ການປະຕິບັດຄວາມຈິງແມ່ນຫຍັງ
ຜູ້ຄົນຈຳນວນຫຼາຍໄດ້ຟັງຄຳເທດສະໜາເປັນເວລາຫຼາຍປີ, ແຕ່ບໍ່ເຂົ້າໃຈວ່າຄວາມຈິງແມ່ນຫຍັງ ຫຼື ພວກເຂົາບໍ່ຄວນທຸ້ມເທຄວາມພະຍາຍາມໄປສູ່ຄວາມຈິງດ້ານໃດ. ພວກເຂົາມີແຕ່ຮັບຟັງເທົ່ານັ້ນ, ປະໝາດຢູ່ສະເໝີ ຄືຄົນທີ່ມີຄວາມຄິດບໍ່ມີຫົວໃຈ. ບໍ່ແປກທີ່ພວກເຂົາໄດ້ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ, ແຕ່ຍັງບໍ່ມີປະສົບການ ແລະ ປະຈັກພະຍານ. ຄົນທີ່ສະແຫວງຫາຄວາມຈິງຢ່າງແທ້ຈິງຕ້ອງໄຕ່ຕອງກ່ຽວກັບຕົນເອງ: ສິ່ງທີ່ເຮົ້າເວົ້າ ແລະ ເຮັດສອດຄ່ອງກັບຄວາມຈິງບໍ? ເຈົ້າຂາດຫຍັງ? ເຈົ້າຄວນຊົດເຊີຍຂໍ້ບົກຜ່ອງຫຍັງແດ່? ເຈົ້າປະຕິບັດໜ້າທີ່ຂອງເຈົ້າໄດ້ດີສ່ຳໃດ? ເຈົ້າສາມາດປະຕາມຫຼັກການໄດ້ບໍ? ຖ້າເຈົ້າບໍ່ຊັດເຈນກ່ຽວກັບສິ່ງເຫຼົ່ານີ້, ແລ້ວເຈົ້າກໍບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ. ຖ້າເຈົ້າປາຖະໜາທີ່ຈະສະແຫວງຫາ ແລະ ຮັບເອົາຄວາມຈິງ, ເຈົ້າຕ້ອງອ່ານ ແລະ ໄຕ່ຕອງພຣະທຳຂອງພຣະເຈົ້າເລື້ອຍໆ. ບໍ່ວ່າເຈົ້າປະຕິບັດໜ້າທີ່ຫຍັງກໍຕາມ, ເຈົ້າຕ້ອງໄຕ່ຕອງ ແລະ ຄິດຫາຄວາມຈິງທີ່ເຈົ້າຕ້ອງເຂົ້າໃຈ ແລະ ເຈົ້າຕ້ອງສາມາດປະຕິບັດ ແລະ ປະສົບກັບຄວາມຈິງຫຼາຍຢ່າງທີ່ເຈົ້າເຂົ້າໃຈ. ເຈົ້າຕ້ອງຄຳນຶງຢູ່ສະເໝີວ່າ “ຂ້ອຍໄດ້ປະຕິບັດ ແລະ ເຂົ້າສູ່ຄວາມຈິງແລ້ວບໍ? ຊີວິດດ້ານໃດທີ່ຄວາມຈິງນີ້ໝາຍເຖິງ? ສະພາບແວດລ້ອມໃດ? ສະຖານະການໃດ?” ຄໍາຖາມເຫຼົ່ານີ້ຕ້ອງຖືກແກ້ໄຂຢູ່ໃນໃຈຂອງເຈົ້າ ແລະ ເຈົ້າຕ້ອງພະຍາຍາມຄິດໃຫ້ອອກໃນເວລາຫວ່າງຂອງເຈົ້າ. ຖ້າເຈົ້າຄິດກ່ຽວກັບມັນແຕ່ບໍ່ເຂົ້າໃຈ, ເຈົ້າກໍຕ້ອງອະທິຖານອ່ານ, ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ເປີດໃຈຂອງເຈົ້າຕໍ່ພຣະອົງ. ຄົນສ່ວນຫຼາຍບໍ່ໄດ້ຕັ້ງໃຈຂອງຕົນໃສ່ຄວາມຈິງໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ຫົວໃຈຂອງພວກເຂົາຢູ່ໃສ? ຫົວໃຈຂອງພວກເຂົາຕັ້ງຢູ່ກັບເລື່ອງລາວພາຍນອກຢູ່ສະເໝີ, ມົກໝຸ້ນຢູ່ກັບເລື່ອງໄຮ້ສາລະ ແລະ ຄວາມທະນົງຕົວ, ສິ່ງທີ່ຖືກ ແລະ ສິ່ງທີ່ຜິດຢູ່ສະເໝີ. ພວກເຂົາບໍ່ຮູ້ວ່າສິ່ງໃດທີ່ກ່ຽວຂ້ອງກັບຄວາມຈິງ ແລະ ສິ່ງໃດທີ່ບໍ່ກ່ຽວຂ້ອງ ແລະ ພວກເຂົາຄິດວ່າ “ຕາບໃດທີ່ຂ້ອຍເຮັດສິ່ງຕ່າງໆໃນເຮືອນຂອງພຣະເຈົ້າ, ເຮັດຫຼາຍຢ່າງ ແລະ ອົດທົນກັບຄວາມຍາກລຳບາກເພື່ອປະຕິບັດໜ້າທີ່ຂອງຂ້ອຍ, ແລ້ວຂ້ອຍກໍກຳລັງປະຕິບັດຄວາມຈິງ”. ສິ່ງນີ້ບໍ່ຖືກຕ້ອງ. ຄົນໆໜຶ່ງປະຕິບັດຄວາມຈິງໂດຍການເຮັດສິ່ງຕ່າງໆສຳລັບເຮືອນຂອງພຣະເຈົ້າ, ຫຍຸ້ງຢູ່ກັບການເຮັດຫຼາຍສິ່ງຫຼາຍຢ່າງ ແລະ ອົດທົນກັບຄວາມຍາກລຳບາກບໍ? ມີພື້ນຖານໃດໆໃສການເວົ້າເຊັ່ນນັ້ນບໍ? ການທົນກັບຄວາມຍາກລຳບາກໃນຂະນະທີ່ເຮັດສິ່ງຕ່າງໆ ແລະ ປະຕິບັດຄວາມຈິງແມ່ນສອງສິ່ງທີ່ແຕກຕ່າງກັນ. ຖ້າເຈົ້າບໍ່ຮູ້ວ່າຄວາມຈິງແມ່ນຫຍັງ, ເຈົ້າຈະສາມາດປະຕິບັດມັນໄດ້ແນວໃດ? ນັ້ນບໍ່ແມ່ນສິ່ງທີ່ໄຮ້ເຫດຜົນບໍ? ເຈົ້າກຳລັງເຮັດຄວາມແນວຄິດ ແລະ ຈິນຕະນາການຂອງມະນຸດ, ເຈົ້າຢູ່ໃນສະພາວະທີ່ສັບສົນ ແລະ ມຶນງົງ, ເຮັດສິ່ງຕ່າງໆຕາມຄວາມຄິດຂອງເຈົ້າເອງ. ຫົວໃຈຂອງເຈົ້າສັບສົນ ໂດຍບໍ່ມີເປົ້າໝາຍ, ທິດທາງ ຫຼື ຫຼັການໃດໆ. ເຈົ້າພຽງແຕ່ເຮັດສິ່ງຕ່າງໆ ແລະ ທົນກັບຄວາມຍາກລຳບາກໃນຂະນະທີ່ເຮັດສິ່ງເຫຼົ່ານັ້ນ, ສິ່ງນັ້ນຈະກ່ຽວຂ້ອງກັບການປະຕິບັດຄວາມຈິງໄດ້ແນວໃດ? ຖ້າຜູ້ຄົນບໍ່ເຂົ້າໃຈຄວາມຈິງ, ບໍ່ວ່າພວກເຂົາເຮັດຫຍັງກໍຕາມ ແລະ ບໍ່ວ່າພວກເຂົາທົນກັບຄວາມຫຍຸ້ງຍາກໃດກໍຕາມ, ພວກເຂົາຢູ່ໃກຈາກການປະຕິບັດຄວາມຈິງ. ຜູ້ຄົນມັກຈະເຮັດສິ່ງຕ່າງໆຄວາມໃຈຕົວເອງຢູ່ສະເໝີ ແລະ ພຽງແຕ່ເຮັດສິ່ງຕ່າງໆໃຫ້ສຳເລັດ; ພວກເຂົາບໍ່ຄຳນຶງເລີຍວ່າການກະທຳຂອງພວກເຂົາສອດຄ່ອງກັບຫຼັການແຫ່ງຄວາມຈິງ ຫຼື ບໍ່. ຖ້າເຈົ້າບໍ່ຮູ້ວ່າສິ່ງທີ່ເຈົ້າເຮັດນັ້ນສອດຄ່ອງກັບຄວາມຈິງ ຫຼື ບໍ່, ເຈົ້າກໍບໍ່ໄດ້ປະຕິບັດຄວາມຈິງຢ່າງແນ່ນອນ. ບາງຄົນອາດເວົ້າວ່າ “ຂ້ອຍກຳລັງເຮັດສິ່ງຕ່າງໆເພື່ອຄຣິສຕະຈັກ. ນັ້ນບໍ່ແມ່ນການປະຕິບັດຄວາມຈິງບໍ?” ນັ້ນເປັນສິ່ງທີ່ຜິດ. ການເຮັດສິ່ງຕ່າງໆເພື່ອຄຣິສຕະຈັກໝາຍຄວາມວ່າຄົນໆໜຶ່ງກຳລັງປະຕິບັດຄວາມຈິງບໍ? ບໍ່ຈຳເປັນ, ສິ່ງນັ້ນສາມາດກຳນົດໄດ້ໂດຍການເບິ່ງວ່າມີຫຼັກການໃນການກະທຳຂອງບຸກຄົນນັ້ນ ຫຼື ບໍ່. ຖ້າບໍ່ມີຫຼັກການຕໍ່ສິ່ງທີ່ບາງຄົນເຮັດ, ແລ້ວບໍ່ວ່າພວກເຂົາເຮັດມັນເພື່ອໃຜກໍຕາມ, ພວກເຂົາບໍ່ໄດ້ກຳລັງປະຕິບັດຄວາມຈິງ. ເຖິງແມ່ນວ່າພວກເຂົາເຮັດບາງສິ່ງທີ່ດີ, ມັນຕ້ອງເຮັດຕາມຫຼັກການແຫ່ງຄວາມຈິງຈຶ່ງຈະຖືວ່າເປັນການປະຕິບັດຄວາມຈິງ. ຖ້າພວກເຂົາລະເມີດຫຼັກການ, ແລ້ວຄວາມດີໃດກໍ່ຕາມທີ່ພວກເຂົາເຮັດແມ່ນເປັນພຽງແຕ່ຄວາມປະພຶດທີ່ດີ ແລະ ຂາດການປະຕິບັດຄວາມຈິງ. ຕອນນີ້ມີຫຼາຍຄົນທີ່ບໍ່ເຄີຍຂົນຂວາຍຫາຫຼັກການແຫ່ງຄວາມຈິງໃນການປະຕິບັດໜ້າທີ່ຂອງຕົນ, ນີ້ໝາຍຄວາມວ່າ ພວກເຂົາພຽງແຕ່ໃຫ້ບໍລິການ. ຖ້າບຸກຄົນໜຶ່ງບໍ່ເຄີຍຂົນຂວາຍຫາຄວາມຈິງ, ພວກເຂົາກໍບໍ່ສາມາດປະຕິບັດໜ້າທີ່ຂອງຕົນໄດ້ຢ່າງພຽງພໍ; ຄົນປະເພດນັ້ນບໍ່ແມ່ນໜຶ່ງໃນຄົນຂອງພຣະເຈົ້າຢ່າງແນ່ນອນ, ພວກເຂົາສາມາດຖືກເອີ້ນໄດ້ແຕ່ວ່າຜູ້ໃຫ້ບໍລິການເທົ່ານັ້ນ. ຖ້າພວກເຂົາສາມາດຍຶດໝັ້ນໃນການໃຫ້ບໍລິການຈົນເຖິງທີ່ສຸດ, ພວກເຂົາອາດຖືກຖືວ່າເປັນຜູ້ໃຫ້ບໍລິການທີ່ຈົ່ງຮັກພັກດີ ແລະ ໄດ້ຮັບອະນຸຍາດໃຫ້ຢູ່ຕໍ່ໄດ້. ແຕ່ຖ້າພວກເຂົາໄດ້ເຮັດບາງສິ່ງທີ່ບໍ່ດີໃນຂະນະທີ່ໃຫ້ບໍລິການ, ພວກເຂົາຈະຖືກຂັບໄລ່ອອກໄປຕາມທາງ ຄືກັບຄົນງານຕາມລະດູການທີ່ບໍ່ຈຳເປັນອີກຕໍ່ໄປ. ຜູ້ໃຫ້ບໍລິການສ່ວນໃຫຍ່ຖືກຂັບໄລ່ອອກດ້ວຍວິທີນີ້. ຖ້າການບໍລິການທີ່ພວກເຂົາເຮັດບໍ່ໄດ້ຕາມມາດຕະຖານ, ແລ້ວພວກເຂົາກໍຈະບໍ່ສາມາດຍຶດໝັ້ນໄດ້ຢ່າງແນ່ນອນ.
ການປະຕິບັດຄວາມຈິງໝາຍຄວາມວ່າແນວໃດ? ການປະຕິບັດຄວາມຈິງເມື່ອເຮັດສຳເລັດໜ້າວຽກໜຶ່ງ ຫຼື ປະຕິບັດໜ້າທີ່ໜຶ່ງ ຫຼື ບໍ່ປະຕິບັດມັນໝາຍຄວາມວ່າແນວໃດ? ການບໍ່ປະຕິບັດຄວາມຈິງໝາຍຄວາມວ່າ ສິ່ງທີ່ຄົນໆໜຶ່ງເຮັດແມ່ນບໍ່ກ່ຽວຂ້ອງກັບຄວາມຈິງ. ບຸກຄົນນັ້ນອາດກຳລັງປະຕິບັດໜ້າທີ່ໜຶ່ງ, ແຕ່ການທີ່ພວກເຂົາເຮັດເຊັ່ນນັ້ນມີຄວາມສຳພັນເລັກນ້ອຍກັບຄວາມຈິງ. ມັນເປັນພຽງພຶດຕິກຳທີ່ດີຮູບແບບໜຶ່ງ ແລະ ມັນບໍ່ສາມາຖືວ່າເປັນຄຸນງາມຄວາມດີ, ແຕ່ມັນຍັງຫ່າງໄກຈາກການປະຕິບັດຄວາມຈິງ ນັ້ນກໍຄືມີຄວາມແຕກຕ່າງລະຫວ່າງສິ່ງເຫຼົ່ານີ້. ແມ່ນຫຍັງຄືຄວາມແຕກຕ່າງ? ເຈົ້າພຽງແຕ່ປະຕິບັດຕາມຂອບເຂດ ຫຼື ກົດເກນເຮັດບາງສິ່ງ. ເຈົ້າບໍ່ຍອມໃຫ້ຜົນປະໂຫຍດໃນເຮືອນຂອງພຣະເຈົ້າປະສົບກັບຄວາມສູນເສຍໃດໆ, ເຈົ້າເຮັດຫຼາຍຢ່າງຫຼາຍຂຶ້ນເລັກນ້ອຍ ແລະ ຜະເຊີນກັບຄວາມຍາກລຳບາກເລັກນ້ອຍ, ເຈົ້າໄດ້ບັນລຸສິ່ງເຫຼົ່ານີ້ ແລະ ຖ້າຄວາມຕ້ອງການຈາກເຈົ້າບໍ່ສູງເປັນພິເສດ, ເຈົ້າກໍອາດຈະປະຕິບັດໜ້າທີ່ຂອງເຈົ້າໄດ້ຢ່າງພຽງພໍ. ແຕ່ຍັງມີສິ່ງອື່ນໃຫ້ຄຳນຶງເຖິງອີກ: ເຈົ້າໄດ້ຂຸດຄົ້ນ ແລະ ເປີດເຜີຍອຸປະນິໄສທີ່ເສື່ອມຊາມ, ຄວາມຄິດ ແລະ ສິ່ງທີ່ເຮັດໃຫ້ພຣະເຈົ້າບໍ່ພໍໃຈຢູ່ໃນຕົວເຈົ້າບໍໃນເວລາທີ່ເຈົ້າກໍາລັງເຮັດສິ່ງນັ້ນ? ເຈົ້າໄດ້ຮູ້ຈັກຕົນເອງຢ່າງແທ້ຈິງຜ່ານການເຮັດມັນ ແລະ ຜ່ານການປະຕິບັດໜ້າທີ່ຂອງເຈົ້າບໍ? ເຈົ້າໄດ້ພົບຄວາຈິງທີ່ເຈົ້າຈຳເປັນຕ້ອງປະຕິບັດ ແລະ ເຂົ້າເຖິງບໍ? (ບໍ່ຄ່ອຍເລີຍ, ບາງຄັ້ງຂ້ອຍກໍພຽງເອົາຕົນເອງທຽບໃສ່ພຣະທຳຂອງພຣະເຈົ້າ, ຮູ້ຈັກຕົນເອງໜ້ອຍໜຶ່ງ ແລະ ໝົດພຽງສ່ຳນັ້ນ). ແລ້ວເວລາສ່ວນໃຫຍ່ ເຈົ້າພຽງແຕ່ມີຄວາມຮູ້ທາງທິດສະດີ, ຄວາມຮູ້ຕາມຫຼັກສູດກ່ຽວກັບຕົນເອງ, ບໍ່ແມ່ນຄວາມຮູ້ທີ່ແທ້ຈິງ. ຖ້າເຈົ້າບໍ່ສະແຫວງຫາຄວາມຈິງ, ຖ້າເຈົ້າບໍ່ປະຕິບັດມັນ ແລະ ບໍ່ໄດ້ຮັບມັນ, ແລ້ວເຖິງແມ່ນວ່າເຈົ້າບໍ່ໄດ້ເຮັດຫຍັງທີ່ຜິດພາດຢ່າງໃຫຍ່ຫຼວງ ແລະ ບໍ່ໄດ້ລະເມີດຫຼັການໃຫຍ່ໆ, ເຖິງແມ່ນວ່າເຈົ້າບໍ່ໄດ້ເຮັດຄວາມຊົ່ວຢ່າງຫ້າວຫັນ ແລະ ເບິ່ງຄືວ່າເປັນຄົນດີທີມີຄວາມເປັນມະນຸດເລັກນ້ອຍ, ການທີ່ເຈົ້າບໍ່ມີຂໍ້ຜິດພາດ ແລະ ຮູບລັກສະນະຄວາມເປັນມະນຸດຂອງເຈົ້າຍັງບໍ່ຄືກັນກັບການເຮັດຕາມຄວາມຈິງ ຫຼື ປະຕິບັດມັນ. ສິ່ງເຫຼົ່ານີ້ຫາງໄກ ແລະ ແຕກຕ່າງຈາກກັນ. ຫຼັງຈາກທີ່ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ, ຫຼາຍຄົນຄົ້ນພົບວ່າ ພວກເຂົາເປັນຜູ້ໃຫ້ບໍລິການທົ່ວໄປ. ພວກເຂົາສົງໄສວ່າພວກເຂົາກາຍເປັນຜູ້ໃຫ້ບໍລິການໄດ້ແນວໃດ, ແຕ່ຄຳຕອບບໍ່ມາຫາພວກເຂົາ, ຄຸ່ນຄິດຈົນສຸດຄວາມສາມາດຂອງພວກເຂົາ. ເມື່ອຜູ້ຄົນຫາກໍເລີ່ມເຊື່ອໃນພຣະເຈົ້າ, ພວກເຂົາບໍ່ຕັ້ງໃຈທີ່ຈະເປັນຜູ້ໃຫ້ບໍລິການ. ພວກເຂົາວາງແຜນທີ່ຈະເປັນຜູ້ເຊື່ອທີ່ດີ, ບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງ ແລະ ໄດ້ຮັບຄວາມລອດພົ້ນໃນທີ່ສຸດ ແລະ ເຂົ້າສູ່ອານາຈັກສະຫວັນ ຫຼື ຢ່າງໜ້ອຍທີ່ສຸດກໍສາມາດລອດຊີວິດໄດ້. ພວກເຂົາຍັງຄິດວ່າໃນຖານະຜູ້ເຊື່ອ, ພວກເຂົາຕ້ອງຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ແລະ ຍອມຕໍ່ພຣະອົງ. ພວກເຂົາກາຍເປັນຜູ້ໃຫ້ບໍລິການໂດຍບໍ່ຮູ້ເມື່ອຕົວໄດ້ແນວໃດ? ນັ້ນກໍຍ້ອນວ່າ ເຈົ້າບໍ່ເຄີຍສາມາດປະຕິບັດຄວາມຈິງ ຫຼື ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໃນໜ້າທີ່ຂອງເຈົ້າ ແລະ ໃນສະພາບແວດລ້ອມທີ່ພຣະເຈົ້າໄດ້ຈັດແຈງໃຫ້ເຈົ້າ, ເຈົ້າມັກຈະເຮັດວຽກຢູ່ສະເໝີແທນທີ່ຈະປະຕິບັດໜ້າທີ່ຂອງເຈົ້າ. ນັ້ນຄືເຫດຜົນ. ດັ່ງນັ້ນ, ຫຼັງຈາກທີ່ເຈົ້າໄດ້ປະຕິບັດໜ້າທີ່ຂອງເຈົ້າຊົ່ວໄລຍະໜຶ່ງ, ເມື່ອເຈົ້າມິດງຽບລົງ ແລະ ຄິດວ່າ “ຂ້ອຍໄດ້ຮັບຫຍັງໃນຊ່ວງເວລານີ້? ເມື່ອຂ້ອຍອອກໄປຂ້າງນອກຄັ້ງໜຶ່ງ ຂ້ອຍເກືອບຈະພົບກັບອັນຕະລາຍ, ແຕ່ພຣະເຈົ້າປົກປ້ອງຂ້ອຍ”, ການເຫັນວ່າພຣະເຈົ້າໄດ້ປົກປ້ອງເຈົ້ານັບວ່າເປັນການຮູ້ຈັກພຣະອົງບໍ? ສິ່ງເຫຼົ່ານີ້ບໍ່ສາມາດົນໃຈເຈົ້າໃຫ້ເພີ່ມຄວາມເຊື່ອຂອງເຈົ້າໃນພຣະເຈົ້າ ຫຼື ບໍ່ສາມາດເຮັດໃຫ້ເຈົ້າມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບອຸປະນິໄສທີ່ເສື່ອມຊາມ, ທຳມະຊາດ ແລະ ແກ່ນແທ້ຂອງເຈົ້າ. ເມື່ອຫວນຄິດເຖິງວ່າເຈົ້າປະຕິບັດໜ້າທີ່ຂອງເຈົ້າແນວໃດໃນຊ່ວງນີ້, ເຈົ້າມີຄວາມກ້າວໜ້າຫຍັງບໍໃນການເຂົ້າສູ່ຊີວິດຂອງເຈົ້າ? ຖ້າເຈົ້ານຳຄວາມຈິງໄປປະຕິບັດເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ ແລະ ກະທຳຕາມຫຼັກການຕ່າງໆ, ເຈົ້າກໍຈະມີຄວາມກ້າວໜ້າຢ່າງແນ່ນອນ. ຖ້າເຈົ້າເວົ້າວ່າ “ຕາບໃດທີ່ສິ່ງຕ່າງໆດ້ານບວກຍັງດຳເນີນໄປ, ຄວາມຈິງກ່ຽວກັບການຮູ້ຈັກພຣະເຈົ້ານັ້ນເລິກເຊິ່ງ; ຂ້ອຍບໍ່ເຂົ້າໃຈມັນແທ້ໆ ຫຼື ຮຽນຮູ້ຫຼາຍຈາກມັນເທື່ອ. ແຕ່ຕາບໃດທີ່ສິ່ງຕ່າງໆດ້ານລົບດຳເນີນໄປ, ຂ້ອຍຮູ້ວ່າອຸປະນິໄສທີ່ເສື່ອມຊາມແມ່ນິສິ່ງທີ່ລະບຸໄດ້ຍາກທີ່ສຸດ, ແມ່ນອຸປະນິໄສທີ່ເສື່ອມຊາມຂອງມະນຸດຕາມທີ່ພຣະເຈົ້າໄດ້ເປີດເຜີຍ, ແກ່ນແທ້ຂອງມະນຸດເຊິ່ງເປັນປໍລະປັກຕໍ່ພຣະເຈົ້າ ແລະ ຕໍ່ຕ້ານພຣະອົງ, ທຳມະຊາດທີ່ຊົ່ວຮ້າຍຂອງມະນຸດ ແລະ ຄວາມຫຼອກລວງ, ພ້ອມທັງອຸປະນິໄສອັນເສື່ອມຊາມທີ່ເຊື່ອງຢູ່ເລິກສຸດໃນຫົວໃຈຂອງມະນຸດເຊິ່ງພຣະເຈົ້າໄດ້ເປີດເຜີຍ. ຂ້ອຍບໍ່ສາມາດເຫັນມັນມາກ່ອນ, ແຕ່ຕອນນີ້ຂ້ອຍໄດ້ຮັບຮູ້ມັນ ແລະ ເຫັນມັນ ແລະ ຫົວໃຈຂອງຂ້ອຍມີຄວາມຮູ້ສຶກບາງຢ່າງກ່ຽວກັບມັນ”. ນີ້ແມ່ນຄວາມກ້າວໜ້າ. ເຈົ້າມີຄວາມຮູ້ສຶກເຫຼົ່ານີ້ ແລະ ເມື່ອເຈົ້າເຮັດໃຫ້ຕົວເອງສະຫງົບລົງ ແລະ ພະຍາຍາມທີ່ຈະຄິດພິຈາລະນາມັນຢ່າງຮອບຄອບ, ເຈົ້າຍັງພົບວ່າປະສົບການຂອງເຈົ້າໃນການເຊື່ອໃນພຣະເຈົ້າເປັນເວລາຫຼາຍປີນັ້ນຕື້ນເກີນໄປ ແລະ ເຫັນວ່າເຈົ້າຂາດແຄນຫຼາຍສິ່ງເກີນໄປ. ເຈົ້າມີຄວາມເຂົ້າໃຈບາງຢ່າງໃນຄວາມຈິງກ່ຽວກັບຄວາມເສື່ອມຊາມຂອງເຈົ້າເອງ, ແຕ່ເຈົ້າຫາກໍເລີ່ມກັບໃຈເທົ່ານັ້ນ. ເຈົາເຮັດບາບໜ້ອຍລົງ ແລະ ສະແດງໃຫ້ເຫັນການປ່ຽນແປງພຶດຕິກຳບາງຢ່າງ, ແຕ່ນີ້ແມ່ນຍັງແຕກຕ່າງກັນຫຼາຍຈາກການປ່ຽນແປງອຸປະນິໄສຊີວິດ. ຖ້າຈົນກວ່າເຈົ້າມີປະສົບການຕື່ມອີກສອງສາມປີ, ເມື່ອເຈົ້າມີຄວາມເຂົ້າໃຈທີ່ເລິກເຊິ່ງຂຶ້ນຕື່ມກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ມີການປ່ຽນແປງບາງຢ່າງໃນອຸປະນິໄສຊີວິດຂອງເຈົ້າ, ແລ້ວໃນທີ່ສຸດ ເຈົ້າກໍຈະຮູ້ສຶກວ່າເຈົ້າໄດ້ຮັບຄວາມລອດພົ້ນອັນໃຫຍ່ຫຼວງຈາກພຣະເຈົ້າ ແລະ ຈະເວົ້າວ່າ “ພຣະທຳຂອງພຣະເຈົ້າທີ່ເປີດເຜີຍມະນຸດນັ້ນແມ່ນຄວາມຈິງ ແລະ ຂ້ອຍເວົ້າວ່າ ອາແມນ ຕໍ່ພຣະທຳຂອງພຣະເຈົ້າ. ພຣະທຳຂອງພຣະອົງຄືຄວາມຈິງ ແລະ ພວກມັນຊ່າງເປັນຄວາມຈິງ!” ເມື່ອຜູ້ຄົນບໍ່ຮູ້ຈັກຕົນເອງ, ພວກເຂົາລ້ວນເວົ້າວ່າ “ຄົນອື່ນໆອາດຈະທໍລະຍົດພຣະເຈົ້າ, ແຕ່ຂ້ອຍຈະບໍ່ທໍລະຍົດຈັກເທື່ອ. ຄົນອື່ນໆອາດຈະປະຖິ້ມພຣະເຈົ້າ, ແຕ່ຂ້ອຍຈະບໍ່ປະຖິ້ມຈັກເທື່ອ”. ຄຳເວົ້າເຫຼົ່ານີ້ບໍ່ແມ່ນຄຳເວົ້າທີ່ຫວ່າງເປົ່າບໍ? ເມື່ອຖືກເປີດໂປງດ້ວຍຄວາມຈິງ, ຜູ້ຄົນສາມາດຮູ້ສຶກໄດ້ວ່າ ພວກເຂົາເອງບໍ່ສາມາດເຊື່ອຖືໄດ້ເຊັ່ນກັນ, ພວກເຂົາຕ້ອງການໃຫ້ພຣະເຈົ້າເບິ່ງແຍງ ແລະ ປົກປ້ອງພວກເຂົາ, ວ່າພວກເຂົາບໍ່ສາມາດປະຖິ້ມການດູແລຂອງພຣະເຈົ້າໄດ້ແທ້ໆ, ວ່າໂດຍຜ່ານພຣະຄຸນ ແລະ ຄວາມເມດຕາຂອງພຣະເຈົ້າເທົ່ານັ້ນ ມະນຸດຈຶ່ງຢູ່ໄດ້ມາຮອດທຸກມື້ນີ້ ແລະ ມະນຸດຊາດບໍ່ມີຫຍັງທີ່ຈະອວດອ້າງໄດ້. ຖ້າເຈົ້າມີຄວາມຮູ້ສຶກນີ້, ມັນມາຈາກປະສົບການຂອງເຈົ້າ ແລະ ບໍ່ແມ່ນຍ້ອນຄົນອື່ນປູກຝັງໃສ່ເຈົ້າ. ມັນມາຈາກສິ່ງທີ່ເຈົ້າໄດ້ຜ່ານ ແລະ ມີປະສົບການເປັນການສ່ວນຕົວ. ສິ່ງເຫຼົ່ານີ້ເປັນຈິງຫຼາຍ ແລະ ເລິກເຊິ່ງ, ເປັນຈິງຫຼາຍກວ່າຄຳເວົ້າໃຫຍ່ທີ່ຫວ່າງເປົ່າທີ່ຄົນເວົ້າເລື້ອຍໆ. ເມື່ອເຈົ້າມີປະສົບການຮູບແບບນີ້ ແລະ ຫົວໃຈຂອງເຈົ້າມີຄວາມຮູ້ສຶກນີ້, ແລ້ວມັນກໍຈະກະຫາຍພຣະເຈົ້າ, ພຣະທຳຂອງພຣະອົງ ແລະ ຄວາມຈິງ. ເຈົ້າຈະໄດ້ຮັບການດົນໃຈໃຫ້ຮັກສາພຣະທຳຂອງພຣະເຈົ້າ, ດົນໃຈໃຫ້ປະຕິບັດ ແລະ ປະສົບກັບພຣະທຳຂອງພຣະອົງ ແລະ ເຈົ້າຈະຖືກນຳເຂົ້າໃກ້ພຣະເຈົ້າອີກບາດກ້າວໜຶ່ງໃນຄວາມສຳພັນຂອງເຈົ້າກັບພຣະອົງ. ສິ່ງນີ້ເປັນຫຼັກຖານພິສູດວ່າ ເຈົ້າຢູ່ບົນເສັ້ນທາງທີ່ຖືກຕ້ອງຂອງຄວາມເຊື່ອໃນພຣະເຈົ້າແລ້ວ ແລະ ໄດ້ເລີ່ມເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ຄົນເຫຼົ່ານັ້ນທີ່ເຄີຍເທດສະໜາແຕ່ຄຳເວົ້າໃນຫຼັກຄຳສອນ ແລະ ທິດສະດີທີ່ຫວ່າງເປົ່າໄດ້ຖືກຂັບໄລ່ອອກໄປຫ່າງໄກ, ໂດດດ່ຽວ ແລະ ລະອາຍໃຈ ໃນເຮືອນຂອງພຣະເຈົ້າຫຼາຍຂຶ້ນເລື້ອຍໆ. ພວກເຂົາຕ້ອງໄຕ່ຕອງຕົນເອງ ແລະ ມັນຮອດເວລາທີ່ພວກເຂົາຕ້ອງຕື່ນນອນແລ້ວ.
ແມ່ນຫຍັງຄືບັດທັດຖານເພື່ອວັດແທກວ່າຄົນໆໜຶ່ງມີຄວາມເປັນຈິງແຫ່ງຄວາມຈິງ ຫຼື ບໍ່? ຫຼື ເພື່ອເບິ່ງວ່າຄົນໆໜຶ່ງກຳລັງປະຕິບັດຄວາມຈິງບໍ? ເມື່ອບາງສິ່ງເກີດຂຶ້ນກັບພວກເຂົາ, ເຈົ້າຕ້ອງເບິ່ງວ່າພວກເຂົາມີທ່າທີຫຍັງຕໍ່ພຣະເຈົ້າ, ພວກເຂົາສາມາດສະແຫວງຫາຄວາມຈິງ ຫຼື ບໍ່, ພວກເຂົາມີຄວາມຮູ້ທີ່ແທ້ຈິງກ່ຽວກັບຕົນເອງ ຫຼື ບໍ່ ແລະ ພວກເຂົາສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍໄດ້ ຫຼື ບໍ່. ໂດຍການມີມຸມມອງທີ່ຊັດເຈນກ່ຽວກັບສິ່ງເຫຼົ່ານີ້, ເຈົ້າຈຶ່ງສາມາດກຳນົດໄດ້ວ່າພວກເຂົາກຳລັງປະຕິບັດຄວາມຈິງ ຫຼື ມີຄວາມເປັນຈິງຂອງຄວາມຈິງຢູ່ ຫຼື ບໍ່. ຖ້າຄົນໆໜຶ່ງເທດສະໜາຄຳເວົ້າ ແລະ ປະໂຫຍກຂອງຫຼັກຄຳສອນຢູ່ສະເໝີ ແລະ ກ່າວຄຳເວົ້າສຽງສູງເມື່ອສິ່ງຕ່າງໆເກີດຂຶ້ນກັບພວກເຂົາ, ມັນຊັດເຈນວ່າພວກເຂົາບໍ່ມີຄວາມເປັນຈິງແຫ່ງຄວາມຈິງ. ເມື່ອສິ່ງຕ່າງໆເກີດຂຶ້ນກັບຄົນໆໜຶ່ງທີ່ບໍ່ມີຄວາມເປັນຈິງແຫ່ງຄວາມຈິງ, ພວກເຂົາສາມາດປະຕິບັດຄວາມຈິງໄດ້ບໍ? ພວກເຂົາບໍ່ສາມາດເຮັດເຊັ່ນນັ້ນໄດ້. ພວກເຂົາອາດເວົ້າວ່າ “ສິ່ງນີ້ໄດ້ເກີດຂຶ້ນ, ຂ້ອຍຍອມຕໍ່ພຣະເຈົ້າ!” ເປັນຫຍັງເຈົ້າຈຶ່ງຕ້ອງການຍອມຕໍ່ພຣະເຈົ້າ? ຫຼັກການຖືກຕ້ອງ, ແຕ່ເຈົ້າອາດກຳລັງເຮັດຕາມຄວາມຮູ້ສຶກຂອງເຈົ້າ ດ້ວຍວິທີການທີ່ເຈົ້າໄດ້ຊັ່ງຊາ ແລະ ຕັດສິນໃຈດ້ວຍຕົນເອງ. ເຈົ້າເວົ້າເຖິງການຍອມຕໍ່ພຣະເຈົ້າ, ແຕ່ໃນໃຈ ເຈົ້າສົ່ງໄສທຸກສິ່ງທີ່ພຣະເຈົ້າເຮັດຢູ່ສະເໝີ. ເຈົ້າບໍ່ເຂົ້າໃຈວ່າເປັນຫຍັງພຣະເຈົ້າຈຶ່ງກະທຳຕາມຮູບແບບທີ່ພຣະອົງເຮັດ, ແຕ່ເຈົ້າສືບຕໍ່ບອກຕົນເອງວ່າເຈົ້າຕ້ອງຍອມຕໍ່ພຣະອົງ, ເມື່ອຄວາມຈິງແລ້ວ ເຈົ້າບໍ່ມີຄວາມຕັ້ງໃຈທີ່ຈະເຮັດເຊັ່ນນັ້ນ. ທາງພາຍນອກ ເຈົ້າເບິ່ງຄືວ່າບໍ່ໄດ້ຕໍ່ຕ້ານ, ບໍ່ຈົ່ມຕໍ່ວ່າ ແລະ ເຮັດສິ່ງທີ່ເຈົ້າຖືກບອກ. ເບິ່ງຄືວ່າເຈົ້າໄດ້ຍອມ, ແຕ່ການຍອມແບບນີ້ເປັນພຽງການໃຫ້ບໍລິການດ້ວຍປາກ, ເປັນພຽງການປະຕິບັດຕາມກົດເກນເທົ່ານັ້ນ. ເຈົ້າບໍ່ໄດ້ປະຕິບັດການຍອມອ່ອນນ້ອມ. ເຈົ້າຕ້ອງດຶງອອກມາ ແລະ ວິເຄາະອຸປະນິໄສທີ່ເສື່ອມຊາມທີ່ຢຸດເຈົ້າບໍ່ໃຫ້ຍອມອ່ອນນ້ອມ ແລະ ປຽບທຽບມັນໃສ່ກັບພຣະທຳຂອງພຣະເຈົ້າ. ຖ້າເຈົ້າໄດ້ຮັບຄວາມຮູ້ທີ່ແທ້ຈິງກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ຖ້າເຈົ້າສາມາດເຂົ້າໃຈພຣະເຈົ້າຢ່າງແທ້ຈິງ ແລະ ຮູ້ວ່າເປັນຫຍັງພຣະອົງຈຶ່ງກະທຳຕາມຮູບແບບທີ່ພຣະອົງເຮັດ, ຖ້າເຈົ້າສາມາດເຂົ້າໃຈສິ່ງນີ້ໄດ້ຢ່າງຄົບຖ້ວນ, ເຈົ້າກໍສາມາດຍອມຕໍ່ພຣະເຈົ້າໄດ້. ເຈົ້າຈະເວົ້າວ່າ “ບໍ່ວ່າລຳບາກແສນເຂັນພຽງໃດ, ບໍ່ວ່າຂ້ອຍຮູ້ສຶກອ່ອນແອ ຫຼື ໂສກເສົ້າແນວໃດກໍຕາມ, ຂ້ອຍຈະບໍ່ຄິດລົບ ແລະ ຂ້ອຍຈະຍອມຕໍ່ພຣະເຈົ້າ, ເພາະຂ້ອຍຮູ້ວ່າສິ່ງທີ່ພຣະເຈົ້າເຮັດນັ້ນດີ, ທຸກສິ່ງທີ່ພຣະອົງເຮັດແມ່ນຖືກຕ້ອງ. ພຣະອົງຈະບໍ່ເຮັດສິ່ງໃດທີ່ຜິດ”. ເມື່ອເຈົ້າບັນລຸສິ່ງນີ້, ບັນຫາຂອງເຈົ້າກໍຈະໄດ້ຮັບການແກ້ໄຂຢ່າງສົມບູນ. ບາງຄົນບໍ່ສະແຫວງຫາຄວາມຈິງ ແລະ ແກ້ໄຂບັນຫາດ້ວຍວິທີນີ້. ພວກເຂົາພຽງແຕ່ເທດສະໜາຄຳເວົ້າ ແລະ ປະໂຫຍກຂອງຫຼັກຄຳສອນ ແລະ ມັນເບິ່ງຄືວ່າພວກເຂົາເຂົ້າໃຈທຸກສິ່ງ, ແຕ່ເມື່ອຄວາມຫຍຸ້ງຍາກທີ່ແທ້ຈິງເກີດຂຶ້ນກັບພວກເຂົາ, ພວກເຂົາກໍບໍ່ສາມາດເອົາຄວາມຈິງໄປປະຕິບັດໄດ້ ເຖິງແມ່ນວ່າພວກເຂົາຢາກປະຕິບັດກໍຕາມ. ຂໍ້ຂ້ອງໃຈ ແລະ ຄວາມເຂົ້າໃຈຜິດຍັງຄົງຢູ່ໃນໃຈ, ແຕ່ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ. ຂໍ້ຂ້ອງໃຈ ແລະ ຄວາມເຂົ້າໃຈຜິດເຫຼົ່ານີ້ຖືກເຊື່ອງໄວ້ຂ້າງໃນຄົນ. ຄວາມຈິງແລ້ວ ພວກມັນແມ່ນມະເຮັງ ແລະ ຈະລະເບີດອອກມາໃນສະພາບແວດລ້ອມທີ່ເໝາະສົມ. ກ່ອນສິ່ງນັ້ນຈະເກີດຂຶ້ນ, ຜູ້ຄົນບໍ່ສາມາດຮູ້ສຶກເຖິງພວກມັນ ແລະ ພວກເຂົາຄິດວ່າພວກເຂົາເຂົ້າໃຈຄວາມຈິງທັງໝົດ ແລະ ບໍ່ມີຄວາມຫຍຸ້ງຍາກຫຍັງ. ແຕ່ເມື່ອມີບາງສິ່ງເກີດຂຶ້ນກັບພວກເຂົາໃນພາຍຫຼັງ, ພວກເຂົາກໍບໍ່ສາມາດເອົາຄວາມຈິງໄປປະຕິບັດໄດ້. ສິ່ງນີ້ພິສູດໃຫ້ເຫັນວ່າເຈົ້າບໍ່ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ ແລະ ເຈົ້າບໍ່ເຂົ້າໃຈຄວາມຈິງແທ້ໆ. ນັ້ນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເຈົ້າສາມາດເທດສະໜາຄຳເວົ້າ ແລະ ປະໂຫຍກສອງສາມຢ່າງຂອງຫຼັກຄຳສອນ ແລະ ພຽງແຕ່ປະຕິບັດຕາມກົດເກນສອງສາມຂໍ້ເທົ່ານັ້ນ. ເຖິງແມ່ນວ່າເຈົ້າອາດສາມາດຍອມໃນເວລານັ້ນ, ມັນກໍເປັນການຍອມປະຕິບັດຕາມກົດເກນຕ່າງໆ ແລະ ມັນເປັນການຍອມທີ່ມີຂີດຈຳກັດຫຼາຍ. ຖ້າບາງສິ່ງທີ່ບໍ່ເຂົ້າກັບແນວຄິດຂອງເຈົ້າເກີດຂຶ້ນກັບເຈົ້າ, ເຈົ້າກໍຈະບໍ່ສາມາດຍອມໄດ້. ສິ່ງນີ້ສະແດງໃຫ້ເຫັນວ່າ ເຈົ້າບໍ່ແມ່ນຄົນທີ່ສາມດຍອມຕໍ່ພຣະເຈົ້າໄດ້ຢ່າງແທ້ຈິງ ແລະ ອຸປະນິໄສຂອງເຈົ້າບໍ່ໄດ້ຮັບການແກ້ໄຂ ແລະ ບໍ່ໄດ້ປ່ຽນແປງ. ເຈົ້າຕ້ອງຮູ້ອຸປະນິໄສທີ່ເສື່ອມຊາມຂອງເຈົ້າໃນແງ່ຂອງສິ່ງທີ່ເກີດຂຶ້ນກັບເຈົ້າ ແລະ ເຈົ້າຕ້ອງຮູ້, ເຂົ້າໃຈ ແລະ ຄຳນຶງເຖິງທຸກສິ່ງທີ່ພຣະເຈົ້າເຮັດ. ຫຼັງຈາກນັ້ນ, ເຈົ້າຕ້ອງບັນລຸການຍອມອ່ອນນ້ອມທີ່ແທ້ຈິງ ແລະ ເຕັມໃຈ ແລະ ບໍ່ວ່າເກີດຫຍັງຂຶ້ນກັບເຈົ້າ ຫຼື ມັນບໍ່ເຂົ້າກັບແນວຄິດຂອງເຈົ້າຫຼາຍສ່ຳໃດກໍຕາມ, ເຈົ້າຕ້ອງສາມາດຍອມອ່ອນນ້ອມ. ນີ້ແມ່ນລະດັບທີ່ຕ້ອງບັນລຸເພື່ອຈະເປັນຄົນທີ່ຍອມຕໍ່ພຣະເຈົ້າຢ່າງແທ້ຈິງ ແລະ ເປັນຄົນທີ່ໄດ້ປ່ຽນແປງຢ່າງແທ້ຈິງ.
ຄົນສ່ວນໃຫຍ່ທີ່ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີບໍ່ຮູ້ວ່າການຍອມຕໍ່ພຣະເຈົ້າແມ່ນຫຍັງ. ພວກເຂົາຮູ້ແຕ່ພຽງວິທີກ່າວຄຳເວົ້າ ແລະ ປະໂຫຍກຂອງຫຼັກຄຳສອນ, ບໍ່ແມ່ນການປະຕິບັດຄວາມຈິງ ຫຼື ວິທີການປະຕິບັດເພື່ອຈະຍອມຕໍ່ພຣະເຈົ້າ. ເປັນຫຍັງຈຶ່ງເປັນແບບນີ້? ບາງຄົນຍອມຕໍ່ພຣະເຈົ້າຕາມແນວຄິດ ແລະ ຈິນຕະນາການຂອງຕົນເອງຢູ່ສະເໝີ ແລະ ເມື່ອສິ່ງທີ່ພຣະເຈົ້າເວົ້າບໍ່ສອດຄ່ອງກັບແນວຄິດຂອງພວກເຂົາ, ພວກເຂົາກໍບໍ່ສາມາດເຮັດໃຫ້ຕົນເອງຍອມໄດ້. ແລ້ວແນວຄິດ ແລະ ຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າກໍເກີດຂຶ້ນໃນຕົວພວກເຂົາ ແລະ ພວກເຂົາຈະບໍ່ສະແຫວງຫາຄວາມຈິງ. ຖ້າພວກເຂົາເປັນຄົນທີ່ຍອມຕໍ່ພຣະເຈົ້າແທ້ໆ, ພວກເຂົາກໍຈະສາມາດເຮັດເຊັ່ນນັ້ນໄດ້ບໍ່ວ່າພຣະທຳຂອງພຣະເຈົ້າສອດຄ່ອງກັບແນວຄິດຂອງມະນຸດ ຫຼື ບໍ່ກໍຕາມ, ເພາະວ່າການຍອມຂອງມະນຸດຕໍ່ພຣະເຈົ້າແມ່ນໄດ້ຮັບການແຕ່ງຕັ້ງໂດຍສະຫວັນ ແລະ ຮັບຮູ້ໂດຍແຜ່ນດິນໂລກ. ຖ້າຄົນໆໜຶ່ງປະຕິບັດດ້ວຍວິທີນີ້, ພວກເຂົາກໍກຳລັງຍອມຕໍ່ພຣະເຈົ້າ ແລະ ຖ້າຄົນໆໜຶ່ງໄດ້ມາເຂົ້າໃຈຄວາມຈິງຜ່ານການປະຕິບັດນີ້, ແລ້ວພວກເຂົາກໍມີຄວາມເປັນຈິງຂອງການຍອມຕໍ່ພຣະເຈົ້າ. ເມື່ອຄົນສ່ວນໃຫຍ່ພະຍາຍາມປະຕິບັດຄວາມຈິງ, ພວກເຂົາປະຕິບັດພຽງແຕ່ຫຼັກຄຳສອນຕາມຕົວອັກສອນແຫ່ງພຣະທຳຂອງພຣະເຈົ້າເທົ່ານັ້ນ ແລະ ຄິດວ່າພວກເຂົາກຳລັງປະຕິບັດຄວາມຈິງ. ວາມຈິງກໍຄືການເຮັດເຊັ່ນນັ້ນຂາດການປະຕິບັດຄວາມຈິງ. ຕ້ອງມີຫຼັກການໃນການປະຕິບັດຄວາມຈິງ. ຖ້າຄົນໆໜຶ່ງບໍ່ສາມາດພົບເຫັນຫຼັກການແຫ່ງການປະຕິບັດຄວາມຈິງ, ພວກເຂົາກໍພຽງແຕ່ເຮັດຕາມກົດເກນ ແລະ ການປະຕິບັດນີ້ກໍຂາດລາຍລະອຽດທີ່ຈຳເປັນໃນການເຮັດຕາມຫຼັກການຕ່າງໆ. ຫຼາຍຄົນຍຶດຖືກົດເກນຂອງຄຳເວົ້າ ແລະ ປະໂຫຍກຂອງຫຼັກຄຳສອນເທົ່ານັ້ນ ແລະ ບໍ່ມີຫຼັກການໃນການປະຕິບັດຂອງພວກເຂົາ. ສິ່ງນີ້ເປັນການຂາດມາດຕະຖານສຳລັບການປະຕິບັດຄວາມຈິງ. ທຸກຄົນໃນສາສະໜາກະທຳຕາມແນວຄິດ ແລະ ຈິນຕະນາການຂອງພວກເຂົາເອງ ແລະ ຄິດວ່ານີ້ເປັນການປະຕິບັດຄວາມຈິງ. ຕົວຢ່າງ: ພວກເຂົາອາດຈະເທດສະໜາກ່ຽວກັບຄວາມຮັກ ຫຼື ກ່ຽວກັບຄວາມຖ່ອມຕົນ, ແຕ່ທຸກສິ່ງທີ່ພວກເຂົາເຮັດແມ່ນການເວົ້າຄືນຄຳເວົ້າທີ່ຟັງມ່ວນຫູ. ການປະຕິບັດຂອງພວກເຂົາບໍ່ມີຫຼັກການ ແລະ ພວກເຂົາບໍ່ສາມາດເຂົ້າໃຈສິ່ງທີ່ເປັນພື້ນຖານທີ່ສຸດ. ຄົນໆໜຶ່ງຈະສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້ແນວໃດຖ້າພວກເຂົາປະຕິບັດດ້ວຍວິທີນີ້? ພຣະທຳຂອງພຣະເຈົ້າແມ່ນຄວາມຈິງ; ມະນຸດດຳລົງຊີວິດຕາມຄວາມເປັນຈິງ. ມັນບໍ່ແມ່ນວ່າຈົນກວ່າບາງຄົນຈະສາມາດປະຕິບັດຄວາມຈິງ ແລະ ດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ ພວກເຂົາຈຶ່ງມີຄວາມເປັນຈິງແຫ່ງຄວາມຈິງ. ຜ່ານການປະຕິບັດ ແລະ ປະສົບການກ່ຽວກັບພຣະທຳຂອງພຣະເຈົ້າ, ຜູ້ຄົນໄດ້ຮັບການສ່ອງແສງສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະທຳຂອງພຣະເຈົ້າ. ເມື່ອນັ້ນເອງພວກເຂົາຈຶ່ງເຂົ້າໃຈຄວາມຈິງ. ຄົນທີ່ເຂົ້າໃຈຄວາມຈິງແທ້ໆສາມາດກຳນົດຫຼັການປະຕິບັດໄດ້. ເມື່ອເຈົ້າເຂົ້າໃຈຫຼັກການປະຕິບັດ, ຄຳເວົ້າ ແລະ ການກະທຳຂອງເຈົ້າກໍຕະມີຫຼັກການ ແລະ ການປະຕິບັດໜ້າທີ່ຂອງເຈົ້າກໍຈະສອດຄ່ອງກັບຫຼັກການແຫ່ງຄວາມຈິງ. ນີ້ແມ່ນສິ່ງທີ່ໝາຍເຖິງການປະຕິບັດຄວາມຈິງ; ນີ້ແມ່ນສິ່ງທີ່ໝາຍເຖິງການມີຄວາມເປັນຈິງແຫ່ງຄວາມຈິງ. ມັນບໍ່ແມ່ນຈົນເຈົ້າດຳລົງຊີວິດຕາມຄວາມເປັນຈິງແຫ່ງຄວາມຈິງເຈົ້າຈຶ່ງປະຕິບັດຄວາມຈິງ ແລະ ຖ້າເຈົ້າບໍ່ດຳລົງຊີວິດຕາມຄວາມເປັນຈິງແຫ່ງຄວາມຈິງ, ເຈົ້າກໍບໍ່ໄດ້ກຳລັງປະຕິບັດຄວາມຈິງ. ການປະຕິບັດຄວາມຈິງບໍ່ແມ່ນເລື່ອງຂອງການພຽງແຕ່ຍຶດໝັ້ນໃນຫຼັກການ, ຕາມທີ່ມະນຸດຈິນຕະນາການວ່າມັນຈະເປັນ ແລະ ຄົນໆໜຶ່ງຕ້ອງບໍ່ປະຕິບັດແນວໃດກໍຕາມທີ່ພວກເຂົາຢາກປະຕິບັດ. ພຣະເຈົ້າເບິ່ງທີ່ວ່າເຈົ້າເຂົ້າໃຈຄວາມຈິງແທ້ບໍໃນລະຫວ່າງປະຕິບັດ ແລະ ປະສົບກັບພຣະທຳຂອງພຣະອົງ ແລະ ເບິ່ງທີ່ວ່າຄຳເວົ້າ ແລະ ການກະທຳຂອງເຈົ້າມີຫຼັກການແຫ່ງຄວາມຈິງ ຫຼື ບໍ່. ຖ້າເຈົ້າເຂົ້າໃຈຄວາມຈິງ ແລະ ສາມາດນຳມັນໄປປະຕິບັດ, ເຈົ້າຈະມີການເຂົ້າສູ່ຊີວິດ. ບໍ່ວ່າເຈົ້າມີປະສົບການ ແລະ ຄວາມຮູ້ຫຍັງກໍຕາມກ່ຽວກັບພຣະທຳຂອງພຣະເຈົ້າ, ບໍ່ວ່າເຈົ້າມີຄວາມຊື່ນຊົມຫຍັງ, ສິ່ງເຫຼົ່ານີ້ລ້ວນແຕ່ກ່ຽວຂ້ອງໂດຍກົງກັບການເຂົ້າສູ່ຊີວິດຂອງເຈົ້າ. ຖ້າເຈົ້າໄດ້ປະສົບຫຼາຍສິ່ງ, ລົ້ມເຫຼວຫຼາຍຄັ້ງ, ຮຽນຮູ້ບົດຮຽນທີ່ແທ້ຈິງ ແລະ ມີປະສົບການຕົວຈິງ, ແລ້ວເຈົ້າອາດຈະຮູ້ສຶກວ່າເຈົ້າມີຄວາມເປັນຈິງແຫ່ງຄວາມຈິງ. ສິ່ງນີ້ຖືກຕ້ອງບໍ? ບໍ່. ຄວາມຮູ້ສຶກດັ່ງກ່າວເຊື່ອຖືໄດ້ບໍ? ມັນເຊື່ອຖືກບໍ່ໄດ້ເຊັ່ນກັນ. ຄົນທີ່ມີຄວາມເປັນຈິງແຫ່ງຄວາມຈິງສາມາດຍອມຕໍ່ພຣະເຈົ້າ ແລະ ເປັນພະຍານໃຫ້ພຣະອົງ ແລະ ມັນເປັນການສັ່ງສອນຄົນອື່ນທີ່ໄດ້ຍິນຄຳພະຍານຂອງພວກເຂົາ. ມີພຽງຄົນເຫຼົ່ານັ້ນທີ່ສາມາດເວົ້າໄດ້ວ່າມີຄວາມເປັນຈິງແຫ່ງຄວາມຈິງ. ມີພຽງແຕ່ຄົນທີ່ສາມາດກະຕຸ້ນໃຫ້ເກີດການຮັບຮູ້ ແລະ ໄດ້ຮັບການຮັບຮອງຈາກບັນດາຄົນທີ່ເຂົ້າໃຈຄວາມຈິງເທົ່ານັ້ນທີ່ມີຄວາມເປັນຈິງແຫ່ງຄວາມຈິງ. ບໍ່ວ່າເຈົ້າມີຄວາມເປັນຈິງແຫ່ງຄວາມຈິງ ຫຼື ບໍ່ນັ້ນແມ່ນຂຶ້ນຢູ່ກັບວ່າເຈົ້າສາມາດເຂົ້າໃຈຄວາມຈິງ ແລະ ມາຮູ້ຈັກພຣະເຈົ້າໃນການປະຕິບັດ ແລະ ປະສົບການຂອງເຈົ້າກ່ຽວກັບພຣະທຳຂອງພຣະເຈົ້າ ຫຼື ບໍ່. ຖ້າການປະຕິບັດ ແລະ ປະສົບການຂອງເຈົ້າບໍ່ກ່ຽວຂ້ອງກັບພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ, ເຈົ້າກໍບໍ່ມີປະສົບການຊີວິດທີ່ແທ້ຈິງ. ສິ່ງນີ້ຍັງພິສູດອີກວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນຜິດປົກກະຕິ. ເປັນຫຍັງເຮົາຈຶ່ງເວົ້າວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້າຜິດປົກກະຕິ? ເພາະເຈົ້າບໍ່ມີການປະຕິບັດ ຫຼື ປະສົບການກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ເຈົ້າບໍ່ໄດ້ບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງ. ສິ່ງນັ້ນສະແດງໃຫ້ເຫັນວ່າ ເຈົ້າບໍ່ແມ່ນຄົນທີ່ປະສົບກັບພາລະກິດຂອງພຣະເຈົ້າ, ແຮງໄກທີ່ຈະເປັນຄົນທີ່ຍອມຕໍ່ພຣະເຈົ້າ. ຖ້າວ່າເຈົ້າໄດ້ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ, ຖ້າເຈົ້າໄດ້ຜະເຊີນກັບການລອງໃຈ ແລະ ຄວາມຍາກລຳບາກຫຼາຍຢ່າງ ແລະ ຄວາມເຊື່ອຂອງເຈົ້າ ແລະ ຄວາມຮັກຕໍ່ພຣະເຈົ້າເຕີບໃຫຍ່ຂຶ້ນ ແລະ ເຈົ້າຍຶດໝັ້ນໃນຄຳພະຍານຂອງເຈົ້າເທົ່ານັ້ນ ເຈົ້າຈຶ່ງຈະສະແດງໃຫ້ເຫັນວ່າມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ. ຄວາມເຊື່ອທີ່ແທ້ຈິງດັ່ງກ່າວຕ້ອງໄດ້ຮັບການພິສູດໂດຍການຍຶດໝັ້ນໃນຄຳພະຍານຂອງເຈົ້າ; ບໍ່ວ່າເຈົ້າສາມາດເຮັດເຊັ່ນນັ້ນໄດ້ ຫຼື ບໍ່ນັ້ນແມ່ນສິ່ງສຳຄັນ. ມັນຄືການທົດສອບວ່າເຈົ້າກຳລັງປະຕິບັດຄວາມຈິງຢູ່ ຫຼື ບໍ່ ແລະ ມັນເປີດໂປງວ່າເຈົ້າມີຄວາມເຊື່ອທີ່ແທ້ຈິງ ຫຼື ບໍ່. ຕົວຢ່າງ: ທ່າທີຂອງເຈົ້າຈະເປັນແນວໃດຖ້າພຣະເຈົ້າຈັດແຈງສະຖານະການໜຶ່ງຂຶ້ນມາ ແລະ ເຈົ້າເຫັນວ່າພຣະອົງຕັ້ງໃຈເອົາຄົນທີ່ເຈົ້າຮັກ ແລະ ຫ່ວງໃຍທີ່ສຸດ ຫຼື ສິ່ງຕ່າງໆທີ່ເຈົ້າຮັກທີ່ສຸດໄປ? ມັນບໍ່ຄືກັບການພຽງແຕ່ເວົ້າວ່າ “ໂອ ພຣະເຈົ້າ, ທຸກສິ່ງທີ່ພຣະອົງເຮັດນັ້ນດີ. ຂ້ານ້ອຍຂອບໃຈ ແລະ ສັນລະເສີນພຣະອົງ” ໝາຍຄວາມວ່າເຈົ້າສາມາດຜ່ານການທົດສອບໄດ້. ເມື່ອເຈົ້າເຫັນຄົນທີ່ເຈົ້າຮັກທີ່ສຸດຫາຍໃຈລົມຫາຍໃຈສຸດທ້າຍຂອງພວກເຂົາ, ຫົວໃຈຂອງເຈົ້າຈະຢູ່ໃນຄວາມເຈັບປວດ ແລະ ຄວາມວຸ້ນວາຍ ແລະ ເຈົ້າເວົ້າວ່າ “ຂ້ອຍຢູ່ບໍ່ໄດ້ຖ້າລາວຕາຍ. ຂ້ອຍຈະຕາຍໄປກັບລາວ ເນື່ອງຈາກວ່າຂ້ອຍບໍ່ສາມາດຢູ່ໄດ້ໂດຍບໍ່ມີລາວ! ຖ້າລາວຕາຍ, ຂ້ອຍຈະບໍ່ເຊື່ອໃນພຣະເຈົ້າອີກຕໍ່ໄປ”. ໃນກໍລະນີນີ້, ເຈົ້າບໍ່ມີຄວາມເປັນຈິງແຫ່ງຄວາມຈິງ ແລະ ຖືກເປີດໂປງຢ່າງສົມບູນ. ເຈົ້າມີຄວາມເຊື່ອທີ່ແທ້ຈິງບໍ? ຄົນຮັກຂອງເຈົ້າຕາຍ ແລະ ເຈົ້າບໍ່ສາມາດດຳລົງຊີວິດຢູ່; ເຈົ້າບໍ່ຕ້ອງການແມ່ນແຕ່ພຣະເຈົ້າ. ຄົນຮັກຂອງເຈົ້າຕາຍ ແລະ ເຈົ້າບໍ່ເຊື່ອຟັງແມ່ນແຕ່ພຣະເຈົ້າ. ສິ່ງນີ້ພິສູດວ່າສິ່ງທີ່ເຈົ້າຮັກ ແລະ ເຊື່ອຟັງແມ່ນມະນຸດ. ເຈົ້າບໍ່ໄດ້ຖືກເປີດໂປງໂດຍສິ່ງນີ້ບໍ? ໂດຍພື້ນຖານແລ້ວ ເຈົ້າບໍ່ແມ່ນຄົນທີ່ເຊື່ອຟັງພຣະເຈົ້າ, ແຮງໄກທີ່ຈະຮັກພຣະອົງ. ການໂອ້ລົມປົກກະຕິຂອງເຈົ້າກັບຄົນອື່ນຕ້ອງເຕັມໄປດ້ວຍການລົມກັນ ແລະ ຫຼັກຄຳສອນທີ່ຫວ່າງເປົ່າ, ບໍ່ແມ່ນຄຳເວົ້າທີ່ເປັນຈິງ ແລະ ຈິງໃຈ. ບໍ່ວ່າຫຼັກຄຳສອນທີ່ເຈົ້າເວົ້າ ແລະ ຄຳຂວັນທີ່ເຈົ້າຮ້ອງອອກມານັ້ນມາຈາກຄວາມເຊື່ອຂອງເຈົ້າ ຫຼື ບໍ່ ແລະ ຄວາມເຂົ້າໃຈທີ່ແທ້ຈິງຂອງເຈົ້າຈະຖືກເປີດໂປງເມື່ອເຈົ້າຖືກທົດສອບ. ມັນກັບກາຍເປັນວ່າ ເຈົ້າເປັນຜູ້ເຊື່ອຈອມປອມ, ຜູ້ແອບອ້າງ ແລະ ຜູ້ບໍ່ເຊື່ອ. ເຈົ້າໃຫ້ບໍລິການດ້ວຍປາກເທົ່ານັ້ນໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ; ພຣະທຳຂອງພຣະອົງບໍ່ໄດ້ຝັງຮາກເລິກລົງໄປໃນຫົວໃຈຂອງເຈົ້າ. ຮູບແບບຄວາມເຊື່ອໃນພຣະເຈົ້າທີ່ເປັນຕາຢ້ານທີ່ສຸດຄືເມື່ອບຸກຄົນໜຶ່ງເຂົ້າໃຈຫຼັກຄຳສອນທັງໝົດ, ແຕ່ບໍ່ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າແມ່ນແຕ່ໜ້ອຍດຽວ. ໂດຍຫຼັກການແລ້ວ, ຈະເບິ່ງວ່າຄົນໃດໜຶ່ງສາມາດຍອມຮັບຄວາມຈິງ ແລະ ນຳມັນໄປປະຕິບັດເມື່ອມີເຫດການເກີດຂຶ້ນກັບພວກເຂົາໄດ້ ຫຼື ບໍ່. ຖ້າພວກເຂົາບໍ່ເຄີຍຍອມຮັບຄວາມຈິງ ຫຼື ບໍ່ເຄີຍນຳມັນໄປປະຕິບັດ, ຄວາມຈິງແລ້ວພວກເຂົາໄດ້ຖືກເປີດໂປງແລ້ວ ແລະ ບໍ່ຈຳເປັນຕ້ອງລໍຖ້າການທົດສອບເພື່ອເປີດໂປງພວກເຂົາ. ເມື່ອສິ່ງຕ່າງໆເກີດຂຶ້ນກັບຄົນໃດໜຶ່ງໃນຊີວິດປະຈຳວັນ, ເຈົ້າສາມາດເຫັນໄດ້ຢ່າງຊັດເຈນວ່າພວກເຂົາມີຄວາມເປັນຈິງແຫ່ງຄວາມຈິງ ຫຼື ບໍ່. ມີຫຼາຍຄົນທີ່ບໍ່ສະແຫວງຫາຄວາມຈິງຕາມປົກກະຕິ ແລະ ບໍ່ນຳຄວາມຈິງໄປປະຕິບັດເມື່ອສິ່ງຕ່າງໆເກີດຂຶ້ນກັບພວກເຂົາ. ຄົນແບບນີ້ຕ້ອງຖ້າການກວດສອບເພື່ອເປີດໂປງພວກເຂົາບໍ? ບໍ່ເລີຍ. ຫຼັງຈາກຊົ່ວໄລຍະໜຶ່ງ, ຖ້າບໍ່ມີຫຍັງປ່ຽນແປງ, ໝາຍຄວາມວ່າພວກເຂົາໄດ້ຖືກເປີດໂປງແລ້ວ. ຖ້າພວກເຂົາຖືກລິຮານ ແລະ ຖືກຈັດການ, ແຕ່ຍັງບໍ່ຍອມຮັບຄວາມຈິງ ແລະ ຍັງເດັດດ່ຽວທີ່ຈະບໍ່ກັບໃຈ, ແລ້ວພວກເຂົາກໍຖືກເປີດໂປງຫຼາຍຂຶ້ນ ແລະ ຄວນຖືກລົບລ້າງ ແລະ ຂັບໄລ່ອອກ. ຄົນທີ່ບໍ່ສຸມໃສ່ການຍອມຮັບຄວາມຈິງ ຫຼື ນຳຄວາມຈິງໄປປະຕິບັດຕາມປົກກະຕິລ້ວນແລ້ວແຕ່ແມ່ນຜູ້ບໍ່ເຊື່ອ ແລະ ຕ້ອງບໍ່ໄດ້ຮັບການມອບໝາຍວຽກໃດໆໃຫ້ ຫຼື ມີຄວາມຮັບຜິດຊອບໃດໆ. ຄົນທີ່ບໍ່ມີຄວາມຈິງສາມາດຍຶດໝັ້ນໄດ້ບໍ? ມັນສຳຄັນບໍທີ່ຈະນຳຄວາມຈິງໄປປະຕິບັດ? ໃຫ້ເບິ່ງຄົນເຫຼົ່ານັ້ນທີ່ບໍ່ເຄີຍປະຕິບັດຄວາມຈິງຈັກເທື່ອ, ມັນຈະບໍ່ໃຊ້ເວລາຫຼາຍປີທີ່ພວກເຂົາທຸກຄົນຈະຖືກເປີດໂປງ. ພວກເຂົາບໍ່ມີປະສົບການ ຫຼື ປະຈັກພະຍານເລີຍ. ພວກເຂົາຊ່າງອານາຖາ ແລະ ໜ້າສົ່ງສານ ແລະ ພວກເຂົາຕ້ອງຮູ້ສຶກລະອາຍໃຈສ່ຳໃດ!
ຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໃນບາງຄົນເກີດຂຶ້ນໄດ້ແນວໃດ? ມັນມາຈາກປະສົບການ. ມັນມາຈາກປະສົບການໄດ້ແນວໃດ? ຖ້າເຈົ້າສາມາດສະແຫວງຫາ ແລະ ໄຕ່ຕອງຄວາມປະສົງຂອງພຣະເຈົ້າໃນທຸກຄົນ, ເຫດການ ແລະ ສິ່ງທີ່ເຈົ້າຜະເຊີນ ແລະ ເຂົ້າໃຈພຣະອົງໂດຍຜ່ານທາງມັນ, ແລ້ວຫຼັງຈາກທີ່ມີປະສົບການຫຼາຍແລ້ວ, ເຈົ້າຈະຄ່ອຍໆມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າ, ບໍ່ແມ່ນຄວາມເຂົ້າໃຈດ້ວຍຄຳເວົ້າ, ແຕ່ເປັນສິ່ງທີ່ເຈົ້າຮູ້ສຶກໄດ້ຢູ່ໃນໃຈເຈົ້າ. ພຣະເຈົ້າທີ່ຫົວໃຈເຈົ້າເຊື່ອ ແລະ ທີ່ປາກຂອງເຈົ້າຮັບຮູ້ອາໄສຢູ່ໃນໃຈເຈົ້າ ແລະ ບໍ່ມີຜູ້ໃດສາມາດເອົາສິ່ງນັ້ນໄປໄດ້. ເຊັ່ນດຽວກັນກັບໂຢບ, ເມື່ອລາວຖືກລອງໃຈ ແລະ ເພື່ອນໆຂອງລາວເວົ້າວ່າ “ເຈົ້າໄດ້ເຮັດບາບ ແລະ ເຮັດຜິດໃຈພຣະເຈົ້າ. ໄວໆ, ຈົ່ງອ້ອນວອນພຣະເຢໂຮວາໃຫ້ຍົກໂທດໃຫ້ເຈົ້າ!” ໂຢບບໍ່ໄດ້ຮູ້ສຶກວ່າລາວໄດ້ເຮັດບາບ ຫຼື ເຮັດຜິດໃຈພຣະເຈົ້າ, ແຕ່ເປັນຫຍັງ? ເພາະວ່າຫຼັງຈາກທີ່ໃຊ້ຊີວິດຫຼາຍທົດສະວັດ, ຄວາມເຂົ້າໃຈຂອງລາວກ່ຽວກັບພຣະເຈົ້າບໍ່ໄດ້ອີງໃສ່ໃນປະສົບການຂອງລາວເອງ; ລາວບໍ່ໄດ້ເວົ້າວ່າ: “ພຣະເຈົ້າອວຍພອນ ແລະ ມີເມດຕາຕໍ່ມະນຸດ ແລະ ບໍ່ເຄີຍຖອນສິດພວກເຂົາ”. ປະສົບການຂອງລາວແມ່ນພຣະເຈົ້າປະທານໃຫ້ມະນຸດ, ແຕ່ພຣະອົງກໍຊົງເອົາຄືນໄປເຊັ່ນກັນ. ເມື່ອພຣະອົງປະທານສິ່ງຕ່າງໆໃຫ້ມະນຸດ, ບາງຄັ້ງພຣະອົງກໍຕິສອນ, ລົງວິໄນ ແລະ ລົງໂທດໃນເວລາດຽວກັນ. ສິ່ງທີ່ພຣະເຈົ້າເຮັດຕໍ່ຜູ້ຄົນບໍ່ໄດ້ຖືກກຳນົດດ້ວຍຈິດໃຈ, ຄວາມຄິດ ຫຼື ຈິນຕະນາການຂອງມະນຸດ. ດັ່ງນັ້ນ, ປະສົບການຊີວິດຫຼາຍທົດສະວັດຂອງໂຢບເຮັດໃຫ້ລາວສະຫຼຸບໄດ້ວ່າ “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ” (ໂຢບ 1:21). ນັ້ນກໍຄື, ທຸກສິ່ງທີ່ພຣະເຈົ້າເຮັດ, ບໍ່ວ່າໃນສາຍຕາຂອງມະນຸດຖືວ່າເປັນສິ່ງທີ່ດີ ຫຼື ບໍ່ດີກໍຕາມ, ແມ່ນເປັນສ່ວນໜຶ່ງຂອງການຈັດຕຽມຂອງພຣະອົງ. ເຖິງແມ່ນວ່າສິ່ງທີ່ບໍ່ດີຈະເກີດຂຶ້ນກໍຕາມ, ຊາຕານບໍ່ກ້າກະທຳຕໍ່ມະນຸດໂດຍບໍ່ໄດ້ຮັບອະນຸຍາດຈາກພຣະເຈົ້າ. ມະນຸດຊາດຢູ່ໃນມືຂອງພຣະເຈົ້າ ແລະ ຢູ່ພາຍໃຕ້ອຳນາດອະທິປະໄຕຂອງພຣະອົງ ພວກເຂົາບໍ່ມີຫຍັງຕ້ອງຢ້ານ. ເຖິງແມ່ນວ່າເຈົ້າຕົກຢູ່ໃນມືຂອງຊາຕານ, ມັນກໍຖືກພຣະເຈົ້າກຳນົດໄວ້ ແລະ ຊາຕານຈະບໍ່ກ້າສຳພັດເຈົ້າໂດຍບໍ່ໄດ້ຮັບອະນຸຍາດຈາກພຣະເຈົ້າ. ໂຢບມີຄວາມເຂົ້າໃຈລະດັບນີ້ ແລະ ດ້ວຍເຫດນີ້ຈຶ່ງບໍ່ໄດ້ຈົ່ມວ່າ ບໍ່ວ່າພຣະເຈົ້າເຮັດຫຍັງກໍຕາມ. ລາວເຫັນຢ່າງຊັດເຈນວ່າ ມີພຽງແຕ່ພຣະເຈົ້າເຢໂຮວາເທົ່ານັ້ນແມ່ນພຣະເຈົ້າທີ່ແທ້ຈິງທີ່ປົກຄອງທຸກສິ່ງ ແລະ ບັນດາເທວະດາ, ວິນຍານຊົ່ວຮ້າຍ ແລະ ມານຮ້າຍທັງໝົດບໍ່ແມ່ນພຣະເຈົ້າ. ແມ່ນໃຜປົກຄອງທຸກສິ່ງ? ໃຜປົກຄອງມະນຸດ ແລະ ມີອຳນາດອະທິປະໄຕເໜືອທຸກສິ່ງ? ພຣະເຈົ້າມີ. ໃຊ້ປະໂຫຍກທົ່ວໄປ, ພຣະເຈົ້າແມ່ນຜູ້ຍິ່ງໃຫຍ່ທີ່ສຸດ. ຄອບຄົວຂອງບຸກຄົນໜຶ່ງ, ລະດັບຄວາມຮັ່ງມີຂອງພວກເຂົາ, ບໍ່ວ່າພວກເຂົາໃຊ້ຊີວິດປະຈຳວັນດ້ວຍຄວາມສະດວກສະບາຍ ຫຼື ຄວາມເຈັບປວດ ແລະ ອາຍຸໄຂຂອງພວກເຂົາ, ທັງໝົດນີ້ແມ່ນຢູ່ໃນມືຂອງພຣະເຈົ້າ. ໂຢບມີປະສົບການທີ່ເລິກເຊິ່ງໃນເລື່ອງນີ້ ແລະ ບໍ່ແມ່ນພຽງແຕ່ຄັ້ງດຽວ ຫຼື ສອງຄັ້ນໃນຊີວິດຂອງລາວ. ເມື່ອໃດກໍຕາມທີ່ມີບາງສິ່ງເກີດຂຶ້ນ, ຖ້າລາວສາມາດເຂົ້າໃຈໄດ້ວ່າມັນເກີດຂຶ້ນພາຍໃນອຳນາດອະທິປະໄຕຂອງພຣະເຈົ້າ, ມັນກໍຝັງເລິກຢູ່ໃນຄວາມຊົງຈຳຂອງລາວ. ມັນເຮັດໃຫ້ລາວຮູ້ສຶກຢ່າງເລິກເຊິ່ງ ແລະ ສຳພັດໄດ້ວ່າສິ່ງເຫຼົ່ານີ້ບໍ່ໄດ້ເກີດຂຶ້ນໂດຍບັງເອີນ ຫຼື ຕາມຄວາມປະສົງຂອງມະນຸດ ຫຼື ຊາຕານ, ແຕ່ນັ້ນແມ່ນພາລະກິດຂອງພຣະເຈົ້າ ແລະ ລາວບໍ່ສາມາດຈົ່ມວ່າໄດ້. ໂຢບຮັບຮູ້ຫຍັງເມື່ອລາວຜ່ານການລອງໃຈຄັ້ງໃຫຍ່? ພຣະເຈົ້າສູງສົ່ງ, ພຣະເຈົ້າມີສະຕິປັນຍາ. ລາວສາມາດສັນລະເສີນພຣະເຈົ້າຢູ່ສະເໝີ ບໍ່ວ່າພຣະເຈົ້າເຮັດຫຍັງກໍຕາມ. ຖ້າສິ່ງຕ່າງໆແບບນີ້ເກີດຂຶ້ນກັບເຈົ້າ ແຕ່ເຈົ້າບໍ່ສາມາດເຂົ້າໃຈມັນໄດ້, ຢ່າຕັດສິນ ຫຼື ສະຫຼຸບເອົາເອງ. ຖ້າເຈົ້າບໍ່ຮູ້ວ່າຄວາມປະສົງດີຂອງພຣະເຈົ້າແມ່ນຫຍັງກໍຈົ່ງສະແຫວງຫາ, ລໍຖ້າ ແລະ ຈາກນັ້ນກໍເຊື່ອຟັງ. ນີ້ເປັນວິທີປະຕິບັດທີ່ດີທີ່ສຸດ ແລະ ທາງປະຕິບັດທີ່ດີທີ່ສຸດ, ບໍ່ດັ່ງນັ້ນ ເຈົ້າຈະໄດ້ຮັບຄວາມອັບອາຍ ແລະ ລະອາຍໃຈ. ໂຢບຮູ້ຈັກສິ່ງເຫຼົ່ານີ້ທັງໝົດເປັນຢ່າງດີຫຼາຍ. ຖ້າເຈົ້າເຂົ້າໃຈພຣະເຈົ້າຜິດຢູ່ສະເໝີ, ເຈົ້າຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ ແລະ ຈະສູນເສຍພອນຂອງພຣະເຈົ້າ. ເຖິງແມ່ນວ່າເຈົ້າໄດ້ທົນທຸກກັບຄວາມຍາກລຳບາກຫຼາຍຢ່າງ, ເຈົ້າກໍຈະບໍ່ໄດ້ຮັບຫຍັງ ເພາະຄວາມສຳພັນຂອງເຈົ້າກັບພຣະເຈົ້າຜິດປົກກະຕິ, ເຈົ້າບໍ່ປະຕິບັດຕໍ່ພຣະເຈົ້າວ່າເປັນພຣະເຈົ້າ, ເຈົ້າບໍ່ເຂົ້າໃຈພາລະກິດຂອງພຣະອົງ ແລະ ເຈົ້າບໍ່ເຊື່ອຟັງພຣະອົງຢ່າງແທ້ຈິງ. ດ້ວຍເຫດນີ້, ເຈົ້າຈະບໍ່ໄດ້ຮັບຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າຈັກເທື່ອ. ພຣະເຈົ້າເວົ້າ ແລະ ປະຕິບັດພາລະກິດ ແລະ ບໍ່ວ່າພຣະອົງທຸ້ມເທຄວາມພະຍາຍາມເພື່ອເຈົ້າຫຼາຍສ່ຳໃດ ແລະ ບໍ່ວ່າພຣະອົງສ້າງສະພາບແວດລ້ອມຮູບແບບໃດໃຫ້ແກ່ເຈົ້າກໍຕາມ, ທ້າຍທີ່ສຸດແລ້ວທັງໝົດແມ່ນເພື່ອໃຫ້ເຈົ້າສາມາດຮູ້ຈັກພຣະເຈົ້າ. ຫຼັງຈາກທີ່ເຈົ້າຮູ້ຈັກພຣະເຈົ້າແລ້ວ, ຄວາມສຳພັນຂອງເຈົ້າກັບພຣະອົງກໍຈະຍິ່ງໃກ້ຊິດກັນ ແລະ ປົກກະຕິຫຼາຍຂຶ້ນ. ພຣະເຈົ້າບໍ່ກະທຳໂດຍບໍ່ມີເຫດຜົນ, ແຮງໄກທີ່ຈະຫຼິ້ນກັບໃຜບາງຄົນດ້ວຍຄວາມເບື່ອໜ່າຍ ແລະ ມັນເປັນເລື່ອງປົກກະຕິຖ້າຜູ້ຄົນບໍ່ເຂົ້າໃຈວິທີການທີ່ພຣະອົງປະຕິບັດພາລະກິດ. ແຕ່ພວກເຂົາຄວນສະແຫວງຫາຄວາມຈິງ ແລະ ຢ່າງໜ້ອຍທີ່ສຸດກໍຢ່າຕັດສິນພຣະເຈົ້າຢ່າງບໍ່ຍຸດຕິທຳ, ນີ້ແມ່ນຄວາມໝາຍຂອງການເປັນຄົນມີເຫດຜົນ. ດັ່ງທີ່ເປໂຕເວົ້າ, ພຣະເຈົ້າປະຕິບັດຕໍ່ຜູ້ຄົນຄືກັບຂອງຫຼິ້ນ ຫຼື ບໍ່ວ່າພຣະອົງປະຕິບັດຕໍ່ພວກເຂົາແນວໃດ ກໍຖືກຕ້ອງສະເໝີ. “ຖ້າພຣະເຈົ້າປະຕິບັດຕໍ່ຂ້ອຍຄືກັບຂອງຫຼິ້ນ, ຂ້ອຍຈະບໍ່ພ້ອມ ແລະ ເຕັມໃຈໄດ້ແນວໃດ?” ແມ່ນຫຍັງພາໃຫ້ເປໂຕເວົ້າຄຳເວົ້າເຫຼົ່ານີ້? (ປະສົບການຂອງເປໂຕນຳໄປສູ່ຄຳເວົ້າເຫຼົ່ານີ້. ລາວຮັບຮູ້ວ່າ ບໍ່ວ່າພຣະເຈົ້າເຮັດຫຍັງກໍຕາມ, ເຈດຕະນາຂອງພຣະອົງນັ້ນດີສະເໝີ). ບາງຄັ້ງເຈົ້າຈະບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ດັ່ງນັ້ນ ເຈົ້າຄວນເຮັດແນວໃດ? ເຈົ້າຕ້ອງລໍຖ້າ, ສະແຫວງຫາ ແລະ ພະຍາຍາມຮັບຮູ້ມັນ. ເຖິງແມ່ນວ່າໂຢບ ແລະ ເປໂຕດຳລົງຊີວິດໃນຍຸກສະໄໝທີ່ແຕກຕ່າງກັນ, ມີພື້ນຖານທີ່ແຕກຕ່າງກັນ, ປະສົບກັບສິ່ງຕ່າງໆທີ່ແຕກຕ່າງກັນ ແລະ ກ່າວຄຳເວົ້າທີ່ແຕກຕ່າງກັນ, ເສັ້ນທາງ ແລະ ວິທີການປະຕິບັດຄວາມຈິງຂອງພວກເຂົາແມ່ນຄືກັນ ແລະ ທ່າທີຂອງພວກເຂົາຕໍ່ພຣະເຈົ້າເມື່ອສິ່ງຕ່າງໆເກີດຂຶ້ນແມ່ນຄືກັນ. ພຽງແຕ່ວ່າພວກເຂົາໃຊ້ພາສາທີ່ແຕກຕ່າງກັນເພື່ອສະແດງຄວາມຄິດນີ້. ແຕ່ຜູ້ຄົນເຂົ້າໃຈຫຍັງຈາກເລື່ອງນີ້? ເຈົ້າຕ້ອງຝຶກຝົນຍອມອ່ອນນ້ອມ ໃນຂະນະທີ່ສະແຫວງຫາ ແລະ ຄອງຖ້າຄວາມປະສົງຂອງພຣະເຈົ້າ. ຢ່າວິຕົກກັງວົນ. ມັນຖືກຕ້ອງແລ້ວທີ່ຈະພຽງແຕມີທ່າທີນີ້ກ່ອນ. ຖ້າເຈົ້າກັງວົນຫຼາຍເກີນໄປເມື່ອສິ່ງຕ່າງໆເກີດຂຶ້ນ ແລະ ບໍ່ຮູ້ຈັກສະແຫວງຫາຄວາມຈິງ, ແຕ່ສືບຕໍ່ຈົ່ມວ່າໃຫ້ພຣະເຈົ້າ, ມັນກໍຈະມີບັນຫາຕາມມາ. ບາງຄົນເວົ້າວ່າ “ຂ້ອຍພຽງແຕ່ບໍ່ເຂົ້າໃຈ! ເປັນຫຍັງພຣະເຈົ້າຈຶ່ງປະຕິບັດຕໍ່ພວກເຮົາແບບນີ້? ຂ້ອຍບໍ່ສາມາດຍອມໄດ້ຖ້າພວກເຮົາຖືກປະຕິບັດຄືກັບມານຮ້າຍ, ຊາຕານ. ມັນບໍ່ສົມເຫດສົມໝົດ ແລະ ບໍ່ຍຸດຕິທຳ!” ເຈົ້າຍັງສົມຄວນໄດ້ຮັບຄໍາແນະນໍາຈາກພຣະເຈົ້າບໍ ເມື່ອຈິດໃຈຂອງມະນຸດ, ແນວຄິດ, ຈິນຕະນາການ, ຄວາມກະບົດ ແລະ ການຕໍ່ຕ້ານຂອງເຈົ້າຂາດຫາຍໄປ? ການຍອມບໍ່ໄດ້ງ່າຍຄືກັບການເວົ້າວ່າເຈົ້າຍອມ ຫຼື ການເທດສະໜາຫຼັກຄຳສອນ ຫຼື ການສະແດງຄວາມຕັ້ງໃຈເລັກນ້ອຍ ແລະ ມີການຍັບຍັ້ງຕົນເອງເລັກນ້ອຍ. ມັນບໍ່ໄດ້ງ່າຍປານນັ້ນ. ຖ້າເຈົ້າເຊື່ອຟັງພຣະເຈົ້າ, ລາງວັນທີ່ດີທີ່ສຸດຂອງເຈົ້າແມ່ນການມີຄວາມຮູ້ກ່ຽວກັບພຣະອົງ, ເຂົ້າໃຈສະພາບແວດລ້ອມທີ່ພຣະອົງຈັດໃຫ້ແກ່ເຈົ້າ ແລະ ມີປະສົບການທີ່ແທ້ຈິງ. ນັ້ນກໍຄື, ເຈົ້າຈະເຂົ້າໃຈຫົວໃຈຂອງພຣະເຈົ້າ ແລະ ຄວາມພຽນພະຍາຍາມທີ່ພຣະອົງເຮັດ ແລະ ພຣະອົງຜິດຫວັງໃນເຫຼັກທີ່ມີຕຳນິທີ່ບໍ່ໄດ້ກາຍເປັນເຫຼັກກ້າ. ພຣະເຈົ້າບໍ່ຕ້ອງການໃຫ້ເຈົ້າດຳລົງຊີວິດດ້ວຍອຸປະນິໄສທີ່ເສື່ອມຊາມ, ແຕ່ຕ້ອງການໃຫ້ເຈົ້າຫຼຸດພົ້ນຈາກມັນ. ສະນັ້ນ ພຣະອົງຈຶ່ງຕ້ອງໃຊ້ວິທີຕ່າງໆເຊັ່ນ ການຕັດສິນ ແລະ ຕີສອນເຈົ້າ, ການລິຮານ ແລະ ການຈັດການເຈົ້າ, ການຕຳໜິ ແລະ ການລົງວິໄນເຈົ້າຫຼາຍຈົນເບິ່ງຄືວ່າພຣະເຈົ້າກະທຳແບບບໍ່ສົມເຫດສົມຜົນ, ຄືກັບວ່າພຣະອົງກ່າວໂທດ ແລະ ລົງໂທດເຈົ້າ ຫຼື ເຮັດຫຼິ້ນກັບເຈົ້າ. ແລ້ວເຈົ້າຈະເຮັດຫຍັງ? ຖ້າເຈົ້າສາມາດເຂົ້າໃຈຄວາມພຽນພະຍາຍາມຂອງພຣະເຈົ້າ, ແມ່ນແຕ່ເມື່ອພຣະອົງກະທຳດ້ວຍວິທີນີ້, ແລ້ວມັນກໍພຽງພໍແລ້ວ, ເຈົ້າຈະເຊື່ອຟັງຢ່າງແທ້ຈິງ. ໃນຂະນະທີ່ລາວຖືກລອງໃຈ, ໂຢບເວົ້າວ່າ “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ”. ແມ່ນຫຍັງຄືຄວາມເຂົ້າໃຈຂອງລາວກ່ຽວກັບຄຳເວົ້າເຫຼົ່ານີ້? “ທຸກສິ່ງທຸກຢ່າງທີ່ຂ້ານ້ອຍມີແມ່ນພຣະເຢໂຮວາເຈົ້າປະທານໃຫ້ ແລະ ພະອົງສາມາດເອົາໄປໄດ້ຖ້າພຣະອົງປາຖະໜາເຊັ່ນນັ້ນ, ເພາະພຣະອົງເປັນພຣະເຈົ້າ ແລະ ພຣະອົງມີອຳນາດນີ້. ຂ້ານ້ອຍບໍ່ມີສິດທີ່ຈະປະຕິເສດ, ເພາະວ່າທຸກສິ່ງທີ່ຂ້ານ້ອຍມີແມ່ນມາຈາກພຣະອົງ”. ນີ້ຄືສິ່ງທີ່ໂຢບເຂົ້າໃຈ ແລະ ປະສົບ. ແມ່ນຫຍັງຄືຄວາມຕັ້ງໃຈຂອງລາວໃນຕອນນັ້ນ? “ຂ້ານ້ອຍຕ້ອງເຂົ້າໃຈພຣະເຈົ້າ, ກະທຳດ້ວຍວິທີການທີ່ສົມເຫດສົມຜົນ ແລະ ເປັນຄົນທີ່ມີເຫດຜົນ. ທັງໝົດນີ້ໄດ້ຖືກມອບໃຫ້ຂ້ານ້ອຍໂດຍພຣະເຈົ້າ ແລະ ພຣະອົງສາມາດເອົາມັນໄປໄດ້ທຸກເວລາ. ຂ້ານ້ອຍບໍ່ສາມາດພະຍາຍາມຫາເຫດຜົນກັບພຣະເຈົ້າກ່ຽວກັບເລື່ອງນີ້; ການເຮັດແບບນັ້ນຈະເປັນການບໍ່ເຊື່ອຟັງພຣະອົງ. ການປະຕິເສດການກະທຳຂອງພຣະເຈົ້າຈະເປັນການທຳຮ້າຍຫົວໃຈຂອງພຣະອົງ ແລະ ຂ້ານ້ອຍຈະບໍ່ເປັນຄົນດີທີ່ແທ້ຈິງ ຫຼື ເປັນສິ່ງຖືກສ້າງຢ່າງແທ້ຈິງຖ້າວ່າຂ້ານ້ອຍປະຕິບັດເສດ”. ນີ້ແມ່ນວິທີທີ່ລາວປະຕິບັດໃນເວລານັ້ນ, ແລ້ວການປະຕິບັດນີ້ເຮັດໃຫ້ລາວມີຜົນຮັບແນວໃດ? ແທ້ຈິງແລ້ວ, ຜົນໄດ້ຮັບທີ່ແທ້ຈິງບໍ່ແມ່ນວ່າລາວກາຍເປັນຄົນຮັ່ງມີ ຫຼື ມີງົວ ແລະ ແກະຫຼາຍກວ່າເກົ່າ ຫຼື ມີລູກທີ່ສວຍງາມກວ່າແຕ່ກ່ອນ. ສິ່ງເຫຼົ່ານີ້ເປັນພຽງສິ່ງທີ່ໄດ້ຮັບຈາກຄວາມກາລຸນາຂອງພຣະເຈົ້າ. ຜ່ານປະສົບການນີ້, ສິ່ງທີ່ພຣະເຈົ້າປະທານໃຫ້ແກ່ລາວແທ້ໆແມ່ນຄວາມເຂົ້າໃຈທີ່ດີຂຶ້ນກ່ຽວກັບພຣະອົງ, ຄວາມເຊື່ອຟັງ, ຄວາມສຳພັນທີ່ໃກ້ຊິດກັນຫຼາຍຂຶ້ນກັບພຣະອົງ ແລະ ຄວາມໃກ້ຊິດກັບຫົວໃຈຂອງພຣະອົງຫຼາຍຍິ່ງຂຶ້ນ. ໂຢບສາມາດເຂົ້າໃຈແມ່ນຫຍັງກໍຕາມທີ່ພຣະເຈົ້າເຮັດ ແລະ ບໍ່ໄດ້ເວົ້າຄຳເວົ້າທີ່ໂງ່ ຫຼື ໝິ່ນປະໝາດ ຫຼື ຄຳເວົ້າທີ່ທຳຮ້າຍຫົວໃຈຂອງພຣະເຈົ້າອີກຕໍ່ໄປ. ນີ້ບໍ່ແມ່ນສິ່ງທີ່ໝາຍເຖິງການປົດປ່ອຍຕົນເອງຈາກອຸປະນິໄສທີ່ເສື່ອມຊາມຂອງເຈົ້າບໍ? ຊາຕານບໍ່ສາມາດຄວບຄຸມເຈົ້າອີກຕໍ່ໄປ; ເຈົ້າບໍ່ຢູ່ພາຍໃຕ້ການຄວບຄຸມຂອງມັນອີກຕໍ່ໄປ, ແຕ່ຢູ່ພາຍໃຕ້ພຣະເຈົ້າ. ເຈົ້າສາມາມຍອມບໍ່ວ່າພຣະເຈົ້າເຮັດຫຍັງກໍຕາມ ແລະ ເຈົ້າເປັນຂອງພຣະອົງ. ນີ້ແມ່ນສະພາວະຂອງໂຢບໃນຕອນນັ້ນ ແລະ ທ່າທີທີ່ລາວມີ. ນອກຈາກນັ້ນ, ຍ້ອນວ່າລາວປະຕິບັດໃນລັກສະນະນີ້ ແລະ ເຂົ້າສູ່ຄວາມເປັນຈິງນີ້, ໃນທີ່ສຸດພຣະເຈົ້າໄດ້ປາກົດຕົວແກ່ລາວ. ການປາກົດຕົວຂອງພຣະເຈົ້າ, ບໍ່ວ່າຢູ່ຮູບແບບໃດກໍ່ຕາມ ເຮັດໃຫ້ຄວາມເຂົ້າໃຈຂອງລາວກ່ຽວກັບພຣະເຈົ້າເລິກເຊິ່ງຂຶ້ນບໍ? (ເລິກເຊິ່ງຂຶ້ນ). ແມ່ນ, ມັນເຮັດໃຫ້ຄວາມເຂົ້າໃຈຂອງລາວເລິກເຊິ່ງຂຶ້ນແນ່ນອນ. ຈາກຕົ້ນເດີມທີ່ໄດ້ຍິນກ່ຽວກັບພຣະເຈົ້າໃນຕຳນານ ສູ່ການຢືນຢັນການດຳລົງຢູ່ຂອງພຣະອົງ, ສູ່ການເຫັນພຣະອົງ; ອັນໃດໃນສິ່ງເຫຼົ່ານີ້ທີ່ພວກເຈົ້າຈະເວົ້າວ່າເປັນພອນທີ່ຍິ່ງໃຫຍ່ກວ່າເມື່ອທຽບກັບພຣະຄຸນທີ່ພຣະເຈົ້າປະທານໃຫ້? (ການໄດ້ເຫັນພຣະເຈົ້າແມ່ນພອນທີ່ຍິ່ງໃຫຍ່ກວ່າ). ແນ່ນອນ. ເມື່ອຜູ້ຄົນເຊື່ອໃນພຣະເຈົ້າ ແຕ່ບໍ່ເຂົ້າໃຈຄວາມຈິງ, ພວກເຂົາຂໍໃຫ້ພຣະເຈົ້າປົກປ້ອງພວກເຂົາຢູ່ສະເໝີ, ປະທານພຣະຄຸນໃຫ້ແກ່ພວກເຂົາ, ຍົກພວກເຂົາຂຶ້ນເໜືອຄົນອື່ນ ແລະ ອວຍພອນໝົດຄອບຄົວຂອງພວກເຂົາດ້ວຍຄວາມປອດໄພ ແລະ ຄວາມສຸກ. ພວກເຂົາຕ້ອງການເທດສະໜາທຸກບ່ອນທີ່ພວກເຂົາໄປ ແລະ ໃຫ້ຄົນອື່ນອິດສາ ແລະ ຊື່ນຊົມພວກເຂົາ. ນີ້ແມ່ນສິ່ງທີ່ຄົນຕ້ອງການ, ແຕ່ພວກເຂົາບໍ່ຮູ້ພອນທີ່ຍິ່ງໃຫຍ່ທີ່ສຸດທີ່ພຣະເຈົ້າຕ້ອງການມອບໃຫ້. ພວກເຂົາສະແຫວງຫາແຕ່ພຣະຄຸນທາງວັດຖຸພາຍນອກເທົ່ານັ້ນ, ແຕ່ການສະແຫວງຫາທັງໝົດຂອງພວກເຂົາ ພຽງແຕ່ເຮັດໃຫ້ພວກເຂົາອອກຫ່າງຈາກຫົວໃຈຂອງພຣະເຈົ້າຫຼາຍຂຶ້ນ. ພວກເຂົາສູນເສຍຄວາມໂຊກດີທີ່ຍິ່ງໃຫຍ່ທີ່ສຸດໄປ ແລະ ພວກເຂົາສູນເສຍພອນຂອງພຣະເຈົ້າ. ຖ້າເຈົ້າບໍ່ສາມາດໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ສາມາດໄດ້ຮັບຄວາມຈິງ, ເຈົ້າຈະສາມາດມີຊີວິດຢູ່ໃນທີ່ປະທັບຂອງພຣະອົງໄດ້ບໍ? ເຈົ້າສາມາດຍອມຕໍ່ແຜນການທັງໝົດຂອງພຣະເຈົ້າໄດ້ບໍ? ສິ່ງນີ້ເປັນໄປບໍ່ໄດ້ແນ່ນອນ.
ຂະບວນການນຳຄວາມຈິງໄປປະຕິບັດ ແລະ ການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແທ້ຈິງແລ້ວແມ່ນຂະບວນການຂອງການເຂົ້າໃຈຕົນເອງ ແລະ ການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ມັນຍັງເປັນຂະບວນການຂອງການປະຕິສຳພັນກັບພຣະເຈົ້າໜ້າຕໍ່ໜ້າ ແລະ ການມາຮູ້ຈັກພຣະອົງ. ເຈົ້າເວົ້າວ່າເຈົ້ານຳຄວາມຈິງໄປປະຕິບັດ, ແຕ່ເຈົ້າບໍ່ຮູ້ຈັກພຣະເຈົ້າໄດ້ແນວໃດ? ຄວາມສຳພັນຂອງເຈົ້າກັບພຣະເຈົ້າບໍ່ໃກ້ຊິດກັນຫຼາຍຂຶ້ນໄດ້ແນວໃດ? ເຈົ້າເວົ້າວ່າເຈົ້າອະທິຖານ ແລະ ເປີດໃຈຂອງເຈົ້າຕໍ່ພຣະອົງທຸກໆມື້, ດັ່ງນັ້ນ ເຈົ້າຮູ້ສຶກໃກ້ຊິດພຣະອົງຫຼາຍຂຶ້ນໃນຊ່ວງເວລານີ້ບໍ? ເຈົ້າຮູ້ສຶກວ່າຄວາມເຊື່ອຂອງເຈົ້າໃນພຣະເຈົ້າໄດ້ເພີ່ມຂຶ້ນບໍ? ໃນຊ່ວງເວລານີ້, ເຈົ້າຮູ້ສຶກວ່າເຈົ້າໄດ້ຮັບຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບພຣະເຈົ້າ, ມີການຈົ່ມວ່າພຣະອົງໜ້ອຍລົງ ແລະ ເຈົ້າເຂົ້າໃຈຜິດ ແລະ ກະບົດຕໍ່ພຣະອົງໜ້ອຍລົງບໍ? ຖ້າເຈົ້າບໍ່ເຫັນສິ່ງນີ້ໃນຕົວເຈົ້າ ແລະ ເປັນຄືກັບເມື່ອກ່ອນ, ເຈົ້າກໍບໍ່ໄດ້ນຳຄວາມຈິງໄປປະຕິບັດ ແລະ ໄດ້ເສຍເວລາ, ເສຍແຮງໄປລ້າໆ. ບໍ່ມີໃຜບັງຄັບໃຫ້ເຈົ້າໃຫ້ບໍລິການ ຫຼື ເຮັດວຽກໜັກ ແລະ ໃນທຳນອງດຽວກັນ ກໍບໍ່ມີໃຜກີດກັນເຈົ້າຈາກການນຳຄວາມຈິງໄປປະຕິບັດ. ມັນເປັນທາງເລືອກຂອງເຈົ້າເອງ ແລະ ເຈົ້າຍ່າງຕາມເສັ້ນທາງຂອງການໃຫ້ບໍລິການ. ຖ້າຜູ້ຄົນບໍ່ນຳຄວາມຈິງໄປປະຕິບັດ ຫຼື ສະແຫວງຫາຄວາມຈິງ, ພວກເຂົາກໍບໍ່ສາມາດຊ່ວຍຫຍັງໄດ້ນອກຈາກເປັນຜູ້ໃຫ້ບໍລິການ. ມັນຍາກຫຼາຍສຳລັບຜູ້ຄົນທີ່ຈະນຳຄວາມຈິງໄປປະຕິບັດ. ພວກເຂົາບໍ່ຮູ້ວິທີເຊື່ອຟັງພຣະເຈົ້າ ແລະ ພໍໃຈທີ່ຈະເຮັດວຽກ ແລະ ໃຫ້ການບໍລິການເທົ່ານັ້ນ. ໃນທີ່ສຸດ, ເມື່ອພວກເຂົາສາມາດເຂົ້າໃຈທິດສະດີສອງສາມຢ່າງ, ພວກເຂົາບໍ່ຮູ້ວິທີນຳຄວາມຈິງໄປປະຕິບັດ. ກົງກັນຂ້າມ, ພວກເຂົາພຽງແຕ່ໃຫ້ການບໍລິການອີກຄັ້ງ, ແຕ່ພວກເຂົາເຖິງກັບບໍ່ຮູ້ມັນຊ້ຳ. ເພາະສະນັ້ນ, ເຈົ້າຕ້ອງໃຊ້ເວລາໄຕ່ຕອງ, ກວດສອບຕົນເອງ ແລະ ໂອ້ລົມສິ່ງທີເຈົ້າໄດ້ຮັບໃນຊ່ວງເວລານີ້ກັບອ້າຍເອື້ອຍນ້ອງເປັນໄລຍະ. ເຈົ້າເວົ້າວ່າ “ຂ້ອຍຍັງມີຄວາມເຂົ້າໃຈຜິດຫຼາຍຢ່າງກ່ຽວກັບພຣະເຈົ້າເຊິ່ງຂ້ອຍຍັງບໍ່ທັນໄດ້ແກ້ໄຂເທື່ອ”. ຄົນອື່ນເວົ້າວ່າ “ຂ້ອຍຮູ້ສຶກຄືກັບວ່າຂ້ອຍໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽຍກັບຫົວໃຈຂອງພຣະເຈົ້າໃນປັດຈຸບັນນີ້. ມັນເປັນສິ່ງທີ່ດີທີ່ພຣະເຈົ້າປ່ອຍໃຫ້ມະນຸດຊາດທົນທຸກ. ຂ້ອຍເຄີຍຢ້ານການທົນທຸກ ແລະ ຕ້ອງການເຊື່ອງ ຫຼື ແລ່ນໜີເມື່ອຜະເຊີນກັບການທົນທຸກ. ຕອນນີ້ ຂ້ອຍຮູ້ສຶກວ່າມີແຕ່ຄົນທີ່ໄດ້ທົນທຸກໜ້ອຍໜຶ່ງທີ່ສາມາດເຮັດໃຫ້ຕົນເອງສະຫງົບລົງຕໍ່ໜ້າພຣະເຈົ້າໄດ້ ແລະ ປ້ອງກັນບໍ່ໃຫ້ເນັ້ນຄວາມສົນໃຈຂອງພວກເຂົາໄປທີ່ເລື່ອງລາວພາຍນອກ. ການທົນທຸກເປັນສິ່ງທີດີ, ດັ່ງນັ້ນພຣະເຈົ້າຈຶ່ງສ້າງສະພາບແວດລ້ອມທີ່ຫຍຸ້ງຍາກເພື່ອທົດສອບ ແລະ ຫຼໍ່ຫຼອມຜູ້ຄົນ. ຂ້ອຍຮູ້ສຶກຄືກັບວ່າຂ້ອຍເຂົ້າໃຈ ແລະ ຮູ້ສຶກໄດ້ເຖິງວັດຖຸປະສົງບາງຢ່າງຂອງພຣະເຈົ້າ ແລະ ຄວາມພຽນພະຍາຍາມທີ່ພຣະອົງເຮັດ. ທຸກສິ່ງທີ່ພຣະເຈົ້າເຮັດເປັນສິ່ງທີ່ດີ!” ນີ້ແມ່ນວິທີການທີ່ເຈົ້າຕ້ອງໂອ້ລົມ. ເຈົ້າຈະເກັບກ່ຽວຜົນປະໂຫຍດໂດຍການໂອ້ລົມ. ຖ້າມີສອງສາມຄົນມາເຕົ້າໂຮມກັນໃນເວລາຫວ່າງເພື່ອນິນທາ, ຕັດສິນ ຫຼື ເວົ້າເລື່ອງອື່ນທີ່ມັກຈະເຮັດໃຫ້ເກີດການໂຕ້ຖຽງກັນ, ພວກເຂົາອາດເບິ່ງຄືວ່າກໍາລັງເວົ້າເຖິງຄວາມເຊື່ອໃນພຣະເຈົ້າ ຫຼື ປະສົບການຊີວິດຂອງຕົນ, ແຕ່ຖ້າຫົວໃຈຂອງພວກເຂົາບໍ່ສະຫງົບ, ແລ້ວພວກເຂົາກໍຄວນຝຶກຝົນວິທີສະແຫວງຫາ ແລະ ພະຍາຍາມຫາຄວາມຈິງ ແລະພະຍາຍາມເຮັດຕາມຂໍ້ກຳນົດຂອງພຣະເຈົ້າ. ຖ້າເຈົ້າສະແຫວງຫາຄວາມຈິງດ້ວຍວິທີການນີ້ຢູ່ສະເໝີ, ຫຼັງຈາກນັ້ນພຣະວິນຍານບໍລິສຸດກໍຈະເຮັດວຽກໃນຕົວເຈົ້າ ແລະ ສ່ອງສະຫວ່າງເຈົ້າ. ເອົາຄວາມຂາດເຂີນຄວາມຈິງຂອງເຈົ້າເປັນພາລະທີ່ຕ້ອງໄລ່ຕາມ, ໄປປະຕິບັດ ແລະ ປະສົບ ແລະ ພະຍາຍາມເພື່ອຄວາມຈິງ. ເຈົ້າຄວນນຳສິ່ງນີ້ໄປປະຕິບັດແນວໃດ? ເຈົ້າຄວນສະແຫວງຫາ ແລະ ຂໍການຊີ້ນຳຈາກຄົນທີ່ເຂົ້າໃຈຄວາມຈິງກ່ຽວກັບສິ່ງຕ່າງໆທີ່ເຈົ້າບໍ່ເຂົ້າໃຈ ຫຼື ບໍ່ສາມາດກຳໃຈຄວາມໄດ້. ຖ້າເຈົ້າປະຕິບັດແບບນີ້ຢູ່ຕະຫຼອດເວລາ, ເຈົ້າກໍຈະສາມາດເຂົ້າໃຈຄວາມຈິງຫຼາຍຂຶ້ນ ແລະ ໄດ້ຮັບຫຼາຍ. ເວລາສ່ວນໃຫຍ່ພວກເຈົ້າບໍ່ຮູ້ວິທີທີ່ຈະໂອ້ລົມຄວາມຈິງ, ພຽງແຕ່ສຸມໃສ່ການສົນທະນາກ່ຽວກັບວຽກງານ ຫຼື ເວົ້າກ່ຽວກັບວິທີການ ແລະ ບໍ່ແມ່ນຫຼັກການຢູ່ສະເໝີ້. ນີ້ເປັນການບ່ຽງເບນ, ເມື່ອໃນຄວາມເປັນຈິງແລ້ວ ເຈົ້າຄວນໂອ້ລົມກ່ຽວກັບເລື່ອງທີ່ກ່ຽວຂ້ອງກັບຫຼັກການແຫ່ງຄວາມຈິງເມື່ອເຈົ້າລົມກັນກ່ຽວກັບວຽກງານ; ມັນຈະເປັນປະໂຫຍດຕໍ່ການເຂົ້າສູ່ຊີວິດຂອງເຈົ້າເອງ. ຫຼັງຈາກທີ່ເຈົ້າໄດ້ໂອ້ລົມຢ່າງຊັດເຈນກ່ຽວກັບເລື່ອງຕ່າງໆທີ່ກ່ຽວຂ້ອງກັບຫຼັກການແຫ່ງຄວາມຈິງ, ແລ້ວເຈົ້າກໍຈະມີເສັ້ນທາງສູ່ການເຂົ້າສູ່ຊີວິດ. ສິ່ງນີ້ເປັນປະໂຫຍດສຳລັບການເຮັດວຽກ ແລະ ການປະຕິບັດໜ້າທີ່ຂອງເຈົ້າ, ພ້ອມທັງສຳລັບການເຂົ້າສູ່ຊີວິດຂອງເຈົ້າເອງ. ນີ້ບໍ່ແມ່ນສິ່ງທີ່ດີທີ່ສຸດຂອງທັງສອງໂລກບໍ? ເຈົ້າຕ້ອງໂອ້ລົມໃນລັກສະນະທີ່ບໍລິສຸດ ແລະ ເປີດໃຈກ່ຽວກັບປະສົບການຂອງເຈົ້າໃນການເຊື່ອໃນພຣະເຈົ້າເພື່ອໃຫ້ໄດ້ຜົນຮັບ ແລະ ບັນລຸການເຂົ້າສູ່ຊີວິດ. ການນິນທາ ແລະ ການຕັດສິນບໍ່ມີປະໂຫຍດຫຍັງເລີຍຕໍ່ການເຂົ້າສູ່ຊີວິດ ແລະ ເຮັດໃຫ້ສູນເສຍໂອກາດຂອງພວກເຂົາຕໍ່ຄວາມລອດພົ້ນຜ່ານຄວາມເຊື່ອໃນພຣະເຈົ້າ. ໃນການເຊື່ອໃນພຣະເຈົ້າ, ຄົນໆໜຶ່ງຕ້ອງສຸມໃສ່ການນຳຄວາມຈິງໄປປະຕິບັດ. ຍິ່ງເຈົ້ານຳຄວາມຈິງໄປປະຕິບັດຫຼາຍສ່ຳໃດ, ໂອກາດແຫ່ງຄວາມລອດພົ້ນຂອງເຈົ້າກໍຍິ່ງໃຫຍ່ຂຶ້ນສ່ຳນັ້ນ. ຖ້າເຈົ້າເຂົ້າໃຈຄວາມຈິງໜ້ອຍເກີນໄປ, ເຈົາຍິ່ງຕ້ອງສະແຫວງຫາມັນໃຫ້ຫຼາຍຂຶ້ນຕື່ມອີກ. ໂດຍການໄດ້ຮັບຄວາມເຂົ້າໃຈກ່ຽວກັບຄວາມຈິງ ແລະ ການນຳຄວາມຈິງໄປປະຕິບັດເທົ່ານັ້ນ ເຈົ້າຈຶ່ງສາມາດປະສົບກັບການປ່ຽນແປງທີ່ແທ້ຈິງ ແລະ ບັນລຸຄວາມຫວັງແຫ່ງຄວາມລອດພົ້ນທີ່ຍິ່ງໃຫຍ່ກວ່າ ແລະ ແນ່ນອນຫຼາຍຂຶ້ນ.
ວັນທີ 16 ກໍລະກົດ 2017