ມັນເປັນສິ່ງສຳຄັນທີ່ຈະແກ້ໄຂຄວາມສຳພັນລະຫວ່າງມະນຸດ ແລະ ພຣະເຈົ້າ

ໃນການສ້າງຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ, ສິ່ງທີ່ສຳຄັນທີ່ສຸດແມ່ນຄຳຖາມກ່ຽວກັບວິທີການປະຕິບັດຕໍ່ພຣະທຳຂອງພຣະອົງ. ບໍ່ວ່າພຣະອົງຈະເວົ້າໃນລັກສະນະໃດກໍ່ຕາມ, ບໍ່ວ່າພຣະອົງເວົ້າໃນຫົວຂໍ້ໃດ ຫຼື ໃນຂອບເຂດໃດກໍ່ຕາມ, ຄວາມຈິງແມ່ນສິ່ງທີ່ພຣະອົງເວົ້າທັງໝົດແມ່ນສິ່ງທີ່ມະນຸດຕ້ອງການທີ່ສຸດ, ສິ່ງທີ່ມະນຸດຄວນເຂົ້າໃຈ ແລະ ສິ່ງທີ່ພວກເຂົາຄວນໄດ້ຮັບ. ຍິ່ງໄປກວ່ານັ້ນ, ພຣະທຳທີ່ພຣະເຈົ້າຊົງກ່າວໄວ້ນັ້ນ ຢູ່ໃນຂອບເຂດຂອງຈິດໃຈ ແລະຄວາມຄິດຂອງມະນຸດຢ່າງສົມບູນ, ນັ້ນຄືຄວາມສາມາດແກ່ກຳເນີດຂອງມະນຸດ. ພວກມັນສາມາດເຂົ້າເຖິງໄດ້ ແລະ ສາມາດເຂົ້າໃຈໄດ້ສຳລັບມະນຸດ. ບໍ່ວ່າພຣະເຈົ້າເວົ້າຫຍັງ ຫຼື ເຮັດຫຍັງກໍຕາມ, ບໍ່ວ່າມັນເປັນການທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດໃນຕົວບຸກຄົນ ຫຼື ການທີ່ພຣະເຈົ້າຈັດແຈງຜູ້ຄົນ, ເຫດການ, ສິ່ງຕ່າງໆ ຫຼື ສະພາບແວດລ້ອມຕ່າງໆ, ມັນກໍບໍ່ເກີນຂອບເຂດຄວາມສາມາດແກ່ກຳເນີດຂອງມະນຸດ ຫຼື ອານາຈັກແຫ່ງຄວາມຄິດຂອງພວກເຂົາ; ກົງກັນຂ້າມ, ມັນເຈາະຈົງ, ແທ້ຈິງ ແລະ ເປັນຈິງ. ຖ້າບຸກຄົນໜຶ່ງບໍ່ສາມາດເຂົ້າໃຈມັນໄດ້, ກໍມີເລື່ອງບາງຢ່າງກັບພວກເຂົາ. ມັນໝາຍຄວາມວ່າ ພວກເຂົາມີຄວາມສາມາດຕ່ຳເກີນໄປ. ບໍ່ວ່າໃນກໍລະນີໃດ, ລັກສະນະການເວົ້າ ແລະ ນ້ຳສຽງຂອງພຣະເຈົ້າ, ແຮງຜັກດັນໃນການເວົ້າຂອງພຣະອົງ ແລະ ພຣະທຳທັງໝົດທີ່ພຣະອົງປະທານໃຫ້ແກ່ມະນຸດ ລ້ວນແລ້ວແຕ່ແມ່ນສິ່ງທີ່ຜູ້ເຊື່ອໃນພຣະເຈົ້າຕ້ອງເຂົ້າໃຈ ແລະ ພວກມັນທັງໝົດແມ່ນສາມາດເຂົ້າໃຈໄດ້ສຳລັບມະນຸດ. ນີ້ກໍຍ້ອນວ່າ ພຣະເຈົ້າກຳລັງເວົ້າກັບມະນຸດ ແລະ ສິ່ງທີ່ພຣະອົງເວົ້າແມ່ນພາສາມະນຸດ ແລະ ໃນການທີ່ພຣະອົງກ່າວພຣະທຳເຫຼົ່ານີ້, ພຣະອົງຖ່າຍທອດໃຫ້ພວກເຂົາ ແລະ ສະໜອງພາສາເວົ້າ, ພາສາທີ່ຫຼາກຫຼາຍ ແລະ ຄຳສັບທີ່ມີຢູ່ ແລະ ສາມາດເຂົ້າເຖິງໄດ້ໃຫ້ແກ່ມະນຸດຫຼາຍເທົ່າທີ່ຈະຫຼາຍໄດ້, ເພື່ອໃຫ້ທຸກຄົນທີ່ມີຄວາມຄິດ ແລະ ທັດສະນະທີ່ແຕກຕ່າງກັນ, ລະດັບການຮູ້ໜັງສືທີ່ແຕກຕ່າງກັນ ແລະ ມີພື້ນຖານການສຶກສາ ແລະ ຄອບຄົວທີ່ແຕກຕ່າງກັນສາມາດຢັ່ງຮູ້ ແລະ ເຂົ້າໃຈພວກມັນໄດ້. ໃນພຣະທຳເຫຼົ່ານີ້ທັງໝົດທີ່ພຣະເຈົ້າກ່າວ, ມີບາງສິ່ງທີ່ເຈົ້າຄວນເຂົ້າໃຈ: ບໍ່ມີຫຍັງທີ່ກຳກວມ ຫຼື ເປັນນາມມະທຳເກີນໄປໃນພຣະທຳຂອງພຣະອົງ, ບໍ່ມີຄຳໃດທີ່ມະນຸດບໍ່ສາມາດຕີຄວາມໝາຍໄດ້. ຕາບໃດທີ່ຄົນໆໜຶ່ງມີຄວາມສາມາດບາງຢ່າງ ແລະ ສຸມໃສ່ການປະຕິບັດ ແລະ ການປະສົບກັບພຣະທຳຂອງພຣະເຈົ້າ, ພວກເຂົາກໍສາມາດບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງ ແລະ ເຂົ້າໃຈຄວາມປະສົງຂອງພຣະອົງ. ຄວາມຈິງທີ່ພຣະເຈົ້າກ່າວມາຈາກພຣະອົງ, ແຕ່ຮູບແບບຂອງພາສາທີ່ພຣະອົງໃຊ້ເພື່ອກ່າວພວກມັນ, ລົງໄປເຖິງສຳນວນໂວຫານຂອງພວກມັນລ້ວນແລ້ວແຕ່ແມ່ນຂອງມະນຸດ. ພວກມັນບໍ່ໄດ້ອອກຈາກຂອບເຂດພາສາຂອງມະນຸດ. ບໍ່ວ່າພຣະເຈົ້າໃຊ້ຮູບແບບໃດເພື່ອກ່າວພຣະທຳຂອງພຣະອົງ ຫຼື ວິທີການໃດ ຫຼື ນ້ຳສຽງໃດທີ່ພຣະອົງໃຊ້ເພື່ອເວົ້າ, ບໍ່ວ່າສຳນວນໂວຫານຂອງພຣະອົງມາຈາກພາກຕາເວັນຕົກ ຫຼື ພາກຕາເວັນອອກ, ບໍ່ວ່າພຣະອົງເວົ້າໃນພາສາບູຮານ ຫຼື ພາສາສະໄໝໃໝ່ຂອງມະນຸດ, ມີພາສາໃດໃນຄຳເວົ້າຂອງພຣະອົງທີ່ມະນຸດຊາດພົບວ່າບໍ່ສາມາດເຂົ້າໃຈໄດ້ ຫຼື ບໍ່ແມ່ນມະນຸດ? (ບໍ່ມີ). ບໍ່ມີຜູ້ໃດພົບເຫັນຄຳໃດເລີຍຈົນຮອດປັດຈຸບັນ. ມີບາງຄົນທີ່ເວົ້າວ່າ “ບໍ່ຖືກຕ້ອງ, ຂ້ອຍພົບເຫັນສອງຄຳຄື: ‘ຄວາມຊອບທຳ’ ແລະ ‘ຄວາມຍິ່ງໃຫຍ່’”. “ຄວາມຊອບທຳ” ແລະ “ຄວາມຍິ່ງໃຫຍ່” ແມ່ນສອງຄຳບັນຍາຍ ຫຼື ຄຳຖະແຫຼງການກ່ຽວກັບລັກສະນະອັນໜຶ່ງຂອງແກ່ນແທ້ຄວາມເປັນພຣະເຈົ້າ, ແຕ່ຖ້ອຍຄຳເຫຼົ່ານີ້ບໍ່ໄດ້ມີຢູ່ໃນທ່າມກາງມະນຸດເຊັ່ນກັນບໍ? (ພວກມັນມີ). ບໍ່ວ່າຄວາມເຂົ້າໃຈຂອງເຈົ້າກ່ຽວກັບສອງສິ່ງນີ້ໄປໃດສ່ຳໃດ, ຢ່າງໜ້ອຍເຈົ້າກໍສາມາດພົບເຫັນຄຳນິຍາມທີ່ເປັນພື້ນຖານດັ່ງເດີມທີ່ສຸດຂອງຄຳເວົ້າເຫຼົ່ານັ້ນ ເພື່ອປຽບທຽບກັບແກ່ນແທ້ຂອງພຣະເຈົ້າ, ອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ, ໃນການເອົາມາຮ່ວມກັນເຊັ່ນນີ້, ຄຳເວົ້າຕ່າງໆກາຍເປັນຮູບປະທຳຫຼາຍຂຶ້ນສຳລັບມະນຸດ ແລະ ບໍ່ເປັນນາມມະທຳອີກຕໍ່ໄປ. ຄວບຄູ່ໄປກັບການເປີດເຜີຍຂໍ້ເທັດຈິງ, ຄຳຄິດເຫັນ ແລະ ຄຳອະທິບາຍຄຳເວົ້າເຫຼົ່ານີ້ໃນພຣະທຳຂອງພຣະເຈົ້າ ແລະ ພວກມັນຍິ່ງເປັນຮູບປະທຳຫຼາຍຂຶ້ນຕໍ່ໝົດທຸກຄົນ, ຈິນຕະນາການທີ່ມີຊີວິດຊີວາຫຼາຍຂຶ້ນ, ແທ້ຈິງຫຼາຍຂຶ້ນ, ເຂົ້າໃກ້ແກ່ນແທ້, ການມີ ແລະ ການເປັນຢູ່ຂອງພຣະເຈົ້າທີ່ຜູ້ຄົນຄວນຮູ້ຫຼາຍຂຶ້ນເລື້ອຍໆ. ດັ່ງນັ້ນ, ຄຳສັບ ແລະ ຄຳເວົ້າທີ່ກ່ຽວຂ້ອງກັບສິ່ງຕ່າງໆເຊັ່ນ: ອຸປະນິໄສຂອງພຣະເຈົ້າ ບໍ່ໄດ້ເບິ່ງຄືວ່າເປັນນາມມະທຳ ແລະ ເລິກລັບສຳລັບພວກເຈົ້າ. ບອກເຮົາມາເບິ່ງ: ມີສິ່ງໃດທີ່ເປັນນາມມະທຳໃນຄວາມຈິງເຫຼົ່ານັ້ນທີ່ກ່ຽວຂ້ອງກັບການປະຕິບັດປົກກະຕິຂອງມະນຸດ, ເສັ້ນທາງທີ່ພວກເຂົາຍ່າງ ແລະ ຫຼັກການຂອງຄວາມຈິງ? (ບໍ່ມີ). ອີກເທື່ອໜຶ່ງ, ບໍ່ມີຫຍັງເປັນນາມມະທຳຢູ່ທີ່ນັ້ນ.

ນັບຕັ້ງແຕ່ທີ່ເຮົາເລີ່ມກ່າວພຣະທຳຂອງເຮົາ ແລະ ໃຫ້ການເທດສະໜາ, ເຮົາໄດ້ພະຍາຍາມເຕັມທີ່ທີ່ຈະໃຊ້ພາສາຂອງມະນຸດ ເຊິ່ງເປັນພາສາທີ່ມະນຸດສາມາດເຂົ້າໃຈ, ມີສ່ວນຮ່ວມ ແລະ ຢັ່ງເຖິງເພື່ອເທດສະໜາ ແລະ ໂອ້ລົມຄວາມຈິງ ແລະ ສົນທະນາຫຼັກການຂອງມັນ, ເພື່ອວ່າພວກເຈົ້າອາດເຂົ້າໃຈຄວາມຈິງໄດ້ດີຂຶ້ນ. ນີ້ບໍ່ແມ່ນແນວທາງຂອງມະນຸດຫຼາຍກວ່າບໍ? ແມ່ນຫຍັງຄືຄວາມໄດ້ປຽບຂອງເລື່ອງນີ້ສຳລັບພວກເຈົ້າ? ມັນເຮັດໃຫ້ພວກເຈົ້າເຂົ້າໃຈຄວາມຈິງໄດ້ດີຍິ່ງຂຶ້ນ. ແລ້ວແມ່ນຫຍັງຄືຈຸດປະສົງຂອງເຮົາໃນການເວົ້າແບບນີ້? ເພື່ອໃຫ້ພວກເຈົ້າໄດ້ຍິນພາສາທີ່ອຸດົມສົມບູນຍິ່ງຂຶ້ນ ແລະ ຫຼາກຫຼາຍຫຼາຍຂຶ້ນ, ຈາກນັ້ນກໍໃຊ້ພາສາທີ່ຫຼາກຫຼາຍນັ້ນ ເພື່ອເຮັດໃຫ້ມັນງ່າຍຂຶ້ນເພື່ອໃຫ້ຜູ້ຄົນເຂົ້າໃຈຄວາມຈິງ ແລະ ເພື່ອໃຫ້ພວກເຂົາບໍ່ຮູ້ສຶກວ່າມັນໜ້າເບື່ອ. ຄວາມຫຼາກຫຼາຍຂອງພາສາໃນພຣະຄຳພີ, ທັງພັນທະສັນຍາເກົ່າ ແລະ ໃໝ່, ລ້ວນແລ້ວແຕ່ມີສຳນວນທີ່ບໍ່ຄືກັນ ເຊິ່ງຜູ້ຄົນສາມາດບອກໄດ້ທັນທີວ່າຄຳເວົ້າບາງຄຳແມ່ນກ່ຽວກັບພຣະຄຳພີ, ພວກມັນມາຈາກພຣະຄຳພີ. ມີບາງຢ່າງທີ່ບົ່ງບອກ ຫຼື ເປັນສັນຍາລັກໃນຄຳເວົ້າເຫຼົ່ານີ້. ສິ່ງທີ່ເຮົາເຮັດຄືພະຍາຍາມເຮັດໃຫ້ຮູບແບບ ແລະ ການໃຊ້ຄຳເວົ້າຂອງພາສາປັດຈຸບັນບໍ່ມີລັກສະນະສະເພາະ ເພື່ອໃຫ້ຜູ້ຄົນສາມາດເຫັນວ່າ ພາສານີ້ນອກເໜືອໄປຈາກສຳນວນພຣະຄຳພີ. ເຖິງແມ່ນວ່າຜູ້ຄົນສາມາດເຫັນຈາກເນື້ອໃນ ແລະ ນ້ຳສຽງຄຳເວົ້າຂອງພຣະເຈົ້າທີ່ວ່າແຫຼ່ງທີ່ມາຂອງມັນ ແລະ ພຣະທຳທີ່ກ່າວໂດຍພຣະເຈົ້າໃນພຣະຄຳພີເບິ່ງຄືວ່າແມ່ນອັນດຽວກັນ, ພວກເຂົາສາມາດເຫັນໃນການໃຊ້ຄຳເວົ້າຂອງມັນວ່າມັນໄດ້ກ້າວກະໂດດໄປໃກເໜືອກວ່າພຣະຄຳພີ, ເໜືອກວ່າພັນທະສັນຍາເກົ່າ ແລະ ໃໝ່ ແລະ ໄປໃກກວ່າຄຳສັບທາງຝ່າຍວິນຍານທີ່ໃຊ້ໂດຍຄົນຝ່າຍວິນຍານຕະຫຼອດຫຼາຍພັນປີ. ດັ່ງນັ້ນ, ມີຄຳໃດແດ່ໃນຄຳເວົ້າເຫຼົ່ານັ້ນທີ່ພຣະເຈົ້າກ່າວໃນຕອນນີ້? ຄຳສັບບາງຄຳເປັນພາສາທີ່ເປັນບວກ ແລະ ຄຳຍົກຍ້ອງທີ່ຜູ້ຄົນໃຊ້ເລື້ອຍໆ, ໃນຂະນະທີ່ພຣະທຳ ແລະ ພາສາເອື່ນໆຂອງພຣະອົງມີແນວໂນ້ມທີ່ຈະເປີດໂປງ ແລະ ສະແດງອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ຍັງມີສິ່ງທີ່ພິເສດບາງຢ່າງກ່ຽວກັບວັນນະຄະດີ, ດົນຕີ, ການຟ້ອນ, ການແປ ແລະ ອື່ນໆ. ສິ່ງນີ້ມີໄວ້ເພື່ອເຮັດໃຫ້ທຸກຄົນ, ບໍ່ວ່າຈະຢູ່ໃນຂອບເຂດໜ້າທີ່ຂອງຕົນ ຫຼື ຄວາມຮູ້ດ້ານວິຊາຊີບຂອງພວກເຂົາ, ຮູ້ສຶກວ່າຄວາມຈິງທີ່ເຮົາກ່າວແມ່ນກ່ຽວຂ້ອງກັນຢ່າງແໜ້ນແຟ້ນກັບຊີວິດຈິງ ແລະ ໜ້າທີ່ທີ່ພວກເຂົາປະຕິບັດ ແລະ ບໍ່ມີການຕັດການເຊື່ອມຕໍ່ລະຫວ່າງຄວາມຈິງໃນແງ່ມຸມດ້ານໃດໜຶ່ງ ແລະ ຊີວິດຈິງຂອງຄົນ ແລະ ໜ້າທີ່ທີ່ພວກເຂົາປະຕິບັດ. ດັ່ງນັ້ນ, ຄວາມຈິງເຫຼົ່ານີ້ບໍ່ເປັນປະໂຫຍດຢ່າງໃຫຍ່ຫຼວງແກ່ພວກເຈົ້າບໍ? (ເປັນປະໂຫຍດ). ຖ້າເຮົາບໍ່ສົນໃຈສິ່ງດັ່ງກ່າວ ແລະ ຫຼີກລ້ຽງສິ່ງທີ່ກ່ຽວຂ້ອງກັບຫົວຂໍ້ການແປ, ຮູບເງົາ, ສິນລະປະ, ການຂຽນ ແລະ ດົນຕີຢ່າງເດັດຂາດ ແລະ ບໍ່ໃຊ້ຄຳເວົ້າດັ່ງກ່າວຈັກເທື່ອ ແລະ ຈົງໃຈຫຼີກລ້ຽງພວກມັນ, ແລ້ວເຮົາຈະສາມາດເຮັດພາລະກິດຂອງເຮົາໃຫ້ດີໄດ້ບໍ? ຖ້າເປັນເຊັ່ນນັ້ນ, ເຮົາອາດສາມາດເຮັດໄດ້ສ່ວນໜຶ່ງ, ແຕ່ມັນຈະເປັນການດິ້ນຮົນເພື່ອສື່ສານກັບພວກເຈົ້າ. ເພາະສະນັ້ນ, ເຮົາຈຶ່ງພະຍາຍາມສຶກສາ ແລະ ຊ່ຽວຊານພາສາດັ່ງກ່າວ. ສຳລັບສິ່ງໜຶ່ງ, ສິ່ງນີ້ສາມາດຊ່ວຍພວກເຈົ້າໄດ້ກັບທິດສະດີ ແລະ ຫຼັກການຂອງການເຮັດວຽກແບບມືອາຊີບຂອງເຈົ້າ; ສຳລັບສິ່ງອື່ນ, ເມື່ອພວກເຈົ້າປະຕິບັດໜ້າທີ່ຂອງພວກເຈົ້າໃນຂອບເຂດເຫຼົ່ານີ້, ມັນຊ່ວຍເຈົ້າໃຫ້ຮູ້ສຶກວ່າວຽກມືອາຊີບທີ່ກ່ຽວຂ້ອງກັບໜ້າທີ່ຂອງເຈົ້ານັ້ນບໍ່ໄດ້ແຍກອອກຈາກຄວາມຈິງ. ບໍ່ວ່າເຈົ້າມີວິຊາສະເພາະຫຍັງ, ບໍ່ວ່າເຈົ້າຖະໜັດຫຍັງ, ບໍ່ວ່າເຈົ້າສຶກສາສາຂາອາຊີບຫຍັງ, ເຈົ້າກໍສາມາດອ່ານ ແລະ ເຂົ້າໃຈພຣະທຳເຫຼົ່ານີ້ໄດ້ ແລະ ພວກມັນສາມາດເຮັດໃຫ້ເຈົ້າບັນລຸເປົ້າໝາຍຂອງກາເນຂົ້າສູ່ຄວາມຈິງໃນຂະນະທີ່ເຮັດໜ້າທີ່ຂອງເຈົ້າໄດ້. ນີ້ບໍ່ແມ່ນສິ່ງທີ່ດີບໍ? (ແມ່ນ). ມັນແມ່ນສິ່ງທີ່ດີ. ດັ່ງນັ້ນ, ຈະສາມາດບັນລຸຜົນຮັບທີ່ດີດັ່ງກ່າວໄດ້ແນວໃດ? ສິ່ງນີ້ຮຽກຮ້ອງໃຫ້ພຣະເຈົ້າ, ໃນຄວາມເປັນມະນຸດຂອງພຣະອົງໃຫ້ມີບາງສິ່ງ. ແລ້ວສິ່ງເຫຼົ່ານັ້ນແມ່ນຫຍັງ? ຄວາມເປັນມະນຸດປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນມະນຸດຕ້ອງເຂົ້າໃຈຄວາມຊ່ຽວຊານພິເສດຕ່າງໆເລັກໆນ້ອຍໆ, ເຖິງແມ່ນວ່າເຮົາບໍ່ຈໍາເປັນຕ້ອງທຸ້ມເທເພື່ອສິ່ງນັ້ນ ແລະ ສຶກສາສິ່ງເຫຼົ່ານັ້ນໃຫ້ຊໍານິຊໍານານ. ສິ່ງນີ້ແມ່ນເພື່ອໃຫ້ເຮົາສາມາດໃຊ້ຄວາມຮູ້ຈາກທຸກຂົງເຂດໃນຂະນະທີ່ເຮົາໂອ້ລົມກ່ຽວກັບຄວາມຈິງ ແລະ ເປັນພະຍານຕໍ່ພຣະເຈົ້າ. ສິ່ງນີ້ເຮັດໃຫ້ຜູ້ຄົນໃນຂົງເຂດໃດໜຶ່ງເຂົ້າໃຈ ແລະ ເຫັນຄຸນຄ່າຄຳພະຍານຂອງເຮືອນພຣະເຈົ້າ ລວມເຖິງວຽກງານຖ່າຍທຳຕ່າງໆ ເຊິ່ງເປັນປະໂຫຍດຕໍ່ວຽກງານເຜີຍແຜ່ຂ່າວປະເສີດ. ຖ້າເຮົາຈຳເປັນຕ້ອງໃຊ້ແຕ່ພາສາຂອງເຮືອນພຣະເຈົ້າເພື່ອໂອ້ລົມກ່ຽວກັບຄວາມຈິງ ແລະ ບໍ່ໃຊ້ພາສາ ແລະ ສາຂາຄວາມຮູ້ສະເພາະທາງຕ່າງໆຂອງສັງຄົມ, ຜົນຮັບກໍຈະຕ່ຳຫຼາຍ. ດັ່ງນັ້ນ, ເພື່ອເຮັດພາະກິດນີ້ໃຫ້ດີ, ເຮົາຕ້ອງບັນລຸຫຍັງ? ເຮົາຕ້ອງມີລະດັບຄວາມຮູ້ພໍສົມຄວນ, ເຊິ່ງນີ້ແມ່ນເຫດຫົນວ່າເປັນຫຍັງບາງຄັ້ງເຮົາຈຶ່ງຮ້ອງເພງ, ເບິ່ງຂ່າວ, ອ່ານວາລະສານ ແລະ ອ່ານໜັງສືພິມເປັນບາງໂອກາດ. ບາງຄັ້ງ, ເຮົາຍັງໃສ່ໃຈໃນກິດຈະການບາງຢ່າງຂອງຜູ້ບໍ່ເຊື່ອ. ກິດຈະການຂອງຜູ້ບໍ່ເຊື່ອກ່ຽວຂ້ອງກັບຫຼາຍສິ່ງຫຼາຍຢ່າງທີ່ແຕກຕ່າງກັນ ແລະ ພາສາຂອງພວກເຂົາບາງພາສາກໍຫາຍໄປຈາກເຮືອນຂອງພຣະເຈົ້າ, ແຕ່ຖ້າພາສານັ້ນຖືກໃຊ້ເປັນພາສາຂອງຄຳເທດສະໜາ, ບາງຄັ້ງ ມັນຈະມີປະສິດທິພາບຫຼາຍ ແລະ ຊ່ວຍພວກເຈົ້າໄດ້ ແລະ ເຮັດໃຫ້ພວກເຈົ້າຮູ້ສຶກວ່າເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້ານັ້ນກວ້າງ, ບໍ່ໜ້າເບື່ອ ຫຼື ບໍ່ໜ້າສົນໃຈ. ສິ່ງນີ້ຈະເປັນປະໂຫຍດຢ່າງໃຫຍ່ຫຼວງສຳລັບພວກເຈົ້າ ແລະ ພວກເຈົ້າຄວນຮຽນຮູ້ສິ່ງທີເປັນປະໂຫຍດບາງຢ່າງຈາກມັນ. ເຖິງແມ່ນວ່າພວກເຈົ້າສ່ວນໃຫຍ່ຈະບໍ່ປະສົບຜົນສຳເລັດໃນການຮຽນຮູ້ຂອງພວກເຈົ້າ, ຄົນທີ່ມີຄວາມສາມາດພຽງພໍຈະສາມາດຮຽນຮູ້ສິ່ງທີ່ເປັນປະໂຫຍດບາງຢ່າງ ເຊິ່ງຈະເປັນປະໂຫຍດຕໍ່ການປະຕິບັດໜ້າທີ່ຂອງພວກເຂົາ. ເມື່ອເຮົາບໍ່ມີຫຍັງເຮັດ, ຂ້ອຍກໍຮຽນຮູ້ສອງສາມຢ່າງໂດຍບໍ່ໄດ້ຄາດຄິດໂດຍການເບິ່ງຂ່າວ ແລະ ຟັງດົນຕີ. ມັນບໍ່ໃຊ້ຄວາມພະຍາຍາມພິເສດຫຍັງ; ເຮົາພຽງແຕ່ໃຊ້ເວລາຫວ່າງຂອງເຮົາຮຽນຮູ້ສິ່ງຕ່າງໆ, ເບິ່ງສິ່ງຕ່າງໆ, ຟັງສິ່ງຕ່າງໆ ແລະ ຂ້ອຍຊ່ຽວຊານໃນພວກມັນສອງສາມຢ່າງໂດຍບໍ່ໄດ້ຕັ້ງໃຈ. ຄວາມຊ່ຽວຊານຂອງເຮົາກ່ຽວກັບສິ່ງເຫຼົ່ານີ້ຈະມີຜົນກະທົບຕໍ່ພາລະກິດບໍ? ບໍ່ແມ່ນແຕ່ໜ້ອຍດຽວ, ຄວາມຈິງແລ້ວ ມັນຈະເປັນທີ່ເຮົາຕ້ອງເຮັດເຊັ່ນນັ້ນ. ມັນເປັນປະໂຫຍດຕໍ່ວຽກງານໃນເຮືອນຂອງພຣະເຈົ້າ ແລະ ຕໍ່ການເຜີຍແຜ່ຂ່າວປະເສີດ. ແມ່ນຫຍັງຄືຄວາມໝາຍຂອງເຮົາໃນການສື່ເຖິງບັນຫາເຫຼົ່ານີ້ກັບພວກເຈົ້າ? ມັນແມ່ນວ່າພຣະທຳເຫຼົ່ານີ້ທີ່ພຣະເຈົ້າກ່າວຄວນຈະສາມາດເຂົ້າເຖິງໄດ້ສຳລັບພວກເຈົ້າ, ພວກມັນທັງໝົດຄວນສາມາດເຂົ້າໃຈໄດ້ ແລະ ນໍາໄປປະຕິບັດໄດ້ງ່າຍ. ຢ່າງໜ້ອຍ, ພວກມັນກໍເປັນສິ່ງທີ່ຄົນມີຄວາມເປັນມະນຸດຄວນມີ. ເມື່ອເຮົາເວົ້າວ່າສິ່ງເຫຼົ່ານີ້ເປັນສິ່ງທີ່ຄົນມີຄວາມເປັນມະນຸດຄວນມີ, ເຮົາໝາຍຄວາມວ່າ ເມື່ອພຮະເຈົ້າເຮັດພາລະກິດຂອງພຣະອົງ ແະລ ກ່າວພຣະທຳຂອງພຣະອົງ, ພວກມັນໄດ້ຜ່ານຂະບວນການຄວາມເປັນະມຸດຂອງພຣະອົງແລ້ວ. “ຜ່ານຂະບວນການ” ໝາຍເຖິງຫຍັງ? ຕົວຢ່າງເຊັ່ນ: ມັນຄືກັບເຂົ້າໂພດຕັດ ເຊິ່ງຖືກສີ ແລະ ບົດເປັນແປ້ງ, ຈາກນັ້ນກໍເຮັດເປັນເຂົ້າຈີ່, ເຄັກ ແລະ ເສັ້ນໝີ່. ຫຼັງຈາກທີ່ຜ່ານຂະບວນການ, ສິ່ງເຫຼົ່ານີ້ກໍຖືກມອບໃຫ້ແກ່ພວກເຈົ້າ ແລະ ສິ່ງທີ່ພວກເຈົ້າມີສ່ວນຮ່ວມໃນທີ່ສຸດແມ່ນຜະລິດຕະພັນສຳເລັດຮູບ, ອາຫານສຳເລັດຮູບ. ແມ່ນຫຍັງຄືສ່ວນຂອງພວກເຈົ້າໃນສິ່ງນີ້? ມັນຄືການກິນ ແລະ ດື່ມພຣະທຳທີ່ພຣະເຈົ້າກ່າວໃນມື້ນີ້ທັງໝົດໃຫ້ໄວເທົ່າທີ່ຈະໄວໄດ້. ກິນ ແລະ ດື່ມພວກມັນຫຼາຍຂຶ້ນ, ຍອມຮັບພວກມັນຫຼາຍຂຶ້ນ ແລະ ປະສົບກັບພວກມັນຫຼາຍຂຶ້ນ, ຍ່ອຍພວກມັນ ແລະ ດູດຊຶມເອົາພວກມັນເທື່ອລະໜ້ອຍ. ປ່ຽນພວກມັນໃຫ້ເປັນຊີວິດຂອງພວກເຈົ້າ, ສູ່ວຸດທິພາວະຂອງພວກເຈົ້າ ແລະ ປ່ອຍໃຫ້ພຣະທຳຂອງພຣະເຈົ້າຄອບງຳຊີວິດປະຈຳວັນຂອງເຈົ້າ ແລະ ໜ້າທີ່ທີ່ເຈົ້າປະຕິບັດ. ພຣະທຳທຸກຂໍ້ທີ່ພຣະເຈົ້າກ່າວແມ່ນໃນພາສາຂອງມະນຸດ ແລະ ເຖິງແມ່ນວ່າພວກມັນເຂົ້າໃຈໄດ້ງ່າຍ, ແຕ່ຄວາມຈິງພາຍໃນພວກມັນບໍ່ມີທາງທີ່ຈະເຂົ້າໃຈ ຫຼື ເຂົ້າສູ່ໄດ້ງ່າຍ; ເຖິງແມ່ນວ່າພາສາເຂົ້າໃຈໄດ້ງ່າຍ, ການເຂົ້າສູ່ຄວາມຈິງເປັນຂະບວນການຫຼາຍຂັ້ນຕອນ. ພຣະເຈົ້າໄດ້ກ່າວພຣະທຳຫຼາຍຂໍ້ ແລະ ນຳມະນຸດມາຮອດປັດຈຸບັນ ແລະ ທຸກຄຳທີ່ພຣະອົງກ່າວກໍສຳເລັດໃນຕົວພວກເຈົ້າເທື່ອລະໜ້ອຍ ແລະ ຄວາມຈິງທີ່ພຣະອົງກ່າວ, ພ້ອມທັງຂະບວນການທີ່ຊີ້ນຳຜູ້ຄົນໃນຂະນະທີ່ພວກເຂົາເຂົ້າສູ່ຄວາມຈິງ ແລະ ເລີ່ມຍ່າງບົນເສັ້ນທາງແຫ່ງຄວາມລອດພົ້ນນັ້ນແມ່ນຂ້ອນຂ້າງຊັດເຈນ ແລະ ແຈ່ມແຈ້ງ, ເປັນຈິງໃນຕົວພວກເຈົ້າ ແລະ ສຳເລັດລົງເທື່ອລະໜ້ອຍ. ຜົນຮັບດັ່ງກ່າວສະແດງອອກໃນໂຕເຈົ້າເທື່ອລະໜ້ອຍ. ບໍ່ມີຫຍັງທີ່ເປັນນາມມະທຳໃນເລື່ອງນີ້. ຕອນນີ້, ພວກເຮົາບໍ່ຕ້ອງສົນໃຈວ່າພຣະທຳຂອງພຣະເຈົ້າໄດ້ຜ່ານຂະບວນການຜ່ານຄວາມເປັນມະນຸດຂອງພຣະອົງແນວໃດ. ບໍ່ຈຳເປັນທີ່ຈະພິຈາລະນາເບິ່ງຂະບວນການນັ້ນ, ບໍ່ມີຄວາມເລິກລັບໃນມັນທີ່ການສຶກສາຂອງມະນຸດບໍ່ສາມາດເຈາະເຂົ້າໄປໄດ້. ຈົ່ງສົນພຽງແຕ່ວ່າ ເຈົ້າຍອມຮັບຄວາມຈິງ. ນີ້ແມ່ນທາງເລືອກທີ່ສະຫຼາດທີ່ສຸດ ແລະ ແມ່ນທ່າທີທີ່ຖືກຕ້ອງທີ່ສຸດ. ບໍ່ມີປະໂຫຍດຫຍັງເລີຍທີ່ຈະປາຖະໜາທີ່ຈະພິຈາລະນາເບິ່ງສິ່ງຕ່າງໆຢູ່ສະເໝີ. ມັນເປັນການເສຍເວລາ ແລະ ຄວາມພະຍາຍາມ. ຄວາມຈິງບໍ່ແມ່ນສິ່ງທີ່ໄດ້ມາຜ່ານການສຶກສາ, ແຮງໄກທີ່ຈະໄດ້ມາຜ່ານການຄົ້ນພົບໂດຍວິທະຍາສາດ. ມັນຖືກກ່າວໂດຍກົງຈາກພຣະເຈົ້າ ແລະ ມັນສາມາດຖືກເຂົ້າໃຈ ແລະ ຮູ້ຈັກຜ່ານປະສົບການເທົ່ານັ້ນ. ຄົນໆໜຶ່ງສາມາດໄດ້ຮັບຄວາມຈິງໂດຍການປະສົບກັບພາລະກິດຂອງພຣະເຈົ້າເທົ່ານັ້ນ. ຖ້າຄົນໆໜຶ່ງໃຊ້ພຽງຂະບວນການທາງຈິດເພື່ອສຶກສາສິ່ງຕ່າງໆ ແຕ່ບໍ່ປະຕິບັດ ແລະ ບໍ່ມີປະສົບການ, ພວກເຂົາກໍບໍ່ສາມາດໄດ້ຮັບຄວາມຈິງໄດ້. ນອກເໜືອຈາກການບໍ່ພິຈາລະນາເບິ່ງສິ່ງຕ່າງໆແລ້ວ, ທ່າທີດ້ານບວກຕໍ່ພຣະທຳຂອງພຣະເຈົ້າອາດຈະເປັນແນວໃດ? ການຍອມຮັບ, ການຮ່ວມມື ແລະ ການເຊື່ອຟັງຢ່າງເດັດດ່ຽວ. ແທ້ຈິງແລ້ວ, ຖ້າຄົນໃດໜຶ່ງທີ່ມີຄຸນສົມບັດທີ່ສຸດສຳລັບການສຶກສາ, ມັນແມ່ນເຮົາ, ແຕ່ເຮົາບໍ່ເຄີຍເຮັດເຊັ່ນນັ້ນ. ເຮົາບໍ່ເຄີຍເວົ້າວ່າ “ພຣະທຳເຫຼົ່ານີ້ມາຈາກໃສ? ໃຜບອກພວກມັນກັບເຮົາ? ເຮົາຮູ້ຈັກພວກມັນໄດ້ແນວໃດ? ເຮົາໄດ້ຮູ້ຈັກພວກມັນເມື່ອໃດ? ຄົນອື່ນຮູ້ຈັກພວກມັນບໍ? ເຮົາເວົ້າພວກມັນເມື່ອໃດ, ພວກມັນຈະມີຜົນບໍ? ແມ່ນຫຍັງຈະມາຈາກພວກມັນ? ເຮົານຳພາຫຼາຍຄົນແທ້ໆ, ເຮົາຈະເຮັດແນວໃດຖ້າເຮົາບໍ່ບັນລຸຜົນຮັບທີ່ປາຖະໜາໃນທີ່ສຸດ, ຖ້າເຮົ້າບໍ່ນຳພາພວກເຂົາສູ່ງເສັ້ນແຫ່ງຄວາມລອດພົ້ນ?” ບອກເຮົາເບິ່ງ, ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຄວນພິຈາລະນາເບິ່ງບໍ? (ບໍ່, ພວກມັນບໍ່ຄວນ). ເຮົາບໍ່ເຄີຍພິຈາລະນາເບິ່ງສິ່ງເຫຼົ່ານີ້. ບໍ່ວ່າເຮົາປາຖະໜາເຮັດສິ່ງໃດກໍຕາມ, ບໍ່ວ່າເຮົາປະຖະໜາຈະບອກສິ່ງໃດແກ່ພວກເຈົ້າກໍຕາມ, ເຮົາກໍບອກພວກເຈົ້າໂດຍກົງ. ເຮົາບໍ່ຈຳເປັນຕ້ອງຜ່ານຂະບວນການທາງຈິດໃນການສຶກສາມັນ. ສິ່ງທີ່ເຮົາຕ້ອງຄຳນຶງເຖິງແມ່ນພວກເຈົ້າສາມາດເຂົ້າໃຈມັນໄດ້ ຫຼື ບໍ່ຖ້າເຮົາອະທິບາຍມັນໃນທາງໃດໜຶ່ງ; ເຮົາຈຳເປັນຕ້ອງເວົ້າຢ່າງເປັນຮູບປະທຳຫຼາຍຂຶ້ນ ຫຼື ບໍ່, ເຮົາຈຳເປັນຕ້ອງຍົກຕົວຢ່າງ ແລະ ເລື່ອງລາວຕ່າງໆຫຼາຍຂຶ້ນ ຫຼື ບໍ່, ເຊິ່ງພວກເຈົ້າຈະໄດ້ຮັບຂໍ້ມູນສະເພາະຫຼາຍຂຶ້ນ ແລະ ເສັ້ນທາງປະຕິບັດສະເພາະຫຼາຍຂຶ້ນ ຫຼື ບໍ່; ພວກເຈົ້າເຂົ້າໃຈສິ່ງທີ່ເຮົາເວົ້າ ຫຼື ບໍ່; ວ່າບາງສິ່ງໃນຄຳເວົ້າຂອງເຮົາ, ໃນຮູບແບບ ແລະ ສ້ຳສຽງຄຳເວົ້າຂອງເຮົາ ຫຼື ໃນຫຼັກໄວຍະກອນ ຫຼື ການສະຫຼັບວະລີຂອງເຮົາໄດ້ເຮັດໃຫ້ພວກເຈົ້າເຂົ້າໃຈຜິດ ຫຼື ສັບສົນບໍ ຫຼື ມີບາງສິ່ງໃນຄຳເວົ້າຂອງເຮົາທີ່ພວກເຈົ້າຮູ້ສຶກວ່າເປັນນາມມະທຳ, ເລິກລັບ ຫຼື ວ່າງເປົ່້າ ຫຼື ບໍ່. ເຮົາມີແຕ່ຈຳເປັນຕ້ອງສັງເກດ ແລະ ພິຈາລະນາເບິ່ງສິ່ງເຫຼົ່ານີ້. ເຮົາບໍ່ໄດ້ພິຈາລະນາເບິ່ງສ່ວນທີ່ເຫຼືອ. ມັນປົກກະຕິສຳລັບເຮົາທີ່ຈະບໍ່ພິຈາລະນາເບິ່ງສິ່ງຕ່າງໆ, ແຕ່ມັນປົກກະຕິສຳລັບພວກເຈົ້າບໍ? ສຳລັບພວກເຈົ້າ, ການພິຈາລະນາເບິ່ງສິ່ງເຫຼົ່ານັ້ນຂ້ອນຂ້າງປົກກະຕິ; ມັນຈະຜິດປົກກະຕິຖ້າບໍ່ພິຈາລະນາເບິ່ງ. ສິ່ງນີ້ມາຈາກການກະຕຸ້ນຂອງສັນຊາດທະຍານ ແລະ ທຳມະຊາດຂອງມະນຸດທີ່ເສື່ອມຊາມ. ພວກເຈົ້າທຸກຄົນແນ່ໃຈວ່າຈະພິຈາລະນາເບິ່ງສິ່ງເຫຼົ່ານີ້. ແຕ່ມີສິ່ງໜຶ່ງທີ່ສາມາດແກ້ໄຂບັນຫານີ້ໄດ້: ເມື່ອມະນຸດຄ່ອຍໆມາປະຕິສຳພັນກັບພຣະເຈົ້າ, ຄວາມສຳພັນລະຫວ່າງມະນຸດ ແລະ ພຣະເຈົ້າກໍປົກກະຕິຫຼາຍຍິ່ງຂຶ້ນ ແລະ ມະນຸດກໍຕັ້ງຈຸດຢືນຂອງຕົນເອງໃຫ້ຖືກຕ້ອງ ແລະ ມອບຕຳແໜ່ງທີ່ເໝາະສົມໃນໃຈຂອງພວກເຂົາໃຫ້ແກ່ພຣະເຈົ້າ. ເມື່ອສິ່ງນີ້ມີຄວາມກ້າວໜ້າທີ່ດີຂຶ້ນ, ໃນທິດທາງທີ່ອ່ອນໂຍນຫຼາຍຂຶ້ນ, ຄວາມຮັບຮູ້ຂອງມະນຸດ, ຄວາມຮູ້, ຄວາມແນ່ໃຈ ແລະ ການຍອມຮັບໃນສິ່ງທີ່ພຣະເຈົ້າເຮັດຈະເລິກເຊິ່ງຂຶ້ນໃນລະດັບໜຶ່ງ ແລະ ໃນທຳນອງດຽວກັນ, ຄວາມແນ່ນອນ, ຄວາມຮັບຮູ້, ຄວາມຮູ້ ແລະ ການຮັບຮູ້ການບັງເກີດມະນຸດກໍຈະເລິກເຊິ່ງຍິ່ງຂຶ້ນ. ເມື່ອສິ່ງເຫຼົ່ານີ້ເລິກເຊິ່ງຂຶ້ນ, ພວກເຈົ້າຈະສຶກສາ ແລະ ສົງໄສພຣະເຈົ້າໜ້ອຍລົງ, ໃນທາງທີ່ນ້ອຍລົງ.

ເປັນຫຍັງມະນຸດຈຶ່ງສຶກສາພຣະເຈົ້າ? ມັນເປັນຍ້ອນວ່າມີແນວຄິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າໃນຕົວພວກເຂົາຫຼາຍເກີນໄປ, ມີປັດໃຈທີ່ບໍ່ແນ່ນອນຫຼາຍເກີນໄປ, ມີຄວາມສົງໃສຫຼາຍເກີນໄ, ມີຫຼາຍຢ່າງເກີນໄປທີ່ພວກເຂົາບໍ່ເຂົ້າໃຈ, ມີຫຼາຍຢ່າງເກີນໄປທີ່ພວກເຂົາບໍ່ສາມາດຢັ່ງຮູ້ໄດ້, ມີຄວາມລຶກລັບຫຼາຍເກີນໄປ ແລະ ດ້ວຍເຫດນີ້, ພວກເຂົາຈຶ່ງປາຖະໜາທີ່ຈະເຂົ້າໃຈພວກມັນຜ່ານການສຶກສາ. ການສຶກສາໃດໆທີ່ເຈົ້າດໍາເນີນການໂດຍໃຊ້ປະກົດການພາຍນອກ, ຄວາມຮູ້ພິເສດ ຫຼື ການພິພາກສາທາງຈິດຂອງເຈົ້າຈະບໍ່ນໍາໄປສູ່ຄວາມເຂົ້າໃຈ; ເຈົ້າຈະສູນເສຍຄວາມພະຍາຍາມຫຼາຍ ແລະ ຍັງຈະບໍ່ເຂົ້າໃຈວ່າພຣະເຈົ້າ ແລະ ຄວາມຈິງແມ່ນກ່ຽວກັບຫຍັງ. ແຕ່ສໍາລັບຜູ້ທີ່ສະແຫວງຫາຄວາມຈິງ, ມັນເກືອບຈະໃຊ້ເວລາບໍ່ເທົ່າໃດປີທີ່ຈະເຫັນຜົນ, ເພື່ອຈະໄດ້ຮັບຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ ແລະ ພັດທະນາຫົວໃຈທີ່ມີຄວາມເຄົາລົບ ແລະ ເຊື່ອຟັງ. ບາງຄົນບໍ່ເຊື່ອວ່າພຣະທຳຂອງພຣະເຈົ້າເປັນຈິງ ແລະ ເປັນຄວາມຈິງ, ດັ່ງນັ້ນ ພວກເຂົາຈຶ່ງປາຖະໜາທີ່ຈະສຶກສາພຣະເຈົ້າ, ພຣະທຳຂອງພຣະເຈົ້າ ແລະ ແມ່ນແຕ່ການບັງເກີດເປັນມະນຸດຢູ່ສະເໝີ. ເລື່ອງຂອງຊີວິດ ແລະ ວິນຍານບໍ່ໄດ້ຮັບຜົນໃນການສຶກສາ. ເມື່ອຮອດມື້ທີ່ເຈົ້າປະສົບກັບຄວາມຈິງເຫຼົ່ານີ້ ແລະ ທຸ້ມເທຄວາມຄິດທັງໝົດຂອງເຈົ້າ, ທຸ້ມເທສຸດຈິດສຸດໃຈ ແລະ ທຸ້ມເທແຮງກາຍແຮງໃຈຂອງເຈົ້າໃນການປະຕິບັດຄວາມຈິງ ແລະ ການປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າກໍຈະໄດ້ເລີ່ມຍ່າງບົນເສັ້ນທາງແຫ່ງຄວາມລອດພົ້ນ ແລະ ຈະບໍ່ສຶກສາພຣະເຈົ້າທີ່ບັງເກີດເປັນມະນຸດອີກຕໍ່ໄປ. ນັ້ນກໍຄື ຄຳຖາມທີ່ວ່າພຣະອົງເປັນມະນຸດ ຫຼື ພຣະເຈົ້າກໍຈະໄດ້ຮັບຄຳຕອບ. ບໍ່ວ່າຄວາມເປັນມະນຸດຂອງພຣະອົງປົກກະຕິສ່ຳໃດ, ບໍ່ວ່າພຣະອົງຄ້າຍຄືມະນຸດທຳມະດາສ່ຳໃດ, ສິ່ງນັ້ນບໍ່ໄດ້ສຳຄັນອີກຕໍ່ໄປ. ສິ່ງທີ່ສຳຄັນທີ່ສຸດຄື ເຈົ້າຈະໄດ້ຄົ້ນພົບແກ່ນແທ້ຄວາມເປັນພຣະເຈົ້າຂອງພຣະອົງ ແລະ ຮັບຮູ້ຄວາມຈິງທີ່ພຣະອົງກ່າວໃນທີ່ສຸດ ແລະ ໃນຕອນນັ້ນ, ເຈົ້າຈະໄດ້ຍອມຮັບຄວາມຈິງຈາກສ່ວນເລິກໃນຫົວໃຈຂອງເຈົ້າວ່າບຸກຄົນນີ້ແມ່ນເນື້ອໜັງທີ່ພຣະເຈົ້າມາບັງເກີດເປັນມະນຸດ. ຍ້ອນຄວາມຈິງສອງສາມຢ່າງ, ຂັ້ນຕອນສອງສາມຂັ້ນຕອນ, ປະສົບການສອງສາມຢ່າງ, ຍ້ອນບົດຮຽນສອງສາມບົດທີ່ເຈົ້າໄດ້ຮຽນຮູ້ຈາກການສະດຸດລົ້ມ ແລະ ຄວາມລົ້ມເຫຼວ, ເລິກໆໃນຕົວເຈົ້າ, ເຈົ້າຈະສາມາດເຂົ້າໃຈຄວາມຈິງໄດ້ໜ້ອຍໜຶ່ງ ແລະ ຍອມຮັບວ່າເຈົ້າຜິດ. ເຈົ້າຈະບໍ່້ສົງໄສ ຫຼື ສຶກສາບຸກຄົນນີ້ອີກຕໍ່ໄປ, ແຕ່ຈະຮູ້ສຶກວ່າ ພຣະອົງແມ່ນພຣະເຈົ້າທີ່ແທ້ຈິງ, ສິ່ງນີ້ຖືກຕັດສິນວ່າເປັນຄວາມຈິງທີ່ບໍ່ສາມາດໂຕ້ຖຽງໄດ້. ຫຼັງຈາກນັ້ນເຈົ້າຈະຍອມຮັບໂດຍສັນຊາດຕະຍານວ່າພຣະອົງແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດໂດຍບໍ່ມີຄວາມສົງໄສ. ບໍ່ວ່າຄວາມເປັນມະນຸດຂອງພຣະອົງປົກກະຕິສ່ຳໃດກໍຕາມ ແລະ ເຖິງແມ່ນວ່າພຣະອົງເວົ້າ ແລະ ກະທຳຄືກັບຄົນທຳມະດາສາມັນ ແລະ ບໍ່ພິເສດ ຫຼື ຍິ່ງໃຫຍ່ແມ່ນແຕ່ໜ້ອຍດຽວ, ເຈົ້າຈະບໍ່ສົງໄສພຣະອົງ ຫຼື ເຈົ້າຈະບໍ່ດູຖູກພຣະອົງ. ໃນອະດີດ, ເຈົ້າຄົງຈະບໍ່ຮູ້ສຶກວ່າພຣະເຈົ້າທີ່ບັງເກີດເປັນມະນຸດສອດຄ່ອງກັບແນວຄິດຂອງເຈົ້າ ແລະ ເຈົ້າຄົງຈະໄດ້ສຶກສາພຣະອົງ ແລະ ເຈົ້າຄົງໄດ້ດູຖູກ ແລະ ເຍາະເຍີ້ຍ, ທ້າທາຍຢູ່ໃນໃຈ; ແຕ່ມື້ນີ້ສິ່ງຕ່າງໆນັ້ນແຕກຕ່າງກັນ. ມື້ນີ້, ໃນຂະນະທີ່ເຈົ້າດື່ມດ່ຳ ແລະ ຟັງພຣະທຳຂອງພຣະອົງຢ່າງລະອຽດ, ເຈົ້າກໍຍອມຮັບທຸກສິ່ງທີ່ພຣະອົງກ່າວຈາກທັດສະນະທີ່ແຕກຕ່າງກັນ. ແລ້ວນັ້ນແມ່ນທັດສະນະຫຍັງ? “ຂ້ອຍແມ່ນສິ່ງຖືກສ້າງ. ພຣະຄຣິດອາດຈະບໍ່ສູງສົ່ງ ແລະ ສຽງຂອງພຣະອົງອາດຈະບໍ່ດັງ ແລະ ພຣະອົງອາດຈະບໍ່ມີລັກສະນະພິເສດ, ແຕ່ເອກະລັກຂອງພຣະອົງແຕກຕ່າງຈາກຂອງຂ້ອຍ. ພຣະອົງບໍ່ແມ່ນສະມາຊິກຂອງມະນຸດຊາດທີ່ເສື່ອມຊາມ; ພຣະອົງບໍ່ແມ່ນໜຶ່ງໃນພວກເຮົາ. ພວກເຮົາບໍ່ໄດ້ທຽບເທົ່າກັບພຣະອົງ, ບໍ່ໄດ້ເທົ່າທຽມກັບພຣະອົງ”. ມີຄວາມແຕກຕ່າງຢູ່ທີ່ນີ້ຈາກມຸມມອງໃນເມື່ອກ່ອນຂອງເຈົ້າ. ຄວາມແຕກຕ່າງນັ້ນເກີດຂຶ້ນໄດ້ແນວໃດ? ເລິກລົງໄປໃນຕົວເຈົ້າ, ເຈົ້າເຮັດການປ່ຽນແປງຈາກການບໍ່ຍອມຮັບຂັ້ນຕົ້ນ ແລະ ການສຶກສາໂດຍບໍ່ເຕັມໃຈ ສູ່ການຍອມຮັບພຣະທຳຂອງພຣະອົງວ່າເປັນຊີວິດ, ເປັນເສັ້ນທາງການປະຕິບັດຂອງເຈົ້າ, ຮູ້ສຶກວ່າພຣະອົງມີຄວາມຈິງ; ວ່າພຣະອົງແມ່ນຄວາມຈິງ, ຫົນທາງ ແລະ ຊີວິດ, ເບິ່ງຄືວ່າພຣະອົງມີເງົາຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະອົງທີ່ຫຼັ່ງໄຫຼອອກມາ ແລະ ວ່າການມອບໝາຍ ແລະ ພາລະກິດຂອງພຣະອົງຢູ່ໃນຕົວບຸກຄົນຂອງພຣະອົງ. ນັ້ນແມ່ນຕອນທີ່ເຈົ້າຈະໄດ້ຮັບຮູ້ ແລະ ຍອມຮັບພຣະອົງຢ່າງສົມບູນ. ເມື່ອປະຕິກິລິຍາໃດໆທີ່ເຈົ້າມີຕໍ່ພຣະອົງ ແລະ ທ່າທີໃດໆຕໍ່ພຣະອົງໄດ້ກາຍເປັນປະຕິກິລິຍາຕາມສັນຊາດຕະຍານ ແລະ ຖືກຕ້ອງທີ່ສິ່ງຖືກສ້າງຄວນມີ, ນັ້ນແມ່ນເວລາທີ່ເຈົ້າຈະສາມາດປະຕິບັດຕໍ່ບຸດມະນຸດໃນເນື້ອໜັງອົງນີ້ວ່າເປັນພຣະເຈົ້າ ແລະ ບໍ່ສຶກສາພຣະອົງອີກຕໍ່ໄປ, ເຖິງແມ່ນວ່າເຈົ້າຖືກບອກໃຫ້ເຮັດເຊັ່ນນັ້ນກໍຕາມ, ເຊັ່ນດຽວກັບທີ່ເຈົ້າບໍ່ໄດ້ສຶກສາວ່າເປັນຫຍັງເຈົ້າຈຶ່ງເກີດມາກັບພໍ່ ແລະ ແມ່ຂອງເຈົ້າ ຫຼື ເປັນຫຍັງເຈົ້າຈຶ່ງຄືກັບພວກເຂົາ. ເມື່ອເຈົ້າມາຮອດຈຸດນີ້, ເຈົ້າກໍຢຸດສຶກສາສິ່ງດັ່ງກ່າວໂດຍສັນຊາດຕະຍານ. ພວກມັນບໍ່ແມ່ນຫົວຂໍ້ທີ່ກ່ຽວຂ້ອງກັບຂອບເຂດຊີວິດປະຈຳວັນຂອງເຈົ້າ ແລະ ບໍ່ແມ່ນຄຳຖາມອີກຕໍ່ໄປກ ທ່າທີຂອງເຈົ້າຕໍ່ສິ່ງເຫຼົ່ານີ້ໄດ້ປ່ຽນຈາກການສຶກສາເບື້ອງຕົ້ນ, ການສະທ້ອນແບບມີເງື່ອນໄຂຂອງການສຶກສາໄປສູ່ການປະຕິເສດການສຶກສາໂດຍສັນຊາດຕະຍານ, ພຣະເຈົ້າທີ່ບັງເກີດເປັນມະນຸດຈະເພີ່ມສະຖານະ ແລະ ຂະໜາດທີ່ສູງຂຶ້ນເລື້ອຍໆ, ບຸກຄົນໃດກໍບໍ່ສາມາດແທນທີ່ໄດ້ ແລະ ກາຍເປັນພຣະເຈົ້າເອງພາຍໃນໃຈເຈົ້າ ດ້ວຍສະຖານະຂອງພຣະເຈົ້າ. ຄວາມສຳພັນຂອງເຈົ້າກັບພຣະເຈົ້າຈະປົກກະຕິຢ່າງສົມບູນ. ເປັນຫຍັງຈຶ່ງເປັນແບບນີ້? ກໍຍ້ອນວ່າເຈົ້າບໍ່ສາມາດເຫັນໂລກຝ່າຍວິນຍານ ແລະ ສໍາລັບບຸກຄົນໃດໜຶ່ງ, ພຣະເຈົ້າຂອງໂລກຝ່າຍວິນຍານແມ່ນຂ້ອນຂ້າງບໍ່ມີຕົວຕົນ. ພຣະອົງຢູ່ໃສ, ພຣະອົງຄືກັບຫຍັງ, ທ່າທີຂອງພຣະອົງຕໍ່ມະນຸດແມ່ນຫຍັງ, ພຣະອົງສະແດງສີໜ້າແນວໃດເມື່ອພຣະອົງກ່າວກັບມະນຸດ, ຜູ້ຄົນບໍ່ຮູ້ຈັກສິ່ງເຫຼົ່ານີ້ເລີຍ. ມື້ນີ້, ພຣະອົງດຽວທີ່ຢືນຢູ່ຕໍ່ໜ້າເຈົ້າແມ່ນບຸກຄົນທີ່ມີຮູບຮ່າງ ແລະ ຄວາມຄ້າຍຄື, ຜູ້ທີ່ເອີ້ນວ່າພຣະເຈົ້າ. ໃນຕອນທຳອິດ, ເຈົ້າບໍ່ເຂົ້າໃຈພຣະອົງ, ດ້ວຍການຕໍ່ຕ້ານຂອງເຈົ້າ, ຄວາມສົງໄສ, ການສົມມຸດຕິຖານ, ຄວາມເຂົ້າໃຈຜິດ ແລະ ແມ້ກະທັ້ງການດູຖູກ; ຈາກນັ້ນ ເຈົ້າກໍປະສົບກັບພຣະທຳຂອງພຣະອົງ ແລະ ສືຕໍ່ຍອມຮັບພວກມັນວ່າເປັນຊີວິດ ແລະ ຄວາມຈິງ, ວ່າເປັນຫຼັກການໃນການປະຕິບັດ ແລະ ເປົ້າໝາຍຂອງເຈົ້າ ແລະ ທິດທາງຂອງເສັ້ນທາງທີ່ເຈົ້າຍ່າງ; ແລ້ວຈາກບ່ອນນັ້ນ, ເຈົ້າຍອມຮັບຄົນສັດຊື່ຕໍ່ຄວາມດີຄົນນີ້, ຄືກັບວ່າພຣະອົງເປັນພາບລັກຂອງພຣະເຈົ້າຢູ່ໃນໃຈຂອງເຈົ້າ ຊຶ່ງເຈົ້າບໍ່ສາມາດເຫັນໄດ້. ເມື່ອເຈົ້າຮູ້ສຶກໄດ້ເຖິງສິ່ງນີ້, ຄວາມສຳພັນຂອງເຈົ້າກັບພຣະເຈົ້າຈະເປັນສິ່ງທີ່ວ່າງເປົ່າບໍ? (ບໍ່). ບໍ່, ມັນບໍ່ໄດ້ວ່າງເປົ່າ. ເມື່ອໃດທີ່ເຈົ້າເຫັນວ່າພາບລັກຂອງພຣະເຈົ້າຄຸມເຄືອ, ເບິ່ງບໍ່ເຫັນ ແລະ ເຮັດໃຫ້ພຣະອົງກາຍເປັນຮ່າງກາຍທີ່ມີເນື້ອໜັງ, ເປັນຄົນໜຶ່ງທ່າມກາງຜູ້ຄົນ ເຊິ່ງບໍ່ມີໃຜຫຼຽວແລ, ຖ້າເຈົ້າຍັງສາມາດຮັກສາຄວາມສຳພັນຂອງສິ່ງຖືກສ້າງ ແລະ ພຣະຜູ້ຊົງສ້າງກັບພຣະອົງ, ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍຈະປົກກະຕິທີ່ສຸດເທົ່າທີ່ຈະເປັນໄດ້. ບໍ່ວ່າເຈົ້າເຮັດຫຍັງຕໍ່ພຣະອົງ, ມັນຈະເປັນປະຕິກິລິຍາຂັ້ນພຶ້ນຖານທີ່ສິ່ງຖືກສ້າງຄວນມີໂດຍສັນຊາດຕະຍານ. ເຈົ້າບໍ່ສາມາດສົງໄສພຣະອົງໄດ້ຖ້າເຈົ້າຖືກຖາມ ແລະ ເຈົ້າບໍ່ສາມາດສຶກສາພຣະອົງ ໂດຍເວົ້າວ່າ “ເປັນຫຍັງພຣະເຈົ້າຈຶ່ງເວົ້າແບບນັ້ນ? ເປັນຫຍັງການສະແດງອອກຂອງພຣະອົງຈຶ່ງເປັນແບບນັ້ນ? ເປັນຫຍັງພຣະອົງຈຶ່ງຍິ້ມ ແລະ ປະພຶດຕົວແບບທີ່ພຣະອົງເຮັດ?” ສິ່ງເຫຼົ່ານີ້ອາດບໍ່ແມ່ນເລື່ອງປົກກະຕິສຳລັບເຈົ້າ. ເຈົ້າຈະເວົ້າກັບຕົນເອງວ່າ “ພຣະເຈົ້າເປັນເຊັ່ນນັ້ນ ແລະ ຄວນເປັນເຊັ່ນນັ້ນ, ແມ່ນ! ບໍ່ວ່າພຣະອົງເຮັດຫຍງກໍຕາມ, ຄວາມສຳພັນຂອງຂ້ອຍກັບພຣະອົງຈະເປັນປົກກະຕິ ແລະ ບໍ່ປ່ຽນແປງ”.

ຢູ່ໃນຄວາມຄິດ ແລະ ແນວຄິດຂອງມະນຸດຊາດທັງປວງ, ການທີ່ພຣະເຈົ້າກາຍເປັນຄົນທຳມະດາສາມັນຜ່ານການບັງເກີດເປັນມະນຸດແມ່ນຮູບຮ່າງສຸດທ້າຍທີ່ພຣະອົງຈະຮັບເອົາ, ເພາະຄົນທຳມະດາມີຖານະຕ່ຳຕ້ອຍໃນສັງຄົມ ແລະ ຖືກຄົນອື່ນດູຖູກ ແລະ ພຣະເຈົ້າຜູ້ສູງສົ່ງບໍ່ຄວນມາບັງເກີດເປັນມະນຸດດ້ວຍຕົນເອງດັ່ງຄົນທຳມະດາເຊັ່ນນີ້. ນີ້ເປັນສິ່ງທີ່ຂັດແຍ້ງກັບແນວຄິດຂອງຜູ້ຄົນ. ຄວາມຈິງທີ່ເຈົ້າສາມາດຍອມຮັບ ແລະ ຮັບຮູ້ວ່າພຣະເຈົ້າແມ່ນພຣະເຈົ້າຂອງເຈົ້າ ເມື່ອມື້ນີ້ພຣະອົງໄດ້ກາຍເປັນມະນຸດທີ່ທຳມະດາ, ແມ່ນຄຳພະຍານໃນຕົວມັນເອງ. ແລ້ວດ້ວຍເຫດນີ້, ສິ່ງໃດທີ່ອາດມີອິດທິພົນ ຫຼື ເປັນອັນຕະລາຍຕໍ່ຄວາມສຳພັນຂອງເຈົ້າກັບພຣະເຈົ້າ? ບໍ່ມີສິ່ງໃດ. ດ້ວຍຄວາມຄິດນີ້, ການທີ່ສາມາດຮັບຮູ້ວ່າພຣະຄຣິດເປັນພຣະເຈົ້າຂອງເຈົ້າແມ່ນບັນທັດຖານທີ່ສຳຄັນທີ່ສຸດສຳລັບການວັດແທກຄວາມສຳພັນລະຫວ່າງເຈົ້າ ແລະ ພຣະເຈົ້າ. ຫຼາຍຄົນເຊື່ອໃນພຣະເຈົ້າ ແຕ່ບໍ່ຮັບຮູ້ວ່າພຣະເຈົ້າແມ່ນຄວາມຈິງ ແລະ ຄົນເຫຼົ່ານັ້ນທີ່ບໍ່ຮັບຮູ້ວ່າພຣເຈົ້າແມ່ນຄວາມຈິງສາມາດຮັບຮູ້ວ່າພຣະເຈົ້າແມ່ນພຣະເຈົ້າຂອງພວກເຂົາໄດ້ບໍ? ພວກເຂົາທີ່ບໍ່ຍອມຮັບຮູ້ວ່າພຣະເຈົ້າແມ່ນຄວາມຈິງມີຄວາມສຳພັນແບບໃດກັບພຣະເຈົ້າ? ພວກເຂົາສາມາດເຊື່ອຟັງພຣະເຈົ້າໄດ້ຢ່າງແທ້ຈິງບໍ? ພວກເຂົາບໍ່ສາມາດທ້າທາຍພຣະເຈົ້າບໍ? ເຈົ້າຕ້ອງເຫັນສິ່ງເຫຼົ່ານີ້ຢ່າງຊັດເຈນ. ທັງເຈົ້າແລະ ພຣະເຈົ້າທີ່ບັງເກີດເປັນມະນຸດມີຮູບລັກສະນະຂອງມະນຸດ, ຮູບຮ່າງຂອງມະນຸດ, ຄວາມມັກຂອງມະນຸດ, ພາສາມະນຸດ ແລະ ພວກເຈົ້າທັງສອງດຳລົງຊີວິດຢູ່ໃນໂລກມະນຸດ. ແຕ່ເຈົ້າສາມາດຕັ້ງຕໍາແຫນ່ງຂອງເຈົ້າໃຫ້ຖືກຕ້ອງ, ເຈົ້າສາມາດບອກຄວາມແຕກຕ່າງລະຫວ່າງສະຖານະຂອງເຈົ້າ ແລະ ຂອງພຣະເຈົ້າ ແລະ ເຈົ້າສາມາດແກ້ໄຂຄວາມສໍາພັນຂອງເຈົ້າກັບພຣະເຈົ້າໄດ້. ເຈົ້າບໍ່ຄວນເກີນເລີຍຄວາມສຳພັນນີ້ ແລະ ເຈົ້າບໍ່ຄວນກ້າວຂ້າມມັນ. ຖ້າເຈົ້າສາມາດບັນລຸວຸດທິພາວະນີ້, ເຈົ້າກໍພຽງພໍແລ້ວສຳລັບພຣະເຈົ້າ ແລະ ບໍ່ມີກອງກຳລັງໃດທີ່ສາມາດທຳລາຍຄວາມສຳພັນຂອງເຈົ້າກັບພຣະເຈົ້າໄດ້. ນີ້ຄວນເປັນຄວາມສຳພັນທີ່ໝັ້ນຄົງທີ່ສຸດ ແລະ ຈະໄດ້ຕາມມາດຕະຖານ. ຖ້າຄວາມສຳພັນຂອງເຈົ້າກັບຮ່າງກາຍທາງເນື້ອໜັງນີ້ບໍ່ຂຶ້ນໄປເຖິງລະດັບຄວາມສຳພັນລະຫວ່າງມະນຸດ ແລະ ພຣະເຈົ້າ, ຖ້າເຈົ້າບໍ່ມີຄວາມສຳພັນດັ່ງກ່າວ, ແລ້ວເມື່ອເຈົ້າເວົ້າວ່າ “ຂ້ອຍມີຄວາມສຳພັນທີ່ດີກັບພຣະເຈົ້າໃນສະຫວັນ ແລະ ມັນແມ່ນຄວາມສຳພັນທີ່ປົກກະຕິຫຼາຍ”, ນີ້ແມ່ນຄວາມຈິງບໍ? ບໍ່ແມ່ນ. ເຈົ້າເວົ້າວ່າເຈົ້າມີຄວາມສຳພັນທີ່ດີກັບພຣະເຈົ້າ, ແຕ່ໃຜເຄີຍເຫັນມັນແດ່? ມັນສະແດງໃຫ້ເຫັນຢູ່ໃສ? ມັນບໍ່ມີພື້ນຖານຄວາມຈິງ. ຍ້ອນມະນຸດດຳລົງຊີວິດໃນເນື້ອໜັງຂອງພວກເຂົາ ແລະ ບໍ່ສາມາດເຈາະເຂົ້າໄປໃນໂລກຝ່າຍວິນຍານ ຫຼື ເຂົ້າເຖິງພຣະເຈົ້າໄດ້, ແລ້ວພວກເຂົາຈະສາມາດປະຕິສຳພັນກັບພຣະວິນຍານຂອງພຣະເຈົ້າໄດ້ແນວໃດ? ໃນປັດຈຸບັນ, ເຈົ້າມີຄວາມສາມາດທີ່ຈະບັນລຸຄວາມສໍາພັນປົກກະຕິລະຫວ່າງມະນຸດ ແລະ ພຣະເຈົ້າກັບພຣະເຈົ້າໃນເນື້ອໜັງບໍ? (ບໍ່). ມີຄວາມຫຍຸ້ງຍາກຢູ່ໃສ? ມີຄວາມຈິງຫຼາຍຢ່າງທີ່ມະນຸດບໍ່ສາມາດເຂົ້າໃຈໄດ້. ມະນຸດບໍ່ເຂົ້າໃຈໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າມະນຸດຊາດ ເຊິ່ງເສື່ອມຊາມ ມີມຸມມອງ ແລະ ຄວາມຄິດເຫັນທີ່ບໍ່ສອດຄ່ອງກັບມຸມມອງ ແລະ ຄວາມຄິດເຫັນຂອງພຣະເຈົ້າທີ່ບັງເກີດເປັນມະນຸດໃນຫຼາຍດ້ານ, ຫຼັກການຕ່າງໆທີ່ມະນຸດຈັດການສິ່ງຕ່າງໆບໍ່ສອດຄ່ອງກັບຫຼັກການຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ມະນຸດເຖິງກັບມີແນວຄິດ ແລະ ຈິນຕະນາການຫຼາຍຢ່າງກ່ຽວກັບພຣະເຈົ້າ. ບັນຫາເຫຼົ່ານີ້ຍັງບໍ່ໄດ້ຮັບການແກ້ໄຂ. ແລ້ວສາເຫດຕົ້ນຕໍ່ຂອງບັນຫາເຫຼົ່ານີ້ຢູ່ໃສ? ປັດໃຈຫຍັງທີ່ກຳລັງມີອິດທິພົນຕໍ່ຄວາມສຳພັນລະຫວ່າງພຣະເຈົ້າ ແລະ ມະນຸດຊາດ? ມັນແມ່ນອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດ. ນັ້ນກໍຄື, ມະນຸດຊາດຍັງຢືນຢູ່ຂ້າງຊາຕານຜູ້ມີຊີວິດໂດຍເພິ່ງພາພິດຂອງຊາຕານ ແລະ ແມ່ນອຸປະນິໄສ ແລະ ແກ່ນແທ້ຂອງຊາຕານທີ່ຜູ້ຄົນດຳລົງຊີວິດຕາມ. ແກ່ນແທ້ຂອງພຣະເຈົ້າແມ່ນຄວາມຈິງ. ແກ່ນແທ້ຂອງພຣະອົງບໍ່ສາມາດປ່ຽນແປງໄດ້. ດັ່ງນັ້ນ, ໃຜເປັນຜູ້ທີ່ຕ້ອງປ່ຽນແປງເພື່ອຈະບັນລຸຄວາມສອດຄ່ອງກັບພະເຈົ້າ? ແນ່ນອນວ່າແມ່ນມະນຸດຊາດ; ສິ່ງນັ້ນແມ່ນແນ່ນອນ. ແລ້ວມະນຸດຄວນປ່ຽນແປງແນວໃດ? ພວກເຂົາຕ້ອງຍອມຕໍ່ພາລະກິດຂອງພຣະເຈົ້າ, ຍອມຮັບຄວາມຈິງ, ຍອມຮັບການພິພາກສາ ແລະ ການຂ້ຽນຕີ ແລະ ຍອມຮັບການຖືກລິຮານ ແລະ ຖືກຈັດການ. ນີ້ແມ່ນທາງດຽວຂອງມະນຸດທີ່ຈະບັນລຸຂໍ້ຕົກລົງກັບພຣະເຈົ້າໄດ້. ເມື່ອເຈົ້າກ້າວເຂົ້າສູ່ເສັ້ນທາງນີ້ເທົ່ານັ້ນ ເຈົ້າຈຶ່ງສາມາດຄ່ອຍໆເຂົ້າໃຈຄວາມຈິງ, ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ເບິ່ງທັງຜູ້ຄົນ ແລະ ສິ່ງຕ່າງໆຕາມພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ. ດ້ວຍວິທີນີ້, ຫຼັກການທີ່ເຈົ້າກະທຳຕາມ, ທັດສະນະທີ່ເຈົ້າເບິ່ງສິ່ງຕ່າງໆ, ມຸມມອງຂອງເຈົ້າກ່ຽວກັບຊີວິດ ແລະ ຄຸນຄ່າຂອງເຈົ້າຈະສອດຄ່ອງກັບຂອງພຣະເຈົ້າ. ອຸປະສັກລະຫວ່າງເຈົ້າ ແລະ ພຣະເຈົ້າຈະໜ້ອຍລົງເລື້ອຍໆ, ຈະບໍ່ມີຄວາມຂັດແຍ່ງອີກຕໍ່ໄປ, ເຈົ້າຈະສຶກສາພຣະເຈົ້າໜ້ອຍລົງເລື້ອຍໆ, ຄວາມເຊື່ອຟັງຂອງເຈົ້າເຕີບໃຫຍ່ຂຶ້ນເລື້ອຍໆໂດຍທຳມະຊາດ ແລະ ເຈົ້າຈະຄ່ອຍໆບັນລຸຄວາມສອດຄ່ອງທັງໝົດກັບພຣະເຈົ້າ.

ພວກເຈົ້າຢ້ານທີ່ຈະປະຕິສຳພັນກັບເຮົາບໍ? (ບໍ່). ພວກເຈົ້າອາດຈະບໍ່, ແຕ່ເຮົາຢ້ານ. ເຮົາຢ້ານຫຍັງ? ພວກເຈົ້າມີວຸດທິພາວະນ້ອຍ ແລະ ມີຄວາມຈິງຫຼາຍຢ່າງທີ່ເຈົ້າບໍ່ເຂົ້າໃຈ ແລະ ກັບບາງສິ່ງທີ່ເຮົາເຮັດ ແລະ ເວົ້າ, ເຮົາຕ້ອງພິຈາລະນາວ່າວຸດທິພາວະຂອງພວກເຈົ້າສາມາດນຳທັນ ຫຼື ບໍ່. ເຮົາບໍ່ສາມາດເວົ້າ ຫຼື ເຮັດພວກມັນໄດ້ໂດຍກົງ, ແຕ່ຕ້ອງໃຫ້ພື້ນທີ່ພຽງພໍແກ່ພວກເຈົ້າ, ພ້ອມທັງໃຫ້ເວລາພຽງພໍເພື່ອຜະເຊີນ ແລະ ປະສົບກັບຄວາມຈິງເຫຼົ່ານັ້ນ. ຈາກນັ້ນ ເຮົາກໍຖ້າ. ເຮົາຖ້າໃຫ້ພວກເຈົ້າເຂົ້າໃຈຄວາມຈິງເຫຼົ່ານັ້ນ, ຍອມຮັບພວກມັນເທື່ອລະເລັກລະນ້ອຍ, ມີວຸດທິພາວະທີ່ໃຫຍ່ຂຶ້ນ, ເຊິ່ງຮອດຈຸດນັ້ນ ເຮົາກໍພະຍາຍາມເຂົ້າຫາພວກເຈົ້າອີກຄັ້ງເທື່ອລະໜ້ອຍ. ຈາກນັ້ນ ເຮົາກໍສັງເກດເບິ່ງພວກເຈົ້າ ແລະ ເບິ່ງວ່າພວກເຈົ້າມີວຸດທິພາວະຫຼາຍຂຶ້ນບໍ. ຖ້າເຈົ້າມີ, ເຮົາກໍເວົ້າກັບພວກເຈົ້າຫຼາຍຂຶ້ນຕື່ມອີກ; ຖ້າເຈົ້າຍັງມີວຸດທິພາວະໜ້ອຍຢູ່, ເຮົາກໍຮັກສາໄລຍະຫ່າງຫຼາຍຂຶ້ນຕື່ມອີກ. ເປັນຫຍັງເຮົາຈຶ່ງຮັກສາໄລຍະຫ່າງໜ້ອຍໜຶ່ງຈາກພວກເຈົ້າ! ຖ້າເຮົາຕ້ອງເຂົ້າໃກ້ພວກເຈົ້າ ແລະ ຂໍພວກເຈົ້າຫຼາຍເກີນໄປ, ໄວ້ເກີນໄປ, ຄວາມຮີບຮ້ອນຈະເຮັດໃຫ້ສູນເສຍໄດ້ງ່າຍ. ແລ້ວຖ້າຄວາມຮີບຮ້ອນເຮັດໃຫ້ເກີດການສູນເສຍ, ຜົນຕາມມາຈະເປັນແນວໃດ? ພວກມັນອາດເປັນອັນຕະລາຍຫຼາຍກວ່າທີ່ພວກເຈົ້າອາດສາມາດຮັບໄດ້. ເມື່ອສິ່ງຕ່າງໆດຳເນີນມາເຖິງຕອນນີ້, ພວກເຮົາບໍ່ພຽງແຕ່ບໍ່ສາມາດບັນລຸຄວາມສາມັກຄີ ແລະ ຄວາມປອງດອງກັນໃນການປະຕິສຳພັນຂອງພວກເຮົາ, ແຕ່ແມ່ນແຕ່ສາຍພົວພັນທີ່ແທ້ຈິງກໍເກີນເລີຍພວກເຮົາ. ຖ້າເຮົາຕ້ອງສືບຕໍ່ຕິດຕໍ່ກັບພວກເຈົ້າເລື້ອຍໆ ຫຼື ຢູ່ກັບພວກເຈົ້າ, ຝຶກສອນພວກເຈົ້າໃນທຸກໆດ້ານທີ່ກ່ຽວຂ້ອງກັບໜ້າທີ່ຂອງພວກເຈົ້າ, ມັນຈະກົດດັນພວກເຈົ້າ. ພວກເຈົ້າຈະຮູ້ສຶກວ່າ ເຈົ້າກຳລັງທົນທຸກໃນກໍລະນີນັ້ນ. ມັນຈະບໍ່ແມ່ນສິ່ງທີ່ເຮົາຕ້ອງທົນບໍ? ແລ້ວໃນການທົນກັບມັນ, ເຮົາຈະບໍ່ທົນທຸກບໍ? ເຮົາຈະຕ້ອງທົນທຸກເຊັ່ນກັນ. ຖ້າການທົນທຸກນັ້ນເປັນປະໂຫຍດສຳລັບພວກເຈົ້າ, ຖ້າມັນສາມາດເຮັດໃຫ້ພວກເຈົ້າກ້າວໜ້າໄວຂຶ້ນ, ເຮົາກໍຈະບໍ່ສົນໃຈເຖິງແມ່ນວ່າເຮົາທົນທຸກເລັກນ້ອຍ. ເຮົາຈະອົດທົນໃຫ້ຫຼາຍຂຶ້ນ, ເວົ້າໃຫ້ໜ້ອຍລົງ, ຜ່ອນຜັນຫຼາຍຂຶ້ນ ແລະ ລໍຖ້າເຈົ້າຕື່ມອີກດ້ວຍຄວາມອົດທົນເລັກນ້ອຍ. ນີ້ຈະບໍ່ເປັນການລົບກວນ. ຖ້າພວກເຈົ້າທົນທຸກກັບບາງສິ່ງບາງຢ່າງກ່ອນເວລາ, ມັນໃຈໄດ້ຜົນໃນລະດັບໜຶ່ງ ຫຼື ບໍ່? ບາງທີສຳລັບຄົນພິເສດບາງຄົນທີ່ສາມາດເຂົ້າໃຈຄວາມຈິງ ແລະ ຜູ້ທີ່ມີທັງຈິດສຳນຶກ ແລະ ຄວາມສຳນຶກ, ຜູ້ທີ່ຍຸຕິທຳ ແລະ ສົມເຫດສົມຜົນ ແລະ ຍິ່ງໄປກວ່ານັ້ນ, ແມ່ນຜູ້ທີ່ຮັກຄວາມຈິງເປັນພິເສດ, ຜູ້ທີ່ສາມາດສະແຫວງຫາຄວາມຈິງຢ່າງຕໍ່ເນື່ອງ ແລະ ຜູ້ທີ່ໃນສ່ວນເລິກຂອງຫົວໃຈພວກເຂົາບໍ່ຍອມແພ້ໃນຄວາມຮັກຂອງຕົນ ແລະ ການສະແຫວງຫາຄວາມສະຫວ່າງ ແລະ ສິ່ງທີ່ດີ, ຄົນແບບເປໂຕ ຜູ້ທີ່ກະຕືລືລົ້ນ ແລະ ຄິດບອກໃນການສະແຫວງຫາຄວາມຈິງ, ມີແຕ່ຄົນທີ່ມີຄວາມເປັນມະນຸດເຊັ່ນນັ້ນ, ການສະແຫວງຫາເຊັ່ນນັ້ນ ແລະ ຄວາມເປີດກວ້າງເຊັ່ນນັ້ນທີ່ສາມາດຜະເຊີນການທົນທຸກໄດ້ກ່ອນເວລາອັນຄວນ. ມີໃຜໃນພວກເຈົ້າທີ່ບັນລຸບັນທັດຖານເຫຼົ່ານີ້ແດ່? (ບໍ່ມີ). ຖ້າເປັນເຊັ່ນນັ້ນ, ເຮົາຂໍໂທດທີ່ຕ້ອງເວົ້າວ່າ ພວກເຮົາຈະຕ້ອງຮັກສາໄລຍະຫ່າງຂອງພວກເຮົາ ເພື່ອທີ່ພວກເຈົ້າຈະບໍ່ຕ້ອງຜະເຊີນກັບການທົນທຸກກ່ອນເວລາອັນຄວນ. ດັ່ງນັ້ນ, ເຈົ້າຈະຜະເຊີນກັບມັນເມື່ອໃດ? ເມື່ອພວກເຈົ້າມີວຸດທິພາວະຮອດລະດັບໃດໜຶ່ງ, ພຣະເຈົ້າຈະຈັດແຈງສະພາບແວດລ້ອມ, ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆໃຫ້ແກ່ເຈົ້າໂດຍທຳມະຊາດ. ເຊັ່ນດຽວກັນກັບໂຢບ: ເມື່ອລາວມີວຸທິພາວະຮອດລະດັບໃດໜຶ່ງ, ຊາຕານມາຢູ່ຕໍ່ໜ້າພຣະເຈົ້າພ້ອມດ້ວຍຂໍ້ກ່າວຫາຕໍ່ລາວ ແລະ ພຣະເຈົ້າອະນຸຍາດໃຫ້ຊາຕານລໍ້ລວງໂຢບ, ຍອມໃຫ້ລາວຖືກລໍ້ລວງ, ສົ່ງຜົນໃຫ້ໂຢບສູນເສຍຊັບສົມບັດທັງໝົດຂອງລາວ. ສິ່ງນີ້ໄກສຳລັບພວກເຈົ້າບໍ? ໄກສ່ຳໃດ? ດ້ານໜຶ່ງຂອງເລື່ອງນີ້ຂຶ້ນຢູ່ກັບການສະແຫວງຫາຂອງເຈົ້າ; ອີກດ້ານໜຶ່ງແມ່ນຂຶ້ນຢູ່ກັບຄວາມຕ້ອງການຂອງພາລະກິດຂອງພຣະເຈົ້າ, ຂຶ້ນຢູ່ກັບເວລາທີ່ພຣະອົງຕັ້ງໄວ້ໃນແຜນການຂອງພຣະອົງ. ແລ້ວນັ້ນແມ່ນເວລາຫຍັງ? ມັນແມ່ນເມື່ອຮອດເວລາທີ່ຜູ້ຄົນພຽບພ້ອມດ້ວຍຄວາມຈິງທັງໝົດ ແລະ ເຂົ້າໃຈມັນ. ແຕ່ຖ້າບາງຄົນຍັງບໍ່ບັນລຸວຸດທິພາວະເດ ຈະເຮັດແນວໃດ? ເມື່ອຮອດເວລາທີ່ເໝາະສົມ, ພຣະເຈົ້າຈະຊົງກະທຳ. ເຈົ້າຄິດວ່າເຈົ້າສາມາດລີ້ໄດ້ບໍ? ບໍ່ມີໃຜສາມາດຂ້າມຜ່ານຈຸດເຊື່ອມຕໍ່ນີ້ໄດ້. ສິ່ງນີ້ເອີ້ນວ່າການກວດສອບວຽກງານຂອງມະນຸດ ແລະ ທຸກຄົນກໍຕ້ອງຜະເຊີນກັບມັນ. ບໍ່ມີໃຜສາມາດຜ່ານໄປໄດ້ໂດຍໄວ ແລະ ບໍ່ມີໃຜສາມາດຜ່ານໄປໄດ້ຊ້າໆ. “ບໍ່ມີໃຜສາມາດຜ່ານໄປໄດ້ໂດຍໄວ” ໝາຍຄວາມວ່າ ຖ້າບຸກຄົນັ້ນບໍ່ມີວຸດທິພາວະ ແລະ ພວກເຂົາບໍ່ໄດ້ຍິນຄວາມຈິງຫຼາຍປານໃດ, ແລ້ວເມື່ອບຸກຄົນນັ້ນຂໍໃຫ້ພຣະເຈົ້າລອງໃຈພວກເຂົາ, ພຣະອົງຈະບໍ່ລອງໃຈ. ຈະບໍ່ມີໃຜໄດ້ຮັບການຍົກເວັ້ນຈາກເລື່ອງນີ້, ເພາະວ່າພຣະເຈົ້າເບິ່ງວ່າທຸກຄົນເທົ່າທຽມກັນ ແລະ ໃຫ້ໂອກາດທຸກຄົນເທົ່າທຽມກັນ ແລະ ພຣະອົງສະໜອງໃຫ້ ແລະ ປະຕິບັດພາລະກິດແບບດຽວກັນສຳລັບທຸກຄົນ. ສະນັ້ນໃນຕອນນີ້, ການທີ່ເຮົາຮັບເອົາທ່າທີດັ່ງກ່າວຕາມສະພາວະຂອງພວກເຈົ້າ ແລະ ວຸດທິພາວະທີ່ພວກເຈົ້າມີນັ້ນບໍ່ເປັນປະໂຫຍດແກ່ພວກເຈົ້າບໍ? (ມີ). ມັນເໝາະສົມສຳລັບພວກເຈົ້າ, ສຳລັບສິ່ງທີ່ພວກເຈົ້າຕ້ອງການໃນຕອນນີ້. ໃນຂະນະທີ່ພວກເຈົ້າປະຕິບັດໜ້າທີ່ຂອງພວກເຈົ້າຕາມປົກກະຕິໃນແຕ່ລະຂົງເຂດ, ພວກເຈົ້າຍັງໄດ້ຮັບຄວາມຈິງທີ່ພວກເຈົ້າຈຳເປັນຕ້ອງມີ ແລະ ເຂົ້າໃຈ ໂດຍບໍ່ຊັກຊ້າແມ່ນແຕ່ໜ້ອຍດຽວ, ເພື່ອທີ່ພວກເຈົ້າອາດຈະໄດ້ຮັບຜົນປະໂຫຍດຈາກການສະໜອງໃຫ້ ແລະ ຄວາມຊ່ວຍເຫຼືອໄດ້ທັນເວລາ ແລະ ຕາມມາດຕະຖານ. ຈາກນັ້ນ, ໃນຂະນະທີ່ພວກເຈົ້າປະຕິບັດໜ້າທີ່ຂອງພວກເຈົ້າ, ພວກເຈົ້າຈະຄ່ອຍໆຍ່ອຍ, ຊຶມຊັບ ແລະ ປະສົບກັບຄວາມຈິງເຫຼົ່ານີ້ ແລະ ພົບເຫັນຫຼັກການແຫ່ງຄວາມຈິງ ແລະ ເສັ້ນທາງປະຕິບັດ; ເຈົ້າຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າເທື່ອລະໜ້ອຍ ແລະ ດ້ວຍເຫດນີ້ຄວາມສຳພັນຂອງມະນຸດ ແລະ ພຣະເຈົ້າຈະຖືກກຳນົດໄວ້າຢ່າງຖືກຕ້ອງ ແລະ ເຈົ້າຈະມີສະຖານະຂອງສິ່ງຖືກສ້າງ ເຊິ່ງເປັນການເຂົ້າຮັບຕຳແໜ່ງຂອງເຈົ້າ ແລະ ຕັ້ງໝັ້ນໃນໜ້າທີ່ຂອງເຈົາ. ແລ້ວຫຼັງຈາກນີ້ ອາດມີບາງຄົນທີ່ຜະເຊີນກັບການທົດລອງ ແລະ ການຫຼໍ່ຫຼອມໂດຍທີ່ພວກເຂົາບໍ່ຮູ້ເມື່ອຕົວ. ສິ່ງນັ້ນຈະເກີດຂຶ້ນເມື່ອໃດ? ເຮົາຈະບອກພວກເຈົ້າດ້ວຍປະໂຫຍກໜຶ່ງທີ່ໃຊ້ໄດ້: ການທົດລອງຈະມາຕາມແຜນ. ສິ່ງນີ້ອາດຈະເປັນນາມມະທຳເລັກນ້ອຍ, ແຕ່ສຳລັບພຣະເຈົ້າແລ້ວ ມັນເປັນແບບນັ້ນ. ເມື່ອຮອດເວລາທີ່ພຣະເຈົ້າຊົງກະທຳ, ເຈົ້າຈະບໍ່ສາມາດລີ້ໄດ້, ພະຍາຍາມສຸດຄວາມສາມາດຂອງເຈົ້າ. ເຮົາຈະເຮັດແນວໃດໃນຕອນນີ້? ເຮົາຈະຮັກສາຕຳແໜ່ງຂອງເຮົາ, ຄອງຕຳແໜ່ງຂອງເຮົາ ແລະ ປະຕິບັດພາລະກິດຂອງເຮົາ, ບໍ່ຖ່ວງດຶງ ຫຼື ຟ້າວໄປຂ້າງໜ້າ, ແຕ່ປະຕິບັດພາລະກິດຂອງເຮົາຕາມຂັ້ນຕອນທີ່ກຳນົດໄວ້. ເສັ້ນທາງສູ່ຄວາມລອດພົ້ນຂອງພວກເຈົ້າທັງໝົດຖືກເປີດຢູ່, ເຮົາຈະບໍ່ປິດຜະນຶກພວກມັນ, ແຮງໄກທີ່ຈະຖ່ວງດຶງພວກເຈົ້າ.

ມີໃຜຖາມດ້ວຍຄວາມກັງວົນບໍວ່າ: “ໂດຍການຕິດຕາມພຣະອົງ, ພວກເຮົາສາມາດໄດ້ຮັບຄວາມລອດພົ້ນບໍ?” ບາງທີ ບາງຄົນບໍ່ເຄີຍຄຳນຶງເຖິງຄຳຖາມນີ້, ແຕ່ນັ້ນບໍ່ຄືກັນກັບການບໍ່ມີຄວາມສົງໄສ ແລະ ຄວາມສົງໄສນີ້ອາຈະມີຢູ່. ດັ່ງນັ້ນ, ເຮົາຈະບອກບາງສິ່ງທີ່ເປັນຄວາມຈິງກັບເຈົ້າ: ເຈົ້າບໍ່ຈຳເປັນຕ້ອງກັງວົນ. ເຮົາຄວນກັງວົນກ່ອນເຈົ້າແລ້ວ; ແມ່ນເຮົາທີ່ຄວນກັງວົນທີ່ສຸດ, ແຕ່ເຮົາບໍ່ເຄີຍກັງວົນ, ສະນັ້ນ ເຈົ້າເປັນກັງວົນຫຍັງ? ເຈົ້າບໍ່ໄດ້ກັງວົນເກີນໄປບໍ? ເຈົ້າກັງວົນເກີນໄປ ແລະ ບໍ່ຈຳເປັນຕ້ອງກັງວົນ. ເຮົາບໍ່ເຄີຍກັງວົນກ່ຽວກັບເລື່ອງນີ້ ເພາະມັນບໍ່ແມ່ນສິ່ງທີ່ເຮົາຕ້ອງຮັບຜິດຊອບ. ນັ້ນບໍ່ແມ່ນສິ່ງທີ່ດີບໍ? ດັ່ງນັ້ນ, ໃຜເປັນຜູ້ຮັບຜິດຊອບມັນ? ບາງຄົນເວົ້າວ່າ “ພຣະອົງຊ່າງໄຮ້ຄວາມຮັບຜິດຊອບທີ່ເວົ້າແບບນັ້ນ! ຖ້າພຣະອົງບໍ່ຮັບຜິດຊອບ, ໃຜເປັນຜູ້ຮັບຜິດຊອບ?” ເຮົາບໍ່ຈຳເປັນຕ້ອງຮັບຜິດຊອບ ເພາະເຮົາບໍ່ເຄີຍມີຄວາມກັງວົນດັ່ງກ່າວ. ເຮົາບໍ່ຈຳເປັນຕ້ອງວິຕົກກັງວົນ, ບໍ່ຈຳເປັນຕ້ອງພິຈາລະນາເບິ່ງເລື່້ອງນີ້. ຖ້າເຮົາເປັນກັງວົນ, ເວົ້າວ່າ “ໂອ! ເຮົາບໍ່ສາມາດແບກຮັບພາລະຂອງຜົນຮັບ ແລະ ຈຸດໝາຍປາຍທາງຂອງພວກເຈົ້າ! ເຮົາຕ້ອງເອົາໃຈໃສ່ທີ່ຈະສຶກສາ ແລະ ວິເຄາະທຸກຂັ້ນຕອນທີ່ເຮົາເຮັດ ແລະ ທຸກຄຳເວົ້າທີ່ເຮົາກ່າວ ແລະ ລົງມືເຮັດຫຼັງຈາກທີ່ເຮົາໄດ້ເຫັນຜົນຮັບຂອງພວກມັນ”, ນັ້ນຈະເປັນການທີ່ເຮົາປະໝາດເລິນເລີ້. ແຕ່ເຮົາບໍ່ເຄີຍກັງວົນ; ເຮົາບໍ່ເຄີຍພິຈາລະນາວ່າບາງສິ່ງອາດຈະນຳໄປສູ່ສິ່ງໃດ. ເປັນຫຍັງຈຶ່ງເປັນແບບນີ້? ບາງຄົນເວົ້າວ່າ “ພຣະອົງເບິ່ງທະລຸເລື່ອງນີ້”. ບໍ່, ໂດຍທົ່ວໄປແລ້ວ, ຄົນໆໜຶ່ງສາມາດເວົ້າໄດ້ວ່າໄດ້ເບິ່ງທະລຸບາງສິ່ງຫຼັງຈາກທີ່ພວກເຂົາໄດ້ດຳເນີນການສຳຫຼວດ ແລະ ການວິເຄາະ, ແຕ່ເຮົາບໍ່ເຄີຍພິຈາລະນາເບິ່ງເລື້ອງນີ້ໂດຍສັນຊາດຕະຍານ, ຄືກັນກັບການທີ່ຄົນໆໜຶ່ງຈະບໍ່ພິຈາລະນາເບິ່ງວ່າເປັນຫຍັງພວກເຂົາຈຶ່ງຄ້າຍຄືພໍ່ແມ່ຂອງພວກເຂົາ. ເຮົາບໍ່ພິຈາລະນາເບິ່ງສິ່ງດັ່ງກ່າວໂດຍສັນຊາດຕະຍານ, ພວກມັນບໍ່ມີຢູ່ໃນຄວາມຄິດຂອງເຮົາ. ການບໍ່ພິຈາລະນາເບິ່ງສິ່ງຕ່າງໆນັ້ນຈະເປັນຜົນດີ, ສະນັ້ນ ພວກເຈົ້າບໍ່ຄວນຮຽນຮູ້ວິທີເຮັດສິ່ງນີ້ບໍ? ບາງຄົນອາດເວົ້າວ່າ “ພຣະອົງບໍ່ພິຈາລະນາເບິ່ງສິ່ງຕ່າງໆໂດຍສັນຊາດຕະຍານ. ພວກເຮົາຄວນຮຽນຮູ້ທີ່ຈະເຮັດແບບນັ້ນໄດ້ແນວໃດ? ນັ້ນບໍ່ແມ່ນສິ່ງທີ່ພວກເຮົາສາມາດຮຽນຮູ້ໄດ້!” ມີບາງສິ່ງໃນເລື່ອງນີ້ທີ່ຈຳເປັນຕ້ອງໂອ້ລົມໜ້ອຍໜຶ່ງ. ການບັງເກີດເປັນມະນຸດຂອງພຣະເຈົ້າ, ການທີ່ພຣະອົງກາຍເປັນເນື້ອໜັງ, ການທີ່ພຣະອົງກາຍເປັນມະນຸດ, ແທ້ຈິງແລ້ວ ວິທີການທີ່ບຸກຄົນນີ້ກາຍເປັນ ແມ່ນຂະບວນການທີ່ບໍ່ຈຳເປັນຕ້ອງພິຈາລະນາເບິ່ງ. ເວົ້າງ່າຍໆ, ພຣະເຈົ້າໄດ້ກາຍເປັນມະນຸດ. ມີຄວາມລຶກລັບໃນສິ່ງທີ່ພຣະເຈົ້າເຮັດໃນຮ່າງກາຍມະນຸດນີ້ ແລະ ວິທີການທີ່ພຣະອົງສະແດງອອກບໍ? (ມີ). ເລື່ອງນີ້ຈຳເປັນຕ້ອງມີການຄົ້ນຄວ້າບໍ? ມັນບໍ່ຈຳເປັນຕ້ອງຄົ້ນຄວ້າ, ແຕ່ໃຫ້ເຈົ້າສະແຫວງຫາຄວາມຈິງຂອງມັນ. ຄວາມຈິງຂອງມັນແມ່ນຫຍັງ? ພວກເຈົ້າສາມາດເບິ່ງມັນອອກບໍ? ແກ່ນແທ້, ສະຖານະຂອງຄົນໆໜຶ່ງ ແລະ ພັນທະກິດຂອງພວກເຂົາເປັນໜຶ່ງດຽວກັນ. ພັນທະກິດຂອງພວກເຂົາແມ່ນແກ່ນແທ້ຂອງພວກເຂົາ, ສັນຊາດຕະຍານຂອງພວກເຂົາ; ສິ່ງທີ່ພວກເຂົາດຳລົງຊີວິດຕາມ, ສິ່ງທີ່ພວກເຂົາເຜີຍອອກມາ, ສິ່ງທີ່ພວກເຂົາເຕັມໃຈເຮັດ ແລະ ສິ່ງທີ່ຕື່ມເຕັມພວກເຂົາ; ນັ້ນແມ່ນແກ່ນແທ້ຂອງພວກເຂົາ, ພ້ອມທັງສັນຊາດຕະຍານ ແລະ ພັນທະກິດຂອງພວກເຂົາ, ເຊິ່ງທັງໝົດນີ້ອາດຮ່ວມກັນເປັນໜຶ່ງດຽວໄດ້. ສິ່ງນີ້ບອກຫຍັງແກ່ເຈົ້າ? ມີຂໍ້ເທັດຈິງຢູ່ໃນທີ່ນີ້ ທີ່ພວກເຈົ້າຄວນສາມາດເບິ່ງເຫັນ, ເຊິ່ງແມ່ນເລື່ອງການບັງເກີດເປັນມະນຸດຂອງພຣະເຈົ້າທີ່ບໍ່ສາມາດໂຕ້ຖຽງໄດ້. ພຣະເຈົ້າໄດ້ກ່າວຄວາມຈິງຫຼາຍຢ່າງ ແລະ ຍິ່ງມະນຸດອ່ານພວກມັນຫຼາຍສ່ຳໃດ, ພວກເຂົາກໍຍິ່ງເຂົ້າໃຈພວກມັນຫຼາຍສ່ຳນັ້ນ; ຍິ່ງພວກເຂົາອ່ານພວກມັນຫຼາຍສ່ຳໃດ, ພວກເຂົາຍິ່ງຮູ້ສຶກວ່າພວກມັນເປັນຄວາມຈິງຫຼາຍສ່ຳນັ້ນ, ຍິ່ງພວກເຂົາປະສົບກັບພວກມັນ ແລະ ນຳພວກມັນໄປປະຕິບັດຫຼາຍສ່ຳໃດ, ຫົວໃຈຂອງພວກເຂົາກໍຍິ່ງສົດໃສຂຶ້ນສ່ຳນັ້ນ, ແລ້ວເມື່ອສິ່ງນີ້ເກີດຂຶ້ນ, ຄວາມສຳພັນຂອງພວກເຂົາຕໍ່ພຣະເຈົ້າກໍຍິ່ງປົກກະຕິຫຼາຍຍິ່ງຂຶ້ນ. ສິ່ງນີ້ຈຳເປັນຕ້ອງໄດ້ຄົ້ນຄວ້າແທ້ໆບໍ? ຄົ້ນຄວ້າທຸກຢ່າງຕາມໃຈເຈົ້າ; ເຈົ້າຈະບໍ່ເຂົ້າໃຈວ່າຄວາມຈິງກ່ຽວກັບຫຍັງຜ່ານການຄົ້ນຄວ້າ. ການເຂົ້າໃຈຄວາມຈິງຂຶ້ນຢູ່ກັບປະສົບການ. ເມື່ອຄົນໆໜຶ່ງມີປະສົບການຫຼາຍຂຶ້ນ, ພວກເຂົາກໍໃຈເຂົ້າໃຈວ່າຄວາມຈິງກ່ຽວຂ້ອງກັບຫຍັງໂດຍທຳມະຊາດ ແລະ ເມື່ອໄດ້ເຂົ້າໃຈຄວາມຈິງ, ພວກເຂົາກໍມີຄວາມຮູ້ກ່ຽວກັບພຣະເຈົ້າໂດຍທຳມະຊາດ. ນີ້ຄືເຫດຜົນທີ່ເຮົາເວົ້າວ່າ ການມີຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້ານັ້ນຂຶ້ນກັບການເຂົ້າໃຈຄວາມຈິງ. ຄົນໂງ່ຈ້າບາງຄົນບໍ່ຮັກຄວາມຈິງ ແລະ ບໍ່ເຄີຍນຳມັນໄປປະຕິບັດ ແລະ ນັບຕັ້ງແຕ່ທີ່ພວກເຂົາໄດ້ເຊື່ອໃນພຣະເຈົ້າ, ພວກເຂົາກໍສຶກສາພຣະອົງ. ສຶກສາເທົ່າທີ່ພວກເຂົາເຮັດໄດ້, ພວກເຂົາສາມາດໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າດ້ວຍວິທີນີ້ບໍ? ມັນເປັນໄປບໍ່ໄດ້. ໂລກສາສະໜາໄດ້ສຶກສາພຣະເຈົ້າມາເປັນເວລາຫຼາຍພັນປີ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ຮູ້ຈັກພຣະອົງຢ່າງແທ້ຈິງ. ພວກເຂົາເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ໃນທີ່ສຸດ, ສິ່ງທີ່ພວກເຂົາສາດເວົ້າໄດ້ຄື “ຂ້ອຍເຊື່ອໃນການດຳລົງຢູ່ຂອງພຣະເຈົ້າຢ່າງເລິກເຊິ່ງ”. ສິ່ງເຫຼົ່ານັ້ນແມ່ນຄຳເວົ້າຂອງຄົນທີ່ຮູ້ຈັກພຣະເຈົ້າບໍ? ຕອນນີ້ເຈົ້າຍັງສຶກສາພຣະເຈົ້າຢູ່ບໍ? ເຈົ້າໄດ້ສຶກສາພຣະເຈົ້າມາຈັກປີແລ້ວ? ການສຶກສາຂອງເຈົ້າໄດ້ຮັບຜົນບໍ? ເຮົາບອກເຈົ້າວ່າ: ພຣະເຈົ້າທີ່ເກີດເປັນມະນຸດບໍ່ເຄີຍຄົ້ນຄວ້າວ່າພຣະອົງແມ່ນໃຜ ແລະ ບໍ່ມີສຽງອື່ນຢູ່ໃນພຣະອົງ, ແຕ່ມີພຽງສຽງດຽວ. ດັ່ງທີ່ມະນຸດເຫັນ, ທຸກສິ່ງທີ່ພຣະອົງຄິດ, ດຳລົງຊີວິດຕາມ ແລະ ເຮັດ ແມ່ນຄວາມຄິດ ແລະ ການກະທຳຂອງບຸກຄົນໜຶ່ງ ແລະ ພຣະອົງກໍຮູ້ສຶກເຊັ່ນກັນວ່າພຣະອົງເອງເປັນຄົນດຽວທີ່ກະທຳ ແລະ ຄິດ. ເກີດຫຍັງຂຶ້ນຢູ່ນີ້? ໃນພຣະອົງ, ມີພຽງແຕ່ຊີວິດດຽວ ແລະ ບໍ່ມີຊີວິດອື່ນອີກ. ດັ່ງນັ້ນ, ແມ່ນຫຍັງຄືແກ່ນແທ້ຂອງຊີວິດນີ້? ຄົນໆໜຶງອາດບໍ່ສາມາດເບິ່ງທະລຸມັນຈາກພາຍນອກ, ຄິດວ່າມັນເປັນພຽງຊີວິດຂອງຄົນທຳມະດາຄົນໜຶ່ງ, ແຕ່ຖ້າເບິ່ງໃນແງ່ຂອງພາລະກິດຂອງພຣະອົງ ແລະ ແກ່ນແທ້ຂອງວຽກງານທີ່ພຣະອົງເຮັດ, ມັນຄືແນວໃດ? ເງົາຂອງພຣະເຈົ້າຢູ່ເທິງພຣະອົງ? ເງົາຂອງພຣະເຈົ້າຢູ່ເທິງພຣະອົງໄດ້ແນວໃດ? ນີ້ແມ່ນຄວາມເຂົ້າໃຈທີ່ຄູ່ຄວນ. ແທ້ຈິງແລ້ວ, ຮ່າງກາຍທີ່ເປັນເນື້ອໜັງນີ້ແມ່ນໃຜ ເຊິ່ງມີເງົາຂອງພຣະເຈົ້າ ແລະ ການແທ້ທີ່ຫຼັ່ງໄຫຼອອກມາ ເຊິ່ງຄູ່ຄວນແກ່ການສະແຫວງຫາ ແລະ ການກວດສອບຢ່າງເລິກເຊິ່ງ. ແລ້ວມັນປົກກະຕິບໍທີ່ຮ່າງກາຍທີ່ເປັນເນື້ອໜັງນີ້ບໍ່ຮູ້ວ່າເປັນຫຍັງພຣະອົງຈຶ່ງເປັນບຸກຄົນດັ່ງກ່າວ ຫຼື ແທ້ຈິງແລ້ວພຣະອົງແມ່ນໃຜ? ມັນເປັນເລື່ອງທຳມະດາເກີນໄປ; ມັນບໍ່ແມ່ນເລື່ອງເໜືອທຳມະຊາດ. ບາງຄົນຈະເວົ້າວ່າ “ບໍ່ເໜືອທຳມະຊາດບໍ? ນັ້ນຟັງເບິ່ງບໍ່ຄືພຣະເຈົ້າ? ພຣະເຈົ້າຄວນຈະເໜືອທຳມະຊາດ!” ຄຳວ່າ “ຄວນຈະ” ນີ້ມາຈາກໃສ? ມັນມາຈາກແນວຄິດ ແລະ ຈິນຕະນາການຂອງຄົນ. ຄວາມຈິງແລ້ວ, ແມ່ນຫຍັງຄືການກະທຳທຳອິດ, ພຶດຕິກຳທຳອິດຂອງພຣະເຈົ້າທີ່ມະນຸດຮູ້ຈັກ, ເຊິ່ງມະນຸດມີຄວາມປະທັບໃຈແມ່ນຫຍັງ? ໃນຕອນເລີ່ມຕົ້ນ, ພຣະເຈົ້າສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງ, ແລ້ວໃນມື້ທີຫົວ, ພຣະອົງຊົງຈັບເອົາດິນໜຽວຂຶ້ນມາ ແລະ ສ້າງເປັນຄົນ, ເຊິ່ງພຣະອົງຊົງຕັ້ງຊື່ໃຫ້ວ່າ ອາດາມ. ຈາກນັ້ນ, ພຣະອົງກໍຊົງເຮັດໃຫ້ອາດາມຫຼັບໄປ ແລະ ດຶງເອົາກະດູກຂ້າງອອກຮາກຮ່າງກາຍຂອງລາວ ເຊິ່ງພຣະອົງໄດ້ສ້າງອີກຄົນໜຶ່ງ, ນັ້ນກໍຄືເອວາ. ເມື່ອເບິ່ງທີ່ລຳດັບການກະທຳ ແລະ ພຶດຕິກຳທັງໝົດນີ້ຂອງພຣະເຈົ້າ, ມັນບໍ່ແມ່ນຮູບພາບປະກອບໂດຍສະເພາະບໍ? ທຸກການກະທຳເປັນຈິງຫຼາຍ, ເຊິ່ງບໍ່ກົງກັບພຣະເຈົ້າແຫ່ງຈິນຕະນາການ ແລະ ແນວຄິດຂອງຜູ້ຄົນ. ມັນເກີນກວ່າຈິນຕະນາການຂອງມະນຸດກ່ຽວກັບສິ່ງເໜືອທຳມະຊາດ. ດັ່ງນັ້ນ ໃນຕອນນີ້, ເມື່ອຜູ້ຄົນມາຕິດຕໍ່ພົວພັນກັບພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ໄດ້ຍິນພຣະທຳທີ່ພຣະອົງກ່າວ ແລະ ເຫັນທຸກສິ່ງທີ່ພຣະອົງເຮັດ, ແລ້ວຖືເອົາສິ່ງເຫຼົ່ານັ້ນມາປຽບທຽບກັບການກະທຳ ແລະ ພຶດຕິກຳຕົວຈິງຂອງພຣະເຈົ້າເມື່ອພຣະອົງສ້າງມະນຸດໃນຕອນເລີ່ມຕົ້ນ, ມີຄວາມຄາດເຄື້ອນຢູ່ບ່ອນນັ້ນບໍ? ມີຄວາມແຕກຕ່າງກັນບໍ? ອາດຈະມີ, ເພາະເຈົ້າບໍ່ເຄີຍເຫັນການກະທຳເຫຼົ່ານັ້ນ. ເຖິງຢ່າງໃດກໍຕາມ, ຖ້າເບິ່ງໃນທາງປະຕິບັດ, ເມື່ອຄົນໆໜຶ່ງປຽບທຽບລັກສະນະ ແລະ ແຫຼ່ງທີ່ມາພຣະຄຳຂອງພຣະເຈົ້າໃນຕອນຕົ້ນກັບລັກສະນະ ແລະ ແຫຼ່ງທີ່ມາຂອງການທີ່ພຣະອົງເວົ້າໃນປັດຈຸບັນ, ບໍ່ມີຄວາມແຕກຕ່າງພື້ນຖານ. ເປັນຫຍັງເຮົາຈຶ່ງເວົ້າວ່າ “ພື້ນຖານ”? ຄຳວ່າ “ພື້ນຖານ” ມີຄວາມໝາຍຂອງມັນ. “ພື້ນຖານ” ໝາຍເຖິງຫຍັງຢູ່ທີ່ນີ້? ມັນໝາຍຄວາມວ່າ ໃນຫົວໃຈຂອງມະນຸດ ຍັງມີບາງສິ່ງທີ່ເປັນອົງປະກອບເໜືອທຳມະຊາດຕໍ່ສິ່ງທີ່ເປັນຈິງທີ່ມະນຸດຄິດວ່າພຣະເຈົ້າເຮັດ ແລະ ລັກສະນະທີ່ມະນຸດຄິດວ່າພຣະອົງເວົ້າ, ໃນຂະນະທີ່ລັກສະນະ ແລະ ວິທີການ ແລະ ນ້ຳສຽງຄຳເວົ້າຂອງພຣະເຈົ້າທີ່ມະນຸດເຫັນ ແລະ ໄດ້ຍິນໃນຕອນນີ້ຂ້ອນຂ້າງເປັນຈິງ, ສາມາດເຂົ້າໃຈ ແລະ ເບິ່ງເຫັນໄດ້ ໂດຍບໍ່ມີອົງປະກອບທີ່ເໜືອທຳມະຊາດ ແລະ ບໍ່ມີບ່ອນຫວ່າງສຳລັບຈິນຕະນາການຂອງມະນຸດ. ມີໄລຍະຫ່າງລະຫວ່າງສອງສິ່ງນີ້ ແລະ ໃນທ້າຍທີ່ສຸດ ແລະ ໂດຍພື້ນຖານແລ້ວ, ໄລຍະຫ່າງນັ້ນແມ່ນຄືກັນຈາກມຸມມອງຂອງພວກເຈົ້າ. ນັ້ນແມ່ນທີ່ມາຂອງ “ພື້ນຖານ”.

ມັນຈຳເປັນທີ່ຈະສື່ສານຄຳເວົ້າທີ່ເປັນຈິງ, ຈິງໃຈທີ່ສຸດເຫຼົ່ານີ້ກັບພວກເຈົ້າໃນມື້ນີ້ບໍ? (ຈຳເປັນ). ເປັນຫຍັງຈຶ່ງເວົ້າເຖິງສິ່ງດັ່ງກ່າວ? ຫຼາຍຄົນເຄີຍຮູ້ສຶກເຖິງເລື່ອງຂອງພຣະເຈົ້າທີ່ບັງເກີດເປັນມະນຸດຢູ່ສະເໝີວ່າເປັນເລື່ອງທີ່ຂ້ອນຂ້າງລຶກລັບ, ບໍ່ສາມາດຢັ່ງເຖິງ ແລະ ປາດຖະໜາທີ່ຈະສຶກສາພວກມັນຢູ່ສະເໝີ. ການສຶກສາສິ່ງເຫຼົ່ານີ້ແຊກແຊງຄວາມສຳພັນຂອງເຈົ້າກັບພຣະເຈົ້າ. ເຈົ້າຍັງສາມາດເຂົ້າສູ່ຄວາມຈິງໄດ້ບໍ ຖ້າເຈົ້າສຶກສາພຣະເຈົ້າຢູ່ສະເໝີ? ຖ້າເຈົ້າສຶກສາພຣະອົງຢູ່ສະເໝີ, ເຈົ້າຈະບໍ່ຖືວ່າພຣະທຳຂອງພຣະອົງເປັນຄວາມຈິງ ແລະ ຄວາມສຳພັນຂອງເຈົ້າກັບພຣະອົງຈະຖືກບິດເບືອນ, ບ່ຽງເບນ ແລະ ຜິດປົກກະຕິ. ດັ່ງນັ້ນ, ເຈົ້າຈະສາມາດເຮັດໃຫ້ຄວາມສຳພັນຂອງເຈົ້າເປັນປົກກະຕິຂຶ້ນເລື້ອຍໆແນວໃດ? ໂດຍການພິຈາລະນາທຸກສິ່ງທີ່ພຣະອົງເຮັດຢ່າງເປັນປົກກະຕິ, ລວມເຖິງຮ່າງກາຍທີ່ເປັນເນື້ອໜັງຂອງພຣະອົງນີ້ ແລະ ສະແຫວງຫາທີ່ຈະຍອມຮັບພຣະອົງໃນຫົວໃຈຂອງເຈົ້າເທື່ອລະໜ້ອຍ. ຍອມຮັບພຣະອົງໃນທຸກດ້ານ, ລັກສະນະ ແລະ ນ້ຳສຽງຄຳເວົ້າຂອງພຣະອົງ ແລະ ແມ່ນແຕ່ຮູບລັກສະນະຂອງພຣະອົງ, ວິທີທີ່ພຣະອົງເບິ່ງ. ເຈົ້າຕ້ອງຍອມຮັບສິ່ງນີ້. ຖ້າເຈົ້າບໍ່ຍອມຮັບ, ແຕ່ສຶກສາພຣະອົງຢູ່ສະເໝີ, ສຶກສາສິ່ງນີ້ ແລະ ສຶກສາສິ່ງນັ້ນ, ແລ້ວໃນທີ່ສຸດ, ຄົນທີ່ໄດ້ຮັບຜົນຮ້າຍທີ່ສຸດ ແລະ ຕ້ອງຜະເຊີນກັບຄວາມສູນເສຍກໍຄືເຈົ້າ. ຄວາມຈິງນີ້ທີ່ເກີດຂຶ້ນໂດຍພຣະເຈົ້າຈະບໍ່ປ່ຽນແປງ. ພຣະເຈົ້າໄດ້ເປີດຕົວຍຸກໃໝ່ ແລະ ພຣະອົງຈະມີອິດທິພົນຕໍ່ທຸກສິ່ງ ແລະ ນຳພາທຸກສິ່ງ. ຄວາມຈິງນີ້ຈະບໍ່ປ່ຽນແປງ. ດັ່ງນັ້ນ, ຄົນໆໜຶ່ງຄວນເລືອກທາງໃດໃນເລື່ອງນີ້? ບໍ່ສຶກສາພຣະອົງ, ແຕ່ຍອມຮັບ ແລະ ຮູ້ຈັກພຣະອົງ ແລະ ແກ້ໄຂຄວາມສຳພັນຂອງພວກເຂົາກັບພຣະເຈົ້າຢ່າງບໍ່ຢຸດຢັ້ງ ແລະ ເຕືອນຕົນເອງຢູ່ຕະຫຼອດເວລາວ່າ: “ຂ້ອຍເປັນສິ່ງຊົງສ້າງ ແລະ ຂ້ອຍເປັນມະນຸດຜູ້ເສື່ອມຊາມ; ພຣະເຈົ້າເປັນຄົນທຳມະດາໂດຍທາງຜິວເຜີນ, ແຕ່ແກ່ນແທ້ຂອງພຣະອົງທີ່ຢູ່ພາຍໃນແມ່ນຂອງພຣະເຈົ້າ. ຄວາມຈິງທີ່ວ່າພຣະອົງແມ່ນພຣະເຈົ້ານັ້ນບໍ່ສາມາດປະຕິເສດໄດ້; ບໍ່ວ່າພຣະອົງເຮັດຫຍັງໂດຍທາງພາຍນອກ, ບໍ່ວ່າພຣະອົງເວົ້າຫຍັງ ແລະ ພຣະອົງກະທຳແນວໃດກໍຕາມ ແມ່ນບໍ່ໄດ້ຢູ່ໃນຂອບເຂດການສຶກສາຂອງຂ້ອຍ. ນີ້ແມ່ນຮູບແບບເຫດຜົນທີ່ຂ້ອຍມີ ແລະ ນີ້ແມ່ນສະຖານະທີ່ຂ້ອຍຄວນມີ”. ມື້ນີ້ເຮົາໄດ້ເວົ້າກັບພວກເຈົ້າໜ້ອຍໜຶ່ງກ່ຽວກັບຕົວເຮົາເອງ, ເພື່ອວ່າພວກເຈົ້າອາດມີຄວາມເຂົ້າໃຈ ແລະ ຄວາມກະຈ່າງແຈ້ງກ່ຽວກັບສິ່ງເຫຼົ່ານີ້ ແລະ ສັບສົນກ່ຽວກັບພວກມັນຢູ່ສະເໝີ, ຄືກັບວ່າເຮົາປົກປິດບາງສິ່ງທີ່ເຮົາບໍ່ຢາກໃຫ້ພວກເຈົ້າຮູ້. ຄວາມຈິງແລ້ວ, ເຮົາບໍ່ມີຄວາມລັບທີ່ເຮົາບໍ່ສາມາດບອກພວກເຈົ້າໄດ້. ນີ້ຄືສິ່ງທີ່ເຮົາຄິດ ແລະ ມັນຄືສິ່ງທີ່ເຮົາຕັ້ງໃຈທີ່ຈະເຮັດ. ບໍ່ມີຫຍັງທີ່ເປັນນາມມະທຳໃນມັນ ຫຼື ບໍ່ມີສິ່ງໃດທີ່ລຶກລັບ. ເລື່ອງຂອງເຮົາທີ່ພວກເຈົ້າເຫັນກໍເປັນເຊັ່ນນັ້ນ ແລະ ເລື່ອງຂອງເຮົາທີ່ຢູ່ເບື້ອງຫຼັງສາກ ແລະ ທີ່ພວກເຈົ້າບໍ່ສາມາດເຫັນໄດ້ກໍເປັນແບບນັ້ນເຊັ່ນກັນ. ນີ້ຄືສິ່ງທີ່ມັນເປັນຢ່າງແທ້ຈິງ. ແຕ່ມີສິ່ງໜຶ່ງທີ່ພວກເຈົ້າຕ້ອງເຂົ້າໃຈ: ບໍ່ວ່າຂໍ້ເທັດຈິງ ແລະ ປະກົດການພາຍນອກໃດທີ່ເຈົ້າເຫັນຢູ່ຕໍ່ໜ້າເຈົ້າ, ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ, ເຈົ້າຈະຖືເອົາປະກົດການເຫຼົ່ານັ້ນເປັນຄວາມຈິງ ແລະ ຂໍ້ເທັດຈິງ; ແລ້ວຖ້າເຈົ້າເຂົ້າໃຈຄວາມຈິງ, ເຈົ້າຈະໄດ້ຮູ້ຈັກແກ່ນແທ້ ແລະ ຄວາມຈິງຜ່ານປະກົດການ ແລະ ເລື່ອງລາວພາຍນອກເຫຼົ່ານັ້ນ, ເພື່ອວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້າຈະເປັນປົກກະຕິຫຼາຍຂຶ້ນເລື້ອຍໆ. ສຳລັບເຈົ້າ, ຕົວຕົນ, ສະຖານະ ແລະ ແກ່ນແທ້ຂອງພຣະເຈົ້າຈະບໍ່ປ່ຽນແປງຈັກເທື່ອ. ພຣະອົງແມ່ນພຣະຜູ້ສ້າງ, ຜູ້ຊົງມີອຳນາດເໜືອທຸກສິ່ງ. ສິ່ງນີ້ໄດ້ຖືກກຳນົດໄວ້. ເຈົ້າເປັນສິ່ງຊົງສ້າງ ແລະ ຖ້າເຈົ້າສຶກສາຮູບລັກສະນະເນື້ອໜັງຂອງພຣະເຈົ້າຢູ່ສະເໝີ, ເຈົ້າກໍມີບັນຫາ. ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍຈະບໍ່ມີອີກຕໍ່ໄປ, ໝາຍຄວາມວ່າຄວາມສຳພັນຂອງເຈົ້າໃນຖານະສິ່ງຖືກສ້າງຕໍ່ພຣະຜູ້ສ້າງຈະບໍ່ມີອີກຕໍ່ໄປ. ບໍ່ຈຳເປັນຕ້ອງອະທິບາຍຢ່າງລະອຽດກ່ຽວກັບຜົນທີ່ຕາມມາຂອງເລື່ອງນີ້. ພວກມັນບໍ່ດີຫຼາຍ. ສິ່ງໃດກໍ່ຕາມສາມາດເກີດຂຶ້ນເປັນຜົນສະທ້ອນ ນັ້ນກໍຄືທຸກຢ່າງສາມາດເກີດຂຶ້ນໄດ້. ຖ້າບໍ່ມີຄວາມສຳພັນນີ້, ກໍບໍ່ມີການສື່ສານໃຫ້ເວົ້າເຖິງລະຫວ່າງພວກເຮົາ. ສິ່ງນັ້ນເຮັດໃຫ້ຊັດເຈນບໍ? ຖ້າພວກເຮົາຢາກຮັກສາຄວາມສຳພັນອັນໃກ້ຊິດຂອງພວກເຮົາ, ຮັກສາຄວາມສຳພັນຂອງພວກເຮົາ, ແລ້ວສະຖານະຂອງມະນຸດຄວນເປັນແນວໃດ? (ສະຖານະຂອງສິ່ງຖືກສ້າງ). ສະຖານະຂອງສິ່ງຖືກສ້າງຕະຫຼອດໄປ. ນັ້ນເປັນວິທີດຽວທີ່ພວກເຂົາຈະສາມາດເຊື່ອມໂຍງກັນໄດ້, ເປັນວິທີດຽວທີ່ຈະສາມາດມີຄວາມສຳພັນທີ່ແທ້ຈິງໄດ້. ຖ້າເຈົ້າບໍ່ຍອມຮັບວ່າ ເຈົ້າແມ່ນສິ່ງຖືກສ້າງ, ແລ້ວພວກເຮົາກໍບໍ່ມີຄວາມສຳພັນຫຍັງເລີຍ. ເຮົາຈະບໍ່ຫຍຸ້ງກ່ຽວກັບເຈົ້າ ຫຼື ເຮົາຈະບໍ່ປາຖະໜາທີ່ຈະຮູ້ຈັກວ່າເຈົ້າແມ່ນໃຜ. ບໍ່ມີຫຍັງທີ່ຈະຜູກມັດພວກເຮົາ. ເຮົາຈະບໍ່ຫຍຸ້ງກັບເຈົ້າ. ດຳລົງຊີວິດຕາມທີ່ເຈົ້າຕ້ອງການ, ມັນບໍ່ມີຫຍັງກ່ຽວຂ້ອງກັບເຮົາ. ເຈົ້າບໍ່ຈຳເປັນຕ້ອງສຶກສາເຮົາ ຫຼື ກ່າວໂທດເຮົາ. ຕົວຕົນຂອງເຮົາ, ສະຖານະ ແລະ ທຸກສິ່ງທີ່ເຮົາເຮັດບໍ່ແມ່ນສິ່ງທີເຈົ້າຜູ້ເປັນຄົນທຳມະດາສາດກ່າວໂທດ ຫຼື ສະຫຼຸບໄດ້. ບໍ່ແມ່ນມະນຸດທີ່ພິພາກສາທັງໝົດນີ້, ແຕ່ແມ່ນພຣະເຈົ້າ. ນັ້ນເຮັດໃຫ້ມັນຊັດເຈນບໍ່ແມ່ນບໍ? ນັ້ນບໍ່ແມ່ນຄວາມຈິງບໍ? (ແມ່ນ). ດັ່ງນັ້ນ, ແມ່ນຫຍັງຄືຄວາມຈິງທີ່ຜູ້ຄົນຄວນເຂົ້າໃຈຢູ່ທີ່ນີ້? ບົນພື້ນຖານໃດ, ບົນຮາກຖານໃດທີ່ບຸກຄົນໜຶ່ງສາມາດມີຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ? ພວກເຂົາຕ້ອງຮູ້ວ່າ ເຈົ້າແມ່ນສິ່ງຖືກສ້າງ. ຖ້າເຈົ້າຮັບຮູ້ວ່າເຈົ້າແມ່ນສິ່ງຖືກສ້າງ ແລະ ມີຮາກຖານນັ້ນ, ແລ້ວເມື່ອເຈົ້າກ້າວໄປຂ້າງໜ້າ, ຈະມີຫຼາຍເລື່ອງທີ່ເຈົ້າບໍ່ຫຼົງຜິດ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າປາຖະໜາທີ່ຈະສຶກສາພຣະອົງຢູ່ສະເໝີ ແລະ ແລະ ບໍ່ເຂົ້າຫາຄວາມສຳພັນຈາກມຸມມອງຂອງສິ່ງຖືກສ້າງ, ຜົນຕາມມາກໍຈະຫຍຸ້ງຍາກ, ເປັນຕາຢ້ານເກີນໄປທີ່ຈະໄຕ່ຕອງເບິ່ງ. ເຈົ້າເຂົ້າໃຈສິ່ງນີ້ແມ່ນບໍ?

ບາງຄົນເວົ້າວ່າ “ຖ້າຂ້ອຍບໍ່ຍອມຮັບຮູ້ວ່າຂ້ອຍເປັນສິ່ງຖືກສ້າງ, ແລ້ວພວກເຮົາບໍ່ມີຫຍັງກ່ຽວຂ້ອງກັນບໍ? ພວກເຮົາບໍ່ຮູ້ຈັກກັນບໍ? ຖ້າບໍ່ມີຄວາມສຳພັນໃນລະດັບນັ້ນ, ພວກເຮົາສາມາດເປັນຄູ່ຫູ, ໝູ່ເພື່ອນ, ຍາດພີ່ນ້ອງກັນແມ່ນບໍ?” ບໍ່. ເຮົາບໍ່ມີ “ຄູ່ຫູ” ຫຼື ເຮົາບໍ່ມີໝູ່ເພື່ອນ ແລະ ແນ່ນອນວ່າເຮົາບໍ່ມີຍາດພີ່ນ້ອງເຊັ່ນນັ້ນ. ບາງຄົນຖາມວ່າ “ແລ້ວໃຜທີ່ເປັນຍາດພີ່ນ້ອງທີ່ແທ້ຈິງຂອງພຣະອົງ? ພວກເຂົາແມ່ນຄອບຄົວຂອງພຣະອົງບໍ?” ບໍ່. ເຮົາບໍ່ມີຍາດພີ່ນ້ອງ ຫຼື ເຮົາບໍ່ມີອ້າຍນ້ອງຮ່ວມສູ້ຮົບ. ເຮົາບໍ່ມີລູກນ້ອງ ແລະ ບໍ່ມີບໍລິວານ. ສຳລັບພຣະຜູ້ສ້າງ, ສິ່ງດຽວທີ່ມີຄວາມສຳພັນກັບພຣະອົງແມ່ນສິ່ງຖືກສ້າງ. ຕໍ່ມະນຸດຊາດທັງໝົດທີ່ຖືກສ້າງຂຶ້ນ, ຕໍ່ສິ່ງຖືກສ້າງທັງໝົດ, ພຣະເຈົ້າມີພຽງຕົວຕົນດຽວ ນັ້ນກໍຄືຕົວຕົນຂອງພຣະຜູ້ເປັນເຈົ້າແຫ່ງການຊົງສ້າງ. ນັ້ນແມ່ນຄວາມສຳພັນໜຶ່ງດຽວ. ຖ້າມີຄົນຖາມວ່າ “ພວກເຮົາມີຄວາມສຳພັນທີ່ຂ້ອນຂ້າງດີ. ພວກເຮົາບໍ່ສາມາດເປັນເພື່ອນກັນໄດ້ບໍ? ພວກເຮົາມາເປັນເພື່ອນກັນບໍ່ໄດ້ບໍ?” ບໍ່. ເຮົາບໍ່ຮູ້ຈັກເຈົ້າ; ເຮົາບໍ່ຮູ້ວ່າເຈົ້າແມ່ນໃຜ. ເປັນຫຍັງເຮົາຕ້ອງເປັນເພື່ອນກັບເຈົ້າ? ບໍ່ມີຄວາມສຳພັນດັ່ງກ່າວສຳລັບພວກເຮົາ. ພວກເຂົາເວົ້າວ່າ “ພຣະອົງກຳລັງເວົ້າແບບເດັດຂາດເກີນໄປຢູ່ທີ່ນີ້ບໍ່ແມ່ນບໍ? ພຣະອົງໃຈແຂງເກີນໄປບໍ?” ມັນເປັນທີ່ຊັດເຈນເຊັ່ນນີ້. ເຮົາບໍ່ຕ້ອງການຄວາມສຳພັນດັ່ງກ່າວ. ທັງໝົດທີ່ເຮົາເຮັດ ແລະ ເວົ້າແມ່ນເພື່ອຈັດຫາເປົ້າໝາຍທີ່ເປັນໄປໄດ້ສຳລັບການສະໜອງໃຫ້, ແລ້ວໃຜແມ່ນເປົ້າໝາຍເຫຼົ່ານັ້ນ. ພວກເຂົາເປັນມະນຸດຊາດທີ່ຖືກສ້າງ, ມະນຸດຊາດທີ່ຮັກຄວາມຈິງ; ຄົນເຫຼົ່ານີ້ແມ່ນເປົ້າໝາຍທີ່ພຣະເຈົ້າຈະຊ່ວຍໃຫ້ລອດພົ້ນ ແລະ ມີພຽງແຕ່ຄວາມສຳພັນນີ້ເທົ່ານັ້ນ. ນອກເໜືອຈາກຄວາມສຳພັນນີ້, ບໍ່ມີຄວາມສຳພັນແມ່ນແຕ່ຮູບແບບດຽວທີ່ເຮົາຮູ້ຈັກ. ເຈົ້າເຂົ້າໃຈບໍ? (ເຂົ້າໃຈ). ບາງຄົນອາດເວົ້າວ່າ “ພຣະອົງເປັນຄົນທີ່ຄົບຫາໄດ້ຍາກ!” ມັນບໍ່ແມ່ນວ່າເຮົາຄົບຫາໄດ້ຍາກ, ແຕ່ຄວາມສຳພັນແບບນັ້ນບໍ່ມີທາງທີ່ຈະມີຢູ່ຈິງ. ດັ່ງນັ້ນ, ຢ່າປ່ອຍໃຫ້ໃຜເວົ້າວ່າ “ຂ້ານ້ອຍໄດ້ຕິດຕໍ່ກັບພຣະອົງມາເປັນເວລາຫຼາຍປີ. ພວກເຮົາເປັນເພື່ອນກັນບໍ?” ຖ້າເຈົ້າຍອມຮັບຮູ້ວ່າເຈົ້າແມ່ນສິ່ງຖືກສ້າງ, ພວກເຮົາກໍມີຄວາມສຳພັນທີ່ໃກ້ຊິດກັນທີ່ສຸດ, ຄວາມສຳພັນທີ່ດີທີ່ສຸດ, ຄວາມສໍາພັນທີ່ຖືກຕ້ອງຕາມກົດໝາຍ ແລະ ບໍລິສຸດທີ່ສຸດ. ບາງຄົນເວົ້າວ່າ “ຂ້ານ້ອຍໄດ້ຮັບໃຊ້ພຣະອົງມາເປັນເວລາຫຼາຍປີ. ພວກເຮົາບໍ່ໄດ້ຮູ້ຈັກກັນຂ້ອນຂ້າງດີບໍ? ຂ້ານ້ອຍບໍ່ແມ່ນຄົນສະໜິດຂອງພຣະອົງ, ເພື່ອນສະໜິດຂອງພຣະອົງບໍ?” ບໍ່. ເຮົາບໍ່ມີເພື່ອນສະໜິດ. ບາງຄົນເວົ້າວ່າ “ພຣະອົງບອກຂ້ານ້ອຍສະເໝີວ່າພຣະອົງມັກໃສ່ຫຍັງ ແລະ ພຣະອົງມັກຄົນໃດ ແລະ ຂ້ານ້ອຍກໍບອກພຣະອົງແບບດຽວກັນ. ບໍ່ມີຫຍັງທີ່ພວກເຈົາບໍ່ສົນທະນາກັນ, ສະນັ້ນ ພວກເຮົາບໍ່ແມ່ນເພື່ອນກັນບໍ?” ບໍ່. ເຮົາບໍ່ຜູກມິດກັບຜູ້ຄົນ. ເຮົາບໍ່ມີເພື່ອນ. ຖ້າເຈົ້າແມ່ນສິ່ງຖືກສ້າງ, ແລ້ວພວກເຮົາກໍມີສິ່ງທີ່ຕ້ອງສົນທະນາກັນ; ພວກເຮົາສາມາດປະຕິສຳພັນກັນ ແລະ ສ້າງສາຍສຳພັນ ແລະ ສ້າງຄວາມສະໜິດສະໜົມກັນ. ແຕ່ພວກເຮົາເປັນເພື່ອນກັນບໍຫຼັງຈາກທີ່ໄດ້ສ້າງຄວາມສະໜິດສະໜົມລະຫວ່າງພວກເຮົາ? ບໍ່. ຄວາມສຳພັນລະຫວ່າງສິ່ງຖືກສ້າງ ແລະ ພຣະຜູ້ສ້າງບໍ່ເຄີຍປ່ຽນແປງ. ບາງຄົນໄດ້ເອົາເຮົາເຂົ້າມາ ແລະ ປົກປ້ອງເຮົາ ແລະ ດ້ວຍເຫດນັ້ນ, ພວກເຂົາຈຶ່ງຄິດວ່າພວກເຂົາໄດ້ສ້າງຄຸນງາມຄວາມດີ, ວ່າພວກເຂົາເປັນຜູ້ຊ່ວຍຊີຍິດຂອງເຮົາ. ນັ້ນບໍ່ແມ່ນວິທີໃຫ້ເວົ້າເຖິງ; ທຸກສິ່ງໄດ້ຖືກຈັດຕຽມໄວ້ໂດຍພຣະເຈົ້າ. ແລ້ວພວກເຂົາຄວນຖາມບໍວ່າ “ບໍ່ແມ່ນພຣະອົງກຳລັງກັດແຂນທີ່ປ້ອນເຂົ້າພຣະອົາບໍ?” ຈະອະທິບາຍຄຳເວົ້ານັ້ນແນວໃດ? ຖ້າຄົນໃດໜຶ່ງບໍ່ສາມາດເຫັນບາງສິ່ງໄດ້ຢ່າງຊັດເຈນ, ພວກເຂົາກໍບໍ່ສາມາດໃຊ້ກົດກັບມັນໄດ້ຕາມອຳເພີໃຈ. ການເຮັດເຊັ່ນນັ້ນນຳໄປສູ່ການພິພາກສາໄດ້ຢ່າງງ່າຍດາຍ. ຖ້າເຈົ້າຮູ້ວ່າ ເຈົ້າແມ່ນສິ່ງຖືກສ້າງ, ເຈົ້າຄວນພິຈາລະນາເລື່ອງນີ້ແນວໃດ? ຖ້າເຈົ້າໃຊ້ຄວາມສຳພັນນີ້ເພື່ອບີບບັງຄັບເຮົາ ຫຼື ເພື່ອເຂົ້າໃກ້ເຮົາ ຫຼື ຍອມມອບຕົນເອງໃຫ້ແກ່ເຮົາ, ແລ້ວເຮົາຂໍບອກເຈົ້າເລີຍວ່າເຈົ້າຄິດຜິດ. ຢ່າງພະຍາຍາມເຮັດແບບນີ້ ແລະ ຖ້າເຈົ້າພະຍາຍາມມີ່ຈະຍອມມອບຕົນເອງໃຫ້ແກ່ເຮົາ, ເຮົາກໍຈະເບື່ອໜ່າຍເຈົ້າ. ບາງຄົນຖາມວ່າ “ພຣະອົງຈະບໍ່ຍອມຮັບເລື່ອງນັ້ນແມ່ນບໍ?” ບໍ່. ມັນຜິດສຳລັບຜູ້ຄົນທີ່ຈະພະຍາຍາມຍອມມອບຕົນເອງໃຫ້ແກ່ເຮົາ ນັ້ນກໍຄື ມັນບໍ່ຖືເປັນຄວາມສຳພັນປົກກະຕິ. ສອງສາມຄົນອາດຈະເວົ້າວ່າ “ຂ້ອຍຍັງໜຸ່ມ, ໜ້າຕາດີ ແລະ ເວົ້າຈາຄ່ອງແຄ້ວ. ພຣະເຈົ້າບໍ່ມັກຄົນແບບຂ້ອຍບໍ?” ເຈົ້າຕ້ອງບໍ່ເວົ້າແບບນີ້. ຖ້າເຈົ້າມີຄວາມຄິດເຊັ່ນນັ້ນ, ເຈົ້າສາມາດຊອກຫາຄຳຕອບໃນພຣະທຳຂອງພຣະເຈົ້າ. ຢ່າເຮັດໃຫ້ເຮົາລັງກຽດເຊັ່ນນັ້ນ. ສິ່ງນັ້ນຊັດເຈນບໍ? ມັນບໍ່ສາມາດເຮັດໃຫ້ຊັດເຈນໄປຫຼາຍກວ່ານີ້. ດັ່ງນັ້ນ, ພວກເຈົ້າຄວນຮັບເອົາເລື່ອງນີ້ແນວໃດ? (ຄວາມສຳພັນດຽວລະຫວ່າງມະນຸດ ແລະ ພຣະເຈົ້າແມ່ນຂອງສິ່ງຖືກສ້າງ ແລະ ພຣະຜູ້ສ້າງ). ຖືກຕ້ອງ. ມະນຸດຕ້ອງວາງສະຖານະຂອງຕົນໃຫ້ຖືກຕ້ອງ. ຢ່າໂອ້ອວດຄຸນສົມບັດຂອງເຈົ້າຢູ່ທຸກເວລາ ຫຼື ເພິ່ງພາຄວາມອາວຸໂສ ຫຼື ຫຼິ້ນເກມທີ່ສະຫຼຽວສະຫຼາດເລັກໆນ້ອຍໆ ແລະ ຢ່າໃຊ້ປັດຊະຍາໃດໆໃນການດຳລົງຊີວິດ ເພື່ອພະຍາຍາມປ່ຽນແປງຕົວຕົນຂອງເຈົ້າ ຫຼືຄວາມສໍາພັນຂອງເຈົ້າກັບພຣະເຈົ້າ. ຢ່າພະຍາຍາມ ບໍ່ວ່າໃນສະຖານະການໃດໆກໍຕາມ; ເຈົ້າຈົ່ງປະຕິເສດທີ່ຈະຍອມຮັບ. ມັນໄຮ້ປະໂຫຍດ! ເປັນຫຍັງຜູ້ຄົນຈຶ່ງຫວນຄືນກັບໄປສູ່ທາງເກົ່າຢູ່ສະເໝີ? ຫຼັງຈາກການລົມກັນໃນມື້ນີ້, ພວກເຈົ້າສ່ວນຫຼາຍຈະບໍ່ເຮັດຜິດແບບນີ້ອີກແມ່ນບໍ? (ບໍ່ເຮັດຜິດອີກ). ສິ່ງນັ້ນເຮັດໃຫ້ເຮົາເປັນກັງວົນຫຼາຍ. ເຮົາບໍ່ປາຖະໜາທີ່ຈະຢູ່ກັບສິ່ງເຫຼົ່ານີ້, ພວກມັນເຮັດໃຫ້ເຮົາເຈັບປວດ! ສຳລັບຄົນທີ່ມີຈິດສຳນຶກ, ສິ່ງເຫຼົ່ານີ້ເຂົ້າໃຈໄດ້ງ່າຍ. ພຣະທຳຂອງພຣະເຈົ້າຫຼາຍຂໍ້ໄດ້ກ່າວເຖິງສິ່ງເຫຼົ່ານີ້ ແລະ ຜູ້ທີ່ເຕັມໃຈຍອມຮັບຢ່າງແທ້ຈິງ ບໍ່ຄວນພົບວ່າພວກມັນເຂົ້າໃຈໄດ້ຍາກ. ສຳລັບຄົນທີ່ຕິດຕາມພຣະເຈົ້າມາຫຼາຍປີ ແລະ ເຂົ້າໃຈຄວາມຈິງພໍສົມຄວນ, ການເຂົ້າໃຈສິ່ງເຫຼົ່ານີ້ຈະບໍ່ແມ່ນບັນຫາ, ເພາະຜູ້ຄົນໄດ້ຮັບຫຼາຍຢ່າງຈາກພຣະເຈົ້າ ແລະ ຮູ້ຈັກພາລະກິດຂອງພຣະອົງຢ່າງສົມບູນ.

ວັນທີ 23 ມັງກອນ 2019

ກ່ອນນີ້: ໂດຍການເຂົ້າໃຈຄວາມຈິງເທົ່ານັ້ນ, ຄົນໆໜຶ່ງຈຶ່ງສາມາດຮູ້ຈັກການກະທຳຂອງພຣະເຈົ້າໄດ້

ຕໍ່ໄປ: ມະນຸດຈະຂ້າມໄປສູ່ຍຸກໃໝ່ໄດ້ແນວໃດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້