ບົດທີ 75

ທຸກສິ່ງທຸກຢ່າງຈະຖືກປະຕິບັດທັນທີທີ່ພຣະທຳຂອງເຮົາຖືກກ່າວອອກໄປ ໂດຍພາຍໃນຂອບເຂດຂອງຫຼັກການ. ຕັ້ງແຕ່ນີ້ເປັນຕົ້ນໄປ, ຄວາມລຶກລັບທຸກຢ່າງທີ່ຖືກເຊື່ອງຊ້ອນໄວ້ຈະບໍ່ຖືກປິດບັງ ຫຼື ປົກປິດອີກຕໍ່ໄປ ແລະ ຈະຖືກເປີດເຜີຍໃຫ້ພວກເຈົ້າເຫັນຢ່າງຊັດເຈນ ນັ້ນກໍຄືບຸດຊາຍອັນເປັນທີ່ຮັກຂອງເຮົາ. ເຮົາຈະເຮັດໃຫ້ເຈົ້າເຫັນເຖິງໝາຍສຳຄັນ ແລະ ການອັດສະຈັນທີ່ຍິ່ງໃຫຍ່ໃນຕົວເຮົາ ແລະ ຄວາມລຶກລັບທີ່ຍິ່ງໃຫຍ່ກວ່າເກົ່າ. ສິ່ງເຫຼົ່ານີ້ຈະເຮັດໃຫ້ພວກເຈົ້າຕົກຕະລຶງຢ່າງແນ່ນອນ ແລະ ເຮັດໃຫ້ພວກເຈົ້າມີຄວາມເຂົ້າໃຈກ່ຽວກັບເຮົາຫຼາຍຂຶ້ນ ນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສູດ ແລະ ໃນນັ້ນພວກເຈົ້າກໍຈະໄດ້ຮັບຮູ້ເຖິງສະຕິປັນຍາຂອງເຮົາອີກດ້ວຍ. ໃນປັດຈຸບັນ ພວກເຈົ້າຖືກນໍາມາຢູ່ຕໍ່ໜ້າພຣະເຈົ້າອົງແທ້ຈິງອົງດຽວ ທີ່ມະນຸດບໍ່ເຄີຍເຫັນຈັກເທື່ອຕັ້ງແຕ່ການຊົງສ້າງ ແລະ ບໍ່ມີຫຍັງທີ່ພິເສດກ່ຽວກັບເຮົາເລີຍ. ເຮົາກິນ, ດຳລົງຊີວິດ, ກ່າວ ແລະ ຫົວໄປກັບພວກເຈົ້າ ແລະ ເຮົາດຳລົງຊີວິດພາຍໃນຕົວພວກເຈົ້າຢູ່ຕະຫຼອດເວລາ ໃນຂະນະດຽວກັນຍັງເຄື່ອນໄຫວທ່າມກາງພວກເຈົ້າອີກດ້ວຍ. ສຳລັບຄົນທີ່ບໍ່ເຊື່ອ ຫຼື ຜູ້ທີ່ມີແນວຄິດຂອງຕົນເອງທີ່ຮ້າຍແຮງ, ສິ່ງນີ້ຄືອຸປະສັກ. ນີ້ແມ່ນສະຕິປັນຍາຂອງເຮົາ. ເຮົາຍັງຈະເປີດເຜີຍໃຫ້ບາງຄົນເຫັນໃນສິ່ງທີ່ຄວາມເປັນມະນຸດປົກກະຕິຂອງເຮົາບໍ່ຮູ້ຈັກ, ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ເຮົາບໍ່ແມ່ນພຣະເຈົ້າ. ໃນທາງກົງກັນຂ້າມ, ຂໍ້ນີ້ແມ່ນພຽງພໍທີ່ຈະພິສູດໃຫ້ເຫັນແລ້ວວ່າ ເຮົາເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດ. ສຳລັບຄົນທີ່ເຊື່ອ, ຂໍ້ນີ້ແມ່ນມີຜົນກະທົບຢ່າງແນ່ນອນ ແລະ ຍ້ອນປະເດັນນີ້ ພວກເຂົາຈຶ່ງມີຄວາມໝັ້ນໃຈໃນຕົວເຮົາຮ້ອຍເປີເຊັນ. ຢ່າໃຈຮ້ອນຫຼາຍເກີນໄປ; ເຮົາຈະເປີດເຜີຍສິ່ງຕ່າງໆໃຫ້ກັບເຈົ້າເທື່ອລະຢ່າງ.

ສຳລັບພວກເຈົ້າແລ້ວ, ເຮົາເປີດເຜີຍ ແລະ ບໍ່ໄດ້ລີ້ລັບເລີຍ. ເຖິງຢ່າງໃດກໍຕາມ ສຳລັບຄົນທີ່ບໍ່ເຊື່ອ ເຊິ່ງເປັນຄົນທີ່ໄວ້ໃຈບໍ່ໄດ້, ຜູ້ເຊິ່ງຖືກຊາຕານເຮັດໃຫ້ເສື່ອມຊາມ ເຮົາຍັງຄົງລີ້ລັບຕໍ່ໄປ. ເຖິງແນວໃດກໍຕາມ ເມື່ອເຮົາເວົ້າເຖິງການເປີດເຜີຍຕົວເຮົາເອງໃຫ້ກັບທຸກຄົນ, ເຮົາໝາຍເຖິງຄວາມຊອບທຳ, ການພິພາກສາ ແລະ ຄວາມສະຫງ່າງາມຂອງເຮົາ ເພື່ອວ່າ ພວກເຂົາຈະໄດ້ຮູ້ວ່າ ເຮົາຮັບຜິດຊອບທຸກສິ່ງຢ່າງທີ່ຢູ່ໃນຈັກກະວານ ແລະ ສິ່ງທັງປວງ. ຈົ່ງປະພຶດຕົວຢ່າງກ້າຫານ! ຈົ່ງເງີຍໜ້າຂຶ້ນ! ຢ່າຢ້ານເລີຍ ເພາະເຮົາ ຜູ້ເປັນບິດາຂອງພວກເຈົ້າ ຢູ່ທີ່ນີ້ເພື່ອສະໜັບສະໜູນພວກເຈົ້າ ແລະ ພວກເຈົ້າຈະບໍ່ທົນທຸກ. ຕາບໃດທີ່ພວກເຈົ້າອະທິຖານ ແລະ ອ້ອນວອນຕໍ່ໜ້າເຮົາຢູ່ເລື້ອຍໆ, ເຮົາຈະປະທານຄວາມເຊື່ອທັງໝົດໃຫ້ກັບພວກເຈົ້າ. ຄົນທີ່ມີລິດອຳນາດອາດເບິ່ງຈາກພາຍນອກ ຄືກັບວ່າ ເປັນຄົນຮ້າຍກາດ ແຕ່ຢ່າຢ້ານເລີຍ, ພວກເຈົ້າເປັນແບບນີ້ກໍຍ້ອນວ່າ ພວກເຈົ້າມີຄວາມເຊື່ອເລັກນ້ອຍ. ຕາບໃດທີ່ຄວາມເຊື່ອຂອງພວກເຈົ້າເຕີບໂຕ, ບໍ່ມີສິ່ງໃດທີ່ຫຍຸ້ງຍາກເກີນໄປ. ຈົ່ງຊື່ນບານ ແລະ ໂດດເຕັ້ນຈົນພວກເຈົ້າພໍໃຈ! ທຸກສິ່ງຢູ່ພາຍໃຕ້ຕີນຂອງພວກເຈົ້າ ແມ່ນຢູ່ໃນກຳມືຂອງເຮົາແລ້ວ. ພຣະທຳຂໍ້ນີ້ຂໍ້ດຽວຂອງເຮົາບໍ່ໄດ້ຕັດສິນຄວາມສຳເລັດ ຫຼື ຄວາມພິນາດບໍ?

ທຸກຄົນທີ່ເຮົາກຳລັງໃຊ້ໃນປັດຈຸບັນໄດ້ຮັບການເຫັນດີຈາກເຮົາເປັນເວລາດົນນານມາແລ້ວ. ນັ້ນກໍຄື ຄົນທີ່ຢູ່ໃນກຸ່ມລູກຊາຍກົກແມ່ນຖືກກຳນົດໄວ້ແລ້ວ ແລະ ຖືກກຳນົດໄວ້ຕັ້ງແຕ່ຕອນເຮົາສ້າງແຜ່ນດິນໂລກ. ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້ ແລະ ທຸກສິ່ງທຸກຢ່າງຕ້ອງເປັນໄປຕາມຄຳສັ່ງຂອງເຮົາ. ບໍ່ມີມະນຸດຄົນໃດທີ່ສາມາດເຮັດໄດ້; ສິ່ງເຫຼົ່ານີ້ແມ່ນການຈັດແຈງຂອງເຮົາທັງໝົດ. ມີເຮົາ ທຸກສິ່ງທຸກຢ່າງຈະໝັ້ນຄົງ ແລະ ປອດໄພ; ມີເຮົາ ທຸກສິ່ງຢ່າງຈະໄດ້ຮັບການປະຕິບັດດ້ວຍຄວາມເໝາະສົມ ແລະ ສົມຄວນ ໂດຍບໍ່ຈໍາເປັນຕ້ອງໃຊ້ຄວາມພະຍາຍາມແມ່ນແຕ່ໜ້ອຍດຽວ. ເຮົາກ່າວ ແລະ ມັນກໍຖືກສ້າງຂຶ້ນ; ເຮົາກ່າວ ແລະ ມັນກໍສຳເລັດລົງ. ດ້ວຍວ່າ ສະຖານະການສາກົນກຳລັງຢູ່ໃນຄວາມວຸ້ນວາຍ, ເປັນຫຍັງພວກເຈົ້າຈຶ່ງບໍ່ຟ້າວເລີ່ມຕົ້ນການຝຶກຝົນຂອງພວກເຈົ້າ? ພວກເຈົ້າຈະລໍຖ້າຈົນເຖິງເມື່ອໃດ? ພວກເຈົ້າຈະລໍຖ້າຈົນຮອດມື້ທີ່ຊາວຕ່າງປະເທດຫຼັ່ງໄຫຼເຂົ້າມາສູ່ປະເທດຈີນຢ່າງຫຼວງຫຼາຍເພື່ອພົບກັບພວກເຈົ້າບໍ? ໃນເມື່ອກ່ອນ ພວກເຈົ້າອາດຈະຊ້າໄປໜ້ອຍໜຶ່ງ ແຕ່ພວກເຈົ້າບໍ່ສາມາດສືບຕໍ່ເຮັດຕາມໃຈຕົນເອງໄດ້ອີກຕໍ່ໄປ! ບຸດຊາຍທັງຫຼາຍຂອງເຮົາເອີຍ! ຈົ່ງຄິດເຖິງເຈດຕະນາຢ່າງພາກພຽນຂອງເຮົາດ້ວຍ! ຄົນທີ່ເຂົ້າໃກ້ເຮົາຢູ່ຕະຫຼອດເວລາຈະໄດ້ຮັບທຸກສິ່ງທຸກຢ່າງ. ແລ້ວພວກເຈົ້າເດ ບໍ່ໄວ້ໃຈເຮົາບໍ?

ຈັງຫວະກ້າວເດີນແຫ່ງພາລະກິດຂອງເຮົາໄວຄືກັບສາຍຟ້າແມບເຫຼືອມ, ແຕ່ບໍ່ດັງຄືສຽງຟ້າຮ້ອງທີ່ດັງກຶກກ້ອງຢ່າງແນ່ນອນ. ພວກເຈົ້າເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງພຣະທຳເຫຼົ່ານີ້ບໍ? ພວກເຈົ້າຕ້ອງສາມາດປະສານກັບເຮົາໃຫ້ໄດ້ດີຂຶ້ນກວ່ານີ້ ແລະ ຈົ່ງຄຳນຶງເຖິງເຈດຕະນາຂອງເຮົາ. ພວກເຈົ້າຢາກໄດ້ຮັບພອນ, ແຕ່ຍັງຢ້ານການທົນທຸກ; ພວກເຈົ້າບໍ່ແມ່ນສອງຈິດສອງໃຈບໍ? ໃຫ້ເຮົາບອກເຈົ້າເທີດ! ຖ້າຄົນໜຶ່ງປາຖະໜາທີ່ຈະຮັບເອົາການອວຍພອນໃນປັດຈຸບັນ ແຕ່ບໍ່ຍອມເສຍສະຫຼະທຸກສິ່ງຢ່າງຈົນເຖິງເວລາສຸດທ້າຍນັ້ນ ແລ້ວສິ່ງທີ່ພວກເຈົ້າຈະໄດ້ຮັບກໍຄືການລົງໂທດ ແລະ ການພິພາກສາຂອງເຮົາ. ເຖິງຢ່າງໃດກໍຕາມ, ຄົນທີ່ເສຍສະຫຼະທຸກຢ່າງກໍຈະພົບກັບສັນຕິສຸກໃນທຸກຢ່າງ ແລະ ມີທຸກສິ່ງຢ່າງທີ່ອຸດົມສົມບູນ ແລະ ທຸກສິ່ງຢ່າງທີ່ພວກເຂົາໄດ້ຮັບກໍຈະເປັນການອວຍພອນຂອງເຮົາ. ສິ່ງທີ່ຈຳເປັນຢ່າງຮີບດ່ວນໃນປັດຈຸບັນນີ້ ກໍຄືຄວາມເຊື່ອຂອງພວກເຈົ້າ ແລະ ເພື່ອໃຫ້ພວກເຈົ້າຊົດໃຊ້ກໍາຂອງພວກເຈົ້າທີ່ກະທໍາໄວ້. ຢ່າໄດ້ຕີຄວາມໝາຍເຈດຕະນາຂອງເຮົາຜິດ. ທຸກສິ່ງທຸກຢ່າງຈະເກີດຂຶ້ນເປັນຈິງ ແລະ ພວກເຈົ້າກໍຈະເຫັນມັນດ້ວຍຕາຂອງພວກເຈົ້າເອງ ແລະ ຜະເຊີນກັບມັນດ້ວຍຕົວເຈົ້າເອງ. ມີເຮົາ, ກໍຈະບໍ່ມີຄຳເວົ້າທີ່ຈອມປອມ ຫຼື ການເວົ້າຕົວະ; ທຸກສິ່ງທີ່ເຮົາກ່າວແມ່ນເປັນຄວາມຈິງທັງໝົດ ແລະ ບໍ່ໄດ້ຂາດສະຕິປັນຍາ. ຢ່າເຊື່ອເຄິ່ງໜຶ່ງ ແລະ ສົງໄສເຄິ່ງໜຶ່ງ. ເຮົານີ້ແຫຼະແມ່ນຜູ້ທີ່ສຳເລັດທຸກສິ່ງທຸກຢ່າງທ່າມກາງພວກເຈົ້າ ແລະ ແມ່ນເຮົານີ້ແຫຼະ ທີ່ເປັນຜູ້ພິພາກສາ ແລະ ຈັດແບ່ງຄົນທີ່ກະທຳຄວາມດີອອກຈາກຄວາມຊົ່ວ. ເຮົາຮັກພວກເຈົ້າ ແລະ ເຮົາເຮັດໃຫ້ພວກເຈົ້າສົມບູນແບບ. ເຖິງຢ່າງໃດກໍຕາມ ສຳລັບພວກເຂົາແລ້ວ ເຮົາເປັນສິ່ງທີ່ກົງກັນຂ້າມຢ່າງສິ້ນເຊີງ ນັ້ນກໍຄື ຄວາມກຽດຊັງ ແລະ ຄວາມພິນາດ ໂດຍບໍ່ມີສາເຫດ ແລະ ຜົນພິສູດຫຍັງເລີຍ. ຄວາມອຸດົມສົມບູນຂອງເຮົາຝັງຕິດຢູ່ໃນທຸກສິ່ງທຸກຢ່າງທີ່ເຮົາກ່າວ ແລະ ກະທຳ. ພວກເຈົ້າໄດ້ກວດສອບເບິ່ງສິ່ງເຫຼົ່ານັ້ນຢ່າງລະອຽດແລ້ວບໍ? ພຣະທຳບາງຂໍ້ ເຮົາກໍໄດ້ເວົ້າໄປຫຼາຍເທື່ອແລ້ວ ສະນັ້ນ ເປັນຫຍັງພວກເຈົ້າຈຶ່ງຍັງບໍ່ເຂົ້າໃຈໃນສິ່ງທີ່ເຮົາກ່າວນັ້ນວ່າ ເຮົາໝາຍເຖິງຫຍັງ? ຫຼັງຈາກທີ່ເຈົ້າອ່ານພຣະທຳຂອງເຮົາ ທຸກສິ່ງທຸກຢ່າງຈະເປັນໄປຕາມສິ່ງທີ່ມັນຄວນເປັນບໍ? ແລ້ວທຸກສິ່ງທຸກຢ່າງຈະຖືກເຮັດໃຫ້ສຳເລັດບໍ? ເຈົ້າບໍ່ມີເຈດຕະນາທີ່ຈະຄິດເຖິງຫົວໃຈຂອງເຮົາເລີຍ. ເປັນຫຍັງເຮົາຈຶ່ງເວົ້າວ່າ ເຮົາມີອຳນາດຢ່າງສົມບູນ, ມີສະຕິປັນຍາຮອບດ້ານ, ເປັນພຣະເຈົ້າອົງແທ້ຈິງອົງດຽວ ຜູ້ເຊິ່ງເບິ່ງລົງເລິກໄປໃນຫົວໃຈຂອງຜູ້ຄົນ? ເຈົ້າຍັງບໍ່ເຂົ້າໃຈຄວາມໝາຍຂອງພຣະທຳເຫຼົ່ານີ້ບໍ? ເຈົ້າໄດ້ທ່ອງຂຶ້ນໃຈພຣະທຳແຕ່ລະຂໍ້ທີ່ເຮົາເໜັ້ນໜັກໃນນີ້ຢູ່ບໍ່? ແລ້ວສິ່ງເຫຼົ່ານັ້ນໄດ້ກາຍມາເປັນຫຼັກການໃນການປະພຶດຕົນຂອງເຈົ້າແລ້ວບໍ?

ເຮົາຢືນຢູ່ເໜືອທຸກສິ່ງທຸກຢ່າງ, ສັງເກດເຫັນຈັກກະວານທັງປວງ. ເຮົາຈະສຳແດງລິດອຳນາດທີ່ຍິ່ງໃຫຍ່ຂອງເຮົາ ແລະ ສະຕິປັນຍາທັງໝົດຂອງເຮົາໃຫ້ກັບທຸກຊົນຊາດ ແລະ ປະຊາຊົນທຸກຄົນ. ຢ່າໄດ້ເຮັດໃນສິ່ງທີ່ພວກເຈົ້າສາມາດເຮັດໄດ້ເພື່ອພຽງແຕ່ສະແຫວງຫາຄວາມສຸກໃນຕອນນີ້. ເມື່ອທຸກຊົນຊາດໃນແຜ່ນດິນໂລກຮ່ວມເຂົ້າກັນເປັນອັນໜຶ່ງອັນດຽວ, ແລ້ວມີຫຍັງແດ່ທີ່ຈະເປັນຂອງພວກເຈົ້າ? ເຖິງແນວໃດກໍຕາມ ເຮົາຈະບໍ່ປ່ອຍໃຫ້ພວກເຈົ້າຂາດເຂີນໃນຕອນນີ້ ຫຼື ເຮົາຈະບໍ່ຍອມໃຫ້ພວກເຈົ້າທົນທຸກ. ຈົ່ງເຊື່ອວ່າ ເຮົາເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດ! ທຸກສິ່ງທຸກຢ່າງຈະຕ້ອງຖືກເຮັດໃຫ້ສຳເລັດ ແລະ ດີຂຶ້ນຢູ່ສະເໝີ! ບຸດຊາຍກົກທັງຫຼາຍຂອງເຮົາເອີຍ! ການອວຍພອນທຸກຢ່າງຈະມາເຖິງພວກເຈົ້າແລ້ວ! ພວກເຈົ້າຈະໄດ້ຮັບພອນເຫຼົ່ານັ້ນໂດຍບໍ່ມີວັນສິ້ນສຸດ, ຖືກສະໜອງໃຫ້ໂດຍບໍ່ຮູ້ຈັກໝົດ, ມີຄວາມຮັ່ງມີ ແລະ ອຸດົມສົມບູນ ທີ່ເຕັມປ່ຽມດ້ວຍຄວາມປະສົບຜົນສໍາເລັດ!

ກ່ອນນີ້: ບົດທີ 74

ຕໍ່ໄປ: ບົດທີ 76

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້