ກ່ຽວກັບການປະສານງານຢ່າງສະໝານສັນ

ວິທີການທີ່ຜູ້ຄົນເຮັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າແມ່ນແຕກຕ່າງຈາກວິທີການທີ່ສິ່ງຕ່າງໆຖືກເຮັດທ່າມກາງຜູ້ບໍ່ເຊື່ອຢ່າງສິ້ນເຊີງ. ແມ່ນຫຍັງຄືຄວາມແຕກຕ່າງ? ອ້າຍເອື້ອຍນ້ອງອ່ານພຣະທຳຂອງພຣະເຈົ້າຮ່ວມກັນ ແລະ ເຊື່ອມໂຍງກັນໃນວິຍານ. ພວກເຂົາສາມາດດຳລົງຊີວິດຢ່າງສະໝານສັນ ແລະ ບອກກັນ ແລະ ກັນກ່ຽວກັບສິ່ງທີ່ຢູ່ໃນຄວາມຄິດຂອງພວກເຂົາຢ່າງແທ້ຈິງ. ພວກເຂົາສາມາດໂອ້ລົມຄວາມຈິງກັບກັນ ແລະ ກັນຢ່າງລຽບງ່າຍ ແລະ ຢ່າງເປີດໃຈ. ບໍ່ວ່າໃຜກໍຕາມທີ່ມີຄວາມຫຍຸ້ງຍາກ, ພວກເຂົາກໍສະແຫວງຫາຄວາມຈິງຮ່ວມກັນເພື່ອແກ້ໄຂບັນຫາ, ພວກເຂົາສາມາດບັນລຸຄວາມເປັນໜຶ່ງດຽວກັນໃນວິຍານ ແລະ ພວກເຂົາສາມາດຍອມອ່ອນນ້ອມຕໍ່ໜ້າຄວາມຈິງ ແລະ ຕໍ່ໜ້າພຣະເຈົ້າ. ຜູ້ບໍ່ເຊື່ອແມ່ນແຕກຕ່າງກັນ. ພວກເຂົາລ້ວນມີຄວາມລັບຂອງຕົວເອງ, ພວກເຂົາບໍ່ສື່ສານກັນຢ່າງເປີດເຜີຍ, ພວກເຂົາຕັ່ງທ່າລະວັງກັນ ແລະ ກັນ ແລະ ພວກເຂົາເຖິງກັບວາງແຜນຮ້າຍ ແລະ ແຂ່ງຂັນກັນເອງ. ໃນທີ່ສຸດແລ້ວ, ພວກເຂົາກໍແຍກທາງກັນໃນເງື່ອນໄຂທີ່ບໍ່ດີ ແລະ ເດີນຕາມທາງຂອງຕົນເອງ. ຄວາມແຕກຕ່າງທີ່ໃຫຍ່ທີ່ສຸດລະຫວ່າງການຢູ່ໃນຄຣິສຕະຈັກ ແລະ ການຢູ່ໃນໂລກຂອງຜູ້ບໍ່ເຊື່ອກໍຄື ບັນດາຄົນທີ່ເຊື່ອໃນພຣະເຈົ້າຢ່າງລັບໆສາມາດຍອມຮັບຄວາມຈິງໄດ້. ບໍ່ວ່າໃຜກໍຕາມທີ່ມີບັນຫາ ຫຼື ຄວາມຍຸກຍາກ, ທຸກຄົນກໍສາມາດໂອ້ລົມຢ່າງເປີດເຜີຍ ແລະ ຊ່ວຍເຫຼືອກັນ ແລະ ຖ້າບາງຄົນເຜີຍຄວາມເສື່ອມຊາມອອກມາ, ພວກເຂົາສາມາດໄດ້ຮັບການວິຈານ, ຖືກຈັດການ ແລະ ຖືກລິຮານ, ເພື່ອໃຫ້ບຸກຄົນນີ້ສາມາດກັບໃຈໄດ້. ນີ້ແມ່ນສິ່ງທີ່ໝາຍເຖິງການຮັກກັນ ແລະ ກັນ. ທຸກຄົນມີຄວາມສຳພັນເທົ່າທຽມກັນ ແລະ ຫຼັກການເຊິ່ງຜູ້ຄົນເຂົ້າກັນໄດ້ນັ້ນແມ່ນສ້າງຂຶ້ນບົນພື້ນຖານຈາກພຣະທຳຂອງພຣະເຈົ້າ. ຖ້າຄົນໃດໜຶ່ງເປີດເຜີຍຄວາມເສື່ອມຊາມອອກມາ, ເວົ້າຢ່າງບໍ່ຖືກຕ້ອງ ຫຼື ເຮັດຜິດ, ພວກເຂົາກໍສາມາດໂອ້ລົມໄດ້ຢ່າງເປີດເຜີຍ. ເມື່ອທຸກຄົນສະແຫວງຫາຄວາມຈິງ, ຊ່ວຍເຫຼືອກັນ ແລະ ໄດ້ຮັບຄວາມເຂົ້າໃຈເຖິງຄວາມຈິງ, ໄດ້ຮັບອິດສະລະພາບ ແລະ ເສລີພາບຢ່າງສົມບູນ. ໃນລັກສະນະນີ້, ຜູ້ຄົນຈະບໍ່ເຫີນຫ່າງຈາກກັນ, ຍາດຊິງກັນ ຫຼື ຕັ້ງທ່າໃສ່ກັນອີກຕໍ່ໄປ. ພວກເຂົາຍັງສາມາດໜູນໃຈກັນ ແລະ ຮັກກັນເປັນໜຶ່ງດຽວກັນ. ສິ່ງເຫຼົ່ານີ້ແມ່ນຜົນມາຈາກພຣະທຳຂອງພຣະເຈົ້າ. ຜ່ານຊີວິດຄຣິສຕະຈັກ, ບັນດາຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງທັງໝົດໄດ້ມາເຂົ້າໃຈຄວາມຈິງ, ປະຖິ້ມຄວາມເສື່ອມຊາມຂອງຕົນ, ຮ່ວມມືຢ່າງສະໝານສັນກັບອ້າຍເອື້ອຍນ້ອງຂອງຕົນ, ປະຕິບັດໜ້າທີ່ຂອງຕົນໃຫ້ດີ, ດຳລົງຊີວິດຢ່າງສະໝານສັນ ແລະ ດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ.

ຖ້າເຈົ້າຕ້ອງການປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ ແລະ ເຮັດຕາມຄວາມປະສົງຂອງພຣະເຈົ້າ, ເຈົ້າກໍຕ້ອງຮຽນຮູ້ທີ່ຈະເຮັດວຽກຢ່າງສະໝານສັນກັບຄົນອື່ນກ່ອນ. ເມື່ອຮ່ວມມືກັບອ້າຍເອື້ອຍນ້ອງຂອງເຈົ້າ, ເຈົ້າຄວນຄຳນຶງເຖິງສິ່ງຕໍ່ໄປນີ້: “ສະໝານສັນແມ່ນຫຍັງ? ຄຳເວົ້າຂອງຂ້ອຍສອດຄ່ອງກັບພວກມັນບໍ? ຄວາມຄິດຂອງຂ້ອຍສອດຄ່ອງກັບພວກມັນບໍ? ວິທີທີ່ຂ້ອຍເຮັດສິ່ງຕ່າງໆສອດຄ່ອງກັບພວກມັນບໍ?” ໃຫ້ພິຈາລະນາເບິ່ງວິທີຮ່ວມມືຢ່າງສະໝານສັນ. ຕອນນັ້ນ, ສະໝານສັນໝາຍເຖິງຄວາມອົດກັ້ນ ແລະ ຄວາມອົດທົນ, ແຕ່ມັນຍັງໝາຍເຖິງການຢືນຍັດ ແລະ ການຍຶດໝັ້ນໃນຫຼັກການອີກດ້ວຍ. ສະໝານສັນບໍ່ໄດ້ໝາຍເຖິງການຍອມປະນີປະນອມກັບຫຼັກການເພື່ອເຮັດໃຫ້ສິ່ງຕ່າງໆບໍ່ມີບັນຫາ ຫຼື ພະຍາຍາມເປັນ “ຄົນດີ” ຫຼື ການຍຶດໝັ້ນໃນເສັ້ນທາງແຫ່ງຄວາມພໍປະມານ ແລະ ແນ່ນອນວ່າມັນບໍ່ໄດ້ໝາຍເຖິງການສ້າງຄວາມພໍໃຈໃຫ້ກັບໃຜຜູ້ໜຶ່ງ. ສິ່ງເຫຼົ່ານີ້ແມ່ນຫຼັກການ. ຫຼັງຈາກທີ່ເຈົ້າກຳຫຼັກການເຫຼົ່ານີ້ໄດ້, ເຈົ້າຈະເວົ້າ ແລະ ເຮັດສອດຄ່ອງກັບຄວາມປະສົງຂອງພຣະເຈົ້າໂດຍບໍ່ຮູ້ເມື່ອຕົວ ແລະ ດຳລົງຊີວິດໃນຄວາມເປັນຈິງແຫ່ງຄວາມຈິງ ແລະ ໃນລັກສະນະນີ້ ມັນຈຶ່ງງ່າຍທີ່ບັນລຸຄວາມເປັນໜຶ່ງດຽວກັນໄດ້. ໃນເຮືອນຂອງພຣະເຈົ້າ, ຖ້າຜູ້ຄົນດຳລົງຊີວິດຕາມປັດຊະຍາທາງໂລກຂອງຕົນ ແລະ ຖ້າພວກເຂົາເພິ່ງພາແນວຄິດ, ຄວາມໂນ້ມອ່ຽງ, ຄວາມປາຖະໜາ, ແຮງຈູງໃຈທີ່ເຫັນແກ່ຕົວຂອງຕົນເອງ, ພອນສະຫວັນຂອງຕົນເອງ ແລະ ຄວາມສະຫຼາດໃນການເຂົ້າກັນໄດ້, ແລ້ວນີ້ກໍບໍ່ມີທາງທີ່ຈະດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າໄດ້ ແລະ ພວກເຂົາກໍບໍ່ສາມາດບັນລຸຄວາມເປັນໜຶ່ງດຽວກັນໄດ້. ເປັນຫຍັງຈຶ່ງເປັນເຊັ່ນນີ້? ນີ້ກໍຍ້ອນວ່າ ເມື່ອຜູ້ຄົນດຳລົງຊີວິດຕາມອຸປະນິໃສແບບຊາຕານ, ພວກເຂົາບໍ່ສາມາດບັນລຸຄວາມເປັນໜຶ່ງດຽວກັນໄດ້. ແລ້ວແມ່ນຫຍັງຄືຜົນຕາມມາສຸດທ້າຍຂອງເລື່ອງນີ້ແມ່ນຫຍັງ? ພຣະເຈົ້າບໍ່ພຣະຕິບັດພາລະກິດໃນຕົວພວກເຂົາ. ຖ້າບໍ່ມີພາລະກິດຂອງພຣະເຈົ້າ, ຖ້າຜູ້ຄົນເພິ່ງພາຄວາມສາມາດອັນເລັກນ້ອຍ ແລະ ຄວາມສະຫຼາດຂອງຕົນ ໂດຍອາໄສຄວາມຊຳນານເລັກນ້ອຍຂອງຕົນ ແລະ ຄວາມຮູ້ ແລະ ທັກສະພຽງເລັກນ້ອຍເຫຼົ່ານັ້ນທີ່ພວກເຂົາໄດ້ຮັບ, ແລ້ວພວກເຂົາກໍຈະມີຊ່ວງເວລາທີ່ຍຸກຍາກຫຼາຍທີ່ຈະນຳໄປໃຊ້ໃນເຮືອນຂອງພຣະເຈົ້າ ແລະ ພວກເຂົາຈະພົບວ່າມັນຍາກທີ່ຈະເຮັດໃຫ້ສອດຄ່ອງກັບຄວາມປະສົງຂອງພຣະອົງໄດ້. ຖ້າບໍ່ມີພາລະກິດຂອງພຣະເຈົ້າ, ເຈົ້າກໍບໍ່ສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຂໍ້ຮຽກຮ້ອງຂອງພຣະເຈົ້າ ຫຼື ຫຼັກການປະຕິບັດຄວາມຈິງໄດ້ຈັກເທື່ອ. ເຈົ້າຈະບໍ່ຮູ້ຈັກເສັ້ນທາງ ຫຼື ຫຼັກການໃນການປະຕິບັດໜ້າທີ່ຂອງເຈົ້າ ແລະ ເຈົ້າຈະບໍ່ຮູ້ຈັກວິທີການເຮັດໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຈັກເທື່ອ ຫຼື ການກະທຳໃດທີ່ລະເມີດຫຼັກການແຫ່ງຄວາມຈິງ ແລະ ຕໍ່ຕ້ານພຣະເຈົ້າ. ຖ້າບໍ່ມີສິ່ງໃດໃນສິ່ງເຫຼົ່ານີ້ຊັດເຈນສຳລັບເຈົ້າ, ເຈົ້າກໍຈະພຽງແຕ່ສັງເກດ ແລະ ປະຕິບັດຕາມຫຼັກການຢ່າງຫຼັບຫູຫຼັບຕາ. ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າໃນຄວາມສັບສົນດັ່ງກ່າວ, ແນ່ໃຈໄດ້ເລີຍວ່າເຈົ້າຈະລົ້ມເຫຼວ. ເຈົ້າຈະບໍ່ໄດ້ຮັບການຮັບຮອງຈາກພຣະເຈົ້າຈັກເທື່ອ ແລະ ແນ່ໃຈໄດ້ເລີວ່າເຈົ້າຈະເຮັດໃຫ້ພຣະເຈົ້າກຽດຊັງ ແລະ ປະຕິເສດເຈົ້າ ແລະ ເຈົ້າກໍຈະຖືກຂັບໄລ່ອອກ.

ເມື່ອສອງຄົນຮ່ວມມືກັນປະຕິບັດໜ້າທີ່, ບາງຄັ້ງພວກເຂົາກໍຈະມີການຜິດຖຽງກັນກ່ຽວກັບເລື່ອງຂອງຫຼັກການ. ພວກເຂົາຈະມີມຸມມອງທີ່ແຕກຕ່າງກັນ ແລະ ພວກເຂົາຈະມີຄຳຄິດເຫັນທີ່ແຕກຕ່າງກັນ. ສາມາດເຮັດຫຍັງໄດ້ໃນກໍລະນີນັ້ນ? ນີ້ແມ່ນບັນຫາທີ່ເກີດຂຶ້ນເລື້ອຍໆບໍ? ມັນເປັນປະກົດການທົ່ວໄປ. ຄວາມຄິດ, ຄວາມສາມາດ, ການຢັ່ງຮູ້, ອາຍຸ ແລະ ປະສົບການຂອງແຕ່ລະຄົນແມ່ນແຕກຕ່າງກັນ ແລະ ມັນເປັນໄປບໍ່ໄດ້ສຳລັບສອງຄົນທີ່ຈະມີຄວາມຄິດ ແລະ ມຸມມອງຄືກັນແທ້ໆ, ດ້ວຍເຫດນັ້ນ ການທີ່ສອງຄົນອາດມີຄຳຄິດເຫັນ ແລະ ມຸມມອງທີ່ແຕກຕ່າງກັນແມ່ນປະກົດການທົ່ວໄປຫຼາຍ. ມັນບໍ່ສາມາດເກີດຂຶ້ນໄດ້ເປັນປະຈຳ. ມັນບໍ່ມີຫຍັງທີ່ຕ້ອງເຮັດໃຫ້ວຸ້ນວາຍເລີຍ. ຄຳຖາມທີ່ສຳຄັນຄື ເມື່ອບັນຫາດັ່ງກ່າວເກີດຂຶ້ນ, ຈະຮ່ວມມື ແລະ ສະແຫວງຫາແນວໃດເພື່ອໃຫ້ບັນລຸຄວາມເປັນໜຶ່ງດຽວກັນຕໍ່ໜ້າພຣະເຈົ້າ ແລະ ມີຄວາມເອກະພາບກັນດ້ານມຸມມອງ ແລະ ຄຳຄິດເຫັນ. ແມ່ນຫຍັງຄືທາງສູ່ການຮ່ວມກັນຂອງມຸມມອງ ແລະ ຄຳຄິດເຫັນ? ມັນແມ່ນການຊອກຫາລັກສະນະຂອງຫຼັກການແຫ່ງຄວາມຈິງທີ່ກ່ຽວຂ້ອງ, ບໍ່ແມ່ນການເຮັດຕາມໃຈໂຕເອງ ຫຼື ຕາມເຈດຕະນາລົມຂອງຄົນອື່ນ, ແຕ່ເພື່ອຊອກຫາເຈດຕະນາລົງຂອງພຣະເຈົ້າ. ນີ້ແມ່ນເສັ້ນທາງສູ່ການຮ່ວມມືກັນຢ່າງສະໝານສັນ. ເມື່ອເຈົ້າສະແຫວງຫາເຈດຕະນາຂອງພຣະເຈົ້າ ແລະ ຫຼັກການທີ່ພຣະອົງກຳນົດເທົ່ານັ້ນ ເຈົ້າຈຶ່ງຈະສາມາດບັນລຸຄວາມເປັນໜຶ່ງດຽວກັນໄດ້. ບໍ່ດັ່ງນັ້ນ, ຖ້າສິ່ງຕ່າງໆເປັນໄປຕາມທາງຂອງເຈົ້າ, ຄົນອື່ນກໍຈະບໍ່ພໍໃຈ ແລະ ຖ້າສິ່ງຕ່າງໆເປັນໄປຕາມທາງຂອງພວກເຂົາ, ເຈົ້າກໍຈະຮູ້ສຶກບໍ່ພໍໃຈ ແລະ ບໍ່ສະບາຍໃຈ. ເຈົ້າຈະບໍ່ສາມາດເຫັນສິ່ງຕ່າງໆໄດ້ຢ່າງຊັດເຈນ, ບໍ່ສາມາດປ່ອຍວາງສິ່ງຕ່າງໆໄດ້ ແລະ ເຈົ້າຈະຄິດຢູ່ສະເໝີວ່າ “ນີ້ແມ່ນທາງທີ່ຖືກຕ້ອງໃນການເຮັດສິ່ງຕ່າງໆບໍ?” ເຈົ້າຈະບໍ່ສາມາດເຫັນໄດ້ວ່າ ໃຜມີວິທີຄິດທີ່ຖືກຕ້ອງແທ້ໆ, ແຕ່ໃນເວລາດຽວກັນ, ເຈົ້າຈະບໍ່ເຕັມໃຈທີ່ຈະລົ້ມເລີກຄວາມຄິດຂອງຕົວເຈົ້າເອງ. ໃນສະຖານະການດັ່ງກ່າວ, ເຈົ້າຄວນສະແຫວງຫາຄວາມຈິງ ແລະ ເຈົ້າຄວນສະແຫວງຫາວ່າແມ່ນຫຍັງຄືຫຼັກການ ແລະ ແມ່ນຫຍັງຄືມາດຕະຖານທີ່ພຣະເຈົ້າຕ້ອງການ. ຫຼັງຈາກທີ່ເຈົ້າໄດ້ຊອກຫາຫຼັກການທີ່ພຣະເຈົ້າຕ້ອງການ, ໃຫ້ໂອ້ລົມກັບຄົນອື່ນ. ແລ້ວຖ້າພວກເຂົາໂອ້ລົມເລັກນ້ອຍກ່ຽວກັບມຸມມອງ ແລະ ຄວາມຮູ້ຂອງພວກເຂົາ, ຫົວໃຈຂອງເຈົ້າກໍຈະຊັດເຈນ ແລະ ສົດໃສ. ເຈົ້າຈະຄິດກັບຕົວເອງວ່າ “ວິທີການຄິດຂອງຂ້ອຍຂ້ອນຂ້າງບ່ຽງເອ່ນເລັກນ້ອຍ, ຕື້ນເຂີນເລັກນ້ອຍ; ວິທີການຄິດຂອງພວກເຂົາດີກວ່າ, ໃຫ້ຄຽງກັບສິ່ງທີ່ພຣະເຈົ້າຮຽກຮ້ອງກວ່າ, ດັ່ງນັ້ນ ຂ້ອຍຈະປະຖິ້ມວິທີການຄິດຂອງຂ້ອຍ, ຍອມຮັບເອົາຂອງພວກເຂົາ ແລະ ຍອມຕໍ່ມັນ. ມາເຮັດຕາມວິທີຂອງພວກເຂົາກັນເທາະ”. ແລ້ວເມື່ອໄດ້ຮຽນບາງສິ່ງຈາກພວກເຂົາ, ເຈົ້າບໍ່ໄດ້ຮັບຄວາມໂປດປານບໍ? ພວກເຂົາໃຫ້ເລັກນ້ອຍ ແລະ ເຈົ້າກໍມີຄວາມສຸກກັບສິ່ງທີ່ເຮັດແລ້ວ. ນັ້ນເອີ້ນວ່າ ພຣະຄຸນຂອງພຣະເຈົ້າ ແລະ ເຈົ້າໄດ້ຮັບຄວາມໂປດປານ. ເຈົ້າຄິດວ່າແມ່ນເມື່ອພຣະວິນຍານບໍລິສຸດໃຫ້ຄວາມສະຫວ່າງແກ່ເຈົ້າແທ້ໆເທົ່ານັ້ນບໍເຈົ້າຈຶ່ງໄດ້ຮັບຄວາມໂປດປານ? ເມື່ອບາງຄົນມີຄຳຄິດເຫັນ ລື ການສ່ອງສະຫວ່າງບາງຢ່າງ ແລະ ແບ່ງປັນມັນກັບເຈົ້າໃນການໂອ້ລົມ ຫຼື ບາງສິ່ງຖືກປະຕິບັດຕາມຫຼັກການຂອງພວກເຂົາ ແລະ ເຈົ້າເຫັນວ່າຜົນຮັບດີພໍສົມຄວນ, ນັ້ນບໍ່ແມ່ນການໄດ້ຮັບບາງສິ່ງບໍ? ນີ້ເປັນການໄດ້ຮັບການໂປດປານ. ການຮ່ວມມືກັນລະຫວ່າງອ້າຍເອື້ອຍນ້ອງເປັນຂະບວນການຂອງການຊົດເຊີຍຈຸດອ່ອນດ້ວຍຈຸດແຂງຂອງອີກຄົນ. ເຈົ້າໃຊ້ຈຸດແຂງຂອງເຈົ້າເພື່ອຊົດເຊີຍຂໍ້ບົກຜ່ອງຂອງຄົນອື່ນ ແລະ ຄົນອື່ນກໍ່ໃຊ້ຈຸດແຂງຂອງພວກເຂົາເພື່ອຊົດເຊີຍຈຸດອ່ອນຂອງເຈົ້າ. ນີ້ແມ່ນສິ່ງທີ່ໝາຍເຖິງການຊົດເຊີຍຈຸດອ່ອນຂອງຕົນດ້ວຍຈຸດແຂງຂອງຄົນອື່ນ ແລະ ເພື່ອຮ່ວມມືກັນຢ່າງສະໝານສັນ. ເມື່ອຮ່ວມມືກັນດ້ວຍຄວາມກົມກຽວກັນເທົ່ານັ້ນ ຜູ້ຄົນຈຶ່ງສາມາດໄດ້ຮັບພອນຢູ່ຕໍ່ໜ້າພຣະເຈົ້າ ແລະ ຍິ່ງມີປະສົບການນີ້ຫຼາຍເທົ່າໃດ ພວກເຂົາກໍ່ຍິ່ງມີຄວາມເປັນຈິງຫຼາຍຂຶ້ນເທົ່ານັ້ນ, ເສັ້ນທາງຂອງພວກເຂົາກໍ່ຈະສົດໃສຍິ່ງຂຶ້ນເມື່ອພວກເຂົາຍ່າງ ແລະ ພວກເຂົາກໍ່ສະບາຍໃຈຫຼາຍຂຶ້ນເລື້ອຍໆ. ຖ້າເຈົ້າບໍ່ຮ່ວມມືກັນຢ່າງສະໝານສັນ; ຖ້າເຈົ້າມັກຈະຫຼິ້ນຫົວກັບຄົນອື່ນຢູ່ສະເໝີ ແລະ ບໍ່ຍອມຮັບສິ່ງທີ່ພວກເຂົາເວົ້າຈັກເທື່ອ ແລະ ພວກເຂົາກໍບໍ່ປາຖະໜາທີ່ຈະຟັງເຈົ້າ; ຖ້າເຈົ້າພະຍາຍາມຮັກສາກຽດສັກສີຂອງຄົນອື່ນ, ແຕ່ພວກເຂົາບໍ່ໄດ້ເຮັດແບບດຽວກັນສຳລັບເຈົ້າ ແລະ ເຈົ້າພົບວ່າບໍ່ສະບາຍໃຈ; ຖ້າເຈົ້າເຮັດໃຫ້ພວກເຂົາຈົນມຸມໃນສິ່ງທີ່ພວກເຂົາໄດ້ເວົ້າ ແລະ ພວກເຂົາຈື່ມັນໄດ້ ແລະ ຄັ້ງໜ້າທີ່ມີບັນຫາເກີດຂຶ້ນ, ພວກເຂົາເຮັດແບບດຽວກັນກັບເຈົ້າ; ແລ້ວນີ້ແມ່ນບັນຫາຫຍັງ? ນີ້່ບໍ່ແມ່ນການດຳລົງຊີວິດຕາມຄວາມຫົວຮ້ອນຂອງເຈົ້າ ແລະ ຍາດຊິງກັນເອງບໍ? ນີ້ບໍ່ແມ່ນການດຳລົງຊີວິດຕາມອຸປະນິໄສທີ່ເສື່ອມຊາມບໍ? ການປະຕິບັດໜ້າທີ່ຂອງເຈົ້າໃນລັກສະນະນີ້ຈະບໍ່ໄດ້ຮັບການຮັບການຮັບຮອງ ແລະ ພອນຈາກພຣະເຈົ້າຢ່າງແນ່ນອນ. ມັນຈະເຮັດໃຫ້ພຣະເຈົ້າກຽດຊັງເຈົ້າເທົ່ານັ້ນ.

ເຈົ້າຕ້ອງຮ່ວມມືກັນຢ່າງສະໝານສັນໃນການປະຕິບັດໜ້າທີ່ຂອງເຈົ້າ. ເມື່ອນັ້ນເອງເຈົ້າຈຶ່ງຈະໄດ້ຮັບຜົນຮັບທີ່ດີ ແລະ ບັນລຸຂໍ້ກຳນົດຂອງພຣະເຈົ້າໄດ້. ການຮ່ວມມືຢ່າງສະໝານສັນແມ່ນຫຍັງ? ພຶດຕິກຳໃດທີ່ບໍ່ມີຄຸນສົມບັດວ່າເປັນການຮ່ວມມືທີ່ສະໝານສັນ? ສົມມຸດວ່າເຈົ້າເຮັດໜ້າທີ່ຂອງເຈົ້າ ແລະ ຂ້ອຍເຮັດໜ້າທີ່ຂອງຂ້ອຍ. ພວກເຮົາແຕ່ລະຄົນໄດ້ປະຕິບັດໜ້າທີ່ຂອງຕົນ, ແຕ່ບໍ່ມີຄວາມເຂົ້າໃຈໂດຍປະລິຍາຍລະຫວ່າງພວກເຮົາ, ບໍ່ມີການສື່ສານ ຫຼື ການໂອ້ລົມກັນ. ພວກເຮົາບໍ່ບັນລຸຄວາມເຂົ້າໃຈເຊິ່ງກັນ ແລະ ກັນປະເພດໃດເລີຍ. ພວກເຮົາພຽງແຕ່ຮູ້ເລິກລົງໄປວ່າ “ຂ້ອຍກຳລັງປະຕິບັດໜ້າທີ່ຂອງຂ້ອຍ ແລະ ເຈົ້າກໍກຳລັງປະຕິບັດໜ້າທີ່ຂອງເຈົ້າ. ບໍ່ໃຫ້ແຊກແຊງກັນ”. ນີ້ແມ່ນການຮ່ວມມືກັນຢ່າງສະໝານສັນບໍ? ໂດຍພາຍນອກ, ມັນອາດເບິ່ງຄືວ່າ ບໍ່ມີຂໍ້ໂຕ້ແຍ້ງ ຫຼື ຄວາມແຕກຕ່າງໃນຄວາມຄິດເຫັນລະຫວ່າງສອງຄົນດັ່ງກ່າວ ແລະ ເບິ່ງຄືວ່າພວກເຂົາບໍ່ແຊກແຊງກັນ ຫຼື ຈໍາກັດເຊິ່ງກັນ ແລະ ກັນ. ຢ່າງໃດກໍຕາມ, ໂດຍທາງຝ່າຍວິນຍານແມ່ນບໍ່ມີການຮ່ວມມືຢ່າງສະໝານສັນລະຫວ່າວພວກເຂົາ. ພວກເຂົາບໍ່ມີຄວາມເຂົ້າໃຈກັນໂດຍປະລິຍາຍ ຫຼື ເປັນຫ່ວງເຊິ່ງກັນ ແລະ ກັນ. ທັງໝົດທີ່ກຳລັງເກີດຂຶ້ນແມ່ນພວກເຂົາແຕ່ລະຄົນກຳລັງເຮັດສິ່ງຂອງຂອງຕົວເອງ ແລະ ໃຊ້ຄວາມພະຍາຍາມຂອງແຕ່ລະຄົນໂດຍບໍ່ມີການຮ່ວມມືໃດໆ. ນີ້ເປັນວິທີທີ່ດີໃນການເຮັດສິ່ງຕ່າງໆບໍ? ມັນອາດປາກົດວ່າບໍ່ມີໃຜກຳລັງເຝົ້າເບິ່ງ, ຈຳກັດ, ສັ່ງການ ຫຼື ເຊື່ອຟັງຄົນອື່ນຢ່າງຫຼັບຫູຫຼັບຕາ ແລະ ສິ່ງນີ້ອາດເຖິງກັບເບິ່ງສົມເຫດສົມຜົນ, ແຕ່ມີອຸປະນິໄສທີ່ເສື່ອມຊາມປະເພດໜຶ່ງຢູ່ພາຍໃນພວກເຂົາ. ພວກເຂົາແຕ່ລະຄົນແຂ່ງຂັນກັນເປັນວິລະບຸລຸດ, ເປັນຫົວໜ້າ ຫຼື ປະຕິບັດໃຫ້ດີກວ່າຄົນອື່ນ, ດັ່ງນັ້ນ ພວກເຂົາຈຶ່ງບໍ່ຮັກ, ບໍ່ສົນໃຈ ຫຼື ບໍ່ຊ່ວຍເຫຼືອຄົນອື່ນ. ບ່ອນນີ້ມີການຮ່ວມມືທີ່ສະໝານສັນບໍ? (ບໍ່). ຖ້າບໍ່ມີການຮ່ວມມືກັນ, ເຈົ້າກໍກຳລັງຕໍ່ສູ້ກັບບັ້ນຮົບຢ່າງໂດດດ່ຽວ ແລະ ເຈົ້າຈະເຮັດຫຼາຍສິ່ງຫຼາຍຢ່າງໄດ້ຢ່າງສົມບູນ ແລະ ຢ່າງທົ່ວເຖິງໄດ້ໜ້ອຍລົງ. ນີ້ບໍ່ແມ່ນປະເພດຂອງສະພາວະທີ່ພຣະເຈົ້າຢາກເຫັນໃນມະນຸດ. ມັນບໍ່ເປັນທີ່ພໍໃຈພຣະອົງ.

ບາງຄົນມັກເຮັດສິ່ງຕ່າງໆຄົນດຽວ ໂດຍບໍ່ສົນທະນາສິ່ງຕ່າງໆກັບຜູ້ໃດ ຫຼື ບອກຜູ້ໃດ. ພວກເຂົາພຽງແຕ່ເຮັດສິ່ງຕ່າງໆຕາມທີ່ພວກເຂົາຕ້ອງການ, ບໍ່ວ່າຄົນອື່ນອາດເບິ່ງພວກເຂົາແນວໃດກໍຕາມ. ພວກເຂົາຄິດວ່າ “ຂ້ອຍເປັນຜູ້ນຳ ແລະ ພວກເຈົ້າແມ່ນຜູ້ຖືກເລືອກຂອງພຣະເຈົ້າ, ດັ່ງນັ້ນ ພວກເຈົ້າຈຳເປັນຕ້ອງເຮັດຕາມສິ່ງທີ່ຂ້ອຍເຮັດ. ເຮັດຕາມທີ່ຂ້ອຍເວົ້າແທ້ໆ, ນັ້ນແມ່ນວິທີທີ່ມັນຄວນຈະເປັນ”. ພວກເຂົາບໍ່ຈແຈ້ງໃຫ້ຄົນອື່ນຮູ້ເມື່ອພວກເຂົາເຮັດ ແລະ ການກະທຳຂອງພວກເຂົາກໍບໍ່ມີຄວາມໂປ່ງໃສ. ພວກເຂົາພະຍາຍາມເປັນການສ່ວນຕົວ ແລະ ເຮັດຢ່າງລັບໆຢູ່ສະເໝີ. ຄືກັນກັບມັງກອນແດງໃຫຍ່ທີ່ຍັງຄົງຜູກຂາດອຳນາດໂດຍພັກດຽວ, ພວກເຂົາປາຖະໜາຢູ່ສະເໝີທີ່ຈະຫຼອກລວງ ແລະ ຄວບຄຸມຄົນອື່ນທີ່ພວກເຂົາເຫັນວ່າບໍ່ສຳຄັນ ແລະ ໄຮ້ຄ່າ. ພວກເຂົາຕ້ອງການມີສິດຕັດສິນໃຈໃນເລື່ອງຕ່າງໆຢູ່ສະເໝີ ໂດຍບໍ່ໄດ້ສົນທະນາ ແລະ ສື່ສານກັບຄົນອື່ນ ແລະ ພວກເຂົາບໍ່ເຄີຍຮ້ອງຂໍຄວາມຄິດເຫັນຈາກຄົນອື່ນ. ເຈົ້າຄິດຫຍັງກັບແນວທາງນີ້? ມັນມີຄວາມເປັນມະນຸດປົກກະຕິບໍ? (ມັນບໍ່ມີ). ມັນບໍ່ແມ່ນທຳມະຊາດຂອງມັງກອນແດງໃຫຍ່ບໍ? ມັງກອນແດງໃຫຍ່ແມ່ນຜະເດັດການ ແລະ ມັກເຮັດຕາມອຳເພີໃຈ. ຄົນທີ່ມີອຸປະນິໄສທີ່ເສື່ອມຊາມປະເພດນີ້ບໍ່ແມ່ນລູກຫຼານຂອງມັງກອນແດງໃຫຍ່ບໍ? ນີ້ແມ່ນວິທີທີ່ຜູ້ຄົນຄວນຮູ້ຈັກຕົວເອງ. ພວກເຈົ້າສາມາດເຮັດແບບນີ້ໄດ້ບໍ? (ເຮັດໄດ້). ເມື່ອພວກເຈົ້າປະພຶດຕົວແບບນີ້ ພວກເຈົ້າຮູ້ມັນບໍ? ຖ້າເຈົ້າຮູ້, ກໍຍັງມີຫວັງສຳລັບເຈົ້າ, ແຕ່ຖ້າເຈົ້າບໍ່ຮູ້, ເຈົ້າມີບັນຫາຢ່າງແນ່ນອນ ແລະ ໃນກໍລະນີນີ້, ບໍ່ແມ່ນຮອດວາລະຂອງເຈົ້າແລ້ວບໍ? ຈະເຮັດແນວໃດເມື່ອເຈົ້າບໍ່ຮູ້ຕົວວ່າເຈົ້າກຳລັງເຮັດແບບນີ້? (ພວກເຮົາຕ້ອງການອ້າຍເອື້ອຍນ້ອງຂອງພວກເຮົາຊີ້ໃຫ້ເຫັນ, ລິຮານພວກເຮົາ ແລະ ຈັດການກັບພວກເຮົາ). ຖ້າເຈົ້າເວົ້າກັບຄົນອື່ນກ່ອນວ່າ “ໂດຍທຳມະຊາດແລ້ວ, ຂ້ອຍເປັນຄົນທີ່ຮັກນຳພາຄົນອື່ນ ແລະ ຂ້ອຍກຳລັງບອກພວກເຈົ້າເປັນການລ່ວງໜ້າ, ດັ່ງນັ້ນຖ້າວ່າ ແລະ ເມື່ອມັນເກີດຂຶ້ນ, ຢ່າໄປຫຍຸ້ງກັບມັນ. ເຈົ້າຕ້ອງທົນກັບຂ້ອຍ. ຂ້ອຍຮູ້ວ່າມັນບໍ່ດີ ແລະ ຂ້ອຍກຳລັງເຮັດວຽກໃນການປ່ຽນແປງມັນເທື່ອລະໜ້ອຍ, ດັ່ງນັ້ນ ຂ້ອຍຫວັງວ່າພວເຈົ້າຈະອົດທົນກັບຂ້ອຍໄດ້. ເມື່ອສິ່ງເຫຼົ່ານີ້ເກີດຂຶ້ນ, ໃຫ້ອົດທົນກັບຂ້ອຍ, ຮ່ວມມືກັບຂ້ອຍ ແລະ ຈົ່ງພະຍາຍາມຮ່ວມມືກັນຢ່າງສະໝານສັນ”. ການເຮັດສິ່ງຕ່າງໆໃນລັກສະນະນີ້ເປັນທີ່ຍອມຮັບບໍ? (ບໍ່. ມັນບໍ່ສົມເຫດສົມຜົນ). ເປັນຫຍັງເຈົ້າຈຶ່ງເວົ້າວ່ານີ້ແມ່ນບໍ່ສົມເຫດສົມຜົນ? ຄົນທີ່ເວົ້າແບບນີ້ບໍ່ມີເຈດຕະນາທີ່ຈະສະແຫວງຫາຄວາມຈິງ. ພວກເຂົາຂ້ອນຂ້າງຮູ້ດີວ່າ ການເຮັດສິ່ງຕ່າງໆໃນລັກສະນະນີ້ແມ່ນຜິດ, ແຕ່ພວກເຂົາກໍຍັງຢືນຢັນທີ່ຈະເຮັດມັນ, ໃນຂະນະທີ່ບີບບັງຄັບຄົນອື່ນ, ທຸກຄົນຮຽກຮ້ອງການຮ່ວມມື ແລະ ການສະໜັບສະໜູກຈາກພວກເຂົາ. ບໍ່ມີຄວາມປາຖະໜາທີ່ຈະປະຕິບັດຄວາມຈິງໃນເຈດຕະນາຂອງພວກເຂົາ. ພວກເຂົາຈົງໃຈທີ່ຈະຕໍ່ຕ້ານຄວາມຈິງ. ການລະເມີດໂດຍຮູ້ຕົວດີ, ນັ້ນແມ່ນສິ່ງທີ່ພຣະເຈົ້າກຽດຊັງທີ່ສຸດ. ບໍ່ມີໃຜນອກຈາກຄົນຊົ່ວ ແລະ ຜູ້ຕໍ່ຕ້ານພຣະຄຣິດທີ່ສາມາດເຮັດຫຍັງເຊັ່ນນີ້ໄດ້ ແລະ ການເຮັດເຊັ່ນນັ້ນກໍແມ່ນວິທີການທີ່ຜູ້ຕໍ່ຕ້ານພຣະຄຣິດກະທຳແທ້ໆ. ຄົນໆໜຶ່ງຕົກຢູ່ໃນອັນຕະລາຍເມື່ອພວກເຂົາເຈດຕະນາຂັດສູ້ກັບຄວາມຈິງ ແລະ ຕໍ່ຕ້ານພຣະເຈົ້າ. ນີ້ແມ່ນການຍ່າງບົນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ. ບຸກຄົນເຫຼົ່ານີ້ບໍ່ປະຕິບັດຄວາມຈິງດ້ວຍຕົວເອງ, ແຕ່ພວກເຂົາບີບບັງຄັບຄົນອື່ນ ແລະ ຜູ້ມັດພວກເຂົາ, ພະຍາຍາມເຮັດໃຫ້ຄົນອື່ນຕິດຕາມພວກເຂົາໃນການຂັດສູ້ກັບຄວາມຈິງ ແລະ ຕໍ່ຕ້ານພຣະເຈົ້າ. ພວກເຂົາບໍ່ໄດ້ຈົງໃຈຕັ້ງຕົນຕໍ່ຕ້ານພຣະເຈົ້າບໍ? ໂດຍສະເພາະເມື່ອພວກເຂົາປະພຶດໂຕໃນລັກສະນະນີ້, ພວກເຂົາຈແຈ້ງໃຫ້ກຸ່ມຮັບຊາບລ່ວງໜ້າ ແລະ ຂໍໃຫ້ຜູ້ຄົນໃຫ້ເງິນອຸດໜູນພວກເຂົາ ແລະ ຈາກນັ້ນກໍໃຫ້ແຕ່ລະຄົນສະໜັບສະໜູນພວກເຂົາ. ໃນການເຮັດເຊັ່ນນີ້ ພວກເຂົາຍິ່ງເຈົ້າເລ່ຫຼາຍຂຶ້ນ. ການເວົ້າເຊັ່ນນີ້ເປັນການສະແດງອຳນາດ, ເປັນການຍື່ນຄຳຂາດ. ສິ່ງທີ່ພວກເຂົາໝາເຖິງແມ່ນ “ຟັງທາງນີ້, ຂ້ອຍບໍ່ແມ່ນຄົນໃຫ້ມີເລື່ອງນຳ. ຄົນທຳມະດາສາມັນບໍ່ມີຄວາມໝາຍສຳລັບຂ້ອຍ. ສິ່ງທີ່ຂ້ອຍຕ້ອງການຄືຮັບຜິດຊອບ. ຢ່າພະຍາຍາມສົນທະນາສິ່ງຕ່າງໆກັບຂ້ອຍຈະດີກວ່າ, ບໍ່ມີທີ່ຫວ່າງໃຫ້ສົນທະນາ! ນີ້ແມ່ນບັນຫາຂອງຂ້ອຍ: ຖ້າເຈົ້າໃຫ້ຂ້ອຍເຮັດບາງສິ່ງ, ແລ້ວຂ້ອຍກໍຈຳເປັນຕ້ອງມີອຳນາດຕັດສິນໃຈ ແລະ ຢ່າພະຍາຍາມຮ່ວມມືກັບຂ້ອຍຈະດີວ່າ, ເຈົ້າຈະເຮັດບໍ່ໄດ້ ເຖິງແມ່ນວ່າເຈົ້າຕ້ອງການກໍຕາມ!” ນີ້ເປັນການເປີດໃຈບໍ? ບໍ່ແມ່ນ. ນີ້ແມ່ນວິທີການເຮັດສິ່ງຕ່າງໆໃນນາມຂອງຊາຕານ, ບໍ່ແມ່ນພຽງບັນຫາໃນການເປີດເຜີຍອຸປະນິໄສທີ່ເສື່ອມຊາມ. ພວກເຂົາປາຖະໜາທີ່ຈະຄອງລາດຢ່າງສົມບູນ, ໃຫ້ເປັນໄປຕາມທີ່ພວກເຂົາເວົ້າ ເພື່ອໃຫ້ທຸກຄົນເຮັດໃນສິ່ງທີ່ພວກເຂົາເວົ້າ, ຈາກນັ້ນກໍຕິດຕາມ ແລະ ເຊື່ອຟັງພວກເຂົາ. ນັ້ນບໍ່ແມ່ນການທີ່ຊາຕານມານຮ້າຍສຳແດງຕົນບໍ? ນີ້່ບໍ່ແມ່ນການຖອກເທອຸປະນິໄສທີ່ເສື່ອມຊາມພຽງຄັ້ງດຽວ. ການກະທຳຂອງຜູ້ຕໍ່ຕ້ານພຣະຄຣິດໄດ້ຖືກກຳນົດໂດຍທຳມະຊາດແບບຊາຕານຂອງພວກເຂົາ. ພວກເຂົາເຊື່ອໃນພຣະເຈົ້າ ແລະ ມາຄຣິສຕະຈັກດ້ວຍເຈດຕະນາທີ່ຈະຍຶດອຳນາດ. ພວກເຂົາຕັ້ງໃຈຈະຕັ້ງຕົນເປັນສັດຕູກັບພຣະເຈົ້າ, ນຳພາຜູ້ທີ່ຖືກເລືອກຂອງພຣະເຈົ້າສູ່ເສັ້ນທາງແຫ່ງການຕໍ່ຕ້ານພຣະອົງ. ພວກເຂົາເປັນຄືກັນກັບຫົວໜ້ານິກາຍສາສະໜາຕ່າງໆຂ້າງນອກນັ້ນ. ພວກເຂົາລ້ວນມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິດ ແລະ ມັກຊາຕານ, ພວກເຂົາທຸກຄົນປາຖະໜາທີ່ຈະໃຫ້ຕົນເອງມີສະຖານະທຽບເທົ່າກັບພຣະເຈົ້າ. ຖ້າໜຶ່ງໃນຜູ້ຖືກເລືອກຂອງພຣະເຈົ້າເຫັນການສະແດງຕົນຂອງຜູ້ຕໍ່ຕ້ານພຣະຄຣິດ, ພວກເຂົາຄວນເຂົ້າຫາມັນແນວໃດ? ພວກເຂົາຄວນຊ່ວຍເຫຼືອພວກເຂົາດ້ວຍຄວາມຮັກບໍ? ພວກເຂົາຄວນເປີດໂປງ ແລະ ແຍກແຍະພວກເຂົາ ແລະ ໃຫ້ຄົນອື່ນເຫັນໂສມໜ້າຊາຕານຂອງພວກເຂົາ, ຫຼັງຈາກນັ້ນ ພວກເຂົາຄວນປະຖິ້ມຜູ້ຕໍ່ຕ້ານພຣະຄຣິດເຫຼົ່ານັ້ນ. ນີ້ແມ່ນຫຼັກການທີ່ຜູ້ຖືກເລືອກຂອງພຣະເຈົ້າຄວນເຂົ້າໃຈ ແລະ ກຳໃຫ້ໄດ້. ສຳລັບຄົນທີ່ຖືວ່າການສຳແດງຕົວຂອງຜູ້ຕໍ່ຕ້ານພຣະຄຣິດເປັນການຖອກເທອຸປະນິໄສທີ່ເສື່ອມຊາມ, ການລ່ວງລະເມີດຊົ່ວຄາວ ແລະ ຖືກຫຼອກລວງໂດຍສິ່ງທີ່ເອີ້ນວ່າ “ການຮູ້ຈັກຕົວເອງ” ແລະ ການກະທຳທີ່ຄາດຄະເນວ່າເປັນການເປີດໃຈ ແລະ ເປີດເຜີຍຕົວຕົນ ແລະ ຍັງໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາ, ພວກເຂົາຄົງຈະເປັນຄົນໂງ່ຈ້າແທ້ໆ ແລະ ເຫັນໄດ້ຊັດເຈນວ່າບໍ່ມີການຢັ່ງຮູ້ເລີຍ. ບອກເຮົາເບິ່ງ, ບຸກຄົນທີ່ໃນຖານະເປັນຜູ້ຕໍ່ຕ້ານພຣະຄຣິດ ທີ່ຖອກເທອຸປະນິໃສທີ່ເສື່ອມຊາມຂອງຕົນອອກມາ, ພວກເຂົາສາມາດເປີດໃຈ ແລະ ເປີດເຜີຍຕົວເອງກັບຄົນອື່ນໄດ້ບໍ? ພວກເຂົາບໍ່ເຄີຍໄຕ່ຕອງ ຫຼື ຮູ້ຈັກຕົວເອງເມື່ອພວກເຂົາເຮັດສິ່ງທີ່ຜິດ ແລະ ການທີ່ພວກເຂົາເປີດເຜີຍຕົວເອງກໍເປັນການກະທຳທີ່ຫຼອກລວງ, ບໍ່ມີຫຍັງໄປຫຼາຍກ່າການແກ້ຕ່າງໃຫ້ຕົວເອງ. ຄົນໆໜຶ່ງຈຳເປັນຕ້ອງແຍກແຍະໃຫ້ໄດ້ວ່າການເປີດໃຈ ແລະ ການເປີດເຜີຍຕົວເອງມັນໝາຍຄວາມວ່າແນວໃດແທ້. ຖ້າພວກເຂົາເວົ້າວ່າ “ຂ້ອຍອາລົມບໍ່ດີ, ດັ່ງນັ້ນ ຢ່າມາກວນໂມໂຫຂ້ອຍ!” ນີ້ເປັນການເປີດເຜີຍຕົວເອງບໍ? (ບໍ່). ພວກເຂົາກຳລັງເຕືອນເຈົ້າບໍ່ໃຫ້ກວນໂມໂຫພວກເຂົາ, ການກວນໂມໂຫພວກເຂົາຈະເຮັດໃຫ້ເກີດບັນຫາ. ແລ້ວຖ້າພວກເຂົາເວົ້າວ່າ “ຢູ່ເຮືອນຂອງຂ້ອຍ, ຂ້ອຍເວົ້າແນວໃດກໍແນວນັ້ນ. ແມ່ນແຕ່ພໍ່ແມ່ຂອງຂ້ອຍກໍຕ້ອງເຮັດຕາມທີ່ຂ້ອຍເວົ້າ. ນີ້ແມ່ນຄວາມໃຈຮ້ອນທີ່ຂ້ອຍມີ ແລະ ພວກເຈົ້າຕ້ອງຈະຕ້ອງຍົກໂທດໃຫ້ຂ້ອຍ, ຂ້ອຍບໍ່ສາມາດເຮັດຫຍັງກັບມັນໄດ້. ພໍ່ແມ່ຂອງຂ້ອຍເວົ້າວ່າ ຄົນມີພອນສະຫວັນຫຼາຍມີອາລົມທີ່ຫຸນຫັນ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງໃຫ້ອະໄພຂ້ອຍ”? ນີ້ເປັນການເປີດເຜີຍຕົວຕົນບໍ? (ບໍ່). ພວກເຂົາກຳລັງບອກເຈົ້າວ່າຄົນທີ່ມີພອນສະຫວັນມີອາລົມທີ່ຫຸນຫັນ, ດັ່ງນັ້ນ ເຈົ້າຄວນໃຫ້ອະໄພພວກເຂົາ. ຖ້າພວກເຂົາເວົ້າວ່າ “ຂ້ອຍມີອາລົມແບບນີ້ນັບຕັ້ງແຕ່ຂ້ອຍຍັງເປັນເດັກນ້ອຍ. ຂ້ອຍເວົ້າແນວໃດກໍເປັນແນວນັ້ນ. ຂ້ອຍສະແຫວງຫາຄວາມສົມບູນແບບ ແລະ ສິ່ງທີ່ຂ້ອຍຕ້ອງການ. ຕອນນີ້ຂ້ອຍດີຂຶ້ນຫຼາຍເມື່ອຂ້ອຍເຊື່ອໃນພຣະເຈົ້າ ແລະ ໃນຫຼາຍໆຢ່າງ, ຂ້ອຍສາມາດອົດທົນ ແລະ ຄວບຄຸມຕົນເອງໄດ້, ແຕ່ຂ້ອຍຍັງສະແຫວງຫາຄວາມສົມບູນແບບຢູ່. ຖ້າບາງສິ່ງບໍ່ສົມບູນແບບ, ມັນກໍບໍ່ມີປະໂຫຍດ ແລະ ຂ້ອຍບໍ່ສາມາດຍອມຮັບມັນໄດ້”. ນີ້ເປັນການເປີດເຜີຍຕົວຕົນບໍ? (ບໍ່). ແລ້ວນີ້ແມ່ນຫຍັງ? ນີ້ເປັນການຍົກຍ້ອງຕົວເອງ ແລະ ເປັນການໂອ້ອວດເພື່ອເຮັດໃຫ້ຄົນອື່ນເຄົາລົບພວກເຂົາ, ບອກຄົນອື່ນວ່າພວກເຂົາໜ້າເກງຂາມສ່ຳໃດ, ວິທີການທີ່ພວກກໍ່ການຮ້າຍ ແລະ ພວກນັກເລງອວດອ້າງຄວາມຮຸນແຮງ ແລະ ເບັ່ງອຳນາດເມື່ອພວກເຂົາພົບກັນ, ຄືກັບຈະເວົ້າວ່າ “ເຈົ້າຄິດວ່າເຈົ້າສາມາດມີເລື່ອງກັບຂ້ອຍໄດ້ບໍ? ຖ້າເຈົ້າມີເລື່ອງ, ມາເບິ່ງກັນວ່າກຳປັ້ນຂອງພວກເຮົາເວົ້າຫຍັງກ່ຽວກັບເລື່ອງນີ້!” ນີ້່ບໍ່ແມ່ນໃບໜ້າຂອງຊາຕານບໍ? ບໍ່ແມ່ນວິທີການເປີດເຜີຍຕົວເອງທັງໝົດຈະຄືກັນ. ເມື່ອຜູ້ຕໍ່ຕ້ານພຣະຄຣິດເປີດເຜີຍຕົວເອງ ພວກເຂົາໝາຍທີ່ຈະຂົ່ມເຫັງ, ຂົ່ມຂູ່ ແລະ ເຮັດໃຫ້ຄົນອື່ນຢ້ານ. ພວກເຂົາຢາກເອົາຊະນະຄົນອື່ນສະເໝີ. ນີ້ແມ່ນໂສມໜ້າຂອງຊາຕານ. ມັນບໍ່ແມ່ນວິທີການເປີດໃຈທີ່ທຳມະດາ ແລະ ລຽບງ່າຍ. ເພື່ອດຳລົງຊີວິດແບບມະນຸດທຳມະດາ, ຄົນໆໜຶ່ງຄວນເປີດໃຈ ແລະ ເປີດເຜີຍຕົວເອງແນວໃດ? ໂດຍການເປີດໃຈກ່ຽວກັບການຖອກເທອຸປະນິໄສທີ່ເສື່ອມຊາມຂອງຕົນ, ອະນຸຍາດໃຫ້ຄົນອື່ນເຫັນທະລຸສູ່ຄວາມເປັນຈິງຂອງຫົວໃຈພວກເຂົາ ແລະ ຈາກນັ້ນກໍແຍກແຍະ ແລະ ຮູ້ຈັກແກ່ນແທ້ຂອງບັນຫາໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ກຽດຊັງ ແລະ ລັງກຽດຕົວເອງຈາກກົ້ນເລິກຫົວໃຈຂອງຕົນ. ເມື່ອພວກເຂົາເປີດເຜີຍຕົວເອງ, ພວກເຂົາບໍ່ຄວນພະຍາຍາມແກ້ຕ່າງໃຫ້ຕົວເອງ ຫຼື ພະຍາຍາມອະທິບາຍຕົວເອງ, ແຕ່ກົງກັນຂ້າມ, ພວກເຂົາຄວນພຽງແຕ່ປະຕິບັດຄວາມຈິງ ແລະ ເປັນຄົນສັດຊື່. ບາງຄົນກໍມີອຸປະນິໄສທີ່ບໍ່ດີຢ່າງຊັດເຈນ, ແຕ່ພວກເຂົາເວົ້າກ່ຽວກັບຕົວເອງວ່າມີອາລົມບໍ່ດີຢູ່ສະເໝີ. ນີ້ບໍ່ແມ່ນເປັນພຽງການແກ້ຕົວແບບໜຶ່ງບໍ? ອຸປະນິໄສທີ່ບໍ່ດີກໍຄື: ອຸປະນິໄສທີ່ບໍ່ດີ. ເມື່ອບາງຄົນເຮັດບາງສິ່ງທີ່ບໍ່ສົມເຫດສົມຜົນ ຫຼື ບາງສິ່ງທີ່ທຳຮ້າຍທຸກຄົນ, ບັນຫາແມ່ນກັບອຸປະນິໄສ ແລະ ຄວາມເປັນມະນຸດຂອງພວກເຂົາ, ແຕ່ພວກເຂົາເວົ້າຢູ່ສະເໝີວ່າ ພວກເຂົາສູນເສຍການຄວບຄຸມອາລົມຂອງຕົວເອງຊົ່ວຄາວ ຫຼື ໃຈຮ້າຍເລັກນ້ອຍ. ພວກເຂົາບໍ່ເຄີຍເຂົ້າໃຈບັນຫາໃນແກ່ນແທ້ຂອງມັນຈັກເທື່ອ. ນີ້ເປັນການແຍກແຍະຕົວເອງ ແລະ ການເປີດເຜີຍຕົວເອງຢ່າງແທ້ຈິງບໍ? ປະການທີໜຶ່ງ, ເພື່ອໃຫ້ຄົນໆໜຶ່ງເຫັນຄຸນຄ່າບັນຫາ ແລະ ແຍກແຍະ ແລະ ເປີດເຜີຍຕົວເອງໃນລະດັບທີ່ຈຳເປັນ, ພວກເຂົາຕ້ອງມີຫົວໃຈທີ່ຊື່ສັດ ແລະ ທັດສະນະທີ່ຈິງໃຈ ແລະ ພວກເຂົາຕ້ອງເວົ້າເຖິງສິ່ງທີ່ພວກເຂົາສາມາດເຂົ້າໃຈກ່ຽວກັບບັນຫາໃນອຸປະນິໄສຂອງພວກເຂົາ. ປະການທີສອງ, ຄົນໆໜຶ່ງຄວນຮູ້ສຶກວ່າອຸປະນິໄສຂອງພວກເຂົານັ້ນຮຸນແຮງ, ພວກເຂົາຕ້ອງເວົ້າກັບທຸກຄົນວ່າ “ຖ້າຂ້ອຍເຜີຍອຸປະນິໄສທີ່ເສື່ອມຊາມເຊັ່ນນັ້ນອີກ, ຢ່າລັງເລທີ່ຈະເຕືອນຂ້ອຍ, ຢ່າຍອມແພ້ກັບຂ້ອຍ. ອຸປະນິໄສທີ່ເສື່ອມຊາມດ້ານນີ້ຂອງຂ້ອຍແມ່ນຮຸນແຮງຫຼາຍ ແລະ ຂ້ອຍຕ້ອງການຄວາມຈຶງເພື່ອໂອ້ລົມຫຼາຍຄັ້ງເພື່ອເປີດໂປງຂ້ອຍ. ຂ້ອຍຍອມຮັບການຖືກລິຮານ ແລະ ຖືກຈັດການໂດຍທຸກຄົນຢ່າງມີຄວາມສຸກ ແລະ ຂ້ອຍຫວັງວ່າທຸກຈະເຝົ້າຈັບຕາເບິ່ງຂ້ອຍ, ຊ່ວຍເຫຼືອຂ້ອຍ ແລະ ບໍ່ປ່ອຍໃຫ້ຂ້ອຍຫຼົງທາງ”. ທ່າທີດັ່ງກ່າວແມ່ນຫຍັງ? ນີ້ແມ່ນທ່າທີຂອງການຍອມຮັບຄວາມຈິງ. ບາງຄົນຮູ້ສຶກບໍ່ສະບາຍໃຈເລັກນ້ອຍເມື່ອພວກເຂົາເວົ້າສິ່ງເຫຼົ່ານີ້. ພວກເຂົາຄິດກັບຕົວເອງວ່າ “ຖ້າທຸກຄົນລຸກຮື້ຂຶ້ນ ແລະ ເປີດໂປງຂ້ອຍ, ແລ້ວຂ້ອຍຈະເຮັດແນວໃດ? ຂ້ອຍຈະສາມາດຮັບມັນໄດ້ບໍ?” ພວກເຈົ້າຢ້ານທີ່ຈະຖືກຄົນອື່ນເປີດໂປງພວກເຈົ້າບໍ? (ບໍ່). ເຈົ້າຄວນກ້າຫານຕໍ່ໜ້າເລື່ອງນີ້. ມັນໜ້າອັບອາຍທີ່ຈະຢ້ານຖືກເປີດໂປງ. ຖ້າເຈົ້າຮັກຄວາມຈິງແທ້ໆ, ເຈົ້າຈະຢ້ານຖືກເຮັດໃຫ້ອັບອາຍໃນລັກສະນະນີ້ບໍ? ເຈົ້າຈະຢ້ານທຸກຄົນຈັດການກັບເຈົ້າບໍ? ຄວາມຢ້ານກົວນີ້ແມ່ນຄວາມອ່ອນແອ, ຄວາມຄິດລົບ ແລະ ຄວາມເສື່ອມຊາມ. ທຸກຄົນເຜີຍຄວາມເສື່ອມຊາມ, ແຕ່ແກ່ນແທ້ກ່ຽວກັບວິທີການທີ່ພວກເຂົາເປີດເຜີຍມັນແມ່ນແຕກຕ່າງກັນ. ຕາບໃດທີ່ບາງຄົນບໍ່ຕັ້ງໃຈລະເມີດ ຫຼື ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ແລ້ວຂອງພວກເຂົາກໍແມ່ນຮູບແບບການເປີດເຜີຍຄວາມເສື່ອມຊາມປົກກະຕິ ແລະ ທຸກຄົນຈະສາມາດປະຕິບັດຕໍ່ມັນໄດ້ຢ່າງຖືກຕ້ອງ. ຖ້າເປົ້າໝາຍທີ່ຕັ້ງໃຈໄວ້ຂອງຄົນໆໜຶ່ງແມ່ນເພື່ອກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ຫຼື ເພື່ອຈົງໃຈສ້າງຄວາມເສຍຫາຍຕໍ່ວຽກງານຂອງຄຣິສຕະຈັກ, ແລ້ວພວກເຂົາກໍເປັນຄົນທີ່ຢ້ານຖືກຄົນອື່ນເປີດໂປງທີ່ສຸດ, ເພາະວ່າແກ່ນແທ້ຂອງບັນຫານີ້ຮ້າຍແຮງເກີນໄປ ແລະ ໃນຕອນທີ່ພວກເຂົາຖືກເປີດໂປງ, ພວກເຂົາກໍຈະຖືກເປີດເຜີຍ ແລະ ຖືກຂັບໄລ່ອອກ. ຄວາມຢ້ານກົວຂອງພວກເຂົານີ້ໜັກໜ່ວງໃນໃຈຂອງພວກເຂົາ. ບໍ່ວ່າມື້ນີ້ພຣະເຈົ້າເຮັດພາລະກິດແນວໃດກໍຕາມ, ທັງໝົດແມ່ນເພື່ອຈຸດປະສົງຂອງການຊຳລະລ້າງຜູ້ຄົນຈາກຄວາມເສື່ອມຊາມຂອງພວກເຂົາ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນ. ຖ້າເຈົ້າເປັນປະເພດຄົນທີ່ຖືກຕ້ອງ ແລະ ເຈົ້າພະຍາຍາມປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ ແລະ ເຮັດການມອບໝາຍຂອງພຣະເຈົ້າໃຫ້ສຳເລັດ, ຄົນສ່ວນໃຫຍ່ຈະເຫັນສິ່ງນີ້ຢ່າງຊັດເຈນ. ພວກເຂົາສາມາດແຍກແຍະສິ່ງນີ້ຂອງເຈົ້າອອກໄດ້. ອີກຢ່າງ, ການເປີດໂປງ, ການລິຮານ ແລະ ການຈັດການກັບຜູຄ້ຄົນບໍ່ແມ່ນການສ້າງບັນຫາໃຫ້ກັບພວກເຂົາ. ກົງກັນຂ້າມ, ມັນຖືກດຳເນີນເພື່ອຊ່ວຍພວກເຂົາແກ້ໄຂບັນຫາຂອງຕົນ ເພື່ອໃຫ້ພວກເຂົາສາມາດປະຕິບັດໜ້າທີ່ຂອງຕົນໃຫ້ດີ ແລະ ປົກປ້ອງວຽກງານຂອງຄຣິສຕະຈັກ. ນີ້ແມ່ນສິ່ງທີ່ຖືກຕ້ອງຕາມກົດໝາຍ. ບຸກຄົນໜຶ່ງຍອມຮັບການຖືກລິຮານ ແລະ ການຖືກຈັດການ ເພື່ອໃຫ້ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້ຖືກເຮັດໃຫ້ບໍລິສຸດ. ມັນຍັງເປັນທ່າທີທີ່ຄົນໆໜຶ່ງຄວນມີເພື່ອບັນລຸການປ່ຽນແປງອຸປະນິໄສ. ເມື່ອຄົນເຮົາມີທ່າທີນີ້, ພວກເຂົາຍັງຈຳເປັນຕ້ອງຊອກຫາເສັ້ນທາງປະຕິບັດທີ່ເໝາະສົມ ແລະ ເມື່ອຮອດເວລາເຮັດເຊັ່ນັ້ນ, ມັນກໍຈຳເປັນຕ້ອງທົນທຸກ. ເມື່ອມີການສູ້ຮົບ, ພວກເຂົາຕ້ອງປະຖິ້ມເນື້ອໜັງ ແລະ ປະຖິ້ມຂໍ້ຈຳກັດຂອງຄວາມທະນົງຕົວ, ຄວາມພູມໃຈ ແລະ ອາລົມຂອງຕົນ. ເມື່ອພວກເຂົາໄດ້ຜ່ານຜ່າຄວາມຫຍຸ້ງຍາກຂອງເນື້ອໜັງແລ້ວ, ສິ່ງຕ່າງໆກໍງ່າຍຂຶ້ນຫຼາຍ. ບາງຄົນອາດເອີ້ນສິ່ງນີ້ວ່າ ເສລີພາບ ແລະ ການປົດປ່ອຍ. ນີ້ແມ່ນຂະບວນການຂອງການປະຕິບັດຄວາມຈິງ. ມີການທົນທຸກພໍສົມຄວນຢູ່ສະເໝີ. ມັນເປັນໄປບໍ່ໄດ້ທີ່ຈະບໍ່ທົນທຸກເລີຍ, ຍ້ອນເນື້ອໜັງເສື່ອມຊາມ ແລະ ຜູ້ຄົນມີຄວາມທະນົງຕົວ ແລະ ຄວາມພາກພູມໃຈ ແລະ ພວກເຂົາຄຳນຶງເຖິງຜົນປະໂຫຍດຂອງຕົວເອງຢູ່ສະເໝີ. ສິ່ງເຫຼົ່ານີ້ແມ່ນອຸປະສັກທີ່ໃຫຍ່ຫຼວງທີ່ສຸດຂອງຜູ້ຄົນໃນການປະຕິບັດຄວາມຈິງ. ເພາະສະນັ້ນ, ມັນຈຶ່ງເປັນໄປບໍ່ໄດ້ທີ່ຈະປະຕິບັດຄວາມຈິງໂດຍບໍ່ທົນທຸກໜ້ອຍໜຶ່ງ. ເມື່ອຜູ້ຄົນຊິມລົດຊາດຄວາມຫວານຊື່ນຂອງການປະຕິບັດຄວາມຈິງ ແລະ ປະສົບກັບຄວາມສະຫງົບສຸກ ແລະ ຄວາມສຸກທີ່ແທ້ຈິງ, ພວກເຂົາກໍເຕັມໃຈທີ່ຈະປະຈິບັດຄວາມຈິງ ແລະ ມັນກໍງ່າຍຂຶ້ນສຳລັບພວກເຂົາທີ່ຈະປະຕິເສດຕົວເອງ, ປະຖິ້ມເນື້ອໜັງ ແລະ ເອົາຊະນະຊາຕານ. ດ້ວຍວິທີນີ້ ພວກເຂົາໄດ້ຮັບການປົດປ່ອຍ ແລະ ເປັນອິດສະຫຼະຢ່າງສົມບູນ.

ຕ້ອງສ້າງບັນຍາກາດປະເພດໃດໃນຊີວິດຄຣິສຕະຈັກ? ບັນຍາກາດທີ່ເຊິ່ງ ເມື່ອບາງສິ່ງເກີດຂຶ້ນ, ສິ່ງນັ້ນຈະຖືກກ່າວເຖິງ, ບໍ່ແມ່ນບຸກຄົນ. ບາງຄັ້ງ ຄວາມບໍ່ເຫັນດີຈະນຳໄປສູ່ການຜິດຖຽງກັນ ແລະ ອາລົມຮ້ອນຈະແລ່ນຂຶ້ນສູງ, ແຕ່ບໍ່ມີຄວາມບາດໝາງໃນໃຈ. ທຸກສິ່ງແມ່ນເພື່ອເຫັນແກ່ການປ່ຽນແປງອຸປະນິໄສຂອງຜູ້ຄົນ ແລະ ການປະຕິບັດໜ້າທີ່ຂອງຄົນໆໜຶ່ງໃຫ້ດີ. ທັງໝົດແມ່ນການປະຕິບັດຄວາມຈິງເພື່ອເຮັດຕາມຄວາມປະສົງຂອງພຣະເຈົ້າ. ບໍ່ມີຄວາມກຽດຊັງລະຫວ່າງຜູຸ້ຄົນ. ນີ້ກໍຍ້ອນວ່າ ຜູ້ຄົນລ້ວນຢູ່ໃນຂະບວນການຂອງການພະຍາຍາມບັນລຸຄວາມລອດພົ້ນ. ທຸກຄົນມີອຸປະນິໄສທີ່ເສື່ອມຊາມອັນດຽວກັນ ແລະ ບາງຄັ້ງ, ຄຳເວົ້າອາດຈະຮຸນແຮງເກີນໄປ ຫຼື ໄປໃກເກີນໄປ ຫຼື ບາງຄົນມີທ່າທີທີ່ບໍ່ຄ່ອຍດີ. ພວກເຮົາບໍ່ຄວນມີຄວາມຮູ້ສຶກໂກດຮ້າຍກັບສິ່ງເຫຼົ່ານີ້. ຖ້າເຈົ້າຍັງບໍ່ສາມາດເຂົ້າໃຈ ຫຼື ເບິ່ງທະລຸເລື່ອງດັ່ງກ່າວ, ມີທາງເລືອກສຸດທ້າຍຄື: ອະທິຖານຕໍ່ໜ້າພຣະເຈົ້າ ແລະ ໄຕ່ຕອງກັບຕົວເອງວ່າ “ພວກເຮົາເຊື່ອ ແລະ ຕິດຕາມພຣະເຈົ້າດຽວກັນ, ດັ່ງນັ້ນ ບໍ່ວ່າພວກເຮົາມີຂໍ້ໂຕ້ແຍ້ງ ຫຼື ຄວາມຄິດເຫັນທີ່ແຕກຕ່າງກັນແນວໃດກໍຕາມ, ບໍ່ວ່າມັນແບ່ງແຍກພວກເຮົາ, ພວກເຮົາກໍເປັນໜຶ່ງດຽວກັນຕໍ່ໜ້າພຣະເຈົ້າ. ພວກເຮົາອະທິຖານຫາພຣະເຈົ້າດຽວກັນ, ແລ້ວມີຫຍັງທີ່ພວກເຮົາບໍ່ສາມາດຂ້າມຜ່ານໄປໄດ້?” ຖ້າເຈົ້າຄິດກ່ຽວກັບມັນຢ່າງຮອບຄອບໃນລັກສະນະນີ້, ເຈົ້າຈະບໍ່ເອົາຊະນະຂໍ້ຈຳກັດເຫຼົ່ານີ້ບໍ? ຈຸດປະສົງສູງສຸດຂອງສິ່ງນີ້ແມ່ນຫຍັງເມື່ອເວົ້າ ແລະ ເຮັດສຳເລັດແລ້ວ? ມັນແມ່ນເພື່ອຮ່ວມມືກັນຢ່າງສະໝານສັນ, ເພື່ອສະແຫວງຫາເຮັດຕາມຄວາມປະສົງຂອງພຣະເຈົ້າໃນທຸກສິ່ງ ແລະ ເພື່ອບັນລຸຄວາມເປັນໜຶ່ງດຽວກັນ, ເປັນໜຶ່ງດຽວໃນຫຼັກການ, ເປັນໜຶ່ງດຽວໃນຈຸດປະສົງ ແລະ ເປັນໜຶ່ງດຽວໃນເຈດຕະນາ ແລະ ແຫຼ່ງທີ່ມາສຳລັບການກະທຳ. ນີ້ແມ່ນເວົ້າງ່າຍກວ່າເຮັດ. ນີ້ແມ່ນຫຍັງ? (ຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ). ຖືກຕ້ອງ. ມັນບໍ່ແມ່ນຍ້ອນຄວາມແຕກຕ່າງຂອງອາລົມ, ບຸກຄະລິກ ແລະ ອາຍຸຂອງຜູ້ຄົນ ຫຼື ຍ້ອນຜູ້ຄົນມາຈາກຄອບຄົວທີ່ແຕກຕ່າງກັນ, ແຕ່ຍ້ອນຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ. ນັ້ນແມ່ນສາເຫດຕົ້ນຕໍ. ຖ້າພວກເຈົ້າທຸກຄົນສາມາດເຫັນສາເຫດຕົ້ນຕໍທີ່ມີຢູ່ໃນອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ, ເຈົ້າກໍສາມາດຮັບມືກັບສິ່ງຕ່າງໆໄດ້ຢ່າງຖືກຕ້ອງ ແລະ ບັນຫາກໍຈະແກ້ໄຂໄດ້ງ່າຍ. ດັ່ງນັ້ນ, ພວກເຮົາຍັງຈຳເປັນຕ້ອງສົນທະນາໃນທີ່ນີ້ຢ່າງລະອຽດກ່ຽວກັບວິທີການແກ້ໄຂອຸປະນິໄສທີເສື່ອມຊາມບໍ? ບໍ່. ພວກເຮົາໄດ້ຮັບຟັງຄຳເທດສະໜາຫຼາຍບົດທີ່ພວກເຈົ້າທຸກຄົນຮູ້ບາງສິ່ງກ່ຽວກັບທາງທີ່ຕ້ອງຍ່າງ ແລະ ພວກເຈົ້າທຸກຄົນມີປະສົບການບາງຢ່າງໃນເລື່ອງນີ້. ຕາບໃດທີ່ຜູ້ຄົນສາມາດພຽນພະຍາຍາມໃນການສະແຫວງຫາຄວາມຈິງໃນທຸກສິ່ງເພື່ອແກ້ໄຂສິ່ງຕ່າງໆ, ໄຕ່ຕອງເບິ່ງບັນຫາທີ່ມີຢູ່ພາຍໃນຕົວພວກເຂົາ ແລະ ສືບຕໍ່ປະຕິບັດຕໍ່ຜູ້ອື່ນຢ່າງຍຸດຕິທຳ, ຈາກນັ້ນ ໂດຍພື້ນຖານແລ້ວ ພວກເຂົາຈະສາມາດຮ່ວມມືກັບຄົນອື່ນໄດ້ຢ່າງສະໝານສັນ. ຕາບໃດທີ່ຜູ້ຄົນສາມາດຍອມຮັບຄວາມຈິງ, ບໍ່ອວດດີ ຫຼື ຖືວ່າຕົນເອງຊອບທຳ ແລະ ສາມາດຮັບຟັງຂໍ້ສະເໜີຂອງຄົນອື່ນໄດ້ຢ່າງຖືກຕ້ອງ, ຈາກນັ້ນ ພວກເຂົາກໍສາມາດຮ່ວມມືກັນ ແລະ ຖ້າບັນຫາເກີດຂຶ້ນ, ມັນກໍງ່າຍຂຶ້ນທີ່ຈະຮ່ວມມືກັນໂດຍການສະແຫວງຫາຄວາມຈິງເພື່ອແກ້ໄຂພວກມັນ. ຕາບໃດທີ່ຜູ້ໃດຜູ້ໜຶ່ງສາມາດຍອມຮັບຄວາມຈິງ ແລະ ເປີດໃຈໃນການໂອ້ລົມ, ຄູ່ຮ່ວມງານຂອງພວກເຂົາກໍຈະໄດ້ຮັບການດົນໃຈຢ່າງງ່າຍດາຍ ແລະ ສາມາດຍອມຮັບຄວາມຈິງ. ຈາກນັ້ນການບັນລຸການຮ່ວມມືທີ່ສະໝານສັນບໍ່ແມ່ນບັນຫາໃຫຍ່ ແລະ ມັນງ່າຍທີ່ຈະບັນລຸເປົ້າໝາຍຂອງຄວາມເປັນໜຶ່ງດຽວກັນໃນໃຈ ແລະ ຄວາມຄິດ.

5 ກັນຍາ 2017

ກ່ອນນີ້: ການປະຕິບັດຄວາມຈິງແມ່ນຫຍັງ

ຕໍ່ໄປ: ການປະຕິບັດໜ້າທີ່ໆຖືກຕ້ອງຈຳເປັນຕ້ອງມີການຮ່ວມມືຢ່າງສາມັກຄີ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້