ຫຼັງຈາກທີ່ເຈົ້າເຂົ້າໃຈຄວາມຈິງ, ເຈົ້າຄວນນໍາມັນເຂົ້າສູ່ການປະຕິບັດ

ພາລະກິດ ແລະ ພຣະທຳຂອງພຣະເຈົ້າມີເຈດຕະນາທີ່ເຮັດໃຫ້ເກີດການປ່ຽນແປງໃນອຸປະນິໄສຂອງພວກເຈົ້າ; ເປົ້າໝາຍຂອງພຣະອົງບໍ່ແມ່ນພຽງເຮັດໃຫ້ພວກເຈົ້າມີຄວາມເຂົ້າໃຈ ຫຼື ຄວາມຮູ້. ນັ້ນມັນບໍ່ພຽງພໍ. ຄົນທີ່ມີຄວາມສາມາດໃນການເຂົ້າໃຈບໍ່ຄວນມີຄວາມຫຍຸ້ງຍາກໃນການເຂົ້າໃຈພຣະທຳຂອງພຣະເຈົ້າ ເພາະພຣະທຳສ່ວນໃຫຍ່ຂອງພຣະເຈົ້າແມ່ນສະແດງອອກໃນພາສາຂອງມະນຸດ ແລະ ພຣະອົງເວົ້າຢ່າງແຈ່ມແຈ້ງຫຼາຍ. ຍົກຕົວຢ່າງເຊັ່ນ ພວກເຂົາສາມາດຮຽນຮູ້ວ່າ ພຣະເຈົ້າຕ້ອງການໃຫ້ພວກເຂົາເຂົ້າໃຈ ແລະ ປະຕິບັດຫຍັງ; ນີ້ແມ່ນສິ່ງທີ່ຄົນປົກກະຕິ ຜູ້ເຊິ່ງມີຄວາມສາມາດໃນການເຂົ້າໃຈ ຄວນສາມາດເຮັດໄດ້. ໂດຍສະເພາະແລ້ວ ພຣະທຳທີ່ພຣະເຈົ້າກ່າວໃນຂັ້ນຕອນປັດຈຸບັນກໍຊັດເຈນ ແລະ ໂປ່ງໃສເປັນພິເສດ ແລະ ພຣະເຈົ້າກໍາລັງຊີ້ໃຫ້ເຫັນຫຼາຍໆສິ່ງທີ່ຜູ້ຄົນບໍ່ໄດ້ພິຈາລະນາ ພ້ອມທັງທຸກລັກສະນະຂອງສະພາວະຂອງມະນຸດ. ພຣະທຳຂອງພຣະອົງປົກຄຸມໝົດທຸກຢ່າງ ແລະ ແຈ່ມແຈ້ງຄືກັບແສງສະຫວ່າງຂອງເດືອນເພັງ. ແລ້ວໃນຕອນນີ້ ຜູ້ຄົນກໍເຂົ້າໃຈບັນຫາຫຼາຍຢ່າງ, ແຕ່ຍັງມີສິ່ງທີ່ຂາດໄປ ນັ້ນກໍຄືການທີ່ຜູ້ຄົນນໍາພຣະທຳຂອງພຣະອົງເຂົ້າສູ່ໃນການປະຕິບັດ. ຜູ້ຄົນຕ້ອງປະສົບກັບຄວາມຈິງທຸກດ້ານຢ່າງລະອຽດ ແລະ ຄົ້ນຫາ ແລະ ສະແຫວງຫາໃນລາຍລະອຽດຫຼາຍຂຶ້ນ, ແທນທີ່ຈະລໍຖ້າຮັບເອົາແມ່ນຫຍັງກໍຕາມທີ່ຖືກຈັດກຽມໄວ້ໃຫ້ກັບພວກເຂົາແລ້ວ; ຖ້າບໍ່ດັ່ງນັ້ນ ພວກເຂົາກໍບໍ່ຕ່າງຫຍັງກັບເຊື້ອກາຝາກ. ຜູ້ທີ່ຮູ້ຈັກພຣະທຳຂອງພຣະເຈົ້າ, ແຕ່ບໍ່ໄດ້ນໍາໄປປະຕິບັດບໍ່ຮັກຄວາມຈິງ ແລະ ຈະຖືກກໍາຈັດໄປໃນທີ່ສຸດ. ເພື່ອຈະເປັນຄືກັບເປໂຕໃນຊຸມປີ 90, ນີ້ໝາຍຄວາມວ່າ ພວກເຈົ້າແຕ່ລະຄົນຄວນປະຕິບັດພຣະທຳຂອງພຣະເຈົ້າ, ມີທາງເຂົ້າທີ່ແທ້ຈິງໃນປະສົບການຂອງພວກເຈົ້າ ແລະ ເຖິງກັບໄດ້ຮັບເອົາແສງສະຫວ່າງທີ່ຍິ່ງໃຫຍ່ເພີ່ມຂຶ້ນເລື້ອຍໆໃນການຮ່ວມມືຂອງພວກເຈົ້າກັບພຣະເຈົ້າ ເຊິ່ງຈະເປັນຄວາມຊ່ວຍເຫຼືອທີ່ເພີ່ມຂຶ້ນເລື້ອຍໆໃນສູ່ຊີວິດຂອງພວກເຈົ້າເອງ. ຖ້າພວກເຈົ້າໄດ້ອ່ານພຣະທຳຫຼາຍຂໍ້ຂອງພຣະເຈົ້າ ແຕ່ເຂົ້າໃຈພຽງແຕ່ຄວາມໝາຍຂອງຄໍາສັບ ແລະ ບໍ່ພະຍາຍາມມີປະສົບການກັບພຣະທຳຂອງພຣະເຈົ້າຜ່ານການພົບພໍ້ແທ້, ແລ້ວເຈົ້າກໍຈະບໍ່ຮູ້ຈັກພຣະທໍາຂອງພຣະເຈົ້າ. ຕາມຄວາມຄິດຂອງເຈົ້າແລ້ວ, ພຣະທຳຂອງພຣະເຈົ້າບໍ່ແມ່ນຊີວິດ ແຕ່ເປັນພຽງຄໍາສັບທີ່ບໍ່ມີຊີວິດ. ແລ້ວຖ້າເຈົ້າພຽງແຕ່ດຳລົງຊີວິດໂດຍປະຕິບັດຕາມຄໍາສັບທີ່ບໍ່ມີຊີວິດເທົ່ານັ້ນ, ແລ້ວເຈົ້າກໍບໍ່ສາມາດເຂົ້າໃຈເຖິງແກ່ນແທ້ຂອງພຣະທຳຂອງພຣະເຈົ້າໄດ້ ແລະ ເຈົ້າຈະບໍ່ເຂົ້າໃຈເຈດຕະນາຂອງພຣະອົງເລີຍ. ມີແຕ່ເມື່ອເຈົ້າມີປະສົບການກັບພຣະທຳຂອງພຣະເຈົ້າໃນປະສົບການທີ່ແທ້ຈິງຂອງເຈົ້າເທົ່ານັ້ນ ຄວາມໝາຍຝ່າຍວິນຍານຂອງພຣະທຳຂອງພຣະເຈົ້າຈຶ່ງຈະເປີດເຜີຍຕົວມັນເອງໃຫ້ແກ່ເຈົ້າ ແລະ ໃນປະສົບການເທົ່ານັ້ນ ເຈົ້າຈຶ່ງສາມາດເຂົ້າໃຈຄວາມໝາຍຝ່າຍວິນຍານກ່ຽວກັບຄວາມຈິງຫຼາຍຢ່າງ ແລະ ໄຂຄວາມລຶກລັບແຫ່ງພຣະທຳຂອງພຣະເຈົ້າໄດ້. ຖ້າເຈົ້າບໍ່ນໍາພຣະທຳເຂົ້າສູ່ການປະຕິບັດ ແລ້ວບໍ່ວ່າພຣະທຳຂອງພຣະອົງຈະຊັດເຈນສໍ່າໃດກໍຕາມ, ສິ່ງດຽວທີ່ເຈົ້າເຂົ້າໃຈກໍເປັນພຽງຄໍາສັບ ແລະ ຄຳສັ່ງສອນທີ່ວ່າງເປົ່າເທົ່ານັ້ນ ເຊິ່ງໄດ້ກາຍເປັນກົດລະບຽບທາງສາສະໜາໃຫ້ກັບເຈົ້າ. ສິ່ງນີ້ບໍ່ແມ່ນສິ່ງທີ່ພວກຟາຣີຊາຍເຮັດບໍ? ຖ້າພວກເຈົ້າປະຕິບັດ ແລະ ປະສົບກັບພຣະທຳຂອງພຣະເຈົ້າ, ພຣະທຳນັ້ນກໍຈະເປັນຈິງກັບພວກເຈົ້າ; ຖ້າພວກເຈົ້າບໍ່ສະແຫວງຫາເພື່ອປະຕິບັດພຣະທຳນັ້ນ, ແລ້ວພຣະທຳຂອງພຣະເຈົ້າສໍາລັບພວກເຈົ້າແລ້ວ ກໍບໍ່ຕ່າງຫຍັງກັບເລື່ອງເລົ່າລືໃນສະຫວັນຊັ້ນສາມ. ໃນຄວາມເປັນຈິງແລ້ວ, ຂະບວນການຂອງການເຊື່ອໃນພຣະເຈົ້າແມ່ນຂະບວນການທີ່ພວກເຈົ້າປະສົບກັບພຣະທຳຂອງພຣະອົງ ພ້ອມທັງຖືກພຣະເຈົ້າຮັບເອົາ ຫຼື ເພື່ອເວົ້າໃຫ້ຊັດເຈນຂຶ້ນກວ່ານີ້ກໍຄື ການເຊື່ອໃນພຣະເຈົ້າແມ່ນການມີຄວາມຮູ້ ແລະ ຄວາມເຂົ້າໃຈໃນພຣະທຳຂອງພຣະອົງ ແລະ ການປະສົບກັບ ແລະ ດຳລົງຊີວິດຕາມພຣະທຳຂອງພຣະອົງ; ນັ້ນແມ່ນຄວາມເປັນຈິງທີ່ຢູ່ເບື້ອງຫຼັງຄວາມເຊື່ອຂອງພວກເຈົ້າໃນພຣະເຈົ້າ. ຖ້າພວກເຈົ້າເຊື່ອໃນພຣະເຈົ້າ ແລະ ພຽງແຕ່ຫວັງມີຊີວິດຕະຫຼອດໄປເປັນນິດ ໂດຍບໍ່ສະແຫວງຫາເພື່ອປະຕິບັດພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມຈິງ-ຄວາມເປັນຈິງ, ແລ້ວພວກເຈົ້າກໍໂງ່ຈ້າ. ນີ້ເປັນຄືກັບການໄປງານລ້ຽງສະຫຼອງ ແລະ ເບິ່ງອາຫານ ແລະ ຮຽນຮູ້ສິ່ງຂອງແຊບໆດ້ວຍໃຈເທົ່ານັ້ນ ໂດຍບໍ່ໄດ້ຊີມມັນເລີຍ, ມັນຈະຄືກັບການບໍ່ກິນ ຫຼື ການບໍ່ດື່ມຫຍັງເລີຍ. ຄົນປະເພດນັ້ນບໍ່ແມ່ນຄົນໂງ່ບໍ?

ພາຍໃນພຣະທໍາຂອງພຣະເຈົ້າແມ່ນຄວາມຈິງທີ່ມະນຸດຕ້ອງມີ, ສິ່ງທີ່ມີຜົນປະໂຫຍດ ແລະ ເປັນປະໂຫຍດທີ່ສຸດໃຫ້ກັບມະນຸດຊາດ, ຢາບຳລຸງ ແລະ ການບຳລຸງລ້ຽງທີ່ຮ່າງກາຍຂອງພວກເຈົ້າຕ້ອງການ, ເປັນສິ່ງທີ່ຊ່ວຍໃຫ້ມະນຸດຟື້ນຟູຄວາມເປັນມະນຸດປົກກະຕິຂອງເຂົາ ແລະ ຄວາມຈິງທີ່ມະນຸດຄວນປະກອບມີ. ຍິ່ງພວກເຈົ້າປະຕິບັດພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ, ຊີວິດຂອງພວກເຈົ້າກໍຍິ່ງເກີດດອກອອກຜົນໄດ້ໄວຫຼາຍສໍ່ານັ້ນ ແລະ ຄວາມຈິງກໍຍິ່ງຈະຊັດເຈນຫຼາຍສໍ່ານັ້ນ. ໃນຂະນະທີ່ເຈົ້າເຕີບໃຫຍ່ໃນວຸດທິພາວະ, ພວກເຈົ້າກໍຈະເຫັນສິ່ງຕ່າງໆຢູ່ໃນໂລກຝ່າຍວິນຍານຢ່າງຊັດເຈນຂຶ້ນ ແລະ ພວກເຈົ້າຈະມີພະລັງເພິ່ມຂຶ້ນເພື່ອເອົາຊະນະຊາຕານ. ຄວາມຈິງຫຼາຍຢ່າງທີ່ພວກເຈົ້າບໍ່ເຂົ້າໃຈກໍຈະຖືກເຮັດໃຫ້ແຈ່ມແຈ້ງ ເມື່ອພວກເຈົ້າປະຕິບັດພຣະທຳຂອງພຣະເຈົ້າ. ຄົນສ່ວນຫຼາຍແມ່ນພໍໃຈກັບການເຂົ້າໃຈຂໍ້ຄວາມແຫ່ງພຣະທຳຂອງພຣະເຈົ້າເທົ່ານັ້ນ ແລະ ໃສ່ໃຈກັບການປະກອບຕົນເອງດ້ວຍຄຳສັ່ງສອນ ແທນທີ່ຈະລົງເລິກໃນປະສົບການປະຕິບັດຂອງພວກເຂົາ, ແຕ່ນັ້ນບໍ່ແມ່ນວິທີຂອງພວກຟາຣີຊາຍບໍ? ພວກເຂົາສາມາດໄດ້ຮັບຄວາມເປັນຈິງຈາກວະລີທີ່ວ່າ “ພຣະທຳຂອງພຣະເຈົ້າແມ່ນຊີວິດ” ໂດຍການເຮັດສິ່ງນີ້ບໍ? ຊີວິດຂອງບຸກຄົນໃດໜຶ່ງບໍ່ສາມາດເຕີບໃຫຍ່ໄດ້ໂດຍການອ່ານພຣະທຳຂອງພຣະເຈົ້າພຽງຢ່າງດຽວ, ແຕ່ມີແຕ່ເມື່ອພຣະທຳຂອງພຣະເຈົ້າຖືກນໍາເຂົ້າສູ່ການປະຕິບັດ. ຖ້າມັນເປັນຄວາມເຊື່ອຂອງເຈົ້າທີ່ວ່າ ການເຂົ້າໃຈພຣະທຳຂອງພຣະເຈົ້າແມ່ນສິ່ງດຽວທີ່ຈຳເປັນໃນການມີຊີວິດ ແລະ ວຸດທິພາວະ, ແລ້ວຄວາມເຂົ້າໃຈຂອງເຈົ້າກໍບົກຜ່ອງ. ການເຂົ້າໃຈພຣະທຳຂອງພຣະເຈົ້າຢ່າງແທ້ຈິງເກີດຂຶ້ນເມື່ອເຈົ້າປະຕິບັດຄວາມຈິງ ແລະ ເຈົ້າຕ້ອງເຂົ້າໃຈວ່າ “ໂດຍການປະຕິບັດຄວາມຈິງເທົ່ານັ້ນ ຈຶ່ງຈະເຂົ້າໃຈຄວາມຈິງໄດ້”. ໃນປັດຈຸບັນ, ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າ, ເຈົ້າພຽງແຕ່ສາມາດເວົ້າວ່າ ເຈົ້າຮູ້ຈັກພຣະທຳຂອງພຣະເຈົ້າ, ແຕ່ເຈົ້າບໍ່ສາມາດເວົ້າໄດ້ວ່າ ເຈົ້າເຂົ້າໃຈພຣະທຳນັ້ນ. ບາງຄົນເວົ້າວ່າ ກ່ອນອື່ນໝົດຄົນໆໜຶ່ງຕ້ອງເຂົ້າໃຈຄວາມຈິງກ່ອນທີ່ພວກເຂົາຈະສາມາດປະຕິບັດມັນໄດ້, ແຕ່ຄຳເວົ້ານີ້ພຽງຖືກແຕ່ບາງສ່ວນ ແລະ ບໍ່ຖືກຕ້ອງທັງໝົດ. ກ່ອນທີ່ເຈົ້າມີຄວາມຮູ້ກ່ຽວກັບຄວາມຈິງ, ເຈົ້າບໍ່ໄດ້ມີປະສົບການກັບຄວາມຈິງນັ້ນ. ຄວາມຮູ້ສຶກທີ່ວ່າ ເຈົ້າເຂົ້າໃຈສິ່ງທີ່ເຈົ້າໄດ້ຍິນຈາກການເທດສະໜາບໍ່ແມ່ນຄວາມເຂົ້າໃຈຢ່າງແທ້ຈິງ, ນີ້ເປັນພຽງການມີຄຳເວົ້າຕາມຕົວອັກສອນແຫ່ງຄວາມຈິງເທົ່ານັ້ນ ແລະ ມັນບໍ່ຄືກັບການເຂົ້າໃຈຄວາມໝາຍທີ່ແທ້ຈິງທີ່ຢູ່ໃນນັ້ນ. ການມີພຽງແຕ່ຄວາມຮູ້ຜິວເຜີນກ່ຽວກັບຄວາມຈິງ ບໍ່ໄດ້ໝາຍຄວາມວ່າເຈົ້າເຂົ້າໃຈມັນຢ່າງແທ້ຈິງ ຫຼື ມີຄວາມຮູ້ກ່ຽວກັບມັນ; ຄວາມໝາຍທີ່ແທ້ຈິງຂອງຄວາມຈິງແມ່ນມາຈາກການມີປະສົບການກັບຄວາມຈິງນັ້ນ. ສະນັ້ນ, ມີແຕ່ເມື່ອເຈົ້າມີປະສົບການກັບຄວາມຈິງເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຂົ້າໃຈຄວາມຈິງໄດ້ ແລະ ມີແຕ່ເມື່ອນັ້ນ ເຈົ້າຈຶ່ງເຂົ້າໃຈສ່ວນລີ້ລັບຂອງຄວາມຈິງໄດ້. ການເຮັດໃຫ້ປະສົບການຂອງເຈົ້າເລິກເຊິ່ງເປັນພຽງວິທີດຽວທີ່ຈະເຂົ້າໃຈຄວາມໝາຍແອບແຝງຂອງຄວາມຈິງ ແລະ ເຂົ້າໃຈເຖິງໃຈແກ່ນແທ້ຂອງຄວາມຈິງ. ສະນັ້ນ, ເຈົ້າສາມາດໄປໄດ້ທຸກບ່ອນດ້ວຍຄວາມຈິງ, ແຕ່ຖ້າບໍ່ມີຄວາມຈິງໃນຕົວເຈົ້າ, ແລ້ວຢ່າຄິດພະຍາຍາມແມ່ນແຕ່ຈະເຮັດໃຫ້ສະມາຊິກໃນຄອບຄົວຂອງເຈົ້າເຊື່ອເລີຍ, ແຮງໄກຖ້າເປັນຜູ້ຄົນຂອງສາສະໜາ. ຫາກປາສະຈາກຄວາມຈິງ, ເຈົ້າກໍເປັນເໝືອນກັບຫິມະທີ່ປິວໄປມາ, ແຕ່ເມື່ອມີຄວາມຈິງ, ເຈົ້າສາມາດມີຄວາມສຸກ ແລະ ເປັນອິດສະຫຼະ ໂດຍບໍ່ມີໃຜສາມາດໂຈມຕີເຈົ້າໄດ້. ບໍ່ວ່າທິດສະດີຈະເຂັ້ມແຂງສໍ່າໃດກໍຕາມ, ມັນກໍບໍ່ສາມາດເອົາຊະນະຄວາມຈິງໄດ້. ເມື່ອມີຄວາມຈິງ, ໂລກກໍສາມາດແກວ່ງໄກວໄດ້ ແລະ ພູເຂົາ ແລະ ທະເລເຄື່ອນຍ້າຍ ໃນຂະນະທີ່ການຂາດຄວາມຈິງສາມາດເຮັດໃຫ້ກຳແພງເມືອງອັນເຂັ້ມແຂງຖືກໜອນກັດຫຼຸດລົງເປັນເສດດິນໄດ້. ນີ້ແມ່ນຄວາມຈິງທີ່ຊັດເຈນ.

ໃນຂັ້ນຕອນປັດຈຸບັນ, ມັນເປັນສິ່ງສຳຄັນທີ່ຈະຮູ້ຈັກຄວາມຈິງກ່ອນ, ແລ້ວນໍາຄວາມຈິງນັ້ນເຂົ້າສູ່ການປະຕິບັດ ແລະ ປະກອບຕົນເອງດ້ວຍຄວາມໝາຍທີ່ແທ້ຈິງແຫ່ງຄວາມຈິງ. ພວກເຈົ້າຄວນສະແຫວງຫາເພື່ອບັນລຸສິ່ງນີ້. ແທນທີ່ຈະສະແຫວງຫາເພື່ອເຮັດໃຫ້ຄົນອື່ນປະຕິບັດຕາມຄຳເວົ້າຂອງເຈົ້າເທົ່ານັ້ນ, ເຈົ້າຄວນເຮັດໃຫ້ພວກເຂົາປະຕິບັດຕາມການປະຕິບັດຂອງເຈົ້າ. ດ້ວຍສິ່ງນີ້ເທົ່ານັ້ນ ເຈົ້າຈຶ່ງຈະພົບໃນສິ່ງທີ່ມີຄວາມໝາຍ, ບໍ່ວ່າຈະມີຫຍັງເກີດຂຶ້ນກັບເຈົ້າ, ບໍ່ວ່າເຈົ້າຈະພົບກັບຜູ້ໃດກໍຕາມ, ຕາບໃດທີ່ເຈົ້າມີຄວາມຈິງ, ເຈົ້າຈະສາມາດຍຶດໝັ້ນໄດ້. ພຣະທຳຂອງພຣະເຈົ້າແມ່ນສິ່ງທີ່ນໍາຊີວິດມາໃຫ້ກັບມະນຸດ ບໍ່ແມ່ນຄວາມຕາຍ. ຖ້າຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າແລ້ວ ເຈົ້າບໍ່ມີຊີວິດຊີວາ ແຕ່ເຈົ້າຍັງຕາຍຢູ່, ແລ້ວມີບາງສິ່ງທີ່ຜິດພາດກັບເຈົ້າ. ຖ້າຫຼັງຈາກເວລາຊ່ວງໃດໜຶ່ງ, ເຈົ້າໄດ້ອ່ານພຣະທໍາຂອງພຣະເຈົ້າຫຼາຍຄັ້ງ ແລະ ໄດ້ຍິນຄຳເທດສະໜາທີ່ແທ້ຈິງຫຼາຍຢ່າງ, ແຕ່ເຈົ້າຍັງຢູ່ໃນສະພາບແຫ່ງຄວາມຕາຍ, ແລ້ວສິ່ງນີ້ພິສູດໃຫ້ເຫັນວ່າ ເຈົ້າບໍ່ໄດ້ເປັນຄົນທີ່ໃຫ້ຄຸນຄ່າກັບຄວາມຈິງ ແລະ ເຈົ້າບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ. ຖ້າພວກເຈົ້າສະແຫວງຫາທີ່ຈະຮັບເອົາພຣະເຈົ້າຢ່າງແທ້ຈິງ, ພວກເຈົ້າຈະບໍ່ໃສ່ໃຈກັບການຈັດກຽມຕົນເອງດ້ວຍຄຳສັ່ງສອນ ແລະ ນໍາໃຊ້ຄຳສັ່ງສອນທີ່ສູງສົ່ງເພື່ອສັ່ງສອນຄົນອື່ນ, ແຕ່ກົງກັນຂ້າມ ເຈົ້າຈະໃສ່ໃຈກັບການປະສົບກັບພຣະທຳຂອງພຣະເຈົ້າ ແລະ ນໍາຄວາມຈິງເຂົ້າສູ່ການປະຕິບັດ. ນີ້ບໍ່ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າສູ່ໃນປັດຈຸບັນບໍ?

ມີເວລາທີ່ຈຳກັດສຳລັບພຣະເຈົ້າໃນການປະຕິບັດພາລະກິດຂອງພຣະອົງໃນມະນຸດ, ສະນັ້ນແມ່ນຫຍັງຄືຜົນຕາມມາ ຖ້າເຈົ້າບໍ່ຮ່ວມມືກັບພຣະອົງ? ເປັນຫຍັງພຣະເຈົ້າຈຶ່ງຕ້ອງການໃຫ້ພວກເຈົ້າປະຕິບັດພຣະທໍາຂອງພຣະອົງສະເໝີເມື່ອພວກເຈົ້າເຂົ້າໃຈມັນ? ນັ້ນກໍຍ້ອນວ່າ ພຣະເຈົ້າໄດ້ເປີດເຜີຍພຣະທຳຂອງພຣະອົງໃຫ້ກັບພວກເຈົ້າ ແລະ ຂັ້ນຕອນຕໍ່ໄປຂອງພວກເຈົ້າກໍຄືການປະຕິບັດພຣະທຳເຫຼົ່ານີ້ຢ່າງແທ້ຈິງ. ໃນຂະນະທີ່ພວກເຈົ້າປະຕິບັດພຣະທຳເຫຼົ່ານີ້, ພຣະເຈົ້າຈະປະຕິບັດພາລະກິດແຫ່ງແສງສະຫວ່າງ ແລະ ການນໍາພາ. ສິ່ງຕ່າງໆແມ່ນສໍາເລັດໃນລັກສະນະນີ້. ພຣະທຳຂອງພຣະເຈົ້າປ່ອຍມະນຸດເກີດດອກອອກຜົນໃນຊີວິດ ແລະ ບໍ່ມີອົງປະກອບໃດທີ່ສາມາດເຮັດໃຫ້ມະນຸດບ່ຽງເບນ ຫຼື ເລີ່ມມີດ້ານລົບ. ເຈົ້າເວົ້າວ່າ ເຈົ້າໄດ້ອ່ານພຣະທຳຂອງພຣະເຈົ້າ ແລະ ປະຕິບັດພຣະທຳນັ້ນ, ແຕ່ເຈົ້າຍັງບໍ່ໄດ້ຮັບພາລະກິດໃດໜຶ່ງຈາກພຣະວິນຍານບໍລິສຸດເລີຍ. ຄຳເວົ້າຂອງເຈົ້າສາມາດຕົວະໄດ້ແຕ່ເດັກນ້ອຍເທົ່ານັ້ນ. ຄົນອື່ນອາດບໍ່ຮູ້ວ່າ ເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ຫຼື ບໍ່, ແຕ່ເຈົ້າຄິດບໍວ່າ ພຣະເຈົ້າກໍຈະບໍ່ຮູ້? ເປັນຫຍັງຄົນອື່ນຈຶ່ງປະຕິບັດພຣະທຳຂອງພຣະເຈົ້າ ແລະ ໄດ້ຮັບແສງສະຫວ່າງຂອງພຣະວິນຍານບໍລິສຸດ, ແຕ່ເຈົ້າປະຕິບັດພຣະທຳຂອງພຣະອົງ ແລະ ບໍ່ໄດ້ຮັບແສງສະຫວ່າງຂອງພຣະວິນຍານບໍລິສຸດ? ພຣະເຈົ້າມີຄວາມຮູ້ສຶກທາງເນື້ອໜັງບໍ? ຖ້າເຈດຕະນາຂອງເຈົ້າຖືກຕ້ອງແທ້ໆ ແລະ ເຈົ້າໄດ້ໃຫ້ຄວາມຮ່ວມມື, ແລ້ວພຣະວິນຍານຂອງພຣະເຈົ້າກໍຈະສະຖິດໃນຕົວເຈົ້າຢ່າງແນ່ນອນ. ບາງຄົນຈຶ່ງຕ້ອງການປັກທຸງຂອງພວກເຂົາເອງ, ແຕ່ເປັນຫຍັງພຣະເຈົ້າບໍ່ຍອມໃຫ້ພວກເຂົາມີອໍານາດ ແລະ ນໍາພາຄຣິສຕະຈັກ? ບາງຄົນພຽງແຕ່ປະຕິບັດບົດບາດຂອງພວກເຂົາ ແລະ ປະຕິບັດໜ້າທີ່ຂອງພວກເຂົາເທົ່ານັ້ນ ແລະ ກ່ອນທີ່ພວກເຂົາຈະຮູ້, ພວກເຂົາກໍໄດ້ຮັບເອົາການຍິນຍອມຂອງພຣະເຈົ້າ. ເປັນແບບນັ້ນໄດ້ແນວໃດ? ພຣະເຈົ້າກວດສອບສ່ວນເລິກຂອງຫົວໃຈມະນຸດ ແລະ ຜູ້ຄົນທີ່ສະແຫວງຫາຄວາມຈິງຕ້ອງເຮັດແບບນັ້ນດ້ວຍເຈດຕະນາທີ່ຖືກຕ້ອງ. ຜູ້ຄົນທີ່ບໍ່ມີເຈດຕະນາທີ່ຖືກຕ້ອງຈະບໍ່ສາມາດຍຶດໝັ້ນໄດ້. ໃນແກ່ນກາງຂອງມັນ, ເປົ້າໝາຍຫຼັກຂອງພວກເຈົ້າແມ່ນເພື່ອເຮັດໃຫ້ພຣະທຳຂອງພຣະເຈົ້າມີຜົນພາຍໃນພວກເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ມັນແມ່ນເພື່ອໃຫ້ມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບພຣະທຳຂອງພຣະເຈົ້າໃນການປະຕິບັດມັນຂອງພວກເຈົ້າ. ບາງເທື່ອ, ຄວາມສາມາດຂອງພວກເຈົ້າທີ່ຈະເຂົ້າໃຈພຣະທຳຂອງພຣະເຈົ້າມີຢູ່ຕໍ່າ, ແຕ່ເມື່ອພວກເຈົ້າປະຕິບັດພຣະທຳຂອງພຣະເຈົ້າ, ພຣະອົງສາມາດແກ້ໄຂຂໍ້ບົກຜ່ອງນີ້, ສະນັ້ນ ພວກເຈົ້າຈະບໍ່ພຽງແຕ່ຕ້ອງຮູ້ຄວາມຈິງຫຼາຍປະການເທົ່ານັ້ນ, ແຕ່ພວກເຈົ້າຕ້ອງປະຕິບັດຄວາມຈິງເຫຼົ່ານັ້ນອີກດ້ວຍ. ນີ້ແມ່ນການເອົາໃຈໃສ່ທີ່ຍິ່ງໃຫຍ່ທີ່ສຸດທີ່ບໍ່ສາມາດເມີນເສີຍໄດ້. ພຣະເຢຊູໄດ້ທົນທຸກກັບຄວາມອັບອາຍຫຼາຍຢ່າງ ແລະ ການທົນທຸກຫຼາຍຢ່າງໃນຕອນອາຍຸສາມສິບສາມປີເຄິ່ງ. ພຣະອົງທົນທຸກທໍລະມານຢ່າງຫຼວງຫຼາຍ ຍ້ອນພຣະອົງປະຕິບັດຄວາມຈິງ, ປະຕິບັດຕາມຄວາມປະສົງຂອງພຣະເຈົ້າໃນທຸກສິ່ງ ແລະ ພຽງແຕ່ສະແດງໃຫ້ເຫັນເຖິງການຄໍານຶງຕໍ່ເຈດຕະນາຂອງພຣະເຈົ້າ. ນີ້ແມ່ນການທົນທຸກທີ່ພຣະອົງຈະບໍ່ໄດ້ຜ່ານ ຖ້າພຣະອົງຮູ້ຈັກຄວາມຈິງ ໂດຍບໍ່ໄດ້ປະຕິບັດຄວາມຈິງນັ້ນ. ຖ້າພຣະເຢຊູປະຕິບັດຕາມຄຳສັ່ງສອນຂອງຊາວຢິວ ແລະ ປະຕິບັດຕາມພວກຟາຣີຊາຍ, ແລ້ວພຣະອົງກໍຈະບໍ່ທົນທຸກທໍລະມານ. ເຈົ້າສາມາດຮຽນຮູ້ຈາກການກະທຳຂອງພຣະເຢຊູວ່າ ປະສິດຕິພາບຂອງພາລະກິດຂອງພຣະເຈົ້າໃນມະນຸດແມ່ນມາຈາກການຮ່ວມມືຂອງມະນຸດ ແລະ ສິ່ງນີ້ແມ່ນສິ່ງທີ່ພວກເຈົ້າຕ້ອງຮັບຮູ້. ພຣະເຢຊູຈະໄດ້ຮັບຄວາມທຸກທໍລະມານດັ່ງທີ່ພຣະອົງໄດ້ຮັບຢູ່ເທິງໄມ້ກາງແຂນບໍ ຖ້າພຣະອົງບໍ່ໄດ້ປະຕິບັດຄວາມຈິງ? ພຣະອົງຈະໄດ້ອະທິຖານຢ່າງໂສກເສົ້າບໍ ຖ້າພຣະອົງບໍ່ໄດ້ປະຕິບັດຕາມຄວາມປາດຖະໜາຂອງພຣະເຈົ້າ? ດັ່ງນັ້ນ, ພວກເຈົ້າຄວນທົນທຸກເພື່ອການປະຕິບັດຄວາມຈິງ; ນີ້ແມ່ນລັກສະນະຂອງການທົນທຸກທີ່ມະນຸດຄວນອົດທົນ.

ກ່ອນນີ້: ກ່ຽວກັບການນຳໃຊ້ມະນຸດຂອງພຣະເຈົ້າ

ຕໍ່ໄປ: ຜູ້ທີ່ໄດ້ຮັບຄວາມລອດພົ້ນແມ່ນຜູ້ທີ່ຍິນດີປະຕິບັດຕາມຄວາມຈິງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້