ມີພຽງການສະແຫວງຫາຄວາມຈິງເທົ່ານັ້ນ ຄົນໃດໜຶ່ງຈຶ່ງຈະສາມາດບັນລຸການປ່ຽນແປງໃນອຸປະນິໄສ

ໂດຍການສະແຫວງຫາຄວາມຈິງເທົ່ານັ້ນ, ຄົນໆໜຶ່ງຈຶ່ງສາມາດບັນລຸການປ່ຽນແປງໃນອຸປະນິໄສໄດ້: ນີ້ແມ່ນສິ່ງທີ່ຜູ້ຄົນຕ້ອງຢັ່ງເຖິງ ແລະ ເຂົ້າໃຈຢ່າງທົ່ວເຖິງ. ຖ້າເຈົ້າບໍ່ມີຄວາມເຂົ້າໃຈຢ່າງພຽງພໍກ່ຽວກັບຄວາມຈິງ, ເຈົ້າຈະມື່ນລົ້ມ ແລະ ຫຼົງທາງຢ່າງງ່າຍດາຍ. ຖ້າເຈົ້າຕ້ອງການເຕີບໃຫຍ່ໃນຊີວິດ, ເຈົ້າຕ້ອງສະແຫວງຫາຄວາມຈິງໃນທຸກສິ່ງ. ບໍ່ວ່າເຈົ້າກຳລັງເຮັດຫຍັງກໍ່ຕາມ, ເຈົ້າຄວນສະແຫວງຫາວິທີການປະພຶດເພື່ອໃຫ້ສອດຄ່ອງກັບຄວາມຈິງ ແລະ ຄົ້ນພົບວ່າມົນທິນໃດທີ່ຢູ່ພາຍໃນຕົວເຈົ້າ ເຊິ່ງລະເມີດຄວາມຈິງນັ້ນ; ເຈົ້າຕ້ອງມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບສິ່ງເຫຼົ່ານີ້. ບໍ່ວ່າເຈົ້າກຳລັງເຮັດຫຍັງກໍ່ຕາມ, ເຈົ້າຄວນຄຳນຶງວ່າມັນສອດຄ່ອງກັບຄວາມຈິງ ຫຼື ບໍ່ ແລະ ມັນມີຄຸນຄ່າ ແລະ ຄວາມໝາຍ ຫຼື ບໍ່. ເຈົ້າສາມາດເຮັດສິ່ງຕ່າງໆທີ່ສອດຄ່ອງກັບຄວາມຈິງ, ແຕ່ເຈົ້າຕ້ອງບໍ່ເຮັດສິ່ງທີ່ບໍ່ສອດຄ່ອງກັບຄວາມຈິງ. ເມື່ອເວົ້າກ່ຽວກັບສິ່ງທີ່ເຈົ້າສາມາດເຮັດ ຫຼື ບໍ່ສາມາດເຮັດ, ຖ້າພວກມັນສາມາດປ່ອຍວາງ, ແລ້ວເຈົ້າກໍ່ຄວນປ່ອຍວາງພວກມັນ. ຖ້າບໍ່ດັ່ງນັ້ນ, ຖ້າເຈົ້າເຮັດສິ່ງເຫຼົ່ານີ້ເປັນບາງຊ່ວງເວລາ ແລະ ຄົ້ນພົບໃນພາຍຫຼັງວ່າເຈົ້າຄວນປ່ອຍວາງພວກມັນ, ແລ້ວໃຫ້ດຳເນີນການຕັດສິນໃຈຢ່າງໄວວາ ແລະ ປ່ອຍພວກມັນໄປຢ່າງວ່ອງໄວ. ນີ້ຄືຫຼັກການທີ່ເຈົ້າຄວນປະຕິບັດຕາມໃນທຸກສິ່ງທີ່ເຈົ້າເຮັດ. ບາງຄົນຍົກຄຳຖາມນີ້ຂຶ້ນມາ: ເປັນຫຍັງການສະແຫວງຫາຄວາມຈິງ ແລະ ການນໍາຄວາມຈິງເຂົ້າສູ່ການປະຕິບັດຈຶ່ງຫຍຸ້ງຍາກຫຼາຍ, ຄືກັບວ່າເຈົ້າກຳລັງພາຍເຮືອຖ່ວງກະແສນໍ້າ ແລະ ຈະໄຫຼກັບຫຼັງ ຖ້າເຈົ້າຢຸດພາຍໄປຂ້າງໜ້າ? ແລ້ວເປັນຫຍັງມັນຈຶ່ງງ່າຍຫຼາຍກວ່າທີ່ຈະເຮັດຊົ່ວ ຫຼື ເຮັດສິ່ງທີ່ບໍ່ມີຄວາມໝາຍ, ງ່າຍຄືກັບການພາຍເຮືອຕາມກະແສນໍ້າ? ເປັນຫຍັງມັນຈຶ່ງເປັນແບບນັ້ນ? ມັນເປັນເພາະທຳມະຊາດຂອງມະນຸດຄືການທໍລະຍົດພຣະເຈົ້າ. ທຳມະຊາດຂອງຊາຕານໄດ້ມີບົດບາດທີ່ສຳຄັນພາຍໃນມະນຸດ ແລະ ນີ້ແມ່ນກອງກຳລັງທີ່ເປັນປໍລະປັກ. ແນ່ນອນ, ມະນຸດທີ່ມີທຳມະຊາດທີ່ທໍລະຍົດພຣະເຈົ້າມີແນວໂນ້ມທີ່ຈະເຮັດສິ່ງຕ່າງໆທີ່ທໍລະຍົດພຣະອົງ ແລະ ໂດຍທຳມະຊາດແລ້ວ ການກະທຳທີ່ດີແມ່ນຍາກທີ່ພວກເຂົາຈະເຮັດໄດ້. ສິ່ງນີ້ຖືກກຳນົດໂດຍທຳມະຊາດ ແລະ ແກ່ນແທ້ ຂອງມະນຸດໂດຍສິ້ນເຊີງ. ຫຼັງຈາກທີ່ເຈົ້າເຂົ້າໃຈຄວາມຈິງແທ້ໆ ແລະ ເລີ່ມຮັກມັນຈາກພາຍໃນຕົວເຈົ້າ, ເຈົ້າຈະພົບວ່າມັນງ່າຍທີ່ຈະເຮັດສິ່ງຕ່າງໆທີ່ສອດຄ່ອງກັບຄວາມຈິງ. ເຈົ້າຈະເຮັດໜ້າທີ່ຂອງເຈົ້າ ແລະ ປະຕິບັດຄວາມຈິງຢ່າງເປັນປົກກະຕິ, ເຖິງກັບບໍ່ຕ້ອງໃຊ້ແຮງ ແລະ ຢ່າງປິຕິຍິນດີ ແລະ ເຈົ້າກໍ່ຈະຮູ້ສຶກວ່າການເຮັດສິ່ງທີ່ບໍ່ດີຈຳເປັນຕ້ອງໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍ. ນີ້ເປັນເພາະຄວາມຈິງໄດ້ມີບົດບາດທີ່ສຳຄັນໃນຫົວໃຈຂອງເຈົ້າ. ຖ້າເຈົ້າເຂົ້າໃຈຄວາມຈິງກ່ຽວກັບຊີວິດຂອງມະນຸດແທ້ໆ, ແລ້ວເຈົ້າກໍຈະມີເສັ້ນທາງໃຫ້ປະຕິບັດກ່ຽວກັບວ່າຈະເປັນຄົນປະເພດໃດ, ວິທີການເປັນຄົນເປີດເຜີຍ ແລະ ກົງໄປກົງມາ, ຄົນທີ່ຊື່ສັດ ແລະ ຄົນທີ່ເປັນພະຍານໃຫ້ກັບພຣະເຈົ້າ ແລະ ຮັບໃຊ້ພຣະອົງ. ແລ້ວຫຼັງຈາກທີ່ເຈົ້າເຂົ້າໃຈຄວາມຈິງເຫຼົ່ານີ້, ເຈົ້າຈະບໍ່ສາມາດເຮັດການຊົ່ວທີ່ທ້າທາຍພຣະອົງອີກຈັກເທື່ອ ຫຼື ເຈົ້າຈະບໍ່ຫຼິ້ນບົດບາດຂອງການເປັນຜູ້ນໍາປອມ, ຜູ້ເຮັດວຽກປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິດ. ເຖິງແມ່ນວ່າຊາຕານຫຼອກລວງເຈົ້າ ຫຼື ຄົນທີ່ຊົ່ວຮ້າຍໄດ້ກະຕຸ້ນໃຫ້ເຈົ້າເຮັດຊົ່ວ, ເຈົ້າກໍ່ຈະບໍ່ເຮັດມັນ; ບໍ່ວ່າຜູ້ໃດຈະພະຍາຍາມບັງຄັບເຈົ້າ, ເຈົ້າກໍ່ຍັງຈະບໍ່ເຮັດໃນລັກສະນະນັ້ນ. ຖ້າຜູ້ຄົນໄດ້ຮັບຄວາມຈິງ ແລະ ຄວາມຈິງກາຍມາເປັນຊີວິດຂອງພວກເຂົາ, ພວກເຂົາກໍ່ຈະສາມາດກຽດຊັງຄວາມຊົ່ວຮ້າຍ ແລະ ຮູ້ສຶກເຖິງຄວາມຂີ້ດຽດພາຍໃນສຳລັບສິ່ງທີ່ບໍ່ດີ. ມັນຈະຍາກສຳລັບພວກເຂົາທີ່ຈະເຮັດຊົ່ວ, ເພາະຊີວິດ-ອຸປະນິໄສຂອງພວກເຂົາໄດ້ມີການປ່ຽນແປງ ແລະ ພວກເຂົາຖືກພຣະເຈົ້າເຮັດໃຫ້ສົມບູນ.

ໃນຫົວໃຈຂອງເຈົ້າ ຖ້າເຈົ້າເຂົ້າໃຈຄວາມຈິງຢ່າງແທ້ຈິງ, ແລ້ວເຈົ້າກໍຈະຮູ້ວິທີການປະຕິບັດຄວາມຈິງ ແລະ ເຊື່ອຟັງພຣະເຈົ້າ ແລະ ຈະເລີ່ມຍ່າງໃນເສັ້ນທາງການສະແຫວງຫາຄວາມຈິງໂດຍທຳມະຊາດ. ຖ້າເສັ້ນທາງທີ່ເຈົ້າຍ່າງຄືເສັ້ນທາງທີ່ຖືກຕ້ອງ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ແລ້ວພາລະກິດຂອງພຣະວິນຍານບໍລິສຸດກໍຈະບໍ່ປະຖິ້ມເຈົ້າ ເຊິ່ງໃນກໍລະນັ້ນແມ່ນຈະມີໂອກາດໜ້ອຍລົງເລື້ອຍໆທີ່ເຈົ້າຈະທໍລະຍົດພຣະເຈົ້າ. ປາດສະຈາກຄວາມຈິງແລ້ວ, ມັນງ່າຍທີ່ຈະເຮັດຊົ່ວ ແລະ ເຈົ້າກໍຈະເຮັດມັນ ເຖິງແມ່ນວ່າຈະເປັນຕົວເຈົ້າເອງ. ຕົວຢ່າງ: ຖ້າເຈົ້າມີອຸປະນິໄສທີ່ອວດດີ ແລະ ທະນົງຕົວ, ແລ້ວການຖືກບອກບໍ່ໃຫ້ຕໍ່ຕ້ານພຣະເຈົ້າກໍບໍ່ມີຄວາມແຕກຕ່າງຫຍັງ, ເຈົ້າບໍ່ສາມາດຊ່ວຍເຫຼືອຕົນເອງໄດ້, ມັນຢູ່ເໜືອການຄວບຄຸມຂອງເຈົ້າ. ເຈົ້າຈະບໍ່ເຮັດມັນຢ່າງຕັ້ງໃຈ; ແຕ່ເຈົ້າຈະເຮັດມັນພາຍໃຕ້ການຄອບງຳຂອງທຳມະຊາດທີ່ອວດດີ ແລະ ທະນົງຕົວຂອງເຈົ້າ. ຄວາມອວດດີ ແລະ ຄວາມທະນົງຕົວຂອງເຈົ້າຈະເຮັດໃຫ້ເຈົ້າໝິ່ນປະມາດພຣະເຈົ້າ ແລະ ເຫັນພຣະອົງເປັນພຽງສິ່ງມີຊີວິດທີ່ບໍ່ມີຄວາມໝາຍຫຍັງເລີຍ; ພວກມັນຈະເຮັດໃຫ້ເຈົ້າສັນລະເສີນຕົວເອງ, ເຮັດໃຫ້ເຈົ້າສະແດງຕົນຢູ່ສະເໝີ; ພວກມັນຈະເຮັດໃຫ້ເຈົ້າຮ້າຍດ່າຄົນອື່ນ, ພວກມັນຈະບໍ່ປ່ອຍໃຫ້ມີຜູ້ໃດຢູ່ໃນຫົວໃຈຂອງເຈົ້ານອກຈາກຕົວເຈົ້າເອງ; ພວກມັນຈະລັກເອົາຕຳແໜ່ງຂອງພຣະເຈົ້າໃນຫົວໃຈຂອງເຈົ້າ ແລະ ໃນທີ່ສຸດແລ້ວກໍຈະເຮັດໃຫ້ເຈົ້ານັ່ງຢູ່ໃນຕຳແໜ່ງຂອງພຣະເຈົ້າ ແລະ ຮຽກຮ້ອງໃຫ້ຜູ້ຄົນຍອມຕໍ່ເຈົ້າ ແລະ ເຮັດໃຫ້ເຈົ້າເຄົາລົບຄວາມຄິດ, ແນວຄວາມຄິດ ແລະ ແນວຄິດຂອງເຈົ້າເອງວ່າເປັນຄວາມຈິງ. ຄວາມຊົ່ວຮ້າຍຫຼາຍຢ່າງເກີດຂຶ້ນໂດຍຜູ້ຄົນທີ່ຢູ່ພາຍໃຕ້ອິດທິພົນຂອງທຳມະຊາດທີ່ອວດດີ ແລະ ທະນົງຕົວຂອງພວກເຂົາ! ເພື່ອແກ້ໄຂບັນຫາການເຮັດຊົ່ວ, ກ່ອນອື່ນ ພວກເຂົາຕ້ອງແກ້ໄຂທຳມະຊາດຂອງພວກເຂົາເສຍກ່ອນ. ໂດຍບໍ່ມີການປ່ຽນແປງໃນອຸປະນິໄສແລ້ວ, ມັນກໍຈະເປັນໄປບໍ່ໄດ້ທີ່ຈະນຳເອົາວິທີແກ້ໄຂບັນຫາເບື້ອງຕົ້ນມາແກ້ໄຂບັນຫານີ້ໄດ້. ເມື່ອເຈົ້າມີຄວາມເຂົ້າໃຈບາງຢ່າງກ່ຽວກັບພຣະເຈົ້າ, ເມື່ອເຈົ້າສາມາດເຫັນເຖິງຄວາມເສື່ອມຊາມຂອງເຈົ້າເອງ ແລະ ຮັບຮູ້ເຖິງຄວາມໜ້າລັງກຽດ ແລະ ຄວາມຂີ້ຮ້າຍໃນຄວາມອວດດີ ແລະ ຄວາມຫຼອກລວງ, ແລ້ວເຈົ້າຈະຮູ້ສຶກຂີ້ດຽດ, ເຈັບປ່ວຍ ແລະ ທຸກໃຈ. ເຈົ້າຈະສາມາດເຮັດບາງສິ່ງຢ່າງມີສະຕິເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ໃນການເຮັດແບບນີ້ ເຈົ້າຈະຮູ້ສຶກສະບາຍໃຈ. ເຈົ້າຈະສາມາດອ່ານພຣະທໍາຂອງພຣະເຈົ້າ, ຍົກຍ່ອງພຣະເຈົ້າ ແລະ ເປັນພະຍານໃຫ້ກັບພຣະອົງຢ່າງມີສະຕິ ແລະ ໃນຫົວໃຈຂອງເຈົ້າ ເຈົ້າຈະຮູ້ສຶກເຖິງຄວາມສຸກ. ເຈົ້າຈະປົດໜ້າກາກຂອງເຈົ້າເອງຢ່າງມີສະຕິ, ເປີດໂປງຄວາມຂີ້ຮ້າຍຂອງເຈົ້າເອງ ແລະ ໂດຍການເຮັດແບບນີ້ ເຈົ້າຈະຮູ້ສຶກດີຢູ່ພາຍໃນ ແລະ ຮູ້ສຶກວ່າຕົນເອງຢູ່ໃນສະພາບຈິດທີ່ປັບປຸງດີຂຶ້ນ. ສະນັ້ນ, ຂັ້ນຕອນທຳອິດໃນການສະແຫວງຫາການປ່ຽນແປງໃນອຸປະນິໄສຄືການສະແຫວງຫາເພື່ອເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມຈິງ. ໂດຍການເຂົ້າໃຈຄວາມຈິງເທົ່ານັ້ນ, ເຈົ້າຈຶ່ງຈະສາມາດຮັບເອົາຄວາມຢັ່ງຮູ້; ໂດຍມີຄວາມຢັ່ງຮູ້ເທົ່ານັ້ນ, ເຈົ້າຈຶ່ງຈະສາມາດເຂົ້າໃຈສິ່ງຕ່າງໆຢ່າງທົ່ວເຖິງ; ໂດຍການເຂົ້າໃຈສິ່ງຕ່າງໆຢ່າງທົ່ວເຖິງເທົ່ານັ້ນ, ເຈົ້າຈຶ່ງສາມາດຮູ້ຈັກຕົນເອງຢ່າງແທ້ຈິງ; ຫຼັງຈາກທີ່ເຈົ້າຮູ້ຈັກຕົນເອງຢ່າງແທ້ຈິງເທົ່ານັ້ນ ເຈົ້າຈຶ່ງຈະສາມາດປະຖິ້ມເນື້ອໜັງ ແລະ ນໍາຄວາມຈິງໄປປະຕິບັດ, ຄ່ອຍໆນໍາພາເຈົ້າສູ່ຄວາມເຊື່ອຟັງພຣະເຈົ້າ ແລະ ເຈົ້າຈະຢູ່ໃນເສັ້ນທາງທີ່ຖືກຕ້ອງກັບຄວາມເຊື່ອຂອງເຈົ້າໃນພຣະເຈົ້າເທື່ອລະກ້າວ. ສິ່ງນີ້ເຊື່ອມໂຍງກັບວິທີການຄົນທີ່ເດັດດ່ຽວເປັນ ເມື່ອກຳລັງສະແຫວງຫາຄວາມຈິງ. ຖ້າຄົນໃດໜຶ່ງຕັ້ງໃຈຢ່າງແທ້ຈິງ, ແລ້ວຫຼັງຈາກຫົກເດືອນ ຫຼື ໜຶ່ງປີ ພວກເຂົາກໍ່ຈະເລີ່ມຢູ່ໃນເສັ້ນທາງທີ່ຖືກຕ້ອງ. ພາຍໃນສາມ ຫຼື ຫ້າປີ, ພວກເຂົາຈະເຫັນຜົນ ແລະ ຈະຮູ້ສຶກວ່າພວກເຂົາກຳລັງກ້າວໜ້າໃນຊີວິດ. ຖ້າຜູ້ຄົນເຊື່ອໃນພຣະເຈົ້າ ແຕ່ບໍ່ສະແຫວງຫາຄວາມຈິງ ແລະ ບໍ່ເຄີຍໃສ່ໃຈໃນການປະຕິບັດຄວາມຈິງ, ແລ້ວພວກເຂົາສາມາດເຊື່ອເປັນເວລາສິບ ຫຼື ຊາວປີ ໂດຍບໍ່ໄດ້ປະສົບກັບການປ່ຽນແປງໃດໆເລີຍ. ໃນທີ່ສຸດ, ພວກເຂົາກໍຈະຄິດວ່າ ນັ້ນຄວາມເຊື່ອໃນພຣະເຈົ້າແມ່ນຫຍັງ; ພວກເຂົາຈະຄິດວ່າມັນຂ້ອນຂ້າງຄືກັນກັບວິທີທີ່ພວກເຂົາດຳລົງຊີວິດຢູ່ໃນໂລກກ່ອນໜ້ານີ້ ແລະ ການມີຊີວິດແມ່ນບໍ່ມີຄວາມໝາຍຫຍັງເລີຍ. ສິ່ງນີ້ສະແດງໃຫ້ເຫັນຢ່າງແທ້ຈິງວ່າ ຖ້າປາສະຈາກຄວາມຈິງແລ້ວ, ຊີວິດກໍຈະວ່າງເປົ່າ. ພວກເຂົາອາດສາມາດກ່າວຫຼັກຄຳສອນບາງຢ່າງ ແຕ່ພວກເຂົາຍັງຈະຮູ້ສຶກອຶດອັດ ແລະ ບໍ່ສະບາຍໃຈ. ຖ້າຜູ້ຄົນມີຄວາມຮູ້ບາງຢ່າງກ່ຽວກັບພຣະເຈົ້າ, ຮູ້ວິທີດຳລົງຊີວິດທີ່ມີຄວາມໝາຍ ແລະ ສາມາດເຮັດບາງສິ່ງທີ່ເຮັດໃຫ້ພຣະເຈົ້າພໍໃຈ, ແລ້ວພວກເຂົາຈະຮູ້ສຶກວ່ານີ້ແມ່ນຊີວິດທີ່ແທ້ຈິງ, ຮູ້ສຶກວ່າມີພຽງການດຳລົງຊີວິດລັກສະນະນີ້ເທົ່ານັ້ນ ຊີວິດຂອງພວກເຂົາຈິ່ງຈະມີຄວາມໝາຍ ແລະ ສາມາດເຮັດບາງສິ່ງເຮັດໃຫ້ພຣະເຈົ້າພໍໃຈ, ຕອບແທນອົງ ແລະ ຮູ້ສຶກສະບາຍໃຈ. ຖ້າພວກເຂົາສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ຢ່າງມີສະຕິ, ນຳຄວາມຈິງເຂົ້າສູ່ການປະຕິບັດ, ປະຖິ້ມຕົນເອງ, ປະຖິ້ມແນວຄິດຂອງພວກເຂົາເອງ, ເຊື່ອຟັງ ແລະ ຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ, ຖ້າພວກເຂົາສາມາດເຮັດສິ່ງເຫຼົ່ານີ້ທັງໝົດໄດ້ຢ່າງມີສະຕິ ແລ້ວນີ້ກໍໝາຍເຖິງການນຳຄວາມຈິງໄປປະຕິບັດຢ່າງຖືກຕ້ອງ ແລະ ການນຳຄວາມຈິງໄປປະຕິບັດຢ່າງແທ້ຈິງ. ມັນບໍ່ໄດ້ເປັນຄືກັບແຕ່ກ່ອນ, ພຽງແຕ່ເພິ່ງພາຈິນຕະນາການ ແລະ ປະຕິບັດຕາມກົດລະບຽບເທົ່ານັ້ນ ແລະ ຄິດວ່ານີ້ຄືການປະຕິບັດຄວາມຈິງ. ໃນຄວາມເປັນຈິງແລ້ວ, ການເພິ່ງພາຈິນຕະນາການ ແລະ ການປະຕິບັດຕາມກົດລະບຽບເປັນສິ່ງທີ່ເມື່ອຍຫຼາຍ, ການບໍ່ເຂົ້າໃຈຄວາມຈິງ ແລະ ການເຮັດສິ່ງຕ່າງໆໂດຍບໍ່ມີຫຼັກການກໍຍັງເມື່ອຍຫຼາຍ ແລະ ການເຮັດສິ່ງຕ່າງໆຢ່າງຫຼັບຫູຫຼັບຕາໂດຍບໍ່ມີເປົ້າໝາຍກໍແຮງເມື່ອຍຂຶ້ນໄປອີກ. ເມື່ອເຈົ້າເຂົ້າໃຈຄວາມຈິງ, ເຈົ້າຈະບໍ່ຖືກຈຳກັດໂດຍຄົນໃດໜຶ່ງ ຫຼື ສິ່ງໃດໜຶ່ງ ແລະ ເຈົ້າຈະມີອິດສະຫຼະ ແລະ ການປົດປ່ອຍຢ່າງແທ້ຈິງ. ເຈົ້າຈະເຮັດໃນລັກສະນະທີ່ມີຫຼັກການ ແລະ ຜ່ອນຄາຍ ແລະ ມີຄວາມສຸກ ແລະ ເຈົ້າຈະບໍ່ຮູ້ສຶກວ່າສິ່ງນີ້ໃຊ້ຄວາມພະຍາຍາມຫຼາຍເກີນໄປ ຫຼື ກໍ່ໃຫ້ເກີດການທົນທຸກຫຼາຍເກີນໄປ. ຖ້າເຈົ້າມີສະພາວະປະເພດນີ້, ເຈົ້າກໍມີຄວາມຈິງ ແລະ ຄວາມເປັນມະນຸດ ແລະ ເຈົ້າກໍເປັນຄົນທີ່ມີການປ່ຽນແປງໃນອຸປະນິໄສ.

ໃນຂະບວນການປະສົບການຊີວິດ, ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກໍຕາມ, ເຈົ້າຕ້ອງຮຽນຮູ້ທີ່ຈະສະແຫວງຫາຄວາມຈິງ ແລະ ໄຕ່ຕອງເລື່ອງດັ່ງກ່າວຢ່າງທົ່ວເຖິງຕາມພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ. ເມື່ອເຈົ້າຮູ້ວິທີການເຮັດສິ່ງຕ່າງໆທີ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຢ່າງສົມບູນ, ເຈົ້າຈະສາມາດປະຖິ້ມສິ່ງຕ່າງໆທີ່ມາຈາກຄວາມປະສົງຂອງເຈົ້າເອງ. ຫຼັງຈາກທີ່ເຈົ້າຮູ້ວິທີການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ເຈົ້າຄວນເຮັດແບບນີ້ໄດ້ຢ່າງງ່າຍດາຍ, ຄືກັບວ່າໄຫຼໄປໂດຍທຳມະຊາດ. ການເຮັດສິ່ງຕ່າງໆໃນລັກສະນະນີ້ຮູ້ສຶກຜ່ອນຄາຍ ແລະ ງ່າຍດາຍຫຼາຍ ແລະ ນີ້ແມ່ນວິທີທີ່ຜູ້ຄົນທີ່ເຂົ້າໃຈຄວາມຈິງເຮັດສິ່ງຕ່າງໆ. ຖ້າເຈົ້າສາມາດສະແດງໃຫ້ຜູ້ຄົນເຫັນວ່າເຈົ້າມີປະສິດທິພາບຢ່າງແທ້ຈິງເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ ແລະ ມີຫຼັກການໃນວິທີການທີ່ເຈົ້າເຮັດສິ່ງຕ່າງໆ, ອຸປະນິໄສຊີວິດຂອງເຈົ້າໄດ້ປ່ຽນແປງແທ້ໆ, ເຈົ້າໄດ້ເຮັດສິ່ງດີໆຫຼາຍຢ່າງສຳລັບຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າ, ແລ້ວເຈົ້າກໍເປັນຄົນທີ່ເຂົ້າໃຈຄວາມຈິງ ແລະ ມີພາບລັກຂອງມະນຸດຢ່າງແນ່ນອນ; ແລະ ແນ່ນອນມັນຈະມີຜົນສະທ້ອນໃນການທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ. ຫຼັງຈາກທີ່ຄົນໃດໜຶ່ງເຂົ້າໃຈຄວາມຈິງຢ່າງແທ້ຈິງ, ພວກເຂົາຈຶ່ງຈະສາມາດແຍກແຍະສະພາວະຕ່າງໆຂອງພວກເຂົາ, ພວກເຂົາຈະສາມາດເຫັນເລື່ອງທີ່ຊັບຊ້ອນຢ່າງຊັດເຈນ ແລະ ດ້ວຍເຫດນັ້ນພວກເຂົາຈະຮູ້ວິທີການປະຕິບັດຢ່າງເໝາະສົມ. ຖ້າຄົນໜຶ່ງບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ສາມາດແຍກແຍະສະພາວຂອງພວກເຂົາເອງ, ແລ້ວຖ້າພວກເຂົາຕ້ອງການປະຖິ້ມຕົນເອງ, ພວກເຂົາຈະບໍ່ຮູ້ວ່າຈະປະຖິ້ມຫຍັງ ຫຼື ຈະປະຖິ້ມແນວໃດ. ຖ້າພວກເຂົາຕ້ອງການປະຖິ້ມຄວາມປະສົງຂອງພວກເຂົາເອງ, ພວກເຂົາຈະບໍ່ຮູ້ວ່າແມ່ນຫຍັງຜິດໃນຄວາມປະສົງຂອງພວກເຂົາເອງ, ພວກເຂົາຈະຄິດວ່າຄວາມປະສົງຂອງພວກເຂົາເອງສອດຄ່ອງກັບຄວາມຈິງ ແລະ ອາດເຖິງກັບຖືວ່າຄວາມປະສົງຂອງພວກເຂົາເອງເປັນແສງສະຫວ່າງຂອງພຣະວິນຍານບໍລິສຸດ. ຄົນເຊັ່ນນີ້ຈະປະຖິ້ມຄວາມປະສົງຂອງພວກເຂົາເອງໄດ້ແນວໃດ? ພວກເຂົາຈະບໍ່ສາມາດເຮັດໄດ້ ແລະ ແຮງໄກທີ່ພວກເຂົາຈະສາມາດປະຖິ້ມເນື້ອໜັງ. ສະນັ້ນເມື່ອເຈົ້າບໍ່ເຂົ້າໃຈຄວາມຈິງ, ເຈົ້າກໍສາມາດເຂົ້າໃຈຜິດໄດ້ຢ່າງງ່າຍດາຍວ່າສິ່ງຕ່າງໆທີ່ມາຈາກຄວາມປະສົງຂອງເຈົ້າເອງ, ສິ່ງຕ່າງທີ່ສອດຄ່ອງກັບແນວຄິດຂອງມະນຸດ, ຄວາມເມດຕາ, ຄວາມຮັກ, ການທົນທຸກ ແລະ ການຈ່າຍລາຄາເປັນສິ່ງທີ່ຖືກຕ້ອງ ແລະ ສອດຄ່ອງກັບຄວາມຈິງ. ແລ້ວເຈົ້າຈະສາມາດປະຖິ້ມສິ່ງຕ່າງໆເຫຼົ່ານີ້ຂອງມະນຸດໄດ້ແນວໃດ? ເຈົ້າບໍ່ເຂົ້າໃຈຄວາມຈິງ ແລະ ເຈົ້າບໍ່ຮູ້ວ່າການປະຕິບັດຄວາມຈິງໝາຍເຖິງຫຍັງ. ເຈົ້າຢູ່ໃນບ່ອນມືດມົນຢ່າງສົມບູນ ແລະ ເຈົ້າບໍ່ສາມາດຮູ້ໄດ້ວ່າຈະເຮັດຫຍັງ, ສະນັ້ນເຈົ້າຈຶ່ງພຽງແຕ່ສາມາດເຮັດສິ່ງທີ່ເຈົ້າຄິດວ່າດີ ແລະ ຜົນຕາມມາກໍຄືເຈົ້າມີການຫັນເຫໃນບາງສິ່ງ. ບາງສິ່ງເຫຼົ່ານີ້ແມ່ນຍ້ອນການປະຕິບັດຕາມກົດລະບຽບ, ບາງສິ່ງກໍຍ້ອນຄວາມກະຕືລືລົ້ນ ແລະ ບາງສິ່ງກໍຍ້ອນການລົບກວນຈາກຊາຕານ. ນີ້ຄືສິ່ງທີ່ຄົນບໍ່ເຂົ້າໃຈຄວາມຈິງເປັນ. ພວກເຂົາບໍ່ໝັ້ນຄົງຫຼາຍເມື່ອພວກເຂົາເຮັດສິ່ງຕ່າງໆ ແລະ ຫັນເຫຢ່າງບໍ່ຫຼຸດຢ່ອນ, ບໍ່ມີຄວາມຖືກຕ້ອງໃດໆເລີຍ. ຄົນທີ່ບໍ່ເຂົ້າໃຈຄວາມຈິງເຫັນສິ່ງຕ່າງໆໃນລັກສະນະທີ່ບໍ່ສົມເຫດສົມຜົນ, ຄືກັບຜູ້ບໍ່ເຊື່ອ. ພວກເຂົາຈະສາມາດປະຕິບັດຄວາມຈິງໄດ້ແນວໃດ? ພວກເຂົາຈະສາມາດແກ້ໄຂບັນຫາຕ່າງໆໄດ້ແນວໃດ? ການເຂົ້າໃຄວາມຈິງບໍ່ແມ່ນເລື່ອງງ່າຍໆ. ບໍ່ວ່າຄວາມສາມາດຂອງຄົນໃດໜຶ່ງຈະສູງ ຫຼື ຕໍ່າສໍ່າໃດ, ແມ່ນແຕ່ຫຼັງຈາກທີ່ໄດ້ມີປະສົບການຕະຫຼອດຊີວິດ, ຈຳນວນຄວາມຈິງທີ່ພວກເຂົາສາມາດເຂົ້າໃຈໄດ້ກໍມີຢ່າງຈຳກັດ ແລະ ຈຳນວນພຣະທຳຂອງພຣະເຈົ້າທີ່ພວກເຂົາສາມາດເຂົ້າໃຈກໍມີຢ່າງຈຳກັດເຊັ່ນກັນ. ຜູ້ຄົນທີ່ຂ້ອນຂ້າງມີປະສົບການຫຼາຍກວ່າຄືຄົນທີ່ເຂົ້າໃຈຄວາມຈິງບາງຢ່າງ ແລະ ຢ່າງຫຼາຍທີ່ສຸດ ພວກເຂົາກໍສາມາດເຊົາເຮັດສິ່ງຕ່າງໆທີ່ຕໍ່ຕ້ານພຣະເຈົ້າ ແລະ ເຊົາເຮັດສິ່ງທີ່ຊົ່ວຮ້າຍຢ່າງຊັດເຈນ. ມັນເປັນໄປບໍ່ໄດ້ສຳລັບພວກເຂົາທີ່ຈະເຮັດໂດຍບໍ່ມີການເຈືອປົນໃດໆຈາກເຈດຕະນາຂອງພວກເຂົາເອງ. ເພາະມະນຸດມີຄວາມຄິດປົກກະຕິ ແລະ ຄວາມຄິດຂອງພວກເຂົາອາດບໍ່ໄດ້ສອດຄ່ອງກັບພຣະທຳຂອງພຣະເຈົ້າຢູ່ສະເໝີ, ການເຈືອປົນຈາກຄວາມປະສົງຂອງພວກເຂົາເອງຈຶ່ງເປັນສິ່ງທີ່ຫຼີກເວັ້ນບໍ່ໄດ້. ສິ່ງທີ່ສຳຄັນກໍຄືການມີຄວາມເຂົ້າໃຈກ່ຽວກັບທຸກສິ່ງທີ່ມາຈາກຄວາມປະສົງຂອງຕົນເອງ ແລະ ຂັດກັບພຣະທຳຂອງພຣະເຈົ້າ, ຄວາມຈິງ ແລະ ແສງສະຫວ່າງຂອງພຣະວິນຍານບໍລິສຸດ. ສິ່ງນີ້ີຮຽກຮ້ອງໃຫ້ເຈົ້າເຮັດວຽກໜັກເພື່ອເຂົ້າໃຈພຣະທຳຂອງພຣະເຈົ້າ; ມີແຕ່ເມື່ອເຈົ້າເຂົ້າໃຈຄວາມຈິງເທົ່ານັ້ນ, ເຈົ້າຈຶ່ງຈະມີຄວາມເຂົ້າໃຈ ແລະ ໃນເມື່ອນັ້ນເອງ ເຈົ້າຈຶ່ງຈະສາມາດຮັບປະກັນໄດ້ວ່າເຈົ້າບໍ່ໄດ້ເຮັດສິ່ງຊົ່ວຮ້າຍ.

ໃນການສະແຫວງຫາເພື່ອປ່ຽນແປງອຸປະນິໄສຂອງເຈົ້າ, ເຈົ້າຕ້ອງພະຍາຍາມຮູ້ຈັກຕົວເອງ ແລະ ຈາກນັ້ນກໍບັນລຸຄວາມເລິກເຊິ່ງໃດ ເຊິ່ງດ້ວຍເຫດນັ້ນ ເຈົ້າຈຶ່ງຈະສາມາດຄົ້ນພົບພິດຂອງຊາຕານທີ່ມີຢູ່ພາຍໃນທຳມະຊາດຂອງເຈົ້າເອງ. ເຈົ້າຕ້ອງຮູ້ວ່າ ການທ້າທາຍພຣະເຈົ້າໝາຍຄວາມວ່າຫຍັງ ພ້ອມທັງການກະບົດຕໍ່ພຣະເຈົ້າໝາຍຄວາມວ່າຫຍັງ ແລະ ເຈົ້າຕ້ອງຮຽນຮູ້ວ່າການປະຕິບັດປະເພດໃດທີ່ສອດຄ່ອງກັບຄວາມຈິງໃນທຸກເລື່ອງ. ເຈົ້າຍັງຕ້ອງໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບຄວາມປະສົງຂອງພຣະເຈົ້າ ແລະ ເງື່ອນໄຂຂອງພຣະອົງສຳລັບມະນຸດຊາດ. ເຈົ້າຕ້ອງມີຄວາມສຳນຶກ ແລະ ເຫດຜົນຕໍ່ໜ້າພຣະເຈົ້າ, ເຈົ້າຕ້ອງບໍ່ເວົ້າຢ່າງໂອ້ອວດ ຫຼື ຫຼອກລວງພຣະເຈົ້າ ແລະ ເຈົ້າຕ້ອງບໍ່ເຮັດສິ່ງໃດໜຶ່ງທີ່ຕໍ່ຕ້ານພຣະເຈົ້າອີກຕໍ່ໄປ. ດ້ວຍເຫດນັ້ນ, ເຈົ້າຈຶ່ງຈະໄດ້ປ່ຽນອຸປະນິໄສຂອງເຈົ້າ. ຄົນທີ່ມີອຸປະນິໄສທີ່ໄດ້ຮັບການປ່ຽນແປງຈະຮູ້ສຶກເຄົາລົບພຣະເຈົ້າ ແລະ ຄວາມກະບົດຂອງພວກເຂົາຕໍ່ພຣະເຈົ້າກໍເບົາບາງລົງເທື່ອລະໜ້ອຍ. ຍິ່ງໄປກວ່ານັ້ນ ໃນການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາບໍ່ຈຳເປັນຕ້ອງໃຫ້ຄົນອື່ນກັງວົນກ່ຽວກັບພວກເຂົາອີກຕໍ່ໄປ ແລະ ພຣະວິນຍານບໍລິສຸດບໍ່ຈຳເປັນຕ້ອງປະຕິບັດພາລະກິດການລົງວິໄນພວກເຂົາ. ໂດຍພື້ນຖານແລ້ວ ພວກເຂົາສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ໃນມຸມມອງຂອງພວກເຂົາກ່ຽວກັບສິ່ງຕ່າງໆກໍສອດຄ່ງອກັບຄວາມຈິງ. ທຸກສິ່ງນີ້ແມ່ນເທົ່າກັບການສອດຄ່ອງກັບພຣະເຈົ້າ. ສົມມຸດວ່າມີຜູ້ໃດຜູ້ໜຶ່ງມອບວຽກຕໍ່ໃຫ້ແກ່ເຈົ້າ. ເຈົ້າບໍ່ຈຳເປັນຕ້ອງໃຫ້ຜູ້ໃດຄຸ້ມຄອງເຈົ້າ, ດູແລຕິດຕາມເຈົ້າ. ເຈົ້າສາມາດເຮັດວຽກນີ້ໃຫ້ສຳເລັດດ້ວຍພຣະທຳຂອງພຣະເຈົ້າ ແລະ ຄຳອະທິຖານເທົ່ານັ້ນ. ໃນລະຫວ່າງປະຕິບັດວຽກນີ້, ເຈົ້າບໍ່ໄດ້ເຮັດພໍເປັນພິທີ ຫຼື ອວດດີ ຫຼື ຖືວ່າຕົນເອງຊອບທຳ ແລະ ເຈົ້າບໍ່ໄດ້ເຮັດສິ່ງຕ່າງໆຕາມທາງຂອງເຈົ້າເອງ; ເຈົ້າບໍ່ໄດ້ຈຳກັດຜູ້ໃດ ແລະ ເຈົ້າສາມາດຊ່ວຍເຫຼືອຜູ້ອື່ນດ້ວຍຄວາມເຫັນອົກເຫັນໃຈ. ເຈົ້າສາມາດຊ່ວຍເຫຼືອທຸກຄົນໃຫ້ໄດ້ຮັບການສະໜອງ ແລະ ຜົນປະໂຫຍດ ແລະ ເຈົ້າສາມາດຊີ້ນຳຜູ້ຄົນໃຫ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າ. ຍິ່ງໄປກວ່ານັ້ນ, ໃນລະຫວ່າງເຮັດວຽກນີ້, ເຈົ້າບໍ່ສະແຫວງສະຖານະ ຫຼື ຜົນປະໂຫຍດຂອງຕົວເຈົ້າເອງ, ບໍ່ເອົາສິ່ງທີເຈົ້າບໍ່ໄດ້ຫາມາເປັນຂອງຕົວເອງ, ບໍ່ເວົ້າເພື່ອຕົວເອງ ແລະ ບໍ່ວ່າຄົນອື່ນປະຕິບັດຕໍ່ເຈົ້າແນວໃດກໍຕາມ, ເຈົ້າກໍປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງ. ແລ້ວເຈົ້າຈະເປັນຄົນທີ່ມີວຸດທິພາວະຂ້ອນຂ້າງດີ. ມັນບໍ່ແມ່ນເລື່ອງງ່າຍສຳລັບບາງຄົນທີ່ຈະຮັບເອົາວຽກງານບາງຢ່າງ ແລະ ນຳຄົນທີ່ຖືກເລືອກຂອງພຣະເຈົ້າເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະອົງ. ມັນບໍ່ສາມາດສຳເລັດລົງໄດ້ຖ້າບໍ່ມີຄວາມເປັນຈິງແຫ່ງຄວາມຈິງ. ມີຫຼາຍຄົນທີ່ເພິ່ງພາຂອງປະທານອັນຍິ່ງໃຫຍ່ໃນວຽກ ຜູ້ເຊິ່ງລົ້ມລົງ ແລະ ລົ້ມເຫຼວ. ຄົນທີ່ບໍ່ມີຄວາມຈິງແມ່ນບໍ່ສາມາດເຊື່ອຖືໄດ້ແທ້ໆ, ຍິ່ງໄປກວ່ານັ້ນຖ້າພວກເຂົາບໍ່ໄດ້ປ່ຽນແປງອຸປະນິໄສຂອງພວກເຂົາ. ແມ່ນຫຍັງຄືວຸດທິພາວະຂອງເຈົ້າໃນຕອນນີ້? ເຈົ້າຄວນປະຕິບັດຕໍ່ຄົນທີ່ປະຈົບປະແຈງເຈົ້າແນວໃດ? ຖ້າຄົນໃດໜຶ່ງມີຄຳຄິດເຫັນກ່ຽວກັບເຈົ້າ ຫຼື ເບິ່ງເຈົ້າດ້ວຍຄຳວິພາກວິຈານ, ເຈົ້າຈະປະຕິບັດຕໍ່ພວກເຂົາຢ່າງຍຸດຕິທຳ ແລະ ຢ່າງມີເຫດຜົນແນວໃດ? ເຈົ້າສາມາດສົ່ງເສີມ ແລະ ເລືອກເອົາຜູ້ຄົນໂດຍບໍ່ເພິ່ງພາອາລົມຂອງເຈົ້າ, ອີງຕາມຂໍ້ກຳນົດຂອງພຣະເຈົ້າຢ່າງສິ້ນເຊີງໄດ້ບໍ? ເຈົ້າສາມາດເຮັດສິ່ງເຫຼົ່ານີ້ດ້ວຍວຸດທິພາວະຂອງພວກເຈົ້າຕາມທີ່ມັນເປັນຢູ່ຕອນນີ້ໄດ້ແທ້ບໍ? ຖ້າຄົນສ່ວນໃຫຍ່ປະເມີນວ່າເຈົ້າບໍ່ດີພໍ ຫຼັງຈາກທີ່ເຈົ້າໄດ້ເຮັດວຽກຢູ່ສະຖານທີ່ທີ່ຖືກກຳນົດໃຫ້ເປັນເວລາຫຼາຍປີ, ນີ້ໝາຍຄວາມວ່າເຈົ້າບໍ່ໄດ້ເຮັດໜ້າທີ່ອຂອງເຈົ້າໄດ້ດີພໍ ແລະ ບໍ່ເໝາະສົມໃຫ້ພຣະເຈົ້ານຳໃຊ້. ຖ້າຄົນສ່ວນໃຫຍ່ເຫັນວ່າສິ່ງທີ່ເຈົ້າເຮັດເປັນສິ່ງທີ່ດີ ແລະ ເໝາະສົມ, ໂດຍພື້ນຖານແລ້ວ ເຈົ້າກໍເໝາະສົມທີ່ຈະຖືກນຳໃຊ້. ຖ້າເຈົ້າບໍ່ມີຄວາມຈິງ, ມັນກໍເປັນໄປບໍ່ໄດ້ສຳລັບເຈົ້າທີ່ຈະໄປເຖິງຈຸດທີ່ເໝາະສົມກັບການໃຊ້ວຽກຂອງພຣະເຈົ້າ; ເຈົ້າຕ້ອງໄດ້ຮັບຄວາມຈິງເພື່ອໃຫ້ເໝາະສົມ.

ໃນການສະແຫວງຫາຊີວິດ, ເຈົ້າຕ້ອງເອົາໃຈໃສ່ກັບສອງສິ່ງ: ອັນທີໜຶ່ງ, ເຂົ້າໃຈຄວາມຈິງພາຍໃນພຣະທຳຂອງພຣະເຈົ້າ; ອັນທີສອງ, ເຂົ້າໃຈຕົວເຈົ້າເອງພາຍໃນພຣະທຳຂອງພຣະເຈົ້າ. ສິ່ງເຫຼົ່ານີ້ແມ່ນສອງສິ່ງທີ່ເປັນພື້ນຖານທີ່ສຸດ. ບໍ່ມີຊີວິດ ຫຼື ຄວາມຈິງຢູ່ນອກພຣະທຳຂອງພຣະເຈົ້າ. ຖ້າເຈົ້າບໍ່ສະແຫວງຫາຄວາມຈິງພາຍໃນພຣະທຳຂອງພຣະເຈົ້າ, ແລ້ວເຈົ້າຈະສາມດໄປຊອກຫາມັນໄດ້ຢູ່ໃສ? ບ່ອນໃດທີ່ມີຄວາມຈິງຢູ່ໃນໂລກ? ໜັງສືພິມ ແລະ ສື່ທີ່ໂລກລາຍງານແມ່ນພຣະທຳຂອງພຣະເຈົ້າບໍ? ພັກການເມືອງຂອງໂລກເປັນພະຍານໃຫ້ແກ່ພຣະເຈົ້າບໍ? ການເຜີຍແຜ່ພຣະທຳຂອງພຣະເຈົ້າຢ່າງເປີດເຜີຍໃນປະເທດໃດໜຶ່ງຂອງໂລກເປັນເລື່ອງທີ່ເໝາະສົມບໍ? ແນ່ນອນວ່າບໍ່. ນີ້ຄືເຫດຜົນວ່າເປັນຫຍັງຈຶ່ງບໍ່ມີຄວາມຈິງໃນໂລກ, ເປັນຫຍັງຊາຕານ, ມານຮ້າຍ ຈຶ່ງປົກຄອງຢູ່ໃນໂລກ ແລະ ເປັນຫຍັງໂລກຈຶ່ງມືດມົນ ແລະ ຊົ່ວຮ້າຍ. ບ່ອນໃດທີ່ມີຄວາມຈິງແມ່ນແຕ່ໜ້ອຍດຽວ? ສ່ວນສຳຄັນທີ່ສຸດຂອງການເຂົ້າໃຈຄວາມຈິງໃນພຣະທຳຂອງພຣະເຈົ້າແມ່ນ: ເຂົ້າໃຈພຣະເຈົ້າພາຍໃນພຣະທຳຂອງພຣະອົງ, ເຂົ້າໃຈຊີວິດມະນຸດພາຍໃນພຣະທຳຂອງພຣະອົງ, ເຂົ້າໃຈຕົວເອງຢ່າງແທ້ຈິງ ແລະ ຄົ້ນພົບຄວາມໝາຍຂອງການດຳລົງຢູ່ຂອງມະນຸດພາຍໃນພຣະທຳຂອງພຣະອົງ ແລະ ຄວາມຈິງດ້ານອື່ນໆ. ຄວາມຈິງທັງໝົດແມ່ນຢູ່ພາຍໃນພຣະທຳຂອງພຣະເຈົ້າ. ເຈົ້າບໍ່ສາມາດເຂົ້າສູ່ຄວາມຈິງໄດ້ ນອກຈາກຜ່ານພຣະທຳຂອງພຣະເຈົ້າ. ໂດຍການປະສົບ ແລະ ການປະຕິບັດພຣະທຳຂອງພຣະເຈົ້າເທົ່ານັ້ນ ເຈົ້າຈຶ່ງສາມາດບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງ ແລະ ການເຂົ້າໃຈຄວາມຈິງຢ່າງແທ້ຈິງໝາຍເຖິງການເຂົ້າໃຈພຣະທຳຂອງພຣະເຈົ້າ. ນີ້ແມ່ນສິ່ງທີ່ເປັນພື້ນຖານທີ່ສຸດ. ບາງຄົນເຮັດວຽກ ແລະ ເທດສອນ, ແຕ່ເຖິງແມ່ນວ່າ ໂດຍຜິວເຜີນເບິ່ງຄືກັບວ່າກຳລັງໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ, ແຕ່ພວກເຂົາພຽງສົນທະນາກ່ຽວກັບຄວາມໝາຍຕາມຕົວອັກສອນຂອງພຣະທຳຂອງພຣະອົງເທົ່ານັ້ນ ແລະ ບໍ່ໄດ້ກ່າວເຖິງຫຍັງທີ່ເປັນຮູບປະທຳເລີຍ. ຄຳເທດສອນຂອງພວກເຂົາເປັນຄືກັບການສິດສອນຈາກປື້ມແບບຮຽນພາສາທີ່ຈັດລຽງຕາມແຕ່ລະລາຍການ ແລະ ທີ່ລະດ້ານ, ເມື່ອສຳເລັດແລ້ວ ທຸກຄົນກໍຮ້ອງເພງສັນລະເສີນ ໂດຍເວົ້າວ່າ “ບຸກຄົນນີ້ມີຄວາມເປັນຈິງ. ເຂົາເທດສອນດີຫຼາຍ ແລະ ລະອຽດຫຼາຍ”. ພາຍຫຼັງທີ່ຄົນເຊັ່ນນັ້ນສຳເລັດການເທດສອນ, ພວກເຂົາບອກຄົນອື່ນໆໃຫ້ຮວບຮວມເອົາຄຳເທດສອນຂອງພວກເຂົາ ແລະ ສົ່ງຕໍ່ພາຍໃນຄຣິສຕະຈັກ. ໃນການເຮັດແບບນີ້, ພວກເຂົາໄດ້ກາຍເປັນຄົນຫຼອກລວງ. ພວກເຂົາອ້າງພຣະທຳຂອງພຣະເຈົ້າໃນຄຳເທດສະໜາ ແລະ ມັນຟັງເບິ່ງຄືວ່າຄຳເທດສະໜາຂອງພວກເຂົາສອດຄ່ອງກັບຄວາມຈິງ, ແຕ່ພວກເຂົາອ້າງເຖິງສິ່ງຕ່າງໆນອກບໍລິບົດ ແລະ ໃຫ້ການຕີຄວາມໝາຍທີ່ຕຶງຄຽດ ເຊິ່ງຂັດກັບຫຼັກການ. ເມື່ອແຍກແຍະຢ່າງຮອບຄອບຫຼາຍຂຶ້ນ, ເຈົ້າຈະເຫັນວ່າ ພວກມັນເປັນພຽງຄຳເວົ້າ ແລະ ຕົວອັກສອນຂອງຫຼັກຄຳສອນ, ຈິນຕະນາການ ແລະ ຄວາມຄິດຂອງມະນຸດ, ພ້ອມດ້ວຍບາງສິ່ງທີ່ກຳນົດພຣະເຈົ້າ. ການໂອ້ລົມ ແລະ ການເທດສອນປະເພດນີ້ບໍ່ເປັນການຂັດຂວາງພາລະກິດຂອງພຣະເຈົ້າບໍ? ນີ້ແມ່ນການບໍລິການທີ່ຕໍ່ຕ້ານພຣະເຈົ້າ. ຄົນມີເຫດຜົນຕ້ອງກຳນົດຂອບເຂດຄຳເວົ້າຂອງຕົວເອງ, ພວກເຂົາຄວນຮູ້ວ່າຄຳເວົ້າປະເພດໃດທີ່ພວກເຂົາຄວນເວົ້າ, ເຊິ່ງກ່ຽວຂ້ອງກັບການປະຕິບັດໜ້າທີ່ຂອງພວກເຂົາ ແລະ ຄຳເວົ້າປະເພດໃດທີ່ມີແຕ່ພຣະເຈົ້າທີ່ສາມາດເວົ້າໄດ້. ມະນຸດຕ້ອງບໍ່ຢືນ ແລະ ເວົ້າແທນພຣະເຈົ້າ. ບໍ່ມີໃຜສາມາດຢັ່ງຮູ້ໄດ້ວ່າພຣະເຈົ້າປະຕິບັດພາລະກິດແນວໃດ, ດັ່ງນັ້ນ ຈະມີໃຜສາມາດນິຍາມພຣະເຈົ້າໄດ້ແນວໃດ? ມະນຸດບໍ່ຄູ່ຄວນທີ່ຈະນິຍາມພຣະເຈົ້າ. ຕ້ອງເຂົ້າໃຈສິ່ງນີ້ເພື່ອຫຼີກລ້ຽງການເຮັດສິ່ງໃດໜຶ່ງທີ່ບໍ່ສົມເຫດສົມຜົນ. ໃນຖານະທີ່ເປັນຄົນມີເຫດຜົນ, ເຈົ້າຕ້ອງຮູ້ບ່ອນຂອງເຈົ້າ, ຮູ້ສິ່ງຖືກຕ້ອງທີ່ຈະເວົ້າ ແລະ ເຈົ້າຕ້ອງບໍ່ເວົ້າສິ່ງໃດທີ່ເຈົ້າບໍ່ຄວນເວົ້າ. ເຖິງແມ່ນວ່າພຣະເຈົ້າໄດ້ບອກບາງສິ່ງແກ່ເຈົ້າໃນເມື່ອກ່ອນກໍຕາມ, ເຈົ້າຕ້ອງບໍ່ເວົ້າມັນກັບຄົນອື່ນອີກ. ຖ້າເຈົ້າມີຄວາມເຊື່ອ, ຖ້າເຈົ້າຮັບຮູ້ວ່າພຣະທຳຂອງພຣະເຈົ້າແມ່ນຄວາມຈິງ, ເຈົ້າກໍຄວນເອົາມັນໄປປະຕິບັດ. ການພຽງແຕ່ເວົ້າກ່ຽວກັບມັນບໍ່ມີປະໂຫຍດຫຍັງ. ການປາຖະໜາໃຫ້ຄົນອື່ນຟັງເຈົ້າ, ເຊື່ອຟັງສິ່ງທີ່ເຈົ້າເວົ້າຢູ່ສະເໝີຈະບໍ່ເປັນການອວດດີບໍ? ກ່ຽວກັບເລື່ອງຂອງພຣະເຈົ້າ, ຖ້າເຈົ້າບໍ່ເຂົ້າໃຈພວກມັນ, ກໍພຽງເຈົ້າບໍ່ເຂົ້າໃຈພວກມັນ. ຢ່າທຳທ່າເຂົ້າໃຈພວກມັນ ຫຼື ເປັນຜູ້ຮອບຮູ້, ມັນເປັນສິ່ງທີ່ໜ້າລັງກຽດເກີນໄປ! ເຈົ້າຕ້ອງການຢືນຢູ່ບ່ອນຂອງພຣະເຈົ້າ ແລະ ໂອ້ອວດຢູ່ສະເໝີ, ຄືກັບວ່າເຈົ້າເຂົ້າໃຈທຸກສິ່ງ, ຕ້ອງການໂດດເດັ່ນ. ເຈົ້າຍັງຢາກໂບກທຸງຂອງພຣະເຈົ້າໃນຂະນະທີ່ເຮັດສິ່ງນີ້ ຫຼື ສິ່ງນັ້ນ. ນັ້ນແມ່ນເຫດຜົນຂອງຄົນປົກກະຕິບໍ? ນັ້ນແມ່ນການປະຕິບັດຄວາມຈິງບໍ? ເຈົ້າຮູ້ຈັກຄວາມຄິດຂອງພຣະເຈົ້າບໍ? ເຈົ້າມີສະຕິປັນຍາຂອງພຣະເຈົ້າບໍ? ຄົນເອງບໍ່ເຂົ້າໃຈຄວາມຈິງ, ແຮງໄກທີ່ພວກເຂົາຈະປະກອບຕົວເອງດ້ວຍຄວາມຈິງ. ພວກເຂົາບໍ່ສາມາດເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ພວກເຂົາກໍບໍ່ສາມາດແມ່ນແຕ່ຍອມອ່ອນນ້ອມຕໍ່ພຣະເຈົ້າ. ແຕ່ພວກເຂົາຕ້ອງການເວົ້າ ແລະ ເຮັດໃນຂະນະທີ່ໂບກທຸງຂອງພຣະເຈົ້າ. ທຸກຄົນມີຄວາມທະເຍີທະຍານນີ້, ເຊິ່ງເປັນສິ່ງທີ່ໜ້າອັບອາຍ ແລະ ບໍ່ສົມເຫດສົມຜົນທີ່ສຸດ.

ປັດຈະບັນນີ້, ຄົນຈາກທົ່ວໂລກກຳລັງມາເພື່ອສະແຫວງຫາຫົນທາງທີ່ແທ້ຈິງ, ດັ່ງນັ້ນ ເຈົ້າຄວນເປັນພະຍານໃຫ້ແກ່ພຣະເຈົ້າແນວໃດ? ຖ້າເຈົ້າບໍ່ມີເຫດຜົນ, ຖ້າເຈົ້າອວດດີ, ຫຼອກລວງ, ຈອງຫອງ, ເຈົ້າເລ່ ແລະ ດຸຮ້າຍ, ບໍ່ແມ່ນເຈົ້າກຳລັງທ້າທາຍພຣະເຈົ້າ ແລະ ໝິ່ນປະໝາດພຣະອົງບໍ? ນີ້ບໍ່ແມ່ນການເຮັດໜ້າທີ່ຂອງເຈົ້າ ແລະ ແຮງໄທີ່ຈະເປັນການເປັນພະຍານໃຫ້ແກ່ພຣະເຈົ້າ. ແທ້ຈິງແລ້ວ, ນີ້ເປັນການເປີດເຜີຍພາບລັກຊາຕານຂອງເຈົ້າ. ຜູ້ທີ່ຖືກເອົາຊະນະຢ່າງແທ້ຈິງຕ້ອງຮຽນຮູ້ວິທີການເວົ້າຢ່າງຈິງໃຈ ແລະ ເປັນພະຍານຕົວຈິງ. ການແບ່ງປັນປະສົບການຊີວິດຂອງເຈົ້າແມ່ນດີກວ່າສິ່ງອື່ນໃດ. ການໂອ້ອວດ ແລະ ການເວົ້າເຖິງທິດສະດີທີ່ຍິ່ງໃຫຍ່, ສິ່ງນີ້ມີປະໂຫຍດຫຍັງ? ເມື່ອໄດ້ມີປະສົບການກັບພາລະກິດຂອງພຣະເຈົ້າມາເປັນເວລາຫຼາຍປີ, ຜູ້ຄົນກໍຍັງບໍ່ປະພຶດຕົວດີ. ໂດຍອີງຕາມຕົວຕົນຂອງພວກເຂົາ, ຜູ້ຄົນບໍ່ຄຸ່ຄວນທີ່ຈະເປັນພະຍານໃຫ້ແກ່ພຣະເຈົ້າ. ຄົນບໍ່ມີເຫດຜົນ ແລະ ອວດດີ ຍັງປາຖະໜາທີ່ຈະເປັນພະຍານໃຫ້ແກ່ພຣະເຈົ້າ, ເຈົ້າບໍ່ໄດ້ເຮັດໃຫ້ອັບອາຍ ແລະ ໝິ່ນປະໝາດພະຣະເຈົ້າຢູ່ບໍ? ເຈົ້າບໍ່ເຂົ້າໃຈພຣະເຈົ້າ. ຍິ່ງໄປກວ່ານັ້ນ, ອຸປະນິໄສຂອງເຈົ້າຍັງທ້າທາຍພຣະເຈົ້າຢູ່. ບໍ່ມີລົດຊາດທີ່ຮັບບໍ່ໄດ້ກ່ຽວກັບການເປັນພະຍານຂອງເຈົ້າບໍ? ດັ່ງນັ້ນ ມະນຸດບໍ່ຄູ່ຄວນທີ່ຈະເປັນພະຍານໃຫ້ແກ່ພຣະເຈົ້າ. ຖ້າມີຄົນເວົ້າວ່າ: “ເຈົ້າສາມາດເປັນພະຍານໃຫ້ແກ່ພວກເຮົາກ່ຽວກັບພາລະກິດຂອງພຣະເຈົ້າເທິງປະເທດຈີນແຜ່ນດິນໃຫຍ່ໄດ້ບໍ?” ແລະ ເຈົ້າເວົ້າວ່າ: “ພວກເຮົາໄດ້ມີປະສົບການກັບພາລະກິດຂອງພຣະເຈົ້າມາຫຼາຍປີແລ້ວ, ດັ່ງນັ້ນ ຂ້ອຍຄິດວ່າ ພວກເຮົາມີຄຸນສົມບັດທີ່ຈະເປັນພະຍານໃຫ້ແກ່ພຣະເຈົ້າໄດ້”, ນີ້ບໍ່ແມ່ນບັນຫາບໍ? ອີກຄັ້ງໜຶ່ງ, ສິ່ງນີ້ແມ່ນບໍ່ສົມເຫດສົມຜົນ. ມະນຸດບໍ່ຄູ່ຄວນທີ່ຈະເປັນພະຍານໃຫ້ແກ່ພຣະເຈົ້າ. ເຈົ້າຄວນເວົ້າພຽງແຕ່ວ່າ: “ພວກເຮົາບໍ່ຄູ່ຄວນທີ່ຈະເປັນພະຍານໃຫ້ແກ່ພຣະເຈົ້າໄດ້. ແຕ່ພຣະເຈົ້າໄດ້ຊ່ວຍພວກເຮົາໃຫ້ລອດພົ້ນ ແລະ ສະແດງຄວາມກາລຸນາແກ່ພວກເຮົາ. ພວກເຮົາໄດ້ຮັບພຣະຄຸນບາງຢ່າງ ແລະ ໄດ້ປະສົບກັບພາລະກິດບາງຢ່າງຂອງພຣະເຈົ້າ, ດັ່ງນັ້ນ ພວກເຮົາສາມາດຮ່ວມໃນການໂອ້ລົມໄດ້, ແຕ່ພວກເຮົາບໍ່ສາມາດຖືວ່າເປັນການເປັນພະຍານໃຫ້ແກ່ພຣະເຈົ້າໄດ້ແທ້ໆ. ພວກເຮົາສາມາດເວົ້າກ່ຽວກັບປະສົບການຂອງພວກເຮົາເອງເທົ່ານັ້ນ”. ມັນບໍ່ເປັນຫຍັງທີ່ເຈົ້າຈະໂອ້ລົມກ່ຽວກັບວ່າຕົວເຈົ້າເອງຖືກພຣະເຈົ້າເອົາຊະນະແນວໃດ, ຕອນນັ້ນເຈົ້າສະແດງຄວາມເສື່ອມຊາມຫຍັງອອກມາ, ເຈົ້າອວດດີແນວໃດ, ຜົນຮັບແບບໃດທີ່ເກີດຂຶ້ນໃນທີ່ສຸດ ຫຼັງຈາກທີ່ເຈົ້າໄດ້ຖືກເອົາຊະນະ ແລະ ເຈົ້າມີຄວາມຕັ້ງໃຈແບບໃດ. ຄວາມຈິງແລ້ວ, ການເວົ້າກ່ຽວກັບປະສົບການຕົວຈິງເພື່ອເປັນພະຍານໃຫ້ແກ່ພຣະເຈົ້າແມ່ນສອດຄ່ອງທີ່ສຸດກັບຄວາມປະສົງຂອງພຣະເຈົ້າ ແລະ ແມ່ນສິ່ງທີ່ພຣະເຈົ້າຮຽກຮ້ອງ. ການປາຖະໜາທີ່ຈະຍົກສະຖານະເພື່ອເປັນພະຍານໃຫ້ແກ່ພຣະເຈົ້າເປັນຄວາມຜິດພາດອັນໃຫຍ່ຫຼວງ, ເຈົ້າທັງບໍ່ມີເຫດຜົນ ແລະ ອວດດີ. ເຈົ້າຄວນເວົ້າວ່າ: “ຂ້ອຍຈະເວົ້າກ່ຽວກັບປະສົບການບາງຢ່າງຂອງຂ້ອຍ, ແຕ່ຂ້ອຍບໍ່ຄູ່ຄວນທີ່ຈະເປັນພະຍານໃຫ້ແກ່ພຣະເຈົ້າ. ຂ້ອຍຈະໂອ້ລົງກ່ຽວກັບບາງສິ່ງກ່ອນ. ເປັຫຍັງພຣະເຈົ້າຈຶ່ງບັງເກີດເປັນມະນຸດຢູ່ປະເທດຈີນ? ພວກເຈົ້າອາດບໍ່ເຂົ້າໃຈເລື່ອງນີ້ປານໃດ. ພວກເຮົາໄດ້ເຂົ້າໃຈເລື່ອງນີ້ຈາກພາລະກິດຂອງພຣະເຈົ້າ. ພວກເຮົາຄົນຈີນ, ເກີດຢູ່ບ່ອນທີ່ມີມັງກ່ອນແດງໃຫຍ່ຂົດໂຕຢູ່, ເຕີບໃຫຍ່ຂຶ້ນໃນບ່ອນທີ່ສົກກະປົກ. ພວກເຮົາຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮ້າຍແຮງທີ່ສຸດ, ພວກເຮົາເວົ້າຕົວະຫຼາຍກ່ວາໃຜ, ຄວາມເປັນມະນຸດຂອງພວກເຮົາຂາດເຂີນທີ່ສຸດ, ພວກເຮົາມີຄວາມຊື່ສັດຕ່ໍາສຸດ, ໂດຍບໍ່ມີລັກສະນະຂອງມະນຸດ. ເມື່ອທຽບກັບຜູ້ທີ່ຖືກເລືອກຂອງພຣະເຈົ້າຈາກທຸກຊາດ ແລະ ເຂດແຄວ້ນອື່ນໆ, ພວກເຮົາເປັນຄົນທີ່ຕ່ຳຕ້ອຍທີ່ສຸດ, ສົກກະປົກທີ່ສຸດ ແລະ ເສື່ອມຊາມທີ່ສຸດ. ນີ້ຄືເຫດຜົນວ່າເປັນຫຍັງພວກເຮົາຈຶ່ງບໍ່ຄູ່ຄວນທີ່ຈະເປັນພະຍານໃຫ້ແກ່ພຣະເຈົ້າ, ແຕ່ພວກເຮົາຖືກນຳເຂົ້າສູ່ຄວາມລອດພົ້ນອັນຫຍິ່ງໃຫຍ່ຂອງພຣະເຈົ້າ ແລະ ໄດ້ຮັບຄວາມຮັກອັນໃຫຍ່ຫຼວງຂອງພຣະເຈົ້າ, ດັ່ງນັ້ນ ພວກເຮົາຕ້ອງເວົ້າເຖິງຄຳພະຍານກ່ຽວກັບປະສົບການສ່ວນຕົວຂອງພວກເຮົາ. ພວກເຮົາບໍ່ສາມາດຢັບຢັ້ງພຣະຄຸນຂອງພຣະເຈົ້າໄດ້”. ການເວົ້າຫຍັງແບບນີ້ແມ່ນສົມເຫດສົມຜົນຫຼາຍກວ່າ. ຫຼັງຈາກທີ່ມະນຸດຖືກເອົາຊະນະໂດຍພຣະເຈົ້າ, ຢ່າງໜ້ອຍທີ່ສຸດ ພວກເຂົາຄວນມີເຫດຜົນເພື່ອໃຫ້ແນ່ໃຈວ່າຈະບໍ່ເວົ້າອວດດີ. ມັນຈະດີທີ່ສຸດສຳລັບພວກເຂົາທີ່ຈະມີສະຖານະທີ່ຕ່ຳຕ້ອຍ “ເປັນກ້ອນຂີ້ຢູ່ເທິງພື້ນດິນ” ແລະ ເວົ້າບາງສິ່ງທີ່ເປັນຄວາມຈິງ. ໂດຍສະເພາະເມື່ອພວກເຂົາເປັນພະຍານໃຫ້ກັບພຣະເຈົ້າ, ຖ້າເຈົ້າສາມາດເວົ້າບາງສິ່ງທີ່ເປັນທາດແທ້ຈາກໃຈ, ບໍ່ມີການເວົ້າທີ່ຫວ່າງເປົ່າ ຫຼື ສູງສົ່ງ ແລະ ບໍ່ມີຄຳເວົ້າຕົວະທີ່ສົມມຸດຂຶ້ນ, ແລ້ວອຸປະນິໄສຂອງເຈົ້າຈະໄດ້ຮັບການປ່ຽນແປງຢ່າງແທ້ຈິງ; ນີ້ແມ່ນການປ່ຽນແປງທີ່ຄວນເກີດຂຶ້ນຫຼັງຈາກທີ່ເຈົ້າໄດ້ຖືກເອົາຊະນະໂດຍພຣະເຈົ້າ. ຖ້າເຈົ້າບໍ່ສາມາດມີແມ່ນແຕ່ເຫດຜົນຈໍານວນນີ້, ແລ້ວເຈົ້າກໍບໍ່ມີຄວາມຄ້າຍຄືມະນຸດຢ່າງແທ້ຈິງ. ໃນອະນາຄົດ, ເມື່ອຄົນທີ່ຖືກເລືອກຂອງພຣະເຈົ້າຈາກທຸກຊາດ ແລະ ທຸກພາກພື້ນໄດ້ກັບຄືນມາຢູ່ຕໍ່ໜ້າພຣະເຈົ້າ ແລະ ໄດ້ຖືກເອົາຊະນະໂດຍພຣະທຳຂອງພຣະອົງ, ຖ້າເຈົ້າເລີ່ມເຮັດໂຕອວດດີອີກຄັ້ງຢູ່ໃນການເຕົ້າໂຮມຄັ້ງໃຫຍ່ເພື່ອສັນລະເສີນພຣະເຈົ້າ, ອວດດີ ແລະ ໂອ້ອວດຢູ່ຕະຫຼອດ, ແລ້ວເຈົ້າກໍຈະຖືກປະຖິ້ມ ແລະ ຖືກຂັບໄລ່ອອກຢ່າງສິ້ນເຊີງ. ມະນຸດຕ້ອງປະພຶດຕົນຢ່າງຖືກຕ້ອງຢູ່ສະເໝີ, ຮັບຮູ້ສະຖານະ ແລະ ຕຳແໜ່ງຂອງພວກເຂົາ ແລະ ບໍ່ຫວນກັບໄປສູ່ເສັ້ນທາງເດີມຂອງພວກເຂົາ. ພາບລັກຂອງຊາຕານສະແດງໃຫ້ເຫັນແບບຄລາສສິກທີ່ສຸດໃນຄວາມຈອງຫອງ ແລະ ຄວາມອວດດີຂອງມະນຸດ. ເວັ້ນເສຍແຕ່ວ່າເຈົ້າປ່ຽນແປງຕົວເອງດ້ານນີ້, ເຈົ້າຈະບໍ່ມີວັນມີຄວາມຄ້າຍຄືມະນຸດຈັກເທື່ອ ແລະ ເຈົ້າຈະມີໂສມໜ້າຂອງຊາຕານຢູ່ສະເໝີ. ການແກ້ໄຂຄວາມຈອງຫອງ ແລະ ຄວາມອວດດີແມ່ນສິ່ງທີ່ຍາກທີ່ສຸດ ແລະ ການມີຄວາມຮູ້ກ່ຽວກັບຄວາມຈອງຫອງ ແລະ ຄວາມອວດດີພຽງເລັກນ້ອຍຈະບໍ່ເຮັດໃຫ້ເຈົ້າບັນລຸການປ່ຽນແປງທີ່ສົມບູນແບບໄດ້; ເຈົ້າຍັງຈະຕ້ອງທົນກັບການຫຼໍ່ຫຼອມຫຼາຍຄັ້ງ. ຖ້າບໍ່ຖືກພິພາກສາ ແລະ ຖືກຕິສອນ, ຖືກຈັການ ແລະ ຖືກລິຮານ, ເຈົ້າກໍຍັງຈະຕົກຢູ່ໃນອັນຕະລາຍໃນໄລຍະຍາວ. ໃນອະນາຄົດ, ເມື່ອຄົນທີ່ຖືກເລືອກຂອງພຣະເຈົ້າຈາກທົ່ວໂລກຍອມຮັບພາລະກິດຂອງພຣະອົງ ແລະ ເວົ້າວ່າ: "ພວກເຮົາໄດ້ຮັບຄວາມສະຫວ່າງດົນນານມາແລ້ວວ່າພຣະເຈົ້າໄດ້ຮັບກຸ່ມຜູ້ຊະນະໃນປະເທດຈີນ", ເມື່ອພວກເຈົ້າໄດ້ຍິນແບບນີ້, ເຈົ້າຈະຄິດວ່າ: “ພວກເຮົາບໍ່ມີຫຍັງທີ່ຈະອວດ, ທັງໝົດແມ່ນພຣະຄຸນຂອງພຣະເຈົ້າໄດ້ມອບໃຫ້. ພວກເຮົາບໍ່ສົມຄວນຖືກເອີ້ນວ່າຜູ້ຊະນະ”. ແຕ່ເມື່ອເວລາຜ່ານໄປ, ເມື່ອເຈົ້າເລີ່ມເຫັນວ່າຕົວເຈົ້າເອງສາມາດເວົ້າບາງສິ່ງ ແລະ ເຈົ້າມີຄວາມເປັນຈິງເລັກນ້ອຍ, ເຈົ້າຈະໄຕ່ຕອງວ່າ: “ແມ່ນແຕ່ຄົນຕ່າງຊາດກໍໄດ້ຮັບການສ່ອງສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ພວກເຂົາເວົ້າວ່າ ພຣະເຈົ້າໄດ້ສ້າງກຸ່ມຜູ້ຊະນະໃນປະເທດຈີນ, ດັ່ງນັ້ນ ພວກເຮົາຈຶ່ງຄວນຖືກຖືວ່າເປັນຜູ້ຊະນະ”. ຕອນນີ້ ເຈົ້າຈະຍອມໃຫ້ການຮັບຮູ້ນີ້ຢູ່ໃນໃຈຂອງເຈົ້າຢ່າງງຽບໆ ແລະ ເຈົ້າຈະປະກາດໃຫ້ສາທາລະນະຊົນຮັບຊາບໃນພາຍຫຼັງ. ມະນຸດບໍ່ສາມາດທົນຕໍ່ການຖືກຍົກຍ້ອງ ຫຼື ຖືກທົດລອງໂດຍສະຖານະໄດ້. ຖ້າເຈົ້າຖືກຍົກຍ້ອງຢູ່ສະເໝີ, ເຈົ້າກໍຈະຕົກຢູ່ໃນອັນຕະລາຍ. ຄົນທີ່ບໍ່ປ່ຽນແປງອຸປະນິໄສແມ່ນບໍ່ສາມາດຍຶດໝັ້ນໄດ້ຈົນເຖິງທີ່ສຸດ.

ບັນຫາທີ່ຍາກທີ່ສຸດສຳລັບມະນຸດຊາດທີ່ເສື່ອມຊາມທີ່ຕ້ອງແກ້ໄຂຄືການເຮັດຜິດເດີມໆຊໍ້າໆ. ເພື່ອປ້ອງກັນສິ່ງນີ້, ກ່ອນອື່ນຜູ້ຄົນຕ້ອງຮູ້ວ່າພວກເຂົາຍັງບໍ່ທັນໄດ້ຮັບຄວາມຈິງເທື່ອ, ຍັງບໍ່ມີການປ່ຽນແປງໃນອຸປະນິໄສຊີວິດຂອງພວກເຂົາ ແລະ ເຖິງແມ່ນວ່າພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍຍັງດຳລົງຊີວິດພາຍໃຕ້ການປົກຄອງຂອງຊາຕານ ແລະ ບໍ່ໄດ້ຖືກຊ່ວຍໃຫ້ລອດພົ້ນ; ພວກເຂົາມີແນວໂນ້ມທີ່ຈະທໍລະຍົດຕໍ່ພຣະເຈົ້າ ແລະ ພັດພາກຈາກພຣະເຈົ້າໄດ້ທຸກເວລາ. ຖ້າພວກເຂົາມີຄວາມຮູ້ສຶກເຖິງວິກິດນີ້ຢູ່ໃນໃຈຂອງພວກເຂົາ, ດັ່ງທີ່ຜູ້ຄົນມັກເວົ້າ, ຖ້າພວກເຂົາກຽມພ້ອມສຳລັບອັນຕະລາຍໃນຍາມສະຫງົບສຸກ, ແລ້ວພວກເຂົາກໍຈະສາມາດຄວບຄຸມຕົນເອງໄດ້ພໍສົມຄວນ ແລະ ເມື່ອບາງສິ່ງເກີດຂຶ້ນກັບພວກເຂົາ, ພວກເຂົາກໍຈະອະທິຖານຫາພຣະເຈົ້າ ແລະ ເພິ່ງພາພຣະອົງ ແລະ ຈະສາມາດຫຼີກເວັ້ນຈາການເຮັດຜິດເດີມໆຊໍ້າໆ. ເຈົ້າຕ້ອງເຫັນຢ່າງຈະແຈ້ງວ່າອຸປະນິໄສຂອງເຈົ້າບໍ່ໄດ້ປ່ຽນແປງ, ທຳມະຊາດຂອງການທໍລະຍົດທີ່ຕໍ່ຕ້ານພຣະເຈົ້າຍັງຝັງເລິກຢູ່ໃນເຈົ້າ ແລະ ບໍ່ໄດ້ຖືກຂັບໄລ່ອອກ, ເຈົ້າຍັງສ່ຽງທີ່ຈະທໍລະຍົດຕໍ່ພຣະເຈົ້າ ແລະ ເຈົ້າຜະເຊີນກັບຄວາມເປັນໄປໄດ້ຢ່າງຕໍ່ເນື່ອງທີ່ຈະທົນທຸກກັບຄວາມຫາຍະນະ ແລະ ການຖືກທຳລາຍ. ນີ້ເປັນເລື່ອງຈິງ, ດັ່ງນັ້ນເຈົ້າຕ້ອງລະວັງ. ມີສາມຈຸດທີ່ສຳຄັນທີ່ສຸດທີ່ຕ້ອງຈື່ຈຳເອົາໄວ້: ຈຸດທີໜຶ່ງ, ເຈົ້າຍັງບໍ່ຮູ້ຈັກພຣະເຈົ້າ; ຈຸດທີສອງ, ບໍ່ມີການປ່ຽນແປງໃດໆໃນອຸປະນິໄສຂອງເຈົ້າ; ແລະ ຈຸດທີສາມ, ເຈົ້າຍັງບໍ່ທັນໄດ້ດໍາລົງຊີວິດຕາມພາບລັກທີ່ແທ້ຈິງຂອງມະນຸດ. ສາມສິ່ງນີ້ແມ່ນສອດຄ່ອງກັບຄວາມຈິງ, ພວກມັນເປັນຈິງ ແລະ ເຈົ້າຕ້ອງຊັດເຈນກ່ຽວກັບພວກມັນ. ເຈົ້າຕ້ອງຮູ້ຈັກຕົນເອງ. ຖ້າເຈົ້າມີຄວາມປະສົງທີ່ຈະແກ້ໄຂບັນຫານີ້, ແລ້ວເຈົ້າກໍຄວນເລືອກຄະຕິປະຈຳຕົວຂອງເຈົ້າ, ຕົວຢ່າງ: “ຂ້ອຍເປັນກ້ອນຂີ້ຢູ່ເທິງພື້ນດິນ”, ຫຼື “ຂ້ອຍເປັນມານຮ້າຍ” ຫຼື “ຂ້ອຍມັກຈະຕົກຢູ່ໃນເສັ້ນທາງເກົ່າຂອງຂ້ອຍ” ຫຼື “ຂ້ອຍຢູ່ໃນອັນຕະລາຍສະເໝີ”. ອັນໃດໜຶ່ງໃນສິ່ງເຫຼົ່ານີ້ເໝາະສົມທີ່ຈະໃຊ້ເປັນຄະຕິປະຈຳຕົວຂອງເຈົ້າ ແລະ ມັນຈະຊ່ວຍໄດ້ຖ້າເຈົ້າເຕືອນຕົນເອງຕະຫຼອດເວລາ. ສືບຕໍ່ຢ້ຳມັນກັບຕົນເອງ, ໄຕ່ຕອງມັນ ແລະ ເຈົ້າອາດຈະສາມາດເຮັດຜິດພາດໜ້ອຍລົງ ຫຼື ເຊົາເຮັດຜິດພາດ. ແຕ່ເຖິງຢ່າງໃດກໍຕາມ, ສິ່ງທີ່ສຳຄັນທີ່ສຸດຄືການໃຊ້ເວລາຫຼາຍຂຶ້ນໃນການອ່ານພຣະທຳຂອງພຣະເຈົ້າ ເພື່ອເຂົ້າໃຈຄວາມຈິງ, ເພື່ອຮູ້ຈັກທຳມະຊາດຂອງຕົນເອງ ແລະ ເພື່ອຫຼຸດພົ້ນຈາກອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ເມື່ອນັ້ນເອງເຈົ້າຈຶ່ງຈະປອດໄພ. ອີກສິ່ງໜຶ່ງແມ່ນຢ່າຮັບຕຳແໜ່ງ “ພະຍານຂອງພຣະເຈົ້າ” ແລະ ຢ່າເອີ້ນຕົວເອງວ່າເປັນພະຍານຂອງພຣະເຈົ້າ. ເຈົ້າສາມາດເວົ້າເຖິງແຕ່ປະສົບການສ່ວນຕົວເທົ່ານັ້ນ. ເຈົ້າອາດເວົ້າກ່ຽວກັບວິທີການທີ່ພະເຈົ້າໄດ້ຊ່ວຍພວກເຈົ້າໃຫ້ລອດພົ້ນ, ໂອ້ລົມກ່ຽວກັບວິທີການທີ່ພວກເຈົ້າຖືກພຣະເຈົ້າເອົາຊະນະ ແລະ ລົມກ່ຽວກັບວ່າພຣະອົງປະທານພຣະຄຸນຫຍັງໃຫ້ແກ່ພວກເຈົ້າ. ຢ່າລືມວ່າ ພວກເຈົ້າແມ່ນຄົນທີ່ຖືກເຮັດໃຫ້ເສື່ອມຊາມທີ່ສຸດ; ເຈົ້າເປັນຝຸ່ນ ແລະ ຂີ້ເຫຍື້ອ. ການທີ່ສາມາດຍອມຮັບພາລະກິດໃນຍຸກສຸດທ້າຍຂອງພຣະເຈົ້າໃນຕອນນີ້ ແມ່ນຕ້ອງຂອບໃຈພຣະອົງຢ່າງຍິ່ງທີ່ຍົກເຈົ້າຂຶ້ນ. ຍ້ອນການທີ່ພວກເຈົ້າເປັນຄົນທີ່ເສື່ອມຊາມ ແລະ ສົກກະປົກທີ່ສຸດເທົ່ານັ້ນ ເຈົ້າຈືງຖືກພຣະເຈົ້າທີ່ບັງເກີດເປັນມະນຸດຊ່ວຍໃຫ້ລອດພົ້ນ, ພຣະອົງຊົງປະທານພຣະຄຸນອັນຍິ່ງໃຫຍ່ໃຫ້ແກ່ເຈົ້າ. ເພາະສະນັ້ນ, ພວກເຈົ້າບໍ່ມີຫຍັງທີ່ຄູ່ຄວນໃຫ້ໂອ້ອວດໄດ້ ແລະ ສາມາດເຮັດໄດ້ແຕ່ຍົກຍ້ອງ ແລະ ຂອບໃຈພຣະເຈົ້າ. ຄວາມລອດພົ້ນຂອງພວກເຈົ້າແມ່ນຍ້ອນພຣະຄຸນຂອງພຣະເຈົ້າລ້ວນໆ. ເປັນຫຍັງຈຶ່ງເວົ້າວ່າພວກເຈົ້າເປັນຄົນທີ່ໂຊກດີທີ່ສຸດ? ພວກເຈົ້າຖືກເອີ້ນວ່າໂຊກດີ ບໍ່ແມ່ນຍ້ອນພວກເຈົ້າມີຂໍ້ດີ ຫຼື ຄຸນລັກສົມບັດທີ່ດີບາງຢ່າງ, ມັນແມ່ນຍ້ອນພວກເຈົາເກີດໃນປະເທດຈີນ ແລະ ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ເປື້ອນໝອງທີ່ສຸດ. ພຣະເຈົ້າເຮັດຕາມແຜນການຄຸ້ມຄອງຂອງພຣະອົງ, ກ່ອນອື່ນແມ່ນຊ່ວຍມະນຸດທີ່ສົກກະປົກທີ່ສຸດ, ເສື່ອມຊາມທີ່ສຸດຂອງແຜ່ນດິນ ເຊິ່ງມັງກອນແດງໃຫຍ່ນອນຂົດຢູ່ໃຫ້ລອດພົ້ນ, ກ່ອນອື່ນໃຫ້ສ້າງຕົວແບບ ຫຼື ຕົວຢ່າງໃຫ້ໄດ້ເປັນຊຸດ. ນັ້ນແມ່ນເຫດຜົນວ່າເປັນຫຍັງພຣະອົງຈຶ່ງເລືອກພວກເຈົ້າທຸກຄົນ; ພວກເຈົ້າແມ່ນຄົນທີ່ພຣະເຈົ້າໄດ້ກຳນົດໄວ້ລ່ວງໜ້າ ແລະ ເລືອກໄວ້ແລ້ວ. ຖ້າພຣະເຈົ້າບໍ່ມີແຜນການນີ້, ພວກເຈົ້າຄົງຈະຈົມລົງຊົ່ວນິຣັນດອນ. ດ້ວຍເຫດນັ້ນ, ຈຶ່ງສາມາດເວົ້າໄດ້ວ່າ ພວກເຈົ້າເປັນຄົນທີ່ໂຊກດີທີ່ສຸດ. ແຕ່ເຖິງຢ່າງໃດກໍຕາມ, ພວກເຈົ້າກໍບໍ່ມີຫຍັງໃຫ້ພາກພູມໃຈ ແລະ ພວກເຈົ້າບໍ່ສາມາດອວດອ້າງໄດ້ຢ່າງແນ່ນອນ.

ການຜະເຊີນກັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້ານຳມາເຊິ່ງຜົນກຳໄລ ແລະ ປະສົບການຕົວຈິງມາໃຫ້ເຈົ້າ, ສະນັ້ນ ເຈົ້າຄວນເປັນພະຍານໃຫ້ກັບພຣະເຈົ້າ. ເມື່ອເປັນພະຍານໃຫ້ກັບພຣະເຈົ້າ, ຫຼັກໆແລ້ວເຈົ້າຄວນເວົ້າກ່ຽວກັບວ່າພຣະຈົ້າພິພາກສາ ແລະ ຂ້ຽນຕີຜູ້ຄົນແນວໃດ ແລະ ພຣະອົງໃຊ້ການທົດລອງຫຍັງເພື່ອຫຼໍ່ຫຼອມຜູ້ຄົນ ແລະ ປ່ຽນແປງອຸປະນິໄສຂອງພວກເຂົາ. ເຈົ້າຍັງຄວນເວົ້າກ່ຽວກັບວ່າຄວາມເສື່ອມຊາມໄດ້ຖືກເປີດເຜີຍໃນປະສົບການຂອງເຈົ້າຫຼາຍປານໃດ, ເຈົ້າໄດ້ທົນທຸກຫຼາຍປານໃດ, ມີຈັກຢ່າງທີ່ເຈົ້າເຮັດເພື່ອຕໍ່ຕ້ານພຣະເຈົ້າ ແລະ ໃນທີ່ສຸດ ເຈົ້າໄດ້ຖືກພຣະເຈົ້າເອົາຊະນະແນວໃດ. ເວົ້າກ່ຽວກັບວ່າເຈົ້າມີຄວາມຮູ້ທີ່ແທ້ຈິງກ່ຽວກັບພາລະກິດຂອງເຈົ້າຫຼາຍປານໃດ ແລະ ເຈົ້າຄວນເປັນພະຍານໃຫ້ກັບພຣະເຈົ້າ ແລະ ຕອບແທນພຣະອົງສຳລັບຄວາມຮັກຂອງພຣະອົງແນວໃດ. ເຈົ້າຄວນເອົາເນື້ອແທ້ໃສ່ລົງໃນພາສາປະເພດນີ້ ໂດຍໃສ່ໃນລັກສະນະທີ່ລຽບງ່າຍ. ຢ່າງເວົ້າກ່ຽວກັບທິດສະດີທີ່ຫວ່າງເປົ່າ. ຈົ່ງເວົ້າຕາມຄວາມເປັນຈິງໃຫ້ຫຼາຍຂຶ້ນ; ເວົ້າຈາກໃຈ. ນີ້ແມ່ນວິທີທີ່ເຈົ້າຄວນຜະເຊີນສິ່ງຕ່າງໆ. ຢ່າປະກອບຕົວເຈົ້າເອງດ້ວຍທິດສະດີທີ່ເບິ່ງຄືເລິກເຊິ່ງ ແລະ ຫວ່າງເປົ່າເພື່ອພະຍາຍາມອວດອ້າງ; ການເຮັດແບບນັ້ນເຮັດໃຫ້ເຈົ້າເບິ່ງຄືວ່າຂ້ອນຂ້າງອວດດີ ແລະ ໄຮ້ເຫດຜົນ. ເຈົ້າຄວນເວົ້າກ່ຽວກັບສິ່ງທີ່ເປັນຈິງຈາກປະສົບການຕົວຈິງຂອງເຈົ້າໃຫ້ຫຼາຍຂຶ້ນ ແລະ ເວົ້າຈາກໃຈໃຫ້ຫຼາຍຂຶ້ນ; ນີ້ເປັນສິ່ງທີເປັນປະໂຫຍດກັບຄົນອື່ນທີ່ສຸດ ແລະ ເໝາະສົມທີ່ສຸດເພື່ອໃຫ້ພວກເຂົາເຫັນ. ພວກເຈົ້າເຄີຍເປັນຄົນທີ່ຕໍ່ຕ້ານພຣະເຈົ້າທີ່ສຸດ, ຜູ້ເຊິ່ງມີແນວໂນ້ມໜ້ອຍທີ່ສຸດທີ່ຈະຍອມຕໍ່ພຣະອົງ, ແຕ່ຕອນນີ້ ເຈົ້າໄດ້ຖືກເອົາຊະນະ, ຢ່າລືມເລື່ອງນັ້ນ. ເຈົ້າຄວນໄຕ່ຕອງ ແລະ ຄິດກ່ຽວກັບເລື່ອງເຫຼົ່ານີ້ໃຫ້ຫຼາຍຂຶ້ນ. ຫຼັງຈາກທີ່ຜູ້ຄົນເຂົ້າໃຈພວກມັນຢ່າງຈະແຈ້ງ, ພວກເຂົາຈະຮູ້ວ່າຈະເປັນພະຍານແນວໃດ, ບໍ່ດັ່ງນັ້ນ, ພວກເຂົາກໍມີແນວໂນ້ມທີ່ຈະເຮັດສິ່ງທີ່ໜ້າອັບອາຍ ແລະ ໄຮ້ເຫດຜົນ ເຊິ່ງບໍ່ແມ່ນການເປັນພະຍານໃຫ້ກັບພຣະເຈົ້າ, ແຕ່ກົງກັນຂ້າມ ເປັນການນຳຄວາມອັບອາຍມາສູ່ພຣະເຈົ້າ. ຖ້າປາສະຈາກປະສົບການຕົວຈິງ ແລະ ການເຂົ້າໃຈຄວາມຈິງ, ມັນກໍເປັນໄປບໍ່ໄດ້ທີ່ຈະເປັນພະຍານໃຫ້ກັບພຣະເຈົ້າ. ຜູ້ຄົນທີ່ມີຄວາມເຊື່ອທີ່ວຸ້ນວາຍ ແລະ ສັບສົນໃນພຣະເຈົ້າຈະບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້.

ລະດູໃບໄມ້ປົ່ງ ປີ 1999

ກ່ອນນີ້: ວິທີຮູ້ຈັກທໍາມະຊາດຂອງມະນຸດ

ຕໍ່ໄປ: ເຈົ້າຮູ້ຈັກຄວາມຮັກຂອງພຣະເຈົ້າສຳລັບມະນຸດຊາດບໍ?

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້