ກະກຽມຄວາມດີໃຫ້ພຽງພໍສຳລັບຈຸດໝາຍປາຍທາງຂອງເຈົ້າ

ເຮົາໄດ້ເຮັດພາລະກິດຫຼາຍຢ່າງທ່າມກາງພວກເຈົ້າ ແລະ ແນ່ນອນວ່າ ເຮົາໄດ້ກ່າວຖ້ອຍຄຳຈຳນວນໜຶ່ງເຊັ່ນກັນ. ແຕ່ເຮົາກໍ່ສາມາດຫ້າມບໍ່ໃຫ້ຮູ້ຮູ້ສຶກວ່າ ພຣະທໍາຂອງເຮົາ ແລະ ພາລະກິດຂອງເຮົາຍັງບໍ່ທັນບັນລຸຕາມຈຸດປະສົງໃນພາລະກິດຂອງເຮົາໃນຍຸກສຸດທ້າຍຢ່າງສົມບູນ. ເນື່ອງຈາກວ່າໃນຍຸກສຸດທ້າຍນີ້ ພາລະກິດຂອງເຮົາບໍ່ແມ່ນເພື່ອເຫັນແກ່ຜູ້ໃດຜູ້ໜຶ່ງ ຫຼື ຜູ້ຄົນໃດໜຶ່ງ ແຕ່ແມ່ນເພື່ອສະແດງອຸປະນິໄສໂດຍທຳມະຊາດຂອງເຮົາ. ເຖິງຢ່າງໃດກໍຕາມ, ຍ້ອນຫຼາຍສາເຫດ ບາງເທື່ອກໍ່ອາດເປັນຍ້ອນບໍ່ມີເວລາ ຫຼື ຫຍຸ້ງຢູ່ກັບວຽກ, ຜູ້ຄົນຈຶ່ງບໍ່ໄດ້ຮັບຄວາມຮູ້ໃດໆກ່ຽວກັບເຮົາຈາກອຸປະນິໄສຂອງເຮົາເລີຍ. ເພາະສະນັ້ນ ເຮົາຈຶ່ງກ້າວເຂົ້າສູ່ແຜນການໃໝ່ຂອງເຮົາ, ພາລະກິດຂັ້ນສຸດທ້າຍຂອງເຮົາ ແລະ ເປີດໜ້າໃໝ່ໃນພາລະກິດຂອງເຮົາ ເພື່ອໃຫ້ທຸກຄົນທີ່ເຫັນເຮົາຈະທຸບຕີເອິກຂອງພວກເຂົາ ແລະ ຮ້ອງໄຫ້ຄໍ່າຄວນຢູ່ບໍ່ເຊົາຍ້ອນການມີຢູ່ຂອງເຮົາ. ນີ້ກໍຍ້ອນວ່າ ເຮົາຈະນໍາຈຸດຈົບຂອງມະນຸດມາສູ່ໂລກ ແລະ ນັບຈາກຈຸດນີ້ເປັນຕົ້ນໄປ ເຮົາຈະເປີດເຜີຍອຸປະນິໄສທັງໝົດຂອງເຮົາຕໍ່ໜ້າມະນຸດຊາດ ເພື່ອໃຫ້ທຸກຄົນທີ່ຮູ້ຈັກເຮົາ ແລະ ທຸກຄົນທີ່ບໍ່ຮູ້ຈັກເຮົາໄດ້ເຫັນເຕັມຕາ ແລະ ຮູ້ວ່າເຮົາໄດ້ມາເຖິງໂລກມະນຸດແທ້ໆ, ໄດ້ມາຍັງແຜ່ນດິນໂລກບ່ອນທີ່ທຸກສິ່ງຢ່າງແຜ່ຂະຫຍາຍ. ນີ້ແມ່ນແຜນການຂອງເຮົາ ແລະ “ການສາລະພາບ” ດຽວຂອງເຮົາຕັ້ງແຕ່ທີ່ເຮົາໄດ້ສ້າງມະນຸດຊາດ. ຂໍໃຫ້ພວກເຈົ້າຈະເອົາໃຈໃສ່ເຝົ້າຕິດຕາມທຸກການເຄື່ອນໄຫວຂອງເຮົາຢ່າງຕັ້ງໃຈ, ເພາະໄມ້ຄ້ອນຂອງເຮົາຍັບເຂົ້າໃກ້ມະນຸດຊາດ, ເຂົ້າໃກ້ບັນດາຜູ້ທີ່ຕໍ່ຕ້ານເຮົາ.

ເຮົາລິເລີ່ມພາລະກິດທີ່ເຮົາຕ້ອງປະຕິບັດຮ່ວມກັບສະຫວັນ. ແລ້ວເຮົາຍ່າງໄປມາທ່າມກາງກະແສຂອງຜູ້ຄົນ ແລະ ຍັບໄປມາລະຫວ່າງສະຫວັນ ແລະ ແຜ່ນດິນໂລກ ໂດຍບໍ່ມີຜູ້ໃດສັງເກດເຫັນການເຄື່ອນໄຫວຂອງເຮົາ ຫຼື ສັງເກດເຫັນພຣະທໍາຂອງເຮົາ. ສະນັ້ນ, ແຜນການຂອງເຮົາຈຶ່ງສືບຕໍ່ມີຄວາມຄືບໜ້າຢ່າງລ່ຽນໄຫຼ. ມັນເປັນຍ້ອນວ່າຄວາມຮູ້ສຶກທັງໝົດຂອງພວກເຈົ້າມຶນຊາ ພວກເຈົ້າຈິ່ງບໍ່ຮູ້ຂັ້ນຕອນພາລະກິດຂອງເຮົາ. ແຕ່ຈະມີມື້ໜຶ່ງທີ່ພວກເຈົ້າຈະຮັບຮູ້ເຈດຕະນາຂອງເຮົາ. ໃນປັດຈຸບັນ, ເຮົາດຳລົງຊີວິດຢູ່ນໍາພວກເຈົ້າ ແລະ ທົນທຸກຮ່ວມກັບພວກເຈົ້າ ແລະ ເຮົາໄດ້ເລີ່ມເຂົ້າໃຈທ່າທີ່ໆມະນຸດຊາດມີຕໍ່ເຮົາມາດົນນານແລ້ວ. ເຮົາບໍ່ຕ້ອງການເວົ້າເພີ່ມເຕີມ ແລ້ວແຮງໄກທີ່ເຮົາຈະຕ້ອງການນໍາເອົາຄວາມອັບອາຍມາສູ່ພວກເຈົ້າໂດຍຍົກຕົວຢ່າງເພີ່ມເຕີມກ່ຽວກັບຫົວຂໍ້ທີ່ເຈັບປວດນີ້ຂຶ້ນມາເວົ້າ. ເຮົາຫວັງພຽງແຕ່ໃຫ້ພວກເຈົ້າຈື່ທຸກສິ່ງທີ່ພວກເຈົ້າໄດ້ກະທໍາໄວ້ໃນໃຈຂອງພວກເຈົ້າ ເພື່ອພວກເຮົາຈະໄດ້ຈົດຈໍາເລື່ອງລາວຂອງພວກເຮົາໃນວັນທີ່ພວກເຮົາພົບກັນອີກຄັ້ງ. ເຮົາບໍ່ຢາກກ່າວຫາຜູ້ໃດໃນພວກເຈົ້າຢ່າງຜິດໆ ເພາະວ່າເຮົາປະຕິບັດຢ່າງທ່ຽງທໍາ, ຍຸຕິທໍາ ແລະ ມີສັກສີ. ແນ່ນອນ ເຮົາຍັງຫວັງວ່າພວກເຈົ້າຈະສາມາດຊື່ສັດ ແລະ ບໍ່ເຮັດສິ່ງໃດທີ່ຂັດຕໍ່ສະຫວັນ ແລະ ແຜ່ນດິນໂລກ ຫຼື ສໍານຶກຂອງເຈົ້າເອງ. ນີ້ເປັນສິ່ງດຽວທີ່ເຮົາຂໍຈາກພວກເຈົ້າ. ຫຼາຍຄົນຮູ້ສຶກກະວົນກະວາຍ ແລະ ບໍ່ສະບາຍ ຍ້ອນພວກເຂົາໄດ້ກະທໍາຄວາມຜິດອັນຊົ່ວຊ້າ ແລະ ຫຼາຍຄົນຮູ້ສຶກອັບອາຍກັບຕົວເອງ ເພາະວ່າພວກເຂົາບໍ່ເຄີຍເຮັດຄວາມດີເລີຍແມ່ນແຕ່ຢ່າງດຽວ. ແຕ່ນອກຈາກຈະບໍ່ຮູ້ສຶກອັບອາຍຍ້ອນຄວາມຜິດບາບຂອງພວກເຂົາແລ້ວ, ຍັງມີຫຼາຍຄົນທີ່ແຮງຊົ່ວລົງອີກ, ພາກັນຖອດໜ້າກາກທີ່ປົກປິດພາບລັກທີ່ໜ້າລັງກຽດຂອງພວກເຂົາ ເຊິ່ງຍັງບໍ່ທັນຖືກເປີດເຜີຍຢ່າງສົມບູນ ເພື່ອທົດສອບອຸປະນິໄສຂອງເຮົາ. ເຮົາບໍ່ສົນໃຈ ຫຼື ເອົາໃຈໃສ່ຕໍ່ການກະທໍາຂອງຄົນໃດໜຶ່ງ. ກົງກັນຂ້າມ, ເຮົາເຮັດພາລະກິດທີ່ເຮົາຄວນເຮັດ ບໍ່ວ່າຈະເປັນການເກັບກໍາຂໍ້ມູນ ຫຼື ການທ່ອງທ່ຽວໄປມາເທິງແຜ່ນດິນໂລກ ຫຼື ເຮັດສິ່ງໃດໜຶ່ງພາຍໃນຄວາມສົນໃຈຂອງເຮົາ. ໃນເວລາທີ່ສໍາຄັນ, ເຮົາຈະສືບຕໍ່ກັບພາລະກິດຂອງເຮົາທ່າມກາງມະນຸດດັ່ງທີ່ໄດ້ວາງແຜນໄວ້ແຕ່ຕົ້ນ ເຊິ່ງຈະບໍ່ໄວ ຫຼື ບໍ່ຊ້າແມ່ນແຕ່ວິນາທີດຽວ ແລະ ຈະກະທໍາຢ່າງງ່າຍດາຍ ແລະ ວ່ອງໄວ. ເຖິງຢ່າງໃດກໍຕາມ, ໃນທຸກຂັ້ນຕອນຂອງພາລະກິດຂອງເຮົາ, ບາງຄົນຈະຖືກຄັດອອກ ເພາະວ່າເຮົາລັງກຽດລັກສະນະການປະຈົບປະແຈງຂອງພວກເຂົາ ແລະ ຄວາມເຊື່ອຟັງອັນຈອມປອມຂອງພວກເຂົາ. ບັນດາຜູ້ທີ່ໜ້າລັງກຽດສໍາລັບເຮົາຈະຖືກປະຖິ້ມຢ່າງແນ່ນອນ ບໍ່ວ່າຈະໂດຍເຈດຕະນາ ຫຼື ບໍ່ເຈດຕະນາກໍຕາມ. ສະຫຼຸບຫຍໍ້ໆກໍຄື ເຮົາຈະເຮັດໃຫ້ທຸກຄົນທີ່ເຮົາລັງກຽດຢູ່ຫ່າງຈາກເຮົາ. ແນ່ນອນວ່າ ເຮົາຈະບໍ່ປ່ອຍຄົນບາບທີ່ຢູ່ໃນເຮືອນຂອງເຮົາ. ຍ້ອນມື້ລົງໂທດມະນຸດຍັບໃກ້ເຂົ້າມາແລ້ວ, ເຮົາຈຶ່ງບໍ່ຮີບຮ້ອນທີ່ຈະຂັບໄລ່ບັນດາວິນຍານທີ່ໜ້າລັງກຽດອອກໄປຈາກເຮືອນຂອງເຮົາ ເພາະວ່າເຮົາມີແຜນການຂອງເຮົາຕ່າງຫາກ.

ຕອນນີ້ເປັນເວລາທີ່ເຮົາຈະກໍານົດຈຸດຈົບຂອງມະນຸດແຕ່ລະຄົນ, ບໍ່ແມ່ນຂັ້ນຕອນທີ່ເຮົາເລີ່ມປັ້ນມະນຸດ. ເຮົາບັນທຶກທຸກຖ້ອຍຄໍາ ແລະ ການກະທໍາຂອງແຕ່ລະຄົນ, ເສັ້ນທາງທີ່ພວກເຂົາຕິດຕາມເຮົາ, ຄຸນລັກສະນະໂດຍທຳມະຊາດຂອງພວກເຂົາ ແລະ ວິທີທີ່ພວກເຂົາປະພຶດຕົນໃນທີ່ສຸດໄວ້ໃນປຶ້ມບັນທຶກຂອງເຮົາ. ດ້ວຍວິທີນີ້, ບໍ່ວ່າພວກເຂົາຈະເປັນຄົນແບບໃດກໍຕາມ, ຈະບໍ່ມີຜູ້ໃດລອດພົ້ນຈາກມືຂອງເຮົາໄດ້ ແລະ ທຸກຄົນຈະຢູ່ກັບກຸ່ມຂອງພວກເຂົາເອງທີ່ເຮົາກໍານົດໄວ້. ເຮົາຕັດສິນຈຸດໝາຍປາຍທາງຂອງແຕ່ລະຄົນໂດຍບໍ່ໄດ້ອີງຕາມອາຍຸ, ຄວາມອາວຸໂສ, ຈໍານວນການທົນທຸກ ແລະ ໜ້ອຍທີ່ສຸດແມ່ນລະດັບທີ່ພວກເຂົາຮຽກຮ້ອງຄວາມໜ້າສົງສານ ແຕ່ຕັດສິນຕາມວ່າພວກເຂົາມີຄວາມຈິງ ຫຼື ບໍ່. ບໍ່ມີທາງເລືອກອື່ນ ນອກຈາກທາງເລືອກນີ້ທາງດຽວ. ພວກເຈົ້າຕ້ອງຮູ້ວ່າ ທຸກຄົນທີ່ບໍ່ປະຕິບັດຕາມຄວາມປະສົງຂອງພຣະເຈົ້າຍັງຈະຖືກລົງໂທດ. ນີ້ເປັນຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້. ເພາະສະນັ້ນ, ທຸກຄົນທີ່ຖືກລົງໂທດກໍຈະຖືກລົງໂທດຕາມຄວາມຊອບທໍາຂອງພຣະເຈົ້າ ແລະ ເປັນຜົນກໍາຈາກການກະທໍາທີ່ຊົ່ວຮ້າຍຫຼາຍຄັ້ງຂອງພວກເຂົາ. ເຮົາບໍ່ໄດ້ປ່ຽນແປງແຜນການຂອງເຮົາຈັກໜ້ອຍນັບຕັ້ງແຕ່ເລີ່ມຕົ້ນມາ. ແຕ່ສໍາລັບມະນຸດແລ້ວ, ມັນເປັນພຽງແຕ່ເບິ່ງຄືວ່າຈໍານວນຜູ້ທີ່ເຮົາຊີ້ນໍາດ້ວຍພຣະທໍາຂອງເຮົາພ້ອມທັງຜູ້ທີ່ເຮົາຮອງຮັບຢ່າງແທ້ຈິງແມ່ນຫຼຸດໜ້ອຍຖອຍລົງ. ເຖິງຢ່າງໃດກໍຕາມ, ເຮົາຢືນຢັນວ່າແຜນການຂອງເຮົາບໍ່ເຄີຍປ່ຽນ; ກົງກັນຂ້າມ, ມັນແມ່ນຄວາມເຊື່ອ ແລະ ຄວາມຮັກຂອງມະນຸດນັ້ນທີ່ປ່ຽນແປງຢູ່ຕະຫຼອດເວລາ, ຫຼຸດໜ້ອຍລົງ, ເຖິງຂັ້ນກັບວ່າແຕ່ລະຄົນປ່ຽນຈາກປະຈົບປະແຈງເຮົາເປັນເຮັດເຢັນຊາໃສ່ເຮົາ ແລະ ເຖິງກັບຂັບໄລ່ເຮົາອອກ. ທ່າທີ່ຂອງເຮົາຕໍ່ພວກເຈົ້າຈະບໍ່ຮ້ອນບໍ່ເຢັນຈົນເຮົາຮູ້ສຶກລັງກຽດ ແລະ ກຽດຊັງ ແລະ ໃນທີ່ສຸດກໍຕັດສິນດ້ວຍການລົງໂທດ. ເຖິງຢ່າງໃດກໍຕາມ, ໃນມື້ທີ່ພວກເຈົ້າຖືກພິພາກສາ, ເຮົາຍັງຈະເຫັນພວກເຈົ້າ ແຕ່ພວກເຈົ້າຈະບໍ່ສາມາດເຫັນເຮົາອີກຕໍ່ໄປ. ໃນເມື່ອຊີວິດຂອງພວກເຈົ້າເປັນຕາໜ້າເບື່ອໜ່າຍ ແລະ ມົວໝອງຕໍ່ເຮົາແລ້ວ, ແນ່ນອນວ່າເຮົາໄດ້ເລືອກສະພາບແວດລ້ອມທີ່ແຕກຕ່າງເພື່ອທີ່ຈະອາໄສຢູ່ ເພື່ອຫຼົບຫຼີກຄວາມເຈັບປວດຈາກຄໍາເວົ້າອັນຊົ່ວຮ້າຍຂອງພວກເຈົ້າ ແລະ ຫຼົບຫຼີກພຶດຕິກໍາທີ່ຊົ່ວຊ້າເກີນຮັບໄດ້ຂອງພວກເຈົ້າ ເພື່ອພວກເຈົ້າຈະບໍ່ໄດ້ຫຼອກລວງເຮົາອີກຕໍ່ໄປ ຫຼື ປະຕິບັດຕໍ່ເຮົາແບບພໍເປັນພິທີ. ກ່ອນເຮົາຈະຈາກພວກເຈົ້າໄປ, ເຮົາຍັງຕ້ອງຂໍໃຫ້ພວກເຈົ້າຫຼີກເວັ້ນຈາກການກະທໍາທີ່ບໍ່ສອດຄ່ອງກັບຄວາມຈິງ. ກົງກັນຂ້າມ, ພວກເຈົ້າຄວນເຮັດແຕ່ສິ່ງທີ່ຖືກໃຈທຸກຄົນ, ສິ່ງທີ່ເປັນປະໂຫຍດຕໍ່ທຸກຄົນ ແລະ ສິ່ງທີ່ເປັນປະໂຫຍດຕໍ່ຈຸດໝາຍປາຍທາງຂອງພວກເຈົ້າເອງ, ຖ້າບໍ່ດັ່ງນັ້ນ ຜູ້ທີ່ທົນທຸກໃນທ່າມກາງໄພພິບັດກໍ່ຈະບໍ່ແມ່ນຜູ້ໃດນອກຈາກໂຕເຈົ້າເອງ.

ຄວາມເມດຕາຂອງເຮົາແມ່ນສະແດງຕໍ່ບັນດາຜູ້ທີ່ຮັກເຮົາ ແລະ ຜູ້ທີ່ປະຕິເສດຕົວເອງ. ການລົງໂທດແມ່ນມາຫາຄົນຊົ່ວໃນຂະນະທີ່ເປັນຫຼັກຖານເຖິງອຸປະນິໄສທີ່ຊອບທໍາຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ແມ່ນຍັງເປັນພະຍານເຖິງໂກດຮ້າຍຂອງເຮົາ. ເມື່ອໄພພິບັດມາເຖິງ, ທຸກຄົນທີ່ຕໍ່ຕ້ານເຮົາຈະຮ້ອງໄຫ້ໃນຂະນະທີ່ພວກເຂົາຕົກເປັນຜູ້ເຄາະຮ້າຍຈາກຄວາມອຶດຫິວ ແລະ ໂລກລະບາດ. ບັນດາຜູ້ທີ່ເຮັດຊົ່ວທຸກຮູບແບບ ແຕ່ໄດ້ຕິດຕາມເຮົາເປັນເວລາຫຼາຍປີ ຈະບໍ່ໜີພົ້ນຈາກຊົດໃຊ້ສຳລັບຄວາມຜິດບາບຂອງພວກເຂົາ; ພວກເຂົາກໍຍັງຈະຕົກສູ່ໄພພິບັດເຊັ່ນກັນ ເຊິ່ງບໍ່ຄ່ອຍປາກົດໃຫ້ເຫັນໃນຫຼາຍລ້ານປີທີ່ຜ່ານມາ ແລະ ພວກເຂົາກໍຈະໃຊ້ຊີວິດໃນສະພາວະທີ່ຕື່ນຕົກໃຈ ແລະ ຢ້ານກົວ. ແລ້ວຜູ້ຕິດຕາມຂອງເຮົາທີ່ສະແດງຄວາມຈົງຮັກພັກດີຕໍ່ເຮົາກໍ່ຈະປິຕິຍິນດີ ແລະ ສັນລະເສີນຄວາມຍິ່ງໃຫຍ່ຂອງເຮົາ. ພວກເຂົາຈະປະສົບກັບຄວາມເພິ່ງພໍໃຈເໜືອທີ່ຈະພັນລະນາ ແລະ ດໍາລົງຊີວິດທ່າມກາງຄວາມສຸກໃນແບບທີ່ເຮົາບໍ່ເຄີຍປະທານໃຫ້ມະນຸດມາກ່ອນ. ຍ້ອນວ່າເຮົາຮັກການກະທໍາດີຂອງມະນຸດ ແລະ ກຽດຊັງການກະທໍາທີ່ຊົ່ວຊ້າຂອງພວກເຂົາ. ນັບຕັ້ງແຕ່ເຮົາເລີ່ມຕົ້ນນໍາພາມະນຸດຊາດ, ເຮົາຫວັງຢ່າງຍິ່ງທີ່ຈະຮັບເອົາກຸ່ມຄົນທີ່ມີຈິດໃຈຄືກັນກັບເຮົາ. ໃນຂະນະດຽວກັນ, ເຮົາບໍ່ເຄີຍລືມຜູ້ທີ່ບໍ່ມີຈິດໃຈຄືກັນກັບເຮົາ, ເຮົາບໍ່ເຄີຍລືມຈັກເທື່ອ; ເຮົາກຽດຊັງຄົນເຫຼົ່ານັ້ນຕະຫຼອດເວລາໃນໃຈຂອງເຮົາ, ລໍຖ້າໂອກາດທີ່ຈະລົງໂທດພວກເຂົາ ເຊິ່ງເຮົາຈະພໍໃຈທີ່ຈະໄດ້ເຫັນ. ຕອນນີ້ ໃນທີ່ສຸດແລ້ວ ມື້ຂອງເຮົາໄດ້ມາຮອດ ແລະ ເຮົາຈະບໍ່ລໍຖ້າອີກຕໍ່ໄປ!

ພາລະກິດສຸດທ້າຍຂອງເຮົາບໍ່ແມ່ນເພື່ອລົງໂທດມະນຸດພຽງເທົ່ານັ້ນ ແຕ່ຍັງແມ່ນເພື່ອຈັດແຈງຈຸດໝາຍປາຍທາງຂອງມະນຸດ. ຍິ່ງໄປກວ່ານັ້ນ, ມັນກໍແມ່ນເພື່ອວ່າ ທຸກຄົນຈະຮັບຮູ້ການກະທໍາ ແລະ ການດໍາເນີນການຂອງເຮົາ. ເຮົາຕ້ອງການໃຫ້ແຕ່ລະຄົນເຫັນວ່າທຸກສິ່ງທີ່ເຮົາໄດ້ກະທໍາເປັນສິ່ງທີ່ຖືກຕ້ອງ ແລະ ທຸກສິ່ງທີ່ເຮົາໄດ້ກະທໍາເປັນການສະແດງເຖິງອຸປະນິໄສຂອງເຮົາ. ມັນບໍ່ແມ່ນການກະທໍາຂອງມະນຸດທີ່ໄດ້ສ້າງມະນຸດຊາດຂຶ້ນມາ ແລ້ວແຮງໄກທີ່ຈະເປັນການກະທໍາຂອງທໍາມະຊາດ, ແຕ່ແມ່ນເຮົາທີ່ເປັນຜູ້ບໍາລຸງລ້ຽງສິ່ງມີຊີວິດທັງໝົດໃນການຊົງສ້າງ. ຖ້າປາສະຈາກການມີຢູ່ຂອງເຮົາ, ມະນຸດຊາດຈະດັບສູນ ແລະ ທົນທຸກກັບການລົງໂທດດ້ວຍໄພພິບັດຢ່າງຮ້າຍແຮງ. ບໍ່ມີມະນຸດຄົນໃດຈະເຫັນດວງຕາເວັນ ແລະ ດວງເດືອນທີ່ສວຍງາມອີກ ຫຼື ໂລກສີຂຽວອີກ; ມະນຸດຊາດຈະຜະເຊີນກັບກາງຄືນທີ່ໜາວຈັດ ແລະ ເຫວມືດແຫ່ງຄວາມຕາຍທີ່ບໍ່ມີຄວາມປານີ. ເຮົາຄືຄວາມລອດພົ້ນດຽວຂອງມະນຸດ. ເຮົາຄືຄວາມຫວັງດຽວຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ເຮົາຄືພຣະອົງຜູ້ນັ້ນທີ່ການເປັນຢູ່ຂອງມະນຸດຊາດທັງໝົດໄດ້ນອນໃສ່. ຖ້າປາສະຈາກເຮົາແລ້ວ, ມະນຸດຊາດຈະຢຸດນິ້ງທັນທີ. ຖ້າປາສະຈາກເຮົາແລ້ວ, ມະນຸດຊາດຈະທົນທຸກກັບໄພພິບັດຢ່າງຮ້າຍແຮງ ແລະ ຖືກຜີຮ້າຍທຸກຮູບແບບຢຽບຢໍ່າທໍາລາຍລົງ ເຖິງຈະບໍ່ມີຜູ້ໃດສົນໃຈເຮົາ. ເຮົາໄດ້ເຮັດພາລະກິດທີ່ບໍ່ມີຜູ້ໃດເຮັດໄດ້ ແລະ ຫວັງຢ່າງດຽວວ່າມະນຸດຈະສາມາດຕອບແທນເຮົາດ້ວຍການກະທໍາບາງຢ່າງທີ່ດີ. ເຖິງວ່າຈະມີໜ້ອຍຄົນທີ່ສາມາດທີ່ຕອບແທນເຮົາ, ເຮົາຍັງຈະສິ້ນສຸດການເດີນທາງຂອງເຮົາໃນໂລກມະນຸດ ແລະ ເລີ່ມຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາທີ່ກໍາລັງປາກົດໃຫ້ເຫັນ ເພາະວ່າການຟ້າວໄປມາຂອງເຮົາທ່າມກາງມະນຸດໃນໄລຍະຫຼາຍປີຜ່ານມາໄດ້ເກີດມີໝາກຜົນ ແລະ ເຮົາກໍເພິ່ງພໍໃຈຫຼາຍ. ສິ່ງທີ່ເຮົາສົນໃຈບໍ່ແມ່ນຈໍານວນຄົນ ແຕ່ເປັນການກະທໍາຄວາມດີຂອງພວກເຂົາແທນ. ຢ່າງໃດກໍຕາມ, ເຮົາຫວັງວ່າ ພວກເຈົ້າຈະກະກຽມການກະທໍາຄວາມດີທີ່ພຽງພໍເພື່ອຈຸດໝາຍປາຍທາງຂອງເຈົ້າ. ແລ້ວເຮົາກໍ່ຈະເພິ່ງພໍໃຈ; ຖ້າບໍ່ດັ່ງນັ້ນ, ຈະບໍ່ມີຄົນໃດໃນບັນດາພວກເຈົ້າທີ່ຈະໜີພົ້ນຈາກໄພພິບັດທີ່ຈະມາເຖິງພວກເຈົ້ານັ້ນໄດ້. ໄພພິບັດນັ້ນເກີດມາຈາກເຮົາ ແລະ ແນ່ນອນວ່າ ເຮົາເປັນຜູ້ປັ້ນແຕ່ງ. ຖ້າພວກເຈົ້າບໍ່ປາກົດວ່າດີພໍໃນສາຍຕາເຮົາ, ພວກເຈົ້າກໍຈະໜີບໍ່ພົ້ນຈາກການທົນທຸກໃນໄພພິບັດ. ໃນທ່າມກາງຄວາມລໍາບາກ, ການປະພຶດ ແລະ ການກະທໍາຂອງພວກເຈົ້າຍັງບໍ່ຖືວ່າເໝາະສົມຢ່າງສິ້ນເຊີງ ຍ້ອນຄວາມເຊື່ອ ແລະ ຄວາມຮັກຂອງພວກເຈົ້າຍັງບໍ່ພຽງພໍ ແລະ ພວກເຈົ້າພຽງແຕ່ສະແດງວ່າໂຕເອງວ່າຂີ້ອາຍ ຫຼື ເຂັ້ມແຂງເທົ່ານັ້ນ. ກ່ຽວກັບເລື່ອງນີ້, ເຮົາຈະຕັດສິນພຽງແຕ່ຄວາມດີ ແລະ ຄວາມຊົ່ວ. ເຮົາສືບຕໍ່ກັງວົນກັບແນວທາງທີ່ພວກເຈົ້າແຕ່ລະຄົນປະຕິບັດ ແລະ ສະແດງຕົວເອງ ບົນພື້ນຖານທີ່ເຮົາຈະກໍານົດຈຸດຈົບຂອງພວກເຈົ້າ. ເຖິງຢ່າງໃດກໍຕາມ, ເຮົາຕ້ອງເຮັດໃຫ້ຊັດເຈນວ່າ: ເຮົາຈະບໍ່ມີຄວາມເມດຕາຕໍ່ບັນດາຜູ້ທີ່ບໍ່ສະແດງຄວາມຈົງຮັກພັກດີຕໍ່ເຮົາໃນຊ່ວງເວລາແຫ່ງຄວາມລໍາບາກອີກຕໍ່ໄປ, ເພາະວ່າຄວາມເມດຕາຂອງເຮົາມີຂອບເຂດ. ນອກຈາກນີ້, ເຮົາບໍ່ມັກຜູ້ທີ່ທໍລະຍົດຕໍ່ເຮົາແມ່ນແຕ່ເທື່ອດຽວ, ແລ້ວແຮງໄກທີ່ເຮົາຈະມັກພົວພັນກັບຄົນຂາຍຜົນປະໂຫຍດຂອງໝູ່ເພື່ອນຂອງພວກເຂົາ. ນີ້ແມ່ນອຸປະນິໄສຂອງເຮົາ ບໍ່ວ່າຄົນນັ້ນແມ່ນໃຜກໍຕາມ. ເຮົາຕ້ອງບອກພວກເຈົ້າກ່ຽວກັບສິ່ງນີ້ວ່າ: ຜູ້ໃດທີ່ເຮັດໃຫ້ເຮົາເສຍໃຈຈະບໍ່ໄດ້ຮັບໂອກາດຄັ້ງທີສອງຈາກເຮົາ ແລະ ຜູ້ໃດທີ່ຊື່ສັດຕໍ່ເຮົາກໍຈະຢູ່ໃນໃຈຂອງເຮົາຕະຫຼອດໄປ.

ກ່ອນນີ້: ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້

ຕໍ່ໄປ: ເຈົ້າຈົງຮັກພັກດີຕໍ່ຜູ້ໃດ?

ໄພພິບັດ, ສົງຄາມ,ໄພນ້ຳຖ້ວມ ແລະ ອື່ນໆ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ໃຜສາມາດຊ່ວຍພວກເຮົາໃຫ້ຫຼຸດພົ້ນຈາກໄພພິບັດໄດ້? ເຂົ້າຮ່ວມການເຕົ້າໂຮມຟຣີເພື່ອຊອກຮູ້.

ເນື້ອຫາທີ່ກ່ຽວຂ້ອງ

ພຣະບັນຍັດແຫ່ງຍຸກໃໝ່

ໃນການຜະເຊີນພາລະກິດຂອງພຣະເຈົ້າ, ພວກເຈົ້າຕ້ອງອ່ານພຣະທຳຂອງພຣະເຈົ້າຢ່າງລະມັດລະວັງ ແລະ ປະກອບຕົນເອງດ້ວຍຄວາມຈິງ. ແຕ່ບໍ່ວ່າພວກເຈົ້າຕ້ອງການເຮັດຫຍັງ...

ຜູ້ທີ່ຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນເທົ່ານັ້ນຈຶ່ງອາດຮັບໃຊ້ພຣະເຈົ້າໄດ້

ໃນການເປັນພະຍານໃຫ້ກັບພຣະເຈົ້າ ແລະ ສ້າງຄວາມອັບອາຍໃຫ້ກັບມັງກອນແດງທີ່ຍິ່ງໃຫຍ່ ຄົນໆໜຶ່ງຕ້ອງມີຫຼັກການ ແລະ ຄົນໆໜຶ່ງຕ້ອງບັນລຸເງື່ອນໄຂໃດໜຶ່ງ:...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້