ແກ່ນແທ້ຂອງພຣະຄຣິດຄືຄວາມຮັກ
ໃນດ້ານໜຶ່ງ, ການຮູ້ຈັກແກ່ນແທ້ຂອງພຣະຄຣິດເຮັດໃຫ້ເຈົ້າສາມາດແຍກພຣະຄຣິດທີ່ຢູ່ໃນເນື້ອໜັງອອກຈາກຄວາມເປັນມະນຸດທີ່ເສື່ອມຊາມ, ປະຕິບັດ ແລະ ເຊື່ອຟັງພຣະເຈົ້າທີ່ຢູ່ໃນເນື້ອໜັງດັ່ງພຣະເຈົ້າທີ່ເປັນຈິງ. ໃນອີກດ້ານໜຶ່ງ, ເຈົ້າຍັງຕ້ອງເຫັນພາລະກິດທີ່ແທ້ຈິງຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ, ການທີ່ພຣະອົງກ່າວເຖິງຄວາມຈິງຢ່າງເປັນຈິງ ແລະ ການທີ່ພຣະອົງດຳລົງຊີວິດຢ່າງແທ້ຈິງໃນບັນດາມະນຸດຊາດ. ເຈົ້າຕ້ອງເຫັນວ່າພຣະອົງຊຳລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນແນວໃດ, ພຣະອົງບໍ່ແມ່ນຜູ້ປະກາດພຣະທຳ, ອັກຄະສາວົກ ຫຼື ຜູ້ໃຫ້ຄຳທຳນາຍ ຫຼື ຄົນບໍ່ສຳຄັນທີ່ຖືກສົ່ງມາໂດຍພຣະເຈົ້າ ແຕ່ເປັນພຣະເຈົ້າທີ່ຢູ່ໃນເນື້ອໜັງ, ເປັນພຣະຄຣິດ ແລະ ເປັນພຣະເຈົ້າເອງ. ເຖິງແມ່ນວ່າເນື້ອໜັງນີ້ເປັນສະມາຊິກຂອງມະນຸດຊາດ, ພຣະອົງກໍເປັນຄົນທຳມະດາທີ່ມີແກ່ນແທ້ຂອງຄວາມສັກສິດ. ການຮູ້ຈັກແກ່ນແທ້ນີ້ໃນຄວາມສັກສິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຄືສິ່ງຈຳເປັນທີ່ສຸດ, ການນໍາໃຊ້ຂໍ້ແທ້ຈິງທີ່ເຈົ້າສາມາດສັງເກດເຫັນເພື່ອພິສູດແກ່ນແທ້ທີ່ສັກສິດຂອງພຣະຄຣິດຄືສິ່ງທີ່ເຈົ້າຕ້ອງສາມາດເຮັດໄດ້ຢ່າງໜ້ອຍທີ່ສຸດ. ເພື່ອຮູ້ຈັກແກ່ນແທ້ທີ່ສັກສິດຂອງພຣະຄຣິດ, ເຈົ້າຕ້ອງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ມີປະສົບການກັບພາລະກິດຂອງພຣະອົງ ແລະ ຮູ້ຈັກອຸປະນິໄສຂອງພຣະອົງ. ການຮູ້ຈັກແກ່ນແທ້ຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງມີຜົນທີ່ເຮັດໃຫ້ຜູ້ຄົນສາມາດສືບຈົນແນ່ໃຈວ່າພຣະເຈົ້າໄດ້ກາຍມາເປັນເນື້ອໜັງຢ່າງແທ້ຈິງ ແລະ ເນື້ອໜັງນີ້ກໍເປັນພຣະເຈົ້າໂດຍແທ້ຈິງ. ນີ້ເປັນວິທີດຽວທີ່ຄົນຈະສາມາດສ້າງຕັ້ງຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ ແລະ ບັນລຸການເຊື່ອຟັງຢ່າງແທ້ຈິງ ແລະ ຄວາມຮັກທີ່ແທ້ຈິງ ແລະ ເມື່ອບັນລຸຜົນນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດພິສູດໄດ້ວ່າເຈົ້າມີຄວາມເຂົ້າໃຈກ່ຽວກັບແກ່ນແທ້ຂອງພຣະເຈົ້າ.
ມື້ນີ້, ຄົນບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະຄຣິດ. ພວກເຂົາອ່ານພຣະທຳຂອງພຣະເຈົ້າ ແລະ ຍອມຮັບວ່າມັນເປັນຄວາມຈິງ ແລະ ການສະແດງອອກຂອງພຣະວິນຍານບໍລິສຸດ ໃນຂະນະທີ່ບໍ່ສົນໃຈເນື້ອໜັງໂດຍສິ້ນເຊີງ. ພວກເຂົາບໍ່ຮູ້ວ່າຈຸດກຳເນີດຂອງເນື້ອໜັງແມ່ນຫຍັງ ຫຼື ເນື້ອໜັງ ແລະ ພຣະວິນຍານກ່ຽວຂ້ອງກັນແນວໃດ. ຫຼາຍຄົນເຊື່ອວ່າເນື້ອໜັງມີຢູ່ເພື່ອກ່າວພຣະທຳ, ພຣະອົງແມ່ນຖືກໃຊ້ເພື່ອໃຫ້ເວົ້າ ແລະ ເຮັດພາລະກິດ ແລະ ນີ້ຄືພັນທະກິດຂອງພຣະອົງ. ພວກເຂົາເຊື່ອວ່າເນື້ອໜັງເວົ້າເມື່ອໃດກໍຕາມທີ່ພຣະອົງໄດ້ຮັບການດົນບັນດານ ແລະ ພາລະກິດຂອງພຣະອົງສຳເລັດຫຼັງຈາກທີ່ພຣະອົງເວົ້າແລ້ວ, ຄືກັບວ່າພຣະອົງເປັນຜູ້ສົ່ງຂ່າວ. ຖ້າຄົນໃດໜຶ່ງເຊື່ອໃນສິ່ງນີ້, ແລ້ວສິ່ງທີ່ພວກເຂົາຮັບຮູ້ ແລະ ເຊື່ອກໍບໍ່ແມ່ນພຣະເຈົ້າທີ່ຢູ່ໃນເນື້ອໜັງ ຫຼື ພຣະຄຣິດ ແຕ່ເປັນພຽງຄົນທີ່ຄ້າຍຄືກັບຜູ້ປະກາດພຣະທຳເທົ່ານັ້ນ. ບາງຄົນຍັງຄິດວ່າ “ພຣະຄຣິດເປັນຄົນ ແລະ ບໍ່ວ່າແກ່ນແທ້ໃນການທີ່ພຣະອົງກາຍມາເປັນເນື້ອໜັງຈະເປັນຫຍັງກໍຕາມ ຫຼື ພຣະອົງຈະສະແດງອຸປະນິໄສຫຍັງຂອງພຣະເຈົ້າກໍຕາມ, ພຣະອົງບໍ່ສາມາດເປັນຕົວແທນໃຫ້ພຣະເຈົ້າທີ່ຢູ່ໃນສະຫວັນ ຫຼື ພຣະຜູ້ສ້າງທີ່ປົກຄອງເໜືອຈັກກະວານ ແລະ ສິ່ງທັງປວງໂດຍສິ້ນເຊີງ. ຍ້ອນພຣະອົງເປັນພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ພຣະເຈົ້າທີ່ຢູ່ໃນສະຫວັນທີ່ໄດ້ມາເທິງແຜ່ນດິນໂລກ, ເປັນຫຍັງພຣະອົງຈຶ່ງບໍ່ມີປາຕິຫານຫຍັງທີ່ເໜືອທຳມະຊາດ? ເປັນຫຍັງພຣະອົງຈຶ່ງບໍ່ທຳລາຍມັງກອນແດງໃຫຍ່ ຖ້າພຣະອົງມີສິດອຳນາດ?” ຄົນທີ່ກ່າວຄຳເວົ້າເຫຼົ່ານີ້ແມ່ນບໍ່ສົນໃຈເລື່ອງຝ່າຍວິນຍານໃດໆເລີຍ. ພວກເຂົາບໍ່ເຂົ້າໃຈວ່າພຣະເຈົ້າທີ່ກາຍມາເປັນເນື້ອໜັງນັ້ນແມ່ນຫຍັງ, ແຮງໄກທີ່ຈະເຂົ້າໃຈຂອບເຂດການຄຸ້ມຄອງໃນພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ, ຄົນທີ່ເປັນເປົ້າໝາຍຂອງຄວາມລອດພົ້ນຂອງພຣະອົງ, ສິ່ງທີ່ພຣະອົງສະແດງອອກ ຫຼື ສິ່ງທີ່ຜູ້ຄົນຄວນຮູ້. ແກ່ນແທ້ຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຄືແກ່ນແທ້ຂອງພຣະເຈົ້າ ແລະ ພຣະອົງສາມາດເຮັດທຸກສິ່ງແທນພຣະເຈົ້າໄດ້. ພຣະອົງຄືພຣະເຈົ້າເອງ ແລະ ພຣະອົງສາມາດເຮັດທຸກສິ່ງທີ່ພຣະອົງປາດຖະໜາຈະເຮັດ. ເຖິງຢ່າງໃດກໍຕາມ, ການທີ່ພຣະເຈົ້າກາຍມາເປັນເນື້ອໜັງຄັ້ງນີ້ຄືຂັ້ນຕອນສຸດທ້າຍຂອງພາລະກິດໃນຂອບເຂດການຄຸ້ມຄອງຂອງພຣະອົງ ແລະ ມັນບໍ່ກ່ຽວຂ້ອງຫຍັງກັບການປົກຄອງເໜືອສິ່ງທັງປວງ ຫຼື ການປົກຄອງເໜືອປະຊາຊາດ. ມັນບໍ່ກ່ຽວຂ້ອງກັບສິ່ງເຫຼົ່ານັ້ນເລີຍ. ສະນັ້ນ, ສິ່ງທີ່ເຈົ້າຈຳເປັນຕ້ອງຮູ້ກໍຄືຜູ້ຄົນຈະພົບພໍ້ ແລະ ສາມາດເຂົ້າໃຈຫຍັງໃນລະຫວ່າງຂັ້ນຕອນນີ້ຂອງພາລະກິດ, ແກ່ນແທ້ໃນຂັ້ນຕອນນີ້ຂອງພາລະກິດ, ສິ່ງທີ່ພຣະຄຣິດມີ ແລະ ເປັນ ແລະ ການສະແດງອອກເຖິງອຸປະນິໄສຂອງພຣະອົງ. ສິ່ງທີ່ພຣະຄຣິດສະແດງອອກເປັນແກ່ນແທ້ຂອງພຣະເຈົ້າບໍ? ມັນເປັນອຸປະນິໄສຂອງພຣະເຈົ້າບໍ? ມັນແມ່ນຢ່າງແນ່ນອນ. ແຕ່ນີ້ຄືທຸກສິ່ງບໍ? ເຮົາກຳລັງບອກພວກເຈົ້າໃນຕອນນີ້, ນີ້ບໍ່ແມ່ນທຸກສິ່ງ. ມັນເປັນພຽງສ່ວນນ້ອຍໆ ແລະ ຈຳກັດ, ເປັນພຽງສິ່ງທີ່ຜູ້ຄົນສາມາດເຫັນດ້ວຍຕາເປົ່າ, ສິ່ງທີ່ພວກເຂົາສາມາດຈັບຕ້ອງ ແລະ ສິ່ງທີ່ພວກເຂົາສາມາດຢັ່ງເຖິງດ້ວຍຄວາມຄິດຂອງພວກເຂົາ ໃນຂະນະທີ່ພຣະເຈົ້າໄດ້ກາຍມາເປັນເນື້ອໜັງ. ນີ້ບໍ່ແມ່ນທຸກສິ່ງ ແລະ ມັນເປັນພຽງພາລະກິດທີ່ຈະຕ້ອງເຮັດພາຍໃນແຜນການຂອງພຣະເຈົ້າ.
ຈະສາມາດອະທິບາຍພຣະເຈົ້າທີ່ຢູ່ໃນເນື້ອໜັງໃຫ້ຊັດເຈນທີ່ສຸດໄດ້ແນວໃດ? ຖ້າຈະເວົ້າງ່າຍໆກໍຄື ມັນໝາຍຄວາມວ່າພຣະເຈົ້າກຳລັງປາກົດຮ່າງເທິງໂລກ, ມັນຄືພຣະວິນຍານຂອງພຣະເຈົ້າທີ່ສວມໃສ່ເນື້ອໜັງໃນຖານະຄົນທຳມະດາ. ຖ້າພຣະວິນຍານຂອງພຣະເຈົ້າຢູ່ໃນເນື້ອໜັງ, ພຣະອົງຍັງເປັນຢູ່ໃນບ່ອນອື່ນບໍ? ແມ່ນແລ້ວ. ພຣະເຈົ້າປົກຄອງເໜືອຈັກກະວານ ແລະ ສິ່ງທັງປວງ ແລະ ໃນຈັກກະວານທັງປວງແມ່ນມີພຽງແຕ່ພຣະເຈົ້າໜຶ່ງດຽວທີ່ປົກຄອງເໜືອມັນ. ພຣະອົງມີລິດທານຸພາບສູງສຸດ ແລະ ຕອນນີ້ພຣະອົງໄດ້ກາຍມາເປັນເນື້ອໜັງ ແລະ ມາເທິງແຜ່ນດິນໂລກ. ພຣະອົງບໍ່ໄດ້ເປັນຄືດັ່ງທີ່ຜູ້ຄົນຈິນຕະນາການວ່າພຣະອົງຈະເປັນ, ທີ່ກາຍມາເປັນເນື້ອໜັງ ແລະ ເຮັດພາລະກິດເທິງແຜ່ນດິນໂລກເທົ່ານັ້ນ ແລະ ບໍ່ວຸ້ນວາຍກັບພາລະກິດຢູ່ບ່ອນອື່ນອີກ. ເຮົາຖາມເອື້ອຍນ້ອງຄົນໜຶ່ງໃນອະດີດວ່າ “ຕອນນີ້ເມື່ອພຣະເຈົ້າຢູ່ເທິງແຜ່ນດິນໂລກໃນເນື້ອໜັງ, ຍັງມີພຣະເຈົ້າອົງໃດທີ່ຢູ່ໃນສະຫວັນບໍ?” ເຂົາຄິດໜຶ່ງນາທີ ແລະ ເວົ້າວ່າ “ມີພຽງແຕ່ພຣະເຈົ້າອົງດຽວ ແລະ ຕອນນີ້ພຣະອົງຢູ່ເທິງແຜ່ນດິນໂລກ, ສະນັ້ນຈຶ່ງບໍ່ມີພຣະເຈົ້າທີ່ຢູ່ໃນສະຫວັນໃນຕອນນີ້”. ນີ້ຄືສິ່ງທີ່ບໍ່ຖືກຕ້ອງອີກ. ພຣະເຈົ້າປົກຄອງເໜືອຈັກກະວານ ແລະ ສິ່ງທັງປວງ ແລະ ພຣະເຈົ້າເປັນວິນຍານ, ພຣະອົງຢູ່ບ່ອນນີ້ໃນແຜ່ນດິນໂລກ ແຕ່ຍັງປົກຄອງເໜືອງສິ່ງທັງປວງໃນສະຫວັນ ແລະ ເຮັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ. ເຮົາຖາມອີກຄັ້ງວ່າ “ນັ້ນໝາຍຄວາມວ່າພຣະວິນຍານຂອງພຣະເຈົ້າຈາກໄປໃນບາງຄັ້ງເຊັ່ນກັນບໍ?” ເຂົາຄິດຊົ່ວໄລຍະໜຶ່ງ ແລະ ເວົ້າວ່າ “ບາງທີພຣະອົງຕ້ອງຈາກໄປ ແລະ ບາງຄັ້ງເນື້ອໜັງກໍບໍ່ຮູ້ຫຍັງເລີຍ. ພຣະວິນຍານຈາກໄປເມື່ອເນື້ອໜັງມີຊີວິດຢ່າງເປັນປົກກະຕິ ແລະ ພຣະອົງກັບມາເມື່ອພຣະອົງກຳລັງຈະເວົ້າ. ບາງທີພຣະວິນຍານເດີນທາງໄປເຮັດສິ່ງອື່ນໃນລະຫວ່າງທີ່ນອນ ແຕ່ກັບມາເມື່ອເນື້ອໜັງຕື່ນຂຶ້ນ ແລະ ເວົ້າ ແລະ ເຮັດພາລະກິດຜ່ານເນື້ອໜັງ. ຖ້າບໍ່ມີພາລະກິດໃຫ້ເຮັດ, ເນື້ອໜັງອາດພຽງແຕ່ມີສ່ວນຮ່ວມໃນພຶດຕິກຳ ແລະ ການກະທຳທີ່ເປັນປົກກະຕິຂອງມະນຸດ”. ນີ້ຄືສິ່ງທີ່ຫຼາຍຄົນຄິດ. ມີຄົນອື່ນທີ່ກັງວົນວ່າ “ຂ້ອຍບໍ່ຮູ້ວ່າເງິນຂອງພຣະເຈົ້າແມ່ນມີການຈັດສັນແນວໃດ, ມັນສາມາດມອບໃຫ້ຄົນອື່ນບໍ?” ຄວາມຄິດຂອງມະນຸດຊັບຊ້ອນແທ້ໆ. ຄົນທີ່ມີຄວາມຄິດໂດຍມີເຈດຕະນາທີ່ບໍ່ດີຈະສາມາດມີຄວາມຫວັງໃນການສະແຫວງຫາຄວາມຈິງໄດ້ແນວໃດ? ເວົ້າສັ້ນໆກໍຄື ທັງການຮູ້ຈັກແກ່ນແທ້ຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງ ແລະ ການຮູ້ຈັກອຸປະນິໄສຂອງພຣະອົງບໍ່ແມ່ນໜ້າວຽກທີ່ງ່າຍໃນການຮູ້ຈັກພຣະເຈົ້າເລີຍ. ໃນລະຫວ່າງພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ, ແມ່ນຫຍັງກໍຕາມທີ່ເຈົ້າສາມາດຜະເຊີນໜ້າ ແລະ ພົບພໍ້ກໍເປັນສິ່ງທີ່ເຈົ້າຄວນຮູ້ ແລະ ເຈົ້າບໍ່ຄວນສັນນິດຖານຢ່າງບ້າປ່ວງກ່ຽວກັບສິ່ງຕ່າງໆທີ່ເຈົ້າບໍ່ສາມາດສຳຜັດໄດ້. ຕົວຢ່າງ: “ຫຼັງຈາກທີ່ເນື້ອໜັງຂອງພຣະເຈົ້າຈາກໄປ, ພຣະເຈົ້າປາກົດ ແລະ ເຮັດພາລະກິດຂອງພຣະອົງອີກຄັ້ງໃນຮູບຮ່າງຫຍັງ? ພຣະອົງຍັງຈະມາພົບປະກັບພວກເຮົາເທິງແຜ່ນດິນໂລກບໍ?” ຄົນສ່ວນໃຫຍ່ໃນມື້ນີ້ສົນໃຈກັບສິ່ງທີ່ຢູ່ພາຍນອກເຫຼົ່ານີ້ ແລະ ພວກມັນບໍ່ກ່ຽວຂ້ອງກັບແກ່ນແທ້ຂອງພຣະຄຣິດເລີຍ; ໃນຄວາມເປັນຈິງແລ້ວ ມັນໄຮ້ປະໂຫຍດທີ່ຈະເຂົ້າໃຈພວກມັນ. ມີບາງສິ່ງທີ່ເຈົ້າບໍ່ຈຳເປັນຕ້ອງເຂົ້າໃຈ ແລະ ເຈົ້າຈະເຂົ້າໃຈພວກມັນເມື່ອມັນຮອດເວລາທີ່ເຈົ້າຈຳເປັນຕ້ອງເຂົ້າໃຈ. ມັນບໍ່ກ່ຽວຂ້ອງວ່າເຈົ້າຈະເຂົ້າໃຈສິ່ງເຫຼົ່ານີ້ ຫຼື ບໍ່ ແລະ ພວກມັນບໍ່ມີຜົນກະທົບແມ່ນແຕ່ໜ້ອຍດຽວຕໍ່ຄວາມເຊື່ອຂອງຜູ້ຄົນໃນພຣະເຈົ້າທີ່ຢູ່ໃນເນື້ອໜັງ, ຄວາມເຊື່ອໃນພຣະຄຣິດ ຫຼື ການຕິດຕາມພຣະຄຣິດ. ພວກມັນຍັງບໍ່ມີຜົນກະທົບແມ່ນແຕ່ໜ້ອຍດຽວຕໍ່ການສະແຫວງຫາຄວາມຈິງຂອງຜູ້ຄົນ ຫຼື ການປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ ແລະ ມັນຈະບໍ່ເພີ່ມຄວາມເຊື່ອໃດໆຂອງເຈົ້າ ຖ້າເຈົ້າຮູ້ຈັກພວກມັນ. ຜູ້ປະກາດພຣະທຳໄດ້ສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນໃນອະດີດ ແລະ ຄົນໄດ້ຮັບຫຍັງ? ທຸກສິ່ງນີ້ທີ່ຖືກບັນລຸແມ່ນເພື່ອເຮັດໃຫ້ຄົນຮັບຮູ້ການເປັນຢູ່ຂອງພຣະເຈົ້າ. ຜູ້ປະກາດພຣະທຳເຫຼົ່ານັ້ນບໍ່ແມ່ນພຣະເຈົ້າ ບໍ່ວ່າພວກເຂົາຈະສາມາດເຮັດປາຕິຫານຫຼາຍສໍ່າໃດກໍຕາມ ເພາະຜູ້ປະກາດພຣະທຳບໍ່ມີແກ່ນແທ້ຂອງພຣະເຈົ້າ. ພຣະເຈົ້າທີ່ຢູ່ໃນເນື້ອໜັງກໍຍັງເປັນພຣະເຈົ້າໂດຍປາດສະຈາກການປະຕິບັດປາຕິຫານ ເພາະພຣະອົງມີແກ່ນແທ້ຂອງພຣະເຈົ້າ. ການທີ່ພຣະອົງບໍ່ສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນບໍ່ໄດ້ໝາຍຄວາມວ່າພຣະອົງບໍ່ສາມາດສະແດງພວກມັນໄດ້. ທຸກສິ່ງທີ່ພຣະທຳຂອງພຣະອົງເຮັດໃຫ້ສຳເລັດກໍຍິ່ງມີລິດທານຸພາບຫຼາຍກວ່າການສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ; ມັນເຖິງກັບເປັນປາຕິຫານທີ່ຍິ່ງໃຫຍ່ກວ່າ. ການສະແຫວງຫາຄວາມຮູ້ກ່ຽວກັບແກ່ນແທ້ ແລະ ອຸປະນິໄສຂອງພຣະເຈົ້າເປັນສິ່ງທີ່ສຳຄັນຫຼາຍ, ມັນເປັນປະໂຫຍດຫຼາຍຕໍ່ການເຂົ້າສູ່ຊີວິດຂອງພວກເຈົ້າ ແລະ ນີ້ຄືເສັ້ນທາງແຫ່ງຄວາມເຊື່ອທີ່ຖືກຕ້ອງໃນພຣະເຈົ້າ.
ພວກເຈົ້າຄວນຮັບຊາບວ່າໃນຂະນະທີ່ພຣະເຈົ້າປະຕິບັດພາລະກິດເນື້ອໜັງ ນັ້ນຄືເວລາທີ່ຜູ້ຄົນພົບພໍ້ ແລະ ເຫັນສິ່ງທີ່ພຣະເຈົ້າເຮັດ ແລະ ເປັນ, ແກ່ນແທ້ຂອງພຣະອົງ ແລະ ອຸປະນິໄສຂອງພຣະອົງຫຼາຍທີ່ສຸດ. ມັນແມ່ນໂອກາດທີ່ດີທີ່ສຸດທີ່ຈະຮູ້ຈັກພຣະເຈົ້າ. ການຮູ້ຈັກເຖິງການກະທໍາ ແລະ ອຸປະນິໄສຂອງພຣະອົງທີ່ພວກເຂົາເວົ້າເຖິງໃນອະດີດ, ນັ້ນເປັນເລື່ອງຍາກທີ່ຈະບັນລຸໄດ້ ເພາະວ່າພວກເຂົາບໍ່ສາມາດເຂົ້າເຖິງພຣະອົງ. ເມື່ອໂມເຊເຫັນພຣະເຢໂຮວາປາກົດຕົວຕໍ່ລາວໃນຕອນນັ້ນ, ເພິ່ນພຽງແຕ່ເຫັນບາງສິ່ງທີ່ພຣະເຢໂຮວາເຮັດ. ເພິ່ນມີຄວາມຮູ້ແທ້ຈິງຫຼາຍສໍ່າໃດກ່ຽວກັບພຣະເຈົ້າ? ມັນຍິ່ງໃຫຍ່ຫຼາຍກວ່າສິ່ງທີ່ຜູ້ຄົນຮູ້ໃນມື້ນີ້ບໍ? ມັນເປັນຈິງຫຼາຍກວ່າສິ່ງທີ່ຜູ້ຄົນຮູ້ໃນມື້ນີ້ບໍ? ບໍ່ແມ່ນແບບນັ້ນຢ່າງແນ່ນອນ. ພຣະເຈົ້າເປີດເຜີຍພາລະກິດຫຼາຍຢ່າງຂອງພຣະອົງຍ້ອນກັບໄປໃນລະຫວ່າງພາລະກິດຂອງພຣະອົງໃນອິດສະເຣາເອັນ. ຫຼາຍຄົນເຫັນພຣະເຢໂຮວາປະຕິບັດໝາຍສຳຄັນ ແລະ ປາຕິຫານ ແລະ ບາງຄົນເຖິງກັບເຫັນເຄົ້າໂຄງຂອງພວກເຂົາຈາກເບື້ອງຫຼັງພຣະອົງ. ຫຼາຍຄົນຍັງເຫັນທູດສະຫວັນ. ແຕ່ມີເທົ່າໃດຄົນທີ່ມາຮູ້ຈັກພຣະເຈົ້າໃນທີ່ສຸດ? ມີໜ້ອຍເກີນໄປ! ບໍ່ມີຜູ້ໃດທີ່ຮູ້ຈັກພຣະເຈົ້າຢ່າງແທ້ຈິງແທ້ໆ. ມີພຽງແຕ່ຄົນໃນຍຸດສຸດທ້າຍເທົ່ານັ້ນທີ່ສາມາດມີຄວາມຮູ້ຫຼາຍຢ່າງກ່ຽວກັບພຣະເຈົ້າ ເມື່ອພວກເຂົາມີປະສົບການໃນພາລະກິດຂອງພຣະອົງໃນຂະນະທີ່ພຣະອົງເປັນເນື້ອໜັງຢູ່ ເພາະພຣະເຈົ້າບອກມະນຸດໂດຍເຊິ່ງໜ້າວ່າ ພຣະອົງເຮັດພາລະກິດຫຍັງ, ຈຸດປະສົງໃນພາລະກິດຂອງພຣະອົງແມ່ນຫຍັງ, ຄວາມປະສົງຂອງພຣະອົງແມ່ນຫຍັງ, ທັດສະນະຄະຕິຂອງພຣະອົງທີ່ມີຕໍ່ມະນຸດຊາດແມ່ນຫຍັງ, ແມ່ນຫຍັງຄືສະພາວະ ແລະ ແກ່ນແທ້ຂອງມະນຸດຊາດທີ່ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ ແລະ ອື່ນໆອີກ. ໂດຍຜ່ານສິ່ງຄຳເວົ້າທີ່ເປີດເຜີຍເຫຼົ່ານີ້ເທົ່ານັ້ນ, ຜູ້ຄົນຈຶ່ງສາມາດເຫັນວ່າ ພຣະເຈົ້າເປັນຈິງຂະໜາດນີ້ ແລະ ມີຈິງຂະໜາດນີ້ຢ່າງແນ່ນອນ, ພຣະອົງມີຄວາມປະສົງນີ້ສຳລັບມະນຸດຊາດຢ່າງແນ່ນອນ ແລະ ພຣະອົງມີອຸປະນິໄສນີ້ຢ່າງແນ່ນອນ. ພາລະກິດຂອງພຣະອົງແມ່ນມະຫັດສະຈັນຢ່າງແທ້ຈິງ, ສະຕິປັນຍາຂອງພຣະອົງເລິກເຊິ່ງຂະໜາດນີ້ຢ່າງແທ້ຈິງ ແລະ ຄວາມເມດຕາຂອງພຣະອົງຕໍ່ມະນຸດຊາດກໍເປັນຈິງຂະໜາດນີ້ຢ່າງແນ່ນອນ. ພຣະທຳທັງໝົດນີ້ທີ່ພຣະເຈົ້າໄດ້ກ່າວອອກແມ່ນເປັນພະຍານໃຫ້ພາລະກິດຂອງພຣະອົງ, ຄວາມຮັກ ແລະ ອຸປະນິໄສຂອງພຣະອົງ ແລະ ການກະທຳຂອງພຣະອົງ. ພວກເຮົາມີປະສົບການຄັ້ງທຳອິດກັບສິ່ງເຫຼົ່ານີ້ໂດຍການຜະເຊີນໜ້າກັບພາລະກິດຂອງພຣະເຈົ້າ. ພຣະທຳທີ່ພຣະເຈົ້າກ່າວແມ່ນເກີດຂຶ້ນເປັນຈິງຫຼາຍ ແລະ ເປັນຈິງຫຼາຍ. ຄົນໄດ້ມີປະສົບການທີ່ວ່າ ຄວາມຮັກ ແລະ ຄວາມອົດທົນຂອງພຣະເຈົ້າສຳລັບມະນຸດຊາດແມ່ນບໍ່ສິ້ນສຸດຢ່າງແນ່ອນນ. ຄວາມປາດຖະໜາຂອງພຣະເຈົ້າທີ່ຈະຊ່ວຍຜູ້ຄົນໃຫ້ລອດພົ້ນນັ້ນ ແມ່ນດຳເນີນການໃນພາລະກິດຂອງພຣະອົງ ແລະ ພຣະທໍາທີ່ພຣະອົງເວົ້າ ແລະ ທຸກສິ່ງນີ້ກໍເຮັດໃຫ້ຜູ້ຄົນຊີມລົດຊາດມັນໃນປະສົບການທີ່ແທ້ຈິງກັບພວກເຂົາ. ສະນັ້ນ, ການຮູ້ຈັກແກ່ນແທ້ຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງກໍສາມາດບັນລຸໄດ້ໃນລະຫວ່າງເວລາພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງເທົ່ານັ້ນ ແລະ ສິ່ງໃດກໍຕາມທີ່ເຈົ້າເຂົ້າໃຈເຊິ່ງຢູ່ນອກເວລານີ້ກໍບໍ່ເປັນຈິງ. ພາຍຫຼັງທີ່ພຣະເຈົ້າສຳເລັດພາລະກິດຂອງພຣະອົງໃນເນື້ອໜັງ ແລະ ຈາກໄປ, ພາລະກິດຂອງພຣະອົງຈະບໍ່ແມ່ນຂອງແທ້ສໍາລັບເຈົ້າຄືກັບຕອນນີ້ເມື່ອພະຍາຍາມຜະເຊີນໜ້າກັບມັນ. ນີ້ເປັນເພາະເຈົ້າສາມາດເຫັນ ແລະ ສຳຜັດກັບພາລະກິດຂອງພຣະເຈົ້າໃນເນື້ອໜັງໃນມື້ນີ້. ພຣະເຈົ້າຍັງເຮັດພາລະກິດຂອງພຣະອົງກັບຜູ້ຄົນເຊິ່ງໜ້າເປັນຢູ່ສະເໝີ ແລະ ພວກເຂົາມີປະສົບການກ່ຽວກັບວ່າພຣະອົງຈະເວົ້າແນວໃດ ແລະ ພຣະອົງຈະເຮັດພາລະກິດແນວໃດ. ປະສົບການຂອງເປໂຕໃນເວລານັ້ນບໍ່ເປັນຈິງຄືກັບຂອງພວກເຈົ້າໃນມື້ນີ້. ເປໂຕຕິດຕາມພຣະເຢຊູ ແລະ ມີປະສົບການກັບສິ່ງທີ່ເປັນຈິງ ແລະ ເປັນຕາຮັກຂອງພຣະເຈົ້າເມື່ອຍ້ອນກັບໄປໃນລະຫວ່າງພາລະກິດຂອງພຣະອົງໃນແຂວງຢູດາຍ, ແຕ່ວຸດທິພາວະຂອງເພິ່ນກໍມີໜ້ອຍໃນຕອນນັ້ນ ແລະ ສິ່ງທີ່ເພິ່ນພົບພໍ້ກໍຜິວເຜີນ. ຫຼັງຈາກທີ່ພຣະເຢຊູຈາກໄປ, ເປໂຕກໍທົບທວນຄິດຢ່າງຮອບຄອບ ແລະ ຊີມລົດຊາດພຣະທຳຂອງພຣະອົງ ແລະ ເພິ່ນເຮັດໃຫ້ຄວາມເຂົ້າໃຈຂອງເພິ່ນເລິກຊຶ້ງຂຶ້ນ ແລະ ໄດ້ຮັບຫຼາຍຂຶ້ນ. ໃນລະຫວ່າງພາລະກິດຂອງພຣະອົງ, ພຣະເຢຊູຍັງກ່າວເຖິງບາງຢ່າງຂອງສິ່ງທີ່ພຣະເຈົ້າມີ ແລະ ເປັນ, ຄວາມຮັກ-ຄວາມກະລຸນາຂອງພຣະອົງ, ຄວາມເມດຕາຂອງພຣະອົງ, ຄວາມລອດພົ້ນຂອງພຣະອົງສຳລັບມະນຸດຊາດ ແລະ ຄວາມອົດກັ້ນ ແລະ ຄວາມກະລຸນາທີ່ບໍ່ສິ້ນສຸດຂອງພຣະອົງສຳລັບພວກເຂົາ. ຈາກນັ້ນຄົນທີ່ຕິດຕາມພຣະອົງກໍສາມາດມີປະສົບການກັບບາງສິ່ງເຫຼົ່ານີ້ ແລະ ຄົນທີ່ມາໃນພາຍຫຼັງແມ່ນບໍ່ສາມາດມີປະສົບການກັບພວກມັນຢ່າງເລິກຊຶ້ງສໍ່າກັບຄົນທີ່ຢູ່ໃນຕອນນັ້ນ. ອີກຢ່າງ, ເມື່ອຄົນໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດ ແລະ ອະທິຖານຫາພຣະເຈົ້າໂດຍກຳແໜ້ນຄວາມປະສົງຂອງພຣະອົງ, ສິ່ງທີ່ພວກເຂົາພົບພໍ້ໃນມື້ເຫຼົ່ານັ້ນກໍຄຸມເຄືອ ແລະ ມີໜ້ອຍ. ໃນເວລານັ້ນ, ມັນຍາກທີ່ຈະກຳແໜ້ນໄດ້ຢ່າງຖືກຕ້ອງ ແລະ ບໍ່ມີຜູ້ໃດສາມາດແນ່ໃຈໄດ້ວ່າຄວາມເຂົ້າໃຈຂອງພວກເຂົາຖືກຕ້ອງ. ສະນັ້ນ, ເມື່ອເປໂຕຖືກຈັບກຸມ ແລະ ຂັງຄຸກໃນທີ່ສຸດ, ບາງຄົນເຖິງກັບພະຍາຍາມຄິດຫາວິທີທີ່ຈະເອົາລາວອອກມາ. ໃນຄວາມເປັນຈິງແລ້ວ, ເຈດຕະນາຂອງພຣະເຢຊູໃນເວລານັ້ນກໍຄືໃຫ້ເປໂຕຖືກຄຶງເທິງໄມ້ກາງແຂນເພື່ອເປັນຄຳພະຍານສຸດທ້າຍຂອງເພິ່ນ. ການເດີນທາງຂອງເພິ່ນໄດ້ມາເຖິງຈຸດຈົບ ແລະ ພຣະເຈົ້າໄດ້ຈັດແຈງໃຫ້ເພິ່ນເປັນພະຍານດ້ວຍວິທີນີ້ ເພື່ອວ່າເພິ່ນຈະມີຈຸດໝາຍປາຍທາງທີ່ດີ. ນີ້ຄືເສັ້ນທາງທີ່ເປໂຕຍ່າງຕາມ. ເມື່ອເປໂຕມາຮອດຈຸດຈົບໃນເສັ້ນທາງຂອງເພິ່ນ, ເພິ່ນຍັງບໍ່ເຂົ້າໃຈເຈດຕະນາທີ່ແທ້ຈິງຂອງພຣະເຢຊູ. ເພິ່ນພຽງແຕ່ເຂົ້າໃຈວ່າພຣະເຢຊູໝາຍຄວາມວ່າແນວໃດເມື່ອພຣະອົງບອກເພິ່ນ. ແລ້ວສະນັ້ນ, ຖ້າເຈົ້າຕ້ອງການເຂົ້າໃຈແກ່ນແທ້ຂອງພຣະເຈົ້າ, ມັນເປັນປະໂຫຍດທີ່ສຸດທີ່ຈະເຮັດເຊັ່ນນັ້ນໃນຂະນະທີ່ພຣະເຈົ້າຢູ່ໃນເນື້ອໜັງ. ເຈົ້າສາມາດເຫັນ, ສໍາຜັດ, ໄດ້ຍິນ ແລະ ຮູ້ສຶກເຖິງສິ່ງນີ້ຢ່າງເລິກເຊິ່ງ. ຖ້າເຈົ້າພະຍາຍາມມີປະສົບການກັບວ່າ ພາລະກິດຂອງພຣະວິນຍານບໍລິສຸດເຮັດວຍກແນວໃດຫຼັງຈາກທີ່ພາລະກິດໃນເນື້ອໜັງໄດ້ສຳເລັດລົງ, ມັນກໍຈະບໍ່ເລິກເຊິ່ງຄືກັບເມື່ອເຈົ້າຫຼຽວຍ້ອນກັບໄປ ແລະ ຄວາມເຂົ້າໃຈຂອງເຈົ້າທີ່ຈະເກີດຂຶ້ນກໍຈະຜິວເຜີນ. ໃນເວລານັ້ນ, ພຣະອົງຈະພຽງແຕ່ສາມາດຫຼໍ່ຫຼອມອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ. ຫຼັງຈາກທີ່ໄດ້ຮັບການຫຼໍ່ຫຼອມແລ້ວ, ຜູ້ຄົນກໍຈະສາມາດເຂົ້າໃຈຄວາມຈິງເພີ່ມຂຶ້ນເລັກນ້ອຍ ແລະ ໃຊ້ຄວາມຈິງທີ່ພວກເຂົາໄດ້ຮັບ ເພື່ອເປັນພື້ນຖານສໍາລັບຊີວິດຂອງພວກເຂົາ, ປ່ຽນແປງອຸປະນິໄສທີ່ເສື່ອມຊາມພາຍໃນພວກເຂົາ. ແຕ່ບໍ່ວ່າເຈົ້າຈະພະຍາຍາມຮັກ ແລະ ຮູ້ຈັກພຣະເຈົ້າຫຼາຍສໍ່າໃດກໍຕາມ, ເຈົ້າຈະບໍ່ຄືບໜ້າຫຼາຍສໍ່ານັ້ນແທ້ໆ. ມີຂີດຈຳກັດໃນຄວາມກ້າວໜ້າຂອງມະນຸດ ແລະ ມັນຂາດຜົນປະໂຫຍດຈາກການມີປະສົບການກັບພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ການມາຮູ້ຈັກພຣະເຈົ້າຫຼາຍເກີນໄປ. ພຣະເຈົ້າໄດ້ສະແດງຄວາມຈິງຫຼາຍຢ່າງໃນຂະນະທີ່ພຣະອົງຢູ່ໃນເນື້ອໜັງ ແລະ ຫຼາຍຄົນໄດ້ເຫັນແຕ່ບໍ່ເຂົ້າໃຈ ແລະ ໄດ້ຍິນແຕ່ບໍ່ຮູ້ຈັກ. ຄົນເຫຼົ່ານີ້ເປັນຄົນທີ່ບໍ່ສົນໃຈຝ່າຍວິນຍານ ແລະ ຄົນທີ່ບໍ່ມີຫົວໃຈ. ຄົນຂາດຈິດສຳນຶກ ຫຼື ຄວາມຮູ້ສຶກ ແລະ ພວກເຂົາບໍ່ສາມາດຮູ້ສຶກໄດ້ວ່າພຣະເຈົ້າຮັກ ແລະ ອົດກັ້ນຕໍ່ຜູ້ຄົນຫຼາຍສໍ່າໃດ. ຄົນມຶນຊາຫຼາຍຈົນພວກເຂົາພຽງແຕ່ໄດ້ຮັບຄວາມເຂົ້າໃຈບາງຢ່າງ ແລະ ເລີ່ມຍ່າງໃນເສັ້ນທາງທີ່ຖືກຕ້ອງ ເມື່ອພາລະກິດຂອງພຣະເຈົ້າສຳເລັດແລ້ວ.
ແມ່ນຫຍັງຄືແກ່ນແທ້ຂອງພຣະຄຣິດ? ສຳລັບມະນຸດແລ້ວ, ແກ່ນແທ້ຂອງພຣະຄຣິດຄືຄວາມຮັກ. ສຳລັບຄົນທີ່ຕິດຕາມພຣະອົງ, ມັນຄືຄວາມຮັກທີ່ໄຮ້ຂອບເຂດ. ຖ້າພຣະອົງບໍ່ມີຄວາມຮັກ ຫຼື ຄວາມເມດຕາ, ແລ້ວຄົນກໍຈະບໍ່ສາມາດຕິດຕາມພຣະອົງຈົນຮອດຕອນນີ້. ບາງຄົນເວົ້າວ່າ “ແຕ່ພຣະເຈົ້າຊອບທຳອີກດ້ວຍ”. ມັນເປັນຈິງທີ່ພຣະເຈົ້າຊອບທຳ ແຕ່ໃນເລື່ອງອຸປະນິໄສຂອງພຣະອົງ, ຄວາມຊອບທຳຂອງພຣະອົງແມ່ນຖືກສະແດງອອກຜ່ານການທີ່ພຣະອົງກຽດຊັງອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດ, ການທີ່ພຣະອົງສາບແຊ່ງຊາຕານມານຮ້າຍ ແລະ ການທີ່ພຣະອົງບໍ່ປ່ອຍໃຫ້ຄົນໃດໜຶ່ງເຮັດຜິດຕໍ່ອຸປະນິໄສຂອງພຣະອົງເປັນຫຼັກ. ຖ້າເຊັ່ນນັ້ນ, ຄວາມຊອບທຳຂອງພຣະອົງມີຄວາມຮັກບໍ? ຖ້າແນວນັ້ນ, ການທີ່ພຣະອົງພິພາກສາ ແລະ ຊໍາລະລ້າງຄວາມເສື່ອມຊາມຂອງຜູ້ຄົນບໍ່ແມ່ນຄວາມຮັກບໍ? ເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ພຣະເຈົ້າໄດ້ທົນຮັບຄວາມອັບອາຍຢ່າງໃຫຍ່ຫຼວງດ້ວຍຄວາມອົດທົນທີ່ສຸດ. ນີ້ບໍ່ແມ່ນຄວາມຮັກບໍ? ສະນັ້ນ, ເຮົາຈະເວົ້າຢ່າງກົງໄປກົງມາກັບພວກເຈົ້າ: ໃນພາລະກິດທີ່ພຣະເຈົ້າເຮັດສຳລັບມະນຸດຊາດໃນຂະນະທີ່ຢູ່ໃນເນື້ອໜັງ, ສິ່ງທີ່ຊັດເຈນ ແລະ ໂດດເດັ່ນທີ່ສຸດໃນແກ່ນແທ້ຂອງພຣະອົງຄືຄວາມຮັກ; ມັນເປັນຄວາມອົດກັ້ນທີ່ບໍ່ສິ້ນສຸດ. ຖ້າມັນບໍ່ແມ່ນຄວາມຮັກ ແລະ ມັນເປັນຄືກັບທີ່ພວກເຈົ້າຈິນຕະນາການວ່າພຣະອົງໂຈມຕີຜູ້ຄົນໃຫ້ລົ້ມລົງ ເມື່ອໃດກໍຕາມທີ່ພຣະອົງຕ້ອງການ ຫຼື ລົງໂທດ, ສາບແຊ່ງ, ພິພາກສາ ແລະ ຂ້ຽນຕີຜູ້ໃດກໍຕາມທີ່ພຣະອົງກຽດຊັງ, ນັ້ນຈະເປັນສິ່ງທີ່ຮ້າຍແຮງຫຼາຍ! ຖ້າພຣະອົງເລີ່ມໃຈຮ້າຍໃສ່ຄົນໃດໜຶ່ງ, ພວກເຂົາຈະສັ່ນເຊັນດ້ວຍຄວາມຢ້ານກົວ ແລະ ບໍ່ສາມາດຢືນຕໍ່ໜ້າພຣະອົງໄດ້... ນີ້ເປັນພຽງແຕ່ໜຶ່ງວິທີທີ່ສະແດງເຖິງອຸປະນິໄສຂອງພຣະເຈົ້າ. ເປົ້າໝາຍຂອງພຣະອົງໃນທີ່ສຸດຍັງເປັນຄວາມລອດພົ້ນອີກດ້ວຍ ແລະ ຄວາມຮັກຂອງພຣະອົງກໍໄຫຼຜ່ານອຸປະນິໄສທັງໝົດທີ່ພຣະອົງເປີດເຜີຍ. ໃຫ້ທົບທວນຄິດໃນຕອນນີ້, ມັນແມ່ນຫຍັງທີ່ພຣະເຈົ້າເປີດເຜີຍຫຼາຍທີ່ສຸດໃນລະຫວ່າງພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງ? ມັນເປັນຄວາມຮັກ, ມັນຄືຄວາມອົດທົນ. ແມ່ນຫຍັງຄືຄວາມອົດທົນ? ຄວາມອົດທົນຄືການມີຄວາມເມດຕາ ເພາະມີຄວາມຮັກຢູ່ພາຍໃນ. ພຣະເຈົ້າສາມາດມີຄວາມເມດຕາຕໍ່ຜູ້ຄົນໄດ້ ເພາະພຣະອົງມີຄວາມຮັກ ແລະ ມັນລ້ວນແລ້ວແຕ່ເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນ. ມັນເປັນຄືກັບການທີ່ຄູ່ແຕ່ງດອງຄູ່ໜຶ່ງຮັກກັນຢ່າງແທ້ຈິງ ແລະ ເບິ່ງຂ້າມຂໍ້ບົກຜ່ອງ ແລະ ຄວາມຜິດຂອງກັນ ແລະ ກັນ. ເຈົ້າສາມາດທົນຮັບມັນໄດ້ ເມື່ອພວກເຂົາເຮັດໃຫ້ເຈົ້າໃຈຮ້າຍ ແລະ ສິ່ງນີ້ລ້ວນແລ້ວແຕ່ສ້າງຂຶ້ນບົນພື້ນຖານຂອງຄວາມຮັກ. ຖ້າມັນເປັນຄວາມກຽດຊັງ, ແລ້ວພວກເຂົາຈະບໍ່ມີທ່າທີ່ນີ້ ຫຼື ເປີດເຜີຍສິ່ງເຫຼົ່ານີ້ ແລະ ຈະບໍ່ມີຜົນປະເພດນີ້. ຖ້າພຣະເຈົ້າພຽງແຕ່ກຽດຊັງ ແລະ ໃຈຮ້າຍ ຫຼື ພຽງແຕ່ພິພາກສາ ແລະ ຂ້ຽນຕີໂດຍບໍ່ມີຄວາມຮັກ, ແລ້ວມັນຈະບໍ່ແມ່ນສະຖານະການທີ່ພວກເຈົ້າເຫັນໃນຕອນນີ້ ແລະ ພວກເຈົ້າຫຼາຍຄົນກໍຈະມີບັນຫາ. ພຣະເຈົ້າຍັງສາມາດໃຫ້ຄວາມຈິງແກ່ພວກເຈົ້າບໍ? ທັນທີທີ່ພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີສຳເລັດລົງ, ຄົນທີ່ບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວກໍຈະຖືກສາບແຊ່ງ. ເຖິງແມ່ນວ່າພວກເຂົາບໍ່ຕາຍໃນທັນທີ, ພວກເຂົາກໍຈະເລີ່ມເຈັບປ່ວຍ, ບໍ່ແຂງແຮງ, ເປັນບ້າ, ຕາບອດ ແລະ ຖືກມອບໃຫ້ວິນຍານຊົ່ວຮ້າຍ ແລະ ມານຮ້າຍທີ່ສົກກະປົກນັ້ນຢຽບຍໍ່າ. ພວກເຂົາຈະບໍ່ເປັນຄືດັ່ງທີ່ພວກເຂົາເປັນໃນຕອນນີ້. ແລ້ວດ້ວຍເຫດນັ້ນ, ພວກເຈົ້າໄດ້ຮັບຄວາມຮັກຂອງພຣະເຈົ້າຢ່າງຫຼວງຫຼາຍ ແລະ ຄວາມອົດກັ້ນ, ຄວາມເມດຕາ ແລະ ຄວາມຮັກ-ຄວາມກະລຸນາຂອງພຣະອົງຢ່າງຫຼວງຫຼາຍ. ແຕ່ຄົນບໍ່ໄດ້ຄິດຫາສິ່ງນີ້ ໂດຍເຊື່ອວ່າ “ນີ້ແມ່ນລັກສະນະທີ່ພຣະເຈົ້າຄວນເປັນຕໍ່ຜູ້ຄົນ. ພຣະເຈົ້າມີຄວາມຊອບທຳ ແລະ ຄວາມໂກດຮ້າຍເຊັ່ນກັນ ແລະ ພວກເຮົາບໍ່ໄດ້ມີປະສົບການກັບສິ່ງເຫຼົ່ານີ້ແມ່ນແຕ່ໜ້ອຍດຽວ!” ເຈົ້າມີປະສົບການກັບພວກມັນແທ້ໆບໍ? ຖ້າເຈົ້າມີ, ເຈົ້າກໍຄົງຈະຕາຍໄປແລ້ວ. ມະນຸດຊາດຈະຢູ່ໃສໃນມື້ນີ້? ຄວາມກຽດຊັງ, ຄວາມໂກດຮ້າຍ ແລະ ຄວາມຊອບທຳຂອງພຣະອົງແມ່ນລ້ວນແລ້ວແຕ່ຖືກສະແດງອອກຈາກພື້ນຖານທີ່ຕ້ອງການນໍາຄວາມລອດພົ້ນມາສູ່ຄົນເຫຼົ່ານີ້. ອຸປະນິໄສນີ້ຍັງລວມເຖິງຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າ ພ້ອມທັງຄວາມອົດທັນທີ່ຍິ່ງໃຫຍ່ຂອງພຣະອົງ. ຄວາມກຽດຊັງນີ້ແມ່ນຫຼີກລ່ຽງບໍ່ໄດ້ ແລະ ມັນລວມເຖິງຄວາມຫ່ວງໃຍ ແລະ ຄວາມຫວັງທີ່ໄຮ້ຂອບເຂດສຳລັບມະນຸດຊາດ! ຄວາມກຽດຊັງຂອງພຣະເຈົ້າແມ່ນແນໃສ່ຄວາມເສື່ອມຊາມຂອງມະນຸດຊາ ແລະ ໃສ່ຄວາມກະບົດ ແລະ ຄວາມຜິດບາບຂອງຜູ້ຄົນ. ມັນມີດ້ານດຽວ ແລະ ສ້າງຂຶ້ນບົນພື້ນຖານຂອງຄວາມຮັກ. ມີພຽງແຕ່ຄວາມກຽດຊັງ ເພາະມີຄວາມຮັກ. ຄວາມກຽດຊັງຂອງພຣະເຈົ້າສຳລັບມະນຸດຊາດແມ່ນແຕກຕ່າງຈາກຄວາມກຽດຊັງຂອງພຣະອົງສຳລັບຊາຕານ ເພາະພຣະອົງຊ່ວຍຜູ້ຄົນໃຫ້ລອດພົ້ນ ແຕ່ບໍ່ແມ່ນຊາຕານ. ອຸປະນິໄສທີ່ຊອບທຳຂອງພຣະເຈົ້າຢູ່ບ່ອນນີ້ຢູ່ສະເໝີ. ຄວາມໂກດຮ້າຍ, ຄວາມຊອບທຳ ແລະ ການພິພາກສາຢູ່ບ່ອນນັ້ນຢູ່ສະເໝີ; ພວກມັນບໍ່ໄດ້ຢູ່ບ່ອນນັ້ນພຽງແຕ່ເມື່ອພຣະອົງແນພວກມັນໃສ່ມະນຸດຊາດ. ນີ້ແມ່ນອຸປະນິໄສຂອງພຣະເຈົ້າກ່ອນທີ່ມະນຸດຈະເຫັນມັນດ້ວຍຊໍ້າ ແລະ ພວກເຂົາພຽງແຕ່ຮູ້ວ່າຄວາມຊອບທຳຂອງພຣະເຈົ້າເປັນແບບນີ້ຫຼັງຈາກທີ່ພວກເຂົາໄດ້ຮຽນຮູ້ກ່ຽວກັບມັນ. ໃນຄວາມເປັນຈິງແລ້ວ, ບໍ່ວ່າມັນເປັນເວລາທີ່ພຣະເຈົ້າຊອບທຳ, ສະຫງ່າຜ່າເຜີຍ ຫຼື ໂກດຮ້າຍ ຫຼື ບໍ່ວ່າມັນເປັນເວລາທີ່ພຣະອົງຈະເຮັດພາລະກິດທຸກປະເພດສຳລັບຄວາມລອດພົ້ນຂອງມະນຸດຊາດ, ມັນລ້ວນແລ້ວແຕ່ເປັນຍ້ອນຄວາມຮັກ. ບາງຄົນເວົ້າວ່າ “ແລ້ວມີສໍ່າໃດໃນສິ່ງນັ້ນທີ່ເປັນຄວາມຮັກ?” ມັນບໍ່ແມ່ນເລື່ອງວ່າສໍ່າໃດ; ໜຶ່ງຮ້ອຍເປີເຊັນຂອງສິ່ງນັ້ນເປັນຄວາມຮັກແທ້ໆ. ຖ້າມີຫຍັງທີ່ໜ້ອຍກວ່ານັ້ນ, ມະນຸດຊາດຈະບໍ່ຖືກຊ່ວຍໃຫ້ລອດພົ້ນ. ພຣະເຈົ້າໄດ້ອຸທິດຄວາມຮັກທັງໝົດຂອງພຣະອົງໃຫ້ມະນຸດຊາດ. ເປັນຫຍັງພຣະເຈົ້າຈຶ່ງກາຍມາເປັນເນື້ອໜັງ? ມີການເວົ້າກ່ອນໜ້ານີ້ວ່າພຣະເຈົ້າຈະພະຍາຍາມທຸກຢ່າງເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ການທີ່ພຣະອົງກາຍມາເປັນເນື້ອໜັງກໍລວມເຖິງຄວາມຮັກທັງໝົດຂອງພຣະອົງ. ສິ່ງນີ້ພຽງແຕ່ສະແດງໃຫ້ພວກເຈົ້າເຫັນວ່າຄວາມບໍ່ເຊື່ອຟັງຂອງມະນຸດຊາດຕໍ່ພຣະເຈົ້າແມ່ນມີຫຼາຍທີ່ສຸດ. ມັນເປັນເພາະສິ່ງຕ່າງໆຢູ່ເກີນຂອບເຂດການຊ່ວຍເຫຼືອໃຫ້ລອດພົ້ນແລ້ວ ພຣະເຈົ້າຈຶ່ງບໍ່ມີທາງເລືອກຫຍັງນອກຈາກກາຍມາເປັນເນື້ອໜັງເພື່ອຖວາຍພຣະອົງເອງໃຫ້ມະນຸດຊາດ. ພຣະເຈົ້າໄດ້ຖວາຍຄວາມຮັກທັງໝົດຂອງພຣະອົງ. ຖ້າພຣະອົງບໍ່ຮັກມະນຸດຊາດ, ພຣະອົງຈະບໍ່ກາຍມາເປັນເນື້ອໜັງ. ພຣະເຈົ້າສາມາດໂຈມຕີດ້ວຍຟ້າຮ້ອງຈາກສະຫວັນ, ປົດປ່ອຍຄວາມສະຫງ່າຜ່າເຜີຍ ແລະ ຄວາມໂກດຮ້າຍຂອງພຣະອົງໂດຍກົງ ແລະ ມະນຸດກໍຈະລົ້ມລົງເທິງພື້ນດິນ. ມັນບໍ່ຈຳເປັນທີ່ຈະໃຫ້ພຣະເຈົ້າຜ່ານຜ່າບັນຫາໄປໄດ້, ຈ່າຍລາຄານັ້ນ ຫຼື ທົນທຸກກັບຄວາມອັບອາຍເຊັ່ນນັ້ນໃນເນື້ອໜັງ. ນີ້ຄືຕົວຢ່າງທີ່ເຫັນໄດ້ຢ່າງຊັດເຈນ. ໃນທາງກົງກັນຂ້າມ, ພຣະອົງຈະທົນທຸກກັບຄວາມເຈັບປວດ, ຄວາມອັບອາຍ, ການປະຖິ້ມ ແລະ ການຂົ່ມເຫັງເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ. ແມ່ນແຕ່ໃນສະພາບແວດລ້ອມທີ່ໂຫດຮ້າຍເຊັ່ນນັ້ນ, ພຣະອົງຍັງມາເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ. ນີ້ບໍ່ແມ່ນຄວາມຮັກທີ່ຍິ່ງໃຫຍ່ທີ່ສຸດບໍ? ຖ້າພຣະເຈົ້າພຽງແຕ່ຊອບທຳ ແລະ ພຣະອົງເຕັມໄປດ້ວຍຄວາມກຽດຊັງທີ່ໄຮ້ຂອບເຂດສຳລັບມະນຸດຊາດ, ແລ້ວພຣະອົງຈະບໍ່ກາຍມາເປັນເນື້ອໜັງເພື່ອເຮັດພາລະກິດຂອງພຣະອົງ. ພຣະອົງສາມາດລໍຖ້າຈົນກວ່າມະນຸດຊາດຈະເລີ່ມເສື່ອມຊາມຈົນເຖິງທີ່ສຸດ ແລະ ຈາກນັ້ນກໍຖອນຮາກຖອນໂຄນພວກເຂົາທຸກຄົນ ແລະ ເຮັດພຽງສໍ່ານັ້ນແລ້ວກໍສຳເລັດລົງ. ມັນເປັນເພາະພຣະເຈົ້າຮັກມະນຸດຊາດ ແລະ ເພາະພຣະອົງມີຄວາມຮັກທີ່ສຸດສຳລັບມະນຸດຊາດ ພຣະອົງຈຶ່ງກາຍມາເປັນເນື້ອໜັງເພື່ອຊ່ວຍມະນຸດເຫຼົ່ານີ້ທີ່ເສື່ອມຊາມທີ່ສຸດ. ຫຼັງຈາກທີ່ຜ່ານການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ ແລະ ການຮຽນຮູ້ເຖິງທຳມະຊາດຂອງພວກເຂົາ, ຫຼາຍຄົນເວົ້າວ່າ “ມັນຈົບລົງໝົດແລ້ວສຳລັບຂ້ອຍ. ຂ້ອຍບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້”. ມີພຽງແຕ່ເມື່ອເຈົ້າເຊື່ອວ່າເຈົ້າບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້, ເຈົ້າຈຶ່ງຮັບຮູ້ວ່າພຣະເຈົ້າມີຄວາມອົດທົນ ແລະ ຄວາມຮັກຢ່າງແທ້ຈິງທີ່ສຸດສຳລັບຜູ້ຄົນ. ຄົນສາມາດເຮັດຫຍັງໄດ້ຖ້າປາດສະຈາກຄວາມຮັກຂອງພຣະເຈົ້າ? ພຣະເຈົ້າຍັງເວົ້າກັບພວກເຈົ້າເຖິງແມ່ນວ່າທຳມະຊາດຂອງມະນຸດເສື່ອມຊາມຫຼາຍ. ເມື່ອໃດກໍຕາມທີ່ພວກເຈົ້າຕັ້ງຄຳຖາມ, ພຣະອົງກໍຟ້າວຕອບ, ຢ້ານວ່າຄົນອາດບໍ່ເຂົ້າໃຈ ຫຼື ພວກເຂົາອາດພັດຫຼົງ ຫຼື ເຮັດບາງຢ່າງທີ່ເກີນໄປ. ດ້ວຍທຸກສິ່ງນີ້, ພວກເຈົ້າຍັງບໍ່ເຂົ້າໃຈວ່າຄວາມຮັກຂອງພຣະເຈົ້າຍິ່ງໃຫຍ່ສໍ່າໃດສຳລັບມະນຸດຊາດ?
ຫຼາຍຄົນໃນມື້ນີ້ກຳລັງສັງເກດວ່າ “ເປັນຫຍັງພຣະເຈົ້າທີ່ຢູ່ໃນເນື້ອໜັງຈຶ່ງຍັງຄ້າງຄາເທິງແຜ່ນດິນໂລກໃນຕອນນີ້ເມື່ອພາລະກິດຂອງພຣະອົງສຳເລັດແລ້ວ? ສາມາດມີອີກຂັ້ນຕອນໜຶ່ງຂອງພາລະກິດບໍ? ເປັນຫຍັງຈຶ່ງບໍ່ຟ້າວ ແລະ ເຮັດຂັ້ນຕອນຖັດໄປຂອງພາລະກິດ?” ມີຄວາມໝາຍໃນສິ່ງນີ້ຢ່າງແນ່ນອນ. ຫຼັງຈາກທີ່ພຣະເຈົ້າທີ່ຢູ່ໃນເນື້ອໜັງໄດ້ກ່າວພຣະທຳຫຼາຍຂໍ້, ມີການບັນລຸຜົນຫຍັງໃນຜູ້ຄົນ? ຄົນພຽງແຕ່ໄດ້ຍິນ ແລະ ຈົດຈໍາໂດຍບໍ່ໄດ້ພິຈາລະນາຫຼາຍ ແລະ ບໍ່ມີການປ່ຽນແປງທີ່ເຫັນໄດ້ຢ່າງຊັດເຈນໃນພວກເຂົາ. ໃນສະພາວະທີ່ພວກເຈົ້າເປັນຢູ່ໃນຕອນນີ້, ຍັງມີຄວາມຈິງຫຼາຍສໍ່າໃດທີ່ຍັງຄຸມເຄືອ ແລະ ການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງກໍບໍ່ຕັ້ງຖາມຫາເລີຍ. ໂດຍການທີ່ພຣະເຈົ້າກາຍມາເປັນເນື້ອໜັງ ແລະ ເວົ້າພຣະທຳຫຼາຍຂໍ້ເຊັ່ນນັ້ນ, ພວກເຈົ້າຄິດວ່າຈຸດປະສົງຂອງພຣະອົງແມ່ນຫຍັງ? ແມ່ນຫຍັງຄືຜົນສຸດທ້າຍ? ຖ້າພຣະອົງຕ້ອງເລີ່ມຂັ້ນຕອນຖັດໄປຂອງພາລະກິດໃນຕອນນີ້ ແລະ ປ່ອຍໃຫ້ຄົນເຫຼົ່ານີ້ໄປຫາແຜນການຂອງພວກເຂົາເອງ, ພາລະກິດຈະຖືກປະຖິ້ມເຄິ່ງທາງ. ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຕ້ອງດຳເນີນໃຫ້ສຳເລັດໃນທັງໝົດສອງຂັ້ນຕອນເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນຢ່າງສົມບູນ. ເຊັ່ນດຽວກັບໃນຍຸກແຫ່ງພຣະຄຸນ, ເມື່ອພຣະເຢຊູມາ ມັນໃຊ້ເວລາສາມສິບສາມປີເຄິ່ງນັບຕັ້ງແຕ່ການກຳເນີດຂອງພຣະອົງຈົນເຖິງຕອນທີ່ພຣະອົງຖືກຄຶງເທິງໄມ້ກາງແກຂນ ແລະ ຂຶ້ນສູ່ສະຫວັນ. ນີ້ບໍ່ແມ່ນເວລາດົນຕາມອາຍຸໄຂຂອງມະນຸດທຳມະດາ, ແຕ່ມັນບໍ່ແມ່ນເວລາສັ້ນສຳລັບເວລາຂອງພຣະເຈົ້າເທິງແຜ່ນດິນໂລກ! ສາມສິບສາມປີເຄິ່ງແມ່ນແສນເຈັບປວດພໍສົມຄວນ! ພຣະເຈົ້າທີ່ຢູ່ໃນເນື້ອໜັງມີແກ່ນແທ້ ແລະ ອຸປະນິໄສຂອງພຣະເຈົ້າ ແລະ ມີຊີວິດກັບມະນຸດຊາດທີ່ເສື່ອມຊາມເປັນເວລາສາມສິບສາມປີເຄິ່ງ ແລະ ມັນເປັນສິ່ງທີ່ເຈັບປວດ. ບໍ່ວ່າຄົນຈະປະຕິບັດຕໍ່ພຣະອົງໄດ້ດີ ຫຼື ບໍ່ ຫຼື ບໍ່ວ່າພຣະອົງຈະມີບ່ອນໃຫ້ວາງຫົວຂອງພຣະອົງ ຫຼື ບໍ່, ຍົກເວັ້ນທຸກສິ່ງເຫຼົ່ານີ້ ເຖິງແມ່ນວ່າຮ່າງກາຍຂອງພຣະອົງບໍ່ທົນຮັບການທົນທຸກທາງຮ່າງກາຍຫຼາຍ, ການມີຊີວິດຮ່ວມກັບມະນຸດກໍເປັນສິ່ງທີ່ເຈັບປວດສຳລັບພຣະເຈົ້າ ເພາະພວກເຂົາບໍ່ແມ່ນປະເພດດຽວກັນ! ຕົວຢ່າງ: ຖ້າຄົນມໃຊ້ຊີວິດໝົດມື້ກັບໝູ, ມັນຈະຮ້າຍແຮງຂຶ້ນຢ່າງສຸດຂີດຫຼັງຈາກຊົ່ວໄລຍະໜຶ່ງ ເພາະພວກເຂົາບໍ່ແມ່ນປະເພດຽວກັນ! ມະນຸດສາມາດມີພາສາຫຍັງທີ່ຮ່ວມກັບໝູ? ພວກເຂົາສາມາດໃຊ້ຊີວິດນໍາກັນໂດຍບໍ່ມີການທົນທຸກບໍ? ແມ່ນແຕ່ຜົວ ແລະ ເມຍກໍຮູ້ວ່າມັນເປັນຕາຂີ້ດຽດທີ່ຈະອາໄສຢູ່ຮ່ວມກັນ ຖ້າພວກເຂົາບໍ່ໄດ້ເປັນອັນໜຶ່ງອັນດຽວກັນຢ່າງສົມບູນ. ເວລາສາມສິບສາມປີເຄິ່ງຂອງພຣະເຈົ້າເທິງແຜ່ນດິນໂລກໃນເນື້ອໜັງແມ່ນເຈັບປວດທີ່ສຸດໃນຕົວມັນເອງ ແລະ ບໍ່ມີຜູ້ໃດສາມາດເຂົ້າໃຈພຣະອົງໄດ້. ຄົນເຖິງກັບຄິດວ່າ “ພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດເຮັດ ແລະ ເວົ້າແມ່ນຫຍັງກໍຕາມທີ່ພຣະອົງຕ້ອງການ ແລະ ພຣະອົງມີຫຼາຍຄົນທີ່ຕິດຕາມພຣະອົງ. ພຣະອົງມີທົນທຸກຫຍັງ? ພຣະອົງບໍ່ມີບ່ອນໃຫ້ວາງຫົວຂອງພຣະອົງເລີຍ ແລະ ເນື້ອໜັງຂອງພຣະອົງກໍທົນຮັບຄວາມເຈັບປວດ ແລະ ການທົນທຸກໜ້ອຍໜຶ່ງ. ນັ້ນບໍ່ຟັງເບິ່ງຄືກັບວ່າເຈັບປວດຫຼາຍ!” ມັນເປັນຈິງທີ່ຄວາມເຈັບປວດເຫຼົ່ານີ້ເປັນສິ່ງທີ່ມະນຸດສາມາດແບກຮັບ ແລະ ທົນຮັບໄດ້ ແລະ ພຣະເຈົ້າທີ່ຢູ່ໃນເນື້ອໜັງກໍບໍ່ໄດ້ຖືກຍົກເວັ້ນ. ພຣະອົງຍັງສາມາດທົນຮັບກັບມັນ ແລະ ມັນບໍ່ແມ່ນການທົນທຸກທີ່ໃຫຍ່ຫຼວງສຳລັບພຣະອົງ. ການທົນທຸກສ່ວນໃຫຍ່ທີ່ພຣະອົງທົນຮັບຄືການໃຊ້ຊີວິດຮ່ວມກັນມະນຸດຊາດທີ່ເສື່ອມຊາມຈົນເຖິງທີ່ສຸດ, ທົນຮັບການເຍາະເຍີ້ຍ, ການດູຖູກ, ການພິພາກສາ ແລະ ການປະນາມຈາກຄົນທຸກປະເພດ ພ້ອມທັງຖືກຕາມລ່າໂດຍມານຮ້າຍ ແລະ ການປະຕິເສດ ແລະ ການເປັນປໍລະປັກຈາກໂລກສາດສະໜາ, ສ້າງຮອຍບາດໃນວິນຍານເຊິ່ງບໍ່ມີຜູ້ໃດສາມາດຊົດເຊີຍໄດ້. ມັນເປັນສິ່ງທີ່ເຈັບປວດ. ພຣະອົງໄດ້ຊ່ວຍມະນຸດຊາດທີ່ເສື່ອມຊາມດ້ວຍຄວາມອົດທົນທີ່ໃຫຍ່ຫຼວງ, ພຣະອົງຮັກຜູ້ຄົນ ເຖິງແມ່ນວ່າພຣະອົງຈະມີຮອຍບາດ ແລະ ນີ້ຄືພາລະກິດທີ່ເຈັບປວດຢ່າງສຸດຊຶ້ງ. ການຕໍ່ຕ້ານທີ່ຊົ່ວຮ້າຍຂອງມະນຸດຊາດ, ການປະນາມ ແລະ ການເວົ້າໃສ່ຮ້າຍ, ການກ່າວຕໍານິຢ່າງຜິດໆ, ການຂົ່ມເຫັງ ແລະ ການສະແຫວງຫາ ແລະ ການຂ້າຂອງພວກເຂົາເຮັດໃຫ້ເນື້ອໜັງຂອງພຣະເຈົ້າເຮັດພາລະກິດນີ້ ໂດຍທີ່ພຣະອົງເອງຕ້ອງຮັບຄວາມສ່ຽງທີ່ໃຫຍ່ຫຼວງ. ຜູ້ໃດສາມາດເຂົ້າໃຈພຣະອົງເມື່ອພຣະອົງທົນທຸກກັບຄວາມເຈັບປວດເຫຼົ່ານີ້ ແລະ ຜູ້ໃດສາມາດປອບໃຈພຣະອົງໄດ້? ມະນຸດມີພຽງແຕ່ຄວາມກະຕືລືລົ້ນໜ້ອຍໜຶ່ງ ແລະ ພວກເຂົາອາດຍັງຈົ່ມຕໍ່ວ່າ ຫຼື ປະຕິບັດຕໍ່ພຣະອົງຢ່າງຂີ້ຄ້ານ ແລະ ຢ່າງເມິນເສີຍ. ພຣະອົງຈະບໍ່ສາມາດທົນທຸກຍ້ອນສິ່ງນີ້ໄດ້ແນວໃດ? ພຣະອົງຮູ້ສຶກເຈັບປວດຫຼາຍໃນຫົວໃຈຂອງພຣະອົງ. ການປອບໃຈທາງໂລກສອງສາມຢ່າງຈະສາມາດຊົດເຊີຍໃຫ້ຄວາມເສຍຫາຍທີ່ມະນຸດຊາດໃຫ້ສ້າງຕໍ່ພຣະເຈົ້າບໍ? ເຈົ້າຄິດວ່າການກິນ ແລະ ການນຸ່ງເຄື່ອງດີໆຄືຄວາມສຸກບໍ? ມຸມມອງນີ້ແມ່ນເປັນຕາຫົວ! ພຣະເຢຊູເຈົ້າພຽງແຕ່ເປັນອິດສະຫຼະຫຼັງຈາກທີ່ເຮັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ມີຊີວິດສາມສິບສາມປີເຄິ່ງ, ຖືກຄຶງເທິງໄມ້ກາງແຂນ ແລະ ຟື້ນຄືນຊີບຈາກຄວາມຕາຍ ແລະ ຈາກນັ້ນກໍປາກົດຕົວທ່າມກາງມະນຸດເປັນເວລາສີ່ສິບມື້, ສິ້ນສຸດຫຼາຍປີແຫ່ງຄວາມເຈັບປວດຂອງພຣະອົງທີ່ໃຊ້ຊີວິດທ່າມກາງມະນຸດຊາດ. ແຕ່ຫົວໃຈຂອງພຣະເຈົ້າຍັງເຈັບປວດຄືເກົ່າຢູ່ສະເໝີ ຍ້ອນກັງວົນຈຸດໝາຍປາຍທາງຂອງຜູ້ຄົນ. ຄົນໃດກໍຕາມບໍ່ສາມາດເຂົ້າໃຈ ຫຼື ທົນຮັບຄວາມເຈັບປວດນີ້ໄດ້. ພຣະເຢຊູເຈົ້າຖືກຄຶງເທິງໄມ້ກາງແຂນເພື່ອແບກຮັບຄວາມຜິດບາບຂອງທຸກຄົນ ເພື່ອວ່າມະນຸດຊາດຈະມີພື້ນຖານສຳລັບຄວາມລອດພົ້ນ. ພຣະອົງໄຖ່ມະນຸດຊາດຈາກມື້ຂອງຊາຕານໂດຍການທີ່ພຣະອົງຖືກຄຶງເທິງໄມ້ກາງແຂນ ແລະ ພຣະອົງພຽງແຕ່ຈົບການເປັນຢູ່ທີ່ເຈັບປວດຂອງພຣະອົງໃນໂລກນີ້ ຫຼັງຈາກທີ່ພຣະອົງໄດ້ສຳເລັດພາລະກິດແຫ່ງການໄຖ່ບາບທັງໝົດຂອງພຣະອົງ. ຫຼັງຈາກທີ່ພາລະກິດທັງໝົດຂອງພຣະອົງສຳເລັດຄົບຖ້ວນ, ພຣະອົງບໍ່ໄດ້ຊັກຊ້າແມ່ນແຕ່ມື້ດຽວ. ພຣະອົງພຽງແຕ່ປາກົດຕົວຕໍ່ຜູ້ຄົນ ເພື່ອວ່າທຸກຄົນຈະຮູ້ວ່າພຣະເຈົ້າໄດ້ສຳເລັດພາລະກິດແຫ່ງການໄຖ່ບາບສຳລັບມະນຸດຊາດ ແລະ ສຳເລັດແຜນການຂອງພຣະອົງໃນເນື້ອໜັງຢ່າງແນ່ນອນ. ພຣະອົງຈະບໍ່ຈາກໄປ ຖ້າມີເສດສ່ວນເລັກໆນ້ອຍໆໃນພາລະກິດທີ່ຍັງບໍ່ສຳເລັດຄົບຖ້ວນ. ໃນຍຸກແຫ່ງພຣະຄຸນ, ພຣະເຢຊູມັກເວົ້າວ່າ “ເວລາຂອງເຮົາບໍ່ທັນໄດ້ມາຮອດເທື່ອ”. ການທີ່ເວລາຂອງພຣະອົງຍັງບໍ່ທັນໄດ້ມາຮອດໝາຍຄວາມວ່າພາລະກິດຂອງພຣະອົງບໍ່ໄດ້ໄປຮອດເສັ້ນຕາຍຂອງມັນ. ນັ້ນໝາຍຄວາມວ່າ ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງບໍ່ແມ່ນພຽງການໄປ ແລະ ການຍ່າງຈາກບ່ອນໜຶ່ງໄປຫາອີກບ່ອນໜຶ່ງ, ເວົ້າ, ກວດສອບຊີວິດໃນຄຣິສຕະຈັກ ແລະ ເວົ້າທຸກສິ່ງທີ່ຈຳເປັນຕ້ອງເວົ້າດັ່ງທີ່ຜູ້ຄົນຈິນຕະນາການ. ຫຼັງຈາກທີ່ພຣະເຈົ້າທີ່ຢູ່ໃນເນື້ອໜັງໄດ້ສຳເລັດພາລະກິດຂອງພຣະອົງ ແລະ ເວົ້າທຸກສິ່ງນີ້, ພຣະອົງຍັງຕ້ອງລໍຖ້າຜົນຮັບສຸດທ້າຍ ແລະ ຜົນທີ່ຈະບັນລຸຈາກສິ່ງທີ່ພຣະອົງເວົ້າ ແລະ ເບິ່ງວ່າຄວາມລອດພົ້ນຂອງມະນຸດຊາດຈະມີລັກສະນະເປັນແນວໃດ. ນີ້ບໍ່ແມ່ນເລື່ອງປົກກະຕິບໍ? ພຣະອົງຈະພຽງແຕ່ປະຖິ້ມພາລະກິດຂອງພຣະອົງຫຼັງຈາກທີ່ຈ່າຍລາຄາທີ່ພຽນພະຍາຍາມທັງໝົດຂອງພຣະອົງບໍ? ພຣະອົງຕ້ອງຂືນຢູ່ຈົນເຖິງທີ່ສຸດ ແລະ ຫຼັງຈາກທີ່ມີຜົນຮັບເທົ່ານັ້ນເອງ ພຣະອົງຈຶ່ງຈະສະບາຍໃຈທີ່ຈະດຳເນີນຂັ້ນຕອນຖັດໄປຂອງພາລະກິດຕໍ່. ພາລະກິດຂອງພຣະເຈົ້າ ແລະ ແຜນການຄຸ້ມຄອງຂອງພຣະອົງເປັນສິ່ງສະເພາະທີ່ມີພຽງແຕ່ພຣະອົງເອງສາມາດເຮັດໄດ້. ສິ່ງທີ່ມະນຸດຊາດ ແລະ ຄົນທີ່ຕິດຕາມພຣະອົງກາຍມາເປັນໃນທີ່ສຸດ, ສິ່ງທີ່ຄົນຖືກຊ່ວຍໃຫ້ລອດພົ້ນໃນກາຍມາເປັນໃນທີ່ສຸດ, ຈຳນວນຄົນທີ່ປະຕິບັດຕາມຄວາມປະສົງຂອງພຣະອົງ, ຈຳນວນຄົນທີ່ຮັກພຣະອົງຢ່າງແທ້ຈິງ, ຈຳນວນຄົນທີ່ຮູ້ຈັກພຣະອົງຢ່າງແທ້ຈິງ, ຈຳນວນຄົນທີ່ອຸທິດຕົນເອງໃຫ້ພຣະອົງ ແລະ ຈຳນວນຄົນທີ່ນະມັດສະການພຣະອົງຢ່າງແທ້ຈິງ... ຄຳຖາມທັງໝົດນີ້ຕ້ອງມີຜົນຮັບ. ມັນບໍ່ແມ່ນ “ຫຼັງຈາກທີ່ພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກສຳເລັດແລ້ວ, ພຣະອົງຄວນມີຄວາມສຸກກັບຕົນເອງ. ພຣະອົງສາມາດມີຄວາມມ່ວນຊື່ນນັ້ນ!” ດັ່ງທີ່ຜູ້ຄົນຈິນຕະນາການ. ໃຫ້ຮູ້ສິ່ງນີ້: ມັນບໍ່ມ່ວນເລີຍ, ມັນແສນເຈັບປວດ! ບາງຄົນບໍ່ເຂົ້າໃຈ ແລະ ຄິດວ່າ “ຖ້າພຣະເຈົ້າເຮັດພາລະກິດຂອງພຣະອົງໃນເນື້ອໜັງ ແລະ ບໍ່ເວົ້າອີກຕໍ່ໄປ, ນັ້ນໝາຍຄວາມວ່າພຣະວິນຍານຂອງພຣະອົງຈາກໄປແລ້ວບໍ?” ດ້ວຍສິ່ງນັ້ນ, ພວກເຂົາກໍເລີ່ມສົງໄສພຣະເຈົ້າ. ຍັງມີບາງຄົນທີ່ເວົ້າວ່າ “ຫຼັງຈາກທີ່ພຣະເຈົ້າສຳເລັດພາລະກິດຂອງພຣະອົງໃນເນື້ອໜັງ ແລະ ເວົ້າແລ້ວ, ພຣະອົງຕ້ອງລໍຖ້າຢ່າງເດັດຂາດບໍ?” ແມ່ນແລ້ວ. ພາລະກິດຂອງພຣະເຈົ້າໃນເນື້ອໜັງມີຂອບເຂດທີ່ສະເພາະ. ມັນບໍ່ໄດ້ເປັນດັ່ງທີ່ຜູ້ຄົນຈິນຕະນາທີ່ມັນຈະຈົບລົງ ແລະ ສຳເລັດ ຫຼັງຈາກທີ່ພາລະກິດສຳເລັດ ແລະ ພຣະວິນຍານບໍລິສຸດສາມາດເຮັດມັນໄດ້ຢ່າງງ່າຍດາຍ. ນັ້ນບໍ່ແມ່ນລັກສະນະທີ່ມັນເປັນ. ມີບາງສິ່ງທີ່ຈຳເປັນຕ້ອງໃຊ້ເນື້ອໜັງເພື່ອຊີ້ນໍາ ແລະ ຮັບມືເປັນການສ່ວນຕົວ. ບໍ່ມີຜູ້ໃດສາມາດແທນທີ່ສິ່ງເຫຼົ່ານີ້ໄດ້ ແລະ ນີ້ຍັງເປັນສ່ວນໜຶ່ງຂອງເຫດຜົນທີ່ວ່າເປັນຫຍັງພາລະກິດຂອງພຣະເຈົ້າໃນເນື້ອໜັງຈຶ່ງມີຄວາມໝາຍສຳຄັນ. ເຈົ້າເຂົ້າໃຈສິ່ງນີ້ບໍ? ໃນອະດີດ, ເຮົາໄດ້ເວົ້າກັບບາງຄົນຢ່າງໃຈຮ້າຍວ່າ “ການເຂົ້າກັບພວກເຈົ້າເປັນສິ່ງທີ່ລຳເຄັນ” ບາງຄົນຈະຕອບວ່າ “ຖ້າພຣະອົງບໍ່ຕ້ອງການຢູ່ກັບພວກເຮົາ, ເປັນຫຍັງພຣະອົງຈຶ່ງລໍຖ້າຢູ່ບ່ອນນີ້?” ນີ້ຄືຄວາມຮັກຂອງພຣະເຈົ້າສຳລັບມະນຸດຊາດ! ພຣະເຈົ້າສາມາດທົນຮັບຈົນເຖິງຕອນນີ້ໄດ້ບໍ ຖ້າບໍ່ມີຄວາມຮັກ? ບາງຄັ້ງພຣະອົງກໍໃຈຮ້າຍ ແລະ ເວົ້າຢ່າງຮຸນແຮງ, ແຕ່ພຣະອົງບໍ່ເຮັດພາລະກິດຂອງພຣະອົງໜ້ອຍລົງ. ພຣະອົງບໍ່ໄດ້ພາດແມ່ນແຕ່ກ້າວດຽວ. ພຣະອົງຈະບໍ່ຢັ້ງຈາກການເຮັດພາລະກິດທີ່ຄວນເຮັດ ແລະ ເວົ້າພຣະທຳທີ່ຄວນເວົ້າ. ພຣະອົງເຮັດ ແລະ ເວົ້າທຸກສິ່ງທີ່ຕ້ອງເຮັດ ແລະ ເວົ້າ. ບາງຄົນເວົ້າວ່າ “ເປັນຫຍັງພຣະເຈົ້າຈຶ່ງເວົ້າໃນຕອນນີ້ໜ້ອຍກວ່າທີ່ພຣະອົງເວົ້າໃນອະດີດ?” ເພາະກ້າວເຫຼົ່ານັ້ນຂອງພາລະກິດໄດ້ສຳເລັດລົງແລ້ວ ແລະ ກ້າວສຸດທ້າຍຄືການລໍຖ້າ. ເຮົາພຽງແຕ່ເຮັດພາລະກິດແຫ່ງການຊີ້ນໍາ ແລະ ເຮົາຕ້ອງວຸ້ນວາຍຕົນເອງກັບທຸກສິ່ງທີ່ເຮົາສາມາດເຮັດໄດ້. ເປັນຫຍັງເຮົາຈຶ່ງຢູ່ໃນສຸຂະພາບທີ່ບໍ່ດີໃນໄລຍະສຸດທ້າຍນີ້ຢູ່ສະເໝີ? ນີ້ເປັນສິ່ງທີ່ມີຄວາມໝາຍອີກດ້ວຍ, ເຈົ້າກໍຮູ້. ມັນເປັນເພາະເຮົາປາດຖະໜາທີ່ຈະແບກຮັບຄວາມເຈັບປ່ວຍ ແລະ ຄວາມເຈັບປວດບາງຢ່າງຂອງມະນຸດຊາດ. ພຣະເຈົ້າທີ່ຢູ່ໃນເນື້ອໜັງອາດປະສົບກັບຄວາມເຈັບປ່ວຍ ແລະ ຄວາມເຈັບປວດບາງຢ່າງ, ແຕ່ທຸກສິ່ງນີ້ເກີດຂຶ້ນຕາມຂັ້ນຕອນ. ພາລະກິດທີ່ບໍ່ຈຳເປັນຕ້ອງເຮັດແມ່ນຖືກຈຳກັດໂດຍອາການປ່ວຍທາງເນື້ອໜັງ ແລະ ມັນບໍ່ສາມາດເຮັດໃຫ້ສຳເລັດໄດ້ ແລະ ຈາກນັ້ນເນື້ອໜັງຕ້ອງທົນທຸກໜ້ອຍໜຶ່ງເມື່ອເວລາມາຮອດ. ຖ້າບໍ່ມີຂໍ້ຈຳກັດຫຼາຍຢ່າງ, ພຣະອົງຈະຕ້ອງການເວົ້າກັບມະນຸດຊາດຫຼາຍຂຶ້ນຢູ່ສະເໝີ ແລະ ໃຫ້ການຊ່ວຍເຫຼືອແກ່ພວກເຂົາຫຼາຍ, ເພາະພຣະອົງກຳລັງເຮັດພາລະກິດແຫ່ງຄວາມລອດພົ້ນ. ສິ່ງດຽວທີ່ພາລະກິດຂອງພຣະເຈົ້າໃນເນື້ອໜັງນັບຕັ້ງແຕ່ຕອນເລີ່ມຕົ້ນຈົນເຖິງຕອນຈົບໄດ້ເປີດເຜີຍແມ່ນຄວາມຮັກຂອງພຣະເຈົ້າ. ແກ່ນແທ້ໃນພາລະກິດຂອງພຣະອົງຄືຄວາມຮັກ ແລະ ພຣະອົງສະຫຼະທຸກສິ່ງ ແລະ ທຸກຢ່າງທີ່ພຣະອົງມີສຳລັບມະນຸດຊາດ.
ລະດູໜາວ, ປີ 1999