ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ພວກເຈົ້າຄວນວາງພອນທາງດ້ານສະຖານະໄວ້ທາງຂ້າງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າເພື່ອນໍາຄວາມລອດພົ້ນມາສູ່ມະນຸດ

ຈາກທັດສະນະຂອງມະນຸດ, ມັນເປັນໄປບໍ່ໄດ້ສຳລັບລູກຫຼານຂອງໂມອັບທີ່ຈະຖືກເຮັດໃຫ້ສົມບູນໄດ້ ຫຼື ພວກເຂົາມີຄຸນສົມບັດທີ່ຈະຖືກເຮັດເຊັ່ນນັ້ນ. ກົງກັນຂ້າມ, ບັນດາລູກຫຼານຂອງດາວິດແມ່ນມີຄວາມຫວັງ ແລະ ສາມາດຖືກເຮັດໃຫ້ສົມບູນຢ່າງແນ່ນອນ. ຖ້າວ່າບຸກຄົນໃດເປັນລູກຫຼານຂອງໂມອັບ, ພວກເຂົາກໍ່ຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ເຖິງປັດຈຸບັນນີ້ ພວກເຈົ້າກໍຍັງບໍ່ຮູ້ຄວາມໝາຍຂອງພາລະກິດທີ່ຖືກປະຕິບັດທ່າມກາງພວກເຈົ້າ; ຈົນເຖິງຂັ້ນນີ້ ພວກເຈົ້າຍັງຖືເອົາຄວາມຄາດຫວັງໃນອະນາຄົດຂອງພວກເຈົ້າໄວ້ໃນຫົວໃຈຂອງພວກເຈົ້າ ແລະ ບໍ່ເຕັມໃຈທີ່ຈະສະຫຼະມັນ. ບໍ່ມີໃຜສົນໃຈວ່າເປັນຫຍັງມື້ນີ້ພຣະເຈົ້າຈິ່ງໄດ້ເລືອກປະຕິບັດພາລະກິດກັບກຸ່ມຄົນທີ່ບໍ່ຄູ່ຄວນທີ່ສຸດຄືດັ່ງພວກເຈົ້າ. ມັນສາມາດເປັນໄປໄດ້ບໍ່ວ່າ ພຣະອົງໄດ້ເຮັດຜິດພາດໃນພາລະກິດນີ້? ພາລະກິດນີ້ໄດ້ຖືກເບິ່ງຂ້າມຊົ່ວໄລຍະໜຶ່ງບໍ? ເປັນຫຍັງພຣະເຈົ້າຈິ່ງເຈາະຈົງລົງມາເພື່ອປະຕິບັດພາລະກິດຢູ່ທ່າມກາງພວກເຈົ້າ ໃນເມື່ອພຣະອົງຮູ້ມາດົນແລ້ວວ່າພວກເຈົ້າເປັນລູກຫຼານຂອງໂມອັບ? ພວກເຈົ້າບໍ່ເຄີຍຄິດກ່ຽວກັບເລື່ອງນີ້ບໍ? ພຣະເຈົ້າບໍ່ເຄີຍພິຈາລະນາເລື່ອງນີ້ ເມື່ອພຣະອົງປະຕິບັດພາລະກິດຂອງພຣະອົງບໍ? ພຣະອົງປະພຶດຕົນໃນລັກສະນະແບບໂອ້ອວດບໍ? ພຣະອົງບໍ່ຮູ້ວ່າພວກເຈົ້າເປັນລູກຫຼານຂອງໂມອັບມາຕັ້ງແຕ່ເລີ່ມຕົ້ນບໍ? ພວກເຈົ້າບໍ່ຮູ້ຈັກພິຈາລະນາສິ່ງເຫຼົ່ານີ້ບໍ? ແນວຄວາມຄິດຂອງພວກເຈົ້າຫາຍໄປໃສແລ້ວ? ຄວາມຄິດດ້ານບວກຂອງພວກເຈົ້າໄດ້ກາຍເປັນຄວາມຄິດທີ່ບໍ່ສາມາດປັບປຸງໄດ້ແລ້ວບໍ? ຄວາມສະຫຼາດ ແລະ ສະຕິປັນຍາຂອງພວກເຈົ້າຫາຍໄປໃສແລ້ວ? ມັນແມ່ນບໍວ່າ ພວກເຈົ້າມີຈຸດຢືນຢ່າງກວ້າງຂວາງຈົນວ່າພວກເຈົ້າບໍ່ສົນໃຈເລື່ອງເລັກນ້ອຍ? ພວກເຈົ້າໃສ່ໃຈຫຼາຍທີ່ສຸດຕໍ່ສິ່ງທີ່ຄາດຫວັງໃນອະນາຄົດຂອງພວກເຈົ້າ ແລະ ໂຊກຊະຕາຂອງພວກເຈົ້າເອງ, ແຕ່ສໍາລັບສິ່ງອື່ນແລ້ວພວກເຈົ້າກັບບໍ່ມີຄວາມຮູ້ສຶກຫຍັງ, ປຶກໜາ ແລະ ໂງ່ທີ່ສຸດ. ແມ່ນຫຍັງຢູ່ເທິງແຜ່ນດິນໂລກທີ່ພວກເຈົ້າເຊື່ອ? ຄວາມຄາດຫວັງໃນອະນາຄົດຂອງພວກເຈົ້າບໍ? ຫຼື ພຣະເຈົ້າ? ທຸກສິ່ງທີ່ເຈົ້າເຊື່ອບໍ່ແມ່ນຈຸດໝາຍປາຍທາງອັນສວຍງາມຂອງເຈົ້າບໍ? ມັນບໍ່ແມ່ນຄວາມຄາດຫວັງໃນອະນາຄົດຂອງເຈົ້າບໍ? ປັດຈຸບັນນີ້ເຈົ້າເຂົ້າໃຈວິຖີແຫ່ງຊີວິດຫຼາຍປານໃດ? ເຈົ້າບັນລຸຫຼາຍປານໃດແລ້ວ? ເຈົ້າຄິດວ່າພາລະກິດທີ່ກໍາລັງປະຕິບັດຕໍ່ບັນດາລູກຫຼານຂອງໂມອັບໃນປັດຈຸບັນນີ້ແມ່ນປະຕິບັດເພື່ອເຮັດໃຫ້ພວກເຈົ້າອັບອາຍບໍ? ມັນຖືກຕັ້ງໃຈເຮັດເພື່ອເປີດເຜີຍຄວາມຂີ້ຮ້າຍຂອງພວກເຈົ້າບໍ? ມັນຖືກເຮັດດ້ວຍເຈດຕະນາເພື່ອໃຫ້ພວກເຈົ້າຍອມຮັບການຂ້ຽນຕິ ແລະ ຈາກນັ້ນກໍ່ໂຍນພວກເຈົ້າເຂົ້າໃນທະເລສາບແຫ່ງໄຟບໍ? ເຮົາບໍ່ເຄີຍເວົ້າວ່າພວກເຈົ້າບໍ່ມີຄວາມຄາດຫວັງໃນອະນາຄົດ, ແຮງໄກທີ່ພວກເຈົ້າຈະຖືກທຳລາຍ ຫຼື ທົນທຸກກັບການລົງໂທດຕະຫຼອດຊາດ; ເຮົາໄດ້ປະກາດເລື່ອງດັ່ງກ່າວແກ່ສາທາລະນະຊົນບໍ? ເຈົ້າເວົ້າວ່າເຈົ້າບໍ່ມີຄວາມຫວັງ, ແຕ່ນີ້ບໍ່ແມ່ນຂໍ້ສະຫຼຸບຂອງເຈົ້າເອງບໍ? ນີ້ບໍ່ແມ່ນຜົນກະທົບຈາກຄວາມຄິດຂອງເຈົ້າເອງບໍ? ຂໍ້ສະຫຼຸບຂອງເຈົ້າເຊື່ອຖືໄດ້ບໍ? ຖ້າເຮົາເວົ້າວ່າເຈົ້າບໍ່ໄດ້ຮັບພອນ ແລ້ວເຈົ້າກໍ່ຈະຖືກທຳລາຍຢ່າງແນ່ນອນ; ຖ້າເຮົາເວົ້າວ່າເຈົ້າໄດ້ຮັບພອນ ເຈົ້າກໍ່ຈະບໍ່ຖືກທຳລາຍຢ່າງແນ່ນອນ. ເຮົາພຽງແຕ່ເວົ້າວ່າເຈົ້າເປັນລູກຫຼານຂອງໂມອັບເທົ່ານັ້ນ; ເຮົາບໍ່ໄດ້ເວົ້າວ່າ ເຈົ້າຈະຖືກທຳລາຍ. ມັນເປັນພຽງແຕ່ວ່າ ລູກຫຼານຂອງໂມອັບໄດ້ຖືກສາບແຊ່ງ ແລະ ເປັນມະນຸດທີ່ເສື່ອມຊາມປະເພດໜຶ່ງເທົ່ານັ້ນ. ຄວາມຜິດບາບທີ່ໄດ້ຖືກອ້າງອີງເຖິງກ່ອນໜ້ານີ້; ພວກເຈົ້າທຸກຄົນບໍ່ເປັນຄົນບາບບໍ? ບໍ່ແມ່ນຄົນບາບທຸກຄົນຖືກເຮັດໃຫ້ເສື່ອມຊາມໂດຍຊາຕານບໍ? ຄົນບາບທຸກຄົນບໍ່ໄດ້ຕໍ່ສູ້ ແລະ ກະບົດຕໍ່ພຣະເຈົ້າບໍ? ບັນດາຜູ້ທີ່ຕໍ່ຕ້ານພຣະເຈົ້າບໍ່ແມ່ນຄົນທີ່ຖືກສາບແຊ່ງບໍ? ຄົນບາບທຸກຄົນບໍ່ຕ້ອງຖືກທຳລາຍບໍ? ໃນກໍລະນີນີ້, ມີໃຜໃນທ່າມກາງຜູ້ຄົນທີ່ມີເນື້ອໜັງ ແລະ ເລືອດສາມາດຖືກຊ່ວຍໃຫ້ລອດພົ້ນໄດ້? ພວກເຈົ້າສາມາດມີຊີວິດລອດມາຮອດມື້ນີ້ໄດ້ແນວໃດ? ພວກເຈົ້າກາຍເປັນຄົນບໍ່ດີຍ້ອນວ່າພວກເຈົ້າເປັນລູກຫຼານຂອງໂມອັບ; ພວກເຈົ້າບໍ່ໄດ້ຖືວ່າເປັນມະນຸດ ຜູ້ທີ່ເປັນຄົນບາບຄືກັນບໍ? ພວກເຈົ້າຢູ່ມາຮອດທຸກມື້ນີ້ໄດ້ແນວໃດ? ເມື່ອເວົ້າເຖິງຄວາມສົມບູນ ພວກເຈົ້າກໍ່ດີໃຈ. ຫຼັງຈາກໄດ້ຍິນວ່າ ພວກເຈົ້າຕ້ອງປະສົບກັບຄວາມຍາກລຳບາກຄັ້ງໃຫຍ່, ພວກເຈົ້າຈະຮູ້ສຶກວ່າສິ່ງນີ້ເຮັດໃຫ້ພວກເຈົ້າໄດ້ຮັບພອນຫຼາຍຂຶ້ນ. ພວກເຈົ້າຄິດວ່າ ພວກເຈົ້າສາມາດກາຍມາເປັນຜູ້ໄດ້ຮັບໄຊສະນະຫຼັງຈາກທີ່ພົ້ນອອກຈາກຄວາມຍາກລໍາບາກ ແລະ ນີ້ຍິ່ງເປັນການອວຍພອນອັນຍິ່ງໃຫຍ່ຂອງພຣະເຈົ້າ ແລະ ການຍົກຍ້ອງອັນຍິ່ງໃຫຍ່ຂອງພຣະອົງທີ່ມີຕໍ່ພວກເຈົ້າ. ແຕ່ເມື່ອກ່າວເຖິງໂມອັບ, ຄວາມວຸ້ນວາຍກໍເກີດຂຶ້ນໃນບັນດາພວກເຈົ້າ; ທັງຜູ້ໃຫຍ່ ແລະ ເດັກນ້ອຍຕ່າງກໍ່ຮູ້ສືກໂສກເສົ້າຢ່າງແຮງ ແລະ ພວກເຈົ້າກໍ່ບໍ່ມີຄວາມສຸກໃນຫົວໃຈຂອງພວກເຈົ້າ; ພວກເຈົ້າທຸກຄົນເສຍໃຈທີ່ໄດ້ເກີດມາ. ພວກເຈົ້າບໍ່ເຂົ້າໃຈຄວາມໝາຍຂອງຂັ້ນຕອນນີ້ຂອງພາລະກິດທີ່ກໍາລັງປະຕິບັດຕໍ່ລູກຫຼານຂອງໂມອັບ; ພວກເຈົ້າຮູ້ພຽງແຕ່ສະແຫວງຫາຕໍາແໜ່ງທີ່ສູງສົ່ງເທົ່ານັ້ນ ແລະ ເມື່ອໃດກໍຕາມທີ່ພວກເຈົ້າຄິດວ່າພວກເຈົ້າໝົດຫວັງ ພວກເຈົ້າກໍທໍ້ຖ້ອຍ. ເມື່ອເວົ້າເຖິງຄວາມສົມບູນ ແລະ ຈຸດໝາຍປາຍທາງໃນອະນາຄົດ, ພວກເຈົ້າກໍ່ຮູ້ສຶກດີໃຈ; ພວກເຈົ້າໃຊ້ຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າເພື່ອຮັບການອວຍພອນ ແລະ ເພື່ອວ່າພວກເຈົ້າຈະສາມາດມີຈຸດໝາຍປາຍທາງທີ່ດີໄດ້. ປັດຈຸບັນນີ້ ບາງຄົນຮູ້ສຶກຢ້ານກົວຍ້ອນສະຖານະຂອງພວກເຂົາ. ຍ້ອນວ່າພວກເຂົາມີຄຸນຄ່າຕ່ຳ ແລະ ມີຖານະຕ່ຳ, ພວກເຂົາຈິ່ງບໍ່ຕ້ອງການສະແຫວງຫາເພື່ອຖືກເຮັດໃຫ້ສົມບູນ. ການເຮັດໃຫ້ສົມບູນແມ່ນໄດ້ຍົກຂຶ້ນມາເວົ້າກ່ອນ ແລະ ຫຼັງຈາກນັ້ນຈິ່ງເວົ້າເຖິງລູກຫຼານຂອງໂມອັບ, ດັ່ງນັ້ນ ຜູ້ຄົນຈິ່ງໄດ້ປະຖິ້ມເສັ້ນທາງແຫ່ງຄວາມສົມບູນດັ່ງກ່າວ. ນີ້ກໍ່ຍ້ອນວ່າ ຈາກຕົ້ນຈົນຈົບ ພວກເຈົ້າແມ່ນບໍ່ເຄີຍຮູ້ຄວາມໝາຍຂອງພາລະກິດນີ້ ຫຼື ພວກເຈົ້າໄດ້ໃສ່ໃຈຕໍ່ຄວາມສຳຄັນຂອງມັນ. ພວກເຈົ້າແມ່ນມີວຸດທິພາວະຕໍ່າຫຼາຍ ແລະ ບໍ່ສາມາດທົນຕໍ່ຄວາມຍຸ້ງຍາກແມ່ນແຕ່ໜ້ອຍດຽວ. ເມື່ອພວກເຈົ້າເຫັນວ່າສະຖານະຂອງພວກເຈົ້າເອງນັ້ນຕ່ຳຫຼາຍ ພວກເຈົ້າກໍ່ຮູ້ສືກທໍ້ຖອຍ ແລະ ໝົດຄວາມໝັ້ນໃຈທີ່ຈະສະແຫວງຫາຕໍ່ໄປ. ຜູ້ຄົນພຽງຖືວ່າ ການໄດ້ຮັບພຣະຄຸນ ແລະ ການມີຄວາມສະຫງົບສຸກເປັນສັນຍາລັກຂອງການເຊື່ອໃນພຣະເຈົ້າ ແລະ ເຫັນການສະແຫວງຫາພອນເປັນພື້ນຖານຂອງການເຊື່ອໃນພຣະເຈົ້າ. ມີໜ້ອຍຄົນທີ່ສະແຫວງຫາເພື່ອຮູ້ຈັກພຣະເຈົ້າ ຫຼື ສະແຫວງຫາການປ່ຽນແປງອຸປະນິໄສຂອງພວກເຂົາ. ໃນຄວາມເຊື່ອຂອງພວກເຂົາ ຜູ້ຄົນສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າປະທານຈຸດໝາຍປາຍທາງທີ່ເໝາະສົມໃຫ້ແກ່ພວກເຂົາ ແລະ ພຣະຄຸນທັງໝົດທີ່ພວກເຂົາຕ້ອງການ ເພື່ອເຮັດໃຫ້ພຣະອົງເປັນຜູ້ຮັບໃຊ້ຂອງພວກເຂົາ, ເພື່ອໃຫ້ພຣະອົງຮັກສາຄວາມສຳພັນຢ່າງຜາສຸກ ແລະ ເປັນກັນເອງກັບພວກເຂົາ ເພື່ອວ່າ ບໍ່ວ່າຈະຢູ່ໃນເວລາໃດກໍຕາມ ຈະບໍ່ເຄີຍມີຂໍ້ຂັດແຍ້ງໃດໆລະຫວ່າງພວກເຂົາ. ນັ້ນກໍຄື ການເຊື່ອໃນພຣະເຈົ້າຂອງພວກເຂົາຮຽກຮ້ອງໃຫ້ພຣະອົງສັນຍາທີ່ຈະປະຕິບັດຕາມເງື່ອນໄຂຂອງພວກເຂົາ ແລະ ເພື່ອປະທານໃຫ້ພວກເຂົາທຸກສິ່ງທີ່ພວກເຂົາອະທິຖານຫາ, ເພື່ອໃຫ້ສອດຄ່ອງກັບພຣະທໍາທີ່ພວກເຂົາອ່ານໃນພຣະຄຳພີ “ເຮົາຈະຮັບຟັງທຸກຄຳອະທິຖານຂອງພວກເຈົ້າ”. ພວກເຂົາຄາດຫວັງວ່າພຣະເຈົ້າຈະບໍ່ຕັດສິນໃຜ ຫຼື ຈັດການກັບໃຜ, ຍ້ອນວ່າພຣະອົງເປັນພຣະເຢຊູ ພຣະຜູ້ຊ່ວຍໃຫ້ພົ້ນທີ່ມີຄວາມເມດຕາສະເໝີ, ເປັນຜູ້ທີ່ຮັກສາຄວາມສຳພັນທີ່ດີກັບມະນຸດຢູ່ທຸກເວລາ ແລະ ທຸກບ່ອນ. ນີ້ຄືວິທີທາງທີ່ພວກເຂົາເຊື່ອໃນພຣະເຈົ້າ: ພວກເຂົາຮຽກຮ້ອງທຸກສິ່ງຈາກພຣະເຈົ້າຢ່າງບໍ່ອັບອາຍ, ໂດຍເຊື່ອວ່າບໍ່ວ່າພວກເຂົາຈະກະບົດ ຫຼື ເຊື່ອຟັງກໍ່ຕາມ ພຣະອົງຈະປະທານທຸກສິ່ງໃຫ້ກັບພວກເຂົາຢ່າງຕາບອດ. ພວກເຂົາໄດ້ແຕ່ “ທວງໜີ້” ຈາກພຣະເຈົ້າຢ່າງບໍ່ຢຸດຢັ້ງ, ໂດຍເຊື່ອວ່າພຣະອົງຕ້ອງ “ໃຊ້ໜີ້” ພວກເຂົາໂດຍບໍ່ມີການຕໍ່ວ່າຕໍ່ຂານ ແລະ ຫຼາຍໄປກວ່ານັ້ນ, ໃຫ້ໃຊ້ຄືນເປັນສອງເທົ່າ, ພວກເຂົາຄິດວ່າ ບໍ່ວ່າພຣະເຈົ້າຈະເຄີຍໄດ້ຫຍັງຈາກພວກເຂົາ ຫຼື ບໍ່ກໍ່ຕາມ, ພຣະອົງພຽງແຕ່ສາມາດຢູ່ໃນການຄວບຄຸມຂອງພວກເຂົາເທົ່ານັ້ນ ແລະ ພຣະອົງບໍ່ສາມາດປັ້ນແຕ່ງຜູ້ຄົນໄດ້ຕາມໃຈມັກ, ແຮງໄກທີ່ຈະສາມາດເປີດເຜີຍສະຕິປັນຍາ ແລະ ອຸປະນິໄສອັນຊອບທໍາຂອງພຣະອົງໃຫ້ກັບຜູ້ຄົນ ທີ່ໄດ້ຖືກປິດລັບເປັນເວລາຫຼາຍປີ ຕາມຄວາມຕ້ອງການຂອງພຣະອົງ ແລະ ປາດສະຈາກການອະນຸຍາດຈາກພວກເຂົາ. ພວກເຂົາພຽງແຕ່ສາລະພາບບາບຂອງພວກເຂົາກັບພຣະເຈົ້າ ໂດຍເຊື່ອວ່າພຣະເຈົ້າຈະໃຫ້ອະໄພພວກເຂົາ ແລະ ບໍ່ສາມາດເບື່ອໜ່າຍກັບການເຮັດແບບນັ້ນ ແລະ ສິ່ງນີ້ກໍຈະດຳເນີນໄປແບບນີ້ຕະຫຼອດການ. ພວກເຂົາໄດ້ແຕ່ສັ່ງພຣະເຈົ້າ ໂດຍເຊື່ອວ່າ ພຣະອົງຈະເຊື່ອຟັງພວກເຂົາ, ຍ້ອນວ່າມັນຖືກບັນທຶກໄວ້ໃນພຣະຄຳພີແລ້ວວ່າ ພຣະເຈົ້າບໍ່ໄດ້ມາເພື່ອໃຫ້ມະນຸດຮັບໃຊ້, ແຕ່ມາເພື່ອຮັບໃຊ້ມະນຸດ ແລະ ທີ່ພຣະອົງມາກໍ່ເພື່ອມາເປັນຄົນຮັບໃຊ້ມະນຸດ. ບໍ່ແມ່ນພວກເຈົ້າເຊື່ອແບບນີ້ສະເໝີມາບໍ? ເມື່ອພວກເຈົ້າບໍ່ໄດ້ຫຍັງຈາກພຣະເຈົ້າ ພວກເຈົ້າກໍ່ປາດຖະໜາຢາກແລ່ນໜີ. ເມື່ອພວກເຈົ້າບໍ່ເຂົ້າໃຈສິ່ງໃດໜຶ່ງ ພວກເຈົ້າກໍ່ບໍ່ພໍໃຈ ແລະ ເຖິງກັບຮ້ອງດ່າພຣະອົງສາລະພັດສິ່ງ. ພວກເຈົ້າບໍ່ຍອມໃຫ້ພຣະເຈົ້າເອງສະແດງສະຕິປັນຍາ ແລະ ຄວາມມະຫັດສະຈັນຂອງພຣະອົງໄດ້ຢ່າງເຕັມທີ່ເລີຍ, ກົງກັນຂ້າມ ພວກເຈົ້າພຽງແຕ່ຕ້ອງການຄວາມສະບາຍໃຈ ແລະ ຄວາມສະດວກສະບາຍຊົ່ວຄາວເທົ່ານັ້ນ. ຈົນເຖິງປັດຈຸບັນນີ້, ທັດສະນະຄະຕິໃນການເຊື່ອພຣະເຈົ້າຂອງພວກເຈົ້າກໍຍັງເປັນຄືກັບທັດສະນະແບບເກົ່າຢູ່. ຖ້າພຣະເຈົ້າສະແດງໃຫ້ພວກເຈົ້າເຫັນຄວາມສະຫງ່າງາມພຽງເລັກນ້ອຍ ພວກເຈົ້າກໍ່ບໍ່ພໍໃຈ. ຕອນນີ້ ພວກເຈົ້າເຫັນຄັກແລ້ວບໍວ່າ ວຸດທິພາວະຂອງພວກເຈົ້ານັ້ນເປັນແນວໃດ? ຢ່າຄິດວ່າພວກເຈົ້າທຸກຄົນພັກດີກັບພຣະເຈົ້າໃນເມື່ອຄວາມຈິງແລ້ວທັດສະນະແບບເກົ່າຂອງພວກເຈົ້ານັ້ນແມ່ນຍັງບໍ່ໄດ້ປ່ຽນແປງ. ເມື່ອບໍ່ມີຫຍັງເກີດຂຶ້ນກັບເຈົ້າ, ເຈົ້າກໍເຊື່ອວ່າທຸກສິ່ງດຳເນີນໄປຢ່າງລາບລື້ນ ແລະ ຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າກໍເຖິງຈຸດສູງສຸດ. ເມື່ອມີບາງສິ່ງເລັກນ້ອຍເກີດຂຶ້ນກັບເຈົ້າ, ເຈົ້າກໍ່ຕົກລົງສູ່ແດນມໍລະນະ. ນີ້ແມ່ນເຈົ້າພັກດີຕໍ່ພຣະເຈົ້າບໍ?

ຖ້າຂັ້ນຕອນສຸດທ້າຍຂອງພາລະກິດແຫ່ງການເອົາຊະນະແມ່ນຖືກເລີ່ມຕົ້ນຢູ່ອິສຣາເອັນ, ແລ້ວພາລະກິດແຫ່ງການເອົາຊະນະກໍ່ຈະບໍ່ມີຄວາມໝາຍຫຍັງ. ພາລະກິດຈະມີຄວາມໝາຍທີ່ສຸດກໍ່ຕໍ່ເມື່ອມັນຖືກປະຕິບັດໃນປະເທດຈີນ ແລະ ເມື່ອມັນຖືກປະຕິບັດກັບພວກເຈົ້າ. ພວກເຈົ້າແມ່ນຄົນທີ່ຕ່ຳຕ້ອຍທີ່ສຸດ, ຄົນທີ່ມີສະຖານະບໍ່ສຳຄັນທີ່ສຸດ. ພວກເຈົ້າແມ່ນຄົນທີ່ມີລະດັບຕ່ຳສຸດໃນສັງຄົນນີ້ ແລະ ພວກເຈົ້າຄືຄົນທີ່ຮັບຮູ້ພຣະເຈົ້າໜ້ອຍທີ່ສຸດໃນເບື້ອງຕົ້ນ. ພວກເຈົ້າແມ່ນຄົນທີ່ໄດ້ຫ່າງເຫີນຈາກພຣະເຈົ້າທີ່ສຸດ ແລະ ເປັນຜູ້ທີ່ໄດ້ຮັບຄວາມເສຍຫາຍຫຼາຍທີ່ສຸດ. ຍ້ອນວ່າຂັ້ນຕອນນີ້ຂອງພາລະກິດແມ່ນເພື່ອການເອົາຊະນະເທົ່ານັ້ນ, ບໍ່ແມ່ນມັນເໝາະສົມທີ່ສຸດແລ້ວບໍ ສໍາລັບພວກເຈົ້າທີ່ຈະຖືກເລືອກເພື່ອເປັນພະຍານໃນອະນາຄົດ? ຖ້າຂັ້ນຕອນທຳອິດຂອງພາລະກິດແຫ່ງການເອົາຊະນະ ບໍ່ໄດ້ປະຕິບັດໃນຕົວພວກເຈົ້າແລ້ວ, ມັນກໍ່ຈະເປັນການຍາກທີ່ຈະກ້າວໄປສູ່ພາລະກິດຂອງການເອົາຊະນະໃນອະນາຄົດໄດ້, ຍ້ອນວ່າພາລະກິດແຫ່ງການເອົາຊະນະໃນອະນາຄົດຈະບັນລຸຜົນໄດ້ກໍຕ້ອງອີງຕາມຄວາມຈິງຂອງພາລະກິດທີ່ປະຕິບັດໃນວັນນີ້. ພາລະກິດແຫ່ງການເອົາຊະນະໃນປັດຈຸບັນ ເປັນພຽງການເລີ່ມຕົ້ນຂອງພາລະກິດແຫ່ງການເອົາຊະນະທັງໝົດ. ພວກເຈົ້າເປັນກຸ່ມທຳອິດທີ່ຈະຖືກເອົາຊະນະ; ພວກເຈົ້າເປັນຕົວແທນຂອງມະນຸດຊາດທັງໝົດທີ່ຈະຖືກເອົາຊະນະ. ຄົນທີ່ມີຄວາມຮູ້ທີ່ແທ້ຈິງ, ພວກເຂົາຈະເຫັນວ່າ ພາລະກິດທັງໝົດທີ່ພຣະເຈົ້າປະຕິບັດໃນວັນນີ້ແມ່ນຍິ່ງໃຫຍ່ ແລະ ຈະເຫັນວ່າ ພຣະອົງບໍ່ພຽງແຕ່ເຮັດໃຫ້ມະນຸດຮູ້ຈັກການກະບົດຂອງພວກເຂົາເອງເທົ່ານັ້ນ, ແຕ່ພຣະອົງຍັງເປີດເຜີຍສະຖານະຂອງພວກເຂົາອີກດ້ວຍ. ວັດຖຸປະສົງ ແລະ ຄວາມໝາຍແຫ່ງພຣະທຳຂອງພຣະອົງບໍ່ແມ່ນເພື່ອເຮັດໃຫ້ຄົນທໍ້ແທ້ໃຈ ຫຼື ເພື່ອທໍາລາຍພວກເຂົາ. ມັນແມ່ນເພື່ອເຮັດໃຫ້ພວກເຂົາໄດ້ຮັບແສງສະຫວ່າງ ແລະ ຮັບຄວາມລອດພົ້ນຜ່ານພຣະທຳຂອງພຣະອົງ; ມັນແມ່ນການປຸກຈິດວິນຍານຂອງມະນຸດຜ່ານພຣະທຳຂອງພຣະອົງ. ນັບຕັ້ງແຕ່ການສ້າງໂລກຈົນມາຮອດປັດຈຸບັນ, ມະນຸດໄດ້ອາໄສຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ໂດຍບໍ່ຮູ້ ແລະ ບໍ່ເຊື່ອວ່າມີພຣະເຈົ້າ. ເຊິ່ງຄົນເຫຼົ່ານີ້ສາມາດຖືກຮ່ວມເຂົ້າໃນການໄຖ່ບາບອັນຍິ່ງໃຫຍ່ຂອງພຣະເຈົ້າ ແລະ ສາມາດຖືກຍົກຂຶ້ນຢ່າງສູງໂດຍພຣະເຈົ້າເພື່ອສະແດງໃຫ້ເຫັນເຖິງຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ; ບັນດາຜູ້ທີ່ເຂົ້າໃຈຢ່າງແທ້ຈິງຈະເຊື່ອໃນສິ່ງນີ້. ແລ້ວບັນດາຜູ້ທີ່ບໍ່ມີຄວາມຮູ້ດັ່ງກ່າວເດ? ພວກເຂົາຈະເວົ້າວ່າ “ອ໋າ, ພຣະເຈົ້າເວົ້າວ່າພວກເຮົາເປັນລູກຫຼານຂອງໂມອັບ; ພຣະອົງກ່າວສິ່ງນີ້ດ້ວຍພຣະອົງເອງ. ພວກເຮົາຍັງຈະໄດ້ຮັບຜົນ8າມມາທີ່ດີບໍ? ໃຜເຮັດໃຫ້ພວກເຮົາເປັນລູກຫຼານຂອງໂມອັບ? ຜ່ານມາ ໃຜເຮັດໃຫ້ພວກເຮົາຕໍ່ຕ້ານພຣະອົງຢ່າງໜັກ? ພຣະເຈົ້າໄດ້ມາເພື່ອກ່າວໂທດພວກເຮົາ; ເຈົ້າບໍ່ເຫັນບໍວ່າ ພຣະເຈົ້າໄດ້ຕັດສິນພວກເຮົາຕະຫຼອດ ຕັ້ງແຕ່ເລີ່ມຕົ້ນພຸ້ນມາ? ເນື່ອງຈາກວ່າພວກເຮົາຕໍ່ຕ້ານກັບພຣະເຈົ້າ ນິ້ຄືວິທີທີ່ພວກເຮົາຄວນຖືກຂ້ຽນຕິ”. ຄຳເວົ້າເຫຼົ່ານີ້ຖືກຕ້ອງບໍ? ມື້ນີ້ພຣະເຈົ້າຕັດສິນພວກເຈົ້າ, ຂ້ຽນຕີພວກເຈົ້າ ແລະ ກ່າວໂທດພວກເຈົ້າ, ແຕ່ພວກເຈົ້າຕ້ອງຮູ້ຈຸດປະສົງໃນການກ່າວໂທດຂອງພວກເຈົ້າ ນັ້ນກໍ່ເພື່ອເຮັດໃຫ້ພວກເຈົ້າຮູ້ຈັກຕົວພວກເຈົ້າເອງ. ພຣະອົງກ່າວໂທດ, ສາບແຊ່ງ, ຕັດສິນ ແລະ ຂ້ຽນຕິເພື່ອວ່າເຈົ້າຈະໄດ້ຮູ້ຈັກຕົວເອງ, ເພື່ອວ່າ ອຸປະນິໄສຂອງເຈົ້າອາດຈະປ່ຽນແປງ ແລະ ຍິ່ງໄປກວ່ານັ້ນ ກໍ່ເພື່ອວ່າ ເຈົ້າອາດຈະຮູ້ຄຸນຄ່າຂອງຕົວເຈົ້າເອງ ແລະ ເຫັນວ່າການກະທຳຂອງພຣະເຈົ້າທັງໝົດນັ້ນຊອບທຳ ແລະ ສອດຄ່ອງກັບອຸປະນິໄສຂອງພຣະອົງ ແລະ ອີງຕາມຄວາມຕ້ອງການຂອງພາລະກິດຂອງພຣະອົງ, ວ່າພຣະອົງປະຕິບັດພາລະກິດຕາມແຜນການໄຖ່ບາບມະນຸດຂອງພຣະອົງ ແລະ ພຣະອົງເປັນພຣະເຈົ້າຜູ້ທ່ຽງທຳຜູ້ທີ່ຮັກມະນຸດ, ຊ່ວຍມະນຸດໃຫ້ລອດພົ້ນ, ຕັດສິນ ແລະ ຂ້ຽນຕີມະນຸດ. ຖ້າເຈົ້າຮູ້ພຽງແຕ່ວ່າເຈົ້າເປັນຄົນມີສະຖານະຕ່ຳຕ້ອຍ, ວ່າເຈົ້າເປັນຄົນເສື່ອມຊາມ ແລະ ບໍ່ເຊື່ອຟັງ, ແຕ່ກັບບໍ່ຮູ້ວ່າພຣະເຈົ້າປາດຖະໜາປະຕິບັດພາລະກິດການໄຖ່ບາບມະນຸດຂອງພຣະອົງແບບລຽບງ່າຍຜ່ານທາງການພິພາກສາ ແລະ ການຂ້ຽນຕິທີ່ພຣະອົງປະຕິບັດໃນຕົວເຈົ້າໃນປັດຈຸບັນນີ້, ເຈົ້າກໍ່ຈະບໍ່ມີທາງໄດ້ຮັບປະສົບການ, ແຮງໄກທີ່ເຈົ້າຈະສາມາດດຳເນີນຕໍ່ໄປຂ້າງໜ້າໄດ້. ພຣະເຈົ້າບໍ່ໄດ້ມາເພື່ອຂ້າ ຫຼື ທຳລາຍ, ແຕ່ມາເພື່ອຕັດສິນ, ສາບແຊ່ງ, ຂ້ຽນຕີ ແລະ ຊ່ວຍໃຫ້ລອດພົ້ນ. ຈົນກວ່າແຜນການຄຸ້ມຄອງ 6.000 ປີຂອງພຣະອົງຈະຈົບສິ້ນລົງ ກ່ອນທີ່ພຣະອົງຈະເປີດເຜີດຜົນສະຫຼຸບແຕ່ລະປະເພດຂອງມະນຸດ ພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກແມ່ນເພື່ອຄວາມລອດພົ້ນ; ຈຸດປະສົງຂອງມັນກໍ່ເພື່ອເຮັດໃຫ້ຜູ້ທີ່ຮັກພຣະອົງຢ່າງແທ້ຈິງສົມບູນທັງໝົດ ແລະ ເຮັດໃຫ້ພວກເຂົາຍອມຢູ່ພາຍໃຕ້ການປົກຄອງຂອງພຣະອົງ. ບໍ່ວ່າພຣະເຈົ້າຈະຊ່ວຍມະນຸດໃຫ້ລອດພົ້ນດວ້ຍວິທີໃດກໍຕາມ, ທັງໝົດແມ່ນເພື່ອເຮັດໃຫ້ພວກເຂົາຫຼຸດພົ້ນອອກຈາກທຳມະຊາດອັນຊົ່ວຮ້າຍດັ່ງເດີມຂອງພວກເຂົາ; ນັ້ນກໍ່ຄື ພຣະອົງຊ່ວຍພວກເຂົາໃຫ້ລອດພົ້ນໂດຍເຮັດໃຫ້ພວກເຂົາສະແຫວງຫາຊີວິດ. ຖ້າພວກເຂົາບໍ່ສະແຫວງຫາຊີວິດດັ່ງກ່າວ ພວກເຂົາກໍ່ຈະບໍ່ມີທາງທີ່ຈະຮັບເອົາການໄຖ່ບາບຂອງພຣະເຈົ້າໄດ້. ການໄຖ່ບາບແມ່ນພາລະກິດຂອງພຣະເຈົ້າເອງ ແລະ ການສະແຫວງຫາຊີວິດຄືສິ່ງທີ່ມະນຸດຕ້ອງປະຕິບັດເພື່ອຮັບເອົາການໄຖ່ບາບນັ້ນ. ໃນສາຍຕາຂອງມະນຸດ, ການໄຖ່ບາບຄືຄວາມຮັກຂອງພຣະເຈົ້າ ແລະ ຄວາມຮັກຂອງພຣະເຈົ້າບໍ່ສາມາດເປັນການຂ້ຽນຕີ, ການຕັດສິນ, ແລະ ການສາບແຊ່ງໄດ້; ການໄຖ່ບາບຕ້ອງປະກອບດ້ວຍຄວາມຮັກ, ຄວາມເມດຕາ ແລະ ຍິ່ງໄປກວ່ານັ້ນ, ຕ້ອງມີຄຳເວົ້າປອບໃຈ ແລະ ພອນອັນໃຫຍ່ຫຼວງທີ່ປະທານໂດຍພຣະເຈົ້າ. ຄົນເຊື່ອວ່າ ເມື່ອພຣະເຈົ້າຊ່ວຍມະນຸດໃຫ້ລອດພົ້ນ ພຣະອົງປະຕິບັດເຊັ່ນນັ້ນໂດຍສໍາພັດພວກເຂົາດ້ວຍພອນ ແລະ ພຣະຄຸນຂອງພຣະອົງ ເພື່ອວ່າ ພວກເຂົາຈະໄດ້ມອບຫົວໃຈຂອງພວກເຂົາໃຫ້ກັບພຣະເຈົ້າ. ໝາຍຄວາມວ່າ, ການສໍາພັດມະນຸດຂອງພຣະອົງກໍ່ຄືການຊ່ວຍພວກເຂົາໃຫ້ລອດພົ້ນ. ການລອດພົ້ນແບບນີ້ແມ່ນຖືກປະຕິບັດໂດຍການບັນລຸຕາມຂໍ້ຕົກລົງ. ມີພຽງເມື່ອພຣະເຈົ້າປະທານໃຫ້ພວກເຂົາເປັນຮ້ອຍເທົ່າເທົ່ານັ້ນ ມະນຸດຈິ່ງຈະຍອມຮັບນາມຂອງພຣະເຈົ້າ ແລະ ພະຍາຍາມເຮັດດີເພື່ອພຣະອົງ ແລະ ນຳສະຫງ່າລາສີມາໃຫ້ພຣະອົງ. ນີ້ບໍ່ແມ່ນຄວາມປະສົງຂອງພຣະເຈົ້າສໍາລັບມະນຸດ. ພຣະເຈົ້າລົງມາເພື່ອປະຕິບັດພາລະກິດເທິງແຜ່ນດິນໂລກກໍ່ເພື່ອຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນ; ສິ່ງນີ້ຄືຄວາມເປັນຈິງ. ຖ້າບໍ່ແມ່ນຄວາມຈິງ, ແນ່ນອນວ່າ ພຣະອົງຈະບໍ່ມາປະຕິບັດພາລະກິດຂອງພຣະອົງດ້ວຍພຣະອົງເອງ. ໃນອະດີດ, ຫົນທາງແຫ່ງການລອດພົ້ນຂອງພຣະອົງປະກອບດ້ວຍການສະແດງເຖິງຄວາມຮັກ ແລະ ຄວາມເມດຕາຢ່າງໃຫຍ່ຫຼວງ, ເຊັ່ນວ່າ ພຣະອົງມອບທຸກສິ່ງໃຫ້ກັບຊາຕານເພື່ອແລກປ່ຽນກັບມະນຸດຊາດທັງໝົດ. ປັດຈຸບັນແມ່ນບໍ່ຄືອະດີດ: ຄວາມລອດພົ້ນທີ່ປະທານໃຫ້ກັບພວກເຈົ້າໃນປັດຈຸບັນເກີດຂຶ້ນໃນເວລາຍຸກສຸດທ້າຍ ໃນລະຫວ່າງການຈັດແບ່ງຜູ້ຄົນຕາມປະເພດຂອງພວກເຂົາ; ວິທີທາງແຫ່ງການລອດພົ້ນຂອງພວກເຈົ້າບໍ່ແມ່ນຄວາມຮັກ ຫຼື ຄວາມເມດຕາ, ແຕ່ແມ່ນການຂ້ຽນຕີ ແລະ ການພິພາກສາ ເພື່ອວ່າມະນຸດອາດຈະຖືກຊ່ວຍໃຫ້ລອດພົ້ນໄດ້ຢ່າງສົມບູນ. ດັ່ງນັ້ນ, ສິ່ງດຽວທີ່ພວກເຈົ້າຈະໄດ້ຮັບກໍຄືການຕິສອນ, ການພິພາກສາ ແລະ ການຂ້ຽນຕີຢ່າງໄຮ້ຄວາມປານີ, ແຕ່ຮູ້ໄວ້ວ່າ ໃນການຂ້ຽນຕີຢ່າງໄຮ້ຄວາມປານີນີ້ ບໍ່ແມ່ນການລົງໂທດແມ່ນແຕ່ໜ້ອຍດຽວເລີຍ. ບໍ່ວ່າພຣະທຳຂອງເຮົາຈະຮຸນແຮງພຽງໃດກໍຕາມ ຫຼື ພຣະທໍາເລັກນ້ອຍທີ່ພວກເຈົ້າໄດ້ຮັບ ປາກົດວ່າຈະໄຮ້ຄວາມເມດຕາທີ່ສຸດສໍາລັບພວກເຈົ້າ ແລະ ບໍ່ວ່າເຮົາຈະໂກດຮ້າຍພຽງໃດກໍຕາມ, ສິ່ງທີ່ເກີດຂຶ້ນກັບພວກເຈົ້າກໍ່ຄືພຣະທຳແຫ່ງການສິດສອນ ແລະ ເຮົາກໍ່ບໍ່ໄດ້ຕັ້ງໃຈທີ່ຈະທຳຮ້າຍພວກເຈົ້າ ຫຼື ເຮັດໃຫ້ພວກເຈົ້າເຖິງແກ່ຄວາມຕາຍ. ນີ້ບໍ່ແມ່ນຂໍ້ເທັດຈິງທັງໝົດບໍ? ຮູ້ໄວ້ວ່າ ທຸກມື້ນີ້, ບໍ່ວ່າຈະເປັນການພິພາກສາຢ່າງຊອບທຳ ຫຼື ການຫຼໍ່ຫຼອມ ແລະ ການຂ້ຽນຕີຢ່າງໄຮ້ຄວາມປານີ, ທັງໝົດນີ້ແມ່ນເພື່ອຄວາມລອດພົ້ນຂອງມວນມະນຸດ. ບໍ່ວ່າໃນປັດຈຸບັນນີ້ຈະມີການຈັດແບ່ງຄົນຕາມປະເພດຂອງພວກເຂົາແບບໃດ ຫຼື ປະເພດຂອງມະນຸດຈະຖືກຈັດວາງອອກແບບໃດກໍຕາມ, ຈຸດປະສົງຂອງພຣະທໍາ ແລະ ພາລະກິດທັງໝົດຂອງພຣະເຈົ້າແມ່ນເພື່ອຊ່ວຍບັນດາຜູ້ທີ່ຮັກພຣະອົງຢ່າງແທ້ຈິງໃຫ້ລອດພົ້ນ. ການພິພາກສາຢ່າງຊອບທຳກໍ່ເພື່ອເຮັດໃຫ້ມະນຸດບໍລິສຸດ, ການຫຼໍ່ຫຼອມຢ່າງໄຮ້ຄວາມເມດຕາກໍ່ເພື່ອຊຳລະລ້າງພວກເຂົາ, ພຣະທຳ ຫຼື ການຂ້ຽນຕີຢ່າງຮຸນແຮງກໍ່ເພື່ອເຮັດໃຫ້ບໍລິສຸດ ແລະ ເພື່ອຄວາມລອດພົ້ນ. ສະນັ້ນ ວິທີການໄຖ່ບາບໃນປັດຈຸບັນນີ້ຈະບໍ່ຄືກັນກັບໃນອະດີດ. ປັດຈຸບັນ, ພວກເຈົ້າຖືກນໍາໄປສູ່ຄວາມລອດພົ້ນຜ່ານການພິພາກສາຢ່າງຊອບທຳ ແລະ ເປັນເຄື່ອງມືທີ່ດີສຳລັດຈັດແບ່ງພວກເຈົ້າແຕ່ລະຄົນອອກຕາມປະເພດຂອງຕົນ. ຍິ່ງໄປກວ່ານັ້ນ ການຂ້ຽນຕີຢ່າງໂຫດຮ້າຍຄືຫົນທາງແຫ່ງຄວາມລອດພົ້ນຢ່າງແທ້ຈິງຂອງພວກເຈົ້າ ແລ້ວພວກເຈົ້າຈະມີຫຍັງເວົ້າອີກໃນການຜະເຊີນກັບການຂ້ຽນຕີ ແລະ ການພິພາກສາດັ່ງກ່າວນີ້? ພວກເຈົ້າບໍ່ໄດ້ມີຄວາມສຸກກັບຄວາມລອດພົ້ນຕັ້ງແຕ່ຕົ້ນຈົນຈົບບໍ? ພວກເຈົ້າໄດ້ເຫັນພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ຮູ້ຈັກລິດທານຸພາບ ແລະ ສະຕິປັນຍາຂອງພຣະອົງ; ນອກຈາກນັ້ນ, ພວກເຈົ້າຍັງໄດ້ປະສົບກັບການຂ້ຽນຕີ ແລະ ການລົງວິໄນຂອງພຣະອົງຊ້ຳແລ້ວຊໍ້າອີກ. ເຖິງຢ່າງໃດກໍຕາມ ພວກເຈົ້າກໍ່ຍັງໄດ້ຮັບພຣະຄຸນຢ່າງສູງ ບໍ່ແມ່ນບໍ? ພອນຂອງພວກເຈົ້າບໍ່ຍິ່ງໃຫຍ່ກວ່າພອນຂອງຄົນອື່ນບໍ? ພຣະຄຸນຂອງພວກເຈົ້ານັ້ນຍິ່ງໃຫຍ່ກວ່າສະຫງ່າລາສີ ແລະ ຄວາມຮັ່ງມີທີ່ຊາໂລມອນໄດ້ຮັບອີກ! ໃຫ້ຄິດເບິ່ງ: ຖ້າເຈດຕະນາໃນການມາຂອງເຮົາແມ່ນເພື່ອກ່າວໂທດ ແລະ ລົງໂທດພວກເຈົ້າ ແຕ່ບໍ່ແມ່ນເພື່ອຊ່ວຍພວກເຈົ້າໃຫ້ລອດພົ້ນ, ແລ້ວວັນຂອງພວກເຈົ້າຈະລອດມາຮອດທຸກມື້ນີ້ບໍ? ພວກເຈົ້າ ເປັນຄົນຜິດບາບທີ່ມີເລືອດ ແລະ ເນື້ອຈະສາມາດມີຊີວິດລອດມາຮອດທຸກມື້ນີ້ບໍ? ຖ້າເປົ້າໝາຍຂອງເຮົາແມ່ນພຽງການລົງໂທດພວກເຈົ້າເທົ່ານັ້ນ, ແລ້ວເປັນຫຍັງເຮົາຈຶ່ງຕ້ອງບັງເກີດເປັນເນື້ອໜັງ ແລະ ເລີ່ມດຳເນີນກິດຈະການທີ່ຍິ່ງໃຫຍ່ດັ່ງກ່າວນັ້ນ? ເຮົາພຽງໃຊ້ພຣະທໍາຂໍ້ດຽວກໍສາມາດລົງໂທດພວກເຈົ້າໄດ້ແລ້ວ ບໍ່ແມ່ນບໍ? ເຮົາຍັງຈະຕ້ອງການທຳລາຍພວກເຈົ້າຫຼັງຈາກທີ່ໄດ້ກ່າວໂທດພວກເຈົ້າອີກບໍ? ພວກເຈົ້າຍັງບໍ່ເຊື່ອພຣະທຳເຫຼົ່ານີ້ຂອງເຮົາອີກບໍ? ເຮົາສາມາດຊ່ວຍມະນຸດໃຫ້ລອດພົ້ນພຽງຜ່ານຄວາມຮັກ ແລະ ຄວາມເມດຕາເທົ່ານັ້ນບໍ່? ຫຼື ເຮົາສາມາດພຽງໃຊ້ແຕ່ການຄຶງກາງເຂນເພື່ອຊ່ວຍມະນຸດໃຫ້ລອດພົ້ນເທົ່ານັ້ນບໍ? ອຸປະນິໄສອັນຊອບທຳຂອງເຮົາບໍ່ເອື້ອອຳນວຍໃນການເຮັດໃຫ້ມະນຸດເຊື່ອຟັງຢ່າງສົມບູນຫຼາຍຂຶ້ນບໍ? ມັນບໍ່ສາມາດຊ່ວຍມະນຸດໃຫ້ລອດພົ້ນໄດ້ຢ່າງສົມບູນຫຼາຍຂຶ້ນແທ້ບໍ?

ເຖິງແມ່ນວ່າພຣະທຳຂອງເຮົາອາດຈະເຂັ້ມງວດ, ພຣະທໍາທັງໝົດເຫຼົ່ານັ້ນແມ່ນຖືກກ່າວເພື່ອຄວາມລອດພົ້ນຂອງມະນຸດ, ນັ້ນກໍຍ້ອນວ່າ ເຮົາພຽງກ່າວພຣະທຳ ແລະ ບໍ່ໄດ້ລົງໂທດເນື້ອໜັງຂອງມະນຸດ. ພຣະທຳເຫຼົ່ານີ້ເຮັດໃຫ້ມະນຸດດຳລົງຊີວິດຢູ່ໃນແສງສະຫວ່າງ, ເພື່ອຮູ້ວ່າແສງສະຫວ່າງມີຢູ່ຈິງ, ເພື່ອຮູ້ວ່າແສງສະຫວ່າງນັ້ນປະເສີດ ແລະ ຍິ່ງໄປກວ່ານ້ັນ, ກໍເພື່ອຮູ້ວ່າພຣະທຳເຫຼົ່ານີ້ມີປະໂຫຍດຕໍ່ມະນຸດ ແລະ ພ້ອມນັ້ນ ກໍເພື່ອຮູ້ວ່າ ພຣະເຈົ້າຄືຄວາມລອດພົ້ນ. ເຖິງແມ່ນວ່າ ເຮົາໄດ້ກ່າວພຣະທຳຫຼາຍປະການກ່ຽວກັບການຂ້ຽນຕີ ແລະ ການພິພາກສາ, ແຕ່ພຣະທໍາເຫຼົ່ານັ້ນແມ່ນບໍ່ໄດ້ປາກົດໃນຕົວພວກເຈົ້າຢ່າງແທ້ຈິງ. ເຮົາໄດ້ມາເພື່ອປະຕິບັດພາລະກິດຂອງເຮົາ, ເພື່ອກ່າວພຣະທຳຂອງເຮົາ ແລະ ເຖິງແມ່ນວ່າ ພຣະທຳຂອງເຮົາອາດຈະເຂັ້ມງວດ, ພວກມັນກໍຖືກກ່າວເພື່ອພິພາກສາຄວາມເສື່ອມຊາມ ແລະ ການກະບົດຂອງພວກເຈົ້າ. ວັດຖຸປະສົງຂອງເຮົາໃນການເຮັດສິ່ງນີ້ຄືການຊ່ວຍມະນຸດໃຫ້ພົ້ນຈາກການຄວບຄຸມຂອງຊາຕານ; ເຮົາກໍາລັງໃຊ້ພຣະທຳຂອງເຮົາຊ່ວຍມະນຸດໃຫ້ລອດພົ້ນ; ວັດຖຸປະສົງຂອງເຮົາບໍ່ແມ່ນເພື່ອທຳຮ້າຍມະນຸດດ້ວຍພຣະທຳຂອງເຮົາ. ພຣະທຳຂອງເຮົາເຂັ້ມງວດກໍ່ເພື່ອບັນລຸຜົນໃນການປະຕິບັດພາລະກິດຂອງເຮົາ. ມີພຽງຜ່ານການປະຕິບັດພາລະກິດໃນທາງນີ້ເທົ່ານັ້ນມະນຸດຈິ່ງຈະສາມາດຮູ້ຈັກຕົວຕົນຂອງພວກເຂົາເອງ ແລະ ໜີອອກຈາກນິໄສກະບົດຂອງພວກເຂົາໄດ້. ຄວາມໝາຍອັນເລິກເຊິ່ງທີ່ສຸດຂອງພາລະກິດແຫ່ງພຣະທຳແມ່ນເພື່ອອະນຸຍາດໃຫ້ຄົນນໍາເອົາຄວາມຈິງໄປສູ່ການປະຕິບັດຫຼັງຈາກທີ່ໄດ້ເຂົ້າໃຈຄວາມຈິງ, ເພື່ອບັນລຸໃນການປ່ຽນແປງນິໄສຂອງພວກເຂົາ ແລະ ເພື່ອບັນລຸຄວາມຮູ້ກ່ຽວກັບຕົວພວກເຂົາເອງ ແລະ ພາລະກິດຂອງພຣະເຈົ້າ. ມີພຽງການປະຕິບັດພາລະກິດຜ່ານການກ່າວພຣະທໍາເທົ່ານັ້ນຈຶ່ງຈະສາມາດເຮັດໃຫ້ການສື່ສານລະຫວ່າງພຣະເຈົ້າກັບມະນຸດເປັນໄປໄດ້ ແລະ ມີພຽງພຣະທຳເທົ່ານັ້ນທີ່ສາມາດອະທິບາຍຄວາມຈິງໄດ້. ການປະຕິບັດພາລະກິດໃນວິທີນີ້ຄືຫົນທາງທີ່ດີທີ່ສຸດສຳລັບການເອົາຊະນະມະນຸດ; ນອກຈາກການກ່າວພຣະທຳຕ່າງໆແລ້ວ ກໍ່ບໍ່ມີວິທີອື່ນໃດອີກທີ່ສາມາດເຮັດໃຫ້ມະນຸດເຂົ້າໃຈຄວາມຈິງ ແລະ ພາລະກິດຂອງພຣະເຈົ້າໄດ້ຢ່າງຊັດເຈນ. ດັ່ງນັ້ນ ໃນຂັ້ນຕອນສຸດທ້າຍແຫ່ງພາລະກິດຂອງພຣະອົງ, ພຣະເຈົ້າກ່າວຕໍ່ມະນຸດເພື່ອເປີດເຜີຍຄວາມຈິງ ແລະ ຄວາມເລິກລັບທັງໝົດທີ່ພວກເຂົາຍັງບໍ່ເຂົ້າໃຈເທື່ອ, ອະນຸຍາດໃຫ້ພວກເຂົາໄດ້ຮັບເສັ້ນທາງທີ່ແທ້ຈິງ ແລະ ຊີວິດຈາກພຣະເຈົ້າ ແລະ ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ວັດຖຸປະສົງແຫ່ງພາລະກິດຂອງພຣະເຈົ້າກັບມະນຸດແມ່ນເພື່ອໃຫ້ພວກເຂົາສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ມັນຖືກປະຕິບັດເພື່ອນໍາຄວາມລອດພົ້ນມາສູ່ພວກເຂົາ, ສະນັ້ນ ໃນຊ່ວງເວລາທີ່ພຣະອົງຊ່ວຍມະນຸດໃຫ້ລອດພົ້ນ ພຣະອົງບໍ່ໄດ້ປະຕິບັດພາລະກິດໃນການລົງໂທດພວກເຂົາ. ໃນລະຫວ່າງການຊ່ວຍມະນຸດໃຫ້ລອດພົ້ນ, ພຣະເຈົ້າບໍ່ໄດ້ລົງໂທດຄົນຊົ່ວຮ້າຍ ຫຼື ໃຫ້ລາງວັນຄົນດີ ຫຼື ພຣະອົງເປີດເຜີຍຈຸດໝາຍປາຍທາງໃຫ້ກັບທຸກຄົນ. ກົງກັນຂ້າມ, ມີພຽງແຕ່ຫຼັງຈາກທີ່ຂັ້ນຕອນສຸດທ້າຍແຫ່ງພາລະກິດຂອງພຣະອົງສຳເລັດລົງເທົ່ານັ້ນ ພຣະອົງຈິ່ງຈະປະຕິບັດພາລະກິດແຫ່ງການລົງໂທດຄົນຊົ່ວຮ້າຍ ແລະ ມອບລາງວັນໃຫ້ກັບຄົນດີ, ແລ້ວເມື່ອນັ້ນພຣະອົງຈຶ່ງຈະເປີດເຜີຍຈຸດຈົບຂອງທຸກຄົນ. ບັນດາຜູ້ທີ່ຖືກລົງໂທດຈະແມ່ນບັນດາຜູ້ທີ່ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ແລະ ບັນດາຜູ້ທີ່ຖືກຊ່ວຍໃຫ້ລອດພົ້ນຈະແມ່ນບັນດາຜູ້ທີ່ໄດ້ຮັບການໄຖ່ບາບຈາກພຣະເຈົ້າໃນລະຫວ່າງການໄຖ່ບາບມະນຸດຂອງພຣະອົງ. ໃນຂະນະທີ່ພາລະກິດແຫ່ງການໄຖ່ບາບຂອງພຣະເຈົ້າ, ບັນດາຜູ້ທີ່ສາມາດຖືກຊ່ວຍໃຫ້ລອດພົ້ນທັງໝົດຈະຖືກຊ່ວຍໃຫ້ລອດຈົນເຖິງທີ່ສຸດ, ບໍ່ມີໃຜໃນພວກເຂົາທີ່ຈະຖືກປະຖິ້ມ, ເນື່ອງຈາກວ່າວັດຖຸປະສົງຂອງພາລະກິດຂອງພຣະເຈົ້າແມ່ນເພື່ອຊ່ວຍມະນຸດໃຫ້ລອດພົ້ນ. ໃນລະຫວ່າງການໄຖ່ບາບມະນຸດຂອງພຣະເຈົ້າ, ບັນດາຜູ້ທີ່ບໍ່ສາມາດບັນລຸການປ່ຽນແປງນິໄສຂອງພວກເຂົາ ແລະ ບັນດາຜູ້ທີ່ບໍ່ສາມາດເຊື່ອຟັງພຣະເຈົ້າໄດ້ຢ່າງສົມບູນທັງໝົດ, ຈະກາຍເປັນຜູ້ທີ່ຖືກລົງໂທດທັງໝົດ. ໃນຂັ້ນຕອນນີ້ຂອງພາລະກິດ, ພາລະກິດແຫ່ງພຣະທຳຈະເປີດເຜີຍໃຫ້ກັບມະນຸດທຸກເສັ້ນທາງ ແລະ ຄວາມເລິກລັບທີ່ພວກເຂົາບໍ່ເຂົ້າໃຈ, ເພື່ອວ່າ ມະນຸດຈະສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຂໍ້ຮຽກຮ້ອງຂອງພຣະເຈົ້າທີ່ມີຕໍ່ມະນຸດ ແລະ ເພື່ອວ່າ ພວກເຂົາຈະສາມາດມີເງື່ອນໄຂນຳເອົາພຣະທຳຂອງພຣະເຈົ້າໄປປະຕິບັດຕາມ ແລະ ບັນລຸການປ່ຽນແປງນິໄສຂອງພວກເຂົາ. ພຣະເຈົ້າໃຊ້ແຕ່ພຣະທຳເທົ່ານັ້ນໃນການປະຕິບັດພາລະກິດຂອງພຣະອົງ ແລະ ບໍ່ໄດ້ລົງໂທດຄົນຍ້ອນວ່າພວກເຂົາມີການກະບົດພຽງເລັກນ້ອຍ, ຍ້ອນວ່າຕອນນີ້ແມ່ນເວລາຂອງພາລະກິດແຫ່ງຄວາມລອດພົ້ນ. ຖ້າທຸກຄົນທີ່ກະບົດຖືກລົງໂທດ, ກໍ່ຈະບໍ່ມີໃຜທີ່ຈະມີໂອກາດຖືກຊ່ວຍໃຫ້ລອດພົ້ນໄດ້; ພວກເຂົາທັງໝົດຈະຖືກລົງໂທດ ແລະ ຕົກສູ່ແດນມໍລະນາ. ວັດຖຸປະສົງຂອງພຣະທຳໃນການຕັດສິນມະນຸດແມ່ນເພື່ອໃຫ້ພວກເຂົາຮູ້ຈັກຕົວຕົນຂອງພວກເຂົາເອງ ແລະ ຍອມເຊື່ອຟັງພຣະເຈົ້າ; ບໍ່ແມ່ນເພື່ອລົງໂທດພວກເຂົາດ້ວຍການພິພາກສາດັ່ງກ່າວ. ໃນລະຫວ່າງການປະຕິບັດພາລະກິດແຫ່ງພຣະທຳ, ຫຼາຍຄົນຈະເປີດເຜີຍການກະບົດ ແລະ ການຕໍ່ຕ້ານຂອງພວກເຂົາອອກມາ ພ້ອມທັງການບໍ່ເຊື່ອຟັງຂອງພວກເຂົາທີມີຕໍ່ພຣະເຈົ້າຜູ້ບັງເກີດເປັນມະນຸດ. ແຕ່ເຖິງຢ່າງໃດກໍຕາມ ພຣະອົງຈະບໍ່ລົງໂທດຄົນເຫຼົ່ານີ້ທັງໝົດຍ້ອນສິ່ງນີ້, ແຕ່ ກົງກັນຂ້າມ ພຣະອົງພຽງແຕ່ຈະປະຖິ້ມບັນດາຜູ້ທີ່ເສື່ອມຊາມທີ່ສຸດ ແລະ ຜູ້ທີ່ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ພຣະອົງຈະເອົາເນື້ອໜັງຂອງພວກເຂົາໃຫ້ຊາຕານ ແລະ ໃນບາງກໍລະນີ ກໍຈະທໍາລາຍເນື້ອໜັງຂອງພວກເຂົາ. ສ່ວນຄົນທີ່ເຫຼືອແມ່ນຈະສືບຕໍ່ປະຕິບັດຕາມ ແລະ ປະສົບກັບການຈັດການ ແລະ ການລິຮານ. ຖ້າໃນຂະນະທີ່ພວກເຂົາປະຕິບັດຕາມ ພວກເຂົາຍັງບໍ່ສາມາດຍອມຮັບການຈັດການ ແລະ ການລິຮານ ແລະ ກາຍເປັນຄົນເສື່ອມຊາມຂຶ້ນເລື້ອຍໆ, ແລ້ວພວກເຂົາກໍ່ຈະສູນເສຍໂອກາດໃນຄວາມລອດພົ້ນຂອງພວກເຂົາ. ທຸກຄົນທີ່ຍອມຮັບການເອົາຊະນະດ້ວຍພຣະທຳຈະມີໂອກາດພຽງພໍເພື່ອຄວາມລອດພົ້ນ. ການຊ່ວຍຄົນເຫຼົ່ານີ້ໃຫ້ລອດພົ້ນ ຈະສະແດງໃຫ້ພວກເຂົາເຫັນເຖິງຄວາມເມດຕາປານີສູງສຸດຂອງພຣະອົງ. ເວົ້າອີກຢ່າງກໍຄື ພວກເຂົາຈະຖືກສະແດງໃຫ້ເຫັນເຖິງຄວາມອົດທົນສູງສຸດຂອງພຣະເຈົ້າ. ຕາບໃດທີ່ຄົນຫັນຫຼັງໃຫ້ກັບເສັ້ນທາງທີ່ຜິດ, ຕາບໃດທີ່ຄົນສາມາດກັບໃຈ, ພຣະເຈົ້າກໍ່ຈະມອບໂອກາດໃຫ້ພວກເຂົາໄດ້ຮັບຄວາມລອດພົ້ນຂອງພຣະອົງ. ທໍາອິດ ເມື່ອຜູ້ຄົນກະບົດຕໍ່ພຣະເຈົ້າ, ພຣະອົງບໍ່ໄດ້ປາດຖະໜາເຮັດໃຫ້ພວກເຂົາເຖິງແກ່ຄວາມຕາຍ, ແຕ່ກົງກັນຂ້າມ ພຣະເອົງເຮັດທຸກວິທີທາງເພື່ອຊ່ວຍພວກເຂົາໃຫ້ລອດພົ້ນ. ຖ້າຫາກບາງຄົນບໍ່ມີພີ້ນທີ່ສຳລັບຄວາມລອດພົ້ນແທ້ໆ, ແລ້ວພຣະເຈົ້າກໍຈະປະຖິ້ມພວກເຂົາ. ເຫດພົ້ນທີ່ພຣະເຈົ້າຊັກຊ້າໃນການລົງໂທດບາງຄົນກໍ່ຍ້ອນວ່າພຣະອົງຕ້ອງການຊ່ວຍທຸກຄົນທີ່ສາມາດຊ່ວຍໄດ້. ພຣະອົງຕັດສິນ, ໃຫ້ແສງສະຫວ່າງ ແລະ ນຳພາຜູ້ຄົນດ້ວຍພຣະທຳເທົ່ານັ້ນ ແລະ ບໍ່ໄດ້ໃຊ້ໄມ້ຄ້ອນຕີພວກເຂົາໃຫ້ຕາຍ. ການໃຊ້ພຣະທຳເພື່ອຊ່ວຍມະນຸດໃຫ້ລອດພົ້ນແມ່ນວັດຖຸປະສົງ ແລະ ຄວາມໝາຍຂອງຂັ້ນຕອນສຸດທ້າຍຂອງພາລະກິດ.

​ກ່ອນ​ນີ້ :ມີພຽງແຕ່ມະນຸດທີ່ຖືກເຮັດໃຫ້ສົມບູນເທົ່ານັ້ນສາມາດມີຊີວິດທີ່ມີຄວາມໝາຍໄດ້

ຕໍ່​ໄປ:ມະນຸດທີ່ຈໍາກັດພຣະເຈົ້າໃນແນວຄິດຂອງເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?

ທ່ານອາດຈະຍັງມັກ