ບົດທີ 6

ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ເຈົ້ານາຍຂອງສິ່ງທັງປວງ, ມີລິດອຳນາດແບບກະສັດຂອງພຣະອົງຈາກບັນລັງຂອງພຣະອົງ. ພຣະອົງປົກຄອງເໜືອຈັກກະວານ ແລະ ສິ່ງທັງປວງ ແລະ ພຣະອົງປະຕິບັດໜ້າທີ່ໃນການນໍາພາພວກເຮົາເທິງໂລກທັງປວງ. ໃນທຸກຊ່ວງເວລາ ພວກເຮົາຈະໃກ້ຊິດກັບພຣະອົງ ແລະ ມາຢູ່ຕໍ່ໜ້າພຣະອົງຢ່າງງຽບໆ ບໍ່ເຄີຍພາດແມ່ນແຕ່ຊ່ວງເວລາດຽວ ແລະ ມີບົດຮຽນໃຫ້ພວກເຮົາໄດ້ຮຽນຮູ້ຢູ່ສະເໝີ. ທຸກສິ່ງ ນັບຕັ້ງແຕ່ສະພາບແວດລ້ອມອ້ອມຂ້າງຈົນເຖິງຜູ້ຄົນ, ເລື່ອງລາວ ແລະ ສິ່ງຕ່າງໆ ລ້ວນແລ້ວແຕ່ເປັນຢູ່ໂດຍການອະນຸຍາດຈາກບັນລັງຂອງພຣະອົງ. ຢ່າປ່ອຍໃຫ້ຄວາມບໍ່ພໍໃຈເກີດຂຶ້ນໃນຫົວໃຈຂອງເຈົ້າ ບໍ່ວ່າໃນກໍລະນີໃດກໍຕາມ ຫຼື ພຣະເຈົ້າຈະບໍ່ປະທານຄວາມກະລຸນາຂອງພຣະອົງໃຫ້ແກ່ເຈົ້າ. ເມື່ອຄວາມເຈັບປ່ວຍເກີດຂຶ້ນ, ນີ້ແມ່ນຄວາມຮັກຂອງພຣະເຈົ້າ ແລະ ແນ່ນອນ ເຈດຕະນາດີຂອງພຣະອົງມີຢູ່ພາຍໃນ. ເຖິງແມ່ນຮ່າງກາຍຂອງເຈົ້າອາດຜະເຊີນກັບການທົນທຸກເລັກນ້ອຍ, ບໍ່ໃຫ້ພິຈາລະນາແນວຄິດໃດໆຈາກຊາຕານ. ໃຫ້ສັນລະເສີນພຣະເຈົ້າໃນທ່າມກາງຄວາມເຈັບປ່ວຍ ແລະ ມີຄວາມສຸກກັບພຣະເຈົ້າໃນທ່າມກາງການສັນລະເສີນຂອງເຈົ້າ. ຢ່າເສຍໃຈເມື່ອຢູ່ຕໍ່ໜ້າຄວາມເຈັບປ່ວຍ, ໃຫ້ສືບຕໍ່ສະແຫວງຫາອີກຄັ້ງ ແລະ ຢ່າທໍ້ຖອຍ ແລະ ພຣະເຈົ້າຈະສ່ອງສະແຫວງເຈົ້າດ້ວຍແສງສະຫວ່າງຂອງພຣະອົງ. ຄວາມເຊື່ອຂອງໂຢບເປັນແນວໃດ? ພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນທ່ານໝໍທີ່ມີອຳນາດທັງປວງ! ການອາໄສໃນຄວາມເຈັບປ່ວຍກໍຄືການເຈັບປ່ວຍ, ແຕ່ການອາໄສໃນວິນຍານຄືການສະບາຍດີ. ສະນັ້ນ ຕາບໃດທີ່ເຈົ້າຍັງມີໜຶ່ງລົມຫາຍໃຈ, ພຣະເຈົ້າຈະບໍ່ປ່ອຍໃຫ້ເຈົ້າຕາຍ.

ພວກເຮົາມີຊີວິດຂອງພຣະຄຣິດທີ່ຟື້ນຄືນຊີບຢູ່ພາຍໃນພວກເຮົາ. ພວກເຮົາຂາດຄວາມເຊື່ອໃນການສະຖິດຂອງພຣະເຈົ້າຢ່າງປະຕິເສດບໍ່ໄດ້: ຂໍໃຫ້ພຣະເຈົ້າໃສ່ຄວາມເຊື່ອທີ່ແທ້ຈິງພາຍໃນພວກເຮົາ. ແນ່ນອນ ພຣະທຳຂອງພຣະເຈົ້າຫວານຊື່ນ! ພຣະທຳຂອງພຣະເຈົ້າຄືຢາທີ່ແຮງ! ມັນເຮັດໃຫ້ມານຮ້າຍ ແລະ ຊາຕານອັບອາຍ! ການເຂົ້າໃຈພຣະທຳຂອງພຣະເຈົ້າມອບການສະໜັບສະໜູນໃຫ້ແກ່ພວກເຮົາ. ພຣະທຳຂອງພຣະອົງເຮັດວຽກຢ່າງໄວເພື່ອຊ່ວຍຫົວໃຈຂອງພວກເຮົາໃຫ້ລອດພົ້ນ! ມັນປັດເປົ່າທຸກສິ່ງ ແລະ ເຮັດໃຫ້ທຸກຢ່າງຢູ່ໃນຄວາມສະຫງົບ. ຄວາມເຊື່ອເປັນຄືກັບຂົວໄມ້ໜຶ່ງດຽວ: ຄົນທີ່ຍຶດຕິດກັບຊີວິດຢ່າງໜ້າສົງສານກໍຈະມີຄວາມລໍາບາກທີ່ຈະຂ້າມມັນໄດ້, ແຕ່ຄົນທີ່ພ້ອມຈະເສຍສະຫຼະຕົນເອງກໍສາມາດຂ້າມຜ່ານໄດ້ ໂດຍບໍ່ຕົກລົງ ແລະ ປາສະຈາກຄວາມກັງວົນ. ຖ້າມະນຸດມີຄວາມຄິດທີ່ບໍ່ກ້າ ແລະ ຢ້ານກົວ, ມັນກໍເປັນຍ້ອນຊາຕານໄດ້ຫຼອກລວງພວກເຂົາ, ຢ້ານວ່າພວກເຮົາຈະຂ້າມຂົວແຫ່ງຄວາມເຊື່ອເພື່ອເຂົ້າໄປຫາພຣະເຈົ້າ. ຊາຕານກຳລັງພະຍາຍາມທຸກວິທີທີ່ເປັນໄປໄດ້ເພື່ອສົ່ງຄວາມຄິດຂອງມັນແກ່ພວກເຮົາ. ໃນທຸກຊ່ວງເວລາ ພວກເຮົາຄວນອະທິຖານໃຫ້ພຣະເຈົ້າສ່ອງແສງໃຫ້ແກ່ພວກເຮົາດ້ວຍແສງສະຫວ່າງຂອງພຣະອົງ, ໃນທຸກຊ່ວງເວລາ ພວກເຮົາຄວນເພິ່ງພາພຣະເຈົ້າເພື່ອຊໍາລະລ້າງພິດຂອງຊາຕານອອກຈາກພວກເຮົາ, ປະຕິບັດວິທີການຫຍັບເຂົ້າໃກ້ພຣະເຈົ້າໃນຫົວໃຈຂອງພວກເຮົາໃນທຸກຊ່ວງເວລາ ແລະ ປ່ອຍໃຫ້ພຣະເຈົ້າມີອຳນາດເໜືອການເປັນຢູ່ທັງໝົດຂອງພວກເຮົາ.

ກ່ອນນີ້: ບົດທີ 5

ຕໍ່ໄປ: ບົດທີ 7

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້