ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (25)

ຂໍ້ທີສິບສີ່: ໃຫ້ແຍກແຍະໂດຍທັນທີ ແລະ ຈາກນັ້ນກໍຄັດອອກ ຫຼື ຂັບໄລ່ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສທຸກປະເພດ (ພາກທີສີ່)

ມາດຕະຖານ ແລະ ພື້ນຖານໃນການແຍກແຍະຄົນຊົ່ວຮ້າຍປະເພດຕ່າງໆ

ມື້ນີ້, ພວກເຮົາຈະໂອ້ລົມກັນຕໍ່ກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກຄື: “ໃຫ້ແຍກແຍະໂດຍທັນທີ ແລະ ຈາກນັ້ນກໍຄັດອອກ ຫຼື ຂັບໄລ່ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສທຸກປະເພດ”. ສອງສາມຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບບາງດ້ານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນແຍກແຍະ, ພ້ອມທັງຄວາມຈິງຫຼັກໆທີ່ພວກເຂົາຄວນເຂົ້າໃຈ ເມື່ອເຮັດວຽກງານນີ້; ນັ້ນກໍຄື ພວກເຮົາໄດ້ໂອ້ລົມກັນກ່ຽວກັບວິທີແຍກແຍະຄົນຊົ່ວຮ້າຍທຸກປະເພດ. ຄົນຊົ່ວຮ້າຍທຸກປະເພດຖືກນິຍາມວ່າແນວໃດ? ພວກເຂົາແມ່ນຜູ້ທີ່ແຊກຊຶມເຂົ້າໃນເຮືອນຂອງພຣະເຈົ້າພາຍໃຕ້ໜ້າກາກຂອງການເຊື່ອໃນພຣະເຈົ້າ ແຕ່ພວກເຂົາບໍ່ຍອມຮັບຄວາມຈິງ ແລະ ຍັງລົບກວນວຽກງານຂອງຄຣິສຕະຈັກ; ຄົນດັ່ງກ່າວທຸກຄົນແມ່ນຕົກຢູ່ໃນໝວດຂອງຄົນຊົ່ວຮ້າຍ. ພວກເຂົາແມ່ນຜູ້ທີ່ຄຣິສຕະຈັກຄວນຄັດອອກ ຫຼື ຂັບໄລ່ອອກ; ນັ້ນກໍຄື ຜູ້ທີ່ບໍ່ໄດ້ຮັບອະນຸຍາດໃຫ້ມີຢູ່ພາຍໃນຄຣິສຕະຈັກ. ພວກເຮົາຈຳແນກ ແລະ ໄຈ້ແຍກຄົນຊົ່ວຮ້າຍທຸກປະເພດຜ່ານສາມເກນຫຼັກ. ສາມເກນນີ້ມີຫຍັງແດ່? ເກນທີໜຶ່ງແມ່ນຈຸດປະສົງຂອງຄົນຜູ້ໜຶ່ງໃນການເຊື່ອໃນພຣະເຈົ້າ. ເກນທີສອງແມ່ນຄວາມເປັນມະນຸດຂອງຄົນຜູ້ໜຶ່ງ ໂດຍການໄຈ້ແຍກຄວາມເປັນມະນຸດຂອງຄົນຜູ້ໜຶ່ງເພື່ອແຍກແຍະ ແລະ ເບິ່ງໃຫ້ເຫັນຢ່າງແຈ່ມແຈ້ງວ່າ ພວກເຂົາຢູ່ໃນກຸ່ມຄົນທີ່ຄຣິສຕະຈັກຄວນຄັດອອກ ຫຼື ບໍ່. ເກນທີສາມແມ່ນຫຍັງ? (ທັດສະນະຄະຕິຂອງຄົນຜູ້ໜຶ່ງຕໍ່ໜ້າທີ່ຂອງພວກເຂົາ.) ທັດສະນະຄະຕິຂອງຄົນຜູ້ໜຶ່ງຕໍ່ໜ້າທີ່ຂອງພວກເຂົາແມ່ນເກນທີສາມ. ເກນທີໜຶ່ງໄດ້ໂອ້ລົມກັນໄປກ່ອນໜ້ານີ້ແລ້ວ. ສ່ວນເກນທີສອງ, ຄວາມເປັນມະນຸດຂອງຄົນຜູ້ໜຶ່ງ, ກໍໄດ້ໂອ້ລົມກັນໄປສອງຂໍ້. ຂໍ້ທີໜຶ່ງແມ່ນຫຍັງ? (ມັກບິດເບືອນຄວາມຈິງ ແລະ ສ້າງເລື່ອງ.) ແລ້ວຂໍ້ທີສອງເດ? (ມັກສວຍໂອກາດເອົາປຽບ.) ຈາກເນື້ອໃນຂອງສອງຂໍ້ນີ້, ມັນອາດຈະເບິ່ງຄືວ່າບໍ່ພຽງພໍທີ່ຈະຖືວ່າສິ່ງເຫຼົ່ານີ້ເປັນການສະແດງອອກຂອງຄົນຊົ່ວຮ້າຍ ແຕ່ອີງໃສ່ການສະແດງອອກຢ່າງລະອຽດທີ່ເຮົາໄດ້ໂອ້ລົມໄປກ່ອນໜ້ານີ້, ຄົນສອງປະເພດນີ້ໄດ້ເຊື່ອໃນພຣະເຈົ້າມາຫຼາຍປີໂດຍບໍ່ມີການກັບໃຈຢ່າງແທ້ຈິງ; ການສະແດງອອກຕ່າງໆຂອງພວກເຂົາໄດ້ກໍ່ໃຫ້ເກີດການລົບກວນ ແລະ ການທຳລາຍຕໍ່ຊີວິດຄຣິສຕະຈັກ, ຕໍ່ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ ແລະ ຕໍ່ຄວາມສຳພັນລະຫວ່າງປະຊາກອນທີ່ພຣະເຈົ້າເລືອກແລ້ວ. ຕາມການສະແດງອອກຂອງພວກເຂົາ ແລະ ອີງໃສ່ແກ່ນແທ້ທໍາມະຊາດຂອງພວກເຂົາ, ຄົນສອງປະເພດນີ້ຄວນຕົກຢູ່ໃນໝວດຂອງຄົນຊົ່ວຮ້າຍ. ຜູ້ນໍາຄຣິສຕະຈັກ ແລະ ປະຊາກອນທີ່ພຣະເຈົ້າເລືອກຄວນແຍກແຍະ ແລະ ກຳນົດລັກສະນະຂອງພວກເຂົາ ແລະ ຄັດອອກພວກເຂົາອອກຢ່າງທັນການ. ການເຮັດແບບນີ້ເໝາະສົມບໍ? (ເໝາະສົມ.) ມັນເໝາະສົມຢ່າງສົມບູນ. ພຶດຕິກຳຂອງຄົນສອງປະເພດນີ້ໃນຄຣິສຕະຈັກສົ່ງຜົນກະທົບໃນທາງລົບຫຼາຍ; ພວກເຂົາບໍ່ມີຄວາມສົນໃຈໃນຄວາມຈິງເລີຍ ແລະ ພວກເຂົາບໍ່ໄດ້ອ່ອນນ້ອມຕໍ່ວຽກງານຂອງພຣະເຈົ້າເລີຍ. ໃນທ່າມກາງອ້າຍເອື້ອຍນ້ອງ, ການໃຊ້ຊີວິດຂອງພວກເຂົາເບິ່ງຄືວ່າບໍ່ແຕກຕ່າງຈາກຜູ້ບໍ່ມີຄວາມເຊື່ອ; ພວກເຂົາມັກຕົວະ ແລະ ຫຼອກລວງຄົນອື່ນ, ປະຕິບັດໜ້າທີ່ຂອງຕົນແບບເຮັດພໍແລ້ວມືແລ້ວຕີນ ແລະ ປາສະຈາກຄວາມຮັບຜິດຊອບແມ່ນແຕ່ໜ້ອຍດຽວ ແລະ ບໍ່ປ່ຽນແປງເຖິງແມ່ນວ່າຈະຖືກຕັກເຕືອນຊ້ຳແລ້ວຊ້ຳອີກ. ພວກເຂົາບໍ່ພຽງແຕ່ສົ່ງຜົນກະທົບຕໍ່ຊີວິດຄຣິສຕະຈັກເທົ່ານັ້ນ ແຕ່ຍັງລົບກວນວຽກງານຂອງຄຣິສຕະຈັກຢ່າງຮ້າຍແຮງ. ບໍ່ຕ້ອງສົງໄສເລີຍວ່າ ພວກເຂົາຢູ່ໃນກຸ່ມຄົນທີ່ຄຣິສຕະຈັກຄວນຄັດອອກ ຫຼື ຂັບໄລ່ອອກ ແລະ ມັນກໍເໝາະສົມຢ່າງສົມບູນທີ່ຈະກຳນົດລັກສະນະຂອງພວກເຂົາວ່າເປັນຄົນຊົ່ວຮ້າຍ ແລະ ຈັດພວກເຂົາເຂົ້າໃນກຸ່ມຄົນດັ່ງກ່າວ. ການເຮັດເຊັ່ນນັ້ນບໍ່ແມ່ນການເຮັດເກີນໄປເລີຍ. ກ່ຽວກັບປະເພດທີໜຶ່ງ, ຜູ້ທີ່ມັກບິດເບືອນຄວາມຈິງ ແລະ ສ້າງເລື່ອງ, ບັນຫາຂອງພວກເຂົາບໍ່ແມ່ນເລື່ອງງ່າຍໆພຽງແຕ່ການເວົ້າສິ່ງທີ່ບໍ່ເໝາະສົມ ຫຼື ມີອຸປະສັກໃນການສື່ສານກັບຄົນອື່ນ ແລະ ອື່ນໆ ແຕ່ມັນເປັນບັນຫາທາງດ້ານອຸປະນິໄສຂອງພວກເຂົາ. ໃນລະດັບທີ່ເລິກເຊິ່ງກວ່າ, ບັນຫາທາງດ້ານອຸປະນິໄສຂອງພວກເຂົາແມ່ນບັນຫາທາງດ້ານແກ່ນແທ້ທໍາມະຊາດຂອງພວກເຂົາ. ໃນລະດັບທີ່ຕື້ນກວ່າ, ມັນເປັນບັນຫາທາງດ້ານຄວາມເປັນມະນຸດຂອງພວກເຂົາ; ນັ້ນກໍຄື ຄວາມເປັນມະນຸດຂອງພວກເຂົາແມ່ນຊົ່ວຊ້າ ແລະ ຕ່ຳຊ້າທີ່ສຸດ ເຊິ່ງເຮັດໃຫ້ພວກເຂົາບໍ່ສາມາດພົວພັນກັບຄົນອື່ນໄດ້ຢ່າງເປັນປົກກະຕິ. ພວກເຂົາບໍ່ພຽງແຕ່ຂາດການສະແດງອອກໃນທາງບວກ ເຊັ່ນ: ການສະໜອງ, ການຊ່ວຍເຫຼືອ ຫຼື ການຮັກຄົນອື່ນ ແຕ່ການກະທຳ ແລະ ພຶດຕິກຳຂອງພວກເຂົາຍັງມີແຕ່ຈະລົບກວນ, ທຳລາຍ ແລະ ຮື້ຖອນເທົ່ານັ້ນ. ຖ້າຫາກຄົນບາງຄົນມີນິໄສມັກບິດເບືອນຄວາມຈິງ ແລະ ສ້າງເລື່ອງ ແລະ ເຮັດສິ່ງນີ້ຢູ່ສະເໝີ ບໍ່ວ່າຈະຢ່າງເປີດເຜີຍ ຫຼື ຢ່າງລັບໆ ເຊິ່ງກໍ່ໃຫ້ເກີດຜົນກະທົບໃນທາງລົບຢ່າງຮ້າຍແຮງຕໍ່ວຽກງານຂອງຄຣິສຕະຈັກ ແລະ ຕໍ່ອ້າຍເອື້ອຍນ້ອງ, ພວກເຂົາກໍຢູ່ໃນກຸ່ມຄົນທີ່ຄຣິສຕະຈັກຄວນຄັດອອກ. ອີກປະເພດໜຶ່ງແມ່ນຜູ້ທີ່ມັກສວຍໂອກາດເອົາປຽບ. ບໍ່ວ່າຈະຢູ່ໃນສະຖານະການໃດກໍຕາມ, ພວກເຂົາຈະຫາທາງເອົາປຽບຢູ່ສະເໝີ ໂດຍສາຍຕາຂອງພວກເຂົາຈ້ອງເບິ່ງແຕ່ຜົນປະໂຫຍດຂອງຕົນເອງ. ພວກເຂົາບໍ່ໄດ້ໃສ່ໃຈໃນການເຂົ້າສູ່ຄວາມເປັນຈິງຄວາມຈິງ, ທັງບໍ່ໃສ່ໃຈໃນການປະຕິບັດໜ້າທີ່ຂອງຕົນໃຫ້ດີ ຫຼື ການເຮັດຄວາມຮັບຜິດຊອບຂອງຕົນເອງໃຫ້ສຳເລັດ. ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ໄດ້ໃສ່ໃຈໃນການພົວພັນຢ່າງເປັນປົກກະຕິກັບອ້າຍເອື້ອຍນ້ອງ, ການຮຽນຮູ້ຈຸດແຂງຂອງຄົນອື່ນເພື່ອມາປັບປຸງຈຸດອ່ອນຂອງຕົນເອງ ແລະ ການສ້າງຄວາມສຳພັນທີ່ເປັນປົກກະຕິ ຫຼື ການດຳເນີນຊີວິດຄຣິສຕະຈັກທີ່ເປັນປົກກະຕິ. ພວກເຂົາບໍ່ໄດ້ໃສ່ໃຈໃນສິ່ງເຫຼົ່ານີ້ເລີຍ. ພວກເຂົາພຽງແຕ່ເຂົ້າມາໃນຄຣິສຕະຈັກ ແລະ ທ່າມກາງອ້າຍເອື້ອຍນ້ອງເພື່ອສວຍໂອກາດເອົາປຽບ. ຕາບໃດທີ່ພວກເຂົາຍັງຢູ່ໃນຄຣິສຕະຈັກ ແລະ ຕາບໃດທີ່ອ້າຍເອື້ອຍນ້ອງຍັງພົວພັນກັບພວກເຂົາ, ອ້າຍເອື້ອຍນ້ອງກໍຈະຮູ້ສຶກບໍ່ສະບາຍໃຈຢູ່ພາຍໃນ. ອ້າຍເອື້ອຍນ້ອງບໍ່ພຽງແຕ່ຮູ້ສຶກລັງກຽດຕໍ່ການກະທຳ ແລະ ພຶດຕິກຳຂອງພວກເຂົາ ແຕ່ຫຼັກໆແລ້ວ, ພວກເຂົາມັກຈະຮູ້ສຶກຖືກລົບກວນ ແລະ ຖືກບີບຄັ້ນໃນໃຈຂອງພວກເຂົາຢ່າງຫຼວງຫຼາຍ. “ຢ່າງຫຼວງຫຼາຍ” ໝາຍເຖິງຫຍັງ? ມັນໝາຍຄວາມວ່າ ໃນສະຖານະການຊີວິດຈິງ, ເມື່ອປະເຊີນກັບການລົບກວນຈາກຜູ້ບໍ່ເຊື່ອ ຫຼື ຄົນຊົ່ວຮ້າຍ, ບາງຄົນກໍຖືກບີບຄັ້ນໂດຍຄວາມຮູ້ສຶກຂອງຕົນ ແລະ ບໍ່ສາມາດຫຼຸດພົ້ນອອກມາໄດ້ ໃນຂະນະທີ່ຄົນອື່ນກໍບໍ່ກ້າເວົ້າອອກມາ ແຕ່ໃນໃຈກໍຮູ້ສຶກຖືກບີບຄັ້ນ ແລະ ຂາດຄວາມສະຫງົບຢູ່ສະເໝີ ເຖິງແມ່ນວ່າຈະບໍ່ມັກກໍຕາມ. ນີ້ບໍ່ແມ່ນການລົບກວນທີ່ຮ້າຍແຮງຕໍ່ອ້າຍເອື້ອຍນ້ອງບໍ? (ແມ່ນແລ້ວ.) ສະນັ້ນ, ປະຊາກອນທີ່ພຣະເຈົ້າເລືອກຄວນແຍກແຍະຄົນສອງປະເພດນີ້; ທຸກຄົນທີ່ຖືກຈັດຢູ່ໃນໝວດຂອງຄົນຊົ່ວຮ້າຍແມ່ນຢູ່ໃນກຸ່ມຄົນທີ່ຄຣິສຕະຈັກຄວນຄັດອອກ. ຫຼັກການສະເພາະໃນການຈັດການກັບຄົນດັ່ງກ່າວແມ່ນໄດ້ໂອ້ລົມໄປແລ້ວໃນການເຕົ້າໂຮມຄັ້ງທີ່ຜ່ານມາ, ສະນັ້ນ ຕອນນີ້ຈະບໍ່ມີການໂອ້ລົມກ່ຽວກັບຫຼັກການເຫຼົ່ານັ້ນຢ່າງລະອຽດອີກ. ສະຫຼຸບແລ້ວ ຄົນສອງປະເພດທີ່ໄດ້ໂອ້ລົມກັນຂ້າງເທິງນັ້ນໄດ້ກໍ່ໃຫ້ເກີດການລົບກວນບໍ່ພຽງແຕ່ຕໍ່ຊີວິດຄຣິສຕະຈັກຂອງອ້າຍເອື້ອຍນ້ອງ ແຕ່ຍັງຕໍ່ການປະຕິບັດໜ້າທີ່ທີ່ເປັນລະບຽບຂອງພວກເຂົາ; ພຶດຕິກຳຂອງບາງຄົນໃນພວກເຂົາແມ່ນເຖິງຂັ້ນອາດຈະເຮັດໃຫ້ຜູ້ເຊື່ອໃໝ່ບາງຄົນທີ່ຂາດຮາກຖານສະດຸດ. ສະນັ້ນ, ໂດຍອີງໃສ່ວິທີການ ແລະ ແນວທາງທີ່ພວກເຂົາກະທຳ, ພ້ອມທັງການສະແດງອອກຕ່າງໆຂອງຄວາມເປັນມະນຸດຂອງພວກເຂົາ ແລະ ຜົນສະທ້ອນທີ່ບໍ່ດີທີ່ການສະແດງອອກເຫຼົ່ານີ້ກໍ່ໃຫ້ເກີດ, ຄົນສອງປະເພດນີ້ຈຶ່ງຢູ່ໃນກຸ່ມຄົນທີ່ຄວນຖືກຄັດອອກ ແລະ ການຈັດພວກເຂົາເຂົ້າໃນກຸ່ມຄົນຊົ່ວຮ້າຍກໍບໍ່ແມ່ນການເຮັດເກີນໄປເລີຍ. ເຖິງແມ່ນວ່າພຶດຕິກຳຂອງຜູ້ທີ່ມັກບິດເບືອນຄວາມຈິງ ແລະ ສ້າງເລື່ອງ ແລະ ຜູ້ທີ່ມັກສວຍໂອກາດເອົາປຽບ ອາດຈະບໍ່ເບິ່ງຄືວ່າຫຍາບຄາຍ ຫຼື ໂຫດຮ້າຍຢ່າງບໍ່ມີເຫດຜົນຄືກັບຄົນຊົ່ວຮ້າຍທີ່ຖືກນິຍາມໃນຄວາມຄິດຫຼົງຜິດຂອງມະນຸດ, ເຖິງແມ່ນວ່າພວກເຂົາຈະຂາດການສະແດງອອກທີ່ເຫັນໄດ້ຊັດເຈນດັ່ງກ່າວ ແຕ່ຜົນສະທ້ອນທີ່ບໍ່ດີຈາກພຶດຕິກຳ ແລະ ຄວາມເປັນມະນຸດຂອງພວກເຂົາກໍຈຳເປັນຕ້ອງໃຫ້ພວກເຂົາຖືກຄັດອອກຈາກຄຣິສຕະຈັກ. ສິ່ງເຫຼົ່ານີ້ແມ່ນການສະແດງອອກຂອງຄົນສອງປະເພດ ແລະ ຫຼັກການໃນການຈັດການກັບພວກເຂົາ ເຊິ່ງໄດ້ໂອ້ລົມກັນໄປໃນຄັ້ງທີ່ຜ່ານມາ.

II. ໂດຍອີງໃສ່ຄວາມເປັນມະນຸດ

3. ການເປັນຄົນເສເພ ແລະ ບໍ່ມີການຢັບຢັ້ງຕົນເອງ

ມື້ນີ້, ພວກເຮົາຈະສືບຕໍ່ໂອ້ລົມກັນກ່ຽວກັບການສະແດງອອກຂອງຄົນອີກຫຼາຍປະເພດໃນດ້ານຄວາມເປັນມະນຸດ ໂດຍເລີ່ມຕົ້ນຈາກຄົນປະເພດທີສາມ. ຄຸນລັກສະນະຫຼັກຂອງຄວາມເປັນມະນຸດຂອງຄົນເຫຼົ່ານີ້ແມ່ນຫຍັງ? ນັ້ນກໍຄື ຄວາມເສເພ ແລະ ການຂາດການຢັບຢັ້ງຕົນເອງ. ການເຂົ້າໃຈຄຳວ່າ ຄວາມເສເພ ແລະ ການຂາດການຢັບຢັ້ງຕົນເອງ ຈາກຄວາມໝາຍຕາມຕົວອັກສອນແມ່ນຂ້ອນຂ້າງງ່າຍ; ມັນໝາຍຄວາມວ່າ ພຶດຕິກຳ, ກິລິຍາທ່າທາງ ແລະ ຄຳເວົ້າຂອງຄົນເຫຼົ່ານີ້ເບິ່ງຄືວ່າບໍ່ເໝາະສົມ. ພວກເຂົາບໍ່ແມ່ນຄົນທີ່ມີກຽດ ແລະ ສຸພາບ. ນີ້ແມ່ນຄວາມເຂົ້າໃຈພື້ນຖານກ່ຽວກັບການສະແດງອອກຂອງຄົນປະເພດນີ້. ໃນຄຣິສຕະຈັກ, ມັນຫຼີກລ່ຽງບໍ່ໄດ້ທີ່ບາງຄົນມີທັດສະນະໃນການເຊື່ອໃນພຣະເຈົ້າ ແລະ ແນວທາງທີ່ພວກເຂົາໄລ່ຕາມເສາະຫານັ້ນມີການບ່ຽງເບນ ຫຼື ຜິດພາດ. ຄຳເວົ້າ ແລະ ກິລິຍາທ່າທາງຂອງພວກເຂົາຂາດຄວາມເຫຼື້ອມໃສສັດທາໃດໆ, ການສະແດງອອກໃນຊີວິດ ແລະ ຄຸນນະພາບຄວາມເປັນມະນຸດຂອງພວກເຂົາບໍ່ສົມກັບທ່າທາງຂອງໄພ່ພົນເລີຍ ແລະ ພວກເຂົາຂາດຫົວໃຈທີ່ຢຳເກງພຣະເຈົ້າຢ່າງສິ້ນເຊີງ. ໂດຍລວມແລ້ວ, ຄຳເວົ້າ, ພຶດຕິກຳ ແລະ ກິລິຍາທ່າທາງຂອງພວກເຂົາສາມາດອະທິບາຍໄດ້ພຽງວ່າ ເສເພ ແລະ ບໍ່ມີການຢັບຢັ້ງຕົນເອງ. ແນ່ນອນວ່າ ການສະແດງອອກທີ່ສະເພາະເຈາະຈົງມີຢູ່ຫຼວງຫຼາຍ ເຊິ່ງທຸກຄົນເຫັນໄດ້ ແລະ ແຍກແຍະໄດ້ງ່າຍ. ຄົນເຫຼົ່ານີ້ຄືກັບຜູ້ບໍ່ເຊື່ອ ແລະ ຜູ້ບໍ່ມີຄວາມເຊື່ອ; ໂດຍສະເພາະແລ້ວ, ພວກເຂົາສະແດງພຶດຕິກຳທີ່ເສເພເປັນພິເສດ. ເມື່ອເວົ້າເຖິງການເຕົ້າໂຮມ, ການແຕ່ງກາຍ ແລະ ເຄື່ອງນຸ່ງຂອງພວກເຂົາແມ່ນຕາມສະບາຍຫຼາຍເກີນໄປ. ບາງຄົນບໍ່ໃສ່ໃຈໃນການຈັດແຈງຕົນເອງກ່ອນອອກຈາກບ້ານ, ມາຮ່ວມການເຕົ້າໂຮມໃນສະພາບບໍ່ຮຽບຮ້ອຍ, ຜົມບໍ່ຫວີ ແລະ ໜ້າບໍ່ລ້າງ. ບາງຄົນແຕ່ງກາຍບໍ່ສຸພາບ, ໃສ່ເກີບແຕະທີ່ຂາດ ຫຼື ແມ່ນແຕ່ນຸ່ງຊຸດນອນມາງານເຕົ້າໂຮມ. ຄົນອື່ນໆໃຊ້ຊີວິດແບບບໍ່ເປັນລະບຽບ, ບໍ່ໃສ່ໃຈສຸຂະອະນາໄມສ່ວນຕົວ ແລະ ບໍ່ສົນໃຈການນຸ່ງເຄື່ອງເປື້ອນມາຮ່ວມການເຕົ້າໂຮມ. ຄົນເຫຼົ່ານີ້ລ້ວນແຕ່ປະຕິບັດຕໍ່ການເຕົ້າໂຮມດ້ວຍຄວາມບໍ່ໃສ່ໃຈຢ່າງຍິ່ງ ຄືກັບວ່າໄປແວະຫຼິ້ນບ້ານເພື່ອນບ້ານ, ບໍ່ໄດ້ຖືເປັນເລື່ອງຈິງຈັງ. ໃນລະຫວ່າງການເຕົ້າໂຮມ, ຄຳເວົ້າ ແລະ ກິລິຍາທ່າທາງຂອງພວກເຂົາກໍບໍ່ມີການຢັບຢັ້ງເຊັ່ນກັນ ແລະ ພວກເຂົາເວົ້າສຽງດັງໂດຍບໍ່ມີຄວາມເກງໃຈ, ແມ່ນແຕ່ຕື່ນເຕັ້ນ ແລະ ອອກທ່າອອກທາງເມື່ອມີຄວາມສຸກ ແລະ ສະແດງອອກເຖິງການປ່ອຍຕົວປ່ອຍໃຈຢ່າງສຸດຂີດ. ບໍ່ວ່າຈະມີຄົນຢູ່ຫຼາຍສໍ່າໃດກໍຕາມ, ພວກເຂົາກໍຫົວ, ເວົ້າຕະຫຼົກ ແລະ ສະແດງທ່າທາງໂບກມື, ນັ່ງໄຂວ່ຂາ ແລະ ປະພຶດຕົນຄືກັບວ່າພວກເຂົາຢູ່ເໜືອຄົນອື່ນ; ພວກເຂົາເປັນຄົນມັກອວດອ້າງເປັນພິເສດ ແລະ ເຖິງຂັ້ນຈອງຫອງ, ບໍ່ເຄີຍເບິ່ງໜ້າໃຜກົງໆເມື່ອເວົ້າກັບພວກເຂົາ, ໂດຍທີ່ສາຍຕາຂອງພວກເຂົາເຫຼືອກໄປມາແທນ. ນີ້ບໍ່ແມ່ນຄວາມເສເພບໍ? (ແມ່ນແລ້ວ.) ມັນເປັນການປ່ອຍຕົວປ່ອຍໃຈເປັນພິເສດ ແລະ ຂາດການຢັບຢັ້ງ ເຊິ່ງໜ້ອຍດຽວກໍບໍ່ມີ. ແນ່ນອນວ່າ ຜູ້ບໍ່ມີຄວາມເຊື່ອອາດຈະຖືວ່າຄຳເວົ້າ ແລະ ກິລິຍາທ່າທາງຂອງຄົນດັ່ງກ່າວເປັນຍ້ອນຂາດການອົບຮົມສັ່ງສອນທີ່ດີ ແຕ່ພວກເຮົາເຂົ້າໃຈມັນຕ່າງອອກໄປ; ມັນບໍ່ແມ່ນເລື່ອງຂອງການຂາດການອົບຮົມສັ່ງສອນທີ່ດີພຽງເທົ່ານັ້ນ. ໃນຖານະຜູ້ໃຫຍ່, ຄົນເຮົາຄວນຮູ້ຢ່າງແຈ່ມແຈ້ງເຖິງວິທີການເວົ້າ, ການປະພຶດຕົນ ແລະ ການພົວພັນກັບຄົນອື່ນທີ່ຖືກຕ້ອງ ແລະ ເໝາະສົມ ເຊິ່ງໂດຍສະເພາະແລ້ວ ຄົນເຮົາຄວນຮູ້ວິທີປະຕິບັດໃນລັກສະນະທີ່ສົມກັບທ່າທາງຂອງໄພ່ພົນ, ທີ່ເປັນການສ້າງສາອ້າຍເອື້ອຍນ້ອງ ແລະ ທີ່ປະກອບເປັນຄວາມເປັນມະນຸດທີ່ເປັນປົກກະຕິ ໂດຍບໍ່ຈຳເປັນຕ້ອງໃຫ້ໃຜມາບອກ. ໂດຍສະເພາະເມື່ອດຳເນີນຊີວິດຄຣິສຕະຈັກ, ຕໍ່ໜ້າອ້າຍເອື້ອຍນ້ອງ, ເຖິງແມ່ນວ່າຈະບໍ່ຈຳເປັນຕ້ອງທໍາທ່າ ແຕ່ຄົນເຮົາກໍຕ້ອງຮູ້ຈັກຢັບຢັ້ງຕົນເອງ. ແລ້ວມາດຕະການ ແລະ ມາດຕະຖານທີ່ກໍານົດຂອງການຢັບຢັ້ງຕົນເອງນີ້ແມ່ນຫຍັງ? ນັ້ນກໍຄືການປະຕິບັດໃຫ້ສົມກັບທ່າທາງຂອງໄພ່ພົນ. ເຄື່ອງນຸ່ງ ແລະ ເຄື່ອງແຕ່ງກາຍຂອງຄົນເຮົາຄວນມີກຽດ ແລະ ເໝາະສົມ ໂດຍຫຼີກລ່ຽງການນຸ່ງເຄື່ອງທີ່ແປກປະຫຼາດ. ຕໍ່ໜ້າພຣະເຈົ້າ, ຄົນເຮົາຕ້ອງມີຄວາມເຫຼື້ອມໃສສັດທາ ແລະ ບໍ່ສະແດງທ່າທາງໂບກມື; ແນ່ນອນວ່າ ຕໍ່ໜ້າຄົນອື່ນພວກເຂົາກໍຄວນຮັກສາຄວາມເຫຼື້ອມໃສສັດທາ ແລະ ລັກສະນະຄ້າຍຄືມະນຸດ ເພື່ອໃຫ້ພວກເຂົາສະແດງຕົນເອງໃນທາງທີ່ເໝາະສົມ, ເປັນປະໂຫຍດ ແລະ ເປັນການສ້າງສາແກ່ຄົນອື່ນ. ນີ້ຄືສິ່ງທີ່ເຮັດໃຫ້ພຣະເຈົ້າພໍໃຈ. ຜູ້ທີ່ເສເພ ແລະ ຂາດການຢັບຢັ້ງຕົນເອງບໍ່ໄດ້ໃສ່ໃຈເລີຍໃນການໃຊ້ຊີວິດໃນດ້ານທີ່ເປັນພື້ນຖານທີ່ສຸດຂອງຄວາມເປັນມະນຸດ ແລະ ເຫດຜົນໜຶ່ງທີ່ແນ່ນອນສຳລັບຄວາມບໍ່ໃສ່ໃຈຂອງພວກເຂົາກໍຄື ຄວາມບໍ່ຮູ້ຂອງພວກເຂົາກ່ຽວກັບວິທີທີ່ຈະເປັນຄົນທີ່ເຫຼື້ອມໃສສັດທາ ຫຼື ຄົນທີ່ມີຄວາມສຸດຈະລິດ ແລະ ມີກຽດສັກສີທີ່ໄດ້ຮັບຄວາມເຄົາລົບນັບຖື; ພວກເຂົາພຽງແຕ່ບໍ່ເຂົ້າໃຈສິ່ງເຫຼົ່ານີ້. ສະນັ້ນ, ເຖິງແມ່ນວ່າຄຣິສຕະຈັກຈະມີຂໍ້ກຳນົດ ແລະ ຂໍ້ຮຽກຮ້ອງຊ້ຳແລ້ວຊ້ຳອີກໃຫ້ແຕ່ງກາຍຢ່າງສະອາດ, ມີກຽດ ແລະ ເໝາະສົມໃນການເຕົ້າໂຮມ ໂດຍບໍ່ນຸ່ງເຄື່ອງທີ່ແປກປະຫຼາດ, ພວກເຂົາກໍຍັງສືບຕໍ່ບໍ່ເອົາກົດລະບຽບເຫຼົ່ານີ້ມາໃສ່ໃຈ ໂດຍມັກຈະມາງານໂດຍໃສ່ເກີບແຕະ, ບໍ່ຮຽບຮ້ອຍ ຫຼື ແມ່ນແຕ່ນຸ່ງຊຸດນອນ. ນີ້ແມ່ນການສະແດງອອກຢ່າງໜຶ່ງຂອງຜູ້ທີ່ເສເພ ແລະ ບໍ່ມີການຢັບຢັ້ງຕົນເອງ.

ການສະແດງອອກອີກຢ່າງໜຶ່ງຂອງຜູ້ທີ່ເສເພ ແລະ ບໍ່ມີການຢັບຢັ້ງຕົນເອງກໍຄື ການແຕ່ງກາຍຕາມສະໄໝນິຍົມ ແລະ ແຕ່ງໜ້າໜາ, ແບບດຶງດູດໃຈໃນການເຕົ້າໂຮມ. ພວກເຂົາເລີ່ມຕົ້ນແຕ່ງໜ້າແຕ່ງຕົວກ່ອນການເຕົ້າໂຮມແຕ່ລະຄັ້ງສອງມື້ ໂດຍຄິດວ່າຈະແຕ່ງໜ້າແບບໃດ, ໃສ່ເຄື່ອງປະດັບຫຍັງ, ເຮັດຜົມຊົງໃດ, ນຸ່ງຊຸດໃດ, ຖືກະເປົາໃບໃດ ແລະ ໃສ່ເກີບຄູ່ໃດ. ແມ່ຍິງບາງຄົນເຖິງຂັ້ນທາລິບສະຕິກ, ທາຕາ ແລະ ແຕ່ງດັງທີ່ລໍ້ຕາລໍ້ໃຈ ແລະ ໃນກໍລະນີທີ່ຮ້າຍແຮງກວ່ານັ້ນ, ບາງຄົນກໍແຕ່ງກາຍ ແລະ ແຕ່ງຕົວໃນລັກສະນະທີ່ລໍ້ຕາລໍ້ໃຈເກີນໄປ, ເປີດເຜີຍບ່າ ແລະ ຫຼັງ, ນຸ່ງເຄື່ອງທີ່ແປກປະຫຼາດ. ໃນການເຕົ້າໂຮມ, ພວກເຂົາບໍ່ໄດ້ຕັ້ງໃຈຟັງການໂອ້ລົມຂອງອ້າຍເອື້ອຍນ້ອງ ແລະ ທັງບໍ່ໄດ້ອະທິຖານ; ຍິ່ງໄປກວ່ານັ້ນ ພວກເຂົາບໍ່ໄດ້ມີສ່ວນຮ່ວມໃນການໂອ້ລົມ ຫຼື ແບ່ງປັນຄວາມເຂົ້າໃຈສ່ວນຕົວ ແລະ ຄຳພະຍານຈາກປະສົບການຂອງພວກເຂົາ. ກົງກັນຂ້າມ, ພວກເຂົາປຽບທຽບຕົນເອງກັບຄົນອື່ນ ໂດຍສົນໃຈວ່າໃຜແຕ່ງຕົວດີກວ່າ ຫຼື ດ້ອຍກວ່າພວກເຂົາ, ໃຜນຸ່ງເຄື່ອງຍີ່ຫໍ້ທີ່ກຳລັງເປັນທີ່ນິຍົມ, ໃຜນຸ່ງເຄື່ອງລາຄາຖືກຈາກຕະຫຼາດນັດ, ສາຍແຂນຂອງໃຜລາຄາເທົ່າໃດ ແລະ ອື່ນໆ; ພວກເຂົາໃສ່ໃຈແຕ່ເລື່ອງເຫຼົ່ານີ້, ເຖິງຂັ້ນມັກຈະເວົ້າອອກມາຢ່າງເປີດເຜີຍ. ຈາກການແຕ່ງກາຍ, ພ້ອມທັງຄຳເວົ້າ, ພຶດຕິກຳ ແລະ ກິລິຍາທ່າທາງຂອງຄົນເຫຼົ່ານີ້, ເຫັນໄດ້ຊັດເຈນວ່າ ການມີສ່ວນຮ່ວມໃນຊີວິດຄຣິສຕະຈັກ ແລະ ການພົວພັນກັບອ້າຍເອື້ອຍນ້ອງຂອງພວກເຂົາບໍ່ໄດ້ມີຈຸດປະສົງເພື່ອເຂົ້າໃຈຄວາມຈິງ ແລະ ຍິ່ງບໍ່ແມ່ນເພື່ອການສະແຫວງຫາການເຂົ້າສູ່ຊີວິດເພື່ອບັນລຸການປ່ຽນແປງໃນອຸປະນິໄສ; ແຕ່ພວກເຂົາໃຊ້ເວລາໃນລະຫວ່າງການເຕົ້າໂຮມເພື່ອອວດອ້າງການມີຄວາມສຸກກັບເງິນຄຳ ແລະ ຊີວິດທາງດ້ານວັດຖຸ. ບາງຄົນມາບ່ອນເຕົ້າໂຮມໂດຍນຸ່ງເຄື່ອງຍີ່ຫໍ້ເພື່ອມາອວດອ້າງ, ປ່ອຍຕົວໃຫ້ຈົມຢູ່ກັບຄວາມປາຖະໜາໃນເລື່ອງແຟຊັນ ແລະ ກະແສສັງຄົມໃນທ່າມກາງອ້າຍເອື້ອຍນ້ອງ, ຊັກຈູງໃຫ້ຄົນອື່ນໄລ່ຕາມກະແສເຫຼົ່ານີ້ ແລະ ເຮັດໃຫ້ຄົນອື່ນອິດສາ ແລະ ຊື່ນຊົມພວກເຂົາ. ເຖິງແມ່ນວ່າຈະສັງເກດເຫັນສາຍຕາ ແລະ ທ່າທາງທີ່ບໍ່ຢາກເຂົ້າໃກ້ຂອງອ້າຍເອື້ອຍນ້ອງບາງຄົນຕໍ່ພວກເຂົາ, ພວກເຂົາກໍຍັງຄົງບໍ່ໃສ່ໃຈ, ຍັງສືບຕໍ່ເຮັດຕາມໃຈຕົນເອງ, ໃສ່ເກີບສົ້ນສູງ ແລະ ຖືກະເປົ໋າຍີ່ຫໍ້. ບາງຄົນເຖິງຂັ້ນພະຍາຍາມສະແດງຕົນວ່າເປັນຄົນຮັ່ງມີ, ໃສ່ນ້ຳຫອມຄຸນນະພາບຕ່ຳມາຮ່ວມການເຕົ້າໂຮມ, ສະນັ້ນ ເມື່ອພວກເຂົາເຂົ້າມາໃນຫ້ອງ, ກິ່ນນ້ຳຫອມ, ເຄື່ອງທາແກ້ມ ແລະ ນ້ຳມັນໃສ່ຜົມກໍປະສົມກັນຈົນເກີດເປັນກິ່ນທີ່ແສບດັງ ແລະ ໜ້າລັງກຽດ. ຜູ້ເຂົ້າຮ່ວມການເຕົ້າໂຮມຫຼາຍຄົນບໍ່ພໍໃຈ ແຕ່ບໍ່ກ້າເວົ້າອອກມາ, ຮູ້ສຶກລັງກຽດເມື່ອເຫັນຄົນເຫຼົ່ານີ້ ແລະ ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງກໍຢູ່ຫ່າງຈາກພວກເຂົາ. ບໍ່ວ່າການແຕ່ງກາຍ ແລະ ການແຕ່ງຕົວຂອງພວກເຂົາຈະຂ້ອນຂ້າງຫຼູຫຼາ ຫຼື ຂ້ອນຂ້າງທຳມະດາ, ຈຸດເດັ່ນຂອງຄົນດັ່ງກ່າວແມ່ນຄຳເວົ້າ, ພຶດຕິກຳ, ກິລິຍາທ່າທາງ ແລະ ຮູບແບບການໃຊ້ຊີວິດທີ່ເປັນອິດສະຫຼະ ແລະ ບໍ່ມີວິໄນເປັນພິເສດ, ບໍ່ພຽງແຕ່ໃນລະຫວ່າງການເຕົ້າໂຮມເທົ່ານັ້ນ ແຕ່ຍັງໃນການພົວພັນປະຈຳວັນກັບອ້າຍເອື້ອຍນ້ອງ ຫຼື ໃນຊີວິດປະຈຳວັນຂອງພວກເຂົາ. ເວົ້າໃຫ້ຊັດເຈນກໍຄື ພວກເຂົາເປັນຄົນທີ່ປ່ອຍຕົວປ່ອຍໃຈເປັນພິເສດ ໂດຍບໍ່ມີການຢັບຢັ້ງຕົນເອງແມ່ນແຕ່ໜ້ອຍດຽວ. ຊີວິດປະຈຳວັນຂອງພວກເຂົາບໍ່ມີແບບແຜນທີ່ແນ່ນອນ; ພວກເຂົາເວົ້າຫຍັງກໍໄດ້ຕາມທີ່ພວກເຂົາຕ້ອງການ, ກະທຳການຢ່າງບໍ່ໄຕ່ຕອງ ແລະ ຕາມອຳເພີໃຈ, ບໍ່ເຄີຍສົນທະນາກ່ຽວກັບປະສົບການສ່ວນຕົວ, ແທບຈະບໍ່ແບ່ງປັນຄວາມເຂົ້າໃຈຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ແທບຈະບໍ່ເວົ້າເຖິງຄວາມຫຍຸ້ງຍາກທີ່ພົບພໍ້ໃນການປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາພຽງແຕ່ສົນທະນາຫົວຂໍ້ໃດ? ກະແສສັງຄົມ, ແຟຊັນ, ອາຫານຫຼູຫຼາ, ຊີວິດສ່ວນຕົວຂອງບຸກຄົນທີ່ມີຊື່ສຽງໃນສັງຄົມ ແລະ ແມ່ນແຕ່ດາລາ ແລະ ເລື່ອງແປກທີ່ໜ້າສົນໃຈຈາກສັງຄົມ. ຈາກການເປີດເຜີຍຕາມທຳມະຊາດເຫຼົ່ານີ້ຂອງພວກເຂົາ, ມັນບໍ່ຍາກທີ່ຈະເຫັນວ່າ ການເຊື່ອໃນພຣະເຈົ້າຂອງຄົນດັ່ງກ່າວແມ່ນພຽງແຕ່ການໃຊ້ຊີວິດໄປແຕ່ລະມື້ແຕ່ລະວັນ. ຊີວິດຂອງພວກເຂົາລ້ວນແຕ່ສຸມໃສ່ການກິນ, ການດື່ມ ແລະ ການມ່ວນຊື່ນ, ແທນທີ່ຈະເປັນເລື່ອງຕ່າງໆ ເຊັ່ນ: ການດຳເນີນຊີວິດຄຣິສຕະຈັກ, ການປະຕິບັດໜ້າທີ່ ຫຼື ການສະແຫວງຫາຄວາມຈິງ. ຄຳວ່າ “ເສເພ ແລະ ບໍ່ມີການຢັບຢັ້ງຕົນເອງ” ໝາຍເຖິງຮູບແບບການໃຊ້ຊີວິດຂອງຄົນເຫຼົ່ານີ້, ສິ່ງທີ່ພວກເຂົາໃຊ້ຊີວິດຕາມໃນຄວາມເປັນມະນຸດ ແລະ ວິທີການຈັດການສິ່ງຕ່າງໆ, ການປະຕິບັດຕໍ່ຄົນອື່ນ ແລະ ການພົວພັນກັບຄົນອື່ນຂອງພວກເຂົາ ລ້ວນແຕ່ເປັນຄວາມເສເພ ແລະ ບໍ່ມີການຢັບຢັ້ງຕົນເອງ. ພວກເຂົາມັກຮຽນແບບຄຳເວົ້າທີ່ເປັນທີ່ນິຍົມໃນສັງຄົມ; ໂດຍບໍ່ສົນໃຈວ່າອ້າຍເອື້ອຍນ້ອງຈະມັກຟັງ ຫຼື ບໍ່ ຫຼື ວ່າພວກເຂົາຈະເຂົ້າໃຈໄດ້ ຫຼື ບໍ່, ຄົນເຫຼົ່ານີ້ກໍຍັງຄົງເວົ້າຕໍ່ໄປ. ພວກເຂົາເຖິງກັບມັກຮຽນແບບຄຳເວົ້າຂອງບຸກຄົນທີ່ມີຊື່ສຽງໃນສັງຄົມ ແລະ ດາລານັກຮ້ອງ ແລະ ນັກສະແດງ. ສ່ວນຄຳສັບໃນທາງບວກທີ່ມັກໃຊ້ໃນເຮືອນຂອງພຣະເຈົ້າ ແລະ ໃນທ່າມກາງອ້າຍເອື້ອຍນ້ອງ, ພວກເຂົາບໍ່ເຄີຍສະແດງຄວາມສົນໃຈເລີຍ; ພວກເຂົາບໍ່ເຄີຍໂອ້ລົມກ່ຽວກັບຄວາມຈິງໃນຊີວິດປະຈຳວັນຂອງພວກເຂົາ. ສິ່ງທີ່ພວກເຂົາບູຊາແມ່ນກະແສຂອງໂລກ; ບຸກຄົນທີ່ມີຊື່ສຽງ ແລະ ດາລາຕ່າງໆແມ່ນເປົ້າໝາຍຂອງການບູຊາ ແລະ ການຮຽນແບບຂອງພວກເຂົາ. ຕົວຢ່າງ: ພວກເຂົາຈັບໃຈຄວາມຄຳສັບ ແລະ ສຳນວນທີ່ເປັນທີ່ນິຍົມໃນອິນເຕີເນັດໄດ້ຢ່າງວ່ອງໄວ ແລະ ນຳມາໃຊ້ໃນຊີວິດຂອງພວກເຂົາ ແລະ ໃນການສົນທະນາກັບອ້າຍເອື້ອຍນ້ອງ. ແນ່ນອນວ່າ ຄຳສັບເຫຼົ່ານີ້ບໍ່ແມ່ນສິ່ງທີ່ເປັນບວກ ຫຼື ເປັນການສ້າງສາເລີຍ; ພວກມັນລ້ວນແຕ່ເປັນດ້ານລົບ, ບໍ່ມີຄຸນຄ່າ ແລະ ຍິ່ງບໍ່ມີຄວາມໝາຍໃດໆສຳລັບຜູ້ທີ່ເຊື່ອໃນພຣະເຈົ້າ. ພວກມັນເປັນສຳນວນທີ່ເປັນທີ່ນິຍົມທີ່ເກີດຈາກມະນຸດຊາດທີ່ເສື່ອມຊາມ ແລະ ຊົ່ວຮ້າຍ ເຊິ່ງເປັນຕົວແທນຂອງແນວຄິດ ແລະ ທັດສະນະທັງໝົດຂອງອຳນາດທີ່ຊົ່ວຮ້າຍ. ຄຳເວົ້າດັ່ງກ່າວມັກຈະຖືກເອົາໃຈໃສ່, ຍອມຮັບ ແລະ ນຳໃຊ້ໂດຍຜູ້ບໍ່ເຊື່ອໃນຄຣິສຕະຈັກທີ່ມັກກະແສທີ່ຊົ່ວຮ້າຍ. ພວກເຂົາປິດກັ້ນຕົນເອງຢ່າງສິ້ນເຊີງຕໍ່ຄຳສັບສະເພາະທາງວິນຍານ ແລະ ຄຳສັບຕ່າງໆຂອງເຮືອນຂອງພຣະເຈົ້າ, ບໍ່ໄດ້ຕັ້ງໃຈຟັງ ຫຼື ຮຽນຮູ້ກ່ຽວກັບຄຳສັບເຫຼົ່ານັ້ນ. ໃນທາງກົງກັນຂ້າມ, ພວກເຂົາຮຽນຮູ້ ແລະ ນຳໃຊ້ສິ່ງທີ່ເປັນດ້ານລົບຂອງໂລກທີ່ບໍ່ມີຄວາມເຊື່ອ ແລະ ສິ່ງທີ່ພວກຕໍ່າຊ້າໃສ່ໃຈໄດ້ຢ່າງໄວວາ. ດັ່ງນັ້ນ, ບໍ່ວ່າຈະຕັດສິນຈາກການແຕ່ງກາຍພາຍນອກ, ຄຳເວົ້າ ແລະ ກິລິຍາທ່າທາງ ຫຼື ຈາກແນວຄິດ, ມຸມມອງ ແລະ ທັດສະນະຄະຕິຕໍ່ສິ່ງຕ່າງໆທີ່ພວກເຂົາເປີດເຜີຍອອກມາ, ຄົນເຫຼົ່ານີ້ຈຶ່ງໂດດເດັ່ນແຕກຕ່າງເປັນພິເສດໃນທ່າມກາງອ້າຍເອື້ອຍນ້ອງ. ການແຕກຕ່າງໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ຄຳເວົ້າ, ພຶດຕິກຳ ແລະ ກິລິຍາທ່າທາງຂອງພວກເຂົາແມ່ນຄືກັບຜູ້ບໍ່ມີຄວາມເຊື່ອ, ບໍ່ມີການປ່ຽນແປງໃດໆເລີຍ; ພວກເຂົາກໍຄືຜູ້ບໍ່ເຊື່ອນັ້ນເອງ. ຕົວຢ່າງ: ບາງຄົນຮ້ອງເພງສັນລະເສີນສອງເພງເທິງເວທີຂອງເຮືອນຂອງພຣະເຈົ້າ ແລະ ໄດ້ຮັບຄວາມຊື່ນຊົມຈາກທຸກຄົນ, ດັ່ງນັ້ນ ພວກເຂົາຈຶ່ງເລີ່ມຄິດວ່າຕົນເອງເປັນດາລາ ຫຼື ບຸກຄົນສຳຄັນ, ມັກຈະຮຽກຮ້ອງໃຫ້ແຕ່ງໜ້າໜາໆສຳລັບການສະແດງ, ຢືນຢັນທີ່ຈະເຮັດຜົມຊົງຂອງດາລາຄົນໃດໜຶ່ງ ແລະ ຍ້ອມສີຜົມແປກໆ. ເມື່ອຄົນອື່ນເວົ້າວ່າ: “ຜູ້ເຊື່ອຄວນແຕ່ງກາຍຢ່າງມີກຽດ ແລະ ເໝາະສົມ, ແບບຂອງເຈົ້າບໍ່ຖືກກັບຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ”, ພວກເຂົາກໍຈົ່ມວ່າ “ກົດລະບຽບຂອງເຮືອນຂອງພຣະເຈົ້າເຂັ້ມງວດເກີນໄປ, ມັນຈັ່ງແມ່ນເປັນຕາລຳຄານແທ້! ເປັນຫຍັງການເປັນດາລາຈຶ່ງຍາກແທ້?” ຫຼັງຈາກທີ່ຮ້ອງເພງສັນລະເສີນພຽງສອງເພງ, ພວກເຂົາກໍຈິນຕະນາການວ່າຕົນເອງເປັນດາລາ ແລະ ຄິດວ່າຕົນເອງເກັ່ງຫຼາຍ ແລະ ເມື່ອໃດກໍຕາມທີ່ພວກເຂົາວ່າງ, ພວກເຂົາກໍຈະຄິດຢູ່ສະເໝີວ່າ: “ດາລາໃນໂລກທີ່ບໍ່ມີຄວາມເຊື່ອໃຊ້ຈັກນິ້ວໃນການຈັບໄມໂຄຣໂຟນ? ພວກເຂົາຍ່າງຈັກກ້າວເພື່ອຂຶ້ນເວທີ? ເປັນຫຍັງຂ້ອຍຈຶ່ງບໍ່ໄດ້ຮັບດອກໄມ້ທັງທີ່ຂ້ອຍຮ້ອງເພງໄດ້ດີຫຼາຍ? ດາລາໃນໂລກພາຍນອກມີບໍລິສັດຕົວແທນ ແລະ ຜູ້ຊ່ວຍ; ພວກເຂົາບໍ່ຈຳເປັນຕ້ອງຈັດການ ຫຼື ແກ້ໄຂບັນຫາສ່ວນໃຫຍ່ດ້ວຍຕົນເອງ, ຜູ້ຊ່ວຍຂອງພວກເຂົາເປັນຄົນເຮັດທັງໝົດ. ແຕ່ໃນຖານະນັກຮ້ອງໃນເຮືອນຂອງພຣະເຈົ້າ, ຂ້ອຍຕ້ອງເບິ່ງແຍງວຽກງານທຳມະດາ ເຊັ່ນ: ການໄປເອົາອາຫານ, ການແຕ່ງຕົວ ແລະ ການຊື້ເຄື່ອງດ້ວຍຕົນເອງ. ເຮືອນຂອງພຣະເຈົ້າຫົວບູຮານເກີນໄປ!” ໃນໃຈຂອງພວກເຂົາ, ພວກເຂົາຮູ້ສຶກບໍ່ມີຄວາມສຸກໃນການອາໄສຢູ່ໃນເຮືອນຂອງພຣະເຈົ້າ, ພວກເຂົາຮູ້ສຶກບໍ່ໄດ້ຮັບຄວາມເປັນທໍາເປັນພິເສດ, ບໍ່ພໍໃຈຢູ່ສະເໝີ ແລະ ເຕັມໄປດ້ວຍຄຳຈົ່ມວ່າ. ຄົນແບບນີ້ຈະສາມາດຮັກຄວາມຈິງໄດ້ບໍ? ພວກເຂົາຈະປະຕິບັດຄວາມຈິງບໍ? ເປັນຫຍັງພວກເຂົາຈຶ່ງບໍ່ໄຕ່ຕອງກ່ຽວກັບຕົນເອງ? ທັດສະນະຂອງພວກເຂົາຕໍ່ສິ່ງຕ່າງໆແມ່ນບິດເບືອນຫຼາຍ ເຊິ່ງຄືກັນກັບຜູ້ບໍ່ມີຄວາມເຊື່ອ; ເປັນຫຍັງພວກເຂົາຈຶ່ງບໍ່ຮັບຮູ້ເລື່ອງນີ້? ເຮືອນຂອງພຣະເຈົ້າບໍ່ໄດ້ຂັດຂວາງພວກເຂົາຈາກການເປັນດາລາ ແຕ່ທັດສະນະ ແລະ ແນວທາງແບບຜູ້ບໍ່ເຊື່ອຂອງພວກເຂົາຈະເປັນໄປໄດ້ບໍໃນເຮືອນຂອງພຣະເຈົ້າ? ພວກມັນບໍ່ມີພື້ນຖານຮອງຮັບເລີຍ. ຄຳເວົ້າ ແລະ ກິລິຍາທ່າທາງທີ່ເປັນປົກກະຕິຂອງພວກເຂົາເປັນທີ່ໜ້າລັງກຽດສຳລັບຄົນສ່ວນໃຫຍ່. ຍ້ອນ “ແນວຄິດທີ່ເປີດກວ້າງ” ແລະ ການປ່ອຍຕົວປ່ອຍໃຈຢ່າງສຸດຂີດຂອງພວກເຂົາ, ບໍ່ວ່າຄົນດັ່ງກ່າວຈະເວົ້າ ຫຼື ເຮັດຫຍັງກໍຕາມ ລ້ວນແຕ່ເປັນຄວາມເສເພ ແລະ ບໍ່ມີການຍັບຍັ້ງຕົນເອງ ເຊິ່ງເປີດເຜີຍໃຫ້ເຫັນພຽງແຕ່ອຸປະນິໄສຂອງຊາຕານ.

ເຮືອນຂອງພຣະເຈົ້າໄດ້ເນັ້ນຢ້ຳແລ້ວຢໍ້າອີກວ່າ ອ້າຍເອື້ອຍນ້ອງຄວນຮັກສາຂອບເຂດລະຫວ່າງຍິງຊາຍ ແລະ ບໍ່ໃຫ້ພົວພັນແບບຊູ້ສາວກັບເພດກົງກັນຂ້າມ. ຢ່າງໃດກໍຕາມ, ບາງຄົນກໍເປັນຄົນເສເພ ແລະ ບໍ່ມີການຍັບຍັ້ງຕົນເອງ, ບໍ່ໃສ່ໃຈຄຳແນະນຳນີ້ເລີຍ ແລະ ແມ່ນແຕ່ພະຍາຍາມຊັກຈູງ ຫຼື ນັດພົບກັບຄົນອື່ນຢ່າງລັບໆ ເຊິ່ງເປັນການລົບກວນຊີວິດຄຣິສຕະຈັກ. ພວກເຂົາມັກພົວພັນກັບເພດກົງກັນຂ້າມ, ແມ່ນແຕ່ຊອກຫາເຫດຜົນ ແລະ ຂໍ້ອ້າງເພື່ອຕິດຕໍ່ ແລະ ຢອກລໍ້ກັນ. ເມື່ອເຫັນຄົນເພດກົງກັນຂ້າມທີ່ໜ້າຕາດີ ຫຼື ເຂົ້າກັນໄດ້, ພວກເຂົາກໍເລີ່ມດຶງແຂນດຶງຂາ, ຢອກກັນແບບຊູ້ສາວ, ຈັບເສື້ອຜ້າ ແລະ ບາຍຜົມ ແລະ ແມ່ນແຕ່ໂຍນກ້ອນຫິມະໃສ່ເສື້ອຜ້າຂອງກັນໃນລະດູໜາວ; ພວກເຂົາຢອກກັນໄປມາຄືກັບສັດ ໂດຍບໍ່ມີຂອບເຂດ ຫຼື ຄວາມຮູ້ສຶກມີກຽດ, ບໍ່ຮູ້ສຶກລະອາຍໃຈເລີຍ. ບາງຄົນເວົ້າວ່າ “ແບບນັ້ນຈະເອີ້ນວ່າການຢອກກັນໄດ້ແນວໃດ? ພວກເຂົາກຳລັງສະແດງຄວາມຮັກ; ນັ້ນເອີ້ນວ່າການສະແດງຄວາມຮັກຢ່າງເປີດເຜີຍ, ຄວາມໂຣແມນຕິກ”. ຖ້າເຈົ້າກຳລັງຊອກຫາຄວາມໂຣແມນຕິກ, ເຈົ້າກໍເລືອກຜິດບ່ອນແລ້ວ. ຄຣິສຕະຈັກແມ່ນບ່ອນທີ່ອ້າຍເອື້ອຍນ້ອງປະຕິບັດໜ້າທີ່ຂອງຕົນ; ມັນເປັນສະຖານທີ່ສຳລັບການນະມັດສະການພຣະເຈົ້າ, ບໍ່ແມ່ນບ່ອນສຳລັບການຢອກກັນແບບຊູ້ສາວ. ການສະແດງພຶດຕິກຳດັ່ງກ່າວຢູ່ບ່ອນສາທາລະນະຕໍ່ໜ້າທຸກຄົນເຮັດໃຫ້ຄົນສ່ວນໃຫຍ່ຮູ້ສຶກບໍ່ຢາກເຂົ້າໃກ້ ແລະ ລັງກຽດ. ປະເດັນສຳຄັນກໍຄື ມັນບໍ່ໄດ້ສ້າງສາຄົນອື່ນ ແລະ ເຈົ້າກໍສູນເສຍຄວາມຊື່ສັດ ແລະ ກຽດສັກສີຂອງເຈົ້າເຊັ່ນກັນ. ເຈົ້າອາຍຸເທົ່າໃດແລ້ວ? ເຈົ້າແຍກແຍະມືຂວາຈາກມືຊ້າຍບໍ່ໄດ້ບໍ? ເຈົ້າບໍ່ເຂົ້າໃຈຄວາມແຕກຕ່າງລະຫວ່າງຍິງຊາຍບໍ? ແຕ່ເຈົ້າກໍຍັງຢອກກັນແບບຊູ້ສາວ! ເປັນເລື່ອງປົກກະຕິທີ່ເດັກນ້ອຍອາຍຸເຈັດ ຫຼື ແປດປີຈະຢອກກັນ; ພຶດຕິກຳ ແລະ ຄວາມສົນໃຈດັ່ງກ່າວເປັນເລື່ອງທຳມະດາສຳລັບໄວຂອງພວກເຂົາ. ຢ່າງໃດກໍຕາມ, ຖ້າຜູ້ໃຫຍ່ສະແດງພຶດຕິກຳເຫຼົ່ານີ້, ມັນບໍ່ແມ່ນການເຮັດຕົວເປັນເດັກນ້ອຍບໍ? ເວົ້າງ່າຍໆກໍຄື ມັນກໍເປັນແບບນັ້ນແທ້ໆ. ໃນດ້ານແກ່ນແທ້ແລ້ວ, ນີ້ແມ່ນຫຍັງ? (ການປ່ອຍຕົວປ່ອຍໃຈ, ຄວາມເສເພ.) ມັນເປັນການເສເພເກີນໄປ! ເມື່ອເຊື່ອໃນພຣະເຈົ້າ, ຄົນເຮົາຕ້ອງຮູ້ຈັກທີ່ຈະມີຄວາມຮູ້ສຶກມີກຽດ. ແມ່ນແຕ່ໃນທ່າມກາງຜູ້ບໍ່ມີຄວາມເຊື່ອ, ກໍມີໜ້ອຍຄົນທີ່ຈະປະພຶດຕົນເສເພ. ຄົນທີ່ເສເພດັ່ງກ່າວຈັ່ງແມ່ນເປັນຄົນທີ່ບໍ່ເອົາຈິງເອົາຈັງ ແລະ ໜ້າລັງກຽດສໍ່າໃດ! ການໂຍນກ້ອນຫິມະໃສ່ເສື້ອຜ້າຂອງຄົນເພດກົງກັນຂ້າມເພື່ອຄວາມຕື່ນເຕັ້ນ, ບໍ່ພຽງແຕ່ໄລ່ຢອກກັນ ແຕ່ຍັງເຕະກົ້ນຂອງພວກເຂົາອີກ, ເມື່ອມີຄົນເປີດໂປງວ່າພຶດຕິກຳດັ່ງກ່າວເປັນຄວາມເສເພເກີນໄປ ແລະ ເຮັດໃຫ້ຂອບເຂດລະຫວ່າງຍິງຊາຍບໍ່ຊັດເຈນ, ພວກເຂົາກໍໂຕ້ຕອບວ່າ “ພວກເຮົາຢອກກັນແບບນີ້ກໍເພາະວ່າພວກເຮົາສະໜິດກັນຫຼາຍ; ຄົນອື່ນຄວນເຂົ້າໃຈ”. ພວກເຂົາປ່ອຍຕົວປ່ອຍໃຈເຖິງຂັ້ນທີ່ບໍ່ພຽງແຕ່ປ່ອຍໃຫ້ຕົນເອງເຮັດຕາມໃຈ ແຕ່ຍັງຊັກຊວນໃຫ້ຄົນອື່ນມາຮ່ວມປ່ອຍຕົວປ່ອຍໃຈກັບພວກເຂົາອີກ. ນີ້ແມ່ນຜູ້ເປັນຕາເວດທະນາແບບໃດກັນ? ຈົ່ງບອກເຮົາ, ຄົນດັ່ງກ່າວຄວນຢູ່ໃນຄຣິສຕະຈັກຕໍ່ໄປບໍ? (ບໍ່.) ການຢູ່ໃກ້ຄົນປະເພດນີ້ເຮັດໃຫ້ຮູ້ສຶກບໍ່ສະບາຍໃຈ ແລະ ອຶດອັດຢູ່ສະເໝີ. ເມື່ອພວກເຂົາເຫັນໃຜ, ພວກເຂົາບໍ່ໄດ້ທັກທາຍແບບປົກກະຕິ; ແທນທີ່ຈະເປັນແບບນັ້ນ, ພວກເຂົາຕວ້າຍແຂນແລ້ວເວົ້າວ່າ “ຫຼາຍປີມານີ້ເຈົ້າໄປຕາຍຢູ່ໃສມາ? ຂ້ານ້ອຍຄິດວ່າເຈົ້າຫາຍສາບສູນໄປຈາກໂລກນີ້ແລ້ວ! ເປັນແນວໃດແດ່?” ແມ່ນແຕ່ວິທີການທັກທາຍຂອງພວກເຂົາກໍຍັງປ່າເຖື່ອນ ແລະ ອວດດີ; ບໍ່ພຽງແຕ່ເວົ້າຈາປ່າເຖື່ອນ ແຕ່ຍັງລົງໄມ້ລົງມືກັບຄົນອື່ນອີກ. ນີ້ບໍ່ຄືກັບພຶດຕິກຳຂອງພວກອັນທະພານ ແລະ ໂຈນບໍ? ພວກເຈົ້າມັກຄົນແບບນີ້ບໍ? (ບໍ່.) ຄວາມຮູ້ສຶກທີ່ຖືກຢອກລໍ້ ແລະ ຫຼິ້ນຫົວມັນສະບາຍໃຈບໍ? (ບໍ່.) ມັນບໍ່ສະບາຍໃຈ ແລະ ເຈົ້າກໍບໍ່ສາມາດເວົ້າອອກມາໄດ້; ເຈົ້າຕ້ອງອົດທົນເອົາ ແລະ ເມື່ອເຈົ້າເຫັນພວກເຂົາຄັ້ງຕໍ່ໄປ, ເຈົ້າກໍຫຼີກໜີແຕ່ໄກ. ສະຫຼຸບແລ້ວ ສິ່ງນີ້ບອກຫຍັງກ່ຽວກັບຄຸນນະພາບຄວາມເປັນມະນຸດຂອງຄົນດັ່ງກ່າວ? (ມັນຕ່ຳ.) ເມື່ອເບິ່ງຈາກທຸກໆດ້ານ, ບໍ່ວ່າຈະເປັນຄຳເວົ້າ ແລະ ກິລິຍາທ່າທາງ, ການປະພຶດຕົນ, ວິທີການທີ່ພວກເຂົາພົວພັນກັບໂລກ ແລະ ຄົນອື່ນ, ທັດສະນະຂອງພວກເຂົາຕໍ່ກະແສຂອງໂລກທີ່ບໍ່ເຊື່ອ ຫຼື ວິທີການເຊື່ອໃນພຣະເຈົ້າ ແລະ ທ່າທາງຂອງພວກເຂົາຕໍ່ພຣະເຈົ້າ ແລະ ພຣະທຳຂອງພຣະອົງ ແມ່ນເຫັນໄດ້ບໍ່ຍາກວ່າ ຄົນເຫຼົ່ານີ້ຂາດຄວາມເຄົາລົບ ຫຼື ຫົວໃຈທີ່ຢຳເກງພຣະເຈົ້າ. ແມ່ນແຕ່ໃນການເຊື່ອໃນພຣະເຈົ້າຂອງພວກເຂົາ ກໍບໍ່ສາມາດເຫັນຄວາມຈິງໃຈໃດໆໃນການສະແຫວງຫາ ຫຼື ຍອມຮັບຄວາມຈິງ. ສິ່ງທີ່ເຫັນໄດ້ກໍຄື ຄວາມເສເພ ແລະ ການບໍ່ມີການຍັບຍັ້ງຕົນເອງ, ການຮຽນແບບດາລາ ແລະ ໄອດໍຢູ່ສະເໝີ ແລະ ການບໍ່ມີເຈດຕະນາທີ່ຈະກັບຕົວເລີຍ ບໍ່ວ່າຈະມີການສົນທະນາຄວາມຈິງແນວໃດກໍຕາມ. ຄຸນລັກສະນະຄວາມເປັນມະນຸດຂອງພວກເຂົາສາມາດສະຫຼຸບໄດ້ວ່າແນວໃດ? ຄວາມເສເພ ແລະ ການບໍ່ມີການຢັບຢັ້ງຕົນເອງ. ດັ່ງນັ້ນ, ຈຶ່ງສາມາດເວົ້າໄດ້ຢ່າງຊັດເຈນວ່າ ພວກເຂົາແມ່ນຜູ້ບໍ່ມີຄວາມເຊື່ອທີ່ໄດ້ແຊກຊຶມເຂົ້າໃນເຮືອນຂອງພຣະເຈົ້າ; ພວກເຂົາແມ່ນຜູ້ບໍ່ເຊື່ອນັ້ນເອງ.

ຄົນເສເພ ແລະ ບໍ່ມີການຢັບຢັ້ງຕົນເອງຈະໃຊ້ຄຳເວົ້າແບບດຽວກັນກັບພວກໂຈນ ແລະ ອັນທະພານຂອງໂລກທີ່ບໍ່ມີຄວາມເຊື່ອ; ພວກເຂົາມັກຮຽນແບບຄຳເວົ້າ ແລະ ທ່າທາງຂອງພວກດາລາ ແລະ ບຸກຄົນທີ່ບໍ່ດີໃນສັງຄົມໂດຍສະເພາະ, ພາສາສ່ວນໃຫຍ່ຂອງພວກເຂົາຈະມີນໍ້າສຽງຕໍ່າຊ້າ ທີ່ຟັງແລ້ວຄືກັບສິ່ງທີ່ອັນທະພານ ຫຼື ນັກເລງຈະເວົ້າ. ຕົວຢ່າງ: ເມື່ອຜູ້ບໍ່ມີຄວາມເຊື່ອມາຮອດ, ເວົ້າຄຳແປກໆ ສອງສາມຄຳຫຼັງຈາກເຄາະປະຕູ, ອ້າຍເອື້ອຍນ້ອງກໍເວົ້າວ່າ: “ມີບາງຢ່າງຜິດປົກກະຕິ; ເປັນຫຍັງຄົນນີ້ຈຶ່ງເບິ່ງຄືສາຍສືບ ຫຼື ສາຍລັບ?”. ເຖິງແມ່ນວ່າພວກເຂົາຈະບໍ່ແນ່ໃຈໃນຊ່ວງເວລານັ້ນ, ມັນກໍເຮັດໃຫ້ຄົນສ່ວນໃຫຍ່ຮູ້ສຶກບໍ່ສະບາຍໃຈ. ແຕ່ຄົນເສເພ ແລະ ບໍ່ມີການຢັບຢັ້ງຕົນເອງຈະເວົ້າແຮງ, ເຖິງກັບມີທ່າທາງອວດອົ່ງໂດຍກ່າວວ່າ: “ສາຍສືບບໍ? ຂ້ອຍບໍ່ຢ້ານດອກ! ຊິໄປຢ້ານພວກເຂົາເຮັດຫຍັງ? ຖ້າພວກເຈົ້າຢ້ານ, ພວກເຈົ້າກໍບໍ່ຕ້ອງອອກໄປ. ຂ້ອຍຈະໄປເບິ່ງວ່າ ມັນແມ່ນຫຍັງກັນແທ້”. ເບິ່ງແມວ່າພວກເຂົາກ້າຫານ ແລະ ອາດຫານສໍ່າໃດ. ພວກເຈົ້າຈະເວົ້າແບບນີ້ບໍ? (ບໍ່, ນີ້ບໍ່ແມ່ນວິທີທີ່ຄົນປົກກະຕິເວົ້າ; ມັນຄືກັບສິ່ງທີ່ໂຈນຈະເວົ້າ.) ພວກໂຈນເວົ້າແຕກຕ່າງຈາກຄົນປົກກະຕິ; ພວກເຂົາເປັນຄົນທີ່ວາງອຳນາດເປັນພິເສດ. ຄົນເຮົາຮຽນຮູ້ພາສາຂອງຄົນປະເພດດຽວກັນ; ຄົນທາງໂລກຈະໃຊ້ຄຳສະແລງທີ່ເປັນທີ່ນິຍົມໃນສັງຄົມໂດຍສະເພາະ, ພວກໂຈນ ແລະ ອັນທະພານມັກເວົ້າພາສາສະເພາະຂອງພວກເຂົາ ແລະ ຜູ້ບໍ່ເຊື່ອກໍຄືກັນກັບຜູ້ບໍ່ມີຄວາມເຊື່ອ, ເວົ້າທຸກຢ່າງທີ່ຜູ້ບໍ່ມີຄວາມເຊື່ອເວົ້າ. ຄົນດີ, ຄົນທີ່ມີກຽດ, ຄົນທີ່ໜ້ານັບຖືຈະຮູ້ສຶກລັງກຽດ ແລະ ກຽດຊັງ ເມື່ອໄດ້ຍິນຄຳເວົ້າຂອງຜູ້ບໍ່ມີຄວາມເຊື່ອ; ບໍ່ມີໃຜໃນພວກເຂົາທີ່ພະຍາຍາມຮຽນແບບຄຳເວົ້າປະເພດນັ້ນ. ເຖິງແມ່ນວ່າຈະເຊື່ອມາໄດ້ສິບ ຫຼື ຊາວປີແລ້ວ, ຜູ້ບໍ່ເຊື່ອບາງຄົນກໍຍັງໃຊ້ພາສາຂອງຜູ້ບໍ່ມີຄວາມເຊື່ອ, ຕັ້ງໃຈເລືອກເວົ້າແບບນັ້ນ ແລະ ໃນຂະນະທີ່ເວົ້າ ພວກເຂົາກໍຍັງຮຽນແບບທ່າທາງ, ການສະແດງອອກ ແລະ ທ່າທາງຂອງຜູ້ບໍ່ມີຄວາມເຊື່ອ ພ້ອມທັງສາຍຕາຂອງພວກເຂົາ. ບຸກຄົນດັ່ງກ່າວຈະເປັນທີ່ພໍໃຈໃນສາຍຕາຂອງອ້າຍເອື້ອຍນ້ອງໃນຄຣິສຕະຈັກໄດ້ບໍ? (ບໍ່ໄດ້.) ອ້າຍເອື້ອຍນ້ອງສ່ວນໃຫຍ່ເຫັນວ່າພວກເຂົາເປັນທີ່ບໍ່ພໍໃຈ ແລະ ບໍ່ສະບາຍໃຈທີ່ຈະເບິ່ງ. ພວກເຈົ້າຄິດວ່າພຣະເຈົ້າຮູ້ສຶກແນວໃດຕໍ່ພວກເຂົາ? (ກຽດຊັງ.) ຄຳຕອບແມ່ນຊັດເຈນ: ກຽດຊັງ. ຈາກສິ່ງທີ່ພວກເຂົາໃຊ້ຊີວິດຕາມ, ການໄລ່ຕາມຂອງພວກເຂົາ ແລະ ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພວກເຂົານັບຖືໃນຫົວໃຈຂອງພວກເຂົາ, ມັນເຫັນໄດ້ຊັດເຈນວ່າ ຄວາມເປັນມະນຸດຂອງພວກເຂົາບໍ່ໄດ້ສະແດງອອກເຖິງຄວາມມີກຽດ ຫຼື ຄວາມເໝາະສົມ ແລະ ຍັງຫ່າງໄກຈາກຄວາມເຫຼື້ອມໃສສັດທາ ແລະ ການປະພຶດຕົນທີ່ສົມກັບທ່າທາງຂອງໄພ່ພົນ. ມັນເປັນເລື່ອງຍາກທີ່ຈະໄດ້ຍິນຄຳເວົ້າທີ່ຜູ້ເຊື່ອ ຫຼື ໄພ່ພົນຄວນເວົ້າ ຈາກປາກຂອງພວກເຂົາ ແລະ ຄຳເວົ້າທີ່ເສີມສ້າງຄົນອື່ນ ແລະ ສື່ເຖິງຄວາມສຸດຈະລິດ ແລະ ກຽດສັກສີ; ພວກເຂົາບໍ່ມີແນວໂນ້ມທີ່ຈະເວົ້າສິ່ງເຫຼົ່ານີ້. ສິ່ງທີ່ພວກເຂົານັບຖື, ປາຖະໜາ ແລະ ໄລ່ຕາມເສາະຫາໃນຫົວໃຈຂອງພວກເຂົານັ້ນ ໂດຍພື້ນຖານແລ້ວແມ່ນບໍ່ສອດຄ່ອງກັບສິ່ງທີ່ໄພ່ພົນຄວນໄລ່ຕາມເສາະຫາ ແລະ ປາຖະໜາ, ເຮັດໃຫ້ສິ່ງທີ່ພວກເຂົາໃຊ້ຊີວິດຕາມຢູ່ພາຍນອກ, ຄຳເວົ້າ ແລະ ທ່າທາງຂອງພວກເຂົາຍາກທີ່ຈະຖືກຢັບຢັ້ງ. ການຂໍໃຫ້ພວກເຂົາຢັບຢັ້ງຕົນເອງ, ບໍ່ເປັນຄົນເສເພ ຫຼື ເຮັດຕາມໃຈ ແລະ ໃຫ້ຮັກສາຄວາມມີກຽດ ແລະ ຄວາມໜ້ານັບຖືເປັນເລື່ອງທີ່ຍາກຫຼາຍ. ບໍ່ຕ້ອງເວົ້າເຖິງການດຳລົງຊີວິດ ຄືກັບຄົນທີ່ມີຄວາມເປັນມະນຸດ ແລະ ເຫດຜົນ ຜູ້ທີ່ເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງ, ພວກເຂົາແມ່ນແຕ່ບໍ່ສາມາດບັນລຸການເປັນຄົນປົກກະຕິທີ່ມີຄວາມສຸດຈະລິດ ແລະ ກຽດສັກສີ ຜູ້ທີ່ປະພຶດຕົນສົມກັບທ່າທາງຂອງໄພ່ພົນ, ປະຕິບັດຕາມກົດລະບຽບ ແລະ ເບິ່ງຄືວ່າມີເຫດຜົນພາຍນອກໄດ້. ກ່ອນໜ້ານີ້, ມີຄົນໜຶ່ງທີ່ໄປຊົນນະບົດ ເພື່ອປະກາດຂ່າວປະເສີດ ແລະ ເຫັນວ່າອ້າຍເອື້ອຍນ້ອງບາງຄົນມີຄອບຄົວທີ່ທຸກຍາກ ແລະ ອາໄສຢູ່ໃນເຮືອນທີ່ຊຸດໂຊມ. ລາວເວົ້າແບບປະຊົດປະຊັນ ແລະ ເຍາະເຍີ້ຍວ່າ “ເຮືອນຫຼັງນີ້ເກົ່າຫຼາຍ, ບໍ່ເໝາະກັບຄົນຢູ່ດອກ; ມັນພໍແຕ່ເໝາະສຳລັບໝູ. ພວກເຈົ້າຄວນຍ້າຍອອກໄປໄວໆ!”. ອ້າຍເອື້ອຍນ້ອງຕອບວ່າ “ການຍ້າຍອອກກໍງ່າຍຢູ່, ແຕ່ໃຜຈະຫາເຮືອນໃໝ່ໃຫ້ພວກເຮົາຢູ່?”. ລາວເວົ້າແບບບໍ່ຄິດ ແລະ ຕາມໃຈ, ເວົ້າທຸກຢ່າງທີ່ເຂົ້າມາໃນຫົວ ໂດຍບໍ່ຄຳນຶງເຖິງຜົນກະທົບທີ່ອາດຈະມີຕໍ່ຄົນອື່ນ. ນີ້ຄືການມີທຳມະຊາດທີ່ຕໍ່າຊ້າ. ອ້າຍເອື້ອຍນ້ອງຖາມວ່າ “ຖ້າພວກເຮົາຍ້າຍອອກໄປ, ໃຜຈະໃຫ້ເຮືອນພວກເຮົາຢູ່? ເຈົ້າມີເຮືອນບໍ?”. ລາວບໍ່ມີຄຳຕອບ. ເມື່ອເຫັນວ່າຜູ້ຄົນກຳລັງຜະເຊີນກັບຄວາມຫຍຸ້ງຍາກ, ລາວຕ້ອງສາມາດແກ້ໄຂຄວາມຫຍຸ້ງຍາກຂອງພວກເຂົາໄດ້ກ່ອນທີ່ຈະເວົ້າ. ຜົນສະທ້ອນຂອງການເວົ້າແບບບໍ່ຄິດຂອງລາວ ໂດຍບໍ່ສາມາດແກ້ໄຂຄວາມຫຍຸ້ງຍາກຂອງພວກເຂົາໄດ້ ແມ່ນຫຍັງ? ນີ້ແມ່ນບັນຫາຂອງການເປັນຄົນເວົ້າກົງໄປກົງມາ ແລະ ເວົ້າອອກຢ່າງເປີດເຜີຍເກີນໄປບໍ? ບໍ່ແມ່ນຢ່າງເດັດຂາດ. ບັນຫາກໍຄືນິໄສຕໍ່າຊ້າຂອງລາວຮຸນແຮງເກີນໄປ; ລາວເປັນຄົນເສເພ ແລະ ບໍ່ມີການຢັບຢັ້ງຕົນເອງ. ຄົນດັ່ງກ່າວຂາດຄວາມເຂົ້າໃຈຢ່າງສິ້ນເຊີງ ກ່ຽວກັບຄວາມຊື່ສັດ, ກຽດສັກສີ, ການຄຳນຶງເຖິງຄົນອື່ນ, ການອົດທົນ, ການເບິ່ງແຍງ, ການເຄົາລົບ, ຄວາມເຂົ້າໃຈ, ຄວາມເຫັນອົກເຫັນໃຈ, ຄວາມເມດຕາ, ການຄິດໄຕ່ຕອງ, ການຊ່ວຍເຫຼືອ ແລະ ອື່ນໆ ອີກ. ຄຸນສົມບັດເຫຼົ່ານີ້ທີ່ຈຳເປັນຕໍ່ຄວາມເປັນມະນຸດປົກກະຕິແມ່ນສິ່ງທີ່ຜູ້ຄົນຄວນມີ. ບໍ່ພຽງແຕ່ພວກເຂົາຂາດຄຸນສົມບັດເຫຼົ່ານີ້, ແຕ່ໃນການພົວພັນຂອງພວກເຂົາກັບຄົນອື່ນ, ເມື່ອເຫັນວ່າຄົນໃດຄົນໜຶ່ງກຳລັງຜະເຊີນກັບຄວາມຫຍຸ້ງຍາກ, ພວກເຂົາກໍຍັງສາມາດເຍາະເຍີ້ຍ, ຫົວຂວັນ, ເຍີ້ຍຫຍັນ ແລະ ດູຖູກພວກເຂົາໄດ້; ບໍ່ພຽງແຕ່ພວກເຂົາບໍ່ສາມາດເຂົ້າໃຈ ຫຼື ຊ່ວຍເຫຼືອພວກເຂົາໄດ້, ແຕ່ພວກເຂົາຍັງນຳຄວາມໂສກເສົ້າ, ຄວາມສິ້ນຫວັງ, ຄວາມເຈັບປວດ ແລະ ເຖິງກັບບັນຫາມາໃຫ້ພວກເຂົາອີກ. ສຳລັບຜູ້ທີ່ມີນິໄສທີ່ຕໍ່າຊ້າທີ່ຮຸນແຮງເຊັ່ນນີ້, ຄົນສ່ວນໃຫຍ່ເຫັນພວກເຂົາຢ່າງຊັດເຈນ ແລະ ອົດທົນກັບພວກເຂົາຊໍ້າແລ້ວຊໍ້າອີກ. ພວກເຈົ້າຄິດວ່າຄົນດັ່ງກ່າວຈະສາມາດມີການກັບໃຈທີ່ແທ້ຈິງໄດ້ບໍ? ເຮົາບໍ່ຄິດວ່າມັນຈະເປັນໄປໄດ້. ເມື່ອເບິ່ງຈາກແກ່ນແທ້ທໍາມະຊາດຂອງພວກເຂົາແລ້ວ, ພວກເຂົາບໍ່ແມ່ນຜູ້ທີ່ຮັກຄວາມຈິງ, ສະນັ້ນ ພວກເຂົາຈະຍອມຮັບການຖືກລິຮານ ແລະ ລົງວິໄນໄດ້ແນວໃດ? ໃນການອະທິບາຍຄົນດັ່ງກ່າວ, ຜູ້ບໍ່ມີຄວາມເຊື່ອມີຄຳເວົ້າເຊັ່ນ “ຍຶດໝັ້ນໃນແນວທາງຂອງຕົນເອງ” ຫຼື “ເດີນໃນເສັ້ນທາງຂອງຕົນເອງ ໂດຍບໍ່ສົນໃຈວ່າຄົນອື່ນຈະເວົ້າຫຍັງ”. ນີ້ແມ່ນເຫດຜົນທີ່ໄຮ້ສາລະອັນໃດກັນ? ຄຳເວົ້າ ແລະ ສຸພາສິດທີ່ມີການກ່າວຂານກັນເຫຼົ່ານີ້ມັກຈະຖືກເບິ່ງວ່າ ເປັນສິ່ງທີ່ເປັນບວກໃນສັງຄົມນີ້ ເຊິ່ງເປັນການບິດເບືອນຄວາມຈິງ ແລະ ເຮັດໃຫ້ສັບສົນລະຫວ່າງສິ່ງທີ່ຖືກ ແລະ ຜິດ. ສຳລັບການສະແດງອອກຂອງຄວາມເປັນມະນຸດຂອງຜູ້ເສເພ ແລະ ບໍ່ມີການຢັບຢັ້ງຕົນເອງ, ໂດຍພື້ນຖານແລ້ວກໍມີເທົ່ານີ້.

ບໍ່ວ່າບຸກຄົນເສເພ ແລະ ບໍ່ມີການຢັບຢັ້ງຕົນເອງຈະສົ່ງຜົນກະທົບຕໍ່ຊີວິດຄຣິສຕະຈັກ, ຄວາມສຳພັນປົກກະຕິທ່າມກາງອ້າຍເອື້ອຍນ້ອງ ຫຼື ການປະຕິບັດໜ້າທີ່ໂດຍປົກກະຕິຂອງປະຊາກອນທີ່ພຣະເຈົ້າເລືອກກໍຕາມ, ຕາບໃດທີ່ການສະແດງອອກ ແລະ ການເປີດເຜີຍຄວາມເປັນມະນຸດຂອງພວກເຂົາ ກໍ່ໃຫ້ເກີດຜົນກະທົບ ແລະ ຜົນສະທ້ອນໃນທາງລົບ, ເປັນການລົບກວນອ້າຍເອື້ອຍນ້ອງ, ບັນຫາເຫຼົ່ານີ້ກໍຄວນຈະຖືກແກ້ໄຂ ແລະ ຄວນມີການດຳເນີນມາດຕະການທີ່ເໝາະສົມຕໍ່ບຸກຄົນດັ່ງກ່າວ, ບໍ່ແມ່ນພຽງແຕ່ປ່ອຍປະລະເລີຍພວກເຂົາ. ສຳລັບກໍລະນີທີ່ບໍ່ຮ້າຍແຮງ, ສາມາດໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ຫຼື ພວກເຂົາອາດຈະຖືກລິຮານ ແລະ ຖືກເຕືອນ. ສຳລັບກໍລະນີທີ່ຮ້າຍແຮງ ທີ່ພຶດຕິກຳ ແລະ ທ່າທາງຂອງພວກເຂົາເສເພເປັນພິເສດ, ຄືກັບຜູ້ບໍ່ມີຄວາມເຊື່ອ ຫຼື ຜູ້ບໍ່ເຊື່ອ, ໂດຍປາສະຈາກທ່າທາງຂອງໄພ່ພົນຢ່າງສິ້ນເຊີງ, ຜູ້ນຳ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກ ຄວນຫາວິທີແກ້ໄຂທີ່ເໝາະສົມ ເພື່ອຈັດການກັບບຸກຄົນເຫຼົ່ານີ້. ຖ້າອ້າຍເອື້ອຍນ້ອງສ່ວນໃຫຍ່ເຫັນດີ ແລະ ເງື່ອນໄຂເອື້ອອຳນວຍ, ບຸກຄົນເຫຼົ່ານີ້ກໍຄວນຖືກຄັດອອກ; ຢ່າງໜ້ອຍທີ່ສຸດ, ພວກເຂົາບໍ່ຄວນໄດ້ຮັບອະນຸຍາດໃຫ້ເຮັດໜ້າທີ່ຂອງພວກເຂົາໃນຄຣິສຕະຈັກທີ່ປະຕິບັດໜ້າທີ່ເຕັມເວລາ. “ກໍລະນີທີ່ບໍ່ຮ້າຍແຮງ” ໝາຍເຖິງຫຍັງ? ມັນໝາຍເຖິງບາງຄົນເປັນຜູ້ເຊື່ອໃໝ່, ເດີມເປັນຜູ້ບໍ່ມີຄວາມເຊື່ອ, ຜູ້ທີ່ບໍ່ເຄີຍເຊື່ອໃນສາສະໜາຄຣິສ ແລະ ບໍ່ເຂົ້າໃຈວ່າການເຊື່ອໃນພຣະເຈົ້າໝາຍຄວາມວ່າແນວໃດ. ຄຳເວົ້າ ແລະ ກິລິຍາທ່າທາງຂອງພວກເຂົາເປີດເຜີຍເຖິງນິໄສຂອງຜູ້ບໍ່ມີຄວາມເຊື່ອ. ຢ່າງໃດກໍຕາມ, ຜ່ານການອ່ານພຣະທຳຂອງພຣະເຈົ້າ, ການໂອ້ລົມຄວາມຈິງ ແລະ ການດຳລົງຊີວິດຄຣິສຕະຈັກ, ພວກເຂົາກໍຄ່ອຍໆ ຫັນກັບ ແລະ ປ່ຽນແປງ, ກາຍມາເປັນເໝືອນຜູ້ເຊື່ອ, ສະແດງອອກເຖິງລັກສະນະຄ້າຍຄືມະນຸດບາງຢ່າງ. ບຸກຄົນເຫຼົ່ານີ້ບໍ່ຄວນຖືກຈັດຢູ່ໃນທ່າມກາງກຸ່ມຄົນຊົ່ວຮ້າຍ, ແຕ່ເປັນຜູ້ທີ່ສາມາດໄດ້ຮັບຄວາມຊ່ວຍເຫຼືອ. ອີກປະເພດໜຶ່ງແມ່ນຄົນໜຸ່ມອາຍຸປະມານຊາວປີ ເຊິ່ງເຖິງແມ່ນວ່າຈະເຊື່ອໃນພຣະເຈົ້າມາໄດ້ສາມຫາຫ້າປີແລ້ວ ກໍຍັງມັກຫຼິ້ນມ່ວນ, ຍັງບໍ່ທັນມີຄວາມໝັ້ນຄົງທາງດ້ານຈິດໃຈ, ສະແດງອອກເຖິງຄວາມເປັນເດັກນ້ອຍບາງຢ່າງ ໃນຄຳເວົ້າ ແລະ ກິລິຍາທ່າທາງພາຍນອກຂອງພວກເຂົາ ເຊັ່ນ: ການເວົ້າ, ການປະພຶດ ແລະ ການກະທຳຄືກັບເດັກນ້ອຍ ແລະ ອື່ນໆ ອີກ, ຍ້ອນອາຍຸພວກເຂົາຍັງນ້ອຍ. ສຳລັບຄົນເຫຼົ່ານີ້, ຄວນໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນດ້ວຍຄວາມຮັກ; ພວກເຂົາຄວນໄດ້ຮັບເວລາພຽງພໍ ເພື່ອປ່ຽນແປງເທື່ອລະໜ້ອຍ ໂດຍບໍ່ມີການຕັ້ງຂໍ້ກຳນົດທີ່ເຄັ່ງຄັດເກີນໄປ. ແນ່ນອນວ່າ ສຳລັບຜູ້ໃຫຍ່ທີ່ເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ ແຕ່ຍັງສະແດງອອກເຖິງຄຳເວົ້າ, ກິລິຍາທ່າທາງ, ພຶດຕິກຳ ແລະ ການກະທຳທີ່ເສເພ ແລະ ບໍ່ມີການຢັບຢັ້ງຕົນເອງຄືກັບຜູ້ບໍ່ມີຄວາມເຊື່ອ ແລະ ຜູ້ທີ່ປະຕິເສດທີ່ຈະປ່ຽນແປງ ເຖິງແມ່ນວ່າຈະໄດ້ຮັບການຕັກເຕືອນຊໍ້າແລ້ວຊໍ້າອີກ, ກໍຄວນມີວິທີການທີ່ແຕກຕ່າງອອກໄປ; ພວກເຂົາຄວນຖືກຈັດການຕາມລະບຽບການຂອງເຮືອນຂອງພຣະເຈົ້າ. ຖ້າຄຳເວົ້າ, ກິລິຍາທ່າທາງ ແລະ ການເປີດເຜີຍຄວາມເປັນມະນຸດຂອງບຸກຄົນດັ່ງກ່າວລົບກວນຄົນສ່ວນໃຫຍ່ ແລະ ສ້າງຜົນກະທົບທີ່ບໍ່ດີໃນຄຣິສຕະຈັກ, ເຮັດໃຫ້ຫຼາຍຄົນຮູ້ສຶກລັງກຽດ ເມື່ອເຫັນພວກເຂົາ, ບໍ່ເຕັມໃຈທີ່ຈະຟັງພວກເຂົາເວົ້າ, ບໍ່ເຕັມໃຈທີ່ຈະເຫັນສີໜ້າຂອງພວກເຂົາ ເມື່ອພວກເຂົາເວົ້າ ແລະ ທັງບໍ່ເຕັມໃຈທີ່ຈະເບິ່ງການແຕ່ງກາຍຂອງພວກເຂົາ ແລະ ຄົນສ່ວນໃຫຍ່ມີຄວາມສຸກຫຼາຍກວ່າ ແລະ ຢູ່ໃນສະພາວະທີ່ດີກວ່າ ເມື່ອບຸກຄົນດັ່ງກ່າວບໍ່ໄດ້ເຂົ້າຮ່ວມການເຕົ້າໂຮມ, ໂດຍຮູ້ສຶກບໍ່ສະບາຍໃຈ ແລະ ລັງກຽດແມ່ນແຕ່ການມີສ່ວນຮ່ວມຂອງພວກເຂົາໃນຊີວິດຄຣິສຕະຈັກ ແລະ ການຢູ່ທ່າມກາງອ້າຍເອື້ອຍນ້ອງເທົ່ານັ້ນ, ຄືກັບວ່າມີແມງໄມ້ໂຕໜຶ່ງກຳລັງກໍ່ກວນຢູ່, ແລ້ວບຸກຄົນດັ່ງກ່າວກໍຄືຄົນຊົ່ວຮ້າຍຢ່າງບໍ່ຕ້ອງສົງໄສ. ນັ້ນກໍຄື, ເມື່ອໃດກໍຕາມທີ່ພວກເຂົາດຳລົງຊີວິດຄຣິສຕະຈັກ ແລະ ເຮັດໜ້າທີ່ຂອງພວກເຂົາກັບອ້າຍເອື້ອຍນ້ອງ, ຄົນສ່ວນໃຫຍ່ກໍຈະຮູ້ສຶກຖືກລົບກວນ ແລະ ລັງກຽດເປັນພິເສດ. ໃນກໍລະນີດັ່ງກ່າວ, ບຸກຄົນເຫຼົ່ານີ້ຄວນຖືກຈັດການໂດຍໄວເທົ່າທີ່ຈະໄວໄດ້, ບໍ່ແມ່ນປ່ອຍປະລະເລີຍໃຫ້ພວກເຂົາເຮັດຕາມໃຈ ຫຼື ໃຫ້ສັງເກດການຕໍ່ໄປ. ຢ່າງໜ້ອຍທີ່ສຸດ, ພວກເຂົາຄວນຖືກຊໍາລະລ້າງອອກຈາກຄຣິສຕະຈັກທີ່ປະຕິບັດໜ້າທີ່ເຕັມເວລາ ແລະ ສົ່ງໄປຄຣິສຕະຈັກທຳມະດາເພື່ອໄປກັບໃຈ. ເປັນຫຍັງຈຶ່ງຈັດການແບບນີ້? (ພວກເຂົາໄດ້ກໍ່ຄວາມລົບກວນ ແລະ ຜົນສະທ້ອນທີ່ບໍ່ດີຕໍ່ຄົນສ່ວນໃຫຍ່, ເປັນການລົບກວນຊີວິດຄຣິສຕະຈັກ.) ເພາະວ່າຜົນສະທ້ອນ ແລະ ຜົນກະທົບຈາກການສະແດງອອກຂອງພວກເຂົານັ້ນ ຊົ່ວຊ້າຫຼາຍ! ຕາມນີ້ແລ້ວ, ຜູ້ນຳ ແລະ ຜູ້ເຮັດວຽກ ພ້ອມທັງປະຊາກອນທີ່ພຣະເຈົ້າເລືອກບໍ່ຄວນຫຼັບຫູຫຼັບຕາ ແລະ ປ່ອຍປະລະເລີຍພຶດຕິກຳຂອງພວກເຂົາ. ມັນບໍ່ເໝາະສົມທີ່ຜູ້ນຳ ແລະ ຜູ້ເຮັດວຽກຈະບໍ່ເຮັດຫຍັງເລີຍ ເຖິງແມ່ນວ່າບຸກຄົນດັ່ງກ່າວຈະກໍ່ການລົບກວນໃຫ້ແກ່ຄົນສ່ວນໃຫຍ່; ບຸກຄົນດັ່ງກ່າວຄວນຖືກຊຳລະລ້າງອອກຈາກຄຣິສຕະຈັກຕາມລະບຽບການຂອງເຮືອນຂອງພຣະເຈົ້າ. ນີ້ຄືທາງເລືອກທີ່ສະຫຼາດທີ່ສຸດ.

ກ່ອນໜ້ານີ້ຄຣິສຕະຈັກເຄີຍຈັດການກັບຄົນເສເພ ແລະ ບໍ່ມີການຢັບຢັ້ງຕົນເອງບໍ? (ເຄີຍ.) ເມື່ອຄົນດັ່ງກ່າວຖືກຈັດການ, ບາງຄົນກໍຮ້ອງໄຫ້ ໂດຍກ່າວວ່າ “ຂ້ອຍບໍ່ໄດ້ຕັ້ງໃຈ. ມັນເປັນພຽງພຶດຕິກຳບາງຄັ້ງບາງຄາວຂອງຂ້ອຍ; ຂ້ອຍບໍ່ແມ່ນຄົນປະເພດນັ້ນ. ກະລຸນາໃຫ້ໂອກາດຂ້ອຍອີກຄັ້ງໜຶ່ງ! ຖ້າຂ້ອຍບໍ່ໄດ້ຮັບອະນຸຍາດໃຫ້ເຮັດໜ້າທີ່ຂອງຂ້ອຍ, ຂ້ອຍກໍຈະບໍ່ສາມາດເຊື່ອໃນພຣະເຈົ້າໄດ້ ເມື່ອຂ້ອຍເມືອບ້ານ, ເຊິ່ງເປັນບ່ອນທີ່ທຸກຄົນເປັນຜູ້ບໍ່ມີຄວາມເຊື່ອ”. ພວກເຂົາເວົ້າໄດ້ໜ້າສົງສານ ແລະ ເບິ່ງຄືທຸກໃຈແທ້ໆ, ສະແດງອອກເຖິງຄວາມບໍ່ເຕັມໃຈທີ່ຈະໄປຈາກພຣະເຈົ້າ ແລະ ຂໍໃຫ້ເຮືອນຂອງພຣະເຈົ້າໃຫ້ໂອກາດກັບໃຈອີກຄັ້ງ. ການໃຫ້ໂອກາດອີກຄັ້ງແກ່ພວກເຂົາກໍເປັນໄປໄດ້, ແຕ່ຈຸດສຳຄັນແມ່ນວ່າພວກເຂົາຈະສາມາດປ່ຽນແປງໄດ້ ຫຼື ບໍ່. ຖ້າເບິ່ງທະລຸແລ້ວວ່າ ຄົນຜູ້ນີ້ຂາດຄວາມເປັນມະນຸດແມ່ນແຕ່ໜ້ອຍດຽວ, ບໍ່ມີຄວາມສຳນຶກ ຫຼື ເຫດຜົນ, ໂດຍພື້ນຖານແລ້ວເປັນສິ່ງທີ່ບໍ່ມີຫົວໃຈ ແລະ ປາສະຈາກວິນຍານ, ແລ້ວພວກເຂົາກໍບໍ່ຄວນໄດ້ຮັບໂອກາດອີກ, ມັນຈະເປັນການໄຮ້ປະໂຫຍດ. ຢ່າງໃດກໍຕາມ, ຖ້າທາດແທ້ຂອງຄົນຜູ້ນັ້ນດີ ແລະ ເປັນພຽງແຕ່ວ່າຄວາມເປັນມະນຸດຂອງພວກເຂົາຍັງບໍ່ທັນເປັນຜູ້ໃຫຍ່ ເນື່ອງຈາກອາຍຸຍັງນ້ອຍ ແລະ ພວກເຂົາຈະຕ້ອງປ່ຽນແປງແນ່ນອນ ໃນອີກສອງສາມປີ, ແລ້ວພວກເຂົາກໍຕ້ອງໄດ້ຮັບໂອກາດທີ່ຈະກັບໃຈ. ພວກເຂົາບໍ່ຄວນຖືກກຳຈັດອອກຈາກຄຣິສຕະຈັກຢ່າງເດັດຂາດ; ບໍ່ຄວນມີການທຳລາຍຄົນດີຈັກເທື່ອ. ບາງຄົນເປັນຜູ້ບໍ່ເຊື່ອໂດຍສັນດານ; ພວກເຂົາເປັນສິ່ງທີ່ເສເພ, ບໍ່ມີຄວາມຮູ້ ແລະ ໂງ່ຈ້າໂດຍສັນດານ ແລະ ໃນຄວາມເປັນມະນຸດຂອງພວກເຂົາ ພວກເຂົາຂາດແນວຄິດກ່ຽວກັບກຽດສັກສີໂດຍສັນດານ, ບໍ່ຮູ້ວ່າຄວາມຮູ້ສຶກລະອາຍແມ່ນຫຍັງ. ຫຼັງຈາກທີ່ປະພຶດຕົນໃນທ່າທາງທີ່ບໍ່ສຸພາບໃນທີ່ສາທາລະນະ, ຄົນສ່ວນໃຫຍ່ຈະຮູ້ສຶກເສຍໃຈ ແລະ ອັບອາຍທີ່ຈະປະເຊີນໜ້າກັບຄົນອື່ນ. ຍິ່ງໄປກວ່ານັ້ນ, ເມື່ອພວກເຂົາຕ້ອງການເຮັດສິ່ງດັ່ງກ່າວ, ພວກເຂົາກໍສາມາດຄຳນຶງເຖິງຄວາມຮູ້ສຶກ ແລະ ຄວາມຄິດເຫັນຂອງອ້າຍເອື້ອຍນ້ອງ ແລະ ຄຳນຶງເຖິງຄວາມສຸດຈະລິດ ແລະ ກຽດສັກສີຂອງພວກເຂົາເອງ ແລະ ພວກເຂົາຈະບໍ່ປະພຶດຕົນໃນລັກສະນະດັ່ງກ່າວ; ຢ່າງຫຼາຍທີ່ສຸດ ພວກເຂົາອາດຈະພຽງແຕ່ກໍ່ຄວາມວຸ້ນວາຍຢູ່ເຮືອນກັບລູກໆ ຫຼື ອ້າຍເອື້ອຍນ້ອງຂອງພວກເຂົາ. ເມື່ອອອກໄປຂ້າງນອກ, ພົວພັນກັບຄົນແປກໜ້າ, ຜູ້ຄົນຄວນເຂົ້າໃຈວ່າຄວາມຮູ້ສຶກທີ່ມີກຽດ, ຄວາມໜ້ານັບຖື, ກົດລະບຽບ ແລະ ກຽດສັກສີໝາຍຄວາມວ່າແນວໃດ. ຄົນທີ່ຂາດຄວາມເຂົ້າໃຈແນວຄິດເຫຼົ່ານີ້ຈະສາມາດປ່ຽນແປງໄດ້ບໍ ເຖິງຈະໄດ້ຮັບການຊ່ວຍຈາກເຈົ້າແລ້ວ? ເຖິງແມ່ນວ່າພວກເຂົາຈະຖືກຢັບຢັ້ງໃນຕອນນີ້, ພວກເຂົາຈະສາມາດທົນໄດ້ດົນສໍ່າໃດ? ມັນຄືຊິບໍ່ດົນກ່ອນທີ່ພວກເຂົາຈະກັບຄືນໄປຕາມແນວທາງເດີມຂອງພວກເຂົາ. ເພາະຄົນດັ່ງກ່າວຂາດກຽດສັກສີ ແລະ ຄວາມຮູ້ສຶກອັບອາຍໃນຄວາມເປັນມະນຸດຂອງພວກເຂົາ, ບໍ່ຮູ້ວ່າກົດລະບຽບ, ຄວາມໜ້ານັບຖື ຫຼື ທ່າທາງຂອງໄພ່ພົນໝາຍຄວາມວ່າແນວໃດ ແລະ ຄວາມເປັນມະນຸດຂອງພວກເຂົາໂດຍທຳມະຊາດແລ້ວບໍ່ມີຄຸນສົມບັດເຫຼົ່ານີ້, ເຈົ້າຈຶ່ງບໍ່ສາມາດຊ່ວຍພວກເຂົາໄດ້. ຄົນທີ່ບໍ່ສາມາດຊ່ວຍເຫຼືອໄດ້ກໍຄືຄົນທີ່ບໍ່ສາມາດປ່ຽນແປງໄດ້, ຄົນທີ່ບໍ່ສາມາດໄດ້ຮັບການສັ່ງສອນ ຫຼື ອິດທິພົນໄດ້. ບຸກຄົນດັ່ງກ່າວຕ້ອງຖືກຊໍາລະລ້າງໂດຍໄວເທົ່າທີ່ຈະໄວໄດ້, ເພື່ອປ້ອງກັນບໍ່ໃຫ້ພວກເຂົາກໍ່ຄວາມລົບກວນໃນທ່າມກາງອ້າຍເອື້ອຍນ້ອງ ເພື່ອບໍ່ໃຫ້ນຳຄວາມອັບອາຍມາສູ່ບ່ອນນີ້. ເຮືອນຂອງພຣະເຈົ້າບໍ່ຕ້ອງການຄົນທີ່ມາພຽງເພື່ອໃຫ້ຄົບຕາມຈໍານວນເທົ່ານັ້ນ. ຖ້າພຣະເຈົ້າຈະບໍ່ຊ່ວຍຄົນໃດຄົນໜຶ່ງໃຫ້ລອດພົ້ນ, ການມາພຽງເພື່ອໃຫ້ຄົບຕາມຈຳນວນກໍຈະບໍ່ມີປະໂຫຍດຫຍັງສຳລັບຄົນຜູ້ນັ້ນ. ຜູ້ທີ່ພຣະເຈົ້າບໍ່ຮັບຮອງຄວນຖືກຄັດອອກ, ໃຫ້ຊໍາລະລ້າງຜູ້ທີ່ບໍ່ຄວນຢູ່ໃນເຮືອນຂອງພຣະເຈົ້າອອກໄປ, ຢ້ານວ່າການມີຢູ່ຂອງຄົນຜູ້ນີ້ຈະສົ່ງຜົນກະທົບທີ່ບໍ່ດີຕໍ່ຄົນອື່ນໆ ອີກຫຼາຍຄົນ, ເຊິ່ງບໍ່ຍຸຕິທຳຕໍ່ຄົນສ່ວນໃຫຍ່. ຖ້າພວກເຈົ້າເບິ່ງທະລຸແກ່ນແທ້ຂອງຄົນເສເພ ແລະ ບໍ່ມີການຢັບຢັ້ງຕົນເອງ, ພວກເຈົ້າຄວນຈັດການ ແລະ ຄັດພວກເຂົາອອກໂດຍໄວເທົ່າທີ່ຈະໄວໄດ້, ແທນທີ່ຈະອົດທົນກັບພວກເຂົາໄປເລື້ອຍໆ ໂດຍບໍ່ມີກຳນົດ. ບາງຄົນເວົ້າວ່າ “ບາງຄັ້ງພວກເຂົາກໍສ້າງຜົນງານໄດ້ແດ່ ເມື່ອເຮັດໜ້າທີ່ຂອງພວກເຂົາ. ວຽກງານດ້ານນັ້ນຍັງຕ້ອງການພວກເຂົາຢູ່. ພວກເຂົາຍັງມີໃຈທີ່ຮັກແພງ ແລະ ສາມາດເສຍສະຫຼະເລັກໜ້ອຍໄດ້”. ແຕ່ໃນບັນດາຜູ້ທີ່ຍັງເຫຼືອຢູ່ໃນເຮືອນຂອງພຣະເຈົ້າ ມີຜູ້ໃດແດ່ທີ່ບໍ່ສາມາດເສຍສະຫຼະເລັກໜ້ອຍໄດ້? ມີຜູ້ໃດແດ່ທີ່ບໍ່ສາມາດບັນລຸຜົນສຳເລັດບາງຢ່າງໄດ້ ເມື່ອເຮັດໜ້າທີ່ຂອງພວກເຂົາ? ຖ້າທຸກຄົນສາມາດສ້າງຜົນງານບາງຢ່າງໄດ້, ເປັນຫຍັງຈຶ່ງບໍ່ເລືອກຄົນດີທີ່ມີກຽດ ແລະ ໜ້ານັບຖືມາເຮັດໜ້າທີ່? ເປັນຫຍັງຈຶ່ງຢືນຢັນທີ່ຈະຮັກສາຄົນປະເພດທີ່ຕໍ່າຊ້າ, ອັນຕະພານ ແລະ ບໍ່ເຕັມບາດໄວ້ໃນຄຣິສຕະຈັກທີ່ເຮັດໜ້າທີ່ເຕັມເວລາ ເພື່ອສ້າງຄວາມລົບກວນ? ເປັນຫຍັງຈຶ່ງຢືນຢັນທີ່ຈະຮັກສາຜູ້ບໍ່ເຊື່ອທີ່ດຳລົງຊີວິດຄືກັບຜູ້ບໍ່ມີຄວາມເຊື່ອໄວ້ເພື່ອອອກເຫື່ອແຮງໃນເຮືອນຂອງພຣະເຈົ້າ? ເຮືອນຂອງພຣະເຈົ້າບໍ່ໄດ້ຂາດແຄນຜູ້ອອກແຮງງານ; ເຮືອນຂອງພຣະເຈົ້າຕ້ອງການພຽງແຕ່ຄົນຊື່ສັດທີ່ຮັກຄວາມຈິງ, ຄົນທີ່ຊື່ກົງ ແລະ ຜູ້ທີ່ສາມາດໄລ່ຕາມເສາະຫາຄວາມຈິງ ເພື່ອສະລະຕົນເອງເພື່ອພຣະເຈົ້າ.

ຄົນສ່ວນໃຫຍ່ທີ່ກຳລັງປະຕິບັດໜ້າທີ່ໃນປັດຈຸບັນ ແມ່ນຄົນທີ່ເຊື່ອໃນພຣະເຈົ້າມາໄດ້ຫຼາຍກວ່າຫ້າ ຫຼື ຫົກປີແລ້ວ ແລະ ຄົນທຸກປະເພດກໍໄດ້ຖືກເປີດເຜີຍຢ່າງຄົບຖ້ວນ ໃນຂະບວນການປະຕິບັດໜ້າທີ່ຂອງພວກເຂົາ, ຄົນທີ່ເປັນຜູ້ບໍ່ເຊື່ອ, ຄົນເບົາປັນຍາ, ຜູ້ນຳປອມ, ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສລ້ວນແຕ່ໄດ້ຖືກເປີດເຜີຍແລ້ວ. ປະຊາກອນທີ່ພຣະເຈົ້າເລືອກຫຼາຍຄົນໄດ້ເຫັນຢ່າງຊັດເຈນວ່າ ຄົນເຫຼົ່ານີ້ສ່ວນໃຫຍ່ປະຕິເສດທີ່ຈະປ່ຽນແປງ ເຖິງແມ່ນວ່າຈະໄດ້ຮັບຄຳຕັກເຕືອນຊໍ້າແລ້ວຊໍ້າອີກ, ໂດຍໄດ້ກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງທີ່ຮ້າຍແຮງຕໍ່ວຽກງານຂອງເຮືອນຂອງພຣະເຈົ້າແລ້ວ. ເຖິງເວລາແລ້ວທີ່ຜູ້ບໍ່ເຊື່ອ, ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ຕ້ອງຖືກຊຳລະລ້າງອອກ. ການບໍ່ຊຳລະລ້າງພວກເຂົາອອກຈະສົ່ງຜົນຕໍ່ການດຳເນີນງານຂອງວຽກງານຄຣິສຕະຈັກ ແລະ ການເຜີຍແຜ່ຂ່າວປະເສີດແຫ່ງລາຊະອານາຈັກຂອງພຣະເຈົ້າ. ການບໍ່ຊໍາລະລ້າງພວກເຂົາອອກຈະສົ່ງຜົນກະທົບຕໍ່ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ; ຊີວິດຄຣິສຕະຈັກຈະຍັງຄົງຖືກລົບກວນຕໍ່ໄປ ແລະ ຈະບໍ່ມີວັນພົບຄວາມສະຫງົບໄດ້. ສະນັ້ນ, ຜູ້ນຳຄຣິສຕະຈັກ ແລະ ຜູ້ເຮັດວຽກ ໃນທຸກລະດັບຄວນເລີ່ມການຊຳລະລ້າງຄຣິສຕະຈັກຕາມເຈດຕະນາຂອງພຣະເຈົ້າ ແລະ ໂດຍອີງໃສ່ພຣະທຳຂອງພຣະເຈົ້າ. ເຮົາເຫັນວ່າຄົນຈຳນວນບໍ່ໜ້ອຍທີ່ຂາດຄວາມເປັນມະນຸດ. ໃນລະຫວ່າງການເຕົ້າໂຮມ, ບາງຄົນສະແດງພຶດຕິກໍາທີ່ບໍ່ເໝາະສົມທຸກປະເພດ ແລະ ບໍ່ມີທ່າທາງທີ່ເໝາະສົມບໍ່ວ່າຈະນັ່ງ ຫຼື ຢືນ, ໂດຍມີຊາ, ໂທລະສັບມືຖື, ຄຣີມທາໜ້າ ແລະ ນໍ້າຫອມ ກຽມໄວ້ຂ້າງໆ. ບາງຄົນທີ່ມັກຄວາມສວຍງາມກໍຈະສ່ອງແວ່ນ ແລະ ແຕ່ງໜ້າຢູ່ຕະຫຼອດ ແລະ ຄົນອື່ນກໍດື່ມນໍ້າຢູ່ຕະຫຼອດ, ເລື່ອນໂທລະສັບຂອງພວກເຂົາເພື່ອອ່ານຂ່າວສານ ຫຼື ເບິ່ງວິດີໂອຂອງໂລກທີ່ບໍ່ມີຄວາມເຊື່ອ, ເວົ້າ ແລະ ສົນທະນາກັບຄົນອື່ນໂດຍເອົາຂາໄຂວ່ກັນ, ບິດຮ່າງກາຍຂອງຕົນເອງເປັນສອງທົບ, ຄ້າຍຄືກັບຮູບຮ່າງຂອງງູ, ໂດຍບໍ່ຮັກສາແມ່ນແຕ່ຮູບຮ່າງທີ່ເໝາະສົມໄວ້ເລີຍ. ເຮົາຍັງໄດ້ຍິນອີກວ່າບາງຄົນກັບໄປຫ້ອງນອນໃນຕອນກາງຄືນ ແລະ ນອນຢູ່ເທິງຕຽງໂດຍບໍ່ໄດ້ຖອດເກີບອອກ, ນອນຈົນຮອດເຊົ້າ. ໃນຕອນເຊົ້າ, ພວກເຂົາມືນຕາຂຶ້ນມາ ບໍ່ແມ່ນເພື່ອອະທິຖານ ຫຼື ເຝົ້າດ່ຽວຝ່າຍວິນຍານ, ແຕ່ກວດເບິ່ງຂ່າວໃນໂທລະສັບມືຖືກ່ອນ. ໃນຊ່ວງເວລາຮັບປະທານອາຫານ, ເມື່ອພວກເຂົາເຫັນອາຫານແຊບໆ ຫຼື ເມື່ອພວກເຂົາເຫັນຊີ້ນ, ພວກເຂົາກໍກິນຢ່າງມູມມາມ, ບໍ່ສົນໃຈວ່າຄົນອື່ນຈະໄດ້ກິນ ຫຼື ບໍ່, ຕາບໃດທີ່ພວກເຂົາໄດ້ກິນອີ່ມ, ແລ້ວກໍກັບໄປນອນທັນທີ. ໃນທຸກສິ່ງທີ່ພວກເຂົາເຮັດ, ພວກເຂົາຂາດລັກສະນະຄ້າຍຄືມະນຸດ. ພວກເຂົາປະພຶດຕົນຢ່າງເສເພ ແລະ ບໍ່ມີການຢັບຢັ້ງຕົນເອງຄືກັບຜູ້ບໍ່ມີຄວາມເຊື່ອ, ບໍ່ປະຕິບັດຕາມກົດລະບຽບໃດໆ ເລີຍ, ບໍ່ມີການເຊື່ອຟັງ ຫຼື ການອ່ອນນ້ອມແມ່ນແຕ່ໜ້ອຍດຽວ, ຄືກັນກັບສັດເດຍລະສານ. ບອກເຮົາມາເບິ່ງ, ຄົນປະເພດທີ່ມີລັກສະນະຕໍ່າຊ້າທີ່ຮ້າຍແຮງເຊັ່ນນີ້ ຈະລອດພົ້ນໄດ້ບໍ? (ບໍ່ໄດ້.) ແລ້ວການທີ່ພວກເຂົາເຊື່ອໃນພຣະເຈົ້າຍັງມີຄວາມໝາຍຫຍັງບໍ? ດ້ວຍຂີດຄວາມສາມາດທີ່ຕໍ່າເກີນກວ່າຈະບັນລຸຄວາມຈິງໄດ້, ພວກເຂົາຈະສາມາດເຂົ້າໃຈພຣະທຳຂອງພຣະເຈົ້າໄດ້ບໍ ເມື່ອພວກເຂົາອ່ານພຣະທຳເຫຼົ່ານັ້ນ? ໂດຍບໍ່ມີກົດລະບຽບໃດໆ ໃນການປະພຶດຕົນ, ການອອກເຫື່ອແຮງຂອງພວກເຂົາຈະສາມາດໄດ້ມາດຕະຖານບໍ? ໂດຍບໍ່ມີຄວາມສຳນຶກ ຫຼື ເຫດຜົນ, ພວກເຂົາຈະສາມາດຍອມຮັບໄດ້ບໍ ເມື່ອຟັງຄຳເທດສະໜາ ແລະ ຟັງການໂອ້ລົມກ່ຽວກັບຄວາມຈິງ? (ບໍ່ໄດ້.) ຜູ້ທີ່ສະແດງອອກເຖິງພຶດຕິກຳເຫຼົ່ານີ້ ໂດຍພື້ນຖານແລ້ວແມ່ນຂາດຄວາມເປັນມະນຸດ, ສະນັ້ນ ພວກເຂົາຈະສາມາດໄດ້ຮັບຄວາມຈິງໄດ້ແນວໃດ? ຜູ້ທີ່ບໍ່ມີຄວາມເປັນມະນຸດກໍຄືສັດເດຍລະສານ, ມານຮ້າຍ, ຄົນຕາຍທີ່ປາສະຈາກວິນຍານ, ຜູ້ທີ່ບໍ່ສາມາດເຂົ້າໃຈຄວາມຈິງໄດ້ ເມື່ອພວກເຂົາໄດ້ຍິນ ແລະ ບໍ່ສົມຄວນທີ່ຈະໄດ້ຍິນຄວາມຈິງ. ການປ່ອຍໃຫ້ພວກເຂົາເຂົ້າໃຈ ແລະ ໄດ້ຮັບຄວາມຈິງກໍຄືກັບການບັງຄັບໃຫ້ປາຢູ່ເທິງບົກ ຫຼື ບັງຄັບໃຫ້ໝູບິນ, ເປັນໄປບໍ່ໄດ້ເລີຍ. ກ່ອນໜ້ານີ້, ເມື່ອເວົ້າເຖິງວ່າຄົນປະເພດໃດເປັນສັດເດຍລະສານ, ຄຳວ່າ “ສັດເດຍລະສານ” ມັກຈະມີຄຳວ່າ “ໝາ” ຕື່ມໃສ່ທາງໜ້າ, ສະນັ້ນພວກເຂົາຈຶ່ງຖືກເອີ້ນວ່າ “ໝາທີ່ເປັນສັດເດຍລະສານ”. ຢ່າງໃດກໍຕາມ, ຫຼັງຈາກທີ່ລ້ຽງໝາ ແລະ ພົວພັນກັບພວກມັນຢ່າງໃກ້ຊິດ, ເຮົາໄດ້ຄົ້ນພົບວ່າໝາມີສິ່ງທີ່ດີທີ່ສຸດທີ່ມະນຸດບໍ່ມີ: ພວກມັນປະພຶດຕົນຕາມກົດລະບຽບ, ເຊື່ອຟັງ ແລະ ໃຫ້ກຽດຕົນເອງ. ເຈົ້າກຳນົດຂອບເຂດໃຫ້ພວກມັນໄປມາ ແລະ ພວກມັນກໍຈະໄປມາຢູ່ພາຍໃນຂອບເຂດນັ້ນເທົ່ານັ້ນ ແລະ ໂດຍບໍ່ມີຂໍ້ຍົກເວັ້ນ, ພວກມັນຈະບໍ່ໄປໃນບ່ອນທີ່ເຈົ້າຫ້າມບໍ່ໃຫ້ໄປຢ່າງເດັດຂາດ. ຖ້າພວກມັນບັງເອີນຂ້າມເສັ້ນໄປ, ພວກມັນກໍຈະຖອຍກັບຄືນຢ່າງໄວວາ, ແກວ່ງຫາງຢ່າງຕໍ່ເນື່ອງ, ອ້ອນວອນຂໍການໃຫ້ອະໄພ ແລະ ຍອມຮັບຄວາມຜິດຂອງພວກມັນ. ມະນຸດສາມາດບັນລຸສິ່ງນີ້ໄດ້ບໍ? (ບໍ່ໄດ້.) ມະນຸດເຮັດບໍ່ໄດ້. ເຖິງແມ່ນວ່າໝາອາດຈະບໍ່ເຂົ້າໃຈຫຼາຍເທົ່າກັບມະນຸດ, ພວກມັນກໍເຂົ້າໃຈສິ່ງໜຶ່ງຄື: “ນີ້ແມ່ນເຂດແດນຂອງເຈົ້າຂອງ, ເຮືອນຂອງເຈົ້າຂອງ. ຂ້ອຍໄປທຸກບ່ອນທີ່ເຈົ້າຂອງອະນຸຍາດ ແລະ ຫຼີກລ່ຽງບ່ອນທີ່ຂ້ອຍຖືກຫ້າມບໍ່ໃຫ້ໄປ”. ເຖິງແມ່ນວ່າຈະບໍ່ຖືກຕີ, ພວກມັນກໍລະເວັ້ນຈາກການໄປບ່ອນນັ້ນ; ພວກມັນໃຫ້ກຽດຕົນເອງ. ແມ່ນແຕ່ໝາກໍຍັງຮູ້ຈັກຄວາມລະອາຍ, ແລ້ວເປັນຫຍັງມະນຸດຈຶ່ງບໍ່ຮູ້ຈັກ? ມັນເປັນການເກີນເລີຍບໍທີ່ຈະຈັດປະເພດຜູ້ທີ່ບໍ່ຮູ້ຈັກຄວາມລະອາຍວ່າເປັນສັດເດຍລະສານ? (ບໍ່.) ມັນບໍ່ແມ່ນການເຮັດເກີນເລີຍຈັກໜ້ອຍ; ຄົນສ່ວນໃຫຍ່ບໍ່ມີຄຸນງາມຄວາມດີຂອງໝາແມ່ນແຕ່ໜ້ອຍດຽວ. ໃນອະນາຄົດ, ເມື່ອພວກເຮົາເວົ້າວ່າບາງຄົນເປັນສັດເດຍລະສານ, ພວກເຮົາບໍ່ສາມາດເອີ້ນພວກເຂົາວ່າ “ໝາທີ່ເປັນສັດເດຍລະສານ” ໄດ້ອີກຕໍ່ໄປ. ນັ້ນຈະເປັນການດູຖູກໝາ, ເພາະວ່າຄົນເຫຼົ່ານີ້, ສັດເດຍລະສານເຫຼົ່ານີ້, ຍັງຕໍ່າຊ້າກວ່າໝາອີກ. ສະນັ້ນ, ເມື່ອຜູ້ຄົນດັ່ງກ່າວກໍ່ຄວາມລົບກວນຕໍ່ຊີວິດຄຣິສຕະຈັກ ຫຼື ຕໍ່ການປະຕິບັດໜ້າທີ່ຂອງອ້າຍເອື້ອຍນ້ອງ, ພວກເຂົາຕ້ອງຖືກຄັດອອກໂດຍທັນທີ. ນີ້ເປັນສິ່ງທີ່ສົມເຫດສົມຜົນ, ຍຸຕິທຳ ແລະ ບໍ່ແມ່ນການເຮັດເກີນເລີຍຈັກໜ້ອຍ. ນີ້ບໍ່ແມ່ນການບໍ່ມີຄວາມຮັກ; ນີ້ຄືການກະທຳຕາມຫຼັກການ. ເຖິງແມ່ນວ່າຄົນທີ່ເສເພ ແລະ ບໍ່ມີການຢັບຢັ້ງຕົນເອງຈະສະແດງໃຫ້ເຫັນຜົນງານບາງຢ່າງໃນໜ້າທີ່ຂອງພວກເຂົາ, ພວກເຂົາຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ບໍ? ພວກເຂົາແມ່ນຄົນທີ່ຍອມຮັບຄວາມຈິງບໍ? ພວກເຂົາບໍ່ສາມາດແມ່ນແຕ່ຢັບຢັ້ງການກະທຳຂອງພວກເຂົາເອງໄດ້, ແລ້ວພວກເຂົາຈະສາມາດຍອມຮັບຄວາມຈິງໄດ້ແນວໃດ? ພວກເຂົາບໍ່ສາມາດຮັກສາຄວາມສຸດຈະລິດ ແລະ ກຽດສັກສີຂອງພວກເຂົາເອງໄດ້, ແລ້ວພວກເຂົາຈະສາມາດເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້ບໍ? ນັ້ນເປັນໄປບໍ່ໄດ້. ດັ່ງນັ້ນ, ການຈັດການກັບບຸກຄົນເຫຼົ່ານີ້ໃນລັກສະນະດັ່ງກ່າວບໍ່ແມ່ນການເຮັດເກີນເລີຍຈັກໜ້ອຍ; ມັນເປັນການກະທຳຕາມຫຼັກການຢ່າງສິ້ນເຊີງ ແລະ ເພື່ອຈຸດປະສົງໃນການປົກປ້ອງປະຊາກອນທີ່ພຣະເຈົ້າເລືອກຈາກການລົບກວນຂອງຊາຕານ. ສະຫຼຸບກໍຄື ເມື່ອກວດພົບເຫັນບຸກຄົນດັ່ງກ່າວ, ພວກເຂົາຄວນຖືກຈັດການຕາມຫຼັກການຈຳນວນໜຶ່ງທີ່ເຮົາຫາກໍກ່າວໄປ. ມັນເປັນການເຮັດເກີນເລີຍບໍທີ່ຈະຈັດປະເພດຄົນທີ່ເສເພ ແລະ ບໍ່ມີການຢັບຢັ້ງຕົນເອງຢ່າງແທ້ຈິງ ແລະ ຜູ້ທີ່ຕາມໃຈເນື້ອໜັງຢ່າງແທ້ຈິງ ໂດຍບໍ່ມີທ່າທາງຂອງໄພ່ພົນໃດໆ ວ່າເປັນຜູ້ບໍ່ມີຄວາມເຊື່ອ ແລະ ຜູ້ບໍ່ເຊື່ອ? (ບໍ່.) ເມື່ອພວກເຂົາຖືກຈັດປະເພດວ່າເປັນຜູ້ບໍ່ມີຄວາມເຊື່ອ ແລະ ຜູ້ບໍ່ເຊື່ອ, ການລວມພວກເຂົາເຂົ້າໃນກຸ່ມຄົນຊົ່ວຮ້າຍປະເພດຕ່າງໆ ທີ່ຄຣິສຕະຈັກຄວນຄັດອອກກໍບໍ່ແມ່ນການເຮັດເກີນເລີຍ. ຄົນທີ່ບໍ່ສາມາດແມ່ນແຕ່ຢັບຢັ້ງພຶດຕິກຳ ແລະ ທ່າທາງຂອງພວກເຂົາເອງໄດ້ ແນ່ນອນວ່າກໍບໍ່ສາມາດຍອມຮັບຄວາມຈິງໄດ້. ຜູ້ທີ່ບໍ່ສາມາດຍອມຮັບຄວາມຈິງໄດ້ບໍ່ແມ່ນສັດຕູຂອງຄວາມຈິງບໍ? (ແມ່ນແລ້ວ, ພວກເຂົາແມ່ນສັດຕູ.) ມັນເປັນການເຮັດເກີນເລີຍບໍທີ່ຈະກຳນົດລັກສະນະຜູ້ທີ່ເປັນສັດຕູຂອງຄວາມຈິງວ່າເປັນຄົນຊົ່ວຊ້າ? (ບໍ່.) ມັນບໍ່ແມ່ນການເຮັດເກີນເລີຍຈັກໜ້ອຍ. ສະນັ້ນ, ຫຼັກການໃນການຈັດການກັບພວກເຂົາແມ່ນເໝາະສົມຢ່າງສິ້ນເຊີງ.

4. ການເປັນຄົນມັກແກ້ແຄ້ນ

ການໂອ້ລົມຂອງພວກເຮົາກ່ຽວກັບການສະແດງອອກຂອງຄົນປະເພດທີສາມ, ຄືຜູ້ທີ່ເສເພ ແລະ ບໍ່ມີການຢັບຢັ້ງຕົນເອງ, ໄດ້ສິ້ນສຸດລົງແລ້ວ. ນອກເໜືອຈາກຄົນປະເພດນີ້, ຍັງມີຄົນອີກຫຼາຍປະເພດທີ່ຈັດຢູ່ພາຍໃຕ້ໝວດໝູ່ຂອງຄົນຊົ່ວຮ້າຍ ແລະ ຄຣິສຕະຈັກຄວນແຍກແຍະ ແລະ ຄັດຄົນຊົ່ວຮ້າຍທຸກປະເພດເຫຼົ່ານີ້ອອກ. ຕໍ່ໄປ, ພວກເຮົາຈະໂອ້ລົມກັນກ່ຽວກັບຄົນປະເພດທີສີ່. ໃນບັນດາຄົນຊົ່ວຮ້າຍທີ່ຄຣິສຕະຈັກຄວນແຍກແຍະ ແລະ ຄັດອອກນັ້ນ, ຄົນປະເພດທີສີ່ນີ້ຈັດການໄດ້ຍາກ ແລະ ສ້າງບັນຫາຫຼາຍ. ພວກເຂົາອາດຈະແມ່ນໃຜ? ພວກເຂົາກໍຄືຄົນທີ່ມັກແກ້ແຄ້ນ. ຈາກຄຳວ່າ “ມັກແກ້ແຄ້ນ”, ມັນເຫັນໄດ້ຊັດວ່າຄົນເຫຼົ່ານີ້ບໍ່ແມ່ນຄົນດີ; ເວົ້າແບບພາສາຊາວບ້ານກໍຄື ພວກເຂົາບໍ່ແມ່ນຄົນດີ. ເມື່ອຕັດສິນຈາກການສະແດງອອກ ແລະ ການເປີດເຜີຍຄວາມເປັນມະນຸດຂອງພວກເຂົາທີ່ເປັນມາຕະຫຼອດ, ພ້ອມທັງຫຼັກການໃນການກະທຳຂອງພວກເຂົາ, ຈິດໃຈຂອງພວກເຂົາກໍບໍ່ໄດ້ດີງາມ. ດັ່ງຄຳເວົ້າທີ່ຄົນທົ່ວໄປມັກເວົ້າກັນວ່າ ພວກເຂົາ “ບໍ່ແມ່ນຄົນທີ່ຈະໄປຫຍຸ້ງກ່ຽວໄດ້ງ່າຍໆ”. ພວກເຮົາເອີ້ນຄົນເຫຼົ່ານີ້ວ່າບໍ່ແມ່ນຄົນປະເພດທີ່ໃຈດີ; ເວົ້າໃຫ້ລະອຽດກວ່ານັ້ນກໍຄື ບຸກຄົນເຫຼົ່ານີ້ບໍ່ມີຈິດໃຈດີ ແຕ່ມີຄວາມໂຫດຮ້າຍ, ຄວາມອຳມະຫິດ ແລະ ຄວາມໂຫດຮ້ຽມ. ເມື່ອໃດກໍຕາມທີ່ມີຄົນເວົ້າ ຫຼື ເຮັດບາງສິ່ງທີ່ແຕະຕ້ອງຜົນປະໂຫຍດ, ໜ້າຕາ ຫຼື ສະຖານະຂອງບຸກຄົນເຫຼົ່ານີ້ ຫຼື ເຮັດໃຫ້ພວກເຂົາຜິດໃຈ, ໃນດ້ານໜຶ່ງ ພວກເຂົາກໍຈະເກີດຄວາມເປັນປໍລະປັກຂຶ້ນໃນໃຈ ແລະ ໃນອີກດ້ານໜຶ່ງ, ບົນພື້ນຖານຂອງຄວາມເປັນປໍລະປັກນີ້, ພວກເຂົາກໍຈະລົງມືກະທຳ; ພວກເຂົາກະທຳໂດຍມີຈຸດປະສົງ ແລະ ທິດທາງເພື່ອລະບາຍຄວາມກຽດຊັງ ແລະ ບັນເທົາຄວາມໂກດແຄ້ນຂອງພວກເຂົາ, ເຊິ່ງພຶດຕິກຳນີ້ເອີ້ນວ່າ ການສະແຫວງຫາການແກ້ແຄ້ນ. ໃນທ່າມກາງຜູ້ຄົນກໍມີບຸກຄົນຈຳນວນໜຶ່ງເປັນແບບນີ້ສະເໝີ. ບໍ່ວ່າມັນຈະເປັນສິ່ງທີ່ຜູ້ຄົນພັນລະນາວ່າເປັນຄົນໃຈແຄບ, ມັກຂົ່ມເຫັງ ຫຼື ອ່ອນໄຫວເກີນໄປ, ບໍ່ວ່າຈະໃຊ້ຄຳສັບໃດເພື່ອກ່າວເຖິງ ຫຼື ສະຫຼຸບຄວາມເປັນມະນຸດຂອງພວກເຂົາ, ການສະແດງອອກທົ່ວໄປໃນການພົວພັນຂອງພວກເຂົາກັບຄົນອື່ນກໍຄື ຜູ້ໃດກໍຕາມທີ່ທຳຮ້າຍ ຫຼື ເຮັດໃຫ້ພວກເຂົາຜິດໃຈໂດຍບັງເອີນ ຫຼື ໂດຍເຈດຕະນາ ກໍຕ້ອງໄດ້ຮັບຄວາມທົນທຸກ ແລະ ປະເຊີນກັບຜົນທີ່ຈະຕາມມາ. ມັນກໍຄືກັບທີ່ບາງຄົນເວົ້າວ່າ: “ຖ້າເຮັດໃຫ້ພວກເຂົາຜິດໃຈ, ເຈົ້າຈະໄດ້ຮັບຜົນຕອບແທນຢ່າງສາຫັດ. ຖ້າເຈົ້າກະຕຸ້ນ ຫຼື ທຳຮ້າຍພວກເຂົາ, ກໍຢ່າຄິດວ່າຈະຫຼຸດພົ້ນໄປໄດ້ງ່າຍໆ”. ບຸກຄົນເຊັ່ນນີ້ມີຢູ່ໃນທ່າມກາງຜູ້ຄົນບໍ? (ມີ.) ມີຢ່າງແນ່ນອນ. ບໍ່ວ່າຈະເກີດຫຍັງຂຶ້ນ, ບໍ່ວ່າມັນຈະຄຸ້ມຄ່າທີ່ຈະຄຽດແຄ້ນ ຫຼື ຖືສາຫາຄວາມ ຫຼື ບໍ່, ຄົນທີ່ມັກແກ້ແຄ້ນກໍຈະເອົາມັນເຂົ້າໃນວາລະປະຈຳວັນຂອງພວກເຂົາ, ໂດຍຖືວ່າມັນເປັນເລື່ອງທີ່ສຳຄັນທີ່ສຸດ. ບໍ່ວ່າໃຜຈະເຮັດໃຫ້ພວກເຂົາຜິດໃຈກໍເປັນສິ່ງທີ່ຍອມຮັບບໍ່ໄດ້ ແລະ ພວກເຂົາກໍຮຽກຮ້ອງໃຫ້ອີກຝ່າຍຈ່າຍຄ່າຕອບແທນທີ່ສົມນໍ້າສົມເນື້ອ, ນີ້ຄືຫຼັກການຂອງພວກເຂົາໃນການປະຕິບັດຕໍ່ຜູ້ຄົນ, ໃນການປະຕິບັດຕໍ່ທຸກຄົນທີ່ພວກເຂົາຖືວ່າເປັນສັດຕູ. ຕົວຢ່າງ: ໃນຊີວິດຄຣິສຕະຈັກ, ບາງຄົນໂອ້ລົມກ່ຽວກັບສະພາວະຂອງຕົນ ຫຼື ໂອ້ລົມ ແລະ ແບ່ງປັນປະສົບການຂອງຕົນຕາມປົກກະຕິ, ໂດຍໂອ້ລົມກ່ຽວກັບສະພາວະ ແລະ ຄວາມເສື່ອມຊາມຂອງຕົນ. ໃນການເຮັດເຊັ່ນນັ້ນ, ພວກເຂົາກໍໄດ້ກ່າວເຖິງສະພາວະ ແລະ ຄວາມເສື່ອມຊາມຂອງຄົນອື່ນໂດຍບໍ່ໄດ້ຕັ້ງໃຈ. ຜູ້ເວົ້າອາດຈະບໍ່ໄດ້ຕັ້ງໃຈ, ແຕ່ຜູ້ຟັງກໍເອົາໄປໃສ່ໃຈ. ຫຼັງຈາກທີ່ໄດ້ຟັງແລ້ວ, ບຸກຄົນຜູ້ນີ້ກໍບໍ່ສາມາດທຳຄວາມເຂົ້າໃຈ ຫຼື ປະຕິບັດຕໍ່ເລື່ອງນີ້ຢ່າງຖືກຕ້ອງໄດ້ ແລະ ພວກເຂົາກໍມີແນວໂນ້ມທີ່ຈະພັດທະນາແນວຄິດທີ່ຈະແກ້ແຄ້ນ. ຖ້າພວກເຂົາບໍ່ຍອມປ່ອຍເລື່ອງນີ້ໄປ ແລະ ຢືນຢັນທີ່ຈະໂຈມຕີ ແລະ ສະແຫວງຫາການແກ້ແຄ້ນ, ມັນກໍຈະສ້າງບັນຫາໃຫ້ກັບວຽກງານຂອງຄຣິສຕະຈັກ, ສະນັ້ນ ເລື່ອງນີ້ຕ້ອງໄດ້ຮັບການຈັດການໂດຍທັນທີ. ຕາບໃດທີ່ຍັງມີຄົນຊົ່ວຊ້າຢູ່ໃນຄຣິສຕະຈັກ, ການລົບກວນກໍຈະເກີດຂຶ້ນຢ່າງຫຼີກລ່ຽງບໍ່ໄດ້, ສະນັ້ນ ເຫດການທີ່ຄົນຊົ່ວຮ້າຍລົບກວນຄຣິສຕະຈັກຈະຕ້ອງບໍ່ຖືກເມີນເສີຍ. ບໍ່ວ່າຈະໂດຍເຈດຕະນາ ຫຼື ບໍ່ກໍຕາມ, ຕາບໃດທີ່ເຈົ້າກະຕຸ້ນ ຫຼື ທຳຮ້າຍພວກເຂົາ, ພວກເຂົາກໍຈະບໍ່ຍອມປ່ອຍມັນໄປງ່າຍໆ. ພວກເຂົາຄິດໃນໃຈວ່າ: “ເຈົ້າເວົ້າເຖິງຄວາມເສື່ອມຊາມຂອງເຈົ້າເອງ, ເປັນຫຍັງຈຶ່ງເວົ້າເຖິງຂ້ອຍ? ເຈົ້າເວົ້າກ່ຽວກັບຄວາມຮູ້ກ່ຽວກັບຕົນເອງຂອງເຈົ້າ, ເປັນຫຍັງຈຶ່ງເປີດໂປງຂ້ອຍ? ການເປີດໂປງຄວາມເສື່ອມຊາມຂອງຂ້ອຍເຮັດໃຫ້ຂ້ອຍເສຍໜ້າ ແລະ ກຽດສັກສີ, ເຮັດໃຫ້ຂ້ອຍຕົກຢູ່ໃນສະຖານະການທີ່ລຳບາກໃນທ່າມກາງອ້າຍເອື້ອຍນ້ອງ, ເຮັດໃຫ້ຂ້ອຍເສຍກຽດຕິຍົດ ແລະ ທຳລາຍຊື່ສຽງຂອງຂ້ອຍ. ຖ້າຢ່າງນັ້ນ, ຂ້ອຍກໍຈະແກ້ແຄ້ນເຈົ້າ; ເຈົ້າຈະໄດ້ຮັບຜົນຕອບແທນຢ່າງສາຫັດ! ຢ່າຄິດວ່າຂ້ອຍຂົ່ມເຫັງງ່າຍ, ຢ່າຄິດວ່າເຈົ້າສາມາດຂົ່ມເຫັງຂ້ອຍໄດ້ພຽງເພາະວ່າສະພາບຄອບຄົວຂອງຂ້ອຍທຸກຍາກ ແລະ ສະຖານະທາງສັງຄົມຂອງຂ້ອຍບໍ່ສູງ. ຢ່າຖືວ່າຂ້ອຍເປັນຄົນທີ່ຍອມຄົນງ່າຍໆ. ຂ້ອຍບໍ່ແມ່ນຄົນທີ່ຈະມາລອງດີໄດ້”. ບໍ່ຕ້ອງເວົ້າເຖິງວ່າພວກເຂົາຈະແກ້ແຄ້ນແນວໃດ, ໃຫ້ເຮົາພິຈາລະນາພຽງແຕ່ຕົວຂອງຄົນເຫຼົ່ານີ້: ເມື່ອພວກເຂົາພົບກັບເລື່ອງເລັກໆນ້ອຍໆເຫຼົ່ານີ້, ເຊິ່ງເປັນເລື່ອງທຳມະດາໃນຊີວິດຄຣິສຕະຈັກ, ບໍ່ພຽງແຕ່ພວກເຂົາບໍ່ສາມາດປະຕິບັດຕໍ່ເລື່ອງເຫຼົ່ານີ້ ຫຼື ທຳຄວາມເຂົ້າໃຈເລື່ອງເຫຼົ່ານີ້ຢ່າງຖືກຕ້ອງໄດ້, ແຕ່ພວກເຂົາຍັງເກີດຄວາມກຽດຊັງ ແລະ ລໍຖ້າໂອກາດທີ່ຈະແກ້ແຄ້ນ, ແມ່ນແຕ່ໃຊ້ວິທີການທີ່ບໍ່ເລືອກເຟັ້ນເພື່ອດຳເນີນການແກ້ແຄ້ນຂອງພວກເຂົາ. ສິ່ງນີ້ສະແດງໃຫ້ເຫັນຫຍັງແດ່ກ່ຽວກັບຄວາມເປັນມະນຸດຂອງພວກເຂົາ? (ມັນປະສົງຮ້າຍ.) ພວກເຂົາແມ່ນຄົນໃຈດີບໍ? (ບໍ່ແມ່ນ.) ຄົນປະເພດທີ່ດີທີ່ສຸດແມ່ນຜູ້ທີ່ສາມາດຍອມຮັບຄວາມຈິງໄດ້. ເມື່ອພວກເຂົາໄດ້ຍິນຄົນອື່ນໂອ້ລົມ ແລະ ແບ່ງປັນປະສົບການຂອງພວກເຂົາ, ພວກເຂົາກໍຈະໄຕ່ຕອງວ່າ: “ຂ້ອຍກໍມີຄວາມເສື່ອມຊາມແບບນີ້ຄືກັນ. ສິ່ງທີ່ພວກເຂົາພັນລະນາເບິ່ງຄືວ່າເປັນສະພາວະຂອງຂ້ອຍ. ບໍ່ວ່າພວກເຂົາຈະຕັ້ງໃຈເປີດໂປງຂ້ອຍ ຫຼື ເວົ້າເຖິງບາງສິ່ງໂດຍບໍ່ໄດ້ຕັ້ງໃຈ ເຊິ່ງບັງເອີນຄ້າຍຄືກັບສະພາວະຂອງຂ້ອຍກໍຕາມ, ຂ້ອຍກໍຈະຮັບເອົາມັນຢ່າງຖືກຕ້ອງ, ຂ້ອຍຈະຟັງວ່າພວກເຂົາໄດ້ຜ່ານປະສົບການນັ້ນມາແນວໃດ, ພວກເຂົາສະແຫວງຫາຄວາມຈິງເພື່ອແກ້ໄຂສະພາວະນີ້ແນວໃດ ແລະ ພວກເຂົາປະຕິບັດ ແລະ ເຂົ້າສູ່ແນວໃດ”. ນີ້ຄືຄົນທີ່ຍອມຮັບຄວາມຈິງຢ່າງແທ້ຈິງ. ຄົນທີ່ດ້ອຍກວ່ານັ້ນໜ້ອຍໜຶ່ງ ເມື່ອໄດ້ຍິນແບບນີ້ກໍອາດຈະຄິດວ່າ “ເປັນຫຍັງອຸປະນິໄສທີ່ເສື່ອມຊາມທີ່ພວກເຂົາຮັບຮູ້ນັ້ນຈຶ່ງຄືກັບສະພາວະຂອງຂ້ອຍແທ້? ພວກເຂົາກຳລັງເວົ້າເຖິງຂ້ອຍຢູ່ບໍ? ກໍຊ່າງພວກເຂົາເວົ້າເທາະ. ໃນທີ່ສຸດ, ຂ້ອຍກໍບໍ່ໄດ້ຮັບຄວາມເສຍຫາຍຫຍັງ ແລະ ຄົນສ່ວນໃຫຍ່ກໍຄົງຈະບໍ່ຮູ້ຢູ່ແລ້ວ. ບາງທີພວກເຂົາອາດຈະກຳລັງເວົ້າເຖິງຕົວເອງ ແລະ ມັນກໍພຽງແຕ່ບັງເອີນຄືກັນກັບສະພາວະຂອງຂ້ອຍ; ພວກເຮົາທຸກຄົນກໍມີສະພາວະຄືກັນ”. ພວກເຂົາບໍ່ໄດ້ຖືເປັນເລື່ອງຈິງຈັງ, ບໍ່ໄດ້ເກີດຄວາມກຽດຊັງໃນໃຈ ແລະ ບໍ່ໄດ້ສ້າງແນວຄິດທີ່ຈະແກ້ແຄ້ນ. ຢ່າງໃດກໍຕາມ, ມັນແຕກຕ່າງກັນສຳລັບຄົນທີ່ບໍ່ໃຈດີ, ຄົນຊົ່ວຮ້າຍ. ຄົນອື່ນໆຈະເບິ່ງເລື່ອງດຽວກັນນັ້ນວ່າເປັນເລື່ອງທຳມະດາ, ໂດຍຈັດການ ແລະ ປະຕິບັດຕໍ່ມັນຕາມນັ້ນ. ແນ່ນອນວ່າ ຄົນດີທີ່ຍອມຮັບຄວາມຈິງກໍຈະແກ້ໄຂມັນຢ່າງຈິງຈັງ ແລະ ໃນທາງບວກ. ຄົນທຳມະດາ, ເຖິງແມ່ນວ່າຈະບໍ່ໄດ້ແກ້ໄຂມັນໃນທາງບວກ, ກໍບໍ່ໄດ້ເກີດຄວາມກຽດຊັງ, ບໍ່ຕ້ອງເວົ້າເຖິງການສະແຫວງຫາການແກ້ແຄ້ນ. ແຕ່ສຳລັບຄົນທີ່ບໍ່ໃຈດີເຫຼົ່ານັ້ນ, ເລື່ອງທີ່ທຳມະດາ ແລະ ສາມັນທີ່ສຸດເຊັ່ນນີ້ກໍສາມາດເຮັດໃຫ້ພວກເຂົາເກີດຄວາມວຸ້ນວາຍໃນໃຈ, ເຮັດໃຫ້ພວກເຂົາບໍ່ສາມາດສະຫງົບລົງໄດ້. ສິ່ງທີ່ພວກເຂົາກໍ່ໃຫ້ເກີດຂຶ້ນບໍ່ແມ່ນສິ່ງທີ່ເປັນບວກ ຫຼື ທຳມະດາ, ແຕ່ເປັນສິ່ງທີ່ໂຫດຮ້າຍ ແລະ ຊົ່ວຊ້າ; ພວກເຂົາສະແຫວງຫາການແກ້ແຄ້ນ. ເຫດຜົນຂອງການແກ້ແຄ້ນຂອງພວກເຂົາແມ່ນຫຍັງ? ພວກເຂົາເຊື່ອວ່າຄົນອື່ນຕັ້ງໃຈໃຊ້ຄຳເວົ້າທີ່ປະສົງຮ້າຍເພື່ອທຳຮ້າຍພວກເຂົາ, ເປີດໂປງສະຖານະການທີ່ແທ້ຈິງກ່ຽວກັບພວກເຂົາ, ພ້ອມທັງດ້ານທີ່ຂີ້ຮ້າຍ ແລະ ຄວາມເສື່ອມຊາມຂອງພວກເຂົາ. ພວກເຂົາຖືວ່າຄຳເວົ້າຂອງຄົນອື່ນເປັນການເຈດຕະນາ, ດັ່ງນັ້ນຈຶ່ງຖືວ່າຄົນເຫຼົ່ານັ້ນເປັນສັດຕູຂອງພວກເຂົາ. ຈາກນັ້ນ, ພວກເຂົາກໍຮູ້ສຶກວ່າມີເຫດຜົນພຽງພໍທີ່ຈະໃຊ້ການແກ້ແຄ້ນເພື່ອຈັດການກັບເລື່ອງນີ້, ໂດຍໃຊ້ວິທີການຕ່າງໆເພື່ອບັນລຸຈຸດປະສົງໃນການແກ້ແຄ້ນຂອງພວກເຂົາ. ນີ້ບໍ່ແມ່ນອຸປະນິໄສທີ່ໂຫດຮ້າຍບໍ? (ແມ່ນແລ້ວ.) ໃນຊີວິດຄຣິສຕະຈັກ, ເມື່ອອ້າຍເອື້ອຍນ້ອງເວົ້າກ່ຽວກັບສະພາວະຂອງພວກເຂົາ, ຜູ້ຟັງສ່ວນໃຫຍ່ກໍສາມາດເຊື່ອມໂຍງ ແລະ ຍອມຮັບມັນຈາກພຣະເຈົ້າໄດ້. ມີພຽງແຕ່ຜູ້ທີ່ເບື່ອໜ່າຍຄວາມຈິງ ແລະ ມີອຸປະນິໄສທີ່ຊົ່ວຊ້າເທົ່ານັ້ນທີ່ເກີດຄວາມເປັນປໍລະປັກ ແລະ ແມ່ນແຕ່ແນວຄິດທີ່ຈະແກ້ແຄ້ນ ເມື່ອໄດ້ຍິນມັນ, ເຊິ່ງເປັນການເປີດໂປງແກ່ນແທ້ທໍາມະຊາດຂອງພວກເຂົາຢ່າງຄົບຖ້ວນ. ເມື່ອແນວຄິດທີ່ຈະແກ້ແຄ້ນເກີດຂຶ້ນ, ພຶດຕິກຳ ແລະ ການກະທຳເພື່ອແກ້ແຄ້ນເປັນລຳດັບກໍຈະຕາມມາ. ເມື່ອການກະທຳເພື່ອສະແຫວງຫາການແກ້ແຄ້ນເລີ່ມຕົ້ນຂຶ້ນ, ຄວາມສຳພັນລະຫວ່າງຜູ້ຄົນຈະເປັນແນວໃດ? ມັນກໍຈະບໍ່ແມ່ນຄວາມສຳພັນທີ່ເໝາະສົມອີກຕໍ່ໄປ. ແລະ ໃຜຄືຜູ້ເຄາະຮ້າຍທີ່ແທ້ຈິງໃນເລື່ອງນີ້? (ຄົນທີ່ພວກເຂົາສະແຫວງຫາການແກ້ແຄ້ນ.) ຖືກຕ້ອງ. ຜູ້ເຄາະຮ້າຍທີ່ແທ້ຈິງແມ່ນຜູ້ທີ່ໂອ້ລົມຄຳພະຍານຈາກປະສົບການຂອງພວກເຂົາ. ຈາກນັ້ນ, ຄົນທີ່ມັກແກ້ແຄ້ນກໍຈະຕັດສິນ, ໂຈມຕີ ແລະ ແມ່ນແຕ່ໃສ່ຮ້າຍ ຫຼື ໝິ່ນປະໝາດຜູ້ທີ່ພວກເຂົາຖືວ່າກຳລັງເປີດໂປງ ຫຼື ມີຄວາມເປັນປໍລະປັກຕໍ່ພວກເຂົາ, ໂດຍໃຊ້ຄຳເວົ້າ ຫຼື ການກະທຳໃນສະຖານະການຕ່າງໆ. ຄົນທີ່ມັກແກ້ແຄ້ນບໍ່ພຽງແຕ່ເກີດຄວາມກຽດຊັງໃນໃຈຊົ່ວຄາວແລ້ວກໍແລ້ວໄປ; ພວກເຂົາຊອກຫາ ແລະ ແມ່ນແຕ່ສ້າງໂອກາດທຸກປະເພດເພື່ອສະແຫວງຫາການແກ້ແຄ້ນຕໍ່ຜູ້ທີ່ເປັນເປົ້າໝາຍຂອງການແກ້ແຄ້ນຂອງພວກເຂົາ, ຜູ້ທີ່ພວກເຂົາເປັນປໍລະປັກນຳ ແລະ ຜູ້ທີ່ພວກເຂົາຖືວ່າບໍ່ເປັນຜົນດີຕໍ່ພວກເຂົາ. ຕົວຢ່າງ: ໃນລະຫວ່າງການເລືອກຕັ້ງຜູ້ນໍາ, ຖ້າຄົນທີ່ພວກເຂົາເປັນປໍລະປັກນຳນັ້ນສອດຄ່ອງກັບຫຼັກການໃນການໃຊ້ຄົນພາຍໃນເຮືອນຂອງພຣະເຈົ້າ ແລະ ມີຄຸນສົມບັດທີ່ຈະຖືກເລືອກເປັນຜູ້ນໍາ, ຄວາມເປັນປໍລະປັກຂອງພວກເຂົາກໍຈະເຮັດໃຫ້ພວກເຂົາຕັດສິນ, ປະນາມ ແລະ ໂຈມຕີຄົນຜູ້ນັ້ນ. ພວກເຂົາອາດຈະແມ່ນແຕ່ເຮັດເລ່ຫຼ່ຽມຢູ່ເບື້ອງຫຼັງ ຫຼື ເຮັດສິ່ງທີ່ເປັນຜົນເສຍຕໍ່ຄົນຜູ້ນັ້ນ ເພື່ອແກ້ແຄ້ນ. ສະຫຼຸບແລ້ວ, ວິທີການແກ້ແຄ້ນຂອງພວກເຂົາມີຫຼາກຫຼາຍ. ຕົວຢ່າງ: ພວກເຂົາອາດຈະຊອກຫາເລື່ອງເພື່ອໃຊ້ເປັນຂໍ້ຕໍ່ລອງກັບຄົນໃດຄົນໜຶ່ງ ແລະ ເວົ້າໃຫ້ຮ້າຍພວກເຂົາ, ສ້າງຂ່າວລືກ່ຽວກັບຄົນຜູ້ນັ້ນໂດຍການເວົ້າເກີນຈິງ ແລະ ຂ່າວລືທີ່ບໍ່ມີມູນຄວາມຈິງ ຫຼື ຍຸແຍ່ໃຫ້ຜິດຖຽງກັນລະຫວ່າງຄົນຜູ້ນັ້ນກັບຄົນອື່ນ. ພວກເຂົາອາດຈະແມ່ນແຕ່ກ່າວຫາຄົນຜູ້ນັ້ນຢ່າງບໍ່ເປັນທຳຕໍ່ຜູ້ນໍາ, ໂດຍອ້າງວ່າຄົນຜູ້ນັ້ນບໍ່ອຸທິດຕົນ ແລະ ຕໍ່ຕ້ານດ້ວຍທັດສະນະຄະຕິດ້ານລົບໃນການປະຕິບັດໜ້າທີ່ຂອງຕົນ. ສິ່ງເຫຼົ່ານີ້ທີ່ຈິງແລ້ວລ້ວນແຕ່ເປັນການສ້າງເລື່ອງຂຶ້ນມາໂດຍເຈດຕະນາ, ສ້າງເລື່ອງຈາກສິ່ງທີ່ບໍ່ມີຢູ່ຈິງ. ໃຫ້ເບິ່ງວ່າ ຈາກຄວາມສົງໄສ ແລະ ຄວາມເຂົ້າໃຈຜິດຂອງພວກເຂົາຕໍ່ຄົນຜູ້ນັ້ນ, ພຶດຕິກຳ ແລະ ການກະທຳທີ່ບໍ່ສົມເຫດສົມຜົນຫຼາຍຢ່າງກໍເກີດຂຶ້ນ; ວິທີການທັງໝົດເຫຼົ່ານີ້ລ້ວນແຕ່ເກີດຈາກທຳມະຊາດທີ່ມັກແກ້ແຄ້ນຂອງພວກເຂົາ. ທີ່ຈິງແລ້ວ, ເມື່ອຄົນຜູ້ນັ້ນແບ່ງປັນຄຳພະຍານຈາກປະສົບການຂອງພວກເຂົາ, ມັນບໍ່ໄດ້ມີເປົ້າໝາຍໄປທີ່ພວກເຂົາເລີຍ; ບໍ່ມີຄວາມປະສົງຮ້າຍໃດໆທີ່ຕັ້ງໃຈຕໍ່ພວກເຂົາເລີຍ. ມັນເປັນພຽງເພາະວ່າພວກເຂົາເບື່ອໜ່າຍຄວາມຈິງ ແລະ ມີອຸປະນິໄສທີ່ໂຫດຮ້າຍທີ່ມັກແກ້ແຄ້ນ ເຊິ່ງພວກເຂົາບໍ່ອະນຸຍາດໃຫ້ຄົນອື່ນເປີດໂປງພວກເຂົາ, ທັງບໍ່ອະນຸຍາດໃຫ້ມີການໂອ້ລົມກ່ຽວກັບການຮູ້ຈັກຕົນເອງ, ການໂອ້ລົມກ່ຽວກັບອຸປະນິໄສທີ່ເສື່ອມຊາມ ຫຼື ການເວົ້າເຖິງທຳມະຊາດແບບຊາຕານຂອງຕົນເອງ. ເມື່ອຫົວຂໍ້ດັ່ງກ່າວຖືກໂອ້ລົມກັນ, ພວກເຂົາກໍຈະໂກດແຄ້ນ, ໂດຍຖືວ່າພວກເຂົາກຳລັງຖືກຕັ້ງເປົ້າ ແລະ ເປີດໂປງ, ດັ່ງນັ້ນຈຶ່ງພັດທະນາ ແລະ ສ້າງແນວຄິດທີ່ຈະແກ້ແຄ້ນຂຶ້ນມາ. ການສະແດງອອກຂອງຄົນປະເພດນີ້ທີ່ດຳເນີນການແກ້ແຄ້ນຂອງພວກເຂົາບໍ່ໄດ້ຈຳກັດຢູ່ພຽງແຕ່ສະຖານະການດຽວເລີຍ. ເປັນຫຍັງເຮົາຈຶ່ງເວົ້າແນວນັ້ນ? ກໍເພາະວ່າບຸກຄົນດັ່ງກ່າວມີທຳມະຊາດທີ່ໂຫດຮ້າຍ; ບໍ່ມີໃຜສາມາດກະຕຸ້ນ ຫຼື ຍຸແຍ່ພວກເຂົາໄດ້. ໂດຍທຳມະຊາດແລ້ວ ພວກເຂົາມີພິດໄພຕໍ່ທຸກຄົນ ແລະ ທຸກສິ່ງ, ຄືກັນກັບແມງງອດ ຫຼື ຂີ້ເຂັບ. ດັ່ງນັ້ນ, ບໍ່ວ່າຄົນໃດຈະກະຕຸ້ນ ຫຼື ທຳຮ້າຍພວກເຂົາໂດຍການເວົ້າໂດຍເຈດຕະນາ ຫຼື ບໍ່ເຈດຕະນາກໍຕາມ, ຕາບໃດທີ່ພວກເຂົາຮູ້ສຶກວ່າກຽດສັກສີ ຫຼື ຊື່ສຽງຂອງພວກເຂົາໄດ້ສູນເສຍໄປ, ພວກເຂົາກໍຈະວາງແຜນເພື່ອຮັກສາກຽດສັກສີ ແລະ ຊື່ສຽງຂອງພວກເຂົາຄືນມາ, ເຊິ່ງນໍາໄປສູ່ການກະທຳເພື່ອແກ້ແຄ້ນເປັນລຳດັບ.

ຕໍ່ໄປ, ເຮົາຈະໂອ້ລົມກັນກ່ຽວກັບການສະແດງອອກອື່ນໆຂອງຄົນທີ່ມັກແກ້ແຄ້ນ. ບາງຄົນຖືກຜູ້ນໍາລິຮານ ເພາະວ່າພວກເຂົາປະຕິບັດໜ້າທີ່ຂອງຕົນແບບເຮັດພໍແລ້ວມືແລ້ວຕີນ, ເຊິ່ງເຮັດໃຫ້ພວກເຂົາເກີດຄວາມບໍ່ພໍໃຈ. ພວກເຈົ້າລອງເວົ້າມາເບິ່ງ, ການລິຮານພວກເຂົາເປັນສິ່ງທີ່ສົມເຫດສົມຜົນບໍ? (ແມ່ນແລ້ວ.) ມັນສົມເຫດສົມຜົນ ແລະ ເປັນເລື່ອງປົກກະຕິຢ່າງສິ້ນເຊີງ. ຖ້າພວກເຈົ້າປະຕິບັດໜ້າທີ່ຂອງພວກເຈົ້າແບບເຮັດພໍແລ້ວມືແລ້ວຕີນ, ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍຕໍ່ວຽກງານຂອງຄຣິສຕະຈັກ ແລະ ພວກເຈົ້າບໍ່ໄດ້ກະທຳຕາມຫຼັກການ ແລະ ມີຄົນລຸກຂຶ້ນມາເປີດໂປງ ແລະ ລິຮານພວກເຈົ້າ, ມັນກໍເປັນສິ່ງທີ່ສົມເຫດສົມຜົນ ແລະ ພວກເຈົ້າກໍຄວນຍອມຮັບມັນ. ຢ່າງໃດກໍຕາມ, ຄົນທີ່ມັກແກ້ແຄ້ນບໍ່ພຽງແຕ່ປະຕິເສດທີ່ຈະຍອມຮັບມັນ ແຕ່ຍັງເກີດຄວາມບໍ່ພໍໃຈອີກດ້ວຍ. ເມື່ອຜູ້ນໍາຈາກໄປ, ພວກເຂົາກໍເລີ່ມສາບແຊ່ງດ່າທໍວ່າ: “ເຈົ້າອວດຫຍັງກັນ? ບໍ່ແມ່ນວ່າເຈົ້າມີຕຳແໜ່ງທາງການຊື່ໆບໍ? ຖ້າຂ້ອຍມີຕຳແໜ່ງແບບນັ້ນ, ຂ້ອຍກໍຈະເຮັດໄດ້ດີກວ່າເຈົ້າ! ລິຮານຂ້ອຍ, ເຈົ້າຄິດວ່າເຈົ້າເປັນໃຜ? ຂ້ອຍກຽດຊັງເຈົ້າທີ່ລິຮານຂ້ອຍ. ຂ້ອຍສາບແຊ່ງໃຫ້ເຈົ້າຖືກລົດຕຳ, ໃຫ້ສະມັກນໍ້າຕາຍ, ໃຫ້ສະມັກເຂົ້າຕາຍ. ຂ້ອຍສາບແຊ່ງໃຫ້ເຈົ້າຕາຍຢ່າງທໍລະມານ! ເຈົ້າກ້າລິຮານຂ້ອຍບໍ? ບໍ່ມີໃຜໃນໂລກນີ້ທີ່ກ້າລິຮານຂ້ອຍ!” ເມື່ອຜູ້ນໍາເຫຼົ່ານັ້ນຖືກລິຮານໂດຍຜູ້ນໍາລະດັບສູງກວ່າ ເນື່ອງຈາກບາງເລື່ອງ, ພວກເຂົາກໍສະໃຈ ແລະ ມີຄວາມສຸກຢ່າງຍິ່ງ, ຮ້ອງເພງຢ່າງສະບາຍໃຈ, ຄິດໃນໃຈວ່າ: “ເປັນແນວໃດ? ເຈົ້າອວດດີ, ຕອນນີ້ກໍໄດ້ຮັບກຳແລ້ວ! ໃຜກໍຕາມທີ່ລິຮານຂ້ອຍ, ຂ້ອຍຈະເຮັດໃຫ້ຊີວິດຂອງພວກເຂົາທຸກທໍລະມານ!” ພວກເຈົ້າຄິດແນວໃດກັບຄົນເຊັ່ນນີ້? (ພວກເຂົາປະສົງຮ້າຍ.) ບໍ່ວ່າການຖືກລິຮານຂອງພວກເຂົາຈະສົມເຫດສົມຜົນສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດຍອມຮັບມັນໄດ້. ພວກເຂົາໂຕ້ຖຽງ ແລະ ປົກປ້ອງຕົນເອງຢ່າງບໍ່ລົດລະ ແລະ ຫຼັງຈາກນັ້ນ ພວກເຂົາກໍຍັງຄົງປະຕິບັດໜ້າທີ່ຂອງຕົນແບບເຮັດພໍແລ້ວມືແລ້ວຕີນຕໍ່ໄປ, ໂດຍບໍ່ຍອມປ່ຽນແປງ ເຖິງແມ່ນວ່າຈະຖືກຕັກເຕືອນຊໍ້າແລ້ວຊໍ້າອີກ. ຖ້າເຈົ້າປະຕິບັດແບບເຮັດພໍແລ້ວມືແລ້ວຕີນຢູ່ສະເໝີ, ໃນເຮືອນຂອງພຣະເຈົ້າ, ເຈົ້າກໍຈະຖືກລິຮານ; ຖ້າເຈົ້າເຮັດວຽກຢູ່ໃນໂລກພາຍນອກ ແລະ ເຈົ້າປະຕິບັດແບບເຮັດພໍແລ້ວມືແລ້ວຕີນ, ເຈົ້າກໍອາດຈະຖືກໄລ່ອອກ ແລະ ສູນເສຍແຫຼ່ງລ້ຽງຊີບຂອງເຈົ້າ. ສ່ວນໃຫຍ່ແລ້ວໃນເຮືອນຂອງພຣະເຈົ້າ, ຫຼັກການກໍຄືການໂອ້ລົມຄວາມຈິງ ແລະ ສະໜັບສະໜູນດ້ວຍຄວາມຮັກ, ເພື່ອໃຫ້ຄົນສ່ວນໃຫຍ່ສາມາດໄລ່ຕາມເສາະຫາຄວາມຈິງ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງເປັນປົກກະຕິ. ທີ່ຈິງແລ້ວ, ໃນບັນດາຜູ້ນໍາ ແລະ ຜູ້ເຮັດວຽກ, ມີພຽງສ່ວນໜ້ອຍເທົ່ານັ້ນທີ່ອາດຈະຜະເຊີນກັບການລິຮານຄັ້ງໃຫຍ່. ຄົນສ່ວນໃຫຍ່ກະທຳໂດຍອີງໃສ່ຄວາມເຊື່ອ, ຄວາມສຳນຶກ, ຈິດສຳນຶກ ແລະ ເຫດຜົນ, ໂດຍຍອມຮັບການກວດສອບຂອງພຣະເຈົ້າ ແລະ ບໍ່ໄດ້ເຮັດຜິດພາດຮ້າຍແຮງ, ສະນັ້ນ ພວກເຂົາຈຶ່ງບໍ່ໄດ້ຜະເຊີນກັບການລິຮານຄັ້ງໃຫຍ່. ຢ່າງໃດກໍຕາມ, ການຖືກລິຮານເປັນສິ່ງທີ່ດີ; ມີຈັກຄົນທີ່ຈະໄດ້ຜະເຊີນກັບການລິຮານ, ໂດຍສະເພາະຈາກເບື້ອງເທິງ? ນີ້ເປັນໂອກາດທີ່ດີສຳລັບການຮູ້ຈັກຕົນເອງ ແລະ ການເຕີບໃຫຍ່ໃນຊີວິດ. ຜູ້ທີ່ເຊື່ອຢ່າງໜ້ອຍຕ້ອງເຂົ້າໃຈຄວາມສຳຄັນຂອງການຖືກລິຮານ, ໂດຍຮັບຮູ້ວ່າມັນເປັນສິ່ງທີ່ດີ. ເຖິງແມ່ນວ່າການລິຮານຈາກບຸກຄົນບາງຄົນຈະບໍ່ສອດຄ່ອງກັບຫຼັກການທັງໝົດ, ໂດຍມີຄວາມມັກສ່ວນຕົວ ແລະ ຄວາມຫົວຮ້ອນປົນຢູ່, ເຈົ້າກໍຍັງຄວນກວດສອບຕົນເອງ ເພື່ອເບິ່ງວ່າການກະທຳຂອງເຈົ້າໃນດ້ານໃດທີ່ບໍ່ສອດຄ່ອງກັບຫຼັກການ ແລະ ຍອມຮັບມັນໃນທາງບວກ; ການເຮັດເຊັ່ນນີ້ເປັນປະໂຫຍດຕໍ່ເຈົ້າ. ແຕ່ຄົນຊົ່ວຮ້າຍເຫຼົ່ານີ້ບໍ່ສາມາດຍອມຮັບແມ່ນແຕ່ການລິຮານທີ່ສົມເຫດສົມຜົນ. ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ລົງມືກະທຳເພື່ອສະແຫວງຫາການແກ້ແຄ້ນ, ຈິດໃຈຂອງພວກເຂົາກໍເຕັມໄປດ້ວຍຄວາມບໍ່ພໍໃຈຢ່າງໃຫຍ່ຫຼວງ ແລະ ພວກເຂົາກໍສາບແຊ່ງ ແລະ ດ່າທໍ. ເມື່ອຜູ້ທີ່ໄດ້ລິຮານພວກເຂົາປະເຊີນກັບການລິຮານຂອງຕົນເອງ ຫຼື ພົບກັບຄວາມຍາກລຳບາກ, ພວກເຂົາກໍມີຄວາມສຸກຍິ່ງກວ່າເດັກນ້ອຍທີ່ສະຫຼອງປີໃໝ່. ນີ້ຄືການສະແດງອອກຂອງຄົນຊົ່ວຮ້າຍ. ນອກຈາກນີ້ ຍັງມີບາງຄົນທີ່ມັກແຂ່ງຂັນໃນການປະຕິບັດໜ້າທີ່ຂອງຕົນ; ພວກເຂົາມັກຈະບໍ່ປະຕິບັດຕາມຫຼັກການ ແລະ ກະທຳແບບເຮັດພໍແລ້ວມືແລ້ວຕີນ, ເຊິ່ງນໍາໄປສູ່ການປະຕິບັດໜ້າທີ່ທີ່ບໍ່ເກີດຜົນ. ເມື່ອຜູ້ນໍາໂອ້ລົມກ່ຽວກັບບັນຫາຂອງພວກເຂົາ ແລະ ລິຮານພວກເຂົາ, ຄົນທີ່ມັກແກ້ແຄ້ນກໍບໍ່ສາມາດປະຕິບັດຕໍ່ເລື່ອງນີ້ຢ່າງຖືກຕ້ອງໄດ້. ເຖິງແມ່ນວ່າພາຍໃນໃຈພວກເຂົາຈະຍອມຮັບວ່າຕົນເອງເຮັດພໍແລ້ວມືແລ້ວຕີນ ແລະ ຂາດຫຼັກການໃນການປະຕິບັດໜ້າທີ່, ພວກເຂົາກໍຍັງພັດທະນາແນວຄິດ ແລະ ການກະທຳເພື່ອສະແຫວງຫາການແກ້ແຄ້ນ ເພື່ອຕອບໂຕ້ຕໍ່ການຖືກລິຮານ. ຫຼັງຈາກນັ້ນ, ພວກເຂົາກໍຂຽນຈົດໝາຍກ່າວຫາຜູ້ນໍາຢ່າງບໍ່ເປັນທຳ, ໂດຍສວຍໂອກາດຈາກການປະຕິບັດບາງຢ່າງ ແລະ ການເປີດເຜີຍຄວາມເສື່ອມຊາມຂອງຜູ້ນໍາ ເພື່ອເວົ້າເກີນຈິງ ແລະ ລາຍງານຕໍ່ເບື້ອງເທິງ ໂດຍພະຍາຍາມທີ່ຈະໃຫ້ຜູ້ນໍາຖືກປົດອອກ. ຖ້າຈຸດປະສົງຂອງພວກເຂົາບໍ່ບັນລຸຜົນ, ພວກເຂົາກໍຈະຂັດຂວາງ ແລະ ລົບກວນຢູ່ເບື້ອງຫຼັງ, ໂດຍຕໍ່ຕ້ານການຈັດແຈງຂອງຜູ້ນໍາຢ່າງດື້ດ້ານ. ພວກເຂົາບໍ່ໄດ້ຄຳນຶງເຖິງວຽກງານຂອງຄຣິສຕະຈັກ, ຫຼັກການທີ່ເຮືອນຂອງພຣະເຈົ້າກຳນົດ ຫຼື ປະສິດທິຜົນຂອງການປະຕິບັດໜ້າທີ່; ພວກເຂົາສົນໃຈພຽງແຕ່ການລະບາຍຄວາມໂກດແຄ້ນຂອງຕົນເອງ. ພວກເຂົາປະຕິເສດທີ່ຈະຟັງໃຜ, ແມ່ນແຕ່ປະຕິເສດຄຳຕັກເຕືອນຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ເຖິງແມ່ນວ່າພວກເຂົາຈະບໍ່ໂຕ້ຖຽງ ຫຼື ຕໍ່ຕ້ານຕໍ່ໜ້າ, ແຕ່ຢູ່ເບື້ອງຫຼັງ, ພວກເຂົາກໍສາມາດລະບາຍຄວາມຄິດລົບ, ປະຖິ້ມວຽກຂອງຕົນເພື່ອຕໍ່ຕ້ານ ແລະ ສວຍໂອກາດຈາກຂໍ້ຕໍ່ລອງໃດໆກໍຕາມ ເພື່ອໃຊ້ຕໍ່ຕ້ານການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ຫຼື ຕໍ່ຕ້ານຜູ້ນໍາ ແລະ ຜູ້ເຮັດວຽກ. ພວກເຂົາແມ່ນແຕ່ເຜີຍແຜ່ຄວາມຄິດຫຼົງຜິດ; ຕົວພວກເຂົາເອງກໍຄິດລົບ ແລະ ບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່, ແຕ່ພວກເຂົາກໍຍັງພະຍາຍາມດຶງຄົນອື່ນໃຫ້ຄິດລົບ ແລະ ຂີ້ຄ້ານ ແລະ ລະເລີຍໜ້າທີ່ຂອງຕົນ. ຫຼັກການຂອງພວກເຂົາແມ່ນຫຍັງ? “ຂ້ອຍບໍ່ຢ້ານຕາຍ; ຂ້ອຍຕ້ອງຫາຄົນລາກລົງມາກັບຂ້ອຍ. ຜູ້ນໍາລິຮານຂ້ອຍ, ໂດຍເວົ້າວ່າການປະຕິບັດໜ້າທີ່ຂອງຂ້ອຍບໍ່ໄດ້ມາດຕະຖານ, ຖ້າຢ່າງນັ້ນ ຂ້ອຍກໍຈະເຮັດໃຫ້ທຸກຄົນລົ້ມເຫຼວໃນການປະຕິບັດໜ້າທີ່ຂອງຕົນໃຫ້ດີ. ຖ້າຂ້ອຍເຮັດບໍ່ດີ, ຂ້ອຍຈະບໍ່ຍອມໃຫ້ພວກເຈົ້າຜູ້ໃດຜູ້ໜຶ່ງເຮັດດີໄດ້ຄືກັນ! ຜູ້ນໍາລິຮານຂ້ອຍ ແລະ ພວກເຈົ້າທຸກຄົນກໍຫົວຂວັນຂ້ອຍ; ຂ້ອຍຈະເຮັດໃຫ້ຊີວິດຂອງພວກເຈົ້າທຸກຄົນລຳບາກ!” ເມື່ອພວກເຂົາປະຕິບັດໜ້າທີ່ແບບເຮັດພໍແລ້ວມືແລ້ວຕີນ ຫຼື ຝ່າຝືນຫຼັກການ ແລະ ມີຄົນລາຍງານເລື່ອງນີ້ຕໍ່ຜູ້ນໍາ, ພວກເຂົາກໍຈະສືບສວນເລື່ອງນີ້ວ່າ: “ໃຜລາຍງານຂ້ອຍ? ໃຜໄປລັກລາຍງານຜູ້ນໍາກ່ຽວກັບຂ້ອຍ? ໃຜທີ່ຕິດຕໍ່ໃກ້ຊິດກັບຜູ້ນໍາ? ຖ້າຂ້ອຍຮູ້ວ່າໃຜລາຍງານຂ້ອຍຕໍ່ຜູ້ນໍາລະດັບສູງ, ຂ້ອຍຈະຈັດການຄົນຜູ້ນັ້ນຢ່າງໜັກ! ຂ້ອຍຈະບໍ່ຍອມປ່ອຍມັນໄປ!” ພວກເຂົາບໍ່ພຽງແຕ່ສາມາດເວົ້າຄຳເວົ້າທີ່ຮຸນແຮງໄດ້, ແຕ່ແນ່ນອນວ່າ ພວກເຂົາກໍສາມາດດຳເນີນການຕາມຄຳຂູ່ດັ່ງກ່າວໄດ້ເຊັ່ນກັນ. ບຸກຄົນເຫຼົ່ານີ້ມີກົນອຸບາຍທີ່ຊົ່ວຮ້າຍ ແລະ ເລ່ຫຼ່ຽມຫຼາຍຢ່າງເພື່ອສະແຫວງຫາການແກ້ແຄ້ນ, ບໍ່ພຽງແຕ່ໂດຍການສວຍໂອກາດຈາກຂໍ້ຕໍ່ລອງເພື່ອຕັດສິນ ແລະ ປະນາມຄົນອື່ນ; ບາງຄົນກໍເຈດຕະນາລັກສາຍສາກຄອມພິວເຕີຂອງຄົນທີ່ພວກເຂົາຕ້ອງການແກ້ແຄ້ນ, ເຮັດໃຫ້ພວກເຂົາບໍ່ສາມາດສາກຄອມພິວເຕີໄດ້ ແລະ ເປັນອຸປະສັກຕໍ່ການປະຕິບັດໜ້າທີ່ຂອງພວກເຂົາ. ຄົນອື່ນໆກໍເຈດຕະນາໃສ່ເກືອຫຼາຍໆໃນອາຫານຂອງຄົນໃດຄົນໜຶ່ງ ເພື່ອເຮັດໃຫ້ມັນກິນບໍ່ໄດ້. ວິທີການແກ້ແຄ້ນທີ່ຫຍາບຄາຍເຫຼົ່ານີ້, ເຊິ່ງເປັນເລື່ອງທຳມະດາໃນທ່າມກາງຜູ້ບໍ່ມີຄວາມເຊື່ອ, ກໍຖືກນຳໃຊ້ໂດຍຄົນຊົ່ວຮ້າຍພາຍໃນຄຣິສຕະຈັກເຊັ່ນກັນ. ວິທີການແກ້ແຄ້ນຂອງພວກເຂົາມີຫຼາຍກວ່ານີ້, ລວມທັງກົນອຸບາຍທີ່ໄຮ້ສິນທຳບາງຢ່າງທີ່ພວກເຮົາບໍ່ເຄີຍເຫັນມາກ່ອນ; ພວກເຮົາພຽງແຕ່ຍົກຕົວຢ່າງງ່າຍໆຈຳນວນໜຶ່ງ. ໃນບັນດາພວກເຂົາ, ບຸກຄົນບາງຄົນກໍເຈດຕະນາສ້າງບັນຫາ, ອຸປະສັກ ແລະ ຄວາມຫຍຸ້ງຍາກໃຫ້ກັບຄົນອື່ນ; ນີ້ເປັນເຫດການທີ່ເກີດຂຶ້ນທົ່ວໄປ. ໃນທຸກໆກຸ່ມ, ພາຍໃຕ້ສະຖານະການ ແລະ ສະພາບແວດລ້ອມຕ່າງໆ, ອຸປະນິໄສທີ່ໂຫດຮ້າຍຂອງຄົນທີ່ມັກແກ້ແຄ້ນກໍຖືກສະແດງອອກມາຢູ່ສະເໝີ. ການສະແດງອອກທີ່ເປັນການແກ້ແຄ້ນຂອງຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສຍິ່ງເຫັນໄດ້ຊັດເຈນກວ່າ. ຕາບໃດທີ່ຍັງມີຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສຢູ່ໃນຄຣິສຕະຈັກ, ປະຊາກອນທີ່ພຣະເຈົ້າເລືອກ, ຜູ້ທີ່ເຊື່ອໃນພຣະອົງຢ່າງແທ້ຈິງ ແລະ ໄລ່ຕາມເສາະຫາຄວາມຈິງ, ກໍຈະຖືກລົບກວນ. ຕາບໃດທີ່ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສຍັງຢູ່, ຄຣິສຕະຈັກກໍຈະບໍ່ມີຄວາມສະຫງົບ, ຄົນດີຈະຖືກໂຈມຕີ ແລະ ກີດກັນ; ໂດຍສະເພາະ, ຜູ້ທີ່ໄລ່ຕາມເສາະຫາຄວາມຈິງກໍຈະປະເຊີນກັບຄວາມເປັນປໍລະປັກ ແລະ ການແກ້ແຄ້ນຂອງຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ. ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສທໍລະມານ ແລະ ດຳເນີນການແກ້ແຄ້ນຕໍ່ຄົນອື່ນແນວໃດ? ກ່ອນອື່ນໝົດ, ພວກເຂົາຕັ້ງເປົ້າໃສ່ຜູ້ທີ່ໄລ່ຕາມເສາະຫາຄວາມຈິງ ແລະ ຍຶດໝັ້ນໃນຫຼັກການ. ບຸກຄົນຊົ່ວຮ້າຍເຫຼົ່ານີ້ຮັບຮູ້ຢ່າງຊັດເຈນວ່າ ມີພຽງແຕ່ຜູ້ທີ່ໄລ່ຕາມເສາະຫາຄວາມຈິງເທົ່ານັ້ນທີ່ເປັນອັນຕະລາຍທີ່ສຸດຕໍ່ພວກເຂົາ. ກ່ອນອື່ນໝົດ, ຄົນທີ່ເຂົ້າໃຈຄວາມຈິງສາມາດແຍກແຍະພວກເຂົາໄດ້; ຕາບໃດທີ່ພວກເຂົາເຮັດສິ່ງທີ່ບໍ່ດີ, ພວກເຂົາກໍຈະຖືກເບິ່ງທະລຸໂດຍຜູ້ທີ່ເຂົ້າໃຈຄວາມຈິງ. ສອງ, ເມື່ອມີຄົນທີ່ເຂົ້າໃຈຄວາມຈິງຢູ່, ການກະທຳທີ່ຊົ່ວຮ້າຍຂອງພວກເຂົາກໍຈະຖືກຈຳກັດໃນລະດັບໃດໜຶ່ງ, ເຮັດໃຫ້ພວກເຂົາບັນລຸເປົ້າໝາຍໄດ້ຍາກ. ຈາກມຸມມອງນີ້, ມີພຽງແຕ່ຜູ້ທີ່ໄລ່ຕາມເສາະຫາຄວາມຈິງເທົ່ານັ້ນທີ່ເປັນຜູ້ປົກປ້ອງວຽກງານຂອງຄຣິສຕະຈັກ. ເມື່ອມີຜູ້ທີ່ໄລ່ຕາມເສາະຫາຄວາມຈິງຢູ່, ຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍກໍບໍ່ກ້າກະທຳການຢ່າງໂຫດຮ້າຍ ແລະ ຕ້ອງໄດ້ຢັບຢັ້ງຊັ່ງໃຈໄວ້ແດ່. ດັ່ງນັ້ນ, ຜູ້ທີ່ໄລ່ຕາມເສາະຫາຄວາມຈິງຈຶ່ງເປັນຄືກັບກະດູກຂວາງຄໍຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍ ແລະ ນັ້ນຄືເຫດຜົນທີ່ພວກເຂົາວາງແຜນເພື່ອດຳເນີນການແກ້ແຄ້ນ.

ເມື່ອຄົນຊົ່ວຮ້າຍດຳເນີນການແກ້ແຄ້ນ, ພວກເຂົາຈະສະແດງອອກເຖິງອຸປະນິໄສທີ່ໂຫດຮ້າຍ, ບໍ່ມີເຫດຜົນ ແລະ ຂາດເຫດຜົນໃນການຕັດສິນ. ຄົນທີ່ໄດ້ຢູ່ກັບພວກເຂົາໄລຍະໜຶ່ງ ແລະ ເຂົ້າໃຈພວກເຂົາ ກໍຈະຢ້ານກົວພວກເຂົາໃນລະດັບໜຶ່ງ. ການໂອ້ລົມກັບພວກເຂົາຕ້ອງລະມັດລະວັງ ແລະ ສຸພາບທີ່ສຸດ, ຕ້ອງໃຫ້ກຽດພວກເຂົາເກີນຄວາມຈຳເປັນ. ຕ້ອງເວົ້າອ່ອນເວົ້າຫວານ ແລະ ຍອມຕາມພວກເຂົາຢູ່ສະເໝີ ແລະ ບັນຫາ ຫຼື ຂໍ້ຜິດພາດໃດໆຂອງພວກເຂົາກໍບໍ່ສາມາດຊີ້ອອກໂດຍກົງໄດ້. ແທນທີ່ຈະ, ຕ້ອງໂອ້ລົມກ່ຽວກັບບັນຫາເຫຼົ່ານີ້ແບບອ້ອມຄ້ອມ, ແບບປອບໂຍນ ແລະ ຫຼັງຈາກເວົ້າແລ້ວ, ຍັງຕ້ອງຍ້ອງຍໍພວກເຂົາອີກວ່າ “ເຖິງແມ່ນວ່າເຈົ້າຈະມີຂໍ້ບົກຜ່ອງ ຫຼື ຄວາມຂາດເຂີນນີ້, ແຕ່ເຈົ້າກໍຮຽນຮູ້ທັກສະໄດ້ໄວກວ່າພວກເຮົາ, ຄວາມສາມາດທາງວິຊາຊີບຂອງເຈົ້າກໍແຂງແກ່ງກວ່າຄົນອື່ນ ແລະ ປະສິດທິພາບໃນການເຮັດວຽກຂອງເຈົ້າກໍສູງກວ່າພວກເຮົາ. ຂ້ອຍເຫັນວ່າຂໍ້ຜິດພາດຂອງເຈົ້າເປັນຈຸດແຂງ”. ແມ່ນແຕ່ຕ້ອງໄດ້ຍ້ອງຍໍເກີນຈິງຕໍ່ພວກເຂົາ. ເປັນຫຍັງຈຶ່ງເຮັດເຊັ່ນນີ້? ກໍເພາະຢ້ານການແກ້ແຄ້ນຂອງພວກເຂົາ. ດ້ວຍວິທີນີ້, ບຸກຄົນຊົ່ວຮ້າຍເຫຼົ່ານີ້ກໍຈະພໍໃຈ ແລະ ພວກເຂົາກໍຈະຮູ້ສຶກສະບາຍໃຈ. ເພື່ອຫຼີກລ່ຽງການແກ້ແຄ້ນຂອງພວກເຂົາ, ຄົນສ່ວນໃຫຍ່ຈຶ່ງຢ້ານທີ່ຈະຍົກບັນຫາໃດໆທີ່ພວກເຂົາກວດພົບຂຶ້ນມາເວົ້າກັບພວກເຂົາຕໍ່ໜ້າ ແລະ ພວກເຂົາກໍບໍ່ກ້າທີ່ຈະລາຍງານບັນຫາເຫຼົ່ານີ້. ເຖິງແມ່ນວ່າຈະເຫັນໄດ້ຊັດວ່າພວກເຂົາກຳລັງທຳຮ້າຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ວຽກງານຂອງຄຣິສຕະຈັກກຳລັງຖືກຊັກຊ້າ ເພາະຄວາມດື້ດ້ານ ແລະ ການກະທຳຕາມອຳເພີໃຈຂອງພວກເຂົາ ຫຼື ແມ່ນແຕ່ເມື່ອສັງເກດເຫັນການບິດເບືອນບາງຢ່າງໃນທິດທາງ ແລະ ຫຼັກການຂອງພວກເຂົາ, ກໍບໍ່ມີໃຜກ້າຄັດຄ້ານ ຫຼື ລາຍງານພວກເຂົາຕໍ່ເບື້ອງເທິງ. ເນື່ອງຈາກອຸປະນິໄສທີ່ໂຫດຮ້າຍ ແລະ ຄວາມເປັນມະນຸດທີ່ມັກແກ້ແຄ້ນຂອງພວກເຂົາ, ຄົນອື່ນໆຈຶ່ງຢ້ານກົວພວກເຂົາໃນລະດັບໃດໜຶ່ງ, ຮູ້ສຶກຄຽດແຄ້ນ ແຕ່ກໍຢ້ານເກີນໄປທີ່ຈະເວົ້າອອກມາ. ການໂອ້ລົມກັບພວກເຂົາຕ້ອງສຸພາບ ແລະ ມີສິລະປະເປັນພິເສດ, ໂດຍຕ້ອງສະແດງທັດສະນະຄະຕິທີ່ໃຈດີ, ອ່ອນໂຍນ ແລະ ສຸພາບຮຽບຮ້ອຍເປັນພິເສດຕໍ່ພວກເຂົາ. ເມື່ອຄົນອື່ນເວົ້າກັບພວກເຂົາດ້ວຍຄວາມເຄົາລົບ ແລະ ສຸພາບ, ໂດຍຍອມໃຫ້ພວກເຂົາ, ພວກເຂົາກໍຈະຮູ້ສຶກສະບາຍໃຈ. ຢ່າງໃດກໍຕາມ, ຖ້າຄົນໃດເວົ້າແບບກົງໄປກົງມາ, ເປີດໂປງບັນຫາຂອງພວກເຂົາ ແລະ ສະເໜີຄຳແນະນຳ, ພວກເຂົາກໍຈະບໍ່ພໍໃຈ, ໂດຍຖືວ່າມັນເປັນການບໍ່ໃຫ້ກຽດ, ຖືວ່າຄົນອື່ນມີຂໍ້ຄັດຄ້ານ ຫຼື ເປັນປໍລະປັກຕໍ່ພວກເຂົາ. ສິ່ງນີ້ກະຕຸ້ນໃຫ້ພວກເຂົາສະແຫວງຫາການແກ້ແຄ້ນຕໍ່ຄົນຜູ້ນັ້ນ ແລະ ທໍລະມານພວກເຂົາ; ພວກເຂົາຈະຕ້ອງຢຽບຢໍ່າ ແລະ ທຳລາຍຊື່ສຽງຂອງຄົນຜູ້ນັ້ນໃຫ້ຈົມດິນ. ຖ້າຄົນຜູ້ນັ້ນຕົກຢູ່ໃນກຳມືຂອງພວກເຂົາ, ລາວກໍຈະພົບກັບຈຸດຈົບທີ່ເສົ້າສະຫຼົດ. ຄົນເຊັ່ນນີ້ໜ້າຢ້ານບໍ? (ແມ່ນແລ້ວ.) ຖ້າເຈົ້າບໍ່ເຂົ້າໃຈພວກເຂົາ ແລະ ໄປເຮັດໃຫ້ພວກເຂົາຜິດໃຈ, ພວກເຂົາກໍຈະຜູກໃຈເຈັບກັບເຈົ້າ, ໂດຍຄິດຫາທາງແກ້ແຄ້ນເຈົ້າ ແມ່ນແຕ່ໃນຂະນະທີ່ກິນ ແລະ ນອນ. ເມື່ອໃດທີ່ເຈົ້າຕົກເປັນເປົ້າໝາຍຂອງພວກເຂົາ, ບັນຫາກໍຈະເກີດຂຶ້ນຢ່າງຫຼີກລ່ຽງບໍ່ໄດ້ ເພາະວ່າພວກເຂົາຕັ້ງໃຈທີ່ຈະແກ້ແຄ້ນ. ເຖິງແມ່ນວ່າພາຍນອກພວກເຂົາອາດຈະເວົ້າກັບເຈົ້າຄືເກົ່າ, ແຕ່ທັນທີທີ່ພວກເຂົາຄິດທີ່ຈະແກ້ແຄ້ນ, ທຸກສິ່ງທີ່ເຈົ້າເຄີຍເຮັດ ຫຼື ເວົ້າກັບພວກເຂົາໃນເມື່ອກ່ອນ ກໍຈະກາຍເປັນຂໍ້ຕໍ່ລອງສຳລັບພວກເຂົາ. ພວກເຂົາຈະປະຕິບັດຕໍ່ເຈົ້າຄືກັບສັດຕູ, ໂດຍດຳເນີນການແກ້ແຄ້ນເທື່ອລະເລັກເທື່ອລະໜ້ອຍ ຈົນກວ່າພວກເຂົາຈະຮູ້ສຶກວ່າໄດ້ແກ້ແຄ້ນຈົນພໍໃຈ ແລະ ສະບາຍໃຈຢ່າງເຕັມທີ່. ນີ້ຄືຜົນຂອງການຄົບຫາກັບຄົນຊົ່ວຮ້າຍ.

ເມື່ອເບິ່ງຈາກພຶດຕິກຳ ແລະ ຫຼັກການຕ່າງໆ ແລະ ວິທີການໃນການກະທໍາ ແລະ ປະພຶດຕົນຂອງຄົນທີ່ມັກແກ້ແຄ້ນແລ້ວ, ພວກເຂົາເປັນໄພຂົ່ມຂູ່ຕໍ່ເກືອບທຸກຄົນ, ຍົກເວັ້ນຄົນປະເພດໜຶ່ງທີ່ໃຈດີ ແລະ ເປັນມິດຕໍ່ທຸກຄົນ ແລະ ບໍ່ມີຫຼັກການໃນການພົວພັນກັບໃຜ. ຄົນປະເພດນີ້ຈະປອດໄພເມື່ອຢູ່ກັບຄົນທີ່ໂຫດຮ້າຍ. ແນວໃດກໍຕາມ, ຄົນທີ່ມີຄວາມສຳນຶກ ຫຼື ຄວາມຍຸຕິທຳແມ່ນແຕ່ໜ້ອຍໜຶ່ງ ຈະຮູ້ສຶກຖືກຂົ່ມຂູ່ໃນລະດັບໃດລະດັບໜຶ່ງ, ບໍ່ວ່າຈະຫຼາຍ ຫຼື ໜ້ອຍກໍຕາມ ເມື່ອຢູ່ຕໍ່ໜ້າຄົນທີ່ມັກແກ້ແຄ້ນ. ໃນກໍລະນີທີ່ຮ້າຍແຮງ, ພວກເຂົາອາດຈະປະເຊີນກັບໄພອັນຕະລາຍຕໍ່ຮ່າງກາຍ ຫຼື ແມ່ນແຕ່ຖືກຂົ່ມຂູ່ເຖິງຊີວິດ, ໃນຂະນະທີ່ໃນສະຖານະການທີ່ຮຸນແຮງໜ້ອຍກວ່າ, ພວກເຂົາອາດຈະຖືກໂຈມຕີດ້ວຍຄຳເວົ້າ, ການໝິ່ນປະໝາດ ຫຼື ການໃສ່ຮ້າຍ. ສິ່ງເຫຼົ່ານີ້ແມ່ນຢູ່ໃນຈຳພວກການເປີດເຜີຍ ແລະ ການສະແດງອອກໂດຍລວມຂອງອຸປະນິໄສທີ່ໂຫດຮ້າຍຂອງຄົນທີ່ມັກແກ້ແຄ້ນ. ໂດຍອີງຕາມການສະແດງອອກໂດຍລວມຂອງພວກເຂົາ, ຄົນດັ່ງກ່າວຍັງກໍ່ໃຫ້ເກີດການລົບກວນໃນທ່າມກາງອ້າຍເອື້ອຍນ້ອງ ແລະ ພາຍໃນຄຣິສຕະຈັກ. ເກືອບທຸກຄົນທີ່ພົວພັນກັບຄົນທີ່ມັກແກ້ແຄ້ນເຫຼົ່ານີ້ກໍຈະກາຍເປັນເປົ້າໝາຍຂອງການແກ້ແຄ້ນຂອງພວກເຂົາ ແລະ ເກືອບຈະກາຍເປັນຜູ້ເຄາະຮ້າຍສະເໝີ. ຄົນທີ່ມັກແກ້ແຄ້ນມີອຸປະນິໄສທີ່ໂຫດຮ້າຍ, ພວກເຂົາເປັນຄືລະເບີດເວລາທີ່ພ້ອມຈະແຕກໄດ້ທຸກເວລາ. ເຖິງແມ່ນວ່າພວກເຂົາສາມາດເຮັດຕາມກະແສເພື່ອປະຕິບັດໜ້າທີ່ຂອງຕົນ ແລະ ດຳເນີນຊີວິດຄຣິສຕະຈັກຕາມປົກກະຕິ ແຕ່ເມື່ອຕັດສິນຈາກຄວາມເປັນມະນຸດຂອງພວກເຂົາແລ້ວ, ພວກເຂົາກໍສາມາດສະແຫວງຫາການແກ້ແຄ້ນ ແລະ ເປັນໄພຂົ່ມຂູ່ຕໍ່ຄົນອື່ນໄດ້ທຸກເວລາ ແລະ ເຮັດໃຫ້ຜູ້ຄົນຢ້ານກົວ ແລະ ລະວັງພວກເຂົາ. ສິ່ງນີ້ບໍ່ໄດ້ກໍ່ໃຫ້ເກີດການລົບກວນຕໍ່ຄົນສ່ວນໃຫຍ່ແລ້ວບໍ? (ແມ່ນແລ້ວ.) ເພື່ອຫຼີກລ່ຽງການເຮັດໃຫ້ພວກເຂົາຜິດໃຈ, ເພື່ອເອົາໃຈພວກເຂົາ ແລະ ເພື່ອຫຼີກລ່ຽງຄວາມຄຽດແຄ້ນ ແລະ ການແກ້ແຄ້ນຂອງພວກເຂົາ, ຜູ້ຄົນຕ້ອງໄດ້ສັງເກດເບິ່ງສີໜ້າຂອງພວກເຂົາຢູ່ສະເໝີ ແລະ ຟັງຄວາມໝາຍທີ່ແຝງຢູ່ໃນຄໍາເວົ້າຂອງພວກເຂົາ, ພະຍາຍາມເຂົ້າໃຈເຖິງເຈດຕະນາຂອງພວກເຂົາ, ເປົ້າໝາຍ ແລະ ທິດທາງເວລາທີ່ພວກເຂົາເວົ້າ. ຈາກມຸມມອງນີ້, ຄົນສ່ວນໃຫຍ່ບໍ່ພຽງແຕ່ຖືກລົບກວນໂດຍພວກເຂົາ ແຕ່ຍັງຖືກຄວບຄຸມໂດຍພວກເຂົາອີກດ້ວຍບໍ? (ແມ່ນແລ້ວ.) ສະນັ້ນ, ເມື່ອຕັດສິນຈາກແກ່ນແທ້ຂອງເລື່ອງນີ້, ບຸກຄົນທີ່ມັກແກ້ແຄ້ນດັ່ງກ່າວບໍ່ແມ່ນຄົນຊົ່ວຮ້າຍບໍ? (ແມ່ນແລ້ວ.) ມັນຊັດເຈນຫຼາຍວ່າພວກເຂົາຄວນຖືກກຳນົດລັກສະນະວ່າເປັນຄົນຊົ່ວຮ້າຍ. ຖ້າຄົນໃດໜຶ່ງພະຍາຍາມເຂົ້າໃຈສະຖານະການຂອງບຸກຄົນດັ່ງກ່າວ, ຄົນສ່ວນໃຫຍ່ກໍຢ້ານທີ່ຈະເວົ້າຄວາມຈິງກ່ຽວກັບພວກເຂົາ ແລະ ຈະປັດທຸກຄຳຖາມກ່ຽວກັບພວກເຂົາດ້ວຍຄຳຕອບທີ່ບໍ່ສົນຫຍັງ ເຊັ່ນ: “ບໍ່ເປັນຫຍັງ”, ໂດຍບໍ່ກ້າທັງລາຍງານບັນຫາຂອງພວກເຂົາ ແລະ ເວົ້າເຖິງ ຫຼື ປະເມີນພວກເຂົາ. ນີ້ບໍ່ແມ່ນສະຖານະການທີ່ເປັນຕາຫຍຸ້ງຍາກບໍ? ບາງຄົນເວົ້າວ່າ “ຄົນຊົ່ວຮ້າຍດັ່ງກ່າວສາມາດສະແຫວງຫາການແກ້ແຄ້ນໄດ້ທຸກເວລາ ແລະ ທຸກສະຖານທີ່; ໃຜຈະກ້າໄປຫາເລື່ອງພວກເຂົາ? ຍິ່ງໄປກວ່ານັ້ນ, ພວກເຂົາຍັງອ້າງສະເໝີວ່າມີເສັ້ນສາຍທັງທາງມືດ ແລະ ທາງແຈ້ງ ໂດຍຂົ່ມຂູ່ວ່າຖ້າໃຜເຮັດໃຫ້ພວກເຂົາຜິດໃຈ, ຄົນຜູ້ນັ້ນຈະບໍ່ໄດ້ພົບກັບຈຸດຈົບທີ່ດີ, ພວກເຂົາຈະສັ່ງສອນບົດຮຽນໃຫ້ ແລະ ເຮັດໃຫ້ຄອບຄົວຂອງຄົນຜູ້ນັ້ນຕາຍຢ່າງທໍລະມານ. ສະນັ້ນ, ຈຶ່ງບໍ່ມີໃຜກ້າໄປຫາເລື່ອງພວກເຂົາ. ປ່ອຍພວກເຂົາໄປສາ ແລະ ພວກເຮົາກໍພຽງແຕ່ຫວັງສິ່ງທີ່ດີທີ່ສຸດໃຫ້ຕົວເອງ”. ເຫັນບໍ່ວ່າ ສະຖານະການດັ່ງກ່າວໄດ້ເກີດຂຶ້ນໃນຄຣິສຕະຈັກ, ເຊິ່ງກໍໝາຍຄວາມແທ້ວ່າພວກເຂົາໄດ້ຄວບຄຸມຄົນເຫຼົ່ານີ້. ເນື່ອງຈາກໄດ້ເຫັນອຸປະນິໄສທີ່ໂຫດຮ້າຍຂອງພວກເຂົາໃນການສະແຫວງຫາການແກ້ແຄ້ນ, ຜູ້ຄົນຈຶ່ງບໍ່ກ້າກ່າວຫາ ຫຼື ລິຮານພວກເຂົາ ແລະ ທັງບໍ່ກ້າເວົ້າຄຳປະເມີນທີ່ແທ້ຈິງຂອງພວກເຂົາກ່ຽວກັບຄົນເຫຼົ່ານັ້ນ. ການສົນທະນາຕ້ອງເປັນໄປຢ່າງອ້ອມຄ້ອມ ເນື່ອງຈາກຢ້ານທີ່ຈະເຮັດໃຫ້ພວກເຂົາຜິດໃຈ ແລະ ແມ່ນແຕ່ການເວົ້າເຖິງລາຍລະອຽດສະເພາະກ່ຽວກັບການສະແດງອອກທີ່ແທ້ຈິງຂອງພວກເຂົາລັບຫຼັງກໍເປັນຕາຢ້ານຢ່າງຍິ່ງ. ຜູ້ຄົນຢ້ານຫຍັງ? ພວກເຂົາຢ້ານວ່າຄຳເວົ້າຂອງພວກເຂົາຈະໄປເຖິງຫູຂອງຄົນທີ່ມັກແກ້ແຄ້ນ, ຜູ້ທີ່ຈະສະແຫວງຫາການແກ້ແຄ້ນຕໍ່ພວກເຂົາ. ຫຼັງຈາກທີ່ເວົ້າແລ້ວ, ພວກເຂົາກໍຕົບໜ້າຜາກຕົນເອງ ແລະ ເວົ້າວ່າ “ຕາຍແລ້ວ, ມື້ນີ້ຂ້ອຍເວົ້າຜິດໄປແລ້ວ. ຖ້າເບິ່ງໂລດ, ຂ້ອຍຈະຕ້ອງໄດ້ຮັບເຄາະແນ່ນອນ. ເປັນຫຍັງຂ້ອຍຈຶ່ງປາກພ່ອຍແບບນີ້?” ນັບແຕ່ນັ້ນມາ, ພວກເຂົາກໍດຳລົງຊີວິດຢູ່ໃນຄວາມຢ້ານກົວ ແລະ ຄວາມກັງວົນຢູ່ຕະຫຼອດເວລາ, ໃຊ້ຊີວິດຢ່າງຫວາດລະແວງ ໂດຍສັງເກດຢູ່ສະເໝີເມື່ອຢູ່ໃກ້ຄົນຜູ້ນັ້ນໂດຍສົງໄສວ່າ “ລາວຮູ້ສິ່ງທີ່ຂ້ອຍເວົ້າບໍ? ມັນໄປເຖິງຫູລາວແລ້ວບໍ? ທັດສະນະຄະຕິຂອງລາວຕໍ່ຂ້ອຍຍັງຄືເກົ່າບໍ?” ຍິ່ງພວກເຂົາໄຕ່ຕອງຫຼາຍເທົ່າໃດ, ພວກເຂົາກໍຍິ່ງບໍ່ສະບາຍໃຈຫຼາຍຂຶ້ນເທົ່ານັ້ນ ແລະ ຍິ່ງເວລາຜ່ານໄປດົນເທົ່າໃດ, ຄວາມຢ້ານກົວຂອງພວກເຂົາກໍຍິ່ງເພີ່ມຂຶ້ນ, ສະນັ້ນ ພວກເຂົາຈຶ່ງຕັດສິນໃຈວ່າມັນດີກວ່າທີ່ຈະຫຼີກລ່ຽງລາວໄປເລີຍ ໂດຍຄິດວ່າ “ຂ້ອຍບໍ່ສາມາດສ່ຽງທີ່ຈະໄປຫາເລື່ອງລາວໄດ້ ແຕ່ຢ່າງໜ້ອຍຂ້ອຍກໍສາມາດຫຼີກລ່ຽງລາວໄດ້. ບໍ່ວ່າລາວຈະຮູ້ສິ່ງທີ່ຂ້ອຍເວົ້າ ຫຼື ບໍ່ກໍຕາມ, ຂ້ອຍພຽງແຕ່ຢູ່ຫ່າງຈາກລາວບໍ່ໄດ້ບໍ?” ພວກເຂົາຢ້ານຫຼາຍຈົນບໍ່ກ້າແມ່ນແຕ່ຈະເຂົ້າຮ່ວມການເຕົ້າໂຮມ ໂດຍຫຼີກລ່ຽງທຸກບ່ອນທີ່ອາດມີຄົນໂຫດຮ້າຍຄົນນີ້ຢູ່ ເຖິງວ່າຈະແມ່ນສະຖານທີ່ທີ່ພວກເຂົາຕ້ອງປະຕິບັດໜ້າທີ່ຂອງຕົນກໍຕາມ, ພວກເຂົາຖືກເຮັດໃຫ້ຢ້ານຈົນຂວັນໜີໝົດ.

ຄວນຈັດການກັບຄົນຊົ່ວຮ້າຍທີ່ມັກແກ້ແຄ້ນເຫຼົ່ານັ້ນແນວໃດ? (ຄັດພວກເຂົາອອກ.) ມັນງ່າຍດາຍຫຼາຍ: ພຽງແຕ່ຫ້າຄຳເທົ່ານັ້ນ ກໍຄື ຄັດພວກເຂົາອອກ, ແລ້ວມັນກໍຈົບ. ຖ້າພວກເຂົາຖືກຄັດອອກ ແລະ ຄົນສ່ວນໃຫຍ່ກໍສະເຫຼີມສະຫຼອງ, ຮູ້ສຶກພໍໃຈຢ່າງເລິກເຊິ່ງ, ນັ້ນກໍໝາຍຄວາມວ່າການຕັດສິນໃຈຄັດພວກເຂົາອອກເປັນສິ່ງທີ່ຖືກຕ້ອງ. ກ່ອນໜ້ານີ້, ໃນລະຫວ່າງການເຕົ້າໂຮມ, ການມີຢູ່ຂອງຄົນຊົ່ວຮ້າຍໝາຍຄວາມວ່າຄົນສ່ວນໃຫຍ່ຖືກຈຳກັດໃນຂະນະການໂອ້ລົມ; ພວກເຂົາຢ້ານວ່າຄຳເວົ້າທີ່ຜິດພາດອາດຈະເຮັດໃຫ້ຄົນຊົ່ວຮ້າຍຜິດໃຈ, ສະນັ້ນ ພວກເຂົາຈຶ່ງລະວັງ ແລະ ຫຼີກລ່ຽງຄົນເຫຼົ່ານັ້ນໃນຂະນະທີ່ເວົ້າ. ມັນໄດ້ເກີດມີກົດທີ່ບໍ່ໄດ້ມີການກ່າວເຖິງໃນລະຫວ່າງການເຕົ້າໂຮມ: ຖ້າຄົນໃດໜຶ່ງສົ່ງສັນຍານດ້ວຍສາຍຕາຂອງພວກເຂົາ, ຫົວຂໍ້ກໍຈະຖືກປ່ຽນຢ່າງໄວວາ. ນີ້ຄືສະພາບການທີ່ເກີດຂຶ້ນ. ເມື່ອຄົນທີ່ມັກແກ້ແຄ້ນຖືກຄັດອອກ, ຄຣິສຕະຈັກກໍສະຫງົບສຸກ, ຊີວິດຄຣິສຕະຈັກກໍກາຍເປັນປົກກະຕິ ແລະ ຄວາມສຳພັນລະຫວ່າງຜູ້ຄົນກໍກັບຄືນສູ່ສະພາບປົກກະຕິເຊັ່ນກັນ. ຕອນນີ້ອ້າຍເອື້ອຍນ້ອງສາມາດແບ່ງປັນ ແລະ ອ່ານອະທິຖານພຣະທຳຂອງພຣະເຈົ້າໄດ້ຢ່າງເສລີ ແລະ ແບ່ງປັນຄຳພະຍານຈາກປະສົບການຂອງພວກເຂົາໄດ້ຢ່າງເສລີ ໂດຍບໍ່ຖືກຄວບຄຸມໂດຍຜູ້ໃດ, ໂດຍບໍ່ຢ້ານຜູ້ໃດ ແລະ ໂດຍບໍ່ຕ້ອງໃສ່ໃຈສີໜ້າຂອງຜູ້ໃດ. ໂດຍອີງໃສ່ຜົນໄດ້ຮັບນີ້, ການຄັດຄົນຊົ່ວຮ້າຍດັ່ງກ່າວອອກເປັນສິ່ງທີ່ຖືກຕ້ອງບໍ? (ຖືກຕ້ອງ.) ຖືກຕ້ອງທີ່ສຸດ. ພວກເຂົາຄວນຖືກຄັດອອກ. ຖ້າບໍ່ຄັດພວກເຂົາອອກ, ຊີວິດຈະກາຍເປັນສິ່ງທີ່ທົນບໍ່ໄດ້ສຳລັບທຸກຄົນ ແລະ ຫຼາຍຄົນກໍຈະຢ້ານເກີນໄປຈົນບໍ່ກ້າເຂົ້າຮ່ວມການເຕົ້າໂຮມ. ບາງຄົນທີ່ຂີ້ຢ້ານອາດຈະເຖິງກັບຝັນຮ້າຍ ໂດຍຝັນເຫັນວ່າຖືກຜີຮ້າຍທີ່ຊົ່ວຮ້າຍບີບຄໍຢູ່ສະເໝີ. ພວກເຂົາຈະລະມັດລະວັງເກີນໄປສະເໝີໃນລະຫວ່າງການເຕົ້າໂຮມ, ບໍ່ເຄີຍກ້າເວົ້າ, ບໍ່ສາມາດຮູ້ສຶກເປັນອິດສະຫຼະ ແລະ ເສລີໄດ້. ນັບຕັ້ງແຕ່ຄົນຊົ່ວຮ້າຍຖືກຄັດອອກ, ພວກເຂົາກໍປ່ຽນແປງໄປຢ່າງສິ້ນເຊີງ: ຕອນນີ້ພວກເຂົາກ້າເວົ້າໃນລະຫວ່າງການເຕົ້າໂຮມ, ພວກເຂົາມີຄວາມຫ້າວຫັນຫຼາຍຂຶ້ນໃນລະຫວ່າງການໂອ້ລົມ ແລະ ພວກເຂົາຮູ້ສຶກເປັນອິດສະຫຼະ ແລະ ເສລີ. ນີ້ບໍ່ແມ່ນສິ່ງທີ່ດີບໍ? (ແມ່ນແລ້ວ.) ມັນງ່າຍທີ່ຈະແຍກແຍະບຸກຄົນທີ່ມັກແກ້ແຄ້ນທີ່ມີອຸປະນິໄສໂຫດຮ້າຍດັ່ງກ່າວ. ໂດຍທົ່ວໄປແລ້ວ, ຫຼັງຈາກທີ່ພົວພັນກັບຄົນໃດໜຶ່ງເປັນເວລາຫຼາຍກວ່າຫົກເດືອນ, ທຸກຄົນກໍຄວນຈະສາມາດຮູ້ສຶກ ແລະ ເຫັນໄດ້ຢ່າງຊັດເຈນວ່າພວກເຂົາເປັນຄົນປະເພດນັ້ນ ຫຼື ບໍ່; ມັນຈະປາກົດໃຫ້ເຫັນຫຼັງຈາກທີ່ໃຊ້ເວລາຢູ່ກັບພວກເຂົາໄລຍະໜຶ່ງ. ຜູ້ນຳ ແລະ ຜູ້ເຮັດວຽກໃນຄຣິສຕະຈັກບໍ່ຄວນຢູ່ຊື່ໆໃນການຈັດການກັບຄົນຊົ່ວຮ້າຍດັ່ງກ່າວ. ການບໍ່ຢູ່ຊື່ໆໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າບໍ່ຕ້ອງລໍຖ້າຈົນກວ່າພວກເຂົາຈະເຮັດໃຫ້ທຸກຄົນໃຈຮ້າຍຫຼາຍ ໂດຍການເຮັດໃຫ້ບາງຄົນຫຼົງຜິດ ແລະ ກະທຳສິ່ງທີ່ບໍ່ດີ ກ່ອນທີ່ຈະຈັດການກັບພວກເຂົາ. ນັ້ນຈະເປັນການຢູ່ຊື່ໆເກີນໄປ. ສະນັ້ນ, ເວລາໃດທີ່ດີທີ່ສຸດໃນການຈັດການກັບຄົນຊົ່ວຮ້າຍ? ກໍຄືເມື່ອຄົນຈຳນວນໜ້ອຍໜຶ່ງໄດ້ຮັບຄວາມເສຍຫາຍແລ້ວ ແລະ ຮູ້ສຶກລັງກຽດ ແລະ ລະວັງພວກເຂົາຢ່າງແຮງ ແລະ ເມື່ອພວກເຂົາຖືກກຳນົດລັກສະນະຢ່າງຄົບຖ້ວນວ່າເປັນຄົນຊົ່ວຮ້າຍ. ໃນຈຸດນີ້, ພວກເຂົາຄວນຖືກຈັດການ ແລະ ຄັດອອກທັນທີ ເພື່ອປ້ອງກັນບໍ່ໃຫ້ຄົນຈຳນວນຫຼາຍໄດ້ຮັບຄວາມເສຍຫາຍ ແລະ ເພື່ອຫຼີກລ່ຽງບໍ່ໃຫ້ຄົນຂີ້ຢ້ານຖືກເຮັດໃຫ້ຢ້ານຈົນຂວັນໜີໝົດ ຫຼື ຖືກເຮັດໃຫ້ສະດຸດ. ສິ່ງທີ່ສຳຄັນທີ່ສຸດໃນນີ້ແມ່ນຫຍັງ? ຖ້າປ່ອຍໃຫ້ຄົນຊົ່ວຮ້າຍກໍ່ການລົບກວນພາຍໃນຄຣິສຕະຈັກເປັນເວລາດົນເກີນໄປ, ຜົນສຸດທ້າຍກໍຄືພວກເຂົາຈະຄວບຄຸມຄຣິສຕະຈັກ ແລະ ປະຊາກອນທີ່ພຣະເຈົ້າເລືອກ. ຖ້າມັນໄປເຖິງລະດັບນີ້, ທຸກຄົນຈະທົນທຸກ. ເພື່ອຫຼີກລ່ຽງຄວາມເສຍຫາຍຕໍ່ທຸກຄົນ, ເມື່ອຄົນສ່ວນໜຶ່ງໄດ້ຮັບຄວາມເສຍຫາຍ ຫຼື ເມື່ອບາງຄົນເກີດຄວາມລັງກຽດຢ່າງແຮງ ແລະ ເຫັນທາດແທ້ຂອງບຸກຄົນດັ່ງກ່າວ ໂດຍລະບຸວ່າພວກເຂົາເປັນຄົນຊົ່ວຮ້າຍທີ່ມັກແກ້ແຄ້ນ, ຜູ້ນຳຄຣິສຕະຈັກກໍຄວນຄັດພວກເຂົາອອກທັນທີ. ພວກເຂົາບໍ່ຄວນລໍຖ້າຈົນກວ່າຄົນຊົ່ວຮ້າຍຈະກະທຳຄວາມຊົ່ວຫຼາຍຢ່າງ ແລະ ກະຕຸ້ນໃຫ້ສາທາລະນະຊົນໃຈຮ້າຍຫຼາຍ ກ່ອນທີ່ຈະຕັດສິນໃຈກະທຳການ. ນັ້ນຈະເປັນການຢູ່ຊື່ໆເກີນໄປ; ແລະ ຜູ້ນຳຄຣິສຕະຈັກດັ່ງກ່າວຈະບໍ່ແມ່ນຄົນທີ່ໄຮ້ຄ່າບໍ? (ແມ່ນແລ້ວ.) ໃນການດຳເນີນວຽກງານດັ່ງກ່າວ, ຜູ້ນຳຄຣິສຕະຈັກຄວນຮັບຮູ້ສະພາວະ, ການສະແດງອອກ ແລະ ການເປີດເຜີຍຂອງບຸກຄົນດັ່ງກ່າວໄດ້ໄວເປັນພິເສດ ໂດຍເບິ່ງທະລຸອຸປະນິໄສຂອງພວກເຂົາຢ່າງໄວວາ ແລະ ຈາກນັ້ນກໍກຳນົດວ່າພວກເຂົາເປັນຄົນຊົ່ວຮ້າຍທີ່ຄວນຖືກຄັດອອກ ໂດຍຈັດການກັບພວກເຂົາໂດຍໄວເທົ່າທີ່ຈະໄວໄດ້. ຖ້າມັນເປັນໄປບໍ່ໄດ້ທີ່ຈະກຳນົດໃນຕອນເລີ່ມຕົ້ນ, ກໍຈຳເປັນຕ້ອງສຸມໃສ່ການສັງເກດ, ໃສ່ໃຈຄຳເວົ້າ, ພຶດຕິກຳ ແລະ ທ່າທາງຂອງພວກເຂົາຢ່າງໃກ້ຊິດ ໂດຍທຳຄວາມເຂົ້າໃຈຄວາມຄິດ ແລະ ແນວໂນ້ມການກະທຳຂອງພວກເຂົາ. ເມື່ອພົບວ່າພວກເຂົາຕັ້ງໃຈທີ່ຈະດຳເນີນການແກ້ແຄ້ນ, ກໍຄວນໃຊ້ມາດຕະການທັນທີ ເພື່ອຄັດພວກເຂົາອອກ ເພື່ອປ້ອງກັນບໍ່ໃຫ້ຄົນຈຳນວນຫຼາຍໄດ້ຮັບຄວາມເສຍຫາຍ ແລະ ປະສົບກັບການແກ້ແຄ້ນ.

ຜູ້ນຳຄຣິສຕະຈັກບາງຄົນເວົ້າວ່າ “ພວກເຮົາບໍ່ຢ້ານຄົນຊົ່ວຮ້າຍ; ນອກຈາກການຢຳເກງພຣະເຈົ້າແລ້ວ, ພວກເຮົາບໍ່ຢ້ານໃຜ. ສໍາລັບພວກເຮົາແລ້ວ ຄົນຊົ່ວຮ້າຍແມ່ນຫຍັງກັນ? ພວກເຮົາບໍ່ໄດ້ຢ້ານແມ່ນແຕ່ຊາຕານ ແລະ ທັງບໍ່ຢ້ານການຈັບກຸມ ແລະ ການຂົ່ມເຫັງໂດຍພະຍານາກໃຫຍ່ສີແດງ, ສະນັ້ນ ເປັນຫຍັງພວກເຮົາຈຶ່ງຕ້ອງຢ້ານຄົນຊົ່ວຮ້າຍ? ຄົນຊົ່ວຮ້າຍເປັນພຽງຜີຮ້າຍນ້ອຍໆ, ຈະຢ້ານພວກເຂົາເຮັດຫຍັງ? ພວກເຮົາຈະປ່ອຍໃຫ້ພວກເຂົາຢູ່ໃນຄຣິສຕະຈັກ ແລະ ປ່ອຍໃຫ້ອ້າຍເອື້ອຍນ້ອງສ່ວນໃຫຍ່ໄດ້ຮັບຄວາມເສຍຫາຍ. ຫຼັງຈາກທີ່ໄດ້ທົນທຸກ, ພວກເຂົາຈະເຕີບໃຫຍ່ໃນການແຍກແຍະ ແລະ ເມື່ອມີການແຍກແຍະ, ພວກເຂົາກໍຈະບໍ່ຖືກຜູກມັດ ແລະ ຈຳກັດໂດຍຄົນຊົ່ວຮ້າຍດັ່ງກ່າວອີກຕໍ່ໄປ. ນັ້ນຄືຊິດີຫຼາຍ!” ຄົນສ່ວນໃຫຍ່ສາມາດບັນລຸລະດັບວຸດທິພາວະນີ້ໄດ້ບໍ? (ບໍ່ໄດ້.) ພວກເຂົາເຮັດບໍ່ໄດ້. ຄວາມເຊື່ອຂອງພວກເຂົາອ່ອນແອເກີນໄປ, ຄວາມຈິງທີ່ພວກເຂົາເຂົ້າໃຈກໍມີໜ້ອຍເກີນໄປ ແລະ ລະດັບວຸດທິພາວະຂອງພວກເຂົາກໍຍັງນ້ອຍເກີນໄປ. ພວກເຂົາຫຼີກລ່ຽງຄົນຊົ່ວຮ້າຍທຸກຄັ້ງທີ່ເຫັນ ໂດຍບໍ່ກ້າເຮັດໃຫ້ພວກເຂົາຜິດໃຈ. ນອກຈາກການຢ້ານຄວາມຕາຍ ແລະ ການທະນຸຖະໜອມຊີວິດຂອງຕົນເອງແລ້ວ, ຄົນສ່ວນໃຫຍ່ຍັງປົກປ້ອງຜົນປະໂຫຍດທາງເນື້ອໜັງຕ່າງໆຂອງຕົນເອງ; ພວກເຂົາບໍ່ສາມາດໄດ້ຮັບການແຍກແຍະ ຫຼື ຮຽນຮູ້ບົດຮຽນຈາກສິ່ງຕ່າງໆທີ່ຄົນຊົ່ວຮ້າຍເຮັດ. ດັ່ງນັ້ນ, ແນວຄິດນີ້ຈຶ່ງບໍ່ສາມາດປະຕິບັດໄດ້ຈິງໂດຍພື້ນຖານ ແລະ ບໍ່ສາມາດເກີດຜົນໃດໆ. ຖ້າຄົນຊົ່ວຮ້າຍຄົນໜຶ່ງປາກົດຕົວໃນຄຣິສຕະຈັກ, ເມື່ອຄົນສ່ວນໃຫຍ່ຮັບຮູ້ ແລະ ກຳນົດວ່າບຸກຄົນນັ້ນເປັນຄົນຊົ່ວຮ້າຍ, ມີຈັກຄົນທີ່ມີຄວາມຮູ້ສຶກຍຸຕິທຳທີ່ຈະຢືນຂຶ້ນ, ຕັດຂາດຈາກຄົນຊົ່ວຮ້າຍ, ຕໍ່ສູ້ກັບພວກເຂົາ ແລະ ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ? ນັ້ນແມ່ນຈັກເປີເຊັນ? 10% ບໍ? ຖ້າບໍ່ແມ່ນ 10%, ແລ້ວ 5% ບໍ? (ປະມານນັ້ນ.) ນັ້ນໝາຍຄວາມວ່າໃນກຸ່ມຄົນຊາວຄົນ, ອາດຈະມີຄົນໜຶ່ງທີ່ຢືນຂຶ້ນຕໍ່ສູ້ກັບຄົນຊົ່ວຮ້າຍ ເພື່ອເປີດໂປງ ແລະ ທ້າທາຍພວກເຂົາດ້ວຍພຣະທຳຂອງພຣະເຈົ້າ, ເຂົ້າຮ່ວມການໂຕ້ວາທີ ແລະ ຄັດພວກເຂົາອອກຈາກຄຣິສຕະຈັກ. ບຸກຄົນດັ່ງກ່າວຄືວິລະບຸລຸດໃນທ່າມກາງປະຊາກອນທີ່ພຣະເຈົ້າເລືອກ, ເປັນຜູ້ສ້າງຄຸນງາມຄວາມດີໃຫ້ແກ່ຄຣິສຕະຈັກ. ຜູ້ນຳ ແລະ ຜູ້ເຮັດວຽກບາງຄົນຢ້ານທີ່ຈະຈັດການກັບຄົນຊົ່ວຮ້າຍ. ຄົນດັ່ງກ່າວເໝາະສົມກັບບົດບາດຂອງພວກເຂົາບໍ? ພວກເຂົາມີຄຸນສົມບັດທີ່ຈະເປັນພະຍານຕໍ່ພຣະເຈົ້າບໍ? ເມື່ອພວກເຂົາໄດ້ຍິນກ່ຽວກັບຄົນຊົ່ວຮ້າຍທີ່ຕ້ອງຖືກຄັດອອກຈາກຄຣິສຕະຈັກ, ພວກເຂົາກໍເວົ້າວ່າ “ມັນຫຍຸ້ງຍາກໜ້ອຍໜຶ່ງທີ່ຈະຄັດເຂົາອອກ. ຂ້ອຍເຄີຍຂ້ອນຂ້າງລຶ້ງເຄີຍກັບເຂົາ. ເຂົາຮູ້ວ່າຂ້ອຍອາໄສຢູ່ໃສ ແລະ ຮູ້ວ່າໃຜໃນຄອບຄົວຂອງຂ້ອຍທີ່ເຊື່ອໃນພຣະເຈົ້າ. ຖ້າຂ້ອຍຂັບໄລ່ເຂົາ, ເຂົາຈະຕ້ອງແກ້ແຄ້ນຂ້ອຍແນ່ນອນ”. ພວກເຈົ້າຄິດວ່າແນວໃດ, ຄົນດັ່ງກ່າວສົມຄວນເປັນຜູ້ນຳ ແລະ ຜູ້ເຮັດວຽກບໍ? (ບໍ່.) ຫຼັງຈາກທີ່ຄົ້ນພົບຄົນຊົ່ວຮ້າຍທີ່ຕ້ອງຖືກຄັດອອກ, ຄວາມຄິດທຳອິດຂອງພວກເຂົາແມ່ນກ່ຽວກັບຜົນປະໂຫຍດຂອງຕົນເອງ ໂດຍຢ້ານການແກ້ແຄ້ນຂອງຄົນຊົ່ວຮ້າຍ. ພວກເຂົາບໍ່ໄດ້ຄຳນຶງວ່າຄົນຊົ່ວຮ້າຍ ທີ່ຮູ້ສະຖານທີ່ເຕົ້າໂຮມບາງແຫ່ງ ແລະ ຂໍ້ມູນຕິດຕໍ່ຂອງອ້າຍເອື້ອຍນ້ອງ ຈະສາມາດຫັກຫຼັງຄຣິສຕະຈັກ ຫຼື ອ້າຍເອື້ອຍນ້ອງໄດ້ ຫຼື ບໍ່ ຫຼັງຈາກທີ່ຖືກຄັດອອກ ພ້ອມທັງວິທີການປ້ອງກັນສິ່ງນີ້. ຄວາມກັງວົນຫຼັກຂອງພວກເຂົາບໍ່ແມ່ນຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແຕ່ແມ່ນຄວາມຢ້ານກົວທີ່ວ່າຄົນຊົ່ວຮ້າຍ ທີ່ຮູ້ສະຖານະການຄອບຄົວຂອງພວກເຂົາ ອາດຈະຫັກຫຼັງ ແລະ ສົ່ງຜົນກະທົບໃນທາງລົບຕໍ່ຄອບຄົວຂອງພວກເຂົາ. ຜູ້ນຳ ແລະ ຜູ້ເຮັດວຽກດັ່ງກ່າວມີຄໍາພະຍານບໍ? (ບໍ່.) ຜູ້ນຳ ແລະ ຜູ້ເຮັດວຽກບາງຄົນເຫັນຄົນຊົ່ວຮ້າຍປະພຶດຕົນແບບຜະເດັດການ ແລະ ພະຍາຍາມຄວບຄຸມຄຣິສຕະຈັກ ແຕ່ພວກເຂົາກໍບໍ່ກ້າເວົ້າຫຍັງ. ກົງກັນຂ້າມ, ພວກເຂົາພັດປະນີປະນອມ ແລະ ຫຼີກລ່ຽງ ໂດຍບໍ່ກ້າຈັດການກັບຄົນຊົ່ວຮ້າຍ. ເມື່ອພວກເຂົາເຫັນຄົນຊົ່ວຮ້າຍ, ພວກເຂົາກໍຮູ້ສຶກຢ້ານຄືກັບວ່າໄດ້ເຫັນຜີຮ້າຍທີ່ຊົ່ວຮ້າຍທີ່ມີສາມຫົວ ແລະ ຫົກແຂນ ຈຶ່ງບໍ່ໄດ້ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ໃນຂະນະດຽວກັນ, ອ້າຍເອື້ອຍນ້ອງທຳມະດາບາງຄົນກໍມີຄວາມຮູ້ສຶກຍຸຕິທຳ, ມີຄວາມກ້າຫານ ແລະ ຄວາມເຊື່ອທີ່ຈະຢືນຂຶ້ນ ແລະ ເປີດໂປງຄົນຊົ່ວຮ້າຍຫຼັງຈາກທີ່ກວດພົບພວກເຂົາ ໂດຍບໍ່ຢ້ານວ່າຄົນຊົ່ວຮ້າຍຈະສະແຫວງຫາການແກ້ແຄ້ນຕໍ່ພວກເຂົາ. ແນວໃດກໍຕາມ, ບຸກຄົນດັ່ງກ່າວມີຈຳນວນໜ້ອຍເກີນໄປໃນຄຣິສຕະຈັກ. 5% ທີ່ພວກເຈົ້າໄດ້ກ່າວເຖິງກ່ອນໜ້ານີ້ອາດຈະເປັນການເວົ້າເກີນຈິງ, ບໍ່ແມ່ນການປະເມີນແບບລະມັດລະວັງ. ຈາກມຸມມອງນີ້, ທັດສະນະຄະຕິຂອງຄົນສ່ວນໃຫຍ່ຕໍ່ບຸກຄົນທີ່ມີອຸປະນິໄສໂຫດຮ້າຍທີ່ມັກແກ້ແຄ້ນແມ່ນຫຍັງ? (ຄົນສ່ວນໃຫຍ່ແມ່ນປົກປ້ອງຕົນເອງ.) ຄວາມຄິດທຳອິດຂອງພວກເຂົາແມ່ນການປົກປ້ອງຕົນເອງ, ບໍ່ໄດ້ພິຈາລະນາວ່າຈະຢືນຂຶ້ນ ແລະ ຕໍ່ສູ້ກັບຄົນຊົ່ວຮ້າຍເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ອ້າຍເອື້ອຍນ້ອງແນວໃດ ໂດຍສຸມໃສ່ພຽງແຕ່ການປົກປ້ອງຕົນເອງ. ການປົກປ້ອງຕົນເອງນີ້ຊີ້ໃຫ້ເຫັນເຖິງບັນຫາຫຍັງ? (ຄົນດັ່ງກ່າວເຫັນແກ່ຕົວຫຼາຍ.) ໃນດ້ານໜຶ່ງ, ມັນສະທ້ອນໃຫ້ເຫັນເຖິງຄວາມເປັນມະນຸດທີ່ເຫັນແກ່ຕົວຢ່າງເລິກເຊິ່ງ ແລະ ໃນອີກດ້ານໜຶ່ງ, ມັນສະແດງໃຫ້ເຫັນວ່າຄວາມເຊື່ອຂອງຄົນສ່ວນໃຫຍ່ໃນພຣະເຈົ້ານັ້ນອ່ອນແອເກີນໄປ. ພວກເຂົາອ້າງດ້ວຍປາກວ່າ “ພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ; ພຣະເຈົ້າຄືບ່ອນເພິ່ງພາຂອງພວກເຮົາ” ແຕ່ເມື່ອປະເຊີນໜ້າກັບຄວາມເປັນຈິງ, ພວກເຂົາກໍຮູ້ສຶກວ່າພວກເຂົາບໍ່ສາມາດເພິ່ງພາພຣະເຈົ້າໄດ້ ແລະ ຕ້ອງເພິ່ງພາຕົນເອງ ໂດຍໃຫ້ຄວາມສຳຄັນກັບການປົກປ້ອງຕົນເອງກ່ອນ ເຊິ່ງເປັນສິ່ງທີ່ພວກເຂົາເບິ່ງວ່າເປັນສະຕິປັນຍາສູງສຸດ. ຄວາມໝາຍທີ່ເຊື່ອງໄວ້ກໍຄື: “ບໍ່ມີໃຜສາມາດປົກປ້ອງຂ້ອຍໄດ້, ແມ່ນແຕ່ພຣະເຈົ້າກໍເຊື່ອຖືບໍ່ໄດ້. ພຣະເຈົ້າຢູ່ໃສ? ພວກເຮົາບໍ່ສາມາດເຫັນພຣະອົງໄດ້! ຍິ່ງໄປກວ່ານັ້ນ, ຂ້ອຍບໍ່ຮູ້ວ່າພຣະເຈົ້າຈະປົກປ້ອງຂ້ອຍ ຫຼື ບໍ່. ຈະເປັນແນວໃດຖ້າພຣະອົງບໍ່ປົກປ້ອງຂ້ອຍ?” ຄວາມເຊື່ອຂອງຜູ້ຄົນຈັ່ງແມ່ນເປັນຕາສັງເວດຫຼາຍ. ພວກເຂົາປະກາດຢູ່ຕະຫຼອດເວລາວ່າ “ພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງ; ພຣະເຈົ້າຄືບ່ອນເພິ່ງພາຂອງພວກເຮົາ” ແຕ່ເມື່ອເກີດມີສະຖານະການ, ພວກເຂົາກໍພຽງແຕ່ປົກປ້ອງຕົນເອງ, ບໍ່ສາມາດຢືນຂຶ້ນຕໍ່ສູ້ກັບຊາຕານ ແລະ ຢືນຢັດໃນການເປັນພະຍານຂອງພວກເຂົາ ໂດຍຂາດແມ່ນແຕ່ຄວາມເຊື່ອພຽງເທົ່ານີ້. ຄວາມເຊື່ອຂອງຜູ້ຄົນຈັ່ງແມ່ນເປັນຕາສັງເວດຫຼາຍ; ໃນລັກສະນະດຽວກັນ ມັນຖືກເປີດໂປງຢ່າງສິ້ນເຊີງໂດຍເລື່ອງນີ້. ລະດັບວຸດທິພາວະຂອງພວກເຂົາກໍນ້ອຍພຽງເທົ່ານັ້ນ. ກ່ຽວກັບຄົນຊົ່ວຮ້າຍທີ່ມັກແກ້ແຄ້ນເຫຼົ່ານັ້ນ, ຖ້າມີບຸກຄົນຈຳນວນໜ້ອຍໜຶ່ງທີ່ຕ້ອງການເປີດໂປງພວກເຂົາ ແຕ່ຮູ້ສຶກວ່າຕົນເອງມີກຳລັງໜ້ອຍ ແລະ ໂດດດ່ຽວ ແລະ ຢ້ານວ່າຈະຖືກຄົນຊົ່ວຮ້າຍກົດຂີ່, ພວກເຂົາກໍຄວນຮ່ວມມືກັບຜູ້ນຳ ແລະ ຜູ້ເຮັດວຽກຈໍານວນໜຶ່ງ ຫຼື ອ້າຍເອື້ອຍນ້ອງທີ່ມີການແຍກແຍະ. ຫຼັງຈາກທີ່ພວກເຂົາຮ່ວມກຳລັງກັນ, ພວກເຂົາຈະມີຄວາມໝັ້ນໃຈຢ່າງແນ່ນອນໃນໄຊຊະນະ. ຈາກນັ້ນ, ພວກເຂົາສາມາດເປີດໂປງ ແລະ ໄຈ້ແຍກການກະທຳ ແລະ ພຶດຕິກຳຂອງຄົນຊົ່ວຮ້າຍດັ່ງກ່າວ, ເຮັດໃຫ້ຄົນສ່ວນໃຫຍ່ສາມາດແຍກແຍະ ແລະ ເຫັນໜ້າຕາທີ່ແທ້ຈິງຂອງຄົນຊົ່ວຮ້າຍໄດ້ຢ່າງຊັດເຈນ ເພື່ອໃຫ້ທຸກຄົນສາມາດຮ່ວມໃຈກັນ ແລະ ຮ່ວມກັນຄັດຄົນຊົ່ວຮ້າຍອອກໄປ. ກ່ອນໜ້ານີ້, ພວກເຈົ້າໄດ້ກ່າວວ່າເມື່ອບຸກຄົນຊົ່ວຮ້າຍປາກົດຕົວ, ປະມານໜຶ່ງໃນຊາວຄົນໃນທ່າມກາງປະຊາກອນທີ່ພຣະເຈົ້າເລືອກອາດຈະມີຄວາມຮູ້ສຶກຍຸຕິທຳທີ່ຈະເວົ້າຢ່າງຍຸຕິທຳ ແລະ ກ້າທີ່ຈະຢືນຂຶ້ນ ແລະ ຄັດຄົນຊົ່ວຮ້າຍດັ່ງກ່າວອອກໄປ. ໜຶ່ງໃນຊາວຄົນແມ່ນໜ້ອຍເກີນໄປ; ຖ້າຄຣິສຕະຈັກໜຶ່ງມີພຽງແຕ່ສິບຄົນ, ພວກເຂົາຈະຊໍາລະລ້າງບຸກຄົນຊົ່ວຮ້າຍອອກໄປໄດ້ແນວໃດ? ພວກເຂົາຈະບໍ່ສາມາດເຮັດໄດ້; ສິບຄົນນັ້ນກໍຈະຢູ່ພາຍໃຕ້ການຄວບຄຸມຂອງຄົນຊົ່ວຮ້າຍ ແລະ ຕ້ອງທົນທຸກກັບການກົດຂີ່ຂົ່ມເຫັງຈາກພວກເຂົາ ເຊິ່ງເປັນສິ່ງທີ່ຍອມຮັບບໍ່ໄດ້. ມັນຄືຊິດີຫຼາຍຖ້າຕັ້ງເປົ້າໃຫ້ໜຶ່ງໃນສິບຄົນ ຫຼື ແມ່ນແຕ່ໜຶ່ງໃນຫ້າຄົນມີຄວາມກ້າຫານທີ່ຈະຢືນຂຶ້ນ ແລະ ຕໍ່ສູ້ກັບຄົນຊົ່ວຮ້າຍ! ການພະຍາຍາມປົກປ້ອງຕົນເອງຢູ່ຕະຫຼອດເວລາບໍ່ພຽງແຕ່ສົ່ງຜົນເຮັດໃຫ້ສູນເສຍການເປັນພະຍານຕໍ່ໜ້າຊາຕານ ແຕ່ທີ່ຮ້າຍແຮງກວ່ານັ້ນກໍຄືການສູນເສຍໂອກາດທີ່ຈະໄດ້ຮັບຄວາມຈິງຕໍ່ໜ້າພຣະເຈົ້າ. ໃນຄຣິສຕະຈັກທີ່ມີບຸກຄົນຊົ່ວຮ້າຍຄົນໜຶ່ງ, ຢ່າງໜ້ອຍຄົນບາງຄົນຈະໄດ້ຮັບຄວາມເສຍຫາຍ; ຖ້າມີບຸກຄົນຊົ່ວຮ້າຍສອງຄົນ, ຄົນສ່ວນໃຫຍ່ກໍຈະໄດ້ຮັບຄວາມເສຍຫາຍ; ແລະ ຖ້າຜູ້ຕໍ່ຕ້ານພຣະຄຣິສມີອຳນາດ ໂດຍມີຜູ້ສົມຮູ້ຮ່ວມຄິດ ແລະ ລູກນ້ອງຈໍານວນໜຶ່ງຢູ່ພາຍໃຕ້ພວກເຂົາ, ແລ້ວປະຊາກອນທີ່ພຣະເຈົ້າເລືອກທຸກຄົນໃນຄຣິສຕະຈັກກໍຈະໄດ້ຮັບຄວາມເສຍຫາຍ. ມັນເປັນແບບນີ້ບໍ? (ແມ່ນແລ້ວ.) ຄົນໜຶ່ງທີ່ຢືນຂຶ້ນຕໍ່ສູ້ກັບຄົນຊົ່ວຮ້າຍເປັນຕົວແທນຂອງກຳລັງໜຶ່ງສ່ວນ ໃນຂະນະທີ່ສິບຄົນທີ່ຢືນຂຶ້ນຕໍ່ສູ້ກັບຄົນຊົ່ວຮ້າຍເປັນຕົວແທນຂອງກຳລັງສິບສ່ວນ. ສະນັ້ນ, ພວກເຈົ້າຄິດວ່າຄົນຊົ່ວຮ້າຍຢ້ານຄົນໜຶ່ງ ຫຼື ສິບຄົນຫຼາຍກວ່າ? (ສິບຄົນ.) ແລ້ວຖ້າຊາວ, ສາມສິບ ຫຼື ຫ້າສິບຄົນລ້ວນແຕ່ຢືນຂຶ້ນຕໍ່ສູ້ກັບຄົນຊົ່ວຮ້າຍ, ໃຜຈະເປັນຜູ້ຊະນະໃນທີ່ສຸດ? (ອ້າຍເອື້ອຍນ້ອງ.) ໃນທີ່ສຸດ, ອ້າຍເອື້ອຍນ້ອງຈະເປັນຜູ້ຊະນະ. ນັ້ນບໍ່ໄດ້ເຮັດໃຫ້ການຄັດຄົນຊົ່ວຮ້າຍອອກໄປງ່າຍຂຶ້ນຫຼາຍບໍ? ຄົນຫຼາຍກໍມີກຳລັງຫຼາຍ, ຫຼັກການງ່າຍໆນີ້ຄວນຈະເປັນທີ່ຊັດເຈນສຳລັບພວກເຈົ້າ. ສະນັ້ນ, ການແຍກແຍະ ແລະ ການຄັດຄົນຊົ່ວຮ້າຍອອກໄປບໍ່ແມ່ນຄວາມຮັບຜິດຊອບຂອງຜູ້ນຳ ຫຼື ຜູ້ເຮັດວຽກຄົນໃດຄົນໜຶ່ງເທົ່ານັ້ນ ແຕ່ເປັນຄວາມຮັບຜິດຊອບຮ່ວມກັນຂອງປະຊາກອນທີ່ພຣະເຈົ້າເລືອກທຸກຄົນໃນຄຣິສຕະຈັກ. ເມື່ອຜູ້ນຳ ແລະ ຜູ້ເຮັດວຽກອອກຄວາມພະຍາຍາມ ແລະ ໂດຍມີການຮ່ວມມືຈາກປະຊາກອນທີ່ພຣະເຈົ້າເລືອກໃນການຄັດຄົນຊົ່ວຮ້າຍອອກໄປ, ທຸກຄົນຈະໄດ້ຢູ່ຢ່າງສະຫງົບສຸກ. ຖ້າຄົນຊົ່ວຮ້າຍບໍ່ຖືກຄັດອອກ ແລະ ຖືກປະໄວ້ໃນຄຣິສຕະຈັກ ໂດຍຫວັງວ່າພວກເຂົາຈະກັບໃຈ ແຕ່ບໍ່ເຫັນການປັບປຸງໃດໆ ຫຼັງຈາກຫົກເດືອນ ຫຼື ໜຶ່ງປີ ແລະ ພວກເຂົາສືບຕໍ່ກໍ່ໃຫ້ເກີດການລົບກວນທີ່ທົນບໍ່ໄດ້ຕໍ່ປະຊາກອນທີ່ພຣະເຈົ້າເລືອກ, ນີ້ຄືຜົນຂອງການສະແດງຄວາມເມດຕາຕໍ່ຄົນຊົ່ວຮ້າຍ. ການປ່ອຍໃຫ້ຄົນຊົ່ວຮ້າຍປະພຶດຕົນແບບຜະເດັດການ ແລະ ຄວບຄຸມຄຣິສຕະຈັກແມ່ນເທົ່າກັບການມອບຕົວເອງໃຫ້ກັບຄົນຊົ່ວຮ້າຍ, ພ້ອມທັງການສົ່ງມອບອ້າຍເອື້ອຍນ້ອງໄວ້ໃນກຳມືຂອງພວກເຂົາ, ເຮັດໃຫ້ພວກເຂົາສາມາດຄວບຄຸມ ແລະ ທຳຮ້າຍປະຊາກອນທີ່ພຣະເຈົ້າເລືອກຢ່າງຮ້າຍແຮງໄດ້ຕາມອຳເພີໃຈ. ມັນງ່າຍບໍທີ່ຈະເຂົ້າໃຈ ແລະ ໄດ້ຮັບຄວາມຈິງໃນສະພາບແວດລ້ອມທີ່ຄົນຊົ່ວຮ້າຍ ແລະ ພວກຕໍ່ຕ້ານພຣະຄຣິສມີອຳນາດ? (ບໍ່.) ເວລາເປັນສິ່ງມີຄ່າ. ໂດຍການຄັດຄົນຊົ່ວຮ້າຍອອກໄປໂດຍໄວທີ່ສຸດ, ເຈົ້າຈະສາມາດຟື້ນຟູຄວາມສະຫງົບສຸກ ແລະ ມີຄວາມສຸກກັບຊີວິດຄຣິສຕະຈັກທີ່ເໝາະສົມໄດ້ໂດຍໄວທີ່ສຸດ ແລະ ເຂົ້າໃຈຄວາມຈິງໄດ້ຫຼາຍຂຶ້ນ. ຖ້າເຈົ້າບໍ່ຄັດຄົນຊົ່ວຮ້າຍອອກໄປ, ພວກເຂົາກໍຈະກໍ່ໃຫ້ເກີດການລົບກວນ ແລະ ການທຳລາຍໃນທ່າມກາງຜູ້ຄົນຄືກັບໝາວໍ້ ໂດຍເວົ້າ ແລະ ເຮັດທຸກຢ່າງຕາມທີ່ພວກເຂົາຕ້ອງການ. ສິ່ງນີ້ຈະເຮັດໃຫ້ເຈົ້າສູນເສຍເວລາທີ່ຈະໄດ້ຮັບຄວາມຈິງ ເຊິ່ງໝາຍຄວາມວ່າເວລາຂອງເຈົ້າ ແລະ ການປະຕິບັດໜ້າທີ່ຂອງເຈົ້າກໍຖືກຄວບຄຸມໂດຍຄົນຊົ່ວຮ້າຍ. ນີ້ເປັນສິ່ງທີ່ດີ ຫຼື ບໍ່ດີ? (ສິ່ງທີ່ບໍ່ດີ.) ໃນທາງທິດສະດີ, ທຸກຄົນຮູ້ວ່າມັນເປັນສິ່ງທີ່ບໍ່ດີ ແຕ່ເມື່ອປະເຊີນໜ້າກັບຄົນຊົ່ວຮ້າຍທີ່ລົບກວນຄຣິສຕະຈັກ, ພວກເຂົາກໍບໍ່ໄດ້ຄິດແບບນີ້ອີກຕໍ່ໄປ ໂດຍສຸມໃສ່ພຽງແຕ່ການບໍ່ຖືກວາງແຜນໃສ່ຮ້າຍ ຫຼື ຖືກທຳຮ້າຍຢ່າງຮ້າຍແຮງໂດຍຄົນຊົ່ວຮ້າຍ. ຖ້າປະຊາກອນທີ່ພຣະເຈົ້າເລືອກທຸກຄົນໃນຄຣິສຕະຈັກຢ້ານຄົນຊົ່ວຮ້າຍແບບນີ້, ຄຣິສຕະຈັກຈະຕົກຢູ່ພາຍໃຕ້ການຄວບຄຸມຂອງຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສໄດ້ຢ່າງງ່າຍດາຍ ແລະ ປະຊາກອນທີ່ພຣະເຈົ້າເລືອກກໍຈະຖືກຄວບຄຸມໂດຍພວກເຂົາເຊັ່ນກັນ. ແລ້ວພວກເຂົາສາມາດໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າໄດ້ບໍ? ນັ້ນແມ່ນເລື່ອງທີ່ເວົ້າໄດ້ຍາກ. ຖ້າຄຣິສຕະຈັກໜຶ່ງບໍ່ມີສອງ ຫຼື ສາມຄົນທີ່ເຂົ້າໃຈຄວາມຈິງ ແລະ ຮ່ວມໃຈກັນເປັນພະຍານໃຫ້ພຣະເຈົ້າ ແລະ ຮັບໃຊ້ພຣະເຈົ້າ, ມັນກໍເປັນຄຣິສຕະຈັກທີ່ໝົດຫວັງ ແລະ ນັ້ນກໍເປັນສະຖານະການທີ່ເປັນຕາສັງເວດ.

ການເປັນຄົນມັກແກ້ແຄ້ນເປັນການສະແດງອອກໜຶ່ງຂອງການປະພຶດທີ່ຊົ່ວຮ້າຍ ແລະ ເປັນໜຶ່ງໃນພຶດຕິກຳ ແລະ ການສະແດງອອກທີ່ເກີດຈາກອຸປະນິໄສທີ່ໂຫດຮ້າຍ. ເມື່ອພວກເຂົາສະແດງອອກເຖິງພຶດຕິກຳທີ່ສະເພາະເຈາະຈົງນີ້, ບຸກຄົນດັ່ງກ່າວກໍຄວນຖືກກຳນົດລັກສະນະວ່າເປັນຄົນຊົ່ວຮ້າຍ. ເພາະວ່າພວກເຂົາໃຈແຄບ, ຂາດຄວາມເຂົ້າໃຈໃນເຊີງເລິກ ຫຼື ເປັນຜູ້ເຊື່ອໃໝ່ທີ່ບໍ່ເຂົ້າໃຈຄວາມຈິງ, ມັນຈຶ່ງແນ່ນອນວ່າ ບາງຄົນມັກຈັບຜິດເລື່ອງເລັກໆນ້ອຍໆກັບຄົນອື່ນຢູ່ສະເໝີ, ເກັບຄວາມກຽດຊັງໄວ້ຕໍ່ຜູ້ທີ່ບໍ່ເປັນໃຈໃຫ້ພວກເຂົາ ຫຼື ເຄີຍທຳຮ້າຍພວກເຂົາ ຫຼື ເຄີຍໃຊ້ວິທີການບາງຢ່າງເພື່ອແກ້ແຄ້ນບາງຄົນ ແຕ່ເມື່ອໄດ້ຍິນວ່າຄົນທີ່ມັກແກ້ແຄ້ນເປັນຄົນຊົ່ວຮ້າຍ ແລະ ຈະຖືກຄັດອອກຈາກຄຣິສຕະຈັກ, ພວກເຂົາກໍປ່ຽນຄວາມຄິດ, ກັບໃຈຢ່າງລັບໆ ແລະ ສະແດງອອກເຖິງການຄວບຄຸມ ແລະ ຢັບຢັ້ງໃນພຶດຕິກຳຂອງຕົນ. ຈົ່ງບອກເຮົາມາເບິ່ງ, ຄົນດັ່ງກ່າວແມ່ນຖືວ່າຢູ່ໃນຈຳພວກຄົນຊົ່ວຮ້າຍບໍ? (ບໍ່.) ສິ່ງໃດທີ່ຊີ້ໃຫ້ເຫັນເຖິງສິ່ງນີ້? (ຄວາມສາມາດໃນການກັບໃຈຂອງພວກເຂົາ.) ຄວາມສາມາດໃນການກັບໃຈຂອງພວກເຂົາສະແດງໃຫ້ເຫັນເຖິງຫຍັງ? ມັນສະແດງໃຫ້ເຫັນວ່າພວກເຂົາສາມາດຍອມຮັບຄວາມຈິງ; ມັນເປັນປະກົດການທີ່ດີ. ເປັນຫຍັງພວກເຮົາຈຶ່ງເວົ້າວ່າພວກເຂົາສາມາດຍອມຮັບຄວາມຈິງ? ເພາະວ່າ ຫຼັງຈາກທີ່ໄດ້ຍິນຄວາມຈິງໃນດ້ານນີ້ ແລະ ຮັບຮູ້ວ່າການພະຍາຍາມແກ້ແຄ້ນເປັນການສະແດງອອກຂອງຄົນຊົ່ວຮ້າຍ, ພວກເຂົາກໍໄຕ່ຕອງສະພາວະທີ່ເສື່ອມຊາມຂອງຕົນເອງ, ຍອມຮັບແກ່ນແທ້ທີ່ເສື່ອມຊາມຂອງຕົນ ແລະ ຈາກນັ້ນກໍກັບໃຈຕໍ່ພຣະເຈົ້າ, ປະຕິບັດຕາມພຣະທຳຂອງພຣະເຈົ້າ ແລະ ຢັບຢັ້ງພຶດຕິກຳຂອງຕົນ. ນີ້ຄືການສະແດງອອກຂອງການຍອມຮັບຄວາມຈິງ. ຄົນຊົ່ວຮ້າຍທີ່ພວກເຮົາກ່າວເຖິງໃນບ່ອນນີ້ບໍ່ຍອມຮັບຄວາມຈິງ. ບໍ່ວ່າເຈົ້າຈະໂອ້ລົມຄວາມຈິງກັບພວກເຂົາຢ່າງແຈ່ມແຈ້ງສໍ່າໃດກໍຕາມ, ພວກເຂົາກໍບໍ່ຍອມຮັບມັນ; ພວກເຂົາຍັງດື້ດ້ານ, ປະຕິເສດທີ່ຈະຟັງໃຜ. ເຖິງແມ່ນວ່າເຈົ້າຈະເຕືອນພວກເຂົາວ່າ “ການກະທຳຂອງເຈົ້າຈະນຳໄປສູ່ການຖືກຄັດອອກ”, ພວກເຂົາກໍບໍ່ໃສ່ໃຈ ແລະ ຍັງສືບຕໍ່ໃນແນວທາງຂອງຕົນ ໂດຍບໍ່ມີໃຜປ່ຽນແປງພວກເຂົາໄດ້. ເມື່ອເຈົ້າເປີດໂປງພວກເຂົາ, ພວກເຂົາກໍບໍ່ຍອມຮັບຄວາມຜິດຂອງຕົນ. ເມື່ອເຈົ້າບອກພວກເຂົາວ່າພວກເຂົາເປັນຄົນທີ່ມັກແກ້ແຄ້ນ, ພວກເຂົາເປັນຄົນຊົ່ວຮ້າຍ ແລະ ພວກເຂົາຄວນຖືກຄັດອອກ, ພວກເຂົາກໍຍັງຈະບໍ່ປະຖິ້ມການກະທຳທີ່ຊົ່ວຮ້າຍຂອງຕົນ ແລະ ຈະບໍ່ມີທາງກັບໃຈຢ່າງແນ່ນອນ. ຄົນປະເພດນີ້ແມ່ນຄົນແບບໃດ? ພວກເຂົາຄືຜູ້ທີ່ເບື່ອໜ່າຍຄວາມຈິງ. ພວກເຂົາບໍ່ຍອມຮັບຄວາມຈິງເລີຍ, ບໍ່ວ່າແກ່ນແທ້ອຸປະນິໄສຂອງພວກເຂົາຈະຖືກກຳນົດລັກສະນະແນວໃດ, ການກະທຳທີ່ຊົ່ວຮ້າຍຂອງພວກເຂົາຈະຖືກເປີດໂປງແນວໃດ ຫຼື ພວກເຂົາຈະຖືກຈັດການແນວໃດ, ພວກເຂົາກໍຍັງບໍ່ຫວັ່ນໄຫວ, ຈະບໍ່ມີທາງກົ້ມຫົວຂອງພວກເຂົາ ແລະ ຍອມຮັບຄວາມຜິດຂອງຕົນຢ່າງເດັດຂາດ ແລະ ຈະບໍ່ມີທາງປ່ອຍວາງຢ່າງແນ່ນອນ. ນີ້ຄືການບໍ່ສາມາດກັບໃຈໄດ້. ແກ່ນແທ້ຂອງການບໍ່ກັບໃຈແມ່ນຫຍັງ? ມັນຄືການປະຕິເສດທີ່ຈະຍອມຮັບຄວາມຈິງ. ຖ້າພວກເຂົາສາມາດຍອມຮັບແມ່ນແຕ່ຄຳເວົ້າທີ່ຖືກຕ້ອງພຽງປະໂຫຍກດຽວ ຫຼື ຄວາມຈິງພຽງດ້ານດຽວ, ພວກເຂົາກໍຈະບໍ່ຍ່າງຕໍ່ໄປໃນເສັ້ນທາງທີ່ຜິດໂດຍບໍ່ຫັນກັບ. ພວກເຂົາຈະປ່ຽນທິດທາງ, ຍອມຮັບຄວາມຜິດພາດຂອງຕົນ ແລະ ປ່ອຍວາງສິ່ງທີ່ພວກເຂົາເຄີຍຍຶດໝັ້ນມາກ່ອນໃນລະດັບໃດໜຶ່ງ. ເພາະວ່າພວກເຂົາເປັນຄົນຊົ່ວຮ້າຍ, ເພາະວ່າພວກເຂົາເປັນບຸກຄົນຊົ່ວຮ້າຍທີ່ມີອຸປະນິໄສໂຫດຮ້າຍ, ຫຼັງຈາກທີ່ພຶດຕິກຳການພະຍາຍາມແກ້ແຄ້ນຂອງພວກເຂົາເກີດຂຶ້ນຈາກອຸປະນິໄສດັ່ງກ່າວ, ພວກເຂົາບໍ່ພຽງແຕ່ບໍ່ຍອມຮັບສິ່ງທີ່ຖືກເປີດເຜີຍໂດຍພຣະທຳຂອງພຣະເຈົ້າ, ການຖືກລິຮານ ຫຼື ການກຳນົດລັກສະນະແບບນີ້ເທົ່ານັ້ນ ແຕ່ຍັງດື້ດຶງທີ່ຈະຍຶດໝັ້ນໃນແນວທາງຂອງຕົນຈົນເຖິງທີ່ສຸດ. ພວກເຂົາບໍ່ໄດ້ມີແຜນທີ່ຈະຍອມຮັບການຖືກກຳນົດລັກສະນະ ຫຼື ການຖືກເປີດໂປງ ແລະ ທັງບໍ່ໄດ້ມີເຈດຕະນາທີ່ຈະຍອມຮັບຄວາມເສື່ອມຊາມຂອງຕົນ. ແນ່ນອນວ່າ ຖ້າບໍ່ຍອມຮັບຄວາມເສື່ອມຊາມຂອງຕົນ, ພວກເຂົາກໍບໍ່ໄດ້ມີແຜນທີ່ຈະປະຖິ້ມພຶດຕິກຳ ແລະ ການກະທຳໃນການພະຍາຍາມແກ້ແຄ້ນຂອງຕົນ ແລະ ທັງບໍ່ໄດ້ຕັ້ງໃຈທີ່ຈະປະຖິ້ມຫຼັກການໃນການປະພຶດຕົນ. ພວກເຂົາເປັນຄົນຊົ່ວຮ້າຍຢ່າງສິ້ນເຊີງ ແລະ ຢ່າງສົມບູນ. ຄົນຊົ່ວຮ້າຍດັ່ງກ່າວບໍ່ແມ່ນມານຮ້າຍບໍ? (ແມ່ນແລ້ວ.) ພວກເຂົາເປັນມານຮ້າຍທີ່ມີແກ່ນແທ້ຂອງຊາຕານຢ່າງແນ່ນອນ. ເຈົ້າບໍ່ສາມາດປ່ຽນແປງພວກເຂົາໄດ້. ເປັນຫຍັງພວກເຂົາຈຶ່ງບໍ່ສາມາດປ່ຽນແປງໄດ້? ສາເຫດຫຼັກກໍຄືການປະຕິເສດທີ່ຈະຍອມຮັບຄວາມຈິງຢ່າງເດັດຂາດຂອງພວກເຂົາ. ພວກເຂົາປະຕິເສດແມ່ນແຕ່ຄວາມຈິງທີ່ໜ້ອຍທີ່ສຸດ, ຄຳເວົ້າທີ່ຖືກຕ້ອງ, ຄຳເວົ້າໃນທາງບວກ ຫຼື ສິ່ງທີ່ເປັນບວກໃດໜຶ່ງ. ເຖິງແມ່ນວ່າພວກເຂົາຈະຍອມຮັບດ້ວຍປາກວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ ແລະ ເປັນສິ່ງທີ່ເປັນບວກ ແຕ່ໃຈຂອງພວກເຂົາກໍບໍ່ຍອມຮັບຄວາມຈິງເລີຍ ແລະ ທັງບໍ່ໄດ້ມີແຜນທີ່ຈະປະຕິບັດ ແລະ ປະສົບກັບພຣະທຳຂອງພຣະເຈົ້າ ເພື່ອປ່ຽນວິທີການປະພຶດຕົນ ແລະ ການເຮັດສິ່ງຕ່າງໆຂອງຕົນ. ບາງຄັ້ງ, ພວກເຂົາອາດຈະຍອມຮັບດ້ວຍປາກວ່າການກະທຳຂອງພວກເຂົາແມ່ນອີງໃສ່ປັດຊະຍາຂອງຊາຕານທັງໝົດ ແຕ່ພວກເຂົາກໍຍັງຈະບໍ່ຍອມຮັບຄວາມຈິງຢ່າງເດັດຂາດ. ໃຜກໍຕາມທີ່ໂອ້ລົມຄວາມຈິງກັບພວກເຂົາກໍຈະພົບກັບຄວາມລັງກຽດຢ່າງສຸດຂີດຂອງພວກເຂົາ ແລະ ແມ່ນແຕ່ຄວາມກຽດຊັງ ແລະ ການຕັດສິນຂອງພວກເຂົາ ແລະ ໃຜກໍຕາມທີ່ເປີດໂປງ ແລະ ແຍກແຍະພວກເຂົາກໍຈະກາຍເປັນເປົ້າໝາຍຂອງຄວາມກຽດຊັງ ແລະ ການແກ້ແຄ້ນຂອງພວກເຂົາ, ບໍ່ວ່າຄົນຜູ້ນັ້ນຈະເປັນໃຜກໍຕາມ, ແມ່ນແຕ່ພໍ່ແມ່ຂອງຕົນເອງກໍບໍ່ໄດ້ຮັບການຍົກເວັ້ນ. ພວກເຂົາເກີນກວ່າຈະແກ້ໄຂໄດ້, ບໍ່ແມ່ນບໍ? (ແມ່ນແລ້ວ.) ພວກເຂົາເກີນກວ່າຈະແກ້ໄຂໄດ້. ມັນເປັນຕາໜ້າເສຍດາຍບໍທີ່ຈະຄັດພວກເຂົາອອກ? (ບໍ່.) ບຸກຄົນດັ່ງກ່າວຕ້ອງຖືກຄັດອອກ ຫຼື ຂັບໄລ່ອອກ. ໂດຍພື້ນຖານແລ້ວ, ສິ່ງເຫຼົ່ານີ້ຄືການສະແດງອອກທັງໝົດຂອງຄົນທີ່ມັກແກ້ແຄ້ນ; ສິ່ງເຫຼົ່ານີ້ຄືຄຸນລັກສະນະຂອງພວກເຂົາ, ອຸປະນິໄສຂອງພວກເຂົາ, ແນວທາງ ແລະ ວິທີການຂອງພວກເຂົາໃນການເຮັດສິ່ງຕ່າງໆ ແລະ ຂະບວນການຄິດຂອງພວກເຂົາ, ພ້ອມທັງທັດສະນະຄະຕິຂອງພວກເຂົາຕໍ່ຄວາມຈິງ. ໂດຍພື້ນຖານແມ່ນມີພຽງເທົ່ານີ້. ຜົນກະທົບທີ່ພວກເຂົາມີຕໍ່ຄຣິສຕະຈັກ ແລະ ຕໍ່ອ້າຍເອື້ອຍນ້ອງກໍໄດ້ຖືກສົນທະນາໄປແລ້ວ, ສະນັ້ນຈຶ່ງບໍ່ຈຳເປັນຕ້ອງໂອ້ລົມກັນອີກ. ການໂອ້ລົມກ່ຽວກັບການສະແດງອອກຂອງຄົນປະເພດທີສີ່, ຄືຄົນທີ່ມັກແກ້ແຄ້ນ, ກໍຈົບລົງພຽງເທົ່ານີ້.

5. ການບໍ່ສາມາດລະວັງຄຳເວົ້າຂອງຕົນ

ຕໍ່ໄປ, ພວກເຮົາຈະໂອ້ລົມກ່ຽວກັບຄົນປະເພດທີຫ້າ, ຄືຄົນທີ່ບໍ່ສາມາດລະວັງຄຳເວົ້າຂອງຕົນໄດ້. ນີ້ເປັນບັນຫາທີ່ຮ້າຍແຮງບໍ? ເມື່ອເບິ່ງຈາກຄວາມໝາຍຕາມຕົວໜັງສືແລ້ວ, ການບໍ່ສາມາດລະວັງຄຳເວົ້າຂອງຕົນເບິ່ງຄືວ່າບໍ່ແມ່ນບັນຫາທີ່ສຳຄັນ. ບາງຄົນອາດຈະມີແນວຄິດບາງຢ່າງກ່ຽວກັບການກຳນົດວ່າຄົນເຫຼົ່ານີ້ເປັນຄົນຊົ່ວຮ້າຍ: “ເນື່ອງຈາກຄົນເຮົາມີປາກ, ພວກເຂົາກໍຕ້ອງເວົ້າໄດ້ທຸກເວລາ ແລະ ທຸກສະຖານທີ່; ພວກເຂົາອາດສົນທະນາເລື່ອງຕ່າງໆໄດ້ທຸກເວລາ ແລະ ທຸກສະຖານທີ່. ມັນບໍ່ແມ່ນການເກີນໄປໜ້ອຍໜຶ່ງບໍ ທີ່ຈະຈັດປະເພດຄົນທີ່ບໍ່ສາມາດລະວັງຄຳເວົ້າຂອງຕົນເຂົ້າໃນກຸ່ມຄົນຊົ່ວຮ້າຍທີ່ຈະຖືກຄັດອອກ?” ພວກເຈົ້າຄິດແນວໃດກ່ຽວກັບເລື່ອງນີ້? (ຖ້າພວກເຂົາກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງຕໍ່ຊີວິດຄຣິສຕະຈັກ ຫຼື ວຽກງານຂອງຄຣິສຕະຈັກ ຈົນນຳໄປສູ່ຜົນສະທ້ອນທີ່ບໍ່ດີ, ພວກເຂົາກໍຈະຖືກຄັດອອກເຊັ່ນກັນ.) ບັນຫາຂອງຄົນດັ່ງກ່າວບໍ່ແມ່ນເລື່ອງການບໍ່ລະວັງຄຳເວົ້າຂອງຕົນ; ມັນເປັນບັນຫາກ່ຽວກັບຄວາມເປັນມະນຸດຂອງພວກເຂົາ. ຖ້າພວກເຂົາກໍ່ໃຫ້ເກີດການລົບກວນຕໍ່ອ້າຍເອື້ອຍນ້ອງ, ຕໍ່ຊີວິດຄຣິສຕະຈັກ ແລະ ຕໍ່ວຽກງານຂອງຄຣິສຕະຈັກ ຫຼື ຄຳເວົ້າຂອງພວກເຂົາຖືເປັນການທໍລະຍົດ ແລະ ຫັກຫຼັງຄຣິສຕະຈັກ ແລະ ແມ່ນແຕ່ການນຳຄວາມອັບອາຍມາສູ່ເຮືອນຂອງພຣະເຈົ້າ ແລະ ພຣະນາມຂອງພຣະເຈົ້າ, ຄົນເຊັ່ນນັ້ນກໍຕ້ອງຖືກຈັດການ. ກ່ອນອື່ນ ໃຫ້ມາສົນທະນາກັນກ່ຽວກັບການສະແດງອອກຂອງຄົນທີ່ບໍ່ສາມາດລະວັງຄຳເວົ້າຂອງຕົນ ແລ້ວຈຶ່ງເວົ້າເຖິງວິທີຈັດການກັບພວກເຂົາ. ສາມາດເອີ້ນຄົນທີ່ບໍ່ສາມາດລະວັງຄຳເວົ້າຂອງຕົນວ່າ “ຄົນປາກໃຫຍ່” ໄດ້ບໍ? (ໄດ້.) ແມ່ນແທ້ບໍ? ນີ້ແມ່ນລັກສະນະຂອງຄົນປະເພດນີ້ບໍ? ການເປັນຄົນປາກໃຫຍ່ໝາຍເຖິງການເປັນຄົນໂງ່ ແລະ ບໍ່ຮູ້ວ່າສິ່ງໃດຄວນເວົ້າ ຫຼື ບໍ່ຄວນເວົ້າ, ເວົ້າທຸກຢ່າງທີ່ຄິດອອກມາໂດຍບໍ່ຄຳນຶງເຖິງຜົນທີ່ຈະຕາມມາບໍ? ນີ້ແມ່ນຄວາມໝາຍຂອງການບໍ່ລະວັງຄຳເວົ້າຂອງຕົນບໍ? (ບໍ່ແມ່ນ.) ບາງຄົນເວົ້າເກັ່ງ ແລະ ສື່ສານເກັ່ງ; ພວກເຂົາເປັນຄົນກົງໄປກົງມາ ແລະ ຂ້ອນຂ້າງຮຽບງ່າຍ ແລະ ຊື່ສັດ. ພວກເຂົາມັກຈະແບ່ງປັນຄວາມຄິດ ແລະ ແນວຄິດພາຍໃນຂອງພວກເຂົາ, ການເປີດເຜີຍຄວາມເສື່ອມຊາມຂອງຕົນເອງ, ສິ່ງທີ່ພວກເຂົາໄດ້ປະສົບພົບພໍ້ ແລະ ແມ່ນແຕ່ຄວາມຜິດພາດຂອງພວກເຂົາກັບຄົນອື່ນ. ຢ່າງໃດກໍຕາມ, ຄົນເຫຼົ່ານີ້ບໍ່ຈຳເປັນຕ້ອງເປັນຄົນໂງ່ ຫຼື ບໍ່ສາມາດລະວັງຄຳເວົ້າຂອງຕົນໄດ້. ເບິ່ງຄືວ່າພວກເຂົາເວົ້າກ່ຽວກັບທຸກສິ່ງ ແລະ ເປັນຄົນຂ້ອນຂ້າງຮຽບງ່າຍ ແລະ ຊື່ສັດ; ແຕ່ເມື່ອເວົ້າເຖິງບັນຫາທີ່ສຳຄັນຫຼາຍ, ບັນຫາທີ່ສາມາດນຳຄວາມອັບອາຍມາສູ່ພຣະເຈົ້າ ຫຼື ເຮືອນຂອງພຣະເຈົ້າ ຫຼື ບັນຫາທີ່ສາມາດກ່ຽວຂ້ອງກັບການທໍລະຍົດຕໍ່ອ້າຍເອື້ອຍນ້ອງ ຫຼື ຄຣິສຕະຈັກ, ເຊິ່ງເຮັດໃຫ້ພວກເຂົາກາຍເປັນຢູດາ, ພວກເຂົາກໍຈະບໍ່ເວົ້າຫຍັງອອກມາຈັກຄຳ. ສິ່ງນີ້ເອີ້ນວ່າການລະວັງຄຳເວົ້າຂອງຕົນ. ສະນັ້ນ, ມັນບໍ່ໄດ້ໝາຍຄວາມວ່າຄົນທີ່ກົງໄປກົງມາ, ຄົນປາກໃຫຍ່ ຫຼື ຜູ້ທີ່ເວົ້າເກັ່ງຈະບໍ່ສາມາດລະວັງຄຳເວົ້າຂອງຕົນໄດ້. ການບໍ່ສາມາດລະວັງຄຳເວົ້າຂອງຕົນໃນທີ່ນີ້ໝາຍຄວາມວ່າແນວໃດ? ການບໍ່ສາມາດລະວັງຄຳເວົ້າຂອງຕົນໝາຍເຖິງການເວົ້າໂດຍບໍ່ມີຫຼັກການ ແລະ ການເວົ້າແບບຊະຊາຍໂດຍບໍ່ຄຳນຶງເຖິງຜູ້ຟັງ, ກາລະໂອກາດ ຫຼື ສະພາບການ. ຍິ່ງໄປກວ່ານັ້ນ, ມັນກ່ຽວຂ້ອງກັບການບໍ່ຮູ້ຈັກປົກປ້ອງວຽກງານຂອງຄຣິສຕະຈັກ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເລີຍ ຫຼື ການບໍ່ໃສ່ໃຈເລີຍວ່າມັນຈະເປັນປະໂຫຍດຕໍ່ອ້າຍເອື້ອຍນ້ອງ ຫຼື ຊີວິດຄຣິສຕະຈັກ ຫຼື ບໍ່ ແລະ ມີແຕ່ຈະເວົ້າໄປຊະຊາຍ. ຜົນສະທ້ອນຂອງ “ການເວົ້າໄປຊະຊາຍ” ແມ່ນຫຍັງ? ມັນຄືການທໍລະຍົດຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຜົນປະໂຫຍດຂອງອ້າຍເອື້ອຍນ້ອງໂດຍບໍ່ໄດ້ຕັ້ງໃຈ. ເນື່ອງຈາກການເວົ້າແບບຊະຊາຍ ແລະ ການບໍ່ສາມາດລະວັງຄຳເວົ້າຂອງຕົນ, ພວກເຂົາຈຶ່ງເຮັດໃຫ້ຜູ້ບໍ່ມີຄວາມເຊື່ອມີຊ່ອງຫວ່າງຈັບຜິດເຮືອນຂອງພຣະເຈົ້າໄດ້ໂດຍບໍ່ໄດ້ຕັ້ງໃຈ, ເຮັດໃຫ້ຜູ້ບໍ່ມີຄວາມເຊື່ອເຍາະເຍີ້ຍອ້າຍເອື້ອຍນ້ອງບາງຄົນ ແລະ ເຮັດໃຫ້ຜູ້ບໍ່ມີຄວາມເຊື່ອ ແລະ ຄົນທີ່ບໍ່ເຊື່ອໃນພຣະເຈົ້າຮູ້ຫຼາຍສິ່ງທີ່ພວກເຂົາບໍ່ຄວນຮູ້. ຜົນກໍຄື ຄົນເຫຼົ່ານີ້ອອກຄຳເຫັນຢ່າງເສລີ ແລະ ກ່າວຄຳເວົ້າທີ່ບໍ່ໃຫ້ກຽດກ່ຽວກັບເລື່ອງຕ່າງໆຂອງເຮືອນຂອງພຣະເຈົ້າ ແລະ ວຽກງານພາຍໃນຂອງຄຣິສຕະຈັກ ແລະ ເວົ້າສິ່ງທີ່ໃສ່ຮ້າຍປ້າຍສີ ແລະ ໝິ່ນປະໝາດພຣະເຈົ້າ. ພວກເຂົາອາດຈະເຖິງຂັ້ນສ້າງຂ່າວລືກ່ຽວກັບອ້າຍເອື້ອຍນ້ອງ, ຄຣິສຕະຈັກ ແລະ ວຽກງານຂອງເຮືອນຂອງພຣະເຈົ້າ, ເຊິ່ງນຳມາເຊິ່ງຜົນສະທ້ອນທີ່ບໍ່ດີ. ການກະທຳເຊັ່ນນີ້ເປັນການລົບກວນຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ຖືເປັນການກະທຳຄວາມຊົ່ວ. ບາງຄົນໃສ່ໃຈເປັນພິເສດໃນການສຶກສາ ແລະ ການກວດສອບວ່າ ໃຜເປັນຜູ້ນຳ ແລະ ຜູ້ເຮັດວຽກໃນຄຣິສຕະຈັກ, ທີ່ຢູ່ຂອງຄອບຄົວຂອງພວກເຂົາ, ຂໍ້ມູນສ່ວນຕົວຂອງອ້າຍເອື້ອຍນ້ອງ, ວຽກງານການເງິນ ແລະ ການບັນຊີຂອງຄຣິສຕະຈັກ, ບຸກຄະລາກອນດ້ານບັນຊີ ແລະ ລາຍຊື່ຄົນທີ່ຖືກຄັດອອກ ຫຼື ຂັບໄລ່ອອກຈາກຄຣິສຕະຈັກ. ພວກເຂົາຍັງໃສ່ໃຈເປັນພິເສດໃນການສຶກສາກ່ຽວກັບການຈັດແຈງວຽກງານຂອງຄຣິສຕະຈັກ. ພຶດຕິກຳດັ່ງກ່າວແມ່ນໜ້າສົງໄສຢ່າງຍິ່ງ ແລະ ອາດຈະຊີ້ບອກວ່າພວກເຂົາເປັນສາຍສືບ ຫຼື ສາຍລັບຂອງພະຍານາກໃຫຍ່ສີແດງ. ຖ້າລາຍລະອຽດເຫຼົ່ານີ້ຮົ່ວໄຫຼໄປເຖິງພວກມານຮ້າຍທີ່ບໍ່ມີຄວາມເຊື່ອ, ເຮັດໃຫ້ພະຍານາກໃຫຍ່ສີແດງຮູ້ກ່ຽວກັບພວກມັນ, ຜົນສະທ້ອນກໍຈະຮ້າຍແຮງຈົນຄິດບໍ່ເຖິງ. ຍ້ອນຄວາມໂງ່ຈ້າ ແລະ ຄວາມບໍ່ຮູ້, ບາງຄົນອາດຈະແບ່ງປັນຂໍ້ມູນນີ້ ຫຼື ບາງສ່ວນຂອງຂໍ້ມູນກັບສະມາຊິກຄອບຄົວທີ່ບໍ່ມີຄວາມເຊື່ອຂອງພວກເຂົາ, ຜູ້ທີ່ຫຼັງຈາກນັ້ນກໍນຳໄປເຜີຍແຜ່ ຫຼື ມອບໃຫ້ກັບເຈົ້າໜ້າທີ່ຂອງພະຍານາກໃຫຍ່ສີແດງ. ສິ່ງນີ້ອາດຈະກໍ່ໃຫ້ເກີດຄວາມສ່ຽງ ແລະ ນຳບັນຫາຫຼາຍຢ່າງມາສູ່ວຽກງານຂອງຄຣິສຕະຈັກ ພ້ອມດ້ວຍຜົນສະທ້ອນທີ່ຄາດບໍ່ເຖິງ. ເລື່ອງພາຍໃນຂອງຄຣິສຕະຈັກເຫຼົ່ານີ້ມັກຈະຖືກແບ່ງປັນໂດຍບໍ່ໄດ້ຕັ້ງໃຈກັບສະມາຊິກຄອບຄົວທີ່ບໍ່ມີຄວາມເຊື່ອໂດຍຄົນບາງຄົນ, ຜູ້ທີ່ເປີດເຜີຍທຸກຢ່າງໂດຍບໍ່ມີການປິດບັງ. ເລື່ອງເຫຼົ່ານີ້ຍັງຖືກແບ່ງປັນກັບຍາດພີ່ນ້ອງ ແລະ ໝູ່ເພື່ອນທີ່ບໍ່ມີຄວາມເຊື່ອຂອງພວກເຂົາ. ສິ່ງນີ້ນຳໄປສູ່ການຮົ່ວໄຫຼຢ່າງຕໍ່ເນື່ອງຂອງເລື່ອງພາຍໃນຂອງຄຣິສຕະຈັກຜ່ານຄຳເວົ້າຂອງພວກເຂົາໄປສູ່ໂລກພາຍນອກ. ຜົນສະທ້ອນຂອງການຮົ່ວໄຫຼເຫຼົ່ານີ້ແມ່ນຫຍັງ? ສະມາຊິກຄອບຄົວ, ຍາດພີ່ນ້ອງ ແລະ ໝູ່ເພື່ອນທີ່ບໍ່ມີຄວາມເຊື່ອຂອງພວກເຂົາຫຼາຍຄົນໄດ້ຮັບຮູ້ເລື່ອງພາຍໃນຂອງຄຣິສຕະຈັກຫຼາຍຢ່າງທີ່ແມ່ນແຕ່ອ້າຍເອື້ອຍນ້ອງອາດຈະບໍ່ຮູ້ ຫຼື ທີ່ຢູ່ເຮືອນຂອງອ້າຍເອື້ອຍນ້ອງ, ຊື່ແທ້ຂອງພວກເຂົາ ແລະ ເລື່ອງສ່ວນຕົວໃນການແຕ່ງງານ. ເລື່ອງຂອງຄຣິສຕະຈັກເຫຼົ່ານີ້ຮົ່ວໄຫຼອອກໄປໄດ້ແນວໃດ? ຜູ້ບໍ່ມີຄວາມເຊື່ອມາຮູ້ກ່ຽວກັບເລື່ອງເຫຼົ່ານີ້ໄດ້ແນວໃດ? ຍ້ອນວ່າມີ “ຜູ້ສື່ຂ່າວ” ຢູ່ໃນຄຣິສຕະຈັກ! ຄົນປະເພດນີ້ຖືກເອີ້ນວ່າຫຍັງ? (ຄົນທີ່ບໍ່ສາມາດລະວັງຄຳເວົ້າຂອງຕົນ.) ແມ່ນແລ້ວ. ພວກເຂົາແບ່ງປັນທຸກສິ່ງທີ່ເກີດຂຶ້ນໃນຊີວິດປະຈຳວັນຂອງຄຣິສຕະຈັກ ຫຼື ເລື່ອງທີ່ກ່ຽວຂ້ອງກັບອ້າຍເອື້ອຍນ້ອງກັບສະມາຊິກຄອບຄົວທີ່ບໍ່ມີຄວາມເຊື່ອຂອງພວກເຂົາ, ເຊັ່ນ: ເອື້ອຍນ້ອງຄົນໜຶ່ງຢ່າຮ້າງ, ຜົວຂອງເອື້ອຍນ້ອງອີກຄົນໜຶ່ງຂາດທຶນໃນທຸລະກິດ ຫຼື ລູກຊາຍຂອງລາວບໍ່ເຊື່ອຟັງ ຫຼື ອ້າຍເອື້ອຍນ້ອງຄົນໃດຄົນໜຶ່ງຊື້ເຮືອນ ແລະ ອື່ນໆ. ພວກເຂົາຍັງເວົ້າກ່ຽວກັບອ້າຍເອື້ອຍນ້ອງທີ່ຖືກຈັບໂດຍມັງກອນແດງທີ່ຍິ່ງໃຫຍ່ ແລະ ກາຍເປັນຢູດາ ຫຼື ຜູ້ທີ່ຢືນຢັດໃນຄຳພະຍານຂອງພວກເຂົາ ແລະ ແມ່ນແຕ່ກ່າວເຖິງວ່າຜູ້ນຳຄຣິສຕະຈັກໄດ້ລິຮານພວກເຂົາ. ການສົນທະນາຂອງພວກເຂົາຢູ່ເຮືອນແມ່ນໝູນວຽນຢູ່ກັບຫົວຂໍ້ເຫຼົ່ານີ້ທັງໝົດ. ສະມາຊິກຄອບຄົວຂອງພວກເຂົາເຖິງກັບຊ່ວຍຄິດຫາແຜນການ ແລະ ເລ່ຫຼ່ຽມ ເພື່ອຊ່ວຍພວກເຂົາຕໍ່ຕ້ານຜູ້ນຳ, ອ້າຍເອື້ອຍນ້ອງ ຫຼື ໃຜກໍຕາມໃນຄຣິສຕະຈັກທີ່ບໍ່ເຂົ້າກັບພວກເຂົາ, ສ້າງຄວາມທ້າທາຍ ຫຼື ໄດ້ເປີດໂປງພວກເຂົາ. ໃນການເຕົ້າໂຮມທ່າມກາງອ້າຍເອື້ອຍນ້ອງ, ຄົນດັ່ງກ່າວຈະເບິ່ງຄືວ່າເຊື່ອຟັງ ແລະ ປະພຶດຕົນດີເປັນພິເສດ, ເວົ້າໜ້ອຍ, ບໍ່ເກັ່ງໃນການສົນທະນາ, ບໍ່ເຄີຍເວົ້າກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງຕົນເອງ, ບໍ່ເຄີຍໂອ້ລົມກ່ຽວກັບຄວາມເຂົ້າໃຈຈາກປະສົບການຂອງຕົນ ແລະ ແມ່ນແຕ່ບໍ່ຄ່ອຍອະທິຖານ. ພວກເຂົາຖືວ່າອ້າຍເອື້ອຍນ້ອງເປັນເປົ້າໝາຍທີ່ຕ້ອງລະວັງ, ໃນຂະນະທີ່ປະຕິບັດຕໍ່ສະມາຊິກຄອບຄົວທີ່ບໍ່ມີຄວາມເຊື່ອຂອງພວກເຂົາຄືກັບວ່າພວກເຂົາເປັນສະມາຊິກຂອງເຮືອນຂອງພຣະເຈົ້າ. ພວກເຂົາເລົ່າລາຍລະອຽດທັງໝົດກ່ຽວກັບຄຣິສຕະຈັກໃຫ້ສະມາຊິກຄອບຄົວຂອງພວກເຂົາຟັງໂດຍບໍ່ມີການຕົກຫຼົ່ນ, ແບ່ງປັນທຸກຢ່າງກັບພວກເຂົາ, ແມ່ນແຕ່ເລື່ອງການພິມໜັງສືພຣະທຳຂອງພຣະເຈົ້າຂອງຄຣິສຕະຈັກ, ໃຜມີພອນສະຫວັນຫຍັງໃນຄຣິສຕະຈັກ ແລະ ອື່ນໆ. ເລື່ອງທັງໝົດນີ້ແມ່ນຖືກນຳໄປສົນທະນາກັບສະມາຊິກຄອບຄົວ ແລະ ຄົນທີ່ບໍ່ມີຄວາມເຊື່ອໃນພຣະເຈົ້າ. ບໍ່ວ່າຈຸດປະສົງຂອງພວກເຂົາໃນການເຮັດເຊັ່ນນັ້ນຈະເປັນແນວໃດກໍຕາມ, ຜົນສຸດທ້າຍກໍຄືພວກເຂົາໄດ້ທໍລະຍົດວຽກງານຂອງຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງ. ພວກເຂົາກຳຂໍ້ມູນສະຖານະການຂອງສະມາຊິກຄົນສຳຄັນທຸກຄົນໃນຄຣິສຕະຈັກໄວ້ໃນໃຈ. ແນ່ນອນວ່າ ຄົນເຫຼົ່ານີ້ກໍແມ່ນເປົ້າໝາຍຂອງການສົນທະນາ ແລະ ການຕັດສິນລັບຫຼັງຂອງພວກເຂົາເຊັ່ນກັນ ແລະ ອາດຈະກາຍເປັນຜູ້ທີ່ພວກເຂົາທໍລະຍົດຢ່າງລັບໆ. ຖ້າຄົນໃດໜຶ່ງມີຄວາມສຳພັນທີ່ດີກັບພວກເຂົາ, ພວກເຂົາຈະຍ້ອງຍໍຄົນນັ້ນບໍ່ຂາດປາກຕໍ່ໜ້າຄອບຄົວຂອງພວກເຂົາ. ໃນທາງກົງກັນຂ້າມ, ຖ້າຄົນໃດໜຶ່ງມີຄວາມສຳພັນທີ່ບໍ່ດີກັບພວກເຂົາ, ພວກເຂົາຈະດ່າຄົນນັ້ນຢ່າງບໍ່ຂາດປາກຕໍ່ໜ້າຄອບຄົວຂອງພວກເຂົາ, ແມ່ນແຕ່ເຮັດໃຫ້ຄອບຄົວຂອງພວກເຂົາຮ່ວມດ່ານຳ, ດ່າອ້າຍເອື້ອຍນ້ອງວ່າເປັນຄົນໂງ່ ຫຼື ເວົ້າວ່າພວກເຂົາບໍ່ແມ່ນຄົນໄດ້ເລື່ອງ. ຄົນເຫຼົ່ານີ້ໃຊ້ຄຳເວົ້າດູຖູກທີ່ຜູ້ບໍ່ມີຄວາມເຊື່ອໃຊ້ເພື່ອດູຖູກອ້າຍເອື້ອຍນ້ອງ. ພວກເຂົາຄືກັບຜູ້ບໍ່ມີຄວາມເຊື່ອ; ພວກເຂົາເປັນຜູ້ບໍ່ເຊື່ອຢ່າງແທ້ຈິງ; ພວກເຂົາບໍ່ແມ່ນຄົນໄດ້ເລື່ອງ ແລະ ຄົນດັ່ງກ່າວຄວນຖືກຄັດອອກໂດຍທັນທີ.

ໃນປະເທດຂອງພະຍານາກໃຫຍ່ສີແດງ, ຂໍ້ມູນຂອງທຸກຄົນທີ່ເຊື່ອໃນພຣະເຈົ້າຄວນຖືກເກັບເປັນຄວາມລັບ ແລະ ແມ່ນແຕ່ໃນຕອນທີ່ປະຊາກອນທີ່ພຣະເຈົ້າເລືອກຍ້າຍໄປຕ່າງປະເທດ, ຂໍ້ມູນຂອງພວກເຂົາກໍຕ້ອງຖືກເກັບເປັນຄວາມລັບ. ນີ້ກໍເພາະວ່າສາຍລັບຂອງພະຍານາກໃຫຍ່ສີແດງໄດ້ກະຈາຍໄປທົ່ວທຸກປະເທດໃນໂລກ, ແຊກຊຶມໄປທຸກບ່ອນ ໂດຍມີຈຸດປະສົງສະເພາະເພື່ອເກັບກຳຂໍ້ມູນກ່ຽວກັບຜູ້ທີ່ເຊື່ອໃນພຣະເຈົ້າ. ໃນປະເທດຈີນແຜ່ນດິນໃຫຍ່, ສະຖານະການສຳລັບອ້າຍເອື້ອຍນ້ອງທີ່ຕິດຕາມພຣະເຈົ້າແມ່ນຍາກລຳບາກ ແລະ ອັນຕະລາຍຫຼາຍ. ແມ່ນແຕ່ໃນຕອນທີ່ພວກເຂົາໄປຕ່າງປະເທດ ກໍຍັງມີຄວາມອັນຕະລາຍໃນລະດັບໃດໜຶ່ງຢູ່. ຖ້າສາຍລັບຂອງພະຍານາກໃຫຍ່ສີແດງເກັບກຳຂໍ້ມູນຂອງພວກເຂົາ, ໃນດ້ານໜຶ່ງແມ່ນມີຄວາມສ່ຽງໃນການຖືກສົ່ງຕົວຂ້າມແດນ ແລະ ໃນອີກດ້ານໜຶ່ງ, ສະມາຊິກຄອບຄົວ ແລະ ຍາດພີ່ນ້ອງຂອງພວກເຂົາໃນປະເທດຈີນແຜ່ນດິນໃຫຍ່ກໍອາດຈະໄດ້ຮັບຄວາມເດືອດຮ້ອນໄປນຳເປັນຢ່າງໜ້ອຍທີ່ສຸດ. ເພື່ອຄວາມປອດໄພ ແລະ ເພື່ອເປັນການເຄົາລົບຕໍ່ບຸກຄົນ, ທຸກຄົນຄວນເກັບຂໍ້ມູນສ່ວນຕົວຂອງອ້າຍເອື້ອຍນ້ອງເປັນຄວາມລັບ ແລະ ບໍ່ຄວນແບ່ງປັນມັນກັບຜູ້ທີ່ບໍ່ມີຄວາມເຊື່ອໃນພຣະເຈົ້າ. ແມ່ນແຕ່ໃນທ່າມກາງຜູ້ທີ່ເຊື່ອໃນພຣະເຈົ້າ, ຂໍ້ມູນສ່ວນຕົວກໍບໍ່ຄວນຖືກເປີດເຜີຍໃຫ້ຄົນອື່ນຮູ້ຢ່າງບໍ່ມີການໄຕ່ຕອງໂດຍບໍ່ໄດ້ຮັບການຍິນຍອມຈາກເຈົ້າຕົວ. ຕ້ອງຫ້າມຢ່າງເດັດຂາດໃນການຖືວ່າຂໍ້ມູນໃດໆກ່ຽວກັບອ້າຍເອື້ອຍນ້ອງ, ວຽກງານຄຣິສຕະຈັກ, ໜ້າທີ່ທີ່ຄົນໜຶ່ງປະຕິບັດ, ປະສົບການທີ່ແບ່ງປັນໃນການໂອ້ລົມ ຫຼື ລາຍລະອຽດອື່ນໆເຊັ່ນນັ້ນ ເປັນຫົວຂໍ້ສົນທະນາເພື່ອແບ່ງປັນກັບຜູ້ບໍ່ມີຄວາມເຊື່ອໃນຍາມວ່າງ. ຜົນສະທ້ອນຂອງການສົນທະນາເລື່ອງເຫຼົ່ານີ້ກັບພວກເຂົາແມ່ນຫຍັງ? ມີຜົນດີຫຍັງແດ່ບໍ? (ບໍ່ມີ.) ຜົນສະທ້ອນຂອງການສົນທະນາດັ່ງກ່າວກໍຄື ພວກມານຮ້າຍທີ່ບໍ່ມີຄວາມເຊື່ອເຫຼົ່ານີ້ກໍຈະສວຍໂອກາດຈັບຈຸດອ່ອນ, ເຍາະເຍີ້ຍ ແລະ ຕັດສິນ ແລະ ແມ່ນແຕ່ສາບແຊ່ງ ແລະ ໃສ່ຮ້າຍປ້າຍສີ. ສິ່ງນີ້ດີບໍ? (ບໍ່ດີ.) ພວກເຈົ້າຄວນກວດສອບເບິ່ງວ່າ ມີບຸກຄົນພາຍໃນຄຣິສຕະຈັກທີ່ມີເຈດຕະນາອື່ນທີ່ເຊື່ອງໄວ້ ຫຼື ບໍ່, ຜູ້ທີ່ສົນທະນາລາຍລະອຽດຕ່າງໆ ເຊັ່ນ: ສະຖານະການຕົວຈິງຂອງວຽກງານຄຣິສຕະຈັກ ແລະ ຊີວິດຄຣິສຕະຈັກ, ພ້ອມທັງໃຜເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ໃຜໄລ່ຕາມຫາຄວາມຈິງ, ໃຜເຮັດໜ້າທີ່ຂອງຕົນ, ໃຜບໍ່ເຮັດໜ້າທີ່ຂອງຕົນ, ໃຜມັກຈະຄິດລົບ, ໃຜມີຄວາມເຊື່ອທີ່ສັບສົນມຶນງົງ ແລະ ແມ່ນແຕ່ຂໍ້ມູນສ່ວນຕົວ ແລະ ສະຖານະການກ່ຽວກັບອ້າຍເອື້ອຍນ້ອງ, ກັບຜູ້ບໍ່ມີຄວາມເຊື່ອ ແລະ ສະມາຊິກຄອບຄົວທີ່ບໍ່ມີຄວາມເຊື່ອ, ທັງໝົດນີ້ໂດຍບໍ່ມີການປິດບັງ. ຈົ່ງກວດສອບຫາບຸກຄົນດັ່ງກ່າວ. ມີເລື່ອງຕ່າງໆທີ່ແມ່ນແຕ່ຄົນພາຍໃນຄຣິສຕະຈັກບໍ່ຈຳເປັນຕ້ອງຮູ້ ແຕ່ສະມາຊິກຄອບຄົວທີ່ບໍ່ມີຄວາມເຊື່ອຂອງບຸກຄົນດັ່ງກ່າວພັດຮູ້ກ່ຽວກັບເລື່ອງເຫຼົ່ານີ້ຫຼາຍກວ່າຄົນພາຍໃນຄຣິສຕະຈັກ ແລະ ຍັງຮູ້ກ່ຽວກັບເລື່ອງເຫຼົ່ານີ້ຢ່າງຊັດເຈນກວ່າອີກ. ສິ່ງນີ້ເກີດຂຶ້ນໄດ້ແນວໃດ? ນີ້ຄື “ຜົນງານ” ຂອງຄົນສອດແນມພາຍໃນ. ຄົນສອດແນມພາຍໃນຄົນນີ້ປະຕິບັດຕໍ່ສະມາຊິກຄອບຄົວຂອງພວກເຂົາຄືກັບວ່າພວກເຂົາເປັນຜູ້ນຳຄຣິສຕະຈັກ, ລາຍງານທຸກສິ່ງທີ່ພວກເຂົາເຫັນໃນຄຣິສຕະຈັກກັບບ້ານໄປໃຫ້ “ຜູ້ນຳ” ຂອງພວກເຂົາ ໃນຄວາມພະຍາຍາມທີ່ຈະປະຈົບປະແຈງ ແລະ ເພື່ອເຮັດໃຫ້ຄວາມສຳພັນຂອງພວກເຂົາແໜ້ນແຟ້ນຂຶ້ນ. ເຫັນໄດ້ຊັດເຈນວ່າ ເລື່ອງທັງໝົດນີ້ຂອງຄຣິສຕະຈັກແມ່ນມີການທໍລະຍົດໂດຍຄົນສອດແນມພາຍໃນເຫຼົ່ານັ້ນທີ່ບໍ່ສາມາດລະວັງຄຳເວົ້າຂອງຕົນ. ພວກເຂົາບໍ່ເຄົາລົບອ້າຍເອື້ອຍນ້ອງ ແລະ ທັງບໍ່ປົກປ້ອງວຽກງານ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ພວກເຂົາປະຕິບັດຕໍ່ເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກຄືກັບສັງຄົມ ຫຼື ສະຖານທີ່ສາທາລະນະ, ອອກຄຳເຫັນ ແລະ ຕັດສິນອ້າຍເອື້ອຍນ້ອງຢ່າງບໍ່ໄຕ່ຕອງຄືກັບວ່າພວກເຂົາເປັນຜູ້ບໍ່ມີຄວາມເຊື່ອ, ຈົນເຖິງຂັ້ນເຂົ້າຮ່ວມກັບຜູ້ບໍ່ເຊື່ອ ແລະ ຜູ້ບໍ່ມີຄວາມເຊື່ອໃນການຕັດສິນອ້າຍເອື້ອຍນ້ອງໂດຍບໍ່ຢັບຢັ້ງ. ຍິ່ງໄປກວ່ານັ້ນ, ຫຼັງຈາກທີ່ຖືກລິຮານໂດຍຜູ້ນຳ ຫຼື ຫຼັງຈາກມີຄວາມຂັດແຍ່ງ, ການຖົກຖຽງ ແລະ ຄວາມບໍ່ສາມັກຄີກັນກັບອ້າຍເອື້ອຍນ້ອງ, ບາງຄົນກໍກັບບ້ານໄປໂວຍວາຍ, ເຮັດໃຫ້ຄອບຄົວຂອງພວກເຂົາຮູ້ກ່ຽວກັບເລື່ອງທັງໝົດ. ຜົນສະທ້ອນກໍຄື ຄອບຄົວຂອງພວກເຂົາກໍສະແຫວງຫາການແກ້ແຄ້ນຕໍ່ຜູ້ນຳ ຫຼື ອ້າຍເອື້ອຍນ້ອງ, ໂດຍຕັ້ງເປົ້າທີ່ຈະຫັກຫຼັງ ແລະ ທຳລາຍຄຣິສຕະຈັກ. ນີ້ເປັນປະກົດການທີ່ດີບໍ? (ບໍ່ດີ.) ການແບ່ງປັນເລື່ອງພາຍໃນຂອງຄຣິສຕະຈັກ ແລະ ສິ່ງຕ່າງໆເຊັ່ນ: ມີອ້າຍເອື້ອຍນ້ອງຈັກຄົນທີ່ດຳລົງຊີວິດຄຣິສຕະຈັກ ແລະ ທຸກຄົນເຮັດໜ້າທີ່ຫຍັງແດ່ ກັບສະມາຊິກຄອບຄົວ, ຍາດພີ່ນ້ອງ ແລະ ໝູ່ເພື່ອນໂດຍບໍ່ມີການປິດບັງ. ຄົນຈຳພວກນີ້ມັນແມ່ນໂຕຫຍັງກັນ? ພວກເຂົາເປັນຜູ້ເຊື່ອທີ່ແທ້ຈິງບໍ? (ບໍ່ແມ່ນ.) ພວກເຂົາເປັນສະມາຊິກຂອງເຮືອນຂອງພຣະເຈົ້າບໍ? ສາມາດເອີ້ນພວກເຂົາວ່າອ້າຍ ຫຼື ເອື້ອຍນ້ອງໄດ້ບໍ? (ບໍ່.) ການເກັບຄົນສອດແນມພາຍໃນ ແລະ ຄົນທໍລະຍົດທີ່ເຊື່ອງຊ້ອນດັ່ງກ່າວໄວ້ພາຍໃນຄຣິສຕະຈັກຈະນຳບັນຫາໃຫຍ່ຫຼວງມາສູ່ເຮືອນຂອງພຣະເຈົ້າ ແລະ ອ້າຍເອື້ອຍນ້ອງ ບໍ່ວ່າຈະໃນອະດີດ, ປັດຈຸບັນ ຫຼື ອະນາຄົດ. ເຖິງແມ່ນວ່າພວກເຂົາເບິ່ງຄືວ່າບໍ່ໄດ້ກະທຳຄວາມຊົ່ວຫຼາຍຢ່າງໃນຊີວິດຄຣິສຕະຈັກ, ຜົນສະທ້ອນ ແລະ ຜົນກະທົບຂອງການທີ່ພວກເຂົາສົ່ງຕໍ່ລາຍລະອຽດຕ່າງໆກ່ຽວກັບເຮືອນຂອງພຣະເຈົ້າຢ່າງລັບໆໃຫ້ກັບຜູ້ບໍ່ມີຄວາມເຊື່ອ, ຊາຕານ ແລະ ມານຮ້າຍແມ່ນເປັນອັນຕະລາຍຢ່າງຍິ່ງ! ຄົນພານເຊັ່ນນີ້ຄວນໄດ້ຮັບອະນຸຍາດໃຫ້ຢູ່ໃນຄຣິສຕະຈັກຕໍ່ໄປບໍ? (ບໍ່.) ພວກເຂົາສົມຄວນຖືກເອີ້ນວ່າເປັນສະມາຊິກຂອງເຮືອນຂອງພຣະເຈົ້າບໍ? ພວກເຂົາຄູ່ຄວນທີ່ຈະຖືກປະຕິບັດຕໍ່ຄືກັບອ້າຍເອື້ອຍນ້ອງບໍ? (ບໍ່.) ຄວນຈັດການກັບຄົນປະເພດນີ້ແນວໃດ? (ພວກເຂົາຄວນຖືກຄັດອອກໂດຍໄວເທົ່າທີ່ຈະໄວໄດ້.) ພວກເຂົາຕ້ອງຖືກຄັດອອກໂດຍໄວເທົ່າທີ່ຈະໄວໄດ້! ເຕະພວກເຂົາອອກໄປ! ນີ້ຄືເຫດຜົນສຳລັບການຄັດພວກເຂົາອອກ: “ເຈົ້າບໍ່ສາມາດລະວັງຄໍາເວົ້າຂອງຕົວເອງ, ເຈົ້າບໍ່ສາມາດຮັບຮູ້ສິ່ງທີ່ດີສໍາລັບເຈົ້າ, ບໍ່ຮູ້ຈັກບຸນຄຸນຜູ້ທີ່ລ້ຽງດູເຈົ້າ. ເຈົ້າເຊື່ອໃນພຣະເຈົ້າ ແລະ ເພີດເພີນກັບພຣະຄຸນຂອງພຣະອົງ, ພ້ອມທັງຄວາມຊ່ວຍເຫຼືອ, ຄວາມຮັກ, ຄວາມອົດທົນ ແລະ ການເບິ່ງແຍງດູແລຈາກອ້າຍເອື້ອຍນ້ອງ ແຕ່ເຈົ້າຍັງຫັກຫຼັງອ້າຍເອື້ອຍນ້ອງ ແລະ ຄຣິສຕະຈັກແບບນີ້. ເຈົ້າແມ່ນຄົນບໍ່ໄດ້ເລື່ອງ; ໄປໃຫ້ພົ້ນ!” ເລື່ອງຂອງອ້າຍເອື້ອຍນ້ອງ, ເລື່ອງຂອງຄຣິສຕະຈັກ ແລະ ວຽກງານໃດໆຂອງເຮືອນຂອງພຣະເຈົ້າບໍ່ຄວນຖືກເປີດເຜີຍໃຫ້ຜູ້ບໍ່ມີຄວາມເຊື່ອຮູ້ ແລະ ທັງບໍ່ຄວນຖືກນຳມາໃຊ້ເປັນຫົວຂໍ້ສົນທະນາຫຼິ້ນໂດຍພວກເຂົາ. ພວກເຂົາບໍ່ສົມຄວນ! ຜູ້ໃດກໍຕາມທີ່ເຜີຍແຜ່ຂໍ້ມູນດັ່ງກ່າວຈະກາຍເປັນບຸກຄົນທີ່ຖືກສາບແຊ່ງ, ເປັນຄົນທີ່ຄຣິສຕະຈັກຕ້ອງຄັດອອກ ແລະ ອ້າຍເອື້ອຍນ້ອງກໍຄວນປະຕິເສດພວກເຂົາ. ໂດຍອີງໃສ່ພຽງແຕ່ການກະທຳຂອງພວກເຂົາໃນການຫັກຫຼັງອ້າຍເອື້ອຍນ້ອງ ແລະ ຄຣິສຕະຈັກ, ການແບ່ງປັນເລື່ອງພາຍໃນຄຣິສຕະຈັກກັບຜູ້ບໍ່ມີຄວາມເຊື່ອເພື່ອການສົນທະນາຫຼິ້ນ, ພວກເຂົາກໍເປັນຄົນທໍລະຍົດ, ຜູ້ສອດແນມ ແລະ ຄົນຊົ່ວຮ້າຍຢ່າງບໍ່ຕ້ອງສົງໄສ ທີ່ຄວນຖືກຄັດອອກຈາກຄຣິສຕະຈັກ. ອ້າຍເອື້ອຍນ້ອງມີອິດສະຫຼະໃນການໂອ້ລົມ ແລະ ຖົກຖຽງຕາມຄວາມຈຳເປັນກ່ຽວກັບວຽກງານໃດກໍຕາມທີ່ເຮັດພາຍໃນຄຣິສຕະຈັກ, ເຊັ່ນ: ໃຜຄວນຖືກຄັດອອກ ຫຼື ການເກີດຂຶ້ນຂອງເຫດການບາງຢ່າງ ແຕ່ມັນຕ້ອງບໍ່ຖືກແບ່ງປັນກັບຜູ້ບໍ່ມີຄວາມເຊື່ອ ແລະ ມັນບໍ່ສາມາດຖືກນຳໄປເວົ້າກັບສະມາຊິກຄອບຄົວທີ່ບໍ່ມີຄວາມເຊື່ອ. ໂດຍສະເພາະຢ່າງຍິ່ງ, ສະຖານະການສ່ວນຕົວ ແລະ ຄອບຄົວຂອງອ້າຍເອື້ອຍນ້ອງໃໝ່ທີ່ມີວຸດທິພາວະນ້ອຍຕ້ອງບໍ່ຖືກເປີດເຜີຍໃຫ້ຄົນພາຍນອກຮູ້. ຖ້າເຈົ້າອົດປາກບໍ່ໄດ້ຈົນຕ້ອງເວົ້າອອກມາ, ເຈົ້າກໍຄວນອະທິຖານຕໍ່ພຣະເຈົ້າ ແລະ ເພິ່ງພາພຣະອົງເພື່ອຮຽນຮູ້ການຄວບຄຸມຕົນເອງ ແລະ ໄປເຮັດບາງກິດຈະກຳທີ່ມີຄວາມໝາຍ. ຖ້າເຈົ້າບໍ່ສາມາດຄວບຄຸມຕົນເອງໄດ້ແທ້ໆ, ເຈົ້າຄວນລາຍງານຕໍ່ຄຣິສຕະຈັກກ່ອນເພື່ອຊອກຫາທາງອອກ, ເພື່ອປ້ອງກັນຜົນສະທ້ອນທີ່ບໍ່ດີ, ເພາະວ່າການເຜີຍແຜ່ຂໍ້ມູນດັ່ງກ່າວມັກຈະກໍ່ໃຫ້ເກີດບັນຫາຫຼາຍທີ່ສຸດ. ຕົວຢ່າງ: ໝາຍເລກໂທລະສັບສ່ວນຕົວ, ທີ່ຢູ່ເຮືອນ, ຈໍານວນປີທີ່ໄດ້ເຊື່ອໃນພຣະເຈົ້າ, ຄອບຄົວສ່ວນຕົວ ແລະ ສະຖານະການແຕ່ງງານ ແລະ ອື່ນໆ, ລ້ວນແຕ່ເປັນຫົວຂໍ້ທີ່ລະອຽດອ່ອນ. ສິ່ງເຫຼົ່ານີ້ບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ ຫຼື ການເຂົ້າສູ່ຊີວິດ; ພວກມັນກ່ຽວຂ້ອງກັບຄວາມເປັນສ່ວນຕົວ. ມີພຽງແຕ່ສາຍລັບ ແລະ ຄົນສອດແນມເທົ່ານັ້ນທີ່ສືບສວນສອບສວນເລື່ອງເຫຼົ່ານີ້ໂດຍສະເພາະ. ຖ້າເຈົ້າມັກຮຽນຮູ້ ແລະ ເຜີຍແຜ່ເລື່ອງດັ່ງກ່າວ, ນັ້ນສະແດງເຖິງອຸປະນິໄສປະເພດໃດ? ມັນເປັນເລື່ອງທີ່ຂ້ອນຂ້າງຊົ່ວຊ້າ! ການບໍ່ໄລ່ຕາມເສາະຫາຄວາມຈິງ ແຕ່ໃສ່ໃຈກັບການນິນທາ, ການເຮັດໜ້າທີ່ເປັນຄົນສອດແນມ ຫຼື ສາຍລັບ ແລະ ຮັບໃຊ້ພະຍານາກໃຫຍ່ສີແດງ, ນັ້ນບໍ່ແມ່ນແນວທາງທີ່ຊົ່ວຊ້າ ແລະ ຕໍ່າຊາມບໍ? ໃຜກໍຕາມທີ່ສອບຖາມ, ສືບສວນ ແລະ ເຜີຍແຜ່ຫົວຂໍ້ທີ່ລະອຽດອ່ອນ ແລະ ເລື່ອງສ່ວນຕົວຂອງຄົນອື່ນແບບຊະຊາຍໂດຍສະເພາະ ແມ່ນກຳລັງມີແຮງຈູງໃຈແອບແຝງອື່ນໆ ແລະ ເປັນຜູ້ບໍ່ເຊື່ອ. ປະຊາກອນທີ່ພຣະເຈົ້າເລືອກຕ້ອງລະວັງບຸກຄົນດັ່ງກ່າວເປັນພິເສດ. ຖ້າຄົນດັ່ງກ່າວບໍ່ກັບໃຈ, ຊີວິດຄຣິສຕະຈັກຂອງພວກເຂົາກໍຄວນຖືກຢຸດຕິ ເພາະວ່າການຫັກຫຼັງອ້າຍເອື້ອຍນ້ອງເປັນການກະທຳທີ່ໄຮ້ສິນທຳ, ໜ້າລັງກຽດ ແລະ ໜ້າອັບອາຍທີ່ສຸດ. ປະຊາກອນທີ່ພຣະເຈົ້າເລືອກຄວນຢູ່ຫ່າງຈາກບຸກຄົນເຫຼົ່ານີ້. ໃນຊີວິດຄຣິສຕະຈັກ, ຜູ້ຄົນຄວນຖືກຈຳກັດຈາກການສອບຖາມ ແລະ ສົນທະນາເລື່ອງເຫຼົ່ານີ້ ເພາະພວກມັນບໍ່ມີຫຍັງກ່ຽວຂ້ອງກັບການໂອ້ລົມຄວາມຈິງ ແລະ ການເວົ້າກ່ຽວກັບເລື່ອງເຫຼົ່ານີ້ກໍບໍ່ໄດ້ນຳຜົນປະໂຫຍດໃດໆມາໃຫ້ຄົນອື່ນເລີຍ.

ເຮືອນຂອງພຣະເຈົ້າມີກົດການປົກຄອງ ແລະ ຂໍ້ກຳນົດຕ່າງໆທີ່ປະຊາກອນທີ່ພຣະເຈົ້າເລືອກຕ້ອງປະຕິບັດຕາມ. ເລື່ອງຕ່າງໆ ເຊັ່ນ: ວຽກງານພາຍໃນຂອງຄຣິສຕະຈັກ, ການປັບປ່ຽນບຸກຄະລາກອນສໍາລັບຜູ້ນຳ ແລະ ຜູ້ເຮັດວຽກ, ວຽກງານການຊຳລະລ້າງຂອງຄຣິສຕະຈັກ ແລະ ການຈັດແຈງຈາກເບື້ອງເທິງ ແລະ ອື່ນໆ, ຕ້ອງບໍ່ຖືກເຜີຍແຜ່ຢ່າງບໍ່ໄຕ່ຕອງໃນຄຣິສຕະຈັກ ເພື່ອປ້ອງກັນບໍ່ໃຫ້ຜູ້ບໍ່ເຊື່ອ ແລະ ຄົນຊົ່ວຮ້າຍມອບໃຫ້ຊາຕານດ້ວຍການທໍລະຍົດ. ເຫດຜົນສຳລັບສິ່ງນີ້ກໍຄື ເຮືອນຂອງພຣະເຈົ້າແຕກຕ່າງຈາກສັງຄົມ; ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນໄລ່ຕາມເສາະຫາຄວາມຈິງ, ອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ, ໄຕ່ຕອງ ແລະ ໂອ້ລົມໃຫ້ຫຼາຍຂຶ້ນ. ມີພຽງການຖ່າຍທອດພຣະທຳຂອງພຣະເຈົ້າ ແລະ ການເປັນພະຍານຕໍ່ພຣະເຈົ້າເທົ່ານັ້ນຈຶ່ງຈະຖືວ່າເປັນບັນຍາກາດທີ່ຖືກຕ້ອງ; ມີພຽງການແບ່ງປັນຄຳພະຍານຈາກປະສົບການໃຫ້ຫຼາຍຂຶ້ນເທົ່ານັ້ນທີ່ສາມາດສ້າງບັນຍາກາດດັ່ງກ່າວໄດ້. ນອກຈາກນີ້, ຍັງມີຜູ້ເຊື່ອໃໝ່ຫຼາຍຄົນໃນເຮືອນຂອງພຣະເຈົ້າທີ່ເຊື່ອໃນພຣະເຈົ້າພຽງແຕ່ໄລຍະເວລາສັ້ນໆ. ມັນເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ທີ່ຜູ້ບໍ່ເຊື່ອບາງຄົນຍັງບໍ່ທັນຖືກເປີດເຜີຍ. ໂດຍສະເພາະຢ່າງຍິ່ງ, ຫ້າ ຫຼື ສິບປີທຳອິດຂອງການເຊື່ອແມ່ນຊ່ວງເວລາສຳລັບການເປີດເຜີຍຕົວຕົນທີ່ແທ້ຈິງຂອງຜູ້ຄົນ; ໃນຊ່ວງເວລານີ້, ມັນບໍ່ແນ່ນອນວ່າໃຜສາມາດ ແລະ ໃຜບໍ່ສາມາດຢືນຢັດໄດ້ ແລະ ທັງບໍ່ຮູ້ວ່າຍັງມີຄົນຊົ່ວຮ້າຍຈຳນວນເທົ່າໃດທີ່ສາມາດລົບກວນຄຣິສຕະຈັກໄດ້. ການທີ່ມັກເຜີຍແຜ່ຂໍ້ມູນສ່ວນຕົວ ແລະ ເລື່ອງພາຍນອກແບບຊະຊາຍ, ພ້ອມທັງເລື່ອງທີ່ບໍ່ກ່ຽວຂ້ອງກັບການໂອ້ລົມຄວາມຈິງ, ສາມາດນຳໄປສູ່ຜົນສະທ້ອນທີ່ບໍ່ດີຫຼາຍຢ່າງ. ຕົວຢ່າງ: ຄົນໃດຄົນໜຶ່ງອາດຈະຖາມວ່າ “ຜູ້ນຳບາງຄົນມາຈາກໃສ? ເຂົາອາໄສຢູ່ໃສ?” ຂໍ້ມູນທີ່ລະອຽດອ່ອນນີ້ບໍ່ແມ່ນສິ່ງທີ່ປະຊາກອນທີ່ພຣະເຈົ້າເລືອກຈຳເປັນຕ້ອງຮູ້. ຄົນອື່ນອາດຈະຖາມວ່າ “ເຮືອນຂອງພຣະເຈົ້າໃຊ້ເງິນເທົ່າໃດໃນການພິມໜັງສືພຣະທຳຂອງພຣະເຈົ້າໜຶ່ງຫົວ?” ການຮູ້ສິ່ງນີ້ມີປະໂຫຍດບໍ? (ບໍ່.) ຄ່າພິມກ່ຽວຫຍັງກັບເຈົ້າ? ໄດ້ມີການເກັບເງິນກັບເຈົ້າບໍ? ເບິ່ງຄືວ່າບໍ່ກ່ຽວຂ້ອງກັບເຈົ້າ, ແມ່ນບໍ? ບາງຄົນອາດຈະຖາມວ່າ “ຕອນນີ້ໃຜເປັນຜູ້ນຳລະດັບສູງໃນເຮືອນຂອງພຣະເຈົ້າ?” ຖ້າພວກເຂົາບໍ່ໄດ້ນຳພາເຈົ້າໂດຍກົງ, ການບໍ່ຮູ້ສິ່ງນີ້ສົ່ງຜົນກະທົບຕໍ່ເຈົ້າບໍ? (ບໍ່.) ໃນປະເທດຈີນແຜ່ນດິນໃຫຍ່, ການຮູ້ເລື່ອງເຫຼົ່ານີ້ອາດຈະເປັນບັນຫາ. ຖ້າຖືກຈັບໂດຍພະຍານາກໃຫຍ່ສີແດງ ແລະ ຖືກທໍລະມານຢ່າງໜັກ, ຖ້າເຈົ້າບໍ່ຮູ້ເລື່ອງເຫຼົ່ານີ້, ບໍ່ວ່າພວກເຂົາຈະທຸບຕີເຈົ້າສໍ່າໃດ, ເຈົ້າກໍບໍ່ສາມາດເປີດເຜີຍຫຍັງໄດ້ ແລະ ດັ່ງນັ້ນເຈົ້າກໍຈະບໍ່ກາຍເປັນຢູດາ. ແຕ່ຖ້າເຈົ້າຮູ້ ແລະ ບໍ່ສາມາດທົນທານຕໍ່ການທຸບຕີຢ່າງຮຸນແຮງທີ່ພວກເຂົາເຮັດກັບເຈົ້າ, ເຈົ້າອາດຈະເວົ້າອອກໄປໃນທີ່ສຸດ, ກາຍເປັນຢູດາ. ໃນຂະນະນັ້ນ, ເຈົ້າອາດຈະຄິດວ່າ “ຕອນນັ້ນຂ້ອຍໄປຖາມໂດຍບໍ່ໄຕ່ຕອງເຮັດຫຍັງ? ມັນຄືຊິດີກວ່າຫຼາຍຖ້າບໍ່ຮູ້. ເຖິງແມ່ນວ່າຈະຖືກທຸບຕີຈົນຕາຍ, ຂ້ອຍກໍຍັງບໍ່ຮູ້ເລື່ອງເຫຼົ່ານັ້ນ; ເຖິງແມ່ນວ່າຂ້ອຍຢາກຈະແຕ່ງຄຳຕອບຂຶ້ນມາ, ຂ້ອຍກໍຄືຊິຄິດຫຍັງບໍ່ອອກ. ໃນກໍລະນີນັ້ນ, ຂ້ອຍຄືຊິບໍ່ກາຍເປັນຢູດາ. ຕອນນີ້ຂ້ອຍໄດ້ບົດຮຽນແລ້ວ; ມັນດີທີ່ສຸດທີ່ຈະບໍ່ຮູ້ຫຼາຍເກີນໄປກ່ຽວກັບເລື່ອງເຫຼົ່ານີ້ທີ່ບໍ່ກ່ຽວຂ້ອງກັບຄວາມຈິງ. ການສອບຖາມກ່ຽວກັບເລື່ອງດັ່ງກ່າວບໍ່ມີປະໂຫຍດຫຍັງ; ການບໍ່ຮູ້ແມ່ນດີກວ່າ”. ຍັງມີບາງຄົນທີ່ອາດຈະຖາມວ່າ “ມີຈັກທີມງານໃນເຮືອນຂອງພຣະເຈົ້າທີ່ເຮັດວຽກສະເພາະດ້ານ?” ມັນກ່ຽວຫຍັງກັບເຈົ້າ? ພຽງແຕ່ເຮັດວຽກໃດກໍຕາມທີ່ມອບໝາຍໃຫ້ກັບທີມງານຂອງເຈົ້າເອງ. ການບໍ່ຮູ້ສິ່ງນີ້ບໍ່ໄດ້ສົ່ງຜົນກະທົບຕໍ່ຄວາມສາມາດຂອງເຈົ້າໃນການເຮັດໜ້າທີ່ຂອງຕົນຕາມປົກກະຕິ, ການໄລ່ຕາມເສາະຫາຄວາມຈິງໃນຄວາມເຊື່ອຂອງເຈົ້າ ຫຼື ການດຳລົງຊີວິດຄຣິສຕະຈັກ; ມັນບໍ່ໄດ້ສົ່ງຜົນກະທົບຕໍ່ຫຍັງເລີຍ. ການບໍ່ຮູ້ສິ່ງນີ້ບໍ່ໄດ້ຂັດຂວາງເຈົ້າຈາກການໄລ່ຕາມເສາະຫາຄວາມຈິງ ຫຼື ການບັນລຸຄວາມລອດພົ້ນໃນຖານະຜູ້ເຊື່ອ, ສະນັ້ນຈະຖາມໄປເພື່ອຫຍັງ? “ອ້າຍເອື້ອຍນ້ອງສ່ວນຫຼາຍມາຈາກເຂດຕົວເມືອງ ຫຼື ເຂດຊົນນະບົດ? ພວກເຂົາມີການສຶກສາ ຫຼື ບໍ່ມີການສຶກສາ?” ການຮູ້ເລື່ອງເຫຼົ່ານີ້ມີປະໂຫຍດບໍ? (ບໍ່ມີ.) ແລ້ວມັນຈະເປັນແນວໃດຖ້າພວກເຂົາທັງໝົດມາຈາກເຂດຊົນນະບົດ? ມັນຈະເປັນແນວໃດຖ້າພວກເຂົາທັງໝົດມາຈາກຕົວເມືອງ? ສິ່ງນີ້ບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ. ບາງຄົນອາດຈະຖາມວ່າ “ຕອນນີ້ວຽກງານຂ່າວປະເສີດກຳລັງເຜີຍແຜ່ໄປແນວໃດ?” ການຖາມກ່ຽວກັບເລື່ອງນີ້ໜ້ອຍໜຶ່ງກໍບໍ່ເປັນຫຍັງ ຍ້ອນຄວາມຢາກຮູ້ຢາກເຫັນ, ແຕ່ບາງຄົນຈຶ່ງຖາມຢ່າງລະອຽດວ່າວຽກງານຂ່າວປະເສີດໄດ້ເຜີຍແຜ່ໄປຈັກປະເທດແລ້ວ, ເຊິ່ງບໍ່ຈຳເປັນ. ເຖິງແມ່ນວ່າພວກເຂົາຈະຮູ້, ມັນຈະມີຜົນກະທົບຫຍັງຕໍ່ພວກເຂົາ? ການຮູ້ລາຍລະອຽດດັ່ງກ່າວຈະນຳປະໂຫຍດຫຍັງມາໃຫ້? ຖ້າເຈົ້າບໍ່ມີຄວາມເປັນຈິງຄວາມຈິງ, ເຈົ້າຈະສືບຕໍ່ບໍ່ມີມັນ ເຖິງວ່າເຈົ້າຈະຮູ້; ຄວາມຮູ້ນີ້ຈະບໍ່ຊ່ວຍໃຫ້ເຈົ້າເຮັດໜ້າທີ່ຂອງຕົນໄດ້ດີເລີຍ ຫຼື ເປັນການຊ່ວຍເຫຼືອການເຂົ້າສູ່ຊີວິດຂອງເຈົ້າໄດ້ເລີຍ. ການບໍ່ສອບຖາມກ່ຽວກັບວຽກງານທົ່ວໄປບາງຢ່າງກໍບໍ່ເປັນຫຍັງ; ທີ່ຈິງແລ້ວ, ການບໍ່ຮູ້ກໍດີກວ່າ. ການຮູ້ຫຼາຍເກີນໄປເປັນພາລະ. ເມື່ອຂໍ້ມູນດັ່ງກ່າວຮົ່ວໄຫຼອອກໄປ, ມັນກໍກາຍເປັນບັນຫາ ແລະ ເປັນການກະທຳຜິດ. ການຮູ້ເລື່ອງເຫຼົ່ານີ້ບໍ່ແມ່ນສິ່ງທີ່ດີ: ຍິ່ງເຈົ້າຮູ້ຫຼາຍເທົ່າໃດ, ມັນກໍຍິ່ງສາມາດກໍ່ໃຫ້ເກີດບັນຫາຫຼາຍຂຶ້ນເທົ່ານັ້ນ. ຜູ້ທີ່ເຂົ້າໃຈຄວາມຈິງຈະຮູ້ວ່າສິ່ງໃດຄວນເວົ້າ ແລະ ສິ່ງໃດບໍ່ຄວນເວົ້າ. ສ່ວນຄົນເບົາປັນຍາທີ່ຂາດຄວາມເຂົ້າໃຈຝ່າຍວິນຍານ ຈະບໍ່ສາມາດແຍກແຍະລະຫວ່າງຄົນໃນກັບຄົນນອກໄດ້ເມື່ອພວກເຂົາເວົ້າ ໂດຍຈະເວົ້າແຕ່ເລື່ອງໄຮ້ສາລະ. ສະນັ້ນ, ເລື່ອງເຫຼົ່ານີ້ບໍ່ຄວນຖືກລາຍງານໃຫ້ຄົນໃນຄຣິສຕະຈັກທີ່ບໍ່ເຂົ້າໃຈຄວາມຈິງ. ການຮູ້ເລື່ອງເຫຼົ່ານີ້ບໍ່ໄດ້ນຳປະໂຫຍດມາໃຫ້ໃນທາງໃດທາງໜຶ່ງ. ຢ່າງທີໜຶ່ງ, ຄົນເຫຼົ່ານີ້ບໍ່ສາມາດຊ່ວຍແກ້ໄຂບັນຫາໄດ້. ຢ່າງທີສອງ, ພວກເຂົາບໍ່ສາມາດປົກປ້ອງວຽກງານຂອງຄຣິສຕະຈັກໄດ້. ແລ້ວຢ່າງທີສາມ, ບໍ່ມີຄວາມຈຳເປັນທີ່ພວກເຂົາຈະຕ້ອງເວົ້າດີກ່ຽວກັບເຮືອນຂອງພຣະເຈົ້າ. ພຣະທຳທັງໝົດຂອງພຣະເຈົ້າແມ່ນຄວາມຈິງ ແລະ ການກະທຳທັງໝົດຂອງພຣະເຈົ້າແມ່ນຊອບທຳ. ມີຄວາມຈຳເປັນບໍທີ່ຈະຕ້ອງມີຄຳຍ້ອງຍໍປະຈົບປະແຈງຈາກຜູ້ບໍ່ເຊື່ອ ແລະ ຜູ້ທີ່ບໍ່ມີຄວາມເຊື່ອໃນພຣະເຈົ້າເຫຼົ່ານັ້ນທີ່ຂາດຄວາມເຂົ້າໃຈຝ່າຍວິນຍານ? ບໍ່ມີ. ເຖິງແມ່ນວ່າຈະບໍ່ມີສິ່ງມີຊີວິດໃດໆໃນໂລກທັງໝົດທີ່ຕິດຕາມພຣະເຈົ້າ ຫຼື ນະມັດສະການພຣະອົງ, ສະຖານະ ແລະ ແກ່ນແທ້ຂອງພຣະເຈົ້າກໍຈະຍັງບໍ່ປ່ຽນແປງ. ພຣະເຈົ້າຄືພຣະເຈົ້າ, ບໍ່ປ່ຽນແປງຕະຫຼອດໄປ, ບໍ່ປ່ຽນແປງໂດຍການປ່ຽນແປງໃດໆໃນສະຖານະການ. ອັດຕະລັກ ແລະ ສະຖານະຂອງພຣະເຈົ້າແມ່ນບໍ່ປ່ຽນແປງຕະຫຼອດໄປ. ສິ່ງເຫຼົ່ານີ້ແມ່ນຄວາມຈິງທີ່ຜູ້ທີ່ເຊື່ອໃນພຣະເຈົ້າຄວນເຂົ້າໃຈ. ຜູ້ບໍ່ເຊື່ອ ແລະ ຜູ້ທີ່ບໍ່ມີຄວາມເຊື່ອໃນພຣະເຈົ້າເຫຼົ່ານັ້ນເວົ້າ ແລະ ກະທຳໂດຍບໍ່ແຍກແຍະລະຫວ່າງຄົນໃນກັບຄົນນອກ. ມັນເປັນປະໂຫຍດຕໍ່ວຽກງານຂອງເຮືອນຂອງພຣະເຈົ້າບໍ ທີ່ພວກເຂົາຈະຮູ້ຫຼາຍເກີນໄປ? ມັນຈຳເປັນບໍທີ່ພວກເຂົາຈະຕ້ອງຮູ້ກ່ຽວກັບວຽກງານຂອງເຮືອນຂອງພຣະເຈົ້າ? ພວກເຂົາບໍ່ຄູ່ຄວນທີ່ຈະໄດ້ຮັບຄວາມຮູ້ນີ້! ບາງຄົນອາດຈະຖາມວ່າ “ເລື່ອງເຫຼົ່ານີ້ເປັນຄວາມລັບທັງໝົດບໍ ແລະ ນັ້ນຄືເຫດຜົນທີ່ພວກເຂົາບໍ່ສາມາດຮູ້ໄດ້?” ເມື່ອເຊື່ອໃນພຣະເຈົ້າມາຈົນເຖິງຈຸດນີ້, ພວກເຈົ້າຄິດວ່າເລື່ອງເຫຼົ່ານີ້ມີຄວາມລັບບໍ? (ບໍ່ມີ.) ແຕ່ປະຊາກອນທີ່ພຣະເຈົ້າເລືອກມີທັງຄຸນຄ່າຄວາມສຸດຈະລິດ ແລະ ກຽດສັກສີ; ພວກເຂົາຕ້ອງບໍ່ຖືກນຳມາສົນທະນາ ຫຼື ເຍາະເຍີ້ຍໂດຍຜູ້ທີ່ບໍ່ມີຄວາມເຊື່ອ. ເຮືອນຂອງພຣະເຈົ້າ, ຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງ, ບໍ່ວ່າຈະເປັນກຸ່ມ ຫຼື ບຸກຄົນ, ລ້ວນແຕ່ມີກຽດສັກສີ; ພວກເຂົາລ້ວນແຕ່ແມ່ນສິ່ງທີ່ເປັນບວກ ແລະ ບໍ່ມີໃຜຄວນພະຍາຍາມເຮັດໃຫ້ພວກເຂົາມີມົນທິນ. ໃຜກໍຕາມທີ່ກະທຳໃນທາງທີ່ເຮັດໃຫ້ຊາຕານ ແລະ ພວກມານຮ້າຍເຮັດໃຫ້ມີມົນທິນ ແລະ ໃສ່ຮ້າຍປ້າຍສີຕາມອຳເພີໃຈ ຫຼື ທຳລາຍຊື່ສຽງຂອງເຮືອນຂອງພຣະເຈົ້າ ຫຼື ທຳລາຍຊື່ສຽງຂອງອ້າຍເອື້ອຍນ້ອງແມ່ນຖືກສາບແຊ່ງ! ສະນັ້ນ, ຄຣິສຕະຈັກບໍ່ອະນຸຍາດໃຫ້ມີຄົນທີ່ບໍ່ສາມາດລະວັງຄຳເວົ້າຂອງຕົນຢູ່ຢ່າງເດັດຂາດ. ເມື່ອກວດພົບແລ້ວ, ພວກເຂົາຕ້ອງຖືກຄັດອອກ! ວິທີການນີ້ສອດຄ່ອງກັບຫຼັກການບໍ? (ແມ່ນແລ້ວ.)

ບາງຄົນມີຄວາມລະມັດລະວັງ ແລະ ຮອບຄອບເປັນພິເສດເມື່ອພວກເຂົາເວົ້າ, ສື່ສານ, ພົວພັນ ຫຼື ຄົບຫາກັບອ້າຍເອື້ອຍນ້ອງ ແຕ່ເມື່ອພວກເຂົາກັບຮອດບ້ານ, ພວກເຂົາກໍກາຍເປັນຄົນປາກບໍ່ຢູ່ສຸກ, ເວົ້າທຸກຢ່າງອອກໄປ, ແມ່ນແຕ່ຂໍ້ມູນສ່ວນຕົວຂອງອ້າຍເອື້ອຍນ້ອງ, ຈົນເຮັດໃຫ້ສະມາຊິກຄອບຄົວຂອງພວກເຂົາ, ຜູ້ບໍ່ມີຄວາມເຊື່ອທີ່ບໍ່ມີສັດທາ ແລະ ຜູ້ທີ່ເຊື່ອແຕ່ໃນນາມຮູ້ຫຼາຍຢ່າງກ່ຽວກັບເລື່ອງຕ່າງໆຂອງຄຣິສຕະຈັກ. ຄົນເຊັ່ນນີ້ແມ່ນຄົນສອດແນມ, ເປັນຜູ້ທໍລະຍົດ, ເປັນຢູດາ ແລະ ເປັນບຸກຄົນປະເພດທີ່ຄຣິສຕະຈັກຄວນຄັດອອກຢ່າງແນ່ນອນ. ຍິ່ງພວກເຂົາຢູ່ໃນຄຣິສຕະຈັກດົນເທົ່າໃດ, ພວກເຂົາກໍຈະຍິ່ງຮູ້ຂໍ້ມູນກ່ຽວກັບອ້າຍເອື້ອຍນ້ອງຫຼາຍຂຶ້ນເທົ່ານັ້ນ, ພວກເຂົາກໍຈະຍິ່ງທໍລະຍົດຫຼາຍຂຶ້ນ ແລະ ຍິ່ງມີເລື່ອງຕ່າງໆຫຼາຍຂຶ້ນທີ່ພວກຜູ້ບໍ່ມີຄວາມເຊື່ອຈະສວຍໂອກາດຈັບໄປເປັນຈຸດອ່ອນເພື່ອໃສ່ຮ້າຍປ້າຍສີ. ຖ້າເຈົ້າບໍ່ຢ້ານວ່າພວກເຂົາຈະເອົາຂໍ້ມູນນີ້ໃຫ້ກັບຜູ້ບໍ່ມີຄວາມເຊື່ອ, ຄັນຊັ້ນກໍໃຫ້ເກັບຮັກສາພວກເຂົາໄວ້; ຖ້າເຈົ້າບໍ່ຕ້ອງການໃຫ້ຂໍ້ມູນສ່ວນຕົວຂອງເຈົ້າ ແລະ ເລື່ອງພາຍໃນຂອງຄຣິສຕະຈັກຖືກເຜີຍແຜ່ອອກຈາກປາກຂອງພວກເຂົາ, ເຈົ້າກໍຄວນຄັດຄົນສອດແນມເຫຼົ່ານີ້ອອກໂດຍໄວເທົ່າທີ່ຈະໄວໄດ້. ການເຮັດແບບນີ້ເໝາະສົມບໍ? (ເໝາະສົມ.) ບໍ່ຄວນສະແດງຄວາມປານີໃດໆຕໍ່ບຸກຄົນດັ່ງກ່າວ; ພວກເຂົາບໍ່ໄດ້ມີເຈດຕະນາດີຫຍັງ ແລະ ພວກເຂົາເອງກໍບໍ່ແມ່ນຄົນດີ. ຄົນດັ່ງກ່າວປຽບທຽບກັບຄົນສອງປະເພດທີ່ກ່າວມາກ່ອນໜ້ານີ້ແລ້ວເປັນແນວໃດ, ຜູ້ທີ່ມັກແກ້ແຄ້ນ ແລະ ຜູ້ທີ່ເສເພ ແລະ ບໍ່ມີການຢັບຢັ້ງຕົນເອງ? ພວກເຂົາດີກວ່າ ຫຼື ຮ້າຍແຮງກວ່າ? (ຮ້າຍແຮງກວ່າ.) ບຸກຄົນເຫຼົ່ານີ້ອາດຈະປະຕິບັດໜ້າທີ່ຂອງຕົນ, ອອກເຫື່ອອອກແຮງ ແລະ ອົດທົນຕໍ່ຄວາມຍາກລຳບາກ; ພວກເຂົາອາດຈະເຮັດທຸກຢ່າງທີ່ເຮືອນຂອງພຣະເຈົ້າຂໍໃຫ້ພວກເຂົາເຮັດ ແລະ ບໍ່ປະຕິເສດ ແຕ່ມີບັນຫາໜຶ່ງຄື: ພວກເຂົາເປີດເຜີຍທຸກຢ່າງກ່ຽວກັບເຮືອນຂອງພຣະເຈົ້າໃຫ້ຜູ້ບໍ່ມີຄວາມເຊື່ອ. ພວກເຂົາຫຼິ້ນບົດບາດເປັນຜູ້ທໍລະຍົດ, ເປັນຄົນສອດແນມທຸກມື້. ພຽງແຕ່ຍ້ອນເຫດຜົນນີ້, ຄຣິສຕະຈັກບໍ່ສາມາດທົນຕໍ່ພວກເຂົາໄດ້ ແລະ ຕ້ອງຄັດພວກເຂົາອອກ. ເຂົ້າໃຈບໍ? (ເຂົ້າໃຈແລ້ວ.) ບໍ່ວ່າພວກເຂົາຈະມີຄວາມສຸກ ຫຼື ບໍ່ມີຄວາມສຸກພາຍໃນຄຣິສຕະຈັກ, ໃຜຈະເຮັດໃຫ້ພວກເຂົາຜິດໃຈ, ໃຜຈະເຂົ້າກັບພວກເຂົາໄດ້ດີ, ບໍ່ວ່າພວກເຂົາຈະຖືກເລືອກໃຫ້ເປັນຜູ້ນຳຄຣິສຕະຈັກ ຫຼື ຖືກປົດອອກ, ບໍ່ວ່າຈະເກີດຫຍັງຂຶ້ນ, ພວກເຂົາກໍຕ້ອງແບ່ງປັນທຸກລາຍລະອຽດກັບສະມາຊິກຄອບຄົວທີ່ບໍ່ມີຄວາມເຊື່ອຂອງພວກເຂົາສະເໝີ. ພວກເຂົາຮັບປະກັນວ່າສະມາຊິກຄອບຄົວທີ່ບໍ່ມີຄວາມເຊື່ອ ແລະ ຜູ້ບໍ່ມີຄວາມເຊື່ອຂອງພວກເຂົາໄດ້ຮັບແຈ້ງໃຫ້ຊາບທັນທີ ແລະ ກຳສະຖານະການພາຍໃນຂອງຄຣິສຕະຈັກໄດ້ຢ່າງວ່ອງໄວ. ສຳລັບບຸກຄົນດັ່ງກ່າວ, ເຈົ້າຕ້ອງບໍ່ສະແດງຄວາມປານີ ແລະ ຄວາມເມດຕາໃດໆຕໍ່ພວກເຂົາຢ່າງເດັດຂາດ; ເມື່ອພົບເຫັນຄົນໜຶ່ງ, ໃຫ້ຄັດຄົນນັ້ນອອກ. ວິທີການນີ້ເປັນແນວໃດ? (ເໝາະສົມ.) ການເຮັດແບບນີ້ບໍ່ມີປານີບໍ? (ບໍ່.) ມັນບໍ່ແມ່ນຄວາມໄຮ້ປານີ. ເຈົ້າປະຕິບັດຕໍ່ພວກເຂົາຄືກັບອ້າຍເອື້ອຍນ້ອງ ແຕ່ພວກເຂົາບໍ່ໄດ້ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ຫຼື ຜົນປະໂຫຍດຂອງອ້າຍເອື້ອຍນ້ອງເລີຍ. ແທນທີ່ຈະເປັນແນວນັ້ນ, ພວກເຂົາທໍລະຍົດຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຂອງອ້າຍເອື້ອຍນ້ອງໃນທຸກໂອກາດ. ເຈົ້າຖືວ່າພວກເຂົາເປັນຄອບຄົວ ແຕ່ພວກເຂົາຖືວ່າເຈົ້າເປັນຄອບຄົວບໍ? (ບໍ່.) ແລ້ວກໍຢ່າສະແດງຄວາມປານີຕໍ່ພວກເຂົາ; ຖ້າພວກເຂົາຕ້ອງຖືກຄັດອອກ, ກໍໃຫ້ຄັດພວກເຂົາອອກ. ມາຮອດຈຸດນີ້, ພວກເຈົ້າເຄີຍພົບພໍ້ກັບບຸກຄົນດັ່ງກ່າວບໍ? (ເຄີຍ. ພວກເຂົາໄດ້ແບ່ງປັນທຸກຢ່າງກ່ຽວກັບອ້າຍເອື້ອຍນ້ອງກັບສະມາຊິກຄອບຄົວຂອງພວກເຂົາ ແລະ ບາງຄັ້ງພວກເຂົາກໍໄດ້ແຈ້ງໃຫ້ສະມາຊິກຄອບຄົວຂອງພວກເຂົາຊາບກ່ຽວກັບເລື່ອງບາງຢ່າງ ແລະ ການຈັດແຈງສະເພາະພາຍໃນຄຣິສຕະຈັກໂດຍທັນທີ. ຈາກນັ້ນຄົນໃນຄອບຄົວຂອງພວກເຂົາກໍຈັບເອົາໄປເປັນຈຸດອ່ອນເພື່ອເວົ້ານິນທາຄຣິສຕະຈັກລັບຫຼັງ.) ບຸກຄົນເຫຼົ່ານີ້ຖືກຄັດອອກແລ້ວບໍ? (ແມ່ນແລ້ວ.) ຫຼັງຈາກທີ່ຖືກຄັດອອກ, ພວກເຂົາຈົ່ມບໍ? ພວກເຂົາອາດຈະຮູ້ສຶກວ່າມັນບໍ່ຍຸຕິທຳ ໂດຍຄິດວ່າ “ຂ້ອຍບໍ່ໄດ້ເຮັດຫຍັງ; ສິ່ງນີ້ບໍ່ໄດ້ເປັນການລະເມີດກົດການປົກຄອງ ແລະ ຂ້ອຍບໍ່ໄດ້ກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ, ແລ້ວເປັນຫຍັງຂ້ອຍຈຶ່ງຖືກຄັດອອກ?” ພວກເຈົ້າຄິດວ່າທຳມະຊາດຂອງການກະທຳຂອງພວກເຂົາຮ້າຍແຮງກວ່າການກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນບໍ? (ແມ່ນແລ້ວ.) ສາມາດໄຖ່ບາບຄົນດັ່ງກ່າວໄດ້ບໍ? ມັນງ່າຍບໍທີ່ພວກເຂົາຈະປ່ຽນແປງ? (ບໍ່.) ເປັນຫຍັງເຈົ້າຈຶ່ງເວົ້າວ່າມັນຈະບໍ່ງ່າຍ? ດ້ານໃດທີ່ສະແດງໃຫ້ເຫັນວ່າມັນຍາກທີ່ພວກເຂົາຈະປ່ຽນແປງ? (ພວກເຂົາບໍ່ແມ່ນສ່ວນໜຶ່ງຂອງເຮືອນຂອງພຣະເຈົ້າ, ພວກເຂົາບໍ່ແມ່ນອ້າຍເອື້ອຍນ້ອງ; ແກ່ນແທ້ຂອງພວກເຂົາແມ່ນຜູ້ບໍ່ເຊື່ອ ແລະ ຜູ້ບໍ່ມີຄວາມເຊື່ອ.) ນີ້ຄືແກ່ນແທ້ຂອງພວກເຂົາ. ສະນັ້ນ, ເຈົ້າຈະຮູ້ໄດ້ແນວໃດວ່າພວກເຂົາແມ່ນຜູ້ບໍ່ມີຄວາມເຊື່ອ ແລະ ຜູ້ບໍ່ເຊື່ອ? (ບໍ່ວ່າພວກເຂົາຈະມີອາລົມຫຍັງກໍຕາມໃນຄຣິສຕະຈັກ, ພວກເຂົາກໍລະບາຍໃຫ້ຄອບຄົວຟັງ, ເຊິ່ງສະແດງໃຫ້ເຫັນວ່າບໍ່ວ່າຈະເກີດຫຍັງຂຶ້ນ, ພວກເຂົາກໍບໍ່ຍອມຮັບມັນຈາກພຣະເຈົ້າ, ແລ້ວຍິ່ງບໍ່ຕ້ອງເວົ້າເຖິງການຮຽນຮູ້ບົດຮຽນໃດໆເລີຍ. ຄົນດັ່ງກ່າວບໍ່ໄດ້ມີປະສົບການກັບພາລະກິດຂອງພຣະເຈົ້າ ແລະ ບໍ່ຍອມຮັບຄວາມຈິງ, ສະນັ້ນ ແກ່ນແທ້ຂອງພວກເຂົາຈຶ່ງແມ່ນຂອງຜູ້ບໍ່ເຊື່ອ.) ແກ່ນແທ້ນີ້ຂອງພວກເຂົາໄດ້ຖືກເຮັດໃຫ້ແຈ່ມແຈ້ງແລ້ວ. ພວກເຂົາລະບາຍອາລົມຂອງພວກເຂົາໃຫ້ຄອບຄົວຟັງ ແລະ ປະຕິບັດຕໍ່ທຸກສິ່ງໂດຍອີງໃສ່ອາລົມຂອງພວກເຂົາ. ເຈົ້າຈະຮູ້ໄດ້ແນວໃດວ່າພວກເຂົາບໍ່ແມ່ນສ່ວນໜຶ່ງຂອງເຮືອນຂອງພຣະເຈົ້າ ແຕ່ເປັນຜູ້ບໍ່ມີຄວາມເຊື່ອທີ່ແຊກຊຶມເຂົ້າມາໃນເຮືອນຂອງພຣະເຈົ້າ? (ເພາະວ່າພວກເຂົາສາມາດທໍລະຍົດຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ໂດຍການເປັນຜູ້ທໍລະຍົດ ແລະ ຄົນສອດແນມ ແລະ ເພາະວ່າໂດຍພື້ນຖານແລ້ວພວກເຂົາບໍ່ແມ່ນຄົນທີ່ປົກປ້ອງວຽກງານ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ດັ່ງນັ້ນ, ບຸກຄົນເຫຼົ່ານີ້ຈຶ່ງບໍ່ໄດ້ມີໃຈດຽວກັນກັບເຮືອນຂອງພຣະເຈົ້າ.) ຄຳອະທິບາຍນີ້ຍັງບໍ່ຖືກຈຸດ. ເຮົາຈະຂໍອະທິບາຍ. ເຖິງແມ່ນວ່າບຸກຄົນເຫຼົ່ານີ້ມີສ່ວນຮ່ວມໃນຊີວິດຄຣິສຕະຈັກ ແລະ ປະຕິບັດໜ້າທີ່ຂອງຕົນ, ພວກເຂົາເຄີຍຖືວ່າອ້າຍເອື້ອຍນ້ອງເປັນຄອບຄົວຂອງພວກເຂົາບໍ? ເວົ້າແບບຊາວບ້ານກໍຄື ພວກເຂົາຖືວ່າອ້າຍເອື້ອຍນ້ອງເປັນຄົນຂອງຕົນເອງບໍ? (ບໍ່.) ແລ້ວພວກເຂົາຖືວ່າອ້າຍເອື້ອຍນ້ອງເປັນຫຍັງ? (ຄົນພາຍນອກ.) ຖືກຕ້ອງ, ເປັນຄົນພາຍນອກ, ເປັນປໍລະປັກ. ແລ້ວພວກເຂົາຖືວ່າເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກເປັນຫຍັງ? ບໍ່ແມ່ນເປັນພຽງສະຖານທີ່ເຮັດວຽກສຳລັບພວກເຂົາເທົ່ານັ້ນບໍ? (ແມ່ນແລ້ວ.) ພວກເຂົາຖືວ່າເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກຄືກັບວ່າສະຖານທີ່ເຫຼົ່ານີ້ເປັນບໍລິສັດ ຫຼື ອົງກອນຂອງໂລກທີ່ບໍ່ມີຄວາມເຊື່ອ, ໂດຍເບິ່ງອ້າຍເອື້ອຍນ້ອງເປັນຄົນພາຍນອກ, ເປັນຜູ້ທີ່ຕ້ອງລະວັງ, ເປັນປໍລະປັກ. ດັ່ງນັ້ນ, ພວກເຂົາຈຶ່ງສາມາດເປີດເຜີຍຂໍ້ມູນປະເພດຕ່າງໆ ແລະ ສະຖານະການຕົວຈິງຕ່າງໆກ່ຽວກັບອ້າຍເອື້ອຍນ້ອງໃຫ້ກັບຜູ້ທີ່ໂດຍພື້ນຖານແລ້ວບໍ່ເຊື່ອໃນພຣະເຈົ້າໄດ້ຢ່າງງ່າຍດາຍ. ພວກເຂົາຮູ້ວ່າຜູ້ບໍ່ມີຄວາມເຊື່ອເຫຼົ່ານີ້ຈະບໍ່ເວົ້າສິ່ງດີໆໃດໆ ແລະ ອາດຈະເຖິງຂັ້ນໃສ່ຮ້າຍອ້າຍເອື້ອຍນ້ອງ ແລະ ໝິ່ນປະໝາດເຮືອນຂອງພຣະເຈົ້າ, ພວກເຂົາຮູ້ທັງໝົດນີ້ ແຕ່ພວກເຂົາກໍຍັງເປີດເຜີຍສະຖານະການຂອງອ້າຍເອື້ອຍນ້ອງ ແລະ ຂອງຄຣິສຕະຈັກໃຫ້ກັບຜູ້ບໍ່ມີຄວາມເຊື່ອເຫຼົ່ານີ້ຢ່າງບໍ່ລະມັດລະວັງໂດຍບໍ່ມີການປິດບັງແມ່ນແຕ່ໜ້ອຍດຽວ. ເຫັນໄດ້ຊັດເຈນວ່າ ພວກເຂົາເບິ່ງອ້າຍເອື້ອຍນ້ອງເປັນຄົນພາຍນອກ, ເປັນປໍລະປັກ ແລະ ເມື່ອໃດກໍຕາມທີ່ມີຄວາມບໍ່ພໍໃຈເກີດຂຶ້ນ, ພວກເຂົາກໍຮ່ວມມືກັບຜູ້ບໍ່ມີຄວາມເຊື່ອທັນທີເພື່ອເຍາະເຍີ້ຍ, ໃສ່ຮ້າຍ ແລະ ຕໍ່ຕ້ານອ້າຍເອື້ອຍນ້ອງລັບຫຼັງ, ດ້ວຍເຫດນີ້ຈຶ່ງເປັນການຕອບສະໜອງຄວາມປາຖະໜາຂອງຕົນເອງ. ພວກເຂົາຮູ້ສຶກວ່າການຕັດສິນອ້າຍເອື້ອຍນ້ອງຄົນໃດຄົນໜຶ່ງຈະບໍ່ສາມາດເຮັດໄດ້ໃນຄຣິສຕະຈັກ ເພາະຖ້າພວກເຂົາສົນທະນາເລື່ອງຂອງຄຣິສຕະຈັກ ຫຼື ເລື່ອງຂອງອ້າຍເອື້ອຍນ້ອງຕໍ່ໜ້າອ້າຍເອື້ອຍນ້ອງເອງ, ພວກເຂົາຮູ້ສຶກວ່າພວກເຂົາຈະຕ້ອງຮັບຜິດຊອບຕໍ່ຜົນທີ່ຈະຕາມມາ, ເຊິ່ງຈະບໍ່ເປັນຜົນດີຕໍ່ພວກເຂົາ. ແຕ່ການສົນທະນາເລື່ອງເຫຼົ່ານີ້ກັບຄອບຄົວຂອງພວກເຂົາສາມາດຕອບສະໜອງຕໍ່ຄວາມມຸທະລຸ, ຄວາມປາຖະໜາ ແລະ ອາລົມສ່ວນຕົວຂອງພວກເຂົາໄດ້ຢ່າງສົມບູນ ໂດຍບໍ່ຕ້ອງຮັບຜິດຊອບຕໍ່ຜົນທີ່ຈະຕາມມາໃດໆ, ເພາະຄອບຄົວກໍຄືຄອບຄົວ ທີ່ຈະບໍ່ທໍລະຍົດພວກເຂົາ. ຢ່າງໃດກໍຕາມ, ມັນບໍ່ຄືກັນກັບອ້າຍເອື້ອຍນ້ອງ, ຜູ້ທີ່ສາມາດລາຍງານພວກເຂົາ, ເປີດໂປງພວກເຂົາ ແລະ ລິຮານພວກເຂົາ ແລະ ແມ່ນແຕ່ເຮັດໃຫ້ພວກເຂົາສູນເສຍໜ້າທີ່ ແລະ ຕຳແໜ່ງຂອງພວກເຂົາໄດ້ທຸກເວລາ ຫຼື ທຸກບ່ອນ. ສະນັ້ນ, ມັນບໍ່ຜິດຈັກໜ້ອຍເລີຍທີ່ຈະເວົ້າວ່າພວກເຂົາເບິ່ງອ້າຍເອື້ອຍນ້ອງເປັນປໍລະປັກຂອງພວກເຂົາ. ປໍລະປັກແມ່ນຄົນທີ່ຄວນລະວັງ. ດັ່ງນັ້ນ, ພວກເຂົາຈຶ່ງບໍ່ເວົ້າກັບອ້າຍເອື້ອຍນ້ອງ, ທັງບໍ່ໂອ້ລົມກັບພວກເຂົາ ແລະ ທັງບໍ່ເປີດເຜີຍຫຍັງໃຫ້ພວກເຂົາຟັງ. ແທນທີ່ຈະເປັນແນວນັ້ນ, ພວກເຂົາ “ໃຊ້ຊີວິດຄຣິສຕະຈັກ” ກັບສະມາຊິກຄອບຄົວທີ່ບໍ່ມີຄວາມເຊື່ອຂອງພວກເຂົາຢູ່ເຮືອນ, ບ່ອນທີ່ພວກເຂົາແບ່ງປັນທຸກຢ່າງ ແລະ ເປີດໃຈທັງໝົດຂອງພວກເຂົາອອກ. ພວກເຂົາສະແດງຄວາມຄິດ, ຄວາມເຫັນ, ຄວາມອຸກອັ່ງ, ຄວາມບໍ່ພໍໃຈ ແລະ ທັດສະນະທີ່ບິດເບືອນທັງໝົດຂອງພວກເຂົາອອກມາຢ່າງບໍ່ຍັບຍັ້ງ, ໂດຍຮູ້ສຶກປົດປ່ອຍ ແລະ ພໍໃຈໃນການເຮັດເຊັ່ນນັ້ນ. ສະມາຊິກຄອບຄົວຂອງພວກເຂົາບໍ່ໄດ້ລັງກຽດພວກເຂົາ ແຕ່ພັດຊ່ວຍເຫຼືອ ແລະ ຮ່ວມມືກັບພວກເຂົາ. ຖ້າພວກເຂົາເວົ້າແບບນີ້ໃນຄຣິສຕະຈັກ, ທຳມະຊາດທີ່ແທ້ຈິງຂອງພວກເຂົາໃນຖານະຜູ້ບໍ່ເຊື່ອກໍຈະຖືກເປີດໂປງຢ່າງສົມບູນ ແລະ ຄຣິສຕະຈັກກໍຈະຕ້ອງຄັດພວກເຂົາອອກ. ສະນັ້ນ, ພວກເຂົາຈຶ່ງບໍ່ໄດ້ເບິ່ງອ້າຍເອື້ອຍນ້ອງເປັນຄອບຄົວ ແຕ່ເປັນປໍລະປັກ. ນີ້ແມ່ນດ້ານໜຶ່ງ. ອີກດ້ານໜຶ່ງກໍຄື ພວກເຂົາບໍ່ເຄີຍຖືວ່າຕົນເອງເປັນສ່ວນໜຶ່ງຂອງຄຣິສຕະຈັກ, ສະນັ້ນ ທຸກສິ່ງທີ່ເກີດຂຶ້ນກັບຄຣິສຕະຈັກ, ບໍ່ວ່າຈະເປັນການໃສ່ຮ້າຍປ້າຍສີ ແລະ ການໝິ່ນປະໝາດຈາກໂລກສາສະໜາ, ຂ່າວລືທີ່ບໍ່ມີມູນຄວາມຈິງ ແລະ ການເຍາະເຍີ້ຍຈາກຜູ້ບໍ່ມີຄວາມເຊື່ອ ຫຼື ການໃສ່ຮ້າຍ ແລະ ການຂົ່ມເຫັງໂດຍລັດຖະບານຂອງປະເທດຈຶ່ງບໍ່ກ່ຽວຂ້ອງ ແລະ ບໍ່ສໍາຄັນກັບພວກເຂົາເປັນການສ່ວນຕົວ. ສົມມຸດວ່າພວກເຂົາຮູ້ສຶກແບບນີ້ຢ່າງແທ້ຈິງ: “ຖ້າພາບພົດຂອງຄຣິສຕະຈັກຖືກເຮັດໃຫ້ເຊື່ອມເສຍ ແລະ ພຣະນາມຂອງພຣະເຈົ້າຖືກເຮັດໃຫ້ເສຍກຽດ, ກຽດສັກສີຂອງພວກເຮົາໃນຖານະຜູ້ເຊື່ອກໍຖືກທ້າທາຍຢ່າງຮ້າຍແຮງ. ຍ້ອນເຫດນີ້, ຂ້ອຍຈະບໍ່ມີທາງສົນທະນາເລື່ອງຂອງຄຣິສຕະຈັກ ຫຼື ເລື່ອງຂອງເຮືອນຂອງພຣະເຈົ້າກັບຜູ້ບໍ່ມີຄວາມເຊື່ອ, ປ່ອຍໃຫ້ພວກເຂົານຳໄປນິນທາ ແລະ ຫົວຂວັນ. ແມ່ນແຕ່ເພື່ອປົກປ້ອງຕົນເອງ ຂ້ອຍກໍຈະບໍ່ເວົ້າເລື່ອງຂອງເຮືອນຂອງພຣະເຈົ້າກັບສະມາຊິກຄອບຄົວທີ່ບໍ່ມີຄວາມເຊື່ອຂອງຂ້ອຍແບບຊະຊາຍ”, ຖ້າພວກເຂົາມີການຮັບຮູ້ເຊັ່ນນີ້, ພວກເຂົາກໍຈະສາມາດລະວັງຄໍາເວົ້າຂອງຕົນໄດ້ຢູ່ບໍ່? ແລ້ວເປັນຫຍັງພວກເຂົາຈຶ່ງເຮັດແບບນີ້ບໍ່ໄດ້? ເຫັນໄດ້ຊັດເຈນວ່າ ໂດຍພື້ນຖານແລ້ວພວກເຂົາບໍ່ໄດ້ຖືວ່າຕົນເອງເປັນສ່ວນໜຶ່ງຂອງເຮືອນຂອງພຣະເຈົ້າ ແລະ ທັງບໍ່ໄດ້ຖືວ່າຕົນເອງເປັນຜູ້ເຊື່ອ. ບາງຄົນເວົ້າວ່າ “ຄຳເວົ້າຂອງເຈົ້າບໍ່ຖືກຕ້ອງ. ຖ້າພວກເຂົາບໍ່ໄດ້ຖືວ່າຕົນເອງເປັນສ່ວນໜຶ່ງຂອງເຮືອນຂອງພຣະເຈົ້າ, ເປັນຫຍັງພວກເຂົາຈຶ່ງຍັງມາຮ່ວມການເຕົ້າໂຮມຢູ່?” ໃນທ່າມກາງຜູ້ທີ່ເຊື່ອໃນພຣະເຈົ້າແມ່ນມີຄົນທຸກປະເພດ. ພວກເຮົາເຄີຍໂອ້ລົມກັນກ່ຽວກັບເລື່ອງນີ້ມາກ່ອນແລ້ວ, ບໍ່ແມ່ນບໍ? ມີຫຼາຍຄົນທີ່ມາເຊື່ອໃນພຣະເຈົ້າດ້ວຍແຮງຈູງໃຈ ແລະ ຈຸດປະສົງທີ່ບໍ່ເໝາະສົມຕ່າງໆ ແລະ ນີ້ກໍແມ່ນປະເພດໜຶ່ງໃນນັ້ນ. ການເຊື່ອໃນພຣະເຈົ້າເພື່ອຄວາມມ່ວນຊື່ນ, ເພື່ອບັນເທົາຄວາມເບື່ອ ຫຼື ເພື່ອຊອກຫາສິ່ງຄໍ້າຈູນທາງຈິດວິນຍານ, ຜູ້ບໍ່ເຊື່ອດັ່ງກ່າວບໍ່ແມ່ນມີຢູ່ທົ່ວໄປບໍ? ຄົນດັ່ງກ່າວບໍ່ແມ່ນມີຢູ່ເປັນຈຳນວນຫຼາຍບໍ? (ແມ່ນແລ້ວ.) ພວກເຂົາເຖິງກັບບໍ່ຍອມຮັບວ່າຕົນເອງເປັນຜູ້ເຊື່ອໃນພຣະເຈົ້າ. ແນ່ນອນວ່າ ວຽກງານທັງໝົດຂອງຄຣິສຕະຈັກ ແລະ ການທີ່ປະຊາກອນທີ່ພຣະເຈົ້າເລືອກປະຕິບັດໜ້າທີ່ຂອງຕົນນັ້ນບໍ່ກ່ຽວຂ້ອງຫຍັງກັບພວກເຂົາ, ພວກເຂົາບໍ່ສົນໃຈເລື່ອງເຫຼົ່ານັ້ນເລີຍ. ດັ່ງນັ້ນ, ພວກເຂົາຈຶ່ງສາມາດເວົ້າເຖິງສະຖານະການວຽກງານຂອງຄຣິສຕະຈັກ, ເລື່ອງພາຍໃນຂອງຄຣິສຕະຈັກ ແລະ ແມ່ນແຕ່ບັນຫາໃດໆທີ່ເກີດຂຶ້ນໃນທ່າມກາງອ້າຍເອື້ອຍນ້ອງ, ກັບຜູ້ບໍ່ມີຄວາມເຊື່ອຢ່າງບໍ່ໄຕ່ຕອງ ແລະ ຢ່າງຖືເບົາ. ຫຼັງຈາກທີ່ພວກເຂົາເວົ້າຈົບ, ຜູ້ບໍ່ມີຄວາມເຊື່ອກໍເລີ່ມນິນທາ, ໃສ່ຮ້າຍ ແລະ ເຍາະເຍີ້ຍ ແຕ່ພວກເຂົາກໍບໍ່ຮູ້ສຶກທຸກໃຈແມ່ນແຕ່ໜ້ອຍດຽວ. ພວກເຂົາອາດຈະເຖິງຂັ້ນຮ່ວມກັບຜູ້ບໍ່ມີຄວາມເຊື່ອໃນການປ້ອຍດ່າອ້າຍເອື້ອຍນ້ອງ, ຕັດສິນເຮືອນຂອງພຣະເຈົ້າ ແລະ ມີຄໍາເຫັນຕໍ່ວຽກງານ ແລະ ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ. ພວກເຂົາເປັນຜູ້ເຊື່ອໃນພຣະເຈົ້າບໍ? (ບໍ່ແມ່ນ.) ຜູ້ເຊື່ອທີ່ແທ້ຈິງຈະບໍ່ມີທາງປະຕິບັດແບບນີ້. ແມ່ນແຕ່ເພື່ອປົກປ້ອງກຽດສັກສີ ແລະ ຜົນປະໂຫຍດຂອງຕົນເອງ, ພວກເຂົາຈະບໍ່ມີທາງກິນຢູ່ເຮືອນ ຂີ້ໃສ່ຫຼັງຄາ ແລະ ຫັນໄປເຂົ້າຂ້າງຄົນພາຍນອກຄຣິສຕະຈັກ. ບໍ່ແມ່ນແບບນັ້ນບໍ? (ແມ່ນແລ້ວ.) ສະນັ້ນ, ບຸກຄົນດັ່ງກ່າວຈຶ່ງເປັນຄົນຊົ່ວຮ້າຍ ແລະ ຜູ້ບໍ່ເຊື່ອ, ຜູ້ທີ່ຕ້ອງຖືກຄັດອອກ. ຍິ່ງພວກເຂົາຖືກຄັດອອກໄວເທົ່າໃດ, ຄຣິສຕະຈັກກໍຈະຍິ່ງມີຄວາມສະຫງົບສຸກໄວເທົ່ານັ້ນ.

ໃຫ້ມາເວົ້າເລື່ອງຂອງພວກເຈົ້າເອງເບິ່ງ. ຕົວຢ່າງ: ຖ້າພໍ່ແມ່ຂອງເຈົ້າບໍ່ເຊື່ອໃນພຣະເຈົ້າ ຫຼື ຖ້າອ້າຍເອື້ອຍນ້ອງ ຫຼື ໝູ່ສະໜິດຂອງເຈົ້າບໍ່ເຊື່ອໃນພຣະເຈົ້າ ແຕ່ພວກເຂົາບໍ່ໄດ້ຕໍ່ຕ້ານຄວາມເຊື່ອຂອງເຈົ້າ ແລະ ທີ່ຈິງແລ້ວກໍຂ້ອນຂ້າງສະໜັບສະໜູນ, ເຈົ້າຈະເວົ້າເລື່ອງທຸກຢ່າງທີ່ເກີດຂຶ້ນໃນຄຣິສຕະຈັກໃຫ້ພວກເຂົາຟັງບໍ? ສົມມຸດວ່າໝູ່ຜູ້ຍິງຄົນໜຶ່ງຂອງເຈົ້າຖາມວ່າ “ມີຜູ້ຊາຍຄົນໃດໃນຄຣິສຕະຈັກຂອງພວກເຈົ້າທີ່ກຳລັງຊອກຫາຄູ່ຄອງຢູ່ບໍ? ມີໃຜທີ່ເປັນຄົນບໍ່ມີເລ່ລ່ຽມ, ທັງສູງ, ຮັ່ງມີ ແລະ ຮູບງາມບໍ?” ຄົນດີບາງຄົນໃນທ່າມກາງຜູ້ບໍ່ມີຄວາມເຊື່ອກໍປາຖະໜາທີ່ຈະຊອກຫາຄູ່ຄອງທີ່ດີເພື່ອໃຊ້ຊີວິດຮ່ວມກັນ. ໝູ່ຜູ້ຍິງຂອງເຈົ້າຢາກຊອກຫາຄົນທີ່ເຊື່ອໃນພຣະເຈົ້າ, ແລ້ວເຈົ້າຈະເຕັມໃຈບອກລາວບໍ? (ບໍ່.) ເຈົ້າຄວນບອກລາວວ່າ “ຄວາມມັກຄົນທີ່ເຊື່ອຂອງເຈົ້ານັ້ນບໍ່ມີປະໂຫຍດ. ເຈົ້າເປັນຜູ້ບໍ່ມີຄວາມເຊື່ອ ແລະ ໂດຍພື້ນຖານແລ້ວກໍເຂົ້າກັນບໍ່ໄດ້ກັບຜູ້ມີຄວາມເຊື່ອ. ພວກເຈົ້າບໍ່ມີຄວາມເຫັນຄືກັນ; ພວກເຈົ້າຍ່າງຄົນລະເສັ້ນທາງ! ເບິ່ງແມ້ວ່າເຈົ້າແຕ່ງຕົວສີສັນປານນັ້ນ, ອ້າຍນ້ອງຄົນໃດໃນຄຣິສຕະຈັກຂອງພວກເຮົາຈະມັກເຈົ້າ?” ເຈົ້າເອງກໍຍັງດູຖູກລາວ, ສະນັ້ນ ເຈົ້າຈະສາມາດເວົ້າເລື່ອງຂອງຄຣິສຕະຈັກກັບລາວໄດ້ບໍ? (ບໍ່ໄດ້.) ເວົ້າກັນບໍ່ທັນຮອດສາມຄຳ ແລະ ການສົນທະນາກໍຈະໄປຕໍ່ບໍ່ໄດ້ແລ້ວ, ດ້ວຍທັດສະນະຄະຕິທີ່ແຕກຕ່າງກັນຢ່າງສິ້ນເຊີງ. ເຖິງແມ່ນວ່າຜູ້ບໍ່ມີຄວາມເຊື່ອບາງຄົນຈະມີຄວາມປະທັບໃຈທີ່ດີຕໍ່ຜູ້ມີຄວາມເຊື່ອ ແລະ ເຖິງແມ່ນວ່າພວກເຂົາຈະຮັກສາມິດຕະພາບກັບເຈົ້າຫຼັງຈາກທີ່ເຈົ້າກາຍເປັນຜູ້ມີຄວາມເຊື່ອ, ເຈົ້າຈະເຕັມໃຈແບ່ງປັນເລື່ອງພາຍໃນຂອງຄຣິສຕະຈັກ ຫຼື ຄວາມຍາກລຳບາກທີ່ເຈົ້າພົບພໍ້ໃນການປະຕິບັດໜ້າທີ່ຂອງເຈົ້າໃຫ້ພວກເຂົາຟັງບໍ? (ບໍ່.) ເຖິງແມ່ນວ່າພວກເຂົາຈະສະໜັບສະໜູນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ, ການສົນທະນາເລື່ອງຂອງຄຣິສຕະຈັກກັບພວກເຂົາຈະມີປະໂຫຍດຫຍັງ? ຕົວຢ່າງ: ອ້າຍເອື້ອຍນ້ອງບາງຄົນໄດ້ອົດທົນຕໍ່ການທໍລະມານ ແລະ ການສອບສວນໂດຍພະຍານາກໃຫຍ່ສີແດງໂດຍບໍ່ໄດ້ກາຍເປັນຢູດາ. ນີ້ຄືຄຳພະຍານທີ່ແມ່ນແຕ່ຜູ້ບໍ່ມີຄວາມເຊື່ອກໍຊື່ນຊົມ, ເຈົ້າຈະເຕັມໃຈແບ່ງປັນເລື່ອງນີ້ໃຫ້ພວກເຂົາຟັງບໍ? (ບໍ່.) ເປັນຫຍັງເຈົ້າຈຶ່ງບໍ່ເຕັມໃຈທີ່ຈະສົນທະນາເລື່ອງນີ້? (ເລື່ອງດັ່ງກ່າວບໍ່ກ່ຽວຂ້ອງກັບພວກເຂົາ ແລະ ພວກເຂົາກໍບໍ່ສາມາດເຂົ້າໃຈຄຳພະຍານຈາກປະສົບການເຫຼົ່ານີ້ໄດ້.) ພວກເຂົາຈະບໍ່ສາມາດເຂົ້າໃຈໄດ້. ການສົນທະນາເລື່ອງເຫຼົ່ານີ້ອາດຈະມີຜົນກະທົບໃນທາງລົບຫຍັງແດ່? (ໃນທີ່ສຸດແລ້ວພວກເຂົາອາດຈະຕັດສິນຄຣິສຕະຈັກແທນ.) ພວກເຂົາຈະຕັດສິນວ່າ: “ເປັນຫຍັງຕ້ອງເຮັດໃຫ້ຕົວເອງລຳບາກແບບນີ້? ເປັນຫຍັງຕ້ອງຕໍ່ຕ້ານລັດຖະບານຂອງປະເທດ?” ເຫັນບໍ, ຄຳເວົ້າພຽງປະໂຫຍກດຽວກໍສາມາດເປີດເຜີຍທຳມະຊາດຂອງພວກເຂົາໄດ້. ສິ່ງນີ້ຈະຖືວ່າເປັນການຕໍ່ຕ້ານລັດຖະບານຂອງປະເທດໄດ້ແນວໃດ? ເຫັນໄດ້ຊັດເຈນວ່າກະສັດມານຮ້າຍທີ່ປົກຄອງປະເທດກຳລັງທຳຮ້າຍປະຊາກອນທີ່ພຣະເຈົ້າເລືອກຢ່າງສາຫັດ, ເຮັດໃຫ້ພວກເຂົາບໍ່ມີທາງດຳລົງຊີວິດ. ເຖິງແມ່ນວ່າພວກເຂົາຈະເຫັນສິ່ງນີ້, ພວກເຂົາກໍທຳທ່າວ່າບໍ່ຮູ້. ເຫັນໄດ້ຊັດເຈນວ່າພວກເຂົາເວົ້າໃນລັກສະນະທີ່ປັ້ນນໍ້າໃຫ້ເປັນໂຕ ແລະ ບິດເບືອນຄວາມຈິງ. ເຈົ້າຈະຍັງສາມາດສົນທະນາຫຍັງກັບພວກເຂົາໄດ້ອີກ? ເຈົ້າບໍ່ສາມາດເວົ້າກັບພວກເຂົາກ່ຽວກັບສິ່ງໃດທີ່ກ່ຽວຂ້ອງກັບຄວາມເຊື່ອໃນພຣະເຈົ້າ; ເຈົ້າບໍ່ສາມາດໃຫ້ພວກເຂົາຮູ້ຫຍັງກ່ຽວກັບເລື່ອງນີ້. ຜູ້ທີ່ບໍ່ສາມາດລະວັງຄໍາເວົ້າຂອງຕົນໄດ້ສາມາດບອກທຸກຢ່າງກ່ຽວກັບຄຣິສຕະຈັກໃຫ້ຜູ້ບໍ່ມີຄວາມເຊື່ອ. ພວກເຂົາເປັນຜູ້ບໍ່ເຊື່ອຢ່າງຊັດເຈນ; ພວກເຂົາເປັນມານຮ້າຍທີ່ເຂົ້າມາໃນເຮືອນຂອງພຣະເຈົ້າເພື່ອມາປົນເປ, ເປັນສັດເດຍລະສານທີ່ກິນຢູ່ເຮືອນ ຂີ້ໃສ່ຫຼັງຄາ ໂດຍບໍ່ມີຄວາມສຳນຶກ ຫຼື ເຫດຜົນແມ່ນແຕ່ໜ້ອຍດຽວ. ສໍາລັບພວກເຂົາແລ້ວ, ຄວາມເສຍຫາຍໃດໆຕໍ່ຜົນປະໂຫຍດ ຫຼື ຊື່ສຽງຂອງເຮືອນຂອງພຣະເຈົ້າ ຫຼື ຄຣິສຕະຈັກບໍ່ໄດ້ມີຜົນກະທົບກັບພວກເຂົາເລີຍ, ບໍ່ໄດ້ແຕະຕ້ອງຜົນປະໂຫຍດຂອງພວກເຂົາເອງ ແລະ ພວກເຂົາບໍ່ຮູ້ສຶກເສຍໃຈແມ່ນແຕ່ໜ້ອຍດຽວ; ສະນັ້ນ, ພວກເຂົາສາມາດເວົ້າຢ່າງຊະຊາຍກ່ຽວກັບວຽກງານພາຍໃນຂອງຄຣິສຕະຈັກກັບຜູ້ບໍ່ມີຄວາມເຊື່ອ ແລະ ຄົນທີ່ບໍ່ເຊື່ອໃນພຣະເຈົ້າ ໂດຍບໍ່ມີຄວາມເກງກົວໃດໆ. ຄົນດັ່ງກ່າວໜ້າລັງກຽດບໍ? (ໜ້າລັງກຽດ!) ຜູ້ບໍ່ເຊື່ອທີ່ບໍ່ເຫັນອ້າຍເອື້ອຍນ້ອງເປັນຄອບຄົວ ແຕ່ເຫັນຜູ້ບໍ່ມີຄວາມເຊື່ອເປັນຄອບຄົວຂອງຕົນຈະສາມາດຍອມຮັບຄວາມຈິງໄດ້ບໍ? (ບໍ່ໄດ້.) ພວກເຂົາສາມາດຍອມຮັບໄດ້ບໍວ່າພຣະເຈົ້າຄືຄວາມຈິງ? (ບໍ່ໄດ້.) ເມື່ອໄດ້ຍິນພຣະທຳແຫ່ງຄວາມລອດພົ້ນຂອງມະນຸດຂອງພຣະເຈົ້າ, ຄົນທີ່ບໍ່ໄດ້ຖືວ່າຕົນເອງເປັນສະມາຊິກຂອງຄຣິສຕະຈັກຈະສາມາດປະຖິ້ມຜົນປະໂຫຍດຂອງຕົນເອງເພື່ອໄລ່ຕາມເສາະຫາຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້ບໍ? (ບໍ່ໄດ້.) ກິດຈະກຳປະຈຳວັນຂອງພວກເຂົາມີພຽງແຕ່ການທໍລະຍົດຕໍ່ຜົນປະໂຫຍດຂອງຄຣິສຕະຈັກ, ການເຂົ້າຂ້າງຄົນພາຍນອກ ແລະ ການເປັນຄົນສອດແນມ, ເປັນຢູດາ ແລະ ເປັນຜູ້ທໍລະຍົດ, ຄືກັບວ່ານີ້ຄືພາລະກິດຂອງພວກເຂົາ. ພວກເຂົາບໍ່ໄດ້ຍ່າງໃນເສັ້ນທາງທີ່ຖືກຕ້ອງ ແຕ່ດຳລົງຊີວິດເພື່ອເຮັດຄວາມຊົ່ວ; ພວກເຂົາສົມຄວນຕາຍ ແລະ ຖືກສາບແຊ່ງ! ຢູດາ, ຜູ້ທໍລະຍົດ ແລະ ຄົນຮັບໃຊ້ຂອງຊາຕານເຫຼົ່ານີ້ທີ່ກິນຢູ່ເຮືອນ ຂີ້ໃສ່ຫຼັງຄາ ລ້ວນແຕ່ເປັນສິ່ງທີ່ເປັນລົບ, ພວກເຂົາເປັນອັນຕະລາຍຕໍ່ມວນມະນຸດ ແລະ ເປັນທີ່ລັງກຽດຂອງທຸກຄົນ. ສະນັ້ນ, ການທີ່ຄຣິສຕະຈັກຈັດການກັບພວກເຂົາ ແລະ ຄັດພວກເຂົາອອກບໍ່ແມ່ນສິ່ງທີ່ສົມຄວນຢ່າງຍິ່ງແລ້ວບໍ? (ແມ່ນແລ້ວ.) ມັນສົມຄວນຢ່າງຍິ່ງ. ພວກເຈົ້າບໍ່ມັກການຖືກທໍລະຍົດ, ແມ່ນບໍ? ຖ້າຄຣິສຕະຈັກ ຫຼື ເຮືອນຂອງພຣະເຈົ້າຖືກຫັກຫຼັງ, ຄົນສ່ວນໃຫຍ່ອາດຈະບໍ່ເຫັນໃຈ ຫຼື ຮູ້ສຶກທຸກໃຈຫຼາຍ; ພວກເຂົາພຽງແຕ່ຈະຮູ້ສຶກບໍ່ສະບາຍໃຈໜ້ອຍໜຶ່ງ, ເພາະເຖິງຢ່າງໃດກໍຕາມ, ພວກເຂົາກໍເປັນສະມາຊິກຄົນໜຶ່ງໃນນັ້ນ. ແຕ່ຈະເປັນແນວໃດຖ້າເຈົ້າຖືກຄົນໃດຄົນໜຶ່ງໃນຄຣິສຕະຈັກຫັກຫຼັງໃຫ້ກັບຜູ້ບໍ່ມີຄວາມເຊື່ອ ແລະ ຍ້ອນການຫັກຫຼັງຂອງພວກເຂົາ, ຜູ້ບໍ່ມີຄວາມເຊື່ອກໍບິດເບືອນຄວາມຈິງ, ໃສ່ຮ້າຍປ້າຍສີ, ເຍາະເຍີ້ຍ, ຕັດສິນ ແລະ ປະນາມເຈົ້າ? ຕອນນັ້ນເຈົ້າຈະຮູ້ສຶກແນວໃດ? ຕອນນັ້ນເຈົ້າຈະບໍ່ໄດ້ປະສົບກັບຄວາມອັບອາຍ ແລະ ຄວາມເສື່ອມເສຍທີ່ຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າໄດ້ຮັບບໍ? (ແມ່ນແລ້ວ.) ຈາກມຸມມອງນີ້, ການຄັດບຸກຄົນດັ່ງກ່າວອອກເໝາະສົມບໍ? (ເໝາະສົມ.) ພວກເຂົາຄວນຖືກຄັດອອກ; ບໍ່ຈຳເປັນຕ້ອງສະແດງຄວາມປານີຕໍ່ພວກເຂົາ. ກ່ຽວກັບຜູ້ທີ່ບໍ່ສາມາດລະວັງຄໍາເວົ້າຂອງຕົນໄດ້, ຈາກການປະພຶດຕົນ ແລະ ການສະແດງອອກຕ່າງໆໃນຊີວິດຂອງພວກເຂົາ, ພວກເຂົາຄືຜູ້ບໍ່ເຊື່ອພາຍໃນຄຣິສຕະຈັກ, ເປັນຄົນຊົ່ວຮ້າຍປະເພດໜຶ່ງທີ່ຄວນຖືກຄັດອອກ. ບໍ່ວ່າການກະທຳຂອງພວກເຂົາຈະເຮັດຢ່າງລັບໆ ຫຼື ຢ່າງເປີດເຜີຍກໍຕາມ, ເມື່ອໃດທີ່ຖືກຄົ້ນພົບວ່າຄົນໃດຄົນໜຶ່ງບໍ່ສາມາດລະວັງຄໍາເວົ້າຂອງຕົນໄດ້ ແລະ ແກ່ນແທ້ຄວາມເປັນມະນຸດຂອງພວກເຂົາແມ່ນຜູ້ບໍ່ເຊື່ອຢ່າງແທ້ຈິງ, ກໍໃຫ້ລາຍງານພວກເຂົາຕໍ່ຜູ້ນຳ ແລະ ຜູ້ເຮັດວຽກທັນທີ ແລະ ແຈ້ງໃຫ້ອ້າຍເອື້ອຍນ້ອງຊາບ. ຄວນມີການແຍກແຍະທີ່ທັນເວລາ ແລະ ຖືກຕ້ອງກ່ຽວກັບບຸກຄົນດັ່ງກ່າວ ແລະ ຈາກນັ້ນພວກເຂົາກໍຄວນຖືກຄັດອອກຈາກຄຣິສຕະຈັກໂດຍໄວເທົ່າທີ່ຈະໄວໄດ້. ຢ່າໃຫ້ພວກເຂົາມີສ່ວນພົວພັນໃດໆກັບຄຣິສຕະຈັກ, ວຽກງານຂອງຄຣິສຕະຈັກ ຫຼື ອ້າຍເອື້ອຍນ້ອງ; ການຄັດພວກເຂົາອອກໃຫ້ໝົດສິ້ນຈຶ່ງເປັນສິ່ງທີ່ຖືກຕ້ອງ. ການໂອ້ລົມກ່ຽວກັບການສະແດງອອກຂອງການບໍ່ສາມາດລະວັງຄຳເວົ້າຂອງຕົນໄດ້ກໍຈົບລົງພຽງເທົ່ານີ້.

ຄົນສາມປະເພດທີ່ໂອ້ລົມກັນໃນມື້ນີ້ເປັນກໍລະນີທີ່ຮ້າຍແຮງກວ່າສອງປະເພດທີ່ໂອ້ລົມກັນກ່ອນໜ້ານີ້ບໍ? (ແມ່ນແລ້ວ.) ສະຖານະການຂອງພວກເຂົາຮ້າຍແຮງກວ່າ, ຄວາມເປັນມະນຸດຂອງພວກເຂົາຊົ່ວຊ້າ ແລະ ໜ້າລັງກຽດກວ່າ ແລະ ຄວາມເສຍຫາຍ ແລະ ຜົນກະທົບຂອງພວກເຂົາຕໍ່ຜົນປະໂຫຍດຂອງຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງທຸກຄົນກໍໃຫຍ່ຫຼວງກວ່າ. ສະນັ້ນ, ຢ່າຖືເບົາຄົນສາມປະເພດນີ້; ຄວນລະວັງພວກເຂົາຢ່າງເຂັ້ມງວດ ແລະ ບໍ່ຄວນປ່ອຍໄວ້. ຖ້າພົບວ່າຜູ້ໃດເປັນໜຶ່ງໃນສາມປະເພດນີ້, ຄວນເປີດໂປງ ແລະ ແຍກແຍະພວກເຂົາທັນທີ ແລະ ຈາກນັ້ນກໍຈັດການໂດຍໄວເທົ່າທີ່ຈະໄວໄດ້. ຖ້າພວກເຂົາກຳລັງປະຕິບັດໜ້າທີ່ທີ່ສຳຄັນ, ໃຫ້ຊອກຫາຄົນມາຮັບຜິດຊອບໜ້າທີ່ຂອງພວກເຂົາທັນທີ ແລະ ຈາກນັ້ນກໍປົດພວກເຂົາອອກຈາກໜ້າທີ່ນັ້ນ ແລະ ຄັດພວກເຂົາອອກ. ເຂົ້າໃຈບໍ? (ເຂົ້າໃຈແລ້ວ.) ສະພາວະຕ່າງໆຂອງອ້າຍເອື້ອຍນ້ອງໃນຄຣິສຕະຈັກ, ການສະແດງອອກຕ່າງໆຂອງພວກເຂົາໃນແຕ່ລະໄລຍະ, ວຽກງານຂອງຄຣິສຕະຈັກ ແລະ ແມ່ນແຕ່ເລື່ອງພາຍໃນບາງຢ່າງຂອງຄຣິສຕະຈັກແມ່ນອະນຸຍາດໃຫ້ສົນທະນາ ແລະ ໂອ້ລົມກັນໃນທ່າມກາງອ້າຍເອື້ອຍນ້ອງເທົ່ານັ້ນ. ນີ້ແມ່ນເພື່ອເຮັດໃຫ້ປະຊາກອນທີ່ພຣະເຈົ້າເລືອກມີຄວາມເຂົ້າໃຈ ແລະ ຄວາມຮູ້ແຈ້ງກ່ຽວກັບຫຼັກການທີ່ເຮືອນຂອງພຣະເຈົ້າຮຽກຮ້ອງ, ດ້ວຍເຫດນີ້ຈຶ່ງບັນລຸຄວາມສາມາດໃນການປະຕິບັດຕາມຫຼັກການຄວາມຈິງ. ຢ່າງໃດກໍຕາມ, ຫຼັກການໜຶ່ງຕ້ອງແຈ່ມແຈ້ງຄື: ບໍ່ວ່າຈະເປັນຄວາມຈິງ ຫຼື ຫຼັກການກ່ຽວກັບການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ ຫຼື ລະບຽບການສຳລັບວຽກງານທົ່ວໄປກໍຕາມ, ບໍ່ອະນຸຍາດໃຫ້ເວົ້າກ່ຽວກັບພວກມັນກັບຜູ້ບໍ່ມີຄວາມເຊື່ອຢ່າງເດັດຂາດ, ເຊິ່ງຈະສົ່ງຜົນໃຫ້ຜູ້ບໍ່ມີຄວາມເຊື່ອມີຄໍາເຫັນ ແລະ ວິພາກວິຈານ. ສິ່ງນີ້ແມ່ນຫ້າມຢ່າງເດັດຂາດ. ບາງຄົນອາດຈະເວົ້າວ່າ “ຖ້າມັນຖືກຫ້າມຢ່າງເດັດຂາດ, ນັ້ນໝາຍຄວາມວ່າມັນເປັນກົດການປົກຄອງບໍ?” ສາມາດເວົ້າແບບນັ້ນໄດ້; ຜູ້ໃດທີ່ເປີດເຜີຍຂໍ້ມູນກໍຈະຕ້ອງຮັບຜິດຊອບຕໍ່ຜົນທີ່ຈະຕາມມາທີ່ກ່ຽວຂ້ອງ. ເປັນຫຍັງພວກເຂົາຈຶ່ງຕ້ອງຮັບຜິດຊອບຕໍ່ຜົນທີ່ຈະຕາມມາ? ເພາະວ່າຜູ້ທີ່ເປີດເຜີຍເລື່ອງພາຍໃນຂອງຄຣິສຕະຈັກບໍ່ໄດ້ປົກປ້ອງຄຣິສຕະຈັກ ຫຼື ອ້າຍເອື້ອຍນ້ອງ ແລະ ສາມາດທໍລະຍົດຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງໄດ້ຢ່າງງ່າຍດາຍ. ເນື່ອງຈາກພວກເຂົາປະຕິບັດຕົນເປັນຜູ້ທໍລະຍົດ ແລະ ເປັນຢູດາ, ພວກເຂົາຈຶ່ງບໍ່ຄວນໄດ້ຮັບຄວາມປານີ ຫຼື ຖືວ່າເປັນອ້າຍເອື້ອຍນ້ອງ ຫຼື ຄອບຄົວອີກຕໍ່ໄປ. ພວກເຂົາຄວນຖືກຈັດການໃນຖານະຜູ້ທໍລະຍົດ ແລະ ຢູດາ ແລະ ຖືກຄັດອອກຈາກຄຣິສຕະຈັກໂດຍກົງ. ບາງຄົນເວົ້າວ່າ “ຂ້ານ້ອຍເຄີຍມີນິໄສບໍ່ດີທີ່ເປັນຄົນປາກບໍ່ຢູ່ສຸກ, ຂ້ານ້ອຍມັກເວົ້າແບບບໍ່ໄຕ່ຕອງ. ຕອນນີ້ເມື່ອຂ້ານ້ອຍເຫັນຜົນຂອງການກະທຳດັ່ງກ່າວແລ້ວ, ຂ້ານ້ອຍກໍບໍ່ກ້າເວົ້າແບບບໍ່ໄຕ່ຕອງອີກຕໍ່ໄປ”. ດີ. ເມື່ອເຈົ້າໄດ້ເວົ້າແບບນີ້ແລ້ວ, ພຶດຕິກຳຂອງເຈົ້າກໍຈະຖືກສັງເກດເບິ່ງ. ຖ້າເຈົ້າກັບໃຈ ແລະ ປ່ຽນແປງຢ່າງແທ້ຈິງ, ບໍ່ສົ່ງຕໍ່ຂໍ້ມູນແບບບໍ່ໄຕ່ຕອງ ຫຼື ທໍລະຍົດຕໍ່ຜົນປະໂຫຍດຂອງອ້າຍເອື້ອຍນ້ອງອີກຕໍ່ໄປ ແລະ ສາມາດລະວັງຄຳເວົ້າຂອງຕົນໄດ້, ເຮືອນຂອງພຣະເຈົ້າກໍຈະໃຫ້ໂອກາດເຈົ້າໜຶ່ງຄັ້ງ. ຖ້າຖືກຄົ້ນພົບອີກວ່າເຈົ້າໄດ້ເຮັດແບບນີ້, ວ່າເຈົ້າເປັນຜູ້ເຜີຍແຜ່ຂໍ້ມູນບາງຢ່າງ, ເຈົ້າຈະບໍ່ໄດ້ຮັບຄວາມປານີໃດໆ, ອ້າຍເອື້ອຍນ້ອງໃນຄຣິສຕະຈັກຈະຮ່ວມກັນຄັດເຈົ້າອອກ. ເມື່ອເຖິງເວລານັ້ນ, ຢ່າຮ້ອງໄຫ້ ຫຼື ຈົ່ມວ່າເຈົ້າບໍ່ໄດ້ຖືກເຕືອນລ່ວງໜ້າ. ຕອນນີ້ເມື່ອທຸກຢ່າງຖືກອະທິບາຍຢ່າງແຈ່ມແຈ້ງແລ້ວ, ຖ້າສິ່ງນີ້ເກີດຂຶ້ນອີກ, ເຮືອນຂອງພຣະເຈົ້າຈະບໍ່ປານີຢ່າງເດັດຂາດ. ເຂົ້າໃຈບໍ? (ເຂົ້າໃຈແລ້ວ.) ຖ້າພວກເຈົ້າເຫັນຜູ້ໃດທີ່ຍັງບໍ່ເຂົ້າໃຈ, ຈົ່ງອະທິບາຍໃຫ້ພວກເຂົາເຂົ້າໃຈຕື່ມ; ໃຫ້ໃຊ້ເນື້ອໃນທີ່ພວກເຮົາໂອ້ລົມກັນໃນມື້ນີ້ເພື່ອແນະນໍາພວກເຂົາ. ຖ້າພວກເຈົ້າສັງເກດເຫັນຜູ້ໃດທີ່ເລີ່ມມີແວວແບບນີ້ ຫຼື ຜູ້ໃດທີ່ເຄີຍເຮັດແບບນີ້ມາກ່ອນ, ໃຫ້ສື່ສານກັບພວກເຂົາ, ເຕືອນພວກເຂົາ ແລະ ແຈ້ງໃຫ້ພວກເຂົາຊາບເຖິງທຳມະຊາດ ແລະ ຜົນຂອງການກະທຳດັ່ງກ່າວ, ພ້ອມທັງທັດສະນະຄະຕິຂອງເຮືອນຂອງພຣະເຈົ້າຕໍ່ເລື່ອງ ແລະ ຄົນເຫຼົ່ານີ້. ຫຼັງຈາກທີ່ເຮັດໃຫ້ທຸກຢ່າງແຈ່ມແຈ້ງແລ້ວ, ໃຫ້ສັງເກດເບິ່ງພວກເຂົາເພື່ອເບິ່ງວ່າພວກເຂົາສາມາດກັບໃຈໄດ້ ຫຼື ບໍ່ ແລະ ພວກເຂົາຈະເຮັດຫຍັງໃນອະນາຄົດ. ຖ້າພວກເຂົາປ່ຽນແປງ ແລະ ບໍ່ປະຕິບັດແບບນັ້ນອີກ, ພວກເຂົາກໍສາມາດຖືກຍອມຮັບກັບຄືນມາ ແລະ ຖືກປະຕິບັດຄືກັບອ້າຍເອື້ອຍນ້ອງ. ແຕ່ຖ້າພວກເຂົາຍັງດື້ດ້ານບໍ່ກັບໃຈ ແລະ ສືບຕໍ່ປະຕິບັດແບບນີ້ຢ່າງລັບໆ, ໃຫ້ຄັດພວກເຂົາອອກທຸກຄັ້ງທີ່ເຈົ້າພົບເຫັນຄົນດັ່ງກ່າວ. ຖ້າເຈົ້າພົບຄູ່ໜຶ່ງ, ກໍໃຫ້ຄັດທັງສອງຄົນອອກ; ຖ້າເຈົ້າພົບກຸ່ມໜຶ່ງ, ກໍໃຫ້ຄັດທັງກຸ່ມອອກ. ຢ່າສະແດງຄວາມປານີໃດໆ. ບາງຄົນຖາມວ່າ “ຂ້ານ້ອຍສາມາດເວົ້າກັບຄົນໃນຄອບຄົວຂອງຂ້ານ້ອຍທີ່ເຄີຍເຊື່ອ ແຕ່ຕໍ່ມາຖືກຄັດອອກໄດ້ບໍ?” ເບິ່ງຄືວ່າຜູ້ທີ່ມັກຫຼິ້ນລີ້ນ ແລະ ພົວພັນໃນການນິນທາບໍ່ສາມາດຄວບຄຸມຕົນເອງໄດ້ງ່າຍ, ຍັງດື້ດ້ານຖາມວ່າສິ່ງນັ້ນອະນຸຍາດໃຫ້ເຮັດໄດ້ບໍ. ພວກເຈົ້າຄິດວ່າແນວໃດ, ອະນຸຍາດໃຫ້ເຮັດໄດ້ບໍ? (ບໍ່ໄດ້.) ບໍ່ອະນຸຍາດໃຫ້ເວົ້າກັບຜູ້ໃດ, ເພາະມັນສາມາດນຳໄປສູ່ຜົນທີ່ຈະຕາມມາໄດ້ງ່າຍ. ຄົນດັ່ງກ່າວທຸກຄົນຕ້ອງຖືກຈັດການໃນຖານະຢູດາ. ຜູ້ທີ່ເປັນຜູ້ບໍ່ມີຄວາມເຊື່ອ, ຜູ້ທີ່ຖືກຄັດອອກ, ຜູ້ທີ່ສະໜິດກັບເຈົ້າ, ຜູ້ທີ່ໄວ້ໃຈໄດ້, ຜູ້ທີ່ສະໜັບສະໜູນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ, ຜູ້ທີ່ມີຄວາມປະທັບໃຈທີ່ດີຕໍ່ການເຊື່ອໃນພຣະເຈົ້າ ແລະ ຜູ້ທີ່ເຊື່ອໃນພຣະເຈົ້າແຕ່ໃນນາມ, ຜູ້ທີ່ພຽງແຕ່ໃຊ້ຊີວິດຄຣິສຕະຈັກ ແລະ ອ່ານພຣະທຳຂອງພຣະເຈົ້າໜ້ອຍໜຶ່ງ ແຕ່ບໍ່ໄດ້ປະຕິບັດໜ້າທີ່ຂອງຕົນເລີຍ, ຈະຕ້ອງບໍ່ເວົ້າໃຫ້ພວກເຂົາຟັງ, ຖ້າຜູ້ໃດເຮັດ, ຜູ້ນັ້ນກໍຈະຖືກຈັດການໃນຖານະຢູດາ. ເຂົ້າໃຈບໍ? (ເຂົ້າໃຈແລ້ວ.) ມີໃຜອີກທີ່ລວມຢູ່ໃນຜູ້ທີ່ບໍ່ໄດ້ປະຕິບັດໜ້າທີ່ຂອງຕົນ? ສະມາຊິກຄຣິສຕະຈັກທຳມະດາລວມຢູ່ບໍ? (ລວມຢູ່.) ຢ່າລືມເລື່ອງນີ້; ຢ່າໂງ່. ພວກເຈົ້າຕ້ອງກຳແໜ້ນຫຼັກການໃຫ້ດີ. ຢ່າເຊື່ອໄປເລື້ອຍໆຈົນໃນທີ່ສຸດກໍກາຍເປັນຢູດາ ແລະ ທໍລະຍົດເຮືອນຂອງພຣະເຈົ້າ, ທໍລະຍົດອ້າຍເອື້ອຍນ້ອງໂດຍບໍ່ຮູ້ຕົວ ແລະ ເຖິງກັບພາກພູມໃຈກ່ຽວກັບສິ່ງດັ່ງກ່າວ. ການບໍ່ສາມາດລະວັງຄຳເວົ້າຂອງຕົນໄດ້ ແລະ ແມ່ນແຕ່ທໍລະຍົດຕໍ່ວຽກງານຂອງຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງເປັນການລ່ວງລະເມີດທີ່ຮ້າຍແຮງ. ພຣະເຈົ້າບັນທຶກຜູ້ໃດກໍຕາມທີ່ກະທຳຄວາມຊົ່ວດັ່ງກ່າວໄວ້. ຕອນນີ້ເມື່ອມັນໄດ້ຖືກອະທິບາຍໃຫ້ເຈົ້າຢ່າງແຈ່ມແຈ້ງແລ້ວ ແລະ ເຈົ້າກໍເຂົ້າໃຈແລ້ວ, ຖ້າເຈົ້າເຮັດມັນອີກ, ມັນກໍບໍ່ແມ່ນການກະທຳຜິດທຳມະດາອີກຕໍ່ໄປ; ມັນເປັນການລະເມີດກົດການປົກຄອງ, ເຊິ່ງເຮັດໃຫ້ເຈົ້າເປັນເປົ້າໝາຍທີ່ຈະຖືກຄັດອອກ ແລະ ເຈົ້າຈະຖືກຖອດຖອນສິດໃນການໄດ້ຮັບຄວາມລອດພົ້ນ. ເຂົ້າໃຈບໍ? (ເຂົ້າໃຈແລ້ວ.)

ວັນທີ 11 ທັນວາ 2021

ກ່ອນນີ້: ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (24)

ຕໍ່ໄປ: ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (26)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້