ລັກສະນະທີ່ສອງແຫ່ງຄວາມສຳຄັນຂອງການບັງເກີດເປັນມະນຸດ

ແມ່ນຫຍັງຄືຄວາມໝາຍຂອງຄວາມທຳມະດາ ແລະ ຄວາມປົກກະຕິຂອງພຣະເຈົ້າທີ່ບັງເກີດເປັນມະນຸດ? ພວກມັນເປັນພຽງສິ່ງທີ່ມີຢູ່ເພື່ອໃຫ້ພຣະອົງສາມາດປະຕິບັດພາລະກິດບໍ? ມັນແມ່ນເພື່ອພິສູດວ່າພຣະອົງແມ່ນພຣະຄຣິດບໍ? ບາງຄົນເວົ້າວ່າ “ພຣະເຈົ້າທີ່ບັງເກີດເປັນມະນຸດຕ້ອງເປັນຄົນທຳມະດາສາມັນຢ່າງແນ່ນອນ”. ມັນໝາຍເຖິງສິ່ງນີ້ເທົ່ານັ້ນບໍ? ໂດຍການເວົ້າວ່າ “ຖ້າພຣະອົງແມ່ນພຣະຄຣິດ, ພຣະອົງກໍຕ້ອງເປັນຄົນທຳມະດາສາມັນຢ່າງແນ່ນອນ”, ນີ້ບໍ່ເປັນການຈຳກັດຂອບເຂດຂອງພຣະເຈົ້າບໍ? “ແນ່ນອນ” ໝາຍຄວາມວ່າແນວໃດ? ບາງຄົນເວົ້າວ່າ “ມັນເປັນການສະແດງພຣະທຳຂອງພຣະເຈົ້າ, ເພື່ອໃຫ້ມະນຸດສາມາດຕິດຕໍ່ກັບພຣະອົງໄດ້ຢ່າງງ່າຍດາຍ”. ນີ້ແມ່ນຈຸດປະສົງໜຶ່ງດຽວບໍ? ເມື່ອເບິ່ງມັນໃນແງ່ຂອງແກ່ນແທ້ຂອງພຣະຄຣິດ, ແກ່ນແທ້ຂອງພຣະຄຣິດແມ່ນພຣະເຈົ້າເອງຢ່າງຄົບຖ້ວນ ແລະ ສົມບູນ. ທຸກສິ່ງທີ່ພຣະເຈົ້າເຮັດມີຄວາມໝາຍ. ຮ່າງກາຍທີ່ເປັນເນື້ອໜັງທີ່ໄດ້ຮັບການແຕ່ງຕັ້ງເປັນພິເສດ, ເຊິ່ງມີຮູບຮ່າງທີ່ຖືກແຕ່ງຕັ້ງເປັນພິເສດ, ເປັນຄອບຄົວທີ່ຖືກແຕ່ງຕັ້ງເປັນພິເສດ, ສະພາບແວດລ້ອມການດຳລົງຊີວິດທີ່ຖືກແຕ່ງຕັ້ງເປັນພິເສດ. ສິ່ງເຫຼົ່ານີ້ທີ່ພຣະເຈົ້າເຮັດລ້ວນແລ້ວແຕ່ມີຄວາມໝາຍ. ບາງຄົນຖາມວ່າ: “ເປັນໄປໄດ້ແນວໃດທີ່ຂ້ອຍບໍ່ສາມາດເຫັນຄວາມໝາຍອັນຍິ່ງໃຫຍ່ທີ່ຢູ່ເບື້ອງຫຼັງການສວມໃສ່ເນື້ອໜັງທີ່ທຳມະດາ ແລະ ປົກກະຕິຂອງພຣະເຈົ້າ? ເນື້ອໜັງຂອງພຣະອົງບໍ່ແມ່ນພຽງເປືອກພາຍນອກບໍ? ຫຼັງຈາກທີ່ພຣະເຈົ້າສຳເລັດພາລະກິດຂອງພຣະອົງ, ເປືອກພາຍນອກນີ້ຈະບໍ່ໄຮ້ປະໂຫຍດບໍ?” ໃນຈິນຕະນາການຂອງຜູ້ຄົນ ແລະ ໃນຄວາມຮັບຮູ້ຂອງພວກເຂົາ, ພວກເຂົາຄິດວ່າເປືອກພາຍນອກຂອງເນື້ອໜັງທີ່ທຳມະດາ ແລະ ປົກກະຕິນີ້ບໍ່ມີປະໂຫຍດອັນຍິ່ງໃຫຍ່, ມັນບໍ່ໄດ້ຮັບໃຊ້ຈຸດປະສົງອັນຍິ່ງໃຫຍ່ໃນພາລະກິດຂອງພຣະເຈົ້າ ຫຼື ໃນແຜນການຄຸ້ມຄອງຂອງພຣະອົງ ແລະ ມັນມີຢູ່ພຽງເພື່ອເຮັດໃຫ້ພາລະກິດຂັ້ນຕອນນີ້ສໍາເລັດເທົ່ານັ້ນ. ຜູ້ຄົນເຊື່ອວ່າ ມັນມີຢູ່ ເພື່ອວ່າພວກເຂົາຈະສາມາດຕິດຕໍ່ພົວພັນກັບພຣະອົງໄດ້ຢ່າງງ່າຍດາຍ ແລະ ໄດ້ຍິນພຣະທຳຂອງພຣະອົງ, ເພື່ອວ່າພວກເຂົາອາດຈະເຫັນ ແລະ ຮູ້ສຶກໄດ້ເຖິງພຣະອົງ ແລະ ວ່າມັນບໍ່ມີປະໂຫຍດຫຍັງອື່ນອີກ. ໃນອະດີດ, ນີ້ແມ່ນສິ່ງທີ່ຜູ້ຄົນເຂົ້າໃຈຄວາມໝາຍຂອງການບັງເກີດເປັນມະນຸດ. ແຕ່ຄວາມຈິງແລ້ວ, ໃນລະຫວ່າງພາລະກິດຂອງເນື້ອໜັງທຳມະດາ ແລະ ປົກກະຕິ ແລະ ລະຫວ່າງເວລາຂອງການບັງເກີດເປັນມະນຸດ, ນອກເໜືອຈາກການແບກຮັບພາລະກິດແຫ່ງວຽກຂອງພຣະອົງເອງແລ້ວ, ພຣະອົງຍັງຮັບເອົາວຽກທີ່ບໍ່ມີໃຜພິຈາລະນາເຖິງເທື່ອ. ນີ້ແມ່ນພາລະກິດປະເພດໃດ? ນອກເໜືອຈາກການປະຕິບັດພາລະກິດຂອງພຣະເຈົ້າເອງ, ພຣະອົງຍັງມາປະສົບກັບການທົນທຸກຂອງມະນຸດອີກດ້ວຍ. ໃນອະດີດ, ຜູ້ຄົນບໍ່ຮັບຮູ້ເຖິງສິ່ງນີ້.

ແຕ່ກ່ອນ, ຜູ້ຄົນບໍ່ເຄີຍເຂົ້າໃຈວ່າເປັນຫຍັງພຣະເຈົ້າທີ່ບັງເກີດເປັນມະນຸດຈຶ່ງທົນທຸກຈາກຄວາມເຈັບປ່ວຍຢູ່ສະເໝີ ຫຼື ການທົນທຸກນີ້ແມ່ນເພື່ອຫຍັງ. ບາງຄົນເວົ້າວ່າ “ພຣະເຈົ້າຖ່ອມຕົວ ແລະ ລີ້ລັບ, ພຣະອົງຜ່ານການທົນທຸກນີ້ເພື່ອຊ່ວຍມະນຸດໃຫ້ລອດພົ້ນ, ພຣະເຈົ້າຮັກມະນຸດ...”. ນີ້ແມ່ນຄຳອະທິບາຍທີ່ໜ້າມຶນງົງທີ່ພວກເຂົາໃຫ້ໄວ້. ມັນຈຳເປັນແທ້ໆບໍທີ່ພຣະອົງຕ້ອງທົນທຸກກັບສິ່ງເຫຼົ່ານີ້ເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ? ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ຜ່ານການທົນທຸກນີ້, ພຣະເຈົ້າເອງສາມາດບັນລຸມັນໄດ້ບໍ? ພຣະອົງສາມາດບັນລຸໄດ້. ບາງຄົນເວົ້າວ່າ “ໃນຍຸກແຫ່ງພຣະຄຸນ ພວກເຮົາຈຳເປັນຕ້ອງອະທິຖານຫາພຣະເຈົ້າເທົ່ານັ້ນ ແລະ ຈາກນັ້ນຄວາມເຈັບປ່ວຍໃດໜຶ່ງກໍສາມາດຖືກຮັກສາໃຫ້ຫາຍດີໄດ້ທັນທີທີ່ມັນປາກົດຂຶ້ນ. ພວກເຮົາບໍ່ເຄີຍກິນຢາ ແລະ ບາງຄົນກໍອະທິຖານ ແລະ ເຖິງກັບຫາຍດີຈາກພະຍາດມະເຮັງ. ແລ້ວເປັນຫຍັງພຣະເຈົ້າທີ່ບັງເກີດເປັນມະນຸດຈຶ່ງທໍລະມານດ້ວຍຄວາມເຈັບປ່ວຍຢູ່ສະເໝີ? ເປັນຫຍັງພຣະອົງຈຶ່ງບໍ່ເຄີຍມີສຸຂະພາບດີ? ເປັນຫຍັງພຣະເຈົ້າທີ່ບັງເກີດເປັນມະນຸດຈຶ່ງບໍ່ໄດ້ຮັບຄວາມກະລຸນາຫຼາຍເທົ່າກັບມະນຸດ?” ນີ້ເປັນຄວາມເລິກລັບສຳລັບມະນຸດຊາດສະເໝີມາ. ນີ້ເປັນປົມໃນໃຈຂອງມະນຸດ, ແຕ່ເຖິງປານນັ້ນ ຜູ້ຄົນກໍບໍ່ໄດ້ຈິງຈັງກັບເລື່ອງນີ້ຫຼາຍປານໃດ. ກົງກັນຂ້າມ, ພວກເຂົາສະເໜີຄຳອະທິບາຍທີ່ໜ້າມຶນງົງ, ເວົ້າວ່າພຣະເຈົ້າຮັກມະນຸດ, ພຣະເຈົ້າທົນທຸກເພື່ອມະນຸດຊາດ. ແມ່ນແຕ່ຕອນນີ້, ຜູ້ຄົນກໍຍັງບໍ່ເຂົ້າໃຈສິ່ງນີ້ຢ່າງຖືກຕ້ອງ. ການປະສົບກັບການທົນທຸກຂອງໂລກແມ່ນຄວາມຮັບຜິດຊອບຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ການປະສົບກັບການທົນທຸກຂອງໂລກມີຈຸດປະສົງຫຍັງ? ນີ້ແມ່ນອີກບັນຫາໜຶ່ງ. ພຣະເຈົ້າມາເພື່ອປະສົບກັບການທົນທຸກຂອງໂລກ ເຊິ່ງເປັນສິ່ງທີ່ພຣະວິນຍານບໍ່ສາມາດບັນລຸໄດ້ຢ່າງແນ່ນອນ. ມີພຽງພຣະເຈົ້າທີ່ບັງເກີດເປັນມະນຸດ, ຜູ້ເປັນເນື້ອໜັງທຳມະດາ, ປົກກະຕິ ແລະ ສົມບູນ ແລະ ຜູ້ທີ່ກາຍມາເປັນມະນຸດຢ່າງຄົບຖ້ວນ ຈຶ່ງສາມາດປະສົບກັບການທົນທຸກຂອງໂລກໄດ້ຢ່າງສົມບູນ. ຖ້າພຣະວິນຍານຕ້ອງເຮັດພາລະກິດນີ້, ພຣະອົງກໍຈະບໍ່ສາມາດປະສົບກັບການທົນທຸກໃດໜຶ່ງຢ່າງແນ່ນອນ. ພຣະອົງສາມາດເຫັນ ແລະ ເຂົ້າໃຈເທົ່ານັ້ນ. ການເຫັນ, ການເຂົ້າໃຈ ແລະ ການປະສົບກັບແມ່ນອັນໜຶ່ງອັນດຽວກັນບໍ? ບໍ່, ພວກມັນບໍ່ແມ່ນ. ໃນເມື່ອກ່ອນ, ພຣະເຈົ້າເວົ້າວ່າ “ເຮົາຮູ້ຄວາມຫວ່າງເປົ່າຂອງໂລກ ແລະ ເຮົາຮູ້ເຖິງຄວາມຍາກລຳບາກທີ່ມີຢູ່ໃນຊີວິດຂອງມະນຸດ. ເຮົາໄດ້ຍ່າງຢູ່ບ່ອນນີ້ ແລະ ບ່ອນນັ້ນໃນໂລກ ແລະ ເຫັນຄວາມທຸກໂສກທີ່ສຸດ. ເຮົາໄດ້ເຫັນຄວາມຍາກລຳບາກ, ຄວາມທຸກຍາກ ແລະ ຄວາມຫວ່າງເປົ່າໃນຊີວິດຂອງມະນຸດ”. ແຕ່ສ່ວນທີ່ຖາມວ່າພຣະອົງເຄີຍປະສົບກັບມັນ ຫຼື ບໍ່, ນັ້ນເປັນອີກເລື່ອງໜຶ່ງຢ່າງສິ້ນເຊີງ. ຕົວຢ່າງ: ໃຫ້ພິຈາລະນາເບິ່ງວ່າຄອບຄົວທີ່ດິ້ນຮົນເພື່ອຄວາມຢູ່ລອດ. ເຈົ້າເຫັນສິ່ງນີ້ ແລະ ເຈົ້າມີຄວາມເຂົ້າໃຈບາງຢ່າງ ແຕ່ເຈົ້າໄດ້ປະສົບກັບສະຖານະການຂອງພວກເຂົາດ້ວຍໂຕເຈົ້າເອງບໍ? ເຈົ້າຮູ້ສຶກໄດ້ເຖິງຄວາມຫຍຸ້ງຍາກຂອງພວກເຂົາ, ການທົນທຸກຂອງພວກເຂົາ ແລະ ມີຄວາມຮູ້ສຶກເຫຼົ່ານີ້ ຫຼື ມີປະສົບການນີ້ບໍ? ບໍ່, ເຈົ້າບໍ່ມີ. ນັ້ນໝາຍຄວາມວ່າ ການເຫັນ ແລະ ການປະສົບກັບແມ່ນສອງສິ່ງທີ່ແຕກຕ່າງກັນ. ສາມາດເວົ້າໄດ້ວ່າສິ່ງນີ້, ພາລະກິດນີ້ຈຳເປັນຕ້ອງຖືກປະຕິບັດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດ. ໃນເລື່ອງດັ່ງກ່າວ, ພຣະວິນຍານບໍ່ສາມາດເຮັດໄດ້ຢ່າງແນ່ນອນ. ນີ້ແມ່ນອີກລັກສະນະໜຶ່ງຂອງຄວາມໝາຍຂອງການບັງເກີດເປັນມະນຸດ: ພຣະເຈົ້າມາເພື່ອປະສົບກັບການທົນທຸກຂອງໂລກ ແລະ ການທົນທຸກທີ່ມະນຸດຕ້ອງທົນ. ພຣະອົງປະສົບກັບການທົນທຸກຫຍັງ? ພຣະອົງປະສົບກັບຄວາມຫຍຸ້ງຍາກທີ່ມີຢູ່ໃນຊີວິດຂອງມະນຸດ, ຄວາມໂຊກຮ້າຍຂອງຄອບຄົວ, ຄວາມຫຼອກລວງ, ການປະຖິ້ມ ແລະ ການຂົ່ມເຫັງຂອງມະນຸດ ລວມເຖິງຄວາມເຈັບປ່ວຍຂອງຮ່າງກາຍ. ທັງໝົດນີ້ແມ່ນການທົນທຸກຂອງໂລກ. ໂຣກໄພໄຂ້ເຈັບ, ການໂຈມຕີຂອງຄົນອ້ອມຂ້າງ ແລະ ສິ່ງຂອງ, ຄວາມໂຊກຮ້າຍໃນຄອບຄົວ, ການປະຖິ້ມຈາກຜູ້ຄົນ, ການໝິ່ນປະໝາດຂອງຜູ້ຄົນ, ການໃສ່ຮ້າຍປ້າຍສີ, ການຕໍ່ຕ້ານ, ການກະບົດ, ການດູຖູກ ແລະ ຄວາມເຂົ້າໃຈຜິດ ແລະ ອື່ນໆ. ພຣະເຈົ້າທີ່ບັງເກີດເປັນມະນຸດປະສົບກັບທັງໝົດນີ້ເປັນການໂຈມຕີ. ສໍາລັບຜູ້ທີ່ທົນທຸກກັບທັງໝົດນີ້, ມັນກໍຍັງເປັນການໂຈມຕີເຊັ່ນກັນ. ບໍ່ວ່າພວກເຂົາເປັນຄົນຍິ່ງໃຫຍ່, ຄົນພິເສດ ຫຼື ຄົນໃຈກວ້າງ, ການທົນທຸກນີ້, ສິ່ງເຫຼົ່ານີ້ແມ່ນການໂຈມຕີພວກເຂົາ. ພຣະເຈົ້າຜ່ານການຂົ່ມເຫັງຂອງໂລກ, ບໍ່ມີບ່ອນໃຫ້ພຣະອົງນອນ, ບໍ່ມີບ່ອນໃຫ້ພັກເຊົາ ແລະ ບໍ່ມີຄົນສະໜິດ.... ທັງໝົດນີ້ລ້ວນແລ້ວແຕ່ເຈັບປວດ. ເຖິງແມ່ນວ່າສິ່ງເຫຼົ່ານີ້ອາດຈະບໍ່ເຖິງຈຸດສູງສຸດຂອງການທົນທຸກ, ແຕ່ພຣະອົງກໍປະສົບກັບມັນທັງໝົດ. ບາງຄົນເຄີຍສົງໄສວ່າ “ໃນພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະອົງບໍ່ສາມາດກຳຈັດຄວາມເຈັບປ່ວຍເຫຼົ່ານີ້ບໍ? ເພື່ອໃຫ້ພຣະອົງປະຕິບັດພາລະກິດຂອງພຣະອົງດ້ວຍຄວາມສະບາຍໃຈ ແລະ ເພື່ອບໍ່ໃຫ້ຜູ້ຄົນກະບົດ ຫຼື ຕໍ່ຕ້ານພຣະອົງ, ພຣະອົງບໍ່ສາມາດເຮັດສິ່ງເຫຼົ່ານີ້ບໍ? ຖ້າພຣະອົງລົງໂທດຜູ້ຄົນ, ພວກເຂົາກໍຈະບໍ່ກ້າຕໍ່ຕ້ານພຣະອົງ. ພຣະເຈົ້າມີສິດອຳນາດ, ສະນັ້ນ ເປັນຫຍັງພຣະອົງຈຶ່ງປ່ອຍໃຫ້ພຣະອົງເອງເຈັບປ່ວຍ? ຖ້າຄົນໃດໜຶ່ງມີຄວາມເຈັບປ່ວຍ, ພວກເຂົາຈຳເປັນຕ້ອງອະທິຖານເທົ່ານັ້ນ ແລະ ມັນກໍຈະຫາຍດີ, ສະນັ້ນ ເປັນຫຍັງພຣະເຈົ້າເອງຈຶ່ງທົນທຸກກັບຄວາມເຈັບປ່ວຍ?” ພຣະອົງເຮັດເຊັ່ນນີ້ເພື່ອວ່າ ພຣະອົງອາດຈະປະສົບກັບການທົນທຸກຂອງໂລກ. ຈາກເນື້ອໜັງທີ່ພຣະອົງຮັບເອົາໃນການບັງເກີດເປັນມະນຸດ, ພຣະອົງບໍ່ໄດ້ກຳຈັດຄວາມທຸກຍາກລຳບາກ ຫຼື ຄວາມທຸກຈາກຄວາມເຈັບປ່ວຍ, ທັງພຣະອົງບໍ່ໄດ້ກຳຈັດການປະຖິ້ມທີ່ທົນທຸກຈາກມືຂອງມະນຸດ. ພຣະອົງພຽງແຕ່ເຕີບໃຫຍ່ ແລະ ປະຕິບັດພາລະກິດພາຍໃນສະພາບແວດລ້ອມທີ່ຫຍຸ້ງຍາກນີ້ຢ່າງເປັນທຳມະຊາດ. ດ້ວຍວິທີນີ້ພຣະອົງຈຶ່ງສາມາດປະສົບກັບການທົນທຸກຂອງໂລກໄດ້. ຖ້າຫາກວ່າສິ່ງເຫຼົ່ານີ້ບໍ່ມີຢູ່, ພຣະອົງກໍຈະບໍ່ໄດ້ຊີມລົດຊາດການທົນທຸກນີ້. ຖ້າຄວາມເຈັບປ່ວຍບໍ່ເກີດຂຶ້ນກັບພຣະອົງ ຫຼື ຖ້າພຣະອົງບໍ່ທົນທຸກກັບໂຣກໄພໄຂ້ເຈັບທີ່ບຽດບຽນຄົນທຳມະດາ, ການທົນທຸກຂອງພຣະອົງກໍຈະບໍ່ໜ້ອຍລົງບໍ? ສາມາດຈັດແຈງໄດ້ບໍວ່າພຣະອົງບໍ່ເຄີຍທົນທຸກກັບການເຈັບຫົວ ຫຼື ຮູ້ສຶກອິດເມື່ອຍຫຼັງຈາກທີ່ໃຊ້ສະໝອງຂອງພຣະອົງຫຼາຍເກີນໄປ ໃນຂະນະທີ່ຄົນອື່ນເຈັບ ແລະ ຮູ້ສຶກບໍ? ແມ່ນແລ້ວ, ມັນສາມາດຖືກຈັດແຈງໄດ້; ແຕ່ຄັ້ງນີ້, ສິ່ງຕ່າງໆຖືກດຳເນີນໄປຢ່າງແຕກຕ່າງ. ລະຫວ່າງຍຸກເມື່ອພຣະເຢຊູປະຕິບັດພາລະກິດ, ພຣະອົງສາມາດໄປໂດຍບໍ່ໄດ້ກິນອາຫານ ແລະ ດື່ມເປັນເວລາ 40 ມື້ 40 ຄືນ ແລະ ບໍ່ໄດ້ຮູ້ສຶກຫິວ. ແຕ່ໃນຍຸກປັດຈຸບັນ, ພຣະເຈົ້າທີ່ບັງເກີດເປັນມະນຸດຮູ້ສຶກຫິວ ເຖິງວ່າພຣະອົງບໍ່ໄດ້ກິນອາຫານພຽງໜຶ່ງຄາບ. ບາງຄົນເວົ້າວ່າ “ພຣະເຈົ້າບໍ່ຊົງລິດທານຸພາບສູງສຸດບໍ? ຕາມທີ່ຂ້ອຍເຫັນ, ພຣະອົງບໍ່ໄດ້ເປັນແບບນັ້ນ. ພຣະອົງບໍ່ສາມາດເຮັດແມ່ນແຕ່ສິ່ງນ້ອຍໆເຊັ່ນນີ້. ພວກເຮົາສາມາດເຫັນຈາກວິທີທີ່ພຣະອົງເວົ້າວ່າພຣະອົງແມ່ນພຣະເຈົ້າ, ສະນັ້ນ ເປັນຫຍັງພຣະອົງຈຶ່ງບໍ່ສາມາດບັນລຸສິ່ງເຫຼົ່ານີ້ໄດ້?” ມັນບໍ່ແມ່ນວ່າພຣະເຈົ້າບໍ່ສາມາດບັນລຸສິ່ງເຫຼົ່ານີ້ໄດ້, ແຕ່ກົງກັນຂ້າມ ພຣະອົງບໍ່ເຮັດພວກມັນດ້ວຍວິທີນັ້ນ. ຈຸດປະສົງຂອງການບັງເກີດເປັນມະນຸດຂອງພຣະອົງ ບໍ່ແມ່ນເພື່ອເຮັດສິ່ງທີ່ຜູ້ຄົນຄິດວ່າພຣະເຈົ້າສາມາດເຮັດໄດ້. ພຣະອົງປະສົບກັບການທົນທຸກຂອງໂລກ ແລະ ມີຄວາມໝາຍໃນການທີ່ພຣະອົງເຮັດເຊັ່ນນີ້. ແລ້ວມີບັນດາຄົນທີ່ຖາມວ່າ: “ພຣະເຈົ້າ, ມັນມີປະໂຫຍດຫຍັງໃນການທີ່ພຣະອົງປະສົບກັບການທົນທຸກຂອງໂລກ? ພຣະອົງສາມາດທົນທຸກແທນມະນຸດໄດ້ບໍ? ຕອນນີ້ຜູ້ຄົນຍັງບໍ່ທົນທຸກຢູ່ບໍ?” ບໍ່ມີສິ່ງໃດທີ່ພຣະເຈົ້າສຸ່ມເຮັດ. ພຣະອົງບໍ່ໄດ້ຈາກໄປຫຼັງຈາກທີ່ພຣະອົງໄດ້ທົນທຸກກັບການທົນທຸກຂອງໂລກ ຫຼັງຈາກທີ່ພຣະອົງໄດ້ເບິ່ງ ແລະ ເຫັນວ່າໂລກເປັນແນວໃດ. ກົງກັນຂ້າມ, ພຣະອົງມາເພື່ອເຮັດໃຫ້ພາລະກິດທັງໝົດທີ່ຮຽກຮ້ອງຈາກການບັງເກີດເປັນະມະນຸດຂອງພຣະອົງໃຫ້ສຳເລັດຢ່າງຄົບຖ້ວນ. ບາງຄົນຄິດວ່າພຣະເຈົ້າອາດຈະພຽງແຕ່ລື້ງເຄີຍກັບຊີວິດທີ່ສະດວກສະບາຍຫຼາຍເກີນໄປ, ພຣະອົງພຽງແຕ່ຕ້ອງການທົນທຸກໜ້ອຍໜຶ່ງ, ພະອົງມີຊີວິດຢູ່ໃນຄວາມສຸກ ແລະ ບໍ່ຮູ້ຈັກລົດຊາດຂອງຄວາມທຸກ, ສະນັ້ນ ພຣະອົງຈຶ່ງຢາກຮູ້ລົດຊາດຂອງຄວາມທຸກ. ນີ້ລ້ວນແລ້ວເປັນພຽງແຕ່ຜົນຈາກຈິນຕະນາການຂອງຜູ້ຄົນ. ການປະສົບກັບການທົນທຸກຂອງໂລກໃນປັດຈຸບັນນີ້ແມ່ນສິ່ງທີ່ສາມາດເຮັດໄດ້ສະເພາະໃນຊ່ວງເວລາຂອງການບັງເກີດເປັນມະນຸດເທົ່ານັ້ນ. ຖ້າພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດສຳເລັດຄົບຖ້ວນສົມບູນແລ້ວ ແລະ ພາລະກິດຂັ້ນຕອນຕໍ່ໄປກໍໄດ້ເລີ່ມຕົ້ນຂຶ້ນແລ້ວ, ແລ້ວກໍບໍ່ຄວນມີ “ການປະສົບກັບການທົນທຸກຂອງໂລກ”. ດັ່ງນັ້ນ, ຍ້ອນເຫດຜົນຫຍັງກັນແທ້ ພຣະເຈົ້າຈຶ່ງປະສົບກັບການທົນທຸກຂອງໂລກ? ມີໃຜຮູ້ບໍ? ມັນໄດ້ຖືກທຳນາຍໄວ້ວ່າມະນຸດຈະບໍ່ມີນ້ຳຕາ, ບໍ່ມີການຮ້ອງໄຫ້ ແລະ ບໍ່ມີການທົນທຸກ ແລະ ຈະບໍ່ມີຄວາມເຈັບປ່ວຍໃນໂລກ. ຕອນນີ້ ພຣະເຈ້າທີ່ບັງເກີດເປັນມະນຸດກຳລັງປະສົບກັບການທົນທຸກນີ້ ແລະ ເມື່ອພຣະອົງສຳເລັດແລ້ວ ພຣະອົງກໍຈະນຳເອົາມະນຸດຊາດໄປສູ່ຈຸດໝາຍປາຍທາງທີ່ສວຍງາມ ແລະ ການທົນທຸກໃນເມື່ອກ່ອນກໍຈະບໍ່ມີອີກຕໍ່ໄປ. ເປັນຫຍັງມັນຈຶ່ງບໍ່ມີອີກຕໍ່ໄປ? ມັນຈະບໍ່ມີອີກຕໍ່ໄປກໍຍ້ອນວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດເອງຈະປະສົບກັບການທົນທຸກທັງໝົດນີ້ແລ້ວ ແລະ ພຣະອົງຈະຖອນເອົາການທົນທຸກນີ້ອອກຈາກມະນຸດຊາດ. ເພື່ອຈຸດປະສົງນີ້ທີ່ພຣະເຈົ້າພຣະເຈົ້າປະສົບກັບການທົນທຸກຂອງມະນຸດ.

ພຣະເຈົ້າທີ່ບັງເກີດເປັນມະນຸດປະສົບກັບການທົນທຸກຂອງໂລກເພື່ອກະກຽມຈຸດໝາຍປາຍທາງໃນອະນາຄົດຂອງມະນຸດຊາດໃຫ້ດີຂຶ້ນ, ເພື່ອເຮັດໃຫ້ມັນສວຍງາມຫຼາຍຂຶ້ນ, ສົມບູນແບບຫຼາຍຂຶ້ນ. ນີ້ແມ່ນລັກສະນະທີ່ສຳຄັນທີ່ສຸດຂອງການບັງເກີດເປັນມະນຸດ ແລະ ເປັນສ່ວນໜຶ່ງຂອງພາລະກິດແຫ່ງການບັງເກີດເປັນມະນຸດ. ມີອີກບັນຫາໜຶ່ງຢູ່ທີ່ນີ້. ໃນການກາຍເປັນເນື້ອໜັງ ແລະ ການປະສົບກັບການທົນທຸກນີ້, ພຣະເຈົ້າຈະຖອນເອົາການທົນທຸກນີ້ອອກຈາກມະນຸດຊາດໃນພາຍຫຼັງ. ແຕ່ຖ້າບໍ່ມີການບັງເກີດເປັນມະນຸດ ແລະ ບໍ່ມີການປະສົບກັບ, ການທົນທຸກນີ້ຈະສາມາດຖືກຖອນອອກໄດ້ບໍ? ໄດ້, ມັນຍັງສາມາດຖືກຖອນອອກໄດ້. ໃນຍຸກແຫ່ງພຣະຄຸນ, ເມື່ອພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ, ພຣະອົງເປັນຄົນຊອບທຳທີ່ກາຍມາເປັນຮູບລັກສະນະຂອງເນື້ອໜັງທີ່ຜິດບາບ ແລະ ເຮັດໃຫ້ພຣະອົງເອງເປັນເຄື່ອງບູຊາໄຖ່ບາບ, ດ້ວຍເຫດນັ້ນຈຶ່ງກູ້ໄຖ່ມະນຸດຊາດທັງປວງ ແລະ ປົດປ່ອຍພວກເຂົາໃຫ້ພົ້ນຈາກເງື່ອມມືຂອງຊາຕານ. ນີ້ແມ່ນຈຸດປະສົງ ແລະ ຄວາມໝາຍຂອງການທີ່ພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ: ພຣະອົງກູ້ໄຖ່ມະນຸດຊາດດ້ວຍເລືອດອັນລ້ຳຄ່າຂອງພຣະອົງ ເພື່ອວ່າຄວາມຜິດບາບຂອງມະນຸດຊາດຈະໄດ້ຮັບການອະໄພ. ປັດຈຸບັນນີ້ພຣະເຈົ້າປະສົບກັບການທົນທຸກຂອງມະນຸດ ເຊິ່ງໝາຍຄວາມວ່າພຣະອົງປະສົບກັບມັນທັງໝົດແທນທີ່ມະນຸດ ແລະ ຫຼັງຈາກນີ້ ມະຈຸດບໍ່ຈຳເປັນຕ້ອງທົນທຸກກັບມັນອີກ. ເຈົ້າບໍ່ສາມາດລືມພຣະທຳດັ່ງຕໍ່ໄປນີ້: ໃນທຸກຂັ້ນຕອນຂອງພາລະກິດຂອງພຣະເຈົ້າ, ພຣະອົງກຳລັງເຮັດສົງຄາມກັບຊາຕານ ແລະ ທຸກຂັ້ນຕອນໃນພາລະກິດຂອງພຣະອົງແມ່ນກ່ຽວຂ້ອງກັບສົງຄາມກັບຊາຕານໃນທາງໃດໜຶ່ງ. ໃນຂັ້ນຕອນຂອງພາລະກິດທີ່ຖືກດຳເນີນໃນລະຫວ່າງຍຸກແຫ່ງພຣະຄຸນ, ຄວາມຜິດບາບທັງໝົດຂອງມະນຸດຊາດໄດ້ຮັບການອະໄພ. ພວກເຂົາໄດ້ຖືກກູ້ໄຖ່ຜ່ານການຄຶງໃສ່ໄມ້ກາງແຂນ. ຖ້າບໍ່ມີຂໍ້ແທ້ຈິງນີ້ ກໍຄືຂໍ້ແທ້ຈິງກ່ຽວກັບການຄຶງໃສ່ໄມ້ກາງແຂນ ແລະ ຖ້າການອະໄພຄວາມຜິດບາບຂອງມະນຸດຕ້ອງອີງໃສ່ພຣະທຳພຽງຢ່າງດຽວເທົ່ານັ້ນ, ຊາຕານກໍຈະບໍ່ຖືກເຮັດໃຫ້ເຊື່ອ. ມັນຄົງຈະເວົ້າວ່າ: “ພຣະອົງບໍ່ໄດ້ທົນທຸກຫຍັງ ແລະ ພຣະອົງບໍ່ໄດ້ແບກຮັບເອົາຄວາມຜິດບາບຂອງມະນຸດ. ດ້ວຍຄໍາດຽວ, ຄວາມຜິດບາບຂອງມະນຸດຈະໄດ້ຮັບການໃຫ້ອະໄພໄດ້ບໍ? ບໍ່ສາມາດຍອມຮັບສິ່ງນີ້ໄດ້! ມະນຸດຊາດຖືກພຣະອົງສ້າງຂຶ້ນມາ, ດັ່ງນັ້ນ ຖ້າພຣະອົງບໍ່ແບກຮັບເອົາຄວາມຜິດບາບແທນມະນຸດຊາດ, ພຣະອົງກໍບໍ່ສາມາດອະໄພຄວາມຜິດບາບຂອງພວກເຂົາໄດ້”. ຕອນນີ້, ໃນຂັ້ນຕອນປັດຈຸບັນຂອງພາລະກິດ, ທຸກຄົນທີ່ຖືກຊ່ວຍໃຫ້ລອດພົ້ນໄດ້ຖືກນຳໄປສູ່ຈຸດໝາຍປາຍທາງທີ່ສວຍງາມ, ຖືກນຳໄປສູ່ຍຸກຕໍ່ໄປ. ມະນຸດຊາດບໍ່ຕ້ອງທົນທຸກອີກຕໍ່ໄປ, ບໍ່ຕ້ອງເຈັບໄຂ້ໄດ້ປ່ວຍອີກຕໍ່ໄປ. ແຕ່ອີງໃສ່ພື້ນຖານໃດທີ່ມະນຸດບໍ່ຕ້ອງທົນທຸກກັບຄວາມເຈັບໄຂ້ໄດ້ປ່ວຍອີກຕໍ່ໄປ? ອີງໃສ່ພື້ນຖານໃດທີ່ຈະບໍ່ມີການທົນທຸກໃນໂລກອີກຕໍ່ໄປ? ມັນສົມເຫດສົມຜົນທີ່ຈະເວົ້າວ່າ ເນື່ອງຈາກວ່າຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ ແລະ ສາມາດຕໍ່ຕ້ານພຣະເຈົ້າໄດ້, ພວກເຂົາຄວນຜ່ານການທົນທຸກນີ້. ຈະສາມາດແກ້ໄຂບັນຫານີ້ໄດ້ແນວໃດ? ດັ່ງນັ້ນ, ພຣະເຈົ້າທີ່ບັງເກີດເປັນມະນຸດຄັ້ງນີ້ຍັງເຮັດບາງສິ່ງທີ່ມີຄວາມໝາຍທີ່ສຸດອີກດ້ວຍ ແລະ ນັ້ນແມ່ນເພື່ອປ່ຽນແທນມະນຸດຊາດ ແລະ ທົນທຸກກັບຄວາມເຈັບປວດທັງໝົດຂອງພວກເຂົາ. “ປະສົບການ” ນີ້ຂອງການທີ່ພຣະເຈົ້າກາຍເປັນເນື້ອໜັງ ແລະ ການປະສົບກັບຄວາມເຈັບປວດຂອງມະນຸດແມ່ນກ່ຽວກັບການທີ່ພຣະອົງທົນທຸກແທນມະນຸດຊາດ. ບາງຄົນເວົ້າວ່າ: “ຕອນນີ້ພຣະເຈົ້າທົນທຸກແທນມະນຸດຊາດ, ແລ້ວເປັນຫຍັງພວກເຮົາຍັງຕ້ອງທົນທຸກຢູ່?” ເຈົ້າກໍາລັງປະສົບກັບພາລະກິດຂອງພຣະເຈົ້າໃນປັດຈຸບັນ. ເຈົ້າບໍ່ທັນຖືກເຮັດໃຫ້ສົມບູນຢ່າງສິ້ນເຊີງເທື່ອ, ເຈົ້າຍັງບໍ່ໄດ້ເຂົ້າສູ່ຍຸກໃໝ່ຢ່າງສົມບູນເທື່ອ ແລະ ອຸປະນິໄສຂອງເຈົ້າກໍຍັງເສື່ອມຊາມຢູ່. ພາລະກິດຂອງພຣະເຈົ້າຍັງບໍ່ບັນລຸເຖິງຈຸດສູງສຸດຂອງມັນ ແລະ ຍັງດຳເນີນຕໍ່ໄປ. ດັ່ງນັ້ນ, ຜູ້ຄົນຕ້ອງບໍ່ຈົ່ມກ່ຽວກັບການທົນທຸກຂອງພວກເຂົາ; ພຣະເຈົ້າທີ່ບັງເກີດເປັນມະນຸດຍັງທົນທຸກ, ແລ້ວມະນຸດແຮງໄກ. ບໍ່ແມ່ນເພື່ອຄວາມໝາຍອັນຍິ່ງໃຫຍ່ບໍພຣະເຈົ້າຈຶ່ງປະສົບກັບການທົນທຸກຂອງມະນຸດ? ພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ໄດ້ມາເຮັດພາລະກິດສອງສາມຢ່າງ ແລະ ຈາກນັ້ນກໍຈາກໄປ. ຄວາມເຂົ້າໃຈຂອງຜູ້ຄົນຕື້ນເກີນໄປ. ພວກເຂົາເຊື່ອວ່າພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ມາເພື່ອປະຕິບັດພາລະກິດຂອງພຣະເຈົ້າເອງ, ວ່າເນື້ອໜັງນີ້ພຽງແຕ່ມາເພື່ອກ່າວພຣະທຳຂອງພຣະເຈົ້າ ແລະ ປະຕິບັດພາລະກິດແທນພຣະເຈົ້າ. ມີບາງຄົນທີ່ເຖິງກັບຄິດວ່າ ເນື້ອໜັງນີ້ເປັນພຽງຮູບຮ່າງພາຍນອກ, ແຕ່ນີ້ແມ່ນມຸມມອງທີ່ຜິດຢ່າງສິ້ນເຊີງ ແລະ ເປັນການດູໝິ່ນພຣະເຈົ້າທີ່ບັງເກີດເປັນມະນຸດຢ່າງແທ້ຈິງ. ພາລະກິດຂອງເນື້ອໜັງໝາຍຄວາມວ່າ ພຣະເຈົ້າເອງໄດ້ມາ ແລະ ພຣະອົງໄດ້ກາຍເປັນເນື້ອໜັງເພື່ອປະສົບກັບການທົນທຸກຂອງມະນຸດ; ມັນໝາຍຄວາມວ່າພຣະເຈົ້າໄດ້ກາຍເປັນມະນຸດເພື່ອປະສົບກັບການທົນທຸກຂອງມະນຸດ. ຜູ້ຄົນເຮັດຖືກບໍໃນການເຊື່ອວ່າຮູບຮ່າງພາຍນອກຂອງເນື້ອໜັງຂອງພຣະເຈົ້າໄດ້ມາເພື່ອປະສົບກັບການທົນທຸກນີ້ ແລະ ພຣະວິນຍານຂອງພຣະອົງບໍ່ໄດ້ທົນທຸກຢູ່ພາຍໃນ? ພຣະວິນຍານຂອງພຣະເຈົ້າທົນທຸກຄືກັບທີ່ເນື້ອໜັງທົນທຸກ. ເມື່ອພຣະເຢຊູເຈົ້າກຳລັງຈະຖືກຄຶງເທິງໄມ້ກາງແຂນ, ພຣະອົງອະທິຖານວ່າ: “ໂອບິດາເອີຍ, ຖ້າເປັນໄດ້ຂໍໃຫ້ຈອກນີ້ເລື່ອນພົ້ນໄປຈາກລູກທ້ອນ ບໍ່ແມ່ນເປັນຕາມທີ່ຂ້ານ້ອຍປະສົງ, ແຕ່ຕາມຄວາມປະສົງຂອງພຣະອົງ” (ມັດທາຍ 26:39). ພຣະອົງປາຖະໜາເຊັ່ນນີ້ກໍຍ້ອນວ່າ ເນື່ອງຈາກວ່າເນື້ອໜັງຂອງພຣະອົງທົນທຸກ, ພຣະວິນຍານຂອງພຣະອົງກໍທົນທຸກຢູ່ພາຍໃນເນື້ອໜັງເຊັ່ນກັນ. ຖ້າເຈົ້າເວົ້າວ່າແມ່ນເປືອກນອກຂອງເນື້ອໜັງເທົ່ານັ້ນທີ່ທົນທຸກ, ພຣະເຈົ້າໃນຄວາມເປັນພຣະເຈົ້າຂອງພຣະອົງບໍ່ໄດ້ທົນທຸກເລີຍ, ພຣະອົງບໍ່ໄດ້ທົນທຸກກັບການທໍລະມານ, ເຈົ້າກໍເວົ້າຜິດ. ຖ້າເຈົ້າເຂົ້າໃຈມັນໃນລັກສະນະນີ້, ແລ້ວສິ່ງນີ້ກໍພິສູດວ່າເຈົ້າບໍ່ໄດ້ເຫັນລັກສະນະຂອງແກ່ນແທ້ຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ເປັນຫຍັງຈຶ່ງເວົ້າວ່າຕອນນີ້ພຣະເຈົ້າໄດ້ປາກົດໃນຮ່າງກາຍຂອງເນື້ອໜັງ? ພຣະເຈົ້າສາມາດມາ ແລະ ໄປເມື່ອໃດກໍຕາມທີ່ພຣະອົງຕ້ອງການ, ແຕ່ພຣະອົງບໍ່ໄດ້ເຮັດເຊັ່ນນັ້ນ.ພຣະອົງໄດ້ກາຍມາເປັນມະນຸດເພື່ອຜ່ານການທົນທຸກນີ້, ການທົນທຸກທີ່ແທ້ຈິງ ແລະ ທີ່ຈັບຕ້ອງໄດ້ ເພື່ອວ່າຜູ້ຄົນອາດຈະເຫັນ ແລະ ຮູ້ສຶກຕາມທີ່ມັນເກີດຂຶ້ນ. ພຣະອົງສາມາດຮູ້ສຶກໄດ້ເຖິງການທົນທຸກທີ່ພຣະອົງໄດ້ຮັບ, ພຣະອົງປະສົບກັບມັນດ້ວຍຕົວພຣະອົງເອງ. ບໍ່ມີແມ່ນແຕ່ຄັ້ງດຽວທີ່ເນື້ອໜັງຂອງພຣະອົງຮູ້ສຶກເຖິງສ່ວນໃດໜຶ່ງຂອງການທົນທຸກ ຫຼື ຄວາມທໍລະມານທີ່ພຣະວິນຍານຂອງພຣະອົງບໍ່ຮູ້ສຶກ. ເນື້ອໜັງ ແລະ ພຣະວິນຍານຂອງພຣະອົງເປັນໜຶ່ງດຽວກັນໃນການຮູ້ສຶກ ແລະ ທົນທຸກທໍລະມານ. ສິ່ງນີ້ເຂົ້າໃຈໄດ້ງ່າຍບໍ? ມັນບໍ່ງ່າຍ. ມັນບໍ່ງ່າຍ ເພາະສິ່ງດຽວທີ່ມະນຸດສາມາດເຫັນໄດ້ແມ່ນເນື້ອໜັງ ແລະ ພວກເຂົາບໍ່ສາມາດເຫັນໄດ້ວ່າພຣະວິນຍານທົນທຸກຄືກັບທີ່ເນື້ອໜັງທົນທຸກ. ເຈົ້າເຊື່ອບໍວ່າເມື່ອຄົນໃດໜຶ່ງທົນທຸກ, ວິນຍານຂອງພວກເຂົາກໍທົນທຸກເຊັ່ນກັນ? ເປັນຫຍັງຜູ້ຄົນຈື່ງເວົ້າວ່າ ເລິກລົງໄປໃນໃຈຂອງພວກເຂົາ, ພວກເຂົາຮູ້ສຶກເຖິງຄວາມຮູ້ສຶກເຊັ່ນນີ້ເຊັ່ນນັ້ນ? ມັນແມ່ນຍ້ອນວ່າເນື້ອໜັງ ແລະ ວິນຍານຂອງມະນຸດເປັນໜຶ່ງດຽວກັນ. ວິນຍານ ແລະ ເນື້ອໜັງຂອງທຸກຄົນເປັນໜຶ່ງດຽວກັນ ແລະ ຄືກັນ; ພວກມັນທົນທຸກຄືກັນ ແລະ ຮູ້ສຶກມີຄວາມສຸກຄືກັນ. ບໍ່ມີໃຜທີ່ເມື່ອທົນທຸກກັບຄວາມເຈັບປວດທີ່ແທ້ຈິງຈະຮູ້ສຶກເຖິງມັນພຽງແຕ່ເນື້ອໜັງຂອງຕົນ ແມ່ນແຕ່ໃນຂະນະທີ່ຫົວໃຈຂອງພວກເຂົາມີຄວາມຍິນດີ ແລະ ບໍ່ມີຜູ້ໃດທີ່ຈະເວົ້າວ່າເນື້ອໜັງຂອງພວກເຂົາບໍ່ທົນທຸກຫຍັງເລີຍ ແມ່ນແຕ່ໃນຂະນະທີ່ຫົວໃຈຂອງພວກເຂົາກຳລັງທົນທຸກຢູ່. ສິ່ງຕ່າງໆໃນຫົວໃຈທີ່ກະຕຸ້ນຄວາມຮູ້ສຶກ ຫຼື ຄວາມເຈັບປວດ ຫຼື ສິ່ງທີ່ສາມາດປະສົບຢູ່ໃນໃຈ. ເນື້ອໜັງກໍສາມາດຮູ້ສຶກເຖິງສິ່ງເຫຼົ່ານີ້ໄດ້.

ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ມາເພື່ອປະຕິບັດພາລະກິດຂອງພຣະອົງ. ເພື່ອປະສົບກັບການທົນທຸກຂອງໂລກ. ເພື່ອຮັບເອົາຄວາມເຈັບປວດທັງໝົດຂອງມະນຸດໄວ້ກັບພຣະອົງເອງ. ຫຼັງຈາກທີ່ພຣະອົງໄດ້ອົດກັ້ນກັບການທົນທຸກນີ້ຈົນມັນຈົບສິ້ນ, ພາລະກິດປະເພດນີ້ກໍບໍ່ຈຳເປັນຕ້ອງຖືກເຮັດຊ້ຳອີກໃນຂັ້ນຕອນຕໍ່ໄປຂອງພາລະກິດ. ກົງກັນຂ້າມ, ມະນຸດຊາດສາມາດຖືກນຳໄປສູ່ຈຸດໝາຍປາຍທາງທີ່ສວຍງາມ. ຍ້ອນພຣະອົງໄດ້ທົນທຸກກັບຄວາມເຈັບປວດນີ້ແທນມະນຸດ, ສະນັ້ນ ພຣະອົງຈຶ່ງມີຄຸນສົມບັດທີ່ຈະພາມະນຸດໄປສູ່ຈຸດໝາຍປາຍທາງທີ່ສວຍງາມ. ນີ້ຄືແຜນການຂອງພຣະອົງ. ຄົນໂງ່ບາງຄົນເວົ້າວ່າ: “ເປັນຫຍັງຂ້ອຍຈຶ່ງບໍ່ໄດ້ເຫັນພຣະເຈົ້າທີ່ບັງເກີດເປັນມະນຸດອົດທົນກັບການທົນທຸກທັງໝົດນີ້? ບໍ່ໄດ້ມີການອົດທົນກັບມັນທັງໝົດ. ຄວນອົດທົນຕໍ່ການທົນທຸກທຸກປະເພດ ແລະ ຢ່າງໜ້ອຍທີ່ສຸດພຣະອົງຄວນທົນທຸກກັບການຄຶງໃສ່ໄມ້ກາງແຂນ”. ຄວາມເຈັບປວດຂອງການຄຶງໃສ່ໄມ້ກາງແຂນໄດ້ຖືກອົດກັ້ນກ່ອນ ແລະ ບໍ່ຈຳເປັນຕ້ອງທົນທຸກອີກ. ນອກຈາກນັ້ນ, ຜູ້ຄົນຕ້ອງບໍ່ເວົ້າສິ່ງດັ່ງກ່າວ. ໃນໄລຍະຫຼາຍປີທີ່ຜ່ານມາ ພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ໄດ້ທົນທຸກຫຼາຍບໍ? ມີແຕ່ຄົນໂງ່ເທົ່ານັ້ນທີ່ຄິດແບບນີ້. ພາຍໃນຂອບເຂດຂອງການທົນທຸກທີ່ສາມາດອົດກັ້ນໄດ້ໂດຍພຣະເຈົ້າທີ່ບັງເກີດເປັນມະນຸດ, ໂດຍພື້ນຖານແລ້ວ ຄວາມທຸກທໍລະມານທັງໝົດທີ່ເກີດຂຶ້ນກັບມະນຸດສາມາດເກີດຂຶ້ນກັບພຣະອົງໄດ້. ສ່ວນການທົນທຸກທີ່ຍິ່ງໃຫຍ່ເກີນໄປ, ສຳລັບການທົນທຸກທີ່ມີພຽງຊາຍຄົນໜຶ່ງໃນພັນທີ່ສາມາດທົນໄດ້, ພຣະເຈົ້າບໍ່ຈຳເປັນຕ້ອງທົນທຸກກັບມັນ ເພາະການທົນທຸກທັງໝົດນີ້ໄດ້ມີການເປັນຕົວແທນແລ້ວ. ພຣະເຈົ້າສາມາດປະສົບກັບການທົນທຸກປະເພດເຫຼົ່ານີ້ ແລະ ສິ່ງນີ້ພິສູດວ່າພຣະອົງບໍ່ໄດ້ແຕກຕ່າງຫຍັງຈາກຄົນທຳມະດາ, ວ່າບໍ່ມີການຈໍາແນກພຣະອົງຈາກຜູ້ຄົນ, ວ່າບໍ່ມີການແຍກອອກລະຫວ່າງພຣະອົງ ແລະ ຜູ້ຄົນ ແລະ ວ່າພຣະອົງທົນທຸກເຊັ່ນດຽວກັນກັບຜູ້ຄົນ. ເມື່ອຜູ້ຄົນທົນທຸກ, ພຣະເຈົ້າກໍທົນທຸກເຊັ່ນກັນ. ຜູ້ຄົນເຈັບປ່ວຍ ແລະ ທົນທຸກກັບຄວາມເຈັບປວດເປັນໄລຍະ ແລະ ພຣະເຈົ້າກໍປະສົບກັບມັນດ້ວຍຕົວເອງ. ພຣະອົງໄດ້ຊິມລົດຊາດການທົນທຸກທັງໝົດ. ຄັ້ງນີ້, ການທົນທຸກຂອງພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ຄືກັບຄັ້ງກ່ອນ ເມື່ອພຣະອົງຕ້ອງຊິມລົດຊາດຂອງຄວາມຕາຍເທິງໄມ້ກາງແຂນ. ນີ້ບໍ່ຈຳເປັນ ເພາະມັນໄດ້ຖືກປະສົບແລ້ວ. ຄັ້ງນີ້ແມ່ນກ່ຽວກັບການປະສົບກັບການທົນທຸກຂອງມະນຸດ ແລະ ການຮັບເອົາການທົນທຸກຂອງມະນຸດໄວ້ກັບພຣະອົງເອງເທົ່ານັ້ນ. ໃນເມື່ອກ່ອນ, ພຣະເຢໂຮວາປະຕິບັດພາລະກິດເປັນພຣະວິນຍານ ແລະ ຈາກຊາຍຄົນນີ້ແມ່ນສາມາດໄດ້ຮັບບາງສິ່ງ. ເຖິງຢ່າງໃດກໍຕາມ, ຜູ້ຄົນສາມາດເຫັນ ແລະ ຮູ້ສຶກໄດ້ເຖິງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ, ເຮັດໃຫ້ມັນສະດວກຂຶ້ນ ແລະ ເຂົ້າເຖິງໄດ້ຫຼາຍຂຶ້ນສຳລັບຜູ້ຄົນຫຼາຍກວ່າພາລະກິດຂອງພຣະຍິນຍານ. ນີ້ແມ່ນລັກສະນະໜຶ່ງ. ອີກລັກສະນະອື່ນໆຄື ພຣະເຈົ້າທີ່ບັງເກີດເປັນມະນຸດສາມາດປະສົບກັບການທົນທຸກຂອງໂລກ. ສິ່ງນີ້ແມ່ນບໍ່ສາມາດບັນລຸໄດ້ໂດຍພາລະກິດຂອງພຣະຍິນຍານແທ້ໆ; ດ້ວຍຄວາມຈຳເປັນ, ມັນສາມາດບັນລຸໄດ້ໂດຍການບັງເກີດເປັນມະນຸດເທົ່ານັ້ນ. ຖ້າແມ່ນພຣະວິນຍານທີ່ປະຕິບັດພາລະກິດ, ພຣະວິນຍານຈະເວົ້າສິ່ງທີ່ພຣະອົງຕ້ອງເວົ້າ ແລະ ຈາກນັ້ນກໍຈາກໄປ. ແມ່ນແຕ່ໃນເວລາທີ່ພຣະອົງຕິດຕໍ່ພົວກັນກັບຜູ້ຄົນ, ພຣະອົງກໍຍັງບໍ່ສາມາດປະສົບກັບການທົນທຸກຂອງໂລກໄດ້. ບາງຄົນອາດຈະຕ້ອງການຖາມວ່າ: “ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດທົນທຸກ, ພຣະວິນຍານກໍບໍ່ທົນທຸກເຊັ່ນກັນບໍ? ພຣະວິນຍານບໍ່ສາມາດປະສົບກັບມັນໄດ້ຄືກັນບໍ?” ຄວາມຄິດນີ້ບໍ່ໄຮ້ສາລະຄືກັນບໍ? ພຣະວິນຍານສາມາດປະສົບກັບການທົນທຸກຫຼັງຈາກທີ່ພຣະອົງຕຸ້ມຫົ່ມພຣະອົງເອງດ້ວຍເນື້ອໜັງເທົ່ານັ້ນ. ພຣະວິນຍານ ແລະ ເນື້ອໜັງແມ່ນບໍ່ສາມາດແຍກອອກຈາກກັນໄດ້; ພຣະວິນຍານປະສົບກັບການທົນທຸກຂອງເນື້ອໜັງເຊັ່ນກັນ. ຖ້າພຣະວິນຍານບໍ່ຕຸ້ມຫົ່ມພຣະອົງເອງດ້ວຍເນື້ອໜັງ, ພຣະອົງກໍຈະບໍ່ສາມາດປະສົບກັບສິ່ງນີ້ໄດ້. ຄວາມຮູ້ສຶກເຖິງການທົນທຸກຂອງເນື້ອໜັງມີຄວາມລະອຽດກວ່າ, ແທ້ຈິງແລະ ເປັນຮູບປະທໍາກວ່າ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ພຣະວິນຍານບໍ່ສາມາດບັນລຸໄດ້. ມີບາງສິ່ງພາຍໃນໂລກທາງຮ່າງກາຍເຊິ່ງພາລະກິດຂອງພຣະວິນຍານບໍ່ສາມາດທົດແທນໄດ້. ນີ້ແມ່ນຄວາມໝາຍທີ່ສົມບູນທີ່ສຸດຂອງການບັງເກີດເປັນມະນຸດ.

ມັນຖືກກ່າວໄວ້ກ່ອນໜ້ານີ້ວ່າ ພຣະຄຣິດບໍ່ມີສ່ວນໃນຄວາມສຸກຂອງຄອບຄົວຂອງໂລກ. ບາງຄົນເວົ້າວ່າ: “ພຣະຄຣິດໄດ້ຮັບການຕ້ອນຮັບເປັນຢ່າງດີຢູ່ທຸກບ່ອນທີ່ພຣະອົງໄປ. ບາງຄົນເຖິງກັບຊື້ສິ່ງງາມໆໃຫ້ພຣະອົງ ແລະ ພຣະອົງເປັນທີ່ນັບຖືຢ່າງສູງຢູ່ທົ່ວທຸກບ່ອນ. ສິ່ງຕ່າງໆຕ້ອງຂ້ອນຂ້າງເປັນທີ່ມ່ວນຊື່ນຫຼາຍສຳລັບພຣະອົງ ແລະ ພຣະອົງບໍ່ໄດ້ທົນທຸກຫຼາຍເລີຍ, ດັ່ງນັ້ນຈະເວົ້າໄດ້ແນວໃດວ່າພຣະອົງບໍ່ມີສ່ວນຮ່ວມໃນມັນ?” ຄຳເວົ້ານັ້ນເດເປັນແນວໃດ? ການເວົ້າວ່າພຣະອົງບໍ່ມີສ່ວນໃນເລື່ອງນີ້ ບໍ່ໄດ້ໝາຍຄວາມວ່າພຣະອົງບໍ່ໄດ້ເພີດເພີນກັບສິ່ງເຫຼົ່ານີ້, ແຕ່ກົງກັນຂ້າມ ພຣະອົງບໍ່ໄດ້ທົນທຸກໜ້ອຍລົງເພາະສິ່ງເຫຼົ່ານີ້. ນີ້ແມ່ນສິ່ງທີ່ໝາຍເຖິງການທີ່ “ພຣະອົງບໍ່ມີສ່ວນໃນເລື່ອງນີ້”. ຕົວຢ່າງ: ສົມມຸດວ່າເຈົ້າເປັນພະຍາດບາງຢ່າງ ແລະ ມີຄົນເອົາເຄື່ອງນຸ່ງງາມໆໃຫ້ເຈົ້າ. ການທົນທຸກຈາກຄວາມເຈັບປ່ວຍຂອງເຈົ້າຈະບັນເທົາລົງຍ້ອນເຄື່ອງນຸ່ງເຫຼົ່ານີ້ບໍ? ບໍ່. ການທົນທຸກຂອງເຈົ້າຈະບໍ່ບັນເທົາລົງເລີຍ. ເຈົ້າຍັງຕ້ອງທົນທຸກກັບສິ່ງທີ່ເຈົ້າຕ້ອງທົນທຸກ ແລະ ນັ້ນແມ່ນສິ່ງທີ່ໝາຍເຖິງ “ການບໍ່ມີສ່ວນຮ່ວມໃນເລື່ອງນີ້”. ຕົວຢ່າງ: ການທົນທຸກທີ່ເປັນຜົນມາຈາກຄວາມເຈັບປ່ວຍ ຫຼື ຂໍ້ຈຳກັດຂອງສະພາບແວດລ້ອມ ແມ່ນບໍ່ສາມາດຖືກບັນເທົາລົງໄດ້ໂດຍຄວາມສຸກຂອງຮ່າງກາຍ ແລະ ພຣະຄຣິດບໍ່ໄດ້ຖືເອົາສິ່ງເຫຼົ່ານີ້ເປັນຄວາມເພີດເພີນຂອງພຣະອົງ. ດ້ວຍເຫດນີ້ຈຶ່ງມີຄຳກ່າວວ່າ “ພຣະອົງບໍ່ໄດ້ມີສ່ວນຮ່ວມໃນເລື່ອງນີ້”. ຄົນໂງ່ບາງຄົນຄິດວ່າ “ຖ້າພຣະເຈົ້າບໍ່ມີສ່ວນຮ່ວມໃນຄວາມສຸກຂອງຄອບຄົວຂອງໂລກ, ມັນກໍບໍ່ສໍາຄັນວ່າພວກເຮົາຈະໄດ້ຮັບພຣະອົງແນວໃດ ຍ້ອນວ່າພຣະເຈົ້າຈະທົນທຸກບໍ່ວ່າພວກເຮົາຈະເຮັດຫຍັງກໍຕາມ”. ຄວາມເຂົ້າໃຈນີ້ແມ່ນໄຮ້ສາລະເປັນຢ່າງຍິ່ງ ແລະ ມັນສະແດງໃຫ້ເຫັນວ່າມີຄວາມອາຄາດພະຍາບາດຢູ່ໃນໃຈຂອງພວກເຂົາ. ຫົວໃຈຂອງຜູ້ຄົນຕ້ອງຖືກໃຊ້ໃຫ້ເກີດປະໂຫຍດສູງສຸດ; ໜ້າທີ່ຂອງຜູ້ຄົນຕ້ອງຖືກປະຕິບັດໃຫ້ສຸດຄວາມສາມາດຂອງພວກເຂົາແທ້ໆ. ແລ້ວກໍມີບັນດາຜູ້ທີ່ເຂົ້າໃຈແບບນີ້ວ່າ: “ພຣະເຈົ້າເຄີຍມີຄວາມສຸກທີ່ສຸດ ແລະ ຕອນນີ້ໄດ້ມາເພື່ອລອງສິ່ງທີ່ແຕກຕ່າງ ນັ້ນຄືການທົນທຸກຂອງໂລກ”. ມັນງ່າຍປານນັ້ນບໍ? ເຈົ້າຕ້ອງເຂົ້າໃຈວ່າເປັນຫຍັງພຣະເຈົ້າຈຶ່ງມາປະສົບກັບການທົນທຸກຂອງໂລກ. ຄວາມໝາຍຂອງທຸກສິ່ງທີ່ພຣະເຈົ້າເຮັດກໍ່ມີຄວາມເລິກເຊິ່ງພໍສົມຄວນ. ຕົວຢ່າງ: ໃຫ້ພິຈາລະນາເບິ່ງການຄຶງໄມ້ກາງແຂນຂອງພຣະເຢຊູ. ເປັນຫຍັງພຣະເຢຊູຈຶ່ງຕ້ອງຖືກຄຶງເທິງໄມ້ກາງແຂນ? ມັນບໍ່ແມ່ນເພື່ອໄຖ່ມະນຸດຊາດທັງປວງບໍ? ສະນັ້ນ ມີຄວາມໝາຍອັນຍິ່ງໃຫຍ່ໃນການບັງເກີດເປັນມະນຸດຂອງພຣະເຈົ້າໃນປັດຈຸບັນ ແລະ ການທີ່ພຣະອົງຜະເຊີນກັບການທົນທຸກຂອງໂລກກໍ່ເຊັ່ນກັນ, ມັນແມ່ນເພື່ອຈຸດໝາຍປາຍທາງທີ່ສວຍງາມຂອງມະນຸດຊາດ. ໃນພາລະກິດຂອງພຣະອົງ, ພຣະເຈົ້າເຮັດສິ່ງທີ່ເປັນຈິງທີ່ສຸດທີ່ແທ້ຈິງຢູ່ສະເໝີ. ເປັນຫຍັງພຣະເຈົ້າຈຶ່ງເຫັນວ່າມະນຸດປາສະຈາກຄວາມຜິດບາບ ແລະ ມະນຸດສາມາດມີໂຊກຊະຕາທີ່ດີທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ? ມັນເປັນເພາະພຣະເຢຊູຖືກຄຶງເທິງໄມ້ກາງແຂນ, ແບກຮັບຄວາມຜິດບາບຂອງມະນຸດ ແລະ ໄຖ່ມະນຸດຊາດ. ແລ້ວເປັນຫຍັງມະນຸດຊາດຈຶ່ງບໍ່ທົນທຸກອີກຕໍ່ໄປ, ບໍ່ຮູ້ສຶກເສົ້າໃຈ, ບໍ່ຫຼັ່ງນໍ້າຕາ ແລະ ບໍ່ຖອນຫາຍໃຈອີກຕໍ່ໄປ? ນີ້ກໍ່ເພາະການບັງເປີດເປັນມະນຸດໃນປັດຈຸບັນຂອງພຣະເຈົ້າໄດ້ຮັບເອົາການທົນທຸກທັງໝົດນີ້ໄວ້ກັບພຣະອົງເອງ ແລະ ອົດກັ້ນກັບການທົນທຸກນີ້ແທນມະນຸດໃນຕອນນີ້. ມັນເປັນຄືກັບແມ່ທີ່ເຝົ້າເບິ່ງລູກຂອງລາວເຈັບປ່ວຍ ແລະ ອະທິຖານຫາສະຫວັນ, ປາຖະໜາໃຫ້ມີຊີວິດຂອງລາວເອງສັ້ນລົງ ຖ້າລູກຂອງລາວສາມາດຖືກຮັກສາໃຫ້ຫາຍດີໄດ້. ພຣະເຈົ້າເຮັດພາລະກິດໃນລັກສະນະນີ້ເຊັ່ນກັນ, ສະເໜີຄວາມເຈັບປວດຂອງພຣະອົງເພື່ອແລກກັບຈຸດໝາຍປາຍທາງທີ່ສວຍງາມທີ່ຈະມາໃນພາຍຫຼັງສຳລັບມະນຸດຊາດ. ຈະບໍ່ມີຄວາມເສົ້າໃຈອີກຕໍ່ໄປ, ບໍ່ມີນໍ້າຕາອີກຕໍ່ໄປ, ບໍ່ມີການຖອນຫາຍໃຈອີກຕໍ່ໄປ ແລະ ບໍ່ມີການທົນທຸກອີກຕໍ່ໄປ. ພຣະເຈົ້າຈ່າຍລາຄາ ເຊິ່ງເປັນຕົ້ນທຶນຂອງການຜະເຊີນກັບການທົນທຸກຂອງໂລກເປັນການສ່ວນຕົວເພື່ອແລກປ່ຽນກັບຈຸດໝາຍປາຍທາງທີ່ສວຍງາມທີ່ຈະຕາມມາສຳລັບມະນຸດຊາດ. ການເວົ້າວ່ານີ້ແມ່ນການເຮັດເພື່ອ “ການແລກປ່ຽນກັບ” ຈຸດໝາຍປາຍທາງທີ່ສວຍງາມບໍ່ໄດ້ໝາຍຄວາມວ່າພຣະເຈົ້າບໍ່ມີລິດອຳນາດ ຫຼື ສິດອຳນາດທີ່ຈະມອບຈຸດໝາຍປາຍທາງທີ່ສວຍງາມໃຫ້ກັບມະນຸດຊາດ, ແຕ່ກົງກັນຂ້າມ ພຣະເຈົ້າຕ້ອງການຊອກຫາເຄື່ອງພິສູດທີ່ເປັນຈິງ ແລະ ມີພະລັງຫຼາຍຂຶ້ນເພື່ອເຮັດໃຫ້ຜູ້ຄົນເຊື່ອໝັ້ນຢ່າງສິ້ນເຊີງ. ພຣະເຈົ້າໄດ້ຜະເຊີນກັບການທົນທຸກນີ້ແລ້ວ, ສະນັ້ນ ພຣະອົງຈຶ່ງມີຄຸນສົມບັດ, ພຣະອົງມີລິດອຳນາດ ແລະ ພຣະອົງເຖິງກັບມີສິດອຳນາດທີ່ຈະສົ່ງມະນຸດຊາດໄປສູ່ຈຸດໝາຍປາຍທາງທີ່ສວຍງາມ, ມອບຈຸດໝາຍປາຍທາງທີ່ສວຍງາມ ແລະ ຄຳສັນຍານີ້ໃຫ້ກັບມະນຸດຊາດ. ຊາຕານຈະຖືກເຮັດໃຫ້ເຊື່ອໝັ້ນຢ່າງສິ້ນເຊີງ ແລະ ສິ່ງເນລະມິດສ້າງທັງປວງໃນຈັກກະວານຈະຖືກເຮັດໃຫ້ເຊື່ອໝັ້ນຢ່າງສິ້ນເຊີງ. ໃນທີ່ສຸດແລ້ວ ພຣະເຈົ້າຈະອະນຸຍາດໃຫ້ມະນຸດຊາດໄດ້ຮັບຄຳສັນຍາ ແລະ ຄວາມຮັກຂອງພຣະອົງ. ທຸກສິ່ງທີ່ພຣະເຈົ້າເຮັດແມ່ນເປັນຈິງ, ບໍ່ມີຫຍັງທີ່ພຣະອົງເຮັດວ່າງເປົ່າ ແລະ ພຣະອົງປະສົບມັນທັງໝົດດ້ວຍຕົວພຣະອົງເອງພຣະເຈົ້າຈ່າຍລາຄາດ້ວຍປະສົບການແຫ່ງການທົນທຸກຂອງພຣະອົງເອງເພື່ອແລກປ່ຽນກັບຈຸດໝາຍປາຍທາງສຳລັບມະນຸດຊາດ. ສິ່ງນີ້ບໍ່ແມ່ນພາລະກິດທີ່ແທ້ຈິງບໍ? ພໍ່ແມ່ອາດຊໍາລະລາຄາຢ່າງຫຼວງຫຼາຍເພື່ອເຫັນແກ່ລູກໆຂອງພວກເຂົາ ແລະ ສິ່ງນີ້ກໍເປັນຕົວແທນໃຫ້ແກ່ຄວາມຮັກສຳລັບລູກໆຂອງພວກເຂົາ. ໃນການເຮັດແບບນີ້, ແນ່ນອນ ພຣະເຈົ້າທີ່ບັງເກີດເປັນມະນຸດຈິງໃຈ ແລະ ຊື່ສັດທີ່ສຸດຕໍ່ມະນຸດຊາດ. ແກ່ນແທ້ຂອງພຣະເຈົ້ານັ້ນຊື່ສັດ; ພຣະອົງເຮັດສິ່ງທີ່ພຣະອົງເວົ້າ ແລະ ແມ່ນຫຍັງກໍຕາມທີ່ພຣະອົງເຮັດກໍບັນລຸຜົນ. ທຸກສິ່ງທີ່ພຣະອົງເຮັດເພື່ອມະນຸດແມ່ນຈິງໃຈ. ພຣະອົງບໍ່ພຽງແຕ່ກ່າວພຣະທຳເທົ່ານັ້ນ; ເມື່ອພຣະອົງເວົ້າວ່າພຣະອົງຈະຈ່າຍລາຄາ, ພຣະອົງກໍຈ່າຍລາຄາແທ້ໆ. ເມື່ອພຣະອົງເວົ້າວ່າພຣະອົງຈະຮັບເອົາການທົນທຸກຂອງມະນຸດຊາດ ແລະ ທົນທຸກແທນພວກເຂົາ, ພຣະອົງກໍມາດຳລົງຊີວິດຢູ່ທ່າມກາງພວກເຂົາແທ້ໆ, ສຳຜັດ ແລະ ປະສົບກັບການທົນທຸກນີ້ເປັນການສ່ວນຕົວ. ຫຼັງຈາກນັ້ນ, ທຸກສິ່ງທີ່ຢູ່ໃນຈັກກະວານກໍຈະຮັບຮູ້ວ່າ ທຸກສິ່ງທີ່ພຣະເຈົ້າເຮັດແມ່ນຖືກຕ້ອງ ແລະ ຊອບທຳ, ທຸກສິ່ງທີ່ພຣະເຈົ້າເຮັດແມ່ນເປັນຈິງ: ນີ້ຄືຫຼັກຖານທີ່ມີພະລັງ. ນອກຈາກນັ້ນ, ມະນຸດຊາດຈະມີຈຸດໝາຍປາຍທາງທີ່ສວຍງາມໃນອະນາຄົດ ແລະ ທຸກຄົນທີ່ຍັງຄົງຢູ່ກໍຈະສັນລະເສີນພຣະເຈົ້າ; ພວກເຂົາຈະຍົກຍ້ອງວ່າການກະທຳຂອງພຣະເຈົ້າແມ່ນດຳເນີນຈາກຄວາມຮັກຂອງພຣະອົງທີ່ມີຕໍ່ມະນຸດຊາດຢ່າງແທ້ຈິງ. ພຣະເຈົ້າມາຢູ່ທ່າມກາງມະນຸດຢ່າງຖ່ອມຕົວ ເປັນບຸກຄົນທຳມະດາຄົນໜຶ່ງ. ພຣະອົງບໍ່ພຽງແຕ່ປະຕິບັດບາງພາລະກິດ, ກ່າວບາງພຣະທຳ ແລ້ວກໍຈາກໄປ; ກົງກັນຂ້າມ, ພຣະອົງເວົ້າ ແລະ ເຮັດວຽກຢ່າງແທ້ຈິງໃນຂະນະທີ່ກຳລັງຜະເຊີນໜ້າກັບຄວາມເຈັບປວດຂອງໂລກ. ຫຼັງຈາກທີ່ພຣະອົງໄດ້ສຳເລັດການສໍາຜັດກັບຄວາມເຈັບປວດນີ້ເທົ່ານັ້ນ ພຣະອົງຈຶ່ງຈະຈາກໄປ. ນີ້ແມ່ນພາລະກິດຂອງພຣະເຈົ້າທີ່ແທ້ຈິງ ແລະ ເປັນຈິງ; ທຸກຄົນທີ່ເຫຼືອຈະສັນລະເສີນພຣະເຈົ້າຍ້ອນສິ່ງນີ້ ແລະ ພວກເຂົາຈະເຫັນຄວາມສັດຊື່ຂອງພຣະເຈົ້າຕໍ່ມະນຸດ ແລະ ຄວາມເມດຕາຂອງພຣະອົງ. ແກ່ນແທ້ແຫ່ງຄວາມສວຍງາມ ແລະ ຄວາມດີຂອງພຣະເຈົ້າສາມາດເຫັນໄດ້ໃນຄວາມສຳຄັນແຫ່ງການບັງເກີດເປັນມະນຸດຂອງພຣະອົງໃນເນື້ອໜັງ. ແມ່ນຫຍັງກໍຕາມທີ່ພຣະອົງເຮັດແມ່ນຈິງໃຈ; ແມ່ນຫຍັງກໍຕາມທີ່ພຣະອົງເວົ້າແມ່ນຈິງຈັງ ແລະ ຊື່ສັດ. ທຸກສິ່ງທີ່ພຣະອົງເຈດຕະນາເຮັດ, ພຣະອົງກໍເຮັດມັນແທ້ໆ; ເມື່ອມີລາຄາທີ່ຕ້ອງຈ່າຍ, ພຣະອົງກໍຈ່າຍມັນແທ້ໆ; ພຣະອົງບໍ່ພຽງແຕ່ກ່າວພຣະທຳ. ພຣະເຈົ້າເປັນພຣະເຈົ້າທີ່ຊອບທຳ; ພຣະເຈົ້າເປັນພຣະເຈົ້າທີ່ຊື່ສັດ.

ລະດູໃບໄມ້ປົ່ງ, ປີ 1997

ກ່ອນນີ້: ຄວາມສຳຄັນຂອງການທີ່ພຣະເຈົ້າຊີມລົດຊາດການທົນທຸກທາງໂລກ

ຕໍ່ໄປ: ທຳມະຊາດທີ່ຈອງຫອງແມ່ນຢູ່ທີ່ຮາກເຫງົ້າແຫ່ງການຕໍ່ຕ້ານພຣະເຈົ້າຂອງມະສຸດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້