ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ມີພຽງແຕ່ມະນຸດທີ່ຖືກເຮັດໃຫ້ສົມບູນເທົ່ານັ້ນສາມາດມີຊີວິດທີ່ມີຄວາມໝາຍໄດ້

ໃນຄວາມຈິງ ພາລະກິດທີ່ກຳລັງປະຕິບັດຢູ່ໃນປັດຈຸບັນແມ່ນເພື່ອໃຫ້ຜູ້ຄົນປະຖິ້ມຊາຕານ, ປະຖິ້ມບັນພະບຸລຸດທີ່ເກົ່າແກ່ຂອງພວກເຂົາ. ທຸກການພິພາກສາດ້ວຍພຣະທຳແມ່ນແນໃສ່ເພື່ອເປີດໂປ່ງອຸປະນິໄສທີ່ເສື່ອມຊາມຂອງມະນຸດ ແລະ ເພື່ອເຮັດໃຫ້ຜູ້ຄົນເຂົ້າໃຈແກ່ນແທ້ແຫ່ງຊີວິດ. ການພິພາກສາທັງໝົດທີ່ຊໍ້າແລ້ວຊໍ້າອີກເຫຼົ່ານີ້ສຽບແທງຫົວໃຈຂອງຜູ້ຄົນ. ທຸກການພິພາກສາສົ່ງຜົນກະທົບຕໍ່ຊະຕາກໍາຂອງພວກເຂົາໂດຍກົງ ແລະ ມຸ້ງໝາຍທີ່ຈະເຮັດໃຫ້ພວກເຂົາເຈັບໃຈເພື່ອພວກເຂົາຈະໄດ້ປະຖິ້ມທຸກສິ່ງ ແລະ ຫັ້ນມາຮູ້ຈັກຊີວິດ; ຮູ້ຈັກໂລກທີ່ສົກກະປົກນີ້ ແລະ ພ້ອມດ້ວຍຮູ້ຈັກສະຕິປັນຍາ, ລິດທານຸພາບສູງສຸດຂອງພຣະເຈົ້າ ແລະ ຮູ້ຈັກມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ. ຍິ່ງມີການຕີສອນ ແລະ ການພິພາກສາຫຼາຍພຽງໃດ ຫົວໃຈຂອງມະນຸດກໍຍິ່ງສາມາດຖືກເຮັດໃຫ້ເຈັບຫຼາຍພຽງນັ້ນ ແລະ ຈິດວິນຍານຂອງເຂົາກໍຍິ່ງສາມາດຖືກປຸກໃຫ້ຕື່ນຫຼາຍພຽງນັ້ນ. ການປຸກຈິດວິນຍານຂອງຜູ້ຄົນທີ່ເສື່ອມຊາມຢ່າງໜັກ ແລະ ຖືກຫຼອກລວງຫຼາຍທີ່ສຸດເຫຼົ່ານີ້ຄືເປົ້າໝາຍຂອງການພິພາກດັ່ງກ່າວ. ມະນຸດບໍ່ມີຈິດວິນຍານ ນັ້ນກໍຄື ຈິດວິນຍານຂອງເຂົາໄດ້ຕາຍໄປດົນນານແລ້ວ ແລະ ເຂົາບໍ່ຮູ້ຈັກວ່າມີສະຫວັນ, ບໍ່ຮູ້ຈັກວ່າມີພຣະເຈົ້າ ແລະ ບໍ່ຮູ້ຈັກວ່າເຂົາກຳລັງດີ້ນລົນໃນເຫວເລິກແຫ່ງຄວາມຕາຍ; ແລ້ວເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ເຂົາກຳລັງດຳລົງຊີວິດໃນນະລົກຢູ່ເທິງແຜ່ນດິນໂລກນີ້? ເຂົາຈະສາມາດຮຸ້ຈັກໄດ້ແນວໃດວ່າ ຊາກສົບເນົ່າເປື່ອຍນີ້ຂອງເຂົາໄດ້ຕົກລົງໄປຢູ່ໃນແດນມໍລະນາແຫ່ງຄວາມຕາຍດ້ວຍຄວາມເສື່ອມຊາມຂອງຊາຕານ? ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ທຸກສິ່ງເທິງແຜ່ນດິນໂລກຖືກທຳລາຍເກີນກວ່າມະນຸດຈະແກ້ໄຂໄດ້ເປັນເວລາດົນນານມາແລ້ວ? ແລະ ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ພຣະຜູ້ສ້າງໄດ້ລົງມາເທິງແຜ່ນດິນໂລກໃນປັດຈຸບັນ ແລະ ກຳລັງຊອກຫາກຸ່ມຄົນເສື່ອມຊາມທີ່ພຣະອົງສາມາດຊ່ວຍໃຫ້ລອດພົ້ນໄດ້? ເຖິງແມ່ນວ່າ ຫຼັງຈາກທີ່ມະນຸດໄດ້ຮັບການຊໍາລະລ້າງ ແລະ ການພິພາກສາທຸກຢ່າງ ຈິດສຳນຶກທີ່ແຂງກະດ້າງຂອງເຂົາກໍຍັງບໍ່ຕື່ນແມ່ນພຽງໜ້ອຍດຽວ ແລະ ບໍ່ມີກິລະຍາທ່າທາງຫຍັງເລີຍ. ມະນຸດຊ່າງເສື່ອມຊາມແທ້ເດ! ເຖິງແມ່ນວ່າ ການພິພາກສາປະເພດນີ້ຈະເປັນເໝືອນດັ່ງໝາກເຫັບອັນຮ້າຍກາດທີ່ຕົກລົງມາຈາກທ້ອງຟ້າ, ແຕ່ມັນກໍເປັນປະໂຫຍດຫຼາຍສໍາລັບມະນຸດ. ຖ້າບໍ່ແມ່ນຍ້ອນການຕັດສິນຄົນແບບນີ້ ຈະບໍ່ມີຜົນດີຕາມມາ ແລະ ເປັນໄປບໍ່ໄດ້ທີ່ຈະສາມາດຊ່ວຍຄົນໃຫ້ລອດພົ້ນຈາກເຫວເລິກແຫ່ງຄວາມທຸກທໍລະມານນັ້ນໄດ້. ຖ້າບໍ່ແມ່ນຍ້ອນພາລະກິດນີ້ ກໍຈະເປັນການຍາກທີ່ຈະໃຫ້ຄົນຫຼຸດພົ້ນຈາກແດນມໍລະນາແຫ່ງຄວາມຕາຍນັ້ນໄດ້ ເພາະຫົວໃຈຂອງພວກເຂົາໄດ້ຕາຍໄປເປັນເວລາດົນນານມາແລ້ວ ແລະ ຈິດວິນຍານຂອງພວກເຂົາກໍຖືກຊາຕານຢຽບຍໍ່າເປັນເວລາດົນນານມາແລ້ວ. ການຊ່ວຍພວກເຈົ້າທີ່ຈົມຢູ່ກັບຄວາມເສື່ອມຊາມຢ່າງໜັກ ຈຳເປັນຕ້ອງໄດ້ເອີ້ນເອົາພວກເຈົ້າຢ່າງແຮງ ແລ້ວຕັດສິນພວກເຈົ້າຢ່າງໜັກ ແລະ ພຽງເມື່ອນັ້ນ ຫົວໃຈທີ່ເຢັນຊາຄືກັບນໍ້າກ້ອນຂອງພວກເຈົ້າຈຶ່ງຈະຖືກປຸກໃຫ້ຕື່ນຂຶ້ນ.

ເນື້ອໜັງຂອງພວກເຈົ້າ, ຄວາມປາຖະໜາທີ່ຫຼາຍເກີນຄວນຂອງພວກເຈົ້າ, ຄວາມໂລບຂອງພວກເຈົ້າ ແລະ ຕັນຫາຂອງພວກເຈົ້າຖືກຝັງໃນຕົວພວກເຈົ້າເລິກເກີນໄປ. ສະນັ້ນ ສິ່ງເຫຼົ່ານີ້ກຳລັງຄວບຄຸມຫົວໃຈຂອງພວກເຈົ້າຕະຫຼອດເວລາຈົນພວກເຈົ້າບໍ່ມີອຳນາດທີ່ຈະປົດແອກແຫ່ງຄວາມຄິດແບບສັກດິນາ ແລະ ເສື່ອມຊາມເຫຼົ່ານັ້ນໄດ້. ພວກເຈົ້າບໍ່ປາຖະໜາທີ່ຈະປ່ຽນແປງສະພາບການໃນປັດຈຸບັນຂອງພວກເຈົ້າ ຫຼື ຫຼົບໜີຈາກອິດທິພົນແຫ່ງຄວາມມືດ. ພວກເຈົ້າຖືກຜູກມັດກັບສິ່ງເຫຼົ່ານັ້ນຢ່າງຊັດເຈນ. ເຖິງແມ່ນພວກເຈົ້າຮູ້ຈັກວ່າ ຊີວິດແບບນັ້ນເປັນສິ່ງທີ່ເຈັບປວດຫຼາຍ ແລະ ໂລກແບບນັ້ນເປັນສິ່ງທີ່ມືດມົວຫຼາຍ, ແຕ່ຍັງບໍ່ມີຄົນໃດໃນບັນດາພວກເຈົ້າກ້າປ່ຽນແປງຊີວິດແບບນີ້ໄດ້ຢ່າງເດັດຂາດ. ພວກເຈົ້າພຽງແຕ່ຕ້ອງການຫຼົບໜີຈາກຊີວິດທີ່ເປັນຈິງນີ້, ປົດປ່ອຍວິນຍານຂອງພວກເຈົ້າຈາກນະລົກ ແລະ ມີຊີວິດໃນສະພາບແວດລ້ອມຄ້າຍຄືກັບສະຫວັນທີ່ສະຫງົບ ແລະ ມີຄວາມສຸກ. ພວກເຈົ້າບໍ່ເຕັມໃຈທີ່ຈະອົດທົນຕໍ່ຄວາມລຳບາກເພື່ອປ່ຽນແປງຊີວິດປັດຈຸບັນຂອງພວກເຈົ້າ ຫຼື ພວກເຈົ້າບໍ່ເຕັມໃຈທີ່ຈະຊອກຫາຊີວິດທີ່ພວກເຈົ້າຄວນເຂົ້າສູ່ໃນການພິພາກສາ ແລະ ການຕີສອນນີ້. ກົງກັນຂ້າມ ພວກເຈົ້າຝັນເຖິງສິ່ງທີ່ບໍ່ເປັນຈິງທັງໝົດກ່ຽວກັບໂລກອັນສວຍງາມທີ່ຢູ່ເໜື້ອຮ່າງກາຍ. ຊີວິດທີ່ພວກເຈົ້າປາຖະໜາແມ່ນຊີວິດທີ່ພວກເຈົ້າສາມາດໄດ້ຮັບໂດຍບໍ່ຕ້ອງໃຊ້ຄວາມພະຍາຍາມ ເຊິ່ງປາສະຈາກການທົນທຸກກັບຄວາມເຈັບປວດໃດໆ. ນັ້ນບໍ່ແມ່ນຄວາມຈິງທັງໝົດບໍ! ເພາະສິ່ງທີ່ພວກເຈົ້າຄາດຫວັງນັ້ນ ບໍ່ແມ່ນການດຳລົງຊີວິດທີ່ມີຄວາມໝາຍທາງດ້ານເນື້ອໜັງ ແລະ ການຮັບຄວາມຈິງໃນຊ່ວງເວລາທີ່ມີຊີວິດ ນັ້ນກໍຄື ການດຳລົງຊີວິດເພື່ອຄວາມຈິງ ແລະ ການລຸກຢືນຂຶ້ນເພື່ອຄວາມຍຸຕິທຳ. ນີ້ບໍ່ແມ່ນຊີວິດທີ່ພວກເຈົ້າຈະຖືວ່າມັນເປັນຊີວິດທີ່ສົດໄສ ແລະ ງົດງາມບໍ. ພວກເຈົ້າຮູ້ສຶກວ່າ ຊີວິດແບບນີ້ບໍ່ແມ່ນຊີວິດທີ່ສວຍງາມ ຫຼື ມີຄວາມໝາຍບໍ. ສຳລັບພວກເຈົ້າແລ້ວ ການດຳລົງຊີວິດແບບນັ້ນແມ່ນການດູຖູກຕົນເອງ! ເຖິງແມ່ນວ່າ ໃນປັດຈຸບັນພວກເຈົ້າຍອມຮັບເອົາການຕີສອນດັ່ງກ່າວກໍຕາມ ສິ່ງທີ່ພວກເຈົ້າກຳລັງສະແຫວງຫາບໍ່ແມ່ນເພື່ອຮັບຄວາມຈິງ ຫຼື ເພື່ອດຳລົງຊີວິດຕາມຄວາມຈິງໃນປັດຈຸບັນ ແຕ່ກົງກັນຂ້າມ ພວກເຈົ້າສະແຫວງຫາເພື່ອຈະໄດ້ເຂົ້າສູ່ຊີວິດຢ່າງມີຄວາມສຸກຢູ່ໃນຊາດໜ້າ. ພວກເຈົ້າບໍ່ສະແຫວງຫາຄວາມຈິງ ຫຼື ພວກເຈົ້າບໍ່ລຸກຢືນຂຶ້ນເພື່ອຄວາມຈິງ ແລະ ພວກເຈົ້າບໍ່ໄດ້ມີຊີວິດຢູ່ເພື່ອຄວາມຈິງຢ່າງແນ່ນອນ. ພວກເຈົ້າບໍ່ສະແຫວງຫາທາງເຂົ້າໃນປັດຈຸບັນ ແຕ່ກົງກັນຂ້າມ ພວກເຈົ້າເບິ່ງທ້ອງຟ້າ ຮ້ອງໄຫດ້ວຍຄວາມຂົມຂື່ນ ແລ້ວຄິດຄາດຫວັງຢູ່ຕະຫຼອດເວລາວ່າ “ມື້ໜຶ່ງ” ພວກເຈົ້າຈະໄດ້ຮັບຂຶ້ນສູ່ສະຫວັນ. ພວກເຈົ້າບໍ່ຮູ້ຈັກບໍວ່າ ຄວາມຄິດແບບນັ້ນຂອງພວກເຈົ້າແມ່ນອອກຈາກຄວາມເປັນຈິງແລ້ວ? ພວກເຈົ້າຍັງສືບຕໍ່ຄິດວ່າ ພຣະຜູ້ໄຖ່ແຫ່ງຄວາມກະລຸນາ ແລະ ຄວາມເມດຕາທີ່ບໍ່ມີມື້ສິ້ນສຸດຈະມາໃນມື້ໜຶ່ງເພື່ອຮັບເອົາເຈົ້າໄປກັບພຣະອົງໂດຍບໍ່ຕ້ອງສົງໄສ ເຊິ່ງຮັບເອົາພວກເຈົ້າຜູ້ທີ່ໄດ້ອົດທົນຕໍ່ຄວາມລຳບາກ ແລະ ການທົນທຸກໃນໂລກໃບນີ້ ແລະ ພຣະອົງຈະແກ້ແຄ້ນໃຫ້ກັບເຈົ້າຜູ້ເຊິ່ງຕົກເປັນເຫຍື່ອ ແລະ ຖືກກົດຂີ່ໂດຍບໍ່ຕ້ອງສົງໄສ. ແລ້ວເຈົ້າບໍ່ໄດ້ເຕັມໄປດ້ວຍຄວາມບາບບໍ? ເຈົ້າເປັນພຽງຄົນດຽວທີ່ໄດ້ທົນທຸກໃນໂລກໃບນີ້ບໍ? ເຈົ້າໄດ້ຕົກຢູ່ໃນອຳນາດຂອງຊາຕານດ້ວຍຕົວເຈົ້າເອງ ແລະ ໄດ້ທົນທຸກລໍາບາກ ແຕ່ເຈົ້າຍັງຕ້ອງການໃຫ້ພຣະເຈົ້າແກ້ແຄ້ນໃຫ້ກັບເຈົ້າບໍ? ຄົນທີ່ບໍ່ສາມາດເຮັດໃນສິ່ງທີ່ສອດຄ່ອງຕາມຄວາມຮຽກຮ້ອງຂອງພຣະເຈົ້າ ພວກເຂົາທັງໝົດບໍ່ແມ່ນສັດຕູຂອງພຣະເຈົ້າບໍ? ຄົນທີ່ບໍ່ເຊື່ອໃນພຣະເຈົ້າຜູ້ບັງເກີດເປັນມະນຸດ ພວກເຂົາບໍ່ແມ່ນຄົນທີ່ຕໍ່ຕ້ານພຣະຄຣິດບໍ? ແລ້ວການກະທຳດີຂອງເຈົ້າຈະມີຄຸນຄ່າຫຍັງ? ພວກມັນສາມາດແທນຫົວໃຈທີ່ເຄົາລົບຕໍ່ພຣະເຈົ້າໄດ້ບໍ? ເຈົ້າບໍ່ສາມາດຮັບການອວຍພອນຈາກພຣະເຈົ້າດ້ວຍການກະທຳດີພຽງບາງຢ່າງເທົ່ານັ້ນ ແລະ ພຣະເຈົ້າຈະບໍ່ແກ້ແຄ້ນສິ່ງຊົ່ວຮ້າຍທີ່ເກີດຂຶ້ນກັບເຈົ້າຍ້ອນເຈົ້າຕົກເປັນເຫຍື່ອ ແລະ ຖືກກົດຂີ່ເທົ່ານັ້ນ. ຄົນທີ່ເຊື່ອພຣະເຈົ້າແຕ່ບໍ່ຮູ້ຈັກພຣະເຈົ້າ ແຕ່ເປັນຜູ້ທີ່ກະທຳດີ ພວກເຂົາທັງໝົດຈະບໍ່ຖືກຕີສອນຄືກັນບໍ? ເຈົ້າພຽງແຕ່ເຊື່ອໃນພຣະເຈົ້າ, ພຽງແຕ່ຕ້ອງການໃຫ້ພຣະເຈົ້າແກ້ໄຂ ແລະ ແກ້ແຄ້ນສິ່ງຊົ່ວຮ້າຍທີ່ເກີດຂຶ້ນກັບເຈົ້າ ແລະ ຕ້ອງການໃຫ້ພຣະເຈົ້າຊ່ວຍໃຫ້ເຈົ້າຫຼຸດພົ້ນຈາກຄວາມເຈັບປວດ. ແຕ່ເຈົ້າປະຕິເສດທີ່ຈະສົນໃຈກັບຄວາມຈິງ ຫຼື ເຈົ້າບໍ່ກະຫາຍທີ່ຈະດຳລົງຊີວິດໃນຄວາມຈິງ. ຢ່າວ່າແຕ່ເຈົ້າສາມາດຫຼຸດພົ້ນຈາກຊີວິດທີ່ລຳບາກ ແລະ ຫວ່າງເປົ່ານີ້ເລີຍ. ກົງກັນຂ້າມ ໃນຂະນະທີ່ເຈົ້າດຳລົງຊີວິດໃນຝ່າຍເນື້ອໜັງ ແລະ ຊີວິດທີ່ຜິດບາບຂອງເຈົ້ານັ້ນ, ເຈົ້າຫວັງອາໄສໃຫ້ພຣະເຈົ້າແກ້ໄຂຄວາມຜິດຂອງເຈົ້າ ແລະ ປັດເປົ່າເອົາໝອກໜາອອກຈາກຊີວິດຂອງເຈົ້າ.​ ສິ່ງນີ້ຈະເປັນໄປໄດ້ແນວໃດ? ຖ້າເຈົ້າມີຄວາມຈິງ ເຈົ້າສາມາດຕິດຕາມພຣະເຈົ້າໄດ້. ຖ້າເຈົ້າດໍາລົງຊີວິດຕາມນັ້ນ ເຈົ້າສາມາດສະແດງອອກເຖິງພຣະທຳຂອງພຣະເຈົ້າ. ຖ້າເຈົ້າມີຊີວິດແບບນັ້ນ ເຈົ້າສາມາດໄດ້ຮັບການອວຍພອນຈາກພຣະເຈົ້າໄດ້. ຄົນທີ່ມີຄວາມຈິງສາມາດຮັບການອວຍພອນຈາກພຣະເຈົ້າ. ພຣະເຈົ້າຮັບຮອງເອົາການແກ້ໄຂສຳລັບຄົນທີ່ຮັກພຣະອົງຢ່າງເຕັມໃຈ ຜູ້ທີ່ອົດທົນຕໍ່ຄວາມລຳບາກ ແລະ ຄວາມທຸກທໍລະມານ, ແຕ່ຄວາມອົດທົນດັ່ງກ່າວ ບໍ່ແມ່ນສຳລັບຄົນທີ່ພຽງແຕ່ຮັກຕົວເອງ ແລະ ໄດ້ຕົກເປັນເຫຍື່ອໃຫ້ກັບກົນອຸບາຍຂອງຊາຕານ. ຄົນທີ່ບໍ່ຮັກຄວາມຈິງຈະສາມາດມີຄວາມດີໄດ້ແນວໃດ? ຄົນທີ່ພຽງແຕ່ຮັກເນື້ອໜັງຂອງຕົນຈະສາມາດມີຄວາມຊອບທໍາໄດ້ແນວໃດ? ຄວາມຊອບທຳ ແລະ ຄວາມດີທັງໝົດບໍ່ແມ່ນຄວາມຈິງບໍ? ຄວາມຈິງເຫຼົ່ານີ້ບໍ່ໄດ້ຖືກສະຫງວນໄວ້ສຳລັບຄົນທີ່ຮັກພຣະເຈົ້າຢ່າງສຸດໃຈບໍ? ຄົນທີ່ບໍ່ຮັກຄວາມຈິງ ແລະ ຄົນທີ່ເປັນພຽງຊາກສົບທີ່ເນົ່າເປື່ອຍ ທຸກຄົນເຫຼົ່ານີ້ບໍ່ໄດ້ເຊື່ອງຄວາມຊົ່ວຮ້າຍໄວ້ບໍ? ຄົນທີ່ບໍ່ສາມາດດຳລົງຊີວິດຕາມຄວາມຈິງ ພວກເຂົາທັງໝົດບໍ່ແມ່ນສັດຕູຂອງຄວາມຈິງບໍ? ແລະ ພວກເຈົ້າເດ?

ຖ້າເຈົ້າສາມາດຫຼຸດພົ້ນອອກຈາກອິດທິພົນຂອງຄວາມມືດເຫຼົ່ານີ້ ແລະ ແຍກຕົວພວກເຈົ້າອອກຈາກສິ່ງທີ່ບໍ່ສະອາດເຫຼົ່ານັ້ນ, ຖ້າພວກເຈົ້າກາຍມາເປັນຄົນບໍລິສຸດ ກໍໝາຍຄວາມວ່າ ພວກເຈົ້າມີຄວາມຈິງ. ສິ່ງເຫຼົ່ານີ້ບໍ່ແມ່ນການປ່ຽນແປງທຳມະຊາດຂອງເຈົ້າ ແຕ່ຄືຄວາມສາມາດຂອງເຈົ້າທີ່ຈະນໍາໃຊ້ຄວາມຈິງເຂົ້າໃນການປະຕິບັດ ແລະ ສາມາດປະຖິ້ມຝ່າຍເນື້ອໜັງໄດ້. ນີ້ຄືຄຸນສົມບັດຂອງຄົນທີ່ໄດ້ຮັບການຊຳລະລ້າງ. ເປົ້າໝາຍຫຼັກຂອງພາລະກິດແຫ່ງການເອົາຊະນະແມ່ນການຊໍາລະລ້າງມະນຸດ ເພື່ອມະນຸດຈະສາມາດມີຄວາມຈິງ ເພາະວ່າໃນປັດຈຸບັນນີ້ ມະນຸດເຂົ້າໃຈຄວາມຈິງພຽງແຕ່ໜ້ອຍດຽວເທົ່ານັ້ນ! ການປະຕິບັດພາລະກິດແຫ່ງການເອົາຊະນະຕໍ່ຜູ້ຄົນເຫຼົ່ານີ້ແມ່ນສຳຄັນທີ່ສຸດ. ເຈົ້າໄດ້ຕົກຢູ່ພາຍໃຕ້ອິດທິພົນແຫ່ງຄວາມມືດ ແລະ ຖືກທຳລາຍຢ່າງຮ້າຍແຮງ. ສະນັ້ນ ເປົ້າໝາຍຂອງພາລະກິດນີ້ກໍຄືການເຮັດໃຫ້ພວກເຈົ້າສາມາດຮູ້ຈັກທຳມະຊາດຂອງມະນຸດ ແລະ ດຳລົງຊີວິດໃນຄວາມຈິງ. ຄວາມສົມບູນຄືສິ່ງທີ່ມະນຸດຄວນຮັບເອົາ. ຖ້າພາລະກິດໃນຂັ້ນຕອນນີ້ພຽງແຕ່ຜູກພັນກັບການເຮັດໃຫ້ຜູ້ຄົນສົມບູນ ແລ້ວພາລະກິດດັ່່ງກ່າວນີ້ສາມາດປະຕິບັດຢູ່ປະເທດອັງກິດ ຫຼື ອາເມຣິກາ ຫຼື ອິດສະຣາເອັນກໍໄດ້ ແລະ ສາມາດປະຕິບັດກັບຄົນໃນຊາດໃດກໍໄດ້. ແຕ່ພາລະກິດແຫ່ງການເອົາຊະນະແມ່ນມີກໍານົດ. ບາດກ້າວທຳອິດຂອງພາລະກິດແຫ່ງການເອົາຊະນະແມ່ນເປັນພຽງຊົ່ວຄາວ, ແຕ່ຈະຖືກໃຊ້ເພື່ອເຮັດໃຫ້ຊາຕານອັບອາຍ ແລະ ເອົາຊະນະຈັກກະວານທັງໝົດ. ນີ້ຄືພາລະກິດເລີ່ມຕົ້ນຂອງການເອົາຊະນະ. ສາມາດເວົ້າໄດ້ວ່າ ທຸກສັບພະສິ່ງທີ່ມີຊີວິດທີ່ເຊື່ອໃນພຣະເຈົ້າສາມາດຖືກເຮັດໃຫ້ສົມບູນແບບໄດ້ ເພາະການຖືກເຮັດໃຫ້ສົມບູນແມ່ນສິ່ງທີ່ຜູ້ຄົນສາມາດບັນລຸໄດ້ຫລັງຈາກການປ່ຽນແປງໄລຍະຍາວ. ແຕ່ການຖືກເອົາຊະນະແມ່ນແຕກຕ່າງກັນ. ຕົວຢ່າງ ແລະ ແບບຢ່າງສຳລັບການເອົາຊະນະຕ້ອງເປັນຄົນທີ່ຫລ້າຫລັງທີ່ສຸດ, ດຳລົງຊີວິດຢູ່ໃນຄວາມມືດທີ່ສຸດ, ຍັງເປັນຄົນທີ່ເສື່ອມຊາມທີ່ສຸດ, ບໍ່ເຕັມໃຈທີ່ຈະຍອມຮັບພຣະເຈົ້າ ແລະ ເປັນຄົນທີ່ບໍ່ເຊື່ອຟັງພຣະເຈົ້າຫຼາຍທີ່ສຸດ. ນີ້ຄືປະເພດຂອງຄົນທີ່ສາມາດເປັນພະຍານເຖິງການຖືກເອົາຊະນະ. ເປົ້າໝາຍຫຼັກຂອງພາລະກິດແຫ່ງການເອົາຊະນະແມ່ນເພື່ອເຮັດໃຫ້ຊາຕານພ່າຍແພ້. ໃນທາງກົງກັນຂ້າມ ເປົ້າໝາຍຫຼັກຂອງການເຮັດໃຫ້ຜູ້ຄົນສົມບູນແມ່ນເພື່ອຮັບຜູ້ຄົນ. ມັນແມ່ນການເຮັດໃຫ້ຜູ້ຄົນເປັນພະຍານຫຼັງຈາກທີ່ໄດ້ຖືກເອົາຊະນະ ແລະ ສະແດງໃຫ້ເຫັນວ່າມີພາລະກິດແຫ່ງການເອົາຊະນະໄດ້ປະຕິບັດຕໍ່ຜູ້ຄົນແບບພວກເຈົ້າແລ້ວ. ຈຸດປະສົງກໍເພື່ອໃຫ້ມີຜູ້ຄົນເປັນພະຍານຫຼັງຈາກທີ່ຖືກເອົາຊະນະ. ຄົນທີ່ຖືກເອົາຊະນະເຫຼົ່ານີ້ຈະຖືກໃຊ້ເພື່ອບັນລຸເປົ້າໝາຍແຫ່ງການເຮັດໃຫ້ຊາຕານອັບອາຍ. ສະນັ້ນ ແມ່ນຫຍັງຄືວິທີຫຼັກຂອງການເອົາຊະນະ? ການຕີສອນ, ການພິພາກສາ, ການສາບແຊ່ງ ແລະ ການເປີດເຜີຍ ນັ້ນກໍຄືການນໍາໃຊ້ອຸປະນິໄສທີ່ຊອບທຳເພື່ອເອົາຊະນະຜູ້ຄົນ ເພື່ອພວກເຂົາຈະໄດ້ເຊື່ອໝັ້ນຢ່າງເຕັມທີ່ ແລະ ຍ້ອນຈິດໃຈອັນຊອບທຳຂອງພຣະເຈົ້າ. ການໃຊ້ຄວາມເປັນຈິງແຫ່ງພຣະທຳ ແລະ ການໃຊ້ສິດອຳນາດແຫ່ງພຣະທຳເພື່ອເອົາຊະນະຜູ້ຄົນ ແລະ ເຮັດໃຫ້ພວກເຂົາໝັ້ນໃຈຢ່າງເຕັມປ່ຽມ ນີ້ຄືຄວາມໝາຍຂອງການຖືກເອົາຊະນະ. ຄົນທີ່ຖືກເຮັດໃຫ້ສົມບູນບໍ່ພຽງແຕ່ສາມາດບັນລຸຄວາມເຊື່ອຟັງຫຼັງຈາກທີ່ຖືກເອົາຊະນະເທົ່ານັ້ນ ແຕ່ພວກເຂົາຍັງສາມາດມີຄວາມຮູ້ກ່ຽວກັບພາລະກິດແຫ່ງການພິພາກສາ, ປ່ຽນແປງນິໄສຂອງຕົນ ແລະ ມາຮູ້ຈັກກັບພຣະເຈົ້າ. ພວກເຂົາມີປະສົບການກັບເສັ້ນທາງແຫ່ງການຮັກພຣະເຈົ້າ ແລະ ເຕັມໄປດ້ວຍຄວາມຈິງ. ພວກເຂົາຮູ້ຈັກວິທີສໍາພັດກັບພາລະກິດຂອງພຣະເຈົ້າ, ສາມາດທົນທຸກເພື່ອພຣະເຈົ້າ ແລະ ມີຄວາມປະສົງຂອງພວກເຂົາເອງ. ຄົນທີ່ຖືກເຮັດໃຫ້ສົມບູນແມ່ນຄົນທີ່ມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບຄວາມຈິງຍ້ອນມີປະສົບການກັບພຣະທຳຂອງພຣະເຈົ້າ. ຄົນທີ່ຖືກເອົາຊະນະແມ່ນຄົນທີ່ຮູ້ຈັກຄວາມຈິງ ແຕ່ຍັງບໍ່ຍອມຮັບຄວາມໝາຍທີ່ເປັນຈິງຂອງຄວາມຈິງ. ຫຼັງຈາກທີ່ຖືກເອົາຊະນະ ພວກເຂົາຈະເຊື່ອຟັງ ແຕ່ຄວາມເຊື່ອຟັງທັງໝົດຂອງພວກເຂົາເປັນຜົນມາຈາກການພິພາກສາທີ່ພວກເຂົາໄດ້ຮັບ. ພວກເຂົາບໍ່ມີຄວາມເຂົ້າໃຈຢ່າງແນ່ນອນກ່ຽວກັບຄວາມໝາຍແທ້ຈິງຂອງຄວາມຈິງ. ພວກເຂົາຮັບຮູ້ຄວາມຈິງທາງປາກ ແຕ່ພວກເຂົາບໍ່ໄດ້ເຂົ້າສູ່ຄວາມຈິງ, ພວກເຂົາເຂົ້າໃຈຄວາມຈິງທາງປາກ ແຕ່ພວກເຂົາບໍ່ໄດ້ມີປະສົບການກັບຄວາມຈິງ. ພາລະກິດທີ່ກຳລັງປະຕິບັດໃນຜູ້ຄົນທີ່ກຳລັງຖືກເຮັດໃຫ້ສົມບູນ ປະກອບດ້ວຍການຕີສອນ, ການພິພາກສາ ແລະ ພ້ອມດ້ວຍການຈັດກຽມຊີວິດ. ຄົນທີ່ໃຫ້ຄຸນຄ່າກັບການເຂົ້າສູ່ຄວາມຈິງແມ່ນຄົນທີ່ຈະຖືກເຮັດໃຫ້ສົມບູນ. ຄວາມແຕກຕ່າງລະຫວ່າງຄົນທີ່ຖືກເຮັດໃຫ້ສົມບູນ ແລະ ຄົນທີ່ຖືກເອົາຊະນະຂຶ້ນຢູ່ກັບວ່າ ພວກເຂົາເຂົ້າສູ່ຄວາມຈິງ ຫຼື ບໍ. ຄົນທີ່ເຂົ້າໃຈຄວາມຈິງ, ໄດ້ເຂົ້າສູ່ຄວາມຈິງ ແລະ ກຳລັງດຳລົງຊີວິດຢູ່ໃນຄວາມຈິງຄືຄົນທີ່ຖືກເຮັດໃຫ້ສົມບູນ, ຄົນທີ່ບໍ່ເຂົ້າໃຈຄວາມຈິງ, ບໍ່ເຂົ້າສູ່ຄວາມຈິງ ນັ້ນກໍຄືຄົນທີ່ບໍ່ໄດ້ດຳລົງຊີວິດຢູ່ໃນຄວາມຈິງ ພວກເຂົາຄືຄົນທີ່ບໍ່ສາມາດຖືກເຮັດໃຫ້ສົມບູນ. ໃນປັດຈຸບັນ ຖ້າຄົນປະເພດດັ່ງກ່າວສາມາດເຊື່ອຟັງໄດ້ຢ່າງສົມບູນ ພວກເຂົາກໍສາມາດຖືກເອົາຊະນະໄດ້ເຊັ່ນກັນ. ຖ້າຄົນທີ່ຖືກເອົາຊະນະບໍ່ສະແຫວງຫາຄວາມຈິງ, ຖ້າພວກເຂົາບໍ່ປະຕິບັດຕາມ ຫຼື ດຳລົງຊີວິດຢູ່ໃນຄວາມຈິງ, ຖ້າພວກເຂົາໄດ້ເຫັນ ແລະ ໄດ້ຍິນຄວາມຈິງ ແຕ່ບໍ່ໃຫ້ຄຸນຄ່າກັບການດຳລົງຊີວິດຢູ່ໃນຄວາມຈິງ ພວກເຂົາກໍບໍ່ສາມາດຖືກເຮັດໃຫ້ສົມບູນ. ຄົນທີ່ຖືກເຮັດໃຫ້ສົມບູນຈະປະຕິບັດຄວາມຈິງຕາມເສັ້ນທາງແຫ່ງຄວາມສົມບູນ ນັ້ນກໍຄື ພວກເຂົາປະຕິບັດຄວາມຈິງທີ່ຄົ້ນພົບໃນເສັ້ນທາງແຫ່ງຄວາມສົມບູນ. ຜ່ານສິ່ງນີ້ ພວກເຂົາປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ພວກເຂົາກໍຖືກເຮັດໃຫ້ສົມບູນ. ຄົນໃດກໍຕາມທີ່ຕິດຕາມຈົນຮອດມື້ສຸດທ້າຍກ່ອນທີ່ພາລະກິດແຫ່ງການເອົາຊະນະຈະສິ້ນສຸດລົງ ຄືຄົນທີ່ຖືກເອົາຊະນະ ແຕ່ເຂົາບໍ່ສາມາດຖືວ່າເປັນຄົນທີ່ຖືກເຮັດໃຫ້ສົມບູນໄດ້. ຄົນທີ່ຖືກເຮັດໃຫ້ສົມບູນໝາຍເຖິງຄົນທີ່ສາມາດສະແຫວງຫາຄວາມຈິງ ແລະ ຖືກຮັບໂດຍພຣະເຈົ້າຫຼັງຈາກທີ່ພາລະກິດແຫ່ງການເອົາຊະນະສິ້ນສຸດລົງ. ເຊິ່ງໝາຍເຖິງຄົນທີ່ຍຶດໝັ້ນໃນຄວາມທຸກລຳບາກ ແລະ ດຳລົງຊີວິດໃນຄວາມຈິງ.​ ຄວາມແຕກຕ່າງລະຫວ່າງການຖືກເອົາຊະນະ ແລະ ການຖືກເຮັດໃຫ້ສົມບູນແມ່ນຢູ່ໃນບາດກ້າວຂອງການປະຕິບັດພາລະກິດ ແລະ ຂຶ້ນຢູ່ກັບຄວາມແຕກຕ່າງໃນລະດັບຄວາມເຂົ້າໃຈ ແລະ ການເຂົ້າສູ່ຄວາມຈິງຂອງຜູ້ຄົນ. ທຸກຄົນທີ່ຍັງບໍ່ໄດ້ດຳເນີນການໃນເສັ້ນທາງສູ່ຄວາມສົມບູນ ໝາຍເຖິງຄົນທີ່ບໍ່ມີຄວາມຈິງ ໃນທີ່ສຸດແມ່ນຈະໄດ້ຖືກກຳຈັດ. ມີພຽງແຕ່ຄົນທີ່ມີຄວາມຈິງ ແລະ ຄົນທີ່ດຳລົງຊີວິດຕາມຄວາມຈິງເທົ່ານັ້ນທີ່ສາມາດຖືກພຣະເຈົ້າຮັບຢ່າງສົມບູນ. ນັ້ນກໍຄື ຄົນທີ່ດຳລົງຊີວິດຕາມລັກສະນະຂອງເປໂຕແມ່ນຄົນທີ່ຖືກເຮັດໃຫ້ສົມບູນ ໃນຂະນະທີ່ຄົນອື່ນໆແມ່ນຄົນທີ່ຖືກເອົາຊະນະ. ພາລະກິດທີ່ກຳລັງປະຕິບັດຕໍ່ທຸກຄົນທີ່ກຳລັງຖືກເອົາຊະນະປະກອບມີພຽງການສາບແຊ່ງ, ການຕີສອນ ແລະ ການສະແດງຄວາມໂກດຮ້າຍ ແລະ ສິ່ງທີ່ພວກເຂົາຈະໄດ້ຮັບກໍມີພຽງແຕ່ຄວາມຊອບທຳ ແລະ ຄຳສາບແຊ່ງ. ການປະຕິບັດພາລະກິດໃນຄົນປະເພດດັ່ງກ່າວກໍຄືການເປີດເຜີຍແບບກົງໄປກົງມາ ເຊິ່ງເປັນການເປີດເຜີຍເຖິງອຸປະນິໄສເສື່ອມຊາມທີ່ຢູ່ພາຍໃນພວກເຂົາ ເພື່ອພວກເຂົາຈະຮັບຮູ້ເຖິວມັນດ້ວຍຕົນເອງ ແລະ ໝັ້ນໃຈຢ່າງແທ້ຈິງ. ເມື່ອມະນຸດເຊື່ອຟັງຢ່າງສົມບູນ ພາລະກິດແຫ່ງການເອົາຊະນະກໍສິ້ນສຸດລົງ. ເຖິງແມ່ນວ່າ ຜູ້ຄົນສ່ວນຫຼາຍຍັງບໍ່ສະແຫວງຫາເພື່ອເຂົ້າໃຈຄວາມຈິງ ພາລະກິດແຫ່ງການເອົາຊະນະກໍຈະສິ້ນສຸດລົງ.

ມີເງື່ອນໄຂທີ່ຕ້ອງບັນລຸຖ້າເຈົ້າຕ້ອງການທີ່ຈະຖືກເຮັດໃຫ້ສົມບູນ. ຜ່ານການຕັດສິນໃຈຂອງເຈົ້າ, ການພາກພຽນຂອງເຈົ້າ ແລະ ຄວາມສຳນຶກຂອງເຈົ້າ ແລະ ຜ່ານການສະແຫວງຫາຂອງເຈົ້າ, ເຈົ້າຈະສາມາດມີປະສົບການກັບຊີວິດ ແລະ ປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້. ສິ່ງເຫຼົ່ານີ້ຄືທາງເຂົ້າສູ່ຂອງເຈົ້າ ແລະ ສິ່ງຈຳເປັນໃນເສັ້ນທາງສູ່ຄວາມສົມບູນ. ພາລະກິດແຫ່ງຄວາມສົມບູນສາມາດເຮັດໃຫ້ສຳເລັດໃນທຸກຄົນ. ຄົນໃດກໍຕາມທີ່ສະແຫວງຫາພຣະເຈົ້າສາມາດຖືກເຮັດໃຫ້ສົມບູນໄດ້ ແລະ ພວກເຂົາມີໂອກາດ ແລະ ຄຸນສົມບັດທີ່ຈະຖືກເຮັດໃຫ້ສົມບູນ. ບໍ່ມີກົດລະບຽບທີ່ຍຸ້ງຍາກ ແລະ ຮີບດ່ວນໃດໆ. ຄົນໃດໜຶ່ງກໍສາມາດຖືກເຮັດໃຫ້ສົມບູນແບບໄດ້, ຕົ້ນຕໍແມ່ນຂຶ້ນຢູ່ກັບການສະແຫວງຫາຂອງຄົນໆນັ້ນ. ຄົນທີ່ຮັກຄວາມຈິງ ແລະ ສາມາດດຳລົງຊີວິດໃນຄວາມຈິງແມ່ນສາມາດຖືກເຮັດໃຫ້ສົມບູນຢ່າງແນ່ນອນ. ຄົນທີ່ບໍ່ຮັກຄວາມຈິງ ແລະ ບໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າແມ່ນບໍ່ມີຊີວິດທີ່ພຣະເຈົ້າຕ້ອງການ. ຄົນເຫຼົ່ານີ້ບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ພາລະກິດແຫ່ງຄວາມສົມບູນແມ່ນເພື່ອຜົນປະໂຫຍດແຫ່ງການຮັບເອົາຜູ້ຄົນເທົ່ານັ້ນ ບໍ່ມີບາດກ້າວໃນການຕໍ່ສູ້ກັບຊາຕານ, ພາລະກິດແຫ່ງການເອົາຊະນະແມ່ນເພື່ອຜົນປະໂຫຍດແຫ່ງການຕໍ່ສູ້ກັບຊາຕານ ເຊິ່ງໝາຍຄວາມວ່າ ນໍາໃຊ້ການເອົາຊະນະມະນຸດເພື່ອເຮັດໃຫ້ຊາຕານພ່າຍແພ້. ພາລະກິດແຫ່ງການເອົາຊະນະແມ່ນພາລະກິດຫຼັກ ເຊິ່ງເປັນພາລະກິດໃໝ່ທີ່ສຸດທີ່ບໍ່ເຄີຍປະຕິບັດໃນຍຸກໃດມາກ່ອນ. ສາມາດເວົ້າໄດ້ວ່າ ເປົ້າໝາຍຂອງຂັ້ນຕອນນີ້ຂອງພາລະກິດ ຕົ້ນຕໍແມ່ນເພື່ອເອົາຊະນະທຸກຄົນ ແລະ ເພື່ອເຮັດໃຫ້ຊາຕານພ່າຍແພ້. ພາລະກິດໃນການເຮັດໃຫ້ຜູ້ຄົນສົມບູນນັ້ນບໍ່ແມ່ນພາລະກິດໃໝ່. ທຸກພາລະກິດໃນຊ່ວງໄລຍະທີ່ພຣະເຈົ້າກຳລັງປະຕິບັດພາລະກິດຜ່ານເນື້ອໜັງນັ້ນ ເປົ້າໝາຍຫຼັກຄືການເອົາຊະນະຜູ້ຄົນ. ນີ້ແມ່ນຄືກັບຍຸກແຫ່ງພຣະຄຸນ. ການໄຖ່ບາບຂອງມວນມະນຸດຊາດຜ່ານການຖືກຄຶງໃສ່ໄມ້ກາງແຂນແມ່ນພາລະກິດຫຼັກ. “ການຮັບຜູ້ຄົນ” ເປັນສິ່ງທີ່ເພີ່ມເຕີ່ມເຂົ້າໃສ່ພາລະກິດໃນເນື້ອໜັງ ແລະ ຖືກປະຕິບັດຫຼັງຈາກການຖືກຄຶງທີ່ໄມ້ກາງແຂນເທົ່ານັ້ນ. ເມື່ອພຣະເຢຊູມາ ແລະ ປະຕິບັດພາລະກິດຂອງພຣະອົງ ເປົ້າໝາຍຂອງພຣະອົງ ຕົ້ນຕໍແມ່ນເພື່ອນໍາໃຊ້ການຖືກຄຶງທີ່ໄມ້ກາງແຂນຂອງພຣະອົງເພື່ອເອົາຊະນະການເປັນທາດແຫ່ງຄວາມຕາຍ ແລະ ແດນມໍລະນາ, ເພື່ອເອົາຊະນະອິດທິພົນຂອງຊາຕານ ເຊິ່ງໝາຍຄວາມວ່າ ເຮັດໃຫ້ຊາຕານພ່າຍແພ້. ພຽງແຕ່ຫຼັງຈາກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ ເປໂຕຈຶ່ງເລີ່ມດຳເນີນການເທື່ອລະບາດກ້າວໃນເສັ້ນທາງສູ່ຄວາມສົມບູນແບບ. ແນ່ນອນ ເປໂຕແມ່ນໜຶ່ງໃນບັນດາຜູ້ຄົນທີ່ຕິດຕາມພຣະເຢຊູໃນຂະນະທີ່ພຣະເຢຊູກຳລັງປະຕິບັດພາລະກິດ ແຕ່ລາວບໍ່ໄດ້ຖືກເຮັດໃຫ້ສົມບູນໃນເວລານັ້ນ. ກົງກັນຂ້າມ ຫຼັງຈາກທີ່ພຣະເຢຊູສຳເລັດພາລະກິດຂອງພຣະອົງ ເປໂຕຈຶ່ງຄ່ອຍເຂົ້າໃຈຄວາມຈິງ ແລ້ວສຸດທ້າຍກໍກາຍເປັນຄົນທີ່ຖືກເຮັດໃຫ້ສົມບູນແບບ. ພຣະເຈົ້າທີ່ບັງເກີດເປັນມະນຸດມາເທິງແຜ່ນດິນໂລກພຽງແຕ່ເພື່ອເຮັດສໍາເລັດຈຸດສໍາຄັນ ເຊິ່ງເປັນຂັ້ນຕອນສຳຄັນຂອງພາລະກິດໃນໄລຍະເວລາຊົ່ວຄາວ ບໍ່ແມ່ນເພື່ອດຳລົງຊີວິດເປັນໄລຍະເວລາຍາວນານທ່າມກາງຜູ້ຄົນເທິງແຜ່ນດິນໂລກ ແລະ ບໍ່ມີເຈດຕະນາເຮັດໃຫ້ພວກເຂົາສົມບູນ. ພຣະອົງບໍ່ໄດ້ປະຕິບັດພາລະກິດນັ້ນ. ພຣະອົງບໍ່ລໍຖ້າຈົນເຖິງເວລາທີ່ມະນຸດຖືກເຮັດໃຫ້ສົມບູນຢ່າງບໍລິບູນຈຶ່ງຈະສິ້ນສຸດພາລະກິດຂອງພຣະອົງ. ນັ້ນບໍ່ແມ່ນເປົ້າໝາຍ ແລະ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະອົງ. ພຣະອົງພຽງແຕ່ມາເພື່ອປະຕິບັດພາລະກິດໄລຍະສັ້ນເພື່ອຊ່ວຍມະນຸດໃຫ້ລອດພົ້ນເທົ່ານັ້ນ ບໍ່ແມ່ນເພື່ອປະຕິບັດພາລະກິດໄລຍະຍາວເພື່ອເຮັດໃຫ້ມະນຸດສົມບູນ. ພາລະກິດແຫ່ງການຊ່ວຍມະນຸດຄືຕົວແທນໃນການເລີ່ມຕົ້ນຍຸກໃໝ່ ແລະ ສາມາດບັນລຸຜົນສຳເລັດໃນໄລຍະເວລາສັ້ນໆໄດ້. ແຕ່ການເຮັດໃຫ້ມະນຸດສົມບູນນ້ັນ ຈຳເປັນຕ້ອງນໍາເອົາມະນຸດຂຶ້ນສູ່ລະດັບໃດໜຶ່ງ ແລະ ເປັນພາລະກິດທີ່ໃຊ້ເວລາຍາວນານ. ພາລະກິດນີ້ຕ້ອງຖືກເຮັດໃຫ້ສຳເລັດໂດຍພຣະວິນຍານຂອງພຣະເຈົ້າ ແຕ່ປະຕິບັດບົນພື້ນຖານຂອງຄວາມຈິງທີ່ຖືກກ່າວລະຫວ່າງພາລະກິດໃນເນື້ອໜັງ ຫຼື ຍິ່ງໄປກວ່ານັ້ນ ພຣະອົງຍົກພວກສາວົກຂຶ້ນເພື່ອປະຕິບັດພາລະກິດໃນການດູແລໃນໄລຍະເວລາຍາວເພື່ອບັນລຸເປົ້າໝາຍຂອງພຣະອົງໃນການເຮັດໃຫ້ມະນຸດສົມບູນ. ພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ປະຕິບັດພາລະກິດນີ້. ແທນທີ່ພຣະອົງຈະສືບຕໍ່ຢູ່ກັບມະນຸດເພື່ອປະຕິບັດຄວາມຈິງຢ່າງຕໍ່ເນື່ອງ ພຣະອົງມາເພື່ອພຽງກ່າວພຣະທໍາກ່ຽວກັບຫົນທາງແຫ່ງຊີວິດໃຫ້ຜູ້ຄົນເຂົ້າໃຈ ແລະ ພຽງມອບຄວາມຈິງໃຫ້ກັບມະນຸດເທົ່ານັ້ນ ເພາະວ່າສິ່ງນັ້ນບໍ່ໄດ້ຢູ່ໃນພັນທະກິດຂອງພຣະອົງ. ສະນັ້ນ ພຣະອົງຈະບໍ່ຢູ່ກັບມະນຸດຈົນເຖິງມື້ທີ່ມະນຸດເຂົ້າໃຈຄວາມຈິງຢ່າງສົມບູນ ແລະ ໄດ້ຮັບຄວາມຈິງຢ່າງຄົບຖ້ວນ. ພາລະກິດຂອງພຣະອົງໃນເນື້ອໜັງຈະສິ້ນສຸດລົງຢ່າງເປັນທາງການເມື່ອມະນຸດເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງຄວາມຈິງແຫ່ງຊີວິດ ແລະ ເມື່ອມະນຸດກ້າວຂາເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການຖືກເຮັດໃຫ້ສົມບູນແບບ. ແນ່ນອນ ນີ້ຄືເວລາທີ່ພຣະອົງຈະໄດ້ເອົາຊະນະຊາຕານຢ່າງແທ້ຈິງ ແລະ ເອົາຊະນະເໜືອແຜ່ນດິນໂລກ. ພຣະອົງບໍ່ສົນໃຈວ່າ ໃນທີ່ສຸດແລ້ວ ມະນຸດໄດ້ເຂົ້າສູ່ຄວາມຈິງໃນເວລານັ້ນ ຫຼື ບໍ ຫຼື ພຣະອົງບໍ່ສົນໃຈກ່ຽວກັບວ່າ ຊີວິດຂອງມະນຸດຈະສູງສົ່ງ ຫຼື ຕໍ່າຕ້ອຍ. ນັ້ນບໍ່ແມ່ນສິ່ງທີ່ພຣະອົງສະຖິດຢູ່ໃນເນື້ອໜັງຄວນຄຸ້ມຄອງ, ແລ້ວສິ່ງດັ່ງກ່າວບໍ່ໄດ້ຢູ່ພາຍໃນພັນທະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ເມື່ອພຣະອົງສຳເລັດພາລະກິດທີ່ພຣະອົງມຸ້ງໝາຍໄວ້ ພຣະອົງກໍສິ້ນສຸດພາລະກິດຂອງພຣະອົງໃນຝ່າຍເນື້ອໜັງ. ສະນັ້ນ ພາລະກິດທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດປະຕິບັດແມ່ນເປັນພຽງພາລະກິດທີ່ພຣະວິນຍານຂອງພຣະເຈົ້າບໍ່ສາມາດປະຕິບັດໂດຍກົງໄດ້ເທົ່ານັ້ນ. ຍິ່ງໄປກວ່ານັ້ນ ມັນເປັນພາລະກິດໄລຍະສັ້ນໆແຫ່ງຄວາມລອດພົ້ນ ບໍ່ແມ່ນພາລະກິດໄລຍະຍາວເທິງແຜ່ນດິນໂລກ.

ການເພີ່ມຄວາມສາມາດຂອງພວກເຈົ້າບໍ່ໄດ້ຢູ່ໃນຂອບເຂດຂອງພາລະກິດຂອງເຮົາ. ເຮົາຂໍໃຫ້ພວກເຈົ້າປະຕິບັດພາລະກິດນີ້ກໍຍ້ອນວ່າຄວາມສາມາດຂອງພວກເຈົ້າຕໍ່າຫຼາຍ. ໃນຄວາມຈິງແລ້ວ ນີ້ບໍ່ແມ່ນສ່ວນຂອງພາລະກິດແຫ່ງຄວາມສົມບູນ, ກົງກັນຂ້າມ ມັນເປັນພາລະກິດເພີ່ມເຕີ່ມທີ່ກໍາລັງປະຕິບັດຕໍ່ພວກເຈົ້າ. ພາລະກິດທີ່ກໍາລັງສຳເລັດໃນພວກເຈົ້າໃນປັດຈຸບັນແມ່ນປະຕິບັດຕາມສິ່ງທີ່ພວກເຈົ້າຕ້ອງການ. ມັນເປັນພາລະກິດຂອງໃຜຂອງມັນ ບໍ່ແມ່ນເສັ້ນທາງຂອງຜູ້ທີ່ຖືກເຮັດໃຫ້ສົມບູນແບບທຸກຄົນຄວນເຂົ້າສູ່. ຍ້ອນຄວາມສາມາດຂອງພວກເຈົ້າຕໍ່າກວ່າຜູ້ທີ່ຖືກເຮັດໃຫ້ສົມບູນໃນອະດີດ, ດັ່ງນັ້ນ ເມື່ອພາລະກີດດັ່ງກ່າວນີ້ມາເຖິງພວກເຈົ້າ ມັນຈຶ່ງເກີດມີອຸປະສັກຫຼາຍຢ່າງ. ເຮົາຢູ່ທ່າມກາງພວກເຈົ້າເພື່ອປະຕິບັດພາລະກິດນີ້ເພີ່ມເຕີ່ມ ກໍຍ້ອນເປົ້າໝາຍແຫ່ງຄວາມສົມບູນແມ່ນແຕກຕ່າງກັນ. ແທ້ຈິງແລ້ວ ເມື່ອພຣະເຈົ້າມາເທິງແຜ່ນດິນໂລກ ພຣະອົງຢູ່ໃນຂອບເຂດທີ່ເໝາະສົມຂອງພຣະອົງ ແລະ ປະຕິບັດພາລະກິດຂອງພຣະອົງ ໂດຍບໍ່ສົນໃຈຫຍັງກັບກິດຈະການອື່ນ. ພຣະອົງບໍ່ໄດ້ມີສ່ວນຮ່ວມໃນບັນຫາຄອບຄົວ ຫຼື ເປັນສ່ວນໜຶ່ງໃນຊີວິດຂອງຜູ້ຄົນ. ພຣະອົງບໍ່ສົນໃຈກັບເລື່ອງທີ່ບໍ່ສຳຄັນດັ່ງກ່າວຢ່າງເດັດຂາດ, ພວກມັນບໍ່ແມ່ນສ່ວນໜຶ່ງໃນພັນທະກິດຂອງພຣະອົງ. ແຕ່ລະດັບຄວາມສາມາດຂອງພວກເຈົ້າຕໍ່າກວ່າສິ່ງທີ່ເຮົາຕ້ອງການຫຼາຍ ເຊິ່ງບໍ່ມີທາງປຽບທຽບກັນໄດ້ຢ່າງແນ່ນອນ ມັນເລີຍສ້າງຄວາມທ້າທາຍທີ່ສຸດໃຫ້ກັບພາລະກິດຂອງເຮົາ. ຍິ່ງໄປກວ່ານັ້ນ ພາລະກິດນີ້ຕ້ອງປະຕິບັດທ່າມກາງຜູ້ຄົນໃນດິນແດນນີ້ ນັ້ນກໍຄື ປະເທດຈີນ. ພວກເຈົ້າດ້ອຍການສຶກສາຫຼາຍຈົນເຮົາບໍ່ມີທາງເລືອກ ນອກຈາກຮຽກຮ້ອງໃຫ້ພວກເຈົ້າໄດ້ຮັບການສຶກສາ. ເຮົາບອກພວກເຈົ້າແລ້ວວ່າ ນີ້ຄືພາລະກິດທີ່ເພີ່ມເຕີ່ມ ແຕ່ມັນກໍເປັນສິ່ງທີ່ພວກເຈົ້າຕ້ອງມີ ເປັນສິ່ງທີ່ຈະສົ່ງຜົນປະໂຫຍດໃຫ້ກັບພວກເຈົ້າໃນການຖືກເຮັດໃຫ້ສົມບູນ. ທີ່ຈິງແລ້ວ ພວກເຈົ້າຄວນໄດ້ຮັບການສຶກສາ, ຄວາມຮູ້ພື້ນຖານກ່ຽວກັບການປະພຶດຕົວເອງ ແລະ ຄວາມຮູ້ພື້ນຖານກ່ຽວກັບຊີວິດໃນອະນາຄົດ, ເຮົາບໍ່ຄວນເວົ້າກັບພວກເຈົ້າກ່ຽວກັບສິ່ງເຫຼົ່ານີ້. ແຕ່ເມື່ອພວກເຈົ້າບໍ່ມີສິ່ງເຫຼົ່ານີ້ ເຮົາບໍ່ມີທາງເລືອກແຕ່ຕ້ອງປະຕິບັດພາລະກິດຕາມຄວາມເປັນຈິງເພື່ອເພີ່ມສິ່ງເຫຼົ່ານີ້ໃຫ້ກັບພວກເຈົ້າ ເຖິງແມ່ນພວກເຈົ້າຈະມີຄວາມຄິດຕ່າງໆນາໆກ່ຽວກັບເຮົາ ເຮົາກໍຍັງຮຽກຮ້ອງສິ່ງນີ້ຈາກພວກເຈົ້າ ຍັງຮຽກຮ້ອງໃຫ້ພວກເຈົ້າເພີ່ມຄວາມສາມາດຂອງພວກເຈົ້າຂຶ້ນ. ມັນບໍ່ແມ່ນເຈດຕະນາຂອງເຮົາທີ່ຈະມາ ແລະ ປະຕິບັດພາລະກິດນີ້ ຍ້ອນພາລະກິດຂອງເຮົາແມ່ນພຽງແຕ່ການເອົາຊະນະພວກເຈົ້າ ພຽງແຕ່ໄດ້ຮັບຄວາມເຊື່ອໝັ້ນຈາກພວກເຈົ້າຢ່າງສົມບູນໂດຍຜ່ານການພິພາກສາພວກເຈົ້າ ແລະ ເພື່ອຊີ້ໃຫ້ເຫັນເຖິງຫົນທາງແຫ່ງຊີວິດທີ່ພວກເຈົ້າຄວນເຂົ້າສູ່. ເວົ້າອີກຢ່າງໜຶ່ງກໍຄື ບໍ່ວ່າພວກເຈົ້າຈະໄດ້ຮັບການສຶກສາແບບໃດ ແລະ ພວກເຈົ້າມີຄວາມຮູ້ກ່ຽວກັບຊີວີດ ຫຼື ບໍນັ້ນ ຈະບໍ່ກ່ຽວຂ້ອງຫຍັງກັບເຮົາ ຫຼື ກ່ຽວຂ້ອງກັບຄວາມຈິງທີ່ເຮົາເອົາຊະນະພວກເຈົ້າດ້ວຍພຣະທຳຂອງເຮົາ. ທຸກສິ່ງນີ້ຖືກເພີ່ມເຕີ່ມເພື່ອຮັບຮອງເອົາຜົນທີ່ຈະຕາມມາຈາກພາລະກິດແຫ່ງການເອົາຊະນະຂອງເຮົາ ແລະ ເພື່ອຜົນປະໂຫຍດແຫ່ງຄວາມສົມບູນຂອງພວກເຈົ້າທີ່ເກີດຂຶ້ນພາຍຫຼັງ. ມັນບໍ່ແມ່ນບາດກ້າວຂອງພາລະກິດແຫ່ງການເອົາຊະນະ. ຍ້ອນພວກເຈົ້າມີຄວາມສາມາດຕໍ່າ ແລະ ພວກເຈົ້າຂີ້ຄ້ານ ແລະ ເມີນເສີຍ, ໂງ່ຈ້າ ແລະ ມີພິກໄຫວຊ້າ, ບໍ່ມີນໍ້າໃຈ ແລະ ປັນຍາອ່ອນ ນັ້ນກໍຄື ຍ້ອນພວກເຈົ້າບໍ່ປົກກະຕິເປັນຢ່າງຍິ່ງ ເຮົາຈຶ່ງຕ້ອງການໃຫ້ພວກເຈົ້າເພີ່ມຄວາມສາມາດຂອງພວກເຈົ້າຂຶ້ນກ່ອນ. ຄົນໃດກໍຕາມທີ່ຕ້ອງການຖືກເຮັດໃຫ້ສົມບູນຕ້ອງບັນລຸຕາມບັນທັດຖານທີ່ແນ່ນອນ. ເພື່ອເຮັດໃຫ້ສົມບູນ ຄົນໃດໜຶ່ງຕ້ອງມີຈິດໃຈທີ່ຊັດເຈນ ແລະ ເອົາຈິງເອົາຈັງ ແລະ ເຕັມໃຈທີ່ຈະດຳລົງຊີວິດທີ່ມີຄວາມໝາຍ. ຖ້າເຈົ້າເປັນຄົນທີ່ເຕັມໃຈດຳລົງຊີວິດຢ່າງມີຄວາມໝາຍ, ເປັນຄົນທີ່ສະແຫວງຫາຄວາມຈິງ, ເປັນຄົນທີ່ຈິງຈັງໃນທຸກສິ່ງທີ່ເຂົາປະຕິບັດ ແລະ ເປັນຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິເປັນພິເສດ ແລ້ວເຈົ້າກໍມີຄຸນສົມບັດໃນການຖືກເຮັດໃຫ້ສົມບູນ.

ພາລະກິດທ່າມກາງພວກເຈົ້າແມ່ນການປະຕິບັດພາລະກິດທີ່ຕ້ອງຖືກເຮັດໃຫ້ສຳເລັດໃນພວກເຈົ້າ. ຫຼັງຈາກເອົາຊະນະຄົນໃດໜຶ່ງ ຄົນທັງກຸ່ມກໍຈະຖືກເຮັດໃຫ້ສົມບູນ. ສະນັ້ນ ພາລະກິດສ່ວນຫຼາຍໃນປັດຈຸບັນກໍຍັງແມ່ນການຈັດກຽມເພື່ອເປົ້າໝາຍໃນການເຮັດໃຫ້ພວກເຈົ້າສົມບູນ ຍ້ອນມີຫຼາຍຄົນທີ່ກຳລັງສະແຫວງຫາຄວາມຈິງ ຜູ້ທີ່ສາມາດຖືກເຮັດໃຫ້ສົມບູນໄດ້. ຖ້າພາລະກິດແຫ່ງການເອົາຊະນະຖືກປະຕິບັດໃນພວກເຈົ້າ ແລະ ຫຼັງຈາກນັ້ນກໍບໍ່ມີພາລະກິດຕໍ່ໄປອີກທີ່ຈະຖືກເຮັດໃຫ້ສຳເລັດ ແລ້ວນັ້ນບໍ່ແມ່ນເຫດຜົນຂອງບາງຄົນທີ່ປາຖະໜາຫາຄວາມຈິງຈະໄດ້ຮັບມັນບໍ? ພາລະກິດໃນປັດຈຸບັນມຸ່ງໝາຍໃສ່ການເປີດເສັ້ນທາງສູ່ການເຮັດໃຫ້ຜູ້ຄົນສົມບູນໃນພາຍຫຼັງ. ເຖິງແມ່ນວ່າ ພາລະກິດຂອງເຮົາເປັນພຽງການເອົາຊະນະເທົ່ານັ້ນ ເຖິງຢ່າງໃດກໍຕາມ ຫົນທາງແຫ່ງຊີວິດທີ່ເຮົາກ່າວເຖິງແມ່ນເພື່ອຈັດກຽມໃນການເຮັດໃຫ້ຜູ້ຄົນສົມບູນໃນພາຍຫຼັງ. ພາລະກິດທີ່ມາພາຍຫຼັງການເອົາຊະນະແມ່ນມຸ່ງໄປທີ່ການເຮັດໃຫ້ຜູ້ຄົນສົມບູນ ແລະ ດ້ວຍເຫດນັ້ນ ການເອົາຊະນະຈຶ່ງໄດ້ປະຕິບັດເພື່ອວາງພື້ນຖານໃນການເຮັດໃຫ້ສົມບູນ. ມະນຸດສາມາດຖືກເຮັດໃຫ້ສົມບູນພຽງແຕ່ຫຼັງຈາກທີ່ຖືກເອົາຊະນະ. ໃນປັດຈຸບັນນີ້ ໜ້າທີ່ຫຼັກກໍຄືການເອົາຊະນະ, ຫລັງຈາກນັ້ນ ສໍາລັບຜູ້ທີ່ສະແຫວງຫາ ແລະ ປາຖະໜາຫາຄວາມຈິງກໍຈະຖືກເຮັດໃຫ້ສົມບູນ. ການຖືກເຮັດໃຫ້ສົມບູນກ່ຽວພັນເຖິງດ້ານບວກໃນການເຂົ້າຫາຂອງຜູ້ຄົນ. ເຈົ້າມີຫົວໃຈທີ່ຮັກພຣະເຈົ້າບໍ? ແມ່ນຫຍັງຄືສ່ວນເລິກໃນປະສົບການຂອງເຈົ້າເມື່ອເຈົ້າຍ່າງຕາມເສັ້ນທາງນີ້? ແລ້ວຄວາມຮັກພຣະເຈົ້າຂອງເຈົ້າບໍລິສຸດພຽງໃດ? ການປະຕິບັດຄວາມຈິງຂອງເຈົ້າຖືກຕ້ອງພຽງໃດ? ໃນການຖືກເຮັດໃຫ້ສົມບູນ ຄົນໃດໜຶ່ງຕ້ອງມີຄວາມຮູ້ພື້ນຖານກ່ຽວກັບທຸກຢ່າງຂອງຄວາມເປັນມະນຸດ. ນີ້ຄືເງື່ອນໄຂທີ່ເປັນບັນທັດຖານ. ທຸກຄົນທີ່ບໍ່ສາມາດຖືກເຮັດໃຫ້ສົມບູນຫຼັງຈາກຖືກເອົາຊະນະຈະກາຍມາເປັນວັດຖຸຮັບໃຊ້ ແລະ ຍັງຈະຖືໂຍນລົງບຶງໄຟ ແລະ ມາດໃນທີ່ສຸດ ແລະ ຍັງຈະຕົກລົງໃນເຫວທີ່ບໍ່ມີຈຸດສິ້ນສຸດ ຍ້ອນອຸປະນິໄສຂອງພວກເຂົາບໍ່ໄດ້ຮັບການປ່ຽນແປງ ແລະ ພວກເຂົາຍັງເປັນຄົນຂອງຊາຕານ. ຖ້າມະນຸດຂາດຄຸນສົມບັດສຳລັບຄວາມສົມບູນ ແລ້ວເຂົາກໍບໍ່ມີປະໂຫຍດຫຍັງເລີຍ ເຂົາຈະເປັນຂອງເສດເຫຼືອ, ເປັນເຄື່ອງມື ແລະ ເປັນສິ່ງທີ່ບໍ່ສາມາດທົນຕໍ່ການທົດລອງແຫ່ງໄຟໄດ້! ບັດນີ້ ຄວາມຮັກພຣະເຈົ້າຂອງເຈົ້າຈະຍິ່ງໃຫຍ່ພຽງໃດ? ຄວາມກຽດຊັງຕົວເອງຂອງເຈົ້າຈະຍິ່ງໃຫຍ່ພຽງໃດ? ເຈົ້າຮູ້ຈັກຊາຕານເລິກເຊິ່ງພຽງໃດ? ພວກເຈົ້າໄດ້ໝັ້ນໃຈໃນການຕັດສິນໃຈຂອງພວກເຈົ້າບໍ? ຊີວິດໃນຄວາມເປັນມະນຸດຂອງເຈົ້າຖືກຄວບຄຸມຢ່າງດີບໍ? ຊີວິດຂອງເຈົ້າໄດ້ປ່ຽນແປງແລ້ວບໍ? ເຈົ້າກຳລັງດຳລົງຊີວິດໃໝ່ບໍ? ທັດສະນະກ່ຽວກັບຊີວິດຂອງເຈົ້າໄດ້ປ່ຽນແປງແລ້ວບໍ? ຖ້າສິ່ງເຫຼົ່ານີ້ຍັງບໍ່ປ່ຽນແປງ ເຈົ້າບໍ່ສາມາດຖືກເຮັດໃຫ້ສົມບູນໄດ້ ເຖິງແມ່ນເຈົ້າບໍ່ໄດ້ຖອຍກໍຕາມ, ກົງກັນຂ້າມ ເຈົ້າພຽງແຕ່ຖືກເອົາຊະນະ. ເມື່ອເຖິງເວລາທົດສອບເຈົ້າ ເຈົ້າກໍຂາດຄວາມຈິງ, ຄວາມເປັນມະນຸດຂອງເຈົ້າບໍ່ປົກກະຕິ ແລະ ເຈົ້າຕໍ່າຕ້ອຍຄືກັບສັດຮ້າຍ. ເຈົ້າພຽງແຕ່ຖືກເອົາຊະນະ ເປັນພຽງແຕ່ຄົນທີ່ຖືກເຮົາເອົາຊະນະ. ຄືກັບໂຕລາເມື່ອມັນຜະເຊີນກັບແສ້ຂອງເຈົ້ານາຍ ມັນຈຶ່ງຢ້ານ ແລະ ບໍ່ກ້າສະແດງອອກທຸກຄັ້ງທີ່ມັນເຫັນເຈົ້ານາຍ ແລ້ວໃນທຳນອງດຽວກັນ ເຈົ້າກໍເປັນຄືກັບສະພາບຂອງໂຕລາ. ຖ້າຄົນໃດໜຶ່ງຂາດດ້ານບວກເຫຼົ່ານັ້ນ ແຕ່ກົງກັນຂ້າມ ເຂົາບໍ່ດີ້ນລົນ ແລະ ຢ້ານກົວ, ບໍ່ກ້າ ແລະ ລັ່ງເລກັບທຸກສິ່ງ, ບໍ່ສາມາດເບິ່ງເຫັນສິ່ງໃດກໍຕາມຢ່າງຊັດເຈນ, ບໍ່ສາມາດຍອມຮັບຄວາມຈິງ, ຍັງປາສະຈາກເສັ້ນທາງສູ່ການປະຕິບັດ ແລະ ຍິ່ງໄປກວ່ານັ້ນກໍຄືປາສະຈາກຫົວໃຈທີ່ຮັກພຣະເຈົ້າ ນັ້ນກໍຄື ຖ້າຄົນໃດໜຶ່ງບໍ່ມີຄວາມເຂົ້າໃຈກ່ຽວກັບວິທີການຮັກພຣະເຈົ້າ, ວິທີການດຳລົງຊີວິດທີ່ມີຄວາມໝາຍ ຫຼື ວິທີການເປັນຄົນແທ້ ແລ້ວຄົນແບບນັ້ນຈະສາມາດເປັນພະຍານໃຫ້ພຣະເຈົ້າໄດ້ແນວໃດ? ສິ່ງນີ້ສະແດງໃຫ້ເຫັນວ່າ ຊີວິດຂອງເຈົ້າມີຄຸນຄ່າພຽງແຕ່ໜ້ອຍດຽວ ແລະ ເຈົ້າກໍເປັນພຽງແຕ່ໂຕລາທີ່ທາດເຈົ້ານາຍຂອງມັນ. ເຈົ້າຖືກເອົາຊະນະ ແຕ່ນັ້ນກໍພຽງແຕ່ໝາຍຄວາມວ່າ ເຈົ້າໄດ້ປະຖິ້ມມັງກອນແດງທີ່ຍິ່ງໃຫຍ່ ແລະ ປະຕິເສດທີ່ຈະຍອມຢູ່ພາຍໃຕ້ອຳນາດຂອງມັນ; ໝາຍຄວາມວ່າ ເຈົ້າເຊື່ອວ່າມີພຣະເຈົ້າແທ້, ຕ້ອງການເຊື່ອຟັງແຜນການທຸກຢ່າງຂອງພຣະເຈົ້າ ແລະ ບໍ່ມີການຕໍ່ວ່າໃດໆ. ແຕ່ໃນລັກສະນະດ້ານບວກ ເຈົ້າສາມາດດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ ແລະ ສະແດງອອກເຖິງພຣະເຈົ້າແລ້ວບໍ? ຖ້າເຈົ້າບໍ່ມີສິ່ງໃດເລີຍ ກໍໝາຍຄວາມວ່າ ເຈົ້າຍັງບໍ່ໄດ້ຖືກຮັບໂດຍພຣະເຈົ້າ ແລະ ເຈົ້າກໍເປັນພຽງແຕ່ໂຕລາທີ່ເປັນທາດເຈົ້ານາຍຂອງມັນ. ບໍ່ມີຫຍັງເປັນທີ່ປາຖະໜາໃນຕົວເຈົ້າ ແລະ ພຣະວິນຍານບໍລິສຸດກໍບໍ່ໄດ້ປະຕິບັດພາລະກິດໃນຕົວເຈົ້າ. ຄວາມເປັນມະນຸດຂອງເຈົ້າຂາດແຄນຫຼາຍ ແລະ ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະນໍາໃຊ້ເຈົ້າ. ເຈົ້າຕ້ອງຖືກເຫັນດີຈາກພຣະເຈົ້າ ແລະ ຕ້ອງດີກວ່າສັດຮ້າຍທີ່ບໍ່ເຊື່ອຟັງ ແລະ ດີກວ່າຄົນຕາຍທີ່ຍ່າງໄດ້ເຖິງຮ້ອຍເທົ່າ ມີພຽງແຕ່ຄົນທີ່ມາເຖິງລະດັບນີ້ຈຶ່ງມີຄຸນສົມບັດທີ່ຈະຖືກເຮັດໃຫ້ສົມບູນ. ມີພຽງຜູ້ທີ່ມີຄວາມເປັນມະນຸດ ແລະ ຄວາມສຳນຶກ ຈຶ່ງເໝາະສົມທີ່ຈະຖືກພຣະເຈົ້ານໍາໃຊ້. ມີພຽງແຕ່ເມື່ອພວກເຈົ້າຖືກເຮັດໃຫ້ສົມບູນ ພວກເຈົ້າຈຶ່ງຈະຖືວ່າເປັນມະນຸດ. ມີພຽງແຕ່ຄົນທີ່ຖືກເຮັດໃຫ້ສົມບູນເທົ່ານັ້ນຈຶ່ງເປັນຄົນດຳລົງຊີວິດທີ່ມີຄວາມໝາຍ. ມີພຽງແຕ່ຄົນປະເພດດັ່ງກ່າວຈຶ່ງຈະສາມາດເປັນພະຍານໃຫ້ກັບພຣະເຈົ້າດ້ວຍຄວາມຈິງໃຈຢ່າງຍິ່ງ.

​ກ່ອນ​ນີ້ :ເຈົ້າຄວນຮູ້ວ່າ ມວນມະນຸດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ

ຕໍ່​ໄປ:ພວກເຈົ້າຄວນວາງການອວຍພອນສະຖານະໄວ້ທາງຂ້າງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າສຳລັບຄວາມລອດພົ້ນຂອງມະນຸດ

ທ່ານອາດຈະຍັງມັກ