ຄວາມສຳຄັນຂອງການທີ່ພຣະເຈົ້າຊີມລົດຊາດການທົນທຸກທາງໂລກ
ພຣະເຈົ້າທີ່ບັງເກີດເປັນມະນຸດທົນທຸກໂດຍຕາງໜ້າໃຫ້ແກ່ມະນຸດເພື່ອແລກປ່ຽນກັບຈຸດໝາຍປາຍທາງທີ່ສວຍງາມຂອງມະນຸດໃນອະນາຄົດ. ຂັ້ນຕອນໃນພາລະກິດທີ່ພຣະເຢຊູປະຕິບັດຄືການຖືກຄຶງເທິງໄມ້ກາງແຂນດັ່ງພາບຂອງຮ່າງກາຍທີ່ຜິດບາບ, ເປັນເຄື່ອງບູຊາແທນຄວາມຜິດບາບ, ເພື່ອໄຖ່ມະນຸດຊາດທັງປວງ, ເພື່ອວາງພື້ນຖານສຳລັບການເຂົ້າສູ່ຈຸດໝາຍປາຍທາງທີ່ສວຍງາມຂອງມະນຸດ. ພຣະອົງຖືກຄຶງເທິງໄມ້ກາງແຂນ ແລະ ແບກຮັບຄວາມຜິດບາບຂອງມະນຸດ ແລະ ໄຖ່ມະນຸດຊາດຈາກຄວາມຜິດບາບ. ເວົ້າອີກຢ່າງໜຶ່ງກໍຄື ພຣະອົງເຮັດໜ້າທີ່ເປັນເຄື່ອງພິສູດຂອງມະນຸດທີ່ໄດ້ຮັບອະໄພສຳລັບຄວາມຜິດບາບຂອງເຂົາ ແລະ ສາມາດມາຢູ່ຕໍ່ໜ້າພຣະເຈົ້າ, ພຣະອົງເປັນຫຼຽນເດີມພັນໃນການສູ້ຮົບກັບຊາຕານ. ຕອນນີ້ເມື່ອຍຸກສຸດທ້າຍໄດ້ມາເຖິງ, ພຣະເຈົ້າປາຖະໜາທີ່ຈະນໍາພາລະກິດຂອງພຣະອົງໄປສູ່ຈຸດຈົບ, ເພື່ອສິ້ນສຸດຍຸກນີ້ ແລະ ເພື່ອນໍາພາຄົນທີ່ຍັງຄົງຢູ່ໄປສູ່ຈຸດໝາຍປາຍທາງທີ່ສວຍງາມ. ພຣະເຈົ້າໄດ້ກາຍມາເປັນເນື້ອໜັງອີກຄັ້ງ ແລະ ໃນເວລາດຽວກັນກໍເອົາຊະນະ, ພິພາກສາ ແລະ ຊໍາລະລ້າງມະນຸດ, ພຣະອົງທົນທຸກໂດຍຕາງໜ້າໃຫ້ແກ່ມະນຸດ ແລະ ສະເໜີສິ່ງນີ້ເປັນເຄື່ອງພິສູດ ແລະ ຂໍ້ແທ້ຈິງສຳລັບການຍົກເວັ້ນມະນຸດຈາກຄວາມເຈັບປວດທັງໝົດ; ນັ້ນກໍຄືພຣະເຈົ້າແບກຮັບຄຳພະຍານຂອງພຣະອົງເອງ ແລະ ພຣະອົງໃຊ້ເຄື່ອງພິສູດນີ້, ຄຳພະຍານນີ້, ເພື່ອເອົາຊະນະຊາຕານ, ເພື່ອນໍາຄວາມອັບອາຍມາສູ່ພວກມານຮ້າຍ ແລະ ເປັນການແລກປ່ຽນສຳລັບຈຸດໝາຍປາຍທາງທີ່ສວຍງາມຂອງມະນຸດ.
ບາງຄົນເວົ້າວ່າ “ຮ່າງກາຍທີ່ບັງເກີດເປັນມະນຸດທີ່ກຳລັງເຮັດພາລະກິດຍັງເປັນພຣະເຈົ້າທີ່ກຳລັງເຮັດພາລະກິດອີກດ້ວຍ. ມັນບໍ່ແມ່ນຮ່າງກາຍເນື້ອໜັງທີ່ກຳລັງເຮັດພາລະກິດ; ພຣະວິນຍານຂອງພຣະເຈົ້າຄວບຄຸມພຣະອົງຈາກພາຍໃນ”. ນີ້ຄືສິ່ງທີ່ຖືກຕ້ອງບໍ? ບໍ່. ມີການເວົ້າກ່ອນໜ້ານີ້ວ່າການບັງເກີດເປັນມະນຸດຂອງພຣະເຈົ້າເພື່ອດຳເນີນຂັ້ນຕອນໃນພາລະກິດແຫ່ງການເອົາຊະນະເກີດຂຶ້ນທ່າມກາງຄວາມເປັນມະນຸດທີ່ປົກກະຕິ; ສິ່ງທີ່ເຈົ້າເຫັນຄືຄວາມເປັນມະນຸດທີ່ປົກກະຕິ, ແຕ່ນີ້ຄືການທີ່ພຣະເຈົ້າເອງເຮັດພາລະກິດແທ້ໆ; ເມື່ອຮ່າງກາຍເນື້ອໜັງນີ້ເຮັດພາລະກິດ, ເປັນພຣະເຈົ້າເອງແທ້ໆທີ່ເຮັດພາລະກິດ. ເມື່ອມີການອະທິບາຍ ແລະ ການໂອ້ລົມເຊັ່ນນັ້ນ, ຜູ້ຄົນມັກເຊື່ອວ່າຮ່າງກາຍເນື້ອໜັງນີ້ເປັນພຽງເຄື່ອງມື, ເປັນເປືອກນອກ, ເຊື່ອວ່າພຣະອົງພຽງແຕ່ດຳເນີນການເມື່ອພຣະວິນຍານຂອງພຣະເຈົ້າກ່າວ ແລະ ຄວບຄຸມພຣະອົງຈາກພາຍໃນ ແລະ ພຣະອົງບໍ່ດຳເນີນການຖ້າບໍ່ມີການຄວບຄຸມນີ້; ຮ່າງກາຍເນື້ອໜັງເວົ້າແມ່ນຫຍັງກໍຕາມທີ່ພຣະອົງຖືກຊີ້ນໍາໂດຍພຣະວິນຍານ ແລະ ເມື່ອບໍ່ມີການຊີ້ນໍາເຊັ່ນນັ້ນ, ພຣະອົງກໍບໍ່ກ່າວຫຍັງ. ມັນບໍ່ເປັນເຊັ່ນນີ້ບໍ? ບໍ່. ເມື່ອພຣະວິນຍານປາກົດຮ່າງໃນເນື້ອໜັງ, ພຣະວິນຍານ ແລະ ເນື້ອໜັງກໍກາຍມາເປັນໜຶ່ງດຽວກັນ. ເນື້ອໜັງທີ່ດຳເນີນການຄືພຣະວິນຍານທີ່ດຳເນີນການ, ພຣະວິນຍານທີ່ດຳເນີນການຄືເນື້ອໜັງທີ່ດຳເນີນການ, ມີພຽງແຕ່ສິ່ງນີ້ຈຶ່ງເອີ້ນວ່າການບັງເກີດເປັນມະນຸດ. ມື້ນີ້, ໜຶ່ງໃນຄຳອະທິບາຍທີ່ຊົງພະລັງທີ່ສຸດຄືສິ່ງນີ້: ເມື່ອພຣະເຈົ້າກາຍມາເປັນເນື້ອໜັງໃນລະຫວ່າງຍຸກສຸດທ້າຍ, ໃນດ້ານໜຶ່ງ ພຣະອົງມາເຮັດພາລະກິດແຫ່ງການເອົາຊະນະ ແລະ ນໍາຍຸກນີ້ໄປສູ່ຈຸດຈົບ. ໃນອີກດ້ານໜຶ່ງ, ຮ່າງກາຍເນື້ອໜັງທີ່ມາປະສົບກັບຄວາມເຈັບປວດຂອງມະນຸດຄືພຣະເຈົ້າເອງທີ່ມາປະສົບກັບຄວາມເຈັບປວດຂອງມະນຸດ; ເນື້ອໜັງຂອງພຣະເຈົ້າ ແລະ ພຣະເຈົ້າເອງເປັນໜຶ່ງດຽວກັນ. ຮ່າງກາຍເນື້ອໜັງບໍ່ແມ່ນເຄື່ອງມືທີ່ຜູ້ຄົນເຊື່ອວ່າພຣະອົງເປັນ ຫຼື ບໍ່ແມ່ນເປືອກນອກທຳມະດາ ຫຼື ເປັນດັ່ງທີ່ຜູ້ຄົນເຊື່ອ ນັ້ນກໍຄື ເປັນຕົວຕົນຮ່າງກາຍປະເພດທີ່ສາມາດຄວບຄຸມໄດ້. ເນື້ອໜັງນີ້ເປັນຮ່າງປາກົດຂອງພຣະເຈົ້າເອງ. ຄວາມເຂົ້າໃຈກ່ອນໜ້າຂອງຜູ້ຄົນຕື້ນເກີນໄປ. ຖ້າການໂອ້ລົມປະຕິບັດຕາມແນວຄິດຂອງມະນຸດ, ແລ້ວຜູ້ຄົນມີແນວໂນ້ມທີ່ຈະແຍກເນື້ອໜັງ ແລະ ພຣະວິນຍານ, ໂດຍທີ່ມີເນື້ອໜັງເປັນເນື້ອໜັງ ແລະ ພຣະວິນຍານເປັນພຣະວິນຍານ. ນີ້ແມ່ນຄວາມຜິດບ້ຽວຈາກປົກກະຕິ. ສະນັ້ນມັນຈະເປັນເລື່ອງງ່າຍເຊັ່ນກັນທີ່ຜູ້ຄົນຈະມີແນວຄິດຕ່າງໆ.
ສິ່ງທີ່ຜູ້ຄົນຍັງຕ້ອງເຂົ້າໃຈໃນມື້ນີ້ກໍຄືສິ່ງນີ້: ພຣະເຈົ້າໄດ້ກາຍມາເປັນເນື້ອໜັງເພື່ອປະສົບກັບຄວາມເຈັບປວດຂອງມະນຸດ, ແຕ່ຄວາມເຈັບປວດ ແລະ ໂລຄາພະຍາດທີ່ທົນທຸກໂດຍການບັງເກີດເປັນມະນຸດບໍ່ແມ່ນສິ່ງທີ່ພຣະອົງຄວນທົນທຸກ. ບາງຄົນເຊື່ອວ່າຍ້ອນພຣະອົງເປັນເນື້ອໜັງທີ່ທຳມະດາ ແລະ ປົກກະຕິ ແລະ ບໍ່ແມ່ນບາງສິ່ງທີ່ຢູ່ເໜືອທຳມະຊາດ, ແຕ່ເປັນຄົນທຳມະດາ ແລ້ວຄວາມເຈັບປວດນີ້ແມ່ນບໍ່ສາມາດຫຼີກລ່ຽງໄດ້. ພວກເຂົາຄິດວ່າພຣະອົງຈະທົນທຸກກັບອາການເຈັບຫົວ ແລະ ຄວາມລຳບາກຂອງມະນຸດ, ພຣະອົງຄວນຮູ້ສຶກຮ້ອນເມື່ອຜູ້ຄົນຮູ້ສຶກຮ້ອນ ແລະ ພຣະອົງຄວນທົນທຸກກັບຄວາມເຢັນພ້ອມກັບທຸກຄົນເມື່ອສະພາບອາກາດຂາດຄວາມອົບອຸ່ນ. ຖ້ານີ້ແມ່ນວິທີທີ່ເຈົ້າຄິດ, ແລ້ວເຈົ້າກໍເຫັນວ່າຮ່າງກາຍເນື້ອໜັງທີ່ທຳມະດາ ແລະ ປົກກະຕິນີ້ເປັນດັ່ງບຸກຄົນໃດໜຶ່ງແທ້ໆ ໂດຍບໍ່ຂໍ້ແຕກຕ່າງກັນເລີຍ. ແຕ່ຂໍ້ແທ້ຈິງກໍຄືມີຄວາມໝາຍໃນຄວາມລຳບາກທີ່ຮ່າງກາຍນີ້ທົນທຸກ. ຄວາມເຈັບປ່ວຍຂອງຄົນທຳມະດາ ຫຼື ຄວາມລຳບາກອື່ນໆແມ່ນສິ່ງທີ່ຜູ້ຄົນຄວນທົນທຸກ, ສິ່ງເຫຼົ່ານີ້ຄືຄວາມລຳບາກທີ່ມະນຸດຊາດທີ່ເສື່ອມຊາມຄວນທົນທຸກ, ນີ້ຄືກົດເກນໂດຍປົກກະຕິ. ແຕ່ຮ່າງກາຍເນື້ອໜັງຂອງພຣະເຈົ້າທົນທຸກກັບຄວາມລຳບາກເຫຼົ່ານີ້ເພື່ອເປົ້າໝາຍຫຍັງ? ການທີ່ພຣະເຢຊູຖືກຄຶງເທິງໄມ້ກາງແຂນເປັນສິ່ງທີ່ຄວນເກີດຂຶ້ນກັບພຣະອົງບໍ? ພຣະເຢຊູຄືການບັງເກີດເປັນມະນຸດ, ພຣະອົງປາສະຈາກຄວາມຜິດບາບ ແລະ ສອດຄ່ອງກັບກົດເກນໃນເວລານັ້ນ ແລະ ສິ່ງທີ່ພຣະອົງເຮັດໃນເວລານັ້ນ ພຣະອົງບໍ່ຄວນຖືກຄຶງເທິງໄມ້ກາງແຂນ, ສະນັ້ນ ເປັນຫຍັງພຣະອົງຈຶ່ງຖືກຄຶງເທິງໄມ້ກາງແຂນ? ມັນແມ່ນເພື່ອໄຖ່ບາບມະນຸດຊາດທັງປວງ. ຄວາມລຳບາກທັງໝົດທີ່ທົນທຸກໂດຍການບັງເກີດເປັນມະນຸດປັດຈຸບັນ, ການຂົ່ມເຫັງທັງປວງທີ່ເກີດຂຶ້ນກັບພຣະອົງ, ທຸກສິ່ງນີ້ເກີດຂຶ້ນໂດຍບັງເອີນບໍ? ຫຼື ພວກມັນຖືກຈັດແຈງໂດຍພຣະເຈົ້າຢ່າງຕັ້ງໃຈບໍ? ພວກມັນບໍ່ໄດ້ຖືກຈັດແຈງຢ່າງຕັ້ງໃຈ ຫຼື ພວກມັນບໍ່ໄດ້ເກີດຂຶ້ນໂດຍບັງເອີນ; ໃນທາງກົງກັນຂ້າມ, ພວກມັນໄດ້ສະແດງອອກຕາມກົດເກນທີ່ປົກກະຕິ. ເປັນຫຍັງເຮົາຈຶ່ງເວົ້າເຊັ່ນນີ້? ເພາະພຣະເຈົ້າໄດ້ວາງຕົນເອງຢູ່ທ່າມກາງມະນຸດ, ມອບເສລີພາບໃຫ້ພຣະອົງໄດ້ດຳເນີນການໃນລັກສະນະນີ້ ແລະ ໃນລະຫວ່າງເວລາພາລະກິດນີ້, ພຣະອົງໄດ້ທົນທຸກກັບຄວາມເຈັບປວດເຊັ່ນດຽວກັນກັບມະນຸດ. ຖ້າພຣະເຈົ້າຕັ້ງໃຈຈັດແຈງຄວາມເຈັບປວດ, ແລ້ວພຣະອົງກໍຄົງທົນທຸກກັບຄວາມເຈັບປວດໄດ້ສອງສາມມື້; ໃນເວລາສ່ວນໃຫຍ່, ສິ່ງຕ່າງໆຈະບໍ່ແມ່ນການທົນທຸກ. ແລ້ວດ້ວຍເຫດນັ້ນ ການທົນທຸກທີ່ພຣະເຈົ້າປະສົບໃນທ່າມກາງມະນຸດເມື່ອພຣະອົງເຮັດພາລະກິດແມ່ນບໍ່ໄດ້ຖືກຈັດແຈງຢ່າງຕັ້ງໃຈ ແຕ່ພຣະອົງບໍ່ໄດ້ທົນທຸກກັບຄວາມລຳບາກເລັກນ້ອຍໂດຍບໍ່ເຈດຕະນາ; ໃນທາງກົງກັນຂ້າມ, ພຣະອົງມາປະສົບກັບການທົນທຸກທີ່ມີຢູ່ທ່າມກາງມະນຸດ, ພຣະອົງໄດ້ວາງພຣະອົງເອງຢູ່ທ່າມກາງມະນຸດ, ທົນທຸກດັ່ງທີ່ມະນຸດໄດ້ທົນທຸກ ແລະ ໄດ້ຮັບການປະຕິບັດເຊັ່ນດຽວກັນ, ໂດຍບໍ່ມີຂໍ້ຍົກເວັ້ນຫຍັງເລີຍ. ໃນຂະນະທີ່ພວກເຈົ້າຖືກຂົ່ມເຫັງຢູ່ນັ້ນເອງ, ພຣະຄຣິດບໍ່ໄດ້ຖືກຂົ່ມເຫັງເຊັ່ນກັນບໍ? ພວກເຈົ້າຖືກຕາມລ່າ; ພຣະຄຣິດບໍ່ໄດ້ຖືກຕາມລ່າເຊັ່ນກັນບໍ? ຜູ້ຄົນທໍລະມານຈາກຄວາມເຈັບປ່ວຍ; ພຣະຄຣິດທົນທຸກໜ້ອຍກວ່າບໍ? ພຣະອົງກໍບໍ່ໄດ້ຍົກເວັ້ນ. ນີ້ບໍ່ແມ່ນສິ່ງທີ່ເຂົ້າໃຈໄດ້ງ່າຍບໍ? ຍັງມີຄົນທີ່ເຊື່ອວ່າພຣະເຈົ້າຄວນທົນທຸກຫຼັງຈາກທີ່ມາເຮັດພາລະກິດໃນປະເທດຂອງມັງກອນແດງໃຫຍ່ ແລະ ນີ້ບໍ່ແມ່ນສິ່ງທີ່ຜິດເຊັ່ນກັນບໍ? ສຳລັບພຣະເຈົ້າແລ້ວ, ມັນບໍ່ແມ່ນເລື່ອງທີ່ພຣະອົງຄວນ ຫຼື ບໍ່ຄວນທົນທຸກ. ພຣະເຈົ້າຈ່າຍລາຄາເປັນການສ່ວນຕົວເພື່ອທົນທຸກຢູ່ທ່າມກາງມະນຸດ ເພື່ອວ່າຜູ້ຄົນຈະບໍ່ທົນທຸກອີກຕໍ່ໄປ ແລະ ຫຼັງຈາກນັ້ນ ພຣະອົງກໍນໍາພາມະນຸດໄປສູ່ຈຸດໝາຍປາຍທາງທີ່ສວຍງາມ, ປ່ອຍໃຫ້ຊາຕານສຳນຶກຢ່າງສິ້ນເຊີງ. ສຳລັບພຣະເຈົ້າແລ້ວ, ມັນເປັນສິ່ງຈຳເປັນທີ່ຈະທົນທຸກກັບຄວາມເຈັບປວດເຫຼົ່ານີ້. ຖ້າພຣະອົງບໍ່ປາຖະໜາທີ່ຈະທົນທຸກກັບຄວາມເຈັບປວດນີ້ໃນລະຫວ່າງຂັ້ນຕອນນີ້ຂອງພາລະກິດ ແຕ່ຢັ່ງຮູ້ຄວາມເຈັບປວດຂອງມະນຸດເທົ່ານັ້ນ ແລະ ບໍ່ມີຫຍັງອີກ ແລະ ໃຊ້ອັກຄະສາວົກສອງສາມຄົນ ຫຼື ຜູ້ຄົນທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດໂດຍຕາງໜ້າໃຫ້ແກ່ພຣະອົງ, ເຊິ່ງເປັນຜູ້ທີ່ລາຍງານຕໍ່ພຣະເຈົ້າໃນພາຍຫຼັງເຖິງຄວາມເຈັບປວດທີ່ພວກເຂົາໄດ້ທົນທຸກ ຫຼື ຖ້າບໍ່ດັ່ງນັ້ນ ພຣະອົງກໍໃຊ້ຄົນພິເສດສອງສາມຄົນເພື່ອເປັນພະຍານ ແລະ ເຮັດໃຫ້ພວກເຂົາທົນທຸກກັບສິ່ງທີ່ເຈັບປວດທີ່ສຸດໃນທ່າມກາງມະນຸດ, ແລ້ວຖ້າພວກເຂົາສາມາດທົນທຸກກັບຄວາມເຈັບປວດນີ້ ແລະ ແບກຮັບຄຳພະຍານນີ້ໄດ້, ຊາຕານຍັງຈະສຳນຶກຢ່າງສິ້ນເຊີງ ແລະ ສິ່ງນີ້ເຊັ່ນກັນຈະສາມາດແລກປ່ຽນກັບສິ່ງນີ້ເພື່ອບໍ່ໃຫ້ມະນຸດທົນທຸກໃນອະນາຄົດ. ພຣະເຈົ້າສາມາດເຮັດເຊັ່ນນີ້ບໍ? ພຣະອົງສາມາດເຮັດໄດ້, ແຕ່ມີພຽງແຕ່ພຣະເຈົ້າເອງເທົ່ານັ້ນທີ່ເຮັດພາລະກິດຂອງພຣະເຈົ້າເອງ. ບໍ່ວ່າຄຳພະຍານຂອງຜູ້ຄົນຈະສູງສົ່ງສໍ່າໃດກໍຕາມ, ມັນບໍ່ໄດ້ດັງຈົນໄປເຖິງຊາຕານ ຜູ້ເຊິ່ງຈະເວົ້າວ່າ “ຍ້ອນພຣະອົງກາຍມາເປັນເນື້ອໜັງ, ເປັນຫຍັງຈຶ່ງບໍ່ປະສົບກັບຄວາມເຈັບປວດຂອງມະນຸດເປັນການສ່ວນຕົວ?” ນັ້ນໝາຍຄວາມວ່າ ຖ້າພຣະເຈົ້າບໍ່ເຮັດພາລະກິດເຊັ່ນນັ້ນ, ແລ້ວຄຳພະຍານນັ້ນຈະບໍ່ຊົງພະລັງຫຼາຍ. ພາລະກິດຂອງພຣະເຈົ້າເອງຕ້ອງຖືກດຳເນີນການໂດຍພຣະເຈົ້າເອງ, ຍ້ອນໃນຕອນນັ້ນເອງ ມັນຈຶ່ງຈະເປັນຈິງ ແລະ ປະຕິບັດໄດ້. ແລ້ວນັບຕັ້ງແຕ່ຂັ້ນຕອນນີ້ໃນພາລະກິດທີ່ດຳເນີນການໂດຍພຣະເຈົ້າ, ມັນຍັງສາມາດເຫັນໄດ້ວ່າມີຄວາມໝາຍໃນທຸກສິ່ງທີ່ພຣະເຈົ້າເຮັດ, ມີຄວາມໝາຍໃນຄວາມເຈັບປວດທຸກຢ່າງທີ່ທົນທຸກໂດຍການບັງເກີດເປັນມະນຸດ, ພຣະອົງບໍ່ເຮັດຫຍັງຕາມອຳເພີໃຈ ຫຼື ພຣະອົງບໍ່ເຮັດພາລະກິດທີ່ບໍ່ເປັນປະໂຫຍດ. ການມາເຖິງຂອງການບັງເກີດເປັນມະນຸດເພື່ອເຮັດພາລະກິດ ແລະ ປະສົບກັບຄວາມເຈັບປວດຂອງມະນຸດບໍ່ແມ່ນຕົວເລືອກ, ແຕ່ເປັນສິ່ງທີ່ຈຳເປັນທີ່ສຸດ: ມັນເປັນສິ່ງທີ່ຈຳເປັນທີ່ສຸດສຳລັບມະນຸດຊາດ ແລະ ຈຸດໝາຍປາຍທາງໃນອະນາຄົດຂອງມະນຸດຊາດ, ມັນຖືກດຳເນີນການ ແລະ ເສຍສະຫຼະເພື່ອເຫັນແກ່ການຊ່ວຍມະນຸດໃຫ້ລອດພົ້ນ, ການຮັບເອົາມະນຸດ ແລະ ການນໍາມະນຸດໄປສູ່ຈຸດໝາຍປາຍທາງທີ່ສວຍງາມ.
ຄວາມຈິງທີ່ກ່ຽວຂ້ອງກັບການບັງເກີດເປັນມະນຸດຄວນຖືກສົນທະນາຈາກຫຼາຍມຸມ:
1. ຄວາມຈຳເປັນຂອງເນື້ອໜັງທຳມະດາ ແລະ ປົກກະຕິ.
2. ດ້ານທີ່ແທ້ຈິງໃນພາລະກິດຂອງເນື້ອໜັງທຳມະດາ ແລະ ປົກກະຕິນີ້.
3. ຄວາມໝາຍທີ່ໝາຍຄວາມເຖິງຄວາມຈຳເປັນຂອງການທີ່ພຣະເຈົ້າມາຢູ່ທ່າມກາງມະນຸດເພື່ອປະສົບກັບຄວາມເຈັບປວດຂອງມະນຸດ.
ເປັນຫຍັງພຣະເຈົ້າຈຶ່ງຕ້ອງປະສົບກັບຄວາມເຈັບປວດຂອງມະນຸດເປັນການສ່ວນຕົວ? ມັນບໍ່ເປັນຫຍັງບໍ ຖ້າພຣະອົງຈະບໍ່ເຮັດສິ່ງນີ້? ຍັງມີອີກດ້ານໜຶ່ງໃນຄວາມໝາຍຢູ່ບ່ອນນີ້. ພາລະກິດຂອງເນື້ອໜັງທຳມະດາ ແລະ ປົກກະຕິນີ້ສາມາດເອົາຊະນະ ແລະ ເຮັດໃຫ້ຜູ້ຄົນສົມບູນແບບ, ແຕ່ແກ່ນແທ້ຂອງຜູ້ຄົນ ແລະ ກົດເກນການມີຢູ່ຂອງມະນຸດໝາຍຄວາມວ່າພວກເຂົາຈະຍັງດຳລົງຊີວິດຢູ່ໃນຄວາມວ່າງເປົ່າ, ຄວາມເຈັບປວດ, ຄວາມດິ້ນຮົນ ແລະ ການຖອນຫາຍໃຈ ແລະ ພວກເຂົາຈະຍັງບໍ່ສາມາດຫຼົບໜີຈາກໂລຄາພະຍາດຂອງພວກເຂົາ. ຕົວຢ່າງ: ຄວາມຮັກພຣະເຈົ້າຂອງເຈົ້າໄດ້ໄປເຖິງຈຸດໃດໜຶ່ງ, ເຈົ້າມີປະສົບການບາງຢ່າງໃນການເຂົ້າໃຈພຣະເຈົ້າ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າໄດ້ຮັບການແກ້ໄຂ ແລະ ພຣະເຈົ້າເວົ້າວ່າເຈົ້າໄດ້ຖືກເຮັດໃຫ້ສົມບູນ ແລະ ເຈົ້າເປັນຄົນທີ່ຮັກພຣະເຈົ້າ. ຖ້າພຣະເຈົ້າຊ່ວຍຜູ້ຄົນໃຫ້ລອດພົ້ນຈົນເຖິງຂອບເຂດນີ້ ແລະ ຫຼັງຈາກນັ້ນກໍຈາກໄປ, ຖ້າພາລະກິດຂອງການບັງເກີດເປັນມະນຸດສິ້ນສຸດເຊັ່ນນັ້ນ ແລ້ວໂລຄາພະຍາດຂອງຜູ້ຄົນ, ຄວາມວ່າງເປົ່າ ແລະ ຄວາມໂສກເສົ້າ ແລະ ບັນຫາຂອງເນື້ອໜັງຍັງຈະມີຢູ່, ເຊິ່ງໝາຍຄວາມວ່າພາລະກິດຂອງພຣະເຈົ້າໃນການຊ່ວຍຜູ້ຄົນໃຫ້ລອດພົ້ນກໍຈະບໍ່ສຳເລັດ. ຄົນໜຶ່ງອາດຖືກເຮັດໃຫ້ສົມບູນ ແລະ ອາດຮູ້, ຮັກ ແລະ ນະມັດສະການພຣະເຈົ້າ, ແຕ່ພວກເຂົາສາມາດແກ້ໄຂໂລຄາພະຍາດ ແລະ ບັນຫາຂອງພວກເຂົາບໍ? ການມີຄວາມຈິງບໍ່ສາມາດແກ້ໄຂສິ່ງນີ້ໄດ້. ບໍ່ມີຜູ້ໃດເຄີຍເວົ້າຈັກເທື່ອວ່າຕອນນີ້ພວກເຂົາມີຄວາມຈິງ, ຄາວມເຈັບປວດຂອງເນື້ອໜັງບໍ່ເຮັດໃຫ້ພວກເຂົາເຈັບປ່ວຍອີກຕໍ່ໄປ ຫຼື ເຮັດໃຫ້ພວກເຂົາທົນຳທຸກ, ບໍ່ມີຜູ້ໃດສາມາດແກ້ໄຂຄວາມເຈັບປວດປະເພດນັ້ນໄດ້. ເຈົ້າພຽງແຕ່ສາມາດເວົ້າໄດ້ວ່າ “ການດຳລົງຊີວິດເຮັດໃຫ້ຂ້ອຍຮູ້ສຶກມີຄວາມໝາຍຫຼາຍໃນຕອນນີ້, ແຕ່ຂ້ອຍຍັງເຈັບປວດ ເມື່ອຂ້ອຍເຈັບປ່ວຍ”. ມັນເປັນເຊັ່ນນີ້ບໍ? ແລ້ວຄວາມຮູ້ສຶກນີ້ເປັນຈິງບໍ? ສະນັ້ນ, ຖ້າການບັງເກີດເປັນມະນຸດພຽງແຕ່ເຮັດພາລະກິດແຫ່ງການເອົາຊະນະ ແລະ ການເຮັດໃຫ້ມະນຸດສົມບູນ, ຖ້າການບັງເກີດເປັນມະນຸດພຽງແຕ່ເຮັດໃຫ້ຜູ້ຄົນສົມບູນ ແລະ ບໍ່ໄດ້ແກ້ໄຂຄວາມເຈັບປວດທີ່ທົນທຸກໂດຍເນື້ອໜັງຂອງພວກເຂົາ, ແລ້ວຄວາມເຈັບປວດທັງໝົດທີ່ປະສົບໂດຍຜູ້ຄົນເທິງແຜ່ນດິນໂລກ, ຄວາມເຈັບປ່ວຍຂອງຜູ້ຄົນ, ຄວາມປິຕິຍິນດີ ແລະ ຄວາມໂສກເສົ້າຂອງມະນຸດ ແລະ ຄວາມກັງວົນສ່ວນຕົວຂອງຜູ້ຄົນ, ສິ່ງເຫຼົ່ານີ້ແມ່ນຈະບໍ່ສາມາດແກ້ໄຂໄດ້ທັງໝົດ ແລະ ເຖິງແມ່ນເຈົ້າອະນຸຍາດໃຫ້ຜູ້ຄົນດຳລົງຊີວິດໜຶ່ງພັນປີ, ສິບພັນປີຢູ່ເທິງແຜ່ນດິນໂລກ, ບັນຫາເຫຼົ່ານີ້ ແລະ ເລື່ອງການເກີດ, ອາຍຸແກ່, ຄວາມເຈັບປ່ວຍ ແລະ ຄວາມຕາຍຈະບໍ່ໄດ້ຮັບການແກ້ໄຂ. ພຣະເຈົ້າໄດ້ມາເພື່ອປະສົບກັບຄວາມເຈັບປວດນີ້ຂອງມະນຸດ; ເມື່ອໄດ້ປະສົບກັບມັນ, ພຣະອົງກໍແກ້ໄຂມັນຈາກຮາກເຫງົ້າແທ້ໆ ແລະ ຫຼັງຈາກນັ້ນ ມະນຸດກໍຈະບໍ່ວຸ້ນວາຍໂດຍເລື່ອງການເກີດ, ອາຍຸແກ່, ຄວາມເຈັບປ່ວຍ ຫຼື ຄວາມຕາຍ. ພຣະເຢຊູປະສົບກັບຄວາມຕາຍ. ການບັງເກີດເປັນມະນຸດນີ້ພຽງແຕ່ປະສົບກັບຄວາມເຈັບປວດຂອງຊີວິດ ແລະ ຄວາມເຈັບປ່ວຍ (ຈະບໍ່ຈຳເປັນຕ້ອງປະສົບກັບອາຍຸແກ່ ແລະ ໃນອະນາຄົດ ຜູ້ຄົນຈະບໍ່ເຖົ້າແກ່ຈັກເທື່ອ). ຫຼັງຈາກທີ່ພຣະອົງໄດ້ປະສົບກັບຄວາມເຈັບປວດທັງໝົດນີ້, ຄວາມເຈັບປວດຂອງມະນຸດຈະຖືກກຳຈັດໃນທີ່ສຸດ. ຫຼັງຈາກທີ່ພຣະເຈົ້າທົນທຸກກັບຄວາມເຈັບປວດທັງໝົດໂດຍຕາງໜ້າໃຫ້ແກ່ມະນຸດ, ພຣະອົງຈະມີຫຼັກຖານທີ່ມີອຳນາດເຊິ່ງຈະແລກປ່ຽນສຳລັບຈຸດໝາຍປາຍທາງທີ່ສວຍງາມຂອງມະນຸດຊາດໃນທີ່ສຸດ, ກຳຈັດການເກີດ, ອາຍຸແກ່, ຄວາມເຈັບປ່ວຍ ແລະ ຄວາມຕາຍຂອງມະນຸດ. ບໍ່ມີຄວາມໝາຍໃນສິ່ງນີ້ບໍ? ແລ້ວດ້ວຍເຫດນັ້ນ, ບໍ່ວ່າຈະເປັນຊີວິດ, ຄວາມເຈັບປ່ວຍ, ຄວາມລຳບາກ ຫຼື ຄວາມດິ້ນຮົນ, ການບັງເກີດເປັນມະນຸດປະສົບກັບຄວາມເຈັບປວດຂອງມະນຸດ ແລະ ບໍ່ວ່າມັນຈະເປັນຄວາມເຈັບປວດດ້ານໃດກໍຕາມ, ການບັງເກີດເປັນມະນຸດກໍປະສົບໂດຍຕາງໜ້າໃຫ້ແກ່ມະນຸດ, ເຮັດໜ້າທີ່ເປັນສັນຍາລັກ ແລະ ເປັນໝາຍສຳຄັນໃນການທຳນາຍ. ພຣະອົງປະສົບກັບຄວາມເຈັບປວດທັງໝົດນີ້, ພຣະອົງແບກຮັບມັນເປັນການສ່ວນຕົວ, ສະນັ້ນມະນຸດຊາດຈະບໍ່ຈຳເປັນຕ້ອງທົນທຸກມັນອີກ. ນີ້ຄືບ່ອນທີ່ຄວາມໝາຍສຳຄັນຕັ້ງຢູ່. ຫຼັງຈາກທີ່ຜູ້ຄົນໄດ້ຖືກເຮັດໃຫ້ສົມບູນ, ພວກເຂົາສາມາດນະມັດສະການພຣະເຈົ້າ ແລະ ຮັກພຣະເຈົ້າ ແລະ ພວກເຂົາສາມາດດຳເນີນການຕາມຄວາມປະສົງຂອງພຣະເຈົ້າ, ດຳເນີນການຕາມພຣະທຳຂອງພຣະເຈົ້າ ແລະ ດຳເນີນການຕາມຂໍ້ກຳນົດຂອງພຣະເຈົ້າ, ຫຼັງຈາກນັ້ນ ບັນຫາ ແລະ ຄວາມເຈັບປວດຂອງພວກເຂົາຈະໄດ້ຮັບການແກ້ໄຂ. ນີ້ຄືຄວາມໝາຍສຳຄັນຂອງການທີ່ພຣະເຈົ້າທົນທຸກໂດຍຕາງໜ້າໃຫ້ແກ່ມະນຸດ ແລະ ມັນອະນຸຍາດໃຫ້ຜູ້ຄົນບໍ່ພຽງແຕ່ນະມັດສະການພຣະເຈົ້າເທິງແຜ່ນດິນໂລກ, ແຕ່ຍັງເປັນອິດສະຫຼະຈາກຄວາມທໍລະມານ ແລະ ພາລະຕິດພັນຈາກໂລຄາພະຍາດເຫຼົ່ານີ້, ເປັນອິດສະຫຼະຈາກເລື່ອງການເກີດ, ອາຍຸແກ່, ຄວາມເຈັບປ່ວຍ ແລະ ຄວາມຕາຍ, ເປັນອິດສະຫຼະຈາກວົງຈອນຊີວິດ. ໃນການທົນທຸກ ແລະ ການຮັບຮູ້ຄວາມເຈັບປວດນີ້ໃນລະຫວ່າງການບັງເກີດເປັນມະນຸດປັດຈຸບັນ, ພຣະເຈົ້າແບກຮັບສິ່ງເຫຼົ່ານີ້ໂດຍຕາງໜ້າໃຫ້ແກ່ມະນຸດ ແລະ ຫຼັງຈາກທີ່ພຣະອົງໄດ້ແບກຮັບພວກມັນ, ຄົນທີ່ຍັງຄົງຢູ່ບໍ່ຈຳເປັນຕ້ອງທົນທຸກກັບຄວາມເຈັບປວດນີ້ ເຊິ່ງເປັນໝາຍສຳຄັນໃນການທຳນາຍ. ຄົນໄຮ້ເຫດຜົນບາງຄົນຖາມວ່າ “ແລ້ວພຣະເຈົ້າເຮັດສິ່ງນີ້ໂດຍຕາງໜ້າໃຫ້ແກ່ມະນຸດໂດຍພຣະອົງເອງທັງໝົດບໍ?” ມັນພຽງພໍທີ່ພຣະເຈົ້າຈະກາຍມາເປັນເນື້ອໜັງ ແລະ ທົນທຸກໂດຍຕາງໜ້າໃຫ້ແກ່ມະນຸດ, ຜູ້ໃດຈຳເປັນຕ້ອງທົນທຸກອີກ? ສິ່ງນີ້ເປັນເພາະພຣະເຈົ້າສາມາດເຮັດທຸກສິ່ງໂດຍພຣະອົງເອງ ແລະ ສາມາດຮັບໜ້າແທນທຸກສິ່ງ, ພຣະອົງສາມາດເປັນຕົວແທນໃຫ້ແກ່ທຸກສິ່ງ ແລະ ພຣະອົງສາມາດເປັນສັນຍາລັກໃຫ້ແກ່ທຸກສິ່ງ, ທຸກສິ່ງທີ່ສວຍງາມ, ດີ ແລະ ເປັນບວກ. ຍິ່ງໄປກວ່ານັ້ນ, ຕອນນີ້ເມື່ອພຣະອົງປະສົບກັບຄວາມເຈັບປວດຂອງມະນຸດແທ້ໆ ແລະ ຢ່າງເປັນຈິງ, ພຣະອົງຍິ່ງມີຄຸນສົມບັດຫຼາຍຂຶ້ນທີ່ຈະໃຊ້ຄຳພະຍານ ແລະ ຫຼັກຖານທີ່ມີລິດອຳນາດຫຼາຍຂຶ້ນເພື່ອກຳຈັດຄວາມເຈັບປວດທັງໝົດໃນອະນາຄົດຂອງມະນຸດ.
ເມື່ອປະຕິບັດເຊັ່ນນັ້ນ, ພາລະກິດສອງຂັ້ນຕອນຂອງການບັງເກີດເປັນມະນຸດແມ່ນສຳເລັດ ແລະ ກາຍມາເປັນວັກທີ່ຊັດເຈນ. ນັບຕັ້ງແຕ່ຂັ້ນຕອນທຳອິດຂອງການບັງເກີດເປັນມະນຸດຈົນເຖິງຂັ້ນຕອນນີ້ຂອງການບັງເກີດເປັນມະນຸດ, ພາລະກິດຂອງສອງຂັ້ນຕອນເຫຼົ່ານີ້ໄດ້ແກ້ໄຂຄວາມເຈັບປວດທັງໝົດຂອງການມີຢູ່ຂອງມະນຸດ ແລະ ການທົນທຸກສ່ວນຕົວຂອງຜູ້ຄົນເອງ. ເປັນຫຍັງພຣະເຈົ້າຈຶ່ງຕ້ອງເຮັດສິ່ງນີ້ເປັນການສ່ວນຕົວໃນເນື້ອໜັງ? ຢ່າງທຳອິດ, ຜູ້ຄົນຕ້ອງເຂົ້າໃຈກ່ອນວ່າຄວາມເຈັບປວດຈາກການເກີດ, ອາຍຸແກ່, ຄວາມເຈັບປ່ວຍ ແລະ ຄວາມຕາຍຕະຫຼອດຊີວິດຂອງພວກເຂົາມາຈາກໃສ ແລະ ເປັນຫຍັງມະນຸດຈຶ່ງທົນທຸກກັບສິ່ງເຫຼົ່ານີ້. ພວກມັນມີຢູ່ເມື່ອມະນຸດຖືກສ້າງຂຶ້ນໃນຕອນທຳອິດ? ຄວາມເຈັບປວດເຫຼົ່ານີ້ມາຈາກໃສ? ຄວາມເຈັບປວດເຫຼົ່ານີ້ເກີດຂຶ້ນຫຼັງຈາກທີ່ມະນຸດຖືກລໍ້ລວງໂດຍຊາຕານ ແລະ ຫຼັງຈາກທີ່ມະນຸດລົ້ມເຫຼວຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ. ຄວາມເຈັບປວດຈາກເນື້ອໜັງຂອງມະນຸດ, ບັນຫາ ແລະ ຄວາມວ່າງເປົ່າ ແລະ ສິ່ງທັງປວງທີ່ເປັນຕາສັງເວດໃນໂລກມະນຸດ, ພວກເຂົາທຸກຄົນປາກົດຕົວຫຼັງຈາກທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມ. ຫຼັງຈາກທີ່ມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ, ຊາຕານກໍເລີ່ມທໍລະມານມະນຸດ ແລະ ດ້ວຍເຫດນັ້ນມະນຸດຈຶ່ງລົ້ມເຫຼວຫຼາຍຍິ່ງຂຶ້ນ, ຄວາມເຈັບປ່ວຍຂອງເຂົາຍິ່ງຮ້າຍແຮງຫຼາຍຂຶ້ນ, ຄວາມເຈັບປວດຂອງເຂົາຮຸນແຮງຫຼາຍຂຶ້ນ ແລະ ເຂົາມີຄວາມຮູ້ສຶກຫຼາຍຂຶ້ນວ່າໂລກວ່າງເປົ່າ ແລະ ລຳເຄັນ, ມັນເປັນໄປບໍ່ໄດ້ທີ່ຈະເອົາຕົວຫຼອດໃນໂລກນີ້ ແລະ ການດຳລົງຊີວິດໃນໂລກນີ້ກໍສິ້ນຫວັງຫຼາຍຂຶ້ນເລື້ອຍໆ. ສະນັ້ນຄວາມເຈັບປວດທັງໝົດນີ້ຈຶ່ງເປັນສິ່ງທີ່ຊາຕານນໍາພາມາສູ່ມະນຸດ ແລະ ເປັນຄວາມລົ້ມເຫຼວທີ່ເປັນຜົນມາຈາກການທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມ. ການສົ່ງຜູ້ຄົນກັບຄືນຈາກມືຂອງຊາຕານ ແລະ ມອບຈຸດໝາຍປາຍທາງທີ່ສວຍງາມໃຫ້ແກ່ພວກເຂົາແມ່ນຮຽກຮ້ອງໃຫ້ພຣະເຈົ້າປະສົບກັບຄວາມເຈັບປວດນີ້ເປັນການສ່ວນຕົວ. ເຖິງແມ່ນວ່າຜູ້ຄົນປາສະຈາກຄວາມຜິດບາບ, ຍັງມີສິ່ງຕ່າງໆທີ່ເຮັດໃຫ້ພວກເຂົາເຈັບປວດ, ຊາຕານຍັງຄວບຄຸມພວກເຂົາ, ຍັງສາມາດບົງການພວກເຂົາ ແລະ ເຮັດໃຫ້ພວກເຂົາທົນທຸກຢ່າງເຈັບປວດ ແລະ ທໍລະມານທີ່ສຸດ. ແລ້ວດ້ວຍເຫດນັ້ນ, ການທີ່ການບັງເກີດເປັນມະນຸດປະສົບກັບຄວາມເຈັບປວດເຫຼົ່ານີ້ເປັນການສ່ວນຕົວ ແລະ ການສົ່ງຜູ້ຄົນກັບຄືນຈາກກໍາມືຂອງຊາຕານ ແລະ ການປ້ອງກັນພວກເຂົາຈາກການທົນທຸກກັບຄວາມເຈັບປວດໃດໆອີກ, ສິ່ງນີ້ບໍ່ມີຄວາມໝາຍຢ່າງສຸດຊຶ້ງບໍ? ເມື່ອພຣະເຢຊູມາເຮັດພາລະກິດແຫ່ງການໄຖ່ບາບ, ໃນລັກສະນະພາຍນອກແລ້ວ ມັນເບິ່ງຄືກັບວ່າພຣະອົງບໍ່ໄດ້ປະຕິບັດຕາມກົດເກນ, ແຕ່ໃນຄວາມເປັນຈິງແລ້ວ ສິ່ງນີ້ປະຕິບັດຕາມກົດເກນ, ມັນນໍາຍຸກແຫ່ງພຣະບັນຍັດມາເຖິງຈຸດຈົບ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ, ນໍາຄວາມກະລຸນາ ແລະ ຄວາມເຫັນອົກເຫັນໃຈມາຫາມະນຸດ ແລະ ຫຼັງຈາກນັ້ນ ເມື່ອພຣະເຢຊູຖືກຄຶງເທິງໄມ້ກາງແຂນ, ສິ່ງນີ້ກໍອະໄພຄວາມຜິດບາບທັງໝົດຂອງມະນຸດ. ພຣະເຢຊູໃຊ້ເລືອດທີ່ລໍ້າຄ່າຂອງພຣະອົງເອງເພື່ອເຮັດໃຫ້ມະນຸດມີສິດກັບມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ມັນສາມາດເວົ້າໄດ້ວ່າພຣະອົງໃຊ້ເຄື່ອງພິສູດ ແລະ ຂໍ້ແທ້ຈິງໃນການຖືກຄຶງເທິງໄມ້ກາງແຂນເພື່ອໄຖ່ບາບມະນຸດ. ເຖິງແມ່ນວ່າຄວາມຜິດບາບຂອງມະນຸດໄດ້ຮັບການອະໄພຈາກພຣະເຈົ້າ, ມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກຊຶ້ງແລ້ວ, ທຳມະຊາດທີ່ຜິດບາບຂອງເຂົາຍັງຄົງຢູ່ ແລະ ເຂົາສືບຕໍ່ເຮັດບາບ ແລະ ທ້າທາຍພຣະເຈົ້າ. ນີ້ແມ່ນຂໍ້ແທ້ຈິງທີ່ບໍ່ສາມາດປະຕິເສດໄດ້ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງກາຍມາເປັນເນື້ອໜັງເປັນຄັ້ງທີສອງເພື່ອເຮັດພາລະກິດແຫ່ງການຊຳລະລ້າງມະນຸດຈາກທຳມະຊາດທີ່ຜິດບາບຂອງເຂົາ ນັ້ນກໍຄື ພຣະອົງພິພາກສາ ແລະ ຂ້ຽນຕີມະນຸດເພື່ອຊໍາລະລ້າງເຂົາຈາກອຸປະນິໄສທີ່ເສື່ອມຊາມຂອງເຂົາ. ໃນຄັ້ງທຳອິດທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ພຣະອົງຖືກຄຶງເທິງໄມ້ກາງແຂນສຳລັບຄວາມຜິດບາບຂອງມະນຸດຊາດ, ພຣະອົງໄຖ່ບາບມະນຸດຊາດ ແລະ ມະນຸດໄດ້ກັບມາຢູ່ຕໍ່ໜ້າພຣະເຈົ້າ. ໃນຄັ້ງທີສອງທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ພຣະອົງເລີ່ມເອົາຊະນະມະນຸດ, ຊ່ວຍມະນຸດໃຫ້ລອດພົ້ນໂດຍການເອົາຊະນະເຂົາ. ເຖິງແມ່ນວ່າຫຼາຍຄົນໄດ້ຍອມຮັບພາລະກິດຂອງພຣະເຈົ້າ ແລະ ມັກກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ພວກເຂົາຍັງບໍ່ສົນໃຈພຣະເຈົ້າ, ພວກເຂົາບໍ່ຮູ້ວ່າພຣະອົງຢູ່ໃສ, ພວກເຂົາຈະບໍ່ຮັບຮູ້ພຣະອົງ ເຖິງແມ່ນວ່າພຣະອົງຢູ່ຕໍ່ໜ້າຕໍ່ຕາພວກເຂົາແທ້ໆ ແລະ ພວກເຂົາຍັງມີແນວໂນ້ມທີ່ຈະມີແນວຄິດ ແລະ ຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ ແລະ ໃນບາງຄັ້ງ ວິທີການທີ່ພວກເຂົາເບິ່ງສິ່ງຕ່າງໆແມ່ນເປັນປໍລະປັກຕໍ່ພຣະເຈົ້າ. ເປັນຫຍັງມັນຈຶ່ງເປັນເຊັ່ນນີ້? ເພາະພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ຂາດຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ. ເມື່ອຜູ້ຄົນມີຄວາມຮູ້ກ່ຽວກັບພຣະເຈົ້າ, ພວກເຂົາປິຕິຍິນດີທີ່ຈະທົນທຸກ ແລະ ດຳລົງຊີວິດຢູ່ເພື່ອພຣະເຈົ້າ, ແຕ່ຊາຕານຍັງຄວບຄຸມຄວາມອ່ອນແອທີ່ຢູ່ພາຍໃນພວກເຂົາ, ຊາຕານຍັງສາມາດເຮັດໃຫ້ພວກເຂົາທົນທຸກ, ວິນຍານຊົ່ວຮ້າຍຍັງສາມາດເຮັດພາລະກິດ ແລະ ກໍ່ໃຫ້ເກີດການລົບກວນຢູ່ໃນພວກເຂົາ, ຈັບໃຈພວກເຂົາ, ເຮັດໃຫ້ພວກເຂົາວຸ້ນວາຍ ແລະ ວິຕົກກັງວົນ ແລະ ບໍ່ສະຫງົບສຸກຢ່າງທີ່ສຸດ. ມີສິ່ງຕ່າງໆໃນຄວາມຄິດ ແລະ ສະຕິສຳນຶກຂອງຜູ້ຄົນທີ່ມີແນວໂນ້ມຈະຖືກຄວບຄຸມ ແລະ ບົງການໂດຍຊາຕານ. ສະນັ້ນ, ບາງຄັ້ງເຈົ້າເຈັບປ່ວຍ ຫຼື ບໍ່ສະຫງົບສຸກ, ມີຫຼາຍຄັ້ງທີ່ເຈົ້າຮູ້ສຶກວ່າໂລກສິ້ນຫວັງ ຫຼື ບໍ່ມີຈຸດໝາຍໃນການດຳລົງຊີວິດ ແລະ ເຖິງກັບມີຫຼາຍຄັ້ງທີ່ເຈົ້າອາດພະຍາຍາມຕາຍ ແລະ ຕ້ອງການຂ້າຕົວເຈົ້າເອງ. ນັ້ນໝາຍຄວາມວ່າ ຄວາມເຈັບປວດເຫຼົ່ານີ້ແມ່ນຖືກຈັດການໂດຍຊາຕານ ແລະ ພວກມັນຄືຄວາມອ່ອນແອທີ່ເປັນຕາຍຂອງມະນຸດ. ບາງສິ່ງທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ຢຽບຢໍ່າແມ່ນຍັງສາມາດຖືກນໍາໃຊ້ໂດຍຊາຕານ; ນີ້ຄືກຽວທີ່ຊາຕານບິດ. ແລ້ວດ້ວຍເຫດນັ້ນ, ພຣະເຈົ້າໄດ້ກາຍມາເປັນເນື້ອໜັງອີກຄັ້ງໃນລະຫວ່າງຍຸກສຸດທ້າຍເພື່ອເຮັດພາລະກິດແຫ່ງການພິພາກສາ ແລະ ໃນເວລາດຽວກັນກັບທີ່ເຮັດພາລະກິດແຫ່ງການເອົາຊະນະ, ພຣະອົງທົນທຸກໂດຍຕາງໜ້າໃຫ້ແກ່ມະນຸດ, ຈ່າຍລາຄາຂອງຄວາມທົນທຸກໃນເນື້ອໜັງ, ຈ່າຍຕົ້ນທຶນນີ້ເພື່ອນໍາສະເໜີ ແລະ ແກ້ໄຂຄວາມເຈັບປວດ ແລະ ຄວາມອ່ອນແອທີ່ເປັນຕາຍໃນມະນຸດ. ຫຼັງຈາກທີ່ພຣະອົງໄດ້ມະນຸດຄືນມາໂດຍຈ່າຍລາຄາຂອງການທົນທຸກຢູ່ທ່າມກາງມະນຸດ, ຊາຕານຈະບໍ່ສາມາດຄວບຄຸມມະນຸດອີກຕໍ່ໄປ ແລະ ມະນຸດຈະກັບມາຫາພຣະເຈົ້າຢ່າງສິ້ນເຊີງ ແລະ ໃນຕອນນັ້ນເອງ ເຂົາຈຶ່ງຈະເປັນຂອງພຣະເຈົ້າຢ່າງສົມບູນ. ເປັນຫຍັງເຈົ້າຈຶ່ງສາມາດດຳລົງຊີວິດເພື່ອພຣະເຈົ້າ ແລະ ນະມັດສະການພຣະເຈົ້າ, ແຕ່ເຈົ້າບໍ່ໄດ້ເປັນຂອງພຣະເຈົ້າແທ້ໆ? ວິນຍານຊົ່ວຮ້າຍຍັງສາມາດຫາປະໂຫຍດຈາກຈຸດອ່ອນຂອງເຈົ້າ, ພວກມັນຍັງສາມາດຢອກຫຼິ້ນກັບເຈົ້າ, ຍັງສາມາດໃຊ້ເຈົ້າ, ເພາະຜູ້ຄົນໂງ່ຈ້າເກີນໄປ. ບາງຄົນບໍ່ສາມາດແຍກແຍະຄວາມແຕກຕ່າງລະຫວ່າງການຖືກດົນບັນດານໂດຍພຣະວິນຍານບໍລິສຸດ ແລະ ການຖືກແຊກແຊງໂດຍວິນຍານຊົ່ວຮ້າຍ. ພວກເຂົາເຖິງກັບບໍ່ສາມາດແຍກແຍະຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດຂອງວິນຍານຊົ່ວຮ້າຍ. ສິ່ງນີ້ບໍ່ແມ່ນຄວາມອ່ອນແອທີ່ເປັນຕາຍບໍ? ເມື່ອວິນຍານຊົ່ວຮ້າຍເຮັດພາລະກິດ, ບໍ່ມີຊ່ອງວ່າງທີ່ພວກມັນຈະບໍ່ຫາປະໂຫຍດ. ພວກມັນອາດເວົ້າຢູ່ພາຍໃນເຈົ້າ ຫຼື ໃສ່ຫູຂອງເຈົ້າ ຫຼື ພວກມັນອາດລົບກວນຈິດໃຈຂອງເຈົ້າ ແລະ ຂັດຂວາງຄວາມຄິດຂອງເຈົ້າ, ເຮັດໃຫ້ເຈົ້າມຶນຊາຕໍ່ການສຳຜັດຂອງພຣະວິນຍານບໍລິສຸດ, ຫ້າມເຈົ້າບໍ່ໃຫ້ຮູ້ສຶກເຈັບປ່ວຍ ແລະ ຫຼັງຈາກນັ້ນ ວິນຍານຊົ່ວຮ້າຍຈະເລີ່ມແຊກແຊງກັບເຈົ້າ, ໂຍນຄວາມຄິດຂອງເຈົ້າເຂົ້າສູ່ຄວາມວຸ້ນວາຍ ແລະ ເຮັດໃຫ້ເຈົ້າສູນເສຍຄວາມສຳນຶກຂອງເຈົ້າ, ເຖິງກັບເຮັດໃຫ້ວິນຍານຂອງເຈົ້າອອກຈາກຮ່າງກາຍຂອງເຈົ້າ. ນີ້ແມ່ນພາລະກິດທີ່ວິນຍານຊົ່ວຮ້າຍເຮັດໃນຜູ້ຄົນ ແລະ ຜູ້ຄົນຕົກຢູ່ໃນອັນຕະລາຍຢ່າງໃຫຍ່ຫຼວງ ຖ້າພວກເຂົາບໍ່ສາມາດແຍກແຍະໄດ້ວ່າມັນແມ່ນຫຍັງແທ້ໆ. ມື້ນີ້, ພຣະເຈົ້າໄດ້ແບກຮັບຄວາມເຈັບປວດນີ້ເພື່ອມະນຸດ ແລະ ຫຼັງຈາກທີ່ມະນຸດມີຈຸດໝາຍປາຍທາງທີ່ສວຍງາມ ພວກເຂົາຈະບໍ່ພຽງແຕ່ດຳລົງຊີວິດຢູ່ເພື່ອພຣະເຈົ້າ, ແຕ່ພວກເຂົາຈະບໍ່ເປັນຂອງຊາຕານອີກຕໍ່ໄປ ແລະ ບໍ່ມີຫຍັງທີ່ຊາຕານສາມາດຫັນກຽວໄດ້ອີກຕໍ່ໄປ; ຄວາມຄິດ, ຈິດໃຈ, ວິນຍານ ແລະ ຮ່າງກາຍຂອງມະນຸດຈະເປັນຂອງພຣະເຈົ້າທັງໝົດ. ມື້ນີ້, ຫົວໃຈຂອງເຈົ້າອາດຫັນໄປຫາພຣະເຈົ້າ ແຕ່ມີຫຼາຍຄັ້ງເມື່ອເຈົ້າພຽງແຕ່ຈະຖືກໃຊ້ໂດຍຊາຕານ ແລະ ດ້ວຍເຫດນັ້ນ ເມື່ອຜູ້ຄົນໄດ້ຮັບຄວາມຈິງ, ພວກເຂົາກໍສາມາດເຊື່ອຟັງ ແລະ ນະມັດສະການພຣະເຈົ້າໄດ້ຢ່າງສົມບູນ, ແຕ່ມັນຈະເປັນໄປບໍ່ໄດ້ທີ່ພວກເຂົາຈະເປັນອິດສະຫຼະຈາກການລົບກວນຂອງຊາຕານຢ່າງສິ້ນເຊີງ ແລະ ຍິ່ງຈະເປັນໄປບໍ່ໄດ້ທີ່ພວກເຂົາຈະປາສະຈາກໂລຄາພະຍາດໃດໆ, ຍ້ອນຮ່າງກາຍ ແລະ ວິນຍານຂອງຜູ້ຄົນໄດ້ຖືກຢຽບຢໍ່າໂດຍຊາຕານ. ວິນຍານຂອງຜູ້ຄົນແມ່ນບ່ອນທີ່ສົກກະປົກ, ພວກມັນເປັນບ່ອນທີ່ຊາຕານໄດ້ອາໄສຢູ່ ແລະ ເປັນບ່ອນທີ່ຊາຕານເອົາປຽບ. ຊາຕານຍັງສາມາດລົບກວນ ແລະ ຄວບຄຸມ, ຫ້າມບໍ່ໃຫ້ຄວາມຄິດຂອງເຈົ້າຊັດເຈນ, ປ້ອງກັນບໍ່ໃຫ້ເຈົ້າສາມາດແຍກແຍະຄວາມຈິງ. ແລ້ວດ້ວຍເຫດນັ້ນ ການທີ່ພຣະເຈົ້າກາຍມາເປັນເນື້ອໜັງເພື່ອປະສົບກັບຄວາມເຈັບປວດຂອງມະນຸດ ແລະ ທົນທຸກໂດຍຕາງໜ້າໃຫ້ແກ່ມະນຸດບໍ່ແມ່ນທາງເລືອກ, ແຕ່ເປັນສິ່ງທີ່ຈຳເປັນທີ່ສຸດ!
ພວກເຈົ້າຕ້ອງເຂົ້າໃຈວ່າພຣະເຈົ້າໄດ້ກາຍມາເປັນເນື້ອໜັງສອງຄັ້ງເພື່ອສຳເລັດພາລະກິດແຫ່ງການຊ່ວຍມະນຸດຊາດໃຫ້ລອດພົ້ນ. ຖ້າມີພຽງແຕ່ການບັງເກີດເປັນມະນຸດຄັ້ງທຳອິດ, ມັນຈະເປັນໄປບໍ່ໄດ້ທີ່ຈະຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ, ຍ້ອນການບັງເກີດເປັນມະນຸດຄັ້ງທຳອິດເຮັດພາລະກິດແຫ່ງການໄຖ່ບາບ ແລະ ປາກົດຕົວຫຼັກໆເພື່ອແກ້ໄຂບັນຫາການອະໄພຄວາມຜິດບາບຂອງມະນຸດ ແລະ ເຮັດໃຫ້ມະນຸດຄູ່ຄ່າແກ່ການມາຢູ່ຕໍ່ໜ້າພຣະເຈົ້າ. ການບັງເກີດເປັນມະນຸດຄັ້ງທີສອງຄືການເຮັດພາລະກິດແຫ່ງການພິພາກສາເພື່ອທີ່ຈະຊໍາລະລ້າງຄວາມເສື່ອມຊາມຂອງມະນຸດ ແລະ ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ແຕ່ມັນຍັງຈະເປັນໄປບໍ່ໄດ້ທີ່ຈະແກ້ໄຂບັນຫາການທີ່ມະນຸດເປັນຂອງພຣະເຈົ້າຢ່າງສົມບູນ. ນອກຈາກນັ້ນ, ຍັງຕ້ອງມີການທີ່ການບັງເກີດເປັນມະນຸດຄັ້ງທີສອງປະສົບກັບຄວາມເຈັບປວດຂອງມະນຸດເພື່ອຮັກສາສ່ວນຂອງມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງສົມບູນ ແລ້ວແກ້ໄຂຈາກຮາກເຫງົ້າ, ບັນຫາການທົນທຸກ ແລະ ຄວາມທໍລະມານຂອງມະນຸດຢ່າງສິ້ນເຊີງ. ສິ່ງດັ່ງກ່າວແມ່ນຂັ້ນຕອນໃນພາລະກິດຂອງການບັງເກີດເປັນມະນຸດທັງສອງຄັ້ງ. ບໍ່ມີຂັ້ນຕອນໃດສາມາດແຍກອອກຈາກກັນໄດ້. ແລ້ວດ້ວຍເຫດນັ້ນ, ເຈົ້າຕ້ອງບໍ່ຫຼຽວເບິ່ງຄວາມເຈັບປວດທີ່ທົນທຸກໂດຍການບັງເກີດເປັນມະນຸດຢ່າງຖືເບົາ. ບາງຄັ້ງພຣະອົງຮ້ອງໄຫ້, ບາງຄັ້ງພຣະອົງເຈັບປວດ ແລະ ວຸ້ນວາຍ ແລະ ບາງຄັ້ງພຣະອົງເບິ່ງຄືອ່ອນແອ ແລະ ໂສກເສົ້າ. ເຈົ້າຕ້ອງບໍ່ຫຼຽວເບິ່ງສິ່ງໃດໜຶ່ງນີ້ຢ່າງຖືເບົາ, ແຮງໄກທີ່ເຈົ້າຕ້ອງມີແນວຄິດກ່ຽວກັບມັນ. ຖ້າເຈົ້າມີແນວຄິດກ່ຽວກັບສິ່ງນີ້, ແລ້ວເຈົ້າກໍ່ໂງ່ຈ້າ ແລະ ກະບົດຢ່າງທີ່ສຸດ. ຍິ່ງໄປກວ່ານັ້ນ, ເຈົ້າບໍ່ຄວນເຊື່ອວ່ານີ້ຄືສິ່ງທີ່ຄວນທົນທຸກໂດຍເນື້ອໜັງທຳມະດາ; ນັ້ນຄືສິ່ງທີ່ຜິດຫຼາຍກວ່າເກົ່າ ແລະ ຖ້າເຈົ້າເວົ້າເຊັ່ນນີ້, ແລ້ວເຈົ້າກໍໝິ່ນປະໝາດພຣະເຈົ້າ. ຜູ້ຄົນຕ້ອງເຂົ້າໃຈວ່າຄວາມເຈັບປວດທີ່ທົນທຸກໂດຍການບັງເກີດເປັນມະນຸດທັງສອງຄັ້ງເປັນສິ່ງຈຳເປັນ. ມັນບໍ່ໄດ້ຈຳເປັນທີ່ສຸດສຳລັບພຣະເຈົ້າເອງ, ແຕ່ສຳລັບມະນຸດຊາດ. ຄວາມເສື່ອມຊາມຂອງມະນຸດຊາດຍິ່ງໃຫຍ່ຫຼາຍຈົນສິ່ງນີ້ບໍ່ສາມາດປ່ອຍໃຫ້ບໍ່ສຳເລັດໄດ້, ມັນຕ້ອງເຮັດໃຫ້ສຳເລັດເພື່ອທີ່ມະນຸດຊາດທີ່ເສື່ອມຊາມຈະລອດພົ້ນຢ່າງສົມບູນ. ວິທີການທີ່ພຣະເຈົ້າເຮັດພາລະກິດແມ່ນເພື່ອໃຫ້ຜູ້ຄົນເຫັນດ້ວຍຕາຂອງພວກເຂົາເອງ. ທຸກສິ່ງທີ່ພຣະອົງເຮັດແມ່ນຢູ່ໃນສາທາລະນະ, ບໍ່ໄດ້ປິດບັງຈາກຄົນໃດໜຶ່ງ. ພຣະອົງບໍ່ໄດ້ອົດກັ້ນຢ່າງລັບໆ, ອົດທົນທຸກສິ່ງໂດຍພຣະອົງເອງ, ຢ້ານວ່າຜູ້ຄົນຈະເຫັນ ແລະ ມີແນວຄິດຕ່າງໆ. ພຣະອົງບໍ່ໄດ້ເຊື່ອງຕົນເອງຈາກຄົນໃດໜຶ່ງ, ບໍ່ກ່ຽວກັບວ່າເວລາທີ່ພວກເຂົາເຊື່ອໃນພຣະເຈົ້າຈະດົນ ຫຼື ສັ້ນ, ພວກເຂົາຈະເຖົ້າ ຫຼື ໜຸ່ມ ຫຼື ພວກເຂົາຈະສາມາດຢັ່ງຮູ້ຄວາມຈິງ ຫຼື ບໍ່. ເພາະນີ້ຄືເຄື່ອງພິສູດ ແລະ ທຸກຄົນສາມາດພິສູດໄດ້ວ່າການບັງເກີດເປັນມະນຸດຂອງພຣະເຈົ້າໄດ້ທົນທຸກກັບຄວາມເຈັບປວດທີ່ສຸດ, ພຣະອົງແບກຮັບຄວາມເຈັບປວດຂອງມະນຸດຊາດຢ່າງແທ້ຈິງ. ພຣະອົງບໍ່ພຽງແຕ່ທົນທຸກກັບຄວາມເຈັບປວດສອງສາມມື້ໃນບ່ອນທີ່ບໍ່ມີຜູ້ໃດຮູ້, ພຣະອົງບໍ່ໄດ້ໃຊ້ເວລາສ່ວນໃຫຍ່ຂອງພຣະອົງໃນຄວາມສຸກແສນສະບາຍ, ມັນບໍ່ໄດ້ເປັນເຊັ່ນນັ້ນ. ພາລະກິດ ແລະ ການທົນທຸກຂອງພຣະຄຣິດບໍ່ໄດ້ຖືກເຊື່ອງຈາກຄົນໃດໜຶ່ງ; ພຣະອົງບໍ່ຢ້ານວ່າເຈົ້າຈະອ່ອນແອ ຫຼື ເຈົ້າຈະມີແນວຄິດຕ່າງໆ ຫຼື ເຈົ້າຈະເຊົາເຊື່ອ. ແລ້ວມັນສະແດງເຖິງຫຍັງທີ່ວ່າສິ່ງນີ້ບໍ່ໄດ້ຖືກເຊື່ອງຈາກຄົນໃດໜຶ່ງ? ມັນມີຄວາມໝາຍທີ່ສຸດ! ການບັງເກີດເປັນມະນຸດບໍ່ເຄີຍຢຸດນິ້ງ. ເຈົ້າເຫັນວ່າມີຫຼາຍຄັ້ງທີ່ພຣະອົງຈະບໍ່ເວົ້າ ຫຼື ສົ່ງສຽງ, ແຕ່ພຣະອົງຍັງເຮັດພາລະກິດ, ພຣະອົງຍັງທົນທຸກໃນຫົວໃຈຂອງພຣະອົງ! ມະນຸດຮັບຮູ້ສິ່ງນີ້ບໍ? ເຖິງແມ່ນວ່າຜູ້ຄົນທີ່ຮັບຮູ້ໄດ້ເຫັນເຖິງສິ່ງນີ້, ພວກເຂົາບໍ່ເຂົ້າໃຈມັນ. ບາງຄົນຮູ້ວ່າມື້ນີ້, ພຣະເຈົ້າເປັນເນື້ອໜັງທີ່ທຳມະດາ ແລະ ປົກກະຕິ, ແຕ່ເຈົ້າຮູ້ບໍວ່າເນື້ອໜັງທຳມະດາ ແລະ ປົກກະຕິນີ້ເຮັດພາລະກິດຫຍັງໃນມື້ນີ້? ເຈົ້າບໍ່ຮູ້. ຕາຂອງເຈົ້າພຽງແຕ່ເຫັນຢູ່ພາຍນອກ, ເຈົ້າບໍ່ສາມາດເຫັນແກ່ນແທ້ທີ່ຢູ່ຂ້າງໃນ. ແລ້ວດ້ວຍເຫດນັ້ນ ບໍ່ວ່າການບັງເກີດເປັນມະນຸດຈະປາກົດຕົວວ່າເຮັດພາລະກິດຢ່າງເປັນທາງການໄດ້ເທົ່າໃດປີກໍຕາມ, ພຣະເຈົ້າບໍ່ເຄີຍພັກຜ່ອນແມ່ນແຕ່ຊ່ວງເວລາດຽວແທ້ໆ; ເຖິງແມ່ນວ່າມີຫຼາຍຄັ້ງທີ່ພຣະອົງບໍ່ເວົ້າ ຫຼື ສົ່ງສຽງ ແລະ ບໍ່ເຮັດພາລະກິດໃນຂອບເຂດທີ່ຍິ່ງໃຫຍ່, ພາລະກິດຂອງພຣະອົງບໍ່ໄດ້ສິ້ນສຸດ ແລະ ພຣະອົງຍັງທົນທຸກໂດຍຕາງໜ້າໃຫ້ແກ່ມະນຸດ. ເມື່ອພະຍາຍາມວັດແທກວ່າພຣະເຈົ້າກາຍມາເປັນເນື້ອໜັງ ຫຼື ບໍ່ ແລະ ພຣະອົງເປັນພຣະຄຣິດ ຫຼື ບໍ່, ບາງຄົນເບິ່ງວ່າພຣະເຈົ້າເວົ້າດັ່ງຕໍ່ໄປນີ້ ຫຼື ບໍ່: ຖ້າພຣະອົງບໍ່ເວົ້າເປັນເວລາສອງ ຫຼື ສາມປີ, ແລ້ວພຣະອົງກໍບໍ່ແມ່ນພຣະເຈົ້າ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຟ້າວອອກ ແລະ ເຊົາເຊື່ອໃນພຣະເຈົ້າ. ຄົນເຊັ່ນນັ້ນມີທ່າທີ່ “ລໍຖ້າ ແລະ ເບິ່ງ” ຕໍ່ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແລະ ບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ. ອາດມີຜູ້ຄົນທີ່ “ລໍຖ້າ ແລະ ເບິ່ງ” ໃນມື້ນີ້ ແລະ ຄິດໃນຫົວໃຈຂອງພວກເຂົາວ່າ “ພຣະວິນຍານຂອງພຣະເຈົ້າໄດ້ຈາກໄປ ແລະ ຂຶ້ນສູ່ສະຫວັນແລ້ວບໍ?” ເມື່ອເຫັນວ່າພຣະເຈົ້າບໍ່ໄດ້ເວົ້າເປັນຊ່ວງເວລາໜຶ່ງ. ມັນຜິດບໍທີ່ຈະຄິດເຊັ່ນນັ້ນ? ຢ່າຕັດສິນໂດຍອຳເພີໃຈ. ຖ້າເຈົ້າມີແນວຄິດ ຫຼື ຂໍ້ສົງໄສ, ໃຫ້ອະທິຖານຫາພຣະເຈົ້າ, ສະແຫວງຫາຄວາມຈິງ, ອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ ແລະ ບັນຫາທັງໝົດນີ້ຈະໄດ້ຮັບການແກ້ໄຂ. ຢ່າອະທິບາຍເລື່ອງຕ່າງໆດ້ວຍ “ບາງທີສິ່ງນີ້ ຫຼື ບາງເທື່ອສິ່ງນັ້ນ” ຢ່າງຫຼັບຫູຫຼັບຕາ, ຄຳເວົ້າເຫຼົ່ານີ້ທີ່ວ່າ “ບາງທີ” ແລະ “ບາງເທື່ອ” ຂອງເຈົ້າຄືຄວາມຄິດຜິດໆ ແລະ ພວກມັນຄືຄວາມຄິດເຫັນຂອງຊາຕານທີ່ຊົ່ວຮ້າຍ! ພາລະກິດຂອງພຣະເຈົ້າບໍ່ໄດ້ຢຸດເຊົາແມ່ນແຕ່ຊ່ວງເວລາດຽວ. ພຣະອົງບໍ່ພັກຜ່ອນ, ພຣະອົງເຮັດພາລະກິດຢູ່ສະເໝີ ແລະ ບໍລິການມະນຸດຊາດຢູ່ສະເໝີ!
ແກ່ນແທ້ຂອງຊາຕານຕ້ອງເປັນທີ່ເຂົ້າໃຈໃນທຸກດ້ານ. ເຈົ້າຈະສາມາດຮູ້ຈັກແກ່ນແທ້ຂອງພຣະຄຣິດໄດ້ແນວໃດ? ສິ່ງທີ່ສຳຄັນກໍຄືເຈົ້າຕ້ອງຮູ້ຈັກພາລະກິດທັງໝົດທີ່ດຳເນີນການໂດຍຮ່າງກາຍເນື້ອໜັງນີ້. ຖ້າເຈົ້າພຽງແຕ່ເຊື່ອວ່າພຣະວິນຍານເຮັດເຊັ່ນນັ້ນ ແລະ ເນື້ອໜັງບໍ່ໄດ້ເຮັດ, ເນື້ອໜັງພຽງແຕ່ຖືກຄວບຄຸມໂດຍພຣະວິນຍານ, ແລ້ວນີ້ກໍຄືສິ່ງທີ່ຜິດ! ເປັນຫຍັງຈຶ່ງເວົ້າວ່າການທົນທຸກ, ການຖືກຄຶງເທິງໄມ້ກາງແຂນ, ການເອົາຊະນະມະນຸດຊາດທັງປວງ ແລະ ການປະສົບກັບການທົນທຸກຂອງມະນຸດຄືພາລະກິດທີ່ດຳເນີນການໂດຍພຣະຄຣິດ? ເພາະພຣະເຈົ້າໄດ້ກາຍມາເປັນມະນຸດ ແລະ ເຮັດພາລະກິດຢູ່ທ່າມກາງມະນຸດ. ພຣະວິນຍານ ແລະ ເນື້ອໜັງເຮັດວຽກໃນເວລາດຽວກັນ; ມັນບໍ່ແມ່ນດັ່ງທີ່ຜູ້ຄົນຈິນຕະນາການທີ່ເນື້ອໜັງບໍ່ເວົ້າ ແລະ ພຣະວິນຍານບັງຄັບໃຫ້ພຣະອົງເວົ້າ, ມັນບໍ່ໄດ້ເປັນເຊັ່ນນັ້ນ. ໃນທາງກົງກັນຂ້າມແມ່ນມີອິດສະຫຼະພາບຫຼາຍ: ພຣະວິນຍານ ແລະ ເນື້ອໜັງເຮັດສິ່ງດຽວກັນ; ເມື່ອເນື້ອໜັງເຫັນວ່າເລື່ອງໜຶ່ງໃກ້ຈະສຳເລັດແລ້ວ, ພຣະວິນຍານກໍເຫັນເລື່ອງດັ່ງກ່າວໃນລັກສະນະດຽວກັນເຊັ່ນກັນ. ພຣະອົງທັງສອງເຮັດພາລະກິດໃນເວລາດຽວກັນ. ສະນັ້ນ, ມັນບໍ່ຖືກຕ້ອງເຊັ່ນກັນທີ່ຈະເວົ້າວ່າຮ່າງກາຍຝ່າຍເນື້ອໜັງມີອຳນາດຫຼາຍກວ່າ. ມັນໝາຍຄວາມວ່າແນວໃດທີ່ “ຮ່າງກາຍຝ່າຍເນື້ອໜັງມີອຳນາດຫຼາຍກວ່າ”? ມີບໍລິບົດສຳລັບສິ່ງນີ້: ຫຼັງຈາກທີ່ພຣະເຈົ້າກາຍມາເປັນມະນຸດ, ທຸກສິ່ງທີ່ມະນຸດເຫັນຄືການດຳເນີນການຂອງຮ່າງກາຍ ແລະ ຮ່າງກາຍມີອຳນາດຫຼາຍກວ່າໃນລະຫວ່າງເວລາທີ່ບັງເກີດເປັນມະນຸດ. ໃນກໍລະນີໃດໜຶ່ງ, ພຣະວິນຍານ ແລະ ເນື້ອໜັງເຮັດພາລະກິດໃນເວລາດຽວກັນ. ມັນຈະເປັນໄປບໍ່ໄດ້ທີ່ພຣະວິນຍານບັງຄັບໃຫ້ເນື້ອໜັງເວົ້າ, ແຕ່ເນື້ອໜັງບໍ່ເຕັມໃຈ ຫຼື ຖ້າບໍ່ດັ່ງນັ້ນ ເນື້ອໜັງກໍປາຖະໜາທີ່ຈະເວົ້າແຕ່ພຣະທຳໄດ້ຮັບການອະນຸຍາດຈາກພຣະວິນຍານ. ສິ່ງນັ້ນຈະບໍ່ເກີດຂຶ້ນຈັກເທື່ອ. ຖ້າຜູ້ຄົນເຊື່ອເຊັ່ນນີ້, ແລ້ວພວກເຂົາກໍເຂົ້າໃຈຜິດ ແລະ ເປັນຕາຫົວ. ພຣະວິນຍານ ແລະ ເນື້ອໜັງເປັນໜຶ່ງດຽວກັນ. ພຣະວິນຍານປາກົດຮ່າງໃນເນື້ອໜັງ, ສະນັ້ນມັນຈະສາມາດເກີດຂຶ້ນໄດ້ແນວໃດທີ່ພຣະວິນຍານປາຖະໜາທີ່ຈະເວົ້າແຕ່ເນື້ອໜັງບໍ່ເວົ້າ? ຫຼື ຖ້າບໍ່ດັ່ງນັ້ນ, ເນື້ອໜັງປາຖະໜາທີ່ຈະເວົ້າ ແລະ ພຣະວິນຍານບໍ່ອະນຸຍາດພຣະທຳບໍ? ບໍ່ສາມາດມີແມ່ນຫຍັງເຊັ່ນນັ້ນ. ການບັງເກີດເປັນມະນຸດຂອງພຣະເຈົ້າຄືຮ່າງປາກົດຂອງພຣະວິນຍານໃນເນື້ອໜັງ. ເມື່ອເນື້ອໜັງເຮັດພາລະກິດ, ພຣະອົງສາມາດເວົ້າໄດ້ທຸກເວລາ ຫຼື ທຸກຫົນແຫ່ງ, ເຊິ່ງແຕກຕ່າງຈາກເມື່ອພຣະວິນຍານບໍລິສຸດເຮັດພາລະກິດດ້ວຍຕົນເອງຢ່າງສິ້ນເຊີງ. ມີພຽງແຕ່ພຣະວິນຍານບໍລິສຸດທີ່ປາກົດຮ່າງໃນເນື້ອໜັງເທົ່ານັ້ນຈຶ່ງເປັນການບັງເກີດເປັນມະນຸດ ແລະ ບໍ່ຕ້ອງຖາມເຖິງການທີ່ພຣະວິນຍານບໍລິສຸດຈາກໄປເລີຍ. ເມື່ອພຣະວິນຍານບໍລິສຸດເຮັດພາລະກິດໃນຜູ້ຄົນ, ມີທາງເລືອກ ແລະ ບໍລິບົດທີ່ກ່ຽວພັນກັນ. ຖ້າຜູ້ຄົນບໍ່ສະແຫວງຫາຄວາມຈິງ, ຖ້າພວກເຂົາເຮັດຕາມທາງຂອງພວກເຂົາເອງ, ແລ້ວພຣະວິນຍານບໍລິສຸດອອກຈາກພວກເຂົາ ແລະ ພວກເຂົາຈະຮູ້ສຶກເຖິງມັນໄດ້. ມີຄວາມເຊື່ອຜິດໆໃນຄວາມເຂົ້າໃຈຂອງຜູ້ຄົນຢູ່ສະເໝີ. ພວກເຂົາຄິດວ່າເມື່ອພາລະກິດຂອງພຣະເຈົ້າໄດ້ໄປເຖິງຂັ້ນຕອນີ້, ພຣະອົງບໍ່ມີພຣະຄຳເພີ່ມອີກ ແລະ ພຣະອົງບໍ່ສາມາດເວົ້າໄດ້ ເຖິງແມ່ນວ່າພຣະອົງຕ້ອງການເວົ້າ. ມັນເປັນເຊັ່ນນີ້ບໍ? ພຣະເຈົ້າສາມາດເວົ້າໄດ້ທຸກເວລາ, ບໍ່ເຄີຍມີການພັກວ່າງໃດໆເລີຍລະຫວ່າງພຣະວິນຍານ ແລະ ຮ່າງກາຍ. ບໍ່ວ່າຈະມີການສະແດງພາລະກິດຫຍັງກໍຕາມ ຫຼື ຄວາມຈິງໃນດ້ານໃດກໍຕາມ, ບໍ່ວ່າເຈົ້າຈະເບິ່ງມັນຈາກດ້ານໃດກໍຕາມ, ນີ້ຄືຮ່າງປາກົດຂອງພຣະວິນຍານບໍລິສຸດໃນເນື້ອໜັງ, ພຣະເຈົ້າໄດ້ກາຍມາເປັນມະນຸດ, ເຊິ່ງໝາຍຄວາມວ່າຄວາມເຈັບປວດທັງໝົດທີ່ທົນທຸກໂດຍເນື້ອໜັງຍັງເປັນການທີ່ພຣະວິນຍານປະສົບກັບຄວາມເຈັບປວດຂອງມະນຸດເປັນການສ່ວນຕົວ. ຮ່າງກາຍ ແລະ ພຣະວິນຍານຕ້ອງບໍ່ຖືກເວົ້າເຖິງໂດຍແຍກຈາກກັນເດັດຂາດ. ຄວາມຈິງຂອງການບັງເກີດເປັນມະນຸດເປັນສິ່ງທີ່ເລິກຊຶ້ງທີ່ສຸດໃນບັນດາສິ່ງທັງປວງ ແລະ ຮຽກຮ້ອງໃຫ້ຜູ້ຄົນມີປະສົບການສິບ ຫຼື ຊາວປີ ຫຼື ແມ່ນແຕ່ຕະຫຼອດຊີວິດ, ກ່ອນທີ່ພວກເຂົາຈະສາມາດຮູ້ຈັກມັນໄດ້ຢ່າງແທ້ຈິງ.
ລະດູໃບໄມ້ປົ່ງ, ປີ 1997