1. ຄວາມຈິງແມ່ນຫຍັງ

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

“ໃນຕົ້ນເດີມນັ້ນຊົງເປັນພຣະທຳຢູ່ແລ້ວ ແລະ ພຣະທຳຊົງຢູ່ກັບພຣະເຈົ້າ ແລະ ພຣະທຳຊົງເປັນພຣະເຈົ້າ” (ໂຢຮັນ 1:1).

“ເຮົາເປັນຫົນທາງ, ຄວາມຈິງ ແລະ ຊີວິດ” (ໂຢຮັນ 14:6).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ພຣະເຈົ້າເອງເປັນຊີວິດ ແລະ ເປັນຄວາມຈິງ ແລະ ຊີວິດ ແລະ ຄວາມຈິງຂອງພຣະອົງດໍາລົງຢູ່ຮ່ວມກັນ. ຜູ້ຄົນທີ່ບໍ່ສາມາດຮັບຄວາມຈິງໄດ້ຈະບໍ່ສາມາດຮັບຊີວິດໄດ້ຈັກເທື່ອ. ຖ້າປາດສະຈາກການນໍາ, ການສະໜັບສະໜູນ ແລະ ການສະໜອງຄວາມຈິງ ເຈົ້າຈະຮັບພຽງຕົວໜັງສື, ທິດສະດີ ແລະ ຍິ່ງໄປກວ່ານັ້ນກໍຄື ຄວາມຕາຍ. ຊີວິດຂອງພຣະເຈົ້າມີຢູ່ຕະຫຼອດໄປ ແລະ ຄວາມຈິງ ແລະ ຊີວິດຂອງພຣະອົງດໍາລົງຢູ່ຮ່ວມກັນ. ຖ້າເຈົ້າບໍ່ສາມາດຄົ້ນພົບບໍ່ເກີດແຫ່ງຄວາມຈິງ ແລ້ວເຈົ້າຈະບໍ່ໄດ້ຮັບການບໍາລຸງແຫ່ງຊີວິດ; ຖ້າເຈົ້າບໍ່ສາມາດຮັບການສະໜອງຂອງຊີວິດ ແລ້ວເຈົ້າຈະບໍ່ມີຄວາມຈິງຢ່າງແນ່ນອນ ແລະ ນອກຈາກຈິດຕະນາການ ແລະ ແນວຄວາມຄິດແລ້ວ ຮ່າງກາຍທັງໝົດຂອງເຈົ້າຈະບໍ່ມີຫຍັງເລິຍ ນອກຈາກເນື້ອໜັງ, ເນື້ອໜັງທີ່ເນົ່າເໝັນຂອງເຈົ້າ. ຈົ່ງຮູ້ວ່າ ຄຳເວົ້າໃນໜັງສືບໍ່ນັບເປັນຊີວິດ, ການບັນທຶກປະຫວັດສາດບໍ່ສາມາດຈັດເປັນຄວາມຈິງ, ທິດສະດີຈາກອະດີດບໍ່ສາມາດເຮັດໜ້າທີ່ເປັນພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນໄດ້. ມີພຽງແຕ່ສິ່ງທີ່ພຣະເຈົ້າໄດ້ສຳແດງ ໃນເວລາທີ່ພຣະອົງລົງມາເທິງແຜ່ນດິນໂລກ ແລະ ອາໄສທ່າມກາງມະນຸດ ທີ່ເປັນຄວາມຈິງ, ເປັນຊີວິດ, ເປັນຄວາມປະສົງຂອງພຣະເຈົ້າ ແລະ ຫົນທາງແຫ່ງການປະຕິບັດພາລະກິດໃນປັດຈຸບັນ.

(ຄັດຈາກບົດ “ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຄວາມຈິງແມ່ນສິ່ງທີ່ແທ້ຈິງທີ່ສຸດຂອງຄຳພັງເພີຍແຫ່ງຊີວິດ ແລະ ສິ່ງທີ່ສູງສົ່ງທີ່ສຸດຂອງຄຳພັງເພີຍດັ່ງກ່າວຂອງມະນຸດຊາດທັງໝົດ. ຍ້ອນມັນເປັນສິ່ງທີ່ພຣະເຈົ້າຕ້ອງການໃນມະນຸດ ແລະ ເປັນພາລະກິດທີ່ພຣະເຈົ້າປະຕິບັດດ້ວຍຕົວເອງ, ສະນັ້ນ, ມັນຈຶ່ງຖືກເອີ້ນວ່າ ຄຳພັງເພີຍຂອງຊີວິດ. ມັນບໍ່ແມ່ນຄຳພັງເພີຍທີ່ສະຫຼຸບມາຈາກບາງສິ່ງ ຫຼື ມັນບໍ່ແມ່ນຄຳເວົ້າທີ່ມີຊື່ສຽງຈາກບຸກຄົນທີ່ຍິ່ງໃຫຍ່; ກົງກັນຂ້າມ, ມັນເປັນຖ້ອຍຄຳເຖິງມະນຸດຈາກຜູ້ເປັນເຈົ້ານາຍຂອງສວງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ ແລະ ບໍ່ແມ່ນຄຳເວົ້າທີ່ມະນຸດສະຫຼຸບ ແຕ່ເປັນຊີວິດໂດຍທຳມະຊາດຂອງພຣະເຈົ້າ. ດ້ວຍເຫດນັ້ນ, ມັນຈຶ່ງຖືກເອີ້ນວ່າ ເປັນສິ່ງທີ່ສູງສົ່ງທີ່ສຸດຂອງຄຳພັງເພີຍຂອງຊີວິດທັງໝົດ.

(ຄັດຈາກບົດ “ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ທຸກສິ່ງທີ່ພຣະເຈົ້າເຮັດແມ່ນຄວາມຈິງ ແລະ ຊີວິດ. ຄວາມຈິງແມ່ນສິ່ງທີ່ຜູ້ຄົນບໍ່ສາມາດປາສະຈາກໄດ້ໃນຊີວິດຂອງພວກເຂົາ ແລະ ມັນແມ່ນສິ່ງທີ່ພວກເຂົາບໍ່ສາມາດເຮັດຫຍັງໄດ້ຫາກປາສະຈາກມັນ; ເຈົ້າຍັງສາມາດເວົ້າວ່າ ມັນແມ່ນສິ່ງທີ່ຍິ່ງໃຫຍ່ທີ່ສຸດ. ເຖິງແມ່ນເຈົ້າບໍ່ສາມາດຫຼຽວເບິ່ງມັນ ຫຼື ສຳຜັດມັນໄດ້, ຄວາມສຳຄັນຂອງມັນຕໍ່ເຈົ້າກໍບໍ່ສາມາດຖືກເມີນເສີຍ; ມັນແມ່ນສິ່ງດຽວທີ່ສາມາດນໍາຄວາມສະຫງົບມາສູ່ຫົວໃຈຂອງເຈົ້າ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ບໍ່ວ່າພຣະທໍາທີ່ກ່າວໂດຍພຣະເຈົ້າ ໃນຮູບແບບລັກສະນະພາຍນອກ ຈະທໍາມະດາ ຫຼື ເຂົ້າໃຈຍາກ ຫຼື ບໍ່ກໍຕາມ, ພຣະທໍາເຫຼົ່ານັ້ນກໍແມ່ນຄວາມຈິງທັງໝົດທີ່ມະນຸດຂາດບໍ່ໄດ້ ໃນຂະນະທີ່ເຂົາເຂົ້າສູ່ຊີວິດ; ພຣະທໍາເຫຼົ່ານັ້ນແມ່ນນໍ້າພຸຂອງນໍ້າແຫ່ງຊີວິດ ທີ່ເຮັດໃຫ້ເຂົາສາມາດຢູ່ລອດໄດ້ໃນທາງດ້ານຈິດໃຈ ແລະ ເນື້ອໜັງ. ພຣະທໍາເຫຼົ່ານັ້ນແມ່ນສະໜອງສິ່ງທີ່ມະນຸດຕ້ອງການເພື່ອໃຫ້ມີຊີວິດຢູ່; ຫຼັກຄວາມເຊື່ອ ແລະ ຄວາມເຊື່ອທາງສາສະໜາ ສໍາລັບການດໍາລົງຊີວິດປະຈໍາວັນຂອງເຂົາ; ເສັ້ນທາງ, ເປົ້າໝາຍ ແລະ ທິດທາງ ທີ່ເຂົາຕ້ອງພັດຜ່ານເພື່ອໄດ້ຮັບການຊ່ວຍໃຫ້ລອດພົ້ນ; ຄວາມຈິງທັງໝົດທີ່ເຂົາຄວນມີ ໃນຖານະທີ່ເປັນສິ່ງມີຊີວິດທີ່ຖືກສ້າງຢູ່ຕໍ່ໜ້າພຣະເຈົ້າ; ແລະ ຄວາມຈິງທັງໝົດ ກ່ຽວກັບວິທີທີ່ມະນຸດເຊື່ອຟັງ ແລະ ນະມັດສະການພຣະເຈົ້າ. ພຣະທໍາເຫຼົ່ານັ້ນແມ່ນຫຼັກປະກັນ ທີ່ຮັບປະກັນການຢູ່ລອດຂອງມະນຸດ, ແມ່ນອາຫານປະຈໍາວັນຂອງມະນຸດ ແລະ ຍັງແມ່ນການສະໜັບສະໜູນທີ່ແຂງແກ່ນ ທີ່ເຮັດໃຫ້ມະນຸດສາມາດມີຄວາມເຂັ້ມແຂງ ແລະ ລຸກຂຶ້ນຢືນໄດ້. ພຣະທໍາເຫຼົ່ານັ້ນແມ່ນອຸດົມສົມບູນໄປດ້ວຍຄວາມເປັນຈິງແຫ່ງຄວາມຈິງຂອງຄວາມເປັນມະນຸດແບບປົກກະຕິ ເນື່ອງຈາກມະນຸດທີ່ຖືກສ້າງຂຶ້ນດໍາລົງຢູ່ນໍາ, ອຸດົມສົມບູນໄປດ້ວຍຄວາມຈິງ ເຊິ່ງມະນຸດໄດ້ລຸດພົ້ນເປັນອິດສະຫຼະຈາກຄວາມເສື່ອມຊາມ ແລະ ຫຼົບໜີຈາກແຮ້ວຂອງຊາຕານ, ອຸດົມສົມບູນໄປດ້ວຍການສິດສອນ, ການແນະນໍາ, ການໃຫ້ກໍາລັງໃຈ ແລະ ການປອບໃຈທີ່ບໍ່ຮູ້ຈັກເມື່ອຍ ທີ່ພຣະຜູ້ສ້າງໄດ້ມອບໃຫ້ມວນມະນຸດທີ່ຖືກສ້າງຂຶ້ນ. ພຣະທໍາເຫຼົ່ານັ້ນແມ່ນໄຟ ທີ່ນໍາທາງ ແລະ ໃຫ້ແສງສະຫວ່າງແກ່ມະນຸດ ເພື່ອເຂົ້າໃຈທຸກສິ່ງທີ່ເປັນດ້ານບວກ, ຫຼັກປະກັນທີ່ຮັບປະກັນວ່າ ມະນຸດຈະດໍາລົງຊີວິດ ແລະ ຄອບຄອງທຸກສິ່ງທີ່ຊອບທໍາ ແລະ ສິ່ງທີ່ດີ ເຊິ່ງເປັນມາດຕະຖານທີ່ປະເມີນຜູ້ຄົນ, ເຫດການ ແລະ ວັດຖຸສິ່ງຂອງທັງໝົດ ແລະ ຍັງເປັນເຄື່ອງໝາຍໃນການນໍາທາງ ທີ່ນໍາພາມະນຸດໄປສູ່ການຊ່ວຍໃຫ້ລອດພົ້ນ ແລະ ເສັ້ນທາງແຫ່ງແສງສະຫວ່າງ.

(ຄັດຈາກບົດ “ການຮູ້ຈັກພຣະເຈົ້າແມ່ນເສັ້ນທາງໃນການຍໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຄວາມຈິງບໍ່ໄດ້ເປັນສູດຕໍາລາ ຫຼື ມັນບໍ່ແມ່ນກົດເກນ. ມັນບໍ່ໄດ້ຕາຍ, ມັນຄືຊີວິດ, ມັນຄືສິ່ງທີ່ມີຊີວິດ ແລະ ມັນຄືກົດລະບຽບທີ່ສິ່ງຖືກສ້າງຕ້ອງປະຕິບັດຕາມໃນຊີວິດ ແລະ ກົດລະບຽບທີ່ມະນຸດຕ້ອງມີໃນຊີວິດ. ນີ້ແມ່ນສິ່ງທີ່ເຈົ້າຕ້ອງເຂົ້າໃຈຜ່ານທາງປະສົບການໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ບໍ່ວ່າເຈົ້າມາເຖິງຂັ້ນຕອນໃດໃນປະສົບການຂອງເຈົ້າ, ເຈົ້າກໍບໍ່ສາມາດຕັດຂາດຈາກພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງໄດ້ ແລະ ສິ່ງທີ່ເຈົ້າເຂົ້າໃຈກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ເຈົ້າຮູ້ກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນກໍລ້ວນແລ້ວແຕ່ຖືກສະແດງອອກໃນພຣະທຳຂອງພຣະເຈົ້າ; ພວກມັນເຊື່ອມໂຍງກັບຄວາມຈິງໂດຍແຍກອອກຈາກກັນບໍ່ໄດ້. ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນແມ່ນຄວາມຈິງໃນຕົວຂອງມັນເອງ; ຄວາມຈິງເປັນການສະແດງອອກຢ່າງແທ້ຈິງເຖິງອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ມັນເຮັດໃຫ້ສິ່ງທີ່ພຣະເຈົ້າມີ ແລະ ເປັນນັ້ນເປັນຮູບປະທຳ ແລະ ມັນສ້າງການຢືນຢັນຢ່າງຊັດເຈນກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນ; ມັນບອກເຈົ້າໂດຍກົງກ່ຽວກັບສິ່ງທີ່ພຣະເຈົ້າມັກ, ສິ່ງທີ່ພຣະອົງບໍ່ມັກ, ສິ່ງທີ່ພຣະອົງຕ້ອງການໃຫ້ເຈົ້າເຮັດ ແລະ ສິ່ງທີ່ພຣະອົງບໍ່ອະນຸຍາດໃຫ້ເຈົ້າເຮັດ, ຄົນໃດທີ່ພຣະອົງລັງກຽດ ແລະ ຄົນໃດທີ່ພຣະອົງຊື່ນຊົມ. ເບື້ອງຫຼັງຄວາມຈິງທີ່ພຣະເຈົ້າສະແດງອອກ, ຜູ້ຄົນສາມາດເຫັນເຖິງຄວາມພໍໃຈ, ຄວາມໃຈຮ້າຍ, ຄວາມໂສກເສົ້າ ແລະ ຄວາມສຸກຂອງພຣະອົງ ພ້ອມທັງແກ່ນແທ້ຂອງພຣະອົງ, ນີ້ຄືການເປີດເຜີຍເຖິງອຸປະນິໄສຂອງພຣະອົງ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຄວາມຈິງຄືຊີວິດຂອງພຣະເຈົ້າເອງ; ມັນເປັນຕົວແທນອຸປະນິໄສຂອງພຣະອົງ, ທາດແທ້ຂອງພຣະອົງ ແລະ ທຸກສິ່ງທີ່ຢູ່ໃນພຣະອົງ. ຖ້າເຈົ້າເວົ້າວ່າ ການມີປະສົບການເລັກນ້ອຍໝາຍເຖິງການມີຄວາມຈິງ, ແລ້ວເຈົ້າສາມາດເປັນຕົວແທນອຸປະນິໄສຂອງພຣະເຈົ້າໄດ້ບໍ? ເຈົ້າອາດມີປະສົບການບາງຢ່າງ ຫຼື ມີແສງສະຫວ່າງກ່ຽວກັບດ້ານໃດໜຶ່ງ ຫຼື ຂ້າງໃດໜຶ່ງຂອງຄວາມຈິງ, ແຕ່ເຈົ້າບໍ່ສາມາດສະໜອງສິ່ງນັ້ນໃຫ້ກັບຄົນອື່ນໄດ້ຕະຫຼອດໄປ, ສະນັ້ນ ແສງສະຫວ່າງນີ້ທີ່ເຈົ້າໄດ້ຮັບຈຶ່ງບໍ່ແມ່ນຄວາມຈິງ; ມັນເປັນພຽງຈຸດໃດໜຶ່ງທີ່ຜູ້ຄົນສາມາດບັນລຸໄດ້. ມັນເປັນພຽງປະສົບການທີ່ເໝາະສົມ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງທີ່ບຸກຄົນໜຶ່ງຄວນມີ: ເປັນປະສົບການຕົວຈິງບາງຢ່າງ ແລະ ຄວາມຮູ້ກ່ຽວກັບຄວາມຈິງ. ແສງສະຫວ່າງ, ຄວາມສະຫວ່າງ ແລະ ຄວາມເຂົ້າໃຈຈາກປະສົບການນີ້ບໍ່ສາມາດທົດແທນຄວາມຈິງໄດ້; ເຖິງແມ່ນທຸກຄົນໄດ້ປະສົບກັບຄວາມຈິງນີ້ຢ່າງສົມບູນ ແລະ ດຶງຄວາມເຂົ້າໃຈຈາກປະສົບການຂອງພວກເຂົາທັງໝົດມາຢູ່ຮ່ວມກັນ, ມັນກໍຍັງຈະບໍ່ສາມາດແທນທີ່ຄວາມຈິງດັ່ງກ່າວນັ້ນໄດ້. ດັ່ງທີ່ໄດ້ເວົ້າໃນອະດີດ “ເຮົາຂໍສະຫຼຸບສິ່ງນີ້ດ້ວຍຄະຕິພົດສຳລັບໂລກມະນຸດ: ໃນບັນດາມະນຸດ, ບໍ່ມີຜູ້ໃດຮັກເຮົາ”. ນີ້ແມ່ນຄຳເວົ້າແຫ່ງຄວາມຈິງ; ມັນຄືແກ່ນແທ້ທີ່ແທ້ຈິງຂອງຊີວິດ. ນີ້ແມ່ນສິ່ງທີ່ເລິກເຊິ່ງທີ່ສຸດໃນບັນດາສິ່ງຕ່າງໆ; ນີ້ແມ່ນການສະແດງເຖິງພຣະເຈົ້າເອງ. ເຈົ້າສາມາດສືບຕໍ່ຜະເຊີນກັບມັນໄດ້ ແລະ ຖ້າເຈົ້າຜະເຊີນກັບມັນເປັນເວລາສາມປີ ເຈົ້າກໍຈະມີຄວາມເຂົ້າໃຈແບບຜິວເຜີນກ່ຽວກັບມັນ; ຖ້າເຈົ້າຜະເຊີນກັບມັນເປັນເວລາເຈັດ ຫຼື ແປດປີ ເຈົ້າກໍຈະຍິ່ງໄດ້ຮັບຄວາມເຂົ້າໃຈກ່ຽວກັບມັນຫຼາຍຂຶ້ນ, ແຕ່ຄວາມເຂົ້າໃຈໃດໜຶ່ງທີ່ເຈົ້າໄດ້ຮັບຈະບໍ່ສາມາດທົດແທນຄຳເວົ້າແຫ່ງຄວາມຈິງດັ່ງກ່າວນັ້ນໄດ້ຈັກເທື່ອ. ອີກຄົນໜຶ່ງ ຫຼັງຈາກທີ່ຜະເຊີນກັບມັນເປັນເວລາສອງສາມປີ, ອາດໄດ້ຮັບຄວາມເຂົ້າໃຈເລັກໜ້ອຍ ແລະ ຫຼັງຈາກນັ້ນກໍຈະມີມີຄວາມເຂົ້າໃຈຢ່າງເລິກເຊິ່ງເພີ່ມຂຶ້ນເລັກໜ້ອຍ ຫຼັງຈາກທີ່ໄດ້ຜະເຊີນກັບມັນເປັນເວລາສິບປີ ແລະ ກໍຈະມີຄວາມເຂົ້າໃຈບາງຢ່າງເພີ່ມເຕີມຫຼັງຈາກທີ່ຜະເຊີນກັບມັນຕະຫຼອດຊີວິດ, ແຕ່ຖ້າເຈົ້າ ແລະ ຄົນນັ້ນຮວມຄວາມເຂົ້າໃຈທີ່ພວກເຈົ້າທັງສອງໄດ້ຮັບ, ແມ່ນແຕ່ໃນຕອນນີ້ ບໍ່ວ່າພວກເຈົ້າຈະມີຄວາມເຂົ້າໃຈຫຼາຍສໍ່າໃດກໍຕາມ, ມີປະສົບການຫຼາຍສໍ່າໃດກໍຕາມ, ມີຄວາມຢັ່ງເຖິງຫຼາຍສໍ່າໃດກໍຕາມ, ມີແສງສະຫວ່າງຫຼາຍສໍ່າໃດກໍຕາມ ຫຼື ພວກເຈົ້າທັງສອງມີຕົວຢ່າງຫຼາຍສໍ່າໃດກໍຕາມ, ທຸກສິ່ງເຫຼົ່ານັ້ນກໍຍັງບໍ່ສາມາດທົດແທນຄຳເວົ້າແຫ່ງຄວາມຈິງດັ່ງກ່າວນັ້ນ. ເຮົາໝາຍເຖິງຫຍັງໃນສິ່ງນີ້? ເຮົາໝາຍເຖິງຊີວິດມະນຸດຈະເປັນຊີວິດຂອງມະນຸດຢູ່ສະເໝີ ແລະ ບໍ່ວ່າຄວາມເຂົ້າໃຈຂອງເຈົ້າອາດຈະສອດຄ່ອງກັບຄວາມຈິງ, ກັບເຈດຕະນາຂອງພຣະເຈົ້າ ແລະ ເງື່ອນໄຂຂອງພຣະອົງຫຼາຍສໍ່າໃດກໍຕາມ, ມັນຈະບໍ່ສາມາດທົດແທນຄວາມຈິງໄດ້ຈັກເທື່ອ. ການເວົ້າວ່າຜູ້ຄົນໄດ້ຮັບຄວາມຈິງໝາຍຄວາມວ່າ ພວກເຂົາມີຄວາມເປັນຈິງບາງຢ່າງ, ພວກເຂົາໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບຄວາມຈິງ, ພວກເຂົາໄດ້ຮັບທາງເຂົ້າທີ່ເປັນຈິງບາງຢ່າງສູ່ພຣະທຳຂອງພຣະເຈົ້າ, ພວກເຂົາມີປະສົບການຕົວຈິງບາງຢ່າງກັບພຣະທຳເຫຼົ່ານັ້ນ ແລະ ພວກເຂົາຢູ່ໃນເສັ້ນທາງຖືກຕ້ອງໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ພຽງແຕ່ໜຶ່ງຄຳເວົ້າຈາກພຣະເຈົ້າກໍພຽງພໍສໍາລັບບຸກຄົນໃດໜຶ່ງຕ້ອງຜະເຊີນກັບມັນຕະຫຼອດຊີວິດ; ເຖິງແມ່ນຜູ້ຄົນຕ້ອງຜະເຊີນກັບມັນເປັນເວລາຫຼາຍຊາດ ຫຼື ແມ່ນແຕ່ຫຼາຍພັນປີ, ພວກເຂົາກໍຍັງບໍ່ສາມາດປະສົບກັບຄວາມຈິງໃດໜຶ່ງໄດ້ຢ່າງສົມບູນ ແລະ ຢ່າງທົ່ວເຖິງ. ຖ້າຜູ້ຄົນພຽງແຕ່ເຂົ້າໃຈຄຳເວົ້າສອງສາມຄຳແບບຜິວເຜີນ, ແຕ່ພວກເຂົາອ້າງວ່າພວກເຂົາໄດ້ຮັບຄວາມຈິງ, ແລ້ວສິ່ງນັ້ນຈະບໍ່ແມ່ນເລື່ອງທີ່ໄຮ້ສາລະທັງໝົດ ແລະ ທັງສິ້ນບໍ?

(“ເຈົ້າຮູ້ບໍ່ວ່າຄວາມຈິງແມ່ນຫຍັງແທ້?” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)

ໃນການສະແດງອອກເຖິງຄວາມຈິງຂອງພຣະອົງ, ພຣະເຈົ້າໄດ້ສະແດງອຸປະນິໄສ ແລະ ແກ່ນແທ້ຂອງພຣະອົງ; ການກ່າວຂອງພຣະອົງກ່ຽວກັບຄວາມຈິງບໍ່ແມ່ນອີງຕາມການສະຫຼຸບສິ່ງຕ່າງໆທີ່ເປັນດ້ານບວກຂອງມະນຸດ ແລະ ບໍ່ແມ່ນອີງຕາມຂໍ້ຄວາມທີ່ມະນຸດຮັບຮູ້. ພຣະທຳຂອງພຣະເຈົ້າ ແມ່ນພຣະທຳຂອງພຣະເຈົ້າ; ພຣະທຳຂອງພຣະເຈົ້າແມ່ນຄວາມຈິງ. ພວກມັນແມ່ນພື້ນຖານ ແລະ ກົດໝາຍທີ່ມະນຸດຄວນດຳເນີນຊີວິດຕາມ ແລະ ສິ່ງເຫຼົ່ານັ້ນທີ່ເອີ້ນວ່າເປັນຫຼັກຄໍາສອນທີ່ເກີດມາຈາກຄວາມເປັນມະນຸດ ແມ່ນຖືກປະນາມໂດຍພຣະເຈົ້າ. ພວກມັນບໍ່ໄດ້ຮັບການອະນຸມັດຈາກພຣະອົງ, ແລ້ວແຮງໄກທີ່ພວກມັນຈະເປັນແຫຼ່ງທີ່ມາ ຫຼື ພື້ນຖານຂອງຄຳເວົ້າຂອງພຣະອົງ. ພຣະເຈົ້າສະແດງອຸປະນິໄສຂອງພຣະອົງ ແລະ ແກ່ນແທ້ຂອງພຣະອົງຜ່ານພຣະທຳຂອງພຣະອົງ. ພຣະທຳທັງໝົດທີ່ຖືກນຳອອກມາໂດຍການສະແດງອອກຂອງພຣະອົງແມ່ນຄວາມຈິງ, ເພາະພຣະອົງມີແກ່ນແທ້ຂອງພຣະເຈົ້າ ແລະ ພຣະອົງແມ່ນຄວາມເປັນຈິງຂອງທຸກໆສິ່ງທີ່ເປັນບວກ. ຂໍ້ເທັດຈິງທີ່ວ່າພຣະທຳຂອງພຣະເຈົ້າແມ່ນຄວາມຈິງນັ້ນບໍ່ເຄີຍປ່ຽນແປງ, ບໍ່ວ່າມະນຸດຊາດທີ່ເສື່ອມຊາມນີ້ ຈະວາງພວກມັນຢູ່ບ່ອນໃດ ຫຼື ໃຫ້ນິຍາມພວກມັນຄືແນວໃດກໍຕາມ, ຫຼື ບໍ່ວ່າມະນຸດຈະເບີ່ງພວກມັນ ຫຼື ເຂົ້າໃຈພວກມັນແນວໃດກໍຕາມ. ບໍ່ວ່າພຣະທຳຂອງພຣະເຈົ້າຈະຖືກເວົ້າຫຼາຍເທົ່າໃດກໍຕາມ ແລະ ບໍ່ວ່າມະນຸດທີ່ເສື່ອມຊາມ ແລະ ມີບາບນີ້ຈະປະນາມພວກມັນຫຼາຍເທົ່າໃດກໍຕາມ, ເຖິງວ່າພວກມັນຈະບໍ່ຖືກເຜີຍແຜ່ ແລະ ເຖິງຂັ້ນທີ່ພວກມັນພົບກັບການດູໝິ່ນຈາກມະນຸດທີ່ເສື່ອມຊາມ; ເຖິງແມ່ນຢູ່ໃນສະຖານະການເຫຼົ່ານີ້, ຂໍ້ເທັດຈິງກໍຍັງຄົງບໍ່ສາມາດປ່ຽນແປງໄດ້: ສິ່ງທີ່ເອີ້ນວ່າວັດທະນະທຳ ແລະ ປະເພນີທີ່ມະນຸດໃຫ້ຄ່າ, ເຖິງແມ່ນວ່າຈະປະກອບມີເຫດຜົນຕ່າງໆທີກ່າວມາຂ້າງເທິງ, ມັນກໍບໍ່ສາມາດກາຍເປັນສິ່ງທີ່ເປັນບວກໄດ້ ແລະ ບໍ່ສາມາດກາຍເປັນຄວາມຈິງໄດ້. ນີ້ແມ່ນສິ່ງທີ່ບໍ່ສາມາດປ່ຽນແປງໄດ້.

(“ຄວາມຈິງແມ່ນຫຍັງ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)

ວັດທະນະທຳແບບດັ່ງເດີມຂອງມະນຸດ ແລະ ວິທີການດຳເນີນຊີວິດຈະບໍ່ກາຍເປັນຄວາມຈິງຍ້ອນການປ່ຽນແປງ ຫຼື ການຜ່ານໄປຂອງເວລາ ແລະ ພຣະທຳຂອງພຣະເຈົ້າກໍຈະບໍ່ກາຍເປັນຄຳເວົ້າຂອງມະນຸດ ຍ້ອນການປະນາມ ຫຼື ຄວາມຫຼົງລືມຂອງມະນຸດ. ແກ່ນແທ້ນີ້ຈະບໍ່ມີວັນປ່ຽນແປງ; ຄວາມຈິງຈະເປັນຄວາມຈິງສະເໝີ. ຂໍ້ເທັດຈິງກໍຄື: ຄຳເວົ້າເຫຼົ່ານັ້ນທັງໝົດທີ່ຖືກສະຫຼຸບໂດຍມະນຸດມີຈຸດເລີ່ມຕົ້ນມາຈາກຊາຕານ, ພວກມັນແມ່ນຈິນຕະນາການ ແລະ ຄວາມເຊື່ອຂອງມະນຸດ, ພວກມັນຍັງເກີດຂື້ນຈາກຄວາມເລືອດຮ້ອນຂອງມະນຸດ ແລະ ບໍ່ມີຫຍັງເລີຍທີ່ກ່ຽວຂ້ອງກັບສິ່ງທີ່ເປັນດ້ານບວກ. ພຣະທຳຂອງພຣະເຈົ້າ, ໃນທາງກັບກັນ ແມ່ນການສະແດງອອກຂອງແກ່ນແທ້ ແລະ ສະຖານະຂອງພຣະເຈົ້າ. ຍ້ອນເຫດຜົນໃດພຣະອົງຈຶ່ງສະແດງພຣະທຳເຫຼົ່ານີ້? ເປັນຫຍັງເຮົາຈຶ່ງເວົ້າວ່າພວກມັນແມ່ນຄວາມຈິງ? ເຫດຜົນແມ່ນຍ້ອນວ່າ ພຣະເຈົ້າຄວບຄຸມກົດໝາຍ, ຫຼັກການ, ຮາກເຫງົ້າ, ແກ່ນສານ, ຄວາມແທ້ຈິງ ແລະ ຄວາມເລິກລັບຂອງທຸກສິ່ງທັງໝົດ ແລະ ພວກມັນກໍຢູ່ໃນກຳມືຂອງພຣະອົງ ແລະ ພຣະເຈົ້າຜູ້ດຽວທີ່ຮູ້ຫຼັກການ, ຄວາມແທ້ຈິງ, ຂໍ້ເທັດຈິງ ແລະ ຄວາມເລິກລັບຂອງທຸກສິ່ງທັງໝົດ; ພຣະອົງຮູ້ຕົ້ນກຳເນີດຂອງພວກມັນ ແລະ ຮູ້ວ່າຮາກເຫງົ້າຂອງພວກມັນເປັນແນວໃດແທ້. ດັ່ງນັ້ນ, ມີພຽງແຕ່ຄຳນິຍາມຂອງທຸກສິ່ງທີ່ຖືກກ່າວເຖິງໃນພຣະທຳຂອງພຣະເຈົ້າທີ່ຖືກຕ້ອງທີ່ສຸດ ແລະ ຄວາມຕ້ອງການສຳລັບມະນຸດຊາດພາຍໃນພຣະທຳຂອງພຣະເຈົ້າແມ່ນພຽງມາດຕະຖານດຽວສຳລັບມະນຸດຊາດ; ເປັນພຽງເງື່ອນໄຂດຽວທີ່ມະນຸດຄວນດຳເນີນຊີວິດຕາມ.

(“ຄວາມຈິງແມ່ນຫຍັງ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)

ກ່ອນນີ້: 3. ການກຳນົດວ່າພຣະເຈົ້າທີ່ແທ້ຈິງອົງດຽວເປັນພຣະເຈົ້າສາມອົງຄືການທ້າທາຍ ແລະ ໝິ່ນປະໝາດພຣະເຈົ້າ

ຕໍ່ໄປ: 2. ຄວາມເປັນຈິງທີ່ແທ້ຈິງ ແມ່ນຫຍັງ ແລະ ຄວາມຮູ້ ແລະ ຄຳສັ່ງສອນໃນພຣະຄຳພີແມ່ນຫຍັງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້