ຫຼັກການທີ່ຄົນໆໜຶ່ງຄວນມີໃນການປະພຶດຕົນເອງ

ຄົນທີ່ເຊື່ອໃນພຣະເຈົ້າຕ້ອງຍ່າງໃນເສັ້ນທາງແຫ່ງຄວາມເຊື່ອຕາມພຣະທຳຂອງພຣະເຈົ້າ ແລະ ຂໍ້ຮຽກຮ້ອງຂອງພຣະອົງ. ຜູ້ເຊື່ອຕ້ອງປະພຶດຕົນຕາມຄວາມຈິງ. ຖ້າຄົນບໍ່ມີຄວາມຈິງ ແລະ ໃຊ້ຊີວິດຕາມປັດຊະຍາຂອງຊາຕານ, ໃນທີ່ສຸດແລ້ວນັ້ນພວກເຂົາຈະບໍ່ບັນລຸຜົນຮັບ ຫຼື ຈຸດຈົບທີ່ດີ. ມີພຽງແຕ່ພຣະທຳຂອງພຣະເຈົ້າທີ່ເປັນຄວາມຈິງຕະຫຼອດການ ແລະ ບໍ່ປ່ຽນແປງ. ຖ້າຜູ້ເຊື່ອບໍ່ໃຊ້ຊີວິດຕາມພຣະທຳຂອງພຣະເຈົ້າ ຫຼື ປະພຶດຕົນຕາມຄວາມຈິງ, ແລ້ວພວກເຂົາກໍຍິ່ງຕາບອດຫຼາຍກວ່າຄົນທີ່ຢູ່ໃນໂລກ, ຕາບອດຢ່າງສິ້ນຫວັງ. ຫຼາຍຄົນທີ່ບັນລຸຄວາມສຳເລັດບາງຢ່າງໃນຂົງເຂດໃດໜຶ່ງໃນໂລກທີ່ບໍ່ແມ່ນສາດສະໜາ ແລະ ກາຍມາມີຊື່ສຽງກໍເຮັດໃຫ້ຫົວຂອງພວກເຂົາຄຸມເຄືອໂດຍຊື່ສຽງ ແລະ ໂຊກຊະຕາ ແລະ ພວກເຂົາເລີ່ມເຊີດໜ້າຊູຕາຕົນເອງ. ໃນຄວາມເປັນຈິງແລ້ວ, ການຊົມເຊີຍ, ການຍົກຍ້ອງ, ການຢືນຢັນ ແລະ ການເຫັນດີເຫັນພ້ອມທີ່ຄົນອື່ນໃຫ້ແກ່ເຈົ້າເປັນພຽງກຽດຊົ່ວຄາວ. ພວກມັນບໍ່ໄດ້ເປັນຕົວແທນໃຫ້ຊີວິດ ຫຼື ພວກມັນບໍ່ໄດ້ໝາຍຄວາມແມ່ນແຕ່ໜ້ອຍດຽວວ່າຄົນໆໜຶ່ງກຳລັງຍ່າງໃນເສັ້ນທາງທີ່ຖືກຕ້ອງ. ພວກເຂົາເປັນພຽງກຽດ ແລະ ສະຫງ່າລາສີຊົ່ວຄາວເທົ່ານັ້ນ. ແມ່ນຫຍັງຄືສະຫງ່າລາສີເຫຼົ່ານີ້? ພວກມັນເປັນຈິງ ຫຼື ຫວ່າງເປົ່າ? (ຫວ່າງເປົ່າ.) ພວກມັນເປັນຄືກັບດາວຕົກ, ພວກມັນວາບຂຶ້ນສັ້ນໆ ແລະ ຫາຍໄປ. ຫຼັງຈາກທີ່ຄົນໄດ້ຮັບສະຫງ່າລາສີ, ກຽດ, ການສັນລະເສີນ, ຄວາມດີຄວາມຊອບ ແລະ ການຍົກຍ້ອງເຫຼົ່ານັ້ນ, ພວກເຂົາຍັງຕ້ອງກັບຄືນໄປສູ່ຊີວິດທີ່ເປັນຈິງ ແລະ ໃຊ້ຊີວິດຕາມທີ່ພວກເຂົາຄວນເຮັດ. ບາງຄົນບໍ່ສາມາດເຫັນສິ່ງນີ້ ແລະ ປາດຖະໜາໃຫ້ສິ່ງເຫຼົ່ານີ້ຢູ່ກັບພວກເຂົາຕະຫຼອດໄປ, ເຊິ່ງບໍ່ເປັນຈິງ. ຜູ້ຄົນປາດຖະໜາທີ່ຈະໃຊ້ຊີວິດໃນສະພາບແວດລ້ອມ ແລະ ບັນຍາກາດປະເພດນີ້ ຍ້ອນວ່າມັນເຮັດໃຫ້ພວກເຂົາຮູ້ສຶກແນວໃດ; ພວກເຂົາຕ້ອງການມີຄວາມສຸກກັບຄວາມຮູ້ສຶກນີ້ຕະຫຼອດໄປ. ຖ້າພວກເຂົາບໍ່ສາມາດມີຄວາມສຸກກັບມັນໄດ້, ຈາກນັ້ນພວກເຂົາກໍເລີ່ມຕົ້ນຍ່າງໃນເສັ້ນທາງທີ່ບໍ່ຖືກຕ້ອງ. ບາງຄົນໃຊ້ວິທີການທີ່ຫຼາກຫຼາຍ ເຊັ່ນ: ການດື່ມ ແລະ ການເສບຕິດຢາ ເພື່ອເຮັດໃຫ້ພວກເຂົາເອງມຶນຊາ: ນີ້ຄືວິທີການທີ່ມະນຸດທີ່ໃຊ້ຊີວິດໃນໂລກຂອງຊາຕານຮັບມືກັບຊື່ສຽງ ແລະ ໂຊກຊະຕາ. ຫຼັງຈາກທີ່ຄົນໆໜຶ່ງກາຍມາມີຊື່ສຽງ ແລະ ໄດ້ຮັບສະຫງ່າລາສີບາງຢ່າງ, ພວກເຂົາກໍມີແນວໂນ້ມທີ່ຈະສູນເສຍທິດທາງຂອງພວກເຂົາ ແລະ ພວກເຂົາບໍ່ຮູ້ວ່າພວກເຂົາຄວນເຮັດແນວໃດ ແລະ ພວກເຂົາບໍ່ຄວນເຮັດຫຍັງ. ພວກເຂົາໄດ້ຕັດຂາດຈາກໂລກຄວາມເປັນຈິງ ແລະ ບໍ່ສາມາດກັບມາສູ່ໂລກຄວາມເປັນຈິງໄດ້, ນີ້ຄືສິ່ງທີ່ອັນຕະລາຍ. ພວກເຈົ້າເຄີຍຢູ່ໃນສະພາວະດັ່ງກ່າວ ຫຼື ສະແດງພຶດຕິກຳດັ່ງກ່າວບໍ? (ແມ່ນ.) ແມ່ນຫຍັງເຮັດໃຫ້ເກີດສິ່ງນີ້? ມັນເປັນເພາະຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ. ພວກເຂົາໄຮ້ປະໂຫຍດເກີນໄປ, ອວດດີເກີນໄປ, ພວກເຂົາບໍ່ສາມາດຢືນຍັດຕໍ່ການລໍ້ລວງ ຫຼື ການຍົກຍ້ອງ ແລະ ພວກເຂົາບໍ່ສະແຫວງຫາຄວາມຈິງ ຫຼື ເຂົ້າໃຈມັນ. ພວກເຂົາຄິດວ່າພວກເຂົາບໍ່ຄືກັບໃຜພຽງແຕ່ຍ້ອນຄວາມສຳເລັດ ຫຼື ສະຫງ່າລາສີເລັກໆນ້ອຍໆທີ່ພວກເຂົາໄດ້ຮັບ; ພວກເຂົາຄິດວ່າພວກເຂົາໄດ້ກາຍມາເປັນຄົນຍິ່ງໃຫຍ່ ຫຼື ສຸດຍອດມະນຸດ. ພວກເຂົາຄິດວ່າມັນຈະເປັນອາຊະຍາກຳທີ່ບໍ່ເຊີດໜ້າຊູຕາຕົນເອງເມື່ອຢູ່ຕໍ່ໜ້າຊື່ສຽງ, ໂຊກຊະຕາ ແລະ ສະຫງ່າລາສີທັງໝົດນີ້. ຄົນທີ່ບໍ່ເຂົ້າໃຈຄວາມຈິງກໍມີແນວໂນ້ມທີ່ຈະເຊີດໜ້າຊູຕາຕົນເອງຢູ່ຕະຫຼອດເວລາ ຫຼື ຢູ່ທຸກຫົນແຫ່ງ. ເມື່ອພວກເຂົາເລີ່ມເຊີດໜ້າຊູຕາຕົນເອງ, ມັນເປັນເລື່ອງງ່າຍສຳລັບພວກເຂົາບໍທີ່ຈະກັບມາສູ່ໂລກຄວາມເປັນຈິງ? (ບໍ່.) ຄົນທີ່ມີຄວາມສຳນຶກເລັກໆນ້ອຍໆບໍ່ໄດ້ເຊີດໜ້າຊູຕາຕົນເອງໂດຍບໍ່ມີເຫດຜົນ. ເມື່ອພວກເຂົາຍັງບໍ່ບັນລຸຫຍັງເທື່ອ, ບໍ່ມີຫຍັງໃຫ້ນໍາສະເໜີ ແລະ ບໍ່ມີຜູ້ໃດໃນກຸ່ມທີ່ໃຫ້ຄວາມສົນໃຈກັບພວກເຂົາ, ພວກເຂົາກໍບໍ່ສາມາດເຊີດໜ້າຊູຕາຕົນເອງ ເຖິງແມ່ນວ່າພວກເຂົາຕ້ອງການເຮັດ. ພວກເຂົາອາດອວດດີ ແລະ ຫຼົງຕົນເອງໜ້ອຍໜຶ່ງ ຫຼື ພວກເຂົາອາດຮູ້ສຶກວ່າພວກເຂົາຂ້ອນຂ້າງມີພອນສະຫວັນ ແລະ ດີກວ່າຄົນອື່ນ, ແຕ່ພວກເຂົາບໍ່ມີແນວໂນ້ມທີ່ຈະເຊີດໜ້າຊູຕາຕົນເອງ. ຜູ້ຄົນເຊີດໜ້າຊູຕາຕົນເອງພາຍໃຕ້ສະຖານະການຫຍັງ? ເມື່ອຄົນອື່ນຍົກຍ້ອງພວກເຂົາສຳລັບຄວາມສຳເລັດບາງຢ່າງ. ພວກເຂົາຄິດວ່າພວກເຂົາດີກວ່າຄົນອື່ນ, ຄົນອື່ນທຳມະດາ ແລະ ບໍ່ໂດດເດັ່ນ, ມີພຽງແຕ່ພວກເຂົາທີ່ມີສະຖານະ ແລະ ບໍ່ໄດ້ຢູ່ໃນປະເພດດຽວກັນ ຫຼື ລະດັບດຽວກັນກັບຄົນອື່ນ, ພວກເຂົາຢູ່ສູງກວ່າຄົນອື່ນ. ນີ້ຄືວິທີການທີ່ພວກເຂົາເຮັດໃຫ້ຕົນເອງອວດອົ່ງທະນົງຕົວ. ນອກຈາກນັ້ນພວກເຂົາຄິດວ່າຕົນເອງມີຄວາມຊອບທຳໃນຄວາມຄິດເຫັນສູງສົ່ງທີ່ພວກເຂົາມີຕໍ່ຕົນເອງ. ພວກເຂົາຄິດຫາສິ່ງນີ້ໄດ້ແນວໃດ? ສິ່ງທີ່ພວກເຂົາເຊື່ອກໍຄື “ຂ້ອຍມີຈຸດແຂງ, ຄວາມສາມາດ ແລະ ສະໝອງທີ່ເປັນເອກະລັກ ແລະ ຂ້ອຍເຕັມໃຈທີ່ຈະສະແຫວງຫາຄວາມຈິງ. ຕອນນີ້ຂ້ອຍໄດ້ສຳເລັດບາງສິ່ງບາງຢ່າງ, ຂ້ອຍໄດ້ສ້າງຊື່ສຽງສຳລັບຕົນເອງ ແລະ ຊື່ສຽງ ແລະ ຄຸນຄ່າຂອງຂ້ອຍກໍສູງກວ່າຄົນອື່ນ. ສະນັ້ນ, ຂ້ອຍຈຶ່ງໂດດເດັ່ນຈາກບັນດາຝູງຊົນຢ່າງແນ່ນອນ ແລະ ເປັນຄົນທີ່ທຸກຄົນເທີດທູນ, ສະນັ້ນມັນຈຶ່ງຖືກທີ່ຂ້ອຍຈະເຊີດໜ້າຊູຕາຕົນເອງ”. ນີ້ຄືສິ່ງທີ່ພວກເຂົາຄິດໃນຄວາມຄິດຂອງພວກເຂົາ ແລະ ໃນທີ່ສຸດແລ້ວມັນກໍກາຍມາເປັນສິ່ງທີ່ຄາດຫວັງ ແລະ ມາດຕະຖານທີ່ພວກເຂົາຄວນເຊີດໜ້າຊູຕາຕົນເອງ. ພວກເຂົາເຊື່ອວ່ານີ້ເປັນສິ່ງທີ່ຖືກຕ້ອງ ແລະ ມີເຫດຜົນໂດຍບໍ່ຕ້ອງຕັ້ງຄຳຖາມ. ຖ້າພວກເຂົາບໍ່ເຊີດໜ້າຊູຕາຕົນເອງ, ພວກເຂົາກໍຮູ້ສຶກບໍ່ສົມດຸນ, ຄືກັບວ່າພວກເຂົາກຳລັງດ້ອຍຄ່າຕົນເອງ ແລະ ບໍ່ໃຊ້ຊີວິດຕາມການເຫັນດີເຫັນພ້ອມຂອງຄົນອື່ນ ແລະ ດ້ວຍເຫດນັ້ນພວກເຂົາຈຶ່ງຄິດວ່າມັນເປັນເລື່ອງທຳມະຊາດທີ່ຈະເຊີດໜ້າຊູຕາຕົນເອງ. ແມ່ນຫຍັງຄືຜົນຕາມມາຂອງການເຊີດໜ້າຊູຕາຕົນເອງ? (ພວກເຂົາຈະບໍ່ເຮັດວຽກກັບຄົນອື່ນໄດ້ດີອີກຕໍ່ໄປ ແລະ ຕ້ອງການເຮັດສິ່ງຕ່າງໆຕາມວິທີທາງຂອງພວກເຂົາເອງ.) ນີ້ຄືແງ່ມຸມໜຶ່ງໃນພຶດຕິກຳຂອງພວກເຂົາ. ມີຫຍັງອີກ? (ພວກເຂົາບໍ່ມີພື້ນຖານໃນຄວາມເປັນຈິງອີກຕໍ່ໄປ, ພວກເຂົາບໍ່ສະແຫວງຫາຄວາມກ້າວໜ້າໃນຂົງເຂດວຽກງານຂອງພວກເຂົາອີກຕໍ່ໄປ ແລະ ພວກເຂົາອາໄສສິ່ງທີ່ພວກເຂົາມີໃຫ້ນໍາສະເໜີຫຼາຍເກີນໄປ.) (ພວກເຂົາປະຕິເສດທີ່ຈະຍອມຕໍ່ສະຖານະການທີ່ພວກເຂົາບໍ່ມັກ.) ເປັນຫຍັງພວກເຂົາຈຶ່ງປະຕິເສດທີ່ຈະຍອມ? ພວກເຂົາສາມາດຍອມກ່ອນໜ້ານີ້ບໍ? (ພວກເຂົາບໍ່ມີຫົນທາງທີ່ຈະອວດດີກ່ອນໜ້ານີ້ ແລະ ສາມາດຄວບຄຸມ ແລະ ຍັບຢັ້ງຕົນເອງ, ສະນັ້ນພວກເຂົາຈຶ່ງສາມາດຍອມໄດ້ໃນຂອບເຂດໃດໜຶ່ງ. ແຕ່ຕອນນີ້ພວກເຂົາຮູ້ສຶກວ່າພວກເຂົາມີຫົນທາງ ແລະ ຄຸນສົມບັດ ແລະ ພວກເຂົາແຕກຕ່າງຈາກຄົນອື່ນ, ສະນັ້ນພວກເຂົາຈຶ່ງຄິດວ່າພວກເຂົາສາມາດກຳນົດເງື່ອນໄຂຂອງພວກເຂົາເອງ ແລະ ປະຕິເສດທີ່ຈະຍອມ.) ພວກເຂົາຮູ້ສຶກວ່າພວກເຂົາແຕກຕ່າງຈາກຄົນທີ່ພວກເຂົາເປັນກ່ອນໜ້ານີ້, ພວກເຂົາມີສະຖານະ, ເປັນທີ່ຮູ້ຈັກດີ ແລະ ບໍ່ຄວນຍອມຄົນອື່ນງ່າຍໆ. ຖ້າພວກເຂົາຍອມ, ມັນກໍຈະບໍ່ເໝາະສົມກັບສະຖານະຂອງພວກເຂົາ ແລະ ພວກເຂົາຈະບໍ່ໄດ້ໃຊ້ຊີວິດຢ່າງເໝາະສົມກັບຊື່ສຽງຂອງພວກເຂົາ. ພວກເຂົາຮູ້ສຶກວ່າພວກເຂົາມີສິດທີ່ຈະເວົ້າວ່າ “ບໍ່” ແລະ ສິດປະຕິເສດທີ່ຈະຍອມຄົນອື່ນ. ແມ່ນຫຍັງຄືພຶດຕິກຳອື່ນໆທີ່ພວກເຂົາສະແດງອອກ? (ຖ້າສະຖານະການຂອງພວກເຂົາເລີ່ມຮ້າຍແຮງ, ພວກເຂົາອາດເຖິງກັບກາຍມາເປັນໂປໂລທີ່ເວົ້າວ່າ “ເຮົາໄດ້ຕໍ່ສູ່ຢ່າງກ້າຫານ, ເຮົາໄດ້ສຳເລັດການແຂ່ງຂັນ, ເຮົາໄດ້ຕັ້ງໝັ້ນໃນຄວາມເຊື່ອ: ຈາກນີ້ເປັນຕົ້ນໄປ ມີການຈັດກຽມມົງກຸດແຫ່ງຄວາມຊອບທຳໄວ້ໃຫ້ກັບເຮົາແລ້ວ” (2 ຕີໂມທຽວ 4:7-8) ແລະ ເລີ່ມເຈລະຈາເງື່ອນໄຂຕ່າງໆກັບພຣະເຈົ້າ, ລືມວ່າພວກເຂົາເປັນສິ່ງຖືກສ້າງ.) ພວກເຂົາລືມວ່າພວກເຂົາແມ່ນໃຜ. ພວກເຈົ້າຄິດວ່າມັນເປັນເລື່ອງດີບໍທີ່ຄົນໆໜຶ່ງຈະເຊີດໜ້າຊູຕາຕົນເອງ? (ບໍ່.) ບໍ່, ແລ້ວເປັນຫຍັງຄົນຈຶ່ງເຊີດໜ້າຊູຕາຕົນເອງ? (ຍ້ອນອຸປະນິໄສຊົ່ວຮ້າຍທີ່ຢູ່ພາຍໃນພວກເຂົາ.) ການມີອຸປະນິໄສຊົ່ວຮ້າຍເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ ແລະ ນີ້ຄືຮາກເງົ້າຂອງບັນຫາຢ່າງແນ່ນອນ. ມີເຫດຜົນຫຍັງອີກ? ພວກເຮົາມາເວົ້າກ່ຽວກັບເຫດຜົນທີ່ເປັນຈິງກັນເທາະ. (ຄົນໃຫ້ຄວາມສຳຄັນຫຼາຍເກີນໄປກັບຄວາມສຳເລັດຂອງພວກເຂົາ, ປະຕິບັດຕໍ່ພວກມັນຄືກັບວ່າແມ່ນຊີວິດແທ້ໆ. ສະນັ້ນ, ພວກເຂົາຈຶ່ງປິຕິຍິນດີໃນຄວາມສຳເລັດຂອງພວກເຂົາຢູ່ສະເໝີ ແລ້ວພາໄປສູ່ສະພາວະອີ່ມອົກອີ່ມໃຈ ເຊິ່ງພວກເຂົາບໍ່ສາມາດຫຼົບໜີໄດ້.) ນີ້ຄືປະເດັນສຳຄັນຂອງເລື່ອງດັ່ງກ່າວ. ມັນກ່ຽວຂ້ອງກັບສິ່ງທີ່ຄົນສະແຫວງຫາ ແລະ ປາດຖະໜາຫາໃນຫົວໃຈຂອງພວກເຂົາ, ພ້ອມທັງເສັ້ນທາງທີ່ພວກເຂົາເລືອກຍ່າງ. ຫຼາຍຄົນເຊື່ອວ່າພວກເຂົາມີວຸດທິພາວະຕາບໃດທີ່ພວກເຂົາສາມາດປະຕິບັດໜ້າວຽກປະຈຳບາງຢ່າງ ແລະ ສຳເລັດໜ້າທີ່ບາງຢ່າງທີ່ຮຽກຮ້ອງໃຫ້ມີຄວາມຮູ້ຄວາມຊຳນານທາງເຕັກນິກ. ຍິ່ງວຽກງານຂອງພວກເຂົາມີທັກສະ, ດີເລີດ ແລະ ສຳເລັດຫຼາຍສໍ່າໃດ, ມັນກໍຍິ່ງພິສູດວ່າພວກເຂົາມີຄວາມເປັນຈິງ, ພວກເຂົາຮັກພຣະເຈົ້າ ແລະ ພວກເຂົາເຊື່ອຟັງພຣະອົງ. ພວກເຂົາພິຈາລະນາວ່ານີ້ຄືຊີວິດຂອງພວກເຂົາ. ເມື່ອເປັນເຊັ່ນນັ້ນ, ພວກເຂົາກໍເທີດທູນມັນຢ່າງແນ່ນອນ ແລະ ສະແຫວງຫາມັນຄືກັບວ່າເປັນເປົ້າໝາຍໃນຊີວິດຂອງພວກເຂົາ, ແຕ່ເປົ້າໝາຍ ແລະ ທິດທາງຂອງພວກເຂົາບໍ່ຖືກຕ້ອງ ເຊັ່ນດຽວກັນກັບເສັ້ນທາງຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ໃນລະດັບຮາກເງົ້າຂອງເລື່ອງນັ້ນ ຄວາມເຂົ້າໃຈຂອງຄົນກ່ຽວກັບຊີວິດ, ການສະແຫວງຫາຄວາມຈິງ ແລະ ຄວາມໝາຍຂອງການມີຄວາມເປັນຈິງແຫ່ງຄວາມຈິງແມ່ນມີຂໍ້ບົກຜ່ອງ. ເມື່ອຄວາມເຂົ້າໃຈຂອງຜູ້ຄົນມີຂໍ້ບົກຜ່ອງ, ຄວາມຮູ້ ແລະ ການປະເມີນບາງຢ່າງໂດຍພື້ນຖານຂອງພວກເຂົາກໍຕ້ອງມີຂໍ້ບົກຜ່ອງເຊັ່ນກັນ. ຖ້າຄວາມເຂົ້າໃຈຂອງເຈົ້າມີຂໍ້ບົກຜ່ອງ, ສິ່ງທີ່ເຈົ້າສະແຫວງຫາກໍຕ້ອງມີຂໍ້ບົກຜ່ອງເຊັ່ນກັນ. ຜົນຕາມມາກໍຄືເສັ້ນທາງທີ່ເຈົ້າເລືອກແມ່ນມີບັນຫາຢ່າງແນ່ນອນ ແລະ ທິດທາງ ແລະ ເປົ້າໝາຍໃນຊີວິດຂອງເຈົ້າກໍມີຂໍ້ບົກຜ່ອງເຊັ່ນກັນ.

ທຸກຄົນຮູ້ວ່າມັນບໍ່ແມ່ນສິ່ງທີ່ດີທີ່ຄົນໆໜຶ່ງຈະເຊີດໜ້າຊູຕາຕົນເອງ ພຽງແຕ່ເພາະພວກເຂົາສາມາດບັນລຸຜົນຮັບບາງຢ່າງໃນໜ້າທີ່ຂອງພວກເຂົາ. ສະນັ້ນເປັນຫຍັງຄົນຈຶ່ງຍັງມີແນວໂນ້ມຈະເຊີດໜ້າຊູຕາຕົນເອງ? ສ່ວນໜຶ່ງກໍເນື່ອງຈາກຄວາມອວດດີ ແລະ ຄວາມເຮັດພໍຜິວເຜີນຂອງຜູ້ຄົນ. ມີເຫດຜົນອື່ນອີກບໍ? (ມັນເປັນເພາະຄົນບໍ່ໄດ້ສຳນຶກວ່າພຣະເຈົ້າເປັນຜູ້ທີ່ນໍາພາພວກເຂົາໃຫ້ບັນລຸຜົນຮັບເຫຼົ່ານີ້. ພວກເຂົາຈຶ່ງຄິດວ່າພວກເຂົາສົມຄວນໄດ້ຮັບຄວາມໄວ້ວາງໃຈທັງໝົດ ແລະ ມີຫົນທາງ. ໃນຄວາມເປັນຈິງແລ້ວ ຖ້າບໍ່ມີພາລະກິດຂອງພຣະເຈົ້າ ຄົນກໍບໍ່ສາມາດເຮັດຫຍັງໄດ້, ແຕ່ພວກເຂົາບໍ່ສາມາດເຂົ້າໃຈມັນໄດ້.) ປະໂຫຍກນີ້ຖືກຕ້ອງ ແລະ ມັນຍັງເປັນໃຈກາງຂອງບັນຫາອີກດ້ວຍ. ຖ້າຄົນບໍ່ຮູ້ຈັກພຣະເຈົ້າ ແລະ ບໍ່ມີພຣະວິນຍານບໍລິສຸດໃຫ້ສ່ອງແສງສະຫວ່າງແກ່ພວກເຂົາ, ພວກເຂົາກໍຈະຄິດຢູ່ສະເໝີວ່າຕົນເອງມີຄວາມສາມາດເຮັດທຸກຢ່າງ. ສະນັ້ນຖ້າພວກເຂົາມີຫົນທາງ, ພວກເຂົາກໍສາມາດກາຍມາເປັນຄົນອວດດີ ແລະ ເຊີດໜ້າຊູຕາຕົນເອງ. ພວກເຈົ້າສາມາດຮູ້ສຶກເຖິງການຊີ້ນໍາຂອງພຣະເຈົ້າ ແລະ ແສງສະຫວ່າງຂອງພຣະວິນຍານບໍລິສຸດບໍໃນລະຫວ່າງທີ່ປະຕິບັດໜ້າທີ່ຂອງເຈົ້າ? (ແມ່ນແລ້ວ). ຖ້າເຈົ້າສາມາດຮູ້ສຶກເຖິງພາລະກິດຂອງພຣະວິນຍານບໍລິສຸດ ແຕ່ຍັງຄິດຫາຕົວເຈົ້າເອງເອງຢ່າງສູງສົ່ງ ແລະ ຄິດວ່າເຈົ້າມີຄວາມເປັນຈິງ, ແລ້ວແມ່ນຫຍັງກຳລັງເກີດຂຶ້ນໃນທີ່ນີ້? (ເມື່ອການທີ່ພວກເຮົາປະຕິບັດໜ້າທີ່ຂອງພວກເຮົາໄດ້ເກີດໝາກຜົນບາງຢ່າງ, ພວກເຮົາຄິດວ່າເຄິ່ງໜຶ່ງຂອງຊື່ສຽງຄວາມສຳເລັດເປັນຂອງພຣະເຈົ້າ ແລະ ເຄິ່ງໜຶ່ງເປັນຂອງພວກເຮົາ. ພວກເຮົາຂະຫຍາຍການຮ່ວມມືຂອງພວກເຮົາໄປສູ່ຂອບເຂດທີ່ບໍ່ຈຳກັດ, ຄິດວ່າບໍ່ມີຫຍັງສຳຄັນກວ່າການຮ່ວມມືຂອງພວກເຮົາ ແລະ ແສງສະຫວ່າງຂອງພຣະເຈົ້າຈະບໍ່ສາມາດເປັນໄປໄດ້ຖ້າປາສະຈາກການຮ່ວມມືນັ້ນ). ແລ້ວເປັນຫຍັງພຣະເຈົ້າຈຶ່ງສ່ອງແສງສະຫວ່າງໃຫ້ກັບເຈົ້າ? ພຣະເຈົ້າຈະສາມາດສ່ອງແສງສະຫວ່າງໃຫ້ຄົນອື່ນເຊັ່ນກັນບໍ? (ແມ່ນແລ້ວ). ເມື່ອພຣະເຈົ້າສ່ອງແສງສະຫວ່າງໃຫ້ກັບຄົນໃດໜຶ່ງ, ມັນກໍແມ່ນໂດຍຄວາມກະລຸນາຂອງພຣະເຈົ້າ. ແລ້ວແມ່ນຫຍັງຄືການຮ່ວມມືເລັກໆນ້ອຍໆໃນສ່ວນຂອງເຈົ້າ? ມັນເປັນສິ່ງທີ່ເຈົ້າສົມຄວນໄດ້ຮັບຊື່ສຽງບໍ ຫຼື ມັນເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າບໍ? (ມັນເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງພວກຂ້ານ້ອຍ). ເມື່ອເຈົ້າຮັບຮູ້ວ່າມັນເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າ, ແລ້ວເຈົ້າຕ້ອງມີຊຸດຄວາມຄິດທີ່ຖືກຕ້ອງ ແລະ ຈະບໍ່ຄິດທີ່ພະຍາຍາມເອົາຊື່ສຽງຈາກສິ່ງນັ້ນ. ຖ້າເຈົ້າຄິດຢູ່ສະເໝີວ່າ “ນີ້ຄືການປະກອບສ່ວນຂອງຂ້ອຍ ຢູ່ສະເໝີ. ແສງສະຫວ່າງຂອງພຣະເຈົ້າຈະເປັນໄປໄດ້ບໍຖ້າບໍ່ມີການຮ່ວມມືຂອງຂ້ອຍ? ໜ້າວຽກນີ້ຈຳເປັນຕ້ອງມີການຮ່ວມມືຂອງມະນຸດ; ການຮ່ວມມືຂອງພວກເຮົາເປັນສ່ວນໃຫຍ່ໃນຄວາມສຳເລັດນີ້”, ແລ້ວເຈົ້າກໍເຂົ້າໃຈຜິດ. ເຈົ້າຈະສາມາດຮ່ວມມືໄດ້ແນວໃດ ຖ້າພຣະວິນຍານບໍລິສຸດບໍ່ໄດ້ສ່ອງແສງສະຫວ່າງໃຫ້ກັບເຈົ້າ ແລະ ຖ້າບໍ່ມີຜູ້ໃດໂອ້ລົມຫຼັກການແຫ່ງຄວາມຈິງກັບເຈົ້າ? ເຈົ້າຈະບໍ່ຮູ້ຈັກສິ່ງທີ່ພຣະເຈົ້າຮຽກຮ້ອງ ຫຼື ເຈົ້າຈະບໍ່ຮູ້ເສັ້ນທາງແຫ່ງການປະຕິບັດ. ເຖິງແມ່ນວ່າເຈົ້າຕ້ອງການເຊື່ອຟັງພຣະເຈົ້າ ແລະ ຮ່ວມມື, ເຈົ້າຈະບໍ່ຮູ້ວ່າຈະເຮັດແນວໃດ. “ການຮ່ວມມື” ຂອງເຈົ້ານີ້ບໍ່ແມ່ນພຽງຄຳເວົ້າທີ່ວ່າງເປົ່າບໍ? ຖ້າບໍ່ມີການຮ່ວມມືທີ່ແທ້ຈິງ, ເຈົ້າກໍພຽງແຕ່ເຮັດຕາມແນວຄິດຂອງເຈົ້າເອງ, ເຊິ່ງໃນກໍລະນີນັ້ນ ໜ້າທີ່ທີ່ເຈົ້າປະຕິບັດຈະສາມາດບັນລຸມາດຕະຖານໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ, ເຊິ່ງບົ່ງບອກເຖິງບັນຫາທີ່ເປັນຢູ່. ບັນຫາແມ່ນຫຍັງ? ບໍ່ວ່າບຸກຄົນໜຶ່ງຈະປະຕິບັດໜ້າທີ່ຫຍັງກໍຕາມ, ບໍ່ວ່າພວກເຂົາຈະບັນລຸຜົນ, ປະຕິບັດໜ້າທີ່ຂອງພວກເຂົາຕາມມາດຕະຖານ ແລະ ຮັບເອົາການຮອງຮັບຂອງພຣະເຈົ້າ ຫຼື ບໍ່ ແມ່ນຂຶ້ນກັບການກະທຳຂອງພຣະເຈົ້າ. ເຖິງແມ່ນວ່າເຈົ້າປະຕິບັດຄວາມຮັບຜິດຊອບ ແລະ ໜ້າທີ່ຂອງເຈົ້າ, ຖ້າພຣະເຈົ້າບໍ່ເຮັດພາລະກິດ, ຖ້າພຣະເຈົ້າບໍ່ສ່ອງແສງສະຫວ່າງ ແລະ ຊີ້ນໍາເຈົ້າ, ແລ້ວເຈົ້າກໍຈະບໍ່ຮູ້ຈັກເສັ້ນທາງຂອງເຈົ້າ, ທິດທາງຂອງເຈົ້າ ຫຼື ເປົ້າໝາຍຂອງເຈົ້າ. ໃນທີ່ສຸດແລ້ວແມ່ນຫຍັງຈະເກີດຂຶ້ນຈາກສິ່ງນັ້ນ? ຫຼັງຈາກທີ່ເຮັດວຽກໜັກຕະຫຼອດເວລາເຫຼົ່ານັ້ນ, ເຈົ້າຈະບໍ່ໄດ້ປະຕິບັດໜ້າທີ່ຂອງເຈົ້າຢ່າງຖືກຕ້ອງ ຫຼື ເຈົ້າຈະບໍ່ໄດ້ຮັບຄວາມຈິງ ຫຼື ຊີວິດ, ມັນລ້ວນແລ້ວແຕ່ສູນເປົ່າ. ສະນັ້ນ, ການທີ່ໜ້າທີ່ຂອງເຈົ້າຖືກປະຕິບັດຈົນບັນລຸມາດຕະຖານ, ການອົບຮົມສັ່ງສອນອ້າຍເອື້ອຍນ້ອງຂອງເຈົ້າ ແລະ ການຮັບເອົາການຮອງຮັບຂອງພຣະເຈົ້າລ້ວນແລ້ວແຕ່ຂຶ້ນກັບພຣະເຈົ້າ! ຜູ້ຄົນພຽງແຕ່ສາມາດເຮັດສິ່ງເຫຼົ່ານີ້ທີ່ພວກເຂົາສາມາດເຮັດເປັນການສ່ວນຕົວ, ສິ່ງທີ່ພວກເຂົາຄວນເຮັດ ແລະ ສິ່ງທີ່ຢູ່ພາຍໃນສັກກະຍາພາບໂດຍທຳມະຊາດຂອງພວກເຂົາ, ບໍ່ມີຫຍັງອີກ. ໃນທີ່ສຸດແລ້ວນັ້ນ, ການປະຕິບັດໜ້າທີ່ຂອງເຈົ້າໃນລັກສະນະທີ່ມີປະສິດທິພາບແມ່ນຂຶ້ນກັບການຊີ້ນໍາຈາກພຣະທຳຂອງພຣະເຈົ້າ ແລະ ແສງສະຫວ່າງ ແລະ ການນໍາພາຂອງພຣະວິນຍານບໍລິສຸດ; ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະສາມາດເຂົ້າໃຈຄວາມຈິງ ແລະ ສຳເລັດການຝາກຝັງຂອງພຣະເຈົ້າຕາມເສັ້ນທາງທີ່ພຣະເຈົ້າໄດ້ມອບໃຫ້ກັບເຈົ້າ ແລະ ຫຼັກການທີ່ພຣະອົງໄດ້ກຳນົດໄວ້. ສິ່ງນີ້ແມ່ນຄວາມກະລຸນາ ແລະ ພອນຂອງພຣະເຈົ້າ ແລະ ຖ້າຜູ້ຄົນບໍ່ສາມາດເຫັນສິ່ງນີ້ໄດ້, ພວກເຂົາກໍຕາບອດ. ບໍ່ວ່າເຮືອນຂອງພຣະເຈົ້າຈະເຮັດວຽກງານໃນລັກສະນະໃດກໍຕາມ, ຜົນຮັບຄວນເປັນແນວໃດ? ສ່ວນໜຶ່ງກໍຄວນເປັນການເປັນພະຍານໃຫ້ພຣະເຈົ້າ ແລະ ເຜີຍແຜ່ຂ່າວປະເສີດຂອງພຣະເຈົ້າ, ໃນຂະນະທີ່ອີກສ່ວນຄວນເປັນການອົບຮົມສັ່ງສອນ ແລະ ການນໍາຜົນປະໂຫຍດມາສູ່ອ້າຍເອື້ອຍນ້ອງ. ວຽກງານຂອງເຮືອນຂອງພຣະເຈົ້າຄວຮບັນລຸຜົນຮັບໃນທັງສອງຂົງເຂດ. ໃນເຮືອນຂອງພຣະເຈົ້າ ບໍ່ວ່າເຈົ້າຈະປະຕິບັດໜ້າທີ່ຫຍັງກໍຕາມ, ເຈົ້າສາມາດບັນລຸຜົນຮັບໂດຍບໍ່ມີການຊີ້ນໍາຂອງພຣະເຈົ້າບໍ? ບໍ່ໄດ້ຢ່າງແນ່ນອນ. ມັນສາມາດເວົ້າໄດ້ວ່າຖ້າບໍ່ມີການຊີ້ນໍາຂອງພຣະເຈົ້າ, ສິ່ງທີ່ເຈົ້າເຮັດກໍໄຮ້ປະໂຫຍດເປັນຢ່າງຍິ່ງ. ຕະຫຼອດປີທີ່ຜ່ານໄປ ເມື່ອພວກເຈົ້າສືບຕໍ່ປະຕິບັດໜ້າທີ່ຂອງພວກເຈົ້າ, ຍິ່ງພວກເຈົ້າປະຕິບັດໜ້າທີ່ເຫຼົ່ານີ້ຫຼາຍສໍ່າໃດ, ພວກເຈົ້າກໍຍິ່ງຍັບເຂົ້າໃກ້ຂໍ້ຮຽກຮ້ອງຂອງພຣະເຈົ້າຫຼາຍຂຶ້ນ, ພວກເຈົ້າກໍຍິ່ງເຂົ້າໃຈເຈດຕະນາຂອງພຣະອົງຫຼາຍຂຶ້ນ ແລະ ພວກເຈົ້າກໍຍິ່ງກຳແໜ້ນຫຼັກການຕ່າງໆໄດ້ຫຼາຍຂຶ້ນ. ຈະບັນລຸທຸກສິ່ງນີ້ໄດ້ແນວໃດ? (ໂດຍການຊີ້ນໍາຂອງພຣະເຈົ້າ.) ຖ້າບໍ່ມີການຊີ້ນໍາຂອງພຣະເຈົ້າ ແລະ ແສງສະຫວ່າງຂອງພຣະວິນຍານບໍລິສຸດ, ຜູ້ຄົນຈະສາມາດ “ປະກອບສ່ວນ” ຫຍັງໄດ້ແທ້ໆ? ສ່ວນໜຶ່ງໃນ “ການປະກອບສ່ວນ” ຂອງພວກເຂົາຄືຈິນຕະນາການຂອງມະນຸດ. ບາງຄັ້ງຄົນກໍປະຕິບັດໜ້າທີ່ຕາມຈິນຕະນາການຂອງພວກເຂົາເອງ ແລ້ວຄິດວ່າໂດຍການເຮັດເຊັ່ນນັ້ນ ພວກເຂົາຈະສາມາດເປັນພະຍານໃຫ້ພຣະເຈົ້າ. ເຖິງຢ່າງໃດກໍຕາມ, ຜົນຮັບແມ່ນກົງກັນຂ້າມ. ສິ່ງທີ່ພວກເຂົາສ້າງຂຶ້ນບໍ່ພຽງແຕ່ລົ້ມເຫຼວໃນການບັນລຸຜົນທີ່ປາດຖະໜາໄວ້ໃນການເປັນພະຍານໃຫ້ພຣະເຈົ້າ, ແຕ່ກົງກັນຂ້າມປາກົດວ່າມັນບໍ່ເປັນຈິງ ແລະ ບໍ່ແມ່ນຂອງແທ້, ເປັນພຽງຜົນຜະລິດຈາກຈິນຕະນາການ ແລະ ການປັ້ນແຕ່ງຂອງມະນຸດເທົ່ານັ້ນ, ເຊິ່ງເຮັດໃຫ້ພຣະເຈົ້າເສຍກຽດທີ່ສຸດ. ອີກສ່ວນໜຶ່ງຄືແນວຄິດຂອງມະນຸດ. ຄົນມັກທີ່ຈະເຮັດໂດຍອີງໃສ່ແນວຄິດຂອງພວກເຂົາເອງ ແລະ ເຊື່ອວ່າແນວຄິດຂອງພວກເຂົາສອດຄ່ອງກັບຄວາມຈິງ. ເມື່ອພວກເຂົາເຮັດຕາມແນວຄິດຂອງພວກເຂົາ, ພວກເຂົາຄິດວ່າພວກເຂົາໄດ້ຮັບການເຫັນດີເຫັນພ້ອມຈາກຄົນອື່ນ ແລະ ກຳລັງຖວາຍສະຫງ່າລາສີໃຫ້ແກ່ພຣະເຈົ້າ. ຜົນຕາມມາກໍຄືພວກເຂົາເຮັດຫຼາຍສິ່ງໂດຍອີງໃສ່ແນວຄິດຂອງພວກເຂົາເອງ ແລະ ພວກເຂົາບໍ່ພຽງແຕ່ລົ້ມເຫຼວໃນການບັນລຸຜົນທີ່ປາດຖະໜາໄວ້ໃນການເປັນພະຍານໃຫ້ພຣະເຈົ້າ; ແຕ່ກົງກັນຂ້າມ, ພວກເຂົານໍາພາຄົນອື່ນຢ່າງຜິດໆໃຫ້ຍອມຮັບວ່າແນວຄິດເຫຼົ່ານີ້ເປັນຄວາມຈິງ. ສິ່ງນີ້ບໍ່ພຽງແຕ່ຫ້າມບໍ່ໃຫ້ພວກເຂົາເຊື່ອຟັງພຣະເຈົ້າ, ແຕ່ມັນຍັງພາໃຫ້ເກີດຄວາມເຂົ້າໃຈຜິດ, ການສົງໄສ, ການປະນາມ ແລະ ການໝິ່ນປະໝາດພຣະເຈົ້າອີກດ້ວຍ. ສິ່ງເຫຼົ່ານີ້ຄືຜົນຕາມມາຂອງການເຮັດຕາມແນວຄິດຂອງຕົນເອງ ແລະ ການເຜີຍແຜ່ແນວຄິດເຫຼົ່ານີ້. ເມື່ອຄົນຂາດຄວາມເຂົ້າໃຈກ່ຽວກັບຄວາມຈິງ, ພວກເຂົາກໍອາໄສຈິນຕະນາການ ແລະ ແນວຄິດຕ່າງໆເພື່ອຊີ້ນໍາການກະທຳຂອງພວກເຂົາ. ນອກຈາກຈິນຕະນາການ ແລະ ແນວຄິດຕ່າງໆແລ້ວ, ອີກແງ່ມຸມໜຶ່ງຂອງສິ່ງທີ່ຄົນ “ປະກອບສ່ວນ” ຄືຄວາມຮູ້ຂອງມະນຸດ. ຫຼັງຈາກທີ່ໄດ້ຮັບຊຸດຄວາມຮູ້ທີ່ອຸດົມສົມບູນໃນຂົງເຂດທີ່ແຕກຕ່າງກັນແລ້ວ, ພວກເຂົາໄດ້ໃຊ້ຄວາມຮູ້ຂອງພວກເຂົາເພື່ອປະເມີນຂໍ້ຮຽກຮ້ອງຂອງພຣະເຈົ້າ, ຈິນຕະນາການວ່າຄວາມຈິງແມ່ນຫຍັງ ແລະ ຕັດສິນດ້ວຍຕົນເອງວ່າຈະປະຕິບັດໜ້າທີ່ຂອງພວກເຂົາ ແລະ ເຮັດເຈດຕະນາຂອງພຣະເຈົ້າໃຫ້ສຳເລັດໄດ້ແນວໃດ. ແມ່ນຫຍັງຄືຜົນຮັບຂອງການກະທຳດັ່ງກ່າວ? ພວກມັນຂັດແຍ່ງກັບເຈດຕະນາຂອງພຣະເຈົ້າຢ່າງແນ່ນອນ, ເພາະຄວາມຮູ້ຂອງມະນຸດຂັດກັບຄວາມຈິງ ແລະ ຕໍ່ຕ້ານຄວາມຈິງ. ເມື່ອຄົນປະຕິບັດໜ້າທີ່ຂອງພວກເຂົາໂດຍອີງໃສ່ຄວາມຮູ້ຂອງມະນຸດ, ມັນຈະສ້າງສະຖານະການປະເພດໃດໃນຄຣິສຕະຈັກ? ຄົນຈະເລີ່ມເຄົາລົບບູຊາຄວາມຮູ້ ແລະ ປຽບທຽບກັນເພື່ອເບິ່ງວ່າຜູ້ໃດມີຄວາມຮູ້ຫຼາຍກວ່າ, ຜູ້ໃດໄດ້ອ່ານໜັງສືຫຼາຍກວ່າ ຫຼື ຜູ້ໃດມີຄຸນວຸດທິການສຶກສາສູງກວ່າ. ສິ່ງເຫຼົ່ານີ້ຄືປະເພດທີ່ພວກເຂົາມັກປຽບທຽບ. ເມື່ອສະຖານະການດັ່ງກ່າວເກີດຂຶ້ນພາຍໃນຄຣິສຕະຈັກ, ສິ່ງນີ້ກ່ຽວຂ້ອງຫຍັງກັບການທີ່ຜູ້ຄົນໃຊ້ຄວາມຮູ້ຂອງມະນຸດເພື່ອຮັບໃຊ້ ແລະ ເປັນພະຍານໃຫ້ພຣະເຈົ້າບໍ? ບໍ່ກ່ຽວຂ້ອງຢ່າງແນ່ນອນ. ແມ່ນຫຍັງຄືຜົນຕາມມາຂອງການໃຊ້ຄວາມຮູ້ເພື່ອປະຕິບັດໜ້າທີ່ຂອງຄົນໆໜຶ່ງ ແລະ ເປັນພະຍານໃຫ້ພຣະເຈົ້າ? ສິ່ງນີ້ພາໃຫ້ເກີດຄວາມມັກໃນຄວາມຮັກຂອງມະນຸດຫຼາຍກວ່າການຮັກໃນຄວາມຈິງ, ບ່ຽງເບນຄວາມສົນໃຈຂອງຄົນໄປສູ່ເສັ້ນທາງຂອງການສະແຫວງຫາຄວາມຮູ້ຂອງມະນຸດ. ມັນບໍ່ຖືກຕ້ອງ ແລະ ເຮັດໃຫ້ຄົນໆໜຶ່ງຫັນເຫຈາກຫົນທາງທີ່ແທ້ຈິງໂດຍສິ້ນເຊີງ. ບໍ່ວ່າຈະໂດຍການໃຊ້ຈິນຕະນາການ, ແນວຄິດ ຫຼື ຄວາມຮູ້ຂອງມະນຸດເພື່ອເປັນພະຍານໃຫ້ພຣະເຈົ້າ ແລະ ຮັບໃຊ້ພຣະອົງ ຫຼື ບໍ່, ບໍ່ມີສິ່ງໃດໃນວິທີການເຫຼົ່ານີ້ທີ່ສາມາດບັນລຸຜົນຮັບທີ່ປາດຖະໜາໄວ້ໃນການຊ່ວຍໃຫ້ຜູ້ຄົນຮູ້ຈັກ ແລະ ຊ່ວຍຟັງພຣະເຈົ້າ. ໃນທາງກົງກັນຂ້າມ, ພວກມັນສາມາດຂັດຂວາງຜູ້ຄົນຈາກການຫັນມາຫາພຣະເຈົ້າໄດ້ຢ່າງງ່າຍດາຍ. ສະນັ້ນ, ການໃຊ້ຈິນຕະນາການ, ແນວຄິດ ຫຼື ຄວາມຮູ້ຂອງມະນຸດເພື່ອເປັນພະຍານໃຫ້ພຣະເຈົ້າລ້ວນແລ້ວແຕ່ເປັນປະເພດການຕໍ່ຕ້ານພຣະເຈົ້າ. ສິ່ງນີ້ລົບກວນ ແລະ ຂັດຂວາງພາລະກິດຂອງພຣະເຈົ້າ ແລະ ພຣະອົງບໍ່ຮອງຮັບການກະທຳເຫຼົ່ານັ້ນ.

ຈິນຕະນາການຂອງມະນຸດ, ແນວຄິດ ແລະ ຄວາມຮູ້ລ້ວນແລ້ວແຕ່ເປັນແງ່ມຸມໃນຂອບເຂດຄວາມຄິດ. ຢ່າງໜຶ່ງທີ່ອີງໃສ່ການກະທຳຂອງມະນຸດກໍຄືຄວາມຄິດ ແລະ ມຸມມອງມະນຸດ, ໃນຂະນະທີ່ອີກຢ່າງແມ່ນອຸປະນິໄສທີ່ເສື່ອມຊາມຂອງມະນຸດ ເຊິ່ງເຮັດບົດບາດທີ່ສຳຄັນຫຼາຍ. ຖ້າຄົນບໍ່ເຂົ້າໃຈຄວາມຈິງ, ບໍ່ຮູ້ຈັກຕົນເອງ, ບໍ່ຍອມຮັບຄວາມຈິງ, ບໍ່ປະຕິບັດຄວາມຈິງ ແລະ ບໍ່ສາມາດຍອມຕໍ່ພຣະເຈົ້າ ແລະ ຄວາມຈິງໄດ້, ແລ້ວພວກເຂົາຈະອີງການປະຕິບັດໜ້າທີ່ຂອງພວກເຂົາໃສ່ຫຍັງ? ພວກເຂົາກຳລັງເຮັດຕາມຄວາມອວດດີ, ຄວາມຫຼອກລວງ, ຄວາມຊົ່ວຮ້າຍ, ຄວາມຊົ່ວຊ້າ ແລະ ຄວາມຫົວດື້ຂອງພວກເຂົາ, ເຊິ່ງລ້ວນແລ້ວແຕ່ເປັນແງ່ມຸມໃນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ແມ່ນຫຍັງຄືຜົນຕາມມາຂອງການປະຕິບັດໜ້າທີ່ຂອງພວກເຂົາໂດຍອີງໃສ່ອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້. (ຄົນບໍ່ສາມາດໃຫ້ການຮ່ວມມືຢ່າງກົມກຽວກັບຄົນອື່ນ ແລະ ຍັງສາມາດລົບກວນ ແລະ ຂັດຂວາງວຽກງານໃນຄຣິສຕະຈັກອີກດ້ວຍ.) ຜົນຕາມມາເຫຼົ່ານີ້ຄວນເປັນທີ່ຮູ້ຈັກ. ທຸກຄົນເຮັດຕາມທີ່ພວກເຂົາພໍໃຈ, ບໍ່ປະຕິບັດຄວາມຈິງ. ແຕ່ລະຄົນກໍເຮັດຕາມວິທີທາງຂອງພວກເຂົາເອງ, ກະທຳດ້ວຍຄວາມແຕກແຍກ ແລະ ສ້າງການລົບກວນ ແລະ ການຂັດຂວາງ. ໜ້າວຽກທີ່ສາມາດດຳເນີນການໄດ້ດີກໍເລີ່ມວຸ້ນວາຍ ແລະ ບໍ່ເປັນລະບົບລະບຽບ. ສິ່ງນີ້ບໍ່ໄດ້ແຕກຕ່າງຫຍັງຈາກວິທີການເຮັດສິ່ງຕ່າງໆໃນບັນດາຜູ້ບໍ່ເຊື່ອເລີຍ. ໃນຄ້າຍຂອງຊາຕານ, ບໍ່ວ່າຈະໃນສັງຄົມ ຫຼື ແວດວົງເຈົ້າໜ້າທີ່, ແມ່ນຫຍັງຄືບັນຍາກາດທີ່ພົບເຫັນໄດ້ທົ່ວໄປ? ການປະຕິບັດຫຍັງໂດ່ງດັງ? ພວກເຈົ້າຄວນມີຄວາມເຂົ້າໃຈບາງຢ່າງກ່ຽວກັບສິ່ງເຫຼົ່ານີ້. ແມ່ນຫຍັງຄືຫຼັກການ ແລະ ແນວທາງສຳລັບການກະທຳຂອງພວກເຂົາ? ແຕ່ລະຄົນກໍເປັນກົດໝາຍໃຫ້ພວກເຂົາເອງ; ແຕ່ລະຄົນກໍເຮັດຕາມວິທີທາງຂອງພວກເຂົາເອງ. ພວກເຂົາເຮັດຕາມຜົນປະໂຫຍດຂອງພວກເຂົາເອງ ແລະ ເຮັດຕາມທີ່ພວກເຂົາເລືອກ. ຜູ້ໃດກໍຕາມທີ່ມີສິດອຳນາດກໍມີສິດຕັດສິນໃຈເດັດຂາດ. ພວກເຂົາບໍ່ໃຫ້ຄົນອື່ນມີຄວາມຄິດແມ່ນແຕ່ຊ່ວງຂະນະດຽວ. ພວກເຂົາພຽງແຕ່ເຮັດຕາມທີ່ພວກເຂົາປາດຖະໜາ, ດິ້ນຮົນຫາຊື່ສຽງ, ກຳໄລ ແລະ ສະຖານະ ແລະ ເຮັດຕາມຄວາມມັກຂອງພວກເຂົາເອງໂດຍສິ້ນເຊີງ. ທັນທີທີ່ພວກເຂົາໄດ້ຮັບອຳນາດ, ພວກເຂົາກໍຟ້າວພະຍາຍາມໃຊ້ອຳນາດນີ້ໃສ່ຄົນອື່ນ. ຖ້າເຈົ້າເຮັດຜິດໃຈພວກເຂົາ, ພວກເຂົາກໍປາດຖະໜາທີ່ຈະສ້າງສະຖານະການທີ່ກົດດັນໃຫ້ເຈົ້າ ແລະ ເຈົ້າຈະບໍ່ສາມາດເຮັດຫຍັງໄດ້ນອກຈາກມອບຂອງຂວັນໃຫ້ພວກເຂົາ. ພວກເຂົາຊົ່ວຮ້າຍສໍ່າແມງງອດ, ເຕັມໃຈທີ່ຈະເຮັດຜິດກົດໝາຍ, ລະບຽບການຂອງລັດຖະບານ ແລະ ແມ່ນແຕ່ກະທຳອາຊະຍາກຳ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນສິ່ງທີ່ພວກເຂົາສາມາດເຮັດໄດ້. ນີ້ແມ່ນລັກສະນະທີ່ວ່າມັນມືດ ແລະ ຊົ່ວຮ້າຍສໍ່າໃດໃນຄ້າຍຂອງຊາຕານ. ຕອນນີ້, ພຣະເຈົ້າໄດ້ມາຊ່ວຍມະນຸດຊາດໃຫ້ລອດພົ້ນ, ເຮັດໃຫ້ຄົນສາມາດຍອມຮັບຄວາມຈິງ, ເຂົ້າໃຈຄວາມຈິງ ແລະ ເປັນອິດສະຫຼະຈາກພັນທະນາການ ແລະ ອຳນາດຂອງຊາຕານ. ຖ້າພວກເຈົ້າບໍ່ຍອມຮັບຄວາມຈິງ ແລະ ບໍ່ປະຕິບັດຄວາມຈິງ, ເຈົ້າບໍ່ໄດ້ກຳລັງໃຊ້ຊີວິດພາຍໃຕ້ອິດທິພົນຂອງຊາຕານຢູ່ຄືເກົ່າບໍ? ໃນກໍລະນີນັ້ນ, ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງສະພາວະປັດຈຸບັນຂອງພວກເຈົ້າ ແລະ ຂອງຊາຕານທີ່ເປັນມານຮ້າຍ? ພວກເຈົ້າຈະແຂ່ງຂັນໃນລັກສະນະດຽວກັນກັບທີ່ຜູ້ບໍ່ເຊື່ອແຂ່ງຂັນ. ພວກເຈົ້າຈະຕໍ່ສູ້ໃນລັກສະນະດຽວກັນກັບທີ່ຜູ້ບໍ່ເຊື່ອຕໍ່ສູ້. ນັບຕັ້ງແຕ່ເຊົ້າຈົນຄໍ່າ, ເຈົ້າຈະວາງແຜນ, ວາງອຸບາຍ, ອິດສາ ແລະ ມີສ່ວນຮ່ວມໃນຄວາມຂັດແຍ່ງ. ແມ່ນຫຍັງຄືຮາກເຫງົ້າຂອງບັນຫານີ້? ມັນເປັນເພາະຄົນມີອຸປະນິໄສທີ່ເສື່ອມຊາມ ແລະ ໃຊ້ຊີວິດຕາມອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້. ການປົກຄອງໂດຍອຸປະນິໄສທີ່ເສື່ອມຊາມເປັນການປົກຄອງຂອງຊາຕານ; ມະນຸດຊາດທີ່ເສື່ອມຊາມອາໄສຢູ່ພາຍໃນອຸປະນິໄສທີ່ຊົ່ວຮ້າຍ ແລະ ບໍ່ມີຜູ້ໃດໄດ້ຮັບການຍົກເວັ້ນ. ສະນັ້ນ, ເຈົ້າບໍ່ຄວນຄິດວ່າເຈົ້າດີເຫຼືອເກີນ, ຖ່ອມຕົວເຫຼືອເກີນ ຫຼື ຊື່ສັດເຫຼືອເກີນທີ່ຈະມີສ່ວນຮ່ວມໃນການດິ້ນຮົນເພື່ອອຳນາດ ແລະ ກຳໄລ. ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ໄດ້ຖືກນໍາພາໂດຍພຣະເຈົ້າ, ເຈົ້າກໍບໍ່ໄດ້ຮັບການຍົກເວັ້ນຢ່າງແນ່ນອນ ແລະ ບໍ່ທາງທີ່ເຈົ້າຈະຫ້າມບໍ່ໄດ້ຕົນເອງດິ້ນຮົນຫາຊື່ສຽງ ແລະ ກຳໄລ ເນື່ອງຈາກຄວາມບໍ່ມີເລ່ຫຼ່ຽມ ຫຼື ຄວາມໃຈດີ ຫຼື ຍ້ອນຄວາມໜຸ່ມຂອງເຈົ້າ. ໃນຄວາມເປັນຈິງແລ້ວ, ເຈົ້າຈະຍັງສະແຫວງຫາຊື່ສຽງ, ກຳໄລ ແລະ ສະຖານະຕາບໃດທີ່ເຈົ້າມີໂອກາດ ແລະ ສະຖານະການເອື້ອອຳນວຍ. ການກຳຊື່ສຽງ ແລະ ກຳໄລໄວ້ແໜ້ນຄືພຶດຕິກຳທີ່ເປັນສັນຍາລັກຂອງມະນຸດທີ່ມີທຳມະຊາດທີ່ຊົ່ວຮ້າຍຂອງຊາຕານ. ບໍ່ມີຜູ້ໃດໄດ້ຮັບການຍົກເວັ້ນ. ມະນຸດຊາດທີ່ເສື່ອມຊາມທັງປວງໃຊ້ຊີວິດເພື່ອຊື່ສຽງ, ກຳໄລ ແລະ ສະຖານະ ແລະ ພວກເຂົາຈະຈ່າຍລາຄາໃດກໍຕາມໃນການດິ້ນຮົນຂອງພວກເຂົາເພື່ອສິ່ງເຫຼົ່ານີ້. ມັນເປັນເຊັ່ນນັ້ນຄືກັນສຳລັບທຸກຄົນທີ່ໃຊ້ຊີວິດພາຍໃຕ້ອຳນາດຂອງຊາຕານ. ສະນັ້ນ, ຄົນໆໜຶ່ງທີ່ບໍ່ຍອມຮັບ ຫຼື ເຂົ້າໃຈຄວາມຈິງ, ຄົນທີ່ບໍ່ສາມາດເຮັດຕາມຫຼັກການ, ກໍເປັນຄົນທີ່ໃຊ້ຊີວິດໃນທ່າມກາງອຸປະນິໄສທີ່ຊົ່ວຮ້າຍ. ອຸປະນິໄສທີ່ຊົ່ວຮ້າຍໄດ້ມາຄອບງໍາຄວາມຄິດຂອງເຈົ້າ ແລະ ຄວບຄຸມພຶດຕິກຳຂອງເຈົ້າແລ້ວ; ຊາຕານໄດ້ຈັບເອົາເຈົ້າຢູ່ພາຍໃຕ້ການຄວບຄຸມ ແລະ ພັນທະນາການຂອງມັນໂດຍສິ້ນເຊີງ ແລະ ຖ້າເຈົ້າບໍ່ຍອມຮັບຄວາມຈິງ ແລະ ປະຖິ້ມຊາຕານ, ເຈົ້າກໍຈະບໍ່ສາມາດຫຼົບໜີໄດ້. ຕອນນີ້, ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າໃນເຮືອນຂອງພຣະເຈົ້າ, ເຈົ້າຂ້ອນຂ້າງເຊື່ອຟັງ, ຂ້ອນຂ້າງມີຫົວໃຈທີ່ປັບປ່ຽນໄດ້, ຂ້ອນຂ້າງຈິງຈັງ, ມີບາງສິ່ງທີ່ເປັນຄວາມສຳນຶກຮັບຜິດຊອບ, ສາມາດປ່ອຍວາງຄວາມກັງວົນສຳລັບສະຖານະຂອງເຈົ້າເອງ, ສາມາດຕໍ່ຕ້ານຄວາມແຂ່ງຂັນຢູ່ເລື້ອຍໆ, ສາມາດຍອມຕໍ່ຄົນອື່ນ, ສາມາດໃຫ້ການຮ່ວມມືຢ່າງກົມກຽວກັບຄົນອື່ນ ແລະ ສາມາດສະແຫວງຫາ ແລະ ລໍຖ້າເວລາທີ່ເຈົ້າພົບພໍ້ສິ່ງທີ່ເຈົ້າບໍ່ເຂົ້າໃຈ. ເຈົ້າບັນລຸທ່າທີ່ ແລະ ພຶດຕິກຳນີ້ໄດ້ແນວໃດ? ສິ່ງນີ້ແມ່ນກ່ຽວຂ້ອງກັບການບຳລຸງລ້ຽງ, ການຊີ້ນໍາ ແລະ ການລ້ຽງດູຂອງພຣະເຈົ້າໂດຍກົງ. ທຸກສິ່ງນີ້ເປັນຜົນຮັບຈາກພຣະທຳຈຳນວນຫຼວງຫຼາຍທີ່ພຣະເຈົ້າໄດ້ກ່າວອອກ. ຖ້າບໍ່ດັ່ງນັ້ນ, ເຖິງແມ່ນວ່າຄົນໜຶ່ງຈະມີຄຸນສົມບັດທີ່ດີ, ພວກເຂົາກໍບໍ່ສາມາດຄົ້ນພົບຄວາມຈິງ ຫຼື ເຂົ້າໃຈຄວາມຈິງ. ຖ້າພຣະເຈົ້າບໍ່ໄດ້ມາເພື່ອສະແດງຄວາມຈິງເຫຼົ່ານີ້, ຄົນຈະໄປຊອກຫາຄວາມຈິງໄດ້ຢູ່ໃສ? ນັບຕັ້ງແຕ່ຊ່ວງເດັກ, ຄົນໄດ້ຮັບການສຶກສາ ແລະ ເຂົ້າໂຮງຮຽນເປັນເວລາຫຼາຍປີ, ແຕ່ພວກເຂົາໄດ້ຮຽນຮູ້ຄວາມຈິງບໍ? ບໍ່ເລີຍ. ຄົນເທີດທູນຄົນທີ່ມີຊື່ສຽງ ແລະ ຄົນທີ່ຍິ່ງໃຫຍ່ ແລະ ສັນລະເສີນຄວາມຮູ້ທາງວັດທະນະທຳ, ແຕ່ພວກເຂົາໄດ້ຮຽນຮູ້ຄວາມຈິງບໍ? ພວກເຂົາບໍ່ໄດ້ຮຽນຮູ້. ແມ່ນແຕ່ຫຼັງຈາກທີ່ໄດ້ອ່ານໜັງສືຫຼາຍໆເຫຼັ້ມ, ພວກເຂົາກໍບໍ່ໄດ້ຮຽນຮູ້ຄວາມຈິງ. ໃນຄວາມເປັນຈິງແລ້ວ, ບໍ່ມີຄວາມຈິງໃນໂລກເລີຍ. ຫຼັງຈາກທີ່ພຣະເຈົ້າໄດ້ມາ ແລະ ນໍາຄວາມຈິງ ແລະ ຫົນທາງມາສູ່ຊີວິດທີ່ນິລັນດອນເທົ່ານັ້ນ ແລະ ຫຼັງຈາກທີ່ພວກເຂົາໄດ້ອ່ານພຣະທຳຂອງພຣະເຈົ້າເປັນເວລາຫຼາຍປີ, ຄົນຈຶ່ງຄົ້ນພົບຄວາມຈິງໃນທີ່ສຸດ. ໃນຕອນນັ້ນເອງ, ພວກເຂົາຈຶ່ງຮູ້ຄຸນຄ່າ ແລະ ຄວາມລໍ້າຄ່າຂອງຄວາມຈິງ. ໃນຈຸດນນີ້, ຄົນເລີ່ມຮັບຮູ້ວ່າໃນອະດີດ, ຄຳເວົ້າ, ການກະທຳ ແລະ ຄວາມປະພຶດຂອງພວກເຂົາແມ່ນອີງໃສ່ຈິນຕະນາການ, ແນວຄິດ ແລະ ຄວາມຮູ້ຂອງມະນຸດ. ນອກຈາກສິ່ງເຫຼົ່ານີ້, ພວກເຂົາໄດ້ຖືກຂັບເຄື່ອນໂດຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ແນວຄິດ, ຄວາມຮູ້ຂອງມະນຸດ ແລະ ຈິນຕະນາການທີ່ເຕີມເຕັມຫົວໃຈຂອງຜູ້ຄົນບໍ່ແມ່ນຄວາມຈິງ. ສະນັ້ນ, ຄົນມີແນວໂນ້ມທີ່ຈະໃຊ້ຊີວິດຕາມແງ່ມຸມທີ່ຫຼາກຫຼາຍໃນອຸປະນິໄສທີ່ເສື່ອມຊາມຂອງຊາຕານ. ພວກເຂົາບໍ່ສາມາດໃຊ້ຊີວິດຕາມລັກສະນະຂອງມະນຸດ ຫຼື ຢັ້ງຈາກການເວົ້າຕົວະ ເຖິງແມ່ນວ່າພວກເຂົາຕ້ອງການຢັ້ງໄວ້ ແລະ ມັນຍາກສຳລັບພວກເຂົາທີ່ຈະເຮັດສິ່ງດີໆແມ່ນແຕ່ສອງສາມສິ່ງ. ຄົນທີ່ໃຊ້ຊີວິດຕາມອຸປະນິໄສຂອງຊາຕານກໍສຳແດງພາບລັກຂອງຊາຕານອອກມາໂດຍທຳມະຊາດ. ຄຳເວົ້າ, ການກະທຳ ແລະ ພຶດຕິກຳຂອງພວກເຂົາລ້ວນແລ້ວແຕ່ໄດ້ຮັບອິດທິພົນໂດຍອຸປະນິໄສຂອງຊາຕານ ແລະ ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ສາມາດຫຼົບໜຮຈາກມັນໄດ້. ຖ້າພວກເຈົ້າສາມາດຍອມຮັບຈຸດນີ້ໄດ້, ແລ້ວໃນຂະບວນການປະຕິບັດໜ້າທີ່ຂອງພວກເຈົ້າ, ບໍ່ວ່າພວກເຈົ້າຈະບັນລຸຜົນຮັບໃດໜຶ່ງ, ມີການປະກອບສ່ວນ, ສະແດງພຶດຕິກຳທີ່ດີ ຫຼື ປະສົບກັບການປ່ຽນແປງບາງຢ່າງ, ພວກເຈົ້າຄວນມີຊຸດຄວາມຄິດຫຍັງ? (ຊຸດຄວາມຄິດທີ່ຂອບໃຈພຣະເຈົ້າ.) ເຈົ້າຄວນຂອບໃຈພຣະເຈົ້າ. ສະຫງ່າລາສີທັງປວງເປັນຂອງພຣະເຈົ້າ. ພຣະເຈົ້າເປັນຜູ້ທີ່ເຮັດສິ່ງນີ້ ແລະ ບໍ່ມີຫຍັງທີ່ຄົນຈະໂອ້ອວດໄດ້. ແຕ່ລະຄົນມີລະດັບຄວາມຖະໜັດທີ່ແຕກຕ່າງກັນ. ຕົວຢ່າງ: ບາງຄົນອ່ອນໄຫວກັບຈັງຫວະ ແລະ ທຳນອງດົນຕີໂດຍທຳມະຊາດ, ໃນຂະນະທີ່ຄົນອື່ນເປັນເລີດໃນການເຕັ້ນ. ບໍ່ວ່າຜູ້ຄົນຈະມີພອນສະຫວັນໂດຍທຳມະຊາດຫຍັງກໍຕາມ, ພວກມັນທັງໝົດແມ່ນໄດ້ມອບໃຫ້ໂດຍພຣະເຈົ້າ ແລະ ບໍ່ມີຫຍັງທີ່ຄົນຈະໂອ້ອວດໄດ້. ພວກເຂົາບໍ່ໄດ້ຮັບພອນສະຫວັນໂດຍກຳເນີດເຫຼົ່ານີ້ຈາກພໍ່ແມ່ຂອງພວກເຂົາຢ່າງແນ່ນອນ ເພາະພໍ່ແມ່ນອາດບໍ່ມີພອນສະຫວັນເຫຼົ່ານີ້ໃນພວກເຂົາເອງ ແລະ ເຖິງແມ່ນວ່າພວກເຂົາມີ, ພວກເຂົາກໍບໍ່ສາມາດມອບຄວາມສາມາດພິເສດຂອງພວກເຂົາໃຫ້ແກ່ລູກຂອງພວກເຂົາໄດ້; ພໍ່ແມ່ບໍ່ສາມາດສອນຄວາມສາມາດພິເສດໃຫ້ລູກຂອງພວກເຂົາໄດ້ ຖ້າລູກບໍ່ມີຄວາມສາມາດໂດຍທຳມະຊາດຢູ່ແລ້ວ. ສະນັ້ນ, ພອນສະຫວັນ ແລະ ຂອງປະທານທີ່ຄົນມີກໍບໍ່ມີຫຍັງກ່ຽວຂ້ອງກັບພໍ່ແມ່ຂອງພວກເຂົາ. ແນ່ນອນວ່າພອນສະຫວັນເຫຼົ່ານີ້ບໍ່ແມ່ນສິ່ງທີ່ສາມາດຮັບໄດ້ຜ່ານການຮຽນຮູ້. ຂອງປະທານ ແລະ ຄວາມສາມາດທີ່ຄົນເກີດມາພ້ອມແມ່ນປະທານໃຫ້ໂດຍພຣະເຈົ້າ. ພວກມັນໄດ້ຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າຕັ້ງແຕ່ດົນນານມາແລ້ວ. ຖ້າພຣະເຈົ້າເຮັດໃຫ້ເຈົ້າໂງ່, ສະແດງວ່າມັນກໍມີຄວາມໝາຍໃນຄວາມໂງ່ຂອງເຈົ້າ; ຖ້າພຣະອົງເຮັດໃຫ້ເຈົ້າເປັ່ງປະກາຍ, ສະແດງວ່າມັນກໍມີຄວາມໝາຍໃນຄວາມເປັ່ງປະກາຍຂອງເຈົ້າ. ບໍ່ວ່າພຣະເຈົ້າຈະມອບພອນສະຫວັນຫຍັງກໍຕາມໃຫ້ເຈົ້າ, ບໍ່ວ່າເຈົ້າຈະມີຈຸດແຂງຫຍັງກໍຕາມ, ບໍ່ວ່າ IQ ຂອງເຈົ້າຈະສູງສໍ່າໃດກໍຕາມ, ພວກມັນລ້ວນແລ້ວແຕ່ມີຈຸດປະສົງສຳລັບພຣະເຈົ້າ. ທຸກສິ່ງເຫຼົ່ານີ້ແມ່ນຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າ. ບົດບາດທີ່ເຈົ້າເຮັດໃນຊີວິດຂອງເຈົ້າ ແລະ ໜ້າທີ່ທີ່ເຈົ້າປະຕິບັດແມ່ນຖືກກຳນົດໄວ້ໂດຍພຣະເຈົ້າຕັ້ງແຕ່ດົນນານມາແລ້ວ. ບາງຄົນເຫັນວ່າຄົນອື່ນມີຈຸດແຂງທີ່ພວກເຂົາບໍ່ມີ ແລະ ບໍ່ພໍໃຈ. ພວກເຂົາຕ້ອງການປ່ຽນແປງສິ່ງຕ່າງໆໂດຍຮຽນຮູ້ຫຼາຍຂຶ້ນ, ເບິ່ງໃຫ້ຫຼາຍຂຶ້ນ ແລະ ດຸໝັ່ນຫຼາຍຂຶ້ນ. ແຕ່ມີຂີດຈຳກັດວ່າຄວາມດຸໝັ່ນຂອງພວກເຂົາສາມາດບັນລຸຫຍັງໄດ້ ແລະ ພວກເຂົາບໍ່ສາມາດເຮັດລື່ນຄົນທີ່ມີພອນສະຫວັນ ແລະ ຄວາມຊຳນານ. ບໍ່ວ່າເຈົ້າຈະຕໍ່ສູ້ຫຼາຍສໍ່າໃດກໍຕາມ, ມັນກໍໄຮ້ປະໂຫຍດ. ພຣະເຈົ້າໄດ້ກຳນົດວ່າເຈົ້າຈະເປັນຫຍັງ ແລະ ບໍ່ມີຫຍັງທີ່ຄົນໃດກໍຕາມຈະສາມາດເຮັດເພື່ອປ່ຽນແປງມັນໄດ້. ບໍ່ວ່າເຈົ້າຈະເກ່ງໃນເລື່ອງຫຍັງກໍຕາມ, ນັ້ນຄືບ່ອນທີ່ເຈົ້າຄວນພະຍາຍາມ. ໜ້າທີ່ຫຍັງກໍຕາມທີ່ເຈົ້າເໝາະສົມແມ່ນໜ້າທີ່ທີ່ເຈົ້າຄວນປະຕິບັດ. ຢ່າພະຍາຍາມບັງຄັບຕົນເອງໃຫ້ເຂົ້າໄປໃນຂົງເຂດທີ່ຢູ່ນອກຊຸດທັກສະຂອງເຈົ້າ ແລະ ຢ່າອິດສາຄົນອື່ນ. ທຸກຄົນມີໜ້າທີ່ຂອງໃຜລາວ. ຢ່າຄິດວ່າເຈົ້າສາມາດເຮັດທຸກສິ່ງໄດ້ດີ ຫຼື ເຈົ້າສົມບູນແບບ ຫຼື ດີກວ່າຄົນອື່ນ, ປາດຖະໜາທີ່ຈະປ່ຽນແທນຄົນອື່ນ ແລະ ເຮັດໃຫ້ຕົນເອງຢູ່ໃນບົດບາດທີ່ຄົນອື່ນສາມາດເຫັນໄດ້ຢູ່ສະເໝີ. ນີ້ແມ່ນອຸປະນິໄສທີ່ເສື່ອມຊາມ. ມີຄົນທີ່ຄິດວ່າພວກເຂົາບໍ່ສາມາດເຮັດຫຍັງໄດ້ດີ ແລະ ພວກເຂົາບໍ່ມີທັກສະເລີຍ. ຖ້າມັນເປັນເຊັ່ນນັ້ນ, ເຈົ້າຄວນພຽງແຕ່ເປັນຄົນທີ່ຮັບຟັງ ແລະ ເຊື່ອຟັງໃນລັກສະນະທີ່ບໍ່ຖືຕົວ. ໃຫ້ເຮັດສິ່ງທີ່ເຈົ້າສາມາດເຮັດໄດ້ ແລະ ເຮັດມັນໃຫ້ດີ, ດ້ວຍກຳລັງທັງໝົດຂອງເຈົ້າ. ນັ້ນກໍພຽງພໍ. ພຣະເຈົ້າຈະພໍໃຈ. ຢ່າຄິດກ່ຽວກັບການຢູ່ລື່ນທຸກຄົນຢູ່ສະເໝີ, ການເຮັດທຸກສິ່ງໄດ້ດີກວ່າຄົນອື່ນ ແລະ ການໂດດເດັ່ນຈາກຝູງຊົນໃນທຸກໆດ້ານ. ນັ້ນແມ່ນອຸປະນິໄສປະເພດໃດ? (ອຸປະນິໄສທີ່ອວດດີ.) ຄົນມີອຸປະນິໄສທີ່ອວດດີຢູ່ສະເໝີ ແລະ ເຖິງແມ່ນວ່າພວກເຂົາຕ້ອງການດິ້ນຮົນຫາຄວາມຈິງ ແລະ ເຮັດໃຫ້ພຣະເຈົ້າພໍໃຈ, ພວກເຂົາກໍເຮັດບໍ່ໄດ້ຕາມທີ່ຄາດໄວ້. ການຖືກຄວບຄຸມໂດຍອຸປະນິໄສທີ່ອວດດີເຮັດໃຫ້ຄົນມີແນວໂນ້ມທີ່ຈະພັດຫຼົງຫຼາຍທີ່ສຸດ. ຕົວຢ່າງ: ມີບາງຄົນທີ່ຕ້ອງການໂອ້ອວດຢູ່ສະເໝີໂດຍການສະແດງເຈດຕະນາດີໆຂອງພວກເຂົາແທນທີ່ຂໍ້ຮຽກຮ້ອງຂອງພຣະເຈົ້າ. ພຣະເຈົ້າຈະຍົກຍ້ອງການສະແດງອອກເຖິງເຈດຕະນາດີໆປະເພດນັ້ນບໍ? ເພື່ອໃສ່ໃຈກັບຄວາມປະສົງຂອງພຣະເຈົ້າ, ເຈົ້າຕ້ອງເຮັດຕາມຂໍ້ຮຽກຮ້ອງຂອງພຣະເຈົ້າ ແລະ ເພື່ອປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າຕ້ອງຍອມຕໍ່ການຈັດແຈງຂອງພຣະເຈົ້າ. ຄົນທີ່ສະແດງເຈດຕະນາດີໆກໍບໍ່ໄດ້ໃສ່ໃຈກັບຄວາມປະສົງຂອງພຣະເຈົ້າ, ແຕ່ກົງກັນຂ້າມ ພວກເຂົາພະຍາຍາມສະແດງກົນອຸບາຍໃໝ່ໆອອກມາ ແລະ ກ່າວຄຳເວົ້າທີ່ຟັງຄືສູງສົ່ງຢູ່ສະເໝີ. ພຣະເຈົ້າບໍ່ໄດ້ຂໍໃຫ້ເຈົ້າໃສ່ໃຈໃນລັກສະນະນີ້. ບາງຄົນເວົ້າວ່ານີ້ຄືການທີ່ພວກເຂົາແຂ່ງຂັນກັນ. ໂດຍທຳມະຊາດຂອງມັນແລ້ວ, ການມີຄວາມແຂ່ງຂັນເປັນສິ່ງທີ່ບໍ່ດີ. ມັນຄືການເປີດເຜີຍ, ການສຳແດງອອກເຖິງອຸປະນິໄສທີ່ອວດດີຂອງຊາຕານ. ເມື່ອເຈົ້າມີອຸປະນິໄສເຊັ່ນນີ້, ເຈົ້າກໍພະຍາຍາມດຶງຄົນອື່ນລົງມາຢູ່ສະເໝີ, ພະຍາຍາມຢູ່ນໍາໜ້າພວກເຂົາຢູ່ສະເໝີ, ສໍ້ໂກງຢູ່ສະເໝີ, ພະຍາຍາມເອົາຈາກຜູ້ຄົນຢູ່ສະເໝີ. ເຈົ້າມີຄວາມອິດສາເປັນຢ່າງສູງ, ເຈົ້າບໍ່ຍອມຜູ້ໃດເລີຍ ແລະ ເຈົ້າພະຍາຍາມເຮັດໃຫ້ຕົນເອງໂດດເດັ່ນຈາກຝູງຊົນຢູ່ສະເໝີ. ສິ່ງນີ້ຈະນໍາໄປສູ່ບັນຫາ; ນີ້ຄືວິທີທີ່ຊາຕານກະທຳ. ຖ້າເຈົ້າປາດຖະໜາທີ່ຈະເປັນສິ່ງຖືກສ້າງທີ່ພຣະເຈົ້າສາມາດຍອມຮັບໄດ້, ສະນັ້ນຢ່າສະແຫວງຫາຄວາມຝັນຂອງເຈົ້າເອງ. ການພະຍາຍາມຢູ່ເໜືອ ແລະ ມີຄວາມສາມາດຫຼາຍກວ່າທີ່ເຈົ້າເປັນເພື່ອບັນລຸເປົ້າໝາຍຂອງເຈົ້າເປັນສິ່ງທີ່ບໍ່ດີ. ເຈົ້າຄວນຮຽນຮູ້ທີ່ຈະຍອມຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ ແລະ ບໍ່ເຮັດລື່ນຕຳແໜ່ງຂອງເຈົ້າ; ມີພຽງແຕ່ສິ່ງນີ້ເທົ່ານັ້ນຈຶ່ງສະແດງເຖິງຄວາມສຳນຶກ.

ແມ່ນຫຍັງຄືຫຼັກການຂອງພວກເຈົ້າສຳລັບການປະພຶດຕົນເອງ? ເຈົ້າຄວນປະພຶດຕົນເອງຕາມສະຖານະຂອງເຈົ້າ, ຊອກຫາບ່ອນທີ່ເໝາະສົມສຳລັບເຈົ້າ ແລະ ປະຕິບັດໜ້າທີ່ທີ່ເຈົ້າຄວນປະຕິບັດ; ມີພຽງແຕ່ຄົນເຊັ່ນນີ້ຈຶ່ງເປັນຄົນທີ່ມີຄວາມສຳນຶກ. ເພື່ອເປັນຕົວຢ່າງ, ມີຄົນທີ່ຊຳນານໃນທັກສະວິຊາຊີບໃດໜຶ່ງ ແລະ ກຳແໜ້ນຫຼັກການ ແລະ ພວກເຂົາຄວນຮັບຄວາມຮັບຜິດຊອບນັ້ນ ແລະ ກວດຄັ້ງສຸດທ້າຍໃນພື້ນທີ່ນັ້ນ; ມີຄົນທີ່ສາມາດໃຫ້ແນວຄິດ ແລະ ຄວາມເຂົ້າໃຈ, ກະຕຸ້ນຄົນອື່ນ ແລະ ຊ່ວຍໃຫ້ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາໄດ້ດີຂຶ້ນ, ແລ້ວພວກເຂົາກໍຄວນໃຫ້ແນວຄິດ. ຖ້າເຈົ້າສາມາດຊອກຫາບ່ອນທີ່ເໝາະສົມສຳລັບເຈົ້າ ແລະ ເຮັດວຽກຢ່າງກົມກຽວກັນກັບອ້າຍເອື້ອຍນ້ອງຂອງເຈົ້າ, ເຈົ້າກໍຈະກຳລັງປະຕິບັດໜ້າທີ່ຂອງເຈົ້າ ແລະ ເຈົ້າຈະດຳເນີນຕົນເອງຕາມສະຖານະຂອງເຈົ້າ. ໃນຕອນຕົ້ນ ເຈົ້າອາດທີ່ຈະສາມາດໃຫ້ແນວຄິດບາງຢ່າງເທົ່ານັ້ນ, ແຕ່ຖ້າເຈົ້າພະຍາຍາມໃຫ້ຢ່າງອື່ນອີກ ແລະ ເຈົ້າຈົບລົງດ້ວຍການພະຍາຍາມຢ່າງໜັກຫຼາຍເພື່ອເຮັດເຊັ່ນນັ້ນ ແຕ່ກໍຍັງບໍ່ສາມາດເຮັດໄດ້; ແລ້ວຈາກນັ້ນເມື່ອຄົນອື່ນໃຫ້ສິ່ງເຫຼົ່ານັ້ນ, ເຈົ້າກໍບໍ່ສະບາຍໃຈ ແລະ ບໍ່ປາດຖະໜາທີ່ຈະຮັບຟັງ ແລະ ຫົວໃຈຂອງເຈົ້າຈະເຈັບປວດ ແລະ ຝືນໃຈ ແລະ ເຈົ້າກ່າວໂທດພຣະເຈົ້າ ແລະ ເວົ້າວ່າພຣະເຈົ້າບໍ່ເປັນທຳ, ແລ້ວນີ້ກໍຄືຄວາມທະເຍີທະຍານ. ແມ່ນຫຍັງຄືອຸປະນິໄສຫຍັງທີ່ກໍ່ໃຫ້ເກີດຄວາມທະເຍີທະຍານໃນຄົນໆໜຶ່ງ? ອຸປະນິໄສທີ່ອວດດີກໍ່ໃຫ້ເກີດຄວາມທະເຍີທະຍານ. ສະພາວະເຫຼົ່ານີ້ສາມາດເກີດຂຶ້ນໃນພວກເຈົ້າໄດ້ຕະຫຼອດເວລາຢ່າງແນ່ນອນ ແລະ ຖ້າພວກເຈົ້າບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂພວກມັນ ແລະ ບໍ່ມີທາງເຂົ້າສູ່ຊີວິດ ແລະ ບໍ່ສາມາດປ່ຽນແປງໃນເລື່ອງນີ້, ແລ້ວລະດັບຄຸນສົມບັດ ແລະ ຄວາມບໍລິສຸດທີ່ພວກເຈົ້າປະຕິບັດໜ້າທີ່ຂອງພວກເຈົ້າກໍຈະມີຕໍ່າ ແລະ ຜົນຮັບຍັງຈະຕໍ່າກວ່າມາດຕະຖານທີ່ຄາດຫວັງໄວ້ຫຼາຍ. ນີ້ບໍ່ແມ່ນການປະຕິບັດໜ້າທີ່ຂອງເຈົ້າໃຫ້ເປັນທີ່ພໍໃຈ ແລະ ໝາຍຄວາມວ່າພຣະເຈົ້າບໍ່ໄດ້ຮັບສະຫງ່າລາສີຈາກພວກເຈົ້າ. ພຣະເຈົ້າໃຫ້ທຸກຄົນມີພອນສະຫວັນ ແລະ ຂອງປະທານທີ່ແຕກຕ່າງກັນ. ບາງຄົນມີພອນສະຫວັນໃນສອງ ຫຼື ສາມຂົງເຂດ, ບາງຄົນມີພອນສະຫວັນໃນໜຶ່ງຂົງເຂດ ແລະ ບາງຄົນບໍ່ມີພອນສະຫວັນເລີຍ, ຖ້າພວກເຈົ້າສາມາດຮັບມືກັບເລື່ອງເຫຼົ່ານີ້ໄດ້ຢ່າງຖືກຕ້ອງ, ແລ້ວເຈົ້າກໍມີເຫດຜົນ. ຄົນທີ່ມີເຫດຜົນຈະສາມາດຊອກຫາບ່ອນຢູ່ຂອງພວກເຂົາ, ປະພຶດຕົນເອງຕາມຕຳແໜ່ງຂອງພວກເຂົາ ແລະ ປະຕິບັດໜ້າທີ່ຂອງພວກເຂົາໄດ້ດີ. ຄົນໆໜຶ່ງທີ່ບໍ່ສາມາດຊອກຫາບ່ອນຢູ່ຂອງພວກເຂົາໄດ້ຈັກເທື່ອກໍເປັນຄົນທີ່ມີຄວາມທະເຍີທະຍານຢູ່ສະເໝີ. ພວກເຂົາສະແຫວງຫາສະຖານະ ແລະ ກຳໄລຢູ່ສະເໝີ. ພວກເຂົາບໍ່ເຄີຍພໍໃຈກັບສິ່ງທີ່ພວກເຂົາມີ. ເພື່ອໃຫ້ມີກຳໄລຫຼາຍຂຶ້ນ, ພວກເຂົາພະຍາຍາມຮັບຫຼາຍເທົ່າທີ່ພວກເຂົາສາມາດເຮັດໄດ້; ພວກເຂົາຫວັງທີ່ຈະຕອບສະໜອງຄວາມປາດຖະໜາທີ່ຟູມເຟືອຍຂອງພວກເຂົາຢູ່ສະເໝີ. ພວກເຂົາຄິດວ່າຖ້າພວກເຂົາມີພອນສະຫວັນ ແລະ ມີຄວາມສາມາດທີ່ດີ, ພວກເຂົາກໍຄວນໄດ້ຮັບຄວາມກະລຸນາຂອງພຣະເຈົ້າຫຼາຍຂຶ້ນ ແລະ ການມີຄວາມປາດຖະໜາທີ່ຟູມເຟືອຍບາງຢ່າງບໍ່ແມ່ນຂໍ້ຜິດພາດ. ຄົນປະເພດນີ້ຈະມີເຫດຜົນບໍ? ມັນບໍ່ໄຮ້ຢາງອາຍບໍທີ່ຈະມີຄວາມປາດຖະໜາທີ່ຟູມເຟືອຍຢູ່ສະເໝີ? ຄົນທີ່ມີຈິດສຳນຶກ ແລະ ຄວາມສຳນຶກສາມາດຮູ້ສຶກໄດ້ວ່າມັນໄຮ້ຢາງອາຍ. ຄົນທີ່ເຂົ້າໃຈຄວາມຈິງກໍຈະບໍ່ເຮັດສິ່ງໂງ່ໆເຫຼົ່ານີ້. ຖ້າເຈົ້າຫວັງທີ່ຈະປະຕິບັດໜ້າທີ່ຂອງເຈົ້າຢ່າງຈົງຮັກພັກດີເຊັ່ນນັ້ນເພື່ອຕອບແທນຄວາມຮັກຂອງພຣະເຈົ້າ, ນີ້ບໍ່ແມ່ນຄວາມປາດຖະໜາທີ່ຟູມເຟືອຍ. ສິ່ງນີ້ສອດຄ່ອງກັບຈິດສຳນຶກ ແລະ ເຫດຜົນຂອງມະນຸດຊາດທີ່ປົກກະຕິ. ສິ່ງນີ້ເຮັດໃຫ້ພຣະເຈົ້າມີຄວາມສຸກ. ຖ້າເຈົ້າປາດຖະໜາທີ່ຈະປະຕິບັດໜ້າທີ່ຂອງເຈົ້າໃຫ້ດີຢ່າງແທ້ຈິງ, ເຈົ້າຕ້ອງຊອກຫາຕຳແໜ່ງທີ່ຖືກຕ້ອງສຳລັບເຈົ້າກ່ອນ ແລະ ຈາກນັ້ນໃຫ້ເຮັດສິ່ງທີ່ເຈົ້າສາມາດເຮັດສຸດຫົວໃຈຂອງເຈົ້າ, ສຸດຄວາມຄິດຂອງເຈົ້າ, ສຸດກຳລັງຂອງເຈົ້າ ແລະ ເຮັດສຸດຄວາມສາມາດຂອງເຈົ້າແທ້ໆ. ນີ້ຄືສິ່ງທີ່ໜ້າພໍໃຈ ແລະ ການປະຕິບັດໜ້າທີ່ເຊັ່ນນັ້ນກໍມີຄວາມບໍລິສຸດໃນລະດັບໜຶ່ງ. ນີ້ແມ່ນສິ່ງທີ່ສິ່ງຖືກສ້າງທີ່ແທ້ຈິງຄວນເຮັດ. ເຈົ້າຕ້ອງເຂົ້າໃຈກ່ອນວ່າສິ່ງຖືກສ້າງທີ່ແທ້ຈິງແມ່ນຫຍັງ: ສິ່ງຖືກສ້າງທີ່ແທ້ຈິງບໍ່ແມ່ນສຸດຍອດມະນຸດ, ແຕ່ເປັນຄົນທີ່ໃຊ້ຊີວິດຢ່າງກົງໄປກົງມາ ແລະ ໃນພາກປະຕິບັດເທິງແຜ່ນດິນໂລກ; ພວກເຂົາບໍ່ໄດ້ເປັນຄົນພິເສດເລີຍ ແລະ ບໍ່ມີຄວາມພິເສດຫຍັງແມ່ນແຕ່ໜ້ອຍດຽວ, ແຕ່ເປັນຄືກັນກັບຄົນທຳມະດາ. ຖ້າເຈົ້າປາດຖະໜາທີ່ຈະຢູ່ລື່ນຄົນອື່ນຢູ່ສະເໝີ, ມີຕຳແໜ່ງເໜືອຄົນອື່ນ, ແລ້ວສິ່ງນີ້ກໍເກີດຂຶ້ນຈາກອຸປະນິໄສທີ່ອວດດີ ແລະ ຊົ່ວຮ້າຍຂອງເຈົ້າ ແລະ ມັນເປັນການລວງຕາທີ່ເກີດຂຶ້ນຍ້ອນຄວາມທະເຍີທະຍານຂອງເຈົ້າ. ໃນຄວາມເປັນຈິງແລ້ວ, ເຈົ້າບໍ່ສາມາດບັນລຸສິ່ງນີ້ໄດ້ ແລະ ມັນເປັນໄປບໍ່ໄດ້ທີ່ເຈົ້າຈະເຮັດເຊັ່ນນັ້ນ. ພຣະເຈົ້າບໍ່ໄດ້ໃຫ້ເຈົ້າມີພອນສະຫວັນ ຫຼື ທັກສະເຫຼົ່ານັ້ນ ແລະ ພຣະອົງບໍ່ໄດ້ໃຫ້ເຈົ້າມີແກ່ນແທ້ແບບນັ້ນ. ຢ່າລືມວ່າເຈົ້າເປັນສະມາຊິກທຳມະດາຂອງມະນຸດຊາດ, ບໍ່ໄດ້ແຕກຕ່າງຫຍັງຈາກຄົນອື່ນ, ເຖິງແມ່ນວ່າການປາກົດຕົວ, ຄອບຄົວ ແລະ ການອົບຮົມສັ່ງສອນຂອງເຈົ້າອາດແຕກຕ່າງ ແລະ ອາດມີຄວາມແຕກຕ່າງບາງຢ່າງໃນພອນສະຫວັນ ແລະ ຂອງປະທານຂອງເຈົ້າ. ແຕ່ຢ່າລືມສິ່ງນີ້: ບໍ່ວ່າເຈົ້າຈະເປັນເອກະລັກສໍ່າໃດກໍຕາມ, ມັນກໍຢູ່ໃນວິທີການນ້ອຍໆເຫຼົ່ານີ້ເທົ່ານັ້ນ ແລະ ອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຄືກັນກັບຂອງຄົນອື່ນ. ທ່າທີ່ທີ່ເຈົ້າຄວນມີ ແລະ ຫຼັກການທີ່ເຈົ້າຕ້ອງຍຶດຖືຕາມໃນການປະຕິບັດໜ້າທີ່ຂອງເຈົ້າແມ່ນຄ້າຍຄືກັບຂອງຄົນອື່ນ. ຜູ້ຄົນແຕກຕ່າງກັນໃນຈຸດແຂງ ແລະ ຂອງປະທານຂອງພວກເຂົາເທົ່ານັ້ນ. ໃນຄຣິສຕະຈັກ, ບາງຄົນສາມາດຫຼິ້ນກີຕ້າ, ບາງຄົນສາມາດຫຼິ້ນຊໍເອີຮູ ແລະ ບາງຄົນສາມາດຕີກອງ. ຖ້າເຈົ້າມີຄວາມສົນໃຈໜຶ່ງໃນຂົງເຂດເຫຼົ່ານີ້, ເຈົ້າສາມາດຮຽນຮູ້ໄດ້. ບໍ່ວ່າມັນຈະເປັນທັກສະ ຫຼື ເຕັກໂນໂລຊີທີ່ສະເພາະໃດໆກໍຕາມ, ຕາບໃດທີ່ເຈົ້າມີຄວາມສຸກກັບການຮຽນຮູ້ ແລະ ຄ່ອງແຄ້ວ, ເຈົ້າກໍສາມາດຮຽນຮູ້ໄດ້. ຫຼັງຈາກທີ່ເຈົ້າໄດ້ຮຽນຮູ້ທັກສະໃໝ່ໆ, ເຈົ້າກໍສາມາດໃຊ້ມັນເພື່ອປະຕິບັດໜ້າທີ່ເພີ່ມເຕີມ, ບໍ່ພຽງແຕ່ເຮັດໃຫ້ຄົນພໍໃຈ ແຕ່ຍັງເຮັດໃຫ້ພຣະເຈົ້າພໍໃຈອີກດ້ວຍ. ມັນເປັນພອນທີ່ສຸດທີ່ຈະຮຽນຮູ້ທັກສະເພີ່ມເຕີມ ແລະ ປະກອບສ່ວນໃນວຽກງານໃນເຮືອນຂອງພຣະເຈົ້າຫຼາຍຂຶ້ນ. ບໍ່ມີຫຍັງຜິດກັບການຮຽນຮູ້ສິ່ງໃໝ່ໆໃນຂະນະທີ່ຄົນໆໜຶ່ງຍັງນ້ອຍ ແລະ ມີຄວາມຈຳທີ່ດີ. ມີພຽງແຕ່ຜົນປະໂຫຍດເທົ່ານັ້ນໃນສິ່ງນີ້ ແລະ ບໍ່ມີຄວາມເສຍຫາຍຫຍັງ. ມັນໄດ້ປຽບຕໍ່ການປະຕິບັດໜ້າທີ່ ແລະ ວຽກງານໃນເຮືອນຂອງພຣະເຈົ້າ. ການເອົາໃຈໃສ່ກັບການຮຽນຮູ້ຫຼາກຫຼາຍສິ່ງໃໝ່ໆໃນຂະນະທີ່ປະຕິບັດໜ້າທີ່ຂອງຄົນໆໜຶ່ງໝາຍຄວາມວ່າຄົນນັ້ນດຸໝັ່ນ ແລະ ມີຄວາມຮັບຜິດຊອບ; ພວກເຂົາດີກວ່າຄົນທີ່ບໍ່ອຸທິດຕົນຕໍ່ວຽກງານຂອງພວກເຂົາຫຼາຍ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າຮຽນຮູ້ບາງສິ່ງໃນຊົ່ວໄລຍະໜຶ່ງ ແລະ ຍັງບໍ່ມີຄວາມເຂົ້າໃຈ, ມັນກໍບົ່ງບອກວ່າເຈົ້າບໍ່ມີຄວາມຖະໜັດໃນຂົງເຂດນັ້ນ. ຄືກັບບາງຄົນທີ່ສາມາດເຕັ້ນໄດ້ດີແຕ່ຮ້ອງເພງບໍ່ຖືກຄີ ຫຼື ຂາດຄວາມເປັນສິລະປິນ, ນີ້ຄືສິ່ງທີ່ມີໂດຍກຳເນີດ ແລະ ບໍ່ສາມາດປ່ຽນແປງໄດ້. ຄວນມີການຮັບມືກັບສະຖານະການດັ່ງກ່າວດ້ວຍທ່າທີ່ທີ່ຖືກຕ້ອງ. ຖ້າເຈົ້າສາມາດເຕັ້ນ, ແລ້ວກໍເຕັ້ນໃຫ້ດີ. ຖ້າເຈົ້າມີຫົວໃຈທີ່ສັນລະເສີນພຣະເຈົ້າ, ເຖິງແມ່ນວ່າເຈົ້າຮ້ອງເພງຜິດຄີ ພຣະເຈົ້າກໍບໍ່ໄດ້ສົນໃຈ. ຕາບໃດທີ່ເຈົ້າມີຄວາມປິຕິຍິນດີໃນຫົວໃຈຂອງເຈົ້າ, ນັ້ນກໍພຽງພໍແລ້ວ. ບໍ່ວ່າພອນສະຫວັນສ່ວນຕົວຂອງເຈົ້າຈະຢູ່ໃສກໍຕາມ, ຕາບໃດທີ່ເຈົ້າປັບໃຊ້ພວກມັນ, ມັນກໍເປັນສິ່ງທີ່ດີ. ໃຫ້ປະຕິບັດໜ້າທີ່ຂອງເຈົ້າຢ່າງມີສະຕິ ແລະ ນັ້ນຄືຄວາມໝາຍຂອງການປະພຶດຕົນເອງຕາມຕຳແໜ່ງຂອງເຈົ້າ.

ຢ່າປ່ອຍໃຫ້ຄົນໃດຄິດວ່າຕົນເອງສົມບູນ, ໂດດເດັ່ນ, ສູງສົ່ງ ຫຼື ແຕກຕ່າງຈາກຄົນອື່ນ; ທຸກສິ່ງນີ້ເກີດຂຶ້ນໂດຍອຸປະນິໄສທີ່ອວດດີ ແລະ ຄວາມໂງ່ຈ້າຂອງມະນຸດ. ການຄິດວ່າຕົນເອງພິເສດຢູ່ສະເໝີ, ສິ່ງນີ້ເກີດຈາກອຸປະນິໄສທີ່ອວດດີ; ການບໍ່ສາມາດຍອມຮັບຂໍ້ບົກຜ່ອງຂອງພວກເຂົາໄດ້ຈັກເທື່ອ ແລະ ການບໍ່ເຄີຍສາມາດຜະເຊີນໜ້າກັບຂໍ້ຜິດພາດ ແລະ ຄວາມລົ້ມເຫຼວຂອງພວກເຂົາ, ສິ່ງນີ້ເກີດຂຶ້ນຈາກອຸປະນິໄສທີ່ອວດດີ; ການບໍ່ອະນຸຍາດໃຫ້ຄົນອື່ນສູງສົ່ງກວ່າພວກເຂົາເອງຈັກເທື່ອ ຫຼື ເຮັດຕົວດີກວ່າພວກເຂົາເອງ, ສິ່ງນີ້ເກີດຂຶ້ນຈາກອຸປະນິໄສທີ່ອວດດີ; ການບໍ່ອະນຸຍາດໃຫ້ຄົນອື່ນສູງສົ່ງກວ່າ ຫຼື ດີກວ່າພວກເຂົາ, ສິ່ງນີ້ເກີດຂຶ້ນຈາກອຸປະນິໄສທີ່ອວດດີ; ການບໍ່ອະນຸຍາດໃຫ້ຄົນອື່ນມີຄວາມຄິດ, ຂໍ້ສະເໜີ ແລະ ມຸມມອງທີ່ດີກວ່າພວກເຂົາເອງ ແລະ ເມື່ອພວກເຂົາຄົ້ນພົບວ່າຄົນອື່ນດີກວ່າພວກເຂົາເອງ, ກາຍເປັນຄົນຄິດລົບ, ບໍ່ຢາກເວົ້າ, ຮູ້ສຶກເສົ້າໃຈ ແລະ ສິ້ນຫວັງ ແລະ ເລີ່ມບໍ່ພໍໃຈ, ທຸກສິ່ງນີ້ເກີດຂຶ້ນຈາກອຸປະນິໄສທີ່ອວດດີ. ອຸປະນິໄສທີ່ອວດດີສາມາດເຮັດໃຫ້ເຈົ້າປົກປ້ອງຊື່ສຽງຂອງເຈົ້າ, ບໍ່ສາມາດຍອມຮັບການແກ້ໄຂຂອງຄົນອື່ນ, ບໍ່ສາມາດຜະເຊີນໜ້າກັບຂໍ້ບົກຜ່ອງຂອງເຈົ້າ ແລະ ບໍ່ສາມາດຍອມຮັບຄວາມລົ້ມເຫຼວ ແລະ ຂໍ້ຜິດພາດຂອງເຈົ້າເອງ. ຍິ່ງໄປກວ່ານັ້ນ, ເມື່ອຄົນໃດໜຶ່ງດີກວ່າເຈົ້າ, ມັນກໍສາມາດເຮັດໃຫ້ເກີດຄວາມກຽດຊັງ ແລະ ຄວາມອິດສາປາກົດຂຶ້ນໃນຫົວໃຈຂອງເຈົ້າ ແລະ ເຈົ້າສາມາດຮູ້ສຶກບໍ່ສະບາຍໃຈ ຈົນເຈົ້າບໍ່ປາຖະໜາທີ່ຈະເຮັດໜ້າທີ່ຂອງເຈົ້າ ແລະ ເຮັດໜ້າທີ່ນັ້ນພໍເປັນພິທີ. ອຸປະນິໄສທີ່ອວດດີສາມາດເຮັດໃຫ້ພຶດຕິກຳ ແລະ ການປະຕິບັດເຫຼົ່ານີ້ປາກົດໃນຕົວເຈົ້າ. ຖ້າພວກເຈົ້າສາມາດຂຸດເລິກລົງໄປເທື່ອລະໜ້ອຍໃນລາຍລະອຽດທັງໝົດນີ້, ບັນລຸການຄົ້ນພົບທີ່ສຳຄັນ ແລະ ໄດ້ຮັບຄວາມເຂົ້າໃຈກ່ຽວກັບພວກມັນ; ແລະ ຖ້າຈາກນັ້ນພວກເຈົ້າສາມາດປະຖິ້ມຄວາມຄິດເຫຼົ່ານີ້ເທື່ອລະໜ້ອຍ ແລະ ປະຖິ້ມແນວຄິດ, ມຸມມອງ ແລະ ແມ່ນແຕ່ພຶດຕິກຳທີ່ຜິດໆຂອງພວກເຈົ້າ ແລະ ບໍ່ຖືກຄວບຄຸມໂດຍພວກມັນ; ແລະ ຖ້າໃນການປະຕິບັດໜ້າທີ່ຂອງພວກເຈົ້າ, ພວກເຈົ້າສາມາດຊອກຫາສະຖານະທີ່ຖືກຕ້ອງສຳລັບພວກເຈົ້າ ແລະ ເຮັດຕາມຫຼັກການ ແລະ ປະຕິບັດໜ້າທີ່ທີ່ພວກເຈົ້າສາມາດເຮັດໄດ້ ແລະ ຄວນປະຕິບັດ; ແລ້ວເມື່ອເວລາຜ່ານໄປ, ພວກເຈົ້າກໍສາມາດປະຕິບັດໜ້າທີ່ຂອງພວກເຈົ້າໄດ້ດີຂຶ້ນ. ສິ່ງນີ້ປະກອບເປັນການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ຖ້າເຈົ້າສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ເຈົ້າຈະປາກົດວ່າມີລັກສະນະຂອງມະນຸດ ແລະ ຜູ້ຄົນຈະເວົ້າວ່າ “ບຸກຄົນນີ້ປະພຶດຕົນຕາມສະຖານະຂອງພວກເຂົາ ແລະ ພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາໃນລັກສະນະທີ່ມີເຫດຜົນ. ພວກເຂົາບໍ່ອາໄສຄວາມເປັນທຳມະຊາດ, ຄວາມຫົວຮ້ອນ ຫຼື ອຸປະນິໄສທີ່ເສື່ອມຊາມ ແລະ ຊົ່ວຮ້າຍຂອງພວກເຂົາເພື່ອປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາດຳເນີນການດ້ວຍຂໍ້ຈຳກັດ, ພວກເຂົາມີຫົວໃຈທີ່ຢຳເກງພຣະເຈົ້າ, ພວກເຂົາມີຄວາມຮັກສຳລັບຄວາມຈິງ ແລະ ພຶດຕິກຳ ແລະ ການສະແດງອອກຂອງພວກເຂົາເປີດເຜີຍວ່າພວກເຂົາໄດ້ປະຖິ້ມເນື້ອໜັງ ແລະ ຄວາມມັກຂອງພວກເຂົາເອງ”. ມັນຊ່າງອັດສະຈັນທີ່ຈະປະພຶດຕົນເອງໃນລັກສະນະນັ້ນ! ໃນໂອກາດທີ່ຄົນອື່ນນໍາສະເໜີຂໍ້ບົກຜ່ອງຂອງເຈົ້າ, ເຈົ້າບໍ່ພຽງແຕ່ສາມາດຍອມຮັບພວກມັນ, ແຕ່ຍັງເບິ່ງໃນມຸມບວກ, ຜະເຊີນໜ້າກັບຂໍ້ບົກຜ່ອງ ແລະ ຂໍ້ຜິດພາດຂອງເຈົ້າດ້ວຍຄວາມສູຂຸມ. ສະພາວະຄວາມຄິດຂອງເຈົ້າຂ້ອນຂ້າງເປັນປົກກະຕິ, ປາສະຈາກສິ່ງທີ່ຢູ່ສຸດຂວ້າ, ປາສະຈາກຄວາມຫົວຮ້ອນ. ນີ້ບໍ່ແມ່ນຄວາມໝາຍຂອງການມີລັກສະນະຂອງມະນຸດບໍ? ມີພຽງແຕ່ຄົນເຊັ່ນນັ້ນຈຶ່ງມີຈິດສຳນຶກ.

ມັນເປັນອຸປະນິໄສປະເພດໃດ ເມື່ອຜູ້ຄົນຕິເຮັດຢູ່ສະເໝີ, ຟອກຂາວຕົນເອງຢູ່ສະເໝີ, ເຊີດໜ້າຊູຕາຢູ່ສະເໝີເພື່ອວ່າຄົນອື່ນຈະຄິດຫາພວກເຂົາຢ່າງສູງສົ່ງ ແລະ ບໍ່ສາມາດເຫັນຂໍ້ຜິດພາດ ຫຼື ຂໍ້ບົກຜ່ອງຂອງພວກເຂົາ, ເມື່ອພວກເຂົາພະຍາຍາມສະເໜີດ້ານດີທີ່ສຸດຂອງພວກເຂົາໃຫ້ກັບຜູ້ຄົນ? ນີ້ຄືຄວາມອວດດີ, ການຕິເຮັດ, ການໜ້າຊື່ໃຈຄົດ, ມັນເປັນອຸປະນິໄສຂອງຊາຕານ, ມັນເປັນສິ່ງທີ່ຊົ່ວຮ້າຍ. ເອົາສະມາຊິກອອກຈາກລະບອບຂອງຊາຕານ: ບໍ່ວ່າພວກເຂົາຈະຕໍ່ສູ້, ອາຄາດ ຫຼື ຂ້າໃນບ່ອນມືດຫຼາຍສໍ່າໃດ, ບໍ່ມີຜູ້ໃດໄດ້ຮັບອະນຸຍາດໃຫ້ລາຍງານ ຫຼື ເປີດໂປງພວກເຂົາ. ພວກເຂົາຢ້ານວ່າຜູ້ຄົນຈະເຫັນໃບໜ້າທີ່ຮ້າຍກາດຂອງພວກເຂົາ ແລະ ພວກເຂົາເຮັດທຸກສິ່ງທີ່ພວກເຂົາສາມາດເຮັດໄດ້ເພື່ອປົກປິດມັນ. ໃນສາທາລະນະ, ພວກເຂົາເຮັດສຸດຄວາມສາມາດຂອງພວກເຂົາເພື່ອຟອກຂາວຕົນເອງ, ເວົ້າວ່າພວກເຂົາຮັກຜູ້ຄົນຫຼາຍສໍ່າໃດ, ພວກເຂົາຍິ່ງໃຫຍ່, ມີສະຫງ່າລາສີ ແລະ ບໍ່ສາມາດລົ້ມໄດ້ຫຼາຍສໍ່າໃດ. ນີ້ແມ່ນທຳມະຊາດຂອງຊາຕານ. ລັກສະນະທີ່ເຫັນໄດ້ຊັດເຈນທີ່ສຸດໃນທຳມະຊາດຂອງຊາຕານຄືກົນອຸບາຍ ແລະ ການຫຼອກລວງ. ແລ້ວແມ່ນຫຍັງຄືຈຸດປະສົງຂອງກົນອຸບາຍ ແລະ ການຫຼອກລວງນີ້? ເພື່ອຕົບຕາຜູ້ຄົນ, ເພື່ອຫ້າມພວກເຂົາບໍ່ໃຫ້ເຫັນແກ່ນແທ້ ແລະ ທາດແທ້ຂອງມັນ ແລະ ບັນລຸຈຸດປະສົງໃນການຍືດເວລາການປົກຄອງຂອງມັນ. ຄົນທຳມະຊາດອາດຂາດອຳນາດ ແລະ ສະຖານະເຊັ່ນນັ້ນ, ແຕ່ພວກເຂົາປາດຖະໜາທີ່ຈະເຮັດໃຫ້ຄົນອື່ນມີມຸມມອງທີ່ໜ້າພໍໃຈກ່ຽວກັບພວກເຂົາເຊັ່ນກັນ ແລະ ເພື່ອເຮັດໃຫ້ຜູ້ຄົນມີການຄາດການທີ່ສູງສົ່ງກ່ຽວກັບພວກເຂົາ ແລະ ຍົກພວກເຂົາໃຫ້ສູງຂຶ້ນຮອດສະຖານະທີ່ສູງສົ່ງໃນຫົວໃຈຂອງພວກເຂົາ. ນີ້ຄືອຸປະນິໄສທີ່ເສື່ອມຊາມ ແລະ ຖ້າຜູ້ຄົນບໍ່ເຂົ້າໃຈຄວາມຈິງ, ພວກເຂົາຈະບໍ່ສາມາດຮັບຮູ້ສິ່ງນີ້ໄດ້. ອຸປະນິໄສທີ່ເສື່ອມຊາມແມ່ນຮັບຮູ້ໄດ້ຍາກທີ່ສຸດໃນບັນດາອຸປະນິໄສທັງໝົດ: ການຮັບຮູ້ຂໍ້ຜິດພາດ ແລະ ຂໍ້ບົກຜ່ອງຂອງເຈົ້າເອງແມ່ນເລື່ອງງ່າຍ, ແຕ່ການຮັບຮູ້ອຸປະນິໄສທີ່ເສື່ອມຊາມຂອງເຈົ້າເອງບໍ່ແມ່ນເລື່ອງງ່າຍ. ຜູ້ຄົນທີ່ບໍ່ຮູ້ຈັກຕົນເອງຈະບໍ່ເວົ້າເຖິງສະພາວະທີ່ເສື່ອມຊາມຂອງພວກເຂົາຈັກເທື່ອ, ພວກເຂົາຄິດຢູ່ສະເໝີວ່າພວກເຂົາສະບາຍດີ. ແລ້ວໂດຍບໍ່ຮູ້ຕົວ, ພວກເຂົາເລີ່ມໂອ້ອວດ: “ຜ່ານເວລາຫຼາຍປີທີ່ຂ້ອຍເຊື່ອ, ຂ້ອຍໄດ້ຜ່ານຜ່າການຂົ່ມເຫັງຫຼາຍຢ່າງ ແລະ ທົນທຸກກັບຄວາມລຳບາກຢ່າງຫຼວງຫຼາຍ. ພວກເຈົ້າຮູ້ບໍວ່າຂ້ອຍເອົາຊະນະມັນທັງໝົດໄດ້ແນວໃດ?” ນີ້ຄືອຸປະນິໄສທີ່ອວດດີບໍ? ແມ່ນຫຍັງຄືແຮງຈູງໃຈຢູ່ເບື້ອງຫຼັງການສະແດງຕົນເອງ? (ເພື່ອເຮັດໃຫ້ຜູ້ຄົນຄິດຫາພວກເຂົາເປັນຢ່າງສູງ). ແມ່ນຫຍັງຄືແຮງຈູງໃຈໃນການເຮັດໃຫ້ຜູ້ຄົນຄິດຫາພວກເຂົາເປັນຢ່າງສູງ? (ເພື່ອຮັບສະຖານະໃນຄວາມຄິດຂອງຄົນເຫຼົ່ານັ້ນ). ເມື່ອເຈົ້າໄດ້ຮັບສະຖານະໃນຄວາມຄິດຂອງຄົນອື່ນ, ແລ້ວເມື່ອພວກເຂົາຢູ່ກັບເຈົ້າ, ພວກເຂົາຈະເຄົາລົບເຈົ້າ ແລະ ສຸະພາບກັບເຈົ້າເປັນຢ່າງຍິ່ງເມື່ອພວກເຂົາເວົ້າກັບເຈົ້າ. ພວກເຂົາເທີດທູນເຈົ້າຢູ່ສະເໝີ, ພວກເຂົາປ່ອຍໃຫ້ເຈົ້າເຮັດທຸກສິ່ງກ່ອນຢູ່ສະເໝີ, ພວກເຂົາອຳນວຍທາງໃຫ້ກັບເຈົ້າ ແລະ ພວກເຂົາປະຈົບປະແຈງ ແລະ ເຊື່ອຟັງເຈົ້າ. ໃນທຸກສິ່ງ, ພວກເຂົາຊອກຫາເຈົ້າ ແລະ ປ່ອຍໃຫ້ເຈົ້າຕັດສິນໃຈ. ແລ້ວເຈົ້າຈະມີຄວາມຮູ້ສຶກທີ່ມີຄວາມສຸກຈາກສິ່ງນີ້, ເຈົ້າຈະຮູ້ສຶກວ່າເຈົ້າເຂັ້ມແຂງຂຶ້ນ ແລະ ດີກວ່າຄົນອື່ນໆ. ທຸກຄົນມັກຄວາມຮູ້ສຶກນີ້. ນີ້ຄືຄວາມຮູ້ສຶກທີ່ມີສະຖານະໃນຫົວໃຈຂອງຄົນໃດໜຶ່ງ; ມັນເປັນຜົນສະທ້ອນຂອງສິ່ງນັ້ນ. ນີ້ຄືເຫດຜົນທີ່ຜູ້ຄົນຍາດຊິງເອົາສະຖານະ ແລະ ລ້ວນແລ້ວແຕ່ປາດຖະໜາທີ່ຈະໄດ້ຮັບສະຖານະໃນຫົວໃຈຂອງຄົນອື່ນ, ໄດ້ຮັບການເຄົາລົບ ແລະ ການນະມັດສະການຈາກຄົນອື່ນ. ຖ້າພວກເຂົາບໍ່ສາມາດໄດ້ຮັບຄວາມສຸກດັ່ງກ່າວຈາກມັນໄດ້, ພວກເຂົາຈະບໍ່ສະແຫວງຫາສະຖານະ. ຕົວຢ່າງ: ຖ້າເຈົ້າບໍ່ມີສະຖານະໃນຄວາມຄິດຂອງຄົນໆໜຶ່ງ, ພວກເຂົາຈະພົວພັນກັບເຈົ້າໃນຕຳແໜ່ງເທົ່າທຽມກັນ, ປະຕິບັດຕໍ່ເຈົ້າຢ່າງເທົ່າທຽມກັນ. ພວກເຂົາຈະຂັດແຍ່ງເຈົ້າເມື່ອຈຳເປັນ, ພວກເຂົາຈະບໍ່ນອບນ້ອມ ຫຼື ເຄົາລົບເຈົ້າ ແລະ ອາດເຖິງກັບຈາກໄປກ່ອນທີ່ເຈົ້າຈະເວົ້າແລ້ວ. ເຈົ້າຈະຮູ້ສຶກລຳຄານບໍ? ເຈົ້າບໍ່ມັກເມື່ອຄົນປະຕິບັດຕໍ່ເຊັ່ນນີ້; ເຈົ້າມັກເມື່ອພວກເຂົາປະຈົບປະແຈງເຈົ້າ, ເທີດທູນເຈົ້າ ແລະ ນະມັດສະການເຈົ້າໃນທຸກຊ່ວງເວລາ. ເຈົ້າມັກເມື່ອເຈົ້າເປັນສູນກາງຂອງທຸກສິ່ງ, ທຸກສິ່ງໝຸນອ້ອມຕົວເຈົ້າ ແລະ ທຸກຄົນຮັບຟັງເຈົ້າ, ເທີດທູນເຈົ້າ ແລະ ຍອມຕໍ່ທິດທາງຂອງເຈົ້າ. ນີ້ບໍ່ແມ່ນຄວາມປາດຖະໜາທີ່ຈະປົກຄອງຄືກັບກະສັດ, ທີ່ຈະມີອຳນາດບໍ? ຄຳເວົ້າ ແລະ ການກະທຳຂອງເຈົ້າແມ່ນຖືກຂັບເຄື່ອນໂດຍການສະແຫວງຫາ ແລະ ການຮັບເອົາສະຖານະ ແລະ ເຈົ້າຍາດຊິງ, ກຳແໜ້ນ ແລະ ແຂ່ງຂັນກັບຄົນອື່ນເພື່ອຍາກເອົາມັນ. ເປົ້າໝາຍຂອງເຈົ້າແມ່ນເພື່ອຍຶດເອົາຕຳແໜ່ງ ແລະ ໃຫ້ຄົນຖືກເລືອກຂອງພຣະເຈົ້າຮັບຟັງເຈົ້າ, ສະໜັບສະໜູນເຈົ້າ ແລະ ນະມັດສະການເຈົ້າ. ຫຼັງຈາກທີ່ເຈົ້າໄດ້ຮັບຕຳແໜ່ງນັ້ນແລ້ວ, ແລ້ວເຈົ້າກໍໄດ້ຮັບອຳນາດ ແລະ ສາມາດໄດ້ຮັບຜົນປະໂຫຍດຈາກສະຖານະ, ການຊົມເຊີຍຈາກຄົນອື່ນ ແລະ ການໄດ້ປຽບອື່ນໆທັງໝົດທີ່ມາພ້ອມກັບຕຳແໜ່ງນັ້ນ. ຄົນອຳພາງຕົນເອງຢູ່ສະເໝີ, ໂອ້ອວດຕໍ່ໜ້າຄົນອື່ນ, ທຳທ່າສະແດງ, ສະແດງສາກໜ້າ ແລະ ປະດັບພວກເຂົາເອງເພື່ອເຮັດໃຫ້ຄົນອື່ນຄິດວ່າພວກເຂົາສົມບູນແບບ. ເປົ້າໝາຍຂອງພວກເຂົາໃນສິ່ງນີ້ແມ່ນເພື່ອຮັບເອົາສະຖານະ, ເພື່ອວ່າພວກເຂົາຈະສາມາດໄດ້ຮັບກັບດັກຂອງສະຖານະ. ຖ້າເຈົ້າບໍ່ເຊື່ອສິ່ງນີ້, ໃຫ້ຄິດທົບທວນມັນຢ່າງລະມັດລະວັງ: ເປັນຫຍັງເຈົ້າຈຶ່ງຕ້ອງການເຮັດໃຫ້ຜູ້ຄົນເຊີດໜ້າຊູຕາເຈົ້າຢູ່ສະເໝີ? ເຈົ້າຕ້ອງການເຮັດໃຫ້ພວກເຂົານະມັດສະການເຈົ້າ ແລະ ເທີດທູນເຈົ້າ, ສະນັ້ນໃນທີ່ສຸດເຈົ້າກໍສາມາດຮັບເອົາອຳນາດ ແລະ ໄດ້ຮັບກັບດັກຂອງສະຖານະ. ສະຖານະທີ່ເຈົ້າສະແຫວງຫາຢ່າງເຕັມທີ່ຫຼາຍຈະນໍາຜົນປະໂຫຍດຫຼາຍຢ່າງມາໃຫ້ເຈົ້າ ແລະ ຜົນປະໂຫຍດເຫຼົ່ານີ້ຄືສິ່ງທີ່ຄົນອື່ນອິດສາ ແລະ ປາດຖະໜາຢ່າງແທ້ຈິງ. ເມື່ອຄົນໄດ້ຊີມລົດຊາດຂອງຜົນປະໂຫຍດຫຼາຍຢ່າງທີ່ສະຖານະມອບໃຫ້, ມັນກໍເຮັດໃຫ້ພວກເຂົາມຶນເມົາ ແລະ ພວກເຂົາໝົກມຸ້ນກັບຊີວິດທີ່ຫຼູຫຼານັ້ນ. ຄົນຄິດວ່າມີພຽງແຕ່ສິ່ງນີ້ຈຶ່ງເປັນຊີວິດທີ່ບໍ່ໄດ້ເສຍໄປຢ່າງສິ້ນເປືອງ. ມະນຸດຊາດທີ່ເສື່ອມຊາມມີຄວາມສຸກໃນການໝົກມຸ້ນກັບສິ່ງເຫຼົ່ານີ້. ສະນັ້ນ, ຫຼັງຈາກທີ່ຄົນໆໜຶ່ງຮັບເອົາຕຳແໜ່ງໃດໜຶ່ງ ແລະ ເລີ່ມໄດ້ຮັບຫຼາກຫຼາຍຜົນປະໂຫຍດທີ່ມັນນໍາມາ, ພວກເຂົາກໍຈະປາດຖະໜາຄວາມພໍໃຈທີ່ຜິດບາບເຫຼົ່ານີ້ຢ່າງຮຸນແຮງ, ຈົນເຖິງຂັ້ນທີ່ບໍ່ປ່ອຍພວກມັນໄປຈັກເທື່ອ. ໃນແກ່ນແທ້ແລ້ວ, ການສະແຫວງຫາຊື່ສຽງ ແລະ ສະຖານະແມ່ນຂັບເຄື່ອນໂດຍຄວາມປາດຖະໜາທີ່ຈະຍິນດີກັບການໄດ້ປຽບທີ່ມາພ້ອມກັບຕຳແໜ່ງໃດໜຶ່ງ, ປົກຄອງດັ່ງກະສັດ, ໃຊ້ອຳນາດຄວບຄຸມຄົນຖືກເລືອກຂອງພຣະເຈົ້າ, ມີອຳນາດເໜືອທຸກສິ່ງ ແລະ ສ້າງຕັ້ງອານາຈັກເອກະລາດທີ່ພວກເຂົາສາມາດຈະເລີນງອກງາມໃນສິດທິພິເສດຈາກຕຳແໜ່ງຂອງພວກເຂົາ ແລະ ໝົກມຸ້ນໃນຄວາມພໍໃຈທີ່ຜິດບາບ. ຊາຕານໃຊ້ວິທີການທຸກຮູບແບບເພື່ອຫຼອກລວງຜູ້ຄົນ, ລໍ້ລວງພວກເຂົາ ແລະ ເຮັດໃຫ້ພວກເຂົາເປັນຄືຄົນໂງ່, ສ້າງຄວາມປະທັບໃຈປອມໆໃຫ້ພວກເຂົາ. ມັນເຖິງກັບໃຊ້ການຂູ່ເຂັນ ແລະ ການຂົ່ມຂູ່ເພື່ອເຮັດໃຫ້ຄົນເທີດທູນ ແລະ ຢ້ານກົວມັນ, ໂດຍມີເປົ້າໝາຍສຸດທ້າຍເພື່ອເຮັດໃຫ້ພວກເຂົາຍອມຕໍ່ມັນ ແລະ ນະມັດສະການມັນ. ນີ້ຄືສິ່ງທີ່ເຮັດໃຫ້ຊາຕານພໍໃຈ; ສິ່ງນີ້ຍັງເປັນເປົ້າໝາຍຂອງມັນໃນການແຂ່ງຂັນກັບພຣະເຈົ້າເພື່ອເອົາຊະນະຜູ້ຄົນ. ສະນັ້ນເມື່ອພວກເຈົ້າຕໍ່ສູ້ເອົາສະຖານະ ແລະ ຊື່ສຽງໃນບັນດາຄົນອື່ນ, ເຈົ້າກຳລັງຕໍ່ສູ້ເພື່ອຍາດເອົາຫຍັງ? ມັນແມ່ນເພື່ອຊື່ສຽງແທ້ໆບໍ? ບໍ່. ເຈົ້າກຳລັງຕໍ່ສູ້ເພື່ອຍາດເອົາຜົນປະໂຫຍດທີ່ຊື່ສຽງໄດ້ນໍາມາສູ່ເຈົ້າ. ຖ້າເຈົ້າຕ້ອງການຮັບເອົາຜົນປະໂຫຍດເຫຼົ່ານັ້ນຢູ່ສະເໝີ, ແລ້ວເຈົ້າກໍຕ້ອງຕໍ່ສູ້ເພື່ອຍາດເອົາພວກມັນ. ແຕ່ຖ້າເຈົ້າບໍ່ໃຫ້ຄ່າແກ່ຜົນປະໂຫຍດເຫຼົ່ານັ້ນ ແລະ ເວົ້າວ່າ “ມັນບໍ່ສຳຄັນວ່າຄົນຈະປະຕິບັດຕໍ່ຂ້ອຍແນວໃດ. ຂ້ອຍເປັນພຽງຄົນທຳມະດາ. ຂ້ອຍບໍ່ສົມຄວນຈະໄດ້ຮັບການປະຕິບັດທີ່ດີເຊັ່ນນັ້ນ ແລະ ຂ້ອຍບໍ່ປາດຖະໜາທີ່ຈະນະມັດສະການຄົນໆໜຶ່ງ. ພຣະເຈົ້າເປັນຜູ້ດຽວທີ່ຂ້ອຍຄວນນະມັດສະການ ແລະ ຢຳເກງຢ່າງແທ້ຈິງ. ມີພຽງແຕ່ພຣະອົງທີ່ເປັນພຣະເຈົ້າຂອງຂ້ອຍ ແລະ ພຣະຜູ້ເປັນເຈົ້າຂອງຂ້ອຍ. ບໍ່ວ່າຄົນໆໜຶ່ງອາດດີສໍ່າໃດກໍຕາມ, ຄວາມສາມາດຂອງພວກເຂົາຈະຍິ່ງໃຫຍ່ສໍ່າໃດກໍຕາມ, ພອນສະຫວັນຂອງພວກເຂົາຈະກວ້າງໃຫຍ່ສໍ່າໃດ ຫຼື ພາບລັກຂອງພວກເຂົາຈະງົດງາມ ຫຼື ສົມບູນແບບສໍ່າໃດ, ພວກເຂົາບໍ່ແມ່ນເປົ້າໝາຍທີ່ຂ້ອຍຕ້ອງຢຳເກງ ເພາະພວກເຂົາບໍ່ແມ່ນຄວາມຈິງ. ພວກເຂົາບໍ່ແມ່ນພຣະຜູ້ສ້າງ; ພວກເຂົາບໍ່ແມ່ນພຣະຜູ້ຊ່ວຍໃຫ້ລອດພົ້ນ ແລະ ພວກເຂົາບໍ່ສາມາດປັ້ນແຕ່ງ ຫຼື ປົກຄອງເໜືອໂຊກຊະຕາຂອງມະນຸດ. ພວກເຂົາບໍ່ແມ່ນເປົ້າໝາຍທີ່ຂ້ອຍຕ້ອງນະມັດສະການ. ບໍ່ມີມະນຸດຄົນໃດສົມຄວນຈະໄດ້ຮັບການນະມັດສະການຂອງຂ້ອຍ”, ສິ່ງນີ້ບໍ່ໄດ້ສອດຄ່ອງກັບຄວາມຈິງບໍ? ໃນທາງກົງກັນຂ້າມ, ຖ້າເຈົ້າບໍ່ນະມັດສະການຄົນອື່ນ ເຈົ້າຈະປະຕິບັດຕໍ່ພວກເຂົາແນວໃດ ຖ້າພວກເຂົາເລີ່ມນະມັດສະການເຈົ້າ? ເຈົ້າຕ້ອງຊອກຫາວິທີການເພື່ອຫ້າມບໍ່ໃຫ້ພວກເຂົາເຮັດເຊັ່ນນັ້ນ ແລະ ຊ່ວຍໃຫ້ພວກເຂົາເປັນອິດສະຫຼະຈາກຄວາມຄິດເຊັ່ນນັ້ນ. ເຈົ້າຕ້ອງຊອກຫາວິທີການເພື່ອສະແດງໃບໜ້າທີ່ແທ້ຈິງຂອງເຈົ້າໃຫ້ພວກເຂົາ ແລະ ປ່ອຍໃຫ້ພວກເຂົາເຫັນຄວາມຂີ້ຮ້າຍ ແລະ ທຳມະຊາດທີ່ແທ້ຈິງຂອງເຈົ້າ. ສິ່ງສຳຄັນຄືການເຮັດໃຫ້ຄົນເຂົ້າໃຈວ່າບໍ່ວ່າຄຸນນະພາບຂອງເຈົ້າຈະດີສໍ່າໃດກໍຕາມ, ເຈົ້າມີການສຶກສາສູງສໍ່າໃດກໍຕາມ, ເຈົ້າມີຄວາມຮູ້ຫຼາຍສໍ່າໃດກໍຕາມ ຫຼື ສະຫຼາດສໍ່າໃດກໍຕາມ, ເຈົ້າກໍຍັງເປັນພຽງຄົນທຳມະດາ. ເຈົ້າບໍ່ແມ່ນເປົ້າໝາຍຂອງການຊົມເຊີຍ ຫຼື ການນະມັດສະການສຳລັບຄົນໃດໆ. ສິ່ງທຳອິດ ແລະ ສຳຄັນທີ່ສຸດກໍຄືເຈົ້າຕ້ອງຢືນຍັດໃນຕຳແໜ່ງຂອງເຈົ້າ ແລະ ບໍ່ຖອນຕົວຫຼັງຈາກທີ່ເຮັດຜິດ ຫຼື ສ້າງຄວາມອັບອາຍໃຫ້ຕົນເອງ. ຫຼັງຈາກທີ່ເຮັດຜິດ ຫຼື ເຮັດໃຫ້ຕົນເອງອັບອາຍ, ຖ້າເຈົ້າບໍ່ພຽງແຕ່ລົ້ມເຫຼວໃນການຮັບຮູ້ມັນ ແຕ່ຍັງໃຊ້ການຫຼອກລວງເພື່ອປິດບັງ ຫຼື ນໍາສະເໜີມັນໃນມຸມດີໆ, ແລ້ວເຈົ້າກໍປະນີປະນອມກັບຂໍ້ຜິດພາດຂອງເຈົ້າ ແລະ ເຮັດໃຫ້ຕົນເອງຍິ່ງປາກົດວ່າຂີ້ຮ້າຍຫຼາຍຂຶ້ນ. ຄວາມທະເຍີທະຍານຂອງເຈົ້າຍິ່ງເລີ່ມປາກົດແຈ້ງຂຶ້ນ. ມະນຸດທີ່ເສື່ອມຊາມເກ່ງໃນການປົກປິດຕົນເອງ. ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ ຫຼື ພວກເຂົາຈະສະແດງເຖິງຄວາມເສື່ອມຊາມຫຼາຍສໍ່າໃດກໍຕາມ, ພວກເຂົາຕ້ອງປົກປິດຕົນເອງຢູ່ສະເໝີ. ຖ້າມີບາງສິ່ງເກີດຜິດພາດ ຫຼື ພວກເຂົາເຮັດບາງສິ່ງຜິດ, ພວກເຂົາຕ້ອງການກ່າວໂທດໃສ່ຄົນອື່ນ. ພວກເຂົາຕ້ອງການໃຫ້ຊື່ສຽງຄວາມສຳເລັດສຳລັບສິ່ງດີໆໄປຫາພວກເຂົາເອງ ແລະ ກ່າວໂທດສິ່ງທີ່ບໍ່ດີໃຫ້ກັບຄົນອື່ນ. ບໍ່ມີການປົກປິດຫຼາຍຢ່າງເຊັ່ນນີ້ບໍທີ່ເກີດຂຶ້ນໃນຊີວິດຈິງ? ມີຫຼາຍຢ່າງເກີນໄປ. ການເຮັດຜິດ ຫຼື ການປົກປິດຕົນເອງ: ອັນໃດໃນສິ່ງເຫຼົ່ານີ້ທີ່ກ່ຽວຂ້ອງກັບອຸປະນິໄສ? ການປົກປິດເປັນເລື່ອງກ່ຽວກັບອຸປະນິໄສ, ມັນກ່ຽວຂ້ອງກັບອຸປະນິໄສທີ່ອວດດີ, ຊົ່ວຮ້າຍ ແລະ ກະບົດ; ມັນເປັນທີ່ລັງກຽດໂດຍພຣະເຈົ້າເປັນຢ່າງຍິ່ງ. ໃນຄວາມເປັນຈິງແລ້ວ, ເມື່ອເຈົ້າປົກປິດຕົນເອງ, ທຸກຄົນຈະເຂົ້າໃຈວ່າກຳລັງເກີດຫຍັງຂຶ້ນ, ແຕ່ເຈົ້າຄິດວ່າຄົນອື່ນບໍ່ເຫັນມັນ ແລະ ເຈົ້າພະຍາຍາມສຸດຄວາມສາມາດຂອງເຈົ້າເພື່ອໂຕ້ຖຽງ ແລະ ແກ້ຕົວເອງ ໂດຍພະຍາຍາມຮັກສາໜ້າ ແລະ ເຮັດໃຫ້ທຸກຄົນຄິດວ່າເຈົ້າບໍ່ໄດ້ເຮັດຫຍັງຜິດ. ນີ້ບໍ່ແມ່ນສິ່ງທີ່ໂງ່ຈ້າບໍ? ຄົນອື່ນຈະຄິດຫຍັງກ່ຽວກັບສິ່ງນີ້? ພວກເຂົາຈະຮູ້ສຶກແນວໃດ? ເບື່ອໜ່າຍ ແລະ ລັງກຽດ. ເມື່ອໄດ້ເຮັດຜິດ, ຖ້າເຈົ້າສາມາດປະຕິບັດກັບມັນຢ່າງຖືກຕ້ອງໄດ້ ແລະ ສາມາດອະນຸຍາດໃຫ້ທຸກຄົນເວົ້າກ່ຽວກັບມັນ, ອະນຸຍາດການສະແດງຄຳຄິດເຫັນ ແລະ ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບມັນ ແລະ ເຈົ້າສາມາດເປີດໃຈກ່ຽວກັບມັນ ແລະ ວິເຄາະມັນ, ແມ່ນຫຍັງຈະເປັນຄວາມຄິດເຫັນຂອງທຸກຄົນກ່ຽວກັບເຈົ້າ? ພວກເຂົາຈະເວົ້າວ່າເຈົ້າເປັນຄົນຊື່ສັດ, ຍ້ອນຫົວໃຈຂອງເຈົ້າໄດ້ເປີດອ້າໃຫ້ກັບພຣະເຈົ້າ. ຜ່ານການກະທຳ ແລະ ພຶດຕິກຳຂອງເຈົ້າ, ພວກເຂົາຈະສາມາດເຫັນເຖິງຫົວໃຈຂອງເຈົ້າ. ແຕ່ຖ້າເຈົ້າພະຍາຍາມປົກປິດຕົນເອງ ແລະ ຫຼອກລວງທຸກຄົນ, ຜູ້ຄົນຈະຄິດເລັກນ້ອຍກ່ຽວກັບເຈົ້າ ແລະ ເວົ້າວ່າເຈົ້າເປັນຄົນໂງ່ ແລະ ບໍ່ມີສະຕິປັນຍາ. ຖ້າເຈົ້າບໍ່ພະຍາຍາມທຳທ່າ ຫຼື ເຮັດໃຫ້ຕົນເອງຊອບທຳ, ຖ້າເຈົ້າສາມາດຍອມຮັບຂໍ້ຜິດພາດຂອງເຈົ້າ, ທຸກຄົນຈະເວົ້າວ່າເຈົ້າຊື່ສັດ ແລະ ມີສະຕິປັນຍາ. ແລ້ວແມ່ນຫຍັງຈະເຮັດໃຫ້ເຈົ້າມີສະຕິປັນຍາ? ທຸກຄົນເຮັດຜິດ. ທຸກຄົນມີຂໍ້ຜິດພາດ ແລະ ຂໍ້ບົກຜ່ອງ. ແລ້ວໃນຄວາມເປັນຈິງ, ທຸກຄົນມີອຸປະນິໄສເສື່ອມຊາມຄືກັນ. ຢ່າຄິດວ່າຕົນເອງສູງສົ່ງ, ສົມບູນ ແລະ ໃຈດີກວ່າຄົນອື່ນ; ນັ້ນຄືສິ່ງທີ່ບໍ່ໄຮ້ເຫດຜົນທີ່ສຸດ. ຫຼັງຈາກທີ່ອຸປະນິໄສເສື່ອມຊາມຂອງຜູ້ຄົນ ແລະ ແກ່ນແທ້ ແລະ ໃບໜ້າທີ່ແທ້ຈິງໃນອຸປະນິໄສຂອງພວກເຂົາເປັນທີ່ຊັດເຈນຕໍ່ເຈົ້າ, ເຈົ້າຈະບໍ່ພະຍາຍາມປົກປິດຂໍ້ຜິດພາດຂອງເຈົ້າເອງ ຫຼື ເຈົ້າຈະບໍ່ເອົາຄວາມຜິດພາດຂອງຄົນອື່ນມາກົດພວກເຂົາ, ເຈົ້າຈະສາມາດຜະເຊີນໜ້າກັບທັງສອງຢ່າງຖືກຕ້ອງ. ໃນເມື່ອນັ້ນເອງ ເຈົ້າຈຶ່ງຈະເລີ່ມມີຄວາມເຂົ້າໃຈ ແລະ ບໍ່ເຮັດສິ່ງທີ່ໂງ່ຈ້າ, ເຊິ່ງຈະເຮັດໃຫ້ເຈົ້າເປັນຄົນທີ່ມີສະຕິປັນຍາ. ຄົນທີ່ບໍ່ມີສະຕິປັນຍາຄືຄົນໂງ່ ແລະ ພວກເຂົາອາໄສຢູ່ໃນຂໍ້ຜິດພາດເລັກນ້ອຍຢູ່ສະເໝີ ໃນຂະນະທີ່ເຮັດຕົວບໍ່ເປີດເຜີຍໃນເບື້ອງຫຼັງ. ມັນເປັນຕາລັງກຽດທີ່ຈະເຫັນໂດຍປະຈັກ. ໃນຄວາມເປັນຈິງແລ້ວ, ສິ່ງທີ່ເຈົ້າກຳລັງເຮັດກໍເປັນທີ່ຊັດເຈນຕໍ່ຄົນອື່ນໃນທັນທີ, ແຕ່ເຈົ້າຍັງທຳທ່າສະແດງຢ່າງດື້ດ້ານ. ສຳລັບຄົນອື່ນ, ມັນມີລັກສະນະພາຍນອກຂອງການສະແດງຂອງຕົວຕະລົກ. ນີ້ບໍ່ແມ່ນສິ່ງທີ່ໂງ່ຈ້າບໍ? ມັນແມ່ນແທ້ໆ. ຄົນໂງ່ບໍ່ມີສະຕິປັນຍາເລີຍ. ບໍ່ວ່າພວກເຂົາຈະໄດ້ຍິນຄຳເທດສະໜາຫຼາຍສໍ່າໃດກໍຕາມ, ພວກເຂົາຍັງບໍ່ເຂົ້າໃຈຄວາມຈິງ ຫຼື ເຫັນສິ່ງໃດໜຶ່ງຕາມທີ່ມັນເປັນແທ້ໆ. ພວກເຂົາຢູ່ເທິງມ້າທີີ່ສູງສົ່ງຂອງພວກເຂົາຢູ່ສະເໝີ, ຄິດວ່າພວກເຂົາແຕກຕ່າງຈາກທຸກຄົນ ແລະ ພວກເຂົາເປັນຕາເຄົາລົບຫຼາຍກວ່າ; ນີ້ຄືຄວາມອວດດີ ແລະ ການຖືວ່າຕົນເອງຊອບທຳ, ນີ້ຄືສິ່ງທີ່ໂງ່ຈ້າ. ຄົນໂງ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ, ແມ່ນບໍ? ເລື່ອງຕ່າງໆທີ່ເຈົ້າໂງ່ ແລະ ບໍ່ມີສະຕິປັນຍາແມ່ນເລື່ອງທີ່ເຈົ້າບໍ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ບໍ່ສາມາດເຂົ້າໃຈຄວາມຈິງໄດ້ຢ່າງງ່າຍດາຍ. ນີ້ຄືຄວາມເປັນຈິງຂອງເລື່ອງດັ່ງກ່າວ.

ການປ່ຽນແປງອຸປະນິໄສທີ່ເສື່ອມຊາມບໍ່ໄດ້ເກີດຂຶ້ນຊົ່ວຂ້າມຄືນ. ຄົນໆໜຶ່ງຕ້ອງໄຕ່ຕອງ ແລະ ກວດສອບຕົນເອງໃນທຸກເລື່ອງຢ່າງຕໍ່ເນື່ອງກັນ. ພວກເຂົາຕ້ອງກວດສອບການກະທຳ ແລະ ພຶດຕິກຳຂອງພວກເຂົາດ້ວຍມີແສງສະຫວ່າງຈາກພຣະທຳຂອງພຣະເຈົ້າ, ພະຍາຍາມເຂົ້າໃຈຕົນເອງ ຫຼື ຊອກຫາເສັ້ນທາງເພື່ອປະຕິບັດຄວາມຈິງ. ນີ້ເປັນວິທີການທີ່ຈະແກ້ໄຂອຸປະນິໄສທີ່ເສື່ອມຊາມ. ມັນເປັນສິ່ງຈຳເປັນທີ່ຈະໄຕ່ຕອງ ແລະ ຄົ້ນຫາອຸປະນິໄສທີ່ເສື່ອມຊາມທີ່ສຳແດງຕົວມັນເອງໃນຊີວິດປະຈຳວັນ, ປະຕິບັດການວິເຄາະ ແລະ ການຢັ່ງຮູ້ໂດຍອີງໃສ່ຄວາມເຂົ້າໃຈຂອງຄົນໆໜຶ່ງກ່ຽວກັບຄວາມຈິງ ແລະ ຄ່ອຍໆຜ່ານໄປໃຫ້ໄດ້, ເພື່ອວ່າຄົນນັ້ນຈະສາມາດປະຕິບັດຄວາມຈິງ ແລະ ເຮັດໃຫ້ການກະທຳຂອງຕົນເອງສອດຄ່ອງກັບຄວາມຈິງ. ຜ່ານການສະແຫວງຫາ, ການປະຕິບັດ ແລະ ການເຂົ້າໃຈຕົນເອງເຫຼົ່ານັ້ນ, ການສຳແດງອອກທີ່ເສື່ອມຊາມເຫຼົ່ານີ້ກໍເລີ່ມຈາງຫາຍໄປ ແລະ ມີຄວາມຫວັງທີ່ອຸປະນິໄສຂອງຄົນໆໜຶ່ງຈະໄດ້ຮັບການປ່ຽນແປງໃນທີ່ສຸດ. ນີ້ຄືເສັ້ນທາງ. ການປ່ຽນແປງໃນອຸປະນິໄສຂອງຄົນໆໜຶ່ງເປັນເລື່ອງການເຕີບໃຫຍ່ໃນຊີວິດຂອງພວກເຂົາ. ຄົນໆໜຶ່ງຕ້ອງກຳແໜ້ນຄວາມຈິງ ແລະ ປະຕິບັດມັນ. ໂດຍການປະຕິບັດຄວາມຈິງເທົ່ານັ້ນ, ພວກເຂົາຈຶ່ງສາມາດແກ້ໄຂບັນຫາອຸປະນິໄສທີ່ເສື່ອມຊາມ. ຖ້າອຸປະນິໄສທີ່ເສື່ອມຊາມຍັງຄົງສຳແດງຕົວມັນເອງອອກຢູ່ສະເໝີ, ເຖິງກັບຮອດຈຸດທີ່ສຳແດງຕົວມັນເອງອອກໃນທຸກການກະທຳ ແລະ ຄຳເວົ້າ, ມັນກໍໝາຍຄວາມວ່າອຸປະນິໄສຂອງຄົນໆໜຶ່ງບໍ່ໄດ້ຮັບການປ່ຽນແປງ. ທຸກເລື່ອງທີ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມຄວນໄດ້ຮັບການໄຈ້ແຍກ ແລະ ການສຳຫຼວດຢ່າງຈິງໃຈ. ຄົນໆໜຶ່ງຄວນສະແຫວງຫາຄວາມຈິງເພື່ອຂຸດຄົ້ນ ແລະ ແກ້ໄຂສາເຫດຕົ້ນຕໍໃນອຸປະນິໄສທີ່ເສື່ອມຊາມ. ນີ້ຄືວິທີດຽວທີ່ຈະແກ້ໄຂບັນຫາອຸປະນິໄສທີ່ເສື່ອມຊາມໂດຍສິ້ນເຊີງ. ຫຼັງຈາກທີ່ເຈົ້າໄດ້ຄົ້ນພົບເສັ້ນທາງນີ້, ມັນກໍມີຄວາມຫວັງສຳລັບການປ່ຽນແປງໃນອຸປະນິໄສຂອງເຈົ້າ. ສິ່ງເຫຼົ່ານີ້ບໍ່ແມ່ນເລື່ອງທີ່ຫວ່າງເປົ່າ; ພວກມັນກ່ຽວຂ້ອງກັບຊີວິດທີ່ເປັນຈິງ. ສິ່ງສຳຄັນແມ່ນຢູ່ທີ່ວ່າຄົນຈະສາມາດເອົາຕົວເອງເຂົ້າໃນຄວາມເປັນຈິງແຫ່ງຄວາມຈິງຢ່າງເຕັມໃຈ ແລະ ຢ່າງດຸໝັ່ນໄດ້ ຫຼື ບໍ່ ແລະ ພວກເຂົາສາມາດປະຕິບັດຄວາມຈິງໄດ້ ຫຼື ບໍ່. ຕາບໃດທີ່ພວກເຂົາສາມາດປະຕິບັດຄວາມຈິງ, ພວກເຂົາກໍຈະສາມາດເລີ່ມລອກຄາບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເທື່ອລະໜ້ອຍ. ຈາກນັ້ນພວກເຂົາກໍສາມາດປະພຶດຕົນເອງຕາມຂໍ້ຮຽກຮ້ອງຂອງພຣະເຈົ້າ ແລະ ຕາມຕຳແໜ່ງຂອງພວກເຂົາ. ໂດຍການຊອກຫາບ່ອນຢູ່ຂອງພວກເຂົາ, ການຢືນຍັດໃນບົດບາດຂອງພວກເຂົາດັ່ງສິ່ງຖືກສ້າງ ແລະ ການກາຍມາເປັນຄົນທີ່ນະມັດສະການ ແລະ ຍອມຕໍ່ພຣະເຈົ້າຢ່າງແທ້ຈິງ, ພວກເຂົາຈຶ່ງໄດ້ຮັບການຍົກຍ້ອງໂດຍພຣະເຈົ້າ.

ວັນທີ 20 ກຸມພາ 2020

ກ່ອນນີ້: ການປະຕິບັດໜ້າທີ່ໆຖືກຕ້ອງຈຳເປັນຕ້ອງມີການຮ່ວມມືຢ່າງສາມັກຄີ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້