ບົດທີ 77
ການບໍ່ແນ່ໃຈໃນພຣະທຳຂອງເຮົາກໍເທົ່າກັບການມີທ່າທີປະຕິເສດຕໍ່ການກະທຳຂອງເຮົາ. ນັ້ນກໍຄື ພຣະທຳຂອງເຮົາໄດ້ຫຼັ່ງໄຫຼອອກຈາກພາຍໃນພຣະບຸດຂອງເຮົາ ແຕ່ພວກເຈົ້າບໍ່ໃຫ້ຄວາມສຳຄັນກັບພຣະທຳເຫຼົ່ານັ້ນ. ພວກເຈົ້າບໍ່ຈິງຈັງຫຼາຍ! ພຣະທຳຫຼາຍຂໍ້ໄດ້ຫຼັ່ງໄຫຼອອກຈາກພາຍໃນຂອງພຣະບຸດຂອງເຮົາ ແຕ່ພວກເຈົ້າກໍຍັງສົງໄສ ແລະ ບໍ່ໝັ້ນໃຈ. ພວກເຈົ້າຊ່າງຕາບອດແທ້ເດ! ພວກເຈົ້າບໍ່ເຂົ້າໃຈເຖິງເປົ້າໝາຍທີ່ຢູ່ເບື້ອງຫຼັງຂອງແຕ່ລະຢ່າງທີ່ເຮົາໄດ້ກະທຳ. ພຣະທຳທີ່ເຮົາສຳແດງຜ່ານທາງພຣະບຸດຂອງເຮົາບໍ່ແມ່ນພຣະທຳຂອງເຮົາເອງບໍ? ມີບາງສິ່ງທີ່ເຮົາບໍ່ປະສົງທີ່ຈະກ່າວໂດຍກົງ ສະນັ້ນເຮົາຈຶ່ງກ່າວຜ່ານທາງພຣະບຸດຂອງເຮົາ. ແຕ່ເຖິງຢ່າງນັ້ນ ເປັນຫຍັງພວກເຈົ້າຈຶ່ງໄຮ້ເຫດຜົນແທ້ ທີ່ຢືນຢັນວ່າເຮົາຄວນກ່າວພຣະທໍາໂດຍກົງ? ພວກເຈົ້າບໍ່ເຂົ້າໃຈເຮົາເລີຍ ແລະ ພວກເຈົ້າສົງໄສກ່ຽວກັບການປະຕິບັດ ແລະ ການກະທຳຂອງເຮົາຢູ່ສະເໝີ! ເຮົາບໍ່ໄດ້ກ່າວໄວ້ກ່ອນໜ້ານີ້ບໍວ່າ ທຸກການເຄື່ອນໄຫວຂອງເຮົາ ແລະ ທຸກການປະຕິບັດ ແລະ ການກະທຳຂອງເຮົາຖືກຕ້ອງ? ຜູ້ຄົນຕ້ອງເຊົາກວດເບິ່ງສິ່ງເຫຼົ່ານັ້ນ. ຈົ່ງຖອນມືທີ່ສົກກະປົກຂອງເຈົ້າອອກໄປ! ເຮົາຂໍບອກບາງສິ່ງກັບເຈົ້າວ່າ ທຸກຄົນທີ່ເຮົາໃຊ້ແມ່ນຖືກເຮົາແຕ່ງຕັ້ງໄວ້ລ່ວງໜ້າກ່ອນທີ່ເຮົາຈະສ້າງໂລກ ແລະ ພວກເຂົາກໍໄດ້ຮັບການເຫັນດີຈາກເຮົາໃນປັດຈຸບັນ. ພວກເຈົ້າມັກພະຍາຍາມກັບສິ່ງດັ່ງກ່າວສະເໝີ, ມັກກວດເບິ່ງຕົວຕົນທີ່ເຮົາເປັນ ແລະ ສຶກສາການປະຕິບັດຂອງເຮົາ. ພວກເຈົ້າທຸກຄົນມີຄວາມຄິດແບບສໍ້ສົນ. ຖ້າສິ່ງນີ້ເກີດຂຶ້ນອີກຄັ້ງ ພວກເຈົ້າກໍຈະຖືກມືເຮົາຟາດລົງໃສ່ຢ່າງແນ່ນອນ. ສິ່ງທີ່ເຮົາກຳລັງເວົ້າກໍຄື: ຢ່າສົງໄສໃນຕົວເຮົາ ແລະ ຢ່າວິເຄາະ ຫຼື ໄຕ່ຕອງຫຼາຍກ່ຽວກັບສິ່ງທີ່ເຮົາໄດ້ກະທຳ. ຍິ່ງໄປກວ່ານັ້ນ ເຈົ້າບໍ່ຄວນເຂົ້າໄປຫຍຸ້ງກັບສິ່ງດັ່ງກ່າວ ເພາະວ່າສິ່ງນີ້ແມ່ນກ່ຽວຂ້ອງກັບພຣະບັນຍັດແຫ່ງການຄຸ້ມຄອງຂອງເຮົາ. ສິ່ງນີ້ບໍ່ແມ່ນບັນຫາເລັກນ້ອຍ!
ຈົ່ງຍຶດເອົາເວລາໃດໜຶ່ງທີ່ເຈົ້າມີເພື່ອເຮັດທຸກສິ່ງທີ່ເຮົາໄດ້ແນະນໍາໄວ້. ເຮົາຂໍເວົ້າມັນອີກຄັ້ງ ແລະ ນີ້ຖືວ່າເປັນການເຕືອນ: ຄົນຕ່າງຊາດກຳລັງຈະຫຼັ່ງໄຫຼເຂົ້າມາໃນປະເທດຈີນ. ສິ່ງນີ້ເປັນຄວາມຈິງຢ່າງແນ່ນອນ! ເຮົາຮູ້ວ່າ ຄົນສ່ວນຫຼາຍສົງໄສກ່ຽວກັບສິ່ງນີ້ ແລະ ບໍ່ໝັ້ນໃຈ ສະນັ້ນ ເຮົາຈຶ່ງເຕືອນພວກເຈົ້າຄັ້ງແລ້ວຄັ້ງເລົ່າ ເພື່ອວ່າພວກເຈົ້າຈະສະແຫວງຫາການເຕີບໂຕຂອງຊີວິດຢ່າງໄວວາ ແລະ ສາມາດຕອບສະໜອງຄວາມປະສົງຂອງເຮົາໄວຍິ່ງຂຶ້ນ. ເລີ່ມແຕ່ມື້ນີ້ເປັນຕົ້ນໄປ ສະຖານະການສາກົນຈະຍິ່ງເຄັ່ງຕຶງຂຶ້ນ ແລະ ຫຼາຍປະເທດຈະເລີ່ມພັງທະລາຍລົງຈາກພາຍໃນ. ໃນປະເທດຈີນ ມື້ແຫ່ງຄວາມສຸກແມ່ນກໍາລັງຈະສິ້ນສຸດລົງ. ນີ້ໝາຍຄວາມວ່າ ກຳມະກອນຈະປະທ້ວງ, ນັກຮຽນຈະພາກັນຍ່າງອອກຈາກຫ້ອງຮຽນພວກເຂົາ, ນັກທຸລະກິດຈະເຊົາເຮັດທຸລະກິດ ແລະ ໂຮງງານທັງຫຼາຍຈະປິດຕົວລົງ ແລະ ບໍ່ສາມາດເອົາຕົວລອດໄດ້. ຜູ້ທີ່ເປັນແກ່ນນຳຈະເລີ່ມກະກຽມເງິນຄໍາເພື່ອຫຼົບໜີ (ນີ້ຈະເປັນຜົນປະໂຫຍດຕໍ່ແຜນການຄຸ້ມຄອງຂອງເຮົາເຊັ່ນກັນ) ແລະ ຜູ້ນໍາລັດຖະບານກາງໃນທຸກລະດັບກໍຈະພາກັນຫຍຸ້ງກັບການໃສ່ໃຈໃນສິ່ງໃດສິ່ງໜຶ່ງທີ່ເຮັດໃຫ້ຄົນອື່ນສູນເສຍ ໃນຂະນະທີ່ພວກເຂົາທຸກຄົນໄດ້ກະກຽມ (ນີ້ຄືຜົນປະໂຫຍດໃນຂັ້ນຕອນຕໍ່ໄປ). ຈົ່ງເບິ່ງໃຫ້ດີ! ນີ້ແມ່ນສິ່ງທີ່ກ່ຽວພັນກັນທົ່ວຈັກກະວານ ບໍ່ແມ່ນແຕ່ປະເທດຈີນ ຍ້ອນພາລະກິດຂອງເຮົາແນໃສ່ແຜ່ນດິນໂລກທັງໝົດ ແຕ່ເຖິງຢ່າງໃດກໍຕາມ ມັນກໍຍັງຢູ່ໃນວິທີການສ້າງກະສັດຈາກກຸ່ມຄົນທີ່ເປັນບຸດຊາຍກົກ. ເຈົ້າເຫັນສິ່ງນີ້ຢ່າງຊັດເຈນບໍ? ຈົ່ງຮີບຟ້າວສະແຫວງຫາເຖີດ! ເຮົາຈະບໍ່ປະຕິບັດຕໍ່ພວກເຈົ້າຢ່າງບໍ່ຍຸຕິທຳ; ເຮົາຈະຍອມໃຫ້ພວກເຈົ້າພົບກັບຄວາມສຸກຈົນເຈົ້າພໍໃຈ.
ການປະຕິບັດຂອງເຮົາເປັນຕາອັດສະຈັນ. ໃນຂະນະທີ່ໄພພິບັດອັນຍິ່ງໃຫຍ່ໃນແຜ່ນດິນໂລກກໍາລັງເກີດຂຶ້ນ ແລະ ຂະນະດຽວກັນນັ້ນ ຜູ້ກະທໍາການຊົ່ວຮ້າຍທັງຫຼາຍ ແລະ ຜູ້ປົກຄອງທີ່ກຳລັງໄດ້ຮັບການລົງໂທດ ຫຼື ເວົ້າໃຫ້ຊັດເຈນຫຼາຍກວ່ານັ້ນກໍຄື ເມື່ອຜູ້ກະທຳການຊົ່ວຮ້າຍທຸກຄົນທີ່ຢູ່ນອກຊື່ສຽງຂອງເຮົາໄດ້ທົນທຸກ, ເຮົາກໍຈະເລີ່ມປະທານພອນຂອງເຮົາໃຫ້ກັບພວກເຈົ້າ. ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງພຣະທຳທີ່ວ່າ “ພວກເຈົ້າຈະບໍ່ທົນທຸກກັບຄວາມເຈັບປວດ ຫຼື ອັນຕະລາຍຈາກໄພພິບັດຕ່າງໆຢ່າງແນ່ນອນ”, ເຊິ່ງເຮົາໄດ້ກ່າວຊໍ້າແລ້ວຊໍ້າອີກໃນອາດີດ. ພວກເຈົ້າເຂົ້າໃຈສິ່ງນີ້ບໍ? ຄໍາວ່າ “ເວລານີ້” ທີ່ເຮົາກ່າວນັ້ນ ແມ່ນໝາຍເຖິງເວລາເມື່ອພຣະທໍາທີ່ຖືກກ່າວອອກມາຈາກປາກຂອງເຮົາ. ພາລະກິດຂອງພຣະວິນຍານບໍລິສຸດແມ່ນຖືກກະທໍາຢ່າງໄວຫຼາຍ; ເຮົາຈະບໍ່ຊັກຊ້າ ຫຼື ເສຍເວລາໜຶ່ງນາທີ ຫຼື ແມ່ນແຕ່ສ້ຽວວິນາທີ. ກົງກັນຂ້າມ ເຮົາຈະປະຕິບັດຕາມພຣະທຳຂອງເຮົາ ທັນທີທີ່ພຣະທຳເຫຼົ່ານັ້ນຖືກກ່າວອອກມາ. ຖ້າເຮົາເວົ້າວ່າ ມື້ນີ້ ເຮົາກຳລັງກຳຈັດບາງຄົນ ຫຼື ເຮົາກຽດຊັງບາງຄົນ, ຄົນນັ້ນກໍຈະຈົບສິ້ນທັນທີທັນໃດ. ເວົ້າອີກຢ່າງກໍຄື ພຣະວິນຍານບໍລິສຸດຂອງເຮົາຈະຖືກດືງອອກຈາກພວກເຂົາທັນທີ ແລະ ພວກເຂົາກໍຈະກາຍເປັນຄົນຕາຍທັງເປັນທີ່ໃຊ້ການບໍ່ໄດ້ທັງສິ້ນ. ຜູ້ຄົນດັ່ງກ່າວອາດຈະຍັງມີລົມຫາຍໃຈ, ຍ່າງ ແລະ ເວົ້າໄດ້ ແລະ ອາດຈະຍັງອະທິຖານຕໍ່ໜ້າເຮົາ ແຕ່ພວກເຂົາຈະບໍ່ເຂົ້າໃຈວ່າ ເຮົາໄດ້ຈາກພວກເຂົາໄປແລ້ວ. ພວກເຂົາຈະເປັນຄົນທີ່ໃຊ້ການບໍ່ໄດ້ຢ່າງທີ່ເຄີຍເປັນມາ. ສິ່ງນີ້ເປັນຈິງ ແລະ ແທ້ຈິງຢ່າງແນ່ນອນ.
ພຣະທຳຂອງເຮົາເປັນຕົວແທນໃຫ້ກັບມະນຸດທີ່ເຮົາເປັນ. ໃຫ້ຈື່ສິ່ງນີ້ໄວ້! ຢ່າສົງໄສເລີຍ; ເຈົ້າຕ້ອງໝັ້ນໃຈແທ້ໆ. ນີ້ແມ່ນເລື່ອງເປັນເລື່ອງຕາຍ! ນີ້ແມ່ນເລື່ອງທີ່ຈິງຈັງທີ່ສຸດ! ທັນທີທີ່ພຣະທຳຂອງເຮົາຖືກກ່າວອອກໄປ, ສິ່ງທີ່ເຮົາຕ້ອງການກະທຳແມ່ນໄດ້ເກີດຂຶ້ນແລ້ວ. ພຣະທຳທຸກຂໍ້ເຫຼົ່ານີ້ແມ່ນຕ້ອງຖືກກ່າວຜ່ານທາງພຣະບຸດຂອງເຮົາ. ມີໃຜແດ່ໃນທ່າມກາງພວກເຈົ້າທີ່ໄດ້ພິຈາລະນາຕໍ່ບັນຫານີ້ຢ່າງຈິງຈັງ? ເຮົາຈະສາມາດອະທິບາຍມັນແບບອື່ນໄດ້ແນວໃດ? ຈົ່ງເຊົາຢ້ານ ແລະ ເຊົາກັງວົນໃຈຕະຫຼອດເວລາ. ເຮົາເປັນຄົນທີ່ບໍ່ຄຳນຶງເຖິງຄວາມຮູ້ສຶກຂອງຜູ້ຄົນແທ້ບໍ? ເຮົາຈະປະຖິ້ມຄົນທີ່ເຮົາເຫັນດີນໍາຢ່າງເສີຍເມີຍບໍ? ທຸກສິ່ງທີ່ເຮົາກະທຳແມ່ນມີຫຼັກການ. ເຮົາຈະບໍ່ທຳລາຍພະສັນຍາທີ່ເຮົາສ້າງຕັ້ງຂຶ້ນເອງ ຫຼື ເຮົາຈະບໍ່ຂັດຂວາງແຜນການຂອງເຮົາເອງ. ເຮົາບໍ່ໄດ້ໄຮ້ດຽງສາຄືກັບພວກເຈົ້າ. ພາລະກິດຂອງເຮົາເປັນສິ່ງທີ່ຍິ່ງໃຫຍ່; ມັນຄືສິ່ງທີ່ບໍ່ມີມະນຸດຄົນໃດສາມາດເຮັດສໍາເລັດໄດ້. ເຮົາໄດ້ກ່າວໄວ້ແລ້ວວ່າ ເຮົາຊອບທຳ ແລະ ສໍາລັບຄົນທີ່ຮັກເຮົາ, ເຮົາກໍຮັກ. ເຈົ້າບໍ່ເຊື່ອວ່າ ສິ່ງນີ້ແມ່ນຄວາມຈິງບໍ? ເຈົ້າສົງໄສຕະຫຼອດແທ້ໆ! ຖ້າເຈົ້າມີສາມັນສໍານຶກທີ່ຊັດເຈນ ກ່ຽວກັບທຸກສິ່ງ ແລ້ວເປັນຫຍັງເຈົ້າຍັງຢ້ານຫຼາຍຢູ່? ທັງໝົດມັນເປັນ ຍ້ອນວ່າເຈົ້າໄດ້ຜູກມັດຕົວເຈົ້າເອງ. ບຸດຊາຍຂອງເຮົາເອີຍ! ເຮົາໄດ້ເຕືອນເຈົ້າຫຼາຍເທື່ອແລ້ວວ່າ ບໍ່ໃຫ້ເສົ້າໃຈ ຫຼື ຫຼັ່ງນໍ້າຕາ ເພາະວ່າ ເຮົາຈະບໍ່ປະຖິ້ມເຈົ້າ. ເຈົ້າຍັງບໍ່ສາມາດໄວ້ໃຈເຮົາໄດ້ບໍ? ເຮົາຈະຈັບເຈົ້າໄວ້ແໜ້ນໆ ແລະ ບໍ່ປ່ອຍໃຫ້ເຈົ້າໄປ. ເຮົາຈະກອດເຈົ້າໄວ້ດ້ວຍຄວາມຮັກຂອງເຮົາສະເໝີ. ເຮົາຈະດູແລເຈົ້າ, ປົກປ້ອງເຈົ້າ ແລະ ໃຫ້ຄວາມເປີດເຜີຍ ແລະ ຄວາມເຂົ້າໃຈໃນທຸກສິ່ງທຸກຢ່າງໃຫ້ກັບເຈົ້າ ເພື່ອວ່າເຈົ້າຈະສາມາດເຫັນວ່າ ເຮົາເປັນພຣະບິດາຂອງເຈົ້າ ແລະ ເຮົາຄືຜູ້ສະໜັບສະໜູນເຈົ້າ. ເຮົາຮູ້ວ່າເຈົ້າສົງໄສຢູ່ສະເໝີວ່າ ເຈົ້າຈະສາມາດແບ່ງເບົາພາລະທີ່ຢູ່ເທິງບ່າຂອງພຣະບິດາຂອງເຈົ້າໄດ້ແນວໃດ? ນີ້ແມ່ນພາລະທີ່ເຮົາໄດ້ມອບໃຫ້ກັບເຈົ້າ. ຢ່າພະຍາຍາມເມີນເສີຍກັບມັນ! ທຸກມື້ນີ້ມີຈັກຄົນທີ່ສາມາດຊື່ສັດກັບເຮົາ? ເຮົາຫວັງວ່າ ເຈົ້າຈະສາມາດເລັ່ງການຝຶກຝົນຂອງເຈົ້າ ແລະ ເຕີບໃຫຍ່ຂຶ້ນຢ່າງໄວວາ ແລະ ເຮັດໃຫ້ເຮົາພໍໃຈ. ພຣະບິດາເຮັດວຽກໜັກເພື່ອບຸດຊາຍທັງກາງເວັນ ແລະ ກາງຄືນ, ສະນັ້ນ ບຸດຊາຍກໍຄວນພິຈາລະນາເຖິງແຜນການຄຸ້ມຄອງຂອງພຣະບິດາໃນທຸກໆນາທີ ແລະ ທຸກໆວິນາທີ. ນີ້ແມ່ນການຮ່ວມມືກັນກັບເຮົາຢ່າງຫ້າວຫັນທີ່ເຮົາເຄີຍກ່າວໄວ້.
ນີ້ແມ່ນການກະທຳຂອງເຮົາທັງໝົດ. ເຮົາຈະວາງພາລະໃຫ້ກັບຄົນທີ່ເຮົາໃຊ້ໃນປັດຈຸບັນ ແລະ ມອບສະຕິປັນຍາໃຫ້ກັບພວກເຂົາ ເພື່ອວ່າການກະທໍາທັງໝົດຂອງພວກເຂົາຈະສອດຄ່ອງກັບຄວາມປະສົງຂອງເຮົາ, ເພື່ອວ່າອານາຈັກຂອງເຮົາຈະໄດ້ກາຍເປັນຈິງ ແລະ ເພື່ອວ່າ ສະຫວັນ ແລະ ແຜ່ນດິນໂລກໃໝ່ຈະເປັນອັນໜຶ່ງອັນດຽວກັນ. ຄົນທີ່ເຮົາບໍ່ໃຊ້ແມ່ນກົງກັນຂ້າມຢ່າງສິ້ນເຊີງ; ພວກເຂົາຈະມຶນງົງຢູ່ສະເໝີ, ພວກເຂົາຈະນອນຫຼັງຈາກທີ່ພວກເຂົາກິນ ແລະ ພວກເຂົາຈະກິນຫຼັງຈາກທີ່ພວກເຂົານອນ ໂດຍບໍ່ຮູ້ເລີຍວ່າ ພາລະໝາຍເຖິງຫຍັງ. ຄົນດັ່ງກ່າວນີ້ຂາດພາລະກິດຂອງພຣະວິນຍານບໍລິສຸດ ແລະ ຄວນຖືກລືບລ້າງອອກຈາກຄຣິດຕະຈັກຂອງເຮົາໃຫ້ໄວເທົ່າທີ່ຈະໄວໄດ້. ບັດນີ້ ເຮົາຈະກ່າວເຖິງບັນຫາບາງຢ່າງທີ່ກ່ຽວຂ້ອງກັບນິມິດ: ຄຣິດຕະຈັກແມ່ນເງື່ອນໄຂກ່ອນຈະເຂົ້າສູ່ອາຈານຈັກ; ຜູ້ຄົນສາມາດເຂົ້າສູ່ອານາຈັກຫຼັງຈາກທີ່ຄຣິດຕະຈັກຖືກສ້າງຂຶ້ນຈົນເຖິງຈຸດໃດໜຶ່ງເທົ່ານັ້ນ. ບໍ່ມີໃຜສາມາດເຂົ້າສູ່ອານາຈັກໂດຍກົງໄດ້ (ຖ້າເຮົາບໍ່ໄດ້ສັນຍາໄວ້). ຄຣິດຕະຈັກຄືບາດກ້າວທຳອິດ ແຕ່ມັນຄືອານາຈັກທີ່ເປັນເປົ້າໝາຍຂອງແຜນການຄຸ້ມຄອງຂອງເຮົາ. ທຸກສິ່ງທຸກຢ່າງຈະເປັນຮູບປະທໍາຫຼັງຈາກທີ່ຜູ້ຄົນເຂົ້າສູ່ອານາຈັກ ແລະ ຈະບໍ່ມີຫຍັງທີ່ຕ້ອງຢ້ານ. ໃນປັດຈຸບັນ, ມີພຽງເຮົາ ແລະ ບຸດຊາຍກົກຂອງເຮົາເທົ່ານັ້ນທີ່ໄດ້ເຂົ້າສູ່ອານາຈັກ ແລະ ເລີ່ມປົກຄອງບັນດາຊົນຊາດ ແລະ ປະຊາຊົນ. ນັ້ນກໍຄື ອານາຈັກຂອງເຮົາກຳລັງເລີ່ມຈັດຕັ້ງຢ່າງເປັນລະບຽບ ແລະ ທຸກຄົນທີ່ຈະເປັນກະສັດ ຫຼື ປະຊາຊົນຂອງເຮົາແມ່ນໄດ້ຖືກປະກາດຢ່າງເປີດເຜີຍແລ້ວ. ເຫດການໃນອະນາຄົດຈະຖືກບອກແກ່ພວກເຈົ້າແຕ່ລະຂັ້ນຕອນ ແລະ ຕາມລຳດັບ; ຢ່າໃຈຮ້ອນ ຫຼື ກັງວົນເກີນໄປ. ເຈົ້າຈື່ພຣະທຳທຸກຂໍ້ທີ່ເຮົາໄດ້ເວົ້າກັບເຈົ້າບໍ? ຖ້າເຈົ້າຈິງໃຈສຳລັບເຮົາ ແລ້ວເຮົາກໍຈະກ່າວຄວາມຈິງຢ່າງແທ້ຈິງຕໍ່ເຈົ້າ. ແຕ່ສຳລັບຄົນທີ່ປະພຶດດ້ວຍຄວາມຫຼອກລວງ ແລະ ຄວາມຄົດໂກງ, ເຮົາຈະຕອບແທນດ້ວຍການປະຕິບັດຕໍ່ພວກເຂົາພໍເປັນພິທີ ແລະ ເຮັດໃຫ້ພວກເຂົາເຫັນຢ່າງຊັດເຈນວ່າ ຍ້ອນໃຜແທ້ທີ່ການປະພຶດເຊັ້ນນັ້ນຖືກນໍາໄປສູ່ການທໍາລາຍລ້າງ!