ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າ

ບໍ່ມີຂັ້ນຕອນໃດທີ່ສຳຄັນໃນການເຂົ້າສູ່ພຣະທຳຂອງພຣະເຈົ້າຫຼາຍກວ່າການເຮັດໃຫ້ຫົວໃຈຂອງເຈົ້າມີຄວາມສະຫງົບກັບການສະຖິດຂອງພຣະອົງ. ນັ້ນຄືບົດຮຽນທີ່ທຸກຄົນມີຄວາມຕ້ອງການຢ່າງຮີບດ່ວນຂອງການເຂົ້າສູ່ໃນປັດຈຸບັນ. ເສັ້ນທາງແຫ່ງການເຂົ້າສູ່ໃນການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າມີດັ່ງຕໍ່ໄປນີ້:

1. ຖອນຫົວໃຈຂອງເຈົ້າຈາກບັນຫາພາຍນອກ. ຈົ່ງມີຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າ ແລະ ຕັ້ງຈິດຕັ້ງໃຈໃນການອະທິຖານຫາພຣະເຈົ້າ.

2. ຈົ່ງເຮັດໃຫ້ຫົວໃຈຂອງເຈົ້າມີຄວາມສະຫງົບຕໍ່ໜ້າພຣະເຈົ້າ, ກິນ, ດື່ມ ແລະ ຊື່ນຊົມພຣະທຳຂອງພຣະເຈົ້າ.

3. ຕັ້ງສະຕິ ແລະ ຕຶກຕອງຫາຄວາມຮັກຂອງພຣະເຈົ້າ ແລະ ໄຕ່ຕອງພາລະກິດຂອງພຣະເຈົ້າໃນຫົວໃຈຂອງເຈົ້າ.

ທຳອິດ ເລີ່ມຕົ້ນຈາກທິດທາງແຫ່ງການອະທິຖານ. ອະທິຖານດ້ວຍຄວາມຕັ້ງໃຈໃຫ້ເຕັມທີ່ ແລະ ໃຫ້ຢູ່ໃນເວລາທີ່ແນ່ນອນ. ບໍ່ວ່າເຈົ້າກົດດັນພຽງໃດໃນເວລາໃດໜຶ່ງ, ຫຍຸ້ງກັບວຽກພຽງໃດ ຫຼື ມີຫຍັງເກີດຂຶ້ນກັບເຈົ້າກໍຕາມ, ຈົ່ງອະທິຖານທຸກໆມື້ໃຫ້ເປັນເລື່ອງປົກກະຕິ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃຫ້ເປັນເລື່ອງປົກກະຕິ.​ ຖ້າເມື່ອໃດທີ່ເຈົ້າຍັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ບໍ່ວ່າສະພາບອ້ອມຂ້າງເຈົ້າຈະເປັນແນວໃດກໍຕາມ, ເຈົ້າຈະມີຄວາມສຸກໃນຈິດວິນຍານຂອງເຈົ້າ ແລະ ເຈົ້າຈະບໍ່ຖືກລົບກວນດ້ວຍຄົນອື່ນ, ເຫດການ ຫຼື ສິ່ງອ້ອມຂ້າງເຈົ້າ.​ ເມື່ອເຈົ້າຕຶກຕອງພຣະເຈົ້າໃນຫົວໃຈຂອງເຈົ້າຢູ່ເປັນປະຈຳ, ສິ່ງທີ່ເກີດຂຶ້ນຢູ່ພາບນອກຈະບໍ່ສາມາດລົບກວນເຈົ້າໄດ້. ນີ້ຄືຄວາມໝາຍຂອງການມີວຸດທິພາວະ. ເລີ່ມຕົ້ນດ້ວຍຄຳອະທິຖານ: ອະທິຖານຢ່າງງຽບສະຫງົບຢູ່ຕໍ່ໜ້າພຣະເຈົ້າແມ່ນເປັນຜົນດີທີ່ສຸດ. ຫຼັງຈາກນັ້ນຈົ່ງ ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ສະແຫວງຫາແສງສະຫວ່າງໃນພຣະທຳຂອງພຣະເຈົ້າໂດຍໄຕ່ຕອງເຖິງພຣະທຳເຫຼົ່ານັ້ນ, ຊອກຫາຫົນທາງເພື່ອປະຕິບັດຕົວຈິງ, ຮູ້ຈັກຄວາມປະສົງຂອງພຣະເຈົ້າໃນການກ່າວພຣະທຳຂອງພຣະອົງ ແລະ ເຂົ້າໃຈພຣະທໍາດັ່ງກ່າວໂດຍບໍ່ມີການປ່ຽນແປງ. ຕາມທໍາມະດາແລ້ວ ມັນຄວນເປັນເລື່ອງປົກກະຕິສຳລັບເຈົ້າທີ່ຈະສາມາດຫຍັບເຂົ້າໃກ້ພຣະເຈົ້າທີ່ຢູ່ໃນຫົວໃຈຂອງເຈົ້າ, ຕຶກຕອງຄວາມຮັກຂອງພຣະເຈົ້າ ແລະ ໄຕ່ຕອງພຣະທຳຂອງພຣະເຈົ້າ ໂດຍບໍ່ຮັບການລົບກວນຕໍ່ສິ່ງພາຍນອກ. ເມື່ອຫົວໃຈຂອງເຈົ້າໄດ້ຮັບຄວາມສະຫງົບສຸກໃນລະດັບໃດໜຶ່ງແລ້ວ, ເຈົ້າຈະສາມາດຮໍ່າເພິງຢູ່ໃນໃຈຢ່າງງຽບໆ ແລະ ຕຶກຕອງເຖິງຄວາມຮັກຂອງພຣະເຈົ້າ ແລະ ບໍ່ວ່າສະພາບອ້ອມຂ້າງຈະເປັນແນວໃດກໍຕາມ ຈົ່ງຫຍັບເຂົ້າໃກ້ພຣະເຈົ້າຢ່າງແທ້ຈິງ ຈົນກວ່າເຈົ້າຈະໄປເຖິງຈຸດທີ່ເຕັມໄປດ້ວຍຄໍາສັນລະເສີນລັ່ງໄຫຼເຂົ້າໃນຫົວໃຈຂອງເຈົ້າ ເຊິ່ງສິ່ງເຫຼົ່ານັ້ນແມ່ນດີກວ່າການອະທິຖານຫຼ່າຍເທົ່າ. ແນ່ນັ້ນ ຖ້າເຈົ້າປະສົບຜົນສໍາເລັດດ້ວຍວີທີດັ່ງກ່າວ, ເຈົ້າກໍຈະມີວຸດທິພາວະຢ່າງສົມບູນ. ຖ້າເຈົ້າສາມາດຮັບສະພາວະທີ່ໄດ້ກ່າວມາຂ້າງເທິງນັ້ນກໍພິສຸດໃຫ້ເຫັນແລ້ວວ່າ ຫົວໃຈຂອງເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ນີ້ຄືບົດຮຽນພື້ນຖານຢ່າງທຳອິດ. ພຽງແຕ່ຫຼັງຈາກທີ່ມະນຸດສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າເທົ່ານັ້ນ ພວກເຂົາຈຶ່ງສາມາດໄດ້ຮັບການສຳຜັດໂດຍພຣະວິນຍານບໍລິສຸດ ແລະ ໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ ແລະ ພຽງເມື່ອນັ້ນ ພວກເຂົາຈຶ່ງສາມາດສື່ສານກັບພຣະເຈົ້າໄດ້ຢ່າງແທ້ຈິງ, ລວມທັງການເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ການນໍາພາຂອງພຣະວິນຍານບໍລິສຸດ. ຫລັງຈາກນັ້ນ ພວກເຂົາກໍຈະໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນຊີວິດຝ່າຍວິນຍານຂອງພວກເຂົາ. ເມື່ອການຝຶກຝົນຂອງພວກເຂົາເພື່ອໃຊ້ຊີວິດຢູ່ຕໍ່ໜ້າພຣະເຈົ້າໄດ້ເຂົ້າເຖິງຈຸດໃດໜຶ່ງ ແລະ ເມື່ອພວກເຂົາສາມາດປະຖິ້ມຕົວພວກເຂົາເອງ, ກຽດຊັງພວກເຂົາເອງ ແລະ ໃຊ້ຊີວິດຢູ່ກັບພຣະທຳຂອງພຣະເຈົ້າ ເມື່ອນັ້ນຫົວໃຈຂອງພວກເຂົາກໍຈະຢູ່ໃນຄວາມສະຫງົບຢ່າງແທ້ຈິງຕໍ່ໜ້າພຣະເຈົ້າ. ການທີ່ສາມາດກຽດຊັງຕົນເອງ, ສາບແຊ່ງຕົນເອງ ແລະ ປະຖິ້ມຕົນເອງແມ່ນຜົນສຳເລັດມາຈາກພາລະກິດຂອງພຣະເຈົ້າ ເຊິ່ງມະນຸດບໍ່ສາມາດເຮັດສຳເລັດໄດ້ດ້ວຍຕົນເອງ. ດ້ວຍເຫດນັ້ນ ການປະຕິບັດເຮັດໃຫ້ຫົວໃຈສະຫງົບຕໍ່ໜ້າພຣະເຈົ້າແມ່ນບົດຮຽນທີ່ມະນຸດຄວນເຂົ້າສູ່ໂດຍທັນທີທັນໃດ. ສໍາລັບບາງຄົນ ພວກເຂົາບໍ່ພຽງແຕ່ບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້ຢ່າງປົກກະຕິເທົ່ານັ້ນ, ແຕ່ພວກເຂົາຍັງບໍ່ສາມາດເຮັດໃຫ້ຫົວໃຈຂອງພວກເຂົາສະຫງົບຕໍ່ໜ້າພຣະເຈົ້າແມ່ນແຕ່ໃນເວລາທີ່ອະທິຖານ. ການກະທໍາແບບນີ້ແມ່ນຕໍ່າກວ່າລະດັບມາດຕະຖານຂອງພຣະເຈົ້າ! ຖ້າຫົວໃຈຂອງເຈົ້າບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເຈົ້າສາມາດຖືກດົນໃຈໂດຍພຣະວິນຍານບໍລິສຸດໄດ້ບໍ? ຖ້າເຈົ້າເປັນຄົນທີ່ບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເຈົ້າກໍອາດຈະຖືກລົບກວນເມື່ອມີບາງຄົນມາຫາ ຫຼື ເມື່ອມີຄົນອື່ນລົມກັນ ແລະ ຈິດໃຈຂອງເຈົ້າກໍອາດຈະເລື່ອນລອຍຢູ່ກັບສິ່ງທີ່ຄົນອື່ນກຳລັງເຮັດຢູ່ ເຊິ່ງໃນກໍລະນີນີ້ເຈົ້າແມ່ນບໍ່ໄດ້ໃຊ້ຊີວິດຢູ່ຕໍ່ໜ້າພຣະເຈົ້າເລີຍ. ຖ້າຫົວໃຈຂອງເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເຈົ້າຈະບໍ່ຖືກລົບກວນໂດຍສິ່ງໃດໆທີ່ເກີດຂຶ້ນໃນໂລກພາຍນອກ ຫຼື ຖືກຄອບຄອງໂດຍຜູ້ຄົນ, ເຫດການ ຫຼື ສິ່ງໃດໆ. ຖ້າເຈົ້າໄດ້ເຂົ້າສູ່ສິ່ງນີ້ ແລ້ວສະພາວະດ້ານລົບເຫຼົ່ານັ້ນ ແລະ ສິ່ງທີ່ເປັນດ້ານລົບທັງໝົດເຊັ່ນ: ແນວຄວາມຄິດຂອງມະນຸດ, ປັດຊະຍາແຫ່ງຊີວິດ, ຄວາມສຳພັນທີ່ບໍ່ປົກກະຕິລະຫວ່າງມະນຸດ, ຄວາມຄິດ-ຄວາມເຫັນ ແລະ ອື່ນໆ ຈະຫາຍໄປຕາມທຳມະຊາດ. ຍ້ອນເຈົ້າໄຕ່ຕອງເຖິງພຣະທຳຂອງພຣະເຈົ້າຢູ່ເປັນປະຈຳ ແລະ ຫົວໃຈຂອງເຈົ້າຢູ່ໃກ້ພຣະເຈົ້າສະເໝີ ແລະ ຖືກຄອບຄອງໂດຍພຣະທຳຂອງພຣະເຈົ້າໃນປັດຈຸບັນຕະຫຼອດ, ສິ່ງທີ່ເປັນລົບເຫຼົ່ານັ້ນກໍຈະອອກໄປຈາກເຈົ້າໂດຍທີ່ເຈົ້າບໍ່ຮູ້ສຶກຕົວເລີຍ. ເມື່ອມີສິ່ງໃໝ່ ແລະ ສິ່ງທີ່ເປັນບວກຢູ່ກັບເຈົ້າ, ສິ່ງເກົ່າທີ່ເປັນລົບກໍຈະຫາຍໄປ, ສະນັ້ນ ຢ່າສົນໃຈກັບສິ່ງເກົ່າທີ່ເປັນລົບເຫຼົ່ານັ້ນເລີຍ. ເຈົ້າບໍ່ຕ້ອງພະຍາຍາມຄວບຄຸມພວກມັນ. ເຈົ້າຄວນໃສ່ໃຈໃນການຢູ່ຢ່າງສະຫງົບຕໍ່ໜ້າພຣະເຈົ້າ, ກິນ, ດື່ມ ແລະ ຊື່ນຊົມພຣະທຳຂອງພຣະເຈົ້າໃຫ້ຫຼາຍເທົ່າທີ່ເຈົ້າຈະສາມາດເຮັດໄດ້; ຮ້ອງເພງສັນລະເສີນພຣະເຈົ້າໃຫ້ຫຼາຍເທົ່າທີ່ເຈົ້າສາມາດເຮັດໄດ້ ແລະ ຈັ່ງປ່ອຍໃຫ້ພຣະເຈົ້າມີໂອກາດໄດ້ປະຕິບັດພາລະກິດໃນຕົວເຈົ້າ; ເພາະວ່າ ໃນປັດຈຸບັນ ພຣະເຈົ້າຕ້ອງການເຮັດໃຫ້ມະນຸດສົມບູນແບບດ້ວຍພຣະອົງເອງ ແລະ ພຣະອົງຕ້ອງການໄດ້ຮັບຫົວໃຈຂອງເຈົ້າ; ພຣະວິນຍານຂອງພຣະອົງດົນໃຈເຈົ້າ ແລະ ຖ້າເຈົ້າປະຕິບັດຕາມການນໍາພາຂອງພຣະວິນຍານບໍລິສຸດມາໃຊ້ຊີວິດຢູ່ຕໍ່ໜ້າພຣະເຈົ້າ, ເຈົ້າຈະເຮັດໃຫ້ພຣະເຈົ້າພໍໃຈ. ຖ້າເຈົ້າສົນໃຈໃຊ້ຊີວິດຢູ່ໃນພຣະທຳຂອງພຣະເຈົ້າ ແລະ ເຂົ້າຮ່ວມພົວພັນສົນທະນາກ່ຽວກັບຄວາມຈິງຫຼາຍຂຶ້ນເພື່ອຮັບແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ, ແລ້ວແນວຄວາມຄິດຕ່າງໆນາໆກ່ຽວກັບສາສະໜາເຫຼົ່ານັ້ນ ແລະ ຄວາມໂອ້ອວດວ່າຕົນເອງຖືກສະເໝີ ແລະ ການໃຫ້ຄວາມສຳຄັນແກ່ຕົນເອງກໍຈະຫາຍໄປໝົດສິ້ນ; ເຈົ້າຈະຮູ້ຈັກວິທີສະລະຕົນເອງເພື່ອພຣະເຈົ້າ, ວິທີຮັກພຣະເຈົ້າ ແລະ ວິທີເຮັດໃຫ້ພຣະເຈົ້າພໍໃຈ. ນອກຈາກນັ້ນ, ສິ່ງທີ່ບໍ່ກ່ຽວຂ້ອງກັບພຣະເຈົ້າເຫຼົ່ານັ້ນຈະຫາຍໄປຈາກຈິດສຳນຶກຂອງເຈົ້າໂດຍບໍ່ຮູ້ຕົວ.

ການໄຕ່ຕອງ ແລະ ອະທິຖານຕໍ່ພຣະທຳຂອງພຣະເຈົ້າໃນຂະນະທີ່ກິນ ແລະ ດື່ມພຣະທຳໃນປັດຈຸບັນຂອງພຣະອົງແມ່ນຂັ້ນຕອນທຳອິດທີ່ຈະຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້. ຖ້າເຈົ້າສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ ແລ້ວແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດກໍຈະຢູ່ກັບເຈົ້າ.

ຊີວິດຝ່າຍວິນຍານທັງໝົດບັນລຸຜົນດ້ວຍການຢູ່ໃນຄວາມສະຫງົບກັບການສະຖິດຂອງພຣະເຈົ້າ. ການອະທິຖານ, ເຈົ້າຕ້ອງຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ແລະ ພຽງເມື່ອນັ້ນເຈົ້າຈຶ່ງຈະສາມາດໄດ້ຮັບການສຳຜັດຈາກພຣະວິນຍານບໍລິສຸດ. ເມື່ອເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເມື່ອເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າກໍຈະສາມາດໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງ ແລະ ສາມາດໄດ້ຮັບຄວາມເຂົ້າໃຈກ່ຽວກັບພຣະທໍາຂອງພຣະເຈົ້າຢ່າງແທ້ຈິງ. ເມື່ອໃນກິດຈະກຳປົກກະຕິຂອງການຕັ້ງສະມາທິ, ການສໍາພັນ ແລະ ການເຂົ້າມາຢູ່ໃກ້ພຣະເຈົ້າດ້ວຍຫົວໃຈຂອງເຈົ້າ ແລ້ວເຈົ້າກໍຈະມີຄວາມສະຫງົບຢູ່ກັບການສະຖິດຂອງພຣະເຈົ້າ, ເຈົ້າຈະສາມາດຊື່ນຊົມຄວາມໃກ້ຊິດກັບພຣະເຈົ້າຢ່າງແທ້ຈິງ, ສາມາດມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບຄວາມຮັກຂອງພຣະເຈົ້າ ແລະ ພາລະກິດຂອງພຣະອົງ ແລະ ສະແດງຄວາມນຶກຄິດ ແລະ ຄວາມໃສ່ໃຈຢ່າງແທ້ຈິງຕໍ່ຄວາມປະສົງຂອງພຣະເຈົ້າ. ຍີ່ງເຈົ້າສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າເປັນປົກກະຕິຫຼາຍເທົ່າໃດ ເຈົ້າກໍຈະໄດ້ຮັບແສງເຍືອງທາງ ແລະ ເຂົ້າໃຈເຖິງອຸປະນິໄສທີ່ເສື່ອມໂຊມຂອງຕົນເອງຫຼາຍເທົ່ານັ້ນ. ແມ່ນຫຍັງຄືສິ່ງທີ່ເຈົ້າຂາດ, ແມ່ນຫຍັງຄືສິ່ງທີ່ເຈົ້າຄວນເຂົ້າສູ່, ໜ້າທີ່ຫຍັງທີ່ເຈົ້າຄວນຮັບໃຊ້ ແລະ ຂໍ້ບົກຜ່ອງຂອງເຈົ້າຢູ່ບ່ອນໃດ. ທຸກສິ່ງນີ້ສາມາດບັນລຸຜົນໄດ້ໂດຍການຢູ່ໃນຄວາມສະຫງົບກັບການສະຖິດຂອງພຣະເຈົ້າ. ຖ້າເຈົ້າບັນລຸສ່ວນເລິກໃນການຢູ່ຢ່າງສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ, ເຈົ້າຈະສາມາດເຂົ້າໃຈສິ່ງລຶກລັບບາງຢ່າງຂອງວິນຍານ, ເຂົ້າໃຈສິ່ງທີ່ພຣະເຈົ້າໃນປັດຈຸບັນຕ້ອງການປະຕິບັດໃນຕົວເຈົ້າ, ເຂົ້າໃຈຢ່າງເລິກເຊິ່ງໃນພຣະທຳຂອງພຣະເຈົ້າ, ເຂົ້າໃຈແກ່ນແທ້ຂອງພຣະທຳຂອງພຣະເຈົ້າ, ໃຈຄວາມຂອງພຣະທຳຂອງພຣະເຈົ້າ, ການເປັນຢູ່ຂອງພຣະທຳ ແລະ ເຈົ້າຈະສາມາດເຫັນເສັ້ນທາງແຫ່ງການປະຕິບັດຢ່າງຊັດເຈນ ແລະ ຖືກຕ້ອງຫຼາຍຂຶ້ນ. ຖ້າເຈົ້າບໍ່ປະສົບຄວາມສໍາເລັດຢ່າງເຕັມທີ່ກັບການມີຄວາມສະຫງົບໃນຈິດວິນຍານຂອງເຈົ້າ, ເຈົ້າຈະໄດ້ຮັບການດົນໃຈພຽງເລັກນ້ອຍ; ເຈົ້າຈະຮູ້ສຶກມີກຳລັງຢູ່ພາຍໃນ ແລະ ຈະຮູ້ສຶກມີຄວາມສຸກ ແລະ ຄວາມສະຫງົບໃນລະດັບໃດໜຶ່ງ, ແຕ່ເຈົ້າຈະບໍ່ເຂົ້າໃຈສິ່ງທີ່ເລິກເຊິ່ງໄປກວ່ານັ້ນ. ເຮົາໄດ້ກ່າວກ່ອນໜ້ານີ້ແລ້ວ: ຖ້າມະນຸດບໍ່ນໍາໃຊ້ກຳລັງທຸກສ່ວນຂອງພວກເຂົາ, ມັນຈະຍາກສຳລັບພວກເຂົາທີ່ຈະຍິນສຽງຂອງເຮົາ ຫຼື ເຫັນໜ້າເຮົາ. ສິ່ງນີ້ໝາຍເຖິງການບັນລຸໃນສ່ວນເລິກຂອງການມີຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າ ແລະ ບໍ່ແມ່ນພະຍາຍາມພຽງແຕ່ເຮັດແບບຜີວເຜີນເທົ່ານັ້ນ. ຄົນທີ່ສາມາດຢູ່ໃນຄວາມສະຫງົບໃນການສະຖິດຂອງພຣະເຈົ້າແມ່ນສາມາດເຮັດໃຫ້ຕົນເອງເປັນອິດສະລະຈາກການຜູກມັດທັງໝົດຂອງໂລກ ແລະ ຈະໄດ້ຮັບຊັບສິນຈາກພຣະເຈົ້າ. ທຸກຄົນທີ່ບໍ່ສາມາດຢູ່ໃນຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າແມ່ນຄົນທີ່ດື້ດ້ານ ແລະ ໃຈແຕກທີ່ໂງ່ຈ້າທີ່ສຸດ. ທຸກຄົນທີ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າແມ່ນຄົນທີ່ມີຄວາມສັດທາຕໍ່ໜ້າພຣະເຈົ້າ ແລະ ຄົນທີ່ປາດຖະໜາຫາພຣະເຈົ້າ.​ ມີພຽງແຕ່ຄົນທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າເທົ່ານັ້ນທີ່ຮູ້ຄຸນຄ່າຂອງຊີວິດ, ຮູ້ຄຸນຄ່າຂອງຄວາມສຳພັນທາງວິນຍານ, ມີຄວາມຫິວກະຫາຍຫາພຣະທຳຂອງພຣະເຈົ້າ ແລະ ສະແຫວງຫາຄວາມຈິງ. ໃຜກໍຕາມທີ່ບໍ່ຮູ້ຄຸນຄ່າຂອງການຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ແລະ ບໍ່ປະຕິບັດເພື່ອໃຫ້ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າແມ່ນໄຮ້ປະໂຫຍດ ແລະ ບໍ່ສຳຄັນເລີຍ, ເຊິ່ງເປັນຄົນທີ່ຍຶດຕິດຢູ່ກັບຝ່າຍໂລກ ແລະ ປາດສະຈາກຊີວິດ; ເຖິງແມ່ນວ່າ ພວກເຂົາຈະເວົ້າວ່າພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍພຽງເວົ້າແຕ່ປາກ. ຄົນທີ່ພຣະເຈົ້າຈະເຮັດໃຫ້ສົມບູນ ແລະ ບໍລິບູນໃນທີ່ສຸດ ແມ່ນຄົນທີ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະອົງ. ດ້ວຍເຫດນັ້ນ ຄົນທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າແມ່ນໄດ້ຮັບຄວາມກະລຸນາທີ່ເຕັມໄປດ້ວຍພອນອັນໃຫຍ່ຫຼວງ. ຄົນທີ່ຂີ້ຄ້ານໃຊ້ເວລາກິນ ແລະ ດື່ມພຣະທຳຂອງພຣະເຈົ້າໝົດມື້, ຄົນທີ່ຫຍຸ້ງຢູ່ກັບບັນຫາພາຍນອກ ແລະ ໃຫ້ຄວາມສຳຄັນພຽງເລັກນ້ອຍໃນການເຂົ້າສູ່ຊີວິດ, ຜູ້ຄົນເຫຼົ່ານີ້ແມ່ນຄົນໜ້າຊື່ໃຈຄົດທີ່ບໍ່ມີຄວາມຫວັງສຳລັບການເຕີບໂຕໃນອະນາຄົດ. ຜູ້ທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ແລະ ຜູ້ທີ່ສາມາດສື່ສານກັບພຣະເຈົ້າຢ່າງແທ້ຈິງແມ່ນປະຊາຊົນຂອງພຣະເຈົ້າ.

ການມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບພຣະທຳຂອງພຣະອົງເປັນຊີວິດຂອງເຈົ້າ, ເຈົ້າຕ້ອງຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າກ່ອນ. ພຽງແຕ່ເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າເທົ່ານັ້ນ ພຣະເຈົ້າກໍຈະເຮັດໃຫ້ເຈົ້າມີຄວາມສະຫວ່າງ ແລະ ມອບຄວາມຮູ້ໃຫ້ກັບເຈົ້າ. ຍິ່ງມະນຸດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຫຼາຍເທົ່າໃດ ພວກເຂົາກໍຈະສາມາດຮັບແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະເຈົ້າຫຼາຍຂື້ນເທົ່ານັ້ນ. ທຸກສິ່ງນີ້ຕ້ອງການໃຫ້ມະນຸດມີຄວາມກະຕະເວທີ ແລະ ຄວາມເຊື່ອ; ດ້ວຍວີທີນີ້ເທົ່ານັ້ນ ພວກເຂົາຈຶ່ງຈະຖືກເຮັດໃຫ້ສົມບູນ. ບົດຮຽນທີ່ສຳຄັນສຳລັບການເຂົ້າສູ່ຊີວິດຝ່າຍວິນຍານແມ່ນການຢູ່ໃນຄວາມສະຫງົບກັບການສະຖິດຂອງພຣະເຈົ້າ. ພຽງແຕ່ເຈົ້າຢູ່ໃນຄວາມສະຫງົບກັບການສະຖິດຂອງພຣະເຈົ້າ ການຝຶກຝົນຝ່າຍວິນຍານຂອງເຈົ້າທັງໝົດກໍຈະມີປະສິດຕິພາບ. ຖ້າຫົວໃຈຂອງເຈົ້າບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ເຈົ້າກໍຈະບໍ່ສາມາດຮັບພາລະກິດຂອງພຣະວິນຍານບໍລິສຸດໄດ້. ຖ້າຫົວໃຈຂອງເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ເຈົ້າກໍຈະເປັນຄົນທີ່ໃຊ້ຊີວິດຢູ່ກັບພຣະເຈົ້າ. ຖ້າຫົວໃຈຂອງເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ແລະ ເຂົ້າມາໃກ້ພຣະເຈົ້າ ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ສິ່ງນີ້ພິສູດໃຫ້ເຫັນແລ້ວວ່າ ເຈົ້າເປັນຄົນທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ເມື່ອເຈົ້າກຳລັງສົນທະນາກັບຄົນອື່ນ ຫຼື ກຳລັງຍ່າງ, ຖ້າເຈົ້າສາມາດເວົ້າວ່າ, “ຫົວໃຈຂອງຂ້ານ້ອຍກຳລັງເຂົ້າໃກ້ພຣະເຈົ້າ ແລະ ຂ້ານ້ອຍບໍ່ສົນໃຈໃນສິ່ງພາຍນອກ ແລະ ຂ້ານ້ອຍສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ,” ເຈົ້າກໍເປັນຄົນທີ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າແລ້ວ. ຢ່າເຂົ້າຮ່ວມສິ່ງໃດກໍຕາມທີ່ດຶງຫົວໃຈຂອງເຈົ້າສູ່ບັນຫາພາຍນອກ ຫຼື ກັບຄົນທີ່ດຶງຫົວໃຈຂອງເຈົ້າອອກຈາກພຣະເຈົ້າ. ບໍ່ວ່າສິ່ງໃດກໍຕາມທີ່ສາມາດດຶງຫົວໃຈຂອງເຈົ້າອອກຈາກການເຂົ້າໃກ້ຊິດກັບພຣະເຈົ້າ, ຈົ່ງປະຖີ້ມສິ່ງນັ້ນ ແລະ ຢູ່ຫ່າງໆຈາກມັນ. ນີ້ຄືຜົນປະໂຫຍດອັນຍິ່ງໃຫຍ່ສໍາລັບຊີວິດຂອງເຈົ້າ. ແນ່ນອນ ນີ້ຄືເວລາແຫ່ງພາລະກິດອັນຍິ່ງໃຫຍ່ຂອງພຣະວິນຍານບໍລິສຸດ, ເປັນເວລາທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບດ້ວຍຕົວພຣະອົງເອງ. ໃນເວລານີ້ ຖ້າເຈົ້າບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ເຈົ້າກໍບໍ່ແມ່ນຄົນທີ່ໄດ້ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ຖ້າເຈົ້າສະແຫວງຫາສິ່ງທີ່ນອກເໜືອຈາກພຣະເຈົ້າ, ເຈົ້າຈະບໍ່ມີຫົນທາງທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້. ຄົນທີ່ສາມາດໄດ້ຍິນຂໍ້ຄວາມພຣະທໍາດັ່ງກ່າວຈາກພຣະເຈົ້າ ແຕ່ບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະອົງໃນປັດຈຸບັນໄດ້ ແມ່ນຄົນທີ່ບໍ່ຮັກຄວາມຈິງ ແລະ ບໍ່ຮັກພຣະເຈົ້າ. ຖ້າເຈົ້າບໍ່ຖວາຍຕົນເອງໃນເວລານີ້ ແລ້ວເຈົ້າກຳລັງລໍຖ້າຫຍັງຢູ່? ການຖວາຍຕົນເອງແມ່ນການເຮັດໃຫ້ຫົວໃຈຂອງຕົນເອງສະຫງົບຢູ່ຕໍ່ໜ້າພຣະເຈົ້າ. ນັ້ນແມ່ນເປັນການຖວາຍຢ່າງແທ້ຈິງ. ໃຜກໍຕາມທີ່ມອບຫົວໃຈໃຫ້ກັບພຣະເຈົ້າໃນຕອນນີ້ຢ່າງແທ້ຈິງ ແມ່ນໃຫ້ໝັ້ນໃຈໄດ້ເລີຍວ່າຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ບໍ່ມີສິ່ງໃດ, ບໍ່ວ່າມັນຈະເປັນສິ່ງໃດກໍຕາມ ທີ່ຈະສາມາດລົບກວນເຈົ້າໄດ້; ບໍ່ວ່າເຈົ້າຈະຖືກລິຮານແນວໃດກໍຕາມ ຫຼື ຖືກຈັດການ ຫຼື ບໍ່ວ່າເຈົ້າຈະພົບກັບຄວາມຜິດຫວັງ ຫຼື ຄວາມລົ້ມເຫຼວ, ຫົວໃຈຂອງເຈົ້າຄວນຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຕະຫຼອດເວລາ. ບໍ່ວ່າຄົນຈະປະຕິບັດຕໍ່ເຈົ້າແນວໃດ, ຫົວໃຈຂອງເຈົ້າຄວນຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ບໍ່ວ່າເຈົ້າຈະພົບກັບສະຖານະການຫຍັງກໍຕາມເຊັ່ນ: ພະເຊີນກັບຄວາມຍາກລຳບາກ, ຄວາມທົນທຸກທໍລະມານ, ການຂົ່ມເຫັງ ຫຼື ການທົດລອງຕ່າງໆ, ຫົວໃຈຂອງເຈົ້າຄວນຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຕະຫຼອດເວລາ; ສິ່ງນັ້ນຄືເສັ້ນທາງສູ່ການຖືກເຮັດໃຫ້ສົມບູນແບບ. ພຽງແຕ່ເຈົ້າຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງເທົ່ານັ້ນ ພຣະທຳໃນປັດຈຸບັນຂອງພຣະເຈົ້າກໍຈະຊັດເຈນກັບເຈົ້າ. ຫລັງຈາກນັ້ນ ເຈົ້າກໍຈະສາມາດປະຕິບັດຕາມແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດໄດ້ຢ່າງຖືກຕ້ອງຫຼາຍຂຶ້ນໂດຍບໍ່ມີການຜັນປ່ຽນ; ເຈົ້າຈະສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າຢ່າງຈະແຈ້ງຫຼາຍຂຶ້ນ, ເຂົ້າໃຈທິດທາງທີ່ຊັດເຈນໃນການຮັບໃຊ້ຂອງເຈົ້າ, ເຂົ້າໃຈການເຄື່ອນໄຫວ ແລະ ການນໍາພາຂອງພຣະວິນຍານບໍລິສຸດຢ່າງຖືກຕ້ອງ ແລະ ໝັ້ນໃຈໃນການມີຊີວິດພາຍໃຕ້ການນໍາພາຂອງພຣະວິນຍານບໍລິສຸດ. ສິ່ງດັ່ງກ່າວແມ່ນຜົນທີ່ໄດ້ຮັບຈາກການສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ. ເມື່ອມະນຸດບໍ່ຊັດເຈນກ່ຽວກັບພຣະທຳຂອງພຣະເຈົ້າ, ບໍ່ມີເສັ້ນທາງສູ່ການປະຕິບັດຕົວຈິງ, ບໍ່ສາມາດທີ່ຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າ ຫຼື ປາດສະຈາກຫຼັກການການປະຕິບັດຕົວຈິງ, ສິ່ງນີ້ເກີດຂຶ້ນກໍຍ້ອນຫົວໃຈຂອງພວກເຂົາບໍ່ຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ຈຸດປະສົງຂອງການມີຄວາມສະຫງົບຕໍ່ໜ້າພຣະເຈົ້າແມ່ນເພື່ອຄວາມສັດຊື່ ແລະ ຄວາມເປັນຈິງ, ການສະແຫວງຫາຄວາມຖືກຕ້ອງ ແລະ ຄວາມໂປ່ງໃສໃນພຣະທຳຂອງພຣະເຈົ້າ ແລະ ໃນທີ່ສຸດກໍຄື ການມາເຖິງຄວາມເຂົ້າໃຈໃນຄວາມຈິງ ແລະ ການຮູ້ຈັກພຣະເຈົ້າ.

ຖ້າຫົວໃຈຂອງເຈົ້າບໍ່ມັກຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ພຣະເຈົ້າກໍບໍ່ມີວິທີທີ່ຈະເຮັດໃຫ້ເຈົ້າສົມບູນ. ການຂາດຄວາມຕັດສິນໃຈແມ່ນເທົ່າກັບການບໍ່ມີຫົວໃຈ ແລະ ຄົນທີ່ບໍ່ມີຫົວໃຈບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້; ຄົນປະເພດດັ່ງກ່າວບໍ່ຮູ້ວ່າ ພຣະເຈົ້າປະຕິບັດພາລະກິດຫຼາຍພຽງໃດ ຫຼື ພຣະອົງກ່າວຂໍ້ພຣະທໍາໜ້ອຍຫຼາຍພຽງໃດ ຫຼື ພວກເຂົາບໍ່ຮູ້ວີທີຈະປະຕິບັດຕົວຈິງແນວໃດ. ນີ້ບໍ່ແມ່ນຄົນທີ່ປາດສະຈາກຫົວໃຈບໍ? ຄົນທີ່ບໍ່ມີຫົວໃຈສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້ບໍ? ພຣະເຈົ້າບໍ່ມີຈຸດປະສົງທີ່ຈະເຮັດໃຫ້ຄົນບໍ່ມີຫົວໃຈສົມບູນ ເຊິ່ງພວກເຂົາບໍ່ແຕກຕ່າງຈາກສັດເດຍລະສານທີ່ເປັນພາລະໃຫ້ກັບພຣະອົງ. ພຣະເຈົ້າໄດ້ກ່າວໄວ້ຢ່າງຊັດເຈນ ແລະ ແຈ່ມແຈ້ງຫຼາຍແລ້ວ, ແຕ່ຫົວໃຈຂອງເຈົ້າບໍ່ມີຄວາມຮູ້ສຶກຫຍັງເລີຍ ແລະ ເຈົ້າຍັງບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້ອີກ. ເຈົ້າບໍ່ແມ່ນສັດເດຍລະສານນັ້ນບໍ? ບາງຄົນຫຼົງທາງໃນການປະຕິບັດເພື່ອຫວັງຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ເມື່ອຮອດເວລາຄົວກິນ, ພວກເຂົາບໍ່ຄົວກິນ ແລະ ເມື່ອຮອດເວລາເຮັດວຽກເຮືອນ, ພວກເຂົາກໍບໍ່ເຮັດ ພຽງແຕ່ພາກັນອະທິຖານ ແລະ ຕຶກຕອງເທົ່ານັ້ນ. ການຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າບໍ່ໄດ້ໝາຍເຖິງການຄົວກິນ ຫຼື ການເຮັດວຽກເຮືອນ ຫຼື ການມີຊີວິດຂອງຄົນໃດໜຶ່ງ; ກົງກັນຂ້າມ ມັນຄືຄວາມສາມາດໃນການເຮັດໃຫ້ຫົວໃຈຂອງຄົນໜຶ່ງສະຫງົບຕໍ່ໜ້າພຣະເຈົ້າແບບສະພາວະປົກກະຕິ ແລະ ການເຮັດໃຫ້ຫົວໃຈຄົນໃດໜຶ່ງມີບ່ອນຫວ່າງສໍາລັບພຣະເຈົ້າ. ເມື່ອເຈົ້າອະທິຖານ, ເຈົ້າຄວນຄຸເຂົ່າລົງໃຫ້ເໝາະສົມຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ; ເມື່ອເຈົ້າເຮັດວຽກເຮືອນ ຫຼື ຈັດກຽມອາຫານ, ຈົ່ງເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າ, ໄຕ່ຕອງພຣະທຳຂອງພຣະເຈົ້າ ຫຼື ຮ້ອງເພງສັນລະເສີນພຣະອົງ. ບໍ່ວ່າເຈົ້າຈະຢູ່ໃນສະຖານະການໃດໆກໍຕາມ, ເຈົ້າຄວນມີວິທີການປະຕິບັດຂອງເຈົ້າເອງ, ເຈົ້າຄວນເຮັດທຸກຢ່າງທີ່ເຈົ້າສາມາດເຮັດໄດ້ເພື່ອເຂົ້າໃກ້ຊິດພຣະເຈົ້າ ແລະ ເຈົ້າຄວນພະຍາຍາມດ້ວຍກຳລັງທັງໝົດຂອງເຈົ້າເພື່ອເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າ. ເມື່ອສະຖານະການເອື້ອອຳນວຍ, ຈົ່ງອະທິຖານຢ່າງເດັດດ່ຽວ; ເມື່ອສະຖານະການບໍ່ເອື້ອອຳນວຍ, ຈົ່ງເຂົ້າໃກ້ພຣະເຈົ້າດ້ວຍຫົວໃຈຂອງເຈົ້າ ໃນຂະນະທີ່ເຮັດໜ້າທີ່ຂອງຕົນ. ເມື່ອເຈົ້າສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ກໍຈົ່ງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ; ເມື່ອເຈົ້າສາມາດອະທິຖານ ກໍຈົ່ງອະທິຖານ; ເມື່ອເຈົ້າສາມາດຕຶກຕອງກ່ຽວກັບພຣະເຈົ້າ ກໍຈົ່ງຕຶກຕອງກ່ຽວກັບພຣະອົງ. ຖ້າຈະເວົ້າອີກແບບໜຶ່ງກໍຄື ຈົ່ງເຮັດໃຫ້ເຖິງທີ່ສຸດເພື່ອຝຶກຝົນຕົວເຈົ້າເອງໃນການເຂົ້າສູ່ຊີວິດ ໂດຍອີງຕາມສະພາບແວດລ້ອມຂອງເຈົ້າ. ບາງຄົນສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ ເມື່ອບໍ່ມີບັນຫາຫຍັງ, ແຕ່ເມື່ອມີບາງສິ່ງເກີດຂຶ້ນ, ຄວາມຄິດຂອງພວກເຂົາກໍເລື່ອນລອຍ. ນັ້ນບໍ່ແມ່ນການຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ວິທີທາງທີ່ຈະມີປະສົບການຢ່າງຖືກຕ້ອງຄື: ຫົວໃຈຂອງຄົນຕ້ອງບໍ່ອອກຫ່າງຈາກພຣະເຈົ້າ ບໍ່ວ່າຢູ່ພາຍໃຕ້ສະຖານະການໃດໆກໍຕາມ ຫຼື ຮູ້ສຶກຖືກລົບກວນໂດຍຄົນພາຍນອກ, ເຫດການ ຫຼື ສິ່ງໃດກໍຕາມ, ດ້ວຍວິທີນີ້ເທົ່ານັ້ນຜູ້ຄົນຈຶ່ງຈະຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າຢ່າງແທ້ຈິງໄດ້. ບາງຄົນເວົ້າວ່າ ເມື່ອພວກເຂົາອະທິຖານຢູ່ໃນການຊຸມນຸມ, ຫົວໃຈຂອງພວກເຂົາສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ແຕ່ໃນເວລາພົບປະສົນທະນາກັບຄົນອື່ນ ພວກເຂົາບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້ ແລະ ຄວາມຄິດຂອງພວກເຂົາກໍວຸ້ນວາຍ. ນີ້ບໍ່ແມ່ນການຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ. ໃນປັດຈຸບັນນີ້ ຄົນສ່ວນຫຼາຍແມ່ນຕົກຢູ່ໃນສະພາວະນີ້, ຫົວໃຈຂອງພວກເຂົາບໍ່ສາມາດຢູ່ໃນຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້ຕະຫຼອດເວລາ. ດ້ວຍເຫດນັ້ນ ພວກເຈົ້າຕ້ອງພະຍາຍາມຫຼາຍຂຶ້ນກວ່າເກົ່າເພື່ອຝຶກຝົນຕົນເອງໃຫ້ຢູ່ໃນຈຸດນີ້, ເພື່ອເຂົ້າສູ່ເສັ້ນທາງທີ່ຖືກຕ້ອງແຫ່ງປະສົບການຂອງຊີວິດເທື່ອລະຂັ້ນຕອນ ແລະ ເລີ່ມລົງມືປະຕິບັດຕາມເສັ້ນທາງແຫ່ງການສົມບູນແບບຂອງພຣະເຈົ້າ.

​ກ່ອນ​ນີ້ :ຜູ້ຄົນທີ່ປ່ຽນແປງອຸປະນິໄສແມ່ນຄົນທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ

ຕໍ່​ໄປ:ໃຫ້ຕັ້ງໃຈໃນຄວາມປະສົງຂອງພຣະເຈົ້າເພື່ອບັນລຸຄວາມສົມບູນ

ທ່ານອາດຈະຍັງມັກ