ເຈົ້າຮູ້ຈັກຄວາມຮັກຂອງພຣະເຈົ້າສຳລັບມະນຸດຊາດບໍ?
ໃນຍຸກສຸດທ້າຍ, ຄວາມຮັກຂອງພຣະເຈົ້າສຳລັບມະນຸດຊາດແມ່ນສຳແດງອອກຢູ່ໃສໃນການປາກົດຕົວ ແລະ ພາລະກິດຂອງພຣະອົງ? ພວກເຈົ້າສາມາດເຫັນມັນໄດ້ໂດຍມີປະສົບການກັບແຕ່ລະກ້າວໃນພາລະກິດນີ້. ພຣະເຈົ້າກ່າວດ້ວຍວິທີການທີ່ສະເພາະໃນທຸກໆກ້າວໃນພາລະກິດຂອງພຣະອົງ, ມອບຄຳທຳນາຍທີ່ສະເພາະ ແລະ ສະແດງຄວາມຈິງ ແລະ ອຸປະນິໄສທີ່ສະເພາະຂອງພຣະອົງ ແລະ ທຸກຄົນຕ່າງກໍຕອບຮັບພວກເຂົາ. ຄົນມີການຕອບຮັບຫຍັງ? ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ເຊື່ອຟັງພຣະເຈົ້າ ແລະ ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ຈົດຈໍ່ກັບການສະແຫວງຫາຄວາມຈິງຢ່າງຫ້າວຫັນ ຫຼື ການຍອມຮັບພາລະກິດຂອງພຣະອົງຢ່າງເຕັມໃຈ. ພວກເຂົາທຸກຄົນຕ່າງຄິດລົບ ແລະ ຕໍ່ຕ້ານ, ເປັນປໍລະປັກ, ປະຕິເສດ ແລະ ບໍ່ຍອມຮັບ. ເຖິງຢ່າງໃດກໍຕາມ, ພຣະເຈົ້າສືບຕໍ່ເຮັດພາລະກິດຂອງພຣະອົງຢູ່ສະເໝີ ແລະ ຄວາມຮັກຂອງພຣະເຈົ້າສຳລັບຜູ້ຄົນກໍບໍ່ໄດ້ປ່ຽນແປງ. ບໍ່ວ່າຄົນຈະມີທ່າທີ່ຫຍັງກໍຕາມ, ບໍ່ວ່າພວກເຂົາຈະປະຕິເສດ ຫຼື ຍອມຮັບຢ່າງລັງເລ ຫຼື ປ່ຽນແປງເລັກໆນ້ອຍໆ, ຄວາມຮັກຂອງພຣະເຈົ້າກໍບໍ່ປ່ຽນແປງ, ບາດກ້າວໃນພາລະກິດຂອງພຣະອົງບໍ່ເຄີຍຖືກລົບກວນຈັກເທື່ອ. ນີ້ຄືການສຳແດງອອກເຖິງຄວາມຮັກຂອງພຣະເຈົ້າສຳລັບຜູ້ຄົນ. ອີກຢ່າງ, ແຕ່ລະຄັ້ງທີ່ພຣະເຈົ້າສຳເລັດບາດກ້າວໜຶ່ງໃນພາລະກິດ, ບໍ່ວ່າຄົນຈະປະພຶດແນວໃດກໍຕາມ, ຄວາມຮັກຂອງພຣະອົງສຳລັບພວກເຂົາກໍບໍ່ໄດ້ປ່ຽນແປງ; ພຣະອົງຍັງສືບຕໍ່ເຮັດພາລະກິດຂອງພຣະອົງ ແລະ ສືບຕໍ່ຊ່ວຍຜູ້ຄົນໃຫ້ລອດພົ້ນ. ໃນທຸກໆກ້າວຂອງພາລະກິດໃນອະນາຄົດ, ພຣະທຳຂອງພຣະເຈົ້າທີ່ພິພາກສາ ແລະ ເປີດເຜີຍຜູ້ຄົນຈະເລິກຊຶ້ງ ແລະ ສຽບແທງຫຼາຍຂຶ້ນ ແລະ ສະເພາະເຈາະຈົງຫຼາຍຂຶ້ນຕໍ່ສະພາວະປັດຈຸບັນຂອງພວກເຂົາ. ພຣະອົງຈະເວົ້າສິ່ງຕ່າງໆທີ່ເຮັດໃຫ້ຜູ້ຄົນເຂົ້າໃຈພຣະອົງ ແລະ ຮູ້ຈັກພຣະອົງໄດ້ດີຂຶ້ນ, ເຂົ້າໃຈ ແລະ ຮັບເອົາຄວາມປະສົງຂອງພຣະອົງໄດ້ດີຂຶ້ນ ແລະ ຄົນຈະສາມາດເຫັນວ່າພຣະອົງຍັງຮັກມະນຸດຊາດ. ເຖິງແມ່ນວ່າຄົນໄດ້ຕອບກັບຢ່າງລົບໆຢູ່ສະເໝີ ຫຼື ດ້ວຍການຕໍ່ຕ້ານ, ເຖິງແມ່ນວ່າພວກເຂົາມີປະຕິກິລິຍາເຊັ່ນນີ້ໃນທຸກໆບາດກ້າວຂອງພາລະກິດ, ພຣະເຈົ້າສືບຕໍ່ເວົ້າ ແລະ ເຮັດພາລະກິດຢູ່ສະເໝີ ແລະ ຄວາມຮັກຂອງພຣະເຈົ້າສຳລັບຜູ້ຄົນກໍບໍ່ປ່ຽນແປງແມ່ນແຕ່ໃນມື້ນີ້. ສະນັ້ນ, ພາລະກິດທັງໝົດຂອງພຣະເຈົ້າສຳລັບມະນຸດຊາດຈຶ່ງເປັນຄວາມຮັກ ແລະ ນັ້ນຄືສິ່ງທີ່ແນ່ນອນ. ບາງຄົນເວົ້າວ່າ “ຖ້າມັນລ້ວນແລ້ວແຕ່ເປັນຄວາມຮັກ, ເປັນຫຍັງພຣະເຈົ້າຈຶ່ງພິພາກສາ ແລະ ຂ້ຽນຕີຄົນຄືກັບວ່າພຣະອົງມີຄວາມກຽດຊັງສຳລັບພວກເຂົາ? ພຣະອົງຈະສາມາດປ່ອຍໃຫ້ຄົນຜ່ານການທົດລອງແຫ່ງຄວາມຕາຍບໍ?” ຖືກຕ້ອງ, ສິ່ງດຽວທີ່ພຣະເຈົ້າມີສຳລັບມະນຸດຊາດແມ່ນຄວາມຮັກ. ການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າຕໍ່ຄວາມບໍ່ເຊື່ອຟັງຂອງຜູ້ຄົນແມ່ນເພື່ອເຮັດໃຫ້ຜູ້ຄົນເຂົ້າໃຈຄວາມຈິງ, ເຮັດໃຫ້ພວກເຂົາກັບໃຈ ແລະ ປະຕິຮູບ ແລະ ປ່ອຍໃຫ້ພວກເຂົາຮູ້ຈັກອຸປະນິໄສຂອງພຣະອົງ ເພື່ອວ່າພວກເຂົາຈະສາມາດຢຳເກງ ແລະ ເຊື່ອຟັງພຣະອົງ. ເຖິງວ່າບາງຄົນຍັງແອບມີການຕໍ່ຕ້ານບາງຢ່າງ, ພຣະເຈົ້າບໍ່ໄດ້ຜ່ອນຄາຍຄວາມພະຍາຍາມຂອງພຣະອົງໃນການຊ່ວຍຄົນໃຫ້ລອດພົ້ນແມ່ນແຕ່ໜ້ອຍດຽວ ຫຼື ພຣະອົງບໍ່ໄດ້ປະຖິ້ມພວກເຂົາ. ນີ້ຄືສິ່ງທີ່ປະກອບເປັນຄວາມຮັກທີ່ຍິ່ງໃຫຍ່ຂອງພຣະເຈົ້າ.
ໃນລະຫວ່າງການທົດລອງຂອງຜູ້ເຮັດບໍລິການ, ຫຼາຍຄົນເລີ່ມຄິດລົບ ແລະ ທຸກທໍລະມານຈົນພວກເຂົາຮ້ອງໄຫ້ອອກຫາສະຫວັນ ແລະ ໂລກ ແລະ ເຖິງກັບຮ້ອງໄຫ້ອອກມາປະທ້ວງ, ຄິດວ່າ “ຂ້ອຍສາມາດກາຍມາເປັນຜູ້ເຮັດບໍລິການໄດ້ແນວໃດຫຼັງຈາກທີ່ຂ້ອຍເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ແລະ ທົນທຸກຫຼາຍຢ່າງ? ນີ້ບໍ່ແມ່ນສິ່ງທີ່ຂ້ອຍຕ້ອງການ!” ຄົນບໍ່ພໍໃຈ ແລະ ບໍ່ເຂົ້າໃຈ, ແຕ່ພຣະເຈົ້າເຂົ້າໃຈພວກເຂົາ ແລະ ສິ່ງນີ້ບໍ່ແມ່ນຄວາມຮັກບໍ? ຄວາມຮັກຂອງພຣະເຈົ້າລວມເຖິງການເຂົ້າໃຈຂອງຜູ້ຄົນ, ຄວາມຢັ່ງຮູ້ທີ່ສຽບແທງໃນແກ່ນແທ້ຂອງພວກເຂົາ ແລະ ການເຂົ້າໃຈທີ່ທົ່ວເຖິງຂອງພວກເຂົາ. ພຣະອົງຮັກໂດຍບໍ່ມີຄວາມສັບສົນ, ການທຳທ່າ ຫຼື ຄວາມບໍ່ຖືກຕ້ອງ. ຄວາມຮັກຂອງພຣະອົງເກີດຂຶ້ນຈິງ ແລະ ເປັນຈິງ. ບໍ່ວ່າເຈົ້າຈະມີຂໍ້ບົກຜ່ອງ ແລະ ຂາດຄວາມຮູ້ ຫຼື ຄວາມເຂົ້າໃຈຢູ່ໃສກໍຕາມ, ພຣະອົງມີຄວາມເມດຕາສຳລັບເຈົ້າ, ພຣະອົງຮັກເຈົ້າ ແລະ ພຣະອົງດົນບັນດານເຈົ້າຢູ່ສະເໝີ. ບໍ່ວ່າຄົນຈະຮູ້ສຶກບໍ່ເຕັມໃຈ ຫຼື ບໍ່ພໍໃຈສໍ່າໃດກໍຕາມໃນຖານະຜູ້ເຮັດບໍລິການ, ພຣະເຈົ້າບໍ່ເຄີຍປະຖິ້ມຜູ້ຄົນຈັກເທື່ອຍ້ອນຄວາມເສື່ອມຊາມ ແລະ ຄວາມບໍ່ເຊື່ອຟັງຂອງພວກເຂົາ. ພຣະອົງເວົ້າ, ສະໜອງໃຫ້ຜູ້ຄົນ, ສະໜັບສະໜູນພວກເຂົາຢູ່ສະເໝີ ແລະ ເປີດເຜີຍຄວາມເສື່ອມຊາມຂອງພວກເຂົາຜ່ານການຫຼໍ່ຫຼອມສອງສາມເດືອນ ແລະ ເຮັດໃຫ້ພວກເຂົາຮັບຮູ້ເຖິງສະພາວະທີ່ຂີ້ຮ້າຍຂອງພວກເຂົາ. ພຣະເຈົ້າມີຄວາມຮັກສຳລັບຄົນໃນລະຫວ່າງສາມເດືອນເຫຼົ່ານີ້ບໍ? ຖ້າພຣະອົງບໍ່ມີ, ພຣະອົງຈະບໍ່ເອົາໃຈໃສ່ກັບເຈົ້າຈັກເທື່ອ. ບາງຄົນຖືກໂຍນຖິ້ມໃນການທົດລອງຂອງຜູ້ເຮັດບໍລິການ ແລະ ຄົນເຫຼົ່ານີ້ຄືຜູ້ບໍ່ເຊື່ອຢ່າງແທ້ຈິງ. ພວກເຂົາເລີ່ມຄິດລົບທັນທີທີ່ພວກເຂົາໄດ້ຍິນວ່າພວກເຂົາເປັນຜູ້ເຮັດບໍລິການ ແລະ ພວກເຂົາບໍ່ສາມາດຮັບມັນໄດ້ຫຼັງຈາກສອງສາມເດືອນ. ເຈົ້າບໍ່ເຕັມໃຈທີ່ຈະເປັນຜູ້ເຮັດບໍລິການ ແລະ ເຈົ້າບໍ່ເຕັມໃຈທີ່ຈະທົນທຸກໃນການຕິດຕາມພຣະເຈົ້າ, ແຕ່ເມື່ອເຈົ້າຮັບຊາບວ່າມີພອນໃຫ້ ເຈົ້າກໍເລີ່ມມີຄວາມສຸກ, ເຖິງກັບດີໃຈເຫຼືອລົ້ນ. ຖ້າພຣະເຈົ້າບໍ່ມີຄວາມຮັກ, ມີພຽງແຕ່ຄວາມກຽດຊັງ ແລະ ເຫັນຄວາມເສື່ອມຊາມເຊັ່ນນັ້ນທີ່ເປີດເຜີຍໃນຄົນ, ແລ້ວພວກເຂົາຄວນຖືກໂຍນຖິ້ມ. ການຫຼໍ່ຫຼອມສາມເດືອນບໍ່ໄດ້ດົນເລີຍ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນບໍ່ໄດ້ດົນເລີຍ? ເພາະນີ້ຄືຈຳນວນເວລາດຽວທີ່ຄົນສາມາດແບກຮັບໄດ້. ຖ້າມັນດົນກວ່ານີ້ໜ້ອຍໜຶ່ງ, ຄົນຈະບໍ່ສາມາດແບກຮັບມັນໄດ້. ເຖິງແມ່ນວ່າຄົນຮ້ອງເພງນະມັດສະການ, ເຂົ້າຮ່ວມການເຕົ້າໂຮມ ແລະ ໂອ້ລົມຢູ່ສະເໝີ, ພວກເຂົາຈະບໍ່ສາມາດຢືນຍັດໂດຍການມີຄວາມສຸກກັບສິ່ງເຫຼົ່ານີ້ພຽງເທົ່ານັ້ນຢ່າງແນ່ນອນ. ນັ້ນຄືເຫດຜົນທີ່ພຣະເຈົ້າເຮັດໃຫ້ຄົນເປັນປະຊາຊົນຂອງພຣະອົງໄດ້ໄວຂຶ້ນ ແລະ ສິ່ງນີ້ຍັງລວມເຖິງຄວາມຮັກຂອງພຣະອົງ. ພຣະເຈົ້າໃຊ້ຫົວໃຈ ແລະ ຄວາມຮັກຂອງພຣະອົງເພື່ອສ້າງອິດທິພົນ ແລະ ຮັບເອົາຜູ້ຄົນ ແລະ ສິ່ງນີ້ຍັງເປັນການສຳແດງອອກເຖິງຄວາມຮັກ. ພວກເຮົາຍັງສາມາດເຫັນຄວາມຮັກຂອງພຣະເຈົ້າໃນເວລານີ້. ພຣະອົງບໍ່ໄດ້ຊັກຊ້າແມ່ນແຕ່ມື້ດຽວ, ພຣະອົງເວົ້າໃນທັນທີເມື່ອມັນຮອດເວລາທີ່ພຣະອົງຕ້ອງເວົ້າ. ຖ້າພຣະອົງຊັກຊ້າໄດ້ສອງສາມເດືອນ, ບາງຄົນຈະຖອນຕົວເທື່ອລະໜ້ອຍ. ນີ້ຄືການທີ່ພຣະອົງເຮັດພາລະກິດຕາມສະພາວະຕົວຈິງຂອງຜູ້ຄົນ, ໂດຍບໍ່ມີການຊັກຊ້າ ຫຼື ການເລື່ອນໃດໆເລີຍ. ພຣະເຈົ້າໃຫ້ຄວາມສົນໃຈເປັນພິເສດກັບທຸກຄົນ ແລະ ເມື່ອພຣະອົງກຳລັງຊ່ວຍຄົນໃຫ້ລອດພົ້ນ, ພຣະເຈົ້າກໍຮັບຜິດຊອບສຳລັບພວກເຂົາຈົນເຖິງທີ່ສຸດ. ແຕ່ບາງຄົນຂາດຄວາມເດັດດ່ຽວ ຫຼື ຄວາມຕັ້ງໃຈ ແລະ ຖອນຕົວດ້ວຍພວກເຂົາເອງ. ກ່ອນທີ່ພວກເຂົາຈາກໄປ, ພຣະວິນຍານບໍລິສຸດດົນບັນດານບາງຄົນເປັນພິເສດ ແລະ ກະຕຸ້ນໃຫ້ພວກເຂົາຢູ່, ພຽງແຕ່ຍອມຈຳນົນເມື່ອພວກເຂົາບໍ່ສາມາດຖືກຮັກສາໄວ້ໄດ້. ພຣະເຈົ້າຮັກຄົນຫຼາຍ, ແຕ່ຄົນບໍ່ຄູ່ຄວນແກ່ຄວາມຮັກຂອງພຣະອົງ. ສຳລັບບາງຄົນທີ່ຖອນຕົວເຊິ່ງເປັນຄົນທີ່ພຣະອົງບໍ່ສາມາດຮັກອີກຕໍ່ໄປ, ຄວາມຮັກຂອງພຣະເຈົ້າສຳລັບພວກເຂົາກໍກາຍເປັນຄວາມກຽດຊັງ ແລະ ພຣະອົງບໍ່ມີຫຍັງກ່ຽວກັບຄົນແບບພວກເຂົາອີກຕໍ່ໄປ. ແຕ່ສຳລັບບາດກ້າວ ແລະ ເວລາໃນພາລະກິດຂອງພຣະເຈົ້າ, ແຕ່ລະກ້າວໃຊ້ເວລາດົນສໍ່າໃດ, ມີການກ່າວພຣະທຳຫຼາຍສໍ່າໃດໃນແຕ່ລະກ້າວ, ມີການໃຊ້ນໍ້າສຽງ ແລະ ວິທີການຫຍັງໃນແຕ່ລະກ້າວ ແລະ ແມ່ນຫຍັງຄືຄວາມຈິງທີ່ຖືກໃຊ້ເພື່ອເຮັດໃຫ້ຄົນເຂົ້າໃຈ, ທຸກສິ່ງເຫຼົ່ານີ້ລວມເຖິງເຈດຕະນາທີ່ດີ ແລະ ຄວາມພະຍາຍາມທີ່ພາກພຽນຂອງພຣະເຈົ້າ ແລະ ພວກມັນລ້ວນແລ້ວແຕ່ເປັນການຈັດແຈງ ແລະ ແຜນການທີ່ຖືກຕ້ອງຂອງພຣະອົງ. ພຣະເຈົ້າກ່າວຄວາມຈິງຢູ່ສະເໝີ, ໃຊ້ສະຕິປັນຍາຂອງພຣະອົງເພື່ອຊີ້ນໍາ ແລະ ນໍາພາມະນຸດຊາດ, ບຳລຸງລ້ຽງ ແລະ ຮັບໃຊ້ຜູ້ຄົນ, ລ້ຽງຄົນເທື່ອລະໜ້ອຍ ແລະ ຈັບມືພວກເຂົາຈົນພາມາຮອດມື້ນີ້. ຄົນໃດກໍຕາມທີ່ມີປະສົບການນີ້ກໍມີຄວາມຮູ້ບາງຢ່າງກ່ຽວກັບມັນໃນຕອນນີ້ ແລະ ສາມາດໃຫ້ຄຳພະຍານບາງຢ່າງເຖິງປະສົບການຂອງພວກເຂົາ. ຂະບວນການທີ່ເປັນຂັ້ນເປັນຕອນນີ້ແມ່ນຍັງສົດໃໝ່ໃນຄວາມຊົງຈຳຂອງພວກເຂົາ ແລະ ຄວາມຮັກໃນສິ່ງນັ້ນແມ່ນບໍ່ສາມາດຖືກສະແດງອອກເປັນຄຳເວົ້າ. ຄວາມຮັກຂອງພຣະເຈົ້າສຳລັບຄົນແມ່ນເລິກຊຶ້ງຫຼາຍຈົນຄົນຈະບໍ່ສາມາດຢັ່ງຮູ້ຢ່າງສົມບູນ ຫຼື ກ່າວມັນອອກຢ່າງຊັດເຈນເປັນຄຳເວົ້າຈັກເທື່ອ. ພວກເຮົາສາມາດເຫັນຈາກເວລາໃນພາລະກິດຂອງພຣະເຈົ້າວ່າຄວາມຮັກຂອງພຣະອົງສຳລັບຜູ້ຄົນແມ່ນເລິກຊຶ້ງສໍ່າໃດ. ພຣະອົງລະອຽດຖີ່ຖ້ວນໃນທຸກສິ່ງທີ່ເລັກໆນ້ອຍໆ, ບໍ່ປ່ອຍໃຫ້ການຫຼໍ່ຫຼອມໃຊ້ເວລາດົນອີກຕໍ່ໄປ, ຢ້ານວ່າຄົນຈະຖອນຕົວ ແລະ ຈາກພຣະອົງໄປຍ້ອນມັນໃຊ້ເວລາດົນ. ຄວາມຮັກຂອງພຣະອົງຈັບຄົນໄວ້ແໜ້ນ ແລະ ບໍ່ຜ່ອນຄາຍແມ່ນແຕ່ໜ້ອຍດຽວຈັກເທື່ອ. ອີກຢ່າງ, ພຣະເຈົ້າມີການຄວບຄຸມຢ່າງແທ້ຈິງໃນບາດກ້າວຂອງພາລະກິດແຫ່ງການຂ້ຽນຕີ ແລະ ການພິພາກສາ. ຖ້າພຣະອົງໄດ້ເພີ່ມອີກໜຶ່ງວິທີການ, ຄົນກໍຄົງຈະຮູ້ສຶກວ່າພຣະອົງກຳລັງຫຼອກລວງ ແລະ ຫຼິ້ນກົນກັບພວກເຂົາ ແລະ ພວກເຂົາມີແນວໂນ້ມທີ່ຈະຖອນຕົວເມື່ອວຸດທິພາວະຂອງພວກເຂົາບໍ່ພຽງພໍ. ສະນັ້ນຫຼັງຈາກການຫຼໍ່ຫຼອມສາມເດືອນ, ພຣະເຈົ້າກໍເວົ້າອີກຄັ້ງເພື່ອປ່ຽນຄົນເຮັດບໍລິການເປັນປະຊາຊົນຂອງພຣະອົງ ແລະ ທຸກຄົນກໍເລີ່ມມີຄວາມສຸກ. ພວກເຂົາຕື່ນເຕັ້ນຫຼາຍຈົນນໍ້າຕາໄຫຼລົງອາບໃບໜ້າຂອງພວກເຂົາເມື່ອພວກເຂົາເຫັນວ່າພຣະເຈົ້າມີສະຕິປັນຍາ ແລະ ດີສໍ່າໃດ. ຫຼັງຈາກການຫຼໍ່ຫຼອມຫຼາຍເດືອນ, ຄົນກໍເຊື່ອແທ້ໆວ່າພວກເຂົາເປັນຜູ້ເຮັດບໍລິການ. ພວກເຂົາຄິດວ່າ “ພວກເຮົາບໍ່ມີຈຸດໝາຍປາຍທາງທີ່ດີ. ພຣະເຈົ້າບໍ່ຕ້ອງການພວກເຮົາອີກຕໍ່ໄປ. ພວກເຮົາສິ້ນຫວັງຢ່າງສົມບູນ”. ໃນບັນຍາກາດນັ້ນທີ່ມີໃນເວລານັ້ໜ, ຖ້າເຮົາເວົ້າວ່າເຮົາຈະບໍ່ປ່ອຍໃຫ້ຜູ້ຄົນຕາຍ, ບໍ່ມີຜູ້ໃດຈະເຊື່ອເຮົາ. ພວກເຂົາຄິດວ່າຖ້າພຣະເຈົ້າເວົ້າມັນແລ້ວ, ມັນຕ້ອງເປັນຂໍ້ແທ້ຈິງ. ເຖິງຢ່າງໃດກໍຕາມ, ຫຼັງຈາກສາມເດືອນທີ່ເຮົາໄດ້ສະແດງໝວດອື່ນໆກ່ຽວກັບພຣະທໍາ ແລະ ສິ້ນສຸດການທົດລອງຂອງພວກເຂົາໃນຖານະຜູ້ເຮັດບໍລິການ. ເຖິງແມ່ນວ່າທຳມະຊາດຂອງມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ, ບາງຄັ້ງຄົນກໍໄຮ້ດຽງສາເປັນພິເສດຄືກັບເດັກ. ເປັນຫຍັງຈຶ່ງເວົ້າວ່າຄົນເປັນເດັກນ້ອຍຢູ່ສະເໝີຕໍ່ໜ້າພຣະເຈົ້າ? ວິທີການທີ່ຄົນເບິ່ງມັນ, ມັນປາກົດຄືກັບວ່າທຸກຄົນເສື່ອມຊາມ ແລະ ເໜົ່າເປື່ອຍ, ແຕ່ໃນວິທີການທີ່ພຣະເຈົ້າເບິ່ງມັນ ຄົນເປັນເດັກນ້ອຍຢູ່ສະເໝີ ແລະ ພວກເຂົາທຸກຄົນບໍ່ມີເລ່ຫຼ່ຽມ ແລະ ໄຮ້ດຽງສາ. ສະນັ້ນ, ພຣະເຈົ້າບໍ່ປະຕິບັດຕໍ່ຜູ້ຄົນຄືກັບວ່າພວກເຂົາເປັນສັດຕູ ແຕ່ເປັນເປົ້າໝາຍໃນຄວາມລອດພົ້ນຂອງພຣະອົງ ແລະ ຄວາມຮັກຂອງພຣະອົງ.
ຄວາມຮັກຂອງພຣະເຈົ້າສຳລັບຜູ້ຄົນບໍ່ແມ່ນພຽງແຕ່ເພື່ອປະທານຄວາມກະລຸນາໃຫ້ພວກເຂົາຢ່າງຕໍ່ເນື່ອງ ຫຼື ກ່າວຄຳເວົ້າແຫ່ງພອນ ຫຼື ສິ່ງຕ່າງໆທີ່ຄົນຕ້ອງການໄດ້ຍິນຄືກັບດັ່ງທີ່ພວກເຂົາຈິນຕະນາການ. ມັນແມ່ນເພື່ອສະແດງຄວາມຈິງ ແລະ ຊໍາລະລ້າງຜູ້ຄົນຈາກຄວາມເສື່ອມຊາມຂອງພວກເຂົາ, ຊ່ວຍພວກເຂົາໃຫ້ລອດພົ້ນຈາກອິດທິພົນຂອງຊາຕານ ແລະ ເຮັດໃຫ້ພວກເຂົາມີຄຸນສົມບັດຮັບເອົາພອນຂອງພຣະອົງ ແລະ ສັນຍາຂອງພຣະອົງ. ນັ້ນຄືຄວາມຮັກທີ່ແທ້ຈິງຂອງພຣະເຈົ້າ. ພຣະເຈົ້າເປີດໂປງຄວາມເສື່ອມຊາມຂອງຜູ້ຄົນ, ພິພາກສາ ແລະ ປະນາມພວກເຂົາດ້ວຍຄຳເວົ້າທີ່ເຮັດໃຫ້ພວກເຂົາບໍ່ພໍໃຈຢ່າງແນ່ນອນ. ຄຳເວົ້າເຫຼົ່ານີ້ເຖິງກັບສຽບແທງຫົວໃຈຂອງພວກເົຂົາ ແລະ ນໍາຄວາມເຈັບປວດມາເຖິງພວກເຂົາ. ພຣະທຳແຫ່ງການພິພາກສາບາງຂໍ້ປາກົດວ່າປະນາມຜູ້ຄົນ ຫຼື ສາບແຊ່ງພວກເຂົາຄືກັບວ່າພຣະເຈົ້າກຽດຊັງພວກເຂົາແທ້ໆ, ແຕ່ມັນລ້ວນແລ້ວແຕ່ມີບໍລິບົດທີ່ເປັນຈິງ. ມັນສອດຄ່ອງກັບຂໍ້ແທ້ຈິງຢ່າງສົມບູນ ແລະ ມັນບໍ່ໄດ້ຖືກເວົ້າເກີນຄວາມຈິງ. ພຣະເຈົ້າເວົ້າໂດຍອີງໃສ່ແກ່ນແທ້ທີ່ເສື່ອມຊາມຜູ້ຄົນ ແລະ ຄົນຕ້ອງພຽງແຕ່ຜະເຊີນໜ້າກັບສິ່ງນີ້ຊົ່ວໄລຍະໜຶ່ງເພື່ອທີ່ຈະຮູ້ຈັກມັນ. ເປົ້າໝາຍຂອງພຣະເຈົ້າໃນການເວົ້າສິ່ງເຫຼົ່ານີ້ແມ່ນເພື່ອປ່ຽນແປງຜູ້ຄົນ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນ. ໂດຍການທີ່ພຣະເຈົ້າເວົ້າເຊັ່ນນີ້ເທົ່ານັ້ນ, ພຣະອົງຈຶ່ງສາມາດໄດ້ຮັບຜົນທີ່ດີທີ່ສຸດ. ເຈົ້າຄວນເຫັນວ່າຄວາມພະຍາຍາມທີ່ພາກພຽນຂອງພຣະເຈົ້າແມ່ນເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ພວກມັນທັງໝົດປາກົດຮ່າງເປັນຄວາມຮັກຂອງພຣະອົງ. ບໍ່ວ່າເຈົ້າຈະເບິ່ງທີ່ສະຕິປັນຍາໃນພາລະກິດຂອງພຣະເຈົ້າ ຫຼື ບາດກ້າວ ແລະ ວິທີການໃນພາລະກິດ, ຄວາມຍາວຂອງເວລາພາລະກິດ ຫຼື ການຈັດແຈງ ແລະ ແຜນການທີ່ຖືກຕ້ອງຂອງພຣະອົງ, ມັນລ້ວນແລ້ວແຕ່ມີຄວາມຮັກຂອງພຣະອົງ. ນີ້ແມ່ນຕົວຢ່າງ. ພໍ່ແມ່ນທຸກຄົນມີຄວາມຮັກສຳລັບລູກຂອງພວກເຂົາ ແລະ ພວກເຂົາທຸກຄົນເຮັດວຽກໜັກຫຼາຍເພື່ອທີ່ຈະເບິ່ງລູກຂອງພວກເຂົາຍ່າງໃນເສັ້ນທາງທີ່ຖືກຕ້ອງ. ເມື່ອພວກເຂົາພົບເຫັນຂໍ້ບົກຜ່ອງໃນລູກຂອງພວກເຂົາ, ພວກເຂົາກໍກັງວົນວ່າລູກຂອງພວກເຂົາຈະບໍ່ຮັບຟັງ ແລະ ຈະບໍ່ປ່ຽນແປງ ຖ້າພວກເຂົາເວົ້າຢ່າງອ່ອນໂຍນເກີນໄປ, ແຕ່ພວກເຂົາຍັງກັງວົນວ່າພວກເຂົາຈະເຮັດໃຫ້ລູກບໍ່ເຄົາລົບພວກເຂົາ ຖ້າພວກເຂົາເວົ້າຢ່າງເຂັ້ມງວດເກີນໄປ ແລະ ລູກຂອງພວກເຂົາຈະບໍ່ສາມາດຮັບມັນໄດ້. ການທີ່ພວກເຂົາສາມາດພິຈາລະນາສິ່ງນີ້ຈາກທັດສະນະຄະຕິຂອງລູກພວກເຂົາແມ່ນລ້ວນແລ້ວແຕ່ຖືກຄວບຄຸມໂດຍຄວາມຮັກ ແລະ ພວກເຂົາເຮັດວຽກຫຼາຍໃນສິ່ງນັ້ນ ທຸກຄົນທີ່ເປັນລູກກໍອາດມີປະສົບການກັບຄວາມຮັກຈາກພໍ່ແມ່ຂອງພວກເຂົາ. ຄວາມຮັກບໍ່ແມ່ນຄວາມອ່ອນໂຍນ ແລະ ການຄຳນຶງເຖິງເທົ່ານັ້ນ ແຕ່ຍັງເປັນການຕິຕຽນທີ່ເຂັ້ມງວດ. ການທີ່ພຣະເຈົ້າຊ່ວຍມະນຸດຊາດໃຫ້ລອດພົ້ນຍິ່ງຢູ່ໃນການຄວບຄຸມຂອງຄວາມຮັກ ແລະ ພາຍໃຕ້ຂໍ້ສະໜັບສະໜູນທີ່ເປັນຄວາມຮັກ, ນັ້ນຄືເຫດຜົນທີ່ພຣະອົງເຮັດສຸດກຳລັງຂອງພຣະອົງເພື່ອຊ່ວຍມະນຸດຊາດທີ່ເສື່ອມຊາມໃຫ້ລອດພົ້ນ. ພຣະອົງບໍ່ພຽງແຕ່ເຮັດສິ່ງຕ່າງໆເພື່ອເຮັດໃຫ້ພວກມັນແລ້ວ ແຕ່ມີແຜນການຢ່າງຊັດເຈນ, ເວົ້າ ແລະ ເຮັດພາລະກິດກ້າວຕໍ່ກ້າວ. ໃນເລື່ອງຂອງເວລາ ແລະ ສະຖານທີ່, ໃນນໍ້າສຽງ ແລະ ວິທີການທີ່ພຣະອົງເວົ້າ ແລະ ພາລະກິດທີ່ພຣະອົງທຸ່ມເທເຮັດ..., ເຈົ້າສາມາດເວົ້າວ່າແຕ່ລະສິ່ງເຫຼົ່ານີ້ເປີດເຜີຍຄວາມຮັກຂອງພຣະອົງ ແລະ ທຸກໆສິ່ງກໍສະແດງຢ່າງພຽງພໍວ່າຄວາມຮັກຂອງພຣະອົງສຳລັບມະນຸດຊາດແມ່ນບໍ່ສິ້ນສຸດ ແລະ ບໍ່ສາມາດວັດແທກໄດ້. ຫຼາຍຄົນໃນການທົດລອງຂອງຜູ້ເຮັດບໍລິການກໍກ່າວຄຳເວົ້າທີ່ກະບົດ ຫຼື ມີຄຳເວົ້າຈົ່ມຕໍ່ວ່າພໍສົມຄວນ, ແຕ່ພຣະເຈົ້າບໍ່ໄດ້ຕຳນິຜູ້ຄົນ, ແຮງໄກທີ່ຈະລົງໂທດຄົນໃດກໍຕາມໃນບັນດາພວກເຂົາຍ້ອນສິ່ງນີ້. ເພາະພຣະອົງຮັກຜູ້ຄົນ, ພຣະອົງຈຶ່ງອົດກັ້ນໃນທຸກສິ່ງ. ຖ້າພຣະເຈົ້າບໍ່ມີຄວາມຮັກ ແລະ ພຽງແຕ່ກຽດຊັງ, ຈາກນັ້ນພຣະອົງກໍຄົງຈະປະນາມທຸກຄົນຕັ້ງແຕ່ດົນມາແລ້ວ. ເພາະພຣະອົງມີຄວາມຮັກ, ພຣະເຈົ້າບໍ່ໄດ້ກັງວົນກ່ຽວກັບສິ່ງຕ່າງໆ, ພຣະອົງອົດກັ້ນຕໍ່ຜູ້ຄົນ, ພຣະອົງສາມາດເຂົ້າໃຈຄວາມຫຍຸ້ງຍາກຂອງພວກເຂົາ ແລະ ສິ່ງດຽວທີ່ພຣະອົງເຮັດແມ່ນຢູ່ໃນການຄວບຄຸມຂອງຄວາມຮັກ. ມີພຽງແຕ່ພຣະເຈົ້າທີ່ເຂົ້າໃຈຜູ້ຄົນ ແລະ ແມ່ນແຕ່ເຈົ້າເອງກໍບໍ່ເຂົ້າໃຈ. ໃຫ້ທົບທວນຄິດຢ່າງຮອບຄອບ, ນັ້ນບໍ່ແມ່ນຄວາມຈິງບໍ? ບາງຄົນຈົ່ມຕໍ່ວ່າກ່ຽວກັບສິ່ງນີ້ ແລະ ສິ່ງນັ້ນເມື່ອພວກເຂົາຜະເຊີນໜ້າກັບການທົດລອງ. ຄົນບໍ່ວຸ້ນວາຍກັບເລື່ອງເລັກໆນ້ອຍໆ ແລະ ພວກເຂົາໃຊ້ຊີວິດໃນພອນ ແຕ່ເຖິງກັບບໍ່ຮູ້ຕົວເລີຍ. ບໍ່ມີຜູ້ໃດສາມາດຮູ້ໄດ້ວ່າພຣະເຈົ້າຈຳເປັນຕ້ອງທົນທຸກຫຼາຍສໍ່າໃດຈາກການມາຈາກສະຫວັນລົງສູ່ແຜ່ນດິນໂລກ. ພຣະເຈົ້າຍິ່ງໃຫຍ່ຫຼາຍ; ເພື່ອໃຫ້ພຣະອົງກາຍມາເປັນມະນຸດ, ກາຍມາເປັນມະນຸດທີ່ບໍ່ສຳຄັນ ແລະ ຖ່ອມຕົວ, ເປັນຄົນທີ່ໜ້າອັບອາຍເຊັ່ນນັ້ນ, ພຣະອົງຕ້ອງໄດ້ທົນທຸກຫຼາຍ! ນີ້ແມ່ນຕົວຢ່າງຈາກໂລກ. ຈັກກະພັດທີ່ດີຮັກໄພ່ພົນຂອງເຂົາຄືກັບວ່າເຂົາຮັກລູກໆຂອງເຂົາເອງ. ເພື່ອບັນເທົາຄວາມທົນທຸກຂອງຄົນສາມັນ, ເຂົາໄປຢູ່ທ່າມກາງພວກເຂົາໂດຍໃສ່ເສື້ອຜ້າງ່າຍໆຄືກັບຄົນທຳມະດາເພື່ອກວດເບິ່ງ ແລະ ເຂົ້າໃຈຄວາມລຳບາກຂອງພວກເຂົາ. ເນື່ອງຈາກສະຖານະຂອງເພິ່ນ, ການຖ່ອມຕົວມາຢູ່ໃນສະຖານະຄົນສາມັນເປັນສິ່ງທີ່ໜ້າອັບອາຍໃນຕົວມັນເອງ. ເຂົາຕ້ອງໃຊ້ຊີວິດຄືກັບຄົນທຳມະດາ ແລະ ຄົນທີ່ບໍ່ຮູ້ວ່າເຂົາເປັນຈັກກະພັດກໍຈະປະຕິບັດຕໍ່ເຂົາຄືກັບຄົນທຳມະດາ. ມີອັນຕະລາຍຫຼາຍຢ່າງໃນທ່າມກາງຜູ້ຄົນ, ບໍ່ມີຜູ້ໃດຮູ້ວ່າມີຈັກຄົນທີ່ພະຍາຍາມຂ້າຈັກກະພັດເພື່ອຍຶດເອົາອຳນາດ, ສະນັ້ນເຂົາຈຶ່ງຕ້ອງລະມັດລະວັງເປັນພິເສດເມື່ອເຂົາໄປຢູ່ທ່າມກາງຜູ້ຄົນເພື່ອເຂົ້າໃຈສະຖານະການຂອງພວກເຂົາ. ຍ້ອນເຂົາບໍ່ຄວນທົນທຸກເຊັ່ນນີ້ແທ້ໆຕາມສະຖານະ ແລະ ຕຳແໜ່ງຂອງເຂົາ, ເຂົາຈະສາມາດເຮັດມັນມັນໄດ້ແນວໃດ? ເຂົາພຽງແຕ່ຕ້ອງການເປັນຈັກກະພັດທີ່ດີ ແລະ ເຮັດບາງສິ່ງໃຫ້ສຳເລັດເພື່ອຄົນທຳມະດາແທ້ໆ. ພຣະເຈົ້າຕ້ອງການຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນໃນຍຸກສຸດທ້າຍ ແລະ ການທີ່ພຣະອົງເປີດເຜີຍ ແລະ ພິພາກສາມະນຸດຊາດດ້ວຍວິທີນີ້ໃນມື້ນີ້ເປັນຂອບເຂດທີ່ແຜນການຄຸ້ມຄອງຂອງພຣະອົງໄດ້ໄປເຖິງ. ພຣະເຈົ້າຊ່ວຍມະນຸດຊາດໃຫ້ລອດພົ້ນ ເພາະພຣະອົງຮັກມະນຸດຊາດ. ມັນເປັນເພາະພຣະອົງຮັກມະນຸດຊາດ ແລະ ພຣະອົງຖືກຂັບເຄື່ອນ ແລະ ໄດ້ຮັບແຮງຈູງໃຈຈາກຄວາມຮັກ, ພຣະອົງຈຶ່ງກາຍມາເປັນເນື້ອໜັງ ແລະ ປະຈົນໄພເຂົ້າໄປໃນຖໍ້າສິງໂຕດ້ວຍຕົນເອງເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ. ພຣະເຈົ້າສາມາດເຮັດສິ່ງນີ້ໄດ້ເພາະພຣະອົງຮັກມະນຸດຊາດ. ການທີ່ພຣະເຈົ້າທົນທຸກກັບຄວາມອັບອາຍທີ່ໃຫຍ່ຫຼວງໃນການກາຍມາເປັນເນື້ອໜັງເພື່ອຊ່ວຍມະນຸດຊາດທີ່ເສື່ອມຊາມນີ້ໃຫ້ລອດພົ້ນຄືສິ່ງພິສູດຢ່າງສົມບູນວ່າຄວາມຮັກຂອງພຣະອົງຍິ່ງໃຫຍ່ຫຼາຍ. ລະຫວ່າງແຖວໃນພຣະທໍາຂອງພຣະເຈົ້າ, ແມ່ນມີການແນະນໍາ, ການປອບໃຈ, ການໃຫ້ກຳລັງໃຈ, ຄວາມອົດກັ້ນ, ຄວາມອົດທົນ, ແຕ່ຍັງມີການພິພາກສາ, ການຂ້ຽນຕີ, ການສາບແຊ່ງ, ການເປີດໂປງຕໍ່ສາທາລະນະອີກ ແລະ ຄຳສັນຍາທີ່ອັດສະຈັນ. ບໍ່ວ່າຈະເປັນວິທີການຫຍັງກໍຕາມ, ມັນກໍຢູ່ໃນການຄວບຄຸມໂດຍຄວາມຮັກ ແລະ ນີ້ແມ່ນແກ່ນແທ້ໃນພາລະກິດຂອງພຣະອົງ. ພວກເຈົ້າທຸກຄົນມີຄວາມຮູ້ບາງຢ່າງກ່ຽວກັບຄວາມຮັກຂອງພຣະອົງໃນມື້ນີ້, ແຕ່ມັນບໍ່ໄດ້ເລິກຊຶ້ງຫຼາຍ. ຈິນຕະນາການຂອງມະນຸດແມ່ນປະສົມເຂົ້າໄປໃນຄວາມຮູ້ນີ້ ແລະ ສິ່ງທີ່ເຈົ້າສາມາດໄດ້ຮັບຈາກຄວາມຮັກຂອງພຣະອົງໄດ້ກໍມີຢ່າງຈຳກັດ. ຕໍ່ມາເມື່ອພວກເຈົ້າໄດ້ຜ່ານຜ່າເປັນເວລາອີກສອງສາມປີ, ເຈົ້າຈະຮູ້ສຶກວ່າຄວາມຮັກນີ້ເລິກຊຶ້ງ ແລະ ຍິ່ງໃຫຍ່ສໍ່າໃດ, ມັນເກີນກວ່າທີ່ຈະພັນລະນາໄດ້ເປັນພາສາມະນຸດສໍ່າໃດ. ເມື່ອຄົນມາຮູ້ຈັກຄວາມຮັກຂອງພຣະເຈົ້າ, ພວກເຂົາກໍເລີ່ມມີຫົວໃຈທີ່ຮັກພຣະອົງ. ຖ້າຄົນບໍ່ມີຄວາມຮັກສຳລັບພຣະເຈົ້າ, ພວກເຂົາຈະສາມາດຕອບແທນຄວາມຮັກຂອງພຣະອົງໄດ້ແນວໃດ? ເຖິງແມ່ນວ່າເຈົ້າຖວາຍຊີວິດຂອງເຈົ້າ, ເຈົ້າຈະຍັງບໍ່ສາມາດຕອບແທນຄວາມຮັກຂອງພຣະເຈົ້າ. ເມື່ອຜ່ານຜ່າອີກສອງສາມປີ, ພວກເຈົ້າຈະຮູ້ວ່າຄວາມຮັກຂອງພຣະເຈົ້າແມ່ນຫຍັງ. ຈາກນັ້ນເມື່ອພວກເຈົ້າເບິ່ງຍ້ອນກັບໄປຫາສະພາວະ ແລະ ການສຳແດງອອກໃນຕົວພວກເຈົ້າໃນຕອນນີ້, ພວກເຈົ້າຈະຮູ້ສຶກເສຍໃຈທີ່ສຸດ ແລະ ພວກເຈົ້າຈະລົ້ມລົງຕໍ່ໜ້າພຣະເຈົ້າ. ເປັນຫຍັງຄົນສ່ວນໃຫຍ່ໃນມື້ນີ້ຈຶ່ງຕິດຕາມພຣະເຈົ້າຢ່າງໃກ້ຊິດຫຼາຍ ແລະ ຢ່າງກະຕືລືລົ້ນຫຼາຍ? ມັນເປັນເພາະພວກເຂົາຮູ້ຈັກຄວາມຮັກຂອງພຣະເຈົ້າ ແລະ ພວກເຂົາເຫັນວ່າພາລະກິດຂອງພຣະເຈົ້າແມ່ນເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ. ລອງຄິດກ່ຽວກັບມັນເບິ່ງ, ພາລະກິດຂອງພຣະເຈົ້າຖືກຕ້ອງເຫຼືອເກີນໃນເວລາຂອງມັນ, ໄປຈາກກ້າວໜຶ່ງສູ່ກ້າວຖັດໄປ, ໂດຍບໍ່ມີການຊັກຊ້າໃດໆ. ເປັນຫຍັງພຣະອົງຈຶ່ງບໍ່ຊັກຊ້າ. ມັນແມ່ນເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ. ພຣະອົງຕ້ອງການຊ່ວຍຄົນໃຫ້ຫຼາຍສໍ່າທີ່ພຣະອົງສາມາດເຮັດໄດ້ ແລະ ພຣະອົງບໍ່ເຕັມໃຈທີ່ຈະສູນເສຍຄົນໃດໜຶ່ງທີ່ສາມາດຖືກຊ່ວຍໃຫ້ລອດພົ້ນ, ໃນຂະນະທີ່ຄົນເຫຼົ່ານັ້ນເອງກໍບໍ່ສົນໃຈກ່ຽວກັບໂຊກຊະຕາຂອງພວກເຂົາ. ສະນັ້ນ, ຄົນບໍ່ຮູ້ແມ່ນແຕ່ວ່າຜູ້ໃດໃນໂລກທີ່ຮັກພວກເຂົາທີ່ສຸດ. ເຈົ້າບໍ່ຮັກຕົວເຈົ້າເອງ ແລະ ເຈົ້າບໍ່ຮູ້ທີ່ຈະຊື່ນຊົມ ຫຼື ເຊີດຊູຊີວິດຂອງເຈົ້າເອງ ແລະ ມີພຽງແຕ່ພຣະເຈົ້າທີ່ຮັກຄົນທີ່ສຸດ. ມີພຽງແຕ່ສອງສາມຄົນທີ່ສາມາດຜະເຊີນໜ້າກັບຄວາມຮັກຂອງພຣະເຈົ້າ, ແຕ່ຄົນສ່ວນໃຫຍ່ຍັງບໍ່ໄດ້ມີປະສົບການເທື່ອ. ພວກເຂົາເຊື່ອວ່າການຮັກຕົນເອງແມ່ນສິ່ງທີ່ເພິ່ງພາໄດ້ຫຼາຍກວ່າ, ແຕ່ພວກເຂົາຄວນມີຄວາມເຂົ້າໃຈທີ່ຊັດເຈນຂຶ້ນກ່ຽວກັບປະເພດຄວາມຮັກທີ່ພວກເຂົາມີສຳລັບຕົນເອງ. ຄົນສາມາດຊ່ວຍຕົນເອງໃຫ້ລອດພົ້ນໂດຍການຮັກຕົນເອງບໍ? ມີພຽງແຕ່ຄວາມຮັກຂອງພຣະເຈົ້າທີ່ສາມາດຊ່ວຍຄົນໃຫ້ລອດພົ້ນ, ນັ້ນຄືຄວາມຮັກດຽວທີ່ແທ້ຈິງ ແລະ ເຈົ້າຈະເລີ່ມມີປະສົບການເທື່ອລະໜ້ອຍວ່າຄວາມຮັກທີ່ແທ້ຈິງແມ່ນຫຍັງໃນເວລາຕໍ່ມາ. ຖ້າພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງເພື່ອເຮັດພາລະກິດ ແລະ ຊີ້ນໍາຜູ້ຄົນຢູ່ຊ່ອງໜ້າ, ມີປະຕິສຳພັນກັບພວກເຂົາໝົດມື້ໝົດຄືນ ແລະ ໃຊ້ຊີວິດຮ່ວມກັບພວກເຂົາ, ມັນຈະບໍ່ແມ່ນເລື່ອງງ່າຍທີ່ພວກເຂົາຈະມາຮູ້ຈັກຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ. ຖ້າພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ ແລະ ສະແດງຄວາມຈິງຫຼາຍຢ່າງ, ແລ້ວຄົນຈະບໍ່ສາມາດຮູ້ຈັກພຣະອົງຈັກເທື່ອ ແລະ ບໍ່ມີຜູ້ໃດຈະຮູ້ຄວາມຮັກຂອງພຣະອົງໄດ້.
ພຣະເຈົ້າ ແລະ ມະນຸດບໍ່ແມ່ນປະເພດດຽວກັນ ແລະ ໃຊ້ຊີວິດໃນສອງຂອບເຂດທີ່ແຕກຕ່າງກັນ. ມະນຸດບໍ່ສາມາດເຂົ້າໃຈພາສາຂອງພຣະເຈົ້າ, ແຮງໄກທີ່ຈະເຂົ້າໃຈຄວາມຄິດຂອງພຣະອົງ. ມີພຽງແຕ່ພຣະເຈົ້າທີ່ເຂົ້າໃຈມະນຸດ ແລະ ພວກເຂົາບໍ່ສາມາດເຂົ້າໃຈພຣະອົງໄດ້. ໂດຍການກາຍມາເປັນເນື້ອໜັງ ແລະ ກາຍມາເປັນປະເພດດຽວກັນກັບມະນຸດເທົ່ານັ້ນ (ປາກົດໃນລັກສະນະດຽວກັນ) ແລະ ທົນທຸກກັບຄວາມອັບອາຍ ແລະ ຄວາມເຈັບປວດຢ່າງໃຫຍ່ຫຼວງເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນ, ພຣະເຈົ້າຈຶ່ງສາມາດເຮັດໃຫ້ພວກເຂົາເຂົ້າໃຈ ແລະ ມາຮູ້ຈັກພາລະກິດຂອງພຣະອົງ. ເປັນຫຍັງພຣະເຈົ້າຈຶ່ງບໍ່ຍອມຈຳນົນໃນການຊ່ວຍຜູ້ຄົນໃຫ້ລອດພົ້ນ? ມັນບໍ່ແມ່ນເພາະພຣະເຈົ້າມີຄວາມຮັກສຳລັບຜູ້ຄົນບໍ? ພຣະອົງເຫັນວ່າມະນຸດຊາດຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ບໍ່ສາມາດທົນປ່ອຍພວກເຂົາໄປ ຫຼື ຍອມຖິ້ມພວກເຂົາ. ນີ້ຄືເຫດຜົນທີ່ພຣະອົງມີແຜນການຄຸ້ມຄອງ. ຖ້າພຣະເຈົ້າຕ້ອງທຳລາຍມະນຸດຊາດທັນທີທີ່ພຣະອົງເລີ່ມໃຈຮ້າຍຄືດັ່ງທີ່ຄົນຈິນຕະນາການ, ແລ້ວພຣະອົງຈະບໍ່ຈຳເປັນຕ້ອງທົນຮັບການທົນທຸກເຊັ່ນນັ້ນເພື່ອຊ່ວຍພວກເຂົາໃຫ້ລອດພົ້ນດັ່ງທີ່ພຣະອົງເຮັດໃນມື້ນີ້. ມັນເປັນການທົນທຸກຂອງພຣະເຈົ້າຢ່າງແທ້ຈິງຫຼັງຈາກກາຍມາເປັນເນື້ອໜັງທີ່ເປີດເຜີຍຄວາມຮັກຂອງພຣະອົງ. ໃນຕອນນັ້ນເອງ, ຄວາມຮັກຂອງພຣະອົງຈະຖືກຄົ້ນພົບເທື່ອລະໜ້ອຍໂດຍມະນຸດຊາດ ແລະ ເລີ່ມເປັນທີ່ຮູ້ຈັກໂດຍຄົນທັງປວງ. ຖ້າພາລະກິດປະເພດນີ້ບໍ່ມີຢູ່ໃນມື້ນີ້, ຄົນຈະພຽງແຕ່ຮູ້ວ່າມີພຣະເຈົ້າໃນສະຫວັນ ແລະ ພຣະອົງມີຄວາມຮັບສຳລັບມະນຸດຊາດ. ມັນຈະເປັນພຽງຫຼັກຄຳສອນ ແລະ ຄົນຈະບໍ່ສາມາດຜະເຊີນໜ້າກັບຄວາມຮັກທີ່ແທ້ຈິງຂອງພຣະເຈົ້າຈັກເທື່ອ. ຜ່ານພາລະກິດທີ່ພຣະເຈົ້າເຮັດໃນເນື້ອໜັງເທົ່ານັ້ນ, ຄົນຈຶ່ງມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບພຣະອົງ. ຄວາມເຂົ້າໃຈນີ້ບໍ່ໄດ້ຄຸມເຄືອ ຫຼື ວ່າງເປົ່າ ຫຼື ເປັນພຽງແຕ່ຫຼັກຄຳສອນທີ່ເປັນຄຳເວົ້າທີ່ແຂງໜັກແໜ້ນ ແລະ ເປັນຈິງ, ເພາະຄວາມຮັກທີ່ພຣະເຈົ້າມອບໃຫ້ມະນຸດເປັນສິ່ງທີ່ເປັນປະໂຫຍດ. ພາລະກິດນີ້ພຽງແຕ່ສາມາດດຳເນີນການໂດຍພຣະເຈົ້າໃນເນື້ອໜັງເທົ່ານັ້ນ ແລະ ມັນບໍ່ສາມາດດຳເນີນການໂດຍພຣະວິນຍານ. ຄວາມຮັກທີ່ພຣະເຢຊູມອບໃຫ້ຜູ້ຄົນຍິ່ງໃຫຍ່ສໍ່າໃດ? ພຣະອົງຖືກຄຶງເທິງໄມ້ກາງແຂນເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ເຮັດໜ້າທີ່ເປັນເຄື່ອງຖວາຍແທນຄວາມຜິດບາບຕະຫຼອດການສຳລັບພວກເຂົາ. ພຣະອົງມາເຮັດພາລະກິດແຫ່ງການໄຖ່ບາບສຳລັບມະນຸດຊາດຈົນຮອດຈຸດທີ່ພຣະອົງຖືກຄຶງເທິງໄມ້ກາງແຂນ. ຄວາມຮັກນີ້ເປັນສິ່ງທີ່ຍິ່ງໃຫຍ່ຫຼາຍ. ພາລະກິດຂອງພຣະເຈົ້າມີຄວາມໝາຍຫຼາຍ. ມີຫຼາຍຄົນທີ່ມີແນວຄິດໃດໜຶ່ງກ່ຽວກັບການທີ່ພຣະເຈົ້າກາຍມາເປັນເນື້ອໜັງຢູ່່ສະເໝີ ແລະ ນີ້ຄືຄວາມຜິດພາດຂອງພວກເຂົາ. ເປັນຫຍັງເຈົ້າຈຶ່ງມີແນວຄິດເຫຼົ່ານີ້ຢູ່ສະເໝີ? ຖ້າພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ, ຄວາມເຊື່ອຂອງຜູ້ຄົນໃນພຣະເຈົ້າກໍຈະເປັນພຽງຄຳເວົ້າທີ່ວ່າງເປົ່າ, ບໍ່ຈິງໃຈ ແລະ ບໍ່ເປັນຈິງ ແລະ ພວກເຂົາຈະຍັງຖືກທຳລາຍໃນທີ່ສຸດເຖິງແມ່ນພວກເຂົາຈະມີຄວາມເຊື່ອ! ຄວາມຮັກຂອງພຣະເຈົ້າສຳລັບມະນຸດຊາດແມ່ນສຳແດງອອກໃນພາລະກິດທີ່ພຣະອົງເຮັດໃນເນື້ອໜັງເປັນຫຼັກ, ໃນການຊ່ວຍຜູ້ຄົນໃຫ້ລອດພົ້ນເປັນການສ່ວນຕົວ, ການເວົ້າຊ່ອງໜ້າກັບຜູ້ຄົນ ແລະ ການໃຊ້ຊີວິດຢູ່ຊ່ອງໜ້າກັບພວກເຂົາ. ບໍ່ມີໄລຍະຫ່າງແມ່ນແຕ່ໜ້ອຍດຽວ ແລະ ບໍ່ມີການທຳທ່າ; ມັນເປັນຄວາມຈິງ. ການທີ່ພຣະອົງຊ່ວຍໃຫ້ມະນຸດຊາດລອດພົ້ນເພື່ອວ່າພຣະອົງຈະສາມາດກາຍມາເປັນເນື້ອໜັງ ແລະ ໃຊ້ເວລາຫຼາຍປີທີ່ເຈັບປວດກັບມະນຸດໃນໂລກກໍຍ້ອນຄວາມຮັກ ແລະ ຄວາມເມດຂອງພຣະອົງສຳລັບມະນຸດຊາດທັງສິ້ນ. ຄວາມຮັກຂອງພຣະເຈົ້າສຳລັບມະນຸດຊາດແມ່ນບໍ່ມີເງື່ອນໄຂ ແລະ ບໍ່ມີການຮຽກຮ້ອງ. ພຣະອົງຈະສາມາດໄດ້ຮັບຫຍັງຈາກພວກເຂົາເປັນການຕອບແທນ? ຄົນເຢັນຊາກັບພຣະເຈົ້າ. ຜູ້ໃດສາມາດປະຕິບັດຕໍ່ພຣະເຈົ້າຄືກັບເປັນພຣະເຈົ້າ? ຄົນບໍ່ໄດ້ໃຫ້ຄວາມສະບາຍໃຈແກ່ພຣະເຈົ້າແມ່ນແຕ່ໜ້ອຍດຽວ ແລະ ພຣະອົງຍັງບໍ່ໄດ້ຮັບຄວາມຮັກທີ່ແທ້ຈິງຈາກມະນຸດຊາດຈົນເຖິງມື້ນີ້. ພຣະເຈົ້າສືບຕໍ່ມອບໃຫ້ຢ່າງບໍ່ເຫັນແກ່ຕົວ ແລະ ສະໜອງໃຫ້ໂດຍບໍ່ເຫັນແກ່ຕົວ, ແຕ່ຄົນກໍຍັງບໍ່ພໍໃຈ ແລະ ຂໍຄວາມກະລຸນາ ແລະ ພອນຈາກພຣະອົງຢ່າງດື້ດ້ານ. ຄົນຊ່າງຫຍຸ້ງຍາກ ແລະ ສ້າງບັນຫາຫຼາຍ! ເຖິງຢ່າງໃດກໍຕາມ, ບໍ່ໄວກໍຊ້າມື້ໜຶ່ງຈະມາຮອດທີ່ພາລະກິດຂອງພຣະເຈົ້າຈະເກີດຜົນ ແລະ ຄົນສ່ວນໃຫຍ່ທີ່ພຣະເຈົ້າເລືອກໄວ້ຈະຂອບໃຈຢ່າງຈິງໃຈຈາກຫົວໃຈຂອງພວກເຂົາ. ຄົນທີ່ຜະເຊີນກັບສິ່ງນີ້ເປັນເວລາດົນກໍສາມາດຮູ້ສຶກເຖິງສິ່ງນີ້ໄດ້. ຄົນອາດມຶນຊາ, ແຕ່ພວກເຂົາຍັງເປັນຄົນ ແລະ ບໍ່ແມ່ນສິ່ງທີ່ປາດສະຈາກຊີວິດ. ຄົນທີ່ບໍ່ມີປະສົບການກັບພາລະກິດຂອງພຣະເຈົ້າອາດບໍ່ສາມາດຢັ່ງເຖິງສິ່ງເຫຼົ່ານີ້ໄດ້. ພວກເຂົາພຽງແຕ່ຮັບຮູ້ວ່າຄວາມຈິງເຫຼົ່ານີ້ທີ່ພຣະເຈົ້າໄດ້ກ່າວອອກແມ່ນສິ່ງທີ່ຖືກຕ້ອງ, ແຕ່ພວກເຂົາບໍ່ມີຄວາມເຂົ້າໃຈຢ່າງເລິກຊຶ້ງຫຼາຍ ເພາະພວກເຂົາບໍ່ມີປະສົບການ.
ພຣະເຈົ້າໄດ້ເຮັດພາລະກິດເປັນເວລາຫຼາຍປີໃນເນື້ອໜັງ ແລະ ເວົ້າຫຼາຍສິ່ງຈົນນັບບໍ່ຖ້ວນ. ພຣະເຈົ້າເລີ່ມໂດຍການມອບການທົດລອງຂອງຜູ້ເຮັດບໍລິການໃຫ້ແກ່ຜູ້ຄົນ ແລະ ຈາກນັ້ນກໍໃຫ້ຄຳທຳນາຍ ແລະ ເລີ່ມພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີ, ຈາກນັ້ນກໍໃຊ້ການທົດລອງແຫ່ງຄວາມຕາຍເພື່ອຫຼໍ່ຫຼອມຜູ້ຄົນ. ຈາກນັ້ນພຣະອົງກໍນໍາພາຜູ້ຄົນໄປສູ່ເສັ້ນທາງທີ່ຖືກຕ້ອງໃນຄວາມເຊື່ອໃນພຣະອົງ. ພຣະເຈົ້າເວົ້າ ແລະ ໃຫ້ຜູ້ຄົນໄດ້ຮັບຄວາມຈິງທັງໝົດ, ຕໍ່ສູ້ກັບແນວຄິດທຸກປະເພດຂອງມະນຸດ. ຈາກນັ້ນພຣະອົງຈະໃຫ້ຜູ້ຄົນມີຄວາມຫວັງເລັກໆນ້ອຍໆທີ່ຈະປ່ອຍໃຫ້ພວກເຂົາເຫັນວ່າມີຄວາມຫວັງຢູ່ຂ້າງໜ້າ, ເຊິ່ງເປັນການທີ່ພຣະເຈົ້າ ແລະ ມະນຸດເຂົ້າສູ່ຈຸດໝາຍປາຍທາງທີ່ສວຍງາມຮ່ວມກັນ. ເຖິງແມ່ນວ່າພາລະກິດນີ້ຖືກດຳເນີນການຕາມແຜນການຂອງພຣະເຈົ້າທັງສິ້ນ, ມັນກໍລ້ວນແລ້ວແຕ່ເກີດຂຶ້ນຕາມຄວາມຕ້ອງການຂອງມະນຸດຊາດ. ມັນບໍ່ໄດ້ເກີດຂຶ້ນຕາມເວນຕາມກຳ; ພຣະເຈົ້າໃຊ້ສະຕິປັນຍາຂອງພຣະອົງເພື່ອເຮັດທຸກສິ່ງໃນພາລະກິດນີ້. ມັນເປັນເພາະພຣະເຈົ້າມີຄວາມຮັກ, ພຣະອົງຈຶ່ງສາມາດໃຊ້ສະຕິປັນຍາເພື່ອປະຕິບັດຕໍ່ຄົນທີ່ເສື່ອມຊາມເຫຼົ່ານີ້ຢ່າງຈິງຈັງເຊັ່ນນີ້. ພຣະອົງບໍ່ມີທາງຫຼິ້ນກັບຜູ້ຄົນຄືກັບຂອງຫຼິ້ນຈັກເທື່ອ. ຈາກນໍ້າສຽງ ແລະ ຄຳເວົ້າຂອງພຣະເຈົ້າ, ບາງຄັ້ງພຣະອົງພິພາກສາ ແລະ ຂ້ຽນຕີຜູ້ຄົນ ຫຼື ທົດສອບຜູ້ຄົນ, ບາງຄັ້ງຄຳເວົ້າໃດໜຶ່ງຈະເຮັດໃຫ້ຜູ້ຄົນທົນທຸກກັບການທົດລອງ ແລະ ການທໍລະມານ ແລະ ບາງຄັ້ງພຣະອົງກໍໃຫ້ຜູ້ຄົນມີຕົວເລືອກຄຳເວົ້າທີ່ຈະປົດປ່ອຍໃຫ້ພວກເຂົາເປັນອິດສະຫຼະ ແລະ ເຮັດໃຫ້ພວກເຂົາສະບາຍໃຈ. ພຣະອົງໃຊ້ຄວາມຄິດ ແລະ ການພິຈາລະນາຫຼາຍສຳລັບຜູ້ຄົນ. ເຖິງແມ່ນວ່າຜູ້ຄົນເປັນການຊົງສ້າງຂອງພຣະເຈົ້າ ແລະ ທຸກຄົນເຄີຍຜະເຊີນໜ້າກັບຄວາມເສື່ອມຊາມຈາກຊາຕານ ແລະ ເຖິງແມ່ນວ່າຄົນໄຮ້ຄ່າ, ເປັນພຽງເສດຂີ້ເຫຍື້ອ ແລະ ນັ້ນຄືລັກສະນະທີ່ທຳມະຊາດຂອງພວກເຂົາເປັນ, ພຣະອົງບໍ່ໄດ້ປະຕິບັດຕໍ່ຜູ້ຄົນຕາມແກ່ນແທ້ຂອງພວກເຂົາ ແລະ ບໍ່ໄດ້ປະຕິບັດຕໍ່ຜູ້ຄົນຕາມຜົນກຳສະໜອງທີ່ພວກເຂົາຄວນໄດ້ຮັບ. ຄຳເວົ້າຂອງພຣະອົງອາດເຂັ້ມງວດ, ແຕ່ພຣະອົງປະຕິບັດຕໍ່ຜູ້ຄົນດ້ວຍຄວາມອົດທົນ, ຄວາມອົດກັ້ນ ແລະ ຄວາມເຫັນໃຈຢູ່ສະເໝີ. ຄົນຄວນໄຕ່ຕອງກ່ຽວກັບສິ່ງນີ້ຢ່າງຊ້າໆ ແລະ ຢ່າງຮອບຄອບ! ຖ້າພຣະເຈົ້າບໍ່ປະຕິບັດຕໍ່ຜູ້ຄົນດ້ວຍຄວາມອົດກັ້ນ, ຄວາມເຫັນໃຈ ແລະ ຄວາມກະລຸນາ, ພຣະອົງຈະສາມາດເວົ້າທຸກສິ່ງນີ້ເພື່ອຊ່ວຍພວກເຂົາໃຫ້ລອດພົ້ນໄດ້ແນວໃດ? ເປັນຫຍັງພຣະອົງບໍ່ພຽງແຕ່ປະນາມພວກເຂົາ? ເຖິງຢ່າງນັ້ນກໍຕາມ, ຄົນກໍຍັງບໍ່ຮູ້ຈັກຄວາມຮັກຂອງພຣະເຈົ້າ. ພວກເຂົາໂງ່ຈ້າ ແລະ ບໍ່ມີຄວາມຮູ້ຫຼາຍ! ບໍ່ມີຄວາມຮັກໃນແກ່ນແທ້ຂອງຄົນ. ພວກເຂົາບໍ່ຮູ້ວ່າຄວາມຮັກແມ່ນຫຍັງ ແລະ ພວກເຂົາບໍ່ຮູ້ວ່າເປັນຫຍັງພຣະເຈົ້າຈຶ່ງເຮັດສິ່ງນີ້. ເມື່ອຄົນບໍ່ໄດ້ຜະເຊີນກັບຄວາມຮັກຂອງພຣະເຈົ້າ, ພວກເຂົາກໍພຽງແຕ່ຮູ້ສຶກວ່າພາລະກິດນີ້ຂອງພຣະເຈົ້າຂ້ອນຂ້າງດີ, ມັນເປັນປະໂຫຍດຕໍ່ຜູ້ຄົນ ແລະ ມັນສາມາດປ່ຽນແປງຜູ້ຄົນ, ແຕ່ບໍ່ມີຄົນໃດຈະຄິດວ່າ “ພາລະກິດຂອງພຣະເຈົ້າດີຫຼາຍ, ພາລະກິດຂອງພຣະອົງມີຄວາມໝາຍຫຼາຍ! ຄວາມຮັກຂອງພຣະເຈົ້າສຳລັບຜູ້ຄົນແມ່ນເລິກຊຶ້ງຫຼາຍ. ພຣະອົງບໍ່ໄດ້ປະຕິບັດຕໍ່ຜູ້ຄົນຄືກັບວ່າພວກເຂົາສົກກະປົກແທ້ໆ!” ຄົນບໍ່ໄດ້ປະຕິບັດຕໍ່ພຣະເຈົ້າຄືກັບວ່າເປັນພຣະເຈົ້າ, ແຕ່ພຣະເຈົ້າກໍປະຕິບັດຕໍ່ຄົນຄືກັບວ່າເປັນຄົນ. ບໍ່ແມ່ນເຊັ່ນນັ້ນບໍ? ພຣະເຈົ້າເວົ້າວ່າເຈົ້າເປັນສັດຮ້າຍ, ແຕ່ພຣະອົງບໍ່ໄດ້ປະຕິບັດຕໍ່ເຈົ້າຄືກັບສັດຮ້າຍເລີຍ. ຖ້າພຣະເຈົ້າປະຕິບັດຕໍ່ເຈົ້າຄືກັບສັດຮ້າຍ, ພຣະອົງຍັງສາມາດໃຫ້ເຈົ້າມີຄວາມຈິງບໍ? ພຣະອົງຍັງຈະທົນທຸກຫຼາຍເພື່ອຊ່ວຍເຈົ້າໃຫ້ລອດພົ້ນບໍ? ບາງຄົນຮູ້ສຶກວ່າບໍ່ຍຸຕິທຳ ແລະ ເວົ້າວ່າ “ພຣະເຈົ້າເວົ້າວ່າຂ້ອຍໄຮ້ຄ່າ. ຂ້ອຍລະອາຍໃຈເກີນໄປທີ່ຈະມີຊີວິດຕໍ່”. ຄົນບໍ່ສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າແທ້ໆ. ມັນສາມາດເວົ້າໄດ້ວ່າເຈົ້າອາດບໍ່ຜະເຊີນກັບສະຕິປັນຍາ ແລະ ຄວາມພະຍາຍາມທີ່ພາກພຽນໃນພາລະກິດຂອງພຣະເຈົ້າຢ່າງເລິກຊຶ້ງຫຼາຍໃນຕະຫຼອດຊີວິດຂອງເຈົ້າ. ແຕ່ບໍ່ວ່າປະສົບການຂອງເຈົ້າຈະເລິກ ຫຼື ຕື້ນ, ຕາບໃດທີ່ເຈົ້າເຂົ້າໃຈມັນໃນທີ່ສຸດ ແລະ ຮັບເອົາຄວາມຮູ້ເລັກໆນ້ອຍໆ, ນັ້ນກໍຈະພຽງພໍ. ພຣະເຈົ້າຍັງຂໍໃຫ້ເຈົ້າເຂົ້າໃຈຄວາມຈິງ, ໃຫ້ຄວາມສຳຄັນກັບການປ່ຽນແປງອຸປະນິໄສຂອງພວກເຂົາ ແລະ ພຽງແຕ່ເພື່ອເຮັດໃຫ້ຄວາມເຂົ້າໃຈທີ່ເປັນຄວາມຈິງຂອງພວກເຂົາກ່ຽວກັບຄວາມຈົງຮັກພັກດີ, ຄວາມເຊື່ອຟັງ ແລະ ຄວາມຮັກສຳລັບພຣະເຈົ້າໃນຫົວໃຈຂອງພວກເຂົາເລິກຊຶ້ງຂຶ້ນ. ຖ້າຄົນເສຍສະຫຼະ ຫຼື ທົນທຸກອີກໜ້ອຍໜຶ່ງ, ພວກເຂົາອາດຮູ້ສຶກວ່າພວກເຂົາໄດ້ປະກອບສ່ວນຢ່າງຫຼວງຫຼາຍ ແລະ ຕອນນີ້ມີຄຸນສົມບັດສູງຕໍ່ໜ້າພຣະເຈົ້າ ແລະ ຖ້າພວກເຂົາປະກອບສ່ວນອີກໜ້ອຍໜຶ່ງ, ພວກເຂົາຈະໂອ້ອວດຄຸນສົມບັດຂອງພວກເຂົາ ແລະ ໂດຍບໍ່ກ່າວເຖິງສິ່ງນັ້ນ, ພວກເຂົາຈະຮູ້ສຶກບໍ່ປອດໄພ ແລະ ບໍ່ພໍໃຈຢູ່ຂ້າງໃນ. ຜູ້ຄົນມີຄວາມຮັກໄດ້ແນວໃດ? ມັນເປັນຄວາມຮັກແນວໃດທີ່ຜູ້ຄົນມີ? ພຣະເຈົ້າໄດ້ຮັບຄວາມຮັກທີ່ແທ້ຈິງຈາກມະນຸດຊາດບໍ? ພຣະອົງບໍ່ຄູ່ຄວນແກ່ຄວາມຮັກຂອງມະນຸດຊາດບໍ?
ລະດູໜາວ, ປີ 1999