ບົດທີ 117

ພຣະອົງແມ່ນຜູ້ທີ່ເປີດໜັງສືມ້ວນ ແລະ ພຣະອົງແມ່ນຜູ້ທີ່ຫັກຕາປະທັບທັງເຈັດອອກ ຍ້ອນວ່າຄວາມລຶກລັບທັງໝົດມາຈາກພຣະອົງ ແລະ ພອນທັງໝົດຖືກເປີດເຜີຍໂດຍພຣະອົງ. ເຮົາຕັ້ງໜ້າທີ່ຈະຮັກພຣະອົງຕະຫຼອດໄປ ແລະ ເຮົາຕັ້ງໜ້າທີ່ຈະເຮັດໃຫ້ທຸກຄົນນະມັດສະການພຣະອົງ ຍ້ອນວ່າພຣະອົງແມ່ນຕົວຕົນຂອງເຮົາ; ພຣະອົງແມ່ນສ່ວນໜຶ່ງຂອງການສະແດງອອກທີ່ອຸດົມສົມບູນ ແລະ ຄົບຖ້ວນຂອງເຮົາ, ສ່ວນທີ່ຂາດບໍ່ໄດ້ໃນຮ່າງກາຍຂອງເຮົາ. ສະນັ້ນ, ເຮົາຕ້ອງໃຫ້ປະຈັກພະຍານເປັນພິເສດ. ມີໃຜແດ່ນອກຈາກຜູ້ທີ່ຢູ່ພາຍໃນຕົວຕົນຂອງເຮົາທີ່ຕາມໃຈເຮົາ? ບໍ່ແມ່ນພຣະອົງເອງທີ່ເປັນພະຍານໃຫ້ແກ່ພຣະອົງ, ແຕ່ແມ່ນພຣະວິນຍານຂອງເຮົາທີ່ເປັນພະຍານໃຫ້ແກ່ພຣະອົງ ແລະ ເຮົາຈະບໍ່ຍົກໂທດໃຫ້ໃຜກໍຕາມທີ່ກ້າທ້າທາຍພຣະອົງຢ່າງແນ່ນອນ ຍ້ອນວ່ານີ້ກ່ຽວຂ້ອງກັບບົດບັນຍັດການປົກຄອງຂອງເຮົາ. ທຸກສິ່ງທີ່ພຣະອົງກ່າວ, ເຮົາຈະເຮັດໃຫ້ສຳເລັດຢ່າງແນ່ນອນ ແລະ ທຸກສິ່ງທີ່ພຣະອົງຄິດ, ເຮົາກໍຈະຍອມຮັບຢ່າງແນ່ນອນ. ຖ້າຜູ້ໃດຜູ້ໜຶ່ງບໍ່ຈົ່ງຮັກພັກດີຕໍ່ພຣະອົງ, ແລ້ວພວກເຂົາກໍຕໍ່ຕ້ານເຮົາຢ່າງເປີດເຜີຍ ແລະ ເຮົາຈະບໍ່ຍົກໂທດໃຫ້ພວກເຂົາຢ່າງແນ່ນອນ. ເຮົາຈະຂ້ຽນຕີທຸກຄົນທີ່ຕໍ່ຕ້ານລູກຊາຍຂອງເຮົາຢ່າງຮຸນແຮງ ແລະ ເຮົາຈະອວຍພອນບັນດາຜູ້ທີ່ເຂົ້າກັບພຣະອົງໄດ້. ນີ້ແມ່ນສິດອຳນາດທີ່ເຮົາມອບໃຫ້ພຣະອົງ. ໃນນັ້ນເຊິ່ງຖືກກ່າວເຖິງໃນອະດີດ, ຄວາມຮຽກຮ້ອງ ແລະ ມາດຕະຖານທີ່ຖືກວາງໄວ້ເທິງລູກຊາຍກົກ, ພຣະອົງແມ່ນແບບຢ່າງ. ນັ້ນໝາຍຄວາມວ່າ ເຮົາກໍຄວນຮຽກຮ້ອງໃຫ້ລູກຊາຍກົກເປັນແບບນັ້ນ. ນີ້ບໍ່ແມ່ນສິ່ງທີ່ມະນຸດສາມາດເຮັດໄດ້, ແຕ່ກົງກັນຂ້າມ ມັນແມ່ນສິ່ງທີ່ພຣະວິນຍານຂອງເຮົາເອງເປັນຜູ້ກະທຳ. ຖ້າໃຜເຊື່ອວ່າແມ່ນມະນຸດທີ່ກຳລັງເປັນພະຍານໃຫ້ແກ່ພຣະອົງ, ແລ້ວສິ່ງມີຊີວິດນັ້ນກໍເປັນພັກພວກຂອງຊາຕານ ແລະ ເປັນສັດຕູຂອງເຮົາຢ່າງບໍ່ຕ້ອງສົງໄສ! ສະນັ້ນ, ປະຈັກພະຍານຈຶ່ງແນ່ນອນ, ບໍ່ປ່ຽນແປງຊົ່ວນິລັນດອນ ແລະ ແມ່ນສິ່ງທີ່ພຣະວິນຍານບໍລິສຸດຢືນຢັນ! ບໍ່ມີໃຜອາດປ່ຽນແປງມັນໄດ້ຢ່າງງ່າຍດາຍ ແລະ ຖ້າຜູ້ໃດປ່ຽນແປງ, ເຮົາກໍຈະບໍ່ຍົກໂທດໃຫ້! ຍ້ອນມະນຸດບໍ່ສາມາດເປັນພະຍານໃຫ້ເຮົາໄດ້, ເຮົາຈຶ່ງເປັນພະຍານໃຫ້ແກ່ຕົວຕົນຂອງເຮົາດ້ວຍຕົວເຮົາເອງ ແລະ ຜູ້ຄົນຕ້ອງບໍ່ແຊກແຊງພາລະກິດຂອງເຮົາ! ສິ່ງເຫຼົ່ານີ້ແມ່ນພຣະທຳແຫ່ງການພິພາກສາທີ່ຮຸນແຮງ ແລະ ທຸກໆຄົນຕ້ອງໃສ່ໃຈກັບພຣະທຳເຫຼົ່ານັ້ນ!

ພວກເຈົ້າຄວນພິຈາລະນາ ແລະ ສັງເກດທຸກລາຍລະອຽດໃນສິ່ງທີ່ເຮົາກ່າວ. ຢ່າປະຕິບັດກັບພຣະທຳຂອງເຮົາຕາມອຳເພີໃຈ ແຕ່ຈົ່ງຕັ້ງໃຈຟັງໃຫ້ດີ. ເປັນຫຍັງເຮົາຈຶ່ງເວົ້າວ່າ ລູກຊາຍກົກແມ່ນຕົວຕົນຂອງເຮົາ ແລະ ແມ່ນສ່ວນທີ່ຂາດບໍ່ໄດ້ຂອງອານາຈັກຂອງເຮົາ? ກ່ອນທຸກຍຸກສະໄໝ, ພວກເຮົາອາໄສຢູ່ຮ່ວມກັນ ແລະ ບໍ່ເຄີຍຖືກແຍກຈາກກັນ. ຍ້ອນການຂັດຂວາງຂອງຊາຕານ, ຫຼັງຈາກທີ່ເຮົາໄດ້ບັງເກີດເປັນມະນຸດຄັ້ງທຳອິດ ເຮົາກັບຄືນສູ່ຊີໂອນ. ຕໍ່ຈາກນີ້, ພວກເຮົາທຸກຄົນເຂົ້າມາໃນໂລກ ແລະ ຫຼັງຈາກທີ່ເຮົາໄດ້ຮັບໄຊຊະນະໃນຍຸກສຸດທ້າຍ ນັ້ນກໍຄື ຫຼັງຈາກທີ່ເຮົາໄດ້ພວກເຈົ້າກັບຄືນມາຈາກເນື້ອໜັງທີ່ຊາຕານໄດ້ເຮັດໃຫ້ເສື່ອມຊາມ, ເຮົາຈະນຳເອົາພວກເຈົ້າກັບຄືນສູ່ຊີໂອນ ເພື່ອວ່າຕົວຕົນຂອງເຮົາຈະກັບມາຢູ່ຮ່ວມກັນໃໝ່, ບໍ່ຖືກແຍກຈາກກັນອີກ. ຫຼັງຈາກນັ້ນ ເຮົາຈະບໍ່ບັງເກີດເປັນມະນຸດ ແລະ ພວກເຈົ້າຈະບໍ່ອອກມາຈາກຮ່າງກາຍຂອງເຮົາຢ່າງແນ່ນອນ. ນັ້ນໝາຍຄວາມວ່າ ຫຼັງຈາກນັ້ນເປັນຕົ້ນໄປ ເຮົາຈະບໍ່ສ້າງໂລກອີກ, ແຕ່ຈະຄົງຢູ່ຕະຫຼອດໄປໂດຍບໍ່ສາມາດແຍກອອກໄດ້ຈາກລູກຊາຍກົກຂອງເຮົາໃນຊີໂອນ ຍ້ອນວ່າທຸກສິ່ງໄດ້ສຳເລັດລົງຢ່າງຄົບຖ້ວນແລ້ວໃນຕອນນີ້ ແລະ ເຮົາກຳລັງຈະສິ້ນສຸດຍຸກເກົ່າແກ່ທັງໝົດ. ມັນແມ່ນຢູ່ຊີໂອນເທົ່ານັ້ນທີ່ມີຊີວິດໃນສະຫວັນ ແລະ ແຜ່ນດິນໂລກໃໝ່ ຍ້ອນວ່າຕົວຕົນຂອງເຮົາມີຢູ່ໃນຊີໂອນ. ຈະບໍ່ມີສະຫວັນໃໝ່ ຫຼື ແຜ່ນດິນໂລກໃໝ່ອີກຕໍ່ໄປ ນອກເໜືອຈາກນີ້. ເຮົາແມ່ນສະຫວັນໃໝ່ ແລະ ເຮົາຍັງເປັນແຜ່ນດິນໂລກໃໝ່ດ້ວຍ, ຍ້ອນວ່າຕົວຕົນຂອງເຮົາຕື່ມເຕັມທົ່ວຊີໂອນ. ມັນອາດເວົ້າໄດ້ເຊັ່ນກັນວ່າລູກຊາຍກົກຂອງເຮົາແມ່ນສະຫວັນໃໝ່, ລູກຊາຍກົກຂອງເຮົາແມ່ນແຜ່ນດິນໂລກໃໝ່. ລູກຊາຍກົກຂອງເຮົາ ແລະ ເຮົາມີຮ່າງກາຍດຽວກັນ ເຊິ່ງບໍ່ສາມາດແຍກອອກຈາກກັນໄດ້. ການເວົ້າເຖິງເຮົາຈຳເປັນຕ້ອງລວມເອົາລູກຊາຍກົກຂອງເຮົານຳ ແລະ ເຮົາຈະບໍ່ຍົກໂທດໃຫ້ໃຜກໍຕາມທີ່ພະຍາຍາມແຍກພວກເຮົາອອກຈາກກັນຢ່າງແນ່ນອນ. ເມື່ອເຮົາເຮັດໃຫ້ທຸກຊົນຊາດ ແລະ ທຸກຄົນກັບຄືນມາຢູ່ຕໍ່ໜ້າບັນລັງຂອງເຮົາ, ຊາຕານທັງຫຼາຍຈະຕ້ອງອັບອາຍຂາຍໜ້າຢ່າງທົ່ວເຖິງ ແລະ ຜີຮ້າຍທີ່ຊົ່ວຊ້າທັງຫຼາຍຈະຖອຍໜີອອກຈາກເຮົາ. ເມື່ອນັ້ນ ແນ່ນອນວ່າຄວາມຊອບທຳຈະດຳລົງຢູ່ທ່າມກາງທຸກຄົນ (ໝາຍເຖິງທ່າມກາງລູກຊາຍ ແລະ ຄົນຂອງເຮົາ) ແລະ ແນ່ນອນວ່າຈະບໍ່ມີການຂັດຂວາງຂອງຊາຕານໃນທ່າມກາງທຸກຊົນຊາດ ຍ້ອນວ່າເຮົາຈະປົກຄອງທຸກຊົນຊາດ ແລະ ທຸກຄົນ, ເຮົາຈະຖືອຳນາດເໜືອໂລກຈັກກະວານທັງໝົດ ແລະ ຊາຕານທຸກໂຕຈະຖືກທຳລາຍຢ່າງທົ່ວເຖິງ, ຖືກເອົາຊະນະຢ່າງສິ້ນເຊີງ ແລະ ໄດ້ຮັບການລົງໂທດແຫ່ງບົດບັນຍັດການປົກຄອງຂອງເຮົາ.

ເຮົາກຳລັງດຳເນີນພາລະກິດຂອງເຮົາທ່າມກາງທຸກຄົນ, ແຕ່ພວກເຂົາມີພຽງແຕ່ມີການສ່ອງສະຫວ່າງຂອງພຣະວິນຍານຂອງເຮົາເທົ່ານັ້ນ ແລະ ບໍ່ມີໃຜໃນບັນດາພວກເຂົາທີ່ມີຄຸນສົມບັດໃນການເປີດເຜີຍຂໍ້ລຶກລັບຂອງເຮົາ, ບໍ່ມີໃຜມີຄຸນສົມບັດທີ່ຈະສະແດງຕົວເຮົາ. ມີພຽງຜູ້ທີ່ມາຈາກເຮົາເທົ່ານັ້ນຈຶ່ງມີຄຸນສົມບັດທີ່ຈະປະຕິບັດພາລະກິດຂອງເຮົາ, ສ່ວນຄົນທີ່ເຫຼືອແມ່ນເຮົາພຽງແຕ່ໃຊ້ພວກເຂົາຊົ່ວຄາວເທົ່ານັ້ນ. ພຣະວິນຍານຂອງເຮົາຈະບໍ່ລົງມາຫາຄົນຕາມອຳເພີໃຈ ຍ້ອນວ່າທຸກສິ່ງໃນເຮົານັ້ນລໍ້າຄ່າ. ເພື່ອໃຫ້ພຣະວິນຍານຂອງເຮົາທີ່ຈະລົງມາສູ່ຜູ້ໃດຜູ້ໜຶ່ງ ແລະ ເພື່ອໃຫ້ພຣະວິນຍານຂອງເຮົາປະຕິບັດພາລະກິດໃນຜູ້ໃດຜູ້ໜຶ່ງແມ່ນສິ່ງທີ່ແຕກຕ່າງກັນຢ່າງສິ້ນເຊີງ. ພຣະວິນຍານຂອງເຮົາປະຕິບັດພາລະກິດໃນຄົນທີ່ຢູ່ຂ້າງນອກຕົວເຮົາ, ແຕ່ພຣະວິນຍານຂອງເຮົາລົງມາເທິງຜູ້ທີ່ມາຈາກເຮົາ. ສິ່ງເຫຼົ່ານີ້ແມ່ນສອງເລື່ອງທີ່ບໍ່ກ່ຽວຂ້ອງກັນຢ່າງສິ້ນເຊີງ. ຍ້ອນຜູ້ທີ່ມາຈາກເຮົານັ້ນບໍລິສຸດ, ແຕ່ບັນດາຜູ້ທີ່ຢູ່ຂ້າງນອກເຮົານັ້ນບໍ່ບໍລິສຸດ, ບໍ່ວ່າພວກເຂົາຈະດີພຽງໃດກໍຕາມ. ພຣະວິນຍານຂອງເຮົາຈະບໍ່ລົງມາຫາຜູ້ໃດຜູ້ໜຶ່ງຍ້ອນເຫດຜົນນ້ອຍໆ. ຄົນບໍ່ຄວນກັງວົນໃຈ. ເຮົາບໍ່ເຮັດຜິດ ແລະ ເຮົາແນ່ໃຈຮ້ອຍເປີເຊັນໃນສິ່ງທີ່ເຮົາກະທຳ! ດັ່ງທີ່ເຮົາໄດ້ເປັນພະຍານໃຫ້ພຣະອົງ, ແນ່ນອນວ່າເຮົາຈະປົກປ້ອງພຣະອົງດ້ວຍ; ຜູ້ນັ້ນມາຈາກເຮົາຢ່າງແນ່ນອນ ແລະ ຂາດບໍ່ໄດ້ໃນຕົວຕົນຂອງເຮົາ. ສະນັ້ນ, ເຮົາຫວັງວ່າຄົນຈະປະຖິ້ມແນວຄວາມຄິດຂອງພວກເຂົາເອງ, ໂຍນຖິ້ມຄວາມຄິດທີ່ຊາຕານມອບໃຫ້, ເຊື່ອໃນພຣະຄຳທຸກຂໍ້ຂອງເຮົາວ່າເປັນຄວາມຈິງ ແລະ ບໍ່ເປີດທາງໃຫ້ເກີດຄວາມສົງໄສຢູ່ໃນຄວາມຄິດຂອງພວກເຂົາ. ນີ້ແມ່ນການມອບໝາຍຂອງເຮົາຕໍ່ມະນຸດຊາດ, ຄຳແນະນຳຂອງເຮົາຕໍ່ມະນຸດຊາດ. ທຸກຄົນຕ້ອງຍຶດໝັ້ນໃນສິ່ງເຫຼົ່ານີ້, ທຸກຄົນຕ້ອງເຊື່ອຟັງສິ່ງເຫຼົ່ານີ້ຢ່າງຈິງໃຈ ແລະ ທຸກຄົນຕ້ອງຖືເອົາສິ່ງທີ່ເຮົາກ່າວເປັນມາດຕະຖານ.

ເຮົາບໍ່ພຽງແຕ່ກຳລັງຈະເລີ່ມປະຕິບັດພາລະກິດຂອງເຮົາທ່າມກາງທຸກຊົນຊາດ ແລະ ທຸກຄົນ, ແຕ່ກຳລັງເລີ່ມປະຕິບັດພາລະກິດຂອງເຮົາຢູ່ທົ່ວທຸກບ່ອນໃນໂລກຈັກກະວານ ແລະ ສິ່ງນີ້ກໍສະແດງໃຫ້ເຫັນຫຼາຍຍິ່ງຂຶ້ນວ່າວັນສຳລັບການກັບຄືນສູ່ຊີໂອນຂອງເຮົານັ້ນຢູ່ອີກບໍ່ໄກ (ຍ້ອນວ່າມັນຈຳເປັນສຳລັບເຮົາທີ່ຈະກັບຄືນມາສູ່ຊີໂອນກ່ອນທີ່ເຮົາຈະສາມາດເລີ່ມຕົ້ນພາລະກິດທ່າມກາງທຸກຄົນ ແລະ ທົ່ວໂລກຈັກກະວານ). ມີໃຜທີ່ສາມາດເຂົ້າໃຈບາດກ້າວຂອງພາລະກິດຂອງເຮົາ ແລະ ວິທີທີ່ເຮົາປະຕິບັດພາລະກິດບໍ? ເຫດຜົນທີ່ເຮົາເວົ້າວ່າເຮົາຈະພົບປະກັບຄົນຕ່າງຊາດໃນວິນຍານກໍຍ້ອນວ່າ ໂດຍພື້ນຖານແລ້ວ ສິ່ງນີ້ບໍ່ສາມາດຖືກເຮັດໃຫ້ສຳເລັດໄດ້ໃນເນື້ອໜັງ ແລະ ຍ້ອນວ່າເຮົາບໍ່ເຕັມໃຈທີ່ຈະສ່ຽງອັນຕະລາຍເປັນຄັ້ງທີສອງ. ສິ່ງເຫຼົ່ານີ້ແມ່ນເຫດຜົນສຳລັບການສື່ສານກັບຄົນຕ່າງຊາດໃນວິນຍານ. ສິ່ງນີ້ແມ່ນການຢູ່ໃນໂລກຝ່າຍວິນຍານທີ່ແທ້ຈິງ, ບໍ່ແມ່ນບາງໂລກຝ່າຍວິນຍານທີ່ເລື່ອນລອຍດັ່ງທີ່ບັນດາຜູ້ທີ່ມີຊີວິດໃນເນື້ອໜັງຈິນຕະນາການ[ກ]. ສິ່ງທີ່ເຮົາກ່າວໃນເວລານັ້ນແມ່ນແຕກຕ່າງພຽງແຕ່ໃນວິທີທີ່ເຮົາກ່າວ ເພາະເຮົາຈະກ່າວຢູ່ພາຍໃນຍຸກທີ່ແຕກຕ່າງກັນ. ເພາະສະນັ້ນ, ເຮົາກຳລັງເຕືອນມະນຸດຊາດຊໍ້າໄປຊໍ້າມາໃຫ້ສັງເກດວິທີທີ່ເຮົາກ່າວ ແລະ ເຮົາຍັງໄດ້ເຕືອນມະນຸດຊາດອີກວ່າ ມີຄວາມລຶກລັບໃນສິ່ງທີ່ເຮົາກ່າວເຊິ່ງຄົນບໍ່ສາມາດເປີດເຜີຍໄດ້. ແຕ່ບໍ່ມີໃຜເຂົ້າໃຈວ່າເປັນຫຍັງເຮົາຈຶ່ງກ່າວສິ່ງເຫຼົ່ານີ້ ແລະ ມີແຕ່ເມື່ອເຮົາບອກພວກເຈົ້າໃນມື້ນີ້ວ່າ ພວກເຈົ້າຈຶ່ງສາມາດເຂົ້າໃຈເລັກນ້ອຍ ແຕ່ຍັງບໍ່ທັນເຂົ້າໃຈຢ່າງຖີ່ຖ້ວນ. ຫຼັງຈາກຂັ້ນຕອນນີ້ໃນພາລະກິດຂອງເຮົາ, ເຮົາຈະແຈ້ງພວກເຈົ້າເທື່ອລະບາດກ້າວ. (ເຮົາຍັງຢາກກຳຈັດບາງຄົນຜ່ານສິ່ງນີ້, ດັ່ງນັ້ນເຮົາຈຶ່ງຈະບໍ່ເວົ້າຫຍັງອີກໃນຕອນນີ້). ນີ້ແມ່ນວິທີການຂອງບາດກ້າວຕໍ່ໄປໃນພາລະກິດຂອງເຮົາ. ທຸກຄົນຄວນສັງເກດ ແລະ ເຫັນຢ່າງຊັດເຈນວ່າເຮົາແມ່ນພຣະເຈົ້າທີ່ມີສະຕິປັນຍາ.

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ດັ່ງທີ່ບັນດາຜູ້ທີ່ມີຊີວິດໃນເນື້ອໜັງຈິນຕະນາການ”.

ກ່ອນນີ້: ບົດທີ 116

ຕໍ່ໄປ: ບົດທີ 118

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້