ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍໃຈຈິງ ພຣະເຈົ້າຈະຮັບເອົາຢ່າງແນ່ນນອນ

ພາລະກິດຂອງພຣະວິນຍານບໍລິສຸດປ່ຽນໄປໃນແຕ່ລະມື້, ສູງສົ່ງຂຶ້ນຕາມແຕ່ລະບາດກ້າວ; ການເປີດເຜີຍແຫ່ງວັນໃໝ່ຍິ່ງສູງສົ່ງກວ່າວັນນີ້ ແລະ ສູງສົ່ງຂຶ້ນໄປຕາມແຕ່ລະຂັ້ນຕອນ. ນັ້ນຄືພາລະກິດຂອງພຣະເຈົ້າເພື່ອເຮັດໃຫ້ມະນຸດສົມບູນແບບ. ຫາກມະນຸດບໍ່ສາມາດກ້າວຕາມທັນ, ພວກເຂົາອາດຈະຖືກປະຖິ້ມໄວ້ເບື້ອງຫຼັງໄດ້ທຸກເວລາ. ຖ້າຫາກມະນຸດບໍ່ມີຫົວໃຈທີ່ເຊື່ອຟັງ, ພວກເຂົາບໍ່ສາມາດເດີນຕາມໄປເຖິງທີ່ສຸດ. ຍຸກເກົ່າໄດ້ຜ່ານໄປ, ນີ້ແມ່ນຍຸກໃໝ່. ໃນຍຸກໃໝ່ນີ້, ພາລະກິດໃໝ່ຕ້ອງສຳເລັດ. ໂດຍສະເພາະໃນຍຸກສຸດທ້າຍທີ່ມະນຸດຈະໄດ້ຖືກເຮັດໃຫ້ສົມບູນແບບ, ພຣະເຈົ້າຈະລົງມືປະຕິບັດພາລະກິດໃໝ່ນີ້ໃຫ້ໄວກວ່າເກົ່າ. ເພາະສະນັ້ນ, ຖ້າບໍ່ມີການເຊື່ອຟັງໃນຈິດໃຈຂອງພວກເຂົາ ມະນຸດຈະພົບຄວາມຫຍຸ້ງຍາກໃນການເດີນຕາມຮອຍຂອງພຣະເຈົ້າ. ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດໃດໆ ແລະ ບໍ່ໄດ້ປ່ຽນແປງການປະຕິບັດຕໍ່ຂັ້ນຕອນໃດໆຂອງພາລະກິດຂອງພຣະອົງ. ແຕ່, ພາລະກິດທີ່ພຣະອົງປະຕິບັດຢູ່ແມ່ນໃໝ່ກວ່າ ແລະ ສູງສົ່ງກວ່າ. ພາລະກິດຂອງພຣະອົງນັບມື້ນັບເປັນຈິງໃນແຕ່ລະບາດກ້າວ, ນັບມື້ນັບສອດຄ່ອງກັບຄວາມຕ້ອງການຢ່າງແທ້ຈິງຂອງມະນຸດ. ພາຍຫຼັງທີ່ມະນຸດໄດ້ສຳພັດກັບພາລະກິດແບບນີ້ເທົ່ານັ້ນ ພວກເຂົາຈຶ່ງສາມາດສໍາເລັດການປ່ຽນແປງຈິດໃຈຂັ້ນສຸດທ້າຍຂອງພວກເຂົາ. ລະດັບຄວາມຮູ້ຂອງມະນຸດກ່ຽວກັບຊີວິດສູງຂຶ້ນເລື້ອຍໆ ແລະ ເຊັ່ນດຽວກັນ, ລະດັບພາລະກິດຂອງພຣະເຈົ້າກໍ່ສູງຂຶ້ນເຊັ່ນກັນ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະໄດ້ສົມບູນແບບ ແລະ ເໝາະແກ່ການຮັບໃຊ້ພຣະເຈົ້າ. ພຣະເຈົ້າດຳເນີນພາລະກິດດ້ວຍວິທີນີ້ ຍ້ອນດ້ານໜຶ່ງກໍ່ເພື່ອຕອບໂຕ້ ແລະ ຫັນປ່ຽນຄວາມເຊື່ອຂອງມະນຸດ ແລະ ອີກດ້ານໜຶ່ງກໍ່ເພື່ອນຳພາມະນຸດໄປສູ່ສະຖານະທີ່ສູງຂຶ້ນ ແລະ ເປັນຈິງຫຼາຍຂຶ້ນ, ເພື່ອເຂົ້າສູ່ໂລກແຫ່ງສູງສຸດຂອງຄວາມເຊື່ອໃນພຣະເຈົ້າ ເພື່ອວ່າສຸດທ້າຍ ຈຸດປະສົງຂອງພຣະເຈົ້າກໍຈະໄດ້ສໍາເລັດ. ຜູ້ທີ່ບໍ່ເຊື່ອຟັງໂດຍທໍາມະຊາດ ທີ່ເຕັມໃຈຄັດຄ້ານຈະຖືກປ່ອຍຖິ້ມໄວ້ຢູ່ເບື້ອງຫຼັງໂດຍຂັ້ນຕອນນີ້ຂອງພາລະກິດທີ່ວ່ອງໄວ ແລະ ກ້າວໜ້າຢ່າງດຸເດືອດຂອງພຣະເຈົ້າ. ຜູ້ທີ່ເຕັມໃຈເຊື່ອຟັງ ແລະ ຜູ້ທີ່ຍິນດີຖ່ອມຕົນເທົ່ານັ້ນທີ່ຈະສາມາດກ້າວໄປເຖິງຈຸດສຸດທ້າຍຂອງເສັ້ນທາງນີ້ໄດ້. ໃນພາລະກິດແບບນີ້, ພວກເຈົ້າທຸກຄົນຕ້ອງຮຽນຮູ້ວິທີການຍອມຈຳນົນ ແລະວິທີປ່ອຍວາງແນວຄວາມຄິດຂອງພວກເຈົ້າ. ພວກເຈົ້າຄວນລະວັງໃນທຸກຂັ້ນຕອນ. ຖ້າຫາກພວກເຈົ້າບໍ່ລະວັງ, ພວກເຈົ້າຈະກາຍເປັນຄົນທີ່ຖືກປະຕິເສດໂດຍພຣະວິນຍານບໍລິສຸດ ແລະ ເປັນຜູ້ທີ່ຄັດຂວາງພຣະເຈົ້າໃນພາລະກິດຂອງພຣະອົງ. ກ່ອນທີ່ຈະກ້າວເຂົ້າສູ່ຂັ້ນຕອນຂອງພາລະກິດນີ້, ກົດເກນ ແລະ ກົດໝາຍເກົ່າຂອງມະນຸດແມ່ນມີຫຼາຍຈົນນັບບໍ່ຖ້ວນ ເຊິ່ງເຮັດໃຫ້ພວກເຂົາຫຼົງລືມ ແລະ ຜົນທີ່ໄດ້ຮັບກໍ່ຄືພວກເຂົາກາຍເປັນຄົນອວດດີ ແລະ ຫຼົງລືມຕົວ. ນີ້ແມ່ນອຸປະສັກທີ່ກີດກັ້ນມະນຸດບໍ່ໃຫ້ຮັບເອົາພາລະກິດໃໝ່ຂອງພຣະເຈົ້າ. ພວກເຂົາກາຍເປັນສັດຕູຂອງຜູ້ທີ່ຢາກເຂົ້າມາຮູ້ຈັກກັບພຣະເຈົ້າ. ຖ້າຫາກມະນຸດບໍ່ມີທັງຄວາມເຊື່ອໃນຈິດໃຈ ແລະ ປາດຖະໜາຄວາມເປັນຈິງ, ພວກເຂົາກໍ່ຈະຕົກຢູ່ໃນອັນຕະລາຍ. ຖ້າເຈົ້າຮັບເຊື່ອຟັງພຽງແຕ່ພາລະກິດ ແລະ ພຣະທໍາທຳມະດາເທົ່ານັ້ນ ແລະ ບໍ່ສາມາດຮັບເອົາຄວາມເລິກເຊິ່ງໃດໆ, ເຈົ້າກໍ່ເປັນພຽງຜູ້ທີ່ຫຼົງຢູ່ໃນຫົນທາງເກົ່າ ແລະ ບໍ່ສາມາດນຳທັນພາລະກິດຂອງພຣະວິນຍານບໍລິສຸດໄດ້. ພາລະກິດສຳເລັດໂດຍພຣະເຈົ້າແຕ່ລະ ໄລຍະເວລາແມ່ນແຕກຕ່າງກັນ. ຖ້າເຈົ້າສະແດງຄວາມເຊື່ອອັນໜັກແໜ້ນໃນໄລຍະໜຶ່ງ, ແຕ່ອີກໄລຍະໜຶ່ງສະແດງຄວາມເຊື່ອໜ້ອຍກວ່າ ຫຼື ບໍ່ມີຄວາມເຊື່ອເລີຍ, ພຣະເຈົ້າກໍ່ຈະຖິ້ມປະເຈົ້າ. ຖ້າເຈົ້າເດີນຕາມທັນພຣະເຈົ້າໃນເວລາທີ່ພຣະອົງກ້າວສູ່ຂັ້ນຕອນນີ້, ພວກເຈົ້າຕ້ອງສືບຕໍ່ເດີນຕາມພຣະອົງໃຫ້ທັນໃນເວລາທີ່ພຣະອົງກ້າວເຂົ້າສູ່ຂັ້ນຕອນໜ້າ. ເມື່ອນັ້ນ ເຈົ້າຈຶ່ງຈະເປັນຜູ້ເຊື່ອໃນພຣະວິນຍານບໍລິສຸດ. ເມື່ອເຈົ້າເຊື່ອໃນພຣະເຈົ້າ, ເຈົ້່າຕ້ອງເຊື່ອຢ່າງສະໝໍ່າສະເໝີ. ພວກເຈົ້າບໍ່ສາມາດພຽງແຕ່ເຊື່ອເວລາຄິດຢາກເຊື່ອ ແລະ ບໍ່ເຊື່ອເມື່ອບໍ່ຢາກເຊື່ອ. ຄວາມເຊື່ອແບບນີ້ບໍ່ເປັນທີ່ຍອມຮັບຂອງພຣະເຈົ້າໄດ້. ຖ້າເຈົ້າບໍ່ສາມາດເດີນຕາມທັນພາລະກິດໃໝ່ທີ່ເຮົາໄດ້ເຂົ້າຮ່ວມປະຕິບັດ ແລະ ສືບຕໍ່ຢຶດຖືໃນຄຳເວົ້າເກົ່າ ແລ້ວຈະມີຄວາມກ້າວໜ້າໃນຊີວິດຂອງເຈົ້າໄດ້ຢ່າງໃດ? ພາລະກິດຂອງພຣະເຈົ້າແມ່ນເພື່ອສະໜອງຕໍ່ເຈົ້າໂດຍຜ່ານພຣະທໍາຂອງພຣະອົງ. ເມື່ອເຈົ້າເຊື່ອຟັງ ແລະ ຍອມຮັບພຣະທໍາຂອງພຣະເຈົ້າ, ເມື່ອນັ້ນ ແນ່ນອນພຣະວິນຍານບໍລິສຸດຈະປະຕິບັດຕໍ່ເຈົ້າ. ພຣະວິນຍານບໍລິສຸດດຳເນີນໄປຕາມທິດທາງທີ່ເຮົາກ່າວສອນຢ່າງຖືກຕ້ອງທີ່ສຸດ. ຈົ່ງເຮັດຕາມທີ່ເຮົາໄດ້ກ່າວສອນ ແລະ ພຣະວິນຍານບໍລິສຸດຈະປະຕິບັດໃນຕົວເຈົ້າທັນທີ. ເຮົາເຍືອງແສງສະຫວ່າງອັນໃໝ່ໃຫ້ພວກເຈົ້າເພື່ອໃຫ້ເຫັນ ແລະ ນຳພາພວກເຈົ້າມາສູ່ແສງສະຫວ່າງແຫ່ງປັດຈຸບັນ. ເມື່ອເຈົ້າຍ່າງເຂົ້າສູ່ແສງສະຫວ່າງນີ້, ພຣະວິນຍານບໍລິສຸດຈະປະຕິບັດໃນຕົວເຈົ້າທັນທີ. ມີບາງຄົນທີ່ຍັງມີນິໄສດື້ດ້ານ ແລະ ເວົ້າວ່າ: “ຂ້າພະເຈົ້າຈະບໍ່ຍອມເຮັດຕາມທີ່ທ່ານບອກ.” ດັ່ງນັ້ນເຮົາຂໍບອກເຈົ້າວ່າຕອນນີ້ເຈົ້າໄດ້ມາເຖິງຈຸດສຸດທ້າຍຂອງເສັ້ນທາງແລ້ວ, ເຈົ້າເຫືອດແຫ້ງ ແລະ ບໍ່ມີຊີວິດອີກຕໍ່ໄປ. ສະນັ້ນ ໃນປະສົບການຂອງການປ່ຽນແປງຈິດໃຈຂອງພວກເຈົ້າ, ສຳຄັນທີ່ສຸດທີ່ພວກເຈົ້າຕ້ອງໄດ້ກ້າວໃຫ້ທັນແສງສະຫວ່າງໃນປັດຈຸບັນ. ພຣະວິນຍານບໍລິສຸດບໍ່ພຽງແຕ່ປະຕິບັດຕໍ່ມະນຸດຕໍ່ບາງຄົນທີ່ຮັບໃຊ້ພຣະເຈົ້າເທົ່ານັ້ນ, ແຕ່ປະຕິບັດຫຼາຍກວ່ານັ້ນໃນຄຣິສຕະຈັກ. ພຣະອົງສາມາດປະຕິບັດກັບໃຜກໍ່ໄດ້. ພຣະອົງອາດປະຕິບັດກັບເຈົ້າໃນຕອນນີ້ ແລະ ເມື່ອເຈົ້າມີປະສົບການແລ້ວ, ພຣະອົງອາດປະຕິບັດກັບຄົນອື່ນຕໍ່ໄປ. ຕ້ອງເດີນຕາມໃຫ້ທັນ; ຍິ່ງພວກເຈົ້າເດີນຕາມແສງສະຫວ່າງຢ່າງໄກ້ຊິດເທົ່າໃດ, ຊີວິດຂອງພວກເຈົ້າຍິ່ງຈະມີວຸດທິພາວະ ແລະ ເຕີບໂຕຂຶ້ນເທົ່ານັ້ນ. ບໍ່ສຳຄັນວ່າມະນຸດຈະເປັນຄົນແບບໃດ, ຕາບໃດທີ່ພຣະວິນຍານບໍລິສຸດປະຕິບັດໃນຕົວພວກເຂົາ, ເຈົ້າກໍຈົ່ງພາກັນປະຕິບັດຕາມ. ນຳໃຊ້ປະສົບການຂອງເຂົາເຈົ້າເຂົ້າສູ່ຕົວເຈົ້າເອງ ແລະ ເຈົ້າຈະໄດ້ຮັບສິ່ງທີ່ສູງສົ່ງຂຶ້ນອີກ. ເມື່ອເຮັດດັ່ງນັ້ນ, ພວກເຈົ້າຈະມີຄວາມຄືບໜ້າໄວຂຶ້ນ. ນີ້ແມ່ນເສັ້ນທາງແຫ່ງຄວາມສົມບູນແບບສຳລັບມະນຸດ ແລະ ວິທີແຫ່ງການເຕີບໂຕຂອງຊີວິດ. ເສັ້ນທາງສູ່ຄວາມສົມບູນແບບຈະສໍາເລັດ ແມ່ນໂດຍຜ່ານການເຊື່ອຟັງຂອງເຈົ້າທີ່ມີຕໍ່ພາລະກິດຂອງພະວິນຍານ. ເຈົ້າບໍ່ຮູ້ວ່າຕ້ອງຜ່ານຄົນປະເພດໃດພຣະເຈົ້າຈຶ່ງຈະເຮັດໃຫ້ເຈົ້າກາຍເປັນຄົນສົມບູນແບບ, ຕ້ອງຜ່ານໃຜແດ່ ແລະ ເຫດການໃດແດ່ ຫຼື ສິ່ງໃດແດ່ ພຣະອົງຈຶ່ງຈະເຮັດໃຫ້ເຈົ້າສາມາດເຂົ້າສູ່ການຄອບຄອງ ແລະ ໄດ້ຮັບຄວາມເຂົ້າໃຈບາງຢ່າງ. ຖ້າເຈົ້າສາມາດຍ່າງຕາມທາງທີ່ຖືກຕ້ອງນີ້, ສະແດງວ່າພໍມີຫວັງສຳລັບເຈົ້າທີ່ຈະຖືກເຮັດໃຫ້ສົມບູບແບບໂດຍພຣະເຈົ້າ. ຖ້າຫາກເຈົ້າບໍ່ສາມາດເຮັດໄດ້ດັ່ງນັ້ນ, ສະແດງວ່າອະນາຄົດຂອງເຈົ້າຈະມືດມົວ ແລະ ໄຮ້ແສງສະຫວ່າງ. ເມື່ອເຈົ້າເຂົ້າມາຖືກທາງ, ເຈົ້າຈະໄດ້ຮັບຄຳຕອບສຳລັບທຸກສິ່ງທຸກຢ່າງ. ບໍ່ວ່າພຣະວິນຍານບໍລິສຸດຈະເປີດເຜີຍສິ່ງໃດຕໍ່ຄົນອື່ນໆກໍຕາມ, ຖ້າເຈົ້າດຳເນີນການບົນພື້ນຖານຄວາມຮູ້ຂອງເຂົາເຈົ້າເພື່ອສຳພັດກັບສິ່ງຕ່າງໆດ້ວຍຕົວເອງ, ປະສົບການນີ້ຈະກາຍເປັນສ່ວນໜຶ່ງໃນຊີວິດຂອງເຈົ້າ ແລະ ເຈົ້າຈະສາມາດມອບປະສົບການເຫຼົ່ານີ້ຕໍ່ໃຫ້ກັບຄົນອື່ນໄດ້. ຜູ້ທີ່ມອບປະສົບການໃຫ້ຄົນອື່ນດ້ວຍການເວົ້່າຈໍ້ແບບນົກແກ້ວແມ່ນຜູ້ທີ່ບໍ່ມີປະສົມການ; ພວກເຈົ້າຕ້ອງຮຽນຮູ້ຄົ້ນຫາ ໂດຍຜ່ານຄວາມສະຫວ່າງ ແລະ ແສງສະຫວ່າງຂອງຄົນອື່ນ, ເປັນການເຝິກຝົນກ່ອນທີ່ພວກເຈົ້າຈະສາມາດເລີ່ມຕົ້ນບອກເຫຼົ່າປະສົບການ ແລະ ຄວາມຮູ້ທີ່ແທ້ຈິງຂອງຕົນເອງ. ສິ່ງນີ້ຈະເປັນປະໂຫຍດອັນໃຫຍ່ຫຼວງແກ່ຕົວພວກເຈົ້າເອງ. ເຈົ້າຄວນໄດ້ຮັບປະສົບການໃນວິທີນີ້ ແລະ ເຊື່ອຟັງທຸກສິ່ງທີ່ມາຈາກພຣະເຈົ້າ. ເຈົ້າຄວນສະແຫວງຫາຄວາມປະສົງຂອງພຣະເຈົ້າໃນທຸກສິ່ງ ແລະ ສຶກສາໃຫ້ເປັນບົດຮຽນໃນທຸກສິ່ງ ເພື່ອວ່າຊີວິດຂອງພວກເຈົ້າຈະໄດ້ວຸດທິພາວະ ແລະ ເຕີບໂຕ. ການປະຕິບັດແບບນີ້ ເຮັດໃຫ້ກ້າວໜ້າໄວທີ່ສຸດ.

ພຣະວິນຍານບໍລິສຸດໃຫ້ແສງສະຫວ່າງແກ່ເຈົ້າໂດຍຜ່ານປະສົບການຕົວຈິງ ແລະ ເຮັດໃຫ້ເຈົ້າເປັນຄົນສົມບູບແບບຜ່ານຄວາມສັດທາຂອງເຈົ້າ. ເຈົ້າເຕັມໃຈທີ່ຈະເປັນຄົນສົມບູນແບບແທ້ບໍ່? ​ຖ້າຫາກເຈົ້າເຕັມໃຈທີ່ຈະເປັນຄົນຖືກສ້າງໃຫ້ສົມບູບແບບໂດຍພຣະເຈົ້າຢ່າງແທ້ຈິງ, ເຈົ້າຈະມີຄວາມກ້າຫານທີ່ຈະປະຖິ້ມເນື້ອໜັງຂອງເຈົ້າ ແລະ ຈະສາມາດດໍາເນີນຕາມພຣະທໍາຂອງພຣະເຈົ້າ ແລະ ຈະບໍ່ຢູ່ເສີຍ ຫຼື ເປັນຄົນອ່ອນແອ. ພວກເຈົ້າຈະສາມາດເຊື່ອຟັງທຸກຢ່າງທີ່ມາຈາກພຣະເຈົ້າ ແລະ ທຸກໆການກະທຳຂອງພວກເຈົ້າ, ບໍ່ວ່າຈະກະທຳໃນທີ່ສາທາລະນະ ຫຼື ໃນສະຖານທີ່ສ່ວນຕົວ, ຈະເປັນສິ່ງທີ່ປະເສີດຕໍ່ພຣະເຈົ້າ. ຖ້າເຈົ້າເປັນຄົນທີ່ສັດຊື່ ແລະ ປະຕິບັດຄວາມເປັນຈິງໃນທຸກໆສິ່ງ ເຈົ້າກໍ່ຈະກາຍເປັນຄົນທີ່ສົມບູບແບບ. ພວກທີ່ໜ້າຫວ້າຍຫຼັງຫຼອກຜູ້ທີ່ຕໍ່ໜ້າເຮັດຈັ່ງໜຶ່ງ ແລະ ລັບຫຼັງເຮັດແບບອື່ນແມ່ນຜູ້ບໍ່ເຕັມໃຈເປັນຄົນສົມບູນແບບ. ພວກເຂົາທັງໝົດເປັນບຸດແຫ່ງຄວາມພິນາດ ແລະ ການທຳລາຍລ້າງ; ພວກເຂົາບໍ່ແມ່ນຄົນຂອງພຣະເຈົ້າ ແຕ່ຄົນຂອງຊາຕານ. ພວກເຂົາບໍ່ແມ່ນຜູ້ທີ່ພຣະເຈົ້າຊົງເລືອກເອົາ! ຖ້າການກະທຳ ແລະ ພຶດຕິກຳຂອງພວກເຈົ້າບໍ່ສາມາດສະແດງອອກຢູ່ຕໍ່ໜ້າພຣະເຈົ້າ ຫຼື ບໍ່ສາມາດເຫັນໂດຍພຣະວິນຍານຂອງພຣະເຈົ້າ, ນີ້ພິສູດວ່າມີບາງສິ່ງທີ່ຜິດປົກກະຕິໃນໂຕເຈົ້າ. ມີພຽງແຕ່ວ່າ ຖ້າເຈົ້າຍອມຮັບຄຳພິພາກສາ ແລະ ການລົງໂທດຂອງພຣະເຈົ້າເທົ່ານັ້ນ ແລະ ນຳເອົາຄວາມສຳຄັນຂອງການປ່ຽນແປງຂອງຊີວິດຈິດໃຈຂອງເຈົ້າເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຂົ້າມາສູ່ເສັ້ນທາງແຫ່ງການເປັນຄົນສົມບູນແບບໄດ້. ຖ້າເຈົ້າເຕັມໃຈທີ່ຈະເປັນຄົນທີ່ຖືກເຮັດໃຫ້ສົມບູນແບບໂດຍພຣະເຈົ້າ ແລະ ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ເຈົ້າຄວນເຊື່ອຟັງພາລະກິດຂອງພຣະເຈົ້່າທັງໝົດ, ປາດສະຈາກສຽງຈົ່ມວ່າແມ່ນແຕ່ຄຳດຽວ, ປາດສະຈາກການຄາດເດົາ ການປະເມີນຜົນ ຫຼື ຕັດສິນພາລະກິດຂອງພຣະເຈົ້າ. ນີ້ແມ່ນຂໍ້ກຳໜົດຕ່ຳສຸດໃນການທີ່ຈະເປັນຄົນທີ່ຖືກເຮັດໃຫ້ສົມບູນແບບໂດຍພຣະເຈົ້າ. ຂໍ້ກຳນົດທີ່ຈຳເປັນສຳລັບຜູ້ທີ່ສະແຫວງຫາຄວາມສົມບູນແບບໂດຍພຣະເຈົ້າກໍ່ຄື: ເຮັດທຸກສິ່ງທຸກຢ່າງດ້ວຍໃຈທີ່ຮັກພຣະເຈົ້າ. “ເຮັດທຸກສິ່ງທຸກຢ່າງດ້ວຍໃຈທີ່ຮັກພຣະເຈົ້າ” ໝາຍຄວາມວ່າແນວໃດ? ໝາຍຄວາມວ່າທຸກການກະທຳ ແລະ ພຶດຕິກຳຂອງເຈົ້າສາມາດສະແດງອອກຕໍ່ໜ້າພຣະເຈົ້າໄດ້. ເມື່ອເຈົ້າມີເຈດຕະນາດີ, ບໍ່ວ່າການກະທຳຂອງເຈົ້າຈະຖືກ ຫຼື ຜິດ, ເຈົ້າຈະບໍ່ມີຄວາມຢ້ານກົວທີ່ຈະສະແດງຕໍ່ໜ້າພຣະເຈົ້າ ຫຼື ຕໍ່ໜ້າອ້າຍເອື້ອຍນ້ອງຂອງເຈົ້າ; ເຈົ້າຈະກ້າປະຕິຍານຕໍ່ໜ້າພຣະເຈົ້າ. ທຸກໆຄວາມຕັ້ງໃຈ, ຄວາມນຶກຄິດ ແລະ ແນວຄິດຂອງເຈົ້າເໝາະສົມທີ່ຈະຖືກກວດສອບຕໍ່ໜ້າພຣະເຈົ້າ: ຖ້າຫາກເຈົ້າປະຕິບັດ ແລະ ເຂົ້າສູ່ເສັ້ນທາງນີ້, ຄວາມກ້າວໜ້າໃນຊີວິດຂອງເຈົ້າກໍ່ຈະມີຄວາມວ່ອງໄວ.

ເມື່ອພວກເຈົ້າເຊື່ອໃນພຣະເຈົ້າ, ພວກເຈົ້າຕ້ອງມີສັດທາໃນທຸກຂໍ້ພຣະທໍາຂອງພຣະເຈົ້າແລະ ໃນພາລະກິດຂອງພຣະອົງທັງໝົດ. ໝາຍຄວາມວ່າ, ເມື່ອເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງເຊື່ອຟັງພຣະອົງ. ຖ້າວ່າເຈົ້າເຮັດບໍ່ໄດ້, ກໍ່ບໍ່ສຳຄັນຫຍັງທີ່ເຈົ້າຈະເຊື່ອໃນພຣະເຈົ້າ ຫຼື ບໍ່. ຖ້າເຈົ້າເຊື່ອໃນພຣະເຈົ້າມາຫຼາຍປີ, ແຕ່ບໍ່ເຄີຍເຊື່ອຟັງພຣະອົງ ຫຼື ຍອມຮັບພຣະທໍາທຸກຄຳຂອງພຣະອົງ, ແຕ່ພັດຂໍໃຫ້ພຣະເຈົ້າຍອມ ແລະ ເຮັດຕາມຄວາມຄິດຂອງເຈົ້່າ, ພວກເຈົ້າກໍ່ເປັນຄົນທີ່ຕໍ່ຕ້ານທີ່ສຸດ ແລະ ເຈົ້າກໍ່ບໍ່ແມ່ນຜູ້ທີ່ມີຄວາມເຊື່ອຖື. ຄົນເຊັ່ນນີ້ຈະສາມາດເຊື່ອຟັງພາລະກິດ ແລະ ພຣະທໍາຂອງພຣະເຈົ້່າທີ່ບໍ່ສອດຄ່ອງກັບແນວຄິດຂອງພວກເຂົາໄດ້ຢ່າງໃດ? ຜູ້ທີ່ຄັດຄ້ານທີ່ສຸດຄືຜູ້ທີ່ປະຕິເສດ ແລະ ຕໍ່ຕ້ານພຣະເຈົ້າໂດຍເຈດຕະນາ. ພວກເຂົາເປັນສັດຕູຂອງພຣະເຈົ້າ ແລະ ຕໍ່ຕ້ານສາສະໜາຄຣິດ. ຄົນແບບນັ້ນມີທັດສະນະຄະຕິທີ່ບໍ່ດີຕໍ່ພາລະກິດໃໝ່ຂອງພຣະເຈົ້າຢູ່ສະເໝີ, ບໍ່ເຄີຍສະແດງໃຫ້ເຫັນເຖິງຄວາມຕັ້ງໃຈແມ່ນແຕ່ນ້ອຍດຽວໃນການຍອມຈຳນົນ ແລະ ບໍ່ເຄີຍສະແດງການຍອມຈຳນົນຢ່າງເຕັມໃຈ ຫຼື ສະແດງຄວາມຖ່ອມຕົນແມ່ນແຕ່ນ້ອຍ. ພວກເຂົາຍົກຍ້ອງຕົນເອງຕໍ່ໜ້າຄົນອື່ນ ແລະ ບໍ່ເຄີຍສະແດງຄວາມຈຳນົນຕໍ່ໃຜເລີຍ. ຕໍ່ໜ້າພຣະເຈົ້າ ພວກເຂົາຖືວ່າຕົນເອງເກັ່ງທີ່ສຸດໃນການເທດສະໜາພຣະທໍາ ແລະ ມີຄວາມຊຳນານໃນການປະຕິບັດວຽກງານກັບຄົນອື່ນ. ພວກເຂົາບໍ່ເຄີຍປະຖິ້ມຊັບສົມບັດທີ່ພວກເຂົາຄອບຄອງໄວ້ຢູ່ແລ້ວ, ແຕ່ພັດຖືເປັນມໍລະດົກຕົກທອດຈາກວົງຕະກູນ. ເພື່ອທີ່ຈະເທດສະໜາກ່ຽວກັບຄົນອື່ນ ແລະ ໃຊ້ເຂົາເຈົ້າເພື່ອສັ່ງສອນຄົນໂງ່ທີ່ຫຼົງເຊື່ອພວກເຂົາ. ມີຜູ້ຄົນແບບນີ້ຈຳນວນຫຼາຍຢູ່ໃນຄຣິສະຕະຈັກ. ອາດເວົ້າໄດ້ວ່າ “ວິລະບູລຸດທີ່ບໍ່ເຄີຍພ່າຍແພ້” ຮຸ້ນຕໍ່ຮຸ້ນອາໃສຢູ່ໃນວິຫານຂອງພຣະເຈົ້າ. ພວກເຂົາຖືເອົາຄຳເທດສະໜາ (ຫຼັັກຄຳສອນ) ເປັນໜ້າທີ່ສູງສຸດຂອງພວກເຂົາ. ທຸກປີ ແລະ ທຸກລຸ້ນ, ພວກເຂົາດຳເນີນການຢ່າງຈິງຈັງໃນການບັງຄັບໃຊ້ໜ້າທີ່ “ສັກສິດ ແລະ ຂັດຂືນບໍ່ໄດ້” ຂອງພວກເຂົາ. ບໍ່ມີໃຜກ້າແຕະຕ້ອງພວກເຂົາ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ກ້າຕິຕຽນພວກເຂົາຢ່າງເປີດເຜີຍ. ພວກເຂົາກາຍເປັນ “ລາຊາ” ໃນວິຫານຂອງພຣະເຈົ້າ, ອາລະວາດໄປທົ່ວ ແລະ ກົດຂີ່ຂົ່ມເຫັງຄົນອື່ນໃນທຸກກຸ່ມອາຍຸ. ຜີສາດຮ້າຍຝູງນີ້ຊອກຫາການຮ່ວມມື ແລະ ທຳລາຍພາລະກິດຂອງເຮົາ; ແລ້ວເຮົາຈະອະນຸຍາດໃຫ້ຜີສາດຮ້າຍທີ່ມີຊີວິດເຫຼົ່ານີ້ມີຢູ່ຕໍ່ໜ້າຕໍ່ຕາເຮົາໄດ້ແນວໃດ? ກະທັ້ງຜູ້ທີ່ເຊື່ອຟັງພຽງເຄິ່ງດຽວຍັງບໍ່ສາມາດເດີນໄປຈົນເຖິງຈຸດສຸດທ້າຍໄດ້, ແລ້ວພວກທໍຣະລາດເຫຼົ່ານີ້ທີ່ມີຄວາມເຊື່ອຟັງພຽງເລັກນ້ອຍໃນໃຈຂອງພວກເຂົາຈະໄປໄດ້ໄກຊໍ່າໃດ! ພາລະກິດຂອງພຣະເຈົ້າບໍ່ແມ່ນສິ່ງທີ່ຈະຮັບໄດ້ຢ່າງງ່າຍໂດຍມະນຸດ. ເຖິງວ່າມະນຸດຈະໃຊ້ຄວາມເຂັ້ມແຂງທັງໝົດທີ່ມີຢູ່, ພວກເຂົາກໍ່ຈະໄດ້ຮັບພຽງສ່ວນນ້ອຍ ແລະ ຈະບັນລຸຄວາມສົມບູນແບບໃນທ້າຍທີ່ສຸດ. ແລ້ວຜູ້ທີ່ເປັນລູກຫຼານທູດສະຫວັນທີ່ພະຍາຍາມທຳລາຍພາລະກິດຂອງພຣະເຈົ້າເດ? ພວກເຂົາບໍ່ມີຄວາມຫວັງແມ່ນແຕ່ນ້ອຍດຽວ ທີ່ຈະຖືກຮັບເອົາໂດຍພຣະເຈົ້າເລີຍແມ່ນບໍ່? ຈຸດປະສົງຂອງເຮົາໃນການປະຕິບັດພາລະກິດເພື່ອໄຊຊະນະບໍ່ແມ່ນພຽງເພື່ອພິຊິດໃຫ້ໄດ້ໄຊຊະນະເທົ່ານັ້ນ, ແຕ່ພິຊິດເພື່ອເປີດເຜີຍຄວາມຊອບທໍາ ແລະ ຄວາມອະທຳ, ເພື່ອໃຫ້ໄດ້ມາເຊິ່ງຫຼັກຖານຂອງການລົງໂທດມະນຸດ, ເພື່ອປະນາມຄົນຊົ່ວ ແລະ ຍິ່ງກວ່ານັ້ນ, ເພື່ອພິຊິດເຮັດໃຫ້ຜູ້ທີ່ເຊື່ອຟັງດ້ວຍຄວາມເຕັມໃຈກາຍເປັນຜູ້ທີ່ສົມບູບແບບ. ໃນທີ່ສຸດ, ທຸກຄົນຈະຖືກແຍກອອກໄປຕາມປະເພດ ແລະ ທຸກຄົນທີ່ສົມບູບແບບຈະມີຄວາມນຶກຄິດ ແລະ ຄວາມຄິດທີ່ເຕັມໄປດ້ວຍການເຊື່ອຟັງ. ນີ້ຄືພາລະກິດທີ່ຕ້ອງເຮັດໃຫ້ສຳເລັດໃນຍຸກທີ່ສຸດ. ແຕ່ວ່າຜູ້ທີ່ເຕັມໄປດ້ວຍວິທີການກະບົດຈະຖືກລົງໂທດ, ສົ່ງໄປເຜົາໃນກອງໄຟ ແລະ ກາຍເປັນສິ່ງທີ່ຖືກສາບແຊ່ງຊົ່ວນິລັນດອນ. ເມື່ອເວລານັ້ນມາເຖິງ, ຜູ້ທີ່ເປັນ “ວິລະບູລຸດທີ່ຍິ່ງໃຫຍ່ ແລະ ບໍ່ເຄີບພ່າຍແພ້” ໃນອາດີດຜ່ານມາຈະກາຍເປັນທີ່ຕ້ອງການ ແລະ ຜູ້ທີ່ຖືກປະຕິເສດແມ່ນຜູ້ທີ່ “ອ່ອນແອ ແລະ ໄຮ້ສະມັດຕະພາບ”. ມີພຽງສິ່ງນີ້ເທົ່ານັ້ນທີ່ສາມາດສະແດງເຖິງຄວາມທ່ຽງທໍາຂອງພຣະເຈົ້າໄດ້ທຸກແງ່ມຸມ ແລະ ເປີດເຜີຍຄວາມຄິດຈິດໃຈຂອງພຣະເຈົ້າ ທີ່ບໍ່ມີມະນຸດຄົນໃດຄັດຄ້ານໄດ້. ມີພຽງສິ່ງນີ້ເທົ່ານັ້ນທີ່ຈະບັນເທົາຄວາມກຽດຊັງໃນຈິດໃຈຂອງເຮົາ. ພວກເຈົ້າເຫັນວ່າເປັນເຫດຜົນພຽງພໍ ຫຼື ບໍ່?

ບໍ່ແມ່ນທຸກຄົນທີ່ມີປະສົບການກັບພາລະກິດຂອງພຣະວິນຍານບໍລິສຸດຈະສາມາດໄດ້ມາເຊິ່ງຊີວິດ ແລະ ບໍ່ແມ່ນທຸກຄົນຢູ່ໃນສາຍທານນີ້ຈະໄດ້ຮັບຊີວິດ. ຊີວິດບໍ່ແມ່ນຊັບສົມບັດລວມ ທີ່ແບ່ງບັນໂດຍມະນຸດທຸກຖ້ວນໜ້າ ແລະ ການປ່ຽນແປງຂອງແນວຄິດຈິດໃຈບໍ່ແມ່ນສິ່ງທີ່ໄດ້ມາຢ່າງງາຍດາຍຂອງທຸກຄົນ. ການຍອມຈຳນົນຕໍ່ພາລະກິດຂອງພຣະເຈົ້າຕ້ອງເປັນຮູບປະທຳຈັບຕ້ອງໄດ້ ແລະ ຕ້ອງສະແດງອອກດ້ວຍການກະທໍາ. ການຍອມຈຳນົນແບບຜິວເຜີນຈະບໍ່ສາມາດໄດ້ຮັບການຍອມຮັບຈາກພຣະເຈົ້າໄດ້ ແລະ ການເຊື່ອຟັງພຽງດ້ານຜິວເຜີນຂອງພຣະທໍາຂອງພຣະເຈົ້າ, ປາດສະຈາກການສະແຫວງຫາຄວາມປ່ຽນແປງຊີວິດຈິດໃຈຕົນເອງ ຈະບໍ່ສາມາດເປັນທີ່ພໍໃຈຂອງພຣະເຈົ້າໄດ້. ການເຊື່ອຟັງພຣະເຈົ້າ ແລະ ການຍອມຮັບເອົາພຣະທໍາຂອງພຣະເຈົ້າແມ່ນອັນໜຶ່ງອັນດຽວກັນ. ຜູ້ທີ່ຍອມຈຳນົນຕໍ່ພຣະເຈົ້າແຕ່ບໍ່ຍອມຮັບເອົາພຣະທໍາຂອງພຣະເຈົ້າບໍ່ສາມາດຖືວ່າເປັນຜູ້ທີ່ເຊື່ອຟັງພຣະເຈົ້າໄດ້, ໜ້ອຍກວ່ານັ້ນແມ່ນຜູ້ທີ່ບໍ່ຍອມຈຳນົນຢ່າງແທ້ຈິງແຕ່ເປັນຄົນໜ້າຊື່ໃຈຄົດ. ຜູ້ທີ່ຍອມຈຳນົນຕໍ່ພຣະເຈົ້າຢ່າງແທ້ຈິງຈະສາມາດໄດ້ຮັບຜົນຈາກພາລະກິດ ແລະ ບັນລຸຄວາມເຂົ້າໃຈຂອງຊີວິດຈິດໃຈ ແລະ ພາລະກິດຂອງພຣະເຈົ້າ. ນັ້ນຄືຜູ້ທີ່ຍອມຈຳນົນຕໍ່ພຣະເຈົ້າຢ່າງແທ້ຈິງ. ຜູ້ຄົນເຫຼົ່ານັ້ນ ສາມາດໄດ້ຮັບຄວາມຮູ້ໃໝ່ຈາກພາລະກິດໃໝ່ ແລະ ປະສົບກັບຄວາມປ່ຽນແປງໃໝ່ຈາກສິ່ງນັ້ນ. ຜູ້ຄົນເຫຼົ່ານີ້ເທົ່ານັ້ນໄດ້ຮັບການຍອມຮັບຈາກພຣະເຈົ້າ; ສະເພາະຜູ້ຄົນປະເພດນີ້ເທົ່ານັ້ນເປັນຄົນທີ່ສົມບູນແບບ ແລະ ໄດ້ຜ່ານການປ່ຽນແປງຂອງຊີວິດຈິດໃຈເຂົາເຈົ້າ. ຜູ້ທີ່ໄດ້ຮັບການຍອມຮັບຈາກພຣະເຈົ້າຈະເປັນຜູ້ທີ່ຍອມຈຳນົນຕໍ່ພຣະເຈົ້າດ້ວຍຄວາມຍິນດີ, ພ້ອມດ້ວຍຍອມຈຳນົນຕໍ່ພຣະທໍາ ແລະ ພາລະກິດຂອງພຣະອົງ. ສະເພາະຄົນປະເພດນີ້ເທົ່ານັ້ນທີ່ຢູ່ໃນຄວາມຖືກຕ້ອງ; ສະເພາະຄົນປະເພດນີ້ເທົ່ານັ້ນທີ່ປາຖະໜາ ແລະ ສະແຫວງຫາພຣະເຈົ້າຢ່າງແທ້ຈິງ. ສຳລັບຜູ້ທີ່ເວົ້າເຖິງຄວາມສັດທາໃນພຣະເຈົ້າແຕ່ປາກ ແຕ່ຄວາມເປັນຈິງແລ້ວ ພັດສາບແຊ່ງພຣະອົງ, ພວກເຂົາເປັນຜູ້ທີ່ໃສ່ໜ້າກາກໃຫ້ກັບຕົນເອງ, ຜູ້ທີ່ເປັນງູພິດ ແລະ ເປັນຜູ້ທີ່ທໍລະຍົດທີ່ສຸດ. ບໍ່ຊ້າກໍ່ໄວ, ໜ້າກາກຈອມປອມຂອງຜູ້ທີ່ໄຮ້ປະໂຫຍດເຫຼົ່ານີ້ຈະຖືກດຶງຈີກອອກ. ນີ້ບໍ່ແມ່ນພາລະກິດທີ່ຈະຕ້ອງເຮັດໃຫ້ແລ້ວໃນມື້ນີ້ບໍ? ຄົນທີ່ຊົ່ວຮ້າຍ ກໍ່ຈະຊົ່ວຮ້າຍສະເໝີ ແລະ ຈະບໍ່ລອດພົ້ນຈາກວັນຂອງການລົງໂທດ. ຄົນດີຈະເປັນຄົນດີສະເໝີ ແລະ ຈະຖືກເປີດເຜີຍເມື່ອພາລະກິດມາຮອດຈຸດສິ້ນສຸດ. ຄົນຊົ່ວຮ້າຍຈະບໍ່ຖືວ່າເປັນຄົນຊອບທໍາ, ຄົນທີ່ຊອບທໍາຈະບໍ່ຖືວ່າເປັນຄົນຊົ່ວຮ້າຍ. ເຮົາຈະປ່ອຍໃຫ້ໃຜຜູ້ໜຶ່ງຖືກກ່າວຫາຢ່າງຜິດໆໄດ້ບໍ່?

ໃນຂະນະທີ່ຊີວິດຂອງພວກເຈົ້າພວມກ້າວໄປ, ພວກເຈົ້າຕ້ອງມີການຮັບເອົາສິ່ງໃໝ່ ແລະ ຄວາມເຂົ້າໃຈສິ່ງໃໝ່ ແລະ ສູງສົ່ງກວ່າເກົ່າ ທີ່ເຕີບໂຕຂຶ້ນທຸກບາດກ້າວ. ນີ້ຄືສິ່ງທີ່ມະນຸດຊາດຄວນເຂົ້າສູ່. ໂດຍຜ່ານການແບ່ງປັນຄວາມຄິດ, ຮັບຟັງຂໍ້ຄວາມ, ອ່ານພຣະທໍາຂອງພຣະອົງ ຫຼື ຈັດການກັບບັນຫາ, ເຈົ້າຈະໄດ້ຮັບຄວາມເຂົ້າໃຈສິ່ງໃໝ່ຢ່າງເລິກເຊິ່ງ ແລະ ໄດ້ຮັບແສງສະຫວ່າງໃໝ່. ພວກເຈົ້າບໍ່ມີຊີວິດຢູ່ໃນກົດເກນເກົ່າ ແລະ ເວລາເກົ່າ. ພວກເຈົ້າມີຊີວິດໃນແສງສະຫວ່າງໃໝ່ ແລະ ບໍ່ຫຼົງອອກຈາກພຣະທໍາຂອງພຣະເຈົ້າ. ນີ້ຄືສິ່ງທີ່ເອີ້ນວ່າການເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ພຽງຕອບແທນໃນລະດັບເບົາບາງເທົ່ານັ້ນ ແມ່ນຈະບໍ່ໄດ້ຜົນສໍາເລັດ. ແຕ່ລະມື້, ພຣະທໍາຂອງພຣະເຈົ້າເຂົ້າສູ່ໂລກທີ່ສູງສົ່ງຂຶ້ນເລື້ອຍໆ ແລະ ສິ່ງໃໝ່ປາກົດຂຶ້ນທຸກວັນ. ພ້ອມນີ້ມະນຸດກໍຈໍາເປັນຕ້ອງສ້າງເສັ້ນທາງໃໝ່ເພື່ອເຂົ້າສູ່ພຣະທໍາທຸກວັນ. ຕາມທີ່ພຣະເຈົ້າໄດ້ກ່າວໄວ້, ພຣະເຈົ້າຈະນຳເອົາໝາກຜົນມາສູ່ທຸກສິ່ງທີ່ພຣະອົງໄດ້ກ່າວໄວ້; ຖ້າເຈົ້າບໍ່ສາມາດນຳທັນ ເຈົ້າກໍ່ຈະຖືກປະຖິ້ມໄວ້ດ້ານຫຼັງ. ການອະທິຖານຂອງພວກເຈົ້າຕ້ອງເຈາະເຂົ້າໄປໃຫ້ເລິກ; ພວກເຈົ້າຕ້ອງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຫຼາຍຂຶ້ນ, ໃຫ້ລົງເລິກໃນການເປີດເຜີຍທີ່ພວກເຈົ້າໄດ້ຮັບ ແລະ ຫຼຸດຜ່ອນສິ່ງທີ່ເປັນລົບໃຫ້ໜ້ອຍລົງ. ພວກເຈົ້າຕ້ອງໜັກແໜ້ນໃນການຕັດສິນຂອງພວກເຈົ້າເພື່ອວ່າພວກເຈົ້າຈະສາມາດຮັບຄວາມເຂົ້າໃຈໃນສິ່ງຕ່າງໆຢ່າງເລິກເຊິ່ງ ແລະ ເຂົ້າໃຈວ່າ ສິ່ງໃດຄືຝ່າຍວິນຍານ, ຮັບຄວາມເຂົ້າໃຈອັນເລິກເຊິ່ງຕໍ່ສິ່ງທີ່ຢູ່ພາຍນອກ ແລະ ເຂົ້າໃຈແກ່ນແທ້ຂອງທຸກບັນຫາ. ຖ້າເຈົ້າບໍ່ກຽມພ້ອມກັບສິ່ງເຫຼົ່ານີ້, ເຈົ້າຈະສາມາດນຳພາຄຣິສະຕະຈັກໄດ້ແນວໃດ? ຖ້າເຈົ້າເວົ້າພຽງຈາກຕົວໜັງສື ແລະ ທິດສະດີ ໂດຍປັດສະຈາກຄວາມເປັນຈິງໃດໆ ແລະ ປັດສະຈາກວິທີປະຕິບັດ, ເຈົ້າຈະສາມາດຢູ່ໄດ້ພຽງໄລຍະເວລາສັ້ນເທົ່ານັ້ນ. ອາດເປັນທີ່ຍອມຮັບໄດ້ເລັກນ້ອຍເມື່ອເວົ້າກັບຜູ້ເຊື່ອຖືໃໝ່, ແຕ່ພາຍຫຼັງເວລາໃດໜຶ່ງ ເມື່ອຜູ້ເຊື່ອໃໝ່ໄດ້ຮັບປະສົບການຕົວຈິງ, ເຈົ້າກໍ່ຈະບໍ່ສາມາດສະໜອງພຣະທໍາໄດ້ອີກຕໍ່ໄປ. ເມື່ອເປັນດັ່ງນັ້ນ ເຈົ້າຈະເໝາະຕໍ່ການຮັບໃຊ້ພຣະເຈົ້າໄດ້ຢ່າງໃດ? ປັດສະຈາກຄວາມສະຫວ່າງໃໝ່, ພວກເຈົ້າບໍ່ອາດປະຕິບັດໄດ້. ຜູ້ທີ່ບໍ່ມີຄວາມແສງສະຫວ່າງໃໝ່ແມ່ນຜູ້ທີ່ບໍ່ຮູ້ວິທີທີ່ຈະໄດ້ຮັບປະສົບການ ແລະ ຜູ້ຄົນເຫຼົ່ານັ້ນຈະບໍ່ສາມາດໄດ້ຮັບຄວາມຮູ້ ຫຼື ປະສົບການໃໝ່ໄດ້. ໃນເລຶ່ອງນະໜອງຊີວິດ, ພວກເຂົາບໍ່ຈະສາມາດປະຕິບັດໜ້າທີ່ຂອງຕົນໄດ້ ຫຼື ບໍ່ສາມາດກາຍເປັນຜູ້ທີ່ເໝາະສົມຮັບໃຊ້ພຣະເຈົ້າ. ມະນຸດປະເພດນີ້ບໍ່ມີຫຍັງດີເລີຍ, ເປັນຄົນໄຮ້ປະໂຫຍດ, ຄວາມຈິງກໍຄື ມະນຸດດັ່ງກ່າວນີ້ບໍ່ມີຄວາມສາມາດໃນການປະຕິບັດໜ້າທີ່ໃນພາລະກິດຂອງຕົນ ແລະ ບໍ່ມີດີຫຍັງເລີຍ. ບໍ່ພຽງແຕ່ພວກເຂົ້າລົ້ມເຫຼວໃນການປະຕິບັດໜ້າທີ່ຂອງພວກເຂົາເທົ່ານັ້ນ, ແຕ່ພວກເຂົາຍັງນໍາເອົາຄວາມເຄັ່ງຕຶງທີ່ບໍ່ຈໍາເປັນມາສູ່ຄຣິສະຕະຈັກອີກດ້ວຍ. ເຮົາຂໍເຕືອນ “ຊາຍຊະລາຜູ້ໜ້າເຄົາລົບ” ເຫຼົ່ານີ້ໃຫ້ຮີບຮ້ອນອອກຈາກຄຣິສະຕະຈັກເສຍ ເພື່ອວ່າຄົນອື່ນຈະບໍ່ຕ້ອງແນມເບິ່ງພວກເຈົ້າອີກຕໍ່ໄປ. ມະນຸດເຫຼົ່ານີ້ບໍ່ເຂົ້າໃຈພາລະກິດໃໝ່ ແຕ່ເຕັມໄປດ້ວຍແນວຄວາມຄິດບໍ່ຮູ້ຈົບ. ພວກເຂົາບໍ່ມີປະໂຫຍດຫຍັງທັງສິ້ນຕໍ່ຄຣິສະຕະຈັກ; ກົງກັນຂ້າມ, ພວກເຂົາກໍ່ຄວາມເສຍຫາຍ ແລະ ແຜ່ລາມຄວາມບໍ່ດີໄປທົ່ວທຸກບ່ອນ, ຈົນເຖິງຂັ້ນຮ່ວມປະພຶດຜິດໃນທຸກຮູບແບບ ແລະ ກໍ່ຄວາມວຸ້ນວາຍໃນຄຣິສຕະຈັກ ແລະ ເຮັດໃຫ້ຜູ້ທີ່ບໍໍ່ມີການຈໍາແນກສັບສົນ ແລະ ແຕກຕື່ນ. ຜີສາດຮ້າຍທີ່ມີຊິວິດເຫຼົ່ານີ້, ວິນຍານຊົ່ວຊ້າເຫຼົ່ານີ້ຄວນອອກໄປຈາກຄຣິສຕະຈັກໃຫ້ໄວເທົ່າທີ່ຈະໄວໄດ້, ເພື່ອບໍ່ໃຫ້ຄຣິສຕະຈັກຖືກທຳລາຍລົງດ້ວຍນ້ຳມືຂອງເຈົ້າ. ເຈົ້າອາດບໍ່ຢ້ານກົວພາລະກິດໃນວັນນີ້, ແຕ່ວ່າ ເຈົ້າບໍ່ຢ້ານການລົງໂທດທີ່ຖືກຕ້ອງຂອງມື້ອື່ນບໍ່? ມີຜູ້ຄົນຈຳນວນຫຼາຍໃນຄຣິສຕະຈັກທີ່ລໍຖ້າເອົາປຽບຄົນອື່ນ, ພ້ອມທັງໝາປ່າຈໍານວນຫຼວງຫຼາຍທີ່ຕ້ອງການຂັດຂວາງພາລະກິດຕາມປົກກະຕິຂອງພຣະເຈົ້າ. ສິ່ງເຫຼົ່ານີ້ລ້ວນແຕ່ແມ່ນຜີສາດທີ່ຖືກສົ່ງມາໂດຍພະຍາມານ, ກໍ່ຄືໝາປ່າທີ່ຊົ່ວຮ້າຍທີ່ພະຍາຍາມທຳລາຍລູກແກະທີ່ໄຮ້ດຽງສາ. ຖ້າຫາກຜູ້ທີ່ຖືກເອີ້ນວ່າມະນຸດເຫຼົ່ານີ້ບໍ່ຖືກຂັບໄລ່ໃຫ້ອອກໄປ, ພວກເຂົາຈະກາຍເປັນແມ່ພະຍາດໃນຄຣິສຕະຈັກ ແລະ ແມງສາບທີ່ຈອບກິນເຄື່ອງຖວາຍ. ສິ່ງທີ່ໜ້າລັງກຽດ, ຄວາມໂງ່ງ່າວ, ຄວາມຕ່ຳຊ້າ ແລະ ໜອນໜ້າອະເຫຍືອງເຫຼົ່ານີ້ຈະຖືກລົງໂທດໃນມື້ໜຶ່ງ!

​ກ່ອນ​ນີ້ :ການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າ

ຕໍ່​ໄປ:ຍຸກແຫ່ງອານາຈັກແມ່ນຍຸກແຫ່ງພຣະທໍາ