ບົດທີ 76

ພຣະວັດຈະນະຂອງເຮົາລ້ວນແລ້ວແຕ່ເປັນການສະແດງອອກເຖິງຄວາມປະສົງຂອງເຮົາ. ຜູ້ໃດສາມາດຄຳນຶງເຖິງພາລະຂອງເຮົາ? ຜູ້ໃດສາມາດເຂົ້າໃຈຄວາມຕັ້ງໃຈຂອງເຮົາ? ພວກເຈົ້າໄດ້ພິຈາລະນາຄຳຖາມແຕ່ລະຂໍ້ທີ່ເຮົາໄດ້ຕັ້ງໄວ້ກັບພວກເຈົ້າແລ້ວບໍ? ຊ່າງປະໝາດແທ້ເດ! ເຈົ້າກ້າລົບກວນແຜນການຂອງເຮົາໄດ້ແນວໃດ? ພວກເຈົ້າຈັ່ງແມ່ນຄວບຄຸມບໍ່ໄດ້ແທ້ເດ! ຖ້າພາລະກິດດັ່ງກ່າວຂອງວິນຍານຊົ່ວຮ້າຍຍັງສືບຕໍ່, ເຮົາຈະໂຍນພວກມັນໃຫ້ຕາຍຢູ່ຂຸມທີ່ເລິກຫຼາຍທັນທີ! ເຮົາໄດ້ເຫັນການກະທຳຕ່າງໆຂອງວິນຍານຊົ່ວຮ້າຍຢ່າງຊັດເຈນຕັ້ງແຕ່ດົນນານມາແລ້ວ. ແລ້ວເຮົາກໍຍັງເບິ່ງຄົນທີ່ຖືກວິນຍານຊົ່ວຮ້າຍໃຊ້ນັ້ນອອກ (ບັນດາຜູ້ທີ່ມີເຈດຕະນາຜິດ, ບັນດາຜູ້ທີ່ປາຖະໜາຫາເນື້ອໜັງ ຫຼື ຄວາມຮັ່ງມີ, ບັນດາຜູ້ທີ່ສັນລະເສີນຕົນເອງ, ບັນດາຜູ້ຄົນທີ່ເຮັດໃຫ້ຄຣິສຕະຈັກແຕກແຍກກັນ, ອື່ນໆ). ຢ່າຄິດວ່າທຸກສິ່ງຈົບລົງຫຼັງຈາກທີ່ວິນຍານຊົ່ວຮ້າຍຖືກໂຍນຖິ້ມ. ເຮົາຊິຂໍບອກເຈົ້າແນວນີ້! ຕັ້ງແຕ່ນີ້ເປັນຕົ້ນໄປ, ເຮົາຈະກໍາຈັດຄົນເຫຼົ່ານີ້ເທື່ອລະຄົນ ໂດຍທີ່ບໍ່ໃຊ້ພວກເຂົາອີກຕໍ່ໄປຈັກເທື່ອ! ນັ້ນໝາຍຄວາມວ່າ ຄົນໃດກໍຕາມທີ່ຖືກວິນຍານຊົ່ວຮ້າຍເຮັດໃຫ້ເສື່ອມຊາມຈະບໍ່ຖືກເຮົາໃຊ້ ແລະ ຈະຖືກເຕະອອກໄປ! ຢ່າຄິດວ່າເຮົາບໍ່ມີຄວາມຮູ້ສຶກ! ຈົ່ງຮູ້ສິ່ງນີ້ໄວ້! ເຮົາເປັນພຣະເຈົ້າທີ່ບໍລິສຸດ ແລະ ເຮົາຈະບໍ່ອາໄສຢູ່ໃນພຣະວິຫານທີ່ສົກກະປົກ! ເຮົາພຽງແຕ່ໃຊ້ຄົນທີ່ຊື່ສັດ ແລະ ມີສະຕິປັນຍາ ທີ່ຈົ່ງຮັກພັກດີຕໍ່ເຮົາແທ້ໆ ແລະ ສາມາດຄຳນຶງເຖິງພາລະຂອງເຮົາ. ນີ້ກໍເພາະວ່າຄົນປະເພດດັ່ງກ່າວແມ່ນຖືກເຮົາກຳນົດໄວ້ລ່ວງໜ້າແລ້ວ ແລະ ແນ່ນອນຢູ່ແລ້ວວ່າ ບໍ່ມີວິນຍານຊົ່ວຮ້າຍປະຕິບັດພາລະກິດໃນພວກເຂົາເລີຍ. ໃຫ້ເຮົາເຮັດອີກສິ່ງໜຶ່ງໃຫ້ຊັດເຈນເຊິ່ງກໍຄື: ຕັ້ງແຕ່ນີ້ເປັນຕົ້ນໄປ ທຸກຄົນທີ່ບໍ່ມີພາລະກິດຂອງພຣະວິນຍານບໍລິສຸດກໍມີພາລະກິດຂອງວິນຍານຊົ່ວຮ້າຍ. ໃຫ້ເຮົາເວົ້າຢໍ້າອີກຄັ້ງ: ເຮົາບໍ່ຕ້ອງການແມ່ນແຕ່ຄົນດຽວທີ່ມີພາລະກິດຂອງວິນຍານຊົ່ວຮ້າຍ. ພວກເຂົາທຸກຄົນຈະຖືກໂຍນລົງສູ່ດິນແດນມໍລະນາພ້ອມກັບເນື້ອໜັງຂອງພວກເຂົາ!

ຂໍ້ຮຽກຮ້ອງຂອງເຮົາຈາກພວກເຈົ້າໃນອະດີດກໍບໍ່ໄດ້ເຄັ່ງຄັດປານໃດ ແລະ ພວກເຈົ້າກໍເສເພເມື່ອເວົ້າເຖິງເນື້ອໜັງ. ຕັ້ງແຕ່ມື້ນີ້ເປັນຕົ້ນໄປ, ເຮົາຈະບໍ່ຍອມໃຫ້ພວກເຈົ້າສືບຕໍ່ເຮັດແບບນີ້. ຖ້າຄຳເວົ້າ ແລະ ການກະທຳຂອງພວກເຈົ້າບໍ່ສະແດງເຖິງເຮົາໃນທຸກວິທີ ຫຼື ຖ້າພວກມັນແຕກຕ່າງຈາກລັກສະນະຂອງເຮົາແມ່ນແຕ່ໜ້ອຍດຽວ ເຮົາກໍຈະບໍ່ປ່ອຍພວກເຈົ້າໄປຢ່າງງ່າຍດາຍຢ່າງແນ່ນອນ. ບໍ່ດັ່ງນັ້ນ, ພວກເຈົ້າຈະຫົວຂວັນ ແລະ ເຮັດຫຼິ້ນຢູ່ສະເໝີ, ຫົວຈົນນໍ້າຕາອອກ ໂດຍບໍ່ຢັບຢັ້ງເລີຍ. ເມື່ອເຈົ້າເຮັດຫຍັງຜິດ, ເຈົ້າບໍ່ຮູ້ສຶກບໍວ່າເຮົາໄດ້ປະຖິ້ມເຈົ້າ? ເມື່ອເຈົ້າຮູ້, ເປັນຫຍັງເຈົ້າຈຶ່ງຍັງເສເພ? ເຈົ້າຍັງລໍຖ້າການຈັບຕ້ອງຂອງມືແຫ່ງການພິພາກສາຂອງເຮົາບໍ? ຕັ້ງແຕ່ມື້ນີ້ໄປ, ເຮົາຈະລົງໂທດທັນທີໃຜກໍຕາມທີ່ບໍ່ປະຕິບັດຕາມຄວາມຕັ້ງໃຈຂອງເຮົາແມ່ນແຕ່ຊ່ວງເວລາດຽວກໍຕາມ. ຖ້າເຈົ້ານັ່ງຈຸ້ມກັນເພື່ອເວົ້າຂວັນນິນທາ ເຮົາກໍຈະປະຖິ້ມເຈົ້າ. ຢ່າເວົ້າຖ້າເຈົ້າບໍ່ໄດ້ເສີມສ້າງຝ່າຍວິນຍານ. ເຮົາເວົ້າສິ່ງນີ້ບໍ່ແມ່ນເພື່ອຢັບຢັ້ງພວກເຈົ້າ, ແຕ່ເຮົາໝາຍຄວາມວ່າ ຍ້ອນພາລະກິດຂອງເຮົາໄດ້ປະຕິບັດຈົນເຖິງບາດກ້າວໃນປັດຈຸບັນ, ເຮົາກໍຈະສືບຕໍ່ຕາມແຜນການຂອງເຮົາ. ຖ້າພວກເຈົ້ານັ່ງຈຸ້ມກັນເພື່ອສົນທະນາກັນກ່ຽວກັບສິ່ງຕ່າງໆຝ່າຍວິນຍານທີ່ຢູ່ໃນຊີວິດ ເຮົາກໍຈະຢູ່ກັບພວກເຈົ້າ. ເຮົາຈະບໍ່ປະຕິບັດຕໍ່ພວກເຈົ້າຄົນໃດຄົນໜຶ່ງຢ່າງບໍ່ເປັນທຳ. ຖ້າເຈົ້າອ້າປາກຂອງເຈົ້າ, ເຮົາຈະປະທານຄຳເວົ້າທີ່ເໝາະສົມໃຫ້ກັບເຈົ້າ. ເຈົ້າຕ້ອງເຂົ້າໃຈເຖິງຫົວໃຈຂອງເຮົາຈາກພຣະທຳຂອງເຮົາ. ເຮົາບໍ່ໄດ້ບອກພວກເຈົ້າໃຫ້ທຳທ່າປາກກືກ ຫຼື ເຮົາບໍ່ໄດ້ບອກພວກເຈົ້າໃຫ້ເວົ້າໃນສິ່ງທີ່ໄຮ້ສາລະ.

ເປັນຫຍັງເຮົາຈຶ່ງສືບຕໍ່ເວົ້າວ່າບໍ່ມີເວລາເຫຼືອຫຼາຍແລ້ວ ແລະ ມື້ຂອງເຮົາຈະບໍ່ຖືກເຮັດໃຫ້ຊັກຊ້າ? ພວກເຈົ້າຄິດກ່ຽວກັບສິ່ງນີ້ຢ່າງຮອບຄອບບໍ? ພວກເຈົ້າເຂົ້າໃຈຄວາມໝາຍຂອງພຣະທຳຂອງເຮົາຢ່າງແທ້ຈິງບໍ? ນັ້ນກໍຄື ເຮົາໄດ້ປະຕິບັດພາລະກິດຕັ້ງແຕ່ທີ່ເຮົາເລີ່ມເວົ້າແລ້ວ. ພວກເຈົ້າແຕ່ລະຄົນຄືເປົ້າໝາຍຂອງພາລະກິດຂອງເຮົາ. ບໍ່ແມ່ນສະເພາະຄົນໃດຄົນໜຶ່ງ; ແລະ ຍິ່ງໄປກວ່ານັ້ນ, ບໍ່ແມ່ນຄົນອື່ນອີກ. ພວກເຈົ້າພຽງແຕ່ກັງວົນໃຈກ່ຽວກັບການທີ່ຈະບໍ່ໄດ້ຮັບພອນ, ແຕ່ພວກເຈົ້າບໍ່ຄິດເຖິງຊີວິດຂອງພວກເຈົ້າ. ພວກເຈົ້າຊ່າງໂງ່ຈ້າແທ້ເດ! ພວກເຈົ້າຊ່າງເປັນຕາເວດທະນາແທ້ເດ! ພວກເຈົ້າບໍ່ຄຳນຶງເຖິງພາລະຂອງເຮົາເລີຍ!

ຄວາມພະຍາຍາມອັນພາກພຽນທັງໝົດຂອງເຮົາ ແລະ ລາຄາທີ່ເຮົາໄດ້ຈ່າຍກໍແມ່ນເພື່ອພວກເຈົ້າ. ຖ້າພວກເຈົ້າບໍ່ຄຳນຶງເຖິງພາລະຂອງເຮົາ ແລ້ວພວກເຈົ້າກໍບໍ່ໄດ້ເປັນໄປຕາມຄວາມຄາດຫວັງທີ່ເຮົາມີຕໍ່ພວກເຈົ້າ. ປະເທດຊາດທັງປວງກຳລັງລໍຖ້າໃຫ້ພວກເຈົ້າປົກຄອງ ແລະ ທຸກຄົນກຳລັງລໍຖ້າໃຫ້ພວກເຈົ້າປົກຄອງພວກເຂົາ. ເຮົາໄດ້ສົ່ງມອບທຸກສິ່ງໃຫ້ຢູ່ໃນມືຂອງພວກເຈົ້າແລ້ວ. ບັດນີ້, ຄົນທີ່ມີອຳນາດທັງໝົດກໍເລີ່ມຖອນຕົວ ແລະ ລົ້ມລົງ ແລະ ພວກເຂົາພຽງແຕ່ລໍຖ້າໃຫ້ການພິພາກສາຂອງເຮົາເກີດຂຶ້ນກັບພວກເຂົາ. ຈົ່ງເບິ່ງຢ່າງແຈ່ມແຈ້ງ! ບັດນີ້ ແຜ່ນດິນໂລກກຳລັງພັງທະລາຍລົງ ໃນຂະນະທີ່ອານາຈັກຂອງເຮົາຖືກກໍ່ສ້າງຂຶ້ນຢ່າງສຳເລັດ. ລູກຊາຍຂອງເຮົາໄດ້ປາກົດຕົວ ແລະ ລູກຊາຍກົກຂອງເຮົາກໍປົກຄອງກັບເຮົາດັ່ງກະສັດ ໂດຍ ປົກຄອງບັນດາປະເທດຊາດ ແລະ ຜູ້ຄົນ. ຢ່າຄິດວ່ານີ້ແມ່ນສິ່ງທີ່ເລື່ອນລອຍ; ມັນຄືຄວາມຈິງແທ້ໆ. ບໍ່ແມ່ນບໍ? ທັນທີທີ່ພວກເຈົ້າອະທິຖານ ແລະ ອ້ອນວອນກັບເຮົາ, ເຮົາຈະເລີ່ມປະຕິບັດທັນທີ ແລະ ລົງໂທດຄົນທີ່ຂົ່ມເຫັງພວກເຈົ້າ, ຈັດການກັບຄົນທີ່ລົບກວນພວກເຈົ້າ, ທຳລາຍຄົນທີ່ພວກເຈົ້າກຽດຊັງ ແລະ ຄຸ້ມຄອງຜູ້ຄົນ, ເຫດການ ແລະ ສິ່ງເຫຼົ່ານັ້ນທີ່ຮັບໃຊ້ພວກເຈົ້າ. ເຮົາໄດ້ເວົ້າຫຼາຍຄັ້ງແລ້ວວ່າ ເຮົາຈະບໍ່ນໍາຄວາມລອດພົ້ນມາໃຫ້ໃຜກໍຕາມທີ່ເຮັດບໍລິການສຳລັບພຣະຄຣິດ (ນັ້ນກໍຄື ໃຜກໍຕາມທີ່ສະໜອງບໍລິການໃຫ້ກັບພຣະບຸດຂອງເຮົາ). ການເຮັດບໍລິການສຳລັບພຣະບຸດຂອງເຮົາບໍ່ໄດ້ໝາຍຄວາມວ່າ ພວກເຂົາເປັນຄົນດີ; ມັນເປັນຜົນຈາກລິດອຳນາດທີ່ຍິ່ງໃຫຍ່ ແລະ ການກະທຳທີ່ມະຫັດສະຈັນຂອງເຮົາທັງສິ້ນ. ຢ່າໃຫ້ຄວາມສຳຄັນກັບມະນຸດຫຼາຍເກີນໄປ. ຄົນປະເພດດັ່ງກ່າວບໍ່ມີພາລະກິດຂອງພຣະວິນຍານບໍລິສຸດຢ່າງແນ່ນອນ ແລະ ບໍ່ເຂົ້າໃຈສິ່ງຕ່າງໆທີ່ຢູ່ໃນຝ່າຍວິນຍານເລີຍ. ພວກເຂົາຈະບໍ່ມີປະໂຫຍດຫຍັງຫຼັງຈາກທີ່ເຮົາໄດ້ສຳເລັດກັບພວກເຂົາ. ໃຫ້ຈື່ສິ່ງນີ້ໄວ້! ນີ້ຄືການຢືນຢັນຂອງເຮົາຕໍ່ພວກເຈົ້າ. ຢ່າເຂົ້າໃຈຢ່າງຄຶກຄຶ້ນ, ເຂົ້າໃຈບໍ?

ມີໜ້ອຍຄົນລົງເລື້ອຍໆ, ແຕ່ສະມາຊິກກໍຍິ່ງບໍລິສຸດຫຼາຍຂຶ້ນເລື້ອຍໆ. ນີ້ແມ່ນພາລະກິດຂອງເຮົາ, ແຜນການຄຸ້ມຄອງຂອງເຮົາ ແລະ ຍິ່ງໄປກວ່ານັ້ນມັນກໍຄືສະຕິປັນຍາຂອງເຮົາ ແລະ ອຳນາດອັນໄພສານຂອງເຮົາ. ມັນຄືການປະສານລະຫວ່າງຄວາມເປັນມະນຸດທຳມະດາຂອງເຮົາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນຂອງເຮົາ. ພວກເຈົ້າເຫັນສິ່ງນີ້ຢ່າງຊັດເຈນບໍ? ພວກເຈົ້າເຂົ້າໃຈປະເດັນນີ້ແທ້ໆບໍ? ເຮົາຈະເຮັດໃຫ້ທຸກສິ່ງທີ່ເຮົາໄດ້ເວົ້າຈາກຄວາມເປັນມະນຸດທຳມະດາຂອງເຮົານັ້ນສຳເລັດເທື່ອລະຢ່າງ ຜ່ານທາງຄວາມເປັນພຣະເຈົ້າຂອງເຮົາ. ນີ້ຄືເຫດຜົນທີ່ວ່າເປັນຫຍັງເຮົາຈະສືບຕໍ່ເວົ້າວ່າ ສິ່ງທີ່ເຮົາເວົ້າຈະເກີດຂຶ້ນໂດຍບໍ່ມີຂໍ້ສົງໄສໃດໆ; ກົງກັນຂ້າມ ທັງໝົດຈະຊັດເຈນ ແລະ ແຈ່ມແຈ້ງຫຼາຍ. ທຸກສິ່ງທີ່ເຮົາເວົ້າຈະຖືກເຮັດໃຫ້ສຳເລັດ ແລະ ຈະບໍ່ຖືກປະຕິບັດຢ່າງເລິນເລີ້ແນ່ນອນ. ເຮົາບໍ່ໄດ້ກ່າວພຣະທຳທີ່ວ່າງເປົ່າ ແລະ ເຮົາບໍ່ເຮັດຜິດ. ໃຜກໍຕາມທີ່ກ້າວັດແທກເຮົາກໍຈະຖືກພິພາກສາ ແລະ ຈະບໍ່ສາມາດຫຼົບໜີຈາກກຳມືຂອງເຮົາຢ່າງແນ່ນອນ. ທັນທີທີ່ພຣະທຳຂອງເຮົາຖືກກ່າວອອກ, ຜູ້ໃດກ້າຕໍ່ຕ້ານ? ຜູ້ໃດກ້າໂນ້ມນ້າວເຮົາ ຫຼື ປິດບັງສິ່ງໃດສິ່ງໜຶ່ງຈາກເຮົາ? ເຮົາໄດ້ເວົ້າກ່ອນໜ້ານີ້ແລ້ວວ່າ ເຮົາເປັນພຣະເຈົ້າທີ່ມີສະຕິປັນຍາ. ເຮົາໃຊ້ຄວາມເປັນມະນຸດທຳມະດາຂອງເຮົາເພື່ອເປີດໂປງທຸກຄົນ ແລະ ພຶດຕິກຳຊົ່ວຮ້າຍ, ເປີດໂປງຄົນທີ່ມີເຈດຕະນາຜິດໆ, ຄົນທີ່ເຮັດແບບໜຶ່ງເມື່ອຢູ່ຕໍ່ໜ້າຄົນອື່ນ ແລະ ເຮັດອີກແບບເມື່ອຢູ່ລັບຫຼັງພວກເຂົາ, ຄົນທີ່ຕໍ່ຕ້ານເຮົາ, ຄົນທີ່ບໍ່ຊື່ສັດຕໍ່ເຮົາ, ຄົນທີ່ປາຖະໜາຫາເງິນ, ຄົນທີ່ບໍ່ຄຳນຶງເຖິງພາລະຂອງເຮົາ, ຄົນທີ່ພົວພັນກັບການຫຼອກລວງ ແລະ ການຄົດໂກງອ້າຍເອື້ອຍນ້ອງຂອງພວກເຂົາ, ຄົນທີ່ເວົ້າຢ່າງໂວຫານເພື່ອເຮັດໃຫ້ຜູ້ຄົນດີໃຈ ແລະ ຄົນທີ່ບໍ່ສາມາດປະສານງານກັບອ້າຍເອື້ອຍນ້ອງຂອງພວກເຂົາຢ່າງເປັນນໍ້າໜຶ່ງໃຈດຽວກັນທັງໃນຫົວໃຈ ແລະ ຄວາມຄິດ. ຍ້ອນຄວາມເປັນມະນຸດທຳມະດາຂອງເຮົາ, ຫຼາຍຄົນຕໍ່ຕ້ານເຮົາຢ່າງລັບໆ ແລະ ພົວພັນໃນການຫຼອກລວງ ແລະ ການຄົດໂກງ ໂດຍຄິດວ່າຄວາມເປັນມະນຸດທຳມະດາຂອງເຮົາບໍ່ຮູ້. ແລ້ວຫຼາຍຄົນໃສ່ໃຈຕໍ່ຄວາມເປັນມະນຸດທຳມະດາຂອງເຮົາເປັນພິເສດ, ມອບສິ່ງດີໆໃຫ້ກັບເຮົາເພື່ອກິນ ແລະ ດື່ມ, ຮັບໃຊ້ເຮົາຄືກັບຄົນຮັບໃຊ້ ແລະ ເວົ້າສິ່ງທີ່ຢູ່ໃນຫົວໃຈຂອງພວກເຮົາຕໍ່ເຮົາ, ໃນຂະນະດຽວກັນກໍເຮັດແຕກຕ່າງກັນໂດຍສິ້ນເຊີງເມື່ອຢູ່ລັບຫຼັງເຮົາ. ມະນຸດທີ່ຕາບອດເອີຍ! ເຈົ້າຄືມາຮູ້ຈັກເຮົາໜ້ອຍແທ້ ພຣະເຈົ້າຜູ້ເຊິ່ງເບິ່ງລົງເລິກເຂົ້າໄປໃນຫົວໃຈຂອງມະນຸດ. ແມ່ນແຕ່ຕອນນີ້ ເຈົ້າກໍ່ຍັງບໍ່ຮູ້ຈັກເຮົາ; ເຈົ້າຍັງຄິດວ່າເຮົາບໍ່ຮູ້ເຖິງສິ່ງທີ່ເຈົ້າກຳລັງເຮັດຢູ່. ໃຫ້ຄິດເບິ່ງຄືນວ່າ: ມີເທົ່າໃດຄົນແລ້ວທີ່ທຳລາຍຕົນເອງຍ້ອນຄວາມເປັນມະນຸດທຳມະດາຂອງເຮົາ? ຈົ່ງຕື່ນຂຶ້ນ! ຢ່າຫຼອກລວງເຮົາອີກຕໍ່ໄປເລີຍ. ເຈົ້າຕ້ອງວາງການປະພຶດ ແລະ ພຶດຕິກຳທຸກຢ່າງຂອງເຈົ້າ, ຄຳເວົ້າ ແລະ ການກະທຳທຸກຢ່າງຂອງເຈົ້າໃຫ້ຢູ່ຕໍ່ໜ້າເຮົາ ແລະ ຍອມຮັບເອົາການກວດສອບສິ່ງເຫຼົ່ານັ້ນຈາກເຮົາ.

ກ່ອນນີ້: ບົດທີ 75

ຕໍ່ໄປ: ບົດທີ 77

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້