ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (6)

ມື້ນີ້ພວກເຮົາຈະສົນທະນາກັນຕໍ່ກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ກ່ຽວກັບການສະແດງອອກຕ່າງໆ ຂອງຜູ້ນໍາປອມ. ໃນການເຕົ້າໂຮມຄັ້ງສຸດທ້າຍ, ພວກເຮົາໄດ້ໂອ້ລົມກ່ຽວກັບຂໍ້ທີຫົກຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ເນື້ອໃນຫຼັກຂອງຂໍ້ນີ້ແມ່ນຫຍັງ? (ຂໍ້ທີຫົກແມ່ນ “ເລື່ອນຕຳແໜ່ງ ແລະ ເພາະປູກຜູ້ມີພອນສະຫວັນທີ່ມີຄຸນສົມບັດທຸກປະເພດ ເພື່ອໃຫ້ທຸກຄົນທີ່ໄລ່ຕາມຄວາມຈິງສາມາດມີໂອກາດໄດ້ຮັບການຝຶກຝົນ ແລະ ເຂົ້າສູ່ຄວາມຈິງຄວາມເປັນຈິງໂດຍໄວທີ່ສຸດເທົ່າທີ່ຈະໄວໄດ້”.) ຄັ້ງສຸດທ້າຍ, ພວກເຮົາໄດ້ໂອ້ລົມກັນເປັນຫຼັກກ່ຽວກັບຫຼັກການຂອງເຮືອນຂອງພຣະເຈົ້າໃນການເລື່ອນຕຳແໜ່ງ ແລະ ເພາະປູກຜູ້ຄົນ ແລະ ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງເລື່ອນຕຳແໜ່ງ ແລະ ເພາະປູກຜູ້ຄົນ. ພວກເຮົາຍັງໄດ້ໄຈ້ແຍກບັນຫາທີ່ມີຢູ່ໃນຜູ້ນໍາປອມ ເມື່ອເວົ້າເຖິງການເລື່ອນຕຳແໜ່ງ ແລະ ເພາະປູກຜູ້ທີ່ມີພອນສະຫວັນປະເພດຕ່າງໆ. ແລ້ວການສະແດງອອກຫຼັກຂອງຜູ້ນໍາປອມໃນສອງຂໍ້ນີ້ແມ່ນຫຍັງ? ເປັນຫຍັງພວກເຮົາຈຶ່ງເວົ້າວ່າພວກເຂົາເປັນຜູ້ນໍາປອມ? ຫຼັກໆແລ້ວມີຢູ່ສອງດ້ານ. ດ້ານໜຶ່ງແມ່ນ ຜູ້ນໍາປອມບໍ່ເຂົ້າໃຈຫຼັກການໃນການເລື່ອນຕຳແໜ່ງ, ເພາະປູກ ແລະ ນໍາໃຊ້ຄົນປະເພດຕ່າງໆ ແລະ ພວກເຂົາກໍບໍ່ໄດ້ສະແຫວງຫາຫຼັກການເຫຼົ່ານີ້. ພວກເຂົາບໍ່ຮູ້ວ່າຄວາມສາມາດດ້ານໃດທີ່ສຳຄັນທີ່ຜູ້ຄົນຄວນມີ ຫຼື ເກນໃດທີ່ສຳຄັນທີ່ຕ້ອງບັນລຸ ເພື່ອທີ່ຈະໄດ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ດ້ວຍເຫດນີ້, ພວກເຂົາຈຶ່ງໃຊ້ງານຄົນຢ່າງບໍ່ຈຳແນກ ໂດຍອີງໃສ່ແນວຄິດ ແລະ ຈິນຕະນາການຂອງພວກເຂົາເອງ. ບັນຫາທີ່ຮ້າຍແຮງອີກຢ່າງໜຶ່ງກໍຄື ຫຼັງຈາກທີ່ເລື່ອນຕຳແໜ່ງ, ເພາະປູກ ແລະ ນໍາໃຊ້ຄົນເຫຼົ່ານີ້ແລ້ວ, ພວກເຂົາກໍບໍ່ໄດ້ຕິດຕາມ ຫຼື ກວດກາວຽກງານຂອງຄົນເຫຼົ່ານັ້ນເລີຍ, ທັງບໍ່ໄດ້ຊອກຮູ້ວ່າພວກເຂົາເຮັດວຽກໄດ້ດີສ່ຳໃດ, ຫຼື ພວກເຂົາໄດ້ເຮັດວຽກງານຕົວຈິງ ຫຼື ບໍ່ ຫຼື ສາມາດເຮັດໜ້າທີ່ຄວາມຮັບຜິດຊອບຂອງຕົນໄດ້ສຳເລັດ ຫຼື ບໍ່ ຫຼື ລັກສະນະຂອງພວກເຂົາເປັນແນວໃດ ຫຼື ໜ້າທີ່ທີ່ພວກເຂົາກໍາລັງປະຕິບັດຢູ່ນັ້ນເໝາະສົມກັບພວກເຂົາແລ້ວ ຫຼື ບໍ່ ແລະ ພວກເຂົາບໍ່ໄດ້ໃສ່ໃຈວ່າຄົນທີ່ພວກເຂົາເລື່ອນຕຳແໜ່ງ, ເພາະປູກ ແລະ ໃຊ້ງານນັ້ນໄດ້ມາດຕະຖານ ແລະ ສອດຄ່ອງກັບຫຼັກການ ຫຼື ບໍ່, ພວກເຂົາບໍ່ເຄີຍກວດສອບສິ່ງເຫຼົ່ານີ້ເລີຍ. ຜູ້ນໍາປອມຄິດວ່າມັນເປັນພຽງເລື່ອງຂອງການເລື່ອນຕຳແໜ່ງໃຫ້ຄົນ, ຈັດແຈງວຽກງານໃຫ້ພວກເຂົາ ແລະ ກໍບໍ່ມີຫຍັງຫຼາຍໄປກວ່ານັ້ນ, ແລ້ວຄວາມຮັບຜິດຊອບຂອງພວກເຂົາກໍສຳເລັດແລ້ວ. ນີ້ຄືວິທີທີ່ຜູ້ນໍາປອມເຮັດວຽກງານຂອງພວກເຂົາ ແລະ ນີ້ກໍເປັນທັດສະນະຄະຕິ ແລະ ມຸມມອງຂອງພວກເຂົາໃນຂະນະທີ່ພວກເຂົາເຮັດວຽກງານ. ດັ່ງນັ້ນ ການສະແດງອອກຫຼັກທັງສອງຢ່າງນີ້ຂອງຜູ້ນໍາປອມ ສາມາດພິສູດໄດ້ບໍວ່າພວກເຂົາບໍ່ໄດ້ເຮັດ ແລະ ບໍ່ສາມາດເຮັດໜ້າທີ່ຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດໄດ້ ເມື່ອເວົ້າເຖິງການເລື່ອນຕຳແໜ່ງ, ເພາະປູກ ແລະ ນໍາໃຊ້ຜູ້ຄົນ? (ແມ່ນແລ້ວ.) ຜູ້ນໍາປອມບໍ່ໄດ້ກວດກາວຽກງານ ຫຼື ຄອຍສັງເກດຄົນປະເພດຕ່າງໆ ແລະ ຍິ່ງບໍ່ໄດ້ເອົາຈິງເອົາຈັງໃນເລື່ອງຄວາມຈິງ ແລະ ຫຼັກການ, ໂດຍການປຽບທຽບການສະແດງອອກ ແລະ ສະພາວະຂອງຄົນປະເພດຕ່າງໆ ຕໍ່ກັບຄວາມຈິງທີ່ພວກເຂົາເຂົ້າໃຈ ແລະ ຫຼັກການທີ່ເຮືອນຂອງພຣະເຈົ້າໄດ້ກຳນົດ; ພວກເຂົາຍັງບໍ່ສາມາດແຍກແຍະໄດ້ວ່າ ຄວາມເປັນມະນຸດ ແລະ ຈຸດແຂງຂອງຄົນປະເພດຕ່າງໆ ໄດ້ສອດຄ່ອງກັບຫຼັກການທີ່ເຮືອນຂອງພຣະເຈົ້າໄດ້ກຳນົດໃນການນໍາໃຊ້ຄົນ ຫຼື ບໍ່. ດ້ວຍເຫດຜົນເຫຼົ່ານີ້, ພວກເຂົາຈຶ່ງສັບສົນ ແລະ ບໍ່ຮອບຄອບເປັນພິເສດ ເມື່ອເວົ້າເຖິງການເລື່ອນຕຳແໜ່ງ ແລະ ນໍາໃຊ້ຄົນ ແລະ ການຈັດແຈງວຽກງານໃຫ້ພວກເຂົາ ແລະ ສິ່ງທີ່ພວກເຂົາເຮັດກໍຄືການເຮັດແບບພໍເປັນພິທີ ແລະ ເຮັດວຽກງານແບບຜິວເຜີນ ໂດຍອີງໃສ່ແນວຄິດ ແລະ ຈິນຕະນາການຂອງພວກເຂົາ. ເມື່ອເປັນເຊັ່ນນີ້, ຖ້າຜູ້ນໍາປອມຖືກຂໍໃຫ້ໃຊ້ງານຄົນປະເພດຕ່າງໆ ຢ່າງສົມເຫດສົມຜົນ ແລະ ເໝາະສົມ ໂດຍອີງໃສ່ຄວາມເປັນມະນຸດ ແລະ ຈຸດແຂງຂອງພວກເຂົາ, ພວກເຂົາຈະສາມາດເຮັດໄດ້ບໍ? (ບໍ່, ພວກເຂົາເຮັດບໍ່ໄດ້.) ຕອນນີ້ໃຫ້ພວກເຮົາລະເວັ້ນເລື່ອງຄວາມສາມາດຂອງຜູ້ນໍາປອມໄວ້ກ່ອນ. ໃຫ້ເບິ່ງພຽງແຕ່ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ວຽກງານ ແລະ ວິທີການ ແລະ ວິທີປະຕິບັດວຽກງານຂອງພວກເຂົາ ແລະ ຄວາມຈິງທີ່ວ່າພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງໃດເລີຍ, ແຕ່ຈັດການພຽງວຽກງານທົ່ວໄປ ແລະ ເຮັດວຽກງານແບບຜິວເຜີນເລັກນ້ອຍທີ່ເຮັດໃຫ້ພວກເຂົາໂດດເດັ່ນ ແລະ ຄວາມຈິງທີ່ວ່າພວກເຂົາບໍ່ໄດ້ເຮັດວຽກງານສະໜອງຄວາມຈິງໃຫ້ແກ່ຜູ້ຄົນເລີຍ ແລະ ບໍ່ຮູ້ວິທີນໍາໃຊ້ຄວາມຈິງເພື່ອແກ້ໄຂບັນຫາ, ທັງໝົດນີ້ກໍພຽງພໍແລ້ວທີ່ຈະພິສູດວ່າຜູ້ນໍາປອມບໍ່ສາມາດເຮັດວຽກງານຕົວຈິງຂອງຄຣິສຕະຈັກໄດ້. ພຽງແຕ່ອີງໃສ່ຄວາມຈິງທີ່ວ່າຜູ້ນໍາປອມບໍ່ໄດ້ເຮັດວຽກງານຕົວຈິງ ຫຼື ມີສ່ວນຮ່ວມຢ່າງເລິກເຊິ່ງກັບອ້າຍເອື້ອຍນ້ອງ ເພື່ອແກ້ໄຂບັນຫາຕົວຈິງ ແລະ ແທນທີ່ຈະວາງທ່າເໜືອຄົນອື່ນ ແລະ ອອກຄຳສັ່ງ, ມັນສາມາດຢືນຢັນໄດ້ວ່າພວກເຂົາບໍ່ສາມາດປະຕິບັດວຽກງານໃນທຸກດ້ານຂອງຄຣິສຕະຈັກໄດ້ດີ ເພື່ອເລື່ອນຕຳແໜ່ງ ແລະ ເພາະປູກຜູ້ຄົນສຳລັບເຮືອນຂອງພຣະເຈົ້າ.

ຂໍ້ທີເຈັດ: ຈັດສັນ ແລະ ໃຊ້ງານຄົນປະເພດຕ່າງໆຢ່າງສົມເຫດສົມຜົນ, ໂດຍອີງໃສ່ຄວາມເປັນມະນຸດ ແລະ ຈຸດແຂງຂອງພວກເຂົາ, ເພື່ອໃຫ້ແຕ່ລະຄົນຖືກໃຊ້ງານໃຫ້ເກີດປະໂຫຍດສູງສຸດ (ພາກທີໜຶ່ງ)

ການໃຊ້ງານຄົນປະເພດຕ່າງໆຢ່າງສົມເຫດສົມຜົນ ໂດຍອີງໃສ່ຄວາມເປັນມະນຸດຂອງພວກເຂົາ

ພວກເຈົ້າມີຄວາມເຂົ້າໃຈແນວໃດກ່ຽວກັບວິທີຈັດແຈງ ແລະ ໃຊ້ງານຄົນປະເພດຕ່າງໆ? (ເຮືອນຂອງພຣະເຈົ້າມີມາດຕະຖານຂໍ້ກຳນົດທີ່ແຕກຕ່າງກັນສຳລັບຄົນປະເພດຕ່າງໆ ທີ່ໄດ້ຮັບການເລື່ອນຕຳແໜ່ງ ແລະ ເພາະປູກ ແລະ ຜູ້ຄົນຄວນໄດ້ຮັບການເລື່ອນຕຳແໜ່ງ ແລະ ໃຊ້ງານຕາມຫຼັກການ ແລະ ມາດຕະຖານຂອງເຮືອນຂອງພຣະເຈົ້າໃນການເລື່ອນຕຳແໜ່ງຜູ້ຄົນ. ຖ້າບາງຄົນເໝາະສົມທີ່ຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກ, ແລ້ວພວກເຂົາກໍຄວນໄດ້ຮັບການເພາະປູກໃຫ້ເປັນຜູ້ນໍາ, ຜູ້ເຮັດວຽກ ແລະ ຜູ້ຮັບຜິດຊອບ; ຖ້າບາງຄົນມີຈຸດແຂງທາງວິຊາຊີບໃນຂະແໜງໃດໜຶ່ງ, ແລ້ວໜ້າທີ່ທີ່ພວກເຂົາເຮັດກໍຄວນຖືກຈັດແຈງຕາມຈຸດແຂງທາງວິຊາຊີບຂອງພວກເຂົາ, ເພື່ອໃຫ້ພວກເຂົາໄດ້ຮັບການຈັດສັນ ແລະ ໃຊ້ງານຢ່າງສົມເຫດສົມຜົນ.) ມີໃຜມີຫຍັງຈະເພີ່ມເຕີມອີກບໍ? (ອີກຢ່າງໜຶ່ງແມ່ນການວັດແທກຄົນໂດຍອີງໃສ່ຄວາມເປັນມະນຸດຂອງພວກເຂົາ. ຖ້າຄວາມເປັນມະນຸດຂອງຄົນໃດຄົນໜຶ່ງຂ້ອນຂ້າງດີ, ຮັກຄວາມຈິງ ແລະ ພວກເຂົາມີຄວາມສາມາດໃນການຢັ່ງຮູ້, ຄົນແບບນີ້ຈຶ່ງເປັນຜູ້ເໝາະສົມສຳລັບການເລື່ອນຕຳແໜ່ງ ແລະ ເພາະປູກ. ຖ້າຄວາມເປັນມະນຸດຂອງພວກເຂົາທຳມະດາ, ແຕ່ພວກເຂົາມີຈຸດແຂງ ແລະ ສາມາດປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ ແລະ ຮັບໃຊ້ໄດ້, ຄົນປະເພດນີ້ກໍສາມາດຖືກມອບໝາຍໃຫ້ເຮັດໜ້າທີ່ທີ່ເໝາະສົມໂດຍອີງໃສ່ຈຸດແຂງຂອງພວກເຂົາ, ເພື່ອທີ່ພວກເຂົາຈະຖືກໃຊ້ງານໃຫ້ເກີດປະໂຫຍດສູງສຸດ. ຖ້າພວກເຂົາເປັນຄົນທີ່ມີຄວາມເປັນມະນຸດທີ່ຂ້ອນຂ້າງບໍ່ດີ ແລະ ອາດຈະກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ການໃຫ້ພວກເຂົາປະຕິບັດໜ້າທີ່ຈະເປັນບັນຫາຫຼາຍກວ່າທີ່ຈະເກີດປະໂຫຍດ, ສະນັ້ນ ມັນຈຶ່ງບໍ່ເໝາະສົມທີ່ຈະຈັດແຈງໃຫ້ພວກເຂົາປະຕິບັດໜ້າທີ່.) ຖ້າຜູ້ຄົນຖືກຈຳແນກໂດຍອີງໃສ່ຄວາມເປັນມະນຸດຂອງພວກເຂົາ, ແລ້ວຕາບໃດທີ່ພວກເຂົາບໍ່ແມ່ນຄົນຊົ່ວຮ້າຍ, ບໍ່ກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ ແລະ ສາມາດປະຕິບັດໜ້າທີ່ໄດ້, ພວກເຂົາກໍສອດຄ່ອງກັບຫຼັກການຂອງເຮືອນຂອງພຣະເຈົ້າໃນການໃຊ້ງານຜູ້ຄົນ. ຄົນອີກປະເພດໜຶ່ງທີ່ບໍ່ສາມາດໃຊ້ງານໄດ້, ນອກຈາກຄົນຊົ່ວຮ້າຍ ແລະ ຜີຮ້າຍ, ກໍຄືຜູ້ທີ່ມີສະຕິປັນຍາບໍ່ພຽງພໍ, ເຊິ່ງເປັນຜູ້ທີ່ເຮັດຫຍັງກໍບໍ່ສໍາເລັດ, ບໍ່ສາມາດເຮັດຫຍັງໃຫ້ລຸລ່ວງໄດ້ ບໍ່ສາມາດຮຽນຮູ້ວິຊາຊີບ, ບໍ່ສາມາດຈັດການວຽກງານທົ່ວໄປທີ່ງ່າຍດາຍ ແມ່ນແຕ່ຈະອອກແຮງງານທາງກາຍກໍບໍ່ສາມາດເຮັດໄດ້, ຄົນທີ່ມີສະຕິປັນຍາ ແລະ ຄວາມເປັນມະນຸດບໍ່ພຽງພໍຈຶ່ງບໍ່ສາມາດໃຊ້ງານໄດ້. ຄົນແບບໃດແດ່ທີ່ຕົກຢູ່ໃນໝວດໝູ່ນີ້ຂອງການມີສະຕິປັນຍາບໍ່ພຽງພໍ? ກໍຄືຜູ້ທີ່ບໍ່ເຂົ້າໃຈພາສາມະນຸດ, ຜູ້ທີ່ຂາດຄວາມຢັ່ງຮູ້ທີ່ບໍລິສຸດ, ຜູ້ທີ່ເຂົ້າໃຈຜິດຢູ່ສະເໝີ, ເຮັດຜິດພາດ ແລະ ໃຫ້ຄຳຕອບທີ່ບໍ່ກ່ຽວຂ້ອງກັບຄຳຖາມ ແລະ ຜູ້ທີ່ເປັນປະເພດດຽວກັນກັບຄົນໂງ່ຈ້າ ຫຼື ຄົນພິການທາງຈິດ, ຄົນເຫຼົ່ານີ້ລ້ວນແຕ່ເປັນຄົນທີ່ມີສະຕິປັນຍາບໍ່ພຽງພໍ. ແລ້ວກໍຍັງ ມີຄົນທີ່ແປກປະຫຼາດເປັນຢ່າງຍິ່ງ ຜູ້ທີ່ຢັ່ງຮູ້ສິ່ງຕ່າງໆ ທຸກປະເພດແຕກຕ່າງຈາກຄົນປົກກະຕິ, ພວກເຂົາກໍມີບັນຫາທາງສະຕິປັນຍາເຊັ່ນກັນ. ສະຕິປັນຍາບໍ່ພຽງພໍແມ່ນລວມເຖິງການບໍ່ສາມາດຮຽນຮູ້ຫຍັງໄດ້ເລີຍແມ່ນບໍ? (ແມ່ນແລ້ວ.) ແລ້ວການບໍ່ສາມາດຮຽນຮູ້ວິທີການຂຽນບົດຄວາມນັບວ່າເປັນການມີສະຕິປັນຍາບໍ່ພຽງພໍບໍ? (ບໍ່, ບໍ່ແມ່ນ.) ຄົນປະເພດນີ້ບໍ່ໄດ້ຈັດຢູ່ໃນໝວດໝູ່ນັ້ນ. ຕົວຢ່າງເຊັ່ນ: ການຮຽນຮ້ອງເພງ ແລະ ເຕັ້ນລຳ, ການຮຽນຮູ້ທັກສະຄອມພິວເຕີ ຫຼື ການຮຽນພາສາຕ່າງປະເທດ; ການບໍ່ສາມາດຮຽນຮູ້ສິ່ງເຫຼົ່ານີ້ບໍ່ໄດ້ຖືວ່າເປັນການມີສະຕິປັນຍາບໍ່ພຽງພໍ. ດັ່ງນັ້ນ, ການບໍ່ສາມາດຮຽນຮູ້ສິ່ງໃດປະເພດໃດທີ່ສະແດງເຖິງການມີສະຕິປັນຍາບໍ່ພຽງພໍ? ຕົວຢ່າງເຊັ່ນ: ບາງຄົນມີຄວາມຮູ້ເລັກນ້ອຍ, ແຕ່ບໍ່ສາມາດຮຽນຮູ້ວິທີຈັດລະບຽບພາສາຂອງພວກເຂົາເມື່ອສົນທະນາກັບຄົນອື່ນ. ແລ້ວຄົນປະເພດນີ້ຈະສາມາດສົນທະນາກ່ຽວກັບຄວາມຈິງ, ອະທິຖານ ແລະ ສື່ສານກັບຄົນອື່ນແບບປົກກະຕິໄດ້ບໍ ເມື່ອພວກເຂົາເຊື່ອໃນພຣະເຈົ້າ? (ບໍ່, ພວກເຂົາເຮັດບໍ່ໄດ້.) ເມື່ອພວກເຂົາມີຄວາມຄິດຢູ່ໃນໃຈ ຫຼື ເມື່ອພວກເຂົາຢູ່ໃນສະພາວະໃດໜຶ່ງ ແລະ ພວກເຂົາຢາກເປີດໃຈ ແລະ ເວົ້າກັບຜູ້ຄົນກ່ຽວກັບເລື່ອງນັ້ນ ແລະ ສະແຫວງຫາເສັ້ນທາງແກ້ໄຂ, ພວກເຂົາກໍໄດ້ໄຕ່ຕອງເປັນເວລາຫຼາຍມື້ ແລະ ບໍ່ຮູ້ວ່າຈະເລີ່ມຕົ້ນຈາກບ່ອນໃດ ຫຼື ຈະສະແດງອອກແນວໃດ. ທັນທີທີ່ພວກເຂົາເວົ້າ, ພວກເຂົາກໍສັບສົນ ແລະ ເວົ້າແບບບໍ່ຮູ້ເລື່ອງ, ປາກຂອງພວກເຂົາເບິ່ງຄືວ່າບໍ່ຍອມເຮັດຕາມທີ່ສັ່ງ ແລະ ຄວາມຄິດຂອງພວກເຂົາກໍສັບສົນວຸ້ນວາຍ. ຕົວຢ່າງເຊັ່ນ: ເຈົ້າບອກພວກເຂົາວ່າ “ມື້ນີ້ອາກາດດີ ແລະ ແດດອອກແຈ້ງ”, ແລ້ວພວກເຂົາຈະຕອບວ່າ “ມື້ວານນີ້ຝົນຕົກ ແລະ ມີອຸບັດຕິເຫດລົດຕຳກັນຢູ່ຖະໜົນເສັ້ນນັ້ນ”. ການສົນທະນາຂອງພວກເຂົາກັບຄົນອື່ນນັ້ນເປັນການເວົ້າກັນຄົນລະເລື່ອງ. ຄົນປະເພດນີ້ມີສະຕິປັນຍາບໍ່ພຽງພໍແມ່ນບໍ? (ແມ່ນແລ້ວ.) ຕົວຢ່າງເຊັ່ນ: ຖ້າພວກເຂົາເຈັບຫົວ ແລະ ເຈົ້າຖາມພວກເຂົາວ່າເປັນຫຍັງ, ພວກເຂົາຈະເວົ້າວ່າພວກເຂົາຮູ້ສຶກບໍ່ສະບາຍໃຈໜ້ອຍໜຶ່ງ. ຄຳຕອບນີ້ບໍ່ກ່ຽວຂ້ອງກັບຄຳຖາມ, ແມ່ນບໍ່? (ແມ່ນແລ້ວ.) ນີ້ຄືການຂາດສະຕິປັນຍາທີ່ຫຼາຍເກີນໄປ. ມີຄົນທີ່ເປັນແບບນີ້ຫຼາຍ. ໃຫ້ພວກເຈົ້າຍົກຕົວຢ່າງໄດ້ບໍ? (ບາງຄົນມັກຈະຕອບນອກເລື່ອງຢູ່ສະເໝີເມື່ອຕອບຄຳຖາມ, ພວກເຂົາພຽງແຕ່ບໍ່ສາມາດເຂົ້າໃຈສິ່ງທີ່ຄົນອື່ນກຳລັງຖາມພວກເຂົາ.) ການເວົ້ານອກເລື່ອງຢູ່ເລື້ອຍໆ, ນີ້ຄືການມີສະຕິປັນຍາບໍ່ພຽງພໍ. ນອກຈາກນີ້ຍັງມີຄົນທີ່ບໍ່ສາມາດຈຳແນກລະຫວ່າງຄົນໃນກັບຄົນນອກເມື່ອພວກເຂົາເວົ້າໄດ້ ແລະ ບາງຄັ້ງກໍເປີດເຜີຍຕົນເອງແບບບໍ່ຮູ້ຕົວເມື່ອພວກເຂົາເວົ້າ, ນີ້ກໍຄືການມີສະຕິປັນຍາບໍ່ພຽງພໍເຊັ່ນກັນ. ຕົວຢ່າງເຊັ່ນ: ອ້າຍເອື້ອຍນ້ອງບາງຄົນອາໄສຢູ່ກັບສະມາຊິກຄອບຄົວທີ່ບໍ່ເຊື່ອ, ຜູ້ທີ່ຖາມພວກເຂົາວ່າ “ພຣະເຈົ້າຂອງພວກເຈົ້າບອກໃຫ້ພວກເຈົ້າເຮັດຫຍັງ?” ພວກເຂົາກໍຕອບວ່າ “ພຣະເຈົ້າທີ່ພວກເຮົາເຊື່ອນັ້ນດີຫຼາຍ. ພຣະອົງສອນພວກເຮົາໃຫ້ເປັນຄົນຊື່ສັດ ແລະ ພວກເຮົາບໍ່ໄດ້ຮັບອະນຸຍາດໃຫ້ຕົວະໃຜ ແລະ ຕ້ອງເວົ້າຄວາມຈິງກັບທຸກຄົນ”. ເບິ່ງຢ່າງຜິວເຜີນແລ້ວ, ມັນຟັງຄືວ່າພວກເຂົາກຳລັງເປັນພະຍານໃຫ້ກັບວຽກງານທີ່ພຣະເຈົ້າເຮັດ, ຖວາຍກຽດແດ່ພຣະເຈົ້າ ແລະ ເຮັດໃຫ້ຜູ້ຟັງມີຄວາມປະທັບໃຈທີ່ດີຕໍ່ຜູ້ເຊື່ອ ແລະ ໄວ້ວາງໃຈພວກເຂົາ, ແຕ່ມັນເປັນເຊັ່ນນັ້ນແທ້ບໍ? ຄົນທີ່ບໍ່ເຊື່ອຈະເວົ້າຫຍັງເມື່ອພວກເຂົາໄດ້ຍິນສິ່ງນີ້? ພວກເຂົາຈະເວົ້າວ່າ “ໃນເມື່ອພຣະເຈົ້າຂອງພວກເຈົ້າໄດ້ຂໍໃຫ້ພວກເຈົ້າເປັນຄົນຊື່ສັດ, ກໍຈົ່ງບອກພວກເຮົາຕາມຄວາມຈິງວ່າ: ຄຣິສຕະຈັກຂອງພວກເຈົ້າມີເງິນເທົ່າໃດ? ໃຜຖວາຍເຄື່ອງຖວາຍໃຫ້ຫຼາຍທີ່ສຸດ? ໃຜເປັນຜູ້ນໍາຄຣິສຕະຈັກຂອງພວກເຈົ້າ? ພວກເຈົ້າມີສະຖານທີ່ເຕົ້າໂຮມຈັກແຫ່ງ?” ເຈົ້າຄົງຈະຕົກໃຈກັບຄຳຖາມເຫຼົ່ານັ້ນ, ແມ່ນບໍ່? ຄົນແບບນີ້ບໍ່ແມ່ນຄົນເບົາປັນຍາບໍ? ເປັນຫຍັງເຈົ້າຈຶ່ງເວົ້າກັບມານຮ້າຍ ແລະ ຄົນທີ່ບໍ່ເຊື່ອເລື່ອງການເປັນຄົນຊື່ສັດ? ໃນຄວາມເປັນຈິງແລ້ວ ເຈົ້າອາດບໍ່ໄດ້ຊື່ສັດປານນັ້ນຕອນຢູ່ຕໍ່ໜ້າພຣະເຈົ້າກໍໄດ້. ແລ້ວເຈົ້າບໍ່ໄດ້ກຳລັງຂາຍຕົນເອງຢູ່ບໍ ໂດຍການເອົາຈິງເອົາຈັງກັບເລື່ອງນີ້ຕໍ່ໜ້າຄົນທີ່ບໍ່ເຊື່ອ? ນີ້ບໍ່ແມ່ນການຂຸດຫຼຸມ ແລະ ວາງກັບດັກໃຫ້ຕົນເອງບໍ? ນີ້ເຈົ້າບໍ່ແມ່ນຄົນໂງ່ຈ້າບໍ? ເມື່ອເຈົ້າເປີດໃຈ ຫຼື ເວົ້າຄວາມຈິງກັບໃຜຜູ້ໜຶ່ງ, ເຈົ້າຕ້ອງຄຳນຶງວ່າເຈົ້າກຳລັງເວົ້າກັບໃຜ, ຖ້ານັ້ນແມ່ນມານຮ້າຍ ຫຼື ຊາຕານ, ເຈົ້າຈະສາມາດບອກພວກເຂົາໄດ້ບໍວ່າເກີດຫຍັງຂຶ້ນແທ້? ສະນັ້ນ ເມື່ອເວົ້າເຖິງຄົນແບບນີ້, ມັນຈຳເປັນຕ້ອງໄດ້ຝຶກເປັນຄົນທີ່ “ສະຫຼາດເໝືອນດັ່ງງູ ແລະ ອ່ອນໂຍນເໝືອນດັ່ງນົກເຂົາ”, ນີ້ຄືຄຳສອນຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດ. ຄົນໂງ່ຈ້າບໍ່ຮູ້ທີ່ຈະເຮັດແບບນີ້. ພວກເຂົາຮູ້ພຽງແຕ່ຍຶດໝັ້ນກັບລະບຽບ ແລະ ເວົ້າສິ່ງຕ່າງໆ ເຊັ່ນ: “ພວກເຮົາຜູ້ເຊື່ອນັ້ນຊື່ສັດຫຼາຍ, ພວກເຮົາບໍ່ໄດ້ຫຼອກລວງໃຜ. ເບິ່ງ ພວກເຈົ້າຄົນທີ່ບໍ່ເຊື່ອແມ້, ພວກເຈົ້າເຕັມໄປດ້ວຍຄຳເວົ້າທີ່ຕົວະຍົວະ, ໃນຂະນະທີ່ພວກເຮົາທຸກຄົນເວົ້າຄວາມຈິງ” ແລະ ຫຼັງຈາກທີ່ພວກເຂົາໄດ້ເວົ້າຄວາມຈິງແລ້ວ, ຜູ້ຄົນກໍຈະມີຂໍ້ໄດ້ປຽບໃນການໃຊ້ຕໍ່ຕ້ານພວກເຂົາ. ນີ້ບໍ່ແມ່ນການທີ່ພວກເຂົາບໍ່ສາມາດຈຳແນກລະຫວ່າງຄົນໃນກັບຄົນນອກໄດ້ບໍ? ມັນບໍ່ແມ່ນຄົນບໍ່ເຕັມທີ່ຂາດຄວາມຮູ້ບໍ? ພວກເຂົາເຂົ້າໃຈຫຼັກຄຳສອນບາງຢ່າງ ແຕ່ບໍ່ຮູ້ວິທີນໍາໃຊ້ມັນ. ພວກເຂົາໂຮ່ຮ້ອງຄຳຂວັນບາງຢ່າງ ແລ້ວກໍຮູ້ສຶກວ່າຕົນເອງເປັນຜູ້ທີ່ມີວິນຍານສູງສົ່ງແທ້ ແລະ ຄິດວ່າພວກເຂົາເຂົ້າໃຈຄວາມຈິງ ແລະ ມີຄວາມຈິງຄວາມເປັນຈິງ ແລະ ພວກເຂົາກໍອວດອ້າງໄປທົ່ວທຸກຫົນແຫ່ງ, ແຕ່ໃນທີ່ສຸດ, ຊາຕານ ແລະ ມານຮ້າຍກໍສວຍໂອກາດນີ້ ແລະ ໃຊ້ມັນຕໍ່ຕ້ານພວກເຂົາ. ນີ້ຄືການມີສະຕິປັນຍາບໍ່ພຽງພໍ.

ພວກເຮົາຫາກໍເວົ້າເຖິງຄົນຫຼາຍປະເພດທີ່ມີສະຕິປັນຍາບໍ່ພຽງພໍ. ປະເພດໜຶ່ງແມ່ນຜູ້ທີ່ບໍ່ເຂົ້າໃຈພາສາມະນຸດ ແລະ ຜູ້ທີ່ບໍ່ສາມາດເຂົ້າໃຈ ແລະ ກຳແໜ້ນຈຸດສຳຄັນ ແລະ ປະເດັນຫຼັກໃນຄຳເວົ້າຂອງຄົນອື່ນ; ອີກປະເພດໜຶ່ງແມ່ນຄົນໂງ່ຈ້າ, ຜູ້ທີ່ບໍ່ສາມາດເຮັດຫຍັງໃຫ້ສຳເລັດໄດ້ ແລະ ຜູ້ທີ່ບໍ່ສາມາດກຳແໜ້ນຫຼັກການ ຫຼື ຈຸດສຳຄັນໄດ້ ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ; ປະເພດຕໍ່ມາແມ່ນຜູ້ທີ່ມີທັດສະນະທີ່ຄັບແຄບ ແລະ ວິປະລິດຢ່າງຍິ່ງຕໍ່ທຸກສິ່ງ. ຍັງມີອີກປະເພດໜຶ່ງກໍຄືຜູ້ທີ່ບໍ່ສາມາດຮຽນຮູ້ຫຍັງໄດ້ເລີຍ ແລະ ຜູ້ທີ່ແມ່ນແຕ່ບໍ່ສາມາດຮຽນຮູ້ວິທີເວົ້າ ຫຼື ສົນທະນາ ຫຼື ວິທີສະແດງຄວາມຄິດ ແລະ ມຸມມອງຂອງພວກເຂົາອອກມາຢ່າງຊັດເຈນ ເພື່ອໃຫ້ຄົນອື່ນສາມາດເຂົ້າໃຈພວກເຂົາໄດ້; ເຖິງແມ່ນວ່າພວກເຂົາຈະຮູ້ໜັງສືຢູ່ແດ່, ພວກເຂົາກໍບໍ່ສາມາດຈັດລະບຽບພາສາໃນຫົວຂອງພວກເຂົາ ຫຼື ເວົ້າໄດ້ຢ່າງຊັດເຈນ, ທັງບໍ່ສາມາດສະແດງທັດສະນະທີ່ຖືກຕ້ອງ ຫຼື ເຮັດຫຍັງໃຫ້ສຳເລັດໄດ້. ຄົນເຫຼົ່ານີ້ລ້ວນແຕ່ເປັນຄົນທີ່ມີສະຕິປັນຍາບໍ່ພຽງພໍ. ບໍ່ວ່າພວກເຂົາຈະຮຽນຫັດຖະກໍາ ຫຼື ທັກສະຫຍັງກໍຕາມ, ພວກເຂົາກໍບໍ່ສາມາດກຳແໜ້ນຫຼັກການ ແລະ ກົດລະບຽບໄດ້ຢູ່ສະເໝີ. ເຖິງແມ່ນວ່າບາງຄັ້ງບາງຄາວພວກເຂົາຈະເຮັດວຽກຫັດຖະກໍາ ຫຼື ທັກສະໄດ້ດີ, ມັນກໍເປັນເລື່ອງບັງເອີນ; ພວກເຂົາບໍ່ຮູ້ວ່າພວກເຂົາເຮັດມັນໄດ້ດີແນວໃດ. ຄັ້ງຕໍ່ໄປທີ່ພວກເຂົາເຮັດມັນບໍ່ໄດ້ດີ, ພວກເຂົາກໍບໍ່ຮູ້ວ່າເປັນຫຍັງຈຶ່ງເປັນເຊັ່ນນັ້ນ. ພວກເຂົາບໍ່ສາມາດຮຽນຮູ້ຫຍັງ ຫຼື ກາຍເປັນຄົນຊໍານານໃນສິ່ງນັ້ນໄດ້. ຖ້າພວກເຂົາຖືກຂໍໃຫ້ຮຽນຫັດຖະກໍາ ຫຼື ທັກສະທາງເຕັກນິກ, ບໍ່ວ່າພວກເຂົາຈະໃຊ້ເວລາດົນສໍ່າໃດໃນການຮຽນຮູ້ມັນ, ພວກເຂົາກໍຈະກຳແໜ້ນໄດ້ພຽງແຕ່ທິດສະດີເທົ່ານັ້ນ. ພວກເຂົາໄດ້ຟັງຄຳເທດສະໜາມາເປັນເວລາຫຼາຍປີ ແຕ່ກໍບໍ່ໄດ້ເຂົ້າໃຈຄວາມຈິງເລີຍ. ຖ້າພວກເຂົາຖືກຂໍໃຫ້ເອົາຄຳເວົ້າ ແລະ ຂໍ້ຄວາມສະເພາະເຈາະຈົງເຫຼົ່ານີ້ທີ່ເຮືອນຂອງພຣະເຈົ້າໄດ້ສົນທະນາຢູ່ເລື້ອຍໆ ແລະ ປ່ຽນມັນໃຫ້ກາຍເປັນຫຼັກການ ແລະ ເສັ້ນທາງແຫ່ງການປະຕິບັດ, ພວກເຂົາກໍຈະບໍ່ສາມາດເຮັດໄດ້ ເຖິງແມ່ນວ່າພວກເຂົາຈະພະຍາຍາມຈົນສຸດກຳລັງກໍຕາມ ແລະ ບໍ່ວ່າພວກເຂົາຈະໄດ້ຮັບຄຳສອນມາແນວໃດກໍຕາມ. ສິ່ງນີ້ຢືນຢັນວ່າຄົນເຫຼົ່ານີ້ມີສະຕິປັນຍາບໍ່ພຽງພໍ. ບາງຄົນບັນລຸຜົນໄດ້ຮັບແບບດຽວກັນຢ່າງແນ່ນອນ ຈາກການເຮັດບາງສິ່ງໃນຕອນອາຍຸ 50 ຫຼື 60 ປີ ເທົ່າກັບທີ່ພວກເຂົາເຮັດໃນຕອນອາຍຸ 30 ປີ, ໂດຍບໍ່ມີຄວາມຄືບໜ້າໃດ ເລີຍ. ພວກເຂົາບໍ່ໄດ້ຮຽນຮູ້ສິ່ງໃດໄດ້ຢ່າງສຳເລັດເລີຍຈັກຢ່າງໃນຊ່ວງຊີວິດຂອງພວກເຂົາ. ພວກເຂົາບໍ່ໄດ້ປ່ອຍໃຫ້ເວລາເສຍຖິ້ມໄປລ້າໆ, ພວກເຂົາໄດ້ເອົາໃຈໃສ່ຫຼາຍ ແລະ ພະຍາຍາມ, ແຕ່ພວກເຂົາກໍຍັງບໍ່ສາມາດຮຽນຮູ້ຫຍັງຢ່າງສຳເລັດໄດ້ເລີຍ; ສິ່ງນີ້ສະແດງໃຫ້ເຫັນວ່າພວກເຂົາມີສະຕິປັນຍາບໍ່ພຽງພໍ. ໂດຍອີງໃສ່ສິ່ງທີ່ພວກເຮົາໄດ້ສົນທະນາກັນ, ຂອບເຂດຂອງສິ່ງທີ່ຖືວ່າເປັນການມີສະຕິປັນຍາບໍ່ພຽງພໍໄດ້ກວ້າງຂຶ້ນ, ແມ່ນບໍ່? ພວກເຈົ້າເອງຈະນັບວ່າເປັນຜູ້ທີ່ມີສະຕິປັນຍາບໍ່ພຽງພໍໄດ້ບໍ? (ແມ່ນແລ້ວ.) ມີຢູ່ໜ້ອຍໜຶ່ງ, ບໍ່ຫຼາຍກໍໜ້ອຍ. ເປັນຫຍັງເຮົາຈຶ່ງເວົ້າແນວນັ້ນ? ຄົນສ່ວນໃຫຍ່ໄດ້ຟັງຄຳເທດສະໜາມາເປັນເວລາຫ້າປີ, ແຕ່ພວກເຂົາກໍຍັງບໍ່ເຂົ້າໃຈວ່າຄວາມຈິງແມ່ນຫຍັງ ຫຼື ເຈດຕະນາຂອງພຣະເຈົ້າແມ່ນຫຍັງ ແລະ ບາງຄົນໄດ້ຟັງຄຳເທດສະໜາມາເປັນເວລາ 10 ປີ ຫຼື ແມ່ນແຕ່ 20 ຫຼື 30 ປີແລ້ວ ແລະ ກໍຍັງບໍ່ເຂົ້າໃຈວ່າຄວາມຈິງຄວາມເປັນຈິງແມ່ນຫຍັງ ແລະ ພຣະທຳ ແລະ ຫຼັກຄຳສອນແມ່ນຫຍັງ, ປາກຂອງພວກເຂົາເຕັມໄປດ້ວຍຫຼັກຄຳສອນ ແລະ ກໍສາມາດເວົ້າໄດ້ເປັນຢ່າງດີ ເຊິ່ງນີ້ກໍຄືບັນຫາທາງສະຕິປັນຍາຂອງພວກເຂົາ. ປະເລື່ອງການຢັ່ງຮູ້ຄວາມຈິງໄວ້ກ່ອນ, ຂໍພຽງເວົ້າເຖິງການທີ່ຜູ້ຄົນສະແດງການສະແດງອອກຕໍ່ໄປນີ້ ຕໍ່ກັບສິ່ງພາຍນອກບາງຢ່າງ ແລະ ເລື່ອງສາມັນສຳນຶກໃນຊີວິດມະນຸດກໍພໍແລ້ວ: ບໍ່ວ່າພວກເຂົາຈະເຮັດບາງສິ່ງມາເປັນເວລາຈັກປີກໍຕາມ, ສະຖານະການ, ສະພາວະ ແລະ ການຮັບຮູ້ຂອງພວກເຂົາກໍຍັງຄົງຄືເກົ່າກັບຕອນທີ່ພວກເຂົາເລີ່ມຮຽນຮູ້ມັນເປັນຄັ້ງທຳອິດ ແລະ ບໍ່ວ່າພວກເຂົາຈະໄດ້ຮັບການຊີ້ນໍາ, ສອນ ຫຼື ການປະຕິບັດແນວໃດ, ພວກເຂົາກໍຍັງບໍ່ມີຄວາມກ້າວໜ້າອັນໃດເລີຍ. ນີ້ຄືການມີສະຕິປັນຍາບໍ່ພຽງພໍ.

ການຄັດເລືອກ ແລະ ການໃຊ້ງານຄົນໂດຍອີງໃສ່ວ່າພວກເຂົາມີຄວາມເປັນມະນຸດ ຫຼື ບໍ່ ແມ່ນໄດ້ສອດຄ່ອງກັບຫຼັກການແລ້ວ; ສະນັ້ນ ພວກເຈົ້າຈົ່ງບອກເຮົາມາເບິ່ງ, ພວກເຮົາຄວນເພາະປູກ ແລະ ໃຊ້ງານຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີ, ມີສະຕິປັນຍາບໍ່ພຽງພໍ ຫຼື ຢູ່ພາຍໃຕ້ວຽກງານຂອງຜີຮ້າຍບໍ? ນັ້ນເປັນໄປບໍ່ໄດ້ຢ່າງເດັດຂາດ. ນອກຈາກຄົນຫຼາຍປະເພດເຫຼົ່ານີ້ທີ່ບໍ່ສອດຄ່ອງກັບຫຼັກການຂອງເຮືອນຂອງພຣະເຈົ້າໃນການໃຊ້ງານຄົນແລ້ວ, ຄົນອື່ນສ່ວນໃຫຍ່ແມ່ນສາມາດຖືກໃຊ້ງານໄດ້ຢ່າງສົມເຫດສົມຜົນ ໂດຍອີງໃສ່ຄວາມເປັນມະນຸດຂອງພວກເຂົາ. ສຳລັບຜູ້ທີ່ມີຄວາມເປັນມະນຸດທຳມະດາ, ເຊິ່ງບໍ່ສາມາດເອີ້ນວ່າບໍ່ດີ ຫຼື ດີໄດ້, ພວກເຂົາກໍສາມາດເປັນໄດ້ພຽງສະມາຊິກທີມທຳມະດາ. ສຳລັບຜູ້ທີ່ມີຄວາມເປັນມະນຸດທີ່ຂ້ອນຂ້າງດີ, ຜູ້ທີ່ມີເຫດຜົນພໍສົມຄວນ ແລະ ມີຈິດສໍານຶກ, ຜູ້ທີ່ຮັກສິ່ງທີ່ເປັນບວກ, ຜູ້ທີ່ຊື່ຕົງເປັນພິເສດ, ທີ່ມີຄວາມຮູ້ສຶກຍຸຕິທຳ ແລະ ສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້, ກໍສາມາດເນັ້ນໜັກໃສ່ການເພາະປູກ ແລະ ໃຊ້ງານຄົນເຫຼົ່ານີ້ໄດ້. ສ່ວນເລື່ອງທີ່ວ່າຈະເພາະປູກ ແລະ ໃຊ້ງານພວກເຂົາໃນຖານະຜູ້ນໍາ ຫຼື ຫົວໜ້າທີມ ຫຼື ເພື່ອເຮັດວຽກງານທີ່ສຳຄັນບາງຢ່າງນັ້ນ, ສິ່ງນີ້ແມ່ນຂຶ້ນກັບຄວາມສາມາດ ແລະ ຈຸດແຂງຂອງພວກເຂົາ. ນີ້ຄືການພິຈາລະນາວິທີໃຊ້ງານຄົນປະເພດຕ່າງໆ ໂດຍອີງໃສ່ຄວາມເປັນມະນຸດຂອງພວກເຂົາ.

ການໃຊ້ງານຄົນປະເພດຕ່າງໆຢ່າງສົມເຫດສົມຜົນ ໂດຍອີງໃສ່ຈຸດແຂງຂອງພວກເຂົາ

ໃຫ້ພວກເຮົາສົນທະນາກັນເພີ່ມເຕີມກ່ຽວກັບວິທີໃຊ້ງານຄົນປະເພດຕ່າງໆ ໂດຍອີງໃສ່ຈຸດແຂງຂອງພວກເຂົາ. ນອກຈາກຄວາມສາມາດແລ້ວ, ບາງຄົນຍັງມີທັກສະທາງວິຊາຊີບບາງຢ່າງທີ່ພວກເຂົາເກັ່ງກ້າ. ຄຳວ່າ “ຈຸດແຂງ” ໝາຍຄວາມວ່າແນວໃດ? (ການມີທັກສະໃນຂະແໜງວິຊາສະເພາະ ເຊັ່ນ: ສາມາດແຕ່ງເພງ, ຫຼິ້ນເຄື່ອງດົນຕີ ຫຼື ແຕ້ມຮູບ.) ການເຂົ້າໃຈໃນທິດສະດີດົນຕີ, ສິລະປະ ແລະ ທັງການເຕັ້ນ ແລະ ການຂຽນ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນຈຸດແຂງ. ການສະແດງ ແລະ ການກຳກັບແມ່ນຈຸດແຂງທີ່ກ່ຽວຂ້ອງກັບການຜະລິດຮູບເງົາ, ການແປພາສາແມ່ນຈຸດແຂງດ້ານພາສາ ແລະ ການຜະລິດວິດີໂອ ແລະ ເອັບເຟັກພິເສດກໍເປັນຈຸດແຂງໃນຂະແໜງວິຊາສະເພາະເຊັ່ນກັນ. ເມື່ອພວກເຮົາເວົ້າເຖິງຈຸດແຂງ, ພວກເຮົາໝາຍເຖິງທັກສະທາງວິຊາຊີບທີ່ກ່ຽວຂ້ອງກັບວຽກງານໃຈກາງຂອງຄຣິສຕະຈັກ. ບາງຄົນມີຄວາມຊໍານານໃນລະດັບພື້ນຖານຢູ່ແລ້ວ ແລະ ບາງຄົນກໍສຶກສາສິ່ງເຫຼົ່ານີ້ຫຼັງຈາກທີ່ມາຢູ່ເຮືອນຂອງພຣະເຈົ້າ. ຖ້າບຸກຄົນໜຶ່ງມີຄວາມຊໍານານພື້ນຖານ ແຕ່ຄວາມເປັນມະນຸດຂອງພວກເຂົາບໍ່ໄດ້ມາດຕະຖານ ແລະ ພວກເຂົາກໍເປັນໜຶ່ງໃນຜູ້ທີ່ມີສະຕິປັນຍາບໍ່ພຽງພໍ, ເປັນຄົນຊົ່ວຮ້າຍ ຫຼື ເປັນຜີຮ້າຍ, ພວກເຂົາກໍບໍ່ສາມາດຖືກໃຊ້ງານໄດ້. ຖ້າຄວາມເປັນມະນຸດຂອງບຸກຄົນນັ້ນໄດ້ມາດຕະຖານ ແລະ ພວກເຂົາມີຈຸດແຂງທີ່ເຮືອນຂອງພຣະເຈົ້າຕ້ອງການ, ພວກເຂົາກໍສາມາດໄດ້ຮັບການເລື່ອນຕຳແໜ່ງ, ເພາະປູກ ແລະ ໃຊ້ງານໄດ້, ຖືກມອບໝາຍໃຫ້ຢູ່ໃນທີມທີ່ເໝາະສົມກັບຈຸດແຂງຂອງພວກເຂົາ ຫຼື ທີ່ກ່ຽວຂ້ອງກັບທັກສະທາງວິຊາຊີບທີ່ພວກເຂົາມີ ແລະ ໃຫ້ເລີ່ມເຮັດວຽກໄດ້ທັນທີ. ບາງຄົນຍັງບໍ່ທັນມີຈຸດແຂງທາງວິຊາຊີບ, ແຕ່ເຕັມໃຈທີ່ຈະຮຽນຮູ້ ແລະ ຮຽນຮູ້ໄດ້ຢ່າງວ່ອງໄວພໍສົມຄວນ. ຖ້າຄວາມເປັນມະນຸດຂອງພວກເຂົາໄດ້ມາດຕະຖານ, ເຮືອນຂອງພຣະເຈົ້າກໍສາມາດເພາະປູກພວກເຂົາ ແລະ ສ້າງເງື່ອນໄຂໃຫ້ພວກເຂົາໄດ້ຮຽນຮູ້ ແລະ ຄົນດັ່ງກ່າວກໍສາມາດຖືກໃຊ້ງານໄດ້ເຊັ່ນກັນ. ໂດຍສະຫຼຸບແລ້ວ, ການມອບໝາຍໜ້າທີ່ແມ່ນອີງໃສ່ຄວາມສາມາດ ແລະ ຈຸດແຂງຂອງຜູ້ຄົນ ແລະ ເທົ່າທີ່ເປັນໄປໄດ້, ຄົນທີ່ມີຈຸດແຂງຕ່າງກັນຄວນຖືກຈັດແຈງໃຫ້ເຮັດວຽກໃນຂະແໜງຄວາມຊ່ຽວຊານຂອງຕົນເອງ, ເພື່ອໃຫ້ພວກເຂົາສາມາດສະແດງຈຸດແຂງຂອງຕົນອອກມາໄດ້ຢ່າງເຕັມທີ່. ຖ້າຈຸດແຂງຂອງພວກເຂົາບໍ່ເປັນທີ່ຕ້ອງການຂອງເຮືອນຂອງພຣະເຈົ້າອີກຕໍ່ໄປ, ພວກເຂົາກໍສາມາດຖືກຈັດແຈງໃຫ້ເຮັດສິ່ງໃດກໍຕາມທີ່ພວກເຂົາສາມາດເຮັດໄດ້, ໂດຍອີງໃສ່ຄວາມສາມາດ ແລະ ຄວາມເປັນມະນຸດຂອງພວກເຂົາ; ສິ່ງນີ້ເອີ້ນວ່າການໃຊ້ງານຄົນຢ່າງສົມເຫດສົມຜົນ. ຖ້າເຮືອນຂອງພຣະເຈົ້າຍັງມີຄວາມຕ້ອງການຈຸດແຂງຂອງພວກເຂົາ, ພວກເຂົາກໍຄວນໄດ້ຮັບອະນຸຍາດໃຫ້ສືບຕໍ່ປະຕິບັດໜ້າທີ່ຂອງພວກເຂົາໃນຂະແໜງນີ້ ແລະ ບໍ່ສາມາດຖືກຍົກຍ້າຍໂດຍບໍ່ມີເຫດຜົນ, ເວັ້ນເສຍແຕ່ວ່າຈະມີຄົນເຮັດວຽກໃນວິຊາຊີບນີ້ຫຼາຍເກີນໄປ, ໃນກໍລະນີດັ່ງກ່າວ ຈຳນວນຄົນຄວນຖືກຫຼຸດລົງຕາມສະຖານະການ ໂດຍການຍ້າຍຜູ້ທີ່ມີຄວາມສາມາດໜ້ອຍທີ່ສຸດໃນວິຊາຊີບຂອງພວກເຂົາໄປເຮັດໜ້າທີ່ອື່ນ; ນີ້ຄືການໃຊ້ງານຄົນຢ່າງສົມເຫດສົມຜົນ.

ມີຄົນປະເພດໜຶ່ງທີ່ບໍ່ມີທັກສະພິເສດອັນໃດເລີຍ, ພວກເຂົາສາມາດຂຽນບົດຄວາມໄດ້ໜ້ອຍໜຶ່ງ, ພວກເຂົາສາມາດຮ້ອງເພງໄດ້ກົງກັບຈັງຫວະ ແລະ ຮຽນຮູ້ວິທີເຮັດທຸກຢ່າງ, ແຕ່ພວກເຂົາບໍ່ແມ່ນຄົນທີ່ເກັ່ງທີ່ສຸດໃນສິ່ງເຫຼົ່ານີ້. ພວກເຂົາເກັ່ງທີ່ສຸດໃນດ້ານໃດ? ພວກເຂົາມີຄວາມສາມາດໜ້ອຍດຽວ, ພວກເຂົາຂ້ອນຂ້າງມີຄວາມຍຸຕິທຳ ແລະ ພວກເຂົາມີສາຍຕາໃນການຕັດສິນ ແລະ ໃຊ້ງານຄົນ. ນອກຈາກນັ້ນ, ສິ່ງທີ່ໂດດເດັ່ນທີ່ສຸດແມ່ນພວກເຂົາມີທັກສະການຈັດຕັ້ງ. ຖ້າເຈົ້າມອບໝາຍໜ້າວຽກ ຫຼື ວຽກງານໃຫ້ຄົນດັ່ງກ່າວ, ພວກເຂົາກໍສາມາດຈັດຕັ້ງຄົນໃຫ້ເຮັດວຽກງານໄດ້. ໃນເວລາດຽວກັນ, ພວກເຂົາມີຄວາມສາມາດໃນການເຮັດວຽກ; ນັ້ນກໍຄື, ຖ້າເຈົ້າມອບວຽກງານໃຫ້ພວກເຂົາ, ພວກເຂົາກໍມີຄວາມສາມາດທີ່ຈະເຮັດມັນໃຫ້ດີ ແລະ ສຳເລັດໄດ້. ພວກເຂົາມີແຜນການໃນໃຈ, ມີຂັ້ນຕອນ ແລະ ໂຄງສ້າງ. ພວກເຂົາຮູ້ວິທີໃຊ້ງານຄົນ, ວິທີຈັດສັນເວລາ ແລະ ຮູ້ວ່າຈະໃຊ້ໃຜສຳລັບໜ້າວຽກນີ້. ຖ້າມີບັນຫາເກີດຂຶ້ນ, ພວກເຂົາກໍຮູ້ວິທີສົນທະນາຫາທາງແກ້ໄຂກັບທຸກຄົນ. ພວກເຂົາຮູ້ວິທີການດຸ່ນດ່ຽງ ແລະ ແກ້ໄຂສິ່ງທັງໝົດເຫຼົ່ານີ້. ຄົນແບບນີ້ບໍ່ພຽງແຕ່ມີຄວາມສາມາດໃນການເຮັດວຽກ, ພວກເຂົາຍັງມີທັກສະການເວົ້າທີ່ດີພໍສົມຄວນ. ຄຳເວົ້າຂອງພວກເຂົານັ້ນຊັດເຈນ ແລະ ເປັນລະບຽບ ແລະ ພວກເຂົາບໍ່ເຮັດໃຫ້ຄົນອື່ນສັບສົນ. ເມື່ອພວກເຂົາໄດ້ຖຶກມອບໝາຍວຽກງານໃຫ້ແລ້ວ, ທຸກຄົນກໍເຂົ້າໃຈຢ່າງຊັດເຈນ ແລະ ຮູ້ວ່າແຕ່ລະຄົນຄວນເຮັດຫຍັງ; ບໍ່ມີໃຜວ່າງງານ ແລະ ບໍ່ມີຂໍ້ຜິດພາດໃນວຽກງານ. ການອະທິບາຍລາຍລະອຽດຂອງວຽກງານຂອງພວກເຂົາກໍຂ້ອນຂ້າງຊັດເຈນ ແລະ ເປັນລະບຽບເຊັ່ນກັນ ແລະ ສຳລັບບັນຫາທີ່ຊັບຊ້ອນເປັນພິເສດ, ພວກເຂົາກໍສະເໜີໃຫ້ເຮັດການວິເຄາະ, ການສົນທະນາ ແລະ ລະບຸລາຍລະອຽດອອກມາ ເພື່ອໃຫ້ທຸກຄົນເຂົ້າໃຈບັນຫາ, ຮູ້ວ່າຈະເຮັດວຽກແນວໃດ ແລະ ຮູ້ວ່າຈະດຳເນີນການຕໍ່ໄປແນວໃດ. ນອກຈາກນັ້ນ, ພວກເຂົາຍັງສາມາດສົນທະນາກັນກ່ຽວກັບແນວທາງການປະຕິບັດແບບໃດທີ່ອາດມີຂໍ້ບົກຜ່ອງ, ວິທີການເຮັດວຽກແບບໃດຈະສົ່ງຜົນກະທົບຕໍ່ປະສິດທິພາບ, ສິ່ງທີ່ຜູ້ຄົນຄວນເອົາໃຈໃສ່ໃນລະຫວ່າງການເຮັດວຽກຂອງພວກເຂົາ ແລະ ອື່ນໆ. ກ່າວກໍຄື, ພວກເຂົາຄິດຫຼາຍກວ່າຄົນອື່ນກ່ອນທີ່ພວກເຂົາຈະເລີ່ມລົງມືເຮັດວຽກ, ພວກເຂົາຄິດລະອຽດຫຼາຍກວ່າ, ເປັນຈິງເປັນຈັງຫຼາຍກວ່າ ແລະ ຮອບດ້ານຫຼາຍກວ່າຄົນອື່ນ. ໃນດ້ານໜຶ່ງ, ພວກເຂົາມີສະໝອງ ແລະ ໃນອີກດ້ານໜຶ່ງ, ພວກເຂົາມີຝີປາກການເວົ້າທີ່ດີ. ການມີສະໝອງໝາຍຄວາມວ່າພວກເຂົາເຮັດສິ່ງຕ່າງໆ ຢ່າງເປັນລະບຽບ, ມີຂັ້ນຕອນ ແລະ ອີງຕາມແຜນການ ແລະ ມີຄວາມຊັດເຈນຫຼາຍ. ການມີຝີປາກການເວົ້າທີ່ດີໝາຍຄວາມວ່າພວກເຂົາສາມາດໃຊ້ພາສາເພື່ອສະແດງຄວາມຄິດ, ແຜນການ ແລະ ການພິຈາລະນາໄຕ່ຕອງໃນໃຈຂອງພວກເຂົາອອກມາຢ່າງຊັດເຈນ ແລະ ເຂົ້າໃຈງ່າຍ ແລະ ພວກເຂົາຮູ້ວິທີເວົ້າໃຫ້ຮຽບງ່າຍ ແລະ ກະທັດຮັດ, ເພື່ອບໍ່ໃຫ້ຜູ້ຟັງສັບສົນ. ພວກເຂົາສະແດງອອກດ້ວຍພາສາທີ່ຊັດເຈນ, ແມ່ນຍໍາ, ຈິງໃຈ ແລະ ເໝາະສົມເປັນພິເສດ. ນີ້ຄືຄວາມໝາຍຂອງການມີຝີປາກການເວົ້າທີ່ດີ. ຄົນແບບນີ້ຈະມີຝີປາກການເວົ້າທີ່ດີ, ພວກເຂົາມີຄວາມສາມາດໃນການເຮັດວຽກ, ມີທັກສະການຈັດຕັ້ງ ແລະ ເໜືອສິ່ງອື່ນໃດ, ພວກເຂົາມີຄວາມຮັບຜິດຊອບ ແລະ ຂ້ອນຂ້າງມີຄວາມຍຸຕິທຳ. ພວກເຂົາບໍ່ແມ່ນຄົນປະຈົບປະແຈງ ຫຼື ຄົນທີ່ມັກປະນີປະນອມ. ເມື່ອພວກເຂົາເຫັນຄົນຊົ່ວຮ້າຍກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ວຽກງານໃນຄຣິສຕະຈັກ ຫຼື ຄົນໂງ່ຈ້າ ແລະ ຄົນພານທີ່ບໍ່ເອົາໃຈໃສ່ວຽກງານຂອງຕົນ ແລະ ປະພຶດຕົນກະເລວກະລາດ ພວກເຂົາກໍຈະເກີດຄວາມໂມໂຫ, ຮູ້ສຶກບໍ່ພໍໃຈ ແລະ ພວກເຂົາສາມາດແກ້ໄຂ ແລະ ຈັດການບັນຫາເຫຼົ່ານີ້ໄດ້ໃນທັນທີ ແລະ ປົກປ້ອງວຽກງານ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ການມີຄວາມຮັບຜິດຊອບ ແລະ ຄວາມຮູ້ສຶກຍຸຕິທຳ, ການສະແດງອອກເຫຼົ່ານີ້ບໍ່ແມ່ນລັກສະນະອັນໂດດເດັ່ນຂອງຄວາມເປັນມະນຸດຂອງຄົນປະເພດນີ້ບໍ? (ແມ່ນແລ້ວ.) ຄົນແບບນີ້ອາດຈະບໍ່ເກັ່ງໃນການເຂົ້າສັງຄົມ ຫຼື ອາດຈະບໍ່ຊໍານານໃນທັກສະທາງວິຊາຊີບໃດໜຶ່ງເປັນພິເສດ, ແຕ່ຖ້າພວກເຂົາມີລັກສະນະທີ່ເຮົາຫາກໍອະທິບາຍໄປ, ພວກເຂົາກໍສາມາດໄດ້ຮັບການເພາະປູກໃຫ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກໄດ້. ລັກສະນະເຫຼົ່ານີ້ກໍເປັນຈຸດແຂງຂອງພວກເຂົາເຊັ່ນກັນ, ນັ້ນກໍຄື, ພວກເຂົາມີຝີປາກການເວົ້າທີ່ດີ, ມີຄວາມສາມາດໃນການເຮັດວຽກ, ມີທັກສະການຈັດຕັ້ງ ແລະ ຂ້ອນຂ້າງມີຄວາມຍຸຕິທຳ. ການມີຄວາມຍຸຕິທຳນັ້ນສຳຄັນຫຼາຍ. ຄົນຊົ່ວຮ້າຍ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສມີຄວາມຍຸຕິທຳບໍ? (ບໍ່, ພວກເຂົາບໍ່ມີ.) ພວກຜູ້ຕໍ່ຕ້ານພຣະຄຣິດມີທຳມະຊາດທີ່ຊົ່ວຊ້າ; ມັນເປັນໄປບໍ່ໄດ້ທີ່ພວກເຂົາຈະມີຄວາມຍຸຕິທຳ. ສິ່ງທີ່ສຳຄັນອີກຢ່າງໜຶ່ງກໍຄື ຄົນປະເພດນີ້ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ຄວາມສາມາດໃນການຢັ່ງຮູ້ຄວາມຈິງ; ສິ່ງນີ້ກ່ຽວຂ້ອງກັບຄວາມສາມາດຂອງພວກເຂົາ. ຈຸດແຂງຂອງຄົນປະເພດນີ້ໝາຍເຖິງລັກສະນະຄວາມເປັນມະນຸດ ແລະ ພອນສະຫວັນເຫຼົ່ານັ້ນທີ່ເຮົາໄດ້ກ່າວເຖິງ, ບວກກັບສາມມາດຕະຖານຂອງການມີຄວາມສາມາດໃນການຢັ່ງຮູ້ຄວາມຈິງ, ການແບກຮັບພາລະຂອງຄຣິສຕະຈັກ ແລະ ການມີຄວາມສາມາດໃນການເຮັດວຽກ. ຄົນດັ່ງກ່າວສາມາດໄດ້ຮັບການເພາະປູກໃຫ້ເປັນຜູ້ນໍາໄດ້; ບໍ່ມີບັນຫາຫຍັງໃນເລື່ອງນັ້ນ. ນອກຈາກການມີສະໝອງ ແລະ ຄວາມສາມາດແລ້ວ, ຜູ້ນໍາຕ້ອງມີຄວາມສາມາດໃນການຢັ່ງຮູ້ຄວາມຈິງ ແລະ ມີທັກສະການຈັດຕັ້ງ ແລະ ຄວາມສາມາດໃນການເຮັດວຽກໃນໜ້າທີ່ຂອງພວກເຂົາ, ພ້ອມທັງມີຝີປາກການເວົ້າທີ່ດີ. ບາງຄົນມີຄວາມສາມາດດີຫຼາຍ, ພວກເຂົາມີຄວາມເຂົ້າໃຈຝ່າຍວິນຍານ, ແຕ່ເມື່ອເຖິງເວລາສົນທະນາໃນການເຕົ້າໂຮມ, ພວກເຂົາກໍເຮັດໃຫ້ສິ່ງທີ່ພວກເຂົາພະຍາຍາມເວົ້າອອກມານັ້ນສັບສົນວຸ້ນວາຍໄປໝົດ, ພວກເຂົາຂາດຄວາມສາມາດໃນການຈັດລະບຽບພາສາຂອງພວກເຂົາຢ່າງສິ້ນເຊີງ ແລະ ສິ່ງທີ່ພວກເຂົາເວົ້າກໍບໍ່ມີເຫດຜົນຢ່າງສິ້ນເຊີງ. ຄົນດັ່ງກ່າວສາມາດໄດ້ຮັບການເພາະປູກໃຫ້ເປັນຜູ້ນໍາໄດ້ບໍ? (ບໍ່ສາມາດເຮັດໄດ້.) ບາງຄົນພໍຈະສາມາດເວົ້າກັບຄົນຈຳນວນໜ້ອຍໄດ້ຢູ່; ພວກເຂົາສາມາດສົນທະນາກ່ຽວກັບສະພາວະ, ຄວາມຄິດເຫັນ ແລະ ການຢັ່ງຮູ້ຄວາມຈິງບາງຢ່າງ ແລະ ພວກເຂົາສາມາດສະໜັບສະໜູນ, ສະໜອງ ແລະ ຊ່ວຍເຫຼືອຄົນອື່ນໄດ້, ແຕ່ເມື່ອຢູ່ອ້ອມຂ້າງຄົນຫຼາຍຂຶ້ນ ພວກເຂົາກໍບໍ່ກ້າເວົ້າອອກມາ ແລະ ຮູ້ສຶກຢ້ານ ແລະ ອາດຈະເຖິງຂັ້ນກັງວົນຈົນນໍ້າຕາໄຫຼອອກມາ. ຄົນດັ່ງກ່າວສາມາດໄດ້ຮັບການເພາະປູກໄດ້ບໍ? ສຳລັບຄົນປະເພດທີ່ມີຄວາມເປັນມະນຸດທີ່ຂ້ອນຂ້າງອ່ອນແອ ແລະ ຂີ້ອາຍ ແລະ ມັກຕື່ນເວທີ, ຖ້າພວກເຂົາມີຄວາມເປັນມະນຸດ, ຈຸດແຂງ ແລະ ຄວາມສາມາດໃນການຢັ່ງຮູ້ທີ່ຈະເປັນຜູ້ນໍາ, ພວກເຂົາກໍສາມາດໄດ້ຮັບການເພາະປູກໃຫ້ກາຍເປັນຫົວໜ້າທີມ ຫຼື ຜູ້ນໍາຄຣິສຕະຈັກໄດ້. ກ່ອນອື່ນ ພຽງແຕ່ເພາະປູກ ແລະ ຝຶກຝົນພວກເຂົາ; ຫຼັງຈາກທີ່ພວກເຂົາມີປະສົບການມາໄລຍະໜຶ່ງແລ້ວ, ພວກເຂົາກໍຈະໄດ້ຮັບຄວາມເຂົ້າໃຈ ແລະ ດ້ວຍເຫດນັ້ນກໍຈະກ້າຫານຂຶ້ນໜ້ອຍໜຶ່ງ ແລະ ຈະບໍ່ຢ້ານການເວົ້າ ຫຼື ມີອາການຕື່ນເວທີອີກຕໍ່ໄປ. ໂດຍສະຫຼຸບແລ້ວ, ເມື່ອເວົ້າເຖິງຜູ້ທີ່ມີລັກສະນະຄວາມເປັນມະນຸດ ແລະ ຈຸດແຂງທີ່ພວກເຮົາໄດ້ສົນທະນາກັນໄປ, ພວກເຂົາກໍສາມາດໄດ້ຮັບການເພາະປູກໃຫ້ກາຍເປັນຜູ້ນໍາໄດ້ ຕາບໃດທີ່ຄວາມເປັນມະນຸດຂອງພວກເຂົາໄດ້ມາດຕະຖານ. ດັ່ງທີ່ພວກເຮົາໄດ້ເວົ້າໄປໃນຄັ້ງທີ່ຜ່ານມາ, ເພື່ອໃຫ້ຄົນໃດຄົນໜຶ່ງໄດ້ຮັບການເພາະປູກໃຫ້ເປັນຜູ້ນໍາ, ພວກເຂົາບໍ່ຈຳເປັນຕ້ອງເຂົ້າໃຈຄວາມຈິງທັງໝົດ, ສາມາດຍອມອ່ອນນ້ອມຕໍ່ພຣະເຈົ້າ, ມີຫົວໃຈທີ່ຢຳເກງພຣະເຈົ້າ ແລະ ອື່ນໆ. ມັນບໍ່ຈຳເປັນຢ່າງຍິ່ງທີ່ຈະຕ້ອງບັນລເກນເຫຼົ່ານີ້. ຖ້າຄົນໃດຄົນໜຶ່ງມີຄວາມສາມາດໃນລະດັບໃດໜຶ່ງ, ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ສາມາດຍອມຮັບຄວາມຈິງໄດ້, ພວກເຂົາກໍສາມາດໄດ້ຮັບການເລື່ອນຕຳແໜ່ງ ແລະ ເພາະປູກໄດ້. ນີ້ບໍ່ແມ່ນການໃຊ້ງານຄົນຢ່າງສົມເຫດສົມຜົນບໍ? (ແມ່ນແລ້ວ.) ເກນທີ່ສຳຄັນທີ່ສຸດແມ່ນວ່າຄວາມເປັນມະນຸດຂອງຄົນໃດຄົນໜຶ່ງໄດ້ມາດຕະຖານ ຫຼື ບໍ່.

ບາງຄົນ, ຫຼັງຈາກທີ່ໄດ້ຟັງສິ່ງທີ່ເຮົາໄດ້ກ່າວໄປ, ກໍຮູ້ສຶກວ່າພວກເຂົາໄດ້ບັນລຸເກນຂອງການເປັນຜູ້ນໍາແລ້ວ ແລະ ຄວນໄດ້ຮັບການເລື່ອນຕຳແໜ່ງ. ນີ້ແມ່ນຄວາມເຂົ້າໃຈຜິດຂອງພວກເຂົາ, ບໍ່ແມ່ນບໍ? ການເປັນຜູ້ນໍາເປັນເລື່ອງງ່າຍດາຍຂະໜາດນັ້ນເລີຍບໍ? ພວກເຂົາຄິດວ່າ “ຂ້ານ້ອຍເປັນຄົນມີລະບຽບແບບແຜນຫຼາຍ, ມີທັກສະໃນການຈັດລະບຽບ ແລະ ມີຝີປາກການເວົ້າທີ່ດີ, ເຖິງຂະໜາດທີ່ວ່າຂ້ານ້ອຍສາມາດອະທິບາຍໄດ້ແມ່ນແຕ່ເລື່ອງທີ່ຊັບຊ້ອນທີ່ສຸດໃຫ້ຊັດເຈນໄດ້, ສະນັ້ນ ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງບໍ່ເລື່ອນຕຳແໜ່ງໃຫ້ຂ້ານ້ອຍ? ເປັນຫຍັງອ້າຍເອື້ອຍນ້ອງຈຶ່ງບໍ່ເລືອກຂ້ານ້ອຍໃຫ້ເປັນຜູ້ນໍາ? ເປັນຫຍັງຜູ້ນໍາລະດັບສູງຈຶ່ງເບິ່ງບໍ່ເຫັນວ່າຂ້ານ້ອຍເປັນຜູ້ມີພອນສະຫວັນ?”. ຢ່າຮີບຟ້າວເທື່ອ. ຖ້າເຈົ້າບັນລຸເກນຂອງການເປັນຜູ້ນໍາ ຫຼື ຜູ້ເຮັດວຽກຢ່າງແທ້ຈິງ, ບໍ່ຊ້າກໍໄວ, ເຈົ້າກໍຈະໄດ້ຮັບການເລື່ອນຕຳແໜ່ງ ແລະ ໄດ້ຮັບອະນຸຍາດໃຫ້ຝຶກຝົນຕົນເອງ. ສິ່ງທີ່ສຳຄັນຕອນນີ້ກໍຄື ເຈົ້າຕ້ອງຝຶກຝົນຕົນເອງຢ່າງຫຼາຍໃນການປະຕິບັດຄວາມຈິງ ແລະ ການຈັດການວຽກງານຕາມຫຼັກການ ແລະ ຊ່ວຍເຫຼືອຄົນອື່ນຢ່າງຈິງຈັງ ແລະ ແກ້ໄຂບັນຫາຕົວຈິງໃຫ້ກັບຜູ້ຄົນທີ່ພຣະເຈົ້າເລືອກ. ເມື່ອຜູ້ຄົນທີ່ພຣະເຈົ້າເລືອກເຫັນວ່າເຈົ້າມີຄວາມສາມາດທີ່ດີ ແລະ ສາມາດແກ້ໄຂບັນຫາຕົວຈິງໄດ້, ພວກເຂົາກໍຈະສະເໜີຊື່ເຈົ້າ ແລະ ເລືອກຕັ້ງເຈົ້າ. ຖ້າເຈົ້າບໍ່ລິເລີ່ມລົງມືເຮັດວຽກງານຕົວຈິງຈັກໜ້ອຍ ແລະ ພຽງແຕ່ລໍຖ້າໃຫ້ເຖິງມື້ທີ່ເຈົ້າໄດ້ຮັບເລືອກຕັ້ງໃຫ້ເປັນຜູ້ນໍາຢ່າງກະທັນຫັນ ຫຼື ໄດ້ຮັບການເລື່ອນຕຳແໜ່ງເປັນກໍລະນີພິເສດຈາກເບື້ອງເທິງ, ສິ່ງນັ້ນຈະບໍ່ມີທາງເກີດຂຶ້ນເດັດຂາດ. ເຈົ້າຕ້ອງເຮັດວຽກງານຕົວຈິງບາງຢ່າງ ເພື່ອໃຫ້ທຸກຄົນໄດ້ເຫັນ; ເມື່ອທຸກຄົນໄດ້ເຫັນຈຸດແຂງຂອງເຈົ້າດ້ວຍຕົນເອງ ແລະ ຮູ້ສຶກວ່າເຈົ້າເປັນຄົນທີ່ຄວນໄດ້ຮັບການເລື່ອນຕຳແໜ່ງ, ເພາະປູກ ແລະ ໃຊ້ງານ, ພວກເຂົາກໍຈະສະເໜີຊື່ເຈົ້າ ແລະ ເລືອກຕັ້ງເຈົ້າໂດຍທຳມະຊາດ. ຖ້າຕອນນີ້ເຈົ້າຮູ້ສຶກວ່າເຈົ້າເໝາະສົມທີ່ຈະເປັນຜູ້ນໍາ, ແຕ່ບໍ່ມີໃຜເລືອກຕັ້ງເຈົ້າ ແລະ ເຮືອນຂອງພຣະເຈົ້າກໍບໍ່ໄດ້ເລື່ອນຕຳແໜ່ງໃຫ້ເຈົ້າ, ມັນເປັນຍ້ອນຫຍັງ? ສິ່ງໜຶ່ງທີ່ແນ່ນອນຄື: ເຈົ້າຍັງບໍ່ທັນເປັນທີ່ຍອມຮັບໃນສາຍຕາຂອງອ້າຍເອື້ອຍນ້ອງເທື່ອ. ມັນອາດຈະແມ່ນຄວາມເປັນມະນຸດຂອງເຈົ້າ, ອາດຈະແມ່ນການໄລ່ຕາມຂອງເຈົ້າ ຫຼື ອາດຈະແມ່ນຈຸດແຂງ ຫຼື ຄວາມສາມາດຂອງເຈົ້າ. ຖ້າອ້າຍເອື້ອຍນ້ອງບໍ່ຍອມຮັບ ຫຼື ບໍ່ເຫັນດີກັບຄຸນສົມບັດດ້ານໃດດ້ານໜຶ່ງເຫຼົ່ານີ້, ພວກເຂົາກໍຈະບໍ່ເລືອກຕັ້ງເຈົ້າ ຫຼື ສະເໜີຊື່ເຈົ້າ. ສະນັ້ນ ເຈົ້າຕ້ອງສືບຕໍ່ເຮັດວຽກຢ່າງໜັກ, ສືບຕໍ່ການໄລ່ຕາມ ແລະ ການຝຶກຝົນຕົນເອງ ແລະ ເມື່ອເຈົ້າເຂົ້າໃຈຄວາມຈິງຢ່າງແທ້ຈິງ ແລະ ສາມາດຈັດການວຽກງານຕາມຫຼັກການໄດ້, ຜູ້ຄົນກໍຈະສະເໜີຊື່ເຈົ້າ ແລະ ເລືອກຕັ້ງເຈົ້າໂດຍທຳມະຊາດ; ມັນເປັນຂະບວນການທີ່ເກີດຂຶ້ນເອງຕາມທຳມະຊາດເມື່ອເງື່ອນໄຂເໝາະສົມ. ບໍ່ຈຳເປັນຕ້ອງຄອຍຖ້າ ຫຼື ຄິດກ່ຽວກັບການເປັນຜູ້ນໍາຢູ່ຕະຫຼອດເວລາ; ນີ້ແມ່ນຄວາມປາຖະໜາທີ່ຟຸມເຟືອຍ. ເຈົ້າຄວນມີຫົວໃຈທີ່ເປັນປົກກະຕິ, ເປັນຄົນທີ່ໄລ່ຕາມຄວາມຈິງ, ຄຳນຶງເຖິງເຈດຕະນາຂອງພຣະເຈົ້າ ແລະ ຮຽນຮູ້ທີ່ຈະອ່ອນນ້ອມ ແລະ ອົດທົນ. ເຈົ້າບໍ່ສາມາດໄລ່ຕາມການເປັນຜູ້ນໍາແບບຫຼັບຫູຫຼັບຕາໄດ້; ນັ້ນແມ່ນຄວາມທະເຍີທະຍານ ແລະ ມັນບໍ່ແມ່ນເສັ້ນທາງທີ່ຖືກຕ້ອງ. ເຈົ້າບໍ່ຄວນມີຄວາມທະເຍີທະຍານ ແລະ ຄວາມປາຖະໜາແບບນີ້ຢູ່ຕະຫຼອດເວລາ. ເຖິງແມ່ນວ່າເຈົ້າຈະມີຄວາມສາມາດຢ່າງແທ້ຈິງ, ເຈົ້າກໍຕ້ອງລໍຖ້າຈົນກວ່າເຈົ້າຈະເຂົ້າສູ່ຄວາມຈິງຄວາມເປັນຈິງ ກ່ອນທີ່ເຈົ້າຈະມີຄວາມສາມາດພຽງພໍທີ່ຈະຮັບໃຊ້ໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກໄດ້. ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ຮູ້ວິທີປະຕິບັດຄວາມຈິງ, ເຖິງແມ່ນວ່າເຈົ້າຈະຖືກເລືອກໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ເຈົ້າກໍຈະບໍ່ສາມາດເຮັດວຽກງານຕົວຈິງອັນໃດໄດ້ ແລະ ຈະຕ້ອງຖືກໄລ່ອອກ ແລະ ກຳຈັດອອກ, ເຊິ່ງເປັນສິ່ງທີ່ເກີດຂຶ້ນເລື້ອຍໆ. ຖ້າເຈົ້າຄິດວ່າຕົນເອງເໝາະສົມທີ່ຈະເປັນຜູ້ນໍາ, ມີພອນສະຫວັນ, ຄວາມສາມາດ ແລະ ຄວາມເປັນມະນຸດສຳລັບການເປັນຜູ້ນໍາ, ແຕ່ເຮືອນຂອງພຣະເຈົ້າບໍ່ໄດ້ເລື່ອນຕຳແໜ່ງເຈົ້າ ແລະ ອ້າຍເອື້ອຍນ້ອງກໍບໍ່ໄດ້ເລືອກຕັ້ງເຈົ້າ, ເຈົ້າຄວນຈະປະຕິບັດຕໍ່ເລື່ອງນີ້ແນວໃດ? ທີ່ນີ້ມີເສັ້ນທາງແຫ່ງການປະຕິບັດທີ່ເຈົ້າສາມາດເຮັດຕາມໄດ້. ເຈົ້າຕ້ອງຮູ້ຈັກຕົນເອງຢ່າງຖີ່ຖ້ວນ. ເບິ່ງວ່າທີ່ຈິງແລ້ວມັນເປັນຍ້ອນເຈົ້າມີບັນຫາກ່ຽວກັບຄວາມເປັນມະນຸດຂອງເຈົ້າ ຫຼື ວ່າການເປີດເຜີຍອຸປະນິໄສທີ່ເສື່ອມຊາມບາງດ້ານຂອງເຈົ້າເປັນສິ່ງທີ່ໜ້າລັງກຽດຕໍ່ຜູ້ຄົນ ຫຼື ວ່າມັນເປັນຍ້ອນເຈົ້າບໍ່ມີຄວາມຈິງຄວາມເປັນຈິງ ແລະ ບໍ່ເປັນທີ່ໜ້າເຊື່ອຖືຕໍ່ຄົນອື່ນ ຫຼື ວ່າການປະຕິບັດໜ້າທີ່ຂອງເຈົ້າບໍ່ໄດ້ມາດຕະຖານ. ເຈົ້າຕ້ອງໄຕ່ຕອງໃນທຸກເລື່ອງເຫຼົ່ານີ້ ແລະ ເບິ່ງວ່າທີ່ຈິງແລ້ວເຈົ້າຂາດຕົກບົກຜ່ອງຢູ່ບ່ອນໃດ. ຫຼັງຈາກທີ່ເຈົ້າໄດ້ໄຕ່ຕອງມາໄລຍະໜຶ່ງ ແລະ ພົບວ່າບັນຫາຂອງເຈົ້າຢູ່ບ່ອນໃດ, ເຈົ້າຕ້ອງສະແຫວງຫາຄວາມຈິງໂດຍທັນທີ ເພື່ອແກ້ໄຂ ແລະ ເຂົ້າສູ່ຄວາມຈິງຄວາມເປັນຈິງ ແລະ ພະຍາຍາມໃຫ້ເກີດການປ່ຽນແປງ ແລະ ເຕີບໃຫຍ່, ເພື່ອວ່າເມື່ອຄົນອ້ອມຂ້າງເຈົ້າເຫັນ, ພວກເຂົາຈະເວົ້າວ່າ, “ຊ່ວງນີ້ລາວດີຂຶ້ນກວ່າແຕ່ກ່ອນຫຼາຍ. ລາວເຮັດວຽກຢ່າງໝັ້ນຄົງ ແລະ ເອົາຈິງເອົາຈັງກັບວິຊາຊີບຂອງລາວ ແລະ ລາວໄດ້ເອົາໃຈໃສ່ຕໍ່ຫຼັກການຄວາມຈິງເປັນພິເສດ. ລາວບໍ່ໄດ້ເຮັດສິ່ງຕ່າງໆຢ່າງບໍ່ຮອບຄອບ ຫຼື ເຮັດພໍແລ້ວມືແລ້ວຕີນ ແລະ ລາວມີສະຕິສຳນຶກ ແລະ ຄວາມຮັບຜິດຊອບຕໍ່ວຽກງານຂອງລາວຫຼາຍຂຶ້ນ. ລາວເຄີຍມັກເວົ້າໂອ້ອວດເປັນບາງຄັ້ງ ແລະ ສະແດງຕົວເດັ່ນຢູ່ສະເໝີ, ແຕ່ຕອນນີ້ລາວຖ່ອມຕົວລົງຫຼາຍ ແລະ ບໍ່ໄດ້ອວດອົ່ງອີກຕໍ່ໄປ. ເຖິງແມ່ນວ່າລາວຈະສາມາດເຮັດບາງສິ່ງບາງຢ່າງໄດ້, ລາວກໍບໍ່ໄດ້ໂອ້ອວດ ແລະ ເມື່ອລາວເຮັດບາງຢ່າງສຳເລັດ, ລາວກໍໄດ້ໄຕ່ຕອງຊໍ້າແລ້ວຊໍ້າອີກ ຍ້ອນຢ້ານວ່າຈະເຮັດສິ່ງໃດໜຶ່ງຜິດພາດ. ລາວປະຕິບັດຕົນຢ່າງລະມັດລະວັງຫຼາຍກວ່າແຕ່ກ່ອນ ແລະ ດ້ວຍຫົວໃຈທີ່ຢຳເກງພຣະເຈົ້າ ແລະ ສິ່ງທີ່ສຳຄັນທີ່ສຸດແມ່ນ ລາວສາມາດໂອ້ລົມກ່ຽວກັບຄວາມຈິງເພື່ອແກ້ໄຂບັນຫາບາງຢ່າງໄດ້. ເຫັນໄດ້ຊັດວ່າ ລາວໄດ້ເຕີບໃຫຍ່ຂຶ້ນແລ້ວ”. ຄົນອ້ອມຂ້າງທີ່ໄດ້ພົວພັນກັບເຈົ້າມາໄດ້ໄລຍະໜຶ່ງກໍພົບວ່າ ເຈົ້າໄດ້ຜ່ານການປ່ຽນແປງ ແລະ ການເຕີບໃຫຍ່ຢ່າງເຫັນໄດ້ຊັດ; ທັງໃນຊີວິດມະນຸດຂອງເຈົ້າ, ການປະພຶດຕົນ ແລະ ການຈັດການເລື່ອງຕ່າງໆ, ທັງທັດສະນະຄະຕິຂອງເຈົ້າຕໍ່ວຽກງານ ແລະ ການປະຕິບັດຕໍ່ຫຼັກການຄວາມຈິງຂອງເຈົ້າ, ເຈົ້າໄດ້ພະຍາຍາມຫຼາຍກວ່າແຕ່ກ່ອນ ແລະ ເຂັ້ມງວດໃນຄຳເວົ້າ ແລະ ການກະທຳຂອງເຈົ້າ. ອ້າຍເອື້ອຍນ້ອງເຫັນສິ່ງນີ້ທັງໝົດ ແລະ ຈົດຈຳໄວ້ໃນຫົວໃຈ. ບາງທີໃນການເລືອກຕັ້ງຄັ້ງຕໍ່ໄປ ເຈົ້າອາດຈະສາມາດລົງເປັນຜູ້ສະໝັກໃນການເລືອກຕັ້ງ ແລະ ເຈົ້າກໍຈະມີຄວາມຫວັງທີ່ຈະໄດ້ຮັບເລືອກຕັ້ງໃຫ້ເປັນຜູ້ນໍາ. ຖ້າເຈົ້າສາມາດເຮັດໜ້າທີ່ທີ່ສຳຄັນບາງຢ່າງໄດ້ຢ່າງແທ້ຈິງ, ເຈົ້າກໍຈະໄດ້ຮັບພຣະພອນຂອງພຣະເຈົ້າ. ຖ້າເຈົ້າມີພາລະຢ່າງແທ້ຈິງ ແລະ ມີຄວາມສຳນຶກຮັບຜິດຊອບເຊັ່ນນີ້ ແລະ ປາດຖະໜາທີ່ຈະແບກຫາບພາລະ, ກໍໃຫ້ຟ້າວຝຶກຝົນຕົນເອງ. ໃຫ້ເອົາໃຈໃສ່ໃນການປະຕິບັດຄວາມຈິງ ແລະ ລົງມືປະຕິບັດຕາມຫຼັກການ. ເມື່ອໃດທີ່ເຈົ້າມີປະສົບການຊີວິດ ແລະ ສາມາດຂຽນບົດຄວາມຄຳພະຍານໄດ້, ເມື່ອນັ້ນເຈົ້າກໍຈະເຕີບໃຫຍ່ຂຶ້ນຢ່າງແທ້ຈິງ. ແລະ ຖ້າເຈົ້າສາມາດເປັນພະຍານໃຫ້ແກ່ພຣະເຈົ້າໄດ້, ເຈົ້າກໍຈະສາມາດໄດ້ຮັບວຽກງານຂອງພຣະວິນຍານບໍລິສຸດຢ່າງແນ່ນອນ. ຖ້າພຣະວິນຍານບໍລິສຸດກຳລັງພະຍາຍາມຊັກຈູງເຈົ້າຢູ່, ມັນກໍໝາຍຄວາມວ່າພຣະເຈົ້າພໍພຣະໄທໃນຕົວເຈົ້າ ແລະ ດ້ວຍການນໍາພາຂອງພຣະວິນຍານບໍລິສຸດ, ໂອກາດຂອງເຈົ້າກໍຈະມາເຖິງໃນບໍ່ຊ້າ. ຕອນນີ້ເຈົ້າອາດຈະມີພາລະ, ແຕ່ຄວາມເຕີບໂຕຂອງເຈົ້າຍັງບໍ່ພຽງພໍ ແລະ ປະສົບການຊີວິດຂອງເຈົ້າກໍຕື້ນເຂີນເກີນໄປ, ສະນັ້ນ ເຖິງແມ່ນວ່າເຈົ້າຈະໄດ້ເປັນຜູ້ນໍາ, ເຈົ້າກໍມີແນວໂນ້ມທີ່ຈະສະດຸດລົ້ມໄດ້ງ່າຍ. ເຈົ້າຕ້ອງໄດ້ໄລ່ຕາມທາງເຂົ້າຂອງຊີວິດ, ແກ້ໄຂຄວາມປາຖະໜາທີ່ຟຸມເຟືອຍຂອງເຈົ້າກ່ອນ, ຍິນດີທີ່ຈະເປັນຜູ້ຕິດຕາມ ແລະ ມາອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ, ໂດຍບໍ່ມີຄຳຈົ່ມວ່າຕໍ່ສິ່ງໃດກໍຕາມທີ່ພຣະອົງປັ້ນແຕ່ງ ຫຼື ຈັດແຈງ. ເມື່ອເຈົ້າມີຄວາມເຕີບໂຕແບບນີ້, ໂອກາດຂອງເຈົ້າກໍຈະມາເຖິງເອງ. ການທີ່ເຈົ້າປາດຖະໜາທີ່ຈະແບກຫາບພາລະໜັກ, ການທີ່ເຈົ້າມີພາລະນີ້, ເປັນສິ່ງທີ່ດີ. ມັນສະແດງໃຫ້ເຫັນວ່າເຈົ້າມີຈິດໃຈທີ່ຫ້າວຫັນ ທີ່ໄດ້ສະແຫວງຫາຄວາມກ້າວໜ້າ ແລະ ເຈົ້າຕ້ອງການທີ່ຈະຄຳນຶງເຖິງເຈດຕະນາຂອງພຣະເຈົ້າ ແລະ ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ນີ້ບໍ່ແມ່ນຄວາມທະເຍີທະຍານ, ແຕ່ເປັນພາລະທີ່ແທ້ຈິງ; ມັນແມ່ນຄວາມຮັບຜິດຊອບຂອງຜູ້ທີ່ໄລ່ຕາມຄວາມຈິງ ແລະ ເປັນເປົ້າໝາຍໃນການໄລ່ຕາມຂອງພວກເຂົາ. ເຈົ້າບໍ່ມີແຮງຈູງໃຈທີ່ເຫັນແກ່ຕົວ ແລະ ບໍ່ໄດ້ເຮັດເພື່ອຜົນປະໂຫຍດຂອງຕົນເອງ, ແຕ່ເພື່ອເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ເຮັດໃຫ້ພຣະອົງພໍພຣະໄທ, ເຊິ່ງນີ້ຄືສິ່ງທີ່ໄດ້ຮັບພຣະພອນຫຼາຍທີ່ສຸດຈາກພຣະເຈົ້າ ແລະ ພຣະອົງຈະຈັດແຈງສິ່ງທີ່ເໝາະສົມໃຫ້ແກ່ເຈົ້າ. ສຳລັບຕອນນີ້, ໃຫ້ເຈົ້າຫ່ວງແຕ່ເລື່ອງການໄລ່ຕາມທາງເຂົ້າຂອງຊີວິດ, ປະຕິບັດໜ້າທີ່ຂອງເຈົ້າໃຫ້ເໝາະສົມກ່ອນ ແລະ ຈາກນັ້ນກໍໃຫ້ຂຽນບົດຄວາມຄຳພະຍານຈາກປະສົບການຈັກສອງສາມບົດ ເພື່ອເປັນພະຍານໃຫ້ແກ່ພຣະເຈົ້າ. ຖ້າຄຳພະຍານຂອງເຈົ້າເປັນຄວາມຈິງ ແລະ ເປັນສິ່ງທີ່ສອດຄ່ອງກັບການປະຕິບັດ, ຄົນທີ່ອ່ານກໍຈະຊື່ນຊົມເຈົ້າ ແລະ ມັກເຈົ້າ ແລະ ເຕັມໃຈທີ່ຈະພົວພັນກັບເຈົ້າ ແລະ ສະເໜີຊື່ເຈົ້າ ແລະ ດັ່ງນັ້ນ ໂອກາດຂອງເຈົ້າກໍຈະມາເຖິງເອງ. ເພາະສະນັ້ນ, ເຈົ້າຕ້ອງຕຽມຕົວໃຫ້ພ້ອມດ້ວຍຄວາມຈິງ ກ່ອນທີ່ໂອກາດຈະມາເຖິງຢ່າງແນ່ນອນ. ກ່ອນອື່ນຈົ່ງມີປະສົບການຕົວຈິງກ່ອນ ແລ້ວເຈົ້າກໍຈະມີຄຳພະຍານທີ່ແທ້ຈິງຢ່າງເປັນທຳມະຊາດ; ຜົນຂອງການປະຕິບັດໜ້າທີ່ຂອງເຈົ້າກໍຈະດີຂຶ້ນເລື້ອຍໆ, ເມື່ອເຖິງເວລານັ້ນ, ເຈົ້າຈະບໍ່ສາມາດປົກປິດເອົາໄວ້ໄດ້ ເຖິງແມ່ນວ່າເຈົ້າຈະຕ້ອງການກໍຕາມ ແລະ ອ້າຍເອື້ອຍນ້ອງທີ່ຢູ່ອ້ອມຂ້າງເຈົ້າກໍຈະສະເໜີຊື່ເຈົ້າ. ມັນເປັນເພາະວ່າຄົນທີ່ມີຄວາມຈິງຄວາມເປັນຈິງນັ້ນ ບໍ່ພຽງແຕ່ເປັນທີ່ຕ້ອງການຂອງເຮືອນຂອງພຣະເຈົ້າເທົ່ານັ້ນ, ແຕ່ຍັງເປັນທີ່ຕ້ອງການຂອງຜູ້ຄົນທີ່ພຣະເຈົ້າເລືອກອີກດ້ວຍ; ທຸກຄົນມັກພົວພັນກັບຄົນທີ່ມີຄວາມຈິງຄວາມເປັນຈິງ ແລະ ທຸກຄົນມັກຄົບຫາກັບໝູ່ທີ່ມີຄວາມຈິງຄວາມເປັນຈິງ. ຖ້າເຈົ້າມີປະສົບການເຖິງລະດັບນີ້ ແລະ ທຸກຄົນເຫັນວ່າເຈົ້າມີຄຳພະຍານທີ່ແທ້ຈິງ ແລະ ຍອມຮັບວ່າເຈົ້າມີຄວາມຈິງຄວາມເປັນຈິງ, ເຈົ້າກໍຈະບໍ່ສາມາດຫຼີກລ່ຽງຈາກການເປັນຜູ້ນໍາໄດ້ ເຖິງແມ່ນວ່າເຈົ້າຈະຕ້ອງການກໍຕາມ ແລະ ອ້າຍເອື້ອຍນ້ອງກໍຈະຢືນຢັນໃນການເລືອກຕັ້ງເຈົ້າ. ບໍ່ແມ່ນແນວນັ້ນບໍ? ເມື່ອລູກຊາຍທີ່ຫຼົງຜິດກັບໃຈ ແລະ ຫັນກັບຄືນມາຫາພຣະເຈົ້າ, ພຣະເຈົ້າກໍພໍພຣະໄທ, ມີຄວາມສຸກ ແລະ ໄດ້ຮັບການປອບໂຍນໃນຫົວໃຈຂອງພຣະອົງ. ໃນຖານະທີ່ເປັນຄົນທີ່ມີຄວາມຈິງຄວາມເປັນຈິງ, ເຈົ້າຈະບໍ່ຖືກໃຊ້ງານໂດຍພຣະເຈົ້າໄດ້ແນວໃດ? ນັ້ນເປັນສິ່ງທີ່ເປັນໄປບໍ່ໄດ້. ເຈດຕະນາຂອງພຣະເຈົ້າແມ່ນເພື່ອໃຫ້ໄດ້ຮັບຄົນເຂົ້າມາຫຼາຍຂຶ້ນ ທີ່ສາມາດເປັນພະຍານໃຫ້ແກ່ພຣະອົງ; ແມ່ນເພື່ອເຮັດໃຫ້ທຸກຄົນທີ່ຮັກພຣະອົງສົມບູນແບບ ແລະ ເພື່ອເຮັດໃຫ້ຄົນກຸ່ມໜຶ່ງທີ່ມີຫົວໃຈເປັນໜຶ່ງດຽວກັນກັບພຣະອົງໃຫ້ສຳເລັດໂດຍໄວທີ່ສຸດເທົ່າທີ່ຈະໄວໄດ້. ເພາະສະນັ້ນ, ໃນເຮືອນຂອງພຣະເຈົ້າ, ທຸກຄົນທີ່ໄລ່ຕາມຄວາມຈິງລ້ວນແຕ່ມີອະນາຄົດທີ່ຍິ່ງໃຫຍ່ ແລະ ອະນາຄົດຂອງຜູ້ທີ່ຮັກພຣະເຈົ້າຢ່າງຈິງໃຈກໍຈະບໍ່ມີຂີດຈຳກັດ. ທຸກຄົນຄວນເຂົ້າໃຈເຈດຕະນາຂອງພຣະເຈົ້າ. ການມີພາລະເຊັ່ນນີ້ເປັນສິ່ງທີ່ດີຢ່າງແທ້ຈິງ ແລະ ມັນເປັນສິ່ງທີ່ຜູ້ທີ່ມີຈິດສຳນຶກ ແລະ ເຫດຜົນຄວນມີ, ແຕ່ບໍ່ແມ່ນທຸກຄົນທີ່ຈະສາມາດແບກຫາບພາລະອັນໜັກໜ່ວງໄດ້ສະເໝີໄປ. ຄວາມແຕກຕ່າງນີ້ມາຈາກໃສ? ບໍ່ວ່າຈຸດແຂງ ຫຼື ຄວາມສາມາດຂອງເຈົ້າຈະເປັນແນວໃດ ແລະ ບໍ່ວ່າລະດັບສະຕິປັນຍາຂອງເຈົ້າຈະສູງສໍ່າໃດກໍຕາມ, ສິ່ງທີ່ສຳຄັນທີ່ສຸດແມ່ນການໄລ່ຕາມຂອງເຈົ້າ ແລະ ເສັ້ນທາງທີ່ເຈົ້າຍ່າງ. ຖ້າຄວາມເປັນມະນຸດຂອງເຈົ້າໄດ້ເຖິງມາດຕະຖານ ແລະ ເຈົ້າມີຄວາມສາມາດໃນລະດັບໜຶ່ງ, ແຕ່ເຈົ້າບໍ່ແມ່ນຜູ້ທີ່ໄລ່ຕາມຄວາມຈິງ ແລະ ເຈົ້າມີພຽງແຕ່ຄວາມເປັນມະນຸດທີ່ດີ ແລະ ຄວາມສຳນຶກໃນພາລະບາງຢ່າງ, ເຈົ້າຈະສາມາດເຮັດໜ້າທີ່ເປັນຜູ້ນໍາຂອງຄຣິສຕະຈັກໄດ້ດີບໍ? ເຈົ້າຮັບປະກັນໄດ້ບໍວ່າເຈົ້າສາມາດແກ້ໄຂບັນຫາໂດຍໃຊ້ຄວາມຈິງໄດ້? ຖ້າເຈົ້າບໍ່ສາມາດຮັບປະກັນໄດ້, ສະແດງວ່າເຈົ້າກໍຍັງບໍ່ເໝາະສົມກັບວຽກງານ. ເຖິງແມ່ນວ່າເຈົ້າຈະໄດ້ຮັບເລືອກຕັ້ງມາ ຫຼື ຖືກມອບໝາຍໃຫ້ເປັນຜູ້ນໍາ, ເຈົ້າກໍຍັງບໍ່ສາມາດເຮັດວຽກງານນັ້ນໄດ້, ແລ້ວມັນຈະມີປະໂຫຍດຫຍັງ? ເຖິງແມ່ນວ່າມັນຈະຕອບສະໜອງຄວາມທະນົງຕົວຂອງເຈົ້າ, ແຕ່ມັນກໍຈະທຳຮ້າຍອ້າຍເອື້ອຍນ້ອງ ແລະ ເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າ. ຖ້າເຈົ້າບັນລຸເກນທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ແລ້ວ ແລະ ເຈົ້າເປັນຜູ້ທີ່ໄລ່ຕາມຄວາມຈິງ ແລະ ເຈົ້າຍັງມີຄຳພະຍານຈາກປະສົບການຕົວຈິງບາງຢ່າງ, ເຈົ້າກໍຈະສາມາດເຮັດວຽກງານໃນການເປັນຜູ້ນໍາໄດ້ດີຢ່າງແນ່ນອນ, ເພາະວ່າເຈົ້າມີຄຳພະຍານຈາກປະສົບການຕົວຈິງ, ເຈົ້າເປັນຜູ້ທີ່ເຂົ້າໃຈຄວາມຈິງ ແລະ ສາມາດແບກຫາບພາລະອັນໜັກໜ່ວງຂອງການເປັນຜູ້ນໍາຄຣິສຕະຈັກໄດ້. ການທີ່ຄວາມເປັນມະນຸດຂອງເຈົ້າໄດ້ເຖິງມາດຕະຖານ ແລະ ເຈົ້າຍັງມີຈຸດແຂງບາງຢ່າງນັ້ນ ເປັນພຽງເກນພື້ນຖານສຳລັບການຖືກເລື່ອນຕຳແໜ່ງ, ເພາະປູກ ແລະ ໃຊ້ງານໂດຍເຮືອນຂອງພຣະເຈົ້າ, ແຕ່ການທີ່ເຈົ້າຈະສາມາດເຮັດວຽກງານໃນການເປັນຜູ້ນໍາໄດ້ດີ ຫຼື ບໍ່ນັ້ນ ຂຶ້ນຢູ່ກັບວ່າເຈົ້າມີປະສົບການຕົວຈິງ ແລະ ຄວາມຈິງຄວາມເປັນຈິງ ຫຼື ບໍ່, ນີ້ຄືສິ່ງທີ່ສຳຄັນທີ່ສຸດ. ບາງຄົນເປັນຄົນດີ ແລະ ໄລ່ຕາມຄວາມຈິງ, ແຕ່ພວກເຂົາມີຄວາມເຊື່ອມາໄດ້ພຽງສາມຫາຫ້າປີ ແລະ ບໍ່ມີປະສົບການຕົວຈິງ. ຄົນເຊັ່ນນີ້ຈະສາມາດເຮັດວຽກງານໃນການເປັນຜູ້ນໍາຂອງຄຣິສຕະຈັກໄດ້ດີບໍ? ເຮົາຢ້ານວ່າພວກເຂົາຈະບໍ່ມີຄວາມສາມາດໃນວຽກງານ. ພວກເຂົາຂາດຕົກບົກຜ່ອງຢູ່ບ່ອນໃດ? ພວກເຂົາຂາດປະສົບການຕົວຈິງ ແລະ ຍັງບໍ່ທັນເຂົ້າໃຈຄວາມຈິງເທື່ອ. ເຖິງແມ່ນວ່າພວກເຂົາຈະສາມາດເວົ້າພຣະທຳ ແລະ ຫຼັກຄຳສອນໄດ້ຫຼາຍຢ່າງ, ມັນກໍຍັງເກີນຄວາມສາມາດຂອງພວກເຂົາທີ່ຈະແກ້ໄຂບັນຫາໂດຍການໃຊ້ຄວາມຈິງ. ເພາະສະນັ້ນ, ພວກເຂົາຈຶ່ງຍັງບໍ່ມີຄວາມສາມາດໃນວຽກງານການເປັນຜູ້ນໍາ ແລະ ຈຳເປັນຕ້ອງສືບຕໍ່ຝຶກຝົນຕົນເອງ ເພື່ອທີ່ຈະບັນລຸຄວາມເຂົ້າໃຈໃນຄວາມຈິງ ແລະ ການເຂົ້າສູ່ຄວາມຈິງຄວາມເປັນຈິງໄດ້. ຕົວຢ່າງເຊັ່ນ: ຄົນຜູ້ໜຶ່ງທີ່ມີຄວາມເປັນມະນຸດໄດ້ເຖິງມາດຕະຖານ ແລະ ຂ້ອນຂ້າງຊື່ສັດ ແລະ ບໍ່ຄ່ອຍເວົ້າຕົວະ ແລະ ຫຼອກລວງ ແລະ ປະຕິບັດໜ້າທີ່ຂອງພວກເຂົາໂດຍບໍ່ກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ, ແຕ່ເປັນຜູ້ທີ່ບໍ່ເກັ່ງໃນການໄລ່ຕາມ ຄວາມຈິງ; ຄົນເຊັ່ນນີ້ຈະສາມາດໄດ້ຮັບການເພາະປູກໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ບໍ? ນີ້ຄົງເປັນເລື່ອງທີ່ຍາກຫຼາຍ. ຄົນຜູ້ໜຶ່ງທີ່ບັນລຸເກນຂອງການໄດ້ຖືກເລື່ອນຕຳແໜ່ງ, ເພາະປູກ ແລະ ໃຊ້ງານ, ແຕ່ເປັນຜູ້ທີ່ບໍ່ໄລ່ຕາມຄວາມຈິງ, ຈະສາມາດກາຍເປັນຜູ້ທີ່ໄລ່ຕາມຄວາມຈິງໄດ້ບໍ ຖ້າພວກເຂົາໄດ້ຮັບການເລື່ອນຕຳແໜ່ງໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ? ພວກເຂົາຈະສາມາດເລີ່ມຕົ້ນໄລ່ຕາມຄວາມຈິງໄດ້ບໍ? ພວກເຂົາຈະສາມາດເຂົ້າສູ່ຄວາມຈິງຄວາມເປັນຈິງໄດ້ບໍ ຫຼັງຈາກທີ່ເຮັດວຽກໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກມາໄດ້ໄລຍະໜຶ່ງ? ນັ້ນຈະເປັນສິ່ງທີ່ເປັນໄປບໍ່ໄດ້. ບໍ່ວ່າຄົນຜູ້ໜຶ່ງຈະບັນລຸເກນໃດກໍຕາມ, ຕາບໃດທີ່ພວກເຂົາບໍ່ແມ່ນຜູ້ທີ່ໄລ່ຕາມຄວາມຈິງ, ພວກເຂົາກໍບໍ່ສາມາດຖືກເລືອກຕັ້ງ ຫຼື ເລື່ອນຕຳແໜ່ງໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ຢ່າງເດັດຂາດ. ຖ້າຄົນຜູ້ໜຶ່ງມີຄວາມເປັນມະນຸດ ແລະ ຄວາມສາມາດທີ່ໄດ້ເຖິງມາດຕະຖານ ແລະ ຍັງສາມາດຍອມຮັບຄວາມຈິງ ແລະ ຜ່ານການປ່ຽນແປງບາງຢ່າງໄດ້, ພວກເຂົາກໍຈະສາມາດໄດ້ຮັບການເລື່ອນຕຳແໜ່ງ, ເພາະປູກ ແລະ ໃຊ້ງານ ແລະ ຜົນກໍຄື ພວກເຂົາກໍຈະໄດ້ຮັບໂອກາດໃນການຝຶກຝົນຕົນເອງ, ເຂົ້າສູ່ຄວາມຈິງຄວາມເປັນຈິງ ແລະ ເລີ່ມເດີນໃນເສັ້ນທາງສູ່ຄວາມລອດພົ້ນ ແລະ ຄວາມສົມບູນແບບ. ເພາະສະນັ້ນ, ບໍ່ວ່າເຮືອນຂອງພຣະເຈົ້າຈະເລື່ອນຕຳແໜ່ງຜູ້ໃດໃຫ້ເປັນຜູ້ນໍາ, ຜູ້ເຮັດວຽກ ຫຼື ຜູ້ຮັບຜິດຊອບ, ຈຸດປະສົງກໍບໍ່ແມ່ນເພື່ອຕອບສະໜອງຄວາມປາຖະໜາ ແລະ ຄວາມທະເຍີທະຍານສ່ວນຕົວຂອງເຈົ້າ ທັງບໍ່ແມ່ນເຮັດເພື່ອໃຫ້ຄວາມປາດຖະໜາຂອງເຈົ້າບັນຸເປົ້າໝາຍ, ແຕ່ເພື່ອເຮັດໃຫ້ເຈົ້າສາມາດເລີ່ມເດີນທາງໃນເສັ້ນທາງແຫ່ງຄວາມລອດພົ້ນ ແລະ ກາຍເປັນຄົນທີ່ຖືກເຮັດໃຫ້ສົມບູນ.

ສຳລັບຜູ້ທີ່ສະຕິປັນຍາບໍ່ພຽງພໍເຫຼົ່ານັ້ນ, ພວກເຂົາກໍມີຄວາມຕັ້ງໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ ແລະ ຕ້ອງການປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ແຕ່ພວກເຂົາຂາດປັນຍາ, ບໍ່ຮູ້ວິທີປະຕິບັດໃຫ້ສອດຄ່ອງກັບຫຼັກການ ແລະ ບໍ່ສາມາດເບິ່ງທະລຸເລື່ອງໃດໄດ້. ໃນບາງຊ່ວງເວລາ, ພວກເຂົາໄດ້ພົບພໍ້ກັບການລໍ້ລວງ ແລະ ຕົກລົງໄປຢູ່ໃນນັ້ນ ແລະ ຜົນກໍຄື ພວກເຂົາທໍລະຍົດຕໍ່ຜົນປະໂຫຍດຂອງຄຣິສຕະຈັກ, ທໍລະຍົດຕໍ່ອ້າຍເອື້ອຍນ້ອງ ແລະ ນໍາພາອັນຕະລາຍມາສູ່ວຽກງານຂອງເຮືອນຂອງພຣະເຈົ້າ. ພວກເຮົາຄວນຈັດການ ແລະ ປະຕິບັດຕໍ່ຄົນປະເພດນີ້ທີ່ເປັນຄົນໂງ່ຈ້າ ແລະ ມີສະຕິປັນຍາບໍ່ພຽງພໍແນວໃດ? ເມື່ອເວົ້າເຖິງຄົນໂງ່ຈ້າເຊັ່ນນີ້ທີ່ຂາດຄວາມເຂົ້າໃຈຝ່າຍວິນຍານ ແລະ ມີສະຕິປັນຍາບໍ່ພຽງພໍ, ທຸກຄົນໃນພວກເຂົາຄວນຖືກໄລ່ອອກ ແລະ ໃຫ້ປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາ ແລະ ບໍ່ໃຫ້ມີຜູ້ໃດຖືກໃຊ້ງານໄດ້. ຖ້າຄົນເຊັ່ນນີ້ຖືກໃຊ້ງານ, ພວກເຂົາອາດຈະນໍາບັນຫາມາສູ່ວຽກງານຂອງເຮືອນຂອງພຣະເຈົ້າໄດ້ຕະຫຼອດເວລາ, ມັນມີບົດຮຽນເຊັ່ນນີ້ມາຫຼາຍແລ້ວ. ໃນປັດຈຸບັນ, ມີຫຼາຍຄົນທີ່ພາຍນອກເບິ່ງຄືກັບຈະມີຄວາມເປັນມະນຸດຢູ່, ແຕ່ພວກເຂົາບໍ່ສາມາດໂອ້ລົມຄວາມຈິງຄວາມເປັນຈິງອັນໃດໄດ້. ພວກເຂົາເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ ແຕ່ກໍຍັງຄົງຢູ່ໃນສະພາວະນີ້. ຮາກເຫງົ້າຂອງບັນຫານີ້ຄວນຖືກເບິ່ງໃຫ້ເຫັນຢ່າງຊັດເຈນ; ນີ້ແມ່ນບັນຫາຂອງການມີຄວາມສາມາດທີ່ຕໍ່າຫຼາຍ ແລະ ການຂາດຄວາມເຂົ້າໃຈຝ່າຍວິນຍານ. ຄົນດັ່ງເຊັ່ນນີ້ຈະບໍ່ປ່ຽນແປງ ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າມາຈັກປີແລ້ວກໍຕາມ ແລະ ບໍ່ມີຄວາມກ້າວໜ້າທີ່ສະຫຼັກສຳຄັນ ເຖິງແມ່ນວ່າພວກເຂົາຈະໄດ້ຟັງຄຳເທດສະໜາທັງໝົດມາແລ້ວ. ພວກເຂົາສາມາດເຮັດໄດ້ພຽງຖືກກັນເອົາໄວ້ຂ້າງນອກເທົ່ານັ້ນ, ເພື່ອຮັບໃຊ້ຕາມກຳລັງທີ່ພວກເຂົາສາມາດເຮັດໄດ້. ນີ້ເປັນວິທີການຈັດການກັບພວກເຂົາທີ່ດີແລ້ວ ຫຼື ບໍ່? (ມັນດີແລ້ວ.) ບາງຄົນທີ່ມີສະຕິປັນຍາບໍ່ພຽງພໍ ແລະ ບໍ່ມີຈຸດແຂງ ບໍ່ສາມາດເຂົ້າໃຈພຣະທຳຂອງພຣະເຈົ້າໄດ້ເລີຍ ເຖິງແມ່ນວ່າຈະອ່ານມາຫຼາຍປີແລ້ວກໍຕາມ ແລະ ບໍ່ສາມາດເຂົ້າໃຈຄຳເທດສະໜາ ເຖິງແມ່ນວ່າຈະໄດ້ຟັງມາຫຼາຍປີແລ້ວກໍຕາມ. ການມອບໜັງສືພຣະທຳຂອງພຣະເຈົ້າໃຫ້ກັບຄົນເຊັ່ນນີ້ຍັງມີປະໂຫຍດຢູ່ບໍ? (ບໍ່, ບໍ່ມີ.) ບໍ່ຄວນມອບໜັງສືພຣະທຳຂອງພຣະເຈົ້າໃຫ້ກັບຄົນທີ່ມີສະຕິປັນຍາບໍ່ພຽງພໍ, ເພາະວ່າການເຮັດເຊັ່ນນັ້ນບໍ່ໄດ້ມີປະໂຫຍດ ແລະ ເທົ່າກັບເປັນການສິ້ນເປືອງ ແລະ ໜັງສືໃດທີ່ໄດ້ມອບໃຫ້ພວກເຂົາແລ້ວ ກໍຄວນເກັບກັບຄືນມາທັນທີ. ນີ້ບໍ່ແມ່ນການກີດກັນສິດທິຂອງພວກເຂົາໃນການອ່ານພຣະທຳຂອງພຣະເຈົ້າ, ແຕ່ຍ້ອນວ່າສະຕິປັນຍາຂອງພວກເຂົາບໍ່ພຽງພໍ. ເຖິງແມ່ນວ່າຄົນເຊັ່ນນີ້ຈະດຳເນີນຊີວິດຢູ່ໃນຄຣິສຕະຈັກ, ພວກເຂົາກໍບໍ່ສາມາດເຂົ້າໃຈຄວາມຈິງໄດ້, ຍິ່ງບໍ່ຕ້ອງເວົ້າເຖິງການປະຕິບັດໜ້າທີ່. ຄົນເຊັ່ນນີ້ເປັນຄົນໄຮ້ປະໂຫຍດ, ບໍ່ແມ່ນບໍ? ພວກເຈົ້າຄວນຮູ້ວິທີຈັດການກັບຄົນໄຮ້ປະໂຫຍດ. ບາງຄົນເບິ່ງພາຍນອກຂ້ອນຂ້າງຈະບໍ່ມີເລ່ຫຼ່ຽມ, ແຕ່ສະຕິປັນຍາຂອງພວກເຂົາຕໍ່າຫຼາຍ ຈົນພວກເຂົາບໍ່ສາມາດເຮັດວຽກງານທີ່ໃຊ້ກຳລັງອັນໃດໄດ້ຢ່າງເໝາະສົມ ແລະ ພວກເຂົາເຮັດໃຫ້ທຸກຢ່າງທີ່ພວກເຂົາເຮັດເສຍຫາຍໄປໝົດ. ຖ້າພວກເຂົາຖືກຂໍໃຫ້ເຮັດວຽກງານໃດໜຶ່ງ, ພວກເຂົາກໍຈະເຮັດໃຫ້ບາງສິ່ງເສຍຫາຍຢ່າງແນ່ນອນ, ສະນັ້ນ ຄົນແບບນີ້ຈຶ່ງບໍ່ສາມາດໃຊ້ງານໄດ້. ຖ້າເຈົ້າຂໍໃຫ້ພວກເຂົາຫາບຖັງນໍ້າ, ພວກເຂົາກໍຈະເຮັດຂວດນໍ້າມັນຂວ້ຳ. ຖ້າເຈົ້າຂໍໃຫ້ພວກເຂົາລ້າງຖ້ວຍ, ພວກເຂົາກໍຈະເຮັດຈານແຕກ. ຖ້າເຈົ້າຂໍໃຫ້ພວກເຂົາແຕ່ງກິນ, ພວກເຂົາກໍຈະແຕ່ງກິນຫຼາຍເກີນໄປ ຫຼື ໜ້ອຍເກີນໄປ ຫຼື ມັນກໍຈະເຄັມເກີນໄປ ຫຼື ຈາງເກີນໄປ. ພວກເຂົາຕັ້ງໃຈເຮັດຢ່າງເຕັມທີ່, ແຕ່ບໍ່ວ່າພວກເຂົາຈະພະຍາຍາມແນວໃດ, ພວກເຂົາກໍເຮັດບໍ່ໄດ້ດີ ແລະ ແມ່ນແຕ່ວຽກອອກແຮງງານພວກເຂົາກໍເຮັດບໍ່ໄດ້ດີເຊັ່ນກັນ. ຄົນເຊັ່ນນີ້ສາມາດໃຊ້ງານໄດ້ບໍ? (ບໍ່.) ສະນັ້ນ ຖ້າພວກເຂົາບໍ່ສາມາດໃຊ້ງານໄດ້, ຄວນຂໍໃຫ້ພວກເຂົາເຮັດຫຍັງ? ມັນໝາຍຄວາມວ່າພວກເຂົາບໍ່ໄດ້ຮັບອະນຸຍາດໃຫ້ເຊື່ອໃນພຣະເຈົ້າ ແລະ ເຮືອນຂອງພຣະເຈົ້າບໍ່ຕ້ອງການພວກເຂົາແມ່ນບໍ? ບໍ່, ບໍ່ແມ່ນແບບນັ້ນ. ພຽງແຕ່ຢ່າປ່ອຍໃຫ້ພວກເຂົາປະຕິບັດໜ້າທີ່ກໍ່ພໍ. ຖ້າພວກເຂົາບໍ່ເຮັດສິ່ງຕ່າງໆ ທີ່ຢູ່ໃນຂອບເຂດຂອງຊີວິດມະນຸດຕາມປົກກະຕິໄດ້ຢ່າງເໝາະສົມ, ລວມທັງສິ່ງທີ່ເປັນຄວາມຮູ້ທົ່ວໄປໃນຊີວິດປະຈຳວັນ ແລະ ກິດຈະວັດໃນຊີວິດປະຈຳວັນ ຫຼື ພວກເຂົາບໍ່ສາມາດເຮັດສິ່ງເຫຼົ່ານີ້ໄດ້, ພວກເຂົາກໍບໍ່ເໝາະສົມທີ່ຈະປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ.

ເຖິງແມ່ນວ່າບາງຄົນຈະບໍ່ມີຄວາມເປັນມະນຸດທີ່ດີ ຫຼື ພອນສະຫວັນພິເສດໃດເລີຍ, ຍິ່ງບໍ່ຕ້ອງເວົ້າເຖິງການທີ່ພວກເຂົາຈະສາມາດໄດ້ຮັບການເພາະປູກໃຫ້ເປັນຜູ້ນໍາໄດ້, ພວກເຂົາກໍຍັງສາມາດເຮັດວຽກງານທີ່ໃຊ້ກຳລັງບາງຢ່າງໄດ້ຢູ່. ຕົວຢ່າງເຊັ່ນ: ການລ້ຽງໄກ່ ແລະ ເປັດ, ການລ້ຽງໝູ ແລະ ການລ້ຽງແກະ ຈະເປັນວຽກທີ່ພວກເຂົາສາມາດເຮັດໄດ້ດີ. ຖ້າເຈົ້າໃຫ້ວຽກງ່າຍໆແກ່ພວກເຂົາ, ພວກເຂົາກໍສາມາດເຮັດໄດ້ດີ ຕາບໃດທີ່ພວກເຂົາຕັ້ງໃຈເຮັດມັນ, ດັ່ງນັ້ນແລ້ວ ຄົນເຊັ່ນນີ້ຈຶ່ງສາມາດປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າໄດ້. ເຖິງແມ່ນວ່າມັນຈະເປັນວຽກເຮືອນທີ່ງ່າຍດາຍພຽງຢ່າງດຽວ, ພວກເຂົາກໍສາມາດຕັ້ງໃຈເຮັດມັນ ແລະ ເຮັດໜ້າທີ່ຄວາມຮັບຜິດຊອບໃຫ້ສຳເລັດ ແລະ ພວກເຂົາຍັງສາມາດຕັ້ງຂໍ້ກຳນົດໃຫ້ກັບຕົນເອງຕາມພຣະທຳຂອງພຣະເຈົ້າ ແລະ ຫຼັກການຄວາມຈິງໄດ້ອີກດ້ວຍ. ບໍ່ວ່າວຽກເຮືອນນັ້ນຈະໃຫຍ່ ຫຼື ນ້ອຍ ຫຼື ວຽກນັ້ນຈະສຳຄັນ ຫຼື ບໍ່ສຳຄັນ, ທ້າຍທີ່ສຸດແລ້ວ, ພວກເຂົາກໍສາມາດເຮັດວຽກງານທີ່ໄດ້ຮັບມອບໝາຍພຽງຢ່າງດຽວໃຫ້ສຳເລັດໄດ້ດ້ວຍດີ. ບໍ່ພຽງແຕ່ພວກເຂົາສາມາດລ້ຽງໄກ່ໄດ້ດີ ເພື່ອໃຫ້ມັນໄຂ່ໄດ້ຕາມປົກກະຕິເທົ່ານັ້ນ, ແຕ່ພວກເຂົາຍັງສາມາດປົກປ້ອງໄກ່ຈາກການຖືກໝາປ່າຄາບໄປໄດ້ອີກດ້ວຍ. ຖ້າພວກເຂົາໄດ້ຍິນສຽງໝາປ່າຫອນ, ພວກເຂົາກໍຈະບອກຜູ້ຮັບຜິດຊອບຂອງພວກເຂົາທັນທີ, ໂດຍພະຍາຍາມຫຼີກລ່ຽງອຸບັດຕິເຫດໃດກໍຕາມໃນການປະຕິບັດວຽກງານ ແລະ ໜ້າທີ່ທີ່ເຮືອນຂອງພຣະເຈົ້າມອບໝາຍໃຫ້. ຖ້າພວກເຂົາເຮັດວຽກແບບນີ້, ສະແດງວ່າພວກເຂົາກໍຂ້ອນຂ້າງອຸທິດຕົນ ແລະ ນີ້ຖືວ່າເປັນການສາມາດເຮັດໜ້າທີ່ຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດ ແລະ ເຮັດໄດ້ດີ. ສ່ວນທີ່ເຫຼືອ, ຊີວິດສ່ວນຕົວຂອງພວກເຂົາ ແລະ ວິທີທີ່ພວກເຂົາປະພຶດຕົນ ແລະ ຈັດການກັບສິ່ງຕ່າງໆ, ພວກເຂົາກໍຍັງຂາດຕົກບົກຜ່ອງຢູ່ບາງສ່ວນ; ຕົວຢ່າງເຊັ່ນ: ພວກເຂົາບໍ່ຮູ້ວິທີພົວພັນ ແລະ ສົນທະນາກັບຄົນອື່ນ ຫຼື ວິທີໂອ້ລົມກ່ຽວກັບສະພາວະຂອງພວກເຂົາກັບຄົນອື່ນ ແລະ ບາງຄັ້ງກໍມັກນ້ອຍໃຈ. ສິ່ງນີ້ຖືວ່າເປັນບັນຫາໄດ້ບໍ? ມັນຖືກຕ້ອງບໍທີ່ຈະບໍ່ໃຊ້ງານພວກເຂົາຍ້ອນບັນຫາເຫຼົ່ານີ້? (ບໍ່, ບໍ່ແມ່ນ.) ບາງຄົນມີສຸຂະອະນາໄມສ່ວນບຸກຄົນທີ່ບໍ່ດີ; ພວກເຂົາບໍ່ສະຜົມຢ່າງໜ້ອຍສິບວັນ ແລະ ໂດຍທົ່ວໄປແລ້ວພວກເຂົາກໍມີກິ່ນເໝັນ. ບາງຄົນກໍສົ່ງສຽງດັງໃນຕອນກິນ ແລະ ດື່ມ ໃນຂະນະທີ່ຄົນອ້ອມຂ້າງກຳລັງພັກຜ່ອນ ແລະ ໃນເວລາອື່ນໆ ກໍເຮັດສຽງດັງເຊັ່ນກັນ ເຊັ່ນ: ເວລາຍ່າງ, ປິດປະຕູ ແລະ ເວົ້າລົມກັນ, ພວກເຂົາບໍ່ໄດ້ຮັບການສຶກສາ ແລະ ບໍ່ມີມາລະຍາດ. ຄວນປະຕິບັດຕໍ່ຄົນເຊັ່ນນີ້ແນວໃດ? ທຸກຄົນຄວນມີຄວາມເຂົ້າໃຈ, ຊ່ວຍເຫຼືອ ແລະ ສະໜັບສະໜູນພວກເຂົາດ້ວຍຫົວໃຈທີ່ມີຄວາມຮັກ, ໂອ້ລົມກັບພວກເຂົາກ່ຽວກັບສິ່ງທີ່ເອີ້ນວ່າຄວາມເປັນມະນຸດຕາມປົກກະຕິ ແລະ ອະນຸຍາດໃຫ້ພວກເຂົາປ່ຽນແປງເທື່ອລະໜ້ອຍ. ເນື່ອງຈາກພວກເຈົ້າຢູ່ຮ່ວມກັນ, ພວກເຈົ້າຕ້ອງໄດ້ຮຽນຮູ້ທີ່ຈະປັບຕົວ ແລະ ຢູ່ຮ່ວມກັນ. ຄົນດັ່ງກ່າວສາມາດໃຊ້ງານໄດ້ ຕາບໃດທີ່ພວກເຂົາສາມາດເຮັດວຽກຂອງພວກເຂົາໄດ້ຢ່າງເໝາະສົມ ແລະ ແບກຫາບວຽກງານ ແລະ ບໍ່ເຮັດສິ່ງໃດທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ. ບາງຄົນເປັນຄົນສະຫຼາດ, ມີຄວາມສາມາດທີ່ດີ ແລະ ເຮັດວຽກຢ່າງດຸໝັ່ນ ແລະ ພວກເຂົາສາມາດເຮັດໜ້າທີ່ຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດ ແລະ ເຮັດໄດ້ດີໃນວຽກງານທີ່ມອບໝາຍໃຫ້, ສະນັ້ນ ພວກເຂົາຈຶ່ງສາມາດໄດ້ຮັບການເພາະປູກ ແລະ ໃຊ້ງານໄດ້. ແຕ່ບາງຄົນມີຄວາມສາມາດຕໍ່າຫຼາຍ ເຖິງຂັ້ນທີ່ພວກເຂົາບໍ່ສາມາດເຮັດວຽກງານພຽງຢ່າງດຽວໃຫ້ດີໄດ້; ພວກເຂົາພໍຈະຮັບມືກັບການລ້ຽງໄກ່ໄດ້, ແຕ່ຖ້າພວກເຂົາຕ້ອງລ້ຽງເປັດ ແລະ ຫ່ານນໍາ, ພວກເຂົາກໍຈະເຮັດບໍ່ໄຫວ ແລະ ບໍ່ຮູ້ວ່າຈະເຮັດແນວໃດ. ມັນບໍ່ແມ່ນວ່າພວກເຂົາບໍ່ຢາກເຮັດໃຫ້ດີ, ແຕ່ຄວາມສາມາດຂອງພວກເຂົາຕໍ່າເກີນໄປ. ສະໝອງຂອງພວກເຂົານັ້ນມີຂໍ້ຈຳກັດ, ພວກເຂົາຮູ້ພຽງວິທີເຮັດວຽກຢ່າງໃດຢ່າງໜຶ່ງເທົ່ານັ້ນ ແລະ ຖ້າພວກເຂົາຖືກມອບໝາຍໃຫ້ເຮັດອີກຢ່າງໜຶ່ງ, ພວກເຂົາກໍເຮັດບໍ່ໄດ້. ພວກເຂົາບໍ່ຮູ້ວິທີວາງແຜນ, ສະນັ້ນ ພວກເຂົາຈຶ່ງເຮັດໃຫ້ວຽກງານສັບສົນວຸ້ນວາຍໄປໝົດ. ຄົນເຊັ່ນນີ້ເໝາະສົມທີ່ຈະເຮັດວຽກເທື່ອລະຢ່າງເທົ່ານັ້ນ. ຢ່າມອບໝາຍວຽກຫຼາຍຢ່າງໃຫ້ພວກເຂົາ, ເພາະວ່າພວກເຂົາຈະບໍ່ສາມາດແບກຫາບໄດ້. ຢ່າຄິດວ່າຖ້າພວກເຂົາສາມາດເຮັດວຽກເຮືອນໜຶ່ງຢ່າງໄດ້ດີ, ພວກເຂົາກໍຈະສາມາດເຮັດສອງ ຫຼື ສາມວຽກໄດ້ຢ່າງແນ່ນອນ; ມັນບໍ່ແນ່ນອນສະເໝີໄປ ແລະ ມັນຂຶ້ນຢູ່ກັບຄວາມສາມາດຂອງພວກເຂົາ. ໃຫ້ພວກເຂົາລອງເຮັດວຽກເຮືອນສອງຢ່າງກ່ອນ. ຖ້າພວກເຂົາມີຄວາມສາມາດທີ່ດີ ແລະ ສາມາດແບກຫາບໄດ້, ເຈົ້າກໍສາມາດຈັດແຈງວຽກງານໃນລັກສະນະນີ້ໃຫ້ພວກເຂົາໄດ້. ຖ້າພວກເຂົາບໍ່ສາມາດເຮັດວຽກເຮືອນສອງຢ່າງພ້ອມກັນໃຫ້ດີໄດ້ ແລະ ເຮັດໃຫ້ວຽກສັບສົນວຸ້ນວາຍ, ມັນກໍໝາຍຄວາມວ່າມັນເກີນຄວາມສາມາດຂອງພວກເຂົາ, ສະນັ້ນ ເຈົ້າຕ້ອງເອົາວຽກເຮືອນໂຕທີສອງຂອງພວກເຂົາອອກທັນທີ. ນີ້ເປັນຍ້ອນວ່າຜ່ານການສັງເກດ ແລະ ການທົດລອງ, ເຈົ້າໄດ້ຄົ້ນພົບວ່າພວກເຂົາເໝາະສົມທີ່ຈະເຮັດວຽກໄດ້ພຽງຢ່າງດຽວໃນແຕ່ລະຄັ້ງ, ແທນທີ່ຈະເຮັດວຽກທີ່ຊັບຊ້ອນຫຼາຍຢ່າງ ແລະ ພວກເຂົາບໍ່ມີຄວາມສາມາດສຳລັບສິ່ງນີ້. ບາງຄົນຂ້ອນຂ້າງສະຫຼາດ ແລະ ມີຄວາມສາມາດຂ້ອນຂ້າງດີ ແລະ ຖ້າເຈົ້າມອບວຽກຫຼາຍຢ່າງໃຫ້ພວກເຂົາເຮັດ, ພວກເຂົາກໍສາມາດເຮັດໃຫ້ດີໄດ້. ຕົວຢ່າງເຊັ່ນ: ຖ້າເຈົ້າຂໍໃຫ້ພວກເຂົາແຕ່ງກິນ, ລ້ຽງລູກໄກ່ ແລະ ດູແລສວນຜັກ, ພວກເຂົາກໍສາມາດກຽມຄາບອາຫານໄດ້ທັນເວລາທຸກມື້ ໃນຂະນະທີ່ດູແລສວນຜັກໃນເວລາຫວ່າງ, ຫົດນໍ້າ ແລະ ເສຍຫຍ້າໃນສວນຢ່າງທັນທວງທີ ແລະ ລ້ຽງລູກໄກ່ຕາມເວລາ. ບາງຄົນອາດຈະເວົ້າວ່າ “ເນື່ອງຈາກພວກເຂົາມີຄວາມສາມາດແບບນີ້, ກໍປ່ອຍໃຫ້ພວກເຂົາຮັບຜິດຊອບວຽກງານຂອງຄຣິສຕະຈັກນໍາ ແລະ ເປັນຜູ້ນໍາຄຣິສຕະຈັກນຳເຊັ່ນກັນ”. ແບບນັ້ນຈະໄດ້ບໍ? ເຖິງແມ່ນວ່າພວກເຂົາຈະສາມາດແບກຫາບໜ້າວຽກ ທີ່ໃຊ້ກຳລັງ ແລະ ວຽກເຮືອນປະຈຳວັນບາງຢ່າງໄດ້, ເມື່ອເວົ້າເຖິງການເປັນຜູ້ນໍາຄຣິສຕະຈັກ, ສິ່ງນັ້ນຈຳເປັນຕ້ອງໄດ້ເຮັດການປະເມີນຕ່າງຫາກ; ມັນບໍ່ແມ່ນສິ່ງທີ່ສາມາດວັດແທກໄດ້ ໂດຍອີງໃສ່ການເຮັດວຽກງານພາຍນອກທີ່ງ່າຍດາຍເຫຼົ່ານີ້. ນັ້ນເປັນຍ້ອນວ່າການເປັນຜູ້ນໍາຄຣິສຕະຈັກບໍ່ແມ່ນວຽກເຮືອນທີ່ໃຊ້ກຳລັງ, ມັນຕ້ອງໄດ້ຮັບການວັດແທກໂດຍຫຼັກການຂອງການເປັນຜູ້ນໍາ. ແນວໃດກໍຕາມ, ຖ້າຄົນຜູ້ນີ້ມີຄວາມສາມາດ ແລະ ພອນສະຫວັນທີ່ຈະເປັນຜູ້ນໍາຄຣິສຕະຈັກ ແລະ ຄວາມເປັນມະນຸດຂອງພວກເຂົາກໍຂ້ອນຂ້າງດີ, ມັນກໍຈະບໍ່ເໝາະສົມທີ່ເຈົ້າຈະມອບໝາຍໃຫ້ພວກເຂົາເຮັດວຽກງານພາຍນອກ; ນັ້ນເອີ້ນວ່າການໃຊ້ງານຄົນຢ່າງບໍ່ເໝາະສົມ. ຢ່າງຫຼາຍທີ່ສຸດ, ຜູ້ນໍາຄຣິສຕະຈັກກໍສາມາດເຮັດວຽກເຮືອນທີ່ກ່ຽວຂ້ອງກັບຊີວິດປະຈຳວັນອີກໜຶ່ງຢ່າງເປັນວຽກເສີມໄດ້ ແລະ ເອົາໃຈໃສ່ກັບມັນຕື່ມອີກໜ້ອຍໜຶ່ງ ເມື່ອໃດກໍຕາມທີ່ພວກເຂົາບໍ່ຫຍຸ້ງຍາກ, ສິ່ງນີ້ຈະບໍ່ເຮັດໃຫ້ພວກເຂົາອິດເມື່ອຍ. ເມື່ອເວົ້າເຖິງເລື່ອງເລັກນ້ອຍ, ເລື່ອງກິດຈະວັດປະຈຳວັນ ແລະ ວຽກງານທີ່ໃຊ້ກຳລັງເຫຼົ່ານີ້, ຜູ້ຄົນສາມາດເຮັດໄດ້ຫຼາຍເທົ່າທີ່ພວກເຂົາສາມາດເຮັດໄດ້. ມີໃຜທີ່ສາມາດແບກຫາບວຽກງານທັງໝົດໄດ້ບໍ? ມີໃຜທີ່ມີຄວາມສາມາດເຊັ່ນນັ້ນບໍ? (ບໍ່ມີ.) ມັນອາດເປັນໄປໄດ້ວ່າຄວາມສາມາດ ແລະ ສັກກະຍະພາບຂອງພວກເຂົານັ້ນພຽງພໍ, ແຕ່ມີສິ່ງໜຶ່ງທີ່ພວກເຂົາຍັງມີບໍ່ພຽງພໍ ແລະ ນັ້ນກໍຄືພະລັງງານ. ມະນຸດກໍເປັນພຽງເນື້ອໜັງທຳມະດາ, ພະລັງງານຂອງພວກເຂົາມີຂີດຈຳກັດ ແລະ ຈຳນວນວຽກທີ່ພວກເຂົາສາມາດຮັບຜິດຊອບໄດ້ກໍມີຂີດຈຳກັດເຊັ່ນກັນ. ຄົນທີ່ມີພະລັງງານສູງອາດຈະສາມາດເຮັດວຽກໄດ້ສູງເຖິງ 12 ຊົ່ວໂມງຕໍ່ມື້, ໃນຂະນະທີ່ຄົນທີ່ມີພະລັງງານປານກາງໂດຍທົ່ວໄປຈະສາມາດເຮັດວຽກໄດ້ແປດຊົ່ວໂມງ ແລະ ຄົນທີ່ມີພະລັງງານຕໍ່າສາມາດເຮັດວຽກໄດ້ພຽງສີ່ ຫຼື ຫ້າຊົ່ວໂມງ. ເພາະສະນັ້ນ, ບໍ່ວ່າເຈົ້າຈະໃຊ້ງານຄົນຜູ້ໜຶ່ງເພື່ອເຮັດວຽກງານທີ່ໃຊ້ກຳລັງ, ວຽກງານໃນການເປັນຜູ້ນໍາຄຣິສຕະຈັກ ຫຼື ວຽກງານທີ່ກ່ຽວຂ້ອງກັບທັກສະທາງວິຊາຊີບ, ເຈົ້າຕ້ອງໄດ້ພິຈາລະນາວ່າພວກເຂົາເໝາະສົມກັບຫຍັງທີ່ສຸດ ແລະ ຫຼັງຈາກທີ່ມອບໝາຍວຽກທີ່ເໝາະສົມທີ່ສຸດໃຫ້ພວກເຂົາແລ້ວ, ຖ້າພວກເຂົາເຮັດບໍ່ໄດ້, ກໍຈົ່ງມອບໝາຍສິ່ງອື່ນໃຫ້ພວກເຂົາເຮັດ. ຖ້າເຈົ້າບໍ່ມອບໝາຍວຽກງານໃຫ້ພວກເຂົາຕາມສິ່ງທີ່ເໝາະສົມກັບພວກເຂົາທີ່ສຸດ, ນີ້ແມ່ນຄວາມຜິດພາດໃນວິທີການທີ່ເຈົ້າໃຊ້ງານຄົນ. ສຳລັບຄົນເຫຼົ່ານັ້ນທີ່ບໍ່ສາມາດໃຫ້ຄວາມສຳຄັນໃນການເລື່ອນຕຳແໜ່ງ, ເພາະປູກ ແລະ ໃຊ້ງານ, ເຖິງແມ່ນວ່າພວກເຂົາຈະຖືກຂໍໃຫ້ເຮັດວຽກເຮືອນທີ່ໃຊ້ກຳລັງ, ພວກເຂົາກໍຕ້ອງຖືກມອບໝາຍໃຫ້ເຮັດວຽກເຮືອນເຫຼົ່ານີ້ໂດຍອີງໃສ່ຄວາມສາມາດ ແລະ ສັກກະຍະພາບຂອງພວກເຂົາ. ຖ້າໃນຂະນະທີ່ເຮັດວຽກທີ່ໄດ້ຮັບການແຕ່ງຕັ້ງຂອງພວກເຂົາໃຫ້ດີແລ້ວ, ພວກເຂົາກໍຍັງສາມາດເຮັດວຽກອື່ນໄດ້, ແລ້ວພວກເຂົາກໍສາມາດຖືກຂໍໃຫ້ເຮັດວຽກເຮືອນທີ່ໃຊ້ກຳລັງອື່ນໆ ອີກຈັກສອງສາມຢ່າງເປັນວຽກເສີມ, ຕາບໃດທີ່ມັນບໍ່ໄດ້ສົ່ງຜົນກະທົບຕໍ່ວຽກຫຼັກຂອງພວກເຂົາ. ບາງຄົນມີຮ່າງກາຍແຂງແຮງ ແລະ ສາມາດເຮັດວຽກເຮືອນສາມຢ່າງຕິດຕໍ່ກັນໄດ້; ຫຼັງຈາກທີ່ເຮັດວຽກໜຶ່ງສຳເລັດແລ້ວ, ພວກເຂົາກໍຍັງມີພະລັງງານເຫຼືອ ແລະ ພວກເຂົາກໍມີເວລາວ່າງເກືອບຕະຫຼອດເວລາ. ແຕ່ຜູ້ນໍາປອມນັ້ນຕາບອດ ແລະ ບໍ່ຮູ້ວິທີຈັດສັນວຽກງານ ແລະ ບໍ່ໄດ້ຮັບຮູ້ວ່ານີ້ເປັນບັນຫາ, ສະນັ້ນ ພວກເຂົາຈຶ່ງມອບໝາຍໃຫ້ຄົນເຫຼົ່ານັ້ນເຮັດວຽກເຮືອນພຽງຢ່າງດຽວ, ເຊິ່ງເປັນຄວາມຜິດພາດ.

ເຮົາຫາກໍເວົ້າເຖິງຄົນທີ່ມີສະຕິປັນຍາບໍ່ພຽງພໍ ຜູ້ທີ່ບໍ່ມີທັກສະພິເສດອັນໃດ ແລະ ສາມາດເຮັດໄດ້ພຽງວຽກອອກແຮງງານເທົ່ານັ້ນ. ຍັງມີຄົນທີ່ມີອາການເຈັບປ່ວຍບາງຢ່າງ ແລະ ບໍ່ສາມາດອອກແຮງງານໄດ້ແມ່ນແຕ່ໜ້ອຍດຽວ ແລະ ມັກປວດຫົວ, ເຈັບທ້ອງ ຫຼື ເຈັບຫຼັງ ໃນທຸກຄັ້ງທີ່ພວກເຂົາເຮັດສິ່ງໃດທີ່ໃຊ້ກຳລັງແມ່ນແຕ່ໜ້ອຍດຽວ. ຄວນເຮັດແນວໃດກ່ຽວກັບການມອບໝາຍໜ້າທີ່ໃຫ້ແກ່ຄົນປະເພດນີ້, ຖ້າພວກເຂົາເໝາະສົມທີ່ຈະປະຕິບັດໜ້າທີ່? ຄົນເຮົາຕ້ອງໄດ້ເບິ່ງຫຼາຍໆດ້ານ ເຊັ່ນ: ສະພາວະດ້ານສຸຂະພາບ ແລະ ຄວາມເປັນມະນຸດ ລວມທັງຄວາມສາມາດຂອງພວກເຂົາ, ເພື່ອໃຫ້ແນ່ໃຈວ່າພວກເຂົາເໝາະສົມທີ່ຈະປະຕິບັດໜ້າທີ່ຫຍັງໃນເຮືອນຂອງພຣະເຈົ້າ. ຖ້າສຸຂະພາບຂອງພວກເຂົາບໍ່ດີຈົນບໍ່ສາມາດເຮັດວຽກອັນໃດໄດ້ ແລະ ຕ້ອງພັກຜ່ອນຫຼັງຈາກເຮັດວຽກໄດ້ໄລຍະໜຶ່ງ ແລະ ຍັງຕ້ອງມີຄົນຕ້ອງດູແລ, ຖ້າພວກເຂົາບໍ່ສາມາດປະຕິບັດໜ້າທີ່ໄດ້ຢ່າງເໝາະສົມດ້ວຍຕົນເອງ ແລະ ຕ້ອງມີຄົນຖືກມອບໝາຍໃຫ້ດູແລພວກເຂົາ, ເຊັ່ນນີ້ກໍບໍ່ຄຸ້ມຄ່າເລີຍ. ຄົນເຊັ່ນນີ້ບໍ່ເໝາະສົມທີ່ຈະປະຕິບັດໜ້າທີ່, ສະນັ້ນ ປ່ອຍໃຫ້ພວກເຂົາກັບບ້ານໄປພັກຟື້ນເທາະ. ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ຢ່າໃຊ້ງານຜູ້ໃດກໍຕາມທີ່ເຈັບປ່ວຍໜັກຈົນລົມພັດກໍອາດຈະເຮັດໃຫ້ພວກເຂົາລົ້ມລົງໄດ້. ຖ້າສຸຂະພາບຂອງພວກເຂົາບໍ່ໄດ້ຊຸດໂຊມເກີນໄປ ແລະ ມັນເປັນພຽງການເຈັບທ້ອງເມື່ອພວກເຂົາກິນອາຫານຜິດ ຫຼື ພວກເຂົາປວດຫົວຖ້າໃຊ້ສະໝອງຫຼາຍເກີນໄປ, ສະນັ້ນ ພວກເຂົາຈຶ່ງສາມາດເຮັດວຽກໄດ້ໜ້ອຍກວ່າຄົນປົກກະຕິສາມ ຫຼື ສີ່ຊົ່ວໂມງ ຫຼື ເຮັດວຽກໄດ້ເຄິ່ງໜຶ່ງຂອງຄົນປົກກະຕິ, ແລ້ວຄົນເຊັ່ນນີ້ກໍຍັງສາມາດໃຊ້ງານໄດ້ ຕາບໃດທີ່ພວກເຂົາບັນລຸເກນອື່ນໆ. ເວັ້ນເສຍແຕ່ວ່າພວກເຂົາຈະຍົກເລື່ອງນີ້ຂຶ້ນມາເອງ ແລະ ເວົ້າວ່າ, “ສຸຂະພາບຂອງຂ້ານ້ອຍຊຸມໂຊມເກີນໄປທີ່ຈະສາມາດທົນກັບຄວາມລຳບາກເຊັ່ນນີ້. ຂ້ານ້ອຍຢາກກັບບ້ານໄປພັກຟື້ນ. ເມື່ອຂ້ານ້ອຍຫາຍດີແລ້ວ, ຂ້ານ້ອຍຈະກັບມາປະຕິບັດໜ້າທີ່ຄືນ”, ຈົ່ງເຫັນດີກັບພວກເຂົາໂດຍບໍ່ຊັກຊ້າ ແລະ ຢ່າພະຍາຍາມປັບວິທີຄິດຂອງພວກເຂົາ; ມັນຈະບໍ່ໄດ້ຜົນຫຍັງ ເຖິງແມ່ນວ່າເຈົ້າຈະເຮັດແບບນັ້ນກໍຕາມ. ມີຄຳເວົ້າທີ່ວ່າ “ບັງຄັບໃຫ້ຄວາຍກິນຫຍ້າ ຄວາຍກໍບໍ່ກິນ”; ຄວາມສັດທາ, ຄວາມຕັ້ງໃຈ ແລະ ການໄລ່ຕາມຂອງທຸກຄົນນັ້ນແຕກຕ່າງກັນ. ບາງຄົນອາດຈະເວົ້າວ່າ: “ບໍ່ແມ່ນມັນເປັນພຽງແຕ່ບາງຄັ້ງທີ່ພວກເຂົາຈະຮູ້ສຶກບໍ່ສະບາຍເລັກນ້ອຍ ແລະ ມີພະລັງງານຕໍ່າໜ້ອຍໜຶ່ງຊື່ໆບໍ? ຄົນເຮົາອາດຈະຮູ້ສຶກບໍ່ສະບາຍຖ້າກິນອາຫານຜິດ, ແຕ່ຫຼັງຈາກສອງສາມມື້ພວກເຂົາກໍຈະດີຂຶ້ນເອງ; ມັນຈຳເປັນບໍທີ່ພວກເຂົາຕ້ອງກັບບ້ານໄປພັກຟື້ນ? ອາການປວດຫົວ ແລະ ວິນຫົວຂອງພວກເຂົາຈະບໍ່ຫາຍໄປບໍ ຫຼັງຈາກທີ່ໄດ້ນອນຫຼັບຢ່າງດີແລ້ວ? ແລ້ວພວກເຂົາບໍ່ສາມາດເຮັດວຽກໄດ້ຕາມປົກກະຕິບໍ? ມັນເປັນເລື່ອງໃຫຍ່ຂະໜາດນັ້ນເລີຍບໍ?” ມັນອາດຈະບໍ່ແມ່ນເລື່ອງໃຫຍ່ສຳລັບເຈົ້າ, ແຕ່ສຳລັບບາງຄົນນັ້ນຈະແຕກຕ່າງຈາກຄົນອື່ນໃນລະດັບທີ່ພວກເຂົາທະນຸຖະໜອມເນື້ອໜັງຂອງພວກເຂົາ ແລະ ບາງຄົນກໍມີບັນຫາສຸຂະພາບແທ້ໆ. ໃນກໍລະນີດັ່ງກ່າວ, ຖ້າພວກເຂົາຍື່ນຄຳຮ້ອງຂໍກັບບ້ານເພື່ອພັກຜ່ອນ ແລະ ພັກຟື້ນຮ່າງກາຍ, ຄຣິສຕະຈັກຄວນເຫັນດີຢ່າງວ່ອງໄວ, ບໍ່ຕັ້ງຂໍ້ກຳນົດຫຍັງກັບພວກເຂົາ, ບໍ່ເຮັດໃຫ້ພວກເຂົາລຳບາກ ແລະ ໂດຍສະເພາະແມ່ນຢ່າພະຍາຍາມປັບວິທີຄິດຂອງພວກເຂົາ. ຜູ້ນໍາປອມບາງຄົນພະຍາຍາມຊັກຈູງຄົນເຊັ່ນນີ້ຢູ່ສະເໝີ, ໂດຍກ່າວວ່າ: “ເບິ່ງແມ້ວ່າວຽກງານຂອງພຣະເຈົ້າໄດ້ມາເຖິງຂັ້ນໃດແລ້ວຕອນນີ້. ໄພພິບັດກຳລັງໃຫຍ່ຂຶ້ນເລື້ອຍໆ, ເດືອນສີເລືອດສີ່ດວງໄດ້ປາກົດຂຶ້ນແລ້ວ ແລະ ຕອນນີ້ພະຍາດລະບາດກໍແຜ່ຫຼາຍຈົນຜູ້ບໍ່ມີຄວາມເຊື່ອບໍ່ມີທາງລອດ! ເຈົ້າຢູ່ໃນເຮືອນຂອງພຣະເຈົ້າ, ປະຕິບັດໜ້າທີ່ຂອງເຈົ້າ ແລະ ເພີດເພີນໄປກັບພຣະຄຸນຂອງພຣະເຈົ້າ, ເຈົ້າກໍຈະບໍ່ຕົກຢູ່ໃນອັນຕະລາຍ ແລະ ເຈົ້າຍັງສາມາດໄດ້ຮັບຄວາມຈິງ ແລະ ຊີວິດ, ນັ້ນເປັນພຣະພອນທີ່ຍິ່ງໃຫຍ່ສໍ່າໃດ! ບັນຫາເລັກນ້ອຍທີ່ເຈົ້າມີຢູ່ນີ້ບໍ່ແມ່ນເລື່ອງໃຫຍ່ເລີຍ. ເຈົ້າຕ້ອງເອົາຊະນະມັນໃຫ້ໄດ້ ແລະ ອະທິຖານຕໍ່ພຣະເຈົ້າ. ພຣະເຈົ້າຈະປິ່ນປົວເຈົ້າຢ່າງແນ່ນອນ. ພຽງແຕ່ອ່ານພຣະທຳຂອງພຣະເຈົ້າ, ຮຽນເພງສັນລະເສີນຕື່ມອີກຈັກສອງສາມເພງ ແລະ ອາການເຈັບປ່ວຍຂອງເຈົ້າກໍຈະດີຂຶ້ນເອງ ຖ້າເຈົ້າບໍ່ໄດ້ຄິດເຖິງມັນ. ພຣະທຳຂອງພຣະເຈົ້າບໍ່ໄດ້ກ່າວບໍວ່າ ‘ການຈົມຢູ່ໃນຄວາມເຈັບປ່ວຍກໍຄືການເຈັບປ່ວຍ’? ຕອນນີ້ເຈົ້າກຳລັງຢູ່ໃນຄວາມເຈັບປ່ວຍ. ຖ້າເຈົ້າຄິດເຖິງການເຈັບປ່ວຍຢູ່ເລື້ອຍໆ, ຄວາມເຈັບປ່ວຍກໍຈະຮ້າຍແຮງຂຶ້ນ. ຖ້າເຈົ້າບໍ່ຄິດເຖິງມັນ, ຄວາມເຈັບປ່ວຍຂອງເຈົ້າກໍຈະຫາຍໄປເອງ, ບໍ່ແມ່ນບໍ? ດ້ວຍວິທີນັ້ນ, ເຈົ້າກໍຈະເຕີບໃຫຍ່ໃນຄວາມສັດທາ ແລະ ເຈົ້າກໍຈະບໍ່ຢາກກັບບ້ານໄປພັກຜ່ອນອີກ. ການທີ່ເຈົ້າກັບບ້ານໄປພັກຜ່ອນນັ້ນເອີ້ນວ່າການໂລບມາກໃນຄວາມສະບາຍທາງເນື້ອໜັງ”. ຢ່າພະຍາຍາມປັບວິທີຄິດຂອງພວກເຂົາ, ການເຮັດເຊັ່ນນັ້ນເປັນເລື່ອງທີ່ໂງ່. ພວກເຂົາບໍ່ສາມາດອົດທົນຜ່ານຄວາມບໍ່ສະບາຍຊົ່ວຄາວພຽງເລັກນ້ອຍໄດ້ ແລະ ພຽງແຕ່ຢາກກັບບ້ານໄປພັກຜ່ອນ ແລະ ບໍ່ສາມາດເອົາຊະນະຄວາມລຳບາກເລັກນ້ອຍໄດ້ເລີຍ, ເຊິ່ງພິສູດວ່າພວກເຂົາບໍ່ໄດ້ປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມຈິງໃຈ. ຕາມຄວາມຈິງແລ້ວ, ຄົນປະເພດນີ້ບໍ່ມີເຈດຕະນາທີ່ຈະປະຕິບັດໜ້າທີ່ຂອງພວກເຂົາໃນໄລຍະຍາວ, ພວກເຂົາບໍ່ໄດ້ເຮັດດ້ວຍຄວາມຈິງໃຈອັນໃດ, ບໍ່ເຕັມໃຈທີ່ຈະເສຍສະຫຼະ ແລະ ຕອນນີ້ໃນທີ່ສຸດແລ້ວພວກເຂົາກໍໄດ້ພົບໂອກາດ ແລະ ຂໍ້ອ້າງເພື່ອຖອນຕົວອອກໄປໄດ້ຢ່າງປອດໄພ. ໃນຫົວໃຈຂອງພວກເຂົາ, ພວກເຂົາກຳລັງຮູ້ສຶກວ່າໂຊກດີທີ່ພວກເຂົາສະຫຼາດຫຼາຍ ແລະ ຄວາມເຈັບປ່ວຍນີ້ກໍມາໄດ້ຖືກເວລາພໍດີ. ສະນັ້ນ ບໍ່ວ່າຢ່າງໃດກໍຕາມ, ຢ່າຊັກຊວນໃຫ້ພວກເຂົາຢູ່ຕໍ່. ພວກເຂົາຈະກຽດຊັງຜູ້ໃດກໍຕາມທີ່ພະຍາຍາມຊັກຊວນໃຫ້ພວກເຂົາຢູ່ຕໍ່ ແລະ ພວກເຂົາຈະສາບແຊ່ງຜູ້ໃດກໍຕາມທີ່ພະຍາຍາມປັບວິທີຄິດຂອງພວກເຂົາ. ເຈົ້າບໍ່ເຂົ້າໃຈເລື່ອງນີ້ບໍ? ແນ່ນອນວ່າບາງຄົນກໍເຈັບປ່ວຍແທ້ໆ ແລະ ເປັນມາເປັນເວລາດົນແລ້ວ ແລະ ຢ້ານວ່າຖ້າພວກເຂົາຍັງອົດທົນຕໍ່ໄປ, ຊີວິດຂອງພວກເຂົາຈະຕົກຢູ່ໃນອັນຕະລາຍ. ພວກເຂົາບໍ່ຢາກນໍາບັນຫາໃດມາສູ່ເຮືອນຂອງພຣະເຈົ້າ ຫຼື ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງຄົນອື່ນ. ພວກເຂົາຮູ້ສຶກວ່າເມື່ອໃດທີ່ສຸຂະພາບຂອງພວກເຂົາຊຸດໂຊມລົງ, ພວກເຂົາກໍຈະຕ້ອງໄດ້ເພິ່ງພາອ້າຍເອື້ອຍນ້ອງໃຫ້ດູແລ ແລະ ພວກເຂົາກໍຮູ້ສຶກບໍ່ດີທີ່ຈະໃຫ້ເຮືອນຂອງພຣະເຈົ້າມາດູແລພວກເຂົາ, ສະນັ້ນ ພວກເຂົາຈຶ່ງຕັດສິນໃຈຂໍລາພັກເອງຢ່າງມີສະຕິ. ຄວນຈັດການກັບສະຖານະການແບບນີ້ແນວໃດ? ຈັດການເຊັ່ນດຽວກັນ, ໂດຍການປ່ອຍໃຫ້ພວກເຂົາກັບບ້ານ ແລະ ພັກຜ່ອນໂດຍບໍ່ຊັກຊ້າ. ເຮືອນຂອງພຣະເຈົ້າບໍ່ໄດ້ຢ້ານບັນຫາ, ພຽງແຕ່ບໍ່ຢາກບັງຄັບຝືນໃຈຄົນໃຫ້ເຮັດໃນສິ່ງທີ່ພວກເຂົາບໍ່ເຕັມໃຈ. ນອກຈາກນັ້ນ, ມະນຸດທຸກຄົນລ້ວນແຕ່ມີຄວາມບັນຫາສ່ວນຕົວ ແລະ ຄວາມລຳບາກໃນຊີວິດຈິງບາງຢ່າງ. ມະນຸດທີ່ດຳລົງຊີວິດຢູ່ໃນເນື້ອໜັງລ້ວນແຕ່ເຈັບປ່ວຍ ແລະ ຄວາມເຈັບປ່ວຍຂອງເນື້ອໜັງກໍເປັນບັນຫາທີ່ມີຢູ່ຈິງ, ພວກເຮົາຈຶ່ງເຄົາລົບຄວາມຈິງນັ້ນ. ບາງຄົນບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ແທ້ໆ ຍ້ອນມີສຸຂະພາບທີ່ເຈັບປ່ວຍໜັກ ແລະ ຖ້າພວກເຂົາຕ້ອງການໃຫ້ເຮືອນຂອງພຣະເຈົ້າອຳນວຍຄວາມສະດວກໃຫ້ ຫຼື ພວກເຂົາຕ້ອງການໃຫ້ອ້າຍເອື້ອຍນ້ອງໃຫ້ຄວາມຊ່ວຍເຫຼືອດ້ານການຮັກສາ ຫຼື ໃຫ້ຄຳແນະນຳໃນການປິ່ນປົວບາງຢ່າງ, ເຮືອນຂອງພຣະເຈົ້າກໍຍິນດີທີ່ຈະມອບສິ່ງເຫຼົ່ານີ້ໃຫ້. ຖ້າພວກເຂົາບໍ່ຢາກລົບກວນເຮືອນຂອງພຣະເຈົ້າ ແລະ ພວກເຂົາມີເງິນ, ມີວິທີທາງ ແລະ ມີຄວາມສາມາດທີ່ຈະໄປປິ່ນປົວຄວາມເຈັບປ່ວຍຂອງພວກເຂົາ, ເຊັ່ນນັ້ນກໍໄດ້ຄືກັນ. ສະຫຼຸບກໍຄື, ຖ້າເປັນຍ້ອນສຸຂະພາບຂອງພວກເຂົາບໍ່ອະນຸຍາດໃຫ້ພວກເຂົາສືບຕໍ່ປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ ຫຼື ສືບຕໍ່ໄດ້ຮັບການເພາະປູກໂດຍເຮືອນຂອງພຣະເຈົ້າ, ພວກເຂົາກໍສາມາດຍື່ນຄຳຮ້ອງຂໍໄດ້ຢ່າງສົມເຫດສົມຜົນ ແລະ ເຮືອນຂອງພຣະເຈົ້າກໍຈະເຫັນດີນຳໃນທັນທີ. ບໍ່ຄວນມີຜູ້ໃດໄປປັບວິທີຄິດຂອງພວກເຂົາ ຫຼື ຕັ້ງຂໍ້ກຳນົດ, ເພາະນັ້ນເປັນການກະທຳທີ່ບໍ່ເໝາະສົມ ແລະ ໄຮ້ເຫດຜົນ. ສິ່ງເຫຼົ່ານີ້ແມ່ນການຈັດແຈງທີ່ເຮັດຂຶ້ນສຳລັບຄົນປະເພດນີ້.

ວິທີໃນການປະຕິບັດຕໍ່ຄົນພິເສດບາງປະເພດ

I. ວິທີໃນການປະຕິບັດຕໍ່ຄົນທີ່ບໍ່ເອົາໃຈໃສ່ຕໍ່ວຽກງານທີ່ເໝາະສົມຂອງຕົນເອງ

ບາງຄົນມີຄວາມເປັນມະນຸດທີ່ພໍໃຊ້ໄດ້, ພວກເຂົາມີຈຸດແຂງ ແລະ ສະໝອງທີ່ສະຫຼາດຫຼັກແຫຼມ, ພວກເຂົາເວົ້າໄດ້ຕາມເປັນປົກກະຕິ, ໂດຍທົ່ວໄປແລ້ວພວກເຂົາຈະເບິ່ງໂລກໃນແງ່ດີຫຼາຍ ແລະ ພວກເຂົາກໍມີຄວາມຫ້າວຫັນຫຼາຍໃນການປະຕິບັດໜ້າທີ່ຂອງພວກເຂົາ, ແຕ່ພວກເຂົາມີຂໍ້ບົກຜ່ອງຢ່າງໜຶ່ງ ນັ້ນກໍຄື ພວກເຂົາເປັນຄົນອາລົມອ່ອນໄຫວຫຼາຍເກີນໄປ. ໃນຂະນະທີ່ຕິດຕາມພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາໃນຄຣິສຕະຈັກ, ພວກເຂົາຄິດຮອດຄອບຄົວ ແລະ ຍາດຕິພີ່ນ້ອງຂອງພວກເຂົາຢູ່ຕະຫຼອດເວລາ ຫຼື ພວກເຂົາກໍຄິດຢາກກິນອາຫານແຊບໆ ທີ່ບ້ານເກີດຂອງພວກເຂົາຢູ່ຕະຫຼອດເວລາ ແລະ ການທີ່ບໍ່ໄດ້ກິນອາຫານນັ້ນກໍເຮັດໃຫ້ພວກເຂົາເຈັບປວດ, ເຊິ່ງສົ່ງຜົນກະທົບຕໍ່ປະສິດທິພາບໃນການປະຕິບັດໜ້າທີ່ຂອງພວກເຂົາ. ຍັງມີຄົນອີກປະເພດໜຶ່ງ ທີ່ມັກຢູ່ຄົນດຽວໃນສະຖານທີ່ໃດໜຶ່ງ ໂດຍມີພື້ນທີ່ສ່ວນຕົວຂອງຕົນເອງ. ເມື່ອພວກເຂົາຢູ່ກັບອ້າຍເອື້ອຍນ້ອງ, ພວກເຂົາຮູ້ສຶກວ່າຈັງຫວະຂອງການວຽກງານນັ້ນໄວເກີນໄປ ແລະ ພວກເຂົາບໍ່ມີພື້ນທີ່ສ່ວນຕົວສຳລັບການໃຊ້ຊີວິດ. ພວກເຂົາຮູ້ສຶກກົດດັນຢູ່ຕະຫຼອດເວລາ ແລະ ຮູ້ສຶກຖືກຈຳກັດ ແລະ ບໍ່ສະບາຍໃຈຢູ່ສະເໝີເມື່ອໄດ້ຢູ່ກັບອ້າຍເອື້ອຍນ້ອງ. ພວກເຂົາຢາກເຮັດຕາມທີ່ໃຈຕົນເອງມັກຢູ່ສະເໝີ ແລະ ຢາກມີອິດສະຫຼະໃນການໃຊ້ຊີວິດຕາມອຳເພີໃຈ. ພວກເຂົາບໍ່ຢາກປະຕິບັດໜ້າທີ່ຮ່ວມກັບຄົນອື່ນ ແລະ ພວກເຂົາກໍມັກຄິດຢາກກັບບ້ານຢູ່ຕະຫຼອດເວລາ. ພວກເຂົາຮູ້ສຶກວ່າການປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າເປັນສິ່ງທີ່ບໍ່ໜ້າພຶງພໍໃຈຢູ່ສະເໝີ. ເຖິງແມ່ນວ່າອ້າຍເອື້ອຍນ້ອງຈະເຂົ້າກັນໄດ້ງ່າຍ ແລະ ບໍ່ມີໃຜຂົ່ມເຫັງພວກເຂົາໄດ້ໃນເຮືອນຂອງພຣະເຈົ້າ, ພວກເຂົາກໍຂ້ອນຂ້າງມີຄວາມລຳບາກໃນການປະຕິບັດຕາມຕາຕະລາງການເຮັດວຽກ ແລະ ການພັກຜ່ອນ, ຫຼັງຈາກທີ່ທຸກຄົນຕື່ນນອນໃນຕອນເຊົ້າ, ພວກເຂົາກໍຢາກນອນຕໍ່ອີກ ແຕ່ພວກເຂົາຮູ້ສຶກອັບອາຍທີ່ຈະເຮັດແນວນັ້ນ ແລະ ໃນເວລາທີ່ທຸກຄົນພັກຜ່ອນໃນຕອນກາງຄືນແລ້ວ, ພວກເຂົາກໍບໍ່ຢາກເຂົ້ານອນ ແລະ ຢາກເຮັດບາງສິ່ງທີ່ພວກເຂົາສົນໃຈຢູ່ສະເໝີ. ບາງຄັ້ງກໍມີບາງຢ່າງທີ່ພວກເຂົາຢາກກິນເປັນພິເສດ, ແຕ່ມັນບໍ່ມີຢູ່ໃນໂຮງອາຫານ ແລະ ພວກເຂົາກໍອັບອາຍເກີນໄປທີ່ຈະຮ້ອງຂໍ. ບາງຄັ້ງພວກເຂົາຢາກອອກໄປຍ່າງຫຼິ້ນ, ແຕ່ບໍ່ມີໃຜຊວນໄປເຮັດແບບນີ້, ດັ່ງນັ້ນ ພວກເຂົາຈຶ່ງບໍ່ກ້າທີ່ຈະເຮັດຕາມອຳເພີໃຈຕົນເອງ. ພວກເຂົາລະມັດລະວັງ ແລະ ຮອບຄອບຢູ່ສະເໝີ ແລະ ຢ້ານວ່າຈະຖືກຫົວຂວັນ, ຖືກດູຖູກ ຫຼື ຖືກເອີ້ນວ່າເປັນເດັກນ້ອຍ. ຖ້າພວກເຂົາປະຕິບັດໜ້າທີ່ຂອງພວກເຂົາໄດ້ບໍ່ດີ, ບາງຄັ້ງພວກເຂົາກໍຈະໄດ້ຮັບການລິຮານ. ພວກເຂົາຮູ້ສຶກຄືກັບວ່າທຸກໆມື້ພວກເຂົາຕ້ອງຢູ່ແບບລະແວງ, ຄືກັບວ່າກຳລັງຍ່າງຢູ່ເທິງແຜ່ນນໍ້າກ້ອນບາງໆ ແລະ ພວກເຂົາກໍບໍ່ມີຄວາມສຸກເລີຍ. ພວກເຂົາຄິດວ່າ “ຂ້ອຍຈື່ໄດ້ວ່າຕອນທີ່ຂ້ອຍຢູ່ເຮືອນ, ຂ້ອຍເປັນລູກແອນ້ອຍຂອງຄອບຄົວ, ມີອິດສະຫຼະ ແລະ ບໍ່ຖືກຈຳກັດ, ຄືກັບທູດສະຫວັນອົງນ້ອຍ. ຂ້ອຍໄດ້ມີຄວາມສຸກສໍ່າໃດ! ຕອນນີ້ຂ້ອຍກຳລັງປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ, ເປັນຫຍັງຮ່ອງຮອຍຂອງຕົວຕົນໃນອະດີດຂອງຂ້ອຍຈຶ່ງຫາຍໄປ? ຂ້ອຍບໍ່ສາມາດເຮັດຕາມທີ່ໃຈຕົນເອງມັກຄືກັບທີ່ຂ້ອຍເຄີຍເຮັດໄດ້ອີກຕໍ່ໄປແລ້ວ” ແລະ ດັ່ງນັ້ນ ພວກເຂົາຈຶ່ງບໍ່ຢາກໃຊ້ຊີວິດແບບນີ້. ແຕ່ພວກເຂົາບໍ່ກ້າບອກຜູ້ນໍາຂອງພວກເຂົາ ແລະ ພວກເຂົາກໍຖ່າຍທອດຄວາມຄິດເຫຼົ່ານີ້ໃຫ້ກັບຄົນທີ່ຢູ່ອ້ອມຂ້າງຕະຫຼອດເວລາ, ພວກເຂົາຄິດຮອດບ້ານຢູ່ສະເໝີ ແລະ ລັກໄຫ້ຢູ່ເທິງຕຽງໃນຕອນກາງຄືນ. ຄວນເຮັດແນວໃດກັບຄົນປະເພດນີ້? ໃຜກໍຕາມທີ່ຮັບຮູ້ເລື່ອງນີ້ຄວນລາຍງານໃນທັນທີ, ຜູ້ນໍາຄວນກວດສອບໂດຍທັນທີວ່າລາຍງານນັ້ນເປັນຄວາມຈິງ ຫຼື ບໍ່ ແລະ ຖ້າມັນເປັນຄວາມຈິງ, ກໍສາມາດອະນຸຍາດໃຫ້ຄົນນັ້ນກັບບ້ານໄດ້. ພວກເຂົາກຳລັງມີຄວາມສຸກກັບອາຫານ, ເຄື່ອງດື່ມ ແລະ ການຕ້ອນຮັບຂອງເຮືອນຂອງພຣະເຈົ້າ, ແຕ່ພວກເຂົາກໍຍັງບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ ແລະ ອາລົມບໍ່ດີຢູ່ສະເໝີ, ຮູ້ສຶກບໍ່ພໍໃຈ ແລະ ບໍ່ມີຄວາມສຸກ, ສະນັ້ນ ຄວນສົ່ງພວກເຂົາກັບໄປໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້. ຄົນປະເພດນີ້ບໍ່ໄດ້ມີອາລົມເຫຼົ່ານີ້ພຽງຊົ່ວຄາວ ແລ້ວ ຈາກນັ້ນກໍແກ້ໄຂໂດຍການຄິດໄຕ່ຕອງ, ເຊິ່ງນັ້ນບໍ່ແມ່ນສະຖານະການຂອງພວກເຂົາ. ຄວາມຕັ້ງໃຈຂອງບາງຄົນແມ່ນການປະຕິບັດໜ້າທີ່ຂອງພວກເຂົາຢ່າງໝັ້ນຄົງ ແລະ ເຖິງແມ່ນວ່າພວກເຂົາຈະຄິດຮອດບ້ານ, ພວກເຂົາກໍຮູ້ວ່າບັນຫານີ້ເປັນແນວໃດ ແລະ ພວກເຂົາກໍສາມາດສະແຫວງຫາຄວາມຈິງ ແລະ ແກ້ໄຂມັນໄດ້. ໃນກໍລະນີຂອງຄົນເຫຼົ່ານີ້, ບໍ່ຈຳເປັນຕ້ອງປ່ອຍພວກເຂົາໄປ ຫຼື ເປັນຫ່ວງພວກເຂົາ. ສະຖານະການທີ່ພວກເຮົາກຳລັງເວົ້າເຖິງກໍຄື ເມື່ອຄົນທີ່ອາຍຸ 30 ປາຍປີຍັງປະພຶດຕົວຄືກັບເດັກນ້ອຍ, ໂດຍບໍ່ເຄີຍເຕີບໃຫຍ່ ແລະ ຍັງຄົງບໍ່ໝັ້ນຄົງຢູ່ສະເໝີ. ພວກເຂົາເຮັດພຽງແຕ່ສິ່ງທີ່ພວກເຂົາຖືກຂໍໃຫ້ເຮັດ ແລະ ເມື່ອພວກເຂົາບໍ່ມີຫຍັງເຮັດ, ພວກເຂົາກໍຄິດເຖິງແຕ່ເລື່ອງສະໜຸກສະໜານ ແລະ ໂອ້ລົມເລື່ອງໄຮ້ສາລະ ແລະ ບໍ່ເຄີຍຢາກເອົາໃຈໃສ່ວຽກງານທີ່ເໝາະສົມຂອງຕົນເອງເລີຍ. ຜູ້ບໍ່ມີຄວາມເຊື່ອເວົ້າເຖິງການຕັ້ງຕົວໄດ້ໃນອາຍຸ 30 ປີ. ການຕັ້ງຕົວໄດ້ໝາຍເຖິງການເອົາໃຈໃສ່ວຽກງານທີ່ເໝາະສົມຂອງຕົນ, ການສາມາດແບກຫາບວຽກງານ ແລະ ລ້ຽງດູຕົນເອງ, ການຮູ້ຈັກໃສ່ໃຈທຸລະກິດທີ່ເໝາະສົມຂອງຕົນ, ການໃຊ້ເວລາຫຼິ້ນມ່ວນໃຫ້ໜ້ອຍລົງ ແລະ ການບໍ່ເຮັດໃຫ້ວຽກງານທີ່ເໝາະສົມຂອງຕົນຊັກຊ້າ. “ການປະພຶດຕົວຄືກັບເດັກນ້ອຍ” ໝາຍຄວາມວ່າແນວໃດ? ມັນໝາຍເຖິງການບໍ່ສາມາດແບກຫາບວຽກງານທີ່ເໝາະສົມໃດໄດ້ເລີຍ, ມັກຈະປ່ອຍໃຫ້ຈິດໃຈລ່ອງລອຍຢູ່ສະເໝີ ແລະ ຢາກອອກໄປຍ່າງຫຼິ້ນ, ທ່ຽວຫຼິ້ນ, ເຮັດຕົວໄຮ້ສາລະ, ກິນເຂົ້າໜົມ, ເບິ່ງລະຄອນ, ສົນທະນາກ່ຽວກັບສິ່ງທີ່ບໍ່ກ່ຽວຂ້ອງ, ຫຼິ້ນເກມ ແລະ ທ່ອງອິນເຕີເນັດຫາສິ່ງແປກໃໝ່ ແລະ ເລື່ອງລາວທີ່ຜິດປົກກະຕິ ຢູ່ຕະຫຼອດເວລາ. ມັນໝາຍເຖິງການບໍ່ເຄີຍມີແນວໂນ້ມທີ່ຈະເຂົ້າຮ່ວມການເຕົ້າໂຮມ, ຢາກນອນຢູ່ສະເໝີເມື່ອຈັດການເຕົ້າໂຮມ, ຢາກນອນທັນທີທີ່ຮູ້ສຶກງ່ວງນອນ ແລະ ຢາກກິນທັນທີທີ່ຮູ້ສຶກຫິວ, ການເອົາແຕ່ໃຈ ແລະ ການບໍ່ເອົາໃຈໃສ່ວຽກງານທີ່ເໝາະສົມຂອງຕົນ. ຄົນແບບນີ້ບໍ່ສາມາດເວົ້າໄດ້ວ່າມີຄວາມເປັນມະນຸດທີ່ບໍ່ດີ, ພຽງແຕ່ວ່າພວກເຂົາບໍ່ເຄີຍເຕີບໃຫຍ່ ແລະ ຍັງຄົງບໍ່ຮູ້ຈັກເປັນຜູ້ໃຫຍ່ຢູ່ສະເໝີ. ພວກເຂົາເປັນແບບນີ້ໃນອາຍຸ 30 ປີ ແລະ ພວກເຂົາກໍຈະຍັງຄົງເປັນແບບນີ້ໃນອາຍຸ 40 ປີ; ພວກເຂົາບໍ່ສາມາດປ່ຽນແປງໄດ້. ຖ້າພວກເຂົາຮ້ອງຂໍທີ່ຈະອອກໄປ ແລະ ບໍ່ຢາກປະຕິບັດໜ້າທີ່ຂອງພວກເຂົາອີກຕໍ່ໄປ, ຄວນຈັດການເລື່ອງນີ້ແນວໃດ? ເຮືອນຂອງພຣະເຈົ້າບໍ່ໄດ້ຊັກຊວນໃຫ້ພວກເຂົາຢູ່ຕໍ່. ເຈົ້າຄວນຕອບໂຕ້ພວກເຂົາທັນທີ, ໃຫ້ພວກເຂົາອອກໄປໃນທັນທີ ແລະ ກັບໄປຢູ່ໃນບັນດາຜູ້ບໍ່ມີຄວາມເຊື່ອ ແລະ ບອກພວກເຂົາ ວ່າຢ່າເວົ້າວ່າພວກເຂົາເຊື່ອໃນພຣະເຈົ້າຢ່າງເດັດຂາດ. ຄົນທີ່ບໍ່ເອົາໃຈໃສ່ວຽກງານທີ່ເໝາະສົມຂອງຕົນຈະສາມາດໄດ້ຮັບຄວາມຈິງໄດ້ບໍ? ຖ້າເຈົ້າຄາດຫວັງວ່າພວກເຂົາຈະເຕີບໃຫຍ່ໃນດ້ານຄວາມເປັນມະນຸດຂອງພວກເຂົາ ແລະ ກັບມາເອົາໃຈໃສ່ວຽກງານທີ່ເໝາະສົມຂອງຕົນ ຜ່ານການປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ, ເພື່ອທີ່ຈະສາມາດແບກຫາບລາຍການວຽກງານທີ່ສຳຄັນ ແລະ ຈາກນັ້ນ ກໍເຂົ້າໃຈ ແລະ ປະຕິບັດຄວາມຈິງ ແລະ ດຳເນີນຊີວິດທີ່ເປັນຄວາມເໝືອນມະນຸດ, ເຈົ້າບໍ່ຄວນຄາດຫວັງຢ່າງເດັດຂາດ. ເຈົ້າຈະພົບຄົນແບບນີ້ຢູ່ໃນທຸກກຸ່ມ. ຜູ້ບໍ່ມີຄວາມເຊື່ອມີຊື່ຫຼິ້ນໃຫ້ຄົນປະເພດນີ້ວ່າ “ເດັກນ້ອຍໂຕໃຫຍ່”. ຄົນດັ່ງກ່າວສາມາດມີອາຍຸຮອດ 60 ປີ ໂດຍບໍ່ເຄີຍເອົາໃຈໃສ່ວຽກງານທີ່ເໝາະສົມຂອງຕົນ. ພວກເຂົາເວົ້າ ແລະ ຈັດການສິ່ງຕ່າງໆໄດ້ຢ່າງບໍ່ເໝາະສົມ, ພວກເຂົາຫົວຂວັນ, ເວົ້າຕະຫຼົກ ແລະ ໂດດໄປມາຢູ່ສະເໝີ, ພວກເຂົາບໍ່ເຮັດຫຍັງແບບຈິງຈັງ ແລະ ພວກເຂົາກໍຕັ້ງໃຈພຽງທີ່ຈະຫຼິ້ນມ່ວນເປັນພິເສດ. ເຮືອນຂອງພຣະເຈົ້າບໍ່ສາມາດນໍາໃຊ້ຄົນດັ່ງກ່າວໄດ້.

ພວກເຈົ້າຄິດວ່າ “ເດັກນ້ອຍໂຕໃຫຍ່” ເຫຼົ່ານີ້ຊົ່ວຮ້າຍບໍ? ພວກເຂົາເປັນຄົນຊົ່ວຮ້າຍບໍ? (ບໍ່ແມ່ນ.) ບາງຄົນໃນນັ້ນບໍ່ແມ່ນຄົນຊົ່ວຮ້າຍ, ພວກເຂົາຂ້ອນຂ້າງເປັນຄົນຊື່ໆ ແລະ ບໍ່ແມ່ນຄົນບໍ່ດີ. ບາງຄົນໃນນັ້ນກໍມີຈິດໃຈດີ ແລະ ເຕັມໃຈທີ່ຈະຊ່ວຍເຫຼືອຄົນອື່ນ. ແຕ່ພວກເຂົາທຸກຄົນມີຂໍ້ບົກຜ່ອງຢ່າງໜຶ່ງ ນັ້ນກໍຄືພວກເຂົາເອົາແຕ່ໃຈ, ມັກມ່ວນ ແລະ ບໍ່ເອົາໃຈໃສ່ວຽກງານທີ່ເໝາະສົມຂອງຕົນ. ຕົວຢ່າງ: ສົມມຸດວ່າຫຼັງຈາກທີ່ຜູ້ຍິງຄົນໜຶ່ງແຕ່ງງານແລ້ວ, ລາວບໍ່ໄດ້ຮຽນຮູ້ທີ່ຈະເຮັດວຽກເຮືອນໃດເລີຍ. ລາວແຕ່ງກິນກໍຕໍ່ເມື່ອລາວມີຄວາມສຸກ, ແຕ່ເມື່ອລາວບໍ່ມີຄວາມສຸກລາວກໍຈະບໍ່ເຮັດ, ລາວຕ້ອງໄດ້ໃຫ້ຄົນອື່ນງໍ້ຢູ່ຕະຫຼອດ. ຖ້າໃຜຢາກໃຫ້ລາວເຮັດຫຍັງ, ພວກເຂົາຕ້ອງໄດ້ເຈລະຈາກັບລາວ ແລະ ຕ້ອງມີຄົນຄອຍເບິ່ງລາວ. ລາວມັກແຕ່ງຕົວງາມໆຢູ່ສະເໝີ ເພື່ອທີ່ລາວຈະສາມາດອອກໄປຊື້ເຄື່ອງ, ຊື້ເສື້ອຜ້າ ແລະ ເຄື່ອງສຳອາງ ແລະ ໄປເສີມສວຍຄວາມງາມໄດ້. ເມື່ອລາວກັບມາເຮືອນ, ລາວກໍບໍ່ໄດ້ເຮັດວຽກເຮືອນຈັກຢ່າງ ແລະ ມີພຽງແຕ່ຢາກຫຼິ້ນໄພ້ ແລະ ໄພ້ນົກກະຈອກ. ຖ້າເຈົ້າຖາມລາວວ່າຜັກກະລ່ຳປີປອນລະເທົ່າໃດ, ລາວກໍບໍ່ຮູ້; ຖ້າເຈົ້າຖາມລາວວ່າລາວຈະກິນຫຍັງມື້ອື່ນ, ລາວກໍບໍ່ຮູ້ຄືກັນ; ແລະ ຖ້າເຈົ້າຂໍໃຫ້ລາວແຕ່ງກິນຫຍັງຈັກຢ່າງ, ລາວກໍເຮັດບໍ່ໄດ້ເລື່ອງ. ແລ້ວລາວມີຄວາມຊຳນານໃນເລື່ອງໃດທີ່ສຸດ? ລາວມີຄວາມຊຳນານທີ່ສຸດໃນເລື່ອງຕ່າງໆ ເຊັ່ນ: ການຮູ້ວ່າຮ້ານອາຫານໃດມີອາຫານແຊບທີ່ສຸດ, ຮ້ານໃດມີເສື້ອຜ້າທີ່ທັນສະໄໝທີ່ສຸດ ແລະ ຮ້ານໃດຂາຍເຄື່ອງສຳອາງທີ່ລາຄາບໍ່ແພງ ແລະ ມີປະສິດທິພາບ, ແຕ່ລາວກໍບໍ່ເຂົ້າໃຈ ຫຼື ຮຽນຮູ້ເລື່ອງອື່ນໆ ເຊັ່ນ: ວິທີດຳລົງຊີວິດປະຈຳວັນ ຫຼື ທັກສະທີ່ຈຳເປັນໃນຊີວິດມະນຸດປົກກະຕິ. ລາວບໍ່ໄດ້ຮຽນຮູ້ສິ່ງເຫຼົ່ານີ້ ຍ້ອນວ່າລາວມີຄວາມສາມາດບໍ່ພຽງພໍບໍ? ບໍ່, ບໍ່ແມ່ນແນວນັ້ນ. ໂດຍການຕັດສິນຈາກສິ່ງທີ່ລາວມີຄວາມຊຳນານ, ລາວມີຄວາມສາມາດ, ແຕ່ລາວບໍ່ເອົາໃຈໃສ່ວຽກງານທີ່ເໝາະສົມຂອງຕົນ. ຕາບໃດທີ່ລາວມີເງິນໃຊ້, ລາວຈະອອກໄປກິນເຂົ້າຢູ່ຮ້ານອາຫານ ແລະ ຊື້ເຄື່ອງແຕ່ງໜ້າ ແລະ ເສື້ອຜ້າ. ຖ້າຢູ່ເຮືອນຂາດໝໍ້ ແລະ ໝໍ້ກະທະ ແລະ ລາວຖືກຂໍໃຫ້ໄປຊື້, ລາວຈະເວົ້າວ່າ, “ມີອາຫານແຊບໆ ຂາຍຢູ່ຂ້າງນອກ, ຂ້ອຍຈະຊື້ຂອງທັງໝົດພວກນັ້ນມາເພື່ອຫຍັງ?” ຖ້າເຄື່ອງດູດຝຸ່ນຢູ່ເຮືອນເພ ແລະ ລາວຖືກຂໍໃຫ້ຊື້ເສື້ອຜ້າໜ້ອຍລົງໜຶ່ງຊຸດ ເພື່ອປະຢັດເງິນໄປຊື້ເຄື່ອງດູດຝຸ່ນໃໝ່, ລາວຈະເວົ້າວ່າ, “ເມື່ອຂ້ອຍມີລາຍໄດ້ໃນອະນາຄົດ, ຂ້ອຍກໍຈະຈ້າງແມ່ບ້ານມາທຳຄວາມສະອາດເຮືອນ, ສະນັ້ນ ບໍ່ຈຳເປັນຕ້ອງຊື້ເຄື່ອງດູດຝຸ່ນ”. ໂດຍປົກກະຕິແລ້ວ, ຖ້າລາວບໍ່ໄດ້ຫຼິ້ນເກມ ຫຼື ໄພ້ນົກກະຈອກ, ລາວກໍຈະຊື້ເສື້ອຜ້າທີ່ກຳລັງເປັນທີ່ນິຍົມ ແລະ ລາວບໍ່ເຄີຍທຳຄວາມສະອາດເຮືອນເລີຍ. ນີ້ຄືການບໍ່ເອົາໃຈໃສ່ວຽກງານທີ່ເໝາະສົມຂອງຕົນ, ບໍ່ແມ່ນບໍ? ແລ້ວກໍຍັງມີຜູ້ຊາຍບາງຄົນທີ່ພໍແຕ່ພວກເຂົາຫາເງິນໄດ້, ພວກເຂົາກໍຊື້ລົດ ຫຼື ເອົາໄປຫຼິ້ນການພະນັນຈົນໝົດ. ຖ້າມີຫຍັງເພຢູ່ເຮືອນ, ພວກເຂົາກໍບໍ່ສ້ອມແປງ. ພວກເຂົາບໍ່ໄດ້ດຳລົງຊີວິດຢ່າງເໝາະສົມ. ຢູ່ເຮືອນຂອງພວກເຂົາ, ຕູ້ເຢັນຂອງພວກເຂົາໃຊ້ບໍ່ໄດ້ ແລະ ເຄື່ອງຊັກຜ້າຂອງພວກເຂົາກໍໃຊ້ບໍ່ໄດ້, ທໍ່ລະບາຍນໍ້າອຸດຕັນ ແລະ ຫຼັງຄາກໍຮົ່ວເມື່ອຝົນຕົກ ແລະ ພວກເຂົາກໍບໍ່ໄດ້ສ້ອມແປງສິ່ງເຫຼົ່ານີ້ເປັນເວລາດົນນານ. ພວກເຈົ້າຄິດແນວໃດກັບຜູ້ຊາຍດັ່ງກ່າວ? ພວກເຂົາບໍ່ເອົາໃຈໃສ່ວຽກງານທີ່ເໝາະສົມຂອງຕົນ. ບໍ່ວ່າຈະເປັນຜູ້ຊາຍ ຫຼື ຜູ້ຍິງ, ເຮືອນຂອງພຣະເຈົ້າບໍ່ສາມາດນໍາໃຊ້ຄົນປະເພດທີ່ເອົາແຕ່ໃຈເກີນໄປ ແລະ ບໍ່ເອົາໃຈໃສ່ວຽກງານທີ່ເໝາະສົມຂອງຕົນໄດ້.

ບາງຄົນບໍ່ເອົາໃຈໃສ່ວຽກງານທີ່ເໝາະສົມຂອງຕົນໃນຖານະພໍ່ແມ່ ແລະ ພວກເຂົາກໍລົ້ມເຫຼວໃນການເບິ່ງແຍງລູກຂອງພວກເຂົາຢ່າງເໝາະສົມໄດ້. ຜົນກໍຄື ລູກຂອງພວກເຂົາກໍຈະຖືກນໍ້າຮ້ອນລວກ ຫຼື ໄດ້ຮັບບາດເຈັບຈາກການຕຳ ແລະ ການຂູດ; ເດັກນ້ອຍບາງຄົນກໍດັງຫັກ, ບາງຄົນກໍກົ້ນໄໝ້ເທິງເຕົາໄຟ ແລະ ບາງຄົນຄໍກໍຖືກລວກຫຼັງຈາກດື່ມນໍ້າຮ້ອນ. ຄົນປະເພດນີ້ບໍ່ໄດ້ເອົາໃຈໃສ່ໃນສິ່ງທີ່ພວກເຂົາເຮັດ ແລະ ພວກເຂົາກໍບໍ່ສາມາດເຮັດຫຍັງໄດ້ຢ່າງເໝາະສົມ. ພວກເຂົາບໍ່ເອົາໃຈໃສ່ວຽກງານທີ່ເໝາະສົມຂອງຕົນ, ພວກເຂົາເຮັດຕົວບໍ່ເອົາການເອົາງານ, ພວກເຂົາເອົາແຕ່ໃຈ ແລະ ມັກມ່ວນ ແລະ ພວກເຂົາກໍບໍ່ສາມາດແບກຫາບຄວາມຮັບຜິດຊອບທີ່ຄົນເຮົາຄວນແບກຫາບໄດ້. ໃນຖານະພໍ່ແມ່, ພວກເຂົາບໍ່ສາມາດບັນລຸຄວາມຮັບຜິດຊອບຂອງພວກເຂົາໄດ້ ແລະ ພວກເຂົາກໍບໍ່ໄດ້ໃສ່ໃຈ. ດັ່ງນັ້ນ, ຄົນດັ່ງກ່າວຈະສາມາດແບກຫາບຄວາມຮັບຜິດຊອບທີ່ຄົນປົກກະຕິຄວນແບກຫາບໄດ້ບໍ ເມື່ອປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ? ບໍ່ໄດ້ຢ່າງແນ່ນອນ. ຄົນທີ່ບໍ່ເອົາໃຈໃສ່ວຽກງານທີ່ເໝາະສົມຂອງຕົນບໍ່ສາມາດຖືກນໍາໃຊ້ໄດ້. ຖ້າພວກເຂົາເວົ້າວ່າພວກເຂົາບໍ່ຢາກປະຕິບັດໜ້າທີ່ຂອງພວກເຂົາອີກຕໍ່ໄປ ແລະ ຂໍກັບບ້ານ, ກໍພຽງແຕ່ປ່ອຍໃຫ້ພວກເຂົາໄປໄດ້ເລີຍ. ບໍ່ຄວນມີໃຜບັງຄັບ ຫຼື ຊັກຊວນໃຫ້ພວກເຂົາຢູ່ຕໍ່, ເພາະວ່ານີ້ເປັນບັນຫາທີ່ກ່ຽວຂ້ອງກັບທຳມະຊາດຂອງພວກເຂົາ, ມັນບໍ່ແມ່ນການສະແດງອອກເປັນບາງຄັ້ງບາງຄາວ ຫຼື ຊົ່ວຄາວ. ຄົນເຫຼົ່ານີ້ເຕັມໄປດ້ວຍຄວາມຫຼົງຜິດ ເມື່ອພວກເຂົາເຂົ້າມາໃນເຮືອນຂອງພຣະເຈົ້າເພື່ອປະຕິບັດໜ້າທີ່ຂອງພວກເຂົາ; ພວກເຂົາຄິດວ່າການປະຕິບັດໜ້າທີ່ ແລະ ການຕິດຕາມພຣະເຈົ້າຈະຄືກັບການມາທີ່ສວນເອເດນ, ຄືກັບການຢູ່ໃນດິນແດນຄານາອານອັນດີງາມ. ຊີວິດທີ່ພວກເຂົາຈິນຕະນາການໄວ້ນັ້ນດີເລີດໄປໝົດ, ມີອາຫານ ແລະ ເຄື່ອງດື່ມທີ່ແຊບຊ້ອຍໃຫ້ກິນຕະຫຼອດທັງວັນ, ມີອິດສະຫຼະ ແລະ ບໍ່ມີຂໍ້ຈຳກັດ ແລະ ບໍ່ມີວຽກຫຍັງໃຫ້ເຮັດເລີຍ. ພວກເຂົາຢາກໃຊ້ຊີວິດທີ່ສະບາຍປາສະຈາກຄວາມກັງວົນ, ແຕ່ພັດກາຍເປັນວ່າມັນແຕກຕ່າງຈາກສິ່ງທີ່ພວກເຂົາຈິນຕະນາການຢ່າງສິ້ນເຊີງ. ຄົນເຫຼົ່ານີ້ໄດ້ມີປະສົບການພຽງພໍແລ້ວ ແລະ ພວກເຂົາຮູ້ສຶກວ່າຢູ່ທີ່ນີ້ມັນໜ້າເບື່ອ ແລະ ຈືດຊືດ ແລະ ຢາກອອກໄປ, ສະນັ້ນ ກໍປ່ອຍໃຫ້ພວກເຂົາໄປໂດຍບໍ່ຕ້ອງຊັກຊ້າ, ເຮືອນຂອງພຣະເຈົ້າບໍ່ໄດ້ຢາກຊັກຊວນໃຫ້ຄົນເຫຼົ່ານີ້ຢູ່ຕໍ່. ເຮືອນຂອງພຣະເຈົ້າບໍ່ໄດ້ບັງຄັບຜູ້ຄົນ ແລະ ພວກເຈົ້າກໍບໍ່ຄວນເຮັດແບບນີ້ຄືກັນ; ນີ້ຄືການປະຕິບັດຄວາມຈິງ ແລະ ເປັນການກະທຳຕາມຫຼັກການ. ເຈົ້າຕ້ອງເຮັດສິ່ງທີ່ສອດຄ່ອງກັບຫຼັກການຄວາມຈິງ, ເຈົ້າຕ້ອງເປັນຄົນທີ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ, ເປັນຄົນທີ່ສະຫຼາດ, ຢ່າເປັນຄົນເບົາປັນຍາ ຫຼື ເປັນຄົນມັກປະຈົບປະແຈງ. ການຈັດການກັບຄົນປະເພດທີ່ບໍ່ເອົາໃຈໃສ່ວຽກງານທີ່ເໝາະສົມຂອງຕົນດ້ວຍວິທີນີ້, ໂດຍສິ່ງນີ້ສາມາດຖືວ່າເປັນການບໍ່ມີຄວາມຮັກ ຫຼື ເປັນການບໍ່ໃຫ້ໂອກາດຄົນໄດ້ກັບໃຈບໍ? (ບໍ່, ບໍ່ໄດ້ຖືວ່າເປັນແບບນັ້ນ.) ພຣະເຈົ້າມີຄວາມຍຸຕິທຳຕໍ່ທຸກຄົນ ແລະ ເຮືອນຂອງພຣະເຈົ້າມີສິດທີ່ຈະເລື່ອນຕຳແໜ່ງ, ເພາະປູກ ແລະ ນໍາໃຊ້ເຈົ້າ. ຖ້າເຈົ້າບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງເຈົ້າ ແລະ ເຈົ້າຂໍອອກໄປຈາກຄຣິສຕະຈັກ, ນັ້ນຄືການເລືອກຢ່າງເສລີຂອງເຈົ້າ, ສະນັ້ນ ຄຣິສຕະຈັກກໍຄວນເຫັນດີກັບຄຳຮ້ອງຂໍຂອງເຈົ້າ, ຄຣິສຕະຈັກຈະບໍ່ບັງຄັບເຈົ້າຢ່າງເດັດຂາດ. ສິ່ງນີ້ສອດຄ່ອງກັບສິນລະທຳ, ສອດຄ່ອງກັບຄວາມເປັນມະນຸດ ແລະ ແນ່ນອນວ່າມັນສອດຄ່ອງກັບຫຼັກການຄວາມຈິງໂດຍສະເພາະ. ນີ້ຄືແນວທາງການປະຕິບັດທີ່ເໝາະສົມຫຼາຍ! ຖ້າໃຜປະຕິບັດໜ້າທີ່ຂອງພວກເຂົາເປັນໄລຍະເວລາໜຶ່ງ ແລະ ເຫັນວ່າມັນອິດເມື່ອຍ ແລະ ຍາກລຳບາກ ແລະ ບໍ່ມີຄວາມສຸກທີ່ຈະເຮັດມັນອີກຕໍ່ໄປ ແລະ ດ້ວຍເຫດນີ້ ຈຶ່ງຢາກປະຖິ້ມໜ້າທີ່ຂອງພວກເຂົາ ແລະ ເຊົາເຊື່ອໃນພຣະເຈົ້າ, ເຮົາຈະໃຫ້ຄຳຕອບທີ່ຊັດເຈນແກ່ພວກເຈົ້າໃນມື້ນີ້, ນັ້ນກໍຄື ເຮືອນຂອງພຣະເຈົ້າຈະເຫັນດີກັບສິ່ງນີ້ ແລະ ຈະບໍ່ບັງຄັບໃຫ້ເຈົ້າຢູ່ຕໍ່ ຫຼື ເຮັດໃຫ້ສິ່ງຕ່າງໆຍາກລຳບາກສຳລັບເຈົ້າເລີຍ. ບໍ່ມີຄວາມລຳບາກໃຈໃດໃນເລື່ອງນີ້ ແລະ ເຈົ້າບໍ່ຈຳເປັນຕ້ອງຮູ້ສຶກວ່າເຈົ້າຕົກຢູ່ໃນສະຖານະການທີ່ລຳບາກ ຫຼື ເຈົ້າໄດ້ເສຍໜ້າ. ຍິ່ງໄປກວ່ານັ້ນ ມັນບໍ່ແມ່ນບັນຫາສຳລັບເຮືອນຂອງພຣະເຈົ້າ ແລະ ເຮືອນຂອງພຣະເຈົ້າກໍບໍ່ໄດ້ຕັ້ງຂໍ້ຮຽກຮ້ອງໃດຕໍ່ເຈົ້າເຊັ່ນກັນ. ຍິ່ງໄປກວ່ານັ້ນ, ຖ້າເຈົ້າຢາກອອກໄປ, ເຮືອນຂອງພຣະເຈົ້າກໍຈະບໍ່ປະນາມເຈົ້າ ຫຼື ຂັດຂວາງເຈົ້າ, ເພາະວ່ານີ້ຄືເສັ້ນທາງທີ່ເຈົ້າໄດ້ເລືອກ ແລະ ເຮືອນຂອງພຣະເຈົ້າພຽງແຕ່ຕອບສະໜອງຕາມຄວາມຕ້ອງການຂອງເຈົ້າເທົ່ານັ້ນ. ນີ້ເປັນແນວທາງການປະຕິບັດທີ່ເໝາະສົມບໍ? (ແມ່ນແລ້ວ.)

ເຮົາຫາກໍໄດ້ຍົກຕົວຢ່າງສະຖານະການຫຼາຍແບບຂອງທີ່ຄົນບໍ່ເອົາໃຈໃສ່ວຽກງານທີ່ເໝະສົມຂອງຕົນ. ເຮືອນຂອງພຣະເຈົ້າຈະບໍ່ບັງຄັບຄົນເຫຼົ່ານີ້; ຖ້າພວກເຂົາບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ ຫຼື ມີຄວາມຫຍຸ້ງຍາກສ່ວນຕົວບາງຢ່າງ ແລະ ຮ້ອງຂໍທີ່ຈະບໍ່ປະຕິບັດໜ້າທີ່ອີກຕໍ່ໄປ, ເຮືອນຂອງພຣະເຈົ້າກໍຈະຍອມຮັບ. ເຮືອນຂອງພຣະເຈົ້າຈະບໍ່ນໍາໃຊ້ພວກເຂົາອີກຕໍ່ໄປ ແລະ ຈະບໍ່ປ່ອຍໃຫ້ພວກເຂົາໄດ້ປະຕິບັດໜ້າທີ່. ນີ້ຄືວິທີການຈັດການກັບຄົນດັ່ງກ່າວ ແລະ ມັນກໍເປັນແນວທາງການປະຕິບັດທີ່ເໝາະສົມທຸກປະການ.

II. ວິທີປະຕິບັດຕໍ່ຄົນແບບຢູດາ

ມີບາງຄົນທີ່ໃຈຂີ້ຢ້ານທີ່ສຸດ ແລະ ເມື່ອໃດກໍຕາມທີ່ພວກເຂົາໄດ້ຍິນວ່າອ້າຍ ຫຼື ເອື້ອຍນ້ອງຄົນໜຶ່ງຖືກຈັບ, ພວກເຂົາກໍຢ້ານຢ່າງເຖິງທີ່ສຸດວ່າພວກເຂົາຈະຖືກຈັບເອງ. ເຫັນໄດ້ຊັດເຈນວ່າ ຖ້າພວກເຂົາຖືກຈັບ, ກໍຈະມີຄວາມສ່ຽງທີ່ພວກເຂົາຈະຂາຍຄຣິສຕະຈັກ. ຄວນຈັດການກັບຄົນດັ່ງກ່າວແນວໃດ? ຄົນເຫຼົ່ານີ້ເໝາະສົມທີ່ຈະປະຕິບັດໜ້າທີ່ອັນສຳຄັນບາງຢ່າງບໍ? (ບໍ່, ພວກເຂົາບໍ່ເໝາະສົມ.) ບາງຄົນອາດຈະເວົ້າວ່າ, “ໃຜຈະສາມາດຮັບປະກັນໄດ້ວ່າພວກເຂົາເອງຈະບໍ່ກາຍເປັນຢູດາ?” ບໍ່ມີໃຜສາມາດຮັບປະກັນໄດ້ວ່າພວກເຂົາເອງຈະບໍ່ມີວັນກາຍເປັນຢູດາ ຖ້າພວກເຂົາຖືກທໍລະມານ. ດັ່ງນັ້ນ, ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງບໍ່ນໍາໃຊ້ຄົນຂີ້ຢ້ານທີ່ອາດຈະກາຍເປັນຢູດາ? ເພາະວ່າຄົນທີ່ຂີ້ຢ້ານທີ່ເຫັນໄດ້ຢ່າງຊັດເຈນອາດຈະຖືກຈັບ ແລະ ທໍລະຍົດໄດ້ຕະຫຼອດເວລາ; ຖ້າຄົນດັ່ງກ່າວຖືກນໍາໃຊ້ເພື່ອປະຕິບັດໜ້າທີ່ອັນສຳຄັນ, ກໍມີແນວໂນ້ມສູງທີ່ສຸດທີ່ສິ່ງຕ່າງໆຈະເກີດຄວາມຜິດພາດ. ນີ້ຄືຫຼັກການທີ່ຕ້ອງເຂົ້າໃຈ ເມື່ອເລືອກ ແລະ ນໍາໃຊ້ຄົນໃນສະພາບແວດລ້ອມທີ່ເປັນອັນຕະລາຍຂອງຈີນແຜ່ນດິນໃຫຍ່. ມີສະຖານະການພິເສດຢູ່ທີ່ນີ້, ນັ້ນກໍຄື ບາງຄົນໄດ້ຖືກທໍລະມານຢ່າງໜັກໜ່ວງ ແລະ ຍາວນານ ເຊິ່ງເຮັດໃຫ້ຊີວິດຂອງພວກເຂົາຕົກຢູ່ໃນອັນຕະລາຍ ແລະ ໃນທີ່ສຸດ, ພວກເຂົາກໍບໍ່ສາມາດທົນໄດ້ອີກຕໍ່ໄປ, ດັ່ງນັ້ນ ພວກເຂົາຈຶ່ງໄດ້ກາຍເປັນຢູດາຍ້ອນຄວາມອ່ອນແອ ແລະ ໄດ້ທໍລະຍົດໃນເລື່ອງທີ່ບໍ່ສຳຄັນບາງຢ່າງ. ບໍ່ມີໃຜສາມາດເບິ່ງທະລຸຄົນດັ່ງກ່າວໄດ້ ແລະ ຄົນເຫຼົ່ານີ້ກໍຍັງສາມາດຖືກນໍາໃຊ້ຢູ່. ແຕ່ກໍມີຄົນທີ່ໄດ້ກະກຽມທາງອອກໃຫ້ຕົນເອງແລ້ວ ກ່ອນທີ່ຈະຖືກຈັບ. ພວກເຂົາໄດ້ຄິດຢ່າງຮອບຄອບຍາວນານກ່ຽວກັບວິທີທີ່ຈະໄດ້ຮັບການປ່ອຍຕົວໃນທັນທີ ຫຼັງຈາກຖືກຈັບ ໂດຍບໍ່ຕ້ອງຜ່ານການທໍລະມານໃດເລີຍ, ອັນທຳອິດ, ການຫຼີກລ່ຽງການທໍລະມານ, ອັນທີສອງ, ການຫຼີກລ່ຽງການຖືກຕັດສິນລົງໂທດ ແລະ ອັນທີສາມ, ການຫຼີກລ່ຽງການຕິດຄຸກ. ນີ້ຄືວິທີທີ່ພວກເຂົາຄິດ. ພວກເຂົາບໍ່ມີຄວາມເດັດດ່ຽວທີ່ຈະຍອມທົນທຸກ ຫຼື ຖືກຈໍາຄຸກຫຼາຍກວ່າທີ່ຈະກາຍເປັນຢູດາ. ພວກເຂົາອາດຈະທໍລະຍົດໂດຍທີ່ຍັງບໍ່ຖືກທໍລະມານ, ສະນັ້ນ ຈຶ່ງສາມາດເວົ້າໄດ້ບໍວ່າພວກເຂົາເປັນຢູດາຢູ່ແລ້ວ ກ່ອນທີ່ພວກເຂົາຈະຖືກຈັບ ແລະ ຈໍາຄຸກ? (ແມ່ນແລ້ວ.) ຄົນເຫຼົ່ານີ້ຄືຢູດາຕົວຈິງ. ຄຣິສຕະຈັກກ້ານໍາໃຊ້ຄົນປະເພດນີ້ບໍ? (ບໍ່, ບໍ່ກ້າ.) ຖ້າພວກເຂົາສາມາດຖືກເບິ່ງອອກໄດ້, ພວກເຂົາກໍຕ້ອງບໍ່ໄດ້ຖືກເພາະປູກ ແລະ ນໍາໃຊ້ຢ່າງເດັດຂາດ. ໂດຍປົກກະຕິແລ້ວ ຄົນເຫຼົ່ານີ້ສະແດງຕົນເອງອອກມາແນວໃດ? ພວກເຂົາເປັນຄົນໃຈຂີ້ຢ້ານທີ່ສຸດ. ທັນທີທີ່ມີບາງຢ່າງຜິດພາດເກີດຂຶ້ນ, ພວກເຂົາກໍຈະປັດຄວາມຮັບຜິດຊອບຂອງພວກເຂົາໂດຍໄວທີ່ສຸດ ແລະ ເມື່ອໃດກໍຕາມທີ່ພວກເຂົາພົບກັບຄວາມສ່ຽງແມ່ນແຕ່ໜ້ອຍດຽວ, ພວກເຂົາກໍຈະປະຖິ້ມໜ້າທີ່ຂອງພວກເຂົາ ແລະ ໜີໄປ. ທຸກຄັ້ງທີ່ພວກເຂົາໄດ້ຍິນວ່າສະພາບແວດລ້ອມເປັນອັນຕະລາຍ, ພວກເຂົາກໍຈະຊອກຫາບ່ອນທີ່ປອດໄພເພື່ອກຳບັງ; ບໍ່ມີໃຜສາມາດຊອກຫາພວກເຂົາໄດ້ ແລະ ພວກເຂົາກໍບໍ່ຕິດຕໍ່ກັບໃຜ. ການຫຼົບໜີເປັນສິ່ງທີ່ພວກເຂົາເຮັດໄດ້ດີເປັນພິເສດ. ພວກເຂົາບໍ່ສົນໃຈວ່າວຽກງານຂອງຄຣິສຕະຈັກຈະປະສົບກັບຄວາມຫຍຸ້ງຍາກໃດ ແລະ ພວກເຂົາກໍສາມາດປະຖິ້ມວຽກງານທີ່ສຳຄັນທຸກປະເພດໄດ້; ໂດຍພວກເຂົາຖືວ່າຄວາມປອດໄພຂອງຕົນເອງສຳຄັນກວ່າສິ່ງອື່ນໃດ. ຍິ່ງໄປກວ່ານັ້ນ, ເມື່ອປະເຊີນກັບອັນຕະລາຍ, ພວກເຂົາຈະໃຫ້ຄົນອື່ນມາຮັບຄວາມສ່ຽງແທນທຸກຄັ້ງທີ່ມີເລື່ອງບາງຢ່າງເກີດຂຶ້ນ, ໃນຂະນະທີ່ພວກເຂົາພັດປົກປ້ອງຕົນເອງ. ບໍ່ວ່າພວກເຂົາຈະເຮັດໃຫ້ຄົນອື່ນຕົກຢູ່ໃນອັນຕະລາຍຫຼາຍສໍ່າໃດ, ພວກເຂົາກໍຈະຮູ້ສຶກວ່າມັນຄຸ້ມຄ່າ ແລະ ເໝາະສົມແລ້ວທີ່ຈະເຮັດແບບນີ້ ເພື່ອຄວາມປອດໄພຂອງຕົນເອງ. ນອກຈາກນີ້, ເມື່ອປະເຊີນກັບອັນຕະລາຍ, ພວກເຂົາບໍ່ໄດ້ຮີບຮ້ອນມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ພວກເຂົາກໍບໍ່ໄດ້ຮີບຮ້ອນທີ່ຈະຈັດແຈງຍົກຍ້າຍອ້າຍເອື້ອຍນ້ອງ ຫຼື ຊັບສິນຂອງຄຣິສຕະຈັກທີ່ອາດຈະຕົກຢູ່ໃນອັນຕະລາຍ. ແທນທີ່ຈະເປັນແນວນັ້ນ, ສິ່ງທຳອິດທີ່ ພວກເຂົາຄິດຢ່າງໜັກວ່າຈະຫຼົບໜີແນວໃດ, ຈະກຳບັງຕົວແນວໃດ ແລະ ຈະເອົາຕົວລອດຈາກອັນຕະລາຍແນວໃດ. ພວກເຂົາເຖິງຂັ້ນມີແຜນການຫຼົບໜີຂອງພວກເຂົາໄວ້ພ້ອມແລ້ວດ້ວຍຊ້ຳ ວ່າຈະຂາຍໃຜກ່ອນ ຖ້າພວກເຂົາຖືກຈັບ, ຈະຫຼີກລ່ຽງການຖືກທໍລະມານແນວໃດ, ຈະຫຼີກລ່ຽງການຖືກຕັດສິນລົງໂທດຕິດຄຸກແນວໃດ ແລະ ຈະຫຼີກລ່ຽງຄວາມທຸກຍາກລຳບາກແນວໃດ. ເມື່ອໃດກໍຕາມທີ່ພວກເຂົາພົບກັບຄວາມທຸກຍາກລຳບາກບາງຢ່າງ, ພວກເຂົາກໍຢ້ານແບບສຸດຂີດ ແລະ ບໍ່ມີສັດທາແມ່ນແຕ່ໜ້ອຍດຽວ. ຄົນປະເພດນີ້ບໍ່ເປັນອັນຕະລາຍບໍ? ຖ້າພວກເຂົາຖືກຂໍໃຫ້ຮັບຜິດຊອບວຽກງານທີ່ເປັນອັນຕະລາຍ, ພວກເຂົາກໍຈະຈົ່ມວ່າກ່ຽວກັບວຽກງານນັ້ນບໍ່ຢຸດ, ພວກເຂົາຈະຢ້ານ ແລະ ຄິດຢາກແລ່ນໜີຢູ່ຕະຫຼອດເວລາ ແລະ ບໍ່ເຕັມໃຈທີ່ຈະຮັບຜິດຊອບວຽກງານນັ້ນ. ຄົນປະເພດນີ້ສະແດງສັນຍານຂອງການເປັນຢູດາແລ້ວ ແມ່ນແຕ່ກ່ອນທີ່ພວກເຂົາຈະຖືກຈັບ. ເມື່ອພວກເຂົາຖືກຈັບແລ້ວ, ກໍແນ່ນອນໜຶ່ງຮ້ອຍເປີເຊັນວ່າພວກເຂົາຈະຂາຍຄຣິສຕະຈັກ. ໃນການປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ, ພວກເຂົາມີຄວາມຫ້າວຫັນຫຼາຍກັບທຸກສິ່ງທີ່ເຮັດໃຫ້ພວກເຂົາໂດດເດັ່ນ ໂດຍບໍ່ຕ້ອງສ່ຽງໄພ; ແຕ່ເມື່ອເວົ້າເຖິງການສ່ຽງໄພ, ພວກເຂົາກໍຖອຍໜີ ແລະ ຖ້າເຈົ້າຂໍໃຫ້ພວກເຂົາເຮັດສິ່ງທີ່ມີຄວາມສ່ຽງບາງຢ່າງ, ພວກເຂົາກໍຈະບໍ່ເຮັດ, ພວກເຂົາຈະບໍ່ຍອມຮັບຜິດຊອບເລີຍ. ເມື່ອພວກເຂົາໄດ້ຍິນຂ່າວອັນຕະລາຍຢູ່ບ່ອນໃດບ່ອນໜຶ່ງ, ຕົວຢ່າງເຊັ່ນ: ມັງກອນແດງທີ່ຍິ່ງໃຫຍ່ກຳລັງດຳເນີນການຈັບກຸມ ຫຼື ຜູ້ເຊື່ອບາງຄົນໄດ້ຖືກຈັບ, ພວກເຂົາກໍຈະເຊົາເຂົ້າຮ່ວມການເຕົ້າໂຮມ, ພວກເຂົາຈະຢຸດຕິດຕໍ່ກັບອ້າຍເອື້ອຍນ້ອງ ແລະ ບໍ່ມີໃຜສາມາດຊອກຫາພວກເຂົາເຫັນໄດ້. ພວກເຂົາຈະກັບມາປາກົດຕົວອີກຄັ້ງ ເມື່ອຂ່າວລືໄດ້ຈາງຫາຍໄປ ແລະ ທຸກຢ່າງປອດໄພແລ້ວ. ຄົນປະເພດນີ້ເຊື່ອຖືໄດ້ບໍ? ພວກເຂົາສາມາດປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າໄດ້ບໍ? (ບໍ່ໄດ້.) ເປັນຫຍັງຈຶ່ງບໍ່ໄດ້? ພວກເຂົາບໍ່ມີແມ່ນແຕ່ຄວາມເດັດດ່ຽວ ຫຼື ຄວາມປາດຖະໜາທີ່ຈະບໍ່ກາຍເປັນຢູດາ; ພວກເຂົາເປັນພຽງຄົນຂີ້ຢ້ານ, ຄົນຂີ້ຂາດຕາຂາວ ແລະ ຄົນໄຮ້ປະໂຫຍດ. ຄົນປະເພດນີ້ມີລັກສະນະທີ່ເຫັນໄດ້ຊັດເຈນຢ່າງໜຶ່ງ, ນັ້ນກໍຄື ບໍ່ວ່າພວກເຂົາຈະມີຈຸດແຂງ ແລະ ຄວາມສາມາດໃດກໍຕາມ, ຖ້າເຮືອນຂອງພຣະເຈົ້ານໍາໃຊ້ພວກເຂົາ, ພວກເຂົາຈະບໍ່ມີວັນອຸທິດຕົນຢ່າງສຸດຫົວໃຈ ເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ມັນເປັນຍ້ອນວ່າພວກເຂົາບໍ່ມີຄວາມສາມາດໃນການປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າບໍ? ບໍ່, ມັນບໍ່ແມ່ນແນວນັ້ນ; ເຖິງແມ່ນວ່າພວກເຂົາຈະມີຄວາມສາມາດນີ້, ພວກເຂົາກໍຈະບໍ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຢູ່ດີ. ພວກເຂົາຄືຢູດາແບບຕົ້ນສະບັບ. ເມື່ອໃດກໍຕາມທີ່ພວກເຂົາຕ້ອງພົວພັນກັບຜູ້ບໍ່ມີຄວາມເຊື່ອໃນລະຫວ່າງການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາຈະຮັກສາຄວາມສຳພັນທີ່ປອງດອງກັບຄົນເຫຼົ່ານັ້ນ ແລະ ເບິ່ງແຍງຜູ້ບໍ່ມີຄວາມເຊື່ອໃຫ້ມີຄວາມນັບຖື, ມີຄວາມເຄົາລົບ ແລະ ມີຄວາມຊື່ນຊົມຕໍ່ພວກເຂົາ. ແລ້ວລາຄາທີ່ພວກເຂົາຕ້ອງຈ່າຍເພື່ອໃຫ້ໄດ້ຮັບສິ່ງທັງໝົດນີ້ແມ່ນຫຍັງ? ມັນຄືການຂາຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ເພື່ອແລກກັບກຽດສັກສີ ແລະ ຜົນປະໂຫຍດສ່ວນຕົວຂອງພວກເຂົາ. ຄົນປະເພດນີ້ຂີ້ຢ້ານເປັນພິເສດ ແມ່ນແຕ່ກ່ອນທີ່ຈະຖືກຈັບ ແລະ ຫຼັງຈາກທີ່ຖືກຈັບແລ້ວ ກໍແນ່ນອນໜຶ່ງຮ້ອຍເປີເຊັນວ່າພວກເຂົາຈະທໍລະຍົດ. ເຮືອນຂອງພຣະເຈົ້າບໍ່ສາມາດນໍາໃຊ້ຄົນແບບນີ້ຢ່າງເດັດຂາດ, ນັ້ນກໍຄືພວກຢູດາ ແລະ ຕ້ອງກຳຈັດພວກເຂົາໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້.

ສຳລັບຄົນປະເພດທີ່ເປັນຢູດາ, ເຖິງແມ່ນວ່າພາຍນອກພວກເຂົາເບິ່ງຄືວ່າບໍ່ແມ່ນຄົນຊົ່ວຊ້າ, ແຕ່ທີ່ຈິງແລ້ວພວກເຂົາເປັນຄົນທີ່ມີຄວາມຊື່ສັດທີ່ຕໍ່າຢ່າງເຖິງທີ່ສຸດ ແລະ ມີລັກສະນະທີ່ຊົ່ວຮ້າຍທີ່ສຸດ. ບໍ່ວ່າພວກເຂົາຈະຟັງການເທດສະໜາ ຫຼື ອ່ານພຣະທຳຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ສາມາດເຂົ້າໃຈຄວາມຈິງໄດ້ ແລະ ພວກເຂົາກໍບໍ່ຮູ້ສຶກວ່າການທຳຮ້າຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເປັນສິ່ງທີ່ໜ້າອັບອາຍທີ່ສຸດ, ຊົ່ວຊ້າທີ່ສຸດ ແລະ ປະສົງຮ້າຍທີ່ສຸດ. ພວກເຂົາຍິນດີທີ່ຈະກ້າວອອກມາທາງໜ້າ ເມື່ອເວົ້າເຖິງສິ່ງທີ່ເຮັດໃຫ້ພວກເຂົາເປັນທີ່ສັງເກດ, ແຕ່ເມື່ອເວົ້າເຖິງສິ່ງທີ່ມີຄວາມສ່ຽງ ຫຼື ຈັດການໄດ້ຍາກ, ພວກເຂົາກໍປ່ອຍໃຫ້ຄົນອື່ນຮັບຜິດຊອບ ແລະ ຈັດການມັນ. ພວກເຂົາເປັນຄົນປະເພດໃດກັນ? ພວກເຂົາບໍ່ແມ່ນຄົນທີ່ມີຄວາມຊື່ສັດທີ່ຕໍ່າຢ່າງເຖິງທີ່ສຸດບໍ? ບາງຄົນຊື້ສິ່ງຂອງໃຫ້ເຮືອນຂອງພຣະເຈົ້າ ແລະ ໃນການເຮັດເຊັ່ນນັ້ນ, ພວກເຂົາຄວນຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ມີຄວາມຍຸຕິທຳ ແລະ ສົມເຫດສົມຜົນ. ແນວໃດກໍຕາມ, ຄົນປະເພດທີ່ເປັນຢູດາບໍ່ພຽງແຕ່ບໍ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ແຕ່ໃນທາງກົງກັນຂ້າມ, ພວກເຂົາຊ່ວຍເຫຼືອຜູ້ບໍ່ມີຄວາມເຊື່ອໂດຍທີ່ເຮືອນຂອງພຣະເຈົ້າຕ້ອງເສຍປະໂຫຍດ ແລະ ຕອບສະໜອງຄວາມຕ້ອງການຂອງຜູ້ບໍ່ມີຄວາມເຊື່ອໃນທຸກໂອກາດ ແລະ ຍອມໃຫ້ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າເສຍຫາຍ ຖ້າມັນຊ່ວຍໃຫ້ພວກເຂົາເປັນທີ່ພໍໃຈຂອງຜູ້ບໍ່ມີຄວາມເຊື່ອ. ສິ່ງນີ້ເອີ້ນວ່າທຳຮ້າຍຜູ້ທີ່ໃຫ້ຄວາມຊ່ວຍເຫຼືອ ແລະ ການກະທຳເຊັ່ນນີ້ເປັນການຂາດຄຸນນະທຳ! ນີ້ບໍ່ແມ່ນການມີຄວາມເປັນມະນຸດທີ່ຕໍ່າຊ້າບໍ? ສິ່ງນີ້ບໍ່ໄດ້ດີໄປກວ່າຢູດາທີ່ຂາຍພຣະຜູ້ເປັນເຈົ້າ ແລະ ໝູ່ຂອງລາວເລີຍ. ບໍ່ວ່າເຮືອນຂອງພຣະເຈົ້າຈະມອບໝາຍໃຫ້ພວກເຂົາເຮັດຫຍັງກໍຕາມ, ພວກເຂົາກໍບໍ່ຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ເມື່ອຖືກຂໍໃຫ້ຊື້ບາງຢ່າງ, ພວກເຂົາບໍ່ເຄີຍສຳຫຼວດຮ້ານຄ້າ ແລະ ສົມທຽບລາຄາ, ຄຸນນະພາບ ແລະ ການບໍລິການຫຼັງການຂາຍຂອງຜູ້ສະໜອງຫຼາຍໆເຈົ້າ ແລ້ວຈຶ່ງຊັ່ງຊາຕົວເລືອກຢ່າງຮອບຄອບ ແລະ ກວດສອບຢ່າງເໝາະສົມ ເພື່ອຫຼີກລ່ຽງການຖືກຫຼອກລວງ, ຊ່ວຍປະຢັດເງິນໃຫ້ເຮືອນຂອງພຣະເຈົ້າໄດ້ໜ້ອຍໜຶ່ງ ແລະ ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຈາກການຖືກທຳຮ້າຍ, ພວກເຂົາບໍ່ເຄີຍເຮັດແບບນັ້ນ. ຖ້າອ້າຍ ຫຼື ເອື້ອຍນ້ອງຄົນໃດແນະນຳວ່າ ຄວນສຳຫຼວດຮ້ານຄ້າກ່ອນຈະດີທີ່ສຸດ, ພວກເຂົາກໍຈະເວົ້າວ່າ: “ບໍ່ຈຳເປັນຕ້ອງສຳຫຼວດຮ້ານຄ້າດອກ; ຜູ້ສະໜອງບອກວ່າສິນຄ້າຂອງພວກເຂົາດີທີ່ສຸດແລ້ວ”. ເມື່ອອ້າຍ ຫຼື ເອື້ອຍນ້ອງຄົນນັ້ນຖາມພວກເຂົາວ່າ: “ແລ້ວເຈົ້າຕໍ່ລອງລາຄາກັບພວກເຂົາໄດ້ບໍ່?” ພວກເຂົາກໍຕອບວ່າ: “ເປັນຫຍັງຕ້ອງຕໍ່ລອງລາຄາ? ພວກເຂົາບອກລາຄາຂ້ອຍແລ້ວ ແລະ ຖ້າຂ້ອຍເລີ່ມຕໍ່ລອງກັບພວກເຂົາ, ມັນກໍຄົງຈະໜ້າອາຍຢ່າງແນ່ນອນ ແລະ ມັນຈະເບິ່ງຄືວ່າພວກເຮົາບໍ່ມີເງິນ. ເຮືອນຂອງພຣະເຈົ້າຮັ່ງມີ, ບໍ່ແມ່ນບໍ?” ບໍ່ວ່າຂອງສິ່ງໜຶ່ງຈະລາຄາເທົ່າໃດ ຫຼື ຄຸນນະພາບເປັນແນວໃດ, ຕາບໃດທີ່ພວກເຂົາເຫັນວ່າເໝາະສົມ, ພວກເຂົາກໍຈະໃຫ້ຄົນໄປຊື້ມັນທັນທີ ແລະ ຈະຕຳໜິ, ວ່າກ່າວ ແລະ ແມ່ນແຕ່ປະນາມຜູ້ໃດກໍຕາມທີ່ຊັກຊ້າໃນການຊື້. ບໍ່ມີໃຜກ້າເວົ້າຄຳວ່າ “ບໍ່” ຕໍ່ໜ້າພວກເຂົາ ແລະ ບໍ່ມີໃຜກ້າສະເໜີຄວາມຄິດເຫັນໃດໆ. ບໍ່ວ່າພວກເຂົາຈະເຮັດທຸລະກຳໃຫຍ່ ຫຼື ເຮັດວຽກເລັກນ້ອຍໃຫ້ເຮືອນຂອງພຣະເຈົ້າ, ຫຼັກການຂອງພວກເຂົາແມ່ນຫຍັງ? “ເຮືອນຂອງພຣະເຈົ້າພຽງແຕ່ຕ້ອງຈ່າຍເງິນກໍພໍ ແລະ ບໍ່ວ່າຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຈະເສຍຫາຍ ຫຼື ບໍ່ ກໍບໍ່ກ່ຽວຫຍັງກັບຂ້ອຍ. ນີ້ຄືວິທີທີ່ຂ້ອຍເຮັດວຽກ; ຂ້ອຍຕ້ອງສ້າງຄວາມສຳພັນທີ່ດີກັບຜູ້ບໍ່ມີຄວາມເຊື່ອ. ບໍ່ວ່າຜູ້ບໍ່ມີຄວາມເຊື່ອຈະເວົ້າຫຍັງກໍຖືກຕ້ອງ ແລະ ຂ້ອຍຈະເຫັນດີນຳ. ຂ້ອຍຈະບໍ່ຈັດການເລື່ອງຕ່າງໆ ຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ. ຖ້າເຈົ້າຢາກໃຊ້ຂ້ອຍ, ກໍໃຊ້; ຖ້າເຈົ້າບໍ່ຢາກໃຊ້ຂ້ອຍ, ກໍບໍ່ຕ້ອງໃຊ້, ມັນຂຶ້ນກັບເຈົ້າ. ນີ້ຄືສິ່ງທີ່ຂ້ອຍເປັນ!” ນີ້ບໍ່ແມ່ນທຳມະຊາດແບບມານຮ້າຍບໍ? ຄົນດັ່ງກ່າວເປັນຜູ້ບໍ່ມີຄວາມເຊື່ອ ແລະ ຜູ້ບໍ່ເຊື່ອ. ພວກເຂົາສາມາດຖືກໃຊ້ເພື່ອຈັດການວຽກງານຕ່າງໆ ໃຫ້ເຮືອນຂອງພຣະເຈົ້າໄດ້ບໍ? ຄົນປະເພດນີ້ມີການສຶກສາ, ມີຈຸດແຂງ ແລະ ມີຄວາມສາມາດພາຍນອກບາງຢ່າງ ແລະ ເວົ້າເກັ່ງ ແລະ ສາມາດຈັດການທຸລະກິດບາງຢ່າງໄດ້. ແຕ່ບໍ່ວ່າພວກເຂົາຈະຈັດການວຽກງານໃດໃຫ້ເຮືອນຂອງພຣະເຈົ້າ, ພວກເຂົາກໍເຮັດມັນໂດຍບໍ່ຄິດໃຫ້ດີ ແລະ ຕາມອຳເພີໃຈຢ່າງຫຼີກລ່ຽງບໍ່ໄດ້, ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ພວກເຂົາຍັງຫຼອກລວງເຮືອນຂອງພຣະເຈົ້າຢ່າງບໍ່ລົດລະ ແລະ ປິດບັງສະພາບຄວາມເປັນຈິງຂອງເລື່ອງຕ່າງໆ ແລະ ເມື່ອພວກເຂົາເຮັດໃຫ້ວຽກງານສັບສົນແລ້ວ, ເຮືອນຂອງພຣະເຈົ້າກໍຕ້ອງຈັດຫາຄົນມາແກ້ໄຂຄວາມວຸ້ນວາຍຂອງພວກເຂົາ. ນີ້ຄືຕົວຢ່າງທົ່ວໄປຂອງການສົມຮູ້ຮ່ວມຄິດກັບຄົນພາຍນອກ ເພື່ອຂາຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ສິ່ງນີ້ແຕກຕ່າງຈາກການທີ່ຢູດາຂາຍພຣະຜູ້ເປັນເຈົ້າ ແລະ ໝູ່ຂອງລາວແນວໃດ? ເມື່ອຄົນປະເພດນີ້ຖືກໃຊ້ເພື່ອປະຕິບັດໜ້າທີ່, ບໍ່ພຽງແຕ່ພວກເຂົາຈະລົ້ມເຫຼວໃນຮັບໃຊ້ເຮືອນຂອງພຣະເຈົ້າ, ແຕ່ພວກເຂົາຍັງກາຍເປັນຄົນຜານເງິນ ແລະ ຕົວນຳໂຊກຮ້າຍ. ພວກເຂົາບໍ່ມີຄຸນສົມບັດແມ່ນແຕ່ຈະເປັນຜູ້ຮັບໃຊ້; ພວກເຂົາເປັນຄົນຊົ່ວຊາມຢ່າງແທ້ຈິງ! ຄົນດັ່ງກ່າວເປັນຄົນຮັບໃຊ້ຂອງຊາຕານ ແລະ ລູກຫຼານຂອງມັງກອນແດງທີ່ຍິ່ງໃຫຍ່ຢ່າງແນ່ນອນ ແລະ ເມື່ອພວກເຂົາຖືກເປີດເຜີຍ, ພວກເຂົາກໍຄວນຖືກກຳຈັດອອກ ແລະ ປະຖິ້ມທັນທີ. ໃນຖານະຜູ້ເຊື່ອໃນພຣະເຈົ້າ ແລະ ສະມາຊິກຂອງເຮືອນຂອງພຣະເຈົ້າ, ພວກເຂົາບໍ່ສາມາດແມ່ນແຕ່ບັນລຸຄວາມຮັບຜິດຊອບໃນການປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າໄດ້, ພວກເຂົາຍັງມີຈິດສຳນຶກ ແລະ ເຫດຜົນຢູ່ບໍ? ພວກເຂົາຮ້າຍຍິ່ງກວ່າໝາເຝົ້າຍາມດ້ວຍຊໍ້າ!

ຄົນປະເພດທີ່ເປັນຢູດາບໍ່ໄດ້ມີຄຳວ່າ “ຢູດາ” ຂຽນຕິດໄວ້ເທິງໜ້າຜາກຂອງພວກເຂົາ, ແຕ່ການກະທຳ ແລະ ພຶດຕິກຳຂອງພວກເຂົາກໍມີທຳມະຊາດແບບດຽວກັນກັບຂອງຢູດາທຸກປະການ ແລະ ເຈົ້າບໍ່ຄວນໃຊ້ຄົນປະເພດນີ້ເດັດຂາດ. ຄຳວ່າ “ຫ້າມໃຊ້ເດັດຂາດ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ພວກເຂົາຕ້ອງບໍ່ໄດ້ຮັບຄວາມໄວ້ວາງໃຈໃຫ້ເຮັດເລື່ອງທີ່ສຳຄັນຈັກເທື່ອ. ຖ້າມັນເປັນເລື່ອງນ້ອຍໆທີ່ບໍ່ສົ່ງຜົນກະທົບຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ມັນກໍບໍ່ເປັນຫຍັງທີ່ຈະໃຊ້ພວກເຂົາຊົ່ວຄາວ, ແຕ່ຄົນປະເພດນີ້ບໍ່ສອດຄ່ອງກັບຫຼັກການຂອງເຮືອນຂອງພຣະເຈົ້າໃນການໃຊ້ຄົນຢ່າງແນ່ນອນ, ເພາະພວກເຂົາເກີດມາເປັນຢູດາ ແລະ ພວກເຂົາກໍບໍ່ດີໂດຍກຳເນີດ. ສະຫຼຸບກໍຄື, ຄົນເຫຼົ່ານີ້ມີລັກສະນະອັນຕະລາຍ ແລະ ຕ້ອງບໍ່ຖືກນຳໃຊ້ຢ່າງເດັດຂາດ. ຍິ່ງເຈົ້າໃຊ້ຄົນປະເພດນີ້ດົນເທົ່າໃດ, ເຈົ້າກໍຈະຍິ່ງຮູ້ສຶກບໍ່ສະບາຍໃຈຫຼາຍຂຶ້ນເທົ່ານັ້ນ ແລະ ມັນກໍຈະຍິ່ງມີຜົນສະທ້ອນທີ່ຕາມມາຫຼາຍຂຶ້ນໃນອະນາຄົດ. ສະນັ້ນ, ຖ້າເຈົ້າເຫັນແຈ້ງແລ້ວວ່າພວກເຂົາເປັນຄົນປະເພດແບບຢູດາ, ແລ້ວເຈົ້າກໍບໍ່ຄວນໃຊ້ພວກເຂົາຢ່າງເດັດຂາດ, ທັງໝົດນີ້ແມ່ນຄວາມຈິງ. ການກະທຳແບບນີ້ຕໍ່ພວກເຂົາແມ່ນເໝາະສົມແລ້ວບໍ? ບາງຄົນອາດຈະເວົ້າວ່າ: “ການກະທຳແບບນີ້ຕໍ່ພວກເຂົາເປັນການຂາດຄວາມຮັກ. ພວກເຂົາບໍ່ໄດ້ຂາຍໃຜ; ພວກເຂົາຈະເປັນຢູດາໄດ້ແນວໃດ?” ເຈົ້າຈຳເປັນຕ້ອງລໍຖ້າໃຫ້ພວກເຂົາຂາຍຄົນໃດຄົນໜຶ່ງກ່ອນບໍ? ຢູດາສະແດງຕົນເອງອອກມາແນວໃດ? ມີສັນຍານໃດໆ ບໍ່ວ່າລາວກຳລັງຈະຂາຍພຣະຜູ້ເປັນເຈົ້າ? (ມີ, ລາວລັກເງິນຈາກຖົງເງິນຂອງອົງພຣະເຢຊູເຈົ້າ.) ຄົນທີ່ຂາຍຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຢູ່ສະເໝີກໍມີທຳມະຊາດແບບດຽວກັນກັບຢູດາ, ຜູ້ທີ່ລັກເງິນຈາກຖົງເງິນ. ເມື່ອຄົນແບບນີ້ຖືກຈັບ, ພວກເຂົາກໍຈະທໍລະຍົດ ແລະ ຍອມມອບທຸກສິ່ງທີ່ພວກເຂົາຮູ້ໃຫ້ແກ່ຊາຕານ ໂດຍບໍ່ປິດບັງຫຍັງໄວ້ເລີຍ. ຄົນປະເພດນີ້ມີແກ່ນແທ້ຂອງຢູດາ. ແກ່ນແທ້ຂອງພວກເຂົາໄດ້ຖືກເປີດເຜີຍ ແລະ ເປີດໂປງຢ່າງແຈ່ມແຈ້ງແລ້ວ; ຖ້າເຈົ້າຍັງຄົງໃຊ້ພວກເຂົາບໍ່ວ່າຈະຢ່າງໃດກໍຕາມ, ນີ້ບໍ່ແມ່ນການຫາເຫົາໃສ່ຫົວບໍ? ນີ້ບໍ່ແມ່ນການຕັ້ງໃຈທຳຮ້າຍເຮືອນຂອງພຣະເຈົ້າບໍ? ບາງຄົນເວົ້າຢ່າງເປີດເຜີຍວ່າ: “ຖ້າໃຜລິຮານຂ້ອຍ ຫຼື ຖ້າໃຜເຮັດຫຍັງກໍຕາມທີ່ທຳຮ້າຍຜົນປະໂຫຍດຂອງຂ້ອຍ ຫຼື ທຳລາຍສິ່ງດີໆ ທີ່ຂ້ອຍມີຢູ່ນີ້, ຂ້ອຍຈະເຮັດໃຫ້ພວກເຂົາໄດ້ເຫັນດີ!” ໂດຍສະເພາະຢ່າງຍິ່ງ ຄົນປະເພດນີ້ທີ່ມີແກ່ນແທ້ຂອງຢູດາທີ່ເຫັນໄດ້ຢ່າງຊັດເຈນເກີນໄປແລ້ວ. ພວກເຂົາເອງກໍບອກຄົນອື່ນວ່າພວກເຂົາເປັນຢູດາ, ສະນັ້ນ ຄົນປະເພດນີ້ຈຶ່ງບໍ່ສາມາດຖືກນຳໃຊ້ໄດ້ຢ່າງແນ່ນອນ.

III. ວິທີປະຕິບັດຕໍ່ມິດສະຫາຍທີ່ຢູ່ໃນ ຄຣິສຕະຈັກ

ຍັງມີຄົນອີກປະເພດໜຶ່ງທີ່ບໍ່ສາມາດຖືໄດ້ວ່າເປັນຄົນດີ ຫຼື ຄົນຊົ່ວໄດ້ ແລະ ເປັນຜູ້ເຊື່ອແຕ່ໃນນາມເທົ່ານັ້ນ. ຖ້າເຈົ້າຂໍໃຫ້ພວກເຂົາເຮັດບາງຢ່າງເປັນບາງຄັ້ງຄາວ, ພວກເຂົາກໍສາມາດເຮັດໄດ້, ແຕ່ພວກເຂົາຈະບໍ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງຕັ້ງໜ້າຕັ້ງຕາ ຖ້າເຈົ້າບໍ່ຈັດແຈງໃຫ້. ເມື່ອໃດກໍຕາມທີ່ພວກເຂົາວ່າງ, ພວກເຂົາກໍຈະເຂົ້າຮ່ວມການເຕົ້າໂຮມ, ແຕ່ໃນເວລາສ່ວນຕົວຂອງພວກເຂົາ, ກໍບໍ່ຮູ້ວ່າພວກເຂົາໄດ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ໄດ້ຮຽນເພງສັນລະເສີນ ຫຼື ອະທິຖານ ຫຼື ບໍ່. ແນວໃດກໍຕາມ, ພວກເຂົາຂ້ອນຂ້າງເປັນມິດກັບເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກ. ຄຳວ່າຂ້ອນຂ້າງເປັນມິດໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ຖ້າອ້າຍເອື້ອຍນ້ອງຂໍໃຫ້ພວກເຂົາເຮັດບາງຢ່າງ, ພວກເຂົາກໍຈະຕົກລົງເຮັດໃຫ້; ເພື່ອເຫັນແກ່ການເປັນຜູ້ເຊື່ອຮ່ວມກັນ, ພວກເຂົາສາມາດຊ່ວຍເຮັດສອງສາມຢ່າງໃຫ້ສຳເລັດໄດ້ ຕາມຄວາມສາມາດຂອງພວກເຂົາ. ແນວໃດກໍຕາມ, ຖ້າພວກເຂົາຖືກຂໍໃຫ້ອອກແຮງຫຼາຍ ຫຼື ຈ່າຍລາຄາບາງຢ່າງ, ພວກເຂົາຈະບໍ່ເຮັດຢ່າງເດັດຂາດ. ຖ້າອ້າຍ ຫຼື ເອື້ອຍນ້ອງຄົນໃດມີຄວາມຫຍຸ້ງຍາກ ແລະ ຕ້ອງການໃຫ້ພວກເຂົາຊ່ວຍເຫຼືອບາງຢ່າງ ເຊັ່ນ: ການຊ່ວຍເບິ່ງແຍງເຮືອນ, ແຕ່ງກິນເປັນບາງຄັ້ງຄາວ ຫຼື ຊ່ວຍເຮັດວຽກເຮືອນເລັກນ້ອຍເປັນບາງຄັ້ງຄາວ ຫຼື ຖ້າຄົນນັ້ນຮູ້ພາສາຕ່າງປະເທດ ແລະ ສາມາດຊ່ວຍອ້າຍເອື້ອຍນ້ອງອ່ານຈົດໝາຍ, ພວກເຂົາກໍສາມາດຊ່ວຍເຫຼືອໃນເລື່ອງປະເພດນີ້ໄດ້ ແລະ ຂ້ອນຂ້າງເປັນມິດ. ໂດຍປົກກະຕິແລ້ວ ພວກເຂົາເຂົ້າກັບຄົນອື່ນໄດ້ດີ ແລະ ບໍ່ຖືສາຫາຄວາມກັບຄົນອື່ນ, ແຕ່ພວກເຂົາບໍ່ເຂົ້າຮ່ວມການເຕົ້າໂຮມເປັນປະຈຳ ແລະ ບໍ່ຂໍປະຕິບັດໜ້າທີ່, ຍິ່ງບໍ່ຕ້ອງເວົ້າເຖິງການຮັບຜິດຊອບວຽກງານທີ່ສຳຄັນ ຫຼື ແມ່ນແຕ່ວຽກງານທີ່ເປັນອັນຕະລາຍ. ຖ້າເຈົ້າຂໍໃຫ້ພວກເຂົາເຮັດໜ້າວຽກທີ່ເປັນອັນຕະລາຍ, ພວກເຂົາຈະປະຕິເສດເຈົ້າຢ່າງແນ່ນອນ ໂດຍກ່າວວ່າ: “ຂ້ອຍເຊື່ອໃນພຣະເຈົ້າເພື່ອສະແຫວງຫາຄວາມສະຫງົບສຸກ, ແລ້ວຂ້ອຍຈະເຮັດໜ້າວຽກທີ່ເປັນອັນຕະລາຍໄດ້ແນວໃດ? ນັ້ນບໍ່ແມ່ນການຫາເລື່ອງໃສ່ຕົວບໍ? ຂ້ອຍບໍ່ສາມາດເຮັດໄດ້ຢ່າງເດັດຂາດ!” ແຕ່ຖ້າອ້າຍເອື້ອຍນ້ອງ ຫຼື ຄຣິສຕະຈັກຂໍໃຫ້ພວກເຂົາເຮັດບາງຢ່າງທີ່ເລັກນ້ອຍ, ພວກເຂົາກໍສາມາດຊ່ວຍເຫຼືອ ແລະ ອອກແຮງຊ່ວຍ, ຄືກັນກັບໝູ່. ການອອກແຮງ ແລະ ການຊ່ວຍເຫຼືອໃນຮູບແບບນີ້ບໍ່ສາມາດເອີ້ນວ່າການປະຕິບັດໜ້າທີ່, ທັງບໍ່ສາມາດເອີ້ນວ່າການກະທຳຕາມຫຼັກການຄວາມຈິງ ແລະ ຍິ່ງບໍ່ສາມາດເອີ້ນວ່າການປະຕິບັດຄວາມຈິງ; ມັນເປັນພຽງກໍລະນີທີ່ພວກເຂົາມີຄວາມປະທັບໃຈທີ່ດີຕໍ່ຜູ້ເຊື່ອໃນພຣະເຈົ້າ ແລະ ຂ້ອນຂ້າງເປັນມິດຕໍ່ພວກເຂົາ ແລະ ສາມາດຍື່ນມືມາຊ່ວຍເຫຼືອໄດ້ ຖ້າມີຄົນຕ້ອງການຄວາມຊ່ວຍເຫຼືອ. ຄົນປະເພດນີ້ເອີ້ນວ່າຫຍັງ? ເຮືອນຂອງພຣະເຈົ້າເອີ້ນພວກເຂົາວ່າ ມິດສະຫາຍທີ່ຢູ່ໃນຄຣິສຕະຈັກ. ຄົນປະເພດທີ່ເປັນມິດສະຫາຍທີ່ຢູ່ໃນຄຣິສຕະຈັກຄວນຖືກປະຕິບັດຕໍ່ແນວໃດ? ຖ້າພວກເຂົາມີຄວາມສາມາດ ແລະ ມີຈຸດແຂງບາງຢ່າງ ແລະ ສາມາດຊ່ວຍຄຣິສຕະຈັກຈັດການເລື່ອງພາຍນອກບາງຢ່າງໄດ້, ແລ້ວພວກເຂົາກໍເປັນຜູ້ຮັບໃຊ້ ແລະ ເປັນມິດສະຫາຍທີ່ຢູ່ໃນຄຣິສຕະຈັກເຊັ່ນກັນ. ມັນເປັນເພາະວ່າຄົນປະເພດນີ້ບໍ່ນັບວ່າເປັນຜູ້ເຊື່ອໃນພຣະເຈົ້າ ແລະ ເຮືອນຂອງພຣະເຈົ້າບໍ່ຍອມຮັບພວກເຂົາ. ແລະ ຖ້າພວກເຂົາບໍ່ໄດ້ຮັບການຍອມຮັບຈາກເຮືອນຂອງພຣະເຈົ້າ, ພຣະເຈົ້າຈະສາມາດຍອມຮັບພວກເຂົາວ່າເປັນຜູ້ເຊື່ອໄດ້ບໍ? (ບໍ່.) ສະນັ້ນ, ຢ່າຂໍໃຫ້ຄົນປະເພດນີ້ເຂົ້າຮ່ວມຖັນແຖວຂອງຜູ້ທີ່ປະຕິບັດໜ້າທີ່ເຕັມເວລາຢ່າງເດັດຂາດ. ມີບາງຄົນເວົ້າວ່າ: “ບາງຄົນ, ເມື່ອພວກເຂົາເລີ່ມເຊື່ອໃໝ່ໆ, ມີຄວາມສັດທາເລັກນ້ອຍ ແລະ ພຽງແຕ່ຢາກເປັນມິດສະຫາຍທີ່ຢູ່ໃນຄຣິສຕະຈັກ. ພວກເຂົາບໍ່ເຂົ້າໃຈຫຼາຍຢ່າງກ່ຽວກັບການເຊື່ອໃນພຣະເຈົ້າ, ແລ້ວພວກເຂົາຈະເຕັມໃຈປະຕິບັດໜ້າທີ່ໄດ້ແນວໃດ? ພວກເຂົາຈະເຕັມໃຈເສຍສະລະຕົນເອງຢ່າງສຸດໃຈໄດ້ແນວໃດ?” ພວກເຮົາບໍ່ໄດ້ເວົ້າເຖິງຄົນທີ່ເຊື່ອໃນພຣະເຈົ້າເປັນເວລາສາມຫາຫ້າເດືອນ ຫຼື ເຖິງໜຶ່ງປີ, ແຕ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າພຽງແຕ່ໃນນາມມາເປັນເວລາຫຼາຍກວ່າສາມປີ ຫຼື ແມ່ນແຕ່ຫ້າ ຫຼື ສິບປີ. ບໍ່ວ່າຄົນແບບນີ້ຈະຍອມຮັບດ້ວຍປາກຂອງພວກເຂົາຫຼາຍສໍ່າໃດວ່າ ພຣະເຈົ້າເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວ ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນຄຣິສຕະຈັກທີ່ແທ້ຈິງ, ມັນກໍບໍ່ໄດ້ພິສູດວ່າພວກເຂົາເປັນຜູ້ເຊື່ອທີ່ແທ້ຈິງ. ໂດຍອີງໃສ່ການສະແດງອອກຕ່າງໆ ຂອງຄົນປະເພດນີ້ ແລະ ຮູບແບບຄວາມສັດທາຂອງພວກເຂົາ, ພວກເຮົາເອີ້ນພວກເຂົາວ່າ ມິດສະຫາຍທີ່ຢູ່ໃນຄຣິສຕະຈັກ. ຢ່າປະຕິບັດຕໍ່ພວກເຂົາເໝືອນອ້າຍ ຫຼື ເອື້ອຍນ້ອງ, ພວກເຂົາບໍ່ແມ່ນອ້າຍ ຫຼື ເອື້ອຍນ້ອງ. ຢ່າໃຫ້ຄົນດັ່ງກ່າວເຂົ້າຮ່ວມຄຣິສຕະຈັກທີ່ເຮັດວຽກເຕັມເວລາ ແລະ ຢ່າໃຫ້ພວກເຂົາເຂົ້າຮ່ວມແຖວຜູ້ທີ່ປະຕິບັດໜ້າທີ່ເຕັມເວລາ; ເຮືອນຂອງພຣະເຈົ້າບໍ່ໃຊ້ຄົນດັ່ງກ່າວ. ບາງຄົນອາດຈະເວົ້າວ່າ: “ພຣະອົງມີອະຄະຕິຕໍ່ຄົນປະເພດນີ້ບໍ? ເຖິງແມ່ນວ່າພາຍນອກພວກເຂົາອາດຈະເບິ່ງຄືເຄິ່ງໆ ກາງໆ, ແຕ່ທີ່ຈິງແລ້ວ ພາຍໃນພວກເຂົາມີຄວາມກະຕືລືລົ້ນຫຼາຍ”. ມັນເປັນໄປບໍ່ໄດ້ທີ່ຜູ້ເຊື່ອທີ່ຈິງໃຈຈະເຊື່ອໃນພຣະເຈົ້າເປັນເວລາຫ້າ ຫຼື ສິບປີ ແລ້ວຍັງຄົງເຄິ່ງໆ ກາງໆຢູ່; ພຶດຕິກຳຂອງຄົນປະເພດນີ້ໄດ້ເປີດເຜີຍຢ່າງຄົບຖ້ວນແລ້ວວ່າ ພວກເຂົາເປັນຜູ້ບໍ່ເຊື່ອ, ເປັນຄົນທີ່ຢູ່ນອກພຣະທຳຂອງພຣະເຈົ້າ ແລະ ເປັນຜູ້ບໍ່ມີຄວາມເຊື່ອ. ຖ້າເຈົ້າຍັງເອີ້ນພວກເຂົາວ່າອ້າຍເອື້ອຍນ້ອງ ແລະ ຍັງເວົ້າວ່າພວກເຂົາໄດ້ຮັບການປະຕິບັດຢ່າງບໍ່ຍຸຕິທຳ, ນັ້ນກໍເປັນພຽງແນວຄິດ ແລະ ອາລົມຄວາມຮູ້ສຶກຂອງເຈົ້າເທົ່ານັ້ນ.

ພວກເຮົາຄວນປະຕິບັດຕໍ່ຄົນປະເພດທີ່ເປັນໝູ່ທີ່ຢູ່ໃນຄຣິສຕະຈັກແນວໃດ? ພວກເຂົາມີຫົວໃຈທີ່ອົບອຸ່ນ ແລະ ເຕັມໃຈທີ່ຈະຊ່ວຍຈັດການເລື່ອງນ້ອຍໆ. ຖ້າມີຄວາມຈຳເປັນຕ້ອງໃຊ້ພວກເຂົາ, ເຈົ້າສາມາດໃຫ້ໂອກາດພວກເຂົາຈັດການເລື່ອງນ້ອຍໆໄດ້. ຖ້າພວກເຂົາສາມາດເຮັດບາງຢ່າງໄດ້, ກໍໃຫ້ພວກເຂົາເຮັດ. ສ່ວນເລື່ອງທີ່ພວກເຂົາເຮັດໄດ້ບໍ່ດີ ແລະ ອາດຈະເຮັດໃຫ້ວຽກງານສັບສົນ, ຢ່າມອບໝາຍໜ້າວຽກດັ່ງກ່າວໃຫ້ພວກເຂົາຢ່າງເດັດຂາດ ເພື່ອຫຼີກລ່ຽງການສ້າງບັນຫາ, ເຈົ້າຢ່າໃຫ້ຄວາມຕັ້ງໃຈດີຂອງພວກເຂົາມາເຮັດໃຫ້ເຈົ້າຮູ້ສຶກຖືກບັງຄັບໄດ້. ພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ພວກເຂົາກໍບໍ່ເຂົ້າໃຈຫຼັກການເຊັ່ນກັນ. ຖ້າມີເລື່ອງພາຍນອກທີ່ພວກເຂົາສາມາດຈັດການໄດ້, ກໍໃຫ້ພວກເຂົາດຳເນີນການ. ແຕ່ຢ່າໃຫ້ພວກເຂົາຈັດການເລື່ອງໃຫຍ່ທີ່ກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກຈັກເທື່ອ, ໃນກໍລະນີດັ່ງກ່າວ, ຄວາມຕັ້ງໃຈດີ ແລະ ການຊ່ວຍເຫຼືອຢ່າງກະຕືລືລົ້ນຂອງພວກເຂົາຄວນຖືກປະຕິເສດ. ເມື່ອພົບຄົນປະເພດນີ້, ພຽງແຕ່ພົວພັນກັບພວກເຂົາແບບພໍເປັນພິທີກໍພໍແລ້ວ, ບໍ່ຕ້ອງໄປໃສ່ໃຈກັບພວກເຂົາ. ເປັນຫຍັງຈຶ່ງບໍ່ຄວນຈິງຈັງກັບພວກເຂົາ? ເພາະພວກເຂົາເປັນພຽງມິດສະຫາຍທີ່ຢູ່ໃນຄຣິສຕະຈັກ ແລະ ພວກເຂົາບໍ່ແມ່ນອ້າຍ ຫຼື ເອື້ອຍນ້ອງເລີຍ. ຄົນດັ່ງກ່າວສອດຄ່ອງກັບຫຼັກການຂອງເຮືອນຂອງພຣະເຈົ້າໃນການໃຊ້ຄົນບໍ? (ບໍ່, ພວກເຂົາບໍ່ສອດຄ່ອງ.) ສະນັ້ນ, ຖ້າຄົນປະເພດນີ້ບໍ່ເຂົ້າຮ່ວມການເຕົ້າໂຮມ, ບໍ່ຟັງການເທດສະໜາ ຫຼື ບໍ່ປະຕິບັດໜ້າທີ່, ກໍບໍ່ຈຳເປັນຕ້ອງເຊີນພວກເຂົາ. ຖ້າພວກເຂົາບໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ຫຼື ບໍ່ອະທິຖານ, ຖ້າພວກເຂົາບໍ່ສະແຫວງຫາຫຼັກການຄວາມຈິງ ເມື່ອມີເລື່ອງເກີດຂຶ້ນກັບພວກເຂົາ ແລະ ຖ້າພວກເຂົາບໍ່ເຕັມໃຈທີ່ຈະພົວພັນກັບອ້າຍເອື້ອຍນ້ອງ, ກໍບໍ່ຈຳເປັນຕ້ອງສະໜັບສະໜູນ ຫຼື ຊ່ວຍເຫຼືອພວກເຂົາ. ສະຫຼຸບງ່າຍໆກໍຄື: ຢ່າໄປໃສ່ໃຈພວກເຂົາ. ຢ່າຈິງຈັງກັບຄົນປະເພດທີ່ເປັນມິດສະຫາຍທີ່ຢູ່ໃນຄຣິສຕະຈັກ ແລະ ຜູ້ບໍ່ເຊື່ອ ແລະ ຢ່າໃສ່ໃຈພວກເຂົາ. ບໍ່ຈຳເປັນຕ້ອງເປັນຫ່ວງພວກເຂົາ ແລະ ບໍ່ຈຳເປັນຕ້ອງຖາມໄຖ່ພວກເຂົາ. ເປັນຫຍັງຈຶ່ງບໍ່ໃຫ້ຖາມໄຖ່ພວກເຂົາ? ການຖາມໄຖ່ຄົນທີ່ບໍ່ກ່ຽວຂ້ອງກັບພວກເຮົາຈະມີປະໂຫຍດຫຍັງ? ມັນເປັນເລື່ອງທີ່ບໍ່ຈຳເປັນ, ບໍ່ແມ່ນບໍ? ພວກເຈົ້າຢາກໃສ່ໃຈຄົນປະເພດນີ້ບໍ? ບາງທີພວກເຈົ້າອາດຈະມັກສອດຮູ້ສອດເຫັນ ແລະ ຢາກເປັນຫ່ວງ ແລະ ສົງໄສວ່າ: “ຕອນນີ້ພວກເຂົາເປັນແນວໃດແລ້ວ? ພວກເຂົາແຕ່ງງານແລ້ວ ຫຼື ຍັງ? ພວກເຂົາສະບາຍດີບໍ? ຕອນນີ້ພວກເຂົາເຮັດວຽກຫຍັງ?” ບໍ່ວ່າພວກເຂົາຈະເປັນແນວໃດ, ມັນກໍບໍ່ກ່ຽວຫຍັງກັບເຈົ້າ. ການທີ່ເຈົ້າເປັນຫ່ວງເລື່ອງນັ້ນຈະມີປະໂຫຍດຫຍັງ? ຢ່າໃສ່ໃຈພວກເຂົາ ແລະ ຢ່າວິຈານພວກເຂົາເຊັ່ນກັນ. ບາງຄົນມັກວິຈານ ເຊັ່ນ: “ເຈົ້າເຫັນບໍ່? ພວກເຂົາບໍ່ເຊື່ອໃນພຣະເຈົ້າຢ່າງຖືກຕ້ອງ, ທຸກມື້ພວກເຂົາດຳລົງຊີວິດແບບບໍ່ມີຊີວິດຊີວາ, ບໍ່ມີສະຫງ່າລາສີ ແລະ ພວກເຂົາເບິ່ງຄືວ່າອິດເມື່ອຍ ແລະ ອ່ອນເພຍຢູ່ຕະຫຼອດເວລາ” ຫຼື “ເຈົ້າເຫັນບໍ່? ພວກເຂົາບໍ່ເຊື່ອໃນພຣະເຈົ້າຢ່າງຖືກຕ້ອງ, ສະນັ້ນ ພວກເຂົາຈຶ່ງບໍ່ມີຄວາມສະຫງົບສຸກ ແລະ ມີເລື່ອງບໍ່ດີເກີດຂຶ້ນໃນຄອບຄົວຂອງພວກເຂົາອີກແລ້ວ”. ທັງໝົດນີ້ເປັນເລື່ອງໄຮ້ສາລະ ແລະ ບໍ່ຈຳເປັນ. ວິທີທີ່ພວກເຂົາດຳລົງຊີວິດ ແລະ ວິທີທີ່ພວກເຂົາຍ່າງໃນເສັ້ນທາງຂອງພວກເຂົາບໍ່ແມ່ນທຸລະຂອງເຈົ້າ. ຢ່າແມ່ນແຕ່ກ່າວເຖິງພວກເຂົາ; ເຈົ້າບໍ່ໄດ້ຢູ່ໃນເສັ້ນທາງດຽວກັນກັບພວກເຂົາ. ເຈົ້າເສຍສະລະຕົນເອງເພື່ອພຣະເຈົ້າຢ່າງຈິງໃຈ ແລະ ປະຕິບັດໜ້າທີ່ຂອງເຈົ້າເຕັມເວລາ, ເຈົ້າພຽງແຕ່ຕ້ອງການໄລ່ຕາມການໄດ້ຮັບຄວາມຈິງ ແລະ ບັນລຸຄວາມລອດພົ້ນ ແລະ ບໍ່ວ່າພຣະເຈົ້າຈະກ່າວຫຍັງ, ເຈົ້າກໍຕ້ອງການເຮັດສຸດຄວາມສາມາດເພື່ອເຮັດໃຫ້ພຣະອົງພໍພຣະໄທ; ຄົນເຫຼົ່ານັ້ນບໍ່ມີສິ່ງເຫຼົ່ານີ້ຢູ່ໃນຫົວໃຈຂອງພວກເຂົາ. ເມື່ອເຈົ້າເຫັນກະແສທີ່ຊົ່ວຮ້າຍ, ເຈົ້າກໍກຽດຊັງ ແລະ ລັງກຽດພວກມັນ ແລະ ເຈົ້າຮູ້ສຶກວ່າບໍ່ມີຄວາມສຸກໃນການດຳລົງຊີວິດຢູ່ໃນໂລກນີ້ ແລະ ເຈົ້າສາມາດພົບຄວາມສຸກໄດ້ໂດຍການເຊື່ອໃນພຣະເຈົ້າເທົ່ານັ້ນ; ໃນຂະນະທີ່ພວກເຂົາກົງກັນຂ້າມກັບເຈົ້າຢ່າງສິ້ນເຊີງ: ສິ່ງນີ້ພິສູດວ່າພວກເຂົາບໍ່ໄດ້ຢູ່ໃນເສັ້ນທາງດຽວກັນກັບເຈົ້າ. ຫຼັກການຂອງເຮືອນຂອງພຣະເຈົ້າໃນການຈັດການກັບຄົນປະເພດນີ້ກໍຄື ຖ້າພວກເຂົາເຕັມໃຈທີ່ຈະຊ່ວຍ, ເຮືອນຂອງພຣະເຈົ້າກໍສາມາດໃຫ້ໂອກາດພວກເຂົາໄດ້ ຕາບໃດທີ່ບໍ່ມີຜົນສະທ້ອນທີ່ອາດຈະເກີດຂຶ້ນ. ຖ້າເຮືອນຂອງພຣະເຈົ້າບໍ່ຈຳເປັນຕ້ອງໃຊ້ພວກເຂົາເລີຍ ແລະ ພວກເຂົາຍັງຄົງເຕັມໃຈທີ່ຈະຊ່ວຍ, ມັນກໍດີທີ່ສຸດທີ່ຈະປະຕິເສດຢ່າງສຸພາບ, ຢ່າສ້າງບັນຫາໃຫ້ຕົນເອງ. ຜູ້ເຊື່ອໂອ້ລົມກ່ຽວກັບຄວາມຈິງທຸກມື້ ແລະ ຍອມຮັບການຖືກລິຮານ, ແຕ່ກໍຍັງສາມາດເຮັດສິ່ງຕ່າງໆ ແບບເຮັດພໍແລ້ວມືແລ້ວຕີນໄດ້, ດັ່ງນັ້ນ ມິດສະຫາຍທີ່ຢູ່ໃນຄຣິສຕະຈັກຈະສາມາດຈັດການເລື່ອງຕ່າງໆ ຢ່າງເໝາະສົມໂດຍບໍ່ມີຄ່າຕອບແທນໄດ້ບໍ? (ບໍ່, ພວກເຂົາເຮັດບໍ່ໄດ້.) ລອງບອກເຮົາມາເບິ່ງ, ການຄິດແບບນີ້ເປັນການຄິດໃນແງ່ລົບຕໍ່ຜູ້ຄົນບໍ? ນີ້ເປັນການເບິ່ງຜູ້ຄົນໃນແງ່ລົບເກີນໄປບໍ? (ບໍ່, ບໍ່ແມ່ນ.) ນີ້ແມ່ນການເວົ້າໂດຍອີງໃສ່ຄວາມຈິງ, ການເວົ້າໂດຍອີງໃສ່ແກ່ນແທ້ຂອງຜູ້ຄົນ. ຢ່າໂງ່ຈ້າ, ຢ່າເຮັດຕົວໂງ່ ແລະ ຢ່າເຮັດຫຍັງທີ່ໂງ່ຈ້າ. ຜູ້ເຊື່ອຍັງຄົງຕ້ອງຜ່ານການລິຮານ, ການພິພາກສາ ແລະ ການລົງທັນ, ການລົງວິໄນຢ່າງເຂັ້ມງວດ, ການຕີສອນ ແລະ ການເປີດໂປງ ກ່ອນທີ່ການປະຕິບັດໜ້າທີ່ຂອງພວກເຂົາຈະສາມາດສອດຄ່ອງກັບເຈດຕະນາຂອງພຣະເຈົ້າເທື່ອລະເລັກເທື່ອລະໜ້ອຍ. ມິດສະຫາຍທີ່ຢູ່ໃນຄຣິສຕະຈັກ ຫຼື ຜູ້ບໍ່ມີຄວາມເຊື່ອບໍ່ຍອມຮັບຄວາມຈິງໃດໆ ເລີຍ ແລະ ທັງໝົດທີ່ພວກເຂົາຄິດໄດ້ກໍຄືຜົນປະໂຫຍດຂອງພວກເຂົາເອງ, ແລ້ວຈະມີຜົນດີຫຍັງເກີດຂຶ້ນຈາກການທີ່ພວກເຂົາຈັດການວຽກງານຕ່າງໆ ໃຫ້ເຮືອນຂອງພຣະເຈົ້າ ຫຼື ໃຫ້ອ້າຍເອື້ອຍນ້ອງ? ຝັນໄປໂລດ! ມັນເໝາະສົມແລ້ວທີ່ຈະບໍ່ໃສ່ໃຈຄົນປະເພດນີ້, ບໍ່ແມ່ນບໍ? (ແມ່ນ.) ຄຳວ່າ “ບໍ່ໃສ່ໃຈພວກເຂົາ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເຮືອນຂອງພຣະເຈົ້າບໍ່ຖືວ່າພວກເຂົາເປັນຜູ້ເຊື່ອ. ພວກເຂົາສາມາດເຊື່ອໃນພຣະເຈົ້າແນວໃດກໍໄດ້ຕາມທີ່ພວກເຂົາມັກ, ແຕ່ວຽກງານ ແລະ ກິດຈະການຂອງເຮືອນຂອງພຣະເຈົ້ານັ້ນບໍ່ກ່ຽວຂ້ອງຫຍັງກັບພວກເຂົາເລີຍ. ພວກເຂົາເຕັມໃຈທີ່ຈະຊ່ວຍ, ແຕ່ພວກເຮົາຕ້ອງຊັ່ງຊາ ແລະ ປະເມີນວ່າພວກເຂົາເໝາະສົມທີ່ຈະເຮັດມັນ ຫຼື ບໍ່ ແລະ ຖ້າພວກເຂົາບໍ່ເໝາະສົມ, ພວກເຮົາກໍບໍ່ສາມາດໃຫ້ໂອກາດນີ້ແກ່ພວກເຂົາ. ລອງບອກເຮົາມາເບິ່ງ, ການກະທຳແບບນີ້ສອດຄ່ອງກັບຫຼັກການບໍ? ພວກເຮົາມີສິດທີ່ຈະປະຕິບັດຕໍ່ຄົນດັ່ງກ່າວແບບນີ້ບໍ? ມີສິດຢ່າງແທ້ຈິງ!

IV. ວິທີປະຕິບັດຕໍ່ຄົນທີ່ເຄີຍຖືກໄລ່ອອກ

ຍັງມີຄົນອີກປະເພດໜຶ່ງ, ຄືຜູ້ທີ່ຖືກໄລ່ອອກ. ພວກເຮົາຄວນປະຕິບັດຕໍ່ພວກເຂົາແນວໃດ? ບໍ່ວ່າຄົນເຫຼົ່ານີ້ຈະຖືກໄລ່ອອກຍ້ອນວ່າພວກເຂົາບໍ່ສາມາດເຮັດວຽກງານຕົວຈິງໄດ້ ແລະ ຖືກຈັດວ່າເປັນຜູ້ນຳປອມ ຫຼື ຍ້ອນວ່າພວກເຂົາຍ່າງຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຖືກຈັດວ່າເປັນຄົນປະເພດຜູ້ຕໍ່ຕ້ານພຣະຄຣິສ, ມັນກໍຈຳເປັນທີ່ຈະຕ້ອງຈັດສັນຄົນເຫຼົ່ານີ້ໄປເຮັດວຽກອື່ນຢ່າງເໝາະສົມ ແລະ ຈັດແຈງຢ່າງສົມເຫດສົມຜົນໃຫ້ພວກເຂົາ. ຖ້າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສທີ່ໄດ້ເຮັດຄວາມຊົ່ວຮ້າຍມາຫຼາຍຢ່າງ, ແນ່ນອນວ່າພວກເຂົາກໍຄວນຖືກຂັບໄລ່ອອກ; ຖ້າພວກເຂົາບໍ່ໄດ້ເຮັດຄວາມຊົ່ວຮ້າຍມາຫຼາຍຢ່າງ, ແຕ່ມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ, ແລ້ວຕາບໃດທີ່ພວກເຂົາຍັງສາມາດຮັບໃຊ້ໃນທາງໃດໜຶ່ງທີ່ນ້ອຍໆໄດ້ ໂດຍບໍ່ກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ, ພວກເຂົາກໍບໍ່ຈຳເປັນຕ້ອງຖືກຂັບໄລ່ອອກ, ໃຫ້ພວກເຂົາຮັບໃຊ້ຕໍ່ໄປ ແລະ ໃຫ້ໂອກາດພວກເຂົາກັບໃຈ. ໃນກໍລະນີທີ່ຜູ້ນຳປອມໄດ້ຖືກໄລ່ອອກ, ຈັດແຈງໃຫ້ພວກເຂົາປະຕິບັດວຽກງານທີ່ແຕກຕ່າງອອກໄປ ໂດຍອີງໃສ່ຈຸດແຂງຂອງພວກເຂົາ ແລະ ໜ້າທີ່ທີ່ພວກເຂົາເໝາະສົມ, ແຕ່ພວກເຂົາບໍ່ໄດ້ຮັບອະນຸຍາດໃຫ້ຮັບໃຊ້ເປັນຜູ້ນຳຄຣິສຕະຈັກອີກຕໍ່ໄປ; ໃນກໍລະນີທີ່ຜູ້ນຳ ແລະ ຜູ້ເຮັດວຽກໄດ້ຖືກໄລ່ອອກ ຍ້ອນວ່າຄຸນສົມບັດຂອງພວກເຂົາຕໍ່າຫຼາຍ ແລະ ພວກເຂົາບໍ່ສາມາດເຮັດວຽກໃດໄດ້, ກໍຈັດແຈງໃຫ້ພວກເຂົາປະຕິບັດວຽກງານທີ່ແຕກຕ່າງອອກໄປ ໂດຍອີງໃສ່ຈຸດແຂງຂອງພວກເຂົາ ແລະ ໜ້າທີ່ທີ່ພວກເຂົາເໝາະສົມເຊັ່ນກັນ, ແຕ່ພວກເຂົາບໍ່ສາມາດຮັບການເລື່ອນຕຳແໜ່ງ ໃຫ້ເປັນຜູ້ນຳ ຫຼື ຜູ້ເຮັດວຽກໄດ້ອີກຕໍ່ໄປ. ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເຮັດໄດ້? ພວກເຂົາໄດ້ຖືກທົດລອງໃຊ້ແລ້ວ. ພວກເຂົາໄດ້ຖືກເປີດເຜີຍ ແລະ ມັນກໍເຫັນໄດ້ຊັດເຈນແລ້ວວ່າ ຄວາມສາມາດ ແລະ ຄວາມສາມາດໃນການເຮັດວຽກຂອງຄົນດັ່ງກ່າວເຮັດໃຫ້ພວກເຂົາບໍ່ເໝາະສົມທີ່ຈະເປັນຜູ້ນຳ. ຖ້າພວກເຂົາບໍ່ເໝາະສົມທີ່ຈະເປັນຜູ້ນຳ, ພວກເຂົາບໍ່ສາມາດປະຕິບັດໜ້າທີ່ອື່ນໄດ້ບໍ? ບໍ່ຈຳເປັນ. ຄວາມສາມາດທີ່ຕໍ່າຂອງພວກເຂົາເຮັດໃຫ້ພວກເຂົາບໍ່ເໝາະສົມທີ່ຈະເປັນຜູ້ນຳ, ແຕ່ພວກເຂົາສາມາດປະຕິບັດໜ້າທີ່ອື່ນໄດ້. ຫຼັງຈາກທີ່ຄົນດັ່ງກ່າວໄດ້ຖືກໄລ່ອອກ, ພວກເຂົາສາມາດເຮັດຫຍັງກໍໄດ້ທີ່ເໝາະສົມກັບພວກເຂົາ. ພວກເຂົາບໍ່ຄວນຖືກຖອນສິດໃນການປະຕິບັດໜ້າທີ່; ພວກເຂົາຍັງສາມາດຖືກໃຊ້ໄດ້ອີກ ເມື່ອສະຖານະ ຂອງພວກເຂົາເຕີບໃຫຍ່ຂຶ້ນໃນອະນາຄົດ. ບາງຄົນຖືກໄລ່ອອກຍ້ອນວ່າພວກເຂົາອາຍຸຍັງນ້ອຍ ແລະ ບໍ່ມີປະສົບການຊີວິດ ແລະ ຍັງຂາດປະສົບການໃນການເຮັດວຽກ, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດແບກຫາບວຽກງານໄດ້ ແລະ ໃນທີ່ສຸດກໍໄດ້ຖືກໄລ່ອອກ. ໃນການໄລ່ຄົນປະເພດນີ້ອອກ, ຍັງມີບ່ອນຜ່ອນຜັນໃຫ້ໄດ້. ຖ້າຄວາມເປັນມະນຸດຂອງພວກເຂົາສູງເຖິງມາດຕະຖານ ແລະ ຄວາມສາມາດຂອງພວກເຂົາມີພຽງພໍ, ພວກເຂົາກໍສາມາດຖືກນຳໃຊ້ໄດ້ ຫຼັງຈາກທີ່ຖືກເລື່ອນຕຳແໜ່ງລົງ ຫຼື ພວກເຂົາສາມາດໄດ້ຖືກຈັດໃຫ້ໄປເຮັດວຽກອື່ນທີ່ເໝາະສົມກັບພວກເຂົາ. ເມື່ອຄວາມເຂົ້າໃຈກ່ຽວກັບຄວາມຈິງຂອງພວກເຂົາຊັດເຈນແລ້ວ ແລະ ພວກເຂົາໄດ້ຖືກເປີດໂປງ ແລະ ພໍມີປະສົບການທີ່ກ່ຽວກັບວຽກງານຂອງຄຣິສຕະຈັກໜ້ອຍໜຶ່ງ, ຄົນດັ່ງກ່າວກໍຍັງສາມາດໄດ້ຮັບການເລື່ອນຕຳແໜ່ງ ແລະ ເພາະປູກໄດ້ອີກຄັ້ງ ໂດຍອີງໃສ່ຄວາມສາມາດຂອງພວກເຂົາ. ຖ້າຄວາມເປັນມະນຸດຂອງພວກເຂົາສູງເຖິງມາດຕະຖານ ແຕ່ຄວາມສາມາດຂອງພວກເຂົາຕໍ່າຫຼາຍ, ກໍບໍ່ມີຄຸນຄ່າໃດ ໃນການເພາະປູກພວກເຂົາ ແລະ ພວກເຂົາກໍບໍ່ສາມາດໄດ້ຮັບການເພາະປູກເພື່ອເອົາໄວ້ໃຊ້ງານໄດ້ຢ່າງເດັດຂາດ.

ໃນບັນດາຜູ້ທີ່ຖືກໄລ່ອອກ, ມີຄົນສອງປະເພດທີ່ບໍ່ສາມາດໄດ້ຮັບການເລື່ອນຕຳແໜ່ງ ແລະ ເພາະປູກອີກຢ່າງເດັດຂາດ. ປະເພດໜຶ່ງແມ່ນພວກຜູ້ຕໍ່ຕ້ານພຣະຄຣິສ ແລະ ອີກປະເພດໜຶ່ງແມ່ນຜູ້ທີ່ມີຄວາມສາມາດຕໍ່າເກີນໄປ. ນອກຈາກນີ້ກໍມີບາງຄົນທີ່ບໍ່ໄດ້ຖືວ່າເປັນພວກຜູ້ຕໍ່ຕ້ານພຣະຄຣິສ, ແຕ່ເປັນພຽງຜູ້ທີ່ມີຄວາມເປັນມະນຸດທີ່ບໍ່ດີ, ເຫັນແກ່ຕົວ ແລະ ມີເລ່ຫຼ່ຽມ ແລະ ບາງຄົນໃນພວກເຂົາກໍຂີ້ຄ້ານ, ໂລບກັບຄວາມສະບາຍທາງເນື້ອໜັງ ແລະ ບໍ່ສາມາດອົດທົນຕໍ່ຄວາມທຸກຍາກລຳບາກໄດ້. ເຖິງແມ່ນວ່າຄົນດັ່ງກ່າວຈະມີຄວາມສາມາດດີເລີດ, ພວກເຂົາກໍບໍ່ສາມາດໄດ້ຮັບການເລື່ອນຕຳແໜ່ງອີກຄັ້ງໄດ້. ຖ້າພວກເຂົາມີຄວາມສາມາດຢູ່ແດ່, ກໍໃຫ້ພວກເຂົາເຮັດໃນສິ່ງທີ່ພວກເຂົາສາມາດເຮັດໄດ້, ຕາບໃດທີ່ມີການຈັດແຈງທີ່ເໝາະສົມໃຫ້; ເວົ້າງ່າຍໆກໍຄື ຢ່າເລື່ອນຕຳແໜ່ງພວກເຂົາໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ນອກເໜືອຈາກການມີຄວາມສາມາດ ແລະ ຄວາມສາມາດໃນການເຮັດວຽກແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກຈຳເປັນຕ້ອງເຂົ້າໃຈຄວາມຈິງ, ມີພາລະຕໍ່ຄຣິສຕະຈັກ, ສາມາດເຮັດວຽກໜັກ ແລະ ທົນທຸກໄດ້ ແລະ ພວກເຂົາຕ້ອງດຸໝັ່ນ ແລະ ບໍ່ຂີ້ຄ້ານ. ຍິ່ງໄປກວ່ານັ້ນ, ພວກເຂົາຕ້ອງເປັນຄົນທີ່ຂ້ອນຂ້າງຊື່ສັດ ແລະ ຊື່ກົງ. ເຈົ້າບໍ່ສາມາດເລືອກຄົນທີ່ມີເລ່ຫຼ່ຽມໄດ້ຢ່າງເດັດຂາດ. ຜູ້ທີ່ຄົດໂກງ ແລະ ມີເລ່ຫຼ່ຽມຫຼາຍເກີນໄປ ມັກຈະວາງແຜນຕໍ່ຕ້ານອ້າຍເອື້ອຍນ້ອງ, ຜູ້ນຳລະດັບສູງຂອງພວກເຂົາ ແລະ ເຮືອນຂອງພຣະເຈົ້າຢູ່ສະເໝີ. ພວກເຂົາໃຊ້ເວລາໝົດມື້ເພື່ອຄິດແຕ່ເລື່ອງທີ່ບໍ່ຊື່ຕົງ. ເມື່ອພົວພັນກັບຄົນແບບນີ້, ເຈົ້າຕ້ອງໄດ້ຄາດເດົາສິ່ງທີ່ພວກເຂົາຄິດຢ່າງແທ້ຈິງຢູ່ສະເໝີ, ເຈົ້າຕ້ອງໄດ້ສອບຖາມຢູ່ເລື້ອຍໆວ່າ ໃນຊ່ວງບໍ່ດົນມານີ້ພວກເຂົາເຮັດຫຍັງແທ້ ແລະ ເຈົ້າຕ້ອງໄດ້ຈັບຕາເບິ່ງພວກເຂົາຢູ່ສະເໝີ. ການໃຊ້ປະໂຫຍດຄົນແບບນີ້ເປັນເລື່ອງທີ່ເມື່ອຍເກີນໄປ ແລະ ໜ້າເປັນຫ່ວງເກີນໄປ. ຖ້າຄົນປະເພດນີ້ໄດ້ຮັບການເລື່ອນຕຳແໜ່ງໃຫ້ປະຕິບັດໜ້າທີ່, ເຖິງແມ່ນວ່າລາວຈະເຂົ້າໃຈຫຼັກຄຳສອນເລັກນ້ອຍ, ພວກເຂົາກໍຈະບໍ່ປະຕິບັດຕາມ ແລະ ພວກເຂົາຈະຄາດຫວັງຜົນປະໂຫຍດ ແລະ ຂໍ້ໄດ້ປຽບສຳລັບທຸກວຽກງານທີ່ພວກເຂົາເຮັດ. ການນໍາໃຊ້ຄົນດັ່ງກ່າວແມ່ນໜ້າເປັນຫ່ວງເກີນໄປ ແລະ ເປັນບັນຫາຫຼາຍເກີນໄປ, ສະນັ້ນ ຄົນດັ່ງກ່າວຈຶ່ງບໍ່ສາມາດໄດ້ຮັບການເລື່ອນຕຳແໜ່ງໄດ້. ສະນັ້ນ, ເມື່ອເວົ້າເຖິງພວກຜູ້ຕໍ່ຕ້ານພຣະຄຣິສ, ຜູ້ທີ່ມີຄວາມສາມາດຕໍ່າຫຼາຍ, ຜູ້ທີ່ມີຄວາມເປັນມະນຸດທີ່ບໍ່ດີ, ຜູ້ທີ່ຂີ້ຄ້ານ, ໂລບກັບຄວາມສະບາຍທາງເນື້ອໜັງ ແລະ ບໍ່ສາມາດທົນຕໍ່ຄວາມທຸກຍາກລຳບາກໄດ້ ແລະ ຜູ້ທີ່ຄົດໂກງ ແລະ ມີເລ່ຫຼ່ຽມທີ່ສຸດ, ເມື່ອຄົນປະເພດເຫຼົ່ານີ້ຖືກເປີດເຜີຍ ແລະ ຖືກໄລ່ອອກ ຫຼັງຈາກທີ່ຖືກໃຊ້ປະໂຫຍດແລ້ວ, ກໍຢ່າເລື່ອນຕຳແໜ່ງພວກເຂົາເປັນຄັ້ງທີສອງ; ຢ່າໃຊ້ປະໂຫຍດພວກເຂົາຢ່າງບໍ່ຖືກຕ້ອງອີກຄັ້ງ ຫຼັງຈາກທີ່ໄດ້ເຫັນທະລຸແລ້ວ. ບາງຄົນອາດຈະເວົ້າວ່າ: “ຄົນຜູ້ນີ້ເຄີຍມີລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ. ພວກເຮົາສັງເກດເຫັນວ່າ ພວກເຂົາປະພຶດຕົວດີມາໄດ້ໄລຍະໜຶ່ງແລ້ວ, ພວກເຂົາສາມາດພົວພັນກັບອ້າຍເອື້ອຍນ້ອງໄດ້ຢ່າງປົກກະຕິ ແລະ ບໍ່ໄດ້ກົດຂີ່ຄົນອື່ນອີກຕໍ່ໄປ. ພວກເຂົາສາມາດໄດ້ຮັບການເລື່ອນຕຳແໜ່ງໄດ້ບໍ?” ຢ່າຮີບຟ້າວຫຼາຍ, ເມື່ອໃດທີ່ພວກເຂົາໄດ້ຮັບການເລື່ອນຕຳແໜ່ງ ແລະ ມີສະຖານະພາບ, ທຳມະຊາດຂອງການເປັນຜູ້ຕໍ່ຕ້ານພຣະຄຣິສຂອງພວກເຂົາ ກໍຈະຖືກເປີດໂປງອອກມາ. ຄົນອື່ນອາດຈະເວົ້າວ່າ: “ຄວາມສາມາດຂອງຄົນຜູ້ນີ້ຕໍ່າຫຼາຍມາກ່ອນ; ເມື່ອຖືກຂໍໃຫ້ຊີ້ນຳຄົນສອງຄົນ, ລາວບໍ່ຮູ້ວ່າຈະຈັດສັນໜ້າວຽກແນວໃດ ແລະ ຖ້າມີສອງເລື່ອງເກີດຂຶ້ນພ້ອມກັນ, ພວກເຂົາກໍບໍ່ຮູ້ວ່າຈະຈັດແຈງຢ່າງສົມເຫດສົມຜົນແນວໃດ. ຕອນນີ້ພວກເຂົາອາຍຸຫຼາຍຂຶ້ນແລ້ວ, ພວກເຂົາກໍຈະເຮັດສິ່ງເຫຼົ່ານີ້ໄດ້ດີຂຶ້ນ, ແມ່ນບໍ່?” ຄຳກ່າວອ້າງນີ້ມີນໍ້າໜັກພໍບໍ່? (ບໍ່ແມ່ນ.) ເມື່ອມີສອງເລື່ອງເກີດຂຶ້ນພ້ອມກັນ, ຄົນຜູ້ນັ້ນກໍຈະສັບສົນ ແລະ ບໍ່ຮູ້ວ່າຈະຈັດການກັບພວກມັນແນວໃດ. ພວກເຂົາບໍ່ສາມາດເບິ່ງທະລຸໃຜ ຫຼື ສິ່ງໃດໄດ້. ຄວາມສາມາດຂອງພວກເຂົາຕໍ່າຫຼາຍ ຈົນພວກເຂົາບໍ່ມີຄວາມສາມາດໃນການເຮັດວຽກ ຫຼື ຄວາມສາມາດໃນການຢັ່ງຮູ້. ຄົນດັ່ງກ່າວບໍ່ສາມາດໄດ້ຮັບການເລື່ອນຕຳແໜ່ງໃຫ້ເປັນຜູ້ນໍາອີກຄັ້ງເດັດຂາດ. ນີ້ບໍ່ແມ່ນເລື່ອງຂອງອາຍຸ. ຄົນທີ່ມີຄວາມສາມາດຕໍ່າ ກໍຈະຍັງມີຄວາມສາມາດຕໍ່າເມື່ອພວກເຂົາອາຍຸແປດສິບປີ. ມັນບໍ່ຄືກັບທີ່ຄົນຈິນຕະນາການວ່າ ເມື່ອຄົນໃດຄົນໜຶ່ງອາຍຸຫຼາຍຂຶ້ນ ແລະ ມີປະສົບການຫຼາຍຂຶ້ນ, ພວກເຂົາກໍຈະສາມາດເຂົ້າໃຈທຸກຢ່າງໄດ້, ມັນບໍ່ແມ່ນແບບນັ້ນ. ພວກເຂົາຈະມີພຽງປະສົບການຊີວິດບາງຢ່າງ, ແຕ່ປະສົບການຊີວິດບໍ່ເທົ່າກັບຄວາມສາມາດ. ບໍ່ວ່າຄົນໃດຄົນໜຶ່ງຈະມີປະສົບການຫຼາຍສໍ່າໃດ ຫຼື ໄດ້ຮຽນຮູ້ບົດຮຽນຫຼາຍສໍ່າໃດ, ມັນບໍ່ໄດ້ໝາຍຄວາມວ່າຄວາມສາມາດຂອງພວກເຂົາຈະດີຂຶ້ນ.

ຖ້າຄວາມເປັນມະນຸດຂອງໃຜຄົນໜຶ່ງເຫັນແກ່ຕົວເກີນໄປ, ມີເລ່ຫຼ່ຽມເກີນໄປ ແລະ ຊົ່ວຮ້າຍເກີນໄປ ແລະ ໃນໃຈເຕັມໄປດ້ວຍເລ່ກົນທີ່ຊົ່ວຮ້າຍ ແລະ ຄິດເຖິງແຕ່ຕົນເອງ, ຄົນປະເພດນີ້ຈະປ່ຽນແປງໄດ້ບໍ? ພວກເຂົາຖືກໄລ່ອອກຍ້ອນເຫດຜົນເຫຼົ່ານີ້; ຕອນນີ້ສິບປີຜ່ານໄປ ແລະ ພວກເຂົາໄດ້ຟັງຄຳເທດສະໜາຫຼາຍບົດ, ຄວາມເປັນມະນຸດຂອງພວກເຂົາບໍ່ໄດ້ເຫັນແກ່ຕົວ, ບໍ່ຄົດໂກງ ແລະ ບໍ່ມີເລ່ຫຼ່ຽມແລ້ວບໍ? ເຮົາຈະບອກເຈົ້າວ່າ: ຄົນປະເພດນີ້ຈະບໍ່ປ່ຽນແປງ, ອີກ 20 ປີຕໍ່ໜ້າ ພວກເຂົາກໍຈະຍັງເປັນຄົນແບບເກົ່າ. ສະນັ້ນ, ຖ້າເຈົ້າພົບພວກເຂົາອີກໃນ 20 ປີຂ້າງໜ້າ ແລະ ຖາມພວກເຂົາວ່າ ພວກເຂົາຍັງເຫັນແກ່ຕົວ ແລະ ມີເລ່ຫຼ່ຽມຄືເກົ່າບໍ, ພວກເຂົາກໍຈະຍອມຮັບເອງດ້ວຍຊ້ຳ. ຍ້ອນຫຍັງຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີຈຶ່ງບໍ່ປ່ຽນແປງ? ພວກເຂົາປ່ຽນແປງໄດ້ບໍ? ສົມມຸດວ່າພວກເຂົາສາມາດປ່ຽນແປງໄດ້, ພື້ນຖານ ແລະ ເງື່ອນໄຂທີ່ຈະເຮັດໃຫ້ສິ່ງນັ້ນເກີດຂຶ້ນແມ່ນຫຍັງ? ພວກເຂົາຕ້ອງສາມາດຍອມຮັບຄວາມຈິງ. ຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີບໍ່ຍອມຮັບຄວາມຈິງ ແລະ ພາຍໃນໃຈ ພວກເຂົາໄດ້ດູຖູກ, ກຽດຊັງ, ເຍາະເຍີ້ຍ ແລະ ເປັນປໍລະປັກຕໍ່ສິ່ງທີ່ເປັນບວກ, ພວກເຂົາພຽງແຕ່ບໍ່ສາມາດປ່ຽນແປງໄດ້. ສະນັ້ນ ບໍ່ວ່າຈະຜ່ານໄປຈັກປີກໍຕາມ, ຢ່າເລື່ອນຕຳແໜ່ງໃຫ້ພວກເຂົາ, ເພາະພວກເຂົາບໍ່ສາມາດປ່ຽນແປງໄດ້. ເປັນໄປໄດ້ວ່າໃນອີກ 20 ປີຂ້າງໜ້າ, ພວກເຂົາຈະຮຽນຮູ້ທີ່ຈະເຈົ້າເລ້ຍິ່ງຂຶ້ນ ແລະ ເວົ້າສິ່ງທີ່ຟັງແລ້ວມ່ວນຫູ ແລະ ສິ່ງທີ່ຫຼອກລວງຄົນອື່ນໄດ້ດີຍິ່ງຂຶ້ນ. ແຕ່ຖ້າເຈົ້າຄົບຫາກັບຄົນແບບນີ້ ແລະ ສັງເກດການກະທຳຂອງພວກເຂົາ, ເຈົ້າຈະຄົ້ນພົບຄວາມຈິງຢ່າງໜຶ່ງ, ນັ້ນກໍຄື ພວກເຂົາບໍ່ໄດ້ປ່ຽນແປງເລີຍ. ເຈົ້າຄິດວ່າ ຫຼັງຈາກຜ່ານໄປຫຼາຍປີ ແລະ ພວກເຂົາໄດ້ຟັງຄຳເທດສະໜາຫຼາຍບົດ ແລະ ປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າເປັນເວລາດົນນານ, ພວກເຂົາຄວນຈະປ່ຽນແປງແລ້ວ, ເຈົ້າຄິດຜິດແລ້ວ! ພວກເຂົາຈະບໍ່ປ່ຽນແປງ. ຍ້ອນຫຍັງ? ພວກເຂົາໄດ້ຟັງຄຳເທດສະໜາຫຼາຍບົດ ແລະ ອ່ານພຣະທຳຂອງພຣະເຈົ້າຢ່າງຫຼວງຫຼາຍ, ແຕ່ພວກເຂົາບໍ່ຍອມຮັບ ຫຼື ປະຕິບັດຕາມແມ່ນແຕ່ປະໂຫຍກດຽວ, ສະນັ້ນ ພວກເຂົາຈຶ່ງບໍ່ໄດ້ປ່ຽນແປງແມ່ນແຕ່ໜ້ອຍດຽວ, ມັນເປັນໄປບໍ່ໄດ້ທີ່ພວກເຂົາຈະປ່ຽນແປງ. ເມື່ອຄົນດັ່ງກ່າວຖືກເປີດເຜີຍ ແລະ ຖືກໄລ່ອອກ, ພວກເຂົາກໍບໍ່ສາມາດຖືກນໍາມາໃຊ້ອີກຄັ້ງ ແລະ ຖ້າເຈົ້ານໍາພວກເຂົາມາໃຊ້, ເຈົ້າກໍກຳລັງທຳຮ້າຍເຮືອນຂອງພຣະເຈົ້າ ແລະ ອ້າຍເອື້ອຍນ້ອງ. ຖ້າເຈົ້າບໍ່ແນ່ໃຈ, ກໍພຽງແຕ່ສັງເກດເບິ່ງວ່າພວກເຂົາກະທຳແນວໃດ ແລະ ເບິ່ງວ່າພວກເຂົາປົກປ້ອງຜົນປະໂຫຍດຂອງໃຜ ເມື່ອປະເຊີນກັບສິ່ງທີ່ນໍາເອົາຜົນປະໂຫຍດຂອງພວກເຂົາເອງມາຂັດແຍ່ງກັບຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ; ພວກເຂົາຈະບໍ່ເສຍສະລະຜົນປະໂຫຍດຂອງຕົນເອງ ແລະ ທຸ່ມເທທັງໝົດເພື່ອປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຢ່າງເດັດຂາດ. ເມື່ອເບິ່ງຈາກດ້ານນີ້, ພວກເຂົາກໍບໍ່ໜ້າໄວ້ວາງໃຈ ແລະ ພວກເຂົາບໍ່ສົມຄວນທີ່ຈະໄດ້ຮັບການເລື່ອນຕຳແໜ່ງ ແລະ ນໍາໃຊ້ໂດຍເຮືອນຂອງພຣະເຈົ້າ. ນັ້ນຄືເຫດຜົນທີ່ຄົນດັ່ງກ່າວຖືກກຳນົດບໍ່ໃຫ້ຖືກນໍາໃຊ້. ຄົນທີ່ບໍ່ຍອມຮັບຄວາມຈິງຍັງຈະປ່ຽນແປງໄດ້ບໍ? ເປັນໄປບໍ່ໄດ້, ນັ້ນເປັນຄວາມຝັນຂອງຄົນໂງ່!

ສ່ວນຄົນທີ່ຂີ້ຄ້ານ, ໂລບກັບຄວາມສະບາຍທາງເນື້ອໜັງ ແລະ ບໍ່ສາມາດທົນທຸກຕໍ່ຄວາມລຳບາກໄດ້ແມ່ນແຕ່ໜ້ອຍດຽວ, ພວກເຂົາຍິ່ງບໍ່ສາມາດປ່ຽນແປງໄດ້. ໃນຊ່ວງເວລາທີ່ເປັນຜູ້ນໍາ, ພວກເຂົາບໍ່ໄດ້ທົນທຸກຕໍ່ຄວາມລຳບາກໃດໆ, ພວກເຂົາບໍ່ໄດ້ທົນແມ່ນແຕ່ຄວາມທຸກລຳບາກທີ່ອ້າຍເອື້ອຍນ້ອງທຳມະດາສາມາດທົນໄດ້. ໃນການປະຕິບັດໜ້າທີ່ຂອງຕົນ ພວກເຂົາເຮັດພຽງແຕ່ພໍເປັນພິທີ, ຈັດການເຕົ້າໂຮມ ແລະ ເທດສະໜາຫຼັກຄຳສອນບາງຢ່າງ, ຈາກນັ້ນກໍໄປນອນເພື່ອບົວລະບັດຕົນເອງເປັນຢ່າງດີ. ຖ້າຕອນກາງຄືນ ພວກເຂົາເຂົ້ານອນເດິກພຽງເລັກນ້ອຍ, ພວກເຂົາກໍຈະຍັງນອນຫຼັບສະໜິດໃນຕອນເຊົ້າ ໃນຂະນະທີ່ອ້າຍເອື້ອຍນ້ອງກຳລັງຕື່ນນອນ. ພວກເຂົາບໍ່ເຕັມໃຈທີ່ຈະເມື່ອຍພຽງເລັກນ້ອຍ ຫຼື ຫຍຸ້ງພຽງເລັກນ້ອຍ ຫຼື ທົນທຸກຕໍ່ຄວາມລຳບາກພຽງເລັກນ້ອຍ. ພວກເຂົາບໍ່ຈ່າຍລາຄາໃດໆ ແລະ ບໍ່ເຮັດວຽກງານຕົວຈິງໃດໆ. ບໍ່ວ່າພວກເຂົາຈະໄປໃສ, ທັນທີທີ່ພວກເຂົາເຫັນອາຫານ ແລະ ເຄື່ອງດື່ມທີ່ດີ, ພວກເຂົາກໍດີໃຈຫຼາຍຈົນລືມທຸກສິ່ງທຸກຢ່າງ ແລະ ພວກເຂົາກໍບໍ່ໄປໃສ, ພຽງແຕ່ຢູ່ທີ່ນັ້ນແລ້ວກິນ, ດື່ມ ແລະ ເພີດເພີນກັບຕົນເອງ ແລະ ບໍ່ເຮັດວຽກງານໃດໆ ທັງສິ້ນ. ພວກເຂົາບໍ່ຟັງເມື່ອຖືກລິຮານໂດຍເບື້ອງເທິງ ແລະ ພວກເຂົາກໍບໍ່ຍອມຮັບຄຳເຕືອນ ແລະ ການເປີດໂປງຈາກອ້າຍເອື້ອຍນ້ອງ. ພວກເຂົາເລືອກທີ່ຈະດຳເນີນຊີວິດໃນແບບທີ່ສະບາຍທີ່ສຸດເທົ່າທີ່ຈະເປັນໄປໄດ້, ໂດຍບໍ່ຈ່າຍລາຄາໃດໆ ແລະ ໂດຍບໍ່ບັນລຸຄວາມຮັບຜິດຊອບ ຫຼື ປະຕິບັດໜ້າທີ່ຂອງຕົນ ແລະ ດັ່ງນັ້ນ ພວກເຂົາຈຶ່ງກາຍເປັນຄົນໄຮ້ປະໂຫຍດ. ຄົນດັ່ງກ່າວສາມາດປ່ຽນແປງໄດ້ບໍ? ຄົນປະເພດນີ້ຂີ້ຄ້ານເກີນໄປ, ໂລບກັບຄວາມສະບາຍທາງເນື້ອໜັງ; ພວກເຂົາບໍ່ສາມາດປ່ຽນແປງໄດ້. ນີ້ຄືສິ່ງທີ່ພວກເຂົາເປັນຕອນນີ້ ແລະ ນີ້ຄືສິ່ງທີ່ພວກເຂົາຈະເປັນໃນອະນາຄົດ. ບາງຄົນອາດຈະເວົ້າວ່າ: “ຄົນຜູ້ນັ້ນໄດ້ປ່ຽນແປງແລ້ວ, ພວກເຂົາໄດ້ທຸ່ມເທຄວາມພະຍາຍາມຫຼາຍໃນວຽກງານຂອງພວກເຂົາມາໄດ້ໄລຍະໜຶ່ງແລ້ວ”. ຢ່າຮີບຟ້າວຫຼາຍ. ຖ້າເຈົ້າເລື່ອນຕຳແໜ່ງໃຫ້ພວກເຂົາເປັນຜູ້ນໍາ, ພວກເຂົາຈະກັບໄປເປັນແບບເກົ່າ, ພວກເຂົາກໍເປັນໄດ້ສ່ຳນັ້ນ. ພວກເຂົາຄືກັນກັບນັກພະນັນ, ຜູ້ທີ່ເມື່ອເງິນໝົດ, ກໍຈະສືບຕໍ່ຫຼິ້ນການພະນັນ ເຖິງແມ່ນວ່າພວກເຂົາຈະຕ້ອງຢືມເງິນ, ຂາຍເຮືອນ ຫຼື ແມ່ນແຕ່ຂາຍເມຍ ແລະ ລູກຂອງພວກເຂົາ. ຖ້າຊ່ວງນີ້ພວກເຂົາບໍ່ໄດ້ຫຼິ້ນການພະນັນ, ມັນອາດຈະເປັນຍ້ອນວ່າບ່ອນຫຼີ້ນການພະນັນໄດ້ປິດລົງ ແລະ ບໍ່ມີບ່ອນໃຫ້ຫຼິ້ນການພະນັນ ຫຼື ຍ້ອນວ່າໝູ່ຫຼິ້ນການພະນັນຂອງພວກເຂົາທັງໝົດຖືກຈັບ ແລະ ບໍ່ມີໃຜຫຼິ້ນການພະນັນກັບພວກເຂົາອີກຕໍ່ໄປ ຫຼື ຍ້ອນວ່າພວກເຂົາໄດ້ຂາຍທຸກສິ່ງທີ່ພວກເຂົາສາມາດຂາຍໄດ້ ແລະ ບໍ່ມີເງິນເຫຼືອໄວ້ຫຼິ້ນການພະນັນແລ້ວ. ເມື່ອໃດທີ່ພວກເຂົາມີເງິນໃນມື, ພວກເຂົາກໍຈະເລີ່ມຫຼິ້ນການພະນັນອີກ ແລະ ຈະບໍ່ສາມາດເຊົາໄດ້, ພວກເຂົາກໍເປັນໄດ້ສ່ຳນັ້ນ. ເຊັ່ນດຽວກັນ, ຜູ້ທີ່ຂີ້ຄ້ານ ແລະ ໂລບກັບຄວາມສະບາຍທາງເນື້ອໜັງກໍບໍ່ສາມາດປ່ຽນແປງໄດ້ເຊັ່ນກັນ. ເມື່ອໃດທີ່ພວກເຂົາໄດ້ຮັບສະຖານະພາບ, ພວກເຂົາກໍຈະກັບຄືນສູ່ຮູບຮ່າງເດີມຂອງຕົນໃນທັນທີ ແລະ ທາດແທ້ຂອງພວກເຂົາກໍຈະຖືກເປີດໂປງ. ເມື່ອພວກເຂົາບໍ່ມີສະຖານະພາບ, ບໍ່ມີໃຜນັບຖື ແລະ ບໍ່ມີໃຜຮັບໃຊ້ພວກເຂົາ ແລະ ຖ້າພວກເຂົາບໍ່ເຮັດຫຍັງ, ພວກເຂົາກໍຄວນຖືກກຳຈັດອອກ, ເພາະຄຣິສຕະຈັກບໍ່ລ້ຽງຄົນຂີ້ຄ້ານ, ສະນັ້ນ ພວກເຂົາຈຶ່ງບໍ່ມີທາງເລືອກ ນອກຈາກຕ້ອງເຮັດບາງສິ່ງຢ່າງບໍ່ເຕັມໃຈ. ພວກເຂົາເຮັດສິ່ງຕ່າງໆ ແຕກຕ່າງຈາກຄົນອື່ນ. ຄົນອື່ນໄດ້ເຮັດສິ່ງຕ່າງໆ ຢ່າງກະຕືລືລົ້ນ, ໃນຂະນະທີ່ພວກເຂົາເຮັດແບບຝືນໃຈ. ເຖິງແມ່ນວ່າພາຍນອກຈະບໍ່ມີຄວາມແຕກຕ່າງ, ແຕ່ໂດຍແກ່ນແທ້ແລ້ວແມ່ນມີຄວາມແຕກຕ່າງ. ເມື່ອຄົນອື່ນມີສະຖານະພາບ, ພວກເຂົາເຮັດສິ່ງທີ່ພວກເຂົາຄວນເຮັດ ແລະ ສາມາດບັນລຸຄວາມຮັບຜິດຊອບຂອງພວກເຂົາ; ແຕ່ເມື່ອໃດທີ່ຄົນປະເພດນີ້ມີສະຖານະພາບ, ພວກເຂົາກໍສວຍໂອກາດເພີດເພີນກັບຜົນປະໂຫຍດຈາກສະຖານະພາບຂອງພວກເຂົາ ແລະ ບໍ່ເຮັດວຽກງານໃດໆ ແລະ ທຳມະຊາດ-ແກ່ນແທ້ຂອງຄວາມຂີ້ຄ້ານ ແລະ ການໂລບກັບຄວາມສະບາຍຂອງພວກເຂົາກໍຖືກເປີດໂປງອອກມາ. ສະນັ້ນ, ຄົນປະເພດນີ້ຈະບໍ່ປ່ຽນແປງບໍ່ວ່າໃນສະຖານະການໃດກໍຕາມ ແລະ ເມື່ອໃດທີ່ພວກເຂົາຖືກເປີດເຜີຍ ແລະ ຖືກໄລ່ອອກ, ຄົນດັ່ງກ່າວກໍບໍ່ຄວນໄດ້ຮັບການເລື່ອນຕຳແໜ່ງ ແລະ ນໍາໃຊ້ອີກຕໍ່ໄປ, ນີ້ຄືຫຼັກການ.

ເມື່ອເວົ້າເຖິງຄົນທີ່ມີສະຖານະການແຕກຕ່າງກັນ, ສິ່ງເຫຼົ່ານີ້ຄືຫຼັກການສຳລັບການເລື່ອນຕຳແໜ່ງ ແລະ ນໍາໃຊ້ພວກເຂົາ. ມາດຕະຖານຂັ້ນຕໍ່າສຸດແມ່ນ ພວກເຂົາສາມາດທຸ້ມເທຄວາມພະຍາຍາມ ແລະ ຮັບໃຊ້ ໃນເຮືອນຂອງພຣະເຈົ້າໄດ້ ໂດຍບໍ່ກໍ່ໃຫ້ເກີດການລົບກວນ; ໃນກໍລະນີນັ້ນ, ພວກເຂົາສາມາດປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າໄດ້. ຖ້າພວກເຂົາບໍ່ສາມາດບັນລຸໄດ້ແມ່ນແຕ່ມາດຕະຖານຂັ້ນຕໍ່າສຸດນີ້, ແລ້ວບໍ່ວ່າຄວາມເປັນມະນຸດ ແລະ ຈຸດແຂງຂອງພວກເຂົາຈະເປັນແນວໃດ, ພວກເຂົາກໍບໍ່ເໝາະສົມທີ່ຈະປະຕິບັດໜ້າທີ່ ແລະ ຄົນປະເພດນີ້ຄວນຖືກກຳຈັດຈາກຖັນແຖວຂອງຜູ້ທີ່ປະຕິບັດໜ້າທີ່. ຖ້າຄວາມເປັນມະນຸດຂອງຄົນໃດຄົນໜຶ່ງເປັນຄົນຊົ່ວຮ້າຍ ແລະ ເທົ່າກັບການເປັນຜູ້ຕໍ່ຕ້ານພຣະຄຣິສ, ແລ້ວເມື່ອໃດທີ່ໄດ້ຮັບການຢືນຢັນວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ, ເຮືອນຂອງພຣະເຈົ້າຈະບໍ່ນໍາໃຊ້ລາວ, ທັງບໍ່ເລື່ອນຕຳແໜ່ງ ຫຼື ເພາະປູກພວກເຂົາອີກ. ບາງຄົນອາດຈະເວົ້າວ່າ: “ໃຫ້ພວກເຂົາຮັບໃຊ້ຈະໄດ້ບໍ?” ມັນຂຶ້ນກັບສະຖານະການ. ຖ້າການຮັບໃຊ້ຂອງພວກເຂົາອາດຈະມີຜົນກະທົບໃນທາງລົບ ແລະ ນໍາເອົາຜົນສະທ້ອນທີ່ບໍ່ດີມາສູ່ເຮືອນຂອງພຣະເຈົ້າ, ແລ້ວເຮືອນຂອງພຣະເຈົ້າກໍຈະບໍ່ໃຫ້ໂອກາດພວກເຂົາໃນການຮັບໃຊ້ເລີຍ. ຖ້າພວກເຂົາຮູ້ວ່າຕົນເອງເປັນຄົນຊົ່ວຊ້າ ຫຼື ຜູ້ຕໍ່ຕ້ານພຣະຄຣິສທີ່ຖືກຂັບໄລ່, ແຕ່ພວກເຂົາເຕັມໃຈທີ່ຈະຮັບໃຊ້ ແລະ ຈະເຮັດສິ່ງຕ່າງໆ ຕາມທີ່ຄຣິສຕະຈັກຈັດແຈງໃຫ້ພວກເຂົາເຮັດ ແລະ ສາມາດຮັບໃຊ້ດ້ວຍການປະພຶດຕົວດີ ໂດຍບໍ່ທຳຮ້າຍຜົນປະໂຫຍດໃດໆ ຂອງເຮືອນຂອງພຣະເຈົ້າ, ແລ້ວໃນກໍລະນີນັ້ນ ພວກເຂົາກໍສາມາດຖືກເກັບໄວ້ໄດ້. ຖ້າພວກເຂົາບໍ່ສາມາດແມ່ນແຕ່ຈະຮັບໃຊ້ຢ່າງເໝາະສົມໄດ້ ແລະ ການຮັບໃຊ້ຂອງພວກເຂົາສ້າງຄວາມເສຍຫາຍຫຼາຍກວ່າຜົນດີ, ພວກເຂົາກໍຈະບໍ່ມີໂອກາດທີ່ຈະໄດ້ຮັບໃຊ້ເລີຍ ແລະ ເຖິງແມ່ນວ່າພວກເຂົາຈະຮັບໃຊ້, ເຮືອນຂອງພຣະເຈົ້າກໍຈະຍັງບໍ່ນໍາໃຊ້ພວກເຂົາ, ເພາະພວກເຂົາບໍ່ມີຄຸນສົມບັດ ຫຼື ບັນລຸເກນສຳລັບການຮັບໃຊ້ເລີຍ. ສະນັ້ນ ຄົນປະເພດນີ້ບໍ່ຄວນກັບມາ, ໃຫ້ພວກເຂົາໄປໃສກໍໄດ້ຕາມທີ່ພວກເຂົາຕ້ອງການ. ບາງຄົນອາດຈະເວົ້າວ່າ: “ຖ້າເຮືອນຂອງພຣະເຈົ້າບໍ່ນໍາໃຊ້ຂ້ອຍ, ຂ້ອຍກໍຈະເທດສະໜາພຣະກິດຕິຄຸນດ້ວຍຕົນເອງ ແລະ ຂ້ອຍຈະມອບຄົນທີ່ຂ້ອຍໄດ້ຮັບຜ່ານການເທດສະໜາພຣະກິດຕິຄຸນໃຫ້ກັບເຮືອນຂອງພຣະເຈົ້າ”. ແບບນັ້ນຈະໄດ້ບໍ? (ໄດ້.) ບາງຄົນອາດຈະເວົ້າວ່າ: “ເຈົ້າຈະບໍ່ນໍາໃຊ້ຄົນຜູ້ນັ້ນແມ່ນແຕ່ເພື່ອການຮັບໃຊ້, ສະນັ້ນ ບົນພື້ນຖານໃດທີ່ພວກເຂົາຄວນໃຫ້ຄົນທີ່ພວກເຂົາໄດ້ຮັບໂດຍການເທດສະໜາພຣະກິດຕິຄຸນແກ່ເຈົ້າ? ບົນພື້ນຖານໃດທີ່ພວກເຂົາຄວນເທດສະໜາພຣະກິດຕິຄຸນໃຫ້ແກ່ເຈົ້າ?” ເຮືອນຂອງພຣະເຈົ້າບໍ່ນໍາໃຊ້ພວກເຂົາຍ້ອນຫຼາຍດ້ານ. ດ້ານໜຶ່ງແມ່ນ ພວກເຂົາບໍ່ສອດຄ່ອງກັບຫຼັກການຂອງເຮືອນຂອງພຣະເຈົ້າໃນການນໍາໃຊ້ຄົນ. ອີກດ້ານໜຶ່ງແມ່ນ ເຮືອນຂອງພຣະເຈົ້າບໍ່ກ້ານໍາໃຊ້ຄົນປະເພດນີ້, ເພາະເມື່ອໃດທີ່ພວກເຂົາຖືກນໍາໃຊ້, ກໍຈະມີບັນຫາບໍ່ສິ້ນສຸດ. ແລ້ວພວກເຮົາຄວນອະທິບາຍເລື່ອງທີ່ພວກເຂົາເຕັມໃຈທີ່ຈະເທດສະໜາພຣະກິດຕິຄຸນນີ້ແນວໃດ? ສິ່ງທີ່ພວກເຂົາເປັນພະຍານໃນການເທດສະໜາພຣະກິດຕິຄຸນແມ່ນພຣະເຈົ້າ ແລະ ມັນເປັນຍ້ອນພຣະທຳຂອງພຣະເຈົ້າ ແລະ ວຽກງານຂອງພຣະເຈົ້າທີ່ພວກເຂົາສາມາດໄດ້ຮັບຜູ້ຄົນ. ເຖິງແມ່ນວ່າຄົນເຫຼົ່ານີ້ຈະໄດ້ຮັບຜ່ານການເທດສະໜາພຣະກິດຕິຄຸນຂອງຄົນຜູ້ນັ້ນ, ສິ່ງນີ້ກໍບໍ່ໄດ້ນັບເປັນຄຸນງາມຄວາມດີຂອງພວກເຂົາເລີຍ. ຢ່າງດີທີ່ສຸດ, ມັນເປັນພຽງການບັນລຸຄວາມຮັບຜິດຊອບຂອງພວກເຂົາໃນຖານະບຸກຄົນໜຶ່ງເທົ່ານັ້ນ. ບໍ່ວ່າເຈົ້າຈະເປັນຜູ້ຕໍ່ຕ້ານພຣະຄຣິສ ຫຼື ຄົນຊົ່ວຊ້າ ຫຼື ບໍ່ວ່າເຈົ້າຈະຖືກກຳຈັດອອກ ຫຼື ຖືກຂັບໄລ່, ການບັນລຸຄວາມຮັບຜິດຊອບຂອງເຈົ້າໃນຖານະບຸກຄົນໜຶ່ງກໍເປັນສິ່ງທີ່ເຈົ້າຄວນເຮັດ. ຍ້ອນຫຍັງເຮົາຈຶ່ງເວົ້າວ່າມັນເປັນສິ່ງທີ່ເຈົ້າຄວນເຮັດ? ເຈົ້າໄດ້ຮັບການສະໜອງຄວາມຈິງອັນຍິ່ງໃຫຍ່ຈາກພຣະເຈົ້າ ແລະ ນີ້ກໍຄືເລືອດຂອງຫົວໃຈຂອງພຣະເຈົ້າເຊັ່ນກັນ. ເຮືອນຂອງພຣະເຈົ້າໄດ້ຫົດນໍ້າເຈົ້າ ແລະ ຈັດກຽມສິ່ງຕ່າງໆໃຫ້ແກ່ເຈົ້າເປັນເວລາຫຼາຍປີ, ແຕ່ພຣະເຈົ້າຮຽກຮ້ອງຫຍັງຈາກເຈົ້າບໍ? ບໍ່. ໜັງສືຕ່າງໆ ທັງໝົດທີ່ແຈກຢາຍໂດຍເຮືອນຂອງພຣະເຈົ້າແມ່ນບໍ່ໄດ້ເສຍຄ່າ, ບໍ່ມີໃຜຕ້ອງຈ່າຍເງິນແມ່ນແຕ່ກີບດຽວ. ເຊັ່ນດຽວກັນ, ເສັ້ນທາງທີ່ແທ້ຈິງແຫ່ງຊີວິດນິລັນດອນ ແລະ ພຣະທຳແຫ່ງຊີວິດທີ່ພຣະເຈົ້າປະທານໃຫ້ແກ່ມະນຸດກໍບໍ່ໄດ້ເສຍຄ່າ ແລະ ຄຳເທດສະໜາ ແລະ ການໂອ້ລົມຂອງເຮືອນຂອງພຣະເຈົ້າກໍລ້ວນແຕ່ໃຫ້ຜູ້ຄົນຟັງໂດຍບໍ່ໄດ້ເສຍຄ່າ. ສະນັ້ນ, ບໍ່ວ່າເຈົ້າຈະເປັນຄົນທຳມະດາ ຫຼື ສະມາຊິກຂອງກຸ່ມພິເສດ, ເຈົ້າໄດ້ຮັບຄວາມຈິງຫຼາຍຢ່າງຈາກພຣະເຈົ້າໂດຍບໍ່ໄດ້ເສຍຄ່າ, ແນ່ນອນວ່າມັນເປັນພຽງສິ່ງທີ່ຖືກຕ້ອງທີ່ເຈົ້າຄວນເຜີຍແຜ່ພຣະທຳຂອງພຣະເຈົ້າ ແລະ ພຣະກິດຕິຄຸນຂອງພຣະເຈົ້າໃຫ້ແກ່ຜູ້ຄົນ ແລະ ນໍາພາຜູ້ຄົນເຂົ້າມາຕໍ່ໜ້າພຣະພັກຂອງພຣະເຈົ້າ, ບໍ່ແມ່ນບໍ? ພຣະເຈົ້າໄດ້ປະທານຄວາມຈິງທັງໝົດໃຫ້ແກ່ມະນຸດຊາດ; ໃຜສາມາດຊົດໃຊ້ຄວາມຮັກອັນຍິ່ງໃຫຍ່ເຊັ່ນນີ້ໄດ້? ພຣະຄຸນຂອງພຣະເຈົ້າ, ພຣະທຳຂອງພຣະເຈົ້າ ແລະ ຊີວິດຂອງພຣະເຈົ້າແມ່ນປະເມີນຄ່າບໍ່ໄດ້ ແລະ ບໍ່ມີມະນຸດຄົນໃດສາມາດຊົດໃຊ້ໄດ້! ຊີວິດຂອງມະນຸດມີຄ່າຫຼາຍປານນັ້ນບໍ? ມັນສາມາດມີຄ່າເທົ່າກັບຄວາມຈິງໄດ້ບໍ? ສະນັ້ນ, ບໍ່ມີໃຜສາມາດຊົດໃຊ້ຄວາມຮັກ ແລະ ພຣະຄຸນຂອງພຣະເຈົ້າໄດ້ ແລະ ນັ້ນກໍລວມເຖິງຜູ້ທີ່ຖືກກຳຈັດອອກ, ຖືກຂັບໄລ່ ແລະ ຖືກປະຖິ້ມໂດຍຄຣິສຕະຈັກ, ພວກເຂົາກໍບໍ່ແມ່ນຂໍ້ຍົກເວັ້ນ. ຕາບໃດທີ່ເຈົ້າມີຈິດສຳນຶກ, ເຫດຜົນ ແລະ ຄວາມເປັນມະນຸດ, ແລ້ວບໍ່ວ່າເຮືອນຂອງພຣະເຈົ້າຈະປະຕິບັດຕໍ່ເຈົ້າແນວໃດ, ເຈົ້າກໍຄວນບັນລຸພັນທະຂອງເຈົ້າໃນການເຜີຍແຜ່ພຣະທຳຂອງພຣະເຈົ້າ ແລະ ເປັນພະຍານຕໍ່ພາລະກິດຂອງພຣະອົງ. ນີ້ຄືຄວາມຮັບຜິດຊອບຂອງມະນຸດທີ່ບໍ່ສາມາດປະຕິເສດໄດ້. ສະນັ້ນ, ບໍ່ວ່າເຈົ້າຈະເທດສະໜາພຣະທຳຂອງພຣະເຈົ້າ ແລະ ພຣະກິດຕິຄຸນຂອງພຣະອົງໃຫ້ແກ່ຄົນຈັກຄົນ ຫຼື ເຈົ້າຈະໄດ້ຮັບຄົນຈັກຄົນ, ນີ້ກໍບໍ່ແມ່ນສິ່ງທີ່ຄວນຍ້ອງຍໍເຈົ້າ. ພຣະເຈົ້າໄດ້ສະແດງຄວາມຈິງຫຼາຍຢ່າງ ແຕ່ເຈົ້າກໍບໍ່ຟັງ ຫຼື ຍອມຮັບ. ແນ່ນອນວ່າການຮັບໃຊ້ເລັກນ້ອຍ ແລະ ການເທດສະໜາພຣະກິດຕິຄຸນໃຫ້ແກ່ຄົນອື່ນກໍເປັນສິ່ງທີ່ເຈົ້າຄວນເຮັດ, ບໍ່ແມ່ນບໍ? ເມື່ອພິຈາລະນາວ່າເຈົ້າໄດ້ມາເຖິງຈຸດນີ້ໃນມື້ນີ້, ເຈົ້າບໍ່ຄວນກັບໃຈບໍ? ເຈົ້າບໍ່ຄວນຊອກຫາໂອກາດທີ່ຈະຊົດໃຊ້ຄວາມຮັກຂອງພຣະເຈົ້າບໍ? ເຈົ້າຄວນເຮັດແທ້ໆ! ເຮືອນຂອງພຣະເຈົ້າມີພຣະດຳລັດ ແລະ ການກຳຈັດຄົນອອກ, ການຂັບໄລ່ພວກເຂົາ ແລະ ການປະຖິ້ມພວກເຂົາແມ່ນສິ່ງທີ່ເຮັດຕາມພຣະດຳລັດ ແລະ ຕາມຂໍ້ກຳນົດຂອງພຣະເຈົ້າ, ການເຮັດສິ່ງເຫຼົ່ານີ້ແມ່ນຖືກຕ້ອງ. ບາງຄົນອາດຈະເວົ້າວ່າ “ການຮັບເອົາຄົນທີ່ໄດ້ຮັບຈາກການເທດສະໜາພຣະກິດຕິຄຸນຂອງຜູ້ທີ່ຖືກກຳຈັດອອກ ຫຼື ຖືກຂັບໄລ່ເຂົ້າມາໃນຄຣິສຕະຈັກ ກໍເປັນເລື່ອງທີ່ໜ້າອັບອາຍພໍສົມຄວນ.” ຕາມຄວາມຈິງແລ້ວ, ນີ້ຄືໜ້າທີ່ທີ່ຜູ້ຄົນຄວນເຮັດ ແລະ ບໍ່ມີຫຍັງທີ່ຕ້ອງໜ້າອັບອາຍເລີຍ. ຄົນທຸກຄົນລ້ວນແຕ່ເປັນສິ່ງທີ່ຖືກສ້າງ. ເຖິງແມ່ນວ່າເຈົ້າຈະຖືກກຳຈັດອອກ ຫຼື ຖືກຂັບໄລ່, ຖືກປະນາມວ່າເປັນຄົນຊົ່ວຊ້າ ຫຼື ຜູ້ຕໍ່ຕ້ານພຣະຄຣິສ ຫຼື ເຈົ້າເປັນເປົ້າໝາຍທີ່ຈະຖືກປະຖິ້ມ, ເຈົ້າຍັງບໍ່ແມ່ນສິ່ງທີ່ຖືກສ້າງຢູ່ບໍ? ເມື່ອໃດທີ່ເຈົ້າຖືກກຳຈັດອອກ, ບໍ່ແມ່ນພຣະເຈົ້າຍັງເປັນພຣະເຈົ້າຂອງເຈົ້າຢູ່ບໍ? ພຣະທຳທີ່ພຣະເຈົ້າໄດ້ກ່າວກັບເຈົ້າ ແລະ ສິ່ງທີ່ພຣະເຈົ້າໄດ້ສະໜອງໃຫ້ແກ່ເຈົ້າຖືກລຶບລ້າງໄປໃນຄັ້ງດຽວບໍ? ພວກມັນຢຸດມີຢູ່ບໍ? ພວກມັນຍັງຄົງມີຢູ່, ພຽງແຕ່ວ່າເຈົ້າບໍ່ໄດ້ທະນຸຖະໜອມພວກມັນ. ຄົນທີ່ກັບໃຈໃໝ່ທຸກຄົນ, ບໍ່ວ່າໃຜຈະເຮັດໃຫ້ພວກເຂົາກັບໃຈ, ກໍລ້ວນແຕ່ເປັນສິ່ງທີ່ຖືກສ້າງ ແລະ ຄວນຍອມຈຳນົນຕໍ່ໜ້າພຣະຜູ້ສ້າງ. ສະນັ້ນ, ຖ້າຄົນເຫຼົ່ານີ້ທີ່ຖືກກຳຈັດອອກ ຫຼື ຖືກຂັບໄລ່ເຕັມໃຈທີ່ຈະເທດສະໜາພຣະກິດຕິຄຸນ, ພວກເຮົາຈະບໍ່ຈຳກັດພວກເຂົາ; ແຕ່ບໍ່ວ່າພວກເຂົາຈະເທດສະໜາແນວໃດ, ຫຼັກການຂອງເຮືອນຂອງພຣະເຈົ້າໃນການນໍາໃຊ້ຄົນ ແລະ ພຣະດຳລັດຂອງເຮືອນຂອງພຣະເຈົ້າກໍບໍ່ສາມາດປ່ຽນແປງໄດ້ ແລະ ສິ່ງນີ້ຈະບໍ່ມີວັນປ່ຽນແປງເລີຍ.

ໃນບັນດາຄົນຫຼາຍປະເພດເຫຼົ່ານີ້ທີ່ຖືກໄລ່ອອກ, ສ່ວນໃຫຍ່ແມ່ນບໍ່ໜ້າຈະກັບໃຈໄດ້ຢ່າງແທ້ຈິງ ແລະ ຈະຕ້ອງບໍ່ຖືກນໍາໃຊ້ອີກຄັ້ງ. ມີພຽງແຕ່ໂອກາດທີ່ຈະເລື່ອນຕຳແໜ່ງ ແລະ ນໍາໃຊ້ຜູ້ທີ່ຖືກໄລ່ອອກ ຫຼື ຖືກປັບການມອບໝາຍໜ້າທີ່ ເພາະພວກເຂົາຂາດປະສົບການໃນການເຮັດວຽກ ແລະ ດັ່ງນັ້ນ ຈຶ່ງບໍ່ສາມາດເຮັດວຽກຂອງພວກເຂົາໄດ້ຊົ່ວຄາວ. ຄົນປະເພດນີ້ມີຄວາມສາມາດພຽງພໍ ແລະ ບໍ່ມີບັນຫາໃຫຍ່ກັບຄວາມເປັນມະນຸດຂອງພວກເຂົາ, ພວກເຂົາພຽງແຕ່ມີຂໍ້ບົກຜ່ອງນ້ອຍໆ, ຄວາມປະພຶດທີ່ບໍ່ດີ ຫຼື ນິໄສບໍ່ດີທີ່ສືບທອດມາຈາກຄອບຄົວຂອງພວກເຂົາ, ເຊິ່ງສິ່ງເຫຼົ່ານີ້ບໍ່ແມ່ນບັນຫາໃຫຍ່. ຖ້າເຮືອນຂອງພຣະເຈົ້າຕ້ອງການພວກເຂົາ, ພວກເຂົາກໍສາມາດໄດ້ຮັບການເລື່ອນຕຳແໜ່ງ ແລະ ນໍາມາໃຊ້ອີກໃນເວລາທີ່ເໝາະສົມ; ນີ້ແມ່ນເລື່ອງທີ່ສົມເຫດສົມຜົນ, ເພາະພວກເຂົາບໍ່ແມ່ນຄົນຊົ່ວຊ້າ ແລະ ພວກເຂົາຈະບໍ່ກາຍເປັນຜູ້ຕໍ່ຕ້ານພຣະຄຣິສ. ຄວາມສາມາດຂອງພວກເຂົາມີພຽງພໍ, ພຽງແຕ່ວ່າພວກເຂົາບໍ່ໄດ້ເຮັດວຽກມາເປັນເວລາດົນ ແລະ ບໍ່ມີປະສົບການ, ສະນັ້ນ ລພວກເຂົາຈຶ່ງບໍ່ມີຄວາມສາມາດພຽງພໍທີ່ຈະເຮັດວຽກ, ເຊິ່ງບໍ່ແມ່ນບັນຫາທີ່ຮ້າຍແຮງ. ຖ້າພວກເຂົາຖືກໄລ່ອອກຍ້ອນເຫດຜົນເຫຼົ່ານີ້, ແລ້ວພວກເຂົາກໍມີໂອກາດໃນການພັດທະນາໃນອະນາຄົດ ແລະ ພວກເຂົາສາມາດປ່ຽນແປງໄດ້. ຕາບໃດທີ່ຄົນໃດຄົນໜຶ່ງມີຄວາມສາມາດໃນການເຮັດວຽກ, ມີຄວາມສາມາດ ແລະ ຄວາມເປັນມະນຸດຂອງພວກເຂົາໄດ້ມາດຕະຖານ, ແລ້ວໃນຊ່ວງເວລາທີ່ພວກເຂົາມີປະສົບການກັບວຽກງານຂອງພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາ, ຄົນປະເພດນີ້ກໍຈະປ່ຽນແປງເທື່ອລະກ້າວ, ຄວາມເປັນມະນຸດຂອງພວກເຂົາຈະປ່ຽນແປງ, ພວກເຂົາຈະມີຄວາມກ້າວໜ້າໃນການເຂົ້າສູ່ຊີວິດ, ຈະມີການປ່ຽນແປງທີ່ສອດຄ່ອງກັນບາງຢ່າງໃນອຸປະນິໄສຂອງພວກເຂົາ ແລະ ຈະມີຄວາມຄືບໜ້າບາງຢ່າງໃນຄວາມເຂົ້າໃຈຄວາມຈິງຂອງພວກເຂົາ. ອີງຕາມສະພາບແວດລ້ອມ, ໜ້າທີ່ທີ່ພວກເຂົາເຮັດ ແລະ ຄວາມຕັ້ງໃຈສ່ວນຕົວຂອງພວກເຂົາ, ພວກເຂົາຈະປ່ຽນແປງ ແລະ ເຕີບໂຕໃນລະດັບທີ່ແຕກຕ່າງກັນ, ສະນັ້ນ ຈຶ່ງສາມາດເວົ້າໄດ້ວ່າ ຄົນປະເພດນີ້ແມ່ນຢູ່ໃນຂ່າຍທີ່ຈະໄດ້ຮັບການເລື່ອນຕຳແໜ່ງ ແລະ ນໍາໃຊ້. ໂດຍທົ່ວໄປແລ້ວ ສິ່ງເຫຼົ່ານີ້ແມ່ນຫຼັກການສຳລັບການເລື່ອນຕຳແໜ່ງ ແລະ ນໍາໃຊ້ຄົນຫຼາຍປະເພດທີ່ເຄີຍຖືກໄລ່ອອກມາກ່ອນອີກຄັ້ງ.

ລາຍການທີເຈັດຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນ “ຈັດສັນ ແລະ ນໍາໃຊ້ຄົນປະເພດຕ່າງໆຢ່າງສົມເຫດສົມຜົນ, ໂດຍອີງໃສ່ຄວາມເປັນມະນຸດ ແລະ ຈຸດແຂງຂອງພວກເຂົາ, ເພື່ອໃຫ້ແຕ່ລະຄົນຖືກນໍາໃຊ້ຢ່າງເກີດປະໂຫຍດສູງສຸດ”. ໃນການໂອ້ລົມຂອງພວກເຮົາເມື່ອກີ້ນີ້, ຄວາມໝາຍຂອງການນໍາໃຊ້ຄົນໃຫ້ເກີດປະໂຫຍດສູງສຸດໄດ້ຖືກອະທິບາຍຢ່າງຊັດເຈນແລ້ວ. ຕາບໃດທີ່ມີຄຸນຄ່າໃນການເພາະປູກຄົນໃດຄົນໜຶ່ງແມ່ນແຕ່ໜ້ອຍດຽວ ແລະ ໂດຍມີເງື່ອນໄຂວ່າຄວາມເປັນມະນຸດຂອງພວກເຂົາໄດ້ມາດຕະຖານ, ແລ້ວເຮືອນຂອງພຣະເຈົ້າກໍຈະໃຫ້ໂອກາດພວກເຂົາ. ຕາບໃດທີ່ຄົນໃດຄົນໜຶ່ງໄລ່ຕາມຄວາມຈິງ ແລະ ຮັກສິ່ງທີ່ເປັນບວກ, ແລ້ວເຮືອນຂອງພຣະເຈົ້າກໍຈະບໍ່ປະຖິ້ມພວກເຂົາ ຫຼື ກຳຈັດພວກເຂົາຢ່າງງ່າຍດາຍ. ຕາບໃດທີ່ຄວາມເປັນມະນຸດ ແລະ ຄວາມສາມາດຂອງເຈົ້າບັນລຸມາດຕະຖານທີ່ເຮົາໄດ້ໂອ້ລົມໄປເມື່ອກີ້ນີ້, ເຮືອນຂອງພຣະເຈົ້າກໍຈະມີບ່ອນໃຫ້ເຈົ້າປະຕິບັດໜ້າທີ່ຢ່າງແນ່ນອນ ແລະ ຈະນໍາໃຊ້ເຈົ້າຢ່າງສົມເຫດສົມຜົນຢ່າງແນ່ນອນ ແລະ ໃຫ້ພື້ນທີ່ພຽງພໍແກ່ເຈົ້າເພື່ອໃຫ້ເຈົ້າໄດ້ສະແດງຄວາມສາມາດຢ່າງເຕັມທີ່. ເວົ້າງ່າຍໆກໍຄື, ຖ້າເຈົ້າມີຈຸດແຂງ ແລະ ຄວາມຊ່ຽວຊານໃນວິຊາຊີບໃດໜຶ່ງທີ່ຈຳເປັນສຳລັບວຽກງານຂອງຄຣິສຕະຈັກ, ເຮືອນຂອງພຣະເຈົ້າກໍຈະໃຫ້ເຈົ້າປະຕິບັດໜ້າທີ່ທີ່ເໝາະສົມຢ່າງແນ່ນອນ. ແນວໃດກໍຕາມ, ຖ້າເຈົ້າບໍ່ມີຄວາມຕັ້ງໃຈ ຫຼື ຄວາມປະສົງ ແລະ ບໍ່ຢາກພະຍາຍາມກ້າວຂຶ້ນໄປ, ກໍພຽງແຕ່ເຮັດໃນສິ່ງທີ່ເຈົ້າສາມາດເຮັດໄດ້, ປະຕິບັດໜ້າທີ່ບາງຢ່າງທີ່ຢູ່ໃນຄວາມສາມາດຂອງເຈົ້າທີ່ຈະເຮັດໄດ້ ແລະ ບໍ່ເຮັດຫຍັງຫຼາຍກວ່ານັ້ນ. ຖ້າເຈົ້າມີຄວາມຕັ້ງໃຈ ແລະ ເຈົ້າເວົ້າວ່າ: “ຂ້ອຍຢາກເຂົ້າໃຈ ແລະ ໄດ້ຮັບຄວາມຈິງຫຼາຍຂຶ້ນ ແລະ ເລີ່ມເດີນໃນເສັ້ນທາງສູ່ຄວາມລອດພົ້ນໂດຍໄວເທົ່າທີ່ຈະໄວໄດ້ ແລະ ເຂົ້າສູ່ຄວາມຈິງຄວາມເປັນຈິງ. ຂ້ອຍເຕັມໃຈທີ່ຈະຄຳນຶງເຖິງພາລະຂອງພຣະເຈົ້າ, ເຕັມໃຈທີ່ຈະແບກຫາບພາລະອັນໜັກໜ່ວງໃນເຮືອນຂອງພຣະເຈົ້າ, ທົນທຸກຕໍ່ຄວາມລຳບາກຫຼາຍກວ່າຄົນອື່ນ, ທຸ່ມເທຕົນເອງຫຼາຍກວ່າ ແລະ ສະຫຼະຫຼາຍກວ່າຄົນອື່ນ” ແລະ ຖ້າເຈົ້າເໝາະສົມໃນທຸກດ້ານ, ແຕ່ຍັງບໍ່ມີໃຜແນະນຳເຈົ້າ, ເຈົ້າກໍສາມາດສະເໜີຕົນເອງໄດ້ເຊັ່ນກັນ. ນັ້ນບໍ່ສົມເຫດສົມຜົນບໍ? ສະຫຼຸບແລ້ວ, ສິ່ງເຫຼົ່ານີ້ທັງໝົດແມ່ນຫຼັກການຂອງເຮືອນຂອງພຣະເຈົ້າໃນການນໍາໃຊ້ຄົນທຸກປະເພດ, ເປົ້າໝາຍບໍ່ມີຫຍັງຫຼາຍກວ່າການເຮັດໃຫ້ຜູ້ຄົນສາມາດເຂົ້າສູ່ຄວາມຈິງຄວາມເປັນຈິງ. ການສະແດງອອກຂອງການເຂົ້າສູ່ຄວາມຈິງຄວາມເປັນຈິງແມ່ນຫຍັງ? ຄືການທີ່ພວກເຂົາເຂົ້າໃຈຄວາມຈິງ, ການເຂົ້າໃຈຫຼັກການຄວາມຈິງ ເມື່ອເຮັດວຽກງານໃນທຸກດ້ານ ແລະ ການສາມາດປະຕິບັດຄວາມຈິງທີ່ສອດຄ້ອງກັນ ເມື່ອພົວພັນກັບຄົນ, ເຫດການ ແລະ ສິ່ງຕ່າງໆ ທຸກປະເພດໃນຊີວິດປະຈຳວັນ, ແທນທີ່ຈະສັບສົນ ແລະ ບໍ່ຮູ້ຈະເຮັດແນວໃດ ເມື່ອໃດກໍຕາມທີ່ມີຫຍັງເກີດຂຶ້ນກັບເຈົ້າ, ນີ້ຄືເປົ້າໝາຍ. ເມື່ອເປົ້າໝາຍນີ້ຖືກກຳນົດໄວ້ແລ້ວ, ພວກເຈົ້າກໍຈົ່ງໄລ່ຕາມໄປສູ່ເປົ້າໝາຍນີ້ເຖີດ!

ການໂອ້ລົມຂອງພວກເຮົາກ່ຽວກັບຫົວຂໍ້ທີເຈັດຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກກໍສິ້ນສຸດລົງພຽງເທົ່ານີ້. ບາງຄົນອາດຈະເວົ້າວ່າ: “ທ່ານຍັງໂອ້ລົມບໍ່ທັນຈົບ, ທ່ານຍັງບໍ່ທັນໄດ້ເປີດໂປງຜູ້ນໍາປອມທີ່ກ່ຽວຂ້ອງກັບຫົວຂໍ້ນີ້”. ຂ້ອຍຂໍຕອບວ່າ ບໍ່ຈຳເປັນຕ້ອງເປີດໂປງພວກເຂົາ. ໃນດ້ານໜຶ່ງ, ຜູ້ນໍາປອມມີຄວາມສາມາດຕໍ່າ ແລະ ບໍ່ສາມາດເຮັດວຽກງານຕົວຈິງໄດ້; ໃນອີກດ້ານໜຶ່ງ, ພວກເຂົາປາສະຈາກຈິດສຳນຶກ ແລະ ເຫດຜົນ, ບໍ່ມີພາລະ, ບໍ່ໃສ່ໃຈໃນວຽກງານຂອງພວກເຂົາເລີຍ ແລະ ບໍ່ສາມາດແມ່ນແຕ່ຈະເຮັດສິ່ງງ່າຍໆ ບາງຢ່າງໄດ້ດີ. ເມື່ອໃດກໍຕາມທີ່ພວກເຂົາພົບບັນຫາທີ່ຊັບຊ້ອນ ຫຼື ບັນຫາທີ່ກ່ຽວຂ້ອງກັບຫຼັກການຄວາມຈິງ, ພວກເຂົາກໍບໍ່ສາມາດແຍກແຍະມັນໄດ້ເລີຍ ແລະ ຍິ່ງບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງບັນຫາໄດ້. ສະນັ້ນ, ຈຶ່ງບໍ່ຈຳເປັນຕ້ອງເປີດໂປງພວກເຂົາ. ເຖິງແມ່ນວ່າພວກເຂົາຈະຖືກເປີດໂປງ, ພວກເຂົາກໍຈະບໍ່ຍອມຮັບ ແລະ ມັນກໍຈະເປັນການເສຍເວລາເວົ້າ. ຍິ່ງໄປກວ່ານັ້ນ, ການເວົ້າເຖິງສິ່ງທີ່ພວກເຂົາໄດ້ເຮັດກໍເປັນຕາໜ່າຍ ແລະ ເຮັດໃຫ້ຄົນໂມໂຫຈົນຫົວຮ້ອນ. ການມອບໝາຍວຽກງານທີ່ສຳຄັນດັ່ງກ່າວໃຫ້ກັບຜູ້ນໍາປອມເຫຼົ່ານີ້ແມ່ນຄວາມຜິດພາດໃນການນໍາໃຊ້ຄົນ. ການທີ່ບໍ່ສາມາດເຮັດວຽກຂອງພວກເຂົາໄດ້ ກໍເຮັດໃຫ້ພວກເຂົາຮູ້ສຶກໄຮ້ປະໂຫຍດ ແລະ ຖ້າພວກເຂົາຖືກເປີດໂປງ ແລະ ໄຈ້ແຍກອີກ, ພວກເຂົາກໍຈະຍິ່ງຮູ້ສຶກທຸກທໍລະມານຫຼາຍຂຶ້ນ. ສະນັ້ນ ໃຫ້ຜູ້ນໍາປອມເຫຼົ່ານີ້ສົມທຽບຕົນເອງໃສ່ ແລະ ກວດສອບບັນຫາຂອງຕົນເອງໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ຖ້າພວກເຈົ້າສາມາດຄົ້ນພົບບັນຫາຂອງພວກເຈົ້າ, ກໍໃຫ້ເບິ່ງວ່າພວກເຈົ້າສາມາດປັບປຸງໃນອະນາຄົດໄດ້ບໍ່; ຖ້າພວກເຈົ້າບໍ່ສາມາດຄົ້ນພົບບັນຫາໄດ້, ພວກເຈົ້າກໍຕ້ອງສືບຕໍ່ກວດສອບ ແລະ ພວກເຈົ້າຍັງສາມາດຂໍໃຫ້ຄົນອ້ອມຂ້າງຊ່ວຍວິເຄາະ ແລະ ຈັດລຽງໃຫ້. ຖ້າຄົນອື່ນໄດ້ໂອ້ລົມກັບເຈົ້າ ແລະ ເຈົ້າໄດ້ໃສ່ໃຈກັບມັນ ແຕ່ຍັງບໍ່ສາມາດຄົ້ນພົບບັນຫາຂອງຕົນເອງໄດ້ ແລະ ຍັງບໍ່ຮູ້ວິທີທີ່ຈະຮັບຮູ້ພວກມັນ ຫຼື ວິທີທີ່ຈະແກ້ໄຂພວກມັນ, ເຈົ້າກໍເປັນຜູ້ນໍາປອມຢ່າງແທ້ຈິງ ແລະ ຄວນຖືກກຳຈັດ.

ວັນທີ 6 ມີນາ 2021

ກ່ອນນີ້: ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (5)

ຕໍ່ໄປ: ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (7)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້