ບົດທີ 116

ໃນບັນດາພຣະທຳຂອງເຮົາ, ພຣະທຳຫຼາຍຂໍ້ເຮັດໃຫ້ຜູ້ຄົນຮູ້ສຶກຢ້ານ, ພຣະທຳຫຼາຍຂໍ້ເຮັດໃຫ້ຜູ້ຄົນສັ່ນດ້ວຍຄວາມຢ້ານຫຼາຍ; ພຣະທຳອີກຫຼາຍຂໍ້ກໍຍັງເຮັດໃຫ້ຜູ້ຄົນທົນທຸກ ແລະ ສິ້ນຫວັງ ແລະ ພຣະທຳຂໍ້ອື່ນໆອີກຫຼາຍຂໍ້ກໍຍິ່ງກໍ່ໃຫ້ເກີດຄວາມພິນາດແກ່ຜູ້ຄົນ. ບໍ່ມີໃຜສາມາດຢັ່ງເຖິງ ຫຼື ເຂົ້າໃຈຄວາມອຸດົມສົມບູນໃນພຣະທຳຂອງເຮົາໄດ້ຢ່າງຊັດເຈນ. ມີແຕ່ເມື່ອເຮົາບອກພວກເຈົ້າກ່ຽວກັບພຣະທຳຂອງເຮົາ ແລະ ເປີດເຜີຍພຣະທຳເຫຼົ່ານັ້ນໃຫ້ກັບພວກເຈົ້າແຕ່ລະປະໂຫຍກເທົ່ານັ້ນ ພວກເຈົ້າຈຶ່ງຮຽນຮູ້ສະຖານະການທົ່ວໄປຂອງເລື່ອງລາວຕ່າງໆ; ໃນຂະນະທີ່ຍັງຄົງບໍ່ຊັດເຈນກ່ຽວກັບໂສມໜ້າທີ່ແທ້ຈິງຂອງຄວາມເປັນຈິງສະເພາະເຈາະຈົງ. ສະນັ້ນ, ເຮົາຈະໃຊ້ຄວາມຈິງເພື່ອເປີດເຜີຍພຣະທຳທັງໝົດຂອງເຮົາ, ດ້ວຍເຫດນັ້ນກໍເຮັດໃຫ້ພວກເຈົ້າເຂົ້າໃຈຫຼາຍຍິ່ງຂຶ້ນ. ເມື່ອຄຳນຶງເຖິງຮູບແບບແຫ່ງຖ້ອຍຄຳຂອງເຮົາ, ເຮົາບໍ່ພຽງແຕ່ເວົ້າດ້ວຍພຣະທຳຂອງເຮົາເທົ່ານັ້ນ, ແຕ່ເຮົາປະຕິບັດຫຼາຍຍິ່ງຂຶ້ນດ້ວຍພຣະທຳຂອງເຮົາ; ນີ້ແມ່ນຄວາມໝາຍແທ້ຈິງຂອງພຣະທຳ ແລະ ຄວາມສຳເລັດທີ່ເກີດຂຶ້ນໃນເວລາດຽວກັນ. ຍ້ອນເຮົາ ທຸກສິ່ງຈຶ່ງເປັນອິດສະຫຼະ ແລະ ທຸກສິ່ງຈຶ່ງຖືກປົດປ່ອຍ ແລະ ບົນພື້ນຖານນີ້, ທຸກສິ່ງທີ່ເຮົາເຮັດກໍເຕັມໄປດ້ວຍສະຕິປັນຍາ. ເຮົາບໍ່ເວົ້າໂດຍບໍ່ຮອບຄອບ ແລະ ເຮົາຍັງບໍ່ປະຕິບັດໂດຍບໍ່ຮອບຄອບ. (ບໍ່ວ່າຈະຢູ່ໃນຄວາມເປັນມະນຸດ ຫຼື ຄວາມເປັນພຣະເຈົ້າ, ເຮົາເວົ້າ ແລະ ປະຕິບັດດ້ວຍສະຕິປັນຍາ, ເພາະຄວາມເປັນມະນຸດຂອງເຮົາບໍ່ສາມາດຕັດຂາດຈາກຕົວຕົນຂອງເຮົາເອງ.) ແຕ່ເມື່ອເຮົາເວົ້າ, ບໍ່ມີໃຜໃສ່ໃຈນໍ້າສຽງແຫ່ງຖ້ອຍຄຳຂອງເຮົາ; ເມື່ອເຮົາປະຕິບັດ, ບໍ່ມີໃຜສົນໃຈວິທີການແຫ່ງພາລະກິດຂອງເຮົາ. ນີ້ຄືຂໍ້ບົກຜ່ອງຂອງມະນຸດ. ເຮົາຈະເປີດເຜີຍກຳລັງຂອງເຮົາຕໍ່ມະນຸດທຸກຄົນ, ບໍ່ແມ່ນຕໍ່ລູກຊາຍກົກຂອງເຮົາເທົ່ານັ້ນ, ແຕ່ເຮົາຍິ່ງຈະເປີດເຜີຍກຳລັງຂອງເຮົາພາຍໃນບັນດາປະຊາຊາດ ແລະ ທ່າມກາງທຸກຄົນ; ການເຮັດແບບນີ້ເທົ່ານັ້ນຈຶ່ງຈະເປັນຄຳພະຍານທີ່ມີອຳນາດໃນການເຮັດໃຫ້ຊາຕານອັບອາຍ. ເຮົາບໍ່ໄດ້ປະຕິບັດຢ່າງໂງ່ໆ; ຄົນສ່ວນຫຼາຍຄິດວ່າ ການເປັນພະຍານຂອງເຮົາໃຫ້ກັບລູກຊາຍກົກແມ່ນຄວາມຜິດພາດ, ພວກເຂົາເວົ້າວ່າ ມີພຣະເຈົ້າອົງອື່ນອີກ ນອກຈາກເຮົາ, ເຮົາປະຕິບັດໂດຍໄຮ້ສະຕິ, ເຮົາເຮັດໃຫ້ຕົນເອງເສຍກຽດ; ຈາກຈຸດນັ້ນ, ຄວາມເສື່ອມຊາມຂອງມະນຸດຍິ່ງຖືກເປີດໂປງຫຼາຍຂຶ້ນ. ເປັນໄປໄດ້ບໍວ່າ ການເປັນພະຍານໃຫ້ກັບລູກຊາຍກົກຄືຄວາມຜິດພາດຂອງເຮົາ? ພວກເຈົ້າເວົ້າວ່າ ເຮົາຜິດ, ພວກເຈົ້າສາມາດພິສູດໄດ້ບໍ? ຖ້າບໍ່ແມ່ນຍ້ອນຄະຕິທຳຂອງເຮົາ, ຄຳພະຍານຂອງເຮົາ, ພວກເຈົ້າຈະຍັງກົດພຣະບຸດຂອງເຮົາໃຫ້ຢູ່ພາຍໃຕ້ພວກເຈົ້າ, ຍັງປະຕິບັດຕໍ່ພຣະອົງດ້ວຍຄວາມບໍ່ສົນໃຈທີ່ເຢັນຊາ, ຍັງປະຕິບັດຕໍ່ພຣະອົງດັ່ງຄົນຮັບໃຊ້ຂອງພວກເຈົ້າ. ຝູງສັດຮ້າຍນີ້ເອີຍ! ເຮົາຈະຈັດແຍກເຈົ້າອອກເທື່ອລະຄົນ! ບໍ່ມີໃຜທີ່ຈະຖືກປ່ອຍໄປ! ຈົ່ງບອກເຮົາແມະ, ສິ່ງຂອງປະເພດໃດທີ່ບໍ່ເຂົ້າກັນກັບຄົນທີ່ມີຄວາມເປັນມະນຸດທຳມະດາ? ພວກເຂົາເປັນສັດຮ້າຍຢ່າງແນ່ນອນ! ເຮົາທົນພວກເຂົາບໍ່ໄດ້ແທ້ໆ. ຖ້າເຮົາລໍຖ້າຄຳພະຍານຂອງພວກເຈົ້າ, ພາລະກິດຂອງເຮົາກໍຈະຖືກຊັກຊ້າແລ້ວ! ຝູງສັດຮ້າຍນີ້ເອີຍ! ເຈົ້າບໍ່ມີຄວາມເປັນມະນຸດເລີຍ! ເຮົາບໍ່ຕ້ອງການເຈົ້າໃຫ້ການບໍລິການແກ່ເຮົາ! ຈົ່ງອອກໄປຈາກບ່ອນນີ້ດຽວນີ້! ເຈົ້າໄດ້ຂົ່ມເຫັງ ແລະ ກົດຂີ່ພຣະບຸດຂອງເຮົາເປັນເວລາດົນເຕີບແລ້ວ; ເຮົາຈະຢຽບຢ່ຳເຈົ້າຈົນແຫຼກລະອຽດ! ຈົ່ງເບິ່ງວ່າຈະເກີດຫຍັງຂຶ້ນຖ້າເຈົ້າກ້າທີ່ຈະບ້າອີກຄັ້ງ, ຈົ່ງເບິ່ງວ່າຈະເກີດຫຍັງຂຶ້ນຖ້າເຈົ້າກ້າທີ່ຈະເຮັດໃຫ້ເຮົາອັບອາຍອີກຄັ້ງ! ເຮົາໄດ້ເຮັດໃຫ້ພາລະກິດທີ່ຍິ່ງໃຫຍ່ຂອງເຮົາສຳເລັດແລ້ວ ແລະ ເຮົາຄວນຫັນກັບມາ ແລະ ກຳຈັດຝູງສັດຮ້າຍນີ້ເສຍ!

ທຸກສິ່ງຖືກເຮັດໃຫ້ສຳເລັດໃນມືຂອງເຮົາ (ຍ້ອນເຮົາຮັກຄົນເຫຼົ່ານັ້ນ) ແລະ ທຸກສິ່ງຍັງຖືກທຳລາຍໃນມືຂອງເຮົາ (ຍ້ອນເຮົາຊັງພວກສັດຮ້າຍເຫຼົ່ານັ້ນ, ເຮົາກຽດຊັງຄົນ, ເລື່ອງ ແລະ ສິ່ງເຫຼົ່ານັ້ນ). ເຮົາເຮັດໃຫ້ລູກຊາຍກົກຂອງເຮົາເຫັນທຸກສິ່ງທີ່ເຮົາຕ້ອງການເຮັດ, ໃຫ້ພວກເຂົາເຂົ້າໃຈຢ່າງທົ່ວເຖິງ, ຈາກຈຸດນັ້ນ ພວກເຂົາຈະໄດ້ເຫັນທຸກສິ່ງທີ່ເຮົາໄດ້ເຮັດຕັ້ງແຕ່ທີ່ອອກມາຈາກຊີໂອນ. ຫຼັງຈາກນັ້ນ, ພວກເຮົາກໍຈະເຂົ້າສູ່ພູເຂົາຊີໂອນຮ່ວມກັນ, ເຂົ້າສູ່ບ່ອນທີ່ພວກເຮົາຢູ່ກ່ອນຍຸກຕ່າງໆ ແລະ ດຳລົງຊີວິດຂອງພວກເຮົາໃໝ່. ຈາກນັ້ນເປັນຕົ້ນໄປ, ຈະບໍ່ມີການພົວພັນກັບໂລກ ແລະ ຝູງສັດຮ້າຍນີ້ອີກຕໍ່ໄປ, ແຕ່ກົງກັນຂ້າມຈະມີພຽງເສລີພາບຢ່າງສົມບູນ, ທຸກສິ່ງຈະບໍ່ມີຂໍ້ຈຳກັດ ແລະ ປາສະຈາກອຸປະສັກ. ແມ່ນໃຜກ້າຕໍ່ຕ້ານຄົນໃດຄົນໜຶ່ງທີ່ຢູ່ທ່າມກາງລູກຊາຍກົກຂອງເຮົາ? ແມ່ນໃຜກ້າຕໍ່ຕ້ານລູກຊາຍກົກຂອງເຮົາ? ເຮົາຈະບໍ່ປ່ອຍເຂົາໄປງ່າຍໆ! ບໍ່ວ່າເຈົ້າໄດ້ນັບຖືເຮົາແນວໃດກໍຕາມໃນອະດີດ ເຈົ້າກໍຕ້ອງນັບຖືລູກຊາຍກົກຂອງເຮົາແບບດຽວກັນໃນປັດຈຸບັນ. ຢ່າເຮັດຢ່າງໜຶ່ງເມື່ອຢູ່ຕໍ່ໜ້າເຮົາ ແລະ ເຮັດອີກຢ່າງເມື່ອຢູ່ລັບຫຼັງເຮົາ; ເຮົາເຫັນວ່າທຸກຄົນເປັນແນວໃດ ດ້ວຍຄວາມຊັດເຈນແຈ່ມແຈ້ງ. ການທີ່ບໍ່ຊື່ສັດກັບພຣະບຸດຂອງເຮົາກໍຄືການບໍ່ເຄົາລົບເຮົາ ເຊິ່ງເປັນຄວາມຈິງທີ່ເຫັນໄດ້ງ່າຍ ຍ້ອນພວກເຮົາແມ່ນຮ່າງກາຍໜຶ່ງດຽວ. ຖ້າບາງຄົນດີຕໍ່ເຮົາ ແຕ່ມີທ່າທີອີກແບບຕໍ່ລູກຊາຍກົກຂອງເຮົາ, ແລ້ວພວກເຂົາກໍເປັນເຊື້ອສາຍຕົວຢ່າງຂອງມັງກອນແດງໃຫຍ່ຢ່າງແນ່ນອນ, ເພາະພວກເຂົາທຳລາຍຮ່າງກາຍຂອງພຣະຄຣິດ; ຄວາມບາບນີ້ບໍ່ສາມາດໃຫ້ອະໄພໄດ້! ພວກເຈົ້າແຕ່ລະຄົນຕ້ອງເຫັນສິ່ງນີ້. ມັນແມ່ນໜ້າທີ່ຂອງພວກເຈົ້າທີ່ຈະເປັນພະຍານໃຫ້ກັບເຮົາ ແລະ ຍິ່ງໄປກວ່ານັ້ນ ມັນຄືພັນທະຂອງພວກເຈົ້າທີ່ຈະເປັນພະຍານໃຫ້ກັບລູກຊາຍກົກ. ບໍ່ມີໃຜໃນບັນດາພວກເຈົ້າທີ່ສາມາດໜີຄວາມຮັບຜິດຊອບຂອງພວກເຈົ້າ; ໃຜກໍຕາມທີ່ລົບກວນ, ເຮົາຈະຈັດການເຈົ້າທັນທີ! ຢ່າຄິດວ່າເຈົ້າດີເລີດເກີນໄປຫຼາຍ. ເຮົາກຳລັງບອກເຈົ້າ! ຍິ່ງໃຜກໍຕາມເປັນແບບນີ້ຫຼາຍສໍ່າໃດ, ພວກເຂົາກໍຍິ່ງເປັນເປົ້າໝາຍແຫ່ງການລົງໂທດທີ່ເຂັ້ມງວດຂອງເຮົາຫຼາຍສໍ່ານັ້ນ! ຍິ່ງໃຜກໍຕາມເປັນແບບນີ້ຫຼາຍສໍ່າໃດ ກໍຍິ່ງໝົດຫວັງຫຼາຍສໍ່ານັ້ນ ແລະ ກໍຍິ່ງເປັນລູກຊາຍແຫ່ງການຕົກນະຮົກຫຼາຍສໍ່ານັ້ນ. ເຮົາຈະຕີສອນເຈົ້າຕະຫຼອດໄປ!

ພາລະກິດທັງໝົດຂອງເຮົາແມ່ນໄດ້ຮັບການປະຕິບັດເປັນການສ່ວນຕົວໂດຍພຣະວິນຍານຂອງເຮົາ ແລະ ເຮົາບໍ່ຍອມໃຫ້ຈຳພວກຂອງຊາຕານມາແຊກແຊງໄດ້. ນີ້ກໍແມ່ນເພື່ອຫຼີກຫຼ່ຽງການລົບກວນແຜນການຂອງເຮົາ. ໃນທີ່ສຸດແລ້ວ ເຮົາຈະຍອມໃຫ້ທັງຜູ້ໃຫຍ່ ແລະ ເດັກນ້ອຍລຸກຂຶ້ນ ແລະ ສັນລະເສີນເຮົາ ແລະ ລູກຊາຍກົກຂອງເຮົາ, ສັນລະເສີນການກະທຳທີ່ມະຫັດສະຈັນຂອງເຮົາ ແລະ ສັນລະເສີນການສຳແດງຕົວຂອງພຣະບຸກຄົນຂອງເຮົາ. ເຮົາຈະໃຫ້ສຽງແຫ່ງການສັນລະເສີນດັງກ້ອງກັງວານໄປທົ່ວຈັກກະວານ ແລະ ຈົນສຸດປາຍແຜ່ນດິນໂລກ, ສະເທືອນພູເຂົາ, ແມ່ນໍ້າ ແລະ ສິ່ງທັງປວງ ແລະ ເຮົາຈະເຮັດໃຫ້ຊາຕານອັບອາຍຢ່າງທີ່ສຸດ; ເຮົາຈະໃຊ້ຄຳພະຍານຂອງເຮົາເພື່ອທຳລາຍໂລກເດີມທັງໝົດທີ່ສົກກະປົກ ແລະ ຊົ່ວຮ້າຍ ແລະ ສ້າງໂລກໃໝ່ທີ່ບໍລິສຸດ ແລະ ບໍ່ມີມົນທິນ. (ເມື່ອເວົ້າວ່າດວງຕາເວັນ, ດວງເດືອນ ແລະ ດວງດາວ ແລະ ວັດຖຸທ້ອງຟ້າຈະບໍ່ປ່ຽນແປງໃນອະນາຄົດ, ເຮົາບໍ່ໄດ້ໝາຍຄວາມວ່າ ໂລກເກົ່າຈະຍັງມີຢູ່ ແຕ່ກົງກັນຂ້າມ ໂລກທັງໝົດຈະຖືກທຳລາຍ ແລະ ໂລກເກົ່າຈະຖືກແທນໃໝ່. ເຮົາບໍ່ໄດ້ໝາຍຄວາມວ່າຈະແທນທີ່ຈັກກະວານ.) ມີແຕ່ເມື່ອນັ້ນ ມັນຈຶ່ງຈະເປັນໂລກທີ່ສອດຄ່ອງກັບຄວາມປະສົງຂອງເຮົາ; ໃນໂລກນັ້ນຈະບໍ່ມີການປາບປາມດັ່ງໃນປັດຈຸບັນ, ແລະ ຈະບໍ່ມີປະກົດການແຫ່ງການທີ່ຄົນຂູດຮີດເຊິ່ງກັນແລະກັນໃນປັດຈຸບັນ. ກົງກັນຂ້າມ, ຈະມີຄວາມຍຸຕິທຳ ແລະ ຄວາມສົມເຫດສົມຜົນທີ່ຢູ່ພາຍໃນເນື້ອໜັງແທ້ໆ. (ເຖິງແມ່ນເຮົາເວົ້າວ່າ ຈະມີຄວາມຍຸຕິທຳ ແລະ ຄວາມສົມເຫດສົມຜົນ, ມັນກໍຈະຢູ່ພາຍໃນເນື້ອໜັງ; ເມື່ອປຽບທຽບກັບອານາຈັກຂອງເຮົາ, ມັນກໍຈະແຕກຕ່າງກັນຫຼາຍ, ແຕກຕ່າງຄືກັບສະຫວັນ ແລະ ແຜ່ນດິນໂລກ; ບໍ່ມີທາງປຽບທຽບກັນໄດ້ແທ້ໆ, ໃນທີ່ສຸດແລ້ວ ໂລກມະນຸດກໍຄືໂລກຂອງມະນຸດ, ໂລກວິນຍານກໍຄືໂລກຝ່າຍວິນຍານ.) ໃນເວລານັ້ນ, ລູກຊາຍກົກຂອງເຮົາ ແລະ ເຮົາຈະໃຊ້ອຳນາດຕັດສິນເໜືອໂລກດັ່ງກ່າວ (ໃນໂລກນີ້ ຈະບໍ່ມີການລົບກວນຈາກຊາຕານ, ເພາະຊາຕານຖືກເຮົາກຳຈັດອອກໄປຢ່າງສົມບູນແລ້ວ), ແຕ່ຊີວິດຂອງພວກເຮົາກໍຍັງຈະເປັນຊີວິດແຫ່ງອານາຈັກ ເຊິ່ງບໍ່ມີໃຜສາມາດປະຕິເສດສິ່ງນີ້ໄດ້. ຕະຫຼອດທັງຍຸກຕ່າງໆ, ບໍ່ເຄີຍມີມະນຸດຄົນໃດ (ບໍ່ວ່າເຂົາຈະຊື່ສັດສໍ່າໃດກໍຕາມ) ໄດ້ປະສົບກັບຊີວິດປະເພດນີ້ຈັກເທື່ອ, ເພາະຕະຫຼອດທັງຍຸກຕ່າງໆ ບໍ່ເຄີຍມີໃຜເຮັດໜ້າທີ່ເປັນລູກຊາຍກົກຂອງເຮົາ ແລະ ພວກເຂົາຍັງຈະສະໜອງບໍລິການໃຫ້ກັບເຮົາໃນເວລາຕໍ່ມາ. ເຖິງແມ່ນຜູ້ບໍລິການເຫຼົ່ານີ້ຊື່ສັດ, ໃນທີ່ສຸດ ພວກເຂົາກໍເປັນເຊື້ອສາຍຂອງຊາຕານທີ່ຖືກເຮົາເອົາຊະນະ, ສະນັ້ນ ຫຼັງຈາກຄວາມຕາຍຝ່າຍເນື້ອໜັງ ພວກເຂົາກໍຍັງເກີດໃນໂລກມະນຸດເພື່ອໃຫ້ບໍລິການເຮົາ; ນີ້ຄືຄວາມໝາຍທີ່ແທ້ຈິງຂອງ “ໃນທີ່ສຸດແລ້ວ ລູກຊາຍກໍຄືລູກຊາຍ ແລະ ໃນທີ່ສຸດແລ້ວ ຜູ້ບໍລິການກໍຄືເຊື້ອສາຍຂອງຊາຕານ”. ຕະຫຼອດທັງຍຸກຕ່າງໆ, ບໍ່ຮູ້ວ່າ ມີເທົ່າໃດຄົນທີ່ບໍລິການລູກຊາຍກົກໃນປັດຈຸບັນ; ຈາກຈຳນວນຜູ້ບໍລິການທັງໝົດ, ບໍ່ມີໃຜສາມາດແລ່ນໜີໄດ້ ແລະ ເຮົາຈະເຮັດໃຫ້ພວກເຂົາບໍລິການເຮົາຕະຫຼອດໄປ. ເມື່ອພິຈາລະນາເຖິງທຳມະຊາດຂອງພວກເຂົາ, ທຸກຄົນເປັນລູກໆຂອງຊາຕານ, ທຸກຄົນຕໍ່ຕ້ານເຮົາ ແລະ ເຖິງແມ່ນພວກເຂົາບໍລິການເຮົາ, ທຸກຄົນກໍຖືກບັງຄັບ ແລະ ທຸກຄົນບໍ່ມີທາງເລືອກອື່ນ. ນີ້ກໍ່ຍ້ອນວ່າທຸກສິ່ງຖືກຄວບຄຸມໂດຍມືຂອງເຮົາ; ຜູ້ບໍລິການທີ່ເຮົາໃຊ້ຕ້ອງໃຫ້ບໍລິການເຮົາຈົນເຖິງເວລາສຸດທ້າຍ. ສະນັ້ນ, ຍັງມີຫຼາຍຄົນໃນປັດຈຸບັນທີ່ມີທຳມະຊາດດຽວກັບຜູ້ປະກາດພຣະທຳ ແລະ ອັກຄະສາວົກຕະຫຼອດຍຸກຕ່າງໆ, ເພາະພວກເຂົາມີວິນຍານດຽວກັນ. ສະນັ້ນ, ຍັງມີຜູ້ບໍລິການຫຼາຍຄົນທີ່ຊື່ຕໍ່ເຮົາ, ແຕ່ໃນທີ່ສຸດແລ້ວ (ຕະຫຼອດເວລາຫົກພັນປີທີ່ພວກເຂົາໃຫ້ການບໍລິການແກ່ເຮົາຢ່າງຕໍ່ເນື່ອງ, ແລ້ວຄົນເຫຼົ່ານີ້ກໍເປັນສ່ວນໜຶ່ງຂອງຜູ້ບໍລິການ), ບໍ່ມີໃຜສາມາດບັນລຸສິ່ງທີ່ທຸກຄົນໃນຍຸກຕ່າງໆໄດ້ຫວັງໄວ້, ເພາະວ່າສິ່ງທີ່ເຮົາໄດ້ຈັດກຽມໄວ້ ກໍບໍ່ແມ່ນເພື່ອພວກເຂົາ.

ທຸກສິ່ງທີ່ເປັນຂອງເຮົາແມ່ນໄດ້ຖືກເຮັດໃຫ້ສຳເລັດຕໍ່ໜ້າສາຍຕາທັງປວງແລ້ວ; ເຮົາໄດ້ເຮັດໃຫ້ລູກຊາຍກົກຂອງເຮົາກັບຄືນສູ່ບ້ານຂອງເຮົາ, ກັບຄືນໄປຢູ່ຂ້າງເຮົາ ແລະ ຮ່ວມກັນໃໝ່. ເພາະເຮົາໄດ້ກັບຄືນຢ່າງມີໄຊຊະນະ ແລະ ມີໄຊຊະນະ ແລະ ເຮົາໄດ້ຮັບເອົາສະຫງ່າລາສີຢ່າງສົມບູນ, ເຮົາໄດ້ມາເພື່ອນໍາເອົາພວກເຈົ້າກັບຄືນ. ໃນອະດີດນັ້ນ, ບາງຄົນໄດ້ທຳນາຍເຖິງ “ຍິງສາວບໍລິສຸດທີ່ສະຫຼາດຫ້າຄົນ, ຍິງສາວບໍລິສຸດທີ່ໂງ່ຫ້າຄົນ”; ເຖິງແມ່ນການທຳນາຍບໍ່ຖືກຕ້ອງ, ມັນກໍບໍ່ຜິດໂດຍສິ້ນເຊີງ, ສະນັ້ນ ເຮົາຈຶ່ງສາມາດອະທິບາຍບາງຢ່າງໃຫ້ກັບພວກເຈົ້າ. “ຍິງສາວບໍລິສຸດທີ່ສະຫຼາດຫ້າຄົນ ແລະ ຍິງສາວບໍລິສຸດທີ່ໂງ່ຫ້າຄົນ” ບໍ່ສາມາດສະແດງເຖິງຈຳນວນຂອງຜູ້ຄົນ ຫຼື ຄົນປະເພດໜຶ່ງ “ຍິງສາວບໍລິສຸດທີ່ສະຫຼາດຫ້າຄົນ” ໝາຍເຖິງຈຳນວນຄົນ, ສ່ວນ “ຍິງສາວບໍລິສຸດທີ່ໂງ່ຫ້າຄົນ” ເປັນຕົວແທນໃຫ້ກັບຄົນປະເພດໜຶ່ງ, ແຕ່ທັງສອງກຸ່ມນີ້ບໍ່ໄດ້ໝາຍເຖິງລູກຊາຍກົກ. ກົງກັນຂ້າມ, ພວກເຂົາເປັນຕົວແທນໃຫ້ກັບສັບພະສິ່ງທັງປວງ. ນີ້ແມ່ນເຫດຜົນທີ່ວ່າ ເປັນຫຍັງຈຶ່ງຂໍໃຫ້ພວກເຂົາຈັດກຽມນໍ້າມັນໄວ້ໃນຍຸກສຸດທ້າຍ. (ສັບພະສິ່ງທັງປວງບໍ່ມີຄຸນນະພາບຂອງເຮົາ; ຖ້າພວກເຂົາຕ້ອງການເປັນຍິງສາວບໍລິສຸດທີ່ສະຫຼາດ ແລ້ວພວກເຂົາຈຳເປັນຕ້ອງຈັດກຽມນໍ້າມັນ ແລະ ດ້ວຍເຫດນັ້ນ ພວກເຂົາຈຳເປັນຕ້ອງມີພຣະທຳຂອງເຮົາ.) “ຍິງສາວບໍລິສຸດທີ່ສະຫຼາດຫ້າຄົນ” ເປັນຕົວແທນໃຫ້ກັບລູກຊາຍຂອງເຮົາ ແລະ ຄົນຂອງເຮົາທ່າມກາງມະນຸດທີ່ເຮົາໄດ້ສ້າງ. ພວກເຂົາຖືກເອີ້ນວ່າ “ຍິງສາວບໍລິສຸດ” ກໍເພາະວ່າ ເຖິງແມ່ນພວກເຂົາເກີດເທິງແຜ່ນດິນໂລກ, ພວກເຂົາກໍຍັງຖືກຮັບເອົາໂດຍເຮົາ; ຄົນໜຶ່ງສາມາດເວົ້າໄດ້ວ່າ ພວກເຂົາບໍລິສຸດ, ສະນັ້ນພວກເຂົາຈຶ່ງຖືກເອີ້ນວ່າ “ຍິງສາວບໍລິສຸດ”. “ຫ້າ” ດັ່ງທີ່ກ່າວມາກ່ອນແລ້ວ ເປັນຕົວແທນໃຫ້ກັບຈຳນວນຂອງລູກຊາຍຂອງເຮົາ ແລະ ຜູ້ຄົນຂອງເຮົາທີ່ເຮົາໄດ້ກຳນົດລ່ວງໜ້າໄວ້ແລ້ວ. “ຍິງສາວບໍລິສຸດທີ່ໂງ່ຫ້າຄົນ” ໝາຍເຖິງຜູ້ໃຫ້ບໍລິການ. ພວກເຂົາໃຫ້ບໍລິການແກ່ເຮົາ ໂດຍບໍ່ໃຫ້ຄວາມສຳຄັນກ່ຽວກັບຊີວິດແມ່ນແຕ່ໜ້ອຍດຽວ, ມີແຕ່ສະແຫວງຫາສິ່ງຕ່າງໆພາຍນອກ (ເພາະພວກເຂົາບໍ່ມີຄຸນນະພາບຂອງເຮົາ, ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ ມັນກໍເປັນສິ່ງທີ່ຢູ່ພາຍນອກ) ແລະ ພວກເຂົາບໍ່ສາມາດເປັນຜູ້ຊ່ວຍທີ່ເກັ່ງຂອງເຮົາ, ສະນັ້ນ ພວກເຂົາຈຶ່ງຖືກເອີ້ນວ່າ “ຍິງສາວບໍລິສຸດທີ່ໂງ່ຈ້າ”. “ຫ້າ” ດັ່ງທີ່ກ່າວມາກ່ອນແລ້ວ ເປັນຕົວແທນໃຫ້ກັບຊາຕານ ແລະ ຄວາມຈິງທີ່ພວກເຂົາຖືກເອີ້ນວ່າ “ຍິງສາວບໍລິສຸດ” ໝາຍຄວາມວ່າ ພວກເຂົາຖືກເຮົາເອົາຊະນະ ແລະ ສາມາດໃຫ້ການບໍລິການແກ່ເຮົາໄດ້, ແຕ່ຄົນປະເພດນີ້ກໍບໍ່ບໍລິສຸດ, ສະນັ້ນ ພວກເຂົາຈຶ່ງຖືກເອີ້ນວ່າຜູ້ໃຫ້ບໍລິການ.

ກ່ອນນີ້: ບົດທີ 115

ຕໍ່ໄປ: ບົດທີ 117

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້