ບົດທີ 73

ພຣະທຳຂອງເຮົາຖືກເຮັດໃຫ້ສຳເລັດທັນທີທີ່ເຮົາກ່າວອອກມາ; ພຣະທຳເຫຼົ່ານັ້ນບໍ່ເຄີຍປ່ຽນແປງຈັກເທື່ອ ແລະ ຖືກຕ້ອງທັງໝົດ. ຈົ່ງຈື່ສິ່ງນີ້ໄວ້! ເຈົ້າຕ້ອງພິຈາລະນາພຣະທຳ ແລະ ວະລີທຸກຂໍ້ທີ່ອອກມາຈາກປາກຂອງເຮົາຢ່າງລະອຽດ. ຈົ່ງລະມັດລະວັງເພີ່ມຂຶ້ນຕື່ມ ເພື່ອບໍ່ໃຫ້ເຈົ້າໄດ້ຮັບຄວາມສູນເສຍ ແລະ ໄດ້ຮັບແຕ່ການພິພາກສາຂອງເຮົາ, ຄວາມໂກດຮ້າຍຂອງເຮົາ, ການເຜົາໄໝ້ຂອງເຮົາເທົ່ານັ້ນ. ບັດນີ້ ພາລະກິດຂອງເຮົາກຳລັງເຄື່ອນໄປຢ່າງໄວຫຼາຍ, ເຖິງແມ່ນວ່າມັນບໍ່ສົມບູນ; ມັນກໍປານີດຫຼາຍຈົນໃນຄວາມເປັນຈິງແລ້ວ ມັນບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ ແລະ ບໍ່ສາມາດຈັບຕ້ອງໄດ້ດ້ວຍມືຂອງມະນຸດ. ມັນປານີດເປັນພິເສດ. ເຮົາບໍ່ເຄີຍກ່າວພຣະທໍາທີ່ວ່າງເປົ່າຈັກເທື່ອ ແລະ ທຸກສິ່ງທີ່ເຮົາກ່າວລ້ວນແລ້ວແຕ່ເປັນຈິງ. ເຈົ້າຄວນເຊື່ອວ່າ ພຣະທຳທຸກຂໍ້ເປັນຈິງ ແລະ ຖືກຕ້ອງ. ຢ່າເລີນເລີ້; ນີ້ຄືຊ່ວງເວລາທີ່ສຳຄັນ! ບໍ່ວ່າເຈົ້າຈະໄດ້ຮັບພອນ ຫຼື ຄວາມໂຊກຮ້າຍກໍຈະຖືກກຳນົດໃນຊ່ວງເວລານີ້ ແລະ ຄວາມແຕກຕ່າງແມ່ນຄືກັບລະຫວ່າງສະຫວັນ ແລະ ແຜ່ນດິນໂລກ. ບໍ່ວ່າເຈົ້າຈະໄປສະຫວັນ ຫຼື ດິນແດນມໍລະນາ ກໍລ້ວນແລ້ວແຕ່ຢູ່ໃນການຄວບຄຸມຂອງເຮົາທັງໝົດ. ຄົນທີ່ໄປດິນແດນມໍລະນາກໍຕໍ່ສູ້ກັບການດີ້ນລົນຄັ້ງສຸດທ້າຍກ່ອນຕາຍ, ໃນຂະນະທີ່ຄົນໄປສະຫວັນກຳລັງທົນທຸນເປັນຄັ້ງສຸດທ້າຍ ແລະ ເສຍສະຫຼະເປັນຄັ້ງສຸດທ້າຍສຳລັບເຮົາ ແລະ ທຸກສິ່ງທີ່ພວກເຂົາຈະເຮັດໃນອະນາຄົດກ່ຽວຂ້ອງກັບການເພີດເພີນ ແລະ ການສັນລະເສີນ ໂດຍບໍ່ມີສິ່ງເລັກນ້ອຍໃດໆມາລົບກວນພວກເຂົາ (ການແຕ່ງດອງ, ວຽກງານ, ຄວາມຮັ່ງມີທີ່ແສນລຳບາກ, ສະຖານະ ແລະ ອື່ນໆອີກ). ແຕ່ສຳລັບຄົນທີ່ໄປດິນແດນມໍລະນາ, ການທົນທຸກຂອງພວກເຂົາແມ່ນຕະຫຼອດການ (ສິ່ງນີ້ໝາຍເຖິງຈິດໃຈ, ວິນຍານ ແລະ ຮ່າງກາຍຂອງພວກເຂົາ), ພວກເຂົາຈະບໍ່ສາມາດໜີຈາກມືແຫ່ງການພິພາກສາຂອງເຮົາໄດ້ຈັກເທື່ອ. ສອງດ້ານນີ້ບໍ່ສາມາດເຂົ້າກັນໄດ້ຄືກັບໄຟ ແລະ ນໍ້າ. ພວກມັນບໍ່ໄດ້ປະປົນກັນແມ່ນແຕ່ໜ້ອຍດຽວ: ຄົນທີ່ໄດ້ທົນທຸກກັບຄວາມໂຊກຮ້າຍກໍຈະສືບຕໍ່ທົນທຸກກັບຄວາມໂຊກຮ້າຍ, ໃນຂະນະທີ່ຄົນທີ່ໄດ້ຮັບພອນກໍຈະມີຄວາມສຸກຈົນພວກເຂົາພໍໃຈ.

ທຸກເຫດການ ແລະ ທຸກສິ່ງແມ່ນຖືກຄວບຄຸມໂດຍເຮົາ ຍິ່ງໄປກວ່ານັ້ນ ພວກເຈົ້າ ຜູ້ເປັນລູກຊາຍຂອງເຮົາ, ຜູ້ເປັນທີ່ຮັກຂອງເຮົາແມ່ນຍິ່ງເປັນຄົນຂອງເຮົາ. ເຈົ້າເປັນແກ້ວຜະລຶກແຫ່ງແຜນການຄຸ້ມຄອງ 6.000 ປີ ຂອງເຮົາ, ເປັນຊັບສົມບັດຂອງເຮົາ. ທຸກຄົນທີ່ເຮົາຮັກເປັນທີ່ພໍໃຈໃນສາຍຕາເຮົາ, ເພາະວ່າ ພວກເຂົາສຳແດງອອກເຖິງເຮົາ; ທຸກຄົນທີ່ເຮົາຊັງ ເຮົາກໍກຽດຊັງໂດຍບໍ່ຫຼຽວເບິ່ງພວກເຂົາເລີຍ, ເພາະວ່າ ພວກເຂົາເປັນເຊື້ອສາຍຂອງຊາຕານ ແລະ ເປັນຄົນຂອງຊາຕານ. ໃນປັດຈຸບັນ, ທຸກຄົນຄວນວິເຄາະເບິ່ງຕົນເອງ: ຖ້າເຈດຕະນາຂອງເຈົ້າຖືກຕ້ອງ ແລະ ເຈົ້າຮັກເຮົາຢ່າງແທ້ຈິງ, ແລ້ວເຈົ້າກໍຈະຖືກເຮົາຮັກຢ່າງແນ່ນອນ. ເຈົ້າຕ້ອງຮັກເຮົາຢ່າງແທ້ຈິງ ແລະ ຕ້ອງບໍ່ຫຼອກລວງເຮົາ! ເຮົາເປັນພຣະເຈົ້າທີ່ສໍາຫຼວດເຖິງຈຸດເລິກສຸດໃນຫົວໃຈຂອງຜູ້ຄົນ! ຖ້າເຈດຕະນາຂອງເຈົ້າຜິດ ແລະ ເຈົ້າເຢັນຊາ ແລະ ບໍ່ຊື່ສັດຕໍ່ເຮົາ, ແລ້ວເຈົ້າກໍຈະຖືກເຮົາກຽດຊັງຢ່າງແນ່ນອນ ແລະ ເຈົ້າກໍຈະບໍ່ຖືກເຮົາເລືອກ ຫຼື ຖືກເຮົາແຕ່ງຕັ້ງໄວ້ລ່ວງໜ້າ. ເຈົ້າມີແຕ່ລໍຖ້າເຖິງເວລາໄປນະຮົກເລີຍ! ຄົນອື່ນອາດບໍ່ສາມາດເຫັນສິ່ງເຫຼົ່ານີ້ໄດ້, ແຕ່ມີພຽງເຈົ້າ ແລະ ເຮົາ ຜູ້ເຊິ່ງເປັນພຣະເຈົ້າທີ່ເບິ່ງເລິກລົງໄປໃນຫົວໃຈຂອງຜູ້ຄົນ ທີ່ຮູ້ຈັກສິ່ງເຫຼົ່ານີ້ໄດ້. ສິ່ງເຫຼົ່ານີ້ຈະຖືກເປີດເຜີຍໃນເວລາໃດໜຶ່ງຢ່າງແນ່ນອນ. ຄົນຈິງໃຈບໍ່ຈຳເປັນຕ້ອງກັງວົນໃຈ ແລະ ຄົນບໍ່ຈິງໃຈບໍ່ຈຳເປັນຕ້ອງຢ້ານ. ມັນລ້ວນແລ້ວແຕ່ເປັນສ່ວນໜຶ່ງຂອງການຈັດແຈງຢ່າງຫຼັກແຫຼມຂອງເຮົາ.

ພາລະກິດທີ່ມີແມ່ນຮີບດ່ວນ ແລະ ລໍາບາກ ແລະ ຕ້ອງການໃຫ້ພວກເຈົ້າເສຍສະຫຼະເພື່ອເຮົາຄັ້ງສຸດທ້າຍເພື່ອເຮັດໃຫ້ພາລະກິດສຸດທ້າຍນີ້ສຳເລັດ. ເງື່ອນໄຂຂອງເຮົາກໍບໍ່ໄດ້ຮຽກຮ້ອງຫຍັງຫຼາຍ: ເຮົາພຽງແຕ່ຕ້ອງການໃຫ້ພວກເຈົ້າສາມາດປະສານງານກັບເຮົາໃຫ້ດີ, ເຮັດໃຫ້ເຮົາພໍໃຈໃນທຸກສິ່ງ, ປະຕິບັດຕາມການນໍາພາຂອງເຮົາທີ່ຢູ່ພາຍໃນຕົວເຈົ້າ. ຢ່າຕາບອດ; ໃຫ້ມີເປົ້າໝາຍ ແລະ ພະຍາຍາມຮຽນຮູ້ເຈດຕະນາຂອງເຮົາຈາກທຸກດ້ານ ແລະ ໃນທຸກໆສິ່ງ. ນີ້ກໍຍ້ອນວ່າ ເຮົາບໍ່ໄດ້ເປັນພຣະເຈົ້າທີ່ລີ້ລັບສຳລັບພວກເຈົ້າອີກຕໍ່ໄປ ແລະ ເຈົ້າຕ້ອງຊັດເຈນໃນສິ່ງນີ້ເພື່ອຈະໄດ້ເຂົ້າໃຈເຈດຕະນາຂອງເຮົາ. ໃນໄລຍະເວລາສັ້ນໆນີ້, ພວກເຈົ້າຈະບໍ່ພຽງແຕ່ພົບກັບຄົນຕ່າງຊາດທີ່ສະແຫວງຫາຫົນທາງທີ່ແທ້ຈິງ, ສິ່ງທີ່ຍິ່ງສຳຄັນໄປກວ່ານັ້ນກໍຄື ພວກເຈົ້າຕ້ອງມີຄວາມສາມາດທີ່ຈະລ້ຽງດູພວກເຂົາ. ນັ້ນແມ່ນເຈດຕະນາອັນຮີບດ່ວນຂອງເຮົາ. ມັນຮັບບໍ່ໄດ້ຖ້າເຈົ້າບໍ່ສາມາດເຫັນສິ່ງນີ້ໄດ້. ເຖິງຢ່າງໃດກໍຕາມ ເຈົ້າຕ້ອງເຊື່ອໃນອຳນາດອັນໄພສານຂອງເຮົາ. ຕາບໃດທີ່ຜູ້ຄົນຖືກຕ້ອງ, ເຮົາຈະຝຶກຝົນພວກເຂົາໃຫ້ເປັນທະຫານທີ່ດີຢ່າງແນ່ນອນ. ທຸກສິ່ງຖືກຈັດແຈງໂດຍເຮົາຢ່າງເໝາະສົມແລ້ວ. ພວກເຈົ້າຕ້ອງມີຄວາມປາຖະໜາທີ່ຈະທົນທຸກເພື່ອເຮົາ. ນີ້ແມ່ນຊ່ວງເວລາທີ່ສຳຄັນ. ຢ່າພາດມັນເລີຍ! ເຮົາຈະບໍ່ຈົມປັກຢູ່ກັບສິ່ງຕ່າງໆທີ່ພວກເຈົ້າເຮັດໃນອະດີດ. ພວກເຈົ້າຕ້ອງອະທິຖານ ແລະ ອ້ອນວອນຢູ່ຕໍ່ໜ້າເຮົາເລື້ອຍໆ; ເຮົາຈະປະທານຄວາມກະລຸນາຢ່າງພຽງພໍໃຫ້ກັບເຈົ້າເພື່ອຄວາມສຸກ ແລະ ການນໍາໃຊ້ຂອງເຈົ້າ. ຄວາມກະລຸນາ ແລະ ພອນແມ່ນບໍ່ຄືກັນ. ສິ່ງທີ່ພວກເຈົ້າກຳລັງໄດ້ຮັບໃນປັດຈຸບັນນີ້ແມ່ນຄວາມກະລຸນາຂອງເຮົາ ແລະ ໃນສາຍຕາຂອງເຮົາແລ້ວ ສິ່ງນີ້ບໍ່ສົມຄວນເອີຍເຖິງເລີຍ, ແຕ່ສໍາລັບການອວຍພອນແມ່ນສິ່ງທີ່ພວກເຈົ້າຈະໄດ້ຮັບໂດຍບໍ່ມີສິ້ນສຸດໃນອະນາຄົດ. ສິ່ງເຫຼົ່ານັ້ນແມ່ນພອນທີ່ຜູ້ຄົນບໍ່ໄດ້ຄິດໃສ່ໃຈ ແລະ ເປັນສິ່ງທີ່ບໍ່ສາມາດຈິນຕະນາການໄດ້. ນີ້ແມ່ນເຫດຜົນທີ່ເຮົາກ່າວວ່າ ພວກເຈົ້າໄດ້ຮັບພອນ ແລະ ມັນຄືພອນທີ່ມະນຸດຍັງບໍ່ໄດ້ຮັບຕັ້ງແຕ່ການເນລະມິດສ້າງ.

ເຮົາໄດ້ເປີດເຜີຍທຸກສິ່ງຂອງເຮົາຕໍ່ພວກເຈົ້າແລ້ວ. ເຮົາພຽງແຕ່ຫວັງວ່າ ພວກເຈົ້າຈະສາມາດຄຳນຶງເຖິງຫົວໃຈຂອງເຮົາ, ອຸທິດຄວາມຄິດຂອງພວກເຈົ້າໃຫ້ແກ່ເຮົາໃນທຸກສິ່ງທີ່ພວກເຈົ້າເຮັດ ແລະ ຄຳນຶງເຖິງເຮົາໃນທຸກດ້ານ ເພື່ອວ່າສິ່ງທີ່ເຮົາເຫັນຢູ່ສະເໝີຈະເປັນໃບໜ້າແຫ່ງຮອຍຍິ້ມຂອງພວກເຈົ້າ. ຕັ້ງແຕ່ນີ້ເປັນຕົ້ນໄປ, ຄົນທີ່ໄດ້ຮັບສະຖານະຂອງລູກຊາຍກົກແມ່ນຄົນທີ່ຈະປົກຄອງດັ່ງກະສັດຄຽງຂ້າງເຮົາ. ພວກເຂົາຈະບໍ່ຖືກອ້າຍນ້ອງຄົນອື່ນຂົ່ມເຫັງ ຫຼື ພວກເຂົາຈະບໍ່ຖືກເຮົາຕີສອນ ຫຼື ຈັດການ, ເພາະຫຼັກການຂອງເຮົາໃນການເຮັດສິ່ງຕ່າງໆກໍຄື ຄົນທີ່ຢູ່ໃນກຸ່ມຂອງລູກຊາຍກົກແມ່ນຄົນທີ່ຖືກດູຖູກ ແລະ ຖືກຄົນອື່ນຂົ່ມເຫັງ ແລະ ໄດ້ທົນທຸກກັບຄວາມລຳບາກທຸກປະການໃນຊີວິດ. (ພວກເຂົາຖືກຈັດການ ແລະ ຖືກເຮົາເຮັດໃຫ້ແຕກຫັກກ່ອນລ່ວງໜ້າ ແລະ ຖືກເຮັດໃຫ້ເປັນຄົນບໍລິບູນລ່ວງໜ້າແລ້ວ). ຄົນເຫຼົ່ານີ້ໄດ້ເພີດເພີນກັບພອນທີ່ພວກເຂົາຄວນໄດ້ຮັບກ່ອນລ່ວງໜ້າຮ່ວມກັບເຮົາ. ເຮົາຊອບທຳ ແລະ ບໍ່ເຄີຍລຳອຽງຕໍ່ຄົນໃດຄົນໜຶ່ງ.

ກ່ອນນີ້: ບົດທີ 72

ຕໍ່ໄປ: ບົດທີ 74

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້