ບົດທີ 74

ຄົນທີ່ອ່ານພຣະທຳຂອງເຮົາ ແລະ ເຊື່ອວ່າພຣະທຳເຫຼົ່ານັ້ນຈະຖືກເຮັດໃຫ້ສຳເລັດ ກໍເປັນສຸກ, ເຮົາຈະບໍ່ປະຕິບັດຕໍ່ເຈົ້າແບບຜິດໆເລີຍ; ແຕ່ຈະເຮັດໃຫ້ສິ່ງທີ່ເຈົ້າເຊື່ອນັ້ນສຳເລັດໃນຕົວເຈົ້າ. ນີ້ແມ່ນພອນຂອງເຮົາທີ່ຈະມາເຖິງເຈົ້າ. ພຣະທຳຂອງເຮົາໂຈມຕີຄວາມລັບທີ່ລີ້ລັບຢູ່ໃນທຸກຄົນຕາມຄາດໝາຍ; ທຸກຄົນມີບາດແຜຂອງມະນຸດ ແລະ ເຮົາເປັນໝໍດີທີ່ຮັກສາພວກເຂົາ: ພຽງແຕ່ໃຫ້ມາຢູ່ຕໍ່ໜ້າເຮົາ. ເປັນຫຍັງເຮົາຈຶ່ງເວົ້າວ່າໃນອະນາຄົດ ຈະບໍ່ມີໂສກເສົ້າ ແລະ ບໍ່ມີນໍ້າຕາອີກຕໍ່ໄປ? ມັນເປັນຍ້ອນເຫດຜົນນີ້. ໃນເຮົາ, ທຸກສິ່ງຖືກເຮັດໃຫ້ສຳເລັດ, ແຕ່ໃນມະນຸດ ທຸກສິ່ງລ້ວນແລ້ວແຕ່ເສື່ອມຊາມ, ວ່າງເປົ່າ ແລະ ຫຼອກລວງສຳລັບມະນຸດ. ຕໍ່ໜ້າເຮົາ, ເຈົ້າຈະຮັບທຸກສິ່ງຢ່າງແນ່ນອນ ແລະ ເຈົ້າຈະສາມາດທັງເຫັນ ແລະ ຊື່ນຊົມພອນທຸກຢ່າງທີ່ເຈົ້າບໍ່ສາມາດຈິນຕະນາການໄດ້ຢ່າງແນ່ນອນ. ຄົນທີ່ບໍ່ມາຢູ່ຕໍ່ໜ້າເຮົາເປັນຄົນກະບົດຢ່າງແນ່ນອນ ແລະ ເປັນຄົນທີ່ຕໍ່ຕ້ານເຮົາຢ່າງແນ່ນອນ. ເຮົາຈະບໍ່ປ່ອຍພວກເຂົາໄປງ່າຍໆຢ່າງແນ່ນອນ; ເຮົາຈະຂ້ຽນຕີຄົນປະເພດນີ້ຢ່າງຮຸນແຮງ. ໃຫ້ຈື່ສິ່ງນີ້ໄວ້! ຍິ່ງຜູ້ຄົນມາຢູ່ຕໍ່ໜ້າເຮົາຫຼາຍສໍ່າໃດ, ພວກເຂົາກໍຍິ່ງຈະໄດ້ຮັບຫຼາຍຂຶ້ນ, ເຖິງແມ່ນວ່າມັນຈະເປັນພຽງຄວາມກະລຸນາ. ຈັກໜ້ອຍ, ພວກເຂົາຈະໄດ້ຮັບພອນທີ່ຍິ່ງໃຫຍ່ຫຼາຍກວ່າເກົ່າ.

ຕັ້ງແຕ່ການເນລະມິດສ້າງແຜ່ນດິນໂລກ, ເຮົາກໍເລີ່ມກຳນົດໂຊກຊະຕາ ແລະ ຄັດເລືອກຄົນກຸ່ມນີ້ ກ່າວຄື ພວກເຈົ້າໃນປັດຈຸບັນ. ອາລົມ, ຄວາມສາມາດ, ຮູບຮ່າງ ແລະ ວຸດທິພາວະ, ຄອບຄົວທີ່ພວກເຈົ້າເກີດ, ອາຊີບຂອງເຈົ້າ ແລະ ການແຕ່ງດອງຂອງເຈົ້າ, ທັງໝົດຂອງເຈົ້າ, ແມ່ນແຕ່ສີຜົມຂອງເຈົ້າ ແລະ ຜິວຂອງເຈົ້າ ແລະ ເວລາທີ່ເຈົ້າເກີດລ້ວນແລ້ວແຕ່ຖືກຈັດແຈງໂດຍມືຂອງເຮົາ. ແມ່ນແຕ່ສິ່ງທີ່ເຈົ້າເຮັດ ແລະ ຄົນທີ່ເຈົ້າພົບໃນແຕ່ລະມື້ກໍຖືກຈັດກຽມໂດຍມືຂອງເຮົາ, ບໍ່ຕ້ອງເອີຍເຖິງຄວາມຈິງທີ່ວ່າ ການນໍາເຈົ້າເຂົ້າມາຢູ່ຕໍ່ໜ້າເຮົາໃນປັດຈຸບັນກໍແມ່ນການຈັດແຈງຂອງເຮົາແທ້ໆ. ຢ່າໂຍນຕົນເອງເຂົ້າສູ່ຄວາມວຸ້ນວາຍເລີຍ; ເຈົ້າຄວນດຳເນີນຕໍ່ໄປແບບໃຈເຢັນ. ສິ່ງທີ່ເຮົາຍອມໃຫ້ເຈົ້າໄດ້ຮັບໃນປັດຈຸບັນແມ່ນສ່ວນແບ່ງທີ່ເຈົ້າສົມຄວນໄດ້ຮັບ ແລະ ມັນຖືກກຳນົດລ່ວງໜ້າໂດຍເຮົາຕັ້ງແຕ່ການເນລະມິດສ້າງໂລກແລ້ວ. ມະນຸດລ້ວນແລ້ວແຕ່ຮຸນແຮງຫຼາຍ, ຖ້າພວກເຂົາບໍ່ຫົວແຂງເກີນໄປ ກໍບໍ່ມີຢາງອາຍທີ່ສຸດ. ພວກເຂົາບໍ່ສາມາດເລີ່ມເຮັດສິ່ງຕ່າງໆຕາມແຜນການ ແລະ ການຈັດແຂງຂອງເຮົາໄດ້. ຢ່າເຮັດແບບນີ້ອີກຕໍ່ໄປເລີຍ. ໃນເຮົາ ທຸກຄົນຖືກປົດປ່ອຍແລ້ວ; ຢ່າຜູກມັດຕົນເອງ ຍ້ອນຈະມີການສູນເສຍກ່ຽວກັບຊີວິດຂອງເຈົ້າ. ໃຫ້ຈື່ສິ່ງນີ້ໄວ້!

ຈົ່ງເຊື່ອວ່າທຸກສິ່ງຢູ່ໃນມືຂອງເຮົາ. ສິ່ງທີ່ຖືວ່າເລິກລັບຕໍ່ພວກເຈົ້າໃນອະດີດລ້ວນແລ້ວແຕ່ຖືກເປີດເຜີຍອອກໃນປັດຈຸບັນ; ພວກມັນບໍ່ຖືກປິດບັງອີກຕໍ່ໄປ (ຍ້ອນເຮົາໄດ້ເວົ້າວ່າ ໃນອະນາຄົດ ຈະບໍ່ມີຫຍັງທີ່ຄົງລີ້ລັບອີກຕໍ່ໄປ). ຜູ້ຄົນໃຈຮ້ອນຢູ່ເລື້ອຍໆ; ພວກເຂົາກັງວົນໃຈເກີນໄປທີ່ຈະເຮັດໃຫ້ສິ່ງຕ່າງໆສຳເລັດ ແລະ ບໍ່ພິຈາລະນາເຖິງສິ່ງທີ່ຢູ່ໃນຫົວໃຈຂອງເຮົາ. ເຮົາກຳລັງຝຶກຝົນພວກເຈົ້າເພື່ອພວກເຈົ້າຈະແບ່ງເບົາພາລະຂອງເຮົາ ແລະ ຄຸ້ມຄອງຄົວເຮືອນຂອງເຮົາ. ເຮົາຕ້ອງການໃຫ້ພວກເຈົ້າເຕີບໃຫຍ່ຢ່າງໄວ ເພື່ອວ່າພວກເຈົ້າຈະສາມາດນໍາພາອ້າຍນ້ອງຂອງພວກເຈົ້າ ຜູ້ທີ່ໜຸ່ມກວ່າພວກເຈົ້າ ແລະ ເພື່ອວ່າພວກເຮົາ ຜູ້ເຊິ່ງເປັນພຣະບິດາ ແລະ ລູກຊາຍ ອາດຈະຮ່ວມກັນໃໝ່ໃນໄວໆນີ້, ບໍ່ອອກຫ່າງຈາກກັນອີກຈັກເທື່ອເລີຍ. ສິ່ງນີ້ຈະບັນລຸຕາມເຈດຕະນາໃນຫົວໃຈຂອງເຮົາ. ຄວາມເລິກລັບໄດ້ຖືກເປີດເຜີຍໃຫ້ກັບທຸກຄົນແລ້ວ ແລະ ບໍ່ມີຫຍັງທີ່ຄົງລີ້ລັບອີກເລີຍ: ເຮົາ ຜູ້ເຊິ່ງເປັນພຣະເຈົ້າທີ່ສົມບູນ ຜູ້ທີ່ມີທັງຄວາມເປັນມະນຸດທຳມະດາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນ ຖືກເປີດເຜີຍຕໍ່ຕາຂອງພວກເຈົ້າທັນທີໃນປັດຈຸບັນ. ຄວາມເປັນຢູ່ທັງໝົດຂອງເຮົາ (ເຄື່ອງແຕ່ງຕົວ, ລັກສະນະພາຍນອກ ແລະ ຮູບຮ່າງທາງຮ່າງກາຍ) ແມ່ນການສະແດງອອກທີ່ສົມບູນຂອງພຣະເຈົ້າເອງ; ມັນຄື ການປາກົດຮູບຮ່າງຂອງພຣະເຈົ້າທີ່ມະນຸດໄດ້ຈິນຕະນາການຕັ້ງແຕ່ການເນລະມິດສ້າງໂລກ ແຕ່ບໍ່ມີໃຜເຫັນໄດ້. ເຫດຜົນທີ່ການກະທຳຂອງເຮົາເປັນໄປຕາມພຣະທຳຂອງເຮົາກໍຄື ຄວາມເປັນມະນຸດທຳມະດາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນໄດ້ເສີມສ້າງກັນ ແລະ ກັນ; ຍິ່ງໄປກວ່ານັ້ນ ສິ່ງນີ້ເຮັດໃຫ້ທຸກຄົນເຫັນວ່າ ຕົວຕົນທຳມະດາທີ່ມີລິດອຳນາດຢ່າງຫຼວງຫຼາຍແບບນີ້. ພວກເຈົ້າທີ່ເຊື່ອໃນເຮົາຢ່າງແທ້ຈິງກໍຍ້ອນເຮົາໄດ້ມອບຫົວໃຈທີ່ແທ້ຈິງໃຫ້ກັບເຈົ້າເພື່ອເຮັດໃຫ້ເຈົ້າສາມາດຮັກເຮົາໄດ້. ເມື່ອເຮົາຈັດການກັບເຈົ້າ, ເຮົາກໍໄດ້ສ່ອງແສງໃຫ້ແກ່ເຈົ້າ ແລະ ສ່ອງສະຫວ່າງໃຫ້ແກ່ເຈົ້າ ແລະ ຜ່ານສິ່ງນີ້ ເຮົາເຮັດໃຫ້ເຈົ້າຮູ້ຈັກເຮົາ. ຜົນຕາມມາກໍຄື ບໍ່ວ່າເຮົາຈະຈັດການກັບເຈົ້າແນວໃດກໍຕາມ, ເຈົ້າຈະບໍ່ແລ່ນໜີ; ກົງກັນຂ້າມ, ເຈົ້າຈະຍິ່ງແນ່ໃຈໃນຕົວເຮົາຂຶ້ນເລື້ອຍໆ. ເມື່ອເຈົ້າອ່ອນແອ, ສິ່ງນີ້ກໍຄືການຈັດແຈງຂອງເຮົາເຊັ່ນກັນ ແລະ ມັນເຮັດໃຫ້ເຈົ້າເຫັນວ່າ ຖ້າເຈົ້າຈາກເຮົາໄປ, ເຈົ້າຈະຕາຍ ແລະ ແຫ່ວແຫ້ງ. ຈາກສິ່ງນັ້ນ ເຈົ້າອາດຮຽນຮູ້ວ່າເຮົາຄືຊີວິດຂອງເຈົ້າ. ໃນຂະນະທີ່ເຈົ້າເລີ່ມເຂັ້ມແຂງຂຶ້ນຫຼັງຈາກທີ່ອ່ອນແອ, ມັນຈະເຮັດໃຫ້ເຈົ້າເຫັນວ່າຄວາມອ່ອນແອ ຫຼື ຄວາມເຂັ້ມແຂງບໍ່ໄດ້ຂຶ້ນກັບເຈົ້າ, ແຕ່ຂຶ້ນກັບເຮົາທັງໝົດ.

ຄວາມເລິກລັບທັງໝົດໄດ້ຖືກເປີດເຜີຍຢ່າງສົມບູນ. ສຳລັບກິດຈະກຳໃນອະນາຄົດຂອງພວກເຈົ້າ, ເຮົາຈະໃຫ້ຄໍາສັ່ງຂອງເຮົາເທື່ອລະຄັ້ງ. ເຮົາຈະບໍ່ຄຸມເຄືອ; ເຮົາຈະຊັດເຈນຢ່າງທີ່ສຸດ ແລະ ແມ່ນແຕ່ເວົ້າກັບພວກເຈົ້າໂດຍກົງ; ນີ້ກໍເພື່ອວ່າພວກເຈົ້າຈະບໍ່ຈຳເປັນຕ້ອງໄຕ່ຕອງສິ່ງຕ່າງໆດ້ວຍຕົວຂອງພວກເຈົ້າເອງ, ເພື່ອບໍ່ໃຫ້ພວກເຈົ້າທຳລາຍການຄຸ້ມຄອງຂອງເຮົາ. ມັນເປັນຍ້ອນເຫດຜົນນີ້ ເຮົາຈຶ່ງຢໍ້າແລ້ວຢໍ້າອີກວ່າ ຈະບໍ່ມີສິ່ງທີ່ລີ້ລັບອີກ ຕັ້ງແຕ່ນີ້ເປັນຕົ້ນໄປ.

ກ່ອນນີ້: ບົດທີ 73

ຕໍ່ໄປ: ບົດທີ 75

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້