ຜູ້ທີ່ໄດ້ຮັບຄວາມລອດພົ້ນແມ່ນຜູ້ທີ່ຍິນດີປະຕິບັດຕາມຄວາມຈິງ

ຄວາມຈໍາເປັນໃນການມີຊີວິດຄຣິສຕະຈັກທີ່ດີກໍໄດ້ຖືກກ່າວໄວ້ໃນບົດເທດສະໜາຢູ່ເປັນປະຈໍາ. ເປັນຫຍັງຊີວິດຂອງຄຣິສຕະຈັກຈຶ່ງຍັງບໍ່ດີຂຶ້ນ ແລະ ຍັງເປັນຄືເກົ່າ? ເປັນຫຍັງຈຶ່ງບໍ່ມີວິຖີຊີວິດອັນໃໝ່ ແລະ ທີ່ແຕກຕ່າງ? ແລ້ວເປັນເລື່ອງປົກກະຕິບໍທີ່ຄົນໃນສະຕະວັດທີ່ສິບເກົ້າຈະດໍາລົງຊີວິດຄືຈັກກະພັດໃນຍຸກຜ່ານມາ? ເຖິງວ່າສິ່ງທີ່ຜູ້ຄົນກິນ ແລະ ດື່ມໃນຕອນນີ້ຄືອາຫານແຊບນົວທີ່ຈະຊີ່ມລົດຊາດໄດ້ຍາກໃນຍຸກຜ່ານມາ ແຕ່ຍັງບໍ່ມີການປ່ຽນແປງຢ່າງໃຫຍ່ຫຼວງໃດໆໃນຊີວິດຄຣິສຕະຈັກ. ມັນບໍ່ຕ່າງຫຍັງກັບການເອົາເຫຼົ້າແວັງເກົ່າໃສ່ໃນຂວາດໃໝ່. ເປັນແບບນັ້ນແລ້ວ ການກ່າວຫຼາຍຄັ້ງຈາກພຣະເຈົ້າຈະມີປະໂຫຍດອັນໃດ? ຄຣິສຕະຈັກໃນບ່ອນສ່ວນໃຫຍ່ຍັງບໍ່ມີການປ່ຽນແປງເລີຍ. ເຮົາໄດ້ເຫັນກັບຕາຂອງເຮົາ ແລະ ມັນຈະແຈ້ງໃນໃຈຂອງເຮົາ; ເຖິງແມ່ນວ່າເຮົາຍັງບໍ່ທັນໄດ້ປະສົບກັບຊີວິດຂອງຄຣິສຕະຈັກດ້ວຍຕົນເອງ ເຮົາກໍຮູ້ສະພາບການຊຸມນຸມຂອງຄຣິສຕະຈັກປານຫຼັງມືຂອງເຮົາ. ພວກເຂົາບໍ່ມີຄວາມຄືບໜ້າຫຍັງຫຼາຍ. ມັນກັບໄປຄໍາເວົ້ານັ້ນທີ່ວ່າ ມັນເປັນຄືກັບການໃສ່ເຫຼົ້າແວັງເກົ່າເຂົ້າໃນຂວາດໃໝ່. ບໍ່ມີຫຍັງປ່ຽນແປງ! ເມື່ອມີຄົນລ້ຽງດູພວກເຂົາ ພວກເຂົາກໍລຸກປານໄຟ ແຕ່ເມື່ອບໍ່ມີໃຜຊ່ວຍພວກເຂົາ ພວກເຂົາກໍເຢັນປານນໍ້າກ້ອນ. ມີໜ້ອຍຄົນທີ່ສາມາດເວົ້າກ່ຽວກັບສິ່ງທີ່ເປັນໄປໄດ້ ແລະ ບໍ່ຄ່ອຍມີຜູ້ໃດສາມາດຮັບເອົາຕໍາແໜ່ງຜູ້ນໍາໄດ້. ເຖິງແມ່ນວ່າການເທດສະໜາຈະດີງາມ ແຕ່ກໍຫາຍາກທີ່ຈະມີຄົນເຂົ້າເຖິງ. ໜ້ອຍຄົນຖະໜອມຮັກພຣະທໍາຂອງພຣະເຈົ້າ. ພວກເຂົາຮ້ອງໄຫ້ເມື່ອພວກເຂົາຮັບເອົາພຣະທໍາຂອງພຣະເຈົ້າ, ຍິ້ມແຍ້ມເມື່ອພວກເຂົາວາງພຣະທໍາຂອງພຣະອົງລົງໄວ້ທາງຂ້າງ ແລະ ຂາດລົດຊາດ ແລະ ຂາດຄວາມສົດໃສເມື່ອພວກເຂົາອອກຈາກພຣະທໍານັ້ນ. ເວົ້າໃຫ້ຈະແຈ້ງກໍຄື ພວກເຈົ້າບໍ່ໄດ້ຖະໜອມຮັກພຣະທໍາຂອງພຣະເຈົ້າເລີຍ ແລະ ພວກເຈົ້າບໍ່ເຄີຍເຫັນຄຸນຄ່າພຣະທໍາທີ່ອອກມາຈາກປາກຂອງພຣະອົງໃນທຸກມື້ນີ້. ພວກເຈົ້າກັງວົນເມື່ອອ່ານພຣະທໍາຂອງພຣະອົງ ແລະ ຮູ້ສຶກອິດເມື່ອຍເມື່ອທ່ອງຂຶ້ນໃຈ ແລະ ເມື່ອເຖິງເວລານໍາເອົາພຣະທໍາຂອງພຣະເຈົ້າເຂົ້າສູ່ການປະຕິບັດ, ມັນກໍຄືກັນກັບການພະຍາຍາມຕິດຈັກນໍ້າສ້າງໂດຍດືງມັນດ້ວຍເສັ້ນຂົນຈາກຫາງມ້າ, ບໍ່ວ່າພວກເຈົ້າຈະພະຍາຍາມຫຼາຍພຽງໃດກໍຕາມ ພວກເຈົ້າກໍຈະບໍ່ສາມາດດືງມັນໄດ້ຢ່າງເຕັມກໍາລັງ. ພວກເຈົ້າຮູ້ສຶກມີກໍາລັງຕະຫຼອດເມື່ອອ່ານພຣະທໍາຂອງພຣະເຈົ້າ ແຕ່ຫຼົງລືມເມື່ອນໍາໄປປະຕິບັດ. ທີ່ຈິງແລ້ວ ພຣະທໍາເຫຼົ່ານີ້ບໍ່ຈໍາເປັນຕ້ອງຖືກເວົ້າດ້ວຍຄວາມພະຍາຍາມ ແລະ ຊໍ້າໄປຊໍ້າມາຢ່າງອົດທົນ; ແຕ່ຄວາມຈິງທີ່ວ່າ ຄົນມີແຕ່ຟັງໂດຍບໍ່ເອົາພຣະທໍາຂອງພຣະເຈົ້າມາປະຕິບັດໄດ້ກາຍເປັນອຸປະສັກໃຫ້ແກ່ພາລະກິດຂອງພຣະເຈົ້າ. ເຮົາຈະບໍ່ຍົກຂຶ້ນມາເວົ້າບໍ່ໄດ້, ເຮົາຈະບໍ່ເວົ້າກ່ຽວກັບມັນບໍ່ໄດ້. ເຮົາຈໍາເປັນຕ້ອງໄດ້ເວົ້າ; ບໍ່ແມ່ເຮົາມີຄວາມສຸກກັບການເປີດເຜີຍຄວາມອ່ອນແອຂອງຄົນອື່ນ. ພວກເຈົ້າຄິດວ່າ ການປະຕິບັດຂອງພວກເຈົ້າພຽງພໍຢ່າງບໍ່ຫຼາຍກໍໜ້ອຍ ແລະ ເມື່ອການເປີດໂປງຮອດຈຸດສູງສຸດ ພວກເຈົ້າຈະໄດ້ເຂົ້າໄປສູ່ຈຸດສູງສຸດນັ້ນບໍ? ມັນງ່າຍປານນັ້ນພຸ້ນບໍ? ພວກເຈົ້າບໍ່ເຄີຍສໍາຫຼວດເບິ່ງພື້ນຖານທີ່ປະສົບການຂອງພວກເຈົ້າຖືກສ້າງຂຶ້ນໃນທີ່ສຸດ! ໃນຕອນນີ້ ການຊຸມນຸມຂອງພວກເຈົ້າບໍ່ສາມາດຖືກເອີ້ນໄດ້ວ່າເປັນຊີວິດຄຣິສຕະຈັກທີ່ເໝາະສົມ ຫຼື ເປັນຊີວິດທາງຈິດວິນຍານທີ່ເໝາະສົມແມ່ນແຕ່ໜ້ອຍເລີຍ. ມັນເປັນພຽງການເຕົ້າໂຮມຂອງກຸ່ມຄົນທີ່ມັກໂອ້ລົມ ແລະ ຮ້ອງເພງ. ໃນຄວາມເປັນຈິງແລ້ວ ແມ່ນບໍ່ມີຄວາມເປັນຈິງຫຼາຍໃນການເຕົ້າໂຮມນັ້ນ. ເວົ້າຢ່າງຈະແຈ້ງກໍຄື ຖ້າເຈົ້າບໍ່ປະຕິບັດຕາມຄວາມຈິງ ແລ້ວຄວາມເປັນຈິງນັ້ນຢູ່ໃສ? ການທີ່ເຈົ້າເວົ້າວ່າເຈົ້າມີຄວາມເປັນຈິງ ບໍ່ແມ່ນເປັນການໂອ້ອວດບໍ? ບັນດາຜູ້ທີ່ປະຕິບັດພາລະກິດກໍພາກັນໂອ້ອວດ ແລະ ຈອງຫອງ ໃນຂະນະທີ່ຜູ້ເຊື່ອຟັງພັດມິດງຽບ ແລະ ກົ້ມຫົວຢູ່ ໂດຍບໍ່ມີໂອກາດເຝິກຫັດ. ຜູ້ທີ່ເຮັດພາລະກິດ ແມ່ນບໍ່ເຮັດຫຍັງ ນອກຈາກມີແຕ່ເວົ້າ, ເວົ້າແລ້ວເວົ້າອີກດ້ວຍຄໍາເວົ້າທີ່ຟັງສູງສົ່ງຂອງພວກເຂົາ ແລະ ຜູ້ຕິດຕາມກໍມີແຕ່ຟັງ. ບໍ່ມີການປ່ຽນແປງຫຍັງທີ່ຈະເວົ້າເຖິງເລີຍ; ສິ່ງທັງໝົດເຫຼົ່ານີ້ເປັນແນວທາງໃນອະດີດ! ໃນທຸກມື້ນີ້ ການທີ່ເຈົ້າຍອມຈໍານົນ ແລະ ບໍ່ກ້າແຊກແຊງ ຫຼື ກະທໍາການຕາມໃຈຕົວເອງແມ່ນຍ້ອນການມາຂອງພຣະດໍາລັດແຫ່ງການປົກຄອງຂອງພຣະເຈົ້າ; ມັນບໍ່ແມ່ນການປ່ຽນແປງທີ່ເຈົ້າໄດ້ມາຜ່ານປະສົບການ. ເຫດທີ່ເຈົ້າບໍ່ກ້າເຮັດບາງສິ່ງທີ່ເປັນການລະເມີດພຣະທໍາດໍາລັດແຫ່ງການປົກຄອງໃນປັດຈຸບັນແມ່ນຍ້ອນວ່າພາລະກິດຂອງພຣະເຈົ້າໄດ້ມີຜົນທີ່ຊັດເຈນ ແລະ ໄດ້ເອົາຊະນະຄົນ. ເຮົາຂໍຖາມບາງຄົນແດ່: ຄວາມສໍາເລັດຂອງເຈົ້າໃນທຸກມື້ນີ້ ມີຫຼາຍຊໍ່າໃດທີ່ໄດ້ມາດ້ວຍນໍ້າເຫື່ອນໍ້າແຮງໃນການເຮັດວຽກໜັກຂອງເຈົ້າ? ມີຫຼາຍຊໍ່າໃດແດ່ທີ່ພຣະເຈົ້າບອກເຈົ້າໂດຍກົງ? ເຈົ້າຈະຕອບແນວໃດ? ເຈົ້າຈະບໍ່ຕົກສະເງີ້ ແລະ ປາກບໍ່ອອກບໍ? ເປັນຫຍັງຜູ້ອື່ນຈຶ່ງສາມາດເວົ້າກ່ຽວກັບປະສົບການຕົວຈິງທັງຫຼາຍຂອງພວກເຂົາເພື່ອຫຼໍ່ລ້ຽງເຈົ້າ ໃນຂະນະທີ່ເຈົ້າມີແຕ່ກິນອາຫານທີ່ຄົນອື່ນປຸງແຕ່ງ? ເຈົ້າບໍ່ຮູ້ສຶກອັບອາຍບໍ? ພວກເຈົ້າອາດຈະດໍາເນີນການກວດກາຄວາມແທ້ຈິງ ໂດຍກວດກາເບິ່ງຄົນທີ່ດີພໍສົມຄວນ: ເຈົ້າເຂົ້າໃຈຄວາມຈິງຫຼາຍເທົ່າໃດ? ໃນທີ່ສຸດແລ້ວເຈົ້າປະຕິບັດຫຼາຍເທົ່າໃດ? ເຈົ້າຮັກໃຜຫຼາຍກວ່າກັນ, ພຣະເຈົ້າ ຫຼື ໂຕເຈົ້າເອງ? ເຈົ້າເປັນຜູ້ໃຫ້ຫຼາຍກວ່າ ຫຼື ເປັນຜູ້ຮັບຫຼາຍກວ່າ? ມີຈັກເທື່ອທີ່ເຈົ້າໄດ້ປະຖິ້ມຕົວຕົນເກົ່າຂອງເຈົ້າ ແລະ ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ເມື່ອເຈດຕະນາຂອງເຈົ້າຜິດ? ພຽງແຕ່ສອງສາມຄໍາຖາມເຫຼົ່ານີ້ກໍຈະເຮັດໃຫ້ຫຼາຍຄົນສັບສົນແລ້ວ. ສໍາລັບຄົນສ່ວນຫຼາຍ ເຖິງພວກເຂົາຮູ້ວ່າເຈດຕະນາຂອງພວກເຂົາຜິດ ພວກເຂົາກໍຍັງຕັ້ງໃຈກະທໍາຜິດ ແລະ ຍັງໄກທີ່ພວກເຂົາຈະປະຖິ້ມເນື້ອໜັງຂອງຕົວເອງ. ຄົນສ່ວນຫຼາຍປ່ອຍໃຫ້ຄວາມບາບແຜ່ຂະຫຍາຍໃນຕົນເອງ ໂດຍປ່ອຍໃຫ້ຄວາມບາບບົງການທຸກການກະທໍາຂອງຕົນ. ພວກເຂົາບໍ່ສາມາດເອົາຊະນະຄວາມບາບຂອງພວກເຂົາໄດ້ ແລະ ພວກເຂົສສືບຕໍ່ດໍາລົງຊີວິດຢູ່ໃນຄວາມບາບ. ມາຮອດຂັ້ນນີ້ແລ້ວ ມີຜູ້ໃດແດ່ທີ່ຍັງບໍ່ຮູ້ວ່າຕົນໄດ້ເຮັດບາບຈັກເທື່ອ? ຖ້າເຈົ້າເວົ້າວ່າເຈົ້າບໍ່ຮູ້ ເຮົາກໍຈະເວົ້າວ່າ ເຈົ້າກໍາລັງຕົວະ. ເວົ້າຕົງໆກໍຄື ມັນແມ່ນຄວາມບໍ່ເຕັມໃຈທີ່ຈະຍອມປະຖິ້ມຕົວຕົນເກົ່າຂອງເຈົ້າເອງ. ມັນມີປະໂຫຍດຫຍັງທີ່ຈະກ່າວ “ຄໍາສາລະພາບບາບຈາກໃຈ” ທີ່ບໍ່ມີຄຸນຄ່າ? ສິ່ງນີ້ຈະຊ່ວຍໃຫ້ເຈົ້າເຕີບໃຫຍ່ໃນຊີວິດຂອງເຈົ້າບໍ? ສາມາດເວົ້າໄດ້ວ່າ ການຮູ້ຈັກຕົນເອງນັ້ນເປັນວຽກເຕັມເວລາຂອງເຈົ້າ. ເຮົາເຮັດໃຫ້ຄົນສົມບູນຜ່ານການອ່ອນນ້ອມຂອງພວກເຂົາ ແລະ ການທີ່ພວກເຂົາປະຕິບັດຕາມພຣະທໍາຂອງພຣະເຈົ້າ. ຖ້າເຈົ້າສວມໃສ່ພຣະທໍາຂອງພຣະເຈົ້າຄືກັບການສ່ວມໃສ່ເຄື່ອງນຸ່ງ ເພື່ອໃຫ້ໂກ້ ແລະ ໂດດເດັ່ນ, ບໍ່ແມ່ນເຈົ້າກໍາລັງຕົວະຕົນເອງ ແລະ ຄົນອື່ນຢູບໍ? ຖ້າເຈົ້າມີແຕ່ເວົ້າ ແຕ່ບໍ່ເຄີຍປະຕິບັດ ເຈົ້າຈະໄດ້ປະໂຫຍດຫຍັງ?

ຫຼາຍຄົນສາມາດເວົ້າກ່ຽວກັບການປະຕິບັດໄດ້ເລັກນ້ອຍ ແລະ ພວກເຂົາສາມາດເວົ້າກ່ຽວກັບຄວາມປະທັບໃຈສ່ວນຕົວຂອງພວກເຂົາ ແຕ່ສ່ວນຫຼາຍແມ່ນແສງສະຫວ່າງທີ່ໄດ້ຮັບຈາກຖ້ອຍຄໍາຂອງຄົນອື່ນ. ມັນບໍ່ໄດ້ລວມເອົາສິ່ງທີ່ມາຈາກການປະຕິບັດສ່ວນຕົວຂອງພວກເຂົາເລີຍ ທັງບໍ່ໄດ້ລວມເອົາສິ່ງທີ່ພວກເຂົາເຫັນຜ່ານປະສົບການຂອງພວກເຂົາ. ເຮົາໄດ້ວິເຄາະປະເດັນນີ້ຢ່າງລະອຽດມາກ່ອນແລ້ວ; ຢ່າຄິດວ່າເຮົາບໍ່ຮູ້ຫຍັງ. ເຈົ້າເປັນພຽງເສືອເຈັ້ຍ ແຕ່ເຈົ້າເວົ້າເລື່ອງເອົາຊະນະຊາຕານ, ເລື່ອງຄໍາພະຍານແຫ່ງໄຊຊະນະ ແລະ ເລື່ອງການສະທ້ອນລັກສະນະຂອງພຣະເຈົ້າ? ທັງໝົດນີ້ໄຮ້ສາລະ! ເຈົ້າຄິດວ່າພຣະທໍາທັງໝົດທີ່ພຣະເຈົ້າກ່າວໃນທຸກມື້ນີ້ແມ່ນເພື່ອໃຫ້ເຈົ້າຊື່ນຊົມບໍ? ປາກຂອງເຈົ້າເວົ້າເລື່ອງການປະຖິ້ມຕົວຕົນເກົ່າຂອງຕົວເອງ ແລະ ການປະຕິບັດຕາມຄວາມຈິງ ແຕ່ມືຂອງເຈົ້າກໍາລັງກະທໍາສິ່ງອື່ນ ແລະ ຈິດໃຈຂອງເຈົ້າກໍກໍາລັງຄິດແຜນການອື່ນຢູ່ ແລ້ວເຈົ້າເປັນຄົນປະເພດໃດ? ເປັນຫຍັງຈິດໃຈ ແລະ ມືຂອງເຈົ້າຈຶ່ງບໍ່ຄືກັນ ແລະ ເປັນອັນໜຶ່ງອັນດຽວກັນ? ການເທດສະໜາຫຼາຍຄັ້ງກາຍເປັນພຽງຄໍາເວົ້າທີ່ວ່າງເປົ່າ; ສິ່ງນີ້ບໍ່ໜ້າເສົ້າບໍ? ຖ້າເຈົ້າບໍ່ສາມາດປະຕິບັດຕາມພຣະທໍາຂອງພຣະເຈົ້າ ມັນກໍສະແດງໃຫ້ເຫັນວ່າເຈົ້າຍັງບໍ່ທັນໄດ້ເຂົ້າສູ່ທາງທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ, ເຈົ້າຍັງບໍ່ທັນມີພາລະກິດຂອງພຣະວິນຍານບໍລິສຸດໃນໂຕເຈົ້າ ແລະ ເຈົ້າຍັງບໍ່ໄດ້ຮັບການນໍາທາງຈາກພຣະອົງເທື່ອ. ຖ້າເຈົ້າເວົ້າວ່າ ເຈົ້າສາມາດເຂົ້າໃຈພຣະທໍາຂອງພຣະເຈົ້າເທົ່ານັ້ນ ແຕ່ບໍ່ສາມາດປະຕິບັດຕາມ ເຈົ້າກໍເປັນຄົນທີ່ບໍ່ຮັກຄວາມຈິງ. ພຣະເຈົ້າບໍ່ໄດ້ສະເດັດມາເພື່ອຊ່ວຍຄົນປະເພດນີ້ໃຫ້ພົ້ນ. ພຣະເຢຊູທົນທຸກກັບຄວາມເຈັບປວດແສນສາຫັດ ເມື່ອພຣະອົງຖືກຄຶງເທິງໄມ້ກາງແຂນເພື່ອຊ່ວຍຄົນບາບ, ເພື່ອຊ່ວຍຄົນທຸກຍາກ ແລະ ເພື່ອຊ່ວຍທຸກຄົນທີ່ຖ່ອມຕົນໃຫ້ລອດພົ້ນ. ການຖືກຄຶງຂອງພຣະອົງເຮັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບ. ຖ້າເຈົ້າບໍ່ສາມາດປະຕິບັດຕາມພຣະທໍາຂອງພຣະເຈົ້າ ເຈົ້າກໍຄວນອອກໄປໃຫ້ໄວເທົ່າທີ່ຈະໄວໄດ້; ຢ່າຢູ່ລ້າໆໃນເຮືອນຂອງພຣະເຈົ້າ ຄືຄົນເອົາປຽບຄົນອື່ນ. ຫຼາຍຄົນເຖິງກັບເຫັນວ່າ ມັນເປັນເລື່ອງຍາກທີ່ຈະຢຸດກະທໍາສິ່ງທີ່ເຫັນຢ່າງຊັດເຈັນວ່າເປັນການຕໍ່ຕ້ານພຣະເຈົ້າ. ບໍ່ແມ່ນພວກເຂົາຢາກຕາຍບໍ? ພວກເຂົາສາມາດເວົ້າເຖິງການເຂົ້າສູ່ອານາຈັກຂອງພຣະເຈົ້າໄດ້ຢ່າງໃດ? ພວກເຂົາຈະກ້າສູ້ໜ້າພຣະອົງບໍ? ເຈົ້າກິນອາຫານທີ່ພຣະອົງຈັດກຽມໃຫ້, ກະທໍາສິ່ງຜິດບາບທີ່ຕໍ່ຕ້ານພຣະອົງ, ປອງຮ້າຍ, ຫຼອກລວງ, ແລະ ໃຊ້ກົນອຸບາຍ ໃນຂະນະທີ່ພຣະເຈົ້າອະນຸຍາດໃຫ້ເຈົ້າໄດ້ຮັບພອນທີ່ພຣະອົງປະທານໃຫ້ເຈົ້າ. ເຈົ້າບໍ່ຮູ້ສຶກບໍວ່າ ພອນເຫຼົ່ານັ້ນໄໝ້ມືຂອງເຈົ້າ ເມື່ອເຈົ້າຮັບເອົາພວກມັນ? ເຈົ້າບໍ່ຮູ້ສຶກໜ້າແດງບໍ? ເຈົ້າກະທໍາບາງສິ່ງທີ່ຕໍ່ຕ້ານພຣະເຈົ້າ, ໃຊ້ກົນອຸບາຍເພື່ອ “ຫຼອກລວງ”, ເຈົ້າບໍ່ຮູ້ສຶກຢ້ານບໍ? ຖ້າເຈົ້າບໍ່ຮູ້ສຶກຫຍັງ ເຈົ້າຈະເວົ້າກ່ຽວກັບອະນາຄົດໄດ້ແນວໃດ? ບໍ່ມີອະນາຄົດສໍາລັບເຈົ້າຕັ້ງແຕ່ດົນແລ້ວ, ເຈົ້າຍັງຈະຄາດຫວັງອັນໃດອີກ? ຖ້າເຈົ້າເວົ້າໃນສິ່ງທີ່ໜ້າອັບອາຍ ແຕ່ເຈົ້າບໍ່ຮູ້ສຶກຜິດ ແລະ ໃຈຂອງເຈົ້າບໍ່ຮູ້ຈັກສໍານຶກ, ຖ້າເປັນດັ່ງນັ້ນ ມັນບໍ່ໝາຍຄວາມວ່າ ເຈົ້າຖືກພຣະເຈົ້າປະຖິ້ມແລ້ວບໍ? ເຈົ້າກາຍເປັນຄົນທີ່ເວົ້າ ແລະ ກະທໍາຕາມໃຈ ແລະ ຂາດວິໄນໂດຍທໍາມະຊາດ; ເຈົ້າຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າໃນສະພາບນີ້ໄດ້ແນວໃດ? ເຈົ້າຈະສາມາດເອົາຊະນະໂລກໄດ້ບໍ? ຜູ້ໃດຈະເຊື່ອເຈົ້າ? ຜູ້ທີ່ຮູ້ທາດແທ້ຂອງເຈົ້າຈະໜີຫ່າງຈາກເຈົ້າ. ນີ້ບໍ່ແມ່ນການລົງໂທດຂອງພຣະເຈົ້າບໍ? ເວົ້າລວມແລ້ວ ຖ້າມີແຕ່ຄໍາເວົ້າ ແລະ ບໍ່ມີການປະຕິບັດ ກໍຈະບໍ່ມີການເຕີບໃຫຍ່. ເຖິງແມ່ນວ່າ ພຣະວິນຍານບໍລິສຸດຈະດໍາເນີນພາລະກິດໃນຕົວເຈົ້າໃນຂະນະທີ່ເຈົ້າເວົ້າ ແຕ່ຖ້າເຈົ້າບໍ່ປະຕິບັດຕາມ, ພຣະວິນຍານບໍລິສຸດກໍຈະຢຸດປະຕິບັດໃນຕົວເຈົ້າ. ຖ້າເຈົ້າສືບຕໍ່ເປັນແບບນີ້ ເຈົ້າຈະເວົ້າກ່ຽວກັບອະນາຄົດ ຫຼື ມອບຊີວິດທັງໝົດໃຫ້ແກ່ພາລະກິດຂອງພຣະເຈົ້າໄດ້ຢ່າງໃດ? ເຈົ້າສາມາດເວົ້າເຖິງການມອບການເປັນຢູ່ທັງໝົດຂອງເຈົ້າເທົ່ານັ້ນ ແຕ່ເຈົ້າບໍ່ໄດ້ມອບຄວາມຮັກທີ່ແທ້ຈິງຂອງເຈົ້າໃຫ້ກັບພຣະເຈົ້າ. ທຸກສິ່ງທີ່ພຣະອົງໄດ້ຮັບຈາກເຈົ້າຄືຄວາມອຸທິດດ້ວຍຄຳເວົ້າ; ພຣະອົງບໍ່ໄດ້ຮັບເຈດຕະນາໃນການປະຕິບັດຄວາມຈິງຂອງເຈົ້າ. ສິ່ງນີ້ແມ່ນວຸດທິພາວະທີ່ແທ້ຈິງຂອງເຈົ້າບໍ? ຖ້າເຈົ້າຍັງສືບຕໍ່ເປັນແບບນີ້ ແລ້ວເມື່ອໃດເຈົ້າຈະໄດ້ຮັບການເຮັດໃຫ້ສົມບູນໂດຍພຣະເຈົ້າ? ເຈົ້າບໍ່ກັງວົນກ່ຽວກັບອະນາຄົດທີ່ມືດມົນ ແລະ ເສົ້າໝອງຂອງເຈົ້າບໍ? ເຈົ້າບໍ່ຮູ້ສຶກບໍວ່າ ພຣະເຈົ້າໝົດຫວັງໃນໂຕເຈົ້າແລ້ວ? ເຈົ້າບໍ່ຮູ້ບໍວ່າພຣະເຈົ້າປາດຖະໜາທີ່ຈະເຮັດໃຫ້ຄົນໃໝ່ຫຼາຍຄົນສົມບູນ? ແລ້ວສິ່ງເກົ່າຈະສາມາດດໍາລົງຢູ່ໄດ້ດ້ວຍຕົວພວກມັນເອງບໍ? ເຈົ້າບໍ່ເອົາໃຈໃສ່ພຣະທໍາຂອງພຣະເຈົ້າໃນມື້ນີ້: ແລ້ວເຈົ້າກໍາລັງລໍຖ້າມື້ອື່ນບໍ?

ກ່ອນນີ້: ໃນຄວາມເຊື່ອ ຜູ້ຄົນຕ້ອງເອົາໃຈໃສ່ຄວາມເປັນຈິງ ແລະ ເຂົ້າຮ່ວມພິທີກໍາທາງສາສະໜາ

ຕໍ່ໄປ: ສິ່ງທີ່ຜູ້ນໍາພາທີ່ເໝາະສົມຄວນມີ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ພາລະກິດ ແລະ ທາງເຂົ້າ (2)

ພາລະກິດ ແລະ ທາງເຂົ້າຂອງພວກເຈົ້າແມ່ນບໍ່ດີປານໃດ; ມະນຸດບໍ່ໃຫ້ຄວາມສຳຄັນກັບວິທີການປະຕິບັດພາລະກິດ ແລະ ຍິ່ງບໍ່ຕັ້ງໃຈສົນໃຈກ່ຽວກັບທາງເຂົ້າແຫ່ງຊີວິດ....

ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ

ພວກເຈົ້າຕ້ອງມາຮູ້ຈັກນິມິດແຫ່ງພາລະກິດຂອງພຣະເຈົ້າ ແລະ ເຂົ້າໃຈທິດທາງໂດຍທົ່ວໄປແຫ່ງພາລະກິດຂອງພຣະອົງ. ນີ້ແມ່ນການເຂົ້າສູ່ທີ່ເປັນບວກ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້