ບົດທີ 7
ການເກີດຂຶ້ນຂອງສະພາບແວດລ້ອມທີ່ຢູ່ອ້ອມຂ້າງພວກເຮົາເລັ່ງໃຫ້ພວກເຮົາຖອນກັບຄືນສູ່ວິນຍານ. ຢ່າປະພຶດດ້ວຍຫົວໃຈທີ່ແຂງກະດ້າງ ໂດຍບໍ່ສົນໃຈວ່າພຣະວິນຍານບໍລິສຸດກັງວົນ ຫຼື ບໍ່ ແລະ ຢ່າພະຍາຍາມເຮັດວ່າໂຕສະຫຼາດ. ຢ່າອີ່ມອົກອີ່ມໃຈ ແລະ ພໍໃຈໃນຕົນເອງ ຫຼື ໃຫ້ຄວາມສຳຄັນຫຼາຍເກີນໄປກັບຄວາມລຳບາກຂອງເຈົ້າເອງ. ສິ່ງດຽວທີ່ຕ້ອງເຮັດກໍຄືການນະມັດສະການພຣະເຈົ້າດ້ວຍວິນຍານ ແລະ ດ້ວຍຄວາມຈິງ. ເຈົ້າບໍ່ສາມາດປະພຣະທຳຂອງພຣະເຈົ້າໄວ້ເບື້ອງຫຼັງ ຫຼື ເຮັດຫູທວນລົມໃສ່ພຣະທຳເຫຼົ່ານັ້ນ; ເຈົ້າຕ້ອງພິຈາລະນາພວກມັນຢ່າງຮອບຄອບ, ເຮັດຊໍ້າການອະທິຖານ-ການອ່ານຂອງເຈົ້າ ແລະ ເຂົ້າໃຈເຖິງຊີວິດທີ່ຢູ່ພາຍໃນພຣະທຳ. ຢ່າມີສ່ວນຮ່ວມໃນສິ່ງທີ່ໄຮ້ປະໂຫຍດໂດຍກືນກິນພວກມັນຢ່າງໂລພາ ໂດຍບໍ່ໃຫ້ເວລາຕົນເອງໄດ້ຍ່ອຍພວກມັນ. ເຈົ້າອີງໃສ່ພຣະທຳຂອງພຣະເຈົ້າໃນທຸກສິ່ງທີ່ເຈົ້າເຮັດບໍ? ຢ່າເວົ້າຢ່າງໂອ້ອວດຄືກັບເດັກນ້ອຍ ແລະ ຫຼັງຈາກນັ້ນກໍສັບສົນໝົດເມື່ອໃດກໍຕາມທີ່ບັນຫາເກີດຂຶ້ນ. ເຈົ້າຕ້ອງຝຶກວິນຍານຂອງເຈົ້າທຸກຊົ່ວໂມງໃນທຸກມື້; ຢ່າຫຼຸດຄວາມເຂັ້ມງວດລົງແມ່ນແຕ່ຊ່ວງເວລາດຽວ. ເຈົ້າຕ້ອງມີວິນຍານທີ່ກະຕືລືລົ້ນ. ບໍ່ວ່າເຈົ້າອາດຜະເຊີນກັບຜູ້ໃດ, ເຫດການໃດ ຫຼື ສິ່ງໃດກໍຕາມ, ຖ້າເຈົ້າມາຢູ່ຕໍ່ໜ້າພຣະເຈົ້າ, ເຈົ້າຈະມີເສັ້ນທາງໃຫ້ຕິດຕາມ. ເຈົ້າຕ້ອງກິນ ແລະ ດື່ມພຣະທຳຂອງພຣະເຈົ້າທຸກມື້, ຊອກຫາຄວາມໝາຍຂອງພຣະທຳເຫຼົ່ານີ້ ໂດຍບໍ່ປ່ອຍປະລະເລີຍ, ໃຫ້ພະຍາຍາມຫຼາຍຂຶ້ນ, ເຮັດໃຫ້ສິ່ງຕ່າງໆຖືກຕ້ອງຈົນເຖິງລາຍລະອຽດສຸດທ້າຍ ແລະ ເຮັດໃຫ້ຕົນເອງພຽບພ້ອມດ້ວຍຄວາມຈິງຢ່າງຄົບຖ້ວນ ເພື່ອຫຼີກລ່ຽງການເຂົ້າໃຈຄວາມປະສົງຂອງພຣະເຈົ້າຢ່າງຜິດໆ. ເຈົ້າຕ້ອງຂະຫຍາຍຂອບເຂດປະສົບການຂອງເຈົ້າ ແລະ ແນໃສ່ການຜະເຊີນກັບພຣະທຳຂອງພຣະເຈົ້າ. ຜ່ານທາງປະສົບການ, ເຈົ້າຈະສາມາດແນ່ໃຈຫຼາຍຂຶ້ນກ່ຽວກັບພຣະເຈົ້າ; ຫາກປາສະຈາກປະສົບການ, ການອ້າງວ່າໝັ້ນໃຈໃນພຣະອົງກໍເປັນພຽງຊຸດຄຳເວົ້າທີ່ວ່າງເປົ່າເທົ່ານັ້ນ. ພວກເຮົາຕ້ອງຊັດເຈນ! ຈົ່ງຕື່ນຂຶ້ນ! ຢ່າຂີ້ຄ້ານອີກຕໍ່ໄປ; ຖ້າເຈົ້າຈັດການກັບສິ່ງຕ່າງໆໃນລັກສະນະຕາມບຸນຕາມກຳ ໂດຍບໍ່ພະຍາຍາມທີ່ຈະກ້າວໜ້າ, ແລ້ວເຈົ້າກໍຕາບອດຫຼາຍແທ້ໆ. ເຈົ້າຕ້ອງໃສ່ໃຈໃນພາລະກິດຂອງພຣະວິນຍານບໍລິສຸດ, ຟັງສຽງຂອງພຣະວິນຍານບໍລິສຸດຢ່າງລະມັດລະວັງ, ເປີດຫູຂອງເຈົ້າໃຫ້ແກ່ພຣະທຳຂອງພຣະເຈົ້າ, ຖະໜອມເວລາທີ່ເຈົ້າມີເຫຼືອຢູ່ ແລະ ໃຫ້ຊໍາລະລາຄາ ບໍ່ວ່າມັນຈະມີສໍ່າໃດກໍຕາມ. ເມື່ອເຈົ້າມີເຫຼັກ, ໃຫ້ໃຊ້ມັນໃນບ່ອນທີ່ມັນເກີດຜົນ, ເພື່ອສ້າງດາບທີ່ເຂັ້ມແຂງ; ຍຶດຕິດສິ່ງທີ່ສຳຄັນເປັນຢ່າງດີ ແລະ ສຸມໃສ່ການນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ. ຖ້າເຈົ້າຈາກພຣະທຳຂອງພຣະເຈົ້າ, ແລ້ວບໍ່ວ່າຢູ່ພາຍນອກ ເຈົ້າອາດເຮັດດີປານໃດກໍຕາມ, ມັນກໍຈະບໍ່ເກີດປະໂຫຍດຫຍັງ. ການປະຕິບັດໂດຍການເວົ້າແຕ່ປາກເທົ່ານັ້ນແມ່ນບໍ່ເປັນທີ່ຍອມຮັບສຳລັບພຣະເຈົ້າ; ການປ່ຽນແປງຕ້ອງເກີດຂຶ້ນຜ່ານທາງພຶດຕິກຳ, ອຸປະນິໄສ, ຄວາມເຊື່ອ, ຄວາມກ້າຫານ ແລະ ຄວາມເຂົ້າໃຈຂອງເຈົ້າ.
ເວລາໃກ້ມາເຖິງແລ້ວ! ແມ່ນແຕ່ສິ່ງທີ່ດີທີ່ສຸດໃນໂລກນີ້ກໍຕ້ອງຖືກໂຍນຖິ້ມ. ບໍ່ມີຄວາມຫຍຸ້ງຍາກ ຫຼື ອັນຕະລາຍຈຳນວນໃດກໍຕາມທີ່ສາມາດເຮັດໃຫ້ພວກເຮົາຢ້ານ ຫຼື ພວກເຮົາບໍ່ສາມາດໜັກໃຈໄດ້, ເຖິງແມ່ນທ້ອງຟ້າຕ້ອງພັງທະລາຍ. ຫາກປາສະຈາກຄວາມຕັ້ງໃຈແບບນີ້, ມັນກໍຈະຍາກເກີນໄປສຳລັບເຈົ້າທີ່ຈະກາຍມາເປັນຜູ້ໃດຜູ້ໜຶ່ງທີ່ມີຄວາມສຳຄັນ. ຄົນທີ່ຂີ້ຢ້ານ ແລະ ຜູ້ຄົນທີ່ຍຶດຕິດກັບຊີວິດຢ່າງຂີ້ຢ້ານກໍບໍ່ສົມຄວນຢືນຢູ່ຕໍ່ໜ້າພຣະເຈົ້າ.
ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຈົ້າທີ່ແທ້ຈິງ. ບໍ່ວ່າພວກເຮົາອາດບໍ່ຮູ້ຫຼາຍສໍ່າໃດກໍຕາມ, ພຣະອົງກໍຍັງຈະສົງສານພວກເຮົາ, ມືຂອງພຣະອົງຈະຊ່ວຍພວກເຮົາໃຫ້ລອດພົ້ນຢ່າງແນ່ນອນ ແລະ ພຣະອົງຍັງຈະເຮັດໃຫ້ພວກເຮົາສົມບູນ. ຕາບໃດທີ່ພວກເຮົາມີຫົວໃຈທີ່ຕ້ອງການພຣະເຈົ້າຢ່າງແທ້ຈິງ, ຕາບໃດທີ່ພວກເຮົາຕິດຕາມຢ່າງໃກ້ຊິດ ແລະ ບໍ່ທໍ້ໃຈ ແລະ ຕາບໃດທີ່ພວກເຮົາສະແຫວງຫາດ້ວຍຄວາມຮູ້ສຶກຮີບຮ້ອນ, ພຣະອົງກໍຈະບໍ່ປະຕິບັດຕໍ່ຜູ້ໃດຜູ້ໜຶ່ງໃນພວກເຮົາຢ່າງບໍ່ຍຸຕິທຳແທ້ໆ; ພຣະອົງຈະເຕີມເຕັມສິ່ງທີ່ພວກເຮົາຂາດຢ່າງແນ່ນອນ ແລະ ພຣະອົງຈະເຮັດໃຫ້ພວກເຮົາພໍໃຈ. ທັງໝົດນີ້ແມ່ນຄວາມເມດຕາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ.
ຖ້າຜູ້ໃດຜູ້ໜຶ່ງໂລພາ ແລະ ຂີ້ຄ້ານ, ມີຊີວິດທີ່ເຮັດໃຫ້ທ້ອງຂອງພວກເຂົາອີ່ມຢູ່ສະເໝີ ແລະ ເສີຍເມີຍຕໍ່ທຸກສິ່ງ, ພວກເຂົາກໍຈະຄົ້ນພົບວ່າມັນຍາກທີ່ຈະຫຼີກລ່ຽງການປະສົບກັບຄວາມສູນເສຍ. ພຣະເຈົ້າອົງຊົງລິດທານຸພາບສູງສຸດປົກຄອງທຸກສິ່ງ ແລະ ທຸກເຫດການທີ່ເກີດຂຶ້ນ! ຕາບໃດທີ່ພວກເຮົາເງີຍຂຶ້ນເບິ່ງພຣະອົງໃນຫົວໃຈຂອງພວກເຮົາຢູ່ຕະຫຼອດເວລາ ແລະ ເຂົ້າສູ່ວິນຍານ ແລະ ສົນທະນາກັບພຣະອົງ, ພຣະອົງຈະສະແດງໃຫ້ພວກເຮົາເຫັນທຸກສິ່ງທີ່ພວກເຮົາສະແຫວງຫາ ແລະ ຄວາມປະສົງຂອງພຣະອົງຈະຖືກເປີດເຜີຍໃຫ້ແກ່ພວກເຮົາຢ່າງແນ່ນອນ. ແລ້ວຫົວໃຈຂອງພວກເຮົາຈະມີຄວາມປິຕິຍິນດີ ແລະ ຄວາມສະຫງົບສຸກ, ໝັ້ນຄົງດ້ວຍຄວາມກະຈ່າງແຈ້ງທີ່ສົມບູນ. ມັນສຳຄັນທີ່ຈະສາມາດປະຕິບັດຕາມພຣະທຳຂອງພຣະອົງ. ການທີ່ສາມາດເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ດຳລົງຊີວິດໂດຍເພິ່ງພາພຣະທຳຂອງພຣະອົງເທົ່ານັ້ນຈຶ່ງນັບວ່າເປັນປະສົບການທີ່ແທ້ຈິງ.
ຖ້າພວກເຮົາເຂົ້າໃຈພຣະທຳຂອງພຣະເຈົ້າເທົ່ານັ້ນ ຄວາມຈິງແຫ່ງພຣະທຳຂອງພຣະເຈົ້າຈຶ່ງຈະສາມາດເຂົ້າສູ່ພວກເຮົາ ແລະ ກາຍມາເປັນຊີວິດຂອງພວກເຮົາໄດ້. ຫາກປາສະຈາກປະສົບການຕົວຈິງ, ເຈົ້າຈະສາມາດເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າໄດ້ແນວໃດ? ຖ້າເຈົ້າບໍ່ສາມາດຮັບພຣະທຳຂອງພຣະເຈົ້າໃຫ້ເປັນຊີວິດຂອງເຈົ້າ, ແລ້ວອຸປະນິໄສຂອງເຈົ້າກໍຈະບໍ່ສາມາດປ່ຽນແປງໄດ້.
ພາລະກິດຂອງພຣະວິນຍານບໍລິສຸດກ້າວໜ້າຢ່າງກ້າວກະໂດດ. ຖ້າເຈົ້າບໍ່ຕິດຕາມຢ່າງໃກ້ຊິດ ແລະ ຮັບການຝຶກອົບຮົມ, ມັນກໍຈະຍາກສຳລັບເຈົ້າທີ່ຈະທັນກັບບາດກ້າວຂອງພຣະວິນຍານບໍລິສຸດ ໃນຂະນະທີ່ພຣະອົງກ້າວໄປຂ້າງໜ້າຢ່າງໄວວາ. ໃຫ້ຟ້າວ ແລະ ກໍ່ໃຫ້ເກີດການປ່ຽນແປງຢ່າງຄົບຖ້ວນ, ເພື່ອບໍ່ໃຫ້ເຈົ້າຖືກຢຽບຢ່ຳຢູ່ກ້ອງຕີນຂອງຊາຕານ ແລະ ເຂົ້າສູ່ທະເລສາບແຫ່ງໄຟ ແລະ ມາດ ເຊິ່ງບໍ່ມີບ່ອນໃຫ້ຫຼົບໜີ. ຈົ່ງໄປໃນຕອນນີ້ ແລະ ສະແຫວງສໍ່າທີ່ເຈົ້າສາມາດເຮັດໄດ້ ເພື່ອວ່າເຈົ້າຈະບໍ່ໄດ້ຖືກໂຍນຖິ້ມ.