2. ຄວາມເປັນຈິງທີ່ແທ້ຈິງ ແມ່ນຫຍັງ ແລະ ຄວາມຮູ້ ແລະ ຄຳສັ່ງສອນໃນພຣະຄຳພີແມ່ນຫຍັງ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ການສາມາດອົດທົນຕໍ່ພຣະທໍາຂອງພຣະເຈົ້າ ແລະ ສາມາດອະທິບາຍພຣະທໍາເຫຼົ່ານັ້ນຢ່າງເປີດເຜີຍບໍ່ໄດ້ໝາຍຄວາມວ່າ ເຈົ້າຄອບຄອງຄວາມເປັນຈິງ. ມັນບໍ່ງ່າຍຄືດັ່ງທີ່ເຈົ້າຈິນຕະນາການໄວ້. ເຈົ້າຈະມີຄວາມເປັນຈິງ ຫຼື ບໍ່ມີຄວາມເປັນຈິງ ບໍ່ໄດ້ອີງຕາມສິ່ງທີ່ເຈົ້າເວົ້າ; ແຕ່ກົງກັນຂ້າມ ແມ່ນອີງຕາມສິ່ງທີ່ເຈົ້າດໍາລົງຢູ່. ເມື່ອພຣະທໍາຂອງພຣະເຈົ້າກາຍເປັນຊີວິດຂອງເຈົ້າ ແລະ ກາຍເປັນຖ້ອຍຄໍາແບບທໍາມະຊາດຂອງເຈົ້າ ນັ້ນສາມາດເວົ້າໄດ້ວ່າ ເຈົ້າມີຄວາມເປັນຈິງ ແລະ ພຽງເມື່ອນັ້ນເຈົ້າຈຶ່ງສາມາດຖືວ່າໄດ້ຮັບຄວາມເຂົ້າໃຈ ແລະ ໄດ້ຮັບວຸທິພາວະທີ່ແທ້ຈິງ. ເຈົ້າຕ້ອງສາມາດທົນຕໍ່ການກວດສອບໄລຍະຍາວ ແລະ ເຈົ້າຕ້ອງສາມາດດໍາລົງຢູ່ຕາມພາບຫຼັກຂອງຄວາມຕ້ອງການຂອງພຣະເຈົ້າ. ນີ້ຕ້ອງບໍ່ແມ່ນພຽງແຕ່ການທໍາທ່າເຮັດ ແຕ່ມັນຕ້ອງໄຫຼອອກມາຈາກເຈົ້າຢ່າງເປັນທໍາມະຊາດ. ພຽງເມື່ອນັ້ນ ເຈົ້າຈິ່ງຈະມີຄວາມເປັນຈິງຢ່າງແທ້ຈິງ ແລະ ພຽງເມື່ອນັ້ນ ເຈົ້າຈິ່ງຈະໄດ້ຮັບຊີວິດ. ເຮົາຂໍຍົກການທົດລອງຂອງຜູ້ບໍລິການທີ່ທຸກຄົນຄຸ້ນເຄີຍມາເປັນຕົວຢ່າງ. ໃຜກໍສາມາດອະທິບາຍກ່ຽວກັບທິດສະດີທີ່ສູງສົ່ງກ່ຽວກັບຜູ້ບໍລິການໄດ້; ທຸກຄົນແມ່ນມີລະດັບຄວາມເຂົ້າໃຈທີ່ເໝາະສົມກ່ຽວກັບເລື່ອງດັ່ງກ່າວນີ້; ພວກເຂົາບັນຍາຍກ່ຽວກັບມັນ ແລະ ແຕ່ລະຄໍາບັນຍາຍກໍເລີດເກີນກວ່າຄໍາບັນຍາຍທີ່ຜ່ານມາ ຄືກັບວ່າ ນີ້ແມ່ນການແຂ່ງຂັນ. ຢ່າງໃດກໍຕາມ, ຖ້າມະນຸດບໍ່ໄດ້ຜ່ານການທົດລອງທີ່ສໍາຄັນນີ້ ມັນກໍຍາກທີ່ຈະເວົ້າວ່າ ເຂົາມີຄໍາພະຍານທີ່ດີ. ສະຫຼຸບກໍຄື ການດໍາລົງຢູ່ຂອງມະນຸດແມ່ນຍັງຂາດເຂີນຫຼາຍ ແລະ ມັນບໍ່ສອດຄ່ອງກັບຄວາມເຂົ້າໃຈຂອງເຂົາເລີຍ. ດັ່ງນັ້ນ, ມັນຈິ່ງຍັງບໍ່ໄດ້ກາຍເປັນວຸດທິພາວະທີ່ແທ້ຈິງຂອງມະນຸດ ແລະ ມັນກໍຍັງບໍ່ແມ່ນຊີວິດຂອງມະນຸດ. ຍ້ອນວ່າ ຄວາມເຂົ້າໃຈຂອງມະນຸດບໍ່ໄດ້ຖືກນໍາເຂົ້າສູ່ຄວາມເປັນຈິງ, ວຸດທິພາວະຂອງເຂົາແມ່ນຍັງຄ້າຍຄືກັບຫໍຜາສາດທີ່ຖືກສ້າງຂຶ້ນຢູ່ເທິງດິນຊາຍ, ກວາຍໄປມາ ແລະ ກໍາລັງຈະເພພັງລົງ. ມະນຸດແມ່ນມີຄວາມເປັນຈິງໜ້ອຍເກີນໄປ; ມັນເກືອບເປັນໄປບໍ່ໄດ້ ທີ່ຈະຊອກຫາຄວາມເປັນຈິງໃດໆໃນມະນຸດ. ຄວາມເປັນຈິງ ທີ່ໄຫຼອອກຈາກມະນຸດໂດຍທໍາມະຊາດແມ່ນມີໜ້ອຍເກີນໄປ ແລະ ຄວາມເປັນຈິງທັງໝົດທີ່ພວກເຂົາດໍາລົງຢູ່ແມ່ນຖືກບັງຄັບ. ນີ້ແມ່ນເຫດຜົນທີ່ເຮົາເວົ້າວ່າ ມະນຸດບໍ່ມີຄວາມເປັນຈິງ. ເຖິງແມ່ນວ່າ ຜູ້ຄົນອ້າງວ່າ ຄວາມຮັກຂອງພວກເຂົາທີ່ມີຕໍ່ພຣະເຈົ້າບໍ່ເຄີຍປ່ຽນແປງຈັກເທື່ອ, ນີ້ເປັນພຽງສິ່ງທີ່ພວກເຂົາເວົ້າກ່ອນທີ່ພວກເຂົາຈະຜະເຊີນກັບການທົດລອງ. ເມື່ອພວກເຂົາຜະເຊີນກັບການທົດລອງໃນມື້ໃດມື້ໜຶ່ງຢ່າງກະທັນຫັນ, ສິ່ງທີ່ພວກເຂົາເວົ້າເຖິງກໍຈະຕົກອອກຈາກບາດກ້າວຂອງຄວາມເປັນຈິງອີກຄັ້ງ ແລະ ນີ້ຈະພິສູດໃຫ້ເຫັນອີກຄັ້ງວ່າ ມະນຸດບໍ່ມີຄວາມເປັນຈິງ. ສາມາດເວົ້າໄດ້ວ່າ ເມື່ອໃດກໍຕາມທີ່ເຈົ້າຜະເຊີນກັບສິ່ງທີ່ບໍ່ເຂົ້າກັບຄວາມຄິດຂອງເຈົ້າ ແລະ ຕ້ອງການໃຫ້ເຈົ້າປ່ອຍປະຕົນເອງ, ສິ່ງເຫຼົ່ານັ້ນແມ່ນການທົດລອງຂອງເຈົ້າ. ກ່ອນຄວາມປະສົງຂອງພຣະເຈົ້າຈະຖືກເປີດເຜີຍ, ທຸກຄົນແມ່ນຜ່ານການທົດສອບຢ່າງຮຸນແຮງ ແລະ ການທົດລອງຢ່າງໜັກ. ເຈົ້າສາມາດເຂົ້າໃຈສິ່ງນີ້ບໍ? ໃນເວລາທີ່ພຣະເຈົ້າຕ້ອງການທົດລອງມະນຸດ, ພຣະອົງປ່ອຍໃຫ້ພວກເຂົາເລືອກດ້ວຍຕົວເອງສະເໝີ ກ່ອນທີ່ຄວາມຈິງຈະຖືກເປີດເຜີຍ. ນີ້ໝາຍຄວາມວ່າ ເມື່ອພຣະເຈົ້າທົດລອງມະນຸດ, ພຣະອົງຈະບໍ່ບອກເຈົ້າຄວາມຈິງຈັກເທື່ອ; ນີ້ແມ່ນວິທີທີ່ຜູ້ຄົນຖືກເປີດເຜີຍ. ນີ້ແມ່ນວິທີໜຶ່ງ ທີ່ພຣະເຈົ້າດໍາເນີນພາລະກິດຂອງພຣະອົງ ເພື່ອເບິ່ງວ່າ ເຈົ້າເຂົ້າໃຈພຣະເຈົ້າໃນປະຈຸບັນ ຫຼື ບໍ່ ແລະ ເພື່ອເບິ່ງວ່າ ເຈົ້າມີຄວາມເປັນຈິງ ຫຼື ບໍ່. ເຈົ້າປາດສະຈາກຂໍ້ສົງໄສກ່ຽວກັບພາລະກິດຂອງພຣະເຈົ້າຢ່າງແທ້ຈິງບໍ? ເຈົ້າຈະສາມາດຢືນຢ່າງໝັ້ນຄົງ ເມື່ອການທົດລອງທີ່ຍິ່ງໃຫຍ່ມາຮອດເຈົ້າໄດ້ບໍ? ໃຜກ້າເວົ້າວ່າ “ຂ້ານ້ອຍຮັບປະກັນວ່າ ຈະບໍ່ມີບັນຫາ?” ໃຜກ້າເວົ້າວ່າ “ຄົນອື່ນອາດຈະສົງໄສ ແຕ່ຂ້ານ້ອຍຈະບໍ່ມີວັນສົງໄສ?” ມັນຄ້າຍຄືກັບເມື່ອເປໂຕຖືກທົດລອງ: ລາວເວົ້າໃຫຍ່ສະເໝີກ່ອນຄວາມຈິງຈະຖືກເປີດເຜີຍ. ນີ້ບໍ່ແມ່ນຂໍ້ຜິດພາດສະເພາະສ່ວນຕົວຂອງເປໂຕ; ນີ້ແມ່ນຄວາມລໍາບາກທີ່ຍິ່ງໃຫຍ່ທີ່ມະນຸດທຸກຄົນໃນປະຈຸບັນຕ້ອງຜະເຊີນ. ຖ້າເຮົາໄປຢ້ຽມຢາມຫຼາຍບ່ອນ ຫຼື ຖ້າເຮົາໄປຢ້ຽມຢາມອ້າຍເອື້ອຍນ້ອງຫຼາຍຄົນ ເພື່ອເບິ່ງວ່າ ແມ່ນຫຍັງຄືຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບພາລະກິດໃນປະຈຸບັນຂອງພຣະເຈົ້າ, ພວກເຈົ້າຈະສາມາດເວົ້າຫຼາຍຢ່າງກ່ຽວກັບຄວາມເຂົ້າໃຈຂອງພວກເຈົ້າຢ່າງແນ່ນອນ ແລະ ມັນກໍຈະປາກົດວ່າ ພວກເຈົ້າບໍ່ມີຂໍ້ສົງໄສຫຍັງເລີຍ. ຖ້າເຮົາຕ້ອງຖາມເຈົ້າວ່າ: “ເຈົ້າສາມາດຕັດສິນວ່າ ພຣະເຈົ້າເປັນຜູ້ປະຕິບັດພາລະກິດໃນປະຈຸບັນດ້ວຍພຣະອົງເອງແທ້ບໍ? ບໍ່ມີຂໍ້ສົງໄສຫຍັງບໍ?” ແນ່ນອນຢູ່ແລ້ວ ເຈົ້າກໍຈະຕອບວ່າ: “ບໍ່ມີຂໍ້ສົງໄສຫຍັງເລີຍ, ມັນແມ່ນພາລະກິດທີ່ປະຕິບັດໂດຍພຣະວິນຍານຂອງພຣະເຈົ້າ”. ເມື່ອເຈົ້າໄດ້ຕອບຄໍາຖາມດ້ວຍວິທີດັ່ງກ່າວນີ້, ແນ່ນອນ ເຈົ້າຈະບໍ່ສົງໄສອີກ ແລະ ເຈົ້າອາດຈະຍັງຮູ້ສຶກມີຄວາມສຸກຫຼາຍ, ຄິດວ່າຕົນເອງໄດ້ຮັບຄວາມເປັນຈິງຢ່າງຫຼວງຫຼາຍ. ຜູ້ທີ່ມັກເຂົ້າໃຈສິ່ງຕ່າງໆໃນລັກສະນະນີ້ ແມ່ນຜູ້ທີ່ມີຄວາມເປັນຈິງໜ້ອຍຫຼາຍ; ຍິ່ງຄົນໆໜຶ່ງຄິດວ່າຕົນເອງໄດ້ຮັບມັນ ຄົນໆນັ້ນກໍຍິ່ງບໍ່ສາມາດຢືນຢ່າງໝັ້ນຄົງເມື່ອຜະເຊີນກັບການທົດລອງ. ຂໍໃຫ້ຄົນທີ່ອວດດີ ແລະ ຈອງຫອງພົບແຕ່ຄວາມໂສກເສົ້າ ແລະ ຂໍໃຫ້ຜູ້ທີ່ບໍ່ມີຄວາມຮູ້ກ່ຽວກັບຕົວເອງພົບແຕ່ຄວາມໂສກເສົ້າ; ເພາະຄົນດັ່ງກ່າວແມ່ນເກັ່ງແຕ່ເວົ້າ ແຕ່ຂີ້ຮ້າຍທີ່ສຸດໃນການນໍາເອົາຄໍາເວົ້າຂອງເຂົາໄປປະຕິບັດ. ເມື່ອມີຄວາມຫຍຸ້ງຍາກພຽງເລັກນ້ອຍ, ຄົນເຫຼົ່ານີ້ກໍຈະເລີ່ມມີຂໍ້ສົງໄສ ແລະ ຄວາມຄິດລົ້ມເລີກກໍເລືອເຂົ້າສູ່ສະໝອງຂອງພວກເຂົາ. ພວກເຂົາບໍ່ມີຄວາມເປັນຈິງໃດໆເລີຍ; ພວກເຂົາມີພຽງທິດສະດີທີ່ນອກເໜືອສາສະໜາ ໂດຍປາດສະຈາກຄວາມເປັນຈິງທີ່ພຣະເຈົ້າຮຽກຮ້ອງຕ້ອງການໃນປັດຈຸບັນ. ເຮົາລັງກຽດຄົນທີ່ເວົ້າແຕ່ທິດສະດີ ແລະ ບໍ່ມີຄວາມເປັນຈິງທີ່ສຸດ. ພວກເຂົາຮ້ອງສຽງດັງທີ່ສຸດໃນເວລາດໍາເນີນພາລະກິດຂອງພວກເຂົາ ແຕ່ທັນທີໃດທີ່ພວກເຂົາຜະເຊີນກັບຄວາມເປັນຈິງ ພວກເຂົາກໍລົ້ມເຫຼວ. ນີ້ບໍ່ໄດ້ສະແດງໃຫ້ເຫັນວ່າ ຜູ້ຄົນເຫຼົ່ານີ້ບໍ່ມີຄວາມເປັນຈິງບໍ? ບໍ່ວ່າລົມ ແລະ ຄື້ນທະເລຈະຮຸນແຮງຊໍ່າໃດກໍຕາມ, ຖ້າເຈົ້າຍັງສາມາດຢືນຢູ່ໂດຍບໍ່ມີຂໍ້ສົງໄສໃດໆໃນສະໝອງຂອງເຈົ້າ ແລະ ເຈົ້າສາມາດຢືນຢ່າງໝັ້ນຄົງ ແລະ ບໍ່ມີການປະຕິເສດ ເຖິງແມ່ນວ່າຈະບໍ່ມີໃຜຍັງຄົງເຫຼືອຢູ່ກໍຕາມ, ແລ້ວເຈົ້າກໍຈະຖືວ່າມີຄວາມເຂົ້າໃຈຢ່າງແທ້ຈິງ ແລະ ມີຄວາມເປັນຈິງທີ່ແທ້ຈິງ.

(ຄັດຈາກບົດ “ການປະຕິບັດຄວາມຈິງເທົ່ານັ້ນຄືການມີຄວາມເປັນຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະເຈົ້າບໍ່ໄດ້ຕ້ອງການໃຫ້ຜູ້ຄົນມີ ພຽງແຕ່ຄວາມສາມາດໃນການເວົ້າກ່ຽວກັບ ຄວາມເປັນຈິງ. ນັ້ນຈະງ່າຍເກີນໄປ ບໍ່ແມ່ນບໍ? ແລ້ວເປັນຫຍັງພຣະເຈົ້າຈຶ່ງເວົ້າກ່ຽວກັບການເຂົ້າສູ່ຊີວິດ? ເປັນຫຍັງພຣະອົງຈຶ່ງເວົ້າກ່ຽວກັບການປ່ຽນແປງ? ຖ້າຜູ້ຄົນພຽງແຕ່ສາມາດເວົ້າປາກເປົ່າກ່ຽວກັບຄວາມຈິງ ແລ້ວພວກເຂົາສາມາດປ່ຽນແປງອຸປະນິໄສຂອງພວກເຂົາໄດ້ບໍ? ທະຫານທີ່ດີຂອງອະນາຈັກ ບໍ່ໄດ້ຖືກເຝິກໃຫ້ເປັນກຸ່ມຄົນທີ່ສາມາດພຽງແຕ່ເວົ້າກ່ຽວກັບຄວາມເປັນຈິງ ຫຼື ເປັນຄົນທີ່ໂອ້ອວດເທົ່ານັ້ນ ແຕ່ກົງກັນຂ້າມ ພວກເຂົາຖືກເຝິກໃຫ້ດໍາລົງຢູ່ໃນພຣະທໍາຂອງພຣະເຈົ້າຕະຫຼອດເວລາ, ເປັນຜູ້ເດັດດ່ຽວ ບໍ່ວ່າພວກເຂົາຈະພົບກັບຄວາມລົ້ມເຫຼວ ແລະ ດໍາເນີນຊີວິດຕາມພຣະທໍາຂອງພຣະເຈົ້າຕະຫຼອດເວລາ ແລະ ບໍ່ກັບຄືນໄປສູ່ຝ່າຍໂລກ. ນີ້ແມ່ນຄວາມເປັນຈິງທີ່ພຣະເຈົ້າກ່າວເຖິງ ແລະ ນີ້ແມ່ນຄວາມຕ້ອງການຂອງພຣະເຈົ້າທີ່ມີຕໍ່ມະນຸດ. ດັ່ງນັ້ນ, ຢ່າເບິ່ງຄວາມເປັນຈິງທີ່ພຣະເຈົ້າກ່າວເປັນສິ່ງທີ່ທໍາມະດາເກີນໄປ. ການມີພຽງແຕ່ແສງສະຫວ່າງຂອງພຣະວິນຍານບໍລິສຸດ ບໍ່ໄດ້ເທົ່າກັບການມີຄວາມເປັນຈິງ: ນີ້ບໍ່ແມ່ນວຸດທິພາວະຂອງມະນຸດ ແຕ່ເປັນພຣະຄຸນຂອງພຣະເຈົ້າ ເຊິ່ງມະນຸດບໍ່ໄດ້ປະກອບສ່ວນຫຍັງເລີຍ. ມະນຸດແຕ່ລະຄົນຕ້ອງທົນທຸກແບບເປໂຕ ແລະ ຍິ່ງໄປກວ່ານັ້ນ ກໍຕ້ອງມີສະຫງ່າລາສີຂອງເປໂຕ ເຊິ່ງພວກເຂົາຕ້ອງດໍາລົງຢູ່ຫຼັງຈາກທີ່ພວກເຂົາໄດ້ຮັບພາລະກິດຂອງພຣະເຈົ້າ. ມີແຕ່ສິ່ງນີ້ເທົ່ານັ້ນທີ່ສາມາດເອີ້ນວ່າ ຄວາມເປັນຈິງ. ຢ່າຄິດວ່າ ເຈົ້າມີຄວາມເປັນຈິງ ຍ້ອນເຈົ້າສາມາດເວົ້າກ່ຽວກັບຄວາມເປັນຈິງ. ນີ້ແມ່ນຄວາມຄິດທີ່ຜິດ. ຄວາມຄິດດັ່ງກ່າວບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ແລະ ບໍ່ມີຄວາມໝາຍທີ່ແທ້ຈິງ. ຈົ່ງຢ່າເວົ້າສິ່ງດັ່ງກ່າວໃນອະນາຄົດ. ຈົ່ງຢຸດການເວົ້າແບບນັ້ນ! ທຸກຄົນທີ່ມີຄວາມເຂົ້າໃຈຜິດກ່ຽວກັບພຣະທໍາຂອງພຣະເຈົ້າຄືຜູ້ທີ່ບໍ່ມີຄວາມເຊື່ອ. ພວກເຂົາບໍ່ມີຄວາມຮູ້ທີ່ແທ້ຈິງ ແລະ ແຮງໄກທີ່ຈະມີວຸດທິພາວະທີ່ແທ້ຈິງ; ພວກເຂົາແມ່ນຄົນໂງ່ທີ່ປາດສະຈາກຄວາມເປັນຈິງ. ເວົ້າອີກຢ່າງກໍຄື ທຸກຄົນທີ່ດໍາລົງຊີວິດຢູ່ນອກແກ່ນສານຂອງພຣະທໍາຂອງພຣະເຈົ້າ ແມ່ນຜູ້ທີ່ບໍ່ມີຄວາມເຊື່ອ. ຜູ້ທີ່ມະນຸດຖືວ່າ ເປັນຜູ້ທີ່ບໍ່ມີຄວາມເຊື່ອ ແມ່ນສັດຮ້າຍໃນສາຍຕາຂອງພຣະເຈົ້າ ແລະ ຜູ້ທີ່ພຣະເຈົ້າຖືວ່າ ເປັນຜູ້ທີ່ບໍ່ມີຄວາມເຊື່ອ ແມ່ນຜູ້ທີ່ບໍ່ມີພຣະທໍາຂອງພຣະເຈົ້າໃນຊີວິດຂອງພວກເຂົາ. ດັ່ງນັ້ນ, ຈຶ່ງສາມາດເວົ້າໄດ້ວ່າ ຜູ້ທີ່ບໍ່ມີຄວາມເປັນຈິງຂອງພຣະທໍາຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ສາມາດດໍາລົງຊີວິດຢູ່ໃນພຣະທໍາຂອງພຣະເຈົ້າແມ່ນຜູ້ທີ່ບໍ່ມີຄວາມເຊື່ອ. ເຈດຕະນາຂອງພຣະເຈົ້າແມ່ນເພື່ອເຮັດໃຫ້ ທຸກຄົນດໍາລົງຊີວິດຢູ່ກັບຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ, ບໍ່ແມ່ນພຽງແຕ່ວ່າໃຫ້ ທຸກຄົນສາມາດເວົ້າກ່ຽວກັບຄວາມເປັນຈິງໄດ້ເທົ່ານັ້ນ, ແຕ່ສໍາຄັນໄປກວ່ານັ້ນ ແມ່ນເພື່ອໃຫ້ທຸກຄົນສາມາດດໍາລົງຊີວິດຢູ່ກັບຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ.

(ຄັດຈາກບົດ “ການປະຕິບັດຄວາມຈິງເທົ່ານັ້ນຄືການມີຄວາມເປັນຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຖ້າພວກເຈົ້າໄດ້ອ່ານພຣະທຳຫຼາຍຂໍ້ຂອງພຣະເຈົ້າ ແຕ່ເຂົ້າໃຈພຽງແຕ່ຄວາມໝາຍຂອງຂໍ້ຄວາມ ແລະ ບໍ່ມີຄວາມຮູ້ໂດຍກົງກ່ຽວກັບພຣະທຳຂອງພຣະເຈົ້າຜ່ານປະສົບການພາກປະຕິບັດຂອງພວກເຈົ້າ, ແລ້ວເຈົ້າກໍຈະບໍ່ຮູ້ຈັກພຣະທໍາຂອງພຣະເຈົ້າ. ຕາມຄວາມຄິດຂອງເຈົ້າແລ້ວ, ພຣະທຳຂອງພຣະເຈົ້າບໍ່ແມ່ນຊີວິດ ແຕ່ເປັນພຽງຕົວອັກສອນທີ່ບໍ່ມີຊີວິດ. ແລ້ວຖ້າເຈົ້າພຽງແຕ່ດຳລົງຊີວິດໂດຍປະຕິບັດຕາມຕົວອັກສອນທີ່ບໍ່ມີຊີວິດເທົ່ານັ້ນ, ແລ້ວເຈົ້າກໍບໍ່ສາມາດເຂົ້າໃຈເຖິງແກ່ນແທ້ຂອງພຣະທຳຂອງພຣະເຈົ້າໄດ້ ຫຼື ເຈົ້າຈະບໍ່ເຂົ້າໃຈຄວາມປະສົງຂອງພຣະອົງເລີຍ. ມີແຕ່ເມື່ອເຈົ້າມີປະສົບການກັບພຣະທຳຂອງພຣະເຈົ້າໃນປະສົບການທີ່ແທ້ຈິງຂອງເຈົ້າເທົ່ານັ້ນ ຄວາມໝາຍຝ່າຍວິນຍານຂອງພຣະທຳຂອງພຣະເຈົ້າຈຶ່ງຈະເປີດເຜີຍຕົວມັນເອງໃຫ້ແກ່ເຈົ້າ ແລະ ໃນປະສົບການເທົ່ານັ້ນ ເຈົ້າຈຶ່ງສາມາດເຂົ້າໃຈຄວາມໝາຍຝ່າຍວິນຍານກ່ຽວກັບຄວາມຈິງຫຼາຍຢ່າງ ແລະ ໄຂຄວາມລຶກລັບແຫ່ງພຣະທຳຂອງພຣະເຈົ້າໄດ້. ຖ້າເຈົ້າບໍ່ນໍາພຣະທຳເຂົ້າສູ່ການປະຕິບັດ ແລ້ວບໍ່ວ່າພຣະທຳຂອງພຣະອົງຈະຊັດເຈນສໍ່າໃດກໍຕາມ, ສິ່ງດຽວທີ່ເຈົ້າເຂົ້າໃຈກໍເປັນພຽງຕົວອັກສອນ ແລະ ຄຳສັ່ງສອນທີ່ຫວ່າງເປົ່າເທົ່ານັ້ນ ເຊິ່ງໄດ້ກາຍເປັນກົດລະບຽບທາງສາສະໜາໃຫ້ກັບເຈົ້າ. ສິ່ງນີ້ບໍ່ແມ່ນສິ່ງທີ່ພວກຟາຣີຊາຍເຮັດບໍ? ຖ້າພວກເຈົ້າປະຕິບັດ ແລະ ຜະເຊີນກັບພຣະທຳຂອງພຣະເຈົ້າ, ພຣະທຳນັ້ນກໍຈະມີປະໂຫຍດໃຫ້ກັບພວກເຈົ້າ; ຖ້າພວກເຈົ້າບໍ່ສະແຫວງຫາເພື່ອປະຕິບັດພຣະທຳນັ້ນ, ແລ້ວພຣະທຳຂອງພຣະເຈົ້າສໍາລັບພວກເຈົ້າແລ້ວ ກໍບໍ່ຕ່າງຫຍັງກັບເລື່ອງເລົ່າລືໃນສະຫວັນຊັ້ນສາມ.

(ຄັດຈາກບົດ “ຫຼັງຈາກທີ່ເຈົ້າເຂົ້າໃຈຄວາມຈິງ, ເຈົ້າຄວນນໍາມັນເຂົ້າສູ່ການປະຕິບັດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເຈົ້າສາມາດເວົ້າກ່ຽວກັບຄວາມຮູ້ຫຼາຍຢ່າງເທົ່າກັບດິນຊາຍຢູ່ຫາດຊາຍ ແຕ່ທຸກສິ່ງໃນນັ້ນແມ່ນບໍ່ມີເສັ້ນທາງທີ່ແທ້ຈິງ. ການເຮັດແບບນັ້ນ, ເຈົ້າບໍ່ໄດ້ຫຼອກລວງຜູ້ຄົນບໍ? ເຈົ້າບໍ່ແມ່ນກໍາລັງເຮັດການສະແດງທີ່ວ່າງເປົ່າ ໂດຍບໍ່ມີເນື້ອຫາຫຍັງມາສະໜັບສະໜູນບໍ? ພຶດຕິກໍາທັງໝົດທີ່ກ່າວມານັ້ນເປັນໄພຕໍ່ຜູ້ຄົນ! ຍິ່ງທິດສະດີສູງສໍ່າໃດ ແລະ ຍິ່ງມັນປາສະຈາກຄວາມເປັນຈິງຫຼາຍສໍ່າໃດ, ມັນກໍຍິ່ງບໍ່ສາມາດນໍາເອົາຜູ້ຄົນເຂົ້າໄປສູ່ຄວາມເປັນຈິງຫຼາຍສໍ່ານັ້ນ; ຍິ່ງທິດສະດີສູງສໍ່າໃດ, ມັນຍິ່ງເຮັດໃຫ້ເຈົ້າຂັດຂືນ ແລະ ຕໍ່ຕ້ານພຣະເຈົ້າ. ບໍ່ໃຫ້ຖືເອົາທິດສະດີທີ່ສູງສົ່ງເປັນສົມບັດທີ່ມີຄ່າ; ພວກມັນເປັນອັນຕະລາຍ ແລະ ບໍ່ມີປະໂຫຍດຫຍັງ! ບາງເທື່ອບາງຄົນສາມາດເວົ້າກ່ຽວກັບທິດສະດີທີ່ສູງສົ່ງ ແຕ່ສິ່ງເຫຼົ່ານີ້ແມ່ນບໍ່ມີຫຍັງທີ່ເປັນຄວາມຈິງເລີຍ ເນື່ອງຈາກວ່າ ຄົນເຫຼົ່ານີ້ບໍ່ໄດ້ປະສົບກັບພວກມັນດ້ວຍຕົວເອງ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ມີເສັ້ນທາງໃນການປະຕິບັດ. ຄົນປະເພດດັ່ງກ່າວບໍ່ສາມາດນໍາຄົນອື່ນໄປສູ່ເສັ້ນທາງທີ່ຖືກຕ້ອງ ແລະ ມີແຕ່ຈະນໍາພາພວກເຂົາໃຫ້ຫຼົງທາງເທົ່ານັ້ນ. ນີ້ບໍ່ແມ່ນເປັນໄພຕໍ່ຜູ້ຄົນບໍ? ຢ່າງໜ້ອຍທີ່ສຸດ, ເຈົ້າຕ້ອງສາມາດແກ້ໄຂບັນຫາໃນປັດຈຸບັນຂອງຜູ້ຄົນ ແລະ ເຮັດໃຫ້ພວກເຂົາສາມາດບັນລຸທາງເຂົ້າສູ່ໄດ້; ມີພຽງສິ່ງນີ້ເທົ່ານັ້ນທີ່ຖືວ່າເປັນການອຸທິດ ແລະ ເມື່ອນັ້ນເຈົ້າຈຶ່ງຈະມີຄຸນສົມບັດທີ່ຈະປະຕິບັດພາລະກິດໃກ້ກັບພຣະເຈົ້າ. ຢ່າເວົ້າດ້ວຍຄໍາເວົ້າທີ່ຫຼູຫຼາ ແລະ ເຕັມໄປດ້ວຍຄວາມເພີ້ຝັນ ແລະ ຢ່າໃຊ້ວິທີການປະຕິບັດທີ່ບໍ່ເໝາະສົມເພື່ອຜູກມັດຜູ້ອື່ນໃຫ້ເຊື່ອຟັງເຈົ້າ. ການເຮັດສິ່ງດັ່ງກ່າວຈະບໍ່ມີຜົນຫຍັງ ແລະ ພຽງແຕ່ຈະເພີ່ມຄວາມສັບສົນເທົ່ານັ້ນ. ການປະຕິບັດແບບນີ້ຈະສ້າງທິດສະດີຫຼາຍໆຢ່າງ ເຊິ່ງຈະເຮັດໃຫ້ຜູ້ຄົນລັງກຽດເຈົ້າ. ນີ້ແມ່ນຂໍ້ບົກຜ່ອງຂອງມະນຸດ ແລະ ມັນເປັນຕາອັບອາຍຂາຍໜ້າແທ້ໆ.

(ຄັດຈາກບົດ “ຕັ້ງໃຈກັບຄວາມເປັນຈິງໃຫ້ຫຼາຍຂຶ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 1. ຄວາມຈິງແມ່ນຫຍັງ

ຕໍ່ໄປ: 3. ຜົນຕາມມາຂອງການເພິ່ງພາຄວາມຮູ້ໃນພຣະຄຳພີ ແລະ ທິດສະດີດ້ານສາສະໜາສາດໃນຄວາມເຊື່ອຂອງຄົນໆໜຶ່ງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້