ບົດທີ 63
ເຈົ້າຕ້ອງເຂົ້າໃຈສະພາບການຂອງເຈົ້າເອງ ແລະ ຍິ່ງໄປກວ່ານັ້ນ ຈົ່ງຊັດເຈນໃນເສັ້ນທາງທີ່ເຈົ້າຕ້ອງຍ່າງ; ຢ່າລໍຖ້າໃຫ້ເຮົາດຶງຫູເຈົ້າຂຶ້ນ ແລະ ຊີ້ສິ່ງຕ່າງໆໃຫ້ກັບເຈົ້າອີກຕໍ່ໄປເລີຍ. ເຮົາເປັນພຣະເຈົ້າ ຜູ້ທີ່ສັງເກດສ່ວນເລິກສຸດໃນຫົວໃຈຂອງມະນຸດ ແລະ ເຮົາຮູ້ຈັກຄວາມຄິດ ແລະ ແນວຄິດທຸກຢ່າງຂອງເຈົ້າ. ຍິ່ງໄປກວ່ານັ້ນ ເຮົາເຂົ້າໃຈການກະທຳ ແລະ ການປະພຶດຂອງເຈົ້າ ແຕ່ສິ່ງເຫຼົ່ານີ້ທັງໝົດມີສັນຍາຂອງເຮົາບໍ? ສິ່ງເຫຼົ່ານັ້ນທັງໝົດມີຄວາມປະສົງຂອງເຮົາບໍ? ຕາມຈິງແລ້ວ ເຈົ້າເຄີຍສະແຫວງຫາໄດ້ຊອກຫາສິ່ງເຫຼົ່ານີ້ມາກ່ອນບໍ? ເຈົ້າໄດ້ໃຊ້ເວລາໃນເລື່ອງນີ້ແທ້ບໍ? ເຈົ້າໄດ້ພະຍາຍາມຢ່າງແທ້ຈິງແລ້ວບໍ? ເຮົາບໍ່ໄດ້ກຳລັງວິຈານເຈົ້າ; ເຈົ້າພຽງແຕ່ໄດ້ບໍ່ໃສ່ໃຈໃນເລື່ອງນີ້ເທົ່ານັ້ນ! ເຈົ້າສັບສົນຫຼາຍຢູ່ສະເໝີ ແລະ ບໍ່ສາມາດເຫັນສິ່ງຕ່າງໆຢ່າງຊັດເຈນ. ເຈົ້າຮູ້ບໍວ່າ ແມ່ນຫຍັງຄືຕົ້ນເຫດຂອງສິ່ງນີ້? ຄືວ່າ ຄວາມຄິດຂອງພວກເຈົ້າບໍ່ຊັດເຈນ ແລະ ແນວຄິດຂອງພວກເຈົ້າຝັງເລິກຢ່າງຕິດແໜ້ນເກີນໄປ; ຍິ່ງໄປກວ່ານັ້ນ ເຈົ້າບໍ່ໃສ່ໃຈຄວາມປະສົງຂອງເຮົາ. ບາງຄົນຈະອ້າງວ່າ “ພຣະອົງກ່າວວ່າ ພວກຂ້ານ້ອຍບໍ່ສົນໃຈຄວາມປະສົງຂອງພຣະອົງໄດ້ແນວໃດ? ພວກຂ້ານ້ອຍພະຍາຍາມເຂົ້າໃຈຄວາມປະສົງຂອງພຣະອົງຢ່າງສະໝໍ່າສະເໝີ, ແຕ່ພວກຂ້ານ້ອຍບໍ່ເຄີຍເຂົ້າປະສົບຜົນສຳເລັດ ແລ້ວພວກຂ້ານ້ອຍຄວນຈະເຮັດແນວໃດ? ພຣະອົງຈະເວົ້າແທ້ບໍວ່າ ພວກຂ້ານ້ອຍບໍ່ໄດ້ພະຍາຍາມ?” ໃຫ້ເຮົາຖາມເຈົ້າວ່າ ເຈົ້າກ້າທີ່ຈະອ້າງວ່າເຈົ້າຊື່ສັດຕໍ່ເຮົາແທ້ບໍ? ແລ້ວແມ່ນໃຜກ້າເວົ້າວ່າ ພວກເຂົາຖວາຍຕົນເອງໃຫ້ກັບເຮົາຢ່າງຊື່ສັດແທ້ຈິງ? ເຮົາຢ້ານວ່າ ບໍ່ມີໃຜທ່າມກາງພວກເຈົ້າທີ່ສາມາດເວົ້າແບບນີ້ໄດ້ ບໍ່ຈຳເປັນຕ້ອງໃຫ້ເຮົາເວົ້າກໍໄດ້ ນັ້ນກໍເພາະວ່າ ພວກເຈົ້າແຕ່ລະຄົນມີທາງເລືອກຂອງພວກເຈົ້າເອງ, ຄວາມມັກຂອງພວກເຈົ້າເອງ ແລະ ຍິ່ງໄປກວ່ານັ້ນ ພວກເຈົ້າມີເຈດຕະນາຂອງພວກເຈົ້າເອງ. ຢ່າຫຼອກລວງເລີຍ! ເຮົາມີຄວາມເຂົ້າໃຈກ່ຽວກັບຄວາມຄິດທີ່ຢູ່ເລິກສຸດຂອງພວກເຈົ້າຢ່າງລະອຽດແຕ່ດົນນານແລ້ວ. ເຮົາຍັງຕ້ອງໄດ້ອະທິບາຍສິ່ງນີ້ອີກບໍ? ເຈົ້າຕ້ອງກວດສອບຈາກທຸກດ້ານຫຼາຍຂຶ້ນ (ຄວາມຄິດ ແລະ ແນວຄິດຂອງເຈົ້າ, ທຸກສິ່ງທີ່ເຈົ້າເວົ້າ, ທຸກຄຳເວົ້າ, ທຸກເຈດຕະນາ ແລະ ແຮງຜັກດັນທີ່ຢູ່ເບື້ອງຫຼັງທຸກການເຄື່ອນໄຫວຂອງເຈົ້າ); ດ້ວຍວິທີນີ້ ເຈົ້າຈະບັນລຸການເຂົ້າສູ່ໃນທຸກດ້ານ. ຍິ່ງໄປກວ່ານັ້ນ, ເຈົ້າຈະສາມາດປະກອບຕົນເອງດ້ວຍຄວາມຈິງຢ່າງບໍລິບູນ.
ຖ້າເຮົາບໍ່ບອກສິ່ງດັ່ງກ່າວແກ່ພວກເຈົ້າ ພວກເຈົ້າກໍຈະຍັງສັບສົນຢູ່, ປາຖະໜາຄວາມສຸກທາງເນື້ອໜັງຢູ່ໝົດມື້ໝົດເວັນ ແລະ ບໍ່ປາຖະໜາທີ່ຈະສົນໃຈຄວາມປະສົງຂອງເຮົາເລີຍ. ເຮົາກຳລັງໃຊ້ມືແຫ່ງຄວາມຮັກຂອງເຮົາເພື່ອຊ່ວຍພວກເຈົ້າໃຫ້ລອດພົ້ນຢ່າງສະໝໍ່າສະເໝີ. ພວກເຈົ້າຮູ້ບໍ? ພວກເຈົ້າໄດ້ເຂົ້າໃຈເຖິງຄວາມຈິງນີ້ແລ້ວບໍ? ເຮົາຮັກເຈົ້າຢ່າງຈິງໃຈ. ເຈົ້າກ້າທີ່ຈະເວົ້າວ່າ ເຈົ້າຮັກເຮົາຢ່າງຈິງໃຈບໍ? ໃຫ້ຖາມຕົນເອງເລື້ອຍໆເບິ່ງວ່າ ເຈົ້າສາມາດມາຢູ່ຕໍ່ໜ້າເຮົາເພື່ອຍອມຕໍ່ການກວດສອບຂອງເຮົາໃນການກະທຳທຸກຢ່າງຂອງເຈົ້າແທ້ບໍ? ເຈົ້າຍອມໃຫ້ເຮົາກວດສອບການກະທຳທຸກຢ່າງຂອງເຈົ້າແທ້ບໍ? ເຮົາເວົ້າວ່າ ເຈົ້າເສື່ອມຊາມ ແລະ ເຈົ້າກໍຟ້າວປອງກັນຕົວເອງທັນທີ. ການພິພາກສາຂອງເຮົາມາເຖິງເຈົ້າແລ້ວ; ບັດນີ້ ເຈົ້າຄວນຕື່ນຂຶ້ນສູ່ຄວາມຈິງ! ທຸກສິ່ງທີ່ເຮົາກ່າວແມ່ນຄວາມຈິງ; ພຣະທຳຂອງເຮົາຊີ້ໃຫ້ເຫັນສະພາບການຕົວຈິງທີ່ຢູ່ພາຍໃນເຈົ້າ. ໂອ້ ມະນຸດຊາດເອີຍ! ເຈົ້າຊ່າງຈັດການຍາກແທ້ໆ. ມີພຽງແຕ່ເມື່ອເຮົາຊີ້ໃຫ້ເຫັນເຖິງສະພາບການຕົວຈິງຂອງພວກເຈົ້າ, ພວກເຈົ້າຈຶ່ງຍອມຮັບສິ່ງທີ່ເຮົາເວົ້າຢ່າງສຸດຫົວໃຈ. ຖ້າເຮົາບໍ່ເຮັດແບບນີ້, ແລ້ວພວກເຈົ້າກໍຈະຍຶດຕິດກັບແນວຄິດທີ່ຫຼ້າສະໄໝຂອງພວກເຈົ້າ ແລະ ຍຶດຕິດກັບວິທີການຄິດຂອງພວກເຈົ້າ ໂດຍສົມມຸດວ່າ ບໍ່ມີໃຜເທິງແຜ່ນດິນໂລກທີ່ສະຫຼາດກວ່າພວກເຈົ້າ. ໃນເລື່ອງນີ້ ບໍ່ແມ່ນພຽງແຕ່ການທີ່ເຈົ້າຖືວ່າຕົນເອງຊອບທຳບໍ? ບໍ່ແມ່ນເຈົ້າໝົກມຸ້ນກັບການເຮັດໃຫ້ຕົນເອງພໍໃຈ ແລະ ຄວາມພໍໃຈໃນຕົນເອງ ແລະ ການອວດດີ ແລະ ການຫຼອກລວງບໍ? ໃນຕອນນີ້ ເຈົ້າຄວນເຂົ້າໃຈສິ່ງນີ້ໄດ້ແລ້ວ! ເຈົ້າບໍ່ຄວນຄິດວ່າຕົນເອງສະຫຼາດ ຫຼື ພິເສດ; ກົງຂັນຂ້າມ ເຈົ້າຕ້ອງຮູ້ເຖິງຂໍ້ບົກຜ່ອງ ແລະ ຈຸດອ່ອນຂອງເຈົ້າເອງຢ່າງສະໝໍ່າສະເໝີ. ໃນວິທີນີ້, ຄວາມຕັ້ງໃຈຂອງເຈົ້າທີ່ຈະຮັກເຮົາຈຶ່ງບໍ່ຫາຍໄປ ແລະ ຈະຍິ່ງໜັກແໜ້ນຂຶ້ນເລື້ອຍໆ ແລະ ສະພາບການຂອງເຈົ້າເອງກໍຈະຍິ່ງສືບຕໍ່ປັບປຸງໃຫ້ດີຂຶ້ນ. ສຳຄັນໄປກວ່ານັ້ນ ຊີວິດຂອງເຈົ້າຈະກ້າວໜ້າຫຼາຍຂຶ້ນໃນແຕ່ລະມື້.
ເມື່ອເຈົ້າໄດ້ມາເຂົ້າໃຈຄວາມປະສົງຂອງເຮົາ ເຈົ້າກໍຈະມາຮູ້ຈັກຕົນເອງ, ດ້ວຍເຫດນັ້ນການໄດ້ຮັບຄວາມເຂົ້າໃຈທີ່ດີຂຶ້ນກ່ຽວກັບເຮົາ ແລະ ພັດທະນາຄວາມໝັ້ນໃຈທີ່ເຈົ້າມີກ່ຽວກັບເຮົາຫຼາຍຂຶ້ນ. ປັດຈຸບັນນີ້, ຖ້າຄົນໃດບໍ່ສາມາດມີຄວາມໝັ້ນໃຈໃນຕົວເຮົາເກົ້າສິບເປີເຊັນ, ແຕ່ກົງກັນຂ້າມ ກັບສືບຕໍ່ຂຶ້ນໆລົງໆທຸກນາທີ, ບຶດຮ້ອນບຶດໜາວ, ແລ້ວເຮົາກໍຈະເວົ້າວ່າ ບຸກຄົນນັ້ນແມ່ນຄົນທີ່ຈະຖືກປະຖິ້ມຢ່າງແນ່ນອນ. ສິບເປີເຊັນທີ່ເຫຼືອແມ່ນຂຶ້ນຢູ່ກັບແສງສະຫວ່າງ ແລະ ແສງເຍືອງທາງຂອງເຮົາໂດຍສິ້ນເຊີງ; ດ້ວຍສິ່ງເຫຼົ່ານີ້, ຜູ້ຄົນຈຶ່ງສາມາດມີຄວາມໝັ້ນໃຈໃນຕົວເຮົາໜຶ່ງຮ້ອຍເປີເຊັນ. ໃນຕອນນີ້ ເຊິ່ງໝາຍເຖິງໃນປັດຈຸບັນນີ້ ມີເທົ່າໃດຄົນທີ່ສາມາດບັນລຸວຸດທິພາວະປະເພດນີ້ໄດ້? ເຮົາເປີດເຜີຍຄວາມປະສົງຂອງເຮົາໃຫ້ກັບເຈົ້າຢ່າງສະໝໍ່າສະເໝີ ແລະ ຄວາມຮູ້ສຶກແຫ່ງຊີວິດກໍໄຫຼວຽນຢູ່ໃນຕົວເຈົ້າຢ່າງຕໍ່ເນື່ອງ, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ປະຕິບັດໃຫ້ສອດຄ່ອງກັບພຣະວິນຍານ? ເຈົ້າຢ້ານເຮັດຫຍັງຜິດບໍ? ຖ້າເປັນແບບນັ້ນ, ເປັນຫຍັງເຈົ້າຈຶ່ງບໍ່ໃສ່ໃຈກັບການຝຶກຝົນ? ເຮົາໄດ້ກ່າວກັບເຈົ້າວ່າ ຄົນນັ້ນບໍ່ສາມາດເຂົ້າໃຈຄວາມປະສົງຂອງເຮົາພຽງແຕ່ດ້ວຍການພະຍາຍາມພຽງແຕ່ໜຶ່ງຄັ້ງ ຫຼື ສອງຄັ້ງ; ພວກເຂົາຕ້ອງຜ່ານຂະບວນການໃດໜຶ່ງ. ເຮົາໄດ້ຊີ້ໃຫ້ເຫັນສິ່ງນີ້ຫຼາຍຄັ້ງ, ແລ້ວເປັນຫຍັງເຈົ້າຈຶ່ງຍັງບໍ່ນໍາມັນເຂົ້າສູ່ການປະຕິບັດ? ເຈົ້າບໍ່ຄິດບໍວ່າເຈົ້າກຳລັງບໍ່ເຊື່ອຟັງບໍ? ເຈົ້າປາຖະໜາທີ່ຈະເຮັດໃຫ້ທຸກສິ່ງສຳເລັດທັນທີ ແລະ ບໍ່ເຕັມໃຈທີ່ຈະພະຍາຍາມ ຫຼື ໃຊ້ເວລາກັບສິ່ງໃດເລີຍ. ເຈົ້າຊ່າງໂງ່ຈ້າ ແລະ ຍິ່ງໄປກວ່ານັ້ນ ເຈົ້າແມ່ນບໍ່ມີຄວາມຮູ້ຫຍັງເລີຍ!
ພວກເຈົ້າບໍ່ຮູ້ສຶກຕົວບໍວ່າ ເຮົາກຳລັງເວົ້າກ່ຽວກັບສິ່ງຕ່າງໆຢູ່ສະເໝີໂດຍບໍ່ເວົ້າອ້ອມຄ້ອມ? ເປັນຫຍັງພວກເຈົ້າຈຶ່ງສືບຕໍ່ໂງ່, ມຶນຊາ ແລະ ຈ້າ? ພວກເຈົ້າຄວນກວດສອບຕົນເອງໃຫ້ຫຼາຍຂຶ້ນ ແລະ ຖ້າມີຫຍັງທີ່ພວກເຈົ້າບໍ່ເຂົ້າໃຈ ພວກເຈົ້າກໍຄວນມາຢູ່ຕໍ່ໜ້າເຮົາໃຫ້ຫຼາຍຍິ່ງຂຶ້ນ. ເຮົາຂໍບອກເຈົ້າດັ່ງນີ້ວ່າ ເຫດຜົນທີ່ເຮົາເວົ້າແບບນີ້ ຫຼື ແບບນັ້ນກໍເພື່ອນໍາພາພວກເຈົ້າມາຢູ່ຕໍ່ໜ້າເຮົາ. ຫຼັງຈາກໃຊ້ເວລາຫຼາຍປີ ແລ້ວເປັນຫຍັງພວກເຈົ້າຈຶ່ງຍັງບໍ່ເຂົ້າໃຈສິ່ງນີ້? ມັນເປັນຍ້ອນພຣະທຳຂອງເຮົາໄດ້ເຮັດໃຫ້ພວກເຈົ້າສັບສົນຢ່າງສົມບຸນບໍ? ຫຼື ເປັນຍ້ອນວ່າພວກເຈົ້າບໍ່ໄດ້ຈິງຈັງກັບພຣະທຳຂອງເຮົາແຕ່ລະຄຳເລີຍ? ເມື່ອພວກເຈົ້າອ່ານພຣະທຳເຫຼົ່ານັ້ນ, ພວກເຈົ້າກໍໄດ້ຮັບຄວາມຮູ້ກ່ຽວກັບຕົນເອງເປັນຢ່າງດີ ແລະ ພວກເຈົ້າສືບຕໍ່ເວົ້າເຖິງສິ່ງຕ່າງໆທີ່ພວກເຈົ້າຕິດໜີ້ເຮົາ ແລະ ບໍ່ສາມາດເຂົ້າໃຈຄວາມປະສົງຂອງເຮົາ. ແລ້ວຫຼັງຈາກນັ້ນເດ? ມັນຄືກັບວ່າເຈົ້າບໍ່ມີສ່ວນກ່ຽວຂ້ອງຫຍັງກັບສິ່ງເຫຼົ່ານີ້ເລີຍ, ຄືກັບວ່າເຈົ້າບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ. ບໍ່ແມ່ນເຈົ້າພຽງແຕ່ກືນກິນຂໍ້ມູນໂດຍບໍ່ໃຫ້ເວລາຕົນເອງເຂົ້າໃຈມັນເລີຍບໍ? ເມື່ອເຈົ້າຮັບເອົາພຣະທຳຂອງເຮົາ, ມັນເປັນຄືກັບວ່າເຈົ້າພຽງແຕ່ເຫຼືອດຕາເບິ່ງດອກໄມ້ຢ່າງໄວໃນຂະນະທີ່ເຈົ້າຂີ່ຢູ່ເທິງຫຼັງມ້າ; ເຈົ້າບໍ່ເຄີຍພະຍາຍາມເຂົ້າໃຈຈາກພຣະທຳຂອງເຮົາຢ່າງແທ້ຈິງວ່າແມ່ນຫຍັງຄືຄວາມປະສົງຂອງເຮົາ. ນີ້ຄືສິ່ງທີ່ຜູ້ຄົນເປັນ ນັ້ນກໍຄື ພວກເຂົາມັກສະແດງຄືກັບວ່າຖ່ອມຕົນຢູ່ສະເໝີ. ຄົນປະເພດນີ້ເປັນຄົນທີ່ເປັນຕາຊັງທີ່ສຸດ. ເມື່ອພວກເຂົາຢູ່ຮ່ວມກັນເພື່ອສົນທະນາກັບຄົນອື່ນ, ພວກເຂົາກໍມັກແບ່ງປັນຄວາມຮູ້ກ່ຽວກັບຕົນເອງຢູ່ຕໍ່ໜ້າຄົນອື່ນຢູ່ສະເໝີ ໂດຍເຮັດໃຫ້ຄົນອື່ນເຫັນວ່າພວກເຂົາເປັນຄົນທີ່ຄຳນຶງເຖິງພາລະຂອງເຮົາ, ແຕ່ໃນຄວາມເປັນຈິງແລ້ວ ພວກເຂົາເປັນຄົນໂງ່ຈ້າທີ່ສຸດ. (ພວກເຂົາບໍ່ສົນທະນາກັບອ້າຍເອື້ອຍນ້ອງຂອງພວກເຂົາເຖິງຄວາມເຂົ້າໃຈ ຫຼື ຄວາມຮູ້ທີ່ແທ້ຈິງທີ່ພວກເຂົາມີກ່ຽວກັບເຮົາ, ກົງກັນຂ້າມ ພວກເຂົາພຽງແຕ່ສະແດງຕົນເອງ ແລະ ໂອ້ອວດຢູ່ຕໍ່ໜ້າຄົນອື່ນ; ເຮົາກຽດຊັງຄົນເຊັ່ນນີ້ທີ່ສຸດ ຍ້ອນພວກເຂົາປະນາມ ແລະ ດູໝິ່ນເຮົາ).
ເຮົາເຮັດໃຫ້ສິ່ງອັດສະຈັນທີ່ຍິ່ງໃຫຍ່ຂອງເຮົາເປັນທີ່ປະຈັກໃນພວກເຈົ້າຢູ່ຕະຫຼອດເວລາ. ພວກເຈົ້າບໍ່ສາມາດເຫັນສິ່ງເຫຼົ່ານັ້ນບໍ? ຄົນຮັກເຮົາຢ່າງຈິງໃຈແມ່ນດຳລົງຊີວິດຢູ່ກັບສິ່ງທີ່ເອີ້ນວ່າ “ຄວາມເປັນຈິງ”. ພວກເຈົ້າເບິ່ງບໍ່ເຫັນສິ່ງນັ້ນບໍ? ສິ່ງນີ້ບໍ່ແມ່ນຫຼັກຖານອ້າງອີງທີ່ດີທີ່ສຸດທີ່ເຈົ້າໄດ້ຮູ້ຈັກເຮົາບໍ? ມັນບໍ່ເປັນພະຍານໃຫ້ກັບເຮົາໄດ້ດີກວ່າບໍ? ແຕ່ພວກເຈົ້າບໍ່ຮູ້ຈັກມັນ. ຈົ່ງບອກເຮົາເບິ່ງວ່າ ແມ່ນໃຜສາມາດດຳລົງຊີວິດຢູ່ກັບຄວາມຈິງເທິງໂລກທີ່ບໍ່ເປັນລະບົບລະບຽບ ເຊິ່ງເປັນໂລກທີ່ສົກກະປົກ, ເປິເປື້ອນ ແລະ ຖືກຊາຕານເຮັດໃຫ້ເສື່ອມຊາມນີ້ໄດ້ແດ່? ບໍ່ແມ່ນມະນຸດທຸກຄົນເສື່ອມຊາມ ແລະ ເຕັມໄປດ້ວຍຄວາມວ່າງເປົ່າບໍ? ເຖິງຢ່າງໃດກໍດີ, ພຣະທຳຂອງເຮົາໄດ້ໄປເຖິງຈຸດສູງສຸດຂອງພວກມັນແລ້ວ; ບໍ່ມີພຣະທຳໃດທີ່ສາມາດເຂົ້າໃຈໄດ້ງ່າຍກວ່າພຣະທຳເຫຼົ່ານີ້ອີກແລ້ວ. ແມ່ນແຕ່ຄົນໂງ່ຈ້າແທ້ໆກໍສາມາດອ່ານພຣະທຳຂອງເຮົາ ແລະ ເຂົ້າໃຈພຣະທຳເຫຼົ່ານັ້ນໄດ້, ສະນັ້ນ, ບໍ່ແມ່ນພຽງແຕ່ວ່າພວກເຈົ້າບໍ່ໄດ້ພະຍາຍາມພຽງພໍບໍ?