ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ເຈົ້າຈົງຮັກພັກດີຕໍ່ຜູ້ໃດ?

ໃນຕອນນີ້ ແຕ່ລະມື້ທີ່ພວກເຈົ້າດໍາເນີນຊີວິດຢູ່ແມ່ນສຳຄັນຫຼາຍ ແລະ ມີຄວາມສໍາຄັນທີ່ສຸດຕໍ່ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ຊະຕາກໍາຂອງພວກເຈົ້າ. ເພາະສະນັ້ນ ພວກເຈົ້າຈໍາເປັນຕ້ອງຖະໜອມທຸກສິ່ງທີ່ພວກເຈົ້າມີໃນມື້ນີ້ ແລະ ເຫັນຄຸນຄ່າໃນທຸກນາທີທີ່ຜ່ານໄປ. ເຈົ້າຕ້ອງໃຊ້ເວລາຂອງເຈົ້າໃຫ້ຄຸ້ມຄ່າເພື່ອໃຫ້ຕົວຂອງເຈົ້າເອງໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ ເພື່ອວ່າເຈົ້າຈະບໍ່ໄດ້ໃຊ້ຊີວິດນີ້ຢ່າງສູນເປົ່າ. ພວກເຈົ້າອາດຈະຮູ້ສຶກສັບສົນວ່າ ເປັນຫຍັງເຮົາຈຶ່ງເວົ້າຄຳເຫຼົ່ານີ້ອອກມາ. ເວົ້າກົງໆກໍຄື ເຮົາເອງກໍບໍ່ພໍໃຈກັບພຶດຕິກຳຂອງພວກເຈົ້າຜູ້ໃດຜູ້ໜຶ່ງເລີຍ ເພາະຄວາມຫວັງທີ່ເຮົາມີຕໍ່ພວກເຈົ້າບໍ່ແມ່ນສິ່ງທີ່ພວກເຈົ້າເປັນຢູ່ໃນທຸກມື້ນີ້. ສະນັ້ນ ເຮົາຈຶ່ງສາມາດເວົ້າໄດ້ເລີຍວ່າ: ພວກເຈົ້າແຕ່ລະຄົນແມ່ນຢູ່ໃກ້ກັບອັນຕະລາຍ ແລະ ການຮ້ອງໄຫ້ໃນອະດີດເພື່ອຂໍຄວາມຊ່ວຍເຫຼືອ ແລະ ຄວາມປາຖະໜາໃນແຕ່ກ່ອນທີ່ຈະສະແຫວງຫາຄວາມຈິງ ແລະ ສະແຫວງຫາຄວາມສະຫວ່າງແມ່ນໃກ້ຈະສິ້ນສຸດລົງແລ້ວ. ນີ້ຄືການສະແດງເຖິງການຕອບແທນຄັ້ງສຸດທ້າຍຂອງພວກເຈົ້າ ແລະ ມັນເປັນສິ່ງທີ່ເຮົາບໍ່ເຄີຍຄາດຫວັງເລີຍ. ເຮົາບໍ່ປາຖະໜາທີ່ຈະເວົ້າໃນສິ່ງທີ່ຂັດກັບຂໍ້ແທ້ຈິງ, ຍ້ອນພວກເຈົ້າໄດ້ເຮັດໃຫ້ເຮົາຜິດຫວັງຫຼາຍ. ບາງເທື່ອ ພວກເຈົ້າປາຖະໜາທີ່ຍອມຮັບເອົາສິ່ງນີ້ໂດຍບໍ່ຕໍ່ສູ້, ບໍ່ຕ້ອງການຜະເຊີນກັບຄວາມເປັນຈິງ, ແຕ່ເຮົາກໍຕ້ອງຖາມເຈົ້າເຖິງສິ່ງນີ້ຢ່າງຈິງຈັງ: ໃນຫຼາຍປີເຫຼົ່ານີ້, ຫົວໃຈຂອງພວກເຈົ້າແມ່ນເຕັມໄປດ້ວຍຫຍັງ? ຫົວໃຈຂອງພວກເຈົ້າຈົງຮັກພັກດີຕໍ່ຜູ້ໃດ? ຢ່າເວົ້າວ່າຄຳຖາມເຫຼົ່ານີ້ແມ່ນກະທັນຫັນເກີນໄປ ແລະ ຢ່າ ຖາມເຮົາວ່າເປັນຫຍັງເຮົາຈຶ່ງຕັ້ງຄຳຖາມແບບນີ້. ໃຫ້ຮູ້ວ່າ: ມັນເປັນເພາະເຮົາຮູ້ຈັກພວກເຈົ້າດີຫຼາຍ, ເປັນຫ່ວງເປັນໄຍພວກເຈົ້າຫຼາຍ ແລະ ທຸ້ມເທຫຼາຍຢ່າງໃນຫົວໃຈຂອງເຮົາເຂົ້າໃນພຶດຕິກຳ ແລະ ການກະທຳຂອງພວກເຈົ້າ, ເຮົາຈຶ່ງຕັ້ງຄໍາຖາມກັບພວກເຈົ້າຢ່າງບໍ່ຢຸດຢັ້ງ ແລະ ທົນທຸກຕໍ່ຄວາມຍາກລຳບາກອັນຂົມຂື່ນ. ແຕ່ປານນັ້ນ ເຈົ້າກໍບໍ່ໄດ້ຕອບແທນເຮົາດ້ວຍຫຍັງ ນອກຈາກຄວາມເສີຍເມີຍ ແລະ ການຈາກໄປທີ່ທົນຮັບບໍ່ໄດ້. ພວກເຈົ້າບໍ່ລະມັດລະວັງຕໍ່ເຮົາ; ມັນເປັນໄປໄດ້ບໍວ່າເຮົາຮູ້ຈັກຫຍັງເລີຍ? ຖ້ານີ້ຄືສິ່ງທີ່ພວກເຈົ້າເຊື່ອ, ມັນກໍຍິ່ງພິສູດຂໍ້ແທ້ຈິງທີ່ວ່າ ພວກເຈົ້າບໍ່ໄດ້ປະຕິບັດຕໍ່ເຮົາດ້ວຍຄວາມເມດຕາຢ່າງແທ້ຈິງ. ແລ້ວສະນັ້ນ ເຮົາຈຶ່ງເວົ້າວ່າ ພວກເຈົ້າກໍາລັງຝັງຫົວຂອງພວກເຈົ້າໃນດິນຊາຍ. ພວກເຈົ້າທຸກຄົນແມ່ນສະຫຼາດຫຼາຍ ຈົນພວກເຈົ້າເຖິງກັບບໍ່ຮູ້ວ່າຕົນເອງກຳລັງເຮັດຫຍັງຢູ່, ແລ້ວພວກເຈົ້າຈະໃຊ້ຫຍັງເພື່ອເລົ່າເລື່ອງໃຫ້ແກ່ເຮົາ?

ຄຳຖາມທີ່ເຮົາສົນໃຈທີ່ສຸດກໍຄື ຫົວໃຈຂອງພວກເຈົ້າຈົງຮັກພັກດີຕໍ່ຜູ້ໃດແທ້ໆ. ເຮົາຫວັງເຊັ່ນກັນວ່າໃຫ້ພວກເຈົ້າແຕ່ລະຄົນພະຍາຍາມລະດົມຄວາມຄິດຂອງພວກເຈົ້າ ແລະ ຖາມຕົນເອງວ່າ ພວກເຈົ້າຈົງຮັກພັກດີຕໍ່ຜູ້ໃດ ແລະ ພວກເຈົ້າມີຊີວິດຢູ່ເພື່ອຜູ້ໃດ. ບາງເທື່ອ ພວກເຈົ້າບໍ່ເຄີຍຄິດຄຳນຶງເຖິງຄໍາຖາມເຫຼົ່ານີ້ຢ່າງຖີ່ຖ້ວນ, ສະນັ້ນ ເຮົາຂໍເປີດເຜີຍຄໍາຕອບໃຫ້ແກ່ພວກເຈົ້າ ດີບໍ?

ຜູ້ໃດກໍຕາມທີ່ມີຄວາມຊົງຈຳກໍຈະຮັບຮູ້ຂໍ້ແທ້ຈິງນີ້: ມະນຸດແມ່ນດຳລົງຊີວິດເພື່ອຕົນເອງ ແລະ ຈົງຮັກພັກດີຕໍ່ຕົນເອງ. ເຮົາບໍ່ເຊື່ອວ່າຄຳຕອບຂອງພວກເຈົ້ານັ້ນຈະຖືກທັງໝົດ ເພາະພວກເຈົ້າແຕ່ລະຄົນຢູ່ເພື່ອຊີວິດຂອງໃຜລາວ ແຕ່ລະຄົນດີ້ນລົນກັບຄວາມທຸກຂອງພວກເຈົ້າເອງ. ດັ່ງນັ້ນ ພວກເຈົ້າຈົງຮັກພັກດີຕໍ່ຜູ້ຄົນທີ່ພວກເຈົ້າຮັກ ແລະ ສິ່ງທີ່ເຮັດໃຫ້ພວກເຈົ້າເພິ່ງພໍໃຈ; ພວກເຈົ້າບໍ່ໄດ້ຈົງຮັກພັກດີຕໍ່ຕົນເອງແທ້ໆ. ເພາະພວກເຈົ້າແຕ່ລະຄົນໄດ້ຮັບອິດທິພົນມາຈາກຜູ້ຄົນ, ເຫດການ ແລະ ວັດຖຸທີ່ຢູ່ອ້ອມຂ້າງພວກເຈົ້າ, ພວກເຈົ້າຈຶ່ງບໍ່ໄດ້ຈົງຮັກພັກດີຕໍ່ຕົນເອງຢ່າງແທ້ຈິງ. ເຮົາກ່າວພຣະທຳເຫຼົ່ານີ້ ບໍ່ແມ່ນເພື່ອສົ່ງເສີມໃຫ້ພວກເຈົ້າຈົງຮັກພັກດີຕໍ່ຕົນເອງ, ແຕ່ເພື່ອເປີດໂປງຄວາມຈົງຮັກພັກດີຂອງພວກເຈົ້າຕໍ່ສິ່ງໃດສິ່ງໜຶ່ງ, ເພາະວ່າຕະຫຼອດໄລຍະເວລາຫຼາຍປີນີ້, ເຮົາບໍ່ເຄີຍໄດ້ຮັບຄວາມຈົງຮັກພັກດີຈາກພວກເຈົ້າຜູ້ໃດຜູ້ໜຶ່ງເລີຍ. ພວກເຈົ້າໄດ້ຕິດຕາມເຮົາມາເປັນເວລາຫຼາຍປີ ແຕ່ບໍ່ເຄີຍໄດ້ມອບຄວາມຈົງຮັກພັກດີໃຫ້ແກ່ເຮົາແມ່ນແຕ່ພຽງເລັກໜ້ອຍ. ໃນທາງກົງກັນຂ້າມ ພວກເຈົ້າແມ່ນຕິດພັນອ້ອມຂ້າງຄົນທີ່ພວກເຈົ້າຮັກ ແລະ ສິ່ງຕ່າງໆທີ່ເຮັດໃຫ້ພວກເຈົ້າເພິ່ງພໍໃຈ, ຫຼາຍຈົນເກືອບທຸກເວລາ ແລະ ບໍ່ວ່າຈະຢູ່ໃສກໍຕາມທີ່ເຈົ້າໄປ, ເຈົ້າກໍຮັກສາພວກເຂົາໄວ້ໃກ້ຫົວໃຈຂອງພວກເຈົ້າ ແລະ ບໍ່ເຄີຍປະຖິ້ມພວກເຂົາ. ໃນເວລາໃດກໍຕາມທີ່ພວກເຈົ້າມີຄວາມກະຕືລືລົ້ນ ຫຼື ຫຼົງໄຫຼກັບສິ່ງໃດສິ່ງໜຶ່ງທີ່ພວກເຈົ້າຮັກ, ມັນກໍເກີດຂຶ້ນໃນຂະນະທີ່ພວກເຈົ້າກຳລັງຕິດຕາມເຮົາ ຫຼື ແມ່ນແຕ່ໃນຂະນະທີ່ພວກເຈົ້າຟັງພຣະທໍາຂອງເຮົາ. ສະນັ້ນ ເຮົາຈຶ່ງເວົ້າໄດ້ວ່າ ພວກເຈົ້າກຳລັງໃຊ້ຄວາມຈົງຮັກພັກດີ ທີ່ເຮົາຮຽກຮ້ອງຈາກພວກເຈົ້າ ເພື່ອຈົງຮັກພັກດີ ແລະ ຖະໜອມໃນ “ສັດລ້ຽງ” ຂອງພວກເຈົ້າແທນ. ເຖິງແມ່ນວ່າພວກເຈົ້າອາດຈະເສຍສະຫຼະສິ່ງໜຶ່ງ ຫຼື ສອງສິ່ງໃຫ້ແກ່ເຮົາ, ມັນກໍບໍ່ໄດ້ເປັນຕົວແທນໃຫ້ແກ່ພວກເຈົ້າທຸກຄົນ ແລະ ບໍ່ໄດ້ສະແດງໃຫ້ເຫັນວ່າເຮົາຄືຜູ້ທີ່ພວກເຈົ້າມີຄວາມຈົງຮັກພັກດີຕໍ່ຢ່າງແທ້ຈິງ. ພວກເຈົ້າເຮັດໃຫ້ຕົນເອງຕິດພັນກັບພາລະໜ້າທີ່ທີ່ພວກເຈົ້າຫຼົງໄຫຼ: ບາງຄົນຈົງຮັກພັກດີຕໍ່ລູກຊາຍ ແລະ ລູກສາວ, ຄົນອື່ນກໍຈົງຮັກພັກດີຕໍ່ຜົວ, ເມຍ, ຄວາມຮັ່ງມີ, ວຽກງານ, ຫົວໜ້າ, ສະຖານະ ຫຼື ແມ່ຍິງ. ພວກເຈົ້າບໍ່ເຄີຍຮູ້ສຶກເມື່ອຍ ຫຼື ເບື່ອຕໍ່ສິ່ງຕ່າງໆທີ່ເຈົ້າຈົງຮັກພັກດີ; ແຕ່ໃນທາງກົງກັນຂ້າມ ພວກເຈົ້າຍິ່ງມີຄວາມຕ້ອງການຫຼາຍຂຶ້ນທີ່ຈະມີສິ່ງເຫຼົ່ານີ້ໃນປະລິມານຫຼາຍຂຶ້ນ ຫຼື ຄຸນນະພາບສູງຂຶ້ນ ແລະ ເຈົ້າກໍບໍ່ເຄີຍຍອມແພ້. ເຮົາ ແລະ ພຣະທໍາຂອງເຮົາຖືກດັນໃຫ້ຢູ່ເບື້ອງຫຼັງສິ່ງຕ່າງໆທີ່ພວກເຈົ້າຫຼົງໄຫຼ. ແລ້ວພວກເຈົ້າບໍ່ມີທາງເລືອກ ນອກຈາກຈະຈັດລຳດັບເຮົາ ແລະ ພຣະທຳໃຫ້ເປັນສິ່ງສຸດທ້າຍ. ເຖິງກັບມີຄົນທີ່ປ່ອຍຕໍາແໜ່ງສຸດທ້າຍນີ້ໄວ້ສຳລັບສິ່ງຕ່າງໆທີ່ພວກເຂົາຈົງຮັກພັກດີ ເຊິ່ງພວກເຂົາບໍ່ທັນໄດ້ຄົ້ນພົບເທື່ອ. ບໍ່ເຄີຍມີຮ່ອງຮອຍຂອງເຮົາແມ່ນແຕ່ໜ້ອຍດຽວໃນຫົວໃຈຂອງພວກເຂົາ. ພວກເຈົ້າອາດຄິດວ່າເຮົາຮຽກຮ້ອງຈາກພວກເຈົ້າຫຼາຍເກີນໄປ ຫຼື ກ່າວຫາພວກເຈົ້າຢ່າງບໍ່ຖືກຕ້ອງ, ແຕ່ພວກເຈົ້າເຄີຍຄິດເຖິງຂໍ້ແທ້ຈິງທີ່ວ່າ ໃນຂະນະທີ່ພວກເຈົ້າໃຊ້ເວລາຢ່າງມີຄວາມສຸກກັບຄອບຄົວຂອງພວກເຈົ້ານັ້ນ, ພວກເຈົ້າບໍ່ເຄີຍຈົງຮັກພັກດີຕໍ່ເຮົາຈັກເທື່ອບໍ? ໃນເວລາແບບນີ້, ມັນບໍ່ໄດ້ເຮັດໃຫ້ພວກເຈົ້າເຈັບປວດບໍ? ເມື່ອຫົວໃຈຂອງພວກເຈົ້າເຕັມໄປດ້ວຍຄວາມປິຕິຍິນດີ ແລະ ພວກເຈົ້າໄດ້ຮັບລາງວັນສຳລັບການເຮັດວຽກໜັກຂອງພວກເຈົ້າ, ພວກເຈົ້າບໍ່ຮູ້ສຶກທໍ້ໃຈບໍ ທີ່ພວກເຈົ້າບໍ່ໄດ້ຮັບເອົາຄວາມຈິງຢ່າງພຽງພໍ? ມີຄັ້ງໃດແດ່ທີ່ພວກເຈົ້າຮ້ອງໄຫ້ເສຍໃຈທີ່ບໍ່ໄດ້ຮັບການເຫັນດີຈາກເຮົາ? ພວກເຈົ້າພະຍາຍາມຄິດຢ່າງໜັກ ແລະ ມີຄວາມເຈັບປວດອັນໃຫຍ່ຫຼວງເພື່ອເຫັນແກ່ລູກຊາຍ ແລະ ລູກສາວຂອງພວກເຈົ້າ, ແຕ່ພວກເຈົ້າກໍຍັງບໍ່ພໍໃຈ; ພວກເຈົ້າຍັງເຊື່ອວ່າຕົນເອງບໍ່ໄດ້ດຸໝັ່ນແທນພວກເຂົາ, ພວກເຈົ້າບໍ່ໄດ້ເຮັດທຸກສິ່ງທີ່ພວກເຈົ້າສາມາດເຮັດໄດ້ເພື່ອພວກເຂົາ. ເຖິງຢ່າງໃດກໍຕາມ ສໍາລັບເຮົາແລ້ວ ພວກເຈົ້າແມ່ນບໍ່ລະມັດລະວັງ ແລະ ບໍ່ໄດ້ເອົາໃຈໃສ່ຢູ່ສະເໝີ; ເຮົາພຽງແຕ່ຢູ່ໃນຄວາມຊົງຈຳຂອງພວກເຈົ້າ, ແຕ່ເຮົາບໍ່ເຄີຍໄດ້ທົນຢູ່ໃນຫົວໃຈຂອງພວກເຈົ້າເລີຍ. ພວກເຈົ້າບໍ່ເຄີຍຮູ້ສຶກເຖິງການອຸທິດ ແລະ ຄວາມພະຍາຍາມຂອງເຮົາຢູ່ຕະຫຼອດໄປ ແລະ ພວກເຈົ້າບໍ່ເຄີຍຊື່ນຊົມພວກມັນເລີຍ. ພວກເຈົ້າພຽງແຕ່ໄຕ່ຕອງສັ້ນໆ ແລະ ເຊື່ອວ່າສິ່ງນີ້ພຽງພໍແລ້ວ. “ຄວາມຈົງຮັກພັກດີ” ດັ່ງກ່າວບໍ່ແມ່ນສິ່ງທີ່ເຮົາປາຖະໜາ, ແຕ່ເປັນສິ່ງທີ່ເຮົາກຽດຊັງຕະຫຼອດມາ. ຢ່າງໃດກໍຕາມ ບໍ່ວ່າເຮົາຈະເວົ້າຫຍັງໄປ ພວກເຈົ້າກໍຈະສືບຕໍ່ຮັບເອົາແຕ່ໜຶ່ງ ຫຼື ສອງສິ່ງ; ພວກເຈົ້າບໍ່ສາມາດຮັບເອົາສິ່ງນີ້ໄດ້ທັງໝົດ, ຍ້ອນພວກເຈົ້າທຸກຄົນ “ໝັ້ນໃຈ” ຫຼາຍ ແລະ ພວກເຈົ້າເລືອກ ແລະ ຮັບເອົາສິ່ງທີ່ຍອມຮັບຈາກພຣະທໍາທີ່ເຮົາໄດ້ກ່າວອອກໄປຢູ່ສະເໝີ. ຖ້າພວກເຈົ້າຍັງເປັນແບບນີ້ຢູ່ໃນປັດຈຸບັນ, ເຮົາກໍມີວິທີການບາງຢ່າງເພື່ອຈັດການກັບຄວາມໝັ້ນໃຈໃນຕົນເອງຂອງພວກເຈົ້າ ແລະ ຍິ່ງໄປກວ່ານັ້ນ ເຮົາຈະເຮັດໃຫ້ພວກເຈົ້າຮັບຮູ້ວ່າ ພຣະທໍາທັງໝົດຂອງເຮົາແມ່ນເປັນຈິງ ແລະ ບໍ່ພຣະທຳອັນໃດທີ່ບິດເບືອນຄວາມຈິງເລີຍ.

ຖ້າຕອນນີ້ເຮົາເອົາເງິນຈໍານວນໜຶ່ງມາວາງໄວ້ຢູ່ຕໍ່ໜ້າຂອງພວກເຈົ້າ ແລະ ໃຫ້ພວກເຈົ້າມີອິດສະຫຼະທີ່ຈະເລືອກ ແລະ ຖ້າເຮົາບໍ່ໄດ້ກ່າວໂທດພວກເຈົ້າສຳລັບການຕັດສິນໃຈຂອງພວກເຈົ້າ, ແລ້ວຄົນສ່ວນໃຫຍ່ກໍຈະເລືອກເງິນ ແລະ ປະຖິ້ມຄວາມຈິງ. ຜູ້ທີ່ມດີແດ່ໃນບັນດາພວກເຈົ້າກໍອາດຈະສະຫຼະເງິນ ແລະ ເລືອກຄວາມຈິງຢ່າງບໍ່ເຕັມໃຈ, ໃນຂະນະທີ່ ຜູ້ທີ່ຢູ່ໃນລະຫວ່າງກາງກໍຈະຄວ້າເອົາເງິນໄວ້ໃນມືຂ້າງໜຶ່ງ ແລະ ຄວາມຈິງໄວ້ອີກຂ້າງ. ເມື່ອເປັນເຊັ່ນນີ້ ທາດແທ້ຂອງພວກເຈົ້າຈະບໍ່ຊັດເຈນໃນຕົວມັນເອງບໍ? ເມື່ອກຳລັງເລືອກລະຫວ່າງຄວາມຈິງ ແລະ ສິ່ງໃດໜຶ່ງທີ່ພວກເຈົ້າຕ້ອງຈົງຮັກພັກດີ, ພວກເຈົ້າທຸກຄົນກໍຈະຕັດສິນໃຈໄປໃນທໍານອງນັ້ນ ແລະ ທ່າທີ່ຂອງພວກເຈົ້າກໍຈະຍັງຄືເກົ່າ. ມັນບໍ່ແມ່ນແບບນັ້ນບໍ? ບໍ່ໄດ້ມີຫຼາຍ ຄົນໃນບັນດາພວກເຈົ້າບໍທີ່ສັບໄປສັບມາລະຫວ່າງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ຜິດ? ໃນການແຂ່ງຂັນລະຫວ່າງສິ່ງທີ່ດີ ແລະ ສິ່ງທີ່ບໍ່ດີ, ສີດໍາ ແລະ ສີຂາວ, ແນ່ນອນ ພວກເຈົ້າຈະຮູ້ຈັກເຖິງທາງເລືອກທີ່ພວກເຈົ້າໄດ້ຕັດສິນໃຈລະຫວ່າງຄອບຄົວ ແລະ ພຣະເຈົ້າ, ລູກໆ ແລະ ພຣະເຈົ້າ, ສັນຕິສຸກ ແລະ ຄວາມແຕກແຍກ, ຄວາມຮັ່ງມີ ແລະ ຄວາມທຸກຍາກ, ສະຖານະ ແລະ ຄວາມສາມັນທຳມະດາ, ການຖືກສະໜັບສະໜູນ ແລະ ການຖືກປະຖິ້ມ ແລະ ອື່ນໆ. ລະຫວ່າງຄອບຄົວທີ່ມີສັນຕິສຸດ ແລະ ຄອບຄົວທີ່ແຕກແຍກ, ພວກເຈົ້າກໍເລືອກອັນທີ່ຢູ່ກ່ອນໜ້າ ແລະ ເຈົ້າເລືອກໂດຍບໍ່ລັ່ງເລໃຈ; ລະຫວ່າງຄວາມຮັ່ງມີ ແລະ ໜ້າທີ່, ພວກເຈົ້າກໍເລືອກສິ່ງທີ່ມາກ່ອນໜ້າ ເຖິງກັບຂາດຄວາມເຕັມໃຈທີ່ຈະກັບຄືນຝັ່ງ;[ຂ] ລະຫວ່າງຄວາມຫຼູຫຼາ ແລະ ຄວາມທຸກຍາກ, ພວກເຈົ້າກໍເລືອກອັນກ່ອນໜ້າ; ແລະ ລະຫວ່າງລູກຊາຍ, ລູກສາວ, ເມຍ ແລະ ຜົວ ແລະ ເຮົາ, ພວກເຈົ້າກໍເລືອກສິ່ງທີ່ຢູ່ກ່ອນໜ້າ; ແລະ ລະຫວ່າງແນວຄິດ ແລະ ຄວາມຈິງ, ພວກເຈົ້າກໍຈະເລືອກອັນກ່ອນໜ້າອີກ. ເມື່ອພົບພໍ້ກັບການກະທໍາອັນຊົ່ວຮ້າຍທຸກຮູບແບບຂອງພວກເຈົ້າ, ເຮົາພຽງແຕ່ແມ່ນໝົດສັດທາໃນຕົວຂອງພວກເຈົ້າ. ມັນພຽງແຕ່ເຮັດໃຫ້ເຮົາປະຫຼາດໃຈວ່າ ຫົວໃຈຂອງພວກເຈົ້ານັ້ນຕໍ່ຕ້ານທີ່ຈະຖືກເຮັດໃຫ້ອ່ອນໂຍນ. ການອຸທິດ ແລະ ຄວາມພະຍາຍາມເປັນເວລາຫຼາຍປີບໍ່ໄດ້ນໍາຫຍັງເລີຍມາເຖິງເຮົາ ນອກຈາກການປະຖິ້ມ ແລະ ຄວາມສິ້ນຫວັງຂອງພວກເຈົ້າ, ແຕ່ຄວາມຫວັງຂອງເຮົາທີ່ມີຕໍ່ພວກເຈົ້າກໍນັບມື້ນັບເພີ່ມຂຶ້ນເລື້ອຍໆ ເພາະມື້ຂອງເຮົາໄດ້ຖືກເປີດເຜີຍຕໍ່ໜ້າທຸກຄົນໝົດແລ້ວ. ເຖິງຢ່າງນັ້ນກໍຕາມ ພວກເຈົ້າກໍຍັງສືບຕໍ່ສະແຫວງຫາສິ່ງທີ່ມືດມົວ ແລະ ຊົ່ວຮ້າຍ ແລະ ປະຕິເສດທີ່ຈະປ່ອຍວາງພວກມັນ. ດັ່ງນັ້ນ ຜົນໄດ້ຮັບຂອງພວກເຈົ້າຈະເປັນແນວໃດ? ພວກເຈົ້າໄດ້ພິຈາລະນາສິ່ງນີ້ຢ່າງລະອຽດກ່ອນແລ້ວບໍ? ຖ້າໃຫ້ພວກເຈົ້າເລືອກອີກຄັ້ງ, ແລ້ວຕໍາແໜ່ງຂອງພວກເຈົ້າຈະແມ່ນຫຍັງ? ພວກເຈົ້າຍັງຈະເລືອກອັນກ່ອນໜ້າຢູ່ບໍ? ພວກເຈົ້າຍັງຈະນໍາຄວາມຜິດຫວັງ ແລະ ຄວາມເສົ້າເສຍໃຈທີ່ເປັນຕາໜ້າສົມເພດມາສູ່ເຮົາຢູ່ບໍ? ຫົວໃຈຂອງພວກເຈົ້າຍັງຈະມີຄວາມອົບອຸ່ນພຽງເລັກນ້ອຍຢູ່ບໍ? ພວກເຈົ້າຈະຍັງບໍ່ຮູ້ຈັກສິ່ງທີ່ຈະຕ້ອງເຮັດເພື່ອເຮັດໃຫ້ເຮົາສະບາຍໃຈຢູ່ບໍ? ໃນຊ່ວງເວລານີ້ ພວກເຈົ້າຈະເລືອກຫຍັງ? ພວກເຈົ້າຈະຍອມຕໍ່ພຣະທໍາຂອງເຮົາ ຫຼື ຈະໝົດຄວາມສົນໃຈກັບມັນ? ມື້ຂອງເຮົາໄດ້ຖືກວາງອອກຕໍ່ສາຍຕາຂອງພວກເຈົ້າທຸກຄົນແລ້ວ ແລະ ສິ່ງທີ່ພວກເຈົ້າເຫັນກໍຄືຊີວິດໃໝ່ ແລະ ຈຸດເລີ່ມຕົ້ນໃໝ່. ຢ່າງໃດກໍຕາມ ເຮົາຕ້ອງບອກພວກເຈົ້າວ່າ ຈຸດເລີ່ມຕົ້ນໃໝ່ນີ້ບໍ່ແມ່ນການເລີ່ມຕົ້ນຂອງພາລະກິດໃໝ່ຈາກອະດີດ ແຕ່ເປັນການສິ້ນສຸດພາລະກິດເກົ່າ. ນັ້ນໝາຍຄວາມວ່າ ນີ້ແມ່ນການກະທຳຄັ້ງສຸດທ້າຍ. ເຮົາຄິດວ່າ ພວກເຈົ້າທຸກຄົນຈະເຂົ້າໃຈໃນສິ່ງທີ່ບໍ່ເປັນປົກກະຕິກ່ຽວກັບຈຸດເລີ່ມຕົ້ນນີ້. ເຖິງຢ່າງໃດກໍຕາມ ໃນມື້ໜຶ່ງອີກບໍ່ດົນ ພວກເຈົ້າຈະເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງຈຸດເລີ່ມຕົ້ນນີ້, ສະນັ້ນ ພວກເຮົາຜ່ານຜ່າມັນໄປຮ່ວມກັນ ແລະ ຕ້ອນຮັບຕອນສຸດທ້າຍທີ່ຈະມາເຖິງ! ແນວໃດກໍຕາມ ສິ່ງທີ່ສືບຕໍ່ເຮັດໃຫ້ເຮົາເປັນກັງວົນກ່ຽວກັບພວກເຈົ້າກໍຄື ເມື່ອຜະເຊີນກັບກັບຄວາມບໍ່ຍຸຕິທໍາ ແລະ ຄວາມຍຸຕິທໍາ, ພວກເຈົ້າເລືອກອັນກ່ອນໜ້າຢູ່ສະເໝີ. ເຖິງແນວໃດກໍຕາມ ສິ່ງນັ້ນລ້ວນແລ້ວແຕ່ຢູ່ໃນອະດີດຂອງພວກເຈົ້າ. ເຮົາກໍຫວັງເຊັ່ນກັນວ່າ ຈະລືມທຸກສິ່ງໃນອະດີດຂອງພວກເຈົ້າ, ເຖິງວ່າສິ່ງນີ້ຈະເຮັດໄດ້ຍາກ. ເຖິງຢ່າງໃດກໍຕາມ ເຮົາກໍມີວິທີການທີ່ດີທີ່ຈະເຮັດໃຫ້ມັນສໍາເລັດ: ໃຫ້ອະນາຄົດມາທົດແທນອະດີດ ແລະ ປ່ອຍໃຫ້ເງົາມືດໃນອະດີດຂອງພວກເຈົ້າຖືກປັດເປົ່າອອກໄປເພື່ອແລກປ່ຽນກັບຕົວຕົນທີ່ແທ້ຈິງຂອງພວກເຈົ້າໃນມື້ນີ້. ດັ່ງນັ້ນ ເຮົາຕ້ອງລົບກວນໃຫ້ພວກເຈົ້າຕັດສິນໃຈອີກຄັ້ງ ແລະ ພວກເຮົາຈະເບິ່ງວ່າພວກເຈົ້າຈະຈົງຮັກພັກດີຕໍ່ໃຜແທ້ໆ.

ໝາຍເຫດ:

ກ. ກັບຄືນຝັ່ງ: ເປັນສໍານວນຂອງພາສາຈີ, ເຊິ່ງໝາຍເຖິງ “ກັບຕົວຈາກຫົນທາງທີ່ຊົ່ວຮ້າຍຂອງຜູ້ໃດຜູ້ໜຶ່ງ”.

​ກ່ອນ​ນີ້ :ເຈົ້າຄວນກຽມຄວາມດີໃຫ້ພຽງພໍເພື່ອຈຸດໝາຍປາຍທາງຂອງເຈົ້າ

ຕໍ່​ໄປ:ວ່າດ້ວຍເລື່ອງຈຸດໝາຍປາຍທາງ

ທ່ານອາດຈະຍັງມັກ

  • ການຄໍ່າຄວນຂອງອົງຊົງລິດທານຸພາບສູງສຸດ

    ໃນຫົວໃຈຂອງເຈົ້ານັ້ນມີຄວາມລຶກລັບຢ່າງມະຫາສານ ທີ່ເຈົ້າບໍ່ເຄີຍຮູ້ມາກ່ອນ ຍ້ອນວ່າເຈົ້າດໍາລົງຊີວິດຢູ່ໃນໂລກທີ່ຂາດແສງສະຫວ່າງ. ຫົວໃຈ ແລະ ຈິດວິນຍານຂອງເຈົ້າໄດ້ຖື…

  • ສໍາລັບທຸກຄົນທີ່ປະຕິບັດໜ້າທີ່ຂອງຕົນ

    ໃນກະແສປັດຈຸບັນ ທຸກຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ ມີໂອກາດທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ບໍ່ວ່າພວກເຂົາຈະໜຸ່ມ ຫຼື ເຖົ້າກໍຕາມ ຕາບໃດທີ່ພວກເຂົາໃຫ້ຄວາມເຄົາລ…

  • ການປະຕິບັດ (8)

    ພວກເຈົ້າຍັງບໍ່ເຂົ້າໃຈຄວາມຈິງໃນຫຼາຍດ້ານ ແລະ ຍັງມີຂໍ້ຜິດພາດ ແລະ ການອອກນອກຮູ້ນອກທາງຫຼາຍພໍສົມຄວນໃນການປະຕິບັດຂອງພວກເຈົ້າ; ໃນຫຼາຍໆຂອບເຂດ, ພວກເຈົ້າດຳລົງຊີວິດ…

  • ການເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າ

    ບໍ່ມີຂັ້ນຕອນໃດທີ່ສຳຄັນໃນການເຂົ້າສູ່ພຣະທຳຂອງພຣະເຈົ້າຫຼາຍກວ່າການເຮັດໃຫ້ຫົວໃຈຂອງເຈົ້າມີຄວາມສະຫງົບກັບການສະຖິດຂອງພຣະອົງ. ນັ້ນຄືບົດຮຽນທີ່ທຸກຄົນມີຄວາມຕ້ອງກາ…