ການປະຕິບັດໜ້າທີ່ໆຖືກຕ້ອງຈຳເປັນຕ້ອງມີການຮ່ວມມືຢ່າງສາມັກຄີ

ການຮ່ວມມືຢ່າງສະໝານສັນເປັນສິ່ງຈຳເປັນສຳລັບການປະຕິບັດໜ້າທີ່ຢ່າງຖືກຕ້ອງ. ເພາະທຸກຄົນມີອຸປະນິໄສທີ່ເສື່ອມຊາມ ແລະ ບໍ່ມີຜູ້ໃດມີຄວາມຈິງ, ໂດຍຜ່ານການຮ່ວມມືຢ່າງສະໝານສັນເທົ່ານັ້ນ ພວກເຂົາຈຶ່ງສາມາດປະຕິບັດໜ້າທີ່ຂອງພວກເຂົາຢ່າງຖືກຕ້ອງ. ການຮ່ວມມືຢ່າງສະໝານສັນບໍ່ພຽງແຕ່ເປັນປະໂຫຍດຕໍ່ການເຂົ້າສູ່ຊີວິດຂອງຄົນ, ແຕ່ຍັງເປັນປະໂຫຍດຕໍ່ການປະຕິບັດໜ້າທີ່ຂອງພວກເຂົາຢ່າງຖືກຕ້ອງ ແລະ ວຽກງານໃນຄຣິສຕະຈັກ. ຄົນທີ່ຮ່ວມມືຢ່າງສະໝານສັນເປັນຄົນທີ່ມີຄວາມເປັນມະນຸດ ແລະ ຄວາມຊື່ສັດຂ້ອນຂ້າງດີ, ແຕ່ຖ້າຄວາມເປັນມະນຸດຂອງຄົນໃດໜຶ່ງບໍ່ດີ, ຖ້າພວກເຂົາອວດດີ ແລະ ຖືວ່າຕົນເອງຊອບທຳເກີນໄປ ຫຼື ຄົດໂກງ ແລະ ມີເລ່ຫຼ່ຽມຫຼາຍເກີນໄປ, ແລ້ວພວກເຂົາກໍບໍ່ມີທາງຮ່ວມມືກັບຄົນອື່ນຢ່າງສະໝານສັນ. ບາງຄົນບໍ່ມີສ່ວນຮ່ວມໃນວຽກງານທີ່ຊື່ສັດ, ບໍ່ມີສະຕິເມື່ອປະຕິບັດໜ້າທີ່ຂອງພວກເຂົາ ແລະ ເຮັດການກະທຳທີ່ຊົ່ວຮ້າຍຢູ່ສະເໝີ. ຄົນແບບນີ້ບໍ່ສາມາດຮ່ວມມືກັບຄົນອື່ນໄດ້ ແລະ ບໍ່ສາມາດຊອກຫາຄວາມສະໝານສັນ ຫຼື ເຂົ້າກັບຄົນໃດໆໄດ້. ຄົນແບບນັ້ນບໍ່ມີຄວາມເປັນມະນຸດ ແລະ ເປັນຂອງສັດຮ້າຍ ແລະ ມານຮ້າຍ, ຊາຕານ. ຄົນທີ່ເຊື່ອຟັງ ແລະ ຍອມອ່ອນນ້ອຍທຸກຄົນທີ່ມີຄວາມເປັນມະນຸດທີ່ດີຈະມີຜົນຮັບຢ່າງແນ່ນອນ ເມື່ອປະຕິບັດໜ້າທີ່ຂອງພວກເຂົາ ແລະ ຮ່ວມມືກັບຄົນອື່ນໄດ້ຢ່າງງ່າຍດາຍ. ແລ້ວສຳລັບຄົນທີ່ເຂົ້າຮ່ວມຢ່າງຊື່ສັດເພື່ອປະຕິບັດໜ້າທີ່ຂອງພວກເຂົາ, ຄົນທີ່ກໍ່ກວນ ຫຼື ເຖິງກັບລົບກວນຄົນອື່ນທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ຖ້າພວກເຂົາບໍ່ສາມາດແກ້ໄຂໄດ້ຫຼັງຈາກການຕັກເຕືອນຫຼາຍຄັ້ງ ແລະ ບໍ່ເຄີຍມີຄວາມຄິດທີ່ຈະກັບໃຈຈັກເທື່ອ, ສ້າງການລົບກວນ ແລະ ການຂັດຂວາງໃນໜ້າທີ່ຂອງພວກເຂົາຢູ່ສະເໝີ ແລະ ຄຸນນະພາບຄວາມເປັນມະນຸດຂອງພວກເຂົາແມ່ນຕໍ່າຊ້າ, ແລ້ວພວກເຂົາຄວນຖືກກຳຈັດອອກໂດຍບໍ່ຕ້ອງຊັກຊ້າ, ເພື່ອຫຼີກລ່ຽງບໍ່ໃຫ້ນໍາບັນຫາ ຫຼື ຄວາມຫາຍະນະມາສູ່ວຽກງານຂອງຄຣິສຕະຈັກ. ນີ້ຄືບັນຫາທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງແກ້ໄຂ.

ບາງຄົນບໍ່ມີຄວາມຮັບຜິດຊອບເມື່ອປະຕິບັດໜ້າທີ່ຂອງພວກເຂົາ, ສົ່ງຜົນໃຫ້ຕ້ອງເຮັດວຽກຄືນໃໝ່ຢູ່ສະເໝີ. ສິ່ງນີ້ສົ່ງຜົນກະທົບຕໍ່ປະສິດທິພາບໃນວຽກງານຢ່າງຮ້າຍແຮງ. ນອກຈາກຄົນທີ່ຂາດຄວາມຮູ້ຄວາມຊຳນານ ແລະ ຂາດປະສົບການ, ມີເຫດຜົນໃດອີກສຳລັບການປາກົດຕົວຂອງບັນຫານີ້ບໍ? (ເມື່ອຄົນໆໜຶ່ງອວດດີ ແລະ ຖືວ່າຕົນເອງຊອບທຳພໍສົມຄວນ, ຕັດສິນໃຈດ້ວຍພວກເຂົາເອງ ແລະ ບໍ່ປະຕິບັດໜ້າທີ່ຂອງພວກເຂົາຕາມຫຼັກການ.) ສາມາດຮຽນຮູ້ ແລະ ສະສົມຄວາມຮູ້ຄວາມຊຳນານ ແລະ ປະສົບການເທື່ອລະໜ້ອຍ, ແຕ່ຖ້າມີບັນຫາໃນອຸປະນິໄສຂອງຄົນໆໜຶ່ງ, ພວກເຈົ້າຄິດວ່າມັນເປັນເລື່ອງງ່າຍທີ່ຈະແກ້ໄຂບໍ? (ບໍ່, ມັນບໍ່ແມ່ນເລື່ອງງ່າຍ.) ແລ້ວມັນຄວນໄດ້ຮັບແກ້ໄຂແນວໃດ? (ຄົນໆນັ້ນຕ້ອງຜະເຊີນກັບການຊ້ຽນຕີ ແລະ ການພິພາກສາ ແລະ ຖືກລິຮານ ແລະ ຖືກຈັດການ.) ພວກເຂົາຈຳເປັນຕ້ອງຜະເຊີນກັບການພິພາກສາ ແລະ ການຂ້ຽນຕີ ແລະ ຖືກລິຮານ ແລະ ຖືກຈັດການ, ຄຳເວົ້າເຫຼົ່ານີ້ຖືກຕ້ອງ ແຕ່ສາມາດບັນລຸໄດ້ໂດຍຄົນທີ່ສະແຫວງຫາຄວາມຈິງເທົ່ານັ້ນ. ຄົນທີ່ບໍ່ຮັກຄວາມຈິງຈະສາມາດຍອມຮັບການຖືກລິຮານ ແລະ ຖືກຈັດການບໍ? ບໍ່, ພວກເຂົາບໍ່ສາມາດເຮັດໄດ້. ເມື່ອຕ້ອງເຮັດວຽກຄືນໃໝ່ຢູ່ສະເໝີເມື່ອຜູ້ຄົນປະຕິບັດໜ້າທີ່ຂອງພວກເຂົາ, ບັນຫາໃຫຍ່ທີ່ສຸດບໍ່ແມ່ນຄວາມຂາດເຂີນໃນຄວາມຮູ້ຄວາມຊຳນານ ຫຼື ຂາດປະສົບການ, ແຕ່ເພາະພວກເຂົາຖືວ່າຕົນເອງຊອບທຳ ແລະ ອວດດີເກີນໄປ, ເພາະພວກເຂົາບໍ່ເຮັດວຽກຢ່າງສະໝານສັນ, ແຕ່ຕັດສິນໃຈ ແລະ ເຮັດໂດຍລຳພັງ, ໂດຍມີຜົນຮັບທີ່ພວກເຂົາສ້າງຄວາມວຸ້ນວາຍໃນວຽກງານ ແລະ ບໍ່ໄດ້ບັນລຸຫຍັງ ແລະ ຄວາມພະຍາຍາມທັງໝົດໄດ້ເສຍເປົ່າ. ແລ້ວບັນຫາຮ້າຍແຮງທີ່ສຸດໃນສິ່ງນີ້ຄືອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ. ເມື່ອອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນຮ້າຍແຮງເກີນໄປ, ພວກເຂົາບໍ່ແມ່ນຄົນດີອີກຕໍ່ໄປ, ພວກເຂົາເປັນຄົນຊົ່ວຮ້າຍ. ອຸປະນິໄສຂອງຄົນຊົ່ວຮ້າຍແມ່ນຮ້າຍແຮງຫຼາຍກວ່າອຸປະນິໄສທີ່ເສື່ອມຊາມທຳມະດາ. ຄົນຊົ່ວຮ້າຍມີແນວໂນ້ມທີ່ຈະເຮັດການກະທຳທີ່ຊົ່ວຮ້າຍ, ພວກເຂົາມີແນວໂນ້ມທີ່ຈະຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ. ສິ່ງດຽວທີ່ຄົນຊົ່ວຮ້າຍສາມາດເຮັດໄດ້ເມື່ອພວກເຂົາປະຕິບັດໜ້າທີ່ກໍຄືການເຮັດສິ່ງທີ່ບໍ່ດີ ແລະ ສ້າງຄວາມວຸ້ນວາຍໃຫ້ສິ່ງຕ່າງໆ; ການບໍລິການຂອງພວກເຂົາມີບັນຫາຫຼາຍກວ່າມັນຄູ່ຄວນ. ບາງຄົນບໍ່ໄດ້ຊົ່ວຮ້າຍ, ແຕ່ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາຕາມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ ແລະ ໃນທຳນອງດຽວກັນ ພວກເຂົາບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາຢ່າງຖືກຕ້ອງ. ເວົ້າສະຫຼຸບແລ້ວກໍຄືອຸປະນິໄສທີ່ເສື່ອມຊາມເປັນອຸປະສັກທີ່ສຸດຕໍ່ການທີ່ຄົນປະຕິບັດໜ້າທີ່ຂອງພວກເຂົາຢ່າງຖືກຕ້ອງ. ພວກເຈົ້າຈະຄິດວ່າແງ່ມຸມໃດໃນອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນມີຜົນກະທົບຕໍ່ປະສິດທິພາບໃນການປະຕິບັດໜ້າທີ່ຂອງພວກເຂົາ? (ຄວາມອວດດີ ແລະ ການຄິດວ່າຕົນເອງຊອບທຳ.) ແລ້ວແມ່ນຫຍັງຄືການສຳແດງອອກຫຼັກເຖິງຄວາມອວດດີ ແລະ ການຄິດວ່າຕົນເອງຊອກທຳ? ການຕັດສິນໃຈພຽງລຳພຽງ, ການເຮັດຕາມທາງຂອງເຈົ້າເອງ, ການບໍ່ຮັບຟັງຂໍ້ສະເໜີຂອງຄົນອື່ນ, ບໍ່ແມ່ນການປຶກສາກັບຄົນອື່ນ, ບໍ່ແມ່ນການຮ່ວມມືຢ່າງສາມັກຄື ແລະ ພະຍາຍາມເປັນຄົນສຸດທ້າຍທີ່ຕັດສິນໃນສິ່ງຕ່າງໆຢູ່ສະເໝີ. ເຖິງແມ່ນອ້າຍເອື້ອຍນ້ອງທີ່ດີສອງສາມຄົນທີ່ອາດຮ່ວມມືເພື່ອປະຕິບັດໜ້າທີ່ໃດໜຶ່ງ, ໂດຍພວກເຂົາແຕ່ລະຄົນປະຕິບັດໜ້າທີ່ຂອງພວກເຂົາເອງ, ຜູ້ນໍາກຸ່ມ ຫຼື ຜູ້ດູແລຕິດຕາມຄົນໃດໜຶ່ງຕ້ອງການເປັນຄົນສຸດທ້າຍທີ່ຕັດສິນໃຈຢູ່ສະເໝີ; ແມ່ນຫຍັງກໍຕາມທີ່ພວກເຂົາກຳລັງເຮັດ, ພວກເຂົາບໍ່ເຄີຍຮ່ວມມືກັບຄົນອື່ນຢ່າງສາມັກຄີຈັກເທື່ອ ແລະ ພວກເຂົາບໍ່ມີສ່ວນຮ່ວມໃນການໂອ້ລົມ ແລະ ພວກເຂົາຟ້າວເຮັດສິ່ງຕ່າງໆໂດຍບໍ່ຮັບເອົາຄວາມຄິດເຫັນຂອງຄົນອື່ນກ່ອນ. ພວກເຂົາເຮັດໃຫ້ທຸກຄົນຮັບຟັງພວກເຂົາເທົ່ານັ້ນ ແລະ ນີ້ກໍຄືບັນຫາ. ຍິ່ງໄປກວ່ານັ້ນ, ເມື່ອຄົນອື່ນເຫັນບັນຫາ, ແຕ່ບໍ່ອອກມາເພື່ອຢຸດບຸກຄົນທີ່ຮັບຜິດຊອບ, ມັນກໍຈະສົ່ງຜົນໃຫ້ເກີດສະຖານະການທີ່ຄົນບໍ່ມີປະສິດທິພາບໃນໜ້າທີ່ຂອງພວກເຂົາ, ເກີດຄວາມວຸ້ນວາຍໃນວຽກງານໂດຍສິ້ນເຊີງ ແລະ ທຸກຄົນມີສ່ວນຮ່ວມຈຳເປັນຕ້ອງເຮັດວຽກງານຂອງພວກເຂົາຄືນ, ແລ້ວເຮັດໃຫ້ພວກເຂົາເມື່ອຍໃນລະຫວ່າງທີ່ກຳລັງດຳເນີນງານ. ຜູ້ໃດຮັບຜິດຊອບສຳລັບການກໍ່ໃຫ້ເກີດຜົນຮັບທີ່ຮ້າຍແຮງນັ້ນ? (ຄົນທີ່ຮັບຜິດຊອບ.) ຄົນອື່ນທີ່ກ່ຽວຂ້ອງກໍມີຄວາມຮັບຜິດຊອບເຊັ່ນກັນບໍ? (ແມ່ນແລ້ວ.) ບຸກຄົນທີ່ຮັບຜິດຊອບກໍຕັດສິນໃຈດ້ວຍພວກເຂົາເອງ, ໂດຍຢືນຢັນທີ່ຈະເຮັດສິ່ງຕ່າງໆດ້ວຍວິທີຂອງພວກເຂົາ ແລະ ຄົນອື່ນເຫັນບັນຫາ ແຕ່ກໍບໍ່ໄດ້ເຮັດຫຍັງເພື່ອຢຸດພວກເຂົາ ແລະ ສິ່ງທີ່ຮ້າຍແຮງໄປກວ່ານັ້ນກໍຄື ພວກເຂົາເຖິງກັບປະຕິບັດຕາມ; ສິ່ງນີ້ບໍ່ໄດ້ເຮັດໃຫ້ພວກເຂົາເປັນຜູ້ສົມຮູ້ຮ່ວມຄິດບໍ? ຖ້າເຈົ້າບໍ່ຢັບຢັ້ງ, ຂັດຂວາງ ຫຼື ເປີດໂປງບຸກຄົນນີ້, ແຕ່ກົງກັນຂ້າມປະຕິບັດຕາມພວກເຂົາ ແລະ ປ່ອຍໃຫ້ພວກເຂົາບົ່ງການເຈົ້າ, ເຈົ້າບໍ່ໄດ້ກຳລັງອະນຸຍາດໃຫ້ຊາຕານລົບກວນວຽກງານຂອງຄຣິສຕະຈັກບໍ? ສິ່ງນີ້ແມ່ນບັນຫາຂອງພວກເຈົ້າຢ່າງແນ່ນອນ. ເມື່ອພວກເຈົ້າເຫັນບັນຫາ ແຕ່ບໍ່ໄດ້ເຮັດຫຍັງເພື່ອຢຸດມັນ, ບໍ່ໂອ້ລົມກ່ຽວກັບມັນ, ບໍ່ພະຍາຍາມຈຳກັດມັນ ແລະ ຍິ່ງໄປກວ່ານັ້ນເຈົ້າບໍ່ໄດ້ລາຍງານມັນໃຫ້ຄົນທີ່ຢູ່ເໜືອເຈົ້າ, ແຕ່ເຮັດໜ້າທີ່ເປັນຄົນຍອມຕາມທຸກຢ່າງ, ສິ່ງນີ້ບໍ່ແມ່ນສັນຍານເຖິງຄວາມບໍ່ຈົງຮັກພັກດີບໍ? ຄົນຍອມຕາມທຸກຢ່າງຈົງຮັກພັກດີຕໍ່ພຣະເຈົ້າບໍ? ບໍ່ແມ່ນແຕ່ໜ້ອຍດຽວ. ຄົນແບບນັ້ນບໍ່ໄດ້ພຽງແຕ່ບໍ່ຈົງຮັກພັກດີຕໍ່ພຣະເຈົ້າເທົ່ານັ້ນ, ພວກເຂົາເຮັດໜ້າທີ່ເປັນຜູ້ສົມຮູ້ຮ່ວມຄິດຂອງຊາຕານ, ເປັນຜູ້ຮັບໃຊ້ ແລະ ຜູ້ຕິດຕາມຂອງມັນ. ພວກເຂົາບໍ່ມີຄວາມເຊື່ອໃນໜ້າທີ່ ແລະ ຄວາມຮັບຜິດຊອບຂອງພວກເຂົາ, ແຕ່ຕໍ່ຊາຕານນັ້ນ ພວກເຂົາຂ້ອນຂ້າງຈົງຮັກພັກດີ. ແກ່ນແທ້ຂອງບັນຫາແມ່ນຢູ່ໃນບ່ອນນີ້. ສຳລັບຄວາມບໍ່ພຽງພໍດ້ານວິຊາຊີບ, ມັນເປັນໄປໄດ້ທີ່ຈະຮຽນຮູ້ຢ່າງສະໝໍ່າສະເໝີ ແລະ ດຶງປະສົບການຂອງເຈົ້າມາຢູ່ຮ່ວມກັນ ໃນຂະນະທີ່ກຳລັງປະຕິບັດໜ້າທີ່ຂອງເຈົ້າ. ບັນຫາດັ່ງກ່າວສາມາດຖືກແກ້ໄຂໄດ້ຢ່າງງ່າຍດາຍ. ສິ່ງທີ່ສຳຄັນທີ່ສຸດໃນການແກ້ໄຂກໍຄືອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ຖ້າພວກເຈົ້າບໍ່ສະແຫວງຫາຄວາມຈິງ ຫຼື ແກ້ໄຂອຸປະນິໄສທີ່ເສື່ອມຊາມ, ແຕ່ຫຼິ້ນບົດເປັນຄົນປະຈົບປະແຈງຄົນອື່ນຢູ່ສະເໝີ ແລະ ບໍ່ຈັດການ ຫຼື ຊ່ວຍເຫຼືອຄົນທີ່ເຈົ້າເຫັນວ່າໄດ້ລະເມີດຫຼັກການ ບໍ່ເປີດໂປງ ຫຼື ເປີດເຜີຍພວກເຂົາ, ແຕ່ຫຼົບໜ້າຢູ່ສະເໝີ, ບໍ່ມີຄວາມຮັບຜິດຊອບ, ແລ້ວການປະຕິບັດໜ້າທີ່ແບບເຈົ້າຈະພຽງແຕ່ເປັນອັນຕະລາຍ ແລະ ເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າ. ການເຮັດຄືກັບວ່າການປະຕິບັດໜ້າທີ່ຂອງເຈົ້າເປັນສິ່ງເລັກນ້ອຍໂດຍບໍ່ມີຄວາມຮັບຜິດຊອບແມ່ນແຕ່ໜ້ອຍດຽວຈະບໍ່ພຽງແຕ່ສົ່ງຜົນກະທົບຕໍ່ປະສິດທິພາບໃນວຽກງານ, ແຕ່ຍັງພາໄປສູ່ຄວາມຊັກຊ້າທີ່ເກີດຂຶ້ນຊໍ້າໆໃນວຽກງານຂອງຄຣິສຕະຈັກ. ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າໃນລັກສະນະນີ້, ເຈົ້າຈະບໍ່ພຽງແຕ່ເຮັດໃນລະດັບຂັ້ນຕໍ່າ ແລະ ຫຼອກລວງພຣະເຈົ້າເທົ່ານັ້ນບໍ? ມັນສະແດງການອຸທິດໃດໆຕໍ່ພຣະເຈົ້າບໍ? ຖ້າເຈົ້າພະຍາຍາມເຮັດໃນລະດັບຂັ້ນຕໍ່າຢູ່ສະເໝີໃນຂະນະທີ່ປະຕິບັດໜ້າທີ່ຂອງເຈົ້າ ແລະ ບໍ່ກັບໃຈຢ່າງໜັກແໜ້ນ, ແລ້ວເຈົ້າກໍຈະຖືກໂຍນຖິ້ມຢ່າງຫຼີກລ່ຽງບໍ່ໄດ້.

ເຈົ້າຄວນຮັບມືກັບຄວາມຫຍຸ້ງຍາກທີ່ເຈົ້າພົບພໍ້ໃນຂະນະທີ່ປະຕິບັດໜ້າທີ່ຂອງເຈົ້າແນວໃດ? ວິທີການທີ່ດີທີ່ສຸດກໍຄືໃຫ້ທຸກຄົນສະແຫວງຫາຄວາມຈິງຮ່ວມກັນເພື່ອແກ້ໄຂບັນຫາ ແລະ ບັນລຸຄວາມເປັນເອກະສັນ. ຕາບໃດທີ່ເຈົ້າເຂົ້າໃຈຫຼັກການ, ເຈົ້າຈະຮູ້ວ່າຈະເຮັດແນວໃດ. ນີ້ແມ່ນວິທີທີ່ເໝາະສົມທີ່ສຸດໃນການແກ້ໄຂບັນຫາ. ຖ້າເຈົ້າບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ ແລະ ເຮັດຕາມແນວຄິດ ແລະ ຈິນຕະນາການສ່ວນຕົວຂອງເຈົ້າແທນ, ແລ້ວເຈົ້າກໍບໍ່ໄດ້ປະຕິບັດໜ້າທີ່ຂອງເຈົ້າ. ມີຄວາມແຕກຕ່າງຫຍັງລະຫວ່າງສິ່ງນີ້ ແລະ ການເຮັດວຽກໃນສັງຄົມທີ່ບໍ່ແມ່ນສາດສະໜາ ຫຼື ໂລກຂອງຊາຕານ? ເຮືອນຂອງພຣະເຈົ້າຖືກປົກຄອງໂດຍຄວາມຈິງ ແລະ ໂດຍພຣະເຈົ້າ. ບໍ່ວ່າຈະປາກົດບັນຫາຫຍັງກໍຕາມ, ຕ້ອງມີການສະແຫວງຫາຄວາມຈິງເພື່ອແກ້ໄຂມັນ. ບໍ່ວ່າຈະມີຄວາມຄິດເຫັນທີ່ແຕກຕ່າງກັນຫຼາຍສໍ່າໃດ ຫຼື ພວກມັນຈະແຕກຕ່າງກັນຫຼາຍສໍ່າໃດ, ພວກມັນຄວນຖືກນໍາສະເໜີ ແລະ ມີການໂອ້ລົມທັງໝົດ. ແລ້ວຫຼັງຈາກທີ່ບັນລຸຄວາມເປັນເອກະສັນ, ຄວນມີການດຳເນີນການຕາມຫຼັກການ. ດ້ວຍວິທີນີ້, ທ່ານຈະບໍ່ພຽງແຕ່ສາມາດແກ້ໄຂບັນຫາ ແຕ່ທ່ານຍັງສາມາດປະຕິບັດຄວາມຈິງ ແລະ ປະຕິບັດໜ້າທີ່ຂອງເຈົ້າໄດ້ຢ່າງເໝາະສົມ. ເຈົ້າຍັງສາມາດບັນລຸການຮ່ວມມືຢ່າງສະໝານສັນໃນລະຫວ່າງຂະບວນການແກ້ໄຂບັນຫາ. ຖ້າຄົນທີ່ເຮັດໜ້າທີ່ຂອງພວກເຂົາລ້ວນແລ້ວແຕ່ຮັກຄວາມຈິງ, ແລ້ວມັນງ່າຍສຳລັບພວກເຂົາທີ່ຈະຍອມຮັບ ແລະ ເຊື່ອຟັງຄວາມຈິງ; ແຕ່ຖ້າພວກເຂົາອວດດີ ແລະ ຖືວ່າຕົນເອງຊອບທຳ, ແລ້ວມັນກໍບໍ່ງ່າຍສຳລັບພວກເຂົາທີ່ຈະຍອມຮັບຄວາມຈິງ, ແມ່ນແຕ່ເມື່ອຄົນໂອ້ລົມກ່ຽວກັບມັນ. ມີຄົນທີ່ບໍ່ເຂົ້າໃຈຄວາມຈິງ, ແຕ່ຕ້ອງການໃຫ້ຄົນອື່ນຮັບຟັງພວກເຂົາຢູ່ສະເໝີ. ຄົນແບບນີ້ພຽງແຕ່ລົບກວນຄົນອື່ນທີ່ກຳລັງເຮັດໜ້າທີ່ຂອງພວກເຂົາ. ນີ້ຄືຮາກເງົ້າຂອງບັນຫາ ແລະ ມັນຕ້ອງໄດ້ຮັບການແກ້ໄຂກ່ອນທີ່ຈະສາມາດປະຕິບັດໜ້າທີ່ຂອງຄົນໆໜຶ່ງຢ່າງຖືກຕ້ອງ. ໃນການເຮັດໜ້າທີ່ຂອງຄົນໆໜຶ່ງ, ຖ້າເຂົາອວດດີ ແລະ ຫົວແຂງຢູ່ສະເໝີ, ຕັດສິນໃຈດ້ວຍຕົວພວກເຂົາເອງຢູ່ສະເໝີ, ເຮັດທຸກສິ່ງຢ່າງເລິນເລີ້ ແລະ ຕາມທີ່ພວກເຂົາພໍໃຈ, ບໍ່ຮ່ວມມື ຫຼື ສົນທະນາສິ່ງຕ່າງໆກັບຄົນອື່ນ ແລະ ບໍ່ມີການສະແຫວງຫາຄວາມຈິງ, ນີ້ແມ່ນທ່າທີ່ຕໍ່ໜ້າທີ່ຂອງເຂົາປະເພດໃດ? ສາມາດປະຕິບັດໜ້າທີ່ຂອງເຂົາຢ່າງຖືກຕ້ອງດ້ວຍວິທີນີ້ບໍ? ຖ້າຄົນປະເພດນີ້ບໍ່ເຄີຍຍອມຮັບການຖືກລິຮານ ແລະ ການຖືກຈັດການຈັກເທື່ອ, ບໍ່ຍອມຮັບຄວາມຈິງເລີຍ ແລະ ຍັງສືບຕໍ່ເຮັດສິ່ງຕ່າງໆຕາມທາງຂອງພວກເຂົາເອງ, ເຮັດຢ່າງໃຈຮ້ອນ ແລະ ຕາມທີ່ພວກເຂົາພໍໃຈ, ບໍ່ມີການກັບໃຈ ຫຼື ການປ່ຽນແປງ, ແລ້ວມັນບໍ່ແມ່ນພຽງບັນຫາກ່ຽວກັບທ່າທີ່ ແຕ່ເປັນບັນຫາໃນຄວາມເປັນມະນຸດ ແລະ ລັກສະນະຂອງພວກເຂົາ. ນີ້ຄືຄົນທີ່ບໍ່ມີຄວາມເປັນມະນຸດ. ຄົນໃດໜຶ່ງທີ່ບໍ່ມີຄວາມເປັນມະນຸດຈະສາມາດປະຕິບັດໜ້າທີ່ຂອງພວກເຂົາຢ່າງຖືກຕ້ອງບໍ? ບໍ່ໄດ້ຢ່າງແນ່ນອນ. ໃນຂະນະທີ່ກຳລັງເຮັດໜ້າທີ່ຂອງພວກເຂົາ, ຖ້າຄົນໆໜຶ່ງເຮັດແມ່ນແຕ່ການກະທຳທີ່ເປັນການຝ່າຝືນທຸກປະເພດ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ແລ້ວພວກເຂົາກໍເປັນຄົນຊົ່ວຮ້າຍ. ຄົນແບບນັ້ນບໍ່ເໝາະສົມທີ່ຈະເຮັດໜ້າທີ່ຂອງພວກເຂົາ. ການປະຕິບັດໜ້າທີ່ຂອງພວກເຂົາສົ່ງຜົນໃຫ້ເກີດການລົບກວນ ແລະ ຄວາມເສຍຫາຍເທົ່ານັ້ນ ແລະ ພວກເຂົາເປັນໄພຫຼາຍກວ່າເປັນຜົນດີ, ສະນັ້ນພວກເຂົາຄວນຖິ້ມຕັດສິດຈາກການປະຕິບັດໜ້າທີ່ຂອງພວກເຂົາ ແລະ ເອົາອອກຈາກຄຣິສຕະຈັກ. ນັ້ນຄືເຫດຜົນທີ່ຄວາມສາມາດໃນການປະຕິບັດໜ້າທີ່ຂອງຄົນໆໜຶ່ງໄດ້ເປັນຢ່າງດີຈຶ່ງບໍ່ຂຶ້ນກັບຄວາມສາມາດຂອງຄົນໆນັ້ນພຽງຢ່າງດຽວ, ແຕ່ກ່ຽວກັບທ່າທີ່ຂອງພວກເຂົາຕໍ່ໜ້າທີ່ຂອງພວກເຂົາ, ລັກສະນະຂອງພວກເຂົາ, ຄວາມເປັນມະນຸດຂອງພວກເຂົາດີ ຫຼື ບໍ່ດີ ແລະ ພວກເຂົາສາມາດຍອມຮັບຄວາມຈິງໄດ້ ຫຼື ບໍ່ເປັນຫຼັກ. ສິ່ງເຫຼົ່ານີ້ຄືບັນຫາຕົ້ນຕໍ. ບໍ່ວ່າຫົວໃຈຂອງເຈົ້າຈະຢູ່ໃນໜ້າທີ່ຂອງເຈົ້າ ຫຼື ບໍ່, ເຈົ້າກຳລັງເຮັດສຸດຄວາມສາມາດຂອງເຈົ້າ ແລະ ເຮັດສຸດໃຈ ຫຼື ບໍ່, ເຈົ້າມີທ່າທີ່ທີ່ຈິງຈັງ ແລະ ມີສະຕິຕໍ່ການປະຕິບັດໜ້າທີ່ຂອງເຈົ້າ ຫຼື ບໍ່, ເຈົ້າກະຕືລືລົ້ນ ແລະ ເຮັດວຽກໜັກ ຫຼື ບໍ່: ສິ່ງເຫຼົ່ານີ້ຄືສິ່ງທີ່ພຣະເຈົ້າຫຼຽວເບິ່ງ ແລະ ພຣະເຈົ້າພິເຄາະທຸກຄົນ. ສາມາດປະຕິບັດໜ້າທີ່ຂອງຜູ້ຄົນໄດ້ຢ່າງຖືກຕ້ອງບໍ ຖ້າພວກເຂົາສ່ວນໃຫຍ່ບໍ່ມີຄວາມຮັບຜິດຊອບ ແລະ ບໍ່ມີຜູ້ໃດກະຕືລືລົ້ນ ແລະ ເຖິງແມ່ນຈະຮູ້ໃນຫົວໃຈຂອງພວກເຂົາວ່າແມ່ນຫຍັງຄືສິ່ງຖືກຕ້ອງທີ່ຕ້ອງເຮັດ, ພວກເຂົາບໍ່ໄດ້ດິ້ນຮົນຕາມຫາຫຼັກການ ແລະ ບໍ່ມີຜູ້ໃດຈິງຈັງກັບມັນ? ໃນສະຖານະການປະເພດນີ້, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຕິດຕາມ, ກວດກາ ແລະ ໃຫ້ການຊີ້ນໍາ ຫຼື ຊອກຫາຄົນຮັບຜິດຊອບເພື່ອເປັນຜູ້ນໍາກຸ່ມ ຫຼື ຄົນຄວບຄຸມ. ດ້ວຍວິທີນີ້, ຄົນສ່ວນໃຫຍ່ສາມາດຖືກກະຕຸ້ນໃຫ້ດຳເນີນການ ແລະ ສາມາດບັນລຸຜົນຮັບທີ່ດີເມື່ອພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ. ຖ້າປາກົດມີຄົນທີ່ລົບກວນ ແລະ ສ້າງຄວາມເສຍຫາຍ, ແລ້ວປ່ອຍໃຫ້ມີການເອົາພວກເຂົາອອກໂດຍກົງ, ເມື່ອມີການແກ້ໄຂບັນຫາຕົ້ນຕໍ ມັນກໍຈະງ່າຍສຳລັບຜູ້ຄົນທີ່ຈະມີປະສິດທິພາບໃນໜ້າທີ່ຂອງພວກເຂົາ. ບາງຄົນອາດມີຄວາມສາມາດເລັກນ້ອຍ, ແຕ່ບໍ່ມີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາອາດມີທັກສະວິຊາການ ຫຼື ຄວາມຮູ້ທາງວິຊາຊີບ, ແຕ່ບໍ່ສັ່ງສອນມັນໃຫ້ຄົນອື່ນ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງແກ້ໄຂບັນຫານີ້. ພວກເຂົາຄວນໂອ້ລົມກັບພວກເຂົາ ແລະ ໃຫ້ກຳລັງໃຈພວກເຂົາເພື່ອສັ່ງສອນທັກສະຂອງພວກເຂົາໃຫ້ຄົນອື່ນ, ເພື່ອວ່າຄົນອື່ນຈະຮຽນຮູ້ທັກສະໄດ້ໄວເທົ່າທີ່ເປັນໄປໄດ້ ແລະ ຊຳນານຄວາມຮູ້ທາງວິຊາຊີບ. ໃນຖານະທີ່ເປັນຄົນຮອບຮູ້ໃນຄວາມຮູ້ທາງວິຊາຊີບ, ເຈົ້າຕ້ອງບໍ່ວາງໂຕ ຫຼື ໂອ້ອວດຄຸນສົມບັດຂອງເຈົ້າ; ເຈົ້າຄວນສັ່ງສອນທັກສະ ແລະ ຄວາມຮູ້ຂອງເຈົ້າຢ່າງຫ້າວຫັນໃຫ້ຜູ້ຝຶກຫັດໃໝ່, ເພື່ອວ່າທຸກຄົນຈະສາມາດປະຕິບັດໜ້າທີ່ຂອງພວກເຂົາຮ່ວມກັນໄດ້ດີ. ມັນອາດເປັນວ່າເຈົ້າມີຄວາມຮູ້ທີ່ສຸດກ່ຽວກັບວິຊາຊີບຂອງເຈົ້າ ແລະ ນໍາໜ້າໃນເລື່ອງທັກສະ, ແຕ່ນີ້ຄືພອນສະຫວັນທີ່ພຣະເຈົ້າມອບໃຫ້ເຈົ້າ ແລະ ເຈົ້າຄວນໃຊ້ມັນເພື່ອປະຕິບັດໜ້າທີ່ຂອງເຈົ້າ ແລະ ໃຊ້ປະໂຫຍດຈາກຈຸດແຂງຂອງເຈົ້າ. ບໍ່ວ່າເຈົ້າຈະມີທັກສະ ຫຼື ມີພອນສະຫວັນສໍ່າໃດກໍຕາມ, ເຈົ້າບໍ່ສາມາດເຮັດວຽກໂດຍລຳພັງ; ໜ້າທີ່ແມ່ນປະຕິບັດໄດ້ມີປະສິດທິພາບຫຼາຍຂຶ້ນ ຖ້າທຸກຄົນສາມາດກຳແໜ້ນທັກສະ ແລະ ຄວາມຮູ້ໃນວິຊາຊີບ. ດັ່ງຄຳເວົ້າທີ່ວ່າຮົ້ວຈຳເປັນຕ້ອງມີເສົາສາມຕົ້ນ. ບໍ່ວ່າບຸກຄົນໜຶ່ງຈະມີຄວາມສາມາດສໍ່າໃດກໍຕາມ, ຖ້າບໍ່ມີການຊ່ວຍເຫຼືອຈາກຄົນອື່ນ ມັນກໍບໍ່ພຽງພໍ. ສະນັ້ນ, ບໍ່ມີຜູ້ໃດຄວນອວດດີ ແລະ ບໍ່ມີຜູ້ໃດຄວນປາດຖະໜາທີ່ຈະເຮັດ ຫຼື ຕັດສິນໃຈດ້ວຍພວກເຂົາເອງ. ຜູ້ຄົນຄວນປະຖິ້ມເນື້ອໜັງ, ເລືອກທີ່ຈະບໍ່ສົນໃຈແນວຄິດ ແລະ ຄວາມຄິດເຫັນຂອງພວກເຂົາເອງ ແລະ ເຮັດວຽກຢ່າງສະໝານສັນກັບຄົນອື່ນທຸກຄົນ. ຜູ້ໃດກໍຕາມທີ່ມີຄວາມຮູ້ທາງວິຊາຊີບຄວນຊ່ວຍເຫຼືອຄົນອື່ນດ້ວຍຄວາມຮັກ, ເພື່ອວ່າພວກເຂົາອາດຊຳນານທັກສະ ແລະ ຄວາມຮູ້ເຫຼົ່ານີ້ອີກດ້ວຍ. ສິ່ງນີ້ຈະເປັນປະໂຫຍດຕໍ່ການປະຕິບັດໜ້າທີ່. ຖ້າເບິ່ງ ແລະ ປະຕິບັດຕໍ່ການມີທັກສະຄືກັບວ່າເປັນປີ້ແລກອາຫານຢູ່ສະເໝີ ແລະ ເຈົ້າຢ້ານວ່າການສັ່ງສອນມັນໃຫ້ຄົນອື່ນຈະເຮັດໃຫ້ເຈົ້າອຶດຢາກເອງ, ນີ້ຄືມຸມມອງຂອງຜູ້ບໍ່ເຊື່ອ. ມັນເປັນການປະຕິບັດທີ່ເຫັນແກ່ຕົວ ແລະ ໜ້າດູຖູກ ແລະ ຈະບໍ່ບິນເຂົ້າໄປໃນເຮືອນຂອງພຣະເຈົ້າ. ຖ້າເຈົ້າບໍ່ສາມາດຍອມຮັບຄວາມຈິງໄດ້ຈັກເທື່ອ ແລະ ບໍ່ເຕັມໃຈທີ່ຈະປະຕິບັດການບໍລິການຈັກເທື່ອ, ແລ້ວເຈົ້າພຽງແຕ່ຈະຖືກໂຍນຖິ້ມ. ຖ້າເຈົ້າໃສ່ໃຈກັບຄວາມປະສົງຂອງພຣະເຈົ້າ ແລະ ເຕັມໃຈທີ່ຈະໄວ້ວາງໃຈວຽກງານໃນເຮືອນຂອງພຣະອົງ, ເຈົ້າຄວນມອບຈຸດແຂງ ແລະ ທັກສະທັງໝົດຂອງເຈົ້າ, ເພື່ອວ່າຄົນອື່ນອາດຮຽນຮູ້ ແລະ ກຳແໜ້ນພວກເຂົາ ແລະ ປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີຂຶ້ນ. ນີ້ຄືສິ່ງທີ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ; ມີພຽງແຕ່ຄົນແບບນັ້ນຈຶ່ງມີຄວາມເປັນມະນຸດ ແລະ ພວກເຂົາເປັນທີ່ຮັກ ແລະ ໄດ້ຮັບພອນໂດຍພຣະເຈົ້າ.

ຄົນໆໜຶ່ງຕ້ອງເຮັດຫຍັງເພື່ອປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ? ເຂົາຕ້ອງເລີ່ມປະຕິບັດມັນດ້ວຍໝົດຫົວໃຈຂອງພວກເຂົາ ແລະ ໝົດກຳລັງຂອງພວກເຂົາ. ການໃຊ້ຫົວໃຈ ແລະ ກຳລັງທັງໝົດຂອງຄົນໆໜຶ່ງໝາຍເຖິງການຮັກສາຄວາມຄິດທັງໝົດຂອງເຂົາໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ບໍ່ປ່ອຍໃຫ້ຄົນອື່ນຄອບງໍາພວກເຂົາ ແລະ ຈາກນັ້ນກໍໃຊ້ກຳລັງທີ່ເຂົາມີ, ພະຍາຍາມໃຊ້ອຳນາດທັງໝົດຂອງເຂົາຢ່າງໜັກ ແລະ ນໍາເອົາຄວາມສາມາດຂອງເຂົາ, ພອນສະຫວັນ, ຈຸດແຂງ ແລະ ສິ່ງຕ່າງໆທີ່ພວກເຂົາເຂົ້າໃຈເຂົ້າໃສ່ໜ້າວຽກ. ຖ້າເຈົ້າມີຄວາມສາມາດທີ່ຈະຢັ່ງເຖິງ ແລະ ເຂົ້າໃຈ ແລະ ມີແນວຄິດທີ່ດີ, ເຈົ້າຕ້ອງສື່ສານກັບຄົນອື່ນກ່ຽວກັບສິ່ງນັ້ນ. ນີ້ຄືຄວາມໝາຍຂອງການຮ່ວມມືຢ່າງສະໝານສັນ. ນີ້ຄືວິທີການທີ່ເຈົ້າຈະປະຕິບັດໜ້າທີ່ຂອງເຈົ້າໄດ້ດີ, ວິທີການທີ່ເຈົ້າຈະບັນລຸຜົນການປະຕິບັດໜ້າທີ່ຂອງເຈົ້າຢ່າງເປັນທີ່ພໍໃຈ. ຖ້າເຈົ້າປາດຖະໜາທີ່ຈະຮັບເອົາທຸກສິ່ງດ້ວຍຕົວເຈົ້າເອງຢູ່ສະເໝີ, ຖ້າເຈົ້າຕ້ອງການເຮັດສິ່ງທີ່ຍິ່ງໃຫຍ່ໂດຍລຳພັງຢູ່ສະເໝີ, ຖ້າເຈົ້າຕ້ອງການໃຫ້ຈຸດສົນໃຈມາຢູ່ທີ່ເຈົ້າ ແລະ ບໍ່ມີຄົນອື່ນຢູ່ສະເໝີ, ເຈົ້າກຳລັງປະຕິບັດໜ້າທີ່ຂອງເຈົ້າບໍ? ສິ່ງທີ່ເຈົ້າກຳລັງເຮັດແມ່ນເອີ້ນວ່າອັດຕະທິປະໄຕ; ມັນຄືການສະແດງ. ມັນຄືພຶດຕິກຳທີ່ຊົ່ວຮ້າຍ, ບໍ່ແມ່ນການປະຕິບັດໜ້າທີ່. ບໍ່ວ່າຈຸດແຈງ, ພອນສະຫວັນ ຫຼື ຄວາມສາມາດພິເສດຂອງພວກເຂົາຈະເປັນຫຍັງກໍຕາມ, ບໍ່ມີຜູ້ໃດສາມາດຮັບເອົາວຽກງານທັງໝົດດ້ວຍພວກເຂົາເອງ; ພວກເຂົາຕ້ອງຮຽນຮູ້ທີ່ຈະຮ່ວມມືຢ່າງສະໝານສັນ ຖ້າພວກເຂົາຕ້ອງເຮັດວຽກງານຂອງຄຣິສຕະຈັກໃຫ້ດີ. ນັ້ນຄືວ່າເປັນຫຍັງການຮ່ວມມືຢ່າງສະໝານສັນຄືຫຼັກການແຫ່ງການປະຕິບັດໃນການປະຕິບັດໜ້າທີ່ຂອງຄົນໆໜຶ່ງ. ຕາບໃດທີ່ເຈົ້າໃຊ້ຫົວໃຈທັງໝົດຂອງເຈົ້າ ແລະ ກຳລັງທັງໝົດຂອງເຈົ້າ ແລະ ຄວາມຊື່ສັດທັງໝົດຂອງເຈົ້າ ແລະ ມອບທຸກສິ່ງທີ່ເຈົ້າສາມາດເຮັດໄດ້, ເຈົ້າກໍກຳລັງປະຕິບັດໜ້າທີ່ຂອງເຈົ້າໄດ້ດີ. ຖ້າເຈົ້າມີຄວາມຄິດ ຫຼື ແນວຄິດ, ໃຫ້ບອກມັນກັບຄົນອື່ນ; ຢ່າຫັກຫ້າມມັນໄວ້ ຫຼື ເກັບມັນເຊື່ອງໄວ້, ຖ້າເຈົ້າມີຂໍ້ສະເໜີ, ໃຫ້ສະເໜີພວກມັນ; ແນວຄິດຂອງຜູ້ໃດກໍຕາມທີ່ສອດຄ່ອງກັບຄວາມຈິງແມ່ນຕ້ອງຖືກຍອມຮັບ ແລະ ເຊື່ອຟັງ. ໃຫ້ເຮັດສິ່ງນີ້ ແລະ ເຈົ້າຈະບັນລຸການຮ່ວມມືຢ່າງສະໝານສັນ. ນີ້ຄືຄວາມໝາຍຂອງການປະຕິບັດໜ້າທີ່ຂອງຄົນໆໜຶ່ງຢ່າງຊື່ສັດ. ໃນການປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າຕ້ອງບໍ່ຮັບເອົາທຸກສິ່ງມາຢູ່ກັບຕົນເອງ ຫຼື ເຈົ້າຕ້ອງບໍ່ເຮັດວຽກເອງຈົນຕາຍ ຫຼື ເປັນ “ດອກໄມ້ດອກດຽວທີ່ເບັ່ງບານ” ຫຼື ຜູ້ເປັນອິດສະຫຼະ; ໃນທາງກົງກັນຂ້າມ, ເຈົ້າຕ້ອງຮຽນຮູ້ວິທີການຮ່ວມມືກັບຄົນອື່ນຢ່າງສະໝານສັນ ແລະ ເຮັດທຸກສິ່ງທີ່ເຈົ້າສາມາດເຮັດໄດ້, ປະຕິບັດຄວາມຮັບຜິດຊອບຂອງເຈົ້າ, ພະຍາຍາມເຮັດສຸດກຳລັງຂອງເຈົ້າ. ນີ້ຄືຄວາມໝາຍຂອງການປະຕິບັດໜ້າທີ່ຂອງເຈົ້າ. ການປະຕິບັດໜ້າທີ່ຂອງເຈົ້າຄືການແກວ່ງອຳນາດ ແລະ ແສງສະຫວ່າງທັງໝົດທີ່ເຈົ້າມີເພື່ອບັນລຸຜົນຮັບ. ນັ້ນຄືສິ່ງທີ່ພຽງພໍ. ຢ່າພະຍາຍາມໂອ້ອວດຢູ່ສະເໝີ, ເວົ້າສິ່ງທີ່ໃຫຍ່ໂຕ, ເຮັດສິ່ງຕ່າງໆດ້ວຍຕົວເຈົ້າເອງ. ເຈົ້າຄວນຮຽນຮູ້ວິທີການເຮັດວຽກກັບຄົນອື່ນ ແລະ ເຈົ້າຄວນໃຫ້ຄວາມສຳຄັນກັບການຮັບຟັງຂໍ້ສະເໜີຂອງຄົນອື່ນ ແລະ ຄົ້ນຫາຈຸດແຂງຂອງພວກເຂົາຢູ່ສະເໝີ. ດ້ວຍວິທີນີ້, ການຮ່ວມມືຢ່າງສະໝານສັນກາຍເປັນເລື່ອງງ່າຍ. ຖ້າເຈົ້າພະຍາຍາມໂອ້ອວດ ແລະ ເຮັດແຕ່ສິ່ງທີ່ເຈົ້າເວົ້າເທົ່ານັ້ນ, ເຈົ້າບໍ່ໄດ້ຮ່ວມມືຢ່າງສະໝານສັນ. ເຈົ້າກຳລັງເຮັດຫຍັງ? ເຈົ້າກຳລັງສ້າງການລົບກວນ ແລະ ທຳລາຍຄົນອື່ນ. ການສ້າງການລົບກວນ ແລະ ການທຳລາຍຄົນອື່ນຄືການຫຼິ້ນບົດບາດຂອງຊາຕານ; ມັນບໍ່ແມ່ນການປະຕິບັດໜ້າທີ່. ຖ້າເຈົ້າເຮັດສິ່ງຕ່າງໆທີ່ສ້າງການລົບກວນ ແລະ ທຳລາຍຄົນອື່ນຢູ່ສະເໝີ, ແລ້ວບໍ່ວ່າເຈົ້າຈະເສຍສະຫຼະຄວາມພະຍາຍາມ ຫຼື ເຈົ້າຈະໃສ່ໃຈຫຼາຍສໍ່າໃດ, ພຣະເຈົ້າຈະບໍ່ຈົດຈໍາ. ເຈົ້າອາດມີຈຸດແຂງໜ້ອຍໜຶ່ງ ແຕ່ຖ້າເຈົ້າສາມາດເຮັດວຽກກັບຄົນອື່ນໄດ້ ແລະ ສາມາດຍອມຮັບຂໍ້ສະເໜີທີ່ເໝາະສົມ ແລະ ຖ້າເຈົ້າມີແຮງຈູງໃຈທີ່ຖືກຕ້ອງ ແລະ ສາມາດປົກປ້ອງວຽກງານໃນເຮືອນຂອງພຣະເຈົ້າ, ແລ້ວເຈົ້າກໍເປັນຄົນທີ່ເໝາະສົມ. ບາງຄັ້ງດ້ວຍປະໂຫຍກດຽວ, ເຈົ້າສາມາດແກ້ໄຂບັນຫາ ແລະ ເປັນປະໂຫຍດຕໍ່ທຸກຄົນ; ບາງຄັ້ງຫຼັງຈາກທີ່ເຈົ້າໂອ້ລົມກ່ຽວກັບປະໂຫຍກດຽວກ່ຽວກັບຄວາມຈິງ, ທຸກຄົນມີເສັ້ນທາງໃຫ້ປະຕິບັດ ແລະ ສາມາດເຮັດວຽກຢ່າງສະໝານສັນຮ່ວມກັນ ແລະ ທຸກຄົນດິ້ນຮົນໄປຫາເປົ້າໝາຍຮ່ວມກັນ ແລະ ແບ່ງປັນມຸມມອງ ແລະ ຄວາມຄິດເຫັນດຽວກັນ ແລະ ສະນັ້ນວຽກງານຈຶ່ງມີປະສິດທິພາບເປັນຢ່າງຍິ່ງ. ເຖິງແມ່ນວ່າບໍ່ມີຜູ້ໃດອາດຈື່ໄດ້ວ່າເຈົ້າຫຼິ້ນບົດບາດນີ້ ແລະ ເຈົ້າອາດບໍ່ຮູ້ສຶກຄືກັບວ່າເຈົ້າມີຄວາມພະຍາຍາມຫຼາຍ, ພຣະເຈົ້າຈະເຫັນວ່າເຈົ້າເປັນຄົນທີ່ປະຕິບັດຄວາມຈິງ, ເປັນຄົນທີ່ເຮັດຕາມຫຼັກການ. ພຣະເຈົ້າຈະຈົດຈໍາວ່າເຈົ້າເຄີຍເຮັດເຊັ່ນນັ້ນ. ສິ່ງນີ້ແມ່ນເອີ້ນວ່າການປະຕິບັດໜ້າທີ່ຂອງເຈົ້າຢ່າງຊື່ສັດ. ບໍ່ວ່າເຈົ້າຈະພົບກັບຄວາມຫຍຸ້ງຍາກແນວໃດກໍຕາມໃນການປະຕິບັດໜ້າທີ່ຂອງເຈົ້າ, ໃນຄວາມເປັນຈິງແລ້ວ ພວກມັນລ້ວນແລ້ວແຕ່ສາມາດໄດ້ຮັບການແກ້ໄຂຢ່າງງ່າຍດາຍ. ຕາບໃດທີ່ເຈົ້າເປັນຄົນຊື່ສັດທີ່ມີຫົວໃຈໂນ້ມອຽງຫາພຣະເຈົ້າ ແລະ ສາມາດສະແຫວງຫາຄວາມຈິງ, ແລ້ວບໍ່ມີບັນຫາທີ່ບໍ່ສາມາດໄດ້ຮັບການແກ້ໄຂໄດ້. ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ, ແລ້ວເຈົ້າກໍຕ້ອງຮຽນຮູ້ທີ່ຈະເຊື່ອຟັງ. ຖ້າມີຄົນໃດໜຶ່ງທີ່ເຂົ້າໃຈຄວາມຈິງ ຫຼື ເວົ້າຕາມຄວາມຈິງ, ແລ້ວເຈົ້າຕ້ອງຍອມຮັບມັນ ແລະ ເຊື່ອຟັງ. ເຈົ້າບໍ່ຄວນເຮັດສິ່ງຕ່າງໆທີ່ລົບກວນ ຫຼື ທຳລາຍ ບໍ່ວ່າຈະດ້ວຍວິທີການໃດກໍຕາມ ແລະ ບໍ່ດຳເນີນການ ຫຼື ຕັດສິນໃຈດ້ວຍຕົວເຈົ້າເອງ. ດ້ວຍວິທີນີ້, ເຈົ້າຈະບໍ່ເຮັດສິ່ງຊົ່ວຮ້າຍ. ເຈົ້າຕ້ອງຈື່ວ່າ: ການປະຕິບັດໜ້າທີ່ຂອງເຈົ້າບໍ່ແມ່ນເລື່ອງການໃຊ້ຄວາມພະຍາຍາມຂອງເຈົ້າເອງ ຫຼື ການຄຸ້ມຄອງຂອງເຈົ້າເອງ. ນີ້ບໍ່ແມ່ນວຽກງານສ່ວນຕົວຂອງເຈົ້າ, ມັນເປັນວຽກງານຂອງຄຣິສຕະຈັກ ແລະ ເຈົ້າພຽງແຕ່ປະກອບສ່ວນຈຸດແຂງທີ່ເຈົ້າມີ. ສິ່ງທີ່ເຈົ້າເຮັດໃນພາລະກິດການຄຸ້ມຄອງຂອງພຣະເຈົ້າເປັນພຽງສ່ວນນ້ອຍໆໃນການຮ່ວມມືຂອງມະນຸດ. ການຮ່ວມມືຂອງເຈົ້າເປັນພຽງແຕ່ບົດບາດເລັກນ້ອຍໃນບາງມຸມ. ນັ້ນຄືຄວາມຮັບຜິດຊອບທີ່ເຈົ້າແບກຮັບ. ໃນຫົວໃຈຂອງເຈົ້າ, ເຈົ້າຄວນມີຄວາມສຳນຶກນີ້. ແລ້ວດ້ວຍເຫດນັ້ນ ບໍ່ວ່າຈະມີເທົ່າໃດຄົນປະຕິບັດໜ້າທີ່ຂອງພວກເຂົາຮ່ວມກັນ ຫຼື ບໍ່ວ່າພວກເຂົາຈະພົບກັບຄວາມຫຍຸ້ງຍາກຫຍັງກໍຕາມ, ສິ່ງທຳອິດທີ່ທຸກຄົນຄວນເຮັດກໍຄືການອະທິຖານຫາພຣະເຈົ້າ ແລະ ການໂອ້ລົມຮ່ວມກັນ, ການສະແຫວງຫາຄວາມຈິງ ແລະ ຈາກນັ້ນກໍກຳນົດຫຼັກການແຫ່ງການປະຕິບັດ. ເມື່ອພວກເຂົາປະຕິບັດໜ້າທີ່ຂອງພວກເຂົາໃນລັກສະນະນີ້, ພວກເຂົາຈະມີເສັ້ນທາງສູ່ການປະຕິບັດ. ບາງຄົນພະຍາຍາມໂອ້ອວດຢູ່ສະເໝີ ແລະ ເມື່ອໄດ້ຮັບຄວາມຮັບຜິດຊອບສຳລັບວຽກງານ, ພວກເຂົາກໍຕ້ອງການມີສິດຕັດສິນໃຈຢູ່ສະເໝີ. ນີ້ແມ່ນພຶດຕິກຳປະເພດໃດ? ນີ້ຄືການເປັນກົດໝາຍໃຫ້ກັບຕົນເອງ. ພວກເຂົາວາງແຜນສິ່ງທີ່ພວກເຂົາເຮັດດ້ວຍຕົນເອງ, ໂດຍບໍ່ແຈ້ງໃຫ້ຄົນອື່ນຮັບຊາບ ແລະ ບໍ່ສົນທະນາຄວາມຄິດເຫັນຂອງພວກເຂົາກັບຄົນອື່ນ; ພວກເຂົາບໍ່ໄດ້ແບ່ງປັນພວກມັນກັບຄົນໃດກໍຕາມ ຫຼື ເປີດໃຈກ່ຽວກັບພວກມັນແຕ່ເກັບພວກມັນເຊື່ອງໄວ້ໃນຫົວໃຈຂອງພວກເຂົາ. ເມື່ອຮອດເວລາທີ່ຕ້ອງປະຕິບັດ, ພວກເຂົາກໍຕ້ອງການເຮັດໃຫ້ຄົນອື່ນປະຫຼາດໃຈດ້ວຍຄວາມສຳເລັດທີ່ງົດງາມຂອງພວກເຂົາ, ໃຫ້ພວກເຂົາງຶດງໍ້ໃຈຄັ້ງໃຫຍ່, ເພື່ອວ່າຄົນອື່ນຈະເຄົາລົບພວກເຂົາເປັນຢ່າງສູງ. ນັ້ນຄືການປະຕິບັດໜ້າທີ່ຂອງພວກເຂົາບໍ? ພວກເຂົາກຳລັງໂອ້ອວດ; ແລະ ເມື່ອພວກເຂົາມີສະຖານະ ແລະ ຊື່ສຽງ, ພວກເຂົາຈະເລີ່ມດຳເນີນການຂອງພວກເຂົາເອງ. ຄົນແບບນັ້ນບໍ່ມີຄວາມທະເຍີທະຍານທີ່ບ້າປ່ວງບໍ? ເປັນຫຍັງເຈົ້າຈຶ່ງຈະບໍ່ບອກທຸກຄົນກ່ຽວກັບສິ່ງທີ່ເຈົ້າກຳລັງເຮັດ? ເມື່ອວຽກງານນີ້ບໍ່ແມ່ນຂອງເຈົ້າພຽງລຳພັງ, ເປັນຫຍັງເຈົ້າຈຶ່ງດຳເນີນການໂດຍບໍ່ສົນທະນາມັນກັບຄົນອື່ນ ແລະ ຕັດສິນໃຈດ້ວຍຕົວເຈົ້າເອງ? ເປັນຫຍັງເຈົ້າຈຶ່ງເຮັດຢ່າງລັບໆ, ດຳເນີນການໃນກ່ອງດຳ, ເພື່ອບໍ່ໃຫ້ຜູ້ໃດຮູ້ກ່ຽວກັບສິ່ງນັ້ນ? ເປັນຫຍັງເຈົ້າຈຶ່ງພະຍາຍາມເຮັດໃຫ້ຄົນອື່ນເອົາໃຈໃສ່ກັບເຈົ້າໂດຍລຳພັງຢູ່ສະເໝີ? ເຫັນໄດ້ຢ່າງຊັດເຈນວ່າເຈົ້າເບິ່ງວຽກງານນີ້ເປັນວຽກງານສ່ວນຕົວຂອງເຈົ້າເອງ. ເຈົ້າເປັນຫົວໜ້າ ແລະ ທຸກຄົນກໍເປັນຜູ້ເຮັດວຽກ, ພວກເຂົາທຸກຄົນເຮັດວຽກສຳລັບເຈົ້າ. ເມື່ອເຈົ້າມີຊຸດຄວາມຄິດນີ້ຢູ່ສະເໝີ, ນີ້ບໍ່ແມ່ນບັນຫາບໍ? ຄົນປະເພດນີ້ບໍ່ໄດ້ເປີດເຜີຍອຸປະນິໄສຂອງຊາຕານແທ້ໆບໍ? ເມື່ອຄົນແບບນີ້ປະຕິບັດໜ້າທີ່, ບໍ່ໄວກໍຊ້າພວກເຂົາຈະຖືກໂຍນຖິ້ມ.

ມັນເປັນສິ່ງຈຳເປັນທີ່ຈະຮຽນຮູ້ວິທີການຮັບມືກັບມັນ ເມື່ອຜູ້ຄົນມີບັນຫາໃນການຮ່ວມມືກັບຄົນອື່ນໃນລະຫວ່າງໜ້າທີ່ຂອງພວກເຂົາ. ແມ່ນຫຍັງຄືຫຼັກການສຳລັບການຮັບມືກັບພວກມັນ? ຄວນບັນລຸຜົນຫຍັງ? ຮຽນຮູ້ທີ່ຈະເຮັດວຽກຢ່າງສະໝານສັນກັບທຸກຄົນ ແລະ ມີປະຕິສຳພັນກັບຄົນອື່ນໂດຍຄວາມຈິງ, ພຣະທຳຂອງພຣະເຈົ້າ ແລະ ຫຼັກການ, ບໍ່ແມ່ນອາລົມ ຫຼື ຄວາມຄຶກຄະນອງ. ໃນລັກສະນະນີ້, ຄວາມຈິງຈະບໍ່ປົກຄອງໃນຄຣິສຕະຈັກບໍ? ຕາບໃດທີ່ຄວາມຈິງປົກຄອງ, ສິ່ງຕ່າງໆຈະບໍ່ຖືກຮັບມືໃນລັກສະນະທີ່ເປັນທຳ ແລະ ສົມເຫດສົມຜົນບໍ? ພວກເຈົ້າບໍ່ຄິດວ່າການປະສານງານຢ່າງສະໝານສັນເປັນປະໂຫຍດສຳລັບທຸກຄົນບໍ? (ແມ່ນແລ້ວ.) ການເຮັດສິ່ງຕ່າງໆດ້ວຍວິທີນີ້ເປັນປະໂຫຍດສຳລັບພວກເຈົ້າຫຼາຍ. ກ່ອນອື່ນໝົດ, ມັນເປັນການອົບຮົມສັ່ງສອນ ແລະ ມີຄຸນຄ່າສຳລັບພວກເຈົ້າໃນທາງທີ່ດີ ເມື່ອພວກເຈົ້າປະຕິບັດໜ້າທີ່ຂອງພວກເຈົ້າ. ນອກເໜືອຈາກນັ້ນ, ມັນປ້ອງກັນບໍ່ໃຫ້ເຈົ້າເຮັດຜິດ, ສ້າງການລົບກວນ ແລະ ການຂັດຂວາງ ແລະ ຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ. ພວກເຈົ້າຢ້ານທີ່ຈະຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດບໍ? (ແມ່ນ.) ຄວາມຢ້ານກົວມີປະໂຫຍດໃນຕົວມັນເອງບໍ? ບໍ່, ຄວາມຢ້ານກົວພຽງຢ່າງດຽວບໍ່ສາມາດແກ້ໄຂບັນຫາໄດ້. ມັນເປັນເລື່ອງປົກກະຕິທີ່ຈະຢ້ານໃນການຍ່າງຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ. ມັນສະແດງໃຫ້ເຫັນວ່າຄົນໆໜຶ່ງເປັນຜູ້ຮັກຄວາມຈິງ, ເປັນຄົນທີ່ເຕັມໃຈຈະດິ້ນຮົນໄປຫາຄວາມຈິງ ແລະ ເປັນຄົນທີ່ເຕັມໃຈຈະສະແຫວງຫາມັນ. ຖ້າເຈົ້າຢ້ານກົວຢູ່ໃນຫົວໃຈ, ແລ້ວເຈົ້າກໍຄວນສະແຫວງຫາຄວາມຈິງ ແລະ ຊອກຫາເສັ້ນທາງໃນການປະຕິບັດ. ເຈົ້າຕ້ອງເລີ່ມຕົ້ນໂດຍການຮຽນຮູ້ທີ່ຈະຮ່ວມມືກັບຄົນອື່ນດ້ວຍຄວາມປອງດອງ. ຖ້າມີບັນຫາ, ໃຫ້ແກ້ໄຂມັນດ້ວຍການໂອ້ລົມ ແລະ ການສົນທະນາ, ເພື່ອວ່າທຸກຄົນອາດຮູ້ຫຼັກການພ້ອມທັງເຫດການ ແລະ ໂຄງການທີ່ສະເພາະກ່ຽວກັບວິທີແກ້ໄຂບັນຫາ. ສິ່ງນີ້ບໍ່ໄດ້ຫ້າມບໍ່ໃຫ້ເຈົ້າຕັດສິນໃຈໂດຍລຳພັງບໍ? ນອກຈາກນັ້ນ, ຖ້າເຈົ້າມີຫົວໃຈທີ່ຢ້ານກົວພຣະເຈົ້າ ແລ້ວເຈົ້າກໍຈະສາມາດຮັບເອົາການພິເຄາະຂອງພຣະເຈົ້າໂດຍທຳມະຊາດ, ແຕ່ເຈົ້າຍັງຕ້ອງຮຽນຮູ້ທີ່ຈະຍອມຮັບການດູແລຕິດຕາມຈາກຄົນຖືກເລືອກຂອງພຣະເຈົ້າ, ເຊິ່ງຮຽກຮ້ອງໃຫ້ເຈົ້າມີຄວາມອົດກັ້ນ ແລະ ການຍອມຮັບ. ຖ້າເຈົ້າເຫັນຄົນໃດໜຶ່ງທີ່ກຳລັງດູແລຕິດຕາມເຈົ້າ, ກວດກາວຽກງານຂອງເຈົ້າ ຫຼື ກວດສອບເຈົ້າໂດຍທີ່ເຈົ້າບໍ່ຮູ້ຕົວ ແລະ ຖ້າເຈົ້າເລີ່ມຫົວຮ້ອນ, ປະຕິບັດຕໍ່ຄົນໆໜຶ່ງຄືກັບວ່າເປັນສັດຕູ ແລະ ດູຖູກພວກເຂົາ ແລະ ເຖິງກັບໂຈມຕີພວກເຂົາ ແລະ ຈັດການກັບພວກເຂົາຄືກັບວ່າເປັນຄົນທໍລະຍົດ, ປາດຖະໜາໃຫ້ພວກເຂົາຫາຍໄປ, ແລ້ວສິ່ງນີ້ກໍເປັນບັນຫາ. ມັນບໍ່ແມ່ນສິ່ງທີ່ຕໍ່າຊ້າທີ່ສຸດບໍ? ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງສິ່ງນີ້ ແລະ ກະສັດຂອງມານຮ້າຍ? ນີ້ຄືການປະຕິບັດຕໍ່ຜູ້ຄົນຢ່າງເປັນທຳບໍ? ຖ້າເຈົ້າຍ່າງໃນເສັ້ນທາງທີ່ຖືກຕ້ອງ ແລະ ເຮັດໃນວິທີທີ່ຖືກຕ້ອງ, ເຈົ້າມີຫຍັງໃຫ້ຢ້ານ ເມື່ອຜູ້ຄົນກວດສອບເຈົ້າ? ຖ້າເຈົ້າຢ້ານ, ມັນກໍສະແດງໃຫ້ເຫັນວ່າມີບາງຢ່າງທີ່ດັກຊຸ່ມໃນຫົວໃຈຂອງເຈົ້າ. ຖ້າເຈົ້າຮູ້ໃນຫົວໃຈຂອງເຈົ້າວ່າເຈົ້າມີບັນຫາ, ແລ້ວເຈົ້າກໍຄວນຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ. ນີ້ຄືສິ່ງທີ່ມີເຫດຜົນ. ຖ້າເຈົ້າຮູ້ວ່າເຈົ້າມີບັນຫາ, ແຕ່ເຈົ້າບໍ່ປ່ອຍໃຫ້ຄົນໃດດູແລຕິດຕາມເຈົ້າ, ກວດກາວຽກງານຂອງເຈົ້າ ຫຼື ສືບສວນບັນຫາຂອງເຈົ້າ, ແລ້ວເຈົ້າກໍບໍ່ມີເຫດຜົນຫຼາຍ, ເຈົ້າກຳລັງກະບົດ ແລະ ຕໍ່ຕ້ານພຣະເຈົ້າ ແລະ ໃນກໍລະນີນີ້ ບັນຫາຂອງເຈົ້າກໍຮ້າຍແຮງຫຼາຍຍິ່ງຂຶ້ນ. ຖ້າຄົນຖືກເລືອກຂອງພຣະເຈົ້າຢັ່ງຮູ້ວ່າເຈົ້າເປັນຜູ້ເຮັດການຊົ່ວ ຫຼື ຜູ້ບໍ່ເຊື່ອ, ແລ້ວຜົນຕາມມາກໍຈະເປັນບັນຫາຫຼາຍຍິ່ງຂຶ້ນ. ສະນັ້ນ, ຄົນທີ່ສາມາດຍອມຮັບການດູແລຕິດຕາມ, ການກວດສອບ ແລະ ການກວດກາຈາກຄົນອື່ນກໍເປັນສິ່ງທີ່ມີເຫດຜົນທີ່ສຸດໃນບັນດາສິ່ງທັງປວງ, ພວກເຂົາມີຄວາມອົດກັ້ນ ແລະ ຄວາມເປັນມະນຸດທີ່ປົກກະຕິ. ເມື່ອເຈົ້າຄົ້ນພົບວ່າເຈົ້າກຳລັງເຮັດບາງຢ່າງທີ່ຜິດ ຫຼື ສະແດງອອກເຖິງອຸປະນິໄສທີ່ເສື່ອມຊາມ, ຖ້າເຈົ້າສາມາດເປີດໃຈ ແລະ ສື່ສານກັບຄົນ, ສິ່ງນີ້ກໍຈະຊ່ວຍໃຫ້ຄົນທີ່ຢູ່ອ້ອມຂ້າງເຈົ້າໄດ້ຈັບຕາເບິ່ງເຈົ້າ. ມັນຈຳເປັນຢ່າງແນ່ນອນທີ່ຈະຍອມຮັບການດູແລຕິດຕາມ, ແຕ່ສິ່ງຫຼັກໆກໍຄືການອະທິຖານຫາພຣະເຈົ້າ ແລະ ການເພິ່ງພາພຣະອົງ, ເຮັດໃຫ້ຕົນເອງຢູ່ພາຍໃຕ້ການໄຕ່ຕອງຢູ່ສະເໝີ. ໂດຍສະເພາະເມື່ອເຈົ້າໄດ້ໄປໃນທາງທີ່ຜິດ ຫຼື ເຮັດບາງສິ່ງທີ່ຜິດ ຫຼື ເມື່ອເຈົ້າກຳລັງຈະເຮັດ ຫຼື ຕັດສິນໃຈບາງຢ່າງດ້ວຍຕົນເອງ ແລະ ຄົນທີ່ຢູ່ໃກ້ໆກ່າວເຖິງມັນ ແລະ ເຕືອນເຈົ້າ, ເຈົ້າຈຳເປັນຕ້ອງຍອມຮັບສິ່ງນັ້ນ ແລະ ຟ້າວໄຕ່ຕອງກ່ຽວກັບຕົນເອງ ແລະ ຍອມຮັບຂໍ້ຜິດພາດຂອງເຈົ້າ ແລະ ແກ້ໄຂມັນ. ສິ່ງນີ້ສາມາດປ້ອງກັນບໍ່ໃຫ້ເຈົ້າກ້າວຕີນສູ່ເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ. ຖ້າມີຄົນທີ່ຊ່ວຍເຫຼືອ ແລະ ເຕືອນເຈົ້າໃນລັກສະນະນີ້, ເຈົ້າຈະບໍ່ຖືກຮັກສາໄວ້ໂດຍທີ່ບໍ່ຮູ້ຕົວບໍ? ແມ່ນແລ້ວ, ນັ້ນຄືການຮັກສາເຈົ້າໄວ້. ສະນັ້ນ, ເຈົ້າບໍ່ຄວນປ້ອງກັນຕົນເອງຈາກອ້າຍເອື້ອຍນ້ອງຂອງເຈົ້າ ຫຼື ຄົນທີ່ຢູ່ອ້ອມຂ້າງເຈົ້າຢູ່ສະເໝີ. ຢ່າປິດບັງຕົນເອງ ແລະ ປົກປິດຕົນເອງຢູ່ສະເໝີ, ບໍ່ປ່ອຍໃຫ້ຄົນອື່ນເຂົ້າໃຈເຈົ້າ ຫຼື ເຫັນວ່າເຈົ້າເປັນໃຜ. ຖ້າຫົວໃຈຂອງເຈົ້າປ້ອງກັນໂຕມັນເອງຈາກຄົນອື່ນຢູ່ສະເໝີ, ມັນກໍຈະສົ່ງຜົນກະທົບຕໍ່ການທີ່ເຈົ້າຊອກຫາຄວາມຈິງ ແລະ ມັນຈະເປັນເລື່ອງງ່າຍທີ່ເຈົ້າຈະລົ້ມເຫຼວໃນພາລະກິດຂອງພຣະວິນຍານບໍລິສຸດ, ພ້ອມທັງຫຼາຍໂອກາດທີ່ຈະຖືກເຮັດໃຫ້ສົມບູນແບບ. ຖ້າເຈົ້າປ້ອງກັນຕົນເອງຈາກຄົນອື່ນຢູ່ສະເໝີ, ມັນຈະມີກຳແພງໃນຫົວໃຈຂອງເຈົ້າ ແລະ ເຈົ້າຈະບໍ່ສາມາດຮ່ວມມືກັບຜູ້ຄົນ. ມັນເປັນເລື່ອງງ່າຍທີ່ເຈົ້າຈະເຮັດສິ່ງທີ່ບໍ່ຖືກຕ້ອງ ແລະ ຍ່າງຕາມເສັ້ນທາງທີ່ບໍ່ຖືກຕ້ອງ ແລະ ເຈົ້າຈະຕົກຕະລຶງຈົນເວົ້າບໍ່ອອກເມື່ອເຈົ້າເຮັດຜິດ. ເຈົ້າຈະຄິດແນວໃດໃນເວລານັ້ນ? “ຖ້າຂ້ອຍຮູ້ຕົວ, ຂ້ອຍກໍຄົງຈະຮ່ວມມືກັບອ້າຍເອື້ອຍນ້ອງຂອງຂ້ອຍເພື່ອປະຕິບັດໜ້າທີ່ຂອງຂ້ອຍຕັ້ງແຕ່ຕອນເລີ່ມຕົ້ນແລ້ວ ແລະ ຈະບໍ່ມີບັນຫາໃດໆຢ່າງແນ່ນອນ. ແຕ່ເພາະຂ້ອຍຢ້ານຢູ່ສະເໝີວ່າຄົນອື່ນຈະເບິ່ງຂ້ອຍອອກ, ຂ້ອຍຈຶ່ງປ້ອງກັນຕົນເອງຈາກຄົນອື່ນ. ແຕ່ໃນທີ່ສຸດແລ້ວ ບໍ່ມີຜູ້ໃດຈະເຮັດຜິດ, ຂ້ອຍເປັນຜູ້ທີ່ເຮັດຜິດໃນຕອນທຳອິດ. ຊ່າງເປັນສິ່ງທີ່ອັບອາຍ ແລະ ໂງ່ຈ້າແທ້!” ຖ້າເຈົ້າສາມາດເອົາໃຈໃສ່ກັບການສະແຫວງຫາຄວາມຈິງ ແລະ ເປີດໃຈໃນການໂອ້ລົມກັບອ້າຍເອື້ອຍນ້ອງຂອງເຈົ້າ ເມື່ອເຈົ້າມີຄວາມຫຍຸ້ງຍາກ, ອ້າຍເອື້ອຍນ້ອງຂອງເຈົ້າກໍສາມາດຊ່ວຍເຫຼືອເຈົ້າ ແລະ ເຮັດໃຫ້ເຈົ້າສາມາດເຂົ້າໃຈເສັ້ນທາງທີ່ຖືກຕ້ອງໃນການປະຕິບັດ ແລະ ຫຼັກການໃນການປະຕິບັດ. ມັນສາມາດປ້ອງກັນເຈົ້າບໍ່ໃຫ້ຍ່າງໃນເສັ້ນທາງທີ່ບໍ່ຖືກຕ້ອງ ເມື່ອປະຕິບັດໜ້າທີ່ຂອງເຈົ້າ, ສະນັ້ນເຈົ້າຈະບໍ່ລົ້ມເຫຼວ ຫຼື ລົ້ມລົງ ຫຼື ຖືກພຣະເຈົ້າລັງກຽດ ແລະ ປະຕິເສດ ແລະ ໂຍນຖິ້ມ. ໃນທາງກົງກັນຂ້າມ, ເຈົ້າຈະໄດ້ຮັບການປົກປ້ອງ, ປະຕິບັດໜ້າທີ່ຂອງເຈົ້າຢ່າງເໝາະສົມ ແລະ ຮັບເອົນການເຫັນດີເຫັນພ້ອມຂອງພຣະເຈົ້າ. ຜົນປະໂຫຍດທີ່ຄົນໄດ້ຮັບຈາກການຮ່ວມມືຢ່າງກົມກຽມຊ່າງມີຢ່າງຫຼວງຫຼາຍແທ້!

ຄຳວ່າ “ການຮ່ວມມືຢ່າງກົມກຽມ” ແມ່ນເຂົ້າໃຈໄດ້ງ່າຍຕາມຕົວອັກສອນ, ແຕ່ພວກມັນຍາກທີ່ຈະນໍາໄປປະຕິບັດ. ມັນບໍ່ແມ່ນເລື່ອງງ່າຍທີ່ຈະດຳລົງຊີວິດຕາມດ້ານປະຕິບັດຂອງຄຳເວົ້າເຫຼົ່ານີ້. ເປັນຫຍັງມັນຈຶ່ງບໍ່ງ່າຍ? (ຄົນມີອຸປະນິໄສທີ່ເສື່ອມຊາມ.) ນັ້ນຄືສິ່ງທີ່ຖືກຕ້ອງ. ມະນຸດມີອຸປະນິໄສທີ່ເສື່ອມຊາມແຫ່ງຄວາມອວດດີ, ສິ່ງຊົ່ວຮ້າຍ, ຄວາມຫົວດື້ ແລະ ອື່ນໆອີກ ແລະ ສິ່ງເຫຼົ່ານີ້ຂັດຂວາງການທີ່ພວກເຂົາປະຕິບັດຄວາມຈິງ. ເມື່ອເຈົ້າຮ່ວມມືກັບຄົນອື່ນ, ເຈົ້າກໍເປີດເຜີຍອຸປະນິໄສທີ່ເສື່ອມຊາມທຸກຮູບແບບ. ຍົກຕົວຢ່າງ, ເຈົ້າຄິດວ່າ: “ເຈົ້າເຮັດໃຫ້ຂ້ອຍຮ່ວມມືກັບຄົນອື່ນ, ແຕ່ພວກເຂົາເໝາະສົມກັບການຮ່ວມມືນັ້ນບໍ? ຄົນຈະບໍ່ດູຖູກຂ້ອຍບໍ ຖ້າເຂົ້າຮ່ວມມືກັບຄົນທີ່ຂາດຄວາມສາມາດ?” ແລ້ວບາງຄັ້ງ ເຈົ້າອາດເຖິງກັບຄິດວ່າ “ຄົນນັ້ນໄຮ້ຄວາມຄິດຫຼາຍ ແລະ ພວກເຂົາບໍ່ເຂົ້າໃຈວ່າຂ້ອຍເວົ້າຫຍັງ!” ຫຼື “ສິ່ງທີ່ຂ້ອຍເວົ້າມີແມ່ນຄວາມຄິດ ແລະ ມີຄວາມເຂົ້າໃຈ. ຖ້າຂ້ອຍບອກພວກເຂົາ ແລະ ປ່ອຍໃຫ້ພວກເຂົາເຮັດມັນດ້ວຍຕົວພວກເຂົາເອງ, ຂ້ອຍຈະຍັງໂດດເດັ່ນບໍ? ຂໍ້ສະເໜີຂອງຂ້ອຍດີທີ່ສຸດ. ຖ້າຂ້ອຍພຽງແຕ່ເວົ້າມັນ ແລະ ປ່ອຍໃຫ້ພວກເຂົາດຳເນີນມັນ, ຜູ້ໃດຈະຮູ້ວ່າມັນເປັນການປະກອບສ່ວນຂອງຂ້ອຍ?” ຄວາມຄິດ ແລະ ຄວາມຄິດເຫັນນັ້ນ, ຄຳເວົ້າທີ່ໂຫດຫ້ຽມເຫຼົ່ານັ້ນແມ່ນໄດ້ຍິນ ແລະ ເຫັນໄດ້ທົ່ວໄປ. ຖ້າເຈົ້າມີຄວາມຄິດ ແລະ ຄວາມຄິດເຫຼົ່ານັ້ນ, ເຈົ້າຈະເຕັມໃຈຮ່ວມມືກັບຄົນອື່ນໄດ້ແນວໃດ? ເຈົ້າຈະສາມາດບັນລຸການຮ່ວມມືຢ່າງກົມກຽມບໍ? ມັນບໍ່ແມ່ນເລື່ອງງ່າຍ; ມີຄວາມທ້າທາຍລະດັບໜຶ່ງໃນສິ່ງນັ້ນ! ຄຳວ່າ “ການຮ່ວມມືຢ່າງກົມກຽມ” ແມ່ນເວົ້າໄດ້ງ່າຍ, ພຽງແຕ່ອ້າປາກຂອງເຈົ້າ ແລະ ພວກມັນຈະອອກມາໃນທັນທີ. ແຕ່ເມື່ອມັນຮອດເວລາປະຕິບັດພວກມັນ, ການຂັດຂວາງຢູ່ພາຍໃນຕົວເຈົ້າກໍປາກົດໃຫຍ່ຂຶ້ນ. ຄວາມຄິດຂອງເຈົ້າເປັນແບບນີ້ ແລະ ແບບນັ້ນ. ບາງຄັ້ງເມື່ອເຈົ້າອາລົມດີ, ເຈົ້າອາດສາມາດໂອ້ລົມກັບຄົນອື່ນໄດ້ໜ້ອຍໜຶ່ງ; ແຕ່ຖ້າອາລົມຂອງເຈົ້າບໍ່ດີ ແລະ ເຈົ້າຖືກຂັດຂວາງໂດຍອຸປະນິໄສທີ່ເສື່ອມຊາມ, ເຈົ້າຈະບໍ່ສາມາດປະຕິບັດມັນເລີຍ. ໃນຖານະທີ່ເປັນຜູ້ນໍາ, ບາງຄົນບໍ່ສາມາດຮ່ວມມືກັບຄົນໃດໄດ້. ພວກເຂົາດູຖູກຄົນອື່ນຢູ່ສະເໝີ, ເອົາໃຈຍາກກັບຄົນອື່ນຢູ່ສະເໝີ ແລະ ເມື່ອພວກເຂົາພົບເຫັນຂໍ້ບົກຜ່ອງຂອງຄົນອື່ນ, ພວກເຂົາກໍຕັດສິນ ແລະ ໂຈມຕີຄົນເຫຼົ່ານັ້ນ. ສິ່ງນີ້ເຮັດໃຫ້ຜູ້ນໍາເຫຼົ່ານັ້ນເປັນໝາກປົ່ມເນົ່າ ແລະ ພວກເຂົາໄດ້ຖືກປ່ຽນແທນ. ພວກເຂົາບໍ່ເຂົ້າໃຈຄວາມໝາຍຂອງຄຳວ່າ “ການຮ່ວມມືຢ່າງກົມກຽມ” ບໍ? ໃນຄວາມເປັນຈິງແລ້ວ, ພວກເຂົາເຂົ້າໃຈພວກມັນໄດ້ດີພໍສົມຄວນ ແຕ່ພຽງແຕ່ບໍ່ສາມາດນໍາພວກມັນໄປປະຕິບັດ. ເປັນຫຍັງພວກເຂົາຈຶ່ງບໍ່ສາມາດນໍາພວກມັນໄປປະຕິບັດ? ເພາະພວກເຂົາຊື່ນຊົມສະຖານະຫຼາຍເກີນໄປ ແລະ ອຸປະນິໄສຂອງພວກເຂົາກໍອວດດີຫຼາຍເກີນໄປ. ພວກເຂົາຕ້ອງການໂອ້ອວດ ແລະ ເມື່ອພວກເຂົາໄດ້ຮັບສະຖານະ ພວກເຂົາກໍບໍ່ປ່ອຍມັນໄປ, ຍ້ອນຢ້ານວ່າມັນຈະຕົກໄປສູ່ມືຂອງຄົນອື່ນ ແລະ ເຮັດໃຫ້ພວກເຂົາບໍ່ເຫຼືອອຳນາດທີ່ແທ້ຈິງ. ພວກເຂົາຢ້ານທີ່ຈະຖືກຄົນອື່ນປະຖິ້ມ ແລະ ບໍ່ເຄົາລົບເປັນຢ່າງສູງ, ຢ້ານວ່າຄຳເວົ້າຂອງພວກເຂົາຈະບໍ່ມີລິດອຳນາດ ຫຼື ສິດອຳນາດ. ນັ້ນຄືສິ່ງທີ່ພວກເຂົາຢ້ານ. ຄວາມອວດດີຂອງພວກເຂົາໄປໄກສໍ່າໃດ? ພວກເຂົາສູນເສຍຄວາມຮູ້ສຶກຂອງພວກເຂົາ ແລະ ດຳເນີນການໂດຍອຳເພີໃຈ ແລະ ຢ່າງຫຸນຫັນ. ແລ້ວຜົນຕາມມາຄືຫຍັງ? ພວກເຂົາບໍ່ພຽງແຕ່ປະຕິບັດໜ້າທີ່ຂອງພວກເຂົາໄດ້ບໍ່ດີ, ແຕ່ການກະທຳຂອງພວກເຂົາຍັງປະກອບເປັນການລົບກວນ ແລະ ການຂັດຂວາງ ແລະ ພວກເຂົາຖືກປ່ຽນຕຳແໜ່ງ ແລະ ປ່ຽນແທນ. ບອກເຮົາເບິ່ງວ່າ ມີບ່ອນໃດບໍທີ່ຄົນແບບນັ້ນທີ່ມີອຸປະນິໄສແບບນັ້ນຈະເໝາະສົມແກ່ການປະຕິບັດໜ້າທີ່? ເຮົາຢ້ານວ່າບໍ່ວ່າຈະວາງພວກເຂົາໄວ້ຢູ່ໃສກໍຕາມ, ພວກເຂົາຈະບໍ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງຖືກຕ້ອງ. ພວກເຂົາບໍ່ສາມາດຮ່ວມມືກັບຄົນອື່ນ, ດີ ແລ້ວສິ່ງນັ້ນໝາຍຄວາມວ່າພວກເຂົາສາມາດປະຕິບັດໜ້າທີ່ໄດ້ເປັນຢ່າງດີດ້ວຍຕົນເອງບໍ? ບໍ່ແມ່ນຢ່າງແນ່ນອນ. ຖ້າພວກເຂົາປະຕິບັດໜ້າທີ່ຂອງພວກເຂົາດ້ວຍຕົນເອງ, ພວກເຂົາຈະເຖິງກັບຝືນໃຈໜ້ອຍລົງ, ສາມາດດຳເນີນການໂດຍອຳເພີໃຈ ແລະ ຢ່າງຫຸນຫັນຫຼາຍຂຶ້ນ. ບໍ່ວ່າເຈົ້າຈະສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ດີ ຫຼື ບໍ່ນັ້ນ ບໍ່ແມ່ນເລື່ອງຄວາມຖະໜັດຂອງເຈົ້າ, ຄວາມຍິ່ງໃຫຍ່ໃນຄວາມສາມາດຂອງເຈົ້າ, ຄວາມເປັນມະນຸດຂອງເຈົ້າ, ຄວາມສາມາດຂອງເຈົ້າ ຫຼື ທັກສະຂອງເຈົ້າ; ມັນກ່ຽວກັບວ່າເຈົ້າເປັນຄົນທີ່ຍອມຮັບຄວາມຈິງ ຫຼື ບໍ່ ແລະ ເຈົ້າສາມາດນໍາຄວາມຈິງໄປປະຕິບັດ ຫຼື ບໍ່. ຖ້າເຈົ້າສາມາດນໍາຄວາມຈິງໄປປະຕິບັດ ແລະ ປະຕິບັດຕໍ່ຄົນອື່ນຢ່າງເປັນທຳ, ເຈົ້າກໍສາມາດບັນລຸການຮ່ວມມືຢ່າງກົມກຽວກັບຄົນອື່ນ. ສິ່ງສຳຄັນກໍຄືຄົນໆໜຶ່ງຈະສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ດີ ແລະ ບັນລຸການຮ່ວມມືຢ່າງກົມກຽວກັບຄົນອື່ນ ຫຼື ບໍ່, ຢູ່ທີ່ວ່າພວກເຂົາສາມາດຍອມຮັບ ແລະ ເຊື່ອຟັງຄວາມຈິງໄດ້ ຫຼື ບໍ່. ຄວາມສາມາດ, ຂອງປະທານ, ຄວາມຖະໜັດ, ອາຍຸ ແລະ ສິ່ງອື່ນໆຂອງຜູ້ຄົນບໍ່ແມ່ນສິ່ງຫຼັກໆ, ພວກມັນລ້ວນແລ້ວແຕ່ເປັນສິ່ງຮອງລົງມາ. ສິ່ງສຳຄັນທີ່ສຸດກໍຄືການພິຈາລະນາເບິ່ງວ່າຄົນໆໜຶ່ງຮັກຄວາມຈິງ ຫຼື ບໍ່ ແລະ ພວກເຂົາສາມາດປະຕິບັດຄວາມຈິງ ຫຼື ບໍ່. ຫຼັງຈາກທີ່ຮັບຟັງຄຳເທດສະໜາ, ຄົນທີ່ຮັກຄວາມຈິງ ແລະ ສາມາດປະຕິບັດຄວາມຈິງກໍຈະຍອມຮັບວ່າມັນຖືກຕ້ອງ. ໃນຊີວິດຈິງ, ເມື່ອພວກເຂົາພົບກັບຄົນ, ເຫດການ ແລະ ວັດຖຸຕ່າງໆ ພວກເຂົາກໍຈະຈັດຕັ້ງປະຕິບັດຄວາມຈິງເຫຼົ່ານີ້. ພວກເຂົາຈະນໍາຄວາມຈິງໄປປະຕິບັດ, ມັນຈະກາຍມາເປັນຄວາມເປັນຈິງຂອງພວກເຂົາເອງ ແລະ ເປັນສ່ວນໜຶ່ງໃນຊີວິດຂອງພວກເຂົາເອງ. ມັນຈະກາຍມາເປັນເກນ ແລະ ຫຼັກການທີ່ພວກເຂົາປະພຶດຕົນເອງ ແລະ ເຮັດສິ່ງຕ່າງໆ; ມັນຈະກາຍມາເປັນສິ່ງທີ່ພວກເຂົາດຳລົງຊີວິດຕາມ ແລະ ສະແດງອອກ. ເມື່ອຮັບຟັງຄຳເທດສະໜາ, ຄົນທີ່ບໍ່ຮັກຄວາມຈິງກໍຈະຍອມຮັບເຊັ່ນກັນວ່າມັນຖືກຕ້ອງ ແລະ ຄິດວ່າພວກເຂົາເຂົ້າໃຈມັນທັງໝົດ. ພວກເຂົາໄດ້ບັນທຶກຫຼັກຄຳສອນໃນຫົວໃຈຂອງພວກເຂົາ ແລະ ພວກເຂົາໃຊ້ຫຼັກການ ແລະ ເກນຫຍັງເພື່ອພິຈາລະນາສິ່ງໃດໜຶ່ງເມື່ອກຳລັງເຮັດມັນ? ພວກເຂົາພິຈາລະນາສິ່ງຕ່າງໆໂດຍອີງຕາມຜົນປະໂຫຍດຂອງພວກເຂົາຢູ່ສະເໝີ; ພວກເຂົາບໍ່ໄດ້ພິຈາລະນາສິ່ງຕ່າງໆໂດຍໃຊ້ຄວາມຈິງ. ພວກເຂົາຢ້ານວ່າການປະຕິບັດຄວາມຈິງຈະເຮັດໃຫ້ພວກເຂົາລົ້ມເຫຼວ ແລະ ຢ້ານທີ່ຈະຖືກຄົນອື່ນຕັດສິນ ແລະ ດູຖູກ, ຢ້ານທີ່ຈະເສຍໜ້າ. ພວກເຂົາພິຈາລະນາກັບໄປກັບມາ, ຈາກນັ້ນກໍຄິດໄດ້ໃນທີ່ສຸດວ່າ “ຂ້ອຍຈະພຽງແຕ່ປົກປ້ອງສະຖານະ, ຊື່ສຽງ ແລະ ຜົນປະໂຫຍດຂອງຂ້ອຍ, ນີ້ຄືສິ່ງຫຼັກໆ. ເມື່ອໄດ້ຮັບສິ່ງເຫຼົ່ານີ້, ຂ້ອຍກໍຈະພໍໃຈ. ຖ້າບໍ່ໄດ້ຮັບສິ່ງເຫຼົ່ານີ້, ຂ້ອຍກໍຈະບໍ່ມີຄວາມສຸກໃນການປະຕິບັດຄວາມຈິງ ແລະ ບໍ່ຄິດວ່າມັນເຮັດໃຫ້ມີຄວາມສຸກ”. ນີ້ແມ່ນຄົນທີ່ຮັກຄວາມຈິງບໍ? ບໍ່ແມ່ນຢ່າງແນ່ນອນ. ບາງຄົນຈິງຈັງຫຼາຍເມື່ອກຳລັງຮັບຟັງຄຳເທດສະໜາ ແລະ ເຖິງກັບຈົດບັນທຶກ. ທຸກຄັ້ງທີ່ພວກເຂົາໄດ້ຍິນຄຳເວົ້າຫຼັກ ຫຼື ວະລີທີ່ສຳຄັນ, ພວກເຂົາກໍບັນທຶກມັນໃສ່ໜັງສືບັນທຶກ, ແຕ່ບໍ່ໄດ້ໃຊ້ ແລະ ນໍາມັນໄປໃຊ້ຫຼັງຈາກນັ້ນ. ບໍ່ສາມາດເຫັນການປ່ຽນແປງຫຍັງທີ່ເປັນຈິງ ບໍ່ວ່າເວລາຈະຜ່ານໄປດົນສໍ່າໃດກໍຕາມ. ສິ່ງນີ້ເບິ່ງຄືກັບວ່າເປັນຄົນທີ່ຮັກຄວາມຈິງບໍ? ຄົນທີ່ຮັກ ແລະ ເຂົ້າໃຈຄວາມຈິງແມ່ນສາມາດນໍາມັນໄປປະຕິບັດ, ໃນຂະນະທີ່ຄົນທີ່ເຂົ້າໃຈແຕ່ບໍ່ຮັກຄວາມຈິງກໍບໍ່ນໍາມັນໄປປະຕິບັດ. ຕົວບົ່ງຊີ້ທີ່ຍິ່ງໃຫຍ່ທີ່ສຸດທີ່ວ່າຄົນໆໜຶ່ງຮັກຄວາມຈິງ ຫຼື ບໍ່ນັ້ນ ແມ່ນພວກເຂົາສາມາດນໍາມັນໄປປະຕິບັດໄດ້ ຫຼື ບໍ່. ພວກເຈົ້າຄິດວ່າຄົນທີ່ບໍ່ຮັກຄວາມຈິງຈະສາມາດແຍກສິ່ງທີ່ຖືກຕ້ອງຈາກສິ່ງທີ່ບໍ່ຖືກຕ້ອງບໍ? (ພວກເຂົາບໍ່ສາມາດເຮັດໄດ້.) ໃນຄວາມເປັນຈິງແລ້ວ, ພວກເຂົາສາມາດເຮັດໄດ້. ຕົວຢ່າງ: ຖ້າພວກເຂົາມີຄວາມກະລຸນາກັບຄົນໃດໜຶ່ງໃນອະດີດ, ແຕ່ຈາກນັ້ນຄົນນັ້ນກໍລ່ວງເກີນຜົນປະໂຫຍດຂອງພວກເຂົາ, ພວກເຂົາຈະເວົ້າວ່າ “ຄົນນັ້ນບໍ່ມີສາມັນສຳຄັນ. ຂ້ອຍຊ່ວຍພວກເຂົາໃນເມື່ອກ່ອນ ແລະ ຕອນນີ້ພວກເຂົາກໍປະຕິບັດກັບຂ້ອຍແບບນີ້!” ເຈົ້າເຫັນບໍ ພວກເຂົາເວົ້າກ່ຽວກັບຈິດສຳນຶກ ແຕ່ພວກເຂົາໃຊ້ມາດຕະຖານຫຍັງເພື່ອວັດແທກຈິດສຳນຶກຂອງຄົນໆໜຶ່ງ ຫຼື ມັນຖືກຕ້ອງ ແລະ ບໍ່ຖືກຕ້ອງ? ຜູ້ໃດກໍຕາມທີ່ເປັນປະໂຫຍດຕໍ່ພວກເຂົາ ແລະ ຄຳເວົ້າ ຫຼື ການກະທຳໃດກໍຕາມທີ່ເປັນປະໂຫຍດຕໍ່ພວກເຂົາ, ສິ່ງເຫຼົ່ານີ້ຄືສິ່ງທີ່ດີ ໃນຂະນະທີ່ແມ່ນຫຍັງກໍຕາມທີ່ບໍ່ເປັນປະໂຫຍດຕໍ່ພວກເຂົາຄືສິ່ງທີ່ບໍ່ດີ. ນີ້ຄືທັດສະນະຂອງພວກເຂົາເຫັນແກ່ຕົວສໍ່າໃດ. ພວກເຈົ້າຄິດວ່າຄົນປະເພດນີ້ຈະສາມາດຮັບເອົາຄວາມຈິງບໍ? (ບໍ່, ພວກເຂົາບໍ່ສາມາດຮັບໄດ້.) ເປັນຫຍັງຈຶ່ງບໍ່? (ພວກເຂົາບໍ່ສາມາດຮັບເອົາຄວາມຈິງ ເພາະການກະທຳຂອງພວກເຂົາບໍ່ມີຫຼັກການ ແລະ ພວກເຂົາປະຕິບັດຕາມຄວາມຈິງ. ໃນທາງກົງກັນຂ້າມ, ພວກເຂົາເຮັດຕາມຜົນປະໂຫຍດຂອງພວກເຂົາເອງ ແລະ ວາງອຸບາຍສຳລັບພວກເຂົາເອງໃນທຸກດ້ານ.) ຖືກຕ້ອງ. ພວກເຂົາບໍ່ສາມາດຮັບເອົາຄວາມຈິງ. ຄວາມຈິງແມ່ນກຽມໄວ້ສຳລັບຄົນປະເພດໃດ? ມັນກຽມໄວ້ສຳລັບຄົນທີ່ຮັກຄວາມຈິງ ແລະ ສາມາດປະຖິ້ມທຸກສິ່ງເພື່ອຄວາມຈິງ. ຄົນເຫຼົ່ານີ້ຄືຄົນທີ່ສາມາດຮັບເອົາຄວາມຈິງ ແລະ ຄວາມຈິງເປັນຂອງຜູ້ນັ້ນໃນທີ່ສຸດ ແລະ ມອບໃຫ້ແກ່ຄົນນັ້ນ. ມັນໝາຍຄວາມເຖິງຄວາມສາມາດໃນການນໍາຄວາມຈິງໄປປະຕິບັດ ແລະ ການດຳລົງຊີວິດຕາມຄວາມຈິງບໍ່ວ່າຫຍັງກໍຕາມ, ເຖິງແມ່ນວ່າມັນໝາຍເຖິງການເສຍສະຫຼະຜົນປະໂຫຍດສ່ວນຕົວຂອງຕົນເອງ ຫຼື ສິ່ງຕ່າງໆທີ່ຄົນໆໜຶ່ງຮັກທີ່ສຸດ ແລະ ຖວາຍພວກມັນທັງໝົດ. ໃນລັກສະນະນີ້ຈຶ່ງສາມາດຮັບເອົາຄວາມຈິງໄດ້.

ພວກເຈົ້າຄິດວ່າຄົນເຊີດຊູຫຍັງຫຼາຍທີ່ສຸດ? ມັນເປັນຊີວິດຂອງມະນຸດບໍ? (ແມ່ນແລ້ວ.) ໃນຄວາມເປັນຈິງແລ້ວ, ມັນບໍ່ແມ່ນ. ສົມມຸດວ່າເຈົ້າຖືກຂໍໃຫ້ວາງຊີວິດຂອງເຈົ້າໃຫ້ພຣະເຈົ້າ. ເຈົ້າສາມາດປະມັນຖິ້ມບໍ? ສົມມຸດວ່າເຈົ້າຖືກຂໍໃຫ້ຖວາຍຕົນເອງໃຫ້ພຣະເຈົ້າ ແລະ ຕາຍໃນທັນທີ, ເຈົ້າສາມາດເຮັດມັນໄດ້ບໍ? ມີບາງຄົນທີ່ສາມາດເຮັດສິ່ງນີ້ໄດ້. ສະນັ້ນ, ຊີວິດຈຶ່ງບໍ່ແມ່ນສິ່ງສຳຄັນທີ່ສຸດສຳລັບຄົນ, ຍ້ອນບາງຄົນກໍກຽມພ້ອມທີ່ຈະຖວາຍຕົນເອງໃຫ້ພຣະເຈົ້າແທ້ໆ ຫຼື ວາງຊີວິດຂອງພວກເຂົາເອງສຳລັບພຣະເຈົ້າໄດ້ທຸກເວລາ ແລະ ຢູ່ທຸກຫົນແຫ່ງ. ແຕ່ເມື່ອຜົນປະໂຫຍດ ຫຼື ຊື່ສຽງ ແລະ ສະຖານະສ່ວນຕົວຂອງພວກເຂົາເອງມີຄວາມສ່ຽງ, ໂດຍສະເພາະເມື່ອມັນກ່ຽວຂ້ອງກັບອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ, ພວກເຂົາສາມາດນໍາຄວາມຈິງໄປປະຕິບັດ ແລະ ປະຖິ້ມເນື້ອໜັງຂອງພວກເຂົາເອງບໍ? ນີ້ຄືສິ່ງທີ່ເຮັດໄດ້ຢ່າງຫຍຸ້ງຍາກທີ່ສຸດ. ແມ່ນຫຍັງຄືສິ່ງສຳຄັນທີ່ສຸດສຳລັບຄົນໆໜຶ່ງໃນສະຖານະການນີ້? (ຜົນປະໂຫຍດ, ອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ.) ຖືກຕ້ອງ. ມັນບໍ່ແມ່ນຊີວິດ, ແຕ່ເປັນຜົນປະໂຫຍດ, ສະຖານະ, ອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ, ສິ່ງເຫຼົ່ານີ້ເປັນສິ່ງທີ່ຄົນເຊີດຊູ ແລະ ຊື່ນຊົມທີ່ສຸດ. ບາງຄົນທີ່ສາມາດວາງຊີວິດຂອງພວກເຂົາໃຫ້ພຣະເຈົ້າກໍບໍ່ຈຳເປັນຕ້ອງເປັນຄົນທີ່ຮັກຄວາມຈິງ ແລະ ນໍາຄວາມຈິງໄປປະຕິບັດ. ການທີ່ສາມາດວາງຊີວິດຂອງຕົນເອງໃຫ້ພຣະເຈົ້າອາດເປັນພຽງຄຳຂວັນ. ເຈົ້າເວົ້າວ່າເຈົ້າສາມາດຖວາຍຊີວິດຂອງເຈົ້າໃຫ້ພຣະເຈົ້າ, ແຕ່ເຈົ້າສາມາດປ່ອຍຜົນປະໂຫຍດຈາກສະຖານະໄປບໍ? ປ່ອຍຄວາມພາກພູມໃຈໄປບໍ? ອັນໃດແມ່ນເສຍສະຫຼະໄດ້ງ່າຍກວ່າ? (ມັນງ່າຍກວ່າທີ່ຈະເສຍສະຫຼະຊີວິດຂອງຄົນໆໜຶ່ງ.) ແມ່ນແລ້ວ. ເມື່ອບາງຄົນພົບກັບຕົວເລືອກ, ເຖິງແມ່ນວ່າພວກເຂົາສາມາດເສຍສະຫຼະຊີວິດຂອງພວກເຂົາເອງ, ພວກເຂົາກໍບໍ່ສາມາດປະຖິ້ມຜົນປະໂຫຍດຈາກສະຖານະ ຫຼື ປະຕິເສດເສັ້ນທາງທີ່ຜິດພາດຂອງພວກເຂົາເອງ. ສົມມຸດວ່າເຈົ້າຕ້ອງເລືອກລະຫວ່າງເສັ້ນທາງສອງສາຍ. ສາຍໜຶ່ງແມ່ນເສັ້ນທາງຂອງການເປັນຄົນຊື່ສັດ, ການບອກຄວາມຈິງ ແລະ ການເວົ້າສິ່ງທີ່ຢູ່ໃນຫົວໃຈຂອງເຈົ້າ, ການແບ່ງປັນຫົວໃຈຂອງເຈົ້າກັບຄົນອື່ນ ຫຼື ການຍອມຮັບຂໍ້ຜິດພາດຂອງເຈົ້າ ແລະ ການບອກຂໍ້ແທ້ຈິງດັ່ງທີ່ພວກມັນເປັນ, ການສະແດງໃຫ້ຄົນອື່ນເຫັນຄວາມຂີ້ຮ້າຍທີ່ເສື່ອມຊາມຂອງເຈົ້າ ແລະ ການນໍາຄວາມອັບອາຍມາສູ່ຕົວຕົນຂອງເຈົ້າ. ອີກສາຍໜຶ່ງແມ່ນເສັ້ນທາງຂອງການມອບຊີວິດຂອງເຈົ້າເພື່ອເປັນມໍລະນາສັກຂີໃຫ້ກັບພຣະເຈົ້າ ແລະ ການເຂົ້າສູ່ອານາຈັກສະຫວັນເມື່ອເຈົ້າຕາຍ. ເຈົ້າຈະເລືອກສາຍໃດ? ບາງຄົນເວົ້າວ່າ “ຂ້ານ້ອຍເລືອກທີ່ຈະອຸທິດຊີວິດຂອງຂ້ານ້ອຍໃຫ້ກັບພຣະເຈົ້າ. ຂ້ານ້ອຍເຕັມໃຈທີ່ຈະຕາຍເພື່ອພຣະອົງ; ຫຼັງຈາກທີ່ຕາຍແລ້ວ ຂ້ານ້ອຍຈະໄດ້ຮັບລາງວັນຂອງຂ້ານ້ອຍ ແລະ ເຂົ້າສູ່ອານາຈັກສະຫວັນ”. ການວາງຊີວິດຂອງຄົນໆໜຶ່ງໃຫ້ກັບພຣະເຈົ້າສາມາດສຳເລັດໄດ້ໃນການກະຕຸ້ນຢ່າງຂັນແຂງພຽງໜຶ່ງຄັ້ງ, ໂດຍຄົນທີ່ມີຄວາມເດັດດ່ຽວ. ແຕ່ການປະຕິບັດຄວາມຈິງ ແລະ ການເປັນຄົນຊື່ສັດສາມາດສຳເລັດໄດ້ໃນການກະຕຸ້ນນັ້ນບໍ? ມັນບໍ່ສາມາດສຳເລັດໄດ້, ແມ່ນແຕ່ໃນການກະຕຸ້ນສອງຄັ້ງ. ຖ້າເຈົ້າມີຄວາມປະສົງເມື່ອກຳລັງເຮັດບາງສິ່ງ, ເຈົ້າກໍສາມາດເຮັດມັນໄດ້ດີໃນການກະຕຸ້ນພຽງຄັ້ງດຽວ; ແຕ່ໃນການເປັນຄົນຊື່ສັດ, ກໍລະນີດຽວທີ່ເວົ້າຄວາມຈິງໂດຍບໍ່ມີການເວົ້າຕົວະຈະບໍ່ໄດ້ເຮັດໃຫ້ເຈົ້າເປັນຄົນຊື່ສັດເລີຍຢ່າງສົມບູນ. ການເປັນຄົນຊື່ສັດກ່ຽວຂ້ອງກັບການປ່ຽນແປງອຸປະນິໄສຂອງເຈົ້າ ແລະ ສິ່ງນີ້ຈຳເປັນຕ້ອງມີປະສົບການສິບ ຫຼື ຊາວປີ. ເຈົ້າຕ້ອງປະຖິ້ມອຸປະນິໄສທີ່ຫຼອກລວງຂອງເຈົ້າອອກຈາກການເວົ້າຕົວະ ແລະ ການຫຼອກລວງກ່ອນທີ່ເຈົ້າຈະສາມາດຜ່ານມາດຕະຖານພື້ນຖານຂອງການເປັນຄົນຊື່ສັດ. ນີ້ບໍ່ແມ່ນສິ່ງທີ່ຍາກສຳລັບທຸກຄົນບໍ? ມັນຄືຄວາມທ້າທາຍທີ່ໃຫຍ່ຫຼວງ. ຕອນນີ້, ພຣະເຈົ້າຕ້ອງການເຮັດໃຫ້ສົມບູນ ແລະ ຮັບເອົາຄົນກຸ່ມໜຶ່ງ ແລະ ທຸກຄົນທີ່ສະແຫວງຫາຄວາມຈິງຕ້ອງຍອມຮັບການພິພາກສາ ແລະ ການຂ້ຽນຕີ, ການທົດລອງ ແລະ ການຫຼໍ່ຫຼອມ, ຈຸດປະສົງກໍຄືເພື່ອແກ້ໄຂອຸປະນິໄສທີ່ຫຼອກລວງຂອງພວກເຂົາ ແລະ ເຮັດໃຫ້ພວກເຂົາກາຍເປັນຄົນຊື່ສັດ, ຄົນທີ່ຍອມຕໍ່ພຣະເຈົ້າ. ນີ້ບໍ່ແມ່ນສິ່ງທີ່ສາມາດບັນລຸໄດ້ໃນການກະຕຸ້ນຄັ້ງດຽວ; ມັນຈຳເປັນຕ້ອງມີການທົດລອງຫຼາຍຄັ້ງ ແລະ ການຫຼໍ່ຫຼອມຫຼາຍຢ່າງກ່ອນທີ່ພວກເຂົາຈະສາມາດບັນລຸມັນໄດ້. ຖ້າຕອນນີ້ ພຣະເຈົ້າຂໍໃຫ້ເຈົ້າເປັນຄົນຊື່ສັດ ແລະ ເວົ້າສິ່ງຄວາມຈິງ, ສິ່ງທີ່ກ່ຽວຂ້ອງກັບຂໍ້ແທ້ຈິງ ແລະ ອະນາຄົດຂອງເຈົ້າ ແລະ ໂຊກຊະຕາຂອງເຈົ້າ, ຜົນຕາມມາອາດບໍ່ແມ່ນຂໍ້ໄດ້ປຽບຂອງເຈົ້າ, ໂດຍທີ່ຄົນອື່ນອາດບໍ່ເຊີດໜ້າຊູຕາເຈົ້າອີກຕໍ່ໄປ ແລະ ຮູ້ສຶກດ້ວຍຕົວເຈົ້າເອງວ່າຊື່ສຽງຂອງເຈົ້າໄດ້ຖືກທຳລາຍ, ໃນກໍລະນີເຊັ່ນນັ້ນ, ເຈົ້າສາມາດເວົ້າຢ່າງກົງໄປກົງມາ ແລະ ເວົ້າຄວາມຈິງບໍ? ເຈົ້າຍັງສາມາດເປັນຄົນຊື່ສັດບໍ? ນີ້ຄືສິ່ງທີ່ເຮັດໄດ້ຍາກທີ່ສຸດ, ຍາກກວ່າການສະຫຼະຊີວິດຂອງເຈົ້າ. ເຈົ້າອາດເວົ້າວ່າ “ການໃຫ້ຂ້ານ້ອຍເວົ້າຄວາມຈິງຄືຈະເປັນໄປບໍ່ໄດ້. ຂ້ານ້ອຍຈະຕາຍເພື່ອພຣະເຈົ້າດີກວ່າທີ່ຈະເວົ້າຄວາມຈິງ. ຂ້ານ້ອຍບໍ່ຕ້ອງການເປັນຄົນຊື່ສັດເລີຍ. ຂ້ານ້ອຍຈະຕາຍແທນທີ່ຈະໃຫ້ທຸກຄົນດູຖູກຂ້ານ້ອຍ ແລະ ຄິດວ່າຂ້ານ້ອຍເປັນຄົນທຳມະດາ”. ສິ່ງນີ້ສະແດງໃຫ້ເຫັນຫຍັງທີ່ຜູ້ຄົນເຊີດຊູທີ່ສຸດ? ສິ່ງທີ່ຜູ້ຄົນເຊີດຊູທີ່ສຸດແມ່ນສະຖານະ ແລະ ຊື່ສຽງຂອງພວກເຂົາ ນັ້ນກໍຄື ສິ່ງທີ່ຖືກຄວບຄຸມໂດຍອຸປະນິໄສທີ່ຊົ່ວຮ້າຍຂອງພວກເຂົາ. ຊີວິດເປັນຮອງ. ຖ້າສະຖານະການບັງຄັບໃຫ້ພວກເຂົາເຮັດ, ພວກເຂົາກໍຈະຮວບຮວມກຳລັງເພື່ອສະຫຼະຊີວິດຂອງພວກເຂົາ, ແຕ່ສະຖານະ ແລະ ຊື່ສຽງບໍ່ແມ່ນສິ່ງທີ່ປະຖິ້ມໄດ້ງ່າຍໆ. ສຳລັບຄົນທີ່ເຊື່ອໃນພຣະເຈົ້າ, ການສະຫຼະຊີວິດຂອງພວກເຂົາບໍ່ແມ່ນສິ່ງທີ່ສຳຄັນທີ່ສຸດ; ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນຍອມຮັບຄວາມຈິງ ແລະ ເປັນຄົນຊື່ສັດຢ່າງແທ້ຈິງທີ່ເວົ້າແມ່ນຫຍັງກໍຕາມທີ່ຢູ່ໃນຫົວໃຈຂອງພວກເຂົາ, ເປີດໃຈ ແລະ ເປີດເຜີຍຕົນເອງໃຫ້ກັບທຸກຄົນ. ນີ້ແມ່ນສິ່ງທີ່ເຮັດໄດ້ງ່າຍບໍ? (ບໍ່, ມັນບໍ່ແມ່ນ) ໃນຄວາມຈິງແລ້ວ, ພຣະເຈົ້າບໍ່ໄດ້ຮຽກຮ້ອງໃຫ້ເຈົ້າສະຫຼະຊີວິດຂອງເຈົ້າ. ພຣະເຈົ້າບໍ່ໄດ້ເປັນຄົນທີ່ມອບຊີວິດຂອງເຈົ້າໃຫ້ກັບເຈົ້າບໍ? ຊີວິດຂອງເຈົ້າຈະມີປະໂຫຍດຫຍັງສຳລັບພຣະເຈົ້າ? ພຣະເຈົ້າບໍ່ໄດ້ຕ້ອງການມັນ. ພຣະອົງຕ້ອງການໃຫ້ເຈົ້າເວົ້າຢ່າງຊື່ສັດ, ເວົ້າວ່າເຈົ້າເປັນຜູ້ໃດ ແລະ ເວົ້າສິ່ງທີ່ເຈົ້າຄິດໃນຫົວໃຈຂອງເຈົ້າ. ເຈົ້າສາມາດເວົ້າສິ່ງເຫຼົ່ານີ້ໄດ້ບໍ? ຢູ່ທີ່ນີ້, ໜ້າວຽກເລີ່ມຫຍຸ້ງຍາກ ແລະ ເຈົ້າອາດເວົ້າ “ຂໍໃຫ້ຂ້ານ້ອຍເຮັດວຽກໜັກ ແລະ ຂ້ານ້ອຍຈະມີກຳລັງທີ່ຈະເຮັດມັນ. ຂໍໃຫ້ຂ້ານ້ອຍເສຍສະຫຼະຊັບສິນທັງໝົດຂອງຂ້ານ້ອຍ ແລະ ຂ້ານ້ອຍກໍສາມາດເຮັດມັນໄດ້. ຂ້ານ້ອຍສາມາດປະຖິ້ມພໍ່ແມ່ຂອງຂ້ານ້ອຍ ແລະ ລູກໆຂອງຂ້ານ້ອຍ, ຄວາມເປັນໄວໜຸ່ມຂອງຂ້ານ້ອຍ, ການແຕ່ງດອງຂອງຂ້ານ້ອຍ ແລະ ອາຊີບຂອງຂ້ານ້ອຍໄດ້ຢ່າງງ່າຍດາຍ. ແຕ່ການເວົ້າສິ່ງທີ່ຢູ່ໃນຫົວໃຈຂອງຂ້ານ້ອຍ, ການເວົ້າຢ່າງຊື່ສັດ, ນັ້ນຄືສິ່ງດຽວທີ່ຂ້ານ້ອຍບໍ່ສາມາດເຮັດໄດ້”. ແມ່ນຫຍັງຄືເຫດຜົນທີ່ເຈົ້າບໍ່ສາມາດເຮັດມັນໄດ້? ເຫດຜົນກໍຄືຫຼັງຈາກທີ່ເຈົ້າເຮັດເຊັ່ນນັ້ນ, ຄົນໃດໜຶ່ງທີ່ຮູ້ຈັກເຈົ້າ ຫຼື ລຶ້ງເຄີຍກັບເຈົ້າຈະເບິ່ງເຈົ້າໃນລັກສະນະທີ່ແຕກຕ່າງອອກໄປ. ພວກເຂົາຈະບໍ່ເທີດທູນເຈົ້າອີກຕໍ່ໄປ. ເຈົ້າຈະເສຍໜ້າ ແລະ ຖືກເຮັດໃຫ້ອັບອາຍຢ່າງສິ້ນເຊີງ ແລະ ຄວາມຊື່ສັດ ແລະ ກຽດສັກສີຂອງເຈົ້າຈະຫາຍໄປເຊັ່ນກັນ. ສະຖານະທີ່ສົ່ງສົງ ແລະ ກຽດສັກສີຂອງເຈົ້າໃນຫົວໃຈຂອງຄົນອື່ນຈະບໍ່ມີອີກຕໍ່ໄປ. ນີ້ຄືເຫດຜົນທີ່ວ່າເປັນຫຍັງໃນສະຖານະການເຊັ່ນນັ້ນ, ບໍ່ວ່າຫຍັງກໍຕາມ ເຈົ້າຈະບໍ່ເວົ້າຄວາມຈິງ. ເມື່ອຜູ້ຄົນພົບພໍ້ສິ່ງນີ້, ມີການສູ້ຮົບໃນຫົວໃຈຂອງພວກເຂົາ ແລະ ເມື່ອການສູ້ຮົບສິ້ນສຸດລົງ, ບາງຄົນກໍທຳລາຍຄວາມຫຍຸ້ງຍາກຂອງພວກເຂົາໃນທີ່ສຸດ, ໃນຂະນະທີ່ຄົນອື່ນຍັງບໍ່ສາມາດທຳລາຍ ແລະ ຍັງຄົງຖືກອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງພວກເຂົາຄວບຄຸມ ແລະ ຖືກຄວບຄຸມໂດຍສະຖານະຂອງພວກເຂົາເອງ, ຊື່ສຽງ ແລະ ສິ່ງທີ່ເອີ້ນວ່າກຽດສັກສີ. ນີ້ຄືຄວາມຫຍຸ້ງຍາກ, ບໍ່ແມ່ນບໍ? ການພຽງແຕ່ເວົ້າຢ່າງຊື່ສັດ ແລະ ການເວົ້າຄວາມຈິງບໍ່ແມ່ນຄວາມສຳເລັດທີ່ຍິ່ງໃຫຍ່ເລີຍ, ແຕ່ວິລະບຸລຸດທີ່ກ້າຫານຫຼາຍຢ່າງ, ຫຼາຍຄົນທີ່ສາບານວ່າຈະອຸທິດ ແລະ ໃຊ້ຊີວິດຂອງພວກເຂົາສຳລັບພຣະເຈົ້າ ແລະ ເສຍສະຫຼະສຳລັບພຣະເຈົ້າ ແລະ ຫຼາຍຄົນທີ່ເວົ້າສິ່ງທີ່ຍິ່ງໃຫຍ່ອະລັງການສຳລັບພຣະເຈົ້າກໍພົບວ່າມັນເປັນໄປບໍ່ໄດ້ທີ່ຈະເຮັດເຊັ່ນນັ້ນ. ເຮົາໝາຍຄວາມວ່າແນວໃດໃນສິ່ງນີ້? ເມື່ອພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ, ພຣະອົງບໍ່ໄດ້ຮ້ອງຂໍໃຫ້ພວກເຂົາເຮັດໜ້າວຽກໃນຈຳນວນໃດໜຶ່ງໃຫ້ສຳເລັດ ຫຼື ເຮັດບາກບັ່ນເຮັດສິ່ງໃດໜຶ່ງໃຫ້ສຳເລັດຢ່າງຍິ່ງໃຫຍ່ ຫຼື ບໍ່ໄດ້ໃຫ້ປະຕິບັດກິດຈະການໃດໜຶ່ງທີ່ຍິ່ງໃຫຍ່. ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກຜູ້ຄົນບໍ່ແມ່ນຄວາມສາມາດໃນການເຮັດສຳເລັດໜ້າວຽກຈຳນວນໃດໜຶ່ງ ຫຼື ປະຕິບັດວຽກງານອັນຍິ່ງໃຫຍ່ໃດໜຶ່ງໃຫ້ສຳເລັດ ແລະ ພຣະອົງບໍ່ຕ້ອງການໃຫ້ພວກເຂົາເປັນຜູ້ບຸກເບີກວຽກງານອັນຍິ່ງໃຫຍ່ໃດ. ສິ່ງທີ່ພຣະເຈົ້າຕ້ອງການແມ່ນໃຫ້ຜູ້ຄົນສາມາດເຮັດທຸກຢ່າງທີ່ພວກເຂົາສາມາດເຮັດໄດ້ໃນແບບທີ່ຕິດດິນ ແລະ ດຳລົງຊີວິດໃຫ້ສອດຄ່ອງກັບພຣະທຳຂອງພຣະອົງ. ພຣະເຈົ້າບໍ່ຕ້ອງການໃຫ້ເຈົ້າເປັນຜູ້ຍິ່ງໃຫຍ່ ຫຼື ສູງສົ່ງ ຫຼື ສ້າງປະຕິຫານໃດໆ ແລະ ພຣະອົງບໍ່ຕ້ອງການເຫັນຄວາມປະຫຼາດໃຈທີ່ໜ້າຍິນດີໃນຕົວເຈົ້າ. ພຣະອົງບໍ່ໄດ້ຕ້ອງການສິ່ງດັ່ງກ່າວ. ສິ່ງດຽວທີ່ພຣະເຈົ້າຕ້ອງການກໍຄືໃຫ້ເຈົ້າປະຕິບັດຕາມພຣະທຳຂອງພຣະອົງຢ່າງໜັກແໜ້ນ. ເມື່ອເຈົ້າຮັບຟັງພຣະທຳຂອງພຣະເຈົ້າ, ເຮັດສິ່ງທີ່ເຈົ້າເຂົ້າໃຈ, ປະຕິບັດສິ່ງທີ່ເຈົ້າຢັ່ງຮູ້, ຈື່ສິ່ງທີ່ເຈົ້າໄດ້ຍິນເປັນຢ່າງດີ ແລະ ຫຼັງຈາກນັ້ນ ເມື່ອຮອດເວລາປະຕິບັດ, ໃຫ້ເຮັດຕາມພຣະທຳຂອງພຣະເຈົ້າ. ໃຫ້ພວກມັນກາຍມາເປັນຊີວິດຂອງເຈົ້າ, ຄວາມເປັນຈິງຂອງເຈົ້າ ແລະ ສິ່ງທີ່ເຈົ້າດຳລົງຊີວິດຕາມ. ດັ່ງນັ້ນ, ພຣະເຈົ້າຈຶ່ງຈະພໍໃຈ. ເຈົ້າສະແຫວງຫາຄວາມຍິ່ງໃຫຍ່, ຄວາມມີກຽດ ແລະ ສະຖານະຢູ່ສະເໝີ; ເຈົ້າສະແຫວງຫາຄວາມສູງສົ່ງຢູ່ສະເໝີ. ພຣະເຈົ້າຮູ້ສຶກແນວໃດເມື່ອພຣະອົງເຫັນສິ່ງນີ້? ພຣະອົງກຽດຊັງມັນ ແລະ ພຣະອົງຈະເອົາພຣະອົງເອງອອກຫ່າງຈາກເຈົ້າ. ຍິ່ງເຈົ້າສະແຫວງຫາສິ່ງຕ່າງໆ ເຊັ່ນ: ຄວາມຍິ່ງໃຫຍ່; ຄວາມສະຫງ່າງາມ ແລະ ການຢູ່ເໜືອກວ່າຄົນອື່ນ, ມີຊື່ສຽງ, ໂດດເດັ່ນ ແລະ ເປັນທີ່ຈົດຈຳ, ພຣະເຈົ້າກໍ່ຍິ່ງພົບວ່າເຈົ້າໜ້າກຽດຊັງສ່ຳນັ້ນ. ຖ້າເຈົ້າບໍ່ໄຕ່ຕອງກ່ຽວກັບຕົວເອງ ແລະ ກັບໃຈ, ພຣະເຈົ້າກໍ່ຈະກຽດຊັງເຈົ້າ ແລະ ປະຖິ້ມເຈົ້າ. ຫຼີກລ່ຽງຈາກການເປັນຄົນທີ່ພຣະເຈົ້າພົບວ່າໜ້າກຽດຊັງ; ເປັນຄົນທີ່ພຣະເຈົ້າຮັກ. ແລ້ວຄົນໆໜຶ່ງຈະສາມາດບັນລຸຄວາມຮັກຂອງພຣະເຈົ້າໄດ້ແນວໃດ? ໂດຍການຍອມຮັບຄວາມຈິງຢ່າງເຊື່ອຟັງ, ການຢືນຢູ່ໃນຕຳແໜ່ງຂອງສິ່ງຖືກສ້າງ, ການຍຶດໝັ້ນພຣະທຳຂອງພຣະເຈົ້າຢ່າງໜັກແໜ້ນ, ການປະຕິບັດໜ້າທີ່ຂອງຕົນຢ່າງເໝາະສົມ, ການເປັນຄົນຊື່ສັດ ແລະ ການດຳລົງຊີວິດຕາມລັກສະນະຂອງມະນຸດ. ນີ້ແມ່ນພຽງພໍ, ພຣະເຈົ້າຈະພໍໃຈ. ຜູ້ຄົນຕ້ອງແນ່ໃຈວ່າຈະບໍ່ຖືຄວາມທະເຍີທະຍານ ຫຼື ສ້າງຄວາມບັນເທີງໃຫ້ກັບຄວາມຝັນທີ່ວ່າງເປົ່າ, ສະແຫວງຫາຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ ຫຼື ໂດດເດັ່ນຈາກຝູງຊົນ. ຍິ່ງໄປກວ່ານັ້ນ ພວກເຂົາຕ້ອງບໍ່ພະຍາຍາມເປັນຄົນທີ່ມີຄວາມຍິ່ງໃຫຍ່ ຫຼື ຍອດມະນຸດ, ຢູ່ເໜືອກວ່າໃນບັນດາມະນຸດ ແລະ ເຮັດໃຫ້ຄົນອື່ນນະມັດສະການພວກເຂົາ. ນັ້ນແມ່ນຄວາມປາຖະໜາຂອງຄວາມເປັນມະນຸດທີ່ເສື່ອມຊາມ ແລະ ມັນແມ່ນເສັ້ນທາງຂອງຊາຕານ; ພຣະເຈົ້າບໍ່ຊ່ວຍຄົນເຊັ່ນນັ້ນໃຫ້ລອດພົ້ນ. ຖ້າຜູ້ຄົນຍັງສະແຫວງຫາຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຢ່າງຕໍ່ເນື່ອງໂດຍບໍ່ກັບໃຈ, ກໍ່ບໍ່ມີທາງຮັກສາພວກເຂົາໄດ້ ແລະ ກໍ່ມີຜົນຮັບດຽວເທົ່ານັ້ນ: ການຖືກໂຍນຖິ້ມ. ມື້ນີ້, ຖ້າພວກເຈົ້າກັບໃຈໄດ້ໄວ ມັນກໍຍັງມີເວລາ; ແຕ່ເມື່ອມື້ນັ້ນມາຮອດທີ່ພຣະເຈົ້າເຮັດພາລະກິດຂອງພຣະອົງຈົນສຳເລັດ ແລະ ໄພພິບັດເລີ່ມຮຸນແຮງຂຶ້ນ, ແລ້ວເຈົ້າກໍຈະບໍ່ມີໂອກາດອີກຕໍ່ໄປ. ເມື່ອເວລານັ້ນມາຮອດ, ຄົນທີ່ສະແຫວງຫາຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ ແຕ່ປະຕິເສດຢ່າງດື້ດ້ານທີ່ຈະກັບໃຈ, ກໍຈະຖືກໂຍນຖິ້ມ. ພວກເຈົ້າຕ້ອງຊັດເຈນກ່ຽວກັບພາລະກິດຂອງພຣະເຈົ້າຈະຊ່ວຍຄົນປະເພດໃດໃຫ້ລອດພົ້ນ ແລະ ຄວາມໝາຍໃນຄວາມລອດພົ້ນຂອງພຣະອົງແມ່ນຫຍັງ. ພຣະເຈົ້າຂໍໃຫ້ຄົນມາຢູ່ຕໍ່ໜ້າພຣະອົງ, ຮັບຟັງພຣະທຳຂອງພຣະອົງ, ຍອມຮັບຄວາມຈິງ, ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ປະຕິບັດດັ່ງທີ່ພຣະເຈົ້າເວົ້າ ແລະ ສັ່ງການ. ສິ່ງນີ້ໝາຍເຖິງການດຳລົງຊີວິດຕາມພຣະທຳຂອງພຣະອົງ, ເຊິ່ງຢູ່ກົງກັນຂ້າມກັບແນວຄິດຂອງພວກເຂົາເອງ, ຈິນຕະນາການ ແລະ ປັດຊະຍາຊົ່ວຮ້າຍ ຫຼື ການສະແຫວງຫາ “ຄວາມສຸກ” ຂອງມະນຸດ. ຜູ້ໃດກໍຕາມທີ່ບໍ່ຮັບຟັງພຣະທຳຂອງພຣະເຈົ້າ ຫຼື ຍອມຮັບຄວາມຈິງ, ແຕ່ຍັງໃຊ້ຊີວິດຕາມປັດຊະຍາຂອງຊາຕານ ແລະ ດ້ວຍອຸປະນິໄສທີ່ຊົ່ວຮ້າຍໂດຍບໍ່ກັບໃຈ, ຄົນປະເພດນີ້ແມ່ນບໍ່ສາມາດຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນໄດ້. ເຈົ້າຕິດຕາມພຣະເຈົ້າ, ແຕ່ແນ່ນອນ ສິ່ງນີ້ຍັງເປັນເພາະພຣະເຈົ້າໄດ້ເລືອກເຈົ້າ, ແຕ່ແມ່ນຫຍັງຄືຄວາມໝາຍຂອງການທີ່ພຣະເຈົ້າເລືອກເຈົ້າ? ມັນແມ່ນເພື່ອປ່ຽນເຈົ້າໃຫ້ກາຍເປັນຄົນທີ່ໄວ້ໃຈໃນພຣະເຈົ້າ, ຄົນທີ່ຕິດຕາມພຣະເຈົ້າຢ່າງແທ້ຈິງ, ຄົນທີ່ສາມາດປະຖິ້ມທຸກສິ່ງສຳລັບພຣະເຈົ້າ ແລະ ຄົນທີ່ສາມາດຕິດຕາມຫົນທາງຂອງພຣະເຈົ້າ; ຄົນທີ່ລອກຄາບອຸປະນິໄສທີ່ຊົ່ວຮ້າຍຂອງພວກເຂົາ, ບໍ່ຕິດຕາມຊາຕານ ຫຼື ດຳລົງຊີວິດພາຍໃຕ້ອຳນາດຂອງມັນອີກຕໍ່ໄປ. ຖ້າເຈົ້າຕິດຕາມພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງເຈົ້າໃນເຮືອນຂອງພຣະອົງແຕ່ລະເມີດຄວາມຈິງໃນທຸກດ້ານ ແລະ ບໍ່ປະຕິບັດ ຫຼື ມີປະສົບການຕາມພຣະທຳຂອງພຣະອົງ, ບາງເທື່ອກໍເຖິງກັບຕໍ່ຕ້ານພຣະອົງ, ເຈົ້າຈະສາມາດຖືກພຣະເຈົ້າຍອມຮັບໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ເຮົາໝາຍຄວາມວ່າແນວໃດໃນສິ່ງນີ້? ການປະຕິບັດໜ້າທີ່ບໍ່ແມ່ນສິ່ງທີ່ຫຍຸ້ງຍາກແທ້ໆ ຫຼື ມັນບໍ່ໄດ້ເປັນເລື່ອງຍາກທີ່ຈະເຮັດຢ່າງເຫຼື້ອມໃສ ແລະ ໃນມາດຕະຖານທີ່ສາມາດຍອມຮັບໄດ້. ເຈົ້າບໍ່ຈຳເປັນຕ້ອງເສຍສະຫຼະຊີວິດຂອງເຈົ້າ ຫຼື ເຮັດຫຍັງທີ່ພິເສດ ຫຼື ຫຍຸ້ງຍາກ, ເຈົ້າພຽງແຕ່ຕ້ອງປະຕິບັດຕາມພຣະທຳ ແລະ ຄຳສັ່ງຂອງພຣະເຈົ້າຢ່າງຊື່ສັດ ແລະ ຢ່າງໝັ້ນຄົງ, ໂດຍບໍ່ໃສ່ແນວຄິດຂອງເຈົ້າເອງ ຫຼື ດຳເນີນກິດຈະການຂອງເຈົ້າເອງ, ແຕ່ຍ່າງໃນເສັ້ນທາງທີ່ສະແຫວງຫາຄວາມຈິງ. ຖ້າຜູ້ຄົນສາມາດເຮັດສິ່ງນີ້ໄດ້, ພວກເຂົາກໍມີລັກສະນະຂອງມະນຸດໂດຍພື້ນຖານ. ເມື່ອພວກເຂົາເຊື່ອຟັງພຮະເຈົ້າຢ່າງແທ້ຈິງ ແລະ ກາຍມາເປັນຄົນທີ່ຊື່ສັດ, ພວກເຂົາຈະມີລັກສະນະຂອງມະນຸດຢ່າງແທ້ຈິງ.

ວັນທີ 25 ມີຖຸນາ 2019

ກ່ອນນີ້: ກ່ຽວກັບການປະສານງານຢ່າງສະໝານສັນ

ຕໍ່ໄປ: ຫຼັກການທີ່ຄົນໆໜຶ່ງຄວນມີໃນການປະພຶດຕົນເອງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້