ໃຫ້ໃສ່ໃຈຄວາມປະສົງຂອງພຣະເຈົ້າເພື່ອບັນລຸຄວາມສົມບູນ

ຍິ່ງເຈົ້າໃສ່ໃຈໃນຄວາມປະສົງຂອງພຣະເຈົ້າຫຼາຍສໍ່າໃດ, ເຈົ້າກໍຍິ່ງມີພາລະຫຼາຍຂຶ້ນສໍ່ານັ້ນ; ຍິ່ງເຈົ້າມີພາລະຫຼາຍຂຶ້ນ, ປະສົບການຂອງເຈົ້າກໍຍິ່ງເພີ່ມພູນຂຶ້ນສໍ່ານັ້ນ. ເມື່ອເຈົ້າໃສ່ໃຈໃນຄວາມປະສົງຂອງພຣະເຈົ້າ, ພຣະເຈົ້າຈະມອບພາລະນີ້ໃຫ້ກັບເຈົ້າ ແລະ ພຣະເຈົ້າຈະສ່ອງແສງສະຫວ່າງໃຫ້ກັບເຈົ້າກ່ຽວກັບວຽກງານຕ່າງໆທີ່ພຣະອົງໄດ້ມອບໝາຍໃຫ້ກັບເຈົ້າ. ຫຼັງຈາກທີ່ພຣະເຈົ້າໄດ້ມອບພາລະນີ້ໃຫ້ກັບເຈົ້າ, ເຈົ້າຈະໃສ່ໃຈຄວາມຈິງທີ່ກ່ຽວຂ້ອງທັງໝົດໃນຂະນະທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ. ຖ້າເຈົ້າມີພາລະທີ່ກ່ຽວຂ້ອງກັບສະພາວະໃນຊີວິດຂອງອ້າຍເອື້ອຍນ້ອງ, ແລ້ວນີ້ກໍຄືພາລະທີ່ພຣະເຈົ້າໄດ້ມອບໝາຍໃຫ້ກັບເຈົ້າ ແລະ ເຈົ້າຈະຕ້ອງແບກຫາບພາລະນີ້ຢູ່ໃນຄໍາອະທິຖານປະຈໍາວັນຂອງເຈົ້າສະເໝີ. ສິ່ງທີ່ພຣະເຈົ້າກະທຳແມ່ນໄດ້ຝາກຝັງໃຫ້ກັບເຈົ້າແລ້ວ, ເຈົ້າເຕັມໃຈທີ່ຈະປະຕິບັດສິ່ງທີ່ພຣະເຈົ້າຕ້ອງການເຮັດ; ນີ້ແມ່ນຄວາມໝາຍຂອງການຮັບພາລະຂອງພຣະເຈົ້າມາເປັນພາລະຂອງເຈົ້າເອງ. ໃນຈຸດນີ້, ການທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າຈະແນໃສ່ບັນຫາໃນລັກສະນະເຫຼົ່ານີ້ ແລະ ເຈົ້າຈະຄິດວ່າ ຂ້ານ້ອຍຈະແກ້ໄຂບັນຫານີ້ໄດ້ແນວໃດ? ຂ້ານ້ອຍຈະເຮັດໃຫ້ອ້າຍເອື້ອຍນ້ອງຖືກປົດປ່ອຍໃຫ້ເປັນອິດສະຫຼະ, ໃຫ້ມີຄວາມສຸກທາງຝ່າຍວິນຍານຂອງພວກເຂົາໄດ້ແນວໃດ? ເຈົ້າຈະໃສ່ໃຈກັບການແກ້ໄຂບັນຫາເຫຼົ່ານີ້ ເມື່ອເຈົ້າຢູ່ໃນການສົນທະນາ ແລະ ເມື່ອເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າຈະໃສ່ໃຈໃນການກິນ ແລະ ດື່ມພຣະທໍາທີ່ກ່ຽວຂ້ອງກັບບັນຫາເຫຼົ່ານີ້. ເຈົ້າຍັງຈະໄດ້ແບກຫາບພາລະໃນຂະນະທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າອີກດ້ວຍ. ຫຼັງຈາກທີ່ເຈົ້າໄດ້ເຂົ້າໃຈເຖິງຄວາມຕ້ອງການຂອງພຣະເຈົ້າ, ເຈົ້າຈະມີຄວາມຄິດທີ່ຊັດເຈນຂຶ້ນກ່ຽວກັບເສັ້ນທາງທີ່ຈະຍ່າງ. ນີ້ແມ່ນແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດທີ່ເກີດຂຶ້ນຈາກພາລະຂອງເຈົ້າ ແລະ ນີ້ແມ່ນການຊີ້ນໍາຂອງພຣະເຈົ້າທີ່ພຣະອົງໄດ້ປະທານໃຫ້ກັບເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ຖ້າເຈົ້າບໍ່ມີພາລະ, ແລ້ວເຈົ້າກໍຈະບໍ່ໃສ່ໃຈ ໃນຂະນະທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ; ເມື່ອເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃນຂະນະທີ່ແບກຮັບພາລະ, ເຈົ້າກໍຈະສາມາດເຂົ້າໃຈເຖິງໃຈຄວາມສຳຄັນຂອງພຣະທຳຂອງພຣະເຈົ້າ, ຄົ້ນພົບຫົນທາງຂອງເຈົ້າ ແລະ ໃສ່ໃຈໃນຄວາມປະສົງຂອງພຣະເຈົ້າ. ສະນັ້ນ, ໃນຄໍາອະທິຖານຂອງເຈົ້າ, ເຈົ້າຄວນອ້ອນວອນພຣະເຈົ້າໃຫ້ມອບພາລະໃຫ້ກັບເຈົ້າຫຼາຍຂຶ້ນ ແລະ ຝາກຝັງວຽກງານທີ່ຍິ່ງໃຫຍ່ໃຫ້ກັບເຈົ້າຫຼາຍຂຶ້ນ ເພື່ອວ່າ ໃນຂ້າງໜ້າ ເຈົ້າອາດຈະມີເສັ້ນທາງແຫ່ງການປະຕິບັດຫຼາຍຂຶ້ນ; ເພື່ອວ່າ ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າຈະມີປະສິດທິພາບຫຼາຍຂຶ້ນ; ເພື່ອວ່າເຈົ້າຈະສາມາດເລີ່ມເຂົ້າໃຈເຖິງໃຈແກ່ນແທ້ໃນພຣະທຳຂອງພຣະອົງ; ແລະ ເພື່ອວ່າເຈົ້າຈະສາມາດຖືກພຣະວິນຍານບໍລິສຸດດົນບັນດານຫຼາຍຂຶ້ນ.

ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ການຝຶກອະທິຖານ, ການຍອມຮັບພາລະຂອງພຣະເຈົ້າ, ການຍອມຮັບໜ້າທີ່ທີ່ພຣະອົງຝາກຝັງໄວ້ກັບເຈົ້າ, ທຸກສິ່ງນີ້ແມ່ນເພື່ອວ່າ ມັນອາດຈະມີເສັ້ນທາງຢູ່ຕໍ່ໜ້າເຈົ້າ. ຍິ່ງເຈົ້າມີພາລະຈາກການຝາກຝັງຂອງພຣະເຈົ້າໜັກຫຼາຍສໍ່າໃດ, ມັນກໍຈະງ່າຍຂຶ້ນສຳລັບເຈົ້າທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນຫຼາຍສໍ່ານັ້ນ. ບາງຄົນບໍ່ເຕັມໃຈທີ່ຈະຮ່ວມມືກັບຄົນອື່ນໃນການຮັບໃຊ້ພຣະເຈົ້າ ແມ່ນແຕ່ໃນເວລາທີ່ພວກເຂົາຖືກເອີ້ນຫາ; ຄົນເຫຼົ່ານີ້ເປັນຄົນທີ່ຂີ້ຄ້ານ ທີ່ຕ້ອງການພຽງແຕ່ເຮຮາຢູ່ກັບຄວາມສຸກສະບາຍ. ຍິ່ງເຈົ້າຖືກຮຽກຮ້ອງໃຫ້ຮ່ວມມືກັບຄົນອື່ນໃນການຮັບໃຊ້ພຣະເຈົ້າຫຼາຍສໍ່າໃດ, ເຈົ້າກໍຍິ່ງຈະໄດ້ຮັບປະສົບການຫຼາຍສໍ່ານັ້ນ. ຍ້ອນເຈົ້າມີພາລະ ແລະ ປະສົບການຫຼາຍຂຶ້ນ, ເຈົ້າກໍຈະມີໂອກາດຫຼາຍຂຶ້ນທີ່ຈະຖືກເຮັດໃຫ້ສົມບູນ. ສະນັ້ນ, ຖ້າເຈົ້າສາມາດຮັບໃຊ້ພຣະເຈົ້າດ້ວຍຄວາມຈິງໃຈ ເຈົ້າຈະໃສ່ໃຈໃນພາລະຂອງພຣະເຈົ້າ; ດ້ວຍວິທີນີ້ ເຈົ້າຈະມີໂອກາດຫຼາຍຂຶ້ນທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ມັນຄືກຸ່ມຄົນດັ່ງກ່າວນີ້ທີ່ກຳລັງຖືກເຮັດໃຫ້ສົມບູນໃນເວລານີ້. ຍິ່ງພຣະວິນຍານບໍລິສຸດດົນໃຈເຈົ້າຫຼາຍສໍ່າໃດ, ເຈົ້າກໍຍິ່ງຈະອຸທິດເວລາເພື່ອໃສ່ໃຈໃນພາລະຂອງພຣະເຈົ້າຫຼາຍສໍ່ານັ້ນ, ເຈົ້າຍິ່ງຈະຖືກພຣະເຈົ້າເຮັດໃຫ້ສົມບູນຫຼາຍສໍ່ານັ້ນ ແລະ ເຈົ້າຍິ່ງຈະຖືກພຣະເຈົ້າຮັບເອົາຫຼາຍສໍ່ານັ້ນ ແລະ ຈົນກວ່າ ໃນທີ່ສຸດເຈົ້າກໍຈະກາຍມາເປັນຄົນທີ່ພຣະເຈົ້າໃຊ້. ໃນປັດຈຸບັນນີ້, ມີບາງຄົນທີ່ບໍ່ໄດ້ແບກຮັບພາລະຫຍັງເລີຍສຳລັບຄຣິສຕະຈັກ. ຄົນເຫຼົ່ານີ້ຂີ້ຄ້ານ ແລະ ບໍ່ເອົາໃຈໃສ່ ແລະ ພຽງແຕ່ສົນໃຈກັບເນື້ອໜັງຂອງພວກເຂົາເອງເທົ່ານັ້ນ. ຜູ້ຄົນດັ່ງກ່າວເຫັນແກ່ຕົວເກີນໄປ ແລະ ພວກເຂົາຍັງຕາບອດອີກດ້ວຍ. ຖ້າເຈົ້າບໍ່ສາມາດເຫັນບັນຫານີ້ຢ່າງຊັດເຈນ, ເຈົ້າກໍຈະບໍ່ແບກຮັບພາລະໃດໆເລີຍ. ຍິ່ງເຈົ້າໃສ່ໃຈໃນຄວາມປະສົງຂອງພຣະເຈົ້າຫຼາຍສໍ່າໃດ, ພາລະທີ່ພຣະເຈົ້າຝາກຝັງໄວ້ກັບເຈົ້າກໍຈະຫຼາຍຂຶ້ນສໍ່ານັ້ນ. ຄົນເຫັນແກ່ຕົວບໍ່ເຕັມໃຈທີ່ຈະທົນທຸກກັບສິ່ງເຫຼົ່ານັ້ນ, ພວກເຂົາບໍ່ເຕັມໃຈທີ່ຈະຈ່າຍລາຄາ ແລະ ຜົນຕາມມາກໍຄື ພວກເຂົາຈະພາດໂອກາດທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ພວກເຂົາບໍ່ແມ່ນທຳຮ້າຍຕົນເອງບໍ? ຖ້າເຈົ້າເປັນຄົນທີ່ໃສ່ໃຈໃນຄວາມປະສົງຂອງພຣະເຈົ້າ, ເຈົ້າຈະມີພາລະທີ່ແທ້ຈິງສຳລັບຄຣິສຕະຈັກ. ຄວາມເປັນຈິງແລ້ວ, ແທນທີ່ຈະເອີ້ນສິ່ງນີ້ວ່າເປັນພາລະທີ່ເຈົ້າແບກຮັບເພື່ອຄຣິສຕະຈັກ, ມັນຈະດີກວ່າທີ່ຈະເອີ້ນວ່າເປັນພາລະທີ່ເຈົ້າແບກຮັບເພື່ອຊີວິດຂອງເຈົ້າເອງ, ເພາະຈຸດປະສົງຂອງພາລະນີ້ທີ່ເຈົ້າແບກຮັບສໍາລັບຄຣິສຕະຈັກແມ່ນເພື່ອເຈົ້າຈະໄດ້ໃຊ້ປະສົບການດັ່ງກ່າວເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ສະນັ້ນ, ໃຜກໍຕາມທີ່ແບກຮັບພາລະທີ່ໜັກທີ່ສຸດສຳລັບຄຣິສຕະຈັກ ແລະ ໃຜກໍຕາມທີ່ແບກຮັບພາລະຂອງການເຂົ້າສູ່ຊີວິດ ກໍຈະເປັນຄົນທີ່ຖືກພຣະເຈົ້າເຮັດໃຫ້ສົມບູນ. ເຈົ້າເຫັນສິ່ງນີ້ຢ່າງຊັດເຈນແລ້ວບໍ? ຖ້າຄຣິສຕະຈັກທີ່ເຈົ້າຢູ່ນັ້ນແຕກກະຈາຍຄືດິນຊາຍ ແຕ່ເຈົ້າບໍ່ໄດ້ກັງວົນ ຫຼື ເປັນຫ່ວງ ແລະ ເຈົ້າເຖິງກັບເຮັດເປັນບໍ່ຮູ້ບໍ່ເຫັນເມື່ອອ້າຍເອື້ອຍນ້ອງຂອງເຈົ້າບໍ່ໄດ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າຢ່າງປົກກະຕິ, ແລ້ວເຈົ້າກໍບໍ່ໄດ້ແບກຮັບພາລະໃດໆເລີຍ. ພຣະເຈົ້າບໍ່ມັກຄົນປະເພດດັ່ງກ່າວ. ຄົນທີ່ພຣະເຈົ້າມັກ ແມ່ນຄົນທີ່ຫິວ ແລະ ກະຫາຍຫາຄວາມຊອບທຳ ແລະ ພວກເຂົາໃສ່ໃຈໃນຄວາມປະສົງຂອງພຣະອົງ. ສະນັ້ນ ພວກເຈົ້າຄວນຕັ້ງໃຈໃນພາລະຂອງພຣະເຈົ້າໃນຕອນນີ້. ເຈົ້າບໍ່ຄວນລໍຖ້າໃຫ້ອຸປະນິໄສທີ່ຊອບທຳຂອງພຣະເຈົ້າເປີດເຜີຍອອກໃຫ້ມະນຸດທຸກຄົນໄດ້ເຫັນ ກ່ອນທີ່ເຈົ້າຈະເລີ່ມໃສ່ໃຈໃນພາລະຂອງພຣະເຈົ້າ. ແລ້ວຕອນນັ້ນມັນຈະບໍ່ຊ້າເກີນໄປບໍ? ຕອນນີ້ແມ່ນໂອກາດດີທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ຖ້າເຈົ້າປ່ອຍໃຫ້ໂອກາດນີ້ຫຼຸດມືເຈົ້າໄປ, ເຈົ້າຈະເສຍດາຍຕະລອດຊີວິດ, ຄືກັບທີ່ໂມເຊບໍ່ສາມາດເຂົ້າສູ່ດິນແດນແຫ່ງການາອານທີ່ອຸດົມສົມບູນ ແລະ ເພິ່ນກໍເສຍດາຍຕະລອດຊີວິດຂອງເພິ່ນ ແລ້ວຕາຍດ້ວຍຄວາມເສຍໃຈ. ເມື່ອອຸປະນິໄສທີ່ຊອບທຳຂອງພຣະເຈົ້າຖືກເປີດເຜີຍໃຫ້ກັບທຸກຄົນ, ເຈົ້າຈະເຕັມໄປດ້ວຍຄວາມເສຍໃຈ. ເຖິງແມ່ນວ່າ ພຣະເຈົ້າຈະບໍ່ຂ້ຽນຕີເຈົ້າ, ເຈົ້າກໍຈະຂ້ຽນຕີຕົນເອງເນື່ອງຈາກຄວາມເສຍໃຈຂອງເຈົ້າເອງ. ບາງຄົນບໍ່ເຊື່ອໃນສິ່ງນີ້, ແຕ່ຖ້າເຈົ້າບໍ່ເຊື່ອ, ກໍໃຫ້ລໍຖ້າ ແລະ ເບິ່ງ. ບາງຄົນມີຈຸດປະສົງດຽວຄືປະຕິບັດຕາມພຣະທຳເຫຼົ່ານີ້. ເຈົ້າເຕັມໃຈທີ່ຈະເສຍສະຫຼະຕົນເອງເພື່ອພຣະທຳເຫຼົ່ານີ້ບໍ?

ຖ້າເຈົ້າບໍ່ສະແຫວງຫາໂອກາດທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ ແລະ ຖ້າເຈົ້າບໍ່ພະຍາຍາມຢູ່ແຖວໜ້າຝູງຊົນໃນການສະແຫວງຫາການເຮັດໃຫ້ສົມບູນ, ແລ້ວເຈົ້າກໍຈະເຕັມໄປດ້ວຍຄວາມເສຍໃຈໃນທີ່ສຸດ. ຕອນນີ້ແມ່ນໂອກາດດີທີ່ສຸດທີ່ຈະຖືກເຮັດໃຫ້ສົມບູນ; ນີ້ແມ່ນເວລາທີ່ດີທີ່ສຸດ. ຖ້າເຈົ້າບໍ່ສະແຫວງຫາເພື່ອຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງຈິງຈັງ, ເມື່ອພາລະກິດຂອງພຣະອົງໄດ້ສິ້ນສຸດລົງ ມັນກໍຈະຊ້າເກີນໄປແລ້ວ, ເຈົ້າຈະພາດໂອກາດນີ້. ບໍ່ວ່າຄວາມປາຖະໜາຂອງເຈົ້າຈະຍິ່ງໃຫຍ່ສໍ່າໃດກໍຕາມ, ຖ້າພຣະເຈົ້າບໍ່ປະຕິບັດພາລະກິດອີກຕໍ່ໄປ, ບໍ່ວ່າເຈົ້າຈະໃຊ້ຄວາມພະຍາຍາມແນວໃດກໍຕາມ, ເຈົ້າກໍຈະບໍ່ສາມາດຖືກເຮັດໃຫ້ສົມບູນຈັກເທື່ອ. ເຈົ້າຕ້ອງຄວ້າໂອກາດນີ້ ແລະ ຮ່ວມມືໃນຂະນະທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດຂອງພຣະອົງຢ່າງໜັກ. ຖ້າເຈົ້າພາດໂອກາດນີ້, ເຈົ້າຈະບໍ່ໄດ້ຮັບໂອກາດອີກຄັ້ງ ບໍ່ວ່າເຈົ້າຈະໃຊ້ຄວາມພະຍາຍາມຫຼາຍສໍ່າໃດກໍຕາມ. ບາງຄົນຮ້ອງໄຫ້ວ່າ: “ພຣະເຈົ້າ, ຂ້ານ້ອຍເຕັມໃຈທີ່ຈະໃສ່ໃຈໃນພາລະຂອງພຣະອົງ ແລະ ຂ້ານ້ອຍເຕັມໃຈທີ່ຈະປະຕິບັດຕາມຄວາມປະສົງຂອງພຣະອົງ”. ແຕ່ເຈົ້າບໍ່ມີເສັ້ນທາງໃນການປະຕິບັດ, ສະນັ້ນ ພາລະຂອງເຈົ້າກໍຈະບໍ່ຍືນຍາວ. ຖ້າເຈົ້າມີເສັ້ນທາງຂ້າງໜ້າ, ເຈົ້າຈະໄດ້ຮັບປະສົບເທື່ອລະບາດກ້າວ ແລະ ປະສົບການຂອງເຈົ້າກໍຈະຖືກກໍ່ສ້າງ ແລະ ຈັດຕັ້ງຂຶ້ນ. ຫຼັງຈາກທີ່ພາລະໜຶ່ງຖືກເຮັດໃຫ້ສຳເລັດແລ້ວ, ອີກພາລະໜຶ່ງກໍຈະຖືກມອບໃຫ້ກັບເຈົ້າ. ເມື່ອປະສົບການຊີວິດຂອງເຈົ້າເລິກເຊິ່ງຂຶ້ນ, ພາລະຂອງເຈົ້າກໍຈະເລິກເຊິ່ງຂຶ້ນເຊັ່ນດຽວກັນ. ບາງຄົນພຽງແຕ່ແບກຮັບພາລະໃນເວລາທີ່ຖືກສໍາຜັດໂດຍພຣະວິນຍານບໍລິສຸດເທົ່ານັ້ນ; ຫຼັງຈາກໄລຍະເວລາໃດໜຶ່ງ, ເມື່ອພວກເຂົາບໍ່ມີເສັ້ນທາງໃນການປະຕິບັດ, ພວກເຂົາກໍເຊົາແບກຮັບພາລະນັ້ນເລີຍ. ເຈົ້າບໍ່ສາມາດມີພາລະດ້ວຍການກິນ ແລະ ດື່ມພຣະທຳຂອງພຣະເຈົ້າເທົ່ານັ້ນ. ການເຂົ້າໃຈຄວາມຈິງຫຼາຍຢ່າງ, ເຈົ້າຈະໄດ້ຮັບການຢັ່ງຮູ້, ຮຽນຮູ້ວິທີແກ້ໄຂບັນຫາໂດຍໃຊ້ຄວາມຈິງ ແລະ ໄດ້ຮັບຄວາມເຂົ້າໃຈທີ່ຖືກຕ້ອງຫຼາຍຂຶ້ນກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ຄວາມປະສົງຂອງພຣະເຈົ້າ. ດ້ວຍສິ່ງເຫຼົ່ານີ້, ເຈົ້າຈະມີພາລະ ໃຫ້ແບກຮັບ ແລະ ພຽງເມື່ອນັ້ນເຈົ້າຈຶ່ງຈະສາມາດປະຕິບັດພາລະກິດໄດ້ຢ່າງເໝາະສົມ. ຖ້າເຈົ້າມີພາລະ ແຕ່ບໍ່ມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບຄວາມຈິງ, ສິ່ງນັ້ນກໍໃຊ້ການບໍ່ໄດ້ເຊັ່ນກັນ; ເຈົ້າຕ້ອງມີປະສົບການກ່ຽວກັບພຣະທຳຂອງພຣະເຈົ້າດ້ວຍຕົນເອງ ແລະ ຮູ້ຈັກວິທີປະຕິບັດພຣະທຳເຫຼົ່ານັ້ນ. ມີພຽງຫຼັງຈາກທີ່ເຈົ້າເອງໄດ້ເຂົ້າສູ່ຄວາມເປັນຈິງ ເຈົ້າຈຶ່ງຈະສາມາດສະໜອງໃຫ້ກັບຄົນອື່ນ, ນໍາພາຄົນອື່ນ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ.

ໃນໜັງສື “ເສັ້ນທາງ... (4)” ໄດ້ຂຽນໄວ້ວ່າພວກເຈົ້າລ້ວນແລ້ວແຕ່ເປັນຄົນໃນອານາຈັກທີ່ພຣະເຈົ້າກຳນົດໄວ້ລ່ວງໜ້າກ່ອນຍຸກຕ່າງໆ ແລະ ຄົນໃດກໍຕາມແມ່ນບໍ່ສາມາດເອົາສິ່ງນີ້ໄປຈາກພວກເຈົ້າໄດ້. ມັນຍັງໄດ້ກ່າວອີກວ່າ ພຣະເຈົ້າປາຖະໜາໃຫ້ທຸກຄົນໄດ້ຖືກໃຊ້ ແລະ ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ພຣະອົງຮຽກຮ້ອງໃຫ້ພວກເຂົາຢືນໃນຖານະຄົນຂອງພຣະອົງ ແລະ ມີແຕ່ເມື່ອພວກເຂົາກາຍມາເປັນຄົນຂອງພຣະເຈົ້າເທົ່ານັ້ນ ພວກເຂົາຈຶ່ງອາດຈະປະຕິບັດຕາມຄວາມປະສົງຂອງພຣະອົງໄດ້. ພວກເຈົ້າໄດ້ສົນທະນາກັນກ່ຽວກັບບັນຫານີ້ໃນເວລານັ້ນ, ໄດ້ສື່ສານກ່ຽວກັບເສັ້ນທາງຂອງການເຂົ້າສູ່ ໂດຍອີງຕາມບັນທັດຖານສຳລັບຄົນຂອງພຣະເຈົ້າ, ສະນັ້ນ ພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດໃນລະຫວ່າງເວລານັ້ນ ແມ່ນເພື່ອເຮັດໃຫ້ທຸກຄົນອອກຈາກສະພາວະດ້ານລົບຂອງພວກເຂົາ ແລະ ນໍາພາພວກເຂົາໄປສູ່ສະພາວະດ້ານບວກ. ໃນຕອນນັ້ນ, ທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດແມ່ນເພື່ອເຮັດໃຫ້ທຸກຄົນໄດ້ຮັບພຣະທຳຂອງພຣະເຈົ້າໃນຖານະຄົນຂອງພຣະເຈົ້າ ແລະ ເພື່ອເຮັດໃຫ້ພວກເຈົ້າແຕ່ລະຄົນເຂົ້າໃຈຢ່າງຊັດເຈນວ່າ ພວກເຈົ້າເປັນຄົນຂອງພຣະເຈົ້າທີ່ຖືກກຳນົດໄວ້ລ່ວງໜ້າກ່ອນຍຸກຕ່າງໆ ແລະ ຊາຕານບໍ່ສາມາດເອົາພວກເຈົ້າໄດ້. ສະນັ້ນ ພວກເຈົ້າທຸກຄົນຈຶ່ງອະທິຖານວ່າ: “ພຣະເຈົ້າ! ຂ້ານ້ອຍເຕັມໃຈທີ່ຈະເປັນຄົນຂອງພຣະອົງ ເພາະພວກຂ້ານ້ອຍຖືກກຳນົດໄວ້ລ່ວງໜ້າໂດຍພຣະອົງກ່ອນຍຸກຕ່າງໆແລ້ວ ແລະ ຍ້ອນພຣະອົງໄດ້ປະທານສະຖານະນີ້ໃຫ້ກັບພວກຂ້ານ້ອຍ. ພວກຂ້ານ້ອຍເຕັມໃຈທີ່ຈະເຮັດໃຫ້ພຣະອົງພໍໃຈຈາກຕໍາແໜ່ງນີ້”. ເມື່ອໃດທີ່ເຈົ້າອະທິຖານໃນລັກສະນະນີ້, ພຣະວິນຍານບໍລິສຸດກໍຈະສໍາຜັດເຈົ້າ; ນີ້ແມ່ນວິທີທາງທີ່ພຣະວິນຍານບໍລິສຸດມັກປະຕິບັດພາລະກິດ. ໃນໄລຍະເວລານີ້ ເຈົ້າຄວນອະທິຖານ ແລະ ຝຶກຝົນຕົນເອງໃຫ້ສະຫງົບໃຈຂອງເຈົ້າຢູ່ຕໍ່ໜ້າພຣະເຈົ້າ ເພື່ອວ່າເຈົ້າຈະສາມາດພະຍາຍາມເພື່ອຊີວິດ ແລະ ສະແຫວງຫາທາງເຂົ້າສູ່ການຝຶກຝົນແຫ່ງອານາຈັກ. ນີ້ແມ່ນບາດກ້າວທຳອິດ. ໃນຊ່ວງເວລານີ້, ພາລະກິດຂອງພຣະເຈົ້າແມ່ນເພື່ອເຮັດໃຫ້ທຸກຄົນເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ, ມີຊີວິດຝ່າຍວິນຍານທີ່ປົກກະຕິ ແລະ ປະສົບການທີ່ແທ້ຈິງ, ໄດ້ຮັບການດົນໃຈຈາກພຣະວິນຍານບໍລິສຸດ ແລະ ດ້ວຍສິ່ງນີ້ເປັນພື້ນຖານ, ໃຫ້ຮັບເອົາການມອບໝາຍຂອງພຣະເຈົ້າ. ຈຸດປະສົງຂອງການເຂົ້າສູ່ການຝຶກຝົນແຫ່ງອານາຈັກແມ່ນເພື່ອເຮັດໃຫ້ຄຳເວົ້າທຸກຄຳຂອງພວກເຈົ້າ, ການກະທຳທຸກຢ່າງ, ການເຄື່ອນໄຫວທຸກຢ່າງ, ຄວາມຄິດ ແລະ ແນວຄິດທຸກຢ່າງເຂົ້າສູ່ພຣະທຳຂອງພຣະເຈົ້າ; ເພື່ອໃຫ້ຖືກດົນໃຈໂດຍພຣະເຈົ້າຫຼາຍຂຶ້ນກວ່າເກົ່າ ແລະ ມີຄວາມຮັກສຳລັບພຣະເຈົ້າ; ແລະ ເພື່ອໃຫ້ພວກເຈົ້າຮັບພາລະໜັກຂຶ້ນສຳລັບຄວາມປະສົງຂອງພຣະເຈົ້າ, ເພື່ອວ່າທຸກຄົນຈະຢູ່ໃນເສັ້ນທາງສູ່ການຖືກພຣະເຈົ້າເຮັດໃຫ້ສົມບູນ ແລະ ທຸກຄົນຈະຢູ່ໃນເສັ້ນທາງທີ່ຖືກຕ້ອງ. ເມື່ອເຈົ້າຢູ່ໃນເສັ້ນທາງສູ່ການຖືກພຣະເຈົ້າເຮັດໃຫ້ສົມບູນ, ແລ້ວເຈົ້າກໍຢູ່ໃນເສັ້ນທາງທີ່ຖືກຕ້ອງ. ເມື່ອຄວາມຄິດ ແລະ ແນວຄິດຂອງເຈົ້າ ພ້ອມທັງເຈດຕະນາທີ່ບໍ່ຖືກຕ້ອງຂອງເຈົ້າ ສາມາດຖືກເຮັດໃຫ້ຖືກຕ້ອງ ແລະ ເຈົ້າສາມາດຫັນຈາກການໃສ່ໃຈໃນເນື້ອໜັງຂອງເຈົ້າມາເປັນການໃສ່ໃຈໃນຄວາມປະສົງຂອງພຣະເຈົ້າ ແລະ ເມື່ອເຈົ້າສາມາດຕໍ່ຕ້ານການລົບກວນຈາກເຈດຕະນາຜິດໆໃນເວລາທີ່ມັນເກິດຂຶ້ນ, ກົງກັນຂ້າມ ປະພຶດຕົນໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ຖ້າເຈົ້າສາມາດບັນລຸການປ່ຽນແປງດັ່ງກ່າວ, ແລ້ວເຈົ້າກໍຢູ່ໃນເສັ້ນທາງທີ່ຖືກຕ້ອງຂອງປະສົບການຊີວິດ. ເມື່ອການປະຕິບັດຄຳອະທິຖານຂອງເຈົ້າຢູ່ໃນເສັ້ນທາງທີ່ຖືກຕ້ອງ, ກໍຈະຖືກພຣະວິນຍານບໍລິສຸດດົນໃຈໃນຄຳອະທິຖານຂອງເຈົ້າ. ທຸກຄັ້ງທີ່ເຈົ້າອະທິຖານ, ເຈົ້າຈະຖືກພຣະວິນຍານບໍລິສຸດດົນໃຈໃນຕົວເຈົ້າ; ທຸກຄັ້ງທີ່ເຈົ້າອະທິຖານ, ເຈົ້າຈະສາມາດສະຫງົບຫົວໃຈຂອງເຈົ້າຕໍ່ໜ້າພຣະເຈົ້າ. ທຸກຄັ້ງທີ່ເຈົ້າກິນ ແລະ ດື່ມຂໍ້ພຣະທຳຂອງພຣະເຈົ້າ, ຖ້າເຈົ້າສາມາດເຂົ້າໃຈພາລະກິດທີ່ພຣະອົງກຳລັງປະຕິບັດໃນປັດຈຸບັນ ແລະ ສາມາດຮຽນຮູ້ເຖິງວິທີອະທິຖານ, ວິທີຮ່ວມມື ແລະ ວິທີການເຂົ້າສູ່, ມີພຽງເມື່ອນັ້ນ ການກິນ ແລະ ດື່ມຂອງເຈົ້າໃນພຣະທຳຂອງພຣະເຈົ້າຈຶ່ງຈະບັນລຸຜົນ. ເມື່ອເຈົ້າສາມາດຄົ້ນພົບເສັ້ນທາງເຂົ້າຈາກພຣະທຳຂອງພຣະເຈົ້າ ແລະ ສາມາດເຂົ້າໃຈເຖິງພະລັງໃນປັດຈຸບັນຂອງພາລະກິດຂອງພຣະເຈົ້າ ພ້ອມທັງທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ, ເຈົ້າກໍຈະໄດ້ຢູ່ໃນເສັ້ນທາງທີ່ຖືກຕ້ອງ. ຖ້າເຈົ້າບໍ່ເຂົ້າໃຈປະເດັນສຳຄັນເມື່ອເວລາກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ຫຼັງຈາກນັ້ນ ຍັງບໍ່ສາມາດຄົ້ນພົບເສັ້ນທາງໃນການປະຕິບັດ, ນີ້ກໍສະແດງໃຫ້ເຫັນວ່າ ເຈົ້າຍັງບໍ່ເຂົ້າໃຈວິທີກິນ ແລະ ດື່ມພຣະທຳຂອງພຣະອົງຢ່າງຖືກຕ້ອງ ແລະ ເຈົ້າຍັງບໍ່ໄດ້ຄົ້ນພົບວິທີ ຫຼື ຫຼັກການສຳລັບການກິນ ແລະ ດື່ມພຣະທຳຂອງພຣະອົງ. ຖ້າເຈົ້າບໍ່ເຂົ້າໃຈພາລະກິດທີ່ພຣະເຈົ້າປະຕິບັດໃນປັດຈຸບັນ, ເຈົ້າກໍບໍ່ສາມາດຮັບເອົາໜ້າທີ່ໆພຣະອົງຝາກຝັງໃຫ້ກັບເຈົ້າໄດ້. ພາລະກິດທີ່ພຣະເຈົ້າປະຕິບັດໃນປັດຈຸບັນແມ່ນສິ່ງທີ່ມະນຸດຕ້ອງເຂົ້າສູ່ຢ່າງແທ້ຈິງ ແລະ ມີຄວາມເຂົ້າໃຈໃນປັດຈຸບັນ. ພວກເຈົ້າເຂົ້າໃຈກ່ຽວກັບສິ່ງເຫຼົ່ານີ້ບໍ?

ຖ້າເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າຢ່າງມີປະສິດທິພາບ, ຊີວິດຝ່າຍວິນຍານຂອງເຈົ້າກໍຈະກາຍມາເປັນປົກກະຕິ ແລະ ບໍ່ວ່າການທົດລອງປະເພດໃດທີ່ເຈົ້າອາດຈະຜະເຊີນ, ສະພາບແວດລ້ອມແບບໃດທີ່ເຈົ້າອາດຈະຜະເຊີນ, ຄວາມເຈັບປ່ວຍທາງເນື້ອໜັງທີ່ເຈົ້າອາດທົນທຸກ, ຄວາມແຕກແຍກຂອງອ້າຍເອື້ອຍນ້ອງ ຫຼື ຄວາມຫຍຸ້ງຍາກໃນຄອບຄົວທີ່ເຈົ້າອາດຈະຜະເຊີນ, ເຈົ້າສາມາດກິນ ແລະ ດື່ມພຣະທໍາຂອງພຣະເຈົ້າປົກກະຕິ, ອະທິຖານປົກກະຕິ ແລະ ດໍາເນີນຊີວິດໃນຄຣິສຕະຈັກຂອງເຈົ້າປົກກະຕິ, ຖ້າເຈົ້າສາມາດບັນລຸທຸກສິ່ງນີ້ໄດ້, ມັນກໍຈະສະແດງໃຫ້ເຫັນວ່າ ເຈົ້າຢູ່ໃນເສັ້ນທາງທີ່ຖືກຕ້ອງແລ້ວ. ບາງຄົນອ່ອນແອເກີນໄປ ແລະ ຂາດຄວາມບາກບັ່ນ. ເມື່ອຜະເຊີນກັບອຸປະສັກເລັກນ້ອຍພວກເຂົາກໍຈົ່ມພຶມພໍາ ແລະ ກາຍເປັນຄົນຄິດລົບ. ການສະແຫວງຫາຄວາມຈິງຈຳເປັນຕ້ອງມີຄວາມບາກບັ່ນ ແລະ ຄວາມຕັ້ງໝັ້ນ. ຖ້າເຈົ້າບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໃນເວລານີ້, ແລ້ວເຈົ້າກໍຕ້ອງສາມາດກຽດຊັງຕົນເອງ ແລະ ເລິກໆ ເຈົ້າຕ້ອງຕັດສິນໃຈຢ່າງງຽບໆວ່າ ເຈົ້າຈະເຮັດໃຫ້ສໍາເລັດໃນຄັ້ງຕໍ່ໄປ. ຖ້າໃນເວລານີ້ ເຈົ້າບໍ່ໃສ່ໃຈໃນພາລະຂອງພຣະເຈົ້າ, ແລ້ວເຈົ້າກໍຄວນຕັ້ງໃຈທີ່ຈະກະບົດຕໍ່ເນື້ອໜັງ ໃນເວລາທີ່ຜະເຊີນກັບອຸປະສັກແບບດຽວກັນໃນອະນາຄົດ ແລະ ຕັ້ງໝັ້ນໃນການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ນີ້ແມ່ນວິທີທີ່ເຈົ້າຈະກາຍເປັນຄົນໜ້າສັນລະເສີນ. ບາງຄົນເຖິງກັບບໍ່ຮູ້ເລີຍວ່າ ຄວາມຄິດ ແລະ ແນວຄິດຂອງພວກເຂົາເອງຖືກຕ້ອງ ຫຼື ບໍ່; ຄົນເຫຼົ່ານັ້ນແມ່ນຄົນໂງ່! ຖ້າເຈົ້າຕ້ອງການເອົາຊະນະຫົວໃຈຂອງເຈົ້າ ແລະ ກະບົດຕໍ່ເນື້ອໜັງ, ເຈົ້າຕ້ອງຮູ້ຈັກກ່ອນວ່າ ເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ຫຼື ບໍ່; ມີແຕ່ເມື່ອນັ້ນ ເຈົ້າຈຶ່ງສາມາດເອົາຊະນະຫົວໃຈຂອງເຈົ້າໄດ້. ຖ້າເຈົ້າບໍ່ຮູ້ຈັກວ່າ ເຈດຕະນາຂອງເຈົ້າຖືກຕ້ອງ ຫຼື ບໍ່, ເຈົ້າຈະສາມາດເອົາຊະນະຫົວໃຈຂອງເຈົ້າ ແລະ ກະບົດຕໍ່ເນື້ອໜັງໄດ້ແນວໃດ? ເຖິງແມ່ນວ່າເຈົ້າກະບົດ, ເຈົ້າກໍເຮັດໃນລັກສະນະທີ່ສັບສົນ. ເຈົ້າຄວນຮູ້ວິທີກະບົດຕໍ່ເຈດຕະນາທີ່ບໍ່ຖືກຕ້ອງຂອງເຈົ້າ; ນີ້ຄືຄວາມໝາຍໃນການກະບົດຕໍ່ເນື້ອໜັງ. ເມື່ອເຈົ້າຮູ້ວ່າ ເຈດຕະນາຂອງເຈົ້າ, ຄວາມຄິດ ແລະ ແນວຄິດຂອງເຈົ້າບໍ່ຖືກຕ້ອງ, ເຈົ້າຄວນຟ້າວກັບຄືນ ແລະ ຍ່າງໃນເສັ້ນທາງທີ່ຖືກຕ້ອງ. ແກ້ໄຂບັນຫານີ້ກ່ອນ ແລະ ຝຶກຝົນຕົນເອງເພື່ອບັນລຸທາງເຂົ້າໃນເລື່ອງນີ້, ເພາະເຈົ້າຮູ້ດີທີ່ສຸດວ່າ ເຈົ້າມີເຈດຕະນາທີ່ຖືກຕ້ອງ ຫຼື ບໍ່. ເມື່ອເຈດຕະນາທີ່ບໍ່ຖືກຕ້ອງຖືກເຮັດໃຫ້ຖືກຕ້ອງ ແລະ ເພື່ອເຫັນແກ່ພຣະເຈົ້າໃນຕອນນີ້, ແລ້ວເຈົ້າກໍໄດ້ບັນລຸເປົ້າໝາຍແຫ່ງການເອົາຊະນະຫົວໃຈຂອງເຈົ້າແລ້ວ.

ສິ່ງສໍາຄັນທີ່ສຸດສຳລັບພວກເຈົ້າທີ່ຈະເຮັດໃນຕອນນີ້ຄືການໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ພາລະກິດຂອງພຣະອົງ. ເຈົ້າຕ້ອງຮູ້ຈັກວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດ; ການກະທໍາເຫຼົ່ານີ້ແມ່ນຈໍາເປັນສຳລັບການເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ມັນຈະງ່າຍສຳລັບເຈົ້າທີ່ຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ຫຼັງຈາກທີ່ເຈົ້າເຂົ້າໃຈຈຸດສໍາຄັນນີ້. ເຈົ້າເຊື່ອໃນພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ ເຊິ່ງສະແດງໃຫ້ເຫັນວ່າ ຄວາມເຊື່ອຂອງເຈົ້າໃນພຣະເຈົ້າແມ່ນແທ້ຈິງ. ຖ້າເຈົ້າສືບຕໍ່ໄດ້ຮັບປະສົບການ, ແຕ່ສຸດທ້າຍ ຍັງບໍ່ສາມາດຮູ້ຈັກພຣະເຈົ້າ, ແລ້ວເຈົ້າກໍເປັນຄົນທີ່ຕໍ່ຕ້ານພຣະເຈົ້າຢ່າງແນ່ນອນ. ຄົນທີ່ພຽງແຕ່ເຊື່ອໃນພຣະເຢຊູຄຣິດ ແຕ່ບໍ່ເຊື່ອໃນພຣະເຈົ້າທີ່ບັງເກີດເປັນມະນຸດໃນປັດຈຸບັນແມ່ນລ້ວນແລ້ວແຕ່ຖືກປະນາມທັງໝົດ. ພວກເຂົາເປັນພວກຟາຣິຊາຍສະໄໝໃໝ່ ເພາະພວກເຂົາບໍ່ຮັບຮູ້ພຣະເຈົ້າແຫ່ງປັດຈຸບັນ; ພວກເຂົາທຸກຄົນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ. ບໍ່ວ່າພວກເຂົາອາດຈະອຸທິດຄວາມບູຊາແນວໃດກໍຕາມໃນພຣະເຢຊູ, ມັນກໍຈະສູນເປົ່າທັງໝົດ; ພຣະເຈົ້າຈະບໍ່ສັນລະເສີນເຈົ້າ. ທຸກຄົນທີ່ມີແຜ່ນປ້າຍໂຄສະນາອ້າງວ່າ ພວກເຂົາເຊື່ອໃນພຣະເຈົ້າ ແຕ່ບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າໃນຫົວໃຈຂອງພວກເຂົາ ແມ່ນເປັນພວກໜ້າຊື່ໃຈຄົດ!

ເພື່ອສະແຫວງຫາໃຫ້ພຣະເຈົ້າເຮັດໃຫ້ສົມບູນ, ເຈົ້າຕ້ອງເຂົ້າໃຈກ່ອນວ່າ ການຖືກພຣະອົງເຮັດໃຫ້ສົມບູນໝາຍເຖິງຫຍັງ ພ້ອມທັງເງື່ອນໄຂຫຍັງແດ່ທີ່ເຈົ້າຕ້ອງປະກອບມີເພື່ອທີ່ຈະຖືກເຮັດໃຫ້ສົມບູນ. ເມື່ອເຈົ້າໄດ້ເຂົ້າໃຈເລື່ອງດັ່ງກ່າວ, ແລ້ວເຈົ້າກໍຕ້ອງຄົ້ນຫາເສັ້ນທາງໃນການປະຕິບັດ. ເຈົ້າຕ້ອງປະກອບມີຄວາມສາມາດໃດໜຶ່ງເພື່ອຖືກເຮັດໃຫ້ສົມບູນ. ຫຼາຍຄົນບໍ່ມີຄຸນນະພາບສູງຢ່າງພຽງພໍມາແຕ່ກໍາເນີດ, ເຊິ່ງໃນກໍລະນີນີ້ເຈົ້າຕ້ອງຈ່າຍລາຄາ ແລະ ໃຊ້ຄວາມພະຍາຍາມສ່ວນຕົວຂອງເຈົ້າໜັກຂຶ້ນ. ຍິ່ງຄຸນນະພາບຂອງເຈົ້າຕໍ່າສໍ່າໃດ, ເຈົ້າຍິ່ງຕ້ອງໃຊ້ຄວາມພະຍາຍາມສ່ວນຕົວຫຼາຍຂຶ້ນ. ຍິ່ງຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະທຳຂອງພຣະເຈົ້າຍິ່ງໃຫຍ່ຫຼາຍສໍ່າໃດ ແລະ ຍິ່ງເຈົ້ານໍາໃຊ້ພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດຫຼາຍສໍ່າໃດ, ເຈົ້າກໍຍິ່ງສາມາດເຂົ້າສູ່ເສັ້ນທາງສູ່ການຖືກພຣະເຈົ້າເຮັດໃຫ້ສົມບູນໄດ້ໄວຍິ່ງຂຶ້ນສໍ່ານັ້ນ. ຜ່ານການອະທິຖານ, ເຈົ້າສາມາດຖືກເຮັດໃຫ້ສົມບູນໃນຂອບເຂດການອະທິຖານ; ເຈົ້າຍັງສາມາດຖືກເຮັດໃຫ້ສົມບູນຜ່ານການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຜ່ານການເຂົ້າໃຈແກ່ນແທ້ຂອງພຣະທໍາ ແລະ ການດຳລົງຊີວິດຕາມຄວາມເປັນຈິງຂອງພຣະທຳ. ຜ່ານການຜະເຊີນກັບພຣະທຳຂອງພຣະເຈົ້າໃນປະຈຳວັນ, ເຈົ້າຄວນມາຮູ້ຈັກສິ່ງທີ່ຂາດເຂີນໃນຕົວເຈົ້າເອງ; ຍິ່ງໄປກວ່ານັ້ນ ເຈົ້າຄວນຮູ້ຈັກຂໍ້ບົກຜ່ອງທີ່ເປັນອັນຕະລາຍ ແລະ ຈຸດອ່ອນຂອງເຈົ້າ ແລະ ອະທິຖານ ແລະ ອ້ອນວອນເຖິງພຣະເຈົ້າ. ການເຮັດແບບນີ້ ເຈົ້າຈະຖືກເຮັດໃຫ້ສົມບູນເທື່ອລະໜ້ອຍ. ເສັ້ນທາງສູ່ການຖືກເຮັດໃຫ້ສົມບູນຄື: ການອະທິຖານ, ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ການເຂົ້າໃຈເຖິງແກ່ນແທ້ແຫ່ງພຣະທຳຂອງພຣະເຈົ້າ, ການເຂົ້າສູ່ປະສົບການຂອງພຣະທຳຂອງພຣະເຈົ້າ, ການຮຽນຮູ້ຈັກສິ່ງທີ່ຂາດເຂີນໃນຕົວເຈົ້າ, ການເຊື່ອຟັງພາລະກິດຂອງພຣະເຈົ້າ, ການໃສ່ໃຈໃນພາລະຂອງພຣະເຈົ້າ ແລະ ປະຖິ້ມເນື້ອໜັງຜ່ານຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າ ແລະ ການເຂົ້າຮ່ວມສົນທະນາເລື້ອຍໆກັບອ້າຍເອື້ອຍນ້ອງຂອງເຈົ້າ ເຊິ່ງຈະເຮັດໃຫ້ປະສົບການຂອງເຈົ້າເພີ່ມພູນຂຶ້ນ. ບໍ່ວ່າຈະເປັນຊີວິດສ່ວນລວມ ຫຼື ຊີວິດສ່ວນຕົວຂອງເຈົ້າ ແລະ ບໍ່ວ່າຈະເປັນການຊຸມນຸມທີ່ໃຫຍ່ ຫຼື ການຊຸມນຸມທີ່ນ້ອຍ, ທຸກສິ່ງສາມາດເຮັດໃຫ້ເຈົ້າໄດ້ຮັບປະສົບການ ແລະ ໄດ້ຮັບການຝຶກຝົນ ເພື່ອວ່າຫົວໃຈຂອງເຈົ້າຈະສາມາດສະຫງົບຕໍ່ໜ້າພຣະເຈົ້າ ແລະ ກັບຄືນຫາພຣະເຈົ້າ. ທຸກສິ່ງເຫຼົ່ານີ້ແມ່ນຂະບວນການຂອງການຖືກເຮັດໃຫ້ສົມບູນ. ການມີປະສົບການກັບພຣະທຳຂອງພຣະເຈົ້າທີ່ກ່າວເຖິງ ແມ່ນໝາຍເຖິງການທີ່ສາມາດຊີມລົດຊາດແຫ່ງພຣະທຳຂອງພຣະເຈົ້າຢ່າງແທ້ຈິງ ແລະ ເຮັດໃຫ້ເຈົ້າເອງດໍາລົງຊີວິດຕາມພຣະທຳເຫຼົ່ານັ້ນ ເພື່ອເຈົ້າຈະມີຄວາມເຊື່ອ ແລະ ຄວາມຮັກທີ່ຍິ່ງໃຫຍ່ຂຶ້ນສໍາລັບພຣະເຈົ້າ. ໃນວິທີນີ້, ເຈົ້າຈະປົດອຸປະນິໄສອັນຊົ່ວຊ້າ ແລະ ເສື່ອມຊາມຂອງເຈົ້າອອກເທື່ອລະໜ້ອຍ; ເຈົ້າຈະຖອນແຮງຈູງໃຈທີ່ບໍ່ເໝາະສົມອອກຈາກຕົນເອງເທື່ອລະໜ້ອຍ ແລະ ດຳລົງຊີວິດຕາມລັກສະນະຂອງຄົນປົກກະຕິ. ຍິ່ງຄວາມຮັກສຳລັບພຣະເຈົ້າທີ່ຢູ່ຂ້າງໃນເຈົ້າຍິ່ງໃຫຍ່ສໍ່າໃດ ເຊິ່ງເວົ້າໄດ້ວ່າ ຍິ່ງເຈົ້າຖືກພຣະເຈົ້າເຮັດໃຫ້ສົມບູນຫຼາຍສໍ່າໃດ, ເຈົ້າຍິ່ງຖືກຊາຕານເຮັດໃຫ້ເສື່ອມຊາມໜ້ອຍລົງສໍ່ານັ້ນ. ຜ່ານປະສົບການຕົວຈິງຂອງເຈົ້າ, ເຈົ້າຈະເຂົ້າສູ່ເສັ້ນທາງແຫ່ງການຖືກເຮັດໃຫ້ສົມບູນເທື່ອລະໜ້ອຍ. ສະນັ້ນ, ຖ້າເຈົ້າປາຖະໜາທີ່ຈະຖືກເຮັດໃຫ້ສົມບູນ, ການໃສ່ໃຈໃນຄວາມປະສົງຂອງພຣະເຈົ້າ ແລະ ການມີປະສົບການກັບພຣະທຳຂອງພຣະເຈົ້າແມ່ນສຳຄັນເປັນພິເສດ.

ກ່ອນນີ້: ການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າ

ຕໍ່ໄປ: ພຣະເຈົ້າເຮັດໃຫ້ຜູ້ທີ່ຕາມໃຈພຣະອົງເອງສົມບູນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້