ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (7)
ຂໍ້ທີເຈັດ: ຈັດສັນ ແລະ ໃຊ້ງານຄົນປະເພດຕ່າງໆຢ່າງສົມເຫດສົມຜົນ, ໂດຍອີງໃສ່ຄວາມເປັນມະນຸດ ແລະ ຈຸດແຂງຂອງພວກເຂົາ, ເພື່ອໃຫ້ແຕ່ລະຄົນໄດ້ຮັບການໃຊ້ງານຢ່າງເກີດປະໂຫຍດສູງສຸດ (ພາກທີສອງ)
ໃນການໂອ້ລົມຄັ້ງທີ່ຜ່ານມາ, ໄດ້ມີການປຶກສາຫາລືກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີເຈັດຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ຈັດສັນ ແລະ ໃຊ້ງານຄົນປະເພດຕ່າງໆຢ່າງສົມເຫດສົມຜົນ, ໂດຍອີງໃສ່ຄວາມເປັນມະນຸດ ແລະ ຈຸດແຂງຂອງພວກເຂົາ, ເພື່ອໃຫ້ແຕ່ລະຄົນໄດ້ຮັບການໃຊ້ງານຢ່າງເກີດປະໂຫຍດສູງສຸດ”. ພວກເຮົາໄດ້ໂອ້ລົມກັນເປັນຫຼັກໃນສາມດ້ານຂອງຄວາມຮັບຜິດຊອບນີ້. ສາມດ້ານເຫຼົ່ານີ້ມີຫຍັງແດ່? (ດ້ານໜຶ່ງແມ່ນການໃຊ້ງານຄົນປະເພດຕ່າງໆຢ່າງສົມເຫດສົມຜົນ ໂດຍອີງໃສ່ຄວາມເປັນມະນຸດຂອງພວກເຂົາ; ອີກດ້ານໜຶ່ງແມ່ນການໃຊ້ງານຄົນປະເພດຕ່າງໆຢ່າງສົມເຫດສົມຜົນ ໂດຍອີງໃສ່ຈຸດແຂງຂອງພວກເຂົາ ແລະ ອີກດ້ານໜຶ່ງແມ່ນວິທີການປະຕິບັດຕໍ່ ແລະ ໃຊ້ງານຄົນພິເສດບາງປະເພດ.) ໂດຍພື້ນຖານແລ້ວແມ່ນມີສາມດ້ານນີ້. ເມື່ອພິຈາລະນາທັງສາມດ້ານນີ້, ຫຼັກການຂອງເຮືອນຂອງພຣະເຈົ້າໃນການໃຊ້ງານຄົນແມ່ນໄດ້ໃຊ້ງານຄົນໃຫ້ເກີດປະໂຫຍດສູງສຸດແລ້ວບໍ? (ແມ່ນແລ້ວ.) ຫຼັກການນີ້ຖືກຕ້ອງແລ້ວບໍ? ມັນຍຸຕິທຳຕໍ່ຜູ້ຄົນແລ້ວບໍ? (ມັນຍຸຕິທຳແລ້ວ.) ສຳລັບຄົນໂງ່ຈ້າທີ່ມີສະຕິປັນຍາບົກພ່ອງ, ພວກເຂົາບໍ່ສາມາດເຮັດຫຍັງໄດ້ເລີຍ ແລະ ແມ່ນແຕ່ບໍ່ສາມາດເຮັດໜ້າທີ່ໄດ້ຈັກໜ້ອຍ. ຖ້າເຈົ້າມອບໝາຍວຽກງານໃຫ້ພວກເຂົາ, ບໍ່ວ່າຈະເປັນດ້ານວິຊາຊີບ, ດ້ານເຕັກນິກ ຫຼື ໃນດ້ານການອອກແຮງງານ, ພວກເຂົາກໍບໍ່ສາມາດເຮັດວຽກງານນັ້ນໃຫ້ສຳເລັດໄດ້. ບໍ່ສາມາດໃຊ້ງານຄົນເຊັ່ນນີ້ໄດ້ຢ່າງເດັດຂາດ, ແມ່ນແຕ່ເພື່ອຮັບໃຊ້ກໍບໍ່ໄດ້. ນີ້ແມ່ນໃນດ້ານສະຕິປັນຍາ. ໃນດ້ານຄວາມເປັນມະນຸດ, ສຳລັບຜູ້ທີ່ມີຄວາມເປັນມະນຸດທີ່ບໍ່ດີ ແລະ ເປັນຄົນຊົ່ວຮ້າຍ, ເຖິງແມ່ນວ່າພວກເຂົາສາມາດເຮັດວຽກງານບາງຢ່າງ ແລະ ເຮັດບາງໜ້າທີ່ໄດ້, ແຕ່ຍ້ອນຄວາມເປັນມະນຸດຂອງພວກເຂົາຊົ່ວຮ້າຍເກີນໄປ, ພວກເຂົາຈະກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງໃນການເຮັດໜ້າທີ່ຂອງພວກເຂົາ, ເຊິ່ງຈະໄດ້ບໍ່ຄຸ້ມເສຍ ແລະ ບໍ່ສາມາດເຮັດສິ່ງໃດໃຫ້ສຳເລັດໄດ້ດີ. ຄົນເຊັ່ນນີ້ບໍ່ເໝາະສົມກັບການເຮັດໜ້າທີ່ ແລະ ບໍ່ສາມາດໃຊ້ງານໄດ້ຢ່າງເດັດຂາດ. ຖ້າມີຄົນທີ່ມີຈຸດແຂງບາງຢ່າງ, ຕາບໃດທີ່ພວກເຂົາບັນລຸເງື່ອນໄຂທັງໝົດທີ່ຈຳເປັນສຳລັບວຽກງານຂອງເຮືອນຂອງພຣະເຈົ້າ ໂດຍອີງໃສ່ພື້ນຖານຂອງການມີຄວາມເປັນມະນຸດທີ່ໄດ້ມາດຕະຖານ ເຊິ່ງພວກເຂົາກໍອາດຈະຖືກຈັດແຈງ ແລະ ໃຊ້ງານຢ່າງສົມເຫດສົມຜົນ. ຄັ້ງທີ່ຜ່ານມາ, ພວກເຮົາກໍໄດ້ໂອ້ລົມກັນກ່ຽວກັບວິທີການປະຕິບັດຕໍ່ ແລະ ໃຊ້ງານຄົນພິເສດບາງປະເພດ. ປະເພດທີໜຶ່ງແມ່ນຄົນທີ່ຄືກັບຢູດາ, ຜູ້ທີ່ຂີ້ຢ້ານເປັນພິເສດ. ໂດຍຕັດສິນຈາກຄວາມຂີ້ຢ້ານເປັນພິເສດຂອງພວກເຂົາແລ້ວ, ເມື່ອພວກເຂົາຖືກມັງກອນແດງທີ່ຍິ່ງໃຫຍ່ຈັບຕົວໄປ, ກໍມີໂອກາດ 100% ທີ່ພວກເຂົາຈະກາຍເປັນຢູດາ; ຖ້າພວກເຂົາໄດ້ຮັບມອບໝາຍວຽກງານທີ່ສຳຄັນ, ເມື່ອມີຫຍັງເກີດຂຶ້ນ, ພວກເຂົາກໍຈະທໍລະຍົດທຸກສິ່ງທຸກຢ່າງ. ຄົນລັກສະນະເຊັ່ນນີ້ບໍ່ແມ່ນບຸກຄົນທີ່ເປັນອັນຕະລາຍບໍ? ຍັງມີຄົນອີກປະເພດໜຶ່ງທີ່ຄ້າຍຄືກັບຜູ້ບໍ່ເຊື່ອ, ເຊິ່ງພວກເຮົາເອີ້ນວ່າ ມິດສະຫາຍທີ່ຢູ່ໃນຄຣິສຕະຈັກ. ຄົນເຫຼົ່ານີ້ເບິ່ງຄືວ່າເຊື່ອໃນຫົວໃຈຂອງພວກເຂົາວ່າມີຜູ້ອາວຸໂສທີ່ຍິ່ງໃຫຍ່ຢູ່ເທິງທ້ອງຟ້າ, ແຕ່ພວກເຂົາບໍ່ຮູ້ວ່າພຣະເຈົ້າມີຢູ່ແທ້ ຫຼື ບໍ່, ພຣະເຈົ້າຢູ່ໃສ ຫຼື ວ່າພຣະເຈົ້າໄດ້ເຮັດພາລະກິດໃໝ່ຂອງພຣະອົງແທ້ ຫຼື ບໍ່, ໂດຍມັກຈະສົງໄສການມີຢູ່ຂອງພຣະເຈົ້າຢູ່ສະເໝີ. ພວກເຂົາບໍ່ໄດ້ເຊື່ອ ແລະ ຕິດຕາມພຣະເຈົ້າຢ່າງແທ້ຈິງ. ສະນັ້ນ, ຄົນເຊັ່ນນີ້ຈຶ່ງບໍ່ສາມາດໃຊ້ງານໄດ້, ພວກເຂົາຈຶ່ງບໍ່ເໝາະສົມກັບການເຮັດໜ້າທີ່ໃນເຮືອນຂອງພຣະເຈົ້າ. ແມ່ນແຕ່ຜູ້ທີ່ເຊື່ອຢ່າງແທ້ຈິງກໍບໍ່ແນ່ວ່າຈະສາມາດເຮັດໜ້າທີ່ຂອງຕົນໃຫ້ໄດ້ມາດຕະຖານ, ຍິ່ງບໍ່ຕ້ອງເວົ້າເຖິງຜູ້ບໍ່ເຊື່ອ ແລະ ມິດສະຫາຍທີ່ຢູ່ໃນຄຣິສຕະຈັກ! ຄົນອີກປະເພດໜຶ່ງແມ່ນຜູ້ທີ່ຖືກໄລ່ອອກ; ກຸ່ມນີ້ກໍໄດ້ແບ່ງອອກເປັນຫຼາຍສະຖານະການເຊັ່ນກັນ.
ເນື້ອໃນຂອງການໂອ້ລົມຄັ້ງທີ່ຜ່ານມາກ່ຽວກັບຄວາມຮັບຜິດຊອບຂໍ້ທີເຈັດຂອງຜູ້ນໍາ ແລະ ຜູ້ເຮັດວຽກ ໂດຍພື້ນຖານແລ້ວແມ່ນກວມເອົາສາມຈຸດຫຼັກເຫຼົ່ານີ້: ດ້ານໜຶ່ງແມ່ນການໃຊ້ງານຄົນປະເພດຕ່າງໆຢ່າງສົມເຫດສົມຜົນ ໂດຍອີງໃສ່ຄວາມເປັນມະນຸດຂອງພວກເຂົາ; ອີກດ້ານໜຶ່ງແມ່ນການໃຊ້ງານຄົນປະເພດຕ່າງໆຢ່າງສົມເຫດສົມຜົນ ໂດຍອີງໃສ່ຈຸດແຂງຂອງພວກເຂົາ ແລະ ອີກດ້ານໜຶ່ງແມ່ນວິທີການປະຕິບັດຕໍ່ ແລະ ໃຊ້ງານຄົນພິເສດບາງປະເພດ. ສາມຈຸດຫຼັກເຫຼົ່ານີ້ໄດ້ຮັບການໂອ້ລົມກັນ ໂດຍອີງໃສ່ຫຼາຍໆດ້ານທີ່ໄດ້ກ່າວໄວ້ໃນຄວາມຮັບຜິດຊອບຂໍ້ທີເຈັດ ແລະ ຫຼັກການທັງໝົດກໍໄດ້ຮັບການໂອ້ລົມກັນຢ່າງຊັດເຈນແລ້ວ. ບາງຄົນເວົ້າວ່າ: “ເຖິງແມ່ນວ່າຫຼັກການຕ່າງໆ ຈະໄດ້ຮັບການໂອ້ລົມກັນຢ່າງຊັດເຈນແລ້ວ, ແຕ່ເມື່ອເວົ້າເຖິງເລື່ອງສະເພາະເຈາະຈົງ ແລະ ສະຖານະການພິເສດບາງຢ່າງ, ພວກເຮົາກໍຍັງບໍ່ຮູ້ວິທີນໍາໃຊ້ຫຼັກການເຫຼົ່ານີ້, ບໍ່ຮູ້ວິທີປະຕິບັດຕໍ່ຜູ້ຄົນ ຫຼື ວິທີເລື່ອນຕຳແໜ່ງ ແລະ ໃຊ້ງານບຸກຄົນ; ເວລາສ່ວນໃຫຍ່ພວກເຮົາກໍຍັງຈັບຕົ້ນຊົນປາຍບໍ່ຖືກ”. ມັນມີບັນຫາດັ່ງກ່າວຢູ່ບໍ່? (ມີ.) ບັນຫານີ້ຄວນໄດ້ຮັບການແກ້ໄຂແນວໃດ? ສິ່ງທີ່ຕ້ອງຄຳນຶງເຖິງອັນດັບທຳອິດໃນການເລື່ອນຕຳແໜ່ງ ແລະ ໃຊ້ງານຄົນແມ່ນຄວາມຕ້ອງການຂອງວຽກງານໃນເຮືອນຂອງພຣະເຈົ້າ. ສິ່ງທີ່ຕ້ອງຄຳນຶງເຖິງອັນດັບສອງແມ່ນ ຜົນກະທົບຂອງການໃຊ້ງານບຸກຄົນໃດໜຶ່ງຕໍ່ວຽກງານຂອງເຮືອນຂອງພຣະເຈົ້ານັ້ນ ມີຜົນປະໂຫຍດຫຼາຍກວ່າຜົນເສຍ ຫຼື ມີຜົນເສຍຫຼາຍກວ່າຜົນປະໂຫຍດ. ຖ້າຄວາມເປັນມະນຸດຂອງບຸກຄົນໃດໜຶ່ງມີຂໍ້ບົກຜ່ອງ, ແຕ່ການໃຊ້ງານພວກເຂົາມີຜົນປະໂຫຍດຫຼາຍກວ່າຜົນເສຍຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ, ກໍສາມາດໃຊ້ງານບຸກຄົນເຊັ່ນນີ້ ໄດ້ຊົ່ວຄາວຈົນກວ່າຈະພົບຄົນທີ່ດີກວ່າ. ຖ້າການໃຊ້ງານຄົນຜູ້ນີ້ນໍາໄປສູ່ຜົນເສຍຫຼາຍກວ່າຜົນດີ, ໄດ້ບໍ່ຄຸ້ມເສຍ, ເຊິ່ງມີແຕ່ຈະນຳໄປສູ່ການທຳລາຍ ແລະ ຄວາມພິດພາດໃນການເຮັດວຽກງານຂອງຄຣິສຕະຈັກ, ບຸກຄົນດັ່ງກ່າວກໍບໍ່ສາມາດໃຊ້ງານໄດ້ຢ່າງເດັດຂາດ. ນີ້ຄືຫຼັກການໃນການຊັ່ງຊາຂໍ້ດີຂໍ້ເສຍທີ່ຕ້ອງກຳແໜ້ນໄວ້ໃຫ້ໄດ້ກ່ອນໃນສະຖານະການທີ່ບໍ່ມີຜູ້ສະໝັກທີ່ເໝາະສົມ ແລະ ມັນກໍຍັງເປັນຫຼັກການສຳລັບການໃຊ້ງານຄົນແບບຊົ່ວຄາວເຊັ່ນກັນ. ເມື່ອບໍ່ສາມາດຊອກຫາຜູ້ສະໝັກທີ່ເໝາະສົມໄດ້ ແລະ ບໍ່ແນ່ໃຈວ່າອາດຈະມີໃຜທີ່ດີກວ່າ, ເມື່ອບໍ່ເຫັນໄດ້ຊັດວ່າໃຜເໝາະສົມກັບໜ້າວຽກຢ່າງສົມບູນ ແລະ ທຸກຄົນເບິ່ງຄ້າຍຄືກັນໝົດ, ຄວນຈະເຮັດແນວໃດ? ທາງເລືອກດຽວແມ່ນຊອກຫາສອງຄົນທີ່ມີຄວາມເຂົ້າໃຈຝ່າຍວິນຍານພໍສົມຄວນ, ເຊິ່ງນັ້ນກໍຄື ຜູ້ທີ່ຢັ່ງຮູ້ຄວາມຈິງຢ່າງບໍລິສຸດ, ເພື່ອຮ່ວມມືກັນໃນການເຮັດວຽກ. ໃນຂະນະທີ່ພວກເຂົາເຮັດໜ້າທີ່ຂອງຕົນ, ກໍຄວນໂອ້ລົມຄວາມຈິງໃຫ້ພວກເຂົາໄດ້ຮັບຮູ້ຫຼາຍຂຶ້ນ ແລະ ຄວນສັງເກດ ແລະ ທຳຄວາມເຂົ້າໃຈສະຖານະການຂອງພວກເຂົາ; ສິ່ງນີ້ເຮັດໃຫ້ສາມາດກຳນົດໄດ້ວ່າໃຜມີຄວາມສາມາດທີ່ດີກວ່າ, ເຊິ່ງເຮັດໃຫ້ການຊອກຫາຜູ້ສະໝັກທີ່ເໝາະສົມງ່າຍຂຶ້ນ. ບໍ່ວ່າຈະຈັດແຈງໃຫ້ໃຜເຮັດໜ້າທີ່ກໍຕາມ, ມັນຕ້ອງໄດ້ອີງໃສ່ຄວາມສາມາດ, ຈຸດແຂງ ແລະ ລັກສະນະຂອງພວກເຂົາ; ນີ້ເປັນສິ່ງທີ່ຈຳເປັນ. ຖ້າບໍ່ສາມາດເບິ່ງທະລຸດ້ານເຫຼົ່ານີ້ຂອງຜູ້ຄົນໄດ້ ແລະ ບໍ່ເຂົ້າໃຈວ່າຄົນຜູ້ນັ້ນມີຈຸດແຂງຫຍັງ, ກ່ອນອື່ນ ກໍຄວນມອບໝາຍໃຫ້ລາວເຮັດໜ້າທີ່ງ່າຍໆ ຫຼື ວຽກງານອອກແຮງງານບາງຢ່າງກ່ອນ ຫຼື ຈັດແຈງໃຫ້ໄປປະກາດພຣະກິດຕິຄຸນເພື່ອທົດລອງເບິ່ງ. ຫຼັງຈາກໄລຍະທົດລອງ, ການຕິດຕາມ ແລະ ການສັງເກດເພີ່ມເຕີມອີກ ເຮັດໃຫ້ສາມາດປະເມີນສະຖານະການຂອງພວກເຂົາໄດ້ຢ່າງຖືກຕ້ອງ ແລະ ງ່າຍຂຶ້ນໃນການກຳນົດໜ້າທີ່ທີ່ເໝາະສົມທີ່ສຸດສຳລັບພວກເຂົາ. ຖ້າຄວາມສາມາດຂອງພວກເຂົາຕໍ່າເກີນໄປ ແລະ ພວກເຂົາບໍ່ມີຈຸດແຂງ, ການມອບໝາຍວຽກງານທີ່ຕ້ອງອອກແຮງງານບາງຢ່າງໃຫ້ພວກເຂົາເຮັດກໍພຽງພໍແລ້ວ. ຜູ້ນຳ ແລະ ຜູ້ເຮັດວຽກຕ້ອງໄດ້ທຳຄວາມເຂົ້າໃຈກ່ຽວກັບຜູ້ຮັບຜິດຊອບໃນວຽກງານທີ່ສຳຄັນ, ຜູ້ອຳນວຍການວຽກງານພຣະກິດຕິຄຸນ, ຫົວໜ້າແຕ່ລະທີມ, ຜູ້ກຳກັບຂອງທີມງານຜະລິດຮູບເງົາ ແລະ ອື່ນໆ, ຈາກຫຼາຍແຫຼ່ງຂໍ້ມູນ ແລະ ຕ້ອງສັງເກດ ແລະ ກວດສອບຄົນເຫຼົ່ານີ້ຢ່າງເຂັ້ມງວດຍິ່ງຂຶ້ນ ກ່ອນຈະສາມາດໝັ້ນໃຈໃນຕົວພວກເຂົາໄດ້. ການມອບໝາຍໜ້າທີ່ໃຫ້ຜູ້ຄົນຢ່າງຮອບຄອບດ້ວຍວິທີນີ້ເທົ່ານັ້ນ ຈຶ່ງຈະສາມາດຮັບປະກັນໄດ້ວ່າການຈັດແຈງນັ້ນເໝາະສົມ ແລະ ຜູ້ຄົນຈະມີປະສິດທິຜົນໃນການເຮັດໜ້າທີ່ຂອງພວກເຂົາ. ບາງຄົນເວົ້າວ່າ, “ຂະໜາດຜູ້ບໍ່ມີຄວາມເຊື່ອຍັງເວົ້າວ່າ ‘ເມື່ອໃຊ້ງານຄົນແລ້ວກໍບໍ່ຕ້ອງສົງໄສ, ເມື່ອສົງໄສແລ້ວກໍບໍ່ຕ້ອງໃຊ້ງານ’. ເຮືອນຂອງພຣະເຈົ້າບໍ່ໄວ້ວາງໃຈຄົນປານນັ້ນໄດ້ແນວໃດ? ພວກເຂົາລ້ວນແຕ່ເປັນຜູ້ເຊື່ອ; ພວກເຂົາຈະບໍ່ດີສ່ຳໃດກັນ? ພວກເຂົາບໍ່ແມ່ນຄົນດີທັງໝົດບໍ? ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງຕ້ອງທຳຄວາມເຂົ້າໃຈພວກເຂົາ, ຊີ້ນຳພວກເຂົາ ແລະ ສັງເກດພວກເຂົາ?” ຄຳເວົ້າເຫຼົ່ານີ້ຖືກຕ້ອງ ຫຼື ບໍ່? ມັນມີບັນຫາ ຫຼື ບໍ່? (ມີ.) ການທຳຄວາມເຂົ້າໃຈຄົນໃດຄົນໜຶ່ງ ແລະ ການສັງເກດພວກເຂົາຢ່າງເລິກເຊິ່ງ ແລະ ການພົວພັນກັບພວກເຂົາຢ່າງໃກ້ຊິດແມ່ນສອດຄ່ອງກັບຫຼັກການແລ້ວບໍ? ມັນເປັນການຍຶດໝັ້ນກັບຫຼັກການຢ່າງຄົບຖ້ວນສົມບູນ. ມັນເປັນການຍຶດໝັ້ນກັບຫຼັກການໃດ? (ຂໍ້ທີສີ່ຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ຕິດຕາມສະຖານະການຂອງຜູ້ຮັບຜິດຊອບວຽກງານຕ່າງໆ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆໄວ້ຢູ່ສະເໝີ ແລະ ປັບການມອບໝາຍໜ້າທີ່ຂອງພວກເຂົາ ຫຼື ໄລ່ພວກເຂົາອອກໃນທັນທີຕາມຄວາມຈຳເປັນ, ເພື່ອປ້ອງກັນ ຫຼື ຫຼຸດຜ່ອນຄວາມເສຍຫາຍທີ່ເກີດຈາກການໃຊ້ງານຄົນທີ່ບໍ່ເໝາະສົມ ແລະ ຮັບປະກັນປະສິດທິພາບ ແລະ ຄວາມຄືບໜ້າຢ່າງລ່ຽນໄຫຼຂອງວຽກງານ”.) ສິ່ງນີ້ເປັນຈຸດອ້າງອີງທີ່ດີ, ແຕ່ເຫດຜົນທີ່ແທ້ຈິງຂອງການເຮັດສິ່ງນີ້ແມ່ນຫຍັງ? ມັນເປັນຍ້ອນວ່າຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ. ເຖິງແມ່ນວ່າໃນທຸກມື້ນີ້, ຫຼາຍຄົນໄດ້ປະຕິບັດໜ້າທີ່, ແຕ່ມີພຽງບໍ່ເທົ່າໃດຄົນເທົ່ານັ້ນທີ່ໄດ້ໄລ່ຕາມຄວາມຈິງ. ມີໜ້ອຍຄົນທີ່ໄດ້ໄລ່ຕາມຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງໃນຂະນະທີ່ພວກເຂົາໄດ້ປະຕິບັດໜ້າທີ່; ສຳລັບຄົນສ່ວນໃຫຍ່ແລ້ວ, ຍັງບໍ່ມີຫຼັກການໃນວິທີທີ່ພວກເຂົາເຮັດສິ່ງຕ່າງໆ, ພວກເຂົາຍັງບໍ່ແມ່ນຄົນທີ່ຍອມອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ; ພວກເຂົາພຽງແຕ່ກ່າວອ້າງວ່າພວກເຂົາຮັກຄວາມຈິງ ແລະ ເຕັມໃຈທີ່ຈະໄລ່ຕາມຄວາມຈິງ ພ້ອມກັບເຕັມໃຈທີ່ຈະສູ້ຊົນເພື່ອຄວາມຈິງ, ແຕ່ກໍຍັງບໍ່ຮູ້ວ່າຄວາມຕັ້ງໃຈຂອງພວກເຂົາຈະຢູ່ໄດ້ດົນສໍ່າໃດ. ຄົນທີ່ບໍ່ໄດ້ໄລ່ຕາມຄວາມຈິງມີແນວໂນ້ມທີ່ຈະເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້ຕະຫຼອດເວລາ ຫຼື ໄດ້ທຸກສະຖານທີ່. ພວກເຂົາຂາດຄວາມຮັບຜິດຊອບຕໍ່ໜ້າທີ່ຂອງພວກເຂົາ, ພວກເຂົາມັກຈະເຮັດພໍແລ້ວມືແລ້ວຕີນ, ພວກເຂົາເຮັດຕາມທີ່ພວກເຂົາຕ້ອງການ ແລະ ແມ່ນແຕ່ບໍ່ສາມາດຍອມຮັບການລິຮານໄດ້. ທັນທີທີ່ພວກເຂົາກາຍເປັນຄົນຄິດລົບ ແລະ ອ່ອນແອ, ພວກເຂົາກໍສາມາດຖິ້ມປະວຽກງານຂອງພວກເຂົາໄດ້ ເຊິ່ງສິ່ງນີ້ເກີດຂຶ້ນຢູ່ເລື້ອຍໆ ແລະ ເປັນເລື່ອງທີ່ທຳມະດາທີ່ສຸດ; ຄົນທີ່ບໍ່ໄດ້ໄລ່ຕາມຄວາມຈິງລ້ວນແຕ່ມີນິໄສແບບນີ້. ສະນັ້ນ, ເມື່ອຜູ້ຄົນຍັງບໍ່ໄດ້ຮັບຄວາມຈິງ, ພວກເຂົາກໍບໍ່ສາມາດເພິ່ງພາໄດ້ ແລະ ໄວ້ວາງໃຈບໍ່ໄດ້. ການທີ່ພວກເຂົາໄວ້ວາງໃຈບໍ່ໄດ້ນັ້ນມັນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າເມື່ອພວກເຂົາພົບກັບຄວາມຍາກລຳບາກ ຫຼື ອຸປະສັກ, ພວກເຂົາມີແນວໂນ້ມທີ່ຈະລົ້ມລົງ ແລະ ກາຍເປັນຄົນຄິດລົບ ແລະ ອ່ອນແອ. ຄົນທີ່ມັກຄິດລົບ ແລະ ອ່ອນແອເປັນຄົນທີ່ໄວ້ວາງໃຈໄດ້ບໍ? ແນ່ນອນວ່າບໍ່ໄດ້. ແຕ່ຄົນທີ່ເຂົ້າໃຈຄວາມຈິງຈະແຕກຕ່າງອອກໄປ. ຄົນທີ່ເຂົ້າໃຈຄວາມຈິງຢ່າງແທ້ຈິງຈະຕ້ອງມີຫົວໃຈທີ່ຢຳເກງພຣະເຈົ້າ ແລະ ຫົວໃຈແຫ່ງການອ່ອນນ້ອມຕໍ່ພຣະເຈົ້າ ແລະ ມີພຽງແຕ່ຄົນທີ່ມີຫົວໃຈທີ່ຢຳເກງພຣະເຈົ້າເທົ່ານັ້ນທີ່ເປັນຄົນທີ່ໄວ້ວາງໃຈໄດ້; ຄົນທີ່ບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າຈະເປັນຄົນທີ່ບໍ່ໜ້າໄວ້ວາງໃຈ. ຄວນປະຕິບັດຕໍ່ຄົນທີ່ບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າແນວໃດ? ແນ່ນອນຢູ່ແລ້ວວ່າ ພວກເຂົາຄວນໄດ້ຮັບການຊ່ວຍເຫຼືອ ແລະ ການສະໜັບສະໜູນດ້ວຍຄວາມຮັກ. ພວກເຂົາຄວນໄດ້ຮັບການຕິດຕາມໃຫ້ຫຼາຍຂຶ້ນໃນຂະນະທີ່ພວກເຂົາປະຕິບັດໜ້າທີ່ ແລະ ໃຫ້ການຊ່ວຍເຫຼືອ ແລະ ຄຳແນະນໍາຫຼາຍຂຶ້ນ; ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ສາມາດຮັບປະກັນໄດ້ວ່າພວກເຂົາຈະປະຕິບັດໜ້າທີ່ຂອງຕົນຢ່າງມີປະສິດທິຜົນ. ແລະ ຈຸດປະສົງຂອງການເຮັດສິ່ງນີ້ແມ່ນຫຍັງ? ຈຸດປະສົງຫຼັກແມ່ນເພື່ອສົ່ງເສີມວຽກງານຂອງເຮືອນຂອງພຣະເຈົ້າ. ສ່ວນຈຸດປະສົງຮອງລົງມາແມ່ນເພື່ອໃຫ້ສາມາດລະບຸບັນຫາໄດ້ທັນເວລາ, ເພື່ອສະໜອງການແກ້ໄຂ, ສະໜັບສະໜູນ ຫຼື ລິຮານພວກເຂົາໄດ້ໃຫ້ທັນການ, ແກ້ໄຂການບ່ຽງເບນຂອງພວກເຂົາ ແລະ ຊົດເຊີຍຂໍ້ບົກຜ່ອງ ແລະ ຄວາມຂາດເຂີນຂອງພວກເຂົາ. ສິ່ງນີ້ໄດ້ເປັນປະໂຫຍດຕໍ່ຜູ້ຄົນ; ບໍ່ມີເຈດຕະນາຮ້າຍໃນນັ້ນ. ການຊີ້ນຳຜູ້ຄົນ, ການສັງເກດພວກເຂົາ, ການພະຍາຍາມທຳຄວາມເຂົ້າໃຈພວກເຂົາ ໂດຍທັງໝົດນີ້ແມ່ນເພື່ອຊ່ວຍໃຫ້ພວກເຂົາເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງຄວາມສັດທາໃນພຣະເຈົ້າ, ເພື່ອເຮັດໃຫ້ພວກເຂົາສາມາດປະຕິບັດໜ້າທີ່ຕາມທີ່ພຣະເຈົ້າໄດ້ຂໍ ແລະ ຕາມຫຼັກການ, ເພື່ອຢຸດຢັ້ງພວກເຂົາຈາກການກໍ່ໃຫ້ເກີດການລົບກວນ ຫຼື ການຂັດຂວາງ ແລະ ບໍ່ໃຫ້ພວກເຂົາເຮັດວຽກງານທີ່ໄຮ້ປະໂຫຍດ. ຈຸດປະສົງຂອງການເຮັດສິ່ງນີ້ແມ່ນກ່ຽວກັບການສະແດງຄວາມຮັບຜິດຊອບຕໍ່ພວກເຂົາ ແລະ ຕໍ່ວຽກງານຂອງເຮືອນຂອງພຣະເຈົ້າທັງໝົດ; ບໍ່ມີເຈດຕະນາຮ້າຍແຕ່ຢ່າງໃດ. ສົມມຸດວ່າມີຄົນເວົ້າວ່າ “ດັ່ງນັ້ນແລ້ວ ເຫຼົ່ານີ້ຄືຫຼັກການທີ່ເຮືອນຂອງພຣະເຈົ້າປະຕິບັດຕໍ່ຜູ້ຄົນ, ເຫຼົ່ານີ້ຄືວິທີການທີ່ພວກເຂົາໄດ້ນຳໃຊ້. ຂ້ອຍຕ້ອງໄດ້ລະວັງຕົວນັບແຕ່ນີ້ຕໍ່ໄປ. ບໍ່ມີຄວາມຮູ້ສຶກປອດໄພໃນເຮືອນຂອງພຣະເຈົ້າ. ມີຄົນຈັບຕາເບິ່ງເຈົ້າຢູ່ສະເໝີ; ມັນຍາກທີ່ຈະປະຕິບັດໜ້າທີ່ຂອງເຈົ້າ!” ຄຳເວົ້ານີ້ຖືກຕ້ອງແລ້ວບໍ? ຄົນປະເພດໃດທີ່ຈະເວົ້າສິ່ງເຊັ່ນນີ້ໄດ້? (ຜູ້ບໍ່ເຊື່ອ.) ຜູ້ບໍ່ເຊື່ອ, ຄົນທີ່ໂງ່ຈ້າ ແລະ ຜູ້ທີ່ຂາດຄວາມເຂົ້າໃຈຝ່າຍວິນຍານ ພວກເຂົາມັກຈະເວົ້າສິ່ງທີ່ສັບສົນບໍ່ເປັນເລື່ອງ ໂດຍບໍ່ເຂົ້າໃຈຄວາມຈິງ. ບັນຫາໃນທີ່ນີ້ແມ່ນຫຍັງ? ຄຳເວົ້າເຫຼົ່ານີ້ບໍ່ແມ່ນຄຳເວົ້າທີ່ຕັດສິນ ແລະ ປະນາມວຽກງານຂອງຄຣິສຕະຈັກບໍ? ມັນຍັງເປັນການຕັດສິນ ແລະ ການປະນາມຄວາມຈິງ ແລະ ສິ່ງທີ່ເປັນບວກ. ຜູ້ທີ່ສາມາດເວົ້າຄຳເວົ້າເຊັ່ນນີ້ໄດ້ ແນ່ນອນວ່າຕ້ອງເປັນຄົນບໍ່ຮູ້ຄວາມທີ່ບໍ່ເຂົ້າໃຈຄວາມຈິງ, ພວກເຂົາລ້ວນແຕ່ເປັນຜູ້ບໍ່ເຊື່ອທີ່ບໍ່ຮັກຄວາມຈິງ.
ເຮືອນຂອງພຣະເຈົ້າໄດ້ຊີ້ນຳ, ສັງເກດການ ແລະ ພະຍາຍາມທຳຄວາມເຂົ້າໃຈຜູ້ທີ່ປະຕິບັດໜ້າທີ່. ພວກເຈົ້າສາມາດຍອມຮັບຫຼັກການນີ້ຂອງເຮືອນຂອງພຣະເຈົ້າໄດ້ບໍ? (ໄດ້.) ມັນເປັນສິ່ງທີ່ດີເລີດຫຼາຍຖ້າເຈົ້າສາມາດຍອມຮັບການທີ່ເຮືອນຂອງພຣະເຈົ້າໄດ້ໃຫ້ການຊີ້ນຳ, ສັງເກດການ ແລະ ພະຍາຍາມທຳຄວາມເຂົ້າໃຈເຈົ້າ. ສິ່ງນີ້ຈະຊ່ວຍໃຫ້ເຈົ້າປະຕິບັດໜ້າທີ່ຂອງຕົນໄດ້ດີ, ບັນລຸມາດຕະຖານ ແລະ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ມັນເປັນປະໂຫຍດ ແລະ ຊ່ວຍເຫຼືອເຈົ້າ, ໂດຍບໍ່ມີຂໍ້ເສຍອັນໃດເລີຍ. ເມື່ອເຈົ້າໄດ້ເຂົ້າໃຈຫຼັກການນີ້ແລ້ວ, ເຈົ້າກໍບໍ່ຄວນຈະມີຄວາມຮູ້ສຶກຕໍ່ຕ້ານ ຫຼື ລະແວງຕໍ່ການຊີ້ນຳຂອງຜູ້ນໍາ, ຜູ້ເຮັດວຽກ ແລະ ຜູ້ຄົນທີ່ພຣະເຈົ້າເລືອກອີກຕໍ່ໄປແມ່ນບໍ? ເຖິງແມ່ນວ່າບາງຄັ້ງຈະມີບາງຄົນທີ່ພະຍາຍາມທຳຄວາມເຂົ້າໃຈເຈົ້າ, ສັງເກດເຈົ້າ ແລະ ຊີ້ນຳວຽກງານຂອງເຈົ້າ, ສິ່ງນີ້ກໍບໍ່ແມ່ນສິ່ງທີ່ຕ້ອງຖືເອົາມາເປັນເລື່ອງສ່ວນຕົວ. ເປັນຫຍັງເຮົາຈຶ່ງເວົ້າແນວນີ້? ຍ້ອນວ່າໜ້າວຽກທີ່ເປັນຂອງເຈົ້າໃນຕອນນີ້, ໜ້າທີ່ທີ່ເຈົ້າປະຕິບັດ ແລະ ວຽກງານໃດກໍຕາມທີ່ເຈົ້າເຮັດບໍ່ແມ່ນເລື່ອງສ່ວນຕົວ ຫຼື ວຽກສ່ວນຕົວຂອງບຸກຄົນໃດໜຶ່ງ; ມັນກ່ຽວຂ້ອງກັບວຽກງານຂອງເຮືອນຂອງພຣະເຈົ້າ ແລະ ກ່ຽວຂ້ອງກັບສ່ວນໜຶ່ງຂອງພາລະກິດຂອງພຣະເຈົ້າ. ສະນັ້ນ, ເມື່ອໃຜກໍຕາມໄດ້ໃຫ້ການຊີ້ນຳ ຫຼື ສັງເກດການເຈົ້າເລັກໜ້ອຍ ຫຼື ພະຍາຍາມທຳຄວາມເຂົ້າໃຈເຈົ້າຢ່າງເລິກເຊິ່ງ, ພະຍາຍາມໂອ້ລົມແບບເປີດໃຈກັບເຈົ້າ ແລະ ຊອກຮູ້ວ່າສະພາວະຂອງເຈົ້າເປັນແນວໃດໃນຊ່ວງເວລານີ້ ແລະ ແມ່ນແຕ່ບາງຄັ້ງເມື່ອທັດສະນະຄະຕິຂອງພວກເຂົາອາດຈະເຂັ້ມງວດຂຶ້ນເລັກໜ້ອຍ ແລະ ພວກເຂົາໄດ້ລິຮານ, ລົງວິໄນ ແລະ ຕຳໜິເຈົ້າເລັກໜ້ອຍ, ທັງໝົດນີ້ເປັນຍ້ອນວ່າພວກເຂົາມີທັດສະນະຄະຕິທີ່ມີມະໂນທຳ ແລະ ມີຄວາມຮັບຜິດຊອບຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ. ເຈົ້າບໍ່ຄວນມີຄວາມຄິດໃນແງ່ລົບໃດກໍຕາມ ແລະ ເຈົ້າບໍ່ຄວນຕອບໂຕ້ດ້ວຍອາລົມໃນແງ່ລົບ. ມັນໝາຍຄວາມວ່າຫຍັງຖ້າເຈົ້າສາມາດຍອມຮັບມັນໄດ້ເມື່ອຄົນອື່ນໄດ້ຊີ້ນຳ, ສັງເກດການ ແລະ ພະຍາຍາມທຳຄວາມເຂົ້າໃຈເຈົ້າ? ນັ້ນໝາຍຄວາມວ່າ, ໃນຫົວໃຈຂອງເຈົ້າ, ເຈົ້າຍອມຮັບການກວດສອບຂອງພຣະເຈົ້າ. ຖ້າເຈົ້າບໍ່ຍອມຮັບການຊີ້ນຳ, ການສັງເກດການ ແລະ ການພະຍາຍາມທຳຄວາມເຂົ້າໃຈເຈົ້າຂອງຜູ້ຄົນ ແລະ ເຈົ້າເຖິງຂັ້ນຕໍ່ຕ້ານມັນ, ແລ້ວເຈົ້າຈະສາມາດຍອມຮັບການກວດສອບຂອງພຣະເຈົ້າໄດ້ບໍ? ການກວດສອບຂອງພຣະເຈົ້າແມ່ນລະອຽດຫຼາຍກວ່າ, ເລິກເຊິ່ງຫຼາຍກວ່າ ແລະ ແມ່ນຍຳຫຼາຍກວ່າການມີຜູ້ຄົນພະຍາຍາມທຳຄວາມເຂົ້າໃຈເຈົ້າ; ຂໍ້ກຳນົດຂອງພຣະເຈົ້າແມ່ນສະເພາະເຈາະຈົງ, ເຂັ້ມງວດ ແລະ ເລິກເຊິ່ງກວ່າຫຼາຍ. ຖ້າເຈົ້າບໍ່ສາມາດແມ່ນແຕ່ຈະຍອມຮັບການຖືກຊີ້ນຳໂດຍຜູ້ຄົນທີ່ພຣະເຈົ້າເລືອກ, ຄຳກ່າວອ້າງຂອງເຈົ້າທີ່ວ່າເຈົ້າສາມາດຍອມຮັບການກວດສອບຂອງພຣະເຈົ້າໄດ້ນັ້ນບໍ່ແມ່ນຄຳເວົ້າທີ່ວ່າງເປົ່າແມ່ນບໍ? ເພື່ອໃຫ້ເຈົ້າສາມາດຍອມຮັບການກວດສອບ ແລະ ການກວດກາຂອງພຣະເຈົ້າໄດ້, ກ່ອນອື່ນ ເຈົ້າຕ້ອງໄດ້ຍອມຮັບການຖືກຊີ້ນຳໂດຍເຮືອນຂອງພຣະເຈົ້າ, ຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ອ້າຍເອື້ອຍນ້ອງ. ບາງຄົນເວົ້າວ່າ “ຂ້ອຍມີສິດທິມະນຸດ, ຂ້ອຍມີເສລີພາບຂອງຂ້ອຍ, ຂ້ອຍມີວິທີການເຮັດວຽກຂອງຂ້ອຍ. ການໄດ້ຮັບການຊີ້ນຳ ແລະ ກວດສອບໃນທຸກສິ່ງທີ່ຂ້ອຍເຮັດ, ການດຳລົງຊີວິດແບບນີ້ມັນບໍ່ໜ້າສົມເພດເກີນໄປບໍ? ສິດທິມະນຸດຂອງຂ້ອຍຢູ່ໃສ? ເສລີພາບຂອງຂ້ອຍຢູ່ໃສ?” ຄຳເວົ້ານີ້ຖືກຕ້ອງແລ້ວບໍ? ສິດທິມະນຸດ ແລະ ເສລີພາບແມ່ນຄວາມຈິງບໍ? ພວກມັນບໍ່ແມ່ນຄວາມຈິງ. ສິດທິມະນຸດ ແລະ ເສລີພາບເປັນພຽງວິທີການປະຕິບັດຕໍ່ຜູ້ຄົນໃນສັງຄົມມະນຸດທີ່ຂ້ອນຂ້າງສີວິໄລ ແລະ ກ້າວໜ້າ, ແຕ່ໃນເຮືອນຂອງພຣະເຈົ້າ, ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງຢູ່ເໜືອທຸກສິ່ງ ໂດຍສອງສິ່ງນີ້ບໍ່ສາມາດກ່າວເຖິງຄວບຄູ່ໄປກັບ “ສິດທິມະນຸດ” ແລະ “ເສລີພາບ.” ໄດ້. ສະນັ້ນ, ໃນເຮືອນຂອງພຣະເຈົ້າ, ສິ່ງໃດກໍຕາມທີ່ເຮັດໄປແມ່ນບໍ່ໄດ້ອີງໃສ່ທິດສະດີ ຫຼື ຄວາມຮູ້ຊັ້ນສູງຂອງໂລກທີ່ບໍ່ມີຄວາມເຊື່ອ, ແຕ່ອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ. ດັ່ງນັ້ນ, ເມື່ອບາງຄົນເວົ້າວ່າພວກເຂົາຕ້ອງການສິດທິມະນຸດ ແລະ ເສລີພາບ, ສິ່ງນີ້ໄດ້ສອດຄ່ອງກັບຫຼັກການແລ້ວບໍ? (ມັນບໍ່ສອດຄ່ອງ.) ມັນຂ້ອນຂ້າງທີ່ຈະຊັດເຈນແລ້ວວ່າມັນບໍ່ສອດຄ່ອງກັບຫຼັກການຂອງການປະຕິບັດໜ້າທີ່. ເຈົ້າຢູ່ໃນເຮືອນຂອງພຣະເຈົ້າ, ກໍຕ້ອງປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ, ບໍ່ແມ່ນເຮັດວຽກໃນສັງຄົມເພື່ອຫາເງິນ. ດັ່ງນັ້ນ, ຈຶ່ງບໍ່ຈຳເປັນຕ້ອງໃຫ້ໃຜມາອອກໜ້າແທນເພື່ອປົກປ້ອງສິດທິມະນຸດຂອງເຈົ້າ; ສິ່ງເຫຼົ່ານີ້ເປັນສິ່ງທີ່ບໍ່ຈຳເປັນ. ຄົນສ່ວນໃຫຍ່ໄດ້ມີການແຍກແຍະກ່ຽວກັບສິດທິມະນຸດ ແລະ ເສລີພາບບໍ? ສິ່ງເຫຼົ່ານີ້ເປັນພຽງແນວຄິດ ແລະ ທັດສະນະຂອງມະນຸດ ແລະ ບໍ່ສາມາດນຳມາປຽບທຽບກັນໄດ້ກັບຄວາມຈິງ; ແນວຄິດເຊັ່ນນີ້ ບໍ່ສາມາດໃຊ້ໄດ້ໃນເຮືອນຂອງພຣະເຈົ້າ. ການທີ່ຜູ້ນໍາໄດ້ມີການຊີ້ນຳວຽກງານຂອງເຈົ້າກໍເປັນສິ່ງທີ່ດີແລ້ວ. ເປັນຫຍັງ? ຍ້ອນມັນໝາຍຄວາມວ່າພວກເຂົາກຳລັງມີຄວາມຮັບຜິດຊອບຕໍ່ວຽກງານຂອງຄຣິສຕະຈັກ; ນີ້ຄືໜ້າທີ່ຂອງພວກເຂົາ, ຄວາມຮັບຜິດຊອບຂອງພວກເຂົາ. ການທີ່ສາມາດປະຕິບັດໜ້າທີ່ຄວາມຮັບຜິດຊອບນີ້ໃຫ້ສຳເລັດໄດ້ພິສູດວ່າພວກເຂົາເປັນຜູ້ນໍາທີ່ມີຄວາມສາມາດ, ເປັນຜູ້ນໍາທີ່ດີ. ຖ້າເຈົ້າໄດ້ຮັບເສລີພາບ ແລະ ສິດທິມະນຸດຢ່າງສົມບູນ ແລະ ເຈົ້າສາມາດເຮັດຫຍັງກໍໄດ້ຕາມທີ່ເຈົ້າຕ້ອງການ, ຕາມໃຈປາຖະໜາຂອງເຈົ້າ ແລະ ເພີດເພີນໄປກັບເສລີພາບ ແລະ ປະຊາທິປະໄຕຢ່າງເຕັມທີ່ ແລະ ບໍ່ວ່າເຈົ້າຈະເຮັດຫຍັງ ຫຼື ເຮັດແນວໃດ, ຜູ້ນໍາກໍບໍ່ສົນໃຈ ຫຼື ບໍ່ຊີ້ນຳ, ບໍ່ເຄີຍຖາມເຈົ້າ, ບໍ່ກວດສອບວຽກງານຂອງເຈົ້າ, ບໍ່ເວົ້າຫຍັງເມື່ອພົບເຫັນບັນຫາ ແລະ ມີແຕ່ເອົາໃຈ ຫຼື ຕໍ່ລອງກັບເຈົ້າເທົ່ານັ້ນ, ຜູ້ນຳແບບນັ້ນຈະເປັນຜູ້ນຳທີ່ດີໄດ້ບໍ? ແນ່ນອນວ່າບໍ່ໄດ້. ຜູ້ນໍາເຊັ່ນນີ້ກຳລັງທຳຮ້າຍເຈົ້າ. ພວກເຂົາໄດ້ໃຫ້ທ້າຍເຈົ້າໃນການກະທຳຊົ່ວ, ໃຫ້ທ້າຍເຈົ້າໃນການຕໍ່ຕ້ານຫຼັກການ ແລະ ເຮັດຕາມທີ່ເຈົ້າປາຖະໜາ ເຊິ່ງນີ້ກໍຄືການຍູ້ເຈົ້າລົງສູ່ຂຸມໄຟ. ນີ້ບໍ່ແມ່ນຜູ້ນໍາທີ່ມີຄວາມຮັບຜິດຊອບ ແລະ ໄດ້ມາດຕະຖານ. ໃນທາງກົງກັນຂ້າມ, ຖ້າຜູ້ນໍາສາມາດຊີ້ນຳເຈົ້າໄດ້ເປັນປະຈຳ, ລະບຸບັນຫາໃນວຽກງານຂອງເຈົ້າ ແລະ ເຕືອນ ຫຼື ຕຳໜິ ແລະ ເປີດໂປງເຈົ້າໃນທັນທີ ແລະ ແກ້ໄຂ ແລະ ຊ່ວຍເຫຼືອເຈົ້າໃນການໄລ່ຕາມທີ່ບໍ່ຖືກຕ້ອງ ແລະ ການບ່ຽງເບນຂອງເຈົ້າໃນການປະຕິບັດໜ້າທີ່ຢ່າງທັນການ ແລະ ພາຍໃຕ້ການຊີ້ນຳ, ການຕຳໜິ, ການສະໜອງ ແລະ ການຊ່ວຍເຫຼືອຂອງພວກເຂົາ, ທັດສະນະຄະຕິທີ່ຜິດຂອງເຈົ້າຕໍ່ໜ້າທີ່ຂອງເຈົ້າກໍຈະປ່ຽນແປງ, ເຈົ້າສາມາດປະຖິ້ມທັດສະນະທີ່ໄຮ້ສາລະບາງຢ່າງໄດ້, ແນວຄິດຂອງເຈົ້າເອງ ແລະ ສິ່ງທີ່ມາຈາກອາລົມເນື້ອໜັງກໍຄ່ອຍໆ ຫຼຸດໜ້ອຍລົງ ແລະ ເຈົ້າກໍສາມາດຍອມຮັບຄຳເວົ້າ ແລະ ທັດສະນະທີ່ຖືກຕ້ອງ ແລະ ສອດຄ່ອງກັບຫຼັກການຄວາມຈິງໄດ້ຢ່າງສະຫງົບ, ສິ່ງນີ້ບໍ່ໄດ້ເປັນປະໂຫຍດສຳລັບເຈົ້າບໍ? ປະໂຫຍດນັ້ນແມ່ນໃຫຍ່ຫຼວງຢ່າງແທ້ຈິງ.
ເຮືອນຂອງພຣະເຈົ້າໄດ້ປະຕິບັດຕໍ່ຜູ້ນໍາ ແລະ ຜູ້ເຮັດວຽກຂອງຕົນໂດຍການນໍາໃຊ້ການຊີ້ນຳ, ການສັງເກດການ ແລະ ການທຳຄວາມເຂົ້າໃຈ. ພື້ນຖານຂອງການປະຕິບັດຕໍ່ຜູ້ຄົນດ້ວຍວິທີນີ້ແມ່ນຫຍັງ? ເປັນຫຍັງຈຶ່ງຕ້ອງປະຕິບັດຕໍ່ຜູ້ຄົນໃນລັກສະນະນີ້? ມັນບໍ່ແມ່ນວິທີການ ແລະ ແນວທາງທີ່ເກີດຈາກຫຼັກການຂອງການຈົງຮັກພັກດີ, ເອົາຈິງເອົາຈັງ ແລະ ການຮັບຜິດຊອບຕໍ່ໜ້າທີ່ຂອງຕົນບໍ? (ແມ່ນແລ້ວ.) ຖ້າຜູ້ນໍາຄົນໜຶ່ງບໍ່ເຄີຍຊີ້ນຳ, ສັງເກດການ ຫຼື ທຳຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ຄົນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃນການປະຕິບັດໜ້າທີ່ຂອງພວກເຂົາ, ແລ້ວພວກເຂົາຈະສາມາດຖືໄດ້ວ່າເປັນຜູ້ນຳທີ່ຈົງຮັກພັກດີຕໍ່ໜ້າທີ່ຂອງຕົນໄດ້ບໍ? ເຫັນໄດ້ຢ່າງຊັດເຈນວ່າບໍ່ໄດ້. ຜູ້ນໍາ, ຜູ້ເຮັດວຽກ ແລະ ຜູ້ຮັບຜິດຊອບຂອງພວກເຈົ້າເຄີຍກວດສອບວຽກງານຂອງພວກເຈົ້າບໍ? ພວກເຂົາເຄີຍສອບຖາມກ່ຽວກັບຄວາມຄືບໜ້າຂອງວຽກງານຂອງພວກເຈົ້າບໍ? ພວກເຂົາເຄີຍແກ້ໄຂບັນຫາທີ່ເກີດຂຶ້ນໃນວຽກງານຂອງພວກເຈົ້າບໍ? ພວກເຂົາເຄີຍແກ້ໄຂຂໍ້ບົກຜ່ອງ ຫຼື ການບ່ຽງເບນທີ່ເຫັນໄດ້ຊັດເຈນໃນວຽກງານຂອງພວກເຈົ້າບໍ? ພວກເຂົາເຄີຍໃຫ້ການຊ່ວຍເຫຼືອ, ການສະໜອງ, ການສະໜັບສະໜູນ ຫຼື ການລິຮານກ່ຽວກັບການສະແດງອອກ ແລະ ການເປີດເຜີຍຕ່າງໆ ຂອງຄວາມເປັນມະນຸດຂອງເຈົ້າ ແລະ ການໄລ່ຕາມທາງເຂົ້າຂອງຊີວິດຂອງເຈົ້າບໍ? ຖ້າຜູ້ນໍາບໍ່ພຽງແຕ່ບໍ່ເຄີຍໃຫ້ການຊີ້ແນະແກ່ຜູ້ທີ່ປະຕິບັດໜ້າທີ່ທົ່ວໄປ, ແຕ່ຍັງບໍ່ເຄີຍໃຫ້ການໂອ້ລົມ, ການຊ່ວຍເຫຼືອ ຫຼື ການສະໜັບສະໜູນແກ່ຜູ້ທີ່ປະຕິບັດວຽກງານທີ່ສຳຄັນເລີຍ ໂດຍບໍ່ຕ້ອງເວົ້າເຖິງການຊີ້ນຳ, ການສັງເກດການ ຫຼື ການທຳຄວາມເຂົ້າໃຈຢ່າງເລິກເຊິ່ງ ໂດຍບໍ່ມີການສະແດງອອກ ແລະ ການກະທຳເຫຼົ່ານີ້, ຜູ້ນໍາເຊັ່ນນີ້ຈະສາມາດຖືວ່າເປັນຜູ້ນໍາທີ່ເຮັດວຽກງານທີ່ເປັນຮູບປະທຳໄດ້ບໍ? ພວກເຂົາໄດ້ມາດຕະຖານໃນຖານະຜູ້ນໍາແລ້ວບໍ? (ບໍ່.) ບາງຄົນເວົ້າວ່າ “ຜູ້ນໍາຂອງພວກເຮົາພຽງແຕ່ຈັດການເຕົ້າໂຮມໃຫ້ພວກເຮົາສອງຄັ້ງຕໍ່ອາທິດ, ໂອ້ລົມພຣະທຳຂອງພຣະເຈົ້າພຽງເລັກໜ້ອຍ ແລ້ວກໍອ່ານການໂອ້ລົມບາງຢ່າງຈາກເບື້ອງເທິງ ແລະ ບາງຄັ້ງພວກເຂົາກໍໄດ້ໂອ້ລົມກ່ຽວກັບຄວາມເຂົ້າໃຈຈາກປະສົບການຕົວຈິງຂອງພວກເຂົາ. ແຕ່ພວກເຂົາບໍ່ເຄີຍໃຫ້ຄຳແນະນຳ, ການສະໜອງ ຫຼື ການຊ່ວຍເຫຼືອໃດກໍຕາມທີ່ກ່ຽວກັບສະພາວະຕ່າງໆຂອງພວກເຮົາ, ພ້ອມທັງຄວາມຫຍຸ້ງຍາກທີ່ພວກເຮົາພົບພໍ້ໃນຂະນະທີ່ປະຕິບັດໜ້າທີ່ ຫຼື ໃນທາງເຂົ້າຂອງຊີວິດ”. ທ່ານຄິດແນວໃດກັບຜູ້ນໍາຄົນນີ້? (ພວກເຂົາບໍ່ໄດ້ມາດຕະຖານ, ພວກເຂົາເປັນຜູ້ນໍາປອມ.) ຖ້າຜູ້ນໍາບໍ່ສົນໃຈວຽກງານຂອງຕົນເອງ ຫຼື ສະພາວະຕ່າງໆ ຂອງຄົນທີ່ຢູ່ໃຕ້ບັງຄັບບັນຊາຂອງພວກເຂົາ ແລະ ບໍ່ເຮັດໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດ, ແລ້ວພວກເຂົາກໍບໍ່ໄດ້ມາດຕະຖານໃນຖານະຜູ້ນໍາ. ພວກເຂົາບໍ່ໄດ້ຊີ້ນຳ, ສັງເກດການ ຫຼື ພະຍາຍາມທຳຄວາມເຂົ້າໃຈໃຜເລີຍ. ທຸກຄັ້ງ, ການສົນທະນາຂອງເຈົ້າກັບພວກເຂົາກໍເປັນແບບນີ້: “ຕອນນີ້ຄົນຜູ້ນີ້ເປັນແນວໃດແລ້ວ?” “ຂ້ອຍກຳລັງສັງເກດການພວກເຂົາຢູ່”. “ເຈົ້າສັງເກດການມາໄດ້ດົນປານໃດແລ້ວ? ເຈົ້າຄຸ້ນເຄີຍກັບພວຫເຂົາແລ້ວບໍ?” “ຂ້ອຍສັງເກດການພວກເຂົາມາໄດ້ໜຶ່ງປີ ຫຼື ສອງປີແລ້ວ. ຂ້ອຍຍັງບໍ່ຄຸ້ນເຄີຍກັບພວກເຂົາປານໃດ”. “ແລ້ວຄົນຜູ້ນັ້ນເດ?” “ຂ້ອຍຍັງບໍ່ແນ່ໃຈກ່ຽວກັບພວກເຂົາປານໃດ, ແຕ່ພວກເຂົາສາມາດທົນທຸກຍາກລຳບາກໃນການປະຕິບັດໜ້າທີ່ຂອງຕົນ, ມີຄວາມຕັ້ງໃຈ ແລະ ເຕັມໃຈທີ່ຈະເສຍສະລະຕົນເອງເພື່ອພຣະເຈົ້າ”. “ນັ້ນກໍເປັນພຽງເລື່ອງຜິວເຜີນ. ແລ້ວການໄລ່ຕາມຄວາມຈິງຂອງພວກເຂົາເດ?” “ເລື່ອງນີ້ຂ້ອຍກໍຕ້ອງທຳຄວາມເຂົ້າໃຈນຳຫວາ? ເອີ, ຂ້ອຍຊິລອງໄປສຶກສາເບິ່ງກ່ອນ”. ມັນບໍ່ຮູ້ວ່າເຈົ້າຈະຕ້ອງລໍຖ້າຜົນອີກດົນປານໃດຫຼັງຈາກທີ່ພວກເຂົາເວົ້າວ່າພວກເຂົາຈະໄປສຶກສາເບິ່ງເລື່ອງນັ້ນ, ເປັນສິ່ງທີ່ຄາດເດົາບໍ່ໄດ້. ຜູ້ນໍາປອມເຊັ່ນນີ້ແມ່ນໄວ້ວາງໃຈບໍ່ໄດ້ໃນວຽກງານຂອງພວກເຂົາ.
ຜູ້ນໍາຄຣິສຕະຈັກ ແລະ ຜູ້ຮັບຜິດຊອບຂອງພວກເຈົ້າມີທັດສະນະຄະຕິທີ່ຮັບຜິດຊອບຕໍ່ວຽກງານຂອງພວກເຈົ້າບໍ່? ພວກເຂົາກຳແໜ້ນ ແລະ ເຂົ້າໃຈສະພາວະຂອງພວກເຈົ້າກ່ຽວກັບວຽກງານຢ່າງແທ້ຈິງແລ້ວບໍ່? ໄດ້ມີການດຳເນີນການໃນວຽກງານດ້ານນີ້ຢ່າງເໝາະສົມແລ້ວບໍ? (ບໍ່.) ບໍ່ມີໃຜເລີຍໃນພວກເຂົາທີ່ຈະແກ້ໄຂດ້ານນີ້ໄດ້ຢ່າງເໝາະສົມ; ບໍ່ມີໃຜທີ່ຈະໄປຮອດຈຸດຂອງການຈົງຮັກພັກດີຕໍ່ໜ້າທີ່ຂອງຕົນ ແລະ ການເອົາຈິງເອົາຈັງ ແລະ ຮັບຜິດຊອບຕໍ່ວຽກງານ. ດັ່ງນັ້ນ, ການຈະບັນລຸສິ່ງນີ້ເປັນເລື່ອງງ່າຍແລ້ວບໍ? ມັນເປັນເລື່ອງຍາກບໍ? ມັນບໍ່ໄດ້ເປັນເລື່ອງຍາກ. ຖ້າເຈົ້າມີສັກກະຍະພາບໃນລະດັບໃດໜຶ່ງຢ່າງແທ້ຈິງ, ເຂົ້າໃຈວຽກງານໃນທັກສະທາງວິຊາຊີບທີ່ກ່ຽວຂ້ອງກັບຄວາມຮັບຜິດຊອບຂອງເຈົ້າຢ່າງແທ້ຈິງ ແລະ ບໍ່ແມ່ນຄົນນອກໃນສາຍງານຂອງຕົນ, ແລ້ວເຈົ້າພຽງແຕ່ຕ້ອງຍຶດຖືຄຳເວົ້າປະໂຫຍກດຽວນີ້ໃຫ້ໄດ້ ແລະ ເຈົ້າກໍຈະສາມາດຈົງຮັກພັກດີຕໍ່ໜ້າທີ່ຂອງເຈົ້າໄດ້. ຄຳເວົ້າປະໂຫຍກໃດ? “ເຮັດມັນດ້ວຍຄວາມຕັ້ງໃຈທັງໝົດຂອງເຈົ້າ”. ຖ້າເຈົ້າໃສ່ໃຈໃນສິ່ງຕ່າງໆ ແລະ ໃສ່ໃຈໃນຜູ້ຄົນ, ແລ້ວເຈົ້າກໍຈະສາມາດຈົງຮັກພັກດີ ແລະ ຮັບຜິດຊອບໃນໜ້າທີ່ຂອງເຈົ້າໄດ້. ຄຳເວົ້າປະໂຫຍກນີ້ສາມາດປະຕິບັດໄດ້ງ່າຍບໍ? ເຈົ້າຈະນຳມັນໄປປະຕິບັດໄດ້ແນວໃດ? ມັນບໍ່ໄດ້ໝາຍເຖິງການໃຊ້ຫູຂອງເຈົ້າເພື່ອຟັງ, ທັງບໍ່ແມ່ນການໃຊ້ສະໝອງຂອງເຈົ້າເພື່ອຄິດ ແຕ່ມັນໝາຍເຖິງການໃຊ້ຫົວໃຈ. ຖ້າຄົນຜູ້ໜຶ່ງສາມາດໃຊ້ຫົວໃຈຂອງຕົນໄດ້ຢ່າງແທ້ຈິງ, ແລ້ວເມື່ອຕາຂອງພວກເຂົາເຫັນໃຜຄົນໃດຄົນໜຶ່ງເຮັດບາງສິ່ງ, ປະຕິບັດຕົນໃນທາງໃດທາງໜຶ່ງ ຫຼື ມີການຕອບສະໜອງບາງຢ່າງຕໍ່ບາງສິ່ງ ຫຼື ເມື່ອຫູຂອງພວກເຂົາໄດ້ຍິນຄວາມຄິດເຫັນ ຫຼື ການໂຕ້ຖຽງຂອງໃຜບາງຄົນ, ໂດຍການໃຊ້ຫົວໃຈຂອງພວກເຂົາເພື່ອໄຕ່ຕອງ ແລະ ພິຈາລະນາສິ່ງເຫຼົ່ານີ້, ແນວຄິດ, ທັດສະນະ ແລະ ທ່າທີບາງຢ່າງກໍຈະເກີດຂຶ້ນໃນຈິດໃຈຂອງພວກເຂົາ. ແນວຄິດ, ທັດສະນະ ແລະ ທ່າທີເຫຼົ່ານີ້ຈະເຮັດໃຫ້ພວກເຂົາມີຄວາມເຂົ້າໃຈທີ່ເລິກເຊິ່ງ, ສະເພາະເຈາະຈົງ ແລະ ຖືກຕ້ອງກ່ຽວກັບບຸກຄົນ ຫຼື ສິ່ງໆນັ້ນ ແລະ ໃນເວລາດຽວກັນ, ກໍຈະກໍ່ໃຫ້ເກີດການຕັດສິນ ແລະ ຫຼັກການທີ່ເໝາະສົມ ແລະ ຖືກຕ້ອງ. ເມື່ອຄົນຜູ້ໜຶ່ງມີການສະແດງອອກເຫຼົ່ານີ້ກ່ຽວກັບການໃຊ້ຫົວໃຈໃນການເຮັດເຊັ່ນນີ້ເທົ່ານັ້ນ ຈຶ່ງຈະໝາຍຄວາມວ່າພວກເຂົາຈົງຮັກພັກດີຕໍ່ໜ້າທີ່ຂອງພວກເຂົາ. ແຕ່ຖ້າເຈົ້າບໍ່ທຸ່ມເທ້ໃນການເຮັດສິ່ງຕ່າງໆ, ຖ້າເຈົ້າຂາດການໃສ່ໃຈໃນເລື່ອງເຫຼົ່ານີ້, ຕາຂອງເຈົ້າກໍຈະບໍ່ມີປະຕິກິລິຍາຕໍ່ສິ່ງໃດກໍຕາມທີ່ເຈົ້າເຫັນ ແລະ ຫູຂອງເຈົ້າກໍຈະບໍ່ມີປະຕິກິລິຍາຕໍ່ສິ່ງໃດກໍຕາມທີ່ເຈົ້າໄດ້ຍິນເຊັ່ນກັນ. ຕາຂອງເຈົ້າບໍ່ເຄີຍສັງເກດເບິ່ງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ; ພວກມັນບໍ່ເຄີຍສັງເກດເຫັນຂໍ້ມູນທີ່ເຈົ້າພົບພໍ້. ໃນຫົວໃຈຂອງເຈົ້າ ເຈົ້າຈະບໍ່ສາມາດແຍກແຍະສຽງ ແລະ ການໂຕ້ຖຽງຕ່າງໆທີ່ເຈົ້າໄດ້ຍິນ, ເຈົ້າຈະບໍ່ສາມາດແຍກແຍະຂໍ້ມູນທີ່ເຈົ້າໄດ້ຍິນ. ນີ້ກໍຄືກັບຄົນຕາບອດທັງໆທີ່ມືນຕາຢູ່. ເມື່ອຫົວໃຈຂອງຄົນຜູ້ໜຶ່ງມືດບອດແລ້ວ, ຕາຂອງພວກເຂົາກໍຈະມືດບອດເຊັ່ນກັນ. ດັ່ງນັ້ນ, ແມ່ນຫຍັງເປັນສິ່ງທີ່ພາໄປສູ່ການສ້າງແນວຄິດ, ທັດສະນະ ແລະ ທ່າທີຈາກການສັງເກດການສິ່ງຕ່າງໆດ້ວຍຕາ ແລະ ການຮັບຂໍ້ມູນດ້ວຍຫູ? ທັງໝົດນີ້ແມ່ນຂຶ້ນກັບການໃສ່ໃຈໃນສິ່ງຕ່າງໆ ແລະ ການສະແຫວງຫາຄວາມຈິງ. ຖ້າເຈົ້າໃສ່ໃຈໃນສິ່ງຕ່າງໆແລ້ວ, ເມື່ອໃດກໍຕາມທີ່ເຈົ້າໄດ້ຮັບຂໍ້ມູນ, ບໍ່ວ່າຈະໄດ້ເຫັນ ຫຼື ໄດ້ຍິນ, ເຈົ້າກໍຈະສາມາດສ້າງທັດສະນະ ແລະ ໄດ້ຮັບຄວາມເຂົ້າໃຈທີ່ເລິກເຊິ່ງກ່ຽວກັບບຸກຄົນ ຫຼື ສິ່ງເຫຼົ່ານັ້ນ. ແຕ່ຖ້າເຈົ້າບໍ່ໃສ່ໃຈໃນສິ່ງຕ່າງໆແລ້ວ, ບໍ່ວ່າຈະໄດ້ຮັບຂໍ້ມູນຫຼາຍສໍ່າໃດມັນກໍບໍ່ໄດ້ເປັນປະໂຫຍດ; ຖ້າເຈົ້າບໍ່ໃສ່ໃຈໃນການແຍກແຍະມັນ ຫຼື ການເບິ່ງທະລຸມັນ, ເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ, ແລ້ວເຈົ້າກໍຈະກາຍເປັນຄົນໄຮ້ຄ່າ, ບໍ່ມີປະໂຫຍດຫຍັງ. ຄົນທີ່ໄຮ້ປະໂຫຍດໝາຍເຖິງຫຍັງ? ມັນໝາຍເຖິງຄົນທີ່ບໍ່ໃສ່ໃຈໃນການປະຕິບັດໜ້າທີ່ຂອງຕົນ ພວກເຂົາມີຕາ ແລະ ຫູ, ແຕ່ສິ່ງເຫຼົ່ານີ້ບໍ່ໄດ້ມີປະໂຫຍດ. ຄົນທີ່ບໍ່ໃສ່ໃຈຈະບໍ່ຈົງຮັກພັກດີຕໍ່ໜ້າທີ່ຂອງຕົນ ແລະ ຈະບໍ່ບັນລຸທັດສະນະຄະຕິທີ່ເອົາຈິງເອົາຈັງ ແລະ ຮັບຜິດຊອບຕໍ່ວຽກງານຂອງພວກເຂົາ.
ເຮືອນຂອງພຣະເຈົ້າໄດ້ດຳເນີນການຊີ້ນຳຜູ້ນໍາ ແລະ ຜູ້ເຮັດວຽກໃນທຸກລະດັບ, ສັງເກດການ ແລະ ທຳຄວາມເຂົ້າໃຈພວກເຂົາໃນລະດັບທີ່ເລິກເຊິ່ງ, ດ້ວຍມີຈຸດປະສົງເພື່ອປັບປຸງວຽກງານຂອງຄຣິສຕະຈັກ ແລະ ຊີ້ແນະຜູ້ຄົນທີ່ ພຣະເຈົ້າເລືອກໄປສູ່ເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້. ສະນັ້ນ, ການຊີ້ນຳ ແລະ ການສັງເກດການຜູ້ນໍາ ແລະ ຜູ້ເຮັດວຽກຈຶ່ງເປັນສິ່ງສຳຄັນ ແລະ ຕ້ອງໄດ້ປະຕິບັດດ້ວຍວິທີນີ້. ດ້ວຍການຊີ້ນຳຂອງຜູ້ຄົນທີ່ພຣະເຈົ້າເລືອກ, ຖ້າຄົ້ນພົບວ່າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ມີການປະຕິບັດວຽກງານຕົວຈິງ ແລະ ພວກເຂົາໄດ້ຮັບການຈັດການ ແລະ ແກ້ໄຂໃນທັນທີ, ສິ່ງນີ້ກໍຈະເປັນປະໂຫຍດຕໍ່ຄວາມຄືບໜ້າຂອງວຽກງານຂອງຄຣິສຕະຈັກ. ການຊີ້ນຳຜູ້ນໍາ ແລະ ຜູ້ເຮັດວຽກແມ່ນຄວາມຮັບຜິດຊອບຂອງຜູ້ຄົນທີ່ ພຣະເຈົ້າເລືອກ ແລະ ການເຮັດເຊັ່ນນັ້ນກໍສອດຄ່ອງກັບເຈດຕະນາຂອງພຣະເຈົ້າຢ່າງສົມບູນ. ເນື່ອງຈາກຜູ້ນໍາ ແລະ ຜູ້ເຮັດວຽກມີອຸປະນິໄສທີ່ເສື່ອມຊາມ, ຖ້າພວກເຂົາບໍ່ໄດ້ຮັບການຊີ້ນຳ, ມັນບໍ່ພຽງແຕ່ຈະເປັນຜົນເສຍຕໍ່ພວກເຂົາ ແຕ່ຍັງຈະສົ່ງຜົນກະທົບໂດຍກົງຕໍ່ວຽກງານຂອງຄຣິສຕະຈັກ. ພາຍໃຕ້ສະຖານະການໃດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຈະບໍ່ຕ້ອງການການຊີ້ນຳຈາກຜູ້ຄົນທີ່ພຣະເຈົ້າເລືອກອີກຕໍ່ໄປ? ມັນກໍຄືເມື່ອຜູ້ນໍາ ແລະ ຜູ້ເຮັດວຽກເຂົ້າໃຈຄວາມຈິງຢ່າງສົມບູນ, ເຂົ້າສູ່ຄວາມຈິງຄວາມເປັນຈິງ ແລະ ກະທຳດ້ວຍຫຼັກການ, ກາຍເປັນຄົນທີ່ຖືກເຮັດໃຫ້ສົມບູນແບບ ແລະ ຖືກໃຊ້ງານໂດຍພຣະເຈົ້າ. ໃນກໍລະນີດັ່ງກ່າວ, ການຊີ້ນຳໂດຍຜູ້ຄົນທີ່ພຣະເຈົ້າເລືອກກໍຈະບໍ່ຈຳເປັນອີກຕໍ່ໄປ ແລະ ເຮືອນຂອງພຣະເຈົ້າກໍຈະບໍ່ເນັ້ນໜັກເລື່ອງນີ້ອີກ. ແນວໃດກໍຕາມ, ມັນຮັບປະກັນໄດ້ບໍ່ວ່າຄົນທີ່ຖືກເຮັດໃຫ້ສົມບູນແບບໂດຍພຣະເຈົ້າຈະບໍ່ມີຄວາມຜິດພາດ ແລະ ການບ່ຽງເບນເລີຍບໍ? ບໍ່ຈຳເປັນສະເໝີໄປ. ສະນັ້ນ, ການກວດສອບຂອງພຣະເຈົ້າຍັງຄົງຈຳເປັນ, ເຊັ່ນດຽວກັບການຊີ້ນຳໂດຍຜູ້ທີ່ເຂົ້າໃຈຄວາມຈິງ; ການປະຕິບັດນີ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າຢ່າງສົມບູນ. ຍ້ອນວ່າມະນຸດທຸກຄົນມີອຸປະນິໄສທີ່ເສື່ອມຊາມ, ມີພຽງແຕ່ຜ່ານການຊີ້ນຳເທົ່ານັ້ນທີ່ຜູ້ນໍາ ແລະ ຜູ້ເຮັດວຽກຈະຖືກຊຸກຍູ້ໃຫ້ມີຄວາມຮັບຜິດຊອບຕໍ່ວຽກງານຂອງພວກເຂົາ ແລະ ຈົງຮັກພັກດີຕໍ່ໜ້າທີ່ຂອງພວກເຂົາ. ຫາກບໍ່ມີການຊີ້ນຳ, ຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໃຫຍ່ກໍຈະກະທຳການຕາມອຳເພີໃຈ ແລະ ເຮັດພໍແລ້ວມືແລ້ວຕີນ ເຊິ່ງນີ້ກໍຄືຄວາມຈິງທີ່ເປັນຮູບປະທຳ. ຖ້າເຈົ້າເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ອ້າຍເອື້ອຍນ້ອງທີ່ຢູ່ອ້ອມຂ້າງເຈົ້າມັກຈະຊີ້ນຳ ແລະ ສັງເກດການເບິ່ງເຈົ້າ, ໃຫ້ພະຍາຍາມທຳຄວາມເຂົ້າໃຈວ່າເຈົ້າເປັນຄົນທີ່ໄລ່ຕາມຄວາມຈິງ ຫຼື ບໍ່, ສຳລັບເຈົ້ານີ້ເປັນສິ່ງທີ່ດີແລ້ວ. ຖ້າພວກເຂົາຄົ້ນພົບບັນຫາກ່ຽວກັບເຈົ້າ ແລະ ເຈົ້າສາມາດແກ້ໄຂມັນໄດ້ໄວທີ່ສຸດເທົ່າທີ່ຈະໄວໄດ້, ສິ່ງນີ້ກໍເປັນປະໂຫຍດຕໍ່ການໄລ່ຕາມຄວາມຈິງຂອງເຈົ້າ ແລະ ທາງເຂົ້າຂອງຊີວິດຂອງເຈົ້າ. ຖ້າພວກເຂົາຄົ້ນພົບວ່າເຈົ້າກຳລັງກະທຳຄວາມຊົ່ວຮ້າຍ ແລະ ເຈົ້າໄດ້ສະແດງພຶດຕິກຳທີ່ຊົ່ວຮ້າຍຫຼາຍຢ່າງເປັນການສ່ວນຕົວ ແລະ ບໍ່ແມ່ນຄົນທີ່ໄລ່ຕາມຄວາມຈິງຢ່າງແນ່ນອນ, ພວກເຂົາກໍຈະເປີດໂປງເຈົ້າ ແລະ ໄລ່ເຈົ້າອອກຈາກຕຳແໜ່ງຂອງເຈົ້າ, ເຊິ່ງຈະເປັນການກຳຈັດຕົວໄພພິບັດໃຫ້ແກ່ຜູ້ຄົນທີ່ພຣະເຈົ້າເລືອກ ແລະ ຍັງຊ່ວຍໃຫ້ເຈົ້າຫຼີກລ່ຽງການລົງໂທດທີ່ຮ້າຍແຮງກວ່າເກົ່າ: ການຊີ້ນຳເຊັ່ນນີ້ເປັນປະໂຫຍດຕໍ່ທຸກຄົນ. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນມີການຕອບສະໜອງທີ່ຖືກຕ້ອງຕໍ່ການຊີ້ນຳຂອງຜູ້ຄົນທີ່ພຣະເຈົ້າເລືອກ. ຖ້າເຈົ້າເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຈາກຄວາມຊົ່ວຮ້າຍ, ເຈົ້າຈະຮູ້ສຶກວ່າເຈົ້າຕ້ອງການການຊີ້ນຳຂອງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ຍິ່ງໄປກວ່ານັ້ນ, ເຈົ້າຍັງຕ້ອງການການຊ່ວຍເຫຼືອຂອງພວກເຂົາ. ຖ້າເຈົ້າເປັນຄົນຊົ່ວຮ້າຍ ແລະ ມີຈິດສຳນຶກໃນການຮູ້ສຶກຜິດ, ເຈົ້າກໍຈະຢ້ານການຖືກຊີ້ນຳ ແລະ ພະຍາຍາມຫຼີກລ່ຽງມັນ; ນີ້ເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້. ສະນັ້ນ, ບໍ່ຕ້ອງສົງໄສເລີຍວ່າທຸກຄົນທີ່ຕໍ່ຕ້ານ ແລະ ຮູ້ສຶກບໍ່ພໍໃຈຕໍ່ການຊີ້ນຳຂອງຜູ້ຄົນທີ່ພຣະເຈົ້າເລືອກລ້ວນແຕ່ມີເລື່ອງປິດບັງ ແລະ ບໍ່ແມ່ນຄົນທີ່ຊື່ສັດຢ່າງແນ່ນອນ; ບໍ່ມີໃຜຢ້ານການຊີ້ນຳຫຼາຍໄປກວ່າຄົນທີ່ມີເລ່ຫຼ່ຽມ. ດັ່ງນັ້ນ ຜູ້ນໍາ ແລະ ຜູ້ເຮັດວຽກຄວນຮັບເອົາທັດສະນະຄະຕິແບບໃດຕໍ່ການຊີ້ນຳ ຂອງຜູ້ຄົນທີ່ພຣະເຈົ້າເລືອກ? ມັນຄວນຈະເປັນການຄິດລົບ, ການລະແວງ, ການຕໍ່ຕ້ານ ແລະ ຄວາມຄຽດແຄ້ນ ຫຼື ການເຊື່ອຟັງຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ ແລະ ການຍອມຮັບດ້ວຍຄວາມຖ່ອມຕົວບໍ? (ການຍອມຮັບດ້ວຍຄວາມຖ່ອມຕົວ.) ການຍອມຮັບດ້ວຍຄວາມຖ່ອມຕົວໝາຍເຖິງຫຍັງ? ມັນໝາຍເຖິງການຍອມຮັບທຸກສິ່ງຈາກພຣະເຈົ້າ, ການສະແຫວງຫາຄວາມຈິງ, ການຮັບເອົາທັດສະນະຄະຕິທີ່ຖືກຕ້ອງ ແລະ ການບໍ່ເປັນຄົນທີ່ໃຈຮ້ອນ. ຖ້າຄົນໃດຄົນໜຶ່ງໄດ້ຄົ້ນພົບບັນຫາກ່ຽວກັບເຈົ້າແທ້ໆ ແລະ ຊີ້ບອກໃຫ້ເຈົ້າເຫັນ, ຊ່ວຍເຈົ້າໃຫ້ແຍກແຍະ ແລະ ເຂົ້າໃຈມັນ, ຊ່ວຍເຈົ້າໃນການແກ້ໄຂບັນຫານີ້, ກໍສະແດງວ່າພວກເຂົາກຳລັງຮັບຜິດຊອບຕໍ່ເຈົ້າ ແລະ ຮັບຜິດຊອບຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ; ສິ່ງນີ້ເປັນການກະທຳທີ່ຖືກຕ້ອງ ແລະ ເປັນເລື່ອງທຳມະຊາດ ແລະ ຍຸຕິທຳທີ່ສຸດແລ້ວ. ຖ້າມີຜູ້ຄົນທີ່ຖືວ່າການຊີ້ນຳຂອງຄຣິສຕະຈັກມີຕົ້ນກຳເນີດມາຈາກຊາຕານ ແລະ ມາຈາກເຈດຕະນາທີ່ຊົ່ວຮ້າຍ, ດັ່ງນັ້ນແລ້ວ ພວກເຂົາກໍຄືມານຮ້າຍ ແລະ ຊາຕານ. ດ້ວຍທຳມະຊາດແບບມານຮ້າຍເຊັ່ນນັ້ນ, ແນ່ນອນວ່າພວກເຂົາຈະບໍ່ຍອມຮັບການກວດສອບຂອງພຣະເຈົ້າ. ຖ້າຄົນໃດຄົນໜຶ່ງຮັກຄວາມຈິງຢ່າງແທ້ຈິງ, ພວກເຂົາກໍຈະມີຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບການຊີ້ນຳຂອງຜູ້ຄົນທີ່ພຣະເຈົ້າເລືອກ, ພວກເຂົາຈະສາມາດຖືໄດ້ວ່າມັນເປັນການກະທຳທີ່ອອກມາຈາກຄວາມຮັກ, ວ່າເປັນສິ່ງທີ່ມາຈາກພຣະເຈົ້າ ແລະ ພວກເຂົາຈະສາມາດຍອມຮັບມັນຈາກພຣະເຈົ້າໄດ້. ພວກເຂົາຈະບໍ່ເປັນຄົນຫົວຮ້ອນ ຫຼື ກະທຳຕາມອາລົມຊົ່ວຄາວຢ່າງແນ່ນອນ, ຍິ່ງໄປກວ່ານັ້ນ ການຕໍ່ຕ້ານ, ການລະແວງ ຫຼື ຄວາມສົງໄສກໍຈະບໍ່ປາກົດໃນຫົວໃຈຂອງພວກເຂົາ. ທັດສະນະຄະຕິທີ່ຖືກຕ້ອງທີ່ສຸດໃນການປະເຊີນໜ້າກັບການຊີ້ນຳຂອງຜູ້ຄົນທີ່ພຣະເຈົ້າເລືອກຄື: ຄຳເວົ້າ, ການກະທຳ, ການຊີ້ນຳ, ການສັງເກດການ ຫຼື ການແກ້ໄຂໃດກໍຕາມ ໂດຍແມ່ນແຕ່ການລິຮານໃດກໍຕາມ ທີ່ເປັນປະໂຫຍດຕໍ່ເຈົ້າ, ເຈົ້າຄວນຍອມຮັບຈາກພຣະເຈົ້າ; ຢ່າເປັນຄົນຫົວຮ້ອນ. ການເປັນຄົນຫົວຮ້ອນນັ້ນແມ່ນມາຈາກຜູ້ຊົ່ວຮ້າຍ, ຈາກຊາຕານ, ມັນບໍ່ໄດ້ມາຈາກພຣະເຈົ້າ ແລະ ມັນບໍ່ແມ່ນທັດສະນະຄະຕິທີ່ຜູ້ຄົນຄວນມີຕໍ່ຄວາມຈິງ.
ນັ້ນຄືທັງໝົດທີ່ພວກເຮົາຈະເພີ່ມເຕີມ ແລະ ໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີເຈັດຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ດັ່ງນັ້ນ ນີ້ໝາຍຄວາມວ່າຄວາມຮັບຜິດຊອບນີ້ໄດ້ຮັບການໂອ້ລົມກັນຢ່າງຄົບຖ້ວນແລ້ວ ໂດຍບໍ່ມີເນື້ອໃນສະເພາະເຈາະຈົງອັນໃດ ທີ່ຈະເພີ່ມເຕີມອີກແລ້ວບໍ? ບໍ່ມີແລ້ວ, ທຸກຄວາມຮັບຜິດຊອບຍັງຄົງມີເນື້ອໃນທີ່ສະເພາະເຈາະຈົງ ແລະ ລະອຽດກວ່າຫຼາຍ. ສິ່ງທີ່ເຮົາໄດ້ໂອ້ລົມກັນໄປນັ້ນແມ່ນຫຼັກການແບບກວມລວມ; ສ່ວນລາຍລະອຽດສະເພາະວ່າຈະນຳຫຼັກການເຫຼົ່ານີ້ໄປຈັດຕັ້ງປະຕິບັດ ແລະ ນຳໃຊ້ແນວໃດນັ້ນ ແມ່ນຂຶ້ນກັບພວກເຈົ້າທີ່ຈະຕ້ອງໄປຮຽນຮູ້ຜ່ານປະສົບການຂອງຕົນເອງ. ຖ້າພວກເຈົ້າຍັງບໍ່ສາມາດເບິ່ງທະລຸຫຼັກການເຫຼົ່ານີ້ໄດ້ ຫຼື ບໍ່ຮູ້ວິທີນໍາໃຊ້ພວກມັນ, ກໍຈົ່ງສະແຫວງຫາ ແລະ ໂອ້ລົມນຳກັນ. ຖ້າການໂອ້ລົມນຳກັນຍັງບໍ່ໄດ້ນຳໄປສູ່ຜົນທີ່ຕ້ອງການ, ກໍຈົ່ງສອບຖາມຜູ້ທີ່ມີຕຳແໜ່ງສູງກວ່າທ່ານ. ສະຫຼຸບສັ້ນໆ, ບໍ່ວ່າຈະເປັນການຈັດການກັບຄົນປະເພດໃດ ຫຼື ການຕັດສິນໃຈວ່າຈະເລື່ອນຕຳແໜ່ງ ແລະ ໃຊ້ງານໃຜ, ທັງໝົດກໍຕ້ອງຍຶດໝັ້ນກັບຫຼັກການ. ສຳລັບບຸກຄົນທີ່ມີພອນສະຫວັນບາງຄົນ, ໃນສະຖານະການທີ່ບໍ່ມີໃຜສາມາດເບິ່ງທະລຸ ຫຼື ເຂົ້າໃຈພວກເຂົາໄດ້ຢ່າງຄົບຖ້ວນ, ພວກເຂົາກໍສາມາດໄດ້ຮັບການສົ່ງເສີມ ແລະ ໃຊ້ງານໃນເບື້ອງຕົ້ນຕາມຄວາມຕ້ອງການຂອງວຽກງານໃນຄຣິສຕະຈັກ ຢ່າເຮັດໃຫ້ວຽກງານຊັກຊ້າ ແລະ ຢ່າເຮັດໃຫ້ການເພາະປູກຄົນຊັກຊ້າ; ນີ້ຄືສິ່ງສຳຄັນ. ບາງຄົນຖາມວ່າ, “ຈະເປັນແນວໃດຖ້າພວກເຂົາເຮັດໃຫ້ວຽກງານເສຍຫາຍ ຫຼັງຈາກຖືກນໍາມາໃຊ້ງານແລ້ວ? ໃຜຈະຮັບຜິດຊອບ?” ເມື່ອເຈົ້າໃຊ້ງານຄົນຜູ້ໜຶ່ງ, ມັນກໍຄືກັບວ່າເຈົ້າເອົາລາວໄປປະໄວ້ເທິງເກາະຮ້າງທີ່ບໍ່ມີໃຜສາມາດຕິດຕໍ່ຫາລາວໄດ້ເລີຍບໍ? ທີ່ຈິງແລ້ວ ບໍ່ແມ່ນມີຄົນອື່ນໆ ອີກຫຼາຍຄົນທີ່ຢູ່ອ້ອມຂ້າງພວກເຂົາທີ່ກຳລັງປະຕິບັດໜ້າວຽກສະເພາະຢູ່ບໍ? ມີວິທີທາງໃນການແກ້ໄຂບັນຫາທັງໝົດນີ້; ຄືການຊີ້ນຳ, ການສັງເກດການ ແລະ ການທຳຄວາມເຂົ້າໃຈພວກເຂົາ ແລະ ຖ້າເງື່ອນໄຂເອື້ອອຳນວຍ, ກໍສາມາດເຮັດໄດ້ຜ່ານການພົວພັນຢ່າງໃກ້ຊິດ. ການພົວພັນຢ່າງໃກ້ຊິດໝາຍເຖິງຫຍັງກັນແທ້? ມັນໝາຍເຖິງການເຮັດວຽກຮ່ວມກັບພວກເຂົາ; ຂະບວນການຂອງການເຮັດວຽກຄືຂະບວນການຂອງການທຳຄວາມເຂົ້າໃຈພວກເຂົາ. ເຈົ້າຈະບໍ່ຄ່ອຍໆເຂົ້າໃຈພວກເຂົາຜ່ານການພົວພັນແບບນີ້ບໍ? ຖ້າເຈົ້າມີໂອກາດຕິດຕໍ່ພົວພັນແຕ່ບໍ່ເຮັດ ແລະ ພຽງແຕ່ໂທລະສັບໄປສອບຖາມສອງສາມຄຳຖາມແລ້ວກໍແລ້ວໄປ, ມັນກໍເປັນໄປບໍ່ໄດ້ທີ່ຈະເຂົ້າໃຈພວກເຂົາ. ເຈົ້າຕ້ອງໄດ້ຕິດຕໍ່ພົວພັນກັບຄົນທີ່ເຈົ້າສາມາດຕິດຕໍ່ພົວພັນໄດ້ເພື່ອແກ້ໄຂບັນຫາ. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງບໍ່ຂີ້ຄ້ານໃນວຽກງານຂອງພວກເຂົາ. ດັ່ງນັ້ນ, ຖ້າເຈົ້າຕ້ອງການສັງເກດການ ແລະ ທຳຄວາມເຂົ້າໃຈຄົນໃດຄົນໜຶ່ງ, ເຈົ້າຄວນເຮັດແນວໃດ? (ໂດຍການຕິດຕໍ່ພົວພັນກັບພວກເຂົາ.) ຖືກຕ້ອງບໍ່? ສິ່ງສຳຄັນກໍຄືການເອົາໃຈໃສ່! ຂໍ້ມູນທີ່ພວກເຈົ້າສາມາດເກັບໄວ້ໃນໃຈໄດ້ນັ້ນ ກໍປຽບສະເໝືອນກັບການຕັກນ້ຳໃສ່ກະຕ່າທີ່ຮົ່ວ ຕັກໃສ່ທາງໜ້າ ນ້ຳກໍໄຫຼອອກມາທາງຫຼັງ, ຈົນສຸດທ້າຍກໍບໍ່ເຫຼືອຫຍັງເລີຍ, ເຮັດໃຫ້ຄວາມພະຍາຍາມທັງໝົດໄຮ້ປະໂຫຍດ. ໃນຕອນທ້າຍຂອງການຟັງເທດສະໜາ, ພວກເຈົ້າບໍ່ສາມາດຈື່ເນື້ອໃນທີ່ໄດ້ໂອ້ລົມກັນໄປກ່ອນໜ້ານີ້ໄດ້; ເຫດຜົນທີ່ເປັນແບບນີ້ແມ່ນຫຍັງ? (ພວກເຮົາບໍ່ໄດ້ເອົາໃຈໃສ່.) ໂດຍປົກກະຕິແລ້ວ ພວກເຈົ້າບໍ່ໄດ້ໃສ່ໃຈໃນການປະຕິບັດຄວາມຈິງ, ສະນັ້ນ ຫົວໃຈຂອງພວກເຈົ້າຈຶ່ງບໍ່ໄດ້ເອົາໃຈໃສ່ໃນເລື່ອງເຫຼົ່ານີ້. ກ່ຽວກັບວິທີການທີ່ຈະເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງ, ວິທີການຮູ້ຈັກຕົນເອງ ແລະ ວິທີການເບິ່ງທະລຸແກ່ນແທ້ຂອງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆດ້ວຍຄວາມຈິງ, ພວກເຈົ້າບໍ່ມີທາງເຂົ້າເຖິງໄດ້ເລີຍ; ດັ່ງນັ້ນ, ເລື່ອງເຫຼົ່ານີ້ຈຶ່ງບໍ່ມີພື້ນຖານໃນຫົວໃຈຂອງພວກເຈົ້າ. ສຳລັບສິ່ງເຫຼົ່ານັ້ນທີ່ກ່ຽວຂ້ອງກັບການເຂົ້າສູ່ຄວາມຈິງຄວາມເປັນຈິງ, ພວກເຈົ້າມັກຈະຮູ້ສຶກຈັບຕົ້ນຊົນປາຍບໍ່ຖືກຢູ່ສະເໝີ. ຕອນນີ້, ພວກເຈົ້າຍັງເຂົ້າຮ່ວມການເຕົ້າໂຮມທຸກອາທິດເພື່ອຟັງເທດສະໜາ. ຖ້າພວກເຈົ້າບໍ່ໄດ້ຟັງເທດສະໜາ, ຄວາມສັດທາອັນເລັກໜ້ອຍທີ່ມີໃນຫົວໃຈຂອງພວກເຈົ້າກໍຈະຄ່ອຍໆຈືດຈາງ ແລະ ຫາຍໄປໃນທີ່ສຸດແມ່ນບໍ? ນີ້ຄືສັນຍານອັນຕະລາຍ! ພວກເຈົ້າຈະສາມາດເອົາໃຈໃສ່ໄດ້ ຫຼື ບໍ່? ເຮົາໄດ້ບອກລາຍລະອຽດທັງໝົດໃຫ້ແກ່ພວກເຈົ້າແລ້ວ; ຖ້າເຈົ້າມີຫົວໃຈຢ່າງແທ້ຈິງ, ເຈົ້າກໍຈະສາມາດເຮັດໄດ້. ຖ້າເຈົ້າບໍ່ມີຫົວໃຈ, ບໍ່ວ່າເຮົາຈະເວົ້າແນວໃດ, ເຈົ້າກໍຈະບໍ່ເຂົ້າໃຈ. ນັ້ນຄືທັງໝົດສຳລັບການໂອ້ລົມຂອງພວກເຮົາໃນຫົວຂໍ້ນີ້.
ຂໍ້ທີແປດ: ໃຫ້ລາຍງານ ແລະ ສະແຫວງຫາວິທີແກ້ໄຂຄວາມສັບສົນ ແລະ ຄວາມຍາກລຳບາກທີ່ພົບພໍ້ໃນວຽກງານໂດຍທັນທີ (ພາກທີໜຶ່ງ)
ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງໄດ້ລະບຸ ແລະ ແກ້ໄຂຄວາມຍາກລຳບາກໃຫ້ທັນເວລາ
ມື້ນີ້, ພວກເຮົາຈະໄດ້ສົນທະນາກ່ຽວກັບຄວາມຮັບຜິດຊອບຂໍ້ທີແປດຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ໃຫ້ລາຍງານ ແລະ ສະແຫວງຫາວິທີແກ້ໄຂຄວາມສັບສົນ ແລະ ຄວາມຍາກລຳບາກທີ່ພົບພໍ້ໃນວຽກງານໂດຍທັນທີ”. ພວກເຮົາຈະເປີດໂປງການສະແດງອອກຕ່າງໆ ຂອງຜູ້ນໍາປອມທີ່ກ່ຽວຂ້ອງກັບຄວາມຮັບຜິດຊອບໃນຂໍ້ນີ້. ການລາຍງານ ແລະ ການສະແຫວງຫາວິທີແກ້ໄຂຄວາມສັບສົນ ແລະ ຄວາມຍາກລຳບາກທີ່ພົບພໍ້ໃນວຽກງານໂດຍທັນທີ, ເຊິ່ງນີ້ບໍ່ແມ່ນສ່ວນໜຶ່ງຂອງວຽກງານ ແລະ ໜ້າທີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກບໍ? (ແມ່ນແລ້ວ.) ຜູ້ນໍາ ແລະ ຜູ້ເຮັດວຽກຈະຕ້ອງໄດ້ຜະເຊີນກັບບັນຫາທີ່ຫຍຸ້ງຍາກຊັບຊ້ອນບາງຢ່າງໃນວຽກງານຂອງພວກເຂົາຢ່າງຫຼີກລ່ຽງບໍ່ໄດ້ ຫຼື ພົບພໍ້ກັບຄວາມຍາກລຳບາກທີ່ຢູ່ນອກເໜືອຂອບເຂດຂອງວຽກງານຄຣິສຕະຈັກ ຫຼື ພົບພໍ້ກັບກໍລະນີພິເສດທີ່ບໍ່ກ່ຽວຂ້ອງກັບຫຼັກການຄວາມຈິງ ແລະ ບໍ່ຮູ້ວິທີຈັດການກັບສະຖານະການເຫຼົ່ານີ້. ຫຼື ເນື່ອງຈາກພວກເຂົາມີຄວາມສາມາດທີ່ຕໍ່າ ດັ່ງນັ້ນຈຶ່ງບໍ່ສາມາດກຳແໜ້ນຫຼັກການໄດ້ຢ່າງຖືກຕ້ອງ, ພວກເຂົາຈຶ່ງພົບພໍ້ກັບຄວາມສັບສົນ ແລະ ຄວາມຍາກລຳບາກບາງຢ່າງທີ່ແກ້ໄຂໄດ້ຍາກຢ່າງຫຼີກລ່ຽງບໍ່ໄດ້. ຄວາມສັບສົນ ແລະ ຄວາມຍາກລຳບາກເຫຼົ່ານີ້ອາດກ່ຽວຂ້ອງກັບບັນຫາການໃຊ້ງານບຸກຄະລາກອນ, ບັນຫາທີ່ກ່ຽວຂ້ອງກັບວຽກງານ, ບັນຫາທີ່ເກີດຈາກສະພາບແວດລ້ອມພາຍນອກ, ບັນຫາທີ່ກ່ຽວຂ້ອງກັບທາງເຂົ້າຊີວິດຂອງຜູ້ຄົນ, ການຂັດຂວາງ ແລະ ການລົບກວນທີ່ເກີດຈາກຄົນຊົ່ວຮ້າຍ, ພ້ອມທັງບັນຫາການກຳຈັດຄົນອອກ ຫຼື ການຂັບໄລ່ຄົນ ແລະ ອື່ນໆ.ສຳລັບບັນຫາທັງໝົດເຫຼົ່ານີ້, ເຮືອນຂອງພຣະເຈົ້າມີຂໍ້ກຳນົດ ແລະ ລະບຽບແບບສະເພາະ ຫຼື ມີຄຳແນະນໍາທາງວາຈາບາງຢ່າງ. ນອກເໜືອຈາກລະບຽບແບບສະເພາະເຫຼົ່ານີ້, ຍັງມີກໍລະນີພິເສດບາງຢ່າງທີ່ບໍ່ໄດ້ກ່າວເຖິງຢ່າງຫຼີກລ່ຽງບໍ່ໄດ້. ກ່ຽວກັບກໍລະນີພິເສດເຫຼົ່ານີ້, ຜູ້ນໍາບາງຄົນສາມາດຈັດການພວກມັນໄດ້ໂດຍການຍຶດໝັ້ນກັບຫຼັກການທີ່ເຮືອນຂອງພຣະເຈົ້າໄດ້ກຳນົດໄວ້ ເຊັ່ນ: ການປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ການຮັບປະກັນຄວາມປອດໄພຂອງອ້າຍເອື້ອຍນ້ອງ ແລະ ການຮັກສາການດຳເນີນງານທີ່ລ່ຽນໄຫຼຂອງວຽກງານຄຣິສຕະຈັກ ແລະ ພວກເຂົາຍັງເຮັດໄດ້ດີຫຼາຍອີກດ້ວຍ, ໃນຂະນະທີ່ຜູ້ນໍາບາງຄົນເຮັດບໍ່ໄດ້. ຄວນເຮັດແນວໃດກ່ຽວກັບບັນຫາທີ່ບໍ່ສາມາດຈັດການໄດ້? ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນເຮັດວຽກແບບຊະຊາຍ, ບໍ່ສາມາດລະບຸບັນຫາໄດ້ ແລະ ເຖິງແມ່ນວ່າພວກເຂົາຈະລະບຸໄດ້, ພວກເຂົາກໍບໍ່ສາມາດແກ້ໄຂບັນຫາໄດ້.ພວກເຂົາພຽງແຕ່ເຮັດແບບພໍໃຫ້ຜ່ານໄປໂດຍບໍ່ສະແຫວງຫາວິທີແກ້ໄຂຈາກເບື້ອງເທິງ, ພຽງແຕ່ບອກອ້າຍເອື້ອຍນ້ອງຢ່າງງ່າຍໆວ່າ “ຈົ່ງແກ້ໄຂມັນດ້ວຍຕົນເອງ; ຈົ່ງເພິ່ງພາພຣະເຈົ້າ ແລະ ເບິ່ງໄປທີ່ພຣະເຈົ້າເພື່ອຫາທາງອອກ” ແລະ ຈາກນັ້ນພວກເຂົາກໍຈະຖືວ່າເລື່ອງທັງໝົດໄດ້ຈົບສິ້ນລົງແລ້ວ. ບໍ່ວ່າຈະມີບັນຫາກອງຢູ່ຫຼາຍສໍ່າໃດ, ພວກເຂົາກໍບໍ່ສາມາດແກ້ໄຂມັນດ້ວຍຕົນເອງໄດ້, ແຕ່ພວກເຂົາກໍບໍ່ລາຍງານຂຶ້ນໄປເບື້ອງເທິງ ຫຼື ສະແຫວງຫາວິທີແກ້ໄຂ, ອາດຈະເປັນຍ້ອນພວກເຂົາຢ້ານວ່າເບື້ອງເທິງຈະເບິ່ງທະລຸພວກເຂົາໄດ້ ແລະ ພວກເຂົາຈະເສຍໜ້າ. ຍັງມີຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນທີ່ບໍ່ເຄີຍລາຍງານບັນຫາຕໍ່ເບື້ອງເທິງ ແລະ ເຮົາກໍບໍ່ຮູ້ວ່າເປັນຍ້ອນຫຍັງ. ການລາຍງານຂຶ້ນໄປຫາເບື້ອງເທິງບໍ່ຈຳເປັນຕ້ອງໝາຍເຖິງການລາຍງານໂດຍກົງຕໍ່ເບື້ອງເທິງ; ຄົນເຮົາສາມາດລາຍງານຕໍ່ຜູ້ນໍາຂອງເມືອງ ຫຼື ພາກພື້ນນັ້ນໆກ່ອນກໍໄດ້. ແລະ ຖ້າພວກເຂົາບໍ່ສາມາດແກ້ໄຂມັນໄດ້, ເຈົ້າກໍສາມາດຂໍໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກລາຍງານມັນໂດຍກົງຕໍ່ເບື້ອງເທິງໄດ້. ຖ້າເຈົ້າຂໍໃຫ້ຜູ້ນໍາ ຫຼື ຜູ້ເຮັດວຽກລາຍງານເລື່ອງໃດໜຶ່ງຕໍ່ເບື້ອງເທິງ, ໂດຍການອະທິບາຍສະຖານະການໃຫ້ຊັດເຈນ, ພວກເຂົາຈະສາມາດສະກົດກັ້ນມັນໄວ້ ແລະ ເຮັດເປັນບໍ່ສົນໃຈເລື່ອງນັ້ນໄດ້ບໍ? ຄົນເຊັ່ນນີ້ຈະຫາໄດ້ຍາກ. ເຖິງແມ່ນວ່າຈະມີຜູ້ນໍາເຊັ່ນນີ້ຢູ່ແທ້, ເຈົ້າກໍຍັງສາມາດອະທິບາຍເລື່ອງນັ້ນໃຫ້ຊັດເຈນກັບຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນ ເພື່ອເປີດໂປງຜູ້ທີ່ສະກົດກັ້ນບັນຫາໄວ້ ແລະ ບໍ່ລາຍງານມັນ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນໃນນີ້ຍັງບໍ່ລາຍງານເລື່ອງນັ້ນ, ກໍຍັງມີທາງອອກສຸດທ້າຍອີກທາງໜຶ່ງ: ເຈົ້າສາມາດຂຽນລາຍງານໂດຍກົງໄປທີ່ເວັບໄຊຂອງເຮືອນຂອງພຣະເຈົ້າ ເພື່ອໃຫ້ມັນຖືກສົ່ງຕໍ່ໄປຍັງເບື້ອງເທິງ, ຈຶ່ງສາມາດຮັບປະກັນໄດ້ວ່າບັນຫາຈະລາຍງານຕໍ່ເບື້ອງເທິງ. ນີ້ກໍຍ້ອນວ່າເບື້ອງເທິງໄດ້ຈັດການກັບຈົດໝາຍດັ່ງກ່າວມາຫຼາຍຄັ້ງແລ້ວກ່ອນໜ້ານີ້ ແລະ ຕໍ່ມາພວກເຂົາກໍໄດ້ມອບໝາຍຄວາມຮັບຜິດຊອບນີ້ໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກຈັດການເລື່ອງນັ້ນໂດຍກົງ. ຕາມຄວາມຈິງແລ້ວ, ມີຫຼາຍຊ່ອງທາງສຳລັບການລາຍງານບັນຫາຂຶ້ນໄປຫາເບື້ອງເທິງ; ມັນເປັນເລື່ອງງ່າຍທີ່ຈະປະຕິບັດ, ມັນຂຶ້ນຢູ່ກັບວ່າຄົນຜູ້ນັ້ນຕ້ອງການແກ້ໄຂບັນຫາຢ່າງແທ້ຈິງ ຫຼື ບໍ່. ເຖິງແມ່ນວ່າເຈົ້າຈະບໍ່ໄວ້ວາງໃຈຜູ້ນໍາ ຫຼື ຜູ້ເຮັດວຽກບາງຄົນແລ້ວ, ເຈົ້າກໍຄວນເຊື່ອວ່າພຣະເຈົ້າຊົງຍຸຕິທຳຢູ່ ແລະ ເບື້ອງເທິງຈະດຳເນີນການຕາມຫຼັກການຄວາມຈິງ. ຖ້າເຈົ້າບໍ່ມີຄວາມສັດທາທີ່ແທ້ຈິງໃນພຣະເຈົ້າ ແລະ ເຈົ້າບໍ່ເຊື່ອວ່າມັນໃຊ້ຄວາມຈິງປົກຄອງຢູ່ໃນເຮືອນຂອງພຣະເຈົ້າ, ເຈົ້າກໍຈະບໍ່ສາມາດເຮັດສິ່ງໃດໃຫ້ສຳເລັດໄດ້. ຫຼາຍຄົນບໍ່ເຂົ້າໃຈຄວາມຈິງ; ພວກເຂົາບໍ່ເຊື່ອວ່າໃຊ້ຄວາມຈິງປົກຄອງຢູ່ໃນເຮືອນຂອງພຣະເຈົ້າ ແລະ ພວກເຂົາບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ. ພວກເຂົາຄິດຢູ່ສະເໝີວ່າເຈົ້າໜ້າທີ່ຂອງໂລກຕ່າງກໍປົກປິດໃຫ້ກັນເອງ ແລະ ເຮືອນຂອງພຣະເຈົ້າກໍຕ້ອງເປັນແບບດຽວກັນ. ພວກເຂົາບໍ່ເຊື່ອວ່າພຣະເຈົ້າຄືຄວາມຈິງ ແລະ ຄວາມຊອບທຳ. ສະນັ້ນ, ຄົນແບບນີ້ຈຶ່ງສາມາດຖືກເອີ້ນວ່າເປັນຜູ້ບໍ່ເຊື່ອໄດ້. ແນວໃດກໍຕາມ, ຄົນສ່ວນໜ້ອຍກໍສາມາດລາຍງານບັນຫາຕົວຈິງໄດ້. ຄົນເຊັ່ນນີ້ອາດຖືກເອີ້ນວ່າເປັນຄົນທີ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ; ພວກເຂົາເປັນຄົນທີ່ມີຄວາມຮັບຜິດຊອບ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນບໍ່ພຽງແຕ່ບໍ່ສາມາດແກ້ໄຂບັນຫາທີ່ຮ້າຍແຮງເມື່ອພວກເຂົາພົບເຫັນໄດ້; ພວກເຂົາຍັງບໍ່ລາຍງານມັນຂຶ້ນໄປຫາເບື້ອງເທິງນຳອີກ. ພວກເຂົາຈະເລີ່ມຮູ້ສຶກເຖິງຄວາມຮ້າຍແຮງຂອງບັນຫາ ກໍຕໍ່ເມື່ອເບື້ອງເທິງໄດ້ສືບສວນບັນຫາແລ້ວ. ສິ່ງນີ້ເຮັດໃຫ້ເກີດຄວາມຊັກຊ້າ. ສະນັ້ນ, ບໍ່ວ່າເຈົ້າຈະເປັນອ້າຍເອື້ອຍນ້ອງທຳມະດາ ຫຼື ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ເມື່ອໃດກໍຕາມທີ່ເຈົ້າພົບພໍ້ກັບບັນຫາທີ່ເຈົ້າບໍ່ສາມາດແກ້ໄຂໄດ້ ແລະ ທີ່ກ່ຽວຂ້ອງກັບຫຼັກການທີ່ໃຫຍ່ກວ່າຂອງວຽກງານ, ເຈົ້າຄວນລາຍງານມັນຂຶ້ນໄປຫາເບື້ອງເທິງ ແລະ ສະແຫວງຫາວິທີແກ້ໄຂໃຫ້ທັນການ. ຖ້າເຈົ້າພົບພໍ້ກັບຄວາມສັບສົນ ຫຼື ຄວາມຍາກລຳບາກ ແຕ່ບໍ່ແກ້ໄຂມັນ, ວຽກງານບາງຢ່າງກໍຈະບໍ່ສາມາດມີຄວາມຄືບໜ້າຕໍ່ໄປໄດ້; ມັນຈະຕ້ອງໄດ້ຖືກປະໄວ້ ແລະ ຢຸດສະຫງັກ. ສິ່ງນີ້ສົ່ງຜົນກະທົບຕໍ່ຄວາມຄືບໜ້າຂອງວຽກງານຄຣິສຕະຈັກ. ສະນັ້ນ, ເມື່ອມີບັນຫາເຊັ່ນນີ້ເກີດຂຶ້ນ ເຊິ່ງເປັນບັນຫາທີ່ສາມາດສົ່ງຜົນກະທົບໂດຍກົງຕໍ່ຄວາມຄືບໜ້າຂອງວຽກງານ, ພວກມັນຕ້ອງໄດ້ຖືກກວດພົບ ແລະ ແກ້ໄຂໃຫ້ທັນການ. ຖ້າບັນຫາໃດໜຶ່ງແກ້ໄຂບໍ່ໄດ້ງ່າຍໆ, ເຈົ້າຕ້ອງຊອກຫາຄົນທີ່ເຂົ້າໃຈຄວາມຈິງ ແລະ ຄົນທີ່ມີຄວາມຊ່ຽວຊານໃນຂົງເຂດນັ້ນ, ແລ້ວລົມບັນຫາກັບພວກເຂົາ ແລະ ສືບສວນ ແລະ ແກ້ໄຂບັນຫານັ້ນຮ່ວມກັນ. ບັນຫາປະເພດນີ້ບໍ່ສາມາດຊັກຊ້າໄດ້! ທຸກໆມື້ທີ່ເຈົ້າຊັກຊ້າໃນການແກ້ໄຂບັນຫາ ກໍຄືໜຶ່ງມື້ທີ່ເຈົ້າໄດ້ຊັກຊ້າໃນຄວາມຄືບໜ້າຂອງວຽກງານ. ມັນບໍ່ໄດ້ກີດຂວາງວຽກງານຂອງຄົນພຽງຄົນດຽວ; ແຕ່ມັນສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ, ພ້ອມທັງສົ່ງຜົນກະທົບຕໍ່ວິທີທີ່ຜູ້ຄົນທີ່ພຣະເຈົ້າເລືອກໃນການປະຕິບັດໜ້າທີ່ຂອງພວກເຂົາ. ສະນັ້ນ, ເມື່ອເຈົ້າພົບພໍ້ກັບຄວາມສັບສົນ ຫຼື ຄວາມຍາກລຳບາກປະເພດນີ້, ມັນຕ້ອງໄດ້ຖືກແກ້ໄຂໃນທັນທີ, ມັນບໍ່ສາມາດຊັກຊ້າໄດ້. ຖ້າເຈົ້າບໍ່ສາມາດແກ້ໄຂມັນໄດ້ແທ້ໆ, ກໍຈົ່ງລາຍງານມັນຕໍ່ເບື້ອງເທິງໂດຍດ່ວນ. ພວກເຂົາຈະອອກໜ້າໂດຍກົງເພື່ອແກ້ໄຂບັນຫາ ຫຼື ບອກເສັ້ນທາງການແກ້ໄຂໃຫ້ເຈົ້າ. ຖ້າຜູ້ນໍາ ຫຼື ຜູ້ເຮັດວຽກບໍ່ສາມາດຈັດການກັບບັນຫາປະເພດນີ້ໄດ້ ແລະ ສະກົດກັ້ນມັນໄວ້ ແທນທີ່ຈະລາຍງານມັນຕໍ່ເບື້ອງເທິງ ແລະ ສະແຫວງຫາວິທີແກ້ໄຂຈາກພວກເຂົາ, ຜູ້ນໍາເຊັ່ນນີ້ເປັນຄົນຕາມືດບອດ; ພວກເຂົາເປັນຄົນສະໝອງຕາຍ ແລະ ໄຮ້ປະໂຫຍດ. ພວກເຂົາຄວນຖືກໄລ່ອອກ ແລະ ຍ້າຍອອກຈາກຕຳແໜ່ງຂອງພວກເຂົາ. ຖ້າພວກເຂົາບໍ່ຖືກຍ້າຍອອກຈາກຕຳແໜ່ງຂອງພວກເຂົາ, ວຽກງານຂອງຄຣິສຕະຈັກກໍຈະບໍ່ສາມາດກ້າວໜ້າໄດ້; ມັນຈະຖືກທຳລາຍດ້ວຍມືຂອງພວກເຂົາ. ສະນັ້ນ, ເລື່ອງນີ້ຕ້ອງໄດ້ຮັບການຈັດການໃນທັນທີ.
ວຽກງານການຜະລິດຮູບເງົາກໍເປັນໜຶ່ງລາຍການວຽກງານທີ່ສຳຄັນຢ່າງໜຶ່ງຂອງເຮືອນຂອງພຣະເຈົ້າ. ທີມງານຜະລິດຮູບເງົາມັກຈະພົບພໍ້ກັບບັນຫາທີ່ທຸກຄົນຕ່າງກໍມີຂໍ້ຂັດແຍ້ງກັນກ່ຽວກັບບົດລະຄອນ. ຕົວຢ່າງ: ຜູ້ກຳກັບເຊື່ອວ່າບົດລະຄອນແຕກຕ່າງ ຫຼື ບ່ຽງເບນໄປຈາກຊີວິດຈິງ ແລະ ຈະຮູ້ສຶກວ່າມັນບໍ່ສົມຈິງເມື່ອຖ່າຍທຳ ແລະ ດັ່ງນັ້ນ ພວກເຂົາຈຶ່ງຕ້ອງການປ່ຽນແປງບົດລະຄອນ. ແນວໃດກໍຕາມ, ຜູ້ຂຽນບົດລະຄອນບໍ່ເຫັນດີນຳຢ່າງເດັດຂາດ, ໂດຍເຊື່ອວ່າບົດລະຄອນຖືກຂຽນຂຶ້ນມາຢ່າງສົມເຫດສົມຜົນ ແລະ ຮຽກຮ້ອງໃຫ້ຜູ້ກຳກັບຖ່າຍທຳຕາມບົດລະຄອນ. ນັກສະແດງກໍມີຂໍ້ຄັດຄ້ານຂອງຕົນເອງ, ໂດຍບໍ່ເຫັນດີທັງກັບຜູ້ຂຽນບົດ ແລະ ຜູ້ກຳກັບ. ນັກສະແດງຄົນໜຶ່ງເວົ້າວ່າ “ຖ້າຜູ້ກຳກັບຢືນຢັນທີ່ຈະຖ່າຍທຳແບບນັ້ນ, ຂ້ອຍຈະບໍ່ສະແດງ!” ຜູ້ຂຽນບົດລະຄອນເວົ້າວ່າ “ຖ້າຜູ້ກຳກັບປ່ຽນບົດລະຄອນ, ພວກເຈົ້າທຸກຄົນຈະຕ້ອງໄດ້ຮັບຜິດຊອບເມື່ອມີບັນຫາໃດກໍຕາມເກີດຂຶ້ນ!” ຜູ້ກຳກັບເວົ້າວ່າ “ຖ້າໃຫ້ຂ້ອຍຖ່າຍທຳຕາມທີ່ບົດລະຄອນທີ່ກຳນົດນີ້ ແລະ ມີຂໍ້ຜິດພາດເກີດຂຶ້ນ, ເຮືອນຂອງພຣະເຈົ້າຈະໃຫ້ຂ້ອຍຮັບຜິດຊອບ. ຖ້າເຈົ້າຢາກໃຫ້ຂ້ອຍຖ່າຍທຳ, ມັນຕ້ອງໄດ້ເຮັດຕາມຄວາມຄິດຂອງຂ້ອຍເອງ; ຖ້າບໍ່ເຮັດຕາມນັ້ນ ຂ້ອຍກໍຈະບໍ່ຖ່າຍທຳ”. ຕອນນີ້, ທັງສາມຝ່າຍຕ່າງກໍຕົກຢູ່ໃນທາງຕັນ, ແມ່ນບໍ່? ເຫັນໄດ້ຢ່າງຊັດເຈນວ່າວຽກງານບໍ່ສາມາດດຳເນີນການຕໍ່ໄປໄດ້. ນີ້ບໍ່ແມ່ນຄວາມສັບສົນທີ່ເກີດຂຶ້ນແລ້ວບໍ? ແລ້ວໃຜກັນແທ້ທີ່ເປັນຄົນຖືກ? ທຸກຄົນມີທິດສະດີຂອງຕົນເອງ, ມີຂໍ້ໂຕ້ແຍ້ງຂອງຕົນເອງ ແລະ ບໍ່ມີໃຜເຕັມໃຈທີ່ຈະປະນີປະນອມ. ເມື່ອທັງສາມຝ່າຍຕົກຢູ່ໃນທາງຕັນແບບນີ້, ແມ່ນຫຍັງທີ່ຈະໄດ້ຮັບຄວາມເສຍຫາຍ? (ວຽກງານຂອງເຮືອນຂອງພຣະເຈົ້າ.) ວຽກງານຂອງເຮືອນຂອງພຣະເຈົ້າຖືກກີດຂວາງ ແລະ ໄດ້ຮັບເສຍຫາຍ. ພວກເຈົ້າເຄີຍຮູ້ສຶກກະວົນກະວາຍ ແລະ ເປັນກັງວົນຢູ່ບໍ ເມື່ອຜະເຊີນກັບສະຖານະການເຊັ່ນນີ້? ຖ້າບໍ່, ນັ້ນກໍພິສູດວ່າພວກເຈົ້າບໍ່ໄດ້ໃສ່ໃຈກັບມັນຢ່າງແທ້ຈິງ. ເມື່ອຄວາມສັບສົນ ແລະ ທາງຕັນເຊັ່ນນີ້ເກີດຂຶ້ນ, ບາງຄົນກໍກະວົນກະວາຍຈົນກິນບໍ່ໄດ້ນອນບໍ່ຫຼັບ, ໂດຍຄິດວ່າ “ຄວນເຮັດແນວໃດ? ການໂຕ້ຖຽງກັນ ແລະ ບໍ່ຍອມລົງໃຫ້ກັນແບບນີ້ບໍ່ໄດ້ນໍາໄປສູ່ຫຍັງເລີຍ. ສິ່ງນີ້ບໍ່ໄດ້ສົ່ງຜົນກະທົບຕໍ່ຄວາມຄືບໜ້າຂອງການຖ່າຍທຳບໍ? ມັນເຮັດໃຫ້ເກີດການຊັກຊ້າຫຼາຍມື້ແລ້ວ ແລະ ບໍ່ສາມາດເລື່ອນອອກໄປໄດ້ອີກ. ພວກເຮົາຈະແກ້ໄຂບັນຫາແບບນີ້ແນວໃດ ເພື່ອຮັບປະກັນວ່າການຖ່າຍທຳຈະດຳເນີນໄປໄດ້ຢ່າງລ່ຽນໄຫຼ ແລະ ວຽກງານຈະບໍ່ຊັກຊ້າ? ພວກເຮົາຄວນຫັນໄປເພິ່ງພາໃຜເພື່ອແກ້ໄຂບັນຫານີ້?” ຖ້າເຈົ້າມີຫົວໃຈ, ເຈົ້າຄວນສະແຫວງຫາວິທີແກ້ໄຂຈາກຜູ້ນໍາ ແລະ ຖ້າຜູ້ນໍາບໍ່ສາມາດແກ້ໄຂມັນໄດ້, ເຈົ້າກໍຄວນລາຍງານມັນຕໍ່ເບື້ອງເທິງໂດຍດ່ວນ. ຖ້າເຈົ້າໄດ້ຄຳນຶງເຖິງເຈດຕະນາຂອງພຣະເຈົ້າຢ່າງແທ້ຈິງ, ເຈົ້າຄວນເຮັດທຸກຢ່າງທີ່ເຈົ້າສາມາດເຮັດໄດ້ເພື່ອແກ້ໄຂບັນຫາໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້; ນີ້ຄືສິ່ງທີ່ສຳຄັນທີ່ສຸດ. ແລະ ຖ້າເຈົ້າບໍ່ໄດ້ເປັນກັງວົນເດ? ເຈົ້າອາດຈະໄຕ່ຕອງກ່ຽວກັບມັນ, ໂດຍຄິດວ່າ “ພວກເຂົາເປັນຝ່າຍຜິດ. ຂ້ອຍຈະຍຶດໝັ້ນໃນທັດສະນະຂອງຂ້ອຍ, ຂ້ອຍບໍ່ເຊື່ອ ວ່າພວກເຂົາຈະເຮັດຫຍັງຂ້ອຍໄດ້. ຂ້ອຍຈະກິນເຂົ້າແລ້ວນອນໜ້ອຍໜຶ່ງ, ເຖິງຢ່າງໃດຕອນບ່າຍກໍບໍ່ມີຫຍັງເຮັດຢູ່ແລ້ວ”. ຂາຂອງເຈົ້າກໍເລີ່ມໜັກ, ຫົວຂອງເຈົ້າກໍເລີ່ມວິນວຽນ, ຫົວໃຈຂອງເຈົ້າກໍຂາດພະລັງ ແລະ ເຈົ້າກໍເລີ່ມອິດເມື່ອຍ. ມີຄວາມຍາກລຳບາກກອງຢູ່, ແຕ່ເຈົ້າບໍ່ໄດ້ໃສ່ໃຈ ແລະ ອິດເມື່ອຍ, ສະນັ້ນຈຶ່ງບໍ່ມີທາງທີ່ຈະແກ້ໄຂບັນຫາໄດ້ເລີຍ. ເປັນຫຍັງຈຶ່ງບໍ່ມີທາງ? ເພາະວ່າເຈົ້າຂາດແຮງຈູງໃຈ ແລະ ຄວາມປາຖະໜາທີ່ຈະແກ້ໄຂມັນ, ສະນັ້ນເຈົ້າຈຶ່ງຄິດຫາທາງແກ້ໄຂບໍ່ໄດ້. ເຈົ້າຄິດກັບຕົວເອງວ່າ: “ບໍ່ແມ່ນວ່າຄວາມຍາກລຳບາກຈະເກີດຂຶ້ນຢູ່ເລື້ອຍໆ ແລະ ວຽກງານກໍຢຸດສະຫງັກ. ຂ້ອຍຈະໃຊ້ໂອກາດນີ້ເພື່ອພັກຜ່ອນຈັກສອງສາມມື້ ແລະ ຜ່ອນຄາຍໜ້ອຍໜຶ່ງ. ເປັນຫຍັງຈຶ່ງໄດ້ອິດເມື່ອຍຢູ່ຕະຫຼອດເວລາ? ຖ້າຂ້ອຍພັກຜ່ອນຕອນນີ້, ກໍບໍ່ມີໃຜເວົ້າຫຍັງໄດ້. ເພາະເຖິງຢ່າງໃດ, ຂ້ອຍກໍບໍ່ໄດ້ຂີ້ຄ້ານ ຫຼື ບໍ່ຮັບຜິດຊອບຕໍ່ວຽກງານຂອງຂ້ອຍ. ຂ້ອຍຕ້ອງການຮັບຜິດຊອບ, ແຕ່ມີຄວາມຍາກລຳບາກນີ້ຂວາງທາງພວກເຮົາຢູ່, ແລ້ວໃຜຈະແກ້ໄຂມັນ? ພວກເຮົາຈະຖ່າຍທຳໄດ້ແນວໃດຖ້າບໍ່ໄດ້ແກ້ໄຂມັນ? ຖ້າມີຄວາມຍາກລຳບາກທີ່ຂັດຂວາງພວກເຮົາຈາກການຖ່າຍທຳ, ພວກເຮົາກໍຄວນພັກຜ່ອນບໍ່ແມ່ນບໍ?” ເມື່ອມີບັນຫາໃຫຍ່ຫຼວງຢູ່ຕໍ່ໜ້າເຈົ້າ, ຜົນທີ່ຕາມມາຈະເປັນແນວໃດ ຖ້າມັນບໍ່ໄດ້ຮັບການແກ້ໄຂໃນທັນທີ? ຖ້າບັນຫາຍັງຄົງເກີດຂຶ້ນຢູ່ເລື້ອຍໆ ແລະ ບໍ່ມີບັນຫາໃດເລີຍທີ່ສາມາດແກ້ໄຂໄດ້, ວຽກງານຈະຍັງສາມາດດຳເນີນຕໍ່ໄປໄດ້ບໍ? ສິ່ງນີ້ຈະເຮັດໃຫ້ເກີດຄວາມຊັກຊ້າຢ່າງຫຼວງຫຼາຍ. ຄວາມຄືບໜ້າຂອງວຽກງານສາມາດກ້າວໄປພຽງຂ້າງໜ້າໄດ້ເທົ່ານັ້ນ, ບໍ່ແມ່ນກ້າວຖອຍຫຼັງ, ສະນັ້ນ ເມື່ອຮູ້ວ່າບັນຫານີ້ກໍ່ໃຫ້ເກີດຄວາມຍາກລຳບາກ, ເຈົ້າບໍ່ຄວນຊັກຊ້າອີກຕໍ່ໄປ; ເຈົ້າຕ້ອງໄດ້ແກ້ໄຂມັນໂດຍດ່ວນ. ເມື່ອບັນຫານີ້ໄດ້ຮັບການແກ້ໄຂແລ້ວ, ໃຫ້ຮີບແກ້ໄຂບັນຫາຕໍ່ໄປເມື່ອມັນເກີດຂຶ້ນ, ໂດຍພະຍາຍາມບໍ່ໃຫ້ເສຍເວລາ ເພື່ອໃຫ້ວຽກງານສາມາດດຳເນີນໄປໄດ້ຢ່າງລ່ຽນໄຫຼ ແລະ ສຳເລັດທັນຕາມກຳນົດການ. ຟັງເບິ່ງແລ້ວເປັນແນວໃດ? (ກໍດີ.) ຜູ້ທີ່ມີຫົວໃຈຈະຜະເຊີນກັບຄວາມສັບສົນ ແລະ ຄວາມຍາກລຳບາກດ້ວຍທັດສະນະຄະຕິແບບນີ້. ພວກເຂົາຈະບໍ່ເສຍເວລາ, ບໍ່ຫາຂໍ້ອ້າງໃຫ້ຕົນເອງ ແລະ ບໍ່ໂລບມາກໃນຄວາມສະບາຍທາງເນື້ອໜັງ. ໃນທາງກົງກັນຂ້າມ, ຜູ້ທີ່ບໍ່ມີຫົວໃຈຈະສວຍໃຊ້ຊ່ອງຫວ່າງ; ພວກເຂົາຈະຫາຂໍ້ອ້າງ ແລະ ຊອກຫາໂອກາດທີ່ຈະພັກຜ່ອນ, ເຮັດທຸກຢ່າງແບບສະບາຍໆ ໂດຍບໍ່ມີຄວາມຮູ້ສຶກຮີບດ່ວນ ຫຼື ວິຕົກກັງວົນ, ຂາດຄວາມຕັ້ງໃຈທີ່ຈະອົດທົນຕໍ່ຄວາມລຳບາກ ຫຼື ເສຍສະຫຼະ. ແລະ ໃນທີ່ສຸດແລ້ວຈະເກີດຫຍັງຂຶ້ນ? ເມື່ອຜະເຊີນກັບຄວາມສັບສົນ ຫຼື ຄວາມຍາກລຳບາກ, ທຸກຄົນກໍຈະຕົກຢູ່ໃນທາງຕັນເປັນເວລາຫຼາຍມື້. ທັງຜູ້ກຳກັບ, ນັກສະແດງ ແລະ ຜູ້ຂຽນບົດຕ່າງກໍບໍ່ລາຍງານບັນຫາ. ໃນຂະນະດຽວກັນ, ຜູ້ນໍາກໍຕາມືດບອດ ແລະ ບໍ່ສາມາດຮັບຮູ້ວ່າມັນເປັນບັນຫາ; ເຖິງແມ່ນວ່າພວກເຂົາຈະຮັບຮູ້ວ່າມັນເປັນບັນຫາ ແຕ່ບໍ່ສາມາດແກ້ໄຂມັນໄດ້ດ້ວຍຕົນເອງ, ພວກເຂົາກໍຈະບໍ່ລາຍງານມັນຂຶ້ນໄປຫາເບື້ອງເທິງ. ເມື່ອມັນຖືກລາຍງານຕາມລຳດັບຂັ້ນໄປຮອດເບື້ອງເທິງ, ສິບມື້ ຫຼື ເຄິ່ງເດືອນກໍໄດ້ຜ່ານໄປ. ໄດ້ເຮັດຫຍັງແດ່ໃນລະຫວ່າງສິບມື້ຫາເຄິ່ງເດືອນນີ້? ມີໃຜປະຕິບັດໜ້າທີ່ຂອງຕົນເອງບໍ? ບໍ່ມີ, ພວກເຂົາກຳລັງເສຍເວລາໄປກັບການກິນ, ການດື່ມ ແລະ ການມ່ວນຊື່ນ! ນີ້ບໍ່ແມ່ນການເອົາປຽບຄົນອື່ນບໍ? ຜູ້ຮັບຜິດຊອບທີ່ກ່ຽວຂ້ອງທັງໝົດທີ່ບໍ່ສາມາດສະແຫວງຫາວິທີແກ້ໄຂຄວາມສັບສົນ ແລະ ຄວາມຍາກລຳບາກທີ່ພົບພໍ້ໃນວຽກງານຂອງພວກເຂົາໂດຍທັນທີໄດ້ນັ້ນ ລ້ວນແຕ່ແມ່ນພວກເອົາປຽບຄົນອື່ນ, ຜ່ານວັນເວລາໄປໂດຍໄຮ້ເປົ້າໝາຍ. ຄົນເຊັ່ນນີ້ເອີ້ນສັ້ນໆວ່າ “ພວກສຳມະເລເທເມົາ”. ເປັນຫຍັງຈຶ່ງເອີ້ນວ່າ “ພວກສຳມະເລເທເມົາ”? ເພາະວ່າຄົນເຫຼົ່ານີ້ບໍ່ໄດ້ປະຕິບັດໜ້າທີ່ຂອງພວກເຂົາດ້ວຍທັດສະນະຄະຕິທີ່ຈິງຈັງ, ມີຄວາມຮັບຜິດຊອບ, ເຂັ້ມງວດ ຫຼື ເປັນບວກ, ແຕ່ກົງກັນຂ້າມ ພວກເຂົາເຮັດພໍແລ້ວມືແລ້ວຕີນ, ເປັນລົບ ແລະ ຂີ້ຄ້ານ, ພຽງແຕ່ຫວັງວ່າຈະມີຄວາມຍາກລຳບາກ ຫຼື ທາງຕັນບາງຢ່າງເກີດຂຶ້ນ ເພື່ອໃຫ້ພວກເຂົາມີຂໍ້ອ້າງທີ່ຈະປິດກິດຈະການ ແລະ ຢຸດເຮັດວຽກ.
ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ພຽງແຕ່ຄວນແກ້ໄຂຄວາມສັບສົນ ແລະ ຄວາມຍາກລຳບາກທີ່ພົບພໍ້ໃນວຽກງານໃນທັນທີເທົ່ານັ້ນ ແຕ່ຍັງຄວນກວດສອບ ແລະ ລະບຸບັນຫາເຫຼົ່ານີ້ໃນທັນທີອີກດ້ວຍ. ເປັນຫຍັງຈຶ່ງຄວນເຮັດແບບນີ້? ມີເປົ້າໝາຍພຽງຢ່າງດຽວໃນການເຮັດແບບນັ້ນ: ກໍເພື່ອປົກປ້ອງວຽກງານຂອງພຣະເຈົ້າ ແລະ ວຽກງານຂອງເຮືອນຂອງພຣະເຈົ້າ, ຮັບປະກັນວ່າວຽກງານທຸກລາຍການຈະດຳເນີນໄປຢ່າງລ່ຽນໄຫຼ ແລະ ສຳເລັດພາຍໃນກຳນົດການເວລາທີ່ເຮັດວຽກແບບປົກກະຕິ. ເພື່ອຮັບປະກັນວ່າວຽກງານຈະດຳເນີນໄປຢ່າງລ່ຽນໄຫຼ, ບັນຫາໃດແດ່ທີ່ຕ້ອງໄດ້ຮັບການແກ້ໄຂ? ກ່ອນອື່ນ, ມັນຈຳເປັນທີ່ຈະຕ້ອງກຳຈັດໂຕຖ່ວງ ຫຼື ອຸປະສັກໃດກໍຕາມ ທີ່ລົບກວນວຽກງານຂອງຄຣິສຕະຈັກອອກໃຫ້ໝົດສິ້ນ, ເພື່ອຈຳກັດຜູ້ບໍ່ເຊື່ອ ແລະ ຄົນຊົ່ວຮ້າຍ ເພື່ອປ້ອງກັນບໍ່ໃຫ້ພວກເຂົາກໍ່ບັນຫາ. ນອກຈາກນີ້, ຜູ້ຮັບຜິດຊອບຂອງວຽກງານແຕ່ລະລາຍການ ແລະ ອ້າຍເອື້ອຍນ້ອງຕ້ອງໄດ້ຮັບການຊີ້ນໍາໃຫ້ເຂົ້າໃຈຄວາມຈິງ ແລະ ຊອກຫາເສັ້ນທາງແຫ່ງການປະຕິບັດ, ເພື່ອຮຽນຮູ້ທີ່ຈະຮ່ວມມືກັນຢ່າງປອງດອງ ແລະ ຊີ້ນຳກັນເອງໄດ້. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນຈຶ່ງຈະສາມາດຮັບປະກັນການເຮັດວຽກງານໃຫ້ສຳເລັດໄດ້. ບໍ່ວ່າຈະຜະເຊີນກັບຄວາມຍາກລຳບາກ ຫຼື ຄວາມສັບສົນໃດກໍຕາມ, ຖ້າຜູ້ນໍາ ແລະ ຜູ້ຮັບຜິດຊອບບໍ່ສາມາດແກ້ໄຂມັນໄດ້, ພວກເຂົາກໍຄວນລາຍງານບັນຫາຕໍ່ເບື້ອງເທິງໂດຍດ່ວນ ແລະ ສະແຫວງຫາວິທີແກ້ໄຂ. ຜູ້ນໍາ ແລະ ຜູ້ຮັບຜິດຊອບຄວນໃຫ້ບູລິມະສິດໃນການແກ້ໄຂບັນຫາ, ບໍ່ວ່າພວກເຂົາຈະເຮັດວຽກງານໃດກໍຕາມ, ໂດຍການແກ້ໄຂທັງບັນຫາທາງດ້ານເຕັກນິກ ແລະ ບັນຫາດ້ານຫຼັກການທີ່ກ່ຽວຂ້ອງກັບວຽກງານ, ພ້ອມທັງຄວາມຍາກລຳບາກຕ່າງໆ ທີ່ຜູ້ຄົນພົບພໍ້ໃນດ້ານທາງເຂົ້າຊີວິດຂອງພວກເຂົາ. ຖ້າເຈົ້າບໍ່ສາມາດແກ້ໄຂຄວາມສັບສົນ ແລະ ຄວາມຍາກລຳບາກໄດ້, ເຈົ້າກໍຈະບໍ່ສາມາດເຮັດວຽກງານຂອງເຈົ້າໄດ້ດີ. ສະນັ້ນ, ເມື່ອເຈົ້າພົບພໍ້ກັບຄວາມຍາກລຳບາກ ຫຼື ຄວາມສັບສົນທີ່ຜິດປົກກະຕິທີ່ເຈົ້າບໍ່ສາມາດແກ້ໄຂໄດ້, ເຈົ້າກໍຄວນລາຍງານມັນຕໍ່ເບື້ອງເທິງໃນທັນທີ. ຢ່າເສຍເວລາ, ເພາະການຊັກຊ້າສາມຫາຫ້າມື້ກໍສາມາດກໍ່ໃຫ້ເກີດຄວາມເສຍຫາຍຕໍ່ວຽກງານ ແລະ ຖ້າມັນຊັກຊ້າໄປເຄິ່ງເດືອນ ຫຼື ໜຶ່ງເດືອນ, ຄວາມເສຍຫາຍກໍຈະໃຫຍ່ຫຼວງຫຼາຍເກີນໄປ. ຍິ່ງໄປກວ່ານັ້ນ, ບໍ່ວ່າຈະເປັນບັນຫາໃດກໍຕາມ, ມັນຕ້ອງໄດ້ຮັບການຈັດການໂດຍອີງໃສ່ຫຼັກການຄວາມຈິງ. ບໍ່ວ່າຈະເປັນແນວໃດກໍຕາມ, ຢ່າໃຊ້ປັດຊະຍາສຳລັບການກະທຳທາງໂລກເພື່ອແກ້ໄຂບັນຫາ. ຢ່າປ່ຽນບັນຫາຮ້າຍແຮງໃຫ້ເປັນເລື່ອງເລັກນ້ອຍ ແລະ ແລ້ວກໍປ່ຽນເລື່ອງເລັກນ້ອຍໃຫ້ກາຍເປັນວ່າບໍ່ມີຫຍັງເກີດຂຶ້ນເລີຍ ຫຼື ພຽງແຕ່ຕຳໜິທັງສອງຝ່າຍທີ່ກ່ຽວຂ້ອງໃນບັນຫາ ແລ້ວກໍປອບໃຈພວກເຂົາດ້ວຍຄຳເວົ້າທີ່ຫວານໆ, ໂດຍອາໄສການເຈລະຈາ ແລະ ການປອບໂຍນພວກເຂົາຢູ່ສະເໝີ, ຍ້ອນຢ້ານວ່າບັນຫາຈະລຸກລາມບານປາຍ. ສິ່ງນີ້ເຮັດໃຫ້ບັນຫາບໍ່ໄດ້ຮັບການແກ້ໄຂໃນລະດັບພື້ນຖານ, ເຊິ່ງປະຖິ້ມໃຫ້ມີບັນຫາຄ້າງຄາຢູ່. ນີ້ບໍ່ແມ່ນວິທີການແບບຜັກຊີໂຮຍໜ້າບໍ? ຖ້າເຈົ້າຮູ້ສຶກວ່າເຈົ້າໄດ້ໃຊ້ວິທີແກ້ໄຂແບບມະນຸດໃນທຸກວິທີທາງແລ້ວສຳລັບບັນຫາໃດໜຶ່ງ ແລະ ມັນກໍບໍ່ສາມາດແກ້ໄຂໄດ້ແທ້ໆ ແລະ ເຈົ້າບໍ່ສາມາດຊອກຫາຫຼັກການສຳລັບບັນຫາທາງດ້ານເຕັກນິກພາຍໃນວຽກງານໄດ້ເລີຍ, ເຈົ້າກໍຄວນລາຍງານບັນຫາເຫຼົ່ານີ້ຕໍ່ເບື້ອງເທິງໂດຍດ່ວນ ແລະ ສະແຫວງຫາວິທີແກ້ໄຂໂດຍບໍ່ຕ້ອງລໍຖ້າ ຫຼື ຊັກຊ້າ. ບັນຫາໃດກໍຕາມທີ່ບໍ່ສາມາດແກ້ໄຂໄດ້ກໍຄວນຖືກລາຍງານຕໍ່ເບື້ອງເທິງໃນທັນທີເພື່ອສະແຫວງຫາວິທີແກ້ໄຂ. ຫຼັກການນີ້ຟັງເບິ່ງເປັນແນວໃດ? (ກໍດີ.)
ທີມງານຜະລິດຮູບເງົາ ແລະ ທີມງານຂຽນບົດລະຄອນມັກຈະຕົກຢູ່ໃນທາງຕັນຍ້ອນບັນຫາການຖ່າຍທຳແມ່ນບໍ? ແຕ່ລະຝ່າຍມີເຫດຜົນຂອງຕົນເອງ ແລະ ພວກເຂົາກໍບໍ່ສາມາດບັນລຸຂໍ້ຕົກລົງຮ່ວມກັນໄດ້, ໂດຍມັກຈະຜິດຖຽງກັນຢູ່ສະເໝີ. ຜູ້ນໍາສາມາດແກ້ໄຂບັນຫາເຫຼົ່ານີ້ໄດ້ບໍເມື່ອມັນເກີດຂຶ້ນ? (ບາງຄັ້ງພວກເຂົາກໍສາມາດແກ້ໄຂໄດ້.) ພວກເຈົ້າເຄີຍພົບພໍ້ກັບສະຖານະການທີ່ຜູ້ນໍາແກ້ໄຂບັນຫາບາງຢ່າງຜ່ານການສົນທະນາ ແລະ ມັນຟັງເບິ່ງສົມເຫດສົມຜົນຢ່າງສົມບູນແບບ ແລະ ໜັກແໜ້ນທາງທິດສະດີ, ແຕ່ພວກເຈົ້າຍັງບໍ່ແນ່ໃຈວ່າມັນສອດຄ່ອງກັບຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ ຫຼື ຫຼັກການຄວາມຈິງ ຫຼື ບໍ່? (ແມ່ນ.) ພວກເຈົ້າຈັດການກັບສະຖານະການເຊັ່ນນີ້ແນວໃດ? (ບາງຄັ້ງພວກເຮົາກໍຈະສະແຫວງຫາວິທີແກ້ໄຂຈາກເບື້ອງເທິງ.) ນັ້ນເປັນວິທີທີ່ຖືກຕ້ອງແລ້ວ. ພວກເຈົ້າເຄີຍຢູ່ໃນສະຖານະການທີ່ພວກເຈົ້າຕັດສິນໃຈບໍ່ສອບຖາມກ່ຽວກັບບັນຫາໃດໜຶ່ງ ເພາະພວກເຈົ້າເຫັນວ່າອ້າຍນ້ອງທີ່ຢູ່ເບື້ອງເທິງຂ້ອນຂ້າງຫຍຸ້ງຍາກ ແລະ ພວກເຈົ້າຄິດວ່າມັນບໍ່ເປັນຫຍັງ ຕາບໃດທີ່ເລື່ອງນັ້ນຍັງຖືກຕ້ອງຕາມທິດສະດີ ແລະ ຈາກນັ້ນກໍຕັດສິນໃຈດຳເນີນການຖ່າຍທຳກ່ອນ ໂດຍບໍ່ຄຳນຶງວ່າມັນສອດຄ່ອງກັບຄວາມຈິງ ຫຼື ບໍ່? (ພວກເຮົາເຄີຍມີບັນຫາທີ່ຮ້າຍແຮງກ່ຽວກັບເລື່ອງນີ້ໃນອະດີດ. ມັນເຮັດໃຫ້ພວກເຮົາຕ້ອງໄດ້ເຮັດວຽກຄືນໃໝ່ ແລະ ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ວຽກງານ.) ສະຖານະການນັ້ນຮ້າຍແຮງຫຼາຍ! ບັນຫາຫຼາຍຢ່າງທີ່ທີມງານຜະລິດຮູບເງົາພົບພໍ້ ໃນທີ່ສຸດແລ້ວກໍແມ່ນຄວາມຮັບຜິດຊອບຂອງທີມງານຂຽນບົດລະຄອນ. ຕົວຢ່າງເຊັ່ນ: ຖ້າຮູບເງົາເລື່ອງໜຶ່ງກາຍເປັນການເລົ່າເລື່ອງທີ່ຢືດຍາວ ເປັນເວລາສອງຊົ່ວໂມງເຄິ່ງ, ຜູ້ຂຽນບົດລະຄອນຕ້ອງເປັນຜູ້ຮັບຜິດຊອບຫຼັກ. ແຕ່ຄວາມຮັບຜິດຊອບຂອງຜູ້ກຳກັບເດ? ຖ້າບົດລະຄອນເປັນການເລົ່າເລື່ອງທີ່ບໍ່ມີຈຸດໝາຍ, ຜູ້ກຳກັບຄວນຈະເບິ່ງອອກບໍ? ທາງທິດສະດີແລ້ວ, ພວກເຂົາຄວນຈະເບິ່ງອອກ. ແນວໃດກໍຕາມ, ຜູ້ກຳກັບຍັງສາມາດໃຊ້ເວລາຫຼາຍເດືອນ ແລະ ໃຊ້ກຳລັງຄົນ, ຊັບພະຍາກອນວັດຖຸ ແລະ ການເງິນຢ່າງຫຼວງຫຼາຍເພື່ອເຮັດໃຫ້ການຖ່າຍທຳສຳເລັດພາຍໃຕ້ສະຖານະການດັ່ງກ່າວ. ນີ້ແມ່ນບັນຫາປະເພດໃດ? ໃນຖານະຜູ້ກຳກັບ, ຄວາມຮັບຜິດຊອບຂອງພວກເຈົ້າແມ່ນຫຍັງ? ເມື່ອໄດ້ຮັບບົດລະຄອນມາແລ້ວ, ເຈົ້າຄວນຄິດວ່າ “ບົດນີ້ຢືດຍາວ ແລະ ມີເນື້ອໃນທີ່ຫຼາກຫຼາຍ, ແຕ່ມັນກັບຂາດແກນຫຼັກ, ຂາດຫົວຂໍ້; ໂຄງສ້າງທັງໝົດຂາດຈິດວິນຍານ. ບົດນີ້ບໍ່ສາມາດຖ່າຍທຳໄດ້; ມັນຕ້ອງຖືກສົ່ງຄືນໄປໃຫ້ຜູ້ຂຽນບົດລະຄອນເພື່ອໃຫ້ພວກເຂົາປັບປຸງໃໝ່”. ພວກເຈົ້າສາມາດເຮັດສິ່ງນີ້ໄດ້ບໍ? ພວກເຈົ້າເຄີຍສົ່ງບົດລະຄອນຄືນບໍ? (ບໍ່ເຄີຍ.) ມັນເປັນຍ້ອນວ່າພວກເຈົ້າເບິ່ງບໍ່ເຫັນບັນຫາ ຫຼື ຍ້ອນວ່າພວກເຈົ້າຢ້ານທີ່ຈະສົ່ງມັນກັບຄືນ? ຫຼື ພວກເຈົ້າຢ້ານວ່າຄົນອື່ນຈະຕັດສິນເຈົ້າ, ໂດຍເວົ້າວ່າ “ພວກເຂົາໃຫ້ບົດລະຄອນທີ່ຂຽນຈົບແລ້ວນີ້ແກ່ເຈົ້າ ແລະ ເຈົ້າກໍປະຕິເສດມັນດ້ວຍຄຳເວົ້າພຽງຄຳດຽວ, ແລ້ວກໍສົ່ງມັນກັບຄືນ, ເຈົ້າອວດດີເກີນໄປແລ້ວ, ບໍ່ແມ່ນບໍ?” ພວກເຈົ້າຢ້ານຫຍັງກັນແທ້? ເມື່ອພວກເຈົ້າເຫັນບັນຫາ, ເປັນຫຍັງຈຶ່ງບໍ່ສົ່ງບົດລະຄອນກັບຄືນໃຫ້ຜູ້ຂຽນ? (ພວກເຮົາບໍ່ໄດ້ຮັບຜິດຊອບຕໍ່ວຽກງານການຜະລິດຮູບເງົາຂອງພວກເຮົາ.) ສຳລັບທີມງານຜະລິດຮູບເງົາ, ນອກຈາກຜູ້ນໍາຄຣິສຕະຈັກແລ້ວ, ຜູ້ກຳກັບຄວນທຳໜ້າທີ່ເປັນຜູ້ຮັບຜິດຊອບ, ເປັນຜູ້ຕັດສິນໃຈ ແລະ ເປັນຜູ້ມີອຳນາດຕັດສິນໃຈໃນຂັ້ນສຸດທ້າຍ. ເມື່ອເຈົ້າເປັນຜູ້ກຳກັບ, ເຈົ້າຄວນຮັບຜິດຊອບຢ່າງເຕັມທີ່ຕໍ່ເລື່ອງນີ້, ໂດຍດຳເນີນການກວດສອບບົດລະຄອນຢ່າງເໝາະສົມຕັ້ງແຕ່ເວລາທີ່ເຈົ້າໄດ້ຮັບມັນມາ. ສົມມຸດວ່າເຈົ້າໄດ້ຮັບບົດລະຄອນ ແລະ ກວດກາມັນຕັ້ງແຕ່ຕົ້ນຈົນຈົບ, ໂດຍພົບວ່າເນື້ອໃນຂ້ອນຂ້າງຂຽນໄດ້ດີ. ມັນມີແກນຫຼັກ ແລະ ຫົວຂໍ້ຫຼັກ, ເນື້ອເລື່ອງດຳເນີນໄປຕາມແກນເລື່ອງຫຼັກ ແລະ ບົດລະຄອນໂດຍລວມເບິ່ງຄືວ່າບໍ່ມີບັນຫາໃຫຍ່ຫຍັງ, ມັນເບິ່ງເປັນບົດລະຄອນທີ່ດີ, ຄຸ້ມຄ່າທີ່ຈະຖ່າຍທຳ ດັ່ງນັ້ນ, ບົດລະຄອນຈຶ່ງສາມາດເປັນທີ່ຍອມຮັບໄດ້. ແນວໃດກໍຕາມ, ຖ້າບົດລະຄອນຍາວ, ບັນຍາຍເລື່ອງລາວຂອງຄົນຜູ້ໜຶ່ງຕັ້ງແຕ່ຕົ້ນຈົນຈົບໂດຍບໍ່ມີຈຸດສຸມ ຫຼື ຫົວຂໍ້ທີ່ໂດດເດັ່ນ, ເຮັດໃຫ້ບໍ່ຊັດເຈນວ່າບົດຕ້ອງການສະແດງອອກເຖິງຫຍັງ, ຕ້ອງການບັນລຸຫຍັງໃນຕົວຜູ້ຊົມ ຫຼື ແນວຄິດຫຼັກ ແລະ ຄວາມໝາຍທາງຈິດວິນຍານຂອງມັນແມ່ນຫຍັງ, ມັນເປັນພຽງແຕ່ຄຳບັນຍາຍທີ່ບໍ່ມີຈຸດໝາຍ, ເປັນບົດທີ່ສັບສົນ, ບົດລະຄອນແບບນີ້ສາມາດຍອມຮັບໄດ້ບໍ? ຜູ້ກຳກັບຄວນເຮັດແນວໃດໃນສະຖານະການເຊັ່ນນີ້? ພວກເຂົາຕ້ອງສົ່ງບົດລະຄອນຄືນ ແລະ ໃຫ້ຄຳແນະນໍາສຳລັບການປັບປຸງແກ່ຜູ້ຂຽນບົດ. ຄົນຈາກທີມງານຂຽນບົດລະຄອນອາດຈະຄັດຄ້ານ, ໂດຍເວົ້າວ່າ “ນີ້ບໍ່ຍຸຕິທຳເລີຍ! ພວກເຂົາແມ່ນໃຜຈຶ່ງມາກວດສອບບົດລະຄອນທີ່ພວກເຮົາຂຽນໄດ້? ເປັນຫຍັງພວກເຂົາຈຶ່ງມີສິດໃນການຕັດສິນໄດ້? ເຮືອນຂອງພຣະເຈົ້າຄວນປະຕິບັດຕໍ່ຜູ້ຄົນຢ່າງຍຸຕິທຳ ແລະ ສົມເຫດສົມຜົນ!” ແລ້ວຄວນເຮັດແນວໃດ? ຖ້າຜູ້ກຳກັບສາມາດລະບຸບັນຫາໃນບົດລະຄອນໄດ້, ພວກເຂົາບໍ່ຄວນຮີບຮ້ອນຕັດສິນໃຈ ແຕ່ຄວນສົນທະນາເລື່ອງນີ້ກັບຜູ້ນໍາຄຣິສຕະຈັກ ແລະ ສະມາຊິກຂອງທີມງານຜະລິດຮູບເງົາກ່ອນ. ຖ້າທຸກຄົນເຫັນດີນຳກັນ ໂດຍອີງໃສ່ປະສົບການການຖ່າຍທຳໃນຫຼາຍປີທີ່ຜ່ານມາ ແລະ ຄວາມເຂົ້າໃຈກ່ຽວກັບບົດລະຄອນ, ວ່າບົດລະຄອນນີ້ບໍ່ໄດ້ມາດຕະຖານ ແລະ ເຊື່ອວ່າການຖ່າຍທຳມັນບໍ່ພຽງແຕ່ຈະເຮັດໃຫ້ວຽກງານການຜະລິດຮູບເງົາຊັກຊ້າ ແຕ່ຍັງຈະສິ້ນເປືອງຊັບພະຍາກອນມະນຸດ, ວັດຖຸ ແລະ ການເງິນທັງໝົດທີ່ກ່ຽວຂ້ອງ ແລະ ບໍ່ມີໃຜສາມາດແບກຮັບຄວາມຮັບຜິດຊອບເຊັ່ນນີ້ໄດ້, ບົດລະຄອນນີ້ກໍຄວນຖືກສົ່ງກັບຄືນ. ບົດລະຄອນທີ່ເປັນການເລົ່າເລື່ອງແບບບໍ່ມີຈຸດໝາຍຈະຕ້ອງບໍ່ໄດ້ຮັບການຖ່າຍທຳຢ່າງເດັດຂາດ; ນີ້ຄືຫຼັກການ. ຖ້າທຸກຄົນຮູ້ສຶກແບບດຽວກັນກ່ຽວກັບບົດລະຄອນນີ້, ຜູ້ຂຽນບົດລະຄອນກໍຄວນຍອມຮັບມັນໂດຍບໍ່ມີເງື່ອນໄຂ ແລະ ປັບປຸງບົດລະຄອນຕາມຄຳແນະນໍາຈາກທີມງານຜະລິດຮູບເງົາ. ຖ້າຍັງມີຄວາມເຫັນທີ່ບໍ່ກົງກັນ, ສະມາຊິກ ແລະ ຜູ້ນໍາຈາກທັງສອງຝ່າຍກໍສາມາດໂຕ້ຖຽງກັນໄດ້ ເພື່ອເບິ່ງວ່າຂໍ້ໂຕ້ແຍ່ງຂອງໃຜສອດຄ່ອງກັບຫຼັກການຄວາມຈິງ. ຖ້າສະພາວະທີ່ແກ້ບໍ່ໄດ້ຍັງຄົງຢູ່ໂດຍບໍ່ສາມາດຫາຂໍ້ສະຫຼຸບໄດ້, ກໍຄວນໃຊ້ທາງອອກສຸດທ້າຍ, ເຊິ່ງກໍຄືຄວາມຮັບຜິດຊອບຂໍ້ທີແປດຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ສົນທະນາກັນໃນມື້ນີ້: “ໃຫ້ລາຍງານ ແລະ ສະແຫວງຫາວິທີແກ້ໄຂຄວາມສັບສົນ ແລະ ຄວາມຍາກລຳບາກທີ່ພົບພໍ້ໃນວຽກງານໂດຍທັນທີ”. ບັນຫາທີ່ມາຮອດທາງຕັນ ແລະ ບໍ່ສາມາດແກ້ໄຂໄດ້ຈະຖືກເອີ້ນວ່າຄວາມສັບສົນ ແລະ ຄວາມຍາກລຳບາກ. ແຕ່ລະຝ່າຍຄິດວ່າເຫດຜົນຂອງຕົນຖືກຕ້ອງ ແລະ ບໍ່ມີໃຜສາມາດຕັດສິນໃຈໄດ້. ການໂຕ້ຖຽງກັນໄປມາແບບນີ້ຍິ່ງເຮັດໃຫ້ບັນຫາສັບສົນ, ຈົນທຸກຄົນເຂົ້າໃຈຕົ້ນສາຍປາຍເຫດ ແລະ ທິດທາງທີ່ຈະໄປຕໍ່ໄດ້ບໍ່ຊັດເຈນ. ໃນຈຸດນີ້, ຜູ້ນໍາ ແລະ ຜູ້ເຮັດວຽກຄວນຮັບຜິດຊອບໜ້າທີ່ຂອງຕົນໃນການລາຍງານ ແລະ ສະແຫວງຫາວິທີແກ້ໄຂບັນຫາ ແລະ ຄວາມສັບສົນເຫຼົ່ານີ້ທີ່ເກີດຂຶ້ນໃນວຽກງານໂດຍທັນທີ, ໂດຍພະຍາຍາມແກ້ໄຂມັນໃນທັນທີ ເພື່ອປ້ອງກັນບໍ່ໃຫ້ມັນກີດຂວາງຄວາມຄືບໜ້າຂອງວຽກງານ ແລະ ຍິ່ງໄປກວ່ານັ້ນ ເພື່ອປ້ອງກັນບໍ່ໃຫ້ມັນສະສົມຕື່ມອີກ. ການລາຍງານ ແລະ ການສະແຫວງຫາວິທີແກ້ໄຂບັນຫາເຫຼົ່ານີ້ໂດຍທັນທີ, ນີ້ບໍ່ແມ່ນການປະຕິບັດວຽກງານບໍ? ນີ້ບໍ່ແມ່ນການສະແດງທັດສະນະຄະຕິທີ່ຈິງຈັງ ແລະ ຄວາມຮັບຜິດຊອບຕໍ່ວຽກງານບໍ? ນີ້ບໍ່ແມ່ນການໃສ່ໃຈໃນການປະຕິບັດໜ້າທີ່ຂອງຕົນບໍ? ນີ້ບໍ່ແມ່ນການຈົງຮັກພັກດີບໍ? (ແມ່ນແລ້ວ.) ນີ້ຄືການມີຄວາມຈົງຮັກພັກດີຕໍ່ໜ້າທີ່ຂອງຕົນ.
ຜູ້ນໍາ ແລະ ຜູ້ເຮັດວຽກທີ່ຮັບຜິດຊອບວຽກງານຕ້ອງສັງເກດ ແລະ ແກ້ໄຂບັນຫາໃດກໍຕາມທີ່ເກີດຂຶ້ນໃນວຽກງານໂດຍທັນທີ, ເພາະມີພຽງການເຮັດເຊັ່ນນີ້ເທົ່ານັ້ນທີ່ຈະສາມາດຮັບປະກັນຄວາມຄືບໜ້າທີ່ລ່ຽນໄຫຼຂອງວຽກງານໄດ້. ຜູ້ນໍາ ແລະ ຜູ້ເຮັດວຽກທຸກຄົນທີ່ບໍ່ສາມາດແກ້ໄຂບັນຫາໄດ້ນັ້ນລ້ວນຂາດຄວາມຈິງຄວາມເປັນຈິງ ແລະ ເປັນຜູ້ນໍາປອມ ແລະ ຜູ້ເຮັດວຽກປອມ. ຜູ້ໃດກໍຕາມທີ່ກວດພົບເຫັນບັນຫາ ແຕ່ບໍ່ສາມາດແກ້ໄຂມັນໄດ້, ພັດໄປຫຼີກລ່ຽງ ຫຼື ປົກປິດມັນໄວ້, ກໍເປັນຄົນໄຮ້ຄ່າໄຮ້ປະໂຫຍດທີ່ພຽງແຕ່ທຳລາຍວຽກງານເທົ່ານັ້ນ. ບັນຫາທີ່ເປັນຂໍ້ຂັດແຍ້ງຕ້ອງໄດ້ຮັບການແກ້ໄຂຜ່ານການສົນທະນາ ແລະ ການໂຕ້ຖຽງກັນ. ຖ້າສິ່ງເຫຼົ່ານີ້ບໍ່ໄດ້ໃຫ້ຜົນໄດ້ຮັບທີ່ຖືກຕ້ອງ ແຕ່ກົງກັນຂ້າມກໍຄືເຮັດໃຫ້ສະຖານະການສັບສົນຫຼາຍຍິ່ງຂຶ້ນ, ຜູ້ນໍາຫຼັກກໍຄວນຮັບຜິດຊອບຈັດການເລື່ອງນັ້ນດ້ວຍຕົນເອງ, ສະເໜີວິທີແກ້ໄຂ ແລະ ແນວທາງໂດຍທັນທີ ໃນຂະນະທີ່ສັງເກດ, ທຳຄວາມເຂົ້າໃຈ ແລະ ເຮັດການຕັດສິນໃນທັນທີ ເພື່ອເບິ່ງວ່າຜົນໄດ້ຮັບຂອງສະຖານະການຈະເປັນແນວໃດ. ເມື່ອຂໍ້ຂັດແຍ້ງກ່ຽວກັບບັນຫາໃດໜຶ່ງຍັງຄົງຢູ່ ແລະ ບໍ່ສາມາດໄດ້ຮັບຄຳຕັດສິນຊີ້ຂາດໄດ້, ບັນຫານັ້ນກໍຕ້ອງຖືກລາຍງານຕໍ່ເບື້ອງເທິງໂດຍດ່ວນເພື່ອສະແຫວງຫາວິທີແກ້ໄຂ, ແທນທີ່ຈະພຽງແຕ່ພະຍາຍາມໄກ່ເກ່ຍຢ່າງປະນີປະນອມໄປກ່ອນ, ລໍຖ້າ ຫຼື ຜັດເວລາ ແລະ ໂດຍສະເພາະແມ່ນແທນທີ່ຈະພຽງແຕ່ບໍ່ສົນໃຈບັນຫາ. ຜູ້ນໍາ ແລະ ຜູ້ເຮັດວຽກໃນປັດຈຸບັນຂອງພວກເຈົ້າໄດ້ເຮັດວຽກແບບນີ້ບໍ? ພວກເຂົາຄວນຕິດຕາມ ແລະ ຊຸກຍູ້ຄວາມຄືບໜ້າຂອງວຽກງານໂດຍທັນທີ ແລະ ໃນເວລາດຽວກັນກໍໃຫ້ລະບຸຂໍ້ຂັດແຍ້ງຕ່າງໆ ທີ່ເກີດຂຶ້ນໃນວຽກງານ ໃນຂະນະດຽວກັນກໍບໍ່ເມີນເສີຍຕໍ່ບັນຫາເລັກນ້ອຍຕ່າງໆ. ເມື່ອລະບຸບັນຫາທີ່ສຳຄັນໄດ້, ຜູ້ນໍາຫຼັກ ແລະ ຜູ້ເຮັດວຽກຄວນມີໜ້າເພື່ອເຂົ້າຮ່ວມໃນການແກ້ໄຂບັນຫາ, ທຳຄວາມເຂົ້າໃຈຢ່າງຖືກຕ້ອງກ່ຽວກັບລາຍລະອຽດທັງໝົດ, ເຫດຜົນທີ່ເຮັດໃຫ້ບັນຫາເກີດຂຶ້ນ ແລະ ທັດສະນະຂອງຜູ້ທີ່ກ່ຽວຂ້ອງ, ເພື່ອທີ່ຈະກຳແໜ້ນສິ່ງທີ່ເກີດຂຶ້ນແທ້ຢ່າງຖືກຕ້ອງ. ໃນເວລາດຽວກັນ, ພວກເຂົາກໍຄວນເຂົ້າຮ່ວມໃນການສົນທະນາ, ການອະພິປາຍ ແລະ ແມ່ນແຕ່ການໂຕ້ແຍ້ງກັນກ່ຽວກັບບັນຫາເຫຼົ່ານີ້. ນີ້ເປັນສິ່ງທີ່ຈຳເປັນ; ການມີສ່ວນຮ່ວມເປັນສິ່ງສຳຄັນ, ເພາະມັນຊ່ວຍໃຫ້ເຈົ້າຕັດສິນ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນໃນວຽກງານ. ຖ້າເຈົ້າພຽງແຕ່ຟັງໂດຍບໍ່ມີສ່ວນຮ່ວມ, ຢືນຢູ່ຂ້າງໆ ແລ້ວກອດເອິກໄວ້ຢູ່ສະເໝີ ແລະ ເຮັດຄືກັບຄົນທີ່ນັ່ງຟັງບັນຍາຍ, ໂດຍຄິດວ່າບັນຫາໃດກໍຕາມທີ່ເກີດຂຶ້ນໃນວຽກງານບໍ່ແມ່ນເລື່ອງຂອງເຈົ້າ ແລະ ບໍ່ມີທັດສະນະ ຫຼື ທ່າທີໃດຕໍ່ເລື່ອງນັ້ນ, ສະແດງວ່າເຈົ້າເປັນຜູ້ນໍາປອມຢ່າງຊັດເຈນ. ເມື່ອເຈົ້າມີສ່ວນຮ່ວມ, ເຈົ້າຈະຮູ້ລາຍລະອຽດວ່າບັນຫາຫຍັງກັນແທ້ທີ່ເກີດຂຶ້ນໃນວຽກງານ, ແມ່ນຫຍັງເປັນສາເຫດ, ໃຜເປັນຜູ້ຮັບຜິດຊອບ, ບັນຫາຫຼັກຢູ່ບ່ອນໃດ ແລະ ມັນເປັນຍ້ອນແນວຄິດ ແລະ ຈິນຕະນາການຂອງຜູ້ຄົນ ຫຼື ຄວາມບົກພ່ອງທາງດ້ານເຕັກນິກ ແລະ ວິຊາຊີບ, ເຊິ່ງທັງໝົດນີ້ຕ້ອງໄດ້ຮັບການຊີ້ແຈງ ເພື່ອໃຫ້ບັນຫາໄດ້ຮັບການຈັດການ ແລະ ແກ້ໄຂຢ່າງຍຸຕິທຳ. ເມື່ອເຈົ້າເຂົ້າຮ່ວມໃນວຽກງານນີ້ ແລະ ກວດພົບວ່າບັນຫາບໍ່ໄດ້ເກີດຈາກຄົນ ຫຼື ບໍ່ໄດ້ເກີດຈາກເຈດຕະນາຂອງໃຜ, ແຕ່ເຈົ້າກໍພົບວ່າມັນຍາກທີ່ຈະຊີ້ຊັດເຖິງແກ່ນແທ້ຂອງບັນຫາ ແລະ ບໍ່ຮູ້ວິທີແກ້ໄຂ, ເຊິ່ງທັງສອງຝ່າຍໄດ້ຂັດແຍ້ງກັນມາເປັນເວລາດົນແລ້ວ ຫຼື ເມື່ອທຸກຄົນໄດ້ທຸ້ມເທ ແລະ ຄວາມພະຍາຍາມໃຫ້ກັບບັນຫາ ແຕ່ກໍຍັງບໍ່ສາມາດແກ້ໄຂມັນໄດ້ ແລະ ບໍ່ສາມາດຊອກຫາຫຼັກການ ຫຼື ຊອກຫາທິດທາງໄດ້, ເຮັດໃຫ້ວຽກງານຢຸດສະງັກ ແລະ ຍັງຢ້ານວ່າການດຳເນີນການຕໍ່ໄປຈະກໍ່ໃຫ້ເກີດຂໍ້ຜິດພາດ, ການຂັດຂວາງ ແລະ ຜົນສະທ້ອນທາງລົບຕື່ມອີກ, ເຈົ້າຄວນເຮັດແນວໃດ? ສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດທີ່ສຸດບໍ່ແມ່ນການປຶກສາຫາລືກ່ຽວກັບມາດຕະການຕອບໂຕ້ ຫຼື ວິທີແກ້ໄຂກັບທຸກຄົນ, ແຕເປັນການລາຍງານບັນຫາຕໍ່ເບື້ອງເທິງໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້. ຜູ້ນໍາ ແລະ ຜູ້ເຮັດວຽກຄວນສະຫຼຸບ ແລະ ບັນທຶກບັນຫາຂອງວຽກງານ ແລະ ລາຍງານຕໍ່ເບື້ອງເທິງໃນທັນທີ ໂດຍບໍ່ຜັດເວລາ, ລໍຖ້າ ຫຼື ມີແນວຄິດເພິ່ງພາໂຊກຊະຕາ, ໂດຍຄິດວ່າການນອນຫຼັບຄືນໜຶ່ງອາດຈະນຳມາໃຫ້ມີແຮງບັນດານໃຈ ຫຼື ຄວາມຊັດເຈນຢ່າງກະທັນຫັນ, ເຊິ່ງເປັນເຫດການທີ່ເກີດຂຶ້ນໄດ້ຍາກ ແລະ ບໍ່ໜ້າຈະເກີດຂຶ້ນໄດ້. ສະນັ້ນ, ວິທີແກ້ໄຂທີ່ດີທີ່ສຸດຄືການລາຍງານບັນຫາຕໍ່ເບື້ອງເທິງ ແລະ ສະແຫວງຫາວິທີແກ້ໄຂໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້, ເພື່ອຮັບປະກັນວ່າບັນຫາຈະໄດ້ຮັບການແກ້ໄຂໂດຍທັນທີ ແລະ ໄວທີ່ສຸດເທົ່າທີ່ຈະໄວໄດ້; ນີ້ຄືການປະຕິບັດວຽກງານຢ່າງແທ້ຈິງ.
ຄວາມສັບສົນ ແລະ ຄວາມຍາກລຳບາກທີ່ຜູ້ນໍາ ແລະ ຜູ້ເຮັດວຽກມັກຈະພົບພໍ້ໃນວຽກງານຂອງພວກເຂົາ
I. ຄວາມສັບສົນ
ໂດຍອີງໃສ່ເນື້ອໃນທີ່ພວກເຮົາຫາກໍສົນທະນາກັນ, ໃຫ້ພວກເຮົາສະຫຼຸບວ່າ “ຄວາມສັບສົນ” ແລະ “ຄວາມຍາກລຳບາກ” ໝາຍເຖິງຫຍັງກັນແທ້. ສອງຢ່າງນີ້ບໍ່ແມ່ນສິ່ງດຽວກັນ. ກ່ອນອື່ນ, ເຮົາຈະອະທິບາຍຄຳວ່າ “ຄວາມສັບສົນ”. ຄວາມສັບສົນແມ່ນເມື່ອເຈົ້າບໍ່ສາມາດເບິ່ງທະລຸບັນຫາໃດໜຶ່ງໄດ້; ເຈົ້າບໍ່ຮູ້ວິທີຕັດສິນ ຫຼື ແຍກແຍະໃນທາງທີ່ສອດຄ່ອງກັບຫຼັກການ ຫຼື ຄວາມຖືກຕ້ອງ. ເຖິງແມ່ນວ່າເຈົ້າຈະສາມາດເບິ່ງທະລຸມັນໄດ້ໃນລະດັບໜຶ່ງ, ເຈົ້າກໍບໍ່ແນ່ໃຈວ່າທັດສະນະຂອງເຈົ້າຖືກຕ້ອງ ຫຼື ບໍ່, ເຈົ້າບໍ່ຮູ້ວິທີຈັດການ ຫຼື ວິທີແກ້ໄຂບັນຫານັ້ນ ແລະ ມັນກໍເປັນສິ່ງທີ່ຍາກສຳລັບເຈົ້າທີ່ຈະບັນລຸຂໍ້ສະຫຼຸບກ່ຽວກັບມັນໄດ້. ສະຫຼຸບກໍຄື, ເຈົ້າບໍ່ແນ່ໃຈກ່ຽວກັບມັນ ແລະ ບໍ່ສາມາດຕັດສິນໃຈໄດ້. ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງແມ່ນແຕ່ໜ້ອຍດຽວ ແລະ ບໍ່ມີໃຜແກ້ໄຂບັນຫານັ້ນໄດ້, ມັນກໍຈະກາຍເປັນບັນຫາທີ່ແກ້ໄຂບໍ່ໄດ້. ນີ້ບໍ່ແມ່ນການຜະເຊີນກັບສິ່ງທ້າທາຍທີ່ຫຍຸ້ງຍາກບໍ? ເມື່ອຜະເຊີນກັບບັນຫາເຊັ່ນນີ້, ຜູ້ນໍາ ແລະ ຜູ້ເຮັດວຽກຄວນລາຍງານມັນຕໍ່ເບື້ອງເທິງ ແລະ ສະແຫວງຫາວິທີແກ້ໄຂຈາກເບື້ອງເທິງ ເພື່ອທີ່ຈະແກ້ໄຂບັນຫາໄດ້ໄວຂຶ້ນ. ພວກເຈົ້າພົບພໍ້ກັບຄວາມສັບສົນຢູ່ເລື້ອຍໆບໍ? (ແມ່ນ.) ການຜະເຊີນກັບຄວາມສັບສົນເປັນປະຈຳກໍເປັນບັນຫາໃນຕົວມັນເອງ. ສົມມຸດວ່າເຈົ້າກຳລັງຜະເຊີນກັບບັນຫາໃດໜຶ່ງ ແລະ ເຈົ້າບໍ່ຮູ້ວິທີທີ່ເໝາະສົມໃນການຈັດການກັບມັນ. ມີບາງຄົນສະເໜີວິທີແກ້ໄຂທີ່ເຈົ້າຄິດວ່າມັນສົມເຫດສົມຜົນແລ້ວ ໃນຂະນະທີ່ອີກຄົນໜຶ່ງສະເໜີວິທີທີ່ແຕກຕ່າງອອກໄປເຊິ່ງເຈົ້າກໍຄິດວ່າມັນສົມເຫດສົມຜົນເຊັ່ນກັນ ແລະ ຖ້າເຈົ້າບໍ່ສາມາດເຫັນໄດ້ຢ່າງຊັດເຈນວ່າວິທີແກ້ໄຂໃດເໝາະສົມກວ່າກັນ, ໂດຍທີ່ຄວາມຄິດເຫັນຂອງທຸກຄົນແຕກຕ່າງກັນ ແລະ ບໍ່ມີໃຜສາມາດກຳແໜ້ນເຖິງສາເຫດທີ່ແທ້ຈິງ ຫຼື ແກ່ນແທ້ຂອງບັນຫາໄດ້, ຂໍ້ຜິດພາດກໍຈະຍັງເກີດຂຶ້ນໃນການແກ້ໄຂບັນຫາໄດ້ຢ່າງແນ່ນອນ. ດັ່ງນັ້ນ, ເພື່ອແກ້ໄຂບັນຫາ, ມັນຈຶ່ງເປັນສິ່ງສຳຄັນ ແລະ ຈຳເປັນທີ່ຈະຕ້ອງກຳນົດສາເຫດທີ່ແທ້ຈິງ ແລະ ແກ່ນແທ້ຂອງມັນ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ມີການແຍກແຍະ, ບໍ່ສາມາດກຳແໜ້ນເຖິງແກ່ນແທ້ຂອງບັນຫາ ແລະ ບໍ່ສາມາດບັນລຸຂໍ້ສະຫຼຸບທີ່ຖືກຕ້ອງໄດ້, ພວກເຂົາຕ້ອງໄດ້ລາຍງານບັນຫານັ້ນຕໍ່ເບື້ອງເທິງໂດຍທັນທີ ແລະ ສະແຫວງຫາວິທີແກ້ໄຂຈາກພວກເຂົາ; ນີ້ເປັນສິ່ງທີ່ຈຳເປັນ ແລະ ບໍ່ແມ່ນການຕອບໂຕ້ທີ່ເກີນເຫດ. ບັນຫາທີ່ບໍ່ໄດ້ຮັບການແກ້ໄຂສາມາດນໍາໄປສູ່ຜົນສະທ້ອນທີ່ຮ້າຍແຮງ ແລະ ສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ, ເຊິ່ງເລື່ອງນີ້ຕ້ອງໄດ້ຮັບການທຳຄວາມເຂົ້າໃຈຢ່າງເລິກເຊິ່ງ. ຖ້າເຈົ້າເຕັມໄປດ້ວຍຄວາມວິຕົກກັງວົນ, ຢ້ານຢູ່ສະເໝີວ່າເບື້ອງເທິງອາດຈະເບິ່ງທະລຸຄວາມຈິງກ່ຽວກັບເຈົ້າ ຫຼື ວ່າພວກເຂົາອາດຈະປັບການມອບໝາຍໜ້າທີ່ຂອງເຈົ້າ ຫຼື ໄລ່ເຈົ້າອອກ ເມື່ອພວກເຂົາເບິ່ງທະລຸວ່າເຈົ້າບໍ່ສາມາດເຮັດວຽກງານຕົວຈິງໄດ້ ດັງນັ້ນ, ເຈົ້າຈຶ່ງບໍ່ກ້າລາຍງານບັນຫາ, ສິ່ງນີ້ກໍສາມາດເຮັດໃຫ້ເກີດຄວາມຊັກຊ້າໄດ້ໂດຍງ່າຍ. ຖ້າເຈົ້າພົບພໍ້ກັບຄວາມສັບສົນທີ່ເຈົ້າບໍ່ສາມາດແກ້ໄຂໄດ້ດ້ວຍຕົນເອງ, ແຕ່ກໍບໍ່ລາຍງານຕໍ່ເບື້ອງເທິງ, ເມື່ອສິ່ງນີ້ກໍ່ໃຫ້ເກີດຜົນສະທ້ອນທີ່ຮ້າຍແຮງ ແລະ ເບື້ອງເທິງໃຫ້ເຈົ້າເປັນຄົນຮັບຜິດຊອບ, ເຈົ້າກໍຈະພົບກັບບັນຫາໃຫຍ່. ນີ້ບໍ່ແມ່ນວ່າເຈົ້າຕ້ອງໂທດຕົນເອງແລ້ວບໍ? ເມື່ອຜະເຊີນກັບຄວາມສັບສົນເຊັ່ນນີ້, ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ເປັນຜູ້ຮັບຜິດຊອບ ແລະ ພຽງແຕ່ເວົ້າທິດສະດີບາງຢ່າງ ແລະ ນໍາໃຊ້ລະບຽບບາງປະການເພື່ອແກ້ໄຂບັນຫາແບບເຮັດພໍແລ້ວມືແລ້ວຕີນ, ບັນຫານັ້ນກໍຍັງຄົງບໍ່ໄດ້ຮັບການແກ້ໄຂ ແລະ ທຸກຢ່າງກໍຍັງຄົງຢູ່ແບບເກົ່າ, ວຽກງານກໍບໍ່ສາມາດກ້າວໄປຂ້າງໜ້າໄດ້. ນີ້ຄືສິ່ງທີ່ເກີດຂຶ້ນແທ້ໆ ເມື່ອຄວາມສັບສົນບໍ່ໄດ້ຮັບການແກ້ໄຂ; ມັນກໍ່ໃຫ້ເກີດຄວາມຊັກຊ້າໄດ້ຢ່າງງ່າຍຫຼາຍ.
ເມື່ອຄວາມສັບສົນເກີດຂຶ້ນແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນສາມາດຮູ້ສຶກໄດ້ວ່າມີບັນຫາເກີດຂຶ້ນ, ໃນຂະນະທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນບໍ່ສາມາດກວດພົບບັນຫາໄດ້ ເຊິ່ງຄົນກຸ່ມຫຼັງນັ້ນມີຄວາມສາມາດທີ່ຕໍ່າຫຼາຍ ແລະ ດ້ານຊາ ແລະ ເບົາປັນຍາ; ພວກເຂົາຂາດຄວາມອ່ອນໄຫວຕໍ່ບັນຫາໃດກໍຕາມ. ບໍ່ວ່າຄວາມສັບສົນທີ່ປາກົດຕໍ່ໜ້າຈະໃຫຍ່ຫຼວງສໍ່າໃດກໍຕາມ, ສິ່ງທີ່ພວກເຂົາສະແດງອອກກໍຄືຄວາມດ້ານຊາ ແລະ ເບົາປັນຍາ; ພວກເຂົາບໍ່ໄດ້ສົນໃຈບັນຫາ ແລະ ພະຍາຍາມຫຼີກລ່ຽງບັນຫາ ເຊິ່ງນີ້ຄືຜູ້ນໍາປອມທີ່ບໍ່ໄດ້ເຮັດວຽກງານຕົວຈິງ. ຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານັ້ນທີ່ມີຄວາມສາມາດ ແລະ ຄວາມສາມາດໃນການເຮັດວຽກໃນລະດັບໃດໜຶ່ງ ກໍສາມາດຮັບຮູ້ໄດ້ເມື່ອສະຖານະການເຊັ່ນນີ້ເກີດຂຶ້ນ: “ນີ້ແມ່ນບັນຫາ. ຂ້ານ້ອຍຕ້ອງຈົດບັນທຶກມັນໄວ້. ເບື້ອງເທິງບໍ່ເຄີຍກ່າວເຖິງບັນຫາປະເພດນີ້ມາກ່ອນ ແລະ ມັນກໍເປັນຄັ້ງທຳອິດທີ່ພວກເຮົາພົບພໍ້ກັບມັນ, ສະນັ້ນ ຫຼັກການໃນການຈັດການກັບສະຖານະການປະເພດນີ້ແມ່ນຫຍັງກັນແທ້? ບັນຫາສະເພາະເຈາະຈົງນີ້ຄວນຈະໄດ້ຮັບການແກ້ໄຂແນວໃດ? ເບິ່ງຄືກັບວ່າຂ້ານ້ອຍມີຄວາມຄິດໂດຍສັນຊາດຕະຍານບາງຢ່າງ ແຕ່ມັນບໍ່ໄດ້ຊັດເຈນ ແລະ ຂ້ານ້ອຍມີທັດສະນະຄະຕິບາງຢ່າງຕໍ່ເລື່ອງດັ່ງກ່າວ, ແຕ່ການມີພຽງທັດສະນະຄະຕິຢ່າງດຽວແມ່ນບໍ່ພຽງພໍ; ສິ່ງສຳຄັນແມ່ນຕ້ອງສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ. ພວກເຮົາຈຳເປັນຕ້ອງນຳເອົາເລື່ອງນີ້ອອກມາ ເພື່ອໃຫ້ທຸກຄົນໄດ້ໂອ້ລົມ ແລະ ປຶກສາຫາລືຮ່ວມກັນ”. ຫຼັງຈາກການໂອ້ລົມ ແລະ ປຶກສາຫາລືກັນຮອບໜຶ່ງ, ຖ້າພວກເຂົາຍັງບໍ່ຮູ້ວ່າຈະດຳເນີນການຕໍ່ໄປແນວໃດ, ໂດຍບໍ່ມີແຜນການປະຕິບັດທີ່ຊັດເຈນ ເພື່ອແກ້ໄຂບັນຫາ ແລະ ຄວາມສັບສົນທີ່ຍັງຄົງຢູ່, ພວກເຂົາກໍຈຳເປັນຕ້ອງສະແຫວງຫາວິທີແກ້ໄຂຈາກເບື້ອງເທິງ. ໃນຈຸດນີ້, ມັນເປັນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ຈະຕ້ອງໄດ້ຈົດບັນທຶກຈຸດທີ່ມີຄວາມສັບສົນກ່ຽວກັບບັນຫາໄວ້, ເພື່ອວ່າເມື່ອເຖິງເວລາ ພວກເຂົາຈະສາມາດອະທິບາຍໄດ້ຢ່າງຊັດເຈນວ່າ ບັນຫາຂອງຄວາມສັບສົນນັ້ນແທ້ຈິງແລ້ວແມ່ນຫຍັງ ແລະ ສິ່ງທີ່ກຳລັງສະແຫວງຫານັ້ນແມ່ນຫຍັງກັນແທ້. ນີ້ຄືສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ.
II. ຄວາມຍາກລຳບາກ
1. ຄວາມຍາກລຳບາກແມ່ນຫຍັງ
ຕໍ່ໄປ, ໃຫ້ພວກເຮົາມາເບິ່ງຄຳວ່າ “ຄວາມຍາກລຳບາກ”. ຈາກຄວາມໝາຍຕາມຕົວອັກສອນແລ້ວ, ຄວາມຍາກລຳບາກແມ່ນຮ້າຍແຮງກວ່າຄວາມສັບສົນ. ດັ່ງນັ້ນ, ຄວາມຍາກລຳບາກໝາຍເຖິງຫຍັງກັນແທ້? ມີໃຜອະທິບາຍໄດ້ແດ່. (ພຣະເຈົ້າ, ຄວາມເຂົ້າໃຈຂອງພວກເຮົາກໍຄື ຄວາມຍາກລຳບາກແມ່ນບັນຫາຕົວຈິງທີ່ໄດ້ພົບພໍ້, ເຊິ່ງຄົນຜູ້ໜຶ່ງໄດ້ພະຍາຍາມແກ້ໄຂແລ້ວ ແຕ່ກໍຍັງບໍ່ສາມາດແກ້ໄຂໄດ້; ສິ່ງເຫຼົ່ານີ້ຖືໄດ້ວ່າເປັນຄວາມຍາກລຳບາກ.) (ຂໍເພີ່ມອີກປະເດັນໜຶ່ງ, ບາງຄັ້ງຄົນເຮົາອາດຈະພົບພໍ້ກັບບັນຫາທີ່ຫຍຸ້ງຍາກສັບສົນຫຼາຍ ໂດຍທີ່ບໍ່ເຄີຍພົບພໍ້ມາກ່ອນ, ເຊິ່ງທຸກຄົນຂາດປະສົບການ, ສັບສົນຢ່າງເຖິງທີ່ສຸດ ແລະ ບໍ່ມີຄວາມຄິດເຫັນ ຫຼື ແນວຄິດໃດເລີຍ ສິ່ງເຫຼົ່ານີ້ຖືເປັນບັນຫາປະເພດທີ່ທ້າທາຍຫຼາຍ.) ບັນຫາທີ່ທ້າທາຍຫຼາຍເອີ້ນວ່າຄວາມຍາກລຳບາກ, ແມ່ນບໍ່? ຄຳອະທິບາຍທີ່ງ່າຍດາຍ ແລະ ກົງໄປກົງມາທີ່ສຸດຂອງຄວາມຍາກລຳບາກກໍຄື ພວກມັນເປັນບັນຫາທີ່ມີຢູ່ຈິງ. ຕົວຢ່າງເຊັ່ນ: ຄວາມສາມາດຂອງບຸກຄົນ, ທັກສະທາງວິຊາຊີບ, ຄວາມເຈັບປ່ວຍທາງຮ່າງກາຍ, ພ້ອມທັງບັນຫາດ້ານສິ່ງແວດລ້ອມ ແລະ ເວລາ ແລະ ອື່ນໆ, ບັນຫາທີ່ມີຢູ່ຈິງເຫຼົ່ານີ້ເອີ້ນວ່າຄວາມຫຍຸ້ງຍາກ. ແຕ່ຢ່າງໃດກໍຕາມ, ຄວາມຮັບຜິດຊອບຂໍ້ທີແປດຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ພວກເຮົາກຳລັງໂອ້ລົມກັນຢູ່ຕອນນີ້ກໍຄື ພວກເຂົາຕ້ອງລາຍງານ ແລະ ສະແຫວງຫາວິທີແກ້ໄຂຄວາມສັບສົນ ແລະ ຄວາມຍາກລຳບາກທີ່ພົບພໍ້ໃນວຽກງານໂດຍທັນທີ. ໃນທີ່ນີ້, ຄວາມຍາກລຳບາກທີ່ກ່າວເຖິງບໍ່ແມ່ນບັນຫາທີ່ມີຢູ່ຈິງໂດຍທົ່ວໄປເຫຼົ່ານັ້ນ, ແຕ່ແມ່ນບັນຫາທີ່ຫຍຸ້ງຍາກເປັນພິເສດທີ່ພົບພໍ້ໃນວຽກງານ ເຊິ່ງບໍ່ສາມາດຈັດການໄດ້. ບັນຫາເຫຼົ່ານີ້ແມ່ນບັນຫາປະເພດໃດ? ພວກມັນແມ່ນວຽກງານພາຍນອກທີ່ບໍ່ໄດ້ກ່ຽວຂ້ອງແບບສະເພາະເຈາະຈົງກັບຫຼັກການຄວາມຈິງ. ເຖິງແມ່ນວ່າບັນຫາເຫຼົ່ານີ້ຈະບໍ່ໄດ້ພົວພັນກັບຫຼັກການຄວາມຈິງ, ພວກມັນກໍມີຄວາມຫຍຸ້ງຍາກກວ່າບັນຫາທົ່ວໄປ. ພວກມັນຫຍຸ້ງຍາກກວ່າແນວໃດ? ຕົວຢ່າງເຊັ່ນ: ພວກມັນພົວພັນກັບກົດໝາຍ ແລະ ລະບຽບການຂອງລັດຖະບານ ຫຼື ກ່ຽວຂ້ອງກັບຄວາມປອດໄພຂອງບາງຄົນພາຍໃນຄຣິສຕະຈັກ ແລະ ອື່ນໆ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນຄວາມຍາກລຳບາກທີ່ຜູ້ນໍາ ແລະ ຜູ້ເຮັດວຽກໄດ້ພົບພໍ້ໃນວຽກງານຂອງພວກເຂົາ. ຕົວຢ່າງເຊັ່ນ: ໃນການເຊື່ອໃນພຣະເຈົ້າຢູ່ຕ່າງປະເທດ, ບໍ່ວ່າຄົນຜູ້ໜຶ່ງຈະອາໄສຢູ່ໃນປະເທດໃດກໍຕາມ, ວຽກງານທັງໝົດຂອງຄຣິສຕະຈັກ ແລະ ສະພາບແວດລ້ອມໃນການດຳລົງຊີວິດຂອງອ້າຍເອື້ອຍນ້ອງກໍຕ້ອງປະຕິບັດຕາມລະບຽບການຂອງລັດຖະບານທ້ອງຖິ່ນ ແລະ ຮຽກຮ້ອງໃຫ້ມີຄວາມເຂົ້າໃຈກ່ຽວກັບກົດໝາຍ ແລະ ນະໂຍບາຍທ້ອງຖິ່ນ. ເລື່ອງເຫຼົ່ານີ້ພົວພັນກັບການເຊື່ອມຕໍ່ກັບໂລກພາຍນອກ ແລະ ການຈັດການກັບວຽກງານພາຍນອກ; ພວກມັນຂ້ອນຂ້າງຊັບຊ້ອນກວ່າ ເມື່ອທຽບໃສ່ກັບບັນຫາບຸກຄະລາກອນພາຍໃນຂອງຄຣິສຕະຈັກ. ຄວາມຊັບຊ້ອນນັ້ນຢູ່ບ່ອນໃດ? ມັນບໍ່ແມ່ນເລື່ອງງ່າຍ ທີ່ພຽງແຕ່ບອກຄົນໃນຄຣິສຕະຈັກໃຫ້ຍອມອ່ອນນ້ອມຕໍ່ພຣະເຈົ້າ, ໃຫ້ເຊື່ອຟັງ, ໃຫ້ປະຕິບັດຄວາມຈິງ, ໃຫ້ປະຕິບັດໜ້າທີ່ຢ່າງຈົງຮັກພັກດີ ແລະ ໃຫ້ເຂົ້າໃຈຄວາມຈິງ ແລະ ຈັດການເລື່ອງຕ່າງໆຕາມຫຼັກການ ໂດຍການເວົ້າພຽງສິ່ງເຫຼົ່ານີ້ຢ່າງດຽວຈະບໍ່ສາມາດແກ້ໄຂບັນຫາໄດ້. ແທນທີ່ຈະເປັນແນວນັ້ນ, ມັນໄດ້ຮຽກຮ້ອງໃຫ້ມີຄວາມເຂົ້າໃຈກ່ຽວກັບທຸກດ້ານຂອງກົດໝາຍ, ນະໂຍບາຍ ແລະ ລະບຽບການຂອງປະເທດ ລວມເຖິງຮີດຄອງປະເພນີ ແລະ ການປະຕິບັດໃນທ້ອງຖິ່ນ ແລະ ອື່ນໆ. ມີຫຼາຍປັດໄຈທີ່ພົບພັນກັບວຽກງານພາຍນອກເຫຼົ່ານີ້ ແລະ ມັນຈຶ່ງເປັນເລື່ອງທຳມະດາທີ່ຈະເກີດມີບັນຫາທີ່ບໍ່ຄາດຄິດ ຫຼື ບັນຫາທີ່ຍາກທີ່ຈະແກ້ໄຂ ໂດຍໃຊ້ຫຼັກການຂອງຄຣິສຕະຈັກ ແລະ ການເກີດຂຶ້ນຂອງບັນຫາເຫຼົ່ານີ້ກໍກາຍເປັນຄວາມຍາກລຳບາກ. ຕົວຢ່າງເຊັ່ນ: ພາຍໃນຄຣິສຕະຈັກ, ຖ້າໃຜບາງຄົນປະຕິບັດໜ້າທີ່ຂອງພວກເຂົາແບບເຮັດພໍແລ້ວມືແລ້ວຕີນ, ບັນຫາເຫຼົ່ານີ້ກໍສາມາດແກ້ໄຂໄດ້ໂດຍການໂອ້ລົມຄວາມຈິງ, ໂດຍການລິຮານ ຫຼື ໂດຍການໃຫ້ຄວາມຊ່ວຍເຫຼືອ ແລະ ການສະໜັບສະໜູນ. ແຕ່ທາງພາຍນອກ, ເຈົ້າສາມາດໃຊ້ຫຼັກການ ແລະ ວິທີການເຫຼົ່ານີ້ເພື່ອຈັດການເລື່ອງຕ່າງໆໄດ້ບໍ? ແນວທາງແບບນີ້ສາມາດແກ້ໄຂບັນຫາເຊັ່ນນີ້ໄດ້ບໍ? (ບໍ່.) ແລ້ວຄວນເຮັດແນວໃດ? ຕ້ອງໄດ້ນຳໃຊ້ວິທີການທີ່ສະຫຼາດຫຼັກແຫຼມບາງວິທີເພື່ອຈັດການ ແລະ ຮັບມືກັບບັນຫາດັ່ງກ່າວ. ໃນຂະບວນການຈັດການກັບວຽກງານພາຍນອກເຫຼົ່ານີ້, ເຮືອນຂອງພຣະເຈົ້າກໍໄດ້ວາງຫຼັກການບາງຢ່າງໄວ້ເຊັ່ນກັນ, ແຕ່ບໍ່ວ່າຫຼັກການເຫຼົ່ານີ້ຈະໄດ້ຮັບການອະທິບາຍແນວໃດກໍຕາມ, ຄວາມຍາກລຳບາກທຸກປະເພດກໍຍັງເກີດຂຶ້ນຢູ່ເລື້ອຍໆ. ເພາະວ່າໂລກນີ້, ສັງຄົມນີ້ ແລະ ມະນຸດຊາດນີ້ມືດມົນ ແລະ ຊັບຊ້ອນເກີນໄປ ແລະ ຍ້ອນການລົບກວນຂອງອຳນາດທີ່ຊົ່ວຮ້າຍຂອງມັງກອນແດງທີ່ຍິ່ງໃຫຍ່, ເມື່ອຈັດການກັບວຽກງານພາຍນອກເຫຼົ່ານີ້, ກໍຈະມີຄວາມຍາກລຳບາກທີ່ບໍ່ຄາດຄິດ ແລະ ເພີ່ມເຕີມເກີດຂຶ້ນມາ. ເມື່ອຄວາມຍາກລຳບາກເຫຼົ່ານີ້ເກີດຂຶ້ນແລ້ວ, ຖ້າພວກເຈົ້າໄດ້ຮັບພຽງແຕ່ຫຼັກການງ່າຍໆ ໂດຍກ່າວວ່າ “ພຽງແຕ່ຍອມອ່ອນນ້ອມຕໍ່ການຈັດແຈງຂອງພຣະເຈົ້າ; ທຸກສິ່ງໄດ້ຮັບການປັ້ນແຕ່ງໂດຍພຣະເຈົ້າ, ພຽງແຕ່ບໍ່ຕ້ອງສົນໃຈບັນຫາ”, ສິ່ງນີ້ສາມາດແກ້ໄຂບັນຫາໄດ້ແລ້ວບໍ? (ບໍ່ໄດ້.) ຖ້າບັນຫາບໍ່ສາມາດແກ້ໄຂໄດ້, ສິ່ງທີ່ເກີດຂຶ້ນກໍຄື ສະພາບແວດລ້ອມທີ່ອ້າຍເອື້ອຍນ້ອງໄດ້ປະຕິບັດໜ້າທີ່ຂອງພວກເຂົາ ແລະ ສະພາບແວດລ້ອມໃນການດຳລົງຊີວິດຂອງພວກເຂົາກໍຈະຖືກລົບກວນ, ຄຸກຄາມ ແລະ ໄດ້ຮັບຄວາມເສຍຫາຍ. ສິ່ງນີ້ຈະບໍ່ໄດ້ນຳໄປສູ່ການເກີດຂຶ້ນຂອງຄວາມຍາກລຳບາກບໍ? ແລ້ວຄວນເຮັດແນວໃດ? ມັນສາມາດໄດ້ຮັບການແກ້ໄຂດ້ວຍຄວາມບໍ່ຮອບຄອບບໍ? ເຫັນໄດ້ຊັດວ່າບໍ່ໄດ້. ບາງຄົນເວົ້າວ່າ “ແລ້ວພວກເຮົາສາມາດແກ້ໄຂມັນໂດຍວິທີການທາງກົດໝາຍໄດ້ບໍ?” ຫຼາຍສິ່ງບໍ່ສາມາດໄດ້ຮັບການແກ້ໄຂໂດຍກົດໝາຍໄດ້. ຕົວຢ່າງເຊັ່ນ: ໃນສະຖານທີ່ທີ່ມັງກອນແດງທີ່ຍິ່ງໃຫຍ່ເຂົ້າມາແຊກແຊງ ແລະ ຂັດຂວາງ, ກົດໝາຍສາມາດແກ້ໄຂບັນຫາໄດ້ບໍ? ກົດໝາຍບໍ່ໄດ້ມີຜົນບັງຄັບໃຊ້ໃດ ຢູ່ໃນທີ່ນີ້. ໃນຫຼາຍສະຖານທີ່, ອຳນາດຂອງມະນຸດມັກຈະເໜືອກວ່າກົດໝາຍ, ສະນັ້ນ ຢ່າຄາດຫວັງວ່າຈະແກ້ໄຂບັນຫາດ້ວຍການເພິ່ງພາອາໄສກົດໝາຍໄດ້. ການໃຊ້ວິທີການຂອງມະນຸດ ຫຼື ຄວາມບໍ່ຮອບຄອບເພື່ອແກ້ໄຂບັນຫາກໍບໍ່ເໝາະສົມເຊັ່ນກັນ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດແນວໃດໃນສະຖານະການເຊັ່ນນີ້? ຜູ້ທີ່ຮູ້ພຽງແຕ່ວິທີເວົ້າພຣະທຳ ແລະ ຫຼັກຄຳສອນ ຈະສາມາດແກ້ໄຂບັນຫາເຫຼົ່ານີ້ໄດ້ບໍ ເມື່ອພວກມັນເກີດຂຶ້ນແລ້ວ? ບັນຫາເຫຼົ່ານີ້ບໍ່ແມ່ນບັນຫາທີ່ຫຍຸ້ງຍາກເປັນພິເສດບໍ? ເຈົ້າຄິດວ່າການຈ້າງທະນາຍຄວາມ ແລະ ຂຶ້ນສານເພື່ອແກ້ໄຂບັນຫາເຫຼົ່ານັ້ນຈະໄດ້ຜົນບໍ? ຄົນເຫຼົ່ານັ້ນເຂົ້າໃຈຄວາມຈິງບໍ? ໃນໂລກນີ້ບໍ່ມີບ່ອນຢືນໃຫ້ກັບເຫດຜົນ; ແມ່ນແຕ່ຜູ້ພິພາກສາໃນປະເທດທີ່ປົກຄອງດ້ວຍກົດໝາຍກໍບໍ່ໄດ້ຕັດສິນຕາມກົດໝາຍສະເໝີໄປ, ແຕ່ພວກເຂົາຈະປັບຄຳຕັດສິນໂດຍຂຶ້ນກັບວ່າໄດ້ພົວພັນກັບໃຜຢູ່, ເຊິ່ງຂາດຄວາມຍຸຕິທຳ. ໃນໂລກນີ້, ບໍ່ວ່າຈະຢູ່ໃສກໍຕາມ, ຜູ້ຄົນອີງໃສ່ກຳລັງ, ອີງໃສ່ອຳນາດ ເພື່ອສະໜັບສະໜູນຄຳເວົ້າຂອງພວກເຂົາ. ສະນັ້ນ, ພວກເຮົາຜູ້ທີ່ເຊື່ອໃນພຣະເຈົ້າຄວນເພິ່ງພາອາໄສຫຍັງ? ພວກເຮົາຄວນປະຕິບັດຕໍ່ຜູ້ຄົນ ແລະ ຈັດການເລື່ອງຕ່າງໆ ຕາມພຣະທຳຂອງພຣະເຈົ້າ ແລະ ຕາມຄວາມຈິງ. ແຕ່ທຸກສິ່ງສາມາດດຳເນີນໄປຢ່າງລ່ຽນໄຫຼສຳລັບພວກເຮົາໃນໂລກນີ້ໄດ້ບໍ ຖ້າພວກເຮົາເພິ່ງພາອາໄສພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ? ບໍ່, ມັນບໍ່ສາມາດເຮັດໄດ້; ສິ່ງນີ້ຈຳເປັນຕ້ອງອາໄສສະຕິປັນຍາ. ສະນັ້ນ, ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກປະເຊີນກັບບັນຫາເຊັ່ນນີ້, ຖ້າພວກເຂົາຮູ້ສຶກວ່າເລື່ອງນັ້ນມີຄວາມສຳຄັນຢ່າງຍິ່ງ ແລະ ຢ້ານວ່າພວກເຂົາອາດຈະຈັດການມັນໄດ້ຢ່າງບໍ່ເໝາະສົມ ແລະ ດັ່ງນັ້ນຈຶ່ງນຳບັນຫາມາສູ່ເຮືອນຂອງພຣະເຈົ້າ, ເຊິ່ງກໍ່ໃຫ້ເກີດຜົນກະທົບ ຫຼື ຜົນສະທ້ອນທີ່ບໍ່ເພິ່ງປະສົງ, ບັນຫາດັ່ງກ່າວກໍຖືເປັນຄວາມຍາກລຳບາກສຳລັບພວກເຂົາ. ເມື່ອປະເຊີນກັບຄວາມຍາກລຳບາກທີ່ພວກເຂົາບໍ່ສາມາດແກ້ໄຂໄດ້, ພວກເຂົາຕ້ອງໄດ້ລາຍງານບັນຫາເຫຼົ່ານັ້ນຕໍ່ເບື້ອງເທິງໂດຍທັນທີ ແລະ ສະແຫວງຫາວິທີການທີ່ເໝາະສົມເພື່ອແກ້ໄຂບັນຫາ; ນີ້ຄືສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ.
2. ມຸມມອງ ແລະ ທັດສະນະຄະຕິທີ່ຖືກຕ້ອງທີ່ຄວນມີເມື່ອພົບພໍ້ກັບຄວາມຍາກລຳບາກ
ສິ່ງທີ່ເຮົາຈຳເປັນຕ້ອງອະທິບາຍໃຫ້ພວກເຈົ້າຮູ້ໃນທີ່ນີ້ ບໍ່ພຽງແຕ່ແນໃສ່ຜູ້ນໍາ ແລະ ຜູ້ເຮັດວຽກເທົ່ານັ້ນ, ແຕ່ຍັງແນໃສ່ທຸກຄົນທີ່ຢູ່ທີ່ນີ້, ເຊິ່ງມັນເປັນຫຼັກການທີ່ສຳຄັນທີ່ສຸດ. ບໍ່ວ່າພວກເຈົ້າຈະກຳລັງປະຕິບັດວຽກງານຂອງຄຣິສຕະຈັກ, ປະຕິບັດໜ້າທີ່ຂອງພວກເຈົ້າ ຫຼື ເທດສະໜາພຣະກິດຕິຄຸນຢູ່ໃສກໍຕາມ, ມັນກໍຈະບໍ່ລື່ນໄຫຼສະເໝີໄປ. ແມ່ນແຕ່ພາລະກິດຂອງພຣະເຈົ້າເອງກໍເຕັມໄປດ້ວຍຄວາມຍາກລຳບາກ, ພວກເຈົ້າທຸກຄົນໄດ້ສັງເກດເຫັນຄວາມຈິງຂໍ້ນີ້ບໍ? ເຖິງແມ່ນວ່າພວກເຈົ້າອາດຈະບໍ່ຮູ້ ຫຼື ເຂົ້າໃຈລາຍລະອຽດຢ່າງຊັດເຈນ, ແຕ່ພວກເຈົ້າທຸກຄົນກໍໄດ້ຮັບຮູ້ສະຖານະການໂດຍລວມ. ການເຜີຍແຜ່ວຽກງານພຣະກິດຕິຄຸນຂອງພຣະເຈົ້າບໍ່ແມ່ນການເດີນເຮືອທີ່ລື່ນໄຫຼ ແລະ ພວກເຈົ້າທຸກຄົນກໍຄວນກຽມຄວາມພ້ອມທາງດ້ານຈິດໃຈ ແລະ ຮັບຮູ້ເລື່ອງນີ້. ຄວາມຈິງທີ່ໄດ້ຮັບການຍອມຮັບຖືກວາງໄວ້ຢູ່ທີ່ນີ້ແລ້ວ, ສະນັ້ນ ພວກເຮົາຄວນມີທັດສະນະຄະຕິແບບໃດຕໍ່ເລື່ອງເຫຼົ່ານີ້ ຈຶ່ງເໝາະສົມທີ່ສຸດ, ສົມເຫດສົມຜົນທີ່ສຸດ ແລະ ຖືກຕ້ອງທີ່ສຸດ? ການເປັນຄົນໃຈເສາະ ແລະ ຢ້ານກົວພາຍໃນໃຈນັ້ນຖືກຕ້ອງແລ້ວບໍ? (ບໍ່ຖືກຕ້ອງ.) ເນື່ອງຈາກການເປັນຄົນໃຈເສາະ ແລະ ຢ້ານກົວບໍ່ແມ່ນສິ່ງທີ່ຖືກຕ້ອງ, ແລ້ວການມີທັດສະນະຄະຕິ ແລະ ມຸມມອງທີ່ບໍ່ຢ້ານທັງສະຫວັນ ຫຼື ໂລກ, ເປັນສັດຕູກັບໂລກທັງໃບ, ຕໍ່ຕ້ານໂລກທັງໃບຈົນເຖິງທີ່ສຸດ ແລະ ເດີນທວນກະແສນັ້ນຖືກຕ້ອງແລ້ວບໍ? (ບໍ່ຖືກຕ້ອງ.) ນີ້ແມ່ນຄວາມມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ ຫຼື ຄວາມບໍ່ຮອບຄອບ? ມຸມມອງທີ່ບໍ່ຖືກຕ້ອງເຫຼົ່ານີ້ລ້ວນແຕ່ເປັນການສະທ້ອນເຖິງຄວາມບໍ່ຮອບຄອບ, ບໍ່ແມ່ນຄວາມສັດທາທີ່ແທ້ຈິງ. ແລ້ວມຸມມອງ ແລະ ທັດສະນະຄະຕິປະເພດໃດທີ່ຖືກຕ້ອງ? ເຮົາຈະຍົກຕົວຢ່າງສອງສາມຂໍ້ໃຫ້ພວກເຈົ້າຟັງ. ນີ້ແມ່ນມຸມມອງທຳອິດທີ່ຜູ້ຄົນຄວນມີ: ບໍ່ວ່າຈະຢູ່ຕ່າງປະເທດ ຫຼື ໃນປະເທດຈີນ, ການເສຍສະລະຕົນເອງຢ່າງສຸດຫົວໃຈເພື່ອພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີທີ່ສຸດແມ່ນພາລະກິດທີ່ຊອບທຳທີ່ສຸດໃນບັນດາມະນຸດຊາດທັງໝົດຕັ້ງແຕ່ສະໄໝບູຮານຈົນເຖິງປັດຈຸບັນ. ການປະຕິບັດໜ້າທີ່ຂອງພວກເຮົາເປັນໄປຢ່າງເປີດເຜີຍ ແລະ ຊອບທຳ, ບໍ່ແມ່ນແບບລີ້ລັບ, ເພາະວ່າສິ່ງທີ່ພວກເຮົາກຳລັງເຮັດຢູ່ໃນຕອນນີ້ແມ່ນພາລະກິດທີ່ຊອບທຳທີ່ສຸດໃນບັນດາມະນຸດຊາດ. “ຄວາມຊອບທຳ” ນີ້ໝາຍເຖິງຫຍັງ? ມັນໝາຍເຖິງຄວາມຈິງ, ເຖິງຄວາມປະສົງຂອງພຣະເຈົ້າ, ເຖິງການຈັດແຈງ ແລະ ການຝາກຝັງຂອງພຣະຜູ້ສ້າງ; ມັນຢູ່ເໜືອກວ່າສິນລະທຳ, ຈັນຍາບັນ ແລະ ກົດໝາຍຂອງມະນຸດຢ່າງສິ້ນເຊີງ ແລະ ເປັນພາລະກິດທີ່ດຳເນີນການພາຍໃຕ້ການນໍາພາ ແລະ ການດູແລຂອງພຣະຜູ້ສ້າງ. ນີ້ບໍ່ແມ່ນມຸມມອງທີ່ຖືກຕ້ອງທີ່ສຸດແລ້ວບໍ? ໃນດ້ານໜຶ່ງ, ມຸມມອງນີ້ແມ່ນຄວາມຈິງທີ່ມີຢູ່ຈິງ; ໃນອີກດ້ານໜຶ່ງ, ມັນຍັງເປັນການຍອມຮັບທີ່ຖືກຕ້ອງທີ່ສຸດກ່ຽວກັບໜ້າທີ່ທີ່ຄົນຜູ້ໜຶ່ງໄດ້ປະຕິບັດ. ນີ້ແມ່ນມຸມມອງທີສອງທີ່ຜູ້ຄົນຄວນມີ: ພຣະເຈົ້າຊົງເປັນຜູ້ມີອຳນາດສູງສຸດເໜືອສັບພະທຸກສິ່ງ ແລະ ເຫດການທັງໝົດ. ທຸກສິ່ງ, ລວມທັງຜູ້ປົກຄອງຂອງໂລກ ແລະ ອຳນາດ, ສາສະໜາ, ອົງກອນ ແລະ ຊົນເຜົ່າໃດກໍຕາມໃນໂລກ ກໍຢູ່ພາຍໃຕ້ອຳນາດສູງສຸດ ແລະ ການຄວບຄຸມໃນພຣະຫັດຂອງພຣະເຈົ້າ ໂດຍບໍ່ມີຜູ້ໃດທີ່ຄວບຄຸມຊະຕາກຳຂອງຕົນເອງໄດ້. ພວກເຮົາກໍບໍ່ແມ່ນຂໍ້ຍົກເວັ້ນ; ຊະຕາກຳຂອງພວກເຮົາຢູ່ພາຍໃຕ້ອຳນາດສູງສຸດ ແລະ ການຄວບຄຸມໃນພຣະຫັດຂອງພຣະເຈົ້າ ແລະ ບໍ່ມີຜູ້ໃດສາມາດປ່ຽນແປງທິດທາງທີ່ພວກເຮົາຈະໄປ ແລະ ບ່ອນທີ່ພວກເຮົາຈະຢູ່ໄດ້ ແລະ ທັງບໍ່ມີຜູ້ໃດສາມາດປ່ຽນແປງອະນາຄົດ ແລະ ຈຸດໝາຍປາຍທາງຂອງພວກເຮົາໄດ້. ດັ່ງທີ່ພຣະຄຳພີໄດ້ກ່າວໄວ້ວ່າ “ພຣະໄທຂອງກະສັດຢູ່ໃນພຣະຫັດຂອງພຣະເຢໂຮວາ, ດັ່ງແມ່ນ້ຳ: ພຣະອົງຊົງຫັນມັນໄປທາງໃດກໍໄດ້ຕາມຄວາມປະສົງຂອງພຣະອົງ” (ສຸພາສິດ 21:1.) ຍິ່ງເປັນຊະຕາກຳຂອງພວກເຮົາເຊິ່ງເປັນມະນຸດທີ່ບໍ່ໄດ້ມີຄວາມສຳຄັນຫຼາຍກວ່ານັ້ນສໍ່າໃດ! ການປົກຄອງ ແລະ ລະບົບຂອງຜູ້ປົກຄອງປະເທດທີ່ພວກເຮົາອາໄສຢູ່, ພ້ອມທັງສະພາບແວດລ້ອມໃນການດຳລົງຊີວິດຂອງປະເທດນີ້, ບໍ່ວ່າພວກມັນຈະເປັນໄພຂົ່ມຂູ່, ເປັນສັດຕູ ຫຼື ເປັນມິດຕໍ່ພວກເຮົາ, ທັງໝົດນີ້ກໍຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ ແລະ ພວກເຮົາບໍ່ມີຫຍັງທີ່ຕ້ອງເປັນກັງວົນ ຫຼື ເປັນຫ່ວງເລີຍ. ນີ້ແມ່ນມຸມມອງທີ່ຜູ້ຄົນຄວນຍຶດຖື ແລະ ການຮັບຮູ້ທີ່ພວກເຂົາຄວນມີ, ພ້ອມທັງຄວາມຈິງທີ່ພວກເຂົາຄວນມີ ແລະ ຄວນເຂົ້າໃຈ. ແລະ ນີ້ແມ່ນມຸມມອງທີສາມ, ເຊິ່ງແນ່ນອນວ່າມີຄວາມສຳຄັນທີ່ສຸດເຊັ່ນກັນ: ບໍ່ວ່າພວກເຮົາຈະອາໄສຢູ່ໃສ, ໃນປະເທດໃດ ແລະ ບໍ່ວ່າສັກກະຍະພາບຂອງພວກເຮົາຈະຫຼາຍໜ້ອຍ ຫຼື ຄວາມສາມາດຈະສູງຕໍ່າສໍ່າໃດ, ພວກເຮົາກໍເປັນພຽງສ່ວນໜຶ່ງຂອງມວນຊົນຂອງສິ່ງທີ່ຖືກສ້າງທີ່ບໍ່ສຳຄັນ. ຄວາມຮັບຜິດຊອບ ແລະ ໜ້າທີ່ໜຶ່ງດຽວທີ່ພວກເຮົາຄວນເຮັດໃຫ້ສຳເລັດກໍຄື ການຍອມອ່ອນນ້ອມຕໍ່ອຳນາດສູງສຸດ, ການຈັດແຈງ ແລະ ການປັ້ນແຕ່ງຂອງພຣະຜູ້ສ້າງ; ບໍ່ມີສິ່ງອື່ນອີກແລ້ວ, ມັນກໍຮຽບງ່າຍພຽງເທົ່ານັ້ນ. ເຖິງແມ່ນວ່າພວກເຮົາກຳລັງຢູ່ໃນປະເທດທີ່ມີເສລີພາບ ແລະ ສະພາບແວດລ້ອມທີ່ມີເສລີພາບ, ຖ້າມື້ໜຶ່ງພຣະເຈົ້າຊົງຍົກກຳລັງທີ່ເປັນສັດຕູຂຶ້ນມາຂົ່ມເຫັງ ແລະ ທຳຮ້າຍພວກເຮົາ, ພວກເຮົາກໍບໍ່ຄວນມີຄຳຈົ່ມວ່າອັນໃດທັງສິ້ນ. ເປັນຫຍັງພວກເຮົາຈຶ່ງບໍ່ຄວນມີຄຳຈົ່ມວ່າ? ເພາະວ່າພວກເຮົາໄດ້ກຽມຄວາມພ້ອມມາດົນແລ້ວ; ພັນທະ, ຄວາມຮັບຜິດຊອບ ແລະ ໜ້າທີ່ຂອງພວກເຮົາກໍຄື ການຍອມອ່ອນນ້ອມຕໍ່ທຸກສິ່ງທີ່ພຣະເຈົ້າກະທຳ, ຕໍ່ທຸກສິ່ງທີ່ພຣະເຈົ້າປັ້ນແຕ່ງ. ການຍອມອ່ອນນ້ອມເຊັ່ນນີ້ແມ່ນຄວາມຈິງບໍ? ມັນເປັນທັດສະນະຄະຕິທີ່ຜູ້ຄົນຄວນມີແລ້ວແມ່ນບໍ? (ແມ່ນແລ້ວ.) ຖ້າມື້ໜຶ່ງ, ມະນຸດຊາດທັງໝົດ ແລະ ສະພາບແວດລ້ອມທັງໝົດຫັນມາຕໍ່ຕ້ານພວກເຮົາ ແລະ ພວກເຮົາໄດ້ປະເຊີນໜ້າກັບຄວາມຕາຍ, ພວກເຮົາຄວນມີຄຳຈົ່ມວ່າ ຫຼື ບໍ່? (ພວກເຮົາບໍ່ຄວນ.) ບາງຄົນເວົ້າວ່າ “ພຣະເຈົ້າບໍ່ໄດ້ນໍາພາພວກເຮົາໄປຕ່າງປະເທດ ເພື່ອວ່າພວກເຮົາຈະບໍ່ຕ້ອງໄດ້ທົນທຸກທໍລະມານກັບການຂົ່ມເຫັງອັນໂຫດຮ້າຍຂອງຊາຕານອີກຕໍ່ໄປບໍ? ມັນບໍ່ແມ່ນເພື່ອວ່າພວກເຮົາຈະສາມາດປະຕິບັດໜ້າທີ່ຂອງພວກເຮົາໄດ້ຢ່າງເສລີ ແລະ ຫາຍໃຈເອົາອາກາດແຫ່ງເສລີພາບນີ້ໄດ້ບໍ? ແລ້ວເປັນຫຍັງພຣະເຈົ້າຈຶ່ງຍັງຕັ້ງໃຈໃຫ້ພວກເຮົາໄດ້ປະເຊີນໜ້າກັບຄວາມຕາຍຢູ່?” ຄຳເວົ້າເຫຼົ່ານີ້ບໍ່ຖືກຕ້ອງ. ການຍອມອ່ອນນ້ອມຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າຖືເປັນທັດສະນະຄະຕິ, ເປັນທັດສະນະຄະຕິທີ່ຜູ້ຄົນຄວນມີຕໍ່ພຣະເຈົ້າ, ຕໍ່ອຳນາດສູງສຸດຂອງພຣະເຈົ້າ. ມັນເປັນທັດສະນະຄະຕິຂອງສິ່ງທີ່ຖືກສ້າງຄວນມີ.
ຍັງມີອີກຈຸດໜຶ່ງທີ່ສຳຄັນທີ່ສຸດທີ່ຜູ້ຄົນຄວນຮັບຮູ້: ເຖິງແມ່ນວ່າຢູ່ຕ່າງປະເທດຈະຂ້ອນຂ້າງໝັ້ນຄົງ ແລະ ມີເສລີ, ແຕ່ກໍຍັງຍາກທີ່ຈະຫຼີກລ່ຽງການຖືກຄຸກຄາມຈາກມັງກອນແດງທີ່ຍິ່ງໃຫຍ່ຢູ່ເລື້ອຍໆ. ເມື່ອໄດ້ປະເຊີນໜ້າກັບການກໍ່ກວນຂອງມັງກອນແດງທີ່ຍິ່ງໃຫຍ່, ບາງຄົນກໍກັງວົນວ່າ: “ອຳນາດຂອງມັງກອນແດງທີ່ຍິ່ງໃຫຍ່ແມ່ນເຂັ້ມແຂງເກີນໄປ. ມັນສາມາດຈ້າງບຸກຄົນທີ່ສຳຄັນທົ່ວໂລກໃຫ້ມາຮັບໃຊ້ແທນມັນ, ເພື່ອເຮັດວຽກໃນນາມຂອງມັນ. ດັ່ງນັ້ນ, ເຖິງແມ່ນວ່າພວກເຮົາຈະຫຼົບໜີໄປຕ່າງປະເທດແລ້ວ, ພວກເຮົາກໍຍັງຕົກຢູ່ໃນອັນຕະລາຍ, ຍັງຕົກຢູ່ໃນພາວະສ່ຽງໄພທີ່ໃກ້ຈະມາເຖິງຕົວ! ພວກເຮົາຈະເຮັດແນວໃດ?” ແຕ່ລະຄັ້ງທີ່ໄດ້ຍິນຂ່າວເຫຼົ່ານີ້, ບາງຄົນກໍກາຍເປັນຄົນວິຕົກກັງວົນ ແລະ ຢ້ານກົວ, ຢາກຈະປະນີປະນອມ, ຢາກຈະຫຼົບໜີ, ໂດຍບໍ່ຮູ້ວ່າພວກເຂົາຄວນຈະໄປລີ້ຢູ່ໃສ. ເມື່ອໃດກໍຕາມທີ່ສິ່ງນີ້ເກີດຂຶ້ນ, ບາງຄົນກໍຄິດວ່າ “ໂລກໃບນີ້ກວ້າງໃຫຍ່ຫຼາຍ, ແຕ່ບໍ່ມີບ່ອນສຳລັບຂ້ອຍເລີຍ! ພາຍໃຕ້ອຳນາດຂອງມັງກອນແດງທີ່ຍິ່ງໃຫຍ່, ຂ້ອຍໄດ້ທົນທຸກທໍລະມານກັບການຂົ່ມເຫັງຂອງມັນ ແລະ ແມ່ນແຕ່ຢູ່ນອກຂອບເຂດອຳນາດຂອງມັນ, ເປັນຫຍັງຂ້ອຍຈຶ່ງຍັງຖືກມັນລົບກວນຢູ່? ອຳນາດຂອງມັງກອນແດງທີ່ຍິ່ງໃຫຍ່ນັ້ນເຂັ້ມແຂງເກີນໄປ; ເຖິງແມ່ນວ່າຂ້ອຍຈະຫຼົບໜີໄປຈົນສຸດຂອບໂລກ, ເປັນຫຍັງມັນຈຶ່ງຍັງສາມາດຊອກຫາຂ້ອຍພົບຢູ່?” ຜູ້ຄົນອົດບໍ່ໄດ້ທີ່ຈະຮູ້ສຶກຢ້ານກົວ ແລະ ບໍ່ແນ່ໃຈວ່າຈະເຮັດແນວໃດ. ນີ້ແມ່ນການສະແດງອອກຂອງການມີຄວາມສັດທາບໍ? ບັນຫາຢູ່ໃນທີ່ນີ້ແມ່ນຫຍັງ? (ຂາດຄວາມສັດທາໃນພຣະເຈົ້າ.) ມັນເປັນພຽງການຂາດຄວາມສັດທາໃນພຣະເຈົ້າບໍ? ພວກເຈົ້າຮູ້ສຶກຢູ່ໃນສ່ວນເລິກແມ່ນບໍ ວ່າພວກເຈົ້ານັ້ນດ້ອຍກວ່າຄົນອື່ນ? ພວກເຈົ້າຮູ້ສຶກຄືກັບວ່າໄດ້ເຮັດຕົວລີ້ລັບເລັກນ້ອຍ, ຄືກັບໂຈນ, ໃນການເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ການປະຕິບັດໜ້າທີ່ຂອງພວກເຈົ້າໃນຄຣິສຕະຈັກບໍ? ພວກເຈົ້າຮູ້ສຶກວ່າຕົນເອງຕໍ່າຕ້ອຍກວ່າຄົນໃນໂລກສາສະໜາແມ່ນບໍ? “ເບິ່ງອຳນາດຂອງພວກເຂົາແມ້; ພວກເຂົາມີສິດຍາພິບານທີ່ເປັນທາງການ ແລະ ໂບດໃຫຍ່ທີ່ລັດໄດ້ຮັບຮອງ, ມັນຊ່າງຫຼູຫຼາຫຼາຍ! ພວກເຂົາມີວົງດົນຕີປະສານສຽງ ແລະ ທຸລະກິດໃນປະເທດຕ່າງໆ. ແຕ່ເບິ່ງພວກເຮົາແມ້, ຖືກຂົ່ມເຫັງຢູ່ສະເໝີ, ປະເຊີນກັບການຖືກກີດກັນບໍ່ວ່າພວກເຮົາຈະໄປໃສ, ເປັນຫຍັງພວກເຮົາຈຶ່ງແຕກຕ່າງຈາກພວກເຂົາ? ເປັນຫຍັງພວກເຮົາຈຶ່ງບໍ່ສາມາດເປີດເຜີຍຄວາມເຊື່ອຂອງພວກເຮົາໄດ້ບໍ່ວ່າພວກເຮົາຈະໄປໃສກໍຕາມ? ເປັນຫຍັງພວກເຮົາຈຶ່ງຕ້ອງດຳລົງຊີວິດຢ່າງທຸກທໍລະມານ? ໂດຍສະເພາະ, ມີການໂຄສະນາຊວນເຊື່ອໃນແງ່ລົບທັງໝົດນັ້ນໃນອອນລາຍ. ເປັນຫຍັງຄຣິສຕະຈັກອື່ນຈຶ່ງບໍ່ໄດ້ທົນທຸກກັບສິ່ງເຫຼົານີ້, ເປັນຫຍັງພວກເຮົາຈຶ່ງຕ້ອງໄດ້ທົນທຸກກັບສິ່ງເຫຼົ່ານີ້ຢູ່ສະເໝີ? ຜູ້ເຊື່ອໃນພຣະເຈົ້າຄົນອື່ນໄດ້ປະກາດຄວາມເຊື່ອຂອງພວກເຂົາໃນສາສະໜາຄຣິສຢ່າງເປີດເຜີຍບໍ່ວ່າພວກເຂົາຈະໄປໃສ, ແຕ່ພວກເຮົາຜູ້ເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ່ກ້າເວົ້າຢ່າງເປີດເຜີຍ, ຢ້ານວ່າຄົນຊົ່ວອາດຈະລາຍງານພວກເຮົາ ແລ້ວພວກເຮົາກໍຈະຖືກຈັບ”. ເມື່ອບໍ່ດົນມານີ້, ເຮົາໄດ້ຍິນວ່າມີຄົນໜຶ່ງທີ່ອ້າງວ່າເປັນເຈົ້າໜ້າທີ່ລັດຖະບານໄດ້ຖາມຄຳຖາມສອງສາມຂໍ້ກັບອ້າຍເອື້ອຍນ້ອງບາງຄົນ. ເມື່ອເຫັນວ່າເຈົ້າໜ້າທີ່ກຳລັງສອບຖາມພວກເຂົາ, ພວກເຂົາກໍເກີດຄວາມຢ້ານກົວ ແລະ ໄດ້ເປີດເຜີຍທຸກສິ່ງທີ່ພວກເຂົາຮູ້, ຕອບທຸກຢ່າງທີ່ພວກເຂົາໄດ້ຖືກຖາມ. ບັນຫາຂອງການກະທຳເຊັ່ນນີ້ຂອງພວກເຂົາແມ່ນຫຍັງ? ເຈົ້າເປັນຜູ້ເຊື່ອໃນພຣະເຈົ້າ, ເປັນຫຍັງເຈົ້າຈຶ່ງຕ້ອງຢ້ານເຈົ້າໜ້າທີ່? ຖ້າເຈົ້າບໍ່ໄດ້ເຮັດສິ່ງໃດທີ່ຜິດກົດໝາຍ, ກໍບໍ່ຈຳເປັນຕ້ອງຢ້ານ. ຖ້າເຈົ້າມີຄວາມຈິງ, ເປັນຫຍັງຈຶ່ງຢ້ານມານຮ້າຍ ແລະ ຊາຕານ? ເຈົ້າຄິດວ່າການເຊື່ອໃນພຣະເຈົ້າບໍ່ແມ່ນເສັ້ນທາງທີ່ຖືກຕ້ອງແມ່ນບໍ? ເຈົ້າຮູ້ສຶກວ່າເຈົ້າໄດ້ເຮັດສິ່ງທີ່ຜິດກົດໝາຍແມ່ນບໍ? ແລ້ວເປັນຫຍັງເຈົ້າຈຶ່ງຢ້ານເຈົ້າໜ້າທີ່? ຄົນເຊັ່ນນີ້ບໍ່ແມ່ນຄົນໂງ່ຈ້າ ແລະ ບໍ່ຮູ້ຄວາມບໍ? ບາງຄົນໄດ້ທົນທຸກທໍລະມານຈາກການຖືກໄລ່ລ່າ ແລະ ຖືກຂົ່ມເຫັງຢ່າງໜັກໜ່ວງໃນແຜ່ນດິນໃຫຍ່; ຫຼັງຈາກທີ່ມາຕ່າງປະເທດ, ພວກເຂົາກໍຮູ້ສຶກຜິດກ່ຽວກັບການເຊື່ອໃນພຣະເຈົ້າແມ່ນບໍ? ພວກເຂົາຮູ້ສຶກລະອາຍຈາກການຖືກຂົ່ມເຫັງຂອງມັງກອນແດງທີ່ຍິ່ງໃຫຍ່ແມ່ນບໍ? ພວກເຂົາຮູ້ສຶກອັບອາຍທີ່ຈະປະເຊີນໜ້າກັບບັນພະບຸລຸດຂອງພວກເຂົາ ແລະ ຮູ້ສຶກເສື່ອມເສຍກຽດ ເພາະວ່າພວກເຂົາຖືກບັງຄັບໃຫ້ຫຼົບໜີໄປຕ່າງປະເທດເພື່ອເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາແມ່ນບໍ? ພວກເຂົາເບິ່ງເຫັນລະບອບຂອງຊາຕານ ແລະ ໂລກສາສະໜາທີ່ປະຕິບັດຕໍ່ພຣະເຈົ້າ ແລະ ຄຣິສຕະຈັກຢ່າງເປັນປໍລະປັກ ແລະ ຮູ້ສຶກດ້ອຍກວ່າ, ບາງທີອາດຈະເສື່ອມເສຍກຽດຍິ່ງກວ່າການກະທຳຜິດກົດໝາຍອີກແມ່ນບໍ? ພວກເຈົ້າມີຄວາມຮູ້ສຶກເຫຼົ່ານີ້ແມ່ນບໍ? (ບໍ່ແມ່ນ.) ພາຍນອກພວກເຈົ້າອາດຈະສັ່ນຫົວ, ບໍ່ຢາກນຶກເຖິງຄວາມຄິດ ແລະ ຄວາມຮູ້ສຶກເຫຼົ່ານີ້, ແຕ່ເມື່ອປະເຊີນກັບສະຖານະການຕົວຈິງ, ແນວຄິດ, ການປະພຶດ ແລະ ການກະທຳໂດຍບໍ່ຮູ້ໂຕຂອງຄົນເຮົາ ກໍຍ່ອມເປີດໂປງໃນແງ່ມຸມທີ່ລີ້ລັບທີ່ສຸດ ແລະ ໃນສ່ວນເລິກຂອງຈິດໃຈຂອງພວກເຂົາອອກມາຢ່າງບໍ່ສາມາດຫຼີກລ່ຽງໄດ້. ເກີດເລື່ອງຫຍັງຂຶ້ນຢູ່ທີ່ນີ້? ຖ້າເຈົ້າບໍ່ໄດ້ມີສິ່ງເຫຼົ່ານີ້, ເປັນຫຍັງເຈົ້າຈຶ່ງຢ້ານກົວ? ຄົນທີ່ບໍ່ໄດ້ລະເມີດກົດໝາຍຢ້ານຕຳຫຼວດບໍ? ພວກເຂົາຢ້ານຜູ້ພິພາກສາບໍ? ບໍ່ຢ້ານ. ມີພຽງແຕ່ຜູ້ທີ່ລະເມີດກົດໝາຍເທົ່ານັ້ນທີ່ຢ້ານຕຳຫຼວດຫຼາຍທີ່ສຸດ ແລະ ມີພຽງແຕ່ຄົນຈີນ, ທີ່ຄຸ້ນເຄີຍກັບການຖືກກົດຂີ່ໂດຍຕຳຫຼວດເທົ່ານັ້ນທີ່ຢ້ານຕຳຫຼວດຫຼາຍທີ່ສຸດ ເພາະວ່າຕຳຫຼວດພັກກອມມູນິດນັ້ນບໍ່ໄດ້ເຮັດຫຍັງແບບຍຶດກົດໝາຍ ແລະ ເຮັດຕາມອຳເພີໃຈ. ສະນັ້ນ, ເມື່ອຄົນຈີນມາຮອດຕ່າງປະເທດເປັນຄັ້ງທຳອິດ, ພຽງແຕ່ເຫັນຕຳຫຼວດກໍເຮັດໃຫ້ພວກເຂົາຮູ້ສຶກຢ້ານແລ້ວ. ນີ້ແມ່ນຜົນມາຈາກການຖືກເຮັດໃຫ້ຢ້ານກົວ ໂດຍການປົກຄອງຂອງມັງກອນແດງທີ່ຍິ່ງໃຫຍ່, ມັນເປັນສິ່ງທີ່ໄດ້ຮັບການເປີດເຜີຍໃນຈິດໃຕ້ສຳນຶກຂອງພວກເຂົາ. ໃນປະເທດຕາເວັນຕົກ, ສະຖານະຂອງເຈົ້າແມ່ນຖືກຕ້ອງຕາມກົດໝາຍ, ເຈົ້າມີສິດໃນການຢູ່ອາໄສ, ເຈົ້າບໍ່ໄດ້ລະເມີດກົດໝາຍອັນໃດ, ທັງບໍ່ໄດ້ໂຈມຕີລັດຖະບານ ແລະ ເຈົ້າກໍບໍ່ໄດ້ກະທຳຜິດອັນໃດ. ບໍ່ວ່າຄວາມສັດທາຂອງເຈົ້າຈະກໍ່ໃຫ້ເກີດຄວາມຂັດແຍ້ງຫຼາຍສໍ່າໃດໃນໂລກສາສະໜາ, ຄວາມຈິງຂໍ້ໜຶ່ງທີ່ຍັງຄົງແນ່ນອນຄື: ຄວາມສັດທາຂອງເຈົ້າໄດ້ຮັບການປົກປ້ອງທາງກົດໝາຍ, ມັນຖືກຕ້ອງຕາມກົດໝາຍ ແລະ ເສລີ ແລະ ນີ້ແມ່ນສິດທິມະນຸດທີ່ຖືກຕ້ອງຂອງເຈົ້າ. ເຈົ້າບໍ່ໄດ້ລະເມີດກົດໝາຍອັນໃດທັງສິ້ນ, ສະນັ້ນ ຖ້າມີໃຜອ້າງວ່າເປັນເຈົ້າໜ້າທີ່ຕຳຫຼວດ ແລະ ສອບຖາມເຈົ້າວ່າ “ເຈົ້າເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນບໍ? ຂໍເບິ່ງບັດປະຈຳຕົວຂອງເຈົ້າແດ່! ເຈົ້າມາຈາກໃສ? ເຈົ້າອາຍຸເທົ່າໃດ? ເຈົ້າເປັນຜູ້ເຊື່ອມາຈັກປີແລ້ວ? ເຈົ້າອາໄສຢູ່ໃສ? ບອກທີ່ຢູ່ຂອງເຈົ້າມາ!” ເຈົ້າຈະຕອບກັບແນວໃດ? ຕໍ່ຄຳຖາມທຳອິດ “ເຈົ້າເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນບໍ?” ເຈົ້າຈະຕອບຄຳຖາມແນວໃດ? (ແມ່ນແລ້ວ.) ເປັນຫຍັງພວກເຈົ້າຈຶ່ງຕອບວ່າ “ແມ່ນແລ້ວ”? ນີ້ແມ່ນອີງໃສ່ຄວາມຈິງບໍ? ຫຼື ນີ້ແມ່ນຄວາມຮັບຜິດຊອບຂອງເຈົ້າໃນຖານະພົນລະເມືອງ, ທີ່ເຈົ້າຕ້ອງຕອບວ່າ “ແມ່ນແລ້ວ” ຖ້າຖືກຖາມ? ຫຼື ພຣະເຈົ້າໄດ້ສັ່ງເຈົ້າໃຫ້ຕອບວ່າ “ແມ່ນແລ້ວ” ບໍ? ພື້ນຖານຂອງພວກເຈົ້າແມ່ນຫຍັງ? ສຳລັບສິ່ງທີສອງທີ່ພວກເຂົາຖາມ “ຂໍເບິ່ງບັດປະຈຳຕົວຂອງເຈົ້າແດ່!” ພວກເຈົ້າຈະໃຫ້ພວກເຂົາເບິ່ງບໍ? (ບໍ່.) ແລະ ຄຳຖາມທີສາມ: “ເຈົ້າອາໄສຢູ່ໃສ? ຂຽນທີ່ຢູ່ຂອງເຈົ້າລົງມາ.” ເຈົ້າຈະຂຽນໃຫ້ພວກເຂົາບໍ? (ບໍ່.) ຄຳຖາມທີສີ່: “ເຈົ້າເຊື່ອໃນພຣະເຈົ້າມາຈັກປີແລ້ວ? ໃຜເປັນຜູ້ແນະນຳເຈົ້າໃຫ້ຮູ້ຈັກຄວາມສັດທາ? ເປັນຫຍັງເຈົ້າຈຶ່ງເຊື່ອ? ເຈົ້າຢູ່ຕ່າງປະເທດມາໄດ້ຈັກປີແລ້ວ?” ເຈົ້າຈະຕອບຄຳຖາມເຫຼົ່ານີ້ບໍ? (ບໍ່.) ຄຳຖາມທີຫ້າ: “ເຈົ້າກຳລັງປະຕິບັດໜ້າທີ່ຫຍັງຢູ່ທີ່ນີ້? ໃຜເປັນຜູ້ນໍາຂອງເຈົ້າ?” ເຈົ້າຈະຕອບຄຳຖາມນີ້ບໍ? (ບໍ່.) ເປັນຫຍັງຈຶ່ງບໍ່ຕອບ? (ຂ້ານ້ອຍບໍ່ມີພັນທະທີ່ຕ້ອງບອກພວກເຂົາ.) ແລ້ວກັບໄປທີ່ຄຳຖາມທຳອິດ: ຖ້າຖືກຖາມວ່າເຈົ້າເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ, ພວກເຈົ້າທຸກຄົນກໍຕອບເປັນສຽງດຽວກັນວ່າ “ເຊື່ອ”. ການຕອບແບບນີ້ຖືກຕ້ອງແລ້ວບໍ? (ບໍ່.) ເປັນຫຍັງຈຶ່ງບໍ່ຖືກຕ້ອງ? (ເພາະວ່າຄວາມສັດທາເປັນເສລີພາບສ່ວນບຸກຄົນ. ຕຳຫຼວດບໍ່ມີສິດອຳນາດໃນການແຊກແຊງ. ດັ່ງນັ້ນ, ຂ້ານ້ອຍມີສິດທີ່ຈະບໍ່ບອກພວກເຂົາ.) ແລ້ວເປັນຫຍັງເຈົ້າຈຶ່ງບໍ່ບອກພວກເຂົາ? (ເພາະວ່າຂ້ານ້ອຍຈຳເປັນຕ້ອງໄດ້ຮັບການຊີ້ແຈງກ່ອນວ່າ ເປັນຫຍັງພວກເຂົາຈຶ່ງສອບຖາມຂ້ານ້ອຍ, ພວກເຂົາຖາມໃນຖານະຫຍັງ ແລະ ການສອບຖາມຂອງພວກເຂົາຖືກຕ້ອງຕາມກົດໝາຍ ຫຼື ບໍ່. ຖ້າຈຸດປະສົງ ແລະ ຕົວຕົນຂອງພວກເຂົາບໍ່ຊັດເຈນ, ຂ້ານ້ອຍກໍບໍ່ໄດ້ມີພັນທະທີ່ຈະຕອບຄຳຖາມຂອງພວກເຂົາ.) ຄຳເວົ້ານີ້ຖືກຕ້ອງແລ້ວ. ໃນຕອນທຳອິດ, ພວກເຈົ້າທຸກຄົນບອກຈະຕອບວ່າ “ແມ່ນ”, ແຕ່ເມື່ອເຮົາຖາມຕໍ່ໄປ, ພວກເຈົ້າກໍເລີ່ມຮູ້ສຶກວ່າບາງຢ່າງມັນຜິດປົກກະຕິ, ຮູ້ສຶກວ່າຄຳຕອບຂອງພວກເຈົ້າບໍ່ຖືກຕ້ອງ. ພວກເຈົ້າລະບຸໄດ້ບໍວ່າບັນຫາມັນຢູ່ບ່ອນໃດ? ໃນເລື່ອງນີ້, ນີ້ຄືຄວາມເຂົ້າໃຈທີ່ພວກເຈົ້າຄວນມີ: ພວກເຮົາບໍ່ໄດ້ລະເມີດກົດໝາຍອັນໃດ ໂດຍການເຊື່ອໃນພຣະເຈົ້າ, ພວກເຮົາບໍ່ແມ່ນອາດຊະຍາກອນ, ພວກເຮົາມີສິດທິມະນຸດ ແລະ ເສລີພາບຂອງພວກເຮົາ. ບໍ່ແມ່ນວ່າໃຜຈະສາມາດມາສອບສວນ ຫຼື ສອບຖາມພວກເຮົາຕາມອຳເພີໃຈກໍໄດ້. ມັນບໍ່ໄດ້ຢູ່ໃນກໍລະນີທີ່ວ່າ ໃຜກໍຕາມທີ່ຖາມຄຳຖາມພວກເຮົາ, ພວກເຮົາກໍຕ້ອງຕອບຄຳຖາມຕາມຄວາມຈິງ; ພວກເຮົາບໍ່ໄດ້ມີພັນທະທີ່ຈະເຮັດແນວນີ້. ຄຳເວົ້າເຫຼົ່ານີ້ຖືກຕ້ອງແລ້ວບໍ? (ແມ່ນ.) ມັນເປັນສິ່ງທີ່ຜິດກົດໝາຍສຳລັບໃຜກໍຕາມ, ບໍ່ວ່າເປັນຜູ້ໃດ, ທີ່ຈະສອບສວນພວກເຮົາຕາມອຳເພີໃຈ; ພວກເຮົາຕ້ອງໄດ້ເຂົ້າໃຈກົດໝາຍ ແລະ ຮຽນຮູ້ວິທີໃຊ້ມັນເພື່ອປົກປ້ອງຕົນເອງ. ນີ້ຄືສະຕິປັນຍາທີ່ຜູ້ຄົນທີ່ພຣະເຈົ້າເລືອກຄວນມີ. ສະນັ້ນ, ເຈົ້າຄວນເຮັດແນວໃດຖ້າເຈົ້າພົບພໍ້ກັບສະຖານະການເຊັ່ນນີ້ໃນອະນາຄົດ? ຖ້າໃຜບາງຄົນຖາມເຈົ້າວ່າ ເຈົ້າເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ, ເຈົ້າຈະຕອບແນວໃດ, ເຈົ້າຈະຈັດການມັນແນວໃດ? ສິ່ງທຳອິດທີ່ເຈົ້າຕ້ອງເວົ້າແມ່ນ “ເຈົ້າແມ່ນໃຜ? ເຈົ້າເອົາສິດຫຍັງມາຖາມຂ້ອຍແບບນີ້? ຂ້ອຍຮູ້ຈັກເຈົ້າບໍ?” ຖ້າພວກເຂົາເວົ້າວ່າພວກເຂົາເປັນພະນັກງານຂອງໜ່ວຍງານລັດຖະບານໃດໜຶ່ງ, ເຈົ້າກໍຄວນຂໍໃຫ້ພວກເຂົາສະແດງຫຼັກຖານຢັ້ງຢືນຕົວຕົນ. ຖ້າພວກເຂົາບໍ່ສະແດງຫຼັກຖານຢັ້ງຢືນຕົວຕົນ, ເຈົ້າກໍເວົ້າວ່າ “ເຈົ້າບໍ່ມີຄຸນສົມບັດທີ່ຈະລົມກັບຂ້ອຍ ແລະ ຂ້ອຍກໍບໍ່ມີພັນທະອັນໃດທີ່ຈະຕອບເຈົ້າ. ມີພະນັກງານລັດຖະບານຫຼາຍຄົນ; ຂ້ອຍຕ້ອງໄດ້ຕອບພວກເຂົາທຸກຄົນບໍ? ລັດຖະບານໄດ້ກຳນົດຄົນເພື່ອຈັດການໜ້າວຽກບາງຢ່າງແລ້ວ, ເຈົ້າໄດ້ຮັບຜິດຊອບເລື່ອງນີ້ແທ້ບໍ? ເຖິງແມ່ນວ່າເຈົ້າຈະຮັບຜິດຊອບກໍຕາມ, ຂ້ອຍກໍບໍ່ໄດ້ລະເມີດກົດໝາຍ, ສະນັ້ນ ເປັນຫຍັງຂ້ອຍຕ້ອງຕອບເຈົ້າ? ເປັນຫຍັງຂ້ອຍຕ້ອງບອກເຈົ້າທຸກຢ່າງ? ຖ້າເຈົ້າຄິດວ່າຂ້ອຍເຮັດສິ່ງໃດຜິດ ແລະ ລະເມີດກົດໝາຍ, ເຈົ້າກໍສາມາດນຳສະແດງຫຼັກຖານໄດ້. ແຕ່ຖ້າເຈົ້າຢາກໃຫ້ຂ້ອຍຕອບຄຳຖາມໃດກໍຕາມຂອງເຈົ້າ, ໃຫ້ໄປລົມກັບທະນາຍຄວາມຂອງຂ້ອຍ. ຂ້ອຍບໍ່ມີພັນທະທີ່ຈະຕອບເຈົ້າ ແລະ ເຈົ້າກໍບໍ່ມີສິດທີ່ຈະຖາມ!” ວິທີການຕອບກັບແບບນີ້ເປັນແນວໃດ? ມັນສະແດງໃຫ້ເຫັນເຖິງສັກສີແມ່ນບໍ? (ແມ່ນ.) ແລ້ວການຕອບກັບຂອງພວກເຈົ້າສະແດງໃຫ້ເຫັນຫຍັງ? ມັນສະແດງໃຫ້ເຫັນເຖິງສັກສີບໍ? (ບໍ່.) ການຕອບກັບໃນແບບຂອງພວກເຈົ້າສະແດງໃຫ້ເຫັນເຖິງການບໍ່ຮູ້ໃນກົດໝາຍ. ເຈົ້າພຽງແຕ່ຕອບທຸກຢ່າງທີ່ຄົນອື່ນຖາມ ແລະ ໃນທີ່ສຸດແລ້ວຈະເກີດຫຍັງຂຶ້ນ? ເຈົ້າກໍຈະກາຍເປັນຢູດາ. ພວກເຈົ້າສາມາດຕອບຕາມອຳເພີໃຈໄດ້ ແລະ ມັນມີເຫດຜົນສຳລັບສິ່ງນັ້ນ: ຜູ້ຄົນໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ໄດ້ຮັບການສັ່ງສອນ ແລະ ລ້າງສະໝອງໃຫ້ຄິດວ່າ ຜູ້ເຊື່ອໃນພຣະເຈົ້າແມ່ນຄົນໂງ່ຈ້າ, ເປັນຊົນຊັ້ນຕໍ່າ ແລະ ຖືກຂົ່ມເຫັງໂດຍລັດ, ວ່າໃນປະເທດນີ້ພວກເຂົາຄວນດຳລົງຊີວິດໂດຍບໍ່ມີສິດທິມະນຸດ ຫຼື ສັກສີ; ດັ່ງນັ້ນ, ຜູ້ເຊື່ອຈຶ່ງຫຼຸດທອນຕົນເອງໄປຢູ່ໃນສະຖານະທີ່ຕໍ່າກວ່າ. ຫຼັງຈາກທີ່ມາປະເທດຕາເວັນຕົກ, ພວກເຂົາບໍ່ເຂົ້າໃຈສິ່ງຕ່າງໆ ເຊັ່ນ: ສິດທິມະນຸດແມ່ນຫຍັງ, ສັກສີແມ່ນຫຍັງ ຫຼື ພັນທະຂອງພົນລະເມືອງແມ່ນຫຍັງ. ສະນັ້ນ, ເມື່ອໃຜບາງຄົນຖາມວ່າເຈົ້າເຊື່ອໃນພຣະເຈົ້າບໍ, ເຈົ້າກໍຮີບຮ້ອນຍອມຮັບຍ້ອນຄວາມຢ້ານ, ບອກພວກເຂົາທຸກຢ່າງທີ່ເຈົ້າຮູ້ ແລະ ບໍ່ສະແດງໃຫ້ເຫັນເຖິງສະຖານະອັນໃດເລີຍ. ໃຜເປັນຜູ້ກໍ່ໃຫ້ເກີດສິ່ງທັງໝົດນີ້? ມັນແມ່ນການປູກຝັງຄວາມຄິດ ແລະ ການປົກຄອງຂອງມັງກອນແດງທີ່ຍິ່ງໃຫຍ່ທີ່ກໍ່ໃຫ້ເກີດສິ່ງເຫຼົ່ານີ້. ໃນສ່ວນເລິກຂອງຈິດໃຕ້ສຳນຶກຂອງທຸກຄົນໃນແຜ່ນດິນໃຫຍ່, ມີແນວຄິດທີ່ວ່າ ເມື່ອເຈົ້າເຊື່ອໃນພຣະເຈົ້າແລ້ວ, ເຈົ້າກໍຢູ່ໃນສະຖານະທີ່ຕໍ່າທີ່ສຸດໃນສັງຄົມນີ້, ໃນບັນດາມະນຸດຊາດ; ເຈົ້າກາຍເປັນຄົນທີ່ແຍກອອກຈາກສັງຄົມ ແລະ ມະນຸດຊາດ. ດັ່ງນັ້ນ, ຄົນເຫຼົ່ານີ້ຈຶ່ງຂາດສັກສີ, ສິດທິມະນຸດ ແລະ ການຮັບຮູ້ທີ່ຈະປົກປ້ອງຕົນເອງ; ພວກເຂົາໂງ່ຈ້າ, ບໍ່ຮູ້ຄວາມ ແລະ ຂາດຈິດວິນຍານ, ປ່ອຍໃຫ້ຄົນອື່ນຂົ່ມເຫັງ ແລະ ບົ່ງການພວກເຂົາຕາມອຳເພີໃຈ. ນີ້ຄືແນວຄິດຂອງພວກເຈົ້າ. ຢ່າວ່າແຕ່ການຢືນຢັດໃນຄຳພະຍານເພື່ອພຣະເຈົ້າເລີຍ, ແຕ່ເຈົ້າຍັງພ້ອມທໍລະຍົດຕໍ່ພຣະອົງໄດ້ຕະຫຼອດເວລາ, ກາຍເປັນຢູດາໄດ້ຕະຫຼອດເວລາ. ສະນັ້ນ, ເຈົ້າຈະກະທຳດ້ວຍສັກສີໄດ້ແນວໃດ? ເຈົ້າຄວນປະເຊີນໜ້າກັບຄົນແປກໜ້າທີ່ຖາມຄຳຖາມເຈົ້າແນວໃດ? ກ່ອນອື່ນ, ໃຫ້ຖາມວ່າພວກເຂົາແມ່ນໃຜ, ຈາກນັ້ນກໍຂໍໃຫ້ພວກເຂົາສະແດງຫຼັກຖານຢັ້ງຢືນຕົວຕົນ. ນີ້ແມ່ນຂັ້ນຕອນທາງກົດໝາຍທີ່ເໝາະສົມ. ໃນປະເທດຕາເວັນຕົກ, ຕຳຫຼວດ ຫຼື ພະນັກງານລັດຖະບານອື່ນໆ, ເມື່ອພົວພັນກັບປະຊາຊົນໃນຖານະຕົວແທນທີ່ເຮັດວຽກໃຫ້ລັດຖະບານ, ຈະສະແດງຫຼັກຖານຢັ້ງຢືນຕົວຕົນຂອງພວກເຂົາກ່ອນສະເໝີ. ຫຼັງຈາກທີ່ກວດສອບຕົວຕົນຂອງພວກເຂົາໂດຍອີງໃສ່ຫຼັກຖານຢັ້ງຢືນຕົວຕົນຂອງພວກເຂົາແລ້ວ, ເຈົ້າຈຶ່ງຕັດສິນໃຈວ່າຈະຕອບກັບຄຳຖາມຂອງພວກເຂົາແນວໃດ ຫຼື ຈະຈັດການກັບຂໍ້ຮຽກຮ້ອງທີ່ພວກເຂົາມີຕໍ່ເຈົ້າແນວໃດ. ແນ່ນອນວ່າ ໃນເລື່ອງນີ້ເຈົ້າມີຊ່ອງທາງໃຫ້ເລືອກຢ່າງແນ່ນອນ, ເຈົ້າມີອຳນາດໃນການຕັດສິນໃຈດ້ວຍຕົນເອງຢ່າງແທ້ຈິງ, ເຈົ້າບໍ່ແມ່ນຫຸ່ນເຊີດ. ເຖິງແມ່ນວ່າເຈົ້າຈະເປັນຄົນຈີນ ແລະ ເປັນສະມາຊິກຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ເຈົ້າກໍຍັງເປັນສະມາຊິກທີ່ຖືກຕ້ອງຕາມກົດໝາຍ ແລະ ໄດ້ຮັບການຍອມຮັບຂອງປະເທດທີ່ເຈົ້າອາໄສຢູ່. ຢ່າລືມວ່າເຈົ້າມີອຳນາດໃນການຕັດສິນໃຈດ້ວຍຕົນເອງ; ເຈົ້າບໍ່ແມ່ນທາດ ຫຼື ນັກໂທດຂອງປະເທດໃດ, ເຈົ້າເປັນຄົນທີ່ສາມາດໄດ້ຮັບຜົນປະໂຫຍດຈາກກົດໝາຍ, ສິດທິມະນຸດ ແລະ ລະບົບຂອງປະເທດນີ້.
ໂດຍອີງໃສ່ເນື້ອໃນທີ່ເຮົາໄດ້ໂອ້ລົມກັນ, ພວກເຈົ້າຄວນປະເຊີນໜ້າກັບສະພາບແວດລ້ອມທີ່ເກີດຂຶ້ນຢ່າງກະທັນຫັນ ແລະ ເຫດການທີ່ບໍ່ຄາດຄິດແນວໃດ? ນີ້ຄືຈຸດທີສີ່ທີ່ພວກເຮົາຈະໂອ້ລົມກັນ, ນັ້ນກໍຄື ຢ່າເປັນຄົນໃຈເສາະ. ບາງຄົນຖາມວ່າ “ການເປັນຄົນບໍ່ໃຈເສາະໝາຍເຖິງການກະທຳຢ່າງກ້າຫານບ້າບິ່ນແມ່ນບໍ?” ບໍ່ແມ່ນ, ການບໍ່ເປັນຄົນໃຈເສາະໝາຍເຖິງການບໍ່ຢ້ານກົວອຳນາດໃດກໍຕາມ ເພາະພວກເຮົາບໍ່ແມ່ນອາດຊະຍາກອນ, ພວກເຮົາບໍ່ແມ່ນທາດ; ພວກເຮົາຄືຜູ້ຄົນທີ່ ພຣະເຈົ້າເລືອກ ແລະ ມີກຽດສັກສີ, ເປັນມະນຸດທີ່ຖືກສ້າງຂຶ້ນມາຢ່າງມີກຽດສັກສີ ພາຍໃຕ້ອຳນາດສູງສຸດຂອງພຣະຜູ້ສ້າງ. ໃນການຮັບມືກັບເລື່ອງນີ້, ກ່ອນອື່ນໝົດຢ່າໃຈເສາະ; ນອກຈາກນັ້ນ, ໃຫ້ຮັກສາໜ້າທີ່ ແລະ ສະພາບແວດລ້ອມໃນການປະຕິບັດໜ້າທີ່ຂອງເຈົ້າຢ່າງຫ້າວຫັນ ແລະ ພ້ອມທັງປະເຊີນໜ້າກັບສະພາບແວດລ້ອມຕ່າງໆ ລວມທັງຄຳເວົ້າ, ການກະທຳ ແລະ ສິ່ງອື່ນໆຂອງອຳນາດຕ່າງໆ ທີ່ແນໃສ່ພວກເຮົາ ດ້ວຍທັດສະນະຄະຕິທີ່ຕ້ອງການໂຈມຕີ. ການປະເຊີນໜ້າກັບພວກເຂົາຢ່າງຫ້າວຫັນ ແລະ ບໍ່ໃຈເສາະ, ພວກເຈົ້າຄິດແນວໃດກັບທັດສະນະຄະຕິແບບນີ້? (ເປັນສິ່ງທີ່ດີ.) ການດຳລົງຊີວິດແບບນີ້ແມ່ນມີກຽດສັກສີ, ສົມກັບຄວາມເປັນຄົນ; ມັນບໍ່ແມ່ນການດຳລົງຊີວິດຢ່າງໜ້າອັບອາຍພຽງເພື່ອເອົາຕົວລອດໄປວັນໆ. ພວກເຮົາມາຕ່າງປະເທດເພື່ອປະຕິບັດໜ້າທີ່ຂອງພວກເຮົາ, ບໍ່ແມ່ນເພື່ອຫາລ້ຽງປາກທ້ອງ ຫຼື ເພື່ອຫາລ້ຽງຊີບ; ພວກເຮົາບໍ່ໄດ້ລະເມີດກົດໝາຍອັນໃດ, ບໍ່ໄດ້ສ້າງຄວາມເດືອດຮ້ອນໃຫ້ປະເທດໃດ ແລະ ພວກເຮົາກໍບໍ່ແມ່ນທາດຂອງປະເທດໃດຢ່າງແນ່ນອນ. ພວກເຮົາກຳລັງປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງພາຍໃນເຮືອນຂອງພຣະເຈົ້າ; ພວກເຮົາຫາລ້ຽງຊີບຕົນເອງ, ບໍ່ໄດ້ເພິ່ງພາອາໄສຄົນອື່ນ; ນີ້ເປັນສິ່ງຖືກຕ້ອງຕາມກົດໝາຍໂດຍສົມບູນ.
ໃນສີ່ຈຸດທີ່ພວກເຮົາຫາກໍປຶກສາຫາລືກັນໄປ, ແຕ່ລະຈຸດລ້ວນແຕ່ມີຄວາມສຳຄັນຫຼາຍ. ຈຸດທີໜຶ່ງແມ່ນຫຍັງ? (ບໍ່ວ່າຈະຢູ່ຕ່າງປະເທດ ຫຼື ຢູ່ປະເທດຈີນ, ການເສຍສະລະຕົນເອງເພື່ອພຣະເຈົ້າຢ່າງໝົດຫົວໃຈ ແລະ ການປະຕິບັດໜ້າທີ່ຂອງຕົນ ແມ່ນພາລະກິດທີ່ຊອບທຳທີ່ສຸດໃນບັນດາມວນມະນຸດຊາດທັງໝົດນັບແຕ່ສະໄໝບູຮານຈົນເຖິງປັດຈຸບັນ. ການປະຕິບັດໜ້າທີ່ຂອງພວກເຮົານັ້ນເປີດເຜີຍ ແລະ ກົງໄປກົງມາ, ບໍ່ແມ່ນເຮັດແບບລັບໆ, ເພາະສິ່ງທີ່ພວກເຮົາກຳລັງເຮັດໃນຕອນນີ້ແມ່ນພາລະກິດທີ່ຊອບທຳທີ່ສຸດໃນບັນດາມະນຸດຊາດ.) ແລ້ວຂໍ້ທີສອງເດ? (ພຣະເຈົ້າຊົງອຳນາດສູງສຸດຢູ່ເໜືອທຸກສິ່ງ ແລະ ທຸກເຫດການ. ທຸກຢ່າງ, ລວມທັງຜູ້ປົກຄອງຂອງໂລກ ແລະ ອຳນາດໃດກໍຕາມໃນໂລກ ກໍຢູ່ພາຍໃຕ້ອຳນາດສູງສຸດ ແລະ ການຄວບຄຸມໃນພຣະຫັດຂອງພຣະເຈົ້າ, ບໍ່ມີຊະຕາກຳຂອງຜູ້ໃດທີ່ໄດ້ຮັບການຄວບຄຸມໂດຍຕົວພວກເຂົາເອງ. ພວກເຮົາກໍບໍ່ແມ່ນຂໍ້ຍົກເວັ້ນ; ຊະຕາກຳຂອງພວກເຮົາຢູ່ພາຍໃຕ້ອຳນາດສູງສຸດ ແລະ ການຄວບຄຸມຂອງພຣະຫັດຂອງພຣະເຈົ້າ ແລະ ບໍ່ມີຜູ້ໃດສາມາດປ່ຽນແປງທິດທາງທີ່ພວກເຮົາຈະໄປ ແລະ ບ່ອນທີ່ພວກເຮົາຈະຢູ່ໄດ້. ການປົກຄອງ ແລະ ລະບົບຂອງຜູ້ປົກຄອງໃນປະເທດທີ່ພວກເຮົາອາໄສຢູ່ນັ້ນເປັນແນວໃດ, ສະພາບແວດລ້ອມໃນການດຳລົງຊີວິດຂອງປະເທດນີ້ເປັນແນວໃດ ແລະ ບໍ່ວ່າພວກເຂົາຈະເປັນໄພຂົ່ມຂູ່, ເປັນປໍລະປັກ ຫຼື ເປັນມິດຕໍ່ພວກເຮົາ, ທັງໝົດນີ້ກໍໄດ້ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ ແລະ ພວກເຮົາບໍ່ມີຫຍັງຕ້ອງເປັນກັງວົນ ຫຼື ເປັນຫ່ວງເລີຍ.) ຈຸດທີສາມເດ? (ບໍ່ວ່າພວກເຮົາຈະຢູ່ໃສ ແລະ ບໍ່ວ່າສັກກະຍະພາບຂອງພວກເຮົາຈະຫຼາຍໜ້ອຍ ຫຼື ຄວາມສາມາດຂອງພວກເຮົາຈະສູງຕ່ຳພຽງໃດ, ພວກເຮົາກໍເປັນພຽງສ່ວນໜຶ່ງໃນບັນດາສິ່ງທີ່ຖືກສ້າງອັນຕ້ອຍຕ່ຳເທົ່ານັ້ນ. ຄວາມຮັບຜິດຊອບ ແລະ ໜ້າທີ່ພຽງຢ່າງດຽວທີ່ພວກເຮົາຄວນປະຕິບັດໃຫ້ສຳເລັດກໍຄື ການຍອມອ່ອນນ້ອມຕໍ່ອຳນາດສູງສຸດ, ການຈັດແຈງ ແລະ ການປັ້ນແຕ່ງຂອງພຣະຜູ້ສ້າງ. ເຖິງແມ່ນວ່າປັດຈຸບັນນີ້ພວກເຮົາຈະຢູ່ໃນປະເທດເສລີ, ຖ້າມື້ໜຶ່ງພຣະເຈົ້າຊົງຍົກກຳລັງທີ່ເປັນປໍລະປັກຂຶ້ນມາຂົ່ມເຫັງ ແລະ ທຳຮ້າຍພວກເຮົາ, ພວກເຮົາກໍບໍ່ຄວນມີຄຳຈົ່ມວ່າອັນໃດທັງສິ້ນ. ນີ້ກໍເພາະວ່າພັນທະ, ຄວາມຮັບຜິດຊອບ ແລະ ໜ້າທີ່ຂອງພວກເຮົາຄື ການຍອມອ່ອນນ້ອມຕໍ່ທຸກສິ່ງທີ່ພຣະເຈົ້າກະທຳ, ຕໍ່ທຸກຢ່າງທີ່ພຣະເຈົ້າຊົງປັ້ນແຕ່ງ.) ຈຸດທີສີ່ກໍຄືການປະເຊີນໜ້າກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ ພາຍນອກທັງໝົດຢ່າງຫ້າວຫັນ ໂດຍບໍ່ມີຄວາມໃຈເສາະ. ສີ່ຈຸດນີ້ແມ່ນທັດສະນະຄະຕິ ແລະ ຄວາມເຂົ້າໃຈຂອງທຸກຄົນທີ່ປະຕິບັດໜ້າທີ່ຂອງຕົນຄວນມີ ແລະ ມັນຍັງເປັນຄວາມຈິງທີ່ທຸກຄົນທີ່ປະຕິບັດໜ້າທີ່ຂອງຕົນຄວນເຂົ້າໃຈ. ເຖິງແມ່ນວ່າສີ່ຈຸດນີ້ຈະບໍ່ກ່ຽວຂ້ອງຫຍັງຫຼາຍກັບຄວາມຮັບຜິດຊອບທີແປດຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ໂອ້ລົມກັນໃນມື້ນີ້, ແຕ່ເນື່ອງຈາກພວກເຮົາກຳລັງເວົ້າເຖິງຄວາມຍາກລຳບາກໃນວຽກງານ, ພວກເຮົາຈຶ່ງຍັງຈຳເປັນຕ້ອງກ່າວເຖິງເລື່ອງເຫຼົ່ານີ້; ສິ່ງເຫຼົ່ານີ້ບໍ່ໄດ້ພຽງເວົ້າໄປລ້າໆ.
3. ຫຼັກການທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດເມື່ອພົບພໍ້ກັບຄວາມຍາກລຳບາກ
ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນໄດ້ພົບພໍ້ກັບບັນຫາທີ່ຈັດການໄດ້ຍາກໃນວຽກງານພາຍນອກ ແລະ ໃນທີ່ສຸດກໍໝົດທ່າ, ບໍ່ສາມາດເບິ່ງທະລຸເຖິງຕົ້ນຕໍຂອງບັນຫາ ແລະ ທັງບໍ່ຮູ້ວ່າຈະຮັບມືກັບມັນແນວໃດ. ພວກເຂົາພຽງແຕ່ບໍ່ສົນໃຈມັນ, ເຊິ່ງສົ່ງຜົນໃຫ້ບັນຫານັ້ນຖືກປະຖິ້ມໃຫ້ຊັກຊ້າ. ນີ້ແມ່ນບັນຫາຫຍັງ? ມັນກໍຄືບັນຫາທີ່ຜູ້ນໍາປອມທີ່ບໍ່ສາມາດເຮັດວຽກໄດ້ ແລະ ກໍ່ໃຫ້ເກີດຄວາມຊັກຊ້າເທົ່ານັ້ນ. ຜູ້ນໍາປອມຂາດເຫດຜົນຂອງຄົນປົກກະຕິ; ໃນເມື່ອພວກເຂົາບໍ່ສາມາດຈັດການກັບບັນຫາໄດ້, ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ລາຍງານບັນຫາຕໍ່ເບື້ອງເທິງ? ຖ້າເຈົ້າລາຍງານບັນຫາຕໍ່ເບື້ອງເທິງ, ພວກເຮົາກໍສາມາດປະເຊີນໜ້າກັບມັນຮ່ວມກັນ ແລະ ໃນທີ່ສຸດບັນຫາກໍຈະຖືກແກ້ໄຂໄດ້. ມີບາງເລື່ອງທີ່ພວກເຈົ້າບໍ່ສາມາດເບິ່ງທະລຸໄດ້; ເຮົາຈະຊ່ວຍພວກເຈົ້າວິເຄາະພວກມັນເອງ. ຕາບໃດທີ່ພວກເຮົາບໍ່ລະເມີດກົດໝາຍ ຫຼື ລະບຽບຂອງລັດຖະບານ, ກໍບໍ່ມີບັນຫາໃດທີ່ໃຫຍ່ເກີນກວ່າທີ່ຈະຜ່ານຜ່າໄປໄດ້. ສຳລັບບັນຫາທີ່ມີສ່ວນພົວພັນກັບຫຼັກການຄວາມຈິງ, ພວກເຮົາກໍແກ້ໄຂດ້ວຍຕົວເຮົາເອງ; ສຳລັບບັນຫາທີ່ມີສ່ວນພົວພັນກັບກົດໝາຍ, ພວກເຮົາກໍສາມາດຂໍຄຳປຶກສາທາງກົດໝາຍເພື່ອຂໍຄວາມຊ່ວຍເຫຼືອ ແລະ ແກ້ໄຂຜ່ານວິທີການທາງກົດໝາຍ. ບໍ່ວ່າອຳນາດຊົ່ວຮ້າຍໃດຈະຕັ້ງໃຈລົບກວນ ແລະ ທຳລາຍວຽກງານຂອງເຮືອນຂອງພຣະເຈົ້າ, ຈົ່ງຈື່ໄວ້ຢ່າງໜຶ່ງວ່າ: ຕາບໃດທີ່ພວກເຮົາບໍ່ເຮັດຜິດກົດໝາຍ ຫຼື ລະເມີດລະບຽບຂອງລັດຖະບານ, ກໍບໍ່ມີໃຜຈະມາເຮັດຫຍັງເຮົາໄດ້. ນີ້ກໍເພາະວ່າປະເທດສ່ວນໃຫຍ່ໃນຕ່າງປະເທດເປັນປະເທດປະຊາທິປະໄຕ ແລະ ປົກຄອງດ້ວຍກົດໝາຍ; ເຖິງແມ່ນວ່າອຳນາດຊົ່ວຮ້າຍຈະກະທຳຜິດຕໍ່ກົດໝາຍກໍຕາມ, ພວກເຂົາກໍຢ້ານການຖືກເປີດໂປງ ແລະ ການລົງໂທດທາງກົດໝາຍ. ນີ້ຄືຄວາມຈິງ. ບໍ່ວ່າອິດທິພົນມືດຂອງມັງກອນແດງທີ່ຍິ່ງໃຫຍ່ຈະລົບກວນ ແລະ ທຳລາຍວຽກງານຂອງເຮືອນຂອງພຣະເຈົ້າ ຫຼື ໄດ້ລົບກວນການໃຊ້ຊີວິດແບບປົກກະຕິຂອງພວກເຮົາ ຫຼື ຈ້າງຄົນໃດຄົນໜຶ່ງໃຫ້ເຮັດສິ່ງທີ່ບໍ່ດີ, ພວກເຮົາຕ້ອງໄດ້ຖ່າຍຮູບ ແລະ ຖ່າຍວິດີໂອທີ່ເປັນຂອງແທ້ໄວ້, ເກັບບັນທຶກຢ່າງຖືກຕ້ອງ, ຂຽນເວລາ, ສະຖານທີ່ ແລະ ຜູ້ທີ່ກ່ຽວຂ້ອງໃຫ້ຊັດເຈນ. ເມື່ອເຖິງເວລາທີ່ເໝາະສົມ, ພວກເຮົາຈະແກ້ໄຂມັນຜ່ານວິທີການທາງກົດໝາຍ ແລະ ພວກເຮົາບໍ່ຈຳເປັນຕ້ອງຢ້ານມັນ. ເຖິງແມ່ນວ່າການກົດຂີ່ຂອງມັງກອນແດງທີ່ຍິ່ງໃຫຍ່ຈະໂຫດຮ້າຍສໍ່າໃດ, ພວກເຮົາກໍບໍ່ຢ້ານມັນ ເພາະພຣະເຈົ້າຄືຜູ້ສະໜັບສະໜູນຂອງພວກເຮົາ ແລະ ມື້ໜຶ່ງພຣະເຈົ້າຈະສົ່ງໄພພິບັດໄປທຳລາຍມັນ, ພຣະເຈົ້າຈະດຳເນີນການລົງໂທດມັນໂດຍກົງ ແລະ ພວກເຮົາບໍ່ຈຳເປັນຕ້ອງເຮັດຫຍັງ. ບາງຄັ້ງພວກເຈົ້າກໍບໍ່ສາມາດເບິ່ງທະລຸບັນຫາບາງຢ່າງໄດ້; ໃນກໍລະນີດັ່ງກ່າວ, ພວກເຈົ້າຄວນລາຍງານຂຶ້ນໄປຫາເບື້ອງເທິງໂດຍດ່ວນ ແລະ ເບື້ອງເທິງຈະຊີ້ທາງໃຫ້ພວກເຈົ້າ, ເຮັດໃຫ້ບັນຫາໃຫຍ່ກາຍເປັນບັນຫານ້ອຍ ແລະ ບັນຫານ້ອຍກໍຈະໄດ້ຮັບການແກ້ໄຂ. ຕາມຄວາມຈິງແລ້ວ, ສຳລັບຫຼາຍໆບັນຫາພວກເຈົ້າບໍ່ຮູ້ວິທີການວິເຄາະ ແລະ ບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງມັນ ແລະ ຄິດວ່າສະຖານະການນັ້ນສຳຄັນ ແລະ ຮ້າຍແຮງ, ແຕ່ຫຼັງຈາກໄດ້ການວິເຄາະຈາກເບື້ອງເທິງ, ພວກເຈົ້າກໍຈະຮັບຮູ້ວ່າມັນບໍ່ມີຫຍັງເລີຍ; ມັນບໍ່ມີຫຍັງຕ້ອງຢ້ານ ແລະ ບໍ່ມີຫຍັງສຳຄັນ, ພຽງແຕ່ໃຊ້ວິທີການແບບປ່ອຍວາງ ແລະ ມັນຈະແກ້ໄຂຕົວມັນເອງພາຍຫຼັງໃນໄລຍະເວລາໜຶ່ງ. ການລົບກວນຂອງອຳນາດຊົ່ວຮ້າຍບໍ່ສາມາດສ້າງຄື້ນລົມໃຫຍ່ໄດ້; ພວກເຂົາຢ້ານຖືກເປີດໂປງຕໍ່ສາທາລະນະທີ່ສຸດ, ສະນັ້ນ ພວກເຂົາຈຶ່ງບໍ່ກ້າລ່ວງເກີນຂອບເຂດ. ຖ້າພວກຄົນຊັ້ນຕ່ຳຈຳນວນໜຶ່ງກ້າກ້າວຂ້າມຂອບເຂດ, ພວກເຮົາກໍສາມາດແກ້ໄຂໄດ້ດ້ວຍການໃຊ້ມາດຕະການທາງກົດໝາຍຈັດການ. ນີ້ຄືສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກທຸກຄົນຄວນເບິ່ງໃຫ້ທະລຸ. ບໍ່ວ່າເຈົ້າຈະພົບພໍ້ກັບສະຖານະການໃດຢູ່ກໍຕາມ, ເຈົ້າຕ້ອງບໍ່ປະພຶດຕົນແບບສັບສົນມຶນງົງ ຫຼື ໂງ່ຈ້າຢ່າງເດັດຂາດ. ຖ້າເຈົ້າບໍ່ສາມາດເບິ່ງທະລຸສະຖານະການ ຫຼື ຈັດການມັນໄດ້, ເຈົ້າກໍຄວນລາຍງານຂຶ້ນໄປຫາເບື້ອງເທິງໃນທັນທີ ແລະ ໃຫ້ເບື້ອງເທິງໃຫ້ຄຳແນະນຳ ແລະ ຍຸດທະສາດແກ່ເຈົ້າ. ຄວາມຢ້ານກົວທີ່ແທ້ຈິງພຽງຢ່າງດຽວກໍຄື ຜູ້ນໍາປອມບໍ່ສາມາດເບິ່ງທະລຸບັນຫາ ຫຼື ຈັດການກັບບັນຫາໄດ້ ແຕ່ກໍຍັງບໍ່ລາຍງານຕໍ່ເບື້ອງເທິງ ຫຼື ແຈ້ງໃຫ້ເບື້ອງເທິງຊາບ; ພວກເຂົາລໍຖ້າຈົນກວ່າສະຖານະການຈະບານປາຍ ແລະ ເຮັດໃຫ້ວຽກງານຊັກຊ້າ ກ່ອນທີ່ຈະລາຍງານຂຶ້ນໄປຫາເບື້ອງເທິງ, ເຊິ່ງອາດຈະສູນເສຍໂອກາດທີ່ດີທີ່ສຸດໃນການຈັດການກັບບັນຫາໄດ້. ມັນຄືກັບຄົນທີ່ເປັນມະເຮັງ ແຕ່ບໍ່ໄປກວດ ຫຼື ປິ່ນປົວໃຫ້ທັນເວລາ, ໄປໂຮງໝໍເພື່ອປິ່ນປົວສະເພາະຕອນທີ່ເປັນມະເຮັງໄລຍະສຸດທ້າຍເທົ່ານັ້ນ, ແຕ່ຕອນນັ້ນມັນກໍຊ້າເກີນໄປແລ້ວ ແລະ ເຮັດໄດ້ພຽງແຕ່ລໍຖ້າຄວາມຕາຍ. ດັ່ງນັ້ນ, ຜູ້ນໍາປອມຈຶ່ງເປັນຜູ້ທີ່ມັກທີ່ຈະເຮັດໃຫ້ວຽກງານຊັກຊ້າທີ່ສຸດ. ຜູ້ນໍາປອມຄືຄົນທີ່ມີສະຕິທີ່ບໍ່ສົມບູນ, ພວກເຂົາຄືຄົນບໍ່ມີຫົວຄິດ, ທັງບໍ່ມີຄວາມຮັບຜິດຊອບ ແລະ ທັງບໍ່ປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ. ເປັນຫຍັງຈຶ່ງເວົ້າວ່າຜູ້ນໍາປອມຄືຄົນຊົ່ວ, ເປັນຕົວນຳໂຊກຮ້າຍ, ເປັນຄົນໂງ່ຈ້າທີ່ໄຮ້ເຫດຜົນ? ນັ້ນແຫຼະຄືເຫດຜົນ. ຜູ້ນໍາປອມຄົນໃດກໍຕາມທີ່ມີຄວາມສາມາດທີ່ຕໍ່າຈົນບໍ່ສາມາດຈັດການແມ່ນແຕ່ວຽກງານພາຍນອກໄດ້ ເຊິ່ງກໍຄວນຖືກໄລ່ອອກ ແລະ ກຳຈັດທັນທີ, ບໍ່ໃຫ້ພວກເຂົາຖືກໃຊ້ງານອີກເລີຍ, ເພື່ອປ້ອງກັນບໍ່ໃຫ້ວຽກງານຂອງເຮືອນຂອງພຣະເຈົ້າຊັກຊ້າໄປຕື່ມອີກ. ວຽກງານຂອງຜູ້ນໍາປອມຖືເປັນອຸປະສັກຫຼາຍທີ່ສຸດ. ຫຼາຍໆຄັ້ງເມື່ອມີບັນຫາເກີດຂຶ້ນ, ມັນສາມາດແກ້ໄຂໄດ້ຜ່ານການປຶກສາຫາລືກັບທຸກຄົນຢ່າງທັນທ່ວງທີ; ຄວາມກັງວົນພຽງຢ່າງດຽວກໍຄື ຜູ້ນໍາປອມທີ່ຮັບຜິດຊອບນັ້ນເປັນຄົນທີ່ມີສະຕິທີ່ບໍ່ສົມບູນ, ພວກເຂົາບໍ່ສາມາດແກ້ໄຂບັນຫາໄດ້ດ້ວຍຕົນເອງ ແຕ່ກໍບໍ່ປຶກສາຫາລືກັບກຸ່ມທີ່ເຮັດການຕັດສິນໃຈ ຫຼື ລາຍງານຕໍ່ເບື້ອງເທິງ ແລະ ພວກເຂົາມີທັດສະນະຄະຕິແບບບໍ່ໃສ່ໃຈ, ປົກປິດ ແລະ ສະກົດກັ້ນບັນຫາໄວ້, ເຊິ່ງນີ້ກໍຄືສິ່ງທີ່ເຮັດໃຫ້ວຽກງານຊັກຊ້າທີ່ສຸດ. ຖ້າບັນຫາຖືກປະຖິ້ມໃຫ້ຊັກຊ້າ ແລະ ສະຖານະການກໍປ່ຽນແປງໄປ, ມັນອາດຈະນໍາໄປສູ່ການສູນເສຍຄວາມໄດ້ປຽບໃນການຈັດການບັນຫາ, ໂດຍນໍາໄປສູ່ສະຖານະການທີ່ເປັນຝ່າຍຖືກກະທຳ. ສິ່ງນີ້ພິສູດຫຍັງໄດ້? ບາງເລື່ອງບໍ່ສາມາດຊັກຊ້າໄດ້ ແລະ ຕ້ອງໄດ້ຮັບການຈັດການຢ່າງທັນທ່ວງທີໃນຕັ້ງແຕ່ໂອກາດທຳອິດທີ່ມີ. ແນວໃດກໍຕາມ, ຜູ້ນໍາປອມບໍ່ໄດ້ຮັບຮູ້ເລື່ອງນີ້, ສະນັ້ນ ບຸກຄົນທີ່ມີຄວາມສາມາດຕໍ່າທີ່ສຸດກໍບໍ່ຄວນໄດ້ເປັນຜູ້ນໍາຢ່າງເດັດຂາດ. ຜູ້ນໍາປອມຮູ້ພຽງແຕ່ເວົ້າພຣະທຳ ແລະ ຫຼັກຄຳສອນ ແລະ ບໍ່ສາມາດແກ້ໄຂບັນຫາຕົວຈິງໃດກໍຕາມໄດ້; ພວກເຂົາເຮັດໄດ້ພຽງແຕ່ທຳຮ້າຍຜູ້ຄົນ ຫຼື ເຮັດໃຫ້ວຽກງານຊັກຊ້າເທົ່ານັ້ນ. ມີພຽງແຕ່ການໄລ່ຜູ້ນໍາປອມເຫຼົ່ານີ້ອອກ ແລະ ເລືອກບຸກຄົນທີ່ມີພາລະ ແລະ ມີຄວາມຮັບຜິດຊອບມາເປັນຜູ້ນໍາ ແລະ ຜູ້ເຮັດວຽກເທົ່ານັ້ນ ວຽກງານຂອງຄຣິສຕະຈັກຈຶ່ງຈະສາມາດດຳເນີນໄປໄດ້ຢ່າງເປັນປົກກະຕິ. ບໍ່ວ່າຈະປະເຊີນໜ້າກັບບັນຫາໃດກໍຕາມ, ຕາບໃດທີ່ເຈົ້າສາມາດສະແຫວງຫາຄວາມຈິງໄດ້, ກໍຍ່ອມມີທາງທີ່ຈະແກ້ໄຂມັນໄດ້. ວຽກງານພາຍນອກ ແລະ ການລົບກວນທີ່ເກີດຈາກມັງກອນແດງທີ່ຍິ່ງໃຫຍ່ ສາມາດແກ້ໄຂໄດ້ຜ່ານວິທີການທາງກົດໝາຍເມື່ອຈຳເປັນ, ນັ້ນບໍ່ຖືເປັນເລື່ອງໃຫຍ່. ຕາບໃດທີ່ພວກເຮົາບໍ່ເຮັດຜິດກົດໝາຍ ຫຼື ລະເມີດລະບຽບຂອງລັດຖະບານ, ກໍບໍ່ມີໃຜສາມາດເຮັດຫຍັງພວກເຮົາໄດ້ ແລະ ດ້ວຍຄວາມເຊື່ອໝັ້ນນີ້, ພວກເຮົາກໍບໍ່ຈຳເປັນຕ້ອງຢ້ານກົວການລົບກວນໃດກໍຕາມຈາກຊາຕານ ຫຼື ມານຮ້າຍ.
ຕອນນີ້, ບັນຫາຂອງຜູ້ນໍາປອມຕ້ອງໄດ້ຮັບການໄຈ້ແຍກ ແລະ ເຂົ້າໃຈ. ນີ້ແມ່ນສິ່ງສຳຄັນທີ່ສຸດສຳລັບການດຳເນີນວຽກງານຂອງຄຣິສຕະຈັກໃຫ້ດີ! ຕອນນີ້ໃຫ້ພວກເຮົາໂອ້ລົມກັນວ່າ ເປັນຫຍັງຜູ້ນໍາປອມເມື່ອປະເຊີນໜ້າກັບບັນຫາທີ່ພວກເຂົາບໍ່ສາມາດແກ້ໄຂໄດ້ດ້ວຍຕົນເອງ ຈຶ່ງຍັງບໍ່ລາຍງານບັນຫາຕໍ່ເບື້ອງເທິງ. ພວກເຮົາຄວນເບິ່ງເລື່ອງນີ້ແນວໃດ? ພວກເຈົ້າທຸກຄົນສາມາດວິເຄາະເລື່ອງນີ້ ແລະ ໄດ້ຮັບປະໂຫຍດຈາກການເຮັດເຊັ່ນນັ້ນ. ບັນຫາຂອງຜູ້ນໍາປອມທີ່ບໍ່ເຮັດວຽກງານຕົວຈິງນັ້ນກໍຮ້າຍແຮງຢູ່ແລ້ວ, ແຕ່ຍັງມີບັນຫາທີ່ຮ້າຍແຮງກວ່ານັ້ນອີກ: ເມື່ອຄຣິສຕະຈັກພົບພໍ້ກັບການລົບກວນຈາກຄົນຊົ່ວຮ້າຍ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສ, ຜູ້ນໍາປອມບໍ່ພຽງແຕ່ບໍ່ຈັດການມັນ; ສິ່ງທີ່ຮ້າຍແຮງທີ່ສຸດກໍຄື ພວກເຂົາຍັງບໍ່ໄດ້ລາຍງານຕໍ່ເບື້ອງເທິງ, ປ່ອຍໃຫ້ຄົນຊົ່ວຮ້າຍ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສລົບກວນຄຣິສຕະຈັກ, ພວກເຂົາພຽງແຕ່ນັ່ງເບິ່ງຢ່າງປອດໄພຢູ່ດ້ານນອກ, ໂດຍບໍ່ເຮັດໃຫ້ໃຜຜິດໃຈ. ບໍ່ວ່າວຽກງານຂອງຄຣິສຕະຈັກຈະຖືກລົບກວນໃນລະດັບໃດກໍຕາມ, ຜູ້ນໍາປອມກໍບໍ່ໄດ້ສົນໃຈ. ນີ້ແມ່ນບັນຫາຫຍັງ? ຜູ້ນໍາປອມເຊັ່ນນີ້ຂາດສິນທຳເກີນໄປ ຫຼື ບໍ່? ຄວາມຈິງຂໍ້ນີ້ພຽງຢ່າງດຽວກໍພຽງພໍທີ່ຈະຂັບໄລ່ຜູ້ນໍາປອມເຊັ່ນນີ້ອອກໄປແລ້ວ. ການທີ່ຜູ້ນໍາປອມປ່ອຍໃຫ້ຄົນຊົ່ວຮ້າຍ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສລົບກວນຄຣິສຕະຈັກຢ່າງເສລີເທົ່າກັບວ່າເປັນການມອບຄຣິສຕະຈັກ ແລະ ຜູ້ຄົນທີ່ ພຣະເຈົ້າເລືອກໃຫ້ກັບຄົນຊົ່ວຮ້າຍ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້, ເປັນການກະທຳທີ່ເປັນໂລ້ກຳບັງໃຫ້ຄົນຊົ່ວຮ້າຍ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສ. ສິ່ງນີ້ສ້າງຄວາມສູນເສຍອັນໃຫຍ່ຫຼວງໃຫ້ແກ່ວຽກງານຂອງຄຣິສຕະຈັກ! ພຽງແຕ່ຈຸດນີ້ຈຸດດຽວ, ຄຳຖາມຈຶ່ງບໍ່ແມ່ນວ່າຜູ້ນໍາປອມຄວນຖືກໄລ່ອອກ ຫຼື ບໍ່, ແຕ່ມັນຕ້ອງແມ່ນວ່າພວກເຂົາຄວນຖືກກຳຈັດອອກ ຫຼື ບໍ່. ແລ້ວອັນໃດມີລັກສະນະທີ່ຮ້າຍແຮງກວ່າກັນ: ຜູ້ນໍາປອມທີ່ບໍ່ເຮັດວຽກງານຕົວຈິງ ຫຼື ຜູ້ນໍາປອມປ່ອຍໃຫ້ຄົນຊົ່ວຮ້າຍ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສລົບກວນຄຣິສຕະຈັກ? ການບໍ່ເຮັດວຽກງານຕົວຈິງສາມາດສົ່ງຜົນກະທົບຕໍ່ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ຄວາມຄືບໜ້າຂອງວຽກງານຄຣິສຕະຈັກໄດ້; ນີ້ກໍໄດ້ເປັນການເຮັດໃຫ້ເລື່ອງທີ່ສຳຄັນຊັກຊ້າຢູ່ແລ້ວ. ແນວໃດກໍຕາມ, ເມື່ອຜູ້ນໍາປອມປ່ອຍໃຫ້ຄົນຊົ່ວຮ້າຍ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສລົບກວນຄຣິສຕະຈັກຕາມອຳເພີໃຈ, ໂດຍບໍ່ໄດ້ສະແຫວງຫາທາງອອກ ຫຼື ລາຍງານຕໍ່ເບື້ອງເທິງ, ຜົນທີ່ຕາມມາກໍຈະຮ້າຍແຮງເກີນກວ່າທີ່ຈິນຕະນາການໄດ້. ຢ່າງໜ້ອຍທີ່ສຸດ, ຊີວິດໃນຄຣິສຕະຈັກກໍຈະຖືກຄົນຊົ່ວຮ້າຍ ແລະ ພວກຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ປັ່ນປ່ວນ ແລະ ເລະເທະໄປໝົດ ແລະ ນອກຈາກນັ້ນ, ວຽກງານຂອງຄຣິສຕະຈັກກໍຈະຖືກທຳລາຍ ແລະ ກາຍເປັນອຳມະພາດ. ສິ່ງນີ້ບໍ່ໄດ້ສົ່ງຜົນກະທົບໂດຍກົງຕໍ່ການເຜີຍແຜ່ວຽກງານພຣະກິດຕິຄຸນບໍ? ຜົນທີ່ຕາມມານັ້ນຖືວ່າຮ້າຍແຮງຫຼາຍ! ສະນັ້ນ, ຖ້າຜູ້ນໍາປອມທີ່ເຮັດຜິດພາດແບບນີ້, ພວກເຂົາຕ້ອງໄດ້ຖືກຂັບໄລ່ອອກໄປ. ຜູ້ນໍາ ແລະ ຜູ້ເຮັດວຽກຫຼາຍຄົນມັກຈະມີຄວາມຄິດ ແລະ ແນວຄິດທີ່ແຕກຕ່າງກັນກ່ຽວກັບການລາຍງານບັນຫາຕໍ່ເບື້ອງເທິງ. ບາງຄົນເວົ້າວ່າ: “ເຖິງແມ່ນວ່າຈະລາຍງານບັນຫາຕໍ່ເບື້ອງເທິງ ກໍອາດຈະແກ້ໄຂບໍ່ໄດ້”. ນີ້ຄືຄຳເວົ້າທີ່ໄຮ້ສາລະ! ເຈົ້າໝາຍຄວາມວ່າແນວໃດ “ອາດຈະແກ້ໄຂບໍ່ໄດ້”? ພຽງແຕ່ຍ້ອນວ່າເຈົ້າແກ້ໄຂບໍ່ໄດ້ ບໍ່ໄດ້ໝາຍຄວາມວ່າເບື້ອງເທິງຈະແກ້ໄຂບໍ່ໄດ້. ຖ້າເບື້ອງເທິງໃຫ້ເສັ້ນທາງແກ່ເຈົ້າ, ຕາມຈິງແລ້ວບັນຫາກໍໄດ້ຮັບການແກ້ໄຂໂດຍພື້ນຖານແລ້ວ; ຖ້າເບື້ອງເທິງບໍ່ໃຫ້ເສັ້ນທາງ, ເຈົ້າກໍຈະບໍ່ມີເສັ້ນທາງໃດເລີຍ. ເຈົ້າບໍ່ສາມາດເບິ່ງທະລຸແມ່ນແຕ່ບັນຫາເລັກນ້ອຍນີ້ໄດ້; ເຈົ້າຊ່າງອວດດີ ແລະ ຖືຕົນວ່າຊອບທຳເກີນໄປແລ້ວ! ບາງຄົນກໍເວົ້າວ່າ “ເມື່ອພວກເຮົາປະເຊີນກັບຄວາມຍາກລຳບາກ ຫຼື ບັນຫາ, ພວກເຮົາຕ້ອງໄຕ່ຕອງສອງສາມມື້ກ່ອນ ແລະ ລາຍງານສະເພາະແຕ່ໃນຕອນທີ່ພວກເຮົາຫາທາງອອກບໍ່ໄດ້ແທ້ໆ”. ມັນອາດຈະຟັງຄືວ່າຜູ້ທີ່ເວົ້າແບບນີ້ມີເຫດຜົນ, ແຕ່ການໄຕ່ຕອງສອງສາມມື້ນີ້ບໍ່ໄດ້ເຮັດໃຫ້ເກີດຄວາມຊັກຊ້າບໍ? ເຈົ້າແນ່ໃຈໄດ້ບໍວ່າການໄຕ່ຕອງໃນເວລາສອງສາມມື້ຈະແກ້ໄຂບັນຫາໄດ້? ເຈົ້າຮັບປະກັນໄດ້ບໍວ່າມັນຈະບໍ່ເຮັດໃຫ້ເກີດຄວາມຊັກຊ້າຕື່ມອີກ? ຄົນອື່ນເວົ້າວ່າ “ຖ້າພວກເຮົາລາຍງານບັນຫາໃນທັນທີ, ເບື້ອງເທິງຈະບໍ່ຄິດວ່າພວກເຮົາບໍ່ສາມາດເບິ່ງທະລຸແມ່ນແຕ່ບັນຫາເລັກນ້ອຍນີ້ໄດ້ບໍ? ພວກເຂົາຈະບໍ່ເອີ້ນພວກເຮົາວ່າເປັນຄົນໂງ່ຈ້າ ແລະ ບໍ່ຮູ້ຄວາມຫຍັງ ແລະ ລິຮານພວກເຮົາບໍ?”. ພວກເຂົາເວົ້າຜິດແລ້ວ, ບໍ່ວ່າເຈົ້າຈະລາຍງານບັນຫາ ຫຼື ບໍ່, ຄຸນນະພາບໃນຄວາມສາມາດຂອງເຈົ້າກໍໄດ້ປາກົດໃຫ້ເຫັນແລ້ວ; ເບື້ອງເທິງຮູ້ທຸກຢ່າງ. ເຈົ້າຄິດວ່າເບື້ອງເທິງຈະນັບຖືໃຫ້ເຈົ້າຢູ່ສູງ ຖ້າເຈົ້າບໍ່ລາຍງານບັນຫາໃດໜຶ່ງແມ່ນບໍ? ຖ້າເຈົ້າລາຍງານບັນຫາ ແລະ ມັນບໍ່ໄດ້ເຮັດໃຫ້ເລື່ອງສຳຄັນເກີດຄວາມຊັກຊ້າ, ເຮືອນຂອງພຣະເຈົ້າກໍຈະບໍ່ຖືໂທດເຈົ້າ. ແນວໃດກໍຕາມ, ຖ້າເຈົ້າບໍ່ລາຍງານ ແລະ ມັນນໍາໄປສູ່ຄວາມຊັກຊ້າ, ເຈົ້າຈະຕ້ອງຮັບຜິດຊອບໂດຍກົງ ແລະ ເຈົ້າຈະຖືກໄລ່ອອກໃນທັນທີ, ບໍ່ໃຫ້ພວກເຂົາໄດ້ຖືກໃຊ້ງານອີກເລີຍ. ຜູ້ຄົນທີ່ພຣະເຈົ້າເລືອກກໍຈະເຫັນວ່າເຈົ້າບໍ່ຮູ້ຄວາມຫຍັງ, ໂງ່ຈ້າ, ເປັນຄົນປັນຍາອ່ອນ, ເປັນຄົນເສຍຈິດ ແລະ ພວກເຂົາຈະກຽດຊັງເຈົ້າ ແລະ ດູຖູກເຈົ້າຕະຫຼອດໄປ. ຜູ້ທີ່ມັກຈະຢ້ານການຖືກລິຮານ ຫຼື ຖືກເບິ່ງຂ້າມຈາກເບື້ອງເທິງຍ້ອນການລາຍງານບັນຫາ, ຖືເປັນຜູ້ທີ່ມີຄວາມສາມາດຕໍ່າ ແລະ ໂງ່ຈ້າທີ່ສຸດ; ພວກເຂົາຕ້ອງຖືກໄລ່ອອກ, ບໍ່ໃຫ້ພວກເຂົາໄດ້ຖືກໃຊ້ງານອີກເລີຍ. ການມີຄວາມສາມາດທີ່ຕໍ່າຂະໜາດນີ້ແລ້ວຍັງຕ້ອງການຮັກສາໜ້າ, ນີ້ບໍ່ຖືວ່າໜ້າດ້ານທີ່ສຸດແລ້ວບໍ? ບອກເຮົາມາເບິ່ງ, ຜູ້ນໍາປອມທີ່ບໍ່ພຽງແຕ່ເຮັດວຽກບໍ່ດີ ແຕ່ຍັງເຮັດໃຫ້ເລື່ອງສຳຄັນຊັກຊ້າ, ໜ້າລັງກຽດບໍ? ພວກເຂົາກໍຄວນຖືກໄລ່ອອກແມ່ນບໍ? (ແມ່ນແລ້ວ.) ຖ້າປະເຊີນໜ້າກັບບັນຫາໃຫຍ່ ແລະ ພວກເຂົາສາມາດລາຍງານໄດ້ທັນທ່ວງທີ ໂດຍບໍ່ເຮັດໃຫ້ເກີດຄວາມຊັກຊ້າ ຫຼື ຜົນສະທ້ອນທີ່ຮ້າຍແຮງ, ຜູ້ນໍາເຊັ່ນນີ້ຄວນຖືກເບິ່ງແນວໃດ? ຢ່າງໜ້ອຍພວກເຂົາກໍຖືໄດ້ວ່າມີເຫດຜົນ ແລະ ສາມາດປົກປ້ອງວຽກງານຂອງຄຣິສຕະຈັກໄດ້. ຜູ້ນໍາເຊັ່ນນີ້ຄວນຖືກໃຊ້ງານຕໍ່ໄປໄດ້ແມ່ນບໍ? (ແມ່ນແລ້ວ.) ມີພຽງແຕ່ຜູ້ນໍາທີ່ປັນຍາອ່ອນທີ່ສຸດເທົ່ານັ້ນທີ່ຈະລະເວັ້ນຈາກການລາຍງານບັນຫາຍ້ອນຢ້ານການຖືກລິຮານ. ຜູ້ນໍາເຊັ່ນນີ້ຍັງສາມາດໃຊ້ງານໄດ້ໃນອະນາຄົດຢູ່ບໍ? ເຮົາຄິດວ່າພວກເຂົາບໍ່ສາມາໃຊ້ງານໄດ້ອີກຕໍ່ໄປ ເພາະການໃຊ້ງານພວກເຂົາເຮັດໃຫ້ເກີດຄວາມຊັກຊ້າຫຼາຍເກີນໄປ. ມາຮອດຕອນນີ້, ພວກເຈົ້າທຸກຄົນຄວນຈະສາມາດເບິ່ງທະລຸບັນຫາປະເພດນີ້ໄດ້ແລ້ວ, ແມ່ນບໍ່? ເມື່ອພວກເຈົ້າປະເຊີນກັບບັນຫາທີ່ບໍ່ສາມາດຈັດການໄດ້, ຈົ່ງລາຍງານ ແລະ ໂອ້ລົມເພື່ອຫາທາງອອກກັບກຸ່ມທີ່ເຮັດການຕັດສິນໃຈໂດຍດ່ວນ. ຖ້າກຸ່ມທີ່ເຮັດການຕັດສິນໃຈບໍ່ສາມາດຈັດການໄດ້, ຈົ່ງລາຍງານຕໍ່ເບື້ອງເທິງໃນທັນທີ; ຢ່າກັງວົນເລື່ອງນັ້ນເລື່ອງນີ້, ການທີ່ສາມາດແກ້ໄຂບັນຫາໄດ້ໃຫ້ທັນທ່ວງທີເປັນສິ່ງທີ່ສຳຄັນທີ່ສຸດ. ຕົວຢ່າງທີ່ຫາກໍກ່າວເຖິງນັ້ນເກີດຂຶ້ນໃນທຸກຄຣິສຕະຈັກ; ຄວາມຍາກລຳບາກ ແລະ ບັນຫາເຫຼົ່ານີ້ຈະເກີດຂຶ້ນ. ເມື່ອປຽບທຽບກັບຄວາມຍາກລຳບາກພາຍໃນບາງປະການຂອງຄຣິສຕະຈັກ, ບັນຫາພາຍນອກເຫຼົ່ານີ້ກໍກ່ຽວຂ້ອງກັບຜົນສະທ້ອນທີ່ຮ້າຍແຮງກວ່າ. ດັ່ງນັ້ນ, ຄວາມຍາກລຳບາກຂອງບັນຫາພາຍນອກຈຶ່ງໃຫຍ່ກວ່າເມື່ອປຽບທຽບກັບບັນຫາພາຍໃນຂອງຄຣິສຕະຈັກ. ຖ້າພວກເຈົ້າໄດ້ປະເຊີນໜ້າກັບບັນຫາພາຍນອກ, ພວກເຈົ້າຄວນແກ້ໄຂໂດຍດ່ວນຜ່ານການປຶກສາຫາລື ຫຼື ລາຍງານຕໍ່ເບື້ອງເທິງ; ນີ້ແມ່ນສິ່ງທີ່ຕ້ອງໄດ້ເຮັດ. ມີພຽງແຕ່ການປະຕິບັດດ້ວຍວິທີນີ້ເທົ່ານັ້ນຈຶ່ງສາມາດຮັບປະກັນຄວາມຄືບໜ້າທີ່ເປັນປົກກະຕິຂອງວຽກງານຄຣິສຕະຈັກ ແລະ ຮັບປະກັນວ່າການເຜີຍແຜ່ພຣະກິດຕິຄຸນຂອງອານາຈັກຈະບໍ່ຖືກຂັດຂວາງ. ນັ້ນຄືທັງໝົດສຳລັບການໂອ້ລົມຂອງພວກເຮົາກ່ຽວກັບຫຼັກການໃນການຈັດການບັນຫາພາຍນອກຂອງຄຣິສຕະຈັກ.
ໃນແຕ່ລະຄຣິສຕະຈັກ, ມີບາງຄົນທີ່ມີຄວາມສາມາດຕໍ່າ ແລະ ພວກເຂົາມັກຈະພົບພໍ້ ກັບຄວາມຍາກລຳບາກໃນການປະຕິບັດໜ້າທີ່ຂອງຕົນ, ບໍ່ສາມາດຊອກຫາຫຼັກການຂອງການປະຕິບັດໄດ້ ບໍ່ວ່າຈະໂອ້ລົມຄວາມຈິງໃຫ້ພວກເຂົາຟັງສໍ່າໃດກໍຕາມ, ພຽງແຕ່ປະຕິບັດຕາມລະບຽບຢ່າງຕາມືດບອດໂດຍບໍ່ມີປະສິດທິຜົນທີ່ແທ້ຈິງ. ໃນກໍລະນີເຊັ່ນນີ້, ການມອບໝາຍໜ້າທີ່ຂອງຄົນເຫຼົ່ານີ້ຈຳເປັນຕ້ອງໄດ້ຮັບການປັບປ່ຽນ. ການປັບປ່ຽນນີ້ຄືການຈັດສັນບຸກຄະລາກອນໃໝ່. ຕົວຢ່າງເຊັ່ນ: ມີຄົນໜຶ່ງຖືກມອບໝາຍໃຫ້ເຮັດວຽກທີ່ສຳຄັນ, ແຕ່ພວກເຂົາມີບັນຫາບາງຢ່າງໃນວຽກງານຂອງພວກເຂົາທີ່ບໍ່ສາມາດແກ້ໄຂໄດ້ ບໍ່ວ່າເຈົ້າຈະໂອ້ລົມກັບພວກເຂົາຫຼາຍສໍ່າໃດກໍຕາມ. ເຈົ້າບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງບັນຫາ ຫຼື ວ່າຄົນຜູ້ນີ້ຍັງສາມາດໃຊ້ງານໄດ້ຢູ່ ຫຼື ບໍ່ ແລະ ການສັງເກດການ ຫຼື ການໂອ້ລົມຕື່ມອີກກໍບໍ່ໄດ້ຜົນຫຍັງ. ເຖິງແມ່ນວ່າຄົນຜູ້ນີ້ຈະບໍ່ໄດ້ເຮັດໃຫ້ວຽກງານຊັກຊ້າຫຼາຍເກີນໄປ, ແຕ່ບັນຫາທີ່ສຳຄັນກໍບໍ່ເຄີຍໄດ້ຮັບການແກ້ໄຂ, ເຊິ່ງເຮັດໃຫ້ເຈົ້າຮູ້ສຶກບໍ່ສະບາຍໃຈຢູ່ສະເໝີ. ເຈົ້າຄວນເຮັດແນວໃດເມື່ອປະເຊີນໜ້າກັບເລື່ອງນີ້? ນີ້ຄືບັນຫາທີ່ສຳຄັນທີ່ສຸດ. ຖ້າເຈົ້າບໍ່ສາມາດແກ້ໄຂໄດ້ດ້ວຍຕົນເອງ, ເຈົ້າກໍຄວນນຳມັນໄປປະຊຸມກັບຜູ້ນໍາ ແລະ ຜູ້ເຮັດວຽກ ເພື່ອໂອ້ລົມ, ໄຈ້ແຍກ ແລະ ວິເຄາະ. ຖ້າໃນທີ່ສຸດກໍສາມາດບັນລຸຄວາມເຫັນດີເຫັນພ້ອມກັນໄດ້, ບັນຫາກໍຈະໄດ້ຮັບການແກ້ໄຂ. ຖ້າການປະຕິບັດດ້ວຍວິທີນີ້ບໍ່ໄດ້ແກ້ໄຂບັນຫາ, ເມື່ອມັນແກ່ຍາວອອກໄປ, ມັນຈະສາມາດເຮັດໃຫ້ເລື່ອງທີ່ສຳຄັນຊັກຊ້າໄດ້ແມ່ນບໍ? ຖ້າໄດ້, ແລ້ວເຈົ້າກໍຄວນລາຍງານຕໍ່ເບື້ອງເທິງ ແລະ ສະແຫວງຫາທາງອອກໂດຍໄວເທົ່າທີ່ຈະໄວໄດ້. ສະຫຼຸບກໍຄື, ບໍ່ວ່າເຈົ້າຈະພົບພໍ້ກັບຄວາມສັບສົນ ຫຼື ຄວາມຍາກລຳບາກໃດໃນວຽກງານຂອງເຈົ້າ, ຕາບໃດທີ່ມັນສາມາດສົ່ງຜົນກະທົບຕໍ່ຜູ້ຄົນທີ່ພຣະເຈົ້າເລືອກໃນການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ຂັດຂວາງຄວາມຄືບໜ້າທີ່ເປັນປົກກະຕິຂອງວຽກງານຄຣິສຕະຈັກ, ບັນຫາກໍຄວນໄດ້ຮັບການແກ້ໄຂໂດຍທັນທີ. ຖ້າເຈົ້າບໍ່ສາມາດແກ້ໄຂບັນຫາໄດ້ດ້ວຍຕົນເອງ, ເຈົ້າກໍຄວນຊອກຫາຄົນຈຳນວນໜຶ່ງທີ່ເຂົ້າໃຈຄວາມຈິງເພື່ອແກ້ໄຂຮ່ວມກັນ. ຖ້າແມ່ນແຕ່ວິທີນີ້ຍັງບໍ່ໄດ້ຜົນ, ເຈົ້າກໍຕ້ອງໄດ້ຍົກບັນຫານັ້ນຂຶ້ນໄປ ແລະ ລາຍງານຕໍ່ເບື້ອງເທິງເພື່ອສະແຫວງຫາທາງອອກ. ນີ້ຄືຄວາມຮັບຜິດຊອບ ແລະ ພັນທະຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງໄດ້ເອົາໃຈໃສ່ຢ່າງຈິງຈັງຕໍ່ຄວາມຍາກລຳບາກ ຫຼື ຄວາມສັບສົນໃດກໍຕາມທີ່ພວກເຂົາພົບພໍ້, ບໍ່ແມ່ນພຽງແຕ່ເທດສະໜາພຣະທຳ ແລະ ຫຼັກຄຳສອນແບບຜ່ານໆ, ຮ້ອງຄຳຂວັນເພື່ອປຸກລະດົມອ້າຍເອື້ອຍນ້ອງ ຫຼື ລິຮານພວກເຂົາ ແລ້ວກໍຖືວ່າຈົບແລ້ວ ເມື່ອພົບບັນຫາ ຫຼື ຄວາມຍາກລຳບາກ. ບາງຄັ້ງການເວົ້າພຣະທຳ ແລະ ຫຼັກຄຳສອນອາດຈະແກ້ໄຂບັນຫາຜິວເຜີນບາງຢ່າງໄດ້, ແຕ່ເມື່ອເວົ້າຈົນເຖິງທີ່ສຸດແລ້ວ ມັນກໍບໍ່ສາມາດແກ້ໄຂບັນຫາທີ່ຕົ້ນຕໍໄດ້. ບັນຫາທີ່ກ່ຽວຂ້ອງກັບຕົ້ນຕໍຂອງບັນຫາ, ອຸປະນິໄສທີ່ເສື່ອມຊາມ ແລະ ແນວຄິດ ແລະ ຈິນຕະນາການຂອງຜູ້ຄົນ ຕ້ອງໄດ້ຮັບການແກ້ໄຂຜ່ານການໂອ້ລົມຄວາມຈິງໂດຍອີງໃສ່ພຣະທຳຂອງພຣະເຈົ້າ. ຍັງມີຄວາມຍາກລຳບາກສ່ວນບຸກຄົນຂອງຜູ້ຄົນ, ບັນຫາດ້ານສະພາບແວດລ້ອມ ແລະ ບັນຫາທີ່ກ່ຽວຂ້ອງກັບຄວາມຮູ້ທາງວິຊາຊີບທີ່ຈຳເປັນສຳລັບການປະຕິບັດໜ້າທີ່; ບັນຫາຕົວຈິງເຫຼົ່ານີ້ລ້ວນແຕ່ຕ້ອງການການແກ້ໄຂໂດຍຜູ້ນໍາ ແລະ ຜູ້ເຮັດວຽກ. ໃນບັນດາບັນຫາເຫຼົ່ານີ້, ຄວາມສັບສົນ ແລະ ຄວາມຍາກລຳບາກໃດກໍຕາມທີ່ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດແກ້ໄຂໄດ້ ກໍສາມາດນຳໄປປະຊຸມກັບຜູ້ນໍາ ແລະ ຜູ້ເຮັດວຽກເພື່ອໄຈ້ແຍກ, ວິເຄາະ ແລະ ແກ້ໄຂ ຫຼື ພວກເຂົາສາມາດລາຍງານໂດຍກົງຕໍ່ເບື້ອງເທິງເພື່ອສະແຫວງຫາຄວາມຈິງເພື່ອແກ້ໄຂ. ສິ່ງນີ້ເອີ້ນວ່າການເຮັດວຽກງານຕົວຈິງ ແລະ ມີພຽງແຕ່ການຝຶກຝົນເພື່ອເຮັດວຽກງານຕົວຈິງດ້ວຍວິທີນີ້ເທົ່ານັ້ນ ຈຶ່ງຈະເຮັດໃຫ້ ສະຖານະທາງວິນຍານຂອງຄົນເຮົາເຕີບໃຫຍ່ຂຶ້ນ ແລະ ສາມາດປະຕິບັດໜ້າທີ່ຂອງຕົນໄດ້ດີ. ຜູ້ນໍາ ແລະ ຜູ້ເຮັດວຽກ, ຕາບໃດທີ່ພວກເຂົາມີຄວາມຮັບຜິດຊອບ, ກໍຈະສັງເກດເຫັນບັນຫາໄດ້ຕະຫຼອດເວລາ ແລະ ທຸກສະຖານທີ່; ເຊິ່ງມີບັນຫາທີ່ພວກເຂົາຄວນແກ້ໄຂທຸກມື້. ຕົວຢ່າງເຊັ່ນ: ເຮົາຫາກໍກ່າວເຖິງເຫດການໜຶ່ງທີ່ໃຜບາງຄົນຖາມວ່າພວກເຈົ້າເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ ແລະ ພວກເຈົ້າທຸກຄົນກໍສັບສົນ. ໃນເບື້ອງຕົ້ນ, ທຸກຄົນກ່າວວ່າພວກເຂົາຈະຕອບວ່າ “ເຊື່ອ”, ແຕ່ຕໍ່ມາບາງຄົນກໍເວົ້າວ່ານັ້ນບໍ່ແມ່ນການຕອບກັບທີ່ຖືກຕ້ອງ ແລະ ຄົນອື່ນກໍເວົ້າວ່າພວກເຂົາບໍ່ຮູ້; ກໍເລີຍມີການຕອບກັບສາລະພັດຢ່າງ. ໃນທີ່ສຸດ, ຜູ້ນໍາ ແລະ ຜູ້ເຮັດວຽກກໍງົງເຊັ່ນກັນ, ໂດຍຄິດວ່າ “ການເວົ້າວ່າ ‘ບໍ່’ ເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ ຈະເປັນການປະຕິເສດພຣະເຈົ້າຕໍ່ໜ້າຄົນອື່ນ ແລະ ພຣະເຈົ້າກໍຈະບໍ່ຍອມຮັບພວກເຮົາ, ແຕ່ຜົນທີ່ຕາມມາຂອງການເວົ້າວ່າ ‘ເຊື່ອ’ ໃນພຣະເຈົ້າອົງຊົງລິດທານຸພາບສູງສຸດຈະເປັນແນວໃດ? ທາງເລືອກໃດກໍເບິ່ງຄືວ່າບໍ່ຖືກຕ້ອງ”. ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ຮູ້ວິທີແກ້ໄຂເລື່ອງນີ້ ແລະ ບໍ່ສາມາດຕັດສິນໃຈໄດ້; ດັ່ງນັ້ນ, ເມື່ອອ້າຍເອື້ອຍນ້ອງພົບພໍ້ກັບສະຖານະການເຊັ່ນນີ້ອີກ, ພວກເຂົາກໍຈະຍັງຂາດມຸມມອງ ແລະ ທັດສະນະຄະຕິທີ່ຖືກຕ້ອງ ແລະ ບັນຫາກໍຈະຍັງຄົງບໍ່ໄດ້ຮັບການແກ້ໄຂ, ເຊິ່ງໝາຍຄວາມວ່າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ປະຕິບັດຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດ, ພວກເຂົາໄດ້ລະເລີຍໜ້າທີ່ຂອງຕົນ. ການລະເລີຍໜ້າທີ່ຂອງຕົນແມ່ນບັນຫາຂອງສັກກະຍະພາບ ແລະ ຄວາມສາມາດ, ແຕ່ເມື່ອບັນຫາເຊັ່ນນີ້ເກີດຂຶ້ນ, ເຈົ້າຄວນເຮັດແນວໃດ ຖ້າເຈົ້າຮູ້ວ່າມັນຍັງບໍ່ໄດ້ຮັບການແກ້ໄຂ? ເຈົ້າບໍ່ຄວນບໍ່ສົນໃຈມັນ ຫຼື ສະກົດກັ້ນບັນຫານັ້ນໄວ້ເພື່ອໃຫ້ມັນເຢັນລົງ, ປ່ອຍໃຫ້ທຸກຄົນກະທຳຢ່າງເສລີ ແລະ ເຮັດຕາມທີ່ພວກເຂົາຮູ້ສຶກ. ແທນທີ່ຈະເປັນແນວນັ້ນ, ເຈົ້າຕ້ອງລາຍງານຕໍ່ເບື້ອງເທິງ, ສະແຫວງຫາການກະທຳທີ່ເໝາະສົມ ແລະ ເສັ້ນທາງແຫ່ງການປະຕິບັດທີ່ຈະເດີນໃນສະຖານະການເຊັ່ນນີ້. ໃນທີ່ສຸດ, ທຸກຄົນກໍຄວນຖືກເຮັດໃຫ້ເຂົ້າໃຈວ່າເຈດຕະນາຂອງພຣະເຈົ້າໃນສະຖານະການເຫຼົ່ານີ້ແມ່ນຫຍັງ, ຫຼັກການໃດທີ່ຜູ້ຄົນຄວນຍຶດໝັ້ນ ແລະ ທັດສະນະຄະຕິ ແລະ ຈຸດຢືນໃດທີ່ພວກເຂົາຄວນມີ. ຈາກນັ້ນ, ເມື່ອປະເຊີນກັບສະຖານະການເຊັ່ນນີ້ອີກໃນອະນາຄົດ, ພວກເຂົາກໍຈະເຂົ້າໃຈຫຼັກການຄວາມຈິງ ແລະ ມີເສັ້ນທາງແຫ່ງການປະຕິບັດ. ດ້ວຍວິທີນີ້, ຜູ້ນໍາ ແລະ ຜູ້ເຮັດວຽກກໍຈະປະຕິບັດຄວາມຮັບຜິດຊອບຂອງຕົນໄດ້ສຳເລັດ. ແລ້ວເປັນຫຍັງພວກເຈົ້າທຸກຄົນຈຶ່ງຕອບໃນເບື້ອງຕົ້ນວ່າຈະຕອບ “ເຊື່ອ” ເມື່ອຖືກຖາມວ່າພວກເຈົ້າເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ? ມີເຫດຜົນສຳລັບເລື່ອງນີ້ຢູ່: ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ເຄີຍໂອ້ລົມກັບພວກເຈົ້າກ່ຽວກັບວິທີແກ້ໄຂບັນຫາເຊັ່ນນີ້. ພວກເຂົາຖືວ່າສິ່ງເຫຼົ່ານີ້ເປັນເລື່ອງເລັກນ້ອຍທີ່ທຸກຄົນມີຄວາມເຂົ້າໃຈເປັນຂອງຕົນເອງ, ທີ່ທຸກຄົນສາມາດເຂົ້າໃຈຕາມທີ່ພວກເຂົາມັກ ແລະ ປະຕິບັດຕາມທີ່ພວກເຂົາເຫັນວ່າເໝາະສົມ. ດັ່ງນັ້ນ, ເມື່ອພວກເຈົ້າຖືກຖາມຄຳຖາມແບບນີ້, ຈຶ່ງມີຄຳຕອບທຸກຮູບແບບເກີດຂຶ້ນ. ດັ່ງນັ້ນ, ພວກເຈົ້າໄດ້ຂໍ້ສະຫຼຸບກ່ຽວກັບເລື່ອງນີ້ແລ້ວແມ່ນບໍ? ເຈົ້າຄວນເຮັດແນວໃດ ຖ້າໃຜບາງຄົນຖາມເຈົ້າວ່າເຈົ້າເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ? ກ່ອນອື່ນ, ໃຫ້ຖາມວ່າພວກເຂົາແມ່ນໃຜ. ສອງ, ຂໍໃຫ້ພວກເຂົາສະແດງຫຼັກຖານຢັ້ງຢືນ. ຖ້າພວກເຂົາຖາມຂໍ້ມູນສ່ວນຕົວອື່ນໆຂອງເຈົ້າ, ຢ່າໃຫ້ຄຳຕອບຫຍັງ. ເຖິງແມ່ນວ່າພວກເຂົາຈະສະແດງຫຼັກຖານຢັ້ງຢືນ, ກໍຢ່າບອກພວກເຂົາ, ເພາະນີ້ແມ່ນຄວາມເປັນສ່ວນຕົວຂອງເຈົ້າ. ເຈົ້າເຊື່ອໃນພຣະເຈົ້າມາຈັກປີ, ໃຜເປັນຜູ້ເທດສະໜາພຣະກິດຕິຄຸນໃຫ້ເຈົ້າ, ເຈົ້າໄດ້ປະຕິບັດໜ້າທີ່ຢູ່ໃສແດ່, ຄວາມເຊື່ອຂອງເຈົ້າເຂັ້ມແຂງສໍ່າໃດ, ເຈົ້າເລືອກເສັ້ນທາງໃນອະນາຄົດຂອງເຈົ້າແນວໃດ, ເຈົ້າໄລ່ຕາມ ແລະ ໄດ້ຮັບຄວາມຈິງແນວໃດ, ເລື່ອງເຫຼົ່ານີ້ມີຄ່າເກີນກວ່າທີ່ພວກເຮົາຈະເປີດເຜີຍໃຫ້ຄົນແປກໜ້າຄົນໃດຄົນໜຶ່ງຟັງແບບບໍ່ຕັ້ງໃຈ. ພວກເຂົາບໍ່ມີສິດທີ່ຈະສອບຖາມກ່ຽວກັບຂໍ້ມູນທີ່ສຳຄັນເຊັ່ນນີ້. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດແກ້ໄຂບັນຫາເຊັ່ນນີ້ໄດ້, ພວກເຂົາກໍຄວນລາຍງານຕໍ່ເບື້ອງເທິງໂດຍທັນທີ ເພື່ອສະແຫວງຫາທາງອອກ ແລະ ຂໍຄຳແນະນຳກ່ຽວກັບການຕອບກັບທີ່ເໝາະສົມ. ເບື້ອງເທິງຈະບໍ່ເຢາະເຢີ້ຍເຈົ້າ; ຢ່າງຫຼາຍສຸດ, ພວກເຂົາຈະເວົ້າວ່າເຈົ້າໂງ່ເກີນໄປ. ບໍ່ວ່າຈະເປັນແນວໃດກໍຕາມ, ການທີ່ສາມາດແກ້ໄຂບັນຫາໄດ້ຖືເປັນຜົນໄດ້ຮັບທີ່ດີທີ່ສຸດ.
ມື້ນີ້, ກ່ຽວກັບຄວາມຮັບຜິດຊອບທີແປດຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ນັ້ນກໍຄື ການລາຍງານ ແລະ ສະແຫວງຫາວິທີແກ້ໄຂຄວາມສັບສົນ ແລະ ຄວາມຍາກລຳບາກທີ່ພົບພໍ້ໃນວຽກງານໂດຍທັນທີ, ພວກເຮົາໄດ້ໂອ້ລົມກັນເປັນຫຼັກກ່ຽວກັບວ່າຄວາມສັບສົນ ແລະ ຄວາມຍາກລຳບາກແມ່ນຫຍັງ, ພ້ອມທັງວິທີທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນຈັດການ ແລະ ແກ້ໄຂບັນຫາເຫຼົ່ານີ້ເມື່ອພວກເຂົາປະເຊີນໜ້າກັບມັນ ແລະ ວິທີຮັບມືກັບເລື່ອງເຫຼົ່ານີ້. ສ່ວນການສະແດງອອກຂອງຜູ້ນໍາປອມເມື່ອພວກເຂົາພົບພໍ້ກັບບັນຫາເຫຼົ່ານີ້, ພວກເຮົາຈະລວມເອົາສ່ວນນັ້ນໃນການໂອ້ລົມຄັ້ງຕໍ່ໄປ.
ວັນທີ 27 ມີນາ 2021