1. ເປັນຫຍັງລັດຖະບານພັກກອມມູນິດຈີນຈຶ່ງກົດຂີ່ີ ແລະ ຂົມເຫັງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງປ່າເຖື່ອນ
ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:
“ນີ້ແມ່ນຮຸ່ນທີ່ຊົ່ວຮ້າຍ” (ລູກາ 11:29).
“ໂລກທັງໃບນອນຢູ່ໃນຄວາມຊົ່ວຮ້າຍ” (1 ໂຢຮັນ 5:19).
“ແລ້ວນີ້ຄືການກ່າວໂທດ, ແສງສະຫວ່າງໄດ້ເຂົ້າມາສູ່ໂລກ ແລະ ມະນຸດຮັກຄວາມມືດມົວຫຼາຍກວ່າແສງສະຫວ່າງ ເພາະການກະທຳຂອງພວກເຂົາຊົ່ວຮ້າຍ. ຍ້ອນທຸກຄົນທີ່ເຮັດສິ່ງຊົ່ວຮ້າຍກໍກຽດຊັງແສງສະຫວ່າງ ເຂົາຈຶ່ງຈະບໍ່ມາເຖິງແສງສະຫວ່າງ ເພື່ອບໍ່ໃຫ້ການກະທຳຂອງເຂົາຖືກຕຳນິ” (ໂຢຮັນ 3:19-20).
ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:
ການສະແດງອອກຂອງມັງກອນແດງຜູ້ຍິ່ງໃຫຍ່ແມ່ນການຕໍ່ຕ້ານເຮົາ, ການຂາດຄວາມເຂົ້າໃຈ ແລະ ການຂາດການຍັ່ງຮູ້ເຖິງຄວາມໝາຍຂອງພຣະທໍາຂອງເຮົາ, ການຂົ່ມເຫັງເຮົາເປັນປະຈໍາ ແລະ ການສະແຫວງຫາທີ່ຈະໃຊ້ແຜນອຸບາຍ ເພື່ອຂັດຂວາງການຄຸ້ມຄອງຂອງເຮົາ. ຊາຕານແມ່ນຖືກສະແດງອອກດັ່ງນີ້: ການດິ້ນຮົນຍາດອໍານາດຈາກເຮົາ, ຄວາມຕ້ອງການທີ່ຈະຄອບຄອງຜູ້ຄົນທີ່ຖືກເລືອກຂອງເຮົາ ແລະ ການປ່ອຍຖ້ອຍຄໍາທີ່ບໍ່ດີເພື່ອຫຼອກລວງປະຊາຊົນຂອງເຮົາ. ການສະແດງອອກຂອງຜີຮ້າຍ (ຜູ້ທີ່ບໍ່ຍອມຮັບເອົານາມຂອງເຮົາ ແລະ ຜູ້ທີ່ບໍ່ເຊື່ອລ້ວນແລ້ວແຕ່ແມ່ນຜີຮ້າຍ) ແມ່ນມີດັ່ງນີ້: ການປາດຖະໜາຄວາມສຸກທາງເນື້ອໜັງ, ລວມເຖິງການປ່ອຍຕົວໄປກັບຕັນຫາທີ່ຊົ່ວຮ້າຍ, ການດໍາລົງຊີວິດໂດຍເປັນທາດຂອງຊາຕານ, ບາງຄົນຕໍ່ຕ້ານເຮົາ ແລະ ບາງຄົນສະໜັບສະໜູນເຮົາ (ແຕ່ບໍ່ໄດ້ພິສູດວ່າ ພວກເຂົາແມ່ນບຸດຊາຍທີ່ເປັນທີ່ຮັກຂອງເຮົາ). ການສະແດງອອກຂອງອັກຄະເທວະດາແມ່ນມີດັ່ງນີ້: ການເວົ້າອວດດີ, ການຜິດສິນລະທຳ, ການໃຊ້ນໍ້າສຽງຂອງເຮົາເປັນປະຈໍາ ເພື່ອສັ່ງສອນຜູ້ຄົນ, ການສົນໃຈກັບການຮຽນແບບເຮົາທາງພາຍນອກເທົ່ານັ້ນ, ການກິນສິ່ງທີ່ເຮົາກິນ ແລະ ໃຊ້ສິ່ງທີ່ເຮົາໃຊ້; ເວົ້າສັ້ນໆກໍຄື ຄວາມຕ້ອງການທີ່ຈະທຽບເທົ່າກັບເຮົາ, ການມີຄວາມທະເຍີທະຍານ ແຕ່ຂາດຄວາມສາມາດຂອງເຮົາ ແລະ ບໍ່ມີຊີວິດຂອງເຮົາ ແລະ ເປັນສິ່ງທີ່ບໍ່ມີປະໂຫຍດ. ຊາຕານ, ຜີຮ້າຍ ແລະ ອັກຄະເທວະດາແມ່ນການສະແດງອອກທີ່ເປັນຕົວຢ່າງຂອງມັງກອນແດງຜູ້ຍິ່ງໃຫຍ່, ສະນັ້ນ ຜູ້ທີ່ບໍ່ໄດ້ຖືກເຮົາກໍານົດລ່ວງໜ້າ ແລະ ບໍ່ໄດ້ຖືກເລືອກລ້ວນແລ້ວແຕ່ແມ່ນລູກຫຼານຂອງມັງກອນແດງຜູ້ຍິ່ງໃຫຍ່. ມັນເປັນແບບນີ້ແທ້ໆ! ພວກເຫຼົ່ານີ້ທັງໝົດແມ່ນສັດຕູຂອງເຮົາ. (ຢ່າງໃດກໍຕາມ, ການຂັດຂວາງຂອງຊາຕານແມ່ນຖືກແຍກອອກ. ຖ້າທໍາມະຊາດຂອງເຈົ້າແມ່ນຄຸນນະພາບຂອງເຮົາ ກໍບໍ່ມີຜູ້ໃດສາມາດປ່ຽນແປງມັນໄດ້. ຍ້ອນໃນຕອນນີ້ ເຈົ້າຍັງດໍາລົງຊີວິດໃນເນື້ອໜັງ, ເຈົ້າກໍຈະຜະເຊີນກັບການລໍ້ລວງຂອງຊາຕານເປັນຄັ້ງຄາວ. ສິ່ງນີ້ແມ່ນຫຼີກຫຼ່ຽງບໍ່ໄດ້ ແຕ່ເຈົ້າຕ້ອງລະມັດລະວັງຢູ່ຕະຫຼອດ). ດັ່ງນັ້ນ, ເຮົາຈະປະຖິ້ມລູກຫຼານຂອງມັງກອນແດງຜູ້ຍິ່ງໃຫຍ່ອອກຈາກບຸດຊາຍກົກຂອງເຮົາ. ທໍາມະຊາດຂອງພວກເຂົາແມ່ນບໍ່ມີວັນທີ່ຈະສາມາດປ່ຽນແປງໄດ້ ເພາະມັນແມ່ນຄຸນນະພາບຂອງຊາຕານ. ພວກເຂົາສະແດງອອກເຖິງຜີຮ້າຍ ແລະ ມັນແມ່ນຫົວໜ້າທູດສະຫວັນທີ່ພວກເຂົາດໍາລົງຢູ່. ສິ່ງນີ້ຖືກຕ້ອງແທ້ໆ. ມັງກອນແດງຜູ້ຍິ່ງໃຫຍ່ທີ່ເຮົາກ່າວເຖິງບໍ່ແມ່ນມັງກອນແດງໂຕໃຫຍ່; ກົງກັນຂ້າມ ມັນແມ່ນຈິດວິນຍານຊົ່ວຮ້າຍທີ່ຕໍ່ຕ້ານເຮົາ ເຊິ່ງ “ມັງກອນແດງຜູ້ຍິ່ງໃຫຍ່” ແມ່ນຄໍາສັບທີ່ມີຄວາມໝາຍຄືກັນ. ສະນັ້ນ, ຈິດວິນຍານທັງໝົດນອກຈາກພຣະວິນຍານບໍລິສຸດແມ່ນຈິດວິນຍານທີ່ຊົ່ວຮ້າຍ ແລະ ຍັງສາມາດເວົ້າໄດ້ວ່າເປັນລູກຫຼານຂອງມັງກອນແດງຜູ້ຍິ່ງໃຫຍ່. ສິ່ງນີ້ຄວນຈະມີຄວາມຊັດເຈນທີ່ສຸດກັບທຸກຄົນ.
(ຄັດຈາກ “ບົດທີ 96” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)
ເປັນເວລາຫຼາຍພັນປີ ດິນແດນແຫ່ງນີ້ໄດ້ເປັນດິນແດນແຫ່ງຄວາມສົກກະປົກ, ມັນເປື້ອນເຖິງຂັ້ນຮັບບໍ່ໄດ້, ມີຄວາມທຸກທໍລະມານຫຼາຍ, ຜີສາງແລ່ນອາລະວາດທຸກບ່ອນ ທັງໃຊ້ອຸບາຍ ແລະ ຫຼອກລວງ, ກ່າວຫາໂດຍບໍ່ມີຫຼັກຖານ[1], ມີຄວາມອໍາມະຫິດ ແລະ ໂຫດຮ້າຍ, ຢຽບຍໍ່າເມືອງຮ້າງແຫ່ງນີ້ ແລະ ປະໃຫ້ມັນເຕັມໄປດ້ວຍຊາກສົບ; ກິ່ນເໝັນຈາກຄວາມເນົ່າເປື່ອຍປົກຄຸມທົ່ວດິນແດນ ແລະ ແຜ່ລາມທົ່ວເທິງອາກາດ ແລະ ດິນແດນແຫ່ງນີ້ແມ່ນມີການເຝົ້າຍາມຢ່າງໜ້າແໜ້ນ[2]. ໃຜສາມາດເຫັນໂລກທີ່ຢູ່ເໜືອທ້ອງຟ້າ? ຜີຮ້າຍໄດ້ມັດຮ່າງກາຍຂອງມະນຸດທຸກຄົນຢ່າງຫັດແໜ້ນ, ມັນປິດຕາທັງສອງຂອງເຂົາ ແລະ ປິດປາກຂອງເຂົາຢ່າງແໜ້ນ. ກະສັດຂອງພວກຜີຮ້າຍໄດ້ອາລະວາດເປັນເວລາຫຼາຍພັນປີ ຈົນຮອດປະຈຸບັນ ໃນເວລາທີ່ມັນຍັງເຝົ້າເບິ່ງເມືອງຮ້າງ ດັ່ງກັບວ່າ ມັນເປັນພະລາຊະວັງຂອງພວກຜີຮ້າຍທີ່ບໍ່ສາມາດບຸກລຸກເຂົ້າໄດ້; ໃນຂະນະດຽວກັນ ຝູງໝາເຝົ້າຍາມນີ້ກໍຈ້ອງເບິ່ງດ້ວຍສາຍຕາວາດລະແວງ, ມີຄວາມຢ້ານກົວວ່າ ພຣະເຈົ້າຈະຈັບພວກມັນໂດຍທີ່ບໍ່ຮູ້ສຶກຕົວ ແລະ ຈະກວາດລ້າງພວກມັນທັງໝົດ ເຮັດໃຫ້ພວກມັນບໍ່ມີບ່ອນຢູສະຫງົບ ແລະ ມີຄວາມສຸກ. ຜູ້ຄົນຂອງເມືອງຮ້າງແບບນີ້ຈະເຄີຍເຫັນພຣະເຈົ້າໄດ້ແນວໃດ? ພວກເຂົາເຄີຍມີຄວາມສຸກກັບຄວາມເປັນທີ່ຮັກ ແລະ ຄວາມໜ້າຮັກຂອງພຣະເຈົ້າບໍ? ພວກເຂົາສໍານຶກບຸນຄຸນຫຍັງແນ່ ຕໍ່ເລື່ອງຕ່າງໆຂອງໂລກມະນຸດ? ຜູ້ໃດໃນບັນດາພວກເຂົາທີ່ສາມາດເຂົ້າໃຈຄວາມປະສົງອັນແຮງກ້າຂອງພຣະເຈົ້າ? ສະນັ້ນ, ໜ້ອຍຄົນຈິງສົງໄສວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດຍັງຖືກເຊື່ອງຊ້ອນໄວ້ຢ່າງມິດຊິດ: ໃນສັງຄົມມືດແບບນີ້ ເຊິ່ງເປັນບ່ອນທີ່ພວກຜີສາດມີຄວາມໂຫດຮ້າຍ ແລະ ປ່າເຖື່ອນ, ກະສັດຂອງພວກຜີສາດ ທີ່ໄດ້ຂ້າຄົນໂດຍບໍ່ໄດ້ພິບຕາ ຈະທົນຕໍ່ການມີຢູ່ຂອງພຣະເຈົ້າ ຜູ້ທີ່ໜ້າຮັກ, ໃຈດີ ແລະ ຍັງບໍລິສຸດໄດ້ແນວໃດ? ມັນຈະຕົບມື ແລະ ຮ້ອງເຊຍການສະເດັດມາເຖິງຂອງພຣະເຈົ້າໄດ້ແນວໃດ? ພວກຂີ້ຂ້າເຫຼົ່ານີ້ເອີຍ! ພວກເຂົາຕອບແທນຄວາມໃຈດີດ້ວຍຄວາມກຽດຊັງ, ພວກເຂົາໄດ້ດູຖູກພຣະເຈົ້າແຕ່ດົນນານ, ພວກເຂົາຂົ່ມເຫັງພຣະເຈົ້າ, ພວກເຂົາປ່າເຖື່ອນທີ່ສຸດ, ພວກເຂົາບໍ່ນັບຖືພຣະເຈົ້າແມ່ນແຕ່ໜ້ອຍດຽວ, ພວກເຂົາລັກ ແລະ ປຸ້ນ, ພວກເຂົາໄດ້ສູນເສຍສາມັນສໍານຶກທັງໝົດ ແລະ ພວກເຂົາໄດ້ຕໍ່ຕ້ານສາມັນສໍານຶກທັງໝົດ ແລະ ພວກເຂົາໄດ້ລໍ້ລວງໃຫ້ຄົນບໍລິສຸດຂາດສະຕິ. ນີ້ແມ່ນບັນພະບູລຸດຂອງຄົນສະໄໝບູຮານບໍ? ຜູ້ນໍາທີ່ເປັນທີ່ຮັກບໍ? ພວກເຂົາທຸກຄົນຕໍ່ຕ້ານພຣະເຈົ້າ! ການກ້າວກ່າຍຂອງພວກເຂົາໄດ້ເຮັດໃຫ້ທຸກຄົນທີ່ຢູ່ກ້ອງສະຫວັນຕ້ອງຕົກຢູ່ໃນສະພາບແຫ່ງຄວາມມືດ ແລະ ຄວາມສົນລະວົນ! ນີ້ແມ່ນອິດສະຫຼະທາງສາສະໜາບໍ? ນີ້ແມ່ນສິດທີ່ຖືກຕ້ອງຕາມກົດໝາຍ ແລະ ສິດຜົນປະໂຫຍດຂອງປະຊາຊົນບໍ? ສິ່ງເຫຼົ່ານີ້ແມ່ນກົນລວງເພື່ອປົກປິດບາບ! ແມ່ນໃຜໄດ້ຮັບເອົາພາລະກິດຂອງພຣະເຈົ້າ? ແມ່ນໃຜໄດ້ມອບຊີວິດຂອງພວກເຂົາ ຫຼື ສະຫຼະເລືອດຂອງຕົວເອງເພື່ອພາລະກິດຂອງພຣະເຈົ້າ? ຫຼາຍຊົ່ວອາຍຸຄົນ ນັບຈາກພໍ່ແມ່ຫາລູກ, ມະນຸດທີ່ຖືກຈັບໄປເປັນທາດໄດ້ຈັບພຣະເຈົ້າໄປເປັນທາດແບບບໍ່ມີພິທີລີຕອງ ແລ້ວນີ້ຈະບໍ່ເຮັດໃຫ້ມີຄວາມໂມໂຫໄດ້ແນວໃດ? ພັນປີແຫ່ງຄວາມກຽດຊັງແມ່ນຝັງເລິກຢູ່ໃນຫົວໃຈ, ຄວາມບາບໜາເປັນພັນປີແມ່ນຖືກຈາລຶກໃສ່ຫົວໃຈ ແລ້ວນີ້ຈະບໍ່ເຮັດໃຫ້ເກີດມີຄວາມກຽດຊັງໄດ້ແນວໃດ? ຈົ່ງແກ້ແຄ້ນໃຫ້ກັບພຣະເຈົ້າ, ເຮັດໃຫ້ສັດຕູຂອງພຣະອົງດັບສູນໃຫ້ໝົດ, ຢ່າຍອມໃຫ້ມັນແລ່ນອາລະອາດອີກຕໍ່ໄປ ແລະ ຢ່າຍອມໃຫ້ມັນສ້າງຄວາມວຸ້ນວາຍຕາມຄວາມຕ້ອງການຂອງມັນອີກຕໍ່ໄປ! ດຽວນີ້ແມ່ນເຖິງເວລາແລ້ວ: ແຕ່ດົນນານ ມະນຸດໄດ້ເຕົ້າໂຮມກໍາລັງທັງໝົດຂອງເຂົາ, ເຂົາໄດ້ອຸທິດຄວາມພະຍາຍາມທັງໝົດຂອງເຂົາ, ເສຍສະຫຼະທຸກຢ່າງເພື່ອສິ່ງນີ້, ເພື່ອຈີກໃບໜ້າທີ່ເປັນຕາຢ້ານຂອງຜີສາດນີ້ ແລະ ເຮັດໃຫ້ຜູ້ຄົນ ທີ່ຖືກບັງຕາ ແລະ ທີ່ໄດ້ທົນຕໍ່ຄວາມທຸກທໍລະມານ ແລະ ຄວາມລໍາບາກໃນທຸກຮູບແບບ ໄດ້ລຸກຂຶ້ນຈາກຄວາມເຈັບປວດຂອງພວກເຂົາ ແລະ ຫັນຫຼັງຂອງພວກເຂົາໃຫ້ກັບຜີສາດເຖົ້າທີ່ຊົ່ວຮ້າຍນີ້. ເປັນຫຍັງຈິ່ງສ້າງອຸປະສັກທີ່ບໍ່ສາມາດແກ້ໄຂຕໍ່ພາລະກິດຂອງພຣະເຈົ້າ? ເປັນຫຍັງຈິ່ງໃຊ້ເລ່ກົນເພື່ອຫຼອກລວງຄົນຂອງພຣະເຈົ້າ? ອິດສະຫຼະທີ່ແທ້ຈິງ ແລະ ສິດ ແລະ ສິດຜົນປະໂຫຍດທີ່ຖືກຕ້ອງມີຢູ່ໃສ? ຄວາມຍຸຕິທໍາຢູ່ໃສ? ຄວາມສຸກສະບາຍຢູ່ໃສ? ຄວາມອົບອຸ່ນຢູ່ໃສ? ເປັນຫຍັງຈິ່ງໃຊ້ອຸບາຍຫຼອກລວງເພື່ອຕົວະຄົນຂອງພຣະເຈົ້າ? ເປັນຫຍັງຈິ່ງໃຊ້ກໍາລັງເພື່ອຍັບຍັ້ງການສະເດັດມາຂອງພຣະເຈົ້າ? ເປັນຫຍັງຈິ່ງບໍ່ຍອມໃຫ້ພຣະເຈົ້າຄະເນຈອນຢູ່ເທິງແຜ່ນດິນໂລກທີ່ພຣະອົງຊົງສ້າງຂຶ້ນຢ່າງເປັນອິດສະຫຼະ? ເປັນຫຍັງຈິ່ງລົບກວນພຣະເຈົ້າຈົນພຣະອົງບໍ່ມີບ່ອນທີ່ຈະພັກຫົວຂອງພຣະອົງລົງ? ຄວາມອົບອຸ່ນໃນທ່າມກາງມະນຸດຢູ່ໃສ? ການຕ້ອນຮັບໃນທ່າມກາງມະນຸດຢູ່ໃສ? ເປັນຫຍັງຈິ່ງສະແຫວງຫາພຣະເຈົ້າແບບບໍ່ມີຫວັງ? ເປັນຫຍັງຈິ່ງເຮັດໃຫ້ພຣະເຈົ້າຮ້ອງອອກມາຊໍ້າແລ້ວຊໍ້າອີກ? ເປັນຫຍັງຈິ່ງເຮັດໃຫ້ພຣະເຈົ້າກັງວົນກັບບຸດຊາຍທີ່ເປັນທີ່ຮັກຂອງພຣະອົງ? ໃນສັງຄົມມືດນີ້ ເປັນຫຍັງໝາເຝົ້າຍາມທີ່ເປັນຕາສົມເພດຂອງມັນບໍ່ຍອມໃຫ້ພຣະເຈົ້າສະເດັດໄປໆມາໆຢ່າງອິດສະຫຼະທົ່ວໂລກທີ່ພຣະອົງຊົງສ້າງ?
(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (8)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ຄວາມຮູ້ກ່ຽວກັບວັດທະນະທໍາບູຮານໄດ້ລັກເອົາມະນຸດຢ່າງລັບໆຈາກການສະຖິດຂອງພຣະເຈົ້າ ແລະ ມອບເຂົາໃຫ້ແກ່ກະສັດຂອງພວກຜີຮ້າຍ ແລະ ລູກຫຼານຂອງມັນ. ໜັງສືທັງ 4 ແລະ ວັນນະຄະດີຊັ້ນຍອດທັງ 5[ກ] ໄດ້ເອົາຄວາມຄິດ ແລະ ແນວຄວາມຄິດຂອງມະນຸດເຂົ້າສູ່ອີກຍຸກແຫ່ງການກະບົດ ເຮັດໃຫ້ມະນຸດເຊີດຊູຜູ້ທີ່ຂຽນໜັງສື ແລະ ວັນນະຄະດີຊັ້ນຍອດຂອງສາລະບັນເພີ່ມຍິ່ງຂຶ້ນ ແລະ ຜົນຕາມມາກໍຄື ເຮັດໃຫ້ແນວຄວາມຄິດຂອງເຂົາກ່ຽວກັບພຣະເຈົ້າຮ້າຍແຮງຂຶ້ນກວ່າເກົ່າ. ກະສັດຂອງພວກຜີຮ້າຍໄດ້ໂຍນພຣະເຈົ້າອອກຈາກຫົວໃຈຂອງມະນຸດຢ່າງໄຮ້ຄວາມປານີ ໂດຍທີ່ພວກເຂົາບໍ່ຮູ້ຕົວ ແລະ ຫຼັງຈາກນັ້ນ ມັນເອງກໍມາຢູ່ໃນຫົວໃຈຂອງມະນຸດດ້ວຍຄວາມດີອົກດີໃຈຢ່າງມີໄຊຊະນະ. ນັບແຕ່ເວລານັ້ນມາ ມະນຸດແມ່ນຖືກຄອບງໍາໂດຍວິນຍານທີ່ຂີ້ເຮິ ແລະ ຊົ່ວຮ້າຍ ແລະ ດ້ວຍໃບໜ້າຂອງກະສັດຂອງພວກຜີຮ້າຍ. ຄວາມກຽດຊັງພຣະເຈົ້າເຕັມຢູ່ໃນເອິກຂອງເຂົາ ແລະ ຄວາມປອງຮ້າຍຢ່າງຊົ່ວຊ້າຂອງກະສັດຂອງພວກຜີຮ້າຍກໍແຜ່ລ່າມພາຍໃນມະນຸດແຕ່ລະມື້ ຈົນເຂົາຖືກກືນກິນຢ່າງສົມບູນ. ມະນຸດບໍ່ມີອິດສະຫຼະອີກຕໍ່ໄປ ແລະ ບໍ່ມີທາງຫຼຸດພົ້ນອອກຈາກການພົວພັນຢ່າງແໜ້ນຂອງກະສັດຂອງພວກຜີຮ້າຍໄດ້. ມະນຸດບໍ່ມີທາງເລືອກນອກຈາກຖືກຈັບກຸມຢູ່ກັບບ່ອນ, ຍອມຈໍານົນຕໍ່ມັນ ແລະ ລົ້ມລົງຍອມອ່ອນນ້ອມຢູ່ຕໍ່ໜ້າມັນ. ດົນນານມາແລ້ວ ເມື່ອຫົວໃຈ ແລະ ຈິດວິນຍານຂອງມະນຸດຍັງຢູ່ໃນໄວເດັກ, ກະສັດຂອງພວກຜີຮ້າຍໄດ້ປູກເມັດພືດຂອງກ້ອນເນື້ອແຫ່ງລັດທິເທວະນິຍົມໃສ່ໃນຫົວໃຈ ແລະ ຈິດວິນຍານຂອງເຂົາ, ສອນຄວາມຄິດຜິດໆໃຫ້ກັບເຂົາເຊັ່ນ: “ການສຶກສາວິທະຍາສາດ ແລະ ເຕັກໂນໂລຊີ; ຮັບຮູ້ນະໂຍບາຍ 4 ທັນສະໄໝ; ແລະ ໃນໂລກນີ້ບໍ່ມີພຣະເຈົ້າ”. ບໍ່ພຽງແຕ່ເທົ່ານັ້ນ ມັນຍັງປະກາດຊໍ້າແລ້ວຊໍ້າອີກວ່າ: “ໃຫ້ພວກເຮົາອາໄສແຮງງານອັນດຸໝັ່ນຂອງພວກເຮົາເພື່ອສ້າງບ້ານເກີດເມືອງນອນທີ່ສວຍງາມ” ໂດຍຮ້ອງຂໍໃຫ້ທຸກຄົນກຽມພ້ອມແຕ່ໄວເດັກ ເພື່ອຮັບໃຊ້ປະເທດຊາດຂອງພວກເຂົາຢ່າງຊື່ສັດ. ມະນຸດຖືກນໍາມາຢູ່ຕໍ່ໜ້າມັນໂດຍທີ່ບໍ່ຮູ້ຕົວ ເຊິ່ງມັນແອບອ້າງສິດເອົາຄວາມດີຄວາມຊອບໃຫ້ກັບຕົວເອງໂດຍບໍ່ລັງເລໃຈ (ໝາຍເຖິງຄວາມດີຄວາມຊອບຂອງພຣະເຈົ້າສໍາລັບການຖືມະນຸດຊາດທັງໝົດຢູ່ໃນມືຂອງພຣະອົງ). ມັນບໍ່ເຄີຍມີຄວາມຮູ້ສຶກລະອາຍໃຈ. ຍິ່ງໄປກວ່ານັ້ນ, ມັນຍັງໄດ້ຈັບກຸມເອົາຄົນຂອງພຣະເຈົ້າ ແລະ ລາກພວກເຂົ້າກັບໄປເຮືອນຂອງມັນ ໂດຍບໍ່ລະອາຍໃຈ, ກົງກັນຂ້າມມັນໂດດຂຶ້ນໂຕະຄືກັບໂຕໜູ ແລະ ໃຫ້ມະນຸດບູຊາມັນຄືກັບພຣະເຈົ້າ. ຈັ່ງແມ່ນມັນຊ່າງສິ້ນຄິດແທ້ໆ! ມັນຮ້ອງຢ່າງອັບປະຍົດທີ່ໜ້າຕົກໃຈອອກມາວ່າ: “ບໍ່ມີພຣະເຈົ້າໃນໂລກ. ລົມມາຈາກການວິວັດທະນາການອີງຕາມກົດເກນທາງທໍາມະຊາດ; ຝົນຕົກເມື່ອມີອາຍນໍ້າທີ່ປະທະກັບຄວາມເຢັນ ແລ້ວກັ່ນເປັນລະອອງນໍ້າທີ່ຕົກລົງສູ່ແຜ່ນດິນໂລກ; ແຜ່ນດິນໄຫວແມ່ນການສັ່ນສະເທືອນຂອງພື້ນແຜ່ນດິນໂລກຍ້ອນການປ່ຽນແປງທາງພູມສາດ; ຄວາມແຫ້ງແລ້ງແມ່ນມາຈາກຄວາມແຫ້ງໃນອາກາດທີ່ເກີດຈາກການແຕກຂອງພະລັງປະລະມະນູໃນໜ້າພື້ນຂອງດວງຕາເວັນ. ນີ້ແມ່ນປະກົດການທາງທໍາມະຊາດ. ແລ້ວໃນທຸກສິ່ງນີ້ ມີສ່ວນໃດທີ່ເປັນການກະທໍາຂອງພຣະເຈົ້າບໍ?” ມີຜູ້ຄົນເຖິງກັບຮ້ອງອອກເປັນຄໍາຖະແຫຼງການຄືກັບຄໍາຖະແຫຼງການດັ່ງຕໍ່ໄປນີ້ທີ່ບໍ່ຄວນຮ້ອງອອກມາ ວ່າ: “ໃນບູຮານຕະການມາ ມະນຸດແມ່ນວິວັດທະນາການມາຈາກທະນີ ແລະ ໂລກໃນປັດຈຸບັນແມ່ນສືບທອດມາຈາກສັງຄົມບູຮານປະມານພັນລ້ານປີຜ່ານມາ. ປະເທດຊາດຈະຮຸ່ງເຮືອງ ຫຼື ລົ້ມຈົມ ທັງໝົດແມ່ນອາໄສມືຂອງປະຊາຊົນ”. ໃນເບື້ອງຫຼັງແລ້ວ ມັນເຮັດໃຫ້ມະນຸດຫ້ອຍມັນໄວ້ຢູ່ເທິງຝາ ແລະ ວາງມັນໄວ້ເທິງໂຕະ ເພື່ອບູຊາ ແລະ ຖວາຍເຄື່ອງບູຊາໃຫ້ກັບມັນ. ໃນຂະນະດຽວກັນມັນກໍຮ້ອງວ່າ: “ບໍ່ມີພຣະເຈົ້າ”, ມັນແຕ່ງຕັ້ງມັນເອງເປັນພຣະເຈົ້າ ໂດຍຍູ້ພຣະເຈົ້າອອກຈາກຂອບເຂດຂອງແຜ່ນດິນໂລກຢ່າງຮຸນແຮງ ໃນຂະນະທີ່ຢືນຢູ່ບ່ອນຂອງພຣະເຈົ້າ ແລະ ຮັບໜ້າທີ່ເປັນກະສັດຂອງພວກຜີຮ້າຍ. ຈັ່ງແມ່ນໄຮ້ເຫດຜົນແທ້ໆ! ມັນເຮັດໃຫ້ຄົນກຽດຊັງມັນຈົນເຂົ້າກະດູກດໍາ. ເບິ່ງຄືກັບວ່າ ພຣະເຈົ້າ ແລະ ມັນຄືຄູ່ສັດຕູສາບານກັນ ແລະ ທັງສອງບໍ່ສາມາດຢູ່ຮ່ວມກັນໄດ້. ມັນວາງອຸບາຍຂັບໄລ່ພຣະເຈົ້າໜີ ໃນຂະນະທີ່ມັນໄປມາຢ່າງເປັນອິດສະຫຼະ ແລະ ຢູ່ເໜືອກົດໝາຍ.[3] ຈັ່ງແມ່ນມັນເປັນກະສັດຂອງພວກຜີຮ້າຍແທ້ໆ! ຈະສາມາດອົດທົນຕໍ່ການມີຢູ່ຂອງມັນໄດ້ແນວໃດ? ມັນຈະບໍ່ເຊົາຈົນກວ່າມັນໄດ້ເຮັດໃຫ້ພາລະກິດຂອງພຣະເຈົ້າພິນາດລົງ ແລະ ປ່ອຍໃຫ້ພາລະກິດທັງໝົດນັ້ນຢູ່ໃນຄວາມສັບສົນວຸ້ນວາຍຢ່າງສິ້ນເຊີງ[4] ຄືກັບວ່າ ມັນຕ້ອງການຕໍ່ຕ້ານພຣະເຈົ້າຈົນເຖິງທີ່ສຸດ ຈົນກວ່າວ່າ ປາຈະຕາຍ ຫຼື ແຫຈະຂາດ, ຕັ້ງຕົນເປັນປໍລະປັກຕໍ່ພຣະເຈົ້າຢ່າງຕັ້ງໃຈ ແລະ ຍັບເຂົ້າໃກ້ພຣະອົງຫຼາຍຂຶ້ນ. ໃບໜ້າທີ່ເປັນຕາຊັງຂອງມັນ ແມ່ນຖືກຖອດໜ້າກາກອອກຢ່າງສິ້ນເຊີງແຕ່ດົນນານແລ້ວ, ຕອນນີ້ ມັນມີຮອຍຊໍ້າ ແລະ ຖືກຕີ[5] ແລະ ໃນສະພາບທີ່ໂສກເສົ້າເສຍໃຈ ມັນກໍຍັງບໍ່ລົດລະຄວາມກຽດຊັງຂອງມັນຕໍ່ພຣະເຈົ້າ ຄືກັບວ່າ ໂດຍກືນກິນພຣະເຈົ້າພຽງໃນຄໍາດຽວ ມັນກໍຈະສາມາດບັນເທົາຄວາມກຽດຊັງທີ່ຂັງຢູ່ໃນໃຈຂອງມັນໄດ້ແລ້ວ. ພວກເຮົາຈະສາມາດອົດທົນກັບມັນຜູ້ເປັນສັດຕູທີ່ເປັນຕາຊັງຂອງພຣະເຈົ້ານີ້ໄດ້ແນວໃດ! ມີແຕ່ການກໍາຈັດ ແລະ ການທໍາລາຍລ້າງມັນຢ່າງສິ້ນເຊີງເທົ່ານັ້ນທີ່ຈະເຮັດໃຫ້ຄວາມປາດຖະໜາຂອງຊີວິດພວກເຮົາເກີດໝາກຜົນ. ມັນໄດ້ຮັບອະນຸຍາດໃຫ້ແລ່ນອາລະວາດໄດ້ແນວໃດ? ມັນໄດ້ເຮັດໃຫ້ມະນຸດເສື່ອຊາມຈົນເຖິງລະດັບທີ່ວ່າ ມະນຸດບໍ່ຮູ້ຈັກຕາເວັນແຫ່ງສະຫວັນ ແລະ ໄດ້ກາຍເປັນຄົນຕາຍດ້ານ ແລະ ຂາດຄວາມຮູ້ສຶກ. ມະນຸດໄດ້ສູນເສຍເຫດຜົນຂອງມະນຸດປົກກະຕິ. ເປັນຫຍັງຈຶ່ງບໍ່ເສຍສະຫຼະຊີວິດທັງໝົດຂອງພວກເຮົາເພື່ອທໍາລາຍ ແລະ ຈູດເຜົາມັນ ເພື່ອກໍາຈັດຄວາມກັງວົນໃນອະນາຄົດ ແລະ ເຮັດໃຫ້ພາລະກິດຂອງພຣະເຈົ້າໄປເຖິງຈຸດແຫ່ງຄວາມງົດງາມທີ່ບໍ່ເຄີຍເກີດຂຶ້ນມາກ່ອນໄວຂຶ້ນ? ກຸ່ມຄົນຊົ່ວດັ່ງກ່າວນີ້ໄດ້ມາຢູ່ທ່າມກາງໂລກມະນຸດ ແລະ ເຮັດໃຫ້ມີຄວາມວຸ້ນວາຍ. ພວກເຂົາໄດ້ນໍາເອົາມະນຸດທຸກຄົນໄປໄວ້ຢູ່ເທິງໜ້າຜາ ແລະ ວາງກົນອຸບາຍຢ່າງລັບໆ ເພື່ອຍູ້ພວກເຂົາລົງໃຫ້ແຕກຫັກເປັນເສດສ່ວນ ແລະ ກິນຊາກສົບຂອງພວກເຂົາ. ພວກເຂົາຫວັງຢ່າງໄຮ້ປະໂຫຍດທີ່ຈະມ້າງເພແຜນການຂອງພຣະເຈົ້າ ແລະ ຕໍ່ສູ້ກັບພຣະອົງ ໂດຍເດີມພັນທຸກສິ່ງດ້ວຍການໂຍນໝາກຄະລອກເທື່ອດຽວ.[6] ສິ່ງນີ້ບໍ່ໄດ້ງ່າຍເລີຍ! ຄວາມຈິງແລ້ວ, ໄມ້ກາງແຂນໄດ້ກຽມໄວ້ແລ້ວສໍາລັບກະສັດຂອງພວກຜີຮ້າຍທີ່ມີຄວາມຜິດອາຊະຍາກໍາທີ່ຮ້າຍແຮງທີ່ສຸດ. ພຣະເຈົ້າບໍ່ໄດ້ຢູ່ກັບໄມ້ກາງແຂນ, ພຣະອົງໄດ້ໂຍນຖິ້ມມັນໄວ້ທາງຂ້າງເພື່ອຜີຮ້າຍແລ້ວ. ພຣະເຈົ້າໄດ້ຮັບໄຊຊະນະແຕ່ດົນມາແລ້ວ ແລະ ບໍ່ໄດ້ຮູ້ສຶກໂສກເສົ້າກັບຄວາມບາບຂອງມະນຸດຊາດອີກຕໍ່ໄປ, ແຕ່ພຣະອົງຈະນໍາເອົາຄວາມລອດພົ້ນມາສູ່ມະນຸດຊາດທັງໝົດ.
(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (7)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ຈາກເບື້ອງເທິງຫາເບື້ອງລຸ່ມ ແລະ ຈາກຕອນເລີ່ມຕົ້ນຫາຕອບຈົບ, ຊາຕານໄດ້ລົບກວນພາລະກິດຂອງພຣະເຈົ້າ ແລະ ປະພຶດໃນທາງກົງກັນຂ້າມກັບພຣະອົງ. ການເວົ້າກ່ຽວກັບ “ມໍລະດົກທາງວັດທະນະທໍາບູຮານ”, ການໃຫ້ຄຸນຄ່າ “ຄວາມຮູ້ກ່ຽວກັບວັດທະນາທໍາບູຮານ”, “ການສັ່ງສອນຂອງລັດທິເຕົ໋າ ແລະ ຂົງຈື້” ແລະ “ວັນນະຄະດີຊັ້ນຍອດຂອງຂົງຈື້ ແລະ ພິທີການຂອງສັກດີນາ” ທຸກສິ່ງນີ້ໄດ້ນໍາພາມະນຸດໄປສູ່ນາຮົກ. ວິທະຍາສາດ ແລະ ເຕັກໂນໂລຊີທີ່ທັນສະໄໝໃນປັດຈຸບັນ ພ້ອມກັບອຸດສາຫະກໍາ, ກະສິກໍາ ແລະ ທຸລະກິດທີ່ມີການພັດທະນາຢ່າງສູງ ແມ່ນບໍ່ມີໃຫ້ເຫັນຢູ່ຈັກບ່ອນເລີຍ. ກົງກັນຂ້າມ, ທຸກສິ່ງທີ່ມັນເຮັດແມ່ນເນັ້ນໃສ່ພິທິການຂອງສັກດີນາທີ່ເຜີຍແຜ່ໂດຍ “ທະນີ” ຂອງສະໄໝບູຮານເພື່ອຈົງໃຈລົບກວນ, ຕໍ່ຕ້ານ ແລະ ທໍາລາຍພາລະກິດຂອງພຣະເຈົ້າ. ມັນບໍ່ພຽງແຕ່ສືບຕໍ່ເຮັດໃຫ້ມະນຸດເຈັບປວດຈົນຮອດປັດຈຸບັນ ແຕ່ມັນຍັງຕ້ອງການກືນກິນ[7] ມະນຸດທັງໝົດ. ການເຜີຍແຜ່ຄໍາສອນດ້ານສົມບັດສິນທໍາ ແລະ ຈັນຍາບັນຂອງສັກດີນາ ແລະ ການຖ່າຍທອດຄວາມຮູ້ກ່ຽວກັບວັດທະນະທໍາບູຮານໄດ້ສົ່ງຜົນກະທົບຕໍ່ມະນຸດແຕ່ດົນນານມາແລ້ວ ແລະ ໄດ້ຫັນປ່ຽນມະນຸດໄປເປັນມານຮ້າຍທັງໃຫຍ່ ແລະ ນ້ອຍ. ມີຄົນຈໍານວນໜ້ອຍທີ່ຈະຍິນດີຕ້ອນຮັບພຣະເຈົ້າ ແລະ ຕ້ອນຮັບການສະເດັດມາຂອງພຣະເຈົ້າຢ່າງດີອົກດີໃຈ. ໃບໜ້າຂອງມະນຸດທຸກຄົນແມ່ນເຕັມໄປດ້ວຍເຈດຕະນາຄາດຕະກໍາ ແລະ ຢູ່ທຸກບ່ອນກໍມີແຕ່ລົມຫາຍໃຈແຫ່ງການເຂັ່ນຂ້າກະຈາຍໄປທົ່ວອາກາດ. ພວກເຂົາຕ້ອງການຢາກຂັບໄລ່ພຣະເຈົ້າອອກຈາກດິນແດນແຫ່ງນີ້; ພວກເຂົາຈັດແຈງໂຕເອງໃນຖັນແຖວຂອງການຕໍ່ສູ້ເພື່ອ “ທໍາລາຍລ້າງ” ພຣະເຈົ້າດ້ວຍມີດ ແລະ ງ້າວທີ່ຢູ່ໃນມື. ໃນທົ່ວດິນແດນແຫ່ງຜີຮ້າຍນີ້, ມະນຸດຖືກສອນຢູ່ຕະຫຼອດວ່າ ບໍ່ມີພຣະເຈົ້າ, ມີແຕ່ພະທຽມແຜ່ລາມໄປທົ່ວ ແລະ ໃນອາກາດກໍກະຈາຍໄປດ້ວຍກິ່ນອາຍແຫ່ງຄວາມວິນວຽນປວດຮາກຈາກການຈູດເຈ້ຍ ແລະ ທູບ ເຊິ່ງຄວັນກຸ້ມຈົນຫາຍໃຈບໍ່ອອກ. ມັນຄືກັບວ່າ ເປັນກິ່ນເໝັນຂອງຂີ້ຕົມທີ່ປົກຫຸ້ມດ້ວຍການບິດມ້ວນໂຕຂອງງູພິດໃຫຍ່, ເປັນກິ່ນທີ່ເໝັນຫຼາຍຈົນຜູ້ຄົນບໍ່ສາມາດເຊົາຮາກໄດ້. ນອກຈາກນີ້ແລ້ວ, ຍັງສາມາດໄດ້ຍິນສຽງຄ່ອຍໆຂອງພວກຜີສາດທີ່ຊົ່ວຮ້າຍສວດຄໍາພີ ເຊິ່ງຄືກັບວ່າ ເປັນສຽງດັງມາແຕ່ໄກໆໃນນາຮົກ, ເປັນສຽງດັງຫຼາຍຈົນຜູ້ຄົນບໍ່ສາມາດເຊົາສັ່ນເຊັນໄດ້. ທົ່ວດິນແດນແຫ່ງນີ້ ມີຮູບປັ້ນບູຊາທຸກສີຂອງສາຍຮຸ້ງກະຈາຍໄປທົ່ວ ເຊິ່ງຜັນປ່ຽນດິນແດນນີ້ໄປເປັນໂລກແຫ່ງຄວາມເບິກບານ ໃນຂະນະທີ່ກະສັດຂອງພວກຜີຮ້າຍຫົວເຍາະເຍີ້ຍຢູ່ຢ່າງຊົ່ວຊ້າ ຄືກັບວ່າ ແຜນການທີ່ຊົ່ວຮ້າຍຂອງມັນໄດ້ປະສົບຜົນສໍາເລັດແລ້ວ. ໃນຂະນະດຽວກັນນັ້ນ, ມະນຸດແມ່ນຍັງບໍ່ຮູ້ຫຍັງເລີຍ ແລະ ເຂົາບໍ່ຮູ້ເລີຍວ່າ ຜີຮ້າຍໄດ້ເຮັດໃຫ້ເຂົາເສື່ອມຊາມຈົນເຖິງລະດັບທີ່ວ່າ ເຂົາໄດ້ກາຍເປັນຄົນໄຮ້ສະຕິ ແລະ ໄດ້ແຕ່ເຮັດເປັນຄໍຕົກຍອມຮັບໃນຄວາມຜ່າຍແພ້. ມັນປາດຖະໜາທີ່ຈະກວາດລ້າງທຸກສິ່ງທີ່ເປັນຂອງພຣະເຈົ້າດ້ວຍການໂຈມຕີຄັ້ງດຽວ ແລະ ເພື່ອເສື່ມຊາມພຣະອົງ ແລະ ສັງຫານພຣະອົງອີກຄັ້ງ; ມັນຕັ້ງໃຈທໍາລາຍ ແລະ ລົບກວນພາລະກິດຂອງພຣະອົງ. ມັນສາມາດເຮັດໃຫ້ພຣະເຈົ້າມີສະຖານະທຽບເທົ່າກັບມັນໄດ້ແນວໃດ? ມັນສາມາດທົນຕໍ່ການທີ່ພຣະເຈົ້າ “ແຊກແຊງ” ວຽກງານຂອງມັນໃນທ່າມກາງມະນຸດໄດ້ແນວໃດ? ມັນສາມາດຍອມໃຫ້ພຣະເຈົ້າເປີດໜ້າກາກອອກຈາກໃບໜ້າອັນເປັນຕາຊັງຂອງມັນໄດ້ແນວໃດ? ມັນສາມາດຍອມໃຫ້ພຣະເຈົ້າເຮັດໃຫ້ວຽກງານຂອງມັນແຕກກະຈາຍໄດ້ແນວໃດ? ຜີຮ້າຍນີ້ ທີ່ເຕັມໄປດ້ວຍຄວາມໂມໂຫຢ່າງແຮງ ສາມາດຍອມໃຫ້ພຣະເຈົ້າຄວບຄຸມສະໜາມໜ້າບ້ານຂອງມັນຢູ່ເທິງແຜ່ນດິນໂລກໄດ້ແນວໃດ? ມັນຈະສາມາດເຕັມໃຈຂາບລົງຕໍ່ລິດທານຸພາບອັນສູງສົ່ງຂອງພຣະອົງໄດ້ແນວໃດ? ໃບໜ້າທີ່ເປັນຕາຊັງຂອງມັນຖືກເປີດເຜີຍຕາມສິ່ງທີ່ມັນເປັນ ດັ່ງນັ້ນຜູ້ຄົນຈິ່ງບໍ່ຮູ້ວ່າ ຈະຫົວ ຫຼື ຈະໄຫ້ດີ ແລະ ມັນກໍຍາກທີ່ຈະເວົ້າເຖິງສິ່ງນີ້ແທ້ໆ. ນີ້ບໍ່ແມ່ນທາດແທ້ຂອງມັນບໍ? ດ້ວຍຈິດວິນຍານທີ່ຂີ້ຮ້າຍ, ມັນຍັງເຊື່ອວ່າ ມັນງາມຈົນເຫຼືອເຊື່ອ. ກຸ່ມຜູ້ສົມຮູ້ຮ່ວມຄິດໃນອາຊະຍາກໍານີ້![8] ພວກເຂົາມາຢູ່ໂລກມະນຸດເພື່ອເພີດເພີນກັບຄວາມສຸກ ແລະ ສ້າງຄວາມວຸ້ນວາຍ, ກໍ່ຄວາມວຸ້ນວາຍຢ່າງແຮງຈົນໂລກກາຍເປັນໂລກທີ່ບໍ່ມີຄວາມແນ່ນອນ ແລະ ບໍ່ໝັ້ນຄົງ; ຫົວໃຈຂອງມະນຸດກໍເຕັມໄປດ້ວຍຄວາມຕື່ນຕົກໃຈ ແລະ ຄວາມບໍ່ສະບາຍໃຈ; ພວກເຂົາໄດ້ລໍ້ຫລິ້ນກັບມະນຸດຫຼາຍເກີນໄປຈົນລັກສະນະຂອງເຂົາໄດ້ກາຍເປັນສັດຮ້າຍທີ່ໄຮ້ມະນຸດສະທໍາແຫ່ງທົ່ງຫຍ້າທີ່ຂີ້ຮ້າຍທີ່ສຸດ ແລະ ຈາກສິ່ງນັ້ນ ຮ່ອງຮອຍສຸດທ້າຍຂອງມະນຸດຜູ້ທີ່ບໍລິສຸດດັ່ງເດີມກໍໄດ້ສູນເສຍໄປ. ຍິ່ງໄປກວ່ານັ້ນ ພວກເຂົາຍັງປາດຖະໜາທີ່ຈະຮັບເອົາອໍານາດອະທິປະໄຕຢູ່ເທິງແຜ່ນດິນໂລກ. ພວກເຂົາຂັດຂວາງພາລະກິດຂອງພຣະເຈົ້າຢ່າງໜັກຈົນວ່າພາລະກິດນັ້ນເກືອບບໍ່ສາມາດເຄື່ອນໄຫວໄປຂ້າງໜ້າໄດ້ ແລະ ພວກເຂົາໄດ້ປິດກັ້ນມະນຸດຢ່າງໜາແໜ້ນດັ່ງກໍາແພງທອງແດງ ແລະ ເຫຼັກ. ເມື່ອໄດ້ເຮັດບາບໜາສາຫັດຢ່າງໜັກ ແລະ ສ້າງຄວາມພິນາດຢ່າງຫຼວງຫຼາຍ ແລ້ວພວກເຂົາຍັງຄາດຫວັງທີ່ຈະໄດ້ຮັບສິ່ງອື່ນນອກຈາກການຂ້ຽນຕີຢູ່ບໍ? ພວກຜີສາດ ແລະ ວິນຍານຊົ່ວຮ້າຍໄດ້ແລ່ນອາລະວາດຢູ່ເທິງແຜ່ນດິນໂລກເປັນເວລາດົນນານ ແລະ ໄດ້ປິດກັ້ນຄວາມປະສົງ ແລະ ຄວາມພະຍາຍາມຢ່າງເຈັບປວດຂອງພຣະເຈົ້າຢ່າງປຶກໜາຈົນບໍ່ສາມາດເຈາະຜ່ານພວກມັນໄດ້. ຈັ່ງແມ່ນເປັນຄວາມຜິດບາບຂອງມະນຸດແທ້ໆ! ພຣະເຈົາຈະບໍ່ຮູ້ສຶກກັງວົນໃຈໄດ້ແນວໃດ? ພຣະເຈົ້າຈະບໍ່ຮູ້ສຶກໂກດຮ້າຍໄດ້ແນວໃດ? ພວກເຂົາໄດ້ຂັດຂວາງ ແລະ ຕໍ່ຕ້ານພາລະກິດຂອງພຣະເຈົ້າຢ່າງຮ້າຍແຮງ: ຊ່າງກະບົດແທ້ໆ!
(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (7)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ຊາຕານສ້າງຊື່ສຽງຂອງມັນຈາກການຫຼອກລວງຜູ້ຄົນ ແລະ ຕັ້ງມັນເອງໃຫ້ເປັນແນວໜ້າ ແລະ ແບບຢ່າງແຫ່ງຄວາມຊອບທຳຢູ່ຕະຫຼອດເວລາ. ພາຍໃຕ້ການທຳທ່າປົກປັກຮັກສາຄວາມຊອບທຳ, ມັນທຳຮ້າຍຜູ້ຄົນ, ກືນກິນວິນຍານຂອງພວກເຂົາ ແລະ ໃຊ້ທຸກວິທີການເພື່ອເຮັດໃຫ້ມະນຸດເຢັນຊາ, ຫຼອກລວງ ແລະ ຍຸແຍ່ມະນຸດ. ເປົ້າໝາຍຂອງມັນກໍເພື່ອເຮັດໃຫ້ມະນຸດເຫັນດີ ແລະ ເຮັດຕາມຄວາມປະພຶດທີ່ຊົ່ວຮ້າຍຂອງມັນ, ເພື່ອເຮັດໃຫ້ມະນຸດເຂົ້າຮ່ວມກັບມັນໃນການຕໍ່ຕ້ານສິດອຳນາດ ແລະ ອຳນາດໃນການປົກຄອງຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ເມື່ອຜູ້ຄົນເຫັນກົນອຸບາຍ ແລະ ແຜນການຊົ່ວຮ້າຍຂອງມັນ ແລະ ເຫັນລັກສະນະທີ່ຊົ່ວຊ້າຂອງມັນ ແລະ ເມື່ອຜູ້ຄົນບໍ່ປາຖະໜາທີ່ຈະຖືກມັນຢຽບຢໍ່າ ແລະ ຫຼອກລວງ ຫຼື ສືບຕໍ່ເປັນທາດຂອງມັນ ຫຼື ຖືກລົງໂທດ ແລະ ທຳລາຍໄປພ້ອມກັບມັນ, ຊາຕານກໍປ່ຽນຮູບລັກສະນະທີ່ມີຄວາມເມດຕາຂອງມັນ ແລະ ຈີກໜ້າກາກຈອມປອມຂອງມັນນັ້ນອອກເພື່ອເປີດເຜີຍໃບໜ້າທີ່ແທ້ຈິງຂອງມັນ ເຊິ່ງຊົ່ວຮ້າຍ, ໂຫດຮ້າຍ, ຂີ້ຮ້າຍ ແລະ ປ່າເຖື່ອນ. ມັນບໍ່ໄດ້ຮັກຫຍັງຫຼາຍໄປກວ່າການທຳລາຍລ້າງທຸກຄົນທີ່ປະຕິເສດທີ່ຈະຕິດຕາມມັນ ແລະ ຜູ້ທີ່ຕໍ່ຕ້ານກອງກຳລັງທີ່ຊົ່ວຮ້າຍຂອງມັນ. ໃນຈຸດນີ້ ຊາຕານບໍ່ສາມາດມີລັກສະນະທີ່ເຊື່ອຖືໄດ້ ແລະ ບໍ່ແມ່ນສຸພາບບຸລຸດອີກຕໍ່ໄປ; ກົງກັນຂ້າມ ຮູບລັກສະນະທີ່ຂີ້ຮ້າຍ ແລະ ມານຮ້າຍຢ່າງແທ້ຈິງຂອງມັນຖືກເປີດເຜີຍພາຍໃຕ້ເຄື່ອງນຸ່ງແກະຂອງມັນ. ຫຼັງຈາກທີ່ກົນອຸບາຍຂອງຊາຕານຖືກນໍາມາສູ່ແສງສະຫວ່າງ ແລະ ລັກສະນະທີ່ແທ້ຈິງຂອງມັນຖືກເປີດເຜີຍອອກ, ມັນກໍຈະໃຈຮ້າຍຂຶ້ນທັນທີທັນໃດ ແລະ ເປີດເຜີຍຄວາມໂຫດຮ້າຍປ່າເຖື່ອນຂອງມັນ. ຫຼັງຈາກນີ້, ຄວາມປາຖະໜາຂອງມັນທີ່ຈະທຳຮ້າຍ ແລະ ກືນກິນຜູ້ຄົນກໍຈະເພີ່ມທະວີຂຶ້ນ. ມັນໃຈຮ້າຍກໍຍ້ອນວ່າ ມະນຸດຕື່ນຂຶ້ນມາສູ່ຄວາມຈິງ ແລະ ມັນສ້າງຄວາມອາຄາດຢ່າງຮຸນແຮງຕໍ່ມະນຸດ ເພາະວ່າມະນຸດຕ້ອງການຄວາມເປັນອິດສະຫຼະພາບ, ຕ້ອງການ ແສງສະຫວ່າງ ແລະ ປົດປ່ອຍອອກຈາການຄຸມຂັງຂອງມັນ. ຄວາມໃຈຮ້າຍຂອງມັນແມ່ນມີເຈດຕະນາເພື່ອປ້ອງກັນ ແລະ ສົ່ງເສີມຄວາມຊົ່ວຮ້າຍຂອງມັນ ແລະ ມັນຍັງເປັນການເປີດເປີຍເຖິງທຳມະຊາດທີ່ປ່າເຖື່ອນຂອງມັນຢ່າງແທ້ຈິງ.
ໃນທຸກໆເລື່ອງ, ພຶດຕິກຳຂອງຊາຕານເປີດເຜີຍເຖິງທຳມະຊາດທີ່ຊົ່ວຮ້າຍຂອງມັນ. ຈາກບັນດາການກະທຳທີ່ຊົ່ວຮ້າຍທັງໝົດທີ່ຊາຕານໄດ້ປະຕິບັດໃນມະນຸດ, ຈາກຄວາມພະຍາຍາມຄັ້ງທຳອິດຂອງມັນທີ່ຫຼອກລວງໃຫ້ມະນຸດຕິດຕາມມັນ ຈົນເຖິງການທີ່ມັນຂູດຮີດມະນຸດ, ເຊິ່ງມັນໄດ້ລາກມະນຸດເຂົ້າສູ່ການກະທຳທີ່ຊົ່ວຮ້າຍຂອງມັນ, ສູ່ຄວາມອາຄາດຂອງມັນຕໍ່ມະນຸດຫຼັງຈາກທີ່ລັກສະນະທີ່ແທ້ຈິງຂອງມັນຖືກເປີດເຜີຍ ແລະ ມະນຸດໄດ້ຮູ້ຈັກ ແລະ ປະຖິ້ມມັນ, ໃນບັນດາການກະທຳເຫຼົ່ານີ້ ບໍ່ມີສິ່ງໃດທີ່ບໍ່ສາມາດເປີດເຜີຍທາດແທ້ອັນຊົ່ວຮ້າຍຂອງຊາຕານໄດ້ ແລະ ບໍ່ມີສິ່ງໃດທີ່ບໍ່ສາມາດພິສູດຄວາມຈິງທີ່ວ່າຊາຕານບໍ່ມີສ່ວນກ່ຽວຂ້ອງກັບສິ່ງດີໆ ແລະ ຊາຕານເປັນແຫຼ່ງກຳເນີດຂອງທຸກສິ່ງທີ່ຊົ່ວຮ້າຍ. ທຸກການກະທຳຂອງມັນປົກປ້ອງຄວາມຊົ່ວຮ້າຍ, ຮັກສາຄວາມຕໍ່ເນື່ອງຂອງການກະທຳທີ່ຊົ່ວຮ້າຍຂອງມັນ, ຕໍ່ຕ້ານສິ່ງທີ່ຍຸຕິທຳ ແລະ ດີ ແລະ ທຳລາຍກົດເກນ ແລະ ລະບຽບຂອງການເປັນຢູ່ປົກກະຕິຂອງມະນຸດຊາດ. ການກະທຳເຫຼົ່ານີ້ຂອງຊາຕານມີເຈດຕະນາຮ້າຍຕໍ່ພຣະເຈົ້າ ແລະ ພວກມັນຈະຖືກທຳລາຍໂດຍຄວາມໂກດຮ້າຍຂອງພຣະເຈົ້າ. ເຖິງແມ່ນຊາຕານມີຄວາມໃຈຮ້າຍຂອງມັນເອງ, ຄວາມໃຈຮ້າຍຂອງມັນເປັນພຽງວິທີການລະບາຍທຳມະຊາດທີ່ຊົ່ວຮ້າຍຂອງມັນ. ເຫດຜົນທີ່ວ່າ ເປັນຫຍັງຊາຕານຈຶ່ງໃຈຮ້າຍຫຼາຍ ແລະ ໂຫດຮ້າຍກໍຄື: ກົນອຸບາຍຂອງມັນຖືກເປີດໂປງອອກ; ແຜນການຮ້າຍຂອງມັນແມ່ນບໍ່ໄດ້ຖືກປ່ອຍປະແບບງ່າຍດາຍອີກຕໍ່ໄປ; ຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ປ່າເຖື່ອນຂອງມັນໃນການຈະມາແທນທີ່ພຣະເຈົ້າ ແລະ ເຮັດໜ້າທີ່ຄືກັບພຣະເຈົ້າກໍຖືກໂຈມຕີ ແລະ ກີດຂວາງ; ແລະ ບັດນີ້ ເປົ້າໝາຍຂອງມັນໃນການຄວບຄຸມມະນຸດຊາດທັງໝົດແມ່ນບໍ່ໄດ້ປະໂຫຍດຫຍັງ ແລະ ບໍ່ສາມາດບັນລຸໄດ້ຈັກເທື່ອ.
(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ໝາຍເຫດ:
1. “ກ່າວຫາໂດຍບໍ່ມີຫຼັກຖານ” ໝາຍເຖິງວິທີການທີ່ຜີສາດຮ້າຍທໍາລາຍຜູ້ຄົນ.
2. “ເຝົ້າຍາມຢ່າງໜ້າແໜ້ນ” ໝາຍເຖິງວິທີການທີຜີສາດຮ້າຍໃຊ້ກັບຜູ້ຄົນ ແມ່ນໂຫດຮ້າຍຢ່າງຍິ່ງ ແລະ ຄວບຄຸມຜູ້ຄົນຢ່າງຮຸນແຮງຈົນພວກເຂົາບໍ່ສາມາດເຄື່ອນໄຫວໄດ້.
3. “ໄປມາຢ່າງເປັນອິດສະຫຼະ ແລະ ຢູ່ເໜືອກົດໝາຍ” ບົ່ງບອກວ່າ ຜີຮ້າຍແມ່ນເປັນບ້າ ແລະ ແລ່ນອາລະວາດ.
4. “ຄວາມສັບສົນວຸ້ນວາຍຢ່າງສິ້ນເຊີງ” ໝາຍເຖິງການປະພຶດຢ່າງໂຫດຮ້າຍຂອງຜີຮ້າຍແມ່ນສິ່ງທີ່ທົນບໍ່ໄດ້.
5. “ຮອຍຊໍ້າ ແລະ ຖືກຕີ” ໝາຍເຖິງໃບໜ້າທີ່ຂີ້ຮ້າຍຂອງກະສັດຂອງພວກຜີຮ້າຍ.
6. “ເດີມພັນທຸກສິ່ງດ້ວຍການໂຍນໝາກຄະລອກເທື່ອດຽວ” ໝາຍເຖິງການທຸ້ມເງິນທັງໝົດຂອງບຸກຄົນໃສ່ການພະນັນບາດດຽວເພື່ອຫວັງຈະເອົາຊະນະໃນທີ່ສຸດ. ນີ້ແມ່ນຄໍາອຸປະມາສໍາລັບແຜນອຸບາຍທີ່ຮ້າຍກາດ ແລະ ຊົ່ວຊ້າຂອງຜີຮ້າຍ. ສໍານວນນີ້ແມ່ນໃຊ້ເພື່ອເປັນການເຍາະເຍີ້ຍ.
7. “ກືນກິນ” ໝາຍເຖິງພຶດຕິກໍາທີ່ໂຫດຮ້າຍຂອງກະສັດຂອງພວກຜີຮ້າຍທີ່ປຸ້ນເອົາຜູ້ຄົນທັງໝົດ.
8. “ຜູ້ສົມຮູ້ຮ່ວມຄິດໃນອາຊະຍາກໍາ” ແມ່ນປະເພດດຽວກັນກັບ “ກຸ່ມອັນຕະພານ”.
ກ. ໜັງສືທັງ 4 ແລະ ວັນນະຄະດີຊັ້ນຍອດທັງ 5 ແມ່ນໜັງສືແຫ່ງລັດທິຂົງຈື້ໃນປະເທດຈີນ.