ການປັບປຸງຄວາມສາມາດແມ່ນເພື່ອຮັບເອົາການຢູລອດຂອງພຣະເຈົ້າ

ຜູ້ຄົນຈໍາເປັນຕ້ອງປັບປຸງຄວາມສາມາດຂອງຕົນເພື່ອການຖືກຮັບ ແລະ ເພື່ອໃຫ້ພວກເຈົ້າສາມາດເຂົ້າໃຈ ແລະ ຮູ້ຈັກວິທີປະຕິບັດຕາມພຣະທຳຂອງພຣະເຈົ້າ. ນີ້ຄືຂໍ້ກຳນົດຂັ້ນພື້ນຖານທີ່ສຸດ. ຖ້າເຈົ້າບໍ່ເຂົ້າໃຈໃນສິ່ງທີ່ເຮົາໄດ້ກ່າວ ແຕ່ພາກັນປະຕິບັດຕາມເຮົາ ການເຮັດແບບນັ້ນບໍ່ແມ່ນຄວາມເຊື່ອແບບມືດມົວບໍ? ບໍ່ວ່າເຮົາຈະກ່າວພຣະທໍາຫຼາຍຂໍ້ປານໃດກໍຕາມ, ຖ້າພວກເຈົ້າບໍ່ສາມາດຢັ່ງເຖິງຈຸດນັ້ນໄດ້, ຖ້າຫາກພວກເຈົ້າບໍ່ສາມາດເຂົ້າໃຈສິ່ງເຫຼົ່ານັ້ນໄດ້ ບໍ່ວ່າເຮົາຈະກ່າວຫຍັງກໍຕາມ, ນີ້ກໍຈະໝາຍຄວາມວ່າ ພວກເຈົ້າຂາດຄວາມສາມາດ. ນັ້ນກໍຍ້ອນວ່າ ພວກເຈົ້າບໍ່ມີຄວາມສາມາດໃນການຮັບເອົາ ແລະ ບໍ່ມີຄວາມເຂົ້າໃຈແມ່ນແຕ່ໜ້ອຍດຽວຕໍ່ສິ່ງທີ່ເຮົາກ່າວ. ດ້ວຍເຫດນັ້ນ, ມັນຈຶ່ງຍາກທີ່ຈະບັນລຸຜົນຕາມຄວາມປາດຖະໜາ. ຫຼາຍສິ່ງຢ່າງແມ່ນບໍ່ສາມາດກ່າວຕໍ່ພວກເຈົ້າໄດ້ໂດຍກົງ ແລະ ກໍບໍ່ສາມາດບັນລຸຜົນໄດ້ດັ່ງເດີມ. ເພາະສະນັ້ນ, ຈຶ່ງຕ້ອງໄດ້ເພີ່ມວຽກງານເຂົ້າໃນພາລະກິດຂອງເຮົາ. ມັນມີຄວາມຈຳເປັນທີ່ພວກເຈົ້າຕ້ອງເລີ່ມປະຕິບັດວຽກງານຂອງ “ການຍົກຄວາມສາມາດຂອງຜູ້ຄົນ” ດັ່ງກ່າວນີ້ ເພາະວ່າ ຄວາມສາມາດໃນການຮັບເອົາ ແລະ ເຫັນແຈ້ງໃນສິ່ງຕ່າງໆ ແລະ ມາດຕະຖານຂອງຊີວິດພວກເຈົ້າແມ່ນຕໍ່າເກີນໄປ. ນີ້ແມ່ນສິ່ງທີ່ບໍ່ສາມາດຫຼີກເວັ້ນໄດ້ ແລະ ບໍ່ມີທາງເລືອກອື່ນ. ມີແຕ່ແບບນີ້ເທົ່ານັ້ນຈຶ່ງສາມາດບັນລຸຜົນບາງຢ່າງ. ບໍ່ດັ່ງນັ້ນ, ພຣະທໍາທຸກຂໍ້ທີ່ເຮົາໄດ້ກ່າວໄປນັ້ນຈະບໍ່ມີປະໂຫຍດຫຍັງ ແລ້ວພວກເຈົ້າຈະບໍ່ໄດ້ຖືກຈາລຶກໄວ້ໃນປື້ມປະຫວັດສາດວ່າ ເປັນຄົນບາບບໍ? ພວກເຈົ້າຈະບໍ່ກາຍເປັນຄົນເສື່ອມຊາມບໍ? ພວກເຈົ້າບໍ່ຮູ້ບໍວ່າ ພາລະກິດທີ່ຖືກປະຕິບັດກັບພວກເຈົ້ານີ້ຄືຫຍັງ ແລະ ແມ່ນຫຍັງຄືສິ່ງທີ່ເຮົາຕ້ອງການຈາກພວກເຈົ້າ? ພວກເຈົ້າຄວນຮູ້ຈັກຄວາມສາມາດຂອງຕົນເອງ ເຊິ່ງເຮົາຂໍບອກວ່າ ມັນບໍ່ເຖິງລະດັບທີ່ເຮົາຕ້ອງການເລີຍ. ແບບນີ້ຈະບໍ່ເຮັດໃຫ້ພາລະກິດຂອງເຮົາຊັກຊ້າບໍ່? ສັງເກດເບິ່ງຄວາມສາມາດ ແລະ ບຸກຄະລິກໃນປັດຈຸບັນຂອງພວກເຈົ້າ, ພວກເຈົ້າບໍ່ເໝາະສົມຈະເປັນພະຍານໃຫ້ແກ່ເຮົາໄດ້ ແລະ ບໍ່ມີໃຜຈະສາມາດຮັບຜິດຊອບໜ້າທີ່ອັນໜັກໜ່ວງທີ່ເຮົາມອບໝາຍໃຫ້ປະຕິບັດໃນອະນາຄົດໄດ້ເລີຍ. ພວກເຈົ້າບໍ່ຮູ້ສຶກອັບອາຍກ່ຽວກັບເລື່ອງນີ້ແດ່ບໍ? ຖ້າເຈົ້າສືບຕໍ່ເປັນແບບນີ້, ເຈົ້າຈະສາມາດປະຕິບັດຕາມຄວາມປະສົງຂອງເຮົາໄດ້ແນວໃດ? ເຈົ້າຄວນປະຕິບັດຕໍ່ຊີວິດຂອງຕົນໃຫ້ດີ ແລະ ມີຄຸນຄ່າທີ່ສຸດ. ຢ່າປ່ອຍໃຫ້ເວລາຜ່ານໄປໂດຍບໍ່ມີປະໂຫຍດ. ການເຮັດແນວນັ້ນ ບໍ່ມີຄຸນຄ່າຫຍັງທັງສິ້ນ. ເຈົ້າຄວນຮູ້ ໃນສິ່ງທີ່ເຈົ້າຄວນກະທໍາມີຫຍັງແນ່. ຈົ່ງຢ່າຄິດວ່າຕົນເອງເປັນຄົນເກັ່ງໃນທຸກເລື່ອງ. ເພາະແທ້ຈິງແລ້ວ ມັນບໍ່ໃກ້ຄຽງເລີຍ! ຖ້າເຈົ້າບໍ່ມີ ແມ່ນແຕ່ຄວາມຮູ້ຂັ້ນພື້ນຖານຂອງຄວາມເປັນມະນຸດ ແລ້ວຈະເຮົາເວົ້າຫຍັງອີກ? ທັງໝົດບໍ່ໄດ້ສູນເສຍເປົ່າບໍ? ແລ້ວສຳລັບຄວາມເປັນມະນຸດ ແລະ ຄວາມສາມາດທີ່ເຮົາຮຽກຮ້ອງ, ບໍ່ມີແມ່ນແຕ່ຄົນດຽວໃນບັນດາພວກເຈົ້າທີ່ຈະມີຄຸນສົມບັດຢ່າງຄົບຖ້ວນ. ມັນຍາກທີ່ສຸດທີ່ຈະຊອກຫາຄົນໃດໜຶ່ງທີ່ເໝາະສົມເພື່ອມາຮັບໃຊ້ເຮົາ. ພວກເຈົ້າເຊື່ອວ່າ ຕົນເອງສາມາດຮັບເອົາການມອບໝາຍທີ່ຍິ່ງໃຫຍ່ຈາກເຮົາ ແລະ ປະຕິບັດພາລະກິດຂອງເຮົາໄດ້. ຄວາມຈິງແລ້ວ, ພວກເຈົ້າບໍ່ຮູ້ແມ່ນແຕ່ບົດຮຽນທີ່ຢູ່ຕໍ່ໜ້າພວກເຈົ້າອີກຊໍ້າ, ແລ້ວມັນຈະເປັນໄປໄດ້ແນວໃດທີ່ຈະເຂົ້າສູ່ຄວາມຈິງທີ່ເລີກເຊີ່ງຫຼາຍກວ່ານີ້ໄດ້? ທາງເຂົ້າສູ່ພຣະທໍາຂອງພວກເຈົ້າຄວນມີວິທີການທີ່ເປັນຂັ້ນຕອນ ແລະ ມີລະດັບ. ມັນຕ້ອງບໍ່ວຸ້ນວາຍ, ນັ້ນບໍ່ເປັນຜົນດີ. ຈົ່ງພາກັນເຂົ້າສູ່ພຣະທໍາຈາກເບື້ອງທີ່ມັນຕື້ນທີ່ສຸດ ດ້ວຍການເອົາໃຈໃສ່ອ່ານພຣະທຳແຕ່ລະແຖວ ຈົນກວ່າພວກເຈົ້າຈະເຂົ້າໃຈຢ່າງເລິ່ງເຊິ່ງ. ເມື່ອພວກເຈົ້າອ່ານພຣະທຳຂອງພຣະເຈົ້າ, ຢ່າພຽງແຕ່ເບິ່ງຜ່ານໆຄືກັບວ່າກຳລັງຊື່ນຊົມດອກໄມ້ ໃນຂະນະທີ່ນັ່ງຢູ່ເທີງຫຼັງມ້າ ແລະ ຢ່ທຳທ່າເຮັດ. ຕາມປົກກະຕິແລ້ວ, ເຈົ້າຍັງສາມາດອ່ານປື້ມອ້າງອີງບາງຢ່າງ (ເຊັ່ນ: ປື້ມກ່ຽວກັບໄວຍະກອນ ຫຼື ປຶ້ມສີລະປະໃນການໃຊ້ຄໍາເວົ້າ) ເພື່ອພັດທະນາຄວາມຮູ້ຂອງພວກເຈົ້າ. ຢ່າອ່ານປື້ມ ແບບນະວະນິຍາຍຮັກ, ຊີວະປະຫວັດຂອງຜູ້ທີ່ຍິ່ງໃຫຍ່ຕ່າງໆ ຫຼື ປຶ້ມທີ່ກ່ຽວກັບວິທະຍາສາດສັງຄົມ; ປຶ້ມເຫຼົ່ານີ້ບໍ່ມີປະໂຫຍດ ແລະ ພຽງແຕ່ສາມາດສ້າງຜົນເສຍ. ເຈົ້າຕ້ອງເກັ່ງທຸກຢ່າງທີ່ເຈົ້າຄວນເຂົ້າສູ່ ແລະ ຕ້ອງເຂົ້າໃຈ. ຈຸດປະສົງຂອງການປັບປຸງຄວາມສາມາດບໍ່ມີຫຍັງ ນອກຈາກການຊ່ວຍໃຫ້ຜູ້ຄົນຮູ້ຈັກແກ່ນແທ້, ເອກະລັກ, ສະຖານະພາບ ແລະ ຄຸນຄ່າຂອງຕົນ. ພວກເຈົ້າຄວນເຂົ້າໃຈວ່າ ເປັນຫຍັງຜູ້ຄົນຈຶ່ງຕ້ອງສະແຫວງຫາຄວາມຈິງໃນການເຊື່ອໃນພຣະເຈົ້າ ແລະ ມັນເປັນທີ່ຍອມຮັບ ຫຼື ບໍ່ທີ່ຜູ້ຄົນຈະບໍ່ເພີ່ມຄວາມສາມາດຂອງພວກເຂົາ. ມັນສໍາຄັນທີ່ພວກເຈົ້າຕ້ອງອົບຮົມສຶກສາຕົນເອງ; ພວກເຈົ້າຕ້ອງບໍ່ໂຍນສິ່ງນີ້ຖິ້ມໄປ! ພວກເຈົ້າຕ້ອງເຂົ້າໃຈວ່າ ເປັນຫຍັງຄວາມສາມາດຂອງຜູ້ຄົນຈຶ່ງຕ້ອງໄດ້ປັບປຸງ, ຄວາມສາມາດຈະຖືກປັບປຸງໄດ້ແນວໃດ ແລະ ຈະເຂົ້າສູ່ດ້ານໃດ. ພວກເຈົ້າຕ້ອງເຂົ້າໃຈຄວາມໝາຍຂອງການມີຊີວິດຢູ່ນອກກອບຂອງຄວາມເປັນມະນຸດທຳມະດາ, ເປັນຫຍັງພາລະກິດນີ້ຈຶ່ງຕ້ອງຖືກປະຕິບັດ ແລະ ຜູ້ຄົນຄວນຮ່ວມມືດ້ວຍວີທີໃດ. ການທີ່ຈະໄດ້ຮັບການສຶກສາ, ພວກເຈົ້າຄວນເຂົ້າໃຈຢ່າງຈະແຈ້ງ ກ່ຽວກັບດ້ານໃດທີ່ຕ້ອງຮຽນຮູ້ ແລະ ຜູ້ຄົນຄວນເຂົ້າຫາແນວໃດ. ພວກເຈົ້າທຸກຄົນຄວນຮູ້ວ່າ ເປົ້າໝາຍຂອງການຮຽນຮູ້ແມ່ນຫຍັງ. ແລ້ວການຮຽນຮູ້ບໍ່ແມ່ນ ການເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມຈິງບໍ? ໃນປັດຈຸບັນນີ້ ການເຜີຍແຜ່ຄຣິສຕະຈັກມີຫຍັງແນ່? ຖ້າຫາກພວກເຈົ້າບອກໃຫ້ຄົນໃດໜຶ່ງສຶກສາຮໍ່າຮຽນ, ພວກເຂົາກໍຈະລືມຄວາມສຸກຈາກການອ່ານພຣະທຳຂອງພຣະເຈົ້າ. ແຕ່ລະມື້ ພວກເຂົາກໍຈະບໍ່ເຮັດຫຍັງເລີຍ ນອກຈາກການຮໍ່າຮຽນ. ຖ້າຫາກພວກເຈົ້າກໍານົດໃຫ້ພວກເຂົາໃຊ້ຊີວິດນອກກອບຄວາມເປັນມະນຸດທຳມະດາ, ພວກເຂົາກໍຈະເອົາໃຈໃສ່ແຕ່ການຈັດລະບຽບເຮືອນຊານຂອງພວກເຂົາ, ການແຕ່ງຢູ່ຄົວກິນ ຫຼື ການຊື້ອຸປະກອນແຕ່ງກິນ. ພວກເຂົາໃສ່ໃຈແຕ່ເລື່ອງພວກນີ້ ແລະ ບໍ່ຮູ້ຈັກວິທີການນຳໃຊ້ຊີວິດທາງຄຣິສຕະຈັກແບບປົກກະຕິ. ຖ້າຫາກເຈົ້າຍັງຢູ່ໃນສະຖານະພາບແບບປັດຈຸບັນ ເຈົ້າກໍຈະຫຼິກເວັ້ນໃນການປະຕິບັດພາລະກິດຂອງຕົນ. ດັ່ງນັ້ນ, ເປັນຫຍັງເຈົ້າຈຶ່ງຖືກຂໍຮ້ອງໃຫ້ເຂົ້າສູ່ຊີວິດທາງຈິດວິນຍານ? ທຸກສິ່ງທີ່ເຈົ້າຮຽນຮູ້ບໍ່ສາມາດຊ່ວຍໃຫ້ເຈົ້າບັນລຸໃນສິ່ງທີ່ເຮົາຕ້ອງການ. ດ້ວຍວ່າ ສິ່ງສຳຄັນທີ່ສຸດ ກໍຄືການເຂົ້າສູ່ຊີວິດ. ເຫດຜົນຂອງການປະຕິບັດພາລະກິດນີ້ ແມ່ນເພື່ອແກ້ໄຂຄວາມຫຍຸ້ງຍາກຕ່າງໆທີ່ຜູ້ຄົນຜະເຊີນໃນປະສົບການຂອງພວກເຂົາ. ການຍົກລະດັບຄວາມສາມາດແມ່ນຊ່ວຍໃຫ້ເຈົ້າຮູ້ຈັກເຖິງທໍາມະຊາດຂອງມະນຸດ ແລະ ທາດແທ້ຂອງມະນຸດ ເຊິ່ງຈຸດປະສົງຕົ້ນຕໍຂອງການຮູ້ຈັກກັບສິ່ງເຫຼົ່ານີ້ກໍເພື່ອໃຫ້ຊີວິດທາງຈິດວິນຍານຂອງຜູ້ຄົນສາມາດປ່ຽນແປງນິໄສໃຈຄໍ ແລະ ເຕີບໃຫຍ່ໄດ້. ເຈົ້າອາດຈະຮູ້ຈັກວິທີການແຕ່ງຕົວ ເພື່ອໃຫ້ເບີ່ງຈົບງາມ; ເຈົ້າອາດມີຄວາມເຂົ້າໃຈເລີກເຊີ່ງ ແລະ ມີປັນຍາ ແຕ່ໃນທີ່ສຸດແລ້ວ ເມື່ອວັນນັ້ນມາເຖິງ ວັນເຈົ້າໄປປະຕິບັດພາລະກິດ, ເຈົ້າກໍຈະບໍ່ສາມາດປະຕິບັດມັນໄດ້. ດັ່ງນັ້ນ, ເຈົ້າຄວນຮູ້ສິ່ງທີ່ເຈົ້າຄວນປະຕິບັດ ໃນຂະນະທີ່ຍົກລະດັບຄວາມສາມາດຂອງຕົນ. ການປັບປຸງປ່ຽນແປງໃນຕົວເຈົ້າຄືເປົ້າໝາຍອັນສໍາຄັນ. ການຍົກລະດັບຄວາມສາມາດຄືສິ່ງເພີ່ມເຕີມ. ມັນຈະບໍ່ໄດ້ຜົນ ຖ້າຫາກຄວາມສາມາດຂອງເຈົ້າບໍ່ຖືກປັບປຸງ. ຍິ່ງຮ້າຍໄປກວ່ານັ້ນ ຖ້າຫາກເຈົ້າບໍ່ສາມາດປ່ຽນແປງນິໄສຂອງເຈົ້າໄດ້ ຄວາມສາມາດຂອງເຈົ້າກໍຈະໄຮ້ປະໂຫຍດ. ມີສິ່ງໜຶ່ງແຕ່ຂາດສິ່ງໜຶ່ງກໍຈະບໍ່ໄດ້ຜົນ. ການມີຄວາມເປັນມະນຸດທຳມະດາບໍ່ໄດ້ໝາຍຄວາມວ່າ ເຈົ້າໄດ້ຮັບປະຈັກພະຍານຢ່າງຊັດເຈນ. ສິ່ງທີ່ເຮົາຕ້ອງການຈາກເຈົ້າ ບໍ່ແມ່ນເລື່ອງງ່າຍດາຍຄືແນວນັ້ນ.

ເມື່ອຄວາມສາມາດຂອງຄົນຜູ້ໜຶ່ງໄດ້ປັບປຸງຈົນພວກເຂົາຮູ້ສຶກວ່າ ມີຮູບແບບການໃຊ້ຊີວິດແບບມະນຸດທຳມະດາ ແລະ ໄດ້ຮັບການເຂົ້າສູ່ຊີວິດຢ່າງແທ້ຈິງ, ເມື່ອນັ້ນພວກເຂົາຈຶ່ງຈະສາມາດປ່ຽນແປງ ແລະ ເປັນພະຍານຝ່າຍເຮົາໄດ້. ເມື່ອວັນແຫ່ງການເປັນພະຍານມາເຖິງ, ກໍຕ້ອງໄດ້ມີການໂອ້ລົມກ່ຽວກັບການປ່ຽນແປງຊີວິດຂອງມະນຸດ ແລະ ຄວາມຮູ້ກ່ຽວກັບພຣະເຈົ້າທີ່ຢູ່ພາຍໃນຂອງມະນຸດ. ການປະສົມປະສານ ການຮ່ວມມືກັນຈາກທັງສອງດ້ານເທົ່ານັ້ນ ທີ່ຈະເປັນພະຍານທີ່ມີຜົນປະໂຫຍດຢ່າງແທ້ຈິງຂອງເຈົ້າ. ມັນຈະບໍ່ມີຜົນຫຍັງ ຖ້າເຈົ້າພຽງແຕ່ປ່ຽນແປງຄວາມເປັນມະນຸດຂອງເຈົ້າດ້ານພາຍນອກ ແລະ ບໍ່ມີຄວາມເຂົ້າໃຈກ່ຽວກັບພາຍໃນ. ມັນກໍຈະບໍ່ໄດ້ຜົນຫຍັງເຊັ່ນດຽວ ຖ້າຫາກເຈົ້າມີຄວາມເຂົ້າໃຈ ແລະ ຄວາມຈິງ ຢູ່ພາຍໃນ ແຕ່ເຈົ້າເບີ່ງຂ້າມການໃຊ້ຊີວິດນອກຂອບເຂດຄວາມເປັນມະນຸດທຳມະດາ. ພາລະກິດທີ່ປະຕິບັດກັບເຈົ້າໃນມື້ນີ້ ບໍ່ແມ່ນເພື່ອສະແດງໃຫ້ຄົນອື່ນເບີ່ງ ແຕ່ເພື່ອປ່ຽນແປງເຈົ້າ. ເຈົ້າພຽງແຕ່ເອົາໃຈໃສ່ຕໍ່ການປ່ຽນແປງຕົວເອງ. ເຈົ້າອາດຈະຂຽນ ແລະ ຟັງໃນແຕ່ລະວັນ ແຕ່ມັນຈະບໍ່ໄດ້ຜົນ ຖ້າຫາກເຈົ້າບໍ່ເຂົ້າຮ່ວມໃນຂົງເຂດອື່ນໆຂອງຊີວິດເຈົ້າ. ເຈົ້າຄວນຈະເຂົ້າຮ່ວມໃນທຸກໆດ້ານ. ເຈົ້າຄວນມີຊີວິດແບບນັກບຸນປົກກະຕິ. ເອື້ອຍນ້ອງຫຼາຍຄົນນຸ່ງຖືຄືກັບຜູ້ຍິງທີ່ຮັ່ງມີ ແລະ ອ້າຍນ້ອງຫຼາຍຄົນທີ່ນຸ່ງຖືຄືກັບສຸພາບບູລຸດທີ່ຮັ່ງມີ ຫຼື ເຈົ້າພະຍາ ເຊິ່ງເສຍຄວາມເໝາະສົມໃນການເປັນນັກບູນຍ່າງສິ້ນເຊີງ. ດ້ານໜຶ່ງແມ່ນການຍົກຄວາມສາມາດຂອງບຸກຄົນໜຶ່ງ ເຊິ່ງສາມາດບັນລຸໄດ້ໂດຍບໍ່ຕັ້ງໃຈ. ອີກດ້ານໜຶ່ງຂອງຄວາມສຳຄັນຫຼັກໆ ແມ່ນການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າ. ການຮຽນຮູ້ຈະບໍ່ເສຍຖີ້ມຊື່ໆບໍ ຖ້າຫາກຄວາມສາມາດຂອງເຈົ້າສູງຂຶ້ນ ແຕ່ບໍ່ນຳໃຊ້ ຍ້ອນວ່າ ເຈົ້າບໍ່ໄດ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ? ທັງສອງດ້ານຕ້ອງປະສົມປະສານກັນ. ເປັນຫຍັງຈຶ່ງນຳເອົາເລື່ອງຄວາມຮູ້ກ່ຽວກັບພຣະເຈົ້າຂື້ນມາປຶກສາຫາລື ຕໍ່ສິ່ງທີ່ຕ້ອງການຈາກເຈົ້າ? ນີ້ບໍ່ແມ່ນເພື່ອປະໂຫຍດຂອງຜົນໄດ້ຮັບຂອງພາລະກິດໃນອະນາຄົດບໍ? ພາຍຫຼັງທີ່ເຈົ້າໄດ້ຖືກເອົາຊະນະ, ເຈົ້າຕ້ອງສາມາດເປັນພະຍານຈາກປະສົບການຂອງເຈົ້າເອງ. ມັນຈະບໍ່ໄດ້ຜົນ ຖ້າຫາກຮູບຮ່າງພາຍນອກຂອງເຈົ້າເປັນໜຶ່ງໃນມະນຸດຊາດທຳມະດາ ແຕ່ເຈົ້າບໍ່ສາມາດສະແດງປະສົບການຂອງຕົນອອກມາຜ່ານທາງປາກຂອງເຈົ້າໄດ້. ເມື່ອເຈົ້າມີຊີວິດທາງຈິດວິນຍາທີ່ປົກກະຕິ, ເຈົ້າກໍຄວນບັນລຸຄວາມເປັນມະນຸດທຳມະດາ ແລະ ກໍຈະສາມາດຮຽນຮູ້ຄວາມເປັນມະນຸດຫຼາຍດ້ານໂດຍບໍ່ໄດ້ຕັ້ງໃຈ. ເຈົ້າຈະວ່າ ການກວາດພື້ນເຮືອນຈຳເປັນຕ້ອງມີການຝຶກອົບຮົມພິເສດຊັ້ນບໍ? ຖ້າເຈົ້າຈຳເປັນຕ້ອງໃຊ້ເວລາເປັນຊົ່ວໂມງເພື່ອຝຶກການໃຊ້ໄມ້ຖູ່ເພື່ອກິນອາຫານ ມັນກໍຍິ່ງເປັນເລື່ອງທີ່ຍອມຮັບບໍ່ໄດ້! ການເປັນມະນຸດທຳມະດາແມ່ນປະກອບມີຫຍັງແນ່? ຄວາມເຂົ້າໃຈເລິກເຊີ່ງ, ຄວາມຮູ້ສຶກ, ສະຕິ ແລະ ບຸກຄະລິກ. ຖ້າຫາກເຈົ້າສາມາດບັນລຸເຖິງຄວາມເປັນປົກກະຕິໃນແຕ່ລະດ້ານເຫຼົ່ານີ້ໄດ້ແລ້ວ, ຄວາມເປັນມະນຸດຂອງເຈົ້າກໍເຖິງລະດັບມາດຕະຖານແລ້ວ. ເຈົ້າຄວນຈະມີຄວາມຄ້າຍຄືກັບມະນຸດທຳມະດາ ແລະ ປະພຶດຄືກັບຜູ້ທີ່ມີຄວາມເຊື່ອໃນພຣະເຈົ້າ. ເຈົ້າບໍ່ຕ້ອງບັນລຸເຖິງຂັ້ນສູງ ຫຼື ເຂົ້າຮ່ວມໃນວຽກການທູດ. ເຈົ້າພຽງແຕ່ເປັນມະນຸດທຳມະດາ ທີ່ມີຄວາມຮູ້ສຶກແບບຄົນປົກກະຕິ, ສາມາດເບີ່ງສິ່ງຕ່າງໆອອກ ແລະ ຢ່າງໜ້ອຍກໍເບີ່ງຄ້າຍຄືກັບມະນຸດທຳມະດາ. ເທົ່ານັ້ນກໍພໍແລ້ວ. ທຸກສິ່ງທຸກຢ່າງທີ່ຕ້ອງການຈາກເຈົ້າແມ່ນນອນຢູ່ໃນຄວາມອາດສາມາດຂອງເຈົ້າ ແລະ ບໍ່ແມ່ນການໄລ່ເປັດຂຶ້ນຢອງງ່າໄມ້. ຈະບໍ່ມີພຣະທໍາທີ່ບໍ່ມີປະໂຫຍດ ຫຼື ພາລະກິດທີ່ບໍ່ເປັນປະໂຫຍດໃດໆ ນໍາມາປະຕິບັດກັບເຈົ້າ. ທຸກຄວາມບໍ່ຈົບງາມທີ່ສະແດງອອກ ຫຼື ຖືກເປີດເຜີຍຢູ່ໃນຊີວິດຂອງເຈົ້າຕ້ອງຖືກກຳຈັດຖີ້ມ. ພວກເຈົ້າໄດ້ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ ແລະ ມີພິດຮ້າຍຈາກຊາຕານຫຼາຍເກີນໄປ. ທຸກຢ່າງທີ່ໄດ້ຮຽກຮ້ອງຈາກເຈົ້າ ກໍເພື່ອກຳຈັດນິໄສທີ່ເສື່ອມຊາມແບບຊາຕານອອກໄປ ໂດຍທີ່ບໍ່ແມ່ນເພື່ອໃຫ້ເຈົ້າກາຍເປັນຜູ້ມີຍົດສູງສົ່ງ ຫຼື ເປັນຄົນມີຊື່ສຽງ ຫຼື ເປັນຜູ້ຍິ່ງໃຫຍ່. ສິ່ງນີ້ບໍ່ມີປະໂຫຍດ. ພາລະກິດທີ່ປະຕິບັດກັບພວກເຈົ້າ ແມ່ນສອດຄ່ອງກັບສິ່ງທີ່ເປັນປົກກະຕິໃນຕົວພວກເຈົ້າ. ສິ່ງທີ່ເຮົາຕ້ອງການຈາກຜູ້ຄົນແມ່ນມີຈຳກັດ. ຖ້າຫາກຜູ້ຄົນທັງໝົດໃນມື້ນີ້ຖືກຂໍໃຫ້ປະພຶດຕົວຄືກັນກັບພະນັກງານລັດຖະບານ, ຝຶກເວົ້າດ້ວຍນໍ້າສຽງຂອງພະນັກງານລັດຖະບານ, ຝຶກວິທີເວົ້າແບບພະນັກງານການນຳຂັ້ນສູງຂອງລັດ ຫຼື ຝຶກໃນທ່າທາງ ແລະ ນ້ຳສຽງການປາກເວົ້າຂອງນັກຂຽນວັນນະຄະດີ ແລະ ນັກຂຽນນະວະນິຍາຍ, ການກະທໍາແບບນີ້ກໍຈະບໍ່ໄດ້ຜົນເຊັ່ນກັນ. ມັນຈະບໍ່ບັນລຸຜົນໄດ້. ສະນັ້ນ ໂດຍອີງຕາມຄວາມສາມາດຂອງພວກເຈົ້າ, ຢ່າງໜ້ອຍພວກເຈົ້າກໍຄວນສາມາດເວົ້າດ້ວຍປັນຍາ ແລະ ອ່ອນນ້ອມ ແລະ ການອະທິບາຍສິ່ງຕ່າງໆຢ່າງຊັດເຈນ. ຫຼັງຈາກນັ້ນ ພວກເຈົ້າຈຶ່ງຈະມີວຸດທິຄົບຕາມເງື່ອນໄຂ. ຢ່າງໜ້ອຍສຸດ ກໍຄວນບັນລຸໄດ້ເຖິງຄວາມເຂົ້າໃຈ ແລະ ຄວາມຮູ້ສຶກຢ່າງເລິກເຊິ່ງ. ປັດຈຸບັນ ບັນຫາຕົ້ນຕໍ ແມ່ນການກຳຈັດນິໄສທີ່ເສື່ອມຊາມແບບຊາຕານອອກໃຫ້ໝົດ. ເຈົ້າຕ້ອງກຳຈັດຄວາມບໍ່ຈົບງາມທີ່ເຈົ້າສະແດງອອກໃຫ້ໝົດໄປ. ຖ້າຫາກເຈົ້າບໍ່ກຳຈັດສິ່ງເຫຼົ່ານີ້ໃຫ້ໝົດໄປ, ເຈົ້າຈະສາມາດສຳພັດເຖິງຄວາມຮູ້ສຶກ ແລະ ຄວາມເຂົ້າໃຈຂັ້ນສູງສຸດໄດ້ແນວໃດ? ຫຼາຍຄົນເຂົ້າໃຈວ່າ ຍຸກສະໄໝໄດ້ປ່ຽນແປງ, ດັ່ງນັ້ນ, ພວກເຂົາຈຶ່ງບໍ່ຝຶກຝົນການຖ່ອມຕົວ ຫຼື ຄວາມອົດທົນ ແລະ ພວກເຂົາບໍ່ຈໍາເປັນຕ້ອງມີຄວາມຮັກ ຫຼື ຄວາມມີມາລະຍາດແບບນັກບຸນ. ຜູ້ຄົນເຫຼົ່ານີ້ໄຮ້ສາລະທີ່ສຸດ! ພວກເຂົາກໍມີຄວາມເປັນມະນຸດຮອດໜຶ່ງຂີດຢູ່ບໍ? ພວກເຂົາມີຄໍາພະຍານພຽງພໍທີ່ຈະເວົ້າເຖິງບໍ່? ພວກເຂົາບໍ່ມີຄວາມເຂົ້າໃຈທີ່ເລິກເຊິ່ງ ແລະ ບໍ່ມີຄວາມຮູ້ສຶກໃດໆເລີຍ. ແນ່ນອນວ່າ ການປະຕິບັດຂອງຜູ້ຄົນທີ່ບິດເບືອນ ແລະ ຜິດພາດນັ້ນ ລ້ວນແຕ່ຕ້ອງໄດ້ແກ້ໄຂໃຫ້ຖືກຕ້ອງ. ເຊັ່ນດຽວກັບຊີວິດທາງຈິດວິນຍານທີ່ແຂງກະດ້າງຂອງຜູ້ຄົນໃນອາດີດ ຫຼື ຮູບລັກສະນະຕາຍກະດ້າງ ແລະ ບໍ່ສະຫຼາດສະຫຼຽວ ເຊິ່ງສິ່ງທັງໝົດນີ້ ຕ້ອງໄດ້ປ່ຽນແປງ. ການປ່ຽນແປງບໍ່ໄດ້ໝາຍຄວາມວ່າ ປ່ອຍໃຫ້ເຈົ້າເຮັດໂລເລ ຫຼື ເຮັດຕາມໃຈໃນເນື້ອໜັງ ແລະ ເວົ້າໃນສິ່ງທີ່ເຈົ້າຕ້ອງການເວົ້າ. ການເວົ້າແບບບໍ່ລະມັດລະວັງ ແມ່ນເຮັດບໍ່ໄດ້. ການປະພຶດຕົນແບບມະນຸດທຳມະດາ ແມ່ນການເວົ້າແບບກົງໄປກົງມາ. ຖ້າວ່າ ແມ່ນ ກໍໝາຍຄວາມວ່າ ແມ່ນ, ບໍ່ ກໍໝາຍຄວາມວ່າ ບໍ່. ໃຫ້ຂໍ້ມູນທີ່ເປັນຄວາມຈິງ ແລະ ເວົ້າຢ່າງເໝາະສົມ. ບໍ່ສໍ້ໂກງ, ບໍ່ຂີ້ຕົວະ. ຕ້ອງຮູ້ຈັກຂໍ້ຈຳກັດທີ່ຄົນທຳມະດາສາມາດບັນລຸໃນການປ່ຽນແປງນິໄສໄດ້. ຖ້າຫາກຍັງບໍ່ຮູ້ສິ່ງນັ້ນ, ເຈົ້າກໍຈະບໍ່ສາມາດເຂົ້າສູ່ຄວາມເປັນຈິງໄດ້.

ກ່ອນນີ້: ການປະຕິບັດ (8)

ຕໍ່ໄປ: ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ພຣະດໍາລັດ 10 ຂໍ້ ທີ່ຄົນທີ່ພຣະເຈົ້າເລືອກຕ້ອງໄດ້ປະຕິບັດຕາມ ໃນຍຸກແຫ່ງອານາຈັກ

1. ມະນຸດບໍ່ຄວນສັນລະເສີນຕົວເອງ ຫຼື ຍົກຍ້ອງຕົວເອງ. ມະນຸດຄວນບູຊາ ແລະ ສັນລະເສີນຕໍ່ພຣະເຈົ້າ.2. ເຈົ້າຄວນປະຕິບັດສິ່ງໃດໜຶ່ງ...

ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ

ຍຸກເກົ່າໄດ້ຜ່ານໄປ ແລະ ຍຸກໃໝ່ໄດ້ກ້າວເຂົ້າມາ. ໃນແຕ່ລະປີ ແລະ ແຕ່ລະວັນ ພຣະເຈົ້າໄດ້ກະທໍາການຫຼາຍຢ່າງ. ພຣະອົງໄດ້ສະເດັດມາຍັງໂລກ ແລະ ຈາກໄປ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້