ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (8)
ຂໍ້ທີແປດ: ໃຫ້ລາຍງານ ແລະ ສະແຫວງຫາວິທີແກ້ໄຂຄວາມສັບສົນ ແລະ ຄວາມຍາກລຳບາກທີ່ພົບພໍ້ໃນວຽກງານໂດຍທັນທີ (ພາກທີສອງ)
ຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບຂໍ້ທີແປດຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ໃຫ້ລາຍງານ ແລະ ສະແຫວງຫາວິທີແກ້ໄຂຄວາມສັບສົນ ແລະ ຄວາມຍາກລຳບາກທີ່ພົບພໍ້ໃນວຽກງານໂດຍທັນທີ”. ເຖິງແມ່ນວ່າຂໍ້ທີແປດຈະມີພຽງແຕ່ແຖວດຽວ ແລະ ໂດຍພື້ນຖານແລ້ວມັນໄດ້ຮຽກຮ້ອງພຽງແຕ່ສິ່ງດຽວຈາກຜູ້ນໍາ ແລະ ຜູ້ເຮັດວຽກໃນດ້ານຄວາມຮັບຜິດຊອບຂອງພວກເຂົາ, ເຊິ່ງມັນເປັນເລື່ອງທີ່ງ່າຍດາຍຫຼາຍ, ພວກເຮົາໄດ້ໃຊ້ເວລາໃນການເຕົ້າໂຮມເພື່ອໂອ້ລົມກ່ຽວກັບຫົວຂໍ້ນີ້. ຄັ້ງທີ່ຜ່ານມາ ພວກເຮົາໄດ້ໂອ້ລົມກ່ຽວກັບດ້ານໃດຂອງຫົວຂໍ້ນີ້ໂດຍສະເພາະເຈາະຈົງແດ່? ຄວາມຮັບຜິດຊອບຫຼັກຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ກ່ຽວຂ້ອງກັບຂໍ້ນີ້ແມ່ນຫຍັງ? (ນັ້ນຄືເມື່ອພວກເຂົາພົບພໍ້ກັບຄວາມສັບສົນ ແລະ ຄວາມຍາກລຳບາກ ກໍຄວນເຕົ້າໂຮມເພື່ອໂອ້ລົມກັນ ແລະ ຖ້າພວກເຂົາຍັງບໍ່ໄດ້ຮັບຄວາມຊັດເຈນຜ່ານການໂອ້ລົມກັນແລ້ວ ກໍໃຫ້ສະແຫວງຫາວິທີແກ້ໄຂ ແລະ ລາຍງານຕໍ່ເບື້ອງເທິງໂດຍທັນທີ.) ຄວາມຮັບຜິດຊອບຫຼັກຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ກ່ຽວຂ້ອງກັບຂໍ້ນີ້ແມ່ນການມີສ່ວນຮ່ວມໃນວຽກງານ ແລະ ການທຸ້ມເທຕົນເອງເຂົ້າໃນລາຍການຂອງວຽກງານຕົວຈິງຕ່າງໆ ເພື່ອໃຫ້ສາມາດຄົ້ນພົບບັນຫາຕ່າງໆທີ່ພົບພໍ້ໃນວຽກງານ ແລະ ແກ້ໄຂໄດ້ຢ່າງທັນເວລາ. ຖ້າໄດ້ລອງຫຼາຍວິທີແລ້ວ ແລະ ບັນຫາຍັງບໍ່ສາມາດແກ້ໄຂໄດ້ຢ່າງສົມບູນ ແລະ ບັນຫາຍັງຄົງຢູ່ ແລະ ກາຍເປັນຄວາມສັບສົນ ແລະ ຄວາມຍາກລຳບາກ, ຜູ້ນໍາ ແລະ ຜູ້ເຮັດວຽກກໍບໍ່ຄວນປ່ອຍໃຫ້ຄວາມສັບສົນ ແລະ ຄວາມຍາກລຳບາກເຫຼົ່ານັ້ນສະສົມ ຫຼື ປ່ອຍຖິ້ມໄວ້ ແລະ ເມີນເສີຍຕໍ່ພວກມັນ, ແທນທີ່ຈະຕ້ອງຄິດຫາວິທີແກ້ໄຂພວກມັນໂດຍທັນທີ. ແນ່ນອນວ່າ ວິທີທີ່ດີທີ່ສຸດໃນການແກ້ໄຂພວກມັນກໍຄື ການສະແຫວງຫາ ແລະ ໂອ້ລົມກັບອ້າຍເອື້ອຍນ້ອງ ພ້ອມທັງຜູ້ນໍາ ແລະ ຜູ້ເຮັດວຽກໃນລະດັບຕ່າງໆ ເພື່ອແກ້ໄຂບັນຫາເຫຼົ່ານີ້. ຖ້າບັນຫາບໍ່ສາມາດແກ້ໄຂໄດ້, ຜູ້ນໍາ ແລະ ຜູ້ເຮັດວຽກກໍບໍ່ຄວນເຮັດໃຫ້ເລື່ອງໃຫຍ່ກາຍເປັນເລື່ອງນ້ອຍ ແລະ ປ່ຽເຮັດໃຫ້ເລື່ອງນ້ອຍກາຍເປັນບໍ່ມີຫຍັງເກີດຂຶ້ນ ຫຼື ພຽງແຕ່ປ່ອຍຖິ້ມພວກມັນໄວ້ຊື່ໆ ແລະ ເມີນເສີຍຕໍ່ພວກມັນ, ແທນທີ່ຈະຕ້ອງລາຍງານຕໍ່ເບື້ອງເທິງ ແລະ ສະແຫວງຫາວິທີແກ້ໄຂຈາກເບື້ອງເທິງໂດຍທັນທີ ເພື່ອໃຫ້ບັນຫາສາມາດໄດ້ຮັບການແກ້ໄຂ. ດ້ວຍວິທີນີ້, ວຽກງານຈະດຳເນີນໄປຢ່າງລ່ຽນໄຫຼ ໂດຍບໍ່ມີຄວາມຍາກລຳບາກ ແລະ ບໍ່ມີອຸປະສັກ.
ຜູ້ນໍາ ແລະ ຜູ້ເຮັດວຽກຄວນລາຍງານ ແລະ ແກ້ໄຂຄວາມສັບສົນ ແລະ ຄວາມຍາກລຳບາກທີ່ພົບພໍ້ໃນວຽກງານໂດຍທັນທີ
I. ນິຍາມຂອງຄຳວ່າ “ທັນທີ”
ຂໍ້ທີແປດຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໄດ້ກ່າວເຖິງການລາຍງານຄວາມສັບສົນ ແລະ ຄວາມຍາກລຳບາກທີ່ພົບພໍ້ໃນວຽກງານໂດຍທັນທີ, ນີ້ແມ່ນສິ່ງທີ່ສຳຄັນຫຼາຍ. ຖ້າບັນຫາຖືກຄົ້ນພົບໃນມື້ນີ້, ແຕ່ການແກ້ໄຂບັນຫາພັດໄດ້ຮັບຄວາມລ່າຊ້າອອກໄປເປັນເຈັດ ຫຼື ສິບມື້ ຫຼື ແມ່ນແຕ່ຫົກເດືອນ ຫຼື ໜຶ່ງປີ, ສິ່ງນັ້ນສາມາດເອີ້ນວ່າ “ທັນທີ” ໄດ້ບໍ? (ບໍ່, ບໍ່ໄດ້.) ຖ້າເປັນແນວນັ້ນ, ຄຳວ່າ “ທັນທີ” ໝາຍຄວາມວ່າແນວໃດ? (ມັນໝາຍເຖິງການຈັດການບັນຫາໃນທັນທີທັນໃດ, ດຽວນີ້ເລີຍ ແລະ ບໍ່ຜັດເວລາ.) ແບບນັ້ນບໍ່ເປັນການເຂັ້ມງວດເກີນໄປໜ້ອຍໜຶ່ງບໍ? ຖ້າພວກເຮົາໃຊ້ຄຳສັບທີ່ກ່ຽວຂ້ອງກັບເວລາເພື່ອອະທິບາຍມັນ, ການແກ້ໄຂບັນຫາໃນທັນທີທັນໃດ, ດຽວນີ້ເລີຍ ແລະ ໃນຕອນນີ້ ແມ່ນຄວາມໝາຍຂອງຄຳວ່າ “ທັນທີ”, ແຕ່ເມື່ອເບິ່ງຄວາມໝາຍຕາມຕົວອັກສອນຂອງຄຳສັບເຫຼົ່ານີ້, ສິ່ງນີ້ບໍ່ແມ່ນເລື່ອງງ່າຍທີ່ຜູ້ຄົນຈະເຮັດໄດ້ ແລະ ມັນບໍ່ສອດຄ່ອງກັບຄວາມເປັນຈິງ. ຖ້າເປັນແນວນັ້ນ, ພວກເຮົາຄວນນິຍາມຄຳວ່າ “ທັນທີ” ແນວໃດເພື່ອໃຫ້ມັນຖືກຕ້ອງ? ຖ້າບັນຫາບໍ່ແມ່ນບັນຫາໃຫຍ່ ແຕ່ມັນຍັງຄົງເປັນອຸປະສັກຕໍ່ວຽກງານ ແລະ ຖ້າມັນສາມາດແກ້ໄຂໄດ້ພາຍໃນສອງສາມຊົ່ວໂມງ, ມັນກໍຄວນຈະໄດ້ຮັບການແກ້ໄຂພາຍໃນສອງສາມຊົ່ວໂມງ, ໂດຍສິ່ງນີ້ສາມາດຖືໄດ້ວ່າທັນທີບໍ? (ໄດ້.) ສົມມຸດວ່າບັນຫາມີຄວາມຊັບຊ້ອນ ແລະ ຫຍຸ້ງຍາກໜ້ອຍໜຶ່ງ ແລະ ມັນສາມາດໄດ້ຮັບການແກ້ໄຂໄດ້ພາຍໃນສອງ ຫຼື ສາມມື້, ແຕ່ຜູ້ຄົນໄດ້ພະຍາຍາມສະແຫວງຫາຄວາມຈິງ, ຊອກຫາຂໍ້ມູນເພີ່ມເຕີມ ແລະ ພະຍາຍາມແກ້ໄຂບັນຫາໃຫ້ສຳເລັດພາຍໃນມື້ດຽວ, ແບບນັ້ນຈະບໍ່ເປັນປະໂຫຍດຕໍ່ວຽກງານຫຼາຍກວ່າບໍ? ສົມມຸດວ່າມີບັນຫາທີ່ຍັງເບິ່ງເຫັນບໍ່ທະລຸໃນຕອນນີ້ ແລະ ມັນຈຳເປັນຕ້ອງໄດ້ມີການສຳຫຼວດ ແລະ ການຄົ້ນຄວ້າ, ເຊິ່ງຕ້ອງໃຊ້ເວລາໄລຍະໜຶ່ງ. ບັນຫາສະເພາະເຈາະຈົງນີ້ຈະໃຊ້ເວລາຫຼາຍສຸດສາມມື້ເພື່ອໃຫ້ໄດ້ຮັບການແກ້ໄຂ. ຖ້າມັນໃຊ້ເວລາດົນກວ່າສາມມື້, ກໍຈະເກີດຄວາມສົງໄສວ່າການແກ້ໄຂມັນກຳລັງຖືກເຮັດໃຫ້ຊັກຊ້າໂດຍເຈດຕະນາ ແລະ ມັນໝາຍຄວາມວ່າກຳລັງເສຍເວລາຖິ້ມໄປລ້າໆ. ດັ່ງນັ້ນ, ບັນຫາຄວນໄດ້ຮັບການລາຍງານ, ສະແຫວງຫາ ແລະ ແກ້ໄຂພາຍໃນສາມມື້. ນີ້ຄືຄວາມໝາຍຂອງຄຳວ່າ “ທັນທີ”. ຖ້າການແກ້ໄຂບັນຫາຈຳເປັນຕ້ອງໄດ້ມີການສື່ສານ ແລະ ການສືບສວນຕໍ່ກັນໄປໃນແຕ່ລະດັບຂັ້ນ, ພ້ອມທັງການເກັບກຳຂໍ້ມູນຕໍ່ກັນໄປໃນແຕ່ລະດັບຂັ້ນ ແລະ ອື່ນໆ, ຖ້າຂະບວນການຕ່າງໆມີຄວາມຊັບຊ້ອນຫຼາຍ, ມັນກໍຍັງບໍ່ຄວນແກ່ຍາວໄປເປັນເວລາໜຶ່ງເດືອນ. ສົມມຸດວ່າບັນຫາສາມາດໄດ້ຮັບການແກ້ໄຂພາຍໃນໜຶ່ງອາທິດ ຖ້າຜູ້ນໍາ ແລະ ຜູ້ເຮັດວຽກແບບຮີບຟ້າວ, ເຮັດວຽກໃຫ້ໄວຂຶ້ນ ແລະ ເລືອກໃຊ້ຄົນທີ່ເໝາະສົມສອງສາມຄົນ, ເຊິ່ງໃນສະຖານະການນີ້, ຄຳວ່າ “ທັນທີ” ໝາຍເຖິງການຈຳກັດການແກ້ໄຂບັນຫາໃຫ້ຢູ່ໃນໜຶ່ງອາທິດ. ການໃຊ້ເວລາຫຼາຍກວ່າໜຶ່ງອາທິດເພື່ອແກ້ໄຂບັນຫາຈະເປັນການບໍ່ເໝາະສົມ, ແບບນັ້ນບໍ່ຖືເປັນການກະທຳແບບທັນທີ່. ນີ້ຄືການຈຳກັດເວລາສຳລັບການຈັດການກັບເລື່ອງທີ່ຂ້ອນຂ້າງຊັບຊ້ອນເຊັ່ນນີ້. ຂອບເຂດເວລາແບບນີ້ອີງໃສ່ຫຍັງ? ມັນໄດ້ຖືກກຳນົດໂດຍອີງໃສ່ຂະໜາດຂອງບັນຫາ ແລະ ລະດັບຄວາມຍາກລຳບາກຂອງມັນ. ແຕ່ຢ່າງໃດກໍຕາມ, ບັນຫາສ່ວນໃຫຍ່ ເຊັ່ນ: ບັນຫາທີ່ກ່ຽວຂ້ອງກັບທັກສະທາງວິຊາຊີບ ຫຼື ປະເດັນຂອງຫຼັກການທີ່ບໍຊັດເຈນຕໍ່ຜູ້ຄົນ, ເຊິ່ງສາມາດໄດ້ຮັບການແກ້ໄຂດ້ວຍຄຳເວົ້າພຽງສອງສາມປະໂຫຍກ, ແລ້ວຄວນຈຳກັດເວລາໃນການແກ້ໄຂບັນຫາເຫຼົ່ານີ້ໄວ້ເທົ່າໃດ ເພື່ອໃຫ້ສາມາດຖືວ່າ “ທັນທີ” ໄດ້? ຖ້າພວກເຮົານິຍາມຄຳວ່າ “ທັນທີ” ໂດຍອີງໃສ່ຂະໜາດຂອງບັນຫາ ແລະ ລະດັບຄວາມຍາກລຳບາກຂອງມັນ, ແລ້ວບັນຫາສ່ວນໃຫຍ່ສາມາດໄດ້ຮັບການແກ້ໄຂໃນເວລາບໍ່ຮອດເຄິ່ງມື້, ໂດຍມີສ່ວນໜ້ອຍໃນພວກເຂົາທີ່ອາດຈະຕ້ອງການເວລາຫຼາຍສຸດໜຶ່ງອາທິດເພື່ອແກ້ໄຂ; ຖ້າມີບັນຫາໃໝ່ເກີດຂຶ້ນ, ນັ້ນກໍເປັນອີກເລື່ອງໜຶ່ງ. ສະນັ້ນ, ຖ້າພວກເຮົານິຍາມຄຳວ່າ “ທັນທີ” ວ່າເປັນຄືກັບແບບທັນທີທັນໃດ, ດຽວນີ້ເລີຍ ແລະ ໃນຕອນນີ້, ສິ່ງນີ້ເບິ່ງຄືວ່າເປັນຂໍ້ຮຽກຮ້ອງທີ່ເຂັ້ມງວດຕໍ່ຜູ້ຄົນເກີນໄປ ໂດຍຕັດສິນຈາກຄວາມໝາຍຕາມຕົວອັກສອນຂອງຄຳສັບເຫຼົ່ານີ້, ແຕ່ເມື່ອເບິ່ງຕາມເວລາທີ່ຈຳກັດແລ້ວ, ເລື່ອງສ່ວນໃຫຍ່ຈະສາມາດແກ້ໄຂໄດ້ໃນເວລາເຄິ່ງມື້ ຫຼື ຫຼາຍສຸດໜຶ່ງມື້ ຖ້າຜູ້ຄົນລາຍງານ ແລະ ສະແຫວງຫາວິທີແກ້ໄຂໃຫ້ໃນທັນທີ່. ສິ່ງນີ້ສາມາດຖືວ່າເປັນເລື່ອງຫຍຸ້ງຍາກໃນດ້ານເວລາໄດ້ບໍ? (ບໍ່ໄດ້.) ແລະ ເນື່ອງຈາກວ່າມັນບໍ່ແມ່ນເລື່ອງຫຍຸ້ງຍາກໃນດ້ານເວລາ, ມັນກໍຄວນຈະເປັນຂໍ້ກຳນົດທີ່ງ່າຍດາຍທີ່ຜູ້ນໍາ ແລະ ຜູ້ເຮັດວຽກຈະສາມາດເຮັດໄດ້ໃນການລາຍງານ ແລະ ສະແຫວງຫາວິທີແກ້ໄຂຄວາມສັບສົນ ແລະ ຄວາມຍາກລຳບາກທີ່ພົບພໍ້ໃນວຽກງານໂດຍທັນທີ ແລະ ຄວາມສັບສົນ ແລະ ຄວາມຍາກລຳບາກເຫຼົ່ານີ້ກໍບໍ່ຄວນມີຢູ່ຢ່າງຕໍ່ເນື່ອງ ແລະ ບໍ່ໄດ້ຮັບການແກ້ໄຂ ແລະ ຍິ່ງໄປກວ່ານັ້ນ ກໍບໍ່ຄວນຖືກປ່ອຍໃຫ້ສະສົມຢູ່ໃນວຽກງານເປັນເວລາດົນ. ຕອນນີ້ພວກເຈົ້າທຸກຄົນຄວນຈະໄດ້ຮູ້ແນວຄິດທາງດ້ານເວລາຂອງຄຳວ່າ “ທັນທີ” ແລ້ວ, ນີ້ຄືປະເດັນທີ່ວ່າຜູ້ນໍາ ແລະ ຜູ້ເຮັດວຽກຈະປະເມີນຂອບເຂດເວລາແນວໃດ ເມື່ອຈັດການກັບຄວາມສັບສົນ ແລະ ຄວາມຍາກລຳບາກທີ່ພົບພໍ້ໃນວຽກງານ. ໂດຍສະຫຼຸບແລ້ວ, ນິຍາມທີ່ຖືກຕ້ອງທີ່ສຸດຂອງຄຳວ່າ “ທັນທີ” ກໍຄືການກະທຳໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້, ນັ້ນກໍຄື ຖ້າບັນຫາສາມາດຖືກລາຍງານ, ສະແຫວງຫາ ແລະ ແກ້ໄຂໄດ້ພາຍໃນເຄິ່ງມື້, ມັນກໍຄວນຈະເປັນເຊັ່ນນັ້ນ ແລະ ຖ້າມັນສາມາດໄດ້ຮັບການແກ້ໄຂພາຍໃນໜຶ່ງມື້, ມັນກໍຄວນຈະເປັນເຊັ່ນນັ້ນ ແລະ ພະຍາຍາມບໍ່ໃຫ້ເກີດຄວາມລ່າຊ້າ ແລະ ບໍ່ໃຫ້ວຽກງານໄດ້ຮັບຜົນກະທົບ. ນີ້ກໍຄືຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ເມື່ອພົບພໍ້ ແລະ ຄົ້ນພົບເຫັນບັນຫາໃນວຽກງານ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຄວນໂອ້ລົມ ແລະ ແກ້ໄຂບັນຫາເຫຼົ່ານັ້ນໂດຍທັນທີ. ຖ້າພວກເຂົາບໍ່ສາມາດແກ້ໄຂໄດ້, ພວກເຂົາກໍຄວນລາຍງານ ແລະ ສະແຫວງຫາວິທີແກ້ໄຂຈາກເບື້ອງເທິງໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້, ແທນທີ່ຈະປ່ອຍຖິ້ມມັນໄວ້ລ້າໆ, ເມີນເສີຍ ແລະ ບໍ່ເອົາໃຈໃສ່ເລີຍ. ເມື່ອມີບັນຫາເກີດຂຶ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນແກ້ໄຂພວກມັນໂດຍທັນທີ, ແທນທີ່ຈະຖ່ວງເວລາ, ລໍຖ້າ ຫຼື ເພິ່ງພາອາໄສຄົນອື່ນ, ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ຄວນມີການສະແດງອອກເຫຼົ່ານີ້.
II. ຜົນສະທ້ອນຂອງການບໍ່ແກ້ໄຂບັນຫາໂດຍທັນທີ
ຫຼັກການສຳຄັນໃນການແກ້ໄຂບັນຫາກໍຄື ມັນຕ້ອງໄດ້ເຮັດໂດຍທັນທີ. ເປັນຫຍັງມັນຈຶ່ງຕ້ອງໄດ້ເຮັດໂດຍທັນທີ? ຖ້າມີບັນຫາຫຼາຍຢ່າງເກີດຂຶ້ນ ແລ້ວບໍ່ສາມາດໄດ້ຮັບການແກ້ໄຂໂດຍທັນທີ, ໃນດ້ານໜຶ່ງ ຜູ້ຄົນກໍຈະຕິດຢູ່ໃນສະພາບທີ່ສັບສົນ ແລະ ບໍ່ຮູ້ວ່າຈະເຮັດແນວໃດ ແລະ ໃນອີກດ້ານໜຶ່ງ, ຖ້າຜູ້ຄົນຍັງຄົງເດີນໜ້າຕໍ່ໄປໂດຍອີງໃສ່ວິທີການທີ່ບໍ່ຖືກຕ້ອງ ແລະ ຕໍ່ມາຕ້ອງໄດ້ກັບມາເຮັດ ແລະ ແກ້ໄຂວຽກທີ່ພວກເຂົາເຮັດໄປແລ້ວນັ້ນຄືນໃໝ່, ແລ້ວຜົນສະທ້ອນຈະເປັນແນວໃດ? ກໍາລັງຄົນ, ຊັບພະຍາກອນທາງການເງິນ ແລະ ຊັບພະຍາກອນວັດຖຸຈໍານວນຫຼວງຫຼາຍຈະຖືກເຮັດໃຫ້ສິ້ນເປືອງ ແລະ ໃຊ້ໄປແບບໄຮ້ປະໂຫຍດ, ເຊິ່ງນີ້ຄືຄວາມສູນເສຍ. ຖ້າມີບັນຫາເກີດຂຶ້ນໃນວຽກງານ ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກຕາມືດບອດ ແລະ ບໍ່ສາມາດຄົ້ນພົບ ແລະ ແກ້ໄຂບັນຫາເຫຼົ່ານີ້ໄດ້ໂດຍທັນທີ, ຫຼາຍຄົນກໍຈະສືບຕໍ່ເຮັດວຽກໂດຍອີງໃສ່ວິທີການທີ່ບໍ່ຖືກຕ້ອງ. ເມື່ອຜູ້ຄົນຄົ້ນພົບບັນຫາເຫຼົ່ານີ້ ແລະ ຕ້ອງການແກ້ໄຂ ແລະ ເຮັດໃຫ້ຖືກຕ້ອງ, ປະເດັນເຫຼົ່ານີ້ກໍໄດ້ກໍ່ໃຫ້ເກີດຄວາມສູນເສຍຕໍ່ວຽກງານຂອງຄຣິສຕະຈັກແລ້ວ. ແລ້ວກຳລັງຄົນ ແລະ ຊັບພະຍາກອນທາງການເງິນ ແລະ ຊັບພະຍາກອນວັດຖຸທັງໝົດນັ້ນຈະບໍ່ໄດ້ຖືກເຮັດໃຫ້ສິ້ນເປືອງໄປລ້າໆບໍ? ມີຄວາມກ່ຽວຂ້ອງກັນລະຫວ່າງການເກີດຄວາມສູນເສຍເຊັ່ນນີ້ ແລະ ການທີ່ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ເຮັດການແກ້ໄຂບັນຫາໂດຍທັນທີບໍ? (ມີ.) ຖ້າຜູ້ນໍາ ແລະ ຜູ້ເຮັດວຽກສາມາດຕິດຕາມ, ຊີ້ນຳ, ກວດສອບ ແລະ ໃຫ້ຄຳແນະນຳສຳລັບວຽກງານ, ແລ້ວພວກເຂົາກໍຈະສາມາດຄົ້ນພົບ ແລະ ແກ້ໄຂບັນຫາໄດ້ໂດຍທັນທີຢ່າງແນ່ນອນ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກໄດ້ເຮັດພໍແລ້ວມືແລ້ວຕີນ ແລະ ພວກເຂົາບໍ່ໄດ້ຕິດຕາມ, ຊີ້ນຳ, ກວດສອບ ແລະ ໃຫ້ຄຳແນະນຳສຳລັບວຽກງານ, ຖ້າພວກເຂົາເມີນເສີຍໃນດ້ານນີ້ ແລະ ພວກເຂົາລໍຖ້າຈົນກວ່າຈະມີບັນຫາຫຼາຍຈົນບໍ່ສາມາດຄວບຄຸມປະເດັນໄດ້ ກ່ອນທີ່ພວກເຂົາຈະຄິດແກ້ໄຂພວກມັນ, ກ່ອນທີ່ພວກເຂົາຈະຄິດລາຍງານຕໍ່ເບື້ອງເທິງ ແລະ ສະແຫວງຫາວິທີແກ້ໄຂຈາກເບື້ອງເທິງ, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກເຊັ່ນນີ້ໄດ້ເຮັດຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດແລ້ວບໍ? (ບໍ່.) ນີ້ຄືການລະເລີຍຕໍ່ຄວາມຮັບຜິດຊອບຢ່າງຮ້າຍແຮງ; ບໍ່ພຽງແຕ່ມີຜູ້ນໍາ ແລະ ຜູ້ເຮັດວຽກເຊັ່ນນີ້ທີ່ບໍ່ໄດ້ແກ້ໄຂບັນຫາ, ແຕ່ພວກເຂົາກັບກໍ່ໃຫ້ເກີດຄວາມສູນເສຍທັງຕໍ່ກຳລັງຄົນ ແລະ ຊັບພະຍາກອນວັດຖຸຂອງເຮືອນຂອງພຣະເຈົ້າ, ພ້ອມທັງສ້າງອຸປະສັກອັນໃຫຍ່ຫຼວງຕໍ່ວຽກງານຂອງຄຣິສຕະຈັກອີກດ້ວຍ. ຍ້ອນການລະເລີຍຕໍ່ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ຄວາມປະໝາດ, ຄວາມດ້ານຊາ ແລະ ຄວາມເຊື່ອງຊ້າຂອງພວກເຂົາ ແລະ ຍ້ອນພວກເຂົາບໍ່ສາມາດທີ່ຈະຄົ້ນພົບ ແລະ ແກ້ໄຂຫຼາຍໆບັນຫາທີ່ເກີດຂຶ້ນໃນວຽກງານໄດ້ໂດຍທັນທີ ແລະ ແມ່ນແຕ່ບໍ່ສາມາດລາຍງານຕໍ່ເບື້ອງເທິງ ແລະ ສະແຫວງຫາວິທີແກ້ໄຂຈາກເບື້ອງເທິງໄດ້ໂດຍທັນທີ, ຫຼາຍໜ້າວຽກຈຶ່ງຕ້ອງໄດ້ເຮັດຄືນໃໝ່ ແລະ ຫຼັງຈາກທີ່ໄດ້ເຮັດຄືນໃໝ່ແລ້ວ, ກໍມີບັນຫາເພີ່ມເຕີມເກີດຂຶ້ນເນື່ອງຈາກບໍ່ສາມາດຊອກຫາຫຼັກການໄດ້. ເມື່ອສິ່ງຕ່າງໆດຳເນີນໄປແບບນີ້, ວັນກຳນົດການໃນການສຳເລັດວຽກງານກໍຖືກເຮັດໃຫ້ລ່າຊ້າອອກໄປຢ່າງຫຼວງຫຼາຍ ແລະ ວຽກທີ່ຄວນຈະໃຊ້ເວລາໜຶ່ງເດືອນກໍພັດໃຊ້ເວລາສາມເດືອນຈຶ່ງເຮັດສຳເລັດ ແລະ ວຽກທີ່ຄວນຈະໃຊ້ເວລາສາມເດືອນກໍພັດໃຊ້ເວລາແປດ ຫຼື ເກົ້າເດືອນຈຶ່ງເຮັດສຳເລັດ, ສິ່ງນີ້ກ່ຽວຂ້ອງໂດຍກົງກັບການທີ່ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ເຮັດວຽກງານຕົວຈິງ. ຍ້ອນຜູ້ນໍາ ແລະ ຜູ້ເຮັດວຽກບໍ່ມີຄວາມຮັບຜິດຊອບຕໍ່ວຽກງານຂອງພວກເຂົາ, ນັ້ນກໍຄື ພວກເຂົາບໍ່ສາມາດຊອກຫາ ແລະ ແກ້ໄຂບັນຫາໄດ້ໂດຍທັນທີເມື່ອມັນເກີດຂຶ້ນ, ລາຍການວຽກງານຕ່າງໆຈຶ່ງບໍ່ສາມາດບັນລຸຜົນໄດ້ ແລະ ຍັງຄົງຢູ່ໃນສະພາວະທີ່ຢຸດສະງັກ. ແລະ ໃຜຄືຜູ້ທີ່ຮັບຜິດຊອບໂດຍກົງຕໍ່ບັນຫານີ້? (ຜູ້ນໍາ ແລະ ຜູ້ເຮັດວຽກ.) ສະນັ້ນ, ມັນສຳຄັນຫຼາຍທີ່ຜູ້ນໍາ ແລະ ຜູ້ເຮັດວຽກຈະຕ້ອງເຮັດວຽກງານຕົວຈິງ ແລະ ມັນກໍສຳຄັນຫຼາຍເຊັ່ນກັນທີ່ພວກເຂົາຈະຕ້ອງຄົ້ນພົບບັນຫາໃນຂະນະທີ່ພວກເຂົາເຮັດວຽກງານຕົວຈິງນັ້ນ. ບາງຄັ້ງຜູ້ນໍາ ແລະ ຜູ້ເຮັດວຽກຈະຄົ້ນພົບບັນຫາ ແຕ່ບໍ່ຮູ້ວິທີແກ້ໄຂ, ແຕ່ພວກເຂົາກໍຍັງສາມາດລາຍງານຕໍ່ເບື້ອງເທິງ ແລະ ສະແຫວງຫາວິທີແກ້ໄຂຈາກເບື້ອງເທິງເພື່ອແກ້ໄຂບັນຫາເຫຼົ່ານັ້ນໄດ້ໂດຍທັນທີ, ເຊິ່ງສິ່ງນີ້ມີຄວາມສຳຄັນຍິ່ງກວ່າ. ຜູ້ນໍາ ແລະ ຜູ້ເຮັດວຽກຫຼາຍຄົນຄິດວ່າ “ພວກເຮົາມີວິທີການເຮັດວຽກຂອງພວກເຮົາເອງ. ເບື້ອງເທິງພຽງແຕ່ຕ້ອງບອກຫຼັກການໃຫ້ພວກເຮົາ ແລະ ພວກເຮົາກໍຈະເຮັດວຽກງານຕົວຈິງທີ່ເຫຼືອດ້ວຍຕົວພວກເຮົາເອງ. ຖ້າພວກເຮົາພົບພໍ້ກັບຄວາມຍາກລຳບາກໃດກໍຕາມ, ພວກເຮົາກໍພຽງແຕ່ໂອ້ລົມ ແລະ ອະທິຖານຮ່ວມກັນຢູ່ຂ້າງລຸ່ມກໍພໍແລ້ວ”. ສ່ວນປະສິດທິຜົນຂອງການແກ້ໄຂບັນຫາ ຫຼື ບໍ່ວ່າວິທີແກ້ໄຂຂອງພວກເຂົາຈະລະອຽດຖີ່ຖ້ວນ ຫຼື ມີປະສິດທິຜົນ, ພວກເຂົາກໍບໍ່ໄດ້ໃສ່ໃຈ ຫຼື ຖາມກ່ຽວກັບສິ່ງເຫຼົ່ານີ້ເລີຍ. ນີ້ຄືທັດສະນະຄະຕິທີ່ບໍ່ມີຄວາມຮັບຜິດຊອບທີ່ພວກເຂົາມີໃນຂະນະທີ່ເຮັດວຽກ ແລະ ໃນທີ່ສຸດ ສິ່ງນີ້ໄດ້ໝາຍຄວາມວ່າ ວຽກງານທັງໝົດໃນຄຣິສຕະຈັກບໍ່ສາມາດດຳເນີນໄປໄດ້ຢ່າງລ່ຽນໄຫຼ ແລະ ມີບັນຫາຮ້າຍແຮງທີ່ບໍ່ໄດ້ຮັບການແກ້ໄຂ. ນີ້ຄືຜົນສະທ້ອນທີ່ເກີດຈາກຄວາມສາມາດຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ຕໍ່າເກີນໄປ ຫຼື ບໍ່ດັ່ງນັ້ນກໍເກີດຈາກການທີ່ພວກເຂົາບໍ່ມີຄວາມຮັບຜິດຊອບ ແລະ ບໍ່ເຮັດວຽກງານຕົວຈິງ.
ການໄຈ້ແຍກຜູ້ນໍາປອມບາງປະເພດໂດຍອີງຕາມຄວາມຮັບຜິດຊອບຂໍ້ທີແປດ
I. ຜູ້ນໍາປອມທີ່ເປັນຄົນຈອມປອມຝ່າຍວິນຍານ
ຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບວ່າຄວາມສັບສົນ ແລະ ຄວາມຍາກລຳບາກແມ່ນຫຍັງ ແລະ ໄດ້ນິຍາມບັນຫາບາງຢ່າງທີ່ຕ້ອງໄດ້ຮັບການລາຍງານ ແລະ ສະແຫວງຫາວິທີແກ້ໄຂໂດຍທັນທີ. ໂດຍພື້ນຖານແລ້ວ, ມັນມີບັນຫາຢູ່ສອງປະເພດຫຼັກ. ປະເພດໜຶ່ງແມ່ນບັນຫາໃນວຽກງານທີ່ຜູ້ຄົນບໍ່ໝັ້ນໃຈ ຫຼື ບໍ່ສາມາດເບິ່ງທະລຸໄດ້. ເມື່ອເວົ້າເຖິງບັນຫາເຫຼົ່ານີ້, ຜູ້ຄົນເຫັນວ່າມັນຍາກຫຼາຍທີ່ຈະກຳແໜ້ນຫຼັກການໄດ້. ເຖິງແມ່ນວ່າໃນທາງດ້ານຫຼັກຄຳສອນພວກເຂົາອາດຈະເຂົ້າໃຈຫຼັກການ, ພວກເຂົາກໍບໍ່ໄດ້ຮູ້ວິທີປະຕິບັດ ຫຼື ນຳໃຊ້ມັນ. ບັນຫາເຫຼົ່ານີ້ກ່ຽວຂ້ອງກັບຄວາມສັບສົນ. ອີກປະເພດໜຶ່ງແມ່ນຄວາມຍາກລຳບາກ ແລະ ບັນຫາຕົວຈິງທີ່ຜູ້ຄົນບໍ່ຮູ້ວິທີແກ້ໄຂ. ບັນຫາປະເພດນີ້ຂ້ອນຂ້າງມີຄວາມຮ້າຍແຮງກວ່າເມື່ອທຽບກັບຄວາມສັບສົນ ແລະ ພວກມັນກໍເປັນບັນຫາທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນລາຍງານ ແລະ ສະແຫວງຫາວິທີແກ້ໄຂເຊັ່ນກັນ. ຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນເປັນຫຼັກວ່າ ມັນເປັນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ຈະຕ້ອງໄດ້ລາຍງານ ແລະ ສະແຫວງຫາວິທີແກ້ໄຂບັນຫາທີ່ພົບພໍ້ໃນວຽກງານ ແລະ ພວກເຮົາໄດ້ໂອ້ລົມກັນຈາກມຸມມອງໃນທາງບວກກ່ຽວກັບບາງສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ ແລະ ຄວນເອົາໃຈໃສ່. ມື້ນີ້, ພວກເຮົາຈະໄຈ້ແຍກວ່າຜູ້ນໍາປອມໄດ້ມີການສະແດງອອກແບບໃດທີ່ກ່ຽວຂ້ອງກັບຂໍ້ທີແປດ ແລະ ບໍ່ວ່າພວກເຂົາຈະເຮັດວຽກທີ່ຜູ້ນໍາຄວນເຮັດ ແລະ ເຮັດຄວາມຮັບຜິດຊອບທີ່ຜູ້ນໍາຄວນເຮັດໃຫ້ສຳເລັດໄດ້ ຫຼື ບໍ່. ເມື່ອເວົ້າເຖິງການແກ້ໄຂບັນຫາທີ່ພົບພໍ້ໃນວຽກງານ, ແນ່ນອນວ່າຜູ້ນໍາປອມຍ່ອມບໍ່ມີຄວາມສາມາດໃນດ້ານນີ້; ພວກເຂົາໄດ້ລົ້ມເຫຼວໃນການເຮັດວຽກງານດ້ານນີ້ ແລະ ພວກເຂົາກໍໄດ້ລົ້ມເຫຼວໃນການເຮັດຄວາມຮັບຜິດຊອບນີ້ໃຫ້ສຳເລັດ. ມີຜູ້ນໍາປອມປະເພດໜຶ່ງທີ່ມີແນວຄິດແຝງຢູ່ເມື່ອເຮັດວຽກ, ໂດຍຄິດວ່າ “ຂ້ອຍບໍ່ໄດ້ເຮັດຕາມພິທີການເຫຼົ່ານັ້ນເມື່ອຂ້ອຍເຮັດວຽກ ແລະ ຂ້ອຍກໍບໍ່ໄດ້ໃສ່ໃຈກັບສິ່ງໃດກໍຕາມ ເຊັ່ນ: ຄວາມຮູ້, ການຮຽນຮູ້, ທັກສະ ຫຼື ຫຼັກຄຳສອນທີ່ຕາຍຕົວ. ຂ້ອຍພຽງແຕ່ເຮັດໃຫ້ໃຫ້ແນ່ໃຈວ່າຂ້ອຍໄດ້ໂອ້ລົມຄວາມຈິງແຫ່ງພຣະທຳຂອງພຣະເຈົ້າຢ່າງຊັດເຈນໃນການເຕົ້າໂຮມ ແລະ ນັ້ນກໍພຽງພໍແລ້ວ. ທຸກໆອາທິດຂ້ອຍໄດ້ຈັດການເຕົ້າໂຮມສອງຄັ້ງສຳລັບຄົນກຸ່ມນ້ອຍ, ທຸກໆສອງອາທິດຂ້ອຍໄດ້ຈັດການເຕົ້າໂຮມໜຶ່ງຄັ້ງສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ທຸກໆເດືອນຂ້ອຍໄດ້ຈັດການເຕົ້າໂຮມໃຫຍ່ໜຶ່ງຄັ້ງສຳລັບອ້າຍເອື້ອຍນ້ອງທຸກຄົນ. ພຽງແຕ່ຂ້ອຍໄດ້ຈັດການເຕົ້າໂຮມທຸກປະເພດເຫຼົ່ານີ້ໃຫ້ດີກໍພໍພຽງແລ້ວ”. ນີ້ຄືພື້ນຖານ ແລະ ວິທີການເຮັດວຽກຂອງພວກເຂົາ. ຜູ້ນໍາ ແລະ ຜູ້ເຮັດວຽກປະເພດນີ້ພຽງແຕ່ຝຶກຝົນການເທດສະໜາຢ່າງຕໍ່ເນື່ອງ ແລະ ພວກເຂົາກໍໄດ້ພະຍາຍາມຢ່າງໜັກໃນການຈັດຕຽມຄຳເວົ້າ ແລະ ຫຼັກຄຳສອນ, ພວກເຂົາໄດ້ຈັດຕຽມໂຄງຮ່າງ, ເນື້ອໃນ, ຕົວຢ່າງ ແລະ ຄວາມຈິງເພື່ອໂອ້ລົມໃນການເຕົ້າໂຮມແຕ່ລະຄັ້ງ ແລະ ພວກເຂົາຍັງໄດ້ຈັດຕຽມແຜນການບາງຢ່າງເພື່ອແກ້ໄຂສະພາວະ ແລະ ບັນຫາຂອງບາງຄົນ. ພວກເຂົາຄິດວ່າໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ, ພວກເຂົາພຽງແຕ່ຕ້ອງເທດສະໜາໃຫ້ດີ ແລ້ວພວກເຂົາກໍໄດ້ເຮັດຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດແລ້ວ. ພວກເຂົາຄິດວ່າພວກເຂົາບໍ່ຈຳເປັນຕ້ອງສົນໃຈກັບເລື່ອງອື່ນໆ ເຊັ່ນ: ວິທີການປະກາດພຣະກິດຕິຄຸນນັ້ນເໝາະສົມແລ້ວ ຫຼື ບໍ່ ຫຼື ການຈັດສັນບຸກຄະລາກອນຂອງຄຣິສຕະຈັກເປັນແນວໃດ ຫຼື ບໍ່ວ່າບຸກຄະລາກອນທີ່ປະຕິບັດວຽກງານວິຊາຊີບໃນປະເພດຕ່າງໆນັ້ນມີຄວາມສາມາດ ແລະ ໄດ້ມາດຕະຖານ ຫຼື ບໍ່, ພວກເຂົາເຊື່ອວ່າມັນພຽງພໍແລ້ວທີ່ຈະປ່ອຍໃຫ້ຜູ້ຮັບຜິດຊອບຈັດການກັບເລື່ອງເຫຼົ່ານີ້. ສະນັ້ນ, ບໍ່ວ່າຄົນປະເພດນີ້ຈະໄປໃສ, ພວກເຂົາກໍຈະສຸມໃສ່ການເຕົ້າໂຮມ ແລະ ການເທດສະໜາ ແລະ ບໍ່ວ່າຈະເປັນການເຕົ້າໂຮມປະເພດໃດທີ່ໄດ້ຮັບການຈັດຂຶ້ນ, ພວກເຂົາກໍຈະເທດສະໜາຢູ່ສະເໝີ. ທາງພາຍນອກ, ພວກເຂົາໄດ້ນໍາພາຜູ້ຄົນໃນການອ່ານພຣະທຳຂອງພຣະເຈົ້າ ແລະ ໃນການຮຽນຮ້ອງເພງສັນລະເສີນ ແລະ ບາງຄັ້ງບາງຄາວພວກເຂົາກໍເວົ້າກ່ຽວກັບວຽກງານ. ຄົນປະເພດນີ້ຮູ້ກ່ຽວກັບບັນຫາທີ່ມັກຈະຖືກໂອ້ລົມກັນຢູ່ສະເໝີ ເຊັ່ນ: ຄວນໃຊ້ພຣະທຳຂອງພຣະເຈົ້າຂໍ້ໃດເພື່ອປຽບທຽບກັບບັນຫາທີ່ຜູ້ຄົນປະເພດຕ່າງໆໄດ້ພົບພໍ້, ພ້ອມທັງສາເຫດທີ່ຜູ້ຄົນຮູ້ສຶກອ່ອນແອ ແລະ ສະພາວະໃດທີ່ເກີດຂຶ້ນກັບພວກເຂົາ ແລະ ຄວນໄດ້ຮັບການໂອ້ລົມຄວາມຈິງແຫ່ງພຣະທຳຂອງພຣະເຈົ້າຂໍ້ໃດເພື່ອແກ້ໄຂເລື່ອງເຫຼົ່ານີ້. ສະຫຼຸບແລ້ວ, ການເທດສະໜາ ແລະ ການໂອ້ລົມຂອງພວກເຂົາໄດ້ເວົ້າກ່ຽວຂ້ອງກັບຫຼາຍດ້ານຂອງຄວາມຈິງ ແລະ ການປະຕິບັດ; ບາງຢ່າງກໍກ່ຽວຂ້ອງກັບການລິຮານ, ບາງຢ່າງກໍກ່ຽວຂ້ອງກັບການລອງໃຈ ແລະ ການຫຼໍ່ຫຼອມ, ບາງຢ່າງໄດ້ກ່ຽວຂ້ອງກັບການອ່ານພ້ອມອະທິຖານພຣະທຳຂອງພຣະເຈົ້າ, ບາງຢ່າງກ່ຽວຂ້ອງກັບວິທີການຮັບມືກັບການພິພາກສາ ແລະ ການລົງທັນ ແລະ ອື່ນໆ, ພວກເຂົາສາມາດໂອ້ລົມກັນໄດ້ເລັກນ້ອຍກ່ຽວກັບດ້ານຕ່າງໆຂອງຄວາມຈິງ. ເມື່ອພວກເຂົາພົບກັບຜູ້ເຊື່ອໃໝ່, ພວກເຂົາກໍເທດສະໜາໃຫ້ຜູ້ເຊື່ອໃໝ່ຟັງ ແລະ ເມື່ອພວກເຂົາພົບກັບຜູ້ທີ່ເຊື່ອໃນພຣະເຈົ້າມາຫຼາຍປີ, ພວກເຂົາກໍສາມາດເທດສະໜາບາງຢ່າງກ່ຽວກັບທາງເຂົ້າຂອງຊີວິດ. ແຕ່ເມື່ອເວົ້າເຖິງວຽກງານທີ່ກ່ຽວຂ້ອງກັບທັກສະທາງວິຊາຊີບໃດກໍຕາມ, ພວກເຂົາບໍ່ເຄີຍສອບຖາມກ່ຽວກັບວຽກງານ ຫຼື ເລື່ອງການສຶກສາທີ່ກ່ຽວຂ້ອງເລີຍ, ຍິ່ງໄປກວ່ານັ້ນ ພວກເຂົາບໍ່ໄດ້ຕິດຕາມ, ມີສ່ວນຮ່ວມ ຫຼື ເຂົ້າໄປມີສ່ວນຮ່ວມຢ່າງເລິກເຊິ່ງໃນວຽກງານໃດກໍຕາມ ເພື່ອແກ້ໄຂບັນຫາ. ໃນສາຍຕາຂອງພວກເຂົາ, ການເທດສະໜາ, ການອ່ານພຣະທຳຂອງພຣະເຈົ້າ ແລະ ການຮຽນຮູ້ເພງສັນລະເສີນ, ຄືການເຮັດວຽກງານ ແລະ ສິ່ງເຫຼົ່ານີ້ຄືຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ; ນອກເໜືອຈາກນີ້, ວຽກງານອື່ນໆທັງໝົດບໍ່ໄດ້ມີຄວາມສຳຄັນ, ມັນເປັນທຸລະຂອງຄົນອື່ນ ແລະ ມັນບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາເລີຍ ແລ້ວ ຕາບໃດທີ່ພວກເຂົາສາມາດເທດສະໜາໄດ້ດີ, ພວກເຂົາກໍສາມາດພັກຜ່ອນໄດ້ຢ່າງສະບາຍໃຈ. ຄຳວ່າ “ພັກຜ່ອນໄດ້ຢ່າງສະບາຍໃຈ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າການສິ້ນສຸດການເຕົ້າໂຮມກໍຄືກັນກັບການທີ່ພວກເຂົາໄດ້ເຮັດວຽກຂອງພວກເຂົາສຳເລັດແລ້ວ ແລະ ເມື່ອເຖິງເວລາໃຫ້ພັກຜ່ອນ, ພວກເຂົາກໍພັກຜ່ອນ. ບໍ່ວ່າຈະມີບັນຫາຫຍັງເກີດຂຶ້ນໃນວຽກງານຂອງຄຣິສຕະຈັກ, ພວກເຂົາກໍບໍ່ສົນໃຈ ແລະ ເມື່ອຜູ້ຄົນຊອກຫາພວກເຂົາເພື່ອໃຫ້ແກ້ໄຂບັນຫາ, ພວກເຂົາກໍຊອກຫາໄດ້ຍາກຫຼາຍ. ບໍ່ວ່າວຽກງານຈະຫຍຸ້ງສໍ່າໃດ, ພວກເຂົາກໍຕ້ອງໄດ້ນອນພັກຜ່ອນຕອນບ່າຍ ແລະ ພວກເຂົາມົວເມົາໃນຄວາມສະດວກສະບາຍ ໃນຂະນະທີ່ຄົນອື່ນສາມາດທົນທຸກທໍລະມານ ແລະ ເສຍສະຫຼະໄດ້. ພວກເຂົາຄິດວ່າ “ຂ້ອຍເທດສະໜາຈົບແລ້ວ, ການເຕົ້າໂຮມກໍສິ້ນສຸດລົງແລ້ວ ແລະ ຂ້ອຍກໍໄດ້ເວົ້າທຸກຢ່າງທີ່ຂ້ອຍຄວນເວົ້າກັບພວກເຈົ້າໄປແລ້ວ. ພວກເຈົ້າຢາກໃຫ້ຂ້ອຍເວົ້າຫຍັງອີກ? ວຽກງານຂອງຂ້ອຍສຳເລັດແລ້ວ. ສ່ວນທີ່ເຫຼືອແມ່ນວຽກຂອງພວກເຈົ້າ. ຂ້ອຍໄດ້ບອກພຣະທຳຂອງພຣະເຈົ້າໃຫ້ແກ່ພວກເຈົ້າໄປແລ້ວ, ສະນັ້ນ ຈົ່ງປະຕິບັດຕາມຫຼັກການ. ສ່ວນບັນຫາໃດກໍຕາມທີ່ເກີດຂຶ້ນ, ນັ້ນກໍເປັນທຸລະຂອງພວກເຈົ້າເອງ ແລະ ມັນບໍ່ໄດ້ມີຫຍັງກ່ຽວຂ້ອງກັບຂ້ອຍເລີຍ. ພວກເຈົ້າຄວນໄປຢູ່ຕໍ່ໜ້າພຣະເຈົ້າດ້ວຍຕົວເອງ ແລະ ອະທິຖານ, ເຕົ້າໂຮມ ແລະ ໂອ້ລົມກັນເພື່ອແກ້ໄຂບັນຫາ. ບໍ່ຕ້ອງມາຊອກຫາຂ້ອຍ”. ເມື່ອການເຕົ້າໂຮມສິ້ນສຸດລົງ, ພວກເຂົາບໍ່ເຄີຍໃຫ້ໃຜຖາມຄຳຖາມ, ພວກເຂົາບໍ່ເຄີຍຢາກແກ້ໄຂບັນຫາ, ໂອກາດທີ່ພວກເຂົາຈະສາມາດຄົ້ນພົບບັນຫານັ້ນຍິ່ງໜ້ອຍລົງໄປອີກ. ຫຼັງຈາກການເຕົ້າໂຮມ, ພວກເຂົາຖືວ່າວຽກຂອງພວກເຂົານັ້ນສຳເລັດແລ້ວ ແລະ ພວກເຂົາກໍນອນ, ກິນ ແລະ ໃຊ້ເວລາເພື່ອຄວາມບັນເທີງຕາມເວລາປົກກະຕິ. ພວກເຂົາບໍ່ແມ່ນຜູ້ນໍາປອມທີ່ບໍ່ໄດ້ເຮັດວຽກງານຕົວຈິງເລີຍບໍ? (ແມ່ນແລ້ວ.)
ມີບາງກໍລະນີທີ່ຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ຢູ່ໃນຕຳແໜ່ງຂອງພວກເຂົາມາເປັນເວລາຫົກເດືອນ ແລະ ນອກຈາກຄົນໃກ້ຊິດກັບພວກເຂົາທີ່ສາມາດເຫັນພວກເຂົາໄດ້ຢູ່ເລື້ອຍໆ, ອ້າຍເອື້ອຍນ້ອງສ່ວນໃຫຍ່ກໍບໍ່ສາມາດເຫັນພວກເຂົາໄດ້. ພວກເຂົາພຽງແຕ່ໄດ້ຍິນຄົນເຫຼົ່ານັ້ນເທດສະໜາທາງອອນລາຍຢູ່ເລື້ອຍໆ, ແຕ່ເມື່ອມີບັນຫາ, ຜູ້ນໍາ ຫຼື ຜູ້ເຮັດວຽກກໍບໍ່ໄດ້ແກ້ໄຂ. ອ້າຍເອື້ອຍນ້ອງບາງຄົນໄດ້ພົບພໍ້ກັບຄວາມຍາກລຳບາກໃນໜ້າທີ່ຂອງພວກເຂົາ ເຊິ່ງພວກເຂົາບໍ່ຮູ້ວິທີແກ້ໄຂ ແລະ ພວກເຂົາກໍກະວົນກະວາຍໃຈຈົນຢູ່ບໍ່ເປັນສຸກ ແລະ ເມື່ອພວກເຂົາໄປຊອກຫາຜູ້ນໍາຂອງພວກເຂົາ, ພວກເຂົາກໍຊອກບໍ່ເຫັນ. ຜູ້ນໍາປະເພດນີ້ສາມາດເຮັດວຽກໄດ້ດີບໍ? ອ້າຍເອື້ອຍນ້ອງບໍ່ຮູ້ເລີຍວ່າແມ່ນຫຍັງທີ່ເຮັດໃຫ້ຜູ້ນໍາຂອງພວກເຂົາຫຍຸ້ງຢູ່ທຸກມື້, ມີບັນຫາ ແລະ ຄວາມຍາກລຳບາກທີ່ຄ້າງຄາຢູ່ຫຼາຍ ແລະ ພວກເຂົາກໍບໍ່ຮູ້ວ່າເມື່ອໃດຜູ້ນໍາຂອງພວກເຂົາຈະມາແກ້ໄຂໃຫ້. ທຸກຄົນຕ່າງກໍຕັ້ງໜ້າຕັ້ງຕາລໍຄອຍໃຫ້ຜູ້ນໍາມາຊ່ວຍ ແລະ ເຖິງວ່າພວກເຂົາຈະລໍຖ້າດົນສໍ່າໃດ, ຜູ້ນໍາກໍບໍ່ເຄີຍປາກົດຕົວ. ຜູ້ນໍາ ແລະ ຜູ້ເຮັດວຽກເຊັ່ນນີ້ຫາໂຕໄດ້ຍາກຫຼາຍ ແລະ ພວກເຂົາກໍເກັ່ງໃນເລື່ອງລົບລີ້! ພວກເຂົາເທດສະໜາໄດ້ດີຫຼາຍ ແລະ ຫຼັງຈາກເທດສະໜາແລ້ວ, ພວກເຂົາກໍແຕ່ງຕົວຢ່າງສວຍງາມ ແລະ ບໍ່ເຮັດວຽກງານຫຍັງເລີຍ, ໂດຍໄດ້ໄປລົບລີ້ຢູ່ບ່ອນໃດບ່ອນໜຶ່ງທີ່ພວກເຂົາສາມາດມົວເມົາໃນຄວາມສະດວກສະບາຍ. ແລະ ເຖິງວ່າຈະເປັນແບບນີ້, ພວກເຂົາກໍຍັງຄິດວ່າພວກເຂົາເຮັດວຽກງານໄດ້ດີຫຼາຍ ແລະ ເໝາະສົມແລ້ວ. ພວກເຂົາຄິດວ່າພວກເຂົາບໍ່ໄດ້ຂີ້ຄ້ານ, ພວກເຂົາໄດ້ເທດສະໜາ, ຈັດການເຕົ້າໂຮມ, ເວົ້າທຸກຢ່າງທີ່ພວກເຂົາຄວນເວົ້າ ແລະ ອະທິບາຍທຸກສິ່ງທີ່ພວກເຂົາຄວນອະທິບາຍໄປແລ້ວ. ພວກເຂົາບໍ່ເຄີຍຕ້ອງການທີ່ຈະເຂົ້າໄປພົວພັນຢ່າງເລິກເຊິ່ງກັບອ້າຍເອື້ອຍນ້ອງເພື່ອຕິດຕາມ ແລະ ມີສ່ວນຮ່ວມໃນວຽກງານ, ຊ່ວຍເຫຼືອອ້າຍເອື້ອຍນ້ອງໂດຍການຊ່ວຍກວດກາຄຸນນະພາບ ແລະ ຊ່ວຍເຫຼືອພວກເຂົາຈັດການ ແລະ ແກ້ໄຂບັນຫາໂດຍທັນທີ. ຖ້າພວກເຂົາພົບບັນຫາທີ່ພວກເຂົາບໍ່ສາມາດແກ້ໄຂໄດ້, ພວກເຂົາກໍບໍ່ຮູ້ດ້ວຍຊ້ຳວ່າຕ້ອງລາຍງານຕໍ່ເບື້ອງເທິງ ແລະ ສະແຫວງຫາວິທີແກ້ໄຂຈາກເບື້ອງເທິງເຊັ່ນກັນ. ພວກເຂົາຍັງບໍ່ໄດ້ໄຕ່ຕອງໃນໃຈຂອງພວກເຂົາວ່າ “ອ້າຍເອື້ອຍນ້ອງສາມາດຮັກສາຫຼັກການໄດ້ບໍ ຫຼັງຈາກທີ່ໄດ້ຟັງພວກເຂົາໃນການໂອ້ລົມກັນ? ແລະ ເມື່ອພວກເຂົາພົບຄວາມຍາກລຳບາກ ແລະ ຄວາມສັບສົນໃນວຽກງານອີກຄັ້ງ, ພວກເຂົາຈະສາມາດຍຶດໝັ້ນໃນຄວາມຈິງ ແລະ ຈັດການເລື່ອງຕ່າງໆຕາມຫຼັກການໄດ້ບໍ? ຍິ່ງໄປກວ່ານັ້ນ, ໃຜທີ່ກຳລັງມີບົດບາດໃນທາງບວກໃນວຽກງານ? ແລະ ໃຜກຳລັງມີບົດບາດໃນທາງລົບ? ແລະ ມີໃຜທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ຫຼື ມີໃຜທີ່ທຳລາຍສິ່ງຕ່າງໆ ຫຼື ມີຄົນທີ່ຫຼົງຜິດທີ່ມັກມີແນວຄິດທີ່ບໍ່ດີຢູ່ສະເໝີບໍ? ໃນເວລາບໍ່ດົນມານີ້ວຽກງານມີຄວາມຄືບໜ້າແນວໃດແດ່?” ພວກເຂົາບໍ່ໄດ້ສົນໃຈ ຫຼື ສອບຖາມກ່ຽວກັບປະເດັນເຊັ່ນນີ້ເລີຍ. ຄົນແບບນີ້ພາຍນອກເບິ່ງຄືວ່າກຳລັງເຮັດວຽກຢູ່, ພວກເຂົາເທດສະໜາ, ຈັດການເຕົ້າໂຮມ, ຈັດຕຽມໂຄງຮ່າງຄຳເທດສະໜາ ແລະ ຫົວຂໍ້ຍ່ອຍ ແລະ ແມ່ນແຕ່ຂຽນລາຍງານວຽກ. ຜູ້ນໍາບາງຄົນຍັງມັກຂຽນຄຳເທດສະໜາກ່ຽວກັບປະສົບການຊີວິດຂອງພວກເຂົາຢູ່ເລື້ອຍໆ; ພວກເຂົາຢູ່ໃນຫ້ອງຂອງພວກເຂົາ ແລະ ຂຽນເປັນເວລາສາມ ຫຼື ຫ້າມື້ລຽນຕິດ ແລະ ແມ່ນແຕ່ຕ້ອງການໃຫ້ຄົນຍິ້ນນໍ້າ ແລະ ເອົາອາຫານມາໃຫ້ເປັນພິເສດ ໂດຍບໍ່ມີໃຜທີ່ຈະສາມາດໄດ້ເຫັນພວກເຂົາ. ຖ້າເຈົ້າເວົ້າວ່າພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ, ພວກເຂົາກໍຈະຮູ້ສຶກບໍ່ເປັນທຳ: “ຂ້ອຍຈະບໍ່ໄດ້ເຮັດວຽກງານຕົວຈິງໄດ້ແນວໃດ? ຂ້ອຍອາໄສຢູ່ກັບອ້າຍເອື້ອຍນ້ອງ ແລະ ຂ້ອຍກໍຈັດການເຕົ້າໂຮມ ແລະ ເທດສະໜາຢູ່ສະເໝີ. ຂ້ອຍເທດສະໜາຈົນປາກແຫ້ງຄໍແຫ້ງ ແລະ ບາງຄັ້ງຂ້ອຍກໍຍັງນອນເດິກອີກດ້ວຍ”. ຈາກພາຍນອກພວກເຂົາເບິ່ງຄືວ່າຫຍຸ້ງຫຼາຍ ແລະ ບໍ່ໄດ້ຢູ່ລ້າໆ, ພວກເຂົາໄດ້ເທດສະໜາຫຼາຍ ແລະ ໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍໃນການເວົ້າ ແລະ ການຂຽນ, ພວກເຂົາໄດ້ຖ່າຍທອດຂໍ້ຄວາມ ແລະ ຈົດໝາຍເປັນປະຈຳ ແລະ ຖ່າຍທອດຫຼັກການທີ່ເບື້ອງເທິງຮຽກຮ້ອງມາ ແລະ ພວກເຂົາຍັງໄດ້ໂອ້ລົມ ແລະ ເນັ້ນເນື້ອໃນຢ່າງຈິງຈັງ ແລະ ອົດທົນໃນລະຫວ່າງການເຕົ້າໂຮມ, ພວກເຂົາເວົ້າຫຼາຍແທ້ໆ, ແຕ່ພວກເຂົາບໍ່ເຄີຍມີສ່ວນຮ່ວມໃນວຽກງານທີ່ສະເພາະເຈາະຈົງ, ພວກເຂົາບໍ່ເຄີຍຕິດຕາມວຽກງານ ແລະ ພວກເຂົາບໍ່ເຄີຍປະເຊີນໜ້າກັບບັນຫາໃດກໍຕາມຮ່ວມກັບອ້າຍເອື້ອຍນ້ອງ. ຖ້າເຈົ້າຖາມພວກເຂົາວ່າວຽກງານນັ້ນໆຄືບໜ້າໄປແນວໃດ ຫຼື ຜົນໄດ້ຮັບຂອງວຽກງານເປັນແນວໃດ, ພວກເຂົາກໍຈະບໍ່ຮູ້ ແລະ ຕ້ອງໄດ້ໄປຖາມຄົນອື່ນກ່ອນ. ຖ້າເຈົ້າຖາມພວກເຂົາວ່າບັນຫາຈາກຄັ້ງທີ່ຜ່ານມາໄດ້ຮັບການແກ້ໄຂແລ້ວ ຫຼື ບໍ່, ພວກເຂົາກໍຈະເວົ້າວ່າພວກເຂົາໄດ້ຈັດການເຕົ້າໂຮມ ແລະ ໂອ້ລົມກ່ຽວກັບຫຼັກການແລ້ວ. ສົມມຸດວ່າເຈົ້າຖາມພວກເຂົາຕໍ່ໄປວ່າ “ອ້າຍເອື້ອຍນ້ອງເຂົ້າໃຈຢ່າງແທ້ຈິງບໍ ຫຼັງຈາກທີ່ເຈົ້າໄດ້ໂອ້ລົມກ່ຽວກັບຫຼັກການຄວາມຈິງແລ້ວ? ຍັງມີຄວາມເປັນໄປໄດ້ບໍທີ່ພວກເຂົາຈະຫຼົງທາງ? ໃນບັນດາພວກເຂົາ, ໃຜມີຄວາມເຂົ້າໃຈຫຼັກການໄດ້ດີກວ່າກັນ, ໃຜມີຄວາມຊຳນານໃນທັກສະທາງວິຊາຊີບຫຼາຍກວ່າ ແລະ ໃຜມີຄວາມສາມາດທີ່ດີກວ່າ ແລະ ຄຸ້ມຄ່າທີ່ຈະເພາະປູກ?” ພວກເຂົາບໍ່ຮູ້ວ່າຈະຕອບຄຳຖາມເຫຼົ່ານີ້ແນວໃດ; ພວກເຂົາບໍ່ຮູ້ຫຍັງເລີຍ. ເມື່ອໃດກໍຕາມທີ່ເຈົ້າຖາມພວກເຂົາກ່ຽວກັບສະຖານະຂອງວຽກງານ, ພວກເຂົາກໍຈະເວົ້າວ່າ “ຂ້ອຍໄດ້ໂອ້ລົມກ່ຽວກັບຫຼັກການແລ້ວ, ຂ້ອຍຫາກໍຈັດການເຕົ້າໂຮມຈົບລົງ ແລະ ຂ້ອຍກໍໄດ້ລິຮານພວກເຂົາ. ພວກເຂົາໄດ້ສະແດງຄວາມຕັ້ງໃຈຂອງພວກເຂົາແລ້ວ ແລະ ພວກເຂົາກໍມີຄວາມຕັ້ງໃຈທີ່ຈະເຮັດວຽກງານນີ້ໃຫ້ດີ”. ແຕ່ເມື່ອເວົ້າເຖິງວຽກງານຕໍ່ໄປຈະຄືບໜ້າແນວໃດ, ພວກເຂົາກໍບໍ່ຮູ້ຫຍັງເລີຍ. ພວກເຂົາສາມາດຖືວ່າໄດ້ມາດຕະຖານໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກແລ້ວບໍ? (ບໍ່ໄດ້.) ວິທີການເຮັດວຽກຂອງຜູ້ນໍາ ແລະ ຜູ້ເຮັດວຽກປະເພດນີ້ກໍ ພຽງແຕ່ອ່ານພຣະທຳຂອງພຣະເຈົ້າ ແລະ ເທດສະໜາພຣະທຳ ແລະ ຫຼັກຄຳສອນບາງຢ່າງໃຫ້ແກ່ຜູ້ຄົນ, ແຕ່ພວກເຂົາບໍ່ໄດ້ເອົາໃຈໃສ່ໃນການແກ້ໄຂບັນຫາຕົວຈິງ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຍັງຢ້ານທີ່ຈະລາຍງານບັນຫາເຫຼົ່ານັ້ນຕໍ່ເບື້ອງເທິງ ແລະ ສະແຫວງຫາວິທີແກ້ໄຂຈາກເບື້ອງເທິງ, ພວກເຂົາຢ້ານຫຼາຍວ່າເບື້ອງເທິງຈະຮູ້ສະຖານະການຕົວຈິງຂອງພວກເຂົາ. ທຳມະຊາດຂອງການກະທຳເຊັ່ນນີ້ແມ່ນຫຍັງ? ພວກເຂົາເປັນຄົນປະເພດໃດໃນແງ່ຂອງແກ່ນແທ້ແລ້ວ? ເວົ້າໃຫ້ຖືກຕ້ອງກໍຄື, ຄົນເຊັ່ນນີ້ແມ່ນພວກຟາຣີຊາຍຕາມແບບແຜນ. ການສະແດງອອກຂອງພວກຟາຣີຊາຍມີດັ່ງນີ້: ພາຍນອກພວກເຂົາໄດ້ມີການກະທຳທີ່ມີກຽດ, ພວກເຂົາເວົ້າ ແລະ ປະພຶດຕົນຢ່າງສຸພາບ, ພວກເຂົາອີງໃສ່ພຣະຄຳພີໃນທຸກຄຳເວົ້າ ແລະ ໃນການກະທຳຂອງພວກເຂົາ ແລະ ເມື່ອພວກເຂົາພົບປະ ແລະ ເວົ້າລົມກັບຜູ້ຄົນ, ພວກເຂົາກໍຈະທ່ອງຈຳຄຳເວົ້າຈາກພຣະຄຳພີ ແລະ ພວກເຂົາກໍສາມາດທ່ອງຈຳຫຼາຍຂໍ້ຈາກພຣະຄຳພີໄດ້ຈົນຂຶ້ນໃຈ. ຜູ້ນໍາປອມກໍຄືກັນກັບພວກຟາຣີຊາຍ, ຈາກພາຍນອກ, ເຈົ້າບໍ່ສາມາດຊອກຫາຂໍ້ບົກຜ່ອງອັນໃດໃນຕົວພວກເຂົາໄດ້ ແລະ ພວກເຂົາເບິ່ງຄືວ່າມີຄວາມເປັນຝ່າຍວິນຍານເປັນພິເສດ. ເຈົ້າບໍ່ສາມາດກວດພົບບັນຫາໃດກໍຕາມໃນຕົວພວກເຂົາໄດ້ຈາກຄຳເວົ້າ, ການກະທຳ ແລະ ພຶດຕິກຳພາຍນອກຂອງພວກເຂົາ, ແຕ່ພວກເຂົາບໍ່ສາມາດແກ້ໄຂບັນຫາຫຼາຍຢ່າງທີ່ມີຢູ່ໃນວຽກງານຂອງຄຣິສຕະຈັກ. ຖ້າເປັນແນວນັ້ນ, ຄຳວ່າ “ຝ່າຍວິນຍານ” ນີ້ໝາຍຄວາມວ່າແນວໃດ? ເວົ້າໃນແງ່ເຂັ້ມງວດກໍຄື, ມັນແມ່ນຄວາມເປັນຝ່າຍວິນຍານຈອມປອມ. ຄົນທີ່ມີຄວາມເປັນຝ່າຍວິນຍານຈອມປອມແບບນີ້ເຮັດໃຫ້ຕົວເອງເບິ່ງຫຍຸ້ງຢູ່ທຸກມື້, ໄປໆມາໆລະຫວ່າງກຸ່ມນ້ອຍ ແລະ ກຸ່ມໃຫຍ່, ເຮັດການເທດສະໜາພຣະທຳຂອງພຣະເຈົ້າທຸກບ່ອນທີ່ພວກເຂົາໄປ. ພາຍນອກພວກເຂົາເບິ່ງຄືວ່າພວກເຂົາຮັກພຣະທຳຂອງພຣະເຈົ້າຫຼາຍກວ່າຜູ້ໃດ, ວ່າພວກເຂົາມີຄວາມພະຍາຍາມກັບພຣະທຳຂອງພຣະເຈົ້າຫຼາຍກວ່າຜູ້ໃດ, ວ່າພວກເຂົາມີຄວາມຮູ້ກ່ຽວກັບພຣະທຳຂອງພຣະເຈົ້າຫຼາຍກວ່າຜູ້ໃດ ແລະ ພວກເຂົາສາມາດເວົ້າຕົວເລກໜ້າຂອງຂໍ້ຄວາມທີ່ສຳຄັນໃດກໍຕາມຂອງພຣະທຳຂອງພຣະເຈົ້າອອກມາໄດ້ໃນທັນທີ. ຖ້າໃຜຜູ້ໜຶ່ງພົບເຫັນບັນຫາ, ພວກເຂົາກໍຈະໃຫ້ຕົວເລກໜ້າຂອງຂໍ້ຄວາມທີ່ກ່ຽວຂ້ອງກັບພຣະທຳຂອງພຣະເຈົ້າ ແລະ ບອກໃຫ້ພວກເຂົາໄປອ່ານ. ຈາກພາຍນອກ, ພວກເຂົາເບິ່ງຄືວ່າໄດ້ຖືເອົາພຣະທຳຂອງພຣະເຈົ້າເປັນເກນໃນທຸກສິ່ງ, ເປັນພະຍານຕໍ່ພຣະທຳຂອງພຣະເຈົ້າເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຂົາ ແລະ ເບິ່ງຄືວ່າບໍ່ໄດ້ມີບັນຫາອັນໃດກັບພວກມັນເລີຍ. ແຕ່ເມື່ອເຈົ້າເບິ່ງວຽກງານທີ່ພວກເຂົາເຮັດຢ່າງໃກ້ຊິດ, ພວກເຂົາສາມາດຄົ້ນພົບ ແລະ ແກ້ໄຂບັນຫາໄດ້ບໍ ໃນຂະນະທີ່ພວກເຂົາກຳລັງເທດສະໜາພຣະທຳ ແລະ ຫຼັກຄຳສອນເຫຼົ່ານີ້? ຖ້າຜ່ານການໂອ້ລົມຄວາມຈິງ, ພວກເຂົາພົບເຫັນບັນຫາທີ່ບໍ່ເຄີຍຖືກຄົ້ນພົບມາກ່ອນໃນວຽກງານໃດໜຶ່ງ ແລະ ແກ້ໄຂບັນຫາທີ່ຄົນອື່ນບໍ່ສາມາດແກ້ໄຂໄດ້, ນີ້ກໍສະແດງວ່າພວກເຂົາເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ໂອ້ລົມຄວາມຈິງໄດ້ຢ່າງຊັດເຈນ. ຄົນທີ່ມີຄວາມເປັນຝ່າຍວິນຍານຈອມປອມເປັນຄົນທີ່ກົງກັນຂ້າມກັບສິ່ງແບບນີ້ຢ່າງສິ້ນເຊີງ. ພວກເຂົາທ່ອງຈຳພຣະທຳຂອງພຣະເຈົ້າຈົນຂຶ້ນໃຈ ແລະ ເທດສະໜາພວກມັນຢູ່ທົ່ວທຸກແຫ່ງ ໂດຍຈິດໃຈ ແລະ ຫົວໃຈຂອງພວກເຂົາກໍເຕັມໄປດ້ວຍພຣະທຳຂອງພຣະເຈົ້າ. ແນວໃດກໍຕາມ, ບໍ່ວ່າຈະມີບັນຫາໃຫຍ່ ຫຼື ບັນຫານ້ອຍເກີດຂຶ້ນໃນວຽກງານ, ພວກເຂົາກໍບໍ່ສາມາດພົບເຫັນ ຫຼື ຄົ້ນພົບມັນໄດ້. ໃນຕອນທ້າຍຂອງການເຕົ້າໂຮມ, ສິ່ງທີ່ພວກເຂົາຢ້ານທີ່ສຸດກໍຄື ການມີຄົນຍົກປະເດັນຕົວຈິງຂຶ້ນມາ ແລະ ຂໍໃຫ້ພວກເຂົາແກ້ໄຂ ແລະ ນັ້ນກໍຄືເຫດຜົນທີ່ພວກເຂົາອອກໄປໃນທັນທີເມື່ອການເຕົ້າໂຮມສິ້ນສຸດລົງ, ໂດຍຄິດວ່າ “ຖ້າໃຜບາງຄົນຖາມຄຳຖາມຂ້ອຍ ແລະ ຂ້ອຍຕອບບໍ່ໄດ້, ມັນກໍຈະໜ້າອຶດອັດ ແລະ ໜ້າອັບອາຍຫຼາຍ!” ນີ້ຄືສະຖານະຕົວຈິງ ແລະ ສະພາວະທີ່ແທ້ຈິງຂອງພວກເຂົາ.
ໃຫ້ຄິດເບິ່ງວ່າຜູ້ນໍາ ແລະ ຜູ້ເຮັດວຽກຄົນໃດໃນກຸ່ມພວກເຈົ້າທີ່ເກັ່ງໃນການໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາ ແລະ ສາມາດເປັນໜຶ່ງດຽວກັບອ້າຍເອື້ອຍນ້ອງ ແລະ ເຮັດໃຫ້ວຽກງານດຳເນີນໄປພ້ອມກັບພວກເຂົາເມື່ອປະຕິບັດໜ້າທີ່ຂອງຕົນ, ຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້ສາມາດເຮັດຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດໄດ້. ຈົ່ງຄິດເບິ່ງວ່າຜູ້ນໍາ ແລະ ຜູ້ເຮັດວຽກຄົນໃດໃນກຸ່ມພວກເຈົ້າທີ່ເກັ່ງໃນການຄົ້ນພົບ ແລະ ແກ້ໄຂບັນຫາ ແລະ ສຸມໃສ່ໃນການເຮັດວຽກງານຕົວຈິງຫຼາຍທີ່ສຸດ ແລະ ຜົນໄດ້ຮັບຫຼາຍທີ່ສຸດໃນວຽກງານຂອງພວກເຂົາ, ຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້ເປັນຄົນທີ່ຈົງຮັກພັກດີທີ່ມີຄວາມຮັບຜິດຊອບ ແລະ ມີສະຕິຮັບຜິດຊອບສູງ. ໃນທາງກົງກັນຂ້າມ, ຖ້າຜູ້ນໍາຄົນໜຶ່ງເກັ່ງໃນການເທດສະໜາພຣະທຳ ແລະ ຫຼັກຄຳສອນ ແລະ ເທດສະໜາຢ່າງມີເຫດຜົນ ແລະ ເປັນລະບຽບ, ມີຈຸດສູນກາງ ແລະ ເນື້ອໃນທີ່ຊັດເຈນ ແລະ ເປັນຂັ້ນເປັນຕອນ ແລະ ຜູ້ຄົນຕ່າງກໍກະຕືລືລົ້ນໃນຄຳເທດສະໜາຂອງພວກເຂົາ, ແຕ່ພວກເຂົາໄດ້ຫຼີກລ່ຽງອ້າຍເອື້ອຍນ້ອງຢູ່ສະເໝີ, ຢ້ານສະເໝີວ່າອ້າຍເອື້ອຍນ້ອງຈະຖາມຄຳຖາມ ແລະ ຢ້ານທີ່ຈະແກ້ໄຂ ແລະ ຈັດການບັນຫາຮ່ວມກັບອ້າຍເອື້ອຍນ້ອງ, ຜູ້ນໍາຄົນນັ້ນກໍເປັນຄົນທີ່ມີຄວາມເປັນຝ່າຍວິນຍານຈອມປອມ ແລະ ພວກເຂົາກໍເປັນຜູ້ນໍາປອມ. ຜູ້ນໍາ ແລະ ຜູ້ຮັບຜິດຊອບອ້ອມຂ້າງພວກເຈົ້າເປັນຄົນປະເພດໃດ? ໂດຍປົກກະຕິແລ້ວ, ນອກຈາກການເຂົ້າຮ່ວມການເຕົ້າໂຮມ ແລະ ການເທດສະໜາ, ພວກເຂົາໄດ້ຕິດຕາມ ແລະ ມີສ່ວນຮ່ວມໃນວຽກງານບໍ, ພວກເຂົາສາມາດຄົ້ນພົບ ແລະ ແກ້ໄຂບັນຫາໃນວຽກງານໄດ້ຢູ່ເລື້ອຍໆບໍ ຫຼື ພວກເຂົາໄດ້ຫາຍຕົວໄປຫຼັງຈາກທີ່ປາກົດຕົວໃນການເຕົ້າໂຮມ? ຜູ້ນໍາປອມທີ່ມີຄວາມເປັນຝ່າຍວິນຍານຈອມປອມຈະຢ້ານຢູ່ສະເໝີວ່າຈະບໍ່ມີຫຍັງເທດສະໜາ ແລະ ບໍ່ມີຫຍັງຈະເວົ້າເມື່ອພວກເຂົາພົບກັບອ້າຍເອື້ອຍນ້ອງ ດັ່ງນັ້ນພວກເຂົາຈຶ່ງຝຶກທ່ອງຈຳພຣະທຳຂອງພຣະເຈົ້າ ແລະ ວິທີການເທດສະໜາຢູ່ໃນຫ້ອງຂອງພວກເຂົາ. ພວກເຂົາເຊື່ອວ່າການເທດສະໜາເປັນສິ່ງທີ່ສາມາດຮຽນຮູ້ໄດ້ ແລະ ເປັນສິ່ງທີ່ສາມາດບັນລຸໄດ້ຜ່ານການທ່ອງຈຳ, ເຊັ່ນດຽວກັບການໄດ້ຮັບຄວາມຮູ້ ຫຼື ການເຂົ້າຮຽນຢູ່ໃນມະຫາວິທະຍາໄລ ແລະ ພວກເຂົາຕ້ອງມີຈິດວິນຍານຂອງການຕັ້ງໜ້າຕັ້ງຕາຮ່ຳຮຽນ ແລະ ບໍ່ຫຼັບບໍ່ນອນ. ຄວາມເຂົ້າໃຈທີ່ຜູ້ນໍາປອມເຫຼົ່ານີ້ມີຢູ່ນັ້ນບໍ່ແມ່ນການບິດເບືອນບໍ? (ແມ່ນແລ້ວ.) ຄົນແບບນີ້ຈະເທດສະໜາຫຼັກຄຳສອນຈາກຕຳແໜ່ງທີ່ສູງສົ່ງຂອງພວກເຂົາ ແລະ ສົນໃຈແຕ່ເລື່ອງທີ່ໄຮ້ສາລະບາງຢ່າງ ຈາກນັ້ນພວກເຂົາກໍຄິດວ່າພວກເຂົາກຳລັງເຮັດວຽກງານຜູ້ນໍາ. ພວກເຂົາບໍ່ເຄີຍໄປສະຖານທີ່ເຮັດວຽກເພື່ອຊີ້ນຳວຽກງານ ຫຼື ແກ້ໄຂບັນຫາ, ແຕ່ຈະມັກນັ່ງຢູ່ໃນຫ້ອງຂອງພວກເຂົາ, “ປີກວິເວກຕົວເອງອອກໄປເພື່ອເພາະປູກຕົນເອງ”, ເສີມສ້າງຕົນເອງດ້ວຍພຣະທຳຂອງພຣະເຈົ້າ, ສິ່ງນີ້ເປັນສິ່ງທີ່ຈຳເປັນບໍ? ໃນສະຖານະການໃດທີ່ຜູ້ນໍາ ແລະ ຜູ້ເຮັດວຽກສາມາດປະຖິ້ມວຽກງານຂອງຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງໄວ້ລ້າໆຊົ່ວຄາວ ແລ້ວ ໄປຕຽມຕົວເອງດ້ວຍຄວາມຈິງ? ເມື່ອວຽກງານບໍ່ຫຍ້ງຫຼາຍ ແລະ ບັນຫາທັງໝົດທີ່ຄວນແກ້ໄຂໄດ້ຮັບການແກ້ໄຂແລ້ວ ແລະ ເລື່ອງທັງໝົດທີ່ຕ້ອງການຄວາມໃສ່ໃຈ ແລະ ຫຼັກການທີ່ຄວນອະທິບາຍໄດ້ຮັບການອະທິບາຍໄປແລ້ວ ແລະ ອ້າຍເອື້ອຍນ້ອງບໍ່ມີຄຳຖາມ ຫຼື ຄວາມຍາກລຳບາກໃດກໍຕາມ ແລະ ບໍ່ມີໃຜກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງ ແລະ ວຽກງານສາມາດດຳເນີນໄປໄດ້ຢ່າງລ່ຽນໄຫຼ ແລະ ບໍ່ມີອຸປະສັກອີກຕໍ່ໄປ, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກກໍສາມາດອ່ານພຣະທຳຂອງພຣະເຈົ້າ ແລະ ຕຽມຕົວເອງດ້ວຍຄວາມຈິງ, ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ເປັນການເຮັດວຽກງານຕົວຈິງ. ຜູ້ນໍາປອມບໍ່ໄດ້ເຮັດວຽກແບບນີ້; ພວກເຂົາສຸມໃສ່ການສ້າງຄວາມໂດດເດັ່ນໃຫ້ຕົວເອງຢູ່ສະເໝີ ແລະ ພວກເຂົາເຮັດແຕ່ວຽກງານທີ່ເຫັນໄດ້ຊັດເຈນທີ່ຄົນອື່ນສາມາດເບິ່ງເຫັນໄດ້ເພື່ອອວດອ້າງ. ຖ້າພວກເຂົາພົບເຫັນແສງສະຫວ່າງໃໝ່ບາງຢ່າງຈາກການອ່ານພຣະທຳຂອງພຣະເຈົ້າ ຫຼື ຟັງຄຳເທດສະໜາ, ພວກເຂົາກໍຈະຮູ້ສຶກວ່າພວກເຂົາໄດ້ຮັບບາງຢ່າງ, ວ່າພວກເຂົາມີຄວາມຈິງຄວາມເປັນຈິງ ແລະ ຈາກນັ້ນພວກເຂົາກໍຈະຮີບຮ້ອນຊອກຫາໂອກາດເພື່ອຈະເທດສະໜາໃຫ້ຄົນອື່ນ. ພວກເຂົາເທດສະໜາຫຼັກຄຳສອນຢ່າງເປັນລະບົບ, ມີເຫດຜົນ ແລະ ເປັນລະບຽບ, ມີຈຸດສູນກາງ ແລະ ເນື້ອໃນທີ່ຊັດເຈນ ແລະ ໃນລັກສະນະທີ່ຊົງພະລັງ ແລະ ເລິກເຊິ່ງກວ່າຄຳປາໄສຂອງຄົນດັງ ຫຼື ການບັນຍາຍທາງວິຊາການ ແລະ ພວກເຂົາກໍຮູ້ສຶກພໍໃຈກັບສິ່ງນີ້ຫຼາຍ. ແຕ່ພວກເຂົາກໍຍັງໄຕ່ຕອງກັບຕົວເອງວ່າ “ຄັ້ງຕໍ່ໄປຂ້ອຍຈະເທດສະໜາຫຍັງ ຫຼັງຈາກທີ່ຂ້ອຍເທດສະໜາຄັ້ງນີ້ຈົບ? ຂ້ອຍບໍ່ມີຫຍັງຈະເທດສະໜາອີກແລ້ວ”. ດັ່ງນັ້ນພວກເຂົາຈຶ່ງຮີບຮ້ອນຈາກໄປ ແລະ “ປີກວິເວກຕົວເອງອອກໄປເພື່ອເພາະປູກຕົນເອງ” ເປັນອີກຄັ້ງທີ່ພວກເຂົາຊອກຫາຫຼັກຄຳສອນທີ່ເລິກເຊິ່ງ. ພວກເຂົາບໍ່ເຄີຍຖືກເຫັນຢູ່ສະຖານທີ່ເຮັດວຽກຂອງຄຣິສຕະຈັກ ແລະ ເມື່ອຜູ້ຄົນພົບຄວາມຍາກລຳບາກ ແລະ ລໍຖ້າໃຫ້ບັນຫາເຫຼົ່ານັ້ນໄດ້ຮັບການແກ້ໄຂ, ຜູ້ນໍາປອມເຫຼົ່ານີ້ກໍຈະຊອກຫາບໍ່ເຫັນຢູ່ໃສເລີຍ. ຜູ້ນໍາປອມບໍ່ຮູ້ສຶກອັບອາຍ ແລະ ບໍ່ສະບາຍໃຈແນ່ບໍ? ພວກເຂົາບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້ ແຕ່ພວກເຂົາກໍຍັງຕ້ອງການເທດສະໜາແບບສູງສົ່ງເພື່ອອວດອ້າງ. ຄົນເຫຼົ່ານີ້ເປັນຄົນໜ້າດ້ານໄຮ້ຢາງອາຍ.
ຜູ້ນໍາປອມທຸກຄົນສາມາດເທດສະໜາພຣະທຳ ແລະ ຫຼັກຄຳສອນ, ພວກເຂົາທຸກຄົນລ້ວນເປັນຄົນທີ່ມີຄວາມຈອມປອມທາງຝ່າຍວິນຍານ, ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງອັນໃດໄດ້ ແລະ ພວກເຂົາບໍ່ເຂົ້າໃຈຄວາມຈິງ ເຖິງແມ່ນວ່າຈະມີຄວາມເຊື່ອໃນພຣະເຈົ້າມາຫຼາຍປີແລ້ວກໍຕາມ, ອາດເວົ້າໄດ້ວ່າ ພວກເຂົາບໍ່ມີຄວາມເຂົ້າໃຈຝ່າຍວິນຍານ. ພວກເຂົາຄິດວ່າການເປັນຜູ້ນໍາຄຣິສຕະຈັກໝາຍຄວາມວ່າ ພວກເຂົາພຽງແຕ່ຕ້ອງໄດ້ເທດສະໜາພຣະທຳ ແລະ ຫຼັກຄຳສອນບາງອັນ, ຮ້ອງໂຮຄຳຂວັນບາງຄຳ ແລະ ອະທິບາຍພຣະທຳຂອງພຣະເຈົ້າພຽງເລັກນ້ອຍ ແລ້ວຜູ້ຄົນກໍຈະເຂົ້າໃຈຄວາມຈິງ. ພວກເຂົາບໍ່ຮູ້ວ່າການເຮັດວຽກງານໝາຍຄວາມວ່າແນວໃດ, ພວກເຂົາບໍ່ຮູ້ວ່າຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນຫຍັງກັນແທ້ ແລະ ພວກເຂົາບໍ່ຮູ້ວ່າເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງເລືອກໃຜບາງຄົນມາເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ຫຼື ການເລືອກນີ້ມີຈຸດປະສົງເພື່ອແກ້ໄຂບັນຫາຫຍັງກັນແທ້. ສະນັ້ນ, ບໍ່ວ່າເຮືອນຂອງພຣະເຈົ້າຈະໂອ້ລົມກັນຫຼາຍສໍ່າໃດວ່າໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກຕິດຕາມວຽກງານ, ກວດກາວຽກງານ ແລະ ຊີ້ນໍາວຽກງານ, ວ່າພວກເຂົາຕ້ອງໄດ້ຄົ້ນພົບ ແລະ ແກ້ໄຂບັນຫາໃນວຽກງານໂດຍທັນທີ ແລະ ອື່ນໆ, ພວກເຂົາກໍບໍ່ຮັບຟັງສິ່ງເຫຼົ່ານີ້ ແລະ ບໍ່ເຂົ້າໃຈເລີຍ. ພວກເຂົາບໍ່ສາມາດບັນລຸ ຫຼື ປະຕິບັດຕາມຂໍ້ກຳນົດທີ່ເຮືອນຂອງພຣະເຈົ້າມີຕໍ່ຜູ້ນໍາ ແລະ ຜູ້ເຮັດວຽກໄດ້ ແລະ ພວກເຂົາບໍ່ສາມາດເຂົ້າໃຈບັນຫາທີ່ກ່ຽວຂ້ອງກັບທັກສະທາງວິຊາຊີບທີ່ພົວພັນກັບການປະຕິບັດໜ້າທີ່, ພ້ອມທັງປະເດັນດ້ານຫຼັກການໃນການເລືອກຜູ້ຮັບຜິດຊອບ ແລະ ອື່ນໆ ແລະ ເຖິງແມ່ນວ່າພວກເຂົາຈະຮູ້ກ່ຽວກັບບັນຫາເຫຼົ່ານີ້, ພວກເຂົາກໍຍັງບໍ່ສາມາດຈັດການກັບພວກມັນໄດ້. ເພາະສະນັ້ນ, ພາຍໃຕ້ການນໍາພາຂອງຜູ້ນໍາປອມເຊັ່ນນີ້, ບັນຫາທຸກປະເພດທີ່ເກີດຂຶ້ນໃນວຽກງານຂອງຄຣິສຕະຈັກຈຶ່ງບໍ່ສາມາດໄດ້ຮັບການແກ້ໄຂ. ບໍ່ພຽງແຕ່ບັນຫາທີ່ກ່ຽວຂ້ອງກັບທັກສະທາງວິຊາຊີບທີ່ຜູ້ຄົນທີ່ພຣະເຈົ້າເລືອກໄດ້ພົບພໍ້ ເມື່ອປະຕິບັດໜ້າທີ່ຂອງພວກເຂົາ, ແຕ່ຍັງມີຄວາມຍາກລຳບາກໃນການເຂົ້າສູ່ຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ, ເຊິ່ງບໍ່ໄດ້ຮັບການແກ້ໄຂເປັນເວລາດົນນານ ແລະ ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ຜູ້ຮັບຜິດຊອບລາຍການວຽກງານຕ່າງໆ ບໍ່ສາມາດເຮັດວຽກງານຕົວຈິງໄດ້, ພວກເຂົາກໍບໍ່ໄດ້ຖືກໄລ່ອອກໂດຍທັນທີ ຫຼື ບໍ່ໄດ້ປັບການມອບໝາຍໜ້າທີ່ຂອງພວກເຂົາໂດຍທັນທີ ແລະ ອື່ນໆ. ບັນຫາເຫຼົ່ານີ້ບໍ່ມີບັນຫາໃດທີ່ໄດ້ຮັບການແກ້ໄຂຢ່າງທັນທ່ວງທີ ແລະ ຜົນສະທ້ອນກໍຄື ປະສິດທິພາບຂອງລາຍການວຽກງານຕ່າງໆ ໃນຄຣິສຕະຈັກໄດ້ຫຼຸດລົງຢ່າງຕໍ່ເນື່ອງ ແລະ ປະສິດທິຜົນຂອງວຽກງານກໍນັບມື້ນັບຕົກຕໍ່າລົງ. ໃນດ້ານບຸກຄະລາກອນ, ຜູ້ທີ່ມີພອນສະຫວັນ ແລະ ເວົ້າເກັ່ງພໍສົມຄວນກໍຈະກາຍເປັນຜູ້ນໍາ ແລະ ຜູ້ເຮັດວຽກ, ໃນຂະນະທີ່ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ສາມາດທຸ່ມເທຕົນເອງໃຫ້ກັບການເຮັດວຽກໜັກ ແລະ ເຮັດວຽກແບບບໍ່ຮູ້ຈັກອິດເມື່ອຍໂດຍບໍ່ຈົ່ມວ່າ, ກໍບໍ່ໄດ້ຮັບການເລື່ອນຕຳແໜ່ງ ແລະ ເພາະປູກ ແລະ ໄດ້ຮັບການປະຕິບັດຕໍ່ຄືກັບຜູ້ອອກເຫື່ອແຮງ ແລະ ບຸກຄະລາກອນທາງດ້ານເຕັກນິກຕ່າງໆ ທີ່ມີຈຸດແຂງບາງຢ່າງກໍບໍ່ໄດ້ຖືກໃຊ້ງານຢ່າງສົມເຫດສົມຜົນ. ນອກຈາກນີ້, ບາງຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງຈິງໃຈກໍບໍ່ໄດ້ຮັບການສະໜອງທາງດ້ານປັດໄຈໃນການດຳລົງຊີວິດ ດັ່ງນັ້ນ ພວກເຂົາຈຶ່ງຕົກຢູ່ໃນຄວາມເປັນລົບ ແລະ ຄວາມອ່ອນແອ. ຍິ່ງໄປກວ່ານັ້ນ, ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍຈະເຮັດຄວາມຊົ່ວຫຼາຍສໍ່າໃດ, ມັນກໍເບິ່ງຄືກັບວ່າຜູ້ນໍາປອມບໍ່ໄດ້ເຫັນມັນ. ຖ້າຄົນໃດຄົນໜຶ່ງເປີດໂປງຄົນຊົ່ວຮ້າຍ ຫຼື ຜູ້ຕໍ່ຕ້ານພຣະຄຣິສ, ຜູ້ນໍາປອມກໍຈະບອກພວກເຂົາວ່າ ພວກເຂົາຄວນປະຕິບັດຕໍ່ຄົນນັ້ນດ້ວຍຄວາມຮັກ ແລະ ໃຫ້ໂອກາດພວກເຂົາໄດ້ກັບໃຈ. ໃນການເຮັດເຊັ່ນນັ້ນ, ພວກເຂົາໄດ້ປ່ອຍໃຫ້ຄົນຊົ່ວຊ້າ ແລະ ຜູ້ຕໍ່ຕ້ານພຣະຄຣິສເຮັດຄວາມຊົ່ວ ແລະ ກໍ່ໃຫ້ເກີດການລົບກວນໃນຄຣິສຕະຈັກ ແລະ ສິ່ງນີ້ກໍໄດ້ນໍາໄປສູ່ຄວາມລ່າຊ້າອັນຍາວນານໃນການຈະກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຮ້າຍ, ຜູ້ບໍ່ເຊື່ອ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ ແລະ ພວກເຂົາກໍໄດ້ສືບຕໍ່ເຮັດຄວາມຊົ່ວໃນຄຣິສຕະຈັກ ແລະ ລົບກວນວຽກງານຂອງຄຣິສຕະຈັກຕໍ່ໄປ. ຜູ້ນໍາປອມບໍ່ມີຄວາມສາມາດໃນການຈັດການ ແລະ ແກ້ໄຂບັນຫາໃດກໍຕາມ ເຫຼົ່ານີ້; ພວກເຂົາບໍ່ມີຄວາມສາມາດໃນການປະຕິບັດຕໍ່ຜູ້ຄົນຢ່າງຍຸຕິທຳ ຫຼື ຈັດແຈງວຽກງານຢ່າງສົມເຫດສົມຜົນ, ແຕ່ກົງກັນຂ້າມ ພວກເຂົາກະທຳການຕາມອຳເພີໃຈ ແລະ ເຮັດພຽງແຕ່ວຽກງານທີ່ໄຮ້ປະໂຫຍດ, ເຊິ່ງສົ່ງຜົນເຮັດໃຫ້ວຽກງານຂອງຄຣິສຕະຈັກເກີດຄວາມສັບສົນ ແລະ ປັ່ນປ່ວນ. ບໍ່ວ່າເຮືອນຂອງພຣະເຈົ້າຈະໂອ້ລົມກັນກ່ຽວກັບຄວາມຈິງຫຼາຍສໍ່າໃດ ຫຼື ຈະເນັ້ນໜັກເຖິງຫຼັກການທີ່ຄວນປະຕິບັດຕາມຫຼາຍສໍ່າໃດ ເມື່ອປະຕິບັດວຽກງານຂອງຄຣິສຕະຈັກ, ນັ້ນກໍຄື ການຈຳກັດຜູ້ທີ່ຄວນຖືກຈຳກັດ ແລະ ການກຳຈັດອອກເຊິ່ງຜູ້ທີ່ຄວນຖືກກຳຈັດອອກໄປຈາກບັນດາຜູ້ຄົນທີ່ເຮັດຄວາມຊົ່ວ ແລະ ຜູ້ບໍ່ເຊື່ອປະເພດຕ່າງໆ ແລະ ການເລື່ອນຕຳແໜ່ງ ແລະ ເພາະປູກຜູ້ຄົນທີ່ມີຄວາມສາມາດດີ ແລະ ມີຄວາມສາມາດໃນການຢັ່ງຮູ້ ແລະ ຜູ້ທີ່ສາມາດໄລ່ຕາມຄວາມຈິງ, ຜູ້ທີ່ຄວນໄດ້ຮັບການເລື່ອນຕຳແໜ່ງ ແລະ ເພາະປູກ, ເຖິງແມ່ນວ່າສິ່ງເຫຼົ່ານີ້ຈະໄດ້ຮັບການໂອ້ລົມນັບຄັ້ງບໍ່ຖ້ວນ, ຜູ້ນໍາປອມກໍບໍ່ເຂົ້າໃຈ ຫຼື ບໍ່ຢັ່ງຮູ້ສິ່ງເຫຼົ່ານັ້ນ ແລະ ພຽງແຕ່ຍຶດໝັ້ນຢູ່ກັບທັດສະນະທີ່ມີຄວາມຈອມປອມທາງຝ່າຍວິນຍານ ແລະ ວິທີການ “ທີ່ເຕັມໄປດ້ວຍຄວາມຮັກ” ຂອງພວກເຂົາຢ່າງຕໍ່ເນື່ອງ. ຜູ້ນໍາປອມເຊື່ອວ່າ ພາຍໃຕ້ການສັ່ງສອນທີ່ຈິງຈັງ ແລະ ອົດທົນຂອງພວກເຂົາ, ຄົນທຸກປະເພດກໍຈະປະຕິບັດບົດບາດຂອງຕົນເອງຢ່າງເປັນລະບຽບ, ໂດຍບໍ່ມີຄວາມວຸ້ນວາຍ ແລະ ທຸກຄົນກໍມີຄວາມສັດທາອັນແຮງກ້າ, ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ, ບໍ່ຢ້ານການຕິດຄຸກ ແລະ ການປະເຊີນໜ້າກັບອັນຕະລາຍ ແລະ ທຸກຄົນກໍມີຄວາມຕັ້ງໃຈທີ່ຈະທົນທຸກທໍລະມານ ແລະ ບໍ່ເຕັມໃຈທີ່ຈະເປັນຢູດາ. ພວກເຂົາເຊື່ອວ່າການມີບັນຍາກາດທີ່ດີໃນການໃຊ້ຊີວິດໃນຄຣິສຕະຈັກໝາຍຄວາມວ່າ ພວກເຂົາໄດ້ເຮັດໜ້າທີ່ໄດ້ດີແລ້ວ. ບໍ່ວ່າຈະມີກໍລະນີທີ່ຄົນຊົ່ວຮ້າຍກໍ່ໃຫ້ເກີດການລົບກວນ ຫຼື ຜູ້ບໍ່ເຊື່ອເຜີຍແຜ່ຄຳສອນນອກຮີດ ແລະ ທິດສະດີທີ່ຫຼອກລວງເກີດຂຶ້ນໃນຄຣິສຕະຈັກ, ພວກເຂົາກໍບໍ່ໄດ້ຖືວ່າສິ່ງເຫຼົ່ານີ້ເປັນບັນຫາ ແລະ ພວກເຂົາກໍບໍ່ໄດ້ຮູ້ສຶກວ່າຈຳເປັນຕ້ອງແກ້ໄຂບັນຫາ. ເມື່ອເວົ້າເຖິງຄົນທີ່ໄວ້ວາງໃຈໃຫ້ເຮັດວຽກງານຕາມອຳເພີໃຈໂດຍຂຶ້ນກັບຄວາມປະສົງຂອງພວກເຂົາ ແລະ ລົບກວນວຽກງານພຣະກິດຕິຄຸນ, ຜູ້ນໍາປອມຍິ່ງຕາມືດບອດກວ່າເກົ່າ. ພວກເຂົາເວົ້າວ່າ “ຂ້ອຍໄດ້ອະທິບາຍຫຼັກການເຮັດວຽກທີ່ຂ້ອຍຄວນຈະອະທິບາຍແລ້ວ ແລະ ຂ້ອຍກໍໄດ້ບອກພວກເຂົາຊໍ້າແລ້ວຊໍ້າອີກວ່າຕ້ອງເຮັດຫຍັງ. ຖ້າມີບັນຫາໃດກໍຕາມເກີດຂຶ້ນ, ມັນກໍບໍ່ໄດ້ກ່ຽວຫຍັງກັບຂ້ອຍ”. ແນວໃດກໍຕາມ, ພວກເຂົາບໍ່ຮູ້ວ່າບຸກຄົນນັ້ນເປັນຄົນທີ່ເໝາະສົມ ຫຼື ບໍ່, ພວກເຂົາບໍ່ໄດ້ສົນໃຈເລື່ອງນັ້ນ ແລະ ພວກເຂົາບໍ່ໄດ້ຮູ້ວ່າສິ່ງທີ່ພວກເຂົາເວົ້າຕອນທີ່ກຳລັງອະທິບາຍ ແລະ ບອກໃຫ້ບຸກຄົນນັ້ນວ່າຕ້ອງເຮັດຫຍັງນັ້ນ ຈະສາມາດບັນລຸຜົນໃນທາງບວກໄດ້ ຫຼື ບໍ່ ຫຼື ມັນຈະນໍາຜົນສະທ້ອນຫຍັງມາໃຫ້. ທຸກຄັ້ງທີ່ຜູ້ນໍາປອມຈັດການເຕົ້າໂຮມ, ພວກເຂົາກໍເວົ້າພຣະທຳ ແລະ ຫຼັກຄຳສອນອອກມາຢ່າງຫຼວງຫຼາຍບໍ່ຂາດສາຍ, ແຕ່ຜົນປາກົດວ່າ ພວກເຂົາບໍ່ສາມາດແກ້ໄຂບັນຫາອັນໃດໄດ້ເລີຍ. ເຖິງຢ່າງນັ້ນ ພວກເຂົາກໍຍັງເຊື່ອວ່າພວກເຂົາກຳລັງເຮັດວຽກງານທີ່ຍິ່ງໃຫຍ່, ພວກເຂົາຍັງພໍໃຈໃນຕົນເອງ ແລະ ຄິດວ່າພວກເຂົາຊ່າງໜ້າອັດສະຈັນ. ຕາມຄວາມຈິງແລ້ວ, ພຣະທຳ ແລະ ຫຼັກຄຳສອນທີ່ພວກເຂົາເວົ້ານັ້ນ ສາມາດໃຊ້ເພື່ອຫຼອກລວງຄົນເບົາປັນຍາ, ຄົນໂງ່ ແລະ ຄົນບໍ່ສະຫຼາດ ຜູ້ທີ່ບໍ່ຮູ້ຈັກຫຍັງ ແລະ ມີຄວາມສາມາດຕໍ່າເທົ່ານັ້ນ. ຫຼັງຈາກທີ່ຄົນເຫຼົ່ານີ້ໄດ້ຍິນຄຳເວົ້າເຫຼົ່ານີ້, ພວກເຂົາກໍສັບສົນ ແລະ ເຊື່ອວ່າສິ່ງທີ່ຜູ້ນໍາປອມເວົ້ານັ້ນຖືກຕ້ອງທີ່ສຸດ, ບໍ່ມີຫຍັງທີ່ພວກເຂົາເວົ້າຜິດເລີຍ. ຜູ້ນໍາປອມສາມາດເຮັດໃຫ້ຄົນທີ່ສັບສົນເຫຼົ່ານີ້ພໍໃຈໄດ້ເທົ່ານັ້ນ ແລະ ໂດຍພື້ນຖານແລ້ວຈະບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້. ແນ່ນອນວ່າ ຜູ້ນໍາປອມຍິ່ງບໍ່ມີຄວາມສາມາດໃນການຈັດການກັບບັນຫາທີ່ກ່ຽວຂ້ອງກັບທັກສະ ແລະ ຄວາມຮູ້ທາງວິຊາຊີບ, ພວກເຂົາໝົດສິ້ນອຳນາດໂດຍສິ້ນເຊີງເມື່ອເວົ້າເຖິງເລື່ອງເຫຼົ່ານີ້. ຕົວຢ່າງເຊັ່ນ: ວຽກງານດ້ານຂໍ້ຄວາມຂອງເຮືອນຂອງພຣະເຈົ້າ. ນີ້ຄືວຽກງານທີ່ເຮັດໃຫ້ເກີດຜູ້ນໍາປອມທີ່ໜ້າປວດຫົວທີ່ສຸດ. ພວກເຂົາບໍ່ສາມາດລະບຸໄດ້ຢ່າງແນ່ນອນວ່າຄົນໃດມີຄວາມເຂົ້າໃຈຝ່າຍວິນຍານ, ມີຄວາມສາມາດທີ່ດີ ແລະ ເໝາະສົມກັບການເຮັດວຽກງານດ້ານຂໍ້ຄວາມ ແລະ ພວກເຂົາຖືວ່າໃຜກໍຕາມທີ່ໃສ່ແວ່ນຕາ ແລະ ມີລະດັບການສຶກສາທີ່ສູງນັ້ນເປັນຜູ້ທີ່ມີຄວາມສາມາດທີ່ດີ ແລະ ມີຄວາມເຂົ້າໃຈຝ່າຍວິນຍານ ດັ່ງນັ້ນ ພວກເຂົາຈຶ່ງຈັດແຈງໃຫ້ຄົນເຫຼົ່ານັ້ນໄດ້ເຮັດວຽກ ໂດຍບອກພວກເຂົາວ່າ “ພວກເຈົ້າທຸກຄົນລ້ວນມີພອນສະຫວັນໃນການເຮັດວຽກງານດ້ານຂໍ້ຄວາມ. ຂ້ອຍບໍ່ເຂົ້າໃຈວຽກງານດ້ານນີ້, ສະນັ້ນ ວຽກງານທັງໝົດຈຶ່ງຕົກຢູ່ເທິງບ່າຂອງພວກເຈົ້າ. ເຮືອນຂອງພຣະເຈົ້າບໍ່ໄດ້ຮຽກຮ້ອງຫຍັງອີກຈາກພວກເຈົ້າ, ພຽງແຕ່ໃຫ້ພວກເຈົ້ານໍາໃຊ້ຈຸດແຂງຂອງພວກເຈົ້າ, ບໍ່ຕ້ອງປິດບັງຫຍັງໄວ້ ແລະ ປະກອບສ່ວນໃນທຸກສິ່ງທີ່ພວກເຈົ້າໄດ້ຮຽນຮູ້ມາ. ພວກເຈົ້າຕ້ອງຮູ້ຈັກສຳນຶກບຸນຄຸນ ແລະ ຂອບໃຈພຣະເຈົ້າທີ່ໄດ້ຍົກຊູພວກເຈົ້າຂຶ້ນ”. ຫຼັງຈາກທີ່ຜູ້ນໍາປອມໄດ້ເວົ້າຄຳເວົ້າທີ່ບໍ່ເກີດຜົນ ແລະ ຜິວເຜີນຈໍານວນໜຶ່ງແລ້ວ, ພວກເຂົາກໍຮູ້ສຶກວ່າວຽກງານໄດ້ຮັບການຈັດແຈງແລ້ວ ຈາກນັ້ນ ພວກເຂົາກໍໄດ້ເຮັດທຸກສິ່ງທີ່ພວກເຂົາຈຳເປັນຕ້ອງໄດ້ເຮັດແລ້ວ. ພວກເຂົາບໍ່ຮູ້ວ່າຄົນທີ່ພວກເຂົາໄດ້ຮັບການຈັດແຈງໃຫ້ເຮັດວຽກງານນີ້ເໝາະສົມແລ້ວ ຫຼື ບໍ່ ແລະ ກໍບໍ່ຮູ້ວ່າຄົນເຫຼົ່ານີ້ມີຂໍ້ບົກຜ່ອງຫຍັງແດ່ໃນດ້ານຄວາມຮູ້ທາງວິຊາຊີບ ຫຼື ພວກເຂົາຄວນຈະແກ້ໄຂຂໍ້ບົກຜ່ອງເຫຼົ່ານັ້ນແນວໃດ. ພວກເຂົາບໍ່ຮູ້ຈັກວິທີເບິ່ງ ແລະ ແຍກແຍະຜູ້ຄົນ, ພວກເຂົາບໍ່ເຂົ້າໃຈບັນຫາດ້ານວິຊາຊີບ ແລະ ກໍບໍ່ເຂົ້າໃຈຄວາມຮູ້ທີ່ກ່ຽວຂ້ອງກັບການຂຽນ, ພວກເຂົາບໍ່ຮູ້ຫຍັງເລີຍກ່ຽວກັບເລື່ອງເຫຼົ່ານີ້. ພວກເຂົາເວົ້າວ່າພວກເຂົາບໍ່ເຂົ້າໃຈ ຫຼື ຢັ່ງຮູ້ເລື່ອງເຫຼົ່ານີ້ໄດ້, ແຕ່ໃນຫົວໃຈຂອງພວກເຂົາ, ພວກເຂົາໄດ້ຄິດວ່າ “ບໍ່ແມ່ນວ່າພວກເຈົ້າມີແຕ່ການສຶກສາ ແລະ ຄວາມຮູ້ຫຼາຍກວ່າຂ້ອຍໜ້ອຍໜຶ່ງຊື່ໆບໍ? ເຖິງແມ່ນວ່າຂ້ອຍຈະບໍ່ສາມາດຊີ້ນໍາພວກເຈົ້າໃນວຽກງານນີ້ໄດ້, ແຕ່ຂ້ອຍມີຄວາມເປັນຝ່າຍວິນຍານຫຼາຍກວ່າພວກເຈົ້າ, ຂ້ອຍເທດສະໜາເກັ່ງກວ່າພວກເຈົ້າ ແລະ ຂ້ອຍເຂົ້າໃຈພຣະທຳຂອງພຣະເຈົ້າດີກວ່າພວກເຈົ້າ. ຂ້ອຍເປັນຄົນນຳພາພວກເຈົ້າ, ຂ້ອຍເປັນຫົວໜ້າຂອງພວກເຈົ້າ, ຂ້ອຍຕ້ອງເປັນຜູ້ຄວບຄຸມພວກເຈົ້າ ແລະ ພວກເຈົ້າຕ້ອງເຮັດຕາມທີ່ຂ້ອຍສັ່ງ”. ຜູ້ນໍາປອມຖືວ່າຕົນເອງສູງສົ່ງ, ແຕ່ພວກເຂົາບໍ່ສາມາດໃຫ້ຄຳແນະນຳທີ່ມີຄຸນຄ່າອັນໃດ ກ່ຽວກັບວຽກງານປະເພດໃດກໍຕາມທີ່ກ່ຽວຂ້ອງກັບທັກສະທາງວິຊາຊີບ ແລະ ພວກເຂົາກໍບໍ່ສາມາດໃຫ້ການຊີ້ນໍາໃດກໍຕາມໄດ້ເຊັ່ນກັນ. ຢ່າງຫຼາຍທີ່ສຸດ, ພວກເຂົາກໍສາມາດຈັດແຈງບຸກຄະລາກອນໃຫ້ດີໄດ້; ພວກເຂົາບໍ່ສາມາດເຮັດວຽກງານທີ່ຕາມມາໃດກໍຕາມໄດ້. ພວກເຂົາບໍ່ໄດ້ພະຍາຍາມທີ່ຈະໄດ້ມາເຊິ່ງຄວາມຮູ້ທາງວິຊາຊີບ ແລະ ພວກເຂົາບໍ່ຕິດຕາມວຽກງານ. ຜູ້ນໍາປອມທຸກຄົນລ້ວນເປັນຄົນທີ່ມີຄວາມຈອມປອມທາງຝ່າຍວິນຍານ; ທັງໝົດທີ່ພວກເຂົາສາມາດເຮັດໄດ້ກໍຄືການເທດສະໜາພຣະທຳ ແລະ ຫຼັກຄຳສອນບາງອັນ ແລ້ວພວກເຂົາກໍຄິດວ່າພວກເຂົາເຂົ້າໃຈຄວາມຈິງ ແລະ ອວດອ້າງຕໍ່ໜ້າຜູ້ຄົນທີ່ພຣະເຈົ້າເລືອກຢູ່ສະເໝີ. ໃນທຸກການເຕົ້າໂຮມ, ພວກເຂົາເທດສະໜາເປັນເວລາຫຼາຍຊົ່ວໂມງ ແລະ ເຖິງຢ່າງນັ້ນ ຜົນກໍປາກົດວ່າ ພວກເຂົາບໍ່ສາມາດແກ້ໄຂບັນຫາອັນໃດໄດ້ເລີຍ. ພວກເຂົາບໍ່ຮູ້ຫຍັງເລີຍເມື່ອເວົ້າເຖິງບັນຫາທີ່ກ່ຽວຂ້ອງກັບຄວາມຮູ້ທາງວິຊາຊີບໃນໜ້າທີ່ຂອງຜູ້ຄົນ; ພວກເຂົາເປັນພຽງຄົນທຳມະດາທີ່ບໍ່ແມ່ນຜູ້ຊຳນານຢ່າງເຫັນໄດ້ຊັດ, ແຕ່ພວກເຂົາກໍຍັງທຳທ່າວ່າມີຄວາມເປັນຝ່າຍວິນຍານ, ຊີ້ນໍາວຽກງານຂອງຜູ້ຊ່ຽວຊານ, ແລ້ວພວກເຂົາຈະສາມາດເຮັດວຽກງານໃຫ້ດີແບບນີ້ໄດ້ແນວໃດ? ການທີ່ຜູ້ນໍາປອມບໍ່ໄດ້ພະຍາຍາມຮຽນຮູ້ຄວາມຮູ້ທາງວິຊາຊີບ ແລະ ບໍ່ສາມາດເຮັດວຽກງານຕົວຈິງອັນໃດໄດ້ ກໍເປັນທີ່ໜ້າລັງກຽດຂອງຜູ້ຄົນພຽງພໍແລ້ວ, ຍິ່ງໄປກວ່ານັ້ນ, ພວກເຂົາຍັງທຳທ່າວ່າມີຄວາມເປັນ ຝ່າຍວິນຍານ ແລະ ອວດອ້າງຄຳເວົ້າທີ່ມີຄວາມເປັນຝ່າຍວິນຍານຂອງຕົນ, ເຊິ່ງເປັນການຂາດເຫດຜົນຢ່າງຍິ່ງ! ສິ່ງນີ້ບໍ່ຕ່າງຫຍັງຈາກພວກຟາຣີຊາຍ. ສິ່ງທີ່ພວກຟາຣີຊາຍຂາດເຫດຜົນທີ່ສຸດກໍຄື ພຣະເຈົ້າກຽດຊັງພວກເຂົາ, ແຕ່ພວກເຂົາກໍບໍ່ຮູ້ຕົວເລີຍ ແລະ ຍັງຖືວ່າຕົນເອງຂ້ອນຂ້າງເປັນຄົນດີ ແລະ ມີຄວາມເປັນຝ່າຍວິນຍານຫຼາຍ. ຜູ້ນໍາປອມໄດ້ຂາດການຮັບຮູ້ຕົນເອງແບບນີ້; ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງອັນໃດໄດ້ຢ່າງເຫັນໄດ້ຊັດເຈນ ແຕ່ກໍຍັງທຳທ່າວ່າມີຄວາມເປັນຝ່າຍວິນຍານ, ພວກເຂົາກາຍເປັນພວກຟາຣີຊາຍທີ່ໜ້າຊື່ໃຈຄົດ. ພວກເຂົາຄືເປົ້າໝາຍທີ່ພຣະເຈົ້າລັງກຽດ-ປະຕິເສດ ແລະ ກຳຈັດອອກໄປຢ່າງແນ່ນອນ.
ແມ່ນຫຍັງທີ່ເປັນລັກສະນະຫຼັກຂອງຜູ້ນໍາປອມທີ່ທຳທ່າວ່າມີຄວາມເປັນຝ່າຍວິນຍານ? ນັ້ນກໍຄື ພວກເຂົາເທດສະໜາເກັ່ງ. “ການເທດສະໜາ” ເຫຼົ່ານີ້ບໍ່ແມ່ນການເທດສະໜາທີ່ແທ້ຈິງ. ມັນບໍ່ແມ່ນການເທດສະໜາທີ່ໄດ້ໂອ້ລົມກ່ຽວກັບຄວາມຈິງ ແລະ ກໍບໍ່ແມ່ນການເທດສະໜາທີ່ມີຄວາມຈິງຄວາມເປັນຈິງ. ແຕ່ກົງກັນຂ້າມ, ມັນເປັນການເທດສະໜາພຣະທຳ ແລະ ຫຼັກຄຳສອນ; ມັນເປັນການເທດສະໜາທີ່ມີຄວາມຈອມປອມທາງຝ່າຍວິນຍານ, ການເທດສະໜາຂອງພວກຟາຣີຊາຍ. ຜູ້ນໍາປອມເກັ່ງຫຼາຍໃນການທຸ່ມເທຄວາມພະຍາຍາມກັບຄຳເວົ້າ ແລະ ວະລີໃນພຣະທຳຂອງພຣະເຈົ້າ, ພວກເຂົາເອົາໃຈໃສ່ເປັນພິເສດຕໍ່ການເທດສະໜາພຣະທຳ ແລະ ຫຼັກຄຳສອນ, ແຕ່ພວກເຂົາບໍ່ເຄີຍສະແຫວງຫາຄວາມຈິງໃນພຣະທຳຂອງພຣະເຈົ້າ ແລະ ບໍ່ເຄີຍໄຕ່ຕອງວ່າພວກເຂົາຄວນຈະເຂົ້າສູ່ຄວາມຈິງຄວາມເປັນຈິງແນວໃດ. ພວກເຂົາພໍໃຈພຽງແຕ່ໄດ້ເທດສະໜາພຣະທຳ ແລະ ຫຼັກຄຳສອນ; ເມື່ອພວກເຂົາໄດ້ເທດສະໜາຫຼັກຄຳສອນຢ່າງຊັດເຈນ ແລະ ມີເຫດຜົນແລ້ວ, ພວກເຂົາກໍຄິດວ່າເຮັດແບບນັ້ນກໍດີພໍແລ້ວ ແລະ ພວກເຂົາມີຄວາມຈິງຄວາມເປັນຈິງແລ້ວ, ວ່າພວກເຂົາອາດຈະຢືນຢູ່ຕໍ່ໜ້າຄົນອື່ນ ແລະ ສະແດງອຳນາດ ແລະ ສັ່ງສອນຜູ້ຄົນຈາກຕຳແໜ່ງທີ່ສູງສົ່ງຂອງຕົນ. ເມື່ອເບິ່ງແບບຜິວເຜີນ, ສິ່ງທີ່ພວກເຂົາໄດ້ເວົ້າ ແລະ ໄດ້ເຮັດເບິ່ງຄືວ່າກ່ຽວຂ້ອງກັບຄວາມຈິງ, ພວກເຂົາເບິ່ງຄືວ່າບໍ່ໄດ້ກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ ແລະ ກໍເບິ່ງຄືວ່າພວກເຂົາບໍ່ໄດ້ສະໜັບສະໜູນຄຳເວົ້າທີ່ຜິດພາດ ຫຼື ຍຸຍົງໃຫ້ປະຕິບັດແບບຜິດພາດແຕ່ຢ່າງໃດ. ເຖິງຢ່າງນັ້ນ, ກໍຍັງມີບັນຫາໜຶ່ງ, ເຊິ່ງກໍຄື ພວກເຂົາບໍ່ສາມາດແບກຫາບວຽກງານຕົວຈິງອັນໃດໄດ້ ຫຼື ບັນລຸຄວາມຮັບຜິດຊອບຂອງພວກເຂົາໄດ້ແມ່ນແຕ່ໜ້ອຍດຽວ, ເຊິ່ງໃນທີ່ສຸດກໍນໍາໄປສູ່ການທີ່ພວກເຂົາບໍ່ສາມາດຄົ້ນພົບບັນຫາໃດກໍຕາມ ໃນວຽກງານໄດ້. ວິທີທີ່ພວກເຂົາເຮັດວຽກກໍຄືກັບຄົນຕາມືດບອດງົມທາງ: ພວກເຂົາມັກຈະໃຊ້ຄວາມຮູ້ສຶກ ແລະ ຈິນຕະນາການຂອງພວກເຂົາໃນການນໍາໃຊ້ລະບຽບມາໃຊ້ກັບເລື່ອງຕ່າງໆຢູ່ສະເໝີຢ່າງຫຼັບຫູຫຼັບຕາ, ໂດຍບໍ່ສາມາດເບິ່ງເຫັນແກ່ນແທ້ຂອງບັນຫາໄດ້ຢ່າງຊັດເຈນເລີຍ, ແຕ່ພວກເຂົາກໍຍັງເວົ້າໄຮ້ສາລະກ່ຽວກັບບັນຫາເຫຼົ່ານັ້ນ, ພວກເຂົາບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້ເລີຍ. ຖ້າຜູ້ນໍາປອມເຂົ້າໃຈຄວາມຈິງຢ່າງແທ້ຈິງ, ໂດຍທຳມະຊາດແລ້ວ ພວກເຂົາກໍຈະສາມາດຄົ້ນພົບບັນຫາ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາເຫຼົ່ານັ້ນ. ແຕ່ຜູ້ນໍາປອມບໍ່ເຂົ້າໃຈຄວາມຈິງຢ່າງເຫັນໄດ້ຊັດເຈນ, ແຕ່ພວກເຂົາກໍຍັງທຳທ່າວ່າມີຄວາມເປັນຝ່າຍວິນຍານ, ຄິດວ່າຕົນເອງມີຄວາມສາມາດໃນການເຮັດວຽກງານຂອງຄຣິສຕະຈັກ, ໜ້າດ້ານທີ່ຈະເພີດເພີນໄປກັບຜົນປະໂຫຍດຈາກສະຖານະຂອງພວກເຂົາຕາມອຳເພີໃຈ. ສິ່ງນີ້ບໍ່ເປັນຕາໜ້າລັງກຽດບໍ? ພວກເຂົາຄິດວ່າພວກເຂົາມີທັກສະທີ່ແທ້ຈິງ, ນັ້ນກໍຄືພວກເຂົາສາມາດເທດສະໜາໄດ້. ແຕ່ພວກເຂົາພຽງແຕ່ບໍ່ສາມາດເຮັດວຽກງານຕົວຈິງໄດ້. ພຣະທຳ ແລະ ຫຼັກຄຳສອນທີ່ຜູ້ນໍາປອມຮູ້ ແລະ ເທດສະໜານັ້ນ ບໍ່ສາມາດຊ່ວຍໃຫ້ພວກເຂົາເຮັດວຽກງານຂອງພວກເຂົາໃຫ້ດີໄດ້ ແລະ ກໍບໍ່ສາມາດຊ່ວຍໃຫ້ພວກເຂົາຄົ້ນພົບເຫັນບັນຫາໃນວຽກງານໄດ້ ແລະ ຍິ່ງໄປກວ່ານັ້ນ ມັນກໍບໍ່ສາມາດຊ່ວຍໃຫ້ພວກເຂົາແກ້ໄຂບັນຫາທັງໝົດທີ່ພວກເຂົາໄດ້ປະເຊີນໜ້າຢູ່. ຫຼັງຈາກທີ່ເຮັດວຽກງານມາໄດ້ໄລຍະໜຶ່ງ, ພວກເຂົາກໍບໍ່ສາມາດເວົ້າກ່ຽວກັບຄຳພະຍານຈາກປະສົບການໃດກໍຕາມໄດ້. ຜູ້ນໍາ ຫຼື ຜູ້ເຮັດວຽກເຊັ່ນນີ້ໄດ້ມາດຕະຖານແລ້ວບໍ? ເຫັນໄດ້ຊັດເຈນວ່າ ພວກເຂົາບໍ່ໄດ້ມາດຕະຖານ. ແລະ ຄວນຈັດການກັບຜູ້ນໍາປອມທີ່ບໍ່ໄດ້ມາດຕະຖານແນວໃດ? ບໍ່ພຽງແຕ່ພວກເຂົາຈະຕ້ອງຖືກໄລ່ອອກ ແລະ ກຳຈັດອອກ, ແຕ່ຖ້າພວກເຂົາບໍ່ກັບໃຈ, ພວກເຂົາກໍບໍ່ສາມາດໄດ້ຮັບການເລືອກອີກຄັ້ງເພື່ອຮັບໃຊ້ໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ ເມື່ອມີການຈັດການເລືອກຕັ້ງ. ຖ້າໃຜບາງຄົນເລືອກຕັ້ງຜູ້ນໍາປອມ ຫຼື ຜູ້ເຮັດວຽກປອມທີ່ຖືກກຳຈັດອອກໄປແລ້ວ, ພວກເຂົາກໍກຳລັງລົບກວນ ແລະ ທຳລາຍວຽກງານຂອງຄຣິສຕະຈັກໂດຍເຈດຕະນາ ແລະ ມັນໄດ້ສະແດງໃຫ້ເຫັນວ່າຜູ້ລົງຄະແນນສຽງນັ້ນເປັນຜູ້ນະມັດສະການ ແລະ ຜູ້ຕິດຕາມຜູ້ນໍາປອມຄົນນັ້ນ ແລະ ບໍ່ແມ່ນໃຜບາງຄົນທີ່ເປັນຜູ້ເຊື່ອໃນພຣະເຈົ້າຢ່າງແທ້ຈິງ. ພວກເຈົ້າເຄີຍເລືອກຕັ້ງຜູ້ນໍາປອມທີ່ມີຄວາມຈອມປອມທາງຝ່າຍວິນຍານບໍ? (ພວກເຮົາເຄີຍເລືອກ.) ເຮົາຄິດວ່າພວກເຈົ້າຄົງຈະໄດ້ເລືອກຕັ້ງພວກເຂົາຂ້ອນຂ້າງຫຼາຍ. ພວກເຈົ້າຄິດວ່າຜູ້ໃດກໍຕາມທີ່ເຊື່ອໃນພຣະເຈົ້າມາຫຼາຍປີ, ໄດ້ອ່ານພຣະທຳຂອງພຣະເຈົ້າມາຫຼາຍ ແລະ ໄດ້ຟັງການເທດສະໜາມາຫຼາຍ, ຜູ້ທີ່ມີປະສົບການມາຫຼາກຫຼາຍໃນການເທດສະໜາ ແລະ ການເຮັດວຽກ, ຜູ້ທີ່ສາມາດເທດສະໜາໄດ້ຫຼາຍຊົ່ວໂມງ, ແນ່ນອນວ່າຈະມີຄວາມສາມາດໃນການເຮັດວຽກ. ຈາກນັ້ນ, ຫຼັງຈາກທີ່ພວກເຈົ້າໄດ້ເລືອກຕັ້ງພວກເຂົາມາໃນຖານະຜູ້ນໍາແລ້ວ, ພວກເຈົ້າກໍຄົ້ນພົບບັນຫາທີ່ຮ້າຍແຮງຢ່າງໜຶ່ງ: ອ້າຍເອື້ອຍນ້ອງບໍ່ເຄີຍໄດ້ເຫັນພວກເຂົາເລີຍ ແລະ ພວກເຂົາບໍ່ເຄີຍຊອກຫາຄົນເຫຼົ່ານັ້ນເຫັນ ເມື່ອມີບັນຫາ. ບໍ່ມີໃຜຮູ້ວ່າພວກເຂົາລົບລີ້ຢູ່ໃສ ແລະ ພວກເຂົາກໍໄດ້ລົບລີ້ ຢູ່ບ່ອນໃດບ່ອນໜຶ່ງ ແລະ ບໍ່ໃຫ້ໃຜມາລົບກວນພວກເຂົາ. ນັ້ນຄືບັນຫາ. ພວກເຂົາຫຼິ້ນໝາກລີ້ຢູ່ສະເໝີໃນຊ່ວງເວລາທີ່ສຳຄັນຂອງວຽກງານ ແລະ ອ້າຍເອື້ອຍນ້ອງກໍບໍ່ເຄີຍຊອກຫາພວກເຂົາເຫັນ ເມື່ອຕ້ອງການໃຫ້ພວກເຂົາແກ້ໄຂບັນຫາ, ນີ້ບໍ່ແມ່ນການລະເລີຍວຽກງານທີ່ເປັນໜ້າທີ່ຂອງຕົນບໍ? ເປັນຫຍັງບາງຄົນຈຶ່ງບໍ່ກ້າປະເຊີນໜ້າກັບອ້າຍເອື້ອຍນ້ອງ ເມື່ອພວກເຂົາກາຍເປັນຜູ້ນໍາແລ້ວ? ເປັນຫຍັງຈຶ່ງຊອກຫາພວກເຂົາບໍ່ເຫັນ? ແມ່ນຫຍັງກັນແທ້ທີ່ເຮັດໃຫ້ພວກເຂົາຫຍຸ້ງຢູ່ຕະຫຼອດ? ເປັນຫຍັງພວກເຂົາຈຶ່ງບໍ່ແກ້ໄຂບັນຫາຕົວຈິງ? ບໍ່ວ່າພວກເຂົາຈະກຳລັງຫຍຸ້ງຢູ່ກັບຫຍັງກໍຕາມ, ພວກເຈົ້າສາມາດແນ່ໃຈໄດ້ເລີຍວ່າ: ຖ້າພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງມາເປັນເວລາໄລຍະໜຶ່ງ, ພວກເຂົາກໍເປັນຜູ້ນໍາປອມ ແລະ ພວກເຂົາຄວນຖືກໄລ່ອອກໂດຍດ່ວນ ແລະ ຄວນເລືອກຄົນອື່ນມາແທນ. ໃນອະນາຄົດ ພວກເຈົ້າຈະຍັງເລືອກຜູ້ນໍາປອມປະເພດນີ້ຢູ່ບໍ? (ບໍ່ເລືອກ.) ເປັນຫຍັງຈຶ່ງບໍ່ເລືອກ? ພວກເຈົ້າຄິດວ່າຜົນສະທ້ອນຂອງການເລືອກຄົນຕາມືດບອດເປັນຜູ້ນໍາທາງຂອງພວກເຈົ້າແມ່ນຫຍັງ? ບຸກຄົນນັ້ນຕາມືດບອດເອງ, ແລ້ວພວກເຂົາຈະສາມາດນໍາພາຄົນອື່ນໄປສູ່ເສັ້ນທາງທີ່ຖືກຕ້ອງໄດ້ບໍ? ມັນກໍຄືກັບທີ່ພຣະທຳຂອງພຣະເຈົ້າກ່າວໄວ້ໃນພຣະຄຳພີວ່າ “ຖ້າຄົນຕາມືດບອດນໍາພາຄົນຕາມືດບອດ, ທັງສອງກໍຈະພາກັນຕົກລົງໄປໃນຂຸມ” (ມັດທາຍ 15:14.) ຄົນຕາມືດບອດຍ່າງໂດຍບໍ່ມີທິດທາງ ຫຼື ເປົ້າໝາຍ; ພວກເຂົາຈະສາມາດນໍາພາຄົນອື່ນໄດ້ແນວໃດ? ຖ້າໃຜບາງຄົນເລືອກຄົນຕາມືດບອດເປັນຜູ້ນໍາທາງຂອງພວກເຂົາ, ຄົນເຫຼົ່ານັ້ນກໍຍິ່ງຕາມືດບອດກວ່າອີກ. ມີຄຳເວົ້າໜຶ່ງໃນບັນດາຜູ້ບໍ່ເຊື່ອວ່າ: “ຖາມທາງຄົນຕາມືດບອດ”. ການເລືອກຕັ້ງຜູ້ນໍາປອມເພື່ອຮັບໃຊ້ໃນຖານະຜູ້ນໍາຄຣິສຕະຈັກກໍຄືການຖາມທາງຄົນຕາມືດບອດ. ມັນເປັນເລື່ອງທີ່ໄຮ້ສາລະ, ບໍ່ແມ່ນບໍ? ທຸກຄົນທີ່ລົງຄະແນນສຽງໃຫ້ຜູ້ນໍາປອມກໍຄືຄົນຕາມືດບອດທີ່ເລືອກຄົນຕາມືດບອດ ແລະ ບໍ່ມີໃຜໃນພວກເຂົາທີ່ເຂົ້າໃຈຄວາມຈິງ.
ເມື່ອໃຜບາງຄົນໄດ້ເລືອກຄົນທີ່ມີຄວາມຈອມປອມທາງຝ່າຍວິນຍານມາເປັນຜູ້ນໍາ, ພວກເຂົາກໍຮູ້ສຶກດີໃຈຫຼາຍ ໂດຍຄິດວ່າ “ຕອນນີ້ພວກເຮົາມີຜູ້ນໍາທີ່ດີເລີດແລ້ວ. ຜູ້ນໍາຂອງພວກເຮົາເທດສະໜາໄດ້ເກັ່ງຫຼາຍ. ພວກເຂົາເທດສະໜາຢ່າງມີເຫດຜົນ ແລະ ເປັນລະບົບຫຼາຍ ແລະ ການເທດສະໜາຂອງພວກເຂົາກໍສົມເຫດສົມຜົນຫຼາຍ”. ບາງຄົນທີ່ຂາດການແຍກແຍະກໍຈະຖືກກະຕຸ້ນຈົນນໍ້າຕາໄຫຼ, ພວກເຂົາຮູ້ສຶກຜູກພັນຢ່າງຍິ່ງກັບຜູ້ນໍາຄົນນີ້ ແລະ ພວກເຂົາກໍບໍ່ຢາກໄປປະຕິບັດໜ້າທີ່ຂອງພວກເຂົາເລີຍ. ພວກເຂົາເຂົ້າໃຈເລື່ອງຕ່າງໆຂ້ອນຂ້າງຊັດເຈນ ເມື່ອພວກເຂົາຟັງການໂອ້ລົມ, ແຕ່ເມື່ອພວກເຂົາຄົ້ນພົບບັນຫາໃນຂະນະທີ່ປະຕິບັດໜ້າທີ່, ພວກເຂົາກໍບໍ່ຮູ້ວ່າຈະແກ້ໄຂບັນຫາເຫຼົ່ານັ້ນແນວໃດ ແລະ ພວກເຂົາກໍຮູ້ສຶກງົງງວຍ ໂດຍຄິດວ່າ “ຂ້ອຍເບິ່ງຄືວ່າເຂົ້າໃຈທຸກຢ່າງ ເມື່ອຟັງຜູ້ນໍາໂອ້ລົມ, ແລ້ວເປັນຫຍັງຂ້ອຍຈຶ່ງບໍ່ສາມາດແກ້ໄຂຄວາມຍາກລຳບາກທີ່ຂ້ອຍໄດ້ພົບພໍ້ໃນວຽກງານຂອງຂ້ອຍໄດ້?” ແມ່ນຫຍັງຄືບັນຫາໃນທີ່ນີ້? ທຸກສິ່ງທີ່ຜູ້ນໍາປອມປະເພດນີ້ເທດສະໜາລ້ວນແຕ່ແມ່ນພຣະທຳ ແລະ ຫຼັກຄຳສອນ, ລວມທັງວະລີທີ່ວ່າງເປົ່າ, ຄຳຂວັນ ແລະ ຄຳເວົ້າທີ່ໄຮ້ສາລະ. ສິ່ງທີ່ພວກເຂົາເທດສະໜາບໍ່ໄດ້ແກ້ໄຂບັນຫາຕົວຈິງຂອງເຈົ້າ; ພວກເຂົາຫຼອກລວງເຈົ້າຢູ່. ພວກເຂົາປ້ອນພາບລວງຕາໃຫ້ເຈົ້າກິນ, ເວົ້າຄຳຂວັນສອງສາມຄຳ ເພື່ອເຮັດໃຫ້ເຈົ້າເຊື່ອຢ່າງຜິດໆ ວ່າບັນຫາໄດ້ຮັບການແກ້ໄຂແລ້ວ, ທັງທີ່ຕາມຄວາມຈິງແລ້ວ ພວກເຂົາບໍ່ໄດ້ໂອ້ລົມກ່ຽວກັບຫຼັກການຄວາມຈິງກ່ຽວຂ້ອງກັບບັນຫາຂອງເຈົ້າເລີຍ. ບັນຫາຈະໄດ້ຮັບການແກ້ໄຂດ້ວຍການໂອ້ລົມໃນລັກສະນະນີ້ໄດ້ແນວໃດ? ຫຼັກຄຳສອນທີ່ພວກເຂົາເທດສະໜານັ້ນບໍ່ມີຫຍັງກ່ຽວຂ້ອງກັບບັນຫາຕົວຈິງ; ພວກເຂົາພຽງແຕ່ຫຼີກລ່ຽງແກ່ນແທ້ຂອງທຸກປະເດັນ ແລະ ເວົ້າເຖິງທິດສະດີຢ່າງໄຮ້ຄວາມໝາຍ. ພວກເຂົາເທດສະໜາພຽງແຕ່ພຣະທຳ ແລະ ຫຼັກຄຳສອນ ແລະ ທິດສະດີຝ່າຍວິນຍານ. ພວກເຂົາບໍ່ຮູ້ວ່າຄວາມຈິງຄວາມເປັນຈິງແມ່ນຫຍັງ ແລະ ເມື່ອບັນຫາເກີດຂຶ້ນ, ພວກເຂົາກໍມືດແປດດ້ານ. ການເທດສະໜາທີ່ພວກເຂົາໃຫ້ບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້, ມັນເປັນພຽງທິດສະດີ, ຄວາມຮູ້ ແລະ ຫຼັກຄຳສອນປະເພດໜຶ່ງ. ຜູ້ນໍາປອມປະເພດນີ້ໄດ້ເທດສະໜາພຣະທຳຂອງພຣະເຈົ້າ ແລະ ຄວາມຈິງຄືກັບວ່າມັນເປັນພຣະທຳ ແລະ ຫຼັກຄຳສອນ ແລະ ຄຳຂວັນປະເພດຕ່າງໆ. ພວກເຂົາຫຼີກລ່ຽງບັນຫາຕົວຈິງທັງໝົດ ແລະ ເອົາແຕ່ເທດສະໜາພຽງຄຳເວົ້າທີ່ວ່າງເປົ່າ ແລະ ບໍ່ສາມາດນຳໄປປະຕິບັດໄດ້ຈິງ. ແລ້ວໃນທີ່ສຸດຈະເກີດຫຍັງຂຶ້ນ? ບໍ່ວ່າພວກເຂົາຈະເທດສະໜາດົນສໍ່າໃດກໍຕາມ, ຢ່າງຫຼາຍທີ່ສຸດ ການເທດສະໜາຂອງພວກເຂົາກໍຈະມີຜົນຕໍ່ການຊຸກຍູ້ ແລະ ຕັກເຕືອນຜູ້ຄົນ, ເຮັດໃຫ້ຜູ້ຄົນມີຄວາມກະຕືລືລົ້ນຂຶ້ນເລັກນ້ອຍ ແລະ ເຮັດໃຫ້ພວກເຂົາມີພະລັງຄຶກຄັກຂຶ້ນມາຊົ່ວຄາວ, ແຕ່ພວກເຂົາບໍ່ສາມາດແກ້ໄຂບັນຫາອື່ນອັນໃດໄດ້. ຄວາມຈິງບໍ່ໄດ້ແຍກຂາດອອກຈາກຄວາມເປັນຈິງ, ແຕ່ມັນເຊື່ອມໂຍງກັບຄວາມເປັນຈິງ ແລະ ປະເດັນທຸກປະເພດທີ່ມີຢູ່ຈິງ. ສະນັ້ນ, ຕອນນີ້ພວກເຈົ້າຈະສາມາດແຍກແຍະຜູ້ນໍາປອມທີ່ມີຄວາມຈອມປອມທາງຝ່າຍວິນຍານໄດ້ບໍ ເມື່ອພວກເຈົ້າໄດ້ພົບພໍ້ກັບພວກເຂົາໃນຄັ້ງຕໍ່ໄປ? ຖ້າບໍ່, ແລ້ວເມື່ອພວກເຈົ້າຕ້ອງການລົງຄະແນນສຽງໃຫ້ໃຜບາງຄົນເປັນຜູ້ນໍາ, ກ່ອນອື່ນໃຫ້ພວກເຂົາແກ້ໄຂບັນຫາສອງສາມຢ່າງກ່ອນ. ຖ້າພວກເຂົາແກ້ໄຂບັນຫາເຫຼົ່ານັ້ນຕາມຫຼັກການ ແລະ ຖ້າພວກເຂົາບັນລຸຜົນໄດ້ຮັບທີ່ດີພໍສົມຄວນ ແລະ ແກ້ໄຂບັນຫາໂດຍໃຊ້ຄວາມຈິງຄວາມເປັນຈິງ, ພວກເຈົ້າກໍສາມາດລົງຄະແນນສຽງໃຫ້ພວກເຂົາໄດ້; ຖ້າພວກເຂົາຫຼີກລ່ຽງ ແລະ ບໍ່ເວົ້າເຖິງແກ່ນແທ້ຂອງບັນຫາ ແລະ ສະຖານະການຕົວຈິງ ແລະ ທັງໝົດທີ່ພວກເຂົາສາມາດເຮັດໄດ້ກໍຄືການເທດສະໜາຫຼັກຄຳສອນໃນທາງທີ່ໄຮ້ຄວາມໝາຍ, ຮ້ອງໂຮຄຳຂວັນ ແລະ ຍຶດໝັ້ນກັບລະບຽບ, ພວກເຈົ້າກໍບໍ່ສາມາດລົງຄະແນນສຽງໃຫ້ບຸກຄົນນັ້ນໄດ້. ເປັນຫຍັງພວກເຈົ້າຈຶ່ງບໍ່ສາມາດລົງຄະແນນສຽງໃຫ້ບຸກຄົນນັ້ນໄດ້? (ຍ້ອນວ່າພວກເຂົາບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້.) ແລ້ວ ຄົນປະເພດໃດທີ່ບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້? ຄົນທີ່ສາມາດເທດສະໜາໄດ້ພຽງແຕ່ພຣະທຳ ແລະ ຫຼັກຄຳສອນ, ພວກເຂົາເປັນຄົນໜ້າຊື່ໃຈຄົດ, ເປັນຟາຣີຊາຍທີ່ມີຄວາມຈອມປອມທາງຝ່າຍວິນຍານ. ພວກເຂົາບໍ່ມີຄວາມສາມາດທີ່ຈຳເປັນໃນການເຂົ້າໃຈຄວາມຈິງ, ພວກເຂົາບໍ່ມີສັກກະຍະພາບໃນການແກ້ໄຂບັນຫາ, ພວກເຂົາບໍ່ສາມາດແກ້ໄຂບັນຫາໄດ້ ດັ່ງນັ້ນ ຖ້າເຈົ້າເລືອກພວກເຂົາໃຫ້ເປັນຜູ້ນໍາ ແລ້ວພວກເຂົາກໍຈະຕ້ອງເປັນຜູ້ນໍາປອມຢ່າງແນ່ນອນ. ພວກເຂົາບໍ່ມີຄວາມສາມາດໃນການເຮັດວຽກງານຂອງຜູ້ນໍາ ຫຼື ເຮັດຄວາມຮັບຜິດຊອບຂອງຜູ້ນໍາໃຫ້ສຳເລັດໄດ້. ສະນັ້ນ, ຖ້າເຈົ້າລົງຄະແນນສຽງໃຫ້ພວກເຂົາ, ນັ້ນບໍ່ແມ່ນເປັນການທຳຮ້າຍພວກເຂົາບໍ? ບາງຄົນເວົ້າວ່າ “ນັ້ນຈະເປັນການທຳຮ້າຍພວກເຂົາໄດ້ແນວໃດ? ພວກເຮົາກໍມີເຈດຕະນາດີໂດຍການລົງຄະແນນສຽງໃຫ້ພວກເຂົາ. ພວກເຂົາມີຄວາມສາມາດໃນລະດັບໜຶ່ງ ແລະ ຖ້າພວກເຮົາເລືອກຕັ້ງພວກເຂົາ, ພວກເຮົາກໍຈະມີຄົນທີ່ສາມາດຮັບຜິດຊອບວຽກງານໄດ້ບໍ່ແມ່ນບໍ?” ແນ່ນອນວ່າມັນເປັນເລື່ອງທີ່ດີທີ່ຈະມີຄົນມາຮັບຜິດຊອບ, ແຕ່ຄົນປະເພດນີ້ບໍ່ສາມາດຮັບຜິດຊອບໄດ້. ທັງໝົດທີ່ພວກເຂົາສາມາດເຮັດໄດ້ກໍຄືການເວົ້າກ່ຽວກັບທິດສະດີໃນລັກສະນະທີ່ໄຮ້ຄວາມໝາຍ, ພວກເຂົາບໍ່ໄດ້ຄຳນຶງເຖິງສະຖານະການຕົວຈິງ ແລະ ພວກເຂົາກໍບໍ່ໄດ້ຊ່ວຍຫຍັງເລີຍເມື່ອເວົ້າເຖິງການແກ້ໄຂບັນຫາ, ສະນັ້ນ ການລົງຄະແນນສຽງໃຫ້ພວກເຂົາ, ບໍ່ແມ່ນພວກເຈົ້າກຳລັງໃຫ້ໂອກາດພວກເຂົາໃນການເຮັດຄວາມຊົ່ວຢູ່ບໍ? ບໍ່ແມ່ນພວກເຈົ້າກຳລັງບັງຄັບໃຫ້ພວກເຂົາຍ່າງໃນເສັ້ນທາງຂອງຜູ້ນໍາປອມຢູ່ບໍ? ເພາະສະນັ້ນ, ພວກເຈົ້າຕ້ອງບໍ່ເລືອກຄົນເຊັ່ນນີ້ໃຫ້ເປັນຜູ້ນໍາ.
ພວກເຈົ້າສາມາດແຍກແຍະໄດ້ບໍວ່າ ໃນບັນດາຜູ້ຄົນທີ່ຢູ່ອ້ອມຂ້າງພວກເຈົ້ານັ້ນ, ຜູ້ທີ່ພວກເຈົ້າມັກຕິດຕໍ່ນຳຢູ່ເລື້ອຍໆ ແລະ ຂ້ອນຂ້າງຄຸ້ນເຄີຍເປັນຢ່າງດີ, ໃຜທີ່ເວົ້າໄດ້ພຽງແຕ່ຫຼັກຄຳສອນແບບໄຮ້ຄວາມໝາຍ ແລະ ບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້? ໃຜທີ່ເທດສະໜາທິດສະດີທີ່ສູງສົ່ງ ແລະ ສະເໜີແຜນການທີ່ແປກໃໝ່ ແລະ ເປັນເອກະລັກຢູ່ສະເໝີ ເຊິ່ງບໍ່ມີໃຜເຄີຍໄດ້ຍິນມາກ່ອນ, ແຕ່ພັດສັບສົນ ແລະ ເວົ້າບໍ່ອອກ ເມື່ອຖືກຖາມວ່າຈະປະຕິບັດ ແລະ ຈັດຕັ້ງແຜນການດຳເນີນງານ ລວມເຖິງ ລາຍລະອຽດທີ່ແນ່ນອນແນວໃດ? ສິ່ງທີ່ພວກເຂົາໄດ້ເວົ້ານັ້ນໄຮ້ຄວາມໝາຍຫຼາຍ ແລະ ບໍ່ເປັນຈິງເລີຍ, ບໍ່ກ່ຽວຂ້ອງ ຫຼື ສອດຄ່ອງກັບສະຖານະການຕົວຈິງ, ສະພາບແວດລ້ອມທີ່ແທ້ຈິງ, ສິ່ງທີ່ຜູ້ຄົນສາມາດບັນລຸໄດ້ແທ້, ສະຖານະຂອງຜູ້ຄົນ ແລະ ລະດັບທັກສະທາງວິຊາຊີບຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ສິ່ງທີ່ພວກເຂົາເວົ້າບໍ່ສອດຄ່ອງກັບຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ; ພວກເຂົາພຽງແຕ່ເວົ້າເລື່ອງໄຮ້ສາລະ, ພວກເຂົາປ່ອຍໃຈໄປກັບຈິນຕະນາການ ແລະ ພວກເຂົາພຽງແຕ່ເວົ້າທຸກຢ່າງທີ່ເຂົ້າມາໃນຫົວຂອງພວກເຂົາໂດຍບໍ່ຄິດ. ພວກເຂົາຄິດວ່າພວກເຂົາບໍ່ຈຳເປັນຕ້ອງຮັບຜິດຊອບຕໍ່ສິ່ງໃດກໍຕາມທີ່ພວກເຂົາເວົ້າ, ແມ່ນແຕ່ຕອນທີ່ພວກເຂົາເວົ້າໂອ້ອວດ ແລະ ຂີ້ໂມ້. ດ້ວຍທັດສະນະຄະຕິແບບນີ້, ພວກເຂົາກໍໄດ້ສະແດງມຸມມອງ ແລະ ສະເໜີແນວຄິດຂອງພວກເຂົາ, ບໍ່ແມ່ນພວກເຂົາເປັນຄົນຝ່າຍວິນຍານປອມບໍ? (ແມ່ນແລ້ວ.) ບາງຄົນເຊື່ອວ່າ ບໍ່ມີໃຜໃສ່ໃຈການເວົ້າໂອ້ອວດ, ການຂີ້ໂມ້ ຫຼື ແນວຄິດທີ່ຟັງແລ້ວສູງສົ່ງຢ່າງຈິງຈັງຢູ່ແລ້ວ ແລະ ພວກເຂົາກໍໄດ້ສະແດງໃຫ້ເຫັນວ່າພວກເຂົາມີຄວາມສາມາດສໍ່າໃດ. ພວກເຂົາຄິດວ່າ ຖ້າພວກເຂົາເຮັດຫຍັງຜິດ, ພວກເຂົາກໍບໍ່ຈຳເປັນຕ້ອງຮັບຜິດຊອບຕໍ່ສິ່ງນັ້ນ ແລະ ຖ້າພວກເຂົາເຮັດຫຍັງຖືກຕ້ອງ, ທຸກຄົນກໍຈະໃຫ້ຄວາມເຄົາລົບນັບຖືພວກເຂົາເປັນຢ່າງສູງ ດັ່ງນັ້ນ ພວກເຂົາຈຶ່ງເວົ້າທຸກຢ່າງທີ່ພວກເຂົາຕ້ອງການ ແລະ ເຮັດໃຫ້ທຸກຢ່າງເບິ່ງຄືເປັນເລື່ອງງ່າຍດາຍຫຼາຍ. ພວກເຂົາມີແນວຄິດຫຼາຍຢ່າງ, ແຕ່ບໍ່ມີແມ່ນແຕ່ຢ່າງດຽວທີ່ມາພ້ອມກັບແຜນການປະຕິບັດທີ່ສະເພາະເຈາະຈົງ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງເໝາະສົມ. ພວກເຂົາບໍ່ໄດ້ໃສ່ໃຈມຸມມອງໃດກໍຕາມທີ່ພວກເຂົາສະເໜີຢ່າງຈິງຈັງ, ບໍ່ວ່າມັນຈະບໍລິສຸດ ຫຼື ບິດເບືອນ. ມື້ນີ້ພວກເຂົາໄດ້ເວົ້າຢ່າງໜຶ່ງ ແລະ ມື້ອື່ນກໍໄດ້ເວົ້າອີກຢ່າງໜຶ່ງ ແລະ ເຖິງແມ່ນວ່າມຸມມອງ, ທິດສະດີ ແລະ ພື້ນຖານທີ່ພວກເຂົາເວົ້າເຖິງນັ້ນຈະສູງສົ່ງຫຼາຍ, ພວກມັນກໍລ້ວນແຕ່ໄຮ້ຄວາມໝາຍ ແລະ ບໍ່ສາມາດປະຕິບັດໄດ້ຈິງ. ບາງຄັ້ງບາງຄາວພວກເຂົາກໍເວົ້າເຖິງແຜນການທີ່ບໍ່ວ່າງເປົ່າ ຫຼື ບິດເບືອນ, ແຕ່ເມື່ອພວກເຂົາຖືກຖາມວ່າຈະປະຕິບັດແຜນການນັ້ນໂດຍສະເພາະເຈາະຈົງແນວໃດ, ພວກເຂົາກໍບໍ່ສາມາດຕອບໄດ້. ເມື່ອຮ້ອງໂຮຄຳຂວັນ, ເວົ້າຄຳເວົ້າທີ່ຟັງແລ້ວສູງສົ່ງ ແລະ ສະແດງອອກເຖິງມຸມມອງ, ພວກເຂົາກໍລ້ວນມີຄວາມກະຕືລືລົ້ນ ແລະ ຫ້າວຫັນຫຼາຍ. ແຕ່ເມື່ອເວົ້າເຖິງການເຮັດວຽກງານທີ່ສະເພາະ ແລະ ການຈັດຕັ້ງແຜນການທີ່ສະເພາະ, ພວກເຂົາກໍໄດ້ຫາຍຕົວໄປໂດຍບໍ່ມີຮ່ອງຮອຍ, ພວກເຂົາໄດ້ລົບລີ້ໜີໄປ ແລະ ພວກເຂົາກໍບໍ່ໄດ້ມີມຸມມອງອີກຕໍ່ໄປ. ຄົນແບບນີ້ສາມາດເປັນຜູ້ນໍາໄດ້ບໍ? (ບໍ່ໄດ້.) ດັ່ງນັ້ນ, ຜົນສະທ້ອນຂອງການທີ່ຄົນແບບນີ້ກາຍເປັນຜູ້ນໍາຈະເປັນແນວໃດ? ພວກເຂົາຈະບໍ່ທຳຮ້າຍທັງຕົນເອງ ແລະ ຄົນອື່ນບໍ? ພວກເຂົາຈະເຮັດໃຫ້ວຽກງານຂອງຄຣິສຕະຈັກລ່າຊ້າ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຈະກໍ່ໃຫ້ເກີດຄວາມເສຍຫາຍອັນໃຫຍ່ຫຼວງຕໍ່ຕົນເອງ. ຫຼັກຄຳສອນທີ່ພວກເຂົາເທດສະໜາເປັນພຽງບາງສິ່ງທີ່ຖືກຈຳກັດ ແລະ ເມື່ອພວກເຂົາເທດສະໜາຈົບແລ້ວ, ພວກເຂົາກໍບໍ່ມີຫຍັງຈະເວົ້າອີກ ດັ່ງນັ້ນ ພວກເຂົາຈຶ່ງຕ້ອງລົບລີ້ ແລະ “ປີກວິເວດເພື່ອເພາະປູກຕົນເອງ” ຢູ່ສະເໝີ. ສິ່ງນີ້ຈະບໍ່ເຮັດໃຫ້ພວກເຂົາລຳບາກບໍ? ທັນທີທີ່ພວກເຂົາກາຍເປັນຜູ້ນໍາ, ພວກເຂົາຈະຮູ້ສຶກຄືກັບວ່າມີພາລະອັນໜັກໜ່ວງກົດທັບຢູ່, ພວກເຂົາຈະຮູ້ສຶກອິດເມື່ອຍທຸກມື້ ແລະ ພວກເຂົາຈະຮູ້ສຶກກົດດັນຫຼາຍ, ການທີ່ພວກເຂົາຕ້ອງທົນທຸກທໍລະມານແບບນີ້ຈະມີປະໂຫຍດຫຍັງ? ພວກເຂົາບໍ່ມີຄວາມສາມາດທີ່ຈະເປັນຜູ້ນໍາ ແລະ ເມື່ອພວກເຂົາໄດ້ພົບພໍ້ບັນຫາ, ພວກເຂົາກໍພຽງແຕ່ນໍາໃຊ້ລະບຽບຕ່າງໆແບບສຸ່ມຕາມຈິນຕະນາການຂອງພວກເຂົາ ແລະ ບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້, ຄົນແບບນີ້ບໍ່ສາມາດເປັນຜູ້ນໍາໄດ້. ພວກເຂົາບໍ່ມີຄວາມສາມາດເຮັດວຽກງານຕົວຈິງໄດ້, ດັ່ງນັ້ນ ພວກເຂົາຈຶ່ງຈະເປັນຜູ້ນໍາປອມ ແລະ ພວກເຂົາກໍຍັງຄິດວ່າຕົນເອງດີເລີດຫຼາຍ ເຖິງແມ່ນວ່າພວກເຂົາຈະເຮັດໃຫ້ທາງເຂົ້າຊີວິດຂອງອ້າຍເອື້ອຍນ້ອງລ່າຊ້າ. ຖ້າພວກເຈົ້າສາມາດຄົ້ນພົບ ແລະ ກຳແໜ້ນເຖິງຄວາມສາມາດ ແລະ ລັກສະນະຂອງຄົນທີ່ມີຄວາມຈອມປອມທາງຝ່າຍວິນຍານເຫຼົ່ານີ້, ພວກເຈົ້າຈະຍັງລົງຄະແນນສຽງໃຫ້ພວກເຂົາເປັນຜູ້ນໍາຢູ່ບໍ? ຖ້າເຈົ້າເອງເປັນຄົນປະເພດນີ້ ແລະ ມີໃຜບາງຄົນຢາກລົງຄະແນນສຽງໃຫ້ເຈົ້າ, ເຈົ້າຈະເຮັດແນວໃດ? (ຂ້ານ້ອຍຈະມີການຮັບຮູ້ຕົວເອງ ແລະ ບອກວ່າຂ້ານ້ອຍບໍ່ເໝາະສົມທີ່ຈະເປັນຜູ້ນໍາ.) ແລະ ຖ້າຫຼັງຈາກທີ່ເຈົ້າໄດ້ບອກແບບນີ້ແລ້ວ, ທຸກຄົນຍັງຄິດວ່າເຈົ້າເປັນດີ ແລະ ຢືນຢັນທີ່ຈະລົງຄະແນນສຽງໃຫ້ເຈົ້າ, ເຈົ້າຄວນເຮັດແນວໃດ? ໃຫ້ບອກພວກເຂົາວ່າ “ຂ້ານ້ອຍບໍ່ສາມາດເຮັດວຽກງານໃນການນໍາພາໄດ້, ຂ້ານ້ອຍບໍ່ສາມາດແບກຫາບວຽກງານນັ້ນໄດ້. ພາຍນອກເບິ່ງຄືວ່າຂ້ານ້ອຍມີຄວາມສາມາດໃນລະດັບໜຶ່ງ ແລະ ບາງຄັ້ງຂ້ານ້ອຍກໍມີແນວຄິດທີ່ດີບາງຢ່າງ ແລະ ໃຫ້ແສງສະຫວ່າງໄດ້ແນ່ເລັກນ້ອຍ, ແຕ່ສ່ວນໃຫຍ່ແລ້ວ ຂ້ານ້ອຍພຽງແຕ່ເທດສະໜາພຣະທຳ ແລະ ຫຼັກຄຳສອນ. ຂ້ານ້ອຍບໍ່ສາມາດເປັນຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ແທ້ໆ. ຂ້ານ້ອຍບໍ່ໄດ້ດີໄປກວ່າພວກທ່ານ. ບໍ່ວ່າພວກທ່ານຈະເຮັດຫຍັງກໍຕາມ ກະລຸນາຢ່າລົງຄະແນນສຽງໃຫ້ຂ້ານ້ອຍ. ເຖິງແມ່ນວ່າຂ້ານ້ອຍຈະໄດ້ຮັບຄະແນນສຽງຫຼາຍທີ່ສຸດ, ຂ້ານ້ອຍກໍຍັງບໍ່ສາມາດເປັນຜູ້ນໍາໄດ້. ຂ້ານ້ອຍບໍ່ສາມາດທຳຮ້າຍໃຜກໍຕາມໄດ້! ຂ້ານ້ອຍເຄີຍຮັບໃຊ້ໃນຖານະຜູ້ນໍາມາກ່ອນ ແລະ ທຸກຄັ້ງຂ້ານ້ອຍກໍລົ້ມເຫຼວ ແລະ ຖືກໄລ່ອອກ. ທຸກຄັ້ງທີ່ຂ້ານ້ອຍຖືກໄລ່ອອກ, ມັນກໍເປັນຍ້ອນຄວາມສາມາດຂອງຂ້ານ້ອຍທີ່ຕໍ່າ, ຂ້ານ້ອຍຂາດຄວາມສາມາດໃນການເຮັດວຽກ ແລະ ບໍ່ສາມາດເຮັດວຽກງານຕົວຈິງໄດ້. ທັງໝົດທີ່ຂ້ານ້ອຍສາມາດເຮັດໄດ້ກໍຄືການເທດສະໜາພຣະທຳ ແລະ ຫຼັກຄຳສອນ ແລະ ນອກຈາກນັ້ນ, ຂ້ານ້ອຍກໍບໍ່ສາມາດປະຕິບັດໜ້າທີ່ໃຫ້ດີໄດ້ ຫຼື ແມ່ນແຕ່ເຮັດຄວາມຮັບຜິດຊອບພຽງດຽວທີ່ຜູ້ນໍາຄວນບັນລຸໃຫ້ສຳເລັດໄດ້. ຂ້ານ້ອຍເປັນຜູ້ນໍາປອມ”. ນີ້ຄືການມີການຮັບຮູ້ຕົວເອງ, ບໍ່ແມ່ນພຽງແຕ່ເວົ້າຄຳເວົ້າສອງສາມຄຳວ່າບໍ່ເໝາະສົມທີ່ຈະເປັນຜູ້ນໍາແລ້ວກໍຈົບໄປ. ບາງຄົນຄິດວ່າ “ຂ້ານ້ອຍໄດ້ປະຕິບັດໜ້າທີ່ຂອງຂ້ານ້ອຍໃນກຸ່ມນີ້ມາຫຼາຍປີແລ້ວ ແລະ ຂ້ານ້ອຍກໍຄວນຖືວ່າເປັນສະມາຊິກອາວຸໂສບໍ່ວ່າກໍລະນີໃດກໍຕາມ. ເຖິງແມ່ນວ່າຂ້ານ້ອຍຈະບໍ່ເຄີຍປະກອບສ່ວນອັນໃດກໍຕາມ, ຂ້ານ້ອຍກໍຍັງເຮັດວຽກງານຢ່າງໜັກ, ແລ້ວເປັນຫຍັງຈຶ່ງບໍ່ມີໃຜເຫັນຈຸດແຂງຂອງຂ້ານ້ອຍເລີຍ? ຂ້ານ້ອຍກໍມີຄຸນສົມບັດໃນການເປັນຜູ້ນຳຄືກັນ. ຂ້ານ້ອຍມັກຈະມີຄວາມຄິດ, ແນວຄິດ ແລະ ຄຳແນະນຳທີ່ຂ້ອນຂ້າງມີຄຸນຄ່າ ແລະ ສາມາດນຳໄປປະຕິບັດໄດ້ແທ້. ບໍ່ວ່າຜູ້ນໍາຈະຍອມຮັບພວກມັນ ຫຼື ບໍ່, ໃນກໍລະນີໃດກໍຕາມ, ຂ້ານ້ອຍກໍເປັນຄົນທີ່ມີທັດສະນະຄະຕິ, ແນວຄິດ ແລະ ມຸມມອງ. ເປັນຫຍັງຈຶ່ງບໍ່ມີໃຜລົງຄະແນນສຽງໃຫ້ຂ້ານ້ອຍເລີຍ?” ຖ້ານີ້ຄືວິທີທີ່ເຈົ້າຄິດ, ເຈົ້າກໍສາມາດປະເມີນຕົນເອງແບບນີ້ໄດ້: ຄວາມຄິດ, ແນວຄິດ ແລະ ຄຳແນະນຳທີ່ເຈົ້າມີເຫຼົ່ານັ້ນເປັນພຽງຄຳເວົ້າ ຫຼື ພວກມັນສາມາດນຳໄປປະຕິບັດໄດ້ຈິງແທ້ບໍ? ເຈົ້າສາມາດຄົ້ນພົບ ແລະ ແກ້ໄຂຄວາມຍາກລຳບາກທຸກປະການທີ່ພົບພໍ້ໃນວຽກງານໄດ້ບໍ? ຄວາມຄິດ ແລະ ແນວຄິດຂອງເຈົ້າສາມາດນຳໃຊ້ໄດ້ບໍ? ເຈົ້າສາມາດແບກຫາບວຽກງານໄດ້ບໍ? ຖ້າຄວາມຄິດ ແລະ ມຸມມອງຂອງເຈົ້າຍັງຄົງຢູ່ໃນລະດັບຂອງພຣະທຳ ແລະ ຫຼັກຄຳສອນ, ຖ້າພວກມັນບໍ່ສາມາດນຳໄປປະຕິບັດໄດ້ຈິງ ແລະ ທີ່ສຳຄັນກວ່ານັ້ນ, ພວກມັນບໍ່ສອດຄ່ອງກັບຫຼັກການວຽກງານຂອງເຮືອນຂອງພຣະເຈົ້າ, ແລ້ວຄວາມສາມາດຂອງເຈົ້າເປັນແນວໃດກັນແທ້? ເມື່ອເຈົ້າໄດ້ຮັບການເລືອກໃຫ້ເປັນຜູ້ນໍາ, ເຈົ້າຈະສາມາດເຮັດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໃຫ້ສຳເລັດໄດ້ບໍ? ເຈົ້າຢາກເປັນຜູ້ນໍາຍ້ອນຄວາມທະເຍີທະຍານ ຫຼື ຍ້ອນຄວາມຮູ້ສຶກມີພາລະ? ຖ້າເຈົ້າມີຄວາມສາມາດໃນການເຮັດວຽກ ແລະ ສັກກະຍະພາບໃນການແກ້ໄຂບັນຫາຢ່າງແທ້ຈິງ ແລະ ເມື່ອເຈົ້າເຫັນຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນປະຕິບັດວຽກງານໄດ້ບໍ່ດີຫຼາຍ ແລະ ບໍ່ສາມາດແກ້ໄຂບັນຫາໃດກໍຕາມໄດ້, ສິ່ງນີ້ເຮັດໃຫ້ເຈົ້າຮູ້ສຶກກະວົນກະວາຍ ແລະ ເຈົ້າກໍໃຫ້ຄຳແນະນຳແກ່ພວກເຂົາ ແຕ່ພວກເຂົາບໍ່ຟັງ ແລະ ພວກເຂົາບໍ່ສາມາດແກ້ໄຂບັນຫາໄດ້ ແຕ່ພວກເຂົາກໍບໍ່ລາຍງານຕໍ່ເບື້ອງເທິງ ແລະ ເຈົ້າຮູ້ສຶກເປັນຫ່ວງ ແລະ ກະວົນກະວາຍຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ເຈົ້າຮູ້ສຶກບໍ່ສະບາຍໃຈເປັນຢ່າງຍິ່ງ ເມື່ອເຈົ້າເຫັນຜູ້ນໍາປອມເຮັດໃຫ້ວຽກງານຂອງຄຣິສຕະຈັກມີຄວາມລ່າຊ້າ, ນີ້ສະແດງວ່າເຈົ້າມີພາລະ. ແນວໃດກໍຕາມ, ຖ້າເຈົ້າຢາກໄດ້ຮັບການຍອມຮັບຈາກທຸກຄົນ, ເພື່ອຊອກຫາກຸ່ມຜູ້ຟັງທີ່ໃຫຍ່ຂຶ້ນ ແລະ ເພື່ອໃຫ້ຄົນຈຳນວນຫຼາຍຂຶ້ນຟັງເຈົ້າເທດສະໜາ ແລະ ເທດສະໜາສັ່ງສອນ, ພຽງແຕ່ຍ້ອນວ່າເຈົ້າມີແນວຄິດບາງຢ່າງ ແລະ ຖ້າເຈົ້າຢາກໂດດເດັ່ນຈາກຝູງຊົນ, ນີ້ກໍບໍ່ແມ່ນພາລະ, ນີ້ຄືຄວາມທະເຍີທະຍານ. ຄົນທີ່ມີຄວາມທະເຍີທະຍານສາມາດເທດສະໜາໄດ້ພຽງແຕ່ພຣະທຳ ແລະ ຫຼັກຄຳສອນ ແລະ ແນວຄິດໃດກໍຕາມທີ່ພວກເຂົາມີກໍເປັນພຽງພຣະທຳ ແລະ ຫຼັກຄຳສອນທີ່ໄຮ້ຄວາມໝາຍ. ເມື່ອຄົນແບບນີ້ກາຍເປັນຜູ້ນໍາ, ພວກເຂົາຈຳຕ້ອງເປັນຜູ້ນໍາປອມ ແລະ ຖ້າພວກເຂົາເປັນຄົນຊົ່ວຮ້າຍ, ພວກເຂົາກໍຈະເປັນພວກຜູ້ຕໍ່ຕ້ານພຣະຄຣິສ. ຖ້າແນວຄິດຂອງເຈົ້າຍັງຄົງຢູ່ໃນລະດັບຂອງຄຳເວົ້າທີ່ໄຮ້ຄວາມໝາຍ, ແລ້ວເມື່ອເຈົ້າກາຍເປັນຜູ້ນໍາ, ເຈົ້າຈຳຕ້ອງເປັນຄືກັນກັບຜູ້ນໍາປອມທີ່ມີຄວາມຈອມປອມທາງຝ່າຍວິນຍານທຸກຄົນ. ເຈົ້າຈະຕ້ອງ “ປີກວິເວດເພື່ອເພາະປູກຕົນເອງ” ຢູ່ສະເໝີ, ຖ້າບໍ່ດັ່ງນັ້ນ ເຈົ້າຈະຮູ້ສຶກເຖິງວິກິດການ ແລະ ຈະບໍ່ມີຫຍັງໃຫ້ເທດສະໜາ. ຖ້າເຈົ້າເປັນຄືກັນກັບພວກເຂົາ ແລະ ໃນຂະນະທີ່ເຈົ້າກຳລັງເທດສະໜາດ້ວຍທ່າທີທີ່ສູງສົ່ງ, ເຈົ້າບໍ່ສາມາດຄົ້ນພົບບັນຫາອັນໃດທີ່ມີຢູ່ໃນວຽກງານ ແລະ ໂດຍທຳມະຊາດແລ້ວ ກໍບໍ່ສາມາດແກ້ໄຂບັນຫາໃດກໍຕາມໄດ້, ເຈົ້າຈຳຕ້ອງເປັນຜູ້ນໍາປອມ. ແລ້ວໃນທີ່ສຸດຈະເກີດຫຍັງຂຶ້ນກັບຜູ້ນໍາປອມ? ພວກເຂົາຖືກໄລ່ອອກຈາກຕຳແໜ່ງຍ້ອນພວກເຂົາບໍ່ສາມາດເຮັດວຽກງານຕົວຈິງໄດ້, ພວກເຂົາຈຳຕ້ອງຍ່າງໃນເສັ້ນທາງນີ້.
ມີຫຼາຍຄົນທີ່ຮູ້ສຶກຄຽດແຄ້ນ ແລະ ພ້ອມທີ່ຈະລົງມືເຮັດຫຍັງໃນໃຈຂອງພວກເຂົາຢູ່ສະເໝີ ແລະ ເມື່ອໃດກໍຕາມທີ່ເຖິງເວລາເລືອກຜູ້ນໍາ ຫຼື ຜູ້ຮັບຜິດຊອບ, ພວກເຂົາກໍຢາກເປັນຜູ້ທີ່ຖືກເລືອກຢູ່ສະເໝີ. ບາງຄົນຄິດວ່າພວກເຂົາເຊື່ອໃນພຣະເຈົ້າມາດົນທີ່ສຸດ, ພວກເຂົາໄດ້ທົນຕໍ່ຄວາມທຸກຍາກລຳບາກຫຼາຍທີ່ສຸດ, ພວກເຂົາໄດ້ປະຕິບັດໜ້າທີ່ຂອງພວກເຂົາມາດົນທີ່ສຸດ ແລະ ດ້ວຍຄວາມຈົງຮັກພັກດີຢ່າງເຖິງທີ່ສຸດ ແລະ ເໝາະສົມທີ່ສຸດທີ່ຈະເປັນຜູ້ນໍາ ດັ່ງນັ້ນ ພວກເຂົາຈຶ່ງຢາກໃຫ້ຄົນອື່ນເລືອກພວກເຂົາ. ເຈົ້າຈະສາມາດເຮັດຫຍັງໄດ້ແດ່ ຖ້າຄົນອື່ນເລືອກເຈົ້າ? ເຈົ້າຈະສາມາດຫຼີກລ່ຽງການໄດ້ຮັບຕຳແໜ່ງຜູ້ນໍາປອມໄດ້ບໍ? ເຈົ້າຈະສາມາດເຮັດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໃຫ້ສຳເລັດໄດ້ບໍ? ສິ່ງເຫຼົ່ານີ້ລ້ວນແຕ່ເປັນບັນຫາຕົວຈິງ, ແຕ່ບໍ່ມີໃຜທີ່ຈະພິຈາລະນາເລື່ອງແບບນີ້. ໃນບັນດາຄົນເຫຼົ່ານີ້, ບາງຄົນກໍມີຄວາມສາມາດພຽງພໍ. ພວກເຂົາສາມາດສະແຫວງຫາຄວາມຈິງໄດ້ ເມື່ອມີບັນຫາໃນໜ້າທີ່ຂອງພວກເຂົາ ແລະ ເມື່ອພວກເຂົາເຂົ້າໃຈຄວາມຈິງ ແລະ ສາມາດຈັດການກັບເລື່ອງຕ່າງໆຕາມຫຼັກການໄດ້, ພວກເຂົາກໍສາມາດເປັນໄປຕາມມາດຕະຖານໄດ້. ຖ້າຫາກວ່າຄົນເຫຼົ່ານີ້ເຂົ້າໃຈຄວາມຈິງ, ຮັກຄວາມຈິງ ແລະ ສາມາດໄລ່ຕາມຄວາມຈິງ ແລະ ນອກຈາກນັ້ນ ຍັງມີຄວາມເປັນມະນຸດທີ່ຂ້ອນຂ້າງດີ, ພວກເຂົາກໍຈະບໍ່ມີບັນຫາໃດກໍຕາມ ໃນການກາຍເປັນຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ມາດຕະຖານ, ມັນກໍຈະບໍ່ຍາກຫຼາຍສຳລັບພວກເຂົາ. ບາງຄົນຈົ່ມວ່າໃຫ້ວຽກງານທີ່ພວກເຂົາກຳລັງເຮັດນັ້ນວ່າຍາກຢູ່ສະເໝີ, ພວກເຂົາບໍ່ເຕັມໃຈທີ່ຈະພະຍາຍາມ ຫຼື ເສຍສະຫຼະເມື່ອເວົ້າເຖິງຄວາມຈິງ ແລະ ພວກເຂົາກໍຈົ່ມວ່າເມື່ອພວກເຂົາໄດ້ຮັບການລິຮານ. ຄົນເຊັ່ນນີ້ສາມາດເປັນຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ມາດຕະຖານໄດ້ບໍ? ເຈດຕະນາ ແລະ ທັດສະນະຄະຕິຂອງພວກເຂົາຜິດ, ພວກເຂົາບໍ່ແມ່ນຄົນທີ່ໄລ່ຕາມຄວາມຈິງ ແລະ ບໍ່ວ່າພຣະເຈົ້າຈະຮຽກຮ້ອງຫຍັງຈາກພວກເຂົາ, ພວກເຂົາກໍຍັງຮັກສາທັດສະນະຄະຕິທີ່ເປັນລົບ. ຄົນແບບນີ້ບໍ່ສົມຄວນທີ່ຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກ. ພວກເຂົາບໍ່ມີຄວາມຮູ້ສຶກມີພາລະໃນຫົວໃຈຂອງພວກເຂົາ ແລະ ບໍ່ວ່າການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າຈະຖືກວາງອອກຢ່າງຊັດເຈນ ຫຼື ຈະແຈ້ງສໍ່າໃດ, ພວກເຂົາກໍຍັງບໍ່ເຕັມໃຈທີ່ຈະເຮັດວຽກຢ່າງໜັກເພື່ອເຮັດວຽກງານໃຫ້ດີ. ທີ່ຈິງແລ້ວ, ມັນບໍ່ຍາກທີ່ຈະເຮັດວຽກງານໃຫ້ດີໄດ້. ເປັນຫຍັງຈຶ່ງບໍ່ຍາກ? ກ່ອນອື່ນໝົດ, ເຮືອນຂອງພຣະເຈົ້າມີການຈັດແຈງວຽກງານທີ່ສະເພາະເຈາະຈົງສຳລັບວຽກງານທັງໝົດຂອງຄຣິສຕະຈັກ ແລະ ເບື້ອງເທິງກໍໄດ້ກຳນົດເງື່ອນໄຂທີ່ສະເພາະເຈາະຈົງສຳລັບມັນໄວ້ແລ້ວ, ດັ່ງນັ້ນ ພວກເຈົ້າຈຶ່ງບໍ່ຈຳເປັນຕ້ອງຄິດສ້າງສັນສິ່ງໃໝ່ໆໃນລາຍການວຽກງານໃດກໍຕາມ ຫຼື ເຮັດໃຫ້ມັນສຳເລັດດ້ວຍຕົນເອງ. ເບື້ອງເທິງໄດ້ໃຫ້ຂອບເຂດ ແລະ ທິດທາງແກ່ພວກເຈົ້າ ແລະ ໄດ້ໃຫ້ຫຼັກການແກ່ພວກເຈົ້າ ແລະ ໃຫ້ມາດຕະຖານຂັ້ນຕໍ່າໃນການເຮັດວຽກງານຂອງພວກເຈົ້າ, ພວກເຈົ້າບໍ່ໄດ້ກຳລັງຕໍ່ສູ້ກັບອາກາດ ຫຼື ຂາດທິດທາງອັນໃດ. ຢ່າງທີສອງ, ກັບລາຍການວຽກງານໃດກໍຕາມ, ບໍ່ວ່າຜູ້ຮັບຜິດຊອບຈະເປັນໃຜ ແລະ ບໍ່ວ່າຈຸດສຸມຂອງວຽກງານຈະຢູ່ຕ່າງປະເທດ ຫຼື ພາຍໃນປະເທດ, ສິ່ງທີ່ສຳຄັນທີ່ສຸດກໍຄື ອ້າຍນ້ອງທີ່ຢູ່ເບື້ອງເທິງກຳລັງຕິດຕາມ, ນຳພາ, ຊີ້ນຳ, ກວດສອບ ແລະ ດຳເນີນການກວດສອບວຽກງານໂດຍສະເພາະ ແລະ ມັກຈະເຮັດການສອບຖາມຢູ່ເລື້ອຍໆ. ການກະທຳເຫຼົ່ານີ້ມີຄວາມສະເພາະເຈາະຈົງສໍ່າໃດ? ອ້າຍນ້ອງທີ່ຢູ່ເບື້ອງເທິງໄດ້ມີສ່ວນພົວພັນ ແລະ ຕິດຕາມທຸກບົດລະຄອນ, ທຸກຮູບເງົາ, ທຸກໂປຣແກຣມ, ທຸກບົດເພງສັນລະເສີນ ແລະ ອື່ນໆ ດ້ວຍຕົນເອງ. ເຮົາກໍມີສ່ວນພົວພັນໃນວຽກງານບາງຢ່າງເຊັ່ນກັນ, ໂດຍໃຫ້ທິດທາງ ແລະ ໂຄງຮ່າງທົ່ວໄປແກ່ພວກເຈົ້າ. ຢ່າງທີສາມ, ສຳລັບວຽກງານດ້ານໃດກໍຕາມທີ່ມີສ່ວນພົວພັນກັບຫຼັກການຄວາມຈິງ, ເບື້ອງເທິງກໍມັກຈະໂອ້ລົມກັບພວກເຈົ້າກ່ຽວກັບຫຼັກການຄວາມຈິງ ແລະ ນໍາພາວຽກງານຂອງພວກເຈົ້າຢູ່ເລື້ອຍໆ; ເບື້ອງເທິງຍັງໄດ້ລິຮານພວກເຈົ້າ, ດຳເນີນການກວດສອບໃຫ້ພວກເຈົ້າ ແລະ ເບື້ອງເທິງຈະແກ້ໄຂການບິດເບືອນຂອງພວກເຈົ້າໄດ້ຕະຫຼອດເວລາ. ຢ່າງທີສີ່, ໃນດ້ານວຽກງານບຸກຄະລາກອນ ແລະ ການບໍລິຫານທີ່ສຳຄັນ, ເບື້ອງເທິງຈະຊ່ວຍເຫຼືອພວກເຈົ້າເປັນການສ່ວນຕົວ ໂດຍການດຳເນີນການກວດສອບ ແລະ ເຮັດການຕັດສິນໃຈ. ຄວາມຈິງກໍຄື ບໍ່ວ່າພວກເຈົ້າຈະເຮັດວຽກງານຫຍັງ, ພວກເຈົ້າກໍບໍ່ໄດ້ເຮັດໃຫ້ມັນສຳເລັດໂດຍລຳພັງ; ວຽກງານທັງໝົດໄດ້ຮັບການຈັດແຈງ, ນໍາພາ, ຊີ້ນໍາ ແລະ ກວດສອບໂດຍເບື້ອງເທິງ. ແລ້ວພວກເຈົ້າໄດ້ເຮັດຫຍັງ? ພວກເຈົ້າພຽງແຕ່ເພີດເພີນໄປກັບສິ່ງທີ່ໄດ້ກຽມໄວ້ພ້ອມແລ້ວ. ພວກເຈົ້າໂຊກດີຫຼາຍ! ພວກເຈົ້າບໍ່ຈຳເປັນຕ້ອງກັງວົນກ່ຽວກັບຫຍັງ; ພວກເຈົ້າພຽງແຕ່ຕ້ອງລົງມືເຮັດວຽກດ້ວຍມື ແລະ ຕີນຂອງພວກເຈົ້າ. ນີ້ຄືວຽກງານທີ່ຕົກເປັນໜ້າທີ່ຂອງພວກເຈົ້າ. ພວກເຈົ້າເຄີຍໄດ້ເສຍສະຫຼະເພີ່ມເຕີມບໍ? (ບໍ່ເຄີຍ.) ເບື້ອງເທິງໄດ້ເຮັດວຽກງານທີ່ສຳຄັນ ແລະ ໃຫຍ່ຫຼວງທັງໝົດນີ້; ສະນັ້ນ, ວຽກງານທີ່ພວກເຈົ້າເຮັດທັງໝົດຈຶ່ງງ່າຍຫຼາຍ ແລະ ບໍ່ມີຄວາມຍາກລຳບາກຫຍັງເລີຍ. ພາຍໃຕ້ສະຖານະການເຊັ່ນນີ້, ຖ້າຜູ້ຄົນຍັງເຮັດວຽກງານຂອງພວກເຂົາໄດ້ບໍ່ດີ, ນັ້ນກໍເປັນສິ່ງທີ່ຍອມຮັບບໍ່ໄດ້ ແລະ ມັນພິສູດວ່າພວກເຂົາພຽງແຕ່ບໍ່ໄດ້ເອົາໃຈໃສ່ ແລະ ມີຄວາມພະຍາຍາມໃນວຽກງານຂອງພວກເຂົາ ຫຼື ເຮັດຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດໄດ້. ບາງຄົນເວົ້າວ່າ “ໃຜແດ່ທີ່ບໍ່ມີຂໍ້ບົກຜ່ອງເມື່ອເຮັດວຽກງານ? ຈະບໍ່ປ່ອຍໃຫ້ຄົນເຮົທມີບັນຫາອັນໃດເລີຍບໍ?” ພວກເຈົ້າບໍ່ຈຳເປັນຕ້ອງໄດ້ຄະແນນເຕັມໃນວຽກງານຂອງພວກເຈົ້າ; ພວກເຈົ້າພຽງແຕ່ຈຳເປັນຕ້ອງໃຫ້ໄດ້ຄະແນນຜ່ານເກນ ແລະ ພວກເຈົ້າກໍຈະຖືວ່າໄດ້ເຮັດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໄດ້ສຳເລັດແລ້ວ. ນີ້ເປັນການຮຽກຮ້ອງທີ່ເຂັ້ມງວດເກີນໄປບໍ? (ບໍ່ເລີຍ.) ມັນເປັນເລື່ອງງ່າຍທີ່ຈະໄດ້ຄະແນນຜ່ານເກນ ບົນພື້ນຖານຂອງການຊີ້ນໍາ ແລະ ການກວດສອບຂອງເບື້ອງເທິງ; ມັນຂຶ້ນຢູ່ກັບວ່າຜູ້ຄົນໄດ້ໄລ່ຕາມຄວາມຈິງຢ່າງຈິງໃຈ ຫຼື ບໍ່. ຖ້າພວກເຂົາບໍ່ໄດ້ມີຄວາມພະຍາຍາມເມື່ອເວົ້າເຖິງຄວາມຈິງ ແລະ ຢາກເຮັດພໍແລ້ວມືແລ້ວຕີນຢູ່ສະເໝີ ແລະ ຖ້າພວກເຂົາພໍໃຈກັບການເຮັດພໍເປັນພິທີເມື່ອເຮັດວຽກງານ ບໍ່ໄດ້ເຮັດສິ່ງທີ່ບໍ່ດີ, ບໍ່ກໍ່ໃຫ້ເກີດການລົບກວນ ຫຼື ການຂັດຂວາງ ແລະ ບໍ່ມີຫຍັງລົບກວນຈິດສຳນຶກຂອງພວກເຂົາ ພວກເຂົາກໍບໍ່ສາມາດໄດ້ຮັບຄະແນນທີ່ຜ່ານເກນໄດ້. ຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໃຫຍ່ມີທັດສະນະຄະຕິແບບນີ້ເມື່ອເຮັດວຽກງານ; ພວກເຂົາເຮັດວຽກໜ້ອຍດຽວ ແຕ່ພວກເຂົາບໍ່ຢາກເຮັດໃຫ້ຕົນເອງອິດເມື່ອຍ, ພວກເຂົາພໍໃຈກັບການເປັນພຽງຄົນທຳມະດາ ແລະ ສຳລັບຜົນໄດ້ຮັບຂອງວຽກງານທີ່ພວກເຂົາເຮັດຈະເປັນແນວໃດນັ້ນ, ພວກເຂົາຄິດວ່ານັ້ນເປັນທຸລະຂອງພຣະເຈົ້າ ແລະ ມັນບໍ່ໄດ້ກ່ຽວຂ້ອງກັບພວກເຂົາ. ທັດສະນະຄະຕິນີ້ຍອມຮັບໄດ້ບໍ? ຖ້າເຈົ້າມີທັດສະນະຄະຕິເຊັ່ນນີ້, ວຽກງານທີ່ເຈົ້າສາມາດເຮັດໄດ້ກໍຈະມີຈຳກັດຫຼາຍ ແລະ ເຈົ້າບໍ່ໄດ້ທຸ່ມເທຄວາມພະຍາຍາມທັງໝົດຂອງເຈົ້າໃນວຽກງານ, ເຊິ່ງສະແດງວ່າເຈົ້າບໍ່ສາມາດເຮັດວຽກງານຕົວຈິງໄດ້ ຫຼື ເຈົ້າບໍ່ໄດ້ເຮັດວຽກງານຕົວຈິງ ດັ່ງນັ້ນ ການກຳນົດໃຫ້ເຈົ້າເປັນຜູ້ນໍາປອມຈຶ່ງເປັນສິ່ງທີ່ສົມຄວນແລ້ວ, ເຊິ່ງເປັນສິ່ງທີ່ເໝາະສົມຢ່າງຍິ່ງ ແລະ ບໍ່ໄດ້ຖືວ່າເປັນການບໍ່ຍຸຕິທຳ. ບາງຄົນເວົ້າຢູ່ສະເໝີວ່າ “ຂໍ້ກຳນົດຂອງເຈົ້າຕໍ່ພວກເຮົານັ້ນສູງເກີນໄປ. ຖ້າພວກເຮົາບໍ່ເຮັດວຽກງານນີ້, ພວກເຮົາກໍຈະເປັນຜູ້ນໍາປອມ ແລະ ຖ້າພວກເຮົາບໍ່ບັນລຸຂໍ້ກຳນົດນັ້ນ, ພວກເຮົາກໍຈະເປັນຜູ້ນໍາປອມຄືກັນ. ເຈົ້າເຫັນວ່າພວກເຮົາເປັນຫຍັງ? ພວກເຮົາບໍ່ແມ່ນຫຸ່ນຍົນ, ພວກເຮົາບໍ່ແມ່ນຄົນທີ່ສົມບູນແບບ. ພວກເຮົາເປັນພຽງຄົນທຳມະດາ, ເປັນພຽງມະນຸດທີ່ມີເນື້ອໜັງເທົ່ານັ້ນ. ເຈົ້າບອກໃຫ້ພວກເຮົາເປັນພຽງຄົນທຳມະດາ, ເປັນຄົນປົກກະຕິ, ແລ້ວເປັນຫຍັງເຈົ້າຈຶ່ງມີຂໍ້ກຳນົດທີ່ສູງຕໍ່ພວກເຮົາໃນຖານະທີ່ເປັນຜູ້ນໍາ?” ທີ່ຈິງແລ້ວ, ຂໍ້ກຳນົດຂອງເຮົາຕໍ່ພວກເຈົ້າບໍ່ໄດ້ສູງເລີຍ. ເຮົາພຽງແຕ່ຂໍໃຫ້ເຈົ້າເຮັດຄວາມຮັບຜິດຊອບທີ່ມະນຸດຄວນເຮັດໃຫ້ສຳເລັດ. ນີ້ແມ່ນສິ່ງທີ່ເຈົ້າຄວນ ແລະ ຕ້ອງເຮັດ ແລະ ມັນເປັນບາງສິ່ງທີ່ເຈົ້າສາມາດເຮັດໃຫ້ສຳເລັດໄດ້ໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກ. ແນວໃດກໍຕາມ, ຖ້າເຈົ້າບໍ່ເຮັດວຽກໜັກເພື່ອພະຍາຍາມກ້າວໄປສູ່ຄວາມຈິງ ແລະ ຢ້ານການທົນຕໍ່ຄວາມທຸກຍາກລຳບາກ ແລະ ໂລບກັບຄວາມສະບາຍຢູ່ສະເໝີ, ບໍ່ວ່າເຫດຜົນ ຫຼື ຂໍ້ແກ້ຕົວຂອງເຈົ້າຈະເປັນແນວໃດ, ເຈົ້າຈຳຕ້ອງເປັນຜູ້ນໍາປອມ. ມັນກໍຄືກັບສິ່ງທີ່ຜູ້ຄົນທີ່ມີຄວາມເປັນມະນຸດປົກກະຕິຄວນເຮັດໃຫ້ສຳເລັດ ແລະ ສິ່ງທີ່ຜູ້ໃຫຍ່ຄວນດູແລຕົນເອງນັ້ນແຫຼະ ເຊັ່ນ: ຜູ້ໃຫຍ່ຄວນຕື່ນນອນເວລາຈັກໂມງໃນຕອນເຊົ້າ, ພວກເຂົາຄວນກິນອາຫານຈັກຄາບ ແລະ ຄວນເຮັດວຽກຈັກຊົ່ວໂມງຕໍ່ມື້ ແລະ ເວລາໃດທີ່ພວກເຂົາຄວນຊັກເຄື່ອງນຸ່ງທີ່ເປິເປື້ອນຂອງພວກເຂົາ, ເຈົ້າຕ້ອງໄດ້ຈັດການສິ່ງເຫຼົ່ານີ້ດ້ວຍຕົນເອງ ແລະ ບໍ່ຈຳເປັນຕ້ອງໄປຖາມຄົນອື່ນກ່ຽວກັບເລື່ອງເຫຼົ່ານີ້. ຖ້າເຈົ້າໄປຖາມຄົນອື່ນກ່ຽວກັບທຸກຢ່າງ ແລະ ບໍ່ເຂົ້າໃຈຫຍັງເລີຍ, ນີ້ບໍ່ໄດ້ໝາຍຄວາມວ່າເຈົ້າມີສະຕິປັນຍາບໍ່ພຽງພໍ ແລະ ເຈົ້າເປັນຄົນປັນຍາອ່ອນບໍ? ມັນບໍ່ໄດ້ໝາຍຄວາມວ່າເຈົ້າບໍ່ສາມາດດູແລຕົນເອງໄດ້ບໍ? ຄົນແບບນີ້ສາມາດເປັນຜູ້ນໍາໄດ້ບໍ? ພວກເຂົາບໍ່ແມ່ນຜູ້ນໍາປອມບໍ? ຄົນເຊັ່ນນີ້ຄວນຖືກໄລ່ອອກ. ຄົນແບບນີ້ຍັງຢາກຍຶດຕິດກັບຕຳແໜ່ງຂອງພວກເຂົາ ແລະ ບໍ່ຢາກລົງຈາກຕຳແໜ່ງ ແລະ ພວກເຂົາກໍຍັງຢາກເປັນຜູ້ນໍາ! ຫຼັງຈາກທີ່ຜູ້ນໍາປອມບາງຄົນຖືກໄລ່ອອກແລ້ວ, ພວກເຂົາກໍຮູ້ສຶກວ່າພວກເຂົາບໍ່ໄດ້ຮັບຄວາມເປັນທຳ ແລະ ຮ້ອງໄຫ້ບໍ່ຢຸດ. ພວກເຂົາຮ້ອງໄຫ້ຈົນຕາບວມ. ເປັນຫຍັງພວກເຂົາຈຶ່ງຮ້ອງໄຫ້? ພວກເຂົາບໍ່ຮູ້ວ່າຕົນເອງເປັນຄົນແບບໃດກັນແທ້. ເມື່ອເຮົາເວົ້າວ່າຂໍ້ກຳນົດຂອງເຮົາຕໍ່ຜູ້ຄົນບໍ່ໄດ້ສູງ, ສິ່ງທີ່ເຮົາໝາຍເຖິງກໍຄື ສິ່ງທີ່ເຈົ້າໄດ້ຮັບການຂໍໃຫ້ເຮັດນັ້ນຄືສິ່ງທີ່ເຈົ້າສາມາດເຮັດໃຫ້ສຳເລັດໄດ້; ເສັ້ນທາງໄດ້ຖືກປູໄວ້ໃຫ້ເຈົ້າແລ້ວ ແລະ ຂອບເຂດກໍໄດ້ຖືກກຳນົດໄວ້ແລ້ວ ແລະ ການຕັດສິນໃຈກໍໄດ້ເຮັດແລ້ວ ແລະ ເຈົ້າພຽງແຕ່ຕ້ອງລົງມືເຮັດ. ມັນຄືກັບການກິນອາຫານ: ທັນຍາພືດ, ຜັກ, ເຄື່ອງປຸງທຸກຊະນິດ, ໝໍ້ ແລະ ເຕົາໄຟໄດ້ຖືກກຽມໄວ້ໃຫ້ເຈົ້າແລ້ວ ແລະ ທັງໝົດທີ່ເຈົ້າຕ້ອງເຮັດກໍຄືການຮຽນຮູ້ວິທີປຸງແຕ່ງອາຫານ; ນີ້ຄືສິ່ງທີ່ຜູ້ໃຫຍ່ຄວນເຮັດ ແລະ ເຮັດໃຫ້ສຳເລັດ. ຖ້າເຈົ້າບໍ່ສາມາດເຮັດສິ່ງນີ້ໃຫ້ສຳເລັດໄດ້, ເຈົ້າກໍເປັນຄົນປັນຍາອ່ອນ ແລະ ເຈົ້າກໍບໍ່ສາມາດຖືກຈັດຢູ່ໃນກຸ່ມລະດັບສະຕິປັນຍາຂອງຜູ້ໃຫຍ່ປົກກະຕິໄດ້. ຜູ້ນໍາບາງຄົນບໍ່ສາມາດເຮັດວຽກງານຕົວຈິງນີ້ໄດ້ ດັ່ງນັ້ນ ພວກເຂົາຈຶ່ງຕ້ອງຖືກໄລ່ອອກ. ສະນັ້ນແລ້ວ, ພວກເຮົາຈະນິຍາມ ແລະ ກຳນົດໄດ້ແນວໃດວ່າໃຜບາງຄົນຈະສາມາດເຮັດວຽກງານປະເພດນີ້ໄດ້ ຫຼື ບໍ່? ຖ້າເຈົ້າມີສະຕິປັນຍາ ແລະ ຄວາມສາມາດຂອງຜູ້ໃຫຍ່ຄົນໜຶ່ງ ແລະ ເຈົ້າມີຄວາມຮອບຄອບ ແລະ ຄວາມຮູ້ສຶກຮັບຜິດຊອບທີ່ຜູ້ໃຫຍ່ຄົນໜຶ່ງຄວນມີ, ແລ້ວເຈົ້າກໍຄວນຈະສາມາດເຮັດວຽກງານປະເພດນີ້ໄດ້. ຖ້າເຈົ້າເຮັດບໍ່ໄດ້ ຫຼື ເຈົ້າບໍ່ໄດ້ເຮັດມັນ, ເຈົ້າກໍເປັນຜູ້ນໍາປອມ. ນັ້ນຄືວິທີທີ່ສິ່ງນີ້ຖືກກຳນົດ ແລະ ການກຳນົດມັນດ້ວຍວິທີນີ້ກໍຖືກຕ້ອງແລ້ວ. ນີ້ບໍ່ແມ່ນການປະນາມ ຫຼື ການຕັດສິນຄົນໃດຄົນໜຶ່ງ, ສະນັ້ນ ມັນເຂັ້ມງວດເກີນໄປບໍ? ຄວາມຈິງທັງໝົດໄດ້ຖືກວາງອອກແລ້ວ ແລະ ສິ່ງນີ້ກໍບໍ່ໄດ້ເຂັ້ມງວດເກີນໄປເລີຍ.
II. ຜູ້ນໍາປອມທີ່ມີຄວາມສາມາດຕໍ່າ
ພວກເຮົາຫາກໍໄດ້ໂອ້ລົມກ່ຽວກັບການສະແດງອອກຕ່າງໆ ຂອງຜູ້ນໍາປອມປະເພດໜຶ່ງ ກ່ຽວກັບການລາຍງານ ແລະ ສະແຫວງຫາວິທີແກ້ໄຂຄວາມສັບສົນ ແລະ ຄວາມຍາກລຳບາກທີ່ພົບພໍ້ໃນວຽກງານໂດຍທັນທີ, ພ້ອມກັບເຫດຜົນທີ່ວ່າເປັນຫຍັງຄົນປະເພດນີ້ຈຶ່ງບໍ່ສາມາດປະຕິບັດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໃຫ້ສຳເລັດໄດ້. ຄົນເຊັ່ນນີ້ເປັນຄົນທີ່ມີຄວາມຈອມປອມທາງຝ່າຍວິນຍານ. ຍ້ອນວ່າພວກເຂົາບໍ່ສາມາດຄົ້ນພົບຄວາມສັບສົນ ແລະ ຄວາມຍາກລຳບາກໃນວຽກງານ, ພວກເຂົາຈຶ່ງບໍ່ສາມາດປະຕິບັດຄວາມຮັບຜິດຊອບນີ້ໃຫ້ສຳເລັດໄດ້. ນີ້ແມ່ນຄົນປະເພດໜຶ່ງ. ຍັງມີຄົນອີກປະເພດໜຶ່ງ: ພວກເຂົາກໍຄືກັນກັບຄົນທີ່ມີຄວາມຈອມປອມທາງຝ່າຍວິນຍານເຫຼົ່ານັ້ນ ຄື ພວກເຂົາກໍບໍ່ສາມາດຄົ້ນພົບບັນຫາທີ່ມີຢູ່ໃນວຽກງານເຊັ່ນກັນ ແລະ ນັ້ນຄືເຫດຜົນທີ່ພວກເຂົາບໍ່ສາມາດລາຍງານບັນຫາເຫຼົ່ານັ້ນຕໍ່ເບື້ອງເທິງ ແລະ ສະແຫວງຫາວິທີແກ້ໄຂຈາກເບື້ອງເທິງໂດຍທັນທີໄດ້ເຊັ່ນກັນ. ຄົນເຊັ່ນນີ້ຫຍຸ້ງກັບວຽກງານເຊັ່ນກັນ, ພວກເຂົາເຮັດໃຫ້ຕົນເອງຫຍຸ້ງໝົດມື້ໂດຍບໍ່ໄດ້ພັກ. ພວກເຂົາຫຍຸ້ງຢູ່ກັບການເທດສະໜາ, ຫຍຸ້ງຢູ່ກັບການໄປຢ້ຽມຢາມອ້າຍເອື້ອຍນ້ອງໃນສະຖານທີ່ຕ່າງໆ, ຫຍຸ້ງຢູ່ກັບການຈັດແຈງວຽກງານ ແລະ ແມ່ນແຕ່ຫຍຸ້ງຢູ່ກັບການຊື້ວັດຖຸສິ່ງຂອງທຸກປະເພດສຳລັບວຽກງານຄຣິສຕະຈັກ. ຖ້າຜູ້ໃດຜູ້ໜຶ່ງເຈັບປ່ວຍ, ພວກເຂົາກໍຈະຊ່ວຍຊອກຫາທ່ານໝໍໃຫ້; ຖ້າຜູ້ໃດຜູ້ໜຶ່ງມີຄວາມຍາກລຳບາກຢູ່ທາງບ້ານ, ພວກເຂົາກໍຈະຊ່ວຍໂດຍການຈັດແຈງໃຫ້ມີຄວາມຊ່ວຍເຫຼືອທາງການເງິນ; ຖ້າຜູ້ໃດຜູ້ໜຶ່ງຢູ່ໃນສະພາວະທີ່ບໍ່ດີ, ພວກເຂົາກໍເປັນຝ່າຍເລີ່ມຕົ້ນທີ່ຈະຄໍ້າຊູຄົນເຫຼົ່ານັ້ນ ແລະ ຊ່ວຍແກ້ໄຂບັນຫາຂອງພວກເຂົາຢ່າງຫ້າວຫັນ. ສະຫຼຸບແລ້ວ, ພວກເຂົາໄດ້ຫຍຸ້ງຢູ່ກັບວຽກງານຈິປາຖະບາງຢ່າງຢູ່ສະເໝີ. ພວກເຂົາໄດ້ເສີຍເມີຍຕໍ່ວຽກງານຕົວຈິງຂອງຄຣິສຕະຈັກ, ວຽກງານພຣະກິດຕິຄຸນ ແລະ ບັນຫາຕ່າງໆໃນຊີວິດຄຣິສຕະຈັກ. ໃນທຸກໆມື້, ພວກເຂົາເຮັດໃຫ້ຕົນເອງເມື່ອຍກັບການແລ່ນວົນໄປວົນມາ ແລະ ພວກເຂົາກໍເຮັດໃຫ້ຕົນເອງຫຍຸ້ງຢູ່ກັບການຈັດການ ແລະ ການແກ້ໄຂກິດຈະການຂອງຄຣິສຕະຈັກ ແລະ ເລື່ອງສ່ວນຕົວຂອງອ້າຍເອື້ອຍນ້ອງ. ພວກເຂົາຄິດວ່າ ໃນຖານະຜູ້ນໍາ, ພວກເຂົາຄວນປະຕິບັດໜ້າວຽກເຫຼົ່ານີ້, ແຕ່ພວກເຂົາບໍ່ເຄີຍຮັບຮູ້ວ່າວຽກງານທີ່ສຳຄັນຂອງຜູ້ນໍາແມ່ນຫຍັງ ແລະ ບໍ່ວ່າພວກເຂົາຈະເຮັດວຽກງານໜັກສໍ່າໃດກໍຕາມ, ພວກເຂົາກໍຍັງບໍ່ສາມາດພົບເຫັນບັນຫາທີ່ແທ້ຈິງ ແລະ ບັນຫາສຳຄັນທີ່ມີຢູ່ໃນຄຣິສຕະຈັກ. ດັ່ງນັ້ນ, ເມື່ອມີການລົບກວນ ແລະ ອຸປະສັກເກີດຂຶ້ນໃນຊີວິດຄຣິສຕະຈັກ ແລະ ເມື່ອຜູ້ຄົນທີ່ພຣະເຈົ້າເລືອກໄດ້ພົບພໍ້ກັບຄວາມຍາກລຳບາກໃນທາງເຂົ້າຂອງຊີວິດ, ຜູ້ນໍາເຫຼົ່ານີ້ຈຶ່ງບໍ່ສາມາດແກ້ໄຂເລື່ອງເຫຼົ່ານີ້ໄດ້ໂດຍທັນທີ. ເຖິງແມ່ນວ່າພວກເຂົາຈະຫຍຸ້ງກັບການເຮັດວຽກງານ ແລະ ບໍ່ໄດ້ປ່ອຍໃຫ້ແຕ່ລະມື້ຜ່ານໄປໂດຍໄຮ້ປະໂຫຍດ, ພວກເຂົາຈະສາມາດບັນລຸຫຍັງໄດ້ແດ່ຈາກການທີ່ຫຍຸ້ງແບບນີ້? ມີບັນຫາຫຼາຍຢ່າງໄດ້ປາກົດຢູ່ໃນວຽກງານຂອງຄຣິສຕະຈັກ, ແຕ່ພວກເຂົາກໍບໍ່ສາມາດຄົ້ນພົບບັນຫາເຫຼົ່ານັ້ນໄດ້. ເບິ່ງຈາກພາຍນອກ, ພວກເຂົາເບິ່ງຄືວ່າເປັນຄົນດຸໝັ່ນ, ມີຈິດສຳນຶກ ແລະ ບໍ່ຢູ່ວ່າງໂດຍໄຮ້ປະໂຫຍດ, ແຕ່ບັນຫາແລ້ວບັນຫາເລົ່າກໍເກີດຂຶ້ນໃນວຽກງານ ແລະ ພວກເຂົາກໍຫຍຸ້ງຢູ່ແຕ່ກັບການອັດຮູຮົ່ວ, ຫຍຸ້ງຢູ່ກັບການແກ້ໄຂ “ບັນຫາທີ່ຊັບຊ້ອນ ແລະ ຍາກລຳບາກ” ທຸກຮູບແບບ ແລະ ການຈັດການກັບຄົນຊົ່ວຮ້າຍທຸກປະເພດ ແລະ ຄົນທີ່ກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງທີ່ໄດ້ປາກົດຂຶ້ນໃນຄຣິສຕະຈັກ. ພວກເຂົາເຮັດໃຫ້ຕົນເອງຫຍຸ້ງຢູ່ກັບວຽກງານແບບນີ້, ແຕ່ພວກເຂົາບໍ່ສາມາດແຍກແຍະແມ່ນແຕ່ບັນຫາພື້ນຖານທີ່ສຸດໄດ້. ພວກເຂົາບໍ່ສາມາດແຍກແຍະໄດ້ຢ່າງຊັດເຈນວ່າ ຄວາມເປັນມະນຸດທີ່ດີແມ່ນຫຍັງ ແລະ ຄວາມເປັນມະນຸດທີ່ບໍ່ດີແມ່ນຫຍັງ, ຄວາມສາມາດທີ່ດີແມ່ນຫຍັງ ແລະ ຄວາມສາມາດທີ່ຕໍ່າແມ່ນຫຍັງ, ການມີຄວາມສາມາດພິເສດ ແລະ ມີຄວາມຮູ້ທີ່ແທ້ຈິງແມ່ນຫຍັງ ແລະ ການມີພອນສະຫວັນແມ່ນຫຍັງ. ພວກເຂົາຍັງບໍ່ສາມາດເບິ່ງທະລຸໄດ້ວ່າ ຄົນປະເພດໃດທີ່ເຮືອນຂອງພຣະເຈົ້າເພາະປູກ ແລະ ຄົນປະເພດໃດທີ່ເຮືອນຂອງພຣະເຈົ້າກຳຈັດ, ຄົນໃດທີ່ໄລ່ຕາມຄວາມຈິງ ແລະ ຄົນໃດບໍ່ໄດ້ໄລ່ຕາມ, ຄົນໃດເຕັມໃຈປະຕິບັດໜ້າທີ່ຂອງຕົນ ແລະ ຄົນໃດທີ່ບໍ່ໄດ້ປະຕິບັດໜ້າທີ່, ຄົນໃດທີ່ສາມາດໄດ້ຮັບການເຮັດໃຫ້ສົມບູນຈົນກາຍເປັນປະຊາຊົນຂອງພຣະເຈົ້າ ແລະ ຄົນໃດທີ່ເປັນຜູ້ອອກເຫື່ອແຮງ ແລະ ອື່ນໆ. ພວກເຂົາໄດ້ປະຕິບັດຕໍ່ຜູ້ທີ່ສາມາດເວົ້າໂມ້ໂອ້ອວດ ແລະ ເວົ້າທິດສະດີທີ່ໄຮ້ຄວາມໝາຍ ແຕ່ບໍ່ສາມາດເຮັດວຽກງານຕົວຈິງໄດ້ ຄືກັບເປັນເປົ້າໝາຍຫຼັກສຳລັບການເພາະປູກ ແລະ ພວກເຂົາໄດ້ຈັດແຈງໃຫ້ຄົນເຫຼົ່ານັ້ນປະຕິບັດ ແລະ ມອບໝາຍວຽກງານສຳຄັນໃຫ້ແກ່ພວກເຂົາ, ໃນຂະນະທີ່ພວກເຂົາມີຄວາມລ່າຊ້າໃນການເລື່ອນຕຳແໜ່ງ ແລະ ການເພາະປູກຜູ້ທີ່ມີການຢັ່ງຮູ້ທີ່ບໍລິສຸດ, ມີຄວາມສາມາດ ແລະ ມີສັກກະຍະພາບໃນການເຂົ້າໃຈຄວາມຈິງ, ພຽງຍ້ອນວ່າຄົນເຫຼົ່ານັ້ນເຊື່ອໃນພຣະເຈົ້າໄດ້ບໍ່ດົນ ຫຼື ໄດ້ເປີດເຜີຍອຸປະນິໄສທີ່ອວດດີ. ບັນຫາແບບນີ້ມັກເກີດຂຶ້ນຢູ່ເລື້ອຍໆ ໃນຄຣິສຕະຈັກ ແລະ ສິ່ງນີ້ໄດ້ສົ່ງຜົນກະທົບຕໍ່ຄວາມຄືບໜ້າຂອງວຽກງານຄຣິສຕະຈັກ. ສິ່ງເຫຼົ່ານີ້ຄືບັນຫາທີ່ແທ້ຈິງ, ແຕ່ຜູ້ນໍາປະເພດນີ້ກັບບໍ່ສາມາດເບິ່ງເຫັນໄດ້ ຫຼື ຄົ້ນບໍ່ພົບບັນຫາເຫຼົ່ານັ້ນ ແລະ ບໍ່ຮັບຮູ້ເຖິງບັນຫາເຫຼົ່ານັ້ນດ້ວຍຊ້ຳ. ເມື່ອຄົນຊົ່ວຊ້າຍກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງ, ພວກເຂົາກັບໃຫ້ໂອກາດຄົນເຫຼົ່ານັ້ນເພື່ອໃຫ້ໄດ້ຮັບການສັງເກດການ ແລະ ໄຕ່ຕອງຕົນເອງ, ໃນຂະນະທີ່ເມື່ອຄົນອື່ນ, ເຊິ່ງບໍ່ແມ່ນຄົນຊົ່ວຮ້າຍ, ເຮັດຜິດພາດເລັກນ້ອຍໃນບາງຄັ້ງບາງຄາວ ຍ້ອນວ່າພວກເຂົາຍັງໜຸ່ມນ້ອຍ ແລະ ບໍ່ຮູ້ຄວາມ ແລະ ກະທຳໂດຍບໍ່ມີຫຼັກການ ເຊິ່ງຄວາມຜິດພາດເຫຼົ່ານັ້ນບໍ່ແມ່ນປະເດັນທາງຫຼັກການ ໂດຍຜູ້ນໍາປະເພດນີ້ກັບປະຕິບັດຕໍ່ຄວາມຜິດພາດເຫຼົ່ານີ້ວ່າເປັນບາບທີ່ໃຫ້ອະໄພບໍ່ໄດ້ ແລະ ສົ່ງຄົນເຫຼົ່ານີ້ກັບບ້ານ. ຜູ້ນໍາປອມປະເພດນີ້ໄດ້ຫຍຸ້ງຢູ່ກັບວຽກງານທຸກມື້ ແລະ ເບິ່ງຈາກພາຍນອກແລ້ວ, ພວກເຂົາເບິ່ງຄືວ່າໄດ້ທຸ່ມເທຄວາມພະຍາຍາມ ແລະ ໃຊ້ເວລາຂອງພວກເຂົາຢ່າງຫຼວງຫຼາຍ, ແຕ່ບໍ່ວ່າພວກເຂົາຈະເຮັດວຽກແນວໃດກໍຕາມ, ກໍບໍ່ມີໃຜໄດ້ຮັບການຫຼໍ່ລ້ຽງຊີວິດທີ່ແທ້ຈິງຈາກສິ່ງນັ້ນ. ບໍ່ວ່າຜູ້ຄົນທີ່ພຣະເຈົ້າເລືອກຈະມີບັນຫາ ແລະ ຄວາມຍາກລຳບາກຫຍັງກໍຕາມ, ຜູ້ນໍາປອມປະເພດນີ້ກໍບໍ່ສາມາດແກ້ໄຂສິ່ງເຫຼົ່ານັ້ນໄດ້ໂດຍການໂອ້ລົມຄວາມຈິງ ແລະ ສິ່ງດຽວທີ່ພວກເຂົາເຮັດໄດ້ກໍຄືການຕັກເຕືອນຄົນເຫຼົ່ານັ້ນດ້ວຍຄວາມຮັກ ແລະ ເທດສະໜາພຣະທຳ ແລະ ຫຼັກຄຳສອນເພື່ອກະຕຸ້ນຜູ້ຄົນທີ່ພຣະເຈົ້າເລືອກ. ດັ່ງນັ້ນ, ພາຍໃຕ້ການນໍາພາຂອງຄົນເຊັ່ນນີ້, ຜູ້ຄົນທີ່ພຣະເຈົ້າເລືອກຈຶ່ງບໍ່ໄດ້ຮັບການຫຼໍ່ລ້ຽງຊີວິດ, ພວກເຂົາພຽງແຕ່ເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຕົນໂດຍອີງໃສ່ຄວາມກະຕືລືລົ້ນ ແລະ ບໍ່ໄດ້ບັນລຸທາງເຂົ້າຂອງຊີວິດເລີຍ ເຊິ່ງສິ່ງນີ້ຈະດຳເນີນຕໍ່ໄປໄດ້ດົນປານໃດ? ຜົນກໍຄື, ບາງຄົນມັກຈະເປັນຄົນຄິດລົບ ແລະ ອ່ອນແອ ແລະ ປາດຖະໜາໃຫ້ວັນຂອງພຣະເຈົ້າມາເຖິງຢູ່ສະເໝີ ແລະ ວິໄສທັດເຫຼົ່ານັ້ນກໍເລີ່ມບໍ່ຊັດເຈນຂຶ້ນເລື້ອຍໆສຳລັບພວກເຂົາ ແລະ ເມື່ອພວກເຂົາພົບພໍ້ກັບບັນຫາ, ພວກເຂົາກໍເກີດມີແນວຄິດ ແລະ ຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ ແລະ ບາງຄົນເຖິງຂັ້ນສົງໄສໃນພຣະເຈົ້າ ແລະ ມີຄວາມລະແວງພຣະອົງ. ເມື່ອປະເຊີນກັບບັນຫາເຫຼົ່ານີ້, ຜູ້ນໍາປອມບໍ່ສາມາດແກ້ໄຂເລື່ອງເຫຼົ່ານັ້ນໄດ້ເລີຍ ແລະ ສິ່ງດຽວທີ່ພວກເຂົາເຮັດໄດ້ກໍຄືການຫຼີກລ່ຽງບັນຫາ. ພວກເຂົາບໍ່ເຄີຍອ່ານພຣະທຳຂອງພຣະເຈົ້າ ຫຼື ອະທິຖານຫາພຣະເຈົ້າຮ່ວມກັບຜູ້ຄົນທີ່ພຣະເຈົ້າເລືອກ ເພື່ອສະແຫວງຫາຄວາມຈິງ ແລະ ແກ້ໄຂບັນຫາເລີຍ, ພວກເຂົາບໍ່ເຄີຍປະຕິບັດວຽກງານນີ້. ໃນທຸກໆມື້, ພວກເຂົາພຽງແຕ່ເຮັດໃຫ້ຕົນເອງຫຍຸ້ງຢູ່ກັບວຽກງານຈິປາຖະບາງຢ່າງ ແລະ ເລື່ອງພາຍນອກບາງເລື່ອງ, ເຊິ່ງເປັນເລື່ອງທີ່ບໍ່ໄດ້ມີຫຍັງກ່ຽວຂ້ອງກັບທາງເຂົ້າຂອງຊີວິດ ຫຼື ຄວາມຈິງເລີຍ. ພວກເຂົາຄິດວ່າ ຕາບໃດທີ່ພວກເຂົາຫຍຸ້ງຢູ່ກັບການເຮັດເລື່ອງຕ່າງໆ, ນັ້ນກໍໝາຍຄວາມວ່າພວກເຂົາກຳລັງປະຕິບັດໜ້າທີ່ຂອງຕົນ ແລະ ປະຕິບັດຄວາມຮັບຜິດຊອບຂອງພວກເຂົາໄດ້ສຳເລັດແລ້ວ ແລະ ພວກເຂົາບໍ່ມີທາງທີ່ຈະເປັນຜູ້ນໍາປອມໄດ້. ທີ່ຈິງແລ້ວ, ການທີ່ພວກເຂົາໄດ້ເຮັດໃຫ້ຕົນເອງຫຍຸ້ງຢູ່ກັບວຽກງານຈິປາຖະເຫຼົ່ານີ້ ບໍ່ໄດ້ຊ່ວຍເຮັດໃຫ້ອ້າຍເອື້ອຍນ້ອງມີຄວາມກ້າວໜ້າໃນຊີວິດເລີຍ, ຍິ່ງບໍ່ຕ້ອງເວົ້າເຖິງການເຮັດໃຫ້ຜູ້ຄົນທີ່ພຣະເຈົ້າເລືອກເຂົ້າສູ່ຄວາມຈິງ ຄວາມເປັນຈິງ. ພວກເຈົ້າບອກເຮົາມາເບິ່ງ, ບໍ່ໄດ້ມີບັນຫາເລື່ອງຄວາມສາມາດຂອງຜູ້ນໍາປອມປະເພດນີ້ບໍ? ພວກເຂົາບໍ່ສາມາດເບິ່ງທະລຸສິ່ງໃດໄດ້ເລີຍ ແລະ ພວກເຂົາກໍຄິດວ່າຕາບໃດທີ່ພວກເຂົາຫຍຸ້ງຢູ່ກັບການເຮັດວຽກງານ, ບັນຫາທັງໝົດກໍຈະຫາຍໄປເອງ ແລະ ໄດ້ຮັບການແກ້ໄຂໃນທາງອ້ອມ. ບໍ່ແມ່ນວ່າຄົນພວກນີ້ເປັນຄົນເບົາປັນຍາໂພດບໍ? ບໍ່ແມ່ນວ່າຄວາມສາມາດຂອງພວກເຂົາຕໍ່າໂພດບໍ? ພວກເຂົາບໍ່ສາມາດເບິ່ງທະລຸສິ່ງໃດໄດ້ເລີຍ, ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງອັນໃດໄດ້ເລີຍ ແລະ ສິ່ງນີ້ໄດ້ເຮັດໃຫ້ພວກເຂົາເປັນຜູ້ນໍາປອມ ແລະ ຜູ້ເຮັດວຽກປອມຢ່າງແທ້ຈິງ. ນີ້ເປັນເລື່ອງທີ່ແຍກແຍະໄດ້ງ່າຍທີ່ສຸດແລ້ວ.
ຕອນນີ້ມີຜູ້ນໍາປອມ ແລະ ຜູ້ເຮັດວຽກປອມໄດ້ຢູ່ໃນຄຣິສຕະຈັກທຸກຫົນທຸກແຫ່ງ. ພວກເຂົາພຽງແຕ່ເພິ່ງພາອາໄສຄວາມກະຕືລືລົ້ນຂອງຕົນໃນການເຮັດວຽກງານ ແລະ ບໍ່ມີຄວາມເຂົ້າໃຈກ່ຽວກັບຄວາມຈິງເລີຍ. ພວກເຂົາບໍ່ຮູ້ວ່າວຽກງານຂອງຜູ້ນໍາ ຫຼື ຜູ້ເຮັດວຽກແມ່ນຫຍັງ ແລະ ພວກເຂົາກໍບໍ່ສາມາດໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາໄດ້, ພວກເຂົາພຽງແຕ່ໃຊ້ເວລາໝົດມື້ເຮັດໃຫ້ຕົນເອງຫຍຸ້ງແບບມືດບອດຢູ່ກັບວຽກງານຈິປາຖະບາງຢ່າງ. ຕົວຢ່າງ: ສົມມຸດວ່າຄຣິສຕະຈັກຕ້ອງການຊື້ວັດຖຸສິ່ງຂອງຢ່າງໜຶ່ງ. ນີ້ບໍ່ແມ່ນໜ້າວຽກໃຫຍ່; ພຽງແຕ່ຕ້ອງໄດ້ມີການຈັດແຈງໃຫ້ຜູ້ທີ່ມີຄວາມຮູ້ໃນດ້ານທີ່ກ່ຽວຂ້ອງໄປຊື້ມັນກໍໄດ້ແລ້ວ. ແນວໃດກໍຕາມ, ຜູ້ນໍາປອມຢ້ານວ່າຈະເສຍເງິນຫຼາຍໂພດ, ດັ່ງນັ້ນ ພວກເຂົາຈຶ່ງໄດ້ຈັດແຈງໃຫ້ຄົນໄປເບິ່ງຢູ່ຫຼາຍບ່ອນເພື່ອຊື້ອັນທີ່ລາຄາຖືກທີ່ສຸດ. ຜົນຂອງສິ່ງນີ້ກໍຄື ພວກເຂົາໄດ້ຊື້ສິນຄ້າລາຄາຖືກ ເຊິ່ງເປ່ເພຫຼັງຈາກໃຊ້ໄດ້ພຽງສອງສາມມື້ ແລະ ພວກເຂົາຕ້ອງໄປຊື້ອີກອັນໜຶ່ງ. ບໍ່ພຽງແຕ່ພວກເຂົາບໍ່ໄດ້ປະຢັດເງິນເທົ່ານັ້ນ ແຕ່ໃນທາງກົງກັນຂ້າມ, ພວກເຂົາກັບໄດ້ຈ່າຍເງິນຫຼາຍກວ່າເກົ່າ. ນີ້ແມ່ນວິທີທີ່ເຮັດຕາມຫຼັກການໃນການຈັດການໜ້າວຽກແລ້ວບໍ? ບໍ່ຈຳເປັນຕ້ອງຊື້ຍີ່ຫໍ້ດັງ ເມື່ອເຮັດການຊື້ເຄື່ອງ, ແຕ່ສິ່ງທີ່ເໝາະສົມທີ່ຄວນເຮັດກໍຄື ຢ່າງໜ້ອຍກໍຕ້ອງຊື້ເຄື່ອງທີ່ມີຄຸນນະພາບເໝາະສົມ ແລະ ສາມາດນໍາໃຊ້ໄດ້. ຜູ້ນໍາປອມກັງວົນຫຼາຍກ່ຽວກັບວຽກງານຈິປາຖະ ແລະ ກໍບໍ່ໄດ້ເປັນເລື່ອງທີ່ຜິດ. ແນວໃດກໍຕາມ, ພວກເຂົາບໍ່ໃສ່ໃຈວຽກງານທີ່ສຳຄັນຂອງເຮືອນຂອງພຣະເຈົ້າຢ່າງຈິງຈັງ ແລະ ນີ້ແມ່ນຄວາມຜິດພາດທີ່ໃຫຍ່ຫຼວງ; ມັນຄືການທີ່ພວກເຂົາບໍ່ປະຕິບັດວຽກງານທີ່ເປັນແກ່ນແທ້. ລາຍການວຽກງານຕ່າງໆ ເຊັ່ນ: ວຽກງານພຣະກິດຕິຄຸນ, ວຽກງານການຜະລິດຮູບເງົາ, ວຽກງານກ່ຽວກັບຂໍ້ຄວາມ, ວຽກງານວິດີໂອຄຳພະຍານຈາກປະສົບການ ແລະ ວຽກງານການປັບປ່ຽນບຸກຄະລາກອນທີ່ເປັນຜູ້ນໍາ ແລະ ຜູ້ເຮັດວຽກ ລ້ວນແລ້ວແຕ່ສຳຄັນ, ແຕ່ຜູ້ນໍາປອມກັບບໍ່ຄິດວ່າສິ່ງເຫຼົ່ານັ້ນສຳຄັນເລີຍ ແລະ ພວກເຂົາປະຖິ້ມລາຍການວຽກງານເຫຼົ່ານີ້ໄວ້ລ້າໆ ແລະ ບໍ່ສົນໃຈພວກມັນ. ພວກເຂົາມີຄວາມສາມາດບໍ່ພຽງພໍ ແລະ ບໍ່ຮູ້ວິທີເຮັດວຽກງານ, ແຕ່ພວກເຂົາກໍບໍ່ໄດ້ພະຍາຍາມຮຽນຮູ້ເຊັ່ນກັນ, ແທນທີ່ຈະເປັນແນວນັ້ນ ພວກເຂົາກັບຄິດວ່າ “ຕາບໃດທີ່ມີໃຜບາງຄົນຮັບຜິດຊອບວຽກງານນີ້ມັນກໍບໍ່ເປັນຫຍັງ. ຍັງຈຳເປັນຕ້ອງມີຂ້ອຍອີກບໍ? ຂ້ອຍເປັນຜູ້ທີ່ຈະຈັດການກັບວຽກງານທີ່ສຳຄັນ. ສິ່ງເຫຼົ່ານີ້ເປັນພຽງເລື່ອງເລັກນ້ອຍ ທີ່ຂ້ອຍບໍ່ຈຳເປັນຕ້ອງໄປສົນໃຈນຳ. ເມື່ອຂ້ອຍບອກຫຼັກການແກ່ພວກເຂົາແລ້ວ, ວຽກຂອງຂ້ອຍກໍຖືວ່າສຳເລັດ.” ຈາກພາຍນອກຜູ້ນໍາປອມເບິ່ງຄືວ່າຫຍຸ້ງຫຼາຍ, ແຕ່ເມື່ອເຈົ້າເບິ່ງສິ່ງທີ່ພວກເຂົາກຳລັງຫຍຸ້ງຢູ່ນັ້ນ, ບໍ່ໄດ້ມີອັນໃດເລີຍທີ່ເປັນວຽກງານສຳຄັນຂອງຄຣິສຕະຈັກ, ບໍ່ໄດ້ມີອັນໃດເລີຍທີ່ເປັນວຽກງານທີ່ຫຼໍ່ລ້ຽງຊີວິດໃຫ້ແກ່ຜູ້ຄົນ ແລະ ບໍ່ໄດ້ມີອັນໃດເລີຍທີ່ເປັນວຽກງານທີ່ກ່ຽວຂ້ອງກັບການໃຊ້ຄວາມຈິງເພື່ອແກ້ໄຂບັນຫາ. ສິ່ງທີ່ພວກເຂົາເຮັດໃຫ້ຕົນເອງຫຍຸ້ງຢູ່ນັ້ນບໍ່ໄດ້ມີຄຸນຄ່າຫຍັງເລີຍ ແລະ ຜູ້ນໍາປອມເຫຼົ່ານີ້ພຽງແຕ່ເຮັດໃຫ້ຕົນເອງຫຍຸ້ງແບບມືດບອດ. ພວກເຂົາບໍ່ຮູ້ວ່າຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດຫຍັງເພື່ອໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ; ພວກເຂົາພຽງແຕ່ເພິ່ງພາອາໄສຄວາມກະຕືລືລົ້ນຂອງຕົນ ເພື່ອເຮັດໃຫ້ຕົນເອງຫຍຸ້ງຢູ່ກັບໜ້າວຽກບາງຢ່າງທີ່ພວກເຂົາມັກເຮັດ. ພວກເຂົາໄດ້ສອບຖາມຢ່າງລະອຽດກ່ຽວກັບເລື່ອງເລັກນ້ອຍທີ່ບໍ່ກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ ເຊັ່ນ: ອ້າຍເອື້ອຍນ້ອງນຸ່ງເຄື່ອງຫຍັງ, ຕັດຜົມຊົງໃດ, ພວກເຂົາພົວພັນກັບຄົນອື່ນແນວໃດ ແລະ ພວກເຂົາເວົ້າ ແລະ ປະພຶດຕົນແນວໃດ. ພວກເຂົາຄິດວ່ານີ້ຄືການສະແດງອອກເຖິງຄວາມເປັນມິດ ແລະ ເຂົ້າຫາໄດ້ງ່າຍ ແລະ ການແກ້ໄຂບັນຫາໃນຊີວິດຈິງຂອງຜູ້ຄົນເປັນສິ່ງທີ່ຜູ້ນໍາຄວນເຮັດ, ເປັນສິ່ງທີ່ຄວາມເປັນມະນຸດທີ່ປົກກະຕິຄວນມີ. ແຕ່ພວກເຂົາກັບບໍ່ໃສ່ໃຈຕໍ່ວຽກງານສຳຄັນຢ່າງຈິງຈັງ ເຊັ່ນ: ວຽກງານພຣະກິດຕິຄຸນ, ວຽກງານການຜະລິດຮູບເງົາ, ວຽກງານເພງສັນລະເສີນ, ວຽກງານກ່ຽວກັບຂໍ້ຄວາມ, ວຽກງານບໍລິຫານ, ວຽກງານການຫົດນ້ຳຜູ້ເຊື່ອໃໝ່, ວຽກງານການສ້າງຕັ້ງຄຣິສຕະຈັກ, ວຽກງານການເລື່ອນຕຳແໜ່ງ ແລະ ການເພາະປູກຜູ້ຄົນ ແລະ ອື່ນໆ. ພວກເຂົາບໍ່ໄດ້ມີສ່ວນຮ່ວມໃນວຽກງານອັນໃດເຫຼົ່ານີ້ເລີຍ ແລະ ພວກເຂົາກໍບໍ່ໄດ້ຕິດຕາມ; ມັນເບິ່ງຄືວ່າວຽກງານນີ້ບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາເລີຍ. ຜູ້ນໍາປອມເຫຼົ່ານີ້ບໍ່ໄດ້ແກ້ໄຂບັນຫາຫຼາຍຢ່າງທີ່ສະສົມຢູ່ໃນຄຣິສຕະຈັກ, ພວກເຂົາບໍ່ໄດ້ໄລ່ຜູ້ນໍາປອມທີ່ພວກເຂົາຄວນໄລ່ອອກ, ພວກເຂົາບໍ່ໄດ້ຈຳກັດ ຫຼື ຈັດການກັບຄົນຊົ່ວຮ້າຍທີ່ໄດ້ເຮັດຄວາມຊົ່ວ ແລະ ໄດ້ອາລະວາດເຮັດສິ່ງທີ່ບໍ່ດີ ແລະ ພວກເຂົາບໍ່ໄດ້ໂອ້ລົມຄວາມຈິງ ເພື່ອແກ້ໄຂບັນຫາທີ່ບາງຄົນໄດ້ເຮັດພໍແລ້ວມືແລ້ວຕີນ, ທີ່ໄດ້ປ່ອຍຕົວຕາມສະບາຍ ແລະ ບໍ່ມີລະບຽບວິໄນ ແລະ ມີຄວາມລ່າຊ້າໃນການປະຕິບັດໜ້າທີ່ຂອງຕົນ. ນີ້ແມ່ນບັນຫາຫຍັງ? ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຕົວຈິງເຫຼົ່ານີ້, ພວກເຂົາເປັນຄົນທີ່ເຮັດວຽກງານຕົວຈິງແມ່ນບໍ? ໜ້າວຽກທີ່ບໍ່ສຳຄັນ ແລະ ບໍ່ກ່ຽວຂ້ອງທີ່ພວກເຂົາໄດ້ປະຕິບັດນັ້ນ ພວກເຂົາຮູ້ສຶກຢູ່ໃນຫົວໃຈວ່າເປັນສິ່ງທີ່ຈຳເປັນ ແລະ ສຳຄັນ. ພວກເຂົາເຮັດໃຫ້ຕົນເອງຫຍຸ້ງຢູ່ກັບສິ່ງທີ່ບໍ່ມີຄຸນຄ່າເຫຼົ່ານັ້ນໝົດມື້, ໂດຍເຊື່ອວ່າພວກເຂົາກຳລັງປະຕິບັດຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດ ແລະ ມີຄວາມຈົງຮັກພັກດີ, ແຕ່ພວກເຂົາບໍ່ເຮັດລາຍການວຽກງານທີ່ສຳຄັນທີ່ພຣະເຈົ້າໄດ້ມອບໝາຍໃຫ້ແມ່ນແຕ່ຢ່າງດຽວ, ບໍ່ແມ່ນຄົນເຊັ່ນນີ້ເປັນຜູ້ນໍາປອມບໍ? ພວກເຂົາທຽບໄດ້ກັບຫົວໜ້າສຳນັກງານເມືອງໃນສັງຄົມ, ເຊິ່ງເປັນພຽງພວກຄົນທີ່ມັກຫຍຸ້ງເລື່ອງຂອງຊາວບ້ານ. ແລ້ວພວກເຂົາຍັງເປັນຜູ້ນໍາ ແລະ ຜູ້ເຮັດວຽກຂອງເຮືອນຂອງພຣະເຈົ້າຢູ່ບໍ? ພວກເຂົາເປັນຜູ້ນໍາປອມ ແລະ ຜູ້ເຮັດວຽກປອມຢ່າງແທ້ຈິງ. ດ້ວຍເຫດຜົນຫຍັງຄົນເຫຼົ່ານີ້ຈຶ່ງໄດ້ຮັບການກຳນົດລັກສະນະວ່າເປັນຜູ້ນໍາປອມ ແລະ ຜູ້ເຮັດວຽກປອມ? (ຍ້ອນວ່າຄວາມສາມາດຂອງພວກເຂົາຕໍ່າເກີນໄປ, ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງໄດ້ ແລະ ສິ່ງດຽວທີ່ພວກເຂົາເຮັດໄດ້ກໍຄືຈັດການກັບເລື່ອງເລັກນ້ອຍບາງຢ່າງ.) ນີ້ຄືເຫດຜົນທີ່ສະເພາະເຈາະຈົງ. ຄວາມສາມາດຂອງຄົນເຫຼົ່ານີ້ຕໍ່າເກີນໄປ; ບໍ່ວ່າພວກເຂົາຈະໄດ້ຟັງຄຳເທດສະໜາຫຼາຍສໍ່າໃດ, ໄດ້ອ່ານການຈັດແຈງວຽກງານຫຼາຍສໍ່າໃດ, ໄດ້ປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າມາຫຼາຍປີສໍ່າໃດ ຫຼື ໄດ້ເປັນຜູ້ນໍາມາຫຼາຍປີສໍ່າໃດກໍຕາມ, ພວກເຂົາບໍ່ເຄີຍຮູ້ວ່າຕົນເອງກຳລັງເຮັດຫຍັງຢູ່, ສິ່ງທີ່ພວກເຂົາກຳລັງເຮັດນັ້ນເປັນສິ່ງຖືກ ຫຼື ຜິດ ຫຼື ພວກເຂົາໄດ້ປະຕິບັດຄວາມຮັບຜິດຊອບທີ່ພວກເຂົາຄວນປະຕິບັດໃຫ້ສຳເລັດໄດ້ ຫຼື ບໍ່. ຄຳນິຍາມຂອງພວກເຂົາທີ່ມີຕໍ່ປ້າຍຊື່ ແລະ ຕຳແໜ່ງຂອງຜູ້ນໍາ ແລະ ຜູ້ເຮັດວຽກກໍຄື ຕາບໃດທີ່ພວກເຂົາຫຍຸ້ງກໍຖືວ່າບໍ່ເປັນຫຍັງ. ປຽບເໝືອນກັບລໍລາກໂມ້, ພວກມັນລາກໄປເລື້ອຍໆ ຈົນກວ່າພວກມັນຈະລາກບໍ່ໄດ້ອີກຕໍ່ໄປ ແລະ ພວກເຂົາຖືວ່ານີ້ຄືການປະຕິບັດຄວາມຮັບຜິດຊອບຂອງຕົນໄດ້ສຳເລັດ. ບໍ່ວ່າພວກເຂົາຈະລາກໄປໃນທິດທາງໃດ ແລະ ບໍ່ວ່າກຳລັງແຮງທີ່ພວກເຂົາໃຊ້ໃນການລາກນັ້ນຈະຖືກຕ້ອງ ຫຼື ບໍ່ກໍຕາມ, ສຳລັບພວກເຂົາແລ້ວ ພວກເຂົາກຳລັງປະຕິບັດຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດຢູ່. ມີຫຼາຍປະເດັນທີ່ພວກເຂົາບໍ່ສາມາດເບິ່ງທະລຸໄດ້ ແລະ ພວກເຂົາບໍ່ໄດ້ພະຍາຍາມແກ້ໄຂບັນຫາເຫຼົ່ານັ້ນ ຫຼື ລາຍງານຕໍ່ເບື້ອງເທິງ ແລະ ສະແຫວງຫາວິທີແກ້ໄຂຈາກເບື້ອງເທິງ. ບໍ່ວ່າພວກເຂົາຈະເຮັດວຽກງານມາຈັກປີ ຫຼື ໄດ້ພົວພັນກັບຜູ້ຄົນມາຈັກປີກໍຕາມ, ພວກເຂົາກໍຍັງບໍ່ຮູ້ວ່າ ການສະແດງອອກຂອງຄົນເຫຼົ່ານັ້ນທີ່ເປັນຜູ້ເຊື່ອໃໝ່ທີ່ມີພື້ນຖານຄວາມສັດທາທີ່ຕື້ນເຂີນ ແລະ ບໍ່ເຂົ້າໃຈຄວາມຈິງ ຫຼື ຖ້າພວກເຂົາເປັນຜູ້ບໍ່ເຊື່ອ ແລະ ພວກເຂົາຍັງບໍ່ຮູ້ວ່າຄວນແຍກແຍະ ຫຼື ກຳນົດລັກສະນະວ່າຄົນເຫຼົ່ານັ້ນແນວໃດ. ເມື່ອມີສອງຄົນທີ່ຕ່າງກໍຢູ່ໃນສະພາວະທີ່ຄິດລົບ, ພວກເຂົາບໍ່ຮູ້ວ່າຄົນໃດໃນພວກເຂົາຄວນຄ່າແກ່ການເພາະປູກ ແລະ ຄົນໃດບໍ່ຄວນຄ່າ; ເມື່ອສອງຄົນປະຕິບັດໜ້າທີ່ຂອງຕົນແບບເຮັດພໍແລ້ວມືແລ້ວຕີນ, ພວກເຂົາບໍ່ສາມາດບອກໄດ້ວ່າຄົນໃດເປັນຜູ້ໄລ່ຕາມຄວາມຈິງ ແລະ ຄົນໃດເປັນຜູ້ອອກເຫື່ອແຮງ, ຄົນໃດສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ຄົນໃດບໍ່ມີຄວາມຈິງຄວາມເປັນຈິງ. ພວກເຂົາບໍ່ຮູ້ວ່າຄົນໃດມີແນວໂນ້ມທີ່ຈະຍ່າງຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ເມື່ອພວກເຂົາກາຍເປັນຜູ້ນໍາ, ເຖິງແມ່ນວ່າພວກເຂົາຈະຄົບຄ້າສະມາຄົມກັບຄົນເຫຼົ່ານີ້ມາຫຼາຍປີກໍຕາມ. ບໍ່ວ່າພວກເຂົາຈະເຮັດກິດຈະກຳທີ່ບໍ່ມີປະໂຫຍດຫຼາຍສໍ່າໃດ ຫຼື ເຮັດວຽກທີ່ໄຮ້ຄ່າຫຼາຍສໍ່າໃດ ຫຼື ມີບັນຫາຢູ່ອ້ອມຂ້າງພວກເຂົາຫຼາຍສໍ່າໃດ, ພວກເຂົາກໍບໍ່ຮູ້ສຶກຕົວ ແລະ ພວກເຂົາບໍ່ຮັບຮູ້ວ່າສິ່ງເຫຼົ່ານີ້ຄືບັນຫາ. ຍ້ອນວ່າຄົນປະເພດນີ້ມີຄວາມສາມາດຕໍ່າ, ຄວາມຄິດຂຸ່ນມົວ ແລະ ບໍ່ສາມາດປະຕິບັດວຽກງານໄດ້, ມັນຈຶ່ງຍາກລຳບາກຫຼາຍສຳລັບພວກເຂົາທີ່ຈະປະຕິບັດຄວາມຮັບຜິດຊອບຂອງຜູ້ນໍາ ຫຼື ຜູ້ເຮັດວຽກ. ນອກຈາກການສາມາດເຮັດວຽກງານຈິປາຖະທີ່ງ່າຍດາຍບາງຢ່າງໄດ້ແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້ບໍ່ສາມາດເຮັດສິ່ງໃດທີ່ກ່ຽວຂ້ອງກັບວຽກງານທີ່ສຳຄັນຂອງຄຣິສຕະຈັກໄດ້ອີກ ແລະ ພວກເຂົາບໍ່ສາມາດເບິ່ງເຫັນ ຫຼື ແກ້ໄຂບັນຫາຕົວຈິງອັນໃດກໍຕາມໃນວຽກງານໄດ້. ຜູ້ນໍາປະເພດນີ້ທີ່ມີຄວາມສາມາດແບບນີ້ ຄວນຄ່າແກ່ການເພາະປູກບໍ? ພວກເຂົາບໍ່ຮູ້ດ້ວຍຊໍ້າວ່າຄວາມສັບສົນ ຫຼື ຄວາມຍາກລຳບາກແມ່ນຫຍັງ ແລະ ພວກເຂົາກໍລົ້ມເຫຼວໃນການຈັດການກັບສິ່ງເຫຼົ່ານັ້ນຕາມຫຼັກການ. ເຖິງແມ່ນວ່າບັນຫາທີ່ພົບພໍ້ໃນວຽກງານຄຣິສຕະຈັກຈະເປັນບັນຫາທີ່ພົບເຫັນໄດ້ທົ່ວໄປ, ພວກເຂົາກໍຍັງບໍ່ສາມາດສະຫຼຸບ ແລະ ຈັດປະເພດບັນຫາເຫຼົ່ານັ້ນໄດ້, ທັງບໍ່ຮູ້ວິທີໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາເຫຼົ່ານັ້ນໄດ້, ຜູ້ນໍາປອມປະເພດນີ້ລ້ວນແລ້ວແຕ່ບໍ່ສາມາດຈັດການ ຫຼື ແກ້ໄຂບັນຫາເຫຼົ່ານີ້ທີ່ມັກເກີດຂຶ້ນໃນຄຣິສຕະຈັກໄດ້ເລີຍ. ປະເດັນໃຫຍ່ທີ່ສຸດຂອງພວກເຂົາບໍ່ແມ່ນວ່າພວກເຂົາບໍ່ເຕັມໃຈທີ່ຈະເສຍສະຫຼະ ຫຼື ພວກເຂົາຢ້ານວ່າຈະຫຍຸ້ງ ແລະ ຢ້ານເມື່ອຍ, ແຕ່ແມ່ນຍ້ອນວ່າພວກເຂົາມີຄວາມສາມາດຕໍ່າ, ຈິດໃຈບໍ່ຊັດເຈນ ແລະ ພວກເຂົາບໍ່ສາມາດເຮັດວຽກງານທີ່ມີຄວາມສຳຄັນ ແລະ ວຽກງານຕົວຈິງຂອງຄຣິສຕະຈັກໄດ້. ແທນທີ່ຈະເປັນແນວນັ້ນ ພວກເຂົາພຽງແຕ່ເຮັດວຽກງານຈິປາຖະບາງຢ່າງ ຫຼື ມັກໄປຫຍຸ້ງກ່ຽວກັບເລື່ອງທີ່ບໍ່ກ່ຽວຂ້ອງບາງເລື່ອງ ແລະ ຈາກນັ້ນພວກເຂົາກໍຢາກສວມບົດບາດເປັນຜູ້ນໍາ ແລະ ຜູ້ເຮັດວຽກ, ບໍ່ແມ່ນວ່າພວກເຂົາເປັນຄົນເບົາປັນຍາທີ່ມີຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ໃຫຍ່ໂຕເກີນໄປບໍ? ຜູ້ນໍາທີ່ມີຄວາມສາມາດຕໍ່າລ້ວນແລ້ວແຕ່ບໍ່ສາມາດເຮັດວຽກງານຫຼັກຂອງຄຣິສຕະຈັກໄດ້, ເຊິ່ງເປັນວຽກງານທີ່ພົວພັນກັບຫຼັກການຄວາມຈິງ ຫຼື ວຽກງານວິຊາຊີບທີ່ຊັບຊ້ອນ ເຊັ່ນ: ວຽກງານການເຜີຍແຜ່ພຣະກິດຕິຄຸນ, ວຽກງານການຫົດນ້ຳຜູ້ເຊື່ອໃໝ່ໃນຄຣິສຕະຈັກ, ວຽກງານການຜະລິດຮູບເງົາ, ວຽກງານກ່ຽວກັບຂໍ້ຄວາມ ແລະ ວຽກງານບຸກຄະລາກອນທີ່ພົວພັນກັບຜູ້ນໍາ ແລະ ຜູ້ເຮັດວຽກໃນລະດັບຕ່າງໆ. ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເຮັດວຽກງານນີ້ໄດ້? ຍ້ອນວ່າຄວາມສາມາດຂອງພວກເຂົາຕໍ່າເກີນໄປ ແລະ ພວກເຂົາບໍ່ສາມາດກຳແໜ້ນຫຼັກການໄດ້; ພວກເຂົາລ້ວນແລ້ວແຕ່ລົ້ມເຫຼວໃນການເຮັດວຽກງານທັງໝົດນີ້ ແລະ ບໍ່ສາມາດຮຽນຮູ້ວິທີເຮັດມັນໄດ້. ຕົວຢ່າງ: ສົມມຸດວ່າຜູ້ນໍາແບບນີ້ໄດ້ຮັບມອບໝາຍຄົນຫ້າຄົນໃຫ້ ແລະ ຖືກຂໍໃຫ້ຈັດແບ່ງວຽກງານໃຫ້ຫ້າຄົນນີ້ ໂດຍອີງໃສ່ລະດັບການສຶກສາ, ຄວາມສາມາດ ແລະ ຈຸດແຂງ ລວມເຖິງ ລັກສະນະຂອງພວກເຂົາ. ນີ້ແມ່ນໜ້າວຽກທີ່ງ່າຍຕໍ່ການປະຕິບັດບໍ? ສິ່ງນີ້ກ່ຽວຂ້ອງກັບຄວາມສາມາດຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນບໍ? (ແມ່ນ.) ຜູ້ນໍາ ແລະ ຜູ້ເຮັດວຽກທີ່ມີຄວາມສາມາດປານກາງຈະຈັດແບ່ງວຽກງານໄດ້ຂ້ອນຂ້າງຖືກຕ້ອງ ຫຼັງຈາກໃຊ້ເວລາໃນການສັງເກດ, ຄົບຄ້າສະມາຄົມ ແລະ ຮຽນຮູ້ກ່ຽວກັບຄົນຫ້າຄົນນັ້ນ. ຜູ້ນໍາ ແລະ ຜູ້ເຮັດວຽກທີ່ມີຄວາມສາມາດຕໍ່າຈະຄິດວ່າຄົນຫ້າຄົນນັ້ນຫຼາຍເກີນໄປ; ເມື່ອມີຄົນຫຼາຍເກີນໄປ, ພວກເຂົາກໍຈະສັບສົນ ແລະ ບໍ່ຮູ້ວ່າຈະຈັດແບ່ງວຽກງານໃຫ້ພວກເຂົາແນວໃດ ແລະ ເຖິງແມ່ນວ່າພວກເຂົາໄດ້ຈັດແບ່ງວຽກໃຫ້ຄົນເຫຼົ່ານັ້ນ, ພວກເຂົາກໍຈະບໍ່ຮູ້ໃນຫົວໃຈວ່າພວກເຂົາກຳລັງເຮັດວຽກງານໃນລັກສະນະທີ່ເໝາະສົມຢູ່ ຫຼື ບໍ່. ນີ້ຄືໃນດ້ານຂອງບຸກຄະລາກອນ. ເມື່ອເວົ້າເຖິງການຈັດການເລື່ອງຕ່າງໆ, ຕົວຢ່າງ: ຖ້າພວກເຂົາຕ້ອງຈັດການ ແລະ ແກ້ໄຂສອງ ຫຼື ສາມເລື່ອງພ້ອມກັນ, ພວກເຂົາຈະບໍ່ຮູ້ວິທີຕັດສິນ ແລະ ແຍກແຍະຄວາມສຳພັນລະຫວ່າງເລື່ອງເຫຼົ່ານີ້ໄດ້ ແລະ ພວກເຂົາຈະບໍ່ສາມາດຊັ່ງຊາວ່າບັນຫາໃດທີ່ພວກເຂົາຄວນແກ້ໄຂກ່ອນ ແລະ ບັນຫາໃດທີ່ສາມາດແກ້ໄຂຕາມຫຼັງໄດ້ໂດຍບໍ່ເຮັດໃຫ້ເກີດຄວາມລ່າຊ້າ. ນັ້ນກໍຄື, ພວກເຂົາບໍ່ຮູ້ວິທີຊັ່ງຊາຜົນດີ ແລະ ຜົນເສຍ, ພວກເຂົາບໍ່ຮູ້ວິທີຈັດລຳດັບຄວາມສຳຄັນຂອງວຽກງານຕາມຄວາມສຳຄັນ ແລະ ຄວາມຮີບດ່ວນ ແລະ ພວກເຂົາບໍ່ຮູ້ວິທີແກ້ໄຂບັນຫາ. ແນວໃດກໍຕາມ, ເນື່ອງຈາກພວກເຂົາເປັນຜູ້ນໍາ ແລະ ຜູ້ເຮັດວຽກ, ເຖິງແມ່ນວ່າພວກເຂົາບໍ່ເຂົ້າໃຈບາງສິ່ງບາງຢ່າງ ພວກເຂົາກໍຕ້ອງທຳທ່າຄືວ່າເຂົ້າໃຈ, ເຖິງແມ່ນວ່າພວກເຂົາບໍ່ຢັ່ງຮູ້ບາງສິ່ງບາງຢ່າງ ພວກເຂົາກໍຕ້ອງທຳທ່າຄືວ່າຢັ່ງຮູ້ ແລະ ບໍ່ມີສິ່ງໃດທີ່ພວກເຂົາເຮັດໄດ້ ນອກຈາກຕ້ອງໄດ້ອົດທົນ ແລະ ເທດສະໜາຫຼັກຄຳສອນບາງຢ່າງແບບພໍໃຫ້ແລ້ວໆໄປ ແລະ ເວົ້າຄຳທີ່ມ່ວນຫູສອງສາມຄຳ ແລະ ຟ້າວເຮັດໃຫ້ມັນຈົບໆໄປ. ພວກເຂົາຮູ້ໄດ້ຢ່າງຊັດເຈນວ່າສິ່ງທີ່ພວກເຂົາເວົ້ານັ້ນຖືກຕ້ອງ ຫຼື ບໍ່, ມັນສອດຄ່ອງກັບຫຼັກການ ຫຼື ບໍ່, ມັນສາມາດແກ້ໄຂບັນຫາໄດ້ ຫຼື ບໍ່, ແຕ່ພວກເຂົາພຽງແຕ່ຢາກເຮັດແບບພໍໃຫ້ແລ້ວໆໄປ. ພວກເຂົາຮູ້ດີວ່າພວກເຂົາຈະບໍ່ສາມາດແກ້ໄຂບັນຫາດ້ວຍສິ່ງທີ່ພວກເຂົາກຳລັງເຮັດ, ແຕ່ພວກເຂົາກໍຍັງບໍ່ລາຍງານບັນຫາຕໍ່ເບື້ອງເທິງ, ດັ່ງນັ້ນ ໃນທີ່ສຸດພວກເຂົາຈຶ່ງເຮັດໃຫ້ວຽກງານມີຄວາມລ່າຊ້າ ແລະ ຖືກໄລ່ອອກ. ບອກເຮົາມາເບິ່ງ, ບໍ່ແມ່ນວ່າຄົນພວກນີ້ເປັນຄົນໂງ່ບໍ? ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນລາຍງານບັນຫາ, ພວກເຂົາກໍເລົ່າເຫດການເກົ່າໆ ທີ່ບໍ່ໄດ້ມີຄວາມສຳຄັນທັງໝົດທີ່ຜ່ານມາຈົນເຖິງປັດຈຸບັນ ແລະ ຫຼັງຈາກທີ່ພວກເຂົາເວົ້າອອກມາຫຼາຍຢ່າງແລ້ວ, ເຈົ້າຍັງຕ້ອງຊ່ວຍພວກເຂົາວິເຄາະ ແລະ ຕັດສິນວ່າມີບັນຫາຫຍັງເກີດຂຶ້ນແດ່. ພວກເຂົາບໍ່ເຂົ້າໃຈດ້ວຍຊໍ້າວ່າຈະຍົກປະເດັນຂຶ້ນມາແນວໃດ ແລະ ພວກເຂົາສາມາດເວົ້າເປັນຊົ່ວໂມງໂດຍບໍ່ອະທິບາຍຢ່າງຊັດເຈນວ່າຈຸດສຸມ ແລະ ແກ່ນແທ້ຂອງປະເດັນແມ່ນຫຍັງ. ທຸກຢ່າງທີ່ພວກເຂົາເວົ້ານັ້ນກ່ຽວຂ້ອງກັບເລື່ອງທີ່ຜິວເຜີນເທົ່ານັ້ນ ແລະ ເປັນພຽງເລື່ອງທີ່ບໍ່ມີສາລະ! ນີ້ບໍ່ແມ່ນຍ້ອນວ່າຄວາມສາມາດຂອງພວກເຂົາຕໍ່າເກີນໄປ ແລະ ສະໝອງຂອງພວກເຂົາບໍ່ເຕັມບໍ? ຄົນທີ່ມີຄວາມສາມາດໄດ້ມີຄວາມເຕັມໃຈທີ່ຈະຟັງສິ່ງເຫຼົ່ານີ້ບໍ? ຄົນທີ່ພວກເຂົາກຳລັງເວົ້ານຳພຽງແຕ່ຢາກຮູ້ວ່າສະຖານະການໃນປັດຈຸບັນ ແລະ ການສະແດງອອກຂອງຄົນທີ່ພວກເຂົາກຳລັງລາຍງານນັ້ນວ່າເປັນແນວໃດ ແລະ ສະພາວະໃດທີ່ພວກເຂົາສັບສົນ ແລະ ບໍ່ສາມາດແກ້ໄຂໄດ້. ແຕ່ຄົນເຫຼົ່ານີ້ກັບມັກເວົ້າເຖິງວຽກງານທີ່ບຸກຄົນນັ້ນເຮັດໃນອະດີດຢູ່ສະເໝີ ແລະ ພວກເຂົາບໍ່ໄດ້ເວົ້າເຖິງສະຖານະການໃນປັດຈຸບັນຂອງບຸກຄົນນັ້ນ ຫຼື ເວົ້າວ່າຄວາມສັບສົນ ແລະ ບັນຫາທີ່ພວກເຂົາເອງມີນັ້ນແມ່ນຫຍັງ. ພວກເຂົາເວົ້າຫຼາຍຢ່າງ ແລະ ບໍ່ມີໃຜສາມາດບອກໄດ້ວ່າພວກເຂົາກຳລັງເວົ້າກ່ຽວກັບຫຍັງກັນແທ້. ເຖິງແມ່ນວ່າພວກເຂົາຢາກຖາມຄຳຖາມ, ພວກເຂົາກໍບໍ່ຮູ້ວ່າຈະເລີ່ມຕົ້ນຖາມຈາກໃສ, ພວກເຂົາບໍ່ຮູ້ວິທີການສະແດງອອກໃນລັກສະນະທີ່ມີປະສິດທິຜົນ ແລະ ເຮັດໃຫ້ຜູ້ຄົນເຂົ້າໃຈພວກເຂົາໄດ້, ພວກເຂົາບໍ່ມີຄວາມສາມາດໃນການຮຽບຮຽງພາສາຂອງຕົນດ້ວຍຊໍ້າ. ນີ້ບໍ່ແມ່ນການສະແດງອອກຂອງການມີຄວາມສາມາດທີ່ຕໍ່າຢ່າງເຖິງທີ່ສຸດບໍ? ຜູ້ນໍາປອມບາງຄົນມີຄວາມສາມາດຕໍ່າ ແລະ ເມື່ອພວກເຂົາລາຍງານບັນຫາ, ພວກເຂົາກໍເວົ້າແຕ່ສິ່ງທີ່ບໍ່ມີສາລະ ແລະ ສິ່ງທີ່ບໍ່ສາມາດຟັງເຂົ້າໃຈໄດ້ ແລະ ຈາກນັ້ນພວກເຂົາກໍຄິດວ່າ “ຂ້ອຍໄດ້ໃຫ້ຂໍ້ມູນແກ່ເຈົ້າຫຼາຍພໍສົມຄວນແລ້ວ ແມ່ນບໍ? ຂ້ອຍໄດ້ບອກເຈົ້າທຸກຢ່າງກ່ຽວກັບອະດີດ ແລະ ປັດຈຸບັນຂອງບັນຫານີ້ແລ້ວ, ດັ່ງນັ້ນ ຕອນນີ້ເຈົ້າບອກບໍ່ໄດ້ບໍວ່າຄຳຖາມທີ່ຂ້ອຍຢາກຖາມນັ້ນແມ່ນຫຍັງ?” ບໍ່ວ່າເຈົ້າຈະຖາມພວກເຂົາແນວໃດ ຫຼື ຊີ້ນໍາພວກເຂົາແນວໃດ, ພວກເຂົາກໍບໍ່ຮູ້ວ່າຈະເວົ້າຫຍັງ ແລະ ບໍ່ສາມາດເວົ້າໃນຈຸດທີ່ສຳຄັນຂອງປະເດັນໄດ້ເລີຍ. ມັນບໍ່ແມ່ນວ່າພວກເຂົາບໍ່ມີຄຳເວົ້າທີ່ຈະສະແດງອອກ ຫຼື ບໍ່ແມ່ນວ່າພວກເຂົາມີລະດັບການສຶກສາຕໍ່າ, ແຕ່ແມ່ນຍ້ອນວ່າຄວາມສາມາດຂອງພວກເຂົາຕໍ່າ ແລະ ພວກເຂົາບໍ່ມີສະໝອງ, ດັ່ງນັ້ນ ພວກເຂົາຈຶ່ງບໍ່ຮູ້ວິທີການສະແດງອອກກ່ຽວກັບສິ່ງເຫຼົ່ານີ້, ຈິດໃຈຂອງພວກເຂົາຂຸ່ນມົວ ແລະ ພວກເຂົາກໍບໍ່ສາມາດອະທິບາຍຕົນເອງໄດ້ຢ່າງຊັດເຈນເພື່ອໃຫ້ຄົນອື່ນເຂົ້າໃຈພວກເຂົາໄດ້. ພວກເຂົາມີຄວາມຮູ້ສຶກເຖິງພາລະບາງຢ່າງ ແລະ ເມື່ອເວລາຜ່ານໄປ, ພວກເຂົາກໍເລີ່ມມີການຮັບຮູ້ບາງຢ່າງກ່ຽວກັບປະເດັນບາງປະເດັນ, ແຕ່ພວກເຂົາບໍ່ຮູ້ວິທີການສະແດງມັນອອກມາ, ພວກເຂົາບໍ່ສາມາດຢັ່ງຮູ້ວ່າແກ່ນແທ້ຂອງປະເດັນແມ່ນຫຍັງ, ຍິ່ງບໍ່ຕ້ອງເວົ້າເຖິງການສະຫຼຸບປະເດັນເລີຍ. ຄົນທີ່ມີຄວາມສາມາດຕໍ່າຂະນາດນີ້ຈະສາມາດເຮັດວຽກງານໄດ້ບໍ? ພວກເຂົາສາມາດປະຕິບັດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໃຫ້ສຳເລັດໄດ້ບໍ? ບໍ່, ພວກເຂົາເຮັດບໍ່ໄດ້. ເຖິງແມ່ນວ່າເຈົ້າຈະໃຫ້ເວລາ ແລະ ໂອກາດແກ່ພວກເຂົາ ແລະ ອະນຸຍາດໃຫ້ພວກເຂົາລາຍງານ ແລະ ອະທິບາຍບັນຫາ, ພວກເຂົາກໍບໍ່ສາມາດເຮັດໄດ້, ດັ່ງນັ້ນ ເຈົ້າຍັງສາມາດສົນທະນາກັບຄົນເຊັ່ນນີ້ໄດ້ບໍ? ພວກເຂົາຍັງສາມາດຖືກໃຊ້ງານໄດ້ຢູ່ບໍ? (ບໍ່ໄດ້.) ເປັນຫຍັງພວກເຂົາຈຶ່ງບໍ່ສາມາດຖືກໃຊ້ງານໄດ້? ພວກເຂົາເວົ້າຢ່າງຊັດຈນບໍ່ໄດ້ດ້ວຍຊໍ້າ ແລະ ພວກເຂົາບໍ່ມີແມ່ນແຕ່ສັນຊາດຕະຍານຂັ້ນພື້ນຖານທີ່ຕ່ຳສຸດຂອງມະນຸດ ໃນການໃຊ້ພາສາເພື່ອສະແດງອອກມາເຊິ່ງຄວາມຄິດ, ແນວຄວາມຄິດ ແລະ ທັດສະນະຄະຕິຂອງຕົນ, ແລ້ວພວກເຂົາຈະສາມາດເຮັດວຽກງານຫຍັງໄດ້? ເຖິງແມ່ນວ່າພວກເຂົາອາດຈະມີກຳລັງ, ມີຄວາມກະຕືລືລົ້ນທີ່ແທ້ຈິງ, ມີຄວາມສຳນຶກໃນຄວາມຮັບຜິດຊອບເລັກນ້ອຍ ແລະ ມີຫົວໃຈທີ່ຂ້ອນຂ້າງທ່ຽງທຳ, ແຕ່ຄວາມສາມາດຂອງພວກເຂົາຕໍ່າເກີນໄປ, ພວກເຂົາບໍ່ສາມາດຮຽນຮູ້ຫຍັງໄດ້ເລີຍ ບໍ່ວ່າເຈົ້າຈະສອນພວກເຂົາແນວໃດກໍຕາມ ແລະ ເຖິງແມ່ນວ່າເຈົ້າຈະສອນວິທີເວົ້າໃຫ້ພວກເຂົາ ພວກເຂົາກໍຈະບໍ່ສາມາດຈັບທາງໄດ້, ດັ່ງນັ້ນແລ້ວ ເຈົ້າກໍຈະຫງຸດຫງິດ ແລະ ໃຈຮ້າຍ. ເມື່ອພວກເຂົາເວົ້າ, ພວກເຂົາກໍຈະເຮັດໃຫ້ເລື່ອງມັນຍຸ່ງເຫຍີງ, ເຮັດໃຫ້ເຈົ້າສັບສົນ; ພວກເຂົາບໍ່ສາມາດເວົ້າຫຍັງໄດ້ຢ່າງຊັດເຈນ ແລະ ສິ່ງທີ່ພວກເຂົາເວົ້າກໍເປັນພຽງເລື່ອງທີ່ບໍ່ມີສາລະເທົ່ານັ້ນ. ສິ່ງທີ່ໜ້າສົງສານທີ່ສຸດກ່ຽວກັບພວກເຂົາກໍຄື ພວກເຂົາບໍ່ເຂົ້າໃຈພາສາມະນຸດ ແຕ່ພວກເຂົາກໍຍັງສືບຕໍ່ກະທຳຢ່າງມືດບອດ, ພວກເຂົາຍັງຄິດວ່າຕົນເອງມີຄວາມສາມາດ ແລະ ພວກເຂົາກໍຍັງຕໍ່ຕ້ານເມື່ອເຈົ້າລິຮານພວກເຂົາ. ພວກເຂົາຈະສາມາດເຮັດວຽກງານຂອງຜູ້ນໍາໃຫ້ດີໄດ້ແນວໃດ? ເມື່ອຄວາມສາມາດຂອງຜູ້ນໍາ ຫຼື ຜູ້ເຮັດວຽກຕໍ່າຫຼາຍ ຈົນພວກເຂົາບໍ່ມີສັກກະຍະພາບໃນການສະແດງອອກທາງພາສາ, ພວກເຂົາຍັງຈະສາມາດມີຄວາມສາມາດໃນການເຮັດວຽກງານຢູ່ບໍ? (ບໍ່ມີ.) ແລະ ການບໍ່ມີຄວາມສາມາດໃນການເຮັດວຽກງານຂອງພວກເຂົາໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພວກເຂົາບໍ່ສາມາດຄົ້ນພົບຄວາມຍາກລຳບາກ ແລະ ບັນຫາທີ່ຈະພົບພໍ້ໃນວຽກງານໂດຍທັນທີ ແລະ ແນ່ນອນວ່າ ມັນໝາຍຄວາມວ່າບໍ່ວ່າບັນຫາໃດຈະເກີດຂຶ້ນໃນວຽກງານ, ພວກເຂົາກໍຈະບໍ່ສາມາດແກ້ໄຂມັນໄດ້ໂດຍທັນທີ ແລະ ພວກເຂົາກໍບໍ່ສາມາດລາຍງານຕໍ່ເບື້ອງເທິງ ແລະ ສະແຫວງຫາວິທີແກ້ໄຂຈາກເບື້ອງເທິງໄດ້ໂດຍທັນທີເຊັ່ນກັນ. ສິ່ງນີ້ຍາກເກີນໄປສຳລັບພວກເຂົາ ແລະ ພວກເຂົາບໍ່ສາມາດເຮັດໄດ້. ເມື່ອເວົ້າເຖິງຄົນເຊັ່ນນີ້ທີ່ມີຄວາມສາມາດຕໍ່າ, ວຽກງານແບບນີ້ຍາກທີ່ສຸດສຳລັບພວກເຂົາ; ມັນປຽບເໝືອນກັບການບັງຄັບໃຫ້ປາອາໄສເທິງບົກ ຫຼື ບັງຄັບໃຫ້ໝູບິນໄດ້. ການເຮັດວຽກງານນີ້ເປັນສິ່ງທີ່ໜັກໜ່ວງຫຼາຍສຳລັບພວກເຂົາ.
ບາງຄົນເວົ້າວ່າ “ຂ້ອຍຮູ້ສຶກບໍ່ດີແທນຄົນເຫຼົ່ານັ້ນ. ພວກເຂົາຫຍຸ້ງວົນວາຍກັບການຈັດການໜ້າວຽກທຸກຢ່າງ ແລະ ສຸດທ້າຍກໍຖືກກຳນົດລັກສະນະວ່າເປັນຜູ້ນໍາປອມຍ້ອນຄວາມສາມາດທີ່ຕໍ່າຂອງພວກເຂົາ. ດັ່ງນັ້ນ, ມັນກໍໝາຍຄວາມວ່າຄວາມທຸກທໍລະມານທີ່ພວກເຂົາໄດ້ອົດທົນມານັ້ນເສຍຖິ້ມໄປລ້າໆບໍ? ນັ້ນບໍ່ແມ່ນການປະຕິບັດຕໍ່ຜູ້ຄົນຢ່າງບໍ່ຍຸຕິທຳບໍ?” ການໄລ່ຜູ້ນໍາປອມອອກໝາຍເຖິງການມີຄວາມຮັບຜິດຊອບຕໍ່ຜູ້ຄົນທີ່ພຣະເຈົ້າເລືອກ ແລະ ຕໍ່ວຽກງານຂອງຄຣິສຕະຈັກ, ດັ່ງນັ້ນ ມັນຈະເປັນການປະຕິບັດຕໍ່ຜູ້ຄົນຢ່າງບໍ່ຍຸຕິທຳໄດ້ແນວໃດ? ຖ້າເຈົ້າຢືນຢັນທີ່ຈະໃຫ້ຜູ້ນໍາປອມສືບຕໍ່ໃນບົດບາດຜູ້ນໍາຂອງພວກເຂົາ, ນີ້ບໍ່ແມ່ນການທຳຮ້າຍຜູ້ຄົນທີ່ພຣະເຈົ້າເລືອກບໍ? ເຈົ້າໝາຍຄວາມວ່າການທຳຮ້າຍຜູ້ຄົນທີ່ພຣະເຈົ້າເລືອກນັ້ນບໍ່ແມ່ນການປະຕິບັດຕໍ່ຜູ້ຄົນຢ່າງບໍ່ຍຸຕິທຳບໍ? ໂດຍການໄລ່ຜູ້ນໍາປອມອອກ, ເຮືອນຂອງພຣະເຈົ້າບໍ່ໄດ້ກ່າວປະນາມຜູ້ນໍາປອມຄົນນັ້ນ, ທັງບໍ່ໄດ້ສົ່ງຜູ້ນໍາປອມຄົນນັ້ນລົງນະຮົກ, ແຕ່ແທນທີ່ຈະເປັນແນວນັ້ນ ມັນຄືການໃຫ້ໂອກາດບຸກຄົນນັ້ນໄດ້ຮັບຄວາມລອດພົ້ນ. ພວກເຂົາສາມາດໄດ້ຮັບຄວາມລອດພົ້ນໄດ້ບໍ ຖ້າພວກເຂົາຍັງສືບຕໍ່ເປັນຜູ້ນໍາປອມ? ຜົນໄດ້ຮັບສຸດທ້າຍຂອງພວກເຂົາຈະເປັນແນວໃດ? ເປັນຫຍັງເຈົ້າຈຶ່ງບໍ່ພິຈາລະນາບັນຫາໃນລັກສະນະນີ້? ຍິ່ງໄປກວ່ານັ້ນ, ຈຸດປະສົງຂອງການເຊື່ອໃນພຣະເຈົ້າແມ່ນຫຍັງ? ການເປັນຜູ້ນໍາບໍ່ແມ່ນເສັ້ນທາງດຽວທີ່ຈະກ້າວໄປທາງໜ້າຢ່າງແນ່ນອນແມ່ນບໍ? ບໍ່ມີໜ້າທີ່ອື່ນໃຫ້ເຮັດແລ້ວບໍ ຖ້າຄົນໃດຄົນໜຶ່ງບໍ່ໄດ້ເປັນຜູ້ນໍາ? ບໍ່ມີເສັ້ນທາງສຳລັບການຢູ່ລອດສຳລັບຜູ້ທີ່ບໍ່ແມ່ນຜູ້ນໍາ ແລະ ຜູ້ທີ່ມີຄວາມສາມາດຕໍ່າບໍ? (ບໍ່, ນັ້ນບໍ່ແມ່ນຄວາມຈິງ.) ດັ່ງນັ້ນ, ເສັ້ນທາງແຫ່ງການປະຕິບັດແມ່ນຫຍັງ? ສິ່ງທີ່ຕອນນີ້ພວກເຮົາກຳລັງໄຈ້ແຍກຢູ່ນັ້ນເປັນການສະແດງອອກ ແລະ ບັນຫາທີ່ມີຢູ່ໃນຜູ້ນໍາປອມປະເພດນີ້ທີ່ມີຄວາມສາມາດຕໍ່າ; ພວກເຮົາບໍ່ໄດ້ກ່າວປະນາມ ຫຼື ສາບແຊ່ງພວກເຂົາ, ພວກເຮົາພຽງແຕ່ເຮັດການໄຈ້ແຍກພວກເຂົາ. ຈຸດປະສົງຂອງການໄຈ້ແຍກພວກເຂົາແມ່ນເພື່ອໃຫ້ຄົນປະເພດນີ້ເປັນທີ່ຮູ້ຈັກ ແລະ ກຳນົດຕຳແໜ່ງຂອງຕົນເອງໄດ້ຢ່າງຖືກຕ້ອງ, ຮູ້ຈັກບັນທັດຖານຂອງຕົນເອງ ແລະ ເຂົ້າໃຈຢ່າງຖືກຕ້ອງວ່າຜູ້ນໍາ ແລະ ຜູ້ເຮັດວຽກແມ່ນຫຍັງ, ວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດແມ່ນຫຍັງ ຈາກນັ້ນກໍປຽບທຽບສິ່ງເຫຼົ່ານີ້ກັບຕົນເອງ ເພື່ອເບິ່ງວ່າພວກເຂົາເໝາະສົມທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ຫຼື ບໍ່. ຖ້າຄວາມສາມາດຂອງເຈົ້າຕໍ່າຫຼາຍແທ້ໆ, ຕໍ່າຈົນເຈົ້າບໍ່ມີສັກກະຍະພາບໃນການສະແດງອອກທາງພາສາ ຫຼື ສັກກະຍະພາບໃນການສະແດງຄວາມຄິດ ແລະ ມຸມມອງຂອງເຈົ້າ ຫຼື ສັກກະຍະພາບໃນການຄົ້ນພົບບັນຫາ, ເຈົ້າກໍບໍ່ເໝາະສົມທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ເຈົ້າບໍ່ມີຄວາມສາມາດທີ່ຈະປະຕິບັດໜ້າທີ່ຂອງຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ເຈົ້າບໍ່ສາມາດເຮັດວຽກງານຂອງຜູ້ນໍາ ຫຼື ຜູ້ເຮັດວຽກໄດ້. ແລະ ເນື່ອງຈາກວ່າຄວາມສາມາດຂອງເຈົ້າຕໍ່າ, ເຈົ້າຕ້ອງມີການຮັບຮູ້ຕົວເອງປະເພດນີ້. ບາງຄົນເວົ້າວ່າ “ຄວາມສາມາດຂອງຂ້ອຍຕໍ່າ ແລ້ວມັນເປັນຫຍັງ? ຂ້ອຍມີຄວາມເປັນມະນຸດທີ່ດີ, ດັ່ງນັ້ນ ຂ້ອຍກໍຄວນໄດ້ເປັນຜູ້ນໍາ.” ນີ້ແມ່ນຫຼັກການບໍ? ຄົນອື່ນເວົ້າວ່າ “ນອກຈາກມີຄວາມເປັນມະນຸດທີ່ດີແລ້ວ, ຂ້ອຍຍັງເຕັມໃຈທີ່ຈະທົນທຸກກັບຄວາມທໍລະມານ ແລະ ເສຍສະຫຼະ, ຂ້ອຍສາມາດເທດສະໜາໄດ້, ຂ້ອຍມີພື້ນຖານໃນຄວາມສັດທາຂອງຂ້ອຍ ແລະ ຂ້ອຍເຄີຍຕິດຄຸກຍ້ອນຄວາມເຊື່ອຂອງຂ້ອຍໃນພຣະເຈົ້າ. ສິ່ງເຫຼົ່ານີ້ບໍ່ໄດ້ນັບວ່າເປັນຕົ້ນທຶນໃຫ້ຂ້ອຍເປັນຜູ້ນໍາ ຫຼື ຜູ້ເຮັດວຽກບໍ?” ມັນເປັນຄວາມຈິງແມ່ນບໍທີ່ວ່າຄົນໃດຄົນໜຶ່ງຕ້ອງມີຕົ້ນທຶນເພື່ອເປັນຜູ້ນໍາ ຫຼື ຜູ້ເຮັດວຽກ? (ບໍ່ແມ່ນ.) ສິ່ງທີ່ພວກເຮົາກຳລັງປຶກສາຫາລືກັນຕອນນີ້ແມ່ນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ພາຍໃນຫົວຂໍ້ນີ້, ພວກເຮົາກຳລັງເວົ້າເຖິງປະເດັນເລື່ອງຄວາມສາມາດ. ຖ້າຄວາມສາມາດຂອງເຈົ້າຕໍ່າ ແລະ ເຈົ້າບໍ່ສາມາດປະຕິບັດຄວາມຮັບຜິດຊອບເຫຼົ່ານີ້ໃຫ້ສຳເລັດໄດ້, ການຮັບຮູ້ຕົວເອງທີ່ເຈົ້າຄວນມີກໍຄື: “ຂ້ອຍບໍ່ມີຄວາມສາມາດນີ້ ແລະ ຂ້ອຍກໍບໍ່ສາມາດເປັນຜູ້ນໍາ ຫຼື ຜູ້ເຮັດວຽກໄດ້. ບໍ່ວ່າຂ້ອຍຈະມີຕົ້ນທຶນຫຍັງກໍຕາມ, ມັນກໍບໍ່ມີປະໂຫຍດ.” ເຈົ້າເວົ້າວ່າເຈົ້າມີຄວາມເປັນມະນຸດທີ່ດີ, ວ່າເຈົ້າສາມາດເຊື່ອຖືໄດ້, ວ່າເຈົ້າມີຄວາມຕັ້ງໃຈທີ່ຈະທົນທຸກກັບຄວາມທໍລະມານ ແລະ ວ່າເຈົ້າເຕັມໃຈທີ່ຈະເສຍສະຫຼະ, ແລ້ວເຮືອນຂອງພຣະເຈົ້າປະຕິບັດຕໍ່ເຈົ້າຢ່າງບໍ່ຍຸຕິທຳໄດ້ບໍ? ເຮືອນຂອງພຣະເຈົ້າໃຊ້ງານຄົນໃນລັກສະນະທີ່ເຮັດໃຫ້ທຸກຄົນໄດ້ເກີດປະໂຫຍດສູງສຸດ, ຈັດສັນບົດບາດໃຫ້ເໝາະສົມກັບແຕ່ລະຄົນ ແລະ ເຮັດໃນລັກສະນະທີ່ພໍດີ. ຖ້າເຈົ້າມີຄວາມເປັນມະນຸດທີ່ດີ ແຕ່ຄວາມສາມາດຂອງເຈົ້າຕໍ່າ, ເຈົ້າກໍຄວນປະຕິບັດໜ້າທີ່ຂອງເຈົ້າໃຫ້ດີດ້ວຍຫົວໃຈ ແລະ ກຳລັງທັງໝົດທີ່ມີ; ມັນບໍ່ແມ່ນວ່າເຈົ້າຕ້ອງເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ເພື່ອທີ່ຈະໄດ້ຮັບການຍອມຮັບຈາກພຣະເຈົ້າ. ເຖິງແມ່ນວ່າເຈົ້າຈະເຕັມໃຈທີ່ຈະເຮັດໃຫ້ຕົນເອງລຳບາກ, ແຕ່ເຈົ້າກໍບໍ່ສາມາດເຮັດໃຫ້ຕົນເອງລຳບາກໃນແບບທີ່ຜູ້ນໍາຕ້ອງເຮັດ ແລະ ເຈົ້າບໍ່ມີຄວາມສາມາດທີ່ເຈົ້າຄວນມີເພື່ອທີ່ຈະເປັນຜູ້ນໍາ ແລະ ເຈົ້າກໍລົ້ມເຫຼວໃນການເຮັດສິ່ງນັ້ນໄດ້, ແລ້ວເຈົ້າຈະເຮັດຫຍັງໄດ້? ຢ່າຝືນຕົນເອງ ຫຼື ເຮັດໃຫ້ເລື່ອງຍາກສຳລັບຕົນເອງເກີນໄປ; ຖ້າເຈົ້າສາມາດແບກຫາມໄດ້ 25 ກິໂລ, ກໍແບກ 25 ກິໂລ. ຢ່າພະຍາຍາມອວດເກັ່ງໂດຍການຝືນຕົນເອງຈົນເກີນຂີດຈຳກັດ, ໂດຍເວົ້າວ່າ “25 ກິໂລຍັງບໍ່ພໍ. ຂ້ອຍຢາກແບກຫາມຫຼາຍກວ່ານັ້ນ. ຂ້ອຍຢາກແບກຫາມ 50 ກິໂລ. ຂ້ອຍເຕັມໃຈທີ່ຈະເຮັດມັນ ເຖິງແມ່ນວ່າຂ້ອຍຈະອິດເມື່ອຍຈົນຕາຍກໍຕາມ!” ເຈົ້າບໍ່ມີຄວາມສາມາດທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ແຕ່ຖ້າເຈົ້າຍັງສືບຕໍ່ຝືນຕົນເອງຈົນເກີນຂີດຈຳກັດເພື່ອອວດເກັ່ງ, ເຖິງແມ່ນວ່າເຈົ້າຈະບໍ່ໄດ້ເມື່ອຍຈົນໝົດແຮງ, ເຈົ້າກໍຈະເຮັດໃຫ້ວຽກງານຂອງຄຣິສຕະຈັກເກີດຄວາມລ່າຊ້າ, ເຈົ້າຈະສົ່ງຜົນກະທົບຕໍ່ຄວາມຄືບໜ້າ ແລະ ປະສິດທິພາບຂອງວຽກງານ ແລະ ເຈົ້າຈະເຮັດໃຫ້ຄວາມກ້າວໜ້າໃນຊີວິດຂອງຫຼາຍຄົນເກີດຄວາມລ່າຊ້າ, ນີ້ບໍ່ແມ່ນຄວາມຮັບຜິດຊອບທີ່ເຈົ້າຈະສາມາດແບກຮັບໄດ້. ເນື່ອງຈາກຄວາມສາມາດຂອງເຈົ້າບໍ່ພຽງພໍ, ຖ້າເຈົ້າມີການຮັບຮູ້ຕົວເອງ, ເຈົ້າກໍຄວນສະເໜີຕົວລາອອກດ້ວຍຕົນເອງ ແລະ ສະເໜີຊື່ຄົນທີ່ມີຄວາມສາມາດເໝາະສົມ, ຜູ້ທີ່ຮັກຄວາມຈິງ ແລະ ຜູ້ທີ່ມີຄວາມຮັບຜິດຊອບຫຼາຍກວ່າເຈົ້າໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ນີ້ຈະເປັນສິ່ງທີ່ສົມເຫດສົມຜົນທີ່ຈະເຮັດ ແລະ ມີພຽງແຕ່ການເຮັດເຊັ່ນນີ້ເທົ່ານັ້ນ ເຈົ້າຈຶ່ງຈະເປັນຄົນທີ່ມີຄວາມເປັນມະນຸດ ແລະ ມີເຫດຜົນຢ່າງແທ້ຈິງ ແລະ ເປັນຄົນທີ່ເຂົ້າໃຈ ແລະ ປະຕິບັດຄວາມຈິງຢ່າງແທ້ຈິງ. ຖ້າເຈົ້າລາອອກຈາກຕຳແໜ່ງຂອງເຈົ້າ ຍ້ອນວ່າເຈົ້າບໍ່ສາມາດເຮັດວຽກງານຂອງຜູ້ນໍາໄດ້ ຈາກນັ້ນເຈົ້າກໍເລືອກໜ້າທີ່ທີ່ເໝາະສົມກັບເຈົ້າ ແລະ ຖວາຍຄວາມຈົງຮັກພັກດີຂອງເຈົ້າ ເພື່ອໃຫ້ເຈົ້າໄດ້ຮັບການຍອມຮັບຈາກພຣະເຈົ້າ, ເຈົ້າກໍຖືວ່າເປັນຄົນທີ່ສະຫຼາດເປັນພິເສດ. ເຈົ້າຄິດຢູ່ສະເໝີວ່າ “ເຖິງແມ່ນວ່າຄວາມສາມາດຂອງຂ້ອຍຈະຕໍ່າ, ແຕ່ຂ້ອຍມີຄວາມເປັນມະນຸດທີ່ດີ, ຂ້ອຍເຕັມໃຈທີ່ຈະເຮັດໃຫ້ຕົນເອງລຳບາກ, ທົນທຸກກັບຄວາມທໍລະມານ ແລະ ເສຍສະຫຼະ, ຂ້ອຍມີຄວາມຕັ້ງໃຈ, ຂ້ອຍມີຄວາມອົດທົນຫຼາຍກວ່າພວກເຈົ້າທຸກຄົນໃນທຸກສິ່ງທີ່ຂ້ອຍເຮັດ ແລະ ຂ້ອຍກໍມີຄວາມໃຈກວ້າງ ແລະ ບໍ່ຢ້ານທີ່ຈະໄດ້ຮັບການລິຮານ ຫຼື ຖືກລອງໃຈ. ເຖິງແມ່ນວ່າຄວາມສາມາດຂອງຂ້ອຍຈະຕໍ່າເລັກນ້ອຍ, ຂ້ອຍກໍຍັງສາມາດເປັນຜູ້ນໍາໄດ້.” ການມີຄວາມສາມາດຕໍ່າບໍ່ແມ່ນບັນຫາ. ນີ້ບໍ່ໄດ້ມີເຈດຕະນາທີ່ຈະເຮັດການປະນາມເຈົ້າ, ມັນເປັນພຽງການຈັດປະເພດເຈົ້າ ແລະ ເຮັດໃຫ້ເຈົ້າເຂົ້າໃຈຢ່າງຊັດເຈນວ່າເຈົ້າສາມາດເຮັດຫຍັງໄດ້ແທ້ ແລະ ໜ້າທີ່ປະເພດໃດທີ່ເໝາະສົມກັບເຈົ້າ. ແນວໃດກໍຕາມ, ປະເດັນໃນປັດຈຸບັນກໍຄື ຄວາມສາມາດຂອງເຈົ້າຕໍ່າ ແລະ ເຈົ້າບໍ່ສາມາດເປັນຜູ້ນໍາ ຫຼື ຜູ້ເຮັດວຽກໄດ້. ເຖິງແມ່ນວ່າເຈົ້າຈະໄດ້ຮັບການເລືອກຕັ້ງໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ເຈົ້າກໍບໍ່ສາມາດເຮັດວຽກງານນີ້ໃຫ້ດີໄດ້ ແລະ ສິ່ງດຽວທີ່ເຈົ້າສາມາດເຮັດໄດ້ກໍຄືເຮັດໃຫ້ວຽກງານວຸ້ນວາຍ. ຖ້າເຈົ້າມີຄວາມເປັນມະນຸດທີ່ດີ, ຖ້າເຈົ້າມີຈິດສຳນຶກ ແລະ ເຫດຜົນ ແລະ ເຈົ້າເຕັມໃຈທີ່ຈະເຮັດໃຫ້ຕົນເອງລຳບາກ ແລະ ເສຍສະຫຼະ, ກໍຈະມີວຽກງານທີ່ເໝາະສົມໃຫ້ເຈົ້າເຮັດ ແລະ ໜ້າທີ່ທີ່ເຈົ້າຄວນເຮັດ ແລະ ເຮືອນຂອງພຣະເຈົ້າຈະຈັດແຈງຢ່າງສົມເຫດສົມຜົນໃຫ້ແກ່ເຈົ້າ. ການທີ່ບໍ່ອະນຸຍາດໃຫ້ເຈົ້າເປັນຜູ້ນໍາແມ່ນໄດ້ອີງໃສ່ກົດລະບຽບ ແລະ ຫຼັກການຂອງເຮືອນຂອງພຣະເຈົ້າ. ແນວໃດກໍຕາມ, ເຮືອນຂອງພຣະເຈົ້າຈະບໍ່ປະຕິເສດສິດຂອງເຈົ້າໃນການປະຕິບັດໜ້າທີ່ ຫຼື ສິດຂອງເຈົ້າໃນການເຊື່ອ ແລະ ຕິດຕາມພຣະເຈົ້າຢ່າງເດັດຂາດ ພຽງຍ້ອນວ່າເຈົ້າມີຄວາມສາມາດຕໍ່າ. ສິ່ງນີ້ເປັນສິ່ງທີ່ເໝາະສົມແລ້ວບໍ? (ເໝາະສົມແລ້ວ.) ມັນຈຳເປັນບໍທີ່ພວກເຮົາຕ້ອງໄດ້ໂອ້ລົມກ່ຽວກັບເລື່ອງນີ້ຢ່າງລະອຽດຫຼາຍຂຶ້ນອີກ? ບາງຄົນທີ່ມີຄວາມສາມາດຕໍ່າໄດ້ຍິນສິ່ງນີ້ ແລະ ໄຕ່ຕອງວ່າ “ຢ່າໂອ້ລົມກ່ຽວກັບເລື່ອງນີ້ອີກເລີຍ. ຂ້ອຍຮູ້ສຶກອັບອາຍເກີນກວ່າທີ່ຈະປະເຊີນໜ້າກັບໃຜໄດ້. ຂ້ອຍຮູ້ວ່າຂ້ອຍມີຄວາມສາມາດຕໍ່າ ແລະ ຂ້ອຍຈະບໍ່ເປັນຜູ້ນໍາ ຫຼື ຜູ້ເຮັດວຽກຂອງຄຣິສຕະຈັກອີກຕໍ່ໄປ. ຂ້ອຍຈະເປັນພຽງຫົວໜ້າທີມ ຫຼື ຜູ້ຮັບຜິດຊອບ ຫຼື ບໍ່ກໍໃຫ້ຂ້ອຍເຮັດວຽກຈິປາຖະ, ແຕ່ງກິນ ຫຼື ອະນາໄມ. ເຮັດຫຍັງກໍໄດ້. ຂ້ອຍຈະແບກຫາບຄວາມທຸກຍາກລຳບາກໃນຕຳແໜ່ງຂອງຂ້ອຍໂດຍບໍ່ຈົ່ມວ່າ, ຍອມອ່ອນນ້ອມຕໍ່ການຈັດແຈງຂອງເຮືອນຂອງພຣະເຈົ້າ ແລະ ຍອມອ່ອນນ້ອມຕໍ່ການຈັດວາງຂອງພຣະເຈົ້າ. ການທີ່ຂ້ອຍມີຄວາມສາມາດຕໍ່ານັ້ນເປັນເພາະພຣະຄຸນຂອງພຣະເຈົ້າ ແລະ ເຈດຕະນາດີຂອງພຣະເຈົ້າກໍຢູ່ໃນນັ້ນ. ທຸກສິ່ງທີ່ພຣະເຈົ້າເຮັດນັ້ນຖືກຕ້ອງແລ້ວ.” ຖ້າເຈົ້າສາມາດເບິ່ງສິ່ງຕ່າງໆໃນລັກສະນະນີ້ໄດ້, ນັ້ນກໍເປັນເລື່ອງທີ່ດີແລ້ວ ແລະ ມັນໝາຍຄວາມວ່າເຈົ້າມີການຮັບຮູ້ຕົວເອງ. ເຮົາຈະບໍ່ໂອ້ລົມກ່ຽວກັບເລື່ອງນີ້ຍືດຍາວ. ສະຫຼຸບແລ້ວ, ໃນດ້ານຂອງຄົນທີ່ມີຄວາມສາມາດຕໍ່າເຫຼົ່ານີ້, ພວກເຮົາພຽງແຕ່ໄຈ້ແຍກບັນຫາ ແລະ ເປີດໂປງຄວາມຈິງຂອງຂໍ້ເທັດຈິງ ເພື່ອໃຫ້ຜູ້ຄົນຈໍານວນຫຼາຍຂຶ້ນມີທັດສະນະຄະຕິ ແລະ ມຸມມອງທີ່ຖືກຕ້ອງກ່ຽວກັບຄົນເຫຼົ່ານີ້ ແລະ ເພື່ອໃຫ້ຄົນເຫຼົ່ານີ້ມີທັດສະນະຄະຕິ ແລະ ມຸມມອງທີ່ຖືກຕ້ອງກ່ຽວກັບປະເດັນຄວາມສາມາດທີ່ຕໍ່າຂອງຕົນເອງ ຈາກນັ້ນກໍສາມາດກຳນົດຕຳແໜ່ງຂອງຕົນເອງໄດ້ຢ່າງຖືກຕ້ອງ, ຊອກຫາຕຳແໜ່ງ ແລະ ໜ້າທີ່ທີ່ເໝາະສົມກັບພວກເຂົາ, ຊ່ວຍເຮັດໃຫ້ຄວາມພາກພຽນໃນການເສຍສະຫຼະ ແລະ ຄວາມຕັ້ງໃຈຂອງພວກເຂົາໃນການທົນທຸກກັບຄວາມທໍລະມານ ຖືກນໍາໃຊ້ຢ່າງສົມເຫດສົມຜົນ ແລະ ເກີດປະໂຫຍດ. ສິ່ງນີ້ບໍ່ໄດ້ສົ່ງຜົນກະທົບຕໍ່ການທີ່ເຈົ້າເຂົ້າໃຈຄວາມຈິງ ແລະ ປະຕິບັດຄວາມຈິງ, ທັງບໍ່ສົ່ງຜົນກະທົບຕໍ່ພາບພົດຂອງເຈົ້າໃນເຮືອນຂອງພຣະເຈົ້າ.
III. ຜູ້ນໍາປອມທີ່ເປັນຄົນຂີ້ຄ້ານ ແລະ ໝົກມຸ້ນຢູ່ກັບຄວາມສະດວກສະບາຍ
ພວກເຮົາຫາກໍໂອ້ລົມກັນກ່ຽວກັບຜູ້ນໍາປອມສອງປະເພດ. ຍັງມີຜູ້ນໍາປອມອີກປະເພດໜຶ່ງ ເຊິ່ງພວກເຮົາໄດ້ເວົ້າເຖິງຢູ່ເລື້ອຍໆ ໃນຂະນະທີ່ໂອ້ລົມກັນກ່ຽວກັບຫົວຂໍ້ “ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ”. ຄົນປະເພດນີ້ມີຄວາມສາມາດໃນລະດັບໃດໜຶ່ງ, ພວກເຂົາບໍ່ແມ່ນຄົນບໍ່ມີສະຕິປັນຍາ, ໃນການເຮັດວຽກງານຂອງພວກເຂົາ, ພວກເຂົາມີວິທີການ ແລະ ແນວທາງ ແລະ ມີແຜນການສຳລັບການແກ້ໄຂບັນຫາ ແລະ ເມື່ອພວກເຂົາໄດ້ຮັບມອບໝາຍວຽກງານໃດໜຶ່ງ, ພວກເຂົາກໍສາມາດຈັດຕັ້ງປະຕິບັດມັນໃຫ້ໃກ້ຄຽງກັບມາດຕະຖານທີ່ຄາດຫວັງໄວ້ໄດ້. ພວກເຂົາສາມາດຄົ້ນພົບທຸກບັນຫາໃດກໍຕາມທີ່ເກີດຂຶ້ນໃນວຽກງານ ແລະ ຍັງສາມາດແກ້ໄຂບາງບັນຫາໄດ້; ເມື່ອພວກເຂົາໄດ້ຍິນບັນຫາທີ່ບາງຄົນໄດ້ລາຍງານ ຫຼື ພວກເຂົາສັງເກດເຫັນພຶດຕິກຳ, ການສະແດງອອກ, ສຳນວນ ແລະ ການກະທຳຂອງບາງຄົນ, ພວກເຂົາກໍມີການຕອບສະໜອງໃນຫົວໃຈ ແລະ ພວກເຂົາກໍມີຄວາມຄິດເຫັນ ແລະ ທັດສະນະຄະຕິຂອງຕົນເອງ. ແນ່ນອນວ່າ ຖ້າຄົນເຫຼົ່ານີ້ໄລ່ຕາມຄວາມຈິງ ແລະ ມີຄວາມຮູ້ສຶກແບກຮັບພາລະ, ບັນຫາທັງໝົດເຫຼົ່ານີ້ກໍຈະສາມາດໄດ້ຮັບການແກ້ໄຂ. ຢ່າງໃດກໍຕາມ, ບັນຫາຕ່າງໆກັບບໍ່ໄດ້ຮັບການແກ້ໄຂຢ່າງບໍ່ຄາດຄິດ ໃນວຽກງານທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງບຸກຄົນປະເພດທີ່ພວກເຮົາກຳລັງໂອ້ລົມກັນໃນມື້ນີ້. ເປັນຫຍັງຈຶ່ງເປັນແບບນັ້ນ? ຍ້ອນວ່າຄົນເຫຼົ່ານີ້ບໍ່ໄດ້ເຮັດວຽກງານຕົວຈິງ. ພວກເຂົາຮັກຄວາມສະບາຍ ແລະ ກຽດຊັງການເຮັດວຽກໜັກ, ພວກເຂົາພຽງແຕ່ໃຊ້ຄວາມພະຍາຍາມແບບເຮັດພໍແລ້ວມືແລ້ວຕີນຢ່າງຜິວເຜີນເທົ່ານັ້ນ, ພວກເຂົາມັກຢູ່ຫວ່າງໆ ແລະ ເພີດເພີນກັບຜົນປະໂຫຍດຈາກສະຖານະ, ພວກເຂົາມັກສັ່ງຄົນອື່ນໄປທົ່ວ ແລະ ພວກເຂົາພຽງແຕ່ເໜັງປາກໜ້ອຍໜຶ່ງ ແລະ ໃຫ້ຄຳແນະນຳບາງຢ່າງ ແລ້ວກໍຖືວ່າວຽກງານຂອງພວກເຂົາສຳເລັດແລ້ວ. ພວກເຂົາບໍ່ໄດ້ໃສ່ໃຈວຽກງານຕົວຈິງອັນໃດກໍຕາມຂອງຄຣິສຕະຈັກ ຫຼື ວຽກງານສຳຄັນທີ່ພຣະເຈົ້າຝາກຝັງໃຫ້ພວກເຂົາເລີຍ, ພວກເຂົາບໍ່ໄດ້ມີຄວາມຮູ້ສຶກແບກຮັບພາລະນີ້ ແລະ ເຖິງແມ່ນວ່າເຮືອນຂອງພຣະເຈົ້າຈະເນັ້ນໜັກສິ່ງເຫຼົ່ານີ້ຊໍ້າແລ້ວຊໍ້າອີກ, ພວກເຂົາກໍຍັງບໍ່ໃສ່ໃຈ. ຕົວຢ່າງ: ພວກເຂົາບໍ່ຢາກແຊກແຊງ ຫຼື ສອບຖາມກ່ຽວກັບວຽກການຜະລິດຮູບເງົາ ຫຼື ວຽກງານຂໍ້ຄວາມຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາກໍບໍ່ປາດຖະໜາທີ່ຈະພິຈາລະນາເບິ່ງວ່າ ວຽກງານປະເພດນີ້ມີຄວາມຄືບໜ້າແນວໃດ ແລະ ບັນລຸຜົນໄດ້ຮັບຫຍັງແດ່. ພວກເຂົາພຽງແຕ່ສອບຖາມທາງອ້ອມເລັກນ້ອຍ ແລະ ເມື່ອພວກເຂົາຮູ້ວ່າຜູ້ຄົນກຳລັງຫຍຸ້ງຢູ່ກັບວຽກງານນີ້ ແລະ ກຳລັງເຮັດວຽກງານນີ້, ພວກເຂົາກໍບໍ່ສົນໃຈມັນອີກຕໍ່ໄປ. ເຖິງແມ່ນວ່າພວກເຂົາຮູ້ດີວ່າມີບັນຫາໃນວຽກງານ, ພວກເຂົາກໍຍັງບໍ່ຢາກໂອ້ລົມ ແລະ ແກ້ໄຂບັນຫາເຫຼົ່ານັ້ນ ແລະ ພວກເຂົາກໍບໍ່ສອບຖາມ ຫຼື ພິຈາລະນາເບິ່ງວ່າຜູ້ຄົນປະຕິບັດໜ້າທີ່ຂອງພວກເຂົາແນວໃດ. ເປັນຫຍັງພວກເຂົາຈຶ່ງບໍ່ສອບຖາມ ຫຼື ພິຈາລະນາເບິ່ງສິ່ງເຫຼົ່ານີ້? ພວກເຂົາຄິດວ່າ ຖ້າພວກເຂົາພິຈາລະນາເບິ່ງສິ່ງເຫຼົ່ານັ້ນ, ແລ້ວກໍຈະມີບັນຫາຫຼາຍຢ່າງລໍຖ້າໃຫ້ພວກເຂົາແກ້ໄຂ ແລະ ນັ້ນຈະເປັນເລື່ອງໜ້າກັງວົນເກີນໄປ. ຊີວິດຈະເມື່ອຍຫຼາຍຖ້າພວກເຂົາຕ້ອງແກ້ໄຂບັນຫາຢູ່ຕະຫຼອດ! ຖ້າພວກເຂົາກັງວົນຫຼາຍເກີນໄປ, ອາຫານຈະບໍ່ມີລົດຊາດແຊບອີກຕໍ່ໄປສຳລັບພວກເຂົາ ແລະ ພວກເຂົາກໍຈະນອນບໍ່ຫຼັບ, ເນື້ອໜັງຂອງພວກເຂົາຈະຮູ້ສຶກເມື່ອຍ ແລ້ວຊີວິດກໍຈະກາຍເປັນຄວາມທຸກທໍລະມານ. ນັ້ນຄືເຫດຜົນທີ່ວ່າ ເມື່ອພວກເຂົາເຫັນບັນຫາ, ພວກເຂົາຈຶ່ງຫຼີກລ່ຽງມັນ ແລະ ບໍ່ສົນໃຈມັນ ຖ້າພວກເຂົາສາມາດເຮັດໄດ້. ບັນຫາຂອງຄົນປະເພດນີ້ແມ່ນຫຍັງ? (ພວກເຂົາຂີ້ຄ້ານໂພດ.) ບອກເຮົາມາເບິ່ງ, ໃຜມີບັນຫາຮ້າຍແຮງກວ່າ: ຄົນຂີ້ຄ້ານ ຫຼື ຄົນທີ່ມີຄວາມສາມາດຕໍ່າ? (ຄົນຂີ້ຄ້ານ.) ເປັນຫຍັງຄົນຂີ້ຄ້ານຈຶ່ງມີບັນຫາຮ້າຍແຮງ? (ຄົນທີ່ມີຄວາມສາມາດຕໍ່າບໍ່ສາມາດເປັນຜູ້ນໍາ ຫຼື ຜູ້ເຮັດວຽກໄດ້, ແຕ່ພວກເຂົາສາມາດມີປະສິດທິຜົນໃນລະດັບໃດໜຶ່ງ ເມື່ອພວກເຂົາປະຕິບັດໜ້າທີ່ເຊິ່ງຢູ່ໃນຄວາມສາມາດຂອງພວກເຂົາ. ຢ່າງໃດກໍຕາມ, ຄົນທີ່ຂີ້ຄ້ານເຮັດຫຍັງບໍ່ໄດ້ເລີຍ; ເຖິງແມ່ນວ່າພວກເຂົາຈະມີຄວາມສາມາດ, ມັນກໍບໍ່ມີຜົນຫຍັງ.) ຄົນຂີ້ຄ້ານເຮັດຫຍັງບໍ່ໄດ້ເລີຍ. ເມື່ອສະຫຼຸບສັ້ນໆ ດ້ວຍສອງສາມຄຳ, ພວກເຂົາກໍຄືຄົນໄຮ້ປະໂຫຍດ; ພວກເຂົາເປັນຄົນພິການປະເພດສອງ. ບໍ່ວ່າຄວາມສາມາດຂອງຄົນຂີ້ຄ້ານຈະດີສໍ່າໃດກໍຕາມ, ມັນກໍບໍ່ມີຫຍັງຫຼາຍໄປກວ່າເຄື່ອງໂຊປ່ອງຢ້ຽມ; ເຖິງແມ່ນວ່າພວກເຂົາມີຄວາມສາມາດດີ, ມັນກໍບໍ່ມີປະໂຫຍດ. ພວກເຂົາຂີ້ຄ້ານໂພດ, ພວກເຂົາຮູ້ວ່າພວກເຂົາຄວນເຮັດຫຍັງ ແຕ່ພວກເຂົາກໍບໍ່ເຮັດ ແລະ ເຖິງແມ່ນວ່າພວກເຂົາຮູ້ວ່າສິ່ງໃດໜຶ່ງເປັນບັນຫາ, ພວກເຂົາກໍບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂມັນ ແລະ ເຖິງແມ່ນວ່າພວກເຂົາຮູ້ວ່າພວກເຂົາຄວນທົນທຸກກັບຄວາມລຳບາກຫຍັງແດ່ ເພື່ອໃຫ້ວຽກງານມີປະສິດທິຜົນ, ພວກເຂົາກໍບໍ່ເຕັມໃຈທີ່ຈະອົດທົນຕໍ່ຄວາມທຸກລຳບາກທີ່ຄຸ້ມຄ່ານີ້, ດັ່ງນັ້ນ ພວກເຂົາຈຶ່ງບໍ່ສາມາດໄດ້ຮັບຄວາມຈິງໃດໆ ແລະ ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງໃດໆ. ພວກເຂົາບໍ່ປາດຖະໜາທີ່ຈະອົດທົນຕໍ່ຄວາມທຸກລຳບາກທີ່ຜູ້ຄົນຄວນອົດທົນ; ພວກເຂົາຮູ້ພຽງແຕ່ການໝົກມຸ້ນກັບຄວາມສະດວກສະບາຍ, ມ່ວນຊື່ນກັບຊ່ວງເວລາແຫ່ງຄວາມສຸກ ແລະ ການພັກຜ່ອນຢ່ອນໃຈ ແລະ ເພີດເພີນກັບຊີວິດທີ່ອິດສະຫຼະ ແລະ ຜ່ອນຄາຍ. ພວກເຂົາບໍ່ແມ່ນຄົນໄຮ້ປະໂຫຍດບໍ? ຄົນທີ່ບໍ່ສາມາດອົດທົນຕໍ່ຄວາມທຸກລຳບາກບໍ່ສົມຄວນທີ່ຈະມີຊີວິດຢູ່. ຜູ້ທີ່ປາດຖະໜາທີ່ຈະດຳເນີນຊີວິດແບບກາຝາກຢູ່ສະເໝີ ແມ່ນຄົນທີ່ບໍ່ມີຈິດສຳນຶກ ຫຼື ເຫດຜົນ; ພວກເຂົາເປັນສັດເດຍລະສານ ແລະ ຄົນດັ່ງກ່າວບໍ່ເໝາະສົມແມ່ນແຕ່ຈະອອກເຫື່ອແຮງ. ຍ້ອນວ່າພວກເຂົາບໍ່ສາມາດອົດທົນຕໍ່ຄວາມທຸກລຳບາກ, ເຖິງແມ່ນວ່າຕອນທີ່ພວກເຂົາອອກເຫື່ອແຮງ, ພວກເຂົາກໍບໍ່ສາມາດເຮັດໄດ້ດີ ແລະ ຖ້າພວກເຂົາປາດຖະໜາທີ່ຈະໄດ້ຮັບຄວາມຈິງ, ກໍຍິ່ງມີຄວາມຫວັງໜ້ອຍລົງໄປອີກ. ຄົນທີ່ບໍ່ສາມາດທົນທຸກ ແລະ ບໍ່ຮັກຄວາມຈິງແມ່ນຄົນໄຮ້ປະໂຫຍດ; ພວກເຂົາບໍ່ມີຄຸນສົມບັດແມ່ນແຕ່ຈະອອກເຫື່ອແຮງ. ພວກເຂົາເປັນສັດເດຍລະສານ, ໂດຍບໍ່ມີຄວາມເປັນມະນຸດແມ່ນແຕ່ໜ້ອຍດຽວ. ຄົນດັ່ງກ່າວຕ້ອງຖືກກຳຈັດ; ມີພຽງສິ່ງນີ້ເທົ່ານັ້ນທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ.
ບາງຄົນຮັບຜິດຊອບວຽກງານກະສິກຳ ແລະ ພວກເຂົາມີຄວາມດຸໝັ່ນເປັນພິເສດ; ພວກເຂົາມີແຜນການໃນໃຈ ແລະ ພວກເຂົາຮູ້ວ່າຕ້ອງເຮັດວຽກຫຍັງໃນແຕ່ລະລະດູການ. ເມື່ອມັນຮອດເວລາໄຖນາ, ພວກເຂົາໄປເບິ່ງທີ່ດິນແຕ່ລະຕອນ ແລະ ສັງເກດເບິ່ງ. ພວກເຂົາສົມທຽບສິ່ງທີ່ພວກເຂົາວາງແຜນທີ່ຈະປູກໃນທີ່ດິນແຕ່ລະຕອນ ກັບສະພາບຕົວຈິງຂອງທີ່ດິນນັ້ນ ແລະ ເບິ່ງວ່າແຜນການຂອງພວກເຂົາເໝາະສົມ ຫຼື ບໍ່ ແລະ ມັນສອດຄ່ອງກັບສະຖານະການຕົວຈິງ ຫຼື ບໍ່. ນອກຈາກນັ້ນ, ພວກເຂົາເບິ່ງວ່າດິນປີນີ້ຊຸ່ມ ຫຼື ແຫ້ງສໍ່າໃດ, ຕ້ອງການປຸ໋ຍຫຍັງ ແລະ ເໝາະສົມສຳລັບການປູກຫຍັງ. ເມື່ອພວກເຂົາໄດ້ໄປເບິ່ງ ແລະ ພວກເຂົາກຳແໜ້ນສິ່ງເຫຼົ່ານີ້ແລ້ວ, ພວກເຂົາກໍຖາມທັນທີວ່າມີການປູກເບ້ຍໄມ້ແລ້ວ ຫຼື ຍັງ ແລະ ມີຈໍານວນເທົ່າໃດ, ຈາກນັ້ນ ພວກເຂົາກໍໄປເບິ່ງເຮືອນຮົ່ມ ເພື່ອກວດສອບເບິ່ງວ່າຜູ້ທີ່ປູກເບ້ຍໄມ້ນັ້ນເພິ່ງພາໄດ້ ຫຼື ບໍ່ ຫຼື ພວກເຂົາຈະທຳລາຍເບ້ຍໄມ້ ຫຼື ບໍ່. ຖ້າຄົນດຽວບໍ່ພໍທີ່ຈະເຮັດວຽກງານນີ້, ພວກເຂົາກໍມອບໝາຍໃຫ້ອີກຄົນໜຶ່ງມາຮ່ວມມືກັບຄົນນັ້ນ ແລະ ໃຫ້ທັງສອງກວດກາກັນເອງ. ຄົນຂີ້ຄ້ານຈະເຮັດແບບນີ້ບໍ? ບໍ່, ພວກເຂົາຈະບໍ່ເຮັດ. ຖ້າບໍ່ມີໃຜກວດກາພວກເຂົາ ແລະ ກະຕຸ້ນພວກເຂົາ, ພວກເຂົາຈະບໍ່ລົງໄປເບິ່ງສະຖານທີ່ດ້ວຍຕົນເອງຢ່າງແນ່ນອນ; ຖ້າເຮືອນຂອງພຣະເຈົ້າບໍ່ຖາມກ່ຽວກັບຄວາມຄືບໜ້າຂອງວຽກງານໃດໜຶ່ງ, ແລ້ວພວກເຂົາຈະບໍ່ເປັນຝ່າຍເລີ່ມຕົ້ນທີ່ຈະກວດສອບສະຖານະການຕົວຈິງຂອງວຽກງານນັ້ນຢ່າງແນ່ນອນ. ສຳລັບຄົນທີ່ມີຄວາມສາມາດຕໍ່າ, ບໍ່ວ່າພວກເຂົາກຳລັງເຮັດຫຍັງກໍຕາມ, ພວກເຂົາເຮັດດ້ວຍຕົນເອງຢູ່ສະເໝີ ແຕ່ພວກເຂົາບໍ່ສາມາດແຍກແຍະສິ່ງທີ່ຮີບດ່ວນ ແລະ ສໍາຄັນ ຈາກສິ່ງທີ່ບໍ່ໄດ້ຮີບດ່ວນ ແລະ ບໍ່ໄດ້ສຳຄັນ ແລະ ພວກເຂົາພຽງແຕ່ເຮັດໄປແບບຫຼັບຫູຫຼັບຕາ. ໃນຂະນະທີ່ຄົນຂີ້ຄ້ານເຫຼົ່ານີ້ສະຫຼາດພໍຕົວ ແລະ ບໍ່ວ່າພວກເຂົາກຳລັງເຮັດຫຍັງກໍຕາມ, ພວກເຂົາມັກພຽງແຕ່ເໜັງປາກຂອງພວກເຂົາ ແລະ ສັ່ງຄົນອື່ນໃຫ້ເຮັດວຽກ; ພວກເຂົາບໍ່ເຄີຍລົງມືເຮັດຫຍັງດ້ວຍຕົນເອງ ແລະ ພວກເຂົາກໍບໍ່ສາມາດເຮັດວຽກງານຕົວຈິງໄດ້. ພວກເຂົາຄິດວ່າ “ຂ້ອຍພຽງແຕ່ຕ້ອງໂທຫາ ຫຼື ສົ່ງຂໍ້ຄວາມ ເພື່ອຖາມຄຳຖາມບາງຢ່າງ ແລ້ວວຽກຂອງຂ້ອຍກໍສຳເລັດ, ບັນຫາກໍໄດ້ຮັບການແກ້ໄຂ. ສິ່ງນີ້ຊ່ວຍເຮັດໃຫ້ຂ້ອຍບໍ່ຕ້ອງລຳບາກຫຼາຍ! ເບິ່ງແມວ່າຄວາມສາມາດໃນຖານະຜູ້ນໍາຂອງຂ້ອຍເປັນແນວໃດ. ຂ້ອຍສາມາດເຮັດວຽກໃຫ້ສຳເລັດດ້ວຍຄຳເວົ້າພຽງບໍ່ເທົ່າໃດຄຳ, ນີ້ບໍ່ແມ່ນການທີ່ຂ້ອຍປະຕິບັດຄວາມຮັບຜິດຊອບຂອງຂ້ອຍຄືກັນບໍ? ຂ້ອຍບໍ່ໄດ້ລະເລີຍຄວາມຮັບຜິດຊອບຂອງຂ້ອຍ. ຖ້າເບື້ອງເທິງຖາມຂ້ອຍກ່ຽວກັບສິ່ງເຫຼົ່ານີ້, ຂ້ອຍກໍສາມາດຕອບໄດ້ຢ່າງຄ່ອງແຄ້ວຫຼາຍ ແລະ ອະທິບາຍໄດ້ຢ່າງຊັດເຈນ. ມີປະໂຫຍດຫຍັງທີ່ຈະໄປສະຖານທີ່ເຮັດວຽກ ແລະ ກວດກາເບິ່ງ? ຂ້ອຍຈະຕ້ອງທົນທຸກກັບຄວາມລຳບາກ ແລະ ຄວາມທໍລະມານ ແລະ ຜິວໜັງຂອງຂ້ອຍກໍຈະຄໍ້າຍ້ອນຖືກແດດ. ບໍ່ຈຳເປັນຕ້ອງຜ່ານພິທີການນັ້ນ. ຖ້າຂ້ອຍສາມາດຊ່ວຍບໍ່ໃຫ້ຕົນເອງລຳບາກ ຂ້ອຍກໍຈະເຮັດ. ບໍ່ຈຳເປັນຕ້ອງເຮັດໃຫ້ຕົນເອງລຳບາກຂະໜາດນັ້ນ”. ພວກເຂົາບໍ່ “ສະຫຼາດ” ພໍຕົວບໍ? ເມື່ອຄົນປະເພດນີ້ເຮັດວຽກ, ພວກເຂົາຊ່ຽວຊານເປັນພິເສດໃນຄວາມຫົວໝໍ ເພື່ອບັນລຸເປົ້າໝາຍຂອງພວກເຂົາ ແລະ ຊອກຫາທາງລັດ ແລະ ພວກເຂົາມີວິທີການ ແລະ ແນວທາງຂອງພວກເຂົາ. ພວກເຂົາບໍ່ເຮັດຫຍັງດ້ວຍຕົນເອງ ແລະ ພວກເຂົາກໍບໍ່ມີສ່ວນຮ່ວມໃນສິ່ງໃດເລີຍ. ພວກເຂົາພຽງແຕ່ໂທຖາມ, ເຮັດພໍເປັນພິທີ ແລະ ທັນທີທີ່ພວກເຂົາວາງຫູໂທລະສັບ, ພວກເຂົາກໍໄປນອນ ຫຼື ໄປນວດ ແລະ ເລີ່ມໝົກມຸ້ນກັບເນື້ອໜັງຂອງພວກເຂົາ. ຄົນປະເພດນີ້ຮູ້ຈັກວິທີ “ເຮັດວຽກ” ແທ້ໆ, ພວກເຂົາຮູ້ວິທີຊອກຫາໂອກາດທີ່ຈະຢູ່ຫວ່າງໆ ແທ້ໆ ແລະ ພວກເຂົາຮູ້ວິທີເຮັດພໍເປັນພິທີ ແລະ ຕົບຕາຜູ້ຄົນແທ້ໆ! ການທີ່ພວກເຂົາມີຄວາມສາມາດພຽງເລັກນ້ອຍນັ້ນມີປະໂຫຍດຫຍັງ? ພວກເຂົາຄືກັນກັບເຈົ້າໜ້າທີ່ເຫຼົ່ານັ້ນໃນປະເທດຂອງພັກກອມມູນິດ, ຜູ້ທີ່ພຽງແຕ່ດື່ມນໍ້າຊາ ແລະ ອ່ານໜັງສືພິມຫຼັງຈາກທີ່ພວກເຂົາໄປຮອດບ່ອນເຮັດວຽກ ແລະ ເລີ່ມຄິດວ່າພວກເຂົາຈະກິນຫຍັງ ແລະ ພວກເຂົາຈະໄປຫາຄວາມບັນເທີງໄດ້ຢູ່ໃສ ກ່ອນທີ່ຈະເລີກວຽກໃນມື້ນັ້ນດ້ວຍຊໍ້າ, ຊີວິດຊ່າງສຳລານແທ້ໆ ສຳລັບພວກເຂົາ. ນີ້ຄືຫຼັກການທີ່ຜູ້ນໍາປອມປະເພດນີ້ຍຶດຖືໃນການເຮັດວຽກເຊັ່ນກັນ; ພວກເຂົາບໍ່ທົນທຸກກັບຄວາມລຳບາກ, ພວກເຂົາບໍ່ອົດທົນຕໍ່ຄວາມເມື່ອຍລ້າ, ແຕ່ພວກເຂົາຍັງວາງມາດເປັນເຈົ້າໜ້າທີ່ ແລະ ເພີດເພີນກັບຜົນປະໂຫຍດຈາກສະຖານະ ແລະ ອ້າຍເອື້ອຍນ້ອງສ່ວນໃຫຍ່ກໍບໍ່ສາມາດເບິ່ງອອກວ່າ ນີ້ເປັນບັນຫາ. ນີ້ຄືວິທີທີ່ຜູ້ນໍາປອມປະເພດນີ້ເຮັດວຽກ, ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ ແລະ ພວກເຂົາບໍ່ລົງໄປຕິດຕາມ ແລະ ກວດກາວຽກງານຢູ່ສະຖານທີ່ຈິງ, ດັ່ງນັ້ນ ພວກເຂົາຈະຄົ້ນພົບບັນຫາໃນວຽກງານໄດ້ບໍ? (ບໍ່.) ຜູ້ນໍາປອມຝ່າຍວິນຍານປອມ ແລະ ຜູ້ນໍາປອມທີ່ມີຄວາມສາມາດຕໍ່າ ແມ່ນຄົນທີ່ຕາບອດທັງທີ່ມືນຕາອອກກວ້າງຢູ່ ແລະ ພວກເຂົາບໍ່ສາມາດເບິ່ງເຫັນບັນຫາ, ແລ້ວຄົນໄຮ້ປະໂຫຍດປະເພດນີ້ເດ? ພວກເຂົາເວົ້າວ່າ “ຂ້ອຍບໍ່ມີສ່ວນຮ່ວມໃນວຽກງານຕົວຈິງ ແລະ ຂ້ອຍບໍ່ລົງໄປສະຖານທີ່ຈິງ ເພື່ອສ້າງຄວາມກົມກຽວກັບຄົນທີ່ເຮັດວຽກຢູ່ນັ້ນ, ດັ່ງນັ້ນ ຖ້າບັນຫາເກີດຂຶ້ນ ເຈົ້າກໍເວົ້າບໍ່ໄດ້ວ່າຂ້ອຍຕາບອດທັງທີ່ມືນຕາອອກກວ້າງຢູ່. ຂ້ອຍບໍ່ໄດ້ຢູ່ສະຖານທີ່ຈິງ ແລະ ຂ້ອຍກໍບໍ່ເຫັນບັນຫາ, ດັ່ງນັ້ນ ມັນກ່ຽວຫຍັງກັບຂ້ອຍ ຖ້າບັນຫາເກີດຂຶ້ນ? ເຈົ້າຄວນໄປຫາຄົນທີ່ມີສ່ວນກ່ຽວຂ້ອງພຸ້ນ”. ຄົນພວກນີ້ບໍ່ໄດ້ເຈົ້າເລ່ແທ້ໆ ບໍ? ພວກເຂົາຄິດວ່າພຽງແຕ່ອອກຄຳສັ່ງ ແລະ ຈັດແຈງຄົນໃຫ້ເໝາະສົມກໍພໍແລ້ວ, ເທົ່ານັ້ນແຫຼະ, ແລ້ວຄວາມຮັບຜິດຊອບຂອງພວກເຂົາກໍຖືວ່າສຳເລັດ ແລະ ຈາກນັ້ນພວກເຂົາກໍສາມາດເພີດເພີນກັບເວລາພັກຜ່ອນ ແລະ ຄວາມບັນເທີງຂອງພວກເຂົາໄດ້ຢ່າງໜ້າດ້ານ. ບໍ່ວ່າມີບັນຫາຫຍັງຢູ່ເບື້ອງລຸ່ມ, ພວກເຂົາບໍ່ສອບຖາມ ແລະ ພວກເຂົາພຽງແຕ່ຮີບຮ້ອນຈັດການບັນຫາ ຖ້າມີຄົນລາຍງານໄປຫາເບື້ອງເທິງເທົ່ານັ້ນ. ສິ່ງດຽວທີ່ພວກເຂົາໃສ່ໃຈໃນແຕ່ລະມື້ແມ່ນການເພີດເພີນກັບຜົນປະໂຫຍດຈາກສະຖານະ, ຍ່າງຫຼິ້ນໄປທົ່ວຢ່າງສະບາຍໃຈ, ເຮັດໜ້າເຮັດຕາຄືກັນກັບວ່າກຳລັງກວດກາວຽກງານ, ແຕ່ທີ່ຈິງແລ້ວ ພວກເຂົາບໍ່ເຄີຍໄປບ່ອນທີ່ມີບັນຫາແທ້ໆ ແລະ ພວກເຂົາບໍ່ເຄີຍກວດກາວຽກງານສຳຄັນ, ນີ້ບໍ່ແມ່ນຄືກັບເຈົ້າໜ້າທີ່ພັກກອມມູນິດທີ່ພຽງແຕ່ເຮັດວຽກແບບຜິວເຜີນ ແລະ ເຮັດວຽກທີ່ເຮັດໃຫ້ພວກເຂົາເບິ່ງເປັນຄົນດີເທົ່ານັ້ນບໍ? ພວກເຂົາໃຫ້ຄຳສັນຍາຢ່າງດີວ່າຈະເຮັດວຽກທີ່ໄດ້ຮັບມອບໝາຍ, ແຕ່ພວກເຂົາບໍ່ຕິດຕາມ ຫຼື ກວດກາວຽກນັ້ນ ແລະ ເຖິງແມ່ນວ່າພວກເຂົາຈະລົງໄປສະຖານທີ່ຈິງ, ພວກເຂົາກໍພຽງແຕ່ເຮັດພໍເປັນພິທີ. ພວກເຂົາຈະບໍ່ລົງມືເຮັດວຽກດ້ວຍຕົນເອງ ຫຼື ແກ້ໄຂບັນຫາດ້ວຍຕົນເອງເດັດຂາດ. ພວກເຂົາຄິດວ່າ “ບໍ່ຈຳເປັນທີ່ຂ້ອຍຕ້ອງທົນທຸກ ແລະ ຈ່າຍລາຄາເພື່ອເຮັດສິ່ງເຫຼົ່ານີ້. ມີຄົນເຮັດຢູ່ຫັ້ນກໍພໍແລ້ວ. ແນວໃດຂ້ອຍກໍບໍ່ໄດ້ເງິນຈັກກີບ, ສະນັ້ນ ເຮັດພໍຜ່ານໆ ໄປກໍໄດ້ແລ້ວ”. ພວກເຂົາຈະເຮັດວຽກໄດ້ດີບໍ ເມື່ອພວກເຂົາມີຊຸດຄວາມຄິດແບບນີ້? ພວກເຂົາມີແຜນອຸບາຍເລັກນ້ອຍໃນໃຈຂອງພວດເຂົາ ໂດຍຄິດວ່າ “ຂ້ອຍຈະເຮັດວຽກເທົ່າກັບອາຫານທີ່ຂ້ອຍໄດ້ກິນ ແລະ ຂ້ອຍຈະເຮັດແຕ່ລະມື້ໃຫ້ພໍແຕ່ແລ້ວມືແລ້ວຕີນ”. ແຕ່ພວກເຂົາບໍ່ເຄີຍເຮັດວຽກງານສະເພາະ ແລະ ບໍ່ເຄີຍເຫັນພວກເຂົາຢູ່ສະຖານທີ່ເຮັດວຽກ. ຄັນຊັ້ນ, ພວກເຂົາຢູ່ໃສ? ພວກເຂົາກຳລັງເພີດເພີນກັບຕົນເອງໃນສະຖານທີ່ທີ່ສວຍງາມ ແລະ ປອດໄພ ເຊິ່ງພວກເຂົາສາມາດກິນດີ, ດື່ມດີ ແລະ ນອນຫຼັບສະບາຍ, ພວກເຂົາດຳເນີນຊີວິດເໝືອນດັ່ງເຈົ້າຊາຍ ນັ້ນກໍຄື ອາບນໍ້າເປັນປົກກະຕິ, ນວດເປັນປົກກະຕິ ແລະ ປ່ຽນເຄື່ອງນຸ່ງເປັນປົກກະຕິ ແລະ ພວກເຂົາບໍ່ທົນທຸກກັບຄວາມລຳບາກໃດໆ ເລີຍ. ພວກເຂົາບໍ່ເຄີຍໄຕ່ຕອງວ່າ ພວກເຂົາສາມາດເຮັດວຽກງານຕົວຈິງຫຍັງແດ່, ບັນຫາຕົວຈິງຫຍັງແດ່ທີ່ພວກເຂົາສາມາດແກ້ໄຂໄດ້, ພວກເຂົາໄດ້ປະກອບສ່ວນຫຍັງແດ່ໃຫ້ກັບວຽກງານຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາມີຄຸນສົມບັດຫຍັງທີ່ຈະເພີດເພີນກັບສິ່ງດີໆ ທັງໝົດນີ້, ພວກເຂົາບໍ່ເຄີຍພິຈາລະນາສິ່ງໃດໆ ນີ້ເລີຍ. ຄົນພວກນີ້ແມ່ນໂຕຫຍັງກັນແທ້? ພວກໜ້າເວດທະນາເຫຼົ່ານີ້ບໍ່ມີການຮັບຮູ້ຕົວເອງ, ເປັນໂຕທີ່ບໍ່ຮູ້ຈັກອາຍ ແລະ ພວກເຂົາບໍ່ສົມຄວນທີ່ຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກໃນຄຣິສຕະຈັກ.
ຜູ້ນໍາປອມທຸກຄົນບໍ່ເຄີຍເຮັດວຽກງານຕົວຈິງ. ພວກເຂົາເຮັດຄືກັບວ່າບົດບາດຜູ້ນໍາຂອງພວກເຂົາແມ່ນຕຳແໜ່ງທາງການບາງຢ່າງ, ໂດຍເພີດເພີນກັບຜົນປະໂຫຍດຈາກສະຖານະ ແລະ ພວກເຂົາປະຕິບັດຕໍ່ໜ້າທີ່ທີ່ພວກເຂົາຄວນປະຕິບັດ ແລະ ວຽກງານທີ່ພວກເຂົາຄວນເຮັດໃນຖານະຜູ້ນໍາ ເໝືອນດັ່ງເປັນພາລະ, ເໝືອນດັ່ງເປັນສິ່ງລົບກວນ. ໃນຫົວໃຈຂອງພວກເຂົາ, ພວກເຂົາເຕັມໄປດ້ວຍການຕໍ່ຕ້ານວຽກງານຂອງຄຣິສຕະຈັກ: ເມື່ອພວກເຂົາຖືກຂໍໃຫ້ຊີ້ນໍາວຽກງານ ແລະ ຮຽນຮູ້ວ່າມີບັນຫາຫຍັງແດ່ພາຍໃນວຽກງານນັ້ນທີ່ຕ້ອງໄດ້ຮັບການຕິດຕາມ ແລະ ແກ້ໄຂ, ພວກເຂົາກໍເຕັມໄປດ້ວຍຄວາມບໍ່ເຕັມໃຈ. ນີ້ຄືວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ, ນີ້ຄືວຽກຂອງພວກເຂົາ. ຖ້າເຈົ້າບໍ່ເຮັດ ແລະ ເຈົ້າບໍ່ເຕັມໃຈທີ່ຈະເຮັດ, ແລ້ວເປັນຫຍັງເຈົ້າຍັງຢາກເປັນຜູ້ນໍາ ຫຼື ຜູ້ເຮັດວຽກ? ເຈົ້າປະຕິບັດໜ້າທີ່ຂອງເຈົ້າ ເພື່ອຄຳນຶງເຖິງເຈດຕະນາຂອງພຣະເຈົ້າ ຫຼື ເພື່ອເປັນເຈົ້າໜ້າທີ່ ແລະ ເພີດເພີນກັບຜົນປະໂຫຍດຈາກສະຖານະ? ຖ້າເຈົ້າພຽງແຕ່ກາຍມາເປັນຜູ້ນໍາພຽງ ເພື່ອໃຫ້ເຈົ້າໄດ້ຖືຕຳແໜ່ງທາງການບາງຢ່າງ, ມັນບໍ່ແມ່ນໜ້າດ້ານໄປໜ້ອຍໜຶ່ງບໍ? ຄົນປະເພດນີ້ມີລັກສະນະທີ່ຕໍ່າຊ້າທີ່ສຸດ, ບໍ່ມີກຽດສັກສີ ແລະ ບໍ່ມີຄວາມອາຍ. ຖ້າເຈົ້າປາດຖະໜາທີ່ຈະເພີດເພີນກັບຄວາມສະບາຍທາງເນື້ອໜັງ, ເຈົ້າຄວນຮີບກັບຄືນໄປສູ່ໂລກ ແລະ ຍາດຊີງ, ໃຊ້ກຳລັງເພື່ອເອົາມາ ແລະ ຍຶດເອົາຕາມຄວາມສາມາດຂອງເຈົ້າ ແລະ ຈະບໍ່ມີໃຜແຊກແຊງເລື່ອງນັ້ນ. ເຮືອນຂອງພຣະເຈົ້າແມ່ນສະຖານທີ່ສຳລັບຜູ້ຄົນທີ່ພຣະເຈົ້າເລືອກ ໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ນະມັດສະການພຣະອົງ; ມັນແມ່ນສະຖານທີ່ສຳລັບຜູ້ຄົນ ໃນການສະແຫວງຫາຄວາມຈິງ ແລະ ໄດ້ຮັບຄວາມລອດພົ້ນ. ມັນບໍ່ແມ່ນສະຖານທີ່ໃຫ້ໃຜກໍຕາມເພີດເພີນກັບຄວາມສະບາຍທາງເນື້ອໜັງ ແລະ ແຮງບໍ່ແມ່ນສະຖານທີ່ທີ່ອະນຸຍາດໃຫ້ຜູ້ຄົນດຳເນີນຊີວິດເໝືອນດັ່ງເຈົ້າຊາຍ. ຜູ້ນໍາປອມບໍ່ຮູ້ຈັກຄວາມອັບອາຍ, ພວກເຂົາດ້ານຊາຕໍ່ຄວາມອັບອາຍ ແລະ ພວກເຂົາບໍ່ມີເຫດຜົນ. ບໍ່ວ່າຈະມີວຽກງານທີ່ສະເພາະໃດໜຶ່ງຖືກມອບໝາຍໃຫ້ພວກເຂົາ, ພວກເຂົາບໍ່ໄດ້ຈິງຈັງກັບມັນ ແລະ ພວກເຂົາວາງມັນໄວ້ຫຼັງສຸດໃນຄວາມຄິດຂອງພວກເຂົາ; ເຖິງແມ່ນວ່າພວກເຂົາຕອບຮັບເປັນຢ່າງດີດ້ວຍຄຳເວົ້າ, ແຕ່ພວກເຂົາບໍ່ເຮັດຫຍັງທີ່ເປັນຈິງເລີຍ. ນີ້ບໍ່ແມ່ນການຜິດສິນທຳບໍ? ບໍ່ພຽງແຕ່ພວກເຂົາບໍ່ເຮັດວຽກງານຕົວຈິງເທົ່ານັ້ນ, ແຕ່ພວກເຂົາຍັງຕ້ອງການມີອຳນາດແຕ່ພຽງຜູ້ດຽວ,ເພື່ອມີອຳນາດເໜືອການເງິນ, ບຸກຄະລາກອນ ແລະ ເລື່ອງອື່ນໆ ທັງໝົດໄວ້ໃນມືຂອງພວກເຂົາເອງ ແລະ ໃຫ້ຜູ້ຄົນສົ່ງບົດລາຍງານໃຫ້ພວກເຂົາທຸກມື້. ທີ່ຈິງແລ້ວ ພວກເຂົາດຸໝັ່ນຫຼາຍ ເມື່ອເວົ້າເຖິງເລື່ອງເຫຼົ່ານີ້. ເມື່ອເຖິງເວລາທີ່ພວກເຂົາຕ້ອງເຮັດບົດລາຍງານກ່ຽວກັບວຽກງານສົ່ງໃຫ້ເບື້ອງເທິງ, ພວກເຂົາກໍເອົາຜົນຂອງວຽກງານທັງໝົດທີ່ອ້າຍເອື້ອຍນ້ອງເຮັດມາເປັນຂອງຕົນເອງ ເພື່ອໃຫ້ເບື້ອງເທິງເຂົ້າໃຈຜິດວ່າ ພວກເຂົາໄດ້ເຮັດວຽກງານທີ່ຍິ່ງໃຫຍ່, ທັງທີ່ຄວາມຈິງແລ້ວ ມັນລ້ວນແລ້ວແຕ່ຖືກເຮັດໂດຍຄົນອື່ນ. ມີຈັກຄົນທີ່ຖືກຮັບຜ່ານການເທດສະໜາພຣະກິດຕິຄຸນ, ຄົນໃດແດ່ທີ່ຖືກເລື່ອນຕຳແໜ່ງ ແລະ ກຳລັງຖືກບົ່ມເພາະ, ຄົນໃດແດ່ທີ່ຖືກປົດອອກຈາກຕຳແໜ່ງຂອງພວກເຂົາ, ຄົນໃດແດ່ທີ່ຖືກກຳຈັດອອກ ແລະ ອື່ນໆ ອີກ, ບໍ່ມີໜ້າວຽກສະເພາະໃດເລີຍໃນສິ່ງເຫຼົ່ານີ້ທີ່ຖືກເຮັດໂດຍພວກເຂົາ, ແຕ່ພວກເຂົາຍັງກ້າທີ່ຈະລາຍງານສິ່ງເຫຼົ່ານັ້ນ. ຄົນພວກນີ້ບໍ່ດ້ານຊາຕໍ່ຄວາມອາຍບໍ? ພວກເຂົາບໍ່ໄດ້ກຳລັງໃຊ້ການຫຼອກລວງບໍ? ຄົນດັ່ງກ່າວຊ່າງເຈົ້າເລ່ ແລະ ຂີ້ໂກງແທ້ໆ! ພວກເຂົາຄິດວ່າຕົນເອງສະຫຼາດ,ນີ້ແມ່ນກໍລະນີທີ່ພວກເຂົາຕົກເປັນເຫຍື່ອຂອງກົນອຸບາຍທີ່ສະຫຼາດຂອງພວກເຂົາເອງແທ້ໆ ແລະ ໃນທີ່ສຸດ ພວກເຂົາກໍເຮັດໃຫ້ຕົນເອງຖືກເປີດເຜີຍ ແລະ ຖືກກຳຈັດ. ບໍ່ວ່າບາງຄົນຈະເຮັດວຽກຫຍັງ ຫຼື ພວກເຂົາປະຕິບັດໜ້າທີ່ຫຍັງ, ພວກເຂົາກໍບໍ່ມີຄວາມສາມາດໃນສິ່ງນັ້ນ, ພວກເຂົາບໍ່ສາມາດແບກຫາບມັນໄດ້ ແລະ ພວກເຂົາບໍ່ສາມາດບັນລຸພັນທະ ຫຼື ຄວາມຮັບຜິດຊອບໃດໆ ທີ່ຄົນເຮົາຄວນເຮັດ. ພວກເຂົາບໍ່ແມ່ນຂີ້ເຫຍື້ອບໍ? ພວກເຂົາຍັງສົມຄວນທີ່ຈະຖືກເອີ້ນວ່າມະນຸດຢູ່ບໍ? ຍົກເວັ້ນຄົນໂງ່ຈ້າ, ຄົນທີ່ບໍ່ສົມປະກອບທາງຈິດ ແລະ ຄົນທີ່ທົນທຸກຈາກຄວາມບົກຜ່ອງທາງຮ່າງກາຍ, ຍັງມີໃຜທີ່ມີຊີວິດຢູ່ທີ່ບໍ່ຄວນປະຕິບັດໜ້າທີ່ຂອງຕົນ ແລະ ບັນລຸຄວາມຮັບຜິດຊອບຂອງພວກເຂົາບໍ? ແຕ່ຄົນປະເພດນີ້ມັກຈະມີເລ່ຫຼ່ຽມ ແລະ ຂີ້ຄ້ານຢູ່ສະເໝີ ແລະ ບໍ່ປາດຖະໜາທີ່ຈະບັນລຸຄວາມຮັບຜິດຊອບຂອງພວກເຂົາ; ຄວາມໝາຍໂດຍໄນກໍຄື ພວກເຂົາບໍ່ປາດຖະໜາທີ່ຈະເປັນມະນຸດທີ່ເໝາະສົມ. ພຣະເຈົ້າໄດ້ໃຫ້ໂອກາດພວກເຂົາໃນການເປັນມະນຸດ ແລະ ພຣະອົງໄດ້ມອບຄວາມສາມາດ ແລະ ຂອງຂວັນໃຫ້ພວກເຂົາ, ແຕ່ພວກເຂົາບໍ່ສາມາດໃຊ້ສິ່ງເຫຼົ່ານີ້ໃນການປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາບໍ່ເຮັດຫຍັງເລີຍ, ແຕ່ປາດຖະໜາທີ່ຈະເສບສຸກກັບຄວາມເພີດເພີນໃນທຸກໂອກາດ. ຄົນດັ່ງກ່າວເໝາະສົມທີ່ຈະຖືກເອີ້ນວ່າຄົນບໍ? ບໍ່ວ່າວຽກງານຫຍັງທີ່ຖືກມອບໝາຍໃຫ້ພວກເຂົາ,ບໍ່ວ່າມັນຈະສຳຄັນ ຫຼື ທຳມະດາ, ຍາກ ຫຼື ງ່າຍ,ພວກເຂົາກໍມັກຈະເຮັດພໍແລ້ວມືແລ້ວຕີນ ແລະ ມີເລ່ຫຼ່ຽມ ແລະ ຂີ້ຄ້ານຢູ່ສະເໝີ. ເມື່ອບັນຫາເກີດຂຶ້ນ, ພວກເຂົາກໍພະຍາຍາມໂຍນຄວາມຮັບຜິດຊອບໄປໃຫ້ຄົນອື່ນ, ໂດຍບໍ່ຮັບຜິດຊອບຫຍັງເລີຍ ແລະ ພວກເຂົາປາດຖະໜາທີ່ຈະດຳເນີນຊີວິດແບບກາຝາກຂອງພວກເຂົາຕໍ່ໄປ. ພວກເຂົາບໍ່ແມ່ນຂີ້ເຫຍື້ອທີ່ໄຮ້ປະໂຫຍດບໍ? ໃນສັງຄົມ, ມີໃຜແດ່ທີ່ບໍ່ຕ້ອງເພິ່ງພາຕົນເອງໃນການຫາລ້ຽງຊີວິດ? ເມື່ອຄົນເຮົາກາຍເປັນຜູ້ໃຫຍ່, ພວກເຂົາຕ້ອງຫາລ້ຽງຕົນເອງ. ພໍ່ແມ່ຂອງພວກເຂົາໄດ້ບັນລຸຄວາມຮັບຜິດຊອບຂອງພວກເຂົາແລ້ວ. ເຖິງແມ່ນວ່າພໍ່ແມ່ຂອງພວກເຂົາເຕັມໃຈທີ່ຈະລ້ຽງດູພວກເຂົາ, ພວກເຂົາກໍຄວນຈະຮູ້ສຶກບໍ່ສະບາຍໃຈກັບເລື່ອງນັ້ນ. ພວກເຂົາຄວນຈະສາມາດຮັບຮູ້ໄດ້ວ່າ ພໍ່ແມ່ຂອງພວກເຂົາໄດ້ສຳເລັດພາລະກິດໃນການລ້ຽງດູພວກເຂົາແລ້ວ ແລະ ພວກເຂົາເປັນຜູ້ໃຫຍ່ທີ່ມີຮ່າງກາຍແຂງແຮງ ແລະ ຄວນຈະສາມາດດຳເນີນຊີວິດຢ່າງເປັນອິດສະລະໄດ້. ນີ້ບໍ່ແມ່ນເຫດຜົນຂັ້ນຕໍ່າສຸດທີ່ຜູ້ໃຫຍ່ຄວນມີບໍ? ຖ້າຄົນໃດຄົນໜຶ່ງມີເຫດຜົນຢ່າງແທ້ຈິງ, ພວກເຂົາຈະບໍ່ສາມາດສືບຕໍ່ເກາະພໍ່ແມ່ກິນໄດ້ຢ່າງແນ່ນອນ; ພວກເຂົາຈະຢ້ານຄົນອື່ນຫົວຂວັນ, ຢ້ານເສຍໜ້າ. ດັ່ງນັ້ນ, ຄົນທີ່ຮັກຄວາມສະບາຍ ແລະ ກຽດຊັງວຽກງານມີເຫດຜົນບໍ? (ບໍ່.) ພວກເຂົາຕ້ອງການໄດ້ບາງຢ່າງມາລ້າໆ ຢູ່ສະເໝີ; ພວກເຂົາຕ້ອງການທີ່ຈະບໍ່ບັນລຸຄວາມຮັບຜິດຊອບໃດໆ ເລີຍ, ໂດຍປາດຖະໜາໃຫ້ເຂົ້າໜົມຕົກລົງມາຈາກທ້ອງຟ້າ ແລະ ຕົກເຂົ້າປາກຂອງພວກເຂົາ; ພວກເຂົາຕ້ອງການທີ່ຈະໄດ້ກິນອາຫານສາມຄາບຕໍ່ມື້ຢູ່ສະເໝີ, ຕ້ອງການໃຫ້ມີຄົນມາຮັບໃຊ້ພວກເຂົາ ແລະ ເພີດເພີນກັບອາຫານ ແລະ ເຄື່ອງດື່ມທີ່ດີ ໂດຍບໍ່ເຮັດວຽກແມ່ນແຕ່ໜ້ອຍດຽວ. ນີ້ບໍ່ແມ່ນຊຸດຄວາມຄິດຂອງກາຝາກບໍ? ແລະ ຄົນທີ່ເປັນກາຝາກມີຈິດສຳນຶກ ແລະ ເຫດຜົນບໍ? ພວກເຂົາມີຄວາມຊື່ສັດ ແລະ ກຽດສັກສີບໍ? ບໍ່ມີຢ່າງແນ່ນອນ. ພວກເຂົາລ້ວນແລ້ວແຕ່ເປັນພວກທີ່ບໍ່ມີຫຍັງດີ ແລະ ພຽງແຕ່ເກາະຄົນອື່ນກິນ, ເປັນສັດເດຍລະສານທີ່ບໍ່ມີຈິດສຳນຶກ ຫຼື ເຫດຜົນ. ບໍ່ມີໃຜໃນພວກເຂົາທີ່ເໝາະສົມຈະຢູ່ໃນເຮືອນຂອງພຣະເຈົ້າຕໍ່ໄປ.
ສົມມຸດວ່າຄຣິສຕະຈັກຈັດແຈງວຽກງານໃຫ້ເຈົ້າ ແລະ ເຈົ້າເວົ້າວ່າ “ບໍ່ວ່າວຽກງານນັ້ນຈະເປັນວຽກທີ່ເຮັດໃຫ້ຂ້ອຍໄດ້ໜ້າ ຫຼື ບໍ່, ໃນເມື່ອມັນຖືກມອບໝາຍໃຫ້ຂ້ອຍແລ້ວ, ຂ້ອຍກໍຈະເຮັດໃຫ້ດີ ແລະ ແບກຫາບຄວາມຮັບຜິດຊອບນີ້. ຖ້າຂ້ອຍຖືກຈັດແຈງໃຫ້ເຮັດໜ້າທີ່ເປັນເຈົ້າເຮືອນ, ຂ້ອຍກໍຈະທຸ່ມເທທຸກຢ່າງເພື່ອເຮັດໃຫ້ດີ; ຂ້ອຍຈະເບິ່ງແຍງອ້າຍເອື້ອຍນ້ອງເປັນຢ່າງດີ ແລະ ເຮັດສຸດຄວາມສາມາດເພື່ອຮັບປະກັນຄວາມປອດໄພຂອງທຸກຄົນ. ຖ້າຂ້ອຍຖືກຈັດແຈງໃຫ້ເທດສະໜາພຣະກິດຕິຄຸນ, ຂ້ອຍກໍຈະປະກອບຕົນເອງດ້ວຍຄວາມຈິງ ແລະ ເທດສະໜາພຣະກິດຕິຄຸນໃຫ້ດີດ້ວຍຄວາມຮັກ ແລະ ບັນລຸໜ້າທີ່ຂອງຂ້ອຍ. ຖ້າຂ້ອຍຖືກຈັດແຈງໃຫ້ຮຽນພາສາຕ່າງປະເທດ, ຂ້ອຍກໍຈະສຶກສາມັນຢ່າງສຸດຈິດສຸດໃຈ ແລະ ເຮັດວຽກນັ້ນໃຫ້ໜັກ ແລະ ພະຍາຍາມຊຳນານມັນໃຫ້ໄວເທົ່າທີ່ຈະໄວໄດ້, ພາຍໃນໜຶ່ງ ຫຼື ສອງປີ, ເພື່ອວ່າຂ້ອຍຈະສາມາດເປັນພະຍານກ່ຽວກັບພຣະເຈົ້າໃຫ້ແກ່ຊາວຕ່າງຊາດໄດ້. ຖ້າຂ້ອຍຖືກຂໍໃຫ້ຂຽນບົດຄວາມຄຳພະຍານ, ຂ້ອຍກໍຈະຝຶກຝົນຕົນເອງຢ່າງມີສະຕິ ເພື່ອເຮັດສິ່ງນັ້ນ, ເບິ່ງສິ່ງຕ່າງໆ ຕາມຫຼັກການຄວາມຈິງ ແລະ ຮຽນຮູ້ກ່ຽວກັບພາສາ. ເຖິງແມ່ນວ່າຂ້ອຍອາດຈະບໍ່ສາມາດຂຽນບົດຄວາມດ້ວຍສຳນວນທີ່ສວຍງາມ, ຢ່າງໜ້ອຍ ຂ້ອຍກໍຈະສາມາດສື່ສານຄຳພະຍານຈາກປະສົບການຂອງຂ້ອຍໄດ້ຢ່າງຊັດເຈນ, ໂອ້ລົມກ່ຽວກັບຄວາມຈິງໄດ້ຢ່າງເຂົ້າໃຈງ່າຍ ແລະ ເປັນພະຍານທີ່ແທ້ຈິງໃຫ້ແກ່ພຣະເຈົ້າ, ເພື່ອໃຫ້ຜູ້ຄົນໄດ້ຮັບການສັ່ງສອນ ແລະ ໄດ້ຮັບປະໂຫຍດຈາກການອ່ານບົດຄວາມຂອງຂ້ອຍ. ບໍ່ວ່າວຽກງານໃດທີ່ຄຣິສຕະຈັກມອບໝາຍໃຫ້ຂ້ອຍ, ຂ້ອຍກໍຈະຮັບເອົາມັນດ້ວຍສຸດຈິດສຸດໃຈ ແລະ ສຸດກຳລັງຂອງຂ້ອຍ. ຖ້າມີສິ່ງໃດທີ່ຂ້ອຍບໍ່ເຂົ້າໃຈ ຫຼື ເກີດບັນຫາຂຶ້ນ, ຂ້ອຍກໍຈະອະທິຖານຕໍ່ພຣະເຈົ້າ, ສະແຫວງຫາຄວາມຈິງ, ແກ້ໄຂບັນຫາຕາມຫຼັກການຄວາມຈິງ ແລະ ເຮັດວຽກງານໃຫ້ດີ. ບໍ່ວ່າໜ້າທີ່ຂອງຂ້ອຍແມ່ນຫຍັງ, ຂ້ອຍກໍຈະໃຊ້ທຸກຢ່າງທີ່ຂ້ອຍມີເພື່ອເຮັດໃຫ້ດີ ແລະ ເຮັດໃຫ້ພຣະເຈົ້າພໍໃຈ. ສຳລັບສິ່ງໃດກໍຕາມທີ່ຂ້ອຍສາມາດບັນລຸໄດ້, ຂ້ອຍຈະເຮັດສຸດຄວາມສາມາດ ເພື່ອແບກຫາບຄວາມຮັບຜິດຊອບທີ່ຂ້ອຍຄວນແບກຫາບ ແລະ ຢ່າງໜ້ອຍທີ່ສຸດ ຂ້ອຍຈະບໍ່ຂັດຕໍ່ຈິດສຳນຶກ ແລະ ເຫດຜົນຂອງຂ້ອຍ ຫຼື ເຮັດພໍແລ້ວມືແລ້ວຕີນ ຫຼື ມີເລ່ຫຼ່ຽມ ແລະ ຂີ້ຄ້ານ ຫຼື ເພີດເພີນກັບໝາກຜົນຈາກແຮງງານຄົນອື່ນ. ບໍ່ມີສິ່ງໃດທີ່ຂ້ອຍເຮັດຈະຕໍ່າກວ່າມາດຕະຖານຂອງຈິດສຳນຶກ”. ນີ້ຄືມາດຕະຖານຂັ້ນຕໍ່າສຸດສຳລັບການປະພຶດຕົນ ແລະ ຜູ້ທີ່ປະຕິບັດໜ້າທີ່ຂອງພວກເຂົາໃນລັກສະນະດັ່ງກ່າວ ອາດຈະມີຄຸນສົມບັດເປັນຄົນທີ່ມີຈິດສຳນຶກ ແລະ ເຫດຜົນ. ຢ່າງໜ້ອຍ ເຈົ້າຕ້ອງມີຈິດສຳນຶກທີ່ຊັດເຈນໃນການປະຕິບັດໜ້າທີ່ຂອງເຈົ້າ ແລະ ຢ່າງໜ້ອຍ ເຈົ້າຕ້ອງຄູ່ຄວນກັບອາຫານສາມຄາບຕໍ່ມື້ຂອງເຈົ້າ ແລະ ບໍ່ແມ່ນມາເພື່ອຂໍກິນລ້າໆ. ສິ່ງນີ້ເອີ້ນວ່າການມີຄວາມສຳນຶກຮັບຜິດຊອບ. ບໍ່ວ່າຄວາມສາມາດຂອງເຈົ້າຈະສູງ ຫຼື ຕໍ່າ ແລະ ບໍ່ວ່າເຈົ້າຈະເຂົ້າໃຈຄວາມຈິງ ຫຼື ບໍ່, ໃນກໍລະນີໃດກໍຕາມ ເຈົ້າຕ້ອງມີທັດສະນະຄະຕິນີ້: “ໃນເມື່ອວຽກງານນີ້ຖືກມອບໝາຍໃຫ້ຂ້ອຍເຮັດ, ຂ້ອຍຕ້ອງປະຕິບັດມັນຢ່າງຈິງຈັງ, ຂ້ອຍຕ້ອງໃສ່ໃຈມັນ ແລະ ຂ້ອຍຕ້ອງໃຊ້ສຸດຈິດສຸດໃຈ ແລະ ສຸດກຳລັງຂອງຂ້ອຍເພື່ອເຮັດໃຫ້ດີ. ສ່ວນວ່າຂ້ອຍຈະສາມາດເຮັດໄດ້ດີຢ່າງສົມບູນແບບ ຫຼື ບໍ່ນັ້ນ, ຂ້ອຍບໍ່ສາມາດຮັບປະກັນໄດ້, ແຕ່ທັດສະນະຄະຕິຂອງຂ້ອຍກໍຄື ຂ້ອຍຈະເຮັດສຸດຄວາມສາມາດເພື່ອປະຕິບັດມັນໃຫ້ດີ ແລະ ຂ້ອຍຈະບໍ່ເຮັດພໍແລ້ວມືແລ້ວຕີນກັບມັນຢ່າງແນ່ນອນ. ຖ້າມີບັນຫາເກີດຂຶ້ນໃນວຽກງານ, ຂ້ອຍຄວນຮັບຜິດຊອບໃນຕອນນັ້ນ ແລະ ໃຫ້ໝັ້ນໃຈວ່າຂ້ອຍໄດ້ຖອດຖອນບົດຮຽນຈາກມັນ ແລະ ປະຕິບັດໜ້າທີ່ຂອງຂ້ອຍໃຫ້ດີ”. ນີ້ຄືທັດສະນະຄະຕິທີ່ຖືກຕ້ອງ. ພວກເຈົ້າມີທັດສະນະຄະຕິແບບນີ້ບໍ? ບາງຄົນເວົ້າວ່າ “ຂ້ອຍບໍ່ຈຳເປັນຕ້ອງເຮັດວຽກທີ່ໄດ້ຮັບມອບໝາຍໃຫ້ດີສະເໝີໄປ. ຂ້ອຍຈະເຮັດເທົ່າທີ່ຂ້ອຍເຮັດໄດ້ ແລະ ຜົນສຸດທ້າຍຈະເປັນແນວໃດກໍຊ່າງມັນ. ຂ້ອຍບໍ່ຈຳເປັນຕ້ອງເຮັດໃຫ້ຕົນເອງເມື່ອຍຫຼາຍ ຫຼື ກະວົນກະວາຍ ຖ້າຂ້ອຍເຮັດຜິດ ແລະ ຂ້ອຍບໍ່ຈຳເປັນຕ້ອງແບກຮັບຄວາມກົດດັນຫຼາຍຂະໜາດນັ້ນ. ມີປະໂຫຍດຫຍັງທີ່ຈະເຮັດໃຫ້ຕົນເອງເມື່ອຍຂະໜາດນັ້ນ? ໃນທີ່ສຸດແລ້ວ, ຂ້ອຍກໍເຮັດວຽກຢູ່ຕະຫຼອດ ແລະ ຂ້ອຍກໍບໍ່ໄດ້ກິນເຂົ້າລ້າໆ”. ທັດສະນະຄະຕິແບບນີ້ຕໍ່ໜ້າທີ່ຂອງຄົນເຮົາແມ່ນບໍ່ມີຄວາມຮັບຜິດຊອບ. “ຖ້າຂ້ອຍຮູ້ສຶກວ່າມັກເຮັດວຽກ, ຂ້ອຍກໍຈະເຮັດວຽກເລັກນ້ອຍ. ຂ້ອຍຈະເຮັດເທົ່າທີ່ຂ້ອຍເຮັດໄດ້ ແລະ ຜົນສຸດທ້າຍຈະເປັນແນວໃດກໍຊ່າງມັນ. ບໍ່ຈຳເປັນຕ້ອງຈິງຈັງກັບມັນຂະໜາດນັ້ນ”. ຄົນດັ່ງກ່າວບໍ່ມີທັດສະນະຄະຕິທີ່ຮັບຜິດຊອບຕໍ່ໜ້າທີ່ຂອງພວກເຂົາ ແລະ ພວກເຂົາຂາດຄວາມສຳນຶກຮັບຜິດຊອບ. ພວກເຈົ້າເປັນຄົນປະເພດໃດ? ຖ້າພວກເຈົ້າເປັນຄົນປະເພດທຳອິດ, ແລ້ວພວກເຈົ້າກໍເປັນຄົນທີ່ມີເຫດຜົນ ແລະ ຄວາມເປັນມະນຸດ. ຖ້າພວກເຈົ້າເປັນຄົນປະເພດທີສອງ, ແລ້ວພວກເຈົ້າກໍບໍ່ຕ່າງຫຍັງກັບຜູ້ນໍາປອມປະເພດທີ່ເຮົາຫາກໍໄຈ້ແຍກໄປນັ້ນ. ພວກເຈົ້າພຽງແຕ່ຢູ່ໄປວັນໆ. “ຂ້ອຍຈະຫຼີກລ່ຽງຄວາມເມື່ອຍລ້າ ແລະ ຄວາມທຸກລຳບາກ ແລະ ພຽງແຕ່ເຮັດໃຫ້ຕົນເອງມີຄວາມສຸກຫຼາຍຂຶ້ນ. ເຖິງແມ່ນວ່າມື້ໜຶ່ງຂ້ອຍຈະຖືກປົດອອກຈາກຕຳແໜ່ງ, ຂ້ອຍກໍຈະບໍ່ເສຍຫຍັງ. ຢ່າງໜ້ອຍ ຂ້ອຍກໍຈະໄດ້ເພີດເພີນກັບຜົນປະໂຫຍດຈາກສະຖານະເປັນເວລາສອງສາມມື້, ມັນຈະບໍ່ແມ່ນການສູນເສຍສຳລັບຂ້ອຍ. ຖ້າຂ້ອຍຖືກເລືອກເປັນຜູ້ນໍາ, ນັ້ນຄືວິທີທີ່ຂ້ອຍຈະປະຕິບັດ”. ພວກເຈົ້າຄິດແນວໃດກ່ຽວກັບຊຸດຄວາມຄິດຂອງຄົນປະເພດນີ້? ຄົນດັ່ງກ່າວເປັນຜູ້ບໍ່ເຊື່ອ ທີ່ບໍ່ສະແຫວງຫາຄວາມຈິງແມ່ນແຕ່ໜ້ອຍດຽວ. ຖ້າເຈົ້າມີຄວາມສຳນຶກຮັບຜິດຊອບຢ່າງແທ້ຈິງ, ແລ້ວມັນກໍສະແດງໃຫ້ເຫັນວ່າເຈົ້າມີຈິດສຳນຶກ ແລະ ເຫດຜົນ. ບໍ່ວ່າວຽກງານຈະໃຫຍ່ ຫຼື ນ້ອຍ, ບໍ່ວ່າໃຜມອບໝາຍວຽກງານນັ້ນໃຫ້ເຈົ້າ, ບໍ່ວ່າເຮືອນຂອງພຣະເຈົ້າຝາກຝັງມັນໃຫ້ເຈົ້າ ຫຼື ຜູ້ນໍາ ຫຼື ຜູ້ເຮັດວຽກໃນຄຣິສຕະຈັກມອບໝາຍມັນໃຫ້ເຈົ້າ, ທັດສະນະຄະຕິຂອງເຈົ້າຄວນຈະເປັນດັ່ງນີ້: “ໃນເມື່ອໜ້າທີ່ນີ້ຖືກມອບໝາຍໃຫ້ຂ້ອຍແລ້ວ, ມັນກໍຄືການຍົກຍ້ອງ ແລະ ພຣະຄຸນຂອງພຣະເຈົ້າ. ຂ້ອຍຄວນເຮັດໃຫ້ດີຕາມຫຼັກການຄວາມຈິງ. ເຖິງແມ່ນວ່າຈະມີຄວາມສາມາດທຳມະດາ, ຂ້ອຍກໍເຕັມໃຈທີ່ຈະແບກຮັບຄວາມຮັບຜິດຊອບນີ້ ແລະ ທຸ່ມເທທຸກຢ່າງທີ່ຂ້ອຍມີເພື່ອເຮັດໃຫ້ດີ. ຖ້າຂ້ອຍເຮັດໄດ້ບໍ່ດີ, ຂ້ອຍກໍຄວນຮັບຜິດຊອບຕໍ່ສິ່ງນັ້ນ ແລະ ຖ້າຂ້ອຍເຮັດໄດ້ດີ, ນີ້ກໍບໍ່ແມ່ນຄວາມດີຄວາມຊອບຂອງຂ້ອຍ. ນີ້ຄືສິ່ງທີ່ຂ້ອຍຄວນເຮັດ”. ເປັນຫຍັງເຮົາຈຶ່ງເວົ້າວ່າວິທີທີ່ຄົນເຮົາປະຕິບັດຕໍ່ໜ້າທີ່ຂອງຕົນເປັນເລື່ອງຂອງຫຼັກການ? ຖ້າເຈົ້າມີຄວາມສຳນຶກຮັບຜິດຊອບຢ່າງແທ້ຈິງ ແລະ ເປັນຄົນທີ່ມີຄວາມຮັບຜິດຊອບ, ແລ້ວເຈົ້າກໍຈະສາມາດແບກຫາບວຽກງານຂອງຄຣິສຕະຈັກ ແລະ ບັນລຸໜ້າທີ່ທີ່ເຈົ້າຄວນເຮັດ. ຖ້າເຈົ້າຖືເບົາໃນໜ້າທີ່ຂອງເຈົ້າ, ແລ້ວມຸມມອງຂອງເຈົ້າກ່ຽວກັບຄວາມເຊື່ອໃນພຣະເຈົ້າກໍບໍ່ຖືກຕ້ອງ ແລະ ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ໜ້າທີ່ຂອງເຈົ້າກໍມີບັນຫາ. ມຸມມອງຂອງເຈົ້າກ່ຽວກັບການປະຕິບັດໜ້າທີ່ຂອງເຈົ້າຄືການເຮັດພໍແລ້ວມືແລ້ວຕີນ ແລະ ພຽງແຕ່ເຮັດໃຫ້ມັນຜ່ານໆ ໄປ ແລະ ບໍ່ວ່າມັນຈະເປັນສິ່ງທີ່ເຈົ້າເຕັມໃຈເຮັດ ຫຼື ບໍ່, ເປັນສິ່ງທີ່ເຈົ້າເກັ່ງ ຫຼື ບໍ່, ເຈົ້າກໍເຂົ້າຫາມັນດ້ວຍທັດສະນະຄະຕິທີ່ເຮັດໃຫ້ມັນຜ່ານໆ ໄປຢູ່ສະເໝີ, ດັ່ງນັ້ນ ເຈົ້າຈຶ່ງບໍ່ເໝາະສົມທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ເຈົ້າບໍ່ສົມຄວນທີ່ຈະເຮັດວຽກງານຄຣິສຕະຈັກ. ຍິ່ງໄປກວ່ານັ້ນ, ເວົ້າແບບບໍ່ເກງໃຈເລີຍກໍຄື ຄົນແບບເຈົ້າເປັນພວກບໍ່ມີຫຍັງດີເລີຍ, ຖືກກຳນົດໃຫ້ບໍ່ປະສົບຜົນສຳເລັດຫຍັງເລີຍ ແລະ ເປັນພຽງຄົນໄຮ້ປະໂຫຍດ. ຄົນປະເພດໃດທີ່ເປັນຄົນໄຮ້ປະໂຫຍດ? ຄົນໂງ່, ຄົນທີ່ຢູ່ໄປວັນໆ. ຄົນປະເພດນີ້ບໍ່ຮັບຜິດຊອບໃນສິ່ງໃດເລີຍທີ່ພວກເຂົາເຮັດ ແລະ ພວກເຂົາກໍບໍ່ໄດ້ຈິງຈັງກັບມັນ; ພວກເຂົາເຮັດໃຫ້ທຸກຢ່າງວຸ້ນວາຍໄປໝົດ. ພວກເຂົາບໍ່ສົນໃຈຄຳເວົ້າຂອງເຈົ້າ ບໍ່ວ່າເຈົ້າຈະໂອ້ລົມແນວໃດກໍຕາມກ່ຽວກັບຄວາມຈິງ. ພວກເຂົາຄິດວ່າ “ຂ້ອຍຈະເຮັດໃຫ້ມັນຜ່ານໆ ໄປແບບນີ້ ຖ້າຂ້ອຍຢາກເຮັດ. ຢາກເວົ້າຫຍັງກໍເວົ້າໄປ! ແນວໃດກໍຕາມ, ຕອນນີ້ຂ້ອຍກຳລັງປະຕິບັດໜ້າທີ່ຂອງຂ້ອຍ ແລະ ຂ້ອຍກໍມີອາຫານກິນ, ນັ້ນກໍດີພໍແລ້ວ. ຢ່າງໜ້ອຍ ຂ້ອຍກໍບໍ່ຕ້ອງເປັນຂໍທານ. ຖ້າມື້ໜຶ່ງຂ້ອຍບໍ່ມີຫຍັງກິນ, ຂ້ອຍຄ່ອຍຄິດກ່ຽວກັບມັນໃນຕອນນັ້ນ. ສະຫວັນຍ່ອມມີທາງອອກໃຫ້ມະນຸດສະເໝີ. ເຈົ້າເວົ້າວ່າຂ້ອຍບໍ່ມີຈິດສຳນຶກ ຫຼື ເຫດຜົນ ແລະ ຂ້ອຍເປັນຄົນໂງ່, ແລ້ວມັນຊິເປັນຫຍັງ? ຂ້ອຍບໍ່ໄດ້ເຮັດຜິດກົດໝາຍ. ຢ່າງຫຼາຍສຸດ, ຂ້ອຍກໍພຽງແຕ່ຂາດລັກສະນະທີ່ດີເລັກນ້ອຍ, ແຕ່ນັ້ນກໍບໍ່ແມ່ນການສູນເສຍສຳລັບຂ້ອຍ. ຕາບໃດທີ່ຂ້ອຍມີອາຫານກິນ, ມັນກໍບໍ່ເປັນຫຍັງ”. ພວກເຈົ້າຄິດແນວໃດກ່ຽວກັບທັດສະນະນີ້? ເຮົາບອກເຈົ້າເລີຍວ່າ ຄົນໂງ່ແບບນີ້ທີ່ຢູ່ໄປວັນໆ ລ້ວນແລ້ວແຕ່ຖືກກຳນົດໃຫ້ຖືກກຳຈັດ ແລະ ບໍ່ມີທາງທີ່ພວກເຂົາຈະສາມາດບັນລຸຄວາມລອດພົ້ນໄດ້. ທຸກຄົນທີ່ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ ແຕ່ບໍ່ເຄີຍຍອມຮັບຄວາມຈິງໃດໆ ແລະ ບໍ່ມີຄຳພະຍານຈາກປະສົບການ ຈະຖືກກຳຈັດ. ບໍ່ມີໃຜຈະຢູ່ລອດໄດ້. ພວກຂີ້ເຫຍື້ອ ແລະ ຄົນທີ່ບໍ່ມີຫຍັງດີລ້ວນແລ້ວແຕ່ເປັນພວກເກາະຄົນອື່ນກິນ ແລະ ພວກເຂົາຖືກກຳນົດໃຫ້ຖືກກຳຈັດ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກເປັນພຽງເກາະຄົນອື່ນກິນ, ພວກເຂົາຍິ່ງຕ້ອງຖືກປົດອອກຈາກຕຳແໜ່ງ ແລະ ຖືກກຳຈັດ. ຄົນໂງ່ແບບນີ້ຍັງຢາກເປັນຜູ້ນໍາ ແລະ ຜູ້ເຮັດວຽກ; ພວກເຂົາບໍ່ມີຄ່າພໍ! ພວກເຂົາບໍ່ເຮັດວຽກງານຕົວຈິງໃດໆ, ແຕ່ພວກເຂົາຢາກເປັນຜູ້ນໍາ. ພວກເຂົາບໍ່ຮູ້ຈັກອາຍແທ້ໆ!
ຫຼັງຈາກທີ່ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນຖືກປົດອອກຈາກຕຳແໜ່ງຂອງພວກເຂົາ, ພວກເຂົາເວົ້າວ່າ “ມັນດີຫຼາຍທີ່ບໍ່ຕ້ອງເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ຂ້ອຍບໍ່ຈຳເປັນຕ້ອງກັງວົນຫຼາຍ ຫຼື ເຮັດໃຫ້ຕົນເອງລຳບາກຂະໜາດນັ້ນ. ມັນວິເສດຫຼາຍທີ່ໄດ້ເປັນອ້າຍເອື້ອຍນ້ອງທຳມະດາ. ເປັນຫຍັງຂ້ອຍຕ້ອງຫາເລື່ອງໃສ່ຕົວເອງນໍາ? ຂ້ອຍບໍ່ໄດ້ມີຄວາມສາມາດພຽງ ເພື່ອຈະເຮັດໃຫ້ຕົນເອງເມື່ອຍລ້າ”. ມີຄົນອື່ນເວົ້າກັບພວກເຂົາວ່າ “ຕອນນີ້ເຈົ້າບໍ່ໄດ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກແລ້ວ ເຈົ້າຊິເຮັດຫຍັງ?” ພວກເຂົາຕອບວ່າ “ຂ້ອຍເຮັດຫຍັງກໍໄດ້, ຂໍພຽງແຕ່ມັນບໍ່ເມື່ອຍເກີນໄປ ແລະ ບໍ່ຕ້ອງອອກແຮງຫຼາຍ ນັ້ນກໍຄື ວຽກທີ່ກ່ຽວຂ້ອງກັບການຍ່າງໄປມາ ແລະ ເບິ່ງໄປທົ່ວ ຫຼື ນັ່ງລົມກັນ ຫຼື ເບິ່ງຄອມພິວເຕີ ແລະ ບໍ່ຕ້ອງເຮັດວຽກຫຼາຍຊົ່ວໂມງ ຫຼື ຮັບທົນທຸກທາງຮ່າງກາຍກໍຖືວ່າດີແລ້ວ”. ນີ້ແມ່ນຄຳເວົ້າແບບໃດ? ຖ້າພວກເຈົ້າຄົ້ນພົບວ່າຜູ້ນໍາ ຫຼື ຜູ້ເຮັດວຽກທີ່ພວກເຈົ້າເລືອກມາເປັນໂຕແບບນີ້, ພວກເຈົ້າຈະຮູ້ສຶກແນວໃດໃນໃຈຂອງເຈົ້າ? ພວກເຈົ້າຈະບໍ່ຮູ້ສຶກເສຍໃຈຫຼາຍບໍ? (ແມ່ນ.) ດັ່ງນັ້ນ, ພວກເຈົ້າຈະມີຄວາມຄິດເຫັນແນວໃດກ່ຽວກັບເລື່ອງນີ້? ເຈົ້າຈະເວົ້າວ່າ “ຕອນທຳອິດ, ຂ້ອຍເຫັນວ່າເຈົ້າມີຄວາມສາມາດເລັກນ້ອຍ ແລະ ຂ້ອຍຢາກເລື່ອນຕຳແໜ່ງ ແລະ ບົ່ມເພາະເຈົ້າ ແລະ ໃຫ້ໂອກາດເຈົ້າ, ເພື່ອເຈົ້າຈະໄດ້ເຂົ້າໃຈຄວາມຈິງຫຼາຍຂຶ້ນອີກ. ຂ້ອຍບໍ່ເຄີຍຄິດເລີຍວ່າເຈົ້າບໍ່ແມ່ນຄົນເລີຍ. ຂ້ອຍເສຍໃຈທີ່ຕອນນັ້ນຂ້ອຍເບິ່ງເຈົ້າເປັນຄົນ. ຂ້ານ້ອຍບໍ່ເຄີຍຄິດເລີຍວ່າເຈົ້າຈະບໍ່ແມ່ນຄົນ. ເຈົ້າແຮງຕ້ອຍຕໍ່າກວ່າໝູ ຫຼື ໝາດ້ວຍຊໍ້າ, ເຈົ້າເປັນຂີ້ເຫຍື້ອ. ເຈົ້າບໍ່ສົມຄວນທີ່ຈະສວມໃສ່ໜັງມະນຸດນີ້ ແລະ ເຈົ້າບໍ່ສົມຄວນທີ່ຈະເປັນຄົນ!” ຄຳເວົ້າເຫຼົ່ານີ້ຟັງເບິ່ງບໍ່ມ່ວນຫູແມ່ນບໍ? (ບໍ່.) ພວກມັນຟັງເບິ່ງບໍ່ມ່ວນຫູສຳລັບພວກເຈົ້າ, ແຕ່ພວກມັນຟັງເບິ່ງບໍ່ມ່ວນຫູຫຼາຍສຳລັບຂີ້ເຫຍື້ອແບບນີ້ແມ່ນບໍ? (ແມ່ນ.) ພວກຂີ້ເຫຍື້ອແບບນີ້ມີຫົວໃຈບໍ? (ບໍ່.) ດັ່ງນັ້ນ ພວກເຂົາສາມາດບອກໄດ້ບໍວ່າ ຄົນອື່ນກຳລັງເວົ້າສິ່ງດີ ຫຼື ບໍ່ດີກ່ຽວກັບພວກເຂົາ? ເມື່ອຄົນທີ່ບໍ່ມີຫົວໃຈພົບພໍ້ກັບເລື່ອງໃດກໍຕາມ, ພວກເຂົາຈະບໍ່ປ່ຽນແປງທັດສະນະຄະຕິຂອງການຢູ່ໄປວັນໆ ຂອງພວກເຂົາ. ພວກເຂົາຄິດວ່າມັນບໍ່ເປັນຫຍັງ ຕາບໃດທີ່ພວກເຂົາເອງໄດ້ຮັບຜົນປະໂຫຍດ ແລະ ກຳໄລ ແລະ ຮູ້ສຶກສະບາຍ. ດັ່ງນັ້ນ ບໍ່ວ່າໃຜຈະເວົ້າຫຍັງກໍຕາມ, ພວກເຂົາບໍ່ສົນໃຈ. ຄຳເວົ້າທີ່ພວກເຂົາມັກເວົ້າກໍຄື: “ບໍ່ວ່າເຈົ້າຈະເວົ້າຫຍັງ, ບໍ່ວ່າເຈົ້າຈະເບິ່ງຂ້ອຍ ຫຼື ປະເມີນຂ້ອຍແນວໃດ ຫຼື ເຈົ້າຈະຈັດປະເພດ ຫຼື ຈັດການຂ້ອຍແນວໃດ, ຂ້ອຍບໍ່ສົນ!” ຄົນພວກນີ້ບໍ່ແມ່ນພຽງຂີ້ເຫຍື້ອບໍ? ບໍ່ວ່າເຈົ້າຈະເວົ້າຫຍັງ, ພວກເຂົາບໍ່ມີຄວາມຮູ້ສຶກໃດໆ ແລະ ພວກເຂົາບໍ່ເກັບໄປໃສ່ໃຈ. ເປັນຫຍັງພວກເຂົາຈຶ່ງບໍ່ເກັບໄປໃສ່ໃຈ? ພວກເຂົາເປັນພຽງພວກຂີ້ຄ້ານ ແລະ ພວກເຂົາບໍ່ມີຫົວໃຈ. ຄົນທີ່ບໍ່ມີຫົວໃຈບໍ່ມີກຽດສັກສີ ຫຼື ຄວາມຊື່ສັດ, ພວກເຂົາບໍ່ສົນໃຈສິ່ງໃດເລີຍທີ່ເຈົ້າເວົ້າ ແລະ ບໍ່ວ່າເຈົ້າຈະເວົ້າກັບພວກເຂົາຢ່າງເຂັ້ມງວດສໍ່າໃດກໍຕາມ, ພວກເຂົາຈະບໍ່ຮູ້ສຶກເຈັບປວດໃນໃຈ. ມີພຽງຜູ້ທີ່ມີກຽດສັກສີ, ຄວາມຊື່ສັດ ແລະ ເຫດຜົນເທົ່ານັ້ນທີ່ຈະເຈັບປວດ ແລະ ຮູ້ສຶກວ່າຫົວໃຈຂອງພວກເຂົາຖືກແທງ ເມື່ອພວກເຂົາໄດ້ຍິນຄຳເວົ້າດັ່ງກ່າວ. ພວກເຂົາຈະເວົ້າວ່າ “ນັ້ນເປັນວິທີການປະພຶດຕົນທີ່ຕໍ່າຊ້າ, ມັນເຮັດໃຫ້ຄົນດູຖູກຂ້ອຍ ແລະ ຂ້ອຍໄດ້ສູນເສຍກຽດສັກສີຂອງຂ້ອຍ, ດັ່ງນັ້ນ ຂ້ອຍຈະບໍ່ປະພຶດແບບນັ້ນອີກຕໍ່ໄປ. ຂ້ອຍຕ້ອງການກູ້ກຽດສັກສີຂອງຂ້ອຍຄືນມາ ແລະ ບໍ່ເຮັດໃຫ້ຄົນດູຖູກຂ້ອຍ. ຂ້ອຍຈະພະຍາຍາມກູ້ສັກສີຂອງຂ້ອຍຄືນມາ ແລະ ຂ້ອຍຈະເຮັດທຸກຢ່າງເພື່ອດຳເນີນຊີວິດຢ່າງມີກຽດສັກສີ ແລະ ເຮັດໃຫ້ພຣະເຈົ້າພໍໃຈ”. ພວກເຂົາມີຄວາມຮູ້ສຶກ ເມື່ອເວົ້າເຖິງຄຳເວົ້າທີ່ທຳຮ້າຍກຽດສັກສີຂອງພວກເຂົາ ແລະ ແທງໃຈດຳພວກເຂົາ, ແທງຖືກຈຸດອ່ອນຂອງພວກເຂົາ,ຄົນເຫຼົ່ານີ້ຄືຄົນທີ່ມີຫົວໃຈ. ເມື່ອຄົນທີ່ມີຄວາມຮູ້ສຶກ ແລະ ມີກຽດສັກສີໄດ້ຍິນຄຳເວົ້າທີ່ຖືກຕ້ອງ ແລະ ເຫັນສິ່ງທີ່ເປັນບວກ ແລະ ແຍກແຍະລະຫວ່າງສິ່ງທີ່ຖືກ ແລະ ສິ່ງທີ່ຜິດ, ພວກເຂົາມີຄວາມຕັ້ງໃຈທີ່ຈະປ່ຽນແປງ ຍ້ອນວ່າພວກເຂົາມີກຽດສັກສີ ແລະ ພວກເຂົາບໍ່ຕ້ອງການໃຫ້ຄົນອື່ນດູຖູກພວກເຂົາ. ພວກຂີ້ຄ້ານ ແລະ ຄົນໄຮ້ປະໂຫຍດເຫຼົ່ານັ້ນບໍ່ມີກຽດສັກສີ ແລະ ດັ່ງນັ້ນ ບໍ່ວ່າເຈົ້າຈະເວົ້າຫຍັງກັບພວກເຂົາ, ບໍ່ວ່າຄຳເວົ້າຂອງເຈົ້າຈະຖືກຕ້ອງ ຫຼື ແມ່ນຍໍາ ຫຼື ສອດຄ່ອງກັບຄວາມຈິງສໍ່າໃດກໍຕາມ ຫຼື ຄຳເວົ້າຂອງເຈົ້າເປັນສິ່ງທີ່ເປັນບວກຫຼາຍສໍ່າໃດກໍຕາມ, ມັນກໍບໍ່ມີຜົນຫຍັງຕໍ່ຄົນເຫຼົ່ານີ້ ແລະ ຈະບໍ່ເຮັດໃຫ້ພວກເຂົາຫວັ່ນໄຫວແມ່ນແຕ່ໜ້ອຍດຽວ. ຄົນທີ່ບໍ່ມີກຽດສັກສີບໍ່ມີຄວາມຮູ້ສຶກຫຍັງເລີຍຕໍ່ສິ່ງທີ່ເປັນບວກ, ຄຳຕັດສິນ ຫຼື ການເປີດໂປງໃດໆ ແລະ ພວກເຂົາກໍບໍ່ມີທັດສະນະຄະຕິທີ່ຖືກຕ້ອງວ່າຈະເລືອກເສັ້ນທາງຊີວິດແບບໃດ. ນັ້ນຄືເຫດຜົນທີ່ວ່າ ບໍ່ວ່າເຈົ້າຈະເວົ້າຫຍັງກັບພວກເຂົາ, ບໍ່ວ່າເຈົ້າຈະເປີດໂປງ ຫຼື ຈັດລັກສະນະພວກເຂົາແນວໃດກໍຕາມ, ພວກເຂົາກໍປະຕິເສດທີ່ຈະຍອມຮັບຢ່າງເດັດຂາດ ແລະ ພວກເຂົາບໍ່ສົນໃຈ. ດັ່ງນັ້ນ, ມີປະໂຫຍດຫຍັງທີ່ຈະເທດສະໜາຄວາມຈິງ ແລະ ໃຫ້ຄຳສັ່ງສອນແກ່ຄົນດັ່ງກ່າວ? ມີປະໂຫຍດຫຍັງທີ່ຈະລິຮານພວກເຂົາ? ມີປະໂຫຍດຫຍັງທີ່ຈະພິພາກສາ ແລະ ລົງໂທດພວກເຂົາ? ບໍ່ມີ! ຄົນດັ່ງກ່າວເປັນພຽງຄົນໄຮ້ປະໂຫຍດ. ພວກເຂົາຢູ່ໄປວັນໆ ແລະ ພວກເຂົາຈັດຢູ່ໃນປະເພດຂອງສັດເດຍລະສານ, ເວົ້າໃຫ້ຊັດເຈນກໍຄື ພວກເຂົາບໍ່ແມ່ນຄົນ. ພວກເຂົາບໍ່ສົມຄວນທີ່ຈະໄດ້ຍິນພຣະທຳຂອງພຣະເຈົ້າ. ຖ້າພວກທີ່ບໍ່ມີຫຍັງດີ, ພວກກາຝາກເຫຼົ່ານີ້ ກາຍມາເປັນຜູ້ນໍາຄຣິສຕະຈັກ, ພວກເຂົາຈະສາມາດຄົ້ນພົບບັນຫາທີ່ມີຢູ່ໃນຄຣິສຕະຈັກໄດ້ບໍ? ພວກເຂົາສາມາດແກ້ໄຂບັນຫາໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ຖ້າຜູ້ຄົນທີ່ພຣະເຈົ້າເລືອກນັ້ນຍົກບັນຫາຂຶ້ນມາ, ພວກເຂົາສາມາດແກ້ໄຂມັນໄດ້ບໍ? ພວກເຂົາກໍແກ້ໄຂມັນບໍ່ໄດ້ເຊັ່ນກັນ. ພວກເຂົາບໍ່ສາມາດແກ້ໄຂບັນຫາໃດໆ ເລີຍ, ແລ້ວພວກເຂົາຈະເຮັດວຽກງານຜູ້ນໍາໄດ້ແນວໃດ? ນັ້ນເປັນເລື່ອງທີ່ຄິດບໍ່ອອກເລີຍ! ໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກ, ຢ່າງໜ້ອຍທີ່ສຸດ ຜູ້ຄົນຕ້ອງສາມາດແກ້ໄຂບັນຫາທີ່ມີຢູ່ໃນວຽກງານຄຣິສຕະຈັກ ແລະ ບັນຫາທີ່ມີຢູ່ໃນທາງເຂົ້າຊີວິດຂອງຜູ້ທີ່ຖືກເລືອກຂອງພຣະເຈົ້າ. ຖ້າພວກເຂົາຝຶກຝົນມາໄລຍະໜຶ່ງ ແລະ ມີປະສົບການບາງຢ່າງ ແລະ ພວກເຂົາຍັງສາມາດໂອ້ລົມກ່ຽວກັບຄວາມຈິງບາງຢ່າງ ແລະ ເວົ້າກ່ຽວກັບຄຳພະຍານຈາກປະສົບການບາງຢ່າງ, ແລ້ວພວກເຂົາກໍຈະຄ່ອຍໆ ມີຄວາມສາມາດໃນວຽກງານຜູ້ນໍາ. ຖ້າພວກເຂົາບໍ່ສາມາດຄົ້ນພົບ ຫຼື ແກ້ໄຂບັນຫາໃດໆ, ແລ້ວກໍບໍ່ມີທາງທີ່ພວກເຂົາຈະເຮັດວຽກງານຜູ້ນໍາໄດ້; ແລ້ວພວກເຂົາກໍເປັນຜູ້ນໍາປອມ ແລະ ພວກເຂົາຄວນຖືກປົດອອກຈາກຕຳແໜ່ງ ແລະ ຄວນມີການເລືອກຕັ້ງຜູ້ນໍາໃໝ່.
ຄົນທີ່ຮັບໃຊ້ເປັນຜູ້ນໍາ ຢ່າງໜ້ອຍຕ້ອງເຂົ້າໃຈຄວາມຈິງເລັກນ້ອຍ ແລະ ມີປະສົບການຕົວຈິງບາງຢ່າງ. ຖ້າພວກເຂົາບໍ່ມີປະສົບການຫຍັງເລີຍ, ແລ້ວພວກເຂົາກໍບໍ່ເຂົ້າໃຈຄວາມຈິງໃດໆ ຢ່າງແນ່ນອນ. ບາງຄົນທີ່ຮັບໃຊ້ ເປັນຜູ້ນໍາເກັ່ງໃນການເທດສະໜາພຣະທຳ ແລະ ຫຼັກຄຳສອນ ແລະ ພວກເຂົາສາມາດໄດ້ຮັບການຮັບຮັງ ແລະ ຄຳຍ້ອງຍໍຈາກຄົນສ່ວນໃຫຍ່. ເຖິງແມ່ນວ່າ ໃນທາງຜິວເຜີນແລ້ວ ຜູ້ນໍາປອມຈະສາມາດຕອບຄຳຖາມໄດ້, ແຕ່ພວກເຂົາບໍ່ສາມາດໂອ້ລົມກ່ຽວກັບຫຼັກການຄວາມຈິງໄດ້. ສິ່ງທີ່ພວກເຂົາເທດສະໜາລ້ວນແລ້ວແຕ່ເປັນທິດສະດີທີ່ຫວ່າງເປົ່າ ແລະ ບໍ່ມີຫຍັງສາມາດປະຕິບັດຈິງໄດ້ເລີຍ. ເມື່ອຜູ້ຄົນໄດ້ຍິນການເທດສະໜາຂອງພວກເຂົາ, ພວກເຂົາກໍຮູ້ສຶກວ່າມັນສອດຄ່ອງກັບລົດນິຍົມຂອງພວກເຂົາເອງ ແລະ ຄົນທີ່ບໍ່ມີການແຍກແຍະກໍເຫັນດີນໍາຫຼາຍ. ແຕ່ຫຼັງຈາກນັ້ນ, ພວກເຂົາກໍຍັງບໍ່ມີເສັ້ນທາງແຫ່ງການປະຕິບັດ ແລະ ບໍ່ສາມາດຊອກຫາຫຼັກການຂອງການປະຕິບັດໄດ້. ແລ້ວສິ່ງນີ້ຈະຖືວ່າເປັນການແກ້ໄຂບັນຫາໃດໆ ໄດ້ບໍ? ນີ້ບໍ່ແມ່ນການທີ່ພວກເຂົາເຮັດພໍແລ້ວມືແລ້ວຕີນບໍ? ການພະຍາຍາມແກ້ໄຂບັນຫາດ້ວຍວິທີນີ້ສາມາດຖືວ່າເປັນການເຮັດວຽກງານຕົວຈິງໄດ້ບໍ? ຜູ້ນໍາປອມບໍ່ໄດ້ເຮັດວຽກງານຕົວຈິງ, ແຕ່ພວກເຂົາຮູ້ວິທີທີ່ຈະເຮັດຕົວຄືກັບເຈົ້າໜ້າທີ່. ສິ່ງທຳອິດທີ່ພວກເຂົາເຮັດ ເມື່ອພວກເຂົາກາຍເປັນຜູ້ນໍາແມ່ນຫຍັງ? ມັນຄືການຊື້ໃຈຄົນ. ພວກເຂົາໃຊ້ວິທີການທີ່ວ່າ “ເຈົ້າໜ້າທີ່ໃໝ່ມັກຈະກະຕືລືລົ້ນທີ່ຈະສ້າງຄວາມປະທັບໃຈ”: ກ່ອນອື່ນ ພວກເຂົາເຮັດສອງສາມຢ່າງເພື່ອເອົາໃຈຜູ້ຄົນ ແລະ ຈັດການສອງສາມຢ່າງທີ່ຍົກລະດັບສະຫວັດດີການປະຈຳວັນຂອງທຸກຄົນ. ກ່ອນອື່ນ ພວກເຂົາພະຍາຍາມສ້າງຄວາມປະທັບໃຈທີ່ດີໃຫ້ກັບຜູ້ຄົນ, ເພື່ອສະແດງໃຫ້ທຸກຄົນເຫັນວ່າພວກເຂົາເຂົ້າໃຈມວນຊົນ, ເພື່ອໃຫ້ທຸກຄົນຍ້ອງຍໍພວກເຂົາ ແລະ ເວົ້າວ່າ “ຜູ້ນໍາຄົນນີ້ປະຕິບັດຕໍ່ພວກເຮົາຄືກັບພໍ່ແມ່ເລີຍ!” ຈາກນັ້ນ ພວກເຂົາກໍເຂົ້າຮັບຕຳແໜ່ງຢ່າງເປັນທາງການ. ພວກເຂົາຮູ້ສຶກວ່າພວກເຂົາໄດ້ຮັບການສະໜັບສະໜູນຈາກປະຊາຊົນ ແລະ ຕຳແໜ່ງຂອງພວກເຂົາໝັ້ນຄົງແລ້ວ; ຈາກນັ້ນ ພວກເຂົາກໍເລີ່ມເພີດເພີນກັບຜົນປະໂຫຍດຈາກສະຖານະ, ຄືກັບວ່າມັນເປັນສິ່ງທີ່ພວກເຂົາຄວນໄດ້ຮັບ. ຄະຕິປະຈຳໃຈຂອງພວກເຂົາກໍຄື “ຊີວິດຄືການກິນດີ ແລະ ນຸ່ງງາມ”, “ຊີວິດນັ້ນສັ້ນ, ສະນັ້ນ ຈົ່ງມີຄວາມສຸກໃນຂະນະທີ່ຍັງເຮັດໄດ້” ແລະ “ດື່ມເຫຼົ້າແຫງຂອງມື້ນີ້ໃນມື້ນີ້ ແລະ ຄ່ອຍກັງວົນເລື່ອງຂອງມື້ອື່ນໃນມື້ອື່ນ”. ພວກເຂົາເພີດເພີນໄປແຕ່ລະມື້, ພວກເຂົາຫຼິ້ນມ່ວນໃນຂະນະທີ່ຍັງເຮັດໄດ້ ແລະ ພວກເຂົາບໍ່ຄິດເຖິງອະນາຄົດ, ແຮງບໍ່ຕ້ອງເວົ້າເຖິງເລີຍວ່າ ພວກເຂົາພິຈາລະນາຄວາມຮັບຜິດຊອບທີ່ຜູ້ນໍາຄວນປະຕິບັດ ຫຼື ບໍ່ ແລະ ພວກເຂົາຄວນເຮັດໜ້າທີ່ຫຍັງ. ພວກເຂົາເທດສະໜາພຣະທຳ ແລະ ຫຼັກຄຳສອນເລັກນ້ອຍ ແລະ ເຮັດວຽກສອງສາມຢ່າງ ເພື່ອຮັກສາໜ້າຕາແບບພໍເປັນພິທີ, ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງໃດໆ. ພວກເຂົາບໍ່ໄດ້ຂຸດຄົ້ນບັນຫາທີ່ແທ້ຈິງໃນຄຣິສຕະຈັກ ແລະ ແກ້ໄຂພວກມັນຢ່າງສົມບູນ, ສະນັ້ນ ການທີ່ພວກເຂົາເຮັດວຽກທີ່ຜິວເຜີນແບບນັ້ນມີປະໂຫຍດຫຍັງ? ນີ້ບໍ່ແມ່ນການຫຼອກລວງບໍ? ສາມາດມອບໝາຍວຽກງານທີ່ສຳຄັນໃຫ້ກັບຜູ້ນໍາປອມປະເພດນີ້ໄດ້ບໍ? ພວກເຂົາສອດຄ່ອງກັບຫຼັກການ ແລະ ເງື່ອນໄຂຂອງເຮືອນຂອງພຣະເຈົ້າໃນການຄັດເລືອກຜູ້ນໍາ ແລະ ຜູ້ເຮັດວຽກບໍ? (ບໍ່.) ຄົນເຫຼົ່ານີ້ບໍ່ມີຈິດສຳນຶກ ຫຼື ເຫດຜົນໃດໆ, ພວກເຂົາຂາດຄວາມສຳນຶກຮັບຜິດຊອບ, ແຕ່ພວກເຂົາຍັງປາດຖະໜາທີ່ຈະຖືຕຳແໜ່ງເຈົ້າໜ້າທີ່ບາງຢ່າງ, ເພື່ອເປັນຜູ້ນໍາໃນຄຣິສຕະຈັກ, ເປັນຫຍັງພວກເຂົາຈຶ່ງໜ້າດ້ານແທ້? ສຳລັບບາງຄົນທີ່ມີຄວາມສຳນຶກຮັບຜິດຊອບ, ຖ້າພວກເຂົາມີຄວາມສາມາດຕໍ່າ, ພວກເຂົາກໍບໍ່ສາມາດເປັນຜູ້ນໍາໄດ້ ແລະ ຍິ່ງບໍ່ຕ້ອງເວົ້າເຖິງຄົນໄຮ້ປະໂຫຍດທີ່ບໍ່ມີຄວາມສຳນຶກຮັບຜິດຊອບເລີຍ; ພວກເຂົາຍິ່ງບໍ່ມີຄຸນສົມບັດທີ່ຈະເປັນຜູ້ນໍາ. ຜູ້ນໍາປອມທີ່ລະໂມບ ແລະ ສັນຫຼັງຍາວດັ່ງກ່າວນັ້ນຂີ້ຄ້ານສໍ່າໃດ? ເຖິງແມ່ນວ່າເມື່ອພວກເຂົາພົບເຫັນບັນຫາ ແລະ ພວກເຂົາຮູ້ວ່ານີ້ເປັນບັນຫາ, ພວກເຂົາກໍບໍ່ໄດ້ຈິງຈັງ ແລະ ບໍ່ໃສ່ໃຈມັນ. ພວກເຂົາຊ່າງຂາດຄວາມຮັບຜິດຊອບຫຼາຍ! ເຖິງແມ່ນວ່າພວກເຂົາຈະເປັນນັກເວົ້າທີ່ເກັ່ງ ແລະ ເບິ່ງຄືວ່າມີຄວາມສາມາດເລັກນ້ອຍ, ພວກເຂົາບໍ່ສາມາດແກ້ໄຂບັນຫາຕ່າງໆ ໃນວຽກງານຂອງຄຣິສຕະຈັກໄດ້, ເຊິ່ງນໍາໄປສູ່ການທີ່ວຽກງານຢຸດສະງັກ; ບັນຫາຕ່າງໆ ສືບຕໍ່ສະສົມເພີ່ມຂຶ້ນ, ແຕ່ຜູ້ນໍາເຫຼົ່ານີ້ບໍ່ສົນໃຈພວກມັນ ແລະ ຢືນຍັນທີ່ຈະປະຕິບັດວຽກງານທີ່ຜິວເຜີນສອງສາມຢ່າງແບບພໍເປັນພິທີ. ແລ້ວຜົນສຸດທ້າຍແມ່ນຫຍັງ? ພວກເຂົາບໍ່ໄດ້ເຮັດໃຫ້ວຽກງານຂອງຄຣິສຕະຈັກວຸ້ນວາຍບໍ, ພວກເຂົາບໍ່ໄດ້ເຮັດໃຫ້ມັນສັບສົນບໍ? ພວກເຂົາບໍ່ໄດ້ກໍ່ໃຫ້ເກີດຄວາມວຸ້ນວາຍ ແລະ ຂາດຄວາມສາມັກຄີໃນຄຣິສຕະຈັກບໍ? ນີ້ຄືຜົນໄດ້ຮັບທີ່ຫຼີກລ່ຽງບໍ່ໄດ້. ໃນສະຖານະການນີ້, ຜູ້ນໍາປອມຈະເຮັດບົດລາຍງານຕໍ່ເບື້ອງເທິງບໍ? ແນ່ນອນວ່າບໍ່. ຖ້າຄົນໃດຄົນໜຶ່ງໃນຄຣິສຕະຈັກຕ້ອງການລາຍງານບັນຫາຂອງຜູ້ນໍາປອມຕໍ່ເບື້ອງເທິງ, ພວກເຂົາຈະຍິນຍອມຕໍ່ສິ່ງນີ້ບໍ? ພວກເຂົາຈະກົດຂີ່ ແລະ ປິດກັ້ນຄົນນັ້ນຢ່າງແນ່ນອນ, ພວກເຂົາຈະບໍ່ອະນຸຍາດໃຫ້ຜູ້ໃດລາຍງານບັນຫາຕໍ່ເບື້ອງເທິງ ແລະ ພວກເຂົາຈະຈຳກັດ, ກົດຂີ່ ແລະ ແຍກຜູ້ໃດກໍຕາມທີ່ເຮັດເຊັ່ນນັ້ນອອກໄປ. ບອກເຮົາມາເບິ່ງ, ຜູ້ນໍາປອມເຫຼົ່ານີ້ບໍ່ໄດ້ເປັນຕາລັງກຽດບໍ? ບໍ່ວ່າພວກເຂົາຈະທຳຮ້າຍວຽກງານຂອງຄຣິສຕະຈັກຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງຈະບໍ່ອະນຸຍາດໃຫ້ເບື້ອງເທິງຮູ້ກ່ຽວກັບເລື່ອງນີ້, ແຮງໄກທີ່ຈະເວົ້າເຖິງການແກ້ໄຂມັນ. ສິ່ງດຽວທີ່ພວກເຂົາສົນໃຈຄືການໝົກມຸ້ນກັບຜົນປະໂຫຍດຈາກສະຖານະຂອງພວກເຂົາ ແລະ ການປົກປ້ອງຄວາມທະນົງຕົວ ແລະ ຄວາມພາກພູມໃຈຂອງພວກເຂົາເອງ, ຄົນດັ່ງກ່າວເປັນຕາລັງກຽດ ແລະ ໄຮ້ຢາງອາຍແທ້ໆ! ພວກເຂົາບໍ່ແມ່ນຄົນທີ່ບໍ່ມີຈິດສຳນຶກ ແລະ ບໍ່ມີຄວາມເປັນມະນຸດຢ່າງສິ້ນເຊີງບໍ? ເມື່ອເບື້ອງເທິງສອບຖາມກ່ຽວກັບວຽກງານ, ພວກເຂົາກໍເວົ້າຢ່າງເດັດຂາດວ່າບໍ່ມີບັນຫາ, ເວົ້າບ່ຽງປະເດັນ ແລະ ແກ້ຕົວຕໍ່ເບື້ອງເທິງ, ການເຮັດແບບນີ້ ບໍ່ແມ່ນການຫຼອກລວງເບື້ອງເທິງ ແລະ ປິດບັງສິ່ງຕ່າງໆ ຈາກຄົນທີ່ຢູ່ລຸ່ມພວກເຂົາບໍ? ບັນຫາຕ່າງໆ ໃນວຽກງານຂອງຄຣິສຕະຈັກສືບຕໍ່ສະສົມເພີ່ມຂຶ້ນເລື້ອຍໆ ແລະ ຜູ້ນໍາປອມກໍບໍ່ສາມາດແກ້ໄຂດ້ວຍຕົນເອງໄດ້, ແຕ່ພວກເຂົາກໍຍັງບໍ່ລາຍງານບັນຫາເຫຼົ່ານີ້ຕໍ່ເບື້ອງເທິງ. ພາຍໃຕ້ສະຖານະການເຫຼົ່ານີ້, ພວກເຂົາເຮັດຄືກັບວ່າບໍ່ມີຫຍັງຜິດປົກກະຕິ; ພວກເຂົາໝົກມຸ້ນກັບຄວາມສະບາຍຄືເກົ່າ, ພວກເຂົາຢູ່ລ້າໆ ໂດຍບໍ່ເຮັດຫຍັງໝົດມື້ ແລະ ໃຊ້ຊີວິດໄປວັນໆ ແລະ ພວກເຂົາບໍ່ກະວົນກະວາຍໃຈເລີຍ. ແລ້ວເມື່ອບັນຫາຖືກເປີດເຜີຍ ແລະ ເບື້ອງເທິງສືບສວນກ່ຽວກັບເລື່ອງນີ້, ພວກເຂົາຍັງເວົ້າວ່າ “ຂ້ານ້ອຍໄດ້ຈັດແຈງໃຫ້ຄົນໄປເຮັດວຽກນີ້ແລ້ວ. ຂ້ານ້ອຍໄດ້ປະຕິບັດຄວາມຮັບຜິດຊອບຂອງຂ້ານ້ອຍແລ້ວ. ຖ້າວຽກງານບໍ່ສຳເລັດດ້ວຍດີ, ນັ້ນກໍເປັນຍ້ອນຄົນອື່ນ. ມັນກ່ຽວຂ້ອງຫຍັງກັບຂ້ານ້ອຍ?” ດ້ວຍຄຳເວົ້າພຽງບໍ່ເທົ່າໃດຄຳນີ້, ພວກເຂົາກໍໂຍນຄວາມຮັບຜິດຊອບອອກຈາກຕົວຢ່າງສິ້ນເຊີງ. ມັນເບິ່ງຄືກັບວ່າພວກເຂົາບໍ່ມີຄວາມຮັບຜິດຊອບຕໍ່ເລື່ອງນີ້ເລີຍ. ບໍ່ພຽງແຕ່ພວກເຂົາບໍ່ໄຕ່ຕອງກ່ຽວກັບຕົນເອງເທົ່ານັ້ນ, ພວກເຂົາຍັງຮູ້ສຶກມີເຫດຜົນ ແລະ ສະບາຍໃຈ ໂດຍເວົ້າວ່າ “ໃນກໍລະນີໃດກໍຕາມ, ຂ້ານ້ອຍກໍບໍ່ໄດ້ຢູ່ລ້າໆ ໃນໜ້າທີ່ຂອງຂ້ານ້ອຍ; ຂ້ານ້ອຍບໍ່ໄດ້ເກາະຄົນອື່ນກິນ. ຖ້າເບື້ອງເທິງບໍ່ໄລ່ຂ້ານ້ອຍອອກ, ຂ້ານ້ອຍກໍຈະສືບຕໍ່ຮັບໃຊ້ໃນຖານະຜູ້ນໍາ. ຖ້າຂ້ານ້ອຍສະເໜີລາອອກ, ຂ້ານ້ອຍຈະບໍ່ເປັນການທໍລະຍົດຕໍ່ພຣະເຈົ້າບໍ? ຂ້ານ້ອຍຈະບໍ່ສະແດງຄວາມບໍ່ຈົງຮັກພັກດີຕໍ່ໜ້າທີ່ຂອງຂ້ານ້ອຍບໍ?” ຖ້າເຈົ້າລິຮານພວກເຂົາ, ພວກເຂົາກໍຈະສາມາດຍົກເຫດຜົນຫຼາຍຢ່າງມາໂຕ້ຖຽງເຈົ້າ. ພວກເຂົາຈະບໍ່ເວົ້າວ່າພວກເຂົາມີຄວາມຮັບຜິດຊອບຕໍ່ເລື່ອງນີ້, ພວກເຂົາຈະບໍ່ເວົ້າວ່າຄວາມຮັບຜິດຊອບຂອງພວກເຂົາແມ່ນຫຍັງ ແລະ ພວກເຂົາຈະບໍ່ໄຕ່ຕອງວ່າ ທຳມະຊາດຂອງການທີ່ພວກເຂົາບໍ່ແກ້ໄຂບັນຫາ ແລະ ບໍ່ເຮັດວຽກງານຕົວຈິງນັ້ນແມ່ນຫຍັງ. ຄົນແບບນີ້ບໍ່ໜ້າລັງກຽດຫຼາຍບໍ? ພວກເຂົາເຮັດໃຫ້ວຽກງານຂອງຄຣິສຕະຈັກຢຸດສະງັກ ແລະ ທຳຮ້າຍຜູ້ຄົນທີ່ພຣະເຈົ້າເລືອກເປັນເວລາດົນນານ ໂດຍບໍ່ມີຄວາມສຳນຶກຜິດໃນໃຈແມ່ນແຕ່ໜ້ອຍດຽວ, ພວກເຂົາຍັງເປັນມະນຸດຢູ່ບໍ? ພວກເຂົາຍັງມີຈິດສຳນຶກ ຫຼື ເຫດຜົນແມ່ນແຕ່ໜ້ອຍດຽວບໍ? ບາງຄົນເວົ້າວ່າ “ຄົນແບບນີ້ບໍ່ຄວນຖືກເລືອກຕັ້ງໃຫ້ເປັນຜູ້ນໍາ”. ທາງທິດສະດີແມ່ນເປັນແບບນີ້; ແນວໃດກໍຕາມ, ມີຄົນແບບນີ້ຈໍານວນໜຶ່ງແທ້ໆ ໃນບັນດາຜູ້ນໍາ ແລະ ຜູ້ເຮັດວຽກທີ່ຖືກເລືອກຕັ້ງ; ນີ້ຄືຂໍ້ແທ້ຈິງ. ສິ່ງທັງໝົດນີ້ເກີດຂຶ້ນຍ້ອນວ່າຜູ້ຄົນທີ່ພຣະເຈົ້າເລືອກຂາດການແຍກແຍະ ແລະ ຍັງເປັນຍ້ອນວ່າຄົນສ່ວນໃຫຍ່ມັກຄົນປະຈົບປະແຈງ ແລະ ດ້ວຍເຫດນັ້ນ ຈຶ່ງເລືອກຕັ້ງຜູ້ນໍາປອມ ແລະ ຜູ້ເຮັດວຽກປອມຈໍານວນໜຶ່ງ. ດັ່ງນັ້ນ, ກ່ອນການເລືອກຕັ້ງຂອງຄຣິສຕະຈັກ, ຫຼັກການສຳລັບການເລືອກຕັ້ງຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງໄດ້ຮັບການໂອ້ລົມໃຫ້ຫຼາຍຂຶ້ນ, ເຊັ່ນດຽວກັນກັບຫຼັກການສຳລັບການແຍກແຍະຜູ້ນໍາປອມ ແລະ ຜູ້ເຮັດວຽກປອມ; ສິ່ງນີ້ຈະຮັບປະກັນວ່າ ຜູ້ຄົນຈໍານວນຫຼາຍຂຶ້ນຈະປ່ອນບັດຕາມຫຼັກການ. ມີພຽງແຕ່ການເຮັດແບບນີ້ເທົ່ານັ້ນ ການເລືອກຕັ້ງຂອງຄຣິສຕະຈັກຈຶ່ງຈະບັນລຸຜົນໄດ້ຮັບທີ່ດີ.
ບອກເຮົາມາເບິ່ງ, ຄົນຂີ້ຄ້ານທີ່ໜ້າລັງກຽດ ແລະ ໜ້າດ້ານແບບນີ້ ສາມາດເຮັດວຽກງານຂອງຄຣິສຕະຈັກໄດ້ດີ ໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກບໍ? ພວກເຂົາສາມາດແກ້ໄຂບັນຫາທີ່ມີຢູ່ໃນຄຣິສຕະຈັກ ຫຼື ຄວາມຫຍຸ້ງຍາກທີ່ຜູ້ຄົນທີ່ພຣະເຈົ້າເລືອກພົບພໍ້ໄດ້ບໍ? (ບໍ່.) ດັ່ງນັ້ນ, ພວກເຈົ້າຄວນເຮັດແນວໃດ ເມື່ອພວກເຈົ້າພົບພໍ້ກັບຜູ້ນໍາປອມແບບນີ້? ສົມມຸດມີຄົນເວົ້າວ່າ “ຄວາມສາມາດຂອງພວກເຮົາຕໍ່າ ແລະ ພວກເຮົາຂາດການແຍກແຍະ, ສະນັ້ນ ພວກເຮົາຈຶ່ງເຮັດຫຍັງບໍ່ໄດ້ ຖ້າພວກເຮົາພົບພໍ້ກັບຜູ້ນໍາປອມ”. ການເວົ້າແບບນີ້ຖືກຕ້ອງບໍ? ແນ່ນອນວ່າ ບໍ່ແມ່ນທຸກຄົນໃນຄຣິສຕະຈັກທີ່ມີຄວາມສາມາດຕໍ່າ ແລະ ບໍ່ມີການແຍກແຍະ ແມ່ນບໍ? ຢ່າງໜ້ອຍກໍຕ້ອງມີບາງຄົນທີ່ຂ້ອນຂ້າງເຂົ້າໃຈຄວາມຈິງ. ດັ່ງນັ້ນ, ຖ້າຄົນໃດຄົນໜຶ່ງພົບເຫັນຜູ້ນໍາປອມທີ່ບໍ່ສາມາດເຮັດວຽກງານຕົວຈິງ ຫຼື ແກ້ໄຂບັນຫາໃດໆ, ພວກເຂົາກໍຄວນໂອ້ລົມກັບຜູ້ທີ່ເຂົ້າໃຈຄວາມຈິງ ແລະ ຂໍໃຫ້ຄົນເຫຼົ່ານັ້ນໃຊ້ການແຍກແຍະຂອງພວກເຂົາ ແລະ ຕັດສິນ. ການເຮັດແບບນີ້ເໝາະສົມບໍ? (ເໝາະສົມ.) ເປັນຫຍັງຈຶ່ງເໝາະສົມ? ຜົນສະທ້ອນຈະເປັນແນວໃດ ຖ້າຜູ້ນໍາຄຣິສຕະຈັກບໍ່ສາມາດເຮັດວຽກງານຕົວຈິງ? ໃຜຈະເປັນຜູ້ເຄາະຮ້າຍ? ພວກເຂົາຈະບໍ່ແມ່ນຜູ້ຄົນທີ່ພຣະເຈົ້າເລືອກໃນຄຣິສຕະຈັກບໍ? ຖ້າຜູ້ນໍາປອມຄວບຄຸມຄຣິສຕະຈັກເປັນເວລາສາມ ຫຼື ຫ້າປີ, ແລ້ວຄວາມເຂົ້າໃຈຄວາມຈິງ ແລະ ການເຂົ້າສູ່ຄວາມເປັນຈິງຂອງເທົ່າໃດຄົນທີ່ຈະໄດ້ຮັບຜົນກະທົບ? ການໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າຂອງເທົ່າໃດຄົນທີ່ຈະຖືກຊັກຊ້າ? ຜົນສະທ້ອນເຫຼົ່ານີ້ເປັນເລື່ອງທີ່ຮ້າຍແຮງເກີນກວ່າທີ່ຈະຄາດຄິດ. ດັ່ງນັ້ນ, ເມື່ອພົບວ່າຜູ້ນໍາປອມບໍ່ໄດ້ເຮັດວຽກງານຕົວຈິງ ແລະ ບໍ່ສາມາດແກ້ໄຂບັນຫາໃດໆ, ນີ້ຈຶ່ງເປັນເລື່ອງໃຫຍ່ສຳລັບຜູ້ຄົນທີ່ພຣະເຈົ້າເລືອກທຸກຄົນ ແລະ ພວກເຂົາຄວນເປີດໂປງ ແລະ ລາຍງານຜູ້ນໍາປອມຄົນນັ້ນໂດຍທັນທີ ເພື່ອຫຼີກລ່ຽງການເຮັດໃຫ້ວຽກງານຊັກຊ້າ. ຄົນທີ່ໄດ້ຮັບຄວາມເສຍຫາຍຈາກການທີ່ຜູ້ນໍາຄຣິສຕະຈັກບໍ່ເຮັດວຽກງານຕົວຈິງກໍຄືຜູ້ຄົນທີ່ພຣະເຈົ້າເລືອກ. ຖ້າບໍ່ມີຜູ້ຄົນທີ່ພຣະເຈົ້າເລືອກຄົນໃດເປີດໂປງ ຫຼື ລາຍງານພວກເຂົາ ແລະ ພວກເຂົາທຸກຄົນພຽງແຕ່ເສີຍເມີຍຕໍ່ການເຮັດສິ່ງນີ້, ແລ້ວຄຣິສຕະຈັກນັ້ນກໍບໍ່ມີຄວາມຫວັງ. ສົມມຸດວ່າ ໃນໃຈຂອງພວກເຈົ້າ ພວກເຈົ້າມີຄວາມຄິດທີ່ຈະບໍ່ຮັບຜິດຊອບຢູ່ສະເໝີ ເຊັ່ນ: “ແນວໃດກໍຕາມ, ເຈົ້າເປັນຜູ້ນໍາ. ເຈົ້າບໍ່ສາມາດເຮັດວຽກງານຕົວຈິງ ແລະ ເຈົ້າກໍຍັງບໍ່ລາຍງານບັນຫາຕໍ່ເບື້ອງເທິງ, ຖ້າສິ່ງນີ້ເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າ, ເບື້ອງເທິງກໍຈະໃຫ້ເຈົ້າຮັບຜິດຊອບ. ມັນກ່ຽວຂ້ອງຫຍັງກັບພວກເຮົາ? ມັນມີປະໂຫຍດຫຍັງທີ່ພວກເຮົາຈະໄປກັງວົນນໍາ? ພວກເຮົາບໍ່ແມ່ນຜູ້ຮັບຜິດຊອບ. ຄວາມຮັບຜິດຊອບນີ້ຢູ່ກັບເຈົ້າ”. ຖ້າພວກເຈົ້າມີແນວຄິດນີ້ຢູ່ໃນໃຈຂອງພວກເຈົ້າສະເໝີ, ສິ່ງນີ້ຈະບໍ່ເຮັດໃຫ້ສິ່ງຕ່າງໆ ຊັກຊ້າບໍ? ສິ່ງນີ້ຈະບໍ່ສົ່ງຜົນກະທົບຕໍ່ການສະແຫວງຫາຄວາມຈິງ, ການເຂົ້າສູ່ຄວາມເປັນຈິງ ແລະ ການທີ່ພວກເຈົ້າຮັບເອົາຄວາມລອດພົ້ນຂອງພຣະເຈົ້າບໍ? ຖ້າບໍ່ມີໃຜໃນຄຣິສຕະຈັກຮັບຜິດຊອບ, ມັນກໍຍາກທີ່ຈະເວົ້າວ່າ ຄຣິສຕະຈັກແຫ່ງນີ້ຈະສາມາດເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ໄດ້ຮັບພຣະພອນຂອງພຣະເຈົ້າໄດ້ ຫຼື ບໍ່ ແລະ ມັນຍິ່ງຍາກທີ່ຈະເວົ້າວ່າຈະມີຈັກຄົນທີ່ຈະໄດ້ຮັບຄວາມລອດພົ້ນໃນຄຣິສຕະຈັກແຫ່ງນີ້. ຖ້າທຸກຄົນໃນຄຣິສຕະຈັກແຫ່ງນີ້ຄິດແບບນີ້ ແລະ ມີມຸມມອງແບບນີ້, ແລ້ວຄຣິສຕະຈັກແຫ່ງນີ້ກໍບໍ່ມີຄວາມຫວັງຢ່າງແນ່ນອນ. ທີມງານຜະລິດຮູບເງົາບໍ່ມີບັນຫານີ້ບໍ ໃນຕອນນີ້? ຜູ້ນໍາຂອງພວກເຈົ້າບາງຄົນບໍ່ຈັດການບັນຫາ ຫຼື ລາຍງານບັນຫາ, ພວກເຂົາເປັນຜູ້ນໍາປອມ. ພວກເຈົ້າເບິ່ງສິ່ງນີ້ອອກບໍ? ຜູ້ນໍາເຫຼົ່ານີ້ບໍ່ແກ້ໄຂບັນຫາໃຫ້ພວກເຈົ້າ, ພວກເຈົ້າບໍ່ພົບວ່າສິ່ງນີ້ເປັນບັນຫາບໍ? ທີ່ຈິງແລ້ວ ພວກເຈົ້າຮູ້ສຶກດີໃຈກ່ຽວກັບເລື່ອງນີ້ບໍ? “ຜູ້ນໍາຂອງພວກເຮົາບໍ່ລາຍງານບັນຫານີ້ ແລະ ບັນຫານີ້ກໍບໍ່ສາມາດແກ້ໄຂໄດ້, ສະນັ້ນ ນີ້ຈຶ່ງເປັນເວລາທີ່ດີທີ່ພວກເຮົາຈະໄດ້ພັກຜ່ອນ. ດີຫຼາຍ! ຍິ່ງໄປກວ່ານັ້ນ, ເມື່ອບໍ່ດົນມານີ້ ເບື້ອງເທິງກໍບໍ່ໄດ້ຖາມກ່ຽວກັບເລື່ອງນີ້ດ້ວຍຕົນເອງ, ສະນັ້ນ ພວກເຮົາກໍບໍ່ຈຳເປັນຕ້ອງລາຍງານບັນຫາເຊັ່ນກັນ. ເປັນຫຍັງພວກເຮົາຈຶ່ງບໍ່ຄວນພະຍາຍາມຫາເວລາຫວ່າງໃຫ້ຕົນເອງເລັກນ້ອຍແດ່? ພວກເຮົາຈຳເປັນຕ້ອງຖ່າຍຮູບເງົາໄວຂະໜາດນັ້ນ ແລະ ຖ່າຍໃຫ້ແລ້ວທັນເວລາບໍ? ຄວາມຄືບໜ້າທີ່ພວກເຮົາກຳລັງເຮັດຢູ່ນີ້ກໍດີແລ້ວ! ແລ້ວມັນຈະເປັນຫຍັງ ຖ້າພວກເຮົາຖ່າຍບໍ່ແລ້ວ? ພວກເຮົາຈະຖືກກ່າວໂທດຍ້ອນເລື່ອງນັ້ນບໍ?” ນີ້ແມ່ນທັດສະນະຄະຕິຂອງພວກເຈົ້າບໍ? ພວກເຈົ້າຄິດວ່າບໍ່ມີຕາຕະລາງເວລາທີ່ເຂັ້ມງວດສຳລັບວຽກງານຂອງເຮືອນຂອງພຣະເຈົ້າ, ສະນັ້ນ ພວກເຈົ້າຈຶ່ງສາມາດຍືດເວລາອອກໄປຢ່າງບໍ່ມີກຳນົດ ແລະ ຕາບໃດທີ່ເບື້ອງເທິງບໍ່ຖາມ ຫຼື ກວດສອບເລື່ອງດັ່ງກ່າວ, ພວກເຈົ້າກໍບໍ່ຈຳເປັນຕ້ອງກັງວົນ ຫຼື ຮູ້ສຶກກົດດັນໃດໆ ແລະ ພວກເຈົ້າສາມາດແກ້ໄຂບັນຫາໃດກໍຕາມທີ່ພວກເຈົ້າແກ້ໄຂໄດ້ ແລະ ປ່ອຍປະບັນຫາທີ່ພວກເຈົ້າແກ້ໄຂບໍ່ໄດ້ ແມ່ນບໍ? ນີ້ແມ່ນທັດສະນະຂອງພວກເຈົ້າບໍ? (ບໍ່.) ຖ້າຊັ້ນ ເປັນຫຍັງພວກເຈົ້າຈຶ່ງບໍ່ລາຍງານບັນຫາ ເມື່ອພວກເຈົ້າມີບັນຫາ? ເປັນຍ້ອນວ່າຜູ້ນໍາປອມເຫຼົ່ານີ້ຄວບຄຸມພວກເຈົ້າ ຫຼື ພວກເຂົາເອົາຢາວິເສດ ແລະ ເຮັດໃຫ້ມຶນງົງ ໃຫ້ພວກເຈົ້າກິນ ເຊິ່ງເຮັດໃຫ້ພວກເຈົ້າຂາດສະຕິ ແລະ ເວົ້າບໍ່ອອກບໍ? ບັນຫາຢູ່ບ່ອນນີ້ແມ່ນຫຍັງ? ເມື່ອມີບັນຫາເກີດຂຶ້ນ, ພວກເຈົ້າຮູ້ກ່ຽວກັບພວກມັນບໍ? ຖ້າພວກເຈົ້າເວົ້າວ່າ ພວກເຈົ້າບໍ່ຮູ້ກ່ຽວກັບພວກມັນ, ແລ້ວພວກເຈົ້າກໍກຳລັງເວົ້າຕົວະ; ຖ້າພວກເຈົ້າຮູ້ກ່ຽວກັບພວກມັນ ແຕ່ບໍ່ລາຍງານ, ແລ້ວພວກເຈົ້າກໍກຳລັງລະເລີຍ ແລະ ບົກຜ່ອງຕໍ່ຄວາມຮັບຜິດຊອບຂອງພວກເຈົ້າຢ່າງຮ້າຍແຮງ ແລະ ພວກເຈົ້າບໍ່ມີຄວາມຈົງຮັກພັກດີຕໍ່ໜ້າທີ່ຂອງພວກເຈົ້າເລີຍ. ເຖິງແມ່ນວ່າເຈົ້າເຮັດວຽກໃນທາງໂລກເພື່ອຫາເງິນ, ເຈົ້າກໍຍັງຕ້ອງເຮັດໃຫ້ສົມກັບຄ່າຈ້າງອັນເລັກນ້ອຍຂອງເຈົ້າ. ບໍ່ຕ້ອງເວົ້າເຖິງວ່າ ມື້ນີ້ເຈົ້າກຳລັງກິນເຂົ້າໃນເຮືອນຂອງພຣະເຈົ້າ; ເຈົ້າກຳລັງສະແຫວງຫາຄວາມລອດພົ້ນ ໃນຂະນະທີ່ປະຕິບັດໜ້າທີ່ຂອງເຈົ້າ ແລະ ໂດຍການເຮັດເຊັ່ນນັ້ນ ເຈົ້າກໍກຳລັງປູທາງ ແລະ ກຽມພ້ອມສຳລັບຈຸດໝາຍປາຍທາງຂອງເຈົ້າເອງ. ເຈົ້າບໍ່ໄດ້ເຮັດສິ່ງນີ້ເພື່ອເຮືອນຂອງພຣະເຈົ້າ ຫຼື ເພື່ອບຸກຄົນໃດໜຶ່ງ ແຮງໄກທີ່ຈະເຮັດເພື່ອເຮົາ, ເຈົ້າກຳລັງເຮັດເພື່ອຕົວເຈົ້າເອງ. ເວົ້າໃຫ້ມ່ວນຫູກໍຄື ຜູ້ຄົນກຳລັງປະຕິບັດໜ້າທີ່ຂອງພວກເຂົາ ເພື່ອໃຫ້ໄດ້ຮັບຄວາມລອດພົ້ນ, ແຕ່ເວົ້າໃຫ້ຊັດເຈນກໍຄື ພວກເຂົາກຳລັງເຮັດເພື່ອຕົນເອງ ເພື່ອໃຫ້ໄດ້ຮັບພຣະພອນ ແລະ ມີຈຸດໝາຍປາຍທາງທີ່ດີ. ເຈົ້າຕ້ອງເຂົ້າໃຈເລື່ອງນີ້ຢ່າງຊັດເຈນ; ຢ່າເປັນຄົນໂງ່. ເຈົ້າບໍ່ໄດ້ປະຕິບັດໜ້າທີ່ຂອງເຈົ້າເພື່ອຄົນອື່ນ ຫຼື ເພື່ອພໍ່ແມ່ຂອງເຈົ້າ ແລະ ເຈົ້າບໍ່ໄດ້ເຮັດເພື່ອສ້າງກຽດໃຫ້ແກ່ບັນພະບຸລຸດ ຫຼື ສ້າງຊື່ສຽງໃຫ້ແກ່ວົງຕະກຸນຂອງເຈົ້າ ແຕ່ເຈົ້າກຳລັງເຮັດເພື່ອຕົວເຈົ້າເອງ. ພຣະເຈົ້າສ້າງເຈົ້າຂຶ້ນມາ ແລະ ນັບຕັ້ງແຕ່ພຣະອົງສ້າງໂລກ, ພຣະອົງໄດ້ກຳນົດໄວ້ລ່ວງໜ້າວ່າ ເຈົ້າຈະເກີດມາໃນຍຸກສຸດທ້າຍ. ພຣະອົງໄດ້ພາເຈົ້າມາສູ່ເຮືອນຂອງພຣະອົງ, ພຣະອົງໃຫ້ເຈົ້າໄດ້ຍິນພຣະສຸລະສຽງຂອງພຣະອົງ, ພຣະອົງໃຫ້ເຈົ້າກິນ ແລະ ດື່ມພຣະທຳຂອງພຣະອົງທຸກມື້ ແລະ ຮັບການສະໜອງຊີວິດ ແລະ ພຣະອົງໄດ້ໃຫ້ໂອກາດແກ່ເຈົ້າ ເພື່ອໃຫ້ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າໃນເຮືອນຂອງພຣະເຈົ້າ. ນີ້ຄືໂອກາດທີ່ດີທີ່ສຸດຂອງເຈົ້າ ໃນຖານະສິ່ງທີ່ຖືກສ້າງ ເພື່ອທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ມັນຍັງເປັນໂອກາດດຽວຂອງເຈົ້າ. ຖ້າໃນຂະນະທີ່ເຈົ້າກຳລັງປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າທຳລາຍໂອກາດນີ້, ແລ້ວບໍ່ວ່າເຈົ້າຈະໄດ້ຮັບການລົງໂທດ ຫຼື ຮ້ອງໄຫ້ ແລະ ກັດແຂ້ວສູ້ ເມື່ອເຈົ້າຕົກຢູ່ໃນໄພພິບັດໃນທີ່ສຸດ, ມັນກໍລ້ວນແລ້ວແຕ່ເປັນການກະທຳຂອງເຈົ້າ ແລະ ເຈົ້າກໍສົມຄວນໄດ້ຮັບມັນ! ມັນຈະເປັນຄວາມຜິດຂອງເຈົ້າເອງ. ບໍ່ຈຳເປັນຕ້ອງໃຫ້ຄົນອື່ນມາແບກຫາບຄວາມຮັບຜິດຊອບຂອງເຈົ້າ ແລະ ບໍ່ຈຳເປັນຕ້ອງໃຫ້ເຈົ້າມາແບກຫາບຄວາມຮັບຜິດຊອບຂອງຄົນອື່ນ. ມີພຽງແຕ່ເຈົ້າເທົ່ານັ້ນທີ່ສາມາດຮັບຜິດຊອບຕໍ່ເສັ້ນທາງທີ່ເຈົ້າຍ່າງ ແລະ ທຸກສິ່ງທີ່ເຈົ້າເຮັດໃນມື້ນີ້ ແລະ ມີພຽງແຕ່ເຈົ້າເທົ່ານັ້ນທີ່ສາມາດແບກຮັບຜົນສະທ້ອນໃນທີ່ສຸດ. ສິ່ງທີ່ເຮົາສາມາດເຮັດໄດ້ກໍຄື ການເຮັດໃຫ້ພວກເຈົ້າເຂົ້າໃຈສິ່ງທີ່ເຮົາຄວນເວົ້າ ແລະ ບອກພວກເຈົ້າ ແລະ ປູທາງໃຫ້ແກ່ພວກເຈົ້າ ເພື່ອໃຫ້ພວກເຈົ້າສາມາດກ້າວໄປສູ່ເສັ້ນທາງແຫ່ງຄວາມລອດພົ້ນ. ເຮົາໄດ້ອະທິບາຍທຸກຢ່າງຢ່າງຊັດເຈນແລ້ວ, ສະນັ້ນ ວິທີການທີ່ພວກເຈົ້າຈະປະຕິບັດຢ່າງສະເພາະເຈາະຈົງນັ້ນ ກໍຂຶ້ນຢູ່ກັບພວກເຈົ້າ. ເຮົາບໍ່ຫຍຸ້ງກ່ຽວກັບເລື່ອງຂອງພວກເຈົ້າ; ເຮົາພຽງແຕ່ປະຕິບັດວຽກງານທີ່ເປັນຂອງເຮົາ ແລະ ເຮົາບໍ່ເຮັດວຽກງານຫຍັງອີກທີ່ຫຼາຍກວ່ານີ້. ມັນບໍ່ແມ່ນຄວາມຈິງບໍທີ່ວ່າ ເຈົ້າກຳລັງປະຕິບັດໜ້າທີ່ຂອງເຈົ້າ ເພື່ອເຫັນແກ່ຈຸດໝາຍປາຍທາງຂອງເຈົ້າເອງ? ຖ້າເຈົ້າເວົ້າວ່າ “ມີບັນຫາຫຼາຍຢ່າງ, ແຕ່ຜູ້ນໍາຂອງຂ້ອຍບໍ່ລາຍງານບັນຫາເຫຼົ່ານັ້ນ, ສະນັ້ນ ຂ້ອຍກໍຈະບໍ່ລາຍງານເຊັ່ນກັນ”, ແລ້ວການເຮັດແບບນັ້ນບໍ່ແມ່ນຄວາມໂງ່ບໍ? ນັ້ນບໍ່ແມ່ນໃຈແຄບບໍ? ຄວາມຮັບຜິດຊອບຂອງເຈົ້າແມ່ນຫຍັງ ເມື່ອເຈົ້າເຫັນບັນຫາ? ຄວາມຮັບຜິດຊອບຂອງເຈົ້າຄືການຮຽກຮ້ອງໃຫ້ທຸກຄົນມາເຕົ້າໂຮມກັນ ແລະ ສະຫງົບລົງ ເພື່ອສະແຫວງຫາ ແລະ ໂອ້ລົມກ່ຽວກັບບັນຫາ, ເພື່ອເບິ່ງວ່າບັນຫາເກີດຂຶ້ນໃນດ້ານໃດ ແລະ ເພື່ອຊອກຫາສາເຫດຕົ້ນຕໍຂອງບັນຫາ. ຖ້າຫຼັງຈາກການປຶກສາຫາລືກັນພໍສົມຄວນແລ້ວ, ມີການພົບສາເຫດຕົ້ນຕໍ, ແຕ່ພວກເຈົ້າບໍ່ສາມາດແກ້ໄຂບັນຫາໄດ້ດ້ວຍຕົນເອງ, ພວກເຈົ້າຄວນລາຍງານຕໍ່ເບື້ອງເທິງໂດຍທັນທີ. ໃຜຄວນລາຍງານ? ເຈົ້າຄວນສະເໜີຕົວເອງ ແລະ ເວົ້າວ່າ “ຂ້ອຍຈະລາຍງານເອງ. ຖ້າບໍ່ໄດ້ຜົນ, ແລ້ວພວກເຮົາກໍສາມາດເລືອກຕົວແທນສອງສາມຄົນ ແລະ ລາຍງານຮ່ວມກັນ”. ບາງຄົນເວົ້າວ່າ “ພວກເຮົາບໍ່ມີຜູ້ນໍາບໍ?” ເຈົ້າຕອບວ່າ “ລາວບໍ່ແມ່ນຜູ້ນໍາ! ລາວບໍ່ປະຕິບັດຄວາມຮັບຜິດຊອບຂອງມະນຸດເລີຍ. ລາວເປັນພຽງສັດເດຍລະສານທີ່ສວມໃສ່ໜັງມະນຸດ ແລະ ລາວຄວນຖືກເຕະອອກໄປ ແລະ ຖືກໄລ່ອອກ! ລາວບໍ່ລາຍງານບັນຫາ, ສະນັ້ນ ພວກເຮົາຄວນລາຍງານດ້ວຍຕົນເອງ, ນີ້ຄືຄວາມຮັບຜິດຊອບຂອງພວກເຮົາ. ມີພຽງແຕ່ຕອນທີ່ພວກເຮົາປະຕິບັດຄວາມຮັບຜິດຊອບຂອງພວກເຮົາແລ້ວເທົ່ານັ້ນ ພຣະເຈົ້າຈຶ່ງຈະປະຕິບັດຕໍ່ພວກເຮົາຄືກັບມະນຸດ. ຖ້າພວກເຮົາຮູ້ຢ່າງຊັດເຈນວ່າຄວາມຮັບຜິດຊອບຂອງພວກເຮົາແມ່ນຫຍັງ ແຕ່ພວກເຮົາບໍ່ປະຕິບັດພວກມັນ, ແລ້ວພວກເຮົາກໍບໍ່ສົມຄວນທີ່ຈະເປັນມະນຸດ ແລະ ບໍ່ມີທາງທີ່ພຣະເຈົ້າຈະຖືວ່າ ພວກເຮົາເປັນມະນຸດ”. ຖ້າພຣະເຈົ້າບໍ່ຖືວ່າເຈົ້າເປັນມະນຸດ, ສິ່ງນີ້ໝາຍຄວາມວ່າພຣະອົງຖືວ່າເຈົ້າເປັນຫຍັງ? ມັນໝາຍຄວາມວ່າ ພຣະອົງຖືວ່າເຈົ້າເປັນໝູ ຫຼື ໝາ. ແລ້ວ ພຣະເຈົ້າຈະຍັງຊ່ວຍເຈົ້າໃຫ້ລອດພົ້ນບໍໃນຕອນນັ້ນ? ບໍ່ມີທາງ. ດັ່ງນັ້ນ, ຖ້າເຈົ້າບໍ່ມີຈຸດໝາຍປາຍທາງທີ່ດີໃນທີ່ສຸດ, ເຈົ້າຈະບໍ່ແມ່ນຜູ້ທີ່ນໍາສິ່ງນັ້ນມາສູ່ຕົວເຈົ້າເອງບໍ? ແລ້ວໜ້າທີ່ຂອງເຈົ້າຈະບໍ່ເສຍເປົ່າບໍ? ມັນຂຶ້ນຢູ່ກັບເຈົ້າທີ່ຈະເລືອກເສັ້ນທາງຂອງເຈົ້າ ແລະ ມັນກໍຂຶ້ນຢູ່ກັບເຈົ້າທີ່ຈະຍ່າງໃນເສັ້ນທາງນັ້ນເຊັ່ນກັນ. ບໍ່ວ່າເຈົ້າຈະເລືອກເສັ້ນທາງໃດ ຫຼື ຜົນສະທ້ອນສຸດທ້າຍຈະເປັນແນວໃດ, ມັນກໍແມ່ນເຈົ້າເອງທີ່ແບກຮັບຄວາມຮັບຜິດຊອບ; ບໍ່ມີໃຜຈະຮັບຜິດຊອບຕໍ່ເສັ້ນທາງທີ່ເຈົ້າຍ່າງ ແລະ ຜົນສະທ້ອນທີ່ຕາມມາ.
ຖ້າໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກ, ພວກເຈົ້າເພີກເສີຍຕໍ່ບັນຫາທີ່ເກີດຂຶ້ນໃນການປະຕິບັດໜ້າທີ່ ແລະ ພວກເຈົ້າຍັງຊອກຫາຂໍ້ອ້າງ ແລະ ຂໍ້ແກ້ຕົວຕ່າງໆ ເພື່ອໂຍນຄວາມຮັບຜິດຊອບ ແລະ ພວກເຈົ້າບໍ່ແກ້ໄຂບັນຫາບາງຢ່າງທີ່ພວກເຈົ້າສາມາດແກ້ໄຂໄດ້ ແລະ ພວກເຈົ້າບໍ່ລາຍງານບັນຫາທີ່ພວກເຈົ້າບໍ່ສາມາດແກ້ໄຂໄດ້ຕໍ່ເບື້ອງເທິງ, ຄືກັບວ່າບັນຫາເຫຼົ່ານັ້ນບໍ່ກ່ຽວຂ້ອງຫຍັງກັບພວກເຈົ້າ, ນີ້ບໍ່ແມ່ນການລະເລີຍຄວາມຮັບຜິດຊອບບໍ? ການປະຕິບັດຕໍ່ວຽກງານຂອງຄຣິສຕະຈັກໃນລັກສະນະນີ້ ເປັນສິ່ງທີ່ສະຫຼາດ ຫຼື ເປັນສິ່ງທີ່ໂງ່ຈ້າ? (ມັນເປັນສິ່ງທີ່ໂງ່ຈ້າ.) ຜູ້ນໍາ ແລະ ຜູ້ເຮັດວຽກແບບນີ້ບໍ່ແມ່ນຄົນທີ່ມີເລ່ຫຼ່ຽມບໍ? ພວກເຂົາບໍ່ແມ່ນຄົນທີ່ຂາດຄວາມສຳນຶກຮັບຜິດຊອບຢ່າງສິ້ນເຊີງບໍ? ເມື່ອພວກເຂົາພົບພໍ້ບັນຫາ, ພວກເຂົາກໍເພີກເສີຍຕໍ່ບັນຫາເຫຼົ່ານັ້ນ ນັ້ນກໍຄື ພວກເຂົາບໍ່ແມ່ນຄົນທີ່ບໍ່ມີຄວາມຄິດບໍ? ພວກເຂົາບໍ່ແມ່ນຄົນເຈົ້າເລ່ບໍ? ຄົນເຈົ້າເລ່ຄືຄົນທີ່ໂງ່ທີ່ສຸດໃນບັນດາຄົນທັງປວງ. ເຈົ້າຕ້ອງເປັນຄົນຊື່ສັດ, ເຈົ້າຕ້ອງມີຄວາມສຳນຶກຮັບຜິດຊອບ ເມື່ອເຈົ້າປະເຊີນກັບບັນຫາ ແລະ ເຈົ້າຕ້ອງພະຍາຍາມທຸກວິທີທາງທີ່ເປັນໄປໄດ້ ແລະ ສະແຫວງຫາຄວາມຈິງ ເພື່ອແກ້ໄຂບັນຫາເຫຼົ່ານັ້ນ. ເຈົ້າຕ້ອງບໍ່ເປັນຄົນເຈົ້າເລ່ຢ່າງເດັດຂາດ. ຖ້າເຈົ້າສົນໃຈພຽງແຕ່ການໂຍນຄວາມຮັບຜິດຊອບ ແລະ ລ້າງມືຂອງເຈົ້າຈາກບັນຫາ ເມື່ອມີບັນຫາເກີດຂຶ້ນ, ເຈົ້າກໍຈະຖືກກ່າວໂທດສຳລັບພຶດຕິກຳນີ້ໃນທ່າມກາງຄົນທີ່ບໍ່ເຊື່ອ, ບໍ່ຕ້ອງເວົ້າເຖິງໃນເຮືອນຂອງພຣະເຈົ້າ! ພຶດຕິກຳນີ້ຈະຖືກກ່າວໂທດ ແລະ ສາບແຊ່ງໂດຍພຣະເຈົ້າຢ່າງແນ່ນອນ ແລະ ມັນຖືກລັງກຽດ ແລະ ປະຕິເສດໂດຍຜູ້ຄົນທີ່ພຣະເຈົ້າເລືອກ. ພຣະເຈົ້າມັກຄົນຊື່ສັດ ແລະ ພຣະອົງລັງກຽດຄົນທີ່ຫຼອກລວງ ແລະ ຄົນທີ່ມີເລ່ຫຼ່ຽມ. ຖ້າເຈົ້າເປັນຄົນເຈົ້າເລ່ ແລະ ກະທຳໃນລັກສະນະທີ່ມີເລ່ຫຼ່ຽມ, ພຣະເຈົ້າຈະບໍ່ລັງກຽດເຈົ້າບໍ? ເຮືອນຂອງພຣະເຈົ້າຈະປ່ອຍເຈົ້າໄປງ່າຍໆ ບໍ? ບໍ່ຊ້າກໍໄວ, ເຈົ້າຈະຕ້ອງຮັບຜິດຊອບ. ພຣະເຈົ້າມັກຄົນຊື່ສັດ ແລະ ບໍ່ມັກຄົນເຈົ້າເລ່. ທຸກຄົນຄວນເຂົ້າໃຈເລື່ອງນີ້ຢ່າງຊັດເຈນ ແລະ ເຊົາສັບສົນ ແລະ ເຊົາເຮັດສິ່ງທີ່ໂງ່ຈ້າ. ຄວາມໂງ່ຈ້າຊົ່ວຄາວນັ້ນພໍໃຫ້ອະໄພໄດ້, ແຕ່ຖ້າຄົນໃດຄົນໜຶ່ງບໍ່ຍອມຮັບຄວາມຈິງເລີຍ, ແລ້ວພວກເຂົາກໍຫົວແຂງເກີນໄປ. ຄົນຊື່ສັດສາມາດຮັບຜິດຊອບໄດ້. ພວກເຂົາບໍ່ຄຳນຶງເຖິງຜົນໄດ້ຜົນເສຍຂອງພວກເຂົາເອງ; ພວກເຂົາພຽງແຕ່ປົກປ້ອງວຽກງານ ແລະ ຜົນປະໂຫຍດໃນເຮືອນຂອງພຣະເຈົ້າ. ພວກເຂົາມີຫົວໃຈທີ່ເມດຕາ ແລະ ຊື່ສັດ ເຊິ່ງປຽບເໝືອນຖ້ວຍນໍ້າໃສ ທີ່ຄົນເຮົາສາມາດເບິ່ງເຫັນກົ້ນຖ້ວຍໄດ້ໃນທັນທີ. ຍັງມີຄວາມໂປ່ງໃສໃນການກະທຳຂອງພວກເຂົາ. ຄົນທີ່ຫຼອກລວງມັກຈະກະທຳໃນລັກສະນະທີ່ມີເລ່ຫຼ່ຽມຢູ່ສະເໝີ, ມັກທຳທ່າເຮັດ, ປິດບັງ ແລະ ປົກປິດສິ່ງຕ່າງໆ ຢູ່ສະເໝີ ແລະ ຫໍ່ຫຸ້ມຕົນເອງໄວ້ຢ່າງແໜ້ນໜາຈົນບໍ່ໜ້າເຊື່ອ. ບໍ່ມີໃຜສາມາດເບິ່ງທະລຸຄົນປະເພດນີ້ໄດ້. ຜູ້ຄົນບໍ່ສາມາດເບິ່ງທະລຸເຖິງຄວາມຄິດພາຍໃນຂອງເຈົ້າ, ແຕ່ພຣະເຈົ້າສາມາດກວດສອບສິ່ງທີ່ຢູ່ໃນສ່ວນເລິກຂອງຫົວໃຈຂອງເຈົ້າ. ເມື່ອພຣະເຈົ້າເຫັນວ່າເຈົ້າບໍ່ແມ່ນຄົນຊື່ສັດ, ເຈົ້າເປັນສິ່ງທີ່ມີເລ່ຫຼ່ຽມ, ເຈົ້າບໍ່ເຄີຍຍອມຮັບຄວາມຈິງ, ຫຼອກລວງພຣະອົງຢູ່ສະເໝີ ແລະ ບໍ່ເຄີຍມອບຫົວໃຈຂອງເຈົ້າໃຫ້ແກ່ພຣະອົງ, ພຣະອົງກໍບໍ່ມັກເຈົ້າ ແລະ ພຣະອົງລັງກຽດ ແລະ ປະຖິ້ມເຈົ້າ. ທຸກຄົນທີ່ຮຸ່ງເຮືອງໃນທ່າມກາງຄົນທີ່ບໍ່ເຊື່ອ ແລະ ຜູ້ທີ່ປາກຫວານ ແລະ ຫົວໄວ ແມ່ນຄົນປະເພດໃດ? ເລື່ອງນີ້ຊັດເຈນຕໍ່ພວກເຈົ້າບໍ? ແກ່ນແທ້ຂອງພວກເຂົາແມ່ນຫຍັງ? ມັນສາມາດເວົ້າໄດ້ວ່າ ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ເຂົ້າໃຈຍາກເປັນພິເສດ, ພວກເຂົາລ້ວນແລ້ວແຕ່ມີເລ່ຫຼ່ຽມ ແລະ ເຈົ້າເລ່ຢ່າງສຸດຂີດ, ພວກເຂົາເປັນມານຮ້າຍ ແລະ ຊາຕານຢ່າງແທ້ຈິງ. ພຣະເຈົ້າຈະສາມາດຊ່ວຍຄົນແບບນີ້ໃຫ້ລອດພົ້ນໄດ້ບໍ? ພຣະເຈົ້າບໍ່ລັງກຽດສິ່ງໃດຫຼາຍໄປກວ່າມານຮ້າຍ ນັນກໍຄື ຄົນທີ່ຫຼອກລວງ ແລະ ມີເລ່ຫຼ່ຽມ ແລະ ພຣະອົງຈະບໍ່ຊ່ວຍຄົນແບບນີ້ໃຫ້ລອດພົ້ນຢ່າງແນ່ນອນ. ພວກເຈົ້າຕ້ອງບໍ່ເປັນຄົນປະເພດນີ້ເດັດຂາດ. ຄົນທີ່ມັກສັງເກດ ແລະ ຕື່ນຕົວຢູ່ສະເໝີ ເມື່ອພວກເຂົາເວົ້າ, ຜູ້ທີ່ເວົ້ານຸ້ມນວນ ແລະ ລ່ຽນໄຫຼ ແລະ ຫຼິ້ນລະຄອນໃຫ້ເໝາະສົມກັບໂອກາດ ເມື່ອພວກເຂົາຈັດການກັບເລື່ອງຕ່າງໆ, ເຮົາບອກເຈົ້າເລີຍວ່າ ພຣະເຈົ້າລັງກຽດຄົນແບບນີ້ທີ່ສຸດ, ຄົນແບບນີ້ແມ່ນເກີນກວ່າທີ່ຈະຊ່ວຍໃຫ້ລອດພົ້ນໄດ້. ກ່ຽວກັບທຸກຄົນທີ່ຢູ່ໃນປະເພດຂອງຄົນທີ່ຫຼອກລວງ ແລະ ມີເລ່ຫຼ່ຽມ, ບໍ່ວ່າຄຳເວົ້າຂອງພວກເຂົາຈະຟັງມ່ວນຫູສໍ່າໃດກໍຕາມ, ພວກມັນລ້ວນແລ້ວແຕ່ເປັນຄຳເວົ້າທີ່ຫຼອກລວງ ແລະ ເປັນຄຳເວົ້າມານຮ້າຍ. ຍິ່ງຄຳເວົ້າຂອງພວກເຂົາຟັງມ່ວນຫູຫຼາຍສໍ່າໃດ, ຄົນເຫຼົ່ານີ້ກໍຍິ່ງເປັນມານຮ້າຍ ແລະ ຊາຕານຫຼາຍສໍ່ານັ້ນ. ນີ້ຄືຄົນປະເພດທີ່ພຣະເຈົ້າລັງກຽດທີ່ສຸດແທ້ໆ. ນີ້ຄືສິ່ງທີ່ຖືກຕ້ອງຢ່າງແນ່ນອນ. ພວກເຈົ້າວ່າແນວໃດ: ຄົນທີ່ຫຼອກລວງ, ຄົນທີ່ມັກເວົ້າຕົວະ ແລະ ຄົນປາກຫວານ ສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດໄດ້ບໍ? ພວກເຂົາສາມາດໄດ້ຮັບຄວາມສະຫວ່າງ ແລະ ແສງເຍື່ອງທາງຂອງພຣະວິນຍານບໍລິສຸດໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ທັດສະນະຄະຕິຂອງພຣະເຈົ້າຕໍ່ຄົນທີ່ຫຼອກລວງ ແລະ ມີເລ່ຫຼ່ຽມແມ່ນຫຍັງ? ພຣະອົງລັງກຽດ-ປະຕິເສດພວກເຂົາ, ພຣະອົງວາງພວກເຂົາໄວ້ຂ້າງໆ ແລະ ບໍ່ສົນໃຈພວກເຂົາ, ພຣະອົງຖືວ່າພວກເຂົາເປັນປະເພດດຽວກັນກັບສັດ. ໃນສາຍພຣະເນດຂອງພຣະເຈົ້າ, ຄົນແບບນີ້ພຽງແຕ່ສວມໜັງມະນຸດເທົ່ານັ້ນ ແລະ ໃນແກ່ນແທ້ແລ້ວ ພວກເຂົາເປັນມານຮ້າຍ ແລະ ຊາຕານ, ພວກເຂົາເປັນຊາກສົບທີ່ຍ່າງໄດ້ ແລະ ພຣະເຈົ້າຈະບໍ່ຊ່ວຍພວກເຂົາໃຫ້ລອດພົ້ນຢ່າງແນ່ນອນ. ດັ່ງນັ້ນ, ຄົນເຫຼົ່ານີ້ຢູ່ໃນສະພາວະແບບໃດໃນຕອນນີ້? ມີຄວາມມືດຢູ່ໃນໃຈຂອງພວກເຂົາ, ພວກເຂົາຂາດຄວາມເຊື່ອທີ່ແທ້ຈິງ ແລະ ບໍ່ວ່າຈະເກີດຫຍັງຂຶ້ນກັບພວກເຂົາ, ພວກເຂົາກໍບໍ່ເຄີຍໄດ້ຮັບຄວາມສະຫວ່າງ ຫຼື ແສງເຍື່ອງທາງ. ເມື່ອປະເຊີນໜ້າກັບໄພພິບັດ ແລະ ຄວາມລຳບາກຍາກແຄ້ນ, ພວກເຂົາອະທິຖານຫາພຣະເຈົ້າ, ແຕ່ພຣະເຈົ້າບໍ່ສະຖິດຢູ່ນໍາພວກເຂົາ ແລະ ພວກເຂົາບໍ່ມີສິ່ງໃດທີ່ພວກເຂົາສາມາດເພິ່ງພາໄດ້ຢ່າງແທ້ຈິງໃນໃຈຂອງພວກເຂົາ. ເພື່ອໃຫ້ໄດ້ຮັບພຣະພອນ, ພວກເຂົາພະຍາຍາມສະແດງອອກໃຫ້ດີ, ແຕ່ພວກເຂົາກໍຄວບຄຸມຕົນເອງບໍ່ໄດ້, ຍ້ອນວ່າພວກເຂົາປາສະຈາກຈິດສຳນຶກ ແລະ ເຫດຜົນ. ພວກເຂົາບໍ່ສາມາດເປັນຄົນດີໄດ້ ເຖິງແມ່ນວ່າພວກເຂົາຢາກເປັນ; ເຖິງແມ່ນວ່າພວກເຂົາຢາກຢຸດເຮັດສິ່ງທີ່ບໍ່ດີ, ພວກເຂົາກໍຈະບໍ່ສາມາດຄວບຄຸມຕົນເອງໄດ້, ມັນຈະບໍ່ໄດ້ຜົນ. ພວກເຂົາຈະສາມາດຮູ້ຈັກຕົນເອງໄດ້ບໍ ຫຼັງຈາກທີ່ພວກເຂົາຖືກສົ່ງກັບ ແລະ ຖືກກຳຈັດ? ເຖິງແມ່ນພວກເຂົາຈະຮູ້ວ່າພວກເຂົາສົມຄວນໄດ້ຮັບສິ່ງນີ້, ພວກເຂົາກໍຈະບໍ່ຍອມຮັບມັນຕໍ່ໃຜ ແລະ ເຖິງແມ່ນວ່າພວກເຂົາເບິ່ງຄືວ່າສາມາດເຮັດໜ້າທີ່ໄດ້ເລັກນ້ອຍ, ພວກເຂົາກໍຍັງຈະກະທຳໃນລັກສະນະທີ່ມີເລ່ຫຼ່ຽມ ແລະ ວຽກງານຂອງພວກເຂົາຈະບໍ່ເກີດຜົນທີ່ຊັດເຈນ. ດັ່ງນັ້ນ ພວກເຈົ້າວ່າແນວໃດ: ຄົນເຫຼົ່ານີ້ສາມາດກັບໃຈຢ່າງແທ້ຈິງໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ນີ້ເປັນຍ້ອນວ່າພວກເຂົາບໍ່ມີຈິດສຳນຶກ ຫຼື ເຫດຜົນ ແລະ ພວກເຂົາບໍ່ຮັກຄວາມຈິງ. ພຣະເຈົ້າບໍ່ຊ່ວຍຄົນທີ່ມີເລ່ຫຼ່ຽມ ແລະ ຊົ່ວຮ້າຍແບບນີ້ໃຫ້ລອດພົ້ນ. ມີຄວາມຫວັງຫຍັງໃນການເຊື່ອໃນພຣະເຈົ້າສຳລັບຄົນແບບນີ້? ຄວາມເຊື່ອຂອງພວກເຂົາປາສະຈາກຄວາມໝາຍແລ້ວ ແລະ ພວກເຂົາຈະບໍ່ໄດ້ຮັບຫຍັງຈາກມັນຢ່າງແນ່ນອນ. ຖ້າຕະຫຼອດການເຊື່ອໃນພຣະເຈົ້າຂອງພວກເຂົາ, ຜູ້ຄົນບໍ່ສະແຫວງຫາຄວາມຈິງ, ແລ້ວບໍ່ວ່າພວກເຂົາຈະເຊື່ອມາຈັກປີກໍຕາມ, ມັນກໍຈະບໍ່ມີຜົນຫຍັງ; ເຖິງແມ່ນວ່າພວກເຂົາຈະເຊື່ອຈົນເຖິງທີ່ສຸດ, ພວກເຂົາກໍຈະບໍ່ໄດ້ຮັບຫຍັງເລີຍ. ເພື່ອທີ່ຈະໄດ້ຮັບພຣະເຈົ້າ, ຜູ້ຄົນຕ້ອງໄດ້ຮັບຄວາມຈິງ. ມີພຽງແຕ່ຖ້າພວກເຂົາເຂົ້າໃຈຄວາມຈິງ, ປະຕິບັດຄວາມຈິງ ແລະ ເຂົ້າສູ່ຄວາມຈິງຄວາມເປັນຈິງເທົ່ານັ້ນ ພວກເຂົາຈຶ່ງຈະໄດ້ຮັບຄວາມຈິງ ແລະ ບັນລຸຄວາມລອດພົ້ນຂອງພຣະເຈົ້າ; ແລະ ມີພຽງແຕ່ຕອນນັ້ນເທົ່ານັ້ນ ພວກເຂົາຈຶ່ງຈະໄດ້ຮັບການຍອມຮັບ ແລະ ພຣະພອນຂອງພຣະເຈົ້າ; ແລະ ມີພຽງແຕ່ນີ້ເທົ່ານັ້ນຈຶ່ງເປັນການໄດ້ຮັບພຣະເຈົ້າ. ຖ້າຜູ້ຄົນຕ້ອງການໄດ້ຮັບຄວາມຈິງ, ແລ້ວກ້າວທຳອິດທີ່ພວກເຂົາຄວນເຮັດກໍຄື ການຮຽນຮູ້ທີ່ຈະປະຕິບັດຄວາມຮັບຜິດຊອບຂອງພວກເຂົາ, ນັ້ນກໍຄື ພວກເຂົາຄວນປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ,ນີ້ຄືສິ່ງພື້ນຖານທີ່ສຸດ. ຜູ້ຄົນຕ້ອງບໍ່ຮຽນຮູ້ຈາກຜູ້ນໍາປອມຢ່າງເດັດຂາດ, ຄົນທີ່ເທດສະໜາພຽງແຕ່ພຣະທຳ ແລະ ຫຼັກຄຳສອນ ແລະ ບໍ່ເຮັດວຽກງານຕົວຈິງ, ບໍ່ຮັບຜິດຊອບຕໍ່ສິ່ງໃດທີ່ພວກເຂົາເຮັດ, ເຮັດທຸກຢ່າງແບບພໍແລ້ວມືແລ້ວຕີນ ແລະ ລົງເອີຍດ້ວຍການຖືກກຳຈັດ. ການປະຕິບັດໜ້າທີ່ຂອງຕົນບໍ່ແມ່ນເລື່ອງເລັກນ້ອຍ; ຜູ້ຄົນຖືກເປີດເຜີຍຫຼາຍທີ່ສຸດໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ພຣະເຈົ້າກຳນົດຈຸດຈົບຂອງຜູ້ຄົນໂດຍອີງໃສ່ການປະຕິບັດທີ່ສະໝໍ່າສະເໝີຂອງພວກເຂົາ ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ. ມັນໝາຍຄວາມວ່າແນວໃດ ເມື່ອຄົນໃດຄົນໜຶ່ງບໍ່ປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ? ມັນໝາຍຄວາມວ່າພວກເຂົາບໍ່ຍອມຮັບຄວາມຈິງ ຫຼື ກັບໃຈຢ່າງແທ້ຈິງ ແລະ ຖືກກຳຈັດໂດຍພຣະເຈົ້າ. ເມື່ອຜູ້ນໍາປອມ ແລະ ຜູ້ເຮັດວຽກປອມຖືກໄລ່ອອກ, ສິ່ງນີ້ສະແດງເຖິງຫຍັງ? ນີ້ຄືທັດສະນະຄະຕິຂອງເຮືອນຂອງພຣະເຈົ້າທີ່ມີຕໍ່ຄົນແບບນີ້ ແລະ ແນ່ນອນວ່າ ມັນຍັງສະແດງເຖິງທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ຄົນແບບນີ້ເຊັ່ນກັນ. ດັ່ງນັ້ນ, ທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ຄົນໄຮ້ປະໂຫຍດແບບນີ້ແມ່ນຫຍັງ? ພຣະອົງລັງກຽດ-ປະຕິເສດພວກເຂົາ, ກ່າວໂທດພວກເຂົາ ແລະ ກຳຈັດພວກເຂົາ. ດັ່ງນັ້ນ, ພວກເຈົ້າຍັງຢາກໝົກມຸ້ນກັບຜົນປະໂຫຍດຈາກສະຖານະ ແລະ ເປັນຜູ້ນໍາປອມຢູ່ບໍ?
ຫຼັງຈາກທີ່ຜູ້ຄົນມາເຊື່ອໃນພຣະເຈົ້າ, ແມ່ນຫຍັງຄືສິ່ງທີ່ເຈັບປວດທີ່ສຸດ ແລະ ໜ້າເສົ້າໃຈທີ່ສຸດທີ່ສາມາດເກີດຂຶ້ນກັບພວກເຂົາ? ສິ່ງທີ່ໃຫຍ່ທີ່ສຸດກໍບໍ່ມີຫຍັງເກີນໄປກວ່າການໄດ້ຮູ້ວ່າ ພວກເຂົາຖືກກຳຈັດອອກ ຫຼື ຖືກຂັບໄລ່ ແລະ ພວກເຂົາຖືກເປີດເຜີຍ ແລະ ຖືກກຳຈັດໂດຍພຣະເຈົ້າ,ນີ້ຄືສິ່ງທີ່ເຈັບປວດທີ່ສຸດ ແລະ ໜ້າເສົ້າໃຈທີ່ສຸດ ແລະ ບໍ່ມີໃຜຢາກໃຫ້ສິ່ງນີ້ເກີດຂຶ້ນກັບພວກເຂົາ ຫຼັງຈາກທີ່ພວກເຂົາມາເຊື່ອໃນພຣະເຈົ້າ. ດັ່ງນັ້ນ, ຜູ້ຄົນຈະຫຼີກລ່ຽງບໍ່ໃຫ້ສິ່ງນີ້ເກີດຂຶ້ນກັບພວກເຂົາໄດ້ແນວໃດ? ຢ່າງໜ້ອຍທີ່ສຸດ, ພວກເຂົາຕ້ອງກະທຳຕາມຈິດສຳນຶກຂອງພວກເຂົາ, ນັ້ນກໍຄື ກ່ອນອື່ນໝົດ ພວກເຂົາຕ້ອງຮຽນຮູ້ວິທີປະຕິບັດຄວາມຮັບຜິດຊອບຂອງພວກເຂົາ, ພວກເຂົາຕ້ອງບໍ່ເຮັດພໍແລ້ວມືແລ້ວຕີນຢ່າງເດັດຂາດ ແລະ ພວກເຂົາຕ້ອງບໍ່ເຮັດໃຫ້ສິ່ງທີ່ພຣະເຈົ້າຝາກຝັງໄວ້ກັບພວກເຂົານັ້ນຊັກຊ້າ. ໃນເມື່ອເຈົ້າເປັນຄົນ, ເຈົ້າຄວນໄຕ່ຕອງວ່າ ຄວາມຮັບຜິດຊອບຂອງມະນຸດແມ່ນຫຍັງ. ຄວາມຮັບຜິດຊອບທີ່ຄົນທີ່ບໍ່ເຊື່ອໃຫ້ຄຸນຄ່າທີ່ສຸດ ເຊັ່ນ: ການມີຄວາມກະຕັນຍູ, ການລ້ຽງດູພໍ່ແມ່ຂອງເຈົ້າ ແລະ ການສ້າງຊື່ສຽງໃຫ້ແກ່ວົງຕະກຸນຂອງເຈົ້າ ແມ່ນບໍ່ຈຳເປັນຕ້ອງກ່າວເຖິງ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ຫວ່າງເປົ່າ ແລະ ປາສະຈາກຄວາມໝາຍທີ່ແທ້ຈິງ. ຄວາມຮັບຜິດຊອບຂັ້ນຕໍ່າສຸດທີ່ມະນຸດຄວນປະຕິບັດແມ່ນຫຍັງ? ສິ່ງທີ່ເປັນຈິງທີ່ສຸດກໍຄື ວິທີທີ່ເຈົ້າປະຕິບັດໜ້າທີ່ຂອງເຈົ້າໃຫ້ດີໃນຕອນນີ້. ການພໍໃຈກັບພຽງແຕ່ການເຮັດພໍເປັນພິທີນັ້ນ ບໍ່ແມ່ນການປະຕິບັດຄວາມຮັບຜິດຊອບຂອງເຈົ້າ ແລະ ການເວົ້າພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນກໍບໍ່ແມ່ນການປະຕິບັດຄວາມຮັບຜິດຊອບຂອງເຈົ້າ. ມີພຽງແຕ່ການປະຕິບັດຄວາມຈິງ ແລະ ການເຮັດສິ່ງຕ່າງໆ ຕາມຫຼັກການເທົ່ານັ້ນ ຈຶ່ງເປັນການປະຕິບັດຄວາມຮັບຜິດຊອບຂອງເຈົ້າ. ມີພຽງແຕ່ຕອນທີ່ການປະຕິບັດຄວາມຈິງຂອງເຈົ້າເກີດຜົນ ແລະ ເປັນປະໂຫຍດຕໍ່ຜູ້ຄົນເທົ່ານັ້ນ ເຈົ້າຈຶ່ງຈະໄດ້ປະຕິບັດຄວາມຮັບຜິດຊອບຂອງເຈົ້າຢ່າງແທ້ຈິງ. ບໍ່ວ່າເຈົ້າກຳລັງປະຕິບັດໜ້າທີ່ຫຍັງກໍຕາມ, ມີພຽງແຕ່ຕອນທີ່ເຈົ້າຍຶດໝັ້ນໃນການກະທຳຕາມຫຼັກການຄວາມຈິງໃນທຸກສິ່ງເທົ່ານັ້ນ ເຈົ້າຈຶ່ງຈະໄດ້ປະຕິບັດຄວາມຮັບຜິດຊອບຂອງເຈົ້າຢ່າງແທ້ຈິງ. ການເຮັດພໍເປັນພິທີຕາມວິທີການຂອງມະນຸດໃນການເຮັດສິ່ງຕ່າງໆ ແມ່ນການເຮັດພໍແລ້ວມືແລ້ວຕີນ; ມີພຽງແຕ່ການຍຶດໝັ້ນກັບຫຼັກການຄວາມຈິງເທົ່ານັ້ນ ຈຶ່ງເປັນການປະຕິບັດໜ້າທີ່ຂອງເຈົ້າຢ່າງເໝາະສົມ ແລະ ເປັນການປະຕິບັດຄວາມຮັບຜິດຊອບຂອງເຈົ້າ. ແລ້ວເມື່ອເຈົ້າປະຕິບັດຄວາມຮັບຜິດຊອບຂອງເຈົ້າ, ນີ້ບໍ່ແມ່ນການສະແດງອອກຂອງຄວາມຈົງຮັກພັກດີບໍ? ນີ້ຄືການສະແດງອອກຂອງການປະຕິບັດໜ້າທີ່ຂອງເຈົ້າຢ່າງຈົງຮັກພັກດີ. ມີພຽງແຕ່ຕອນທີ່ເຈົ້າມີຄວາມສຳນຶກຮັບຜິດຊອບນີ້, ມີຄວາມຕັ້ງໃຈ ແລະ ຄວາມປາດຖະໜານີ້ ແລະ ມີການສະແດງອອກຂອງຄວາມຈົງຮັກພັກດີນີ້ ກ່ຽວກັບໜ້າທີ່ຂອງເຈົ້າເທົ່ານັ້ນ ພຣະເຈົ້າຈຶ່ງຈະເບິ່ງເຈົ້າດ້ວຍຄວາມພໍພຣະໄທ ແລະ ຮັບຮອງເອົາເຈົ້າ. ຖ້າເຈົ້າບໍ່ມີແມ່ນແຕ່ຄວາມສຳນຶກຮັບຜິດຊອບນີ້, ພຣະເຈົ້າກໍຈະປະຕິບັດຕໍ່ເຈົ້າຄືກັບຄົນຂີ້ຄ້ານ, ຄົນເບົາປັນຍາ ແລະ ຈະດູຖູກເຈົ້າ. ຈາກມຸມມອງຂອງມະນຸດ, ມັນໝາຍເຖິງການບໍ່ເຄົາລົບເຈົ້າ, ບໍ່ຈິງຈັງກັບເຈົ້າ ແລະ ດູຖູກເຈົ້າ. ມັນຄືກັບວ່າ ຖ້າເຈົ້າໄດ້ຕິດຕໍ່ພົວພັນກັບຄົນໃດຄົນໜຶ່ງມາໄລຍະໜຶ່ງ ແລະ ເຈົ້າເຫັນພວກເຂົາເວົ້າກ່ຽວກັບເລື່ອງລົມໆ ແລ້ງໆ ແລະ ບໍ່ເປັນຄວາມຈິງ ແລະ ເວົ້າໄປທົ່ວໃນເລື່ອງທີ່ບໍ່ເປັນຈິງ ແລະ ເຈົ້າສັງເກດເຫັນວ່າພວກເຂົາມັກໂອ້ອວດ ແລະ ເວົ້າໃຫຍ່ ແລະ ພວກເຂົາບໍ່ໜ້າເຊື່ອຖື, ເຈົ້າຈະເຄົາລົບພວກເຂົາບໍ? ເຈົ້າຈະກ້າຝາກຝັງວຽກງານໃດໜຶ່ງໃຫ້ພວກເຂົາບໍ? ບາງທີພວກເຂົາອາດຈະເຮັດໃຫ້ວຽກງານທີ່ເຈົ້າຝາກຝັງໄວ້ກັບພວກເຂົານັ້ນຊັກຊ້າ ຍ້ອນເຫດຜົນໃດໜຶ່ງ, ດັ່ງນັ້ນ ເຈົ້າຈຶ່ງບໍ່ກ້າທີ່ຈະຝາກຝັງສິ່ງໃດໄວ້ກັບຄົນແບບນັ້ນ. ເຈົ້າຈະລັງກຽດພວກເຂົາຈາກກົ້ນບຶ້ງໃນຫົວໃຈຂອງເຈົ້າ ແລະ ເຈົ້າຈະເສຍໃຈທີ່ເຄີຍຄົບຫາກັບພວກເຂົາ. ເຈົ້າຈະຮູ້ສຶກໂຊກດີທີ່ເຈົ້າບໍ່ໄດ້ຝາກຝັງສິ່ງໃດໄວ້ກັບພວກເຂົາ ແລະ ເຈົ້າຈະຄິດວ່າ ຖ້າເຈົ້າໄດ້ຝາກຝັງ, ເຈົ້າກໍຄົງຈະເສຍໃຈໄປຕະຫຼອດຊີວິດ. ສົມມຸດວ່າ ເຈົ້າພົວພັນກັບຄົນໃດຄົນໜຶ່ງ ແລະ ຜ່ານການສົນທະນາ ແລະ ການຕິດຕໍ່ກັບພວກເຂົາ, ເຈົ້າເຫັນວ່າ ບໍ່ພຽງແຕ່ພວກເຂົາມີຄວາມເປັນມະນຸດທີ່ດີເທົ່ານັ້ນ, ແຕ່ພວກເຂົາຍັງມີຄວາມສຳນຶກຮັບຜິດຊອບອີກດ້ວຍ ແລະ ເມື່ອເຈົ້າຝາກຝັງວຽກງານໜຶ່ງໃຫ້ພວກເຂົາ, ເຖິງແມ່ນວ່າເຈົ້າພຽງແຕ່ເວົ້າບາງຢ່າງແບບຜ່ານໆ ກັບພວກເຂົາ, ພວກເຂົາກໍຈົດຈຳມັນໄວ້ໃນໃຈຂອງພວກເຂົາ ແລະ ພວກເຂົາຄິດຫາວິທີຈັດການວຽກງານນັ້ນໃຫ້ດີ ເພື່ອເຮັດໃຫ້ເຈົ້າພໍໃຈ, ແລະ ຖ້າພວກເຂົາຈັດການວຽກງານທີ່ເຈົ້າມອບໝາຍໃຫ້ພວກເຂົາບໍ່ດີ, ພວກເຂົາກໍຮູ້ສຶກອາຍທີ່ຈະພົບໜ້າເຈົ້າຫຼັງຈາກນັ້ນ, ນີ້ຄືຄົນທີ່ມີຄວາມສຳນຶກຮັບຜິດຊອບ. ຕາບໃດທີ່ບອກບາງຢ່າງແກ່ພວກເຂົາ ຫຼື ມີການມອບໝາຍບາງຢ່າງໃຫ້ພວກເຂົາ, ບໍ່ວ່າຈະເປັນໂດຍຜູ້ນໍາ, ຜູ້ເຮັດວຽກ ຫຼື ເບື້ອງເທິງ, ຄົນທີ່ມີຄວາມສຳນຶກຮັບຜິດຊອບຈະຄິດສະເໝີວ່າ “ໃນເມື່ອພວກເຂົາເຄົາລົບຂ້ອຍແບບນີ້, ຂ້ອຍຕ້ອງຈັດການເລື່ອງນີ້ໃຫ້ດີ ແລະ ບໍ່ເຮັດໃຫ້ພວກເຂົາຜິດຫວັງ”. ເຈົ້າຈະບໍ່ຮູ້ສຶກສະບາຍໃຈບໍ ທີ່ຈະຝາກຝັງວຽກງານໃຫ້ກັບຄົນແບບນີ້ ທີ່ມີຈິດສຳນຶກ ແລະ ເຫດຜົນ? ຄົນທີ່ເຈົ້າສາມາດຝາກຝັງວຽກງານໃຫ້ໄດ້ນັ້ນ ແນ່ນອນວ່າເປັນຄົນທີ່ເຈົ້າເບິ່ງດ້ວຍຄວາມພໍໃຈ ແລະ ໄວ້ວາງໃຈ. ໂດຍສະເພາະຢ່າງຍິ່ງ, ຖ້າພວກເຂົາໄດ້ຈັດການວຽກງານຫຼາຍຢ່າງໃຫ້ເຈົ້າ ແລະ ປະຕິບັດວຽກງານທັງໝົດນັ້ນຢ່າງມີສະຕິຫຼາຍ ແລະ ຕອບສະໜອງຕາມຂໍ້ກຳນົດຂອງເຈົ້າຢ່າງຄົບຖ້ວນ, ເຈົ້າກໍຈະຄິດວ່າພວກເຂົາເປັນຄົນທີ່ໜ້າເຊື່ອຖື. ໃນໃຈຂອງເຈົ້າ, ເຈົ້າຈະຊື່ນຊົມ ແລະ ຍົກຍ້ອງພວກເຂົາຢ່າງແທ້ຈິງ. ຜູ້ຄົນຍິນດີທີ່ຈະຄົບຫາກັບຄົນປະເພດນີ້, ບໍ່ຕ້ອງເວົ້າເຖິງພຣະເຈົ້າເລີຍ. ພວກເຈົ້າຄິດວ່າ ພຣະເຈົ້າຈະເຕັມໃຈຝາກຝັງວຽກງານຂອງຄຣິສຕະຈັກ ແລະ ໜ້າທີ່ທີ່ມະນຸດມີພັນທະຕ້ອງເຮັດ ໃຫ້ກັບຄົນທີ່ບໍ່ໜ້າເຊື່ອຖືບໍ? (ບໍ່, ພຣະອົງຈະບໍ່ເຕັມໃຈ.) ເມື່ອພຣະເຈົ້າມອບໝາຍວຽກງານໃດໜຶ່ງຂອງຄຣິສຕະຈັກໃຫ້ກັບຄົນໃດຄົນໜຶ່ງ, ຄວາມຄາດຫວັງຂອງພຣະເຈົ້າທີ່ມີຕໍ່ພວກເຂົາແມ່ນຫຍັງ? ຢ່າງທີໜຶ່ງ, ພຣະເຈົ້າຫວັງວ່າ ພວກເຂົາຈະປະຕິບັດໜ້າທີ່ຢ່າງເຕັມທີ່ ແລະ ມີຄວາມຮັບຜິດຊອບ, ຫວັງວ່າພວກເຂົາຈະປະຕິບັດຕໍ່ວຽກງານນີ້ຄືກັບວ່າເປັນເລື່ອງໃຫຍ່ ແລະ ຈັດການມັນຢ່າງເໝາະສົມ ແລະ ເຮັດມັນໃຫ້ດີ. ຢ່າງທີສອງ, ພຣະເຈົ້າຫວັງວ່າ ພວກເຂົາຈະເປັນຄົນທີ່ໜ້າໄວ້ວາງໃຈ, ຫວັງວ່າ ບໍ່ວ່າເວລາຈະຜ່ານໄປດົນປານໃດ ແລະ ບໍ່ວ່າສະພາບແວດລ້ອມຈະປ່ຽນແປງໄປແນວໃດກໍຕາມ, ຄວາມສຳນຶກຮັບຜິດຊອບຂອງພວກເຂົາຈະບໍ່ສັ່ນຄອນ ແລະ ຄວາມຊື່ສັດຂອງພວກເຂົາສາມາດທົນຕໍ່ການທົດສອບໄດ້. ຖ້າພວກເຂົາເປັນຄົນທີ່ໜ້າໄວ້ວາງໃຈ, ພຣະເຈົ້າກໍຈະໝັ້ນໃຈ ແລະ ພຣະອົງຈະບໍ່ກວດກາ ຫຼື ຕິດຕາມເລື່ອງນີ້ອີກຕໍ່ໄປ. ນີ້ເປັນຍ້ອນວ່າ ໃນພຣະໄທຂອງພຣະອົງ, ພຣະອົງເຊື່ອໃຈພວກເຂົາ ແລະ ພວກເຂົາຈະເຮັດວຽກງານທີ່ໄດ້ຮັບມອບໝາຍໃຫ້ສຳເລັດຢ່າງແນ່ນອນ ໂດຍບໍ່ມີຂໍ້ຜິດພາດໃດໆ. ເມື່ອພຣະເຈົ້າຝາກຝັງວຽກງານໃຫ້ກັບຄົນໃດຄົນໜຶ່ງ, ນີ້ບໍ່ແມ່ນສິ່ງທີ່ພຣະອົງຫວັງບໍ? (ແມ່ນ.) ດັ່ງນັ້ນ ເມື່ອເຈົ້າເຂົ້າໃຈເຈດຕະນາຂອງພຣະເຈົ້າແລ້ວ, ເຈົ້າກໍຄວນຮູ້ຢູ່ໃນໃຈຂອງເຈົ້າວ່າ ຈະກະທຳແນວໃດເພື່ອຕອບສະໜອງຕາມຂໍ້ກຳນົດຂອງພຣະເຈົ້າ, ເພື່ອໃຫ້ເປັນທີ່ພໍໃຈໃນສາຍພຣະເນດຂອງພຣະເຈົ້າ ແລະ ເພື່ອໃຫ້ໄດ້ຮັບຄວາມໄວ້ວາງໃຈຈາກພຣະເຈົ້າ. ຖ້າເຈົ້າສາມາດເຫັນການສະແດງອອກ ແລະ ພຶດຕິກຳຂອງເຈົ້າເອງຢ່າງຊັດເຈນ, ພ້ອມທັງທັດສະນະຄະຕິທີ່ເຈົ້າມີຕໍ່ໜ້າທີ່ຂອງເຈົ້າ, ຖ້າເຈົ້າມີການຮັບຮູ້ຕົວເອງ ແລະ ເຈົ້າຮູ້ວ່າຕົນເອງເປັນໂຕຫຍັງ, ແລ້ວການທີ່ເຈົ້າຮຽກຮ້ອງໃຫ້ພຣະເຈົ້າເບິ່ງເຈົ້າດ້ວຍຄວາມພໍໃຈ, ສະແດງພຣະຄຸນຕໍ່ເຈົ້າ ຫຼື ປະຕິບັດຕໍ່ເຈົ້າເປັນພິເສດນັ້ນ ບໍ່ແມ່ນສິ່ງທີ່ບໍ່ມີເຫດຜົນບໍ? (ແມ່ນແລ້ວ.) ແມ່ນແຕ່ຕົວເຈົ້າເອງກໍຍັງຄິດວ່າຕົນເອງຕໍ່າຕ້ອຍ, ແມ່ນແຕ່ເຈົ້າກໍຍັງດູຖູກຕົນເອງ, ແຕ່ເຈົ້າກັບຮຽກຮ້ອງໃຫ້ພຣະເຈົ້າເບິ່ງເຈົ້າດ້ວຍຄວາມພໍໃຈ, ສິ່ງນີ້ບໍ່ສົມເຫດສົມຜົນເລີຍ. ດ້ວຍເຫດນັ້ນ, ຖ້າເຈົ້າຢາກໃຫ້ພຣະເຈົ້າເບິ່ງເຈົ້າດ້ວຍຄວາມພໍໃຈ, ຢ່າງໜ້ອຍເຈົ້າກໍຄວນເຮັດໃຫ້ຕົນເອງໜ້າເຊື່ອຖືໃນສາຍຕາຂອງຄົນອື່ນ. ຖ້າເຈົ້າຢາກໃຫ້ຄົນອື່ນໄວ້ໃຈເຈົ້າ, ເບິ່ງເຈົ້າດ້ວຍຄວາມພໍໃຈ ແລະ ຍົກຍ້ອງເຈົ້າ, ແລ້ວຢ່າງໜ້ອຍທີ່ສຸດ ເຈົ້າຕ້ອງມີກຽດສັກສີ, ມີຄວາມສຳນຶກຮັບຜິດຊອບ, ຮັກສາຄຳເວົ້າ ແລະ ໜ້າໄວ້ວາງໃຈ. ຍິ່ງໄປກວ່ານັ້ນ, ເຈົ້າຕ້ອງເປັນຄົນດຸໝັ່ນ, ມີຄວາມຮັບຜິດຊອບ ແລະ ຈົງຮັກພັກດີຕໍ່ໜ້າພຣະເຈົ້າ,ແລ້ວເຈົ້າກໍຈະບັນລຸຂໍ້ກຳນົດຂອງພຣະເຈົ້າທີ່ມີຕໍ່ເຈົ້າໂດຍພື້ນຖານ. ແລ້ວກໍຈະມີຄວາມຫວັງທີ່ເຈົ້າຈະໄດ້ຮັບການຮັບຮອງຈາກພຣະເຈົ້າ ບໍ່ແມ່ນບໍ? (ແມ່ນ.) ສິ່ງນີ້ຍາກທີ່ຈະບັນລຸບໍ? (ບໍ່.) ແມ່ນແຕ່ມະນຸດກໍຍັງຢາກຊອກຫາຄົນທີ່ໜ້າເຊື່ອຖືເພື່ອຈັດການໜ້າວຽກ ແລະ ຄົບຫາສະມາຄົມນໍາ, ສະນັ້ນ ມັນຫຼາຍເກີນໄປບໍທີ່ພຣະເຈົ້າຈະຂໍໃຫ້ມະນຸດປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ ແລະ ພຣະອົງຈະມີຂໍ້ກຳນົດເລັກນ້ອຍນີ້ສຳລັບພວກເຂົາ? (ບໍ່, ມັນບໍ່ຫຼາຍເກີນໄປ.) ມັນບໍ່ຫຼາຍເກີນໄປເລີຍ. ນີ້ບໍ່ແມ່ນການສ້າງຄວາມລຳບາກໃຈໃຫ້ແກ່ຜູ້ຄົນ, ແຕ່ກົງກັນຂ້າມ ມັນເປັນສິ່ງທີ່ຖືກຕ້ອງເໝາະສົມຫຼາຍ. ພຽງແຕ່ຜູ້ຄົນບໍ່ມີໃຈທີ່ຈະເຮັດສິ່ງນີ້, ພວກເຂົາບໍ່ໄຕ່ຕອງເຖິງຄວາມຄິດຂອງພຣະເຈົ້າ ຫຼື ບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ. ສິ່ງດຽວທີ່ພວກເຂົາສາມາດເຮັດໄດ້ກໍຄື ການຮຽກຮ້ອງຈາກພຣະເຈົ້າຢູ່ສະເໝີ ໂດຍເວົ້າວ່າ “ພຣະອົງຕ້ອງອວຍພອນຂ້ານ້ອຍ! ພຣະອົງຕ້ອງເມດຕາຂ້ານ້ອຍ! ພຣະອົງຕ້ອງນໍາພາຂ້ານ້ອຍ!” ດັ່ງນັ້ນ, ສິ່ງທີ່ເຈົ້າກຳລັງເຮັດຢູ່ແມ່ນຫຍັງ? ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າຕາມຈິດສຳນຶກ ແລະ ເຫດຜົນຂອງເຈົ້າຢ່າງແທ້ຈິງໄດ້ບໍ? ເຈົ້າສາມາດດຸໝັ່ນ, ມີຄວາມຮັບຜິດຊອບ ແລະ ຈົງຮັກພັກດີຢ່າງແທ້ຈິງໄດ້ບໍ? ນີ້ຄືເງື່ອນໄຂພື້ນຖານທີ່ສຸດທີ່ເຈົ້າຕ້ອງບັນລຸ ເພື່ອໃຫ້ພຣະເຈົ້າເບິ່ງເຈົ້າດ້ວຍຄວາມພໍໃຈ. ນີ້ບໍ່ແມ່ນທິດທາງທີ່ຜູ້ຄົນຄວນພະຍາຍາມຢ່າງໜັກ ເພື່ອໄປໃຫ້ເຖິງບໍ? ໃນເມື່ອເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງພະຍາຍາມກ້າວໄປສູ່ຄວາມຈິງ ແລະ ຂໍ້ກຳນົດຂອງພຣະເຈົ້າ, ນີ້ຄືທິດທາງທີ່ຜູ້ຄົນຄວນພະຍາຍາມຢ່າງໜັກ ເພື່ອໄປໃຫ້ເຖິງ. ຜູ້ຄົນຕ້ອງພະຍາຍາມຢ່າງໜັກໃນທິດທາງທີ່ຖືກຕ້ອງ. ດ້ວຍວິທີນັ້ນ, ການສະແຫວງຫາຂອງພວກເຂົາເພື່ອເຮັດໃຫ້ພຣະເຈົ້າພໍໃຈກໍຈະບໍ່ຫວ່າງເປົ່າອີກຕໍ່ໄປ.
ໃນໃຈຂອງພວກເຂົາ, ຜູ້ນໍາປອມມີແນວຄິດກ່ຽວກັບການເຮັດໃຫ້ພຣະເຈົ້າພໍໃຈໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະອົງບໍ? ພວກເຂົາມີທັດສະນະຄະຕິໃດໆ ບໍ? ເຫັນໄດ້ຢ່າງຊັດເຈນວ່າບໍ່ມີ. ພວກເຂົາພຽງແຕ່ມີທັດສະນະຄະຕິຂອງການໃຊ້ຊີວິດແບບຢູ່ໄປວັນໆ ແລະ ພວກເຂົາປະຕິບັດຕໍ່ພຣະເຈົ້າໃນລັກສະນະດຽວກັນ, ໃນລັກສະນະທີ່ບໍ່ເຄົາລົບ ແລະ ດູຖູກຢ່າງຍິ່ງ. ທັດສະນະຄະຕິແບບນີ້ເຮັດໃຫ້ພຣະເຈົ້າເສື່ອມເສຍກຽດ ແລະ ໝິ່ນປະໝາດພຣະອົງຢ່າງຮ້າຍແຮງ ແລະ ພຣະເຈົ້າລັງກຽດມັນ. ພຣະເຈົ້າໄດ້ມອບຊີວິດ ແລະ ທຸກສິ່ງທີ່ມະນຸດຄອບຄອງໃຫ້ແກ່ພວກເຂົາ, ແຕ່ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ທຸກສິ່ງທີ່ພຣະເຈົ້າໄດ້ມອບໃຫ້ແກ່ພວກເຂົາ, ຕໍ່ການຈັດແຈງທີ່ພຣະເຈົ້າເຮັດສຳລັບຊີວິດຂອງພວກເຂົາ, ຕໍ່ການຝາກຝັງ ແລະ ພາລະກິດຂອງພຣະເຈົ້າ ແລະ ຕໍ່ໜ້າທີ່ຂອງພວກເຂົາເອງ, ແມ່ນທັດສະນະຄະຕິຂອງການດູໝິ່ນ ແລະ ການດູຖູກ. “ການດູຖູກ” ໝາຍຄວາມວ່າແນວໃດ? ມັນໝາຍເຖິງການຢາກໃຊ້ຊີວິດແບບຢູ່ໄປວັນໆ ແລະ ບໍ່ຈິງຈັງກັນຫຍັງເລີຍ. ພຣະເຈົ້າລັງກຽດທັດສະນະຄະຕິແບບນີ້ຂອງພວກເຂົາຢ່າງສຸດຂີດ ແລະ ນັ້ນຄືເຫດຜົນທີ່ພຣະອົງຈະບໍ່ຊ່ວຍຄົນແບບນີ້ໃຫ້ລອດພົ້ນຢ່າງແນ່ນອນ. ສິ່ງທີ່ພວກເຈົ້າຄວນເຂົ້າໃຈຢູ່ບ່ອນນີ້ແມ່ນຫຍັງ? ມັນຄືການທີ່ພວກເຈົ້າຕ້ອງບໍ່ເປັນຄົນປະເພດນີ້. ບໍ່ວ່າເຈົ້າຈະເປັນຜູ້ນໍາ ຫຼື ບໍ່ ຫຼື ບໍ່ວ່າເຈົ້າຈະມີຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ຈະເປັນຜູ້ນໍາ ຫຼື ບໍ່, ກ່ອນອື່ນໝົດ ເຈົ້າຕ້ອງຮຽນຮູ້ທີ່ຈະປະພຶດຕົນ ແລະ ຕ້ອງບໍ່ເປັນຄົນຂີ້ຄ້ານ, ຄົນເກເລ ຫຼື ນັກເລງຢ່າງເດັດຂາດ. ໃນການປະພຶດຂອງເຈົ້າ, ເຈົ້າຕ້ອງມີທັດສະນະຄະຕິທີ່ຊື່ກົງ, ມີກຽດສັກສີ ແລະ ມີຄວາມສຳນຶກຮັບຜິດຊອບ, ນີ້ຄືສິ່ງພື້ນຖານທີ່ສຸດ. ມີພຽງແຕ່ບົນພື້ນຖານນີ້ເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດຕອບສະໜອງຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ເຮັດໃຫ້ການຝາກຝັງຂອງພຣະອົງສຳເລັດ. ຖ້າເຈົ້າບໍ່ມີແມ່ນແຕ່ພື້ນຖານເລັກນ້ອຍນີ້, ແລ້ວກໍບໍ່ມີຫຍັງທີ່ຈະເວົ້າເຖິງ.
ວັນທີ 3 ເມສາ 2021