2. ເປັນຫຍັງໂລກແຫ່ງສາສະໜາຈຶ່ງບໍ່ຍອມຮັບ, ປະຕິເສດ ແລະ ກ່າວໂທດພຣະຄຣິດຢູ່ສະເໝີ
ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:
“ຍ້ອນຜູ້ຫຼອກລວງຫຼາຍຄົນໄດ້ອອກໄປໃນໂລກ ໂດຍປະຕິເສດທີ່ຈະຍອມຮັບການມາເຖິງຂອງພຣະເຢຊູຄຣິດໃນເນື້ອໜັງ. ບຸກຄົນໃດກໍຕາມທີ່ເປັນແບບນັ້ນກໍເປັນຜູ້ຫຼອກລວງ ແລະ ເປັນຜູ້ຕໍ່ຕ້ານພຣະຄຣິດ” (2 ໂຢຮັນ 1:7).
ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:
ພວກເຈົ້າຕ້ອງການຮູ້ເຖິງຕົ້ນຕໍຂອງເຫດຜົນທີ່ພວກຟາລີຊາຍຕໍ່ຕ້ານພຣະເຢຊູບໍ? ພວກເຈົ້າຕ້ອງການຮູ້ທາດແທ້ຂອງພວກຟາລີຊາຍບໍ່? ພວກເຂົາເຕັມໄປດ້ວຍຄວາມເພີ້ຝັນກ່ຽວກັບພຣະເມຊີອາ. ນອກເໜືອໄປກວ່ານັ້ນ ພວກເຂົາພຽງແຕ່ເຊື່ອວ່າ ພຣະເມຊີອາຈະລົງມາ ແຕ່ບໍ່ສະແຫວງຫາຄວາມຈິງແຫ່ງຊີວິດ. ດ້ວຍເຫດນັ້ນ ພວກເຂົາຍັງຄົງລໍຖ້າພຣະເມຊີອາໃນປັດຈຸບັນ ເພາະພວກເຂົາບໍ່ມີຄວາມຮູ້ກ່ຽວກັບຫົນທາງແຫ່ງຊີວິດ ແລະ ບໍ່ຮູ້ວ່າ ຫົນທາງແຫ່ງຄວາມຈິງຄືຫຍັງ. ພວກເຈົ້າເວົ້າວ່າ ຄົນທີ່ໂງ່ຈ້າ, ດື້ດ້ານ ແລະ ຂາດຄວາມຮູ້ແບບນີ້ຈະຮັບພອນຂອງພຣະເຈົ້າໄດ້ແນວໃດ? ພວກເຂົາຈະເຫັນພຣະເມຊີອາໄດ້ແນວໃດ? ພວກເຂົາຕໍ່ຕ້ານພຣະເຢຊູ ກໍຍ້ອນພວກເຂົາບໍ່ຮູ້ທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ ຍ້ອນພວກເຂົາບໍ່ຮູ້ຫົນທາງແຫ່ງຄວາມຈິງທີ່ພຣະເຢຊູກ່າວເຖິງ ແລະ ນອກເໜືອໄປກວ່ານັ້ນ ກໍຍ້ອນພວກເຂົາບໍ່ເຂົ້າໃຈກ່ຽວກັບພຣະເມຊີອາ. ເນື່ອງຈາກວ່າ ພວກເຂົາບໍ່ເຄີຍເຫັນພຣະເມຊີອາ ແລະ ບໍ່ເຄີຍຢູ່ຮ່ວມກັບພຣະເມຊີອາ ພວກເຂົາໄດ້ເຮັດຜິດພາດໃນການຍຶດຕິດຢ່າງໄຮ້ປະໂຫຍດກັບນາມມະຍົດຂອງພຣະເມຊີອາ ໃນຂະນະດຽວກັນພວກເຂົາກໍຕໍ່ຕ້ານທາດແທ້ຂອງພຣະເມຊີອາດ້ວຍທຸກວິທີທາງທີ່ເປັນໄປໄດ້. ທາດແທ້ຂອງພວກຟາລີຊາຍແມ່ນຄວາມດື້ດ້ານ, ຄວາມອວດດີ ແລະ ບໍ່ເຊື່ອຟັງຄວາມຈິງ. ຫຼັກການແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນ: ເຖິງວ່າເຈົ້າຈະມີການເທດສະໜາທີ່ມີຄວາມໝາຍເລິກເຊິ່ງ, ເຖິງເຈົ້າຈະມີອຳນາດທີ່ສູງສົ່ງ ເຈົ້າກໍບໍ່ແມ່ນພຣະຄຣິດ ນອກຈາກເຈົ້າຈະຖືກເອີ້ນວ່າ ພຣະເມຊີອາ. ຄວາມຄິດເຫັນເຫຼົ່ານີ້ບໍ່ແມ່ນສິ່ງທີ່ຂັດກັບເຫດຜົນ ແລະ ເປັນຕາເບື່ອນ່າຍບໍ່? ເຮົາຖາມພວກເຈົ້າອີກຄັ້ງ: ມັນບໍ່ງ່າຍສຳລັບພວກເຈົ້າຫຼາຍໄປບໍທີ່ຈະເຮັດຜິດພາດຄືກັບພວກຟາລິຊາຍກ່ອນໜ້ານີ້ ໂດຍທີ່ພວກເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບພຣະເຢຊູແມ່ນແຕ່ໜ້ອຍດຽວ? ເຈົ້າສາມາດເບິ່ງຫົນທາງແຫ່ງຄວາມຈິງອອກບໍ່? ເຈົ້າສາມາດຮັບປະກັນໄດ້ບໍ່ວ່າ ເຈົ້າຈະບໍ່ຕໍ່ຕ້ານພຣະຄຣິດ? ເຈົ້າສາມາດຕິດຕາມພາລະກິດຂອງພຣະວິນຍານບໍລິສຸດໄດ້ບໍ່? ຖ້າເຈົ້າບໍ່ຮູ້ຈັກວ່າ ເຈົ້າຈະຕໍ່ຕ້ານພຣະຄຣິດ ຫຼື ບໍ່, ແລ້ວເຮົາເວົ້າວ່າ ເຈົ້າດຳລົງຊີວິດຢູ່ໃນຂອບເຂດໃກ້ຄວາມຕາຍແລ້ວ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເມຊີອາສາມາດຕໍ່ຕ້ານພຣະເຢຊູ, ປະຕິເສດພຣະເຢຊູ ແລະ ກ່າວຮ້າຍພຣະອົງໄດ້ທັງໝົດ. ຄົນທີ່ບໍ່ເຂົ້າໃຈພຣະເຢຊູສາມາດປະຕິເສດພຣະອົງ ແລະ ດ່າພຣະອົງໄດ້ທັງໝົດ. ຍິ່ງໄປກວ່ານັ້ນ ພວກເຂົາສາມາດເຫັນການກັບມາຂອງພຣະເຢຊູເປັນການຫຼອກລວງຂອງຊາຕານ ແລະ ມີຄົນຈຳນວນຫຼາຍຂຶ້ນຈະກ່າວໂທດພຣະເຢຊູທີ່ກັບມາເປັນມະນຸດ. ສິ່ງທັງໝົດນີ້ບໍ່ເຮັດໃຫ້ພວກເຈົ້າຢ້ານບໍ? ສິ່ງທີ່ພວກເຈົ້າພະເຊີນຈະເປັນການໝິ່ນປະໝາດພຣະວິນຍານບໍລິສຸດ, ການຫຼົ້ມຈົມຂອງພຣະທຳຂອງພຣະວິນຍານບໍລິສຸດທີ່ມີຕໍ່ຄຣິສຕະຈັກ ແລະ ການປະຕິເສດແບບດູຖູກໃນທຸກສິ່ງທີ່ພຣະເຢຊູໄດ້ສຳແດງອອກ. ພວກເຈົ້າສາມາດຮັບຫຍັງຈາກພຣະເຢຊູຖ້າພວກເຈົ້າສັບສົນມືນເມົາເຊັ່ນນີ້? ຖ້າພວກເຈົ້າປະຕິເສດບໍ່ຍອມຮັບເອົາຄວາມຜິດພາດຂອງພວກເຈົ້າຢ່າງດື້ດ້ານ, ພວກເຈົ້າຈະສາມາດເຂົ້າໃຈພາລະກິດຂອງພຣະເຢຊູເມື່ອພຣະອົງກັບມາເປັນມະນຸດເທິງເມກສີຂາວໄດ້ແນວໃດ? ເຮົາບອກພວກເຈົ້າສິ່ງນີ້: ຄົນທີ່ບໍ່ຍອມຮັບຄວາມຈິງ ແຕ່ລໍຖ້າການມາເຖິງຂອງພຣະເຢຊູເທິງເມກສີຂາວຢ່າງຕາບອດຈະໝິ່ນປະໝາດພຣະວິນຍານບໍລິສຸດຢ່າງແນ່ນອນ ແລະ ພວກເຂົາເປັນກຸ່ມຄົນທີ່ສົມຄວນຖືກທຳລາຍ. ພວກເຈົ້າພຽງແຕ່ຕ້ອງການພຣະຄຸນຂອງພຣະເຢຊູ ແລະ ພຽງແຕ່ຕ້ອງການຮັບອານາຈັກສະຫວັນທີ່ມີແຕ່ຄວາມສຸກ, ແຕ່ພວກເຈົ້າບໍ່ເຄີຍເຊື່ອຟັງພຣະທຳທີ່ພຣະເຢຊູກ່າວ ແລະ ບໍ່ເຄີຍຮັບເອົາຄວາມຈິງທີ່ພຣະເຢຊູສຳແດງອອກໃນເວລາທີ່ພຣະອົງກັບມາເປັນມະນຸດ. ພວກເຈົ້າຈະຍຶດຖືສິ່ງໃດເພື່ອແລກປ່ຽນກັບຄວາມຈິງທີ່ພຣະເຢຊູກັບມາເທິງເມກສີຂາວ? ຍຶດຖືຄວາມຈິງໃຈທີ່ພວກເຈົ້າເຮັດບາບຢູ່ຕະຫຼອດ ແລະ ຫຼັງຈາກນັ້ນກໍສາລະພາບມັນຊໍ້າແລ້ວຊໍ້າອີກນັ້ນບໍ? ພວກເຈົ້າຈະຖວາຍເຄື່ອງບູຊາຫຍັງໃຫ້ແກ່ພຣະເຢຊູ ຜູ້ທີ່ຈະກັບມາເທິງເມກສີຂາວ? ມັນເປັນປີແຫ່ງພາລະກິດທີ່ພວກເຈົ້າສັນລະເສີນຕົນເອງບໍ່? ພວກເຈົ້າຈະຍຶດຖືສິ່ງໃດເພື່ອເຮັດໃຫ້ພຣະເຢຊູ ຜູ້ທີ່ຈະກັບມາ ເຊື່ອໃນຕົວເຈົ້າ? ຍຶດຖືເອົາທຳມະຊາດແຫ່ງການອວດດີຂອງພວກເຈົ້າ ແລະ ຄວາມບໍ່ເຊື່ອຖືຄວາມຈິງນັ້ນບໍ?
(ຄັດຈາກບົດ “ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ທຸກຄົນທີ່ຖືກເຮັດໃຫ້ເສື່ອມໂຊມແມ່ນດຳລົງຊີວິດຢູ່ໃນກັບດັກຂອງຊາຕານ, ພວກເຂົາດຳລົງຊີວິດໂດຍເນື້ອໜັງ, ດຳລົງຊີວິດໃນຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ບໍ່ມີຜູ້ໃດໃນກຸ່ມຄົນເຫຼົ່ານັ້ນທີ່ສາມາດເຂົ້າກັນກັບເຮົາໄດ້. ມີຄົນທີ່ເວົ້າວ່າ ພວກເຂົາສາມາດເຂົ້າກັນກັບເຮົາໄດ້ ແຕ່ຄົນເຫຼົ່ານັ້ນນະມັດສະການຮູບປັ້ນແບບງົມງວາຍ. ເຖິງແມ່ນພວກເຂົາຈະຮັບຮູ້ຊື່ຂອງເຮົາວ່າເປັນສິ່ງທີ່ບໍລິສຸດ, ພວກເຂົາກໍຍັງຍ່າງຕາມເສັ້ນທາງທີ່ກົງກັນຂ້າມກັບເຮົາ ແລະ ຄຳເວົ້າຂອງພວກເຂົາກໍເຕັມໄປດ້ວຍຄວາມອວດດີ ແລະ ຄວາມໝັ້ນໃຈໃນຕົນເອງທີ່ສຸດ; ຍ້ອນວ່າ ໃນສ່ວນເລິກແລ້ວ ພວກເຂົາທຸກຄົນແມ່ນຕໍ່ຕ້ານເຮົາ ແລະ ບໍ່ສາມາດເຂົ້າກັນກັບເຮົາໄດ້. ແຕ່ລະມື້ ພວກເຂົາສະແຫວງຫາຮ່ອງຮອຍຂອງເຮົາຢູ່ໃນພຣະຄຳພີ ແລະ ຊອກຫາຂໍ້ຄວາມທີ່ “ເໝາະສົມ” ແບບຕາມໃຈມັກ ແລ້ວກໍພາກັນອ່ານ ແລະ ທ່ອງຂໍ້ຄວາມພຣະຄໍາພີນັ້ນໃສ່ໃນໃຈຕະຫຼອດມາ. ພວກເຂົາບໍ່ຮູ້ຈັກເລີຍວ່າ ຈະສາມາດເຂົ້າກັນກັບເຮົາໄດ້ດ້ວຍວິທີໃດ, ບໍ່ຮູ້ວ່າ ການຢູ່ແບບເປັນສັດຕູກັບເຮົານັ້ນໝາຍເຖິງຫຍັງ ແລະ ບໍ່ຮູ້ວ່າການອ່ານແຕ່ຂໍ້ພຣະຄຳພີ ຄືການອ່ານແບບຄົນຕາບອດ. ພວກເຂົາສັດທາໃນພຣະເຈົ້າທີ່ເລື່ອນລອຍຢູ່ໃນພຣະຄຳພີ. ພວກເຂົາເຊື່ອໃນພຣະເຈົ້າທີ່ພວກເຂົາບໍ່ເຄີຍເຫັນຈັກເທື່ອ, ພຣະເຈົ້າທີ່ບໍ່ສາມາດເຫັນໄດ້ ແລະ ພຣະເຈົ້າທີ່ບໍ່ສາມາດເອົາອອກມາເບິ່ງໄດ້ໃນເວລາຫວ່າງ. ພວກເຂົາເຊື່ອວ່າເຮົາມີຕົວຕົນພຽງແຕ່ຢູ່ໃນຂອບເຂດພຣະຄຳພີເທົ່ານັ້ນ. ສຳລັບພວກເຂົາ ເຮົາກໍຄືພຣະຄຳພີ; ຫາກປາດສະຈາກພຣະຄຳພີກໍບໍ່ມີເຮົາ ແລະ ຫາກປາດສະຈາກເຮົາກໍບໍ່ມີພຣະຄຳພີ. ພວກເຂົາບໍ່ສົນໃຈກັບການເປັນຢູ່ ຫຼື ການກະທຳຂອງເຮົາ, ແຕ່ກົງກັນຂ້າມ ພວກເຂົາອຸທິດຕົນ ແລະ ໃສ່ໃຈເປັນພິເສດຫຼາຍໃນທຸກຂໍ້ຄວາມຂອງພຣະຄຳພີ. ພວກເຂົາທຸກຄົນຍັງເຊື່ອວ່າ ເຮົາບໍ່ຄວນເຮັດໃນສິ່ງທີ່ເຮົາປາດຖະໜາຢາກເຮັດ ນອກຈາກວ່າສິ່ງນັ້ນຈະໄດ້ທຳນວາຍໄວ້ລ່ວງໜ້າແລ້ວ. ພວກເຂົາໃຫ້ຄວາມສຳຄັນກັບຂໍ້ຄວາມພຣະຄຳພີຫຼາຍເກີນໄປ. ສາມາດເວົ້າໄດ້ວ່າ ພວກເຂົາເຫັນພຣະທຳ ແລະ ການສະແດງອອກເປັນສິ່ງສຳຄັນເກີນໄປ ຈົນເຖິງກັບໃຊ້ຂໍ້ພຣະຄຳພີເພື່ອວັດແທກພຣະທຳທຸກຂໍ້ທີ່ເຮົາກ່າວອອກໄປ ແລະ ເພື່ອຕໍານິເຮົາ. ສິ່ງທີ່ພວກເຂົາສະແຫວງຫາບໍ່ແມ່ນຫົນທາງທີ່ຈະເຂົ້າເຖິງເຮົາ ຫຼື ຫົນທາງທີ່ສາມາດເຂົ້າເຖິງຄວາມຈິງໄດ້, ແຕ່ເປັນຫົນທາງເຂົ້າເຖິງພຣະທຳໃນພຣະຄຳພີ ແລະ ພວກເຂົາເຊື່ອວ່າ ສິ່ງໃດກໍຕາມທີ່ບໍ່ຖືກກັບພຣະຄຳພີ ສິ່ງນັ້ນບໍ່ແມ່ນພາລະກິດຂອງເຮົາ ໂດຍບໍ່ມີຂໍ້ຍົກເວັ້ນໃດໆ. ຜູ້ຄົນເຫຼົ່ານີ້ບໍ່ແມ່ນເຊື້ອສາຍທີ່ເຮັດຕາມພວກຟາລິຊາຍບໍ? ພວກຟາລິຊາຍທີ່ເປັນຊາວຢິວໃຊ້ກົດບັນຍັດຂອງໂມເຊເພື່ອກ່າວໂທດພຣະເຢຊູ. ພວກເຂົາບໍ່ສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະເຢຊູໃນເວລານັ້ນ ແຕ່ພາກັນປະຕິບັດຕາມກົດບັນຍັດ, ປະຕິບັດຕາມໜັງສືຢ່າງເຂັ້ມງວດ ຈົນເຖິງຂັ້ນຄຶງພຣະເຢຊູຜູ້ບໍລິສຸດໃສ່ໄມ້ການແຂນ ແລ້ວກໍກ່າວຫາວ່າ ພຣະອົງບໍ່ປະຕິບັດຕາມກົດບັນຍັດໃນພັນທະສັນຍາເດີມ ແລະ ບໍ່ແມ່ນພຣະເມຊີອາ. ທາດແທ້ຂອງພວກເຂົາແມ່ນຫຍັງ? ບໍ່ແມ່ນຍ້ອນພວກເຂົາບໍ່ໄດ້ສະແຫວງຫາຫົນທາງເຂົ້າກັບຄວາມຈິງບໍ? ພວກເຂົາຫຼົງໄຫຼກັບພຣະທຳທຸກຂໍ້ໃນພຣະຄຳພີ, ແຕ່ບໍ່ສົນໃຈຕໍ່ຄວາມປະສົງ, ຂັ້ນຕອນ ແລະ ແນວທາງພາລະກິດຂອງເຮົາ. ພວກເຂົາບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ ແຕ່ເປັນຄົນທີ່ຍຶດຕິດຕໍ່ພຣະທຳຢ່າງເຂັ້ມງວດ; ພວກເຂົາບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ເປັນຄົນທີ່ເຊື່ອໃນພຣະຄຳພີ. ແທ້ຈິງແລ້ວ ພວກເຂົາເປັນໝາເຝົ້າພຣະຄຳພີ. ເພື່ອຮັກສາຜົນປະໂຫຍດຂອງພຣະຄຳພີ ແລະ ສົ່ງເສີມຄວາມສະຫງ່າງາມຂອງພຣະຄຳພີ ແລະ ປົກປ້ອງຊື່ສຽງຂອງພຣະຄຳພີ, ພວກເຂົາເຮັດຈົນເຖິງຂັ້ນຄຶງພຣະເຢຊູຜູ້ເຕັມໄປດ້ວຍຄວາມເມດຕາໃສ່ໄມ້ກາງແຂນ. ພວກເຂົາເຮັດພຽງແຕ່ເພື່ອປົກປ້ອງພຣະຄຳພີ ແລະ ເພື່ອຜົນປະໂຫຍດໃນການຮັກສາສະພາບຂອງພຣະທຳທຸກຂໍ້ໃນພຣະຄຳພີໄວ້ໃນຫົວໃຈຂອງມະນຸດເທົ່ານັ້ນ. ດັ່ງນັ້ນ ພວກເຂົາຈຶ່ງເລືອກທີ່ຈະປະຖິ້ມອະນາຄົດຂອງພວກເຂົາ ແລະ ການໄຖ່ບາບ ເພື່ອກ່າວລົງໂທດພຣະເຢຊູຈົນສິ້ນພະຊົນ ຍ້ອນວ່າພຣະອົງບໍ່ສອດຄ່ອງກັບທິດສະດີພຣະຄຳພີຂອງພວກເຂົາ. ພວກເຂົາບໍ່ແມ່ນຂີ້ຂ້າຂອງພຣະທຳທຸກໆຂໍ້ໃນພຣະຄຳພີບໍ?
ແລ້ວ ຄົນໃນປັດຈຸບັນນີ້ເດ? ພຣະຄຣິດລົງມາເພື່ອເປີດເຜີຍຄວາມຈິງ ແຕ່ພວກເຂົາເລືອກທີ່ຈະຂັບໄລ່ພຣະອົງໃຫ້ອອກຈາກກຸ່ມມະນຸດເພື່ອຮັບສິດໃນການເຂົ້າສູ່ສະຫວັນ ແລະ ເພື່ອຮັບພຣະຄຸນ. ພວກເຂົາເລືອກທີ່ຈະປະຕິເສດການມາຂອງຄວາມຈິງ ເພື່ອຮັກສາຜົນປະໂຫຍດຂອງພຣະຄຳພີ ແລະ ເລືອກທີ່ຈະຄຶງພຣະຄຣິດ ຜູ້ທີ່ກັບມາເປັນມະນຸດ ຢູ່ເທິງໄມ້ກາງແຂນອີກຄັ້ງ ເພື່ອຮັບຮອງການເປັນຢູ່ຊົ່ວນິດນິລັນຂອງພຣະຄຳພີ. ມະນຸດສາມາດຮັບຄວາມລອດພົ້ນຂອງເຮົາໄດ້ແນວໃດ ໃນເມື່ອຫົວໃຈຂອງເຂົາຊົ່ວຮ້າຍເຖິງຂະໜາດນີ້ ແລະ ໃນເມື່ອທຳມະຊາດຂອງເຂົາຕໍ່ຕ້ານເຮົາເຊັ່ນນີ້? ເຮົາອາໄສຢູ່ທ່າມກາງມະນຸດ ແຕ່ມະນຸດບໍ່ຮູ້ເຖິງການເປັນຢູ່ຂອງເຮົາ. ເມື່ອເຮົາສ່ອງແສງສະຫວ່າງມາໃສ່ມະນຸດ, ເຂົາກໍຍັງຄົງບໍ່ຮູ້ກ່ຽວກັບການດໍາລົງຢູ່ຂອງເຮົາ. ເມື່ອເຮົາປ່ອຍຄວາມໂກດຮ້າຍມາໃສ່ມະນຸດ, ເຂົາກໍຈະປະຕິເສດການດໍາລົງຢູ່ຂອງເຮົາເພີ່ມຂຶ້ນອີກ. ມະນຸດຄົ້ນຫາເສັ້ນທາງເຂົ້າກັບພຣະທຳ ແລະ ກັບພຣະຄຳພີ ແຕ່ບໍ່ມີມະນຸດຄົນໃດທີ່ມາຢູ່ຕໍ່ໜ້າເຮົາເພື່ອສະແຫວງຫາຫົນທາງເຂົ້າກັບຄວາມຈິງ. ມະນຸດຫຼຽວເບິ່ງເຮົາຢູ່ເທິງສະຫວັນ ແລະ ອຸທິດຈິດໃຈຕໍ່ການດໍາລົງຢູ່ຂອງເຮົາຢູ່ໃນສະຫວັນເທົ່ານັ້ນ ແຕ່ບໍ່ມີຜູ້ໃດສົນໃຈເຮົາ ຜູ້ທີ່ສະຖິດຢູ່ໃນເນື້ອໜັງ ຍ້ອນວ່າເຮົາຜູ້ທີ່ອາໄສຢູ່ທ່າມກາງມະນຸດເປັນສິ່ງທີ່ບໍ່ສຳຄັນ. ຜູ້ທີ່ພຽງແຕ່ສະແຫວງຫາຫົນທາງເຂົ້າກັບພຣະທຳໃນພຣະຄຳພີ ແລະ ຜູ້ທີ່ພຽງແຕ່ສະແຫວງຫາເສັ້ນທາງເຂົ້າກັບພຣະເຈົ້າທີ່ບໍ່ມີຕົວຕົນຢ່າງຊັດເຈນ. ແມ່ນເປັນພາບທີ່ເປັນຕາສົມເພດຫຼາຍສໍາລັບເຮົາ. ນັ້ນກໍຍ້ອນວ່າ ສິ່ງທີ່ພວກເຂົາບູຊາແມ່ນພຣະທຳທີ່ຕາຍແລ້ວ ແລະ ເປັນພຽງພຣະເຈົ້າທີ່ສາມາດມອບຊັບສົມບັດທີ່ນັບບໍ່ຖ້ວນໃຫ້ກັບພວກເຂົາເທົ່ານັ້ນ. ສິ່ງທີ່ພວກເຂົາບູຊາແມ່ນພຣະເຈົ້າທີ່ຕັ້ງຕົນເອງຢູ່ໃນຄວາມເມດຕາຂອງມະນຸດ ເຊິ່ງບໍ່ມີຕົວຕົນຢູ່ຈິງ. ແລ້ວມະນຸດປະເພດດັ່ງກ່າວຈະສາມາດຮັບຫຍັງໄດ້ແດ່ຈາກເຮົາ? ມະນຸດຕໍ່າເກີນໄປສຳລັບພຣະທຳ. ຄົນທີ່ຕໍ່ຕ້ານເຮົາ, ຄົນທີ່ມີແຕ່ຮຽກຮ້ອງ, ຄົນທີ່ບໍ່ມີຄວາມຮັກສຳລັບຄວາມຈິງ, ຄົນທີ່ກະບົດຕໍ່ເຮົາ ແລ້ວພວກເຂົາຈະສາມາດເຂົ້າກັບເຮົາໄດ້ແນວໃດ?
(ຄັດຈາກບົດ “ເຈົ້າຄວນສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະຄຣິດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ເປັນຫຍັງເຮົາຈຶ່ງກ່າວວ່າ ຜູ້ທີ່ຢູ່ໃນໂລກແຫ່ງສາສະໜາບໍ່ໄດ້ເຊື່ອຖືໃນພຣະເຈົ້າ ແລະ ເປັນຄົນຊົ່ວ ທີ່ເປັນຄົນປະເພດດຽວກັບມານຮ້າຍ? ເມື່ອເຮົາເວົ້າວ່າພວກເຂົາເປັນຄົນຊົ່ວ, ນັ້ນກໍຍ້ອນວ່າ ພວກເຂົາບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ຫຼື ເຫັນໄດ້ເຖິງປັນຍາຂອງພຣະອົງ. ບໍ່ວ່າຈະເວລາໃດກໍຕາມ ພຣະເຈົ້າຈະບໍ່ເປີດເຜີຍພາລະກິດຂອງພຣະອົງຕໍ່ພວກເຂົາ; ພວກເຂົາເປັນຄົນຕາບອດ ເຊິ່ງເປັນຜູ້ທີ່ບໍ່ເຫັນການກະທຳຂອງພຣະເຈົ້າ. ພວກເຂົາເປັນຜູ້ທີ່ພຣະເຈົ້າປະຖີ້ມ ແລະ ບໍ່ໄດ້ຮັບການເອົາໃຈໃສ່ ແລະ ການປົກປ້ອງຈາກພຣະເຈົ້າເລີຍແມ່ນແຕ່ໜ້ອຍ ເຊິ່ງຍິ່ງໜ້ອຍກວ່າພາລະກິດຂອງພຣະວິນຍານບໍລິສຸດດ້ວຍຊ້ຳ. ຜູ້ທີ່ບໍ່ມີພາລະກິດຂອງພຣະເຈົ້າ ລ້ວນແມ່ນຄົນຊົ່ວ ແລະ ຢືນເປັນປໍລະປັກກັບພຣະເຈົ້າ. ຜູ້ທີ່ເຮົາບອກວ່າ ເປັນປໍລະປັກກັບພຣະເຈົ້າ ລ້ວນແຕ່ແມ່ນຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ, ຜູ້ທີ່ຍອມຮັບພຣະເຈົ້າດ້ວຍຄຳເວົ້າທີ່ຫວ່າງເປົ່າ ແຕ່ບໍ່ຮູ້ຈັກພຣະອົງ, ຜູ້ທີ່ຕິດຕາມຕາມພຣະເຈົ້າ ແຕ່ບໍ່ເຊື່ອຟັງພຣະອົງ ແລະ ຜູ້ທີ່ຍົກຍ້ອງໃນພຣະຄຸນຂອງພຣະເຈົ້າ ແຕ່ບໍ່ສາມາດເປັນພະຍານໃຫ້ພຣະອົງໄດ້. ຫາກປາດສະຈາກຄວາມເຂົ້າໃຈຕໍ່ຈຸດປະສົງຂອງພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າທີ່ມີຕໍ່ມະນຸດ, ມະນຸດກໍບໍ່ສາມາດທີ່ຈະປະຕິບັດຕາມຫົວໃຈຂອງພຣະເຈົ້າໄດ້ ແລະ ບໍ່ສາມາດເປັນພະຍານໃຫ້ພຣະເຈົ້າໄດ້. ເຫດຜົນທີ່ມະນຸດຕໍ່ຕ້ານພຣະເຈົ້ານັ້ນ ດ້ານໜຶ່ງແມ່ນເກີດຈາກນິໃສທີ່ເສື່ອມຊາມຂອງມະນຸດ ແລະ ອີກດ້ານໜຶ່ງແມ່ນເກີດຈາກຄວາມບໍ່ຮູ້ກ່ຽວກັບພຣະເຈົ້າ ແລະ ການຂາດຄວາມເຂົ້າໃຈຕໍ່ບັນດາຫຼັກການຂອງພາລະກິດຂອງພຣະເຈົ້າ ແລະ ຄວາມປະສົງຂອງພຣະອົງທີ່ມີຕໍ່ມະນຸດ. ທັງສອງດ້ານນີ້ປະສານກັນເຂົ້າໃນປະຫວັດສາດຂອງການຕໍ່ຕ້ານຂອງມະນຸດທີ່ມີຕໍ່ພຣະເຈົ້າ. ບັນດາຜູ້ທີ່ຫາກໍມີຄວາມສັດທາແມ່ນຕໍ່ຕ້ານພຣະເຈົ້າ ກໍຍ້ອນວ່າ ການຕໍ່ຕ້ານນັ້ນ ນອນຢູ່ໃນທຳມະຊາດຂອງພວກເຂົາ, ໃນຂະນະທີ່ການຕໍ່ຕ້ານພຣະເຈົ້າ ຂອງຜູ້ຄົນທີ່ມີຄວາມສັດທາເປັນເວລາຫຼາຍປີ ກໍເປັນຜົນມາຈາກຄວາມບໍ່ຮູ້ກ່ຽວກັບພຣະເຈົ້າ ນອກເໜືອຈາກນິໃສທີ່ເສື່ອມຊາມຂອງພວກເຂົາ. ໃນເວລາກ່ອນທີ່ພຣະເຈົ້າຈະກາຍມາເປັນເນື້ອໜັງ, ການປະເມີນວ່າ ມະນຸດຕໍ່ຕ້ານພຣະເຈົ້າ ຫຼື ບໍ່ ແມ່ນດ້ວຍວິທີການປະເມີນວ່າ ເຂົາໄດ້ເກັບຮັກສາພຣະດຳລັດ ທີ່ພຣະເຈົ້າໄດ້ກຳນົດໄວ້ໃນສະຫວັນ ຫຼື ບໍ່. ເປັນຕົ້ນແມ່ນໃນຍຸກແຫ່ງພຣະບັນຍັດ ເຊິ່ງບຸກຄົນໃດທີ່ບໍ່ຮັກສາພຣະບັນຍັດຂອງພຣະເຢໂຮວາ ລ້ວນແມ່ນຜູ້ທີ່ຕໍ່ຕ້ານພຣະເຈົ້າ; ບຸກຄົນໃດທີ່ລັກເອົາເຄື່ອງຖວາຍຕໍ່ພຣະເຢໂຮວາ ແລະ ບຸກຄົນໃດທີ່ຕໍ່ຕ້ານບຸກຄົນທີ່ພຣະເຢໂຮວາເລືອກ ລ້ວນແຕ່ແມ່ນຜູ້ທີ່ຕໍ່ຕ້ານພຣະເຈົ້າ ແລະ ແມ່ນຜູ້ທີ່ຈະຖືກແກວ່ງກ້ອນຫີນໃສ່ຈົນຕາຍ; ບຸກຄົນໃດທີ່ບໍ່ເຄົາລົບພໍ່ ແລະ ແມ່ຂອງຕົນ ແລະ ບຸກຄົນໃດທີ່ທຸບຕີ ແລະ ສາບແຊ່ງຜູ້ອື່ນ ລ້ວນແມ່ນຜູ້ທີ່ບໍ່ຮັກສາພຣະບັນຍັດ. ທຸກຄົນທີ່ບໍ່ຮັກສາພຣະບັນຍັດຂອງພະເຢໂຮວາ ລ້ວນແມ່ນຜູ້ທີ່ຕໍ່ຕ້ານພຣະອົງ. ສິ່ງນີ້ຢູ່ໃນຍຸກແຫ່ງພຣະຄຸນ ແມ່ນບໍ່ມີຕໍ່ໄປແລ້ວ ໃນເວລາທີ່ບຸກຄົນໃດທີ່ຕໍ່ຕ້ານພຣະເຢຊູ ກໍລ້ວນແມ່ນຜູ້ທີ່ຕໍ່ຕ້ານພຣະເຈົ້າ ແລະ ບຸກຄົນໃດທີ່ບໍ່ເຊື່ອຟັງຕໍ່ພຣະທຳ ທີ່ພຣະເຢຊູກ່າວ ລ້ວນແມ່ນຜູ້ທີ່ຕໍ່ຕ້ານພຣະເຈົ້າ. ຢູ່ໃນຍຸກນີ້, ການກໍານົດການຕໍ່ຕ້ານພຣະເຈົ້າ ໄດ້ຖືກຕີຄວາມໝາຍຢ່າງຊັດເຈນຫຼາຍຂື້ນ ແລະ ເປັນຄວາມຈິງຫຼາຍຂື້ນ. ຢູ່ໃນໄລຍະເວລາທີ່ພຣະເຈົ້າຍັງບໍ່ທັນກາຍມາເປັນເນື້ອໜັງ, ການປະເມີນວ່າ ມະນຸດຕໍ່ຕ້ານພຣະເຈົ້າ ຫຼື ບໍ່ນັ້ນ ແມ່ນ ອີງໃສ່ວ່າ ມະນຸດຄົນນັ້ນໄດ້ບູຊາ ແລະ ແຫງນໜ້າຂຶ້ນເບິ່ງພຣະເຈົ້າທີ່ລ້ອງຫົນຢູ່ໃນສະຫວັນ ຫຼື ບໍ່. ຄຳນິຍາມຂອງການຕໍ່ຕ້ານພຣະເຈົ້າ ໃນເວລານັ້ນ ແມ່ນຍັງບໍ່ເປັນຄວາມຈິງ ເນື່ອງຈາກວ່າ ມະນຸດບໍ່ສາມາດແນມເຫັນ ຫຼື ຮູ້ຈັກຮູບໂສມຂອງພຣະເຈົ້າ ຫຼື ວິທີທີ່ພຣະອົງເຮັດພາລະກິດ ແລະ ເວົ້າ. ມະນຸດບໍ່ມີແນວຄວາມຄິດເລື່ອງພຣະເຈົ້າ ແລະ ເຊື່ອໃນພຣະເຈົ້າໃນຄວາມຄຸມເຄືອ ເນື່ອງຈາກວ່າ ພຣະອົງບໍ່ໄດ້ປະກົດຕົວຕໍ່ໜ້າມະນຸດ. ດັ່ງນັ້ນ, ເຖິງວ່າມະນຸດຈະເຊື່ອໃນພຣະເຈົ້າ ຢູ່ໃນຈິນຕະນາການຂອງພວກເຂົາ, ພຣະເຈົ້າກໍບໍ່ໄດ້ປະນາມມະນຸດ ຫຼື ຮຽກຮ້ອງຫຍັງຫຼາຍຈາກມະນຸດ ເນື່ອງຈາກວ່າ ມະນຸດບໍ່ສາມາດແນມເຫັນພຣະເຈົ້າໄດ້ເລີຍຜູ້ທີ່ບໍ່ໄດ້ເຫັນພຣະເຈົ້າເລີຍ. ເມື່ອພຣະເຈົ້າໄດ້ກາຍມາເປັນເນື້ອໜັງ ແລະ ເຮັດພາລະກິດໃນທ່າມກາງມະນຸດທັງຫລາຍ, ທຸກຄົນຈະເຫັນ ແລະ ໄດ້ຍິນພຣະທຳຂອງພຣະເຈົ້າ ແລະ ທຸກຄົນຈະເຫັນການປະຕິບັດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ. ໃນຊ່ວງເວລານັ້ນ, ແນວຄິດຂອງມະນຸດທຸກຄົນກໍກາຍເປັນຟອງນ້ຳ. ສຳລັບຜູ້ທີ່ເຫັນພຣະເຈົ້າທີ່ປະກົດຕົວເປັນເນື້ອໜັງ, ຜູ້ທີ່ມີຄວາມເຊື່ອຟັງຢູ່ໃນໃຈຂອງພວກເຂົາ ກໍຈະບໍ່ຖືກປະນາມ, ໃນຂະນະທີ່ຈະມີການຖືວ່າ ຜູ້ທີ່ເຈດຕະນາຕໍ່ຕ້ານພຣະອົງກໍແມ່ນເປັນປໍລະປັກກັບພຣະເຈົ້າ. ມະນຸດພວກນີ້ ແມ່ນຜູ້ທີ່ບໍ່ເຊື່ອໃນພຣະເຢຊູຄຣິສ ແລະ ເປັນສັດຕູ ຊຶ່ງຕັ້ງໃຈຕໍ່ຕ້ານພຣະເຈົ້າ. ຜູ້ທີ່ມີຄວາມເຂົ້າໃຈເລື່ອງພຣະເຈົ້າ ແຕ່ຍັງໄດ້ເຊື່ອຟັງພຣະເຈົ້າດ້ວຍຄວາມຍິນດີນັ້ນ ກໍຈະບໍ່ຖືກປະນາມ. ພຣະເຈົ້າປະນາມມະນຸດ ບົນພື້ນຖານຄວາມຕັ້ງໃຈ ແລະ ການກະທຳຂອງຜູ້ກ່ຽວ ໂດຍບໍ່ແມ່ນຍ້ອນຄວາມຄິດ ແລະ ແນວຄິດຂອງຜູ້ກ່ຽວ. ຖ້າຫາກມະນຸດໄດ້ຖືກປະນາມຕາມພື້ນຖານນັ້ນ, ກໍຈະບໍ່ມີມະນຸດຄົນໃດທີ່ສາມາດລົບໜີຈາກອຸ້ງມືທີ່ເຕັມໄປດ້ວຍຄວາມໂມໂຫຂອງພຣະເຈົ້າ. ຜູ້ທີ່ຕັ້ງໃຈຕໍ່ຕ້ານພຣະເຈົ້າທີ່ບັງເກີດເປັນມະນຸດ ຈະຕ້ອງຖືກລົງໂທດ ຍ້ອນຄວາມດື້ດ້ານຂອງພວກເຂົາ. ການຕໍ່ຕ້ານໂດຍເຈດຕະນາຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ແມ່ນມາຈາກແນວຄວາມຄິດກ່ຽວກັບພຣະອົງ ເຊິ່ງເປັນຜົນເຮັດໃຫ້ພວກເຂົາລົບກວນພາລະກິດຂອງພຣະເຈົ້າ. ມະນຸດດັ່ງກ່າວຕໍ່ຕ້ານ ແລະ ທຳລາຍພາລະກິດຂອງພຣະເຈົ້າໂດຍຕັ້ງໃຈ. ພວກເຂົາບໍ່ພຽງແຕ່ມີແນວຄວາມຄິດກ່ຽວກັບພຣະເຈົ້າເທົ່ານັ້ນ, ແຕ່ວ່າພວກເຂົາ ເຮັດແນວນັ້ນ ເຊິ່ງມັນກໍລົບກວນພາລະກິດຂອງພຣະອົງ ແລະ ກໍຍ້ອນເຫດນັ້ນ ທີ່ການກະທໍາຂອງມະນຸດຈຶ່ງຖືກປະນາມ. ຜູ້ທີ່ບໍ່ມີສ່ວນຮ່ວມໃນການລົບກວນຕໍ່ພາລະກິດຂອງພຣະເຈົ້າ ໂດຍເຈດຕະນາ ຈະບໍ່ຖືກປະນາມວ່າເປັນຄົນບາບ ຍ້ອນວ່າພວກເຂົາສາມາດເຊື່ອຟັງດ້ວຍຄວາມເຕັມໃຈ ແລະ ບໍ່ໄດ້ເຮັດໃຫ້ເກີດການຂັດຂວາງ ແລະ ການລົບກວນ. ມະນຸດດັ່ງກ່າວຈະບໍ່ຖືກປະນາມ.
(ຄັດຈາກບົດ “ຄົນຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ບຸກຄົນໃດທີ່ບໍ່ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະເຈົ້າ ລ້ວນແຕ່ເປັນຜູ້ຕໍ່ຕ້ານພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ແມ່ນຜູ້ທີ່ຮັບຮູ້ຕໍ່ຈຸດປະສົງຂອງພາລະກິດຂອງພຣະເຈົ້າ ແຕ່ບໍ່ໄດ້ສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າເພີ່ງພໍໃຈ. ບຸກຄົນໃດທີ່ອ່ານພຣະຄຳພີໄບເບີ້ນ ຢູ່ໃນໂບດໃຫຍ່ໆ ແມ່ນທ່ອງພຣະຄຳພີໄບເບີ້ນທຸກມື້, ແຕ່ກໍຍັງບໍ່ເຂົ້າໃຈຕໍ່ຈຸດປະສົງຂອງພາລະກິດຂອງພຣະເຈົ້າ. ບໍ່ມີມະນຸດຄົນໃດທີ່ສາມາດຮູ້ຈັກພຣະເຈົ້າໄດ້; ຍິ່ງກວ່ານັ້ນ, ບໍ່ມີໃຜທີ່ຈະປະຕິບັດຕາມໃຈຂອງພຣະເຈົ້າໄດ້. ພວກເຂົາລ້ວນແຕ່ເປັນຄົນໄຮ້ຄ່າ, ມະນຸດຜູ້ຊົ່ວຊ້າ ເຊິ່ງແຕ່ລະຄົນແມ່ນຢືນຢູ່ບ່ອນສູງ ເພື່ອສອນພຣະເຈົ້າ. ເຖິງແມ່ນວ່າພວກເຂົາຈະເທີດທູນ ພຣະນາມຂອງພຣະເຈົ້າ, ພວກເຂົາແມ່ນຕັ້ງໃຈທີ່ຈະຕໍ່ຕ້ານພຣະອົງ. ເຖິງແມ່ນວ່າ ພວກເຂົາຈະຈັດພວກເຂົາເອງວ່າ ເປັນຜູ້ສັດທາຕໍ່ພຣະເຈົ້າ, ພວກເຂົາກໍແມ່ນຜູ້ທີ່ກິນເນື້ອໜັງ ແລະ ດື່ມເລືອດຂອງມະນຸດ. ຜູ້ຄົນດັ່ງກ່າວລ້ວນແຕ່ແມ່ນຜີສາດທີ່ກືນກິນວິນຍານຂອງມະນຸດ, ເປັນຫົວໜ້າຜີສາດທີ່ຕັ້ງໃຈຂັດຂວາງຜູ້ທີ່ພະຍາຍາມກ້າວໄປຕາມເສັ້ນທາງທີ່ຖືກຕ້ອງ ແລະ ເປັນສິ່ງກີດຂວາງ ທີ່ຂັດຂວາງເສັ້ນທາງຂອງຜູ້ທີ່ສະແຫວງຫາພຣະເຈົ້າ. ເຖິງແມ່ນວ່າ ພວກເຂົ້າຈະເປັນ “ເນື້ອໜັງທີ່ແຂງແຮງ” ກໍຕາມ, ບັນດາສາວົກຈະຮູ້ໄດ້ແນວໃດວ່າ ພວກເຂົາແມ່ນຜູ້ທີ່ບໍ່ເຊື່ອໃນພຣະເຢຊູຄຣິສ ທີ່ນຳພາມະນຸດຕໍ່ຕ້ານພຣະເຈົ້າ? ພວກເຂົາຈະຮູ້ໄດ້ແນວໃດວ່າ ພວກເຂົາແມ່ນຜິສາດທີ່ມີຊີວິດ ທີ່ສະແຫວງຫາວິຍານໂດຍສະເພາະ ເພື່ອກືນກິນ? ຜູ້ທີ່ໃຫ້ກຽດຕົນເອງຢູ່ໜ້າພຣະເຈົ້າ ລ້ວນແມ່ນບຸກຄົນທີ່ຕໍ່າຕ້ອຍທີ່ສຸດໃນມວນມະນຸດ ແລະ ໃນຂະນະທີ່ຜູ້ທີ່ ອ່ອນນ້ອມຖ່ອມຕົວ ແມ່ນຜູ້ທີ່ມີກຽດທີ່ສຸດ. ຜູ້ທີ່ຄິດວ່າຕົນເອງຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ກ່າວອ້າງພາລະກິດຂອງພຣະເຈົ້າຕໍ່ຄົນອື່ນ ດ້ວຍການປ່າວປະກາດຢ່າງອຶກກະທຶກຄຶກໂຄມ ໃນຂະນະທີ່ສາຍຕາຂອງພວກເຂົາແມ່ນແນມເບິ່ງພຣະອົງ. ສິ່ງເຫຼົ່ານີ້ ແມ່ນຄວາມໂງ່ຈ້າທີ່ສຸດຂອງມະນຸດ. ມະນຸດເຫຼົ່ານີ້ ແມ່ນຜູ້ທີ່ປາດສະຈາກການເປັນພຣະຍານໃຫ້ແກ່ພຣະເຈົ້າ ແລະ ເປັນຜູ້ທີ່ທະນົງໂຕ ແລະ ອວດດີ. ຜູ້ທີ່ເຊື່ອວ່າຕົນມີຄວາມຮູ້ກ່ຽວກັບພຣະເຈົ້າໜ້ອຍເກີນໄປ ເຖິງແມ່ນວ່າ ປະສົບການຕົວຈິງ ແລະ ຄວາມຮູ້ໃນພາກປະຕິບັດກ່ຽວກັບພຣະເຈົ້າຈະມີຫຼາຍ ແມ່ນຜູ້ທີ່ພຣະອົງຮັກຫຼາຍທີ່ສຸດ. ມັນແມ່ນມະນຸດແບບນີ້ ທີ່ມີການເປັນພະຍານຢ່າງແທ້ຈິງ ແລະ ແມ່ນຜູ້ທີ່ພຣະເຈົ້າສາມາດເຮັດໃຫ້ສົມບູນໄດ້ຢ່າງແທ້ຈິງ.
(ຄັດຈາກບົດ “ຄົນຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ພວກຜີສາດ ແລະ ວິນຍານຊົ່ວຮ້າຍໄດ້ແລ່ນອາລະວາດຢູ່ເທິງແຜ່ນດິນໂລກເປັນເວລາດົນນານ ແລະ ໄດ້ປິດກັ້ນຄວາມປະສົງ ແລະ ຄວາມພະຍາຍາມຢ່າງເຈັບປວດຂອງພຣະເຈົ້າຢ່າງປຶກໜາຈົນບໍ່ສາມາດເຈາະຜ່ານພວກມັນໄດ້. ຈັ່ງແມ່ນເປັນຄວາມຜິດບາບຂອງມະນຸດແທ້ໆ! ພຣະເຈົາຈະບໍ່ຮູ້ສຶກກັງວົນໃຈໄດ້ແນວໃດ? ພຣະເຈົ້າຈະບໍ່ຮູ້ສຶກໂກດຮ້າຍໄດ້ແນວໃດ? ພວກເຂົາໄດ້ຂັດຂວາງ ແລະ ຕໍ່ຕ້ານພາລະກິດຂອງພຣະເຈົ້າຢ່າງຮ້າຍແຮງ: ຊ່າງກະບົດແທ້ໆ! ແມ່ນແຕ່ພວກຜີສາດທັງໃຫຍ່ ແລະ ນ້ອຍຍັງພາກັນປະພຶດຄືໝາຈິ້ງຈອກຢູ່ໃຕ້ຕີນຂອງສິງ ແລະ ຕິດຕາມກະແສຄວາມຊົ່ວຮ້າຍ ສ້າງຄວາມວຸ້ນວາຍຢູ່ທຸກບ່ອນທີ່ພວກເຂົາໄປ. ເຖິງຈະຮູ້ຄວາມຈິງ ແຕ່ພວກເຂົາກໍຈົງໃຈຕໍ່ຕ້ານສິ່ງນັ້ນ, ພວກລູກຊາຍແຫ່ງການກະບົດເອີຍ! ມັນຄືກັບວ່າ ບັດນີ້ກະສັດແຫ່ງນາຮົກຂອງພວກເຂົາໄດ້ຂຶ້ນຄອງບັນລັງຂອງກະສັດແລ້ວ, ພວກເຂົາຈຶ່ງໄດ້ພໍໃຈ ແລະ ພູມໃຈກັບໂຕເອງ, ພາກັນປະຕິບັດຕໍ່ຄົນອື່ນດ້ວຍຄວາມດູໝິ່ນ. ມີຈັກຄົນທ່າມກາງພວກເຂົາທີ່ສະແຫວງຫາຄວາມຈິງ ແລະ ເຮັດຕາມຄວາມຊອບທໍາ? ພວກເຂົາທຸກຄົນລ້ວນແລ້ວແຕ່ເປັນສັດຮ້າຍທີ່ບໍ່ມີຫຍັງດີໄປກວ່າໝູ ແລະ ໝາທີ່ຢູ່ໃນແຖວໜ້າຂອງຝູງແມງວັນທີ່ເໝັນເນົ່າ, ແກວງຫົວຂອງພວກມັນຢ່າງພາກພູມໃຈກັບໂຕເອງ ແລະ ສ້າງບັນຫາທຸກປະເພດ.[1] ພວກມັນເຊື່ອວ່າ ກະສັດແຫ່ງນາຮົກຂອງພວກມັນແມ່ນກະສັດທີ່ຍິ່ງໃຫຍ່ທີ່ສຸດ ໂດຍທີ່ບໍ່ຮູ້ວ່າ ພວກມັນເອງບໍ່ແມ່ນສິ່ງອື່ນໃດນອກຈາກແມງວັນທີ່ເໝັນເນົ່າ. ແຕ່ເຖິງຢ່າງນັ້ນ ພວກມັນກໍຍັງຖືໂອກາດໃຊ້ອໍານາດຂອງໝູ ແລະ ໝາທີ່ພວກຖືກວ່າເປັນພໍ່ແມ່ເພື່ອໃສ່ຮ້າຍປ້າຍສີຕໍ່ການມີຢູ່ຂອງພຣະເຈົ້າ. ພວກແມງວັນໂຕນ້ອຍໆຄິດວ່າ ພໍ່ແມ່ຂອງພວກມັນໃຫຍ່ຊໍ່າກັບແຂ້ວປາວານ.[2] ພວກມັນບໍ່ຮູ້ເລີຍວ່າ ໃນຂະນະທີ່ພວກມັນເອງເປັນໂຕນ້ອຍໆ ແຕ່ພໍ່ແມ່ຂອງພວກມັນຄືໝູ ແລະ ໝາສົກກະປົກທີ່ໃຫຍ່ກວ່າພວກມັນຫຼາຍກວ່າຮ້ອຍລ້ານເທົ່າ? ການບໍ່ຮູ້ເຖິງຄວາມຕໍ່າຕ້ອຍຂອງພວກມັນ, ພວກມັນອາໄສກິ່ນເໝັນຂອງຄວາມເນົ່າເປື່ອຍຈາກພວກໝູ ແລະ ໝາເຫຼົ່ານັ້ນເພື່ອແລ່ນອາລະວາດໄປທົ່ວ ແລະ ມີແນວຄິດຢ່າງສິ້ນຫວັງທີ່ຈະໃຫ້ກໍາເນີດລູກຫຼານຮຸ່ນໃໝ່ໃນອະນາຄົດ. ມັນຊ່າງໜ້າອັບອາຍທີ່ສຸດ! ການມີປີກສີຂຽວຕິດຢູ່ບ່າຂອງພວກມັນ (ນີ້ໝາຍເຖິງຄໍາກ່າວອ້າງຂອງພວກມັນໃນການເຊື່ອພຣະເຈົ້າ), ພວກມັນທະນົງຕົວ ແລະ ໂອ້ອວດກັບຄວາມສວຍງາມ ແລະ ສະເໜ່ຂອງພວກມັນຢູ່ທຸກບ່ອນ ໃນຂະນະທີ່ພວກມັນໂຍນຄວາມບໍ່ບໍລິສຸດທີ່ຢູ່ໃນຮ່າງກາຍຂອງພວກມັນຢ່າງລັບໆໃຫ້ກັບມະນຸດ. ຍິ່ງໄປກວ່ານັ້ນ ພວກມັນຍັງພໍໃຈຫຼາຍກັບໂຕເອງ ຄືກັບວ່າ ພວກມັນສາມາດໃຊ້ປີກສີຮຸ້ງສອງປີກເພື່ອປົກປິດຄວາມບໍ່ບໍລິສຸດຂອງພວກມັນ ແລະ ດ້ວຍວິທີເຫຼົ່ານີ້ ພວກມັນຈິ່ງນໍາເອົາການກົດຂີ່ຂົ່ມເຫັງຂອງພວກມັນມາເປັນພາລະໃນການມີຢູ່ຂອງພຣະເຈົ້າທີ່ແທ້ຈິງ (ນີ້ໝາຍເຖິງສິ່ງທີ່ເກີດຂຶ້ນຢູ່ເບື້ອງຫຼັງໂລກສາສະໜາ). ມະນຸດຈະຮູ້ໄດ້ແນວໃດວ່າ ເຖິງວ່າປີກຂອງແມງວັນອາດຈະງົດງາມ ແລະ ເປັນຕາຫຼົງໄຫຼ ແຕ່ ແທ້ຈິງແລ້ວ ແມງວັນເອງກໍເປັນພຽງສິ່ງມີຊີວິດໂຕນ້ອຍໆທີ່ມີທ້ອງເຕັມໄປດ້ວຍສິ່ງເປິເປື້ອນ ແລະ ຮ່າງກາຍປົກຄຸມໄປດ້ວຍເຊື້ອໂລກ? ໂດຍອາໄສກໍາລັງຂອງໝູ ແລະ ໝາທີ່ພວກມັນຖືວ່າເປັນພໍ່ແມ່ຂອງພວກມັນ, ພວກມັນແລ່ນອາລະວາດທົ່ວດິນແດນ (ນີ້ໝາຍເຖິງວິທີທີ່ເຈົ້າໜ້າທີ່ທາງສາດສະໜາ ຜູ້ທີ່ຂົ່ມເຫັງພຣະເຈົ້າອາໄສການສະໜັບສະໜູນຢ່າງເຂັ້ມແຂງຈາກລັດຖະບານຂອງປະເທດເພື່ອກະບົດຕໍ່ພຣະເຈົ້າທີ່ແທ້ຈິງ ແລະ ຕໍ່ຄວາມຈິງ) ຢ່າງເປັນອິດສະຫຼະໃນຄວາມໂຫດຮ້າຍຂອງພວກມັນ. ມັນຄືກັບວ່າ ຜີຂອງພວກຟາຣີຊາຍທີ່ເປັນຊາວຢິວໄດ້ກັບຄືນມາປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ພ້ອມກັບພຣະເຈົ້າ, ໄດ້ກັບສູ່ຮັງເກົ່າຂອງພວກເຂົາ. ພວກເຂົາໄດ້ເລີ່ມພາລະກິດແຫ່ງການກົດຂີ່ຂົ່ມເຫັງຂອງພວກເຂົາອີກຄັ້ງ ໂດຍສືບຕໍ່ພາລະກິດຂອງພວກເຂົາທີ່ໄດ້ປະຕິບັດມາເປັນເວລາຫຼາຍພັນປີ. ໃນທີ່ສຸດ ກຸ່ມຄົນທີ່ເສື່ອມຊາມນີ້ຈະດັບສູນຢູ່ເທິງແຜ່ນດິນໂລກຢ່າງແນ່ນອນ! ມັນປາກົດວ່າ ພາຍຫຼັງຫຼາຍສະຫັດສະຫວັດ ວິນຍານທີ່ສົກກະປົກຍິ່ງມີເລ່ຫຼ່ຽມ ແລະ ມາຍາຫຼາຍຂຶ້ນ. ພວກເຂົາຄິດເຖິງວິທີທີ່ຈະທໍາລາຍພາລະກິດຂອງພຣະເຈົ້າຢ່າງລັບໆຕະຫຼອດ. ດ້ວຍເລ່ຫຼ່ຽມ ແລະ ກົນອຸບາຍຢ່າງຫຼວງຫູາຍ, ພວກເຂົາປາດຖະໜາທີ່ຈະເຮັດໃຫ້ມີເຫດການໂສກອະນາດຕະກໍາແຫ່ງຫຼາຍພັນປີຜ່ານມາເກີດຂຶ້ນອີກຄັ້ງໃນບ້ານເກີດເມືອງນອນຂອງພວກເຂົາ ໂດຍກະຕຸ້ນພຣະເຈົ້າເກືອບເຖິງຈຸດທີ່ຈະຮ້ອງໄຫ້ອອກມາເປັນສຽງດັງໆ. ພຣະອົງເກືອບຈະຢັບຢັ້ງຕົວພຣະອົງບໍ່ໄດ້ຈາກການກັບໄປສະຫວັນຊັ້ນສາມເພື່ອທໍາລາຍລ້າງພວກເຂົາ.
(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (7)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ໝາຍເຫດ:
1. “ສ້າງບັນຫາທຸກປະເພດ” ໝາຍເຖິງການທີ່ຜູ້ຄົນທີ່ເປັນຜີສາດກໍ່ຄວາມວຸ້ນວາຍ, ກີດຂວາງ ແລະ ຕໍ່ຕ້ານພາລະກິດຂອງພຣະເຈົ້າ.
2. “ແຂ້ວປາວານ” ແມ່ນໃຊ້ເພື່ອເປັນການເຍາະເຍີ້ຍ. ມັນຄືຄໍາອຸປະມາທີ່ປຽບທຽບແມງວັນທີ່ເປັນໂຕນ້ອຍໆ ຈົນເຮັດໃຫ້ໝູ ແລະ ໝາປາກົດເບິ່ງຄືກັບວ່າ ໃຫຍ່ຊໍ່າກັບປາວານສໍາລັບພວກມັນ.