ຄວາມສຳຄັນຂອງການຊ່ວຍເຊື້ອສາຍຂອງໂມອາບໃຫ້ລອດພົ້ນ

ໃນສອງຫາສາມປີແຫ່ງພາລະກິດນີ້, ສິ່ງທີ່ຄວນຖືກເຮັດໃຫ້ບັນລຸໃນພາລະກິດແຫ່ງການພິພາກສາ ເຊິ່ງຖືກປະຕິບັດໃນພວກເຈົ້ານັ້ນ ໄດ້ຖືກເຮັດໃຫ້ບັນລຸໂດຍພື້ນຖານແລ້ວ. ຄົນສ່ວນໃຫຍ່ໄດ້ປະຖິ້ມຄວາມຄາດຫວັງບາງຢ່າງໃນອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ເມື່ອເວົ້າເຖິງວ່າ ພວກເຈົ້າເປັນເຊື້ອສາຍຂອງໂມອາບ, ພວກເຈົ້າຫຼາຍຄົນກໍຮັບມັນບໍ່ໄດ້, ໃບໜ້າຂອງພວກເຈົ້າບູດ, ປາກຂອງພວກເຈົ້າບິດ ແລະ ຕາຂອງພວກເຈົ້າກໍຈ້ອງເບິ່ງ. ພວກເຈົ້າບໍ່ສາມາດເຊື່ອໄດ້ແທ້ວ່າ ພວກເຈົ້າເປັນເຊື້ອສາຍຂອງໂມອາບ. ໂມອາບຖືກເນລະເທດມາສູ່ດິນແດນນີ້ຫຼັງຈາກທີ່ຖືກສາບແຊ່ງ. ສາຍເລືອດຂອງລູກຫຼານຂອງໂມອາບແມ່ນຖືກສືບທອດມາຈົນເຖິງປັດຈຸບັນ ແລະ ພວກເຈົ້າກໍລ້ວນແລ້ວແຕ່ເປັນເຊື້ອສາຍຂອງໂມອາບ. ເຮົາບໍ່ສາມາດເຮັດຫຍັງໄດ້, ແລ້ວ ແມ່ນໃຜເຮັດໃຫ້ເຈົ້າເກີດໃນຄົວເຮືອນຂອງໂມອາບ? ເຮົາສົງສານເຈົ້າ ແລະ ບໍ່ປາຖະໜາຢາກໃຫ້ເຈົ້າເປັນແບບນີ້, ແຕ່ຜູ້ຄົນບໍ່ສາມາດປ່ຽນແປງຄວາມຈິງນີ້ໄດ້. ເຈົ້າເປັນເຊື້ອສາຍຂອງໂມອາບ ແລະ ເຮົາບໍ່ສາມາດເວົ້າວ່າ ເຈົ້າເປັນເຊື້ອສາຍຂອງເດວິດ. ບໍ່ວ່າເຈົ້າຈະເປັນເຊື້ອສາຍຂອງໃຜກໍຕາມ, ເຈົ້າກໍຍັງເປັນໜຶ່ງໃນສິ່ງທີ່ຖືກສ້າງ. ພຽງແຕ່ວ່າເຈົ້າເປັນສັດໂລກທີ່ມີຖານະຕໍ່າຕ້ອຍ, ເຈົ້າເປັນສັດໂລກທີ່ມີຕົ້ນກຳເນີດທີ່ຕໍ່າຕ້ອຍ. ສິ່ງຖືກສ້າງທັງໝົດຕ້ອງຜະເຊີນກັບພາລະກິດຂອງພຣະເຈົ້າ, ພວກເຂົາລ້ວນແລ້ວແຕ່ເປັນເປົ້າໝາຍແຫ່ງການເອົາຊະນະຂອງພຣະອົງ ແລະ ພວກເຂົາທຸກຄົນຕ້ອງເຫັນເຖິງອຸປະນິໄສທີ່ຊອບທຳຂອງພຣະອົງ ແລະ ຜະເຊີນກັບສະຕິປັນຍາ ແລະ ຄວາມຍິ່ງໃຫຍ່ຂອງພຣະອົງ. ໃນປັດຈຸບັນ ເຈົ້າເປັນເຊື້ອສາຍຂອງໂມອາບ ແລະ ເຈົ້າຕ້ອງຍອມຮັບເອົາການພິພາກສາ ແລະ ການຂ້ຽນຕີນີ້; ຖ້າເຈົ້າບໍ່ແມ່ນເຊື້ອສາຍຂອງໂມອາບ, ແລ້ວເຈົ້າຈະບໍ່ຕ້ອງການຮັບເອົາການພິພາກສາ ແລະ ຂ້ຽນຕີນີ້ບໍ? ເຈົ້າຄວນເຂົ້າໃຈສິ່ງນີ້! ຕາມຄວາມຈິງແລ້ວ, ການປະຕິບັດພາລະກິດໃນເຊື້ອສາຍຂອງໂມອາບໃນປັດຈຸບັນເປັນສິ່ງທີ່ມີຄ່າທີ່ສຸດ ແລະ ສຳຄັນທີ່ສຸດ. ຍ້ອນພາລະກິດຖືກປະຕິບັດໃນພວກເຈົ້າ, ມັນຈຶ່ງມີຄວາມສຳຄັນຢ່າງໃຫຍ່ຫຼວງ. ຖ້າພາລະກິດດັ່ງກ່າວຖືກປະຕິບັດໃນເຊື້ອສາຍຂອງຮາມ ມັນກໍຈະບໍ່ສຳຄັນ, ເພາະວ່າ ຕ່າງຈາກໂມອາບ ພວກເຂົາບໍ່ໄດ້ມາຈາກຕົ້ນກຳເນີດທີ່ຕໍ່າຕ້ອຍຂະໜາດນັ້ນ. ເຊື້ອສາຍຂອງລູກຊາຍຄົນທີສອງຂອງໂນອາ ນັ້ນກໍຄື ຮາມ ພຽງແຕ່ຖືກສາບແຊ່ງ, ພວກເຂົາບໍ່ໄດ້ມາຈາກການເຮັດຜິດປະເວນີ. ພຽງແຕ່ວ່າ ພວກເຂົາມາຈາກຖານະທີ່ຕໍ່າຕ້ອຍ, ເພາະໂນອາສາບແຊ່ງພວກເຂົາໃຫ້ເປັນຄົນຮັບໃຊ້ຂອງຄົນຮັບໃຊ້. ພວກເຂົາມີຖານະທີ່ຕໍ່າຕ້ອຍ, ແຕ່ຄຸນຄ່າເດີມຂອງພວກເຂົາກໍບໍ່ໄດ້ຕໍ່າຕ້ອຍ. ເມື່ອເວົ້າເຖິງໂມອາບ, ຜູ້ຄົນຮູ້ຈັກວ່າ ໂດຍດັ່ງເດີມແລ້ວ ລາວມີຖານະທີ່ຕໍ່າຕ້ອຍ ເພາະລາວເກີດຈາກການລ່ວງປະເວນີ. ເຖິງແມ່ນວ່າ ຖານະຂອງໂລດສູງສົ່ງຫຼາຍ, ໂມອາບມາຈາກໂລດ ແລະ ລູກສາວຂອງລາວ. ເຖິງແມ່ນວ່າ ໂລດຖືກເອີ້ນວ່າເປັນຄົນຊອບທຳ, ແຕ່ໂມອາບກໍຍັງຖືກສາບແຊ່ງຢູ່ດີ. ໂມອາບມີຄຸນຄ່າທີ່ຕໍ່າຕ້ອຍ ແລະ ມີຖານະທີ່ຕໍ່າຕ້ອຍ ແລະ ຖ້າແມ່ນວ່າລາວບໍ່ໄດ້ຖືກສາບແຊ່ງ ລາວກໍຍັງຈະມີຄວາມສົກກະປົກ, ສະນັ້ນ ລາວຈຶ່ງແຕກຕ່າງຈາກຮາມ. ລາວບໍ່ໄດ້ຮັບຮູ້ພຣະເຢໂຮວາ, ແຕ່ກົງກັນຂ້າມຕໍ່ຕ້ານ ແລະ ກະບົດຕໍ່ພຣະເຢໂຮວາ, ສະນັ້ນ ລາວຈຶ່ງຕົກສູ່ສະຖານທີ່ໆມືດມິດທີ່ສຸດ. ການປະຕິບັດພາລະກິດໃນເຊື້ອສາຍຂອງໂມອາບໃນປັດຈຸບັນແມ່ນການຊ່ວຍຄົນເຫຼົ່ານັ້ນທີ່ໄດ້ຕົກລົງສູ່ຄວາມມືດມິດທີ່ສຸດ. ເຖິງແມ່ນວ່າພວກເຂົາຖືກສາບແຊ່ງ, ພຣະເຈົ້າເຕັມໃຈທີ່ຈະຮັບເອົາສະຫງ່າລາສີຈາກພວກເຂົາ, ຍ້ອນວ່າ ໃນຕອນທຳອິດ ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ຂາດພຣະເຈົ້າໃນຫົວໃຈຂອງພວກເຂົາ; ພຽງແຕ່ການເຮັດໃຫ້ພວກເຂົາເຫຼົ່ານັ້ນທີ່ບໍ່ມີພຣະເຈົ້າຢູ່ໃນຫົວໃຈກາຍເປັນຄົນທີ່ເຊື່ອຟັງ ແລະ ຮັກພຣະເຈົ້າຄືການເອົາຊະນະທີ່ແທ້ຈິງ ແລະ ຜົນຂອງພາລະກິດດັ່ງກ່າວແມ່ນສິ່ງທີ່ມີຄ່າທີ່ສຸດ ແລະ ໜ້າເຊື່ອຖືທີ່ສຸດ. ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນການຮັບເອົາສະຫງ່າລາສີ, ນີ້ແມ່ນສະຫງ່າລາສີທີ່ພຣະເຈົ້າຕ້ອງການຮັບເອົາໃນຍຸກສຸດທ້າຍ. ເຖິງແມ່ນວ່າຄົນເຫຼົ່ານີ້ມີຖານະທີ່ຕໍ່າຕ້ອຍ ແລະ ບັດນີ້ ພວກເຂົາກໍສາມາດຮັບເອົາຄວາມລອດພົ້ນທີ່ຍິ່ງໃຫຍ່ດັ່ງກ່າວຄືການຍົກຂຶ້ນຂອງພຣະເຈົ້າຢ່າງແທ້ຈິງ. ພາລະກິດນີ້ມີຄວາມໝາຍຫຼາຍ ແລະ ພຣະອົງກໍຮັບເອົາຄົນເຫຼົ່ານີ້ຜ່ານການພິພາກສາ. ມັນບໍ່ແມ່ນເຈດຕະນາຂອງພຣະອົງທີ່ຈະລົງໂທດພວກເຂົາ, ແຕ່ເພື່ອຊ່ວຍເຫຼືອພວກເຂົາໃຫ້ລອດພົ້ນ. ຖ້າພຣະອົງຍັງປະຕິບັດພາລະກິດແຫ່ງການເອົາຊະນະໃນອິດສະຣາເອນໃນລະຫວ່າງຍຸກສຸດທ້າຍ ມັນກໍຈະບໍ່ມີຄ່າຫຍັງ; ເຖິງແມ່ນມັນຈະເກີດຜົນ, ມັນກໍຈະບໍ່ມີຄຸນຄ່າ ຫຼື ຄວາມສຳຄັນທີ່ຍິ່ງໃຫຍ່ໃດເລີຍ ແລະ ພຣະອົງຈະບໍ່ສາມາດຮັບເອົາສະຫງ່າລາສີທັງໝົດໄດ້. ພຣະອົງກຳລັງປະຕິບັດພາລະກິດໃນພວກເຈົ້າ ເຊິ່ງເປັນຄົນທີ່ໄດ້ຕົກຢູ່ໃນສະຖານທີ່ໆມືດມິດທີ່ສຸດ, ເປັນຄົນທີ່ຫຼ້າຫຼັງທີ່ສຸດ. ຄົນເຫຼົ່ານີ້ບໍ່ຮັບຮູ້ວ່າມີພຣະເຈົ້າ ແລະ ບໍ່ເຄີຍຮູ້ຈັກວ່າມີພຣະເຈົ້າ. ສັດໂລກເຫຼົ່ານີ້ຖືກຊາຕານເຮັດໃຫ້ເສື່ອມຊາມຈົນເຖິງຈຸດທີ່ວ່າ ພວກເຂົາໄດ້ລືມພຣະເຈົ້າແລ້ວ. ພວກເຂົາຖືກຊາຕານເຮັດໃຫ້ຕາບອດ ແລະ ບໍ່ຮູ້ຈັກເລີຍວ່າ ມີພຣະເຈົ້າຢູ່ໃນສະຫວັນ. ໃນຫົວໃຈຂອງພວກເຈົ້າ, ພວກເຈົ້າລ້ວນແລ້ວແຕ່ບູຊາພະທຽມ ແລະ ບູຊາຊາຕານ, ພວກເຈົ້າບໍ່ແມ່ນຄົນທີ່ຕໍ່າຕ້ອຍທີ່ສຸດ ແລະ ຫຼ້າຫຼັງທີ່ສຸດບໍ? ພວກເຈົ້າມາຈາກເນື້ອໜັງທີ່ຕໍ່າຕ້ອຍທີ່ສຸດ ໂດຍປາສະຈາກອິດສະຫຼະສ່ວນຕົວ ແລະ ພວກເຈົ້າກໍທົນທຸກກັບຄວາມລໍາບາກເຊັ່ນກັນ. ພວກເຈົ້າຍັງເປັນຄົນທີ່ຢູ່ໃນລະດັບຕໍ່າທີ່ສຸດໃນສັງຄົມນີ້ ໂດຍບໍ່ມີແມ່ນແຕ່ອິດສະຫຼະໃນດ້ານຄວາມເຊື່ອ. ນີ້ແມ່ນຄວາມສຳຄັນຂອງການປະຕິບັດພາລະກິດໃນພວກເຈົ້າ. ການປະຕິບັດພາລະກິດໃນພວກເຈົ້າໃນປັດຈຸບັນ ເຊິ່ງເປັນເຊື້ອສາຍຂອງໂມອາບ ບໍ່ແມ່ນການເຮັດໃຫ້ພວກເຈົ້າອັບອາຍໂດຍເຈດຕະນາ, ແຕ່ມັນແມ່ນເພື່ອເປີດເຜີຍຄວາມສຳຄັນຂອງພາລະກິດດັ່ງກ່າວ. ມັນຄືການຍົກຂຶ້ນທີ່ຍິ່ງໃຫຍ່ສຳລັບພວກເຈົ້າ. ຖ້າບຸກຄົນໜຶ່ງມີເຫດຜົນ ແລະ ຄວາມເຂົ້າໃຈ, ພວກເຂົາຈະເວົ້າວ່າ “ຂ້ານ້ອຍເປັນເຊື້ອສາຍຂອງໂມອາບ. ຂ້ານ້ອຍບໍ່ສົມຄວນສຳລັບການທີ່ຖືກພຣະເຈົ້າຍົກຂຶ້ນຢ່າງຍິ່ງໃຫຍ່ດັ່ງທີ່ຂ້ານ້ອຍໄດ້ຮັບໃນປັດຈຸບັນແທ້ໆ ຫຼື ບໍ່ສົມຄວນສຳລັບການອວຍພອນທີ່ຍິ່ງໃຫຍ່ດັ່ງກ່າວ. ໃນທຸກສິ່ງທີ່ຂ້ານ້ອຍເຮັດ ແລະ ເວົ້າ ແລະ ອີງຕາມສະຖານະ ແລະ ຄຸນຄ່າຂອງຂ້ານ້ອຍ, ຂ້ານ້ອຍບໍ່ເໝາະສົມສຳລັບການອວຍພອນທີ່ຍິ່ງໃຫຍ່ດັ່ງກ່າວຈາກພຣະເຈົ້າ. ຊາວອິດສະຣາເອນມີຄວາມຮັກທີ່ຍິ່ງໃຫຍ່ສຳລັບພຣະເຈົ້າ ແລະ ຄວາມເມດຕາທີ່ພວກເຂົາໄດ້ຮັບແມ່ນຖືກປະທານໃຫ້ກັບພວກເຂົາໂດຍພຣະອົງ, ແຕ່ສະຖານະຂອງພວກເຂົາແມ່ນສູງສົ່ງກວ່າຂອງພວກຂ້ານ້ອຍຫຼາຍ. ອັບຣາຮາມອຸທິດຕົນຢ່າງຫຼາຍໃຫ້ກັບພຣະເຢໂຮວາ ແລະ ເປໂຕກໍອຸທິດຕົນຢ່າງຫຼາຍໃຫ້ກັບພຣະເຢຊູ, ການອຸທິດຂອງພວກເຂົາລື່ນພວກຂ້ານ້ອຍເປັນຮ້ອຍເທົ່າ. ອີງຕາມການກະທຳຂອງພວກຂ້ານ້ອຍ, ພວກຂ້ານ້ອຍແມ່ນບໍ່ສົມຄວນທີ່ຈະໄດ້ຮັບຄວາມເມດຕາຂອງພຣະເຈົ້າຢ່າງແນ່ນອນ”. ການຮັບໃຊ້ຂອງຄົນເຫຼົ່ານີ້ໃນປະເທດຈີນບໍ່ສາມາດຖືກນໍາມາຢູ່ຕໍ່ໜ້າພຣະເຈົ້າໄດ້ເລີຍ. ມັນເປັນຄວາມວຸ້ນວາຍທັງໝົດ; ໃນປັດຈຸບັນ ພວກເຈົ້າໄດ້ຮັບຄວາມເມດຕາຢ່າງຫຼວງຫຼາຍຈາກພຣະເຈົ້າກໍຍ້ອນການຍົກຂຶ້ນຂອງພຣະເຈົ້າເທົ່ານັ້ນ! ເມື່ອໃດແດ່ທີ່ພວກເຈົ້າໄດ້ສະແຫວງຫາພາລະກິດຂອງພຣະເຈົ້າ? ເມື່ອໃດແດ່ທີ່ພວກເຈົ້າໄດ້ເສຍສະຫຼະຊີວິດຂອງພວກເຈົ້າສຳລັບພຣະເຈົ້າ? ເມື່ອໃດແດ່ທີ່ພວກເຈົ້າພ້ອມທີ່ຈະມອບຄອບຄົວຂອງພວກເຈົ້າ, ພໍ່ແມ່ຂອງພວກເຈົ້າ ແລະ ລູກໆຂອງພວກເຈົ້າ? ບໍ່ມີໃຜໃນພວກເຈົ້າທີ່ໄດ້ຈ່າຍລາຄາອັນຍິ່ງໃຫຍ່! ຖ້າບໍ່ແມ່ນຍ້ອນພຣະວິນຍານບໍລິສຸດທີ່ນໍາເຈົ້າອອກມາ, ມີຈັກຄົນໃນພວກເຈົ້າທີ່ຈະສາມາດເສຍສະຫຼະທຸກສິ່ງໄດ້? ມັນພຽງແຕ່ຍ້ອນພວກເຈົ້າໄດ້ຖືກບັງຄັບ ແລະ ຖືກຝືນໃຈຈຶ່ງເຮັດໃຫ້ພວກເຈົ້າຕິດຕາມຈົນເຖິງປັດຈຸບັນ. ການອຸທິດຂອງພວກເຈົ້າແມ່ນຢູ່ໃສ? ຄວາມເຊື່ອຟັງຂອງພວກເຈົ້າແມ່ນຢູ່ໃສ? ອີງຕາມການກະທຳຂອງພວກເຈົ້າ, ພວກເຈົ້າຄວນຖືກທຳລາຍແຕ່ດົນແລ້ວ, ພວກເຈົ້າທຸກຄົນຄວນຖືກກວາດລ້າງໃຫ້ສະອາດທັງໝົດ. ພວກເຈົ້າມີຄຸນສົມບັດຫຍັງທີ່ຈະໄດ້ຮັບການອວຍພອນທີ່ຍິ່ງໃຫຍ່ດັ່ງກ່າວ, ພວກເຈົ້າບໍ່ສົມຄວນຢ່າງແນ່ນອນ! ແມ່ນໃຜທ່າມກາງພວກເຈົ້າທີ່ພະຍາຍາມສ້າງເສັ້ນທາງຂອງເຂົາເອງແດ່? ແມ່ນໃຜທ່າມກາງພວກເຈົ້າທີ່ໄດ້ພົບຫົນທາງທີ່ແທ້ຈິງດ້ວຍຕົນເອງແດ່? ພວກເຈົ້າລ້ວນແລ້ວແຕ່ຂີ້ຄ້ານ ແລະ ໂລບມາກ, ເປັນຄົນໜ້າສົມເພດ ທີ່ສະແຫວງຫາແຕ່ຄວາມສຸກສະບາຍ! ພວກເຈົ້າຄິດວ່າ ພວກເຈົ້າຍິ່ງໃຫຍ່ບໍ? ພວກເຈົ້າມີຫຍັງແດ່ໃຫ້ໂອ້ອວດ? ເຖິງຈະບໍ່ສົນໃຈວ່າ ພວກເຈົ້າເປັນເຊື້ອສາຍຂອງໂມອາບ, ທຳມະຊາດຂອງພວກເຈົ້າ ແລະ ບ່ອນເກີດຂອງພວກເຈົ້າສູງສົ່ງທີ່ສຸດບໍ? ເຖິງຈະບໍ່ສົນໃຈວ່າ ພວກເຈົ້າເປັນເຊື້ອສາຍຂອງລາວ, ແຕ່ເຖິງຢ່າງໃດພວກເຈົ້າທຸກຄົນກໍຍັງແມ່ນລູກຫຼານຂອງໂມອາບຢູ່ດີບໍ່ແມ່ນບໍ? ຄວາມເປັນຈິງໃນຂໍ້ແທ້ຈິງນີ້ສາມາດປ່ຽນແປງໄດ້ບໍ? ການເປີດໂປງທຳມະຊາດຂອງພວກເຈົ້າໃນປັດຈຸບັນຄັດຄ້ານກັບຄວາມເປັນຈິງໃນຂໍ້ແທ້ຈິງບໍ? ໃຫ້ເບິ່ງຄວາມເປັນທາດຂອງພວກເຈົ້າ, ຊີວິດຂອງພວກເຈົ້າ ແລະ ລັກສະນະຂອງພວກເຈົ້າ, ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າເປັນສິ່ງທີ່ຕໍ່າຕ້ອຍທີ່ສຸດຂອງສິ່ງທີ່ຕໍ່າຕ້ອຍທ່າມກາງມະນຸດຊາດ? ພວກເຈົ້າມີຫຍັງແດ່ໃຫ້ໂອ້ອວດ? ໃຫ້ເບິ່ງຖານະຂອງພວກເຈົ້າໃນສັງຄົມ. ພວກເຈົ້າບໍ່ໄດ້ຢູ່ໃນລະດັບທີ່ຕໍ່າຕ້ອຍທີ່ສຸດບໍ? ພວກເຈົ້າຄິດວ່າ ເຮົາໄດ້ເວົ້າຜິດບໍ? ອັບຣາຮາມຖວາຍອີຊາກ. ພວກເຈົ້າໄດ້ຖວາຍຫຍັງແດ່? ໂຢບຖວາຍທຸກສິ່ງທຸກຢ່າງ. ພວກເຈົ້າໄດ້ຖວາຍຫຍັງແດ່? ມີຫຼາຍຄົນທີ່ໄດ້ມອບຊີວິດຂອງພວກເຂົາ, ກົ້ມຫົວພວກເຂົາລົງ, ຫຼັ່ງເລືອດຂອງພວກເຂົາເພື່ອສະແຫວງຫາຫົນທາງທີ່ແທ້ຈິງ. ພວກເຈົ້າໄດ້ຈ່າຍລາຄາດັ່ງກ່າວແລ້ວບໍ? ເມື່ອປຽບທຽບກັນແລ້ວ ພວກເຈົ້າບໍ່ມີຄຸນສົມບັດທີ່ຈະໄດ້ຮັບຄວາມເມດຕາທີ່ຍິ່ງໃຫຍ່ດັ່ງກ່າວເລີຍ, ແລ້ວມັນຜິດພວກເຈົ້າບໍ ທີ່ຈະເວົ້າໃນປັດຈຸບັນວ່າ ພວກເຈົ້າເປັນເຊື້ອສາຍຂອງໂມອາບ? ຢ່າເຫັນຕົນເອງເປັນຄົນສູງສົ່ງເກີນໄປ. ເຈົ້າບໍ່ໄດ້ມີຫຍັງໃຫ້ໂອ້ອວດ. ຄວາມລອດພົ້ນທີ່ຍິ່ງໃຫຍ່ດັ່ງກ່າວ, ຄວາມເມດຕາທີ່ຍິ່ງໃຫຍ່ດັ່ງກ່າວ ແມ່ນຖືກມອບໃຫ້ກັບພວກເຈົ້າລ້າໆ. ພວກເຈົ້າບໍ່ໄດ້ເສຍສະຫຼະຫຍັງເລີຍ, ແຕ່ໄດ້ຮັບຄວາມເມດຕາລ້າໆ. ພວກເຈົ້າບໍ່ຮູ້ສຶກອັບອາຍບໍ? ຫົນທາງທີ່ແທ້ຈິງນີ້ແມ່ນສິ່ງທີ່ເຈົ້າໄດ້ສະແຫວງຫາ ແລະ ຄົ້ນພົບດ້ວຍຕົນເອງບໍ? ບໍ່ແມ່ນພຣະວິນຍານບໍລິສຸດບໍທີ່ບັງຄັບໃຫ້ພວກເຈົ້າຍອມຮັບເອົາມັນ? ພວກເຈົ້າບໍ່ເຄີຍມີຫົວໃຈໃນການສະແຫວງຫາ ແລ້ວແຮງໄກທີ່ພວກເຈົ້າຈະມີຫົວໃຈໃນການຄົ້ນຫາ ແລະ ສະແຫວງຫາຄວາມຈິງ, ໃນການປາຖະໜາຫາຄວາມຈິງ. ພວກເຈົ້າພຽງແຕ່ນັ່ງລໍຖ້າຮັບເອົາມັນ; ພວກເຈົ້າໄດ້ຮັບຄວາມຈິງນີ້ໂດຍບໍ່ໄດ້ໃຊ້ຄວາມພະຍາຍາມຈັກໜ້ອຍເລີຍ. ພວກເຈົ້າມີສິດຫຍັງທີ່ຈະຕໍ່ວ່າ? ເຈົ້າຄິດວ່າເຈົ້າມີຄຸນຄ່າຫຼາຍທີ່ສຸດບໍ? ເມື່ອປຽບທຽບກັບຄົນທີ່ເສຍສະຫຼະຊີວິດຂອງພວກເຂົາ ແລະ ຫຼັ່ງເລືອດຂອງພວກເຂົາແລ້ວ, ເຈົ້າມີຫຍັງທີ່ຈະຕໍ່ວ່າ? ການທຳລາຍເຈົ້າໃນຕອນນີ້ຈະເປັນເລື່ອງທີ່ຖືກຕ້ອງ ແລະ ທໍາມະຊາດຫຼາຍ! ນອກຈາກການເຊື່ອຟັງ ແລະ ການຕິດຕາມແລ້ວ, ເຈົ້າບໍ່ມີທາງເລືອກອື່ນອີກ. ເຈົ້າບໍ່ມີຄຸນຄ່າແທ້ໆ! ຄົນສ່ວນຫຼາຍທ່າມກາງພວກເຈົ້າຖືກເອີ້ນອອກມາ, ແຕ່ຖ້າສະພາບແວດລ້ອມບໍ່ໄດ້ບັງຄັບເຈົ້າ ຫຼື ຖ້າເຈົ້າບໍ່ໄດ້ຖືກເອີ້ນ, ເຈົ້າກໍຈະບໍ່ເຕັມໃຈອອກມາເລີຍ. ແມ່ນໃຜເຕັມໃຈທີ່ຈະປະຖິ້ມສິ່ງດັ່ງກ່າວນີ້? ແມ່ນໃຜເຕັມໃຈທີ່ຈະຍອມຖິ້ມຄວາມສຸກຂອງເນື້ອໜັງ? ພວກເຈົ້າລ້ວນແລ້ວແຕ່ເປັນຄົນທີ່ເພີດເພີນຢ່າງໂລບມາກໃນຄວາມສະບາຍ ແລະ ສະແຫວງຫາຊີວິດທີ່ຮັ່ງມີ! ເຈົ້າໄດ້ຮັບການອວຍພອນທີ່ຍິ່ງໃຫຍ່ດັ່ງກ່າວ, ເຈົ້າມີຫຍັງທີ່ຈະເວົ້າອີກ? ເຈົ້າມີຫຍັງທີ່ຈະຕໍ່ວ່າອີກ? ເຈົ້າໄດ້ຮັບການອວຍພອນທີ່ຍິ່ງໃຫຍ່ທີ່ສຸດ ແລະ ຄວາມເມດຕາທີ່ຍິ່ງໃຫຍ່ທີ່ສຸດໃນສະຫວັນ ແລະ ບັດນີ້ ພາລະກິດກໍຖືກເປີດເຜີຍຕໍ່ເຈົ້າ ເຊິ່ງບໍ່ເຄີຍເຮັດແບບນີ້ເທິງແຜ່ນດິນໂລກມາກ່ອນ. ນີ້ບໍ່ແມ່ນການອວຍພອນບໍ? ເພາະເຈົ້າໄດ້ຕໍ່ຕ້ານ ແລະ ກະບົດຕໍ່ພຣະເຈົ້າ, ເຈົ້າຈຶ່ງຖືກຂ້ຽນຕີຢ່າງໜັກໃນປັດຈຸບັນ. ຍ້ອນການຂ້ຽນຕີນີ້, ພວກເຈົ້າຈຶ່ງໄດ້ເຫັນຄວາມເມດຕາ ແລະ ຄວາມຮັກຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ພວກເຈົ້າກໍໄດ້ເຫັນຄວາມຊອບທຳ ແລະ ຄວາມບໍລິສຸດຂອງພຣະອົງ. ຍ້ອນການຂ້ຽນຕີນີ້ ແລະ ຍ້ອນຄວາມສົກກະປົກຂອງມະນຸດຊາດ, ພວກເຈົ້າຈຶ່ງໄດ້ເຫັນລິດອຳນາດທີ່ຍິ່ງໃຫຍ່ຂອງພຣະເຈົ້າ ແລະ ພວກເຈົ້າໄດ້ເຫັນຄວາມບໍລິສຸດ ແລະ ຄວາມຍິ່ງໃຫຍ່ຂອງພຣະອົງ. ນີ້ບໍ່ແມ່ນຄວາມຈິງທີ່ຫາຍາກທີ່ສຸດບໍ? ນີ້ບໍ່ແມ່ນຊີວິດທີ່ມີຄວາມໝາຍບໍ? ພາລະກິດທີ່ພຣະເຈົ້າປະຕິບັດແມ່ນເຕັມໄປດ້ວຍຄວາມໝາຍ! ສະນັ້ນ ຍິ່ງຖານະຂອງພວກເຈົ້າຕໍ່າຕ້ອຍຫຼາຍສໍ່າໃດ, ມັນກໍຍິ່ງພິສູດວ່າພວກເຈົ້າຈະຖືກຍົກຂຶ້ນໂດຍພຣະເຈົ້າຫຼາຍສໍ່ານັ້ນ ແລະ ມັນກໍຍິ່ງພິສູດຄຸນຄ່າແຫ່ງພາລະກິດຂອງພຣະອົງໃນເຈົ້າໃນປັດຈຸບັນຫຼາຍສໍ່ານັ້ນ. ມັນເປັນສົມບັດທີ່ປະເມີນຄ່າບໍ່ໄດ້ແທ້ໆ! ມັນບໍ່ສາມາດໄປໃສໄດ້ອີກ! ຜ່ານຍຸກຕ່າງໆ ບໍ່ມີໃຜທີ່ຮັບຄວາມລອດພົ້ນທີ່ຍິ່ງໃຫຍ່ດັ່ງກ່າວ. ຄວາມຈິງທີ່ວ່າຖານະຂອງເຈົ້າຕໍ່າຕ້ອຍ ສະແດງໃຫ້ເຫັນວ່າ ຄວາມລອດພົ້ນຂອງພຣະເຈົ້າຍິ່ງໃຫຍ່ສໍ່າໃດ ແລະ ມັນສະແດງໃຫ້ເຫັນວ່າ ພຣະເຈົ້າຊື່ສັດກັບມະນຸດຊາດ, ພຣະອົງຊ່ວຍເຫຼືອ ບໍ່ແມ່ນທຳລາຍ.

ຄົນຈີນບໍ່ເຄີຍເຊື່ອໃນພຣະເຈົ້າ; ບໍ່ເຄີຍຮັບໃຊ້ພຣະເຢໂຮວາ ແລະ ບໍ່ເຄີຍຮັບໃຊ້ພຣະເຢຊູ. ພວກເຂົາໄດ້ແຕ່ຄຸເຂົ່າ, ເຜົາທູບ, ເຜົາເຈ້ຍເງິນເຈ້ຍທອງ ແລະ ບູຊາພຣະພຸດທະເຈົ້າ. ພວກເຂົາບູຊາພະທຽມເທົ່ານັ້ນ, ພວກເຂົາລ້ວນແລ້ວແຕ່ກະບົດຢ່າງໃຫຍ່ຫຼວງ, ສະນັ້ນ ຍິ່ງຖານະຂອງຜູ້ຄົນຕໍ່າຕ້ອຍສໍ່າໃດ, ມັນກໍຍິ່ງສະແດງໃຫ້ເຫັນວ່າ ສິ່ງທີ່ພຣະເຈົ້າໄດ້ຮັບຈາກພວກເຈົ້ານັ້ນຍິ່ງເປັນສະຫງ່າລາສີຫຼາຍຂຶ້ນ. ຈາກມຸມມອງຂອງບາງຄົນ, ພວກເຂົາຈະເວົ້າວ່າ “ພຣະເຈົ້າ, ແມ່ນຫຍັງຄືພາລະກິດທີ່ພຣະອົງປະຕິບັດ? ພຣະອົງ ຜູ້ເຊິ່ງເປັນພຣະເຈົ້າສູງສົ່ງ, ພຣະເຈົ້າທີ່ບໍລິສຸດ ໄດ້ມາເທິງດິນແດນທີ່ສົກກະປົກ? ພຣະອົງຄິດເລັກນ້ອຍກັບຕົວພຣະອົງເອງບໍ? ພວກຂ້ານ້ອຍສົກກະປົກຫຼາຍ, ແຕ່ພຣະອົງເຕັມໃຈທີ່ຈະຢູ່ກັບພວກຂ້ານ້ອຍບໍ? ພຣະອົງເຕັມໃຈທີ່ຈະດຳລົງຊີວິດທ່າມກາງພວກຂ້ານ້ອຍບໍ? ພວກຂ້ານ້ອຍມີຖານະທີ່ຕໍ່າຕ້ອຍ, ແຕ່ພຣະອົງເຕັມໃຈທີ່ຈະເຮັດໃຫ້ພວກຂ້ານ້ອຍສົມບູນບໍ? ແລ້ວພຣະອົງຈະໃຊ້ພວກຂ້ານ້ອຍໃຫ້ເປັນຕົວຢ່າງ ແລະ ແບບຢ່າງບໍ?” ເຮົາເວົ້າວ່າ: ເຈົ້າບໍ່ເຂົ້າໃຈຄວາມປະສົງຂອງເຮົາ. ເຈົ້າບໍ່ເຂົ້າໃຈພາລະກິດທີ່ເຮົາຕ້ອງການປະຕິບັດ ຫຼື ເຈົ້າບໍ່ເຂົ້າໃຈອຸປະນິໄສຂອງເຮົາ. ເຈົ້າບໍ່ສາມາດຢັ່ງເຖິງຄວາມສຳຄັນຂອງພາລະກິດທີ່ເຮົາກຳລັງຈະເຮັດ. ພາລະກິດຂອງເຮົາຈະສອດຄ່ອງກັບແນວຄິດຂອງມະນຸດໄດ້ບໍ? ອີງຕາມແນວຄິດຂອງມະນຸດ, ເຮົາຈະຕ້ອງເກີດໃນປະເທດທີ່ດີເພື່ອສະແດງໃຫ້ເຫັນວ່າ ເຮົາມີຖານະສູງສົ່ງ, ເພື່ອສະແດງໃຫ້ເຫັນວ່າເຮົາມີຄຸນຄ່າທີ່ຍິ່ງໃຫຍ່ ແລະ ເພື່ອສະແດງໃຫ້ເຫັນຄວາມເປັນຕາເຄົາລົບ, ຄວາມບໍລິສຸດ ແລະ ຄວາມຍິ່ງໃຫຍ່ຂອງເຮົາ. ຖ້າເຮົາເກີດໃນສະຖານທີ່ໆຮູ້ຈັກເຮົາ, ໃນຄອບຄົວທີ່ມີຖານະສູງ ແລະ ຖ້າເຮົາມີຕໍາແໜ່ງ ແລະ ສະຖານະທີ່ສູງ, ແລ້ວເຮົາກໍຈະຖືກປະຕິບັດນໍາຢ່າງດີ. ສິ່ງນັ້ນຈະບໍ່ສົ່ງຜົນປະໂຫຍດໃຫ້ກັບພາລະກິດຂອງເຮົາ, ແລ້ວຄວາມລອດພົ້ນທີ່ຍິ່ງໃຫຍ່ດັ່ງກ່າວຈະສາມາດຖືກເປີດເຜີຍໄດ້ບໍ? ທຸກຄົນທີ່ເຫັນເຮົາຈະເຊື່ອຟັງເຮົາ ແລະ ພວກເຂົາຈະບໍ່ຖືກເຮັດໃຫ້ເປິເປື້ອນດ້ວຍຄວາມສົກກະປົກ. ເຮົາຄວນເກີດໃນສະຖານທີ່ແບບນີ້. ນີ້ແມ່ນສິ່ງທີ່ພວກເຈົ້າຄິດ. ແຕ່ໃຫ້ຄິດກ່ຽວກັບສິ່ງນີ້ເບິ່ງ ພຣະເຈົ້າໄດ້ມາເທິງແຜ່ນດິນໂລກເພື່ອຄວາມສຸກບໍ ຫຼື ເພື່ອພາລະກິດ? ຖ້າເຮົາປະຕິບັດພາລະກິດໃນສະຖານທີ່ໆງ່າຍດາຍ ແລະ ສະດວກສະບາຍ, ເຮົາຈະສາມາດເອົາສະຫງ່າລາສີຂອງເຮົາຢ່າງສົມບູນໄດ້ບໍ? ເຮົາຈະສາມາດເອົາຊະນະສິ່ງຊົງສ້າງທຸກຢ່າງຂອງເຮົາໄດ້ບໍ? ເມື່ອພຣະເຈົ້າມາເຖິງແຜ່ນດິນໂລກ ພຣະອົງບໍ່ໄດ້ມາຈາກໂລກ ແລະ ພຣະອົງບໍ່ໄດ້ກາຍມາເປັນເນື້ອໜັງເພື່ອເພີດເພີນກັບໂລກ. ສະຖານທີ່ໆການປະຕິບັດພາລະກິດຈະເປີດເຜີຍອຸປະນິໄສຂອງພຣະອົງ ແລະ ມີຄວາມໝາຍທີ່ສຸດກໍຄືສະຖານທີ່ໆພຣະອົງກໍາເນີດ. ບໍ່ວ່າມັນຈະເປັນດິນແດນທີ່ບໍລິສຸດ ຫຼື ສົກກະປົກ ແລະ ບໍ່ວ່າພຣະອົງຈະປະຕິບັດພາລະກິດຢູ່ໃສ, ພຣະອົງກໍບໍລິສຸດ. ທຸກສິ່ງໃນແຜ່ນດິນໂລກຖືກສ້າງໂດຍພຣະອົງ; ພຽງແຕ່ວ່າທຸກສິ່ງຖືກຊາຕານເຮັດໃຫ້ເສື່ອມຊາມເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ທຸກສິ່ງກໍຍັງເປັນຂອງພຣະອົງ; ພວກມັນລ້ວນແລ້ວແຕ່ຢູ່ໃນມືຂອງພຣະອົງ. ພຣະອົງມາສູ່ດິນແດນທີ່ສົກກະປົກ ແລະ ປະຕິບັດພາລະກິດເພື່ອເປີດເຜີຍຄວາມບໍລິສຸດຂອງພຣະອົງ; ພຣະອົງພຽງເຮັດສິ່ງນີ້ເພື່ອເຫັນແກ່ພາລະກິດຂອງພຣະອົງ ນັ້ນກໍຄື ພຣະອົງອົດກັ້ນຕໍ່ຄວາມອັບອາຍຢ່າງຫຼວງຫຼາຍເພື່ອປະຕິບັດພາລະກິດແບບນີ້ໃນການຊ່ວຍຜູ້ຄົນໃຫ້ລອດພົ້ນໃນດິນແດນທີ່ສົກກະປົກນີ້. ການເຮັດແບບນີ້ກໍເພື່ອເປັນພະຍານໃຫ້ກັບມະນຸດຊາດທັງປວງ. ສິ່ງທີ່ພາລະກິດດັ່ງກ່າວສະແດງໃຫ້ຜູ້ຄົນເຫັນກໍຄືອຸປະນິໄສຂອງພຣະເຈົ້າ ແລະ ມັນຍັງສາມາດສະແດງເຖິງຄວາມເລີດລໍ້າຂອງພຣະເຈົ້າໄດ້ດີກວ່າ. ຄວາມຍິ່ງໃຫຍ່ ແລະ ຄວາມທ່ຽງທໍາຂອງພຣະອົງຖືກສະແດງຜ່ານຄວາມລອດພົ້ນຂອງກຸ່ມຄົນທີ່ຕໍ່າຕ້ອຍທີ່ຄົນອື່ນລັງກຽດ. ການເກີດໃນດິນແດນທີ່ສົກກະປົກບໍ່ໄດ້ພິສູດເລີຍວ່າພຣະອົງຕໍ່າຕ້ອຍ; ມັນພຽງແຕ່ເຮັດໃຫ້ສິ່ງຊົງສ້າງທັງໝົດຂອງພຣະອົງໄດ້ເຫັນເຖິງຄວາມຍິ່ງໃຫຍ່ ແລະ ຄວາມຮູ້ທີ່ແທ້ຈິງທີ່ພຣະອົງມີໃຫ້ກັບມະນຸດຊາດ. ຍິ່ງພຣະອົງເຮັດແບບນີ້, ມັນຍິ່ງເປີດເຜີຍເຖິງຄວາມຮັກທີ່ບໍລິສຸດ ແລະ ຄວາມຮັກທີ່ບໍ່ມີຂໍ້ບົກຜ່ອງຂອງພຣະອົງທີ່ມີຕໍ່ມະນຸດຊາດ. ພຣະເຈົ້າບໍລິສຸດ ແລະ ຊອບທຳ. ເຖິງແມ່ນພຣະອົງເກີດໃນດິນແດນທີ່ສົກກະປົກ ແລະ ເຖິງແມ່ນພຣະອົງດຳລົງຊີວິດກັບຄົນທີ່ເຕັມໄປດ້ວຍຄວາມສົກກະປົກ ເໝືອນກັບທີ່ພຣະເຢຊູດຳລົງຊີວິດກັບຄົນບາບໃນຍຸກແຫ່ງພຣະຄຸນ, ພາລະກິດທັງໝົດຂອງພຣະອົງບໍ່ແມ່ນເພື່ອຄວາມຢູ່ລອດຂອງມວນມະນຸດຊາດບໍ? ມັນບໍ່ໄດ້ເປັນແບບນັ້ນເພື່ອມະນຸດຊາດຈະສາມາດຮັບເອົາຄວາມລອດພົ້ນທີ່ຍິ່ງໃຫຍ່ບໍ? ສອງພັນປີກ່ອນ ພຣະອົງດຳລົງຊີວິດກັບຄົນບາບເປັນເວລາຫຼາຍປີ. ນັ້ນກໍເພື່ອການໄຖ່ບາບ. ໃນປັດຈຸບັນ, ພຣະອົງດຳລົງຊີວິດກັບກຸ່ມຄົນທີ່ສົກກະປົກ ແລະ ຕໍ່າຕ້ອຍ. ນີ້ແມ່ນເພື່ອຄວາມລອດພົ້ນ. ພາລະກິດທັງໝົດບໍ່ແມ່ນເພື່ອພວກເຈົ້າ, ມະນຸດທັງຫຼາຍບໍ? ຖ້າມັນບໍ່ແມ່ນເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ເປັນຫຍັງພຣະອົງຈຶ່ງດຳລົງຊີວິດ ແລະ ທົນທຸກກັບຄົນບາບເປັນເວລາຫຼາຍປີຫຼັງຈາກທີ່ເກີດໃນຮາງຫຍ້າ? ແລ້ວຖ້າບໍ່ແມ່ນເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ, ເປັນຫຍັງພຣະອົງຈຶ່ງກັບຄືນມາເປັນເນື້ອໜັງເປັນຄັ້ງທີສອງ, ເກີດໃນດິນແດນນີ້ທີ່ເຕັມໄປດ້ວຍຜີຮ້າຍຊຸມນຸມກັນ ແລະ ດຳລົງຊີວິດກັບຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ? ພຣະເຈົ້າບໍ່ຊື່ສັດບໍ? ມີພາລະກິດໃດແດ່ຂອງພຣະອົງທີ່ບໍ່ແມ່ນເພື່ອມະນຸດຊາດ? ມີພາລະກິດໃດທີ່ບໍ່ແມ່ນເພື່ອໂຊກຊະຕາຂອງພວກເຈົ້າ? ພຣະເຈົ້າບໍລິສຸດ. ສິ່ງນີ້ປ່ຽນແປງບໍ່ໄດ້! ພຣະອົງບໍ່ໄດ້ຖືກເຮັດໃຫ້ເປິເປື້ອນໂດຍຄວາມສົກກະປົກ ເຖິງແມ່ນພຣະອົງໄດ້ມາສູ່ດິນແດນທີ່ສົກກະປົກ; ທຸກສິ່ງເຫຼົ່ານີ້ພຽງແຕ່ໝາຍຄວາມວ່າ ຄວາມຮັກຂອງພຣະເຈົ້າສຳລັບມະນຸດຊາດແມ່ນບໍ່ເຫັນແກ່ຕົວເລີຍ, ການທົນທຸກ ແລະ ຄວາມອັບອາຍທີ່ພຣະອົງອົດກັ້ນກໍຍິ່ງໃຫຍ່ຫຼາຍ! ພວກເຈົ້າບໍ່ຮູ້ບໍວ່າພຣະອົງທົນທຸກກັບຄວາມອັບອາຍຢ່າງໃຫຍ່ຫຼວງເພື່ອພວກເຈົ້າທຸກຄົນ ແລະ ເພື່ອໂຊກຊະຕາຂອງພວກເຈົ້າ? ແທນທີ່ພຣະອົງຈະຊ່ວຍເຫຼືອຜູ້ຄົນທີ່ຍິ່ງໃຫຍ່ ຫຼື ລູກຊາຍຂອງຄອບຄົວທີ່ຮັ່ງມີ ແລະ ມີອຳນາດ, ແຕ່ພຣະອົງເນັ້ນຊ່ວຍເຫຼືອຄົນທີ່ຕໍ່າຕ້ອຍ ແລະ ຄົນທີ່ຖືກຄົນອື່ນດູຖູກ. ທຸກສິ່ງເຫຼົ່ານີ້ບໍ່ແມ່ນຄວາມບໍລິສຸດຂອງພຣະອົງບໍ? ທຸກສິ່ງເຫຼົ່ານີ້ບໍ່ແມ່ນຄວາມຊອບທຳຂອງພຣະອົງບໍ? ພຣະອົງຈະເລືອກເກີດໃນດິນແດນທີ່ສົກກະປົກ ແລະ ທົນທຸກກັບຄວາມອັບອາຍທັງໝົດເພື່ອເຫັນແກ່ຄວາມຢູ່ລອດຂອງມະນຸດຊາດ. ພຣະເຈົ້າເປັນຈິງຫຼາຍ, ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ເປັນຈິງ. ພາລະກິດທຸກຂັ້ນຕອນຂອງພຣະອົງບໍ່ໄດ້ຮັບການປະຕິບັດຕາມຕົວຈິງບໍ? ເຖິງແມ່ນຜູ້ຄົນລ້ວນແລ້ວແຕ່ໃສ່ຮ້າຍພຣະອົງ ແລະ ເວົ້າວ່າພຣະອົງນັ່ງຮ່ວມໂຕະກັບຄົນບາບ, ເຖິງແມ່ນຜູ້ຄົນລ້ວນແລ້ວແຕ່ເຍາະເຍີ້ຍພຣະອົງ ແລະ ເວົ້າວ່າພຣະອົງດຳລົງຊີວິດຮ່ວມກັບລູກຊາຍແຫ່ງຄວາມສົກກະປົກ, ວ່າພຣະອົງດໍາລົງຊີວິດຢູ່ກັບຄົນທີ່ຕໍ່າຕ້ອຍທີ່ສຸດ, ພຣະອົງກໍຍັງອຸທິດຕົນເອງຢ່າງບໍ່ເຫັນແກ່ຕົວ ແລະ ເຖິງຢ່າງນັ້ນພຣະອົງກໍຍັງຖືກປະຕິເສດໃນທ່າມກາງມະນຸດຊາດ. ການທົນທຸກທີ່ພຣະອົງໄດ້ຮັບບໍ່ຫຼາຍກວ່າຂອງພວກເຈົ້າບໍ? ພາລະກິດຂອງພຣະອົງບໍ່ໄດ້ມີຫຼາຍກວ່າລາຄາທີ່ພວກເຈົ້າໄດ້ຈ່າຍບໍ? ພວກເຈົ້າເກີດໃນດິນແດນທີ່ສົກກະປົກ ແຕ່ພວກເຈົ້າໄດ້ຮັບເອົາຄວາມບໍລິສຸດຂອງພຣະເຈົ້າ. ພວກເຈົ້າເກີດໃນດິນແດນທີ່ຜີຮ້າຍຊຸມນຸມກັນ ແຕ່ພວກເຈົ້າໄດ້ຮັບການປົກປ້ອງທີ່ຍິ່ງໃຫຍ່. ພວກເຈົ້າມີທາງເລືອກຫຍັງອີກແດ່? ພວກເຈົ້າມີການຕໍ່ວ່າຫຍັງ? ການທົນທຸກທີ່ພຣະອົງໄດ້ຮັບບໍ່ໄດ້ຫຼາຍກວ່າຄວາມທົນທຸກທີ່ພວກເຈົ້າໄດ້ຮັບບໍ? ພຣະອົງໄດ້ມາເທິງແຜ່ນດິນໂລກ ແລະ ບໍ່ເຄີຍໄດ້ຮັບຄວາມສຸກໃນໂລກຂອງມະນຸດຈັກເທື່ອ. ພຣະອົງລັງກຽດສິ່ງເຫຼົ່ານັ້ນ. ພຣະເຈົ້າບໍ່ໄດ້ມາເທິງແຜ່ນດິນໂລກເພື່ອມີຄວາມສຸກກັບຜົນປະໂຫຍດທາງວັດຖຸຈາກມະນຸດ ຫຼື ມັນບໍ່ແມ່ນເພື່ອມີຄວາມສຸກກັບການກິນ, ນຸ່ງຫົ່ມ ແລະ ການຕົກແຕ່ງຈາກມະນຸດ. ພຣະອົງບໍ່ໃສ່ໃຈຕໍ່ສິ່ງເຫຼົ່ານີ້, ພຣະອົງມາເທິງແຜ່ນດິນໂລກເພື່ອທົນທຸກສຳລັບມະນຸດ ບໍ່ແມ່ນເພື່ອມີຄວາມສຸກກັບໂຊກລາບເທິງແຜ່ນດິນໂລກ. ພຣະອົງມາເພື່ອທົນທຸກ, ພຣະອົງມາເພື່ອປະຕິບັດພາລະກິດ ແລະ ເພື່ອເຮັດແຜນການຄຸ້ມຄອງຂອງພຣະອົງໃຫ້ສຳເລັດ. ພຣະອົງບໍ່ໄດ້ເລືອກເອົາສະຖານທີ່ໆດີ, ເພື່ອດຳລົງຊີວິດໃນສະຖານທີ່ຫຼູຫຼາ ຫຼື ໂຮງແຮມຫຼູຫຼາ ຫຼື ພຣະອົງບໍ່ໄດ້ມີຄົນຮັບໃຊ້ຈຳນວນຫຼວງຫຼາຍເພື່ອຮັບໃຊ້ພຣະອົງ. ອີງຕາມສິ່ງທີ່ພວກເຈົ້າໄດ້ເຫັນ, ພວກເຈົ້າບໍ່ຮູ້ບໍວ່າ ພຣະອົງມາເພື່ອປະຕິບັດພາລະກິດ ຫຼື ເພື່ອຄວາມສຸກສະບາຍ? ຕາຂອງພວກເຈົ້າບໍ່ໄດ້ເຫັນບໍ? ພຣະອົງໄດ້ມອບໃຫ້ພວກເຈົ້າຫຼາຍສໍ່າໃດ? ຖ້າພຣະອົງເກີດໃນສະຖານທີ່ໆສະບາຍ ພຣະອົງຈະສາມາດຮັບເອົາສະຫງ່າລາສີໄດ້ບໍ? ພຣະອົງຈະສາມາດປະຕິບັດພາລະກິດໄດ້ບໍ? ການກະທໍາແບບນັ້ນຂອງພຣະອົງຈະມີຄວາມໝາຍໃດບໍ? ພຣະອົງຈະສາມາດເອົາຊະນະມະນຸດຊາດທັງໝົດໄດ້ບໍ? ພຣະອົງຈະສາມາດຊ່ວຍເຫຼືອຄົນຈາກດິນແດນແຫ່ງຄວາມສົກກະປົກໄດ້ບໍ? ອີງຕາມແນວຄິດຂອງຜູ້ຄົນ, ພວກເຂົາຖາມວ່າ: “ໃນເມື່ອພຣະເຈົ້າບໍລິສຸດ, ແລ້ວເປັນຫຍັງພຣະອົງຈຶ່ງເກີດໃນສະຖານທີ່ໆສົກກະປົກຂອງພວກຂ້ານ້ອຍ? ພຣະອົງກຽດຊັງ ແລະ ລັງກຽດພວກຂ້ານ້ອຍທີ່ເປັນມະນຸດສົກກະປົກ; ພຣະອົງລັງກຽດການຕໍ່ຕ້ານຂອງພວກຂ້ານ້ອຍ ແລະ ຄວາມກະບົດຂອງພວກຂ້ານ້ອຍ, ແລ້ວເປັນຫຍັງພຣະອົງຈຶ່ງດຳລົງຊີວິດກັບພວກຂ້ານ້ອຍ? ພຣະອົງເປັນພຣະເຈົ້າທີ່ຍິ່ງໃຫຍ່ຫຼາຍ, ພຣະອົງສາມາດເກີດຢູ່ບ່ອນໃດກໍໄດ້, ແລ້ວເປັນຫຍັງພຣະອົງຕ້ອງມາເກີດໃນດິນແດນທີ່ສົກກະປົກນີ້? ພຣະອົງຂ້ຽນຕີ ແລະ ພິພາກສາພວກຂ້ານ້ອຍທຸກໆມື້ ແລະ ພຣະອົງຮູ້ຢ່າງຊັດເຈນວ່າ ພວກຂ້ານ້ອຍເປັນເຊື້ອສາຍຂອງໂມອາບ, ແລ້ວເປັນຫຍັງພຣະອົງຈຶ່ງຍັງດຳລົງຊີວິດທ່າມກາງພວກຂ້ານ້ອຍ? ເປັນຫຍັງພຣະອົງຈຶ່ງເກີດໃນຄອບຄົວທີ່ເປັນເຊື້ອສາຍຂອງໂມອາບ? ເປັນຫຍັງພຣະອົງຈຶ່ງເຮັດແບບນັ້ນ?” ຄວາມເຂົ້າໃຈແບບນີ້ຂອງພວກເຈົ້າແມ່ນຂາດເຫດຜົນຫຼາຍ! ມັນເປັນພາລະກິດປະເພດນີ້ເທົ່ານັ້ນທີ່ເຮັດໃຫ້ຜູ້ຄົນເຫັນເຖິງຄວາມຍິ່ງໃຫຍ່ຂອງພຣະອົງ, ຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະອົງ. ພຣະອົງເຕັມໃຈທີ່ຈະເສຍສະຫຼະທຸກສິ່ງເພື່ອເຫັນແກ່ພາລະກິດຂອງພຣະອົງ ແລະ ພຣະອົງໄດ້ອົດກັ້ນຕໍ່ການທົນທຸກໆຢ່າງເພື່ອພາລະກິດຂອງພຣະອົງ. ພຣະອົງເຮັດແບບນັ້ນກໍເພື່ອເຫັນແກ່ມະນຸດຊາດ ແລະ ຍິ່ງໄປກວ່ານັ້ນກໍຄືເພື່ອເອົາຊະນະຊາຕານ ເພື່ອສັດໂລກທັງປວງຈະຍອມຢູ່ພາຍໃຕ້ອຳນາດຂອງພຣະອົງ. ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນພາລະກິດທີ່ມີຄວາມໝາຍ ແລະ ມີຄຸນຄ່າ. ຖ້າເຊື້ອສາຍຂອງຢາໂຄບເກີດໃນປະເທດຈີນ, ໃນຜືນແຜ່ນດິນນີ້ ແລະ ພວກເຂົາເປັນພວກເຈົ້າທັງໝົດ, ແລ້ວແມ່ນຫຍັງຈະເປັນຄວາມສຳຄັນຂອງພາລະກິດທີ່ປະຕິບັດໃນພວກເຈົ້າ? ຊາຕານຈະເວົ້າຫຍັງ? ຊາຕານຈະເວົ້າວ່າ “ພວກເຂົາເຄີຍຢ້ານພຣະອົງມາກ່ອນ, ພວກເຂົາເຊື່ອຟັງພຣະອົງຕັ້ງແຕ່ຕອນເລີ່ມຕົ້ນ ແລະ ພວກເຂົາບໍ່ມີປະຫວັດໃນການຫັກຫຼັງພຣະອົງ. ພວກເຂົາບໍ່ແມ່ນມະນຸດຊາດທີ່ມືດມິດທີ່ສຸດ, ຕໍ່າຕ້ອຍທີ່ສຸດ ຫຼື ຫຼ້າຫຼັງທີ່ສຸດ”. ຖ້າພາລະກິດຖືກປະຕິບັດໃນລັກສະນະນີ້ແທ້ໆ, ແມ່ນໃຜຈະໝັ້ນໃຈໃນພາລະກິດນີ້? ຈາກຈັກກະວານທັງປວງ, ຄົນຈີນເປັນຄົນທີ່ຫຼ້າຫຼັງທີ່ສຸດ. ພວກເຂົາເກີດຢ່າງຕໍ່າຕ້ອຍພ້ອມກັບຄວາມຊື່ສັດທີ່ຕໍ່າ, ພວກເຂົາເປັນຄົນທີ່ໂງ່ ແລະ ດ້ານຊາ ແລະ ພວກເຂົາຫຍາບຄາຍ ແລະ ເສື່ອມໂຊມ. ພວກເຂົາຖືກຊືມຊັບໄປດ້ວຍອຸປະນິໄສຊົ່ວຮ້າຍ, ສົກກະປົກ ແລະ ໄຮ້ສິນທຳ. ພວກເຈົ້າມີອຸປະນິໄສແບບຊາຕານສິ່ງເຫຼົ່ານີ້ທັງໝົດ. ຫຼັງຈາກທີ່ພາລະກິດນີ້ຖືກເຮັດໃຫ້ສຳເລັດ ຜູ້ຄົນຈະໂຍນຖິ້ມອຸປະນິໄສອັນເສື່ອມຊາມເຫຼົ່ານີ້ ແລະ ຈະສາມາດເຊື່ອຟັງຢ່າງສົມບູນ ແລະ ຖືກເຮັດໃຫ້ບໍລິບູນ. ມີພຽງແຕ່ຜົນຈາກພາລະກິດປະເພດນີ້ຈຶ່ງເປັນຄໍາພະຍານທ່າມກາງການເນລະມິດສ້າງ! ເຈົ້າເຂົ້າໃຈບໍວ່າແມ່ນຫຍັງຄືຄຳພະຍານ? ຄຳພະຍານຄວນເກີດຂຶ້ນໄດ້ແນວໃດແທ້? ພາລະກິດປະເພດນີ້ເຮັດໃຫ້ພວກເຈົ້າກາຍມາເປັນຜູ້ປະກອບພ້ອມກັບເປັນເຄື່ອງມືຮັບໃຊ້; ຍິ່ງໄປກວ່ານັ້ນ ມັນໄດ້ເຮັດໃຫ້ພວກເຈົ້າກາຍມາເປັນເປົ້າໝາຍຂອງຄວາມລອດພົ້ນ. ໃນປັດຈຸບັນ ພວກເຈົ້າເປັນຜູ້ຄົນຂອງພຣະເຈົ້າ ແລະ ຕໍ່ໄປ ພວກເຈົ້າກໍຈະເປັນແບບຢ່າງ ແລະ ຕົວຢ່າງ. ໃນພາລະກິດນີ້, ພວກເຈົ້າຮັບບົດບາດທີ່ຫຼາກຫຼາຍປະເພດ ແລະ ໃນທີ່ສຸດແລ້ວ ພວກເຈົ້າຈະເປັນເປົ້າໝາຍຂອງຄວາມລອດພົ້ນ. ຫຼາຍຄົນຢູ່ໃນດ້ານລົບຍ້ອນສິ່ງນີ້; ພວກເຂົາບໍ່ໄດ້ຕາບອດແທ້ໆບໍ? ເຈົ້າບໍ່ສາມາດເຫັນຫຍັງໄດ້ຢ່າງຈະແຈ້ງ! ພຽງແຕ່ເອີ້ນເຈົ້າກໍເຮັດໃຫ້ເຈົ້າຍອມຈໍານົນແລ້ວບໍ? ເຈົ້າເຂົ້າໃຈບໍວ່າ ອຸປະນິໄສທີ່ຊອບທຳຂອງພຣະເຈົ້າໝາຍເຖິງຫຍັງ? ເຈົ້າເຂົ້າໃຈບໍວ່າຄວາມລອດພົ້ນຂອງພຣະອົງແມ່ນຫຍັງ? ເຈົ້າເຂົ້າໃຈບໍວ່າຄວາມຮັກຂອງພຣະເຈົ້າແມ່ນຫຍັງ? ເຈົ້າບໍ່ມີຄວາມຊື່ສັດ! ເມື່ອເອີ່ຍເຖິງຢ່າງຈົບງາມ ເຈົ້າກໍມີຄວາມສຸກ. ເມື່ອເອີ່ຍເຖິງແບບບໍ່ດີ ເຈົ້າກໍບໍ່ເຕັມໃຈ ແລະ ທໍ້ຖອຍ. ເຈົ້າເປັນຫຍັງ? ເຈົ້າບໍ່ໄດ້ສະແຫວງຫາຫົນທາງທີ່ແທ້ຈິງ! ເຈົ້າຄວນຢຸດສະແຫວງຫາໂດຍໄວ. ມັນເປັນຕາອັບອາຍ! ສິ່ງທີ່ບໍ່ສຳຄັນແບບນີ້ໄດ້ເຮັດໃຫ້ເຈົ້າຍອມຈໍານົນ, ນີ້ບໍ່ແມ່ນສັນຍາລັກແຫ່ງຄວາມອັບອາຍບໍ?

ເຈົ້າຄວນມີຄວາມຮູ້ກ່ຽວກັບຕົນເອງເລັກນ້ອຍ. ຢ່າເບິ່ງຕົນເອງສູງສົ່ງເກີນໄປ ແລະ ຢ່າຝັນທີ່ຈະໄດ້ໄປສະຫວັນ. ພຽງແຕ່ສະແຫວງຫາຢ່າງຕັ້ງໜ້າເພື່ອຖືກເອົາຊະນະເທິງແຜ່ນໂລກ. ຢ່າຄິດເຖິງຄວາມຝັນທີ່ບໍ່ເປັນຈິງເຫຼົ່ານັ້ນທີ່ບໍ່ມີຢູ່ຈິງ! ຖ້າມີຄົນເວົ້າບາງສິ່ງດັ່ງຕໍ່ໄປນີ້ ເຊິ່ງສິ່ງເຫຼົ່ານີ້ແມ່ນຄຳເວົ້າຈາກຄົນທີ່ມີຄວາມຕັ້ງໃຈ ແລະ ກ້າຫານ: “ເຖິງແມ່ນຂ້ານ້ອຍເປັນເຊື້ອສາຍຂອງໂມອາບ, ຂ້ານ້ອຍກໍເຕັມໃຈທີ່ຈະພະຍາຍາມເພື່ອພຣະເຈົ້າ. ຂ້ານ້ອຍຈະຫັນຫຼັງໃຫ້ກັບບັນພະບຸລຸດທີ່ເກົ່າແກ່ຂອງຂ້ານ້ອຍ! ເຂົາເຮັດໃຫ້ຂ້ານ້ອຍເກີດ ແລະ ຍັງຢຽບຢໍ່າຂ້ານ້ອຍ ແລະ ຈົນຮອດຕອນນີ້ ຂ້ານ້ອຍກໍພຽງແຕ່ດຳລົງຊີວິດໃນຄວາມມືດມິດ. ໃນປັດຈຸບັນ ພຣະເຈົ້າໄດ້ປົດປ່ອຍຂ້ານ້ອຍ ແລະ ໃນທີ່ສຸດ ຂ້ານ້ອຍໄດ້ເຫັນດວງອາທິດແຫ່ງສະຫວັນ. ຜ່ານການເປີດໂປງຂອງພຣະເຈົ້າ ໃນທີ່ສຸດ ຂ້ານ້ອຍກໍໄດ້ເຫັນວ່າ ຂ້ານ້ອຍເປັນເຊື້ອສາຍຂອງໂມອາບ. ກ່ອນໜ້ານີ້ ຂ້ານ້ອຍຢູ່ໃນຄວາມມືດ ແລະ ຂ້ານ້ອຍບໍ່ຮູ້ວ່າພຣະເຈົ້າໄດ້ປະຕິບັດພາລະກິດຫຼາຍຢ່າງ, ຍ້ອນວ່າຂ້ານ້ອຍໄດ້ຖືກຊາຕານເຖົ້າເຮັດໃຫ້ຕາບອດ. ຂ້ານ້ອຍຈະຫັນຫຼັງໃຫ້ກັບມັນ ແລະ ເຮັດໃຫ້ມັນອັບອາຍໃນທຸກໆດ້ານ!” ແລ້ວພວກເຈົ້າມີຄວາມຕັ້ງໃຈແບບນັ້ນບໍ? ເຖິງແມ່ນວ່າ ຄວາມຈິງແລ້ວ ພວກເຈົ້າແຕ່ລະຄົນກໍລ້ວນແລ້ວແຕ່ມີລັກສະນະຂອງມະນຸດ, ແຕ່ພວກເຈົ້າເພພັງລົງໄວກວ່າຄົນອື່ນໆ ແລະ ພວກເຈົ້າກໍອ່ອນໄຫວທີ່ສຸດຕໍ່ບັນຫາດັ່ງກ່າວ. ທັນທີທີ່ມີການກ່າວເຖິງວ່າ ພວກເຈົ້າເປັນເຊື້ອສາຍຂອງໂມອາບ, ປາກຂອງພວກເຈົ້າກໍບິດເບະ. ນີ້ບໍ່ແມ່ນອຸປະນິໄສຂອງໝູບໍ? ພວກເຈົ້າບໍ່ມີຄ່າເລີຍ. ພວກເຈົ້າເຕັມໃຈທີ່ຈະເສຍສະຫຼະຊີວິດຂອງພວກເຈົ້າເພື່ອເຫັນແກ່ຊື່ສຽງ ແລະ ຊັບສິນຂອງພວກເຈົ້າ! ເຈົ້າອາດຈະບໍ່ເຕັມໃຈເປັນເຊື້ອສາຍຂອງໂມອາບ, ແຕ່ນັ້ນບໍ່ແມ່ນສິ່ງທີ່ເຈົ້າເປັນບໍ? ເຮົາກຳລັງເວົ້າວ່າ ໃນປັດຈຸບັນນີ້ ເຈົ້າເປັນ ແລະ ເຈົ້າກໍຕ້ອງຍອມຮັບເອົາມັນ. ເຮົາບໍ່ກ່າວໃນສິ່ງທີ່ຄັດກັບຄວາມຈິງ. ບາງຄົນມີຄວາມຄິດລົບກໍຍ້ອນສິ່ງນີ້, ແຕ່ມີຫຍັງໃຫ້ຄິດລົບກ່ຽວກັບສິ່ງນີ້? ເຈົ້າບໍ່ແມ່ນເປັນລູກຂອງມັງກອນແດງໃຫຍ່ເຊັ່ນກັນບໍ? ແລ້ວມັນບໍ່ຍຸຕິທຳຢູ່ບ່ອນໃດ ທີ່ຈະເວົ້າວ່າເຈົ້າເປັນເຊື້ອສາຍຂອງໂມອາບ? ຈົ່ງເບິ່ງໃນສິ່ງທີ່ເຈົ້າກຳລັງດຳລົງຊີວິດຕາມ, ຂ້າງໃນ ແລະ ຂ້າງນອກ. ຈາກຫົວຈົນຮອດຕີນ, ບໍ່ມີຫຍັງທີ່ມີຄ່າໃຫ້ໂອ້ອວດເລີຍ. ຄວາມໄຮ້ສິນທຳ, ຄວາມສົກກະປົກ, ຄວາມຕາບອດ, ການຕໍ່ຕ້ານ, ການກະບົດ, ສິ່ງເຫຼົ່ານີ້ບໍ່ແມ່ນສ່ວນໜຶ່ງຂອງອຸປະນິໄສຂອງເຈົ້າບໍ? ເຈົ້າດຳລົງຊີວິດຢູ່ພາຍໃນດິນແດນແຫ່ງຄວາມໄຮ້ສິນທຳຢູ່ສະເໝີ ແລະ ເຈົ້າບໍ່ເຄີຍເຮັດໃນສິ່ງທີ່ບໍ່ຊົ່ວຮ້າຍ. ເຈົ້າຄິດວ່າ ເຈົ້າບໍລິສຸດຫຼາຍ, ເມື່ອເບິ່ງສິ່ງຕ່າງໆທີ່ເຈົ້າໄດ້ເຮັດ ແລະ ເຈົ້າກໍຍັງພໍໃຈກັບຕົນເອງຢ່າງຫຼາຍ. ເຈົ້າໄດ້ເຮັດຫຍັງທີ່ມີຄ່າໃຫ້ສັນລະເສີນແດ່? ເຈົ້າເປັນເໝືອນກັບສັດຮ້າຍ. ເຈົ້າບໍ່ມີຄວາມເປັນມະນຸດ! ເຈົ້າຄົບຄ້າກັບສັດ ແລະ ດຳລົງຊີວິດທ່າມກາງແນວຄິດທີ່ຊົ່ວຮ້າຍ ແລະ ໄຮ້ສິນທຳ. ພວກເຈົ້າກຳລັງຂາດເຂີນຫຼາຍສໍ່າໃດ? ພວກເຈົ້າເຫັນດີວ່າ ພວກເຈົ້າເປັນລູກຂອງມັງກອນແດງໃຫຍ່ ແລະ ພວກເຈົ້າເຕັມໃຈທີ່ຈະຮັບໃຊ້ບໍລິການ, ແຕ່ຕໍ່ມາ ເມື່ອມີການເວົ້າວ່າ ພວກເຈົ້າເປັນເຊື້ອສາຍຂອງໂມອາບ ພວກເຈົ້າກໍເລີ່ມມີຄວາມຄິດລົບ. ສິ່ງນີ້ບໍ່ແມ່ນຄວາມຈິງບໍ? ເໝືອນກັບທີ່ເຈົ້າເກີດຈາກພໍ່ ແລະ ແມ່ຂອງເຈົ້າ, ບໍ່ວ່າພວກເຂົາເປັນຕາຢ້ານສໍ່າໃດ, ແຕ່ເຈົ້າກໍຍັງເກີດຈາກພວກເຂົາ. ເຖິງແມ່ນເຈົ້າໄດ້ພົບແມ່ລ້ຽງ ແລະ ໜີຈາກເຮືອນຂອງເຈົ້າໄປ, ເຈົ້າກໍຍັງເປັນລູກຂອງພໍ່ແມ່ທີ່ໃຫ້ກໍາເນີດເຈົ້າຢູ່ດີ ບໍ່ແມ່ນບໍ? ສາມາດປ່ຽນແປງຄວາມຈິງນັ້ນໄດ້ບໍ? ເຮົາໄດ້ເອີ້ນເຈົ້າເປັນເຊື້ອສາຍຂອງໂມອາບໂດຍບໍ່ມີເຫດຜົນບໍ? ບາງຄົນເວົ້າວ່າ: “ພຣະອົງສາມາດເອີ້ນຂ້ານ້ອຍຢ່າງອື່ນໄດ້ບໍ?” ເຮົາກ່າວວ່າ: “ແລ້ວຖ້າເຮົາເອີ້ນເຈົ້າວ່າເປັນຜູ້ປະກອບເດ?” ພວກເຂົາບໍ່ເຕັມໃຈທີ່ຈະເປັນຜູ້ປະກອບຄືກັນ. ແລ້ວເຈົ້າເຕັມໃຈທີ່ຈະເປັນຫຍັງ? ຜູ້ປະກອບ, ຜູ້ເຮັດບໍລິການ, ນີ້ບໍ່ແມ່ນສິ່ງທີ່ພວກເຈົ້າເປັນບໍ? ເຈົ້າຈະເລືອກເປັນຫຍັງອີກ? ເຈົ້າບໍ່ໄດ້ເປັນຄົນທີ່ເກີດໃນປະເທດຂອງມັງກອນແດງໃຫຍ່ບໍ? ບໍ່ວ່າເຈົ້າຈະເວົ້າວ່າເຈົ້າເປັນລູກຂອງເດວິດແນວໃດກໍຕາມ, ມັນກໍບໍ່ໄດ້ສອດຄ່ອງກັບຄວາມຈິງ. ນີ້ແມ່ນສິ່ງທີ່ເຈົ້າໄດ້ເລືອກເອງບໍ? ເຈົ້າສາມາດເລືອກຊື່ອັນງົດງາມທີ່ເຈົ້າມັກໃຫ້ກັບຕົນເອງບໍ? ລູກຂອງມັງກອນແດງໃຫຍ່ທີ່ຖືກກ່າວເຖິງບໍ່ແມ່ນພວກເຈົ້າຜູ້ທີ່ເສື່ອມຊາມບໍ? ສໍາລັບຜູ້ເຮັດບໍລິການທີ່ກ່າວເຖິງ, ພວກເຂົາບໍ່ແມ່ນພວກເຈົ້າທີ່ເສື່ອມຊາມເຊັ່ນດຽວກັນບໍ? ຕົວຢ່າງ ແລະ ແບບຢ່າງແຫ່ງການເອົາຊະນະທີ່ຖືກກ່າວເຖິງ, ພວກເຂົາບໍ່ແມ່ນພວກເຈົ້າເຊັ່ນກັນບໍ? ເສັ້ນທາງຂອງການຖືກເຮັດໃຫ້ສົມບູນ ນັ້ນບໍ່ໄດ້ກ່າວເຖິງເພື່ອພວກເຈົ້າບໍ? ຄົນທີ່ຖືກຂ້ຽນຕີ ແລະ ພິພາກສາແມ່ນພວກເຈົ້າ; ແລ້ວຕໍ່ໄປຄົນທີ່ຈະຖືກເຮັດໃຫ້ສົມບູນບໍ່ແມ່ນບາງຄົນທີ່ຢູ່ທ່າມກາງພວກເຈົ້າບໍ? ຕໍາແໜ່ງນີ້ຍັງມີບັນຫາຢູ່ບໍ? ພວກເຈົ້າໄຮ້ສາລະຫຼາຍ; ພວກເຈົ້າບໍ່ສາມາດເຫັນແມ່ນແຕ່ສິ່ງເລັກນ້ອຍດັ່ງກ່າວຢ່າງຊັດເຈນແທ້ບໍ? ເຈົ້າບໍ່ຮູ້ຈັກວ່າແມ່ນໃຜເປັນເຊື້ອສາຍຂອງໃຜ, ແຕ່ເຮົາຊັດເຈນກ່ຽວກັບສິ່ງນັ້ນ ແລະ ເຮົາກໍກຳລັງບອກພວກເຈົ້າ. ຖ້າສາມາດເຂົ້າໃຈມັນໃນມື້ນີ້ ນັ້ນກໍດີແລ້ວ. ຢ່ານອບນ້ອມຕົນເອງຢູ່ສະເໝີຫຼາຍ. ຍິ່ງເຈົ້າຄິດດ້ານລົບ ແລະ ທໍ້ຖອຍຫຼາຍສໍ່າໃດ, ມັນກໍສະແດງໃຫ້ເຫັນວ່າ ເຈົ້າເປັນລູກຫຼານຂອງຊາຕານຫຼາຍສໍ່ານັ້ນ. ມີບາງຄົນເວົ້າວ່າ ເມື່ອເຈົ້າໃຫ້ພວກເຂົາຟັງເພງນະມັດສະການ: “ເຊື້ອສາຍຂອງໂມອາບສາມາດຟັງເພງນະມັດສະການໄດ້ບໍ? ຂ້ານ້ອຍຈະບໍ່ຟັງ; ຂ້ານ້ອຍບໍ່ມີຄຸນສົມບັດ!” ຖ້າເຈົ້າໃຫ້ພວກເຂົາຮ້ອງເພງ, ພວກເຂົາກໍເວົ້າວ່າ: “ຖ້າເຊື້ອສາຍຂອງໂມອາບຮ້ອງເພງ, ພຣະເຈົ້າຈະເຕັມໃຈຟັງບໍ? ພຣະເຈົ້າລັງກຽດຂ້ານ້ອຍ. ຂ້ານ້ອຍອັບອາຍເກີນໄປທີ່ຈະຢູ່ຕໍ່ໜ້າພຣະເຈົ້າ ແລະ ຂ້ານ້ອຍບໍ່ສາມາດເປັນພະຍານໃຫ້ກັບພຣະອົງໄດ້. ຂ້ານ້ອຍຈະບໍ່ຮ້ອງແທ້ໆ ເພື່ອບໍ່ໃຫ້ພຣະເຈົ້າໃຈຮ້າຍເມື່ອພຣະອົງໄດ້ຍິນ”. ສິ່ງນີ້ບໍ່ແມ່ນວິທີທາງລົບທີ່ຈະຈັດການກັບມັນບໍ? ໃນຖານະທີ່ເປັນໜຶ່ງຂອງການເນລະມິດສ້າງ, ເຈົ້າເກີດໃນດິນແດນຂອງຄວາມໄຮ້ສິນທຳ ແລະ ເຈົ້າເປັນລູກຂອງມັງກອນແດງໃຫຍ່, ເຊື້ອສາຍຂອງໂມອາບ; ເຈົ້າຄວນຫັນຫຼັງໃຫ້ບັນພະບຸລຸດເກົ່າແກ່ຂອງເຈົ້າ ແລະ ຫັນຫຼັງໃຫ້ກັບຊາຕານເຖົ້າ. ມີພຽງແຕ່ຄົນທີ່ເຮັດແບບນັ້ນເທົ່ານັ້ນທີ່ຈະເປັນຄົນຕ້ອງການພຣະເຈົ້າຢ່າງແທ້ຈິງ.

ໃນຕອນເລີ່ມຕົ້ນ, ເມື່ອເຮົາມອບຖານະຂອງຜູ້ຄົນຂອງພຣະເຈົ້າໃຫ້ກັບພວກເຈົ້າ ພວກເຈົ້າໂດດເຕັ້ນຂຶ້ນ ແລະ ລົງດ້ວຍຄວາມປິຕິຍິນດີຫຼາຍກວ່າຄົນອື່ນໆ. ແຕ່ທັນທີທີ່ເຮົາບອກວ່າ ພວກເຈົ້າເປັນເຊື້ອສາຍຂອງໂມອາບ ພວກເຈົ້າເປັນແນວໃດ? ພວກເຈົ້າທຸກຄົນລົ້ມລົງ! ວຸດທິພາວະຂອງພວກເຈົ້າຢູ່ໃສ? ແນວຄິດຂອງພວກເຈົ້າກ່ຽວກັບຖານະແມ່ນໜັກແໜ້ນເກີນໄປ! ຄົນສ່ວນຫຼາຍແມ່ນບໍ່ສາມາດຍົກຕົນເອງຂຶ້ນ. ບາງຄົນໄປເຮັດທຸລະກິດ ແລະ ບາງຄົນໄປເຮັດວຽກ. ທັນທີທີ່ເຮົາເວົ້າວ່າ ພວກເຈົ້າເປັນເຊື້ອສາຍຂອງໂມອາບ ພວກເຈົ້າລ້ວນແລ້ວແຕ່ຕ້ອງການແລ່ນໜີ. ນີ້ແມ່ນການເປັນພະຍານໃຫ້ກັບພຣະເຈົ້າທີ່ພວກເຈົ້າຮ້ອງໂຮ່ຢູ່ຕະລອດເວລາບໍ? ຊາຕານຈະຕາຍໃຈໃນວິທີນີ້ບໍ? ນີ້ບໍ່ແມ່ນສັນຍາລັກແຫ່ງຄວາມອັບອາຍບໍ? ມັນມີປະໂຫຍດຫຍັງທີ່ຈະມີພວກເຈົ້າ? ພວກເຈົ້າລ້ວນແລ້ວແຕ່ເປັນຂີ້ເຫຍື້ອ! ແມ່ນຫຍັງຄືການທົນທຸກທີ່ພວກເຈົ້າໄດ້ຮັບທີ່ ພວກເຈົ້າຮູ້ສຶກວ່າຜິດຫຼາຍ? ພວກເຈົ້າຄິດວ່າ ທັນທີທີ່ພຣະເຈົ້າໄດ້ທໍລະມານພວກເຈົ້າຈົນຮອດຈຸດໃດໜຶ່ງ ພຣະອົງຈະມີຄວາມສຸກ, ຄືກັບວ່າພຣະເຈົ້າມາເພື່ອກ່າວໂທດພວກເຈົ້າໂດຍເຈດຕະນາ ແລະ ຫຼັງຈາກທີ່ກ່າວໂທດ ແລະ ທຳລາຍພວກເຈົ້າ, ພາລະກິດຂອງພຣະອົງກໍສຳເລັດລົງ. ນັ້ນແມ່ນສິ່ງທີ່ເຮົາເວົ້າບໍ? ພວກເຈົ້າບໍ່ໄດ້ຄິດແບບນັ້ນຍ້ອນຄວາມຕາບອດຂອງພວກເຈົ້າບໍ? ມັນເປັນຍ້ອນພວກເຈົ້າເອງບໍທີ່ບໍ່ພະຍາຍາມຢ່າງດີ ຫຼື ເປັນຍ້ອນເຮົາທີ່ກ່າວໂທດພວກເຈົ້າໂດຍເຈດຕະນາ? ເຮົາບໍ່ເຄີຍເຮັດແບບນັ້ນຈັກເທື່ອ, ນັ້ນແມ່ນສິ່ງທີ່ພວກເຈົ້າຄິດຂຶ້ນເອງ. ເຮົາບໍ່ໄດ້ປະຕິບັດພາລະກິດແບບນັ້ນເລີຍ ຫຼື ເຮົາບໍ່ມີເຈດຕະນານັ້ນ. ຖ້າເຮົາຕ້ອງການທຳລາຍພວກເຈົ້າແທ້ໆ, ເຮົາຈຳເປັນຕ້ອງຜະເຊີນກັບຄວາມລໍາບາກຂະໜາດນັ້ນບໍ? ຖ້າເຮົາຕ້ອງການທຳລາຍພວກເຈົ້າແທ້ໆ, ເຮົາຈຳເປັນຕ້ອງເວົ້າກັບພວກເຈົ້າຢ່າງເອົາຈິງເອົາຈັງບໍ? ຄວາມປະສົງຂອງເຮົາກໍຄື: ເມື່ອເຮົາໄດ້ຊ່ວຍພວກເຈົ້າໃຫ້ລອດພົ້ນແລ້ວ ນັ້ນກໍຈະເປັນເວລາທີ່ເຮົາສາມາດພັກຜ່ອນໄດ້. ຍິ່ງຄົນຕໍ່າຕ້ອຍຫຼາຍສໍ່າໃດ, ພວກເຂົາຍິ່ງເປັນເປົ້າໝາຍແຫ່ງຄວາມລອດພົ້ນຂອງເຮົາຫຼາຍສໍ່ານັ້ນ. ຍິ່ງພວກເຈົ້າສາມາດເຂົ້າເຖິງຢ່າງກະຕືລືລົ້ນຫຼາຍສໍ່າໃດ, ເຮົາຍິ່ງຈະມີຄວາມສຸກຫຼາຍສໍ່ານັ້ນ. ຍິ່ງພວກເຈົ້າແຕກແຍກກັນຫຼາຍສໍ່າໃດ ເຮົາກໍຍິ່ງບໍ່ສະບາຍໃຈຫຼາຍສໍ່ານັ້ນ. ພວກເຈົ້າຕ້ອງການຍ່າງວາງມາດຊົງ ແລະ ຍຶດເອົາບັນລັງສະເໝີ, ເຮົາຂໍບອກພວກເຈົ້າວ່າ ນັ້ນບໍ່ແມ່ນເສັ້ນທາງໃນການຊ່ວຍພວກເຈົ້າໃຫ້ລອດພົ້ນຈາກຄວາມສົກກະປົກ. ຄວາມເພີ້ຝັນຂອງການນັ່ງເທິງບັນລັງບໍ່ສາມາດເຮັດໃຫ້ພວກເຈົ້າສົມບູນໄດ້; ນັ້ນບໍ່ແມ່ນຄວາມຈິງ. ເຮົາເວົ້າວ່າ ເຈົ້າເປັນເຊື້ອສາຍຂອງໂມອາບ, ແລ້ວເຈົ້າບໍ່ມີຄວາມສຸກ. ເຈົ້າເວົ້າວ່າ: “ຖ້າພຣະອົງເຮັດໃຫ້ຂ້ານ້ອຍຕົກລົງສູ່ຂຸມເລິກທີ່ສຸດ, ຂ້ານ້ອຍຈະບໍ່ເປັນພະຍານໃຫ້ກັບພຣະອົງ ຫຼື ທົນທຸກເພື່ອພຣະອົງ”. ການເຮັດແບບນັ້ນບໍ່ແມ່ນການຕໍ່ຕ້ານເຮົາບໍ? ການເຮັດສິ່ງນີ້ມີປະໂຫຍດກັບເຈົ້າບໍ? ເຮົາໄດ້ມອບຄວາມເມດຕາຢ່າງຫຼວງຫຼາຍໃຫ້ກັບເຈົ້າ, ເຈົ້າໄດ້ລືມແລ້ວບໍ? ພວກເຈົ້າໄດ້ປະຕິເສດຢ່າງໝິ່ນປະໝາດ ແລະ ເຮັດໃຫ້ຫົວໃຈຂອງພຣະເຈົ້າອັບອາຍທີ່ເໝືອນກັບແມ່ທີ່ຮັກ; ຜົນຕາມມາຈະເປັນແນວໃດສໍາລັບພວກເຈົ້າ? ຖ້າເຈົ້າບໍ່ເປັນພະຍານໃຫ້ກັບເຮົາ ເຮົາຈະບໍ່ບັງຄັບເຈົ້າ, ແຕ່ເຈົ້າຄວນຮູ້ວ່າ ໃນທີ່ສຸດແລ້ວ ເຈົ້າຈະເປັນເປົ້າໝາຍແຫ່ງການທຳລາຍ. ຖ້າເຮົາບໍ່ສາມາດຮັບເອົາຄຳພະຍານໃນເຈົ້າ, ເຮົາຈະຮັບເອົາມັນຈາກຄົນອື່ນໆ. ນັ້ນບໍ່ແມ່ນເລື່ອງສຳຄັນສຳລັບເຮົາ, ແຕ່ໃນທີ່ສຸດ ເຈົ້າກໍຈະເສຍໃຈ ແລະ ໃນເວລານັ້ນ ເຈົ້າຈະຕົກລົງສູ່ຄວາມມືດມິດແຕ່ດົນນານແລ້ວ. ແລ້ວແມ່ນໃຜທີ່ຈະສາມາດຊ່ວຍໃຫ້ເຈົ້າລອດພົ້ນໄດ້? ຢ່າຄິດວ່າພາລະກິດບໍ່ສາມາດໄດ້ຮັບການປະຕິບັດຫາກບໍ່ມີເຈົ້າ. ການມີເຈົ້າບໍ່ໄດ້ມີຫຍັງຫຼາຍ ແລະ ການບໍ່ມີເຈົ້າກໍບໍ່ໄດ້ຂາດຫຍັງຫຼາຍ. ຢ່າໃຫ້ກຽດຕົນເອງສູງເກີນໄປ. ຖ້າເຈົ້າບໍ່ເຕັມໃຈທີ່ຈະຕິດຕາມເຮົາ, ນັ້ນກໍສະແດງໃຫ້ເຫັນວ່າ ເຈົ້າກະບົດ ແລະ ບໍ່ມີສິ່ງໃດໜ້າປາຖະໜາໃນຕົວເຈົ້າ. ຖ້າເຈົ້າເປັນຄົນເວົ້າເກັ່ງ, ນັ້ນບໍ່ແມ່ນຍ້ອນເຈົ້າປະກອບດ້ວຍຄໍາເວົ້າທີ່ເຮົາໄດ້ນໍາມາຜ່ານທາງພາລະກິດຂອງເຮົາບໍ? ເຈົ້າມີຫຍັງໃຫ້ໂອ້ອວດແດ່? ຢ່າປ່ອຍໃຫ້ຈິນຕະນາການຂອງເຈົ້າແລ່ນໜີໄປກັບເຈົ້າ! ຖ້າເຮົາບໍ່ສາມາດຮັບເອົາສະຫງ່າລາສີຈາກພວກເຈົ້າ, ຜູ້ທີ່ເປັນເຊື້ອສາຍຂອງໂມອາບ, ເຮົາກໍຈະຄັດເລືອກເອົາກຸ່ມທີສອງ ແລະ ກຸ່ມທີສາມຂອງເຊື້ອສາຍຂອງໂມອາບເພື່ອປະຕິບັດພາລະກິດຂອງເຮົາຈົນເຮົາໄດ້ຮັບເອົາສະຫງ່າລາສີ. ຖ້າເຈົ້າບໍ່ເຕັມໃຈທີ່ຈະເປັນພະຍານໃຫ້ກັບເຮົາ, ແລ້ວຈົ່ງໜີອອກໄປ! ເຮົາຈະບໍ່ບັງຄັບເຈົ້າ! ຢ່າຄິດວ່າເຮົາບໍ່ສາມາດດຳເນີນບາດກ້າວໃດໜຶ່ງຫາກປາສະຈາກພວກເຈົ້າ. ການຊອກຫາເປົ້າໝາຍທີ່ເໝາະສົມສຳລັບພາລະກິດຂອງເຮົາໃນດິນແດນແຫ່ງປະເທດຈີນນີ້ແມ່ນບໍ່ຕ້ອງໃຊ້ຄວາມພະຍາຍາມຫຍັງເລີຍ. ບໍ່ມີຫຍັງສາມາດຖືກຄົ້ນພົບໃນດິນແດນນີ້ໄດ້, ຄົນສົກກະປົກ ແລະ ເສື່ອມຊາມຢູ່ທຸກຫົນແຫ່ງຢ່າງແນ່ນອນ ແລະ ພາລະກິດຂອງເຮົາສາມາດໄດ້ຮັບການປະຕິບັດຢູ່ບ່ອນໃດກໍໄດ້. ຢ່າພູມໃຈຫຼາຍ! ບໍ່ວ່າເຈົ້າຈະພູມໃຈຫຼາຍສໍ່າໃດ, ເຈົ້າກໍຍັງເປັນລູກທີ່ເກີດຈາກການລ່ວງປະເວນີ ບໍ່ແມ່ນບໍ? ໃຫ້ເບິ່ງຄຸນຄ່າຂອງເຈົ້າ ແລ້ວເຈົ້າມີທາງເລືອກອື່ນບໍ? ພຽງແຕ່ການຍອມໃຫ້ເຈົ້າມີຊີວິດຢູ່ກໍເປັນການຍົກສູງຢ່າງຫຼວງຫຼາຍແລ້ວ, ແລ້ວເຈົ້າຍັງຈະອວດດີເພື່ອຫຍັງ? ຖ້າມັນບໍ່ແມ່ນເພື່ອໃຫ້ພາລະກິດຂອງເຮົາສິ້ນສຸດຍຸກ, ເຈົ້າຈະບໍ່ໄດ້ຕົກລົງສູ່ໄພພິນາດທາງທຳມະຊາດ ແລະ ໄພໃຫຍ່ຫຼວງທີ່ມະນຸດສ້າງຂຶ້ນຕັ້ງແຕ່ດົນນານມາແລ້ວບໍ? ເຈົ້າຍັງຈະສາມາດດໍາລົງຊີວິດຢູ່ຢ່າງສະບາຍໄດ້ບໍ? ເຈົ້າຍັງໂຕ້ຖຽງກ່ຽວກັບບັນຫານີ້ຕະຫຼອດ. ນັບຕັ້ງແຕ່ເຮົາເວົ້າວ່າ ເຈົ້າເປັນເຊື້ອສາຍຂອງໂມອາບ ເຈົ້າກໍເຮັດໜ້າບູດຕະລອດເວລາ. ເຈົ້າບໍ່ໄດ້ສຶກສາຕົນເອງ, ເຈົ້າບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າ ແລະ ເຈົ້າບໍ່ສາມາດອົດກັ້ນຕໍ່ຄົນນີ້ ຫຼື ຄົນນັ້ນ. ເມື່ອເຈົ້າເຫັນຄົນອື່ນໄດ້ຮັບການສຶກສາ ເຈົ້າກໍລົບກວນພວກເຂົາ ແລະ ເວົ້າໃນສິ່ງທີ່ເຮັດໃຫ້ທໍ້ຖອຍໃຈກັບພວກເຂົາ. ເຈົ້າແມ່ນກ້າຫຼາຍ! ເຈົ້າເວົ້າວ່າ: “ເຊື້ອສາຍຂອງໂມອາບສາມາດສຶກສາກ່ຽວກັບຫຍັງໄດ້? ຂ້ານ້ອຍຈະບໍ່ສຶກສາມັນ”. ນີ້ບໍ່ແມ່ນສິ່ງທີ່ສັດຮ້າຍຈະເວົ້າບໍ? ເຈົ້າຍັງນັບວ່າເປັນມະນຸດຢູ່ບໍ? ເຮົາໄດ້ເວົ້າຫຼາຍຢ່າງ, ແຕ່ມັນບໍ່ໄດ້ບັນລຸຫຍັງໃນເຈົ້າເລີຍ. ເຮົາໄດ້ເຮັດພາລະກິດທັງໝົດນີ້ໂດຍໄຮ້ປະໂຫຍດບໍ? ເຮົາໄດ້ເວົ້າພຣະທຳທັງໝົດນີ້ໂດຍສູນເປົ່າບໍ? ແມ່ນແຕ່ໝາຍັງແກວ່ງຫາງຂອງມັນ; ຄົນປະເພດນັ້ນບໍ່ດີແມ່ນແຕ່ສໍ່າກັບໝາເລີຍ! ເຈົ້າຍັງມີຄ່າຖືກເອີ້ນເປັນມະນຸດຢູ່ບໍ? ເມື່ອເຮົາເວົ້າກ່ຽວກັບເຊື້ອສາຍຂອງໂມອາບ, ບາງຄົນເຮັດໃຫ້ຕົນເອງບໍ່ມີຄ່າໂດຍເຈດຕະນາ. ພວກເຂົາແຕ່ງຕົວແຕກຕ່າງກວ່າແຕ່ກ່ອນ ແລະ ບໍ່ເປັນລະບຽບຫຼາຍຈົນພວກເຂົາເບິ່ງບໍ່ຄືກັບມະນຸດ ແລະ ພວກເຂົາກໍຈົ່ມພຶມພໍາວ່າ: “ຂ້ານ້ອຍເປັນເຊື້ອສາຍຂອງໂມອາບ, ຂ້ານ້ອຍບໍ່ດີ. ມັນເປັນຄວາມເພີ້ຝັນທີ່ຄິດວ່າຈະໄດ້ຮັບພອນໃດໆ. ເຊື້ອສາຍຂອງໂມອາບສາມາດຖືກເຮັດໃຫ້ສົມບູນບໍ?” ທັນທີທີ່ເຮົາເວົ້າເຖິງເຊື້ອສາຍຂອງໂມອາບ, ຄົນສ່ວນຫຼາຍບໍ່ມີຄວາມຫວັງອີກຕໍ່ໄປ ແລະ ພວກເຂົາເວົ້າວ່າ: “ພຣະເຈົ້າເວົ້າວ່າ ພວກຂ້ານ້ອຍເປັນເຊື້ອສາຍຂອງໂມອາບ, ສິ່ງນັ້ນມີຄວາມໝາຍວ່າແນວໃດ? ເມື່ອເບິ່ງຈາກນໍ້າສຽງຂອງພຣະອົງແລ້ວ, ມັນບໍ່ສາມາດປ່ຽນແປງໄດ້ເລີຍ! ບໍ່ມີຄວາມຮັກໃນພຣະທຳຂອງພຣະອົງ. ພວກເຮົາບໍ່ແມ່ນເປົ້າໝາຍຂອງການທຳລາຍບໍ?” ເຈົ້າລືມສິ່ງທີ່ຖືກເວົ້າກ່ອນໜ້ານີ້ບໍ? ຄຳວ່າ “ເຊື້ອສາຍຂອງໂມອາບ” ແມ່ນສິ່ງດຽວທີ່ເຈົ້າຈື່ບໍ? ຕາມຄວາມຈິງແລ້ວ, ພຣະທຳຫຼາຍຂໍ້ແມ່ນເພື່ອການບັນລຸຜົນ, ແຕ່ພວກມັນຍັງໄດ້ເປີດເຜີຍຄວາມຈິງແຫ່ງຂໍ້ແທ້ຈິງອີກດ້ວຍ. ຄົນສ່ວນໃຫຍ່ບໍ່ເຊື່ອສິ່ງນັ້ນ. ເຈົ້າບໍ່ເຕັມໃຈທີ່ຈະທົນທຸກແບບນັ້ນເພື່ອເຮົາ. ເຈົ້າຢ້ານຄວາມຕາຍ ແລະ ເຈົ້າຕ້ອງການຫຼົບໜີຢູ່ສະເໝີ. ຖ້າເຈົ້າຕ້ອງການໄປ ເຮົາຈະບໍ່ບັງຄັບເຈົ້າໃຫ້ຢູ່, ແຕ່ເຮົາຕ້ອງບອກເຈົ້າໃຫ້ຊັດເຈນກ່ຽວກັບສິ່ງນີ້: ຢ່າດຳລົງຊີວິດທັງໝົດໂດຍສູນເປົ່າ ແລະ ຢ່າລືມສິ່ງຕ່າງໆທີ່ເຮົາບອກເຈົ້າໃນອະດີດ. ໃນຖານະທີ່ເປັນສິ່ງຖືກສ້າງ ເຈົ້າຄວນປະຕິບັດໜ້າທີ່ຂອງສິ່ງຖືກສ້າງ. ຢ່າເຮັດສິ່ງທີ່ຕໍ່ຕ້ານກັບຄວາມຮູ້ສຶກຂອງເຈົ້າ; ສິ່ງທີ່ເຈົ້າຄວນເຮັດກໍຄືອຸທິດຕົນຕໍ່ພຣະຜູ້ເປັນເຈົ້າແຫ່ງການຊົງສ້າງ. ເຊື້ອສາຍຂອງໂມອາບກໍຍັງເປັນສ່ວນໜຶ່ງຂອງສິ່ງຊົງສ້າງ, ພຽງແຕ່ວ່າພວກເຂົາເປັນຕົວປະກອບ ແລະ ພວກເຂົາຖືກສາບແຊ່ງ. ບໍ່ວ່າຫຍັງກໍຕາມ, ເຈົ້າຍັງເປັນໜຶ່ງໃນສິ່ງຖືກສ້າງ. ເຈົ້າບໍ່ໄດ້ຫ່າງໄກຈາກສິ່ງນັ້ນ ຖ້າເຈົ້າເວົ້າວ່າ: “ເຖິງແມ່ນຂ້ານ້ອຍເປັນເຊື້ອສາຍຂອງໂມອາບ, ຂ້ານ້ອຍກໍໄດ້ຮັບຄວາມເມດຕາຂອງພຣະເຈົ້າຢ່າງຫຼວງຫຼາຍທີ່ຂ້ານ້ອຍຕ້ອງມີຄວາມສຳນຶກ. ຂ້ານ້ອຍພຽງແຕ່ຈະຍອມຮັບມັນ ແຕ່ຈະບໍ່ຍຶດຕິດກັບມັນ. ເຖິງແມ່ນຂ້ານ້ອຍຈະທໍລະມານພາຍໃນກະແສນີ້, ຂ້ານ້ອຍກໍຈະທົນທຸກຈົນເຖິງທີ່ສຸດ ແລະ ຖ້າຂ້ານ້ອຍເປັນເຊື້ອສາຍຂອງໂມອາບ ກໍໃຫ້ມັນເປັນດັ່ງນັ້ນ. ຂ້ານ້ອຍຈະຍັງຕິດຕາມຈົນເຖິງທີ່ສຸດ!” ເຈົ້າຕ້ອງຕິດຕາມຈົນເຖິງທີ່ສຸດ. ຖ້າເຈົ້າແລ່ນໜີ ເຈົ້າກໍຈະບໍ່ມີຄວາມຄາດຫວັງໃນອະນາຄົດທີ່ແທ້ຈິງ, ເຈົ້າຈະກ້າວເຂົ້າສູ່ຫົນທາງແຫ່ງຄວາມພິນາດ.

ມັນດີສໍາລັບພວກເຈົ້າທີ່ຈະເຂົ້າໃຈຕົ້ນກຳເນີດຂອງພວກເຈົ້າ ແລະ ການທີ່ໃຫ້ພວກເຈົ້າເຂົ້າໃຈຄວາມຈິງທີ່ເປັນປະໂຫຍດຕໍ່ພາລະກິດ. ຖ້າບໍ່ເຮັດແບບນັ້ນ, ຜົນທີ່ຄາດຫວັງໄວ້ກໍຈະບໍ່ຖືກບັນລຸຜົນ. ນີ້ແມ່ນສ່ວນໜຶ່ງຂອງພາລະກິດແຫ່ງການເອົາຊະນະ ແລະ ມັນເປັນບາດກ້າວທີ່ຈຳເປັນໃນພາລະກິດ. ນັ້ນແມ່ນຄວາມຈິງ. ພາລະກິດນີ້ແມ່ນມີຈຸດປະສົງເພື່ອປຸກວິນຍານຂອງຜູ້ຄົນ, ປຸກຄວາມຮູ້ສຶກໃນຄວາມສຳນຶກຂອງພວກເຂົາ ແລະ ເຮັດໃຫ້ຜູ້ຄົນໄດ້ຮັບຄວາມລອດພົ້ນທີ່ຍິ່ງໃຫຍ່ນີ້. ຖ້າຄົນໜຶ່ງມີຄວາມສຳນຶກ, ເມື່ອພວກເຂົາເຫັນວ່າພວກເຂົາມີຖານະທີ່ຕໍ່າຕ້ອຍ ພວກເຂົາຍິ່ງຄວນຂອບໃຈພຣະເຈົ້າຫຼາຍຂຶ້ນ. ພວກເຂົາຕ້ອງຍຶດຖືພຣະທຳຂອງພຣະອົງໃນມືຂອງພວກເຂົາ, ຍຶດຖືພຣະຄຸນທີ່ພຣະອົງມອບໃຫ້ກັບພວກເຂົາຢ່າງໜຽວແໜ້ນ ແລະ ຍິ່ງຮ້ອງໄຫ້ຢ່າງຂົມຂື່ນ ແລະ ເວົ້າວ່າ: “ຖານະຂອງພວກຂ້ານ້ອຍຕໍ່າຕ້ອຍຫຼາຍ ແລະ ພວກຂ້ານ້ອຍບໍ່ໄດ້ຮັບຫຍັງເລີຍໃນໂລກນີ້. ບໍ່ມີໃຜສົນໃຈພວກຂ້ານ້ອຍ ທີ່ເປັນຄົນຕໍ່າຕ້ອຍ. ພວກຂ້ານ້ອຍຖືກຂົ່ມເຫັງໃນສະພາບແວດລ້ອມຂອງເຮືອນຊານຂອງພວກຂ້ານ້ອຍ, ຜົວຂອງພວກຂ້ານ້ອຍປະຕິເສດພວກຂ້ານ້ອຍ, ເມຍຂອງພວກຂ້ານ້ອຍດ່າພວກຂ້ານ້ອຍ, ລູກຂອງພວກຂ້ານ້ອຍດູຖູກພວກຂ້ານ້ອຍ ແລະ ເມື່ອພວກຂ້ານ້ອຍເຖົ້າແກ່, ລູກໄພ້ຂອງພວກຂ້ານ້ອຍກໍຍັງປະຕິບັດບໍ່ດີຕໍ່ພວກຂ້ານ້ອຍອີກ. ພວກຂ້ານ້ອຍບໍ່ໄດ້ທົນທຸກໜ້ອຍເລີຍ ແລະ ບັດນີ້ການທີ່ພວກຂ້ານ້ອຍໄດ້ຮັບຄວາມຮັກທີ່ຍິ່ງໃຫຍ່ຂອງພຣະເຈົ້າແມ່ນຊ່າງເປັນໂຊກລາບທີ່ດີຫຼາຍ! ຖ້າພຣະເຈົ້າບໍ່ໄດ້ຊ່ວຍພວກຂ້ານ້ອຍໃຫ້ລອດພົ້ນ, ພວກຂ້ານ້ອຍຈະສາມາດເຫັນຄວາມທຸກທໍລະມານຂອງມະນຸດໄດ້ຢ່າງຈະແຈ້ງແນວໃດ? ພວກຂ້ານ້ອຍຈະຍັງບໍ່ໄດ້ເສື່ອມໂຊມຢູ່ໃນຄວາມບາບນີ້ບໍ? ສິ່ງນີ້ບໍ່ແມ່ນການທີ່ພຣະເຈົ້າຍົກພວກຂ້ານ້ອຍຂຶ້ນບໍ? ຂ້ານ້ອຍເປັນໜຶ່ງໃນຄົນທີ່ຕໍ່າຕ້ອຍທີ່ສຸດ ແລະ ພຣະເຈົ້າໄດ້ຍົກຂ້ານ້ອຍຂຶ້ນສູງຫຼາຍ. ເຖິງແມ່ນວ່າຂ້ານ້ອຍຈະຖືກທຳລາຍ, ຂ້ານ້ອຍກໍຍັງຕ້ອງຕອບແທນຄວາມຮັກຂອງພຣະອົງ. ພຣະເຈົ້າຄິດເຖິງພວກຂ້ານ້ອຍຢ່າງສູງ ແລະ ພຣະອົງກ່າວຕໍ່ໜ້າພວກຂ້ານ້ອຍ ເຊິ່ງເປັນຄົນທີ່ຕໍ່າຕ້ອຍຫຼາຍ. ພຣະອົງຈັບມືຂ້ານ້ອຍເພື່ອສັ່ງສອນຂ້ານ້ອຍ. ພຣະອົງປ້ອນຂ້ານ້ອຍດ້ວຍປາກຂອງພຣະອົງ. ພຣະອົງດໍາລົງຊີວິດຢູ່ກັບຂ້ານ້ອຍ ແລະ ທົນທຸກຢູ່ກັບຂ້ານ້ອຍ. ເຖິງແມ່ນວ່າພຣະອົງຈະຂ້ຽນຕີຂ້ານ້ອຍ, ຂ້ານ້ອຍຈະເວົ້າຫຍັງໄດ້? ການຖືກຂ້ຽນຕີບໍ່ແມ່ນການຖືກພຣະເຈົ້າຍົກຂຶ້ນເຊັ່ນກັນບໍ? ຂ້ານ້ອຍຖືກຂ້ຽນຕີ ແຕ່ຂ້ານ້ອຍກໍຍັງສາມາດເຫັນຄວາມຊອບທໍາຂອງພຣະອົງ. ຂ້ານ້ອຍບໍ່ສາມາດເປັນຄົນທີ່ບໍ່ມີຄວາມສໍານຶກ, ຂ້ານ້ອຍຕ້ອງຕອບແທນຄວາມຮັກຂອງພຣະເຈົ້າ. ຂ້ານ້ອຍບໍ່ສາມາດກະບົດຕໍ່ພຣະເຈົ້າອີກຕໍ່ໄປ”. ຕໍາແໜ່ງຂອງພຣະເຈົ້າ ແລະ ສະຖານະຂອງພຣະອົງບໍ່ຄືກັນກັບຜູ້ຄົນ, ແຕ່ການທົນທຸກຂອງພຣະອົງແມ່ນຄືກັນ ແລະ ອາຫານ ແລະ ເຄື່ອງນຸ່ງຫົ່ມຂອງພຣະອົງກໍຄືກັນ, ແຕ່ທຸກຄົນກໍນັບຖືພຣະອົງ ແລະ ນີ້ແມ່ນສິ່ງດຽວທີ່ແຕກຕ່າງກັນ. ສິ່ງອື່ນໆທີ່ພຣະອົງໄດ້ຮັບບໍ່ຄືກັນກັບມະນຸດບໍ? ແລ້ວພວກເຈົ້າມີສິດຫຍັງທີ່ຈະຖາມພຣະເຈົ້າໃຫ້ປະຕິບັດຕໍ່ພວກເຈົ້າໃນວິທີທາງໃດໜຶ່ງ? ພຣະເຈົ້າໄດ້ອົດກັ້ນຕໍ່ການທົນທຸກທີ່ຍິ່ງໃຫຍ່ ແລະ ປະຕິບັດພາລະກິດທີ່ຍິ່ງໃຫຍ່ ແລະ ພວກເຈົ້າ ເຊິ່ງຕໍ່າຕ້ອຍກວ່າມົດ, ຕໍ່າກວ່າແມງໄມ້ແມ່ນໄດ້ຖືກຍົກຂຶ້ນສູງຫຼາຍໃນປັດຈຸບັນ. ຖ້າເຈົ້າບໍ່ສາມາດຕອບແທນຄວາມຮັກຂອງພຣະເຈົ້າໄດ້ ແລ້ວຄວາມສຳນຶກຂອງເຈົ້າແມ່ນຢູ່ໃສ? ບາງຄົນເວົ້າຈາກຫົວໃຈຂອງພວກເຂົາວ່າ: “ທຸກຄັ້ງທີ່ຂ້ານ້ອຍຄິດເຖິງການໄປຈາກພຣະເຈົ້າ ຕາຂອງຂ້ານ້ອຍຈະເຕັມໄປດ້ວຍນໍ້າຕາ ແລະ ຄວາມສຳນຶກຂອງຂ້ານ້ອຍຖືກສຽບແທງ. ຂ້ານ້ອຍເປັນໜີ້ບຸນຄຸນພຣະເຈົ້າ. ຂ້ານ້ອຍບໍ່ສາມາດເຮັດສິ່ງນີ້ໄດ້. ຂ້ານ້ອຍບໍ່ສາມາດປະຕິບັດຕໍ່ພຣະອົງແບບນັ້ນ. ຖ້າຂ້ານ້ອຍຕ້ອງຕາຍ ແລະ ການຕາຍສາມາດມອບສະຫງ່າລາສີໃຫ້ກັບພາລະກິດຂອງພຣະອົງໄດ້, ຂ້ານ້ອຍຈະເຮັດຢ່າງພໍໃຈທີ່ສຸດ. ບໍ່ດັ່ງນັ້ນ ເຖິງແມ່ນຂ້ານ້ອຍດຳລົງຊີວິດຢູ່ ຂ້ານ້ອຍກໍຈະບໍ່ມີຄວາມຮູ້ສຶກສະຫງົບເລີຍ”. ໃຫ້ຟັງພຣະທຳເຫຼົ່ານີ້, ພຣະທໍາເຫຼົ່ານີ້ອະທິບາຍເຖິງໜ້າທີ່ໆສັດໂລກຄວນເຮັດໃຫ້ສຳເລັດ. ຖ້າບຸກຄົນໃດໜຶ່ງມີນິມິດນີ້ຢູ່ພາຍໃນພວກເຂົາສະເໝີ, ພວກເຂົາກໍຈະຮູ້ສຶກຊັດເຈນຢູ່ພາຍໃນ ແລະ ສະບາຍໃຈ; ພວກເຂົາຈະໝັ້ນໃຈໃນສິ່ງເຫຼົ່ານີ້ຢ່າງແນ່ນອນ. ເຈົ້າຈະເວົ້າວ່າ: “ພຣະເຈົ້າບໍ່ໄດ້ທຳຮ້າຍຂ້ານ້ອຍ ແລະ ພຣະອົງບໍ່ໄດ້ມີເຈດຕະນາຫົວຂວັນຂ້ານ້ອຍ ຫຼື ເຮັດໃຫ້ຂ້ານ້ອຍອັບອາຍ. ເຖິງແມ່ນວ່າພຣະອົງຈະເວົ້າສິ່ງທີ່ຂ້ອນຂ້າງຮຸນແຮງ ແລະ ມັນໂຈມຕີເຂົ້າໃນຫົວໃຈ, ມັນກໍແມ່ນເພື່ອຕົວຂ້ານ້ອຍເອງ. ເຖິງແມ່ນວ່າພຣະອົງຈະກ່າວຢ່າງຮຸນແຮງຂະໜາດນັ້ນ, ພຣະອົງກໍຍັງຊ່ວຍຂ້ານ້ອຍໃຫ້ລອດພົ້ນ ແລະ ພຣະອົງກໍຍັງຄຳນຶງເຖິງຄວາມອ່ອນແອຂອງຂ້ານ້ອຍ. ພຣະອົງບໍ່ໄດ້ລົງໂທດຂ້ານ້ອຍດ້ວຍຄວາມຈິງ. ຂ້ານ້ອຍເຊື່ອວ່າພຣະເຈົ້າຄືຄວາມລອດພົ້ນ”. ຖ້າເຈົ້າມີນິມິດແບບນີ້ແທ້ໆ, ເຈົ້າຈະບໍ່ໜີຈາກໄປ. ຄວາມສຳນຶກຂອງເຈົ້າຈະບໍ່ປ່ອຍເຈົ້າໄປ ແລະ ການຄັດຄ້ານຂອງມັນຈະບອກເຈົ້າວ່າເຈົ້າບໍ່ຄວນປະຕິບັດຕໍ່ພຣະເຈົ້າແບບນັ້ນ. ເຈົ້າຄິດເຖິງຄວາມເມດຕາທຸກຢ່າງທີ່ເຈົ້າໄດ້ຮັບເອົາ. ເຈົ້າໄດ້ຍິນພຣະທຳຫຼາຍຂໍ້ຂອງເຮົາ, ເຈົ້າໄດ້ຟັງພຣະທຳເຫຼົ່ານັ້ນໂດຍສູນເປົ່າບໍ? ບໍ່ວ່າໃຜຈະແລ່ນໜີກໍຕາມ, ແຕ່ເຈົ້າແລ່ນໜີບໍ່ໄດ້. ຄົນອື່ນບໍ່ເຊື່ອ, ແຕ່ເຈົ້າຕ້ອງເຊື່ອ. ຄົນອື່ນປະຖິ້ມພຣະເຈົ້າ, ແຕ່ເຈົ້າຕ້ອງເຊີດຊູພຣະເຈົ້າ ແລະ ເປັນພະຍານໃຫ້ກັບພຣະອົງ. ຄົນອື່ນໃສ່ຮ້າຍພຣະເຈົ້າ, ແຕ່ເຈົ້າບໍ່ຕ້ອງເຮັດ. ບໍ່ວ່າພຣະເຈົ້າຈະບໍ່ເຮັດດີກັບເຈົ້າສໍ່າໃດກໍຕາມ, ເຈົ້າຍັງຕ້ອງປະຕິບັດຕໍ່ພຣະອົງຢ່າງຖືກຕ້ອງ. ເຈົ້າຄວນຕອບແທນຄວາມຮັກຂອງພຣະອົງ ແລະ ເຈົ້າຕ້ອງມີຄວາມສຳນຶກ ເພາະພຣະເຈົ້າບໍລິສຸດ. ການທີ່ພຣະອົງລົງມາຈາກສະຫວັນຈົນເຖິງແຜ່ນດິນໂລກເພື່ອປະຕິບັດພາລະກິດທ່າມກາງມະນຸດຊາດ, ພຣະອົງແມ່ນໄດ້ຮັບຄວາມອັບອາຍທີ່ຍິ່ງໃຫຍ່ຢູ່ແລ້ວ. ພຣະອົງບໍລິສຸດໂດຍປາສະຈາກຄວາມສົກກະປົກໃດໆ. ໃນການມາເຖິງດິນແດນແຫ່ງຄວາມສົກກະປົກ, ພຣະອົງໄດ້ອົດກັ້ນຕໍ່ຄວາມອັບອາຍຫຼາຍສໍ່າໃດ? ພຣະອົງປະຕິບັດພາລະກິດໃນພວກເຈົ້າກໍແມ່ນເພື່ອພວກເຈົ້າ. ຖ້າເຈົ້າປະຕິບັດຕໍ່ພຣະອົງຢ່າງໄຮ້ຄວາມສໍານຶກຄິດ, ມັນກໍຈະດີກວ່າຖ້າເຈົ້າຕາຍໄປໂດຍໄວ!

ໃນຕອນນີ້, ຄົນສ່ວນໃຫຍ່ກຳລັງຂາດນິມິດໃນລັກສະນະນີ້; ພວກເຂົາບໍ່ສາມາດຢັ່ງເຖິງພາລະກິດນີ້ຢ່າງແນ່ນອນ ແລະ ບໍ່ຮູ້ຈັກວ່າ ພຣະເຈົ້າໝາຍເຖິງຫຍັງທີ່ຕ້ອງເຮັດສຳເລັດພາລະກິດນີ້ໃນທີ່ສຸດ. ໂດຍສະເພາະຄົນທີ່ສັບສົນເຫຼົ່ານັ້ນ, ມັນເປັນຄືກັບວ່າ ພວກເຂົາໄດ້ເຂົ້າໄປໃນທາງທີ່ຊັບຊ້ອນ ແລະ ຫຼົງທາງຫຼັງຈາກສອງສາມໂຄ້ງ. ຖ້າເຈົ້າອະທິບາຍເປົ້າໝາຍຂອງແຜນການຄຸ້ມຄອງຂອງພຣະເຈົ້າໃຫ້ກັບພວກເຂົາຢ່າງລະອຽດ, ພວກເຂົາກໍຈະບໍ່ສົບສົນ. ຫຼາຍຄົນບໍ່ສາມາດຢັ່ງເຖິງມັນໄດ້ ແລະ ເຊື່ອວ່າ ພາລະກິດຂອງພຣະເຈົ້າແມ່ນເພື່ອທໍລະມານຜູ້ຄົນ. ພວກເຂົາບໍ່ເຂົ້າໃຈສະຕິປັນຍາ ແລະ ຄວາມມະຫັດສະຈັນຂອງພາລະກິດຂອງພຣະອົງ ແລະ ພວກເຂົາບໍ່ເຂົ້າໃຈວ່າ ພາລະກິດຂອງພຣະອົງແມ່ນເພື່ອເປີດເຜີຍລິດອຳນາດທີ່ຍິ່ງໃຫຍ່ຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນກໍຄືການຊ່ວຍມະນຸດຊາດໃຫ້ລອດພົ້ນ. ພວກເຂົາບໍ່ເຫັນສິ່ງທັງໝົດເຫຼົ່ານັ້ນ; ພວກເຂົາພຽງແຕ່ເຫັນວ່າ ພວກເຂົາມີຄວາມຄາດຫວັງຫຍັງ ຫຼື ບໍ່ ແລະ ພວກເຂົາສາມາດເຂົ້າສູ່ສະຫວັນ ຫຼື ບໍ່. ພວກເຂົາເວົ້າວ່າ: “ພາລະກິດຂອງພຣະເຈົ້າມີທາງອ້ອມຫຼາຍຕະລອດ; ມັນຈະປັນການດີຖ້າໃຫ້ພວກຂ້ານ້ອຍເຫັນເຖິງສະຕິປັນຍາຂອງພຣະອົງໂດຍກົງ. ພຣະອົງບໍ່ຄວນທໍລະມານພວກຂ້ານ້ອຍແບບນີ້. ພວກຂ້ານ້ອຍຂາດໃນຄວາມສາມາດຫຼາຍ ແລະ ພວກຂ້ານ້ອຍບໍ່ເຂົ້າໃຈຄວາມປະສົງຂອງພຣະອົງ. ມັນຈະດີຫຼາຍຖ້າພຣະອົງເວົ້າ ແລະ ກະທຳໂດຍກົງ. ພຣະອົງຕ້ອງການໃຫ້ພວກຂ້ານ້ອຍຄາດເດົາ, ແຕ່ພວກຂ້ານ້ອຍເຮັດບໍ່ໄດ້. ມັນຈະດີຖ້າພຣະອົງຟ້າວ ແລະ ເຮັດໃຫ້ພວກຂ້ານ້ອຍເຫັນເຖິງ ສະຫງ່າລາສີຂອງພຣະອົງ. ເປັນຫຍັງຕ້ອງເຮັດສິ່ງຕ່າງໆໃນລັກສະນະທີ່ອ້ອມຄ້ອມ?” ສິ່ງທີ່ພວກເຈົ້າຂາດທີ່ສຸດໃນຕອນນີ້ກໍຄືຄວາມສຳນຶກ. ຈົ່ງໃຫ້ມີຄວາມສໍານຶກຫຼາຍ. ເປີດຕາຂອງພວກເຈົ້າອອກໃຫ້ກວ້າງເພື່ອຈະໄດ້ເຫັນວ່າ ແມ່ນໃຜທີ່ກຳລັງປະຕິບັດຂັ້ນຕອນຂອງພາລະກິດນີ້ຢ່າງແທ້ຈິງ. ຢ່າຟ້າວດ່ວນສະຫຼຸບ. ບັດນີ້ ຢ່າງຫຼາຍທີ່ສຸດ ເຈົ້າກໍໄດ້ເຂົ້າໃຈບາງຢ່າງກ່ຽວກັບດ້ານພາຍນອກຂອງວິຖີຊີວິດທີ່ເຈົ້າຄວນຜະເຊີນ. ຍັງມີຄວາມຈິງຫຼາຍຢ່າງທີ່ເຈົ້າຕ້ອງຜະເຊີນ ແລະ ເມື່ອມື້ທີ່ເຈົ້າຈະສາມາດເຂົ້າໃຈມັນຢ່າງແທ້ຈິງໄດ້ມາເຖິງ, ເຈົ້າຈະບໍ່ເວົ້າແບບນັ້ນອີກຕໍ່ໄປ ຫຼື ເຈົ້າຈະບໍ່ຕໍ່ວ່າ. ເຈົ້າຈະບໍ່ໃຫ້ນິຍາມສິ່ງນັ້ນຢ່າງງ່າຍໆ. ເຈົ້າຈະເວົ້າວ່າ: “ພຣະເຈົ້າສະຫຼາດຫຼາຍ, ພຣະເຈົ້າບໍລິສຸດຫຼາຍ, ພຣະເຈົ້າມີອຳນາດຫຼາຍ!”

ກ່ອນນີ້: ການເພີ່ມຄວາມສາມາດແມ່ນເພື່ອຮັບເອົາຄວາມລອດພົ້ນຂອງພຣະເຈົ້າ

ຕໍ່ໄປ: ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້