ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (26)

ຂໍ້ທີສິບສີ່: ໃຫ້ແຍກແຍະໂດຍທັນທີ ແລະ ຈາກນັ້ນກໍຄັດອອກ ຫຼື ຂັບໄລ່ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສທຸກປະເພດ (ພາກທີຫ້າ)

ທັດສະນະຄະຕິທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນມີຕໍ່ວຽກງານການຊໍາລະລ້າງຄຣິສຕະຈັກ

ປີນີ້, ພວກເຮົາໄດ້ໂອ້ລົມກັນຢ່າງຕໍ່ເນື່ອງກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ການສະແດງອອກຂອງຄົນທຸກປະເພດທີ່ກ່ຽວຂ້ອງ. ຫົວຂໍ້ຂອງການໂອ້ລົມໄດ້ກາຍເປັນເລື່ອງທີ່ລະອຽດ ແລະ ສະເພາະເຈາະຈົງຫຼາຍຂຶ້ນ, ເຊິ່ງກ່ຽວຂ້ອງກັບບັນຫາຕ່າງໆຂອງຄົນທຸກປະເພດ ແລະ ການໂອ້ລົມກ່ຽວກັບການສະແດງອອກທີ່ສະເພາະເຈາະຈົງຂອງຄົນເຫຼົ່ານີ້ ແລະ ໝວດທີ່ພວກເຂົາຄວນຖືກຈັດແບ່ງ ກໍມີຄວາມສະເພາະເຈາະຈົງ ແລະ ຊັດເຈນຫຼາຍເຊັ່ນກັນ. ຍິ່ງບັນຫາລະອຽດເຫຼົ່ານີ້ຖືກໂອ້ລົມກັນຢ່າງສະເພາະເຈາະຈົງ ແລະ ຊັດເຈນຫຼາຍເທົ່າໃດ ກໍຍິ່ງຄວນໃຫ້ການຊ່ວຍເຫຼືອ ແລະ ການຊີ້ນໍາໃນທາງບວກຫຼາຍຂຶ້ນສໍາລັບການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ ແລະ ຍິ່ງຄວນໃຫ້ການຊີ້ແນະ ແລະ ການຊ່ວຍເຫຼືອຫຼາຍຂຶ້ນສໍາລັບຜູ້ນໍາ ແລະ ຜູ້ເຮັດວຽກໃນການເຮັດວຽກ ແລະ ປະຕິບັດໜ້າທີ່ຂອງພວກເຂົາ. ແຕ່ບໍ່ວ່າການໂອ້ລົມຈະດໍາເນີນໄປແນວໃດ, ບໍ່ວ່າການໂອ້ລົມຈະສະເພາະເຈາະຈົງສໍ່າໃດກໍຕາມ, ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນກໍຍັງບໍ່ຊັດເຈນກ່ຽວກັບວິທີຮັບມື ແລະ ຈັດການຄົນປະເພດຕ່າງໆ ແລະ ບັນຫາຕ່າງໆໃນຄຣິສຕະຈັກ. ບັນຫາຂອງຄົນທຸກປະເພດຖືກໂອ້ລົມກັນຢ່າງຊັດເຈນຫຼາຍ ແຕ່ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນຍັງບໍ່ສາມາດເຫັນແຈ້ງໄດ້ວ່າ ຈະແຍກແຍະ ແລະ ປະຕິບັດຕໍ່ຄົນປະເພດຕ່າງໆແນວໃດ. ພວກເຂົາຍັງບໍ່ສາມາດກະທໍາຕາມຫຼັກການຄວາມຈິງໄດ້ ແລະ ພວກເຂົາກໍບໍ່ສາມາດໃຊ້ຄວາມຈິງເພື່ອຈັດການກັບຄົນປະເພດຕ່າງໆ ແລະ ບັນຫາຕ່າງໆໃນຄຣິສຕະຈັກ. ສາເຫດຂອງເລື່ອງນີ້ແມ່ນຫຍັງ? ຄົນດັ່ງກ່າວຂາດຄວາມເປັນຈິງຄວາມຈິງ. ຜ່ານການໂອ້ລົມກ່ຽວກັບການສະແດງອອກຂອງຄົນທຸກປະເພດ, ຄົນເຮົາຄວນມີການແຍກແຍະຂັ້ນພື້ນຖານ ແລະ ຈັດແຈງຢ່າງສົມເຫດສົມຜົນໃຫ້ຄົນເຫຼົ່ານັ້ນໃນຄຣິສຕະຈັກ ທີ່ປະຕິບັດໜ້າທີ່ຂອງຕົນ ແລະ ຜູ້ທີ່ບໍ່ປະຕິບັດ, ຜູ້ທີ່ໄລ່ຕາມເສາະຫາຄວາມຈິງ ແລະ ຜູ້ທີ່ບໍ່ໄລ່ຕາມຫາ, ຜູ້ທີ່ເຊື່ອຟັງ ແລະ ອ່ອນນ້ອມ ແລະ ຜູ້ທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ. ແຕ່ເມື່ອເບິ່ງສະຖານະການຂອງຄົນທຸກປະເພດໃນຄຣິສຕະຈັກ, ມີພຽງແຕ່ຄົນຊົ່ວຮ້າຍທີ່ເຫັນໄດ້ຊັດເຈນເທົ່ານັ້ນທີ່ຖືກຄັດອອກໄປ; ຜູ້ບໍ່ເຊື່ອຈໍານວນຫຼາຍຍັງບໍ່ໄດ້ຖືກຄັດອອກໄປຢ່າງສິ້ນເຊີງ. ໃນວຽກງານຊຳລະລ້າງຄຣິສຕະຈັກ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນຮ່ວມມືກັບພາລະກິດຂອງພຣະເຈົ້າ ເພື່ອຊຳລະລ້າງຄົນຊົ່ວຮ້າຍ ແລະ ຜູ້ບໍ່ເຊື່ອອອກໄປໂດຍໄວເທົ່າທີ່ຈະໄວໄດ້ແທນທີ່ຈະຮັບມືກັບມັນແບບຢູ່ຊື່ໆ, ເຮັດໂຕເປັນຄົນທີ່ບໍ່ຢາກຜິດໃຈໃຜ ຫຼື ຄິດວ່າພຽງແຕ່ການຊຳລະລ້າງຄົນຊົ່ວຮ້າຍທີ່ເຫັນໄດ້ຊັດເຈນອອກໄປໝາຍຄວາມວ່າທຸກຢ່າງຈົບສິ້ນ ແລະ ດີແລ້ວ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນກວດກາວຽກງານຂອງແຕ່ລະທີມຢ່າງຫ້າວຫັນ, ກວດສອບສະຖານະການຂອງສະມາຊິກແຕ່ລະທີມວ່າມີຜູ້ບໍ່ເຊື່ອຄົນໃດຢູ່ໃນນັ້ນພຽງເພື່ອໃຫ້ຄົບຈໍານວນ ຫຼື ຜູ້ບໍ່ເຊື່ອທີ່ເຜີຍແຜ່ຄວາມຄິດລົບ ແລະ ຄວາມຄິດຫຼົງຜິດຕ່າງໆ ເພື່ອລົບກວນວຽກງານຂອງຄຣິສຕະຈັກ ຫຼື ບໍ່ ແລະ ເມື່ອຖືກກວດພົບ, ຄົນເຫຼົ່ານີ້ຄວນຖືກເປີດໂປງ ແລະ ຄັດອອກໄປຢ່າງສິ້ນເຊີງ. ນີ້ຄືວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ; ພວກເຂົາບໍ່ຄວນຢູ່ຊື່ໆ, ບໍ່ຄວນລໍຖ້າຄໍາສັ່ງ ແລະ ການຊຸກຍູ້ຈາກເບື້ອງເທິງເພື່ອລົງມືເຮັດ ແລະ ພວກເຂົາບໍ່ຄວນເຮັດພຽງໜ້ອຍໜຶ່ງເມື່ອອ້າຍເອື້ອຍນ້ອງທຸກຄົນຮຽກຮ້ອງ. ໃນວຽກງານຂອງພວກເຂົາ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນຄໍານຶງເຖິງເຈດຕະນາຂອງພຣະເຈົ້າ ແລະ ຈົງຮັກພັກດີຕໍ່ພຣະອົງ. ວິທີທີ່ດີທີ່ສຸດສໍາລັບພວກເຂົາທີ່ຈະປະພຶດຕົນກໍຄືການຮັບຮູ້ ແລະ ແກ້ໄຂບັນຫາຢ່າງຫ້າວຫັນ. ພວກເຂົາຕ້ອງບໍ່ຢູ່ຊື່ໆອີກຕໍ່ໄປ ໂດຍສະເພາະເມື່ອພວກເຂົາມີພຣະທໍາ ແລະ ການໂອ້ລົມໃນປັດຈຸບັນເຫຼົ່ານີ້ເປັນພື້ນຖານ. ກົງກັນຂ້າມ, ພວກເຂົາຄວນລິເລີ່ມເພື່ອແກ້ໄຂບັນຫາ ແລະ ຄວາມຫຍຸ້ງຍາກຕົວຈິງຢ່າງສິ້ນເຊີງ ໂດຍການໂອ້ລົມກ່ຽວກັບຄວາມຈິງ ແລະ ເຮັດວຽກຂອງພວກເຂົາຕາມທີ່ພວກເຂົາຄວນເຮັດຢ່າງແທ້ຈິງ. ພວກເຂົາຄວນຕິດຕາມຄວາມຄືບໜ້າຂອງວຽກງານໂດຍທັນທີ ແລະ ຢ່າງຫ້າວຫັນ; ພວກເຂົາບໍ່ສາມາດລໍຖ້າຄໍາສັ່ງ ແລະ ການຊຸກຍູ້ຈາກເບື້ອງເທິງຢູ່ສະເໝີກ່ອນທີ່ພວກເຂົາຈະລົງມືເຮັດຢ່າງບໍ່ເຕັມໃຈ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຄິດລົບ ແລະ ຢູ່ຊື່ໆຢູ່ສະເໝີ ແລະ ບໍ່ເຮັດວຽກງານຕົວຈິງ, ພວກເຂົາກໍບໍ່ສົມຄວນທີ່ຈະຮັບໃຊ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ຄວນຖືກປົດອອກ ແລະ ປັບການມອບໝາຍໜ້າທີ່ຂອງພວກເຂົາ. ຕອນນີ້ມີຜູ້ນໍາ ແລະ ຜູ້ເຮັດວຽກຫຼາຍຄົນທີ່ຢູ່ຊື່ໆຫຼາຍໃນວຽກງານຂອງພວກເຂົາ. ພວກເຂົາເຮັດວຽກພຽງໜ້ອຍໜຶ່ງ ຫຼັງຈາກທີ່ເບື້ອງເທິງສົ່ງຄໍາສັ່ງ ແລະ ຊຸກຍູ້ພວກເຂົາເທົ່ານັ້ນ; ຖ້າບໍ່ດັ່ງນັ້ນ, ພວກເຂົາຈະຂີ້ຄ້ານ ແລະ ຜັດມື້. ວຽກງານໃນຄຣິສຕະຈັກບາງແຫ່ງຂ້ອນຂ້າງວຸ້ນວາຍ, ບາງຄົນທີ່ປະຕິບັດໜ້າທີ່ຢູ່ບ່ອນນັ້ນບໍ່ໃສ່ໃຈ ແລະ ເຮັດພໍແລ້ວມືແລ້ວຕີນຫຼາຍ ແລະ ບໍ່ໄດ້ຮັບຜົນທີ່ແທ້ຈິງໃດໆ. ບັນຫາເຫຼົ່ານີ້ຮ້າຍແຮງຫຼາຍແລ້ວ ແລະ ມີລັກສະນະທີ່ຊົ່ວຮ້າຍ ແຕ່ຜູ້ນໍາ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກເຫຼົ່ານັ້ນຍັງຄົງເຮັດໂຕຄືກັບເຈົ້າໜ້າທີ່ ແລະ ເຈົ້ານາຍ. ພວກເຂົາບໍ່ພຽງແຕ່ບໍ່ສາມາດເຮັດວຽກງານຕົວຈິງໃດໆໄດ້, ພວກເຂົາຍັງບໍ່ສາມາດຮັບຮູ້ ຫຼື ແກ້ໄຂບັນຫາໄດ້. ສິ່ງນີ້ເຮັດໃຫ້ວຽກງານຂອງຄຣິສຕະຈັກເປັນອຳມະພາດ ແລະ ເຮັດໃຫ້ມັນຢຸດສະງັກ. ບ່ອນໃດກໍຕາມທີ່ວຽກງານຂອງຄຣິສຕະຈັກຢູ່ໃນສະພາບທີ່ສັບສົນວຸ້ນວາຍຫຼາຍ ແລະ ບໍ່ມີສັນຍານຂອງຄວາມເປັນລະບຽບ, ຢູ່ບ່ອນນັ້ນມີຜູ້ນໍາປອມ ຫຼື ຜູ້ຕໍ່ຕ້ານພຣະຄຣິສກຳອຳນາດຢູ່ຢ່າງແນ່ນອນ. ໃນທຸກຄຣິສຕະຈັກທີ່ຜູ້ນໍາປອມກຳອຳນາດ, ວຽກງານຂອງຄຣິສຕະຈັກກໍຈະຢູ່ໃນສະພາບທີ່ສັບສົນ ແລະ ວຸ້ນວາຍຢ່າງສິ້ນເຊີງ. ເລື່ອງນີ້ບໍ່ມີຂໍ້ສົງໄສເລີຍ. ຕົວຢ່າງ: ບັນຫາຫຼາຍຢ່າງໃນຄຣິສຕະຈັກຂອງອາເມຣິກາແມ່ນສິ່ງທີ່ເຮົາໄດ້ຍິນ ແລະ ໄດ້ເຫັນດ້ວຍຕົນເອງ. ບັນຫາສ່ວນໃຫຍ່ທີ່ເຮົາເຫັນແມ່ນຖືກແກ້ໄຂໃນທັນທີ; ສໍາລັບບັນຫາອື່ນໆ, ເຮົາໄດ້ຂໍໃຫ້ຜູ້ນໍາຂອງຄຣິສຕະຈັກອາເມຣິກາແກ້ໄຂພວກມັນ. ແຕ່ສ່ວນໃຫຍ່ຂອງວຽກງານຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນເຮັດແບບຢູ່ຊື່ໆຫຼາຍ ໂດຍມີການຕິດຕາມທີ່ຊັກຊ້າເກີນໄປ ແລະ ມີປະສິດທິພາບຕໍ່າເກີນໄປ ໂດຍໜ້າວຽກປະຈໍາວັນສ່ວນໃຫຍ່ຂອງພວກເຂົາແມ່ນຖືກປະຕິບັດຫຼັງຈາກມີຄໍາສັ່ງ ແລະ ການຊຸກຍູ້ຈາກເບື້ອງເທິງເທົ່ານັ້ນ. ຫຼັງຈາກທີ່ເບື້ອງເທິງຈັດແຈງວຽກງານ, ພວກເຂົາຈະຫຍຸ້ງຢູ່ໄລຍະໜຶ່ງ ແຕ່ເມື່ອວຽກງານສ່ວນນັ້ນສໍາເລັດ, ພວກເຂົາກໍບໍ່ຮູ້ວ່າຈະເຮັດຫຍັງຕໍ່ໄປ ເພາະພວກເຂົາບໍ່ເຂົ້າໃຈວ່າພວກເຂົາຄວນປະຕິບັດໜ້າທີ່ຫຍັງ. ພວກເຂົາບໍ່ເຄີຍຊັດເຈນກ່ຽວກັບວຽກງານທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ພວກເຂົາຄວນປະຕິບັດ; ໃນສາຍຕາຂອງພວກເຂົາແມ່ນບໍ່ມີວຽກຫຍັງທີ່ຕ້ອງເຮັດ. ມັນເກີດຫຍັງຂຶ້ນເມື່ອຜູ້ຄົນບໍ່ຄິດວ່າມີວຽກງານໃດທີ່ຕ້ອງເຮັດ? (ພວກເຂົາບໍ່ໄດ້ແບກຮັບພາລະ.) ເວົ້າໃຫ້ຖືກຕ້ອງກໍຄື ພວກເຂົາບໍ່ໄດ້ແບກຮັບພາລະ; ພວກເຂົາຍັງຂີ້ຄ້ານຫຼາຍ ແລະ ເພີດເພີນກັບຄວາມສະບາຍ, ພັກຜ່ອນໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ເມື່ອໃດກໍຕາມທີ່ພວກເຂົາສາມາດເຮັດໄດ້ ແລະ ພະຍາຍາມຫຼີກລ່ຽງໜ້າວຽກເພີ່ມເຕີມໃດໆ. ຄົນຂີ້ຄ້ານເຫຼົ່ານີ້ມັກຈະຄິດວ່າ “ເປັນຫຍັງຂ້ອຍຈຶ່ງຄວນກັງວົນຫຼາຍແທ້? ການກັງວົນຫຼາຍເກີນໄປຈະເຮັດໃຫ້ຂ້ອຍເຖົ້າໄວຂຶ້ນເທົ່ານັ້ນ. ຂ້ອຍຈະໄດ້ຮັບປະໂຫຍດຫຍັງຈາກການເຮັດແບບນັ້ນ ແລະ ຈາກການແລ່ນໄປມາຫຼາຍ ແລະ ເຮັດໃຫ້ຕົນເອງເມື່ອຍຫຼາຍ? ຈະເກີດຫຍັງຂຶ້ນຖ້າຂ້ອຍເມື່ອຍຈົນບໍ່ສະບາຍ? ຂ້ອຍບໍ່ມີເງິນຈ່າຍຄ່າປິ່ນປົວ. ໃຜຈະດູແລຂ້ອຍເມື່ອຂ້ອຍເຖົ້າ?” ຄົນຂີ້ຄ້ານເຫຼົ່ານີ້ພຽງແຕ່ຢູ່ຊື່ໆ ແລະ ຫຼ້າຫຼັງແບບນີ້. ພວກເຂົາບໍ່ມີຄວາມຈິງແມ່ນແຕ່ໜ້ອຍດຽວ ແລະ ບໍ່ສາມາດເຫັນຫຍັງໄດ້ຢ່າງຊັດເຈນ. ພວກເຂົາເປັນກຸ່ມຄົນເບົາປັນຍາຢ່າງຊັດເຈນ, ບໍ່ແມ່ນບໍ? ພວກເຂົາທຸກຄົນເປັນຄົນເບົາປັນຍາ; ພວກເຂົາບໍ່ຮັບຮູ້ຄວາມຈິງ ແລະ ບໍ່ມີຄວາມສົນໃຈໃນມັນ, ແລ້ວພວກເຂົາຈະຖືກຊ່ວຍໃຫ້ລອດພົ້ນໄດ້ແນວໃດ? ເປັນຫຍັງຜູ້ຄົນຈຶ່ງບໍ່ມີວິໄນ ແລະ ຂີ້ຄ້ານຢູ່ສະເໝີ, ຄືກັບວ່າພວກເຂົາເປັນຄົນຕາຍທັງເປັນ? ສິ່ງນີ້ກ່ຽວຂ້ອງກັບບັນຫາທໍາມະຊາດຂອງພວກເຂົາ. ມີຄວາມຂີ້ຄ້ານຊະນິດໜຶ່ງໃນທໍາມະຊາດຂອງມະນຸດ. ບໍ່ວ່າຜູ້ຄົນຈະເຮັດໜ້າວຽກຫຍັງກໍຕາມ, ພວກເຂົາກໍຕ້ອງການຄົນມາກວດກາ ແລະ ຊຸກຍູ້ພວກເຂົາຢູ່ສະເໝີ. ບາງຄັ້ງຜູ້ຄົນກໍຄໍານຶງເຖິງເນື້ອໜັງ, ເພີດເພີນກັບຄວາມສະບາຍທາງຮ່າງກາຍ ແລະ ເກັບບາງຢ່າງໄວ້ສໍາລັບຕົນເອງຢູ່ສະເໝີ. ຄົນເຫຼົ່ານີ້ແມ່ນເຕັມໄປດ້ວຍເຈດຕະນາທີ່ຊົ່ວຮ້າຍ ແລະ ອຸບາຍທີ່ມີເລ່ລ່ຽມ; ພວກເຂົາບໍ່ມີຫຍັງດີເລີຍຢ່າງແທ້ຈິງ! ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ສໍາຄັນໃດກໍຕາມ, ພວກເຂົາກໍເຮັດບໍ່ເຕັມທີ່ສະເໝີ. ພວກເຂົາບໍ່ມີຄວາມຮັບຜິດຊອບ ແລະ ບໍ່ມີຄວາມຈົງຮັກພັກດີ. ເຮົາໄດ້ກ່າວສິ່ງເຫຼົ່ານີ້ໃນມື້ນີ້ ເພື່ອເຕືອນພວກເຈົ້າບໍ່ໃຫ້ຢູ່ຊື່ໆໃນວຽກງານ. ພວກເຈົ້າຕ້ອງສາມາດເຮັດຕາມທຸກຢ່າງທີ່ເຮົາເວົ້າ. ຖ້າເຮົາໄປຄຣິສຕະຈັກຕ່າງໆ ແລະ ຮູ້ ຫຼື ເຫັນວ່າພວກເຈົ້າໄດ້ເຮັດວຽກຫຼາຍ, ວ່າພວກເຈົ້າໄດ້ເຮັດວຽກຢ່າງມີປະສິດທິພາບຫຼາຍ ແລະ ວຽກງານກໍາລັງດໍາເນີນໄປຢ່າງວ່ອງໄວ, ວ່າມັນໄດ້ບັນລຸລະດັບທີ່ໜ້າພໍໃຈ ແລະ ທຸກຄົນໄດ້ເຮັດສຸດຄວາມສາມາດຂອງພວກເຂົາ, ເຮົາກໍຈະພໍໃຈຫຼາຍ. ຖ້າເຮົາໄປຄຣິສຕະຈັກຕ່າງໆ ແລະ ເຫັນວ່າຄວາມຄືບໜ້າຂອງວຽກງານໃນທຸກດ້ານຊັກຊ້າ, ເຊິ່ງພິສູດວ່າພວກເຈົ້າບໍ່ໄດ້ປະຕິບັດໜ້າທີ່ຂອງພວກເຈົ້າໄດ້ດີ ແລະ ເຜີຍແຜ່ຂ່າວປະເສີດໂດຍບໍ່ໄວເທົ່າທີ່ຄວນ, ພວກເຈົ້າຄິດວ່າອາລົມຂອງເຮົາຈະເປັນແນວໃດໃນຕອນນັ້ນ? ເຮົາຈະຍັງດີໃຈທີ່ໄດ້ເຫັນພວກເຈົ້າບໍ? (ບໍ່.) ເຮົາຈະບໍ່ດີໃຈ. ວຽກງານນີ້ໄດ້ຖືກມອບໝາຍໃຫ້ພວກເຈົ້າ ແລະ ເຮົາໄດ້ກ່າວທຸກຢ່າງທີ່ຕ້ອງກ່າວແລ້ວ; ຫຼັກການສະເພາະຂອງການປະຕິບັດ ແລະ ເສັ້ນທາງແມ່ນໄດ້ບອກໃຫ້ພວກເຈົ້າແລ້ວ. ແຕ່ພວກເຈົ້າບໍ່ລົງມືເຮັດ, ບໍ່ເຮັດວຽກ, ພຽງແຕ່ລໍຖ້າໃຫ້ເຮົາກຳກັບດູແລ ແລະ ຊຸກຍູ້ພວກເຈົ້າດ້ວຍຕົວເອງ, ລິຮານພວກເຈົ້າ ຫຼື ແມ່ນແຕ່ສັ່ງໃຫ້ພວກເຈົ້າລົງມືເຮັດ. ບັນຫາຢູ່ບ່ອນນີ້ແມ່ນຫຍັງ? ສິ່ງນີ້ບໍ່ຄວນຖືກໄຈ້ແຍກບໍ? ເມື່ອພວກເຈົ້າບໍ່ໄດ້ເຮັດວຽກທີ່ຄວນເຮັດຢ່າງຊັດເຈນ ແລະ ບໍ່ສາມາດແບກຮັບມັນໄດ້, ເຮົາຈະມີທັດສະນະຄະຕິທີ່ດີຕໍ່ພວກເຈົ້າໄດ້ບໍ? (ບໍ່ໄດ້.) ເປັນຫຍັງເຮົາຈຶ່ງບໍ່ສາມາດມີທັດສະນະຄະຕິທີ່ດີຕໍ່ພວກເຈົ້າໄດ້? (ພວກເຮົາປະຕິບັດໜ້າທີ່ຂອງຕົນແບບບໍ່ຮັບຜິດຊອບເກີນໄປ.) ເພາະວ່າພວກເຈົ້າບໍ່ໄດ້ປະຕິບັດໜ້າທີ່ຂອງພວກເຈົ້າຢ່າງສຸດໃຈ ແລະ ສຸດກໍາລັງຂອງພວກເຈົ້າ ແຕ່ເຮັດພວກມັນພຽງແຕ່ໃຫ້ພໍແລ້ວມືແລ້ວຕີນ. ຄົນທີ່ຈົງຮັກພັກດີໃນໜ້າທີ່ຂອງພວກເຂົາ ຢ່າງໜ້ອຍຄວນເຮັດໃຫ້ສຸດກໍາລັງຂອງພວກເຂົາ ແຕ່ພວກເຈົ້າບໍ່ສາມາດບັນລຸໄດ້ແມ່ນແຕ່ສິ່ງນີ້; ພວກເຈົ້າຍັງຫ່າງໄກຫຼາຍ! ມັນບໍ່ແມ່ນວ່າຂີດຄວາມສາມາດຂອງພວກເຈົ້າບໍ່ພຽງພໍ; ມັນແມ່ນວ່າແນວຄິດຂອງພວກເຈົ້າບໍ່ຖືກຕ້ອງ ແລະ ພວກເຈົ້າບໍ່ຮັບຜິດຊອບ. ມີບາງສິ່ງທີ່ໄຮ້ສາລະໃນໃຈຂອງພວກເຈົ້າທີ່ຫ້າມພວກເຈົ້າບໍ່ໃຫ້ປະຕິບັດໜ້າທີ່ຂອງພວກເຈົ້າ. ນອກຈາກນີ້, ແນວຄິດແບບຄົນທີ່ບໍ່ຢາກຜິດໃຈໃຜກໍຂັດຂວາງພວກເຈົ້າຈາກການດຳເນີນວຽກງານການຊຳລະລ້າງຄຣິສຕະຈັກ. ພວກເຈົ້າຮູ້ບໍວ່າຄວາມສຳຄັນຂອງການຊຳລະລ້າງຄຣິສຕະຈັກແມ່ນຫຍັງ? ເປັນຫຍັງພຣະເຈົ້າຈຶ່ງຕ້ອງການຊຳລະລ້າງຄຣິສຕະຈັກ? ຜົນສະທ້ອນຂອງການບໍ່ຊຳລະລ້າງຄຣິສຕະຈັກແມ່ນຫຍັງ? ພວກເຈົ້າທຸກຄົນບໍ່ຊັດເຈນກ່ຽວກັບເລື່ອງເຫຼົ່ານີ້ ແລະ ບໍ່ສະແຫວງຫາຄວາມຈິງ, ເຊິ່ງພິສູດວ່າພວກເຈົ້າບໍ່ໄດ້ຄໍານຶງເຖິງເຈດຕະນາຂອງພຣະເຈົ້າ. ພວກເຈົ້າເຕັມໃຈທີ່ຈະເຮັດວຽກງານທຳມະດາ, ວຽກງານປະຈຳຕຳແໜ່ງຂອງພວກເຈົ້າພຽງໜ້ອຍໜຶ່ງ ແລະ ຫຼີກລ່ຽງໜ້າວຽກພິເສດ ໂດຍສະເພາະໜ້າວຽກທີ່ອາດຈະລ່ວງເກີນຄົນອື່ນ. ພວກເຈົ້າທຸກຄົນມັກທີ່ຈະສົ່ງຕໍ່ໜ້າວຽກເຫຼົ່ານີ້ໃຫ້ຄົນອື່ນ. ນີ້ບໍ່ແມ່ນວິທີທີ່ພວກເຈົ້າຄິດບໍ? ນີ້ບໍ່ແມ່ນບັນຫາທີ່ຄວນຈະຖືກແກ້ໄຂບໍ? ພວກເຈົ້າເວົ້າສະເໝີວ່າ “ຂີດຄວາມສາມາດຂອງຂ້ານ້ອຍບໍ່ດີ, ຄວາມເຂົ້າໃຈຄວາມຈິງຂອງຂ້ານ້ອຍມີຈຳກັດ ແລະ ຂ້ານ້ອຍບໍ່ມີປະສົບການເຮັດວຽກພຽງພໍ. ຂ້ານ້ອຍບໍ່ເຄີຍເປັນຜູ້ນໍາຄຣິສຕະຈັກ ແລະ ຂ້ານ້ອຍບໍ່ເຄີຍດຳເນີນວຽກງານການຊຳລະລ້າງຄຣິສຕະຈັກ”. ນີ້ບໍ່ແມ່ນການແກ້ຕົວບໍ? ວຽກງານການຊຳລະລ້າງຄຣິສຕະຈັກແມ່ນໄດ້ໂອ້ລົມກັນຢ່າງຊັດເຈນຫຼາຍແລ້ວ. ການຊຳລະລ້າງຜູ້ຕໍ່ຕ້ານພຣະຄຣິສ, ຄົນຊົ່ວຮ້າຍ ແລະ ຜູ້ບໍ່ເຊື່ອອອກໄປແມ່ນເລື່ອງທີ່ຮຽບງ່າຍ. ຫຼັກການຈຳນວນໜຶ່ງເຫຼົ່ານັ້ນເຂົ້າໃຈຍາກແທ້ບໍ? ຖ້າບັນຫາງ່າຍໆ ແບບນີ້ຖືກອະທິບາຍຢ່າງຊັດເຈນແລ້ວ ແລະ ຜູ້ຄົນຍັງບໍ່ເຂົ້າໃຈ, ນັ້ນສະແດງເຖິງຫຍັງ? ມັນສະແດງວ່າຂີດຄວາມສາມາດຂອງພວກເຂົາຕໍ່າເກີນໄປທີ່ຈະເຂົ້າໃຈພາສາມະນຸດ ຫຼື ພວກເຂົາເປັນພຽງຄົນຊົ່ວທີ່ບໍ່ເອົາໃຈໃສ່ກັບວຽກງານທີ່ເປັນກິດຈະລັກສະນະ. ໃນບັນດາຜູ້ນໍາ ແລະ ຜູ້ເຮັດວຽກ, ມີບາງຄົນທີ່ມີຂີດຄວາມສາມາດຕໍ່າຢ່າງແນ່ນອນ ແລະ ແນ່ນອນວ່າມີຄົນທີ່ບໍ່ຢາກຜິດໃຈໃຜບາງຄົນທີ່ບໍ່ໄດ້ເຮັດວຽກງານຕົວຈິງ; ນອກຈາກນັ້ນຍັງມີຄົນຊົ່ວບາງຄົນຢ່າງແນ່ນອນທີ່ລະເລີຍວຽກງານທີ່ເປັນກິດຈະລັກສະນະ ແລະ ເຮັດຄວາມຊົ່ວໂດຍບໍ່ໄຕ່ຕອງ. ສະຖານະການທັງໝົດເຫຼົ່ານີ້ມີຢູ່ຈິງ. ກ່ອນອື່ນໝົດ, ຄົນຊົ່ວເຫຼົ່ານີ້ທີ່ລະເລີຍວຽກງານທີ່ເປັນກິດຈະລັກສະນະຕ້ອງຖືກຊຳລະລ້າງອອກໄປ. ຜູ້ໃດກໍຕາມທີ່ສາມາດເຮັດວຽກງານຕົວຈິງໄດ້ກໍຄວນຖືກນຳໃຊ້, ຄົນທີ່ບໍ່ຢາກຜິດໃຈໃຜທີ່ເຮັດໜ້າທີ່ເປັນຜູ້ນໍາກໍຄວນຖືກປົດອອກຢ່າງແນ່ນອນ ແລະ ຄົນທີ່ມີຂີດຄວາມສາມາດຕໍ່າທີ່ສາມາດເຂົ້າໃຈພາສາມະນຸດ ແລະ ສາມາດເຮັດວຽກງານຕົວຈິງໄດ້ບາງຢ່າງກໍຄວນຖືກເກັບໄວ້. ບັນຫາເຫຼົ່ານີ້ຄວນຖືກແກ້ໄຂດ້ວຍວິທີນີ້. ຫຼັງຈາກທີ່ພຣະເຈົ້າໄດ້ໂອ້ລົມແລ້ວ, ຖ້າເຈົ້າສາມາດເຫັນໄດ້ຢ່າງຊັດເຈນເຖິງບັນຫາຕ່າງໆໃນວຽກງານຂອງຄຣິສຕະຈັກທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນແກ້ໄຂ, ເຈົ້າກໍຄວນແກ້ໄຂບັນຫາເຫຼົ່ານັ້ນໂດຍທັນທີໂດຍບໍ່ຕ້ອງຊັກຊ້າອີກຕໍ່ໄປ. ເຈົ້າຄວນຈະສາມາດລິເລີ່ມລົງມືເຮັດໄດ້ ໂດຍບໍ່ຈໍາເປັນຕ້ອງລໍຖ້າໃຫ້ເບື້ອງເທິງມອບໝາຍໜ້າວຽກ ຫຼື ອອກຄໍາສັ່ງດ້ວຍຕົວເອງ. ບໍ່ວ່າຈະເກີດບັນຫາຫຍັງຂຶ້ນ, ຄວນແກ້ໄຂພວກມັນກ່ອນທີ່ພວກມັນຈະສົ່ງຜົນກະທົບຕໍ່ວຽກງານ. ກ່ອນທີ່ເບື້ອງເທິງຈະເລີ່ມກວດສອບບັນຫາ, ເຈົ້າຄວນຈະລາຍງານຄວາມເຂົ້າໃຈຂອງເຈົ້າກ່ຽວກັບບັນຫາ ແລະ ວິທີແກ້ໄຂ, ຫຼັກການໃນການຈັດການພວກມັນ ແລະ ຜົນຂອງການຈັດການພວກມັນແລ້ວ. ນັ້ນຈະດີສໍ່າໃດ! ແລ້ວເບື້ອງເທິງຈະຍັງບໍ່ພໍໃຈກັບເຈົ້າໄດ້ບໍ? ໃນຖານະທີ່ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ຖ້າເຈົ້າບໍ່ສາມາດເຫັນວຽກງານທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງເຈົ້າເອງຢູ່ສະເໝີ ຫຼື ເຖິງວ່າເຈົ້າຈະມີຄວາມຮັບຮູ້ ຫຼື ແນວຄິດບາງຢ່າງ ແຕ່ກໍຍັງຄົງຜັດມື້ ແລະ ບໍ່ລົງມືເຮັດ, ລໍຖ້າໃຫ້ເບື້ອງເທິງຈັດແຈງໜ້າວຽກໃຫ້ເຈົ້າຢູ່ສະເໝີ, ນີ້ບໍ່ແມ່ນການລະເລີຍຄວາມຮັບຜິດຊອບບໍ? (ແມ່ນແລ້ວ.) ນີ້ຄືການລະເລີຍຄວາມຮັບຜິດຊອບຢ່າງຮ້າຍແຮງ! ເຈົ້າໄດ້ສູນເສຍທັດສະນະຄະຕິ ແລະ ຄວາມຮັບຜິດຊອບທີ່ມາພ້ອມກັບບົດບາດຂອງຜູ້ນໍາ ຫຼື ຜູ້ເຮັດວຽກຕໍ່ວິທີການປະຕິບັດໜ້າທີ່. ໃນວຽກງານຂອງພວກເຂົາ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດຕາມຂໍ້ກໍານົດຂອງເບື້ອງເທິງຢ່າງໃກ້ຊິດ; ສິ່ງໃດກໍຕາມທີ່ເບື້ອງເທິງໄດ້ໂອ້ລົມ, ນັ້ນຄືສິ່ງທີ່ເຈົ້າຄວນຈັດຕັ້ງປະຕິບັດ, ລົງມືເຮັດ ແລະ ຈັດຕັ້ງປະຕິບັດຢ່າງວ່ອງໄວເມື່ອເຈົ້າເຂົ້າໃຈແລ້ວ. ການແກ້ໄຂບັນຫາດ້ວຍຄວາມຈິງແມ່ນຄວາມຮັບຜິດຊອບທີ່ສໍາຄັນທີ່ສຸດຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ເຈົ້າບໍ່ຄວນລໍຖ້າແບບຢູ່ຊື່ໆເພື່ອໃຫ້ເບື້ອງເທິງຈັດແຈງວຽກງານກ່ອນທີ່ຈະເຮັດຫຍັງ. ຖ້າເຈົ້າລໍຖ້າແບບຢູ່ຊື່ໆຢູ່ສະເໝີ, ເຈົ້າກໍບໍ່ເໝາະສົມທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ເຈົ້າບໍ່ສາມາດແບກຮັບວຽກງານນີ້ໄດ້ ແລະ ການຍອມຮັບຜິດຊອບ ແລະ ລາອອກກໍຈະເປັນສິ່ງດຽວທີ່ສົມເຫດສົມຜົນທີ່ຈະເຮັດ.

ການສະແດງອອກ ແລະ ຈຸດຈົບຂອງຄົນສາມປະເພດທີ່ເຊື່ອໃນພຣະເຈົ້າ

I. ຜູ້ອອກແຮງງານ

ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກມີທັງໝົດສິບຫ້າຂໍ້ ແລະ ພວກເຮົາໄດ້ໂອ້ລົມກັນມາຮອດຂໍ້ທີສິບສີ່ແລ້ວ. ບັນຫາຕ່າງໆ ພາຍໃນຄຣິສຕະຈັກທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງແກ້ໄຂ, ພ້ອມທັງບັນຫາຂອງຄົນທຸກປະເພດທີ່ກ່ຽວຂ້ອງກັບບັນຫາເຫຼົ່ານີ້ແມ່ນໄດ້ໂອ້ລົມກັນໄປແລ້ວ ປະມານແປດສິບຫາເກົ້າສິບເປີເຊັນ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນໜ້າວຽກທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຮັບຜິດຊອບ ແລະ ເປັນບັນຫາທີ່ພວກເຂົາຕ້ອງແກ້ໄຂ. ສິ່ງນີ້ກ່ຽວຂ້ອງກັບຫຼາຍບັນຫາ. ໃນດ້ານໜຶ່ງ, ມັນກ່ຽວຂ້ອງກັບຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດໃຫ້ສໍາເລັດ; ໃນອີກດ້ານໜຶ່ງ, ມັນຍັງກ່ຽວຂ້ອງກັບບັນຫາຕ່າງໆ ຂອງຄົນທຸກປະເພດໃນຄຣິສຕະຈັກ. ເຖິງແມ່ນວ່າ ຫົວຂໍ້ຫຼັກຂອງການໂອ້ລົມຂອງພວກເຮົາໃນຊ່ວງເວລານີ້ແມ່ນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ການເປີດໂປງຜູ້ນໍາປອມ ແຕ່ພວກເຮົາກໍໄດ້ໂອ້ລົມຫຼາຍຢ່າງກ່ຽວກັບບັນຫາຂອງຄົນປະເພດຕ່າງໆ ພ້ອມກັບສະພາວະ ແລະ ແກ່ນແທ້ຂອງຄົນປະເພດຕ່າງໆ ເຊິ່ງຫົວຂໍ້ນີ້ໄດ້ກ່າວເຖິງ. ແນ່ນອນວ່າ ເນື້ອໃນທີ່ສະເພາະເຈາະຈົງນີ້ມີຜົນກະທົບທີ່ແຕກຕ່າງກັນຕໍ່ຄົນທຸກປະເພດທີ່ຕິດຕາມພຣະເຈົ້າໃນຄຣິສຕະຈັກ. ໃນບັນດາພວກເຂົາ, ມີຄົນປະເພດໜຶ່ງທີ່ເຖິງແມ່ນວ່າຈະໄດ້ຟັງການໂອ້ລົມທັງໝົດນີ້ແລ້ວກໍຍັງຄົງມີທັດສະນະຄະຕິທີ່ວ່າ “ຂ້ອຍມີຄວາມເປັນມະນຸດທີ່ດີ, ຂ້ອຍເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ຂ້ອຍເຕັມໃຈທີ່ຈະປະຖິ້ມສິ່ງຕ່າງໆໃນຄວາມເຊື່ອຂອງຂ້ອຍໃນພຣະເຈົ້າ ແລະ ຂ້ອຍເຕັມໃຈທີ່ຈະເສຍສະລະ ແລະ ອົດທົນຕໍ່ຄວາມຍາກລຳບາກເພື່ອປະຕິບັດໜ້າທີ່ຂອງຂ້ອຍ”. ພວກເຂົາບໍ່ສົນໃຈກ່ຽວກັບສະພາວະຕ່າງໆຂອງຄົນທຸກປະເພດ, ຄວາມຈິງທີ່ກ່ຽວຂ້ອງໃນສະພາວະຕ່າງໆ ຫຼື ຫຼັກການຄວາມຈິງທີ່ຜູ້ຄົນຄວນເຂົ້າໃຈ, ເຊິ່ງໄດ້ໂອ້ລົມກັນໃນຊ່ວງເວລານີ້. ນີ້ບໍ່ແມ່ນຄົນປະເພດໜຶ່ງບໍ? ຄົນປະເພດນີ້ບໍ່ແມ່ນຕົວຢ່າງທີ່ພົ້ນເດັ່ນບໍ? (ແມ່ນແລ້ວ.) ຄົນປະເພດນີ້ຍຶດໝັ້ນກັບມຸມມອງໃດໜຶ່ງຢູ່ສະເໝີ. ໂດຍຫຼັກໆ ແລ້ວ ມຸມມອງນີ້ປະກອບດ້ວຍຫຍັງ? ສາມຈຸດທີ່ເຮົາຫາກໍກ່າວເຖິງ: ໜຶ່ງ, ພວກເຂົາເຊື່ອວ່າຄວາມເປັນມະນຸດຂອງພວກເຂົາບໍ່ໄດ້ບໍ່ດີ ແລະ ເຖິງກັບເຊື່ອວ່າມັນດີ. ສອງ, ພວກເຂົາຄິດວ່າພວກເຂົາເຊື່ອໃນພຣະເຈົ້າຢ່າງແທ້ຈິງ ເຊິ່ງໝາຍຄວາມວ່າພວກເຂົາເຊື່ອໃນການມີຢູ່ຂອງພຣະເຈົ້າຢ່າງແທ້ຈິງ ແລະ ໃນອໍານາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງ ໂດຍເຊື່ອວ່າໂຊກຊະຕາຂອງມະນຸດຖືກຄວບຄຸມໂດຍພຣະເຈົ້າ, ມັນຢູ່ພາຍໃຕ້ອໍານາດສູງສຸດຂອງພຣະເຈົ້າ ເຊິ່ງເປັນການຕີຄວາມໝາຍທີ່ກວ້າງຂອງຄໍາວ່າ “ເຊື່ອໃນພຣະເຈົ້າຢ່າງແທ້ຈິງ”. ສາມ, ພວກເຂົາເຊື່ອວ່າພວກເຂົາສາມາດປະຖິ້ມສິ່ງຕ່າງໆ ໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແລະ ອົດທົນຕໍ່ຄວາມຍາກລຳບາກ ແລະ ເສຍສະລະເພື່ອປະຕິບັດໜ້າທີ່ຂອງພວກເຂົາ. ສາມຈຸດນີ້ສາມາດເວົ້າໄດ້ວ່າເປັນອົງປະກອບທີ່ເປັນພື້ນຖານທີ່ສຸດ, ເປັນຫຼັກ ແລະ ເປັນແກນກາງທີ່ຄົນເຫຼົ່ານີ້ຍຶດໝັ້ນໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ແນ່ນອນວ່າ ຍັງສາມາດຖືວ່າສິ່ງເຫຼົ່ານີ້ເປັນສິ່ງທີ່ພວກເຂົາຖືເປັນຕົ້ນທຶນໃນການເຊື່ອໃນພຣະເຈົ້າ, ພ້ອມທັງເປັນເປົ້າໝາຍທີ່ພວກເຂົາໄລ່ຕາມເສາະຫາ ແລະ ເປັນແຮງຈູງໃຈ ແລະ ທິດທາງຂອງພວກເຂົາໃນການກະທໍາ. ພວກເຂົາເຊື່ອວ່າ ການມີສາມຈຸດນີ້ເຮັດໃຫ້ພວກເຂົາມີຄຸນສົມບັດຄົບຖ້ວນສຳລັບສາມເງື່ອນໄຂພື້ນຖານຂອງການໄດ້ຮັບຄວາມລອດພົ້ນ, ເຮັດໃຫ້ພວກເຂົາເປັນຄົນທີ່ພຣະເຈົ້າຮັກ ແລະ ຍອມຮັບ. ນີ້ຄືຄວາມຄິດທີ່ຜິດຢ່າງໃຫຍ່ຫຼວງ; ການມີສາມຈຸດນີ້ເປັນພຽງການບົ່ງບອກເຖິງການມີຄວາມເປັນມະນຸດພຽງໜ້ອຍໜຶ່ງ. ພຽງແຕ່ການມີຄວາມເປັນມະນຸດພຽງໜ້ອຍໜຶ່ງຈະສາມາດໄດ້ຮັບການຮັບຮອງຈາກພຣະເຈົ້າໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ; ພຣະເຈົ້າຮັບຮອງຜູ້ທີ່ຢໍາເກງພຣະອົງ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ. ສາມຈຸດນີ້ບໍ່ໄດ້ມາດຕະຖານຂອງຄວາມເປັນຈິງຄວາມຈິງ; ພວກມັນເປັນພຽງສາມມາດຕະຖານສຳລັບການເປັນຜູ້ອອກແຮງງານ. ຕໍ່ໄປ, ເຮົາຈະໂອ້ລົມກ່ຽວກັບລາຍລະອຽດຂອງສາມຈຸດນີ້ ເພື່ອເຮັດໃຫ້ພວກເຈົ້າເຂົ້າໃຈຢ່າງຊັດເຈນ. ຈຸດທີໜຶ່ງແມ່ນການມີຄວາມເປັນມະນຸດທີ່ດີ. ພວກເຂົາເຊື່ອວ່າ ການບໍ່ເຮັດຄວາມຊົ່ວ, ການບໍ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແລະ ການບໍ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າແມ່ນພຽງພໍແລ້ວ ແລະ ນີ້ໝາຍຄວາມວ່າ ພວກເຂົາສາມາດຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ ແລະ ປະຕິບັດໂດຍສອດຄ່ອງກັບຫຼັກການໄດ້. ຈຸດທີສອງແມ່ນ “ການເຊື່ອໃນພຣະເຈົ້າຢ່າງແທ້ຈິງ”. ສໍາລັບພວກເຂົາແລ້ວ, ສິ່ງທີ່ພວກເຂົາເອີ້ນວ່າ “ການເຊື່ອໃນພຣະເຈົ້າຢ່າງແທ້ຈິງ” ໝາຍເຖິງການບໍ່ເຄີຍສົງໄສການມີຢູ່ຂອງພຣະເຈົ້າ ຫຼື ຂໍ້ເທັດຈິງທີ່ວ່າພຣະອົງມີອໍານາດສູງສຸດເໜືອທຸກສິ່ງ ແລະ ເຊື່ອວ່າຊະຕາກໍາຂອງມະນຸດຢູ່ໃນພຣະຫັດຂອງພຣະເຈົ້າ, ເຊິ່ງພວກເຂົາຄິດວ່າຈະເຮັດໃຫ້ພວກເຂົາສາມາດຕິດຕາມພຣະເຈົ້າໄປຈົນເຖິງທີ່ສຸດ. ພວກເຂົາເຊື່ອວ່າ ຕາບໃດທີ່ພວກເຂົາເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ພວກເຂົາຈະໄດ້ຮັບການຮັບຮອງຈາກພຣະອົງ. ສະນັ້ນ, ບໍ່ວ່າພຣະເຈົ້າຈະນໍາພາ ຫຼື ກະທໍາແນວໃດ ຫຼື ບໍ່ວ່າພວກເຂົາຈະພົບບັນຫາຫຍັງກໍຕາມ, ພວກເຂົາກໍເວົ້າວ່າ “ພຽງແຕ່ຮັກພຣະເຈົ້າ, ຕິດຕາມພຣະເຈົ້າ, ອ່ອນນ້ອມຕໍ່ພຣະເຈົ້າ”. ວິທີການແກ້ໄຂບັນຫາຂອງພວກເຂົາແມ່ນງ່າຍດາຍເກີນໄປ; ຄໍາເວົ້າທີ່ກວ້າງໆ ແບບນັ້ນຈະສາມາດແກ້ໄຂບັນຫາໃດໜຶ່ງໄດ້ບໍ? ຈຸດທີສາມແມ່ນການສາມາດປະຖິ້ມສິ່ງຕ່າງໆ ໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແລະ ການສາມາດອົດທົນຕໍ່ຄວາມຍາກລຳບາກ ແລະ ເສຍສະລະເພື່ອປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົານໍາມັນມາປະຕິບັດແນວໃດ? ເພາະວ່າພວກເຂົາເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ເມື່ອມີຄວາມຕ້ອງການໃນວຽກງານຂອງຄຣິສຕະຈັກ ຫຼື ເມື່ອພວກເຂົາຮູ້ສຶກເຖິງເຈດຕະນາອັນຮີບດ່ວນຂອງພຣະເຈົ້າ, ພວກເຂົາກໍສາມາດຕັ້ງໜ້າປະຖິ້ມຄອບຄົວ, ຊີວິດສົມລົດ ແລະ ອາຊີບຂອງພວກເຂົາ, ປະຖິ້ມອະນາຄົດທາງໂລກຂອງພວກເຂົາ ແລະ ຕິດຕາມພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມຕັ້ງໃຈທີ່ບໍ່ຫວັ່ນໄຫວ ໂດຍບໍ່ເຄີຍເສຍໃຈເລີຍ. ພວກເຂົາສາມາດອົດທົນຕໍ່ຄວາມຍາກລຳບາກ ແລະ ເສຍສະລະເພື່ອໜ້າທີ່ໃດກໍຕາມທີ່ເຮືອນຂອງພຣະເຈົ້າຈັດແຈງໃຫ້ພວກເຂົາ, ເຖິງແມ່ນວ່າມັນຈະໝາຍເຖິງການກິນໜ້ອຍລົງ ແລະ ນອນໜ້ອຍລົງ. ບໍ່ວ່າສະພາບການດໍາລົງຊີວິດຈະຍາກລຳບາກສໍ່າໃດ ຫຼື ແມ່ນແຕ່ໃນສະພາບແວດລ້ອມທີ່ບໍ່ເອື້ອອໍານວຍບາງຢ່າງ, ພວກເຂົາກໍຍັງສາມາດຢືນຢັດໃນການປະຕິບັດໜ້າທີ່ຂອງພວກເຂົາ. ນອກເໜືອຈາກສາມຈຸດນີ້, ການປະຕິບັດໃນດ້ານອື່ນໆທັງໝົດທີ່ກ່ຽວຂ້ອງກັບຄວາມຈິງເບິ່ງຄືວ່າບໍ່ກ່ຽວຂ້ອງກັບພວກເຂົາ. ພວກເຂົາເຮັດຕາມທີ່ຕົນເອງເຫັນວ່າດີ ຫຼື ຖືກຕ້ອງ. ສໍາລັບຫຼັກການຕ່າງໆ ຂອງການປະຕິບັດທີ່ພຣະເຈົ້າໄດ້ບອກແກ່ມະນຸດ, ພ້ອມທັງສະພາວະ, ການສະແດງອອກ ແລະ ແກ່ນແທ້ຂອງອຸປະນິໄສທີ່ເສື່ອມຊາມຕ່າງໆ ຂອງຜູ້ຄົນທີ່ພຣະເຈົ້າໄດ້ເປີດໂປງ, ພວກເຂົາຄິດວ່າມັນບໍ່ເປັນຫຍັງທີ່ພວກເຂົາຈະຮູ້ພຽງໜ້ອຍໜຶ່ງ ຫຼື ບໍ່ຮູ້ເລີຍ; ພວກເຂົາຮູ້ສຶກວ່າບໍ່ຈໍາເປັນຕ້ອງຊອກຫາຫຼັກການຕ່າງໆ ຢ່າງສະເພາະເຈາະຈົງ ແລະ ລະອຽດລະອໍ ເພື່ອກວດສອບຄວາມເສື່ອມຊາມຂອງຕົນເອງ ແລະ ແກ້ໄຂຂໍ້ບົກຜ່ອງຂອງພວກເຂົາ ຫຼື ຄວາມຈໍາເປັນໃດໆ ທີ່ຈະຕ້ອງເຂົ້າຮ່ວມການເຕົ້າໂຮມເລື້ອຍໆ ເພື່ອຟັງຄົນອື່ນໂອ້ລົມກ່ຽວກັບຄໍາພະຍານຈາກປະສົບການຕ່າງໆ ຂອງພວກເຂົາ ແລະ ຈາກນັ້ນກໍເຮັດໃຫ້ຕົນເອງມີການປ່ຽນແປງ ແລະ ອື່ນໆ. ໃນການເຊື່ອໃນພຣະເຈົ້າດ້ວຍວິທີນີ້, ພວກເຂົາຮູ້ສຶກວ່າມັນຫຍຸ້ງຍາກເກີນໄປ, ມັນບໍ່ຈໍາເປັນ. ພວກເຂົາຕິດຕາມພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມເຂົ້າໃຈແບບຜິວເຜີນກ່ຽວກັບຄວາມເຊື່ອໃນພຣະເຈົ້າ ແລະ ການປ່ຽນແປງອຸປະນິໄສ, ພ້ອມທັງຄວາມຄິດຫຼົງຜິດ ແລະ ຈິນຕະນາການຕ່າງໆກ່ຽວກັບພາລະກິດຂອງພຣະເຈົ້າ. ຄົນປະເພດນີ້ບໍ່ແມ່ນຕົວຢ່າງທີ່ພົ້ນເດັ່ນບໍ? (ແມ່ນແລ້ວ.) ພວກເຂົາກໍານົດຂໍ້ຮຽກຮ້ອງທີ່ເປັນພື້ນຖານທີ່ສຸດສໍາລັບຕົນເອງ ແລະ ມີທັດສະນະຄະຕິທີ່ເປັນພື້ນຖານທີ່ສຸດຕໍ່ການເຊື່ອໃນພຣະເຈົ້າ. ນອກເໜືອຈາກນີ້, ພວກເຂົາລະເລີຍຄວາມຈິງ, ການພິພາກສາ ແລະ ການເປີດໂປງຂອງພຣະເຈົ້າ, ການຖືກລິຮານ, ພ້ອມທັງອຸປະນິໄສທີ່ເສື່ອມຊາມຕ່າງໆຂອງຜູ້ຄົນ ແລະ ສະພາວະ, ການສະແດງອອກຕ່າງໆ ແລະ ອື່ນໆ. ພວກເຂົາບໍ່ເຄີຍພິຈາລະນາ ຫຼື ໄຕ່ຕອງເຖິງບັນຫາເຫຼົ່ານີ້. ນັ້ນກໍຄື ຄົນເຫຼົ່ານີ້ຖືວ່າຕົນເອງມີຄວາມເປັນມະນຸດທີ່ດີ, ເປັນຄົນດີ ແລະ ເຊື່ອໃນພຣະເຈົ້າຢ່າງແທ້ຈິງ; ແລະ ໃນຂະນະທີ່ຮັບຮູ້ວ່າຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ, ພວກເຂົາກໍບໍ່ໃສ່ໃຈສະພາວະ ແລະ ການສະແດງອອກທີ່ສະເພາະເຈາະຈົງຂອງອຸປະນິໄສທີ່ເສື່ອມຊາມຕ່າງໆຂອງຜູ້ຄົນທີ່ພຣະເຈົ້າເປີດໂປງ ໂດຍບໍ່ໄດ້ພະຍາຍາມກວດສອບສິ່ງເຫຼົ່ານີ້. ນີ້ບໍ່ແມ່ນຄົນປະເພດໜຶ່ງບໍ? ມຸມມອງ ແລະ ການສະແດງອອກທີ່ສະເພາະເຈາະຈົງຂອງຄົນປະເພດນີ້ໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າບໍ່ແມ່ນຕົວຢ່າງທີ່ພົ້ນເດັ່ນບໍ? (ແມ່ນແລ້ວ.) ເມື່ອພິຈາລະນາມຸມມອງຂອງຄົນເຫຼົ່ານີ້ກ່ຽວກັບການເຊື່ອໃນພຣະເຈົ້າ, ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບການໄດ້ຮັບຄວາມລອດພົ້ນ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ພຣະທໍາຂອງພຣະເຈົ້າທີ່ເປີດໂປງອຸປະນິໄສທີ່ເສື່ອມຊາມຕ່າງໆ ຂອງຜູ້ຄົນ, ຄົນເຫຼົ່ານີ້ຄວນຖືກຈັດຢູ່ໃນໝວດໃດ? (ຜູ້ທີ່ມີຄວາມເຊື່ອທີ່ເບົາປັນຍາ, ຜູ້ທີ່ບໍ່ໄລ່ຕາມເສາະຫາຄວາມຈິງ.) ນີ້ເປັນພຽງການສະແດງອອກພາຍນອກ; ໂດຍແທ້ຈິງແລ້ວ ຄົນເຫຼົ່ານີ້ຄວນຖືກຈັດປະເພດແນວໃດ? ມີຄົນດັ່ງກ່າວຫຼາຍຄົນໃນຄຣິສຕະຈັກບໍ? (ຫຼາຍ.) ເມື່ອໃດກໍຕາມທີ່ບັນຫາສະເພາະເຈາະຈົງຖືກນໍາມາສົນທະນາ ແລະ ຄວາມຈິງທີ່ສອດຄ່ອງກັນຖືກນໍາມາໂອ້ລົມ, ພວກເຂົາກໍເລີ່ມຮູ້ສຶກເຫງົານອນ, ເຊືອບຫຼັບ ຫຼື ສັບສົນ ໂດຍບໍ່ສະແດງຄວາມສົນໃຈ. ຖ້າພວກເຂົາຖືກມອບໝາຍວຽກງານ ຫຼື ໜ້າວຽກໃດໆ, ພວກເຂົາກໍພັບແຂນເສື້ອຂຶ້ນ ແລະ ລົງມືເຮັດ, ບໍ່ຫຼົບຫຼີກຄວາມຍາກລຳບາກ ຫຼື ຄວາມເມື່ອຍລ້າ. ພວກເຂົາຄິດວ່າມັນຈະດີຫຼາຍຖ້າການເຊື່ອໃນພຣະເຈົ້າເປັນຄືກັບການເຮັດວຽກປະເພດນີ້, ແລ້ວພວກເຂົາກໍຈະມີກໍາລັງໃຈ. ເມື່ອເຖິງເວລາທີ່ຕ້ອງອົດທົນຕໍ່ຄວາມຍາກລຳບາກ, ເສຍສະລະ ແລະ ອອກແຮງໃນວຽກງານ, ພວກເຂົາກໍສະແດງຄວາມຈິງຈັງທີ່ແທ້ຈິງ. ແຕ່ຄວາມຈິງຈັງ ແລະ ຄວາມກະຕືລືລົ້ນທີ່ແທ້ຈິງນີ້ຄືກັນກັບການຈົງຮັກພັກດີບໍ? ມັນແມ່ນການສະແດງອອກທີ່ຄົນເຮົາຄວນມີ ຫຼັງຈາກທີ່ເຂົ້າໃຈຫຼັກການຄວາມຈິງແລ້ວບໍ? (ບໍ່ແມ່ນ.) ຜ່ານການໂອ້ລົມຂອງເຮົາ, ພວກເຈົ້າສາມາດເຫັນໄດ້ບໍວ່າຄົນເຫຼົ່ານີ້ຄວນຖືກຈັດຢູ່ໃນໝວດໃດ? (ຜູ້ອອກແຮງງານ.) ຖືກຕ້ອງ. ຄົນເຫຼົ່ານີ້ແມ່ນຜູ້ອອກແຮງງານ ແລະ ນີ້ຄືວິທີທີ່ຜູ້ອອກເຫື່ອແຮງເຊື່ອໃນພຣະເຈົ້າ.

ພວກເຮົາໄດ້ເລີ່ມຕົ້ນໂດຍການສົນທະນາກ່ຽວກັບທຳມະຊາດ-ແກ່ນແທ້ ແລະ ການສະແດງອອກຕ່າງໆຂອງຜູ້ຕໍ່ຕ້ານພຣະຄຣິສ, ພ້ອມທັງການສະແດງອອກຕ່າງໆຂອງຜູ້ທີ່ມີອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິສ ແຕ່ບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິສຢ່າງແທ້ຈິງ. ຕອນນີ້, ເຮົາກຳລັງສົນທະນາກ່ຽວກັບການສະແດງອອກຂອງຄົນປະເພດຕ່າງໆ ທີ່ກ່ຽວຂ້ອງກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ເຖິງແມ່ນວ່າຫົວຂໍ້ທີ່ໂອ້ລົມກັນຈະເປັນກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ນໍາປອມ ແຕ່ບັນຫາ ແລະ ການສະແດງອອກທີ່ສະເພາະເຈາະຈົງທີ່ກ່າວເຖິງໃນແຕ່ລະຂໍ້ແມ່ນກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດທີ່ເສື່ອມຊາມ, ພ້ອມທັງສະພາວະ ແລະ ການສະແດງອອກຕ່າງໆ ທີ່ເກີດຂຶ້ນພາຍໃຕ້ການຄອບງໍາຂອງອຸປະນິໄສທີ່ເສື່ອມຊາມ. ເຖິງແມ່ນວ່າຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສຈະເປັນພຽງສ່ວນໜ້ອຍ ແຕ່ອຸປະນິໄສຂອງຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ພ້ອມທັງສະພາວະ ແລະ ການສະແດງອອກຕ່າງໆຂອງພວກເຂົາກໍມີຢູ່ໃນແຕ່ລະຄົນໃນລະດັບທີ່ແຕກຕ່າງກັນ. ຕອນນີ້ເມື່ອມີການໂອ້ລົມບັນຫາເຫຼົ່ານີ້ຢ່າງລະອຽດແລ້ວ, ຜູ້ທີ່ໄລ່ຕາມເສາະຫາຄວາມຈິງກໍຈະມີເສັ້ນທາງ ແລະ ທິດທາງຫຼາຍຂຶ້ນ ແລະ ມີເປົ້າໝາຍທີ່ຊັດເຈນຂຶ້ນໃນການໄລ່ຕາມເສາະຫາຄວາມຈິງ, ການປະຕິບັດຄວາມຈິງ, ການເຂົ້າໃຈຫຼັກການຄວາມຈິງ ແລະ ການເຂົ້າສູ່ຄວາມເປັນຈິງຄວາມຈິງ. ນີ້ແມ່ນສິ່ງທີ່ດີສໍາລັບພວກເຂົາ ແລະ ເປັນສາເຫດຂອງຄວາມປິຕິຍິນດີ. ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາກໍາລັງກ້າວເຂົ້າສູ່ຂີດໝາຍໃໝ່ໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ພວກເຂົາບໍ່ດຳລົງຊີວິດພາຍໃຕ້ກົດລະບຽບ, ພິທີກຳທາງສາສະໜາ ຫຼື ຄຳເວົ້າ ແລະ ຫຼັກຄຳສອນ ແລະ ຄຳຂວັນອີກຕໍ່ໄປ. ແທນທີ່ຈະເປັນເຊັ່ນນັ້ນ, ພວກເຂົາມີທິດທາງ ແລະ ເປົ້າໝາຍທີ່ເປັນຮູບປະທໍາຫຼາຍຂຶ້ນສໍາລັບການປະຕິບັດ ແລະ ແນ່ນອນວ່າມີຫຼັກການທີ່ສະເພາະເຈາະຈົງຫຼາຍຂຶ້ນທີ່ຈະປະຕິບັດຕາມ. ວິທີການປະຕິບັດພາຍໃຕ້ສະຖານະການບາງຢ່າງ ແລະ ຫຼັກການຄວາມຈິງທີ່ກ່ຽວຂ້ອງແມ່ນຫຍັງ ຫຼື ຜູ້ຄົນມີສະພາວະ ແລະ ຄວາມເສື່ອມຊາມຫຍັງ ແລະ ຄວນປະຕິບັດຕໍ່ພວກມັນແນວໃດ, ພ້ອມທັງວິທີການສະແຫວງຫາຄວາມຈິງເພື່ອແກ້ໄຂພວກມັນ. ສອງຫົວຂໍ້ຫຼັກທີ່ໂອ້ລົມກັນກ່ຽວກັບຜູ້ຕໍ່ຕ້ານພຣະຄຣິສ ແລະ ຜູ້ນໍາປອມສ່ວນໃຫຍ່ແມ່ນກ່ຽວຂ້ອງກັບເນື້ອໃນເຫຼົ່ານີ້. ສໍາລັບຜູ້ທີ່ໄລ່ຕາມເສາະຫາຄວາມຈິງ, ຍິ່ງມີການໂອ້ລົມຄວາມຈິງຢ່າງສະເພາະເຈາະຈົງຫຼາຍເທົ່າໃດ, ພວກເຂົາກໍຍິ່ງມີເສັ້ນທາງສໍາລັບການປະຕິບັດຫຼາຍຂຶ້ນເທົ່ານັ້ນ. ຍິ່ງມີການໂອ້ລົມຄວາມຈິງຢ່າງສະເພາະເຈາະຈົງຫຼາຍເທົ່າໃດ, ໃຈຂອງຜູ້ຄົນກໍຍິ່ງສະຫວ່າງ ແລະ ຊັດເຈນຂຶ້ນເທົ່ານັ້ນ, ຍິ່ງພວກເຂົາກໍຍິ່ງສາມາດຮູ້ຈັກ ແລະ ເຂົ້າໃຈຕົນເອງຫຼາຍຂຶ້ນ ແລະ ພວກເຂົາກໍຍິ່ງຮັບຮູ້ຫຼາຍຂຶ້ນວ່າພວກເຂົາຄວນເຂົ້າສູ່ສິ່ງໃດຕໍ່ໄປ ແລະ ບັນຫາໃດທີ່ພວກເຂົາຕ້ອງແກ້ໄຂຕໍ່ໄປ. ສໍາລັບຄົນປະເພດທີ່ກ່າວເຖິງວ່າເປັນຜູ້ອອກແຮງງານເມື່ອກີ້ນີ້, ຫຼັງຈາກທີ່ເຮົາໄດ້ໂອ້ລົມກັນຢ່າງກວ້າງຂວາງກ່ຽວກັບສະພາວະຕ່າງໆ ທີ່ເກີດຈາກອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດ ແລະ ບັນຫາຕ່າງໆຂອງຄວາມເສື່ອມຊາມທີ່ຕ້ອງໄດ້ຮັບການແກ້ໄຂ, ພວກເຂົາກໍຍັງບໍ່ຫວັ່ນໄຫວ. ການຍັງຢູ່ແບບບໍ່ຫວັ່ນໄຫວໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພວກເຂົາຍັງບໍ່ຊັດເຈນ ແລະ ບໍ່ສາມາດກໍາແໜ້ນເຖິງການໄລ່ຕາມເສາະຫາຄວາມຈິງ ແລະ ເສັ້ນທາງແຫ່ງຄວາມລອດພົ້ນທີ່ພຣະເຈົ້າກ່າວເຖິງ. ທີ່ຮ້າຍແຮງກວ່ານັ້ນ, ຫຼັງຈາກທີ່ການສະແດງອອກ ແລະ ບັນຫາທີ່ເປັນແກ່ນແທ້ຫຼາຍຢ່າງໄດ້ຖືກໂອ້ລົມ, ພວກເຂົາກໍຍັງຄິດວ່າ “ຂ້ອຍມີຄວາມເປັນມະນຸດທີ່ດີ, ຂ້ອຍເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ຂ້ອຍເຕັມໃຈທີ່ຈະປະຖິ້ມສິ່ງຕ່າງໆໃນຄວາມເຊື່ອຂອງຂ້ອຍໃນພຣະເຈົ້າ ແລະ ຂ້ອຍເຕັມໃຈທີ່ຈະເສຍສະລະ ແລະ ອົດທົນຕໍ່ຄວາມຍາກລຳບາກເພື່ອປະຕິບັດໜ້າທີ່ຂອງຂ້ອຍ; ເທົ່ານີ້ກໍພຽງພໍແລ້ວ”. ເມື່ອປະເຊີນກັບສະຖານະການ, ພວກເຂົາບໍ່ໄດ້ກວດສອບຕົນເອງ ແລະ ບໍ່ໄດ້ປຽບທຽບຕົນເອງກັບພຣະທໍາຂອງພຣະເຈົ້າ ແຕ່ພະຍາຍາມແກ້ໄຂບັນຫາໂດຍອີງໃສ່ພຽງແຕ່ຄວາມດີຂອງມະນຸດຂອງພວກເຂົາເອງ ຫຼື ຈິດສໍານຶກ ແລະ ເຫດຜົນພຽງໜ້ອຍໜຶ່ງທີ່ພວກເຂົາມີ. ແນ່ນອນວ່າ ບາງຄົນກໍອາໄສການລະງັບໃຈ ແລະ ຄວາມອົດທົນ, ອົດກັ້ນຄັ້ງແລ້ວຄັ້ງເລົ່າ, ໃນຂະນະທີ່ຄົນອື່ນໆ ກໍອາໄສປັດຊະຍາການດໍາລົງຊີວິດທາງໂລກ, ປ່ຽນເລື່ອງໃຫຍ່ໃຫ້ເບິ່ງຄືເປັນເລື່ອງນ້ອຍ ແລ້ວຈາກນັ້ນກໍປ່ຽນເລື່ອງນ້ອຍໃຫ້ເບິ່ງຄືວ່າບໍ່ແມ່ນບັນຫາ. ເປົ້າໝາຍທີ່ພວກເຂົາໄລ່ຕາມຫາຄື: “ຮອດມື້ທີ່ພາລະກິດຂອງພຣະເຈົ້າສິ້ນສຸດລົງ, ຖ້າຂ້ອຍຍັງຢູ່ໃນຄຣິສຕະຈັກປະຕິບັດໜ້າທີ່ຂອງຂ້ອຍ ໂດຍບໍ່ໄດ້ຖືກຄັດອອກ, ເທົ່ານັ້ນກໍພຽງພໍແລ້ວ. ບໍ່ວ່າຂ້ອຍຈະມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບຕົນເອງ ຫຼື ບໍ່, ບໍ່ວ່າອຸປະນິໄສທີ່ເສື່ອມຊາມຂອງຂ້ອຍຈະຖືກແກ້ໄຂ ຫຼື ບໍ່, ບໍ່ວ່າຂ້ອຍຈະມີການອ່ອນນ້ອມທີ່ແທ້ຈິງຕໍ່ພຣະເຈົ້າ ຫຼື ບໍ່, ບໍ່ວ່າຂ້ອຍຈະເປັນຄົນທີ່ຢໍາເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ ຫຼື ບໍ່, ສິ່ງເຫຼົ່ານັ້ນເປັນບັນຫານ້ອຍໆ, ບໍ່ຄູ່ຄວນແກ່ການກ່າວເຖິງ. ເຈົ້າເຮັດໃຫ້ທຸກຢ່າງເປັນເລື່ອງໃຫຍ່, ໂອ້ລົມຄວາມຈິງຢ່າງລະອຽດ, ຍົກເອົາແມ່ນແຕ່ບັນຫາທີ່ນ້ອຍທີ່ສຸດມາໂອ້ລົມກັນແບບບໍ່ມີທີ່ສິ້ນສຸດ, ເຮັດໃຫ້ພວກເຮົາແຍກແຍະຢູ່ສະເໝີ; ຂ້ອຍພຽງແຕ່ບໍ່ເຕັມໃຈທີ່ຈະຟັງການໂອ້ລົມກ່ຽວກັບຄວາມຈິງເຫຼົ່ານີ້, ຂ້ອຍບໍ່ມີຄວາມສົນໃຈເລີຍ. ເມື່ອມື້ຂອງພຣະເຈົ້າມາເຖິງ, ມັນຈະດີເລີດສໍ່າໃດຖ້າພວກເຮົາສາມາດເຂົ້າສູ່ລາຊະອານາຈັກໂດຍກົງ!” ໃນຂະນະທີ່ມັນແມ່ນຄວາມຈິງທີ່ຄວາມອົດທົນຂອງທຸກຄົນມີຂີດຈຳກັດ, ຄວາມອົດທົນຂອງຄົນປະເພດນີ້ແມ່ນບໍ່ມີຂີດຈຳກັດ. ຍ້ອນຫຍັງ? ຍ້ອນວ່າພວກເຂົາເຊື່ອວ່າພວກເຂົາມີຄວາມເປັນມະນຸດທີ່ດີ, ເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ມີຄວາມສາມາດທີ່ຈະປະຖິ້ມສິ່ງຕ່າງໆໃນຖານະຜູ້ເຊື່ອໃນພຣະເຈົ້າ ແລະ ມີຄວາມເຕັມໃຈທີ່ຈະເສຍສະລະ ແລະ ອົດທົນຕໍ່ຄວາມຍາກລຳບາກເພື່ອປະຕິບັດໜ້າທີ່ຂອງພວກເຂົາ; ເມື່ອປະເຊີນກັບສິ່ງໃດກໍຕາມ, ພວກເຂົາມີວິທີແກ້ໄຂຂອງຕົນເອງ, ໃນທີ່ສຸດກໍຍັງສາມາດປະຕິບັດໜ້າທີ່ຂອງຕົນຢ່າງໝັ້ນຄົງ ແລະ ຢືນຢັດໄດ້. ແຕ່ບໍ່ວ່າພວກເຂົາຈະຢືນຢັດໃນການປະຕິບັດໜ້າທີ່ຂອງພວກເຂົາແນວໃດ ຫຼື ດ້ວຍວິທີໃດທີ່ພວກເຂົາອົດທົນຈົນເຖິງທີ່ສຸດ, ບໍ່ວ່າແຮງຈູງໃຈຂອງພວກເຂົາຈະເປັນແນວໃດກໍຕາມ, ມີສິ່ງໜຶ່ງທີ່ແນ່ນອນຄື: ພວກເຂົາບໍ່ມີການອ່ອນນ້ອມທີ່ແທ້ຈິງຕໍ່ພຣະເຈົ້າ ແລະ ພວກເຂົາບໍ່ເຄີຍເຂົ້າໃຈອຸປະນິໄສທີ່ເສື່ອມຊາມຂອງຕົນເອງ. ຍິ່ງຖືກຕ້ອງໄປກວ່ານັ້ນກໍຄື ຄົນເຫຼົ່ານີ້ບໍ່ຍອມຮັບວ່າມີຄວາມເສື່ອມຊາມ ແລະ ພວກເຂົາບໍ່ຮັບຮູ້ສະພາວະ ແລະ ບັນຫາຕ່າງໆ ທີ່ເກີດຈາກອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນທີ່ພຣະເຈົ້າເປີດໂປງ. ເຖິງແມ່ນວ່າບາງຄັ້ງພວກເຂົາຈະເອົາຕົນເອງໄປທຽບໃສ່ກັບສະພາວະ ແລະ ບັນຫາເຫຼົ່ານີ້, ພວກເຂົາກໍປະຕິບັດຕໍ່ມັນດ້ວຍວິທີທີ່ບໍ່ໃສ່ໃຈ ໂດຍເວົ້າວ່າ “ທຸກຄົນເສື່ອມຊາມເທົ່າທຽມກັນ. ແກ່ນແທ້ທໍາມະຊາດຂອງທຸກຄົນຄືຂອງມານຮ້າຍ ແລະ ຊາຕານ; ພວກເຮົາທຸກຄົນເປັນສັດຕູຂອງພຣະເຈົ້າ. ນີ້ຄືຄວາມຈິງທີ່ບໍ່ມີໃຜປ່ຽນແປງໄດ້. ແຕ່ຕາບໃດທີ່ຄົນເຮົາຢືນຢັດໃນການປະຕິບັດໜ້າທີ່ຂອງຕົນ, ພຣະເຈົ້າຈະຮັບຮອງພວກເຂົາຢ່າງແນ່ນອນ ແລະ ຜູ້ທີ່ຢືນຢັດຈົນເຖິງທີ່ສຸດຈະເປັນຜູ້ມີໄຊຊະນະ”. ເມື່ອຕັດສິນຈາກມຸມມອງຂອງພວກເຂົາ, ພວກເຂົາເບິ່ງຄືວ່າມີຄວາມຫ້າວຫັນໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແຕ່ເມື່ອເຖິງເວລາແບ່ງປັນຄໍາພະຍານຈາກປະສົບການ, ພວກເຂົາກໍມິດງຽບໄປ, ບໍ່ສາມາດເວົ້າຫຍັງໄດ້ຈັກຄໍາ. ເມື່ອເຖິງເວລາໂອ້ລົມຄວາມຈິງໃນການເຕົ້າໂຮມ, ພວກເຂົາກໍຮູ້ສຶກເຫງົານອນ ແລະ ຟັງບໍ່ເຂົ້າຫູ. ຖ້າເຈົ້າຖາມພວກເຂົາວ່າ “ເຈົ້າໄດ້ມີປະສົບການກັບພຣະທໍາຂອງພຣະເຈົ້າໃນໜ້າທີ່ຂອງເຈົ້າທຸກມື້ແນວໃດ?” ພວກເຂົາກໍຈະເວົ້າວ່າ “ບໍ່ວ່າຄຣິສຕະຈັກຈະຈັດແຈງໃຫ້ຂ້ອຍເຮັດຫຍັງກໍຕາມ, ຂ້ອຍກໍຈະເຮັດສິ່ງນັ້ນ. ສິ່ງນີ້ຈໍາເປັນຕ້ອງມີປະສົບການບໍ?” ເບິ່ງຄືວ່າພວກເຂົາບໍ່ເຂົ້າໃຈ. ຖ້າເຈົ້າຖາມພວກເຂົາຕໍ່ໄປວ່າ “ເຈົ້າມີຄວາມເສື່ອມຊາມໃດທີ່ຖືກເປີດເຜີຍບໍ? ເຈົ້າເຂົ້າໃຈຕົນເອງແນວໃດ?” ພວກເຂົາກໍຈະເວົ້າວ່າ “ຂ້ອຍພຽງແຕ່ອ່ອນນ້ອມຕໍ່ພຣະເຈົ້າ ແລະ ຮັກພຣະເຈົ້າ; ຈະມີບັນຫາຫຍັງໄດ້?” ແນວຄິດຂອງພວກເຂົາຮຽບງ່າຍແບບນັ້ນ. ນີ້ຄືມຸມມອງຂອງພວກເຂົາ: “ການເຊື່ອໃນພຣະເຈົ້າຄວນເປັນແບບນີ້. ເປັນຫຍັງຕ້ອງຫຍຸ້ງກັບບັນຫານ້ອຍໆຫຼາຍຢ່າງ? ພວກເຈົ້າກໍາລັງເຮັດໃຫ້ເລື່ອງຕ່າງໆສັບສົນເກີນໄປ!” ສະນັ້ນ, ພວກເຂົາຈຶ່ງປະຕິບັດໜ້າທີ່ຂອງຕົນ ແລະ ປະຕິບັດໜ້າວຽກໂດຍບໍ່ເຄີຍສະແຫວງຫາຫຼັກການຄວາມຈິງ ແຕ່ກະທໍາດ້ວຍເຈດຕະນາດີ ແລະ ຄວາມກະຕືລືລົ້ນ. ຍິ່ງຖືກຕ້ອງໄປກວ່ານັ້ນກໍຄື ພວກເຂົາກະທໍາພາຍໃຕ້ການຄອບງໍາຂອງຈິດສໍານຶກ ແລະ ເຫດຜົນໂດຍຄິດວ່າ: “ຂ້ອຍໄດ້ທົນທຸກ ແລະ ເສຍສະລະຫຼາຍແລ້ວ; ຂ້ອຍໄດ້ປະຕິບັດຄວາມຈິງ ແລະ ເຮັດໃຫ້ພຣະເຈົ້າພໍໃຈຫຼາຍແລ້ວ; ຢ່າຮຽກຮ້ອງຫຍັງຈາກຂ້ອຍອີກເລີຍ. ຂ້ອຍດີຢູ່ແລ້ວ, ຂ້ອຍເປັນຄົນດີ ແລະ ຂ້ອຍເຊື່ອໃນພຣະເຈົ້າຢ່າງແທ້ຈິງ”. ແນ່ນອນວ່າ ມີບາງຄັ້ງທີ່ຄົນເຫຼົ່ານີ້ບໍ່ສາມາດອົດກັ້ນທີ່ຈະລະບາຍອອກມາໄດ້ ແລະ ເມື່ອນັ້ນທາດແທ້ຂອງພວກເຂົາກໍຖືກເປີດໂປງ. ພວກເຂົາສາມາດເວົ້າໄດ້ແຕ່ຄຳເວົ້າ ແລະ ຫຼັກຄຳສອນຫຼາຍຢ່າງ ແຕ່ຂາດວຸດທິພາວະທີ່ແທ້ຈິງ; ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາບໍ່ມີຊີວິດ. ການບໍ່ມີຊີວິດໝາຍເຖິງຫຍັງໂດຍສະເພາະ? (ພວກເຂົາບໍ່ມີຄວາມຈິງ.) ການບໍ່ມີຄວາມຈິງເກີດຂຶ້ນໄດ້ແນວໃດ? (ພວກເຂົາບໍ່ຮັກຄວາມຈິງ ແລະ ພວກເຂົາບໍ່ໄລ່ຕາມເສາະຫາຄວາມຈິງ.) ມັນບໍ່ແມ່ນເລື່ອງວ່າພວກເຂົາຮັກຄວາມຈິງ ຫຼື ບໍ່; ເວົ້າໃຫ້ຊັດເຈນກໍຄື ພວກເຂົາບໍ່ຍອມຮັບຄວາມຈິງ. ບາງຄົນອາດຈະເວົ້າວ່າ “ພຣະອົງຈະເວົ້າໄດ້ແນວໃດວ່າພວກເຂົາບໍ່ຍອມຮັບຄວາມຈິງ? ພວກເຂົາອົດທົນຕໍ່ຄວາມຍາກລຳບາກຫຼາຍ ແລະ ເສຍສະລະຫຼາຍເພື່ອປະຕິບັດໜ້າທີ່ຂອງຕົນ, ເຮັດວຽກໜັກທຸກມື້ຕັ້ງແຕ່ເຊົ້າຈົນຄໍ່າ; ພຣະອົງຈະເວົ້າໄດ້ແນວໃດວ່າພວກເຂົາບໍ່ມີຄວາມຈິງ?” ການເວົ້າແບບນີ້ເປັນການກ່າວຫາພວກເຂົາຢ່າງບໍ່ເປັນທຳບໍ? ແຕ່ຖ້າເຈົ້າເບິ່ງຄົນເຫຼົ່ານີ້, ເບື້ອງຫຼັງຄວາມທຸກທໍລະມານ ແລະ ການເສຍສະລະຂອງພວກເຂົາ, ທຸກສິ່ງທີ່ພວກເຂົາເຮັດຢູ່ໃນຂອບເຂດຂອງຫຼັກການຄວາມຈິງບໍ? ພວກເຂົາສະແຫວງຫາຫຼັກການໃນທຸກສິ່ງທີ່ພວກເຂົາເຮັດບໍ? ພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າດ້ວຍຫົວໃຈທີ່ຢໍາເກງພຣະເຈົ້າ ແລະ ເຮັດສິ່ງຕ່າງໆຕາມພຣະທໍາຂອງພຣະເຈົ້າ ແລະ ຫຼັກການທີ່ເຮືອນຂອງພຣະເຈົ້າກໍານົດໄວ້ບໍ? ບໍ່; ທັງໝົດເປັນການກະທຳຂອງມະນຸດ, ການລະງັບໃຈຂອງມະນຸດ. ການສະແດງອອກຫຼັກຂອງການບໍ່ຍອມຮັບຄວາມຈິງຂອງພວກເຂົາແມ່ນຫຍັງ? ມັນກໍຄື ກ່ອນທີ່ຈະເຮັດບາງສິ່ງ, ພວກເຂົາບໍ່ເຄີຍສະແຫວງຫາຄວາມຈິງຢ່າງຫ້າວຫັນ ແລະ ພວກເຂົາບໍ່ເຄີຍໄຕ່ຕອງຢ່າງຈິງຈັງວ່າຫຼັກການຂອງຄວາມຈິງແມ່ນຫຍັງ ແລະ ຈາກນັ້ນກໍປະຕິບັດຢ່າງເຂັ້ມງວດຕາມພຣະທໍາຂອງພຣະເຈົ້າ. ພວກເຂົາມີແນວຄິດ ແລະ ທັດສະນະຄະຕິດັ່ງກ່າວບໍ? ທັດສະນະຄະຕິຂອງພວກເຂົາຕໍ່ການສະແດງອອກຕ່າງໆຂອງອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດທີ່ພຣະເຈົ້າເປີດໂປງແມ່ນຫຍັງ? ພວກເຂົາຍອມຮັບພຣະທໍາເຫຼົ່ານີ້ບໍ? ພວກເຂົາຍອມຮັບວ່າພຣະທໍາເຫຼົ່ານີ້ແມ່ນຂໍ້ເທັດຈິງບໍ? ພວກເຂົາຍອມຮັບຮູ້ວ່າການສະແດງອອກທີ່ສະເພາະເຈາະຈົງເຫຼົ່ານີ້ເປັນການເປີດເຜີຍຄວາມເສື່ອມຊາມບໍ? ພວກເຂົາອາດຈະງຶກຫົວເຫັນດີ ຫຼື ຍອມຮັບມັນພາຍນອກ ແຕ່ໃນໃຈຂອງພວກເຂົາ, ພວກເຂົາບໍ່ຍອມຮັບມັນ; ພວກເຂົາບໍ່ໃສ່ໃຈມັນ. ການບໍ່ໃສ່ໃຈມັນໝາຍຄວາມວ່າແນວໃດ? ໂດຍສະເພາະແລ້ວ ມັນໝາຍເຖິງການບໍ່ຍອມຮັບ, ການບໍ່ມີທັດສະນະຄະຕິທີ່ຊັດເຈນ ແລະ ການບໍ່ມີການຕໍ່ຕ້ານ ຫຼື ການຄັດຄ້ານທີ່ເຫັນໄດ້ຢ່າງຊັດເຈນ, ແຕ່ຮັບເອົາທັດສະນະຄະຕິຂອງການປະຕິບັດແບບບໍ່ໃສ່ໃຈຕໍ່ພຣະທໍາເຫຼົ່ານີ້ທີ່ພຣະເຈົ້າກ່າວ. ການເວົ້າວ່າ “ການປະຕິບັດແບບບໍ່ໃສ່ໃຈ” ເປັນນາມມະທໍາ; ໂດຍສະເພາະແລ້ວ ມັນຄືການທີ່ພວກເຂົາຄິດວ່າ “ພຣະອົງເວົ້າວ່າຄົນເຮົາອວດດີ ແລະ ມີເລ່ລ່ຽມ ແຕ່ໃຜແດ່ທີ່ບໍ່ມີເລ່ລ່ຽມ? ໃຜແດ່ທີ່ບໍ່ມີແກມໂກງໜ້ອຍໜຶ່ງ? ໃຜແດ່ທີ່ບໍ່ສະແດງຄວາມອວດດີ ຫຼື ຄວາມຈອງຫອງບາງຢ່າງອອກມາ? ມັນເປັນເລື່ອງໃຫຍ່ບໍ? ຕາບໃດທີ່ຄົນເຮົາສາມາດອົດທົນຕໍ່ຄວາມຍາກລຳບາກ ແລະ ເສຍສະລະໄດ້, ເທົ່ານັ້ນກໍພຽງພໍແລ້ວ”. ນີ້ບໍ່ແມ່ນທັດສະນະຄະຕິ ແລະ ການສະແດງອອກທີ່ສະເພາະເຈາະຈົງຂອງການບໍ່ຍອມຮັບບໍ? (ແມ່ນແລ້ວ.) ນີ້ຄືການບໍ່ຍອມຮັບຄວາມຈິງ. ທັດສະນະຄະຕິຂອງພວກເຂົາຕໍ່ພຣະທໍາແຫ່ງການພິພາກສາ ແລະ ການເປີດໂປງຂອງພຣະເຈົ້າແມ່ນການບໍ່ໃສ່ໃຈ ແລະ ການບໍ່ຍອມຮັບ. ສະນັ້ນ, ເມື່ອເວົ້າເຖິງການປະເມີນ ແລະ ການເຕືອນສະຕິທີ່ອ້າຍເອື້ອຍນ້ອງໄດ້ມອບໃຫ້ແກ່ພວກເຂົາ ແລະ ແມ່ນແຕ່ການຊີ້ແນະ ແລະ ການຊ່ວຍເຫຼືອທີ່ອ້າຍເອື້ອຍນ້ອງສະໜອງໃຫ້ແກ່ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ພວກເຂົາສາມາດຍອມຮັບສິ່ງເຫຼົ່ານີ້ໄດ້ບໍ? (ບໍ່ໄດ້.) ບອກເຮົາມາເບິ່ງ, ແລ້ວການສະແດງອອກທີ່ສະເພາະເຈາະຈົງຂອງພວກເຂົາແມ່ນຫຍັງ? ເປັນຫຍັງພວກເຂົາຈຶ່ງບໍ່ສາມາດຍອມຮັບສິ່ງເຫຼົ່ານີ້ໄດ້? ຫຼັກຖານຂອງເຈົ້າໃນການເວົ້າແບບນີ້ຢູ່ໃສ? ຕົວຢ່າງ: ເມື່ອເຈົ້າເວົ້າກັບພວກເຂົາວ່າ “ເຈົ້າບໍ່ສາມາດປະຕິບັດໜ້າທີ່ຂອງເຈົ້າແບບບໍ່ໃສ່ໃຈແບບນີ້ໄດ້; ນີ້ຄືການເຮັດພໍແລ້ວມືແລ້ວຕີນ”, ການສະແດງອອກໃດຂອງພວກເຂົາທີ່ພິສູດວ່າພວກເຂົາບໍ່ຍອມຮັບຄວາມຈິງ? (ພວກເຂົາຈະເວົ້າວ່າ “ຂ້ອຍໄດ້ໃສ່ໃຈກັບມັນແລ້ວ. ຂ້ອຍໄດ້ທົນທຸກ ແລະ ເສຍສະລະແລ້ວ. ເຈົ້າຈະເວົ້າໄດ້ແນວໃດວ່າຂ້ອຍກໍາລັງເຮັດພໍແລ້ວມືແລ້ວຕີນ?”) ນີ້ຄືການທີ່ພວກເຂົາແກ້ຕົວໃຫ້ຕົນເອງ. ບາງຄັ້ງພວກເຂົາຈະຊອກຫາຂໍ້ອ້າງບໍ? ເຖິງແມ່ນວ່າພວກເຂົາຈະຍອມຮັບໃນໃຈ, ພວກເຂົາກໍຍັງຄິດວ່າ “ຂ້ອຍເຮັດພໍແລ້ວມືແລ້ວຕີນ ແລ້ວມັນຈະເປັນຫຍັງໄປ? ໃຜແດ່ທີ່ບໍ່ມີມື້ທີ່ບໍ່ດີ? ໃຜແດ່ທີ່ບໍ່ມີອາລົມປົກກະຕິ? ແຕ່ຂ້ອຍບໍ່ສາມາດຍອມຮັບວ່າເຮັດພໍແລ້ວມືແລ້ວຕີນໄດ້; ຂ້ອຍຕ້ອງຊອກຫາຂໍ້ອ້າງເພື່ອປົກປິດມັນ. ຂ້ອຍເສຍໜ້າບໍ່ໄດ້”. ດັ່ງນັ້ນ, ພວກເຂົາຈຶ່ງຊອກຫາເຫດຜົນ ແລະ ຂໍ້ອ້າງຫຼາຍຢ່າງເພື່ອໂຕ້ແຍ້ງແບບຜິດໆ, ບໍ່ຍອມຮັບຄວາມຈິງທີ່ວ່າພວກເຂົາກໍາລັງເຮັດພໍແລ້ວມືແລ້ວຕີນ, ບໍ່ຍອມຮັບຮູ້ບັນຫາຂອງຕົນເອງໃນດ້ານນີ້ ແລະ ທັງບໍ່ຍອມຮັບການຊີ້ແນະຈາກຄົນອື່ນ. ນີ້ຄືການສະແດງອອກທີ່ສະເພາະເຈາະຈົງຂອງການບໍ່ຍອມຮັບຄວາມຈິງ. ເມື່ອບໍ່ໄດ້ປະເຊີນກັບສະຖານະການຕົວຈິງ, ພວກເຂົາກໍຖືວ່າຕົນເອງເປັນ “ຄົນດີ, ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ”. ເມື່ອປະເຊີນກັບສະຖານະການ, ເຖິງແມ່ນວ່າພວກເຂົາຈະບໍ່ສາມາດໃຊ້ມັນເປັນເຄື່ອງກໍາບັງໄດ້ອີກຕໍ່ໄປ, ພວກເຂົາກໍຍັງຊອກຫາເຫດຜົນທີ່ພຽງພໍເພື່ອແກ້ຕົວ ແລະ ປ້ອງກັນຕົນເອງ, ປົກປິດບັນຫາ, ຈົບເລື່ອງ ແລະ ຈາກນັ້ນກໍສືບຕໍ່ເຫັນຕົນເອງເປັນ “ຄົນດີ, ມີຄວາມເປັນມະນຸດທີ່ດີ, ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ມີຄວາມສາມາດທີ່ຈະປະຖິ້ມ ແລະ ມີຄວາມສາມາດທີ່ຈະອົດທົນຕໍ່ຄວາມຍາກລຳບາກ ແລະ ເສຍສະລະເພື່ອປະຕິບັດໜ້າທີ່ຂອງຕົນ”. ເວົ້າໃຫ້ຊັດເຈນກໍຄື ການສະແດງອອກ, ແກ່ນແທ້ຂອງຄົນດັ່ງກ່າວ, ແມ່ນຂອງຜູ້ອອກແຮງງານ. ກຸ່ມນີ້ຄອບຄອງອັດຕາສ່ວນທີ່ສໍາຄັນໃນຄຣິສຕະຈັກ. ບໍ່ວ່າອັດຕາສ່ວນຈະເປັນແນວໃດກໍຕາມ, ໃນທີ່ສຸດແລ້ວ, ຖ້າບຸກຄົນເຫຼົ່ານີ້ສາມາດທົນທຸກ ແລະ ເສຍສະລະຢ່າງແທ້ຈິງ ແລະ ອົດທົນ ແລະ ຢືນຢັດຈົນເຖິງທີ່ສຸດໂດຍບໍ່ໄດ້ກະທໍາຜິດທີ່ສໍາຄັນໃດໆ ໂດຍບໍ່ໄດ້ລະເມີດກົດການປົກຄອງຂອງພຣະເຈົ້າ ຫຼື ລ່ວງເກີນອຸປະນິໄສຂອງພຣະອົງ, ພວກເຂົາກໍເປັນຜູ້ອອກແຮງງານທີ່ຈົງຮັກພັກດີ, ຜູ້ອອກແຮງງານທີ່ສາມາດຄົງຢູ່ໄດ້. ນີ້ຄືພອນອັນໃຫຍ່ຫຼວງ! ພວກເຂົາບໍ່ໄລ່ຕາມເສາະຫາຄວາມຈິງ ແລະ ພວກເຂົາບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ເປັນປະຈັກພະຍານຕໍ່ພຣະເຈົ້າ ຫຼື ເຮັດໜ້າທີ່ເປັນພະຍານໃຫ້ພຣະທໍາ ແລະ ພາລະກິດຂອງພຣະເຈົ້າ. ການໄດ້ຮັບພອນນີ້ກໍຖືວ່າດີຫຼາຍແລ້ວ. ຄົນເຮົາຈະຄາດຫວັງຫຍັງໄດ້ໂດຍບໍ່ໄລ່ຕາມເສາະຫາຄວາມຈິງ? ການເປັນຜູ້ອອກແຮງງານທີ່ຈົງຮັກພັກດີກໍບໍ່ໄດ້ວ່າຈະບໍ່ດີ. ບາງຄົນຖາມວ່າ “ເປັນໄປໄດ້ບໍທີ່ບຸກຄົນເຫຼົ່ານີ້ຈະກາຍເປັນປະຊາກອນຂອງພຣະເຈົ້າ?” ເປັນໄປໄດ້. ຄວາມເປັນໄປໄດ້ພຽງຢ່າງດຽວກໍຄື ຖ້າບຸກຄົນເຫຼົ່ານີ້, ບົນພື້ນຖານຂອງການສາມາດປະຖິ້ມ ແລະ ທົນທຸກ, ສາມາດຍອມຮັບຄວາມຈິງ, ຮັບຮູ້ ແລະ ປະເຊີນໜ້າກັບຄວາມເສື່ອມຊາມຂອງຕົນເອງຢ່າງຖືກຕ້ອງ ແລະ ຈາກນັ້ນກໍສະແຫວງຫາຄວາມຈິງເພື່ອແກ້ໄຂມັນ, ບໍ່ກະທໍາໂດຍອີງໃສ່ຄວາມດີຂອງມະນຸດ ຫຼື ການລະງັບໃຈ, ຄວາມອົດກັ້ນ ແລະ ຄວາມພາກພຽນຂອງມະນຸດ, ແຕ່ປະຕິບັດຕາມຫຼັກການຄວາມຈິງ ເພື່ອວ່າໃນທີ່ສຸດແລ້ວ, ອຸປະນິໄສຂອງພວກເຂົາຈະສາມາດມີການປ່ຽນແປງບາງຢ່າງ, ແລ້ວພວກເຂົາກໍມີໂອກາດທີ່ຈະກາຍເປັນປະຊາກອນຂອງພຣະເຈົ້າ. ແຕ່ຖ້າການກະທໍາ ແລະ ພຶດຕິກໍາຂອງພວກເຂົາບໍ່ກ່ຽວຂ້ອງກັບການປ່ຽນແປງອຸປະນິໄສ, ບໍ່ກ່ຽວຂ້ອງກັບການຍອມຮັບຄວາມຈິງ ແລະ ການໄດ້ຮັບຄວາມລອດພົ້ນ, ແລ້ວໂອກາດຂອງພວກເຂົາທີ່ຈະກາຍເປັນປະຊາກອນຂອງພຣະເຈົ້າກໍເປັນສູນ; ນີ້ຄືຄວາມຈິງ. ຫຼັກການໃນການປະຕິບັດຕໍ່ຜູ້ອອກແຮງງານທີ່ຈົງຮັກພັກດີແມ່ນຫຍັງ? ຄືການພະຍາຍາມຢ່າງສຸດຄວາມສາມາດເພື່ອຊ່ວຍໃຫ້ຄົນເຫຼົ່ານີ້ເຂົ້າໃຈແຈ້ງ. ຈຸດປະສົງຂອງການເຮັດໃຫ້ພວກເຂົາເຂົ້າໃຈແຈ້ງແມ່ນຫຍັງ? ເພື່ອປ້ອງກັນບໍ່ໃຫ້ພວກເຂົາມີຄວາມຝັນທີ່ບໍ່ເປັນຈິງ. ບາງຄົນອາດຈະຖາມວ່າ “‘ການມີຄວາມຝັນທີ່ບໍ່ເປັນຈິງ’ ໝາຍເຖິງຫຍັງ?” ມັນຄືການທີ່ຜູ້ຄົນຖືວ່າຕົນເອງ “ມີຄວາມເປັນມະນຸດທີ່ດີ, ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ມີຄວາມສາມາດທີ່ຈະປະຖິ້ມ ແລະ ເຕັມໃຈທີ່ຈະເສຍສະລະ” ແລະ ຈາກນັ້ນກໍຄາດຫວັງວ່າຈະໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າ, ເຊິ່ງເປັນໄປບໍ່ໄດ້. ຕ້ອງເຮັດໃຫ້ພວກເຂົາເຂົ້າໃຈຢ່າງຊັດເຈນວ່າ ການຍຶດໝັ້ນກັບມຸມມອງທີ່ວ່າ “ການມີຄວາມເປັນມະນຸດທີ່ດີ, ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ມີຄວາມສາມາດທີ່ຈະປະຖິ້ມ ແລະ ເຕັມໃຈທີ່ຈະເສຍສະລະ ສາມາດນໍາໄປສູ່ການໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ” ນັ້ນເປັນສິ່ງທີ່ຜິດ ແລະ ໂງ່ຈ້າ. ຕ້ອງເຮັດໃຫ້ພວກເຂົາເຂົ້າໃຈຢ່າງຊັດເຈນວ່າ ການມີຄຸນສົມບັດເຫຼົ່ານີ້ບໍ່ໄດ້ໝາຍຄວາມວ່າຄົນເຮົາໄດ້ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຕົນແລ້ວ ແລະ ພຶດຕິກໍາທີ່ດີພຽງໜ້ອຍໜຶ່ງກໍບໍ່ໄດ້ໝາຍຄວາມວ່າຄົນເຮົາຈະລອດພົ້ນໄດ້, ແລ້ວແຮງໄກທີ່ຄົນເຮົາຈະໄດ້ຮັບຄວາມຈິງ ແລະ ມຸມມອງຂອງພວກເຂົາກໍບໍ່ສົມເຫດສົມຜົນ, ໄຮ້ສາລະ ແລະ ບໍ່ສອດຄ່ອງ ແລະ ເປັນຂັດກັນຢ່າງສິ້ນເຊີງກັບຄວາມຈິງທີ່ພຣະເຈົ້າສະແດງອອກ. ສໍາລັບຄົນເຫຼົ່ານີ້ທີ່ຍຶດໝັ້ນກັບຄວາມຄິດຫຼົງຜິດທາງສາສະໜາຢ່າງດື້ດ້ານ, ພວກເຂົາຄວນໄດ້ຮັບການຊ່ວຍເຫຼືອ; ຈົ່ງອ່ານພຣະທໍາຂອງພຣະເຈົ້າ ແລະ ໂອ້ລົມຄວາມຈິງໃຫ້ພວກເຂົາຟັງ. ຖ້າພວກເຂົາຍັງບໍ່ສາມາດຍອມຮັບຄວາມຈິງໄດ້ ແລະ ບໍ່ວ່າເຈົ້າຈະໂອ້ລົມຄວາມຈິງແນວໃດ, ພວກເຂົາກໍຍັງບໍ່ຮູ້ແຈ້ງ ແລະ ບໍ່ສະແດງເຈດຕະນາທີ່ຈະສະແຫວງຫາ, ແລ້ວກໍບໍ່ຈໍາເປັນຕ້ອງບັງຄັບພວກເຂົາ. ພວກເຂົາສາມາດຮັບໃຊ້ເປັນຜູ້ອອກແຮງງານຈົນເຖິງທີ່ສຸດເທົ່ານັ້ນ.

II. ປະຊາກອນຂອງພຣະເຈົ້າ

ຫຼັງຈາກທີ່ໂອ້ລົມກັນກ່ຽວກັບການສະແດງອອກຂອງຜູ້ອອກແຮງງານທີ່ຈົງຮັກພັກດີແລ້ວ, ພວກເຮົາຈະມາເວົ້າກ່ຽວກັບການສະແດງອອກຂອງຄົນອີກປະເພດໜຶ່ງ. ຫຼັງຈາກທີ່ໄດ້ຍິນການເປີດໂປງ ແລະ ການພິພາກສາຕ່າງໆ ຂອງພຣະເຈົ້າກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງຄົນທຸກປະເພດ, ເມື່ອທຽບກັນແລ້ວ ຄົນເຫຼົ່ານີ້ຈະຄິດຫຼາຍກວ່າກ່ຽວກັບການເປີດເຜີຍຕ່າງໆໃນອະດີດຂອງຕົນເອງກ່ຽວກັບອຸປະນິໄສທີ່ເສື່ອມຊາມ ແລະ ທັດສະນະຄະຕິຕ່າງໆຕໍ່ພຣະເຈົ້າ ແລະ ຄວາມຈິງທີ່ເກີດຂຶ້ນພາຍໃຕ້ການຄອບງຳຂອງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ພວກເຂົາເລີ່ມໄຕ່ຕອງ ແລະ ຮູ້ຈັກການສະແດງອອກຕ່າງໆຂອງຕົນເອງ, ເອົາຕົນເອງໄປທຽບໃສ່ກັບພຣະທຳຂອງພຣະເຈົ້າ, ກວດສອບທັດສະນະຄະຕິຂອງຕົນ ແລະ ກວດສອບຄວາມເສື່ອມຊາມຕ່າງໆ ທີ່ພວກເຂົາເປີດເຜີຍໃນຂະນະທີ່ເຮັດໜ້າທີ່ຂອງຕົນເອງ ແລະ ທ່າມກາງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ພຣະເຈົ້າຈັດໄວ້. ພວກເຂົາກວດສອບ ແລະ ຮູ້ຈັກຕົນເອງຈາກທຸກລາຍລະອຽດ ໃນຂະນະທີ່ພະຍາຍາມຍອມຮັບການພິພາກສາ, ການເປີດໂປງ ແລະ ການລົງວິໄນຂອງພຣະເຈົ້າ. ຄົນເຫຼົ່ານີ້ດີກວ່າຜູ້ອອກແຮງງານໃນດ້ານໃດແດ່? ພວກເຂົາສາມາດຍອມຮັບຄວາມຈິງ, ພຣະທຳຂອງພຣະເຈົ້າ ແລະ ທຸກອຸປະນິໄສທີ່ເສື່ອມຊາມທີ່ພຣະເຈົ້າເປີດໂປງອອກມາໄດ້ດ້ວຍຄວາມຕັ້ງໜ້າ ແລະ ໃນແງ່ບວກ. ເຖິງແມ່ນວ່າບາງຄັ້ງພວກເຂົາອາດຈະຄິດລົບ, ຫຼີກລ່ຽງ ຫຼື ແມ່ນແຕ່ຄິດທີ່ຈະຍອມແພ້, ບໍ່ວ່າຈະເປັນແນວໃດກໍຕາມ, ພວກເຂົາກໍຍັງມີແຮງຜັກດັນທີ່ຈະເຮັດໃຫ້ຕົນເອງຍອມຮັບຄວາມຈິງ. ແຮງຜັກດັນນີ້ແມ່ນຫຍັງ? ມັນຄືສິ່ງນີ້: “ພຣະທຳຂອງພຣະເຈົ້າສາມາດປ່ຽນແປງຜູ້ຄົນໄດ້. ຕາບໃດທີ່ຄົນໃດໜຶ່ງຍອມຮັບຄວາມຈິງ, ບັນຫາ ແລະ ອຸປະນິໄສທີ່ເສື່ອມຊາມທັງໝົດເຫຼົ່ານີ້ກໍສາມາດແກ້ໄຂໄດ້ ແລະ ຄົນຜູ້ນັ້ນກໍຈະສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນໄດ້. ຖ້າຂ້ານ້ອຍຢາກໄດ້ຮັບການຊ່ວຍໃຫ້ລອດພົ້ນ, ຂ້ານ້ອຍຕ້ອງຮ່ວມມືກັບພາລະກິດຂອງພຣະເຈົ້າ ແລະ ຍອມຮັບຄວາມຈິງ”. ຕົວຢ່າງ: ເມື່ອໄດ້ຍິນຄວາມຈິງກ່ຽວກັບການເປັນຄົນຊື່ສັດ, ບາງຄົນກໍເລີ່ມໄຕ່ຕອງຕົນເອງ ແລະ ເຫັນຄວາມຫຼອກລວງ ແລະ ເລ່ລ່ຽມທີ່ພວກເຂົາເຮັດຢ່າງຊັດເຈນຂຶ້ນ, ພ້ອມທັງດ້ານທີ່ຊົ່ວຊ້າ ແລະ ເລິກແລບຂອງພວກເຂົາ. ພວກເຂົາຫວນຄິດເຖິງຄຳຕົວະ ແລະ ວິທີການສໍ້ໂກງໃນອະດີດທີ່ຍັງຄົງຢູ່ໃນໃຈ ຫຼື ຄວາມຝັງໃຈຂອງພວກເຂົາ, ເຊິ່ງສາຍຊ້ຳໄປຊ້ຳມາໃນຈິດໃຈຂອງພວກເຂົາຄືກັບສາກໃນຮູບເງົາ, ເຮັດໃຫ້ພວກເຂົາຮູ້ສຶກອັບອາຍ, ເຈັບປວດ ແລະ ເສົ້າສະຫຼົດໃຈຫຼາຍຂຶ້ນ. ຫຼັງຈາກການກວດສອບຕົນເອງ ແລະ ການໄຕ່ຕອງຕົນເອງຢ່າງຕໍ່ເນື່ອງ, ພວກເຂົາຮູ້ສຶກຄືກັບອາຊະຍາກອນ, ພວກເຂົາກໍອ່ອນເພຍລົງທັນທີ ແລະ ບໍ່ສາມາດຢືນຂຶ້ນໄດ້. ພວກເຂົາຮູ້ສຶກວ່າພວກເຂົາບໍ່ແມ່ນຄົນດີ ແຕ່ເປັນຄົນຊົ່ວຮ້າຍ ແລະ ຄິດວ່າມັນເປັນໂຊກດີທີ່ພວກເຂົາບໍ່ໄດ້ຕໍ່ຕ້ານພຣະເຈົ້າໂດຍກົງ, ເຊິ່ງເປັນການລອດຕາຍຢ່າງຫວຸດຫວິດແທ້ໆ! ຈາກນັ້ນພວກເຂົາກໍເລີ່ມຕື່ນຕົວ, ບໍ່ເຕັມໃຈທີ່ຈະລົ້ມເຫຼວໃນຖານະເປັນມະນຸດແບບນີ້ ແລະ ຕັ້ງໃຈຢ່າງເດັດດ່ຽວວ່າ: “ຂ້ານ້ອຍຕ້ອງເລີ່ມຕົ້ນໃໝ່ ແລະ ເປັນຄົນຊື່ສັດ, ຖ້າບໍ່ດັ່ງນັ້ນ ຂ້ານ້ອຍກໍບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າໄດ້. ເພື່ອທີ່ຈະໄດ້ຮັບການຊ່ວຍໃຫ້ລອດພົ້ນ, ຂ້ານ້ອຍຕ້ອງເປັນຄົນຊື່ສັດ. ຂ້ານ້ອຍຈະຍອມແພ້ຕອນນີ້ບໍ່ໄດ້ຢ່າງເດັດຂາດ!” ບໍ່ວ່າຄົນເຫຼົ່ານີ້ຈະຍອມຮັບຄວາມຈິງໄວ ຫຼື ຊ້າ ແລະ ບໍ່ວ່າການຢັ່ງຮູ້ຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າຈະເລິກເຊິ່ງ ຫຼື ຕື້ນເຂີນ, ທັດສະນະຄະຕິຂອງພວກເຂົາຕໍ່ພຣະທຳຂອງພຣະເຈົ້າກໍບໍ່ແມ່ນການດູຖູກ, ຍິ່ງໄປກວ່ານັ້ນ ມັນບໍ່ແມ່ນຄວາມລັງກຽດ ຫຼື ການຕໍ່ຕ້ານ. ແທນທີ່ຈະເປັນແນວນັ້ນ, ພວກເຂົາຮັບຮູ້ ແລະ ຍອມຮັບພຣະທຳຂອງພຣະເຈົ້າຢ່າງຫ້າວຫັນ ແລະ ຈາກນັ້ນພວກເຂົາກໍກຽມພ້ອມທີ່ຈະນຳໄປປະຕິບັດຢູ່ສະເໝີ. ເມື່ອພວກເຂົາກະທຳ ຫຼື ເຮັດໜ້າທີ່ຂອງພວກເຂົາ, ພວກເຂົາກໍເຮັດສຸດຄວາມສາມາດເພື່ອສະແຫວງຫາຫຼັກການໃນພຣະທຳຂອງພຣະເຈົ້າ ແລະ ຈາກນັ້ນກໍກະທຳຕາມຫຼັກການເຫຼົ່ານີ້ຢ່າງມີສະຕິ. ເຖິງແມ່ນວ່າບາງຄັ້ງພວກເຂົາບໍ່ສາມາດຊອກຫາຫຼັກການທີ່ສະເພາະເຈາະຈົງ ຫຼື ກຳທິດທາງໄດ້, ເຈດຕະນາຂອງພວກເຂົາກໍຄືການເຮັດໜ້າທີ່ຂອງຕົນໃຫ້ດີ, ເພື່ອເຮັດໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ສອດຄ່ອງກັບຫຼັກການຄວາມຈິງ. ຄວາມເປັນມະນຸດຂອງຄົນເຫຼົ່ານີ້ ແລະ ຂອງຜູ້ອອກແຮງງານໂດຍສ່ວນໃຫຍ່ແລ້ວແມ່ນຄືກັນ; ບໍ່ມີຄວາມແຕກຕ່າງລະຫວ່າງສູງ ແລະ ຕໍ່າ ຫຼື ສູງສົ່ງ ແລະ ຕໍ່າຕ້ອຍ. ແນ່ນອນວ່າ ຫຼາຍຄົນໃນຄົນປະເພດນີ້ຖືຕົນເອງວ່າ “ມີຄວາມເປັນມະນຸດທີ່ດີ, ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ມີຄວາມສາມາດທີ່ຈະປະຖິ້ມໃນຖານະຜູ້ເຊື່ອໃນພຣະເຈົ້າ ແລະ ມີຄວາມເຕັມໃຈທີ່ຈະຈ່າຍລາຄາ ແລະ ອົດທົນຕໍ່ຄວາມຍາກລຳບາກເພື່ອເຮັດໜ້າທີ່ຂອງຂ້ານ້ອຍ”. ແຕ່ສິ່ງທີ່ແຕກຕ່າງກັນລະຫວ່າງຄົນເຫຼົ່ານີ້ ແລະ ຜູ້ອອກແຮງງານແມ່ນຫຍັງ? ຫຼັງຈາກທີ່ພວກເຂົາໄດ້ຍິນພຣະທຳແຫ່ງການພິພາກສາ ແລະ ການເປີດໂປງຜູ້ຄົນໂດຍພຣະເຈົ້າ, ທັດສະນະຄະຕິຂອງພວກເຂົາບໍ່ແມ່ນການບໍ່ສົນໃຈ, ບໍ່ແມ່ນການຫຼີກລ່ຽງ ແຕ່ເປັນການຍອມຮັບຢ່າງຫ້າວຫັນ ແລະ ຕັ້ງໃຈ. ເຖິງແມ່ນວ່າພວກເຂົາຈະຮູ້ສຶກທໍ້ຖອຍໃຈ ແລະ ໝົດຫວັງຫຼັງຈາກທີ່ໄດ້ຍິນພຣະທຳເຫຼົ່ານີ້, ແມ່ນແຕ່ສະແດງຄວາມໃຈຮ້າຍຕໍ່ຄວາມເສື່ອມຊາມຂອງຕົນເອງທີ່ຖືກເປີດເຜີຍ, ໃນທີ່ສຸດແລ້ວ ພວກເຂົາກໍຍັງສາມາດປະເຊີນໜ້າກັບມັນຢ່າງຖືກຕ້ອງ, ຍອມຮັບຢ່າງຫ້າວຫັນ ແລະ ປະຕິບັດ ແລະ ເຂົ້າສູ່ສິ່ງເຫຼົ່ານັ້ນຢ່າງກະຕືລືລົ້ນ. ນີ້ບໍ່ແມ່ນຄົນປະເພດໜຶ່ງບໍ? (ແມ່ນແລ້ວ.) ຄົນເຫຼົ່ານີ້ບໍ່ແມ່ນຕົວຢ່າງທີ່ພົ້ນເດັ່ນໃນລະດັບໃດໜຶ່ງບໍ? (ແມ່ນແລ້ວ.) ຄົນເຫຼົ່ານີ້ມີຫຼາຍບໍ? (ບໍ່ຫຼາຍ.) ເຖິງແມ່ນວ່າຕອນນີ້ຈະບໍ່ມີຫຼາຍ ແຕ່ກໍມີຄວາມຫວັງວ່າຈຳນວນຂອງພວກເຂົາຈະເພີ່ມຂຶ້ນ. ແລ້ວຄົນເຫຼົ່ານີ້ຄວນຖືກຈັດຢູ່ໃນໝວດໃດ? ການສະແດງອອກທີ່ສະເພາະເຈາະຈົງເຫຼົ່ານີ້ສາມາດບົ່ງບອກໄດ້ບໍວ່າ ຄົນເຫຼົ່ານີ້ຮັກຄວາມຈິງ ແລະ ສາມາດຍອມຮັບຄວາມຈິງໄດ້? (ໄດ້.) ສາມາດບົ່ງບອກໄດ້. ເຖິງແມ່ນວ່າບາງຄົນທີ່ມີຄວາມສາມາດໃນການຢັ່ງຮູ້ທີ່ອ່ອນແອຈະຍອມຮັບຄວາມຈິງຊ້າກວ່າ ແຕ່ໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ພວກເຂົາຍອມຮັບຄວາມຈິງ ແລະ ມີແນວຄິດທີ່ຈະເຂົ້າສູ່ຄວາມຈິງຢ່າງຫ້າວຫັນ. ເມື່ອໃດກໍຕາມທີ່ມີຄົນໂອ້ລົມກ່ຽວກັບຄວາມສະຫວ່າງໃໝ່ ຫຼື ເສັ້ນທາງແຫ່ງການປະຕິບັດທີ່ສອດຄ່ອງກັບຫຼັກການຄວາມຈິງ, ຕາຂອງພວກເຂົາກໍສະຫວ່າງຂຶ້ນ, ຫົວໃຈຂອງພວກເຂົາກໍແຈ່ມແຈ້ງຂຶ້ນ ແລະ ພວກເຂົາກໍຮູ້ສຶກປິຕິຍິນດີໂດຍຄິດວ່າ “ໃນທີ່ສຸດ, ກໍມີຄົນໂອ້ລົມກ່ຽວກັບຄວາມສະຫວ່າງນີ້. ນີ້ຄືສິ່ງທີ່ຂ້ານ້ອຍຂາດເຂີນ”. ພວກເຂົາສາມາດກຳສິ່ງທີ່ພວກເຂົາຂາດເຂີນໄດ້ສະເໝີ, ສາມາດໄດ້ຮັບຄວາມສະຫວ່າງ ແລະ ຄວາມຮູ້ແຈ້ງທີ່ພວກເຂົາຕ້ອງການຢ່າງຮີບດ່ວນ ແລະ ຂາດເຂີນ ແລະ ສາມາດຊອກຫາຫຼັກການຄວາມຈິງທີ່ພວກເຂົາຕ້ອງການຈາກຄວາມເຂົ້າໃຈຈາກປະສົບການທີ່ແທ້ຈິງທີ່ອ້າຍເອື້ອຍນ້ອງຂອງພວກເຂົາໄດ້ໂອ້ລົມກັນ. ໂດຍອີງໃສ່ການສະແດງອອກທີ່ສະເພາະເຈາະຈົງເຫຼົ່ານີ້, ຫົວໃຈຂອງພວກເຂົາບໍ່ໄດ້ໂຫຍຫາຄວາມຈິງບໍ? (ແມ່ນແລ້ວ.) ຖ້າພວກເຮົາເວົ້າວ່າຄົນເຫຼົ່ານີ້ຮັກຄວາມຈິງ, ຄຳເວົ້ານີ້ກໍບໍ່ເປັນພາວະວິໄສ ຫຼື ຖືກຕ້ອງປານໃດ. ແນວໃດກໍຕາມ, ໂດຍອີງໃສ່ການສະແດງອອກທີ່ສະເພາະເຈາະຈົງຂອງພວກເຂົາ, ຄົນເຫຼົ່ານີ້ໂຫຍຫາຄວາມຈິງແທ້. ຄວາມໂຫຍຫານີ້ມາຈາກໃສ? ມັນມາຈາກຄວາມຫວັງຂອງພວກເຂົາທີ່ຈະແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຕົນເອງ, ຄວາມຫວັງຂອງພວກເຂົາທີ່ຈະແກ້ໄຂບັນຫາ ແລະ ຄວາມຫຍຸ້ງຍາກຕ່າງໆ ທີ່ພວກເຂົາພົບພໍ້ໃນການເຂົ້າສູ່ຊີວິດ ແລະ ຄວາມຫວັງຂອງພວກເຂົາທີ່ຈະມີຄວາມກ້າວໜ້າໃນຄວາມຈິງ, ເພື່ອຈະກ້າວໄປສູ່ຄວາມເລິກເຊິ່ງຍິ່ງຂຶ້ນ, ພ້ອມທັງຄວາມຫວັງຂອງພວກເຂົາທີ່ຈະສາມາດປະຕິບັດຕາມຫຼັກການໄດ້ຢ່າງແທ້ຈິງ, ເພື່ອມີເສັ້ນທາງໃນການປະຕິບັດ, ເພື່ອຮັບຮູ້ຈາກການເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້ຢ່າງຖືກຕ້ອງກວ່າວ່າ ແກ່ນແທ້ຂອງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາແມ່ນຫຍັງ ແລະ ຈະແກ້ໄຂ ແລະ ປະຖິ້ມພວກມັນໄດ້ແນວໃດ. ເຖິງແມ່ນວ່າຄົນເຫຼົ່ານີ້ມັກຈະດຳລົງຊີວິດຢູ່ໃນອຸປະນິໄສທີ່ເສື່ອມຊາມ, ເຊັ່ນ: ການຍາດຊີງສະຖານະ, ການດື້ດຶງແນວທາງຂອງຕົນເອງ ແລະ ການຖືຕົນວ່າຊອບທຳ, ອວດດີ, ເລ່ຫຼ່ຽມ ຫຼື ແມ່ນແຕ່ຫົວແຂງ, ຜ່ານການກິນ ແລະ ດື່ມພຣະທຳຂອງພຣະເຈົ້າຢ່າງຕໍ່ເນື່ອງ ແລະ ການມີປະສົບການກັບພາລະກິດຂອງພຣະເຈົ້າ, ບັນຫາທີ່ເຫັນໄດ້ຊັດເຈນເຫຼົ່ານີ້ກໍຈະຖືກກວດສອບ ແລະ ລະບຸອອກເທື່ອລະໜ້ອຍ. ຈາກນັ້ນ, ພວກເຂົາກໍສາມາດຮັບຮູ້ສິ່ງເຫຼົ່ານີ້ວ່າເປັນບັນຫາ, ເປັນການເປີດເຜີຍຂອງອຸປະນິໄສທີ່ເສື່ອມຊາມ, ບໍ່ສອດຄ່ອງກັບຄວາມຈິງ ແລະ ເປັນທີ່ກຽດຊັງຂອງພຣະເຈົ້າ. ຫຼັງຈາກທີ່ໄດ້ຮັບຮູ້ເຖິງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ພວກເຂົາຍິ່ງໂຫຍຫາທີ່ຈະແກ້ໄຂ ແລະ ປະຖິ້ມພວກມັນຫຼາຍຂຶ້ນ. ນີ້ຄືໜຶ່ງໃນແຫຼ່ງທີ່ມາຂອງຄວາມໂຫຍຫາຄວາມຈິງຂອງພວກເຂົາ. ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາມີຄວາມຕ້ອງການທີ່ຈະແກ້ໄຂອຸປະນິໄສທີ່ເສື່ອມຊາມ, ມີຈິດໃຈທີ່ຮີບດ່ວນທີ່ຈະປະຖິ້ມອຸປະນິໄສທີ່ເສື່ອມຊາມ. ໃນເວລາດຽວກັນ, ບໍ່ວ່າພວກເຂົາຈະຄົ້ນພົບວ່າພວກເຂົາໄດ້ເປີດເຜີຍອຸປະນິໄສທີ່ເສື່ອມຊາມປະເພດໃດ ຫຼື ພົບພໍ້ກັບບັນຫາ ຫຼື ຄວາມຫຍຸ້ງຍາກໃດ, ພວກເຂົາກໍຍິ່ງກະຕືລືລົ້ນທີ່ຈະຊອກຫາຄຳຕອບທີ່ຖືກຕ້ອງໃນພຣະທຳຂອງພຣະເຈົ້າ ແລະ ເພື່ອເຂົ້າໃຈວ່າພຣະເຈົ້າຮຽກຮ້ອງຫຍັງຈາກມະນຸດ ແລະ ຄວນໃຊ້ຄວາມຈິງ ແລະ ພຣະທຳຂອງພຣະເຈົ້າຂໍ້ໃດເພື່ອແກ້ໄຂບັນຫາເຫຼົ່ານັ້ນ. ການສະແດງອອກທີ່ສະເພາະເຈາະຈົງ ແລະ ແຫຼ່ງທີ່ມາຂອງຄວາມໂຫຍຫາຄວາມຈິງຂອງພວກເຂົາກໍຄືສິ່ງເຫຼົ່ານີ້. ຄຳເວົ້ານີ້ເປັນພາວະວິໄສບໍ? (ແມ່ນແລ້ວ.) ບໍ່ສາມາດເວົ້າໄດ້ວ່າຄົນເຫຼົ່ານີ້ຮັກຄວາມຈິງ. ຖ້າພວກເຂົາຮັກຄວາມຈິງ, ພວກເຂົາກໍຈະມີຄວາມຕັ້ງໜ້າຫຼາຍ ແລະ ການສະແດງອອກຕ່າງໆ ຂອງພວກເຂົາກໍຈະມີຄວາມເປັນບວກຫຼາຍກວ່າ. ແນວໃດກໍຕາມ, ໂດຍອີງໃສ່ການສະແດງອອກຕ່າງໆຂອງຄົນເຫຼົ່ານີ້ ແລະ ວຸດທິພາວະຕົວຈິງຂອງພວກເຂົາ, ພວກເຂົາຍັງບໍ່ທັນຮອດຂັ້ນຮັກຄວາມຈິງ ແຕ່ພຽງແຕ່ໂຫຍຫາມັນເທົ່ານັ້ນ. ຄຳເວົ້ານີ້ເປັນພາວະວິໄສພໍສົມຄວນແລ້ວ. ແລ້ວເມື່ອເບິ່ງການສະແດງອອກຕ່າງໆຂອງຄົນເຫຼົ່ານີ້, ພວກເຂົາຄວນຖືກຈັດຢູ່ໃນໝວດໃດ? ເວົ້າຢ່າງຖືກຕ້ອງກໍຄື ຄົນເຫຼົ່ານີ້ຢູ່ໃນໝວດຂອງປະຊາກອນຂອງພຣະເຈົ້າ. ການຢືນຢັນນີ້ມີພື້ນຖານ. ພື້ນຖານຫຍັງ? ອຸປະນິໄສທີ່ເສື່ອມຊາມຂອງຄົນເຫຼົ່ານີ້ຄືກັນກັບຂອງຄົນອື່ນ. ໃນດ້ານຄວາມເປັນມະນຸດ, ບໍ່ສາມາດເວົ້າໄດ້ວ່າຄວາມເປັນມະນຸດຂອງພວກເຂົາດີ ແລະ ທັງບໍ່ສາມາດເວົ້າໄດ້ວ່າພວກເຂົາສົມບູນໃນສາຍພຣະເນດຂອງພຣະເຈົ້າ; ພວກເຂົາສ່ວນໃຫຍ່ມີຄວາມເປັນມະນຸດທຳມະດາ. ຄຳວ່າ “ທຳມະດາ” ໃນບ່ອນນີ້ໝາຍຄວາມວ່າຫຍັງ? ມັນໝາຍເຖິງການມີຈິດສຳນຶກ ແລະ ເຫດຜົນໃນລະດັບໃດໜຶ່ງ. ແຕ່ນີ້ບໍ່ແມ່ນດ້ານທີ່ສຳຄັນທີ່ສຸດ. ສິ່ງທີ່ສຳຄັນທີ່ສຸດແມ່ນຫຍັງ? ມັນຄືການທີ່ຫຼັງຈາກໄດ້ຍິນພຣະທຳຂອງພຣະເຈົ້າ ແລະ ຂໍ້ກຳນົດຂອງພຣະເຈົ້າ, ຫຼັງຈາກໄດ້ຍິນກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງຄົນທຸກປະເພດທີ່ຖືກເປີດໂປງໂດຍພຣະທຳຂອງພຣະເຈົ້າ, ພວກເຂົາບໍ່ໄດ້ເມີນເສີຍ ແຕ່ຮູ້ສຶກກະຕຸ້ນ ແລະ ຈະລົງມືເຮັດ. ການລົງມືເຮັດໝາຍຄວາມວ່າຫຍັງ? ມັນໝາຍຄວາມວ່າຫຼັງຈາກທີ່ໄດ້ຍິນພຣະທຳເຫຼົ່ານີ້ຂອງພຣະເຈົ້າ ແລະ ຄວາມຈິງເຫຼົ່ານີ້, ພວກເຂົາບໍ່ເຕັມໃຈທີ່ຈະດຳລົງຊີວິດຢູ່ໃນອຸປະນິໄສທີ່ເສື່ອມຊາມອີກຕໍ່ໄປ ແລະ ສືບຕໍ່ວິທີການດຳລົງຊີວິດແບບເດີມຂອງພວກເຂົາ. ແທນທີ່ຈະເປັນແນວນັ້ນ, ພວກເຂົາພະຍາຍາມປ່ຽນແປງແນວຄິດ, ທັດສະນະ ແລະ ວິທີການດໍາລົງຊີວິດ ແລະ ຮູບແບບການໃຊ້ຊີວິດຕ່າງໆ ທີ່ພວກເຂົາເຄີຍເພິ່ງພາອາໄສມາກ່ອນ. ໃນເວລາດຽວກັນ, ພວກເຂົາສະແຫວງຫາຄວາມຈິງຢ່າງຫ້າວຫັນໃນການເຮັດໜ້າທີ່ຂອງພວກເຂົາ ແລະ ໃນສະຖານະການຕ່າງໆທີ່ພຣະເຈົ້າຈັດໄວ້ ໂດຍໃຊ້ພຣະທຳຂອງພຣະເຈົ້າເປັນພື້ນຖານ ແລະ ຫຼັກການໃນການປະຕິບັດ, ແທນທີ່ຈະເປັນການກະທຳທີ່ບໍ່ຢັບຢັ້ງ ແລະ ຕາມອຳເພີໃຈ. ຈາກຄວາມເປັນມະນຸດ, ຂີດຄວາມສາມາດ, ທັດສະນະຄະຕິ ແລະ ມຸມມອງຂອງພວກເຂົາຕໍ່ພຣະທຳຂອງພຣະເຈົ້າ, ພາລະກິດຂອງພຣະເຈົ້າ ແລະ ຂໍ້ກຳນົດຂອງພຣະເຈົ້າ ແລະ ອື່ນໆ, ຄົນເຫຼົ່ານີ້ແມ່ນຄົນທີ່ພຣະເຈົ້າຕັ້ງໃຈຈະຊ່ວຍໃຫ້ລອດພົ້ນຢ່າງແທ້ຈິງ. ພວກເຂົາມີຄວາມຫວັງທີ່ຈະປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ໄດ້ຮັບການຊ່ວຍໃຫ້ລອດພົ້ນຫຼາຍກວ່າຜູ້ອອກແຮງງານ. ມີພຽງແຕ່ຜູ້ທີ່ຍອມຮັບຄວາມຈິງ ແລະ ສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເພື່ອຈະໄດ້ຮັບການຊ່ວຍໃຫ້ລອດພົ້ນເທົ່ານັ້ນທີ່ຖືກຖືວ່າເປັນປະຊາກອນຂອງພຣະເຈົ້າ. ຄຳນິຍາມນີ້ເໝາະສົມດີບໍ? (ແມ່ນແລ້ວ.) ມັນເໝາະສົມທີ່ສຸດ. ການໄດ້ຮັບການຊ່ວຍໃຫ້ລອດພົ້ນບໍ່ແມ່ນພຽງແຕ່ການອອກແຮງໜ້ອຍໜຶ່ງ ແລະ ຈ່າຍລາຄາໜ້ອຍໜຶ່ງເພື່ອຈະສາມາດຄົງຢູ່ໄດ້, ແລ້ວທຸກຢ່າງກໍຈົບລົງ. ສະຖານະຂອງຜູ້ທີ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນເປັນແນວໃດ? ມັນເປັນສະຖານະທີ່ໂດຍຜ່ານການຍອມຮັບ ແລະ ການມີປະສົບການກັບພຣະທຳ ແລະ ພາລະກິດຂອງພຣະເຈົ້າ, ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍຖືກແກ້ໄຂ. ໃນຂະບວນການນີ້, ພວກເຂົາກໍໄດ້ຮູ້ຈັກພຣະເຈົ້າ, ເຂົ້າໃຈອຸປະນິໄສທີ່ເສື່ອມຊາມຂອງຕົນເອງ ແລະ ມີປະສົບການທີ່ແທ້ຈິງ ແລະ ເປັນຮູບປະທຳກ່ຽວກັບພຣະທຳຂອງພຣະເຈົ້າ, ດັ່ງນັ້ນຈຶ່ງສາມາດເປັນພະຍານໃຫ້ແກ່ພຣະເຈົ້າໄດ້, ພວກເຂົາສາມາດເປັນປະຈັກພະຍານໃຫ້ແກ່ພຣະເຈົ້າໄດ້. ພວກເຂົາເປັນປະຈັກພະຍານກ່ຽວກັບດ້ານໃດໃຫ້ແກ່ພຣະເຈົ້າ? ພວກເຂົາເປັນປະຈັກພະຍານເຖິງເຈດຕະນາຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ, ສິ່ງທີ່ພຣະເຈົ້າມີ ແລະ ເປັນ, ອັດຕະລັກຂອງພຣະເຈົ້າ ແລະ ການທີ່ພຣະເຈົ້າເປັນພຣະຜູ້ສ້າງ. ນີ້ຄືສິ່ງທີ່ສາມາດສະແດງອອກໃນບຸກຄົນໃດໜຶ່ງຫຼັງຈາກທີ່ບັນລຸຄວາມລອດພົ້ນ. ເປັນຫຍັງຜູ້ຄົນຈຶ່ງສາມາດບັນລຸຜົນເຫຼົ່ານີ້ໄດ້ຫຼັງຈາກທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນ? ມັນບໍ່ແມ່ນຍ້ອນພວກເຂົາຖືຕົນເອງວ່າ “ມີຄວາມເປັນມະນຸດທີ່ດີ, ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ມີຄວາມສາມາດທີ່ຈະປະຖິ້ມໃນຖານະຜູ້ເຊື່ອໃນພຣະເຈົ້າ ແລະ ມີຄວາມເຕັມໃຈທີ່ຈະຈ່າຍລາຄາເພື່ອເຮັດໜ້າທີ່ຂອງຂ້ານ້ອຍ” ພວກເຂົາຈຶ່ງບັນລຸສິ່ງນີ້. ເຫດຜົນໜຶ່ງດຽວ ແລະ ເປັນຈຸດທີ່ສຳຄັນທີ່ສຸດກໍຄື ພວກເຂົາສາມາດຍອມຮັບພຣະທຳຂອງພຣະເຈົ້າເປັນຊີວິດຂອງຕົນເອງ, ສາມາດປະຕິບັດຄວາມຈິງເພື່ອປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ປະຖິ້ມວິທີການດຳລົງຊີວິດ ແລະ ທັດສະນະກ່ຽວກັບການດຳລົງຊີວິດແບບເກົ່າໆ ແລະ ຮັບເອົາພຣະທຳຂອງພຣະເຈົ້າເປັນຊີວິດໃໝ່ຂອງພວກເຂົາ. ພວກເຂົາໃຊ້ພຣະທຳຂອງພຣະເຈົ້າເປັນພື້ນຖານໃນການປະພຶດຕົນ, ເຮັດສິ່ງຕ່າງໆ, ຕິດຕາມພຣະເຈົ້າ, ອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າພໍພຣະໄທ. ນີ້ຄືຜົນທີ່ສາມາດບັນລຸໄດ້ໃນຄົນດັ່ງກ່າວ. ດ້ານທີ່ສຳຄັນທີ່ສຸດໃນການບັນລຸຄວາມລອດພົ້ນແມ່ນຫຍັງ? (ການທີ່ສາມາດຍອມຮັບຄວາມຈິງ.) ແມ່ນແລ້ວ. ການທີ່ສາມາດຍອມຮັບຄວາມຈິງໄດ້ຄືຈຸດສຳຄັນ.

ບາງຄົນເວົ້າວ່າ “ຖ້າຂ້ານ້ອຍສະລະຕົນເພື່ອພຣະເຈົ້າຈົນເຖິງທີ່ສຸດ, ພຣະເຈົ້າຈະໃຫ້ພອນຂ້ານ້ອຍຢ່າງຫຼວງຫຼາຍບໍ?” ຖ້າເຈົ້າບໍ່ຍອມຮັບຄວາມຈິງ ແຕ່ຍັງຄົງຢຶດໝັ້ນໃນການຕິດຕາມພຣະເຈົ້າຈົນເຖິງທີ່ສຸດ, ອອກເຫື່ອແຮງຈົນເຖິງທີ່ສຸດ, ໃນລະຫວ່າງນັ້ນບໍ່ມີການກະທໍາຜິດທີ່ຮ້າຍແຮງ ແລະ ເຈົ້າບໍ່ໄດ້ລ່ວງເກີນອຸປະນິໄສຂອງພຣະເຈົ້າ, ແລ້ວພາຍໃຕ້ສະຖານະການດັ່ງກ່າວ, ພຣະເຈົ້າຈະຖືວ່າເຈົ້າເປັນຜູ້ອອກແຮງງານທີ່ຈົງຮັກພັກດີທີ່ໄດ້ຄົງຢູ່. ບາງຄົນຖາມວ່າ “ການຄົງຢູ່ໄດ້ແມ່ນພອນປະເພດໃດ?” ມັນບໍ່ແມ່ນພອນນ້ອຍໆ! ຖ້າມີໂອກາດ ແລະ ຄວາມເປັນໄປໄດ້, ເຈົ້າກໍອາດຈະໄດ້ເຫັນຮູບຮ່າງທີ່ແທ້ຈິງຂອງພຣະເຈົ້າ ແລະ ສິ່ງນີ້ກໍຂຶ້ນຢູ່ກັບສິ່ງທີ່ພຣະເຈົ້າຈະເຮັດໃນຍຸກຕໍ່ໄປ. ຖ້າມີໂອກາດທີ່ຈະຄົງຢູ່ ແລະ ມີຊີວິດຢູ່ຕໍ່ໄປອີກຫຼາຍສິບປີ, ພອນນັ້ນກໍເປັນພອນທີ່ໃຫຍ່ຫຼວງ. ພອນນີ້ເກີດຂຶ້ນໄດ້ແນວໃດ? ມັນບັນລຸໄດ້ໂດຍການອອກເຫື່ອແຮງຢ່າງຈົງຮັກພັກດີ ໃນຂະນະທີ່ຍຶດໝັ້ນໃນທັດສະນະທີ່ວ່າ “ຂ້ານ້ອຍມີຄວາມເປັນມະນຸດທີ່ດີ, ຂ້ານ້ອຍເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ຂ້ານ້ອຍສາມາດປະຖິ້ມໄດ້ ແລະ ເຕັມໃຈທີ່ຈະຈ່າຍລາຄາ ແລະ ສາມາດອົດທົນຕໍ່ຄວາມຍາກລຳບາກເພື່ອເຮັດໜ້າທີ່ຂອງຂ້ານ້ອຍ”. ຜູ້ອອກເຫື່ອແຮງບໍ່ຄວນຮູ້ຈັກພໍໃຈບໍ? (ແມ່ນແລ້ວ.) ພວກເຂົາຄວນພໍໃຈທີ່ຈະໄດ້ຮັບພອນນີ້. ເຈົ້າບໍ່ໄດ້ຍອມຮັບແມ່ນແຕ່ພຣະທຳຂອງພຣະເຈົ້າ ແຕ່ຍ້ອນພຣະເຈົ້າເຫັນຄວາມຈົງຮັກພັກດີ ແລະ ຄວາມສາມາດຂອງເຈົ້າທີ່ຈະອອກເຫື່ອແຮງຈົນເຖິງທີ່ສຸດ ໂດຍບໍ່ໄດ້ຫຼົບໜີໃນລະຫວ່າງໄລຍະເວລານີ້, ໂດຍບໍ່ໄດ້ລ່ວງເກີນອຸປະນິໄສຂອງພຣະເຈົ້າ ຫຼື ລະເມີດກົດການປົກຄອງຂອງພຣະອົງ, ໂດຍບໍ່ໄດ້ກະທໍາຜິດທີ່ຮ້າຍແຮງ, ພຣະອົງຈຶ່ງປະທານພອນ ແລະ ພຣະຄຸນນີ້ໃຫ້ແກ່ເຈົ້າ. ນັບຕັ້ງແຕ່ການສ້າງມະນຸດຊາດ, ນີ້ຄືຂອງຂວັນທີ່ຍິ່ງໃຫຍ່ທີ່ສຸດທີ່ພຣະເຈົ້າປະທານໃຫ້ແກ່ມະນຸດທີ່ເສື່ອມຊາມ ທີ່ໄດ້ພຽງແຕ່ອອກເຫື່ອແຮງຢ່າງຈົງຮັກພັກດີ ແຕ່ບໍ່ໄດ້ຮັບຄວາມລອດພົ້ນ. ເຈົ້າໄດ້ພຽງແຕ່ອອກແຮງໜ້ອຍໜຶ່ງ ແລະ ເຈົ້າບໍ່ໄດ້ຍອມຮັບແມ່ນແຕ່ພຣະທຳຂອງພຣະເຈົ້າ. ການທີ່ສາມາດໄດ້ຮັບພອນທີ່ຍິ່ງໃຫຍ່ເຊັ່ນນີ້ກໍດີຫຼາຍແລ້ວ; ນີ້ຄືພຣະຄຸນທີ່ມະຫາສານຂອງພຣະເຈົ້າ. ອີກໝວດໜຶ່ງຄືປະຊາກອນຂອງພຣະເຈົ້າ ທີ່ພວກເຮົາຫາກໍເວົ້າເຖິງ. ພອນທີ່ປະຊາກອນຂອງພຣະເຈົ້າໄດ້ຮັບນັ້ນ ແນ່ນອນວ່າໃຫຍ່ກວ່າພອນທີ່ຜູ້ອອກແຮງງານໄດ້ຮັບ. ແລ້ວພອນຂອງປະຊາກອນຂອງພຣະເຈົ້າແມ່ນຫຍັງ? ແນ່ນອນວ່າ ມັນບໍ່ແມ່ນເລື່ອງງ່າຍດາຍຄືກັບການພຽງແຕ່ສາມາດຄົງຢູ່ໄດ້ ຫຼື ການມີໂອກາດທີ່ຈະໄດ້ເຫັນຮູບຮ່າງທີ່ແທ້ຈິງຂອງພຣະເຈົ້າ. ຍັງມີພອນອີກຫຼາຍຢ່າງ ແຕ່ພວກເຮົາຈະບໍ່ປຶກສາຫາລືກັນຢູ່ບ່ອນນີ້. ການເວົ້າກ່ຽວກັບເລື່ອງນັ້ນແມ່ນເປັນໄປບໍ່ໄດ້ ແລະ ອີກຢ່າງ, ເຖິງແມ່ນວ່າເຮົາຈະບອກພວກເຈົ້າ, ພວກເຈົ້າກໍຈະບໍ່ເຂົ້າໃຈ ຫຼື ໄດ້ຮັບມັນໃນຕອນນີ້. ປະຊາກອນຂອງພຣະເຈົ້າຄືຜູ້ທີ່ພຣະເຈົ້າຕັ້ງໃຈຈະຊ່ວຍໃຫ້ລອດພົ້ນ ແລະ ໃນທ່າມກາງມະນຸດຊາດທັງໝົດ, ພວກເຂົາໄດ້ຮັບພອນທີ່ຍິ່ງໃຫຍ່ທີ່ສຸດ; ນີ້ບໍ່ແມ່ນການເວົ້າເກີນຈິງເລີຍ. ເປັນຫຍັງຈຶ່ງເປັນເຊັ່ນນັ້ນ? ເພາະໃນພາລະກິດຂອງພຣະເຈົ້າ, ພາຍໃນພາລະກິດຂອງແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າເພື່ອຊ່ວຍໃຫ້ມະນຸດຊາດລອດພົ້ນ, ປະຊາກອນຂອງພຣະເຈົ້າ, ໂດຍການທີ່ສາມາດຍອມຮັບພຣະທຳຂອງພຣະເຈົ້າ, ໂດຍການທີ່ສາມາດປະຕິບັດຕໍ່ພຣະທຳຂອງພຣະເຈົ້າວ່າເປັນຄວາມຈິງ ແລະ ເປັນຫຼັກການໃນການດຳລົງຢູ່ຂອງພວກເຂົາ ແລະ ໂດຍການເຮັດໃຫ້ພຣະທຳຂອງພຣະເຈົ້າເປັນຊີວິດຂອງພວກເຂົາ, ໄດ້ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຊາຕານ ແລະ ໃຊ້ຊີວິດຕາມພຣະທຳຂອງພຣະເຈົ້າ, ເປັນປະຈັກພະຍານທີ່ໜັກແໜ້ນ ແລະ ດັງກ້ອງກັງວານໃຫ້ແກ່ພຣະເຈົ້າ. ພວກເຂົາສາມາດໃຊ້ສິ່ງທີ່ພວກເຂົາໃຊ້ຊີວິດຕາມ, ຊີວິດຂອງພວກເຂົາ, ເພື່ອຕອບໂຕ້ ແລະ ເຮັດໃຫ້ຊາຕານອັບອາຍ, ສາມາດເປັນພະຍານໃຫ້ແກ່ພຣະເຈົ້າໃນທ່າມກາງມະນຸດຊາດ, ດັ່ງນັ້ນຈຶ່ງນຳສະຫງ່າລາສີມາສູ່ພຣະເຈົ້າ. ສະນັ້ນ, ປະຊາຊົນຂອງພຣະເຈົ້າຄືຜູ້ທີ່ພຣະເຈົ້າຕັ້ງໃຈຈະຊ່ວຍໃຫ້ລອດພົ້ນ ແລະ ເປັນຜູ້ທີ່ໄດ້ຮັບຄວາມລອດພົ້ນ. ບາງຄົນເວົ້າວ່າ “ເນື່ອງຈາກຄົນເຫຼົ່ານີ້ສາມາດເຮັດໃຫ້ພຣະທຳຂອງພຣະເຈົ້າເປັນຊີວິດຂອງພວກເຂົາ, ໃຊ້ຊີວິດຕາມພຣະທຳຂອງພຣະເຈົ້າ ແລະ ເປັນພະຍານໃຫ້ແກ່ພຣະເຈົ້າ, ສິ່ງນັ້ນເຮັດໃຫ້ພວກເຂົາເປັນບຸດທີ່ຮັກຂອງພຣະເຈົ້າ, ເປັນຜູ້ທີ່ພຣະເຈົ້າພໍພຣະໄທບໍ?” ເຈົ້າຄິດຫຼາຍເກີນໄປ, ການເປັນປະຊາກອນຂອງພຣະເຈົ້າກໍດີພໍແລ້ວ. ຖ້າພຣະເຈົ້າເອີ້ນເຈົ້າວ່າເປັນບຸດຂອງພຣະອົງ, ເປັນລູກຂອງພຣະອົງ ຫຼື ເປັນບຸດທີ່ຮັກຂອງພຣະອົງ, ນັ້ນເປັນເລື່ອງຂອງພຣະເຈົ້າ ແຕ່ບໍ່ວ່າເມື່ອໃດກໍຕາມ, ເຈົ້າຕ້ອງບໍ່ອ້າງຕົນເອງວ່າເປັນບຸດທີ່ຮັກຂອງພຣະເຈົ້າ, ເປັນບຸດຂອງພຣະເຈົ້າ ຫຼື ຄົນໂປດຂອງພຣະເຈົ້າ. ຢ່າອ້າງຕົນເອງເຊັ່ນນັ້ນ ແລະ ຢ່າຖືວ່າຕົນເອງເປັນເຊັ່ນນັ້ນ; ເຈົ້າເປັນສິ່ງທີ່ຖືກສ້າງ, ນີ້ຈຶ່ງຖືກຕ້ອງ. ເຖິງແມ່ນວ່າໃນມື້ໜຶ່ງເຈົ້າຈະຖືກເອີ້ນໃນທ່າມກາງປະຊາກອນຂອງພຣະເຈົ້າ ຫຼື ເຈົ້າໄດ້ເລີ່ມເດີນທາງໃນເສັ້ນທາງແຫ່ງການໄດ້ຮັບການຊ່ວຍໃຫ້ລອດພົ້ນແລ້ວ, ເຈົ້າກໍຍັງເປັນພຽງສິ່ງທີ່ຖືກສ້າງ. ຖ້າເຈົ້າຄິດແບບນີ້, ມັນກໍພິສູດວ່າເສັ້ນທາງທີ່ເຈົ້າກຳລັງຍ່າງຢູ່ນັ້ນເປັນເສັ້ນທາງທີ່ຖືກຕ້ອງ. ຖ້າເຈົ້າສະແຫວງຫາທີ່ຈະເປັນບຸດທີ່ຮັກຂອງພຣະເຈົ້າ, ເປັນທີ່ຮັກຂອງພຣະເຈົ້າ, ເປັນທີ່ພໍພຣະໄທຂອງພຣະເຈົ້າຢູ່ສະເໝີ, ແລ້ວເສັ້ນທາງທີ່ເຈົ້າກຳລັງຍ່າງຢູ່ນັ້ນກໍເປັນເສັ້ນທາງທີ່ຜິດ; ເສັ້ນທາງນີ້ບໍ່ນຳໄປໃສ ແລະ ເຈົ້າບໍ່ຄວນຄິດໄປເອງເຊັ່ນນັ້ນ. ບໍ່ວ່າພຣະເຈົ້າຈະເຄີຍກ່າວພຣະທຳດັ່ງກ່າວ ຫຼື ໃຫ້ຄຳສັນຍາດັ່ງກ່າວແກ່ຜູ້ຄົນ ຫຼື ບໍ່, ເຈົ້າກໍບໍ່ຄວນຖືວ່າຕົນເອງເປັນເຊັ່ນນັ້ນ; ມັນບໍ່ແມ່ນສິ່ງທີ່ເຈົ້າຄວນພະຍາຍາມບັນລຸ. ການເປັນປະຊາກອນຂອງພຣະເຈົ້າກໍດີພໍແລ້ວ; ປະຊາກອນຂອງພຣະເຈົ້າໄດ້ມາດຕະຖານໃນຖານະສິ່ງທີ່ຖືກສ້າງແລ້ວ. ໜ້າເສຍດາຍທີ່ເຈົ້າຍັງບໍ່ທັນເປັນຄົນໜຶ່ງໃນນັ້ນເທື່ອ. ສະນັ້ນ, ຢ່າໄລ່ຕາມຫາສິ່ງທີ່ເລື່ອນລອຍ, ເປັນພາບລວງຕາ ແລະ ວ່າງເປົ່າເຫຼົ່ານັ້ນ. ການທີ່ສາມາດໄລ່ຕາມເສາະຫາການໄດ້ຮັບການຊ່ວຍໃຫ້ລອດພົ້ນ, ໃນລະດັບໃດໜຶ່ງກໍຄືການເລີ່ມເດີນທາງໃນເສັ້ນທາງແຫ່ງການໄດ້ຮັບການຊ່ວຍໃຫ້ລອດພົ້ນແລ້ວ. ຄຸນລັກສະນະຫຼັກຂອງປະຊາກອນຂອງພຣະເຈົ້າກໍຄື ພວກເຂົາສາມາດຍອມຮັບຄວາມຈິງ ແລະ ພວກເຂົາສະແດງອອກເຖິງຄວາມຮັກຕໍ່ຄວາມຈິງ. ໃນຂະບວນການຂອງການມີປະສົບການກັບພາລະກິດຂອງພຣະເຈົ້າ ແລະ ການໄລ່ຕາມເສາະຫາຄວາມລອດພົ້ນ, ອຸປະນິໄສທີ່ເສື່ອມຊາມ, ແນວຄິດເກົ່າໆ ແລະ ສະພາວະທາງລົບ ແລະ ການສະແດງອອກຕ່າງໆ ທີ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາແມ່ນສາມາດຖືກແກ້ໄຂ, ປະຖິ້ມ ແລະ ປ່ຽນແປງໃນລະດັບທີ່ແຕກຕ່າງກັນ. ຈາກນັ້ນ, ພວກເຂົາກໍສາມາດໃຊ້ຊີວິດຕາມຂໍ້ກຳນົດຂອງພຣະເຈົ້າໃນການເປັນຄົນຊື່ສັດ, ເປັນຄົນທີ່ເຂົ້າໃຈຫຼັກການຄວາມຈິງ, ເປັນຄົນທີ່ມີຄວາມຈົງຮັກພັກດີ ແລະ ອ່ອນນ້ອມ ແລະ ເປັນຄົນທີ່ສາມາດຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ. ສຳລັບວິທີການເປັນປະຊາກອນຂອງພຣະເຈົ້າທີ່ໄດ້ມາດຕະຖານ ແລະ ບັນລຸເກນມາດຕະຖານນັ້ນ, ພວກເຮົາຈະບໍ່ອະທິບາຍລະອຽດກ່ຽວກັບເລື່ອງນັ້ນຢູ່ບ່ອນນີ້; ນັ້ນບໍ່ແມ່ນຫົວຂໍ້ຂອງການໂອ້ລົມຂອງພວກເຮົາໃນມື້ນີ້.

III. ຄົນງານຮັບຈ້າງ

ນອກຈາກຜູ້ອອກແຮງງານ ແລະ ປະຊາກອນຂອງພຣະເຈົ້າ, ຍັງມີຄົນອີກໝວດໜຶ່ງ, ເຊິ່ງເປັນຄົນທີ່ເປັນຕາອີດູຕົນທີ່ສຸດໃນທ່າມກາງຜູ້ຄົນທີ່ພຣະເຈົ້າເລືອກ. ຫຼັງຈາກທີ່ໄດ້ຍິນຄວາມຈິງຕ່າງໆ ທີ່ພຣະເຈົ້າສະແດງອອກ ແລະ ພຣະທຳຕ່າງໆກ່ຽວກັບການເປີດໂປງໂດຍພຣະອົງຕໍ່ມະນຸດຊາດ, ພຶດຕິກຳຂອງພວກເຂົາ, ສິ່ງທີ່ພວກເຂົາໃຊ້ຊີວິດຕາມ ແລະ ການໄລ່ຕາມເສາະຫາຂອງພວກເຂົາກໍບໍ່ມີການປ່ຽນແປງເລີຍ. ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາແນວໃດ, ພວກເຂົາກໍຍັງຄົງເມີນເສີຍ: “ຂ້ອຍບໍ່ຢາກປ່ຽນ. ຂ້ອຍຈະໃຊ້ຊີວິດແນວໃດກໍໄດ້ຕາມທີ່ຂ້ອຍຕ້ອງການ ແລະ ບໍ່ມີໃຜສາມາດຄວບຄຸມຂ້ອຍໄດ້. ພວກເຈົ້າຢາກເຮັດຫຍັງກໍເຮັດ, ຂ້ອຍບໍ່ສົນໃຈ! ຕອນນີ້ຂ້ອຍອາລົມບໍ່ດີ, ສະນັ້ນ ພວກເຈົ້າຢ່າມາຫາເລື່ອງຂ້ອຍ. ຖ້າພວກເຈົ້າຫາເລື່ອງ, ຂ້ອຍຈະບໍ່ເກງໃຈ!” ພວກເຂົາບໍ່ໄດ້ຖືຕົນເອງດ້ວຍທັດສະນະຄະຕິ ຫຼື ມຸມມອງທີ່ແນ່ນອນວ່າ “ຂ້ອຍມີຄວາມເປັນມະນຸດທີ່ດີ, ຂ້ອຍເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ຂ້ອຍສາມາດປະຖິ້ມໄດ້ ແລະ ເຕັມໃຈທີ່ຈະອົດທົນຕໍ່ຄວາມຍາກລຳບາກ ແລະ ຈ່າຍລາຄາ” ແຕ່ພວກເຂົາສະແດງທັດສະນະຄະຕິທີ່ແນ່ນອນກວ່ານັ້ນໃນທ່າມກາງອ້າຍເອື້ອຍນ້ອງ. ທັດສະນະຄະຕິນີ້ແມ່ນຫຍັງ? ມັນຄື “ຂ້ອຍຈະກະທຳແນວໃດກໍໄດ້ຕາມທີ່ຂ້ອຍຕ້ອງການ, ເຮັດຫຍັງກໍໄດ້ຕາມທີ່ຂ້ອຍປາດຖະໜາ. ບໍ່ມີໃຜຄວນຊັກຊວນໃຫ້ຂ້ານ້ອຍຍອມຮັບຄວາມຈິງ, ບໍ່ມີໃຜຄວນພະຍາຍາມປ່ຽນແປງຂ້ານ້ອຍ. ໃຜກໍຕາມທີ່ພະຍາຍາມຊັກຊວນໃຫ້ຂ້ານ້ອຍຍອມຮັບຄວາມຈິງກໍຄືການຫາເລື່ອງໃສ່ຕົວ ແລະ ຖ້າໃຜພະຍາຍາມລິຮານຂ້ານ້ອຍ, ຂ້ານ້ອຍຈະສູ້ຕາຍກັບຜູ້ນັ້ນ!” ພວກເຂົາບໍ່ມີຄວາມສົນໃຈແມ່ນແຕ່ໜ້ອຍດຽວໃນປະໂຫຍກໃດໆ ທີ່ພຣະເຈົ້າກ່າວ ແລະ ທັງບໍ່ສົນໃຈໃນວຽກງານທີ່ພຣະເຈົ້າເຮັດ. ແນ່ນອນວ່າ ໃນສ່ວນທີ່ກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ ແລະ ຫຼັກການໃນການເຮັດສິ່ງຕ່າງໆ, ພ້ອມທັງທັດສະນະຄະຕິທີ່ຜູ້ຄົນຄວນມີຕໍ່ພຣະເຈົ້າ ແລະ ຫຼັກການທີ່ຄວນປະຕິບັດໃນການພົວພັນລະຫວ່າງບຸກຄົນ, ເຊິ່ງອ້າຍເອື້ອຍນ້ອງໄດ້ກ່າວເຖິງໃນລະຫວ່າງການເຕົ້າໂຮມ ຫຼື ໃນຂະນະທີ່ເຮັດໜ້າທີ່ຂອງພວກເຂົາ. ພວກເຂົາປະຕິບັດຕໍ່ສິ່ງເຫຼົ່ານັ້ນດ້ວຍທັດສະນະຄະຕິທີ່ດູຖູກ. ບາງຄົນເຮັດໜ້າທີ່ ແຕ່ພວກເຂົາບໍ່ສົນໃຈຫຼັກການທີ່ເຮືອນຂອງພຣະເຈົ້າກຳນົດໄວ້ເລີຍ, ເຮັດສິ່ງຕ່າງໆຕາມທີ່ພວກເຂົາໄດ້ວາງແຜນໄວ້. ທັນທີທີ່ເຈົ້າໂອ້ລົມກ່ຽວກັບຫຼັກການກັບພວກເຂົາຈົບ, ພວກເຂົາກໍເຫັນດີຕໍ່ໜ້າ ແຕ່ຫຼັງຈາກນັ້ນກໍຫັນຫຼັງ ແລະ ເລີ່ມກະທຳແບບບໍ່ໄຕ່ຕອງ ແລະ ຕາມອຳເພີໃຈ, ສະແດງທາດແທ້ຂອງຜີຮ້າຍຂອງພວກເຂົາອອກມາ. ຍັງມີບາງຄົນທີ່ເບິ່ງພາຍນອກຄືກັບມະນຸດທີ່ເໝາະສົມ ແຕ່ເມື່ອເຈົ້າເວົ້າ ຫຼື ສົນທະນາກັບພວກເຂົາ, ທັດສະນະຂອງພວກເຂົາກໍບໍ່ຖືກຕ້ອງ, ນ້ຳສຽງຂອງພວກເຂົາກໍບໍ່ຖືກຕ້ອງ ແລະ ສິ່ງທີ່ສຳຄັນກວ່ານັ້ນກໍຄື ອຸປະນິໄສຂອງພວກເຂົາກໍບໍ່ຖືກຕ້ອງ, ເຊິ່ງເຮັດໃຫ້ບໍ່ສາມາດສົນທະນາກັບພວກເຂົາໄດ້. ເມື່ອເຈົ້າຖາມພວກເຂົາວ່າ “ພຣະເຈົ້າມີຢູ່ຈິງໃນໂລກນີ້ບໍ?” ພວກເຂົາກໍຕອບວ່າ “ຂ້ອຍບໍ່ຮູ້”. ເຈົ້າເວົ້າວ່າ “ສິ່ງນີ້ຄວນເຮັດແບບນີ້, ມັນເປັນເຈດຕະນາຂອງພຣະເຈົ້າ”. ພວກເຂົາຕອບວ່າ “ເຈົ້າບໍ່ພໍໃຈຂ້ອຍບໍ? ເຈົ້າກຳລັງຫາເລື່ອງຂ້ອຍບໍ? ເຈົ້າກໍາລັງພະຍາຍາມຂັບໄລ່ຂ້ອຍອອກບໍ?” ເຈົ້າເວົ້າວ່າ “ການກະທຳແບບນີ້ຄືການເຜີຍແຜ່ຄວາມຄິດຫຼົງຜິດ ແລະ ລະບາຍຄວາມເປັນລົບ, ເຊິ່ງອາດຈະເຮັດໃຫ້ຜູ້ເຊື່ອໃໝ່ບາງຄົນສະດຸດ. ພວກເຮົາຕ້ອງປະຕິບັດຕາມກົດລະບຽບຂອງເຮືອນຂອງພຣະເຈົ້າ ແລະ ພວກເຮົາຕ້ອງເຂົ້າໃຈຢ່າງແຈ່ມແຈ້ງກ່ຽວກັບຫຼັກການທີ່ຄວນປະຕິບັດຕາມໃນການປະຕິສໍາພັນ ແລະ ພົວພັນລະຫວ່າງຜູ້ຄົນ. ຖ້າສິ່ງທີ່ເວົ້າ ແລະ ເຮັດບໍ່ສາມາດເສີມສ້າງ ຫຼື ຊ່ວຍເຫຼືອຄົນອື່ນໄດ້, ຢ່າງໜ້ອຍທີ່ສຸດ ມັນກໍບໍ່ຄວນສົ່ງຜົນກະທົບທາງລົບຕໍ່ຄົນອື່ນ. ນີ້ຄືເຫດຜົນທີ່ຄົນທີ່ມີຄວາມເປັນມະນຸດປົກກະຕິຄວນມີ”. ພວກເຂົາເວົ້າວ່າ “ເວົ້າກັບຂ້ອຍກ່ຽວກັບຄວາມເປັນມະນຸດປົກກະຕິ, ສັ່ງສອນຂ້ອຍກ່ຽວກັບກົດລະບຽບ, ເຈົ້າຄິດວ່າເຈົ້າແມ່ນໃຜ? ການທີ່ຂ້ອຍລະບາຍຄວາມເປັນລົບຜິດບ່ອນໃດ? ຜູ້ເຊື່ອໃໝ່ທີ່ສະດຸດໄປຄົນໜຶ່ງ ກໍເປັນການເຫຼືອໜ້ອຍລົງຄົນໜຶ່ງ, ມັນຊ່ວຍໃຫ້ຂ້ອຍບໍ່ຕ້ອງລຳຄານທີ່ຕ້ອງເຫັນພວກເຂົາ!” ການເວົ້າກ່ຽວກັບກົດລະບຽບກັບພວກເຂົາບໍ່ມີປະໂຫຍດ ແລະ ການປຶກສາຫາລືກ່ຽວກັບຄວາມເປັນມະນຸດກໍເຊັ່ນກັນ. ແລ້ວການໂອ້ລົມຄວາມຈິງ, ການໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າເດ? ພວກເຂົາກໍບໍ່ຟັງການໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າເຊັ່ນກັນ. ບໍ່ມີໃຜກ້າຕຳໜິພວກເຂົາ, ບໍ່ມີໃຜກ້າລົບກວນ ຫຼື ຫາເລື່ອງພວກເຂົາ. ມີຄົນແບບນີ້ຢູ່ໃນຄຣິສຕະຈັກບໍ? (ມີ.) ໃນທ່າມກາງຜູ້ທີ່ຖືກຄັດອອກ ແມ່ນມີຄົນແບບນີ້ແທ້. ຄົນເຫຼົ່ານີ້ແມ່ນຜູ້ອອກເຫື່ອແຮງ, ປະຊາກອນຂອງພຣະເຈົ້າ ຫຼື ແມ່ນຫຍັງ? (ພວກເຂົາແມ່ນຄົນທີ່ຖືກກຳຈັດອອກ.) ເປັນຫຍັງພວກເຂົາຈຶ່ງຖືກກຳຈັດອອກ? (ຍ້ອນບໍ່ຍອມຮັບຄວາມຈິງ; ຍ້ອນເບື່ອໜ່າຍຄວາມຈິງ.) ນີ້ຄືແກ່ນແທ້ຂອງບັນຫາ. ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ຍອມຮັບຄວາມຈິງ? ເປັນຫຍັງພວກເຂົາຈຶ່ງເບື່ອໜ່າຍຄວາມຈິງ? ສາເຫດທີ່ແທ້ຈິງແມ່ນຫຍັງ? (ແກ່ນແທ້ຂອງຄົນເຫຼົ່ານີ້ແມ່ນຂອງຜູ້ບໍ່ເຊື່ອ.) ຖືກຕ້ອງ, ແກ່ນແທ້ຂອງພວກເຂົາແມ່ນຂອງຜູ້ບໍ່ເຊື່ອ. ມີຜູ້ບໍ່ເຊື່ອຈຳນວນບໍ່ໜ້ອຍໃນຄຣິສຕະຈັກ ແຕ່ຜູ້ບໍ່ເຊື່ອທຸກຄົນເປັນແບບນີ້ບໍ? (ບໍ່.) ຄົນເຫຼົ່ານີ້, ທີ່ຂາດແມ່ນແຕ່ສິນທຳ ແລະ ການອົບຮົມພື້ນຖານຂອງມະນຸດ, ພວກເຂົາຖືກກຳຈັດອອກພຽງເພາະວ່າພວກເຂົາເປັນຜູ້ບໍ່ເຊື່ອບໍ? ເປັນຫຍັງພວກເຂົາຈຶ່ງຖືກກຳຈັດອອກ? ໃນຮາກເຫງົ້າຂອງມັນ, ມັນເປັນບັນຫາຂອງຄວາມເປັນມະນຸດ; ຄົນເຫຼົ່ານີ້ມີຄວາມເປັນມະນຸດທີ່ບໍ່ດີ, ທີ່ປະສົງຮ້າຍ. ເວົ້າໃຫ້ຖືກຕ້ອງກໍຄື ພວກເຂົາຂາດຄວາມເປັນມະນຸດ. ເນື່ອງຈາກພວກເຂົາຂາດຄວາມເປັນມະນຸດ, ແລ້ວພວກເຂົາແມ່ນຫຍັງ? ພວກເຂົາຄືຄົນທີ່ມີທຳມະຊາດຂອງມານຮ້າຍ. ຄົນທີ່ມີທຳມະຊາດຂອງມານຮ້າຍທຽບກັບສັດເດຍລະສານເປັນແນວໃດ? ເຮົາຄິດວ່າພວກເຂົາຮ້າຍແຮງກວ່າສັດເດຍລະສານຊໍ້າອີກ; ສັດເດຍລະສານບາງໂຕສາມາດເຊື່ອຟັງ ແລະ ຫຼີກລ່ຽງການກະທຳຜິດໄດ້. ຕົວຢ່າງ: ໝາສາມາດເປັນສັດທີ່ດີຫຼາຍ; ໝາບາງໂຕກໍເປັນສັດລ້ຽງທີ່ດີເລີດແທ້ໆ, ເຂົ້າກັບມະນຸດໄດ້ດີເປັນພິເສດ! ພວກມັນເຊື່ອຟັງ ແລະ ຮູ້ຄວາມເປັນພິເສດ, ເຂົ້າໃຈທຸກຢ່າງທີ່ຄົນເວົ້າ ແລະ ພວກມັນກໍເໝາະສົມທີ່ຈະລ້ຽງໄວ້ໃນເຮືອນ. ໝາດັ່ງກ່າວດີກວ່າມະນຸດທີ່ບໍ່ເຊື່ອຟັງຫຼາຍ. ມີຫຼາຍຄົນທີ່ຮ້າຍແຮງກວ່າໝາທີ່ດີຊໍ້າອີກ. ແລ້ວພວກເຂົາຍັງເປັນມະນຸດຢູ່ບໍ? ບໍ່, ພວກເຂົາບໍ່ແມ່ນມະນຸດ; ພວກເຂົາເປັນສິ່ງທີ່ບໍ່ແມ່ນມະນຸດ. ຫຼາຍຄົນບໍ່ເຂົ້າໃຈພາສາມະນຸດ; ມັນເປັນໄປບໍ່ໄດ້ທີ່ຈະສື່ສານກັບພວກເຂົາ. ພວກເຂົາບໍ່ຍອມຮັບຄວາມຈິງບໍ່ວ່າຈະໂອ້ລົມແນວໃດ, ພວກເຂົາຈົ່ມເມື່ອຖືກລິຮານ ແລະ ເມື່ອພວກເຂົາຖືກກຳຈັດອອກ ພວກເຂົາກໍປ້ອຍດ່າ ໂດຍບໍ່ສະແດງການປ່ຽນແປງໃດໆເລີຍ ບໍ່ວ່າພວກເຂົາຈະເຊື່ອມາຈັກປີກໍຕາມ. ຄົນແບບນີ້ຍັງສາມາດໄດ້ຮັບອະນຸຍາດໃຫ້ຢູ່ໃນເຮືອນຂອງພຣະເຈົ້າໄດ້ບໍ? (ບໍ່ໄດ້.) ພວກເຂົາບໍ່ສາມາດໄດ້ຮັບອະນຸຍາດໃຫ້ຢູ່ໄດ້. ຄົນດັ່ງກ່າວຄວນຖືກຈັດຢູ່ໃນໝວດໃດ? ກ່ອນອື່ນໝົດ, ຄົນເຫຼົ່ານີ້ຄວນຖືກຈັດຢູ່ໃນໝວດຂອງຜູ້ຄົນທີ່ພຣະເຈົ້າເລືອກບໍ? (ບໍ່.) ຖ້າພວກເຂົາບໍ່ໄດ້ຢູ່ໃນທ່າມກາງຜູ້ຄົນທີ່ພຣະເຈົ້າເລືອກ, ພວກເຂົາຄວນຖືກຈັດຢູ່ໃນໝວດໃດ? ການທີ່ບໍ່ໄດ້ຢູ່ໃນທ່າມກາງຜູ້ຄົນທີ່ພຣະເຈົ້າເລືອກ, ສິ່ງນີ້ຄວນຖືກຕີຄວາມໝາຍແນວໃດ? ມັນໝາຍຄວາມວ່າຈາກມຸມມອງຂອງຄວາມເປັນມະນຸດທີ່ພວກເຂົາສະແດງອອກ ແລະ ໃຊ້ຊີວິດຕາມ, ມັນບໍ່ແມ່ນເລື່ອງງ່າຍໆ ຂອງການເປັນຜູ້ບໍ່ເຊື່ອ; ແກ່ນແທ້ຂອງພວກເຂົາບໍ່ແມ່ນມະນຸດ. ມີຫຼາຍຄົນທີ່ເປັນຜູ້ບໍ່ເຊື່ອ, ພວກເຂົາທຸກຄົນຊົ່ວຮ້າຍ ແລະ ປະສົງຮ້າຍຄືກັບຄົນເຫຼົ່ານີ້ບໍ? ບໍ່. ແມ່ນແຕ່ໃນທ່າມກາງຜູ້ບໍ່ມີຄວາມເຊື່ອ, ບໍ່ແມ່ນທຸກຄົນທີ່ຊົ່ວຮ້າຍຂະໜາດນັ້ນ; ບາງຄົນມີມາດຕະຖານສິນທຳພື້ນຖານທີ່ສຸດ. ແລ້ວຄົນເຫຼົ່ານີ້ເດ? ພວກເຂົາຂາດແມ່ນແຕ່ສິນທຳ ແລະ ການອົບຮົມພື້ນຖານທີ່ສຸດທີ່ຜູ້ບໍ່ມີຄວາມເຊື່ອມີ; ການສະແດງອອກຂອງພວກເຂົາ ແລະ ສິ່ງທີ່ພວກເຂົາໃຊ້ຊີວິດຕາມ, ເວົ້າໃຫ້ຖືກຕ້ອງກໍຄື ບໍ່ໄດ້ມາດຕະຖານຂອງສິນທຳມະນຸດ. ແກ່ນແທ້ຂອງຄົນເຫຼົ່ານີ້ແມ່ນທຳມະຊາດຂອງມານຮ້າຍ. ຈາກມຸມມອງຂອງແກ່ນແທ້ຂອງພວກເຂົາ, ແລ້ວພຣະເຈົ້າຊ່ວຍໃຫ້ພວກເຂົາລອດພົ້ນບໍ? (ບໍ່.) ພຣະເຈົ້າບໍ່ຊ່ວຍໃຫ້ພວກເຂົາລອດພົ້ນ. ເປັນຫຍັງຈຶ່ງເປັນເຊັ່ນນັ້ນ? ເພາະຄວາມເປັນມະນຸດຂອງພວກເຂົາບໍ່ດີ ແລະ ປະສົງຮ້າຍ, ເປັນທຳມະຊາດຂອງມານຮ້າຍ ແລະ ດັ່ງນັ້ນພວກເຂົາຈຶ່ງເບື່ອໜ່າຍຄວາມຈິງ ແລະ ຕໍ່ຕ້ານມັນ. ທີ່ຈິງແລ້ວ, ການເວົ້າແບບນີ້ເປັນການໃຫ້ກຽດພວກເຂົາເກີນໄປ; ເວົ້າໃຫ້ຖືກຕ້ອງກໍຄື ຄົນເຫຼົ່ານີ້ລັງກຽດ ແລະ ກຽດຊັງສິ່ງທີ່ເປັນບວກ, ບໍ່ໄດ້ກ້າວໄປເຖິງລະດັບຂອງການເບື່ອໜ່າຍຄວາມຈິງ ແລະ ບໍ່ຍອມຮັບມັນ. ພວກເຂົາເບື່ອໜ່າຍ, ກຽດຊັງ ແລະ ຕໍ່ຕ້ານແມ່ນແຕ່ສິ່ງທີ່ເປັນບວກທີ່ພື້ນຖານທີ່ສຸດ; ກົດລະບຽບທີ່ຄົນທີ່ມີຄວາມເປັນມະນຸດປົກກະຕິຄວນປະຕິບັດຕາມ ແລະ ການອົບຮົມທີ່ພວກເຂົາຄວນມີ ລ້ວນແລ້ວແຕ່ເປັນສິ່ງທີ່ເຮັດໃຫ້ພວກເຂົາລັງກຽດ. ພວກເຂົາສາມາດຍອມຮັບຄວາມຈິງໄດ້ບໍ? (ພວກເຂົາໄປບໍ່ຮອດຂັ້ນນັ້ນ.) ຖືກຕ້ອງ, ພວກເຂົາໄປບໍ່ຮອດຂັ້ນນັ້ນ; ພວກເຂົາບໍ່ແມ່ນແມ່ນແຕ່ຜູ້ອອກແຮງງານ. ບາງຄົນເວົ້າວ່າ “ເນື່ອງຈາກພວກເຂົາບໍ່ແມ່ນແມ່ນແຕ່ຜູ້ອອກແຮງງານ, ແລ້ວພວກເຂົາຖືກຖືວ່າເປັນຫຍັງໃນເຮືອນຂອງພຣະເຈົ້າ? ພວກເຂົາເຂົ້າມາໃນເຮືອນຂອງພຣະເຈົ້າໄດ້ແນວໃດ?” ຖ້າພວກເຮົາຈະອະທິບາຍພວກເຂົາ, ເພື່ອຈັດພວກເຂົາເຂົ້າໃນໝວດ, ເວົ້າຢ່າງຖືກຕ້ອງກໍຄື ຄົນເຫຼົ່ານີ້ກໍຄືກັບຄົນງານຮັບຈ້າງ ຫຼື ຄົນງານຊົ່ວຄາວທີ່ນຳເຂົ້າມາຈາກທ່າມກາງຜູ້ບໍ່ມີຄວາມເຊື່ອ. ຄວາມໝາຍຂອງສິ່ງນີ້ຊັດເຈນບໍ? ນີ້ຄືໝວດຂອງພວກເຂົາ, ພ້ອມທັງບົດບາດທີ່ພວກເຂົາສະແດງໃນເຮືອນຂອງພຣະເຈົ້າ. ພວກເຂົາບໍ່ແມ່ນແມ່ນແຕ່ຜູ້ອອກແຮງງານ; ເຮົາບໍ່ໄດ້ຖືວ່າພວກເຂົາເປັນຜູ້ອອກແຮງງານ, ພວກເຂົາບໍ່ຄູ່ຄວນ! ຜູ້ອອກແຮງງານມີຄຸນລັກສະນະເຊັ່ນ: ມີຄວາມເປັນມະນຸດທີ່ດີ, ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ມີຄວາມເຕັມໃຈທີ່ຈະຈ່າຍລາຄາ ແລະ ຄວາມສາມາດທີ່ຈະອົດທົນຕໍ່ຄວາມຍາກລຳບາກ ແລະ ພວກເຂົາກໍໃຊ້ຊີວິດຕາມສິ່ງເຫຼົ່ານີ້. ຄົນເຫຼົ່ານີ້ຂາດແມ່ນແຕ່ຄຸນສົມບັດເຫຼົ່ານີ້, ສະນັ້ນ ການຈັດພວກເຂົາເປັນຄົນງານຮັບຈ້າງກໍເປັນການສະແດງຄວາມເມດຕາສູງສຸດແກ່ພວກເຂົາແລ້ວ ແລະ ເປັນການສຸພາບຫຼາຍແລ້ວ. ການເປັນຄົນງານຮັບຈ້າງ ຫຼື ຄົນງານຊົ່ວຄາວໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ຍ້ອນຄວາມຕ້ອງການພິເສດໃນລະຫວ່າງໄລຍະເວລາສະເພາະ, ເຮືອນຂອງພຣະເຈົ້າໄດ້ຮັບສະໝັກບາງຄົນທີ່ບໍ່ກ່ຽວຂ້ອງກັບການໄດ້ຮັບການຊ່ວຍໃຫ້ລອດພົ້ນເພື່ອເຮັດໜ້າວຽກບາງຢ່າງໃຫ້ສຳເລັດ. ຫຼັງຈາກທີ່ໜ້າວຽກເຫຼົ່ານີ້ສຳເລັດ, ທາດແທ້ຂອງຄົນເຫຼົ່ານີ້ກໍຖືກເປີດເຜີຍ. ປະຊາກອນທີ່ພຣະເຈົ້າເລືອກໄດ້ທົນທຸກພຽງພໍແລ້ວຈາກການພົວພັນກັບພວກເຂົາ, ຈົນລັງກຽດພວກເຂົາເຖິງຂັ້ນທົນບໍ່ໄດ້ ແລະ ຍັງໄດ້ຮັບການແຍກແຍະທີ່ພຽງພໍກ່ຽວກັບພວກເຂົາ. ພາຍໃຕ້ສະຖານະການດັ່ງກ່າວ, ຄົນເຫຼົ່ານີ້ຄວນຖືກຄັດອອກ; ນີ້ຄືເວລາທີ່ເໝາະສົມທີ່ສຸດສຳລັບການກະທຳດັ່ງກ່າວ. ເມື່ອກີ້ນີ້ໄດ້ເວົ້າຢ່າງຊັດເຈນແລ້ວບໍວ່າຄົນເຫຼົ່ານີ້ເກີດຂຶ້ນໄດ້ແນວໃດ? (ແມ່ນແລ້ວ.) ພວກເຂົາຄືຄົນງານຮັບຈ້າງທີ່ບໍ່ກ່ຽວຂ້ອງກັບການໄດ້ຮັບການຊ່ວຍໃຫ້ລອດພົ້ນ, ຜູ້ທີ່ຖືກນຳເຂົ້າມາໃນຊ່ວງໄລຍະເວລາພິເສດຂອງວຽກງານຄຣິສຕະຈັກ. ຫຼັງຈາກທີ່ເຮັດວຽກຍິບຍ່່ອຍ ແລະ ຮັບໃຊ້ໄດ້ໄລຍະໜຶ່ງ, ຄົນເຫຼົ່ານີ້ກໍໄດ້ກະທຳຜິດຢ່າງບໍ່ໄຕ່ຕອງພາຍໃນເຮືອນຂອງພຣະເຈົ້າ, ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຈຳນວນຫຼາຍ. ບົດບາດທີ່ພວກເຂົາສະແດງຄືຕົວລະຄອນດ້ານລົບ. ພວກເຂົາສະທ້ອນໃຫ້ເຫັນເຖິງທາດແທ້ຂອງຊາຕານ ແລະ ມານຮ້າຍຢ່າງເຕັມທີ່, ລົບກວນວຽກງານຂອງຄຣິສຕະຈັກ ແລະ ທຳລາຍຄວາມເປັນລະບຽບຮຽບຮ້ອຍຂອງຊີວິດຄຣິສຕະຈັກ. ເວົ້າໃຫ້ເປັນຮູບປະທຳກວ່ານັ້ນກໍຄື ສາມາດເວົ້າໄດ້ວ່າຄົນເຫຼົ່ານີ້ທຳຮ້າຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຢ່າງຫຼວງຫຼາຍ, ເຊັ່ນ: ການທຳລາຍອຸປະກອນ, ເຄື່ອງຈັກ, ສິ່ງຂອງມີຄ່າ ແລະ ອື່ນໆຂອງເຮືອນຂອງພຣະເຈົ້າ. ສາມາດເວົ້າໄດ້ວ່າການກະທຳ ແລະ ພຶດຕິກຳຂອງຄົນເຫຼົ່ານີ້ໄດ້ກໍ່ໃຫ້ເກີດຄວາມໃຈຮ້າຍຢ່າງກວ້າງຂວາງ. ແນ່ນອນວ່າ ພວກເຂົາຍັງໄດ້ເຮັດໃຫ້ຄົນຈຳນວນຫຼາຍໄດ້ຮຽນຮູ້ບົດຮຽນ ແລະ ໄດ້ຮັບການແຍກແຍະ, ເພື່ອຮຽນຮູ້ວ່າມານຮ້າຍແມ່ນຫຍັງ ແລະ ການຂາດຄວາມເປັນມະນຸດໝາຍຄວາມວ່າແນວໃດ ແລະ ເພື່ອເຫັນທາດແທ້ຂອງຜູ້ບໍ່ເຊື່ອຢ່າງຊັດເຈນ; ພວກເຂົາໄດ້ເຮັດໃຫ້ຜູ້ຄົນເຫັນຢ່າງຊັດເຈນ ແລະ ເປັນຮູບປະທຳກວ່າ ວ່າແນວຄິດ ແລະ ທັດສະນະຂອງຜູ້ບໍ່ເຊື່ອແມ່ນຫຍັງ, ພວກເຂົາໄລ່ຕາມຫາຫຍັງ, ພວກເຂົາປາດຖະໜາສິ່ງໃດໃນສ່ວນເລິກຂອງຫົວໃຈຂອງພວກເຂົາ, ພວກເຂົາມີທັດສະນະຄະຕິແນວໃດຕໍ່ພຣະເຈົ້າ ແລະ ຄວາມຈິງ ແລະ ພວກເຂົາມີທັດສະນະຄະຕິແນວໃດຕໍ່ໜ້າທີ່ຂອງພວກເຂົາ ແລະ ຕໍ່ສິ່ງທີ່ເປັນບວກ ແລະ ແມ່ນແຕ່ທັດສະນະຄະຕິທີ່ຄົນເຫຼົ່ານີ້ມີຕໍ່ກົດລະບຽບບາງຢ່າງທີ່ເຮືອນຂອງພຣະເຈົ້າສ້າງຂຶ້ນ ແລະ ອື່ນໆ. ເມື່ອມັນກາຍເປັນເລື່ອງທີ່ສະເພາະເຈາະຈົງຂະໜາດນີ້, ການໃຊ້ຊີວິດຕາມຄວາມເປັນມະນຸດຂອງພວກເຂົາ, ແກ່ນແທ້ຄວາມເປັນມະນຸດຂອງພວກເຂົາ ແລະ ສິ່ງທີ່ພວກເຂົາໄລ່ຕາມກໍຖືກເປີດໂປງອອກທັງໝົດ. ການຮັກສາຄົນເຫຼົ່ານີ້ໄວ້ໃນຄຣິສຕະຈັກຈຶ່ງເບິ່ງຄືວ່າເປັນສິ່ງທີ່ບໍ່ຈໍາເປັນ; ມັນຈະກໍ່ໃຫ້ເກີດຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ປະຊາກອນທີ່ພຣະເຈົ້າເລືອກ ແລະ ບໍ່ເປັນປະໂຫຍດແກ່ພວກເຂົາເລີຍ. ນີ້ຄືເວລາທີ່ພວກເຂົາຕ້ອງຈາກໄປ. ແລ້ວຖ້າພວກເຮົາເວົ້າວ່າເຮືອນຂອງພຣະເຈົ້າໄດ້ໃຫ້ເວລາ ແລະ ໂອກາດທີ່ພຽງພໍແກ່ພວກເຂົາເພື່ອຍອມຮັບຄວາມຈິງ ແລະ ນະມັດສະການພຣະເຈົ້າ, ຄຳເວົ້ານີ້ຖືກຕ້ອງບໍ? (ບໍ່ຖືກ.) ແລ້ວຄວນເວົ້າແນວໃດ? ເຮືອນຂອງພຣະເຈົ້າໄດ້ໃຫ້ໂອກາດຢ່າງຫຼວງຫຼາຍ ແລະ ເວລາທີ່ພຽງພໍແກ່ພວກເຂົາເພື່ອໃຫ້ພວກເຂົາຫັນກັບຄືນ ແຕ່ຜົນສຸດທ້າຍກໍເປີດເຜີຍຄວາມຈິງຢ່າງໜຶ່ງ: ມານຮ້າຍແມ່ນເປັນມານຮ້າຍຢູ່ສະເໝີໃນທຸກເວລາ ແລະ ບໍ່ມີທາງປ່ຽນແປງໄດ້ເລີຍ. ນີ້ຄືຂໍ້ເທັດຈິງ. ເປັນໄປໄດ້ບໍທີ່ຈະເຮັດໃຫ້ພະຍານາກໃຫຍ່ສີແດງຮັບຮູ້ສະຖານະ ແລະ ອັດຕະລັກຂອງພຣະເຈົ້າ? ການທີ່ຈະເຮັດໃຫ້ຄົນທີ່ມີທຳມະຊາດຂອງຜີຮ້າຍເຫຼົ່ານີ້ປ່ຽນແປງ ແລະ ປະຕິບັດຕາມກົດລະບຽບບາງຢ່າງ, ສິ່ງນີ້ສາມາດບັນລຸໄດ້ບໍ? (ບໍ່ໄດ້.) ພວກເຂົາບໍ່ສາມາດບັນລຸສິ່ງນີ້ໄດ້. ການໃຫ້ໂອກາດແກ່ພວກເຂົາບໍ່ແມ່ນເພື່ອໃຫ້ພວກເຂົາຍອມຮັບຄວາມຈິງ, ຮັບຮູ້ພາລະກິດທີ່ພຣະເຈົ້າໄດ້ເຮັດ ຫຼື ກະທຳຕາມຫຼັກການຄວາມຈິງ ແຕ່ເພື່ອໃຫ້ໂອກາດແກ່ພວກເຂົາທີ່ຈະຫັນກັບຄືນ. ຖ້າມີສັນຍານແມ່ນແຕ່ໜ້ອຍໜຶ່ງວ່າພວກເຂົາໄດ້ຫັນກັບຄືນ, ຜົນສຸດທ້າຍຂອງພວກເຂົາອາດຈະປ່ຽນແປງ. ແນວໃດກໍຕາມ, ຄົນເຫຼົ່ານີ້ບໍ່ຮູ້ວ່າສິ່ງໃດດີສຳລັບພວກເຂົາ; ທຳມະຊາດຂອງຜີຮ້າຍຂອງພວກເຂົາຈະເປັນແບບນັ້ນສະເໝີ. ບໍ່ວ່າຈະໃຫ້ເວລາ ຫຼື ໂອກາດແກ່ພວກເຂົາຫຼາຍສໍ່າໃດ, ສິ່ງທີ່ພວກເຂົາໃຊ້ຊີວິດຕາມ ແລະ ແກ່ນແທ້ຂອງພວກເຂົາກໍຈະບໍ່ປ່ຽນແປງ; ນີ້ຄືຂໍ້ເທັດຈິງ. ສະນັ້ນ, ວິທີການສຸດທ້າຍໃນການຈັດການກັບຄົນເຫຼົ່ານີ້ຄືການປົດພວກເຂົາອອກຈາກໜ້າທີ່, ເຮັດໃຫ້ພວກເຂົາອອກຈາກຄຣິສຕະຈັກ ແລະ ຮັບປະກັນວ່າພວກເຂົາບໍ່ມີສາຍພົວພັນ ຫຼື ຄວາມສໍາພັນໃດໆກັບເຮືອນຂອງພຣະເຈົ້າອີກຕໍ່ໄປ. ມີຄົນທີ່ຈະບໍ່ເຕັມໃຈທີ່ຈະເຫັນພວກເຂົາຈາກໄປ ແລະ ອີຕົນພວກເຂົາໂດຍເວົ້າວ່າ “ຄົນເຫຼົ່ານີ້ຍັງໜຸ່ມຫຼາຍ; ຖ້າໃຫ້ເວລາ ພວກເຂົາກໍຈະກາຍເປັນຄົນທີ່ດີເລີດ. ພວກເຂົາມີຂີດຄວາມສາມາດທີ່ດີ, ພວກເຂົາມີພອນສະຫວັນ ແລະ ຄວາມສາມາດຫຼາຍ, ມັນຈະດີສໍ່າໃດຖ້າພວກເຂົາສາມາດຍອມຮັບຄວາມຈິງໄດ້! ຖ້າເຮືອນຂອງພຣະເຈົ້າສາມາດມີຄວາມຮັກ ແລະ ອົດທົນຫຼາຍກວ່ານີ້ ແລະ ໃຫ້ໂອກາດແກ່ພວກເຂົາໃນການກັບໃຈຫຼາຍຂຶ້ນ, ເມື່ອພວກເຂົາອາຍຸຫຼາຍຂຶ້ນ, ບາງເທື່ອສິ່ງຕ່າງໆ ອາດຈະຈົບລົງຕ່າງອອກໄປ?” ຄົນປະເພດໃດທີ່ຄິດແບບນີ້? (ຄົນເບົາປັນຍາ, ຄົນທີ່ສັບສົນ.) ຖືກຕ້ອງ. ພວກເຂົາລ້ວນແຕ່ເປັນຄົນເບົາປັນຍາ, ສັບສົນ, ເປັນພຽງຄົນພານ! ພຣະເຈົ້າບໍ່ຊ່ວຍໃຫ້ຄົນດັ່ງກ່າວລອດພົ້ນ ແລະ ເຮືອນຂອງພຣະເຈົ້າບໍ່ອະນຸຍາດໃຫ້ພວກເຂົາຢູ່, ມີຫຍັງທີ່ຈະຕ້ອງອີຕົນພວກເຂົາ? ພຣະເຈົ້າກ່າວວ່າພຣະອົງຈະບໍ່ຊ່ວຍໃຫ້ຄົນດັ່ງກ່າວລອດພົ້ນ ແຕ່ເຈົ້າກັບແນະນຳໃຫ້ໂອກາດແກ່ພວກເຂົາໃນການກັບໃຈ. ເຈົ້າສາມາດຊ່ວຍໃຫ້ຄົນລອດພົ້ນໄດ້ບໍ? ນີ້ບໍ່ແມ່ນການຕໍ່ຕ້ານພຣະເຈົ້າບໍ? ເຈົ້າກໍາລັງພະຍາຍາມເຮັດໃຫ້ຄົນອື່ນຄິດວ່າເຈົ້າມີຄວາມຮັກຫຼາຍກວ່າພຣະເຈົ້າບໍ? ເຈົ້າມີຄວາມເປັນຈິງຄວາມຈິງບໍ? ເຈົ້າສາມາດເບິ່ງທະລຸແກ່ນແທ້ຂອງຄົນໄດ້ບໍ? ໃຜກັນແທ້ທີ່ສາມາດຊ່ວຍໃຫ້ຄົນລອດພົ້ນໄດ້, ພຣະເຈົ້າ ຫຼື ເຈົ້າ? ກ້າທີ່ຈະຕໍ່ຕ້ານພຣະເຈົ້າ, ນີ້ບໍ່ແມ່ນການອວດດີ, ການຖືຕົນວ່າຊອບທຳ ແລະ ຂາດເຫດຜົນເກີນໄປບໍ? ນີ້ບໍ່ແມ່ນການກະບົດທີ່ໃຫຍ່ຫຼວງບໍ? ນີ້ບໍ່ແມ່ນຊາຕານ ແລະ ວິນຍານຊົ່ວຮ້າຍທີ່ກັບຊາດມາເກີດ ທີ່ມັກຈະຕໍ່ຕ້ານພຣະເຈົ້າຢູ່ສະເໝີບໍ? ຜູ້ບໍ່ເຊື່ອທີ່ກ່າວເຖິງເມື່ອກີ້ນີ້ແມ່ນຕໍ່າຕ້ອຍຍິ່ງກວ່າສັດເດຍລະສານ. ບໍ່ວ່າຈະໂອ້ລົມຄວາມຈິງກັບພວກເຂົາແນວໃດ, ມັນກໍບໍ່ມີປະໂຫຍດ; ແມ່ນແຕ່ການລິຮານພວກເຂົາກໍບໍ່ມີປະໂຫຍດ. ສາມາດເວົ້າໄດ້ວ່າພວກເຂົາມີທຳມະຊາດຂອງຊາຕານ ແລະ ຈະບໍ່ມີວັນປ່ຽນແປງ. ຖ້າໃຜຢາກໃຫ້ໂອກາດແກ່ຄົນປະເພດຊາຕານໃນການກັບໃຈ, ກໍໃຫ້ຜູ້ນັ້ນລ້ຽງດູຄົນແບບນັ້ນເບິ່ງ; ເຮົາຈະໄດ້ເຫັນວ່າພວກເຂົາມີຄວາມຮັກແທ້ຫຼືບໍ່. ຜູ້ບໍ່ເຊື່ອເຫຼົ່ານັ້ນທີ່ບໍ່ຍອມຮັບຄວາມຈິງເລີຍແມ່ນຄົນທີ່ຊົ່ວຮ້າຍທີ່ສຸດໃນຄຣິສຕະຈັກ; ພວກເຂົາທຸກຄົນຄືກັບສັດເດຍລະສານ, ໄຮ້ເຫດຜົນ ແລະ ບໍ່ສາມາດຊ່ວຍໃຫ້ລອດພົ້ນໄດ້. ບໍ່ວ່າຈະໃນອະດີດ ຫຼື ປັດຈຸບັນ, ການປະຕິບັດຂອງຄຣິສຕະຈັກຕໍ່ພວກເຂົາກໍເໝາະສົມທີ່ສຸດ; ຄຣິສຕະຈັກໄດ້ສະແດງຄວາມອົດທົນ ແລະ ຄວາມອົດກັ້ນຢ່າງໃຫຍ່ຫຼວງຕໍ່ພວກເຂົາ ແລະ ໄດ້ໃຫ້ໂອກາດແກ່ພວກເຂົາຢ່າງພຽງພໍ. ແຕ່ຈົນເຖິງປັດຈຸບັນ, ພວກເຂົາບໍ່ໄດ້ປ່ຽນແປງເລີຍ, ເຖິງກັບນັບມື້ນັບຮ້າຍແຮງຂຶ້ນ. ໃນຕອນເລີ່ມຕົ້ນ, ເມື່ອຄົນເຫຼົ່ານີ້ມາເຊື່ອພຣະເຈົ້າດ້ວຍຄວາມຄິດຫຼົງຜິດ, ຈິນຕະນາການ ແລະ ຄວາມປາດຖະໜາທີ່ຈະໄດ້ຮັບພອນຂອງພວກເຂົາ, ພວກເຂົາກໍສາມາດຢັບຢັ້ງໃຈໄດ້ແດ່, ເຮັດໜ້າທີ່ຂອງພວກເຂົາດ້ວຍຄວາມກະຕືລືລົ້ນ ແລະ ຄວາມຕັ້ງໃຈ. ແນວໃດກໍຕາມ, ໃນທີ່ສຸດ, ເມື່ອພວກເຂົາເຫັນວ່າ “ການເຊື່ອໃນພຣະເຈົ້າໝາຍເຖິງການໄລ່ຕາມເສາະຫາຄວາມຈິງ, ການຮູ້ຈັກວຽກງານຂອງພຣະເຈົ້າ ແລະ ການອ່ອນນ້ອມຕໍ່ພຣະເຈົ້າ ແລະ ກໍມີພຽງເທົ່ານັ້ນ”, ທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າ ແລະ ຄວາມຈິງ, ພ້ອມທັງທາດແທ້ຂອງພວກເຂົາ, ກໍຖືກເປີດໂປງອອກຢ່າງສິ້ນເຊີງ. ມີຫຍັງແດ່ທີ່ຖືກເປີດໂປງອອກ? ບໍ່ພຽງແຕ່ພວກເຂົາຂາດຄວາມເປັນມະນຸດ, ຈິດສຳນຶກ ແລະ ເຫດຜົນ ແຕ່ພວກເຂົາຍັງໂຫດຮ້າຍ, ຊົ່ວຊ້າ ແລະ ປ່າເຖື່ອນທີ່ສຸດ. ພວກເຂົາດູຖູກພຣະເຈົ້າ ແລະ ຄວາມຈິງ ແລະ ເຖິງກັບປະຕິບັດຕໍ່ຂໍ້ກຳນົດ ແລະ ກົດລະບຽບຂອງເຮືອນຂອງພຣະເຈົ້າ ແລະ ກົດການປົກຄອງຂອງພຣະເຈົ້າດ້ວຍຄວາມເປັນປໍລະປັກ ແລະ ການຕໍ່ຕ້ານ. ການສະແດງອອກເຫຼົ່ານີ້ຂອງພວກເຂົາໄດ້ເພີ່ມຄວາມຂີ້ດຽດ ແລະ ຄວາມກຽດຊັງຢ່າງຮຸນແຮງທີ່ປະຊາກອນທີ່ພຣະເຈົ້າເລືອກຮູ້ສຶກຕໍ່ພວກເຂົາ ແລະ ຍັງໄດ້ເລັ່ງຄວາມໄວທີ່ເຮືອນຂອງພຣະເຈົ້າຊຳລະລ້າງພວກເຂົາອອກ, ໃນທີ່ສຸດກໍກຳນົດຢ່າງວ່ອງໄວວ່າພວກເຂົາຈະຢູ່ ຫຼື ຈາກໄປ, ຕັດສິນຈຸດຈົບ ແລະ ຊະຕາກຳຂອງພວກເຂົາ. ຜົນສຸດທ້າຍ ແລະ ຊະຕາກຳຂອງພວກເຂົາແມ່ນເປັນສິ່ງທີ່ພວກເຂົາສ້າງຂຶ້ນເອງ, ບໍ່ໄດ້ເກີດຈາກການຍຸແຍ່ ຫຼື ການຍຸຍົງຂອງໃຜ ຫຼື ຍ້ອນມີຄົນບັງຄັບ ຫຼື ລໍ້ລວງຄົນເຫຼົ່ານີ້ ແລະ ແນ່ນອນວ່າມັນບໍ່ໄດ້ເກີດຈາກສະຖານະການຕາມພາວະວິໄສ; ຜົນສຸດທ້າຍ ແລະ ຊະຕາກຳຂອງພວກເຂົາແມ່ນເກີດຈາກການກະທຳຂອງຕົນເອງ, ເກີດຈາກການເລືອກຂອງພວກເຂົາເອງ ແລະ ຖືກກຳນົດໂດຍແກ່ນແທ້ທໍາມະຊາດ ແລະ ເສັ້ນທາງທີ່ພວກເຂົາໄດ້ຍ່າງ. ຜົນສຸດທ້າຍ ແລະ ຊະຕາກຳຂອງຄົນເຫຼົ່ານີ້ໄດ້ຖືກກຳນົດໄວ້ແລ້ວ; ເມື່ອພວກເຂົາຖືກຄັດອອກຈາກກຸ່ມຜູ້ທີ່ເຮັດໜ້າທີ່ຂອງຕົນ, ພວກເຂົາກໍບໍ່ແມ່ນແມ່ນແຕ່ຜູ້ອອກແຮງງານອີກຕໍ່ໄປ. ເຈົ້າສາມາດຈິນຕະນາການອອກວ່າພວກເຂົາຈະມີຊະຕາກຳແບບໃດ, ມັນບໍ່ຄຸ້ມຄ່າທີ່ຈະກ່າວເຖິງຢູ່ບ່ອນນີ້ເພາະພວກເຂົາບໍ່ຄູ່ຄວນ.

ສຳລັບຄົນປະເພດທີ່ຖືກເປີດເຜີຍ ແລະ ກຳຈັດອອກ, ການສະແດງອອກເຖິງການກະທຳທີ່ຊົ່ວຮ້າຍຕ່າງໆຂອງພວກເຂົາ, ພ້ອມທັງຄຳເວົ້າ ແລະ ວາຈາທີ່ປະສົງຮ້າຍທີ່ພວກເຂົາເປີດເຜີຍໃນຊີວິດປະຈຳວັນຂອງພວກເຂົາແມ່ນເຫັນໄດ້ຢ່າງຊັດເຈນ. ແຕ່ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນບໍ່ສາມາດແຍກແຍະຄົນຊົ່ວຮ້າຍເຫຼົ່ານີ້ໄດ້ຕາມທີ່ພວກເຂົາເປັນແທ້ ຫຼື ບໍ່ສາມາດເບິ່ງທະລຸແກ່ນແທ້ທໍາມະຊາດຂອງພວກເຂົາໄດ້. ຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້ເບິ່ງຄືບໍ່ຮັບຮູ້ວ່າພວກເຂົາເປັນຄົນຊົ່ວຮ້າຍ ແລະ ເປັນຜູ້ບໍ່ເຊື່ອ ແລະ ດັ່ງນັ້ນ ພວກເຂົາຈຶ່ງບໍ່ມີແຜນທີ່ຈະຊຳລະລ້າງຄົນເຫຼົ່ານັ້ນອອກຈາກຄຣິສຕະຈັກ ຫຼື ຈັດການກັບຄົນເຫຼົ່ານັ້ນຢ່າງເໝາະສົມ. ນີ້ຄືການລະເລີຍຄວາມຮັບຜິດຊອບຢ່າງຮ້າຍແຮງໃນສ່ວນຂອງພວກເຂົາໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກ. ພວກເຂົາໄດ້ແຕ່ເບິ່ງຢູ່ຊື່ໆ ໃນຂະນະທີ່ຄົນທີ່ມີທຳມະຊາດຂອງມານຮ້າຍເຫຼົ່ານີ້ບໍ່ປະຕິບັດຕາມກົດລະບຽບໃດໆຂອງເຮືອນຂອງພຣະເຈົ້າ, ໃນຂະນະທີ່ພວກເຂົາອາລະວາດ ແລະ ລົບກວນ ແລະ ທຳລາຍວຽກງານຂອງຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຊີວິດຄຣິສຕະຈັກຕາມອຳເພີໃຈ; ພວກເຂົາແມ່ນແຕ່ປ່ອຍປະລະເລີຍຄົນເຫຼົ່ານີ້ ເມື່ອພວກເຂົາກະທຳຢ່າງກ້າຫານ ແລະ ໂດຍບໍ່ໄຕ່ຕອງ, ປະພຶດຕົນໂດຍບໍ່ມີກົດ ແລະ ທຳຮ້າຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າພາຍໃຕ້ຄຳອ້າງທີ່ວ່າເຮັດໜ້າທີ່ຂອງຕົນ. ການທຳຮ້າຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າກວມເອົາຫຼາຍສິ່ງ: ການທຳລາຍເຄື່ອງຈັກ ແລະ ອຸປະກອນຕ່າງໆຂອງເຮືອນຂອງພຣະເຈົ້າ, ການທຳລາຍເຄື່ອງໃຊ້ ແລະ ເຄື່ອງຂອງສຳນັກງານຕ່າງໆ, ແມ່ນແຕ່ການໃຊ້ເຄື່ອງຖວາຍຂອງພຣະເຈົ້າຢ່າງຟຸມເຟືອຍຕາມໃຈມັກ ແລະ ອື່ນໆ. ສິ່ງທີ່ຮ້າຍແຮງກວ່ານັ້ນກໍຄື ພວກເຂົາເຜີຍແຜ່ຄຳສອນນອກຮີດ ແລະ ແນວຄິດທີ່ຜິດພ້ຽນຕ່າງໆໂດຍບໍ່ຄິດຫຍັງ, ເຊິ່ງກໍ່ໃຫ້ເກີດການລົບກວນຈົນຜູ້ຄົນທີ່ພຣະເຈົ້າເລືອກບໍ່ສາມາດເຮັດໜ້າທີ່ຂອງຕົນຢ່າງສະຫງົບໄດ້, ເປັນການລົບກວນທີ່ເຮັດໃຫ້ຄົນທີ່ອ່ອນແອ ແລະ ຄິດລົບປະຖິ້ມໜ້າທີ່ຂອງຕົນ ແລະ ສູນເສຍສັດທາໃນການຕິດຕາມພຣະເຈົ້າ. ຄົນຊົ່ວຮ້າຍເຫຼົ່ານີ້ເຮັດສິ່ງທີ່ບໍ່ດີທັງໝົດນີ້, ພວກເຂົາເຮັດສິ່ງຊົ່ວຮ້າຍທັງໝົດນີ້ທີ່ລົບກວນ ແລະ ຂັດຂວາງວຽກງານຂອງຄຣິສຕະຈັກ ແລະ ນຳຄວາມເສຍຫາຍມາສູ່ອ້າຍເອື້ອຍນ້ອງ ແຕ່ຜູ້ນໍາ ແລະ ຜູ້ເຮັດວຽກກໍເຮັດບໍ່ເຫັນ, ເຮັດບໍ່ໄດ້ຍິນ; ບາງຄົນກໍເຖິງກັບເວົ້າວ່າ “ຂ້ອຍບໍ່ຮູ້, ບໍ່ມີໃຜເຄີຍບອກຂ້ອຍ!” ກຸ່ມສັດເດຍລະສານ ແລະ ມານຮ້າຍນັ້ນໄດ້ກໍ່ຄວາມວຸ້ນວາຍ, ປ່ອຍໃຫ້ເກີດຄວາມວຸ້ນວາຍໃນຄຣິສຕະຈັກ ແຕ່ຜູ້ນໍາ ແລະ ຜູ້ເຮັດວຽກກໍບໍ່ໄດ້ຮັບຊາບ ແລະ ບໍ່ຮູ້ເລື່ອງເລີຍ! ພວກເຂົາບໍ່ແມ່ນຄົນຕໍ່າຊ້າບໍ? ໃຈຂອງພວກເຂົາຢູ່ໃສ? ພວກເຂົາກຳລັງເຮັດຫຍັງຢູ່? ພວກເຂົາບໍ່ພຽງແຕ່ກຳລັງເວົ້າຈາໄຮ້ສາລະຢູ່ບໍ? ພວກເຂົາບໍ່ແມ່ນກຳລັງລະເລີຍໜ້າທີ່ທີ່ເໝາະສົມຂອງຕົນບໍ? ແຕ່ລະມື້ທີ່ຜູ້ນໍາປອມດັ່ງກ່າວຢູ່ໃນຕຳແໜ່ງ ກໍເປັນອີກມື້ໜຶ່ງທີ່ຄົນຊົ່ວຮ້າຍທຸກປະເພດຈະລົບກວນຄຣິສຕະຈັກຢ່າງບໍ່ຄຳນຶງເຖິງສິ່ງໃດ ແລະ ທຳຮ້າຍປະຊາກອນທີ່ພຣະເຈົ້າເລືອກ. ເປັນຍ້ອນຜູ້ນໍາປອມບໍ່ປະຕິບັດຄວາມຮັບຜິດຊອບຂອງຕົນ ກຸ່ມສັດເດຍລະສານນັ້ນຈຶ່ງເລາະຫຼິ້ນຢູ່ລ້າໆໝົດມື້, ບໍ່ເຮັດໜ້າທີ່ໃດໆ ຫຼື ປະຕິບັດຕາມກົດລະບຽບໃດໆ, ກິນຟຣີໃນເຮືອນຂອງພຣະເຈົ້າ, ເພີດເພີນກັບຜົນປະໂຫຍດທາງວັດຖຸ ແລະ ສະຫວັດດີການຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງເສລີ. ພວກເຂົາເຖິງກັບເຈດຕະນາລົບກວນວຽກງານຂອງຄຣິສຕະຈັກ, ທຳລາຍເຄື່ອງຈັກ ແລະ ອຸປະກອນຂອງເຮືອນຂອງພຣະເຈົ້າ. ນີ້ຄືວິທີທີ່ພວກເຂົາກະທຳ ແລະ ພວກເຂົາກໍຍັງຄາດຫວັງທີ່ຈະໃຊ້ຊີວິດຢ່າງສະບາຍ ແລະ ເຮັດທຸກຢ່າງຕາມໃຈມັກໃນເຮືອນຂອງພຣະເຈົ້າ ໂດຍບໍ່ມີໃຜໄດ້ຮັບອະນຸຍາດໃຫ້ລົບກວນ ຫຼື ກໍ່ກວນພວກເຂົາ. ນີ້ເປັນບັນຫາທີ່ຮ້າຍແຮງຫຼາຍ ແຕ່ຜູ້ນໍາ ແລະ ຜູ້ເຮັດວຽກກໍບໍ່ໃສ່ໃຈ, ບໍ່ແກ້ໄຂແມ່ນແຕ່ໃນຕອນທີ່ມີຄົນອື່ນລາຍງານ. ພວກເຂົາບໍ່ແມ່ນຄົນໄຮ້ປະໂຫຍດທີ່ບໍ່ໄດ້ເຮັດວຽກງານຕົວຈິງບໍ? ນີ້ບໍ່ແມ່ນການລະເລີຍຄວາມຮັບຜິດຊອບຢ່າງຮ້າຍແຮງບໍ? (ແມ່ນແລ້ວ.) ບາງຄົນເວົ້າວ່າ “ຂ້ອຍບໍ່ໄດ້ແກ້ໄຂບັນຫາ ເພາະຂ້ອຍຫຍຸ້ງກັບວຽກອື່ນ. ຂ້ອຍພຽງແຕ່ບໍ່ມີເວລາ!” ຄຳເວົ້າເຫຼົ່ານີ້ຟັງຂຶ້ນບໍ? ເຈົ້າຫຍຸ້ງກັບຫຍັງແທ້, ຖ້າເຈົ້າບໍ່ແກ້ໄຂບັນຫາທີ່ຮ້າຍແຮງເຊັ່ນນີ້? ສິ່ງທີ່ເຈົ້າຫຍຸ້ງຢູ່ນັ້ນມີຄຸນຄ່າບໍ? ເຈົ້າສາມາດຈັດລຳດັບຄວາມສຳຄັນຂອງວຽກງານຂອງເຈົ້າໄດ້ບໍ? ການແກ້ໄຂບັນຫາບໍ່ຄວນມາກ່ອນບໍ, ບໍ່ວ່າເຈົ້າຈະຫຍຸ້ງກັບວຽກຫຼາຍສໍ່າໃດກໍຕາມ? ການເຂົ້າໃຈ ແລະ ການຈັດການກັບຄົນປະເພດຕ່າງໆທີ່ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກໂດຍທັນທີແມ່ນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ຖ້າເຈົ້າບໍ່ສົນໃຈບັນຫາແທ້ຈິງ ແລະ ເຮັດໃຫ້ຕົນເອງຫຍຸ້ງກັບເລື່ອງອື່ນ, ເຈົ້າກຳລັງເຮັດວຽກງານແທ້ຈິງຢູ່ບໍ? ຖ້າເຈົ້າພົບບັນຫາ ຫຼື ມີຄົນລາຍງານບັນຫາໃຫ້ເຈົ້າ, ເຈົ້າຄວນປະວຽກທີ່ກຳລັງເຮັດຢູ່ ແລະ ໄປທີ່ສະໜາມທັນທີ ແລະ ເບິ່ງວ່າແຫຼ່ງທີ່ມາຂອງບັນຫາແມ່ນຫຍັງ. ຖ້າມັນເປັນຄົນຊົ່ວຮ້າຍບາງຄົນທີ່ກຳລັງລົບກວນ ແລະ ຂັດຂວາງວຽກງານຂອງຄຣິສຕະຈັກ, ເຈົ້າຄວນຊຳລະລ້າງຄົນຊົ່ວຮ້າຍນີ້ອອກໄປກ່ອນ. ຫຼັງຈາກນັ້ນ, ການແກ້ໄຂບັນຫາອື່ນໆກໍຈະງ່າຍຂຶ້ນ. ຖ້າເຈົ້າພົບບັນຫາ ແລະ ບໍ່ແກ້ໄຂມັນໂດຍອ້າງວ່າເຈົ້າຫຍຸ້ງເກີນໄປ, ທີ່ຈິງແລ້ວ ເຈົ້າບໍ່ພຽງແຕ່ກຳລັງຫຍຸ້ງແບບບໍ່ມີຈຸດໝາຍບໍ? ເຈົ້າຫຍຸ້ງກັບອີຫຍັງກັນແທ້? ມັນແມ່ນວຽກງານແທ້ຈິງບໍ? ເຈົ້າສາມາດອະທິບາຍມັນໄດ້ຢ່າງຊັດເຈນບໍ? ເຫດຜົນ ແລະ ຂໍ້ອ້າງຂອງເຈົ້າຟັງຂຶ້ນບໍ? ເປັນຫຍັງເຈົ້າຈຶ່ງຖືວ່າການແກ້ໄຂບັນຫາບໍ່ສຳຄັນ? ເປັນຫຍັງເຈົ້າຈຶ່ງບໍ່ແກ້ໄຂບັນຫາໃຫ້ທັນເວລາ? ເປັນຫຍັງເຈົ້າຈຶ່ງຫາຂໍ້ອ້າງ ແລະ ປັດຄວາມຮັບຜິດຊອບ ໂດຍເວົ້າວ່າເຈົ້າຫຍຸ້ງເກີນໄປທີ່ຈະຈັດການກັບພວກມັນ? ນີ້ບໍ່ແມ່ນການຂາດຄວາມຮັບຜິດຊອບບໍ? ໃນຖານະຜູ້ນໍາໃນຄຣິສຕະຈັກ, ການບໍ່ໃຫ້ຄວາມສຳຄັນກັບການແກ້ໄຂບັນຫາ, ການເຮັດໃຫ້ຕົນເອງຫຍຸ້ງກັບເລື່ອງນ້ອຍໆຕ່າງໆ, ການບໍ່ສາມາດຮັບຮູ້ເຖິງການມີຢູ່ຂອງບັນຫາທີ່ສຳຄັນ, ການບໍ່ສາມາດແຍກແຍະຄວາມສຳຄັນ ແລະ ຄວາມຮີບດ່ວນໃນວຽກງານ ແລະ ກຳຈຸດສຳຄັນຕ່າງໆໄດ້, ສິ່ງເຫຼົ່ານີ້ເປັນການສະແດງອອກເຖິງຂີດຄວາມສາມາດທີ່ຕ່ຳຫຼາຍເປັນພິເສດ ແລະ ຄົນດັ່ງກ່າວກໍເປັນຄົນເບົາປັນຍາຄົນໜຶ່ງ. ບໍ່ວ່າເຈົ້າຈະເປັນຜູ້ນໍາມາຈັກປີກໍຕາມ, ເຈົ້າບໍ່ສາມາດປະຕິບັດວຽກງານຂອງຄຣິສຕະຈັກໄດ້ດີ. ເຈົ້າຄວນຍອມຮັບຄວາມຮັບຜິດຊອບ ແລະ ລາອອກ. ຖ້າຜູ້ນໍາມີຂີດຄວາມສາມາດທີ່ຕ່ຳເກີນໄປ, ການຝຶກຝົນໃດໆກໍໄຮ້ປະໂຫຍດ; ພວກເຂົາຈະບໍ່ສາມາດເຮັດວຽກງານໃດໆໃຫ້ສຳເລັດໄດ້ຢ່າງແນ່ນອນ. ພວກເຂົາເປັນຜູ້ນໍາປອມ, ຜູ້ທີ່ຕ້ອງຖືກປົດອອກ ແລະ ປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາ. ເມື່ອຜູ້ນໍາປອມເຮັດວຽກ, ຜົນທີ່ຕາມມາແມ່ນຫຍັງ? ໂດຍພາວະວິໄສແລ້ວ, ທຸກສິ່ງທີ່ຜູ້ນໍາປອມເຮັດນຳຄວາມເສຍຫາຍຫຼາຍດ້ານມາສູ່ຄຣິສຕະຈັກ. ໃນດ້ານໜຶ່ງ, ວຽກງານທີ່ຈຳເປັນຢ່າງຍິ່ງຂອງຄຣິສຕະຈັກບໍ່ໄດ້ຖືກເຮັດໃຫ້ດີ, ເຊິ່ງຂັດຂວາງປະສິດທິຜົນຂອງວຽກງານຕ່າງໆຂອງຄຣິສຕະຈັກໂດຍກົງ. ໃນເວລາດຽວກັນ, ມັນຍັງເປັນອັນຕະລາຍ ແລະ ສົ່ງຜົນກະທົບຕໍ່ການເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ. ສິ່ງທີ່ສຳຄັນທີ່ສຸດ, ມັນສົ່ງຜົນກະທົບຕໍ່ການເຜີຍແຜ່ຂ່າວປະເສີດແຫ່ງລາຊະອານາຈັກ. ຜົນທີ່ຕາມມາເຫຼົ່ານີ້ລ້ວນແລ້ວແຕ່ກ່ຽວຂ້ອງໂດຍກົງກັບການທີ່ຜູ້ນໍາປອມບໍ່ໄດ້ເຮັດວຽກງານແທ້ຈິງ. ເວົ້າໃຫ້ຊັດເຈນກວ່ານີ້ກໍຄື ທັງໝົດນີ້ແມ່ນເກີດຈາກການທີ່ຜູ້ນໍາປອມບໍ່ໄດ້ເຮັດວຽກງານແທ້ຈິງ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນສາມາດເຮັດວຽກງານແທ້ຈິງບາງຢ່າງຢ່າງຫ້າວຫັນ, ເຮັດໃຫ້ຈັງຫວະການເຮັດວຽກໄວຂຶ້ນ ແລະ ຮີບຮ້ອນແກ້ໄຂບັນຫາໃຫ້ໄວຂຶ້ນ, ຄວາມເສຍຫາຍຕ່າງໆທີ່ຜູ້ນໍາປອມກໍ່ຂຶ້ນຕໍ່ເຮືອນຂອງພຣະເຈົ້າຈະບໍ່ຫຼຸດລົງຢູ່ແດ່ບໍ? ຢ່າງໜ້ອຍພວກມັນກໍສາມາດຫຼຸດລົງໄດ້. ເຖິງແມ່ນວ່າເຮືອນຂອງພຣະເຈົ້າບໍ່ໄດ້ຮຽກຮ້ອງໃຫ້ເຈົ້າຈັດການບັນຫາຕ່າງໆທັນທີທີ່ມັນເກີດຂຶ້ນ, ຢ່າງໜ້ອຍທີ່ສຸດ, ເມື່ອບັນຫາຖືກລາຍງານ, ເຈົ້າຄວນເລີ່ມແກ້ໄຂພວກມັນທັນທີ: ສອບຖາມກ່ຽວກັບສະຖານະການຈາກອ້າຍເອື້ອຍນ້ອງ ແລະ ປຶກສາຫາລື ແລະ ໂອ້ລົມກັບຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນກ່ຽວກັບວິທີແກ້ໄຂບັນຫາ. ຖ້າບັນຫາຮ້າຍແຮງ ແລະ ເຈົ້າບໍ່ຮູ້ວິທີແກ້ໄຂມັນ, ເຈົ້າຄວນລາຍງານຂັ້ນເທິງໂດຍທັນທີ ແລະ ຫາວິທີແກ້ໄຂ. ນີ້ຄືສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກທຸກຄົນຄວນບັນລຸ. ແຕ່ບັນຫາໃນປັດຈຸບັນກໍຄື ຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້, ເຖິງແມ່ນວ່າພວກເຂົາບໍ່ສາມາດແກ້ໄຂບັນຫາໄດ້, ພວກເຂົາກໍບໍ່ລາຍງານຂັ້ນເທິງ. ພວກເຂົາຢ້ານຫຼາຍທີ່ຈະລາຍງານຂັ້ນເທິງ ຍ້ອນຢ້ານວ່າຈະເປີດເຜີຍຂີດຄວາມບໍ່ສາມາດຂອງຕົນເອງ, ຄວາມສາມາດທີ່ຕ່ຳເກີນໄປ ແລະ ການບໍ່ສາມາດເຮັດວຽກງານແທ້ຈິງໄດ້; ພວກເຂົາກັງວົນວ່າຈະຖືກປົດອອກ. ແຕ່ພວກເຂົາກໍບໍ່ໄດ້ລິເລີ່ມທີ່ຈະເຮັດວຽກ; ພວກເຂົາສະໝອງທືບ ແລະ ຕາຍດ້ານ ແລະ ຊັກຊ້າໃນການກະທຳ. ພວກເຂົາພຽງແຕ່ເຮັດໄປຊື່ໆໂດຍບໍ່ມີເສັ້ນທາງໃນການແກ້ໄຂບັນຫາ, ເຊິ່ງນຳໄປສູ່ການສະສົມບັນຫາທີ່ບໍ່ໄດ້ຮັບການແກ້ໄຂຫຼາຍເກີນໄປ, ດັ່ງນັ້ນຈຶ່ງເປັນການເປີດໂອກາດໃຫ້ຄົນຊົ່ວຮ້າຍ. ໃນເວລານີ້, ເມື່ອເຫັນວ່າຜູ້ນໍາປອມເປັນຄົນໄຮ້ປະໂຫຍດ, ຄົນຊົ່ວຮ້າຍ ແລະ ຜູ້ທີ່ມີຄວາມທະເຍີທະຍານເຫຼົ່ານັ້ນກໍສວຍໂອກາດກະທຳຄວາມຊົ່ວຮ້າຍຕາມອຳເພີໃຈ, ເຮັດໃຫ້ຄຣິສຕະຈັກຕົກຢູ່ໃນຄວາມວຸ້ນວາຍ ແລະ ບໍ່ເປັນລະບຽບ, ເຮັດໃຫ້ວຽກງານທຸກດ້ານເປັນອຳມະພາດ. ເຖິງແມ່ນວ່າຜູ້ນໍາປອມຄວນຮັບຜິດຊອບຫຼັກ, ຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນກໍບໍ່ໄດ້ປະຕິບັດຄວາມຮັບຜິດຊອບຂອງຕົນເຊັ່ນກັນ. ນີ້ບໍ່ແມ່ນການລະເລີຍຄວາມຮັບຜິດຊອບຢ່າງຮ້າຍແຮງໂດຍຜູ້ນໍາ ແລະ ຜູ້ເຮັດວຽກບໍ? ທີ່ຈິງແລ້ວ, ບັນຫາສ່ວນໃຫຍ່ທີ່ເກີດຂຶ້ນໃນຄຣິສຕະຈັກແມ່ນກ່ຽວຂ້ອງໂດຍກົງກັບການລົບກວນທີ່ເກີດຈາກຄົນຊົ່ວຮ້າຍ ແລະ ຜູ້ບໍ່ເຊື່ອ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດລະບຸຮາກເຫງົ້າຂອງບັນຫາໄດ້ໂດຍທັນທີ, ບໍ່ສາມາດຊອກຫາຫົວໂປ່ທີ່ກໍ່ໃຫ້ເກີດບັນຫາ ແລະ ມີແຕ່ຊອກຫາເຫດຜົນຢູ່ບ່ອນອື່ນສະເໝີ, ພວກເຂົາກໍຈະບໍ່ສາມາດແກ້ໄຂບັນຫາໄດ້ໂດຍພື້ນຖານ ແລະ ບັນຫາກໍຈະສືບຕໍ່ເກີດຂຶ້ນໃນອະນາຄົດ. ຖ້າຜູ້ກໍ່ບັນຫາ ຫຼື ຜູ້ທີ່ສ້າງບັນຫາຢູ່ເບື້ອງຫຼັງຖືກຈັບ ແລະ ຮັບຜິດຊອບໂດຍກົງ, ວິທີການຈັດການບັນຫານີ້ກໍມີປະສິດທິຜົນທີ່ສຸດ. ຢ່າງໜ້ອຍທີ່ສຸດ, ມັນກໍຮັບປະກັນວ່າຜູ້ບໍ່ເຊື່ອ ແລະ ຄົນຊົ່ວຮ້າຍເຫຼົ່ານັ້ນຈະບໍ່ກ້າສືບຕໍ່ອາລະວາດ ແລະ ກໍ່ຄວາມຂັດຂວາງ ແລະ ການລົບກວນ. ນີ້ບໍ່ແມ່ນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນບັນລຸບໍ? (ແມ່ນແລ້ວ.) ສາມາດເວົ້າໄດ້ຢ່າງແນ່ນອນວ່າ ເຫດຜົນຫຼັກທີ່ບັນຫາຂອງຄຣິສຕະຈັກເພີ່ມຂຶ້ນ ແລະ ບໍ່ໄດ້ຮັບການແກ້ໄຂໃຫ້ທັນເວລາແມ່ນຍ້ອນຄວາມບໍ່ຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ເພາະຜູ້ນໍາປອມຂາດຄວາມເປັນຈິງຄວາມຈິງ ແລະ ບໍ່ສາມາດເຮັດວຽກງານແທ້ຈິງໄດ້. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນຄຣິສຕະຈັກ, ພວກເຂົາກໍບໍ່ສາມາດປະຕິບັດວຽກງານທີ່ຕິດພັນກັບຕຳແໜ່ງຂອງພວກເຂົາໄດ້ຢ່າງແນ່ນອນ. ຢູ່ບ່ອນນີ້ມີຫຼາຍສະຖານະການ ແລະ ເຫດຜົນທີ່ຕ້ອງເຂົ້າໃຈໃຫ້ຊັດເຈນ: ຖ້າຜູ້ນໍາ ແລະ ຜູ້ເຮັດວຽກເປັນມືໃໝ່ທີ່ບໍ່ມີປະສົບການ, ພວກເຂົາກໍຄວນໄດ້ຮັບການຊ່ວຍເຫຼືອຢ່າງອົດທົນ, ຖືກນໍາພາໃຫ້ແກ້ໄຂບັນຫາ ແລະ ໃນຂະບວນການແກ້ໄຂບັນຫາ ແມ່ນໃຫ້ຮຽນຮູ້ບາງສິ່ງ ແລະ ກຳແໜ້ນເຖິງຫຼັກການຄວາມຈິງ. ດ້ວຍວິທີນີ້, ພວກເຂົາຈະຄ່ອຍໆຮຽນຮູ້ທີ່ຈະແກ້ໄຂບັນຫາ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ແມ່ນຄົນທີ່ຖືກຕ້ອງ, ປະຕິເສດທີ່ຈະຮັບເອົາຄວາມຈິງຢ່າງເດັດຂາດ ແລະ ພັດໄປໃຊ້ທັດສະນະ ແລະ ວິທີການຂອງຜູ້ບໍ່ມີຄວາມເຊື່ອເພື່ອແກ້ໄຂບັນຫາ, ສິ່ງນີ້ບໍ່ສອດຄ່ອງກັບຫຼັກການຄວາມຈິງ. ຄົນດັ່ງກ່າວບໍ່ເໝາະສົມທີ່ຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ຄວນຖືກປົດອອກ ແລະ ກຳຈັດອອກໂດຍທັນທີ; ຈາກນັ້ນ, ຄວນຈັດການເລືອກຕັ້ງໃໝ່ເພື່ອເລືອກຜູ້ນໍາ ແລະ ຜູ້ເຮັດວຽກທີ່ເໝາະສົມ. ມີພຽງວິທີການນີ້ເທົ່ານັ້ນທີ່ສາມາດແກ້ໄຂບັນຫາໄດ້ຢ່າງເຖິງຖອງ. ການເປັນຜູ້ນໍາຄຣິສຕະຈັກບໍ່ແມ່ນວຽກທີ່ງ່າຍ ແລະ ມັນເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ທີ່ບາງບັນຫາບໍ່ສາມາດຈັດການໄດ້. ແນວໃດກໍຕາມ, ຖ້າຄົນໃດໜຶ່ງມີເຫດຜົນ, ເມື່ອປະເຊີນກັບບັນຫາທີ່ຕົນເອງບໍ່ສາມາດແກ້ໄຂໄດ້, ຄົນນັ້ນບໍ່ຄວນປິດບັງ ຫຼື ກົດບັນຫາໄວ້ ແລະ ບໍ່ສົນໃຈພວກມັນ. ກົງກັນຂ້າມ, ຄົນນັ້ນຄວນປຶກສາຫາລືກັບຄົນຈໍານວນໜຶ່ງທີ່ເຂົ້າໃຈຄວາມຈິງເພື່ອຮ່ວມກັນຊອກຫາວິທີແກ້ໄຂ, ເຊິ່ງອາດຈະແກ້ໄຂບັນຫາໄດ້ເຈັດສິບຫາແປດສິບເປີເຊັນ, ຢ່າງໜ້ອຍກໍປ້ອງກັນບໍ່ໃຫ້ບັນຫາໃຫຍ່ເກີດຂຶ້ນຊົ່ວຄາວ. ນີ້ຄືເສັ້ນທາງທີ່ເປັນໄປໄດ້. ຖ້າບັນຫາບໍ່ສາມາດແກ້ໄຂໄດ້ແທ້ໆ, ຄົນນັ້ນກໍຄວນຫາວິທີແກ້ໄຂຈາກເບື້ອງເທິງ, ເຊິ່ງເປັນທາງເລືອກທີ່ສະຫຼາດ. ຖ້າຫາກວ່າ ຍ້ອນເຈົ້າຢ້ານເສຍໜ້າ ຫຼື ຢ້ານວ່າເບື້ອງເທິງຈະລິຮານເຈົ້າເນື່ອງຈາກຄວາມບໍ່ສາມາດຂອງເຈົ້າ, ເຈົ້າຈຶ່ງປິດບັງ ແລະ ບໍ່ລາຍງານບັນຫາ, ນີ້ຄືການຢູ່ເສີຍໂດຍສິ້ນເຊີງ. ຖ້າເຈົ້າກະທຳຄືກັບຄົນໂງ່ທີ່ຊາດ້ານ ແລະ ສະໝອງທືບ ໂດຍບໍ່ຮູ້ວ່າຈະເຮັດຫຍັງ, ສິ່ງນີ້ຈະເຮັດໃຫ້ເລື່ອງຊັກຊ້າ. ສະຖານະການດັ່ງກ່າວເປີດໂອກາດໃຫ້ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສໄດ້ງ່າຍ, ເຊິ່ງປ່ອຍໃຫ້ພວກເຂົາສວຍໃຊ້ປະໂຫຍດຈາກຄວາມວຸ້ນວາຍເພື່ອລົງມືກະທຳ. ເປັນຫຍັງຈຶ່ງເວົ້າວ່າພວກເຂົາສວຍໃຊ້ປະໂຫຍດຈາກຄວາມວຸ້ນວາຍເພື່ອລົງມືກະທຳ? ເພາະພວກເຂົາກຳລັງລໍຖ້າພຽງແຕ່ໂອກາດນີ້. ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດຈັດການບັນຫາໃດໆໄດ້ ແລະ ປະຊາກອນທີ່ພຣະເຈົ້າເລືອກກຳລັງຮູ້ສຶກກັງວົນ ແລະ ບໍ່ສະບາຍໃຈ ແລະ ໄດ້ສູນເສຍຄວາມໄວ້ວາງໃຈໃນພວກເຂົາແລ້ວ, ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສກໍກຳລັງຊອກຫາຊ່ອງຫວ່າງນີ້ເພື່ອສວຍໃຊ້ປະໂຫຍດ. ພວກເຂົາຄິດວ່າຄຣິສຕະຈັກຢູ່ໃນສະພາວະທີ່ບໍ່ມີການນໍາພາ ຫຼື ການຄຸ້ມຄອງ. ພວກເຂົາຢາກສວຍໂອກາດນີ້ເພື່ອສະແດງຄວາມສາມາດຂອງພວກເຂົາ ເພື່ອເຮັດໃຫ້ປະຊາກອນທີ່ພຣະເຈົ້າເລືອກເຄົາລົບນັບຖືພວກເຂົາ, ສະໜັບສະໜູນພວກເຂົາ ແລະ ເຊື່ອວ່າພວກເຂົາມີຂີດຄວາມສາມາດທີ່ດີກວ່າ, ພວກເຂົາສາມາດແກ້ໄຂບັນຫາ ແລະ ນໍາພາຫາທາງອອກໄດ້ດີກວ່າ ແລະ ສາມາດພິກສະຖານະການທ່າມກາງຄວາມວຸ້ນວາຍໄດ້ດີກວ່າເມື່ອທຽບກັບຜູ້ນໍາ ແລະ ຜູ້ເຮັດວຽກ. ນີ້ບໍ່ແມ່ນສິ່ງທີ່ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສຢາກເຮັດທີ່ສຸດບໍ? ໃນເວລານີ້, ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກເຮັດຫຍັງບໍ່ໄດ້ ແລະ ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສລຸກຂຶ້ນ ແລະ ແກ້ໄຂບັນຫາ, ແມ່ນແຕ່ນໍາພາຫາທາງອອກ, ປະຊາກອນທີ່ພຣະເຈົ້າເລືອກຈະເຊື່ອໃຜ? ໂດຍທຳມະຊາດແລ້ວ, ພວກເຂົາຈະເຊື່ອໃນຄົນຊົ່ວຮ້າຍ ແລະ ອຳນາດຂອງຜູ້ຕໍ່ຕ້ານພຣະຄຣິສ. ສິ່ງນີ້ສະແດງໃຫ້ເຫັນຫຍັງ? ມັນສະແດງໃຫ້ເຫັນວ່າຜູ້ນໍາ ແລະ ຜູ້ເຮັດວຽກເປັນຄົນໄຮ້ປະໂຫຍດ ແລະ ບໍ່ໄດ້ເຮັດຫຍັງສຳເລັດ, ລົ້ມເຫຼວໃນຊ່ວງເວລາທີ່ສຳຄັນ. ຄົນດັ່ງກ່າວຍັງສົມຄວນທີ່ຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກຢູ່ບໍ? ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິສຂາດຄວາມເປັນຈິງຄວາມຈິງ ແລະ ບໍ່ສາມາດເຮັດວຽກງານແທ້ຈິງໄດ້, ພວກເຂົາທຸກຄົນກໍມີພອນສະຫວັນບາງຢ່າງໃນລະດັບທີ່ແຕກຕ່າງກັນ ແລະ ຂ້ອນຂ້າງສະຫຼາດກວ່າກ່ຽວກັບເລື່ອງພາຍນອກ, ເຊິ່ງເປັນຂໍ້ໄດ້ປຽບຂອງພວກເຂົາຢ່າງແນ່ນອນ ແລະ ເປັນວິທີທີ່ພວກເຂົາສາມາດເຮັດໃຫ້ຄົນອື່ນຫຼົງຜິດ. ແຕ່ຖ້າພວກເຂົາກາຍເປັນຜູ້ນໍາ ແລະ ຜູ້ເຮັດວຽກ, ພວກເຂົາຈະສາມາດໃຊ້ຄວາມຈິງເພື່ອແກ້ໄຂບັນຫາຂອງປະຊາກອນທີ່ພຣະເຈົ້າເລືອກໄດ້ແທ້ບໍ? ພວກເຂົາຈະສາມາດນໍາພາປະຊາກອນທີ່ພຣະເຈົ້າເລືອກໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້ແທ້ບໍ? ບໍ່ສາມາດຢ່າງເດັດຂາດ. ເຖິງແມ່ນວ່າພວກເຂົາມີພອນສະຫວັນບາງຢ່າງ ແລະ ເວົ້າເກັ່ງ, ພວກເຂົາກໍຂາດຄວາມເປັນຈິງຄວາມຈິງໃດໆ. ພວກເຂົາເໝາະສົມທີ່ຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກບໍ? ບໍ່ເໝາະສົມເລີຍ! ນີ້ຄືສິ່ງທີ່ຜູ້ຄົນທີ່ພຣະເຈົ້າເລືອກຄວນເບິ່ງໃຫ້ທະລຸ; ພວກເຂົາຕ້ອງບໍ່ຖືກເຮັດໃຫ້ຫຼົງຜິດ ຫຼື ຖືກຫຼອກລວງໂດຍຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ. ຜູ້ບໍ່ເຊື່ອ, ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສບໍ່ໄດ້ໄລ່ຕາມເສາະຫາຄວາມຈິງເລີຍ ແລະ ບໍ່ມີຄວາມເປັນຈິງຄວາມຈິງແມ່ນແຕ່ໜ້ອຍໜຶ່ງ. ດັ່ງນັ້ນ ໃຫ້ບອກເຮົາເບິ່ງ, ພວກເຂົາສາມາດເວົ້າບາງຢ່າງດ້ວຍຈິດສຳນຶກ ແລະ ເຫດຜົນໄດ້ບໍ, ເຊັ່ນ: “ເຖິງແມ່ນວ່າຕອນນີ້ຄຣິສຕະຈັກບໍ່ມີໃຜຮັບຜິດຊອບ, ພວກເຮົາກໍຕ້ອງລິເລີ່ມລົງມືເຮັດດ້ວຍຕົນເອງ. ກົດລະບຽບຂອງເຮືອນຂອງພຣະເຈົ້າບໍ່ສາມາດຖືກລະເມີດ, ຫຼັກການທີ່ເຮືອນຂອງພຣະເຈົ້າຮຽກຮ້ອງບໍ່ສາມາດປ່ຽນແປງໄດ້. ພວກເຮົາຄວນເຮັດສິ່ງທີ່ພວກເຮົາຄວນເຮັດ; ທຸກຄົນຄວນຮັກສາໜ້າທີ່ທີ່ຕົນຄວນເຮັດ, ປະຕິບັດຄວາມຮັບຜິດຊອບຂອງຕົນ ແລະ ບໍ່ລົບກວນຄວາມເປັນລະບຽບຮຽບຮ້ອຍ”? ພວກເຂົາສາມາດເວົ້າບາງຢ່າງແບບນີ້ໄດ້ບໍ? (ບໍ່ໄດ້.) ບໍ່ໄດ້ຢ່າງເດັດຂາດ! ການກະທຳໃດທີ່ຜູ້ບໍ່ເຊື່ອ ແລະ ຄົນຊົ່ວຮ້າຍເຫຼົ່ານີ້ຈະເຮັດ? ໂດຍບໍ່ມີການກວດກາ ແລະ ການກຳກັບດູແລ, ພວກເຂົາເຖິງກັບບໍ່ໄດ້ເຮັດໜ້າທີ່ຂອງຕົນ, ເພີດເພີນກັບການກິນ, ການດື່ມ, ການຫຼິ້ນ ແລະ ການມ່ວນຊື່ນ, ເວົ້າຈາໄຮ້ສາລະ, ເວົ້າຕະຫຼົກ ແລະ ແມ່ນແຕ່ຢອກລໍ້ກັນ. ບາງຄົນໃຊ້ເວລາໝົດຄືນເບິ່ງວິດີໂອຂອງໂລກທີ່ບໍ່ມີຄວາມເຊື່ອ, ຈາກນັ້ນກໍໃຊ້ຂໍ້ອ້າງວ່າໄດ້ນອນເດິກເຮັດໜ້າທີ່ຂອງຕົນເພື່ອລ່ຽງວຽກ ແລະ ນອນຫຼາຍເກີນໄປ. ສິ່ງເຫຼົ່ານີ້ຄືການກະທຳຂອງຄົນຊົ່ວຮ້າຍ, ຜູ້ທີ່ເປັນຂອງມານຮ້າຍ. ເມື່ອພວກເຂົາກະທຳສິ່ງທີ່ບໍ່ດີເຫຼົ່ານີ້, ພວກເຂົາຮູ້ສຶກຜິດບໍ? ພວກເຂົາຈະມີຈິດສຳນຶກຂຶ້ນມາກະທັນຫັນ ແລະ ລິເລີ່ມທີ່ຈະປະຕິບັດຄວາມຮັບຜິດຊອບຂອງມະນຸດບາງຢ່າງ ແລະ ເຮັດບາງສິ່ງທີ່ເປັນປະໂຫຍດຕໍ່ເຮືອນຂອງພຣະເຈົ້າ, ຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງບໍ? ບໍ່ມີທາງ. ເມື່ອມີຄົນເບິ່ງຢູ່, ພວກເຂົາກໍເຮັດວຽກບາງຢ່າງຢ່າງບໍ່ເຕັມໃຈທີ່ເຮັດໃຫ້ພວກເຂົາເບິ່ງດີພຽງເພື່ອຈະມີກິນ. ນີ້ຄືສິ່ງດຽວທີ່ພວກເຂົາສາມາດເຮັດໄດ້; ນອກເໜືອຈາກນີ້, ຄົນເຫຼົ່ານີ້ບໍ່ມີຈຸດດີແມ່ນແຕ່ຢ່າງດຽວ. ດັ່ງນັ້ນ, ຍັງມີປະໂຫຍດຫຍັງທີ່ຄົນເຫຼົ່ານີ້ຈະຢູ່ໃນເຮືອນຂອງພຣະເຈົ້າ? ບໍ່ມີປະໂຫຍດຫຍັງເລີຍ. ຄົນດັ່ງກ່າວບໍ່ມີຄວາມຈຳເປັນອີກຕໍ່ໄປ ແລະ ຕ້ອງຖືກຊຳລະລ້າງອອກ.

ພວກເຈົ້າຈະວັດແທກໄດ້ແນວໃດວ່າຄົນໃດໜຶ່ງຮັກຄວາມຈິງ? ເຮົາຈະຍົກຕົວຢ່າງໃຫ້ພວກເຈົ້າເຂົ້າໃຈ. ບາງຄົນເຮັດວຽກໃນອາຊີບໃດໜຶ່ງ ແລະ ຍິ່ງພວກເຂົາຮຽນຮູ້, ຍິ່ງພວກເຂົາສຶກສາຂັ້ນສູງ, ຍິ່ງພວກເຂົາເຂົ້າໃຈ, ພວກເຂົາກໍຍິ່ງເຕັມໃຈທີ່ຈະເຮັດວຽກນັ້ນ ແລະ ຍິ່ງບໍ່ເຕັມໃຈທີ່ຈະອອກຈາກອາຊີບນັ້ນ. ນີ້ແມ່ນການສະແດງອອກປະເພດໃດ? ນີ້ໝາຍຄວາມວ່າພວກເຂົາມັກອາຊີບນີ້ແທ້ໆບໍ? (ແມ່ນແລ້ວ.) ບໍ່ວ່າພວກເຂົາຈະອົດທົນຕໍ່ຄວາມລຳບາກຫຼາຍສໍ່າໃດ, ບໍ່ວ່າຈະຕ້ອງຈ່າຍລາຄາຫຍັງ, ບໍ່ວ່າຈະຕ້ອງທຸ່ມເທຄວາມພະຍາຍາມຫຼາຍສໍ່າໃດ, ພວກເຂົາກໍຍັງສືບຕໍ່ເຮັດອາຊີບນັ້ນໂດຍບໍ່ເສຍໃຈ, ໂດຍບໍ່ຫວັ່ນໄຫວ. ນີ້ຄືຄວາມຮັກແພງທີ່ແທ້ຈິງ, ຄວາມມັກຈາກໃຈຈິງ. ສົມມຸດວ່າມີຄົນໜຶ່ງທີ່ອ້າງວ່າມັກວຽກໃດໜຶ່ງ ແຕ່ບໍ່ເຕັມໃຈທີ່ຈະອົດທົນຕໍ່ຄວາມລຳບາກ ຫຼື ຈ່າຍລາຄາໃນລະຫວ່າງຂະບວນການຮຽນຮູ້ທັກສະວິຊາຊີບ ແລະ ເມື່ອມີບັນຫາຫຼາຍຢ່າງເກີດຂຶ້ນໃນບ່ອນເຮັດວຽກ, ພວກເຂົາກໍບໍ່ຊອກຫາວິທີແກ້ໄຂ ໂດຍຢ້ານຄວາມຫຍຸ້ງຍາກ ແລະ ເຖິງກັບມັກຈະຮູ້ສຶກວ່າການເຮັດອາຊີບນີ້ເປັນເລື່ອງຫຍຸ້ງຍາກ ຫຼື ເປັນພາລະ. ແນວໃດກໍຕາມ, ການປ່ຽນອາຊີບກໍບໍ່ແມ່ນເລື່ອງງ່າຍ ແລະ ເມື່ອຄຳນຶງເຖິງຜົນປະໂຫຍດທາງວັດຖຸທີ່ອາຊີບນີ້ສາມາດນຳມາໃຫ້, ຄົນຜູ້ນີ້ກໍເຮັດມັນຢ່າງບໍ່ເຕັມໃຈ ແຕ່ຈະບໍ່ມີທາງກາຍເປັນຄົນທີ່ໂດດເດັ່ນໃນອາຊີບນີ້ໄດ້ເລີຍ. ແລ້ວພວກເຂົາມັກອາຊີບນີ້ແທ້ໆບໍ? (ບໍ່.) ເຫັນໄດ້ຢ່າງຊັດເຈນວ່າພວກເຂົາບໍ່ໄດ້ມັກ. ຍັງມີຄົນອີກປະເພດໜຶ່ງ, ຜູ້ທີ່ສະແດງຄວາມມັກໃນອາຊີບໃດໜຶ່ງດ້ວຍຄຳເວົ້າ ແລະ ເຮັດວຽກນັ້ນ ແຕ່ບໍ່ເຄີຍອົດທົນຕໍ່ຄວາມລຳບາກ ຫຼື ຈ່າຍລາຄາເພື່ອຮຽນຮູ້ທັກສະວິຊາຊີບໃຫ້ດີ. ພວກເຂົາອາດຈະເຖິງຂັ້ນເກີດຄວາມລັງກຽດ ຫຼື ກຽດຊັງຕໍ່ອາຊີບນັ້ນໃນລະຫວ່າງຂະບວນການຮຽນຮູ້, ຈົນນັບມື້ນັບບໍ່ເຕັມໃຈທີ່ຈະຮຽນຮູ້. ເມື່ອຄວາມລັງກຽດຂອງພວກເຂົາເຖິງລະດັບໃດໜຶ່ງ, ພວກເຂົາກໍປ່ຽນສາຍອາຊີບ ແລະ ຫຼັງຈາກນັ້ນກໍບໍ່ເຕັມໃຈທີ່ຈະກ່າວເຖິງຂະບວນການ, ເລື່ອງລາວ ຫຼື ສິ່ງອື່ນໃດຈາກຕອນທີ່ພວກເຂົາກຳລັງເຮັດອາຊີບນັ້ນ. ຄົນດັ່ງກ່າວມັກອາຊີບນັ້ນແທ້ໆບໍ? (ບໍ່.) ພວກເຂົາບໍ່ໄດ້ມັກມັນ. ພວກເຂົາມີຄວາມພ້ອມທີ່ຈະປະຖິ້ມອາຊີບນັ້ນໄດ້ຢ່າງງ່າຍດາຍ ແລະ ພວກເຂົາກໍສາມາດລັງກຽດ ແລະ ເຖິງຂັ້ນປ່ຽນສາຍອາຊີບ, ເຊິ່ງພິສູດວ່າພວກເຂົາບໍ່ໄດ້ມັກອາຊີບນັ້ນແທ້ໆ. ເຫດຜົນທີ່ພວກເຂົາສາມາດປະຖິ້ມອາຊີບນັ້ນໄດ້ກໍຄື ຫຼັງຈາກທີ່ໄດ້ລົງທຶນເວລາ, ພະລັງງານ ແລະ ຕົ້ນທຶນໄປຫຼາຍ, ອາຊີບນັ້ນກໍບໍ່ໄດ້ເຮັດໃຫ້ພວກເຂົາສາມາດໃຊ້ຊີວິດທີ່ຮັ່ງມີຕາມທີ່ພວກເຂົາປາຖະໜາ ຫຼື ໄດ້ຮັບການປະຕິບັດທີ່ດີທາງດ້ານວັດຖຸ. ພວກເຂົາເກີດຄວາມເບື່ອໜ່າຍ ແລະ ສາບແຊ່ງອາຊີບນັ້ນໃນໃຈ, ເຖິງຂັ້ນຫ້າມບໍ່ໃຫ້ຄົນອື່ນກ່າວເຖິງມັນ, ບໍ່ກ່າວເຖິງມັນດ້ວຍຕົນເອງອີກຕໍ່ໄປ ແລະ ເຖິງຂັ້ນຮູ້ສຶກອັບອາຍທີ່ເຄີຍເຮັດອາຊີບນີ້ ແລະ ຖືວ່າມັນເປັນຄວາມປາຖະໜາ ແລະ ເປົ້າໝາຍສູງສຸດຂອງພວກເຂົາທີ່ຈະໄລ່ຕາມຫາໃນຊີວິດ. ເມື່ອພິຈາລະນາເຖິງລະດັບທີ່ພວກເຂົາສາມາດເບື່ອໜ່າຍຕໍ່ອາຊີບນັ້ນ, ການສະແດງອອກເຖິງຄວາມມັກໃນອາຊີບນັ້ນໃນເບື້ອງຕົ້ນຂອງພວກເຂົາແມ່ນຂອງແທ້ບໍ? (ບໍ່ແມ່ນ.) ມີຄົນພຽງປະເພດດຽວເທົ່ານັ້ນທີ່ມັກອາຊີບນັ້ນແທ້ໆ, ບໍ່ວ່າອາຊີບນັ້ນຈະໃຫ້ຊີວິດທາງວັດຖຸທີ່ດີ ຫຼື ຜົນປະໂຫຍດທີ່ຫຼວງຫຼາຍແກ່ພວກເຂົາ ຫຼື ບໍ່ກໍຕາມ ແລະ ບໍ່ວ່າພວກເຂົາຈະພົບພໍ້ກັບຄວາມຫຍຸ້ງຍາກຫຼາຍສໍ່າໃດ ຫຼື ອົດທົນຕໍ່ຄວາມທຸກທໍລະມານຫຼາຍສໍ່າໃດໃນອາຊີບນີ້, ພວກເຂົາກໍສາມາດອົດທົນເຮັດມັນຕໍ່ໄປໄດ້ໂດຍບໍ່ຫວັ່ນໄຫວຈົນເຖິງທີ່ສຸດ. ນີ້ຄືຄວາມມັກທີ່ແທ້ຈິງ. ກໍລະນີດຽວກັນນີ້ກໍໃຊ້ໄດ້ກັບການທີ່ຄົນໃດໜຶ່ງຮັກຄວາມຈິງ. ຖ້າເຈົ້າຮັກສິ່ງທີ່ເປັນບວກແທ້ໆ, ໂດຍກ້າວໜ້າຈາກການຮັກສິ່ງທີ່ເປັນບວກໄປສູ່ການຮັກຄວາມຈິງ, ແລ້ວບໍ່ວ່າເຈົ້າຈະພົບພໍ້ກັບສະຖານະການໃດກໍຕາມ, ເຈົ້າກໍຈະຍຶດໝັ້ນໃນການສະແຫວງຫາ ແລະ ການໄລ່ຕາມເສາະຫາຄວາມຈິງ ໂດຍບໍ່ປ່ຽນແປງເປົ້າໝາຍຊີວິດຂອງເຈົ້າ. ຖ້າເຈົ້າສາມາດປະຖິ້ມການເຊື່ອໃນພຣະເຈົ້າຢ່າງງ່າຍດາຍ ແລະ ປະຖິ້ມເສັ້ນທາງແຫ່ງຄວາມລອດພົ້ນ, ນີ້ບໍ່ແມ່ນການຮັກຄວາມຈິງແທ້ໆ. ສ່ວນຜູ້ທີ່ບໍ່ໄດ້ໄລ່ຕາມເສາະຫາຄວາມຈິງ ແຕ່ກໍບໍ່ຍອມແພ້, ມີພຽງເຫດຜົນດຽວສຳລັບການອົດທົນຂອງພວກເຂົາ: ພວກເຂົາຄິດວ່າຕາບໃດທີ່ຍັງມີຄວາມຫວັງໜ້ອຍໜຶ່ງສຳລັບຜົນໄດ້ຮັບ ແລະ ຈຸດໝາຍປາຍທາງທີ່ດີ, ອະນາຄົດທີ່ດີ, ມັນກໍຄຸ້ມຄ່າທີ່ຈະເດີມພັນ ແລະ ພວກເຂົາຄວນອົດທົນຈົນເຖິງທີ່ສຸດ. ພວກເຂົາເຊື່ອວ່າການອົດທົນນີ້ຈຳເປັນ; ມັນບັງເອີນວ່າໄພພິບັດກຳລັງເພີ່ມຂຶ້ນ ແລະ ບໍ່ມີບ່ອນອື່ນທີ່ຈະໄປ, ດັ່ງນັ້ນ ພວກເຂົາກໍຢູ່ບ່ອນນີ້ຕໍ່ໄປ ແລະ ລອງສ່ຽງໂຊກຂອງພວກເຂົາເບິ່ງ. ຄົນດັ່ງກ່າວມີຄວາມຮັກຕໍ່ຄວາມຈິງໃນໃຈຂອງພວກເຂົາແມ່ນແຕ່ໜ້ອຍໜຶ່ງບໍ? (ບໍ່ມີ.) ພວກເຂົາບໍ່ມີ. ເມື່ອພວກເຂົາເລີ່ມເຊື່ອໃນພຣະເຈົ້າຄັ້ງທຳອິດ, ຄົນເຫຼົ່ານີ້ກໍເວົ້າເຖິງການກຽດຊັງໂລກ, ກຽດຊັງຊາຕານ, ກຽດຊັງສິ່ງທີ່ເປັນລົບ, ຮັກສິ່ງທີ່ເປັນບວກ ແລະ ປາຖະໜາຄວາມສະຫວ່າງ. ແຕ່ພຶດຕິກຳຂອງພວກເຂົາເປັນແນວໃດເມື່ອພວກເຂົາກ້າວເຂົ້າສູ່ເຮືອນຂອງພຣະເຈົ້າ, ເຂົ້າສູ່ຄຣິສຕະຈັກ? ທັດສະນະຄະຕິຂອງພວກເຂົາເປັນແນວໃດເມື່ອພວກເຂົາຄົ້ນພົບວ່າພວກເຂົາເປັນຜູ້ອອກແຮງງານ, ເມື່ອພວກເຂົາຮັບຮູ້ວ່າການກະທຳ, ພຶດຕິກຳ ແລະ ທຳມະຊາດຂອງພວກເຂົາບໍ່ເປັນທີ່ພໍພຣະໄທຂອງພຣະເຈົ້າ? ພວກເຂົາສະແດງພຶດຕິກຳປະເພດໃດອອກມາ? ສາມາດເວົ້າໄດ້ວ່າ ເມື່ອພວກເຂົາສໍາຜັດເຖິງ, ຮູ້ສຶກເຖິງ ຫຼື ຄິດວ່າພວກເຂົາບໍ່ເປັນທີ່ມັກໃນເຮືອນຂອງພຣະເຈົ້າອີກຕໍ່ໄປ, ວ່າພວກເຂົາຈະຖືກກຳຈັດອອກ, ບາງຄົນກໍເລືອກທີ່ຈະຈາກໄປ. ເຖິງແມ່ນວ່າພວກເຂົາຈະຢູ່ໃນຄຣິສຕະຈັກຢ່າງບໍ່ເຕັມໃຈ, ຄົນອື່ນກໍຍອມຈຳນົນຕໍ່ຄວາມໝົດຫວັງ ແລະ ໃນທີ່ສຸດກໍຖືກບັງຄັບໃຫ້ຈາກໄປ. ຄົນດັ່ງກ່າວບໍ່ໄດ້ຮັກຄວາມຈິງເລີຍ; ເມື່ອຄວາມປາຖະໜາທີ່ຈະໄດ້ຮັບພອນຂອງພວກເຂົາແຕກສະຫຼາຍ, ພວກເຂົາກໍສາມາດທໍລະຍົດພຣະເຈົ້າ ແລະ ຫັນໜີຈາກພຣະອົງ. ການສະແດງອອກຕ່າງໆເຫຼົ່ານີ້ສະແດງໃຫ້ເຫັນທັດສະນະຄະຕິທີ່ມີຕໍ່ຄວາມຈິງຂອງຄົນທີ່ແຕກຕ່າງກັນ.

IV. ຈຸດຈົບທີ່ແຕກຕ່າງກັນຂອງຄົນສາມປະເພດນີ້

ເມື່ອກີ້, ພວກເຮົາໄດ້ໂອ້ລົມກັນກ່ຽວກັບຄຸນລັກສະນະຂອງຄົນສາມປະເພດ: ຜູ້ອອກແຮງງານ, ຄົນງານຈ້າງ ແລະ ປະຊາກອນຂອງພຣະເຈົ້າ. ຈາກຄຸນລັກສະນະຂອງພວກເຂົາ, ເຫັນໄດ້ຊັດເຈນວ່າຈຸດຈົບຂອງພວກເຂົາບໍ່ໄດ້ຖືກກຳນົດໂດຍສະພາບແວດລ້ອມ ຫຼື ເງື່ອນໄຂທາງພາວະວິໄສ ແຕ່ໂດຍການໄລ່ຕາມເສາະຫາຂອງພວກເຂົາເອງ ແລະ ແກ່ນແທ້ທໍາມະຊາດຂອງພວກເຂົາ. ແນ່ນອນວ່າຕາມພາວະວິໄສແລ້ວ, ພຣະເຈົ້າເປັນຜູ້ກຳນົດຊະຕາກຳຂອງຜູ້ຄົນ ແຕ່ພຣະເຈົ້າກໍກໍານົດໂດຍອີງໃສ່ວ່າຜູ້ຄົນຮັກຄວາມຈິງ ຫຼື ບໍ່ ແລະ ພວກເຂົາສາມາດຮັບເອົາຄວາມຈິງໄດ້ ຫຼື ບໍ່. ຜູ້ອອກແຮງງານກໍອ້າງວ່າຮັກຄວາມຈິງ ແລະ ສິ່ງທີ່ເປັນບວກ ແຕ່ໃນທີ່ສຸດ, ເມື່ອພາລະກິດຂອງພຣະເຈົ້າສິ້ນສຸດລົງ, ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາກ່ຽວກັບພຣະເຈົ້າ, ຄວາມຮຽກຮ້ອງທີ່ເກີນຂອບເຂດຂອງພວກເຂົາຕໍ່ພຣະເຈົ້າ ແລະ ການທໍລະຍົດຂອງພວກເຂົາຕໍ່ພຣະເຈົ້າກໍຍັງບໍ່ປ່ຽນແປງ. ນີ້ເປັນເພາະວ່າ ໃນຊ່ວງໄລຍະເວລາຂອງພາລະກິດຂອງພຣະເຈົ້າ, ໃນຂະບວນການຕິດຕາມພຣະເຈົ້າ ແລະ ເຮັດໜ້າທີ່ຂອງຕົນ, ພວກເຂົາຈະບໍ່ມີທາງແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຕົນ. ສາເຫດຕົ້ນຕໍຂອງການທີ່ພວກເຂົາບໍ່ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຕົນກໍຄື ໂດຍພື້ນຖານແລ້ວພວກເຂົາບໍ່ຮັບເອົາຄວາມຈິງ. ເຖິງແມ່ນວ່າພວກເຂົາຈະມີຄວາມປາຖະໜາທີ່ຈະອ່ອນນ້ອມຕໍ່ພຣະເຈົ້າ, ສິ່ງທີ່ພວກເຂົາສະແດງອອກຢ່າງແທ້ຈິງແມ່ນພຽງແຕ່ຄວາມສາມາດທີ່ຈະປະຖິ້ມ ແລະ ຄວາມເຕັມໃຈທີ່ຈະຈ່າຍລາຄາໂດຍບໍ່ເຄີຍສະແຫວງຫາຫຼັກການຄວາມຈິງ ຫຼື ເສັ້ນທາງແຫ່ງການອ່ອນນ້ອມຕໍ່ພຣະເຈົ້າ. ຜົນສຸດທ້າຍກໍຄື ເຖິງແມ່ນວ່າຈະທຸ່ມເທຄວາມພະຍາຍາມຫຼາຍ, ພວກເຂົາກໍບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າແມ່ນແຕ່ໜ້ອຍດຽວ. ພວກເຂົາຍັງສາມາດທໍລະຍົດພຣະເຈົ້າ ແລະ ເວົ້າເຖິງຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງພວກເຂົາກ່ຽວກັບພຣະອົງ ແລະ ຄວາມຮຽກຮ້ອງທີ່ບໍ່ມີເຫດຜົນຂອງພວກເຂົາຕໍ່ພຣະອົງຕໍ່ໜ້າຄົນອື່ນ ແລະ ຊາຕານ. ເມື່ອພາລະກິດຂອງພຣະເຈົ້າສິ້ນສຸດລົງ, ພວກເຂົາກໍຍັງຖືວ່າຕົນເອງ “ມີຄວາມເປັນມະນຸດທີ່ດີ, ເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ສາມາດປະຖິ້ມ ແລະ ອົດທົນຕໍ່ຄວາມທຸກຍາກລຳບາກ ແລະ ຈະໄດ້ຮັບຄວາມລອດພົ້ນຢ່າງແນ່ນອນ” ແລະ ດ້ວຍເຫດນີ້, ພວກເຂົາຈຶ່ງຮູ້ສຶກສະຫງົບໃຈ. ໃນຄວາມເປັນຈິງ, ພວກເຂົາໄດ້ຍ່າງຕາມເສັ້ນທາງຂອງຜູ້ອອກແຮງງານມາໂດຍຕະຫຼອດໂດຍບໍ່ໄດ້ໄລ່ຕາມເສາະຫາຄວາມຈິງເລີຍ; ດັ່ງນັ້ນ, ພວກເຂົາຈຶ່ງຮັກສາຕົວຕົນຂອງຜູ້ອອກແຮງງານໄວ້ສະເໝີ. ສ່ວນຄົນອີກປະເພດໜຶ່ງ, ຄົນງານຈ້າງ, ພວກເຮົາຈະບໍ່ເວົ້າເຖິງພວກເຂົາ. ຍັງມີອີກປະເພດໜຶ່ງຄື ປະຊາກອນຂອງພຣະເຈົ້າ, ຜູ້ທີ່ພວກເຮົາຫາກໍກ່າວເຖິງ. ຕະຫຼອດໄລຍະເວລາຂອງການຕິດຕາມພຣະເຈົ້າ, ພວກເຂົາ, ເຊັ່ນດຽວກັບຜູ້ອອກແຮງງານ, ກໍເສຍສະລະຕົນເອງເພື່ອພຣະອົງ, ອຸທິດເວລາ ແລະ ພະລັງງານ ແລະ ແມ່ນແຕ່ຄວາມໜຸ່ມສາວຂອງພວກເຂົາ ແລະ ຜ່ານຄວາມທຸກທໍລະມານຫຼາຍຢ່າງ ແລະ ຈ່າຍລາຄາຫຼາຍ. ນີ້ຄືກັນກັບຜູ້ອອກແຮງງານ. ແລ້ວສິ່ງທີ່ແຕກຕ່າງແມ່ນຫຍັງ? ມັນຄື ເມື່ອພາລະກິດຂອງພຣະເຈົ້າສິ້ນສຸດລົງ, ຄວາມຄິດຫຼົງຜິດ, ຈິນຕະນາການ ແລະ ຄວາມຮຽກຮ້ອງທີ່ເກີນຂອບເຂດຈຳນວນຫຼາຍຂອງພວກເຂົາຕໍ່ພຣະເຈົ້າຈະໄດ້ຮັບການແກ້ໄຂ. ການສະແດງອອກ, ສະພາວະ ແລະ ການເປີດເຜີຍຄວາມເສື່ອມຊາມທີ່ຕໍ່ຕ້ານພຣະເຈົ້າຢ່າງຊັດເຈນພາຍໃນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຈະຖືກປະຖິ້ມໄປ. ສິ່ງທີ່ຍັງບໍ່ທັນໄດ້ຮັບການແກ້ໄຂກໍຈະສະຫຼາຍໄປ ເມື່ອພວກເຂົາຄ່ອຍໆເຂົ້າໃຈຄວາມຈິງຜ່ານປະສົບການ. ເຖິງແມ່ນວ່າອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຈະບໍ່ຖືກປະຖິ້ມໄປຢ່າງສົມບູນ, ອຸປະນິໄສຊີວິດຂອງພວກເຂົາກໍຈະໄດ້ຮັບການປ່ຽນແປງບາງຢ່າງ. ສ່ວນໃຫຍ່ແລ້ວ, ພວກເຂົາຈະສາມາດປະຕິບັດຕາມຫຼັກການຄວາມຈິງທີ່ພວກເຂົາເຂົ້າໃຈ ແລະ ການເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍຈະຫຼຸດລົງຢ່າງຫຼວງຫຼາຍ. ເຖິງບໍ່ແມ່ນວ່າພວກເຂົາຈະບໍ່ເປີດເຜີຍມັນໃນສະພາບແວດລ້ອມໃດໆ, ຄົນເຫຼົ່ານີ້ກໍຈະບັນລຸຂໍ້ກຳນົດພື້ນຖານໜຶ່ງຢ່າງຄື: ພວກເຂົາຈະບັນລຸຂໍ້ກຳນົດຂອງພຣະເຈົ້າທີ່ວ່າພວກເຂົາຕ້ອງເປັນຄົນຊື່ສັດ; ໂດຍພື້ນຖານແລ້ວ ພວກເຂົາຈະເປັນຄົນຊື່ສັດ. ຍິ່ງໄປກວ່ານັ້ນ, ເມື່ອຄົນເຫຼົ່ານີ້ເປີດເຜີຍອຸປະນິໄສທີ່ເສື່ອມຊາມ ຫຼື ກະທຳຜິດ ຫຼື ຄວາມຄິດຫຼົງຜິດ ແລະ ການກະບົດຕໍ່ພຣະເຈົ້າ, ບໍ່ວ່າພວກເຂົາຈະເຮັດໃນສະພາບແວດລ້ອມໃດກໍຕາມ, ພວກເຂົາກໍຈະມີທັດສະນະຄະຕິທີ່ກັບໃຈ. ຍັງມີອີກຈຸດໜຶ່ງທີ່ສຳຄັນທີ່ສຸດຄື: ບໍ່ວ່າພຣະເຈົ້າຈະກະທຳການສະເພາະໃດໆ ແລະ ພຣະອົງຈະກະທຳແນວໃດໃນວຽກງານແຫ່ງການພິພາກສາຂອງຍຸກສຸດທ້າຍ, ບໍ່ວ່າພຣະອົງຈະຕັ້ງໃຈເຮັດຫຍັງໃນອະນາຄົດ, ບໍ່ວ່າພຣະອົງຈະຈັດແຈງຊະຕາກຳຂອງມະນຸດຊາດແນວໃດ ແລະ ບໍ່ວ່າພວກເຂົາເອງຈະດຳລົງຊີວິດຢູ່ໃນສະພາບແວດລ້ອມທີ່ພຣະອົງຈັດແຈງແນວໃດ, ພວກເຂົາທຸກຄົນກໍຈະມີຫົວໃຈທີ່ອ່ອນນ້ອມ ແລະ ທັດສະນະຄະຕິແຫ່ງການອ່ອນນ້ອມ, ປາສະຈາກທາງເລືອກສ່ວນຕົວ ແລະ ປາສະຈາກແຜນການ ແລະ ການວາງແຜນສ່ວນຕົວ. ເນື່ອງຈາກການສະແດງອອກທີ່ດີງາມຕ່າງໆເຫຼົ່ານີ້, ພວກເຂົາຈະກາຍເປັນຄົນປະເພດທີ່ພຣະເຈົ້າຮຽກຮ້ອງແລ້ວ, ຜູ້ທີ່ປະຕິບັດຕາມແນວທາງຂອງພຣະເຈົ້າ, ເຊິ່ງກໍຄືການຢຳເກງພຣະອົງ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ. ເຖິງແມ່ນວ່າພວກເຂົາຈະຍັງຫ່າງໄກຈາກມາດຕະຖານທີ່ແທ້ຈິງທີ່ວ່າ “ຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ ແລະ ເປັນຄົນທີ່ສົມບູນ” ດັ່ງທີ່ພຣະເຈົ້າໄດ້ກ່າວໄວ້, ເມື່ອການທົດສອບຂອງພຣະເຈົ້າມາເຖິງພວກເຂົາ, ພວກເຂົາກໍຈະສາມາດສະແຫວງຫາ ແລະ ອ່ອນນ້ອມ, ເຊິ່ງພຽງພໍແລ້ວ. ພວກເຂົາຈະບໍ່ມີຄຳຈົ່ມ; ພວກເຂົາຈະລໍຖ້າ ແລະ ອ່ອນນ້ອມເທົ່ານັ້ນ. ເຖິງແມ່ນວ່າສະຖານະການປັດຈຸບັນຂອງພວກເຈົ້າອາດຈະຍັງເຫຼືອໄລຍະທາງອີກພໍສົມຄວນກ່ອນຈະບັນລຸຜົນໄດ້ຮັບດັ່ງກ່າວ ແລະ ສຳລັບບາງຄົນ, ມັນອາດຈະເບິ່ງຄືວ່າໄກຫຼາຍ ແລະ ບໍ່ສາມາດບັນລຸໄດ້, ຖ້າພວກເຈົ້າສາມາດຮັບເອົາຄວາມຈິງ ແລະ ຖືວ່າພຣະທຳຂອງພຣະເຈົ້າເປັນຫຼັກການ ແລະ ພື້ນຖານສຳລັບການດຳລົງຊີວິດຂອງພວກເຈົ້າ, ແລ້ວກໍຈົ່ງເຊື່ອວ່າມື້ໜຶ່ງ, ເຈົ້າ ຫຼື ພວກເຈົ້າທຸກຄົນຈະບໍ່ຢູ່ຫ່າງໄກຈາກການກາຍເປັນປະຊາກອນທີ່ແທ້ຈິງຂອງພຣະເຈົ້າ, ຜູ້ທີ່ພຣະອົງຮັກອີກຕໍ່ໄປ, ຈົ່ງເຊື່ອວ່າມື້ນັ້ນເປັນສິ່ງທີ່ເຫັນໄດ້. ບໍ່ວ່າມັນຈະຖືກທຳນວາຍໄວ້ໃນປັດຈຸບັນ ຫຼື ເປັນສິ່ງທີ່ເຫັນໄດ້, ຜົນສຸດທ້າຍກໍບໍ່ແມ່ນເລື່ອງຈິນຕະນາການໃນທັງສອງກໍລະນີ ແຕ່ເປັນຄວາມຈິງທີ່ກຳລັງຈະເກີດຂຶ້ນ ແລະ ສຳເລັດຜົນ. ຄວາມຈິງນີ້ຈະສຳເລັດຜົນໃນຜູ້ໃດແທ້, ມັນຈະສຳເລັດຜົນໃນຄົນກຸ່ມໃດ, ກໍຂຶ້ນຢູ່ກັບວ່າພວກເຈົ້າໄລ່ຕາມເສາະຫາຄວາມຈິງແນວໃດແທ້. ເວົ້າອີກຢ່າງໜຶ່ງກໍຄື ບໍ່ວ່າເຈົ້າຈະຮັກຄວາມຈິງຢ່າງແທ້ຈິງເຖິງຂັ້ນທີ່ເຈົ້າສາມາດໄລ່ຕາມເສາະຫາ ແລະ ປະຕິບັດມັນໄດ້ ຫຼື ເຈົ້າມີພຽງຄວາມຮັກຕໍ່ຄວາມຈິງໜ້ອຍໜຶ່ງ ແຕ່ບໍ່ສາມາດຮັບເອົາ ແລະ ປະຕິບັດມັນໄດ້ຢ່າງເຕັມທີ່, ຜົນສຸດທ້າຍກໍຈະໃຫ້ຄຳຕອບແກ່ເຈົ້າ. ເອົາລະ, ພວກເຮົາຈະຈົບການໂອ້ລົມຂອງພວກເຮົາກ່ຽວກັບຫົວຂໍ້ນີ້ໄວ້ພຽງເທົ່ານີ້.

ມາດຕະຖານ ແລະ ພື້ນຖານໃນການແຍກແຍະຄົນຊົ່ວຮ້າຍປະເພດຕ່າງໆ

II. ໂດຍອີງໃສ່ຄວາມເປັນມະນຸດ

ຕໍ່ໄປ, ພວກເຮົາຈະໂອ້ລົມກັນຕໍ່ກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ໃຫ້ແຍກແຍະໂດຍທັນທີ ແລະ ຈາກນັ້ນກໍກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສທຸກປະເພດ”. ມາດຕະຖານໃນການແຍກແຍະຄົນຊົ່ວຮ້າຍທຸກປະເພດແມ່ນຖືກແບ່ງອອກເປັນສາມໝວດໃຫຍ່. ກ່ອນໜ້ານີ້ພວກເຮົາໄດ້ໂອ້ລົມກັນກ່ຽວກັບຈຸດປະສົງຂອງການເຊື່ອໃນພຣະເຈົ້າ ແລະ ຈາກນັ້ນກໍໄດ້ກ້າວເຂົ້າສູ່ການໂອ້ລົມກ່ຽວກັບຄວາມເປັນມະນຸດຂອງພວກເຂົາ. ໃນດ້ານຄວາມເປັນມະນຸດຂອງຄົນເຮົາ, ພວກເຮົາຍັງໄດ້ຈັດແບ່ງການສະແດງອອກທີ່ແຕກຕ່າງກັນຫຼາຍຢ່າງ. ການສະແດງອອກຫຼາຍປະການທີ່ພວກເຮົາໄດ້ໂອ້ລົມກັນໄປແລ້ວມີຫຍັງແດ່? ໃຫ້ອ່ານເບິ່ງ. (ຂໍ້ທີສອງໃນການແຍກແຍະຄົນຊົ່ວຮ້າຍທຸກປະເພດແມ່ນກ່ຽວຂ້ອງກັບຄວາມເປັນມະນຸດ. ໜຶ່ງ, ມັກບິດເບືອນຄວາມຈິງ ແລະ ສ້າງເລື່ອງ; ສອງ, ມັກສວຍໂອກາດເອົາປຽບ; ສາມ, ການເປັນຄົນເສເພ ແລະ ບໍ່ມີການຢັບຢັ້ງຕົນເອງ; ສີ່, ການເປັນຄົນມັກແກ້ແຄ້ນ; ຫ້າ, ການບໍ່ສາມາດລະວັງຄຳເວົ້າຂອງຕົນ.) ພວກເຮົາໄດ້ໂອ້ລົມກັນມາຮອດຂໍ້ທີຫ້າແລ້ວ ກ່ຽວກັບການບໍ່ສາມາດລະວັງຄຳເວົ້າຂອງຕົນໄດ້. ບໍ່ວ່າພວກເຮົາຈະໂອ້ລົມກັນກ່ຽວກັບການສະແດງອອກທີ່ສະເພາະເຈາະຈົງຂອງຄວາມເປັນມະນຸດ ຫຼື ຂອງສິ່ງອື່ນໆກໍຕາມ, ດັ່ງທີ່ເຮົາໄດ້ກ່າວໄປແລ້ວ, ມັນກໍຈະມີຜົນກະທົບທີ່ແຕກຕ່າງກັນຕໍ່ຄົນແຕ່ລະປະເພດ. ຫຼັງຈາກທີ່ໄດ້ຟັງແລ້ວ, ຜູ້ທີ່ໄລ່ຕາມເສາະຫາຄວາມຈິງຈະເອົາໃຈໃສ່ໃນການກວດສອບຕົນເອງ; ພວກເຂົາຈະເອົາຄຳໂອ້ລົມຂອງເຮົາມາປະເມີນຕົນເອງ ແລະ ມີການເຂົ້າສູ່ຊີວິດທີ່ຫ້າວຫັນ ແລະ ເປັນບວກ. ຢ່າງໃດກໍຕາມ, ຜູ້ທີ່ບໍ່ໄລ່ຕາມເສາະຫາຄວາມຈິງ, ເຊັ່ນ: ຜູ້ອອກແຮງງານ, ຈະພຽງແຕ່ຟັງຊື່ໆ ແລະ ກໍແລ້ວໄປ. ພວກເຂົາບໍ່ເອົາມາໃສ່ໃຈ ຫຼື ບໍ່ຕັ້ງໃຈຟັງ. ບາງຄັ້ງ, ພວກເຂົາເຖິງກັບນອນຫຼັບໄດ້ໃນຂະນະທີ່ກຳລັງຟັງການເທດສະໜາ. ພວກເຂົາບໍ່ສາມາດຮັບເອົາໄດ້ ແລະ ຍັງຄິດອີກວ່າ “ການຟັງເລື່ອງນ້ອຍໆເຫຼົ່ານີ້ມີປະໂຫຍດຫຍັງ? ມັນເສຍເວລາ, ວຽກທີ່ຢູ່ໃນມືຂອງຂ້ອຍກໍຍັງເຮັດບໍ່ແລ້ວເທື່ອ!” ພວກເຂົາມີແຕ່ກັງວົນກ່ຽວກັບວຽກງານທີ່ຕ້ອງມີການເຮັດວຽກໜັກຢູ່ສະເໝີ. ພວກເຂົາມີຄວາມກະຕືລືລົ້ນ ແລະ ທຸ່ມເທເປັນພິເສດຕໍ່ການເຮັດວຽກໜັກ, ສະແດງອອກເຖິງຄວາມຈົງຮັກພັກດີ ແຕ່ພວກເຂົາບໍ່ສາມາດຮວບຮວມກຳລັງໄດ້ເລີຍສຳລັບເລື່ອງທີ່ກ່ຽວຂ້ອງກັບຄວາມຈິງ. ສິ່ງນີ້ເປີດເຜີຍໃຫ້ເຫັນຢ່າງຊັດເຈນວ່າ ຄົນປະເພດນີ້ບໍ່ໄດ້ສົນໃຈໃນຄວາມຈິງ; ພວກເຂົາພໍໃຈກັບການເຮັດວຽກໜັກພຽງຢ່າງດຽວ. ຍັງມີຄົນອີກກຸ່ມໜຶ່ງທີ່ຮັກສາທັດສະນະຄະຕິແບບດຽວກັນ ບໍ່ວ່າເຮືອນຂອງພຣະເຈົ້າຈະໂອ້ລົມຄວາມຈິງແນວໃດກໍຕາມ: “ຂ້ອຍພຽງແຕ່ຕໍ່ຕ້ານ ແລະ ເປັນປໍລະປັກ. ເຖິງແມ່ນວ່າເຈົ້າຈະຊີ້ໃຫ້ເຫັນບັນຫາຂອງຂ້ອຍ ແລະ ເປີດໂປງການສະແດງອອກ, ການເປີດເຜີຍ ແລະ ອຸປະນິໄສຂອງຂ້ອຍ, ຂ້ອຍກໍຍັງຈະບໍ່ສົນໃຈ ຫຼື ເອົາເປັນເລື່ອງຈິງຈັງ. ແລ້ວມັນຈະເປັນແນວໃດ ຖ້າຄົນອື່ນຮູ້ວ່າຂ້ອຍກຳລັງຖືກເປີດໂປງ?” ພວກເຂົາພຽງສືບຕໍ່ທ້າທາຍ ແລະ ຕໍ່ຕ້ານໂດຍບໍ່ມີຢາງອາຍ ເຊິ່ງເປັນສິ່ງທີ່ບໍ່ສາມາດຊ່ວຍໃຫ້ລອດພົ້ນໄດ້. ບໍ່ວ່າຈະເປັນແນວໃດກໍຕາມ, ການສະແດງອອກຂອງຄົນແຕ່ລະປະເພດແມ່ນສາມາດແຍກແຍະໄດ້. ບໍ່ວ່າຈະສຳລັບຜູ້ທີ່ໄລ່ຕາມເສາະຫາມັນ, ຄວາມຈິງກໍຄື ຜູ້ທີ່ເຕັມໃຈເຮັດວຽກໜັກແຕ່ບໍ່ຮັກມັນ ຫຼື ຜູ້ທີ່ລັງກຽດ ແລະ ເບື່ອໜ່າຍຄວາມຈິງ, ກໍເປັນຄືດາບສອງຄົມ, ເປັນຫີນລອງຄຳ. ມັນສາມາດວັດແທກທັດສະນະຄະຕິຂອງຜູ້ຄົນຕໍ່ຄວາມຈິງ ແລະ ຍັງສາມາດວັດແທກເສັ້ນທາງທີ່ພວກເຂົາກຳລັງຍ່າງຢູ່ໄດ້ອີກດ້ວຍ.

F. ການເປັນຄົນບໍ່ມີເຫດຜົນ ແລະ ເກາະຜິດຫາເລື່ອງໂດຍເຈດຕະນາ ໂດຍບໍ່ມີໃຜກ້າເຮັດໃຫ້ພວກເຂົາໃຈຮ້າຍ

ກ່ອນໜ້ານີ້, ພວກເຮົາໄດ້ໂອ້ລົມກັນກ່ຽວກັບການແຍກແຍະການສະແດງອອກຫ້າປະການຂອງຄົນຊົ່ວຮ້າຍປະເພດຕ່າງໆ. ມື້ນີ້, ພວກເຮົາຈະໂອ້ລົມກັນຕໍ່ກ່ຽວກັບປະການທີຫົກ. ປະການທີຫົກແມ່ນການສະແດງອອກຂອງຄົນຊົ່ວຮ້າຍປະເພດໜຶ່ງເຊັ່ນກັນ ຫຼື ອາດຈະເວົ້າໄດ້ວ່າ ເຖິງແມ່ນວ່າຜູ້ຄົນຈະບໍ່ຖືວ່າຄົນປະເພດນີ້ເປັນຄົນຊົ່ວຮ້າຍ ແຕ່ທຸກຄົນກໍຍັງບໍ່ມັກພວກເຂົາ. ເປັນຫຍັງຈຶ່ງເປັນເຊັ່ນນັ້ນ? ນັ້ນກໍຍ້ອນວ່າຄົນເຫຼົ່ານີ້ຂາດຄວາມສໍານຶກ ແລະ ເຫດຜົນ, ຂາດຄວາມເປັນມະນຸດປົກກະຕິ ແລະ ການພົວພັນກັບພວກເຂົາແມ່ນເປັນເລື່ອງທີ່ລຳບາກ ແລະ ຫຍຸ້ງຍາກເປັນພິເສດ, ເຮັດໃຫ້ເກີດຄວາມລັງກຽດ. ການສະແດງອອກທີ່ສະເພາະເຈາະຈົງຂອງຄົນເຫຼົ່ານີ້ແມ່ນຫຍັງ? ນັ້ນກໍຄືການເປັນຄົນທີ່ບໍ່ມີເຫດຜົນ ແລະ ເກາະຜິດຫາເລື່ອງໂດຍເຈດຕະນາ ໂດຍບໍ່ມີໃຜກ້າເຮັດໃຫ້ພວກເຂົາໃຈຮ້າຍ. ມີຄົນແບບນີ້ຢູ່ໃນຄຣິສຕະຈັກບໍ? ເຖິງແມ່ນວ່າຈະບໍ່ຫຼາຍ ແຕ່ກໍມີຢ່າງແນ່ນອນ. ການສະແດງອອກທີ່ສະເພາະເຈາະຈົງຂອງພວກເຂົາແມ່ນຫຍັງ? ພາຍໃຕ້ສະຖານະການທົ່ວໄປ, ຄົນເຫຼົ່ານີ້ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ຢ່າງປົກກະຕິ ແລະ ພົວພັນກັບຄົນອື່ນໄດ້ຢ່າງປົກກະຕິ; ເຈົ້າຈະບໍ່ເຫັນອຸປະນິໄສທີ່ໂຫດຮ້າຍຈາກພວກເຂົາ. ແຕ່ເມື່ອການກະທຳຂອງພວກເຂົາຂັດກັບຫຼັກການຄວາມຈິງ ແລະ ພວກເຂົາຖືກລິຮານ, ພວກເຂົາຈະລະເບີດຄວາມໃຈຮ້າຍອອກມາ, ປະຕິເສດຄວາມຈິງຢ່າງສິ້ນເຊີງ ພ້ອມທັງຫາຂໍ້ອ້າງທີ່ຜິດພ້ຽນເພື່ອຕົນເອງ. ທັນໃດນັ້ນ, ເຈົ້າກໍຮັບຮູ້ວ່າພວກເຂົາກໍຄືກັບເໝັ້ນທີ່ມີໜາມເຕັມຕົວ, ເປັນເສືອທີ່ບໍ່ສາມາດແຕະຕ້ອງໄດ້. ເຈົ້າຄິດວ່າ “ຂ້ອຍໄດ້ພົວພັນກັບຄົນຜູ້ນີ້ມາດົນແລ້ວ, ຄິດວ່າລາວມີຄວາມເປັນມະນຸດທີ່ດີ, ເຂົ້າໃຈງ່າຍ ແລະ ເວົ້ານຳງ່າຍ, ເຊື່ອວ່າລາວສາມາດຮັບເອົາຄວາມຈິງໄດ້. ຂ້ອຍບໍ່ໄດ້ຄາດຄິດເລີຍວ່າລາວຈະເປັນຄົນທີ່ບໍ່ມີເຫດຜົນ ແລະ ເກາະຜິດຫາເລື່ອງໂດຍເຈດຕະນາ. ຂ້ອຍຕ້ອງລະມັດລະວັງຫຼາຍຂຶ້ນໃນການພົວພັນກັບລາວໃນອະນາຄົດ, ຫຼຸດການຕິດຕໍ່ນອກຈາກຈະມີຄວາມຈຳເປັນ ແລະ ຮັກສາໄລຍະຫ່າງເພື່ອຫຼີກລ່ຽງການເຮັດໃຫ້ລາວໃຈຮ້າຍ”. ພວກເຈົ້າເຄີຍເຫັນຄົນທີ່ບໍ່ມີເຫດຜົນ ແລະ ເກາະຜິດຫາເລື່ອງໂດຍເຈດຕະນາແບບນີ້ບໍ? ໂດຍທົ່ວໄປແລ້ວ, ຜູ້ທີ່ເຂົ້າໃຈພວກເຂົາຈະຮູ້ວ່າພວກເຂົາເປັນຕາຢ້ານສໍ່າໃດ ແລະ ຈະເວົ້ານຳພວກເຂົາດ້ວຍຄວາມສຸພາບ ແລະ ລະມັດລະວັງເປັນພິເສດ. ໂດຍສະເພາະແລ້ວ, ເມື່ອເຈົ້າເວົ້າກັບພວກເຂົາ, ເຈົ້າຈະຕ້ອງບໍ່ເຮັດໃຫ້ພວກເຂົາເຈັບໃຈຢ່າງເດັດຂາດ, ຖ້າບໍ່ດັ່ງນັ້ນ ມັນກໍຈະກໍ່ໃຫ້ເກີດບັນຫາທີ່ບໍ່ມີທີ່ສິ້ນສຸດກັບພວກເຂົາ. ບາງຄົນເວົ້າວ່າ “ຄົນຫຍາບຄາຍເຫຼົ່ານີ້ແມ່ນໃຜກັນແທ້? ພວກເຮົາບໍ່ເຄີຍພົບພໍ້ພວກເຂົາເທື່ອ”. ໃນກໍລະນີນັ້ນ, ພວກເຮົາກໍຈຳເປັນຕ້ອງເວົ້າກ່ຽວກັບເລື່ອງນີ້ແທ້ໆ. ຕົວຢ່າງ: ໃນຂະນະທີ່ອ້າຍເອື້ອຍນ້ອງກຳລັງໂອ້ລົມກັນກ່ຽວກັບປະສົບການຂອງພວກເຂົາ, ເມື່ອບາງຄົນກ່າວເຖິງສະພາວະທີ່ເສື່ອມຊາມ ຫຼື ຄວາມຫຍຸ້ງຍາກສ່ວນຕົວຂອງພວກເຂົາ, ມັນກໍຫຼີກລ່ຽງບໍ່ໄດ້ທີ່ຄົນອື່ນຈະມີຄວາມຮູ້ສຶກຮ່ວມ, ເຄີຍມີປະສົບການ ຫຼື ຄວາມຮູ້ສຶກທີ່ຄ້າຍຄືກັນ. ສິ່ງນີ້ແມ່ນເປັນເລື່ອງປົກກະຕິຫຼາຍ. ຫຼັງຈາກທີ່ໄດ້ຟັງ, ຄົນເຮົາອາດຈະຄິດວ່າ “ຂ້ອຍເຄີຍມີປະສົບການແບບນີ້ຄືກັນ, ສະນັ້ນ ໃຫ້ພວກເຮົາໂອ້ລົມກັນກ່ຽວກັບຫົວຂໍ້ນີ້ຮ່ວມກັນ. ຂ້ອຍຢາກຟັງວ່າເຈົ້າຜ່ານມັນມາໄດ້ແນວໃດ. ຖ້າຄຳໂອ້ລົມຂອງເຈົ້າມີຄວາມສະຫວ່າງ ແລະ ມັນກ່ຽວຂ້ອງກັບບັນຫາທີ່ຂ້ອຍມີ, ຂ້ອຍກໍຈະຮັບເອົາມັນ ແລະ ປະຕິບັດຕາມປະສົບການ ແລະ ເສັ້ນທາງຂອງເຈົ້າ ເພື່ອເບິ່ງວ່າຜົນຈະເປັນແນວໃດ”. ມີຄົນພຽງປະເພດດຽວເທົ່ານັ້ນ ທີ່ເມື່ອໄດ້ຍິນຄົນອື່ນໂອ້ລົມກ່ຽວກັບການຮູ້ຈັກຕົນເອງ ແລະ ເປີດເຜີຍຄວາມເສື່ອມຊາມ ແລະ ຄວາມຂີ້ຮ້າຍຂອງຕົນເອງ ທີ່ເຊື່ອວ່ານີ້ເປັນການເປີດໂປງ ແລະ ການຕັດສິນລາວໂດຍທາງອ້ອມ ແລະ ບໍ່ສາມາດອົດກັ້ນໄດ້ ຈົນຕ້ອງຕົບໂຕະ ແລະ ລະເບີດຄວາມໃຈຮ້າຍອອກມາ: “ໃຜແດ່ທີ່ບໍ່ມີຄວາມເສື່ອມຊາມ? ໃຜແດ່ທີ່ອາໄສຢູ່ໃນສູນຍາກາດ? ເທົ່າທີ່ຂ້ອຍເຫັນ, ຄວາມເສື່ອມຊາມຂອງພວກເຈົ້າຍັງຮ້າຍແຮງກວ່າຂອງຂ້ອຍອີກ! ພວກເຈົ້າມີຄຸນສົມບັດຫຍັງທີ່ຈະມາເຈາະຈົງໃສ່ຂ້ອຍ, ເພື່ອເປີດໂປງຂ້ອຍ? ເທົ່າທີ່ຂ້ອຍເຫັນ, ພວກເຈົ້າກໍພຽງແຕ່ຢາກສ້າງຄວາມລຳບາກໃຫ້ຂ້ອຍ, ເພື່ອແຍກຂ້ອຍອອກໄປ! ມັນບໍ່ແມ່ນຍ້ອນວ່າຂ້ອຍມາຈາກຊົນນະບົດ ແລະ ເວົ້າຄຳຍ້ອງຍໍເພື່ອເອົາໃຈພວກເຈົ້າບໍ່ເປັນບໍ? ມັນບໍ່ແມ່ນຍ້ອນວ່າການສຶກສາຂອງຂ້ອຍບໍ່ສູງເທົ່າຂອງພວກເຈົ້າບໍ? ແມ່ນແຕ່ພຣະເຈົ້າກໍບໍ່ໄດ້ດູຖູກຂ້ອຍ, ແລ້ວແມ່ນຫຍັງທີ່ເຮັດໃຫ້ພວກເຈົ້າມີສິດມາດູຖູກຂ້ອຍ!” ຄົນອື່ນເວົ້າວ່າ “ນີ້ແມ່ນການໂອ້ລົມກັນແບບປົກກະຕິ, ບໍ່ໄດ້ເຈາະຈົງໃສ່ເຈົ້າ. ອຸປະນິໄສທີ່ເສື່ອມຊາມຂອງທຸກຄົນບໍ່ຄືກັນບໍ? ເມື່ອຄົນໃດໜຶ່ງກຳລັງໂອ້ລົມກັນກ່ຽວກັບຫົວຂໍ້ໃດໜຶ່ງ ແລະ ກ່າວເຖິງສະພາວະທີ່ເສື່ອມຊາມຂອງຕົນເອງ, ມັນກໍເປັນເລື່ອງທີ່ຫຼີກລ່ຽງບໍ່ໄດ້ທີ່ຄົນອື່ນຈະພົບວ່າຕົນເອງຢູ່ໃນສະພາວະທີ່ຄ້າຍຄືກັນ. ຖ້າເຈົ້າຮູ້ສຶກວ່າເຈົ້າມີສະພາວະດຽວກັນ, ເຈົ້າກໍສາມາດໂອ້ລົມກ່ຽວກັບປະສົບການຂອງເຈົ້າໄດ້ຄືກັນ”. ລາວກໍຕອບວ່າ “ມັນເປັນແນວນັ້ນບໍ? ຂ້ອຍສາມາດທົນກັບການໂອ້ລົມແບບນັ້ນຈາກຄົນດຽວໄດ້ ແຕ່ເປັນຫຍັງພວກເຈົ້າສອງສາມຄົນຈຶ່ງຈັບກຸ່ມກັນຂົ່ມເຫັງຂ້ອຍ? ພວກເຈົ້າຄິດວ່າຂ້ອຍຂົ່ມເຫັງງ່າຍບໍ?” ຍິ່ງເຂົາເວົ້າຫຼາຍຂຶ້ນ ຄຳເວົ້າຂອງລາວບໍ່ແມ່ນຍິ່ງບໍ່ເຂົ້າເລື່ອງຂຶ້ນບໍ? (ແມ່ນແລ້ວ.) ຄົນປະເພດນີ້ມີເຫດຜົນໃນການເວົ້າຄຳເຫຼົ່ານີ້ບໍ? (ບໍ່ມີ.) ຖ້າເຈົ້າຄິດຢ່າງແທ້ຈິງວ່າຫົວຂໍ້ການໂອ້ລົມຂອງຄົນອື່ນເຈາະຈົງໃສ່ເຈົ້າ, ເຈົ້າກໍສາມາດສົນທະນາ ຫຼື ໂອ້ລົມກັນກ່ຽວກັບຫົວຂໍ້ນີ້ໄດ້; ຖາມໂດຍກົງເລີຍວ່າມັນເຈາະຈົງໃສ່ເຈົ້າບໍ, ແທນທີ່ຈະລາກເອົາພື້ນຖານຂອງເຈົ້າທີ່ເປັນຊາວນາ, ລະດັບການສຶກສາທີ່ຕໍ່າກວ່າ ຫຼື ການທີ່ຄົນອື່ນດູຖູກເຈົ້າເຂົ້າມາ. ການເວົ້າສິ່ງເຫຼົ່ານັ້ນມີປະໂຫຍດຫຍັງ? ນີ້ບໍ່ແມ່ນການສ້າງເລື່ອງສ້າງລາວບໍ? ມັນບໍ່ແມ່ນການເປັນຄົນທີ່ບໍ່ມີເຫດຜົນ ແລະ ເກາະຜິດຫາເລື່ອງໂດຍເຈດຕະນາບໍ? (ແມ່ນແລ້ວ.) ພວກເຈົ້າບໍ່ຄິດວ່າຄົນປະເພດນີ້ເປັນຕາຢ້ານບໍ? (ແມ່ນແລ້ວ.) ຫຼັງຈາກທີ່ລາວສ້າງເລື່ອງແບບນັ້ນ, ທຸກຄົນກໍຮູ້ວ່າລາວເປັນຄົນປະເພດໃດ ແລະ ເມື່ອໂອ້ລົມກັນໃນການເຕົ້າໂຮມຄັ້ງຕໍ່ໄປ, ພວກເຂົາກໍຕ້ອງເວົ້າຢ່າງລະມັດລະວັງສະເໝີ ແລະ ສັງເກດສີໜ້າຂອງລາວ. ຖ້າສີໜ້າຂອງລາວເສົ້າໝອງລົງ, ຄົນອື່ນຈະລັງເລທີ່ຈະເວົ້າ ແລະ ທຸກຄົນກໍຮູ້ສຶກອຶດອັດໃນລະຫວ່າງການໂອ້ລົມກັນໃນການເຕົ້າໂຮມ. ນີ້ບໍ່ແມ່ນຂໍ້ຈຳກັດ ແລະ ການລົບກວນທີ່ເກີດຈາກການທີ່ລາວເປັນຄົນທີ່ບໍ່ມີເຫດຜົນ ແລະ ເກາະຜິດຫາເລື່ອງໂດຍເຈດຕະນາບໍ? (ແມ່ນແລ້ວ.) ຜູ້ທີ່ບໍ່ມີເຫດຜົນ ແລະ ເກາະຜິດຫາເລື່ອງໂດຍເຈດຕະນາລ້ວນແລ້ວແຕ່ເປັນຄົນທີ່ບໍ່ສາມາດໃຊ້ເຫດຜົນນຳໄດ້; ຄົນປະເພດນີ້ຈະບໍ່ຮັບເອົາຄວາມຈິງ ແລະ ບໍ່ສາມາດທີ່ຈະໄດ້ຮັບການຊ່ວຍໃຫ້ລອດພົ້ນຢ່າງແນ່ນອນ.

ຄົນປະເພດທີ່ບໍ່ມີເຫດຜົນ ແລະ ເກາະຜິດຫາເລື່ອງໂດຍເຈດຕະນານີ້ ຍັງມີການສະແດງອອກອີກຢ່າງໜຶ່ງ. ບາງຄົນເວົ້າໃນລະຫວ່າງການເຕົ້າໂຮມຢູ່ສະເໝີວ່າ “ຂ້ອຍບໍ່ສາມາດເຮັດພໍແລ້ວມືແລ້ວຕີນໄດ້ອີກຕໍ່ໄປ. ຂ້ອຍຕ້ອງເອົາໃຈໃສ່ໃນການປະຕິບັດຄວາມຈິງ; ຂ້ອຍຕ້ອງໄລ່ຕາມຄວາມສົມບູນ. ໂດຍທຳມະຊາດແລ້ວ ຂ້ອຍເປັນຄົນທີ່ພະຍາຍາມເພື່ອຄວາມເປັນເລີດ. ບໍ່ວ່າຂ້ອຍຈະເຮັດຫຍັງ, ມັນຕ້ອງເຮັດໃຫ້ດີ”. ພວກເຂົາເວົ້າໄດ້ດີ ແຕ່ໃນຄວາມເປັນຈິງແລ້ວ, ພວກເຂົາຍັງເຮັດພໍແລ້ວມືແລ້ວຕີນເມື່ອພວກເຂົາປະຕິບັດໜ້າທີ່ຂອງຕົນ ແລະ ໜ້າທີ່ທີ່ພວກເຂົາເຮັດກໍມີບັນຫາຫຼາຍຢ່າງ, ເຊິ່ງໄກຈາກການບັນລຸຜົນຂອງການເປັນພະຍານໃຫ້ພຣະເຈົ້າ. ເມື່ອຜູ້ນໍາຊີ້ໃຫ້ເຫັນບັນຫາໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ລິຮານພວກເຂົາ, ພວກເຂົາກໍໃຈຮ້າຍຂຶ້ນມາທັນທີ ໂດຍເວົ້າວ່າ “ຂ້ອຍຮູ້ແລ້ວ. ພວກເຈົ້າທຸກຄົນຕັດສິນຂ້ອຍຢູ່ລັບຫຼັງ, ໂດຍເວົ້າວ່າທັກສະທາງວິຊາຊີບຂອງຂ້ອຍບໍ່ດີ. ບໍ່ແມ່ນພຽງແຕ່ວ່າພວກເຈົ້າທຸກຄົນດູຖູກຂ້ອຍບໍ? ມັນເປັນພຽງຄວາມຜິດພາດນ້ອຍໆເທົ່ານັ້ນ. ມັນຈຳເປັນບໍທີ່ຈະຕ້ອງລິຮານຂ້ອຍແບບນີ້? ນອກຈາກນີ້, ໃຜແດ່ທີ່ບໍ່ເຄີຍເຮັດຜິດ? ທີ່ເວົ້າວ່າຂ້ອຍເຮັດພໍແລ້ວມືແລ້ວຕີນ, ໃນເມື່ອກ່ອນ ເຈົ້າກໍເຄີຍເຮັດວຽກແບບພໍແລ້ວມືແລ້ວຕີນຄືກັນ, ບໍ່ແມ່ນບໍ? ເຈົ້າມີຄຸນສົມບັດພໍທີ່ຈະຕຳໜິຂ້ອຍບໍ? ຖ້າບໍ່ມີການຮ່ວມມືຂອງຂ້ອຍ, ໃຜໃນພວກເຈົ້າທີ່ຈະສາມາດແບກຮັບວຽກງານນີ້ໄດ້?” ພວກເຈົ້າຄິດແນວໃດກັບຄົນປະເພດນີ້? ໃນທຸກສິ່ງທີ່ພວກເຂົາເຮັດ, ພວກເຂົາບໍ່ອະນຸຍາດໃຫ້ຄົນອື່ນຊີ້ໃຫ້ເຫັນຂໍ້ບົກຜ່ອງຂອງພວກເຂົາ ຫຼື ສະເໜີຄຳແນະນຳ; ພວກເຂົາບໍ່ຍອມຮັບແມ່ນແຕ່ການລິຮານທີ່ສົມເຫດສົມຜົນ. ບໍ່ວ່າໃຜຈະເວົ້າຫຍັງຂຶ້ນມາ, ພວກເຂົາກໍຈະຕໍ່ຕ້ານ ແລະ ຄັດຄ້ານຄົນນັ້ນ, ເວົ້າຄຳທີ່ບໍ່ມີເຫດຜົນ, ເຖິງຂັ້ນເວົ້າວ່າພວກເຂົາຖືກດູຖູກ ຫຼື ຖືກຂົ່ມເຫັງຍ້ອນຢູ່ຄົນດຽວ ແລະ ບໍ່ມີອຳນາດ ຫຼື ສິ່ງອື່ນໆເຊັ່ນນັ້ນ. ນີ້ບໍ່ແມ່ນການປະພຶດຕົນທີ່ລົ້ວ, ບໍ່ມີເຫດຜົນ ແລະ ເກາະຜິດຫາເລື່ອງໂດຍເຈດຕະນາບໍ? ຍັງມີບາງຄົນທີ່ຫຼັງຈາກຖືກລິຮານແລ້ວ ແມ່ນໄດ້ປະຖິ້ມໜ້າທີ່ຂອງຕົນ: “ຂ້ອຍຈະບໍ່ເຮັດວຽກນີ້ອີກຕໍ່ໄປ. ຖ້າພວກເຈົ້າເຮັດໄດ້ ກໍຂໍເຊີນໃຫ້ເຮັດເລີຍ. ແລ້ວຂ້ອຍຈະຖ້າເບິ່ງວ່າພວກເຈົ້າຈະຍັງສາມາດດຳເນີນວຽກງານຕໍ່ໄປໄດ້ບໍ ໂດຍທີ່ບໍ່ມີຂ້ອຍ!” ອ້າຍເອື້ອຍນ້ອງພະຍາຍາມຊັກຊວນພວກເຂົາ ແຕ່ພວກເຂົາກໍບໍ່ຟັງ. ແມ່ນແຕ່ຕອນທີ່ຜູ້ນໍາ ແລະ ຜູ້ເຮັດວຽກໂອ້ລົມຄວາມຈິງກັບພວກເຂົາ, ພວກເຂົາກໍປະຕິເສດທີ່ຈະຮັບເອົາ; ພວກເຂົາເລີ່ມວາງທ່າ ແລະ ປະຖິ້ມໜ້າທີ່ຂອງຕົນ. ໃນລະຫວ່າງການເຕົ້າໂຮມ, ພວກເຂົາໜ້າບູດ, ບໍ່ອ່ານພຣະທຳຂອງພຣະເຈົ້າ ແລະ ບໍ່ໂອ້ລົມ, ມາຊ້າກວ່າໝູ່ ແລະ ກັບກ່ອນໝູ່ສະເໝີ. ເມື່ອພວກເຂົາກັບ, ພວກເຂົາກໍທືບຕີນ ແລະ ປິດປະຕູສຽງຢ່າງແຮງ ແລະ ຄົນສ່ວນໃຫຍ່ກໍບໍ່ຮູ້ວ່າຈະຈັດການກັບພວກເຂົາແນວໃດ. ເມື່ອມີເລື່ອງເກີດຂຶ້ນກັບຄົນປະເພດນີ້, ພວກເຂົາກໍຈະເວົ້າຂໍ້ອ້າງທີ່ບໍ່ມີເຫດຜົນ ແລະ ເລື່ອງໄຮ້ສາລະ; ພວກເຂົາປະພຶດຕົນລົ້ວ ແລະ ເຖິງຂັ້ນໂຍນສິ່ງຂອງ, ໂດຍບໍ່ສາມາດໃຊ້ເຫດຜົນນຳໄດ້ຢ່າງສິ້ນເຊີງ. ບາງຄົນມີການສະແດງອອກທີ່ຮ້າຍແຮງກວ່ານັ້ນອີກ. ຖ້າອ້າຍເອື້ອຍນ້ອງບໍ່ທັກທາຍພວກເຂົາ, ພວກເຂົາຈະບໍ່ພໍໃຈ ແລະ ໃຊ້ໂອກາດໃນລະຫວ່າງການເຕົ້າໂຮມເພື່ອຮ້ອງໄຫ້ຄວນຄາງວ່າ: “ຂ້ອຍຮູ້ວ່າພວກເຈົ້າທຸກຄົນດູຖູກຂ້ອຍ. ໃນລະຫວ່າງການເຕົ້າໂຮມ, ພວກເຈົ້າທຸກຄົນເອົາແຕ່ໂອ້ລົມພຣະທຳຂອງພຣະເຈົ້າ ແລະ ສົນທະນາກ່ຽວກັບຄວາມເຂົ້າໃຈຈາກປະສົບການຂອງຕົນເອງ. ບໍ່ມີໃຜສົນໃຈຂ້ອຍ, ບໍ່ມີໃຜຍິ້ມໃຫ້ຂ້ອຍ ແລະ ບໍ່ມີໃຜອອກມາສົ່ງຂ້ອຍຕອນກັບ. ພວກເຈົ້າເປັນຜູ້ເຊື່ອປະເພດໃດກັນ? ພວກເຈົ້າເປັນຄົນທີ່ຂາດຄວາມເປັນມະນຸດແທ້ໆ!” ພວກເຂົາອາລະວາດແບບນີ້ຢູ່ໃນຄຣິສຕະຈັກ. ພວກເຂົາໃຈຮ້າຍໄດ້ແມ່ນແຕ່ກັບເລື່ອງນ້ອຍໆ, ປົດປ່ອຍຄວາມທຸກໃຈທີ່ສະສົມໄວ້ທັງໝົດອອກມາ. ເຫັນໄດ້ຊັດເຈນວ່າ ພວກເຂົາກຳລັງເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງຕົນເອງ ແຕ່ພວກເຂົາບໍ່ໄດ້ໄຕ່ຕອງຕົນເອງ ແລະ ບໍ່ຮູ້ຈັກຕົນເອງ ແລະ ພວກເຂົາບໍ່ມີຄວາມປາຖະໜາທີ່ຈະໄລ່ຕາມເສາະຫາການປ່ຽນແປງ ຫຼື ຄວາມຈິງ. ກົງກັນຂ້າມ, ພວກເຂົາພັດຊອກຫາບັນຫາໃນຄົນອື່ນ, ຊອກຫາຂໍ້ອ້າງຕ່າງໆ ເພື່ອເຮັດໃຫ້ຈິດໃຈຂອງຕົນເອງສົມດຸນ ແລະ ໃນຂະນະທີ່ພວກເຂົາເຮັດເຊັ່ນນັ້ນ, ພວກເຂົາກໍຊອກຫາໂອກາດເພື່ອລະບາຍຄວາມທຸກໃຈຂອງຕົນ. ສິ່ງທີ່ສຳຄັນກວ່ານັ້ນ, ພວກເຂົາມີຈຸດປະສົງເພື່ອເຮັດໃຫ້ຄົນຈຳນວນຫຼາຍສັງເກດເຫັນ ແລະ ຢ້ານກົວພວກເຂົາ, ເພື່ອທີ່ຈະໄດ້ຮັບກຽດຕິຍົດໃນລະດັບໃດໜຶ່ງ ແລະ ຄວາມສົນໃຈໃນທ່າມກາງຜູ້ຄົນ. ຄົນແບບນີ້ແມ່ນຫຍຸ້ງຍາກແທ້ໆ! ບໍ່ວ່າພວກເຂົາຈະເວົ້າຫຍັງກໍບໍ່ມີໃຜກ້າເວົ້າວ່າ “ບໍ່”; ບໍ່ມີໃຜກ້າປະເມີນພວກເຂົາແບບບໍ່ຄິດ; ແລະ ບໍ່ມີໃຜກ້າເປີດໃຈ ແລະ ໂອ້ລົມກັບພວກເຂົາ. ເຖິງວ່າຈະມີການສັງເກດເຫັນຂໍ້ບົກຜ່ອງ ແລະ ອຸປະນິໄສທີ່ເສື່ອມຊາມບາງຢ່າງໃນຕົວພວກເຂົາກໍບໍ່ມີໃຜກ້າທີ່ຈະຊີ້ໃຫ້ເຫັນ. ໃນລະຫວ່າງການເຕົ້າໂຮມ, ເມື່ອທຸກຄົນໂອ້ລົມກັນກ່ຽວກັບປະສົບການສ່ວນຕົວ ແລະ ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າ, ພວກເຂົາກໍຈະຫຼີກລ່ຽງຄົນທີ່ເປັນຄື “ຮັງຕໍ່” ເຊິ່ງກໍຄືຜູ້ນີ້ຢ່າງລະມັດລະວັງ ຍ້ອນຢ້ານວ່າຈະເຮັດໃຫ້ພວກເຂົາໃຈຮ້າຍ ແລະ ກໍ່ໃຫ້ເກີດບັນຫາ. ບາງຄົນລະບາຍອາລົມໃນລະຫວ່າງການເຕົ້າໂຮມ ຫຼັງຈາກທີ່ຮູ້ສຶກວ່າຖືກປະຕິບັດຢ່າງບໍ່ເປັນທຳ ຫຼື ປະເຊີນກັບຄວາມບໍ່ພໍໃຈຢູ່ເຮືອນ ຫຼື ບ່ອນເຮັດວຽກ. ເຫັນໄດ້ຊັດເຈນວ່າ ພວກເຂົາກຳລັງເຮັດໃຫ້ອ້າຍເອື້ອຍນ້ອງກາຍເປັນບ່ອນລະບາຍອາລົມ ແລະ ເຄື່ອງຮອງຮັບອາລົມຂອງພວກເຂົາ. ເມື່ອພວກເຂົາບໍ່ພໍໃຈ, ພວກເຂົາຈະເວົ້າຂໍ້ອ້າງທີ່ໄຮ້ສາລະ, ຮ້ອງໄຫ້ ແລະ ອາລະວາດ. ແລ້ວໃຜຈະກ້າໂອ້ລົມຄວາມຈິງກັບພວກເຂົາ? ຖ້າຫາກໂອ້ລົມກັບພວກເຂົາ ແລະ ມີຄຳເວົ້າໃດໜຶ່ງໄປແທງໃຈດຳ, ພວກເຂົາຈະຂູ່ຂ້າຕົວຕາຍ. ນັ້ນກໍຍິ່ງຈະຫຍຸ້ງຍາກຫຼາຍຂຶ້ນໄປອີກ. ກັບຄົນປະເພດນີ້, ການໂອ້ລົມກັນແບບປົກກະຕິບໍ່ໄດ້ຜົນ; ການສົນທະນາແບບປົກກະຕິບໍ່ໄດ້ຜົນ; ການເປັນຄົນອົບອຸ່ນເກີນໄປ ຫຼື ເຢັນຊາເກີນໄປກໍບໍ່ໄດ້ຜົນທັງສອງຢ່າງ; ການຫຼີກລ່ຽງພວກເຂົາກໍບໍ່ໄດ້ຜົນ; ການເຂົ້າໃກ້ເກີນໄປກໍບໍ່ໄດ້ຜົນ; ແລະ ຖ້າອ້າຍເອື້ອຍນ້ອງບໍ່ສະແດງຄວາມຍິນດີໃຫ້ເທົ່າກັບຄວາມຍິນດີຂອງພວກເຂົາ, ນັ້ນກໍບໍ່ໄດ້ຜົນ; ແລະ ເມື່ອຄົນເຫຼົ່ານີ້ປະສົບບັນຫາໃດໜຶ່ງ, ຖ້າອ້າຍເອື້ອຍນ້ອງບໍ່ສາມາດສະແດງຄວາມທຸກໃຈໃຫ້ເທົ່າກັບພວກເຂົາ, ນັ້ນກໍບໍ່ໄດ້ຜົນເຊັ່ນກັນ. ບໍ່ມີຫຍັງໄດ້ຜົນກັບພວກເຂົາ. ບໍ່ວ່າຈະເຮັດຫຍັງກໍສາມາດເຮັດໃຫ້ພວກເຂົາລຳຄານ ແລະ ໃຈຮ້າຍໄດ້. ບໍ່ວ່າຈະປະຕິບັດຕໍ່ພວກເຂົາແນວໃດ, ພວກເຂົາກໍບໍ່ເຄີຍພໍໃຈ. ແມ່ນແຕ່ການເທດສະໜາ ແລະ ການໂອ້ລົມຂອງເຮົາກ່ຽວກັບສະພາວະຂອງຄົນບາງຄົນກໍສາມາດເຮັດໃຫ້ພວກເຂົາໃຈຮ້າຍໄດ້. ມັນເຮັດໃຫ້ພວກເຂົາໃຈຮ້າຍແນວໃດ? ພວກເຂົາຄິດວ່າ “ນີ້ບໍ່ແມ່ນການເປີດໂປງຂ້ອຍບໍ? ເຈົ້າບໍ່ເຄີຍພົວພັນກັບຂ້ອຍ ແລະ ຂ້ອຍກໍບໍ່ເຄີຍບອກເຈົ້າກ່ຽວກັບສິ່ງທີ່ຂ້ອຍໄດ້ເຮັດເປັນສ່ວນຕົວ. ເຈົ້າຮູ້ໄດ້ແນວໃດ? ຕ້ອງມີຄົນໄປຟ້ອງແນ່ນອນ. ຂ້ອຍຕ້ອງຊອກຫາໃຫ້ໄດ້ວ່າໃຜໄດ້ຕິດຕໍ່ກັບເຈົ້າ, ໃຜໄດ້ໄປຟ້ອງ, ໃຜໄດ້ລາຍງານກ່ຽວກັບຂ້ອຍ; ຂ້ອຍຈະເອົາເລື່ອງຄົນນັ້ນໃຫ້ເຖິງທີ່ສຸດ!” ຄົນປະເພດທີ່ບໍ່ມີເຫດຜົນ ແລະ ເກາະຜິດຫາເລື່ອງໂດຍເຈດຕະນານີ້ ສາມາດມີຄວາມຄິດທີ່ບິດເບືອນໄດ້ກັບທຸກເລື່ອງ ແລະ ບໍ່ສາມາດປະຕິບັດຕໍ່ສິ່ງໃດໄດ້ຢ່າງຖືກຕ້ອງ. ພວກເຂົາເປັນຄົນທີ່ບໍ່ສາມາດໃຊ້ເຫດຜົນນຳໄດ້! ຄວາມມີເຫດຜົນແມ່ນເກີນກວ່າທີ່ພວກເຂົາຈະເຂົ້າໃຈໄດ້ ແລະ ຍິ່ງໄປກວ່ານັ້ນ ພວກເຂົາກໍບໍ່ສາມາດຍອມຮັບເອົາຄວາມຈິງໄດ້. ການທີ່ພວກເຂົາຢູ່ໃນຄຣິສຕະຈັກບໍ່ໄດ້ນຳເອົາຜົນປະໂຫຍດຫຍັງມາເລີຍ, ມີແຕ່ສ້າງຄວາມເສຍຫາຍເທົ່ານັ້ນ. ພວກເຂົາເປັນພຽງພາລະ, ເປັນພາລະທີ່ຄວນຈະຖືກສະບັດຖິ້ມໂດຍໄວ; ພວກເຂົາຄວນຈະຖືກຊຳລະລ້າງໂດຍທັນທີ!

ໃນປະເທດຈີນ, ການເຊື່ອໃນພຣະເຈົ້າສົ່ງຜົນໃຫ້ເກີດການກົດຂີ່ ແລະ ການຂົ່ມເຫັງໂດຍພະຍານາກໃຫຍ່ສີແດງ ແລະ ມີຄົນຈຳນວນຫຼາຍທີ່ຖືກໄລ່ລ່າ ແລະ ບໍ່ສາມາດກັບບ້ານໄດ້. ຢ່າງໃດກໍຕາມ, ເມື່ອຖືກຂົ່ມເຫັງ ແລະ ບໍ່ສາມາດກັບບ້ານໄດ້, ບາງຄົນກໍເຊື່ອວ່າພວກເຂົາໄດ້ສ້າງຄຸນງາມຄວາມດີ ຫຼື ມີຄຸນສົມບັດ. ພວກເຂົາອາໄສຢູ່ກັບຄອບຄົວເຈົ້າພາບ ແລະ ພວກເຂົາບໍ່ພຽງແຕ່ໃຫ້ຄົນອື່ນຮັບໃຊ້ພວກເຂົາເທົ່ານັ້ນ, ຖ້າມີສິ່ງໃດທີ່ຂັດໃຈພວກເຂົາໜ້ອຍໜຶ່ງ ຫຼື ພວກເຂົາເລີ່ມຄິດຮອດບ້ານ, ພວກເຂົາຈະເລີ່ມອາລະວາດ ແລະ ຄົນອື່ນກໍຕ້ອງໄດ້ເອົາໃຈ ແລະ ອົດທົນກັບພວກເຂົາ. ຄົນປະເພດນີ້ບໍ່ແມ່ນຄົນທີ່ບໍ່ມີເຫດຜົນ ແລະ ເກາະຜິດຫາເລື່ອງໂດຍເຈດຕະນາບໍ? ມີຄົນຈຳນວນຫຼາຍທີ່ຖືກຂົ່ມເຫັງ ແລະ ມີຄອບຄົວເຈົ້າພາບບໍ່ຫຼາຍ. ມັນເປັນຍ້ອນຄວາມຮັກ ອ້າຍເອື້ອຍນ້ອງຈຶ່ງເປັນເຈົ້າພາບໃຫ້ຜູ້ທີ່ບໍ່ສາມາດກັບບ້ານ. ພວກເຂົາຊ່ວຍໃຫ້ຄົນເຫຼົ່ານັ້ນເພື່ອບໍ່ຕ້ອງເປັນຄົນພະເນຈອນ ແລະ ອະນຸຍາດໃຫ້ຄົນເຫຼົ່ານັ້ນອາໄສຢູ່ໃນເຮືອນຂອງພວກເຂົາ. ນີ້ບໍ່ແມ່ນພຣະຄຸນຂອງພຣະເຈົ້າບໍ? ແຕ່ບາງຄົນບໍ່ພຽງແຕ່ບໍ່ເຫັນຄຸນຄ່າພຣະຄຸນຂອງພຣະເຈົ້າ ແຕ່ຍັງບໍ່ເຫັນຄວາມຮັກຂອງອ້າຍເອື້ອຍນ້ອງອີກດ້ວຍ. ກົງກັນຂ້າມ, ພວກເຂົາຮູ້ສຶກຄັບແຄ້ນໃຈ ແລະ ຍັງຈະຈົ່ມ ແລະ ສະແດງຄວາມດື້ດ້ານອີກດ້ວຍ. ສະພາບຄວາມເປັນຢູ່ໃນເຮືອນຂອງອ້າຍເອື້ອຍນ້ອງທີ່ຈິງແລ້ວກໍດີກວ່າຢູ່ໃນເຮືອນຂອງຕົນເອງຢູ່ແດ່. ໂດຍສະເພາະໃນດ້ານການເຊື່ອໃນພຣະເຈົ້າ ແລະ ການປະຕິບັດໜ້າທີ່ຂອງຕົນ, ການອາໄສຢູ່ໃນເຮືອນຂອງອ້າຍເອື້ອຍນ້ອງແມ່ນດີກວ່າການອາໄສຢູ່ເຮືອນຂອງຕົນເອງອີກ ແລະ ການມີອ້າຍເອື້ອຍນ້ອງເພື່ອຮ່ວມມືກັນຢ່າງກົມກຽວກໍດີກວ່າການຢູ່ຄົນດຽວຫຼາຍ. ເຖິງແມ່ນວ່າສະພາບຄວາມເປັນຢູ່ໃນບາງພື້ນທີ່ຈະຂາດເຂີນຢູ່ແດ່, ພວກມັນກໍຍັງຖືວ່າເປັນມາດຕະຖານການດຳລົງຊີວິດໂດຍສະເລ່ຍ. ສິ່ງທີ່ສຳຄັນທີ່ສຸດກໍຄື ພວກເຂົາສາມາດອາໄສຢູ່ກັບອ້າຍເອື້ອຍນ້ອງ, ສາມາດເຕົ້າໂຮມ ແລະ ກິນ ແລະ ດື່ມພຣະທຳຂອງພຣະເຈົ້າໄດ້ເລື້ອຍໆ, ສາມາດເຂົ້າໃຈຄວາມຈິງຫຼາຍຂຶ້ນ ແລະ ຮູ້ວ່າເປົ້າໝາຍໃນການໄລ່ຕາມເສາະຫາຂອງພວກເຂົາແມ່ນຫຍັງ. ສະນັ້ນ, ຜູ້ທີ່ໄລ່ຕາມເສາະຫາຄວາມຈິງຈຶ່ງສາມາດຈ່າຍລາຄາ ແລະ ທົນທຸກກັບຄວາມທຸກລຳບາກນັ້ນໄດ້. ຄົນສ່ວນໃຫຍ່ມີທັດສະນະຄະຕິທີ່ຖືກຕ້ອງຕໍ່ເລື່ອງນີ້; ພວກເຂົາສາມາດຍອມຮັບມັນຈາກພຣະເຈົ້າ, ໂດຍຮູ້ວ່າຄວາມທຸກລຳບາກນັ້ນຄຸ້ມຄ່າ ແລະ ມັນເປັນສິ່ງທີ່ພວກເຂົາຕ້ອງຜ່ານ. ພວກເຂົາສາມາດຮັບມືກັບມັນໄດ້ຢ່າງຖືກຕ້ອງ. ແຕ່ຄົນທີ່ບໍ່ມີເຫດຜົນ, ເກາະຜິດຫາເລື່ອງໂດຍເຈດຕະນາ ຄົນທີ່ສະແດງຄວາມດື້ດ້ານບາງຄົນບໍ່ສາມາດເຂົ້າໃຈສິ່ງຕ່າງໆແບບນີ້ໄດ້. ພວກເຂົາອາດຈະອົດທົນອົດກັ້ນກັບການບໍ່ສາມາດກັບບ້ານໄດ້ເປັນເວລາໜຶ່ງອາທິດ ແຕ່ຫຼັງຈາກສອງອາທິດ, ພວກເຂົາຈະເລີ່ມອາລົມບໍ່ດີ ແລະ ເມື່ອຮອດໜຶ່ງ ຫຼື ສອງເດືອນ, ພວກເຂົາຈະເລີ່ມສະແດງຄວາມດື້ດ້ານໂດຍເວົ້າວ່າ “ເປັນຫຍັງຄອບຄົວຂອງພວກເຈົ້າຈຶ່ງສາມາດຢູ່ຮ່ວມກັນຢ່າງມີຄວາມສຸກໄດ້ ແລະ ຂ້ອຍກັບບ້ານບໍ່ໄດ້? ເປັນຫຍັງຂ້ອຍຈຶ່ງບໍ່ມີອິດສະຫຼະ, ໃນຂະນະທີ່ພວກເຈົ້າທຸກຄົນສາມາດໄປມາໄດ້ຕາມໃຈ?” ຄົນອື່ນຕອບວ່າ: “ມັນບໍ່ແມ່ນເກີດຈາກການຂົ່ມເຫັງຈາກພະຍານາກໃຫຍ່ສີແດງບໍ? ມັນບໍ່ແມ່ນສິ່ງທີ່ຖືກຕ້ອງບໍທີ່ພວກເຮົາຕ້ອງທົນທຸກກັບຄວາມທຸກລຳບາກແບບນີ້ໃນຖານະຜູ້ຕິດຕາມຂອງພຣະເຈົ້າ? ທົນທຸກສ່ຳນີ້ມັນຊິເປັນຫຍັງ? ໃນສະພາບການແບບນີ້, ຊິເລືອກຫຼາຍເອົາຫຍັງ? ຖ້າຄົນອື່ນສາມາດທົນກັບຄວາມທຸກລຳບາກນີ້ໄດ້, ເປັນຫຍັງເຈົ້າຈຶ່ງທົນບໍ່ໄດ້?” ຜູ້ທີ່ບໍ່ມີເຫດຜົນ ແລະ ເກາະຜິດຫາເລື່ອງໂດຍເຈດຕະນາບໍ່ຢາກທົນທຸກເລີຍ. ຖ້າພວກເຂົາຖືກຈັບ ແລະ ຂັງຄຸກ, ພວກເຂົາຈະກາຍເປັນຢູດາຢ່າງແນ່ນອນ. ການອາໄສຢູ່ກັບຄອບຄົວເຈົ້າພາບທຸກລຳບາກຫຼາຍສໍ່າໃດກັນ? ໜຶ່ງ, ອາຫານຍັງເປັນອາຫານຂອງມະນຸດ; ສອງ, ບໍ່ມີໃຜເຮັດໃຫ້ເຈົ້າລຳບາກໃຈ; ແລະ ສາມ, ບໍ່ມີໃຜຂົ່ມເຫັງເຈົ້າ. ມັນເປັນພຽງແຕ່ວ່າເຈົ້າບໍ່ສາມາດກັບບ້ານ ແລະ ໄດ້ຢູ່ພ້ອມໜ້າກັບຄອບຄົວຂອງເຈົ້າ ແລະ ຄວາມທຸກລຳບາກໜ້ອຍໜຶ່ງນັ້ນກໍເປັນສິ່ງທີ່ຄົນທີ່ບໍ່ມີເຫດຜົນ ແລະ ເກາະຜິດຫາເລື່ອງໂດຍເຈດຕະນາຮັບເອົາບໍ່ໄດ້. ເມື່ອຄົນອື່ນໂອ້ລົມຄວາມຈິງກັບພວກເຂົາ, ພວກເຂົາປະຕິເສດທີ່ຈະຮັບເອົາ ແຕ່ກັບເວົ້າສິ່ງຕ່າງໆ ເຊັ່ນ: “ຢ່າມາສອນຂ້ອຍກ່ຽວກັບຫຼັກຄຳສອນທີ່ຍິ່ງໃຫຍ່ເຫຼົ່ານັ້ນ. ຂ້ອຍເຂົ້າໃຈບໍ່ໜ້ອຍໄປກວ່າເຈົ້າ; ຂ້ອຍຮູ້ທັງໝົດນີ້ແລ້ວ! ບອກຂ້ອຍມາ, ເມື່ອໃດຂ້ອຍຈະໄດ້ກັບບ້ານ? ເມື່ອໃດພະຍານາກໃຫຍ່ສີແດງຈະເຊົາສອດແນມເຮືອນຂອງຂ້ອຍ? ເມື່ອໃດຂ້ອຍຈະສາມາດກັບບ້ານໄດ້ໂດຍທີ່ພະຍານາກໃຫຍ່ສີແດງບໍ່ຈັບຂ້ອຍ? ຖ້າຂ້ອຍບໍ່ຮູ້ວ່າເມື່ອໃດຈະໄດ້ກັບບ້ານ, ຂ້ອຍກໍຂໍບໍ່ມີຊີວິດຢູ່ດີກວ່າ!” ພວກເຂົາສ້າງເລື່ອງອີກຄັ້ງ ແລະ ໃນຂະນະທີ່ພວກເຂົາສືບຕໍ່, ພວກເຂົາກໍນັ່ງລົງເທິງພື້ນ, ເລີ່ມຊັກດິ້ນຊັກງໍ ແລະ ຍິ່ງດິ້ນຫຼາຍເທົ່າໃດ, ພວກເຂົາກໍຍິ່ງໃຈຮ້າຍຫຼາຍຂຶ້ນ ແລະ ພວກເຂົາກໍລະເບີດອາລົມອອກມາຢ່າງດື້ດ້ານ, ພ້ອມທັງຮ້ອງໄຫ້ຄວນຄາງ. ຄົນອື່ນເວົ້າວ່າ “ຄ່ອຍໆເວົ້າແດ່. ຖ້າເຈົ້າສືບຕໍ່ແບບນີ້ ແລະ ເພື່ອນບ້ານໄດ້ຍິນ, ຄົ້ນພົບວ່າມີຄົນແປກໜ້າອາໄສຢູ່ນີ້, ນັ້ນກໍຈະເປີດໂປງພວກເຮົາ, ບໍ່ແມ່ນບໍ?” ພວກເຂົາຕອບວ່າ “ຂ້ອຍບໍ່ສົນ, ຂ້ອຍພຽງແຕ່ຢາກສ້າງເລື່ອງ! ພວກເຈົ້າທຸກຄົນໄດ້ກັບບ້ານ ແຕ່ຂ້ອຍກັບບໍ່ໄດ້. ມັນບໍ່ຍຸຕິທຳ! ຂ້ອຍຈະສ້າງເລື່ອງຈົນພວກເຈົ້າກໍກັບບ້ານບໍ່ໄດ້ຄືກັນ, ຄືກັບຂ້ອຍ!” ການລະເບີດອາລົມຢ່າງດື້ດ້ານຂອງພວກເຂົາບໍ່ໄດ້ຫຼຸດລົງ ແລະ ນິໄສທີ່ຊົ່ວຮ້າຍຂອງພວກເຂົາກໍປາກົດຂຶ້ນ; ບໍ່ມີໃຜສາມາດເວົ້າໃຫ້ພວກເຂົາເຂົ້າໃຈໄດ້, ບໍ່ມີໃຜສາມາດຊັກຊວນພວກເຂົາໄດ້. ເມື່ອອາລົມຂອງພວກເຂົາດີຂຶ້ນໜ້ອຍໜຶ່ງ, ພວກເຂົາກໍຈະມິດລົງ ແລະ ເຊົາສ້າງເລື່ອງ. ແຕ່ໃຜຈະຮູ້, ມື້ໃດມື້ໜຶ່ງ, ພວກເຂົາອາດຈະສະແດງຄວາມດື້ດ້ານອີກຄັ້ງ ແລະ ສ້າງເລື່ອງ: ພວກເຂົາຈະຕ້ອງອອກໄປຍ່າງຫຼິ້ນ ແລະ ເປັນອິດສະຫຼະ ແລະ ເວົ້າສຽງດັງຢູ່ໃນເຮືອນ; ພວກເຂົາຈະວາງແຜນກັບບ້ານຢູ່ສະເໝີ. ອ້າຍເອື້ອຍນ້ອງເຕືອນພວກເຂົາວ່າ: “ການກັບບ້ານສ່ຽງເກີນໄປ; ມີຕຳຫຼວດລີ້ຊຸ້ມ ແລະ ສອດແນມຢູ່”. ພວກເຂົາຕອບວ່າ “ຂ້ອຍບໍ່ສົນ, ຂ້ອຍຢາກກັບ! ຖ້າພວກເຂົາຈັບຂ້ອຍ, ກໍໃຫ້ພວກເຂົາຈັບ! ມັນເປັນເລື່ອງໃຫຍ່ຫຍັງ? ຢ່າງຮ້າຍແຮງທີ່ສຸດ, ຂ້ອຍກໍຈະເປັນພຽງຢູດາ!” ນີ້ບໍ່ແມ່ນຄວາມບ້າບໍ? (ແມ່ນແລ້ວ.) ພວກເຂົາເວົ້າຢ່າງເປີດເຜີຍວ່າພວກເຂົາເຕັມໃຈທີ່ຈະເປັນຢູດາ. ໃຜຈະກ້າເປັນເຈົ້າພາບໃຫ້ພວກເຂົາ? ມີໃຜຢາກເປັນເຈົ້າພາບໃຫ້ຢູດາບໍ? (ບໍ່.) ຄົນປະເພດນີ້ເປັນຜູ້ເຊື່ອໃນພຣະເຈົ້າບໍ? ອ້າຍເອື້ອຍນ້ອງເປັນເຈົ້າພາບໃຫ້ພວກເຂົາໃນຖານະຜູ້ເຊື່ອໃນພຣະເຈົ້າ. ຖ້າຄວາມເປັນມະນຸດຂອງພວກເຂົາຂາດເຂີນຢູ່ແດ່, ນັ້ນກໍສາມາດທົນໄດ້; ການບໍ່ໄລ່ຕາມເສາະຫາຄວາມຈິງກໍສາມາດທົນໄດ້ເຊັ່ນກັນ. ແຕ່ພວກເຂົາສາມາດທຳຮ້າຍອ້າຍເອື້ອຍນ້ອງໄດ້ໂດຍການຫັກຫຼັງຄຣິສຕະຈັກ ແລະ ກາຍເປັນຢູດາ ແລະ ດ້ວຍເຫດນັ້ນຈຶ່ງເຮັດໃຫ້ຄົນຈຳນວນຫຼາຍບໍ່ສາມາດກັບບ້ານ ຫຼື ປະຕິບັດໜ້າທີ່ຂອງຕົນໄດ້ຢ່າງປົກກະຕິ, ໃຜຈະສາມາດຮັບຜິດຊອບຕໍ່ຜົນສະທ້ອນເຫຼົ່ານີ້ໄດ້? ເຈົ້າຈະກ້າເປັນເຈົ້າພາບໃຫ້ສັດຕູປະເພດນີ້ບໍ? ການເປັນເຈົ້າພາບໃຫ້ພວກເຂົາບໍ່ແມ່ນການຫາເລື່ອງໃສ່ຕົວເອງບໍ?

ຄົນທີ່ບໍ່ມີເຫດຜົນ ແລະ ເກາະຜິດຫາເລື່ອງໂດຍເຈດຕະນາຈະຄິດເຖິງແຕ່ຜົນປະໂຫຍດຂອງຕົນເອງເມື່ອພວກເຂົາກະທຳ, ເຮັດທຸກຢ່າງຕາມໃຈຕົນເອງ. ຄຳເວົ້າຂອງພວກເຂົາບໍ່ມີຫຍັງເລີຍ ນອກຈາກຂໍ້ອ້າງທີ່ໄຮ້ສາລະ ແລະ ຄຳສອນນອກຮີດ ແລະ ພວກເຂົາກໍບໍ່ສາມາດໃຊ້ເຫດຜົນນຳໄດ້. ອຸປະນິໄສທີ່ໂຫດຮ້າຍຂອງພວກເຂົາແມ່ນມີຢູ່ເຫຼືອລົ້ນ. ບໍ່ມີໃຜກ້າພົວພັນກັບພວກເຂົາ ແລະ ບໍ່ມີໃຜເຕັມໃຈທີ່ຈະໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາ, ຍ້ອນຢ້ານວ່າຈະນຳເອົາໄພພິບັດມາສູ່ຕົນເອງ. ຄົນອື່ນຈະຮູ້ສຶກກະວົນກະວາຍໃຈທຸກຄັ້ງທີ່ພວກເຂົາເວົ້າຄວາມໃນໃຈກັບຄົນເຫຼົ່ານີ້, ຍ້ອນຢ້ານວ່າຖ້າພວກເຂົາເວົ້າຄຳໃດຄຳໜຶ່ງທີ່ບໍ່ຖືກໃຈ ຫຼື ບໍ່ສອດຄ່ອງກັບຄວາມປາຖະໜາຂອງຄົນເຫຼົ່ານັ້ນ, ພວກເຂົາກໍຈະຈັບເອົາຄຳເວົ້ານັ້ນມາເປັນປະເດັນ ແລະ ກ່າວຫາຢ່າງຮຸນແຮງ. ຄົນປະເພດນີ້ບໍ່ແມ່ນຄົນຊົ່ວຮ້າຍບໍ? ພວກເຂົາບໍ່ແມ່ນຜີຮ້າຍທີ່ມີຊີວິດບໍ? ທຸກຄົນທີ່ມີອຸປະນິໄສທີ່ໂຫດຮ້າຍ ແລະ ເຫດຜົນທີ່ບໍ່ສົມບູນລ້ວນແລ້ວແຕ່ເປັນຜີຮ້າຍທີ່ມີຊີວິດ. ເມື່ອຄົນໃດຄົນໜຶ່ງພົວພັນກັບຜີຮ້າຍທີ່ມີຊີວິດ, ພວກເຂົາອາດຈະນຳເອົາໄພພິບັດມາສູ່ຕົນເອງໄດ້ພຽງແຕ່ໃນຊົ່ວເວລາທີ່ບໍ່ລະມັດລະວັງ. ມັນຈະບໍ່ກໍ່ໃຫ້ເກີດບັນຫາໃຫຍ່ບໍ ຖ້າມີຜີຮ້າຍທີ່ມີຊີວິດແບບນີ້ຢູ່ໃນຄຣິສຕະຈັກ? (ແມ່ນແລ້ວ.) ຫຼັງຈາກທີ່ຜີຮ້າຍທີ່ມີຊີວິດເຫຼົ່ານີ້ໄດ້ອາລະວາດ ແລະ ລະບາຍຄວາມໃຈຮ້າຍຂອງພວກເຂົາແລ້ວ, ພວກເຂົາອາດຈະເວົ້າຄືກັບມະນຸດໄດ້ຊົ່ວໄລຍະໜຶ່ງ ແລະ ຂໍໂທດ ແຕ່ພວກເຂົາກໍຈະບໍ່ປ່ຽນແປງໃນພາຍຫຼັງ. ໃຜຈະຮູ້ວ່າເມື່ອໃດອາລົມຂອງພວກເຂົາຈະບໍ່ດີ ແລະ ພວກເຂົາຈະອາລະວາດອີກຄັ້ງ, ເວົ້າຂໍ້ອ້າງທີ່ໄຮ້ສາລະຂອງພວກເຂົາ. ເປົ້າໝາຍຂອງການອາລະວາດ ແລະ ການລະບາຍອາລົມຂອງພວກເຂົາແມ່ນແຕກຕ່າງກັນໃນແຕ່ລະຄັ້ງ, ເຊັ່ນດຽວກັບແຫຼ່ງທີ່ມາ ແລະ ພື້ນຖານຂອງການລະບາຍອາລົມຂອງພວກເຂົາ. ນັ້ນກໍຄື ທຸກສິ່ງສາມາດເຮັດໃຫ້ພວກເຂົາລະເບີດອາລົມໄດ້, ທຸກສິ່ງສາມາດເຮັດໃຫ້ພວກເຂົາຮູ້ສຶກບໍ່ພໍໃຈ ແລະ ທຸກສິ່ງສາມາດເຮັດໃຫ້ພວກເຂົາຕອບໂຕ້ດ້ວຍການອາລະວາດ ແລະ ພຶດຕິກຳທີ່ສະແດງຄວາມດື້ດ້ານ. ຈັ່ງແມ່ນເປັນຕາຢ້ານແທ້ໆ! ຈັ່ງແມ່ນສ້າງຄວາມເດືອດຮ້ອນແທ້ໆ! ຄົນຊົ່ວຮ້າຍທີ່ເປັນບ້າເຫຼົ່ານີ້ອາດຈະເສຍສະຕິໄດ້ທຸກເວລາ; ບໍ່ມີໃຜຮູ້ວ່າພວກເຂົາສາມາດເຮັດຫຍັງໄດ້ແດ່. ເຮົາກຽດຊັງຄົນປະເພດນີ້ທີ່ສຸດ. ທຸກຄົນໃນພວກເຂົາຄວນຈະຖືກຊຳລະລ້າງອອກໄປ, ພວກເຂົາທຸກຄົນຕ້ອງຖືກຄັດອອກ. ເຮົາບໍ່ປາຖະໜາທີ່ຈະພົວພັນກັບພວກເຂົາ. ພວກເຂົາມີຄວາມຄິດທີ່ມືດມົວ ແລະ ມີອຸປະນິໄສທີ່ໂຫດຮ້າຍ, ພວກເຂົາເຕັມໄປດ້ວຍຂໍ້ອ້າງທີ່ໄຮ້ສາລະ ແລະ ຄຳເວົ້າມານຮ້າຍ ແລະ ເມື່ອມີເລື່ອງເກີດຂຶ້ນກັບພວກເຂົາ, ພວກເຂົາກໍຈະລະບາຍອາລົມອອກມາແບບມຸທະລຸ. ບາງຄົນໃນພວກເຂົາກໍຮ້ອງໄຫ້ເມື່ອພວກເຂົາລະບາຍອາລົມ, ບາງຄົນກໍຮ້ອງໂຮ, ບາງຄົນກໍທືບຕີນ ແລະ ຍັງມີບາງຄົນທີ່ສັ່ນຫົວ ແລະ ແກວ່ງແຂນຂາໄປມາ. ພວກເຂົາເປັນພຽງສັດເດຍລະສານ, ບໍ່ແມ່ນມະນຸດ. ພໍ່ຄົວແມ່ຄົວບາງຄົນຖິ້ມໝໍ້ ແລະ ຈານໄປທົ່ວເມື່ອພວກເຂົາໃຈຮ້າຍ; ຄົນອື່ນໆທີ່ລ້ຽງໝູ ຫຼື ໝາກໍເຕະ ແລະ ຕີສັດເຫຼົ່ານີ້ເມື່ອພວກເຂົາໃຈຮ້າຍ, ລະບາຍຄວາມໃຈຮ້າຍທັງໝົດຂອງພວກເຂົາໃສ່ພວກມັນ. ບໍ່ວ່າຈະເກີດຫຍັງຂຶ້ນ, ຄົນເຫຼົ່ານີ້ຈະຕອບໂຕ້ດ້ວຍຄວາມໃຈຮ້າຍສະເໝີ; ພວກເຂົາບໍ່ໄດ້ເຮັດໃຫ້ຕົນເອງສະຫງົບລົງເພື່ອໄຕ່ຕອງ ແລະ ຍອມຮັບມັນຈາກພຣະເຈົ້າ. ພວກເຂົາບໍ່ໄດ້ອະທິຖານ ຫຼື ສະແຫວງຫາຄວາມຈິງ ແລະ ພວກເຂົາບໍ່ໄດ້ສະແຫວງຫາການໂອ້ລົມກັບຄົນອື່ນ. ເມື່ອພວກເຂົາບໍ່ມີທາງເລືອກ, ພວກເຂົາກໍອົດທົນ; ເມື່ອພວກເຂົາບໍ່ເຕັມໃຈທີ່ຈະອົດທົນ, ພວກເຂົາກໍເສຍສະຕິ, ເວົ້າຂໍ້ອ້າງທີ່ໄຮ້ສາລະ, ກ່າວຫາ ແລະ ປະນາມຄົນອື່ນ. ພວກເຂົາມັກຈະເວົ້າສິ່ງຕ່າງໆ ເຊັ່ນ: “ຂ້ອຍຮູ້ວ່າພວກເຈົ້າທຸກຄົນມີການສຶກສາ ແລະ ດູຖູກຂ້ອຍ”; “ຂ້ອຍຮູ້ວ່າຄອບຄົວຂອງພວກເຈົ້າຮັ່ງມີ ແລະ ພວກເຈົ້າກໍລັງກຽດຂ້ອຍທີ່ທຸກຍາກ”; ຫຼື “ຂ້ອຍຮູ້ວ່າພວກເຈົ້າລັງກຽດຂ້ອຍ ເພາະວ່າຂ້ອຍຂາດພື້ນຖານໃນຄວາມເຊື່ອ ແລະ ພວກເຈົ້າລັງກຽດຂ້ອຍ ເພາະວ່າຂ້ອຍບໍ່ໄດ້ໄລ່ຕາມເສາະຫາຄວາມຈິງ”. ເຖິງແມ່ນວ່າຈະຮູ້ຢ່າງແຈ່ມແຈ້ງກ່ຽວກັບບັນຫາຈຳນວນຫຼາຍຂອງຕົນເອງ, ພວກເຂົາກໍບໍ່ເຄີຍສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາເຫຼົ່ານັ້ນ ແລະ ພວກເຂົາບໍ່ໄດ້ສົນທະນາກ່ຽວກັບການຮູ້ຈັກຕົນເອງໃນການໂອ້ລົມກັບຄົນອື່ນ. ເມື່ອບັນຫາຂອງຕົນເອງຖືກກ່າວເຖິງ, ພວກເຂົາກໍຈະບ່ຽງເບນປະເດັນ ແລະ ກ່າວຫາຕອບໂຕ້ແບບບໍ່ຈິງ, ຍູ້ບັນຫາ ແລະ ຄວາມຮັບຜິດຊອບທັງໝົດໄປໃຫ້ຄົນອື່ນ ແລະ ເຖິງກັບຈົ່ມວ່າເຫດຜົນຂອງພຶດຕິກຳຂອງພວກເຂົາແມ່ນຍ້ອນວ່າຄົນອື່ນປະຕິບັດຕໍ່ພວກເຂົາບໍ່ດີ. ມັນຄືກັບວ່າການອາລະວາດ ແລະ ການສ້າງບັນຫາແບບໄຮ້ເຫດຜົນຂອງພວກເຂົາແມ່ນເກີດຈາກຄົນອື່ນ, ຄືກັບວ່າມັນເປັນຄວາມຜິດຂອງຄົນອື່ນທັງໝົດ, ພວກເຂົາພຽງແຕ່ບໍ່ມີທາງເລືອກອື່ນ ນອກຈາກຈະກະທຳແບບນີ້ ແລະ ພວກເຂົາກຳລັງປ້ອງກັນຕົນເອງຢ່າງຖືກຕ້ອງ. ເມື່ອໃດກໍຕາມທີ່ພວກເຂົາບໍ່ພໍໃຈ, ພວກເຂົາກໍເລີ່ມລະບາຍຄວາມຄຽດແຄ້ນ ແລະ ເວົ້າຈາໄຮ້ສາລະ, ຢືນຢັນໃນຂໍ້ອ້າງທີ່ໄຮ້ສາລະຂອງພວກເຂົາ ຄືກັບວ່າຄົນອື່ນຜິດໝົດ, ຄືກັບວ່າພວກເຂົາເປັນຄົນດີພຽງຄົນດຽວ ແລະ ຄົນອື່ນທຸກຄົນເປັນຄົນຊົ່ວ. ບໍ່ວ່າພວກເຂົາຈະອາລະວາດ ຫຼື ເວົ້າຂໍ້ອ້າງທີ່ໄຮ້ສາລະຫຼາຍສໍ່າໃດ, ພວກເຂົາກໍຮຽກຮ້ອງໃຫ້ຄົນອື່ນເວົ້າດີນຳ. ແມ່ນແຕ່ໃນຕອນທີ່ພວກເຂົາເຮັດຜິດ, ພວກເຂົາກໍຫ້າມບໍ່ໃຫ້ຄົນອື່ນເປີດໂປງ ຫຼື ຕຳໜິພວກເຂົາ. ຖ້າເຈົ້າຊີ້ໃຫ້ເຫັນແມ່ນແຕ່ບັນຫານ້ອຍໆຂອງພວກເຂົາ, ພວກເຂົາກໍຈະຕາມກໍ່ກວນເຈົ້າໃນການໂຕ້ຖຽງບໍ່ເຊົາ ແລະ ເຈົ້າກໍຢ່າຫວັງວ່າຈະໄດ້ຢູ່ເປັນສຸກເລີຍ. ນີ້ແມ່ນຄົນປະເພດໃດ? ນີ້ແມ່ນຄົນທີ່ບໍ່ມີເຫດຜົນ ແລະ ເກາະຜິດຫາເລື່ອງໂດຍເຈດຕະນາ ແລະ ຜູ້ທີ່ເຮັດເຊັ່ນນັ້ນກໍຄືຄົນຊົ່ວຮ້າຍ.

ໂດຍທົ່ວໄປແລ້ວ, ຄົນທີ່ບໍ່ມີເຫດຜົນ ແລະ ເກາະຜິດຫາເລື່ອງໂດຍເຈດຕະນາອາດຈະບໍ່ໄດ້ກະທຳການທີ່ທໍລະຍົດ ຫຼື ຊົ່ວຮ້າຍທີ່ຮ້າຍແຮງໃດໆ ແຕ່ໃນທັນທີທີ່ຜົນປະໂຫຍດ, ຊື່ສຽງ ຫຼື ກຽດສັກສີຂອງພວກເຂົາເຂົ້າມາກ່ຽວຂ້ອງ, ພວກເຂົາກໍຈະລະເບີດຄວາມໃຈຮ້າຍອອກມາທັນທີ, ອາລະວາດ, ປະພຶດຕົວໃນລັກສະນະທີ່ດື້ດ້ານ ແລະ ແມ່ນແຕ່ຂູ່ຂ້າຕົວຕາຍ. ບອກເຮົາມາເບິ່ງ, ຖ້າມີຄົນທີ່ຫຍາບຄາຍທີ່ໄຮ້ສາລະ ແລະ ບໍ່ມີເຫດຜົນແບບນີ້ເກີດຂຶ້ນໃນຄອບຄົວ, ທັງຄອບຄົວຈະບໍ່ໄດ້ຮັບຄວາມທຸກລຳບາກບໍ? ຄົວເຮືອນຈະມີແຕ່ຄວາມສັບສົນວຸ້ນວາຍ, ເຕັມໄປດ້ວຍສຽງຮ້ອງໄຫ້ ແລະ ສຽງຮ້ອງໂວຍວາຍ ເຊິ່ງເຮັດໃຫ້ບໍ່ສາມາດອາໄສຢູ່ໄດ້. ຄຣິສຕະຈັກບາງແຫ່ງແມ່ນມີຄົນປະເພດນີ້; ເຖິງແມ່ນວ່າອາດຈະບໍ່ເຫັນໄດ້ຢ່າງຊັດເຈນເມື່ອທຸກຢ່າງເປັນປົກກະຕິ ແຕ່ເຈົ້າກໍບໍ່ມີທາງຮູ້ວ່າເມື່ອໃດພວກເຂົາອາດຈະເກີດອາການ ແລະ ເປີດເຜີຍຕົວຕົນທີ່ແທ້ຈິງອອກມາ. ການສະແດງອອກຫຼັກຂອງຄົນປະເພດນີ້ລວມມີການອາລະວາດ, ການເວົ້າຂໍ້ອ້າງທີ່ໄຮ້ສາລະ ແລະ ການປ້ອຍດ່າຕາມສາທາລະນະ ແລະ ອື່ນໆ. ເຖິງແມ່ນວ່າພຶດຕິກຳເຫຼົ່ານີ້ຈະເກີດຂຶ້ນພຽງເດືອນລະຄັ້ງ ຫຼື ເຄິ່ງປີຄັ້ງ, ມັນກໍສ້າງຄວາມທຸກໃຈ ແລະ ຄວາມຫຍຸ້ງຍາກຢ່າງໃຫຍ່ຫຼວງ, ນຳເອົາການລົບກວນໃນລະດັບຕ່າງໆມາສູ່ຊີວິດຄຣິສຕະຈັກຂອງຄົນສ່ວນໃຫຍ່. ຖ້າຫາກໄດ້ຮັບການຢືນຢັນຢ່າງແທ້ຈິງວ່າຄົນໃດຄົນໜຶ່ງຕົກຢູ່ໃນໝວດນີ້, ພວກເຂົາກໍຄວນຈະຖືກຈັດການໂດຍທັນທີ ແລະ ຄັດອອກຈາກຄຣິສຕະຈັກ. ບາງຄົນອາດເວົ້າວ່າ “ຄົນເຫຼົ່ານີ້ບໍ່ໄດ້ເຮັດຄວາມຊົ່ວຮ້າຍໃດໆ. ບໍ່ສາມາດຖືວ່າພວກເຂົາເປັນຄົນຊົ່ວຮ້າຍໄດ້; ພວກເຮົາຄວນຈະອົດທົນ ແລະ ໃຈເຢັນກັບພວກເຂົາ”. ບອກເຮົາມາເບິ່ງ, ມັນຈະເປັນການດີບໍ ທີ່ຈະບໍ່ຈັດການກັບຄົນປະເພດນີ້? (ບໍ່, ມັນຈະບໍ່ເປັນການດີ.) ເປັນຫຍັງຈຶ່ງບໍ່ເປັນການດີ? (ເພາະວ່າການກະທຳຂອງພວກເຂົາສ້າງບັນຫາ ແລະ ຄວາມທຸກໃຈຢ່າງຫຼວງຫຼາຍໃຫ້ກັບຄົນສ່ວນໃຫຍ່ ແລະ ຍັງສ້າງການລົບກວນໃຫ້ກັບຊີວິດຄຣິສຕະຈັກອີກດ້ວຍ.) ໂດຍອີງໃສ່ຜົນໄດ້ຮັບນີ້, ເຫັນໄດ້ຢ່າງຊັດເຈນວ່າຜູ້ທີ່ລົບກວນຊີວິດຄຣິສຕະຈັກ, ເຖິງແມ່ນວ່າພວກເຂົາຈະບໍ່ແມ່ນຄົນຊົ່ວຮ້າຍ ຫຼື ຜູ້ຕໍ່ຕ້ານພຣະຄຣິສ, ກໍບໍ່ຄວນຢູ່ໃນຄຣິສຕະຈັກ. ນັ້ນກໍເພາະວ່າຄົນປະເພດນີ້ບໍ່ໄດ້ຮັກຄວາມຈິງ ແຕ່ກັບເບື່ອໜ່າຍມັນ ແລະ ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າຈັກປີ ຫຼື ໄດ້ຍິນຄຳເທດສະໜາຈັກເທື່ອ, ພວກເຂົາກໍຈະບໍ່ຮັບເອົາຄວາມຈິງ. ເມື່ອພວກເຂົາເຮັດສິ່ງທີ່ບໍ່ດີ ແລະ ຖືກລິຮານ, ພວກເຂົາກໍຈະອາລະວາດ ແລະ ເວົ້າຈາໄຮ້ສາລະ. ແມ່ນແຕ່ໃນຕອນທີ່ຄົນໃດຄົນໜຶ່ງໂອ້ລົມຄວາມຈິງກັບພວກເຂົາ, ພວກເຂົາກໍບໍ່ຮັບເອົາ. ບໍ່ມີໃຜສາມາດໃຊ້ເຫດຜົນກັບພວກເຂົາໄດ້. ແມ່ນແຕ່ໃນຕອນທີ່ເຮົາໂອ້ລົມຄວາມຈິງກັບພວກເຂົາ, ພວກເຂົາອາດຈະມິດຢູ່ພາຍນອກ ແຕ່ກໍບໍ່ໄດ້ຮັບເອົາໃນໃຈ. ເມື່ອປະເຊີນກັບສະຖານະການຕົວຈິງ, ພວກເຂົາຍັງກະທຳຄືກັບທີ່ພວກເຂົາເຄີຍເປັນ. ພວກເຂົາບໍ່ຟັງພຣະທຳຂອງເຮົາ, ສະນັ້ນ ຄຳແນະນຳຂອງພວກເຈົ້າກໍຍິ່ງຈະບໍ່ຖືກຮັບເອົາຈາກພວກເຂົາ. ເຖິງແມ່ນວ່າຄົນເຫຼົ່ານີ້ອາດຈະບໍ່ໄດ້ກະທຳຄວາມຊົ່ວຮ້າຍທີ່ຮ້າຍແຮງ, ພວກເຂົາກໍບໍ່ໄດ້ຮັບເອົາຄວາມຈິງແມ່ນແຕ່ໜ້ອຍດຽວ. ເມື່ອເບິ່ງທີ່ແກ່ນແທ້ທໍາມະຊາດຂອງພວກເຂົາ, ບໍ່ພຽງແຕ່ພວກເຂົາຂາດຄວາມສໍານຶກ ແລະ ເຫດຜົນ ແຕ່ພວກເຂົາຍັງເປັນຄົນທີ່ບໍ່ມີເຫດຜົນ, ເກາະຜິດຫາເລື່ອງໂດຍເຈດຕະນາ ແລະ ບໍ່ສາມາດໃຊ້ເຫດຜົນນຳໄດ້. ຄົນປະເພດນີ້ຈະສາມາດຮັບເອົາຄວາມລອດພົ້ນຂອງພຣະເຈົ້າໄດ້ບໍ? ບໍ່ມີທາງຢ່າງແນ່ນອນ! ຜູ້ທີ່ບໍ່ຮັບເອົາຄວາມຈິງເລີຍຄືຜູ້ບໍ່ເຊື່ອ, ພວກເຂົາຄືຄົນຮັບໃຊ້ຂອງຊາຕານ. ເມື່ອສິ່ງຕ່າງໆບໍ່ເປັນໄປຕາມໃຈພວກເຂົາ, ພວກເຂົາກໍອາລະວາດ, ຢືນຢັນທີ່ຈະເວົ້າຂໍ້ອ້າງທີ່ໄຮ້ສາລະ ແລະ ບໍ່ຟັງຄວາມຈິງ ບໍ່ວ່າຈະໂອ້ລົມແນວໃດກໍຕາມ. ຄົນປະເພດນີ້ຄືຄົນທີ່ບໍ່ມີເຫດຜົນ ແລະ ເກາະຜິດຫາເລື່ອງໂດຍເຈດຕະນາ, ເປັນມານຮ້າຍ ແລະ ວິນຍານທີ່ຊົ່ວຮ້າຍຢ່າງແທ້ຈິງ; ພວກເຂົາຂີ້ຮ້າຍກວ່າສັດເດຍລະສານອີກ! ພວກເຂົາເປັນຄົນເສຍຈິດທີ່ມີເຫດຜົນທີ່ບໍ່ສົມບູນ ແລະ ບໍ່ມີທາງທີ່ຈະສາມາດກັບໃຈຢ່າງແທ້ຈິງໄດ້. ຍິ່ງພວກເຂົາຢູ່ໃນຄຣິສຕະຈັກດົນເທົ່າໃດ, ພວກເຂົາກໍຍິ່ງມີຄວາມຄິດຫຼົງຜິດຕໍ່ພຣະເຈົ້າຫຼາຍຂຶ້ນ, ຍິ່ງມີຄຳຮຽກຮ້ອງທີ່ບໍ່ມີເຫດຜົນຕໍ່ເຮືອນຂອງພຣະເຈົ້າຫຼາຍຂຶ້ນ ແລະ ການລົບກວນ ແລະ ຄວາມເສຍຫາຍທີ່ພວກເຂົາສ້າງຕໍ່ຊີວິດຄຣິສຕະຈັກກໍຍິ່ງໃຫຍ່ຂຶ້ນ. ສິ່ງນີ້ສົ່ງຜົນກະທົບຕໍ່ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ ແລະ ຄວາມຄືບໜ້າທີ່ເປັນປົກກະຕິຂອງວຽກງານຄຣິສຕະຈັກ. ຄວາມເສຍຫາຍທີ່ພວກເຂົາມີຕໍ່ວຽກງານຂອງຄຣິສຕະຈັກກໍບໍ່ໄດ້ໜ້ອຍໄປກວ່າຂອງຄົນຊົ່ວຮ້າຍເລີຍ; ພວກເຂົາຄວນຖືກຄັດອອກຈາກຄຣິສຕະຈັກແຕ່ຫົວທີ. ບາງຄົນເວົ້າວ່າ “ພວກເຂົາບໍ່ແມ່ນພຽງແຕ່ສະແດງຄວາມດື້ດ້ານໜ້ອຍໜຶ່ງບໍ? ພວກເຂົາບໍ່ໄດ້ຮອດຂັ້ນເປັນຄົນຊົ່ວຮ້າຍ, ສະນັ້ນ ມັນຈະບໍ່ດີກວ່າບໍ ທີ່ຈະປະຕິບັດຕໍ່ພວກເຂົາດ້ວຍຄວາມຮັກ? ຖ້າພວກເຮົາເກັບພວກເຂົາໄວ້, ບາງເທື່ອພວກເຂົາອາດຈະປ່ຽນແປງ ແລະ ໄດ້ຮັບການຊ່ວຍໃຫ້ລອດພົ້ນ”. ເຮົາບອກເຈົ້າເລີຍວ່າ ມັນເປັນໄປບໍ່ໄດ້! ບໍ່ມີຄຳວ່າ “ບາງເທື່ອ” ກ່ຽວກັບເລື່ອງນີ້, ຄົນເຫຼົ່ານີ້ບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນຢ່າງແນ່ນອນ. ນັ້ນກໍເພາະວ່າພວກເຂົາບໍ່ສາມາດເຂົ້າໃຈຄວາມຈິງໄດ້, ຍິ່ງບໍ່ຕ້ອງເວົ້າເຖິງການຮັບເອົາມັນ; ພວກເຂົາຂາດຄວາມສໍານຶກ ແລະ ເຫດຜົນ, ຂະບວນການຄິດຂອງພວກເຂົາກໍຜິດປົກກະຕິ ແລະ ພວກເຂົາເຖິງຂັ້ນຂາດສາມັນສຳນຶກພື້ນຖານທີ່ຈຳເປັນສຳລັບການປະພຶດຕົນ. ພວກເຂົາເປັນຄົນທີ່ມີເຫດຜົນທີ່ບໍ່ສົມບູນ. ພຣະເຈົ້າບໍ່ຊ່ວຍຄົນປະເພດນີ້ໃຫ້ລອດພົ້ນຢ່າງແນ່ນອນ. ແມ່ນແຕ່ຜູ້ທີ່ມີຄວາມຄິດທີ່ປົກກະຕິກວ່າໜ້ອຍໜຶ່ງ ແລະ ມີຂີດຄວາມສາມາດທີ່ດີກວ່າ, ຖ້າພວກເຂົາບໍ່ຮັບເອົາຄວາມຈິງເລີຍ ກໍບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນ, ຍິ່ງບໍ່ຕ້ອງເວົ້າເຖິງຜູ້ທີ່ມີເຫດຜົນທີ່ບໍ່ສົມບູນ. ການທີ່ຍັງປະຕິບັດຕໍ່ຄົນປະເພດນີ້ດ້ວຍຄວາມຮັກ ແລະ ຍັງມີຄວາມຫວັງຕໍ່ພວກເຂົາ, ນັ້ນບໍ່ແມ່ນຄວາມໂງ່ຈ້າ ແລະ ຂາດຄວາມຮູ້ເກີນໄປບໍ? ຕອນນີ້ ເຮົາກຳລັງບອກພວກເຈົ້າວ່າ: ການຊຳລະລ້າງຜູ້ທີ່ບໍ່ມີເຫດຜົນ, ເກາະຜິດຫາເລື່ອງໂດຍເຈດຕະນາ ແລະ ບໍ່ສາມາດໃຊ້ເຫດຜົນນຳໄດ້ອອກຈາກຄຣິສຕະຈັກແມ່ນເປັນສິ່ງທີ່ຖືກຕ້ອງຢ່າງແນ່ນອນ. ໂດຍພື້ນຖານແລ້ວ ມັນເປັນການຕັດການລົບກວນຂອງພວກເຂົາຕໍ່ຄຣິສຕະຈັກ ແລະ ປະຊາກອນທີ່ພຣະເຈົ້າເລືອກອອກ. ນີ້ຄືຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ຖ້າມີຄົນທີ່ບໍ່ມີເຫດຜົນແບບນີ້ຢູ່ໃນຄຣິສຕະຈັກແຫ່ງໃດ, ປະຊາກອນທີ່ພຣະເຈົ້າເລືອກຄວນຈະລາຍງານກ່ຽວກັບພວກເຂົາ ແລະ ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກໄດ້ຮັບລາຍງານດັ່ງກ່າວ, ພວກເຂົາກໍຄວນຈະຈັດການກັບຄົນເຫຼົ່ານັ້ນໂດຍທັນທີ. ນີ້ຄືຫຼັກການໃນການຈັດການກັບຄົນປະເພດທີຫົກ ກໍຄື ຜູ້ທີ່ບໍ່ມີເຫດຜົນ ແລະ ເກາະຜິດຫາເລື່ອງໂດຍເຈດຕະນາ.

G. ການປະພຶດຕົນຕາມຕັນຫາທາງເພດຢູ່ເລື້ອຍໆ

ປະເພດທີເຈັດແມ່ນຜູ້ທີ່ປະພຶດຕົນຕາມຕັນຫາທາງເພດ ເຊິ່ງເປັນຄົນປະເພດໜຶ່ງທີ່ມັກຖືກເວົ້າເຖິງຢູ່ສະເໝີ. ເຖິງແມ່ນວ່າການສະແດງອອກທາງດ້ານຄວາມເປັນມະນຸດຂອງພວກເຂົາຈະບໍ່ຊົ່ວຮ້າຍປານນັ້ນ, ບໍ່ມີຫຍັງຄືກັບການຫວ່ານຄວາມແຕກແຍກ ຫຼື ການກະທຳຊົ່ວຮ້າຍ ແລະ ກໍ່ໃຫ້ເກີດການລົບກວນ ແຕ່ພວກເຂົາມີລັກສະນະຮ່ວມກັນຢ່າງໜຶ່ງ ເຊິ່ງນັ້ນກໍຄື ບັນຫາ ແລະ ເລື່ອງຕ່າງໆມັກເກີດຂຶ້ນຢູ່ສະເໝີໃນຄວາມສຳພັນຂອງພວກເຂົາກັບເພດກົງກັນຂ້າມ. ບໍ່ວ່າຈະມີໂອກາດ ຫຼື ບໍ່ກໍຕາມ, ບັນຫາດັ່ງກ່າວແມ່ນເກີດຂຶ້ນກັບພວກເຂົາຢູ່ສະເໝີ ແລະ ຖ້າບໍ່ມີໂອກາດ, ພວກເຂົາກໍສ້າງມັນຂຶ້ນມາເພື່ອໃຫ້ “ເລື່ອງລາວ” ດັ່ງກ່າວເກີດຂຶ້ນຈົນໄດ້. ບໍ່ວ່າຈະຢູ່ໃນສະຖານະການໃດ, ບໍ່ວ່າຄົນອື່ນຈະເປັນໃຜ ຫຼື ວ່າຄົນນັ້ນຈະຢູ່ຫ່າງໄກຈາກພວກເຂົາສໍ່າໃດ, ເຫດການດັ່ງກ່າວກໍເກີດຂຶ້ນກັບພວກເຂົາເປັນບາງຄັ້ງບາງຄາວ. ເຫດການປະເພດໃດ? ພວກເຂົາຄົບຫາກັບໃຜຜູ້ໜຶ່ງ ຫຼື ຢາກເຂົ້າໃກ້ໃຜຜູ້ໜຶ່ງຢູ່ສະເໝີ ຫຼື ເກີດຄວາມຮູ້ສຶກຕໍ່ໃຜຜູ້ໜຶ່ງ ຫຼື ໝາຍຕາໃຜຜູ້ໜຶ່ງ ແລະ ເລື່ອງອື່ນໆທີ່ຄ້າຍຄືກັນ. ພວກເຂົາບໍ່ສາມາດດຳລົງຊີວິດແບບປົກກະຕິ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງປົກກະຕິໄດ້ສະເໝີ, ໂດຍໄດ້ຮັບອິດທິພົນຈາກຄວາມປາຖະໜາທາງກາມມະລົມຢູ່ຕະຫຼອດເວລາ. ນັ້ນກໍຄື ໃນສະຖານະການທຳມະດາທີ່ຄົນປົກກະຕິຈະບໍ່ເຂົ້າໄປພົວພັນກັບບັນຫາເຊັ່ນນັ້ນ, ພວກເຂົາກໍມັກຈະເຮັດ. ພວກເຂົາບໍ່ຕ້ອງການສະຖານະການພິເສດໃດໆ ຫຼື ໃຫ້ໃຜມາສ້າງໂອກາດໃຫ້ພວກເຂົາ; ເຫດການເຫຼົ່ານີ້ແມ່ນເກີດຂຶ້ນເອງຕາມທຳມະຊາດ. ຫຼັງຈາກທີ່ເຫດການດັ່ງກ່າວເກີດຂຶ້ນ, ບໍ່ວ່າຜົນທີ່ຕາມມາຈະເປັນແນວໃດກໍຕາມ, ຈະມີກຸ່ມຄົນ ຫຼື ບຸກຄົນໃດໜຶ່ງທີ່ຕ້ອງໄດ້ຮັບຜົນທີ່ຕາມມາຢູ່ສະເໝີ. ພວກເຂົາໄດ້ຮັບຜົນທີ່ຕາມມາຫຍັງແດ່? ການປະຕິບັດໜ້າທີ່ຂອງພວກເຂົາໄດ້ຮັບຜົນກະທົບ; ວຽກງານຂອງຄຣິສຕະຈັກມີການຊັກຊ້າ ແລະ ມີການຂັດຂວາງ; ຄົນໜຸ່ມສາວບາງຄົນຖືກລົບກວນ ແລະ ຕົກຢູ່ໃນການລອງໃຈ ແລະ ສູນເສຍຄວາມສົນໃຈໃນການເຊື່ອໃນພຣະເຈົ້າ ແລະ ການປະຕິບັດໜ້າທີ່ຂອງຕົນ; ແລະ ບາງຄົນເຖິງກັບສູນເສຍໜ້າທີ່ຂອງຕົນ ຫຼື ປະຖິ້ມມັນໄປ. ຄົນທີ່ປະພຶດຕົນຕາມຕັນຫາທາງເພດນັ້ນ ສ້າງຄວາມຫຍຸ້ງຍາກຫຼາຍເກີນໄປ. ໃນທຸກໆບ່ອນທີ່ໄປ, ຈະມີສະມາຊິກເພດກົງກັນຂ້າມມາເຕົ້າໂຮມຢູ່ອ້ອມຂ້າງພວກເຂົາ, ເຂົ້າໃກ້ພວກເຂົາ, ຈີບພວກເຂົາ ແລະ ແມ່ນແຕ່ເວົ້າຢອກກັນຫຼິ້ນ. ເຖິງແມ່ນວ່າອາດຈະບໍ່ມີບັນຫາຮ້າຍແຮງໃນລະດັບທີ່ເປັນບັນຫາທາດແທ້ເກີດຂຶ້ນ ແຕ່ພວກເຂົາກໍລົບກວນສະພາວະປົກກະຕິຂອງປະຊາກອນທີ່ພຣະເຈົ້າເລືອກຢ່າງຮ້າຍແຮງ ໃນຂະນະທີ່ພວກເຂົາປະຕິບັດໜ້າທີ່ຂອງຕົນ. ທຸກບ່ອນທີ່ພວກເຂົາໄປ, ພວກເຂົາຈະນຳເອົາຄວາມຫຍຸ້ງຍາກ ແລະ ການລົບກວນມາໃຫ້ຄົນອື່ນ, ໃຫ້ວຽກງານ ແລະ ໃຫ້ຄຣິສຕະຈັກ, ແມ່ນແຕ່ຍົ້ວຍວນສະມາຊິກເພດກົງກັນຂ້າມທີ່ພວກເຂົາເຫັນວ່າໜ້າສົນໃຈໃນທຸກໆໂອກາດ ແລະ ສ້າງສາຍສຳພັນກັບພວກເຂົາ. ສິ່ງນີ້ສ້າງຄວາມເດືອດຮ້ອນຫຼາຍເກີນໄປ. ເມື່ອພວກເຂົາຫຼົງຮັກໃຜຜູ້ໜຶ່ງ, ຄົນນັ້ນກໍຈະໂຊກຮ້າຍ, ບໍ່ສາມາດເຊື່ອໃນພຣະເຈົ້າ ຫຼື ປະຕິບັດໜ້າທີ່ຂອງຕົນຢ່າງປົກກະຕິໄດ້ອີກຕໍ່ໄປ. ຜົນທີ່ຕາມມາແມ່ນເກີນກວ່າຈະຈິນຕະນາການໄດ້. ຄົນນັ້ນບໍ່ສາມາດຢູ່ໄດ້ໂດຍບໍ່ຕິດຕໍ່ ຫຼື ພົບເຫັນຜູ້ຍົ້ວຍວນ ແລະ ໃນຂະນະທີ່ພວກເຂົາກຳລັງຫຍຸ້ງຢູ່ກັບການປະຕິບັດໜ້າທີ່ຂອງຕົນ, ພວກເຂົາກໍບໍ່ສາມາດແຕ່ງງານ ຫຼື ລົງຫຼັກປັກຖານໄດ້ ແລະ ຄວາມສຳພັນນັ້ນກໍຍັງຄົງຕັດບໍ່ຂາດ. ໃນທີ່ສຸດແລ້ວຈະເກີດຫຍັງຂຶ້ນ? ພວກເຂົາເລີ່ມທົນທຸກທໍລະມານຢ່າງສາຫັດ ດ້ວຍຄວາມເຈັບປວດຢ່າງຍິ່ງ! ຖ້າພວກເຂົາອົດທົນຈົນກວ່າຈະຖືກລົງໂທດໃນໄພພິບັດ, ມັນກໍຈົບແລ້ວສຳລັບພວກເຂົາ, ຄວາມຫວັງຂອງພວກເຂົາທີ່ຈະໄດ້ຮັບການຊ່ວຍໃຫ້ລອດພົ້ນກໍຖືກທຳລາຍລົງ. ບາງຄົນເຮັດຜິດຄັ້ງໜຶ່ງ ແລະ ບໍ່ກັບໃຈເມື່ອພວກເຂົາຖືກລິຮານ ແຕ່ກໍເຮັດຜິດເປັນຄັ້ງທີສອງ ຫຼື ແມ່ນແຕ່ຄັ້ງທີສາມ ໂດຍມີສ່ວນຮ່ວມໃນຄວາມສຳພັນສາມ ຫຼື ສີ່ຄັ້ງໃນໄລຍະສອງ ຫຼື ສາມປີ, ເຊິ່ງກໍ່ໃຫ້ເກີດການລົບກວນຕໍ່ປະຊາກອນທີ່ພຣະເຈົ້າເລືອກ ແລະ ຕໍ່ຊີວິດຄຣິສຕະຈັກ ແລະ ມັນເຮັດໃຫ້ປະຊາກອນທີ່ພຣະເຈົ້າເລືອກລັງກຽດພວກເຂົາ. ສິ່ງນີ້ໄດ້ເຮັດໃຫ້ພວກເຂົາມີຮອຍດ່າງ ເຊິ່ງເຮັດໃຫ້ພວກເຂົາເສຍໃຈຕະຫຼອດຊີວິດ.

ຍ້ອນວ່າພວກເຂົາໜ້າຕາດີພໍສົມຄວນ ແລະ ມີຄວາມສະຫງ່າງາມ ແລະ ມີພອນສະຫວັນ ແລະ ຄວາມສາມາດພິເສດບາງຢ່າງ ຫຼື ໄດ້ຮັບຜິດຊອບວຽກງານສຳຄັນບາງຢ່າງ, ບາງຄົນຈຶ່ງມີສະມາຊິກເພດກົງກັນຂ້າມຕິດແໜ້ນກັບພວກເຂົາຄືກັບແມງວັນທີ່ອ້ອມຮອບພວກເຂົາຢູ່ສະເໝີ. ບາງຄົນເອົາອາຫານມາໃຫ້, ບາງຄົນປູບ່ອນນອນໃຫ້, ບາງຄົນຊັກເຄື່ອງໃຫ້, ບາງຄົນຊື້ອາຫານເສີມສຸຂະພາບ ແລະ ເຄື່ອງສຳອາງໃຫ້ ແລະ ໃຫ້ຂອງຂວັນນ້ອຍໆ ແລະ ອື່ນໆ. ພວກເຂົາຕ້ອນຮັບທຸກຄົນທີ່ເຂົ້າມາຫາ, ທັງທີ່ຮູ້ຢູ່ໃນໃຈວ່າພຶດຕິກຳດັ່ງກ່າວຈາກຄົນອື່ນນັ້ນບໍ່ເໝາະສົມ ແຕ່ກໍບໍ່ເຄີຍປະຕິເສດ ໂດຍຍົ້ວຍວນສະມາຊິກເພດກົງກັນຂ້າມຫຼາຍຄົນໃນເວລາດຽວກັນ. ຄົນເຫຼົ່ານັ້ນຕ່າງກໍຍາດຊີງກັນເພື່ອຈະໄດ້ມີໂອກາດຮັບໃຊ້ພວກເຂົາ, ແຂ່ງຂັນກັນ ແລະ ອິດສາເຊິ່ງກັນແລະກັນ ໃນຂະນະທີ່ຄົນທີ່ປະພຶດຕົນຕາມຕັນຫາທາງເພດນັ້ນກໍເພີດເພີນກັບຄວາມຮູ້ສຶກນັ້ນ ໂດຍເຊື່ອວ່າຕົນເອງມີສະເໜ່ຫຼາຍ. ໃນຄວາມເປັນຈິງແລ້ວ, ຜູ້ໃຫຍ່ລ້ວນເຂົ້າໃຈເລື່ອງຂອງຜູ້ຊາຍ ແລະ ຜູ້ຍິງເປັນຢ່າງດີ ແລະ ແມ່ນແຕ່ເດັກນ້ອຍບາງຄົນກໍເຂົ້າໃຈ; ມີພຽງແຕ່ຄົນໂງ່, ຄົນພິການທາງປັນຍາ ຫຼື ຄົນປ່ວຍທາງຈິດເທົ່ານັ້ນທີ່ບໍ່ເຂົ້າໃຈ. ເປັນຫຍັງຄົນເຫຼົ່ານີ້ຈຶ່ງແຂ່ງຂັນກັນຢ່າງດຸເດືອດເພື່ອຮັບໃຊ້ ແລະ ເອົາໃຈສະມາຊິກເພດກົງກັນຂ້າມ? ມັນເປັນພຽງການຍົ້ວຍວນ, ແມ່ນບໍ? ບໍ່ຈຳເປັນຕ້ອງເວົ້າອອກມາ; ທຸກຄົນຮູ້ວ່າກໍາລັງເກີດຫຍັງຂຶ້ນ. ມັນເປັນສິ່ງທີ່ຜູ້ຄົນຮູ້ດີ, ເປັນສິ່ງທີ່ບໍ່ເໝາະສົມຢ່າງຊັດເຈນ ແຕ່ຄົນນັ້ນກໍບໍ່ປະຕິເສດ, ແຕ່ປ່ອຍໃຫ້ມັນເກີດຂຶ້ນຢ່າງງຽບໆ, ສິ່ງນັ້ນເອີ້ນວ່າຫຍັງ? ມັນເອີ້ນວ່າການຈີບ. ພວກເຂົາຮູ້ວ່າມັນເປັນເລື່ອງການຍົ້ວຍວນລະຫວ່າງຊາຍຍິງ ແຕ່ເພື່ອຄວາມຕື່ນເຕັ້ນທີ່ເກີດຈາກການຕອບສະໜອງຄວາມປາຖະໜາທາງກາມມະລົມຂອງເນື້ອໜັງ, ພວກເຂົາຈຶ່ງບໍ່ຢາກປະຕິເສດ. ພວກເຂົາຮູ້ສຶກວ່າຄວາມຮູ້ສຶກນີ້ເປັນຄວາມເພີດເພີນຢ່າງໜຶ່ງ, ເປັນສິ່ງທີ່ດີກວ່າອາຫານແຊບໆໃດໆໃນໂລກ, ສະນັ້ນ ພວກເຂົາຈຶ່ງບໍ່ປະຕິເສດ. ເມື່ອບຸກຄົນທີ່ກ່ຽວຂ້ອງບໍ່ປະຕິເສດ, ຜູ້ທີ່ຍົ້ວຍວນພວກເຂົາກໍຍິ່ງດີໃຈ ໂດຍຄິດວ່າຕົນເອງເປັນຄົນທີ່ຄົນນັ້ນມັກ, ພໍໃຈກັບສະຖານະການນັ້ນພາຍໃນໃຈ. ສ່ວນຄົນນັ້ນກໍຄິດວ່າ ຕາບໃດທີ່ຍັງບໍ່ມີຄວາມສຳພັນທີ່ເປັນຈິງເປັນຈັງເກີດຂຶ້ນ, ມັນກໍບໍ່ໄດ້ນັບວ່າເປັນເລື່ອງຮ້າຍແຮງ, ການປະພຶດຕົນຕາມຕັນຫາທາງເພດໃນຜູ້ບໍ່ມີຄວາມເຊື່ອນັ້ນຮ້າຍແຮງກວ່ານີ້ຫຼາຍ ແລະ ສິ່ງນີ້ກໍຖືວ່າເປັນພຽງການຍົ້ວຍວນ, ຄ້າຍຄືກັບການຄົບຫາກັນແບບປົກກະຕິ. ແຕ່ການຄົບຫາກັນຄວນເປັນແບບນີ້ບໍ? ມື້ນີ້ຢູ່ກັບຄົນໜຶ່ງ, ມື້ອື່ນຢູ່ກັບອີກຄົນ, ມີສ່ວນຮ່ວມໃນການຄົບຫາ ແລະ ການຍົ້ວຍວນໃຜກໍໄດ້ຢ່າງຊ້ຳແລ້ວຊ້ຳອີກໂດຍບໍ່ໄຕ່ຕອງ. ບໍ່ວ່າພວກເຂົາຈະໄປໃສ, ຄົນທີ່ປະພຶດຕົນຕາມຕັນຫາທາງເພດດັ່ງກ່າວກໍໃຫ້ຄວາມສຳຄັນກັບການປົດປ່ອຍຄວາມປາຖະໜາທາງກາມມະລົມຂອງພວກເຂົາ, ໂອ້ອວດ ແລະ ມີສ່ວນຮ່ວມໃນການຍົ້ວຍວນກ່ອນ. ຍິ່ງພວກເຂົາຍົ້ວຍວນຄົນໄດ້ຫຼາຍເທົ່າໃດ, ພວກເຂົາຍິ່ງມີຄວາມສຸກຫຼາຍຂຶ້ນ. ໃນທີ່ສຸດແລ້ວເກີດຫຍັງຂຶ້ນ? ຫຼັງຈາກທີ່ໂອ້ອວດຊ້ຳແລ້ວຊ້ຳອີກ, ອ້າຍເອື້ອຍນ້ອງບາງຄົນກໍແຍກແຍະພຶດຕິກຳຂອງພວກເຂົາໄດ້ ແລະ ຮ່ວມກັນຂຽນຈົດໝາຍເຖິງຜູ້ນຳລະດັບເທິງ. ການສືບສວນຢັ້ງຢືນຄຳກ່າວອ້າງຂອງພວກເຂົາ ແລະ ຄົນທີ່ປະພຶດຕົນຕາມຕັນຫາທາງເພດກໍຖືກຊຳລະລ້າງອອກຈາກຄຣິສຕະຈັກ. ເຫັນບໍ່ວ່າເກີດຫຍັງຂຶ້ນ? ເສັ້ນທາງແຫ່ງການເຊື່ອໃນພຣະເຈົ້າຂອງພວກເຂົາບໍ່ໄດ້ສິ້ນສຸດລົງຢູ່ບ່ອນນັ້ນບໍ? ຈຸດຈົບຂອງພວກເຂົາກໍຖືກເປີດເຜີຍ. ການກະທຳ ແລະ ພຶດຕິກຳຂອງພວກເຂົາ ທີ່ຜູ້ຄົນເຫັນວ່າທົນບໍ່ໄດ້ ກໍຍິ່ງເປັນຕາໜ້າລັງກຽດຕໍ່ພຣະເຈົ້າຍິ່ງຂຶ້ນ. ພຶດຕິກຳທີ່ຄົນເຫຼົ່ານີ້ສະແດງອອກບໍ່ໄດ້ສະແດງເຖິງຄວາມສຳພັນທີ່ເໝາະສົມລະຫວ່າງຜູ້ຄົນ ແລະ ທັງບໍ່ໄດ້ສະທ້ອນເຖິງຄວາມຕ້ອງການຂອງມະນຸດປົກກະຕິ. ການກະທຳຂອງພວກເຂົາສາມາດອະທິບາຍໄດ້ດ້ວຍຄຳນີ້: “ການປະພຶດຕົນຕາມຕັນຫາທາງເພດ.” ການປະພຶດຕົນຕາມຕັນຫາທາງເພດໝາຍເຖິງຫຍັງ? ມັນໝາຍເຖິງການມີຄວາມສຳພັນກັບເພດກົງກັນຂ້າມໂດຍບໍ່ໄຕ່ຕອງ, ການຍົ້ວຍວນຄົນອື່ນຕາມອຳເພີໃຈຢ່າງບໍ່ຮັບຜິດຊອບ ແລະ ການຊັກຈູງ ແລະ ການລົບກວນສະມາຊິກເພດກົງກັນຂ້າມ. ມັນຄືການຫຼິ້ນກັບກາມມະລົມ ແລະ ເຮັດເຊັ່ນນັ້ນໂດຍບໍ່ຄຳນຶງເຖິງຜົນເສຍ ຫຼື ຜົນທີ່ຕາມມາ. ຖ້າໃນທີ່ສຸດມີຄົນຫຼົງເຊື່ອ ແລະ ມີສ່ວນຮ່ວມໃນການຈີບກັນກັບພວກເຂົາ, ພວກເຂົາກໍຈະປະຕິເສດບໍ່ຍອມຮັບ ໂດຍກ່າວວ່າ “ຂ້ອຍພຽງແຕ່ເວົ້າຢອກຊື່ໆ. ເຈົ້າຄິດວ່າເປັນເລື່ອງຈິງຈັງບໍ? ທີ່ຈິງແລ້ວຂ້ອຍບໍ່ໄດ້ຕັ້ງໃຈ; ເຈົ້າຄິດຫຼາຍເກີນໄປເອງ”. ນີ້ບໍ່ແມ່ນມານຮ້າຍທີ່ກຳລັງລອງໃຈຜູ້ຄົນບໍ? ຫຼັງຈາກທີ່ລອງໃຈຄົນໜຶ່ງແລ້ວ, ພວກເຂົາກໍຊອກຫາເປົ້າໝາຍຕໍ່ໄປ, ຍົ້ວຍວນຄົນອື່ນ. ພວກເຂົາຈັ່ງແມ່ນໂຫດຮ້າຍ ແລະ ຊົ່ວຊ້າ! ຫຼັງຈາກທີ່ຍົ້ວຍວນຄົນໃດໜຶ່ງ, ພວກເຂົາກໍປະຕິເສດບໍ່ຍອມຮັບ. ຖ້າຄົນໃດໜຶ່ງຖືກເຮັດໃຫ້ຫຼົງຜິດໂດຍຄົນດັ່ງກ່າວ ແລະ ຕົກຢູ່ໃນບ້ວງ, ມັນບໍ່ໜ້າລັງກຽດບໍ? (ໜ້າລັງກຽດ.) ຄົນທີ່ຍົ້ວຍວນຄົນອື່ນໂດຍບໍ່ໄຕ່ຕອງເປັນຕາກຽດຊັງບໍ? (ເປັນຕາກຽດຊັງ.) ເຮືອນຂອງພຣະເຈົ້າໄດ້ກ່າວໄວ້ຕັ້ງແຕ່ຕົ້ນວ່າ ຖ້າຄົນໃດໜຶ່ງຮອດໄວແຕ່ງງານ ແລະ ເປັນຜູ້ໃຫຍ່ແລ້ວ, ເຮືອນຂອງພຣະເຈົ້າກໍບໍ່ໄດ້ຄັດຄ້ານການຄົບຫາກັນແບບປົກກະຕິ ຫຼື ການແຕ່ງງານ ແລະ ການດຳລົງຊີວິດຮ່ວມກັນແບບປົກກະຕິ ແລະ ອະນຸຍາດ ແລະ ໃຫ້ອິດສະຫຼະແກ່ພວກເຂົາໃນການເຮັດເຊັ່ນນັ້ນ. ແນວໃດກໍຕາມ, ມີເງື່ອນໄຂຫຼາຍປະການຄື: ການປະພຶດຕົນຕາມຕັນຫາທາງເພດແມ່ນບໍ່ໄດ້ຮັບອະນຸຍາດ; ການຍົ້ວຍວນ ແລະ ການຈີບກັນໂດຍບໍ່ໄຕ່ຕອງ ແລະ ການຄຸກຄາມເພດກົງກັນຂ້າມຕາມອຳເພີໃຈແມ່ນບໍ່ໄດ້ຮັບອະນຸຍາດ. ເຮືອນຂອງພຣະເຈົ້າບໍ່ໄດ້ຈຳກັດການຄົບຫາກັນ ແຕ່ບໍ່ອະນຸຍາດໃຫ້ມີການຍົ້ວຍວນໂດຍບໍ່ໄຕ່ຕອງ. ການຍົ້ວຍວນໂດຍບໍ່ໄຕ່ຕອງໝາຍຄວາມວ່າແນວໃດ? ມັນໝາຍເຖິງການຄຸກຄາມສະມາຊິກເພດກົງກັນຂ້າມຄົນໃດກໍຕາມ ແລະ ຫຼັງຈາກທີ່ເຮັດເຊັ່ນນັ້ນແລ້ວ ກໍບໍ່ຍອມຮັບວ່າໄດ້ເຮັດ. ຄົນທີ່ພວກເຂົາຄຸກຄາມບໍ່ແມ່ນຄົນຮັກທີ່ແທ້ຈິງຂອງພວກເຂົາ; ພວກເຂົາບໍ່ໄດ້ຕັ້ງໃຈທີ່ຈະມີຄວາມສຳພັນໄລຍະຍາວ ຫຼື ແຕ່ງງານ ແຕ່ພຽງແຕ່ປາຖະໜາທີ່ຈະຍົ້ວຍວນ, ຫຼິ້ນກັບຄົນອື່ນ, ເພື່ອຄວາມມ່ວນຊື່ນຈາກພວກເຂົາ, ເພື່ອສະແຫວງຫາຄວາມຕື່ນເຕັ້ນ, ເພື່ອມີສ່ວນຮ່ວມກັບຄູ່ຮ່ວມຫຼາຍຄົນ, ເພື່ອປະພຶດຕົນແບບຄົນມີຕັນຫາ. ສິ່ງນີ້ເອີ້ນວ່າການປະພຶດຕົນຕາມຕັນຫາທາງເພດ. ໃນຄຣິສຕະຈັກ, ການປະພຶດຕົນຕາມຕັນຫາທາງເພດແມ່ນບໍ່ໄດ້ຮັບອະນຸຍາດ ແລະ ຖ້າມັນເກີດຂຶ້ນ, ຜູ້ທີ່ກ່ຽວຂ້ອງກໍຄວນຖືກຈັດການຕາມຫຼັກການຂອງການຄັດຄົນອອກ. ແນ່ນອນວ່າ ພາຍໃນທີມງານຂ່າວປະເສີດ, ສະຖານະການດັ່ງກ່າວແມ່ນບໍ່ໄດ້ຮັບອະນຸຍາດໃຫ້ເກີດຂຶ້ນສຳລັບຜູ້ທີ່ເທດສະໜາຂ່າວປະເສີດ, ບໍ່ວ່າພວກເຂົາຈະມາຈາກຄຣິສຕະຈັກທີ່ປະຕິບັດໜ້າທີ່ເຕັມເວລາ ຫຼື ຈາກຄຣິສຕະຈັກທຳມະດາກໍຕາມ. ຖ້າຄົນໃດໜຶ່ງໃຊ້ການເທດສະໜາຂ່າວປະເສີດເປັນຂໍ້ອ້າງເພື່ອຍົ້ວຍວນຄົນອື່ນໂດຍບໍ່ໄຕ່ຕອງ ໂດຍເລືອກພຽງແຕ່ສະມາຊິກເພດກົງກັນຂ້າມເພື່ອຮ່ວມມືນຳ ຫຼື ເທດສະໜາຂ່າວປະເສີດໃຫ້ສະເພາະສະມາຊິກເພດກົງກັນຂ້າມ ໂດຍສວຍໂອກາດນີ້ເພື່ອມີສ່ວນຮ່ວມໃນຄວາມສຳພັນທີ່ບໍ່ເໝາະສົມ, ສິ່ງນີ້ກໍເປັນການຂັດຂວາງ ແລະ ລົບກວນວຽກງານຂ່າວປະເສີດຂອງພຣະເຈົ້າ. ຜູ້ນຳ ແລະ ຜູ້ເຮັດວຽກຕ້ອງຊຳລະລ້າງຄົນດັ່ງກ່າວອອກໂດຍທັນທີ.

ເພື່ອຊອກຫາສະມາຊິກເພດກົງກັນຂ້າມ ແລະ ປະພຶດຕົນຕາມຕັນຫາທາງເພດ, ບາງຄົນບໍ່ສົນໃຈເລື່ອງອາຍຸ ແລະ ບໍ່ມີການຈຳກັດອາຍຸ. ພວກເຂົາພຽງແຕ່ພະຍາຍາມຍົ້ວຍວນໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້, ໂດຍບໍ່ມີຄວາມລະອາຍແມ່ນແຕ່ໜ້ອຍດຽວ. ບາງຄົນບໍ່ພຽງແຕ່ຕອບສະໜອງຕໍ່ຄວາມປາຖະໜາທາງກາມມະລົມຂອງເນື້ອໜັງຂອງພວກເຂົາໃນການຍົ້ວຍວນສະມາຊິກເພດກົງກັນຂ້າມເທົ່ານັ້ນ, ພວກເຂົາຍັງຈະຮຽກຮ້ອງໃຫ້ອີກຝ່າຍຈ່າຍຄ່າຄອງຊີບ, ຊື້ສິ່ງຂອງໃຫ້ ແລະ ອື່ນໆ. ຖ້າພວກເຈົ້າພົບເຫັນຄົນດັ່ງກ່າວ ຫຼື ມີຄົນລາຍງານເຫດການດັ່ງກ່າວ, ພວກເຂົາກໍຄວນຖືກຈັດການໂດຍທັນທີ. ທາງອອກດຽວຄືການຄັດຄົນເຫຼົ່ານີ້ອອກ, ຄັດພວກເຂົາອອກຢ່າງຖາວອນ. ນີ້ກໍເພາະວ່າສຳລັບຄົນທີ່ມີບັນຫາເຊັ່ນນີ້, ມັນບໍ່ແມ່ນບັນຫາຊົ່ວຄາວຢ່າງແນ່ນອນ. ໂດຍສະເພາະແມ່ນຜູ້ທີ່ແຕ່ງງານແລ້ວ, ເຖິງວ່າຈະມີຄູ່ສົມລົດຢູ່ເຮືອນ, ພວກເຂົາກໍຍັງຕັ້ງເປົ້າໝາຍໃສ່ເພດກົງກັນຂ້າມໂດຍສະເພາະ ໂດຍອ້າງວ່າເປັນການເທດສະໜາຂ່າວປະເສີດ. ພວກເຂົາຊອກຫາທຸກປະເພດ, ທັງຄົນຮັ່ງມີ ແລະ ຄົນທຸກຍາກ ແລະ ຖ້າພວກເຂົາພົບຄົນທີ່ພວກເຂົາມັກ, ພວກເຂົາອາດຈະເຖິງຂັ້ນໜີຕາມກັນໄປ, ບໍ່ເທດສະໜາຂ່າວປະເສີດອີກຕໍ່ໄປ. ພຽງແຕ່ບໍ່ເຊື່ອໃນພຣະເຈົ້າຢ່າງສິ້ນເຊີງ. ຖ້າສາມາດພົບເຫັນຄົນດັ່ງກ່າວໄດ້ແຕ່ຫົວທີ, ພວກເຂົາກໍຄວນຖືກຄັດອອກຈາກບັນດາຜູ້ເທດສະໜາຂ່າວປະເສີດໂດຍໄວ ແລະ ຢ່າງຖາວອນ ໂດຍບໍ່ໃຫ້ໂອກາດພວກເຂົາອີກ ແລະ ໂດຍບໍ່ຈຳເປັນຕ້ອງສັງເກດການຕໍ່ໄປ. ພວກເຈົ້າເຂົ້າໃຈບໍ? ບາງຄົນເວົ້າວ່າ “ສຳລັບບາງຄົນ, ຊີວິດແມ່ນລຳບາກ. ຖ້າພວກເຂົາຍົ້ວຍວນຄົນເພດກົງກັນຂ້າມເພື່ອສ້າງຄອບຄົວ ແລະ ອີກຝ່າຍສາມາດເຊື່ອໃນພຣະເຈົ້າ ແລະ ລ້ຽງດູພວກເຂົາໄດ້, ມັນບໍ່ແມ່ນເລື່ອງທີ່ດີທັງສອງຝ່າຍບໍ?” ເຮົາບອກເຈົ້າວ່າ ຄົນດັ່ງກ່າວຕ້ອງຖືກຄັດອອກໂດຍໄວເທົ່າທີ່ຈະໄວໄດ້; ພວກເຂົາບໍ່ໄດ້ເຮັດເພື່ອຊີວິດຄອບຄົວເລີຍ ແຕ່ເພື່ອປະພຶດຕົນຕາມຕັນຫາທາງເພດ. ເປັນຫຍັງເຮົາຈຶ່ງແນ່ໃຈປານນັ້ນ? ຖ້າພວກເຂົາບໍ່ແມ່ນຄົນປະເພດທີ່ຈະປະພຶດຕົນຕາມຕັນຫາທາງເພດ, ແລ້ວຫຼັງຈາກທີ່ມາເຊື່ອໃນພຣະເຈົ້າ, ພວກເຂົາກໍຈະບໍ່ສືບຕໍ່ມີພຶດຕິກຳດັ່ງກ່າວຢ່າງແນ່ນອນ ແລະ ຈະເຫັນວ່າພວກມັນເປັນຕາລັງກຽດ, ໂດຍສະເພາະຖ້າພວກເຂົາແຕ່ງງານແລ້ວ. ກະແສທົ່ວໂລກໃນປັດຈຸບັນແມ່ນເຕັມໄປດ້ວຍການປະພຶດຕົນຕາມຕັນຫາທາງເພດ ແລະ ຄວາມຊົ່ວຊ້າ; ຜູ້ຄົນປ່ອຍຕົວຕາມກາມມະລົມຂອງພວກເຂົາ ແລະ ແຂ່ງຂັນກັນວ່າໃຜສາມາດຍົ້ວຍວນສະມາຊິກເພດກົງກັນຂ້າມໄດ້ຫຼາຍກວ່າ ໂດຍບໍ່ຈຳເປັນຕ້ອງມີການຢັບຢັ້ງໃຈ, ເພາະວ່າສັງຄົມນີ້ ແລະ ມະນຸດຊາດນີ້ບໍ່ໄດ້ປະນາມ ຫຼື ເຍາະເຍີ້ຍການກະທຳເຫຼົ່ານີ້. ດັ່ງນັ້ນ, ຜູ້ຄົນຈຶ່ງຄິດວ່າ ຖ້າພວກເຂົາສາມາດຫາເງິນໄດ້ໂດຍຜ່ານການປະພຶດຕົນຕາມຕັນຫາທາງເພດ ແລະ ການຂາຍຮ່າງກາຍຂອງພວກເຂົາ, ມັນກໍເປັນເຄື່ອງໝາຍຂອງທັກສະ ແລະ ຄວາມສາມາດ. ພວກເຂົາຖືວ່າມັນເປັນສິ່ງທີ່ໜ້າພາກພູມໃຈ. ແນວໃດກໍຕາມ, ຫຼັງຈາກທີ່ມາເຊື່ອໃນພຣະເຈົ້າ, ທັດສະນະຂອງຜູ້ຄົນຕໍ່ເລື່ອງເຫຼົ່ານີ້ກໍປ່ຽນໄປຢ່າງສິ້ນເຊີງ. ພວກເຂົາຊອກຫາວິທີທີ່ຖືກຕ້ອງໃນການປະຕິບັດຕໍ່ຄວາມປາຖະໜາທາງກາມມະລົມຂອງເນື້ອໜັງ, ເຊິ່ງກ່ອນອື່ນໝົດແມ່ນກ່ຽວຂ້ອງກັບການຢັບຢັ້ງໃຈ. ຄົນເຮົາຈະສາມາດຢັບຢັ້ງໃຈໄດ້ແນວໃດ? ຜູ້ຄົນຕ້ອງຮູ້ຈັກລະອາຍ ແລະ ມີຄວາມຮູ້ສຶກລະອາຍ. ນັ້ນຄືສິ່ງທີ່ເອີ້ນວ່າຄວາມເປັນມະນຸດປົກກະຕິ. ທຸກຄົນມີຄວາມປາຖະໜາທາງກາມມະລົມ ແຕ່ຜູ້ຄົນຕ້ອງຮູ້ຈັກຢັບຢັ້ງຕົນເອງ, ມີຄວາມຮູ້ສຶກລະອາຍ. ເຖິງແມ່ນວ່າພວກເຂົາຈະມີຄວາມຄິດແບບນີ້, ພວກເຂົາກໍຄວນຍັບຍັ້ງຕົນເອງ ເພາະວ່າພວກເຂົາເຊື່ອໃນພຣະເຈົ້າ ແລະ ມີຄວາມສໍານຶກ ແລະ ເຫດຜົນ. ພວກເຂົາຕ້ອງບໍ່ເຮັດຕາມຄວາມຄິດທີ່ບໍ່ເໝາະສົມໃນຈິດໃຈຂອງພວກເຂົາຢ່າງເດັດຂາດ, ຍິ່ງໄປກວ່ານັ້ນກໍຄືການເພີດເພີນຕາມມັນ. ພວກເຂົາຄວນສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາເຫຼົ່ານີ້. ເຖິງແມ່ນວ່າພວກເຂົາຈະເປັນຜູ້ເຊື່ອໃໝ່ທີ່ບໍ່ເຂົ້າໃຈຄວາມຈິງ, ພວກເຂົາກໍຍັງຄວນປະເມີນຕົນເອງກັບມາດຕະຖານພື້ນຖານທີ່ສຸດຂອງສິນທຳຂອງມະນຸດ. ຖ້າເຈົ້າຂາດແມ່ນແຕ່ການຢັບຢັ້ງໃຈໃນລະດັບນີ້, ເຈົ້າກໍຂາດຄວາມເປັນມະນຸດປົກກະຕິ ແລະ ຄວາມສໍານຶກ ແລະ ເຫດຜົນຂອງຄວາມເປັນມະນຸດປົກກະຕິ. ສັດທຸກຊະນິດເຊື່ອຟັງຄໍາສັ່ງ ແລະ ປະຕິບັດຕາມລະບຽບໃນດ້ານນີ້, ບໍ່ປະພຶດໂດຍບໍ່ໄຕ່ຕອງ; ໃນຖານະທີ່ເປັນມະນຸດ, ຜູ້ຄົນຍິ່ງບໍ່ຄວນປະພຶດຕົນໂດຍບໍ່ໄຕ່ຕອງ ແລະ ຕ້ອງມີການຢັບຢັ້ງໃຈຫຼາຍຍິ່ງຂຶ້ນ. ຖ້າເຈົ້າຂາດແມ່ນແຕ່ການຢັບຢັ້ງໃຈ ແລະ ການຄວບຄຸມຕົນເອງໃນລະດັບນີ້, ເຈົ້າຈະສາມາດຫວັງທີ່ຈະສະແຫວງຫາ ແລະ ປະຕິບັດຄວາມຈິງໄດ້ແນວໃດ? ຖ້າເຈົ້າບໍ່ສາມາດແມ່ນແຕ່ຈະແກ້ໄຂຄວາມປາຖະໜາທີ່ຊົ່ວຊ້າຂອງເຈົ້າເອງໄດ້, ເຈົ້າຈະສາມາດແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າໄດ້ແນວໃດ? ທຳມະຊາດຂອງເຈົ້າໃນການຕໍ່ຕ້ານ ແລະ ການທໍລະຍົດຕໍ່ພຣະເຈົ້າກໍຍິ່ງເປັນໄປບໍ່ໄດ້ທີ່ຈະແກ້ໄຂ, ບໍ່ແມ່ນບໍ? (ແມ່ນແລ້ວ.) ຖ້າເຈົ້າບໍ່ສາມາດແມ່ນແຕ່ຈະຈັດການກັບຄວາມປາຖະໜາທາງກາມມະລົມຂອງເນື້ອໜັງໄດ້, ແລ້ວເຈົ້າຈະຫວັງທີ່ຈະແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າໄດ້ແນວໃດ? ຢ່າຄິດເລີຍ. ເຈົ້າບໍ່ສາມາດເຮັດມັນໄດ້.

ບາງຄົນຊອກຫາໂອກາດທີ່ຈະຄົບຫາຢູ່ສະເໝີ ໃນຂະນະທີ່ເທດສະໜາຂ່າວປະເສີດ ແລະ ເຫດການດັ່ງກ່າວກໍເກີດຂຶ້ນເລື້ອຍໆ. ຜູ້ທີ່ມີແຕ່ພົວພັນໃນຄວາມສໍາພັນໃນທາງຄວາມຮັກເປັນປະຈຳ ໂດຍບໍ່ໃສ່ໃຈວຽກງານທີ່ຖືກຕ້ອງຂອງຕົນນັ້ນ ໄດ້ຖືກຄັດອອກ ແລະ ຈັດການແລ້ວ, ໃນຂະນະທີ່ຜູ້ທີ່ກະທຳຜິດເປັນບາງຄັ້ງບາງຄາວກໍໄດ້ຮັບການຕັກເຕືອນ. ເມື່ອໃດທີ່ຄົນທີ່ມີອຸປະນິໄສຊົ່ວຊ້າເຫຼົ່ານີ້ພົບສະຖານະການທີ່ເໝາະສົມ ແລະ ພົບຄົນທີ່ພວກເຂົາຖືວ່າເປັນຄົນຮັກ, ພວກເຂົາກໍຕົກຢູ່ໃນການລອງໃຈ. ເຈດຕະນາຂອງພວກເຂົາທີ່ຈະໄດ້ຮັບພອນໂດຍການເຊື່ອໃນພຣະເຈົ້າກໍຈຶ່ງຫາຍໄປທ່າມກາງຄວາມປາຖະໜາອັນຊົ່ວຊ້າຂອງພວກເຂົາ. ທັນທີທີ່ພວກເຂົາເຂົ້າສູ່ຄວາມສຳພັນໃນທາງຄວາມຮັກ, ພວກເຂົາກໍລະເລີຍທຸກສິ່ງທຸກຢ່າງ, ແມ່ນແຕ່ປະຖິ້ມເຈດຕະນາຂອງພວກເຂົາທີ່ຈະໄດ້ຮັບພອນ ແລະ ໄລ່ຕາມຫາພຽງແຕ່ຄວາມສຸກຂອງເນື້ອໜັງ. ຫຼັງຈາກທີ່ເຮັດຜິດໜຶ່ງ ຫຼື ສອງຄັ້ງ, ພວກເຂົາອາດຈະຮູ້ສຶກກ່າວໂທດຕົນເອງ ແລະ ທຸກໃຈຢູ່ໜ້ອຍໜຶ່ງ ແຕ່ຫຼັງຈາກສາມ ຫຼື ສີ່ຄັ້ງ, ມັນກໍກາຍເປັນການປະພຶດຕົນຕາມຕັນຫາທາງເພດ. ເມື່ອການປະພຶດຕົນຕາມຕັນຫາທາງເພດເກີດຂຶ້ນແລ້ວ, ພວກເຂົາກໍບໍ່ຮູ້ສຶກກ່າວໂທດຕົນເອງ ຫຼື ທຸກໃຈອີກຕໍ່ໄປ ເພາະວ່າຄວາມລະອາຍອັນເປັນສິ່ງກັ້ນສຸດທ້າຍຂອງຄວາມເປັນມະນຸດນັ້ນ ໄດ້ຖືກທຳລາຍລົງແລ້ວ. ພວກເຂົາບໍ່ຖືວ່າການປະພຶດຕົນຕາມຕັນຫາທາງເພດເປັນເລື່ອງໜ້າລະອາຍອີກຕໍ່ໄປ ແລະ ດັ່ງນັ້ນຈຶ່ງສືບຕໍ່ມີສ່ວນຮ່ວມໃນມັນ. ຜູ້ທີ່ສາມາດສືບຕໍ່ປະພຶດຕົນຕາມຕັນຫາທາງເພດແມ່ນຜູ້ທີ່ປ່ອຍຕົວຕາມຄວາມປາຖະໜາທາງກາມມະລົມຂອງພວກເຂົາເປັນພິເສດ, ໂດຍບໍ່ສະແດງການຢັບຢັ້ງໃຈໃດໆ. ຄົນດັ່ງກ່າວແມ່ນບໍ່ໄດ້ຮັບອະນຸຍາດໃຫ້ຢູ່ໃນຄຣິສຕະຈັກ ແລະ ຕ້ອງຖືກຊຳລະລ້າງອອກ; ຢ່າອະນຸໂລມໃຫ້ພວກເຂົາ ຫຼື ຊອກຫາຂໍ້ອ້າງໃດໆ ເພື່ອຮັກສາພວກເຂົາໄວ້. ເຮືອນຂອງພຣະເຈົ້າບໍ່ໄດ້ຂາດຄົນທີ່ຈະເທດສອນຂ່າວປະເສີດ; ບໍ່ຈຳເປັນຕ້ອງມີຄົນບ້າກາມດັ່ງກ່າວເພື່ອມາຕື່ມຈຳນວນ, ເພາະສິ່ງນີ້ເປັນການເຮັດໃຫ້ພຣະນາມຂອງພຣະເຈົ້າເສື່ອມເສຍກຽດຢ່າງຮ້າຍແຮງ. ສະນັ້ນ, ຖ້າມີຄົນລາຍງານ ຫຼື ຖ້າເຈົ້າພົບເຫັນຄົນດັ່ງກ່າວດ້ວຍຕົນເອງພາຍໃນທີມງານເທດສະໜາຂ່າວປະເສີດ, ເຈົ້າກໍຄວນຮູ້ວ່າຈະເຮັດແນວໃດ. ຖ້າຜູ້ເຊື່ອໃໝ່ບາງຄົນມີບັນຫານີ້, ພວກເຈົ້າກໍຄວນໂອ້ລົມຄວາມຈິງກ່ຽວກັບບັນຫານີ້ກ່ອນ, ໂດຍໃຫ້ທຸກຄົນຮູ້ວ່າຫຼັກການ ແລະ ທັດສະນະຄະຕິຂອງຄຣິສຕະຈັກຕໍ່ຜູ້ທີ່ປະພຶດຕົນຕາມຕັນຫາທາງເພດນັ້ນເປັນແນວໃດ. ຢ່າງໜ້ອຍທີ່ສຸດ, ພວກເຂົາກໍຄວນໄດ້ຮັບການເຕືອນລ່ວງໜ້າ ເພື່ອປ້ອງກັນບໍ່ໃຫ້ພວກເຂົາຕົກຢູ່ໃນບ້ວງນັ້ນ ແລະ ຈາກການໃຊ້ການເທດສະໜາຂ່າວປະເສີດເປັນໂອກາດໃນການມີສ່ວນຮ່ວມໃນພຶດຕິກຳດັ່ງກ່າວ, ຈົນໃນທີ່ສຸດກໍກ່າວໂທດຜູ້ຮັບຜິດຊອບ ຫຼື ຜູ້ນຳ ແລະ ຜູ້ເຮັດວຽກວ່າບໍ່ໄດ້ໂອ້ລົມຫຼັກການຄວາມຈິງທີ່ກ່ຽວຂ້ອງໃຫ້ຟັງກ່ອນ. ສະນັ້ນ, ກ່ອນທີ່ເຫດການດັ່ງກ່າວຈະເກີດຂຶ້ນ, ກ່ອນທີ່ບາງຄົນຈະຮັບຮູ້ເຖິງທັດສະນະຄະຕິຂອງເຮືອນຂອງພຣະເຈົ້າຕໍ່ບຸກຄົນ ແລະ ເລື່ອງລາວດັ່ງກ່າວ, ເມື່ອຜູ້ຄົນຍັງບໍ່ແຈ່ມແຈ້ງກ່ຽວກັບບັນຫາເຫຼົ່ານີ້, ຜູ້ນຳ ແລະ ຜູ້ເຮັດວຽກຕ້ອງໂອ້ລົມຫຼັກການເຫຼົ່ານີ້ກັບພວກເຂົາຢ່າງຈະແຈ້ງ ແລະ ຊັດເຈນ ເພື່ອໃຫ້ພວກເຂົາຮູ້ວ່າເລື່ອງເຫຼົ່ານີ້ຈັດຢູ່ໃນພຶດຕິກຳ ແລະ ທຳມະຊາດປະເພດໃດ ແລະ ທັດສະນະຄະຕິຂອງເຮືອນຂອງພຣະເຈົ້າຕໍ່ເລື່ອງລາວ ແລະ ບຸກຄົນດັ່ງກ່າວເປັນແນວໃດ. ຫຼັງຈາກທີ່ໄດ້ໂອ້ລົມຫຼັກການເຫຼົ່ານີ້ຢ່າງລະອຽດແລ້ວ, ຖ້າພວກເຂົາຍັງຄົງຍຶດໝັ້ນໃນແນວທາງຂອງຕົນເອງ ແລະ ຢືນຢັນໃນວິທີທາງຂອງພວກເຂົາ ເຖິງວ່າຈະຮູ້ຫຼັກການເຫຼົ່ານີ້ແລ້ວກໍຕາມ, ພວກເຂົາກໍຕ້ອງຖືກຈັດການ ແລະ ກຳຈັດຖິ້ມ, ພວກເຂົາຕ້ອງຖືກຄັດອອກ. ຖ້າບຸກຄົນດັ່ງກ່າວປາກົດຕົວໃນຄຣິສຕະຈັກ ໂດຍມັກຈະກໍ່ເຫດໂດຍການຍົ້ວຍວນຄົນອື່ນ ຫຼື ມັກຈະກໍ່ໃຫ້ເກີດການລົບກວນຕໍ່ສະມາຊິກເພດກົງກັນຂ້າມ, ພວກເຂົາກໍມີບັນຫາຢ່າງແນ່ນອນ. ເຖິງແມ່ນວ່າຈະບໍ່ມີບັນຫາທີ່ເປັນຈິງເປັນຈັງເກີດຂຶ້ນກໍຕາມ, ຜູ້ນຳ ແລະ ຜູ້ເຮັດວຽກກໍຄວນຕັກເຕືອນ ແລະ ຈັດການບຸກຄົນເຫຼົ່ານີ້ ຫຼື ເອົາພວກເຂົາອອກຈາກສະຖານທີ່ທີ່ຜູ້ຄົນປະຕິບັດໜ້າທີ່ຂອງຕົນ; ໃນກໍລະນີທີ່ຮ້າຍແຮງ, ພວກເຂົາຄວນຖືກຄັດອອກໂດຍກົງ. ການໂອ້ລົມຂອງພວກເຮົາກ່ຽວກັບດ້ານທີເຈັດຂອງການສະແດງອອກທາງດ້ານຄວາມເປັນມະນຸດຂອງຜູ້ຄົນກໍຈົບລົງພຽງເທົ່ານີ້.

ວັນທີ 18 ທັນວາ 2021

ກ່ອນນີ້: ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (25)

ຕໍ່ໄປ: ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (27)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້