຊີນໜ້າກັບໃຜກໍຕາມ; ເຈົ້າຕ້ອງສາມາດຍຶດໝັ້ນໃນການເປັນພະຍານຂອງເຈົ້າໃຫ້ແກ່ເຮົາ ແລະ ຄຳນຶງເຖິງພາລະຂອງເຮົາ. ເຈົ້າຕ້ອງບໍ່ເຫັນດີຢ່າງຕາບອດກັບຄົນອື່ນໂດຍບໍ່ມີຄວາມຄິດເປັນຂອງຕົວເອງ; ກົງກັນຂ້າມ, ເຈົ້າຕ້ອງມີຄວາມກ້າຫານທີ່ຈະຢືນຂຶ້ນ ແລະ ຄັດຄ້ານສິ່ງເຫຼົ່ານັ້ນທີ່ບໍ່ສອດຄ່ອງກັບຄວາມຈິງ. ຖ້າເຈົ້າຮູ້ຢ່າງຊັດເຈນວ່າບາງສິ່ງຜິດພາດ, ແຕ່ເຈົ້າກໍຍັງຂາດຄວາມກ້າທີ່ຈະເປີດໂປງມັນ, ແລ້ວເຈົ້າກໍບໍ່ແມ່ນຜູ້ທີ່ປະຕິບັດຄວາມຈິງ. ເຈົ້າຕ້ອງການເວົ້າບາງຢ່າງ, ແຕ່ບໍ່ກ້າອອກມາພ້ອມກັບມັນ, ດັ່ງນັ້ນເຈົ້າຈຶ່ງເວົ້າອ້ອມແລ້ວກໍປ່ຽນເລື່ອງ; ຊາຕານແມ່ນຢູ່ພາຍໃຈໂຕເຈົ້າໂດຍທີ່ທ່ວງດຶງເຈົ້າໄວ້ ເຊິ່ງເຮັດໃຫ້ເຈົ້າເວົ້າໂດຍບໍ່ມີຜົນຫຍັງ ແລະ ບໍ່ສາມາດອົດທົນຈົນເຖິງທີ່ສຸດ. ເຈົ້າຍັງມີຄວາມຢ້ານຢູ່ໃນໃຈເຈົ້າຢູ່ ແລະ ນີ້ບໍ່ແມ່ນຍ້ອນຫົວໃຈຂອງເຈົ້າບໍ່ໄດ້ເຕັມໄປດ້ວຍແນວຄິດຂອງຊາຕານບໍ?
ຜູ້ເອົາຊະນະແມ່ນຫຍັງ? ທະຫານທີ່ດີຂອງພຣະຄຣິດຕ້ອງກ້າຫານ ແລະ ເພິ່ງພາເຮົາເພື່ອໃຫ້ເຂັ້ມແຂງຝ່າຍວິນຍານ; ພວກເຂົາຕ້ອງຕໍ່ສູ້ເພື່ອກາຍເປັນນັກຮົບ ແລະ ສູ້ຮົບກັບຊາຕານຈົນເຖິງຕາຍ. ເຈົ້າຕ້ອງຕື່ນຕົວຢູ່ສະເໝີ ແລະ ນີ້ແມ່ນເຫດຜົນວ່າເປັນຫຍັງເຮົາຈຶ່ງຂໍໃຫ້ເຈົ້າຮ່ວມມືກັບເຮົາຢ່າງຫ້າວຫັນຢູ່ທຸກຊ່ວງເວລາ ແລະ ຮຽນຮູ້ທີ່ເຈົ້າຫຍັບເຂົ້າໃກ້ເຮົາຫຼາຍຂຶ້ນ. ຖ້າເຈົ້າສາມາດສະຫງົບງຽບຢູ່ຕໍ່ໜ້າເຮົາໃນທຸກເວລາ ແລະ ທຸກສະຖານະການ, ຟັງຄຳເວົ້າຂອງເຮົາ ແລະ ໃຫ້ຄວາມສຳຄັນກັບພຣະທຳ ແລະ ການກະທຳຂອງເຮົາ, ແລ້ວເຈົ້າກໍຈະບໍ່ຫວັ່ນໄຫວ ແລະ ສູນເສຍທີ່ໝັ້ນຂອງເຈົ້າ. ສິ່ງໃດກໍຕາມທີ່ເຈົ້າໄດ້ຮັບຈາກພາຍໃນເຮົາກໍສາມາດປະຕິບັດໄດ້. ພຣະທຳຂອງເຮົາທຸກຄຳແມ່ນແນໃສ່ສະພາວະຂອງເຈົ້າ ແລະ ພວກມັນແທງທະລຸຫົວໃຈຂອງເຈົ້າ. ເຖິງແມ່ນວ່າເຈົ້າອາດຈະປະຕິເສດພວກມັນທາງຄຳເວົ້າ, ແຕ່ໃນໃຈເຈົ້າບໍ່ສາມາດປະຕິເສດພວກມັນໄດ້. ຍິ່ງໄປກວ່ານັ້ນ, ຖ້າເຈົ້າວິເຄາະພຣະທຳຂອງເຮົາ, ເຈົ້າຈະຖືກພິພາກສາ. ນັ້ນກໍຄື ພຣະທຳຂອງເຮົາແມ່ນຄວາມຈິງ, ຊີວິດ ແລະ ຫົນທາງ; ພວກມັນແມ່ນດາບສອງຄົມທີ່ແຫຼມ ແລະ ພວກມັນສາມາດເອົາຊະນະຊາຕານໄດ້. ບັນດາຜູ້ທີ່ເຂົ້າໃຈ ແລະ ມີຫົນທາງສູ່ການປະຕິບັດພຣະທຳຂອງເຮົາກໍໄດ້ຮັບພອນ ແລະ ບັນດາຜູ້ທີ່ບໍ່ປະຕິບັດຕາມພວກມັນຈະຖືກພິພາກສາຢ່າງບໍ່ຕ້ອງສົງໄສ; ສິ່ງນີ້ແມ່ນເປັນຈິງຫຼາຍ. ທຸກມື້ນີ້ ຂອບເຂດຂອງຜູ້ທີ່ຖືກເຮົາຕັດສິນແຜ່ກວ້າງອອກ: ບໍ່ສະເພາະແຕ່ຜູ້ທີ່ຮູ້ຈັກເຮົາເທົ່ານັ້ນທີ່ຈະຖືກຕັດສິນ, ແຕ່ຜູ້ທີ່ບໍ່ເຊື່ອໃນເຮົາ ແລະ ຜູ້ທີ່ພະຍາຍາມສຸດຄວາມສາມາດຂອງພວກເຂົາເພື່ອຕໍ່ຕ້ານ ແລະ ຂັດຂວາງພາລະກິດຂອງພຣະວິນຍານບໍລິສຸດກໍຈະຖືກພິພາກສາເຊັ່ນກັນ. ທຸກຄົນທີ່ຢູ່ຕໍ່ໜ້າເຮົາ ຜູ້ທີ່ກຳລັງຕິດຕາມບາດກ້າວຂອງເຮົາຈະເຫັນວ່າພຣະເຈົ້າແມ່ນໄຟທີ່ລຸກໄໝ້! ພຣະເຈົ້າຊ່າງສະຫງ່າຜ່າເຜີຍ! ພຣະອົງກຳລັງປະຕິບັດການພິພາກສາຂອງພຣະອົງ ແລະ ຕັດສິນປະຫານຊີວິດພວກເຂົາ. ບັນດາຜູ້ທີ່ຢູ່ໃນຄຣິສຕະຈັກທີ່ບໍ່ໃສ່ໃຈປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດ, ຜູ້ທີ່ຂັດຂວາງພາລະກິດດັ່ງກ່າວ, ຜູ້ທີ່ໂອ້ອວດ, ຜູ້ທີ່ມີເຈດຕະນາ ແລະ ເປົ້າໝາຍທີ່ບໍ່ຖືກຕ້ອງ, ຜູ້ທີ່ບໍ່ມີຄວາມພະຍາຍາມໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຜູ້ທີ່ສັບສົນ ແລະ ມີຄວາມສົງໄສ, ຜູ້ທີ່ກວດສອບພາລະກິດຂອງພຣະວິນຍານບໍລິສຸດ, ພຣະທຳແຫ່ງການພິພາກສາຈະມາເຖິງຄົນເຫຼົ່ານີ້ໃນເວລາໃດກໍໄດ້. ການກະທຳທັງໝົດຂອງຄົນຈະຖືກເປີດເຜີຍອອກ. ພຣະວິນຍານບໍລິສຸດຄົ້ນຫາຫົວໃຈສ່ວນເລິກທີ່ສຸດຂອງຄົນ, ດັ່ງນັ້ນ ຈົ່ງຢ່າເຮັດບໍ່ສົນໃຈເລີຍ; ໃຫ້ຮອບຄອບ ແລະ ລະມັດລະວັງ. ຢ່າເຮັດຫຍັງດ້ວຍຕົວເອງຢ່າງຕາບອດ. ຖ້າການກະທຳຂອງເຈົ້າບໍ່ສອດຄ່ອງກັບພຣະທຳຂອງເຮົາ, ແລ້ວເຈົ້າກໍຈະຖືກພິພາກສາ. ມັນບໍ່ມີປະໂຫຍດທີ່ຈະຮຽນແບບ, ທ່າທີ່ວ່າມີເຫດຜົນ ຫຼື ບໍ່ເຂົ້າໃຈຢ່າງແທ້ຈິງ; ເຈົ້າຕ້ອງມາຢູ່ຕໍ່ໜ້າເຮົາ ແລະ ສື່ສານກັບເຮົາເລື້ອຍໆ.
ບໍ່ວ່າເຈົ້າຈະເອົາຫຍັງຈາກເຮົາໄປ ມັນກໍຈະມອບເສັ້ນທາງປະຕິບັດໃຫ້ແກ່ເຈົ້າ. ເຈົ້າຍັງຈະມາພ້ອມກັບອຳນາດຂອງເຮົາ, ມີການສະຖິດຢູ່ຂອງເຮົາ ແລະ ຍ່າງໃນພຣະທຳຂອງເຮົາຢູ່ສະເໝີ; ເຈົ້າຈະຢູ່ເໜືອທຸກສິ່ງທາງໂລກ ແລະ ມີອຳນາດແຫ່ງການເປັນຄືນມາ. ຖ້າເຈົ້າບໍ່ມີພຣະທຳຂອງເຮົາ ແລະ ການສະຖິດຂອງເຮົາໃນຄຳເວົ້າ, ພຶດຕິກຳ ແລະ ການກະທຳຂອງເຈົ້າ ແລະ ຖ້າເຈົ້າຕີໂຕອອກຫ່າງຈາກເຮົາ ແລະ ມີຊີວິດຢູ່ໃນຕົວເຈົ້າເອງ, ຢູ່ໃນແນວຄິດຂອງຈິດໃຈ ແລະ ໃນຫຼັກຄຳສອນ ແລະ ກົດເກນຕ່າງໆ, ແລ້ວນັ້ນເປັນຂໍ້ພິສູດວ່າເຈົ້າໄດ້ຕັ້ງໃຈເຮັດບາບ. ເວົ້າອີກຢ່າງໜຶ່ງວ່າ ເຈົ້າຍັງຄົງຍຶດໝັ້ນໃນຕົວຕົນເກົ່າຂອງເຈົ້າ ໂດຍບໍ່ຍອມໃຫ້ໃຜມາທຳຮ້າຍຕົວເຈົ້າ ຫຼື ທຳຮ້າຍຈິດໃຈຂອງເຈົ້າແມ່ນແຕ່ໜ້ອຍເລີຍ. ຄົນທີ່ເຮັດແບບນີ້ມີຄວາມສາມາດຕ່ຳຫຼາຍ ແລະ ຂ້ອນຂ້າງເປັນຄົນໄຮ້ເຫດຜົນ ແລະ ພວກເຂົາບໍ່ສາມາດເຫັນພຣະຄຸນຂອງພຣະເຈົ້າ ຫຼື ຮັບຮູ້ພອນຂອງພຣະອົງ. ຖ້າເຈົ້າຍັງສືບຕໍ່ປະພຶດຕົວຢ່າງຫຼີກຫຼ່ຽງແບບນັ້ນ, ແລ້ວເມື່ອໃດເຈົ້າຈຶ່ງຈະສາມາດໃຫ້ເຮົາປະຕິບັດພາລະກິດໃນຕົວເຈົ້າໄດ້? ຫຼັງຈາກທີ່ເຮົາກ່າວແລ້ວ, ເຈົ້າໄດ້ຟັງ ແຕ່ບໍ່ໄດ້ຮັບຫຍັງເລີຍ ແລະ ເຈົ້າອ່ອນແອເປັນພິເສດ ເມື່ອໃດກໍຕາມທີ່ບັນຫາຂອງເຈົ້າຖືກບົ່ງຊີ້ອອກແທ້ໆ. ນັ້ນແມ່ນວຸດທິພາວະແບບໃດ? ເມື່ອໃດເຮົາຈຶ່ງສາມາດເຮັດໃຫ້ເຈົ້າສົມບູນໄດ້ ຖ້າເຈົ້າຕ້ອງຖືກຊັກຊວນຢູ່ສະເໝີ? ຖ້າເຈົ້າຢ້ານການຕຳ ແລະ ການຂູດຂີດ, ເຈົ້າກໍຕ້ອງຟ້າວເຕືອນຄົນອື່ນໆວ່າ “ຂ້ານ້ອຍຈະບໍ່ຍອມໃຫ້ໃຜຈັດການກັບຂ້ານ້ອຍ; ຂ້ານ້ອຍສາມາດກຳຈັດອຸປະນິໄສທຳມະຊາດເກົ່າໆຂອງຂ້ານ້ອຍໄດ້ດ້ວຍຕົວຂ້ານ້ອຍເອງ”. ສະນັ້ນ, ຈະບໍ່ມີໃຜວິຈານເຈົ້າ ຫຼື ແຕະຕ້ອງເຈົ້າ ແລະ ເຈົ້າຈະມີອິດສະຫຼະທີ່ຈະເຊື່ອທາງໃດກໍໄດ້ຕາມໃຈເຈົ້າໂດຍບໍ່ມີໃຜສົນໃຈເຈົ້າ. ເຈົ້າສາມາດຍ່າງຕາມບາດກ້າວຂອງເຮົາແບບນີ້ໄດ້ບໍ? ການອ້າງວ່າເຈົ້າແນ່ໃຈວ່າເຮົາແມ່ນພຣະເຈົ້າຂອງເຈົ້າ ແລະ ພຣະຜູ້ເປັນເຈົ້າຂອງເຈົ້ານັ້ນກໍເປັນພຽງຄຳເວົ້າທີ່ວ່າງເປົ່າ. ຖ້າເຈົ້າບໍ່ມີຄວາມສົງໄສແທ້ໆ, ສິ່ງເຫຼົ່ານີ້ກໍຈະບໍ່ເປັນບັນຫາ ແລະ ເຈົ້າຈະເຊື່ອວ່າມັນແມ່ນຄວາມຮັກ ແລະ ພອນຂອງພຣະເຈົ້າທີ່ມາຫາເຈົ້າ. ເມື່ອເຮົາກ່າວ ມັນແມ່ນສຳລັບລູກຊາຍຂອງເຮົາ ແລະ ພຣະທຳຂອງເຮົາຄວນໄດ້ຮັບການຂອບໃຈ ແລະ ຄຳສັນລະເສີນ.