ບົດທີ 61

ເມື່ອເຈົ້າມີຄວາມຮູ້ກ່ຽວກັບສະພາບຂອງເຈົ້າເອງ ແລ້ວເຈົ້າກໍປະຕິບັດຕາມຄວາມປະສົງຂອງເຮົາ. ໃນຄວາມຈິງແລ້ວ ຄວາມປະສົງຂອງເຮົາບໍ່ໄດ້ຍາກທີ່ຈະເຂົ້າໃຈ, ພຽງແຕ່ວ່າ ໃນອະດີດນັ້ນ ເຈົ້າບໍ່ເຄີຍສະແຫວງຫາຕາມເຈດຕະນາຂອງເຮົາຈັກເທື່ອ. ສິ່ງທີ່ເຮົາຕ້ອງການບໍ່ແມ່ນແນວຄິດຂອງມະນຸດ ຫຼື ຄວາມຄິດຂອງມະນຸດ, ແລ້ວເຮົາກໍບໍ່ໄດ້ຕ້ອງການເງິນຂອງເຈົ້າ ຫຼື ຊັບສິນຂອງເຈົ້າເລີຍ. ສິ່ງທີ່ເຮົາຕ້ອງການແມ່ນຫົວໃຈຂອງເຈົ້າ, ເຈົ້າເຂົ້າໃຈບໍ? ນີ້ແມ່ນຄວາມປະສົງຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ມັນເປັນສິ່ງທີ່ເຮົາຕ້ອງການໄດ້ຮັບ. ຜູ້ຄົນໃຊ້ແນວຄິດໃນຄວາມຄິດຂອງພວກເຂົາເພື່ອຕັດສິນເຮົາຢູ່ສະເໝີ ແລະ ຊັ່ງຊາວຸດທິພາວະຂອງເຮົາໂດຍໃຊ້ບັນທັດຖານຂອງພວກເຂົາເອງ. ກັບມວນມະນຸດຊາດ, ນີ້ແມ່ນສິ່ງຍາກທີ່ສຸດໃນການຈັດການ ແລະ ມັນແມ່ນສິ່ງທີ່ເຮົາກຽດຊັງ ແລະ ລັງກຽດທີ່ສຸດ, ຕອນນີ້ເຈົ້າເຫັນບໍ? ເພາະວ່າ ນີ້ແມ່ນອຸປະນິໄສທີ່ສາມາດເຫັນໄດ້ທີ່ສຸດຂອງຊາຕານ. ຍິ່ງໄປກວ່ານັ້ນ, ວຸດທິພາວະຂອງພວກເຈົ້າກໍຕໍ່າຫຼາຍ, ສະນັ້ນ ພວກເຈົ້າຈຶ່ງຕົກຢູ່ໃນກົນອຸບາຍຂອງຊາຕານຕະຫຼອດເວລາ. ເຈົ້າພຽງແຕ່ບໍ່ສາມາດແຍກແຍະກົນອຸບາຍເຫຼົ່ານັ້ນໄດ້! ເຮົາໄດ້ບອກພວກເຈົ້າຫຼາຍຄັ້ງແລ້ວວ່າ ໃຫ້ລະມັດລະວັງຢູ່ຕະລອດເວລາ ແລະ ບໍ່ໃຫ້ຖືກຊາຕານລໍ້ລວງໃນທຸກຮູບແບບ. ແຕ່ພວກເຈົ້າກໍບໍ່ຟັງ ແລະ ພວກເຈົ້າເມີນເສີຍໃນສິ່ງທີ່ເຮົາໄດ້ກ່າວໂດຍບໍ່ມີການໄຕ່ຕອງ, ສະນັ້ນພວກເຈົ້າຈຶ່ງລົງເອີຍກັບການສູນເສຍຢ່າງທົນທຸກທໍລະມານໃນຊີວິດຂອງພວກເຈົ້າ ແລະຄວາມເສຍໃຈກໍຊ້າເກີນໄປ. ເຖິງຢ່າງໃດກໍຕາມ, ນີ້ຈະບໍ່ເປັນການດີບໍທີ່ເຈົ້າຈະນໍາເອົາສິ່ງນີ້ໄປເປັນບົດຮຽນສຳລັບການສະແຫວງຫາໃນອະນາຄົດຂອງເຈົ້າບໍ? ເຮົາຂໍເວົ້າກັບເຈົ້າວ່າ ການມີຄວາມຄິດລົບຢ່າງງ່າຍດາຍຈະນໍາເອົາຄວາມສູນເສຍມາສູ່ຊີວິດຂອງເຈົ້າ ແລະ ມັນຈະຮ້າຍແຮງທີ່ສຸດ. ເມື່ອຮູ້ຈັກສິ່ງນີ້ແລ້ວ ບໍ່ແມ່ນເວລາທີ່ເຈົ້າຄວນຕື່ນຂຶ້ນແລ້ວບໍ?

ຜູ້ຄົນບໍ່ມີຄວາມອົດທົນຕໍ່ຜົນຕາມມາຢ່າງກະທັນຫັນ ແລະ ພວກເຂົາພຽງແຕ່ເຫັນສິ່ງທີ່ຖືກຕ້ອງທີ່ຢູ່ຕໍ່ໜ້າພວກເຂົາເທົ່ານັ້ນ. ເມື່ອເຮົາກ່າວວ່າ ເຮົາໄດ້ເລີ່ມລົງໂທດຄົນທີ່ມີອຳນາດ, ພວກເຈົ້າກໍຍິ່ງກັງວົນຫຼາຍຂຶ້ນ ແລະ ພວກເຈົ້າຖາມວ່າ “ເປັນຫຍັງຄົນເຫຼົ່ານັ້ນຈຶ່ງຍັງມີອຳນາດຢູ່? ນີ້ໝາຍຄວາມວ່າພຣະເຈົ້າບໍ່ໄດ້ກ່າວພຣະທຳທີ່ວ່າງເປົ່າບໍ?” ແນວຄິດຂອງມະນຸດຊ່າງຕັ້ງໝັ້ນຫຼາຍ! ເຈົ້າບໍ່ເຂົ້າໃຈຄວາມໝາຍຂອງສິ່ງທີ່ເຮົາກ່າວເລີຍ. ຄົນທີ່ເຮົາລົງໂທດແມ່ນຄົນທີ່ຊົ່ວຮ້າຍ, ຄົນທີ່ທ້າທາຍເຮົາ, ຄົນທີ່ບໍ່ຮູ້ຈັກເຮົາ ແລະ ເຮົາບໍ່ສົນໃຈຄົນທີ່ເຊື່ອເຮົາຢ່າງດຽວ ແຕ່ບໍ່ສະແຫວງຫາຄວາມຈິງ. ເຈົ້າຊ່າງບໍ່ມີຄວາມຮູ້ຫຼາຍແທ້ໆ! ເຈົ້າບໍ່ເຂົ້າໃຈສິ່ງທີ່ເຮົາກ່າວເລີຍ! ເຖິງມັນຈະເປັນແບບນີ້, ເຈົ້າກໍຍັງຕົບຫຼັງຕົນເອງ ໂດຍຄິດວ່າເຈົ້າໄດ້ເປັນຜູ້ໃຫຍ່ແລ້ວ, ເຈົ້າເຂົ້າໃຈສິ່ງຕ່າງໆ ແລະ ເຈົ້າສາມາດເຂົ້າໃຈຄວາມປະສົງຂອງເຮົາ. ເຮົາກ່າວສະເໝີວ່າ ທຸກສິ່ງ ແລະ ທຸກເລື່ອງແມ່ນການບໍລິການແກ່ພຣະຄຣິດ, ແຕ່ເຈົ້າເຂົ້າໃຈພຣະທຳເຫຼົ່ານີ້ຢ່າງແທ້ຈິງບໍ? ເຈົ້າຮູ້ຈັກຄວາມໝາຍຂອງພຣະທຳເຫຼົ່ານີ້ແທ້ບໍ? ເຮົາໄດ້ກ່າວກ່ອນໜ້ານີ້ແລ້ວວ່າ ເຮົາບໍ່ລົງໂທດຄົນໃດໜຶ່ງໂດຍບໍ່ຮອບຄອບ. ທຸກຄົນໃນໂລກຈັກກະວານນີ້ປະຕິບັດຕາມການຈັດແຈງທີ່ເໝາະສົມຂອງເຮົາ ນັ້ນກໍຄື ຄົນທີ່ເປັນເປົ້າໝາຍແຫ່ງການລົງໂທດຂອງເຮົາ, ຄົນທີ່ໃຫ້ບໍລິການແກ່ພຣະຄຣິດ (ເຮົາຈະບໍ່ຊ່ວຍຄົນເຫຼົ່ານີ້ໃຫ້ພົ້ນ), ຄົນທີ່ຖືກເຮົາເລືອກ ແລະ ຄົນທີ່ຖືກເຮົາເລືອກແຕ່ຈະຖືກໂຍນອອກໃນພາຍຫຼັງ, ເຮົາກຳທຸກຄົນເຫຼົ່ານີ້ຢູ່ໃນມືຂອງເຮົາແລ້ວ ບໍ່ຮວມທັງເຈົ້າ ຜູ້ທີ່ເຮົາໄດ້ເລືອກ ແລະ ຜູ້ທີ່ເຮົາເຂົ້າໃຈຫຼາຍທີ່ສຸດ. ສິ່ງຕ່າງໆທີ່ເຮົາປະຕິບັດໃນໄລຍະນີ້ ແລະ ສິ່ງຕ່າງໆທີ່ເຮົາກະທໍາໃນໄລຍະຕໍ່ໄປ ລ້ວນແລ້ວແຕ່ເປັນການປະຕິບັດຕາມການຈັດແຈງທີ່ເຕັມໄປດ້ວຍສະຕິປັນຍາຂອງເຮົາ. ເຈົ້າບໍ່ຕ້ອງຈັດກຽມຫຍັງໃຫ້ເຮົາລ່ວງໜ້າ; ພຽງແຕ່ລໍຄອຍຄວາມເບີກບານຂອງເຈົ້າ! ນີ້ແມ່ນສິ່ງທີ່ເຈົ້າສົມຄວນໄດ້ຮັບ. ເຮົາຄວບຄຸມຢູ່ເໜືອທຸກສິ່ງທີ່ເປັນຂອງເຮົາ ແລະ ເຮົາຈະບໍ່ຖືເບົາຍົກເວັ້ນຄົນທີ່ກ້າຕໍ່ວ່າ ຫຼື ຄົນທີ່ກ້າສະແດງຄວາມຄິດເຫັນຕ່າງໆນາໆກ່ຽວກັບເຮົາ. ທຸກມື້ນີ້ ເຮົາມັກຈະໃຈຮ້າຍຂຶ້ນດ້ວຍຄວາມໂມໂຫ ຍ້ອນໂຄງການຂອງບົດບັນຍັດແຫ່ງການຄຸ້ມຄອງທີ່ເຮົາໄດ້ຈັດແຈງໄວ້ ໄດ້ຄືບໜ້າມາຮອດຂັ້ນຕອນນີ້. ຢ່າຄິດວ່າເຮົາບໍ່ມີຄວາມຮູ້ສຶກ. ຍ້ອນເຮົາໄດ້ກ່າວກ່ອນໜ້ານີ້ແລ້ວວ່າ ບໍ່ມີສິ່ງໃດ, ບໍ່ມີຄົນໃດ, ບໍ່ມີເຫດການໃດທີ່ກ້າຂັດຂວາງບາດກ້າວໄປຂ້າງໜ້າຂອງເຮົາໄດ້. ເຮົາເຮັດໃນສິ່ງທີ່ເຮົາເວົ້າ ແລະ ນີ້ແມ່ນສິ່ງທີ່ເຮົາເປັນ ແລະ ຍິ່ງໄປກວ່ານັ້ນ ມັນເປັນການສະແດງອອກທີ່ສາມາດເຫັນໄດ້ທີ່ສຸດຂອງອຸປະນິໄສຂອງເຮົາ. ເຮົາປະຕິບັດຕໍ່ທຸກຄົນແບບດຽວກັນ ເພາະວ່າພວກເຈົ້າທຸກຄົນລ້ວນແລ້ວແຕ່ເປັນລູກຊາຍຂອງເຮົາ ແລະ ເຮົາກໍຮັກພວກເຈົ້າທຸກຄົນ. ພໍ່ປະເພດໃດທີ່ຈະບໍ່ຮັບຜິດຊອບຕໍ່ຊີວິດຂອງລູກຊາຍຂອງຕົນ? ພໍ່ປະເພດໃດທີ່ຈະບໍ່ເຮັດວຽກໜັກທັງກາງເວັນ ແລະ ກາງຄືນເພື່ອອະນາຄົດຂອງລູກຊາຍຂອງຕົນ? ແລ້ວແມ່ນໃຜທ່າມກາງພວກເຈົ້າທີ່ສາມາດຮູ້ສິ່ງນີ້ໄດ້? ແມ່ນໃຜສາມາດເອົາໃຈໃສ່ຕໍ່ຫົວໃຈຂອງເຮົາໄດ້? ພວກເຈົ້າວາງແຜນ ແລະ ຈັດກຽມເພື່ອຄວາມພໍໃຈຂອງພວກເຈົ້າເອງຢູ່ເລື້ອຍໆ ແລະ ພວກເຈົ້າບໍ່ຄໍານຶງເຖິງຫົວໃຈຂອງເຮົາເລີຍ. ເຮົາກັງວົນໃຈກັບພວກເຈົ້າຈົນຫົວໃຈຂອງເຮົາແຕກສະຫຼາຍ, ແຕ່ພວກເຈົ້າກໍຍັງປາຖະໜາຄວາມສຸກທາງຮ່າງກາຍ, ກິນ ແລະ ດື່ມ, ນອນ ແລະ ວິທີທີ່ເຈົ້ານຸ່ງເຄື່ອງ, ພວກເຈົ້າບໍ່ມີຈິດສຳນຶກແມ່ນແຕ່ໜ້ອຍດຽວບໍ? ຖ້າເປັນແບບນີ້ແລ້ວ ພວກເຈົ້າກໍຖືວ່າເປັນສັດຮ້າຍໃນເຄື່ອງນຸ່ງຂອງມະນຸດ. ສິ່ງທີ່ເຮົາເວົ້າບໍ່ແມ່ນເກີນເຫດຜົນ ແລະ ພວກເຈົ້າຄວນອົດທົນກັບຄຳເວົ້າເຫຼົ່ານີ້ໃຫ້ໄດ້. ນີ້ແມ່ນວິທີທີ່ດີທີ່ສຸດໃນການຊ່ວຍໃຫ້ພວກເຈົ້າລອດພົ້ນ ແລະ ຍິ່ງໄປກວ່ານັ້ນ ມັນເປັນບ່ອນທີ່ສະຕິປັນຍາຂອງເຮົາສະຖິດຢູ່ ເພື່ອໂຈມຕີຈຸດອ່ອນທີ່ສຳຄັນຂອງຊາຕານ, ເພື່ອເອົາຊະນະມັນທັງໝົດ ແລະ ປ່ອຍໃຫ້ມັນຖືກທຳລາຍໂດຍສົມບູນ. ຕາບໃດທີ່ເຈົ້າກັບໃຈ ແລະ ໝັ້ນໃຈວ່າ ເຈົ້າສາມາດເພິ່ງພາເຮົາເພື່ອກຳຈັດທຳມະຊາດດັ່ງເດີມຂອງເຈົ້າ ແລະ ດຳລົງຊີວິດຕາມພາບລັກສະນະຂອງຄົນໃໝ່, ຫົວໃຈຂອງເຮົາຈຶ່ງຈະພໍໃຈຢ່າງແທ້ຈິງ, ຍ້ອນວ່ານີ້ແມ່ນການດຳລົງຊີວິດຕາມຄວາມເປັນມະນຸດທຳມະດາ ແລະການເປັນພະຍານເຖິງພຣະນາມຂອງເຮົາ. ມັນເປັນສິ່ງທີ່ເຮັດໃຫ້ເຮົາມີຄວາມສຸກທີ່ສຸດ.

ເຈົ້າຕ້ອງຢູ່ໃກ້ຊິດເຮົາຢູ່ສະເໝີ. ມັນສາມາດເຫັນໄດ້ວ່າ ບາດກ້າວຍ່າງຂອງເຮົານັ້ນໄວຂຶ້ນໃນແຕ່ລະມື້. ຖ້າເຈົ້າຂາດການສົນທະນາຝ່າຍວິນຍານຊົ່ວໄລຍະໜຶ່ງ, ແລ້ວເຈົ້າກໍຈະຖືກເຮົາພິພາກສາໂດຍທັນທີ. ໃນຈຸດນີ້ ເຈົ້າຈະມີຄວາມເຂົ້າໃຈຢ່າງເລິກເຊິ່ງ. ເຮົາຕີສອນເຈົ້າ ບໍ່ແມ່ນຍ້ອນວ່າ ເຮົາບໍ່ຮັກເຈົ້າ, ກົງກັນຂ້າມ ເຮົາລົງວິໄນເຈົ້າກໍຍ້ອນຄວາມຮັກທີ່ມີໃຫ້ກັບເຈົ້າ. ບໍ່ດັ່ງນັ້ນ ເຈົ້າຈະບໍ່ເຕີບໃຫຍ່ ແລະ ເຈົ້າກໍຈະເປັນຄົນໄຮ້ສິນທໍາຢູ່ຕະຫຼອດເວລາໂດຍປາສະຈາກການຄວບຄຸມຂອງພຣະວິນຍານບໍລິສຸດ. ສິ່ງນີ້ສະແດງໃຫ້ເຫັນສະຕິປັນຍາຂອງເຮົາຕື່ມອີກ.

ກ່ອນນີ້: ບົດທີ 60

ຕໍ່ໄປ: ບົດທີ 62

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້