ບົດທີ 62

ການເຂົ້າໃຈຄວາມປະສົງຂອງເຮົາບໍ່ແມ່ນພຽງເພື່ອໃຫ້ເຈົ້າຮູ້ຈັກເທົ່ານັ້ນ ແຕ່ຍັງເພື່ອໃຫ້ເຈົ້າປະຕິບັດຕາມຄວາມປະສົງຂອງເຮົາ. ຜູ້ຄົນກໍ່ພຽງບໍ່ເຂົ້າໃຈຫົວໃຈຂອງເຮົາ. ເມື່ອເຮົາເວົ້າວ່າ ນີ້ແມ່ນທິດຕາເວັນອອກ, ພວກເຂົາບໍ່ສາມາດເຂົ້າໃຈໄດ້ແຕ່ຄິດຢ່າງໜັກໂດຍນຶກສົງໄສວ່າ “ມັນແມ່ນທິດຕາເວັນອອກແທ້ບໍ? ບາງເທື່ອ ມັນບໍ່ແມ່ນ. ຂ້ານ້ອຍບໍ່ສາມາດເຊື່ອງ່າຍໆແບບນັ້ນ. ຂ້ານ້ອຍຕ້ອງເຫັນມັນດ້ວຍຕົນເອງ”. ເວົ້າກັບພວກເຈົ້ານີ້ຈັ່ງແມ່ນຍາກຫຼາຍ ແລະ ພວກເຈົ້າບໍ່ຮູ້ຈັກວ່າ ຄວາມອ່ອນນ້ອມທີ່ແທ້ຈິງແມ່ນຫຍັງ. ເມື່ອເຈົ້າຮູ້ຈັກຄວາມປະສົງຂອງເຮົາແລ້ວ ຈົ່ງໄປເຮັດມັນໂດຍບໍ່ຕ້ອງລັງເລໃຈ, ບໍ່ຈຳເປັນຕ້ອງຄິດກ່ຽວກັບສິ່ງນັ້ນອີກ! ເຈົ້າພິຈາລະນາສິ່ງທີ່ເຮົາກ່າວດ້ວຍຄວາມສົງໄສ ແລະ ເຈົ້າມີວິທີການທີ່ໂງ່ໃນການຍອມຮັບມັນ, ແລ້ວເຈົ້າຈະມີຄວາມເຂົ້າໃຈທີ່ແທ້ຈິງໄດ້ແນວໃດ? ເຈົ້າບໍ່ເຄີຍເຂົ້າສູ່ພຣະທຳຂອງເຮົາ. ດັ່ງທີ່ເຮົາໄດ້ກ່າວຜ່ານມາ, ຄົນທີ່ເຮົາຕ້ອງການແມ່ນຄົນທີ່ດີເລີດ, ບໍ່ແມ່ນຄົນຈຳນວນຫຼວງຫຼາຍ. ຄົນທີ່ບໍ່ໃຫ້ຄວາມສຳຄັນກັບການເຂົ້າສູ່ພຣະທຳຂອງເຮົາ ແມ່ນບໍ່ສົມຄວນທີ່ຈະເປັນທະຫານທີ່ດີຂອງພຣະຄຣິດ, ແຕ່ກົງກັນຂ້າມ ພວກເຂົາປະພຶດຕົວຄືກັບຂີ້ຂ້າຂອງຊາຕານ ແລະ ຂັດຂວາງພາລະກິດຂອງເຮົາ. ຢ່າຄິດວ່ານີ້ແມ່ນເລື່ອງເລັກນ້ອຍ. ໃຜກໍຕາມທີ່ຂັດຂວາງພາລະກິດຂອງເຮົາ ຄົນນັ້ນແມ່ນລະເມີດກົດບັນຍັດແຫ່ງການບໍລິຫານຂອງເຮົາ ແລະ ແນ່ນອນທີ່ສຸດ ເຮົາຈະລົງວິໄນພວກເຂົາຢ່າງໜັກ. ໝາຍຄວາມວ່າ ຕັ້ງແຕ່ນີ້ເປັນຕົ້ນໄປ ຖ້າເຈົ້າໜີອອກຈາກເຮົາເປັນເວລາໃດໜຶ່ງ ແລ້ວການພິພາກສາຂອງເຮົາກໍຈະເກີດຂຶ້ນກັບເຈົ້າທັນທີ. ຖ້າເຈົ້າບໍ່ເຊື່ອພຣະທຳຂອງເຮົາ ກໍຈົ່ງເບິ່ງດ້ວຍຕົວເຈົ້າເອງ, ເພື່ອຈະໄດ້ເຫັນວ່າສະພາບຂອງເຈົ້າເປັນແນວໃດເມື່ອດໍາລົງຊີວິດຢູ່ໃນແສງສະຫວ່າງແຫ່ງໃບໜ້າຂອງເຮົາ ແລະ ສະພາບຂອງເຈົ້າຈະເປັນແນວໃດ ເມື່ອເຈົ້າຈາກເຮົາໄປ.

ເຮົາບໍ່ໄດ້ຢ້ານວ່າເຈົ້າຈະບໍ່ດຳລົງຊີວິດໃນຝ່າຍວິນຍານ. ພາລະກິດຂອງເຮົາໄດ້ສືບຕໍ່ຈົນເຖິງຂັ້ນຕອນປັດຈຸບັນ, ແລ້ວເຈົ້າຈະສາມາດເຮັດຫຍັງໄດ້? ເຮົາເຮັດສິ່ງຕ່າງໆຕາມຂັ້ນຕອນ, ສະນັ້ນ ເຈົ້າບໍ່ຈຳເປັນຕ້ອງກັງວົນ. ເຮົາຈະປະຕິບັດພາລະກິດຂອງເຮົາດ້ວຍຕົນເອງ. ທັນທີທີ່ເຮົາລົງມືປະຕິບັດ ທຸກຄົນກໍເຊື່ອໝົດ, ບໍ່ດັ່ງນັ້ນ ເຮົາຈະຈັດການກັບພວກເຂົາໂດຍການຂ້ຽນຕີພວກເຂົາຢ່າງຮ້າຍແຮງຍິ່ງຂຶ້ນ. ສິ່ງນີ້ຍິ່ງກ່ຽວພັນເຖິງບົດບັນຍັດແຫ່ງການບໍລິຫານຂອງເຮົາ. ສາມາດເຫັນໄດ້ວ່າ ບັດນີ້ ບົດບັນຍັດແຫ່ງການບໍລິຫານຂອງເຮົາໄດ້ເລີ່ມປະກາດໃຊ້ ແລະ ນໍາໃຊ້ແລ້ວ ໂດຍບໍ່ໄດ້ລີ້ລັບອີກຕໍ່ໄປ. ເຈົ້າຕ້ອງເຫັນສິ່ງນີ້ຢ່າງຊັດເຈນ! ບັດນີ້ທຸກຢ່າງແມ່ນກ່ຽວພັນກັບບົດບັນຍັດແຫ່ງການບໍລິຫານຂອງເຮົາ ແລະ ໃຜກໍຕາມທີ່ລະເມີດມັນ ກໍຕ້ອງໄດ້ຮັບການສູນເສຍ. ສິ່ງນີ້ບໍ່ແມ່ນບັນຫາເລັກນ້ອຍຢ່າງແນ່ນອນ. ພວກເຈົ້າມີຄວາມເຂົ້າໃຈໃນສິ່ງນີ້ແທ້ບໍ? ພວກເຈົ້າເຫັນສິ່ງນີ້ຢ່າງກະຈ່າງແຈ້ງບໍ? ບັດນີ້ ເຮົາເລີ່ມສົນທະນາວ່າ ບັນດາປະຊາຊາດ ແລະ ທຸກຄົນທີ່ຢູ່ເທິງແຜ່ນດິນໂລກຖືກປົກຄອງພາຍໃນກໍາມືຂອງເຮົາ ແລະ ບໍ່ວ່າສາສະໜາຂອງພວກເຂົາແມ່ນຫຍັງກໍຕາມ ທຸກຄົນຕ້ອງຫຼັ່ງໄຫຼ່ມາສູ່ບັນລັງຂອງເຮົາ. ແນ່ນອນ, ບາງຄົນທີ່ໄດ້ຮັບການພິພາກສາຈະຖືກໂຍນລົງສູ່ຂຸມເລິກທີ່ຢັ່ງບໍ່ເຖິງ (ພວກເຂົາຄືເປົ້າໝາຍສຳລັບການທຳລາຍທີ່ຈະຖືກເຜົາໄໝ້ທັງໝົດ ແລະ ຈະບໍ່ມີຢູ່ອີກຕໍ່ໄປ) ແລະ ບາງຄົນທີ່ຮັບເອົານາມຂອງເຮົາຫຼັງຈາກຖືກພິພາກສາກໍຈະກາຍມາເປັນປະຊາຊົນແຫ່ງອານາຈັກຂອງເຮົາ (ພວກເຂົາຈະມີຄວາມສຸກເປັນເວລາ 1.000 ປີເທົ່ານັ້ນ). ພວກເຈົ້າເຫຼົ່ານັ້ນຈະເປັນກະສັດຮ່ວມກັບເຮົາຕະຫຼອດໄປ ແລະ ຍ້ອນພວກເຈົ້າທົນທຸກເພື່ອເຮົາກ່ອນໜ້ານີ້, ເຮົາຈະທົດແທນຄວາມທົນທຸກຂອງພວກເຈົ້າດ້ວຍພອນທີ່ເຮົາຈະປະທານໃຫ້ກັບພວກເຈົ້າຢ່າງບໍ່ໝົດສິ້ນ; ປະຊາຊົນເຫຼົ່ານັ້ນຂອງເຮົາຈະສະໜອງການຮັບໃຊ້ບໍລິການໃຫ້ກັບພຣະຄຣິດເທົ່ານັ້ນ. ສິ່ງທີ່ເອີ້ນວ່າຄວາມເພີດເພີນບໍ່ໄດ້ໝາຍເຖິງຄວາມສຸກເທົ່ານັ້ນ, ແຕ່ກົງກັນຂ້າມ ຄົນເຫຼົ່ານີ້ຖືກປົກປ້ອງບໍ່ໃຫ້ທົນທຸກຕໍ່ໄພພິບັດຕ່າງໆ. ນີ້ຄືຄວາມໝາຍພາຍໃນຂອງເງື່ອນໄຂທີ່ເຮົາຮຽກຮ້ອງຈາກເຈົ້າໃນຕອນນີ້ນັ້ນເຄັ່ງຄັດຫຼາຍ ແລະ ທຸກສິ່ງແຕະຕ້ອງເຖິງບົດບັນຍັດແຫ່ງການບໍລິຫານຂອງເຮົາ. ເພາະວ່າ ຖ້າພວກເຈົ້າບໍ່ຍອມຮັບການຝຶກຝົນຂອງເຮົາ ແລ້ວກໍບໍ່ມີທາງທີ່ເຮົາຈະມອບສິ່ງທີ່ພວກເຈົ້າຄວນຈະໄດ້ຮັບໃຫ້ກັບພວກເຈົ້າ. ເຖິງແມ່ນສິ່ງນີ້ເປັນຄວາມຈິງ, ພວກເຈົ້າຍັງຢ້ານທີ່ຈະທົນທຸກ, ຢ້ານທີ່ຈະເກີດມີບາດແຜໃນວິນຍານຂອງເຈົ້າ, ຄິດເຖິງເນື້ອໜັງຢູ່ສະເໝີ, ຈັດແຈງ ແລະ ວາງແຜນເພື່ອຕົນເອງຢູ່ສະເໝີ. ເຮົາບໍ່ໄດ້ຈັດແຈງສຳລັບພວກເຈົ້າຢ່າງເໝາະສົມບໍ? ແລ້ວເປັນຫຍັງເຈົ້າຈຶ່ງສືບຕໍ່ຈັດແຈງສຳລັບຕົນເອງຊໍ້າແລ້ວຊໍ້າອີກ? ເຈົ້າປະນາມເຮົາ! ບໍ່ແມ່ນແບບນັ້ນບໍ? ເຮົາຈັດແຈງບາງສິ່ງສຳລັບເຈົ້າ ແຕ່ເຈົ້າກໍປະຕິເສດມັນທັງສິ້ນ ແລະ ວາງແຜນຂອງເຈົ້າເອງ.

ພວກເຈົ້າອາດເວົ້າໄດ້ດີ, ແຕ່ໃນຄວາມເປັນຈິງແລ້ວ ພວກເຈົ້າບໍ່ສັງເກດຄວາມປະສົງຂອງເຮົາບໍ່ວ່າຫຍັງກໍຕາມ. ຈົ່ງຟັງເຮົາໃຫ້ດີ ເຮົາຈະບໍ່ເວົ້າຢ່າງແນ່ນອນວ່າ ມີຄົນຢູ່ທ່າມກາງພວກເຈົ້າທີ່ສາມາດຄຳນຶງເຖິງຄວາມປະສົງຂອງເຮົາຢ່າງແທ້ຈິງ. ເຖິງແມ່ນການກະທຳຂອງເຈົ້າອາດສອດຄ່ອງກັບຄວາມປະສົງຂອງເຮົາ, ເຮົາຈະບໍ່ສັນລະເສີນເຈົ້າຢ່າງແນ່ນອນ. ນີ້ແມ່ນວິທີການແຫ່ງຄວາມລອດພົ້ນຂອງເຮົາ. ເຖິງສິ່ງນີ້ເປັນຄວາມຈິງ, ພວກເຈົ້າກໍຍັງພໍໃຈໃນຕົນເອງເປັນບາງຄັ້ງ ໂດຍຄິດວ່າຕົນເອງມະຫັດສະຈັນ ແລ້ວກໍດູຖູກຄົນອື່ນ. ນີ້ແມ່ນລັກສະນະໜຶ່ງໃນອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ພວກເຈົ້າທຸກຄົນຮັບຮູ້ເຖິງເລື່ອງທີ່ເຮົາກ່າວ, ແຕ່ພຽງຢູ່ໃນລະດັບຜິວເຜີນເທົ່ານັ້ນ. ຖ້າຕ້ອງການປ່ຽນແປງຢ່າງແທ້ຈິງ ເຈົ້າຕ້ອງຫຍັບເຂົ້າໃກ້ເຮົາ; ສົນທະນາກັບເຮົາ ແລະ ເຮົາຈະປະທານຄວາມກະລຸນາໃຫ້ກັບເຈົ້າ. ບາງຄົນຄິດທີ່ຈະນັ່ງຢູ່ລ້າໆ ແລະ ເກັບກ່ຽວສິ່ງທີ່ຄົນອື່ນຫວ່ານ ໂດຍຮູ້ສຶກວ່າພວກເຂົາພຽງແຕ່ຕ້ອງເດ່ມື້ຂໍ ຫຼື ອ້າປາກກິນ, ເຖິງກັບລໍຖ້າໃຫ້ຄົນອື່ນຫຍໍ້າອາຫານຍັດໃສ່ປາກໃຫ້ພວກເຂົາກ່ອນທີ່ພວກເຂົາຈະເຕັມໃຈກືນມັນ. ຄົນປະເພດນີ້ເປັນຄົນໂງ່ຈ້າທີ່ສຸດ, ຢາກກິນສິ່ງທີ່ຄົນອື່ນໄດ້ຫຍ້ຳແລ້ວ ແລະ ນີ້ແມ່ນການສະແດງໃຫ້ເຫັນດ້ານຂີ້ຄ້ານທີ່ສຸດຂອງມະນຸດ. ເມື່ອໄດ້ຍິນພຣະທຳເຫຼົ່ານີ້ຂອງເຮົາແລ້ວ, ເຈົ້າກໍບໍ່ຕ້ອງເບິ່ງຂ້າມອີກຕໍ່ໄປ. ການເອົາໃຈໃສ່ເປັນສອງເທົ່າແມ່ນເປັນວິທີທີ່ຖືກຕ້ອງທີ່ເຈົ້າຕ້ອງເຮັດ. ເມື່ອນັ້ນເຈົ້າຈິ່ງຈະປະຕິບັດຕາມຄວາມປະສົງຂອງເຮົາ. ນີ້ແມ່ນປະເພດຄວາມອ່ອນນ້ອມ ແລະ ການເຊື່ອຟັງທີ່ດີທີ່ສຸດ.

ກ່ອນນີ້: ບົດທີ 61

ຕໍ່ໄປ: ບົດທີ 63

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້